ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ວິທີທີ່ຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຄືການສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍໃຈ ແລະ ດ້ວຍວິທີດັ່ງກ່າວຈິ່ງຈະໄດ້ຮັບຄວາມເພິ່ງພໍໃຈຈາກພຣະອົງ ແລະ ດ້ວຍການສໍາຜັດພຣະທໍາຂອງພຣະເຈົ້າດ້ວຍໃຈ ພວກເຂົາຈຶ່ງຈະໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະເຈົ້າ. ຖ້າເຈົ້າປາຖະໜາທີ່ຈະໄດ້ຮັບຊີວິດທາງຈິດວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງ ສາມາດພັດທະນາຊີວິດທາງຈິດວິນຍານທີ່ປົກກະຕິໄດ້ຕາມລໍາດັບ. ຖ້າຄົນບໍ່ມອບຫົວໃຈໃຫ້ກັບພຣະເຈົ້າຜ່ານທາງຄວາມເຊື່ອ ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ຖືເອົາພາລະຂອງພຣະອົງມາເປັນພາລະຂອງຕົນເອງ ທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ ແລະ ສິ່ງນີ້ກໍເປັນພຶດຕິກໍາຂອງຄົນທີ່ເຊື່ອຖືສາສະໜາ ເຊິ່ງສິ່ງນີ້ບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້; ຄົນປະເພດນີ້ມີແຕ່ຈະຂັດຂວາງພາລະກິດຂອງພຣະເຈົ້າ ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ ກິນເນື້ອທີ່ ແລະ ບໍ່ມີຫຍັງດີ; ພຣະເຈົ້າບໍ່ນໍາໃຊ້ຄົນປະເພດນີ້. ຄົນປະເພດນີ້ບໍ່ພຽງແຕ່ບໍ່ມີໂອກາດສໍາລັບພາລະກິດຂອງພຣະວິນຍານບໍລິສຸດ ແຕ່ຍິ່ງໄປກວ່ານັ້ນ ຄົນປະເພດນີ້ບໍ່ມີຄຸນຄ່າໃນການເຮັດໃຫ້ສົມບູນແບບເລີຍ. ຄົນປະເພດນີ້ແມ່ນຄົນ “ຕາຍທັງເປັນ” ຢ່າງແທ້ຈິງ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້; ກົງກັນຂ້າມ ພວກເຂົາທັງໝົດຖືກນໍາໃຊ້ ແລະ ເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະໂຍນຄົນເຫຼົ່ານີ້ອອກໃຫ້ໝົດ. ໃນປັດຈຸບັນ ໃນການນໍາໃຊ້ຜູ້ຄົນ ພຣະວິນຍານບໍລິສຸດບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງໄດ້ປ່ຽນແປງພາກສ່ວນທີ່ບໍ່ເປັນປະໂຫຍດຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນອີກດ້ວຍ. ຖ້າເຈົ້າສາມາດຖອກເທຫົວໃຈໃຫ້ກັບພຣະເຈົ້າ ແລະ ສະຫງົບໃຈຕໍ່ໜ້າພຣະອົງ ເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດພຽງພໍເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ເພື່ອຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກຜ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າສາມາດໄດ້ຮັບທາງເຂົ້າທີ່ດີຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ສູງຂຶ້ນ; ໃນດ້ານລົບ ເຈົ້າຈະເຂົ້າໃຈຄວາມຜິດ ແລະ ຄວາມບົກຜ່ອງຂອງຕົນຫຼາຍຂຶ້ນ, ເຈົ້າຈະຈົດຈໍ່ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຈົ້າຈະບໍ່ຂີ້ຄ້ານ ແຕ່ຈະກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ຈະໝາຍຄວາມວ່າເຈົ້າເປັນຄົນຖືກຕ້ອງ. ອີງໃສ່ເງື່ອນໄຂທີ່ວ່າ ໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ, ຈຸດສໍາຄັນບໍ່ວ່າເຈົ້າຈະໄດ້ຮັບຄໍາຍົກຍ້ອງຈາກພຣະວິນຍານບໍລິສຸດ ຫຼື ບໍ ແລະ ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບວ່າ ເຈົ້າກ້າວເຂົ້າສູ່ຢ່າງຫ້າວຫັນ ຫຼື ບໍ. ເມື່ອພຣະວິນຍານບໍລິສຸດມອບແສງສະຫວ່າງໃຫ້ຄົນໃດຄົນໜຶ່ງ ແລະ ນໍາໃຊ້ຄົນນັ້ນ ຄົນນັ້ນບໍ່ເຄີຍຖົດຖອຍລົງ ແຕ່ກ້າວໜ້າຢ່າງຫ້າວຫັນຢູ່ສະເໝີ. ເຖິງວ່າຄົນນັ້ນຈະມີຈຸດອ່ອນກໍຕາມ ລາວກໍຈະສາມາດເອົາຊະນະໄດ້, ສາມາດເຕີບໃຫຍ່ໄດ້ໂດຍບໍ່ຂ້ອງຄາ ແລະ ສາມາດສືບຕໍ່ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ຄືມາດຕະຖານ. ຖ້າເຈົ້າສາມາດບັນລຸສິ່ງນີ້ ມັນກໍພຽງພໍທີ່ຈະພິສູດວ່າ ເຈົ້າໄດ້ຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ. ຖ້າຄົນໃດຄົນໜຶ່ງຢູ່ໃນແງ່ລົບສະເໝີ ແລະ ເຖິງແມ່ນວ່າຫຼັງຈາກຄົນນັ້ນໄດ້ຮັບຄວາມສະຫວ່າງເພື່ອໃຫ້ຮູ້ຈັກຕົນເອງ ແຕ່ຍັງຢູ່ໃນແງ່ລົບ, ຂີ້ຄ້ານ, ບໍ່ສາມາດລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ, ຖືວ່າຄົນປະເພດນີ້ໄດ້ຮັບພຽງແຕ່ພຣະຄຸນຂອງພຣະເຈົ້າ ແຕ່ພຣະວິນຍານບໍລິສຸດບໍ່ໄດ້ສະຖິດຢູ່ນໍາ. ເມື່ອຄົນໃດຄົນໜຶ່ງຢູ່ໃນແງ່ລົບ ໝາຍຄວາມວ່າ ຈິດໃຈຂອງພວກເຂົາຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າ ແລະ ຈິດວິນຍານຂອງພວກເຂົາກໍບໍ່ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ. ທຸກຄົນຄວນຮັບຮູ້ສິ່ງນີ້.

ສາມາດສັງເກດເຫັນຈາກປະສົບການໄດ້ວ່າ ສິ່ງທີ່ສໍາຄັນທີ່ສຸດສິ່ງໜຶ່ງແມ່ນການສະຫງົບໃຈຕໍ່ໜ້າພຣະເຈົ້າ. ມັນເປັນສິ່ງທີ່ກ່ຽວຂ້ອງກັບຊີວິດທາງວິນຍານຂອງຄົນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊີວິດພວກເຂົາ. ມີແຕ່ເມື່ອໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ການຕາມຫາຄວາມຈິງ ແລະ ການປ່ຽນແປງນິໄສຂອງເຈົ້າຈິ່ງຈະເກີດໝາກຜົນ. ຍ້ອນເຈົ້າເຂົ້າມາຫາພຣະເຈົ້າພ້ອມກັບພາລະໜັກ ແລະ ເຈົ້າຮູ້ສຶກວ່າຕົນເອງຂາດເຂີນຫຼາຍຢູ່ສະເໝີ, ຮູ້ສຶກວ່າຍັງມີຄວາມຈິງຫຼາຍປະການທີ່ເຈົ້າຕ້ອງຮູ້, ຍັງມີຄວາມເປັນຈິງຫຼາຍຢ່າງທີ່ເຈົ້າຕ້ອງໄດ້ສໍາຜັດ ແລະ ເຈົ້າຕ້ອງໄດ້ເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າ; ສິ່ງເຫຼົ່ານີ້ຢູ່ໃນຄວາມຄິດຂອງເຈົ້າຕະຫຼອດ ແລະ ເໝືອນກັບວ່າພວກມັນກໍາລັງເຕັງເຈົ້າລົງຈົນຫາຍໃຈບໍ່ອອກ ສະນັ້ນເຈົ້າຈິ່ງຮູ້ສຶກໜັກໃຈ (ແຕ່ບໍ່ແມ່ນໃນສະພາບທາງລົບ). ມີແຕ່ຄົນລັກສະນະນີ້ເທົ່ານັ້ນທີ່ເໝາະສົມຈະຮັບເອົາຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ແລະ ການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ຍ້ອນພາລະໜັກຂອງພວກເຂົາ ພວກເຂົາຈິ່ງໜັກໃຈ ແລະ ສາມາດເວົ້າໄດ້ວ່າ ຍ້ອນລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມທຸກທໍລະມານທີ່ພວກເຂົາໄດ້ຜ່ານຜ່າຕໍ່ໜ້າພຣະເຈົ້າ ພວກເຂົາຈິ່ງໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ ເພາະວ່າພຣະເຈົ້າບໍ່ໄດ້ປະຕິບັດຢ່າງພິເສດຕໍ່ບຸກຄົນໃດ. ພຣະອົງຍຸຕິທໍາໃນການປະຕິບັດຕໍ່ຜູ້ຄົນສະເໝີ ແລະ ພຣະອົງບໍ່ໄດ້ໃຫ້ພອນຕໍ່ຜູ້ຄົນຢ່າງບໍ່ມີເຫດຜົນ ຫຼື ເງື່ອນໄຂ. ນີ້ແມ່ນລັກສະນະອຸປະນິໄສໜຶ່ງທີ່ຊອບທໍາຂອງພຣະເຈົ້າ. ໃນຊີວິດຈິງ ຫຼາຍຄົນຍັງບໍ່ທັນໄດ້ບັນລຸສິ່ງນີ້. ຢ່າງໜ້ອຍ ໃຈຂອງພວກເຂົາກໍຍັງບໍ່ທັນຫັນເຂົ້າຫາພຣະເຈົ້າຢ່າງສົມບູນ ສະນັ້ນຈິ່ງບໍ່ມີການປ່ຽນແປງທາງນິໄສໃນຊີວິດຂອງພວກເຂົາ. ສິ່ງນີ້ເປັນຍ້ອນພວກເຂົາອາໄສຢູ່ໃນພຣະຄຸນຂອງພຣະເຈົ້າເທົ່ານັ້ນ ແລະ ຍັງບໍ່ທັນໄດ້ຮັບການປ່ຽນແປງຈາກພຣະວິນຍານບໍລິສຸດ. ພຣະເຈົ້ານໍາໃຊ້ຄົນຕາມເງື່ອນໄຂ ເຊັ່ນ: ຈິດໃຈຂອງພວກເຂົາຕ້ອງຫັນເຂົ້າຫາພຣະເຈົ້າ ແລະ ພວກເຂົາແບກຫາບເອົາພາລະແຫ່ງພຣະທໍາຂອງພຣະເຈົ້າ, ມີຈິດໃຈສະແຫວງຫາ ແລະ ພວກເຂົາຕັ້ງໃຈຄົ້ນຫາຄວາມຈິງ. ມີພຽງຄົນລັກສະນະນີ້ເທົ່ານັ້ນຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ສາມາດຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງໄດ້ຕະຫຼອດເວລາ. ຄົນທີ່ພຣະເຈົ້າໃຊ້ປະໂຫຍດ ພາຍນອກປາກົດຄືກັບວ່າຂາດເຫດຜົນ ແລະ ບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ, ແຕ່ວ່າພວກເຂົາເວົ້າຈາຈົບງາມ ບໍ່ເວົ້າສຸມສີ່ສຸມຫ້າ ແລະ ສະຫງົບໃຈຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຄົນປະເພດນີ້ແຫຼະທີ່ເໝາະສົມໃຫ້ພຣະວິນຍານບໍລິສຸດນໍາໃຊ້. ຄົນ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງນີ້ ເບິ່ງຄືວ່າບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ ແລະ ພວກເຂົາບໍ່ຮັກສິ່ງຂອງນອກກາຍ ຫຼື ການກະທໍາທີ່ບໍ່ຈິງໃຈ ແຕ່ເມື່ອພວກເຂົາສື່ສານເລື່ອງຈິດວິນຍານ ພວກເຂົາສາມາດຖອກເທຈິດໃຈ ແລະ ຍອມເສຍສະຫຼະເພື່ອສະໜອງຄວາມສະຫວ່າງ ແລະ ແສງເຍືອງທາງໃຫ້ຄົນອື່ນ ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຕົວຈິງຕໍ່ໜ້າພຣະເຈົ້າ. ນີ້ແມ່ນວິທີທີ່ພວກເຂົາສະແດງຄວາມຮັກຕໍ່ພຣະເຈົ້າ ແລະ ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະອົງ. ເມື່ອຄົນອື່ນປ້ອຍດ່າ ແລະ ຫົວຂວັນພວກເຂົາ ພວກເຂົາກໍສາມາດອົດທົນໄດ້ ບໍ່ປ່ອຍໃຫ້ຄົນພາຍນອກ, ເຫດການ ແລະ ສິ່ງຕ່າງໆຄວບຄຸມພວກເຂົາ ແລະ ພວກເຂົາສາມາດສະຫງົບໃຈຕໍ່ໜ້າພຣະເຈົ້າ. ຄົນປະເພດນີ້ມີຄວາມເຂົ້າໃຈທີ່ພິເສດ. ບໍ່ວ່າຄົນອື່ນຈະເປັນແນວໃດກໍຕາມ ຈິດໃຈຂອງພວກເຂົາບໍ່ເຄີຍປະຖິ້ມພຣະເຈົ້າ. ເມື່ອຄົນອື່ນເວົ້າສະໜຸກສະໜານ ແລະ ຕະຫຼົກເຮຮາ ຈິດໃຈຂອງພວກເຂົາກໍຍັງຢູ່ຕໍ່ໜ້າພຣະເຈົ້າ ໄຕ່ຕອງພຣະທໍາຂອງພຣະເຈົ້າ ຫຼື ອະທິຖານໃນໃຈຫາພຣະເຈົ້າ, ສະແຫວງຫາຄວາມປະສົງຂອງພຣະອົງ. ພວກເຂົາບໍ່ເຄີຍໃຫ້ຄວາມສໍາຄັນກັບການຮັກສາຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຄົນລັກສະນະນີ້ເບິ່ງຄືວ່າບໍ່ມີປັດຊະຍາແຫ່ງຊີວິດ. ແຕ່ພາຍນອກຄົນປະເພດນີ້ສົດໃສ, ເປັນຕາຮັກແພງ ແລະ ໄຮ້ດຽງສາ ພ້ອມທັງມີຄວາມສະຫງົບ. ນີ້ແມ່ນລັກສະນະຂອງຄົນທີ່ພຣະເຈົ້ານໍາໃຊ້. ສິ່ງຕ່າງໆເຊັ່ນ ປັດຊະຍາສໍາລັບການດໍາລົງຊີວິດ ຫຼື “ເຫດຜົນທົ່ວໄປ” ບໍ່ສາມາດໃຊ້ໄດ້ກັບຄົນປະເພດນີ້; ຄົນປະເພດນີ້ໄດ້ອຸຖິດໃຈທັງໝົດຂອງພວກເຂົາໃຫ້ພຣະທໍາຂອງພຣະເຈົ້າແລ້ວ ແລະ ເບິ່ງຄືວ່າ ພວກເຂົາມີແຕ່ພຣະເຈົ້າເທົ່ານັ້ນຢູ່ໃນໃຈຂອງພວກເຂົາ. ຄົນປະເພດນີ້ເປັນຄົນທີ່ພຣະເຈົ້າເອີ້ນວ່າ “ຂາດເຫດຜົນ” ແລະ ເປັນຄົນທີ່ພຣະເຈົ້ານໍາໃຊ້. ຄົນທີ່ພຣະເຈົ້ານໍາໃຊ້ມີລັກສະນະຄື: ບໍ່ວ່າຢູ່ສະຖານທີ່ໃດ ຫຼື ກາລະໃດ ໃຈຂອງຄົນນັ້ນກໍຢູ່ຕໍ່ໜ້າພຣະເຈົ້າສະເໝີ ແລະ ເຖິງວ່າຄົນອື່ນຈະໂລເລປານໃດກໍຕາມ ຈະໝົກໝົ້ນໃນກິເລດຕັນຫາ ແລະ ຝ່າຍເນື້ອໜັງຫຼາຍປານໃດກໍຕາມ ແຕ່ຈິດໃຈຂອງຄົນນັ້ນກໍບໍ່ເຄີຍປະຖິ້ມພຣະເຈົ້າ ແລະ ບໍ່ປະຕິບັດຕາມຄົນອ້ອມຂ້າງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ພຣະວິນຍານບໍລິສຸດເຮັດໃຫ້ສົມບູນ. ຖ້າເຈົ້າບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້ ເຈົ້າກໍຈະເປັນຄົນທີ່ບໍ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ບໍ່ເໝາະສົມໃຫ້ພຣະວິນຍານບໍລິສຸດເຮັດໃຫ້ສົມບູນ.

ຖ້າເຈົ້າຢາກມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ໂດຍຖືເອົາສິ່ງນີ້ເປັນພື້ນຖານ ເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາທ່າມກາງຜູ້ຄົນດ້ວຍທັດສະນະ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ຜູ້ຄົນຍົກຍໍຊົມເຊີຍເຈົ້າ, ແຕ່ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າເພື່ອສ້າງຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນຂອງເຈົ້າກັບທຸກຄົນກໍຈະເປັນປົກກະຕິຢ່າງທໍາມະຊາດ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ຖືກສ້າງຂຶ້ນຈາກຝ່າຍເນື້ອໜັງ ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດໆທາງຝ່າຍເນື້ອໜັງ ແຕ່ທາງຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຫົວໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານການແບກຫາບພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ. ເຈົ້າຍິນດີທີ່ຈະເຊີດຊູຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ຕໍ່ໜ້າພຣະເຈົ້າບໍ? ເຈົ້າຍິນດີທີ່ຈະມອບຫົວໃຈທັງໝົດໃຫ້ກັບພຣະເຈົ້າບໍ ແລະ ໂຍນຖິ້ມຕໍາແໜ່ງໜ້າຕາໃນໂລກນີ້ບໍ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນເທົ່າທຽມກັນບໍ? ຄວາມສໍາພັນທີ່ເຈົ້າມີຕໍ່ຄົນອື່ນເກີດຂຶ້ນຈາກປັດຊະຍາແຫ່ງຊີວິດ ຫຼື ວ່າເກີດຂຶ້ນບົນພື້ນຖານແຫ່ງຄວາມຮັກຂອງພຣະເຈົ້າ? ເມື່ອຜູ້ໃດຜູ້ໜຶ່ງບໍ່ມອບໃຈໃຫ້ກັບພຣະເຈົ້າ ຊີວິດທາງຈິດວິນຍານຂອງພວກເຂົາກໍເສົ້າໝອງ, ມຶນຊາ ແລະ ຂາດສະຕິ. ຄົນປະເພດນີ້ຈະບໍ່ມີວັນເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ຈະບໍ່ມີວັນມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ; ຄົນປະເພດນີ້ຈະບໍ່ມີວັນປ່ຽນແປງນິໄສ. ການປ່ຽນແປງນິໄສຂອງຄົນຜູ້ໜຶ່ງເກີດຂຶ້ນກໍຕໍ່ເມື່ອຄົນນັ້ນມອບໃຈທັງໝົດໃຫ້ກັບພຣະເຈົ້າ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າສາມາດເປີດໃຫ້ທຸກຄົນເຂົ້າຮ່ວມຢ່າງຫ້າວຫັນ ພ້ອມທັງຊ່ວຍຜູ້ຄົນໃຫ້ສາມາດປະຖິ້ມສິ່ງບໍ່ດີ ພາຍຫຼັງໄດ້ຮັບຄວາມຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ເມື່ອເຈົ້າສາມາດມອບໃຈໃຫ້ພຣະເຈົ້າ ເຈົ້າຈະສາມາດສັງເກດເຫັນທຸກການປ່ຽນແປງໃນຊີວິດທາງຈິດວິນຍານຂອງເຈົ້າ ແລະ ເຈົ້າຈະຮູ້ຄວາມສະຫວ່າງ ແລະ ແສງເຍືອງທາງທຸກຢ່າງຈາກພຣະເຈົ້າ. ຍຶດໝັ້ນໃນສິ່ງນີ້ ແລະ ເຈົ້າກໍຈະ ກ້າວເຂົ້າສູ່ຫົນທາງແຫ່ງຄວາມສົມບູນຂອງພຣະວິນຍານບໍລິສຸດໂດຍເທື່ອລະກ້າວ. ຍິ່ງໃຈຂອງເຈົ້າສາມາດສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ ຈິດວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ ແລະ ຈິດວິນຍານຂອງເຈົ້າກໍ່ຈະສາມາດສໍາຜັດເຖິງວິທີທີ່ພຣະວິນຍານບໍລິສຸດຂັບເຄື່ອນມັນຍິ່ງຂຶ້ນ, ແລ້ວຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງຜູ້ຄົນແມ່ນເກີດຈາກບົນພື້ນຖານຂອງການມອບຫົວໃຈໃຫ້ກັບພຣະເຈົ້າ ເຊິ່ງບໍ່ໄດ້ເກີດຂຶ້ນຍ້ອນຄວາມພະຍາຍາມຂອງມະນຸດ. ຖ້າພວກເຂົາບໍ່ມີພຣະເຈົ້າໃນຈິດໃຈ ຄວາມສໍາພັນກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງ. ຄວາມສໍາພັນເຫຼົ່ານັ້ນບໍ່ປົກກະຕິ ແຕ່ເປັນການໝົກໝົ້ນໃນກິເລດ ເປັນຄວາມສໍາພັນທີ່ພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ. ຖ້າເຈົ້າເວົ້າວ່າຈິດວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າຢາກຄົບຫາແຕ່ຜູ້ທີ່ເຈົ້າຖືກໃຈ ຫຼື ຄົນທີ່ເຈົ້ານັບຖືເທົ່ານັ້ນ ແລະ ເມື່ອມີຜູ້ທີ່ບໍ່ຖືກໃຈເຈົ້າ, ຜູ້ທີ່ເຈົ້າລຳອຽງໃສ່ ແລ້ວເຈົ້າບໍ່ຢາກຄົບຫາ ນີ້ເປັນຫຼັກຖານບົ່ງບອກວ່າ ເຈົ້າເປັນຄົນເອົາຄວາມຮູ້ສຶກເປັນຫຼັກ ແລະ ເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າເລີຍ. ເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າ. ເຖິງວ່າເຈົ້າຈະສາມາດແບ່ງປັນຄວາມເຂົ້າໃຈ ແຕ່ເຈົ້າມີເຈຕະນາທີ່ຜິດ ທຸກສິ່ງທີ່ເຈົ້າເຮັດແມ່ນດີສະເພາະມາດຕະຖານຂອງມະນຸດເທົ່ານັ້ນ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ ເພາະວ່າເຈົ້າປະຕິບັດຕາມທາງເນື້ອໜັງ ບໍ່ແມ່ນຕາມທາງພາລະຂອງພຣະເຈົ້າ. ຖ້າເຈົ້າສາມາດສະຫງົບໃຈຕໍ່ໜ້າພຣະເຈົ້າ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະເຈົ້າ ເມື່ອນັ້ນເຈົ້າຈິ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້. ດ້ວຍວິທີນີ້ ບໍ່ວ່າເຈົ້າຈະຄົບຫາກັບຄົນອື່ນໃນລັກສະນະໃດກໍຕາມ ກໍຈະບໍ່ຖືວ່າອີງຕາມປັດຊະຍາຂອງມະນຸດ ແຕ່ເປັນການດໍາລົງຢູ່ຕໍ່ໜ້າພຣະເຈົ້າ ແລະ ດໍາລົງຢູ່ຕາມຫົນທາງການເອົາໃຈໃສ່ພາລະກິດຂອງພຣະອົງ. ທ່າມກາງພວກເຈົ້າມີຄົນລັກສະນະນີ້ຈັກຄົນ? ຄວາມສໍາພັນຂອງເຈົ້າກັບຄົນອື່ນປົກກະຕິແທ້ບໍ? ຄວາມສໍາພັນເຫຼົ່ານັ້ນສ້າງຂຶ້ນບົນພື້ນຖານຫຍັງ? ໃນໂຕເຈົ້າມີປັດຊະຍາແຫ່ງຊີວິດຈັກປະການ? ເຈົ້າໄດ້ປະຖິ້ມພວກມັນແລ້ວບໍ? ຖ້າໃຈຂອງເຈົ້າບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ ເຈົ້າກໍບໍ່ແມ່ນເກີດຈາກພຣະເຈົ້າ ແຕ່ເກີດຈາກຊາຕານ ແລະ ໃນທີ່ສຸດກໍຈະກັບໄປຫາຊາຕານ. ເຈົ້າບໍ່ສົມຄວນເປັນຄົນຂອງພຣະເຈົ້າ. ສິ່ງທັງໝົດນີ້ເຈົ້າຕ້ອງໄດ້ພິຈາລະນາຢ່າງລະອຽດ.

ກ່ອນນີ້: ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ

ຕໍ່ໄປ: ຊີວິດທາງຈິດວິນຍານທໍາມະດານໍາພາຄົນໄປສູ່ທາງທີ່ຖືກຕ້ອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້