ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

ການສໍາຫຼວດເບິ່ງວ່າເຈົ້າຢຶດຖືຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່ ແມ່ນຫຼັກການທາງດ້ານພຶດຕິກໍາຂອງຄົນທີ່ເຊື່ອໃນພຣະເຈົ້າ. ພວກເຈົ້າຈະຖືກເອີ້ນວ່າເປັນຄົນທ່ຽງທໍາ ຍ້ອນວ່າພວກເຈົ້າສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ແລະ ຍ້ອນວ່າພວກເຈົ້າໄດ້ຍອມຮັບເອົາການເບິ່ງແຍງດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຍອມຮັບເອົາການເບິ່ງແຍງດູແລ, ການປົກປ້ອງ ແລະ ຄວາມສົມບູນແບບຂອງພຣະເຈົ້າ ແລະ ຜູ້ທີ່ພຣະອົງຊົງເລືອກແມ່ນຄົນສິນທໍາ ແລະ ພຣະເຈົ້າຈະຄອຍເຝົ້າເບິ່ງດ້ວຍຄວາມທະນຸຖະໜອມ. ຍິ່ງເຈົ້າຍອມຮັບພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດໃນມື້ນີ້ ແລະ ໃນປັດຈຸບັນນີ້ ເຈົ້າກໍຍິ່ງສາມາດໄດ້ຮັບ ແລະ ເຂົ້າໃຈຄວາມປາດຖະໜາຂອງພຣະເຈົ້າຫຼາຍເທົ່ານັ້ນ ແລະ ດ້ວຍເຫດນີ້ ເຈົ້າຍິ່ງສາມາດດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພຣະອົງ. ນີ້ຄືພາລະກິດຂອງພຣະເຈົ້າ ທີ່ໄດ້ມອບໝາຍໃຫ້ພວກເຈົ້າ ແລະ ແມ່ນສິ່ງທີ່ພວກເຈົ້າຄວນເຮັດໃຫ້ສໍາເລັດ. ຖ້າເຈົ້າໃຊ້ແນວຄວາມຄິດ ວັດແທກ ແລະ ວາດພາບພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າຈໍາກັດພຣະເຈົ້າຢູ່ພາຍໃນພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ນັ້ນກໍໝາຍຄວາມວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າໃນໃຈຂອງພວກເຂົາ ຄົນຍິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ໄດ້ຫຼໍ່ປັ້ນພຣະເຈົ້າເປັນຮູບປັ້ນບູຊາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊິອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊິອາເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ (ທີ່ບໍ່ມີຊີວິດ). ພວກເຂົາຈຶ່ງຕອກພຣະເຍຊູຂອງຍຸກນັ້ນໃສ່ໄມ້ກາງເເຂນ ແລະ ຕັດສິນພຣະອົງໃຫ້ໄປສູ່ຄວາມຕາຍ ໂດຍການປະນາມພຣະເຍຊູທີ່ບໍລິສຸດຈົນເຮັດໃຫ້ເຖິງແກ່ຄວາມຕາຍ. ພຣະເຈົ້າບໍ່ໄດ້ກະທໍາຄວາມຜິດ ແຕ່ມະນຸດກໍຍັງບໍ່ໄດ້ລະເວັ້ນພຣະເຈົ້າ ແລະ ຕັດສິນໃຫ້ພຣະເຈົ້າໄປສູ່ຄວາມຕາຍໂດຍບໍ່ລັງເລໃຈເລີຍ. ດ້ວຍເຫດນີ້, ພຣະເຍຊູຈຶ່ງຖືກຄຶງໄວ້ທີ່ໄມ້ກາງແຂນ. ມະນຸດມິຄວາມເຊື່ອມາຕະຫຼອດວ່າ ພຣະເຈົ້າບໍ່ມີການປ່ຽນແປງ ແລະ ໄດ້ນິຍາມພຣະອົງຕາມພຣະຄໍາພີ ຄືດັ່ງວ່າມະນຸດໄດ້ແນມເຫັນເຖິງການຄຸ້ມຄອງຂອງພຣະເຈົ້າ ແລະ ຄືດັ່ງວ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ກະທໍາແມ່ນຢູ່ໃນກໍາມືຂອງມະນຸດ. ມະນຸດແມ່ນໄຮ້ສາລະທີ່ສຸດ, ພວກເຂົາມີຄວາມອວດດີຢ່າງສຸດຂີດ ແລະ ພວກເຂົາທຸກຄົນມີພອນສະຫວັນດ້ານຄາລົມໂອ້ອວດຫຼາຍທີ່ສຸດ. ເຖິງແມ່ນວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຈະມີຫຼາຍ ແຕ່ເຮົາຂໍເວົ້າວ່າເຈົ້າບໍ່ຮູ້ຈັກພຣະເຈົ້າເລີຍ; ບໍ່ມີໃຜຕໍ່ຕ້ານພຣະເຈົ້າຫຼາຍກວ່ານີ້ ແລະ ເຈົ້າໄດ້ປະນາມພຣະເຈົ້າ ເນື່ອງຈາກເຈົ້າບໍ່ມີຄວາມສາມາດໃດໆ ທີ່ຈະເຊື່ອຟັງໃນພາລະກິດຂອງພຣະເຈົ້າ ແລະ ທີ່ຈະເດີນຕາມເສັ້ນທາງບໍລິສຸດທີ່ພຣະເຈົ້າຊົງສ້າງໄວ້. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຄີຍເພິ່ງພໍໃຈກັບການກະທໍາຂອງມະນຸດ? ຍ້ອນວ່າມະນຸດບໍ່ຮູ້ຈັກພຣະເຈົ້າ, ຍ້ອນວ່າມະນຸດມີແນວຄວາມຄິດຫຼາຍເກີນໄປ ແລະ ຍ້ອນວ່າຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າແມ່ນບໍ່ກົງກັບຄວາມເປັນຈິງ ແຕ່ກົງກັນຂ້າມ ເປັນທໍານອງດຽວກັນຊໍ້າແລ້ວຊໍ້າເລົ່າຢ່າງໜ້າເບື່ອໜ່າຍໂດຍບໍ່ມີການປ່ຽນແປງຫຍັງ ແລະ ນໍາໃຊ້ວິທີການແບບເກົ່າໃນທຸກສະຖານະການ. ສະນັ້ນ, ຫຼັງຈາກໄດ້ສະເດັດລົງມາແຜ່ນດິນໂລກໃນປັດຈຸບັນ, ພຣະເຈົ້າກໍຍັງຖືກຕອກໃສ່ໄມ້ກາງແຂນອີກຄັ້ງ. ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຕໍ່ສູ້ກັນເອງ, ການຍາດແຍ່ງຊື່ສຽງ-ໂຊກລາບ ແລະ ການຂ້າຟັນກັນເອງ. ມື້ໃດມັນຈະໝົດສິ້ນໄປ? ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ພວກເຂົາກະທໍາການເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດ, ສະຖານະ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອເຄື່ອງນູ່ງຮົ່ມ, ເພື່ອອາຫານ ແລະ ຮ່າງກາຍ. ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອປະໂຫຍດຂອງຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ແລະ ເລືອກປະຕິບັດກັບຄົນອື່ນ ເພື່ອປະໂຫຍດໃນການຮັກສາສະຖານະຂອງພວກເຂົາເຈົ້າເອງ? ດ້ວຍເຫດນີ້, ພຣະເຈົ້າຈຶ່ງຖືກບັງຄັບໃຫ້ຕົກຢູ່ໃນສະພາບຂອງຄວາມຕາຍທີ່ນັບຈໍານວນຄັ້ງບໍ່ໄດ້ ເຊິ່ງເປັນການຕັດສິນຢ່າງປ່າເຖື່ອນທີ່ນັບບໍ່ຖ້ວນ; ປະນາມພຣະເຈົ້າ ແລະ ເຮັດໃຫ້ພຣະອົງຖືກຕອກໃສ່ໄມ້ກາງເເຂນອີກຄັ້ງ. ມີຈັກຄົນທີ່ສາມາດເອີ້ນໄດ້ວ່າເປັນຄົນຊອບທໍາ ຍ້ອນວ່າພວກເຂົາກະທໍາການເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງ?

ມັນງ່າຍບໍທີ່ຈະເຮັດໃຫ້ເປັນຄົນບໍລິສຸດ ສົມບູນແບບ ຫຼື ຄົນຊອບທຳຢູ່ຕໍ່ໜ້າພຣະເຈົ້າ? ມັນແມ່ນຄວາມຈິງທີ່ຊັດເຈນທີ່ວ່າ “ບໍ່ມີຄົນຊອບທຳໃນໂລກນີ້ ຄົນຊອບທຳແມ່ນບໍ່ໄດ້ຢູ່ໃນໂລກນີ້”. ເວລາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ຈົ່ງພິຈາລະນາສິ່ງທີ່ພວກເຈົ້ານຸ່ງຮົ່ມ, ພິຈາລະນາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ; ຄວາມນຶກຄິດ ແລະ ຄວາມຄິດເຫັນຂອງພວກເຈົ້າ ແລະ ແມ່ນແຕ່ຄວາມຝັນທີ່ພວກເຈົ້າຝັນເຫັນທຸກມື້. ສິ່ງເຫຼົ່ານີ້ແມ່ນເພື່ອປະໂຫຍດຂອງພວກເຈົ້າ. ນີ້ບໍ່ແມ່ນສະພາບການທີ່ແທ້ຈິງບໍ? “ຄວາມທ່ຽງທໍາ” ບໍ່ໄດ້ໝາຍເຖິງການໃຫ້ທານ, ມັນບໍ່ໄດ້ໝາຍເຖິງການຮັກເພື່ອນບ້ານຄືດັ່ງຮັກຕົວເຈົ້າເອງ ແລະ ມັນບໍ່ໄດ້ໝາຍເຖິງການຕໍ່ສູ້, ການຖົກຖຽງ, ການປຸ້ນຈີ້ ຫຼື ການລັກຂະໂມຍ. ຄວາມຊອບທຳໝາຍເຖິງການຮັບເອົາວຽກງານຂອງພຣະເຈົ້າມາເປັນໜ້າທີ່ຂອງເຈົ້າ ແລະ ການເຊື່ອໃນສິ່ງທີ່ພຣະເຈົ້າປັ້ນແຕ່ງ ແລະ ລິຂິດໄວ້ ຄືກັບວ່າເປັນພາລະໜ້າທີ່ທີ່ສະຫວັນສົ່ງມາໃຫ້ ໂດຍບໍ່ຄໍານຶງເຖິງເວລາ ຫຼື ສະຖານທີ່ ຄືກັບທຸກຢ່າງທີ່ພຣະເຍຊູໄດ້ກະທໍາຜ່ນມາ. ນີ້ຄືຄວາມຊອບທຳທີ່ແທ້ຈິງທີ່ພຣະເຈົ້າກ່າວເຖິງ. ການທີ່ສາມາດເອີ້ນລ໋ອດວ່າ ເປັນຄົນທີ່ມີ ຄວາມຊອບທຳ ກໍຍ້ອນວ່າລາວໄດ້ຊ່ວຍຊີວິດເທວະດາສອງຕົນທີ່ພຣະເຈົ້າໄດ້ສົ່ງມາ ໂດຍລາວບໍ່ໄດ້ຫ່ວງວ່າລາວຈະໄດ້ ຫຼື ເສຍຫຍັງ. ສະນັ້ນ, ຈຶ່ງສາມາດເອີ້ນສິ່ງທີ່ລາວກະທໍາໃນເວລານັ້ນວ່າແມ່ນຄວາມຊອບທຳ, ແຕ່ບໍ່ສາມາດເອີ້ນລາວວ່າເປັນຄົນທີ່ມີຄວາມຊອບທຳໄດ້. ນີ້ກໍຍ້ອນວ່າລ໋ອດໄດ້ເຫັນພຣະເຈົ້າ ຈົນລາວໄດ້ມອບລູກສາວຂອງລາວສອງຄົນ ເພື່ອເປັນການແລກປ່ຽນກັບເທວະດາສອງຕົນ. ແຕ່ພຶດຕິກໍາຂອງລາວທັງໝົດໃນອະດີດບໍ່ໄດ້ສະແດງເຖິງຄວາມຊອບທຳ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍເວົ້າວ່າ “ບໍ່ມີຄວາມຊອບທຳຢູ່ໃນແຜ່ນດິນໂລກນີ້”. ແມ່ນແຕ່ຢຸ່ໃນທ່າມກາງຜູ້ຄົນທີ່ຢູ່ໃນສາຍນໍ້າແຫ່ງການຟື້ນຟູ ກໍຍັງບໍ່ສາມາດເອີ້ນຜູ້ໃດໄດ້ວ່າມີຄວາມຊອບທຳ. ເຖິງການກະທໍາຂອງເຈົ້າຈະດີປານໃດກໍຕາມ, ເຖິງຈະປາກົດວ່າ ເຈົ້າສັນລະເສີນພຣະນາມຂອງພຣະເຈົ້າ, ບໍ່ໄດ້ຕົບຕີ ແລະ ສາບແຊ່ງຄົນອື່ນ ຫຼື ປຸ້ນຈີ້ ແລະ ລັກຂະໂມຍຈາກພວກເຂົາ ແຕ່ກໍຍັງບໍ່ສາມາດເອີ້ນເຈົ້າວ່າເປັນຄົນຊອບທຳ ເນື່ອງຈາກວ່າຄົນທໍາມະດາກໍສາມາດເຮັດໃນສິ່ງດັ່ງກ່າວນັ້ນໄດ້ຄືກັນ. ປັດຈຸບັນນີ້ ສິ່ງສໍາຄັນກໍຄືການທີ່ເຈົ້າບໍ່ຮູ້ຈັກພຣະເຈົ້າ. ສາມາດເວົ້າໄດ້ວ່າເຈົ້າມີຄວາມເປັນມະນຸດປົກກະຕິພຽງໜ້ອຍດຽວ ແຕ່ເຈົ້າຂາດຄວາມຊອບທຳທີ່ພຣະເຈົ້າໄດ້ກ່າວເຖິງ ແລະ ດ້ວຍເຫດນີ້ ສິ່ງທີ່ເຈົ້າກະທໍາຈຶ່ງບໍ່ແມ່ນສິ່ງທີ່ພິສູດເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ.

ໃນເມື່ອກ່ອນ, ເວລາທີ່ພຣະເຈົ້າຍັງຊົງປະທັບຢູ່ເທິງສະຫວັນນັ້ນ ມະນຸດໄດ້ພະຍາຍາມຫຼອກລວງພຣະເຈົ້າດ້ວຍການກະທໍາຂອງຕົນ; ປັດຈຸບັນ ພຣະເຈົ້າແມ່ນໄດ້ສະເດັດລົງມາທ່າມກາງມະນຸດ. ບໍ່ມີໃຜຮູ້ວ່າດົນປານໃດແລ້ວ. ແຕ່ຍັງມີຄົນທໍາທ່າເຮັດເພື່ອພຣະເຈົ້າ ແລະ ພະຍາຍາມຫຼອກລວງພຣະເຈົ້າ. ຄວາມຄິດຂອງມະນຸດບໍ່ແມ່ນລ້າຫຼັງທີ່ສຸດບໍ? ມັນຄືກັນກັບຄົນຢູດາ; ກ່ອນທີ່ພຣະເຍຊູຈະສະເດັດລົງມາ, ຄົນຢູດາຈະຕົວະອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ພາຍຫຼັງທີ່ພຣະເຍຊູໄດ້ສະເດັດລົງມາ ພວກເຂົາກໍຍັງບໍ່ໄດ້ມີການປ່ຽນແປງ; ພວກເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຍຊູ ແລະ ໃນທີ່ສຸດພວກເຂົາກໍໄດ້ທໍລະຍົດຕໍ່ພຣະອົງ. ມັນເປັນຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າບໍ? ໃນປັດຈຸບັນນີ້, ຖ້າພວກເຈົ້າຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າກໍຈະກາຍເປັນຄົນຢູດາ ແລະ ເຫດການທີ່ເສົ້າສະຫຼົດໃຈຂອງການໄຖ່ບາບດ້ວຍການຄຶ່ງໃສ່ໄມ້ກາງແຂນຂອງພຣະເຍຊູໃນຍຸກແຫ່ງພຣະກະລຸນາເມື່ອຫຼາຍພັນປີກ່ອນນັ້ນ ກໍຈະເກີດຂຶ້ນອີກ. ພວກເຈົ້າບໍ່ເຊື່ອໃນສິ່ງນີ້ບໍ? ນີ້ແມ່ນຄວາມຈິງ! ປັດຈຸບັນນີ້, ເຮົາອາດຈະເວົ້າສິ່ງດັ່ງກ່າວນີ້ໄວເກີນໄປ ແຕ່ຄົນສ່ວນໃຫຍ່ແມ່ນຢູ່ໃນສະພາບດັ່ງກ່າວ ແລະ ຄົນດັ່ງກ່າວແມ່ນສະແດງບົດບາດເປັນຄົນຢູດາ. ເຮົາບໍ່ໄດ້ເວົ້າໂດຍບໍ່ໄດ້ໄຕ່ຕອງ, ແຕ່ເວົ້າຕາມຄວາມຈິງ ແລະ ເຈົ້າຕ້ອງເຊື່ອ. ເຖິງວ່າຫຼາຍຄົນຈະທໍາທ່າເປັນຄົນຖ່ອມຕົນ, ແຕ່ໃນຈິດໃຈຂອງພວກເຂົາແມ່ນບໍ່ມີຫຍັງນອກຈາກນໍ້າຂັງທີ່ເປິເປື້ອນ ແລະ ເໝັນ. ປັດຈຸບັນນີ້ ຫຼາຍຄົນທີ່ຢູ່ໃນຄຣິສຕະຈັກແມ່ນເປັນແບບນີ້ ແລະ ພວກເຈົ້າຄິດວ່າເຮົາບໍ່ຮູ້ຫຍັງທັງສິ້ນບໍ? ທຸກມື້ນີ້ ພຣະວິນຍານຂອງເຮົາແມ່ນໄດ້ຕັດສິນໃຈເພື່ອເຮົາ ແລະ ເປັນພະຍານໃຫ້ແກ່ເຮົາແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ຫຍັງບໍ? ເຈົ້າຄິດວ່າເຮົາບໍ່ເຂົ້າໃຈຄວາມຄິດທີ່ບໍ່ຊື່ສັດພາຍໃນຈິດໃຈຂອງພວກເຈົ້າ ແລະ ຄວາມໃນໃຈຂອງພວກເຈົ້າບໍ? ພຣະເຈົ້າຈະຖືກຫຼອກລວງໄດ້ຢ່າງງ່າຍດາຍບໍ? ເຈົ້າຄິດວ່າເຈົ້າສາມາດປະຕິບັດແນວໃດກໍໄດ້ຕໍ່ພຣະອົງຕາມທີ່ເຈົ້າຕ້ອງການບໍ? ໃນອະດີດນັ້ນ ເຮົາເປັນຫ່ວງ ຢ້ານວ່າພວກເຈົ້າຖືກຄວບຄຸມ ແລະ ດ້ວຍເຫດນີ້ ເຮົາຈຶ່ງໄດ້ປ່ອຍໃຫ້ພວກເຈົ້າເປັນອິດສະລະ ແຕ່ມະນຸດບໍ່ສາມາດບອກໄດ້ເລີຍວ່າເຮົາພຽງແຕ່ກະທໍາດີກັບພວກເຂົາ. ເຮົາເອົາຄືບໃຫ້ພວກເຂົາ ແລະ ພວກເຂົາພັດເອົາສອກ. ໃຫ້ຖາມກັນເອງເບິ່ງ: ເຮົາເກືອບຈະບໍ່ໄດ້ຈັດການຜູ້ໃດ ແລະ ບໍ່ໄດ້ຟ້າວທີ່ຈະຕໍານິຜູ້ໃດ. ແຕ່ເຮົາຮູ້ຢ່າງຈະແຈ້ງແລ້ວ ກ່ຽວກັບແຮງຈູງໃຈ ແລະ ແນວຄວາມຄິດຂອງມະນຸດ. ເຈົ້າຄິດວ່າພຣະເຈົ້າ ທີ່ເປັນພະຍານ ແມ່ນພຣະເຈົ້າທີ່ໂງ່ຈ້າບໍ? ຄັນຊັ້ນເຮົາກໍ່ຂໍເວົ້າວ່າເຈົ້າຕາບອດຫຼາຍ! ເຮົາຈະບໍ່ຕໍານິເຈົ້າ ແລະ ໃຫ້ເບິ່ງວ່າເຈົ້າຈະຊົ່ວຊ້າຊໍ່າໃດ. ລອງເບິ່ງວ່າກົນອຸບາຍຂອງເຈົ້າຈະສາມາດຊ່ວຍເຈົ້າໄດ້ ຫຼື ບໍ່, ຫຼື ວ່າການທີ່ເຈົ້າພະຍາຍາມຢ່າງສຸດຄວາມສາມາດເພື່ອທີ່ຈະຮັກພຣະເຈົ້າຈະສາມາດຊ່ວຍເຈົ້າໄດ້ ຫຼື ບໍ່. ຕອນນີ້, ເຮົາຈະບໍ່ປະນາມເຈົ້າ ແຕ່ຈະລໍຖ້າຈົນເຖິງເວລາຂອງພຣະເຈົ້າ ເພື່ອເບິ່ງວ່າພຣະອົງຈະມອບຜົນກໍາຕາມສະໜອງໃຫ້ແກ່ເຈົ້າແນວໃດ. ເຮົາບໍ່ມີເວລາມາໂອ້ລົມໂດຍບໍ່ມີປະໂຫຍດກັບເຈົ້າໃນເວລານີ້ ແລະ ເຮົາບໍ່ເຕັມໃຈທີ່ຈະເຮັດໃຫ້ພາລະກິດອັນຍິ່ງໃຫຍ່ຂອງເຮົາຕ້ອງມີຄວາມຊັກຊ້າເພື່ອປະໂຫຍດຂອງເຈົ້າ. ໂຕໜອນຄືເຈົ້າບໍ່ເໝາະທີ່ຈະໃຫ້ພຣະເຈົ້າເສຍເວລາຂອງພຣະອົງ ເພື່ອມາຈັດການກັບເຈົ້າ. ສະນັ້ນ, ໃຫ້ເບິ່ງວ່າເຈົ້າຈະຕາມໃຈຕົວເຈົ້າເອງໄດ້ຊໍ່າໃດ. ຄົນດັ່ງກ່າວບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາບໍ່ມີຄວາມ ຮັກໃຫ້ແກ່ພຣະເຈົ້າ, ແຕ່ພວກເຂົາກໍຍັງປາດຖະໜາທີ່ຈະໃຫ້ພຣະເຈົ້າເອີ້ນພວກເຂົາວ່າເປັນຄົນທີ່ມີຄວາມຊອບທຳ. ນີ້ບໍ່ແມ່ນເລື່ອງຕະຫຼົກບໍ? ເຖິງຢ່າງນັ້ນກໍຕາມ,ເນື່ອງຈາກວ່າ ທີ່ຈິງແລ້ວ ຍັງມີຄົນຈໍານວນໜຶ່ງທີ່ຊື່ສັດ, ສະນັ້ນ ເຮົາຈຶ່ງບໍ່ສົນໃຈກັບສິ່ງໃດ ນອກຈາກການມອບຊີວິດໃຫ້ກັບມະນຸດ. ເຮົາຈະເຮັດສິ່ງນີ້ໃຫ້ສໍາເລັດເທົ່ານັ້ນ ເຊິ່ງເປັນສິ່ງທີ່ຄວນເຮັດໃນປັດຈຸບັນ ແລະ ຫຼັງຈາກນັ້ນ ແຕ່ລະຄົນກໍຈະໄດ້ຮັບຜົນກໍາຕາມສະໜອງຕາມພຶດຕິກໍາຂອງພວກເຂົາ. ເຮົາໄດ້ເວົ້າໃນສິ່ງທີ່ເຮົາຄວນເວົ້າ ເນື່ອງຈາກວ່າ ນີ້ແມ່ນພາລະກິດທີ່ເຮົາກະທໍາ. ເຮົາຈະເຮັດແຕ່ໃນສິ່ງທີ່ເຮົາຄວນເຮັດ ແລະ ບໍ່ເຮັດໃນສິ່ງທີ່ບໍ່ຄວນເຮັດ, ແຕ່ເຮົາກໍຍັງຫວັງວ່າພວກເຈົ້າຈະໃຊ້ເວລາຫຼາຍກວ່າທີ່ຜ່ານມາເພື່ອໄຕ່ຕອງວ່າ: ຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າແມ່ນແທ້ຈິງຫຼາຍຊໍ່າໃດ? ເຈົ້າແມ່ນໜຶ່ງໃນບັນດາຄົນທີ່ຈະຕອກພຣະເຈົ້າໃສ້ໄມ້ກາງແຂນອີກຄັ້ງບໍ? ສຸດທ້າຍນີ້, ເຮົາຂໍເວົ້າສິ່ງນີ້: ຈົ່ງໃຫ້ຜູ້ຄົນທີ່ຈະຄຶງພຣະເຈົ້າໃສ່ໄມ້ກາງແຂນພົບແຕ່ຄວາມວິບັດ.

​ກ່ອນ​ນີ້ :ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

ຕໍ່​ໄປ:ວິທີເຂົ້າສູ່ສະພາບປົກກະຕິ

ທ່ານອາດຈະຍັງມັກ