ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີດ້ານໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະອົງບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ມີຄວາມຮູ້ທີ່ຈະກ່າວກ່ຽວກັບສິ່ງນີ້, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ເຊິ່ງເຈົ້າບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສໍາລັບຜູ້ຄົນດັ່ງກ່າວຈະຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງແຕ່ໄດ້ຮັບພຣະຄຸນຈຳນວນໜ້ອຍດຽວເທົ່ານັ້ນເພື່ອຊື່ນຊົມມັນໃນເວລາສັ້ນໆ ແລະ ສິ່ງນັ້ນຈະບໍ່ຢືນຍົງຄົງຕົວ. ຜູ້ຄົນບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ຖ້າພວກເຂົາພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງ. ບາງຄົນພໍໃຈເມື່ອເນື້ອໜັງຂອງພວກເຂົາມີຄວາມສະຫງົບສຸກ ແລະ ຄວາມຊື່ນບານ, ເມື່ອຊີວິດຂອງພວກເຂົາສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ເມື່ອຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມສະຫງົບສຸກໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ້ງ ແລະ ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ຄວນພໍໃຈກັບການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າຫຼາຍ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີຢ່າງຍິ່ງ ແລະ ມີຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ຖ້າເຈົ້າບໍ່ມີສິ່ງໃດຈະເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ບໍ່ມີປະສົບການຫຍັງເລີຍ; ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການຕົວຈິງ ແລະ ຂາດຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງສິ້ນເຊີງ, ແລ້ວເຈົ້າຈະໄດ້ຮັບຫຍັງຈາກຄວາມສັດທາເຊັ່ນນັ້ນໃນພຣະເຈົ້າ? ຖ້າເຈົ້າບໍ່ສາມາດດຳເນີນຊີວິດຕາມແກ່ນແທ້ຂອງພຣະທໍາພຣະເຈົ້າແລ້ວ, ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຄຳພາວະນາຂອງເຈົ້າແມ່ນບໍ່ມີຫຍັງ, ແຕ່ເປັນພຽງຄວາມເຊື່ອທາງດ້ານສາດສະໜາເທົ່ານັ້ນ. ພຣະເຈົ້າບໍ່ສາມາດເຮັດໃຫ້ຄົນເຊັ່ນນີ້ສົມບູນແບບໄດ້ ແລະ ບໍ່ສາມາດຮັບເອົາຄົນເຊັ່ນນີ້ໄດ້. ຄົນທີ່ຖືກຮັບເອົາໂດຍພຣະເຈົ້າແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ສິ່ງທີ່ພຣະເຈົ້າຮັບເອົາບໍ່ແມ່ນເນື້ອໜັງຂອງມະນຸດ, ບໍ່ແມ່ນສິ່ງທີ່ເປັນຂອງເຂົາ, ແຕ່ແມ່ນພາກສ່ວນທີ່ຢູ່ພາຍໃນຕົວເຂົາທີ່ເປັນຂອງພຣະເຈົ້າ. ສະນັ້ນ, ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ ພຣະອົງບໍ່ໄດ້ເຮັດໃຫ້ເນື້ອໜັງຂອງພວກເຂົາສົມບູນແບບ, ແຕ່ແມ່ນຫົວໃຈຂອງພວກເຂົາ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາຖືກຮັບເອົາໂດຍພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍ່ຄື, ໃນແກ່ນແທ້ແລ້ວ ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບນັ້ນແມ່ນພຣະເຈົ້າເຮັດໃຫ້ຫົວໃຈຂອງມະນຸດສົມບູນແບບ ເພື່ອວ່າມະນຸດຈະຫັນມາຫາພຣະເຈົ້າ ແລະ ຮັກພຣະອົງ.

ເນື້ອໜັງຂອງມະນຸດນັ້ນຄືເລືອດເນື້ອ. ມັນບໍ່ມີຈຸດປະສົງຫຍັງສໍາລັບພຣະເຈົ້າທີ່ຈະຮັບເອົາເນື້ອໜັງຂອງມະນຸດ, ເພາະເນື້ອໜັງຂອງມະນຸດຄືສິ່ງທີ່ເນົ່າເປື່ອຍຢ່າງບໍ່ມີທາງຫຼີກລ່ຽງໄດ້ ແລະ ບໍ່ສາມາດຮັບເອົາມໍລະດົກ ຫຼື ພຣະພອນຂອງພຣະອົງໄດ້. ຖ້າເນື້ອໜັງຂອງມະນຸດຖືກຮັບເອົາ ແລະ ພຽງແຕ່ເນື້ອໜັງຂອງມະນຸດຢູ່ໃນກະແສນີ້, ແລ້ວໃນທີ່ສຸດມະນຸດກໍຈະພຽງແຕ່ຢູ່ໃນກະແສນີ້ເທົ່ານັ້ນ ແລະ ຫົວໃຈຂອງພວກເຂົາກໍຈະເປັນຂອງຊາຕານ. ໃນກໍລະນີດັ່ງກ່າວ, ບໍ່ພຽງແຕ່ຜູ້ຄົນບໍ່ສາມາດເປັນທີ່ປະຈັກຂອງພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຈະກາຍເປັນພາລະຂອງພຣະເຈົ້າອີກດ້ວຍ ແລະ ດັ່ງນັ້ນ ການຄັດເລືອກເອົາຜູ້ຄົນຂອງພຣະເຈົ້າກໍ່ຈະບໍ່ມີຄວາມໝາຍຫຍັງເລີຍ. ບັນດາຜູ້ທີ່ພຣະເຈົ້າມີເຈດຕະນາເຮັດໃຫ້ສົມບູນແບບແມ່ນບັນດາຜູ້ທີ່ຈະໄດ້ຮັບພອນ ແລະ ມໍລະດົກຂອງພຣະອົງ. ນັ້ນໝາຍເຖິງ ພວກເຂົາຮັບເອົາໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ ເພື່ອວ່າມັນຈະກາຍເປັນສິ່ງທີ່ພວກເຂົາມີຢູ່ພາຍໃນ; ພວກເຂົາມີພຣະທໍາທັງໝົດຂອງພຣະເຈົ້າທີ່ນໍາມາສູ່ຕົວເຂົາ; ບໍ່ວ່າພຣະເຈົ້າຈະເປັນຫຍັງ, ພວກເຈົ້າສາມາດຮັບເອົາທຸກສິ່ງທີ່ເປັນ ແລະ ດ້ວຍເຫດນັ້ນ ຈຶ່ງດຳເນີນຊີວິດຕາມຄວາມຈິງ. ນີ້ແມ່ນປະເພດຄົນທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຜູ້ທີ່ຖືກຮັບເອົາໂດຍພຣະເຈົ້າ. ມີພຽງຜູ້ຄົນດັ່ງກ່າວນີ້ເທົ່ານັ້ນທີ່ມີສິດໄດ້ຮັບພອນທີ່ພຣະເຈົ້າປະທານໃຫ້:

1. ຮັບເອົາຄວາມຮັກທັງໝົດຂອງພຣະເຈົ້າ.

2. ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ.

3. ຮັບເອົາການນຳພາຂອງພຣະເຈົ້າ, ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ແລະ ຮັບເອົາແສງສະຫວ່າງຈາກພຣະເຈົ້າ.

4. ໃຊ້ຊີວິດເທິງແຜ່ນດິນໂລກຕາມພາບລັກສະນະທີ່ພຣະເຈົ້າຮັກ; ຮັກພຣະເຈົ້າຢ່າງແທ້ຈິງແບບທີ່ເປໂຕຮັກ, ຖືກຄຶງກາງແຂນເພື່ອພຣະເຈົ້າ ແລະ ສົມຄວນຕາຍເພື່ອຕອບແທນຄວາມຮັກຂອງພຣະເຈົ້າ; ໄດ້ຮັບລັດສະໝີດຽວກັນກັບເປໂຕ.

5. ເປັນທີ່ຮັກ, ນັບຖື ແລະ ໜ້າຍົກຍ້ອງຂອງຜູ້ຄົນທັງໝົດທີ່ຢູ່ເທິງແຜ່ນດິນໂລກ.

6. ເອົາຊະນະໃນທຸກດ້ານຂອງການເປັນທາດຂອງຄວາມຕາຍ ແລະ ແດນມໍລະນາ, ບໍ່ເປີດໂອກາດໃຫ້ຊາຕານເຮັດວຽກງານຂອງມັນ, ຖືກພຣະເຈົ້າຄອບຄອງ, ອາໃສຢູ່ໃນວິນຍານທີ່ສົດຊື່ນ ແລະ ມີຊີວິດຊີວາ ແລະ ບໍ່ມີຄວາມອິດເມື່ອຍ.

7. ມີຄວາມຮູ້ສຶກທີ່ບໍ່ສາມາດບັນລະຍາຍໄດ້ກ່ຽວກັບຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນຕະຫຼອດເວລາຕະຫຼອດຊີວິດ, ຄືກັບວ່າບຸກຄົນໃດໜຶ່ງໄດ້ເຫັນການມາເຖິງແຫ່ງວັນລັດສະໝີຂອງພຣະເຈົ້າ.

8. ໄດ້ຮັບໄຊຊະນະແຫ່ງລັດສະໝີຮ່ວມກັບພຣະເຈົ້າ ແລະ ມີສີໜ້າຄ້າຍຄືບັນດາໄພ່ພົນຜູ້ເປັນທີ່ຮັກຂອງພຣະເຈົ້າ.

9. ກາຍເປັນຜູ້ທີ່ພຣະເຈົ້າຮັກຢູ່ເທິງໂລກ, ນັ້ນກໍຄື ເປັນບຸດຊາຍສຸດທີ່ຮັກຂອງພຣະເຈົ້າ.

10. ປ່ຽນແປງຮູບລັກສະນະ ແລະ ຂຶ້ນໄປສະຫວັນຊັ້ນສາມຮ່ວມກັບພຣະເຈົ້າ ແລະ ເອົາຊະນະເນື້ອໜັງ.

ມີພຽງຜູ້ຄົນທີ່ສາມາດສືບທອດພຣະພອນຂອງພຣະເຈົ້າເທົ່ານັ້ນແມ່ນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ໄດ້ຮັບ. ປັດຈຸບັນນີ້ເຈົ້າໄດ້ຮັບຫຍັງແດ່ແລ້ວ? ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບໄດ້ຮອດຈຸດໃດແລ້ວ? ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍບັງເອີນ. ການເຮັດໃຫ້ມະນຸດສົມບູນແບບຂອງພຣະອົງແມ່ນມີເງື່ອນໄຂ ແລະ ມີຜົນໄດ້ຮັບທີ່ຊັດເຈນ ແລະ ສາມາດເບິ່ງເຫັນໄດ້. ມັນບໍ່ເປັນຢ່າງທີ່ມະນຸດຈິນຕະນາການ, ເມື່ອໃດທີ່ພວກເຂົາມີສັດທາໃນພຣະເຈົ້າ, ພວກເຂົາສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ຖືກຮັບເອົາ ແລະ ສາມາດໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະເຈົ້າຢູ່ໃນແຜ່ນດິນໂລກນີ້. ສິ່ງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫຼາຍ ແລະ ຍິ່ງຍາກໄປກວ່ານັ້ນແມ່ນການປ່ຽນແປງຮູບລັກສະນະຂອງຜູ້ຄົນ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຄວນສະແຫວງຫາໃນເບື້ອງຕົ້ນແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນໃນທຸກສິ່ງທຸກຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບຜ່ານທຸກຄົນ, ທຸກເລື່ອງ ແລະ ທຸກໆສິ່ງທີ່ເຈົ້າໄດ້ຜະເຊີນ, ດັ່ງນັ້ນ ສິ່ງທີ່ພຣະເຈົ້າເປັນຈະຖືກນໍາມາສູ່ໃນຕົວພວກເຈົ້າຫຼາຍຂຶ້ນ. ກ່ອນອື່ນໝົດ ເຈົ້າຕ້ອງຮັບເອົາມໍລະດົກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກນີ້ກ່ອນ ແລ້ວເມື່ອນັ້ນເຈົ້າກໍຈະມີສິດສືບທອດພຣະພອນອັນຫຼວງຫຼາຍ ແລະ ຍິ່ງໃຫຍ່ຈາກພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນສະແຫວງຫາ ແລະ ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈກ່ອນສິ່ງອື່ນໃດ. ຍິ່ງເຈົ້າສະແຫວງຫາເພື່ອໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບເທົ່າໃດ, ເຈົ້າຍິ່ງຈະສາມາດເຫັນມືຂອງພຣະເຈົ້າໃນທຸກສິ່ງຫຼາຍຂຶ້ນເທົ່ານັ້ນ, ດັ່ງນັ້ນ ຜົນຕາມມາກໍຄືເຈົ້າຈະສະແຫວງຫາຄວາມເປັນຢູ່ຂອງພຣະທໍາຂອງພຣະເຈົ້າຢ່າງຂະຫຍັນຂັນແຂງ ແລະ ຄວາມເປັນຈິງຂອງພຣະທໍາຂອງພຣະອົງໂດຍຜ່ານມຸມມອງທີ່ແຕກຕ່າງກັນ ແລະ ໃນເລື່ອງທີ່ແຕກຕ່າງກັນ. ເຈົ້າບໍ່ສາມາດເປັນທີ່ພໍໃຈກັບສະຖານະທີ່ຢູ່ຊື່ໆເຊັ່ນນີ້ ເພື່ອພຽງແຕ່ບໍ່ໄດ້ເຮັດບາບ ຫຼື ບໍ່ມີແນວຄວາມຄິດໃດໆ, ບໍ່ມີປັດຊະຍາສໍາລັບການດໍາລົງຊີວິດ ແລະ ບໍ່ມີຄວາມປາຖະໜາຂອງມະນຸດ. ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບໃນຫຼາກຫຼາຍວິທີ, ໃນທຸກກໍລະນີແມ່ນຈະມີໂອກາດໄດ້ຖືກເຮັດໃຫ້ສົມບູນແບບ ແລະ ພຣະອົງສາມາດເຮັດໃຫ້ເຈົ້າສົມບູນແບບໄດ້ ບໍ່ພຽງແຕ່ໃນດ້ານບວກເທົ່ານັ້ນ ແຕ່ໃນດ້ານລົບອີກດ້ວຍ ເພື່ອເຮັດໃຫ້ສິ່ງທີ່ເຈົ້າໄດ້ຮັບຫຼາຍຂຶ້ນກວ່າເກົ່າ. ທຸກໆມື້ແມ່ນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ໂອກາດທີ່ຈະຖືກພຣະເຈົ້າຮັບເອົາ. ຫຼັງຈາກມີປະສົບການເຊັ່ນນີ້ໄລຍະໜຶ່ງແລ້ວ, ເຈົ້າຈະຖືກປ່ຽນແປງຢ່າງໃຫຍ່ຫຼວງ ແລະ ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃນຫຼາຍສິ່ງຫຼາຍຢ່າງໂດຍທຳມະຊາດ ເຊິ່ງເຈົ້າບໍ່ມີຄວາມຮູ້ມາກ່ອນເລີຍ. ມັນບໍ່ຈໍາເປັນຕ້ອງມີການແນະນໍາຈາກຄົນອື່ນ; ໂດຍທີ່ເຈົ້າບໍ່ຮູ້ຕົວ, ພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າ ເພື່ອເຈົ້າຈະໄດ້ຢັ່ງຮູ້ໃນທຸກໆສິ່ງ ແລະ ເຂົ້າສູ່ປະສົບການທັງໝົດຂອງເຈົ້າຢ່າງລະອຽດ. ພຣະເຈົ້າຈະນຳທາງເຈົ້າຢ່າງແນ່ນອນເພື່ອເຈົ້າຈະບໍ່ໄດ້ຫັນໄປທາງຊ້າຍ ຫຼື ຂວາ ແລະ ໃນທີ່ສຸດເຈົ້າຈະຖືກຍ່າງຢູ່ເທິງເສັ້ນທາງສູ່ຄວາມສົມບູນແບບຂອງພຣະອົງ.

ການຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ່ສາມາດຈຳກັດພຽງການສົມບູນແບບໂດຍການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ປະສົບການດັ່ງກ່າວແມ່ນເປັນປະສົບການດ້ານດຽວຫຼາຍເກີນໄປ, ມັນຈະຄັບແຄບເກີນໄປ ແລະ ພຽງແຕ່ຈະຈຳກັດມະນຸດໃຫ້ຢູ່ໃນຂອບເຂດເລັກນ້ອຍເທົ່ານັ້ນ. ໃນກໍລະນີນີ້, ມະນຸດຈະຂາດການບຳລຸງທາງຈິດວິນຍານຢ່າງຫຼວງຫຼາຍທີ່ພວກເຂົາຕ້ອງການ. ຖ້າເຈົ້າປາຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະຜະເຊີນກັບທຸກໆເລື່ອງ ແລະ ສາມາດໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ບໍ່ວ່າດີ ຫຼື ບໍ່ດີ ເຈົ້າກໍ່ຄວນໄດ້ຮັບຜົນປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາສິ່ງຕ່າງໆໃນຂະນະທີ່ຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ຈະເປັນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້າເຈົ້າມີປະສົບການເຊັ່ນນີ້ ແລ້ວຫົວໃຈຂອງເຈົ້າກໍຈະເຕັມໄປດ້ວຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າຕະຫຼອດເວລາ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີອະນາຄົດທີ່ສົດໄສ. ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງ ຫຼື ບໍ. ພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນແມ່ນບໍ່ພຽງພໍ, ພວກເຈົ້າຕ້ອງມີຄວາມຮູ້ຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າກໍຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຢູ່ຕະຫລອດ. ພຣະເຈົ້າເຕັມໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ, ພວກເຂົາໄດ້ຈຳກັດໂຕເອງພຽງເພື່ອຊື່ນຊົມໃນພຣະຄຸນຂອງພຣະເຈົ້າ ແລະ ພຽງແຕ່ເຕັມໃຈຍອມໃຫ້ພຣະເຈົ້າມອບຄວາມສະບາຍທາງເນື້ອໜັງໃຫ້ກັບພວກເຂົາເທົ່ານັ້ນ. ແຕ່ບໍ່ປາຖະໜາທີ່ຈະໄດ້ຮັບການເປີດເຜີຍຫຼາຍຂຶ້ນ ຫຼື ສູງຂຶ້ນ, ນີ້ສະແດງໃຫ້ເຫັນວ່າຫົວໃຈຂອງມະນຸດຍັງຄົງຢູ່ຂ້າງນອກຢູ່ສະເໝີ. ເຖິງແມ່ນວ່າພາລະກິດຂອງມະນຸດ, ການຮັບໃຊ້ຂອງເຂົາ ແລະ ຫົວໃຈແຫ່ງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້ານັ້ນມີຄວາມບໍ່ບໍລິສຸດພຽງເລັກນ້ອຍກໍຕາມ, ຕາບໃດທີ່ແກ່ນແທ້ພາຍໃນມະນຸດ ແລະ ສະເພາະຄວາມຄິດຫຼ້າຫຼັງຂອງເຂົາແລ້ວ, ມະນຸດຍັງສະແຫວງຫາຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງຢູ່ຕະຫຼອດເວລາ ແລະ ບໍ່ໃສ່ໃຈຫຍັງເລີຍວ່າເງື່ອນໄຂ ແລະ ວັດຖຸປະສົງຂອງການຖືກພຣະເຈົ້າເຮັດໃຫ້ສົມບູນນັ້ນອາດມີຫຍັງແດ່. ດັ່ງນັ້ນ ຊີວິດຂອງຄົນສ່ວນໃຫຍ່ແມ່ນຍັງຫຍາບຊ້າ ແລະ ເສື່ອມໂຊມ. ຊີວິດຂອງພວກເຂົາບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ຄຳນຶງເຖິງຄວາມສັດທາໃນພຣະເຈົ້າວ່າເປັນເລື່ອງສຳຄັນເລີຍ, ມັນເປັນຄືກັບວ່າພວກເຂົາພຽງມີຄວາມສັດທາເພື່ອປະໂຫຍດຂອງຄົນອື່ນ ໂດຍບໍ່ມີຄວາມໃສ່ໃຈ ແລະ ເຮັດໄປແບບບໍ່ສົນໃຈ ດຳລົງຢູ່ຢ່າງບໍ່ມີຈຸດໝາຍ. ມີພຽງໜ້ອຍຄົນທີ່ສາມາດສະແຫວງຫາເພື່ອເຂົ້າສູ່ພຣະທໍາຂອງພຣະເຈົ້າໃນທຸກສິ່ງ, ໄດ້ຮັບສິ່ງຕ່າງໆຢ່າງອຸດົມສົມບູນ, ກາຍເປັນຜູ້ທີ່ມີຄວາມ ຮັ່ງມີຫຼາຍຂຶ້ນຢູ່ໃນເຮືອນຂອງພຣະເຈົ້າໃນປັດຈຸບັນ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າຫຼາຍຂຶ້ນ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໃນທຸກສິ່ງ ແລະ ສາມາດຮັບເອົາສິ່ງທີ່ພຣະເຈົ້າໃຫ້ຄໍາໝັນສັນຍາຢູ່ໃນໂລກນີ້; ຖ້າເຈົ້າສະແຫວງຫາໃຫ້ພຣະເຈົ້າເປີດແສງສະຫວ່າງໃຫ້ເຈົ້າໃນທຸກສິ່ງ ແລະ ບໍ່ປ່ອຍໃຫ້ການເວລາຜ່ານພົ້ນໄປລ້າໆ, ນີ້ແມ່ນເສັ້ນທາງທີ່ເໝາະສົມທີ່ຈະເຂົ້າສູ່ຢ່າງຈິງຈັງ. ມີພຽງເຊັ່ນນີ້ເທົ່ານັ້ນທີ່ເຈົ້າຈະສົມຄວນ ແລະ ມີສິດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າແມ່ນຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບແທ້ບໍ? ເຈົ້າແມ່ນຄົນທີ່ຈິງຈັງກັບທຸກສິ່ງແທ້ບໍ? ເຈົ້າມີຈິດວິນຍານແຫ່ງຄວາມຮັກຕໍ່ພຣະເຈົ້າແບບດຽວກັບທີ່ເປໂຕມີບໍ? ເຈົ້າມີຄວາມຕັ້ງໃຈທີ່ຈະຮັກພຣະເຈົ້າແບບພຣະເຢຊູຮັກບໍ? ເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີ; ເຈົ້າໄດ້ເຫັນບໍວ່າພຣະເຢຊູຮັກພຣະເຈົ້າແນວໃດ? ພຣະເຢຊູແມ່ນຜູ້ທີ່ເຈົ້າເຊື່ອແທ້ບໍ? ເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງຂອງມື້ນີ້ບໍ; ເຈົ້າເຫັນບໍວ່າພຣະເຈົ້າທີ່ແທ້ຈິງທີ່ເປັນມະນຸດຮັກພຣະເຈົ້າທີ່ຢູ່ເທິງສະຫວັນແນວໃດ? ເຈົ້າມີຄວາມເຊື່ອໃນພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ; ນັ້ນກໍ່ຍ້ອນການຖືກຄຶງກາງແຂນຂອງພຣະເຢຊູເພື່ອໄຖ່ບາບມະນຸດຊາດ ແລະ ສິ່ງອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດນັ້ນເປັນຄວາມຈິງທີ່ຍອມຮັບກັນໂດຍທົ່ວໄປ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເຊື່ອຂອງມະນຸດບໍ່ໄດ້ມາຈາກຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຢຊູຄຣິດ. ເຈົ້າເຊື່ອພຽງໃນນາມຂອງພຣະເຢຊູເທົ່ານັ້ນ ແຕ່ເຈົ້າບໍ່ເຊື່ອໃນພຣະວິນຍານຂອງພຣະອົງ, ເພາະວ່າເຈົ້າບໍ່ໄດ້ໃສ່ໃຈວ່າພຣະເຢຊູໄດ້ຮັກພຣະເຈົ້າແນວໃດ. ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນໄຮ້ດຽງສາເກີນໄປ. ເຖິງແມ່ນວ່າເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີແລ້ວກໍ່ຕາມ, ແຕ່ເຈົ້າບໍ່ຮູ້ວ່າຈະຮັກພຣະເຈົ້າແນວໃດ. ນີ້ຈະບໍ່ເຮັດໃຫ້ເຈົ້າເປັນຄົນທີ່ໂງ່ຈ້າທີ່ສຸດໃນໂລກບໍ? ສິ່ງນີ້ພິສູດໃຫ້ເຫັນວ່າຫຼາຍໆປີທີ່ເຈົ້າໄດ້ກິນອາຫານຂອງພຣະຜູ້ເປັນເຈົ້າພຣະເຢຊູຄຣິດຢ່າງໄຮ້ຄ່າ. ບໍ່ພຽງແຕ່ເຮົາບໍ່ມັກຄົນປະເພດນີ້, ເຮົາເຊື່ອວ່າພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ຜູ້ເຈົ້ານະມັດສະການກໍ່ຈະບໍ່ມັກພວກເຂົາເຊັ່ນດຽວກັນ. ຄົນເຊັ່ນນີ້ຈະຖືກເຮັດໃຫ້ສົມບູນແບບໄດ້ແນວໃດ? ເຈົ້າບໍ່ໜ້າແດງໄປດ້ວຍຄວາມລະອາຍບໍ? ເຈົ້າບໍ່ຮູ້ສຶກລະອາຍໃຈແດ່ບໍ? ເຈົ້າຍັງມີໜ້າທີ່ຈະພົບພຣະເຢຊູຄຣິດຂອງເຈົ້າບໍ? ພວກເຈົ້າທັງໝົດເຂົ້າໃຈໃນສິ່ງທີ່ເຮົາເວົ້າບໍ?

ກ່ອນນີ້: ຊີວິດທາງຈິດວິນຍານທໍາມະດານໍາພາຄົນໄປສູ່ທາງທີ່ຖືກຕ້ອງ

ຕໍ່ໄປ: ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້