IV ພຣະທຳກ່ຽວກັບການເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ

187. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

188. ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລິ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

189. “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

190. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ເນື້ອໜັງປະຕິບັດແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ຄືວ່າ ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້. ໃນລະຫວ່າງການມາຄັ້ງທຳອິດຂອງພຣະອົງ ຖ້າພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາກ່ອນອາຍຸຊາວເກົ້າປີ, ຖ້າທັນທີທີ່ພຣະອົງກຳເນີດ ພຣະອົງສາມາດປະຕິບັດສິ່ງອັດສະຈັນໄດ້, ຖ້າທັນທີທີ່ພຣະອົງຮຽນເວົ້າ ພຣະອົງສາມາດກ່າວພາສາແຫ່ງສະຫວັນໄດ້, ຖ້າຊ່ວງເວລາທີ່ພຣະອົງກ້າວຂາຄັ້ງທຳອິດເທິງແຜ່ນດິນໂລກ ພຣະອົງສາມາດເຂົ້າໃຈທຸກບັນຫາພາຍໃນໂລກ, ແຍກແຍະຄວາມຄິດ ແລະ ເຈດຕະນາຂອງທຸກຄົນອອກ, ບຸກຄົນດັ່ງກ່າວກໍຈະບໍ່ຖືກເອີ້ນວ່າມະນຸດທຳມະດາ ແລະ ເນື້ອໜັງດັ່ງກ່າວກໍຈະບໍ່ຖືກເອີ້ນວ່າ ເນື້ອໜັງຂອງມະນຸດ. ຖ້າສິ່ງນີ້ເປັນຈິງກັບພຣະຄຣິດ ແລ້ວຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເສຍໄປ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາພິສຸດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດມະນຸດໃນເນື້ອໜັງ; ຄວາມເປັນຈິງທີ່ພຣະອົງຜ່ານຂະບວນການເຕີບໂຕຂອງມະນຸດທີ່ເປັນປົກກະຕິຍັງສຳແດງໃຫ້ເຫັນອີກວ່າ ພຣະອົງເປັນເນື້ອໜັງທຳມະດາ; ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງກໍເປັນຫຼັກຖານພຽງພໍວ່າ ພຣະອົງຄືພຣະທຳຂອງພຣະເຈົ້າ, ເປັນພຣະວິນຍານຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

191. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ ແຕ່ເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງໍາໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ ທັງສອງກໍຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາໃນສະຫວັນ. ທາດແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ທາດແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ທາດແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ມະນຸດຄວນເຂົ້າໃຈ. ທາດແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງທາດແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກີດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

192. ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

193. ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວີດຢູ່ໃນຄວາມເປັນມະນຸດທີ່ບໍ່ແມ່ນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ສາມາດຮັກສາພາລະກິດທີ່ສັກສິດທັງໝົດເທື່ອ, ຍັງບໍ່ເຕີບໃຫຍ່ເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງເຕີບໃຫຍ່ເທົ່ານັ້ນ ຈຶ່ງສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຈຶ່ງຕ້ອງເຕີບໂຕ ແລະ ເຕີບໃຫຍ່, ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ, ໃນຂະນະທີ່ຂັ້ນຕອນທີສອງນັ້ນ ຍ້ອນຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ການອັດສະຈັນຕ່າງໆ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນຄຸນສົມບັດທາງທໍາມະຊາດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ແລະ ບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່າປະໂຫຍກນີ້ແມ່ນບໍ່ເປັນຈິງ ແລະ ລະເມີດຫຼັກການແຫ່ງການບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງຍັງດໍາລົງຢູ່ດ້ວຍຄວາມເປັນພຣະເຈົ້າຂອງພຣະອົງໃນເປືອກນອກຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນ ຄວາມເປັນມະນຸດຂອງພຣະເຈົ້າຮັບໃຊ້ຈຸດປະສົງຢ່າງດຽວໃນການເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໃນເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ຜູ້ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ໂດຍແກ່ນແທ້ແລ້ວ ພາລະກິດຂອງພຣະອົງແມ່ນຖືກກະທຳໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ຍັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີເປືອກນອກຂອງມະນຸດ ແລະ ແກ່ນແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດມີຄວາມເປັນມະນຸດ, ມະນຸດທີ່ຖືກສ້າງຂຶ້ນບໍ່ມີສິ່ງໃດນອກຈາກຄວາມເປັນມະນຸດ, ໃນຂະນະດຽວກັນ ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກການປາກົດຕົວພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງແມ່ນຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ມັນເປັນເລື່ອງທີ່ຍາກທີ່ສຸດສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ຜູ້ຄົນແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ອັນແທ້ຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ໃນຄວາມເປັນຈິງ ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງແມ່ນການປະສົມປະສານລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະສົມປະສານນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເອງເທິງແຜ່ນດິນໂລກ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

194. ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ ເພື່ອຮັກສາພາລະກິດສັກສິດທີ່ທຳມະດາຜ່ານເນື້ອໜັງ; ແນວຄິດແບບມະນຸດທຳມະດາຂອງພຣະອົງສະໜັບສະໜູນຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ທຸກກິດຈະກຳທີ່ທຳມະດາທາງຮ່າງກາຍຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ແນວຄິດແບບມະນຸດຂອງພຣະອົງມີຢູ່ ເພື່ອສະໜັບສະໜູນພາລະກິດທັງໝົດຂອງພຣະເຈົ້າຜ່ານເນື້ອໜັງ. ຖ້າເນື້ອໜັງນີ້ບໍ່ມີແນວຄິດແບບມະນຸດປົກກະຕິ ແລ້ວພຣະເຈົ້າຈະບໍ່ສາມາດປະຕິບັດພາລະກິດຜ່ານເນື້ອໜັງໄດ້ ແລະ ສິ່ງທີ່ພຣະອົງຕ້ອງເຮັດຜ່ານເນື້ອໜັງກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງແມ່ນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມຄິດແບບມະນຸດປົກກະຕິ ພາລະກິດຂອງພຣະອົງກໍບໍ່ໄດ້ຖືກເຈືອປົນໂດຍຄວາມຄິດຂອງມະນຸດ; ພຣະອົງປະຕິບັດພາລະກິດໃນຄວາມເປັນມະນຸດໂດຍໃຊ້ຄວາມຄິດທຳມະດາພາຍໃຕ້ເງື່ອນໄຂບັງຄັບທີ່ມີຄວາມເປັນມະນຸດດ້ວຍຄວາມຄິດ ແຕ່ບໍ່ແມ່ນໂດຍການປະຕິບັດຂອງຄວາມຄິດແບບມະນຸດທີ່ທຳມະດາ. ບໍ່ວ່າແນວຄິດຂອງເນື້ອໜັງຂອງພຣະອົງຈະສູງສົ່ງໜ້ອຍຫຼາຍພຽງໃດ ພາລະກິດຂອງພຣະອົງກໍຈະບໍ່ໄດ້ມີມົນທິນໂດຍເຫດຜົນ ຫຼື ການຄິດ. ເວົ້າອີກຢ່າງໜຶ່ງກໍຄື ພາລະກິດຂອງພຣະອົງບໍ່ໄດ້ຄົ້ນຄິດຂຶ້ນຈາກແນວຄິດຂອງເນື້ອໜັງຂອງພຣະອົງ ແຕ່ເປັນການສະແດງອອກໂດຍກົງເຖິງພາລະກິດທີ່ສັກສິດຜ່ານຄວາມເປັນມະນຸດຂອງພຣະເຈົ້າ. ທຸກພາລະກິດແມ່ນພັນທະກິດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ບໍ່ມີສ່ວນໃດເລີຍທີ່ຄົ້ນຄິດຂຶ້ນໂດຍສະໝອງຂອງພຣະອົງ. ຕົວຢ່າງເຊັນ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການຖືກຄຶງທີ່ໄມ້ກາງແຂນບໍ່ແມ່ນຜົນຈາກແນວຄິດແບບມະນຸດຂອງພຣະອົງ ແລະ ບໍ່ສາມາດເຮັດສຳເລັດໄດ້ໂດຍມະນຸດຄົນໃດທີ່ມີແນວຄິດແບບມະນຸດ. ໃນຮູບແບບດຽວກັນ ພາລະກິດການເອົາຊະນະໃນປັດຈຸບັນ ແມ່ນພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງປະຕິບັດ, ແຕ່ບໍ່ແມ່ນພາລະກິດແຫ່ງຄວາມປະສົງຂອງມະນຸດ, ເປັນພາລະກິດທີ່ຄວາມເປັນພຣະເຈົ້າຂອງພຣະອົງຄວນປະຕິບັດ ເຊິ່ງ ເປັນພາລະກິດທີ່ບໍ່ມີມະນຸດທີ່ເປັນເນື້ອໜັງສາມາດເຮັດໄດ້. ສະນັ້ນ ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງມີແນວຄິດແບບມະນຸດທໍາມະດາ, ຕ້ອງມີຄວາມເປັນມະນຸດທຳມະດາ, ເພາະພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງໃນຄວາມເປັນມະນຸດທີ່ມີແນວຄິດທຳມະດາ. ນີ້ຄືແກ່ນແທ້ຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ນັ້ນກໍຄື ແກ່ນແທ້ຈິງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.

ກ່ອນທີ່ພຣະເຢຊູປະຕິບັດພາລະກິດ ພຣະອົງພຽງແຕ່ອາໄສຢູ່ໃນຄວາມເປັນມະນຸດທຳມະດາຂອງພຣະອົງ. ບໍ່ມີໃຜສາມາດບອກໄດ້ວ່າ ພຣະອົງເປັນພຣະເຈົ້າ, ບໍ່ມີໃຜຄົ້ນພົບວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ຜູ້ຄົນພຽງແຕ່ຮູ້ຈັກພຣະອົງໃນຖານະທີ່ເປັນມະນຸດທຳມະດາໂດຍສົມບູນແບບຄົນໜຶ່ງ. ຄວາມເປັນມະນຸດທຳມະດາທີ່ບໍ່ມີຫຍັງພິເສດຢ່າງສິ້ນເຊີງຂອງພຣະອົງເປັນເຄື່ອງພິສູດວ່າ ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ, ບໍ່ແມ່ນຍຸກແຫ່ງພາລະກິດຂອງພຣະວິນຍານ. ມັນເປັນເຄື່ອງພິສູດວ່າ ພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງມະນຸດຢ່າງສົມບູນ, ໃນຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງຂອງພຣະອົງຈະປະຕິບັດພາລະກິດທັງໝົດຂອງພຣະວິນຍານ. ພຣະຄຣິດທີ່ມີຄວາມເປັນມະນຸດທຳມະດາ ແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງໂດຍມີຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

195. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊິວິດທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ. ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸທິພາວະໃນການປະພຶດຂອງພຣະອົງຕໍ່ໜ້າຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມໂຊມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ພ້ອມທັງມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້. ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ. ພຣະອົງນະມັດສະການພຣະເຈົ້າຈາກມຸມມອງຂອງມະນຸດ; ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະຄຣິດນະມັດສະການພຣະເຈົ້າໃນສະຫວັນ” ກໍບໍ່ແມ່ນສິ່ງທີ່ຜິດເລີຍ. ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືການເປັນຢູ່ຂອງພຣະອົງນັ້ນເອງ; ພຣະອົງໄດ້ຮັບທຸກຢ່າງທີ່ພຣະອົງຮຽກຮ້ອງຈາກມະນຸດແລ້ວ ກ່ອນໜ້າທີ່ພຣະອົງຈະຮຽກຮ້ອງຈາກພວກເຂົາດ້ວຍຊໍ້າ. ພຣະອົງຈະບໍ່ຮຽກຮ້ອງຈາກຄົນອື່ນ ໃນຂະນະທີ່ພຣະອົງເອງຫຼຸດພົ້ນຈາກພວກເຂົາ ຍ້ອນສິ່ງທັງໝົດນີ້ປະກອບການເປັນຢູ່ຂອງພຣະອົງ. ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ ພຣະອົງຈະບໍ່ກະທຳໃນທ່າທາງທີ່ບໍ່ເຊື່ອຟັງພຣະເຈົ້າ. ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ ບໍ່ມີການຮຽກຮ້ອງໃດທີ່ ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້. ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເພື່ອເຫັນແກ່ຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະອົງ. ຄວາມເປັນພຣະເຈົ້າຂອງພຣະຄຣິດຢູ່ເໜືອມະນຸດທຸກຄົນ ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ. ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ ເຊິ່ງກຳນົດຕົວຕົນຂອງພຣະອົງ. ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດຂອງພຣະອົງຈະທຳມະດາພຽງໃດ ກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງມີຕົວຕົນຂອງພຣະເຈົ້າເອງ; ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ ແລະ ພຣະອົງເຊື່ອຟັງຄວາມປະສົງຂອງພຣະເຈົ້າແນວໃດກໍຕາມ ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

196. ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

197. ພຣະເຈົ້າຕາມຄວາມເປັນຈິງທີ່ເວົ້າເຖິງໃນປັດຈຸບັນແມ່ນປະຕິບັດພາລະກິດທັງໃນຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ຜ່ານການປາກົດຂອງພຣະເຈົ້າຕາມຄວາມເປັນຈິງ, ພາລະກິດ ແລະ ຊີວິດທາງມະນຸດທີ່ທຳມະດາຂອງພຣະອົງ ແລະ ພາລະກິດທາງພຣະເຈົ້າທັງໝົດຂອງພຣະອົງຈຶ່ງຈະຖືກບັນລຸ. ຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຖືກລວມເຂົ້າກັນໃຫ້ກາຍເປັນໜຶ່ງ ແລະ ພາລະກິດຂອງທັງສອງຢ່າງ[ກ] ແມ່ນຖືກເຮັດໃຫ້ສຳເລັດຜ່ານທາງພຣະທຳ; ບໍ່ວ່າຈະໃນຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ, ພຣະອົງກ່າວພຣະທຳ. ເມື່ອພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ, ພຣະອົງກ່າວໃນພາລະກິດທີ່ເປັນມະນຸດ ເພື່ອຜູ້ຄົນຈະມີສ່ວນຮ່ວມ ແລະ ເຂົ້າໃຈ. ພຣະທຳຂອງພຣະອົງຖືກກ່າວອອກຢ່າງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍ ຈົນເຖິງຂັ້ນທີ່ພຣະທຳເຫຼົ່ານັ້ນສາມາດຈັດກຽມໃຫ້ກັບທຸກຄົນໄດ້; ບໍ່ວ່າຜູ້ຄົນເຫຼົ່ານີ້ຈະປະກອບດ້ວຍຄວາມຮູ້ ຫຼື ມີການສຶກສາຕໍ່າ ຫຼື ບໍ, ພວກເຂົາກໍສາມາດຮັບເອົາພຣະທຳຂອງພຣະເຈົ້າທັງໝົດໄດ້. ພາລະກິດຂອງພຣະເຈົ້າໃນຄວາມເປັນພຣະເຈົ້າແມ່ນຖືກປະຕິບັດຜ່ານທາງພຣະທຳ ແຕ່ມັນເຕັມໄປດ້ວຍການຈັດກຽມ, ດ້ວຍຊີວິດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ, ບໍ່ກ່ຽວພັນເຖິງຄວາມນິຍົມຂອງມະນຸດ ແລະ ປາສະຈາກຂໍ້ຈຳກັດຂອງມະນຸດ, ຢູ່ນອກຂໍ້ຜູກມັດຂອງຄວາມເປັນມະນຸດທີ່ທຳມະດາ; ຖືກປະຕິບັດໃນເນື້ອໜັງ ແຕ່ເປັນການສຳແດງເຖິງພຣະວິນຍານໂດຍກົງ. ຖ້າຜູ້ຄົນພຽງແຕ່ຍອມຮັບພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ ແລ້ວພວກເຂົາກໍຈະຈຳກັດຕົນເອງໃຫ້ຢູ່ໃນແຕ່ຂອບເຂດໃດໜຶ່ງ ແລ້ວຈະຕ້ອງການໆຈັດການ, ການລິຮານ ແລະ ວິໄນເພື່ອເຮັດໃຫ້ເກີດມີການປ່ຽນແປງເລັກນ້ອຍໃນຕົວພວກເຂົາຕະຫຼອດໄປ. ເຖິງຢ່າງໃດກໍຕາມ ຫາກປາສະຈາກພາລະກິດ ຫຼື ການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຫັນໄປເພິ່ງຄວາມຊ່ວຍເຫຼືອຈາກວິທີເດີມໆຂອງພວກເຂົາ; ມີແຕ່ຜ່ານທາງພາລະກິດແຫ່ງຄວາມເປັນພຣະເຈົ້າເທົ່ານັ້ນ, ຂໍ້ບົກພ່ອງ ແລະ ຄວາມຂາດເຂີນເຫຼົ່ານີ້ຈຶ່ງຈະໄດ້ຮັບການແກ້ໄຂ, ພຽງເມື່ອນັ້ນ ຜູ້ຄົນຈຶ່ງຈະສາມາດຖືກເຮັດໃຫ້ສົມບູນ. ແທນທີ່ຈະເປັນການຈັດການ ແລະ ລິຮານຢ່າງຕໍ່ເນື່ອງ, ສິ່ງທີ່ຈຳເປັນກໍຄືການຈັດກຽມທາງດ້ານບວກ, ການນໍາໃຊ້ພຣະທຳເພື່ອທົດແທນຂໍ້ບົກຜ່ອງທຸກຂໍ້, ນໍາໃຊ້ພຣະທຳເພື່ອເປີດເຜີຍທຸກສະພາວະຂອງຜູ້ຄົນ, ນໍາໃຊ້ພຣະທຳເພື່ອນໍາທາງຊີວິດຂອງພວກເຂົາ, ທຸກຖ້ອຍຄຳຂອງພວກເຂົາ, ທຸກການກະທຳຂອງພວກເຂົາ, ເພື່ອເປີດເຜີຍເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາ; ສິ່ງນີ້ຄືພາລະກິດທີ່ແທ້ຈິງຂອງພຣະເຈົ້າຕາມຄວາມເປັນຈິງ. ແລ້ວດ້ວຍເຫດນັ້ນ, ໃນທ່າທີຂອງເຈົ້າຕໍ່ພຣະເຈົ້າຕາມຄວາມເປັນຈິງ ເຈົ້າຄວນຍອມຢູ່ຕໍ່ໜ້າຄວາມເປັນມະນຸດຂອງພຣະອົງ ໂດຍຮັບຮູ້ ແລະ ຍອມຮັບພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຄວນຍອມຮັບ ແລະ ເຊື່ອຟັງພາລະກິດ ແລະ ພຣະທຳອັນບໍລິສຸດຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງໝາຍຄວາມວ່າ ພາລະກິດ ແລະ ພຣະທຳທຸກຂໍ້ຂອງພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຜ່ານຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແລະ ຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພຣະວິນຍານຂອງພຣະເຈົ້າທັງຊີ້ນໍາພາລະກິດມະນຸດຂອງພຣະອົງ ແລະ ປະຕິບັດພາລະກິດແຫ່ງຄວາມເປັນພຣະເຈົ້າໃນເນື້ອໜັງ ແລະ ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ເຈົ້າສາມາດເຫັນທັງພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ ແລະ ພາລະກິດແຫ່ງສະຫວັນທັງໝົດ; ສິ່ງນີ້ຍິ່ງເປັນຄວາມໝາຍສຳຄັນຕົວຈິງແຫ່ງການປາກົດຕົວທີ່ແທ້ຈິງໃນເນື້ອໜັງຂອງພຣະເຈົ້າ. ຖ້າເຈົ້າສາມາດເຫັນສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະສາມາດເຊື່ອມຕໍ່ທຸກພາກສ່ວນຂອງພຣະເຈົ້າ ແລະ ຈະເຊົາໃຫ້ຄວາມສໍາຄັນຫຼາຍເກີນໄປໃນພາລະກິດຂອງພຣະອົງທີ່ຢູ່ໃນຄວາມເປັນພຣະເຈົ້າ ແລະ ໃສ່ໃຈໜ້ອຍເກີນໄປເຖິງພາລະກິດຂອງພຣະອົງທີ່ຢູ່ໃນຄວາມເປັນມະນຸດ ແລະ ເຈົ້າກໍຈະບໍ່ເຮັດເກີນໄປ ຫຼື ອອກນອກທິດນອກທາງເກີນໄປ. ໂດຍລວມແລ້ວ ຄວາມໝາຍຂອງພຣະເຈົ້າຕາມຄວາມເປັນຈິງ ແມ່ນໝາຍເຖິງພາລະກິດແຫ່ງຄວາມເປັນມະນຸດຂອງພຣະອົງ ແລະ ແຫ່ງຄວາມເປັນພຣະເຈົ້າຂອງພຣະອົງ ໂດຍຖືກຄວບຄຸມໂດຍພຣະວິນຍານ ທີ່ຖືກສຳແດງອອກຜ່ານທາງເນື້ອໜັງຂອງພຣະອົງ ເພື່ອຜູ້ຄົນຈະສາມາດເຫັນວ່າ ພຣະອົງມີຊີວິດຊີວາຄືຄົນທົ່ວໄປ, ເປັນຈິງ ແລະ ແທ້ຈິງ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

198. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນທາດແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ມະນຸດຄົນໃດກໍບໍ່ສາມາດເຮັດ ຫຼື ຄາດຄິດໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍຢ່າງເລິກເຊິ່ງຂອງພຣະທຳທີ່ວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ຢ່າວ່າແຕ່ປະຕິບັດພາລະກິດທີ່ຂັດແຍ່ງເຊິ່ງກັນແລະກັນເລີຍ ນັ້ນກໍຍ້ອນວ່າ ທາດແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ທາດແທ້ຂອງພວກເຂົາແມ່ນຄືກັນ; ທັງສອງມີທາດແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ທາດແທ້ຂອງພຣະອົງແມ່ນດີ. ພຣະອົງສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈ ແລະ ບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ແລະ ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມໂຊມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມໂຊມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ຢ່າວ່າແຕ່ປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຕໍ່ຕ້ານຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ມະນຸດຈະເລືອກ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີທາດແທ້ຂອງພຣະເຈົ້າໄດ້ ແຕ່ເປັນພຽງສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ຢ່າວ່າແຕ່ເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າເລີຍ. ມະນຸດທຸກຄົນນອກຈາກພຣະຄຣິດສາມາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີໃຜສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາແມ່ນທາດແທ້ຂອງພຣະຄຣິດ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີທາດແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດຂອງເຂົາ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

199. ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

200. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງແກ່ນແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

201. ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດທາດແທ້ຂອງພຣະອົງ. ພຣະອົງສາມາດເຮັດສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍທາດແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍທາດແທ້ຂອງພຣະອົງ; ເຫດຜົນຂອງການເປີດເຜີຍຢ່າງທຳມະຊາດຂອງພຣະອົງຖືກເອີ້ນແບບນັ້ນກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບຫຼັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ເຊື່ອຟັງຈົນຕາຍ. ນີ້ກໍຍ້ອນວ່າ ທາດແທ້ຂອງພຣະອົງແມ່ນທາດແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ກໍເປັນຈິງຢ່າງແນ່ນອນ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງສະແດງໃຫ້ເຫັນເຖິງອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ໃນເວລານັ້ນ ບົດສະຫຼຸບຂອງພາລະກິດທັງໝົດຂອງພຣະອົງສາມາດຢືນຢັນໄດ້ວ່າ ພຣະອົງເປັນພຣະທຳທີ່ກາຍເປັນມະນຸດຢ່າງແທ້ຈິງ ແລະ ບໍ່ຄືກັນກັບເນື້ອໜັງ ແລະ ເລືອດເນື້ອຂອງມະນຸດ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

202. ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຮະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມແປງເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

203. ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ຖືກຊາຕານຄອບງໍາ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢູ່ຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ ແລະ ຈະບໍ່ສາມາດຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ. ມື້ນີ້, ພວກເຈົ້າທຸກຄົນຄວນເຂົ້າໃຈວ່າ ມີແຕ່ມະນຸດເທົ່ານັ້ນ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ທີ່ທໍລະຍົດເຮົາ. ການທໍລະຍົດຈະບໍ່ເປັນບັນຫາທີ່ກ່ຽວຂ້ອງກັບພຣະຄຣິດແມ່ນແຕ່ໜ້ອຍດຽວ.

(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

204. ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະອົງຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າ ທາດແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກທາດແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ, ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ, ຄວາມສັບສົນວຸ້ນວາຍດັ່ງກ່າວກໍບໍ່ມີຜົນກະທົບໃດໆຕໍ່ພາລະກິດທໍາມະດາຂອງພຣະອົງ. ສະຫຼຸບກໍຄື ພາລະກິດຂອງເນື້ອໜັງທີ່ທຳມະດາຂອງພຣະອົງມີຜົນປະໂຫຍດຕໍ່ມະນຸດຫຼາຍທີ່ສຸດ. ເຖິງແມ່ນຄົນສ່ວນຫຼາຍບໍ່ຍອມຮັບຄວາມເປັນມະນຸດທຳມະດາຂອງພຣະອົງ, ພາລະກິດຂອງພຣະອົງກໍຍັງມີປະສິດທິພາບ ແລະ ປະສິດທິພາບເຫຼົ່ານີ້ແມ່ນຖືກບັນລຸຍ້ອນຄວາມເປັນມະນຸດທຳມະດາຂອງພຣະອົງ. ແນ່ນອນ ບໍ່ມີຂໍ້ສົງໄສໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະອົງໃນເນື້ອໜັງ, ມະນຸດໄດ້ຮັບຫຼາຍສິ່ງຫຼາຍຢ່າງເປັນສິບເທົ່າ ຫຼື ເປັນສິບສອງເທົ່າຫຼາຍກວ່າແນວຄິດທີ່ມີຢູ່ໃນທ່າມກາງມະນຸດກ່ຽວກັບຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ແນວຄິດດັ່ງກ່າວຈະຖືກພາລະກິດຂອງພຣະອົງກືນກິນໃນທີ່ສຸດ. ແລ້ວຜົນທີ່ພາລະກິດຂອງພຣະອົງໄດ້ບັນລຸ ເຊິ່ງໝາຍເຖິງ ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງ ແມ່ນຈະມີຫຼາຍກວ່າແນວຄິດຂອງມະນຸດທີ່ມີກ່ຽວກັບພຣະອົງ. ບໍ່ມີທາງທີ່ຈະສາມາດຈິນຕະນາການ ຫຼື ຊັ່ງຊາພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄດ້, ເພາະວ່າ ເນື້ອໜັງຂອງພຣະອົງບໍ່ຄືເນື້ອໜັງຂອງມະນຸດທົ່ວໄປ; ເຖິງແມ່ນຮູບລັກສະນະພາຍນອກຈະຄ້າຍຄືກັນ, ແຕ່ທາດແທ້ແມ່ນບໍ່ຄືກັນ. ເນື້ອໜັງຂອງພຣະອົງເຮັດໃຫ້ເກີດມີຫຼາຍແນວຄິດທ່າມກາງມະນຸດທີ່ກ່ຽວກັບພຣະເຈົ້າ, ແຕ່ເຖິງຢ່າງໃດກໍຕາມ ເນື້ອໜັງຂອງພຣະອົງຍັງສາມາດເຮັດໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຫຼາຍຢ່າງ ແລະ ເຖິງກັບສາມາດເອົາຊະນະມະນຸດຄົນອື່ນໆທີ່ມີຮ່າງກາຍພາຍນອກຄ້າຍຄືພຣະອົງ. ເນື່ອງຈາກວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນມະນຸດເທົ່ານັ້ນ, ແຕ່ເປັນພຣະເຈົ້າທີ່ມີຮູບຮ່າງພາຍນອກຂອງມະນຸດ ແລະ ບໍ່ມີໃຜທີ່ສາມາດຢັ່ງເຖິງ ຫຼື ເຂົ້າໃຈພຣະອົງໄດ້ຢ່າງສົມບູນ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

205. ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ພວກເຂົາແມ່ນສິ່ງທີ່ສູງສົ່ງທີ່ສຸດໃນບັນດາສິ່ງຖືກສ້າງທັງໝົດຂອງພຣະເຈົ້າ, ສະນັ້ນ ມະນຸດຈຶ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ເປົ້າໝາຍຂອງຄວາມລອດພົ້ນແມ່ນມະນຸດ, ບໍ່ແມ່ນຊາຕານ ແລະ ສິ່ງທີ່ຈະຖືກຊ່ວຍໃຫ້ພົ້ນແມ່ນເນື້ອໜັງຂອງມະນຸດ ແລະ ວິນຍານຂອງມະນຸດ ແລະ ບໍ່ແມ່ນພວກມານຮ້າຍ. ຊາຕານແມ່ນເປົ້າໝາຍຂອງການທຳລາຍລ້າງຂອງພຣະເຈົ້າ, ມະນຸດເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ ແລະ ເນື້ອໜັງຂອງມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ, ສະນັ້ນສິ່ງທຳອິດທີ່ຈະຖືກຊ່ວຍໃຫ້ພົ້ນຈຶ່ງຕ້ອງເປັນເນື້ອໜັງຂອງມະນຸດ. ເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ ແລະ ມັນໄດ້ກາຍເປັນສິ່ງທີ່ຕໍ່ຕ້ານພຣະເຈົ້າ, ຈົນເຖິງກັບຕໍ່ຕ້ານ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າຢ່າງເປີດເຜີຍ. ເນື້ອໜັງນີ້ເປັນສິ່ງທີ່ດື້ດ້ານທີ່ສຸດ ແລະ ບໍ່ມີສິ່ງໃດທີ່ຈະຍາກໄປກວ່າການຈັດການ ຫຼື ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງເນື້ອໜັງ. ຊາຕານກາຍເປັນເນື້ອໜັງຂອງມະນຸດເພື່ອກໍ່ກວນຄວາມວຸ້ນວາຍ ແລະ ໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ ແລະ ທຳລາຍແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງກາຍເປັນຊາຕານ ແລະ ສັດຕູຂອງພຣະເຈົ້າ. ມະນຸດຈະໄດ້ຮັບຄວາມລອດພົ້ນ, ພວກເຂົາຕ້ອງຖືກເອົາຊະນະກ່ອນ. ມັນເປັນຍ້ອນສິ່ງນີ້ ພຣະເຈົ້າຈຶ່ງລຸກຂຶ້ນຮັບເອົາການທ້າທາຍ ແລະ ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາທີ່ຈະປະຕິບັດ ແລະ ສູ້ຮົບກັບຊາຕານ. ຈຸດປະສົງຂອງພຣະອົງແມ່ນເພື່ອຊ່ວຍໃຫ້ມະນຸດລອດພົ້ນ ຜູ້ທີ່ຖືກເສື່ອມຊາມ ແລະ ເພື່ອເອົາຊະນະ ແລະ ທຳລາຍລ້າງຊາຕານ ຜູ້ເຊິ່ງກະບົດຕໍ່ພຣະອົງ. ພຣະອົງເອົາຊະນະຊາຕານຜ່ານພາລະກິດແຫ່ງການເອົາຊະນະມະນຸດຂອງພຣະອົງ ແລະ ຊ່ວຍມະນຸດຊາດໃຫ້ພົ້ນຈາກການເສື່ອມຊາມໄປພ້ອມໆກັນ. ສະນັ້ນ ພຣະເຈົ້າຈຶ່ງແກ້ໄຂສອງບັນຫາບາດດຽວພ້ອມກັນ. ພຣະອົງປະຕິບັດພາລະກິດໃນເນື້ອໜັງ, ກ່າວໃນເນື້ອໜັງ ແລະ ຮັບພາລະກິດທັງໝົດທີ່ຢູ່ໃນເນື້ອໜັງເພື່ອເຮັດວຽກກັບມະນຸດ ແລະ ເອົາຊະນະມະນຸດໄດ້ດີຂຶ້ນ. ນີ້ແມ່ນຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍເປັນເນື້ອໜັງ, ເຊິ່ງພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າແມ່ນຈະສິ້ນສຸດລົງໃນເນື້ອໜັງ. ພຣະເຈົ້າຈະຈັດແຈງມະນຸດທຸກຄົນອອກຕາມປະເພດຂອງພວກເຂົາ, ພຣະອົງຈະສິ້ນສຸດການຄຸ້ມຄອງທັງໝົດຂອງພຣະອົງ ແລະ ສິ້ນສຸດພາລະກິດທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງອີກດ້ວຍ. ຫຼັງຈາກພາລະກິດທັງໝົດທີ່ຢູ່ເທິງແຜ່ນດິນໂລກໄດ້ມາເຖິງຈຸດສິ້ນສຸດ, ພຣະອົງຈະມີໄຊຊະນະຢ່າງສົມບູນ. ການປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າຈະເອົາຊະນະມະນຸດຊາດ ແລະ ຮັບເອົາມະນຸດຊາດໂດຍສົມບູນ. ນີ້ບໍ່ແມ່ນໝາຍເຖິງການຄຸ້ມຄອງທັງໝົດຂອງພຣະອົງຈະມາເຖິງຈຸດສິ້ນສຸດບໍ? ເມື່ອພຣະເຈົ້າສິ້ນສຸດພາລະກິດໃນເນື້ອໜັງຂອງພຣະອົງ ຫລັງຈາກທີ່ພຣະອົງໄດ້ເອົາຊະນະຊາຕານຢ່າງແທ້ຈິງ ແລະ ໄດ້ຮັບໄຊຊະນະ, ຊາຕານຈະບໍ່ມີໂອກາດທີ່ຈະເຮັດໃຫ້ມະນຸດເສື່ອມຊາມອີກຕໍ່ໄປ. ພາລະກິດແຫ່ງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າແມ່ນການໄຖ່ບາບ ແລະ ການອະໄພຄວາມຜິດບາບຂອງມະນຸດ. ບັດນີ້ ມັນຄືພາລະກິດແຫ່ງການເອົາຊະນະ ແລະ ການຮັບເອົາມະນຸດຊາດທັງໝົດ ເພື່ອວ່າຊາຕານຈະບໍ່ມີຫົນທາງເຮັດພາລະກິດຂອງມັນອີກຕໍ່ໄປ ແລະ ຈະສູນເສຍຢ່າງສົມບູນ ແລະ ພຣະເຈົ້າຈະມີໄຊຊະນະຢ່າງສົມບູນ. ນີ້ແມ່ນພາລະກິດແຫ່ງເນື້ອໜັງ ແລະ ເປັນພາລະກິດທີ່ພຣະເຈົ້າເອງປະຕິບັດ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

206. ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງເຊື່ອເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນອານາຈັກຝ່າຍວິນຍານ ແລະ ເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນອະນາຈັກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ຜູ້ເຊິ່ງບໍ່ເຊື່ອຟັງພຣະອົງ, ຜູ້ທີ່ຖືກເອົາຊະນະແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະອົງທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງທີ່ມີຊີວິດ ເພື່ອວ່າ ພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເອົາຊະນະມະນຸດຜູ້ທີ່ບໍ່ເຊື່ອຟັງພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນຜູ້ທີ່ມີຮ່າງກາຍຄືກັບພຣະອົງ ແລະ ຖືກຊາຕານທຳລາຍ. ສັດຕູຂອງພຣະອົງແມ່ນມະນຸດ, ເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງກໍແມ່ນມະນຸດ ແລະ ເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງກໍແມ່ນມະນຸດ ຜູ້ທີ່ຖືກພຣະອົງສ້າງ. ສະນັ້ນ ພຣະອົງຕ້ອງກາຍເປັນມະນຸດ ແລະ ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງງ່າຍທີ່ສຸດ. ພຣະອົງສາມາດເອົາຊະນະຊາຕານ ແລະ ເອົາຊະນະມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດຊ່ວຍເຫຼືອມະນຸດຊາດໃຫ້ພົ້ນ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

207. ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

208. ເຫດຜົນດຽວທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ກາຍເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງມະນຸດທີ່ເສື່ອມຊາມນີ້. ມັນເປັນຍ້ອນຄວາມຕ້ອງການຂອງມະນຸດ ແຕ່ບໍ່ແມ່ນຂອງພຣະເຈົ້າ ແລະ ການເສຍສະຫຼະ ແລະ ການທົນທຸກໆຢ່າງຂອງພຣະອົງກໍເພື່ອເຫັນແກ່ມະນຸດຊາດ ແລະ ບໍ່ແມ່ນເພື່ອຜົນປະໂຫຍດຂອງພຣະເຈົ້າເອງ. ບໍ່ມີຂໍ້ດີ ແລະ ຂໍ້ເສຍ ຫຼື ລາງວັນສຳລັບພຣະເຈົ້າ; ພຣະອົງຈະບໍ່ໄດ້ຮັບຜົນເກັບກ່ຽວໃດໆໃນອະນາຄົດ, ແຕ່ເປັນສິ່ງທີ່ຕິດໜີ້ພຣະເຈົ້າແຕ່ດັ່ງເດີມ. ທຸກສິ່ງທີ່ພຣະເຈົ້າກະທໍາ ແລະ ເສຍສະຫຼະສຳລັບມະນຸດຊາດບໍ່ແມ່ນເພື່ອໃຫ້ພຣະອົງໄດ້ຮັບລາງວັນທີ່ຍິ່ງໃຫຍ່, ແຕ່ເພື່ອເຫັນແກ່ມະນຸດທັງໝົດ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈະປະກອບດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ສາມາດຈິນຕະນາການໄດ້, ແຕ່ຜົນໄດ້ຮັບ ໃນທີ່ສຸດ ແມ່ນເລີດເກີນກວ່າຜົນຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ. ພາລະກິດຂອງເນື້ອໜັງຈຳເປັນຕ້ອງມີຄວາມລໍາບາກຢ່າງຫຼວງຫຼາຍ ແລະ ເນື້ອໜັງແມ່ນບໍ່ສາມາດມີຕົວຕົນທີ່ຍິ່ງໃຫຍ່ແບບດຽວກັບພຣະວິນຍານ, ບໍ່ສາມາດປະຕິບັດສິ່ງທີ່ເໜືອທຳມະຊາດແບບດຽວກັບພຣະວິນຍານ, ແລ້ວແຮງໄກທີ່ພຣະອົງຈະມີສິດອຳນາດຄືກັບພຣະວິນຍານ. ແຕ່ທາດແທ້ແຫ່ງພາລະກິດທີ່ປະຕິບັດໂດຍເນື້ອໜັງທຳມະດານີ້ ແມ່ນຢູ່ເໜືອທາດແທ້ຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງຢ່າງຫຼວງຫຼາຍ ແລະ ເນື້ອໜັງນີ້ເອງທີ່ເປັນຄຳຕອບຕໍ່ຄວາມຕ້ອງການທຸກຢ່າງຂອງມະນຸດ. ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ຮັບຄວາມລອດພົ້ນ, ຄຸນຄ່າການນໍາໃຊ້ຂອງພຣະວິນຍານແມ່ນຕໍ່າກວ່າຝ່າຍເນື້ອໜັງຫຼາຍ: ພາລະກິດຂອງພຣະວິນຍານສາມາດຄວບຄຸມທົ່ວຈັກກະວານ, ທົ່ວພູເຂົາ, ແມ່ນໍ້າ, ທະເລສາບ ແລະ ທົ່ວມະຫາສະມຸດ, ແຕ່ພາລະກິດຂອງເນື້ອໜັງແມ່ນເຊື່ອມໂຍງຢ່າງມີປະສິດທິພາບກັບມະນຸດທຸກຄົນທີ່ພຣະອົງໄດ້ສໍາຜັດ. ຍິ່ງໄປກວ່ານັ້ນ, ຮ່າງກາຍຂອງພຣະເຈົ້າທີ່ສາມາດຈັບຕ້ອງໄດ້ ແມ່ນເປັນຮ່າງກາຍທີ່ສາມາດເຂົ້າໃຈໄດ້ ແລະ ໄວ້ວາງໃຈໄດ້ໂດຍມະນຸດ ແລະ ສາມາດເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຫຼາຍຂຶ້ນ ແລະ ສາມາດສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການກະທຳຕົວຈິງຂອງພຣະເຈົ້າຕໍ່ມະນຸດ. ພາລະກິດຂອງພຣະວິນຍານຖືກປົກຄຸມດ້ວຍຄວາມເລິກລັບ, ມັນຍາກທີ່ຈະໃຫ້ມະນຸດຢັ່ງເຖິງ ແລະ ຍິ່ງຍາກຫຼາຍທີ່ຈະໃຫ້ມະນຸດເຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດພຽງແຕ່ເພິ່ງພາຈິນຕະນາການທີ່ຫວ່າງເປົ່າເທົ່ານັ້ນ. ແຕ່, ພາລະກິດຂອງເນື້ອໜັງແມ່ນທຳມະດາ ແລະ ອີງຕາມຄວາມເປັນຈິງ ແລະ ມີສະຕິປັນຍາເປັນເລີດ ແລະ ເປັນຄວາມຈິງທີ່ສາມາດເບິ່ງເຫັນດ້ວຍຕາຂອງມະນຸດ; ມະນຸດສາມາດຜະເຊີນກັບສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າດ້ວຍຕົວຂອງພວກເຂົາເອງ ແລະ ບໍ່ຈຳເປັນຕ້ອງໃຊ້ຈິນຕະນາການຢ່າງເລິກເຊິ່ງຂອງພວກເຂົາ. ນີ້ແມ່ນຄວາມແນ່ນອນ ແລະ ຄຸນຄ່າທີ່ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ. ພຣະວິນຍານສາມາດເຮັດພຽງແຕ່ສິ່ງທີ່ມະນຸດເບິ່ງບໍ່ເຫັນ ແລະ ຍາກທີ່ຈະໃຫ້ພວກເຂົາຈິນຕະນາການ, ຕົວຢ່າງເຊັ່ນ ແສງສະຫວ່າງຂອງພຣະວິນຍານ, ການເຄື່ອນໄຫວຂອງພຣະວິນຍານ ແລະ ການນໍາພາຂອງພຣະວິນຍານ, ແຕ່ສຳລັບມະນຸດທີ່ມີຄວາມຄິດ, ສິ່ງເຫຼົ່ານີ້ບໍ່ໄດ້ສະໜອງຄວາມໝາຍຢ່າງຊັດເຈນເລີຍ. ສິ່ງເຫຼົ່ານັ້ນພຽງແຕ່ສະໜອງຄວາມໝາຍແບບເລື່ອນລອຍ ຫຼື ບໍ່ຈະແຈ້ງ ແລະ ບໍ່ສາມາດໃຫ້ການແນະນໍາດ້ວຍຄຳເວົ້າໄດ້. ແຕ່, ພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງແມ່ນແຕກຕ່າງຫຼາຍ ນັ້ນກໍຄື ພາລະກິດນັ້ນມີການນໍາພາຂອງພຣະທຳຢ່າງຖືກຕ້ອງ, ມີຄວາມປະສົງທີ່ຊັດເຈນ ແລະ ມີເປົ້າໝາຍຢ່າງຈະແຈ້ງ. ດັ່ງນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ໃຊ້ຈິນຕະນາການຂອງພວກເຂົາ ແລະ ກໍບໍ່ຈໍາເປັນຕ້ອງຄາດເດົາເລີຍ. ນີ້ແມ່ນຄວາມຊັດເຈນຂອງພາລະກິດໃນເນື້ອໜັງ ແລະ ມັນແຕກຕ່າງຈາກພາລະກິດຂອງພຣະວິນຍານຫຼາຍ. ພາລະກິດຂອງພຣະວິນຍານພຽງແຕ່ເໝາະສົມສຳລັບຂອບເຂດທີ່ຈຳກັດ ແລະ ບໍ່ສາມາດແທນພາລະກິດຂອງເນື້ອໜັງໄດ້. ພາລະກິດຂອງເນື້ອໜັງເຮັດໃຫ້ມະນຸດມີເປົ້າໝາຍທີ່ແນ່ນອນ ແລະ ມີຄວາມຈຳເປັນ ແລະ ເປັນຈິງຫຼາຍທີ່ສຸດ, ເຮັດໃຫ້ມີຄວາມຮູ້ຢ່າງມີຄຸນຄ່າຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດທີ່ມີຄຸນຄ່າສູງສຸດຕໍ່ມະນຸດທີ່ເສື່ອມຊາມແມ່ນພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ, ມີເປົ້າໝາຍທີ່ຊັດເຈນໃນການສະແຫວງຫາ ແລະ ສາມາດເຫັນ ແລະ ສຳຜັດໄດ້. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ. ເຖິງແມ່ນວ່າ ພຣະວິນຍານມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າ, ມີພຽງແຕ່ເນື້ອໜັງຂອງພຣະອົງເທົ່ານັ້ນທີ່ສາມາດປະຕິບັດພາລະກິດເຊັ່ນນີ້ໄດ້. ຖ້າພຣະວິນຍານປະຕິບັດພາລະກິດພຽງຜູ້ດຽວ, ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະອົງມີປະສິດທິພາບ, ນີ້ຄືຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ເຖິງແມ່ນວ່າ ຫຼາຍຄົນໄດ້ກາຍເປັນສັດຕູຂອງພຣະເຈົ້າ ຍ້ອນເນື້ອໜັງນີ້, ເມື່ອພຣະອົງສະຫຼຸບພາລະກິດຂອງພຣະອົງ, ຄົນທີ່ຕໍ່ຕ້ານພຣະອົງຈະບໍ່ພຽງແຕ່ເຊົາເປັນສັດຕູຂອງພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນພະຍານຂອງພຣະອົງ. ພວກເຂົາຈະກາຍເປັນພະຍານທີ່ຖືກພຣະອົງເອົາຊະນະ, ພະຍານທີ່ສອດຄ່ອງກັບພຣະອົງ ແລະ ບໍ່ສາມາດແຍກອອກຈາກພຣະອົງໄດ້. ພຣະອົງຈະເຮັດໃຫ້ມະນຸດຮູ້ຈັກຄວາມສຳຄັນຂອງພາລະກິດຂອງພຣະອົງທາງຝ່າຍເນື້ອໜັງທີ່ມີຕໍ່ມະນຸດ ແລະ ມະນຸດຈະຮູ້ຈັກເຖິງຄວາມສຳຄັນຂອງເນື້ອໜັງນີ້ທີ່ມີຕໍ່ຄວາມໝາຍຂອງການເປັນຢູ່ຂອງມະນຸດ, ຈະຮູ້ຈັກຄຸນຄ່າທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ການເຕີບໂຕຂອງຊີວິດມະນຸດ ແລະ ຍິ່ງໄປກວ່ານັ້ນ ຈະຮູ້ຈັກວ່າ ເນື້ອໜັງນີ້ຈະກາຍເປັນນໍ້າພຸແຫ່ງຊີວິດທີ່ມີຈິດວິນຍານ ເຊິ່ງມະນຸດບໍ່ສາມາດອອກຫ່າງໄດ້.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

209. ເຖິງແມ່ນວ່າ ເນື້ອໜັງທີ່ເປັນມະນຸດຂອງພຣະເຈົ້າຈະໄກຈາກຄວາມຄ້າຍຄືກັບຕົວຕົນ ແລະ ຕໍາແໜ່ງຂອງພຣະເຈົ້າ ແລະ ສຳລັບມະນຸດແລ້ວ ເບິ່ງຄືກັບວ່າບໍ່ສອດຄ່ອງກັບສະຖານະຕົວຈິງຂອງພຣະອົງ, ເນື້ອໜັງນີ້ ເຊິ່ງບໍ່ມີພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າ ຫຼື ຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແມ່ນສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້. ເຊິ່ງສິ່ງດັ່ງກ່າວຄືຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມັນຄືຄວາມໝາຍ ແລະ ຄຸນຄ່ານີ້ທີ່ເຮັດໃຫ້ມະນຸດບໍ່ສາມາດເຂົ້າໃຈ ແລະ ຍອມຮັບໄດ້. ເຖິງແມ່ນວ່າ ມະນຸດທຸກຄົນເຄົາລົບພຣະວິນຍານຂອງພຣະເຈົ້າ ແລະ ດູຖູກເນື້ອໜັງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເບິ່ງ ຫຼື ຄິດແນວໃດກໍຕາມ, ຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງເນື້ອໜັງແມ່ນມີຫຼາຍກວ່າພຣະວິນຍານ. ແນ່ນອນ, ນີ້ແມ່ນກ່ຽວຂ້ອງກັບມະນຸດຊາດທີ່ເສື່ອມຊາມເທົ່ານັ້ນ. ສຳລັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານສາມາດສະໜອງພຽງແຕ່ຄວາມຕື່ນເຕັ້ນໃຈ ຫຼື ການເປີດເຜີຍເທົ່ານັ້ນ ແລະ ໃຫ້ຄວາມຮູ້ສຶກເຖິງຄວາມມະຫັດສະຈັນທີ່ບໍ່ສາມາດອະທິບາຍໄດ້ ແລະ ບໍ່ສາມາດຈິນຕະນາການໄດ້; ແລະ ເຮັດໃຫ້ມີຄວາມຮູ້ສຶກວ່າ ມັນຍິ່ງໃຫຍ່, ເປັນເລີດ ແລະ ເປັນຕາຍ້ອງຍໍສັນລະເສີນ, ນອກນັ້ນກໍຍັງເປັນສິ່ງທີ່ບໍ່ສາມາດບັນລຸໄດ້ ຫຼື ສິ່ງທີ່ທຸກຄົນບໍ່ສາມາດຮັບໄດ້. ມະນຸດ ແລະ ພຣະວິນຍານຂອງພຣະເຈົ້າສາມາດພຽງແຕ່ເຝົ້າເບິ່ງກັນແລະກັນຈາກທາງໄກ ຄືກັບວ່າມີໄລຍະທາງທີ່ໄກຫຼາຍລະຫວ່າງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ເໝືອນກັບວ່າຖືກແຍກອອກຈາກກັນໂດຍເສັ້ນແບ່ງທີ່ເບິ່ງບໍ່ເຫັນ. ໃນຄວາມເປັນຈິງກໍຄື ນີ້ແມ່ນພາບລວງຕາທີ່ພຣະວິນຍານມອບໃຫ້ກັບມະນຸດ ເຊິ່ງນັ້ນເປັນເພາະວ່າ ພຣະວິນຍານ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ພຣະວິນຍານ ແລະ ມະນຸດຈະບໍ່ຢູ່ຮ່ວມໂລກດຽວກັນຈັກເທື່ອ ແລະ ເປັນຍ້ອນພຣະວິນຍານບໍ່ມີສິ່ງໃດເໝືອນມະນຸດເລີຍ. ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານ, ຍ້ອນພຣະວິນຍານບໍ່ສາມາດປະຕິບັດພາລະກິດທີ່ມະນຸດຕ້ອງການທີ່ສຸດໂດຍກົງໄດ້. ພາລະກິດຂອງເນື້ອໜັງມອບເປົ້າໝາຍທີ່ແທ້ຈິງໃຫ້ກັບມະນຸດໃນການສະແຫວງຫາ, ມອບພຣະທຳທີ່ຊັດເຈນ ແລະ ຄວາມຮູ້ສຶກວ່າ ພຣະອົງເປັນຈິງ ແລະ ທຳມະດາ, ພຣະອົງຖ່ອມຕົນ ແລະ ປົກກະຕິ. ເຖິງແມ່ນວ່າ ມະນຸດອາດຈະຢໍາເກງພຣະອົງ, ແຕ່ສຳລັບຫຼາຍຄົນ ພຣະອົງແມ່ນງ່າຍທີ່ຈະເຂົ້າໃຈ ນັ້ນກໍຄື ມະນຸດສາມາດເຫັນໃບໜ້າຂອງພຣະອົງ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ບໍ່ຈຳເປັນຕ້ອງເບິ່ງພຣະອົງຈາກໄກໆ. ເນື້ອໜັງນີ້ເຮັດໃຫ້ມີຄວາມຮູ້ສຶກວ່າ ມະນຸດເຂົ້າເຖິງໄດ້, ບໍ່ໄດ້ຢູ່ຫ່າງໄກ ຫຼື ເປັນສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ແຕ່ເປັນສິ່ງທີ່ສາມາດເຫັນ ແລະ ສາມາດສຳຜັດໄດ້, ນີ້ກໍຍ້ອນວ່າ ເນື້ອໜັງດັ່ງກ່າວແມ່ນຢູ່ໃນໂລກດຽວກັນກັບມະນຸດ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

210. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັດກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນຮັບທີ່ມາຈາກພາລະກິດແຫ່ງພຣະທຳເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງລິດອຳນາດຂອງພຣະອົງຜ່ານການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງເປັນຮູບລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ແຕ່ສິ່ງນັ້ນກໍຄືຜົນຮັບມາຈາກພຣະທຳຂອງພຣະອົງ ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍລິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ດ້ວຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້ ແລະ ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະລິດອຳນາດຂອງພຣະອົງໄດ້. ມະນຸດຍອມພຣະອົງທັງໝົດກໍເພາະວ່າພຣະອົງເປັນພຣະທຳທີ່ກາຍມາເປັນເນື້ອໜັງ, ຍ້ອນລິດອຳນາດຂອງພຣະອົງ ແລະ ຍ້ອນການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງໄດ້ນໍາມາລິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງຍັງສາມາດມີສິດອຳນາດ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ແມ່ນເປັນຈິງຫຼາຍກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍເຫັນໄດ້ຢ່າງຊັດເຈນ. ນີ້ກໍຍ້ອນວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີລິດອຳນາດ ແລະ ມະນຸດກໍສາມາດເຂົ້າເຖິງໄດ້, ໃນຂະນະທີ່ທາດແທ້ຂອງພຣະອົງມີລິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນລິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດບໍ່ສາມາດກວດພົບລິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຢ່າງເປັນທໍາຊາດແທ້ຈິງ. ແລ້ວພາລະກິດທີ່ເປັນຈິງທັງໝົດນີ້ແມ່ນສາມາດບັນລຸຜົນໄດ້ຢ່າງສົມບູນ. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີລິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານລິດອຳນາດທີ່ລີ້ລັບຂອງພຣະອົງ, ຜ່ານຄວາມໂກດຮ້າຍທີ່ລີ້ລັບຂອງພຣະອົງ ແລະ ຜ່ານພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງພາກັນເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າ ບໍ່ມີລິດອຳນາດ, ດ້ວຍເຫດນັ້ນຈຶ່ງບັນລຸຕາມເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນອີກດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອກ່າວຢ່າງເປັນຈິງຫຼາຍຂຶ້ນ ແລະ ປ່ອຍໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າ ມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນໄດ້ແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດຊ່ວຍຄົນຜິດບາບໃຫ້ລອດພົ້ນໄດ້ຢ່າງສົມບູນ. ຖ້າພຣະເຈົ້າບໍ່ກາຍມາເປັນເນື້ອໜັງ, ພຣະອົງກໍຈະຍັງຄົງເປັນພຣະວິນຍານທີ່ມະນຸດບໍ່ສາມາດເຫັນ ແລະ ຈັບຕ້ອງໄດ້. ຍ້ອນມະນຸດເປັນສິ່ງທີ່ສ້າງຈາກເນື້ອໜັງ, ເຂົາ ແລະ ພຣະເຈົ້າຈຶ່ງຢູ່ໃນໂລກສອງໂລກທີ່ແຕກຕ່າງກັນ ແລະ ມີທຳມະຊາດທີ່ແຕກຕ່າງກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຂົ້າກັນກັບມະນຸດໄດ້ ຜູ້ທີ່ມີເນື້ອໜັງ ແລະ ບໍ່ມີທາງທີຈະສ້າງຄວາມສຳພັນລະຫວ່າງພວກເຂົາໄດ້, ສ່ວນທີ່ວ່າມະນຸດບໍ່ສາມາດກາຍເປັນວິນຍານໄດ້ນັ້ນ ແມ່ນບໍ່ຕ້ອງເວົ້າເຖິງ. ເມື່ອເປັນແບບນີ້ ພຣະວິນຍານຂອງພຣະເຈົ້າກໍຕ້ອງກາຍມາເປັນສິ່ງທີ່ຖືກສ້າງເພື່ອປະຕິບັດພາລະກິດເດີມຂອງພຣະອົງ. ພຣະເຈົ້າສາມາດຂຶ້ນເມືອຍັງສະຖານທີ່ໆສູງທີ່ສຸດ ແລະ ຖ່ອມຕົວພຣະອົງລົງມາເພື່ອກາຍເປັນມະນຸດທີ່ຖືກສ້າງ, ປະຕິບັດພາລະກິດທ່າມກາງມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງພວກເຂົາ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຖານທີ່ໆສູງທີ່ສຸດ ແລະ ກາຍມາເປັນວິນຍານ ແລະ ແຮງໄກທີ່ເຂົາຈະສາມາດລົງໄປສູ່ສະຖານທີ່ໆຕໍ່າທີ່ສຸດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຕ້ອງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ. ເຊັ່ນດຽວກັນ ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມີພຽງແຕ່ເນື້ອໜັງທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດໄຖ່ມະນຸດຜ່ານການຄຶງໃສ່ໄມ້ກາງແຂນໄດ້, ເພາະວ່າ ບໍ່ມີທາງທີ່ຈະສາມາດຄືງພຣະວິນຍານຂອງພະະເຈົ້າໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດໄດ້. ພຣະເຈົ້າສາມາດກາຍມາເປັນເນື້ອໜັງໂດຍກົງເພື່ອເຮັດໜ້າທີ່ເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຫວັນໂດຍກົງເພື່ອຮັບເອົາເຄື່ອງຖວາຍບູຊາບາບທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ເຂົາ. ເມື່ອເປັນດັ່ງນີ້ ສິ່ງທີ່ເປັນໄປໄດ້ກໍຄືໃຫ້ພຣະເຈົ້າສະເດັດໄປມາສອງສາມຄັ້ງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ບໍ່ໃຫ້ມະນຸດຂຶ້ນເມືອສະຫວັນເພື່ອຮັບເອົາຄວາມລອດພົ້ນນີ້, ຍ້ອນມະນຸດໄດ້ຫຼົ້ມຈົມ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຂຶ້ນເມືອສະຫວັນໄດ້ຢ່າງແນ່ນອນ ແລ້ວແຮງໄກທີ່ຈະຮັບເອົາເຄື່ອງຖວາຍບູຊາບາບ. ສະນັ້ນ ມັນຈຶ່ງຈຳເປັນຕ້ອງໃຫ້ພຣະເຢຊູສະເດັດມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໃຫ້ສຳເລັດໄດ້. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງແມ່ນເກີດຈາກຄວາມຈຳເປັນ. ຖ້າຂັ້ນຕອນໃດໜຶ່ງຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ພຣະອົງກໍຈະບໍ່ຍອມຕໍ່ຄວາມອັບອາຍໃນການບັງເກີດເປັນມະນຸດເຊັ່ນນີ້.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

211. ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕາມສາມາດຖືກເອົາຊະນະໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ການເປັນຄືມະນຸດເຮັດໃຫ້ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍຈະບໍ່ແມ່ນການເອົາໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍຈະບໍ່ສາມາດພິພາກສາຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມບໍ່ເຊື່ອຟັງທຸກຢ່າງຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດໄດ້ຢ່າງສົມບູນ. ຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດພັດທະນາຈາກການຕໍ່ຕ້ານເປັນຄວາມເຊື່ອຟັງ, ຈາກການຂົມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ. ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເທົ່ານັ້ນ, ພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

212. ເມື່ອພຣະເຈົ້າຍັງບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ຄົນບໍ່ເຂົ້າໃຈຫຼາຍສິ່ງທີ່ພຣະເຈົ້າເວົ້າ, ເພາະພຣະທຳຂອງພຣະອົງແມ່ນອອກຈາກຄວາມເປັນພຣະເຈົ້າທັງໝົດ. ທັດສະນະ ແລະ ບໍລິບົດຂອງສິ່ງທີ່ພຣະອົງກ່າວແມ່ນມະນຸດຊາດບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້; ມັນຖືກກ່າວອອກຈາກໂລກແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດເຫັນ. ສຳລັບຜູ້ຄົນທີ່ດຳລົງຊີວິດໃນເນື້ອໜັງ, ພວກເຂົາບໍ່ສາມາດຜ່ານໂລກແຫ່ງວິນຍານໄປໄດ້. ແຕ່ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງກໍກ່າວຕໍ່ມະນຸດຊາດຈາກທັດສະນະຂອງຄວາມເປັນມະນຸດ ແລະ ພຣະອົງໄດ້ອອກມາຈາກ ແລະ ຢູ່ເໜືອຂອບເຂດຂອງໂລກແຫ່ງວິນຍານ. ພຣະອົງສາມາດສະແດງອຸປະນິໄສ, ຄວາມປະສົງ ແລະ ທ່າທີຄວາມເປັນພຣະເຈົ້າຂອງພຣະອົງຜ່ານສິ່ງຕ່າງໆທີ່ມະນຸດສາມາດຈິນຕະນາການໄດ້, ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ພົບພໍ້ໃນຊີວິດຂອງພວກເຂົາ ແລະ ໃຊ້ວິທີການທີ່ມະນຸດສາມາດຍອມຮັບໄດ້, ໃນພາສາທີ່ພວກເຂົາສາມາດເຂົ້າໃຈ ແລະ ດ້ວຍຄວາມຮູ້ທີ່ພວກເຂົາສາມາດຢັ່ງເຖິງ, ເພື່ອເຮັດໃຫ້ມະນຸດຊາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ, ເພື່ອຢັ່ງເຖິງເຈດຕະນາຂອງພຣະອົງ ແລະ ມາດຕະຖານທີ່ຕ້ອງການຂອງພຣະອົງ ເຊິ່ງຢູ່ພາຍໃນຂອບເຂດຄວາມສາມາດຂອງພວກເຂົາ ແລະ ໃນລະດັບທີ່ພວກເຂົາສາມາດຢັ່ງເຖິງໄດ້. ນີ້ແມ່ນວິທີການ ແລະ ຫຼັກການແຫ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນຄວາມເປັນມະນຸດ. ເຖິງແມ່ນວິທີຂອງພຣະເຈົ້າ ແລະ ຫຼັກການແຫ່ງການປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງສ່ວນໃຫຍ່ແມ່ນຖືກບັນລຸໂດຍວິທີການຂອງຄວາມເປັນມະນຸດ ຫຼື ຜ່ານທາງຄວາມເປັນມະນຸດ, ມັນກໍໄດ້ບັນລຸຜົນຢ່າງແທ້ຈິງ ເຊິ່ງບໍ່ສາມາດບັນລຸໄດ້ໂດຍການປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໂດຍກົງ. ພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດແມ່ນຍິ່ງເປັນຮູບປະທຳ, ແທ້ຈິງ ແລະ ມີເປົ້າໝາຍຫຼາຍຂຶ້ນ, ວິທີການແມ່ນສາມາດປັບປ່ຽນໄດ້ດີກວ່າ ແລະ ໃນຮູບຮ່າງທີ່ຢູ່ເໜືອພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

213. ການມາຂອງພຣະເຈົ້າໃນເນື້ອໜັງ ຕົ້ນຕໍ ແມ່ນເພື່ອເຮັດໃຫ້ຜູ້ຄົນເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ເພື່ອເຮັດໃຫ້ພຣະວິນຍານທີ່ບໍ່ມີຮູບຮ່າງປາກົດຢູ່ໃນເນື້ອໜັງ ແລະ ເພື່ອອະນຸຍາດໃຫ້ຜູ້ຄົນເຫັນ ແລະ ສຳຜັດພຣະອົງໄດ້. ດ້ວຍວິທີນີ້ ຄົນທີ່ຖືກພຣະອົງເຮັດໃຫ້ສົມບູນຈະດຳລົງຊີວິດຕາມພຣະອົງ, ພວກເຂົາຈະຖືກຮັບເອົາໂດຍພຣະອົງ ແລະ ເປັນຄືກັບຫົວໃຈຂອງພຣະອົງ. ຖ້າພຣະເຈົ້າພຽງແຕ່ກ່າວຢູ່ໃນສະຫວັນ ແລະ ບໍ່ໄດ້ລົງມາເທິງແຜ່ນດິນໂລກຢ່າງແທ້ຈິງ ແລ້ວຜູ້ຄົນກໍຈະບໍ່ສາມາດຮູ້ຈັກພຣະເຈົ້າໄດ້, ພວກເຂົາພຽງແຕ່ຈະເທດສະໜາກ່ຽວກັບການກະທຳຂອງພຣະເຈົ້າໂດຍໃຊ້ທິດສະດີທີ່ຫວ່າງເປົ່າ ແລະ ຈະບໍ່ມີພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງເລີຍ. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ ຕົ້ນຕໍແມ່ນເພື່ອປະຕິບັດຕົນເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນທີ່ຈະຖືກຮັບໂດຍພຣະເຈົ້າ; ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະຮູ້ຈັກພຣະເຈົ້າຢ່າງແທ້ຈິງ, ສາມາດສຳຜັດພຣະເຈົ້າ, ເຫັນພຣະເຈົ້າ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກພຣະເຈົ້າຮັບເອົາຢ່າງແທ້ຈິງ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

214. ເມື່ອພຣະເຈົ້າຖ່ອມຕົວພຣະອົງລົງມາໃນຈຸດໃດໜຶ່ງເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເທົ່ານັ້ນ, ມະນຸດຈຶ່ງຈະສາມາດເປັນຜູ້ໃກ້ຊິດ ແລະ ຄົນໄວ້ໃຈຂອງພຣະອົງໄດ້. ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້ ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ? ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ, ມະນຸດຈຶ່ງຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາຢ່າງແທ້ຈິງ. ພຣະອົງຊົງກ່າວ ແລະ ປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ແບ່ງປັນຄວາມສຸກ, ຄວາມໂສກເສົ້າ ແລະ ຄວາມລຳບາກຍາກແຄ້ນຂອງມະນຸດ, ດຳລົງຊີວິດໃນແຜ່ນດິນໂລກດຽວກັນກັບມະນຸດ, ປົກປ້ອງມະນຸດ ແລະ ນໍາພາມະນຸດ ແລະ ດ້ວຍວິທີນີ້ ພຣະອົງຈຶ່ງຊຳລະລ້າງມະນຸດໃຫ້ບໍລິສຸດ ແລະ ເຮັດໃຫ້ມະນຸດໄດ້ຮັບການໄຖ່ບາບຈາກພຣະອົງ ແລະ ພຣະພອນຂອງພຣະອົງ. ເມື່ອໄດ້ຮັບສິ່ງເຫຼົ່ານີ້ ມະນຸດຈຶ່ງເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ. ພຽງແຕ່ສິ່ງນີ້ທີ່ເປັນປະໂຫຍດ. ຖ້າມະນຸດບໍ່ສາມາດແນມເຫັນ ແລະ ຈັບຕ້ອງພຣະເຈົ້າໄດ້, ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ນີ້ບໍ່ແມ່ນທິດສະດີທີ່ວ່າງເປົ່າບໍ?

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

215. ສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ, ການປ່ຽນແປງອຸປະນິໄສຂອງພວກເຂົາຈຳເປັນຕ້ອງມີເປົ້າໝາຍໃຫ້ສະແຫວງຫາ ແລະ ການຮູ້ຈັກພຣະເຈົ້າກໍຈຳເປັນຕ້ອງມີການເປັນພະຍານເຖິງການກະທຳທີ່ເປັນຈິງ ແລະ ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ທັງສອງຢ່າງນີ້ພຽງແຕ່ສາມາດບັນລຸໄດ້ໂດຍເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແລະ ທັງສອງຢ່າງນີ້ກໍພຽງແຕ່ຖືກເຮັດໃຫ້ສຳເລັດໂດຍເນື້ອໜັງທີ່ທຳມະດາ ແລະ ເປັນຈິງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງການບັງເກີດເປັນມະນຸດຈຶ່ງສຳຄັນ ແລະ ເປັນຫຍັງມັນຈຶ່ງຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມທັງໝົດ. ຍ້ອນຜູ້ຄົນຈຳເປັນຕ້ອງຮູ້ຈັກພຣະເຈົ້າ, ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດຕ້ອງຖືກກຳຈັດອອກຈາກຫົວໃຈຂອງພວກເຂົາ ແລະ ຍ້ອນພວກເຂົາຈຳເປັນຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈຶ່ງຈໍາເປັນຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກ່ອນ. ຖ້າມະນຸດພຽງແຕ່ປະຕິບັດພາລະກິດເພື່ອກຳຈັດພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະບໍສາມາດບັນລຸຜົນໄດ້ຢ່າງເໝາະສົມ. ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງຜູ້ຄົນບໍ່ສາມາດຖືກເປີດໂປງ, ປະຖິ້ມ ຫຼື ກຳຈັດອອກຢ່າງສົມບູນໂດຍພຣະທຳແຕ່ຢ່າງດຽວ. ການເຮັດແບບນັ້ນ, ໃນທີ່ສຸດ ມັນກໍຍັງຈະເປັນໄປບໍ່ໄດ້ທີ່ຈະກຳຈັດສິ່ງທີ່ຝັງເລິກເຫຼົ່ານີ້ອອກຈາກຜູ້ຄົນ. ມີພຽງແຕ່ພຣະເຈົ້າແຫ່ງຄວາມເປັນຈິງ ແລະ ພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດແທນສິ່ງທີ່ເລື່ອນລອຍ ແລະ ເໜືອທຳມະຊາດເຫຼົ່ານີ້ໄດ້, ນັ້ນກໍເພື່ອເຮັດໃຫ້ຜູ້ຄົນໄດ້ຮູ້ຈັກສິ່ງເຫຼົ່ານັ້ນເທື່ອລະໜ້ອຍ. ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສາມາດບັນລຸຜົນສໍາເລັດໄດ້. ມະນຸດຮູ້ຈັກວ່າ ພຣະເຈົ້າທີ່ພວກເຂົາສະແຫວງຫາໃນອະດີດນັ້ນເປັນພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ. ພວກເຂົາຮູ້ວ່າສິ່ງທີ່ສາມາດບັນລຸຜົນໄດ້ ບໍ່ແມ່ນການນໍາພາໂດຍກົງຂອງພຣະວິນຍານ ແລະ ແຮງໄກທີ່ຈະເປັນຄຳສັ່ງສອນຂອງບຸກຄົນໃດໜຶ່ງ, ແຕ່ເປັນການນໍາພາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແນວຄິດຂອງມະນຸດຈະຖືກເປີດອອກເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ, ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ແມ່ນສິ່ງທີ່ກົງກັນຂ້າມກັບພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ ທີ່ຢູ່ໃນຈິນຕະນາການຂອງມະນຸດ. ແນວຄິດດັ້ງເດີມຂອງມະນຸດພຽງແຕ່ສາມາດຖືກເປີດເຜີຍຜ່ານຄວາມແຕກຕ່າງຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ຫາກປາສະຈາກການປຽບທຽບກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແນວຄິດຂອງມະນຸດກໍບໍ່ສາມາດຖືກເປີດເຜີຍໄດ້; ເວົ້າອີກຢ່າງໜຶ່ງກໍຄື ຫາກປາສະຈາກຄວາມແຕກຕ່າງແຫ່ງຄວາມເປັນຈິງ ສິ່ງທີ່ບໍ່ແຈ່ມແຈ້ງກໍບໍ່ສາມາດຖືກເປີດເຜີຍໄດ້. ບໍ່ມີໃຜສາມາດໃຊ້ພຣະທຳເພື່ອປະຕິບັດພາລະກິດນີ້ ແລະ ບໍ່ມີໃຜສາມາດກ່າວພາລະກິດນີ້ໂດຍໃຊ້ພຣະທຳ. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ບໍ່ວ່າພາສາຂອງມະນຸດຈະອຸດົມສົມບູນສໍ່າໃດກໍຕາມ, ພວກເຂົາຈະບໍ່ສາມາດອະທິບາຍເຖິງຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າໄດ້. ມະນຸດຈະສາມາດຮູ້ຈັກພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນພຣະອົງໄດ້ຢ່າງຊັດເຈນຂຶ້ນ ຖ້າພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ແລະ ສະແດງພາບລັກສະນະຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງອອກມາທັງໝົດ. ບໍ່ມີມະນຸດທີ່ມີເນື້ອໜັງຄົນໃດສາມາດບັນລຸຜົນນີ້ໄດ້. ແນ່ນອນ, ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ສາມາດບັນລຸຜົນນີ້ໄດ້. ພຣະເຈົ້າສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ, ແຕ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ໂດຍກົງ; ກົງກັນຂ້າມ, ມີພຽງແຕ່ເນື້ອໜັງ ເຊິ່ງເປັນເຄື່ອງນຸ່ງຂອງພຣະວິນຍານຂອງພຣະເຈົ້າ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດນີ້ໄດ້. ເນື້ອໜັງນີ້ແມ່ນມະນຸດ ແລະ ຍັງແມ່ນພຣະເຈົ້າ, ເປັນມະນຸດທີ່ມີຄວາມເປັນມະນຸດທຳມະດາ ແລະ ຍັງເປັນພຣະເຈົ້າທີ່ມີຄວາມເປັນພຣະເຈົ້າຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ເຖິງແມ່ນເນື້ອໜັງນີ້ບໍ່ແມ່ນພຣະວິນຍານຂອງພຣະເຈົ້າ ແລະ ແຕກຕ່າງຈາກພຣະວິນຍານຫຼາຍ, ພຣະອົງກໍຍັງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ທີ່ເປັນພຣະວິນຍານ ແລະ ທັງເປັນເນື້ອໜັງທີ່ຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະອົງຈະຖືກເອີ້ນເປັນສິ່ງໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຍັງເປັນພຣະເຈົ້າທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຍ້ອນພຣະວິນຍານຂອງພຣະເຈົ້າບໍ່ສາມາດແຍກອອກຈາກເນື້ອໜັງໄດ້ ແລະ ພາລະກິດຂອງເນື້ອໜັງກໍຍັງເປັນພາລະກິດຂອງພຣະວິນຍານຂອງພຣະເຈົ້າ; ພຽງແຕ່ວ່າ ພາລະກິດນີ້ບໍ່ໄດ້ຖືກປະຕິບັດໂດຍໃຊ້ຕົວຕົນຂອງພຣະວິນຍານ, ແຕ່ຖືກປະຕິບັດໂດຍໃຊ້ຕົວຕົນຂອງເນື້ອໜັງ. ພາລະກິດທີ່ຈຳເປັນຕ້ອງຖືກປະຕິບັດໂດຍພຣະວິນຍານໂດຍກົງກໍບໍ່ຈຳເປັນຕ້ອງມີການບັງເກີດເປັນມະນຸດ ແລະ ພາລະກິດທີ່ເນື້ອໜັງປະຕິບັດກໍບໍ່ສາມາດຖືກປະຕິບັດໂດຍພຣະວິນຍານໂດຍກົງໄດ້. ພາລະກິດດັ່ງກ່າວຕ້ອງໄດ້ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ. ນີ້ແມ່ນສິ່ງທີ່ຈຳເປັນສຳລັບພາລະກິດນີ້ ແລະ ເປັນສິ່ງທີ່ຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມ. ໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ມີພຽງແຕ່ຂັ້ນຕອນດຽວທີ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ສອງຂັ້ນຕອນທີ່ເຫຼືອແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດຂອງຍຸກແຫ່ງພຣະບັນຍັດທີ່ຖືກປະຕິບັດໂດຍພຣະວິນຍານບໍ່ກ່ຽວພັນກັບການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ມັນບໍ່ໄດ້ມີສ່ວນກ່ຽວຂ້ອງໃດເລີຍກັບຄວາມຮູ້ຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ ພາລະກິດຂອງເນື້ອໜັງຂອງພຣະເຈົ້າທີ່ຢູ່ໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກແມ່ນກ່ຽວພັນເຖິງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າ ແລະ ເປັນສ່ວນທີ່ສຳຄັນ ແລະ ຈຳເປັນຂອງພາລະກິດແຫ່ງຄວາມລອດພົ້ນ. ສະນັ້ນ, ມະນຸດຊາດທີ່ເສື່ອມຊາມຈຶ່ງຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ ແລະ ຕ້ອງການພາລະກິດໂດຍກົງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ. ມະນຸດຊາດຕ້ອງການໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດລ້ຽງດູພວກເຂົາ, ສະໜັບສະໜູນພວກເຂົາ, ຫົດນໍ້າໃຫ້ພວກເຂົາ, ລ້ຽງເຂົ້າພວກເຂົາ, ພິພາກສາ ແລະ ຕີສອນພວກເຂົາ; ພວກເຂົາຕ້ອງການຄວາມເມດຕາ ແລະ ການໄຖ່ບາບຫຼາຍຂຶ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ມີພຽງແຕ່ພຣະເຈົ້າທີ່ຢູ່ໃນເນື້ອໜັງເທົ່ານັ້ນທີ່ສາມາດເປັນຄົນທີ່ໄວ້ວາງໃຈໄດ້ຂອງມະນຸດ, ເປັນຄົນລ້ຽງແກະຂອງມະນຸດ, ຄວາມຊ່ວຍເຫຼືອໃນປັດຈຸບັນຂອງມະນຸດ ແລະ ທຸກສິ່ງເຫຼົ່ານີ້ແມ່ນຈຳເປັນຕ້ອງໃຫ້ມີການບັງເກີດເປັນມະນຸດໃນປັດຈຸບັນ ແລະ ໃນອະດີດຜ່ານມາ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

216. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງທໍາມະດາແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ທຳມະດາຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອເອົາຊະນະຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື ມະນຸດທີ່ປະຕິບັດພາລະກິດນີ້ ແລ້ວກໍຈະບໍ່ໄດ້ຫຍັງຈາກສົງຄາມນີ້ ແລະ ມັນຈະບໍ່ສິ້ນສຸດຈັກເທື່ອ. ພຽງແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອອອກຮົບຕໍ່ສູ້ກັບຊາຕານທ່າມກາງມະນຸດດ້ວຍຕົວພຣະອົງເອງເທົ່ານັ້ນ ມະນຸດຈຶ່ງຈະມີຊ່ອງທາງແຫ່ງຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ ມີພຽງແຕ່ຕອນນັ້ນ ຊາຕານຈຶ່ງຈະອັບອາຍ ແລະ ໜີໄປໂດຍບໍ່ມີໂອກາດໃດເລີຍທີ່ຈະຂູດຮີດ ຫຼື ບໍ່ມີແຜນໃດເລີຍທີ່ຈະດຳເນີນການ. ພຣະວິນຍານຂອງພຣະເຈົ້າກໍບໍ່ສາມາດບັນລຸພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີມະນຸດຄົນໃດທີ່ເກີດຈາກເນື້ອໜັງຂອງຄົນທີ່ສາມາດປະຕິບັດແທນພຣະເຈົ້າໄດ້ ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຜົນປະໂຫຍດແຫ່ງຊີວິດຂອງມະນຸດ ແລະ ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າມະນຸດເຂົ້າຮ່ວມໃນສົງຄາມນີ້ ເຂົາພຽງແຕ່ຈະພ່າຍໜີດ້ວຍຄວາມສັບສົນແຫ່ງຄວາມຈິບຫາຍ ແລະ ຈະບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ເລີຍ. ເຂົາຈະບໍ່ສາມາດຊ່ວຍມະນຸດຈາກໄມ້ກາງແຂນໄດ້ ຫຼື ເອົາຊະນະມະນຸດຊາດທີ່ມີຄວາມກະບົດທັງໝົດ ແຕ່ຈະສາມາດປະຕິບັດພາລະກິດເລັກນ້ອຍທີ່ເກົ່າແກ່ໂດຍບໍ່ອີງຕາມຫຼັກການເທົ່ານັ້ນ ຫຼື ບໍ່ກໍປະຕິບັດພາລະກິດທີ່ບໍ່ກ່ຽວຂ້ອງກັບການເອົາຊະນະຊາຕານ. ສະນັ້ນ ເປັນຫຍັງຕ້ອງຫຍຸ້ງຍາກ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດທີ່ບໍ່ສາມາດຮັບມະນຸດຊາດ ຢ່າວ່າແຕ່ເອົາຊະນະຊາຕານເລີຍ? ດ້ວຍເຫດນັ້ນ ສົງຄາມກັບຊາຕານຈຶ່ງພຽງແຕ່ສາມາດຖືກປະຕິບັດໂດຍພຣະເຈົ້າເອງ ແລະ ມັນກໍເປັນໄປບໍ່ໄດ້ເລີຍທີ່ມະນຸດຈະເຮັດມັນໄດ້. ໜ້າທີ່ຂອງມະນຸດກໍຄືການເຊື່ອຟັງ ແລະ ປະຕິບັດຕາມ ຍ້ອນມະນຸດບໍ່ສາມາດປະຕິບັດພາລະກິດຄ້າຍກັບການເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດປະຕິບັດພາລະກິດແຫ່ງການຕໍ່ສູ້ກັບຊາຕານ. ມະນຸດພຽງແຕ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈໂດຍຢູ່ພາຍໃຕ້ການນໍາຂອງພຣະເຈົ້າເອງ ເຊິ່ງເປັນສິ່ງທີ່ເຮັດໃຫ້ຊາຕານຜ່າຍແພ້; ນີ້ແມ່ນສິ່ງດຽວທີ່ມະນຸດສາມາດເຮັດໄດ້. ດ້ວຍເຫດນັ້ນ ທຸກຄັ້ງທີ່ສົງຄາມໃໝ່ເລີ່ມຕົ້ນຂຶ້ນ ເຊິ່ງເວົ້າໄດ້ວ່າ ທຸກຄັ້ງທີ່ພາລະກິດແຫ່ງຍຸກໃໝ່ເລີ່ມຕົ້ນຂຶ້ນ ພາລະກິດນີ້ກໍຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ເຊິ່ງພຣະອົງນໍາພາຍຸກທັງໝົດ ແລະ ເປີດເສັ້ນທາງໃໝ່ໃຫ້ກັບບັນດາມວນມະນຸດຊາດ. ເຊົ້າມືດຂອງຍຸກໃໝ່ແຕ່ລະຍຸກແມ່ນການເລີ່ມຕົ້ນໃໝ່ໃນສົງຄາມກັບຊາຕານ ເຊິ່ງມະນຸດຈະເຂົ້າສູ່ອານາຈັກທີ່ໃໝ່ກວ່າ ແລະ ສວຍງາມກວ່າ ແລະ ສູ່ຍຸກໃໝ່ທີ່ນໍາພາໂດຍພຣະເຈົ້າດ້ວຍຕົວພຣະອົງເອງ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

217. ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງຢ່າງສິ້ນເຊີງ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດຍັງຖືກປະຕິບັດໃນເນື້ອໜັງທຳມະດາເຊັ່ນກັນ; ມັນຖືກປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງທີ່ມີຄວາມເປັນມະນຸດທີ່ບໍ່ໄດ້ວິເສດຫຍັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ; ພຣະອົງເປັນບຸກຄົນທີ່ມີຕົວຕົນຂອງພຣະເຈົ້າ, ເປັນມະນຸດທີ່ສົມບູນ, ເນື້ອໜັງທີ່ສົມບູນ, ຜູ້ທີ່ປະຕິບັດພາລະກິດ. ສາຍຕາຂອງມະນຸດເຫັນຮ່າງກາຍທີ່ເປັນເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ຜູ້ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນໃດໆ, ບໍ່ເຮັດສິ່ງອັດສະຈັນ, ແຮງໄກທີ່ຈະເປີດໂປ່ງຄວາມຈິງພາຍໃນກ່ຽວກັບສາສະໜາໃນຫ້ອງປະຊຸມໃຫຍ່ເລີຍ. ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນ ແລະ ກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍ່ກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພຣະອົງກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດອັນສັກສິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ເປີດເສັ້ນທາງໃໝ່ໃນແຕ່ລະຄັ້ງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການລົງເລິກ ຫຼື ການເຮັດເກີດຄວາມປະທັບໃຈຂອງເນື້ອໜັງຄັ້ງທຳອິດໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ມັນສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າເອງສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ, ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດເພື່ອສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງຈະສະແດງເຖິງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຄົນໆໜຶ່ງພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເປືອກຮ່າງກາຍຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ ແລະ ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ, ບໍ່ຈໍາກັດພຽງດ້ານໃດໜຶ່ງ. ເຖິງແມ່ນວ່າ ພາລະກິດຂອງເນື້ອໜັງທີ່ເກີດເປັນມະນຸດສອງຄັ້ງແຕກຕ່າງກັນ, ແກ່ນແທ້ຂອງເນື້ອໜັງ ແລະ ແຫຼ່ງກຳເນີດຂອງພາລະກິດຂອງພຣະອົງແມ່ນຄືກັນ; ມີແຕ່ວ່າ ພຣະອົງທັງສອງດໍາລົງຢູ່ເພື່ອປະຕິບັດສອງຂັ້ນຕອນຂອງພາລະກິດທີ່ແຕກຕ່າງກັນ ແລະ ເກີດຂຶ້ນໃນສອງຍຸກທີ່ແຕກຕ່າງກັນ. ບໍ່ວ່າແມ່ນຫຍັງກໍຕາມ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າມີແກ່ນແທ້ທີ່ຄືກັນ ແລະ ຕົ້ນກໍາເນີດທີ່ຄືກັນ, ນີ້ຄືຄວາມຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

218. ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ. ໃນແກ່ນແທ້ແລ້ວ ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ, ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍາລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ມັນຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ ແລະ ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພຣະອົງ ຄົນໆໜຶ່ງສາມາດເຫັນເຖິງແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລ້ວຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະລະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ມັນແມ່ນດ້ວຍເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ. ແລ້ວມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ເອົາຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ ແລະ ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ. ພາລະກິດການໄຖ່ບາບໃນເບື້ອງຕົ້ນເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ ແລະ ກຳຈັດແນວຄິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ໃນແກ່ນແທ້ແລ້ວ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໄຮ້ເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີການຈຳແນກລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າພາລະກິດຈະບັນລຸຜົນຂອງມັນດ້ວຍວິທີແຫ່ງພຣະທຳ. ຍິ່ງໄປກວ່ານັ້ນ ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງມີແມ່ນການກ່າວພຣະທຳ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຈຶ່ງເບິ່ງຄືວ່າທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພຣະອົງທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ໃນພຣະເຈົ້າທີ່ບັງເກີດເປັນມະນຸດນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ມັນບໍ່ແມ່ນພັນທະກິດຂອງພຣະອົງທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ຍ້ອນພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ເປັນຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ ແລະ ສະນັ້ນ ຂັ້ນຕອນນີ້ແມ່ນເພື່ອເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

219. ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງເປັນເພດຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ພຣະອົງເປັນເພດຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ເພື່ອເຫັນແກ່ພາລະກິດຂອງພຣະອົງ ພຣະເຈົ້າສ້າງທັງເພດຊາຍ ແລະ ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນຂັ້ນຕອນໃດກໍຕາມແມ່ນສໍາຄັນເທົ່າໆກັນ, ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ່ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽງຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ.

(ຄັດຈາກບົດ “ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

220. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມເນື້ອຄວາມທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ພຣະອົງຄືການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈກັບສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສູດທ້າຍ.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

221. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ ແລະ ຜູ້ຄົນຈະເຫັນພຣະທໍາດ້ວຍຕາຂອງຕົນເອງໂດຍບໍ່ມີຄວາມແຕກຕ່າງຫຍັງເລີຍ. ນີ້ແມ່ນຄວາມໝາຍສູງສຸດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະວິນຍານຈະບັນລຸຜົນຜ່ານເນື້ອໜັງ ແລະ ຜ່ານພຣະທຳ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ພຣະທຳກາຍເປັນເນື້ອໜັງ” ແລະ “ການປາກົດຕົວຂອງພຣະທຳໃນເນື້ອໜັງ”. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວຄວາມປະສົງຂອງພຣະວິນຍານ ແລະ ມີແຕ່ພຣະເຈົ້າໃນເນື້ອໜັງມະນຸດເທົ່ານັ້ນທີ່ສາມາດກ່າວໃນນາມພຣະວິນຍານໄດ້; ພຣະທຳຂອງພຣະເຈົ້າໄດ້ສ້າງຂຶ້ນຢ່າງຈະແຈ້ງໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ທຸກຄົນຈະຖືກນໍາພາໂດຍພຣະທຳດັ່ງກ່າວ. ບໍ່ມີໃຜໄດ້ຮັບການຍົກເວັ້ນ, ພວກເຂົາທຸກຄົນຈະດໍາລົງຊີວິດຢູ່ພາຍໃນຂອບເຂດນີ້. ຜູ້ຄົນສາມາດຮູ້ໄດ້ຈາກພຣະວັດຈະນະເຫຼົ່ານີ້ເທົ່ານັ້ນ; ຜູ້ທີ່ບໍ່ໄດ້ຮັບການນໍາພາໂດຍວິທີນີ້ຄືຜູ້ຄົນທີ່ຝັນກາງເວັນເທົ່ານັ້ນ ຖ້າພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະວັດຈະນະຈາກສະຫວັນໄດ້. ສິ່ງດັ່ງກ່າວແມ່ນອຳນາດທີ່ສະແດງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນເຊື່ອໃນສິ່ງນີ້ດ້ວຍຄວາມເຊື່ອໝັ້ນ. ແມ່ນແຕ່ຜູ້ຊ່ຽວຊານ ແລະ ນັກບວດທີ່ໜ້ານັບຖືກໍບໍ່ສາມາດກ່າວພຣະທຳເຫຼົ່ານີ້ໄດ້. ພວກເຂົາທຸກຄົນຕ້ອງອ່ອນນ້ອມພາຍໃຕ້ພຣະທຳ ແລະ ບໍ່ມີໃຜຈະສາມາດເລີ່ມຕົ້ນໃໝ່ອີກໄດ້. ພຣະເຈົ້າຈະໃຊ້ພຣະທຳເພື່ອເອົາຊະນະຈັກກະວານ. ພຣະອົງຈະເຮັດສິ່ງນີ້ໂດຍທີ່ບໍ່ໄດ້ເຮັດຜ່ານເນື້ອໜັງຈາກການບັງເກີດເປັນມະນຸດຂອງພຣະອົງ ແຕ່ຜ່ານການໃຊ້ພຣະວັດຈະນະຈາກປາກຂອງພຣະເຈົ້າທີ່ກາຍເປັນເນື້ອໜັງມະນຸດເພື່ອເອົາຊະນະມະນຸດທຸກຄົນໃນທົ່ວຈັກກະວານ; ມີພຽງສິ່ງນີ້ເທົ້ານັ້ນທີ່ແມ່ນພຣະທໍາທີ່ກາຍເປັນເນື້ອຫນັງ ແລະ ມີພຽງສິ່ງນີ້ເທົ້ານັ້ນທີ່ແມ່ນການປາກົດຕົວຂອງພຣະທຳໃນເນື້ອໜັງ. ບາງເທື່ອ ສໍາລັບກັບມະນຸດແລ້ວ ມັນອາດຈະປາກົດວ່າພຣະເຈົ້າບໍ່ໄດ້ດຳເນີນພາລະກິດຫຼາຍພໍປານໃດ ແຕ່ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ແລະ ພວກເຂົາຈະເຊື່ອ ແລະ ຍໍາເກງຈົນໝົດ. ຖ້າບໍ່ມີ ຄວາມຈິງ ມະນຸດຈະຮ້ອງໂຮ່ ແລະ ກີດຮ້ອງ; ແຕ່ຖ້າມີພຣະທຳຂອງພຣະເຈົ້າ ພວກເຂົາຈະງຽບສະຫງົບ. ແນ່ນອນວ່າພຣະເຈົ້າຈະບັນລຸຄວາມຈິງນີ້ ເພາະວ່ານີ້ແມ່ນແຜນການຂອງພຣະເຈົ້າທີ່ກຳນົດໄວ້ແຕ່ດົນນານມາແລ້ວ: ການບັນລຸຄວາມຈິງກ່ຽວກັບການມາສູ່ໂລກຂອງພຣະທຳ.

(ຄັດຈາກບົດ “ອານາຈັກພັນປີມາຮອດແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

222. ພຣະເຈົ້າທີ່ກາຍມາເປັນເນື້ອໜັງພຽງແຕ່ສະແດງຕົວພຣະອົງເອງຕໍ່ຄົນບາງສ່ວນທີ່ຕິດຕາມພຣະອົງໃນລະຫວ່າງເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເປັນການສ່ວນຕົວເທົ່ານັ້ນ ແລະ ບໍ່ໄດ້ສະແດງຕົວຕໍ່ສິ່ງຖືກສ້າງທັງໝົດ. ພຣະອົງກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ ແລະ ບໍ່ແມ່ນເພື່ອສະແດງໃຫ້ມະນຸດເຫັນເຖິງລັກສະນະຂອງພຣະອົງ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະອົງຕ້ອງຖືກປະຕິບັດດ້ວຍຕົວພຣະອົງເອງ, ສະນັ້ນ ມັນຈຶ່ງຈຳເປັນທີ່ພຣະອົງຈະປະຕິບັດໃນເນື້ອໜັງ. ເມື່ອພາລະກິດນີ້ສິ້ນສຸດລົງ, ພຣະອົງກໍຈະຈາກໂລກມະນຸດໄປ; ພຣະອົງບໍ່ສາມາດຄົງຢູ່ເປັນໄລຍະເວລາຍາວນານໃນທ່າມກາງມະນຸດຊາດ ເພາະຢ້ານຢືນຂວາງທາງພາລະກິດທີ່ຈະມາເຖິງ. ສິ່ງທີ່ພຣະອົງສະແດງອອກໃຫ້ກັບປວງຊົນກໍເປັນພຽງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ການກະທຳທຸກຢ່າງຂອງພຣະອົງ ແລະ ບໍ່ແມ່ນລັກສະນະ ເມື່ອພຣະອົງກາຍມາເປັນເນື້ອໜັງຄັ້ງທີ່ສອງ, ຍ້ອນລັກສະນະຂອງພຣະເຈົ້າພຽງແຕ່ສາມາດເຫັນໄດ້ຜ່ານອຸປະນິໄສຂອງພຣະອົງ ແລະ ບໍ່ສາມາດແທນໄດ້ໂດຍລັກສະນະຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຖືກເປີດເຜີຍໃຫ້ກັບຈຳນວນຄົນທີ່ຈຳກັດ ແລະ ໃຫ້ກັບຄົນທີ່ຕິດຕາມພຣະອົງເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພາລະກິດທີ່ຖືກປະຕິບັດໃນຕອນນີ້ຈຶ່ງຖືກປະຕິບັດຢ່າງລັບໆ. ໃນລັກສະນະດຽວກັນ, ພຣະເຢຊູກໍພຽງແຕ່ສະແດງຕົວພຣະອົງເອງໃຫ້ກັບຊາວຢິວເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄດ້ສະແດງຕົວພຣະອົງເອງຢ່າງເປີດເຜີຍຕໍ່ບັນດາປະເທດຊາດອື່ນໆ. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ, ພຣະອົງກໍຈາກມະນຸດໄປທັນທີ ແລະ ບໍ່ໄດ້ຢູ່ຕໍ່; ຫຼັງຈາກນັ້ນຈຶ່ງບໍ່ແມ່ນພຣະອົງ ທີ່ມີຮູບລັກສະນະຂອງມະນຸດສະແດງຕົວພຣະອົງຕໍ່ມະນຸດ, ແຕ່ເປັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໂດຍກົງ. ຫຼັງຈາກທີ່ພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ, ພຣະອົງກໍຈາກໂລກຂອງມະນຸດໄປ ແລະ ບໍ່ປະຕິບັດພາລະກິດທີ່ຄ້າຍຄືກັນກັບສິ່ງທີ່ພຣະອົງໄດ້ປະຕິບັດເມື່ອພຣະອົງຢູ່ໃນເນື້ອໜັງອີກຄັ້ງ. ຫຼັງຈາກນີ້, ພາລະກິດທຸກຢ່າງຈຶ່ງຖືກປະຕິບັດໂດຍພຣະວິນຍານບໍລິສຸດໂດຍກົງ. ໃນໄລຍະເວລານີ້, ມະນຸດເກືອບບໍ່ສາມາດເຫັນລັກສະນະຂອງຮ່າງກາຍຝ່າຍເນື້ອໜັງຂອງພຣະອົງ; ພຣະອົງບໍ່ສະແດງຕົນເອງຕໍ່ມະນຸດເລີຍ, ແຕ່ຍັງຄົງລີ້ລັບຢູ່ຕະຫຼອດໄປ. ເວລາສຳລັບພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນຈຳກັດ. ພາລະກິດຖືກປະຕິບັດໃນຍຸກ, ໄລຍະເວລາ, ປະຊາຊາດໂດຍສະເພາະ ແລະ ໃນທ່າມກາງຜູ້ຄົນໂດຍສະເພາະ. ພາລະກິດນີ້ເປັນຕົວແທນໃຫ້ກັບພາລະກິດທີ່ຢູ່ໃນໄລຍະເວລາຂອງການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ແລະ ເປັນຂອງຍຸກນັ້ນໂດຍສະເພາະ; ມັນເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຍຸກໃດໜຶ່ງໂດຍສະເພາະ ແລະ ບໍ່ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ ລັກສະນະຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈຶ່ງຈະບໍ່ຖືກເປີດເຜີຍໃຫ້ກັບທຸກຄົນ. ສິ່ງທີ່ຖືກເປີດເຜີຍອອກໃຫ້ກັບປວງຊົນແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດຂອງພຣະອົງ, ແທນທີ່ຈະເປັນຮູບລັກສະນະຂອງພຣະອົງເມື່ອພຣະອົງກາຍມາເປັນເນື້ອໜັງສອງຄັ້ງ. ມັນບໍ່ແມ່ນລັກສະນະຢ່າງໜຶ່ງຢ່າງດຽວທີ່ຖືກສະແດງໃຫ້ກັບມະນຸດ ຫຼື ບໍ່ແມ່ນສອງລັກສະນະລວມກັນ. ສະນັ້ນ ມັນຈຶ່ງສຳຄັນສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນຈາກໂລກນີ້ໄປຫຼັງຈາກສຳເລັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ, ຍ້ອນພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ແມ່ນເພື່ອສະແດງຮູບລັກສະນະຂອງພຣະອົງໃຫ້ຜູ້ຄົນເຫັນ. ເຖິງແມ່ນວ່າ ຄວາມໝາຍຂອງການບັງເກີດເປັນມະນຸດຈະຖືກເຮັດໃຫ້ສຳເລັດໂດຍການທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງທັງສອງຄັ້ງແລ້ວກໍຕາມ, ພຣະອົງກໍຍັງຈະບໍ່ສະແດງຕົນເອງອອກຢ່າງເປີດເຜີຍໃຫ້ກັບປະຊາຊາດໃດໜຶ່ງທີ່ບໍ່ເຄີຍເຫັນພຣະອົງມາກ່ອນ. ພຣະເຢຊູຈະບໍ່ສະແດງພຣະອົງເອງໃຫ້ກັບຊາວຢິວດັ່ງດວງຕາເວັນແຫ່ງຄວາມຊອບທຳອີກຄັ້ງ ຫຼື ພຣະອົງຈະບໍ່ຂຶ້ນເທິງພູເຂົາໝາກກອກເທດ ແລະ ປະກົດຕົວຕໍ່ທຸກຄົນອີກ; ສິ່ງທີ່ຊາວຢິວໄດ້ເຫັນມີພຽງແຕ່ພາບຂອງພຣະເຢຊູໃນເວລາທີ່ພຣະອົງຢູ່ໃນຢູດາຍ. ນີ້ກໍຍ້ອນວ່າພາລະກິດຂອງພຣະເຢຊູໃນການບັງເກີດເປັນມະນຸດຂອງພຣະອົງຈົບລົງຕັ້ງແຕ່ສອງພັນປີກ່ອນແລ້ວ; ພຣະອົງຈະບໍ່ກັບຄືນສູ່ຢູດາຍໃນຮູບລັກສະນະຂອງຊາວຢິວອີກ, ແລ້ວແຮງໄກທີ່ພຣະອົງຈະສະແດງຕົນເອງໃນຮູບລັກສະນະຂອງຊາວຢິວໃຫ້ຊົນຕ່າງຊາດໄດ້ເຫັນ, ຍ້ອນຮູບລັກສະນະຂອງພຣະເຢຊູທີ່ກາຍມາເປັນເນື້ອໜັງກໍເປັນພຽງຮູບລັກສະນະຂອງຊາວຢິວ ແລະ ບໍ່ແມ່ນລັກສະນະຂອງບຸດມະນຸດທີ່ໂຢຮັນໄດ້ເຫັນ. ເຖິງແມ່ນພຣະເຢຊູສັນຍາກັບຜູ້ຕິດຕາມຂອງພຣະອົງວ່າພຣະອົງຈະກັບຄືນມາອີກຄັ້ງ, ພຣະອົງຈະບໍ່ສະແດງພຣະອົງເອງໃນຮູບລັກສະນະຂອງຊາວຢິວຕໍ່ທຸກຄົນໃນຕ່າງຊາດຢ່າງງ່າຍດາຍ. ພວກເຈົ້າຄວນຮູ້ຈັກວ່າພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງກໍຄືການເປີດຍຸກ. ພາລະກິດນີ້ຈຳກັດແຕ່ສອງສາມປີ ແລະ ພຣະອົງບໍ່ສາມາດເຮັດໃຫ້ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າສຳເລັດລົງໄດ້. ໃນລັກສະນະດຽວກັນ, ຮູບລັກສະນະຂອງພຣະເຢຊູທີ່ເປັນຊາວຢິວກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບຮູບລັກສະນະຂອງພຣະເຈົ້າໃນຂະນະທີ່ພຣະອົງປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ພຣະອົງພຽງແຕ່ສາມາດປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເທົ່ານັ້ນ. ໃນລະຫວ່າງທີ່ພຣະເຢຊູຢູ່ໃນເນື້ອໜັງນັ້ນ, ພຣະອົງບໍ່ສາມາດປະຕິບັດພາລະກິດແຫ່ງການນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດໄດ້ ຫຼື ສາມາດທຳລາຍມະນຸດຊາດໄດ້. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ສຳເລັດການຖືກຄຶງໃສ່ໄມ້ກາງແຂນແລ້ວ ແລະ ໄດ້ສິ້ນສຸດພາລະກິດຂອງພຣະອົງ, ພຣະອົງກໍຂຶ້ນເມືອຢູ່ທີ່ສູງ ແລະ ເຊື່ອງຊ້ອນພຣະອົງເອງຈາກມະນຸດຕະຫຼອດໄປ. ຈາກນັ້ນເປັນຕົ້ນມາ, ຜູ້ເຊື່ອທີ່ມີສັດທາເຫຼົ່ານັ້ນຈາກຊົນຕ່າງຊາດກໍບໍ່ສາມາດເຫັນການສະແດງອອກຂອງພຣະເຢຊູເຈົ້າໄດ້ອີກ, ພຽງແຕ່ຮູບພາບຂອງພຣະອົງທີ່ພວກເຂົາຕິດຢູ່ເທິງຝາ. ຮູບພາບນີ້ແມ່ນຖືກແຕ້ມຂຶ້ນໂດຍມະນຸດເທົ່ານັ້ນ ແລະ ບໍ່ແມ່ນຮູບພາບລັກສະນະຂອງພຣະເຈົ້າເອງທີ່ສະແດງຕໍ່ມະນຸດ. ພຣະເຈົ້າຈະບໍ່ສະແດງຕົນເອງຕໍ່ປວງຊົນຢ່າງເປີດເຜີຍໃນຮູບພາບລັກສະນະທີ່ພຣະອົງກາຍມາເປັນເນື້ອໜັງທັງສອງຄັ້ງ. ພາລະກິດທີ່ພຣະອົງປະຕິບັດທ່າມກາງມະນຸດຊາດແມ່ນເພື່ອເຮັດໃຫ້ພວກເຂົາເຂົ້າໃຈອຸປະນິໄສຂອງພຣະອົງ. ທຸກສິ່ງນີ້ແມ່ນສະແດງຕໍ່ມະນຸດດ້ວຍລັກສະນະຂອງພາລະກິດຂອງຍຸກທີ່ແຕກຕ່າງກັນ; ມັນຖືກເຮັດໃຫ້ສຳເລັດຜ່ານທາງອຸປະນິໄສທີ່ພຣະອົງເຮັດໃຫ້ເປັນທີ່ຮູ້ຈັກ ແລະ ພາລະກິດທີ່ພຣະອົງໄດ້ປະຕິບັດ, ແທນທີ່ຈະຜ່ານທາງການສະແດງອອກຂອງພຣະເຢຊູ. ນັ້ນໝາຍຄວາມວ່າ ລັກສະນະຂອງພຣະເຈົ້າຖືກເຮັດໃຫ້ເປັນທີ່ຮູ້ຈັກຕໍ່ມະນຸດບໍ່ແມ່ນຜ່ານທາງຮູບຮ່າງທີ່ບັງເກີດເປັນມະນຸດ, ແຕ່ກົງກັນຂ້າມແມ່ນຜ່ານທາງພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດ ຜູ້ທີ່ມີທັງລັກສະນະ ແລະ ຮູບຮ່າງ; ແລະ ຜ່ານທາງພາລະກິດຂອງພຣະອົງ, ລັກສະນະຂອງພຣະອົງຈຶ່ງຖືກສະແດງອອກ ແລະ ອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ເປັນທີ່ຮູ້ຈັກ. ນີ້ຄືຄວາມໝາຍຂອງພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດໃນເນື້ອໜັງ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

223. ໃນເມື່ອພຣະເຈົ້າເປັນຜູ້ຍິ່ງໃຫຍ່ທົ່ວທັງຈັກກະວານ ແລະ ໃນອານາຈັກເບື້ອງເທິງ, ແລ້ວພຣະອົງຈະອະທິບາຍທັງໝົດກ່ຽວກັບພຣະອົງເອງໂດຍໃຊ້ພາບຫຼັກຂອງເນື້ອໜັງເທົ່ານັ້ນບໍ? ພຣະເຈົ້າພຽງເຂົ້າມາຢູ່ໃນເນື້ອໜັງນີ້ເພື່ອປະຕິບັດພາລະກິດຂັ້ນຕອນໜຶ່ງຂອງພຣະອົງເທົ່ານັ້ນ. ບໍ່ມີຄວາມໝາຍໃດໆກ່ຽວກັບພາບຫຼັກຂອງເນື້ອໜັງນີ້, ມັນບໍ່ມີສ່ວນກ່ຽວຂ້ອງກັບຍຸກທີ່ຜ່ານມາ ຫຼື ບໍ່ມີຫຍັງກ່ຽວພັນກັບອຸປະນິໄສຂອງພຣະເຈົ້າ. ເປັນຫຍັງພຣະເຢຊູຈຶ່ງບໍ່ຍອມໃຫ້ພາບຫຼັກຂອງພຣະອົງຍັງຄົງຢູ່? ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ມະນຸດແຕ້ມຮູບພາບຂອງພຣະອົງ ເພື່ອສິ່ງນັ້ນຈະຖ່າຍທອດໄປສູ່ລຸ້ນຕໍ່ໆໄປ? ເປັນຫຍັງພຣະອົງຈຶ່ງບໍ່ຍອມໃຫ້ຜູ້ຄົນຮັບຮູ້ວ່າ ພາບຫຼັກຂອງພຣະອົງເປັນພາບຫຼັກຂອງພຣະເຈົ້າ? ເຖິງແມ່ນລັກສະນະຂອງມະນຸດຖືກສ້າງໃນພາບຫຼັກຂອງພຣະເຈົ້າ, ມັນເປັນໄປໄດ້ບໍທີ່ຈະໃຫ້ຮູບຮ່າງຂອງມະນຸດເປັນຕົວແທນໃຫ້ກັບພາບຫຼັກອັນສູງສົ່ງຂອງພຣະເຈົ້າ? ເມື່ອພຣະເຈົ້າກາຍມາເປັນມະນຸດ, ພຣະອົງສະເດັດລົງຈາກສະຫວັນມາສູ່ເນື້ອໜັງສະເພາະໃດໜຶ່ງເທົ່ານັ້ນ. ເປັນພຣະວິນຍານຂອງພຣະອົງທີ່ລົງມາສູ່ເນື້ອໜັງ ເຊິ່ງວິທີທີ່ພຣະອົງປະຕິບັດພາລະກິດຂອງພຣະວິນຍານ. ເປັນພຣະວິນຍານທີ່ປາກົດຕົວໃນເນື້ອໜັງ ແລະ ເປັນພຣະວິນຍານທີ່ປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພາລະກິດທີ່ກະທຳໃນເນື້ອໜັງເປັນຕົວແທນຢ່າງສົມບູນໃຫ້ກັບພຣະວິນຍານ ແລະ ເນື້ອໜັງແມ່ນເພື່ອພາລະກິດ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພາບລັກສະນະຂອງເນື້ອໜັງແມ່ນສາມາດເປັນຕົວແທນໃຫ້ກັບພາບຫຼັກອັນແທ້ຈິງຂອງພຣະເຈົ້າໄດ້; ນີ້ບໍ່ແມ່ນເປົ້າໝາຍ ຫຼື ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນມະນຸດ. ພຣະອົງກາຍມາເປັນມະນຸດເພື່ອວ່າ ພຣະວິນຍານຈະພົບສະຖານທີ່ເໝາະສົມເພື່ອອາໄສຢູ່ເວລາປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ, ຍິ່ງໄປກວ່ານັ້ນກໍເພື່ອບັນລຸພາລະກິດຂອງພຣະອົງໃນເນື້ອໜັງ, ເພື່ອຜູ້ຄົນຈະສາມາດເຫັນພາລະກິດຂອງພຣະອົງ, ສໍາຜັດກັບອຸປະນິໄສຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ຮູ້ຄວາມອັດສະຈັນຂອງພາລະກິດຂອງພຣະອົງ. ພຣະນາມຂອງພຣະອົງເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ, ພາລະກິດຂອງພຣະອົງເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງ, ແຕ່ພຣະອົງບໍ່ເຄີຍເວົ້າຈັກເທື່ອວ່າ ຮູບຮ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກຂອງພຣະອົງ; ນັ້ນເປັນພຽງຄວາມຄິດຂອງມະນຸດ. ດ້ວຍເຫດນັ້ນ ລັກສະນະທີ່ສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະນາມຂອງພຣະອົງ, ພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ເພດຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນນໍາໃຊ້ເພື່ອເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະອົງໃນຍຸກນີ້. ການປາກົດຕົວໃນເນື້ອໜັງຂອງພຣະອົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບການຄຸ້ມຄອງຂອງພຣະອົງ, ເປັນພຽງແຕ່ເພື່ອເຫັນແກ່ພາລະກິດຂອງພຣະອົງໃນເວລານັ້ນ. ເຖິງຢ່າງໃດກໍຕາມ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າຜູ້ຊົງບັງເກີດເປັນມະນຸດທີ່ຈະບໍ່ມີຮູບຮ່າງໂດຍສະເພາະ, ດ້ວຍເຫດນັ້ນ ພຣະອົງຈຶ່ງເລືອກເອົາຄອບຄົວທີ່ເໝາະສົມເພື່ອກຳນົດເປັນຮູບຮ່າງຂອງພຣະອົງ. ຖ້າຮູບຮ່າງຂອງພຣະເຈົ້າມີຄວາມສຳຄັນໃນການເປັນຕົວແທນຂອງພຣະອົງ, ແລ້ວທຸກຄົນທີ່ມີພາບລັກສະນະໃບໜ້າທີ່ຄ້າຍຄືກັບພຣະອົງແມ່ນເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດ. ສິ່ງນັ້ນຈະບໍ່ແມ່ນຂໍ້ຜິດພາດທີ່ຮ້າຍແຮງທີ່ສຸດບໍ? ຮູບພາບຂອງພຣະເຢຊູແມ່ນຖືກແຕ້ມໂດຍມະນຸດເພື່ອວ່າ ມະນຸດຈະໄດ້ນະມັດສະການພຣະອົງ. ໃນເວລານັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ໃຫ້ຄຳສັ່ງທີ່ພິເສດໃດໆ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງສືບຕໍ່ໃຊ້ພາບວາດດັ່ງກ່າວຈົນເຖິງປັດຈຸບັນ. ໃນຄວາມຈິງແລ້ວ, ອີງຕາມຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າ, ມະນຸດບໍ່ຄວນເຮັດແບບນີ້. ມັນເປັນພຽງຄວາມກະຕືລືລົ້ນຂອງມະນຸດເທົ່ານັ້ນທີ່ເຮັດໃຫ້ພາບວາດຂອງພຣະເຢຊູຍັງຄົງຢູ່ຈົນເຖິງປັດຈຸບັນ. ພຣະເຈົ້າເປັນພຣະວິນຍານ ແລະ ມະນຸດຈະບໍ່ສາມາດເຂົ້າໃຈວ່າ ພາບລັກສະນະຂອງພຣະອົງເປັນແບບໃດ. ອຸປະນິໄສຂອງພຣະອົງເທົ່ານັ້ນທີ່ສາມາດເປັນຕົວແທນພາບລັກສະນະຂອງພຣະອົງໄດ້.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

224. ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື ເຮັດໃຫ້ມະນຸດແຍກແຍະຄວາມແຕກຕ່າງລະຫວ່າງເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເນື້ອໜັງມະນຸດ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອຝຶກຝົນຄວາມສາມາດໃນການແຍກແຍະຂອງມະນຸດ ແລະ ແຮງໄກເລີຍທີ່ພຣະອົງຈະເຮັດແບບນັ້ນໂດຍມີເຈດຕະນາທີ່ຈະຍອມໃຫ້ມະນຸດນະມັດສະການເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເພື່ອຮັບເອົາສະຫງ່າລາສີທີ່ຍິ່ງໃຫຍ່ທີ່ສຸດ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອກ່າວໂທດມະນຸດ ຫຼື ຕັ້ງໃຈເພື່ອເປີດໂປງມະນຸດ ຫຼື ເພື່ອເຮັດໃຫ້ສິ່ງຕ່າງໆລຳບາກສຳລັບເຂົາ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນເປັນຮູບແບບໜຶ່ງຂອງພາລະກິດທີ່ບໍ່ສາມາດຫຼີກເວັ້ນໄດ້. ມັນແມ່ນເພື່ອເຫັນແກ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງປະຕິບັດແບບທີ່ພຣະອົງໄດ້ເຮັດ ແລະ ບໍ່ແມ່ນຍ້ອນເຫດຜົນທີ່ມະນຸດຈິນຕະນາການ. ພຣະອົງມາເທິງແຜ່ນດິນໂລກຕາມທີ່ພາລະກິດຂອງພຣະອົງຮຽກຮ້ອງເທົ່ານັ້ນ ແລະ ມີແຕ່ເມື່ອຈຳເປັນເທົ່ານັ້ນ. ພຣະອົງບໍ່ມາເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະເບິ່ງໄປອ້ອມໆ ແຕ່ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ແລ້ວເປັນຫຍັງພຣະອົງຈຶ່ງຮັບເອົາພາລະໜັກໜ່ວງແບບນັ້ນ ແລະ ຮັບເອົາຄວາມສ່ຽງທີ່ຍິ່ງໃຫຍ່ດັ່ງກ່າວເພື່ອປະຕິບັດພາລະກິດຂອງພຣະອົງ? ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເມື່ອພຣະອົງຈຳເປັນຕ້ອງເຮັດ ແລະ ມີຄວາມໝາຍທີ່ພິເສດຢູ່ສະເໝີ. ຖ້າບໍ່ແມ່ນເພື່ອເຫັນແກ່ການເຮັດໃຫ້ມະນຸດຫຼຽວເບິ່ງພຣະອົງ ແລະ ເປີດຂອບເຂດຂອງພວກເຂົາ, ແລ້ວແນ່ນອນທີ່ສຸດ ພຣະອົງແມ່ນບໍ່ໄດ້ມາຢູ່ທ່າມກາງມະນຸດຢ່າງງ່າຍດາຍ. ພຣະອົງມາເທິງແຜ່ນດິນໂລກເພື່ອເຫັນແກ່ການຄຸ້ມຄອງຂອງພຣະອົງ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາມະນຸດຫຼາຍກວ່າເກົ່າ. ພຣະອົງມາເພື່ອເປັນຕົວແທນໃຫ້ກັບຍຸກ, ພຣະອົງມາເພື່ອເອົາຊະນະຊາຕານ ແລະ ເພື່ອເອົາຊະນະຊາຕານ ພຣະອົງຈຶ່ງສວມໃສ່ເນື້ອໜັງ. ຍິ່ງໄປກວ່ານັ້ນ ພຣະອົງມາເພື່ອນໍາພາມະນຸດຊາດທັງປວງໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມັນກ່ຽວຂ້ອງກັບພາລະກິດຂອງຈັກກະວານທັງປວງ. ຖ້າພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ມະນຸດມາຮູ້ຈັກເນື້ອໜັງຂອງພຣະອົງ ແລະ ເປີດຕາຂອງມະນຸດ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ເດີນທາງໄປທຸກປະເທດ? ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ສຸດບໍ? ແຕ່ພຣະອົງບໍ່ໄດ້ເຮັດແບບນັ້ນ, ກົງກັນຂ້າມ ພຣະອົງເລືອກສະຖານທີ່ເໝາະສົມທີ່ຈະປັກຫຼັກ ແລະ ເລີ່ມຕົ້ນພາລະກິດທີ່ພຣະອົງຄວນປະຕິບັດ. ມີພຽງແຕ່ເນື້ອໜັງນີ້ເທົ່ານັ້ນທີ່ມີຄວາມໝາຍຢ່າງຫຼວງຫຼາຍ. ພຣະອົງເປັນຕົວແທນໃຫ້ກັບຍຸກທົງໝົດ ແລະ ຍັງປະຕິບັດພາລະກິດຂອງຍຸກທັງໝົດ; ພຣະອົງນໍາຍຸກເກົ່າມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກໃໝ່. ທຸກສິ່ງນີ້ແມ່ນເລື່ອງທີ່ສຳຄັນເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ແລະ ມັນຄືຄວາມໝາຍຂອງຂັ້ນຕອນໜຶ່ງຂອງພາລະກິດທີ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

225. ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບຫຼັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອມະນຸດທຸກຄົນຈະເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ເພື່ອເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈທາດແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ມັນກໍບໍ່ນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງສະແດງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງມະນຸດຫຼາຍພຽງນັ້ນ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງເພື່ອເຮັດໃຫ້ມະນຸດທຸກຄົນເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງທາດແທ້ຂອງພຣະອົງ. ທາດແທ້ຂອງພຣະອົງບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ທາດແທ້ຂອງພຣະອົງ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

226. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສົດໃສຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ; ທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງຮັບໃຊ້ຊາຕານ ແລະ ນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນຜົນງານຂອງພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍບໍ່ສະແຫວງຫາ ແລະ ງົມຫາສິ່ງທີ່ເລື່ອນລອຍ ແລະ ບໍ່ແຈ່ມແຈ້ງເຫຼົ່ານັ້ນອີກຕໍ່ໄປ ແລະ ເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີ່ມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືຫວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້. ເມື່ອພຣະເຈົ້າດໍາເນີນພາລະກິດຂອງພຣະອົງມາເຖິງຂັ້ນຕອນນີ້, ພາລະກິດຂອງພຣະອົງກໍໄດ້ບັນລຸຜົນຢ່າງພໍໃຈທີ່ສຸດແລ້ວ ແລະ ຖືວ່າເປັນຄວາມສຳເລັດທີ່ບໍລິບູນ. ພາລະກິດສ່ວນຕົວຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ເຮັດໃຫ້ພາລະກິດເກົ້າສິບເປີເຊັນຂອງການຄຸ້ມຄອງທັງໝົດຂອງພຣະອົງສຳເລັດລົງ. ເນື້ອໜັງນີ້ໄດ້ສະໜອງການເລີ່ມຕົ້ນທີ່ດີກວ່າໃຫ້ກັບພາລະກິດທັງໝົດຂອງພຣະອົງ, ເປັນບົດສະຫຼຸບສຳລັບພາລະກິດທັງໝົດຂອງພຣະອົງ, ປະກາດໃຊ້ພາລະກິດທັງໝົດຂອງພຣະອົງ ແລະ ໄດ້ເສີມເຕີມພາລະກິດທັງໝົດນີ້ຢ່າງທົ່ວເຖິງເປັນຄັ້ງສຸດທ້າຍ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຈະບໍ່ມີພຣະເຈົ້າທີ່ບັງເກີດເປັນມະນຸດອີກເພື່ອປະຕິບັດພາລະກິດຂັ້ນຕອນທີສີ່ຂອງພຣະເຈົ້າ ແລະ ຈະບໍ່ມີພາລະກິດທີ່ມະຫັດສະຈັນອີກຂອງການບັງເກີດເປັນມະນຸດຄັ້ງທີສາມຂອງພຣະເຈົ້າ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

227. ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ເປັນຈິງ, ພຣະອົງບໍ່ແມ່ນເນື້ອໜັງທີ່ທຳມະດາ ນັ້ນກໍຄື ພຣະອົງບໍ່ແມ່ນເນື້ອໜັງທີ່ເປັນມະນຸດ ແຕ່ເນື້ອໜັງທີ່ເປັນທັງມະນຸດ ແລະ ພຣະເຈົ້າ. ນີ້ຄືຄວາມແຕກຕ່າງລະຫວ່າງພຣະອົງກັບມະນຸດ ແລະ ເປັນສັນຍາລັກແຫ່ງຕົວຕົນຂອງພຣະເຈົ້າ. ມີພຽງແຕ່ເນື້ອໜັງແບບນີ້ເທົ່ານັ້ນທີ່ສາມາດປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດ ແລະ ເຮັດໃຫ້ພັນທະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດໄດ້ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດທ່າມກາງມະນຸດ. ຖ້າບໍ່ເປັນແບບນັ້ນ, ພາລະກິດຂອງພຣະອົງທ່າມກາງມະນຸດກໍຈະຫວ່າງເປົ່າ ແລະ ມີຮອຍດ່າງຕະຫຼອດໄປ. ເຖິງແມ່ນວ່າ ພຣະເຈົ້າສາມາດຕໍ່ສູ້ກັບວິນຍານຂອງຊາຕານ ແລະ ໄດ້ຮັບໄຊຊະນະ, ທຳມະຊາດເດີມຂອງມະນຸດທີ່ເສື່ອມຊາມກໍບໍ່ໄດ້ຖືກແກ້ໄຂຈັກເທື່ອ ແລະ ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ຕໍ່ຕ້ານພຣະອົງບໍ່ສາມາດຕົກຢູ່ພາຍໃຕ້ອຳນາດຂອງພຣະອົງໄດ້ຢ່າງແທ້ຈິງຈັກເທື່ອ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ສາມາດເອົາຊະນະມະນຸດຊາດໄດ້ຈັກເທື່ອ ແລະ ບໍ່ສາມາດຮັບເອົາມະນຸດຊາດທັງປວງໄດ້ຈັກເທື່ອ. ຖ້າພາລະກິດຂອງພຣະອົງເທິງແຜ່ນດິນໂລກບໍ່ສາມາດເຮັດໃຫ້ສຳເລັດໄດ້, ແລ້ວການຄຸ້ມຄອງຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ ແລະ ມະນຸດຊາດທັງໝົດຈະບໍ່ສາມາດເຂົ້າສູ່ການພັກຜ່ອນໄດ້. ຖ້າພຣະເຈົ້າບໍ່ສາມາດເຂົ້າສູ່ການພັກຜ່ອນຮ່ວມກັບສິ່ງຖືກສ້າງທັງປວງຂອງພຣະອົງ, ກໍຈະບໍ່ມີຜົນຕາມມາສຳລັບພາລະກິດແຫ່ງການຄຸ້ມຄອງດັ່ງກ່າວຈັກເທື່ອ ແລະ ສະຫງ່າລາສີຂອງພຣະເຈົ້າກໍຈະຫາຍໄປໃນທີ່ສຸດ. ເຖິງແມ່ນເນື້ອໜັງຂອງພຣະອົງບໍ່ມີສິດອຳນາດ, ພາລະກິດທີ່ພຣະອົງປະຕິບັດກໍໄດ້ບັນລຸຜົນຂອງມັນແລ້ວ. ນີ້ແມ່ນທິດທາງພາລະກິດທີ່ພຣະອົງຫຼີກເວັ້ນບໍ່ໄດ້. ບໍ່ວ່າເນື້ອໜັງຂອງພຣະອົງຈະມີສິດອຳນາດ ຫຼື ບໍ່, ຕາບໃດທີ່ພຣະອົງສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ, ແລ້ວພຣະອົງກໍເປັນພຣະເຈົ້າເອງ. ບໍ່ວ່າເນື້ອໜັງນີ້ຈະທຳມະດາ ແລະ ປົກກະຕິ ຫຼື ບໍ່, ພຣະອົງສາມາດປະຕິບັດພາລະກິດທີ່ພຣະອົງຄວນເຮັດໄດ້ ກໍຍ້ອນເນື້ອໜັງນີ້ແມ່ນພຣະເຈົ້າ ແລະ ບໍ່ແມ່ນພຽງມະນຸດເທົ່ານັ້ນ. ເຫດຜົນທີ່ເນື້ອໜັງນີ້ສາມາດປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໄດ້ ກໍຍ້ອນທາດແທ້ຂ້າງໃນຂອງພຣະອົງບໍ່ຄືກັບມະນຸດຄົນໃດ ແລະ ເຫດຜົນທີ່ພຣະອົງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນໄດ້ແມ່ນຍ້ອນຕົວຕົນຂອງພຣະອົງແຕກຕ່າງຈາກມະນຸດທົ່ວໄປ. ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າ ພຣະອົງເປັນມະນຸດ ແລະ ຍິ່ງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າ ພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງຄ້າຍຄືກັບມະນຸດ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ການທີ່ພຣະອົງປະກອບສ່ວນຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູລອດຂອງມະນຸດຊາດເຮັດໃຫ້ພຣະອົງມີຄ່າຢ່າງສູງ; ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຕົກຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານໃຫ້ກັບພຣະອົງເອງໄດ້ດີກວ່າສັບພະສິ່ງທີ່ຖືກສ້າງຂຶ້ນທັງປວງ ແລະ ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ດົນບັນດານໃຈກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດຊ່ວຍໃຫ້ມະນຸດຮູ້ຈັກພຣະຜູ້ສ້າງໄດ້ດີກວ່າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສັບພະທຸກສິ່ງທີ່ຖືກສ້າງໄດ້ດີກວ່າ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

228. ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄພອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາພັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາພັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາພັດໄດ້ເຖິງຄວາມຫ່ວງໄຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ ມະນຸດເຫັນພຣະເຈົ້າແຫ່ງຟ້າສະຫວັນຊົງດໍາລົງຢູ່ທ່າມກາງມະນຸດ ໃນໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ, ແລະ ຮັກພຣະອົງ. ດ້ວຍເຫດນີ້ ພຣະອົງຈິ່ງໄດ້ກັບມາເປັນມະນຸດຄັ້ງທີສອງ. ເຖິງແມ່ນວ່າໃນທຸກມື້ນີ້ ມະນຸດຈະເຫັນພຣະເຈົ້າໃນຮ່າງກາຍຄືມະນຸດ ທີ່ມີດັງກັບມີຕາສອງໜ່ວຍ ແລະ ເປັນພຽງພຣະເຈົ້າທໍາມະດາ ແຕ່ໃນທີ່ສຸດພຣະເຈົ້າຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ຟ້າສະຫວັນກັບໂລກກໍຈະປ່ຽນແປງຢ່າງໃຫຍ່ຫຼວງ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ທ້ອງຟ້າກໍຈະມືດມົວ ໂລກຈະສົນລະວົນ ແລະ ມະນຸດຈະປະເຊີນກັບໄພອຶດຫິວ ແລະ ໂຣກລະບາດ. ພຣະອົງຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າປາສະຈາກການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າຜູ້ຊົງບັງເກີດເປັນເນື້ອໜັງໃນຍຸກສຸດທ້າຍແລ້ວ ພຣະເຈົ້າກໍຄົງທໍາລາຍມະນຸດທັງໝົດໃນນະຮົກໄປແລ້ວ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່, ພວກເຈົ້າກໍຈະເປັນຄົນບາບໜາຕະຫຼອດໄປ ແລະ ທັງຈະກາຍເປັນຊາກສົບ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ມະນຸດທັງໝົດຈະໄດ້ຮັບເຄາະຮ້າຍທີ່ຫຼີກລ່ຽງບໍ່ໄດ້ ແລະ ບໍ່ອາດໜີພົ້ນໂທດໜັກຂອງພຣະເຈົ້າໃນຍຸກສຸດທ້າຍ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບັງເກີດມາ ພວກເຈົ້າກໍຈະຕົກຢູ່ໃນສະຖານະການທີ່ ແມ່ນແຕ່ຊີວິດຊີວາ ແລະ ຄວາມຕາຍ ພວກເຈົ້າກໍຊອກບໍ່ເຫັນ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ໃນທຸກມື້ນີ້ພວກເຈົ້າກໍຈະບໍ່ສາມາດຮັບເອົາຄວາມຈິງ ແລະ ເຂົ້າໃກ້ບັນລັງຂອງພຣະເຈົ້າໄດ້. ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມບາບອັນຊົ່ວຊ້າຂອງພວກເຈົ້າ. ເຈົ້າຮູ້ບໍ? ຖ້າພຣະເຈົ້າບໍ່ກັບມາເປັນເນື້ອໜັງອີກຄັ້ງ ບໍ່ມີໃຜຈະໄດ້ຮັບຄວາມລອດພົ້ນ ແລະ ຖ້າຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບໍ່ສະເດັດມາ ພຣະເຈົ້າກໍຄົງທໍາລາຍໂລກຕັ້ງແຕ່ດົນແລ້ວ. ໃນເມື່ອເປັນດັ່ງນັ້ນ ພວກເຈົ້າຍັງຈະປະຕິເສດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຢູ່ບໍ? ໃນເມື່ອພວກເຈົ້າຈະໄດ້ຮັບປະໂຫຍດຫຼວງຫຼາຍຈາກມະນຸດທໍາມະດາຄົນນີ້ ເປັນຫຍັງພວກເຈົ້າຈິ່ງບໍ່ພ້ອມຮັບເອົາເພິ່ນດ້ວຍໃຈຍິນດີ?

ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດຮູ້ໄດ້ວ່າການຕັດສິນໃຈຂອງເຈົ້າຖືກຕ້ອງຫຼືບໍ່ ຫຼື ບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າຈະສໍາເລັດຫຼືບໍ່ ເປັນຫຍັງເຈົ້າຈິ່ງບໍ່ລອງສ່ຽງເບິ່ງ ແລະ ສໍາຫຼວດວ່າມະນຸດທໍາມະດາສາມັນຄົນນີ້ຈະຊ່ວຍເຫຼືອເຈົ້າໄດ້ຫຼືບໍ່ ແລະ ເບິ່ງວ່າພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ຫຼືບໍ່. ເຖິງຢ່າງໃດກໍຕາມ ເຮົາຕ້ອງບອກເຈົ້າວ່າ ໃນຍຸກສະໄໝຂອງໂນອາ ມະນຸດພາກັນກິນ ແລະ ດື່ມ, ແຕ່ງງານກັນ ເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້ ພຣະອົງຈິ່ງສົ່ງນໍ້າມາຖ້ວມໂລກເພື່ອທໍາລາຍມະນຸດຊາດ ແລະ ໄວ້ຊີວິດຄອບຄົວຂອງໂນອາແປດຄົນ ແລະ ສັດປີກສັດປ່າທຸກຊະນິດ. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍ ບັນດາຜູ້ທີ່ພຣະເຈົ້າຊົງປົກປັກຮັກສາໄວ້ແມ່ນບັນດາຜູ້ທີ່ຈົງຮັກພັກດີຕໍ່ພຣະອົງຈົນສຸດກົກສຸດປາຍ. ເຖິງວ່າທັງສອງຍຸກສະໄໝຊົ່ວຊ້າຈົນເຫຼືອທົນສໍາລັບພຣະເຈົ້າ ແລະ ມະນຸດໃນທັງສອງຍຸກສະໄໝກໍຊົ່ວຊ້າເຖິງຂັ້ນປະຕິເສດພຣະເຈົ້າ ມະນຸດທັງໝົດໃນຍຸກຂອງໂນອາຖືກພຣະເຈົ້າທໍາລາຍຈົນໝົດ. ມະນຸດທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍພຣະໄທຫຼາຍ ແຕ່ພຣະເຈົ້າຍັງອົດທົນຕໍ່ມະນຸດໃນຍຸກສຸດທ້າຍຈົນຮອດທຸກມື້ນີ້. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າເຄີຍພິຈາລະນາເບິ່ງບໍ? ຖ້າພວກເຈົ້າບໍ່ຮູ້ແທ້ ເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດໃນຍຸກນີ້ບໍ່ຊົ່ວຊ້າເທົ່າກັບມະນຸດໃນສະໄໝຂອງໂນອາ ຫຼື ວ່າມະນຸດໃນຍຸກນີ້ໄດ້ກັບໃຈໃໝ່, ບໍ່ແມ່ນຍ້ອນວ່າພຣະເຈົ້າບໍ່ສາມາດທໍາລາຍມະນຸດໃນຍຸກສຸດທ້າຍນີ້ໄດ້ ຍ້ອນເປັນຍຸກທີ່ເຕັກໂນໂລຊີກ້າວໜ້າ. ແຕ່ຍ້ອນວ່າພຣະເຈົ້າຍັງມີພາລະກິດທີ່ຕ້ອງປະຕິບັດໃຫ້ສໍາເລັດໃນກຸ່ມຄົນໜຶ່ງໃນຍຸກສຸດທ້າຍ ແລະ ພາລະກິດນີ້ພຣະເຈົ້າຜູ້ບັງເກີດເປັນມະນຸດ ຄື ພຣະອົງເອງ ຈະເປັນຜູ້ປະຕິບັດ. ນອກຈາກນີ້ ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງກຸ່ມຄົນນີ້ໃຫ້ເປັນຜູ້ໄດ້ຮັບຄວາມລອດພົ້ນ ໃຫ້ເປັນຜົນຕໍ່ແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາພວກເຂົາໄປສູ່ຍຸກໃໝ່. ດັ່ງນັ້ນ ສິ່ງໃດຈະເກີດຂຶ້ນກໍຕາມ ຄ່າໄຖ່ບາບທີ່ພຣະອົງໄດ້ຊໍາລະນັ້ນກໍແມ່ນ ເພື່ອກະກຽມສໍາລັບພາລະກິດການບັງເກີດເປັນມະນຸດຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ ພວກເຈົ້າມາຮອດມື້ນີ້ໄດ້ກໍຍ້ອນການບັງເກີດເປັນເນື້ອໜັງນີ້. ເປັນຍ້ອນພຣະເຈົ້າສະຖິດຢູ່ໃນເນື້ອໜັງນີ້ ພວກເຈົ້າຈິ່ງສາມາດມີຊີວິດຢູ່ໄດ້. ພອນປະເສີດທັງໝົດນີ້ໄດ້ມາກໍຍ້ອນມະນຸດທໍາມະດາຄົນນີ້. ບໍ່ພຽງເທົ່ານັ້ນ, ແຕ່ໃນທີ່ສຸດ ທຸກຊາດຈະນະມັດສະການມະນຸດທໍາມະດາຄົນນີ້ ພ້ອມທັງຂອບພຣະໄທ ແລະ ເຊື່ອຟັງມະນຸດທີ່ສໍາຄັນຄົ້ນນີ້. ເພາະວ່າຄວາມຈິງ, ຊີວິດ, ແລະ ຫົນທາງທີ່ພຣະອົງນໍາມາໄດ້ຊ່ວຍມະນຸດຊາດໃຫ້ລອດພົ້ນ, ໄດ້ກໍາຈັດຄວາມຄັດແຍ່ງລະຫວ່າງພຣະເຈົ້າກັບມະນຸດ, ເຮັດໃຫ້ມະນຸດກັບພຣະເຈົ້າຫຍັບເຂົ້າໃກ້ກັນ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດມະນຸດ ແລະ ພຣະເຈົ້າ. ພຣະອົງຍັງເປັນຜູ້ທີ່ນໍາສະຫງ່າລາສີຍິ່ງໃຫຍ່ກວ່າເກົ່າໄປສູ່ພຣະເຈົ້າ. ບໍ່ແມ່ນມະນຸດທໍາມະດາຄົນນີ້ບໍທີ່ສົມຄວນໄດ້ຮັບການໄວ້ວາງໃຈ ແລະ ສັກກະລະບູຊາຈາກເຈົ້າ? ມະນຸດທໍາມະດາຄົນນີ້ບໍ່ສົມຄວນໄດ້ຮັບນາມວ່າ ພຣະຄຣິດ ບໍ? ມະນຸດທໍາມະດາຄົນນີ້ບໍ່ແມ່ນພຣະເຈົ້າຊົງບັງເກີດໃນທ່າມກາງມະນຸດບໍ? ມະນຸດຄົນນີ້ທີ່ຊ່ວຍມະນຸດຊາດໃຫ້ພົ້ນຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຈາກພວກເຈົ້າ ແລະ ເປັນບ່ອນເພິ່ງພາຂອງພວກເຈົ້າບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກມາຈາກປາກຂອງພຣະອົງ ແລະ ກຽດຊັງການທີ່ມີພຣະອົງຢູ່ກັບພວກເຈົ້າ ແລ້ວຊະຕາກໍາຂອງພວກເຈົ້າຈະເປັນຢ່າງໃດ?

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

229. ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍຈະສໍາເລັດຜ່ານມະນຸດທໍາມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກໍານົດທຸກຢ່າງກ່ຽວກັບເຈົ້າ. ມະນຸດຄົນນີ້ຈະເປັນດັ່ງທີ່ພວກເຈົ້າຄິດບໍ ຄືເປັນພຽງຄົນທໍາມະດາ ບໍ່ສົມຄວນໄດ້ຮັບການກ່າວຂານ? ຄວາມຈິງຂອງພຣະອົງບໍ່ມີນໍ້າໜັກພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ການກະທໍາຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ຫຼືວ່າ ທາງທີ່ພຣະອົງຊົງນໍາທາງໄປນັ້ນບໍ່ສົມຄວນໃຫ້ພວກເຈົ້າຕິດຕາມບໍ? ແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ສຶກລັງກຽດພຣະອົງ ແລະ ປະຕິເສດພຣະອົງ ແລະ ບໍ່ຍອມຕິດຕາມພຣະອົງ? ພຣະອົງເປັນຜູ້ສະແດງຄວາມຈິງ, ພຣະອົງເປັນຜູ້ປະທານຄວາມຈິງ ແລະ ພຣະອົງເປັນຜູ້ປະທານຫົນທາງໃຫ້ເຈົ້າກ້າວເດີນ. ເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດເບິ່ງເຫັນພາລະກິດຂອງພຣະອົງໃນຄວາມຈິງເຫຼົ່ານີ້? ຖ້າປາສະຈາກການເສຍສະລະຂອງພຣະຄຣິດ ມະນຸດກໍຈະບໍ່ສາມາດລົງມາຈາກໄມ້ກາງແຂນໄດ້ ແຕ່ວ່າຖ້າປາສະຈາກການບັງເກີດເປັນມະນຸດໃນຍຸກນີ້ ບັນດາຜູ້ທີ່ລົງມາຈາກໄມ້ກາງແຂນກໍຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ຫຼື ກ້າວເຂົ້າສູ່ຍຸກໃໝ່ໄດ້. ຖ້າມະນຸດທໍາມະດາຄົນນີ້ບໍ່ສະເດັດມາ ພວກເຈົ້າກໍຈະບໍ່ມີໂອກາດ ຫຼື ມີສິດໄດ້ເຫັນໜ້າຕາທີ່ແທ້ຈິງຂອງພຣະເຈົ້າ ເພາະວ່າພວກເຈົ້າທັງໝົດສົມຄວນຖືກທໍາລາຍຕັ້ງແຕ່ດົນແລ້ວ. ຍ້ອນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ພຣະອົງຈິ່ງໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມກະລຸນາຕໍ່ເຈົ້າ. ຢ່າງໃດກໍຕາມ ທ້າຍສຸດນີ້ ເຮົາຂໍຝາກຂໍ້ຄິດເຫຼົ່ານີ້ໄວ້ກັບພວກເຈົ້າ, ມະນຸດທໍາມະດາຄົນນີ້ ແມ່ນພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ ທີ່ສໍາຄັນຕໍ່ພວກເຈົ້າຫຼາຍ. ນີ້ເປັນສິ່ງຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທໍາໃນທ່າມກາງມະນຸດ.

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

230. ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ແລະ ທັງສອງແມ່ນ”.

ກ່ອນນີ້: III ພຣະທຳກ່ຽວກັບການເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

ຕໍ່ໄປ: V ພຣະທຳກ່ຽວກັບຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ພຣະນາມຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ...

ພຣະບັນຍັດແຫ່ງຍຸກໃໝ່

ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ...

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger