ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບການອວຍພອນແມ່ນຫຍັງ?
ເຖິງແມ່ນວ່າ ບັນດາມະນຸດທີ່ເກີດມາໃນຍຸກນີ້ຈະຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມານຮ້າຍທີ່ສົກກະປົກ, ຄວາມເສື່ອມຊາມດັ່ງກ່າວໄດ້ນຳຄວາມລອດພົ້ນອັນຍິ່ງໃຫຍ່ມາສູ່ພວກເຂົາ, ຄວາມລອດພົ້ນທີ່ແມ່ນແຕ່ໃຫຍ່ກວ່າພູເຂົາ ແລະ ທົ່ງພຽງຂອງສັດລ້ຽງ ແລະ ຄວາມຮັ່ງມີຢ່າງຫຼວງຫຼາຍຂອງໂຢບ ແລະ ຍິ່ງໃຫຍ່ເກີນກວ່າພອນຂອງການໄດ້ພົບກັບພຣະເຢໂຮວາທີ່ໂຢບໄດ້ຮັບພາຍຫຼັງການທົດລອງຂອງເພີ່ນອີກດ້ວຍ. ສິ່ງນີ້ໄດ້ເກີດຂຶ້ນພາຍຫຼັງທີ່ໂຢບໄດ້ຜ່ານການທົດລອງແຫ່ງຄວາມຕາຍ ເຊິ່ງເພິ່ນໄດ້ຍິນພຣະເຢໂຮວາກ່າວ ແລະ ໄດ້ຍິນສຽງຂອງພຣະເຢໂຮວາມາຕາມສາຍລົມ. ເຖິງຢ່າງໃດກໍຕາມ, ເພິ່ນບໍ່ໄດ້ເຫັນໃບໜ້າຂອງພຣະເຢໂຮວາ ແລະ ເພິ່ນກໍບໍ່ຮູ້ຈັກອຸປະນິໄສຂອງພຣະອົງ. ສິ່ງທີ່ໂຢບໄດ້ຮັບຄື ຄວາມຮັ່ງມີທາງວັດຖຸພຽງຢ່າງດຽວ ເຊິ່ງມັນເຮັດໃຫ້ໂຢບມີຄວາມສຸກທາງຮ່າງກາຍ ແລະ ມີລູກທີ່ສວຍງາມທີ່ສຸດໃນທຸກເມືອງທີ່ອ້ອມຂ້າງ, ພ້ອມທັງການປົກປ້ອງຈາກເຫຼົ່າທູດສະຫວັນເປັນຢ່າງດີ. ເພິ່ນບໍ່ເຄີຍເຫັນພຣະເຢໂຮວາ ແລະ ເຖິງແມ່ນວ່າເພິ່ນໄດ້ຖືກເອີ້ນວ່າເປັນຜູ້ຊອບທຳ, ເພິ່ນກໍບໍ່ເຄີຍຮູ້ຈັກອຸປະນິໄສຂອງພຣະເຢໂຮວາ. ແລ້ວເຖິງແມ່ນມັນສາມາດເວົ້າໄດ້ວ່າ ຄວາມສຸກທາງວັດຖຸຂອງຜູ້ຄົນໃນປັດຈຸບັນແມ່ນຄວາມຍາກຈົນພຽງຊົ່ວຄາວ ຫຼື ສະພາບແວດລ້ອມພາຍນອກໂລກທີ່ບໍ່ເປັນມິດ, ເຮົາກໍໄດ້ເປີດເຜີຍອຸປະນິໄສຂອງເຮົາ ເຊິ່ງເຮົາບໍ່ເຄີຍສະແດງໃຫ້ມະນຸດຊາດຮູ້ຕັ້ງແຕ່ຍຸກບູຮານ ແລະ ເປັນຄວາມລັບຢູ່ສະເໝີ, ພ້ອມທັງເປັນຄວາມລຶກລັບຕັ້ງແຕ່ຍຸກສະໄໝທີ່ຜ່ານມາ ໃຫ້ແກ່ທຸກຄົນທີ່ຕໍ່າຕ້ອຍທີ່ສຸດ ເຊິ່ງເຮົາໄດ້ມອບຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດຂອງເຮົາໃຫ້. ຍິ່ງໄປກວ່ານັ້ນ, ນີ້ແມ່ນເທື່ອທຳອິດ ທີ່ເຮົາໄດ້ເປີດເຜີຍສິ່ງເຫຼົ່ານີ້; ເຮົາບໍ່ເຄີຍປະຕິບັດພາລະກິດນີ້ມາກ່ອນ. ເຖິງແມ່ນວ່າພວກເຈົ້າຈະຕໍ່າຕ້ອຍກວ່າໂຢບຫຼາຍ, ສິ່ງທີ່ພວກເຈົ້າໄດ້ຮັບ ແລະ ສິ່ງທີ່ພວກເຈົ້າໄດ້ເຫັນ ແມ່ນເໜືອກວ່າເພິ່ນຫຼາຍ. ເຖິງແມ່ນວ່າພວກເຈົ້າໄດ້ຜ່ານການທົນທຸກໆຊະນິດ ແລະ ໄດ້ຮັບປະສົບການກັບຄວາມທໍລະມານທຸກຮູບແບບ, ການທົນທຸກນັ້ນ ບໍ່ໄດ້ຄືກັນກັບການທົດລອງຂອງໂຢບເລີຍ; ກົງກັນຂ້າມ, ມັນຄືການພິພາກສາ ແລະ ການຂ້ຽນຕີທີ່ຄົນເຫຼົ່ານັ້ນໄດ້ຮັບ ຍ້ອນການທໍລະຍົດຂອງພວກເຂົາ, ຍ້ອນການຕໍ່ຕ້ານຂອງພວກເຂົາ ແລະ ຍ້ອນອຸປະນິໄສອັນຊອບທຳຂອງເຮົາ; ມັນເປັນການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງທີ່ຊອບທຳ. ໃນທາງກົງກັນຂ້າມ, ໂຢບໄດ້ເປັນບຸກຄົນທີ່ຊອບທຳຄົນໜຶ່ງທ່າມກາງຊາວອິດສະຣາເອນ ຜູ້ທີ່ໄດ້ຮັບຄວາມຮັກ ແລະ ຄວາມເມດຕາອັນຍິ່ງໃຫຍ່ຈາກພຣະເຢໂຮວາ. ເພິ່ນບໍ່ໄດ້ກະທຳສິ່ງທີ່ຊົ່ວຮ້າຍ ແລະ ເພິ່ນບໍ່ໄດ້ຕໍ່ຕ້ານພຣະເຢໂຮວາ; ກົງກັນຂ້າມ, ເພິ່ນເປັນຜູ້ທີ່ອຸທິດຕົນຢ່າງສັດຊື່ຕໍ່ພຣະເຢໂຮວາ. ຍ້ອນຄວາມຊອບທຳຂອງເພິ່ນ, ເພິ່ນຈຶ່ງຖືກທົດລອງ ແລະ ໄດ້ຜ່ານການທົດລອງຢ່າງຮ້າຍແຮງ ເພາະວ່າເພິ່ນໄດ້ເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຢໂຮວາ. ຄົນທຸກມື້ນີ້ ຕ້ອງໄດ້ຮັບການພິພາກສາ ແລະ ການສາບແຊ່ງຂອງເຮົາ ຍ້ອນຄວາມສົກກະປົກ ແລະ ຄວາມບໍ່ຊອບທຳຂອງພວກເຂົາ. ເຖິງແມ່ນວ່າ ຄວາມທົນທຸກຂອງພວກເຂົາບໍ່ມີຫຍັງຖ້າທຽບໃສ່ກັບສິ່ງທີ່ໂຢບໄດ້ປະສົບໃນຕອນທີ່ເພິ່ນໄດ້ສູນເສຍສັດລ້ຽງຂອງເພິ່ນ, ຊັບສົມບັດຂອງເພິ່ນ, ຂ້າໃຊ້ຂອງເພິ່ນ, ລູກຫຼານຂອງເພິ່ນ ແລະ ບັນດາຜູ້ທີ່ເພິ່ນຮັກທັງໝົດ, ສິ່ງທີ່ຜູ້ຄົນໃນປັດຈຸບັນທົນທຸກແມ່ນເປັນການຫຼໍ່ຫຼອມດ້ວຍໄຟ ແລະ ການເຜົາໄໝ້. ແລ້ວສິ່ງທີ່ເຮັດໃຫ້ມັນຮ້າຍແຮງໄປກວ່າສິ່ງທີ່ໂຢບໄດ້ປະສົບກໍຄືການທົດລອງດັ່ງກ່າວນີ້ບໍ່ມີການຫຼຸດລົງ ຫຼື ນຳອອກຍ້ອນຜູ້ຄົນອ່ອນແອ; ກົງກັນຂ້າມ, ພວກມັນເປັນການທົດລອງຢ່າງຍາວນານ ແລະ ສືບຕໍ່ຈົນເຖິງມື້ສຸດທ້າຍໃນຊີວິດຂອງພວກເຂົາ. ນີ້ຄືການລົງໂທດ, ການພິພາກສາ ແລະ ການສາບແຊ່ງ; ມັນເປັນການເຜົາໄໝ້ທີ່ໄຮ້ຄວາມປານີ ແລະ ຍິ່ງໄປກວ່ານັ້ນ, ມັນຍັງເປັນ “ມໍລະດົກ” ອັນຊອບທໍາຂອງມະນຸດຊາດ. ມັນເປັນສິ່ງທີ່ຄົນສົມຄວນໄດ້ຮັບ ແລະ ມັນກໍ່ເປັນບ່ອນທີ່ເຮົາສະແດງອອກອຸປະນິໄສອັນຊອບທໍາຂອງເຮົາ. ນີ້ຄືຄວາມຈິງທີ່ຄວນຮູ້. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ຄົນໄດ້ຮັບຢ່າງຫຼວງຫຼາຍ ແມ່ນເກີນກວ່າຄວາມທຸກທໍລະມານ ທີ່ພວກເຂົາທົນທຸກໃນປັດຈຸບັນ. ຄວາມທໍລະມານທີ່ພວກເຈົ້າທົນທຸກແມ່ນເປັນພຽງຄວາມຍາກລໍາບາກທີ່ເກີດຈາກຄວາມໂງ່ຈ້າຂອງພວກເຈົ້າເທົ່ານັ້ນ, ໃນຂະນະທີ່ສິ່ງທີ່ເຈົ້າໄດ້ຮັບນັ້ນຍິ່ງໃຫຍ່ກວ່າຄວາມທຸກທໍລະມານຂອງພວກເຈົ້າເປັນຮ້ອຍເທົ່າ. ອີງຕາມພຣະບັນຍັດຂອງອິດສະຣາເອນໃນພັນທະສັນຍາເດີມນັ້ນ, ທຸກຄົນທີ່ຕໍ່ຕ້ານເຮົາ, ທຸກຄົນທີ່ພິພາກສາເຮົາຢ່າງເປີດເຜີຍ ແລະ ທຸກຄົນທີ່ບໍ່ປະຕິບັດຕາມທາງຂອງເຮົາ ແລະ ກົງກັນຂ້າມຄືກ້າຖວາຍເຄື່ອງບູຊາທີ່ໝິ່ນປະໝາດເຮົາ ແມ່ນຈະຖືກທຳລາຍໂດຍໄຟໃນວິຫານຢ່າງແນ່ນອນ ຫຼື ຖືກແກວ່ງກ້ອນຫີນໃສ່ຈົນຕາຍໂດຍຄົນທີ່ຖືກເລືອກຂອງເຮົາ ແລະ ແມ່ນແຕ່ບັນດາເຊື້ອສາຍຂອງເຜົ່າຂອງພວກເຂົາເອງ ແລະ ຍາດຕິພີ່ນ້ອງໂດຍກົງອື່ນໆກໍຈະທົນທຸກທໍລະມານຈາກການສາບແຊ່ງຂອງເຮົາ. ໃນຊີວິດໃນອະນາຄົດ, ພວກເຂົາຈະບໍ່ເປັນອິດສະຫຼະ, ແຕ່ຈະເປັນທາດຂອງຂ້າທາດຂອງເຮົາ ແລະ ເຮົາຈະເນລະເທດພວກເຂົາໄປຢູ່ທ່າມກາງຊາວຕ່າງຊາດ ແລະ ພວກເຂົາຈະບໍ່ສາມາດກັບຄືນມາບ້ານເກີດເມືອງນອນຂອງຕົນເອງໄດ້ອີກ. ອີງຕາມການກະທຳ ແລະ ພຶດຕິກຳຂອງຄົນໃນທຸກມື້ນີ້, ຄວາມທົນທຸກທໍລະມານຂອງພວກເຂົາຍັງບໍ່ຮ້າຍແຮງເທົ່າກັບການລົງໂທດທີ່ຊາວອິດສະຣາເອນໄດ້ຮັບ. ການເວົ້າວ່າ ສິ່ງທີ່ພວກເຈົ້າກຳລັງທົນທຸກທໍລະມານໃນປັດຈຸບັນນີ້ເປັນຜົນກຳ ແມ່ນບໍ່ມີຂໍ້ພິສູດ ເພາະວ່າພວກເຈົ້າໄດ້ຂ້າມຜ່ານເສັ້ນແທ້ໆ. ຖ້າຫາກພວກເຈົ້າຢູ່ໃນປະເທດອິດສະຣາເອນ, ພວກເຈົ້າຈະກາຍເປັນຄົນບາບຊົ່ວນິລັນດອນ ແລະ ພວກເຈົ້າຈະຖືກສັບເປັນຕ່ອນໆໂດຍຊາວອິດສະຣາເອນແຕ່ດົນແລ້ວ ແລະ ຖືກເຜົາດ້ວຍໄຟຈາກສະຫວັນໃນວິຫານຂອງພຣະເຢໂຮວາ. ສິ່ງທີ່ພວກເຈົ້າໄດ້ຮັບໃນປັດຈຸບັນນີ້ແມ່ນຫຍັງ? ແມ່ນຫຍັງທີ່ພວກເຈົ້າໄດ້ຮັບ ແລະ ແມ່ນຫຍັງທີ່ພວກເຈົ້າໄດ້ຊື່ນຊົມ? ເຮົາໄດ້ເປີດເຜີຍອຸປະນິໄສອັນຊອບທຳຂອງເຮົາໃນຕົວພວກເຈົ້າແລ້ວ, ແຕ່ສິ່ງທີ່ສຳຄັນທີ່ສຸດກໍ່ຄື ເຮົາໄດ້ເປີດເຜີຍຄວາມອົດທົນຂອງເຮົາສຳລັບການໄຖ່ບາບມະນຸດຊາດ. ຄົນໆໜຶ່ງສາມາດກ່າວໄດ້ວ່າ ພາລະກິດດຽວທີ່ເຮົາໄດ້ປະຕິບັດໃນຕົວພວກເຈົ້າກໍຄືພາລະກິດແຫ່ງຄວາມອົດທົນ, ນັ້ນກໍຄືປະຕິບັດເພື່ອປະໂຫຍດໃນການຄຸ້ມຄອງຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນປະຕິບັດເພື່ອຄວາມສຸກຂອງມວນມະນຸດຊາດ.
ເຖິງແມ່ນວ່າໂຢບໄດ້ຜ່ານການທົດລອງຕ່າງໆນາໆຈາກພຣະເຢໂຮວາ, ເພິ່ນກໍເປັນພຽງແຕ່ຜູ້ມີຄວາມຊອບທຳຄົນໜຶ່ງທີ່ນະມັດສະການພຣະເຢໂຮວາ. ເຖິງຈະຜ່ານການທົດລອງເຫຼົ່ານີ້, ເພິ່ນກໍບໍ່ໄດ້ຕໍ່ວ່າພຣະເຢໂຮວາ ແລະ ເພິ່ນປິຕິຍິນດີກັບການທີ່ເພິ່ນໄດ້ພົບພຣະອົງ. ບໍ່ພຽງແຕ່ຄົນໃນທຸກມື້ນີ້ ທີ່ບໍ່ຊື່ນຊົມຍິນດີກັບການປາກົດຕົວຂອງພຣະເຢໂຮວາ, ແຕ່ພວກເຂົາກັບປະຕິເສດ, ກຽດຊັງ, ຕໍ່ວ່າ ແລະ ເຍາະເຍີ້ຍຮູບລັກສະນະຂອງພຣະອົງ. ພວກເຈົ້າບໍ່ໄດ້ຮັບຫຼາຍເກີນໄປບໍ່? ຄວາມທຸກທໍລະມານຂອງພວກເຈົ້າຍິ່ງໃຫຍ່ຫຼາຍແທ້ບໍ? ພວກເຈົ້າບໍ່ໄດ້ໂຊກດີຫຼາຍກວ່າມາລີ ແລະ ຢາໂກໂບບໍ? ການຕໍ່ຕ້ານຂອງພວກເຈົ້າເລັກນ້ອຍແທ້ບໍ? ມັນເປັນໄປໄດ້ບໍ່ວ່າ ສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແລະ ສິ່ງທີ່ເຮົາຂໍຮ້ອງຈາກພວກເຈົ້າ ແມ່ນຍິ່ງໃຫຍ່ ແລະ ຫຼາຍເກີນໄປ? ຄວາມໂກດຮ້າຍຂອງເຮົາພຽງແຕ່ຖືກປ່ອຍໃສ່ຊາວອິດສະຣາເອນທີ່ໄດ້ຕໍ່ຕ້ານເຮົາ, ບໍ່ແມ່ນປ່ອຍໃສ່ພວກເຈົ້າໂດຍກົງ; ສິ່ງທີ່ພວກເຈົ້າໄດ້ຮັບ ແມ່ນພຽງແຕ່ການພິພາກສາໄຮ້ຄວາມປານີ ແລະ ການເປີດເຜີຍຂອງເຮົາເທົ່ານັ້ນ, ພ້ອມທັງການຫຼໍ່ຫຼອມດ້ວຍໄຟ. ເຖິງແນວນີ້ກໍ່ຕາມ, ຜູ້ຄົນກໍ່ຍັງສືບຕໍ່ໃນການຕໍ່ຕ້ານ ແລະ ໂຕ້ແຍ້ງກັບເຮົາ ແລະ ພວກເຂົາເຮັດແບບນັ້ນໂດຍບໍ່ມີການຍອມແມ່ນແຕ່ໜ້ອຍດຽວ. ເຖິງກັບວ່າມີບາງຄົນທີ່ຕີໂຕຫ່າງຈາກເຮົາ ແລະ ປະຕິເສດເຮົາ; ຄົນເຫຼົ່ານີ້ບໍ່ດີໄປກວ່າກຸ່ມຄໍຣາ ແລະ ດາທານຜູ້ທີ່ຕໍ່ຕ້ານໂມເຊ. ໃຈຂອງຄົນແຂງກະດ້າງເກີນໄປ ແລະ ທຳມະຊາດຂອງພວກເຂົາດື້ດ້ານເກີນໄປ. ພວກເຂົາບໍ່ມີວັນທີ່ຈະປ່ຽນແປງເສັ້ນທາງເກົ່າຂອງພວກເຂົາໄດ້. ເຮົາເວົ້າວ່າ ພວກເຂົາເປັນເໝືອນໂສເພນີທີ່ນອນເປືອຍກາຍໃນເວລາກາງເວັນ ແລະ ພຣະທຳຂອງເຮົາກໍຮຸນແຮງຈົນເຖິງຈຸດທີ່ວ່າ ພວກມັນອາດຈະເຖິງກັບ “ຫຍາບຄາຍຕໍ່ຫູ”, ໂດຍເປີດທຳມະຊາດຂອງຜູ້ຄົນຕໍ່ແສງສະຫວ່າງ, ແຕ່ພວກເຂົາກໍພຽງແຕ່ງຶກຫົວ, ຫຼັ່ງນ້ຳຕາໜ້ອຍໜຶ່ງ ແລະ ບັງຄັບຕົວເອງໃຫ້ຮູ້ສຶກໂສກເສົ້າໜ້ອຍໜຶ່ງ. ເມື່ອສິ່ງນີ້ໄດ້ຜ່ານໄປແລ້ວ, ພວກເຂົາກໍ່ໂຫດຮ້າຍຄືກັນກັບລາຊາສັດປ່າເທິງພູເຂົາ ແລະ ພວກເຂົາກໍບໍ່ຮັບຮູ້ຫຍັງທັງນັ້ນ. ຜູ້ຄົນທີ່ມີອຸປະນິໄສແບບນີ້ຈະສາມາດຮູ້ໄດ້ແນວໃດວ່າ ພວກເຂົາໂຊກດີຫຼາຍກວ່າໂຢບຕັ້ງຮ້ອຍເທົ່າ? ພວກເຂົາຈະສາມາດຮັບຮູ້ໄດ້ແນວໃດວ່າ ສິ່ງທີ່ພວກເຂົາຊື່ນຊົມນັ້ນຄືການອວຍພອນທີ່ບໍ່ຄ່ອຍເຫັນມາກ່ອນໃນຍຸກສະໄໝຜ່ານມາ ແລະ ເປັນສິ່ງທີ່ບໍ່ມີຜູ້ໃດເຄີຍຊື່ນຊົມມາກ່ອນ? ຈິດສຳນຶກຂອງຄົນຈະສາມາດຮູ້ສຶກເຖິງການອວຍພອນແບບນີ້, ການອວຍພອນທີ່ປະກອບມີການລົງໂທດໄດ້ແນວໃດ? ເວົ້າຢ່າງກົງໄປກົງມາ, ທັງໝົດທີ່ເຮົາຕ້ອງການຈາກພວກເຈົ້າ ແມ່ນເພື່ອໃຫ້ພວກເຈົ້າສາມາດເປັນແບບຢ່າງສຳລັບພາລະກິດຂອງເຮົາ, ເປັນພະຍານສຳລັບອຸປະນິໄສທັງໝົດຂອງເຮົາ ແລະ ການກະທຳຂອງເຮົາທັງໝົດ ແລະ ເພື່ອໃຫ້ພວກເຈົ້າອາດຖືກປົດປ່ອຍເປັນອິດສະຫຼະຈາກການຄວບຄຸມຂອງຊາຕານ. ເຖິງຢ່າງໃດກໍ່ຕາມ, ຜູ້ຄົນຖືກຂັບໄລ່ໂດຍພາລະກິດຂອງເຮົາຢູ່ສະເໝີ ແລະ ຕັ້ງໃຈເປັນປໍລະປັກຕໍ່ມັນ. ຄົນດັ່ງກ່າວຈະບໍ່ສາມາດກະຕຸ້ນເຮັດໃຫ້ເຮົານໍາເອົາກົດບັນຍັດຂອງອິດສະຣາເອນກັບຄືນມາໃຊ້ ແລະ ນໍາເອົາຄວາມໂກດຮ້າຍມາສູ່ຜູ້ຄົນເຫຼົ່ານັ້ນຄືກັບທີ່ເຮົາໄດ້ນໍາມາສູ່ອິດສະຣາເອນໄດ້ແນວໃດ? ເຖິງແມ່ນວ່າມີຫຼາຍຄົນໃນພວກເຈົ້າທີ່ “ເຊື່ອຟັງ ແລະ ຍອມອ່ອນນ້ອມ” ຕໍ່ເຮົາ, ແຕ່ກໍຍັງມີອີກຫຼາຍຄົນທີ່ເຊື້ອສາຍຂອງກຸ່ມຕະກູນຄໍຣາ. ເມື່ອເຮົາໄດ້ບັນລຸຄວາມສະຫງ່າລາສີຂອງເຮົາຢ່າງບໍລິບູນແລ້ວ, ເຮົາຈະໃຊ້ໄຟຈາກສະຫວັນເພື່ອເຜົາພວກເຂົາໃຫ້ເປັນຂີ້ເທົ່າ. ພວກເຈົ້າຄວນຮູ້ໄວ້ວ່າ ເຮົາຈະບໍ່ຂ້ຽນຕີຄົນດ້ວຍຄຳເວົ້າຂອງເຮົາອີກຕໍ່ໄປ; ກົງກັນຂ້າມ, ກ່ອນການປະຕິບັດພາລະກິດຂອງອິດສະຣາເອນ, ເຮົາຈະເຜົາ “ກຸ່ມຄໍຣາ” ຢ່າງສົມບູນ ເຊິ່ງເປັນຜູ້ທີ່ຕໍ່ຕ້ານເຮົາ ແລະ ເປັນຜູ້ທີ່ເຮົາໄດ້ກຳຈັດມາດົນແລ້ວ. ມະນຸດຊາດຈະບໍ່ມີໂອກາດໄດ້ຊື່ນຊົມເຮົາອີກຕໍ່ໄປ; ກົງກັນຂ້າມ ສິ່ງດຽວທີ່ພວກເຂົາຈະເຫັນແມ່ນຄວາມໂກດຮ້າຍຂອງເຮົາ ແລະ ແປວໄຟຂອງເຮົາຈາກສະຫວັນ. ເຮົາຈະເປີດເຜີຍຜົນໄດ້ຮັບທີ່ຫຼາກຫຼາຍຂອງຄົນທຸກປະເພດ ແລະ ເຮົາຈະແບ່ງພວກເຂົາທັງໝົດອອກເປັນໝວດໝູ່. ເຮົາຈະຈົດບັນທຶກທຸກການກະທຳທີ່ກະບົດຂອງພວກເຂົາ ແລະ ຈາກນັ້ນກໍຈະຈົບສິ້ນພາລະກິດຂອງເຮົາ, ເພື່ອວ່າຜົນການກະທຳຂອງພວກເຂົາຈະຖືກກຳນົດຕາມຄຳຕັດສິນຂອງເຮົາ ໃນຂະນະທີ່ຢູ່ເທິງແຜ່ນດິນໂລກ ພ້ອມທັງທ່າທີຂອງພວກເຂົາຕໍ່ເຮົາ. ເມື່ອເວລານັ້ນມາເຖິງ, ຈະບໍ່ມີສິ່ງໃດທີ່ສາມາດປ່ຽນແປງຜົນກໍາຂອງພວກເຂົາໄດ້. ໃຫ້ຜູ້ຄົນເປີດເຜີຍຜົນການກະທໍາຂອງພວກເຂົາເອງ! ຫຼັງຈາກນັ້ນເຮົາຈະມອບຜົນການກະທໍາຂອງຄົນເຫຼົ່ານັ້ນໃຫ້ກັບພຣະບິດາຂອງເຮົາທີ່ຢູ່ໃນສະຫວັນ.