ວິທີເຂົ້າສູ່ສະພາບປົກກະຕິ
ຍິ່ງຄົນຍອມຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງຫິວ ແລະ ກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ມີແຕ່ຜູ້ທີ່ຮັບເອົາພຣະທໍາຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດມີປະສົບການອັນເລິກເຊິ່ງ ແລະ ລໍ້າຄ່າຍິ່ງຂຶ້ນ ແລະ ພວກເຂົາເທົ່ານັ້ນເປັນຜູ້ທີ່ມີຊີວິດສືບຕໍ່ງອກງາມຄືກັບດອກງາ. ທຸກຄົນທີ່ສະແຫວງຫາຊີວິດຕ້ອງຖືສິ່ງນີ້ຄືກັບວ່າແມ່ນວຽກງານເຕັມເວລາຂອງພວກເຂົາ; ພວກເຂົາຄວນມີຄວາມຮູ້ສຶກວ່າ “ຫາກປາສະຈາກພຣະເຈົ້າ, ຂ້ານ້ອຍບໍ່ສາມາດມີຊີວິດໄດ້ ຫາກປາສະຈາກພຣະເຈົ້າ, ຂ້ານ້ອຍບໍ່ສາມາດສຳເລັດຫຍັງໄດ້; ຫາກປາສະຈາກພຣະເຈົ້າ, ທຸກສິ່ງແມ່ນວ່າງເປົ່າ”. ແລ້ວເຊັ່ນດຽວກັນ, ຖ້າພວກເຂົາມີຄວາມຕັ້ງໃຈວ່າ “ຖ້າປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ, ຂ້ານ້ອຍຈະບໍ່ເຮັດຫຍັງ ແລະ ຖ້າການອ່ານພຣະທໍາຂອງພຣະເຈົ້າບໍ່ມີຜົນຫຍັງ, ແລ້ວຂ້ານ້ອຍກໍຈະບໍ່ສົນໃຈເຮັດຫຍັງ”. ຢ່າຕາມໃຈຕົນເອງ. ປະສົບການຊີວິດແມ່ນມາຈາກຄວາມສະຫວ່າງ ແລະ ການນໍາພາຂອງພຣະເຈົ້າ ແລະ ພວກມັນແມ່ນການຜະລຶກຂອງຄວາມພະຍາຍາມສ່ວນຕົວຂອງພວກເຈົ້າ. ສິ່ງທີ່ພວກເຈົ້າຄວນຮຽກຮ້ອງຈາກຕົນເອງກໍຄື “ເມື່ອເວົ້າເຖິງປະສົບການຊີວິດ, ຂ້ານ້ອຍບໍ່ສາມາດເອົາໂຕເອງລອດໄປຢ່າງງ່າຍດາຍໄດ້”.
ບາງຄັ້ງ ໃນສະພາວະທີ່ບໍ່ປົກກະຕິ, ເຈົ້າສູນເສຍການສະຖິດຂອງພຣະເຈົ້າ ແລະ ບໍ່ສາມາດສໍາຜັດພຣະອົງໄດ້ ເມື່ອເຈົ້າອະທິຖານ. ມັນປົກກະຕິທີ່ຈະຮູ້ສຶກຢ້ານໃນເວລາດັ່ງກ່າວ. ເຈົ້າຄວນເລີ່ມສະແຫວງຫາທັນທີ. ຖ້າເຈົ້າບໍ່ສະແຫວງຫາ, ພຣະເຈົ້າກໍຈະຫ່າງອອກຈາກເຈົ້າ ແລະ ເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ເປັນເວລາໜຶ່ງມື້ ຫຼື ສອງມື້, ແມ່ນແຕ່ໜຶ່ງເດືອນ ຫຼື ສອງເດືອນ. ໃນສະຖານະການເຫຼົ່ານີ້, ເຈົ້າຈະມຶນຊາຫຼາຍ ແລະ ເຈົ້າຖືກຈັບເປັນສະເລີຍຂອງຊາຕານອີກຄັ້ງ, ຈົນເຖິງຈຸດທີ່ເຈົ້າບໍ່ສາມາດເຮັດທຸກສິ່ງໄດ້. ເຈົ້າປາຖະໜາຄວາມຮັ່ງມີ, ຫຼອກລວງອ້າຍເອື້ອຍນ້ອງ, ເບິ່ງຮູບເງົາ ແລະ ວິດີໂອ, ຫຼິ້ນໄພ້ນົກກະຈອກ ແລະ ແມ່ນແຕ່ສູບຢາ ແລະ ດື່ມຢ່າງຂາດວິໄນ. ຫົວໃຈຂອງເຈົ້າອອກຫ່າງພຣະເຈົ້າ, ເຈົ້າໄປໃນທາງຂອງເຈົ້າເອງຢ່າງລັບໆ ແລະ ເຈົ້າຕັດສິນພາລະກິດຂອງພຣະເຈົ້າຕາມອຳເພີໃຈ. ໃນບາງກໍລະນີ, ຜູ້ຄົນຕົກຕໍ່າຫຼາຍຈົນພວກເຂົາບໍ່ຮູ້ສຶກລະອາຍ ຫຼື ອັບອາຍໃນການເຮັດບາບຮ່ວມທີ່ມີລັກສະນະທາງເພດ. ຄົນປະເພດນີ້ຖືກພຣະວິນຍານບໍລິສຸດປະຖິ້ມ; ທີ່ຈິງແລ້ວ ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດໃນບຸກຄົນດັ່ງກ່າວເປັນເວລາດົນນານມາແລ້ວ. ຄົນໆໜຶ່ງສາມາດເຫັນວ່າພວກເຂົາຕົກລົງສູ່ຄວາມເສື່ອມຊາມຫຼາຍຂຶ້ນ ໃນຂະນະທີ່ມືອັນຊົ່ວຮ້າຍເດ່ອອກໄປເລື້ອຍໆ. ໃນທີ່ສຸດ ພວກເຂົາກໍປະຕິເສດການມີຢູ່ຂອງທາງເສັ້ນນີ້ ແລະ ກາຍເປັນສະເລີຍຂອງຊາຕານເມື່ອພວກເຂົາເຮັດບາບ. ຖ້າເຈົ້າຄົ້ນພົບວ່າ ເຈົ້າມີການສະຖິດຂອງພຣະວິນຍານບໍລິສຸດ ແຕ່ຂາດພາລະກິດຂອງພຣະວິນຍານບໍລິສຸດ, ນັ້ນກໍເປັນສະຖານະການທີ່ອັນຕະລາຍແລ້ວ. ເມື່ອເຈົ້າບໍ່ສາມາດສໍາຜັດການສະຖິດຂອງພຣະວິນຍານບໍລິສຸດໄດ້, ແລ້ວເຈົ້າກໍ ກໍາລັງໃກ້ຈະຕາຍ. ຖ້າເຈົ້າຍັງບໍ່ກັບໃຈ ແລ້ວເຈົ້າກໍຈະຖືກສົ່ງກັບຄືນໃຫ້ຊາຕານຢ່າງສົມບູນ ແລະ ເຈົ້າຈະກາຍເປັນຜູ້ໜຶ່ງທີ່ຈະຖືກກໍາຈັດ. ສະນັ້ນ ເມື່ອເຈົ້າຄົ້ນພົບວ່າ ເຈົ້າຢູ່ໃນສະພາບທີ່ມີພຽງການສະຖິດຂອງພຣະວິນຍານບໍລິສຸດສະຖິດ (ເຈົ້າບໍ່ເຮັດບາບ, ເຈົ້າກວດສອບຕົນເອງ ແລະ ເຈົ້າ ບໍ່ຕັ້ງໃຈຕໍ່ຕ້ານພຣະເຈົ້າ) ແຕ່ເຈົ້າຂາດພາລະກິດຂອງພຣະວິນຍານບໍລິສຸດ (ເຈົ້າບໍ່ໄດ້ຮູ້ສຶກວ່າຮັບການດົນເມື່ອເຈົ້າອະທິຖານ, ເຈົ້າບໍ່ໄດ້ຮັບຄວາມສະຫວ່າງ ແລະ ແສງໄຟເຍືອງທາງທີ່ຊັດເຈນ ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ເຈົ້າເມີນເສີຍກ່ຽວກັບກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ບໍ່ມີການເຕີບໃຫຍ່ໃນຊີວິດຂອງເຈົ້າ ແລະ ເຈົ້າບໍ່ມີແສງໄຟເຍືອງທາງທີ່ຍິ່ງໃຫຍ່), ໃນເວລາດັ່ງກ່າວເຈົ້າກໍຕ້ອງລະມັດລະວັງຫຼາຍຂຶ້ນ. ເຈົ້າຕ້ອງບໍ່ເຮັດຕາມໃຈຕົນເອງ, ເຈົ້າຕ້ອງບໍ່ເຮັດຕາມນິໄສຂອງຕົນເອງອີກຕໍ່ໄປ, ການສະຖິດຂອງພຣະວິນຍານບໍລິສຸດອາດຫາຍໄປໃນເວລາໃດກໍໄດ້. ນີ້ຄືເຫດຜົນທີ່ວ່າເປັນຫຍັງ ສະຖານະການດັ່ງກ່າວຈຶ່ງອັນຕະລາຍ. ຖ້າເຈົ້າຄົ້ນພົບວ່າຕົນເອງຢູ່ສະພາບແບບນີ້, ໃຫ້ພະຍາຍາມແກ້ໄຂໄວເທົ່າທີ່ເຈົ້າສາມາດເຮັດໄດ້. ກ່ອນອື່ນ, ເຈົ້າຄວນອະທິຖານເພື່ອກັບໃຈ ແລະ ຂໍໃຫ້ພຣະເຈົ້າຂະຫຍາຍຄວາມເມດຕາຂອງພຣະອົງສຳລັບເຈົ້າອີກຄັ້ງ. ອະທິຖານຢ່າງຈິງຈັງ ແລະ ສະຫງົບໃຈຂອງເຈົ້າເພື່ອກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ດ້ວຍພື້ນຖານນີ້ ເຈົ້າຕ້ອງໃຊ້ເວລາຫຼາຍຂຶ້ນໃນການອະທິຖານຫຼາຍ; ເພີ່ມຄວາມພະຍາຍາມຂອງເຈົ້າສອງເທົ່າໃນການຮ້ອງເພງ, ການອະທິຖານ, ການກິນ ແລະ ການດື່ມພຣະທໍາຂອງພຣະອົງ ແລະ ການປະຕິບັດໜ້າທີ່ຂອງເຈົ້າ. ເມື່ອເຈົ້າຢູ່ຈຸດທີ່ອ່ອນແອທີ່ສຸດ, ຫົວໃຈຂອງເຈົ້າກໍຖືກຄອບຄອງໂດຍຊາຕານໄດ້ງ່າຍທີ່ສຸດ. ເມື່ອສິ່ງນັ້ນເກີດຂຶ້ນ, ຫົວໃຈຂອງເຈົ້າກໍຈະຖືກຍາດເອົາໄປຈາກພຣະເຈົ້າ ແລະ ຖືກມອບກັບຄືນໃຫ້ຊາຕານ, ຫຼັງຈາກນັ້ນ ເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດ. ໃນເວລາດັ່ງກ່າວ, ມັນກໍຍິ່ງເປັນການຍາກເປັນສອງເທົ່າທີ່ຈະເອົາພາລະກິດຂອງພຣະວິນຍານບໍລິສຸດກັບຄືນມາ. ມັນດີກວ່າທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດໃນຂະນະທີ່ພຣະອົງຍັງສະຖິດຢູ່ກັບເຈົ້າ, ເຊິ່ງຈະເຮັດໃຫ້ພຣະເຈົ້າມອບແສງສະຫວ່າງໃຫ້ເຈົ້າເພີ່ມ ແລະ ບໍ່ເຮັດໃຫ້ພຣະອົງປະຖິ້ມອອກຈາກເຈົ້າ. ການອະທິຖານ, ຮ້ອງເພງສັນລະເສີນ, ການປະຕິບັດໜ້າທີ່ຂອງເຈົ້າ ແລະ ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ທຸກສິ່ງນີ້ແມ່ນເຮັດເພື່ອວ່າຊາຕານຈະບໍ່ມີໂອກາດເຮັດວຽກງານຂອງມັນ ແລະ ເພື່ອວ່າພຣະວິນຍານບໍລິສຸດອາດປະຕິບັດພາລະກິດພາຍໃນຕົວເຈົ້າ. ຖ້າເຈົ້າບໍ່ເອົາພາລະກິດຂອງພຣະວິນຍານກັບຄືນມາດ້ວຍວິທີນີ້, ຖ້າເຈົ້າພຽງແຕ່ລໍຖ້າ, ແລ້ວການຮັບພາລະກິດຂອງພຣະວິນຍານບໍລິສຸດຄືນກໍຈະບໍ່ງ່າຍເມື່ອເຈົ້າໄດ້ສູນເສຍການສະຖິດຂອງພຣະວິນຍານບໍລິສຸດ, ນອກຈາກພຣະວິນຍານບໍລິສຸດຈະບັນດານໃຈໂດຍສະເພາະ, ເຍືອງທາງ ແລະ ມອບແສງສະຫວ່າງໃຫ້ເຈົ້າເປັນພິເສດ. ເຖິງຢ່າງນັ້ນກໍຕາມ ມັນບໍ່ໄດ້ໃຊ້ເວລາໜຶ່ງມື້ ຫຼື ສອງມື້ ເພື່ອໃຫ້ສະພາບຂອງເຈົ້າຟື້ນຄືນມາ; ບາງຄັ້ງ ເວລາຜ່ານໄປຫົກເດືອນໂດຍບໍ່ມີການຟື້ນຄືນ. ທັງໝົດນີ້ກໍຍ້ອນວ່າຜູ້ຄົນມັກງ່າຍເກີນໄປ, ບໍ່ສາມາດຜະເຊີນກັບສິ່ງຕ່າງໆໃນທາງທີ່ເປັນປົກກະຕິ ແລະ ສະນັ້ນ ຈຶ່ງຖືກພຣະວິນຍານບໍລິສຸດປະຖິ້ມ. ເຖິງແມ່ນວ່າເຈົ້າໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດກັບຄືນ, ພາລະກິດໃນປັດຈຸບັນຂອງພຣະເຈົ້າກໍອາດບໍ່ຊັດເຈນສຳລັບເຈົ້າຫຼາຍ, ຍ້ອນເຈົ້າໄດ້ຢູ່ຫຼັງໃນປະສົບການຊີວິດຂອງເຈົ້າ, ຄືກັບວ່າເຈົ້າຖືກປະໄວ້ຢູ່ທາງຫຼັງສິບພັນໄມລ໌. ນີ້ບໍ່ແມ່ນສິ່ງທີ່ໂຫດຮ້າຍບໍ? ເຖິງຢ່າງໃດກໍຕາມ, ເຮົາບອກຄົນປະເພດນັ້ນວ່າ: ມັນຍັງບໍ່ຊ້າເກີນໄປທີ່ຈະກັບໃຈໃນຕອນນີ້, ແຕ່ວ່າມີເງື່ອນໄຂໜຶ່ງຢ່າງຄື ເຈົ້າຕ້ອງເຮັດວຽກໃຫ້ໜັກຂຶ້ນ ແລະ ບໍ່ຕ້ອງຂີ້ຄ້ານ. ຖ້າຄົນອື່ນອະທິຖານຫ້າເທື່ອຕໍ່ມື້, ເຈົ້າກໍຕ້ອງອະທິຖານສິບເທື່ອ; ຖ້າຄົນອື່ນກິນ ແລະ ດື່ມພຣະທໍາຂອງພຣະເຈົ້າສອງຊົ່ວໂມງຕໍ່ມື້ ເຈົ້າກໍຕ້ອງໃຊ້ເວລາສີ່ ຫຼື ຫົກຊົ່ວໂມງ; ຖ້າຄົນອື່ນຟັງເພງສັນລະເສີນສອງຊົ່ວໂມງ, ເຈົ້າກໍຕ້ອງຟັງຢ່າງໜ້ອຍເຄິ່ງມື້. ຈົ່ງໝັ່ນສະຫງົບຈິດໃຈຕໍ່ໜ້າພຣະເຈົ້າ ແລະ ຄິດໄຕ່ຕອງຫາຄວາມຮັກຂອງພຣະອົງ; ຈົນກວ່າເຈົ້າຈະໄດ້ຮັບການດົນໃຈ, ຫົວໃຈຂອງເຈົ້າກັບຄືນຫາພຣະອົງ ແລະ ເຈົ້າບໍ່ກ້າທີ່ຈະໜີອອກຈາກພຣະອົງອີກຕໍ່ໄປ, ມີພຽງເມື່ອນັ້ນ ການປະຕິບັດຂອງເຈົ້າຈຶ່ງຈະອອກຜົນ; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດຟື້ນຟູສະພາບດັ່ງເດີມທີ່ເປັນປົກກະຕິເປັນປົກກະຕິຂອງເຈົ້າໄດ້.
ບາງຄົນສະແຫວງຫາຢ່າງກະຕືລືລົ້ນ ແຕ່ບໍ່ສາມາດເຂົ້າສູ່ທາງທີ່ຖືກຕ້ອງ. ນີ້ກໍຍ້ອນວ່າ ພວກເຂົາບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່ເລື່ອງທາງຈິດວິນຍານ. ພວກເຂົາບໍ່ຮູ້ວິທີທີ່ຈະຜະເຊີນກັບພຣະທໍາຂອງພຣະເຈົ້າ ແລະ ພວກເຂົາບໍ່ຮູ້ວ່າ ພາລະກິດ ແລະ ການສະຖິດຂອງພຣະວິຍານບໍລິສຸດແມ່ນຫຍັງ. ຄົນດັ່ງກ່າວກະຕືລືລົ້ນແຕ່ວ່າໂງ່ຈ້າ; ພວກເຂົາບໍ່ໄດ້ສະແຫວງຫາຊີວິດ. ນັ້ນກໍເພາະວ່າພວກເຂົາບໍ່ມີຄວາມຮູ້ກ່ຽວກັບພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ, ເຈົ້າບໍ່ຮູ້ຫຍັງກ່ຽວກັບຄວາມຄືບໜ້າໃນພາລະກິດຂອງພຣະວິນຍານບໍລິສຸດທີ່ກຳລັງດຳເນີນໃນຕອນນີ້ ແລະ ເຈົ້າບໍ່ຮູ້ສະພາບທີ່ຢູ່ພາຍໃນຈິດວິນຍານຂອງເຈົ້າເອງ. ຄວາມເຊື່ອຂອງຄົນດັ່ງກ່າວບໍ່ແມ່ນຄວາມເຊື່ອປະເພດທີ່ໂງ່ຈ້າບໍ? ການສະແຫວງຫາຂອງຄົນດັ່ງກ່າວບໍ່ໄດ້ເກີດຜົນຫຍັງເລີຍໃນທີ່ສຸດ. ກະແຈສູ່ການບັນລຸການເຕີບໂຕໃນຊີວິດໃນຄວາມເຊື່ອຂອງຄົນໆທີ່ມີໃນພຣະເຈົ້າກໍຄືການຮູ້ວ່າພຣະເຈົ້າປະຕິບັດພາລະກິດຫຍັງໃນປະສົບການຂອງເຈົ້າ, ເຫັນເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ເພື່ອວ່າເຈົ້າຈະຍອມຮັບທຸກການຈັດແຈງທັງໝົດຂອງພຣະອົງ, ຮັບເອົາພຣະທໍາທີ່ພຣະເຈົ້າກ່າວເຂົ້າໃນຕົວເຈົ້າ ເພື່ອໃຫ້ພວກມັນກາຍມາເປັນຊີວິດຂອງເຈົ້າ, ແລ້ວເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ຖ້າເຈົ້າມີຄວາມເຊື່ອທີ່ໂງ່ຈ້າ, ຖ້າເຈົ້າບໍ່ສົນໃຈເລື່ອງຈິດວິນຍານ ແລະ ການປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າ, ຖ້າເຈົ້າບໍ່ພະຍາຍາມໄປຫາຄວາມຈິງ, ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ບໍ? ຖ້າເຈົ້າບໍ່ເຂົ້າໃຈສິ່ງທີ່ພຣະເຈົ້າຮ້ອງຂໍ, ແລ້ວເຈົ້າຈະບໍ່ສາມາດມີປະສົບການ ແລະ ບໍ່ມີເສັ້ນທາງໃຫ້ປະຕິບັດ. ສິ່ງທີ່ເຈົ້າຕ້ອງໃສ່ໃຈໃນຂະນະທີ່ເຈົ້າຜະເຊີນກັບພຣະທຳຂອງພຣະເຈົ້າແມ່ນຜົນຕາມມາທີ່ພວກເຂົາສ້າງຂຶ້ນໃນຕົວເຈົ້າ, ເພື່ອເຈົ້າອາດມາຮູ້ຈັກພຣະເຈົ້າຈາກພຣະທຳຂອງພຣະອົງ. ຖ້າເຈົ້າພຽງແຕ່ຮູ້ຈັກອ່ານພຣະທໍາຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກວິທີການຜະເຊີນກັບພຣະທໍາເຫຼົ່ານັ້ນ, ນີ້ບໍ່ສະແດງວ່າ ເຈົ້າບໍ່ມີຄວາມເຂົ້າໃຈໃນເລື່ອງຈິດວິນຍານບໍ? ໃນຕອນນີ້, ຄົນສ່ວນຫຼາຍບໍ່ສາມາດສໍາຜັດພຣະທໍາຂອງພຣະເຈົ້າ, ແລະພວກເຂົາກໍບໍ່ຮູ້ພາລະກິດຂອງພຣະເຈົ້າ. ສິ່ງນີ້ບໍ່ແມ່ນຄວາມລົ້ມເຫຼວການປະຕິບັດຂອງພວກເຂົາບໍ? ຖ້າພວກເຂົາສືບຕໍ່ເປັນແບບນີ້, ໃນຈຸດໃດພວກເຂົາຈຶ່ງຈະສາມາດຜະເຊີນກັບສິ່ງຕ່າງໆຢ່າງຄົບຖ້ວນສົມບູນຂອງ ແລະ ເຕີບໂຕໃນຊີວິດຂອງພວກເຂົາ? ສິ່ງນີ້ບໍ່ເທົ່າກັບພຽງແຕ່ລົມປາກບໍ? ມີຫຼາຍຄົນທ່າມກາງພວກເຈົ້າທີ່ໃສ່ໃຈກັບທິດສະດີ, ຜູ້ທີ່ບໍ່ເຂົ້າໃຈເລື່ອງຈິດວິນຍານ ແຕ່ຍັງຢາກໃຫ້ພຣະເຈົ້າໃຊ້ພວກເຈົ້າເພື່ອສິ່ງທີ່ຍິ່ງໃຫຍ່ ແລະ ເພື່ອໃຫ້ພຣະອົງໃຫ້ພອນ. ສິ່ງນີ້ບໍ່ເປັນຈິງແທ້ໆເລີຍ! ສະນັ້ນ ພວກເຈົ້າຕ້ອງສິ້ນສຸດຄວາມລົ້ມເຫຼວນີ້, ເພື່ອພວກເຈົ້າຈະສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດທາງຈິດວິນຍານຂອງພວກເຈົ້າ, ມີປະສົບການທີ່ແທ້ຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ.