ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?

ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈວ່າຄຳ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງ. ຖ້າຜູ້ຄົນຮູ້ພຽງແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ ຫຼື ຖ້າພວກເຂົາຍັງບໍ່ຮູ້ຈັກພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕະຫຼົກທີ່ເປັນຕາຫົວຫຼາຍບໍ? ເມື່ອໄດ້ມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າຜູ້ຄົນໄດ້ເປັນພະຍານເຖິງຄວາມລຶກລັບຫຼາຍຢ່າງໃນສະຫວັນ ແລະ ໄດ້ຍິນຄວາມຮູ້ທີ່ເລິກເຊິ່ງຫຼາຍທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນຈັກເທື່ອ, ພວກເຂົາບໍ່ຮູ້ຄວາມຈິງຫຼາຍຢ່າງທີ່ເປັນພື້ນຖານທີ່ສຸດເຊິ່ງມະນຸດບໍ່ເຄີຍຕຶກຕອງມາກ່ອນ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ໄດ້ແນວໃດວ່າ ພຣະເຈົ້າແມ່ນຫຍັງ? ຄຳຖາມນີ້ບໍ່ໄດ້ດູຖູກພວກເຮົາບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນຜູ້ຄົນຕິດຕາມເຮົາ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບພາລະກິດໃດໜຶ່ງໃນປັດຈຸບັນ ແລະ ລົ້ມເຫຼວທີ່ຈະເຂົ້າໃຈແມ່ນແຕ່ຄຳຖາມທີ່ຊັດເຈນທີ່ສຸດ ແລະ ງ່າຍທີ່ສຸດ, ແຮງໄກທີ່ຈະເວົ້າເຖິງຄຳຖາມທີ່ສັບຊ້ອນສູງເຊັ່ນຄຳຖາມກ່ຽວກັບພຣະເຈົ້າ. ໃຫ້ຮູ້ວ່າຄໍາຖາມທີ່ເຈົ້າບໍ່ສົນໃຈ, ຄຳຖາມທີ່ເຈົ້າບໍ່ໄດ້ລະບຸ ແມ່ນຄຳຖາມທີ່ສໍາຄັນທີ່ສຸດທີ່ເຈົ້າຕ້ອງເຂົ້າໃຈ ເພາະເຈົ້າຮູ້ພຽງແຕ່ເຮັດຕາມຝູງຊົນ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍວ່າ ເປັນຫຍັງເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ? ເຈົ້າຮູ້ແທ້ໆບໍວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ໆບໍວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ ຮູ້ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ນີ້ຄືການກະທໍາຂັ້ນສຸດທ້າຍໃນແຜນການຄຸ້ມຄອງຂອງເຮົາ, ເປັນຂັ້ນຕອນສຸດທ້າຍໃນພາລະກິດຂອງເຮົາ. ນັ້ນຄືເຫດຜົນທີ່ເຮົາກຳລັງບອກເຈົ້າຮູ້ລ່ວງໜ້າກ່ຽວກັບຄວາມລີ້ລັບທັງໝົດຂອງຊີວິດ ເພື່ອວ່າເຈົ້າຈະສາມາດຮັບເອົາພວກມັນຈາກເຮົາໄດ້. ຍ້ອນນີ້ຄືພາລະກິດໃນຍຸກສຸດທ້າຍ, ເຮົາຈຶ່ງຕ້ອງໄດ້ບອກຄວາມຈິງທັງໝົດໃນຊີວິດທີ່ເຈົ້າບໍ່ເຄີຍໄດ້ຮູ້ມາກ່ອນໃຫ້ແກ່ເຈົ້າ, ເຖິງແມ່ນວ່າເຈົ້າຈະບໍ່ສາມາດເຂົ້າໃຈ ຫຼື ແບກຮັບມັນ ເນື່ອງຈາກເຈົ້າອ່ອນແອເກີນໄປ ແລະ ບໍ່ມີຄວາມກຽມພ້ອມທີ່ດີເລີຍ. ເຮົາຕ້ອງການສະຫຼຸບພາລະກິດຂອງເຮົາ; ເຮົາຈະສຳລັບພາລະກິດທີ່ເຮົາຄວນເຮັດ ແລະ ຈະແຈ້ງໃຫ້ເຈົ້າຮູ້ທຸກຢ່າງກ່ຽວກັບສິ່ງທີ່ເຮົາມອບໝາຍໃຫ້ເຈົ້າເຮັດ ເພື່ອບໍ່ໃຫ້ເຈົ້າຫຼົງທາງອີກ ແລະ ຫຼົງເຊື່ອຄຳຫຼອກລວງຂອງຄົນຊົ່ວຮ້າຍ ເມື່ອຄວາມມືດລົງມາ. ຍັງມີຫຼາຍວິທີທີ່ເຈົ້າບໍ່ເຂົ້າໃຈ, ຫຼາຍເລື່ອງທີ່ເຈົ້າບໍ່ມີຄວາມຮູ້. ເຈົ້າຊ່າງບໍ່ຮູ້ຫຍັງເລີຍ; ເຮົາຮູ້ວຸດທິພາວະ ແລະ ຂໍ້ບົກຜ່ອງຂອງເຈົ້າເປັນຢ່າງດີ. ສະນັ້ນ, ເຖິງແມ່ນວ່າຈະມີພຣະທໍາຫຼາຍຂໍ້ທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້, ເຮົາກໍ່ຍັງເຕັມໃຈທີ່ຈະບອກຄວາມຈິງເຫຼົ່ານີ້ທີ່ເຈົ້າບໍ່ເຄີຍໄດ້ຮັບຮູ້ມາກ່ອນໃຫ້ແກ່ເຈົ້າ, ຍ້ອນເຮົາເປັນຫ່ວງຢູ່ສະເໝີວ່າ ໃນວຸດທິພາວະໃນປັດຈຸບັນ ເຈົ້າຈະສາມາດຢືນໝັ້ນທ່ຽງໃນຄຳພະຍານຂອງເຈົ້າສຳລັບເຮົາ ຫຼື ບໍ່. ມັນບໍ່ແມ່ນວ່າ ເຮົາດູຖູກພວກເຈົ້າ; ພວກເຈົ້າທຸກຄົນເປັນສັດຮ້າຍທີ່ຍັງບໍ່ໄດ້ຜ່ານການຝຶກຝົນຢ່າງເປັນທາງການຂອງເຮົາ ແລະ ເຮົາບໍ່ສາມາດເຫັນໄດ້ຢ່າງແທ້ຈິງວ່າມີສະຫງ່າລາສີສໍ່າໃດໃນຕົວເຈົ້າ. ເຖິງວ່າເຮົາໄດ້ເສຍສະຫຼະກຳລັງຫຼາຍເພື່ອເຮັດພາລະກິດໃນຕົວເຈົ້າ, ອົງປະກອບດ້ານບວກໃນຕົວເບິ່ງຄືບໍ່ມີຢູ່ເລີຍແທ້ໆ ແລະ ອົງປະກອບດ້ານລົບສາມາດນັບດ້ວຍນິ້ວມືຂອງຄົນໜຶ່ງໄດ້ ແລະ ພຽງໃຊ້ເປັນພະຍານເພື່ອນໍາຄວາມອັບອາຍໄປສູ່ຊາຕານ. ສິ່ງທີ່ຢູ່ໃນຕົວເຈົ້າເກືອບທັງໝົດແມ່ນພິດຂອງຊາຕານ. ເຈົ້າຫຼຽວເບິ່ງເຮົາຄ້າຍຄືກັບວ່າເຈົ້າຈະບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ໃນຂະນະທີ່ບັນຫາຍັງຢູ່ທີ່ນັ້ນ, ເຮົາເບິ່ງການສະແດງອອກ ແລະ ການປະພຶດທີ່ຫຼາກຫຼາຍຂອງເຈົ້າ ແລະ ໃນທີ່ສຸດ ເຮົາກໍ່ຮູ້ວຸດທິພາວະທີ່ແທ້ຈິງຂອງເຈົ້າ. ນີ້ຄືເຫດຜົນທີ່ເຮົາເປັນຫ່ວງເຈົ້າຢູ່ສະເໝີວ່າ: ຖ້າຖືກປ່ອຍໃຫ້ດຳລົງຊີວິດຕາມລຳພັງ, ມະນຸດຈະໄດ້ດີກວ່າ ຫຼື ໄດ້ເທົ່າທຽມກັບສິ່ງທີ່ເຂົາເປັນຢູ່ໃນປັດຈຸບັນນີ້ບໍ? ວຸດທິພາວະທີ່ເປັນຄືກັບເດັກນ້ອຍຂອງເຈົ້າບໍ່ໄດ້ເຮັດໃຫ້ເຈົ້າວິຕົກກັງວົນບໍ? ເຈົ້າສາມາດເປັນຄືຄົນອິດສະຣາເອນທີ່ຖືກເລືອກໄດ້ແທ້ບໍ ນັ້ນກໍ່ຄືຄົນທີ່ຈົງຮັກພັກດີຕໍ່ເຮົາ ແລະ ເຮົາຜູ້ດຽວຢູ່ຕະຫຼອດເວລາ? ສິ່ງທີ່ເປີດເຜີຍໃນຕົວເຈົ້າບໍ່ແມ່ນຄວາມຫາຍະນະຂອງເດັກນ້ອຍຜູ້ທີ່ຫຼົງທາງຈາກພໍ່ແມ່ຂອງພວກເຂົາ, ແຕ່ເປັນຄວາມໂຫດຮ້າຍທີ່ອອກມາຈາກສັດທີ່ຢູ່ໄກຈາກແສ້ຂອງເຈົ້ານາຍພວກມັນ. ພວກເຈົ້າຄວນຮູ້ທຳມະຊາດຂອງເຈົ້າເອງ ເຊິ່ງຍັງເປັນຄວາມອ່ອນແອທີ່ພວກເຈົ້າທຸກຄົນມີຮ່ວມກັນ; ມັນຄືຄວາມເຈັບປ່ວຍທີ່ພວກເຈົ້າທຸກຄົນມີ. ສະນັ້ນ, ຄໍາແນະນໍາພຽງຢ່າງດຽວຂອງເຮົາສຳລັບເຈົ້າໃນມື້ນີ້ກໍ່ຄືການຍຶດໝັ້ນເປັນພະຍານໃຫ້ແກ່ເຮົາ. ບໍ່ວ່າໃນສະຖານະການໃດກໍ່ຕາມ, ຢ່າປ່ອຍໃຫ້ຄວາມເຈັບປ່ວຍເດີມໆປາກົດຂຶ້ນມາອີກຄັ້ງ. ການເປັນພະຍານຄືສິ່ງທີ່ສຳຄັນທີ່ສຸດ, ມັນຄືຫົວໃຈໃນພາລະກິດຂອງເຮົາ. ເຈົ້າຄວນຍອມຮັບພຣະທໍາຂອງເຮົາ ຄືດັ່ງທີ່ມາຣີອາໄດ້ຍອມຮັບການເປີດເຜີຍຂອງພຣະເຢໂຮວາທີ່ມາປາກົດໃນຄວາມຝັນຂອງນາງ: ໂດຍການເຊື່ອ ແລະ ການເຊື່ອຟັງໃນພາຍຫຼັງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງມີຄຸນສົມບັດເປັນຄວາມບໍລິສຸດ. ຍ້ອນເຈົ້າເປັນຜູ້ທີ່ໄດ້ຍິນພຣະທໍາຂອງເຮົາຫຼາຍທີ່ສຸດ, ເປັນຜູ້ທີ່ໄດ້ຮັບພອນຈາກເຮົາຫຼາຍທີ່ສຸດ. ເຮົາໄດ້ມອບສິ່ງທີ່ມີຄຸນຄ່າທັງໝົດຂອງເຮົາໃຫ້ແກ່ເຈົ້າ, ເຮົາໄດ້ປະທານທຸກສິ່ງທຸກຢ່າງໃຫ້ແກ່ເຈົ້າ, ແຕ່ເຈົ້າກໍ່ມີສະຖານະທີ່ແຕກຕ່າງກັນຫຼາຍຈາກຄົນອິດສະຣາເອນ; ເຈົ້າຢູ່ຫ່າງກັນຄົນລະໂລກແທ້ໆ. ແຕ່ເມື່ອທຽບກັບພວກເຂົາແລ້ວ, ເຈົ້າແມ່ນໄດ້ຮັບຫຼາຍກວ່າພວກເຂົາຫຼາຍເທົ່າ; ໃນຂະນະທີ່ພວກເຂົາລໍຖ້າຢ່າງໝົດຫວັງສຳລັບການປາກົດຕົວຂອງເຮົາ, ເຈົ້າໃຊ້ເວລາຢ່າງມີຄວາມສຸກກັບເຮົາ, ແບ່ງປັນຄວາມອຸດົມສົມບູນຂອງເຮົາ. ຍ້ອນຄວາມແຕກຕ່າງນີ້, ແມ່ນຫຍັງໃຫ້ສິດເຈົ້າໃນການຈົ່ມ ແລະ ຖຽງກັນກັບເຮົາ ແລະ ຮຽກຮ້ອງເອົາສ່ວນແບ່ງຈາກຊັບສິນຂອງເຮົາ? ເຈົ້າຍັງໄດ້ບໍ່ພໍອີກບໍ? ເຮົາເອົາໃຫ້ເຈົ້າຫຼາຍແລ້ວ ແຕ່ສິ່ງທີ່ເຈົ້າໃຫ້ເຮົາເປັນການຕອບແທນຄືຄວາມໂສກເສົ້າເສຍໃຈ ແລະ ຄວາມວິຕົກກັງວົນ ແລະ ຄວາມແຄ້ນໃຈ ແລະ ຄວາມບໍ່ພໍໃຈທີ່ບໍ່ສາມາດທົນໄດ້. ເຈົ້າເປັນຕາລັງກຽດຫຼາຍ, ແຕ່ເຈົ້າຍັງໜ້າສົມເພດອີກ, ສະນັ້ນ ເຮົາຈຶ່ງບໍ່ມີທາງເລືອກນອກກືນຄວາມແຄ້ນໃຈຂອງເຮົາທັງໝົດ ແລະ ສະແດງຄວາມຄັດຄ້ານຂອງເຮົາຕໍ່ເຈົ້າຊໍ້າແລ້ວຊໍ້າອີກ. ຫຼາຍພັນປີກັບການດໍາເນີນພາລະກິດ, ເຮົາບໍ່ເຄີຍໂຕ້ຖຽງກັບມະນຸດຊາດຈັກເທື່ອ ເພາະເຮົາໄດ້ຄົ້ນພົບວ່າ ຕະຫຼອດການພັດທະນາຂອງມະນຸດຊາດ, ມັນເປັນພຽງ “ການຫຼອກລວງ” ໃນບັນດາພວກເຈົ້າທີ່ກາຍເປັນສິ່ງທີ່ມີຊື່ສຽງຫຼາຍທີ່ສຸດ, ເປັນດັ່ງມໍລະດົກລ້ຳຄ່າທີ່ບັນພະບຸລຸດທີ່ມີຊື່ສຽງໃນຍຸກບູຮານໄດ້ປະໄວ້ໃຫ້ເຈົ້າ. ເຮົາຊ່າງກຽດຊັງພວກໝູ ແລະ ໝາທີ່ບໍ່ມີຄວາມເປັນມະນຸດນັ້ນ. ເຈົ້າຂາດຈິດສຳນຶກຫຼາຍເກີນໄປ! ເຈົ້າມີນິໄສທີ່ຕ່ຳຊາມເກີນໄປ! ຫົວໃຈຂອງພວກເຈົ້າກໍ່ແຂງກະດ້າງເກີນໄປ! ຖ້າເຮົາຕ້ອງເອົາພຣະທໍາ ແລະ ພາລະກິດດັ່ງກ່າວໃຫ້ຄົນອິດສະຣາເອນ, ເຮົາກໍ່ຄົງຈະໄດ້ຮັບສະຫງ່າລາສີແຕ່ດົນແລ້ວ. ແຕ່ໃນບັນດາພວກເຈົ້າ, ນີ້ຄືສິ່ງທີ່ບໍ່ສາມາດບັນລຸໄດ້; ໃນບັນດາພວກເຈົ້າແມ່ນມີແຕ່ຄວາມບໍ່ສົນໃຈທີ່ໂຫດຮ້າຍ, ຫົວໃຈທີ່ເຢັນຊາຂອງພວກເຈົ້າ ແລະ ຄຳແກ້ໂຕຂອງພວກເຈົ້າ. ພວກເຈົ້າຂາດຄວາມຮູ້ສຶກ ແລະ ບໍ່ມີຄຸນຄ່າຫຍັງເລີຍ!

ເຈົ້າຄວນອຸທິດທັງໝົດຂອງເຈົ້າໃຫ້ແກ່ພາລະກິດຂອງເຮົາ. ເຈົ້າຄວນເຮັດພາລະກິດທີ່ເປັນປະໂຫຍດຕໍ່ເຮົາ. ເຮົາເຕັມໃຈອະທິບາຍໃຫ້ແກ່ເຈົ້າກ່ຽວກັບທຸກສິ່ງທຸກຢ່າງທີ່ເຈົ້າຍັງບໍ່ເຂົ້າໃຈ ເພື່ອວ່າເຈົ້າຈະສາມາດໄດ້ຮັບທຸກສິ່ງທີ່ເຈົ້າຂາດຈາກເຮົາ. ເຖິງແມ່ນວ່າຄວາມບົກຜ່ອງຂອງເຈົ້າມີຫຼາຍຈົນນັບບໍ່ໄດ້, ເຮົາກໍ່ເຕັມໃຈທີ່ຈະສືບຕໍ່ເຮັດພາລະກິດທີ່ເຮົາຄວນເຮັດໃນຕົວເຈົ້າ ໂດຍມອບຄວາມເມດຕາຄັ້ງສຸດທ້າຍໃຫ້ແກ່ເຈົ້າ ເພື່ອວ່າເຈົ້າອາດໄດ້ຮັບປະໂຫຍດຈາກເຮົາ ແລະ ໄດ້ຮັບສະຫງ່າລາສີທີ່ບໍ່ມີຢູ່ໃນຕົວເຈົ້າ ແລະ ເປັນສິ່ງທີ່ໂລກຍັງບໍ່ເຄີຍເຫັນ. ເຮົາໄດ້ເຮັດພາລະກິດເປັນເວລາຫຼາຍປີ ແຕ່ກໍ່ບໍ່ມີມະນຸດຜູ້ໃດທີ່ຮູ້ຈັກເຮົາ. ເຮົາຕ້ອງການບອກພວກເຈົ້າກ່ຽວກັບຄວາມລັບທີ່ເຮົາບໍ່ເຄີຍບອກໃຜມາກ່ອນ.

ໃນບັນດາມະນຸດທັງຫຼາຍ, ເຮົາແມ່ນພຣະວິນຍານທີ່ພວກເຂົາບໍ່ສາມາດແນມເຫັນໄດ້, ເປັນພຣະວິນຍານທີ່ພວກເຂົາຈະບໍ່ສາມາດມີປະຕິສຳພັນນໍາໄດ້. ຍ້ອນພາລະກິດຂອງເຮົາທັງສາມຂັ້ນຕອນເທິງແຜ່ນດິນໂລກ (ການສ້າງໂລກ, ການໄຖ່ບາບ ແລະ ການທຳລາຍລ້າງ), ເຮົາຈຶ່ງໄດ້ປາກົດໃນທ່າມກາງພວກເຂົາໃນເວລາທີ່ແຕກຕ່າງກັນ (ບໍ່ເຄີຍປາກົດຢ່າງເປີດເຜີຍ) ເພື່ອເຮັດພາລະກິດຂອງເຮົາໃນທ່າມກາງພວກເຂົາ. ຄັ້ງທຳອິດທີ່ເຮົາປາກົດໃນທ່າມກາງມະນຸດແມ່ນຢູ່ໃນຍຸກແຫ່ງການໄຖ່ບາບ. ແນ່ນອນ, ເຮົາມາປາກົດໃນຄອບຄົວຂອງຄົນຢິວ; ສະນັ້ນ, ຄົນທຳອິດທີ່ໄດ້ເຫັນພຣະເຈົ້າລົງມາສູ່ແຜ່ນດິນໂລກແມ່ນຄົນຢິວ. ເຫດຜົນທີ່ເຮົາເຮັດພາລະກິດນີ້ດ້ວຍຕົນເອງກໍ່ເພາະວ່າເຮົາຕ້ອງການໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາເພື່ອເປັນເຄື່ອງບູຊາແທນຄວາມຜິດບາບໃນພາລະກິດແຫ່ງການໄຖ່ບາບຂອງເຮົາ. ສະນັ້ນ, ຄົນທຳອິດທີ່ເຫັນເຮົາແມ່ນຄົນຢິວໃນຍຸກແຫ່ງພຣະຄຸນ. ນັ້ນເປັນຄັ້ງທຳອິດທີ່ເຮົາເຮັດພາລະກິດໃນເນື້ອໜັງ. ໃນຍຸກແຫ່ງລາຊະອານາຈັກ, ພາລະກິດຂອງເຮົາແມ່ນເພື່ອເອົາຊະນະ ແລະ ເຮັດໃຫ້ສົມບູບແບບ, ສະນັ້ນ ເຮົາຈຶ່ງໄດ້ເຮັດພາລະກິດແຫ່ງການລ້ຽງດູຂອງເຮົາໃນເນື້ອໜັງ. ນີ້ແມ່ນເທື່ອທີສອງທີ່ເຮົາໄດ້ເຮັດພາລະກິດໃນເນື້ອໜັງ. ໃນສອງຂັ້ນຕອນສຸດທ້າຍໃນພາລະກິດ, ສິ່ງທີ່ຜູ້ຄົນພົວກັນກໍ່ບໍ່ແມ່ນພຣະວິນຍານທີ່ບໍ່ສາມາດແນມເຫັນ ແລະ ບໍ່ສາມາດຈັບຕ້ອງໄດ້ອີກຕໍ່ໄປ, ແຕ່ເປັນບຸກຄົນທີ່ເປັນພຣະວິນຍານເຊິ່ງໄດ້ກາຍເປັນຈິງໃນເນື້ອໜັງ. ສະນັ້ນ ໃນສາຍຕາຂອງມະນຸດ, ເຮົາໄດ້ກາຍມາເປັນມະນຸດອີກຄັ້ງ, ບໍ່ມີລັກສະນະ ແລະ ຄວາມຮູ້ສຶກຂອງພຣະເຈົ້າອີກ. ຍິ່ງໄປກວ່ານັ້ນ, ພຣະເຈົ້າທີ່ຜູ້ຄົນໄດ້ເຫັນບໍ່ແມ່ນມີແຕ່ເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງນໍາ ເຊິ່ງເປັນສິ່ງທີ່ເຮັດໃຫ້ພວກເຂົາປະຫຼາດໃຈ ແລະ ເຂົ້າໃຈຍາກ. ຫຼາຍຄັ້ງຫຼາຍຄາວ, ພາລະກິດທີ່ພິເສດຂອງເຮົາໄດ້ທຳລາຍຄວາມເຊື່ອເກົ່າໆທີ່ມີມາເປັນເວລາຫຼາຍໆປີ. ຜູ້ຄົນຕົກຕະລຶງ! ພຣະເຈົ້າບໍ່ພຽງແຕ່ພຣະວິນຍານບໍລິສຸດ, ພຣະວິນຍານ, ພຣະວິນຍານທີ່ມີຄວາມຮຸນແຮງຫຼາຍຂຶ້ນເຖິງເຈັດເທົ່າ ຫຼື ພຣະວິນຍານທີ່ຮອບຮູ້, ແຕ່ຍັງເປັນມະນຸດ ນັ້ນກໍ່ຄື ມະນຸດທີ່ທໍາມະດາ, ມະນຸດທຳມະດາທີ່ພິເສດ. ພຣະອົງບໍ່ພຽງແຕ່ເປັນເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງອີກດ້ວຍ. ພຣະອົງຄ້າຍຄືກັນຢູ່ບ່ອນທີ່ວ່າພຣະອົງເກີດໃນມະນຸດ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າອົງໜຶ່ງເກີດຈາກພຣະວິນຍານບໍລິສຸດ ແລະ ອີກອົງໜຶ່ງເກີດຈາກມະນຸດ ເຖິງຢ່າງໃດກໍ່ຕາມກໍ່ມາຈາກພຣະວິນຍານໂດຍກົງ. ພຣະອົງທັງສອງມີຄວາມຄ້າຍຄືກັນຢູ່ບ່ອນວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງເຮັດພາລະກິດຂອງພຣະເຈົ້າພຣະບິດາ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າອົງໜຶ່ງປະຕິບັດພາລະກິດແຫ່ງການໄຖ່ບາບ ໃນຂະນະທີ່ອີກອົງໜຶ່ງປະຕິບັດພາລະກິດແຫ່ງການເອົາຊະນະ. ພຣະອົງທັງສອງເປັນຕົວແທນໃຫ້ກັບພຣະເຈົ້າພຣະບິດາ, ແຕ່ອົງໜຶ່ງເປັນພຣະຜູ້ໄຖ່ທີ່ເຕັມໄປດ້ວຍຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາ ແລະ ອີກອົງເປັນພຣະເຈົ້າແຫ່ງຄວາມຊອບທຳທີ່ເຕັມໄປດ້ວຍຄວາມໂກດຮ້າຍ ແລະ ການພິພາກສາ. ອົງໜຶ່ງແມ່ນຜູ້ບັນຊາການສູງສຸດທີ່ລິເລີ່ມພາລະກິດແຫ່ງການໄຖ່ບາບ ໃນຂະນະທີ່ອີກອົງເປັນພຣະເຈົ້າຊອບທຳທີ່ເຮັດສຳເລັດພາລະກິດແຫ່ງການເອົາຊະນະ. ອົງໜຶ່ງຄືຈຸດເລີ່ມຕົ້ນ ແລະ ອີກອົງໜຶ່ງຄືຈຸດຈົບ. ອົງໜຶ່ງເປັນເນື້ອໜັງທີ່ບໍ່ມີບາບ, ສ່ວນອີກອົງໜຶ່ງເປັນເນື້ອໜັງທີ່ສຳເລັດການໄຖ່ບາບ, ສືບຕໍ່ພາລະກິດ ແລະ ບໍ່ເຄີຍເຮັດບາບຈັກເທື່ອ. ພຣະອົງທັງສອງຄືພຣະວິນຍານອົງດຽວກັນ ແຕ່ພຣະອົງສະຖິດຢູ່ໃນເນື້ອໜັງທີ່ແຕກຕ່າງກັນ ແລະ ເກີດຢູ່ໃນສະຖານທີ່ແຕກຕ່າງກັນ ແລະ ພຣະອົງຖືກແຍກອອກຈາກກັນດ້ວຍການເວລາຫຼາຍພັນປີ. ເຖິງຢ່າງໃດກໍ່ຕາມ, ພາລະກິດທັງໝົດຂອງພວກພຣະອົງສອດຄ່ອງກັນ, ບໍ່ເຄີຍຂັດແຍ້ງກັນ ແລະ ສາມາດເວົ້າເຖິງໃນລັກສະນະດຽວກັນ. ພຣະອົງທັງສອງເປັນຄົນ ແຕ່ອົງໜຶ່ງແມ່ນເດັກນ້ອຍເພດຊາຍ ແລະ ອີກອົງໜຶ່ງແມ່ນເດັກນ້ອຍເພດຍິງ. ສຳລັບເວລາຫຼາຍປີມານີ້, ສິ່ງທີ່ຜູ້ຄົນໄດ້ເຫັນບໍ່ແມ່ນພຽງແຕ່ພຣະວິນຍານ ແລະ ບໍ່ແມ່ນພຽງແຕ່ມະນຸດຄົນໜຶ່ງ ເຊິ່ງເປັນເພດຊາຍ, ແຕ່ຍັງແມ່ນຫຼາຍສິ່ງຫຼາຍຢ່າງທີ່ບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ; ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສາມາດເຂົ້າໃຈເຮົາໄດ້ຢ່າງເຕັມທີ່. ພວກເຂົາຍັງຄົງເຊື່ອເຮົາເຄິ່ງໜຶ່ງ ແລະ ສົງໄສອີກເຮົາເຄິ່ງໜຶ່ງ, ຄືກັບວ່າເຮົາມີຕົວຕົນ ແຕ່ຍັງເປັນຄວາມຝັນທີ່ເປັນພາບລວງ, ນັ້ນຄືເຫດຜົນທີ່ຜູ້ຄົນຍັງບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງຈົນມາຮອດປັດຈຸບັນ. ເຈົ້າສາມາດສະຫຼຸບເປັນປະໂຫຍກງ່າຍໆໜຶ່ງປະໂຫຍດໃຫ້ເຮົາໄດ້ບໍ່? ເຈົ້າກ້າເວົ້າແທ້ໆບໍວ່າ “ພຣະເຢຊູບໍ່ແມ່ນຜູ້ໃດນອກຈາກພຣະເຈົ້າ ແລະ ພຣະເຈົ້າກໍ່ບໍ່ແມ່ນຜູ້ໃດນອກຈາກພຣະເຢຊູ?” ເຈົ້າກ້າເວົ້າແທ້ໆບໍວ່າ “ພຣະເຈົ້າບໍ່ແມ່ນຜູ້ໃດນອກຈາກພຣະວິນຍານ ແລະ ພຣະວິນຍານບໍ່ແມ່ນຜູ້ໃດນອກຈາກພຣະເຈົ້າ?” ເຈົ້າເວົ້າໄດ້ຢ່າງສະບາຍບໍວ່າ “ພຣະເຈົ້າເປັນພຽງແຕ່ມະນຸດທີ່ສວມໃສ່ເນື້ອໜັງ?” ເຈົ້າມີຄວາມກ້າຫານແທ້ໆທີ່ຈະຢືນຢັນບໍວ່າ “ພາບລັກຂອງພຣະເຢຊູເປັນພາບລັກອັນຍິ່ງໃຫຍ່ຂອງພຣະເຈົ້າ?” ເຈົ້າສາມາດໃຊ້ຄວາມຄ່ອງແຄ້ວຂອງເຈົ້າເພື່ອອະທິບາຍຢ່າງລະອຽດກ່ຽວກັບອຸປະນິໄສ ແລະ ພາບລັກຂອງພຣະເຈົ້າບໍ? ເຈົ້າກ້າເວົ້າແທ້ໆບໍວ່າ “ພຣະເຈົ້າໄດ້ສ້າງເພດຊາຍພາບລັກຂອງພຣະອົງເອງເທົ່ານັ້ນ, ແຕ່ບໍ່ແມ່ນເພດຍິງ?” ຖ້າເຈົ້າເວົ້າແບບນີ້, ແລ້ວມັນກໍ່ຈະບໍ່ມີແມ່ຍິງໃນບັນດາຜູ້ທີ່ເຮົາໄດ້ເລືອກ, ແຮງໄກທີ່ແມ່ຍິງຈະເປັນຊົນຊັ້ນໜຶ່ງໃນມະນຸດຊາດ. ຕອນນີ້ ເຈົ້າຮູ້ແທ້ໆແລ້ວບໍວ່າພຣະເຈົ້າແມ່ນຫຍັງ? ພຣະເຈົ້າແມ່ນມະນຸດບໍ? ພຣະເຈົ້າເປັນພຣະວິນຍານບໍ? ພຣະເຈົ້າເປັນຜູ້ຊາຍແທ້ໆບໍ? ມີພຽງແຕ່ພຣະເຢຊູເທົ່ານັ້ນບໍທີ່ສາມາດເຮັດສໍາເລັດພາລະກິດທີ່ເຮົາຕ້ອງເຮັດ? ຖ້າເຈົ້າເລືອກເອົາພຽງໜຶ່ງຂໍ້ຈາກຂ້າງເທິງນີ້ເພື່ອສະຫຼຸບແກ່ນແທ້ຂອງເຮົາ, ແລ້ວເຈົ້າກໍ່ຈະເປັນຜູ້ເຊື່ອທີ່ຈົງຮັກພັກດີຢ່າງໂງ່ຈ້າຫຼາຍ. ຖ້າເຮົາເຮັດພາລະກິດດັ່ງເນື້ອໜັງທີ່ບັງເກີດເປັນເນື້ອໜັງມະນຸດໜຶ່ງຄັ້ງ ແລະ ພຽງຄັ້ງດຽວເທົ່ານັ້ນ, ພວກເຈົ້າຈະຈຳກັດເຮົາບໍ? ເຈົ້າສາມາດເຂົ້າໃຈເຮົາຢ່າງຖີ່ຖ້ວນແທ້ໆໂດຍແນມເບິ່ງພຽງແຕ່ຄັ້ງດຽວບໍ? ເຈົ້າສາມາດສະຫຼຸບເຮົາແທ້ໆໂດຍອີງໃສ່ສິ່ງທີ່ເຈົ້າໄດ້ຮັບການເປີດເຜີຍໃນຊ່ວງເວລາທີ່ເຈົ້າມີຊີວິດບໍ? ຖ້າເຮົາໄດ້ເຮັດພາລະກິດທີ່ຄ້າຍຄືກັນໃນການບັງເກີດເປັນມະນຸດຂອງເຮົາທັງສອງຄັ້ງ, ເຈົ້າຈະຮັບຮູ້ເຮົາແນວໃດ? ເຈົ້າຈະປ່ອຍໃຫ້ເຮົາຖືກຕອກຢູ່ເທິງໄມ້ກາງແຂນຕະຫຼອດການບໍ? ພຣະເຈົ້າງ່າຍຄືດັ່ງທີ່ເຈົ້າກ່າວອ້າງບໍ?

ເຖິງແມ່ນວ່າຄວາມເຊື່ອຂອງເຈົ້າຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດອະທິບາຍເຮົາຢ່າງລະອຽດ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດໃຫ້ຄຳພະຍານຢ່າງຄົບຖ້ວນຕໍ່ຂໍ້ແທ້ຈິງທັງໝົດທີ່ເຈົ້າເຫັນ. ໃຫ້ຄິດລອງເບິ່ງ: ມື້ນີ້ ພວກເຈົ້າສ່ວນໃຫຍ່ປະຖິ້ມໜ້າທີ່ຂອງພວກເຈົ້າ ແລ້ວສະແຫວງຫາເນື້ອໜັງແທນ, ເຮັດໃຫ້ເນື້ອໜັງພໍໃຈ ແລະ ເພີດເພີນກັບເນື້ອໜັງຢ່າງໂລບມາກ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນທຸກສິ່ງທີ່ພວກເຈົ້າໄດ້ເຫັນແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງມາເຖິງເມື່ອເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າກໍ່ຈະສູນເສຍໜ້າທີ່ຂອງສິ່ງຖືກສ້າງ ແລະ ມັນຈະບໍ່ມີຄວາມໝາຍຫຍັງໃນການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ມີຄຸນຄ່າໃນການເປັນມະນຸດ. ມັນສາມາດເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼວງຫຼາຍ, ແຕ່ເພາະວ່າ ໃນປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ໃຊ້ແຮງງານຂອງເຈົ້າຢ່າງບໍ່ມີປະສິດທິພາບ, ເມື່ອມັນຮອດເວລາທີ່ເຮົາຕ້ອງຂະຫຍາຍພາລະກິດຂອງເຮົາ, ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນບາບຕະຫຼອດເວລາບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງທີ່ສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ພາລະກິດທັງໝົດຂອງເຮົາໃນປັດຈຸບັນບໍ່ໄດ້ເຮັດຍ້ອນຄວາມຂີ້ຄ້ານ ແລະ ຄວາມເບື່ອໜ່າຍ, ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ມັນບໍ່ແມ່ນວ່າເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ໆ. ເຈົ້າຄວນເຂົ້າໃຈພາລະກິດທີ່ເຮົາເຮັດ; ມັນບໍ່ແມ່ນສິ່ງທີ່ເຮັດໂດຍເດັກນ້ອຍຫຼິ້ນໃນຖະໜົນ, ແຕ່ເປັນພາລະກິດທີ່ເຮັດໃນນາມພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາທີ່ກຳລັງເຮັດພາລະກິດນີ້ດ້ວຍຕົນເອງ; ກົງກັນຂ້າມ, ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ເຊື່ອຟັງ, ປ່ຽນແປງ ແລະ ເປັນພະຍານຢ່າງເຄັ່ງຄັດ. ສິ່ງທີ່ເຈົ້າຄວນເຂົ້າໃຈຄືເຫດຜົນທີ່ເຈົ້າຄວນເຊື່ອໃນຕົວເຮົາ; ນີ້ແມ່ນຄຳຖາມທີ່ສຳຄັນທີ່ສຸດສຳລັບພວກເຈົ້າແຕ່ລະຄົນທີ່ຈະຕ້ອງເຂົ້າໃຈ. ໂດຍເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະບິດາຂອງເຮົາໄດ້ກຳນົດເຈົ້າທຸກຄົນໄວ້ລ່ວງໜ້າສຳລັບເຮົາ ນັບແຕ່ເວລາທີ່ພຣະອົງຊົງສ້າງໂລກ. ມັນແມ່ນເພື່ອປະໂຫຍດໃນພາລະກິດຂອງເຮົາ ແລະ ເພື່ອເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະອົງຈຶ່ງໄດ້ກໍານົດເຈົ້າລ່ວງໜ້າ. ມັນເປັນຍ້ອນພຣະບິດາຂອງເຮົາ, ເຈົ້າຈຶ່ງເຊື່ອໃນເຮົາ; ມັນເປັນຍ້ອນການກຳນົດລ່ວງໜ້າຂອງພຣະບິດາຂອງເຮົາ, ເຈົ້າຈຶ່ງຕິດຕາມເຮົາ. ບໍ່ມີສິ່ງໃດທີ່ເຈົ້າເລືອກເຮັດດ້ວຍຕົວເອງ. ສິ່ງທີ່ສຳຄັນໄປກວ່ານັ້ນແມ່ນເຈົ້າຕ້ອງເຂົ້າໃຈວ່າ ເຈົ້າແມ່ນສິ່ງທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາສຳລັບຈຸດປະສົງໃນການເປັນພະຍານໃຫ້ແກ່ເຮົາ. ເພາະພຣະອົງໄດ້ມອບເຈົ້າໃຫ້ແກ່ເຮົາ ພ້ອມທັງລັກສະນະ ແລະ ພຣະທຳທີ່ເຮົາສັ່ງສອນເຈົ້າ, ເພາະມັນແມ່ນໜ້າທີ່ຂອງເຈົ້າທີ່ຈະຕ້ອງປະຕິບັດຕາມແນວທາງຂອງເຮົາ. ນີ້ຄືຈຸດປະສົງເດີມໃນຄວາມເຊື່ອຂອງເຈົ້າໃນເຮົາ. ສະນັ້ນ, ເຮົາຈຶ່ງເວົ້າກັບເຈົ້າແບບນີ້ວ່າ: ເຈົ້າເປັນພຽງຄົນທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາເພື່ອໃຫ້ປະຕິບັດຕາມແນວທາງຂອງເຮົາ. ເຖິງຢ່າງໃດກໍ່ຕາມ, ເຈົ້າພຽງແຕ່ເຊື່ອໃນຕົວເຮົາເທົ່ານັ້ນ; ເຈົ້າບໍ່ໄດ້ມາຈາກເຮົາເພາະເຈົ້າບໍ່ໄດ້ມາຈາກຄອບຄົວອິດສະຣາເອນ ແລະ ເປັນພັກພວກຂອງງູພິດຈາກຍຸກບູຮານແທນ. ສິ່ງທີ່ເຮົາຂໍໃຫ້ເຈົ້າເຮັດແມ່ນການເປັນພະຍານໃຫ້ເຮົາ, ແຕ່ມື້ນີ້ ເຈົ້າຕ້ອງຍ່າງໃນຫົນທາງຂອງເຮົາ. ທັງໝົດນີ້ກໍ່ແມ່ນເພື່ອເຫັນແກ່ຄຳພະຍານໃນອະນາຄົດ. ຖ້າເຈົ້າເຮັດໜ້າທີ່ເປັນພຽງແຕ່ຄົນທີ່ຮັບຟັງແນວທາງຂອງເຮົາເທົ່ານັ້ນ, ແລ້ວເຈົ້າກໍ່ຈະບໍ່ມີຄຸນຄ່າ ແລະ ຄວາມໝາຍໃນການທີ່ພຣະບິດາຂອງເຮົາໄດ້ປະທານເຈົ້າໃຫ້ແກ່ເຮົາກໍ່ຈະສູນເສຍໄປ. ສິ່ງທີ່ເຮົາຢືນຢັນຢາກບອກເຈົ້າກໍ່ຄື: “ເຈົ້າຄວນເດີນຕາມແນວທາງຂອງເຮົາ”.

ກ່ອນນີ້: ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບການອວຍພອນແມ່ນຫຍັງ?

ຕໍ່ໄປ: ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້