(IV) ພຣະທຳກ່ຽວກັບການເປີດເຜີຍສິ່ງທີ່ເປັນຄວາມຈິງ

152. ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

153 ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີ່ຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

(ຄັດຈາກບົດ “ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

154. ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາດສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິດຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດຈັດເປັນຄວາມຈິງ, ທິດສະດີຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງ ໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

155. ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ເປັນເຈົ້ານາຍຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

156. ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ມະນຸດບໍ່ສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ ພຣະຄຣິດສະໜອງພຽງຄວາມຈິງ; ພຣະອົງບໍ່ໄດ້ມາເພື່ອຕັດສິນວ່າ ມະນຸດຈະປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງຂອງເຂົາ ຫຼື ບໍ່. ສະນັ້ນ ຄວາມຈິງຈຶ່ງເປັນໄປດັ່ງນີ້, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມຈິງແມ່ນລ້ວນແລ້ວແຕ່ຂຶ້ນກັບການສະແຫວງຫາຂອງມະນຸດ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງມະນຸດທີ່ຢູ່ໃນຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິດ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການສະແຫວງຫາຂອງພວກເຂົາເອງ. ຈຸດໝາຍປາຍທາງຂອງມະນຸດ ແລະ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງເຂົາບໍ່ສາມາດເອົາມາຢອງຢູ່ເທິງຫົວຂອງພຣະເຈົ້າໄດ້ ເພື່ອໃຫ້ພຣະເຈົ້າແບກຮັບເອົາມັນ, ເພາະວ່າ ນີ້ບໍ່ແມ່ນບັນຫາຂອງຣະເຈົ້າເອງ, ແຕ່ກ່ຽວຂ້ອງກັບໜ້າທີ່ໆສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດໂດຍກົງ.

(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

157. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

158. ບໍ່ວ່າພຣະທໍາທີ່ກ່າວໂດຍພຣະເຈົ້າ ໃນຮູບແບບລັກສະນະພາຍນອກ ຈະທໍາມະດາ ຫຼື ເຂົ້າໃຈຍາກ ຫຼື ບໍ່ກໍຕາມ, ພຣະທໍາເຫຼົ່ານັ້ນກໍແມ່ນຄວາມຈິງທັງໝົດທີ່ມະນຸດຂາດບໍ່ໄດ້ ໃນຂະນະທີ່ເຂົາເຂົ້າສູ່ຊີວິດ; ພຣະທໍາເຫຼົ່ານັ້ນແມ່ນນໍ້າພຸຂອງນໍ້າແຫ່ງຊີວິດ ທີ່ເຮັດໃຫ້ເຂົາສາມາດຢູ່ລອດໄດ້ໃນທາງດ້ານຈິດໃຈ ແລະ ເນື້ອໜັງ. ພຣະທໍາເຫຼົ່ານັ້ນແມ່ນສະໜອງສິ່ງທີ່ມະນຸດຕ້ອງການເພື່ອໃຫ້ມີຊີວິດຢູ່; ຫຼັກຄວາມເຊື່ອ ແລະ ຄວາມເຊື່ອທາງສາສະໜາ ສໍາລັບການດໍາລົງຊີວິດປະຈໍາວັນຂອງເຂົາ; ເສັ້ນທາງ, ເປົ້າໝາຍ ແລະ ທິດທາງ ທີ່ເຂົາຕ້ອງພັດຜ່ານເພື່ອໄດ້ຮັບການຊ່ວຍໃຫ້ລອດພົ້ນ; ຄວາມຈິງທັງໝົດທີ່ເຂົາຄວນມີ ໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຢູ່ຕໍ່ໜ້າພຣະເຈົ້າ; ແລະ ຄວາມຈິງທັງໝົດ ກ່ຽວກັບວິທີທີ່ມະນຸດເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ພຣະທໍາເຫຼົ່ານັ້ນແມ່ນຫຼັກປະກັນ ທີ່ຮັບປະກັນການຢູ່ລອດຂອງມະນຸດ, ແມ່ນອາຫານປະຈໍາວັນຂອງມະນຸດ ແລະ ຍັງແມ່ນການສະໜັບສະໜູນທີ່ແຂງແກ່ນ ທີ່ເຮັດໃຫ້ມະນຸດສາມາດມີຄວາມເຂັ້ມແຂງ ແລະ ລຸກຂຶ້ນຢືນໄດ້. ພຣະທໍາເຫຼົ່ານັ້ນແມ່ນອຸດົມສົມບູນໄປດ້ວຍຄວາມເປັນຈິງແຫ່ງຄວາມຈິງຂອງຄວາມເປັນມະນຸດແບບປົກກະຕິ ເນື່ອງຈາກມະນຸດທີ່ຖືກສ້າງຂຶ້ນດໍາລົງຢູ່ນໍາ, ອຸດົມສົມບູນໄປດ້ວຍຄວາມຈິງ ເຊິ່ງມະນຸດໄດ້ລຸດພົ້ນເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຫຼົບໜີຈາກແຮ້ວຂອງຊາຕານ, ອຸດົມສົມບູນໄປດ້ວຍການສິດສອນ, ການແນະນໍາ, ການໃຫ້ກໍາລັງໃຈ ແລະ ການປອບໃຈທີ່ບໍ່ຮູ້ຈັກເມື່ອຍ ທີ່ພຣະຜູ້ສ້າງໄດ້ມອບໃຫ້ມວນມະນຸດທີ່ຖືກສ້າງຂຶ້ນ. ພຣະທໍາເຫຼົ່ານັ້ນແມ່ນໄຟ ທີ່ນໍາທາງ ແລະ ໃຫ້ແສງສະຫວ່າງແກ່ມະນຸດ ເພື່ອເຂົ້າໃຈທຸກສິ່ງທີ່ເປັນດ້ານບວກ, ຫຼັກປະກັນທີ່ຮັບປະກັນວ່າ ມະນຸດຈະດໍາລົງຊີວິດ ແລະ ຄອບຄອງທຸກສິ່ງທີ່ຊອບທໍາ ແລະ ສິ່ງທີ່ດີ ເຊິ່ງເປັນມາດຕະຖານທີ່ປະເມີນຜູ້ຄົນ, ເຫດການ ແລະ ວັດຖຸສິ່ງຂອງທັງໝົດ ແລະ ຍັງເປັນເຄື່ອງໝາຍໃນການນໍາທາງ ທີ່ນໍາພາມະນຸດໄປສູ່ການຊ່ວຍໃຫ້ລອດພົ້ນ ແລະ ເສັ້ນທາງແຫ່ງແສງສະຫວ່າງ.

(ຄັດຈາກບົດ “ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

159. ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າກໍຕາບອດດ້ວຍຄວາມບໍ່ຮູ້. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ລິເລີ່ມຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຕ້ອງຮັບເອົາໃນຍຸກໃໝ່. ແສງສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງຄຳແນະນໍາສຳລັບການປະຕິບັດ ຫຼື ຄວາມຮູ້ທີ່ທໍາມະດາ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທໍາມະດາຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

160. ຄວາມຈິງຄືຊີວິດຂອງພຣະເຈົ້າເອງ; ມັນເປັນຕົວແທນອຸປະນິໄສຂອງພຣະອົງ, ທາດແທ້ຂອງພຣະອົງ ແລະ ທຸກສິ່ງທີ່ຢູ່ໃນພຣະອົງ. ຖ້າເຈົ້າເວົ້າວ່າ ການມີປະສົບການເລັກນ້ອຍໝາຍເຖິງການມີຄວາມຈິງ, ແລ້ວເຈົ້າສາມາດເປັນຕົວແທນອຸປະນິໄສຂອງພຣະເຈົ້າໄດ້ບໍ? ເຈົ້າອາດມີປະສົບການບາງຢ່າງ ຫຼື ມີແສງສະຫວ່າງກ່ຽວກັບດ້ານໃດໜຶ່ງ ຫຼື ຂ້າງໃດໜຶ່ງຂອງຄວາມຈິງ, ແຕ່ເຈົ້າບໍ່ສາມາດສະໜອງສິ່ງນັ້ນໃຫ້ກັບຄົນອື່ນໄດ້ຕະຫຼອດໄປ, ສະນັ້ນ ແສງສະຫວ່າງນີ້ທີ່ເຈົ້າໄດ້ຮັບຈຶ່ງບໍ່ແມ່ນຄວາມຈິງ; ມັນເປັນພຽງຈຸດໃດໜຶ່ງທີ່ຜູ້ຄົນສາມາດບັນລຸໄດ້. ມັນເປັນພຽງປະສົບການທີ່ເໝາະສົມ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງທີ່ບຸກຄົນໜຶ່ງຄວນມີ: ເປັນປະສົບການຕົວຈິງບາງຢ່າງ ແລະ ຄວາມຮູ້ກ່ຽວກັບຄວາມຈິງ. ແສງສະຫວ່າງ, ຄວາມສະຫວ່າງ ແລະ ຄວາມເຂົ້າໃຈຈາກປະສົບການນີ້ບໍ່ສາມາດທົດແທນຄວາມຈິງໄດ້; ເຖິງແມ່ນທຸກຄົນໄດ້ປະສົບກັບຄວາມຈິງນີ້ຢ່າງສົມບູນ ແລະ ດຶງຄວາມເຂົ້າໃຈຈາກປະສົບການຂອງພວກເຂົາທັງໝົດມາຢູ່ຮ່ວມກັນ, ມັນກໍຍັງຈະບໍ່ສາມາດແທນທີ່ຄວາມຈິງດັ່ງກ່າວນັ້ນໄດ້. ດັ່ງທີ່ໄດ້ເວົ້າໃນອະດີດ “ເຮົາຂໍສະຫຼຸບສິ່ງນີ້ດ້ວຍຄະຕິພົດສຳລັບໂລກມະນຸດ: ໃນບັນດາມະນຸດ, ບໍ່ມີຜູ້ໃດຮັກເຮົາ”. ນີ້ແມ່ນຄຳເວົ້າແຫ່ງຄວາມຈິງ; ມັນຄືແກ່ນແທ້ທີ່ແທ້ຈິງຂອງຊີວິດ. ນີ້ແມ່ນສິ່ງທີ່ເລິກເຊິ່ງທີ່ສຸດໃນບັນດາສິ່ງຕ່າງໆ; ນີ້ແມ່ນການສະແດງເຖິງພຣະເຈົ້າເອງ. ເຈົ້າສາມາດສືບຕໍ່ຜະເຊີນກັບມັນໄດ້ ແລະ ຖ້າເຈົ້າຜະເຊີນກັບມັນເປັນເວລາສາມປີ ເຈົ້າກໍຈະມີຄວາມເຂົ້າໃຈແບບຜິວເຜີນກ່ຽວກັບມັນ; ຖ້າເຈົ້າຜະເຊີນກັບມັນເປັນເວລາເຈັດ ຫຼື ແປດປີ ເຈົ້າກໍຈະຍິ່ງໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນຫຼາຍຂຶ້ນ, ແຕ່ຄວາມເຂົ້າໃຈໃດໜຶ່ງທີ່ເຈົ້າໄດ້ຮັບຈະບໍ່ສາມາດທົດແທນຄຳເວົ້າແຫ່ງຄວາມຈິງດັ່ງກ່າວນັ້ນໄດ້ຈັກເທື່ອ. ອີກຄົນໜຶ່ງ ຫຼັງຈາກທີ່ຜະເຊີນກັບມັນເປັນເວລາສອງສາມປີ, ອາດໄດ້ຮັບຄວາມເຂົ້າໃຈເລັກໜ້ອຍ ແລະ ຫຼັງຈາກນັ້ນກໍຈະມີມີຄວາມເຂົ້າໃຈຢ່າງເລິກເຊິ່ງເພີ່ມຂຶ້ນເລັກໜ້ອຍ ຫຼັງຈາກທີ່ໄດ້ຜະເຊີນກັບມັນເປັນເວລາສິບປີ ແລະ ກໍຈະມີຄວາມເຂົ້າໃຈບາງຢ່າງເພີ່ມເຕີມຫຼັງຈາກທີ່ຜະເຊີນກັບມັນຕະຫຼອດຊີວິດ, ແຕ່ຖ້າເຈົ້າ ແລະ ຄົນນັ້ນຮວມຄວາມເຂົ້າໃຈທີ່ພວກເຈົ້າທັງສອງໄດ້ຮັບ, ແມ່ນແຕ່ໃນຕອນນີ້ ບໍ່ວ່າພວກເຈົ້າຈະມີຄວາມເຂົ້າໃຈຫຼາຍສໍ່າໃດກໍຕາມ, ມີປະສົບການຫຼາຍສໍ່າໃດກໍຕາມ, ມີຄວາມຢັ່ງເຖິງຫຼາຍສໍ່າໃດກໍຕາມ, ມີແສງສະຫວ່າງຫຼາຍສໍ່າໃດກໍຕາມ ຫຼື ພວກເຈົ້າທັງສອງມີຕົວຢ່າງຫຼາຍສໍ່າໃດກໍຕາມ, ທຸກສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດທົດແທນຄຳເວົ້າແຫ່ງຄວາມຈິງດັ່ງກ່າວນັ້ນ. ເຮົາໝາຍເຖິງຫຍັງໃນສິ່ງນີ້? ເຮົາໝາຍເຖິງຊີວິດມະນຸດຈະເປັນຊີວິດຂອງມະນຸດຢູ່ສະເໝີ ແລະ ບໍ່ວ່າຄວາມເຂົ້າໃຈຂອງເຈົ້າອາດຈະສອດຄ່ອງກັບຄວາມຈິງ, ກັບເຈດຕະນາຂອງພຣະເຈົ້າ ແລະ ເງື່ອນໄຂຂອງພຣະອົງຫຼາຍສໍ່າໃດກໍຕາມ, ມັນຈະບໍ່ສາມາດທົດແທນຄວາມຈິງໄດ້ຈັກເທື່ອ. ການເວົ້າວ່າຜູ້ຄົນໄດ້ຮັບຄວາມຈິງໝາຍຄວາມວ່າ ພວກເຂົາມີຄວາມເປັນຈິງບາງຢ່າງ, ພວກເຂົາໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງ, ພວກເຂົາໄດ້ຮັບທາງເຂົ້າທີ່ເປັນຈິງບາງຢ່າງສູ່ພຣະທຳຂອງພຣະເຈົ້າ, ພວກເຂົາມີປະສົບການຕົວຈິງບາງຢ່າງກັບພຣະທຳເຫຼົ່ານັ້ນ ແລະ ພວກເຂົາຢູ່ໃນເສັ້ນທາງຖືກຕ້ອງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພຽງແຕ່ໜຶ່ງຄຳເວົ້າຈາກພຣະເຈົ້າກໍພຽງພໍສໍາລັບບຸກຄົນໃດໜຶ່ງຕ້ອງຜະເຊີນກັບມັນຕະຫຼອດຊີວິດ; ເຖິງແມ່ນຜູ້ຄົນຕ້ອງຜະເຊີນກັບມັນເປັນເວລາຫຼາຍຊາດ ຫຼື ແມ່ນແຕ່ຫຼາຍພັນປີ, ພວກເຂົາກໍຍັງບໍ່ສາມາດປະສົບກັບຄວາມຈິງໃດໜຶ່ງໄດ້ຢ່າງສົມບູນ ແລະ ຢ່າງທົ່ວເຖິງ. ຖ້າຜູ້ຄົນພຽງແຕ່ເຂົ້າໃຈຄຳເວົ້າສອງສາມຄຳແບບຜິວເຜີນ, ແຕ່ພວກເຂົາອ້າງວ່າພວກເຂົາໄດ້ຮັບຄວາມຈິງ, ແລ້ວສິ່ງນັ້ນຈະບໍ່ແມ່ນເລື່ອງທີ່ໄຮ້ສາລະທັງໝົດ ແລະ ທັງສິ້ນບໍ?

(“ເຈົ້າຮູ້ບໍ່ວ່າຄວາມຈິງແມ່ນຫຍັງແທ້?” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

161. ຖ້າເຈົ້າມີປະສົບການເລັກໜ້ອຍກັບພຣະທຳຂອງພຣະເຈົ້າ ແລະ ກຳລັງດຳລົງຊີວິດຕາມການເຂົ້າໃຈຄວາມຈິງຂອງເຈົ້າ, ແລ້ວພຣະທຳຂອງພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າກໍຍັງບໍ່ສາມາດເວົ້າໄດ້ວ່າ ຄວາມຈິງຄືຊີວິດຂອງເຈົ້າ ຫຼື ສິ່ງທີ່ເຈົ້າກຳລັງສະແດງອອກແມ່ນຄວາມຈິງ; ຖ້າສິ່ງນີ້ຄືຄວາມຄິດເຫັນຂອງເຈົ້າ, ແລ້ວເຈົ້າກໍຜິດແລ້ວ. ຖ້າເຈົ້າມີປະສົບການບາງຢ່າງກັບດ້ານໃດໜຶ່ງຂອງຄວາມຈິງ, ສິ່ງນີ້ສາມາດເປັນຕົວແທນໃຫ້ກັບຄວາມຈິງໃນຕົວມັນເອງໄດ້ບໍ? ມັນບໍ່ສາມາດເປັນໄດ້ຢ່າງແນ່ນອນ. ເຈົ້າຈະສາມາດອະທິບາຍຄວາມຈິງໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຄົ້ນພົບອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງຈາກຄວາມຈິງໄດ້ບໍ? ເຈົ້າບໍ່ສາມາດ. ທຸກຄົນພຽງແຕ່ມີປະສົບການກັບດ້ານໜຶ່ງ ແລະ ໃນຂອບເຂດໜຶ່ງຂອງຄວາມຈິງ. ການຜະເຊີນກັບມັນພາຍໃນຂອບເຂດທີ່ຈຳກັດຂອງເຈົ້າ, ເຈົ້າບໍ່ສາມາດສຳຜັດທຸກດ້ານຂອງຄວາມຈິງໄດ້. ຜູ້ຄົນສາມາດດຳລົງຊີວິດຕາມຄວາມໝາຍເດີມຂອງຄວາມຈິງໄດ້ບໍ? ປະສົບການເລັກນ້ອຍຂອງເຈົ້ານັ້ນເທົ່າກັບຫຍັງ? ມັນເທົ່າກັບເມັດດິນຊາຍໜຶ່ງເມັດທີ່ຢູ່ເທິງຫາດຊາຍ; ເທົ່າກັບນໍ້າຢົກໜຶ່ງທີ່ຢູ່ໃນມະຫາສະໝຸດ. ສະນັ້ນ ບໍ່ວ່າຄວາມຮູ້ນັ້ນ ແລະ ຄວາມຮູ້ສຶກເຫຼົ່ານັ້ນທີ່ເຈົ້າໄດ້ຮັບຈາກປະສົບການຂອງເຈົ້າຈະມີຄຸນຄ່າຫຼາຍສໍ່າໃດກໍຕາມ, ພວກມັນກໍບໍ່ສາມາດຖືວ່າເປັນຄວາມຈິງໄດ້.

(“ເຈົ້າຮູ້ບໍ່ວ່າຄວາມຈິງແມ່ນຫຍັງແທ້?” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

162. ພຣະເຈົ້າເອງແມ່ນຄວາມຈິງ, ພຣະອົງເອງຄອບຄອງຄວາມຈິງ ແລະ ພຣະອົງແມ່ນແຫຼ່ງກຳເນິດຂອງຄວາມຈິງ. ທຸກໆສິ່ງທີ່ເປັນດ້ານບວກ ແລະ ທຸກໆຄວາມຈິງມາຈາກພຣະອົງ. ພຣະອົງສາມາດພິພາກສາຄວາມຖືກຕ້ອງ ແລະ ຄວາມຜິດຂອງທຸກສິ່ງ ແລະ ທຸກເຫດການ; ພຣະອົງສາມາດພິພາກສາສິ່ງທີ່ໄດ້ເກີດຂຶ້ນແລ້ວ, ສິ່ງທີ່ກຳລັງເກີດຂຶ້ນໃນປັດຈຸບັນ ແລະ ສິ່ງທີ່ຈະເກີດຂຶ້ນໃນອະນາຄົດທີ່ມະນຸດບໍ່ລ່ວງຮູ້. ພຣະອົງແມ່ນຜູ້ພິພາກສາຜູ້ດຽວທີ່ສາມາດພິພາກສາຄວາມຖືກຕ້ອງ ແລະ ຄວາມຜິດຂອງທຸກສິ່ງ ແລະ ນີ້ໝາຍຄວາມວ່າ ຄວາມຖືກຕ້ອງ ແລະ ຄວາມຜິດຂອງທຸກສິ່ງສາມາດຖືກພິພາກສາໄດ້ໂດຍພຣະອົງພຽງຜູ້ດຽວເທົ່ານັ້ນ. ພຣະອົງຮູ້ກົດສຳລັບທຸກສິ່ງ. ນີ້ແມ່ນການປາກົດຂຶ້ນຂອງຄວາມຈິງ, ເຊິ່ງໝາຍຄວາມວ່າ ຕົວພຣະອົງເອງນັ້ນຖືກຄອບຄອງໂດຍແກ່ນແທ້ຂອງຄວາມຈິງ. ຖ້າມະນຸດເຂົ້າໃຈຄວາມຈິງ ແລະ ບັນລຸຄວາມສົມບູນໄດ້, ແລ້ວເຂົາຈະມີຫຍັງທີ່ກ່ຽວຂ້ອງກັບກາານປາກົດຂຶ້ນຂອງຄວາມຈິງບໍ່? ເມື່ອມະນຸດຖືກເຮັດໃຫ້ສົມບູນ, ເຂົາຈະມີການພິພາກສາທີ່ຖືກຕ້ອງຂອງທຸກຢ່າງທີ່ພຣະເຈົ້າເຮັດໃນຕອນນີ້ ແລະ ສິ່ງທີ່ພຣະອົງຕ້ອງການ ແລະ ເຂົາຈະມີວິທີປະຕິບັດທີ່ຖືກຕ້ອງ; ມະນຸດຍັງຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຮູ້ຖືກຮູ້ຜິດ. ແຕ່ມີບາງຢ່າງທີ່ມະນຸດບໍ່ສາມາດເຂົ້າເຖິງໄດ້, ສິ່ງທີ່ເຂົາສາມາດພຽງແຕ່ຮູ້ໄດ້ຫຼັງຈາກທີ່ພຣະເຈົ້າບອກເຂົາກ່ຽວກັບພວກມັນ; ມະນຸດຈະສາມາດຮູ້ສິ່ງທີ່ຍັງບໍ່ເປັນທີ່ຮູ້ຈັກ, ສິ່ງທີ່ພຣະເຈົ້າຍັງບໍ່ທັນໄດ້ບອກເຂົາບໍ່? (ເຂົາບໍ່ສາມາດ). ມະນຸດບໍ່ສາມາດທຳການຄາດເດົາ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າມະນຸດຈະໄດ້ຮັບຄວາມຈິງຈາກພຣະເຈົ້າ ແລະ ມີຄວາມເປັນຈິງຂອງຄວາມຈິງ ແລະ ຮູ້ແກ່ນແທ້ຂອງຄວາມຈິງຫຼາຍຢ່າງ ແລະ ມີຄວາມສາມາດບອກໄດ້ວ່າແມ່ນຫຍັງຖືກ ຫຼື ຜິດ, ແລ້ວເຂົາຈະມີຄວາມສາມາດຄວບຄຸມ ແລະ ປົກຄອງທຸກສິ່ງໄດ້ບໍ່? (ບໍ່). ນັ້ນແມ່ນຄວາມແຕກຕ່າງ. ສິ່ງທີ່ຖືກສ້າງຂຶ້ນມາພຽງແຕ່ສາມາດຮັບຄວາມຈິງມາຈາກແຫຼ່ງກຳເນີດຂອງຄວາມຈິງໄດ້ເທົ່ານັ້ນ. ພວກເຂົາສາມາດຮັບຄວາມຈິງຈາກມະນຸດໄດ້ບໍ່? ມະນຸດສາມາດຈັດຫາມັນໃຫ້ໄດ້ບໍ່? ມະນຸດສາມາດສະໜອງໃຫ້ມະນຸດເອງໄດ້ບໍ່? ເຂົາບໍ່ສາມາດ ແລະ ນັ້ນຄືຄວາມແຕກຕ່າງ. ເຈົ້າພຽງແຕ່ສາມາດໄດ້ຮັບ, ບໍ່ສາມາດສະໜອງໄດ້; ເຈົ້າສາມາດຖືກເອີ້ນວ່າເປັນຕົວຕົນຂອງຄວາມຈິງໄດ້ບໍ່? ແມ່ນຫຍັງຄືແກ່ນແທ້ຂອງຕົວຕົນອອກຂອງຄວາມເປັນຈິງ? ມັນແມ່ນແຫຼ່ງກຳເນີດທີ່ສະໜອງຄວາມຈິງ, ແຫຼ່ງກຳເນີດຂອງການປົກຄອງ ແລະ ອະທິປະໄຕຂອງທຸກສິ່ງ ແລະ ມັນຍັງແມ່ນມາດຕະຖານ ແລະ ກົດລະບຽບທີ່ທຸກສິ່ງ ແລະ ທຸກເຫດການຖືກພິພາກສາ. ນີ້ແມ່ນຕົວຕົນຂອງຄວາມຈິງ.

(ຄັດຈາກບົດ “ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (III)” ໃນໜັງສືການເປີດໂປງທຳມະຊາດ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ)

163. ຄວາມຈິງຄືຄວາມເປັນຈິງຂອງທຸກສິ່ງທີ່ດີ. ມັນສາມາດເປັນຊີວິດຂອງມະນຸດ ແລະ ທິດທາງທີ່ເຂົາເດີນທາງໄປ; ມັນສາມາດນໍາພາຄົນໆໜຶ່ງໃຫ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຮັດໃຫ້ມາຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ກາຍມາເປັນຄົນທີ່ເຊື່ອຟັງພຣະເຈົ້າ ແລະ ເປັນສິ່ງຖືກສ້າງທີ່ມີຄຸນສົມບັດ, ເປັນຄົນທີ່ພຣະເຈົ້າຮັກ ແລະ ຄົນທີ່ໄດ້ຮັບຄວາມກະລຸນາຂອງພຣະອົງ. ຕາມຄວາມມີຄ່າຂອງມັນ, ແມ່ນຫຍັງຄືທ່າທີ່ ແລະ ທັດສະນະທີ່ຄົນໆໜຶ່ງຄວນມີ ກ່ຽວກັບພຣະທຳ ແລະ ຄວາມຈິງຂອງພຣະເຈົ້າ? ມັນຂ້ອນຂ້າງຊັດເຈນວ່າ: ສຳລັບຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຫົວໃຈທີ່ຢຳເກງພຣະອົງ, ພຣະທຳຂອງພຣະອົງເປັນເລືອດແຫ່ງຊີວິດຂອງພວກເຂົາ. ມະນຸດຄວນເຊີດຊູພຣະທຳຂອງພຣະເຈົ້າ ແລະ ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ແລະ ເພີດເພີນກັບພຣະທຳເຫຼົ່ານັ້ນ ແລະ ຍອມຮັບພຣະທຳເຫຼົ່ານັ້ນໃຫ້ເປັນຊີວິດຂອງເຂົາ, ເປັນທິດທາງທີ່ເຂົາດຳເນີນໄປໃນເສັ້ນທາງຂອງເຂົາ, ເປັນຄວາມຊ່ວຍເຫຼືອ ແລະ ການສະໜອງທີ່ກຽມພ້ອມຂອງເຂົາ; ມະນຸດຄວນດຳລົງຊີວິດ, ປະຕິບັດ ແລະ ມີປະສົບການຕາມຖ້ອຍຄຳ ແລະ ເງື່ອນໄຂຂອງຄວາມຈິງ ແລະ ຍອມຕໍ່ສິ່ງທີ່ຮຽກຮ້ອງຈາກເຂົາໃນແຕ່ລະຖ້ອຍຄຳ ແລະ ເງື່ອນໄຂທີ່ຄວາມຈິງໄດ້ມອບໃຫ້ເຂົາ, ແທນທີ່ຈະສຶກສາ, ວິເຄາະ, ຄາດເດົາ ແລະ ສົງໄສມັນ ຍ້ອນຄວາມຈິງຄືຄວາມຊ່ວຍເຫຼືອທີ່ກຽມພ້ອມຂອງມະນຸດ, ການສະໜອງທີ່ກຽມພ້ອມຂອງເຂົາ ແລະ ສາມາດເປັນຊີວິດຂອງເຂົາ, ມະນຸດຄວນປະຕິບັດຄວາມຈິງໃຫ້ເປັນສິ່ງທີ່ມີຄ່າທີ່ສຸດ, ເຂົາຕ້ອງເພິ່ງອາໄສຄວາມຈິງໃນການດຳລົງຊີວິດຢູ່, ມາບັນລຸຕາມຄວາມຮຽກຮ້ອງຂອງພຣະເຈົ້າ, ຢຳເກງພຣະອົງ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ຄົ້ນພົບເສັ້ນທາງການປະຕິບັດທີ່ຢູ່ພາຍໃນຊີວິດປະຈຳວັນຂອງເຂົາ ໂດຍເຂົ້າໃຈຫຼັກການປະຕິບັດ ແລະ ຍອມຈຳນົນຕໍ່ພຣະເຈົ້າ. ມະນຸດຍັງຕ້ອງເພິ່ງອາໄສຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ, ເພື່ອກາຍມາເປັນຄົນທີ່ໄດ້ຮັບຄວາມລອດພົ້ນ ແລະ ເປັນສິ່ງຖືກສ້າງທີ່ມີຄຸນສົມບັດ.

(ຄັດຈາກບົດ “ພວກເຂົາກຽດຊັງຄວາມຈິງ, ລະເມີດຫຼັກການຢ່າງຊັດເຈນ ແລະ ລະເລີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (VII)” ໃນໜັງສືການເປີດໂປງທຳມະຊາດ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ)

164. ໃນການສະແດງອອກເຖິງຄວາມຈິງຂອງພຣະອົງ, ພຣະເຈົ້າໄດ້ສະແດງອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ; ການກ່າວຂອງພຣະອົງກ່ຽວກັບຄວາມຈິງບໍ່ແມ່ນອີງຕາມການສະຫຼຸບສິ່ງຕ່າງໆທີ່ເປັນດ້ານບວກຂອງມະນຸດ ແລະ ບໍ່ແມ່ນອີງຕາມຂໍ້ຄວາມທີ່ມະນຸດຮັບຮູ້. ພຣະທຳຂອງພຣະເຈົ້າ ແມ່ນພຣະທຳຂອງພຣະເຈົ້າ; ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ. ພວກມັນແມ່ນພື້ນຖານ ແລະ ກົດໝາຍທີ່ມະນຸດຄວນດຳເນີນຊີວິດຕາມ ແລະ ສິ່ງເຫຼົ່ານັ້ນທີ່ເອີ້ນວ່າເປັນຫຼັກຄໍາສອນທີ່ເກີດມາຈາກຄວາມເປັນມະນຸດ ແມ່ນຖືກປະນາມໂດຍພຣະເຈົ້າ. ພວກມັນບໍ່ໄດ້ຮັບການອະນຸມັດຈາກພຣະອົງ, ແລ້ວແຮງໄກທີ່ພວກມັນຈະເປັນແຫຼ່ງທີ່ມາ ຫຼື ພື້ນຖານຂອງຄຳເວົ້າຂອງພຣະອົງ. ພຣະເຈົ້າສະແດງອຸປະນິໄສຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງຜ່ານພຣະທຳຂອງພຣະອົງ. ພຣະທຳທັງໝົດທີ່ຖືກນຳອອກມາໂດຍການສະແດງອອກຂອງພຣະອົງແມ່ນຄວາມຈິງ, ເພາະພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງແມ່ນຄວາມເປັນຈິງຂອງທຸກໆສິ່ງທີ່ເປັນບວກ. ຂໍ້ເທັດຈິງທີ່ວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງນັ້ນບໍ່ເຄີຍປ່ຽນແປງ, ບໍ່ວ່າມະນຸດຊາດທີ່ເສື່ອມຊາມນີ້ ຈະວາງພວກມັນຢູ່ບ່ອນໃດ ຫຼື ໃຫ້ນິຍາມພວກມັນຄືແນວໃດກໍຕາມ, ຫຼື ບໍ່ວ່າມະນຸດຈະເບີ່ງພວກມັນ ຫຼື ເຂົ້າໃຈພວກມັນແນວໃດກໍຕາມ. ບໍ່ວ່າພຣະທຳຂອງພຣະເຈົ້າຈະຖືກເວົ້າຫຼາຍເທົ່າໃດກໍຕາມ ແລະ ບໍ່ວ່າມະນຸດທີ່ເສື່ອມຊາມ ແລະ ມີບາບນີ້ຈະປະນາມພວກມັນຫຼາຍເທົ່າໃດກໍຕາມ, ເຖິງວ່າພວກມັນຈະບໍ່ຖືກເຜີຍແຜ່ ແລະ ເຖິງຂັ້ນທີ່ພວກມັນພົບກັບການດູໝິ່ນຈາກມະນຸດທີ່ເສື່ອມຊາມ; ເຖິງແມ່ນຢູ່ໃນສະຖານະການເຫຼົ່ານີ້, ຂໍ້ເທັດຈິງກໍຍັງຄົງບໍ່ສາມາດປ່ຽນແປງໄດ້: ສິ່ງທີ່ເອີ້ນວ່າວັດທະນະທຳ ແລະ ປະເພນີທີ່ມະນຸດໃຫ້ຄ່າ, ເຖິງແມ່ນວ່າຈະປະກອບມີເຫດຜົນຕ່າງໆທີກ່າວມາຂ້າງເທິງ, ມັນກໍບໍ່ສາມາດກາຍເປັນສິ່ງທີ່ເປັນບວກໄດ້ ແລະ ບໍ່ສາມາດກາຍເປັນຄວາມຈິງໄດ້. ນີ້ແມ່ນສິ່ງທີ່ບໍ່ສາມາດປ່ຽນແປງໄດ້. ວັດທະນະທຳແບບດັ່ງເດີມຂອງມະນຸດ ແລະ ວິທີການດຳເນີນຊີວິດຈະບໍ່ກາຍເປັນຄວາມຈິງຍ້ອນການປ່ຽນແປງ ຫຼື ການຜ່ານໄປຂອງເວລາ ແລະ ພຣະທຳຂອງພຣະເຈົ້າກໍຈະບໍ່ກາຍເປັນຄຳເວົ້າຂອງມະນຸດ ຍ້ອນການປະນາມ ຫຼື ຄວາມຫຼົງລືມຂອງມະນຸດ. ແກ່ນແທ້ນີ້ຈະບໍ່ມີວັນປ່ຽນແປງ; ຄວາມຈິງຈະເປັນຄວາມຈິງສະເໝີ. ຂໍ້ເທັດຈິງກໍຄື: ຄຳເວົ້າເຫຼົ່ານັ້ນທັງໝົດທີ່ຖືກສະຫຼຸບໂດຍມະນຸດມີຈຸດເລີ່ມຕົ້ນມາຈາກຊາຕານ, ພວກມັນແມ່ນຈິນຕະນາການ ແລະ ຄວາມເຊື່ອຂອງມະນຸດ, ພວກມັນຍັງເກີດຂື້ນຈາກຄວາມເລືອດຮ້ອນຂອງມະນຸດ ແລະ ບໍ່ມີຫຍັງເລີຍທີ່ກ່ຽວຂ້ອງກັບສິ່ງທີ່ເປັນດ້ານບວກ. ພຣະທຳຂອງພຣະເຈົ້າ, ໃນທາງກັບກັນ ແມ່ນການສະແດງອອກຂອງແກ່ນແທ້ ແລະ ສະຖານະຂອງພຣະເຈົ້າ. ຍ້ອນເຫດຜົນໃດພຣະອົງຈຶ່ງສະແດງພຣະທຳເຫຼົ່ານີ້? ເປັນຫຍັງເຮົາຈຶ່ງເວົ້າວ່າພວກມັນແມ່ນຄວາມຈິງ? ເຫດຜົນແມ່ນຍ້ອນວ່າ ພຣະເຈົ້າຄວບຄຸມກົດໝາຍ, ຫຼັກການ, ຮາກເຫງົ້າ, ແກ່ນສານ, ຄວາມແທ້ຈິງ ແລະ ຄວາມເລິກລັບຂອງທຸກສິ່ງທັງໝົດ ແລະ ພວກມັນກໍຢູ່ໃນກຳມືຂອງພຣະອົງ ແລະ ພຣະເຈົ້າຜູ້ດຽວທີ່ຮູ້ຫຼັກການ, ຄວາມແທ້ຈິງ, ຂໍ້ເທັດຈິງ ແລະ ຄວາມເລິກລັບຂອງທຸກສິ່ງທັງໝົດ; ພຣະອົງຮູ້ຕົ້ນກຳເນີດຂອງພວກມັນ ແລະ ຮູ້ວ່າຮາກເຫງົ້າຂອງພວກມັນເປັນແນວໃດແທ້. ດັ່ງນັ້ນ, ມີພຽງແຕ່ຄຳນິຍາມຂອງທຸກສິ່ງທີ່ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າທີ່ຖືກຕ້ອງທີ່ສຸດ ແລະ ຄວາມຕ້ອງການສຳລັບມະນຸດຊາດພາຍໃນພຣະທຳຂອງພຣະເຈົ້າແມ່ນພຽງມາດຕະຖານດຽວສຳລັບມະນຸດຊາດ; ເປັນພຽງເງື່ອນໄຂດຽວທີ່ມະນຸດຄວນດຳເນີນຊີວິດຕາມ.

(ຄັດຈາກບົດ “ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ລ້ຽງບຳລຸງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຂາຍຜົນປະໂຫຍດເຫຼົ່ານັ້ນອອກເພື່ອແລກເອົາສະຫງ່າລາສີສ່ວນຕົວ (I)” ໃນໜັງສືການເປີດໂປງທຳມະຊາດ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ)

ກ່ອນນີ້: (III) ພຣະທຳກ່ຽວກັບການເປີດເຜີຍແນວຄິດທາງສາສະໜາ, ແນວຄິດນອກຮີດ ແລະ ຄວາມເຊື່ອຜິດຂອງມະນຸດຊາດຜູ້ເສື່ອມຊາມ

ຕໍ່ໄປ: III ພຣະທຳກ່ຽວກັບການເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger