ຊີວິດທາງຈິດວິນຍານທໍາມະດານໍາພາຄົນໄປສູ່ທາງທີ່ຖືກຕ້ອງ
ພວກເຈົ້າໄດ້ຍ່າງໃນສ່ວນທີ່ນ້ອຍຫຼາຍໃນເສັ້ນທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ ພວກເຈົ້າຍັງໄກການບັນລຸມາດຖານຂອງພຣະເຈົ້າ. ດຽວນີ້ ວຸດທິພາວະຂອງພວກເຈົ້າຍັງບໍ່ພຽງພໍເພື່ອຕອບສະໜອງຄວາມຕ້ອງການຂອງພຣະອົງ. ຍ້ອນຄວາມສາມາດຂອງພວກເຈົ້າ ແລະ ທໍາມະຊາດອັນເສື່ອມຊາມຂອງພວກເຈົ້າ, ພວກເຈົ້າຈຶ່ງປະຕິບັດຕໍ່ພາລະກິດຂອງພຣະເຈົ້າຢ່າງບໍ່ລະມັດລະວັງ; ພວກເຈົ້າບໍ່ຈິງຈັງຕໍ່ພາລະກິດນັ້ນ. ສິ່ງນີ້ແມ່ນຄວາມບົກຜ່ອງທີ່ຮ້າຍແຮງທີ່ສຸດຂອງພວກເຈົ້າ. ບໍ່ມີຜູ້ໃດແທ້ໆທີ່ສາມາດຄົ້ນຫາເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ; ພວກເຈົ້າສ່ວນຫຼາຍບໍ່ເຂົ້າໃຈ ແລະ ເບິ່ງບໍ່ເຫັນທາງນັ້ນຢ່າງຈະແຈ້ງ. ຍິ່ງໄປກວ່ານັ້ນ ພວກເຈົ້າສ່ວນໃຫຍ່ຍັງບໍ່ໃສ່ໃຈຕໍ່ເລື່ອງນີ້, ແຮງໄກທີ່ພວກເຈົ້າຈະເອົາມັນໃສ່ໃນຫົວໃຈ. ຖ້າພວກເຈົ້າສືບຕໍ່ປະພຶດໃນລັກສະນະນີ້ ໂດຍໃຊ້ຊີວິດໂດຍບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເສັ້ນທາງທີ່ພວກເຈົ້າຍ່າງຢູ່ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າກໍໄຮ້ປະໂຫຍດ. ນີ້ກໍຍ້ອນວ່າ ພວກເຈົ້າບໍ່ເຮັດທຸກສິ່ງຕາມກໍາລັງຂອງພວກເຈົ້າ ເພື່ອສະແຫວງຫາໃຫ້ບັນລຸຕາມຄວາມປະສົງຂອງພຣະເຈົ້າ ແລະ ຍ້ອນວ່າພວກເຈົ້າບໍ່ຮ່ວມມືກັບພຣະເຈົ້າເປັນຢ່າງດີ. ມັນບໍ່ແມ່ນຍ້ອນພຣະເຈົ້າບໍ່ໄດ້ເຮັດພາລະກິດໃນຕົວເຈົ້າ ຫຼື ຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ດົນບັນດານໃຈເຈົ້າ. ມັນແມ່ນຍ້ອນເຈົ້າບໍ່ລະມັດລະວັງຫຼາຍ, ເຈົ້າຈຶ່ງບໍ່ຈິງຈັງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ພວກເຈົ້າຕ້ອງໄດ້ຫັນປ່ຽນສະຖານະການນີ້ຢ່າງຮີບດ່ວນ ແລະ ຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນ. ນີ້ແມ່ນຫົວຂໍ້ຫຼັກສໍາລັບມື້ນີ້. “ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ” ໝາຍເຖິງ ການໄດ້ຮັບແສງສະຫວ່າງໃນຈິດວິນຍານ; ການມີຄວາມຮູ້ກ່ຽວກັບພຣະທໍາຂອງພຣະເຈົ້າ; ການຮັບຄວາມຊັດເຈນກ່ຽວກັບເສັ້ນທາງທີ່ຢູ່ຕໍ່ໜ້າ; ການທີ່ສາມາດເຂົ້າສູ່ຄວາມຈິງເທື່ອລະກ້າວ; ແລະ ການມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນໄປ ແມ່ນເສັ້ນທາງສູ່ການເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນໃນພຣະທໍາຂອງພຣະເຈົ້າເປັນຫຼັກ, ປາສະຈາກການຫັນເຫ ແລະ ແນວຄິດຜິດໆ ແລະ ຄົນທີ່ຍ່າງໃນເສັ້ນທາງນັ້ນກໍຍ່າງໄປຊື່ໆຕາມເສັ້ນທາງ. ເພື່ອໃຫ້ບັນລຸສິ່ງນີ້ ພວກເຈົ້າຈໍາເປັນຕ້ອງປອງດອງກັບພຣະເຈົ້າ, ຊອກຫາເສັ້ນທາງທີ່ຖືກຕ້ອງເພື່ອປະຕິບັດ ແລະ ຍ່າງໃນເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ສິ່ງນີ້ປະກອບມີການຮ່ວມມືໃນສ່ວນຂອງມະນຸດ ເຊິ່ງໝາຍເຖິງສິ່ງທີ່ພວກເຈົ້າຕ້ອງເຮັດເພື່ອບັນລຸຕາມເງື່ອນໄຂຂອງພຣະເຈົ້າສໍາລັບພວກເຈົ້າ ແລະ ວິທີທີ່ພວກເຈົ້າຕ້ອງປະພຶດ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.
ການກ້າວສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປອາດເບິ່ງຄືສັບສົນ, ແຕ່ເຈົ້າຈະພົບວ່າມັນງ່າຍກວ່າຫຼາຍ ເມື່ອເສັ້ນທາງແຫ່ງການປະຕິບັດຊັດເຈນສຳລັບເຈົ້າ. ຄວາມຈິງແມ່ນ ຜູ້ຄົນສາມາດເຮັດທຸກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາ, ມັນບໍ່ຄືກັບວ່າພຣະອົງກຳລັງພະຍາຍາມສອນໝູໃຫ້ບິນ. ໃນທຸກສະຖານະການ ພຣະເຈົ້າພະຍາຍາມແກ້ໄຂບັນຫາຂອງຜູ້ຄົນ ແລະ ແກ້ໄຂຄວາມກັງວົນຂອງພວກເຂົາ. ພວກເຈົ້າທຸກຄົນຕ້ອງເຂົ້າໃຈສິ່ງນີ້; ຢ່າເຂົ້າໃຈພຣະເຈົ້າຢ່າງຜິດໆ. ຜູ້ຄົນຖືກນໍາພາຕາມພຣະທໍາຂອງພຣະເຈົ້າຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ດັ່ງທີ່ໄດ້ກ່າວມາແລ້ວ, ພວກເຈົ້າຕ້ອງມອບໃຈໃຫ້ພຣະເຈົ້າ. ນີ້ແມ່ນເງື່ອນໄຂກ່ອນໜ້າຂອງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ. ພວກເຈົ້າຕ້ອງເຮັດສິ່ງນີ້ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ຄົນຜູ້ໜຶ່ງຈະເຮັດວຽກໃນການມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າຢ່າງມີສະຕິໄດ້ແນວໃດ? ໃນຊີວິດປະຈຳວັນຂອງພວກເຈົ້າ, ເມື່ອພວກເຈົ້າສໍາຜັດກັບພາລະກິດຂອງພຣະເຈົ້າ ແລະ ອະທິຖານຫາພຣະອົງ, ພວກເຈົ້າກໍເຮັດແບບບໍ່ໃສ່ໃຈ. ພວກເຈົ້າອະທິຖານຫາພຣະເຈົ້າໃນຂະນະທີ່ພວກເຈົ້າເຮັດວຽກ. ສາມາດເອີ້ນສິ່ງນີ້ວ່າ ເປັນການມອບໃຈໃຫ້ພຣະເຈົ້າໄດ້ບໍ? ພວກເຈົ້າກໍາລັງພາກັນຄິດເລື່ອງວຽກເຮືອນວຽກຊານ ຫຼື ເລື່ອງເນື້ອໜັງຢູ່; ພວກເຈົ້າສອງຈິດສອງໃຈຢູ່ຕະຫຼອດເວລາ. ສາມາດຖືເອົາສິ່ງນີ້ ເປັນການເຮັດໃຫ້ໃຈສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ນີ້ກໍຍ້ອນວ່າ ຫົວໃຈຂອງເຈົ້າຍຶດຕິດຢູ່ກັບເລື່ອງພາຍນອກຕະຫຼອດເວລາ ແລະ ບໍ່ສາມາດຫັນກັບໄປຫາພຣະເຈົ້າ. ຖ້າພວກເຈົ້າປາຖະໜາທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ໆ ແລ້ວພວກເຈົ້າກໍຕ້ອງເຮັດວຽກແຫ່ງການຮ່ວມມືຢ່າງມີສະຕິ. ນີ້ໝາຍຄວາມວ່າ ພວກເຈົ້າທຸກຄົນຕ້ອງມີເວລາສຳລັບການອຸທິດຕົນຂອງພວກເຈົ້າ, ເວລາທີ່ທ່ານປະວາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ເຮັດໃຫ້ຫົວຂອງໃຈສະຫງົບ ແລະ ເຮັດໃຫ້ຕົນເອງງຽບຢູ່ຕໍ່ໜ້າພຣະເຈົ້າ. ທຸກຄົນຕ້ອງເກັບຮັກສາປຶ້ມບັນທຶກການອຸທິດຕົນສ່ວນຕົວ ໂດຍບັນທຶກຄວາມຮູ້ຂອງຕົນກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ວິທີທີ່ຈິດວິນຍານຂອງພວກເຈົ້າຖືກດົນບັນດານ ບໍ່ວ່າສິ່ງທີ່ພວກເຈົ້າບັນທຶກນັ້ນຈະເລິກເຊິ່ງ ຫຼື ເປັນໄປຕາມຜິວເຜີນກໍຕາມ; ທຸກຄົນຕ້ອງສະຫງົບໃຈຂອງພວກເຂົາຢ່າງມີສະຕິຕໍ່ໜ້າພຣະເຈົ້າ. ຖ້າເຈົ້າສາມາດອຸທິດເວລາໜຶ່ງ ຫຼື ສອງຊົ່ວໂມງໃນແຕ່ລະມື້ສຳລັບຊີວິດທາງຈິດວິນຍານທີ່ແທ້ຈິງ, ແລ້ວຊີວິດຂອງເຈົ້າໃນມື້ນັ້ນກໍຈະຮູ້ສຶກສົມບູນ ແລະ ຫົວໃຈຂອງເຈົ້າກໍຈະສົດໃສ ແລະ ປອດໂປ່ງ. ຖ້າເຈົ້າດໍາເນີນຊີວິດທາງຈິດວິນຍານໃນລັກສະນະນີ້ໃນທຸກໆມື້, ແລ້ວຫົວໃຈຂອງເຈົ້າກໍຈະສາມາດກັບຄືນຫາພຣະເຈົ້າຫຼາຍຂຶ້ນ, ຈິດວິນຍານຂອງເຈົ້າກໍຈະເຂັ້ມແຂງຍິ່ງຂຶ້ນເລື້ອຍໆ, ສະພາບຂອງເຈົ້າກໍຈະດີຂຶ້ນຢ່າງສະໝໍ່າສະເໝີ, ເຈົ້າຈະສາມາດຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປໄດ້ຫຼາຍຂຶ້ນ ແລະ ພຣະເຈົ້າຈະປະທານພອນໃຫ້ເຈົ້າຫຼາຍຂຶ້ນ. ຈຸດປະສົງຂອງຊີວິດທາງຈິດວິນຍານຂອງພວກເຈົ້າແມ່ນການໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດຢ່າງມີສະຕິ. ມັນບໍ່ແມ່ນການປະຕິບັດກົດລະບຽບ ຫຼື ການປະກອບພິທີຕ່າງໆທາງສາສະໜາ ແຕ່ແມ່ນການປະຕິບັດຕາມພຣະເຈົ້າຢ່າງແທ້ຈິງ, ການລົງວິໄນຮ່າງກາຍຂອງເຈົ້າຢ່າງແທ້ຈິງ. ນີ້ແມ່ນສິ່ງທີ່ມະນຸດຄວນເຮັດ, ສະນັ້ນ ພວກເຈົ້າຄວນເຮັດສິ່ງນີ້ດ້ວຍຄວາມພະຍາຍາມສູງສຸດ. ຍິ່ງເຈົ້າໃຫ້ຄວາມຮ່ວມມື ແລະ ຍິ່ງເຈົ້າພະຍາຍາມຫຼາຍເທົ່າໃດ ຫົວໃຈຂອງເຈົ້າກໍຍິ່ງຈະສາມາດກັບຄືນຫາເຂົ້າຫາພຣະເຈົ້າໄດ້ຫຼາຍເທົ່ານັ້ນ ແລະ ເຈົ້າກໍຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະອົງຫຼາຍຂຶ້ນເທົ່ານັ້ນ. ໃນຈຸດໃດໜຶ່ງ, ພຣະເຈົ້າຈະຮັບເອົາຫົວໃຈຂອງເຈົ້າຢ່າງຄົບຖ້ວນ. ບໍ່ມີຜູ້ໃດຈະສາມາດໂນ້ມນ້າວ ຫຼື ຍຶດເອົາຫົວໃຈຂອງເຈົ້າໄປໄດ້ ແລະ ເຈົ້າກໍຈະເປັນຂອງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າຍ່າງຕາມເສັ້ນທາງນີ້ ແລ້ວພຣະທໍາຂອງພຣະເຈົ້າກໍຈະເປີດເຜີຍຕໍ່ເຈົ້າໃນທຸກເວລາ ແລະ ສ່ອງແສງໃຫ້ແກ່ເຈົ້າກ່ຽວກັບທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈ ເຊິ່ງສິ່ງນີ້ແມ່ນສາມາດບັນລຸຜ່ານການຮ່ວມມືຂອງເຈົ້າເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກ່າວສະເໝີວ່າ “ສຳລັບທຸກຄົນທີ່ຮ່ວມມືເຮົາ, ເຮົາຈະໃຫ້ລາງວັນສອງເທົ່າ”. ພວກເຈົ້າຕ້ອງເບິ່ງເຫັນເສັ້ນທາງນີ້ຢ່າງແຈ່ມແຈ້ງ. ຖ້າພວກເຈົ້າປາດຖະໜາທີ່ຈະຍ່າງຕາມເສັ້ນທາງທີ່ຖືກຕ້ອງ ແລ້ວພວກເຈົ້າກໍຕ້ອງເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອໃຫ້ພຣະເຈົ້າພໍໃຈ. ພວກເຈົ້າຕ້ອງເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອໃຫ້ບັນລຸຊີວິດທາງຈິດວິນຍານ. ໃນໄລຍະເລີ່ມຕົ້ນ ເຈົ້າອາດຈະບໍ່ສາມາດບັນລຸຜົນໄດ້ເປັນຢ່າງດີໃນການສະແຫວງຫານີ້, ແຕ່ເຈົ້າຕ້ອງບໍ່ປ່ອຍໃຫ້ຕົນເອງຖົດຖອຍ ຫຼື ຈົມຢູ່ໃນຄວາມຄິດລົບ, ເຈົ້າຕ້ອງສືບຕໍ່ເຮັດວຽກໃຫ້ໜັກຂຶ້ນ! ຍິ່ງເຈົ້າມີຊີວິດທາງຈິດວິນຍານຫຼາຍເທົ່າໃດ, ຫົວໃຈຂອງເຈົ້າກໍຍິ່ງຖືກເຂົ້າຍຶດໂດຍພຣະທໍາຂອງພຣະເຈົ້າຫຼາຍເທົ່ານັ້ນ, ກັງວົນກັບສິ່ງເຫຼົ່ານີ້ສະເໝີ, ແບກຮັບເອົາພາລະນີ້ຢູ່ສະເໝີ. ຫຼັງຈາກນັ້ນ ກໍເປີດເຜີຍຄວາມຈິງພາຍໃນທີ່ສຸດຂອງເຈົ້າຕໍ່ພຣະເຈົ້າຜ່ານຊີວິດທາງຈິດວິນຍານຂອງເຈົ້າ; ບອກພຣະອົງເຖິງສິ່ງທີ່ເຈົ້າເຕັມໃຈເຮັດ, ສິ່ງທີ່ເຈົ້າໄດ້ຄິດຄໍານຶງ, ຄວາມເຂົ້າໃຈ ແລະ ມຸມມອງຂອງເຈົ້າທີ່ມີຕໍ່ພຣະທໍາຂອງພຣະເຈົ້າ. ຢ່າອົດກັ້ນສິ່ງໃດໄວ້, ບໍ່ແມ່ນແຕ່ໜ້ອຍດຽວ! ເຝິກເວົ້າຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງເຈົ້າ ແລະ ເປີດເຜີຍຄວາມຮູ້ສຶກທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ; ຖ້າມັນຢູ່ໃນຫົວໃຈຂອງເຈົ້າ, ແລ້ວໃຫ້ເວົ້າມັນໃນທຸກຮູບແບບ. ຍິ່ງເຈົ້າເວົ້າໃນລັກສະນະນີ້ຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ພຣະເຈົ້າຈະດຶງຫົວໃຈຂອງເຈົ້າຢ່າງໜັກແໜ້ນຂຶ້ນ. ເມື່ອສິ່ງນີ້ເກີດຂຶ້ນ ເຈົ້າຈະຮູ້ສຶກວ່າ ພຣະເຈົ້າມີຄ່າຕໍ່ເຈົ້າຫຼາຍກວ່າຄົນອື່ນ. ເຈົ້າຈະບໍ່ຈາກພຣະອົງໄປຈັກເທື່ອ ເຖິງວ່າຈະເກີດຫຍັງຂຶ້ນກໍຕາມ. ຖ້າເຈົ້າປະຕິບັດການອຸທິດທາງຈິດວິນຍານໃນລັກສະນະນີ້ທຸກມື້ ແລະ ບໍ່ເອົາອອກຈາກຄວາມຄິດຂອງເຈົ້າ ແຕ່ປະຕິບັດກັບສິ່ງນັ້ນ ຄືດັ່ງວ່າມັນມີຄວາມສຳຄັນຫຼາຍໃນຊີວິດຂອງເຈົ້າ, ແລ້ວພຣະທໍາຂອງພຣະເຈົ້າກໍຈະສະຖິດຢູ່ໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການຖືກພຣະວິນຍານບໍລິສຸດສໍາຜັດ. ມັນຈະຄືກັບວ່າ ຫົວໃຈຂອງເຈົ້າຖືກພຣະເຈົ້າຄອບຄອງຢູ່ສະເໝີ, ຄືກັບວ່າ ສິ່ງທີ່ເຈົ້າຮັກແມ່ນຢູ່ໃນຫົວໃຈຂອງເຈົ້າຢູ່ສະເໝີ. ບໍ່ມີຜູ້ໃດສາມາດເອົາຄວາມຮູ້ສຶກນັ້ນໄປຈາກເຈົ້າໄດ້. ເມື່ອສິ່ງນີ້ເກີດຂຶ້ນ ພຣະເຈົ້າຈະອາໄສຢູ່ໃນໂຕເຈົ້າຢ່າງແທ້ຈິງ ແລະ ມີພື້ນທີ່ພາຍໃນຫົວໃຈຂອງເຈົ້າ.