ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

ເຈົ້າສາມາດສື່ສານເຖິງອຸປະນິໃສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມທີ່ມີຄວາມສຳຄັນຂອງຍຸກສະໄໝໄດ້ບໍ? ເຈົ້າ ຜູ້ທີ່ໄດ້ຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າຈະສາມາດບັນລະຍາຍອຸປະນິໃສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຖືກຕ້ອງໄດ້ບໍ? ຜ່ານທຸກສິ່ງນີ້, ຄົນອື່ນໆຈະສາມາດຮຽນຮູ້ກ່ຽວກັບປະສົບການຂອງເຈົ້າໄດ້. ເຈົ້າຈະສົ່ງຕໍ່ສິ່ງທີ່ເຈົ້າເຫັນ ແລະ ປະສົບການຂອງເຈົ້າໃຫ້ແກ່ຄົນທີ່ໜ້າສົງສານ, ຄົນທຸກຍາກ ແລະ ຄົນທີ່ມີຄວາມເຊື່ອອັນແຮງກ້າໃນສາສະໜາ ເຊິ່ງເປັນຜູ້ທີ່ກຳລັງຫິວ ແລະ ກະຫາຍຄວາມຊອບທຳ ແລະ ກຳລັງຖ້າໃຫ້ເຈົ້ານຳພາພວກເຂົາແນວໃດ? ຄົນປະເພດໃດທີ່ກຳລັງຖ້າເຈົ້າໃຫ້ນຳພາພວກເຂົາ? ເຈົ້າພໍຈະຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ເຈົ້າຕ້ອງແບກຮັບ, ໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ ຄືກັນກັບນາຍທີ່ດີສຳລັບຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກທີ່ດີກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍການເປັນນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສັບພະສິ່ງ ແລະ ທາດແທ້ທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງເພື່ອຄວາມກ້າວໜ້າໃນພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າເຈົ້າເພື່ອເປັນນາຍທາງໃຫ້ພວກເຂົາ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ໜ້າສົງສານ, ຕາບອດ, ເຮັດຫຍັງກໍບໍ່ຖືກ, ຮ້ອງໃຫ້ຢູ່ໃນຄວາມມືດ, “ຫົນທາງຢູ່ໃສ?” ພວກເຂົາໂຫຍຫາແສງສະຫວ່າງ ທີ່ຄ້າຍຄືດາວຕົກ ທີ່ທັນທີ່ທັນໃດໄດ້ລົງມາ ແລະ ທຳລາຍອຳນາດແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ວ່າ ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ພຽງໃດ ແລະ ພວກເຂົາຫົດຫູ່ໃຈທັງເວັນ ແລະ ຄືນພຽງໃດສຳລັບສິ່ງນີ້? ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງສຸດຊຶ້ງຍັງຄົງຖືກຈ່ອງຈຳໃນຄຸກໃຕ້ດິນແຫ່ງຄວາມມືດ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ ແມ່ນແຕ່ໃນມື້ທີ່ມີແສງໄຟກະພິບ; ເມື່ອໃດພວກເຂົາຈະບໍ່ຮ້ອງໃຫ້ອີກຕໍ່ໄປ? ຈິດວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກຜ່ອນແມ່ນກຳລັງທົນທຸກກັບຄວາມໂຊກຮ້າຍເຊັ່ນນີ້ຢູ່. ພວກເຂົາຖືກມັດດ້ວຍເຊືອກທີ່ໄຮ້ຄວາມປານີ ແລະ ປະຫວັດສາດທີ່ຖືກແຊ່ແຂງຢູ່ກັບທີ່. ໃຜເຄີຍໄດ້ຍິນສຽງຮ້ອງໃຫ້ຂອງພວກເຂົາ? ໃຜເຄີຍເຫັນໃບໜ້າທີ່ໜ້າທີ່ສັງເວດຂອງພວກເຂົາແດ່? ເຈົ້າເຄີຍຄິດບໍວ່າ ຫົວໃຈທີ່ໂສກເສົ້າ ແລະ ວິຕົກກັງວົນຂອງພຣະເຈົ້າເປັນແນວໃດ? ພຣະອົງທົນເຫັນມະນຸດຊາດໄຮ້ດຽງສາທີ່ພຣະອົງສ້າງມາກັບມືພຣະອົງເອງຕ້ອງທົນທຸກກັບການທໍລະມານນັ້ນໄດ້ແນວໃດ? ບໍ່ວ່າຢ່າງໃດກໍຕາມ, ມະນຸດຊາດເປັນຜູ້ໂຊກຮ້າຍທີ່ຖືກວາງຢາພິດ. ເຖິງແມ່ນວ່າ ພວກເຂົາຈະມີຊີວິດລອດມາຮອດທຸກມື້ນີ້, ໃຜກໍຈະໄປຄິດວ່າ ພວກເຂົາຖືກວາງຢາ ໂດຍມານຮ້າຍມາເປັນເວລາດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ຈາກຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈຢາກຊ່ວຍຜູ້ທີ່ລອດຊີວິດເຫຼົ່ານັ້ນບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດກຳລັງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າຜູ້ຮັກມະນຸດຊາດຄືກັບເນື້ອ ແລະ ເລືອດຂອງພຣະອົງເອງບໍ? ເຈົ້າຕີຄວາມໝາຍການຖືກໃຊ້ງານໂດຍພຣະເຈົ້າເພື່ອໃຊ້ຊີວິດອັນໜ້າມະຫັດສະຈັນຂອງເຈົ້າແນວໃດ? ເຈົ້າມີຄວາມເດັດດ່ຽວ ແລະ ຄວາມໝັ້ນໃຈທີ່ຈະໃຊ້ຊີວິດອັນມີຄວາມໝາຍຂອງຜູ້ໃຈບຸນ ເຊິ່ງກໍຄືຜູ້ຮັບໃຊ້ພຣະເຈົ້າແທ້ບໍ?

ກ່ອນນີ້: ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ຕໍ່ໄປ: ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແດ່?

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ທຸກຄົນຮູ້ສຶກວ່າການຄຸ້ມຄອງຂອງພຣະເຈົ້າແມ່ນແປກທີ່ສຸດ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງກັບມະນຸດ....

ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້

ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນປັດຈຸບັນແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ປະຖິ້ມບັນພະບຸລຸດທີ່ເກົ່າແກ່ຂອງພວກເຂົາ....

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້