(III) ພຣະທຳກ່ຽວກັບການເປີດເຜີຍແນວຄິດທາງສາສະໜາ, ແນວຄິດນອກຮີດ ແລະ ຄວາມເຊື່ອຜິດຂອງມະນຸດຊາດຜູ້ເສື່ອມຊາມ

135. ໃນຄວາມເຊື່ອພຣະເຈົ້າຂອງເຈົ້າ ເຈົ້າຄວນຮູ້ຈັກພຣະເຈົ້າແນວໃດ? ເຈົ້າຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ຜິດພ້ຽນໃນຄວາມເຊື່ອ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ເຈົ້າຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດການຍອມຮັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນການຍອມຮັບທີ່ພິດພ້ຽນ ແລະ ບໍ່ຖືກຕ້ອງ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກຍອມຮັບໃນອະດີດ ແລ້ວກວດສອບຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຂຶ້ນໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີສິ່ງກີດກັ້ນ ແລະ ການປະຕິບັດຂອງເຈົ້າກໍຈະລ້າສະໄໝ ເຊິ່ງເປັນພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ ແລະ ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ລ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການຍອມຮັບພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະເປັນສິ່ງຂັດຂວາງຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດກັບມະນຸດເລີຍ. ຖ້າມະນຸດບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນຕົວເຂົາ ທີ່ເປັນສ່ວນໜຶ່ງຂອງແນວຄວາມຄິດທາງສາສະໜານັ້ນອອກ ແລ້ວສິ່ງເຫຼົ່ານັ້ນກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງມະນຸດ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ່າຊ້າໃນທຸກບາດກ້າວ, ເພາະແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າມັນລ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ແນ່ນອນ ເຈົ້າສາມາດປະຖິ້ມແນວຄວາມຄິດຂອງເຈົ້າ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

136. ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ. ພາລະກິດເກົ່າ ແລະ ໃໝ່ນີ້ບໍ່ໄດ້ຂັດແຍ່ງກັນ ແຕ່ສົ່ງເສີມກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດໃນຈິດໃຈຂອງມະນຸດ. ແຕ່ສິ່ງທີ່ຄາດຫວັງໄປຫຼາຍກວ່ານັ້ນກ່ຽວກັບການສ້າງແນວຄວາມຄິດດັ່ງກ່າວຂອງມະນຸດກໍຄື ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງຢ່າງສົມບູນ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນ ຮ່ວມກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີ. ມັນຖືກຕ້ອງທີ່ຈະເວົ້າວ່າ ໃນລະຫວ່າງເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມເຂົ້າໃຈຕາມແນວຄິດທຸກປະເພດກ່ຽວກັບພຣະເຈົ້າໃນຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນທາງສາສະໜາຫຼາຍຄົນທີ່ຮັບໃຊ້ພຣະເຈົ້າກາຍມາເປັນສັດຕູຂອງພຣະອົງ. ດ້ວຍເຫດນັ້ນ ເມື່ອແນວຄວາມຄິດທາງສາສະໜາຂອງຄົນໜັກແໜັນຂຶ້ນ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ແຕ່ທາງກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ພາລະກິດນີ້ແມ່ນເປັນການສະແດງອອກເຖິງຈິດໃຈໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸຕາມເປົ້າໝາຍ. ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້ ມະນຸດຈະບໍ່ປ່ຽນແປງ ຫຼື ສາມາດຮູ້ຈັກພຣະເຈົ້າໄດ້ ແລະ ຊາຕານກໍຈະບໍ່ຖືກປາບປາມ. ດ້ວຍເຫດນີ້ ພາລະກິດຂອງພຣະອົງຈຶ່ງມີການປ່ຽນແປງຢ່າງຕໍ່ເນື່ອງ ເຊິ່ງເບິ່ງຄືວ່າບໍ່ເປັນປົກກະຕິ ແຕ່ແທ້ຈິງແລ້ວ ແມ່ນເປັນປົກກະຕິດີ. ເຖິງຢ່າງໃດກໍຕາມ ວິທີທີ່ມະນຸດເຊື່ອໃນພຣະເຈົ້າແຕກຕ່າງກັນພໍສົມຄວນ. ພວກເຂົາຍຶດຕິດກັບທິດສະດີ ແລະ ລະບົບເກົ່າແກ່ທີ່ຕົນລຶ້ງເຄີຍ ແລະ ຍິ່ງສິ່ງເຫຼົ່ານັ້ນເກົ່າຫຼາຍສໍ່າໃດ ຍິ່ງຖືກໃຈພວກເຂົາຫຼາຍສໍ່ານັ້ນ. ຄວາມຄິດທີ່ໂງ່ຈ້າຂອງມະນຸດ, ຈິດໃຈເໝືອນດັ່ງກ້ອນຫີນທີ່ບໍ່ຍອມອ່ອນນ້ອມ ຈະສາມາດຍອມຮັບພາລະກິດ ແລະ ພຣະທໍາໃໝ່ຂອງພຣະເຈົ້າຢ່າງເລິກເຊິ່ງໄດ້ແນວໃດ? ມະນຸດມັກຈະກຽດຊັງພຣະເຈົ້າທີ່ໃໝ່ ແລະ ບໍ່ເຄີຍເກົ່າສະເໝີ; ເຂົາພຽງແຕ່ມັກພຣະເຈົ້າອົງເດີມ, ຜູ້ທີ່ມີແຂ້ວຍາວ, ຜົມສີຂາວ ແລະ ຢູ່ກັບທີ່. ຍ້ວນວ່າ ພຣະເຈົ້າ ແລະ ມະນຸດມີຄວາມມັກສ່ວນຕົວທີ່ແຕກຕ່າງກັນ, ມະນຸດຈຶ່ງໄດ້ກາຍເປັນສັດຕູຂອງພຣະເຈົ້າ. ຂໍ້ຂັດແຍ້ງເຫຼົ່ານີ້ມີມາຕັ້ງແຕ່ພຣະເຈົ້າເລີ່ມປະຕິບັດພາລະກິດໃໝ່ຂອງພຣະອົງໄດ້ເກືອບຫົກພັນປີ ແລະ ໃນປັດຈຸບັນນີ້ຂໍ້ຂັດແຍ້ງດັ່ງກ່າວກໍຍັງມີຢູ່. ມະນຸດແມ່ນນອກເໜືອທີ່ຈະໄດ້ຮັບການແກ້ໄຂແລ້ວ. ບາງເທື່ອ ເປັນຍ້ອນຄວາມດື້ດ້ານຂອງມະນຸດ ຫຼື ເປັນຍ້ອນຂໍ້ບັນຍັດການຈັດການຂອງພຣະເຈົ້າທີ່ມະນຸດບໍ່ສາມາດຝ່າຝືນໄດ້ ທີ່ເປັນຕົ້ນເຫດເຮັດໃຫ້ຄູສອນສາດສະໜາ ແລະ ຜູ້ຍິງເຫຼົ່ານັ້ນຍັງຍຶດຕິດກັບໜັງສື ແລະ ປື້ມເກົ່າແກ່ທີ່ຂາດຄຸນນະພາບ, ໃນຂະນະທີ່ພຣະເຈົ້າສືບຕໍ່ປະຕິບັດພາລະກິດການຄຸ້ມຄອງຂອງພຣະອົງທີ່ຍັງບໍ່ສຳເລັດນັ້ນ ເບິ່ງຄືວ່າບໍ່ມີໃຜຢູ່ຄຽງຂ້າງພຣະອົງເລີຍ. ເຖິງແມ່ນຂໍ້ຂັດແຍ້ງເຫຼົ່ານີ້ເຮັດໃຫ້ມະນຸດເປັນສັດຕູກັບພຣະເຈົ້າ ແລະ ເຖິງແມ່ນວ່າ ຂໍ້ຂັດແຂ້ງດັ່ງກ່າວຈະບໍ່ສາມາດແກ້ໄຂໄດ້ ພຣະເຈົ້າກໍບໍ່ໃສ່ໃຈໃນສິ່ງເຫຼົ່ານັ້ນ, ພຣະອົງບໍ່ສົນໃຈຂໍ້ຂັດແຍ້ງໃດໆທັງສິ້ນ. ບໍ່ວ່າຈະມີ ຫຼື ບໍ່ມີ. ເຖິງຢ່າງໃດກໍຕາມ ມະນຸດຍັງຍຶດຖືໃນຄວາມເຊື່ອ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ເຄີຍປະຖິ້ມຄວາມເຊື່ອ ແລະ ແນວຄວາມຄິດນັ້ນເລີຍ. ແຕ່ມີສິ່ງໜຶ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນກໍຄື: ເຖິງແມ່ນວ່າ ມະນຸດຈະບໍ່ຜິດພ້ຽນໄປຈາກທ່າທີຂອງຕົນ, ແຕ່ ບາດກ້າວຂອງພຣະເຈົ້າແມ່ນເຄື່ອນຍ້າຍເປັນປະຈຳ ແລະ ພຣະອົງປ່ຽນແປງທ່າທີຂອງພຣະອົງຕາມສະພາບແວດລ້ອມຢູ່ສະເໝີ ເຊິ່ງໃນທີ່ສຸດກໍຈະແມ່ນມະນຸດເອງທີ່ໄດ້ຮັບການຜ່າຍແພ້ໂດຍບໍ່ມີການຕໍ່ສູ້. ໃນຂະນະດຽວກັນ ພຣະເຈົ້າແມ່ນຍິ່ງໃຫຍ່ທີ່ສຸດທີ່ສັດຕູທັງຫຼາຍຂອງພຣະອົງບໍ່ສາມາດເອົາຊະນະໄດ້ ແລະ ພຣະອົງຍັງເປັນຜູ້ຊະນະເລີດຂອງມະນຸດຊາດທັງປວງລວມທັງຜູ້ທີ່ໄດ້ເອົາຊະນະ ແລະ ຜູ້ທີ່ບໍ່ໄດ້ເອົາຊະນະ. ມີຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າ ແລະ ໄດ້ຮັບໄຊຊະນະ? ແນວຄວາມຄິດຂອງມະນຸດອາດເບິ່ງຄືວ່າ ມາຈາກພຣະເຈົ້າ ຍ້ອນວ່າ ພວກເຂົາທຸກຄົນເກີດຈາກພາລະກິດຂອງພຣະເຈົ້າ. ແຕ່ພຣະເຈົ້າບໍ່ໄດ້ໃຫ້ອະໄພມະນຸດຍ້ອນສິ່ງນີ້, ຍິ່ງໄປກວ່ານັ້ນ ພຣະອົງຍັງບໍ່ຍົກຍ້ອງມະນຸດທີ່ປະຕິບັດພາລະກິດ “ເພື່ອພຣະເຈົ້າ” ເຊິ່ງຢູ່ນອກພາລະກິດຂອງພຣະອົງ. ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດແນວຄວາມຄິດຂອງມະນຸດ ແລະ ຄວາມເຊື່ອທີ່ເກົ່າ ແລະ ບໍ່ມີເຈດຕະນາທີ່ຈະແມ່ນແຕ່ຮັບຮູ້ວັນທີທີ່ແນວຄິດເຫຼົ່ານີ້ປາກົດຂຶ້ນເປັນຄັ້ງທຳອິດ. ພຣະອົງບໍ່ຍອມຮັບເລີຍວ່າ ແນວຄວາມຄິດເຫຼົ່ານີ້ເກີດມາຈາກພາລະກິດຂອງພຣະອົງ ຍ້ອນແນວຄວາມຄິດຂອງມະນຸດແຜ່ຂະຫຍາຍໂດຍມະນຸດ; ແຫຼ່ງກຳເນີດຂອງພວກມັນແມ່ນມາຈາກຄວາມຄິດ ແລະ ຈິດໃຈຂອງມະນຸດເອງ ແລະ ບໍ່ແມ່ນມາຈາກພຣະເຈົ້າ ແຕ່ມາຈາກຊາຕານ. ຄວາມປະສົງຂອງພຣະເຈົ້າກໍຄືການເຮັດໃຫ້ພາລະກິດຂອງພຣະອົງໃໝ່ ແລະ ມີຊີວິດຊີວາຢູ່ສະເໝີ ບໍ່ແມ່ນແກ່ເຖົ້າ ແລະ ບໍ່ມີຊີວິດຊີວາ ແລະ ເປັນພາລະກິດທີ່ພຣະອົງເຮັດໃຫ້ມະນຸດຕັ້ງໝັ້ນກັບການປ່ຽນແປງໃນແຕ່ລະຍຸກ ແລະ ແຕ່ລະສະໄໝ, ບໍ່ເປັນນິດນິລັນ ແລະ ບໍ່ເປັນອໍາມະຕະ. ນັ້ນກໍຍ້ອນວ່າ ພຣະອົງແມ່ນພຣະເຈົ້າ ຜູ້ສ້າງມະນຸດໃຫ້ມີຊີວິດ ແລະ ເປັນຄົນໃໝ່ ເຊິ່ງກົງກັນຂ້າມກັບມານຮ້າຍຜູ້ທີ່ເຮັດໃຫ້ມະນຸດຕາຍ ແລະ ເປັນຄົນເກົ່າ. ພວກເຈົ້າຍັງບໍ່ເຂົ້າໃຈໃນສິ່ງນີ້ບໍ? ເຈົ້າມີແນວຄວາມຄິດກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດປະຖິ້ມຄວາມຄິດດັ່ງກ່າວນັ້ນໄດ້ ກໍຍ້ອນເຈົ້າມີຄວາມຄິດຄັບແຄບ. ບໍ່ແມ່ນເປັນຍ້ອນເຫດຜົນທີ່ວ່າ ພາລະກິດຂອງພຣະເຈົ້າເລັກນ້ອຍເກີນໄປ ຫຼື ຍ້ອນພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ໄດ້ເອົາໃຈໃສ່ໃນໜ້າທີ່ຂອງພຣະອົງ. ການທີ່ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າກໍຍ້ອນວ່າ ເຈົ້າຂາດຄວາມເຊື່ອຟັງຫຼາຍເກີນໄປ ແລະ ຍ້ອນເຈົ້າບໍ່ມີລັກສະນະທີ່ຄ້າຍຄືກັບສິ່ງທີ່ພຣະເຈົ້າສ້າງແມ່ນແຕ່ໜ້ອຍດຽວ ແລະ ບໍ່ແມ່ນຍ້ອນພຣະເຈົ້າເຮັດໃຫ້ທຸກສິ່ງຢ່າງຫຍຸ້ງຍາກໄປໝົດສຳລັບເຈົ້າ. ສິ່ງທັງໝົດນີ້ເປັນຜົນມາຈາກເຈົ້າ ແລະ ບໍ່ກ່ຽວຂ້ອງຫຍັງເລີຍກັບພຣະເຈົ້າ; ຄວາມທົນທຸກທໍລະມານ ແລະ ຄວາມໂຊກຮ້າຍແມ່ນເປັນຜົນມາຈາກມະນຸດ. ເພາະວ່າ ຄວາມປະສົງຂອງພຣະເຈົ້າແມ່ນດີສະເໝີ: ພຣະອົງບໍ່ຕ້ອງການໃຫ້ເຈົ້າມີແນວຄວາມຄິດຕ່າງໆນາໆ ແຕ່ຕ້ອງການໃຫ້ເຈົ້າປ່ຽນແປງ ແລະ ຖືກສ້າງໃໝ່ຕາມຍຸກສະໄໝຂອງມັນ. ແຕ່ເຈົ້າບໍ່ສາມາດເບິ່ງອອກຈາກສອງສິ່ງນີ້ ທີ່ແຕກຕ່າງກັນເລີຍ ແລະ ມີແຕ່ກວດສອບ ຫຼື ວິເຄາະຢູ່ເປັນປະຈຳ. ມັນບໍ່ແມ່ນວ່າ ພຣະເຈົ້າເຮັດໃຫ້ທຸກສິ່ງຫຍຸ້ງຍາກໄປສຳລັບເຈົ້າ ແຕ່ເຈົ້າບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ເກີນໄປ. ສິ່ງທີ່ມີຊີວິດນ້ອຍໆຄືພວກເຈົ້າຍັງກ້າຮັບເອົາສິ່ງບໍ່ສໍາຄັນທີ່ພຣະເຈົ້າມອບໃຫ້ພວກເຈົ້າກ່ອນໜ້ານີ້ ແລ້ວຫັນກັບມາ ແລະ ໂຈມຕີພຣະເຈົ້າ, ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງຂອງມະນຸດບໍ? ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ມະນຸດບໍ່ມີຄຸນສົມບັດແທ້ໆໃນການສະແດງຄວາມຄິດເຫັນຕໍ່ພຣະເຈົ້າ ແລະ ພວກເຂົາແຮງຍັງບໍ່ມີຄຸນສົມບັດທີ່ຈະແຫ່ຂະບວນອ້ອມພາສາທີ່ໄຮ້ຄ່າ, ມີກິ່ນເໝັນ, ເນົ່າເປື່ອຍ, ສວຍງາມຂອງພວກເຂົາ ຕາມທີ່ພວກເຂົາປາຖະໜາ, ບໍ່ຕ້ອງເວົ້າຫຍັງເຖິງເລື່ອງຫຍັງກໍຕາມທີ່ເປັນແນວຄິດເປິເປື້ອນເຫຼົ່ານັ້ນ. ແລ້ວພວກເຂົາບໍ່ແມ່ນໄຮ້ຄ່າຫຼາຍກວ່ານັ້ນອີກບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

137. ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງໄດ້ເລີ່ມຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄວາມຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງດໍາເນີນພາລະກິດແບບໃໝ່ທີ່ບໍ່ເຄີຍເຮັດມາກ່ອນຢ່າງກ້າວໜ້າ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດສ້າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ່ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ຄວາມປະສົງຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ພຣະເຈົ້າທີ່ຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ; ມັນແມ່ນຄວາມຄິດເຫັນຂອງພວກເຂົາເຊັ່ນທີ່ຄິດວ່າ ພຣະເຈົ້າບໍ່ຄວນ ແລະ ບໍ່ສາມາດເໜືອກວ່າພຣະຄຳພີໄດ້. ມັນເປັນຍ້ອນຄວາມຄິດເຫັນເຫຼົ່ານີ້ທີ່ເປັນໂສ້ມັດພວກເຂົາຢ່າງແໜ້ນຕິດຢູ່ກັບກົດບັນຍັດແຫ່ງຍຸກເດີມ ແລະ ຄຶງພວກເຂົາໃສ່ກົດລະບຽບທີ່ຕາຍ. ເຖິງກັບມີຄົນທີ່ເຊື່ອອີກວ່າ ພາລະກິດໃໝ່ຂອງພຣະເຈົ້າອາດເປັນແນວໃດກໍຕາມ ມັນຕ້ອງຖືກສະໜັບສະໜູນໂດຍຄຳທຳນວາຍ ແລະ ໃນແຕ່ລະຂັ້ນຕອນຂອງພາລະກິດດັ່ງກ່າວ ທຸກຄົນທີ່ຕິດຕາມພຣະອົງດ້ວຍຫົວໃຈທີ່ “ແທ້ຈິງ” ຕ້ອງໄດ້ຮັບການເປີດເຜີຍ; ຖ້າບໍ່ດັ່ງນັ້ນ ພາລະກິດດັ່ງກ່າວກໍບໍ່ສາມາດເປັນຂອງພຣະເຈົ້າໄດ້. ມັນບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ມະນຸດມາຮູ້ຈັກກັບພຣະເຈົ້າ. ນອກຈາກຫົວໃຈທີ່ໂງ່ຈ້າຂອງມະນຸດ ແລະ ທຳມະຊາດແຫ່ງການກະບົດທີ່ໃຫ້ຄວາມສຳຄັນກັບຕົນເອງ ແລະ ຄວາມທະນົງຕົນ, ມັນຍິ່ງຍາກຫຼາຍຂຶ້ນສຳລັບເຂົາທີ່ຈະຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ມະນຸດບໍ່ພິຈາລະນາພາລະກິດໃໝ່ຂອງພຣະເຈົ້າຢ່າງລະມັດລະວັງ ຫຼື ບໍ່ຍອມຮັບມັນດ້ວຍຄວາມອ່ອນນ້ອມຖ່ອມຕົນ; ກົງກັນຂ້າມ ເຂົານໍາໃຊ້ທ່າທີ່ໆດູຖູກ ໃນຂະນະທີ່ເຂົາລໍຖ້າການເປີດເຜີຍ ແລະ ການຊີ້ນໍາຂອງພຣະເຈົ້າ. ນີ້ບໍ່ແມ່ນການປະພຶດຂອງຄົນທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? ມະນຸດປະເພດນີ້ຈະສາມາດຮັບການເຫັນພ້ອມຈາກພຣະເຈົ້າໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

138. ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະ ຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດເຊົາຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ; ເມື່ອໄດ້ຮັບພຽງແຕ່ຄວາມຮູ້ຜິວເຜີນ, ມະນຸດກໍພູມໃຈຈົນເຂົາລືມຕົນເອງ ແລະ ເລີ່ມປະກາດແບບບໍ່ມີເຫດຜົນເຖິງອຸປະນິໄສ ແລະ ຄວາມເປັນຢູ່ຂອງພຣະເຈົ້າວ່າບໍ່ມີຢູ່ຈິງແທ້; ແລະ ເມື່ອໝັ້ນໃຈກ່ຽວກັບຂັ້ນຕອນໜຶ່ງໃນພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ວ່າຄົນທີ່ປະກາດພາລະກິດໃໝ່ຂອງພຣະເຈົ້າຈະເປັນຄົນປະເພດໃດກໍຕາມ, ມະນຸດກໍບໍ່ຍອມຮັບມັນ. ນີ້ແມ່ນຄົນທີ່ບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ພວກເຂົາຫົວບູຮານເກີນໄປ ແລະ ບໍ່ສາມາດຍອມຮັບສິ່ງໃໝ່ໄດ້. ຄົນປະເພດດັ່ງກ່າວແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຍັງປະຕິເສດພຣະເຈົ້າ. ມະນຸດເຊື່ອວ່າ ຊາວອິດສະຣາເອັນແມ່ນຜິດທີ່ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ບໍ່ເຊື່ອໃນພຣະເຢຊູ” ແຕ່ຄົນສ່ວນໃຫຍ່ກໍສະແດງບົດບາດທີ່ພວກເຂົາ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ປະຕິເສດພຣະເຢຊູ” ແລະ “ປາຖະໜາການກັບມາຂອງພຣະເມຊີອາ, ແຕ່ຕໍ່ຕ້ານພຣະເມຊີອາຜູ້ທີ່ຖືກເອີ້ນວ່າ ພຣະເຢຊູ”. ແລ້ວບໍ່ແປກໃຈເລີຍທີ່ຜູ້ຄົນຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຫຼັງຈາກທີ່ຍອມຮັບໜຶ່ງຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍັງບໍ່ໄດ້ຮັບພອນຂອງພຣະເຈົ້າ. ນີ້ບໍ່ແມ່ນຜົນຂອງການກະບົດຂອງມະນຸດບໍ? ຊາວຄຣິສຕຽນທົ່ວໂລກທີ່ນໍາບໍ່ທັນພາລະກິດໃໝ່ແຫ່ງປັດຈຸບັນ ລ້ວນແລ້ວແຕ່ຍຶດຕິດກັບຄວາມຫວັງທີ່ວ່າ ພວກເຂົາຈະໄດ້ໂຊກດີ ແລະ ສົມມຸດວ່າພຣະເຈົ້າຈະເຮັດໃຫ້ຄວາມປາຖະໜາແຕ່ລະຢ່າງຂອງພວກເຂົາສຳເລັດ. ແຕ່ພວກເຂົາບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງພາພວກເຂົາຂຶ້ນສູ່ສະຫວັນຊັ້ນສາມ ຫຼື ພວກເຂົາບໍ່ໝັ້ນໃຈວ່າ ພຣະເຢຊູຈະມາເພື່ອຮັບເອົາພວກເຂົາຂີ່ເທິງເມກສີຂາວໄດ້ແນວໃດ, ແຮງໄກທີ່ພວກເຂົາຈະເວົ້າດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຢຊູຈະມາເທິງເມກສີຂາວແທ້ໆໃນມື້ທີ່ພວກເຂົາຈິນຕະນາການ ຫຼື ບໍ່. ພວກເຂົາທຸກຄົນວິຕົກກັງວົນ ແລະ ເຮັດຫຍັງບໍ່ຖືກ; ພວກເຂົາເອງຍິ່ງບໍ່ຮູ້ຈັກວ່າ ພຣະເຈົ້າຈະພາພວກເຂົາແຕ່ລະຄົນທີ່ເປັນຄົນກຸ່ມນ້ອຍໆທີ່ມີຄວາມຫຼາກຫຼາຍ ຜູ້ທີ່ມາຈາກແຕ່ລະນິກາຍຂຶ້ນໄປ ຫຼື ບໍ່. ພາລະກິດທີ່ພຣະເຈົ້າປະຕິບັດໃນຕອນນີ້, ໃນຍຸກປັດຈຸບັນ, ຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກນັບມື້ດ້ວຍນິ້ວມືຂອງພວກເຂົາ. ມີພຽງແຕ່ຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍຈົນເຖິງເວລາສຸດທ້າຍເທົ່ານັ້ນ ຈຶ່ງຈະສາມາດຮັບເອົາພອນສຸດທ້າຍໄດ້, ໃນຂະນະທີ່ “ຄົນສະຫຼາດ” ເຫຼົ່ານັ້ນ ທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ ແຕ່ຍັງເຊື່ອວ່າພວກເຂົາຈະໄດ້ຮັບທັງໝົດ ແມ່ນບໍ່ສາມາດເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າໄດ້. ພວກເຂົາທຸກຄົນເຊື່ອວ່າ ພວກເຂົາເປັນຄົນສະຫຼາດທີ່ສຸດເທິງແຜ່ນດິນໂລກ ແລະ ພວກເຂົາຢຸດການພັດທະນາທີ່ສືບເນື່ອງຂອງພາລະກິດຂອງພຣະເຈົ້າໂດຍບໍ່ມີເຫດຜົນເລີຍ ແລະ ເບິ່ງຄືກັບວ່າ ພວກເຂົາເຊື່ອດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຈົ້າຈະພາພວກເຂົາຜູ້ທີ່ “ມີຄວາມຊື່ສັດທີ່ສຸດຕໍ່ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ” ຂຶ້ນສູ່ສະຫວັນ. ເຖິງແມ່ນວ່າພວກເຂົາມີ “ຄວາມຊື່ສັດທີ່ສຸດ” ຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຍັງເປັນຕາລັງກຽດຫຼາຍ ເພາະພວກເຂົາຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດການຫຼອກລວງ ແລະ ການຊົ່ວຮ້າຍ. ຄົນທີ່ບໍ່ຕິດຕາມຈົນເຖິງເວລາສຸດທ້າຍ, ຄົນທີ່ນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ພຽງແຕ່ຍຶດຕິດກັບພາລະກິດເດີມ ແມ່ນບໍ່ພຽງແຕ່ບໍ່ສາມາດບັນລຸຄວາມຊື່ສັດຕໍ່ພຣະເຈົ້າ, ແຕ່ໃນທາງກົງກັນຂ້າມແມ່ນໄດ້ກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ໄດ້ກາຍເປັນຄົນທີ່ຖືກປະຕິເສດໃນຍຸກໃໝ່ ແລະ ເປັນຄົນທີ່ຈະຖືກລົງໂທດ. ມີຄົນທີ່ເປັນຕາເວດທະນາກວ່າພວກເຂົາຢູ່ບໍ? ຫຼາຍຄົນເຖິງກັບເຊື່ອວ່າ ທຸກຄົນທີ່ປະຕິເສດພຣະບັນຍັດເດີມ ແລະ ຍອມຮັບພາລະກິດໃໝ່ແມ່ນບໍ່ມີຄວາມສຳນຶກ. ຄົນເຫຼົ່ານີ້ ທີ່ພຽງແຕ່ເວົ້າເຖິງ “ຄວາມສຳນຶກ” ແລະ ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດຈະຖືກຄວາມສຳນຶກຂອງພວກເຂົາເອງຕັດຄວາມຄາດຫວັງຂອງພວກເຂົາໃນທີ່ສຸດ. ພາລະກິດຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັ່ງສອນ ແລະ ເຖິງແມ່ນວ່າມັນເປັນພາລະກິດຂອງພຣະອົງເອງ, ແຕ່ພຣະເຈົ້າກໍຍັງບໍ່ຍຶດຕິດກັບມັນ. ສິ່ງທີ່ຄວນຖືກປະຕິເສດກໍຖືກປະຕິເສດ, ສິ່ງທີ່ຄວນຖືກກຳຈັດກໍຖືກກຳຈັດ. ແຕ່ມະນຸດເຮັດໃຫ້ຕົນເອງເປັນສັດຕູກັບພຣະເຈົ້າໂດຍຍຶດຕິດພຽງແຕ່ສ່ວນເລັກນ້ອຍດຽວຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມບໍ່ມີເຫດຜົນຂອງມະນຸດບໍ? ນີ້ບໍ່ແມ່ນຄວາມໂງ່ຈ້າຂອງມະນຸດບໍ? ຍິ່ງຜູ້ຄົນບໍ່ກ້າ ແລະ ລະມັດລະວັງເກີນໄປຍ້ອນພວກເຂົາຢ້ານບໍ່ໄດ້ຮັບພອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ບໍ່ສາມາດໄດ້ຮັບພອນສຸດທ້າຍ. ຄົນເຫຼົ່ານີ້ທີ່ປະຕິບັດຕາມພຣະບັນຍັດຢ່າງທາດ ກໍລ້ວນແລ້ວແຕ່ສະແດງຄວາມຊື່ສັດທີ່ສຸດຕໍ່ພຣະບັນຍັດ ແລະ ຍິ່ງພວກເຂົາສະແດງຄວາມຊື່ສັດດັ່ງກ່າວຕໍ່ພຣະບັນຍັດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນກະບົດທີ່ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ຍ້ອນປັດຈຸບັນແມ່ນຍຸກແຫ່ງອານາຈັກ ແລະ ບໍ່ແມ່ນຍຸກແຫ່ງພຣະບັນຍັດ ແລະ ພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະດີດກໍບໍ່ສາມາດກ່າວໃນລົມຫາຍໃຈດຽວກັນ ຫຼື ພາລະກິດໃນອະດີດແມ່ນບໍ່ສາມາດປຽບທຽບກັບພາລະກິດໃນປັດຈຸບັນໄດ້. ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ ແລະ ການປະຕິບັດຂອງມະນຸດກໍໄດ້ປ່ຽນແປງໄປເຊັ່ນກັນ; ມັນບໍ່ແມ່ນການຍຶດຕິດກັບພຣະບັນຍັດ ຫຼື ແບກໄມ້ກາງແຂນ. ສະນັ້ນ ຄວາມຊື່ສັດຂອງຜູ້ຄົນຕໍ່ພຣະບັນຍັດ ແລະ ໄມ້ກາງແຂນແມ່ນຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

139. ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

140. ຖ້າເຈົ້າໃຊ້ແນວຄວາມຄິດ ວັດແທກ ແລະ ວາດພາບພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າຈໍາກັດພຣະເຈົ້າຢູ່ພາຍໃນພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ນັ້ນກໍໝາຍຄວາມວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າໃນໃຈຂອງພວກເຂົາ ຄົນຍິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ໄດ້ຫຼໍ່ປັ້ນພຣະເຈົ້າເປັນຮູບປັ້ນບູຊາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊິອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊິອາເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ (ທີ່ບໍ່ມີຊີວິດ). ພວກເຂົາຈຶ່ງຕອກພຣະເຍຊູຂອງຍຸກນັ້ນໃສ່ໄມ້ກາງເເຂນ ແລະ ຕັດສິນພຣະອົງໃຫ້ໄປສູ່ຄວາມຕາຍ ໂດຍການປະນາມພຣະເຍຊູທີ່ບໍລິສຸດຈົນເຮັດໃຫ້ເຖິງແກ່ຄວາມຕາຍ. ພຣະເຈົ້າບໍ່ໄດ້ກະທໍາຄວາມຜິດ ແຕ່ມະນຸດກໍຍັງບໍ່ໄດ້ລະເວັ້ນພຣະເຈົ້າ ແລະ ຕັດສິນໃຫ້ພຣະເຈົ້າໄປສູ່ຄວາມຕາຍໂດຍບໍ່ລັງເລໃຈເລີຍ. ດ້ວຍເຫດນີ້, ພຣະເຍຊູຈຶ່ງຖືກຄຶງໄວ້ທີ່ໄມ້ກາງແຂນ. ມະນຸດມິຄວາມເຊື່ອມາຕະຫຼອດວ່າ ພຣະເຈົ້າບໍ່ມີການປ່ຽນແປງ ແລະ ໄດ້ນິຍາມພຣະອົງຕາມພຣະຄໍາພີ ຄືດັ່ງວ່າມະນຸດໄດ້ແນມເຫັນເຖິງການຄຸ້ມຄອງຂອງພຣະເຈົ້າ ແລະ ຄືດັ່ງວ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ກະທໍາແມ່ນຢູ່ໃນກໍາມືຂອງມະນຸດ. ມະນຸດແມ່ນໄຮ້ສາລະທີ່ສຸດ, ພວກເຂົາມີຄວາມອວດດີຢ່າງສຸດຂີດ ແລະ ພວກເຂົາທຸກຄົນມີພອນສະຫວັນດ້ານຄາລົມໂອ້ອວດຫຼາຍທີ່ສຸດ. ເຖິງແມ່ນວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຈະມີຫຼາຍ ແຕ່ເຮົາຂໍເວົ້າວ່າເຈົ້າບໍ່ຮູ້ຈັກພຣະເຈົ້າເລີຍ; ບໍ່ມີໃຜຕໍ່ຕ້ານພຣະເຈົ້າຫຼາຍກວ່ານີ້ ແລະ ເຈົ້າໄດ້ປະນາມພຣະເຈົ້າ ເນື່ອງຈາກເຈົ້າບໍ່ມີຄວາມສາມາດໃດໆ ທີ່ຈະເຊື່ອຟັງໃນພາລະກິດຂອງພຣະເຈົ້າ ແລະ ທີ່ຈະເດີນຕາມເສັ້ນທາງບໍລິສຸດທີ່ພຣະເຈົ້າຊົງສ້າງໄວ້. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຄີຍເພິ່ງພໍໃຈກັບການກະທໍາຂອງມະນຸດ? ຍ້ອນວ່າມະນຸດບໍ່ຮູ້ຈັກພຣະເຈົ້າ, ຍ້ອນວ່າມະນຸດມີແນວຄວາມຄິດຫຼາຍເກີນໄປ ແລະ ຍ້ອນວ່າຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າແມ່ນບໍ່ກົງກັບຄວາມເປັນຈິງ ແຕ່ກົງກັນຂ້າມ ເປັນທໍານອງດຽວກັນຊໍ້າແລ້ວຊໍ້າເລົ່າຢ່າງໜ້າເບື່ອໜ່າຍໂດຍບໍ່ມີການປ່ຽນແປງຫຍັງ ແລະ ນໍາໃຊ້ວິທີການແບບເກົ່າໃນທຸກສະຖານະການ. ສະນັ້ນ, ຫຼັງຈາກໄດ້ສະເດັດລົງມາແຜ່ນດິນໂລກໃນປັດຈຸບັນ, ພຣະເຈົ້າກໍຍັງຖືກຕອກໃສ່ໄມ້ກາງແຂນອີກຄັ້ງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

141. ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ລົງມາໃນຮູບຮ່າງຂອງຄົນຢູ່ເທິງເມກສີຂາວ, ລົງສູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດໄດ້ປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດກັບຄືນມາ ແລະ ກັບມາສູ່ຜູ້ຄົນ, ນັ້ນກໍຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດກັບຄືນມາຫາຜູ້ຄົນທີ່ພຣະອົງໄດ້ຈາກໄປເປັນເວລາຫຼາຍພັນປີ. ມະນຸດຫວັງວ່າພຣະອົງຈະດຳເນີນພາລະກິດການໄຖ່ບາບອີກຄັ້ງທີ່ພຣະອົງເຄີຍກະທໍາໃນກຸ່ມຊາວຢິວ. ພຣະອົງຈະມີຄວາມສົງສານ, ມີຄວາມຮັກຕໍ່ມະນຸດ, ຈະໃຫ້ອະໄພບາບແກ່ມະນຸດ, ຮັບເອົາບາບຂອງມະນຸດ ແລະ ພ້ອມຮັບເອົາການກະທຳຜິດຂອງມະນຸດທັງໝົດ ແລະ ນຳມະນຸດອອກຈາກຄວາມຜິດບາບ. ພວກເຂົາປາດຖະໜາຢາກໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດເປັນຄືແຕ່ກ່ອນ ນັ້ນກໍຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ເປັນມິດ ແລະ ໜ້າເຄົາລົບນັບຖື ເປັນຜູ້ທີ່ບໍ່ເຄີຍໂກດເຄືອງຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ. ພຣະຜູ້ຊ່ວຍໃຫ້ລອດນີ້ໃຫ້ອະໄພ ແລະ ແບກຮັບເອົາບາບຂອງມະນຸດທັງໝົດ ແລະ ພ້ອມຍອມຕາຍເທິງໄມ້ກາງແຂນເພື່ອມະນຸດອີກຄັ້ງ. ຫລັງຈາກພຣະເຢຊູໄດ້ຈາກໄປ ສາວົກຜູ້ທີ່ຕິດຕາມພຣະອົງ ແລະ ໄພ່ພົນທັງໝົດຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດ ຍ້ອນພຣະນາມຂອງພຣະອົງໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ຜູ້ຄົນທັງໝົດທີ່ໄດ້ຮັບການຊ່ວຍໃຫ້ລອດໂດຍພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະກະລຸນາໄດ້ປາດຖະໜາຫາວັນແຫ່ງຄວາມປິຕິຍິນດີໃນຊ່ວງຍຸກສຸດທ້າຍ, ເມື່ອພຣະຜູ້ຊ່ວຍໃຫ້ລອດລົງມາເທິງເມກສີຂາວ ແລະ ປະກົດຕົວຂຶ້ນທ່າມກາງມະນຸດ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາທັງໝົດຂອງຜູ້ຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໃນທຸກມື້ນີ້. ໃນທົ່ວຈັກກະວານ ຜູ້ຄົນທັງໝົດທີ່ຮູ້ຈັກການຊ່ວຍໃຫ້ລອດຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໄດ້ລໍຄອຍຢ່າງສິ້ນຫວັງສຳລັບການມາເຖິງໃນທັນທີທັນໃດຂອງພຣະເຢຊູຄຣິດ ເພື່ອເຮັດສຳເລັດພຣະທຳຂອງພຣະເຢຊູໃນເວລາຢູ່ໃນໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງເມກສີຂາວ ແລະ ປະທັບຢູ່ບັນລັງຂອງພຣະອົງຢູ່ຈຸດສູງສຸດໃນດ້ານຂວາມື. ມະນຸດເຂົ້າໃຈວ່າ ໃນຍຸກສຸດທ້າຍນີ້ເໝືອນກັນ ພຣະເຢຊູຈະສະເດັດລົງມາ ຢູ່ເທິງເມກສີຂາວອີກຄັ້ງ (ເມກນີ້ໝາຍເຖິງເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງສະເດັດກັບໄປສະຫວັນ) ໃນທ່າມກາງຜູ້ຄົນເຫຼົ່ານັ້ນທີ່ລໍຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຊາວຢິວ. ຫຼັງຈາກປະກົດຕໍ່ມະນຸດແລ້ວ ພຣະອົງຈະໃຫ້ອາຫານແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາໃຫ້ພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດທີ່ເຕັມໄປດ້ວຍຄວາມກະລຸນາ, ຄວາມຮັກ, ຊີວິດຊີວາ, ຄວາມຈິງ ແລະ ອື່ນໆ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດບໍ່ໄດ້ກະທໍາໃນສິ່ງນີ້ ພຣະອົງກະທໍາກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາໃນທ່າມກາງຜູ້ຄົນທີ່ລໍຄອຍການກັບມາຂອງພຣະອົງ ແລະ ບໍ່ໄດ້ຂີ່ເມກສີຂາວລົງມາປະກົດຕໍ່ກັບມະນຸດທຸກຄົນ. ພຣະອົງໄດ້ລົງມາຮອດໂລກແລ້ວ ແຕ່ມະນຸດບໍ່ຮູ້ຈັກພຣະອົງ ແລະ ຍັງບໍ່ມີຄວາມຮູ້ກ່ຽວກັບພຣະອົງເທື່ອ. ມະນຸດກຳລັງລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ, ໂດຍບໍ່ຮູ້ວ່າພຣະອົງໄດ້ສະເດັດລົງມາຈາກ “ເມກສີຂາວ” ແລ້ວ (ເມກເຊິ່ງແມ່ນພຣະວິນຍານຂອງພຣະອົງ ພຣະທຳຂອງພຣະອົງ ແລະ ຈິດໃຈທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ຂະນະນີ້ຜູ້ຄົນດັ່ງກ່າວແມ່ນຢູ່ໃນທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍນີ້. ມະນຸດບໍ່ຮູ້ສິ່ງນີ້, ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດທີ່ບໍລິສຸດຈະເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍຕາມ ຈະໃຫ້ພຣະອົງດຳເນີນພາລະກິດໃນ “ພຣະວິຫານ” ທີ່ເຕັມໄປດ້ວຍວິນຍານທີ່ຊົ່ວຮ້າຍ ແລະ ໄຮ້ຄວາມບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ ແຕ່ຈະໃຫ້ພຣະອົງປະກົດຕໍ່ບຸກຄົນທີ່ກິນຮ່າງກາຍຂອງຄວາມບໍ່ຊອບທໍາ, ດື່ມເລືອດຂອງຄວາມບໍ່ຊອບທໍາ, ນຸ່ງເສື້ອຜ້າຂອງຄວາມບໍ່ຊອມທໍາ, ຜູ້ທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຫຼອກລວງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຍຊູພຣະຜູ້ຊ່ວຍໃຫ້ລອດເຕັມປ່ຽມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ ແລະ ເປັນເຄື່ອງບູຊາຖວາຍບາບທີ່ເຕັມໄປດ້ວຍການໄຖ່ບາບ. ແຕ່ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າເຊັ່ນກັນ ທີ່ເຕັມປ່ຽມໄປດ້ວຍສິນທຳ, ຄວາມສະຫງ່າລາສີ, ຄວາມໂກດຮ້າຍ, ຄໍາພິພາກສາ, ອຳນາດ ແລະ ກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງຜຣະຜູ້ໄຖ່ບາບ ແລະ ເຖິງແມ່ນວ່າສະຫວັນຈະສັ່ນສະເທືອນຈາກການອະທິຖານຂອງມະນຸດ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດກໍຈະບໍ່ປະກົດຕົວຕໍ່ບຸກຄົນຜູ້ທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

142. ຕາມທີ່ມະນຸດຈິນຕະນາການ ຖ້າພຣະເຢຊູກັບມາອີກຄັ້ງ ແລະ ໃນຍຸກສຸດທ້າຍ ພຣະອົງຈະຍັງຖືກເອີ້ນວ່າ ພຣະເຢຊູ ແລະ ຍັງມາເທິງເມກສີຂາວ, ລົງມາທ່າມກາງມະນຸດໃນພາບລັກສະນະຂອງພຣະເຢຊູ, ແລ້ວນັ້ນຈະບໍ່ແມ່ນການເຮັດຊໍ້າພາລະກິດຂອງພຣະອົງບໍ? ພຣະວິນຍານບໍລິສຸດສາມາຍຶດຕິດກັບອະດີດບໍ? ທຸກສິ່ງທີ່ມະນຸດເຊື່ອແມ່ນແນວຄິດ ແລະ ທຸກສິ່ງທີ່ມະນຸດເຂົ້າໃຈແມ່ນຕາມຄວາມໝາຍຂອງຄໍາເວົ້າໂດຍກົງ ແລະ ຕາມຈິນຕະນາການຂອງເຂົາເຊັ່ນກັນ; ພວກມັນບໍ່ສອດຄ່ອງກັບຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດພາລະກິດໃນລັກສະນະນັ້ນ; ພຣະເຈົ້າບໍ່ໄດ້ບ້າ ແລະ ໂງ່ຈ້າແບບນັ້ນ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ງ່າຍດາຍຄືກັບທີ່ເຈົ້າຈິນຕະນາການ. ອີງຕາມທຸກສິ່ງທີ່ມະນຸດກະທຳ ແລະ ຄິດ, ພຣະເຢຊູຈະມາໂດຍຂີ່ກ້ອນເມກ ແລະ ສະເດັດມາທ່າມກາງພວກເຈົ້າ. ພວກເຈົ້າຈະເຫັນພຣະອົງ ຜູ້ທີ່ຈະບອກພວກເຈົ້າວ່າ ພຣະອົງເປັນພຣະເຈົ້າ ໂດຍຂີ່ເທິງກ້ອນເມກ. ພວກເຈົ້າຈະໄດ້ເຫັນຮອຍຕະປູໃນມືຂອງພຣະອົງເຊັ່ນກັນ ແລະ ຈະຮູ້ວ່າພຣະອົງເປັນພຣະເຢຊູ. ແລ້ວພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນອີກຄັ້ງ ແລະ ຈະເປັນພຣະເຈົ້າທີ່ຍິ່ງໃຫຍ່ຂອງພວກເຈົ້າ. ພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນ, ປະທານຊື່ໃໝ່ໃຫ້ກັບພວກເຈົ້າ ແລະ ມອບກ້ອນຫີນສີຂາວໃຫ້ກັບພວກເຈົ້າແຕ່ລະຄົນ ຫຼັງຈາກທີ່ພວກເຈົ້າໄດ້ຮັບອະນຸຍາດໃຫ້ເຂົ້າສູ່ອານາຈັກສະຫວັນ ແລະ ຖືກຮັບເຂົ້າສູ່ສະຫວັນວິມານ. ຄວາມເຊື່ອດັ່ງກ່າວບໍ່ແມ່ນຄວາມຄິດຂອງມະນຸດບໍ? ພຣະເຈົ້າປະຕິບັດພາລະກິດຕາມຄວາມຄິດຂອງມະນຸດ ຫຼື ພຣະອົງປະຕິບັດພາລະກິດກົງກັນຂ້າມກັບຄວາມຄິດຂອງມະນຸດກັນແທ້? ຄວາມຄິດທັງໝົດຂອງມະນຸດບໍ່ໄດ້ມາຈາກຊາຕານບໍ? ມະນຸດທຸກຄົນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມບໍ? ຖ້າພຣະເຈົ້າປະຕິບັດພາລະກິດຂອງພຣະອົງຕາມຄວາມຄິດຂອງມະນຸດ, ແລ້ວພຣະອົງຈະບໍ່ກາຍມາເປັນຊາຕານບໍ? ພຣະອົງຈະບໍ່ເປັນປະເພດດຽວກັນກັບສິ່ງຊົງສ້າງຂອງພຣະອົງບໍ? ຍ້ອນວ່າ ປັດຈຸບັນນີ້ ສິ່ງຊົງສ້າງຂອງພຣະອົງຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍ ມະນຸດຈຶ່ງກາຍມາເປັນຮູບລັກຂອງຊາຕານ, ຖ້າພຣະເຈົ້າຕ້ອງປະຕິບັດພາລະກິດຕາມສິ່ງຕ່າງໆຂອງຊາຕານ, ແລ້ວພຣະອົງຈະບໍ່ຢູ່ຮວມລີກດຽວກັນກັບຊາຕານບໍ? ມະນຸດຈະສາມາດຢັ່ງເຖິງພາລະກິດຂອງພຣະເຈົ້າໄດ້ແນວໃດ? ສະນັ້ນ ພຣະເຈົ້າຈະບໍ່ປະຕິບັດພາລະກິດຕາມຄວາມຄິດຂອງມະນຸດຈັກເທື່ອ, ພຣະອົງຈະບໍ່ປະຕິບັດພາລະກິດໃນລັກສະນະທີ່ເຈົ້າຈິນຕະນາການ. ມີຄົນທີ່ເວົ້າວ່າ ພຣະເຈົ້າເອງກ່າວວ່າ ພຣະອົງຈະມາເຖິງເທິງກ້ອນເມກ. ເປັນຄວາມຈິງທີ່ພຣະເຈົ້າກ່າວສິ່ງດັ່ງກ່າວດ້ວຍຕົວພຣະອົງເອງ, ແຕ່ເຈົ້າບໍ່ຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດຢັ່ງເຖິງສິ່ງລຶກລັບຂອງພຣະເຈົ້າໄດ້? ເຈົ້າຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດອະທິບາຍພຣະທຳຂອງພຣະເຈົ້າໄດ້? ເຈົ້າໝັ້ນໃຈໂດຍບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວບໍວ່າ ເຈົ້າໄດ້ຮັບການສ່ອງແສງສະຫວ່າງ ແລະ ການເຍືອງທາງໂດຍພຣະວິນຍານບໍລິສຸດ? ແນ່ໃຈບໍ່ວ່າ ພຣະວິນຍານບໍລິສຸດບໍ່ໄດ້ສະແດງໃຫ້ເຈົ້າເຫັນໃນສິ່ງນັ້ນໂດຍກົງ? ແມ່ນພຣະວິນຍານບໍລິສຸດບໍທີ່ແນະນໍາເຈົ້າ ຫຼື ຄວາມຄິດຂອງເຈົ້າເອງທີ່ນໍາພາເຈົ້າໃຫ້ຄິດແບບນັ້ນ? ເຈົ້າເວົ້້າວ່າ “ສິ່ງນີ້ແມ່ນຖືກກ່າວໂດຍພຣະເຈົ້າເອງ”. ແຕ່ພວກເຮົາບໍ່ສາມາດໃຊ້ຄວາມຄິດ ແລະ ຈິດໃຈຂອງພວກເຮົາເອງເພື່ອວັດແທກພຣະທຳຂອງພຣະເຈົ້າ. ສຳລັບຄຳເວົ້າທີ່ເອຊາຢາເວົ້າອອກມານັ້ນ, ເຈົ້າສາມາດອະທິບາຍຄຳເວົ້າຂອງລາວຢ່າງໝັ້ນໃຈທີ່ສຸດບໍ? ເຈົ້າກ້າທີ່ຈະອະທິບາຍຄຳເວົ້າຂອງລາວບໍ? ໃນເມື່ອເຈົ້າບໍ່ກ້າອະທິບາຍຄຳເວົ້າຂອງເອຊາຢາ, ແລ້ວເປັນຫຍັງເຈົ້າຈຶ່ງກ້າອະທິບາຍພຣະທຳຂອງພຣະເຢຊູ? ແມ່ນໃຜສູງສົ່ງກວ່າກັນ ພຣະເຢຊູ ຫຼື ເອຊາຢາ? ເມື່ອຄຳຕອບແມ່ນພຣະເຢຊູ, ເປັນຫຍັງເຈົ້າຈຶ່ງອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້? ພຣະເຈົ້າໄດ້ບອກເຈົ້າກ່ຽວກັບພາລະກິດຂອງພຣະອົງໄວ້ລ່ວງໜ້າບໍ? ບໍ່ມີສິ່ງຊົງສ້າງແມ່ນແຕ່ສິ່ງດຽວທີ່ສາມາດຮູ້ໄດ້, ບໍ່ມີແມ່ນແຕ່ຜູ້ສົ່ງຂ່າວໃນສະຫວັນ ຫຼື ບຸດມະນຸດ, ແລ້ວເຈົ້າຈະຮູ້ໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

143. ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

144. ຄວາມຊື່ສັດຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ໂດຍບໍ່ເປັນໄປຕາມຄວາມຄິດຂອງເຈົ້າເທົ່ານັ້ນ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບພຣະເຈົ້າຂອງເຈົ້າຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າ ຍ້ອນໝາຍສໍາຄັນ ແມ່ນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຢ່າງແນ່ນອນ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດ ແມ່ນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເຊື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທັງໝົດຄວນເປັນຄົນທີ່ມີເຫດຜົນ ແລະ ຍອມຮັບຄວາມຈິງ. ບາງເທື່ອ ການໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10,000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10,000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ຈະບໍ່ໄດ້ຮັບພອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

145. ເຈົ້າບໍ່ເຊື່ອໃນພຣະເຈົ້າເປັນເວລາດົນ, ແຕ່ເຈົ້າກໍມີແນວຄິດຫຼາຍຢ່າງກ່ຽວກັບພຣະອົງ ຈົນເຖິງຈຸດທີ່ເຈົ້າບໍ່ກ້າຄິດແມ່ນແຕ່ວິນາທີດຽວວ່າ ພຣະເຈົ້າຂອງຊາວອິດສະຣາເອນຈະຍອມລົດກຽດເພື່ອໃຫ້ກຽດພວກເຈົ້າດ້ວຍການສະຖິດຂອງພຣະອົງ. ແຮງໄກທີ່ພວກເຈົ້າຈະກ້າຄິດວ່າພວກເຈົ້າຈະສາມາດເຫັນພຣະເຈົ້າປາກົດຕົວເປັນການສ່ວນຕົວໄດ້ແນວໃດ ໃນເມື່ອພວກເຈົ້າສົກກະປົກຢ່າງເຫຼືອທົນຂະໜາດນີ. ພວກເຈົ້າບໍ່ເຄີຍຄິດເລີຍວ່າພຣະເຈົ້າຈະສາມາດລົງມາໃນດິນແດນຕ່າງຊາດເປັນການສ່ວນຕົວ. ພຣະອົງຄວນລົງມາເທິງພູເຂົາຊີນາຍ ຫຼື ພູເຂົາໝາກກອກເທດ ແລະ ປາກົດຕໍ່ຊາວອິດສະຣາເອນ. ຊາວຕ່າງຊາດ (ນັ້ນກໍຄື ຜູ້ຄົນທີ່ຢູ່ນອກອິດສະຣາເອນ) ບໍ່ລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການກຽດຊັງຂອງພຣະອົງບໍ? ພຣະອົງຈະສາມາດປະຕິບັດພາລະກິດເປັນການສ່ວນຕົວທ່າມກາງພວກເຂົາໄດ້ແນວໃດ? ທຸກສິ່ງເຫຼົ່ານີ້ແມ່ນແນວຄິດຝັງເລິກທີ່ພວກເຈົ້າໄດ້ມີເປັນເວລາຫຼາຍປີແລ້ວ. ຈຸດປະສົງຂອງການເອົາຊະນະພວກເຈົ້າໃນປັດຈຸບັນແມ່ນເພື່ອພັງທະລາຍແນວຄິດເຫຼົ່ານີ້ຂອງພວກເຈົ້າ. ສະນັ້ນ ພວກເຈົ້າຈຶ່ງຈະໄດ້ເຫັນເຖິງການປາກົດຕົວຂອງພຣະເຈົ້າເປັນການສ່ວນຕົວທ່າມກາງພວກເຈົ້າ, ບໍ່ແມ່ນເທິງພູເຂົາຊີນາຍ ຫຼື ເທິງພູເຂົາໝາກກອກເທດ, ແຕ່ຢູ່ໃນທ່າມກາງຜູ້ຄົນທີ່ພຣະອົງບໍ່ເຄີຍນໍາພາມາກ່ອນ. ຫຼັງຈາກທີ່ພຣະເຈົ້າປະຕິບັດສອງຂັ້ນຕອນຂອງພາລະກິດໃນອິດສະຣາເອນ, ຊາວອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນຈຶ່ງໄດ້ມີແນວຄິດແບບດຽວກັນວ່າ ໃນຂະນະທີ່ມັນແມ່ນຄວາມຈິງທີ່ພຣະເຈົ້າໄດ້ສ້າງສິ່ງທັງປວງ, ແຕ່ພຣະອົງພຽງແຕ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຊາວຕ່າງຊາດ. ຊາວອິດສະຣາເອນເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຈົ້າພຽງແຕ່ສາມາດເປັນພຣະເຈົ້າຂອງພວກເຮົາ, ບໍ່ແມ່ນພຣະເຈົ້າຂອງພວກເຈົ້າທີ່ເປັນຊາວຕ່າງຊາດ ແລະ ຍ້ອນພວກເຈົ້າບໍ່ເຄົາລົບບູຊາພຣະເຢໂຮວາ, ສະນັ້ນ ພຣະເຢໂຮວາທີ່ເປັນພຣະເຈົ້າຂອງພວກເຮົາຈຶ່ງກຽດຊັງພວກເຈົ້າ. ຄົນຢິວເຫຼົ່ານັ້ນຍັງເຊື່ອສິ່ງດັ່ງຕໍ່ໄປນີ້ວ່າ: ພຣະເຢຊູເຈົ້າມີພາບລັກສະນະຂອງພວກເຂົາທີ່ເປັນຄົນຢິວ ແລະ ເປັນພຣະເຈົ້າທີ່ມີສັນຍາລັກຂອງຄົນຢິວ. ພຣະເຈົ້າປະຕິບັດພາລະກິດທ່າມກາງພວກເຮົາ. ພາບລັກສະນະຂອງພຣະເຈົ້າ ແລະ ພາບລັກສະນະຂອງພວກເຮົາກໍຄ້າຍຄືກັນ; ພາບລັກສະນະຂອງພວກເຮົາກໍໃກ້ຄຽງກັບພຣະເຈົ້າ. ພຣະເຢຊູເຈົ້າເປັນກະສັດຂອງພວກເຮົາ ຊາວຢິວ; ຊາວຕ່າງຊາດບໍ່ມີຄຸນສົມບັດທີ່ຈະຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ແບບນັ້ນ. ພຣະເຢຊູເຈົ້າເປັນເຄື່ອງບູຊາແທນຄວາມຜິດບາບສຳລັບພວກເຮົາ ຊາວຢິວ. ມັນແມ່ນບົນພື້ນຖານຂອງສອງຂັ້ນຕອນເຫຼົ່ານີ້ຂອງພາລະກິດເທົ່ານັ້ນ, ຊາວອິດສະຣາເອນ ແລະ ຄົນຢິວຈຶ່ງເກີດມີແນວຄິດທັງໝົດເຫຼົ່ານີ້. ພວກເຂົາອ້າງສິດຢ່າງທະນົງຕົວວ່າພຣະເຈົ້າເປັນພຣະເຈົ້າສຳລັບພວກເຂົາເອງ, ບໍ່ໃຫ້ພຣະເຈົ້າເປັນພຣະເຈົ້າຂອງຊາວຕ່າງຊາດຄືກັນ. ໃນລັກສະນະນີ້, ພຣະເຈົ້າຈຶ່ງກາຍເປັນພື້ນທີ່ວ່າງໃນຫົວໃຈຂອງຊາວຕ່າງຊາດ. ນີ້ກໍຍ້ອນທຸກຄົນເຊື່ອວ່າ ພຣະເຈົ້າບໍ່ຕ້ອງການເປັນພຣະເຈົ້າຂອງຊາວຕ່າງຊາດ ແລະ ພຣະອົງພຽງແຕ່ມັກຊາວອິດສະຣາເອນ, ຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ຄົນຢິວ, ໂດຍສະເພາະແມ່ນສາວົກທີ່ຕິດຕາມພຣະອົງ. ເຈົ້າຮູ້ບໍວ່າພາລະກິດທີ່ພຣະເຢໂຮວາ ແລະ ພຣະເຢຊູປະຕິບັດແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດທັງປວງ? ບັດນີ້ ເຈົ້າຮັບຮູ້ບໍວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຈົ້າທຸກຄົນທີ່ເກີດຢູ່ນອກອິດສະຣາເອນ? ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ສິ່ງນີ້ບໍ່ໄດ້ເປັນຄວາມຝັນ ແມ່ນບໍ? ພວກເຈົ້າບໍ່ຍອມຮັບເອົາຄວາມເປັນຈິງນີ້ບໍ? ພວກເຈົ້າກ້າທີ່ຈະບໍ່ເຊື່ອ ຫຼື ຄິດກ່ຽວກັບສິ່ງນັ້ນ. ບໍ່ວ່າພວກເຈົ້າຈະເຫັນແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ພວກເຈົ້າຍັງຢ້ານທີ່ຈະເຊື່ອໃນພຣະທຳເຫຼົ່ານີ້ບໍ? ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນທີ່ຖືກເອົາຊະນະ ແລະ ທຸກຄົນທີ່ປາຖະໜາເປັນຜູ້ຕິດຕາມຂອງພຣະເຈົ້າບໍ່ແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ? ພວກເຈົ້າທຸກຄົນທີ່ເປັນຜູ້ຕິດຕາມໃນມື້ນີ້ບໍ່ແມ່ນຜູ້ຄົນຖືກເລືອກທີ່ຢູ່ນອກອິດສະຣາເອນບໍ? ສະຖານະຂອງພວກເຈົ້າບໍ່ຄືກັບຊາວອິດສະຣາເອນບໍ? ທຸກສິ່ງນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນຮູ້ຈັກບໍ? ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະພວກເຈົ້າບໍ? ຍ້ອນພວກເຈົ້າສາມາດເຫັນພຣະເຈົ້າ, ພຣະອົງຈະເປັນພຣະເຈົ້າຂອງພວກເຈົ້າຕະຫຼອດໄປ, ນັບຕັ້ງແຕ່ການເລີ່ມຕົ້ນ ແລະ ສູ່ອະນາຄົດ. ພຣະອົງຈະບໍ່ປະຖິ້ມພວກເຈົ້າ ຕາບໃດທີ່ພວກເຈົ້າທຸກຄົນເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ເປັນສິ່ງຖືກສ້າງທີ່ຊື່ສັດ ແລະ ເຊື່ອຟັງຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

146. ມີພຽງແຕ່ການປະຖິ້ມແນວຄວາມຄິດເກົ່າແກ່ຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະໄດ້ຮັບຄວາມຮູ້ໃໝ່ ແຕ່ຄວາມຮູ້ເກົ່າກໍບໍ່ຈຳເປັນຕ້ອງແມ່ນແນວຄວາມຄິດເກົ່າ. “ແນວຄວາມຄິດ” ໝາຍເຖິງສິ່ງທີ່ມະນຸດຈິນຕະນາການທີ່ບໍ່ຖືກກັບຄວາມເປັນຈິງ. ຖ້າຄວາມຮູ້ເກົ່າເປັນສິ່ງທີ່ລ້າສະໄໝໃນຍຸກເກົ່າແລ້ວ ແລະ ມັນຢຸດມະນຸດຈາການເຂົ້າສູ່ພາລະກິດໃໝ່, ຄວາມຮູ້ດັ່ງກ່າວກໍຈະເປັນແນວຄວາມຄິດເຊັ່ນກັນ. ຖ້າມະນຸດມີວິທີທີ່ຖືກຕ້ອງໃນການເຂົ້າເຖິງຄວາມຮູ້ດັ່ງກ່າວ ແລະ ສາມາດມາຮູ້ຈັກກັບພຣະເຈົ້າຈາກລັກສະນະທີ່ແຕກຕ່າງກັນຫຼາຍຢ່າງ ໂດຍປະສົມສິ່ງທີ່ເກົ່າແກ່ ແລະ ໃໝ່, ແລ້ວຄວາມຮູ້ເກົ່າແກ່ກໍຈະກາຍເປັນສິ່ງທີ່ສາມາດຊ່ວຍເຫຼືອມະນຸດໄດ້ ແລະ ກາຍມາເປັນພື້ນຖານທີ່ເຮັດໃຫ້ມະນຸດເຂົ້າສູ່ຍຸກໃໝ່. ບົດຮຽນຂອງການຮູ້ຈັກພຣະເຈົ້າຕ້ອງການໃຫ້ເຈົ້າເຂົ້າໃຈຫຼັກການຫຼາຍຢ່າງດ້ວຍຄວາມຊ່ຽວຊານ: ວິທີການເຂົ້າເຖິງເສັ້ນທາງສູ່ການຮູ້ຈັກພຣະເຈົ້າ, ຄວາມຈິງທີ່ເຈົ້າຕ້ອງເຂົ້າໃຈເພື່ອຮູ້ຈັກພຣະເຈົ້າ ແລະ ວິທີການປະຖິ້ມແນວຄວາມຄິດ ແລະ ທຳມະຊາດທີ່ເກົ່າແກ່ຂອງເຈົ້າ ເພື່ອເຈົ້າຈະຍອມຢູ່ພາຍໃຕ້ການຈັດການຂອງພາລະກິດໃໝ່ຂອງພຣະເຈົ້າ. ຖ້າເຈົ້ານໍາໃຊ້ຫຼັກການເຫຼົ່ານີ້ເປັນພື້ນຖານຂອງການເຂົ້າສູ່ບົດຮຽນແຫ່ງການຮູ້ຈັກພຣະເຈົ້າ ແລ້ວຄວາມຮູ້ຂອງເຈົ້າຈະເລິກເຊິ່ງຂຶ້ນເຕີ່ມອີກເລື້ອຍໆ. ຖ້າເຈົ້າມີຄວາມຮູ້ທີ່ຊັດເຈນກ່ຽວກັບພາລະກິດສາມຂັ້ນຕອນ-ເຊິ່ງເວົ້າໄດ້ວ່າ ເປັນຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າ-ແລະ ຖ້າເຈົ້າສາມາດທຽບສຳພັນສອງຂັ້ນຕອນທີ່ກ່ອນໜ້າຂອງພາລະກິດຂອງພຣະເຈົ້າກັບຂັ້ນຕອນໃນປັດຈຸບັນ ແລະ ສາມາດເຫັນໄດ້ວ່າ ມັນຄືພາລະກິດທີ່ພຣະເຈົ້າອົງດຽວປະຕິບັດໃຫ້ສຳເລັດ, ເຈົ້າກໍຈະບໍ່ມີພື້ນຖານທີ່ໜັກແໜ້ນໄປກວ່ານີ້ແລ້ວ... ຖ້າມະນຸດສາມາດເຫັນພາລະກິດສາມຂັ້ນຕອນທີ່ພຣະເຈົ້າພຣະອົງເອງປະຕິບັດໃນເວລາທີ່ແຕກຕ່າງກັນ, ໃນສະຖານທີ່ທີ່ແຕກຕ່າງກັນ ແລະ ໃນຜູ້ຄົນທີ່ແຕກຕ່າງກັນ, ຖ້າມະນຸດສາມາດເຫັນວ່າ ເຖິງແມ່ນພາລະກິດຈະແຕກຕ່າງກັນ ແຕ່ມັນກໍຖືກປະຕິບັດໂດຍພຣະເຈົ້າອົງດຽວທັງໝົດ ແລະ ເມື່ອພາລະກິດຖືກປະຕິບັດໂດຍພຣະເຈົ້າອົງດຽວ, ມັນກໍຕ້ອງຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຖິງແມ່ນວ່າ ມັນບໍ່ຖືກກັບແນວຄວາມຄິດຂອງມະນຸດ ແຕ່ກໍບໍ່ມີໃຜສາມາດປະຕິເສດໄດ້ວ່າ ມັນບໍ່ແມ່ນພາລະກິດຂອງພຣະເຈົ້າອົງດຽວ-ຖ້າມະນຸດສາມາດເວົ້າໄດ້ຢ່າງແນ່ນອນວ່າ ມັນເປັນພາລະກິດຂອງພຣະເຈົ້າອົງດຽວ ແລ້ວແນວຄວາມຄິດຂອງມະນຸດກໍຈະກາຍເປັນເລື່ອງທີ່ບໍ່ສຳຄັນ, ບໍ່ມີຄ່າໃຫ້ກ່າວເຖິງ. ຍ້ອນນິມິດຂອງມະນຸດບໍ່ຊັດເຈນ ແລະ ມະນຸດພຽງແຕ່ຮູ້ຈັກພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢຊູເປັນພຣະຜູ້ເປັນເຈົ້າ ແລະ ສອງຈິດສອງໃຈກ່ຽວກັບພຣະເຈົ້າທີ່ມາບັງເກີດເປັນມະນຸດໃນປັດຈຸບັນ, ຫຼາຍຄົນຍັງຊື່ສັດກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແລະ ອ້ອມລ້ອມໄປດ້ວຍແນວຄວາມຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ, ຄົນສ່ວນຫຼາຍຍັງສົງໄສຕະຫຼອດເວລາ ແລະ ບໍ່ຈິງຈັງກັບພາລະກິດໃນປັດຈຸບັນ. ມະນຸດບໍ່ມີແນວຄວາມຄິດກ່ຽວກັບພາລະກິດສອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດເຫັນໄດ້. ນັ້ນກໍຍ້ອນມະນຸດບໍ່ເຂົ້າໃຈຄວາມເປັນຈິງຂອງພາລະກິດສອງຂັ້ນຕອນກ່ອນໜ້າ ແລະ ບໍ່ໄດ້ພົບພໍ້ມັນດ້ວຍຕົນເອງ. ມັນກໍຍ້ອນບໍ່ມີໃຜສາມາດເຫັນພວກມັນໄດ້ ຈຶ່ງເຮັດໃຫ້ມະນຸດຈິນຕະນາການຕາມໃຈມັກ; ບໍ່ວ່າເຂົາຈະສະເໜີຫຍັງກໍຕາມ, ຈະບໍ່ມີຂໍ້ອ້າງອີງມາພິສູດມັນ ແລະ ບໍ່ມີໃຜແກ້ໄຂມັນໃຫ້ຖືກຕ້ອງ. ມະນຸດຢາກເຮັດກໍໄດ້ຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງເຂົາ, ເຮັດໂດຍບໍ່ກັງວົນເຖິງຜົນຕາມມາ ແລະ ປ່ອຍໃຫ້ຈິນຕະນາການຂອງເຂົາເປັນອິດສະຫຼະ ຍ້ອນບໍ່ມີຂໍ້ອ້າງອີງມາພິສູດມັນ ແລະ ດ້ວຍເຫດນັ້ນ ຈິນຕະນາການຂອງມະນຸດກໍກາຍມາເປັນ “ຄວາມຈິງ” ໂດຍບໍ່ສົນວ່າ ຈະມີຫຼັກຖານມາພິສູດ ຫຼື ບໍ. ສະນັ້ນ, ມະນຸດເຊື່ອໃນພຣະເຈົ້າທີ່ເຂົາຈິນຕະນາການຂຶ້ນມາໃນຄວາມຄິດຂອງຕົນເອງ ແລະ ບໍ່ສະແຫວງຫາພຣະເຈົ້າແຫ່ງຄວາມເປັນຈິງ. ຖ້າຄົນໜຶ່ງຄົນໃດມີຄວາມເຊື່ອແບບດຽວ ແລ້ວທ່າມກາງຄົນຮ້ອຍຄົນກໍຈະມີຮ້ອຍຄວາມເຊື່ອ. ມະນຸດຖືກຄອບງໍາໂດຍຄວາມເຊື່ອດັ່ງກ່າວ ເພາະວ່າ ເຂົາບໍ່ໄດ້ເຫັນຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າ ເພາະເຂົາພຽງແຕ່ໄດ້ຍິນມັນດ້ວຍຫູຂອງເຂົາເອງ ແລະ ບໍ່ໄດ້ເຫັນມັນດ້ວຍຕາຂອງເຂົາ. ມະນຸດໄດ້ຍິນກ່ຽວກັບຕໍານານ ແລະ ເລື່ອງລາວ-ແຕ່ເຂົາບໍ່ຄ່ອຍໄດ້ຍິນເຖິງຄວາມຮູ້ຂອງຄວາມຈິງແຫ່ງພາລະກິດຂອງພຣະເຈົ້າ. ສະນັ້ນ, ມັນເປັນຍ້ອນແນວຄວາມຄິດຂອງພວກເຂົາເອງທີ່ເຮັດໃຫ້ຄົນເຫຼົ່ານັ້ນທີ່ຫາກໍມາເປັນຜູ້ເຊື່ອໃນພຣະເຈົ້າໄດ້ພຽງໜຶ່ງປີ ແລະ ເລື່ອງດັ່ງກ່າວກໍເປັນຄວາມຈິງສຳລັບຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງພວກເຂົາ. ຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນຄວາມຈິງຈະບໍ່ສາມາດໜີຈາກຄວາມເຊື່ອທີ່ພວກເຂົາມີແນວຄວາມຄິດກ່ຽວກັບພຣະເຈົ້າໄດ້ຈັກເທື່ອ. ມະນຸດເຊື່ອວ່າ ເຂົາໄດ້ປົດປ່ອຍໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດຂອງແນວຄວາມຄິດເກົ່າແກ່ຂອງເຂົາ ແລະ ໄດ້ເຂົ້າສູ່ແຜ່ນດິນໃໝ່ແລ້ວ. ມະນຸດບໍ່ຮູ້ບໍວ່າ ຄວາມຮູ້ຂອງຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ມີຫຍັງເລີຍ ນອກຈາກແນວຄວາມຄິດ ແລະ ເລື່ອງທີ່ໄດ້ຍິນມາ? ມະນຸດຄິດວ່າ ແນວຄວາມຄິດຂອງເຂົາຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ຄິດວ່າ ແນວຄວາມຄິດເຫຼົ່ານີ້ມາຈາກພຣະເຈົ້າ. ໃນປັດຈຸບັນ ເມື່ອມະນຸດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ ເຂົາກໍຈະມາຍແນວຄວາມຄິດທີ່ກໍ່ຕົວຂຶ້ນໃນຊ່ວງເວລາຫຼາຍປີ. ຈິນຕະນາການ ແລະ ຄວາມຄິດໃນອະດີດໄດ້ກາຍມາເປັນອຸປະສັກໃຫ້ກັບພາລະກິດໃນຂັ້ນຕອນນີ້ ແລະ ມັນກາຍມາເປັນຄວາມຫຍຸ້ງຍາກທີ່ຈະໃຫ້ມະນຸດປະຖິ້ມແນວຄວາມຄິດດັ່ງກ່າວ ແລະ ປະຕິເສດຄວາມຄິດດັ່ງກ່າວ. ແນວຄວາມຄິດກ່ຽວກັບພາລະກິດທີ່ເປັນໄປຕາມແຕ່ລະຂັ້ນຕອນຂອງຫຼາຍຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຈົນຮອດປັດຈຸບັນໄດ້ກາຍມາເປັນສິ່ງທີ່ຮ້າຍແຮງຂຶ້ນ ແລະ ຄົນເຫຼົ່ານີ້ໄດ້ສ້າງຄວາມເປັນສັດຕູທີ່ດື້ດຶງເທື່ອລະໜ້ອຍກັບພຣະເຈົ້າທີ່ມາບັງເກີດເປັນມະນຸດ ແລະ ແຫຼ່ງກຳເນີດຂອງຄວາມກຽດຊັງນີ້ແມ່ນແນວຄວາມຄິດ ແລະ ຈິນຕະນາການຂອງມະນຸດ. ແນ່ນອນຢູ່ທີ່ແລ້ວທີ່ມັນເປັນຍ້ອນວ່າ ຄວາມຈິງບໍ່ອະນຸຍາດໃຫ້ມະນຸດຈິນຕະນາການຢ່າງມີອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດປະຕິເສດໄດ້ຢ່າງງ່າຍດາຍ ແລະ ແນວຄວາມຄິດ ແລະ ຈິນຕະນາການຂອງມະນຸດບໍ່ຍອມທົນຕໍ່ການມີຢູ່ຂອງຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ຍ້ອນມະນຸດບໍ່ມອບຄວາມຄິດໃຫ້ກັບຄວາມຖືກຕ້ອງ ແລະ ຄວາມແທ້ຈິງຂອງຄວາມຈິງ ແລະ ພຽງແຕ່ມາຍແນວຄວາມຄິດຂອງເຂົາຢ່າງໃຈດຽວເທົ່ານັ້ນ ແລະ ນໍາໃຊ້ຈິນຕະນາການຂອງເຂົາເອງ ໂດຍທີ່ແນວຄວາມຄິດ ແລະ ຈິນຕະນາການຂອງມະນຸດກາຍມາເປັນສັດຕູຂອງພາລະກິດໃນປັດຈຸບັນ ເຊິ່ງເປັນພາລະກິດບໍ່ຖືກກັບແນວຄວາມຄິດຂອງມະນຸດ. ສິ່ງນີ້ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງແນວຄວາມຄິດຂອງມະນຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງພາລະກິດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

147. ຜູ້ຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ຕາບໃດທີ່ມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ພຣະອົງກໍຈະບໍ່ລໍາອຽງຕໍ່ມະນຸດຢ່າງແນ່ນອນ ຍ້ອນວ່າພຣະອົງຊອບທຳທີ່ສຸດ. ຖ້າມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ແລ້ວພຣະອົງຈະສາມາດປະຖິ້ມມະນຸດໄດ້ແນວໃດ? ເຮົາບໍ່ລໍາອຽງຕໍ່ມະນຸດທັງໝົດ ແລະ ພິພາກສາມະນຸດທຸກຄົນດ້ວຍອຸປະນິໄສທີ່ຊອບທຳຂອງເຮົາ, ແຕ່ມີສະພາບການທີ່ເໝາະສົມໃນສິ່ງທີ່ເຮົາຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ເຮົາຮຽກຮ້ອງກໍຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດທຸກຄົນ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ເຮົາບໍ່ສົນໃຈວ່າ ຄຸນສົມບັດຂອງເຈົ້າກວ້າງຂວາງ ຫຼື ເປັນຕານັບຖືຫຼາຍສໍ່າໃດ; ເຮົາສົນໃຈພຽງແຕ່ວ່າ ເຈົ້າຍ່າງໃນຫົນທາງຂອງເຮົາ ຫຼື ບໍ່ ແລະ ເຈົ້າຮັກ ແລະ ກະຫາຍຫາຄວາມຈິງ ຫຼື ບໍ່. ຖ້າເຈົ້າຂາດຄວາມຈິງ ແລະ ກົງກັນຂ້າມ ນໍາຄວາມອັບອາຍມາສູ່ພຣະນາມຂອງເຮົາ ແລະ ບໍ່ປະຕິບັດຕາມຫົນທາງຂອງເຮົາ, ພຽງແຕ່ປະຕິບັດໂດຍບໍ່ສົນໃຈ ຫຼື ກັງວົນຫຍັງເລີຍ, ແລ້ວໃນເວລານັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ ແລະ ລົງໂທດເຈົ້າສຳລັບຄວາມຊົ່ວຮ້າຍຂອງເຈົ້າ ແລ້ວຕອນນັ້ນເຈົ້າຈະເວົ້າແກ້ຕົວແນວໃດ? ເຈົ້າຈະສາມາດເວົ້າໄດ້ວ່າ ພຣະເຈົ້າບໍ່ຊອບທຳໄດ້ບໍ? ໃນປັດຈຸບັນ, ຖ້າເຈົ້າປະຕິບັດຕາມພຣະທຳທີ່ເຮົາກ່າວໄວ້, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາເຫັນດີນໍາ. ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຢູ່ສະເໝີໃນຂະນະທີ່ຕິດຕາມພຣະເຈົ້າ, ເຈົ້າໄດ້ຕິດຕາມພຣະອົງຜ່ານຮ້ອນຜ່ານໜາວ ແລະ ໄດ້ແບ່ງປັນເວລາທີ່ດີ ແລະ ບໍ່ດີກັບພຣະອົງ, ແຕ່ເຈົ້າບໍ່ໄດ້ດຳລົງຊີວິດຕາມພຣະທຳທີ່ພຣະເຈົ້າກ່າວໄວ້ເລີຍ; ເຈົ້າພຽງແຕ່ປາຖະໜາທີ່ຈະເຮັດນັ້ນເຮັດນີ້ໃຫ້ພຣະເຈົ້າ ແລະ ເສຍສະລະຕົນເອງໃຫ້ກັບພຣະເຈົ້າໃນແຕ່ລະມື້ ແລະ ບໍ່ເຄີຍຄິດທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຍັງເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊອບທຳ. ຂ້ານ້ອຍໄດ້ທົນທຸກເພື່ອພຣະອົງ, ແລ່ນໄປມາເພື່ອພຣະອົງ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ແລະ ຂ້ານ້ອຍໄດ້ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ໄດ້ຮັບການຮັບຮູ້ໃດເລີຍ; ພຣະອົງຈະຈື່ຂ້ານ້ອຍຢ່າງແນ່ນອນ”. ເປັນຄວາມຈິງທີ່ວ່າ ພຣະເຈົ້າຊອບທຳ, ແຕ່ຄວາມຊອບທຳນີ້ບໍ່ໄດ້ມີມົນທິນຈາກຄວາມບໍ່ບໍລິສຸດເລີຍ ນັ້ນຄື: ມັນບໍ່ມີຄວາມປະສົງຂອງມະນຸດ ແລະ ມັນບໍ່ໄດ້ມີມົນທິນຈາກເນື້ອໜັງ ຫຼື ການຈັດການຂອງມະນຸດ. ທຸກຄົນທີ່ເປັນປໍລະປັກ ແລະ ຕໍ່ຕ້ານ ແລະ ບໍ່ປະຕິບັດຕາມຫົນທາງຂອງພຣະອົງ ຈະຖືກລົງໂທດ; ບໍ່ມີໃຜໄດ້ຮັບການອະໄພໂທດ ແລະ ບໍ່ມີໃຜໄດ້ຮັບການລະເວັ້ນ! ບາງຄົນເວົ້າວ່າ “ໃນປັດຈຸບັນ, ຂ້ານ້ອຍແລ່ນໄປມາເພື່ອພຣະອົງ; ເມື່ອເວລາສຸດທ້າຍມາເຖິງ ພຣະອົງມອບການອວຍພອນເລັກນ້ອຍໃຫ້ກັບຂ້ານ້ອຍໄດ້ບໍ?” ແລ້ວເຮົາຈະຖາມເຈົ້າວ່າ “ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາແລ້ວບໍ?” ຄວາມຊອບທຳທີ່ເຈົ້າເວົ້າເຖິງແມ່ນອີງຕາມການຈັດການຂອງມະນຸດ. ເຈົ້າຄິດພຽງແຕ່ວ່າ ເຮົາຊອບທຳ ແລະ ບໍ່ລໍາອຽງຕໍ່ມະນຸດທຸກຄົນ ແລະ ທຸກຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຮັບເອົາການອວຍພອນຂອງເຮົາຢ່າງແນ່ນອນ. ມີຄວາມໝາຍລຶກລັບໃນພຣະທຳຂອງເຮົາທີ່ວ່າ “ທຸກຄົນທີ່ຕິດຕາມເຮົາເຖິງຈົນເວລາສຸດທ້າຍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ” ເຊິ່ງໝາຍຄວາມວ່າ: ຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍເປັນຄົນທີ່ຈະຖືກເຮົາຮັບເອົາຢ່າງສົມບູນ, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼັງຈາກທີ່ຖືກເຮົາເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ເຈົ້າໄດ້ບັນລຸເງື່ອນໄຂໃດແດ່? ເຈົ້າພຽງແຕ່ບັນລຸໃນການຕິດຕາມເຮົາຈົນເຖິງເວລາສຸດທ້າຍ, ແຕ່ສິ່ງອື່ນໆເດ? ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາບໍ? ເຈົ້າໄດ້ສຳເລັດການຮຽກຮ້ອງໜຶ່ງໃນຫ້າຢ່າງຂອງເຮົາ, ແຕ່ເຈົ້າບໍ່ມີເຈດຕະນາທີ່ຈະສຳເລັດອີກສີ່ຢ່າງທີ່ເຫຼືອ. ເຈົ້າພຽງແຕ່ຄົ້ນພົບເສັ້ນທາງທີ່ງ່າຍສຸດ ແລະ ສະບາຍສຸດ ແລະ ສະແຫວງຫາມັນ ດ້ວຍທັດສະນະຄະຕິພຽງແຕ່ຫວັງວ່າຈະໄດ້ໂຊກດີ. ສຳລັບຄົນແບບເຈົ້າ, ອຸປະນິໄສຂອງເຮົາແມ່ນການຕີສອນ ແລະ ການພິພາກສາ, ມັນແມ່ນຜົນກຳສະໜອງທີ່ຊອບທຳ ແລະ ມັນເປັນການລົງໂທດທີ່ຊອບທຳຕໍ່ຜູ້ກະທຳການຊົ່ວຊ້າທຸກຄົນ; ທຸກຄົນທີ່ບໍ່ເຕີນຕາມຫົນທາງຂອງເຮົາຈະຖືກລົງໂທດຢ່າງແນ່ນອນ ເຖິງແມ່ນພວກເຂົາຕິດຕາມຈົນເຖິງເວລາສຸດທ້າຍ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ເມື່ອອຸປະນິໄສທີ່ຊອບທຳນີ້ຖືກສຳແດງອອກໃນການລົງໂທດມະນຸດ, ມະນຸດກໍຈະຕົກສະເງີ້ ແລະ ເສຍດາຍວ່າ ໃນຂະນະທີ່ຕິດຕາມພຣະເຈົ້າ ເຂົາບໍ່ໄດ້ເດີນຕາມຫົນທາງຂອງພຣະອົງ. “ໃນເວລານັ້ນ, ຂ້ານ້ອຍພຽງແຕ່ທົນທຸກ ເລັກນ້ອຍໃນຂະນະທີ່ຕິດຕາມພຣະເຈົ້າ, ແຕ່ບໍ່ໄດ້ເດີນຕາມຫົນທາງຂອງພຣະເຈົ້າ. ມີຂໍ້ອ້າງຫຍັງແດ່? ບໍ່ມີທາງເລືອກ ນອກຈາກການຖືກຕີສອນ!” ແຕ່ໃນຈິດໃຈຂອງເຈົ້າ, ເຈົ້າກຳລັງຄິດວ່າ “ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍໄດ້ຕິດຕາມຈົນເຖິງເວລາສຸດທ້າຍ ສະນັ້ນ ເຖິງແມ່ນພຣະອົງຈະຕີສອນຂ້ານ້ອຍ, ມັນກໍອາດຈະບໍ່ແມ່ນການຕີສອນທີ່ຮຸນແຮງເກີນໄປ ແລະ ຫຼັງຈາກທີ່ວາງການຕີສອນນີ້ແລ້ວ ພຣະອົງກໍຍັງຕ້ອງການຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ພຣະອົງຊອບທຳ ແລະ ຈະບໍ່ປະຕິບັດກັບຂ້ານ້ອຍແບບນັ້ນຕະຫຼອດໄປ. ເພາະວ່າ ຂ້ານ້ອຍບໍ່ຄືກັບຄົນທີ່ຈະຖືກກວາດລ້າງ; ຄົນທີ່ຖືກກວາດລ້າງຈະໄດ້ຮັບການຕີສອນຢ່າງໜັກ ໃນຂະນະທີ່ການຕີສອນຂອງຂ້ານ້ອຍຈະເບົາກວ່າ”. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ເປັນຄືກັບທີ່ເຈົ້າເວົ້າ. ມັນບໍ່ແມ່ນເຫດຜົນທີ່ວ່າ ຄົນທີ່ເກັ່ງໃນການສາລະພາບຄວາມຜິດບາບຂອງພວກເຂົາຈະຖືກຈັດການຢ່າງຜ່ອນຜັນ. ຄວາມຊອບທຳແມ່ນຄວາມບໍລິສຸດ ແລະ ເປັນອຸປະນິໄສທີ່ບໍ່ທົນຕໍ່ການເຮັດຜິດໂດຍມະນຸດ ແລະ ທຸກສິ່ງທີ່ສົກກະປົກ ແລະ ບໍ່ໄດ້ປ່ຽນແປງເປົ້າໝາຍຂອງຄວາມລັງກຽດຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ແມ່ນກົດໝາຍ ແຕ່ເປັນບົດບັນຍັດຄຸ້ມຄອງ: ມັນເປັນບົດບັນຍັດຄຸ້ມຄອງພາຍໃນອານາຈັກ ແລະ ບົດບັນຍັດຄຸ້ມຄອງນີ້ແມ່ນການລົງໂທດທີ່ຊອບທຳຕໍ່ໃຜກໍຕາມທີ່ບໍ່ມີຄວາມຈິງ ແລະ ບໍ່ປ່ຽນແປງ ແລະ ບໍ່ມີຄວາມລອດພົ້ນແມ່ນແຕ່ໜ້ອຍດຽວ. ຍ້ອນເມື່ອແຕ່ລະຄົນຖືກຈັດແບ່ງຕາມປະເພດ, ຄົນດີກໍຈະໄດ້ຮັບລາງວັນ ແລະ ຄົນຊົ່ວກໍຈະຖືກລົງໂທດ. ມັນເປັນເວລາທີ່ຈຸດໝາຍປາຍທາງຂອງມະນຸດຈະຖືກເຮັດໃຫ້ຊັດເຈນ, ມັນເປັນເວລາທີ່ພາລະກິດຂອງຄວາມລອດພົ້ນຈະມາເຖິງຈຸດສິ້ນສຸດ ຫຼັງຈາກນັ້ນ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຈະບໍ່ຖືກປະຕິບັດອີກຕໍ່ໄປ ແລະ ຜົນກຳສະໜອງຈະນໍາມາເຖິງທຸກໆຄົນທີ່ເຮັດການຊົ່ວຮ້າຍ. ບາງຄົນເວົ້າວ່າ “ພຣະເຈົ້າຈື່ທຸກໆຄົນທີ່ຢູ່ຂ້າງພຣະອົງຕະຫຼອດ. ພຣະອົງຈະບໍ່ລືມພວກເຮົາຄົນໃດຄົນໜຶ່ງ. ພວກເຮົາຮັບປະກັນວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພຣະອົງຈະບໍ່ຈື່ຄົນໃດກໍຕາມທີ່ຢູ່ເບື້ອງລຸ່ມ, ຮັບປະກັນໄດ້ວ່າ ພວກເຂົາທີ່ຢູ່ທ່າມກາງຄົນທີ່ຈະຖືກເຮັດໃຫ້ສົມບູນແມ່ນໜ້ອຍກວ່າພວກເຮົາ ຜູ້ເຊິ່ງຕໍ່ສູ້ພຣະເຈົ້າຕະຫຼອດ; ທ່າມກາງພວກເຮົານັ້ນ ບໍ່ມີໃຜທີ່ຖືກລືມໂດຍພຣະເຈົ້າ, ພວກເຮົາທຸກຄົນໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ຮັບປະກັນໄດ້ວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ”. ພວກເຈົ້າທຸກຄົນມີແນວຄິດແບບດັ່ງກ່າວ. ແລ້ວນີ້ແມ່ນຄວາມຊອບທຳບໍ? ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ບໍ່? ຕາມຄວາມຈິງແລ້ວ ເຈົ້າເຜີຍແຜ່ຂ່າວລືແບບນີ້, ເຈົ້າຊ່າງບໍ່ມີຄວາມລະອາຍແກ່ໃຈເລີຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

148. ຈົ່ງຮູ້ໄວ້ວ່າ ພວກເຈົ້າຕໍ່ຕ້ານພາລະກິດຂອງພຣະເຈົ້າ ຫຼື ໃຊ້ແນວຄວາມຄິດຂອງພວກເຈົ້າເອງເພື່ອປະເມີນພາລະກິດໃນປັດຈຸບັນ ຍ້ອນພວກເຈົ້າບໍ່ຮູ້ຈັກຫຼັກການການປະຕິບັດພາລະກິດຈອງພຣະເຈົ້າ ແລະ ຍ້ອນພວກເຈົ້າບໍ່ໄດ້ຈິງຈັງກັບພາລະກິດຂອງພຣະວິນຍານບໍລິສຸດຢ່າງພຽງພໍ. ການທີ່ພວກເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກີດຂອງພຣະວິນຍານບໍລິສຸດແມ່ນມາຈາກແນວຄວາມຄິດຂອງພວກເຈົ້າ ແລະ ຄວາມອວດດີໂດຍທຳມະຊາດ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າຜິດພາດ ແຕ່ຍ້ອນພວກເຈົ້າເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ຫຼັງຈາກທີ່ພົບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ບາງຄົນບໍ່ສາມາດເວົ້າຢ່າງແນ່ນອນວ່າ ມະນຸດມາຈາກໃສ ແຕ່ພວກເຂົາຍັງກ້າກ່າວຄຳປາໄສໃນທີ່ສາທາລະນະທີ່ປະເມີນຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສັ່ງສອນອັກຄະສາວົກທີ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ໂດຍສະແດງຄວາມຄິດເຫັນ ແລະ ເວົ້າສິ່ງທີ່ບໍ່ຄວນເວົ້າອອກມາ; ຄວາມເປັນມະນຸດຂອງພວກເຂົາຕໍ່າຫຼາຍ ແລະ ບໍ່ມີຄວາມສຳນຶກໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ມື້ທີ່ຄົນປະເພດນີ້ຈະຖືກປະຕິເສດໂດຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກເຜົາໄໝ້ດ້ວຍໄຟແຫ່ງນະລົກຈະບໍ່ມາຮອດບໍ? ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ວິຈານພາລະກິດຂອງພຣະອົງແທນ ແລະ ຍັງພະຍາຍາມແນະນໍາພຣະເຈົ້າກ່ຽວກັບວິທີການປະຕິບັດພາລະກິດ. ຄົນທີ່ບໍ່ມີເຫດຜົນແບບນີ້ຈະຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດມາຮູ້ຈັກພຣະເຈົ້າໃນໄລຍະຂະບວນການສະແຫວງຫາ ແລະ ປະສົບກັບພຣະອົງ; ມັນບໍ່ແມ່ນຍ້ອນການວິຈານພຣະອົງຕາມຄວາມອຳເພີໃຈທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າຜ່ານການເຮັດໃຫ້ສະຫວ່າງໂດຍພຣະວິນຍານບໍລິສຸດ. ເມື່ອຄົນມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງຖືກຕ້ອງຫຼາຍສໍ່າໃດ, ພວກເຂົາກໍຈະຕໍ່ຕ້ານພຣະອົງໜ້ອຍສໍ່ານັ້ນ. ໃນທາງກົງກັນຂ້າມ, ມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ, ມັນກໍມີຄວາມເປັນໄປໄດ້ທີ່ພວກເຂົາຈະຕໍ່ຕ້ານພຣະອົງຫຼາຍສໍ່ານັ້ນ. ແນວຄວາມຄິດຂອງເຈົ້າ, ທຳມະຊາດເກົ່າແກ່ຂອງເຈົ້າ ແລະ ຄວາມເປັນມະນຸດ, ບຸກຄະລິກ ແລະ ທັດສະນະທາງສິນທຳຂອງເຈົ້າແມ່ນ “ຕົ້ນທຶນ” ທີ່ເຮັດໃຫ້ຕໍ່ຕ້ານພຣະເຈົ້າ ແລະ ເມື່ອເຈົ້າເປັນຄົນທີ່ເສື່ອມຊາມ, ເສຍກຽດ ແລະ ຕໍ່າຕ້ອຍຫຼາຍສໍ່າໃດ, ເຈົ້າກໍຈະກາຍເປັນສັດຕູຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນເຫຼົ່ານັ້ນທີ່ປະກອບມີແນວຄວາມຄິດທີ່ຮ້າຍແຮງ ແລະ ມີອຸປະນິໄສທີ່ເຊື່ອວ່າຕົນເອງດີແຮງເປັນສັດຕູກັບພຣະເຈົ້າຜູ້ມາບັງເກີດເປັນມະນຸດ ແລະ ຄົນປະເພດນີ້ກໍເປັນຜູ້ຕໍ່ຕ້ານພຣະຄຣິດ. ຖ້າແນວຄວາມຄິດຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ມັນກໍຈະຕໍ່ຕ້ານພຣະເຈົ້າຢູ່ສະເໝີ; ເຈົ້າຈະບໍ່ສາມາດເຂົ້າກັບພຣະເຈົ້າໄດ້ຈັກເທື່ອ ແລະ ຈະຫ່າງໄກຈາກພຣະອົງຕະຫຼອດເວລາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

149. ຫຼັງຈາກຄວາມຈິງຂອງພຣະເຢຊູທີ່ກາຍມາເປັນເນື້ອໜັງໄດ້ກາຍເປັນຈິງແລ້ວ, ມະນຸດເຊື່ອໃນສິ່ງນີ້: ບໍ່ມີພຽງແຕ່ພຣະບິດາທີ່ຢູ່ໃນສະຫວັນເທົ່ານັ້ນ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ. ພວກເຈົ້າໄດ້ຮັບເອົາແນວຄິດຕາມປະເພນີຂອງສາສະໜາຫຼາຍເກີນໄປ ແລະ ພິດນີ້ກໍໄດ້ຊຶມລົງເລິກເຂົ້າໃນພາຍຕົວພວກເຈົ້າ. ສະນັ້ນ, ໃນເລື່ອງນີ້ເຊັ່ນກັນ ພວກເຈົ້າແມ່ນໄດ້ຍອມຈໍານົນຕໍ່ອິດທິພົນທີ່ເປັນອັນຕະລາຍນີ້, ຍ້ອນພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງແທ້ໆ. ນັ້ນກໍຄື ພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດນັ້ນບໍ່ມີຢູ່ຈິງແທ້ໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຕາມປະເພນີຂອງມະນຸດ ແລະ ຄວາມເຊື່ອທີ່ບໍ່ຖືກຕ້ອງຂອງມະນຸດ. ຕະຫຼອດຫຼາຍສັດຕະວັດ, ມະນຸດໄດ້ເຊື່ອໃນພຣະເຈົ້າຕຣີເອການຸພາບນີ້, ເນລະມິດຂຶ້ນຈາກແນວຄິດທີ່ຢູ່ໃນຄວາມຄິດຂອງມະນຸດ, ປັ້ນແຕ່ງຂຶ້ນໂດຍມະນຸດ ແລະ ເປັນສິ່ງທີ່ມະນຸດບໍ່ເຄີຍເຫັນມາກ່ອນ. ຕະຫຼອດເວລາຫຼາຍປີທີ່ຜ່ານມາ, ມີຜູ້ອະທິບາຍພຣະຄຳພີຫຼາຍຄົນທີ່ໄດ້ອະທິບາຍ “ຄວາມໝາຍແທ້ຈິງ” ຂອງພຣະເຈົ້າຕຣີເອການຸພາບ, ແຕ່ການອະທິບາຍດັ່ງກ່າວກ່ຽວກັບພຣະເຈົ້າຕຣີເອການຸພາບວ່າມີຕົວຕົນສາມຢ່າງທີ່ແຕກຕ່າງກັນໃນຮ່າງກາຍດຽວແມ່ນບໍ່ແນ່ນອນ ແລະ ບໍ່ຊັດເຈນ ແລະ ຜູ້ຄົນລ້ວນແລ້ວແຕ່ສັບສົນກັບ “ໂຄງສ້າງ” ຂອງພຣະເຈົ້າ. ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດເຄີຍອະທິບາຍໄດ້ຢ່າງລະອຽດ; ການອະທິບາຍສ່ວນໃຫຍ່ແມ່ນພຽງຜ່ານມາດຕະຖານໃນເລື່ອງຂອງການໃຫ້ເຫດຜົນ ແລະ ບົດຄວາມ, ແຕ່ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍນີ້ໄດ້ຢ່າງຊັດເຈນສົມບູນ. ນີ້ກໍຍ້ອນວ່າ ພຣະເຈົ້າຕຣີເອການຸພາບທີ່ຍິ່ງໃຫຍ່ ຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນບໍ່ມີຈິງແທ້ໆ...

ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ ພາລະກິດທີ່ແຕ່ລະພຣະອົງປະຕິບັດແມ່ນບໍ່ຄືກັນ. ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າຕຣີເອການຸພາບມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ທາດແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ “ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ”. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ທາດແທ້ຂອງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດທີ່ພວກເຈົ້າເຊື່ອກໍເປັນທາດແທ້ຂອງພຣະວິນຍານບໍລິສຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນພຣະວິນຍານ, ແຕ່ພຣະອົງສາມາດກາຍເປັນເນື້ອໜັງ ແລະ ດຳລົງຊີວິດທ່າມກາງມະນຸດ ພ້ອມທັງຢູ່ເໜືອສິ່ງທັງປວງ. ພຣະວິນຍານຂອງພຣະອົງປົກຄຸມທຸກສິ່ງ ແລະ ຢູ່ທຸກຫົນທຸກແຫ່ງ. ພຣະອົງສາມາດຢູ່ໃນເນື້ອໜັງ ແລະ ຢູ່ທົ່ວທັງຈັກກະວານໃນເວລາດຽວກັນ. ໃນເມື່ອທຸກຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າໜຶ່ງດຽວທີ່ແທ້ຈິງ, ດັ່ງນັ້ນກໍຈະມີພຽງພຣະເຈົ້າໜຶ່ງດຽວ ເຊິ່ງບໍ່ມີໃຜສາມາດແບ່ງແຍກອອກໄດ້ຕາມອຳເພີໃຈ! ພຣະເຈົ້າເປັນພຣະວິນຍານໜຶ່ງດຽວເທົ່ານັ້ນ ແລະ ມີອົງດຽວເທົ່ານັ້ນ; ແລະ ນັ້ນກໍແມ່ນພຣະວິນຍານຂອງພຣະເຈົ້າ. ຖ້າເປັນຄືດັ່ງເຈົ້າເວົ້າວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ແລ້ວພວກອົງທັງສາມບໍ່ແມ່ນພຣະເຈົ້າສາມອົງບໍ? ພຣະວິນຍານບໍລິສຸດເປັນເລື່ອງໜຶ່ງ, ພຣະບຸດອີກເລື່ອງໜຶ່ງ ແລະ ພຣະບິດາກໍເປັນອີກເລື່ອງໜຶ່ງ. ຕົວຕົນຂອງທັງສາມພຣະອົງແມ່ນແຕກຕ່າງກັນ ແລະ ທາດແທ້ຂອງພຣະອົງທັງສາມກໍແຕກຕ່າງກັນ. ແລ້ວທັງສາມພຣະອົງຈະເປັນສ່ວນໜຶ່ງຂອງພຣະເຈົ້າໜຶ່ງດຽວໄດ້ແນວໃດ? ພຣະວິນຍານບໍລິສຸດເປັນພຣະວິນຍານ; ສິ່ງນີ້ງ່າຍສຳລັບມະນຸດທີ່ຈະເຂົ້າໃຈ. ຖ້າເປັນແບບນີ້, ແລ້ວພຣະບິດາກໍຍິ່ງເປັນພຣະວິນຍານຫຼາຍກວ່າ. ພຣະອົງບໍ່ເຄີຍລົງມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍກາຍເປັນເນື້ອໜັງຈັກເທື່ອ; ພຣະອົງເປັນພຣະເຈົ້າເຢໂຮວາທີ່ຢູ່ໃນຫົວໃຈຂອງມະນຸດ ແລະ ພຣະອົງເປັນພຣະວິນຍານເຊັ່ນກັນຢ່າງແນ່ນອນ. ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະອົງ ແລະ ພຣະວິນຍານບໍລິສຸດ? ມັນແມ່ນຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດບໍ? ຫຼື ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະວິນຍານບໍລິສຸດ ແລະ ພຣະວິນຍານຂອງພຣະບິດາບໍ? ທາດແທ້ຂອງພຣະວິນຍານແຕ່ລະອົງຄືກັນບໍ? ຫຼື ພຣະວິນຍານບໍລິສຸດແມ່ນເຄື່ອງມືຂອງພຣະບິດາບໍ? ຈະສາມາດອະທິບາຍສິ່ງນີ້ໄດ້ແນວໃດ? ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະບຸດ ແລະ ພຣະວິນຍານບໍລິສຸດ? ມັນເປັນຄວາມສຳພັນລະຫວ່າງພຣະວິນຍານສອງອົງບໍ ຫຼື ຄວາມສຳພັນລະຫວ່າງມະນຸດ ແລະ ພຣະວິນຍານ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ບໍ່ມີຄຳອະທິບາຍ! ຖ້າທັງສາມພຣະອົງລ້ວນແລ້ວແຕ່ເປັນພຣະວິນຍານໜຶ່ງດຽວ, ແລ້ວຈະບໍ່ມີການເວົ້າເຖິງສາມຕົວຕົນ, ຍ້ອນທັງສາມພຣະອົງມີພຣະວິນຍານໜຶ່ງດຽວ. ຖ້າທັງສາມພຣະອົງມີຕົວຕົນທີ່ແຕກຕ່າງກັນ, ແລ້ວພຣະວິນຍານຂອງທັງສາມພຣະອົງກໍຈະມີກຳລັງທີ່ຫຼາກຫຼາຍ ແລະ ທັງສາມພຣະອົງແມ່ນຈະບໍ່ສາມາດເປັນພຣະວິນຍານໜຶ່ງດຽວໄດ້. ແນວຄິດທີ່ວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນບໍ່ສົມເຫດສົມຜົນທີ່ສຸດ! ສິ່ງນີ້ເປັນການແບ່ງພຣະເຈົ້າ ແລະ ແຍກພຣະອົງອອກເປັນສາມຕົວຕົນ ເຊິ່ງແຕ່ລະຕົວຕົນກໍມີສະຖານະ ແລະ ພຣະວິນຍານ; ແລ້ວພຣະອົງຈະຍັງສາມາດເປັນພຣະວິນຍານໜຶ່ງດຽວ ແລະ ພຣະເຈົ້າໜຶ່ງດຽວໄດ້ແນວໃດ? ໃຫ້ບອກເຮົາເບິ່ງ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ພາຍໃນໂລກແມ່ນຖືກສ້າງໂດຍພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດແທ້ໆບໍ? ບາງຄົນເວົ້າວ່າທັງສາມພຣະອົງສ້າງທຸກສິ່ງນໍາກັນ. ແລ້ວແມ່ນໃຜໄຖ່ບາບມະນຸດຊາດ? ພຣະວິນຍານບໍລິສຸດ, ພຣະບຸດ ຫຼື ພຣະບິດາ? ບາງຄົນເວົ້າວ່າ ພຣະບຸດຄືຜູ້ໄຖ່ບາບມະນຸດຊາດ. ແລ້ວແມ່ນໃຜເປັນພຣະບຸດທີ່ຢູ່ໃນທາດແທ້? ພຣະອົງບໍ່ແມ່ນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າບໍ? ການບັງເກີດເປັນມະນຸດເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນ ໂດຍນາມຂອງພຣະບິດາຈາກທັດສະນະຂອງມະນຸດທີ່ຖືກສ້າງ. ເຈົ້າບໍ່ຮູ້ບໍວ່າ ພຣະເຢຊູເກີດຈາກການປະຕິສົນທິຂອງພຣະວິນຍານບໍລິສຸດ? ພາຍໃນພຣະອົງແມ່ນພຣະວິນຍານບໍລິສຸດ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພຣະອົງກໍຍັງເປັນຜູ້ດຽວກັບພຣະເຈົ້າທີ່ຢູ່ໃນສະຫວັນ, ຍ້ອນວ່າ ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ. ແນວຄິດນີ້ກ່ຽວກັບພຣະບຸດແມ່ນບໍ່ເປັນຈິງແທ້ໆ. ມີພຣະວິນຍານໜຶ່ງດຽວທີ່ປະຕິບັດພາລະກິດທຸກຢ່າງ; ມີພຽງພຣະເຈົ້າເອງ ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ. ແມ່ນໃຜຄືພຣະວິນຍານຂອງພຣະເຈົ້າ? ມັນບໍ່ແມ່ນພຣະວິນຍານບໍລິສຸດບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍ ທີ່ປະຕິບັດພາລະກິດໃນພຣະເຢຊູ? ຖ້າພາລະກິດບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າ), ແລ້ວພາລະກິດຂອງພຣະອົງຈະສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ “ບຸດມະນຸດ” ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ. ພວກເຈົ້າຍັງຈື່ຄຳອະທິຖານຂອງພຣະຜູ້ເປັນເຈົ້າທີ່ພຣະເຢຊູສອນພວກເຈົ້າໃຫ້ທ່ອງຈຳບໍ? “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ...” ພຣະອົງຂໍໃຫ້ມະນຸດທຸກຄົນເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມຂອງພຣະບິດາ. ແລ້ວໃນເມື່ອພຣະເຢຊູກໍເອີ້ນພຣະອົງວ່າພຣະບິດາເຊັ່ນກັນ, ພຣະອົງເອີ້ນຈາກທັດສະນະຂອງຄົນໜຶ່ງທີ່ມີຖານະເທົ່າທຽມກັບພວກເຈົ້າ ແລະ ໃນຖານະມະນຸດເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ເລືອກໄວ້ (ນັ້ນກໍຄື ພຣະບຸດຂອງພຣະເຈົ້າ). ຖ້າພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ, ນີ້ບໍ່ແມ່ນຍ້ອນວ່າ ພວກເຈົ້າເປັນສິ່ງຖືກສ້າງບໍ? ບໍ່ວ່າສິດອຳນາດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກນັ້ນຈະຍິ່ງໃຫຍ່ພຽງໃດກໍຕາມ, ກ່ອນທີ່ຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະອົງກໍເປັນພຽງບຸດມະນຸດຄົນໜຶ່ງເທົ່ານັ້ນ ເຊິ່ງປົກຄອງໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະເຈົ້າ) ແລະ ເປັນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນໃນແຜ່ນດິນໂລກ, ຍ້ອນວ່າ ພຣະອົງຍັງບໍ່ໄດ້ເຮັດສໍາເລັດພາລະກິດຂອງພຣະອົງເທື່ອ. ສະນັ້ນ, ການທີ່ພຣະອົງເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນວ່າ ພຣະບິດາ ກໍເປັນຄວາມຖ່ອມຕົນ ແລະ ຄວາມເຊື່ອຟັງຂອງພຣະອົງເທົ່ານັ້ນ. ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ! ກ່ອນທີ່ພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະເຢຊູເປັນບຸດມະນຸດທີ່ຖືກຜູກມັດດ້ວຍຂໍ້ຈຳກັດຕ່າງໆຂອງເນື້ອໜັງ ແລະ ພຣະອົງບໍ່ໄດ້ມີສິດອຳນາດຂອງພຣະວິນຍານຢ່າງສົມບູນ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກທັດສະນະຂອງສິ່ງຖືກສ້າງ. ມັນເປັນດັ່ງທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເຊມາເນວ່າ: “ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ກ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ພຣະອົງເປັນພຽງກະສັດຂອງຊາວຢິວ; ພຣະອົງເປັນພຣະຄຣິດ, ບຸດມະນຸດ ແລະ ບໍ່ແມ່ນບຸກຄົນທີ່ມີສະຫງ່າລາສີ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງເອີ້ນພຣະເຈົ້າວ່າພຣະບິດາ ຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ບັດນີ້ ເຈົ້າບໍ່ສາມາດເວົ້າວ່າ ທຸກຄົນທີ່ເອີ້ນພຣະເຈົ້າວ່າພຣະບິດາແມ່ນພຣະບຸດ. ຖ້າເປັນແບບນີ້, ແລ້ວພວກເຈົ້າທຸກຄົນຈະບໍ່ກາຍມາເປັນພຣະບຸດບໍ ຫຼັງຈາກທີ່ພຣະເຢຊູໄດ້ສອນພວກເຈົ້າກ່ຽວກັບຄຳອະທິຖານຂອງພຣະຜູ້ເປັນເຈົ້າ? ຖ້າພວກເຈົ້າຍັງບໍ່ເຊື່ອອີກ, ແລ້ວຈົ່ງບອກເຮົາໄດ້ບໍວ່າ ແມ່ນໃຜຄືຜູ້ທີ່ພວກເຈົ້າເອີ້ນວ່າ ພຣະບິດາ? ຖ້າພວກເຈົ້າກຳລັງໝາຍເຖິງພຣະເຢຊູ, ແລ້ວແມ່ນໃຜເປັນພຣະບິດາຂອງພຣະເຢຊູສຳລັບພວກເຈົ້າ? ຫຼັງຈາກທີ່ພຣະເຢຊູຈາກໄປ, ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດກໍບໍ່ມີຢູ່ອີກ. ແນວຄິດນີ້ພຽງແຕ່ເໝາະສົມໃນປີທີ່ພຣະເຢຊູກາຍມາເປັນເນື້ອໜັງ; ພາຍໃຕ້ທຸກກໍລະນີ, ຄວາມສຳພັນແມ່ນຄວາມສຳພັນລະຫວ່າງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ສິ່ງຖືກສ້າງ ເມື່ອພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ. ບໍ່ມີເມື່ອໃດທີ່ແນວຄິດນີ້ກ່ຽວກັບພຣະເຈົ້າຕີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດສາມາດເປັນຈິງໄດ້; ມັນເປັນຄວາມເຊື່ອຜິດທີ່ບໍ່ຄ່ອຍເຫັນໃນຍຸກຕ່າງໆ ແລະ ມັນບໍ່ມີຢູ່ຈິງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

150. ໃນພຣະສັນຍາເດີມຂອງພຣະຄຳພີ, ບໍ່ມີການກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ມີພຽງແຕ່ພຣະເຈົ້າທີ່ແທ້ຈິງອົງດຽວເທົ່ານັ້ນ ນັ້ນກໍຄື ພຣະເຢໂຮວາ ທີ່ກຳລັງປະຕິບັດພາລະກິດຂອງພຣະອົງໃນອິດສະຣາເອັນ. ພຣະອົງຖືກເອີ້ນໂດຍພຣະນາມທີ່ແຕກຕ່າງກັນໃນແຕ່ລະຍຸກ, ແຕ່ນີ້ກໍບໍ່ໄດ່ພິສູດວ່າ ແຕ່ລະພຣະນາມແມ່ນໝາຍເຖິງຕົວຕົນທີ່ແຕກຕ່າງກັນ. ຖ້າເປັນແບບນີ້, ແລ້ວມັນຈະບໍ່ມີຫຼາຍຕົວຕົນຈົນນັບບໍ່ໄດ້ໃນພຣະເຈົ້າບໍ? ສິ່ງທີ່ຖືກຂຽນໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາ, ຂັ້ນຕອນພາລະກິດຂອງພຣະເຈົ້າເອງສຳລັບການເລີ່ມຕົ້ນໃນຍຸກແຫ່ງພຣະບັນຍັດ. ມັນຄືພາລະກິດຂອງພຣະເຈົ້າ ແລະ ເມື່ອພຣະອົງກ່າວ ທຸກສິ່ງກໍເປັນໄປຕາມນັ້ນ ແລະ ເມື່ອພຣະອົງສັ່ງ ທຸກສິ່ງກໍຕັ້ງໝັ້ນ. ບໍ່ມີເມື່ອໃດທີ່ພຣະເຢໂຮວາກ່າວວ່າພຣະອົງເປັນພຣະບິດາທີ່ມາປະຕິບັດພາລະກິດ ຫຼື ພຣະອົງບໍ່ເຄີຍທຳນວາຍເຖິງພຣະບຸດທີ່ຈະມາເພື່ອໄຖ່ບາບມະນຸດຊາດ. ເມື່ອມາເຖິງເວລາຂອງພຣະເຢຊູ, ກໍມີພຽງແຕ່ກ່າວວ່າ ພຣະເຈົ້າກາຍເປັນເນື້ອໜັງເພື່ອໄຖ່ບາບມະນຸດຊາດທັງປວງ, ບໍ່ແມ່ນ ນັ້ນຄືພຣະບຸດທີ່ໄດ້ສະເດດມາ. ເພາະວ່າຍຸກຕ່າງໆບໍ່ຄືກັນ ແລະ ພາລະກິດທີ່ພຣະເຈົ້າເອງປະຕິບັດກໍຍັງແຕກຕ່າງກັນ, ພຣະອົງຈຶ່ງຈຳເປັນຕ້ອງປະຕິບັດພາລະກິດຂອງພຣະອົງພາຍໃນຂອບເຂດທີ່ແຕກຕ່າງກັນ. ດ້ວຍເຫດນີ້, ຕົວຕົນທີ່ພຣະອົງສະແດງອອກມາຈຶ່ງແຕກຕ່າງກັນອີກດ້ວຍ. ມະນຸດເຊື່ອວ່າ ພຣະເຢໂຮວາເປັນພຣະບິດາຂອງພຣະເຢຊູ, ແຕ່ສິ່ງນີ້ບໍ່ໄດ້ຖືກຮັບຮູ້ໂດຍພຣະເຢຊູເລີຍ ຜູ້ທີ່ກ່າວວ່າ “ພວກເຮົາບໍ່ເຄີຍຖືກຈຳແນກວ່າເປັນພຣະບິດາ ແລະ ພຣະບຸດ; ເຮົາ ແລະ ພຣະບິດາທີ່ຢູ່ໃນສະຫວັນເປັນໜຶ່ງດຽວກັນ. ພຣະບິດາຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພຣະບິດາ; ເມື່ອມະນຸດເຫັນພຣະບຸດ, ພວກເຂົາກໍກຳລັງເຫັນພຣະບິດາໃນສະຫວັນ”. ເມື່ອທຸກສິ່ງຖືກກ່າວອອກມາ ເຖິງຈະເປັນພຣະບິດາ ຫຼື ພຣະບຸດ, ທັງສອງພຣະອົງກໍເປັນພຣະວິນຍານອົງດຽວກັນ, ບໍ່ໄດ້ຖືກແບ່ງອອກເປັນຕົວຕົນທີ່ແຍກກັນ. ເມື່ອມະນຸດພະຍາຍາມອະທິບາຍ, ເລື່ອງຕ່າງໆກໍຊັບຊ້ອນໄປດ້ວຍແນວຄິດກ່ຽວກັບຕົວຕົນທີ່ແຕກຕ່າງກັນ ພ້ອມທັງຄວາມສຳພັນລະຫວ່າງພຣະບິດາ, ພຣະບຸດ ແລະ ພຣະວິນຍານ. ເມື່ອມະນຸດກ່າວເຖິງຕົວຕົນທີ່ແຕກຕ່າງກັນ, ສິ່ງນີ້ບໍ່ໄດ້ການເຮັດໃຫ້ພຣະເຈົ້າເປັນວັດຖຸບໍ? ມະນຸດເຖິງກັບຈັດລະດັບຕົວຕົນໃຫ້ເປັນທີໜຶ່ງ, ທີສອງ ແລະ ທີສາມ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຈິນຕະນາການຂອງມະນຸດ, ບໍ່ສົມຄວນແກ່ການອ້າງເຖິງ ແລະ ບໍ່ເປັນຈິງທັງສິ້ນ! ຖ້າເຈົ້າຖາມເຂົາວ່າ “ມີພຣະເຈົ້າຈັກອົງ?” ເຂົາຈະຕອບວ່າ ພຣະເຈົ້າເປັນພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ ນັ້ນກໍຄື ພຣະເຈົ້າທີ່ແທ້ຈິງໜຶ່ງດຽວ. ຖ້າເຈົ້າຖາມອີກວ່າ “ແມ່ນໃຜຄືພຣະບິດາ?” ເຂົາກໍຈະຕອບວ່າ “ພຣະບິດາເປັນພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ; ພຣະອົງຄວບຄຸມທຸກສິ່ງຢ່າງ ແລະ ເປັນເຈົ້ານາຍຂອງສະຫວັນ”. “ແລ້ວພຣະເຢໂຮວາແມ່ນພຣະວິນຍານບໍ?” ເຂົາກໍຈະຕອບວ່າ “ແມ່ນແລ້ວ!” ແລ້ວຖ້າເຈົ້າຖາມເຂົາວ່າ “ແມ່ນໃຜຄືພຣະບຸດ?” ເຂົາກໍຈະຕອບວ່າ ແນ່ນອນ ພຣະເຢຊູເປັນພຣະບຸດ. “ແລ້ວແມ່ນຫຍັງຄືເລື່ອງລາວຂອງພຣະເຢຊູ? ພຣະອົງມາຈາກໃສ?” ເຂົາກໍຈະຕອບວ່າ “ພຣະເຢຊູເກີດຂຶ້ນໂດຍມາຣິອາຜ່ານທາງການປະຕິສົນທິຂອງພຣະວິນຍານບໍລິສຸດ”. ແລ້ວທາດແທ້ຂອງພຣະອົງບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດເຊັ່ນກັນບໍ? ພຣະເຢໂຮວາເປັນພຣະວິນຍານ ແລະ ດ້ວຍເຫດນັ້ນ ທາດແທ້ຂອງພຣະເຢຊູກໍເຊັ່ນກັນ. ປັດຈຸບັນໃນຍຸກສຸດທ້າຍ, ແນ່ນອນ ມັນຍັງເປັນພຣະວິນຍານທີ່ປະຕິບັດພາລະກິດ; ທັງສາມພຣະອົງສາມາດເປັນຕົວຕົນທີ່ແຕກຕ່າງໄດ້ແນວໃດ? ບໍ່ແມ່ນພຣະວິນຍານຂອງພຣະເຈົ້າແທ້ໆບໍ ທີ່ກຳລັງປະຕິບັດພາລະກິດຂອງພຣະວິນຍານຈາກທັດສະນະທີ່ແຕກຕ່າງກັນ? ເມື່ອເປັນດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງລະຫວ່າງຕົວຕົນຕ່າງໆ. ພຣະເຢຊູຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ບໍ່ຕ້ອງສົງໄສເລີຍ ພາລະກິດຂອງພຣະອົງເປັນຂອງພຣະວິນຍານບໍລິສຸດຢ່າງແນ່ນອນ. ໃນຂັ້ນຕອນທຳອິດຂອງພາລະກິດທີ່ພຣະເຢໂຮວາປະຕິບັດ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ປາກົດຕໍ່ມະນຸດ. ສະນັ້ນ ມະນຸດບໍ່ເຄີຍເຫັນການປາກົດຕົວຂອງພຣະອົງ. ບໍ່ວ່າພຣະອົງຈະຍິ່ງໃຫຍ່ສໍ່າໃດ ແລະ ສູງສົ່ງສໍ່າໃດກໍຕາມ, ພຣະອົງກໍຍັງເປັນພຣະວິນຍານ, ພຣະເຈົ້າເອງ ຜູ້ທີ່ສ້າງມະນຸດໃນຕອນທຳອິດ. ນັ້ນກໍຄື ພຣະອົງເປັນພຣະວິນຍານຂອງພຣະເຈົ້າ. ເມື່ອພຣະອົງກ່າວຕໍ່ມະນຸດຈາກທ່າມກາງກ້ອນເມກ ພຣະອົງກໍເປັນພຽງພຣະວິນຍານເທົ່ານັ້ນ. ບໍ່ມີໃຜເປັນພະຍານເຖິງການປາກົດຕົວຂອງພຣະອົງ; ມີແຕ່ໃນຍຸກແຫ່ງພຣະຄຸນ ເມື່ອພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງ ແລະ ບັງເກີດເປັນມະນຸດໃນຢູດາຍ, ມະນຸດຈຶ່ງເຫັນຮູບຮ່າງຂອງການບັງເກີດເປັນມະນຸດ ທີ່ບັງເກີດເປັນຊາວຢິວເປັນຄັ້ງທໍາອິດ. ຄວາມຮູ້ສຶກຂອງພຣະເຢໂຮວາບໍ່ສາມາດສຳຜັດໄດ້. ຢ່າງໃດກໍຕາມ, ພຣະອົງຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ນັ້ນກໍຄື ຖືກປະຕິສົນທິໂດຍພຣະວິນຍານຂອງພຣະເຢໂຮວາເອງ ແລະ ພຣະເຢຊູກໍຍັງບັງເກີດເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ. ສິ່ງທີ່ມະນຸດເຫັນໃນຕອນທຳອິດແມ່ນພຣະວິນຍານບໍລິສຸດລົງມາດັ່ງນົກເຂົາທີ່ເທິງພຣະເຢຊູ; ບໍ່ແມ່ນພຣະວິນຍານທີ່ຈຳກັດຕໍ່ພຣະເຢຊູ, ແຕ່ກົງກັນຂ້າມເປັນພຣະວິນຍານບໍລິສຸດ. ແລ້ວພຣະວິນຍານຂອງພຣະເຢຊູສາມາດແຍກອອກຈາກພຣະວິນຍານບໍລິສຸດໄດ້ບໍ? ຖ້າພຣະເຢຊູເປັນພຣະເຢຊູ, ພຣະບຸດ ແລະ ພຣະວິນຍານບໍລິສຸດກໍເປັນພຣະວິນຍານບໍລິສຸດ, ແລ້ວພຣະອົງທັງສອງຈະສາມາດກາຍເປັນໜຶ່ງດຽວໄດ້ແນວໃດ? ພາລະກິດຈະບໍ່ສາມາດປະຕິບັດໄດ້ຖ້າເປັນແບບນັ້ນ. ພຣະວິນຍານທີ່ຢູ່ພາຍໃນພຣະເຢຊູ, ພຣະວິນຍານທີ່ຢູ່ໃນສະຫວັນ ແລະ ພຣະວິນຍານຂອງພຣະເຢໂຮວາລ້ວນແລ້ວແຕ່ເປັນໜຶ່ງດຽວກັນ. ມັນສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ ແລະ ພຣະວິນຍານຄຸ້ມຄອງທຸກສິ່ງ. ພຣະວິນຍານຂອງພຣະເຈົ້າສາມາດປະຕິບັດພາລະກິດຫຼາຍຢ່າງ. ພຣະອົງສາມາດສ້າງແຜ່ນດິນໂລກ ແລະ ທຳລາຍມັນໂດຍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກ; ພຣະອົງສາມາດໄຖ່ບາບມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດເອົາຊະນະ ແລະ ທຳລາຍມະນຸດຊາດທັງປວງ. ພາລະກິດນີ້ລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ບໍ່ມີຕົວຕົນໃດໜຶ່ງຂອງພຣະເຈົ້າທີ່ສາມາດປະຕິບັດແທນພຣະອົງໄດ້. ພຣະວິນຍານຂອງພຣະອົງແມ່ນຖືກເອີ້ນດ້ວຍນາມຂອງພຣະເຢໂຮວາ ແລະ ພຣະເຢຊູ ພ້ອມທັງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະອົງເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ພຣະອົງຍັງສາມາດກາຍເປັນບຸດມະນຸດໄດ້ອີກ. ພຣະອົງຢູ່ໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກອີກດ້ວຍ; ພຣະອົງຢູ່ເໜືອຈັກກະວານ ແລະ ທ່າມກາງຝູງຊົນ. ພຣະອົງເປັນເຈົ້ານາຍໜຶ່ງດຽວຂອງສະຫວັນ ແລະ ແຜ່ນດິນໂລກ! ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າເອງ. ບໍ່ວ່າຈະເປັນພາລະກິດທີ່ຢູ່ໃນສະຫວັນ ຫຼື ຢູ່ໃນເນື້ອໜັງ, ທຸກຢ່າງແມ່ນຖືກປະຕິບັດໂດຍພຣະວິນຍານຂອງພຣະອົງເອງ. ສິ່ງຖືກສ້າງທັງປວງ ບໍ່ວ່າຈະຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ແມ່ນຢູ່ໃນກໍາມືທີ່ມີລິດທານຸພາບສູງສຸດຂອງພຣະອົງ; ທຸກສິ່ງນີ້ແມ່ນພາລະກິດຂອງພຣະເຈົ້າເອງ ແລະ ຄົນອື່ນບໍ່ສາມາດປະຕິບັດແທນພຣະອົງໄດ້. ໃນສະຫວັນ, ພຣະອົງເປັນພຣະວິນຍານ ແຕ່ຍັງຄົງເປັນພຣະເຈົ້າເອງ; ທ່າມກາງມະນຸດ, ພຣະອົງເປັນເນື້ອໜັງ ແຕ່ຍັງຄົງເປັນພຣະເຈົ້າເອງ. ເຖິງແມ່ນວ່າ ພຣະອົງຈະຖືກເອີ້ນຫຼາຍຮ້ອຍຫຼາຍພັນຊື່, ພຣະອົງກໍຍັງເປັນພຣະອົງເອງ ແລະ ພາລະກິດທັງໝົດກໍເປັນການສຳແດງອອກໂດຍກົງຂອງພຣະວິນຍານຂອງພຣະອົງ. ການໄຖ່ບາບມະນຸດຊາດທັງປວງຜ່ານການຄຶງໃສ່ໄມ້ກາງແຂນຂອງພຣະອົງ ກໍເປັນພາລະກິດໂດຍກົງຂອງພຣະວິນຍານຂອງພຣະອົງ ແລະ ການປະກາດຕໍ່ບັນດາປະຊາຊາດ ແລະ ແຜ່ນດິນທັງໝົດໃນລະຫວ່າງຍຸກສຸດທ້າຍເຊັ່ນດຽວກັນ. ຕະຫຼອດເວລາ ພຣະເຈົ້າພຽງສາມາດຖືກເອີ້ນໄດ້ວ່າ ພຣະເຈົ້າຜູ້ທີ່ມີລິດທານຸພາບສູງສຸດ ແລະ ແທ້ຈິງໜຶ່ງດຽວ, ພຣະເຈົ້າທີ່ຄຸ້ມຄອງສັບພະສິ່ງທັງປວງ. ຕົວຕົນທີ່ແຕກຕ່າງກັນແມ່ນບໍ່ມີຢູ່ຈິງ ແລ້ວແຮງໄກທີ່ຈະມີແນວຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງພຣະເຈົ້າໜຶ່ງດຽວທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

151. ຍັງມີບາງຄົນອາດເວົ້າວ່າ “ພຣະບິດາກໍຄືພຣະບິດາ; ພຣະບຸດກໍຄືພຣະບຸດ; ພຣະວິນຍານບໍລິສຸດກໍຄືພຣະວິນຍານບໍລິສຸດ ແລະ ໃນທີ່ສຸດ ທັງສາມພຣະອົງກໍຈະຖືກເຮັດໃຫ້ເປັນໜຶ່ງດຽວ”. ແລ້ວເຈົ້າຄວນເຮັດໃຫ້ທັງສາມພຣະອົງເປັນໜຶ່ງດຽວແນວໃດ? ພຣະບິດາ ແລະ ພຣະວິນຍານບໍລິສຸດຈະສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ຖ້າທັງສອງພຣະອົງເປັນພຣະເຈົ້າສອງອົງໂດຍທຳມະຊາດ, ແລ້ວບໍ່ວ່າທັງສອງພຣະອົງຈະຖືກຮ່ວມເຂົ້າກັນແນວໃດກໍຕາມ, ທັງສອງພຣະອົງກໍຈະຍັງບໍ່ເປັນສອງສ່ວນຄືເກົ່າບໍ? ເມື່ອເຈົ້າເວົ້າກ່ຽວກັບການເຮັດໃຫ້ທັງສອງພຣະອົງເປັນໜຶ່ງດຽວກັນ, ນັ້ນບໍ່ແມ່ນເປັນການຮວມສອງພາກສ່ວນທີ່ແຕກຕ່າງກັນເຂົ້າເປັນໜຶ່ງດຽວບໍ? ແຕ່ວ່າ ພຣະອົງທັງສອງບໍ່ແມ່ນສອງພາກສ່ວນ ກ່ອນທີ່ຈະຖືກເຮັດໃຫ້ຄົບຖ້ວນບໍ? ພຣະວິນຍານແຕ່ລະອົງແມ່ນມີທາດແທ້ທີ່ແຕກຕ່າງກັນ ແລະ ພຣະວິນຍານສອງອົງບໍ່ສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້. ພຣະວິນຍານບໍ່ແມ່ນວັດຖຸ ແລະ ບໍ່ຄືສິ່ງອື່ນໃດໃນໂລກແຫ່ງວັດຖຸ. ດັ່ງທີ່ມະນຸດເຫັນ, ພຣະບິດາຄືພຣະວິນຍານອົງໜຶ່ງ, ອີກອົງໜຶ່ງແມ່ນພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອີກອົງໜຶ່ງ, ແລ້ວພຣະວິນຍານສາມອົງຈະຮວມເຂົ້າກັນຄືກັບເອົານໍ້າສາມແກ້ວມາຮວມກັນເປັນແກ້ວດຽວ. ແລ້ວນັ້ນບໍ່ແມ່ນການເຮັດໃຫ້ສາມກາຍເປັນໜຶ່ງບໍ? ນີ້ແມ່ນການອະທິບາຍທີ່ບໍ່ຖືກຕ້ອງແທ້ໆ! ນີ້ບໍ່ແມ່ນການແຍກພຣະເຈົ້າອອກຈາກກັນບໍ? ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຈະຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ທັງສາມພຣະອົງບໍ່ແມ່ນສາມສ່ວນ ເຊິ່ງແຕ່ລະສ່ວນມີທຳມະຊາດແຕກຕ່າງກັນບໍ? ຍັງມີຄົນທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?” ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ “ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ” ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ. ຍ້ອນການປ່ຽນແປງໃນຍຸກຕ່າງໆ, ເງື່ອນໄຂຂອງພາລະກິດປ່ຽນແປງ ແລະ ຂັ້ນຕອນທີ່ແຕກຕ່າງກັນຂອງແຜນການຄຸ້ມຄອງຂອງພຣະອົງ, ນາມທີ່ມະນຸດເອີ້ນພຣະອົງຈຶ່ງແຕກຕ່າງເຊັ່ນກັນ. ເມື່ອພຣະອົງລົງມາປະຕິບັດຂັ້ນຕອນທຳອິດຂອງພາລະກິດ, ພຣະອົງພຽງແຕ່ຖືກເອີ້ນວ່າພຣະເຢໂຮວາເທົ່ານັ້ນ, ເປັນຄົນລ້ຽງແກະຂອງຊາວອິດສະຣາເອັນ. ໃນຂັ້ນຕອນທີສອງ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ແຕ່ໃນເວລານັ້ນ, ພຣະວິນຍານທີ່ຢູ່ໃນສະຫວັນກໍພຽງກ່າວວ່າ ພຣະອົງເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ໄດ້ກ່າວເຖິງການທີ່ພຣະອົງເປັນພຣະບຸດອົງດຽວຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນແທ້ໆ. ພຣະເຈົ້າຈະສາມາດມີລູກຊາຍພຽງຜູ້ດຽວໄດ້ແນວໃດ? ແລ້ວພຣະເຈົ້າຈະບໍ່ກາຍເປັນມະນຸດບໍ? ຍ້ອນພຣະອົງແມ່ນການບັງເກີດເປັນມະນຸດ, ພຣະອົງຈຶ່ງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ຈາກສິ່ງນີ້ຈຶ່ງເກີດມີຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດ. ທັງໝົດນີ້ແມ່ນເປັນຍ້ອນການແບ່ງແຍກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພຣະເຢຊູອະທິຖານຈາກທັດສະນະຂອງເນື້ອໜັງ. ຍ້ອນວ່າ ພຣະອົງໄດ້ສວມໃສ່ເນື້ອໜັງແຫ່ງຄວາມເປັນມະນຸດທຳມະດາດັ່ງກ່າວ, ມັນມາຈາກທັດສະນະຂອງເນື້ອທີ່ພຣະອົງກ່າວວ່າ: “ເປືອກນອກຂອງເຮົາແມ່ນເປັນຂອງສິ່ງຖືກສ້າງ. ຍ້ອນເຮົາສວມໃສ່ເນື້ອໜັງເພື່ອເຂົ້າມາສູ່ໂລກນີ້, ບັດນີ້ ເຮົາຈຶ່ງຫ່າງໄກຈາກສະຫວັນຫຼາຍ”. ຍ້ອນເຫດຜົນນີ້, ພຣະອົງຈຶ່ງພຽງແຕ່ສາມາດອະທິຖານຫາພຣະເຈົ້າພຣະບິດາຈາກທັດສະນະຂອງເນື້ອໜັງ. ນີ້ແມ່ນໜ້າທີ່ຂອງພຣະອົງ ແລະ ເປັນສິ່ງທີ່ພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນປະກອບມີ. ມັນບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າຍ້ອນພຣະອົງອະທິຖານຫາພຣະບິດາຈາກທັດສະນະຂອງເນື້ອໜັງເທົ່ານັ້ນ. ເຖິງແມ່ນວ່າ ພຣະອົງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ພຣະອົງກໍຍັງເປັນພຣະເຈົ້າຢູ່ດີ ນັ້ນກໍຍ້ອນວ່າ ພຣະອົງເປັນພຽງການບັງເກີດເປັນມະນຸດຂອງພຣະວິນຍານ ແລະ ທາດແທ້ຂອງພຣະອົງກໍຍັງເປັນພຣະວິນຍານຄືເກົ່າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ກ່ອນນີ້: (II) ພຣະທຳກ່ຽວກັບອຸປະນິໄສແບບຊາຕານຂອງມະນຸດຊາດຜູ້ເສື່ອມຊາມ ແລະ ແກ່ນແທ້ແຫ່ງທຳມະຊາດຂອງພວກເຂົາ

ຕໍ່ໄປ: (IV) ພຣະທຳກ່ຽວກັບການເປີດເຜີຍສິ່ງທີ່ເປັນຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້