III ພຣະທຳກ່ຽວກັບການເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

165. ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜາເຜີຍ ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ, ຫົວໃຈຂອງພວກເຮົາມີຄວາມສະຫງົບໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າ, ບ່ອນທີ່ພວກເຮົາໄດ້ຮັບແສງສະຫວ່າງຂອງພຣະອົງ. ທຸກໆມື້, ໃນຊີວິດ, ການກະທຳ, ພຣະທຳ, ຄວາມຄິດ ແລະ ແນວຄິດຂອງພວກເຮົາ, ພວກເຮົາດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ, ສາມາດແຍກແຍະໄດ້ຕະຫຼອດເວລາ. ພຣະທຳຂອງພຣະເຈົ້ານໍາພາເສັ້ນຝ້າຍຜ່ານຮູເຂັມ; ໂດຍບໍ່ຄາດຄິດ ສິ່ງຕ່າງໆທີ່ລີ້ລັບຢູ່ໃນພວກເຮົາກໍເກີດມີແສງສະຫວ່າງຕາມໆກັນມາ. ການສົນທະນາກັບພຣະເຈົ້າບໍ່ໃຫ້ມີການຊັກຊ້າ; ຄວາມຄິດ ແລະ ແນວຄິດຂອງພວກເຮົາຖືກເປີດເຜີຍອອກໂດຍພຣະເຈົ້າ. ໃນທຸກຊ່ວງເວລາ ພວກເຮົາແມ່ນດຳລົງຊີວິດຢູ່ຕໍ່ໜ້າບັນລັງຂອງພຣະຄຣິດ ບ່ອນທີ່ພວກເຮົາໄດ້ຜະເຊີນກັບການພິພາກສາ. ທຸກພາກສ່ວນໃນຮ່າງກາຍຂອງພວກເຮົາຍັງຄົງຖືກຍຶດຄອງໂດຍຊາຕານ. ມື້ນີ້, ເພື່ອທີ່ຈະຟື້ນຟູອຳນາດອະທິປະໄຕຂອງພຣະເຈົ້າ, ພຣະວິຫານຂອງພຣະອົງຕ້ອງຖືກຊໍາລະລ້າງ. ເພື່ອທີ່ຈະຖືກຄອບຄອງໂດຍພຣະເຈົ້າຢ່າງສົມບູນ, ພວກເຮົາຕ້ອງຮ່ວມໃນການດີ້ນລົນຢ່າງເອົາເປັນເອົາຕາຍ. ມີແຕ່ເມື່ອຕົວຕົນດັ່ງເດີມຂອງພວກເຮົາຖືກຄຶງໃສ່ໄມ້ກາງແຂນເທົ່ານັ້ນ, ຊີວິດທີ່ຟື້ນຄືນມາຂອງພຣະຄຣິດຈຶ່ງຈະສາມາດປົກຄອງໄດ້ຢ່າງສູງສຸດ.

ບັດນີ້ ພຣະວິນຍານບໍລິສຸດໄດ້ລະດົມການໂຈມຕີໄປທຸກມຸມຂອງພວກເຮົາເພື່ອຕໍ່ສູ້ເພື່ອການຟື້ນຟູຂອງພວກເຮົາ. ຕາບໃດທີ່ພວກເຮົາພ້ອມທີ່ຈະປະຕິເສດຕົນເອງ ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ, ພຣະເຈົ້າຈະສ່ອງແສງສະຫວ່າງ ແລະ ຊໍາລະລ້າງພວກເຮົາໃຫ້ບໍລິສຸດຈາກພາຍໃນຢູ່ຕະຫຼອດເວລາຢ່າງແນ່ນອນ ແລະ ຮຽກສິ່ງທີ່ຊາຕານໄດ້ຍຶດຄອງນັ້ນຄືນມາໃໝ່, ເພື່ອວ່າພຣະເຈົ້າຈະເຮັດໃຫ້ພວກເຮົາບໍລິບູນໄດ້ໄວເທົ່າທີ່ຈະເປັນໄປໄດ້. ຢ່າເສຍເວລາ, ໃຫ້ດຳລົງຊີວິດໃນທຸກຊ່ວງເວລາພາຍໃນພຣະທຳຂອງພຣະເຈົ້າ. ໃຫ້ກໍ່ຕົວຂຶ້ນກັບໄພ່ພົນ, ຖືກນໍາເຂົ້າສູ່ອານາຈັກ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບພຣະເຈົ້າ.

(ຈາກ “ບົດທີ 1” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

166. ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຄວາມຮັກສຳລັບພຣະເຈົ້າໄດ້ປາກົດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ຜູ້ທີ່ບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ!

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ!

ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຍົກພວກຂ້ານ້ອຍຂຶ້ນສູງດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ. ພຣະອົງໄດ້ນໍາຊີວິດຂອງພຣະອົງເຂົ້າມາໃນພວກຂ້ານ້ອຍ ໂດຍບໍ່ຫຼີກຫຼ່ຽງຄວາມເຈັບປວດ; ລາຄາທີ່ພຣະອົງໄດ້ຈ່າຍດ້ວຍເລືອດ, ເຫື່ອ ແລະ ນໍ້າຕາຂອງພຣະອົງແມ່ນຖືກຕີຜະລຶກໄວ້ໃນໄພ່ພົນ. ພວກຂ້ານ້ອຍເປັນຜົນຜະລິດຂອງ[ກ] ຄວາມພະຍາຍາມອັນພາກພຽນຂອງພຣະອົງ; ພວກຂ້ານ້ອຍຄືລາຄາທີ່ພຣະອົງໄດ້ຊໍາລະ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ແມ່ນຍ້ອນຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາຂອງພຣະອົງ, ຄວາມຊອບທຳ ແລະ ຄວາມສະຫງ່າຜາເຜີຍຂອງພຣະອົງ, ຄວາມບໍລິສຸດ ແລະ ຄວາມຖ່ອມຕົນຂອງພຣະອົງ, ທຸກຄົນຈຶ່ງກົ້ມລົງຕໍ່ໜ້າພຣະອົງ ແລະ ນະມັດສະການພຣະອົງຕະຫຼອດໄປເປັນນິດ.

ໃນມື້ນີ້ ພຣະອົງໄດ້ເຮັດໃຫ້ທຸກຄຣິສຕະຈັກສົມບູນແບບ, ຄຣິສຕະຈັກແຫ່ງຟິລາເດັນເຟຍ ແລະ ດ້ວຍເຫດນັ້ນກໍບັນລຸແຜນການຄຸ້ມຄອງ 6,000 ປີຂອງພຣະອົງ. ໄພ່ພົນສາມາດຍອມຕໍ່ພຣະອົງຢ່າງຖ່ອມຕົນ, ເຊື່ອມໂຍງດ້ວຍວິນຍານ ແລະ ຕິດຕາມດ້ວຍຄວາມຮັກ, ຮ່ວມເຂົ້າໃນແຫຼ່ງກຳເນີດຂອງນໍ້າພຸ. ນໍ້າແຫ່ງຊີວິດໄດ້ລັ່ງໄຫຼຢ່າງບໍ່ຢຸດເຊົາ, ຊໍາລະລ້າງ ແລະ ກຳຈັດຂີ້ຕົມ ແລະ ນໍ້າສົກກະປົກທັງໝົດໃນຄຣິສຕະຈັກ, ຊໍາລະລ້າງພຣະວິນຍານຂອງພຣະອົງໃຫ້ບໍລິສຸດອີກຄັ້ງ. ພວກຂ້ານ້ອຍໄດ້ມາຮູ້ຈັກພຣະເຈົ້າທີ່ແທ້ຈິງແທ້ໆ, ຍ່າງຢູ່ໃນພຣະທຳຂອງພຣະອົງ, ຮັບຮູ້ພາລະ ແລະ ໜ້າທີ່ຂອງພວກຂ້ານ້ອຍເອງ ແລະ ໄດ້ເຮັດທຸກສິ່ງທີ່ພວກຂ້ານ້ອຍສາມາດເຮັດໄດ້ເພື່ອເສຍສະຫຼະຕົນເອງເພື່ອເຫັນແກ່ຄຣິສຕະຈັກ. ເມື່ອຢູ່ຢ່າງງຽບໆຕໍ່ໜ້າພຣະອົງ, ພວກຂ້ານ້ອຍຕ້ອງເອົາໃຈໃສ່ກັບພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ໃຫ້ຄວາມປະສົງຂອງພຣະອົງຖືກຂັດຂວາງໃນພວກຂ້ານ້ອຍ. ໃນບັນດາໄພ່ພົນ ມີຄວາມຮັກກັນ ແລະ ກັນ ແລະ ຈຸດແຂງຂອງບາງຄົນຈະທົດແທນຄວາມລົ້ມເຫຼວຂອງຄົນອື່ນ. ພວກເຂົາສາມາດຍ່າງໃນວິນຍານຕະຫຼອດເວລາ, ຖືກສ່ອງແສງ ແລະ ເຍືອງທາງໂດຍພຣະວິນຍານບໍລິສຸດ. ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດທັນທີຫຼັງຈາກທີ່ເຂົ້າໃຈມັນ. ພວກເຂົາຕາມທັນແສງສະຫວ່າງໃໝ່ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ; ການປ່ອຍໃຫ້ພຣະອົງຄວບຄຸມກໍຄືການຍ່າງກັບພຣະອົງ. ຄວາມຄິດ, ແນວຄິດ, ຄວາມຄິດເຫັນ ແລະ ຄວາມຫຍຸ້ງຍາກທາງໂລກທັງໝົດຂອງພວກຂ້ານ້ອຍໄດ້ຫາຍໄປໃນອາກາດອັນວ່າງເປົ່າຄືກັບຄວັນ. ພວກຂ້ານ້ອຍປ່ອຍໃຫ້ພຣະເຈົ້າປົກຄອງສູງສຸດໃນວິນຍານຂອງພວກຂ້ານ້ອຍ, ຍ່າງກັບພຣະອົງ ແລະ ຮັບເອົາຄວາມເປັນເລີດ, ເອົາຊະນະໂລກ ແລະ ວິນຍານຂອງພວກຂ້ານ້ອຍຈະບິນຢ່າງເປັນອິດສະຫຼະ ແລະ ຮັບເອົາການປົດປ່ອຍ: ນີ້ຄືຜົນຕາມມາ ເມື່ອພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກາຍມາເປັນກະສັດ. ພວກຂ້ານ້ອຍຈະບໍ່ເຕັ້ນລຳ ແລະ ຮ້ອງເພງສັນລະເສີນ, ມອບຖວາຍຄຳສັນລະເສີນຂອງພວກຂ້ານ້ອຍ, ມອບຖວາຍເພງນະມັດສະການໃໝ່ໄດ້ແນວໃດ?

ແທ້ຈິງແລ້ວມີຫຼາຍວິທີທີ່ຈະສັນລະເສີນພຣະເຈົ້າ: ການຮ້ອງອອກເຖິງນາມຂອງພຣະອົງ, ການຍັບເຂົ້າໃກ້ພຣະອົງ, ການຄິດເຖິງພຣະອົງ, ການອະທິຖານ–ອ່ານ, ການເຂົ້າຮ່ວມໃນການສົນທະນາ, ການຕຶກຕ່ອງ ແລະ ການໄຕ່ຕອງ, ຄຳອະທິຖານ ແລະ ເພງສັນລະເສີນ. ໃນຄຳສັນລະເສີນປະເພດເຫຼົ່ານີ້ແມ່ນມີຄວາມມ່ວນຊື່ນ ແລະ ມີການຫົດສົງ; ມີລິດອຳນາດໃນຄຳສັນລະເສີນ ແລະ ມີພາລະອີກດ້ວຍ. ມີຄວາມເຊື່ອໃນຄຳສັນລະເສີນ ແລະ ມີຄວາມເຂົ້າໃຈໃໝ່.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ, ປະສານງານໃນການຮັບໃຊ້ ແລະ ກາຍມາເປັນອັນໜຶ່ງດຽວກັນ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຟ້າວກາຍມາເປັນຮ່າງກາຍອັນບໍລິສຸດຝ່າຍວິນຍານ, ຢຽບຍໍ່າຊາຕານ ແລະ ນໍາຈຸດຈົບມາສູ່ໂຊກຊະຕາຂອງຊາຕານ. ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ຖືກຮັບຂຶ້ນເມືອສູ່ການສະຖິດຂອງພຣະເຈົ້າ ແລະ ຖືກເຮັດໃຫ້ເປັນທີ່ປະຈັກແຈ້ງໃນສະຫງ່າລາສີຂອງພຣະອົງ.

(ຈາກ “ບົດທີ 2” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

167. ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດດ້ວຍສະຫງ່າລາສີ. ພຣະອົງຈັບຈັກກະວານໄວ້ໃນມືຂອງພຣະອົງ ແລະ ດ້ວຍສະຕິປັນຍາ ແລະ ລິດທານຸພາບອັນສັກສິດຂອງພຣະອົງ, ພຣະອົງໄດ້ສ້າງ ແລະ ເຮັດໃຫ້ພູເຂົາຊີໂອນໝັ້ນຄົງ. ດ້ວຍລິດທານຸພາບຂອງພຣະອົງ, ພຣະອົງໄດ້ພິພາກສາໂລກທີ່ຜິດບາບ; ພຣະອົງໄດ້ພິພາກສາຊົນຊາດທັງໝົດ ແລະ ປະຊາຊົນທັງປວງ, ແຜ່ນດິນໂລກ ແລະ ທະເລ ແລະ ທຸກສິ່ງທີ່ມີຊີວິດໃນນັ້ນ, ພ້ອມທັງຜູ້ຄົນທີ່ເມົາເຫຼົ້າແວງແຫ່ງຕັນຫາ. ພຣະເຈົ້າຈະພິພາກສາພວກເຂົາຢ່າງແນ່ນອນ ແລະ ພຣະອົງຈະໃຈຮ້າຍກັບພວກເຂົາຢ່າງແນ່ນອນ ແລະ ໃນທີ່ນີ້ຈະເປີດເຜີຍເຖິງລິດທານຸພາບຂອງພຣະເຈົ້າ ຜູ້ເຊິ່ງພິພາກສາທັນທີ ແລະ ດໍາເນີນການໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມໂກດຮ້າຍຂອງພຣະອົງຈະເຜົາໄໝ້ອາຊະຍາກຳທີ່ຊົ່ວຮ້າຍຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄວໆນີ້; ພວກເຂົາຈະບໍ່ຮູ້ເສັ້ນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ.

ລູກຊາຍທີ່ມີໄຊຊະນະ, ອັນເປັນທີ່ຮັກຂອງພຣະເຈົ້າຈະຢູ່ໃນພູເຂົາຊີໂອນຢ່າງແນ່ນອນ, ຈະບໍ່ຈາກບ່ອນນັ້ນໄປໃສຈັກເທື່ອ. ຜູ້ຄົນຈໍານວນຫຼວງຫຼາຍຈະຟັງສຽງຂອງພຣະອົງຢ່າງໃກ້ຊິດ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນຂອງພວກເຂົາຈະບໍ່ຢຸດເຊົາຈັກເທື່ອ. ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ປາກົດຕົວແລ້ວ! ພວກເຮົາຕ້ອງໝັ້ນໃຈໃນພຣະອົງດ້ວຍຈິດວິນຍານ ແລະ ຕິດຕາມພຣະອົງຢ່າງໃກ້ຊິດ; ພວກເຮົາຈະຮີບໄປຂ້າງໜ້າດ້ວຍກຳລັງທັງໝົດຂອງພວກເຮົາ ແລະ ບໍ່ລັງເລອີກຕໍ່ໄປ. ຈຸດຈົບຂອງແຜ່ນດິນໂລກກຳລັງເປີດເຜີຍຕໍ່ໜ້າພວກເຮົາ; ບັດນີ້ ຊີວິດທີ່ຖືກຕ້ອງໃນຄຣິສຕະຈັກ ພ້ອມທັງຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຮອບພວກເຮົາກໍຍິ່ງເຮັດໃຫ້ການຝຶກຝົນຂອງພວກເຮົາຮຸນແຮງຂຶ້ນ. ໃຫ້ພວກເຮົາຟ້າວເອົາຄືນຫົວໃຈຂອງພວກເຮົາທີ່ຮັກໂລກຫຼາຍ! ໃຫ້ພວກເຮົາຟ້າວເອົາຄືນນິມິດຂອງພວກເຮົາທີ່ມືດມົວຫຼາຍ! ໃຫ້ພວກເຮົາຢູ່ໃນບາດກ້າວຂອງພວກເຮົາ ເພື່ອພວກເຮົາຈະບໍ່ເຮັດເກີນຂອບເຂດ. ໃຫ້ພວກເຮົາຫ້າມປາກຂອງພວກເຮົາ ເພື່ອວ່າພວກເຮົາຈະໄດ້ຍ່າງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ແຂ່ງຂັນເພື່ອຜົນໄດ້ ແລະ ຜົນເສຍຂອງພວກເຮົາເອງອີກຕໍ່ໄປ. ອ່າໆ, ປ່ອຍມັນໄປ: ຄວາມໂລບມາກໂລພາຂອງເຈົ້າສຳລັບທາງໂລກ ແລະ ສຳລັບຄວາມຮັ່ງມີ! ອ່າໆ, ໃຫ້ປົດປ່ອຍຕົນເອງຈາກສິ່ງນີ້: ຄວາມຮັກຫອມທີ່ເກາະຕິດສາມີ ແລະ ລູກສາວ ແລະ ລູກຊາຍຂອງເຈົ້າ! ອ່າໆ, ໃຫ້ຫັນຫຼັງຂອງເຈົ້າໃສ່ສິ່ງເຫຼົ່ານີ້: ມຸມມອງ ແລະ ອະຄະຕິຂອງເຈົ້າ! ອ່າໆ, ໃຫ້ຕື່ນຂຶ້ນ; ເວລາມັນສັ້ນ! ເງີຍຂຶ້ນ, ເງີຍຂຶ້ນ, ຈາກພາຍໃນຈິດວິນຍານ ແລະ ປ່ອຍໃຫ້ພຣະເຈົ້າຄວບຄຸມ. ບໍ່ວ່າຫຍັງຈະເກີດຂຶ້ນກໍຕາມ, ຢ່າກາຍເປັນເມຍຂອງໂລດອີກຄົນ. ມັນຊ່າງເປັນຕາສົມເພດຫາຍທີ່ຈະຖືກໂຍນຖິ້ມ! ຊ່າງເປັນຕາສົມເພດແທ້ໆ! ອ່າໆ ໃຫ້ຕື່ນຂຶ້ນ!

(ຈາກ “ບົດທີ 3” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

168. ພູເຂົາ ແລະ ແມ່ນໍ້າຈະເກີດການປ່ຽນແປງ, ສາຍນໍ້າໄຫຼກໍດຳເນີນໄປຕາມເສັ້ນທາງຂອງພວກມັນ ແລະ ຊີວິດຂອງມະນຸດຢູ່ໄກຈາກການສາມາດທີ່ຈະທົນທານຄືກັບແຜ່ນດິນ ແລະ ທ້ອງຟ້າ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນຊີວິດທີ່ຟື້ນຄືນຊີບຕະຫຼອດໄປເປັນນິດ ເຊິ່ງດຳເນີນຕະຫຼອດໄປຈາກຮຸ່ນສູ່ຮຸ່ນ. ທຸກສິ່ງ ແລະ ທຸກເຫດການຢູ່ໃນມືຂອງພຣະອົງ ແລະ ຊາຕານຢູ່ກ້ອງຕີນຂອງພຣະອົງ.

ມື້ນີ້ ມັນແມ່ນເນື່ອງຈາກການຄັດເລືອກທີ່ກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ, ພຣະອົງຈຶ່ງໄດ້ຊ່ວຍພວກເຮົາອອກຈາກກຳມືຂອງຊາຕານ. ພຣະອົງເປັນພຣະຜູ້ໄຖ່ຂອງພວກເຮົາຢ່າງແທ້ຈິງ. ແນ່ນອນ ຊີວິດທີ່ຟື້ນຄືນຊີບຊົ່ວນິດນິລັນຂອງພຣະຄຣິດເກີດຂຶ້ນຂ້າງໃນພວກເຮົາ, ດົນບັນດານໃຫ້ພວກເຮົາເຊື່ອມຕໍ່ກັບຊີວິດຂອງພຣະເຈົ້າ, ເພື່ອພວກເຮົາອາດຈະສາມາດພົບກັບພຣະອົງຢູ່ຊ່ອງໜ້າຢ່າງແນ່ນອນ, ກິນພຣະອົງ, ດື່ມພຣະອົງ ແລະ ຊື່ນຊົມພຣະອົງ. ນີ້ຄືການຖວາຍທີ່ບໍ່ເຫັນແກ່ຕົວທີ່ພຣະເຈົ້າໄດ້ມອບໃຫ້ໂດຍຈ່າຍລາຄາດ້ວຍເລືອດຈາກຫົວໃຈຂອງພຣະອົງ.

ດັ່ງທີ່ລະດູການຜ່ານມາ ແລະ ຜ່ານໄປ, ຜ່ານລົມ ແລະ ນໍ້າໝອກແຂງ, ປະສົບກັບຄວາມທົນທຸກ, ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນຫຼາຍສໍ່າໃດໃນຊີວິດ, ການປະຕິເສດ ແລະ ການໃສ່ຮ້າຍຂອງໂລກຫຼາຍສໍ່າໃດ, ການກ່າວໂທດທີ່ຜິດໆຫຼາຍຢ່າງຈາກລັດຖະບານ ແລະ ເຖິງຢ່າງໃດກໍຕາມ ຄວາມເຊື່ອຂອງພຣະເຈົ້າ ຫຼື ຄວາມຕັ້ງໃຈຂອງພຣະອົງກໍບໍ່ຫຼຸດນ້ອຍຖອຍລົງແມ່ນແຕ່ໜ້ອຍເລີຍ. ອຸທິດຕົນໝົດຫົວໃຈຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຕໍ່ການຄຸ້ມຄອງ ແລະ ແຜນການຂອງພຣະເຈົ້າ, ເພື່ອວ່າພວກມັນອາດຖືກເຮັດໃຫ້ສຳເລັດ, ພຣະອົງສະຫງວນຊີວິດຂອງພຣະອົງເອງໄວ້ຕ່າງຫາກ. ສຳລັບຝູງຊົນຂອງປະຊາຊົນທັງປວງຂອງພຣະອົງ, ພຣະອົງບໍ່ລະເວັ້ນຄວາມເຈັບປວດ ໂດຍລ້ຽງ ແລະ ຫົດນໍ້າຢ່າງລະມັດລະວັງ. ບໍ່ວ່າພວກເຂົາປະສົບຄວາມມືດມົນແນວໃດກໍຕາມ ຫຼື ພວກເຂົາລໍາບາກສໍ່າໃດກໍຕາມ, ສິ່ງທີ່ພວກເຮົາຈຳເປັນຕ້ອງເຮັດມີພຽງແຕ່ຍອມຢູ່ຕໍ່ໜ້າພຣະອົງ ແລະ ຊີວິດທີ່ຟື້ນຄືນຊີບຂອງພຣະຄຣິດຈະປ່ຽນແປງທຳມະຊາດເດີມຂອງພວກເຮົາ... ສຳລັບລູກຊາຍກົກທຸກຄົນເຫຼົ່ານີ້, ພຣະອົງເຮັດວຽກໜັກຢ່າງບໍ່ອິດເມື່ອຍ ໂດຍບໍ່ສົນອາຫານ ແລະ ການພັກຜ່ອນ. ມີເທົ່າໃດມື້ ແລະ ຄືນ, ຜ່ານຄວາມຮ້ອນທີ່ເຜົາໄໝ້ ແລະ ຄວາມເຢັນທີ່ແຂງກະດ້າງ, ພຣະອົງເຝົ້າເບິ່ງໃນຊີໂອນຢ່າງໝົດໃຈ.

ໂລກ, ເຮືອນ, ພາລະກິດ ແລະ ທຸກສິ່ງຖືກປະຖິ້ມທັງໝົດຢ່າງຍິນດີ, ຢ່າງເຕັມໃຈ ແລະ ຄວາມສຸກທາງໂລກກໍບໍ່ມີຫຍັງກ່ຽວຂ້ອງກັບພຣະອົງ... ພຣະທຳຈາກປາກຂອງພຣະອົງໂຈມຕີພວກເຮົາ, ເປີດໂປງສິ່ງຕ່າງໆທີ່ລີ້ລັບຢູ່ໃນຫົວໃຈຂອງພວກເຮົາ. ພວກເຮົາຈະບໍ່ສາມາດເຊື່ອໄດ້ແນວໃດ? ທຸກປະໂຫຍກທີ່ອອກມາຈາກປາກຂອງພຣະອົງອາດເກີດຂຶ້ນແທ້ໃນພວກເຮົາເວລາໃດກໍໄດ້. ບໍ່ວ່າພວກເຮົາເຮັດຫຍັງກໍຕາມ, ໃນການສະຖິດຂອງພວກເຮົາ ຫຼື ລີ້ລັບຈາກພຣະອົງ, ບໍ່ມີຫຍັງທີ່ພຣະອົງບໍ່ຮູ້, ບໍ່ມີຫຍັງທີ່ພຣະອົງບໍ່ເຂົ້າໃຈ, ແຕ່ທຸກສິ່ງຈະປາກົດຂຶ້ນຕໍ່ໜ້າພຣະອົງຢ່າງແທ້ຈິງ, ເຖິງແມ່ນຈະມີແຜນການ ແລະ ການຈັດແຈງຂອງພວກເຮົາເອງກໍຕາມ.

ນັ່ງຢູ່ຕໍ່ໜ້າພຣະອົງ, ເພີດເພີນພາຍໃນວິນຍານຂອງພວກເຮົາຢ່າງສະຫງົບ ແລະ ຢ່າງງຽບໆ, ແຕ່ຮູ້ສຶກເຖິງຄວາມວ່າງເປົ່າຢູ່ຂ້າງໃນສະເໝີ ແລະ ເປັນໜີ້ບຸນຄຸນພຣະເຈົ້າແທ້ໆ: ນີ້ຄືຄວາມອັດສະຈັນທີ່ບໍ່ສາມາດຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະບັນລຸ. ພຣະວິນຍານບໍລິສຸດກໍພຽງພໍທີ່ຈະພິສູດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ! ມັນຄືຂໍ້ພິສູດທີ່ບໍ່ສາມາດໂຕ້ຖຽງໄດ້! ພວກເຮົາກຸ່ມນີ້ໄດ້ຮັບພອນຢ່າງອະທິບາຍບໍ່ໄດ້! ຖ້າບໍ່ແມ່ນຍ້ອນຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ, ພວກເຮົາຈະພຽງແຕ່ສາມາດໄປສູ່ການຕົກນະຮົກ ແລະ ຕິດຕາມຊາຕານ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນຈຶ່ງສາມາດຊ່ວຍພວກເຮົາໃຫ້ລອດພົ້ນ!

ອາ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ! ແມ່ນພຣະເຈົ້າທີ່ໄດ້ເປີດຕາຝ່າຍວິນຍານຂອງພວກເຮົາ, ເຮັດໃຫ້ພວກເຮົາໄດ້ເບິ່ງເຫັນເຖິງຄວາມລຶກລັບຂອງໂລກຝ່າຍວິນຍານ. ໂອກາດຂອງອານາຈັກແມ່ນໄຮ້ຂອບເຂດ. ໃຫ້ພວກເຮົາເຝົ້າເບິ່ງໃນຂະນະທີ່ພວກເຮົາລໍຖ້າ. ມື້ນັ້ນບໍ່ໄດ້ຢູ່ຫ່າງໄກເກີນໄປ.

ແປວໄຟແຫ່ງສົງຄາມໝຸນອ້ອມ, ຄວັນຈາກປືນຄົກກຸ້ມໄປທົ່ວອາກາດ, ອາກາດເລີ່ມອຸ່ນ, ສະພາບອາກາດປ່ຽນແປງໄປ, ໂຣກລະບາດຈະແຜ່ລາມ ແລະ ຜູ້ຄົນພຽງແຕ່ຈະຕາຍ ໂດຍບໍ່ມີຄວາມຫວັງທີ່ຈະຢູ່ລອດ.

ອາ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ! ພຣະອົງຄືປ້ອມປາການທີ່ແໜ້ນໜາຂອງພວກເຮົາ. ພຣະອົງຄືບ່ອນຫຼົບໄພຂອງພວກເຮົາ. ພວກເຮົາຂົດຕົວຢູ່ພາຍໃຕ້ປີກຂອງພຣະອົງ ແລະ ໄພພິບັດບໍ່ສາມາດມາເຖິງພວກເຮົາໄດ້. ສິ່ງດັ່ງກ່າວຄືການປົກປ້ອງ ແລະ ການດູແລອັນສັກສິດຂອງພຣະອົງ.

ພວກເຮົາທຸກຄົນເປັ່ງສຽງຂອງພວກເຮົາດ້ວຍສຽງເພງ, ພວກເຮົາຮ້ອງເພງສັນລະເສີນ ແລະ ສຽງແຫ່ງການສັນລະເສີນຂອງພວກເຮົາດັງໄປທົ່ວຊິໂອນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ ໄດ້ກຽມຈຸດໝາຍປາຍທາງທີ່ສະຫງ່າລາສີນັ້ນໃຫ້ແກ່ພວກເຮົາ. ໃຫ້ເຝົ້າລະວັງ, ໂອ ໃຫ້ເຝົ້າລະວັງ! ຈົນເຖິງປັດຈຸບັນນີ້ ຊົ່ວໂມງນັ້ນກໍບໍ່ໄດ້ຊ້າເກີນໄປ.

(ຈາກ “ບົດທີ 5” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

169. ນັບຕັ້ງແຕ່ເວລາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍຄືກະສັດຂອງລາຊະອານາຈັກ ໄດ້ຮັບການເປັນພະຍານ, ຂອບເຂດຂອງການຄຸ້ມຄອງຂອງພຣະເຈົ້າໄດ້ຖືກເປີດເຜີຍ ໄປຢ່າງຄົບຖ້ວນທົ່ວທັງຈັກກະວານທັງປວງ ການປາກົດຕົວຂອງພຣະເຈົ້າບໍ່ພຽງແຕ່ໄດ້ຮັບການເປັນພະຍານຢູ່ປະເທດຈີນເທົ່ານັ້ນ ແຕ່ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການເປັນພະຍານໃນທຸກປະເທດ ແລະ ທຸກແຫ່ງຫົນ. ພວກເຂົາທຸກຄົນ ກຳລັງຮ້ອງເອີ້ນຊື່ອັນບໍລິສຸດ, ສະແຫວງຫາທີ່ຈະສົນທະນາກັບພຣະເຈົ້າດ້ວຍທຸກວິທີທາງທີ່ເປັນໄປໄດ້, ເຂົ້າໃຈຄວາມປະສົງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບໃຊ້ພຣະອົງດ້ວຍການຮ່ວມມືໃນຄຣິສຕະຈັກ. ນີ້ແມ່ນວິທີທີ່ໜ້າອັດສະຈັນໃຈທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ.

ພາສາຂອງປະເທດຕ່າງໆນັ້ນແຕກຕ່າງກັນ ແຕ່ມີພຽງພຣະວິນຍານໜຶ່ງດຽວເທົ່ານັ້ນ. ພຣະວິນຍານອົງນີ້ຮວມຄຣິສຕະຈັກຕ່າງໆທົ່ວຈັກກະວານເຂົ້າກັນ ແລະ ເປັນໜຶ່ງດຽວກັບພຣະເຈົ້າແທ້ໆ ໂດຍບໍ່ມີຄວາມແຕກຕ່າງກັນແມ່ນແຕ່ໜ້ອຍເລີຍ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ຕອນນີ້ ພຣະວິນຍານບໍລິສຸດເອີ້ນຫາພວກເຂົາ ແລະ ສຽງຂອງພຣະອົງປຸກພວກເຂົາໃຫ້ຕື່ນ. ນີ້ແມ່ນສຽງແຫ່ງຄວາມເມດຕາຂອງພຣະເຈົ້າ. ພວກເຂົາທຸກຄົນກຳລັງຮ້ອງຫານາມອັນບໍລິສຸດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກເຂົາຍັງໃຫ້ການສັນລະເສີນ ແລະ ພວກເຂົາຮ້ອງເພງ. ບໍ່ເຄີຍມີການບ່ຽງເບນໃດໆໃນພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານີ້ໄປໄກເພື່ອກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາບໍ່ຍອມຖອຍຫຼັງ ເພາະສິ່ງມະຫັດສະຈັນກອງຢູ່ເທິງສິ່ງມະຫັດສະຈັນ.​ ນີ້ແມ່ນບາງສິ່ງທີ່ຜູ້ຄົນເຫັນວ່າຍາກທີ່ຈະຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະຄາດເດົາອອກ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນກະສັດຂອງຊີວິດໃນຈັກກະວານ! ພຣະອົງປະທັບນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີ ແລະ ພິພາກສາໂລກ, ຄອບຄອງທຸກສິ່ງ ແລະ ປົກຄອງທຸກຊາດ; ທຸກຄົນຄູ້ເຂົ່າລົງຕໍ່ພຣະອົງ, ອະທິຖານຫາພຣະອົງ,​ ເຂົ້າໃກ້ພຣະອົງ ແລະ ສື່ສານກັບພຣະອົງ. ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ບໍ່ວ່າສະຖານະຂອງເຈົ້າຈະສູງພຽງໃດ ຫຼື ບໍ່ວ່າຄວາມອາວຸໂສຂອງເຈົ້າຈະມີຫຼາຍພຽງໃດກໍຕາມ, ຖ້າເຈົ້າຕໍ່ຕ້ານພຣະເຈົ້າໃນໃຈຂອງເຈົ້າ ເຈົ້າກໍຈະຕ້ອງຖືກພິພາກສາ ແລະ ຕ້ອງກົ້ມຂາບລົງຕໍ່ໜ້າພຣະອົງ, ເປັ່ງສຽງຂອງການອ້ອນວອນທີ່ເຈັບປວດອອກມາ; ທີ່ຈິງແລ້ວ ນີ້ແມ່ນການເກັບກ່ຽວໝາກຜົນແຫ່ງການກະທຳຂອງຕົວເຈົ້າເອງ. ສຽງຄຳຄວນນີ້ແມ່ນສຽງຂອງການຖືກທໍລະມານໃນທະເລສາບແຫ່ງໄຟ ແລະ ມາດ, ມັນເປັນສຽງຮ້ອງຂອງການຖືກຂ້ຽນຕີໂດຍໄມ້ຄ້ອນເຫຼັກຂອງພຣະເຈົ້າ; ນີ້ແມ່ນການພິພາກສາຕໍ່ໜ້າບ່ອນນັ່ງຂອງພຣະຄຣິດ.

(ຄັດຈາກ “ບົດທີ 8” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

170. ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຮ່າງກາຍທີ່ມີສະຫງ່າລາສີຂອງພຣະອົງປາກົດໃນບ່ອນເປີດ, ຮ່າງກາຍຝ່າຍວິນຍານອັນບໍລິສຸດບັງເກີດຂຶ້ນ ແລະ ພຣະອົງແມ່ນພຣະເຈົ້າເອງທີ່ສົມບູນແບບ! ທັງໂລກ ແລະ ເນື້ອໜັງໄດ້ຖືກປ່ຽນແປງ ແລະ ການປ່ຽນຮູບຂອງພຣະອົງຢູ່ເທິງພູແມ່ນຕົວຕົນຂອງພຣະເຈົ້າ. ພຣະອົງສວມມຸງກຸດຄຳເທິງຫົວຂອງພຣະອົງ, ເຄື່ອງນຸ່ງຂອງພຣະອົງຂາວບໍລິສຸດ, ຄຽນເອິກດ້ວຍສາຍແອວຄຳ ແລະ ທຸກສິ່ງໃນໂລກແມ່ນຂຽງຮອງພຣະບາດຂອງພຣະອົງ. ດວງຕາຂອງພຣະອົງເປັນຄືແປວໄຟ, ພຣະອົງຖືດາບສອງຄົມໃນປາກຂອງພຣະອົງ ແລະ ພຣະອົງມີດາວເຈັດດວງຢູ່ໃນມືຂວາຂອງພຣະອົງ. ຫົນທາງສູ່ອານາຈັກນັ້ນຮຸ່ງແຈ້ງຫຼາຍ ແລະ ສະຫງ່າລາສີຂອງພຣະອົງໂຜ່ຂຶ້ນ ແລະ ສ່ອງແສງ; ພູຕ່າງໆປິຕິຍິນດີ ແລະ ນ້ຳຕ່າງໆກໍຫົວຂວັນ, ດວງຕາເວັນ, ດວງເດືອນ ແລະ ດາວຕ່າງໆກໍລ້ວນແລ້ວແຕ່ໝຸນໄປຕາມການຈັດແຈງທີ່ເປັນລະບຽບຂອງພວກມັນ ຕ້ອນຮັບພຣະເຈົ້າທີ່ມີເອກະລັກ ແລະ ເປັນຈິງ ເຊິ່ງການກັບຄືນມາຂອງພຣະອົງປ່າວປະກາດຄວາມສຳເລັດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ທັງໝົດຕ່າງກໍກະໂດດ ແລະ ເຕັ້ນລຳຢ່າງມີຄວາມສຸກ! ຊົມເຊີຍ! ພຣະເຈົ້າອົງຊົງລິດທານຸພາບສູງສຸດນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີຂອງພຣະອົງ! ຈົ່ງຮ້ອງເພງ! ປ້າຍແຫ່ງໄຊຊະນະຂອງອົງຊົງລິດທານຸພາບສູງສຸດໄດ້ຖືກຍົກຂຶ້ນສູງເທິງພູຊີໂອນທີ່ສະຫງ່າງາມ ແລະ ງົດງາມ! ປະຊາຊາດທັງໝົດກຳລັງຊົມເຊີຍ, ທຸກຄົນກຳລັງກຳລັງຮ້ອງເພງ, ພູຊີໂອນກຳລັງຫົວຢ່າງປິຕິຍິນດີ ແລະ ສະຫງ່າລາສີຂອງພຣະເຈົ້າໄດ້ໂຜ່ຂຶ້ນ! ຂ້ານ້ອຍບໍ່ເຄີຍແມ່ນແຕ່ຝັນວ່າເຮົາຈະໄດ້ເຫັນໃບໜ້າຂອງພຣະເຈົ້າ, ແຕ່ມື້ນີ້ຂ້ານ້ອຍໄດ້ເຫັນແລ້ວ. ເມື່ອຢູ່ຊ້ອງໜ້າກັບພຣະອົງທຸກໆວັນ, ຂ້ານ້ອຍເປີດເຜີຍຫົວໃຈຂອງຂ້ານ້ອຍກັບພຣະອົງ. ພຣະອົງປະທານອາຫານ ແລະ ເຄື່ອງດື່ມໃຫ້ຢ່າງອຸດົມສົມບູນ. ຊີວິດ, ຄຳເວົ້າ, ການກະທຳ, ຄວາມຄິດ, ແນວຄວາມຄິດ ນັ້ນກໍຄືແສງສະຫວ່າງທີ່ມີສະຫງ່າລາສີຂອງພຣະອົງໄດ້ສ່ອງແສງໃຫ້ແກ່ພວກມັນທັງໝົດ. ພຣະອົງນຳພາທຸກບາດກ້າວໃນຫົນທາງ ແລະ ການພິພາກສາຂອງພຣະອົງນັ້ນເກີດຂຶ້ນກັບຫົວໃຈໃດກໍຕາມທີ່ກະບົດຢ່າງທັນທີທັນໃດ.

(ຄັດຈາກ “ບົດທີ 15” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

171. ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດປະຕິບັດມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າທີ່ມີລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື ເລືອດທີ່ເຊື່ອມໂຍງກັນແຕ່ຫົວຮອດຕີນແມ່ນແຕ່ໜ້ອຍດຽວ. ພຣະອົງຢູ່ເໜືອໂລກຈັກກະວານ, ນັ່ງເທິງບັນລັງທີ່ມີສະຫງ່າລາສີໃນສະຫວັນຊັ້ນຟ້າ, ປົກຄອງທຸກສິ່ງ! ຈັກກະວານ ແລະ ທຸກສິ່ງແມ່ນຢູ່ພາຍໃນມືຂອງເຮົາ. ຖ້າເຮົາກ່າວມັນອອກມາ ມັນກໍຈະເປັນເຊັ່ນນັ້ນ. ຖ້າເຮົາກຳນົດມັນຂຶ້ນ ມັນກໍຈະເປັນເຊັ່ນນັ້ນ. ຊາຕານຢູ່ໃຕ້ຕີນຂອງເຮົາ; ມັນຢູ່ໃນຂຸມເລິກທີ່ບໍ່ສິ້ນສຸດ! ເມື່ອສຽງຂອງເຮົາເປັ່ງອອກມາ, ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແລະ ມາສູ່ຄວາມວ່າງເປົ່າ! ທຸກສິ່ງຈະຖືກສ້າງຂຶ້ນໃໝ່; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ທີ່ຖືກຕ້ອງຢ່າງແນ່ນອນ. ເຮົາໄດ້ເອົາຊະນະໂລກ ພ້ອມທັງສິ່ງຊົ່ວຮ້າຍທັງໝົດແລ້ວ. ເຮົານັ່ງສົນທະນາກັບພວກເຈົ້າຢູ່ທີ່ນີ້ ແລະ ທຸກຄົນທີ່ມີຫູຄວນຟັງ ແລະ ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບ.

(ຄັດຈາກ “ບົດທີ 15” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

172. ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ແທ້ຈິງ ຜູ້ເປັນກະສັດທີ່ຂຶ້ນຄອງບັນລັງ, ປົກຄອງຈັກກະວານທັງປວງ, ຢູ່ຕໍ່ໜ້າບັນດາປະຊາຊາດ ແລະ ຜູ້ຄົນທັງປວງ ແລະ ທຸກສິ່ງທີ່ຢູ່ພາຍໃຕ້ສະຫວັນກໍສ່ອງແສງດ້ວຍສະຫງ່າລາສີຂອງພຣະເຈົ້າ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດຂອບແຜ່ນດິນໂລກກໍຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ທຸກສິ່ງທີ່ມີຊີວິດໄດ້ເປີດຜ້າກັ້ງຂອງພວກເຂົາອອກຍ້ອນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ພວກເຂົາກໍມີຊີວິດຊີວາ ຄືກັບວ່າກຳລັງຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ທີ່ແຕກອອກມາຈາກດິນ!

ອ່າ! ພຣະເຈົ້າທີ່ແທ້ຈິງພຽງອົງດຽວປາກົດຕໍ່ໜ້າແຜ່ນດິນໂລກ. ຜູ້ໃດກ້າເຂົ້າຫາພຣະອົງດ້ວຍຄວາມຕໍ່ຕ້ານບໍ່? ທຸກຄົນສັ່ນດ້ວຍຄວາມຢ້ານກົວ. ທຸກຄົນໄດ້ເຊື່ອທັງໝົດ ແລະ ທຸກຄົນອ້ອນວອນຂໍການໃຫ້ອະໄພໂທດຊໍ້າແລ້ວຊໍ້າອີກ. ທຸກຄົນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ທຸກປາກກໍນະມັດສະການພຣະອົງ! ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ, ທຸກສິ່ງສັນລະເສີນພຣະອົງໂດຍບໍ່ສິ້ນສຸດ! ລະດູໃບໄມ້ປົ່ງມາພ້ອມກັບລົມພັດເບົາໆທີ່ອົບອຸ່ນ, ກໍ່ໃຫ້ເກີດຝົນລະດູໃບໄມ້ປົ່ງທີ່ງົດງາມ. ເຊັ່ນດຽວກັບຜູ້ຄົນ, ກະແສນໍ້າໄຫຼດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມເປັນໜີ້ບຸນຄຸນ ແລະ ການຕຳໜິຕົນເອງ. ແມ່ນໍ້າ, ທະເລສາບ, ຟອງນໍ້າ ແລະ ຄື້ນລ້ວນແລ້ວແຕ່ຮ້ອງເພງ, ຍົກຍ້ອງສັນລະເສີນນາມບໍລິສຸດຂອງພຣະເຈົ້າທີ່ແທ້ຈິງ! ສຽງສັນລະເສີນເປັ່ງອອກດ້ວຍຄວາມກະຈ່າງແຈ້ງເຫຼືອເກີນ! ສິ່ງເດີມໆທີ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມຄັ້ງໜຶ່ງ, ທຸກໆສິ່ງເຫຼົ່ານັ້ນຈະເລີ່ມຕົ້ນໃໝ່ ແລະ ຖືກປ່ຽນແປງ ແລະ ເຂົ້າສູ່ໂລກໃໝ່ທັງສິ້ນ...

ນີ້ແມ່ນແກອັນບໍລິສຸດ ແລະ ມັນກໍເລີ່ມສົ່ງສຽງ! ຕັ້ງໃຈຟັງມັນ. ສຽງນັ້ນທີ່ຫວານຫຼາຍແມ່ນຖ້ອຍຄຳແຫ່ງບັນລັງ, ປະກາດໃຫ້ບັນດາປະຊາຊາດ ແລະ ຜູ້ຄົນວ່າ ເວລາໄດ້ມາເຖິງແລ້ວ, ການສິ້ນສຸດຄັ້ງສຸດທ້າຍໄດ້ມາເຖິງແລ້ວ. ແຜນການຄຸ້ມຄອງຂອງເຮົາໄດ້ສຳເລັດແລ້ວ. ອານາຈັກຂອງເຮົາໄດ້ປາກົດຂຶ້ນຢ່າງເປີດເຜີຍເທິງແຜ່ນດິນໂລກ. ອານາຈັກເທິງໂລກໄດ້ກາຍມາເປັນອານາຈັກຂອງເຮົາ ຜູ້ທີ່ເປັນພຣະເຈົ້າ. ແກທັງເຈັດຂອງເຮົາກໍສົ່ງສຽງດັງກ້ອງອອກຈາກບັນລັງ ແລະ ສິ່ງທີ່ມະຫັດສະຈັນດັ່ງກ່າວກໍຈະເກີດຂຶ້ນ! ຜູ້ຄົນສຸດຂອບແຜ່ນດິນໂລກຈະຮີບມາພ້ອມກັນຈາກທຸກທິດທາງດ້ວຍກໍາລັງຂອງຫິມະຖະຫຼົ່ມ ແລະ ພະລັງຂອງສາຍຟ້າແມບ, ບາງຄົນກໍຂີ່ເຮືອໃນທະເລ, ບາງຄົນຂີ່ເຮືອບິນ, ບາງຄົນຂີ່ຍານພະຫະນະທຸກຮູບແບບ ແລະ ທຸກຂະໜາດ, ບາງຄົນກໍຂີ່ເທິງຫຼັງມ້າ. ໃຫ້ເບິ່ງໃກ້ໆ. ໃຫ້ຟັງຢ່າງລະມັດລະວັງ. ຜູ້ຂີ່ມ້າທຸກສີເຫຼົ່ານີ້ ທີ່ປຸກຈິດວິນຍານ, ຍິ່ງໃຫຍ່ ແລະ ສະຫງ່າງາມ, ຄືກັບວ່າກຳລັງອອກໄປສູ່ສະໜາມຮົບ ແມ່ນບໍ່ສົນໃຈຄວາມຕາຍເລີຍ. ທ່າມກາງສຽງຮ້ອງຂອງມ້າ ແລະ ສຽງວຸ້ນວາຍຂອງຜູ້ຄົນທີ່ຮ້ອງຂຶ້ນຫາພຣະເຈົ້າທີ່ແທ້ຈິງ, ຜູ້ຊາຍຫຼາຍຄົນ, ແມ່ຍິງ ແລະ ເດັກນ້ອຍຈະຖືກຢຽບຢໍ່າດ້ວຍຕີນຂອງມ້າທັນທີ. ບາງຄົນຈະຕາຍ, ບາງຄົນຈະຫາຍໃຈເປັນຄັ້ງສຸດທ້າຍ, ບາງຄົນຈະຖືກໜີບຮັດ, ບໍ່ມີຜູ້ໃດມາເບິ່ງແຍງ, ຮ້ອງຂຶ້ນໂດຍບໍ່ຢຸດຢັ້ງ, ເຫົ່າຫອນດ້ວຍຄວາມເຈັບປວດ. ລູກຊາຍແຫ່ງຄວາມກະບົດເອີຍ! ນີ້ບໍ່ແມ່ນຜົນຕາມມາສຸດທ້າຍຂອງພວກເຈົ້າບໍ?

ເຮົາຫຼຽວເບິ່ງດ້ວຍຄວາມປິຕິຍິນດີກັບປະຊາຊົນຂອງເຮົາ ຜູ້ທີ່ຟັງສຽງຂອງເຮົາ ແລະ ຊຸມນຸມກັນຈາກທຸກຊົນຊາດ ແລະ ດິນແດນ. ທຸກຄົນທີ່ຮັກສາພຣະເຈົ້າທີ່ແທ້ຈິງໄວ້ໃນປາກຂອງພວກເຂົາສັນລະເສີນ ແລະ ໂດດຂຶ້ນດ້ວຍຄວາມປິຕິຍິນດີໂດຍບໍ່ຢຸດຢັ້ງ! ພວກເຂົາເປັນພະຍານໃຫ້ແກ່ໂລກ ແລະ ສຽງຄຳພະຍານຂອງພວກເຂົາຕໍ່ກັບພຣະເຈົ້າທີ່ແທ້ຈິງກໍເປັນຄືກັບສຽງຟ້າຮ້ອງຂອງນໍ້າຫຼາຍສາຍ. ທຸກຄົນຈະຫຸ້ມກັນເຂົ້າສູ່ອານາຈັກຂອງເຮົາ.

ແກທັງເຈັດຂອງເຮົາສົ່ງສຽງດັງ, ປຸກຄົນທີ່ນອນຫຼັບຢູ່ໃຫ້ຕື່ນຂຶ້ນ! ຈົ່ງຕື່ນໄວໆ, ມັນບໍ່ໄດ້ຊ້າເກີນໄປ. ເບິ່ງຊີວິດຂອງເຈົ້າ! ມືນຕາຂອງເຈົ້າ ແລະ ເບິ່ງວ່າຕອນນີ້ແມ່ນເວລາເທົ່າໃດແລ້ວ. ມີຫຍັງໃຫ້ສະແຫວງຫາບໍ? ມີຫຍັງໃຫ້ຄິດເຖິງບໍ? ແລ້ວມີຫຍັງໃຫ້ຍຶດຕິດບໍ? ເຈົ້າບໍ່ເຄີຍພິຈາລະນາເຖິງຄວາມແຕກຕ່າງໃນຄຸນຄ່າລະຫວ່າງການໄດ້ຮັບຊີວິດຂອງເຮົາ ແລະ ການໄດ້ຮັບທຸກສິ່ງທີ່ເຈົ້າຮັກ ແລະ ຍຶດຕິດບໍ? ຢ່າຫົວແຂງ ຫຼື ລ່າເລີງອີກຕໍ່ໄປ. ຢ່າພາດໂອກາດນີ້. ເວລາແບບນີ້ຈະບໍ່ມາອີກຄັ້ງ! ໃຫ້ຢືນຂຶ້ນທັນທີ, ປະຕິບັດການໃຊ້ວິນຍານຂອງເຈົ້າ, ໃຊ້ຫຼາກຫຼາຍເຄື່ອງມືເພື່ອເບິ່ງທະລຸ ແລະ ຂັດຂວາງກົນອຸບາຍ ແລະ ກົນລວງທັງໝົດຂອງຊາຕານ ແລະ ເອົາໄຊຊະນະເໜືອຊາຕານ, ເພື່ອວ່າປະສົບການໃນຊີວິດຂອງເຈົ້າອາດເລິກເຊິ່ງຂຶ້ນ ແລະ ເຈົ້າອາດດຳລົງຊີວິດຕາມອຸປະນິໄສຂອງເຮົາ, ເພື່ອວ່າຊີວິດຂອງເຈົ້າອາດເປັນຜູ້ໃຫຍ່ ແລະ ມີປະສົບການ ແລະ ເຈົ້າອາດຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດສະເໝີ. ໂດຍບໍ່ສະທ້ານ, ບໍ່ອ່ອນແອ, ກ້າວໄປຂ້າງໜ້າຢູ່ສະເໝີ, ເທື່ອລະກ້າວ, ຊື່ກົງຈົນເຖິງສຸດປາຍທາງ!

ເມື່ອແກທັງເຈັດດັງຂຶ້ນອີກຄັ້ງ, ມັນຈະເປັນການເອີ້ນສູ່ການພິພາກສາ, ການພິພາກສາຂອງລູກຊາຍແຫ່ງຄວາມກະບົດ, ການພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ ແລະ ແຕ່ລະຊົນຊາດຈະຍອມຈຳນົນຢູ່ຕໍ່ໜ້າພຣະເຈົ້າ. ໃບໜ້າທີ່ມີສະຫງ່າລາສີຂອງພຣະເຈົ້າຈະປາກົດຕໍ່ໜ້າບັນດາປະຊາຊາດ ແລະ ຜູ້ຄົນທັງປວງຢ່າງແນ່ນອນ. ທຸກຄົນຈະເຊື່ອຢ່າງສິ້ນເຊີງ ແລະ ຮ້ອງອອກຢ່າງບໍ່ຢຸດຢັ້ງຫາພຣະເຈົ້າທີ່ແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະມີສະຫງ່າລາສີຫຼາຍຂຶ້ນ ແລະ ລູກຊາຍຂອງເຮົາຈະຮ່ວມມີສະຫງ່າລາສີ ແລະ ຮ່ວມໃນຄວາມເປັນກະສັດກັບເຮົາ, ພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ, ລົງໂທດຄົນຊົ່ວຮ້າຍ, ຊ່ວຍໃຫ້ລອດພົ້ນ ແລະ ມີຄວາມເມດຕາຕໍ່ຄົນທີ່ເປັນຂອງເຮົາ ແລະ ເຮັດໃຫ້ອານາຈັກເຂັ້ມແຂງ ແລະ ໝັ້ນຄົງ. ຜ່ານສຽງແກທັງເຈັດ, ຜູ້ຄົນຈຳນວນຫຼວງຫຼາຍຈະຖືກຊ່ວຍໃຫ້ລອດພົ້ນ, ກັບຄືນມາຢູ່ຕໍ່ໜ້າເຮົາເພື່ອຄຸເຂົ່າ ແລະ ນະມັດສະການດ້ວຍຄຳສັນລະເສີນຢ່າງຕໍ່ເນື່ອງ!

ເມື່ອແກທັງເຈັດສົ່ງສຽງຂຶ້ນອີກຄັ້ງ, ມັນຈະເປັນສຽງຕອນຈົບແຫ່ງຍຸກ, ການເປົ່າແກແຫ່ງໄຊຊະນະເໜືອຊາຕານທີ່ຊົ່ວຮ້າຍ, ການຄຳນັບທີ່ປ່າວປະກາດການເລີ່ມຕົ້ນແຫ່ງການດຳລົງຊີວິດຢ່າງເປີດເຜີຍໃນອານາຈັກເທິງແຜ່ນດິນໂລກ! ສຽງນັ້ນຊ່າງສູງສົ່ງ, ສຽງນີ້ດັງກ້ອງທົ່ວບໍລິເວນບັນລັງ, ການເປົ່າແກນີ້ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ເຊິ່ງເປັນສັນຍານແຫ່ງໄຊຊະນະຂອງແຜນການຄຸ້ມຄອງຂອງເຮົາ, ເຊິ່ງເປັນການພິພາກສາຂອງຊາຕານ; ມັນຕັດສິນລົງໂທດແຜ່ນດິນໂລກເກົ່າໃຫ້ຕາຍໄປທັງໝົດ, ກັບຄືນສູ່ຂຸມເລິກທີ່ສຸດ! ການເປົ່າແກນີ້ເປັນສັນຍານວ່າ ປະຕູແຫ່ງຄວາມກະລຸນາກຳລັງຈະອັດແລ້ວ, ຊີວິດແຫ່ງອານາຈັກຈະເລີ່ມຕົ້ນຂຶ້ນເທິງແຜ່ນດິນໂລກ ເຊິ່ງຖືກຕ້ອງ ແລະ ເໝາະສົມ. ພຣະເຈົ້າຊ່ວຍຄົນທີ່ຮັກພຣະອົງໃຫ້ລອດພົ້ນ. ຫຼັງຈາກທີ່ພວກເຂົາກັບຄືນສູ່ອານາຈັກຂອງພຣະອົງ, ຜູ້ຄົນເທິງແຜ່ນດິນໂລກຈະປະສົບກັບຄວາມອຶດຢາກ ແລະ ໂຣກລະບາດ ແລະ ຂັນທັງເຈດໜ່ວຍຂອງພຣະເຈົ້າ ແລະ ໂຣກລະບາດທັງເຈັດຈະເກີດຂື້ນຕາມມາ. ສະຫວັນ ແລະ ແຜ່ນດິນໂລກຈະລ່ວງໄປ, ແຕ່ພຣະທຳຂອງເຮົາຈະບໍ່ເປັນເຊັ່ນນັ້ນ!

(ຈາກ “ບົດທີ 36” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

173. ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ສະຫວັນຊັ້ນສູງສຸດທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດຖືກຈັດແຈງ. ພາຍໃຕ້ການເຮືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມືດມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຫຼົບໜີຈາກແສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຟົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການລົງໂທດຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫິນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເທົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ບໍ່ເຊື່ອຟັງທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ມີວັນລັງເລໃນການມີຊິວິດຢູ່ອີກ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊິວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາດສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ມັງກອນແດງທີ່ເປັນເຄື່ອງກີດຂວາງເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?

ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດຍຸກນີ້ໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດມີແນວຄິດແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະວັດຈະນະຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍຢ່າງໜ້າສົງສານບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດເບິ່ງເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະລົງໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະດັບສູນມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.

(ຄັດຈາກ “ບົດທີ 12” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

174. ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ເມື່ອສຽງຂອງເຮົາເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານ. ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນລ້ວນແລ້ວແຕ່ຖືກສ້າງຂຶ້ນໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ແຕ່ລະຄົນຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ຊອກຫາທາງຂອງພວກເຂົາກັບຄືນສູ່ອ້ອມກອດຂອງຄອບຄົວຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ດ້ວຍສິ່ງນີ້, ເຮົາຈຶ່ງຈະພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດເທື່ອລະໜ້ອຍ, ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນຖືກປ່ຽນແປງໂດຍບໍ່ຮູ້ຕົວ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາອອກແບບທຸກສິ່ງຕາມປະເພດຂອງພວກມັນ, ວາງທຸກສິ່ງທີ່ມີຮູບຮ່າງຮ່ວມກັນກັບປະເພດຂອງພວກມັນ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງສັບພະສິ່ງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ປ່ຽນແປງທຸກສິ່ງຢ່າງເລິກເຊິ່ງ, ເພື່ອວ່າທຸກສິ່ງຈະກັບຄືນສູ່ອ້ອມກອດໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍໃນແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ເຈົ້າຈະລົ້ມລົງຢູ່ພາຍໃຕ້ພຣະທຳຂອງເຮົາຢ່າງແນ່ນອນ! ເຈົ້າຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນເອີຍ! ເຈົ້າລ້ວນແລ້ວແຕ່ຈະໄດ້ຮັບຊີວິດໃໝ່ພາຍໃນພຣະທຳຂອງເຮົາ, ບັດນີ້ ເຈົ້າຈະມີພຣະຜູ້ເປັນເຈົ້າອົງສູງສຸດຂອງເຈົ້າ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ເຈົ້າຈະຟື້ນຄືນໃໝ່ພາຍໃນສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ຈາກບັນດາສັບພະສິ່ງທີ່ຖືກສ້າງທັງປວງ ເຮົາຈະສໍາຫຼວດເບິ່ງແຜ່ນດິນໂລກທັງໝົດ. ເທິງແຜ່ນດິນໂລກ, ມະນຸດຊາດໄດ້ເລີ່ມຕົ້ນຊີວິດໃໝ່, ໄດ້ຊະນະຄວາມຫວັງໃໝ່. ໂອ້ ປະຊາຊົນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດພາຍໃນແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນຮ້ອງຂຶ້ນດ້ວຍຄວາມຕື່ນເຕັ້ນຕັນໃຈ, ນໍ້າຟົດຟື້ນໄປດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອັນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບແຫຼ່ງທີ່ມາຂອງການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ, ເອຢິບທີ່ເປັນຕາກຽດຊັງເອີຍ! ແນ່ນອນ ເຈົ້າບໍ່ແມ່ນຍັງຢືນຕໍ່ຕ້ານເຮົາບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າບໍ່ສາມາດມີຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຊີວິດນິລັນດອນ ແລະ ທຸກຄົນທີ່ຢືນຕໍ່ສູ້ກັບເຮົາແນ່ນອນຈະຖືກເຮົາຂ້ຽນຕີຕະຫຼອດກາລະນານ. ເພາະວ່າເຮົາເປັນພຣະເຈົ້າທີ່ຫວງແຫນ ແລະ ມະນຸດຈະບໍ່ຖືກລະເວັ້ນຈາກທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມຍິ່ງໃຫຍ່, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍ!

(ຄັດຈາກ “ບົດທີ 26” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

175. ຜູ້ຄົນຍົກຍ້ອງເຮົາ ຜູ້ຄົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກ, ຄວາມເປັນຢູ່ຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ໃຜຈະບໍ່ສະຫຼອງໃນສິ່ງນີ້? ໃຜຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈກັບສິ່ງນີ້? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າ ແລະ ເຜີຍແຜ່ນາມບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກ! ບັດນີ້ ຈົ່ງຊໍາລະລ້າງຕົວພວກເຈົ້າໃຫ້ບໍລິສຸດໃນການເສຍສະລະເພື່ອເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາໃສ່ໃຈສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຈົ່ງຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນປັດຈຸບັນນີ້ ດອກໄມ້ເບັ່ງບານ ຝູງສະກຸນາຮ້ອງສົ່ງ ທຸກສິ່ງເຕັມໄປດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງເພງປະສານແຫ່ງອານາຈັກທີ່ດັງກ້ອງສະນັ່ນ ແລະ ມັນຈະບໍ່ຟື້ນຄືນມາອີກ!

ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ຄວາມພິໂລດ ແລະ ໄພພິບັດທຸກຢ່າງ. ບັດນີ້ ອານາຈັກຕ່າງໆແຫ່ງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ຫ້ວຍນໍ້າໄຫຼນອງ ເປັນຟອງທີ່ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຍ້ອນເຮົາ. ວັນທີ່ທຸກຄົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບເຮົາ!

(ຄັດຈາກ “ເພງແຫ່ງອານາຈັກ” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

176. ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາໄປບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເທົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ...

ປັດຈຸບັນ ເຮົາບໍ່ພຽງແຕ່ລົງມາສູ່ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ເທົ່ານັ້ນ ແຕ່ເຮົາຍັງຫັນໄປຜະເຊີນກັບຈັກກະວານທັງປວງ ເຊິ່ງເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ. ມີບ່ອນໃດແດ່ທີ່ບໍ່ໄດ້ຢູ່ພາຍໃຕ້ການພິພາກສາຂອງເຮົາ? ມີບ່ອນໃດແດ່ທີ່ມີຢູ່ ທີ່ບໍ່ຢູ່ພາຍໃຕ້ໄພພິບັດ ທີ່ເຮົາໄດ້ສົ່ງລົງມາບໍ? ເຮົາໄດ້ຫວ່ານ “ເມັດພືດແຫ່ງໄພພິບັດ” ທຸກຊະນິດຢູ່ທຸກບ່ອນທີ່ເຮົາໄປ. ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ. ເຮົາປາດຖະໜາທີ່ຈະໃຫ້ຫຼາຍຄົນຮູ້ຈັກເຮົາ ແລະ ສາມາດເຫັນເຮົາ ແລະ ດ້ວຍວິທີນີ້ ມາເຄົາລົບບູຊາພຣະເຈົ້າ ທີ່ພວກເຂົາບໍ່ສາມາດເຫັນເປັນເວລາຫຼາຍປີ ແຕ່ຜູ້ທີ່ມີຕົວຕົນແທ້ຈິງໃນປັດຈຸບັນ.

(ຄັດຈາກ “ບົດທີ 10” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

177. ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ລົງມາໃນຮູບຮ່າງຂອງຄົນຢູ່ເທິງເມກສີຂາວ, ລົງສູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດໄດ້ປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດກັບຄືນມາ ແລະ ກັບມາສູ່ຜູ້ຄົນ, ນັ້ນກໍຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດກັບຄືນມາຫາຜູ້ຄົນທີ່ພຣະອົງໄດ້ຈາກໄປເປັນເວລາຫຼາຍພັນປີ. ມະນຸດຫວັງວ່າພຣະອົງຈະດຳເນີນພາລະກິດການໄຖ່ບາບອີກຄັ້ງທີ່ພຣະອົງເຄີຍກະທໍາໃນກຸ່ມຊາວຢິວ. ພຣະອົງຈະມີຄວາມສົງສານ, ມີຄວາມຮັກຕໍ່ມະນຸດ, ຈະໃຫ້ອະໄພບາບແກ່ມະນຸດ, ຮັບເອົາບາບຂອງມະນຸດ ແລະ ພ້ອມຮັບເອົາການກະທຳຜິດຂອງມະນຸດທັງໝົດ ແລະ ນຳມະນຸດອອກຈາກຄວາມຜິດບາບ. ພວກເຂົາປາດຖະໜາຢາກໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດເປັນຄືແຕ່ກ່ອນ ນັ້ນກໍຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ເປັນມິດ ແລະ ໜ້າເຄົາລົບນັບຖື ເປັນຜູ້ທີ່ບໍ່ເຄີຍໂກດເຄືອງຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ. ພຣະຜູ້ຊ່ວຍໃຫ້ລອດນີ້ໃຫ້ອະໄພ ແລະ ແບກຮັບເອົາບາບຂອງມະນຸດທັງໝົດ ແລະ ພ້ອມຍອມຕາຍເທິງໄມ້ກາງແຂນເພື່ອມະນຸດອີກຄັ້ງ. ຫລັງຈາກພຣະເຢຊູໄດ້ຈາກໄປ ສາວົກຜູ້ທີ່ຕິດຕາມພຣະອົງ ແລະ ໄພ່ພົນທັງໝົດຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດ ຍ້ອນພຣະນາມຂອງພຣະອົງໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ຜູ້ຄົນທັງໝົດທີ່ໄດ້ຮັບການຊ່ວຍໃຫ້ລອດໂດຍພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະກະລຸນາໄດ້ປາດຖະໜາຫາວັນແຫ່ງຄວາມປິຕິຍິນດີໃນຊ່ວງຍຸກສຸດທ້າຍ, ເມື່ອພຣະຜູ້ຊ່ວຍໃຫ້ລອດລົງມາເທິງເມກສີຂາວ ແລະ ປະກົດຕົວຂຶ້ນທ່າມກາງມະນຸດ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາທັງໝົດຂອງຜູ້ຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໃນທຸກມື້ນີ້. ໃນທົ່ວຈັກກະວານ ຜູ້ຄົນທັງໝົດທີ່ຮູ້ຈັກການຊ່ວຍໃຫ້ລອດຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໄດ້ລໍຄອຍຢ່າງສິ້ນຫວັງສຳລັບການມາເຖິງໃນທັນທີທັນໃດຂອງພຣະເຢຊູຄຣິດ ເພື່ອເຮັດສຳເລັດພຣະທຳຂອງພຣະເຢຊູໃນເວລາຢູ່ໃນໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງເມກສີຂາວ ແລະ ປະທັບຢູ່ບັນລັງຂອງພຣະອົງຢູ່ຈຸດສູງສຸດໃນດ້ານຂວາມື. ມະນຸດເຂົ້າໃຈວ່າ ໃນຍຸກສຸດທ້າຍນີ້ເໝືອນກັນ ພຣະເຢຊູຈະສະເດັດລົງມາ ຢູ່ເທິງເມກສີຂາວອີກຄັ້ງ (ເມກນີ້ໝາຍເຖິງເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງສະເດັດກັບໄປສະຫວັນ) ໃນທ່າມກາງຜູ້ຄົນເຫຼົ່ານັ້ນທີ່ລໍຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຊາວຢິວ. ຫຼັງຈາກປະກົດຕໍ່ມະນຸດແລ້ວ ພຣະອົງຈະໃຫ້ອາຫານແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາໃຫ້ພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດທີ່ເຕັມໄປດ້ວຍຄວາມກະລຸນາ, ຄວາມຮັກ, ຊີວິດຊີວາ, ຄວາມຈິງ ແລະ ອື່ນໆ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດບໍ່ໄດ້ກະທໍາໃນສິ່ງນີ້ ພຣະອົງກະທໍາກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາໃນທ່າມກາງຜູ້ຄົນທີ່ລໍຄອຍການກັບມາຂອງພຣະອົງ ແລະ ບໍ່ໄດ້ຂີ່ເມກສີຂາວລົງມາປະກົດຕໍ່ກັບມະນຸດທຸກຄົນ. ພຣະອົງໄດ້ລົງມາຮອດໂລກແລ້ວ ແຕ່ມະນຸດບໍ່ຮູ້ຈັກພຣະອົງ ແລະ ຍັງບໍ່ມີຄວາມຮູ້ກ່ຽວກັບພຣະອົງເທື່ອ. ມະນຸດກຳລັງລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ, ໂດຍບໍ່ຮູ້ວ່າພຣະອົງໄດ້ສະເດັດລົງມາຈາກ “ເມກສີຂາວ” ແລ້ວ (ເມກເຊິ່ງແມ່ນພຣະວິນຍານຂອງພຣະອົງ ພຣະທຳຂອງພຣະອົງ ແລະ ຈິດໃຈທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ຂະນະນີ້ຜູ້ຄົນດັ່ງກ່າວແມ່ນຢູ່ໃນທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍນີ້. ມະນຸດບໍ່ຮູ້ສິ່ງນີ້, ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດທີ່ບໍລິສຸດຈະເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍຕາມ ຈະໃຫ້ພຣະອົງດຳເນີນພາລະກິດໃນ “ພຣະວິຫານ” ທີ່ເຕັມໄປດ້ວຍວິນຍານທີ່ຊົ່ວຮ້າຍ ແລະ ໄຮ້ຄວາມບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ ແຕ່ຈະໃຫ້ພຣະອົງປະກົດຕໍ່ບຸກຄົນທີ່ກິນຮ່າງກາຍຂອງຄວາມບໍ່ຊອບທໍາ, ດື່ມເລືອດຂອງຄວາມບໍ່ຊອບທໍາ, ນຸ່ງເສື້ອຜ້າຂອງຄວາມບໍ່ຊອມທໍາ, ຜູ້ທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຫຼອກລວງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຍຊູພຣະຜູ້ຊ່ວຍໃຫ້ລອດເຕັມປ່ຽມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ ແລະ ເປັນເຄື່ອງບູຊາຖວາຍບາບທີ່ເຕັມໄປດ້ວຍການໄຖ່ບາບ. ແຕ່ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າເຊັ່ນກັນ ທີ່ເຕັມປ່ຽມໄປດ້ວຍສິນທຳ, ຄວາມສະຫງ່າລາສີ, ຄວາມໂກດຮ້າຍ, ຄໍາພິພາກສາ, ອຳນາດ ແລະ ກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງຜຣະຜູ້ໄຖ່ບາບ ແລະ ເຖິງແມ່ນວ່າສະຫວັນຈະສັ່ນສະເທືອນຈາກການອະທິຖານຂອງມະນຸດ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດກໍຈະບໍ່ປະກົດຕົວຕໍ່ບຸກຄົນຜູ້ທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

178. ເຮົາໄດ້ມອບຄວາມສະຫງ່າລາສີຂອງເຮົາໃຫ້ແກ່ອິດສະຣາແອນ ແລະ ຕໍ່ມາກໍໄດ້ນໍາເອົາມັນອອກໄປ ແລະ ຫຼັງຈາກນັ້ນ ເຮົາໄດ້ນໍາເອົາຊາວອິດສະຣາແອນໄປສູ່ທິດຕາເວັນອອກ ແລະ ມະນຸດທັງໝົດໄປສູ່ທິດຕາເວັນອອກ. ເຮົາໄດ້ນໍາເອົາພວກເຂົາທັງໝົດມາສູ່ຄວາມສະຫວ່າງ ເພື່ອວ່າພວກເຂົາອາດຈະໄດ້ກັບໄປຢູ່ຮ່ວມກັນໃໝ່ ແລະ ມີຄວາມສໍາພັນກັບມັນ ແລະ ບໍ່ຈໍາເປັນຕ້ອງຊອກຫາຄວາມສະຫວ່າງນັ້ນອີກຕໍ່ໄປ. ເຮົາຈະເຮັດໃຫ້ທຸກຄົນທີ່ສະແຫວງຫາໄດ້ເຫັນແສງສະຫວ່າງອີກຄັ້ງ ແລະ ເຫັນຄວາມສະຫງ່າລາສີທີ່ເຮົາເຄີຍມີໃນອິດສະຣາເອັນ; ເຮົາຈະເຮັດໃຫ້ພວກເຂົາເຫັນວ່າ ເຮົາໄດ້ລົງມາເທິງກ້ອນເມກສີຂາວສູ່ທ່າມກາງມະນຸດຊາດແຕ່ດົນນານແລ້ວ, ເຮັດໃຫ້ພວກເຂົາເຫັນກ້ອນເມກສີຂາວຈໍານວນນັບບໍ່ຖ້ວນ ແລະ ເຫັນພົ້ວໝາກໄມ້ທີ່ອຸດົມສົມບູນ ແລະ ຍິ່ງໄປກວ່ານັ້ນ ກໍໃຫ້ພວກເຂົາເຫັນພຣະເຈົ້າພຣະເຢໂຮວາແຫ່ງອິດສະຣາເອັນ. ເຮົາຈະເຮັດໃຫ້ພວກເຂົາເຫັນເຈົ້ານາຍຂອງຄົນຢິວ, ພຣະເມຊີອາທີ່ປາຖະໜາມາເປັນເວລາດົນ ແລະ ການປາກົດຕົວທັງໝົດຂອງເຮົາ ເຊິ່ງເປັນຜູ້ທີ່ຖືກຂົ່ມເຫັງໂດຍກະສັດທັງຫຼາຍຕະຫຼອດຫຼາຍຍຸກຫຼາຍສະໄໝ. ເຮົາຈະປະຕິບັດພາລະກິດໃນຈັກກະວານທັງໝົດ ແລະ ເຮົາຈະປະຕິບັດພາລະກິດທີ່ຍິ່ງໃຫຍ່, ເປີດເຜີຍຄວາມສະຫງ່າລາສີທັງໝົດຂອງເຮົາ ແລະ ການກະທໍາທັງໝົດຂອງເຮົາຕໍ່ມະນຸດໃນຍຸກສຸດທ້າຍ. ເຮົາຈະສະແດງໃບໜ້າທີ່ມີສະຫງ່າລາສີຂອງເຮົາທັງໝົດຕໍ່ຜູ້ຄົນທີ່ໄດ້ລໍຄອຍເຮົາເປັນເວລາຫຼາຍປີ, ຕໍ່ຜູ້ຄົນທີ່ໄດ້ປາຖະໜາໃຫ້ເຮົາມາເທິງກ້ອນເມກສີຂາວ, ຕໍ່ອິດສະຣາເອັນທີ່ໄດ້ປາຖະໜາໃຫ້ເຮົາປາກົດຕົວອີກຄັ້ງ ແລະ ຕໍ່ມະນຸດຊາດທີ່ໄດ້ຂົ່ມເຫັງເຮົາ ເພື່ອວ່າທຸກຄົນຈະຮູ້ວ່າເຮົາໄດ້ເອົາຄວາມສະຫງ່າລາສີອອກຈາກພວກເຂົາແຕ່ດົນແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີນັ້ນກັບມາສູ່ທິດຕາເວັນອອກ ເພື່ອວ່າມັນຈະບໍ່ໄດ້ຢູ່ຢດາຍອີກຕໍ່ໄປ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ!

ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!

(ຄັດຈາກບົດ “ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

179. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າຜູ້ມີລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ພຣະເຈົ້າໜຶ່ງດຽວຂອງຊາວອິສຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

180. ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຜູ້ຄົນຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງມາຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ຕອບງ່າຍໆແບບນັ້ນເລີຍ! ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາສູ່ມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳພັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ເພື່ອດໍາເນີນພາລະກິດໄລຍະສັ້ນ; ກົງກັນຂ້າມ, ມັນແມ່ນເພື່ອປະຕິບັດຂັ້ນຕອນຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າມີຄວາມໝາຍສະເໝີ ແລະ ມີສ່ວນກ່ຽວຂ້ອງບາງຢ່າງກັບແຜນການຄຸ້ມຄອງຂອງພຣະອົງຢູ່ຕະຫຼອດເວລາ. ສິ່ງທີ່ຖືກເອີ້ນວ່າ “ການປາກົດຕົວ” ໃນທີ່ນີ້ແມ່ນແຕກຕ່າງຈາກ “ການປາກົດຕົວ” ທີ່ພຣະເຈົ້າຊີ້ນໍາ, ນໍາພາ ແລະ ສ່ອງແສງສະຫວ່າງໃຫ້ກັບມະນຸດຢ່າງສິ້ນເຊີງ. ແຕ່ລະຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ, ພຣະອົງເປີດເຜີຍຕົວພຣະອົງເອງ. ພາລະກິດນີ້ແມ່ນແຕກຕ່າງຈາກພາລະກິດໃນຍຸກອື່ນໆ. ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດກໍບໍ່ເຄີຍພົບພໍ້ມາກ່ອນ. ມັນເປັນພາລະກິດທີ່ເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າລົງ ແລະ ມັນເປັນຮູບແບບຂອງພາລະກິດທີ່ໃໝ່ ແລະ ໄດ້ຮັບການປັບປຸງເພື່ອຄວາມລອດພົ້ນຂອງມະນຸດຊາດ; ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດທີ່ນໍາພາມະນຸດຊາດໄປສູ່ຍຸກໃໝ່. ນີ້ແມ່ນສິ່ງທີ່ການປາກົດຕົວຂອງພຣະເຈົ້າໝາຍເຖິງ.

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

181. ເມື່ອພວກເຈົ້າເຂົ້າໃຈແລ້ວວ່າ ການປາກົດຕົວຂອງພຣະເຈົ້າໝາຍເຖິງຫຍັງ, ແລ້ວພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ? ຄຳຖາມນີ້ແມ່ນອະທິບາຍໄດ້ບໍ່ຍາກເລີຍ ຄຳຕອບກໍຄື: ຢູ່ໃສກໍຕາມທີ່ມີການປາກົດຕົວຂອງພຣະເຈົ້າ, ພວກເຈົ້າກໍຈະພົບບາດກ້າວຂອງພຣະອົງເຊັ່ນກັນ. ຄຳອະທິບາຍດັ່ງກ່າວເບິ່ງຄືກົງໄປກົງມາ, ແຕ່ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຕາມ, ຍ້ອນຫຼາຍຄົນບໍ່ຮູ້ຈັກວ່າ ພຣະເຈົ້າເປີດເຜີຍພຣະອົງເອງຢູ່ທີ່ໃດ, ແລ້ວແຮງໄກທີ່ຈະຮູ້ຈັກວ່າ ພຣະອົງປະສົງ ຫຼື ພຣະອົງຄວນເປີດເຜີຍຕົວພຣະອົງເອງຢູ່ໃສ. ບາງຄົນເຊື່ອຢ່າງບໍ່ຄິດວ່າ ບ່ອນໃດກໍຕາມທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະເຈົ້າກໍຈະປາກົດຕົວຢູ່ບ່ອນນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີບຸກຄົນຝ່າຍວິນຍານ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີຜູ້ຄົນທີ່ມີຊື່ສຽງ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ໃນຊ່ວງເວລານີ້ ໃຫ້ພວກເຮົາປະໄວ້ຄຳຖາມທີ່ວ່າ ຄວາມເຊື່ອດັ່ງກ່າວຖືກ ຫຼື ຜິດ. ເພື່ອອະທິບາຍຄຳຖາມດັ່ງກ່າວ ກ່ອນອື່ນ ພວກເຮົາຕ້ອງມີຈຸດປະສົງທີ່ຊັດເຈນ ນັ້ນກໍຄື: ພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ. ພວກເຮົາບໍ່ໄດ້ສະແຫວງຫາບຸກຄົນຝ່າຍວິນຍານ, ແລ້ວແຮງໄກທີ່ພວກເຮົາຈະສະແຫວງຫາບຸກຄົນທີ່ມີຊື່ສຽງ; ພວກເຮົາກຳລັງສະແຫວງຫາຮອຍພຣະບາດຂອງພຣະເຈົ້າ. ດ້ວຍເຫດຜົນນີ້ ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຖາມວ່າ ພວກເຈົ້າຈະສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຈະຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຈະຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ; ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ເຊື່ອຟັງ.

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

182. ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືແປກປະຫຼາດສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າ ເພາະວ່າ ມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ຈະໄດ້ຮັບຄວາມຈິງ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຄັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ມັນບໍ່ຍາກທີ່ຈະສອບຖາມໃນສິ່ງດັ່ງກ່າວ, ແຕ່ມັນຮຽກຮ້ອງໃຫ້ພວກເຮົາແຕ່ລະຄົນຮູ້ຈັກຄວາມຈິງນີ້: ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ໃບໜ້າ ແລະ ການນຸ່ງຮົ່ມຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງບໍ? ພວກຟາລິຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ໃສ່ໃຈພຣະທໍາທີ່ຢູ່ໃນປາກຂອງພຣະອົງບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາລັກສະນະຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາລິຊາຍແຫ່ງຍຸກສະໄໝໃໝ່ ແລະຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີແນວຄິດຢ່າງຈະແຈ້ງກ່ຽວກັບວິທີທີ່ຈະເປັນຄົນຍອມຮັບຕໍ່ຄວາມຈິງ. ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວນ, ໃຫ້ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

183. ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄພອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາພັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາພັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາພັດໄດ້ເຖິງຄວາມຫ່ວງໄຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ ມະນຸດເຫັນພຣະເຈົ້າແຫ່ງຟ້າສະຫວັນຊົງດໍາລົງຢູ່ທ່າມກາງມະນຸດ ໃນໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ, ແລະ ຮັກພຣະອົງ. ດ້ວຍເຫດນີ້ ພຣະອົງຈິ່ງໄດ້ກັບມາເປັນມະນຸດຄັ້ງທີສອງ. ເຖິງແມ່ນວ່າໃນທຸກມື້ນີ້ ມະນຸດຈະເຫັນພຣະເຈົ້າໃນຮ່າງກາຍຄືມະນຸດ ທີ່ມີດັງກັບມີຕາສອງໜ່ວຍ ແລະ ເປັນພຽງພຣະເຈົ້າທໍາມະດາ ແຕ່ໃນທີ່ສຸດພຣະເຈົ້າຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ຟ້າສະຫວັນກັບໂລກກໍຈະປ່ຽນແປງຢ່າງໃຫຍ່ຫຼວງ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ທ້ອງຟ້າກໍຈະມືດມົວ ໂລກຈະສົນລະວົນ ແລະ ມະນຸດຈະປະເຊີນກັບໄພອຶດຫິວ ແລະ ໂຣກລະບາດ. ພຣະອົງຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າປາສະຈາກການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າຜູ້ຊົງບັງເກີດເປັນເນື້ອໜັງໃນຍຸກສຸດທ້າຍແລ້ວ ພຣະເຈົ້າກໍຄົງທໍາລາຍມະນຸດທັງໝົດໃນນະຮົກໄປແລ້ວ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່, ພວກເຈົ້າກໍຈະເປັນຄົນບາບໜາຕະຫຼອດໄປ ແລະ ທັງຈະກາຍເປັນຊາກສົບ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ມະນຸດທັງໝົດຈະໄດ້ຮັບເຄາະຮ້າຍທີ່ຫຼີກລ່ຽງບໍ່ໄດ້ ແລະ ບໍ່ອາດໜີພົ້ນໂທດໜັກຂອງພຣະເຈົ້າໃນຍຸກສຸດທ້າຍ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບັງເກີດມາ ພວກເຈົ້າກໍຈະຕົກຢູ່ໃນສະຖານະການທີ່ ແມ່ນແຕ່ຊີວິດຊີວາ ແລະ ຄວາມຕາຍ ພວກເຈົ້າກໍຊອກບໍ່ເຫັນ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ໃນທຸກມື້ນີ້ພວກເຈົ້າກໍຈະບໍ່ສາມາດຮັບເອົາຄວາມຈິງ ແລະ ເຂົ້າໃກ້ບັນລັງຂອງພຣະເຈົ້າໄດ້. ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມບາບອັນຊົ່ວຊ້າຂອງພວກເຈົ້າ. ເຈົ້າຮູ້ບໍ? ຖ້າພຣະເຈົ້າບໍ່ກັບມາເປັນເນື້ອໜັງອີກຄັ້ງ ບໍ່ມີໃຜຈະໄດ້ຮັບຄວາມລອດພົ້ນ ແລະ ຖ້າຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບໍ່ສະເດັດມາ ພຣະເຈົ້າກໍຄົງທໍາລາຍໂລກຕັ້ງແຕ່ດົນແລ້ວ. ໃນເມື່ອເປັນດັ່ງນັ້ນ ພວກເຈົ້າຍັງຈະປະຕິເສດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຢູ່ບໍ? ໃນເມື່ອພວກເຈົ້າຈະໄດ້ຮັບປະໂຫຍດຫຼວງຫຼາຍຈາກມະນຸດທໍາມະດາຄົນນີ້ ເປັນຫຍັງພວກເຈົ້າຈິ່ງບໍ່ພ້ອມຮັບເອົາເພິ່ນດ້ວຍໃຈຍິນດີ?

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

184. ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດຮູ້ໄດ້ວ່າການຕັດສິນໃຈຂອງເຈົ້າຖືກຕ້ອງຫຼືບໍ່ ຫຼື ບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າຈະສໍາເລັດຫຼືບໍ່ ເປັນຫຍັງເຈົ້າຈິ່ງບໍ່ລອງສ່ຽງເບິ່ງ ແລະ ສໍາຫຼວດວ່າມະນຸດທໍາມະດາສາມັນຄົນນີ້ຈະຊ່ວຍເຫຼືອເຈົ້າໄດ້ຫຼືບໍ່ ແລະ ເບິ່ງວ່າພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ຫຼືບໍ່. ເຖິງຢ່າງໃດກໍຕາມ ເຮົາຕ້ອງບອກເຈົ້າວ່າ ໃນຍຸກສະໄໝຂອງໂນອາ ມະນຸດພາກັນກິນ ແລະ ດື່ມ, ແຕ່ງງານກັນ ເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້ ພຣະອົງຈິ່ງສົ່ງນໍ້າມາຖ້ວມໂລກເພື່ອທໍາລາຍມະນຸດຊາດ ແລະ ໄວ້ຊີວິດຄອບຄົວຂອງໂນອາແປດຄົນ ແລະ ສັດປີກສັດປ່າທຸກຊະນິດ. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍ ບັນດາຜູ້ທີ່ພຣະເຈົ້າຊົງປົກປັກຮັກສາໄວ້ແມ່ນບັນດາຜູ້ທີ່ຈົງຮັກພັກດີຕໍ່ພຣະອົງຈົນສຸດກົກສຸດປາຍ. ເຖິງວ່າທັງສອງຍຸກສະໄໝຊົ່ວຊ້າຈົນເຫຼືອທົນສໍາລັບພຣະເຈົ້າ ແລະ ມະນຸດໃນທັງສອງຍຸກສະໄໝກໍຊົ່ວຊ້າເຖິງຂັ້ນປະຕິເສດພຣະເຈົ້າ ມະນຸດທັງໝົດໃນຍຸກຂອງໂນອາຖືກພຣະເຈົ້າທໍາລາຍຈົນໝົດ. ມະນຸດທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍພຣະໄທຫຼາຍ ແຕ່ພຣະເຈົ້າຍັງອົດທົນຕໍ່ມະນຸດໃນຍຸກສຸດທ້າຍຈົນຮອດທຸກມື້ນີ້. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າເຄີຍພິຈາລະນາເບິ່ງບໍ? ຖ້າພວກເຈົ້າບໍ່ຮູ້ແທ້ ເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດໃນຍຸກນີ້ບໍ່ຊົ່ວຊ້າເທົ່າກັບມະນຸດໃນສະໄໝຂອງໂນອາ ຫຼື ວ່າມະນຸດໃນຍຸກນີ້ໄດ້ກັບໃຈໃໝ່, ບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ສາມາດທໍາລາຍມະນຸດໃນຍຸກສຸດທ້າຍນີ້ໄດ້ ຍ້ອນເປັນຍຸກທີ່ເຕັກໂນໂລຊີກ້າວໜ້າ. ແຕ່ຍ້ອນວ່າພຣະເຈົ້າຍັງມີພາລະກິດທີ່ຕ້ອງປະຕິບັດໃຫ້ສໍາເລັດໃນກຸ່ມຄົນໜຶ່ງໃນຍຸກສຸດທ້າຍ ແລະ ພາລະກິດນີ້ພຣະເຈົ້າຜູ້ບັງເກີດເປັນມະນຸດ ຄື ພຣະອົງເອງ ຈະເປັນຜູ້ປະຕິບັດ. ນອກຈາກນີ້ ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງກຸ່ມຄົນນີ້ໃຫ້ເປັນຜູ້ໄດ້ຮັບຄວາມລອດພົ້ນ ໃຫ້ເປັນຜົນຕໍ່ແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາພວກເຂົາໄປສູ່ຍຸກໃໝ່. ດັ່ງນັ້ນ ສິ່ງໃດຈະເກີດຂຶ້ນກໍຕາມ ຄ່າໄຖ່ບາບທີ່ພຣະອົງໄດ້ຊໍາລະນັ້ນກໍແມ່ນ ເພື່ອກະກຽມສໍາລັບພາລະກິດການບັງເກີດເປັນມະນຸດຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ ພວກເຈົ້າມາຮອດມື້ນີ້ໄດ້ກໍຍ້ອນການບັງເກີດເປັນເນື້ອໜັງນີ້. ເປັນຍ້ອນພຣະເຈົ້າສະຖິດຢູ່ໃນເນື້ອໜັງນີ້ ພວກເຈົ້າຈິ່ງສາມາດມີຊີວິດຢູ່ໄດ້. ພອນປະເສີດທັງໝົດນີ້ໄດ້ມາກໍຍ້ອນມະນຸດທໍາມະດາຄົນນີ້. ບໍ່ພຽງເທົ່ານັ້ນ, ແຕ່ໃນທີ່ສຸດ ທຸກຊາດຈະນະມັດສະການມະນຸດທໍາມະດາຄົນນີ້ ພ້ອມທັງຂອບພຣະໄທ ແລະ ເຊື່ອຟັງມະນຸດທີ່ສໍາຄັນຄົ້ນນີ້. ເພາະວ່າຄວາມຈິງ, ຊີວິດ, ແລະ ຫົນທາງທີ່ພຣະອົງນໍາມາໄດ້ຊ່ວຍມະນຸດຊາດໃຫ້ລອດພົ້ນ, ໄດ້ກໍາຈັດຄວາມຄັດແຍ່ງລະຫວ່າງພຣະເຈົ້າກັບມະນຸດ, ເຮັດໃຫ້ມະນຸດກັບພຣະເຈົ້າຫຍັບເຂົ້າໃກ້ກັນ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດມະນຸດ ແລະ ພຣະເຈົ້າ. ພຣະອົງຍັງເປັນຜູ້ທີ່ນໍາສະຫງ່າລາສີຍິ່ງໃຫຍ່ກວ່າເກົ່າໄປສູ່ພຣະເຈົ້າ. ບໍ່ແມ່ນມະນຸດທໍາມະດາຄົນນີ້ບໍທີ່ສົມຄວນໄດ້ຮັບການໄວ້ວາງໃຈ ແລະ ສັກກະລະບູຊາຈາກເຈົ້າ? ມະນຸດທໍາມະດາຄົນນີ້ບໍ່ສົມຄວນໄດ້ຮັບນາມວ່າ ພຣະຄຣິດ ບໍ? ມະນຸດທໍາມະດາຄົນນີ້ບໍ່ແມ່ນພຣະເຈົ້າຊົງບັງເກີດໃນທ່າມກາງມະນຸດບໍ? ມະນຸດຄົນນີ້ທີ່ຊ່ວຍມະນຸດຊາດໃຫ້ພົ້ນຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຈາກພວກເຈົ້າ ແລະ ເປັນບ່ອນເພິ່ງພາຂອງພວກເຈົ້າບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກມາຈາກປາກຂອງພຣະອົງ ແລະ ກຽດຊັງການທີ່ມີພຣະອົງຢູ່ກັບພວກເຈົ້າ ແລ້ວຊະຕາກໍາຂອງພວກເຈົ້າຈະເປັນຢ່າງໃດ?

ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍຈະສໍາເລັດຜ່ານມະນຸດທໍາມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກໍານົດທຸກຢ່າງກ່ຽວກັບເຈົ້າ. ມະນຸດຄົນນີ້ຈະເປັນດັ່ງທີ່ພວກເຈົ້າຄິດບໍ ຄືເປັນພຽງຄົນທໍາມະດາ ບໍ່ສົມຄວນໄດ້ຮັບການກ່າວຂານ? ຄວາມຈິງຂອງພຣະອົງບໍ່ມີນໍ້າໜັກພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ການກະທໍາຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ຫຼືວ່າ ທາງທີ່ພຣະອົງຊົງນໍາທາງໄປນັ້ນບໍ່ສົມຄວນໃຫ້ພວກເຈົ້າຕິດຕາມບໍ? ແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ສຶກລັງກຽດພຣະອົງ ແລະ ປະຕິເສດພຣະອົງ ແລະ ບໍ່ຍອມຕິດຕາມພຣະອົງ? ພຣະອົງເປັນຜູ້ສະແດງຄວາມຈິງ, ພຣະອົງເປັນຜູ້ປະທານຄວາມຈິງ ແລະ ພຣະອົງເປັນຜູ້ປະທານຫົນທາງໃຫ້ເຈົ້າກ້າວເດີນ. ເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດເບິ່ງເຫັນພາລະກິດຂອງພຣະອົງໃນຄວາມຈິງເຫຼົ່ານີ້? ຖ້າປາສະຈາກການເສຍສະລະຂອງພຣະຄຣິດ ມະນຸດກໍຈະບໍ່ສາມາດລົງມາຈາກໄມ້ກາງແຂນໄດ້ ແຕ່ວ່າຖ້າປາສະຈາກການບັງເກີດເປັນມະນຸດໃນຍຸກນີ້ ບັນດາຜູ້ທີ່ລົງມາຈາກໄມ້ກາງແຂນກໍຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ຫຼື ກ້າວເຂົ້າສູ່ຍຸກໃໝ່ໄດ້. ຖ້າມະນຸດທໍາມະດາຄົນນີ້ບໍ່ສະເດັດມາ ພວກເຈົ້າກໍຈະບໍ່ມີໂອກາດ ຫຼື ມີສິດໄດ້ເຫັນໜ້າຕາທີ່ແທ້ຈິງຂອງພຣະເຈົ້າ ເພາະວ່າພວກເຈົ້າທັງໝົດສົມຄວນຖືກທໍາລາຍຕັ້ງແຕ່ດົນແລ້ວ. ຍ້ອນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ພຣະອົງຈິ່ງໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມກະລຸນາຕໍ່ເຈົ້າ. ຢ່າງໃດກໍຕາມ ທ້າຍສຸດນີ້ ເຮົາຂໍຝາກຂໍ້ຄິດເຫຼົ່ານີ້ໄວ້ກັບພວກເຈົ້າ, ມະນຸດທໍາມະດາຄົນນີ້ ແມ່ນພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ ທີ່ສໍາຄັນຕໍ່ພວກເຈົ້າຫຼາຍ. ນີ້ເປັນສິ່ງຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທໍາໃນທ່າມກາງມະນຸດ.

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

185. ເມື່ອພຣະຜູ້ຊ່ວຍໃຫ້ລອດມາເຖິງໃນຍຸກສຸດທ້າຍນີ້ ຖ້າຍັງເອີ້ນພຣະອົງວ່າພຣະເຢຊູ ເຊິ່ງຄັ້ງໜຶ່ງເຄີຍບັງເກີດຢູ່ຈູເດຍ ແລະ ດຳເນີນພາລະກິດຂອງພຣະອົງຢູ່ຈູເດຍ. ເມື່ອເປັນເຊັ່ນນີ້ ກໍພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຊາວອິສຣາເອນ ແລະ ໄຖ່ບາບໃຫ້ແກ່ຊາວອິສຣາເອນເທົ່ານັ້ນ ແລະ ພິສູດວ່າເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກຈູເດຍ ແລະ ກະທໍາພາລະກິດຂອງເຮົາທ່າມກາງຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຊາວອິສຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປະກົດຢູ່ທ່າມກາງ ຜູ້ຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວໃນລະຫວ່າງຍຸກສຸດທ້າຍນີ້ ກໍເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິສຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງຄົນທີ່ເຮົາເລືອກທັງໝົດໃນກຸ່ມຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເຮົາບໍ່ພຽງແຕ່ສ້າງອິສຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກດິນແດນອິສຣາເອວອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິສຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນໂດຍນຳໃຊ້ຈູເດຍ ແລະ ກາລີລີເປັນຖານທີ່ໝັ້ນຂອງພາລະກິດໄຖ່ບາບຂອງເຮົາ ແລະ ໃຊ້ຊາດອື່ນທີ່ບໍ່ແມ່ນຊາວຢິວເປັນຖານທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຍຸກໃນອິສຣາເອນ (ສອງຍຸກຂອງພາລະກິດແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະກະລຸນາ) ແລະ ເຮົາໄດ້ດຳເນີນພາລະກິດອີກຕື່ມສອງຍຸກ (ຍຸກແຫ່ງພຣະກະລຸນາ ແລະ ຍຸກແຫ່ງອານາຈັກ) ຢູ່ໃນທົ່ວດິນແດນນອກອິສຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ ເຮົາຈະດຳເນີນພາລະກິດເອົາຊະນະ ແລະ ເພື່ອສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດຢ່າງຫຼົງໄຫຼຢູ່ຕະຫຼອດເວລາ. ຖ້າເປັນດັ່ງນັ້ນ ເຮົາຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ. ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍເປັນຄວາມເຊື່ອທີ່ບໍ່ຈິງໃຈ. ຜູ້ຄົນດັ່ງກ່າວຈະໄດ້ເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດມາຈາກສວງສະຫວັນແທ້ບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຊາວຢິວ. ພວກເຂົາບໍ່ໄດ້ປາດຖະໜາການທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາຫວັງໃຫ້ພຣະເຢຊູກັບມາໄຖ່ບາບອີກຄັ້ງໃຫ້ແກ່ມະນຸດທັງໝົດໃນດິນແດນທີ່ມົວໝອງ ແລະ ໄຮ້ສິນທຳນີ້. ຜູ້ຄົນດັ່ງກ່າວຈະສາມາດກາຍເປັນຜູ້ທີ່ເຮັດສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ເຮັດໃຫ້ພາລະກິດຂອງເຮົາສໍາເລັດໄດ້ ເພາະວ່າມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ ແລະ ບໍ່ແມ່ນອົງເກົ່າ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າອົງສຸດທ້າຍ ນັ້ນກໍຄືພຣະເຈົ້າອົງທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງມະນຸດເອງ ແລະ ຮູ້ພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງມະນຸດເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ, ແຕ່ຂັດແຍ່ງກັບພາລະກິດນັ້ນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ ແລ້ວມັນຈະສິ້ນສຸດໄດ້ເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ແນວໃດ? ແລ້ວເຮົາຈະສາມາດເຂົ້າສູ່ວັນທີເຈັດ ວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດອີງຕາມແຜນການຂອງເຮົາ ອີງຕາມຈຸດປະສົງຂອງເຮົາ ແລະ ບໍ່ແມ່ນອີງຕາມເຈດຕະນາຂອງມະນຸດ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

186. ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກທັດສະນະຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ.

ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບແບບ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີ່ຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້. ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າ ເຊິ່ງເປັນອິດສະລະຈາກຂໍ້ຈຳກັດໃນທຸກຮູບແບບ ຫຼື ຊົນຊາດໃດໜຶ່ງ ກໍແມ່ນເພື່ອໃຫ້ພຣະອົງເຮັດສໍາເລັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້. ສິ່ງນີ້ເໝືອນກັບຕອນທີ່ພຣະເຈົ້າກາຍເປັນມະນຸດໃນແຜ່ນດິນຢູດາຍ, ຈຸດປະສົງຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເພື່ອໄຖ່ບາບຂອງມະນຸດຊາດທັງໝົດສຳເລັດລົງ. ເຖິງຢ່າງໃດກໍຕາມ ຊາວຢິວເຊື່ອວ່າ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າທີ່ຈະກະທຳສິ່ງນີ້ ແລະ ພວກເຂົາຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະສາມາດກາຍມາເປັນມະນຸດ ແລະ ປາກົດໃນຮູບຮ່າງຂອງພຣະເຢຊູເຈົ້າ. “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ກາຍມາເປັນພື້ນຖານທີ່ພວກເຂົາຕັດສິນລົງໂທດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ນໍາໄປສູ່ການທຳລາຍອິດສະຣາເອນໃນທີ່ສຸດ. ໃນປັດຈຸບັນ, ຫຼາຍຄົນໄດ້ກະທຳຄວາມຜິດພາດແບບດຽວກັນ. ພວກເຂົາປະກາດດ້ວຍກຳລັງທັງໝົດຂອງພວກເຂົາເຖິງການປາກົດຕົວຂອງພຣະເຈົ້າທີ່ກຳລັງຈະເກີດຂຶ້ນ, ແຕ່ໃນເວລາດຽວກັນກໍຕັດສິນລົງໂທດການປາກົດຕົວຂອງພຣະອົງ; “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ຈໍາກັດການປາກົດຕົວຂອງພຣະເຈົ້າອີກຄັ້ງ ໃຫ້ຢູ່ພາຍໃນຂອບເຂດຈິນຕະນາການຂອງພວກເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງເຫັນຫຼາຍຄົນຮ້ອງໂຮຫົວຂວັນຢ່າງຄຶກຄື້ນ ແລະ ຟົດຟື້ນຫຼັງຈາກທີ່ໄດ້ຮຽນຮູ້ເຖິງພຣະທຳຂອງພຣະເຈົ້າ. ສຽງຫົວຂວັນນີ້ໄດ້ແຕກຕ່າງຈາກການຕັດສິນລົງໂທດ ແລະ ການໝິ່ນປະໝາດຂອງຊາວຢິວບໍ? ພວກເຈົ້າບໍ່ມີຄວາມເຄົາລົບນັບຖືໃນການສະຖິດແຫ່ງຄວາມຈິງ, ແລ້ວແຮງໄກທີ່ພວກເຈົ້າຈະມີທ່າທີໃນການສະແຫວາງຫາຄວາມຈິງ. ສິ່ງດຽວທີ່ພວກເຈົ້າເຮັດກໍຄືການກວດສອບໂດຍບໍ່ສົນໃຈ ແລະ ລໍຖ້າຢ່າງບໍ່ຫ່ວງໃຍຫຍັງເລີຍ. ພວກເຈົ້າຈະສາມາດໄດ້ຮັບຫຍັງແດ່ຈາກການກວດສອບ ແລະ ລໍຖ້າແບບນີ້? ມັນຈະເປັນໄປໄດ້ແນວໃດ ທີ່ພວກເຈົ້າຈະໄດ້ຮັບການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ? ຖ້າເຈົ້າບໍ່ສັງເກດຖ້ອຍຄຳຂອງພຣະເຈົ້າ, ເຈົ້າຈະມີຄຸນສົມບັດຫຍັງທີ່ຈະເປັນພະຍານໃຫ້ກັບການປາກົດຕົວຂອງພຣະເຈົ້າ? ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງກໍຈະສຳແດງອອກໃນບ່ອນນັ້ນ ແລະ ສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນ. ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າໄດ້ ແລະ ມີພຽງແຕ່ຄົນແບບນີ້ເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປະຖິ້ມແນວຄິດຂອງເຈົ້າໄວ້ຕ່າງຫາກ! ຈົ່ງງຽບສະຫງົບລົງ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງລະອຽດ. ຖ້າເຈົ້າປາຖະໜາຫາຄວາມຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ພຣະທຳຂອງພຣະອົງ. ຈົ່ງປະຖິ້ມຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ “ຄວາມເປັນໄປບໍ່ໄດ້!” ຍິ່ງຜູ້ຄົນເຊື່ອວ່າ ບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ສິ່ງນັ້ນກໍຍິ່ງມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນສະຕິປັນຍາຂອງພຣະເຈົ້າບິນສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າກໍສູງສົ່ງກວ່າຄວາມຄິດຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍຢູ່ເໜືອຂອບເຂດຄວາມຄິດ ແລະ ແນວຄິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ມັນກໍຍິ່ງມີຄວາມຈິງທີ່ສາມາດສະແຫວງຫາໄດ້ຫຼາຍສໍ່ານັ້ນ; ຍິ່ງບາງສິ່ງຢູ່ເໜືອແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດ, ກໍຍິ່ງມີສິ່ງນັ້ນໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ ບໍ່ວ່າພຣະອົງຈະເປີດເຜີຍຕົວພຣະອົງເອງຢູ່ບ່ອນໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງໄປຕາມສະຖານທີ່ ຫຼື ຮູບລັກສະນະຂອງການປາກົດຕົວຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຈະຍັງຄົງເໝືອນເດີມ ບໍ່ວ່າຮອຍພຣະບາດຂອງພຣະອົງຈະຢູ່ບ່ອນໃດກໍຕາມ ແລະ ບໍ່ວ່າຮອຍພຣະບາດຂອງພຣະເຈົ້າຈະຢູ່ທີ່ໃດ, ພຣະອົງກໍເປັນພຣະເຈົ້າຂອງມະນຸດຊາດທັງປວງ, ເໝືອນດັ່ງພຣະເຢຊູເຈົ້າ ພຣະອົງບໍ່ໄດ້ເປັນພຽງພຣະເຈົ້າຂອງຊາວອິດສະຣາເອນ, ແຕ່ຍັງເປັນພຣະເຈົ້າຂອງທຸກຄົນໃນອາຊີ, ເອີຣົບ ແລະ ອາເມຣິກາອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າອົງດຽວເທົ່ານັ້ນໃນຈັກກະວານທັງປວງ. ສະນັ້ນ ໃຫ້ພວກເຮົາສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສ ແລະ ຮອຍພຣະບາດຂອງພຣະອົງເປີດເຜີຍໃຫ້ກັບມະນຸດຊາດໄດ້ທຸກເວລາ. ດັ່ງນັ້ນ, ເຖິງອ້າຍເອື້ອຍນ້ອງຂອງເຮົາ, ເຮົາຫວັງວ່າ ພວກເຈົ້າຈະສາມາດເຫັນການປາກົດຕົວຂອງພຣະເຈົ້າໃນພຣະທຳເຫຼົ່ານີ້ ແລະ ພວກເຈົ້າຈະເລີ່ມຕົ້ນຕິດຕາມຮອຍບາດກ້າວຂອງພຣະອົງ ໃນຂະນະທີ່ພວກເຈົ້າກໍາລັງກ້າວຂ້າມໄປສູ່ຍຸກໃໝ່, ເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ທີ່ສວຍງາມ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົາ ແລະ ຜູ້ຄົນທີ່ລໍຖ້າການປາກົດຂອງພຣະອົງ!

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຜົນຜະລິດຂອງ”.

ກ່ອນນີ້: (IV) ພຣະທຳກ່ຽວກັບການເປີດເຜີຍສິ່ງທີ່ເປັນຄວາມຈິງ

ຕໍ່ໄປ: IV ພຣະທຳກ່ຽວກັບການເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ກ່ຽວກັບການປະຕິບັດຂອງການອະທິຖານ

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ,...

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger