ວິທີການໄລ່ຕາມເສາະຫາຄວາມຈິງ (29)
ພວກເຮົາໄດ້ໂອ້ລົມຄວາມຈິງບາງຢ່າງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ. ພວກເຈົ້າຮູ້ສຶກວ່າການໂອ້ລົມກ່ຽວກັບຄວາມຈິງດ້ານນີ້ເປັນປະໂຫຍດຕໍ່ການຮູ້ຈັກພຣະເຈົ້າບໍ? (ແມ່ນແລ້ວ.) ຖ້າເປັນແນວນັ້ນກໍດີແລ້ວ. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ນີ້ໜ້ອຍໜຶ່ງ ແຕ່ພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບມັນຢ່າງລະອຽດ ໂດຍລົງເລິກໄປເທື່ອລະຂໍ້; ກົງກັນຂ້າມ ພວກເຮົາໄດ້ໂອ້ລົມກ່ຽວກັບມັນເທື່ອລະໜ້ອຍ. ສິ່ງທີ່ພວກເຮົາກຳລັງໂອ້ລົມໃນຄັ້ງນີ້ແມ່ນຄວາມຈິງພາຍໃນຫົວຂໍ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງກ່ຽວຂ້ອງກັບຄວາມຄິດຫຼົງຜິດຂອງມະນຸດກ່ຽວກັບພຣະເຈົ້າ ພ້ອມທັງທັດສະນະຄະຕິຂອງເຂົາທີ່ມີຕໍ່ພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ. ໃນດ້ານໜຶ່ງ, ການໂອ້ລົມກ່ຽວກັບຄວາມຈິງເຫຼົ່ານີ້ແມ່ນເພື່ອໃຫ້ມະນຸດສາມາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ ແລະ ເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບທັດສະນະຄະຕິ ແລະ ມຸມມອງຂອງເຂົາທີ່ມີຕໍ່ພຣະເຈົ້າ ເຊິ່ງເຂົາຕ້ອງຮູ້. ໃນອີກດ້ານໜຶ່ງ, ມັນເປັນເພາະວ່າຫົວຂໍ້ເຫຼົ່ານີ້ມີຄວາມສຳຄັນຫຼາຍ. ແມ່ນຫຍັງເຮັດໃຫ້ພວກມັນສຳຄັນ? ເອົາລະ, ມະນຸດບໍ່ສາມາດເບິ່ງເຫັນ ຫຼື ສຳຜັດພຣະເຈົ້າໃນສະຫວັນໄດ້ ແລະ ເກືອບຈະບໍ່ສາມາດຮູ້ສຶກເຖິງພຣະອົງເລີຍ; ພຣະເຈົ້າໃນສະຫວັນຊ່າງຢູ່ຫ່າງໄກຈາກມະນຸດຫຼາຍ. ຖ້າຄົນໃດຄົນໜຶ່ງພະຍາຍາມສ້າງຄວາມສຳພັນກັບພຣະເຈົ້າ, ມັນກໍຈະເປັນສິ່ງທີ່ຫວ່າງເປົ່າ ແລະ ບໍ່ເປັນຈິງຫຼາຍສຳລັບເຂົາ. ໃນດ້ານໜຶ່ງ ຄວາມຫວ່າງເປົ່າ ແລະ ຄວາມບໍ່ຈິງນີ້ແມ່ນຍ້ອນມະນຸດເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ. ໃນອີກດ້ານໜຶ່ງ, ມັນເປັນຍ້ອນມະນຸດບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບຄວາມເປັນຈິງ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າ ຫຼື ກ່ຽວກັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ດຳລົງຊີວິດຢູ່ທ່າມກາງຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ເກີດຈາກຄວາມຄິດເຂົ້າຂ້າງຕົນເອງຂອງເຂົາໂດຍສິ້ນເຊີງ. ສະນັ້ນ, ຫຼັງຈາກທີ່ມະນຸດເລີ່ມຕິດຕາມພຣະເຈົ້າ, ໂດຍພື້ນຖານແລ້ວ ຄວາມສຳພັນທີ່ເຂົາສ້າງຂຶ້ນກັບພຣະເຈົ້າແມ່ນຖືກສ້າງຂຶ້ນບົນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຂົາ, ບົນພື້ນຖານຄວາມຄິດເຂົ້າຂ້າງຕົນເອງຂອງເຂົາ ພ້ອມທັງບົນຂໍ້ຮຽກຮ້ອງ ແລະ ຄວາມປາຖະໜາຕ່າງໆ ທີ່ເຂົາມີຕໍ່ພຣະເຈົ້າ. ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າທີ່ຖືກສ້າງຂຶ້ນບົນພື້ນຖານປະເພດນີ້ແມ່ນບໍ່ໝັ້ນຄົງຫຼາຍ, ບໍ່ປອດໄພຫຼາຍ ແລະ ແນ່ນອນວ່າ ບໍ່ໜ້າເຊື່ອຖືຫຼາຍ. ເມື່ອມີສິ່ງກະທົບກະເທືອນເລັກນ້ອຍແມ່ນແຕ່ໜ້ອຍດຽວ ຫຼື ເມື່ອມີສະຖານະການທີ່ຜິດປົກກະຕິບາງຢ່າງເກີດຂຶ້ນ, ຄວາມສຳພັນປະເພດນີ້ກໍສາມາດແຕກຫັກໄດ້ງ່າຍ ແລະ ມັນກໍສາມາດຖືກຕັດຂາດໄດ້ງ່າຍ. ຕົວຢ່າງ: ເມື່ອມະນຸດປະເຊີນກັບສິ່ງທີ່ບໍ່ເປັນໄປຕາມທີ່ເຂົາປາຖະໜາ, ເມື່ອເຂົາປະເຊີນກັບຄວາມທຸກທໍລະມານ, ອຸປະສັກ ແລະ ຄວາມລົ້ມເຫຼວ ຫຼື ເມື່ອເຂົາປະເຊີນກັບທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຂົາ ຫຼື ບໍ່ຕອບສະໜອງຜົນປະໂຫຍດທາງເນື້ອໜັງຂອງເຂົາ, ເມື່ອມະນຸດປະເຊີນກັບສະຖານະການໃດໜຶ່ງ ເຊິ່ງເຂົາເຊື່ອວ່າບໍ່ຄວນເກີດຂຶ້ນຕາມຄວາມຄິດຫຼົງຜິດຂອງເຂົາ, ເຂົາກໍຈະສົງໄສພຣະເຈົ້າຕາມສັນຊາດຕະຍານ. ເຂົາຈະສົງໄສການມີຢູ່ຂອງພຣະເຈົ້າ, ເຂົາຈະສົງໄສວ່າວິທີການທີ່ພຣະເຈົ້າມີອຳນາດສູງສຸດເໜືອມະນຸດ ແລະ ວິທີການທີ່ພຣະເຈົ້າຈັດວາງ ແລະ ຈັດແຈງສິ່ງຕ່າງໆໃຫ້ເຂົານັ້ນຖືກຕ້ອງ ຫຼື ບໍ່ ແລະ ແນ່ນອນວ່າ ເຂົາຈະສົງໄສວ່າມັນຖືກຕ້ອງ ຫຼື ບໍ່ທີ່ພຣະເຈົ້າກະທຳແບບນີ້ ພ້ອມທັງສົງໄສວ່າພຣະເຈົ້າມີເຈດຕະນາແອບແຝງບາງຢ່າງ ຫຼື ເຈດຕະນາທີ່ບໍ່ດີຕໍ່ມະນຸດ ຫຼື ບໍ່ ແລະ ອື່ນໆ. ສະຫຼຸບແລ້ວ, ຄວາມສຳພັນປະເພດນີ້ລະຫວ່າງມະນຸດ ແລະ ພຣະເຈົ້າບໍ່ໝັ້ນຄົງ ແລະ ບໍ່ປອດໄພຫຼາຍ; ໃນພາສາຂອງມະນຸດແລ້ວ ມັນເຕັມໄປດ້ວຍຄວາມບໍ່ແນ່ນອນ. ຍ້ອນວ່າຄວາມສຳພັນປະເພດນີ້ລະຫວ່າງມະນຸດ ແລະ ພຣະເຈົ້າຖືກສ້າງຂຶ້ນບົນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ ແລະ ບົນພື້ນຖານຂອງຂໍ້ຮຽກຮ້ອງຕ່າງໆ ທີ່ມະນຸດມີຕໍ່ພຣະເຈົ້າຈາກຄວາມຄິດເຂົ້າຂ້າງຕົນເອງ, ບໍ່ວ່າມະນຸດຈະຮູ້ສຶກວ່າຄວາມເຊື່ອຂອງເຂົາໃນພຣະເຈົ້າຍິ່ງໃຫຍ່ສໍ່າໃດ ຫຼື ເຂົາຮູ້ສຶກວ່າຄວາມຕັ້ງໃຈຂອງເຂົາທີ່ຈະຕິດຕາມພຣະເຈົ້າຍິ່ງໃຫຍ່ສໍ່າໃດ, ຈາກມຸມມອງຂອງພຣະເຈົ້າແລ້ວ ພຣະອົງບໍ່ຮັບຮູ້ຄວາມສຳພັນປະເພດນີ້. ແນ່ນອນວ່າ ໃນແງ່ຂອງຂໍ້ເທັດຈິງທີ່ເປັນພາວະວິໄສແລ້ວ ມັນບໍ່ໝັ້ນຄົງ; ມັນສາມາດແຕກຫັກ ຫຼື ຖືກຕັດຂາດໄດ້ທຸກເວລາ ແລະ ທຸກສະຖານທີ່ ເນື່ອງຈາກການປ່ຽນແປງໃນສະພາບແວດລ້ອມທຸກປະເພດ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ພ້ອມທັງການເກີດຂຶ້ນຂອງສະຖານະການພິເສດຕ່າງໆ. ເຖິງແມ່ນວ່າຄົນໃດຄົນໜຶ່ງເຂົ້າໃຈຄວາມຈິງບາງຢ່າງ, ເຂົາກໍຍັງຈະສົງໄສພຣະເຈົ້າ ເມື່ອເຂົາບໍ່ເຂົ້າໃຈ ຫຼື ບໍ່ຮູ້ຈັກພຣະອົງ. ເຖິງແມ່ນວ່າເຂົາຈະບໍ່ສົງໄສການມີຢູ່ຂອງພຣະເຈົ້າ, ເຂົາກໍຍັງຈະສົງໄສວ່າຈຸດມຸ່ງໝາຍຂອງພຣະເຈົ້າໃນການກະທຳແບບນີ້ຕໍ່ເຂົາແມ່ນຫຍັງ ແລະ ມັນຖືກຕ້ອງ ຫຼື ບໍ່ທີ່ພຣະອົງກະທຳແບບນີ້. ສະນັ້ນ, ມັນສາມາດເວົ້າໄດ້ວ່າ ຄວາມສຳພັນນີ້ທີ່ມະນຸດສ້າງຂຶ້ນກັບພຣະເຈົ້າ ເມື່ອເຂົາບໍ່ເຂົ້າໃຈ ຫຼື ບໍ່ຮູ້ຈັກພຣະເຈົ້ານັ້ນ ບໍ່ສາມາດທົນຕໍ່ການທົດສອບຫຍັງໄດ້ ແລະ ມັນເກືອບຈະບໍ່ສາມາດທົນຕໍ່ການຫຼໍ່ຫຼອມຂອງສະພາບແວດລ້ອມພິເສດໃດໆໄດ້ເລີຍ. ສາເຫດຂອງສິ່ງນີ້ບໍ່ແມ່ນວ່າມີຄວາມຜິດພາດ ຫຼື ຄວາມບໍ່ຖືກຕ້ອງໃນອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ພຣະເຈົ້າບໍ່ເຫັນອົກເຫັນໃຈ, ບໍ່ສາມາດພິຈາລະນາເຖິງຄວາມອ່ອນແອຂອງມະນຸດ ຫຼື ຄວາມຕ້ອງການຕ່າງໆຂອງເຂົາ; ກົງກັນຂ້າມ ມັນເປັນຍ້ອນມະນຸດທີ່ເສື່ອມຊາມເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າໂດຍທຳມະຊາດ. ຕັ້ງແຕ່ເລີ່ມຕົ້ນ, ເພາະວ່າມະນຸດມີອຸປະນິໄສທີ່ເສື່ອມຊາມ, ຄວາມສຳພັນນີ້ທີ່ເຂົາມີກັບພຣະເຈົ້ານີ້ຈຶ່ງບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງຄວາມສຳພັນທີ່ປົກກະຕິລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ດັ່ງນັ້ນ, ມະນຸດຈຶ່ງມີຈຸດຢືນ ແລະ ມຸມມອງທີ່ຜິດພາດ ແລະ ສ້າງຄວາມສຳພັນຂອງເຂົາກັບພຣະເຈົ້າໂດຍໃຊ້ທັດສະນະທີ່ຜິດພາດ ແລະ ເຂົາຍັງໃຊ້ຄວາມຄິດ ແລະ ມຸມມອງທີ່ຜິດພາດ ພ້ອມທັງວິທີການທີ່ຜິດພາດ ເພື່ອຮັກສາຄວາມສຳພັນນີ້ໄວ້. ດ້ວຍວິທີນີ້, ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້ານີ້ຈຶ່ງກາຍເປັນສິ່ງທີ່ຜິດປົກກະຕິ. ມັນບໍ່ພຽງແຕ່ລົ້ມເຫຼວໃນການຊ່ວຍໃຫ້ມະນຸດອ່ອນນ້ອມຕໍ່ພຣະເຈົ້າ, ການຈັດວາງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງໄດ້ດີຂຶ້ນ ເພື່ອຕອບສະໜອງຂໍ້ກຳນົດຂອງພຣະເຈົ້າສຳລັບເຂົາເທົ່ານັ້ນ ແຕ່ມັນຍັງເຮັດໃຫ້ພຣະເຈົ້າລັງກຽດເຂົາ ແລະ ເບື່ອໜ່າຍເຂົາ ແລະ ເຖິງຂັ້ນເຮັດໃຫ້ມະນຸດສູນເສຍໂອກາດຂອງເຂົາໃນການບັນລຸຄວາມລອດພົ້ນອີກດ້ວຍ. ເມື່ອມະນຸດຕິດຕາມພຣະເຈົ້າເປັນໄລຍະເວລາທີ່ດົນຂຶ້ນ, ເມື່ອເຂົາເຂົ້າໃຈຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ເມື່ອເຂົາສະສົມຄຸນສົມບັດບາງຢ່າງ ແລະ ໄດ້ຮັບປະສົບການ ແລະ ບົດຮຽນບາງຢ່າງໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງເຂົາ, ເຂົາກໍຍິ່ງຮູ້ສຶກວ່າຄວາມສຳພັນຂອງເຂົາກັບພຣະເຈົ້ານັ້ນຖືກຕ້ອງ ແລະ ປອດໄພ. ເຖິງຢ່າງໃດກໍຕາມ, ໃນແງ່ຂອງຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າແລ້ວ, ຄວາມສຳພັນປະເພດນີ້ລະຫວ່າງມະນຸດ ແລະ ພຣະເຈົ້າກໍຍັງຄົງຜິດປົກກະຕິໃນສາຍຕາຂອງພຣະເຈົ້າ. ມັນຍັງຈຳເປັນຕ້ອງໄດ້ຮັບການແກ້ໄຂ ແລະ ທົດສອບ ແລະ ມະນຸດກໍຍັງຕ້ອງເຂົ້າໃຈຄວາມຈິງໃຫ້ຫຼາຍຂຶ້ນ ແລະ ມີຄວາມເຂົ້າໃຈ ແລະ ຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າຈຶ່ງສາມາດໄດ້ມາດຕະຖານຢ່າງແທ້ຈິງໃນສາຍຕາຂອງພຣະເຈົ້າ ແລະ ແນ່ນອນວ່າ ມີພຽງແຕ່ຕອນນັ້ນເອງ ມະນຸດຈຶ່ງສາມາດວາງຕົນໃນຖານະຂອງສິ່ງທີ່ຖືກສ້າງໄດ້ຢ່າງຖືກຕ້ອງ ແລະ ຢ່າງສົມເຫດສົມຜົນຫຼາຍຂຶ້ນ ໃນລັກສະນະທີ່ເຂົາປະຕິບັດຕໍ່ພຣະຜູ້ສ້າງ, ໃນລັກສະນະທີ່ເຂົາປະຕິບັດຕໍ່ພຣະເຈົ້າ. ສະນັ້ນ, ຄວາມຈິງກ່ຽວກັບການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ນັ້ນກໍຄືການຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ ບໍ່ແມ່ນຄວາມຮູ້ທາງວິຊາການປະເພດໃດໜຶ່ງ ຫຼື ສາມັນສຳນຶກປະເພດໃດໜຶ່ງ, ແຮງໄກທີ່ມັນຈະເປັນທິດສະດີ ຫຼື ຄຳຂວັນປະເພດໃດໜຶ່ງ. ກົງກັນຂ້າມ ມັນເປັນຄວາມຈິງດ້ານໜຶ່ງທີ່ມະນຸດຕ້ອງເຂົ້າໃຈ ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ເພື່ອສ້າງຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ມັນເປັນຄວາມຈິງດ້ານໜຶ່ງທີ່ກ່ຽວຂ້ອງກັບການຮູ້ຈັກແກ່ນແທ້ຂອງພຣະເຈົ້າ, ການຮູ້ຈັກວິທີການທີ່ພຣະເຈົ້າເຮັດວຽກງານ ແລະ ເວົ້າ ແລະ ການຮູ້ຈັກຫຼັກການທີ່ພຣະເຈົ້າເຮັດທຸກສິ່ງ. ຫຼັງຈາກທີ່ມະນຸດເຂົ້າໃຈຄວາມຈິງດ້ານນີ້, ຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມີຄວາມເຂົ້າໃຈພື້ນຖານກ່ຽວກັບພຣະເຈົ້າ, ເຂົາກໍຈະສ້າງຄວາມສຳພັນກັບພຣະເຈົ້າທີ່ເໝາະສົມທີ່ສຸດ ແລະ ຖືກຕ້ອງທີ່ສຸດ ນັ້ນກໍຄືຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ມີພຽງແຕ່ບົນພື້ນຖານຂອງຄວາມສຳພັນປະເພດນີ້ເທົ່ານັ້ນ ການໄລ່ຕາມເສາະຫາຂອງມະນຸດໃນການປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ການໄລ່ຕາມເສາະຫາຂອງເຂົາໃນການອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ ຈຶ່ງພັດທະນາໄປໃນທິດທາງທີ່ເປັນບວກ; ມີພຽງແຕ່ຕອນນັ້ນເອງ ມະນຸດຈຶ່ງຈະຫຼີກລ່ຽງຄວາມຊົ່ວຮ້າຍຫຼາຍຂຶ້ນເລື້ອຍໆ ແລະ ເລີ່ມກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ.
ໃຫ້ໄຕ່ຕອງແບບນີ້: ຖ້າຄົນໃດຄົນໜຶ່ງບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ, ນັ້ນກໍຄື ເຖິງແມ່ນວ່າເຂົາເຊື່ອໃນພຣະເຈົ້າ, ເຂົາກໍເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບຫຼັກການ ແລະ ວິທີການທີ່ພຣະເຈົ້າເຮັດສິ່ງຕ່າງໆ ພ້ອມທັງຈຸດປະສົງຂອງພຣະອົງໃນການເຮັດສິ່ງເຫຼົ່ານັ້ນ ແລະ ເຂົາເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບລາຍລະອຽດສະເພາະຂອງວິທີທີ່ພຣະເຈົ້າກະທຳທຸກສິ່ງ, ແລ້ວເມື່ອເຂົາປະເຊີນໜ້າກັບສິ່ງຕ່າງໆ, ເຂົາຈະຮັບມືກັບພວກມັນແນວໃດ? ເຂົາຈະສະແຫວງຫາຄວາມຈິງແນວໃດ? ພື້ນຖານຂອງເຂົາຈະແມ່ນຫຍັງ? ຫຼັກການຂອງເຂົາຈະແມ່ນຫຍັງ? ເປົ້າໝາຍຂອງເຂົາຈະແມ່ນຫຍັງ? ສິ່ງເຫຼົ່ານີ້ບໍ່ແມ່ນຄຳຖາມງ່າຍໆ. ຖ້າຄົນໃດຄົນໜຶ່ງເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບຫຼັກການ ແລະ ວິທີການທີ່ພຣະເຈົ້າເຮັດສິ່ງຕ່າງໆ ແລະ ບໍ່ເຂົ້າໃຈເລີຍວ່າຈຸດປະສົງຂອງພຣະອົງໃນການເຮັດທຸກສິ່ງແມ່ນຫຍັງ ແລະ ເຂົາປະຕິບັດຕໍ່ພຣະເຈົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ວັດທະນະທຳດັ້ງເດີມ ແລະ ການໃຊ້ເຫດຜົນທີ່ອີງໃສ່ຄວາມຮູ້ຢ່າງສິ້ນເຊີງ, ເຂົາຈະສາມາດມາຮູ້ຈັກ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? (ບໍ່ໄດ້.) ຖ້າໂດຍລວມແລ້ວ ການໄລ່ຕາມເສາະຫາຂອງຄົນໃດຄົນໜຶ່ງໃນການຮູ້ຈັກພຣະເຈົ້າແມ່ນອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ຄວາມຮູ້ ແລະ ປັດຊະຍາ ພ້ອມທັງວັດທະນະທຳດັ້ງເດີມ ແລະ ການໄລ່ຕາມເສາະຫາຂອງເຂົາຖືກສ້າງຂຶ້ນບົນພື້ນຖານນີ້ ແລະ ຖືກຈຳກັດໂດຍສິ່ງເຫຼົ່ານີ້, ການໄລ່ຕາມເສາະຫານີ້ຈະບໍ່ຫ່າງໄກຈາກການຕອບສະໜອງຂໍ້ກຳນົດຂອງພຣະເຈົ້າຫຼາຍບໍ? ມັນຈະບໍ່ກົງກັນຂ້າມກັບສິ່ງທີ່ພຣະເຈົ້າຮຽກຮ້ອງບໍ? (ແມ່ນແລ້ວ.) ຫຼັງຈາກທີ່ພວກເຈົ້າເຂົ້າໃຈດ້ານເຫຼົ່ານີ້ ນັ້ນກໍຄື ຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ; ຫຼັກການ ແລະ ວິທີການທີ່ພຣະອົງເວົ້າ ແລະ ກະທຳ; ແລະ ຈຸດປະສົງ, ແຮງຈູງໃຈ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງການເວົ້າ ແລະ ການກະທຳຂອງພຣະອົງ, ຜ່ານການໂອ້ລົມ ພວກເຈົ້າກໍຈະມີຄວາມເຂົ້າໃຈພື້ນຖານກ່ຽວກັບຫຼັກການ ແລະ ວິທີການທີ່ພຣະເຈົ້າເຮັດວຽກງານ ແລະ ເວົ້າ ພ້ອມທັງຈຸດປະສົງຂອງພຣະອົງໃນການເຮັດເຊັ່ນນັ້ນ. ຄວາມເຂົ້າໃຈນີ້ບໍ່ໄດ້ມາຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບພຣະເຈົ້າ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສະຫຼຸບເອົາໂດຍອີງໃສ່ຄວາມຮູ້ຂອງເຂົາ ແລະ ແຮງໄກທີ່ມັນຈະເປັນສິ່ງທີ່ມະນຸດຈິນຕະນາການໂດຍອີງໃສ່ວັດທະນະທຳດັ້ງເດີມ; ກົງກັນຂ້າມ ມັນປະກອບດ້ວຍການສະແດງອອກທີ່ສຳພັນກັບຊີວິດຈິງຢ່າງເດັ່ນຊັດຂອງພຣະເຈົ້າເທິງແຜ່ນດິນໂລກ ທີ່ມະນຸດເບິ່ງເຫັນ, ພົວພັນ ແລະ ມີປະສົບການ. ຫຼັກການ ແລະ ວິທີການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເວົ້າ ແລະ ກະທຳ ພ້ອມທັງຈຸດປະສົງຂອງພຣະອົງໃນການເຮັດເຊັ່ນນັ້ນ ເຊິ່ງພຣະອົງສະແດງອອກໃນວິທີທີ່ສຳພັນກັບຊີວິດຈິງທັງໝົດ ແມ່ນເກີນພຽງພໍແລ້ວທີ່ຈະຊ່ວຍໃຫ້ເຈົ້າເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ ພ້ອມທັງຫຼັກການ ແລະ ວິທີການສະເພາະທີ່ພຣະເຈົ້າກະທຳ, ເຮັດວຽກງານ ແລະ ເວົ້າ ພ້ອມທັງຈຸດປະສົງຂອງພຣະອົງໃນການເຮັດເຊັ່ນນັ້ນ. ສະນັ້ນ, ການເຂົ້າໃຈດ້ານຕ່າງໆຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນເສັ້ນທາງໄປສູ່ການເຂົ້າໃຈພຣະເຈົ້າ ນັ້ນກໍຄືພຣະຜູ້ສ້າງ. ເຖິງແມ່ນວ່າການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ສາມາດນຳໄປສູ່ຄວາມຮູ້ທີ່ຄົບຖ້ວນ ແລະ ຮອບດ້ານກ່ຽວກັບພຣະຜູ້ສ້າງ, ຢ່າງໜ້ອຍທີ່ສຸດ ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າໃນສະຫວັນ ແລະ ການຮູ້ຈັກພຣະຜູ້ສ້າງ. ຈຸດມຸ່ງໝາຍຂອງເຮົາໃນການບອກສິ່ງເຫຼົ່ານີ້ແກ່ເຈົ້າແມ່ນຫຍັງ? ເຖິງແມ່ນວ່າການເຂົ້າໃຈ ແລະ ການຮູ້ຈັກພຣະເຈົ້າເປັນສິ່ງທີ່ມະນຸດຕ້ອງໃຊ້ເວລາຕະຫຼອດຊີວິດຂອງເຂົາເພື່ອພະຍາຍາມຮຽນຮູ້ ແລະ ເຖິງແມ່ນວ່າມະນຸດບໍ່ສາມາດຮູ້ຈັກພຣະເຈົ້າໄດ້ຢ່າງຄົບຖ້ວນ ແລະ ຢ່າງຖີ່ຖ້ວນ ເຖິງແມ່ນວ່າເຂົາອຸທິດຄວາມພະຍາຍາມຕະຫຼອດຊີວິດ, ຜ່ານການມາຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຈົ້າກໍຈະເຂົ້າໃຈພຣະເຈົ້າໃນສະຫວັນ ແລະ ພຣະຜູ້ສ້າງໃນລັກສະນະທີ່ສຳພັນກັບຊີວິດຈິງຫຼາຍຂຶ້ນ, ດ້ວຍຄວາມຊັດເຈນ ແລະ ຄວາມເປັນພາວະວິໄສຫຼາຍຂຶ້ນ, ສິ່ງນີ້ກໍພຽງພໍແລ້ວ. ນັ້ນກໍຄື ມັນພຽງພໍແລ້ວສຳລັບເຈົ້າທີ່ຈະເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າຜ່ານການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ; ນັ້ນກໍພຽງພໍແລ້ວທີ່ຈະຕອບສະໜອງເງື່ອນໄຂສຳລັບເຈົ້າໃນການຮູ້ຈັກພຣະເຈົ້າ ແລະ ສ້າງຄວາມສຳພັນທີ່ປົກກະຕິກັບພຣະອົງ. ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນພຽງພໍແລ້ວທີ່ຈະຊ່ວຍໃຫ້ເຈົ້າມາຮູ້ຈັກພຣະເຈົ້າໃນສະຫວັນ ແລະ ພຣະຜູ້ສ້າງ.
ຖ້າຄົນໃດຄົນໜຶ່ງຕ້ອງການຮູ້ຈັກພຣະເຈົ້າໃນສະຫວັນຢ່າງຖ່ອງແທ້, ໂດຍຫວັງວ່າຈະໄດ້ຮັບຄວາມຮູ້ທີ່ຄົບຖ້ວນ ແລະ ຮອບດ້ານກ່ຽວກັບພຣະອົງ, ສິ່ງນັ້ນຈະເປັນໄປໄດ້ບໍ? (ບໍ່ໄດ້.) ເຂົາຈະບໍ່ມີທາງເຮັດສິ່ງນັ້ນໃຫ້ສຳເລັດໄດ້. ເນື່ອງຈາກສິ່ງນີ້ເປັນໄປບໍ່ໄດ້, ເປັນຫຍັງມະນຸດຈຶ່ງຍັງຖືກກຳນົດໃຫ້ຮູ້ຈັກພຣະເຈົ້າ? ເພາະວ່າຖ້າເຈົ້າສາມາດຮູ້ຈັກພຣະເຈົ້າຢ່າງຖືກຕ້ອງ ແລະ ຢ່າງສຳພັນກັບຊີວິດຈິງ, ສິ່ງນີ້ກໍເປັນປະໂຫຍດ ແລະ ໃຫ້ຄວາມຊ່ວຍເຫຼືອແກ່ເຈົ້າໃນການຕິດຕາມພຣະເຈົ້າ, ການໄລ່ຕາມເສາະຫາຄວາມຈິງ ແລະ ການມາຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ນອກຈາກນີ້, ການຮູ້ຈັກພຣະເຈົ້າແມ່ນຈຳເປັນ ແລະ ສຳຄັນທີ່ສຸດສຳລັບເຈົ້າໃນການປະຕິບັດຄວາມຈິງ ແລະ ບັນລຸຄວາມລອດພົ້ນ. ສະນັ້ນ ເຈົ້າຄວນເຮັດແນວໃດ? (ພວກເຮົາຄວນໃຫ້ຄວາມສຳຄັນກັບຄວາມຈິງທີ່ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າ. ພວກເຮົາບໍ່ຄວນພະຍາຍາມເຂົ້າໃຈຄວາມຈິງດ້ານນີ້ຄືກັບວ່າມັນເປັນພຽງຄວາມຈິງທຳມະດາ.) ປະການໜຶ່ງ, ເຈົ້າຕ້ອງປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍທັດສະນະຄະຕິທີ່ຖືກຕ້ອງ. ນອກຈາກນີ້, ເຈົ້າຕ້ອງກວດສອບວ່າເຈົ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຍັງແດ່ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ກ່ຽວກັບພຣະເຈົ້າ ແລະ ຊອກຮູ້ວິທີການປ່ອຍວາງພວກມັນ. ໃນການມີປະຕິສຳພັນ ແລະ ການຄົບຫາຂອງເຈົ້າກັບພຣະເຈົ້າ, ບໍ່ວ່າຈະໃນຊີວິດປະຈຳວັນ, ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ໃນຂະນະທີ່ເຈົ້າມີປະສົບການໃນຊີວິດຂອງເຈົ້າ, ເຈົ້າຄວນກວດສອບວ່າເຈົ້າມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຍັງແດ່ກ່ຽວກັບພຣະເຈົ້າ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າມີສອງບັນຫານີ້ ຫຼື ບໍ່: ໜຶ່ງຄືການປຽບທຽບພຣະເຈົ້າທີ່ບັງເກີດເປັນເນື້ອໜັງກັບພຣະເຈົ້າໃນສະຫວັນ ແລະ ອີກຢ່າງໜຶ່ງຄືການຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ການກວດສອບສອງບັນຫານີ້ສາມາດເຮັດໃຫ້ເຈົ້າຮັບຮູ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການບາງຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ ຫຼື ຄົ້ນຫາວ່າມີບັນຫາຫຍັງແດ່ລະຫວ່າງເຈົ້າ ແລະ ພຣະເຈົ້າ; ຫຼື ມັນຍັງສາມາດຊ່ວຍໃຫ້ເຈົ້າຄົ້ນພົບຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງບາງຢ່າງຂອງເຈົ້າ ແລະ ທັດສະນະຄະຕິທີ່ບໍ່ຖືກຕ້ອງທີ່ມີຕໍ່ພຣະເຈົ້າ. ຈຸດປະສົງຂອງການກວດສອບຕົນເອງແບບນີ້ແມ່ນເພື່ອຊ່ວຍໃຫ້ເຈົ້າຮັບຮູ້ຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ຜິດພາດຕ່າງໆຂອງເຈົ້າກ່ຽວກັບພຣະເຈົ້າຢ່າງຊັດເຈນ, ເພື່ອທີ່ເຈົ້າຈະສາມາດປະຖິ້ມພວກມັນໄດ້ ແລະ ປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ ແລະ ຕົວພຣະເຈົ້າເອງດ້ວຍຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ, ດ້ວຍທັດສະນະຄະຕິທີ່ຖືກຕ້ອງ ແລະ ດ້ວຍວິທີການທີ່ຖືກຕ້ອງ. ມີພຽງແຕ່ການປະຕິບັດດ້ວຍວິທີນີ້ເທົ່ານັ້ນ ຄວາມສຳພັນລະຫວ່າງເຈົ້າ ແລະ ພຣະເຈົ້າຈຶ່ງນັບມື້ນັບເປັນປົກກະຕິ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້, ແມ່ນບໍ? (ແມ່ນແລ້ວ.) ຖ້າເຈົ້າປະຕິບັດດ້ວຍວິທີນີ້, ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະຄ່ອຍໆພັດທະນາໄປໂດຍອີງໃສ່ຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ ແລະ ບົນພື້ນຖານຂອງມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ມີພຽງແຕ່ຫຼັງຈາກທີ່ບັນລຸມາດຕະຖານນີ້ແລ້ວເທົ່ານັ້ນ ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າຈຶ່ງນັບມື້ນັບເປັນປົກກະຕິຫຼາຍຂຶ້ນເລື້ອຍໆ. ຄຳວ່າ “ປົກກະຕິ” ໃນທີ່ນີ້ໝາຍເຖິງຫຍັງ? ພວກເຈົ້າຮູ້ບໍ? (ມັນໝາຍຄວາມວ່າມະນຸດສາມາດວາງຕົນໃນຖານະຂອງສິ່ງທີ່ຖືກສ້າງໄດ້ດີຂຶ້ນ ໃນລັກສະນະທີ່ເຂົາປະຕິບັດຕໍ່ພຣະຜູ້ສ້າງ. ເຂົາບໍ່ມີຄວາມລະແວງ ແລະ ຄວາມສົງໄສຕໍ່ພຣະເຈົ້າອີກຕໍ່ໄປ, ແຕ່ສາມາດປະຕິບັດຕໍ່ພຣະເຈົ້າດ້ວຍຄວາມເປີດເຜີຍ ແລະ ຄວາມຊື່ສັດ.) ມີໃຜມີຫຍັງໃຫ້ເພີ່ມເຕີມອີກບໍ? (ຫຼັງຈາກທີ່ຄວາມສຳພັນຂອງຄົນໃດຄົນໜຶ່ງກັບພຣະເຈົ້ານັບມື້ນັບເປັນປົກກະຕິ, ເຂົາບໍ່ພຽງແຕ່ບໍ່ລະແວງ ຫຼື ສົງໄສພຣະເຈົ້າອີກຕໍ່ໄປເທົ່ານັ້ນ, ແຕ່ເຂົາຍັງບໍ່ຮຽກຮ້ອງຈາກພຣະເຈົ້າອີກຕໍ່ໄປ, ບໍ່ມີຄວາມປາຖະໜາທີ່ເກີນຕົວ ແລະ ສາມາດອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າຢ່າງແທ້ຈິງ.) ພວກເຈົ້າເວົ້າໄດ້ຖືກຈຸດແລ້ວ. ການສະແດງອອກຂັ້ນສຸດທ້າຍທີ່ເຫັນໄດ້ໃນຜູ້ຄົນທີ່ບັນລຸຄວາມລອດພົ້ນກໍຄືພວກເຂົາສາມາດຢືນຢູ່ໃນຖານະທີ່ຖືກຕ້ອງຂອງສິ່ງທີ່ຖືກສ້າງ ແລະ ອ່ອນນ້ອມຕໍ່ພຣະຜູ້ສ້າງ. ເມື່ອມະນຸດອ່ອນນ້ອມຕໍ່ພຣະເຈົ້າ, ເຂົາກໍນະມັດສະການພຣະເຈົ້າຢ່າງແທ້ຈິງ; ມີພຽງແຕ່ໂດຍການນະມັດສະການພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ເຂົາຈຶ່ງຈະສາມາດບັນລຸຄວາມຢຳເກງພຣະເຈົ້າ ແລະ ມາຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍຢ່າງແທ້ຈິງ. ສະນັ້ນ, ເມື່ອເວົ້າເຖິງປະເພດຂອງຄວາມສຳພັນທີ່ມະນຸດມີກັບພຣະເຈົ້າ ຫຼື ປະເພດຂອງຄວາມສຳພັນທີ່ພວກເຂົາສ້າງຂຶ້ນກັບພຣະເຈົ້າ, ມັນຂຶ້ນຢູ່ກັບຫຍັງ? ມັນຂຶ້ນຢູ່ກັບການໄລ່ຕາມເສາະຫາຂອງມະນຸດ ແລະ ທັດສະນະຄະຕິຂອງເຂົາທີ່ມີຕໍ່ພຣະເຈົ້າ ແລະ ຂຶ້ນຢູ່ກັບວ່າເຂົາຮູ້ຈັກພຣະເຈົ້າຫຼາຍສໍ່າໃດ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະອົງ ແລະ ຄວາມປາຖະໜາທີ່ເກີນຕົວຕໍ່ພຣະອົງ, ແລ້ວເຖິງແມ່ນວ່າເຈົ້າຈະສາມາດປະຕິບັດຄວາມຈິງບາງຢ່າງ ແລະ ປະຕິບັດໜ້າທີ່ບາງຢ່າງທີ່ສິ່ງທີ່ຖືກສ້າງຄວນເຮັດ, ເມື່ອເວົ້າເຖິງຄວາມສຳພັນຂອງເຈົ້າກັບພຣະເຈົ້າແລ້ວ, ໜ້າທີ່ທີ່ເຈົ້າປະຕິບັດ ຫຼື ຄວາມຈິງທີ່ເຈົ້າປະຕິບັດນັ້ນກໍມີຈຳກັດຫຼາຍ. ຕົວຢ່າງ: ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າສາມາດປະຖິ້ມສິ່ງຕ່າງໆ ແລະ ສະລະຕົນເອງ ແລະ ທົນທຸກ ແລະ ຈ່າຍລາຄາ ຫຼື ເຈົ້າສາມາດເຮັດວຽກງານບາງຢ່າງທີ່ຢູ່ພາຍໃນຂອບເຂດຄວາມສາມາດຂອງເຈົ້າໃນຄຣິສຕະຈັກ. ແຕ່ເມື່ອພຣະເຈົ້າເຮັດສິ່ງຕ່າງໆຕໍ່ເຈົ້າທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ ຫຼື ເມື່ອພຣະອົງພາກເອົາບາງຢ່າງໄປຈາກເຈົ້າ ຫຼື ຕີສອນ ແລະ ລົງວິໄນເຈົ້າ, ເຈົ້າສາມາດອ່ອນນ້ອມໄດ້ບໍ? ຖ້າເຈົ້າມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຈົ້າກໍຈະວາງຕົນໃນຖານະຂອງສິ່ງທີ່ຖືກສ້າງຢ່າງເປັນທຳມະຊາດທີ່ສຸດ ແລະ ມີທັດສະນະຄະຕິແຫ່ງການອ່ອນນ້ອມ. ແຕ່ຖ້າເຈົ້າບໍ່ມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເມື່ອເຈົ້າປະເຊີນກັບສິ່ງທີ່ບໍ່ເປັນໄປຕາມທີ່ເຈົ້າປາຖະໜາ ຫຼື ເມື່ອເຈົ້າປະເຊີນກັບສິ່ງທີ່ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວຂອງເຈົ້າ, ເຈົ້າກໍຈະເກີດມີຄວາມຄິດທຸກປະເພດ ແລະ ຄວາມຄິດຫຼົງຜິດ ແລະ ຈິນຕະນາການທຸກປະເພດກ່ຽວກັບພຣະເຈົ້າຢ່າງເປັນທຳມະຊາດທີ່ສຸດ. ດ້ວຍວິທີນີ້, ມັນຈະຍາກຫຼາຍສຳລັບເຈົ້າ ໃນຖານະສິ່ງທີ່ຖືກສ້າງ ທີ່ຈະບັນລຸການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ເຖິງແມ່ນວ່າເຈົ້າມີການອ່ອນນ້ອມແບບຜິວເຜີນບາງຢ່າງ ຫຼື ຄວາມເຕັມໃຈທີ່ຈະອ່ອນນ້ອມ, ຖ້າມັນບໍ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ, ແລ້ວການອ່ອນນ້ອມນີ້ຂອງເຈົ້າກໍບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ຖ້າການອ່ອນນ້ອມຂອງເຈົ້ານີ້ເກີດຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດທັງໝົດ, ຂັດແຍ້ງກັບຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ກ່ຽວກັບວຽກງານຂອງພຣະເຈົ້າ ແລະ ລະເມີດຫຼັກການຄວາມຈິງ, ແລ້ວມັນກໍເປັນການອ່ອນນ້ອມທີ່ມີການເຈືອປົນ; ມັນບໍ່ແມ່ນການອ່ອນນ້ອມທີ່ແທ້ຈິງ ແລະ ມັນບໍ່ແມ່ນການອ່ອນນ້ອມທີ່ພຣະເຈົ້າຕ້ອງການ. ພຣະເຈົ້າບໍ່ຮັບຮອງການອ່ອນນ້ອມດັ່ງກ່າວ. ໃນສາຍຕາຂອງພຣະອົງ, ເຈົ້າຂາດການອ່ອນນ້ອມໂດຍສິ້ນເຊີງ. ຖ້າເຈົ້າບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ໂດຍພື້ນຖານແລ້ວ ສິ່ງທີ່ເອີ້ນວ່າ “ການໄລ່ຕາມເສາະຫາ” ແລະ ສິ່ງທີ່ເອີ້ນວ່າ “ການປະຕິບັດຄວາມຈິງ” ຂອງເຈົ້າ ລົ້ມເຫຼວໃນການຊ່ວຍໃຫ້ເຈົ້າສ້າງຄວາມສຳພັນກັບພຣະເຈົ້າ ເຊິ່ງເປັນຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ໃນສິ່ງທີ່ເຈົ້າເຮັດສ່ວນໃຫຍ່, ເຈົ້າກຳລັງດຳລົງຊີວິດຢູ່ທ່າມກາງຄວາມປາຖະໜາ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການສ່ວນຕົວຂອງເຈົ້າ ເຊິ່ງບໍ່ສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ. ໃນທີ່ສຸດແລ້ວ ການບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າກໍນຳໄປສູ່ສິ່ງໜຶ່ງ: ສິ່ງທີ່ເຈົ້າເຮັດ ແລະ ສິ່ງທີ່ເຈົ້າປະຕິບັດນັ້ນຫ່າງໄກຈາກສິ່ງທີ່ພຣະເຈົ້າຮຽກຮ້ອງຢູ່ຫຼາຍ ແລະ ເຈົ້າດຳລົງຊີວິດຢູ່ທ່າມກາງຄວາມຄິດເຂົ້າຂ້າງຕົນເອງຂອງເຈົ້າ ຫຼື ທ່າມກາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ. ໃນທີ່ສຸດແລ້ວ, ສິ່ງທີ່ເຈົ້າເຮັດ ແລະ ປະຕິບັດ ພ້ອມທັງເສັ້ນທາງທີ່ເຈົ້າຍ່າງ ຈະບໍ່ສາມາດນຳພາເຈົ້າໃຫ້ເລີ່ມກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ ແລະ ບັນລຸຄວາມລອດພົ້ນໄດ້. ແລ້ວການກະທຳຂອງເຈົ້າຈະບໍ່ສູນເປົ່າບໍ? (ແມ່ນແລ້ວ.) ພາຍໃຕ້ສະຖານະການເຫຼົ່ານີ້, ການກະທຳຂອງເຈົ້າກໍຈະສູນເປົ່າ. ແລ້ວໂດຍພື້ນຖານແລ້ວ ເຈົ້າຈະບໍ່ໄດ້ຮັບຫຍັງເລີຍບໍຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າຕະຫຼອດຫຼາຍປີທີ່ຜ່ານມາ? (ແມ່ນແລ້ວ.) ເຫດຜົນຂອງການບໍ່ໄດ້ຮັບຫຍັງເລີຍແມ່ນຫຍັງ? (ຜູ້ຄົນຍ່າງໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ ໃນຂະນະທີ່ດຳລົງຊີວິດຢູ່ທ່າມກາງຄວາມປາຖະໜາ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການສ່ວນຕົວຂອງພວກເຂົາຢູ່ສະເໝີ.) ຂໍ້ເທັດຈິງທີ່ວ່າເຈົ້າບໍ່ໄດ້ຮັບຫຍັງເລີຍຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ບໍ່ແມ່ນຍ້ອນວ່າເຈົ້າບໍ່ໄດ້ຈ່າຍລາຄາ, ບໍ່ເຕັມໃຈທີ່ຈະທົນທຸກ ຫຼື ບໍ່ເຕັມໃຈທີ່ຈະສະລະຕົນເອງ ແລະ ແຮງໄກທີ່ມັນຈະເປັນຍ້ອນວ່າເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ. ແລ້ວເຫດຜົນແມ່ນຫຍັງ? ມັນເປັນຍ້ອນວ່າ ໃນລະຫວ່າງທີ່ທົນທຸກ ແລະ ຈ່າຍລາຄາ, ປະຖິ້ມສິ່ງຕ່າງໆ ແລະ ສະລະຕົນເອງ ພ້ອມທັງປະຕິບັດໜ້າທີ່ຂອງຕົນ, ສິ່ງທີ່ເຈົ້າເຮັດສ່ວນໃຫຍ່ແມ່ນເຮັດໄປຍ້ອນຄວາມຄິດເຂົ້າຂ້າງຕົນເອງຂອງເຈົ້າເທົ່ານັ້ນ ແລະ ເຈົ້າເຮັດສິ່ງນັ້ນໃນຂະນະທີ່ເຈົ້າກຳລັງດຳລົງຊີວິດຢູ່ທ່າມກາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ, ແທນທີ່ຈະກະທຳຕາມຂໍ້ກຳນົດຂອງພຣະເຈົ້າ. ແຕ່ເຈົ້າຄອຍເຊື່ອຢູ່ສະເໝີວ່າເຈົ້າກຳລັງເຮັດຕາມຂໍ້ກຳນົດຂອງພຣະເຈົ້າ. ຍ້ອນວ່າຄວາມເຊື່ອນີ້ຂອງເຈົ້າເຕັມໄປດ້ວຍຄວາມຄິດຫຼົງຜິດ, ໃນທີ່ສຸດ ເຈົ້າຈຶ່ງບໍ່ສາມາດໄດ້ຮັບຄວາມຈິງ ແລະ ບັນລຸຜົນແຫ່ງຄວາມລອດພົ້ນ. ດັ່ງນັ້ນ ການກະທຳທັງໝົດຂອງເຈົ້າຈຶ່ງສູນເປົ່າ. ຖ້າຄົນໃດຄົນໜຶ່ງມາຮອດຈຸດນີ້ໃນທີ່ສຸດ, ພວກເຈົ້າຈະບໍ່ເວົ້າບໍວ່ານັ້ນເປັນສິ່ງທີ່ໜ້າເສຍດາຍຫຼາຍ? (ແມ່ນແລ້ວ.) ໃນທາງຜິວເຜີນແລ້ວ, ມັນເບິ່ງຄືວ່າຜູ້ຄົນກຳລັງປະຕິບັດໜ້າທີ່ຂອງຕົນ, ເທດສະໜາພຣະທຳຂອງພຣະເຈົ້າ ພ້ອມທັງທົນທຸກ ແລະ ຈ່າຍລາຄາ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາກຳລັງຕິດຕາມ ແລະ ຮັບໃຊ້ພຣະເຈົ້າໃນຂະນະທີ່ມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງ ພ້ອມທັງມີຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ບໍ່ຖືກຕ້ອງຫຼາຍຢ່າງ. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າໂດຍມີສິ່ງເຈືອປົນເຫຼົ່ານີ້, ໃນທີ່ສຸດ ເມື່ອພຣະເຈົ້າທົດສອບເຈົ້າ, ເຈົ້າກໍຈະບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງກະທຳແບບນີ້ ຫຼື ພຣະເຈົ້າຄາດຫວັງຫຍັງຈາກເຈົ້າ ແລະ ພຣະອົງຕັ້ງໃຈທີ່ຈະບັນລຸຜົນຫຍັງໃນຕົວເຈົ້າໂດຍການທົດສອບເຈົ້າແບບນີ້. ໃນທີ່ສຸດ, ເມື່ອພຣະເຈົ້າທົດສອບເຈົ້າ, ຄຳເວົ້າທີ່ເຈົ້າເວົ້າຕໍ່ພຣະເຈົ້າ ແລະ ຄຳອະທິຖານຂອງເຈົ້າກໍຈະເຕັມໄປດ້ວຍຄຳຈົ່ມວ່າ, ຄວາມບໍ່ຢັ່ງຮູ້ ແລະ ຄວາມສົງໄສ ແລະ ເຖິງຂັ້ນເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມເຈັບປວດ ພ້ອມທັງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ. ແລ້ວການໄລ່ຕາມເສາະຫາຂອງເຈົ້າຕະຫຼອດເວລາທີ່ຜ່ານມານີ້ຈະບໍ່ສົ່ງຜົນໃຫ້ເກີດຄວາມລົ້ມເຫຼວບໍ ແລະ ຄວາມທຸກທໍລະມານທີ່ເຈົ້າໄດ້ອົດທົນ ແລະ ລາຄາທີ່ເຈົ້າໄດ້ຈ່າຍໄປນັ້ນຈະບໍ່ສູນເປົ່າບໍ? (ແມ່ນແລ້ວ.) ຕົວຢ່າງ: ສົມມຸດວ່າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ໄດ້ອົດທົນກັບຄວາມຍາກລຳບາກ ແລະ ຈ່າຍລາຄາຢູ່ສະເໝີ; ພາຍນອກແລ້ວ ເຈົ້າໄດ້ເຮັດທຸກສິ່ງທີ່ພຣະເຈົ້າບອກໃຫ້ເຈົ້າເຮັດ ແລະ ຍຶດໝັ້ນກັບພຣະທຳເຫຼົ່ານີ້. ແຕ່ມື້ໜຶ່ງ, ການທົດສອບທີ່ຄືກັບການທົດສອບຂອງໂຢບເກີດຂຶ້ນກັບເຈົ້າ ແລະ ເຈົ້າກໍເກີດຄວາມສົງໄສຂຶ້ນມາທັນທີວ່າ “ຄວາມເຊື່ອຂອງຂ້ອຍອາດຈະຜິດບໍ? ຂ້ອຍອາດຈະກຳລັງຍ່າງໃນເສັ້ນທາງທີ່ຜິດບໍ? ເປັນຫຍັງພຣະເຈົ້າຈຶ່ງຈັດສະພາບແວດລ້ອມແບບນີ້ໃຫ້ຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງເຮັດວຽກງານປະເພດນີ້ໃນຂ້ອຍ? ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ສິ່ງແບບນີ້ເກີດຂຶ້ນກັບຂ້ອຍ?” ເຈົ້າບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນ. ໃນດ້ານໜຶ່ງ, ຕາມອັດຕະວິໄສແລ້ວ, ມີຫຼາຍສິ່ງທີ່ເຈົ້າບໍ່ເຂົ້າໃຈ. ນອກຈາກນີ້, ບັນຫາທີ່ໃຫຍ່ທີ່ສຸດທີ່ຜູ້ຄົນມີແມ່ນຫຍັງ? ເມື່ອພວກເຂົາປະເຊີນກັບສິ່ງຕ່າງໆ, ສິ່ງດຽວທີ່ພວກເຂົາຮູ້ຈັກເຮັດກໍຄືການອະທິຖານ ແລະ ພະຍາຍາມເຮັດໃຫ້ຕົນເອງຫຼຸດພົ້ນຈາກສະຖານະການເຫຼົ່ານີ້. ຄົນທີ່ດີຂຶ້ນມາໜ້ອຍໜຶ່ງກໍຈະພະຍາຍາມຮູ້ຈັກຕົນເອງເພື່ອຊອກຮູ້ວ່າພວກເຂົາໄດ້ລ່ວງເກີນພຣະເຈົ້າ ຫຼື ບໍ່, ພຣະເຈົ້າກຳລັງລົງວິໄນພວກເຂົາ ຫຼື ບໍ່, ມີສິ່ງໃດກ່ຽວກັບຕົວພວກເຂົາເອງທີ່ບໍ່ກົງກັນກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່ ຫຼື ການກະທຳ ແລະ ພຶດຕິກຳຂອງພວກເຂົາເຮັດໃຫ້ພຣະເຈົ້າລັງກຽດ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເມື່ອຄົນສ່ວນໃຫຍ່ພົບພໍ້ກັບສິ່ງດັ່ງກ່າວ, ພວກເຂົາບໍ່ຮູ້ວ່າ ໃນແງ່ບວກແລ້ວ ຈະເຮັດສ່ວນຂອງພວກເຂົາຢ່າງຫ້າວຫັນສຳລັບວຽກງານຂອງພຣະເຈົ້າ ແລະ ຮ່ວມມືກັບພຣະເຈົ້າແນວໃດ, ຈະປະຕິບັດຕາມຫຼັກການທີ່ສິ່ງທີ່ຖືກສ້າງຄວນປະຕິບັດຕາມ ຫຼື ຕາມຄຳແນະນຳຂອງພຣະຜູ້ສ້າງແນວໃດ ຫຼື ຈະສະແຫວງຫາເສັ້ນທາງແຫ່ງການປະຕິບັດ ແລະ ຫຼັກການຄວາມຈິງຢ່າງຫ້າວຫັນເພື່ອແກ້ໄຂບັນຫາທີ່ກຳລັງກ່າວເຖິງແນວໃດ. ສິ່ງນີ້ເກີນຄວາມສາມາດຂອງຄົນສ່ວນໃຫຍ່. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.) ເຈົ້າເຫັນບໍວ່າ ເມື່ອຜູ້ຄົນພົບພໍ້ກັບສິ່ງຕ່າງໆ, ພວກເຂົາພະຍາຍາມຊອກຫາສາເຫດໃນບ່ອນຕ່າງໆ, ພວກເຂົາອາດຫັນມາກວດສອບຕົນເອງ, ພວກເຂົາອາດພະຍາຍາມຊອກຫາສາເຫດທີ່ພາວະວິໄສ, ພວກເຂົາອາດພະຍາຍາມຫາຂໍ້ອ້າງບາງຢ່າງທີ່ພວກເຂົາສາມາດໃຊ້ເພື່ອໂຕ້ແຍ້ງ ແລະ ແກ້ຕົວໃຫ້ກັບຕົນເອງ ຫຼື ພວກເຂົາອາດສົງໄສຄົນອື່ນ ແລະ ຊອກຫາສາເຫດຈາກພວກເຂົາ. ແຕ່ມີໜ້ອຍຄົນຫຼາຍທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຫຼັກການຄວາມຈິງຢ່າງຫ້າວຫັນ ແລະ ແກ້ໄຂບັນຫາຢ່າງຫ້າວຫັນ. ໃນທີ່ສຸດ, ເມື່ອພຣະເຈົ້າກຳຈັດສະຖານະການ ຫຼື ສະພາບແວດລ້ອມທີ່ຜູ້ຄົນກຳລັງປະເຊີນຢູ່, ຜູ້ຄົນສາມາດໄດ້ຮັບຫຼາຍສໍ່າໃດ? ຄົນສ່ວນໃຫຍ່ຮູ້ພຽງແຕ່ວ່າພວກເຂົາຕ້ອງລະມັດລະວັງໃນຄັ້ງຕໍ່ໄປທີ່ພວກເຂົາປະເຊີນກັບສິ່ງດັ່ງກ່າວ ແລະ ພວກເຂົາຮູ້ພຽງແຕ່ວິທີຫຼີກລ່ຽງ ຫຼື ຫາທາງຮັບມືກັບສິ່ງເຫຼົ່ານີ້ ເມື່ອມີສັນຍານວ່າພວກມັນອາດເກີດຂຶ້ນອີກ. ແຕ່ມີໜ້ອຍຄົນຫຼາຍທີ່ໄຕ່ຕອງວ່າພວກເຂົາຄວນຮ່ວມມືຢ່າງຫ້າວຫັນແນວໃດ ເມື່ອພວກເຂົາປະເຊີນກັບສິ່ງດັ່ງກ່າວ, ຄວນປະຕິບັດຕາມຫຼັກການທີ່ພຣະເຈົ້າບອກຜູ້ຄົນແນວໃດ ແລະ ຄວນແກ້ໄຂບັນຫາຕາມຫຼັກການຄວາມຈິງແນວໃດ. ສຳລັບຄົນສ່ວນໃຫຍ່ແລ້ວ ການເຮັດແບບບໍ່ແມ່ນເລື່ອງງ່າຍ, ແມ່ນບໍ? (ແມ່ນແລ້ວ.)
ການໂອ້ລົມກ່ຽວກັບຫົວຂໍ້ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນເອງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ມີຫຍັງກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ? (ມີ.) ມັນກ່ຽວຂ້ອງກັນແນວໃດ? (ຖ້າພວກເຮົາບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພຽງແຕ່ເຊື່ອໃນພຣະເຈົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຮົາເອງ, ໃນທີ່ສຸດ ມັນກໍມີແນວໂນ້ມສູງທີ່ພວກເຮົາຈະຈົບລົງມືເປົ່າ ແລະ ຄວາມພະຍາຍາມທັງໝົດຂອງພວກເຮົາກໍຈະສູນເປົ່າ, ໂດຍທີ່ພວກເຮົາບໍ່ໄດ້ຮັບຫຍັງເລີຍ. ສະນັ້ນ, ຖ້າພວກເຮົາຕ້ອງການກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ, ພວກເຮົາຕ້ອງຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ຄວາມຈິງນີ້ສຳຄັນຫຼາຍ.) ນີ້ຄືສິ່ງທີ່ເຈົ້າຄວນເຂົ້າໃຈໃນແງ່ຂອງທິດສະດີ, ແລ້ວເຈົ້າຄວນປະຕິບັດແນວໃດ? ນີ້ຄືຄຳຖາມທີ່ສຳຄັນ. ຫຼັງຈາກທີ່ເຈົ້າໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ, ເຈົ້າຄວນຈັດການ ແລະ ແກ້ໄຂທຸກສິ່ງໃນຊີວິດຈິງໂດຍອີງໃສ່ຄວາມຮູ້ນີ້ ແລະ ໃຊ້ມັນເພື່ອກຳນົດວ່າຫຼັກການຂອງການປະຕິບັດສຳລັບທຸກສິ່ງຄວນເປັນແນວໃດ. ບໍ່ວ່າເຈົ້າຈະມີຄວາມຮູ້ປະເພດໃດກໍຕາມ, ຈຸດປະສົງຂອງການມີຄວາມຮູ້ນີ້ແມ່ນເພື່ອແກ້ໄຂບັນຫາ, ບໍ່ແມ່ນເພື່ອໃຫ້ເຈົ້າຊຳນານໃນທິດສະດີ. ເຈົ້າເຫັນບໍວ່າ ພວກເຮົາໄດ້ໂອ້ລົມກ່ຽວກັບຫຼາຍຫົວຂໍ້ທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແຕ່ບໍ່ວ່າຈະເປັນຫົວຂໍ້ໃດກໍຕາມ, ມັນກໍກ່ຽວຂ້ອງກັບບັນຫາຕົວຈິງໃນຊີວິດຈິງ. ເມື່ອເຈົ້າປະເຊີນກັບບັນຫາຕົວຈິງເຫຼົ່ານີ້, ເຈົ້າຄວນລອງຄິດພິຈາລະນາກ່ຽວກັບພວກມັນເບິ່ງ. ເຈົ້າຄິດແນວໃດກ່ຽວກັບບັນຫາເຫຼົ່ານີ້? ເຈົ້າມີທັດສະນະຄະຕິຕໍ່ພວກມັນແນວໃດ? ເຈົ້າວາງແຜນທີ່ຈະແກ້ໄຂພວກມັນແນວໃດ? ເຈົ້າພຽງແຕ່ຈະປ່ອຍໃຫ້ພວກມັນຜ່ານໄປ ຫຼື ເຈົ້າຈະສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ? ຖ້າຫຼັງຈາກທີ່ຟັງການໂອ້ລົມຂອງເຮົາກ່ຽວກັບຫົວຂໍ້ເຫຼົ່ານີ້ແລ້ວ ເຈົ້າຈື່ໄດ້ພຽງແຕ່ທິດສະດີບາງຢ່າງ ແຕ່ບໍ່ສາມາດນຳໃຊ້ພຣະທຳຂອງເຮົາເຂົ້າໃນຊີວິດຈິງເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຂອງເຈົ້າໄດ້, ແລ້ວສິ່ງທີ່ເຈົ້າໄດ້ຮັບກໍເປັນພຽງຫຼັກຄຳສອນ ເຊິ່ງບໍ່ມີປະໂຫຍດຫຍັງຕໍ່ເຈົ້າເລີຍ. ແຕ່ຖ້າຫຼັງຈາກທີ່ຟັງການໂອ້ລົມຂອງເຮົາກ່ຽວກັບຫົວຂໍ້ເຫຼົ່ານີ້ແລ້ວ ເຈົ້ານຳໃຊ້ພຣະທຳຂອງເຮົາເຂົ້າໃນຊີວິດຈິງ, ແກ້ໄຂມຸມມອງທີ່ຜິດພາດ ແລະ ທັດສະນະຄະຕິທີ່ຜິດພາດຂອງເຈົ້າກ່ຽວກັບພຣະເຈົ້າ, ກຳຈັດຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້າດີຂຶ້ນ, ແລ້ວສິ່ງທີ່ເຈົ້າໄດ້ຮັບກໍຄືຄວາມຈິງ. ຖ້າເຈົ້າໃຊ້ພຣະທຳ ແລະ ເນື້ອໃນທີ່ເຮົາໄດ້ໂອ້ລົມກັບເຈົ້າເພື່ອແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ, ຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງເຈົ້າ ແລະ ທັດສະນະຄະຕິທີ່ຜິດພາດຂອງເຈົ້າກ່ຽວກັບພຣະເຈົ້າ, ເຈົ້າກໍຈະສາມາດສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າໄດ້. ແຕ່ຖ້າເຈົ້າປະຕິບັດຕໍ່ບັນຫາທີ່ເຈົ້າມີຢ່າງເສີຍເມີຍ ແລະ ບໍ່ສົນໃຈພວກມັນ, ເຈົ້າບໍ່ເຄີຍໄຕ່ຕອງຕົນເອງໂດຍທຽບກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າຮູ້ຢ່າງຊັດເຈນວ່າມີບັນຫາກັບທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແຕ່ກໍບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕົວຈິງນີ້, ແລ້ວພຣະທຳຂອງເຮົາກໍບໍ່ມີຄວາມໝາຍຫຍັງຕໍ່ເຈົ້າ ແລະ ເຈົ້າກໍຟັງພວກມັນໄປລ້າໆ, ແມ່ນບໍ? (ແມ່ນແລ້ວ.) ສະຖານະການຂອງພວກເຈົ້າເປັນແນວໃດ? (ເຖິງແມ່ນວ່າພວກເຮົາຮູ້ວ່າພວກເຮົາບໍ່ຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນຫຼັກຄຳສອນ ແລະ ພວກເຮົາຄວນປະຕິບັດພຣະທຳເຫຼົ່ານັ້ນໃນຊີວິດຈິງ, ການເຂົ້າສູ່ຂອງພວກເຮົາຍັງຂ້ອນຂ້າງຕື້ນເຂີນຢູ່ໃນຕອນນີ້.) ການທີ່ການເຂົ້າສູ່ຊີວິດຂອງເຈົ້າຕື້ນເຂີນນັ້ນບໍ່ແມ່ນສິ່ງທີ່ຕ້ອງກັງວົນ, ຕາບໃດທີ່ເຈົ້າສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງ, ເຈົ້າກໍຈະຄ່ອຍໆບັນລຸການເຂົ້າສູ່ທີ່ເລິກເຊິ່ງຍິ່ງຂຶ້ນ. ບົນພື້ນຖານນີ້, ໃຫ້ຄ່ອຍໆໄຕ່ຕອງສິ່ງຕ່າງໆ ແລະ ກວດສອບຕົນເອງ ແລະ ທຽບຕົນເອງກັບພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍແກ້ໄຂຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງເຈົ້າ ພ້ອມທັງທັດສະນະຄະຕິທີ່ຜິດພາດຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ມາປະຕິບັດ ແລະ ຮູ້ຈັກພຣະເຈົ້າດ້ວຍຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ພ້ອມທັງທັດສະນະຄະຕິທີ່ຖືກຕ້ອງ. ດ້ວຍວິທີນີ້, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະກາຍເປັນປົກກະຕິຫຼາຍຂຶ້ນເລື້ອຍໆເທື່ອລະກ້າວ.
ສິ່ງທີ່ພວກເຮົາໄດ້ເວົ້າກ່ຽວກັບຫົວຂໍ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນບໍ່ແມ່ນນາມມະທຳ ຫຼື ຫວ່າງເປົ່າ. ມັນສະເພາະເຈາະຈົງຫຼາຍ, ກ່ຽວຂ້ອງກັບຊີວິດຈິງ ແລະ ບໍ່ໄດ້ແຍກອອກຈາກຊີວິດຈິງເລີຍ, ນັ້ນຄືເຫດຜົນທີ່ເຮົາເວົ້າວ່າມັນບໍ່ຫວ່າງເປົ່າ ຫຼື ເປັນນາມມະທຳ. ຖ້າເຈົ້າຟັງ ແລະ ໄຕ່ຕອງດ້ວຍຫົວໃຈຂອງເຈົ້າ, ເຈົ້າກໍຈະເລີ່ມເຂົ້າໃຈຢ່າງຊັດເຈນຫຼາຍຂຶ້ນກ່ຽວກັບຄວາມຈິງດ້ານນີ້. ສະຫຼຸບແລ້ວ, ຖ້າຄົນໃດຄົນໜຶ່ງຕ້ອງການໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຕ້ອງການສ້າງຄວາມສຳພັນທີ່ປົກກະຕິລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ, ບົດຮຽນແຫ່ງການຮູ້ຈັກພຣະເຈົ້ານີ້ກໍເປັນສິ່ງທີ່ເຂົາຕ້ອງຮຽນຮູ້ ແລະ ຂະບວນການແຫ່ງການຮູ້ຈັກພຣະເຈົ້າກໍເປັນສິ່ງທີ່ເຂົາຕ້ອງໄດ້ປະສົບ. ບົດຮຽນແຫ່ງການຮູ້ຈັກພຣະເຈົ້ານີ້ຄວນເລີ່ມຕົ້ນດ້ວຍສອງສິ່ງ: ການຮູ້ຈັກຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ມັນຍັງສາມາດເວົ້າໄດ້ອີກວ່າ ບົດຮຽນນີ້ຄວນເລີ່ມຕົ້ນດ້ວຍດ້ານທີ່ເປັນພື້ນຖານທີ່ສຸດທີ່ມີຢູ່. ຫຼັງຈາກທີ່ເຈົ້າໄດ້ສ້າງຄວາມສຳພັນທີ່ປົກກະຕິລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ສ້າງຄວາມສຳພັນທີ່ປົກກະຕິລະຫວ່າງມະນຸດ ແລະ ພຣະເຈົ້າແລ້ວ, ເຈົ້າກໍຈະມີຈຸດຢືນຂອງມະນຸດ ແລະ ປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະທຳ ແລະ ວຽກງານຂອງພຣະອົງ ແລະ ທັດສະນະຄະຕິຫຍັງກໍຕາມທີ່ພຣະອົງມີຕໍ່ເຈົ້າດ້ວຍຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ພ້ອມດ້ວຍທັດສະນະຄະຕິທີ່ຖືກຕ້ອງ. ຫຼັງຈາກທີ່ເຈົ້າໄດ້ສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ນັ້ນກໍຄືຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າແລ້ວ, ມັນກໍບໍ່ໜ້າຈະຍາກເກີນໄປສຳລັບເຈົ້າທີ່ຈະເປີດໃຈ ແລະ ຊື່ສັດຕໍ່ພຣະເຈົ້າ, ເຄົາລົບຕໍ່ພຣະອົງ ແລະ ເຊື່ອຟັງພຣະອົງ, ແມ່ນບໍ? (ແມ່ນແລ້ວ.) ນີ້ຄືເປົ້າໝາຍທີ່ມະນຸດຄວນໄລ່ຕາມເສາະຫາ ແລະ ມັນຍັງເປັນຫຼັກການທີ່ມະນຸດຄວນປະຕິບັດອີກດ້ວຍ. ການສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄວນເລີ່ມຕົ້ນດ້ວຍການມີປະຕິສຳພັນ, ການຄົບຫາ, ການສື່ສານ ແລະ ການພົວພັນກັບພຣະອົງ. ບົນພື້ນຖານນີ້, ເຈົ້າຄວນເສີມສ້າງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສົນທະນາ ແລະ ສື່ສານກັບພຣະອົງເລື້ອຍໆ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ຖ້າການສົນທະນາ, ການສື່ສານ ແລະ ການມີປະຕິສຳພັນກັບພຣະເຈົ້າໃນສະຫວັນເປັນສິ່ງທີ່ຫ່າງໄກຫຼາຍ ແລະ ເຖິງຂັ້ນເອື້ອມບໍ່ເຖິງສຳລັບມະນຸດ ພ້ອມທັງບໍ່ເປັນຈິງ ແລະ ບໍ່ເປັນພາວະວິໄສ, ແລ້ວມະນຸດຈະສາມາດມີປະຕິສຳພັນ, ສື່ສານ ແລະ ຄົບຫາກັບພຣະເຈົ້າບົນພື້ນຖານຂອງການສ້າງຄວາມສຳພັນທີ່ປົກກະຕິກັບພຣະອົງໄດ້ແນວໃດ? ໃນຊ່ວງເວລານີ້ທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກຳລັງເວົ້າ ແລະ ເຮັດວຽກງານ, ເງື່ອນໄຂຕ່າງໆກໍມີຢູ່ເພື່ອໃຫ້ມະນຸດບັນລຸສິ່ງເຫຼົ່ານີ້; ບໍ່ວ່າຈະເປັນໃນຊີວິດ ຫຼື ໃນການເຮັດວຽກ, ເງື່ອນໄຂເຫຼົ່ານີ້ກໍມີພ້ອມແລ້ວ. ເນື່ອງຈາກເງື່ອນໄຂເຫຼົ່ານີ້ມີພ້ອມແລ້ວ, ມະນຸດກໍບໍ່ຄວນພາດໂອກາດນີ້. ນີ້ຄືໂອກາດທີ່ດີສຳລັບມະນຸດທີ່ຈະຝຶກຝົນວິທີການປະຕິບັດຕໍ່ພຣະຜູ້ສ້າງຢ່າງຖືກຕ້ອງ. ຖ້າມະນຸດຄວ້າໂອກາດນີ້ ແລະ ໃຊ້ມັນໃຫ້ເກີດປະໂຫຍດ, ເຂົາກໍຈະມີໂອກາດ ແລະ ວິທີການທີ່ຈະເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າໃນສະຫວັນໃນລັກສະນະທີ່ສຳພັນກັບຊີວິດຈິງຫຼາຍຂຶ້ນ. ສຳລັບມະນຸດແລ້ວ, ການເຂົ້າໃຈ ແລະ ການຮູ້ຈັກພຣະເຈົ້າໃນສະຫວັນກໍກາຍເປັນສິ່ງທີ່ບໍ່ຄຸມເຄືອ ແລະ ຫວ່າງເປົ່າອີກຕໍ່ໄປ ແລະ ແນ່ນອນວ່າ ມັນບໍ່ແມ່ນສິ່ງທີ່ເຂົາໄດ້ແຕ່ຄິດ ແຕ່ບໍ່ສາມາດບັນລຸໄດ້ອີກຕໍ່ໄປ. ໃນລະຫວ່າງທີ່ມະນຸດເຂົ້າມາພົວພັນ ແລະ ຄົບຫາກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ໃນດ້ານໜຶ່ງ ພວກເຂົາກໍຄ່ອຍໆຮຽນຮູ້ກ່ຽວກັບຕົນເອງ ແລະ ເລີ່ມຮູ້ຈັກຄວາມຄິດຫຼົງຜິດ ແລະ ຈິນຕະນາການຕ່າງໆທີ່ພວກເຂົາມີກ່ຽວກັບພຣະເຈົ້າ. ນອກຈາກນີ້, ພວກເຂົາຍັງຄ່ອຍໆຮຽນຮູ້ກ່ຽວກັບຄວາມຍິນດີ, ຄວາມໂກດຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະເຈົ້າ, ທັດສະນະຄະຕິຕ່າງໆຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ຫຼັກການ ແລະ ວິທີການທີ່ພຣະເຈົ້າເວົ້າ ແລະ ເຮັດວຽກງານ ພ້ອມທັງຈຸດປະສົງຂອງພຣະອົງໃນການເຮັດເຊັ່ນນັ້ນ. ສິ່ງທີ່ສຳຄັນໃນທີ່ນີ້ຄືການເຮັດໃຫ້ມະນຸດ, ຜ່ານສິ່ງທີ່ເຂົາເຫັນດ້ວຍຕາຂອງເຂົາ, ໄດ້ຍິນດ້ວຍຫູຂອງເຂົາ ແລະ ສຳຜັດດ້ວຍຫົວໃຈຂອງເຂົາ, ສາມາດເຂົ້າໃຈດ້ານຕ່າງໆຂອງພຣະທຳ ແລະ ການກະທຳຂອງພຣະເຈົ້າຢ່າງສຳພັນກັບຊີວິດຈິງ ແລະ ຖືກຕ້ອງຫຼາຍຂຶ້ນ. ພາຍໃຕ້ສະຖານະການເຫຼົ່ານີ້, ມະນຸດຈະບໍ່ດຳລົງຊີວິດຢູ່ທ່າມກາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຂົາກ່ຽວກັບພຣະເຈົ້າອີກຕໍ່ໄປ. ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງໃນຍຸກສຸດທ້າຍ, ເຖິງແມ່ນວ່າມະນຸດຍັງຄົງເຊື່ອໃນອົງພຣະເຢຊູເຈົ້າແຫ່ງຍຸກແຫ່ງພຣະຄຸນ ແລະ ໄດ້ເຮັດເຊັ່ນນັ້ນມາຫຼາຍປີ, ຄວາມເຂົ້າໃຈ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍເກືອບຈະເປັນສູນ; ເຂົາຈະບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ສະນັ້ນ, ຈຶ່ງບໍ່ມີໃຜໃນໂລກທາງສາສະໜາທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າທີ່ໄດ້ຮັບໂດຍຄົນທີ່ຍອມຮັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແຫ່ງຍຸກສຸດທ້າຍນັ້ນແຕກຕ່າງກັນ; ຄົນທີ່ມີຄວາມຮູ້ນີ້ກໍຮູ້ຈັກພຣະເຈົ້າຫຼາຍກວ່າຄົນທີ່ເຊື່ອໃນອົງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ. ເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງແຫ່ງຍຸກສຸດທ້າຍໄດ້ເຮັດວຽກງານມາເປັນເວລາດົນນານ, ສະແດງຄວາມຈິງຫຼາຍຢ່າງ, ເຮັດວຽກງານຈຳນວນຫຼວງຫຼາຍ, ໄດ້ມີປະຕິສຳພັນ, ຄົບຫາ ແລະ ດຳລົງຊີວິດຮ່ວມກັບມະນຸດມາເປັນເວລາດົນນານ ແລະ ເຂົ້າມາພົວພັນກັບຜູ້ຄົນຫຼາກຫຼາຍປະເພດ, ດັ່ງນັ້ນ ເງື່ອນໄຂສຳລັບມະນຸດໃນການເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າຈຶ່ງເອື້ອອຳນວຍຫຼາຍຂຶ້ນ. ນັ້ນກໍຄື ການບັງເກີດເປັນເນື້ອໜັງຄັ້ງນີ້ໄດ້ສະໜອງເງື່ອນໄຂ ແລະ ໂອກາດທີ່ເອື້ອອຳນວຍຫຼາຍຂຶ້ນໃຫ້ແກ່ມະນຸດ ໃນການເລີ່ມພົວພັນກັບພຣະເຈົ້າ, ເຮັດໃຫ້ເຂົາສາມາດໄດ້ຍິນສຽງຂອງພຣະເຈົ້າດ້ວຍຫູຂອງເຂົາເອງ ແລະ ເຫັນທຸກການເຄື່ອນໄຫວຂອງພຣະເຈົ້າ, ຄວາມຍິນດີ, ຄວາມໂກດຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະເຈົ້າດ້ວຍຕາຂອງເຂົາເອງ ພ້ອມທັງລາຍລະອຽດຫຼາຍຢ່າງໃນດ້ານຕ່າງໆຂອງຊີວິດປະຈຳວັນຂອງພຣະເຈົ້າ. ນອກເໜືອຈາກຮູບລັກສະນະພາຍນອກແຫ່ງຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ມະນຸດສາມາດເລີ່ມພົວພັນ, ລາຍລະອຽດທີ່ກ່ຽວຂ້ອງກັບຊີວິດຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງກໍຄວນພຽງພໍທີ່ຈະເຮັດໃຫ້ມະນຸດມີຄວາມເຂົ້າໃຈທີ່ເລິກເຊິ່ງຫຼາຍຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ແນ່ນອນວ່າ ຄວາມເຂົ້າໃຈທີ່ເລິກເຊິ່ງຫຼາຍຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນນີ້ຄວນເຮັດໃຫ້ມະນຸດສາມາດສ້າງຄວາມສຳພັນທີ່ດີຂຶ້ນ ແລະ ປົກກະຕິຂຶ້ນກັບພຣະເຈົ້າ ແລະ ຫຼຸດພົ້ນຈາກຄວາມຄິດຫຼົງຜິດ ແລະ ຈິນຕະນາການຕ່າງໆ, ໂດຍປະຖິ້ມຄວາມຄິດຫຼົງຜິດ ແລະ ຈິນຕະນາການທັງໝົດທີ່ເຂົາມີກ່ຽວກັບພຣະເຈົ້າ. ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ບໍ່ວ່າເຮົາຈະໂອ້ລົມກ່ຽວກັບຫຍັງກໍຕາມ, ຈຸດມຸ່ງໝາຍຂອງການໂອ້ລົມກໍຄືເພື່ອຊ່ວຍໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າໄດ້ດີຂຶ້ນ. ແນ່ນອນວ່າ ເຮົາບໍ່ເຄີຍເວົ້າກ່ຽວກັບຄອບຄົວຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຖານະບຸກຄົນ, ການສຶກສາທີ່ພຣະອົງໄດ້ຮັບ ຫຼື ສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ຂຶ້ນມາ ແລະ ແຮງໄກທີ່ເຮົາຈະເຄີຍເວົ້າກ່ຽວກັບປະຫວັດຄອບຄົວຂອງພຣະອົງ, ຮີດຄອງປະເພນີຄອບຄົວຂອງພຣະອົງ, ສະພາບແວດລ້ອມໃນເຮືອນຂອງພຣະອົງ ຫຼື ວິຖີຊີວິດສະເພາະ ແລະ ວິທີການສຶກສາທີ່ຄອບຄົວຂອງພຣະອົງປັບໃຊ້. ແນ່ນອນວ່າ ເຮົາກໍບໍ່ເຄີຍບອກພວກເຈົ້າວ່າເຮົາມີບຸກຄະລິກລັກສະນະແບບໃດ ຫຼື ນິໄສການດຳລົງຊີວິດຂອງເຮົາເປັນແນວໃດ ແລະ ເຮົາບໍ່ເຄີຍເວົ້າກ່ຽວກັບລາຍລະອຽດເລັກໆນ້ອຍໆໃນຊີວິດຂອງເຮົາທີ່ກ່ຽວຂ້ອງກັບສິ່ງຈຳເປັນພື້ນຖານ. ກົງກັນຂ້າມ ເຮົາໄດ້ເວົ້າກ່ຽວກັບຫຍັງ? (ຫຼັກການບາງຢ່າງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນ ແລະ ເຮັດສິ່ງຕ່າງໆ.) ບໍ່ວ່າຈະເປັນການຍົກຕົວຢ່າງ, ການເວົ້າກ່ຽວກັບຂໍ້ເທັດຈິງໃນບາງດ້ານ ຫຼື ການເວົ້າກ່ຽວກັບຄວາມຈິງບາງດ້ານ, ທຸກສິ່ງທີ່ເຮົາໄດ້ເວົ້າກວມລວມລ້ວນແຕ່ກ່ຽວຂ້ອງກັບວຽກງານຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອັດຕະລັກຂອງພຣະເຈົ້າ; ມັນລ້ວນແຕ່ກ່ຽວຂ້ອງກັບຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ. ເຖິງແມ່ນວ່າເຮົາຈະຍົກບາງຕົວຢ່າງທີ່ກ່ຽວຂ້ອງກັບສິ່ງຈຳເປັນພື້ນຖານ, ຈຸດມຸ່ງໝາຍຂອງເຮົາກໍບໍ່ແມ່ນເພື່ອໃຫ້ພວກເຈົ້າຈົດຈໍ່ກັບສິ່ງທີ່ເຮົາກິນ, ສິ່ງທີ່ເຮົານຸ່ງ ຫຼື ນິໄສການດຳລົງຊີວິດຂອງເຮົາເປັນແນວໃດ, ແຕ່ເພື່ອຊ່ວຍໃຫ້ພວກເຈົ້າຮູ້ວ່າຫຼັກການຂອງພຣະເຈົ້າໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆແມ່ນຫຍັງ ເມື່ອພຣະອົງສະເດັດມາໃນເນື້ອໜັງ ແລະ ດຳລົງຊີວິດຮ່ວມກັບຜູ້ຄົນ. ເຖິງແມ່ນວ່າສິ່ງທີ່ເຮົາເວົ້າຈະກ່ຽວຂ້ອງກັບວິຖີການດຳລົງຊີວິດບາງຢ່າງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ມັນກໍເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈມຸມມອງ ແລະ ຫຼັກການຂອງພຣະອົງກ່ຽວກັບສິ່ງເຫຼົ່ານີ້, ເຂົ້າໃຈ ແລະ ຈັບໃຈຄວາມຫຼັກການໃນດ້ານໜຶ່ງ ແລະ ບົນພື້ນຖານນີ້ກໍເຂົ້າໃຈຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າໄດ້ດີຂຶ້ນ ພ້ອມທັງຫຼັກການຂອງພຣະອົງໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆ. ການເຂົ້າໃຈລາຍລະອຽດສະເພາະຂອງຫຼັກການເຫຼົ່ານີ້ກໍເພື່ອເຮັດໃຫ້ພວກເຈົ້າສາມາດເຂົ້າໃຈວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເປັນບຸກຄົນທຳມະດານີ້ ມີຊີວິດແບບໃດ ແລະ ຊີວິດຂອງພຣະອົງກ່ຽວຂ້ອງກັບພຣະເຈົ້າແນວໃດ. ເຮົາໂອ້ລົມຕາມຫຼັກການນີ້. ຈຸດມຸ່ງໝາຍຂອງເຮົາບໍ່ແມ່ນເພື່ອໃຫ້ພວກເຈົ້າຮຽນແບບການເລືອກຂອງເຮົາກ່ຽວກັບສິ່ງຈຳເປັນພື້ນຖານ, ວິຖີຊີວິດສະເພາະຂອງເຮົາ ຫຼື ສີທີ່ເຮົາມັກ. ນັ້ນບໍ່ແມ່ນຈຸດມຸ່ງໝາຍຂອງເຮົາ. ເຮົາພຽງແຕ່ບອກຫຼັກການຂອງເຮົາໃຫ້ພວກເຈົ້າຮູ້. ຕົວຢ່າງ: ເມື່ອເຮົາບອກເຈົ້າວ່າເຮົາກິນຫຍັງ ຫຼື ນິໄສປະຈຳວັນຂອງເຮົາແມ່ນຫຍັງ, ມັນບໍ່ແມ່ນເພື່ອໃຫ້ເຈົ້າສາມາດຮຽນແບບເຮົາ ຫຼື ຍຶດຕິດກັບກົດລະບຽບໃດໜຶ່ງ, ແຕ່ເພື່ອໃຫ້ເຈົ້າຮູ້ວ່າມີຫຍັງແດ່ທີ່ລວມຢູ່ໃນຄວາມທຳມະດາ ແລະ ຄວາມເປັນປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເມື່ອພຣະອົງສະເດັດມາເທິງແຜ່ນດິນໂລກ ແລະ ຫຼັກການຂອງພຣະອົງໃນການປະພຶດຕົນ ແລະ ການເຮັດສິ່ງຕ່າງໆແມ່ນຫຍັງ. ມັນພຽງພໍແລ້ວທີ່ເຈົ້າຈະເຂົ້າໃຈຫຼັກການ, ຄວາມຈິງດ້ານນີ້ ພ້ອມທັງຊີວິດ ແລະ ອຸປະນິໄສຂອງພຣະເຈົ້າທີ່ເຈົ້າຄວນຮູ້ ຜ່ານຕົວຢ່າງທີ່ເຮົາຍົກຂຶ້ນມາ ແລະ ຜ່ານຂໍ້ເທັດຈິງບາງຢ່າງ. ສະນັ້ນ, ເຮົາຈຶ່ງບໍ່ເຄີຍບອກເຈົ້າວ່າເຮົາມັກຜົມຍາວ ຫຼື ຜົມສັ້ນ; ເຮົາພຽງແຕ່ບອກເຈົ້າວ່າແມ່ນຫຍັງຄືເຫດຜົນ ແລະ ຫຼັກການສຳລັບການປ່ອຍໃຫ້ຜົມຍາວ ຫຼື ຕັດຜົມສັ້ນ ເພື່ອໃຫ້ເຈົ້າສາມາດເຂົ້າໃຈຫຼັກການໄດ້. ການໂອ້ລົມກ່ຽວກັບຄວາມຈິງເຫຼົ່ານີ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນກ່ຽວຂ້ອງກັບຄວາມຮູ້ຂອງມະນຸດກ່ຽວກັບແກ່ນແທ້ຂອງພຣະເຈົ້າ ແລະ ອັດຕະລັກຂອງພຣະເຈົ້າ ແລະ ມັນກ່ຽວຂ້ອງກັບຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າ. ຖ້າຄົນໃດຄົນໜຶ່ງເຊື່ອວ່າພຣະເຈົ້າເທິງແຜ່ນດິນໂລກພຽງແຕ່ກ່ຽວຂ້ອງກັບວຽກງານ ແລະ ພຣະທຳຂອງພຣະເຈົ້າ ແລະ ມີພຽງແຕ່ພຣະເຈົ້າໃນສະຫວັນເທົ່ານັ້ນທີ່ກ່ຽວຂ້ອງກັບການກະທຳຂອງພຣະເຈົ້າ, ຄວາມຢັ່ງຮູ້ນີ້ຖືກຕ້ອງບໍ? (ບໍ່.) ແລ້ວພຣະທຳທີ່ເວົ້າ ແລະ ວຽກງານທີ່ເຮັດໂດຍພຣະເຈົ້າເທິງແຜ່ນດິນໂລກນັ້ນເກີດມາຈາກພຣະເຈົ້າໃນສະຫວັນບໍ? (ແມ່ນແລ້ວ.) ມັນກໍດີແລ້ວ ຖ້າເຈົ້າສາມາດຢັ່ງຮູ້ມັນດ້ວຍວິທີນີ້. ເຮົາບໍ່ເຄີຍບອກພວກເຈົ້າວ່າເຮົາເກີດຢູ່ໃສ, ການເຕີບໃຫຍ່ຂອງເຮົາເປັນແນວໃດ ຫຼື ເຮົາໄດ້ຮັບການສຶກສາປະເພດໃດ ແລະ ເຮົາບໍ່ເຄີຍເວົ້າກ່ຽວກັບສະພາບແວດລ້ອມທີ່ເຮົາເຕີບໃຫຍ່ຂຶ້ນມາ, ສະພາບແວດລ້ອມທາງການສຶກສາທີ່ເຮົາໄດ້ຮັບ ຫຼື ປະຫວັດຄອບຄົວຂອງເຮົາເລີຍ, ແມ່ນບໍ? (ບໍ່ເຄີຍ.) ບາງຄົນເວົ້າວ່າ “ຄອບຄົວຂອງພຣະອົງບໍ່ແມ່ນຄອບຄົວທີ່ມີຖານະ. ພຣະອົງເຕີບໃຫຍ່ຂຶ້ນມາຄືກັບຄົນທຳມະດາ. ມັນບໍ່ຄູ່ຄວນທີ່ຈະເວົ້າເຖິງ, ສະນັ້ນ ພຣະອົງຈຶ່ງບໍ່ຍົກມັນຂຶ້ນມາເວົ້າ”. ນີ້ຄືເຫດຜົນທີ່ເຮົາບໍ່ເວົ້າກ່ຽວກັບສິ່ງເຫຼົ່ານີ້ບໍ? (ບໍ່.) ແລ້ວເປັນຫຍັງເຮົາຈຶ່ງບໍ່ເວົ້າກ່ຽວກັບພວກມັນ? (ການເວົ້າກ່ຽວກັບສິ່ງເຫຼົ່ານັ້ນຈະບໍ່ເປັນປະໂຫຍດຫຍັງຕໍ່ພວກເຮົາໃນການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ.) ພວກມັນບໍ່ມີຫຍັງກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສະນັ້ນ ເຮົາຈຶ່ງບໍ່ເວົ້າກ່ຽວກັບພວກມັນ. ຖ້າເຮົາຈະເວົ້າກ່ຽວກັບສິ່ງເຫຼົ່ານັ້ນ, ພວກເຈົ້າກໍສາມາດອອກໄປໄດ້ ແລະ ບໍ່ຕ້ອງຟັງ. ແຕ່ຖ້າເຮົາບອກພວກເຈົ້າກ່ຽວກັບວຽກງານ, ພຣະທຳ, ອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ພ້ອມທັງການສະແດງອອກ ແລະ ການເຜີຍຕ່າງໆໃນຊີວິດຂອງພຣະອົງ, ພວກເຈົ້າກໍຄວນຟັງຢ່າງລະມັດລະວັງ ແລະ ຢ່າງຈິງຈັງ. ພວກເຈົ້າຕ້ອງຟັງສິ່ງທີ່ກ່ຽວຂ້ອງກັບຄວາມຈິງ; ການຟັງເນື້ອໃນນີ້ເປັນປະໂຫຍດສຳລັບພວກເຈົ້າໃນການຮູ້ຈັກພຣະເຈົ້າ. ບາງຄົນເວົ້າວ່າ “ການຮູ້ຈັກພຣະເຈົ້າມີຫຍັງກ່ຽວຂ້ອງກັບການໄລ່ຕາມເສາະຫາຄວາມຈິງຂອງຂ້ອຍ?” ບອກເຮົາເບິ່ງວ່າ ມີຄວາມກ່ຽວຂ້ອງກັນບໍ? (ມີ.) ການຮູ້ຈັກພຣະເຈົ້າສາມາດແທນທີ່ການໄລ່ຕາມເສາະຫາຄວາມຈິງໄດ້ບໍ? ຄວາມກ່ຽວຂ້ອງລະຫວ່າງການຮູ້ຈັກພຣະເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງແມ່ນຫຍັງ? ພວກເຈົ້າຄິດວ່າຫຼັກການສຳລັບການເຮັດສິ່ງຕ່າງໆ ແລະ ການເວົ້າທີ່ສະແດງອອກໃນຄວາມເປັນປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງເຮົາກຳລັງໂອ້ລົມກັບພວກເຈົ້າຢູ່ນີ້ ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? (ມີ.) ແລ້ວການຮູ້ຈັກພຣະເຈົ້າມີຫຍັງກ່ຽວຂ້ອງກັບການໄລ່ຕາມເສາະຫາຄວາມຈິງ? (ຂ້ານ້ອຍຄິດວ່າການຮູ້ຈັກພຣະເຈົ້າກໍຄືການໄລ່ຕາມເສາະຫາຄວາມຈິງນັ້ນເອງ. ນີ້ກໍເພາະວ່າການຮູ້ຈັກພຣະເຈົ້າເຮັດໃຫ້ພວກເຮົາຮູ້ຈັກຫຼັກການຕ່າງໆທີ່ພຣະເຈົ້າເຮັດສິ່ງຕ່າງໆ ແລະ ອຸປະນິໄສຕ່າງໆທີ່ພຣະເຈົ້າເຜີຍ ພ້ອມທັງຊ່ວຍໃຫ້ພວກເຮົາໄຕ່ຕອງກ່ຽວກັບການດຳເນີນການ ແລະ ການກະທຳຂອງພວກເຮົາເອງ ພ້ອມທັງອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາເຜີຍ. ມັນຍັງໃຫ້ທິດທາງສຳລັບການປະຕິບັດຂອງພວກເຮົາອີກດ້ວຍ. ນີ້ຄືຈຸດໜຶ່ງ. ອີກຈຸດໜຶ່ງກໍຄື ການຮູ້ຈັກພຣະເຈົ້າສາມາດກະຕຸ້ນໃຫ້ມະນຸດໄລ່ຕາມເສາະຫາຄວາມຈິງໄດ້. ເມື່ອຄົນໃດຄົນໜຶ່ງມີຄວາມຮູ້ບາງຢ່າງກ່ຽວກັບແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ, ຄວາມປາຖະໜາທີ່ເປັນບວກ ແລະ ຄວາມຕັ້ງໃຈກໍຈະເກີດຂຶ້ນໃນໃຈຂອງເຂົາ, ເຂົາຈະຕ້ອງການຮູ້ຈັກພຣະເຈົ້າຫຼາຍຂຶ້ນ ແລະ ຈະຕ້ອງການເລີ່ມກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ເຂົາກໍຈະຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ດຳລົງຊີວິດຕາມລັກສະນະທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ, ຂ້ານ້ອຍຈຶ່ງຄິດວ່າການຮູ້ຈັກພຣະເຈົ້າກໍຄືການໄລ່ຕາມເສາະຫາຄວາມຈິງນັ້ນເອງ ແລະ ມັນສາມາດກະຕຸ້ນໃຫ້ມະນຸດໄລ່ຕາມເສາະຫາຄວາມຈິງໄດ້.) ເມື່ອຄົນໃດຄົນໜຶ່ງກຳລັງໄລ່ຕາມເສາະຫາຄວາມຮູ້ກ່ຽວກັບພຣະເຈົ້າ, ເຂົາກໍກຳລັງໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງເຊັ່ນກັນ; ເຂົາກຳລັງຈິງຈັງກັບຄວາມຈິງ ແລະ ເບິ່ງວ່າພຣະເຈົ້າກະທຳການແນວໃດກັນແທ້ ແລະ ພຣະເຈົ້າຮຽກຮ້ອງຫຍັງແດ່ໃນຂົງເຂດຕ່າງໆ. ຫຼັງຈາກທີ່ມະນຸດເຂົ້າໃຈສິ່ງເຫຼົ່ານີ້ຢ່າງລະອຽດແລ້ວ, ເຂົາກໍຈະມີເປົ້າໝາຍທີ່ຊັດເຈນຂຶ້ນ ແລະ ມີທິດທາງທີ່ຖືກຕ້ອງຂຶ້ນໃນການປະຕິບັດຂອງເຂົາ. ການໄລ່ຕາມເສາະຫາຄວາມຮູ້ກ່ຽວກັບພຣະເຈົ້າກໍຄືການໄລ່ຕາມເສາະຫາຄວາມຈິງນັ້ນເອງ, ຄຳເວົ້ານີ້ບໍ່ຜິດ ແລະ ສອງສິ່ງນີ້ກໍບໍ່ໄດ້ຂັດແຍ້ງກັນ. ສະນັ້ນ, ການໄລ່ຕາມເສາະຫາຄວາມຈິງສາມາດເຮັດໃຫ້ເຈົ້າຮູ້ຈັກພຣະເຈົ້າໄດ້ບໍ? (ໄດ້.) ໃນຂະນະທີ່ເຈົ້າໄລ່ຕາມເສາະຫາຄວາມຈິງ, ເຈົ້າກໍຄ່ອຍໆຮູ້ຈັກພຣະເຈົ້າເຊັ່ນກັນ. ຂະບວນການແຫ່ງການໄລ່ຕາມເສາະຫາຄວາມຈິງກໍຄືຂະບວນການແຫ່ງການປະຕິບັດຄວາມຈິງ. ໃນຂະນະທີ່ເຈົ້າປະຕິບັດຄວາມຈິງ, ເຈົ້າກໍຄ່ອຍໆເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດທີ່ພຣະເຈົ້າມີຕໍ່ເຈົ້າ ແລະ ເຈົ້າຍັງເຂົ້າໃຈວ່າມາດຕະຖານທີ່ກຳນົດ, ຄວາມປາຖະໜາ ແລະ ເຈດຕະນາຂອງພຣະເຈົ້າໃນເລື່ອງສະເພາະເຈາະຈົງນັ້ນແມ່ນຫຍັງ. ຫຼັງຈາກທີ່ເຈົ້າເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ເຈົ້າກໍຈະຄ່ອຍໆຮູ້ຈັກພຣະເຈົ້າ. ຂະບວນການແຫ່ງການເຂົ້າໃຈນີ້ກໍຄືຂະບວນການແຫ່ງການຮູ້ຈັກພຣະເຈົ້ານັ້ນເອງ. ສອງສິ່ງນີ້ສົ່ງເສີມເຊິ່ງກັນ; ບໍ່ມີສິ່ງໃດທີ່ດຳລົງຢູ່ຢ່າງໂດດດ່ຽວ. ບໍ່ວ່າເຈົ້າຈະມີປະສົບການ, ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງຢ່າງແທ້ຈິງໃນຄວາມຈິງດ້ານໃດກໍຕາມ, ບໍ່ວ່າເຈົ້າໄດ້ຮັບສິ່ງເຫຼົ່ານີ້ໃນຄວາມຈິງດ້ານໃດກໍຕາມ, ສິ່ງທີ່ເຈົ້າໄດ້ຮັບກໍຈະລວມເຖິງຄວາມຮູ້ກ່ຽວກັບພຣະເຈົ້າເຊັ່ນກັນ. ເມື່ອເຈົ້າມີປະສົບການ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າກໍມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບພຣະເຈົ້າໃນເວລາດຽວກັນ. ຫຼັງຈາກທີ່ເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າແລ້ວ, ເຈົ້າກໍສາມາດແນ່ໃຈຫຼາຍຂຶ້ນກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ມາດຕະຖານທີ່ກຳນົດຂອງພຣະເຈົ້າ. ຫຼັງຈາກນັ້ນ, ເມື່ອເຈົ້າປະຕິບັດຄວາມຈິງ, ເຈົ້າກໍຈະມີຄວາມຖືກຕ້ອງຫຼາຍຂຶ້ນ ແລະ ເຈົ້າຈະບໍ່ຍຶດຕິດກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການ; ເຈົ້າຈະຮູ້ຢ່າງຊັດເຈນວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ພຣະເຈົ້າຕ້ອງການໃຫ້ເຈົ້າເຮັດຫຍັງ. ການຮູ້ຈັກພຣະເຈົ້າ ແລະ ການໄລ່ຕາມເສາະຫາຄວາມຈິງບໍ່ໄດ້ແຍກອອກຈາກກັນ ແລະ ພວກມັນກໍບໍ່ໄດ້ຂັດແຍ້ງກັນ; ກົງກັນຂ້າມ ພວກມັນສົ່ງເສີມກັນ. ສະນັ້ນ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງເປັນປະໂຫຍດ ແລະ ໃຫ້ການຊ່ວຍເຫຼືອແກ່ເຈົ້າໃນການໄລ່ຕາມເສາະຫາ ແລະ ການປະຕິບັດຄວາມຈິງຂອງເຈົ້າ. ມັນສາມາດເຮັດໜ້າທີ່ເປັນແຮງຂັບເຄື່ອນໃນເລື່ອງນີ້ໄດ້. ກ່ອນໜ້ານີ້, ຫຼາຍຄົນຄິດວ່າ “ຕອນນີ້ເມື່ອຂ້ອຍມີພຣະທຳເຫຼົ່ານີ້ທີ່ສະແດງໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ, ຂ້ອຍກໍໄດ້ຮັບພຣະເຈົ້າແລ້ວ. ເມື່ອຂ້ອຍປະເຊີນກັບສິ່ງຕ່າງໆ, ຂ້ອຍພຽງແຕ່ຕ້ອງປະຕິບັດຕາມພຣະທຳເຫຼົ່ານີ້. ເຖິງແມ່ນວ່າຂ້ອຍບໍ່ມີຄວາມເຂົ້າໃຈ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າ, ມັນກໍບໍ່ເປັນຫຍັງ; ມັນຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດຄວາມຈິງຂອງຂ້ອຍ”. ແຕ່ເມື່ອພວກເຂົາພະຍາຍາມປະຕິບັດຄວາມຈິງໃນຊີວິດຈິງ, ພວກເຂົາທຸກຄົນກໍສາມາດຮູ້ສຶກໄດ້ວ່າ ເຖິງແມ່ນວ່າພຣະເຈົ້າເວົ້າຢ່າງສະເພາະເຈາະຈົງຫຼາຍ ແລະ ຈາກພຣະທຳຂອງພຣະອົງ ພວກເຂົາສາມາດເຂົ້າໃຈວ່າຫຼັກການຂອງການປະຕິບັດ ແລະ ມາດຕະຖານທີ່ກຳນົດຂອງພຣະເຈົ້າສຳລັບເລື່ອງສະເພາະເຈາະຈົງຫຼາຍຢ່າງນັ້ນແມ່ນຫຍັງ, ເມື່ອເວົ້າເຖິງຫຼາຍສິ່ງທີ່ເກີດຂຶ້ນກັບພວກເຂົາໃນຊີວິດປະຈຳວັນຂອງພວກເຂົາ, ພວກເຂົາກໍຍັງຂາດຄວາມແນ່ໃຈ. ພວກເຂົາບໍ່ແນ່ໃຈໜຶ່ງຮ້ອຍເປີເຊັນວ່າ ການເຮັດສິ່ງຕ່າງໆແບບນີ້ຖືກຕ້ອງ ຫຼື ການເຮັດສິ່ງຕ່າງໆແບບນີ້ແມ່ນກົງກັນກັບເຈດຕະນາຂອງພຣະເຈົ້າ. ແຕ່ເມື່ອເຈົ້າເຂົ້າໃຈຫຼັກການທີ່ຊັດເຈນທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະພຶດຕົນ ແລະ ກະທຳ, ເຈົ້າກໍຈະຮູ້ສຶກສະບາຍໃຈຢ່າງສົມບູນ. ເມື່ອເຈົ້າປະເຊີນກັບສິ່ງທີ່ຄ້າຍຄືກັນອີກຄັ້ງ, ເຈົ້າຈະບໍ່ຮັບມືກັບພວກມັນຄືກັບທີ່ເຈົ້າເຄີຍເຮັດມາກ່ອນ, ເຊິ່ງເປັນການກະທຳໂດຍອີງໃສ່ການຄາດເດົາ, ຄືກັບວ່າເຈົ້າກຳລັງເດີມພັນ ແລະ ບໍ່ຮູ້ໃນພາຍຫຼັງວ່າສິ່ງທີ່ເຈົ້າເຮັດນັ້ນຖືກ ຫຼື ຜິດ. ຜ່ານການເຂົ້າໃຈຫຼັກການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເວົ້າ ແລະ ກະທຳ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບພຣະເຈົ້າກໍຈະຫຼຸດລົງ ແລະ ໜ້ອຍລົງໂດຍທີ່ເຂົາບໍ່ຮູ້ຕົວເລີຍ ແລະ ພວກມັນກໍຈະຄ່ອຍໆໄດ້ຮັບການແກ້ໄຂ. ນັ້ນກໍຄື ເມື່ອເຈົ້າຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ໂດຍສະເພາະເມື່ອເຈົ້າຮູ້ຈັກຫຼັກການ ແລະ ວິທີການທີ່ພຣະອົງປະພຶດຕົນ ແລະ ກະທຳ, ເຈົ້າກໍຈະມີເປົ້າໝາຍ ແລະ ທິດທາງທີ່ຖືກຕ້ອງຫຼາຍຂຶ້ນສຳລັບການປະຕິບັດຄວາມຈິງ ແລະ ການຮັບມືກັບທຸກສິ່ງໃນຊີວິດ. ເມື່ອພຣະເຈົ້າຍັງບໍ່ທັນກາຍເປັນເນື້ອໜັງ ແລະ ເປັນພຣະເຈົ້າໃນສະຫວັນ ຫຼື ພຣະວິນຍານບໍລິສຸດທີ່ເຮັດວຽກງານໃນມະນຸດ, ມະນຸດຈະບໍ່ມີທາງໄດ້ຮັບຄຳຕອບສຳລັບສິ່ງເຫຼົ່ານີ້ ແລະ ເຂົາຈະບໍ່ມີທາງໄດ້ຮັບຜົນປະໂຫຍດໃດໆຈາກພຣະເຈົ້າໃນສະຫວັນ ໂດຍການເຂົ້າໃຈບັນຫາສະເພາະເຈາະຈົງຕ່າງໆຂອງຊີວິດມະນຸດທີ່ມະນຸດຄວນເຂົ້າໃຈ. ເຖິງແມ່ນວ່າມະນຸດສາມາດຍຶດໝັ້ນກັບກົດເກນ ແລະ ພຣະບັນຍັດບາງຢ່າງກໍຕາມ, ສຳລັບຫຼັກການຄວາມຈິງ ແລະ ເສັ້ນທາງທີ່ເຂົາຍ່າງນັ້ນ, ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງເພື່ອເຮັດວຽກງານ ແລະ ເວົ້າ, ມະນຸດຊາດກໍຈະບໍ່ສາມາດຮູ້ຈັກ ຫຼື ເຂົ້າໃຈພວກມັນໄດ້ຈັກເທື່ອ. ມະນຸດບໍ່ສາມາດໄດ້ຮັບພວກມັນຈາກຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ແລະ ເຂົາບໍ່ສາມາດໄດ້ຮັບພວກມັນຈາກພຣະເຈົ້າໃນສະຫວັນເຊັ່ນກັນ. ເສັ້ນທາງດຽວກໍຄືການໄດ້ຮັບຫຼັກການຄວາມຈິງເຫຼົ່ານີ້ທີ່ມະນຸດຕ້ອງເຂົ້າໃຈເພື່ອດຳລົງຊີວິດ ແລະ ຢູ່ລອດ ຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ສະຫຼຸບແລ້ວ, ການຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ, ເປັນເສັ້ນທາງໄປສູ່ການເຂົ້າໃຈພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມັນເປັນເສັ້ນທາງທີ່ຈຳເປັນສຳລັບມະນຸດໃນການສ້າງ ຫຼື ຮັກສາຄວາມສຳພັນກັບພຣະເຈົ້າ.
ຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບ “ພຣະເຈົ້າບໍ່ລໍ້ລວງມະນຸດ”, ເຊິ່ງເປັນຫົວຂໍ້ໜຶ່ງທີ່ລວມຢູ່ໃນຫົວຂໍ້ໃຫຍ່ກ່ຽວກັບການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ພວກເຮົາໂອ້ລົມຮອດໃສແລ້ວ? (ພຣະເຈົ້າໄດ້ໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງສາມຢ່າງຂອງການທີ່ພຣະເຈົ້າບໍ່ລໍ້ລວງມະນຸດ: ການບໍ່ຫຼອກຖາມຂໍ້ມູນຈາກມະນຸດ, ການບໍ່ຍຸຍົງມະນຸດ ແລະ ການບໍ່ປຸກປັ່ນມະນຸດ. ພວກເຮົາໂອ້ລົມກ່ຽວກັບການບໍ່ປຸກປັ່ນມະນຸດຈົບແລ້ວ.) ສາມຫົວຂໍ້ນີ້ ນັ້ນກໍຄື ການບໍ່ຫຼອກຖາມຂໍ້ມູນຈາກມະນຸດ, ການບໍ່ຍຸຍົງມະນຸດ ແລະ ການບໍ່ປຸກປັ່ນມະນຸດ ລ້ວນແລ້ວແຕ່ກ່ຽວຂ້ອງກັບການສະແດງອອກທີ່ສະເພາະເຈາະຈົງຂອງການທີ່ພຣະເຈົ້າບໍ່ລໍ້ລວງມະນຸດ. ຫຼັງຈາກການໂອ້ລົມຄັ້ງທີ່ແລ້ວຂອງພວກເຮົາ, ພວກເຈົ້າມີຄວາມຄິດຫຍັງແດ່ບໍ? ໃຫ້ເບິ່ງສິ່ງທີ່ເຮົາໄດ້ເວົ້າກັບພວກເຈົ້າຕະຫຼອດຫຼາຍປີທີ່ຜ່ານມາ, ພວກມັນສະທ້ອນໃຫ້ເຫັນເຖິງຫຼັກການຂອງພຣະເຈົ້າໃນການບໍ່ລໍ້ລວງມະນຸດບໍ? (ແມ່ນແລ້ວ. ພຣະເຈົ້າບໍ່ເຄີຍພະຍາຍາມຫຼອກຖາມຂໍ້ມູນຈາກພວກເຮົາ ເມື່ອເວົ້າກັບພວກເຮົາ. ພຣະອົງກົງໄປກົງມາສະເໝີ. ພຣະອົງສັ່ງສອນພວກເຮົາດ້ວຍຄວາມອົດທົນ ແລະ ເປັນຂັ້ນເປັນຕອນ, ຊີ້ນໍາພວກເຮົາ ແລະ ສະໜອງໃຫ້ແກ່ພວກເຮົາສະເໝີ ພ້ອມທັງສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຮົາ.) ໜຶ່ງໃນຫຼັກການຂອງເຮົາເມື່ອເວົ້າກັບພວກເຈົ້າກໍຄືການບໍ່ລໍ້ລວງພວກເຈົ້າ, ເຊິ່ງການສະແດງອອກທີ່ສະເພາະເຈາະຈົງຂອງສິ່ງນັ້ນກໍຄື ການບໍ່ຫຼອກຖາມຂໍ້ມູນຈາກພວກເຈົ້າ, ການບໍ່ຍຸຍົງພວກເຈົ້າ ແລະ ການບໍ່ປຸກປັ່ນພວກເຈົ້າ. ບາງຄັ້ງ ເຮົາອາດຖາມພວກເຈົ້າກ່ຽວກັບບາງສິ່ງ ແຕ່ບໍ່ມີການລໍ້ລວງໃດໆໃນສິ່ງນີ້ເລີຍ. ສະນັ້ນ, ເມື່ອເຈົ້າເຂົ້າໃຈພຣະເຈົ້າຜິດ, ເຈົ້າຕ້ອງໄຕ່ຕອງວ່າ “ບໍ່ມີການລໍ້ລວງ ຫຼື ການຫຼອກຖາມຂໍ້ມູນໃນພຣະທຳຂອງພຣະເຈົ້າຂໍ້ໃດເລີຍ. ຂ້ອຍຕ້ອງບໍ່ເຂົ້າໃຈພຣະເຈົ້າຜິດ. ຄວາມໝາຍຕາມຕົວອັກສອນຂອງພຣະທຳຂອງພຣະເຈົ້າກໍຄືສິ່ງທີ່ພຣະອົງໝາຍເຖິງຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະຖາມຫຍັງຂ້ອຍ, ຂ້ອຍກໍຈະຕອບຕາມຄວາມຈິງ ແລະ ບອກພຣະອົງຢ່າງເປີດເຜີຍ ແລະ ຢ່າງຊື່ສັດ. ຂ້ອຍຮູ້ຫຼາຍສໍ່າໃດ ຂ້ອຍກໍຈະເວົ້າສໍ່ານັ້ນ ແລະ ຖ້າຂ້ອຍບໍ່ຮູ້ບາງສິ່ງ, ຂ້ອຍກໍຈະບອກໄປຕາມນັ້ນ ແລະ ບອກພຣະເຈົ້າວ່າ ຂ້ອຍຈຳເປັນຕ້ອງໄປກວດເບິ່ງກ່ອນທີ່ຈະຕອບ”. ສິ່ງນີ້ເອີ້ນວ່າການເປີດເຜີຍ ແລະ ຊື່ສັດ. ໃນການເວົ້າ ແລະ ການຈັດການເລື່ອງຕ່າງໆກັບພວກເຈົ້າ, ຖ້າເຮົາເຫັນວ່າພວກເຈົ້າກຳລັງປະເຊີນກັບຄວາມຫຍຸ້ງຍາກ ຫຼື ເຮົາຄົ້ນພົບບັນຫາໃດໜຶ່ງໃນຕົວພວກເຈົ້າ, ບໍ່ວ່າຈະເປັນບັນຫາທີ່ພວກເຈົ້າມີໃນການປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ບັນຫາໃນຄວາມເປັນມະນຸດຂອງພວກເຈົ້າ, ເຮົາກໍຈະຊອກຫາໂອກາດເພື່ອສົນທະນາກັບພວກເຈົ້າ. ຈຸດມຸ່ງໝາຍຂອງເຮົາໃນການເຮັດເຊັ່ນນີ້ແມ່ນເພື່ອຊ່ວຍໃຫ້ພວກເຈົ້າເຫັນຢ່າງຊັດເຈນວ່າແກ່ນແທ້ຂອງບັນຫາຂອງພວກເຈົ້າແມ່ນຫຍັງ, ເພື່ອທີ່ພວກເຈົ້າຈະສາມາດແກ້ໄຂບັນຫາເຫຼົ່ານັ້ນໄດ້ ຫຼັງຈາກທີ່ໄດ້ມາຮູ້ຈັກພວກມັນ. ຈຸດມຸ່ງໝາຍຂອງເຮົາໃນການຊ່ວຍພວກເຈົ້າແກ້ໄຂບັນຫາຂອງພວກເຈົ້າ, ໃນດ້ານໜຶ່ງແມ່ນ ເພື່ອໃຫ້ຂໍ້ບົກຜ່ອງ ຫຼື ບັນຫາໃນຄວາມເປັນມະນຸດຂອງເຈົ້າໄດ້ຮັບການແກ້ໄຂ ແລະ ເພື່ອບໍ່ໃຫ້ເຈົ້າດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມຊາມ ແລະ ໃຫ້ໃຊ້ຊີວິດຕາມລັກສະນະຄ້າຍຄືມະນຸດ. ໃນອີກດ້ານໜຶ່ງ, ມັນກໍເພື່ອໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ດີຂຶ້ນ. ຈຸດມຸ່ງໝາຍຂອງເຮົາບໍ່ແມ່ນການໃຊ້ເຈົ້າເພື່ອເຮັດວຽກໜັກໃຫ້ກັບເຮືອນຂອງພຣະເຈົ້າ ແຕ່ເພື່ອຊ່ວຍໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ຕາມມາດຕະຖານຢ່າງລ່ຽນໄຫຼຍິ່ງຂຶ້ນ, ເພື່ອບໍ່ໃຫ້ກໍ່ການຂັດຂວາງ ແລະ ການລົບກວນ, ເຮັດສິ່ງທີ່ເຈົ້າຄວນເຮັດໃຫ້ດີທີ່ສຸດເທົ່າທີ່ເຈົ້າຈະສາມາດເຮັດໄດ້, ເຮັດບົດບາດຂອງເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ຖ້າເຈົ້າມີບັນຫາກັບຄວາມເປັນມະນຸດຂອງເຈົ້າ, ເຮົາກໍຈະເວົ້າກັບເຈົ້າສັ້ນໆກ່ຽວກັບບັນຫາເຫຼົ່ານັ້ນ. ຖ້າເຈົ້າສາມາດຍອມຮັບມັນໄດ້, ນັ້ນຍ່ອມເປັນສິ່ງທີ່ດີທີ່ສຸດຢ່າງແນ່ນອນ; ຖ້າເຈົ້າບໍ່ສາມາດຍອມຮັບມັນໄດ້ໃນເວລານັ້ນ, ເຮົາກໍຈະໃຊ້ວິທີການຂອງເຮົາເອງເພື່ອແຈ້ງໃຫ້ເຈົ້າຮູ້, ເພື່ອທີ່ເຈົ້າຈະໄດ້ຮູ້ວ່າບັນຫາຂອງເຈົ້າແມ່ນຫຍັງ. ສະຫຼຸບແລ້ວ, ຈຸດມຸ່ງໝາຍຂອງເຮົາກໍຄືການສະໜັບສະໜູນ ແລະ ຊ່ວຍເຫຼືອເຈົ້າສະເໝີ. ເຮົາບໍ່ເຄີຍມີເຈດຕະນາທີ່ຈະລໍ້ລວງເຈົ້າໃຫ້ຍ່າງໃນເສັ້ນທາງທີ່ຜິດ ຫຼື ຊົ່ວຮ້າຍ, ເຮັດໃຫ້ເຈົ້າເສື່ອມຊາມລົງ ຫຼື ກະທຳຄວາມຊົ່ວຈັກເທື່ອ. ຈຸດມຸ່ງໝາຍຂອງເຮົາກໍພຽງແຕ່ຊ່ວຍເຫຼືອເຈົ້າ; ເຮົາມີເຈດຕະນາດີ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງສິ່ງນີ້ກໍຖືກຕ້ອງ ແລະ ເປັນບວກ. ແນ່ນອນວ່າ ເມື່ອເຮົາເວົ້າພຣະທຳເຫຼົ່ານີ້ ແລະ ເຮັດສິ່ງເຫຼົ່ານີ້, ມັນບໍ່ມີການບັງຄັບໃດໆເຂົ້າມາກ່ຽວຂ້ອງ. ນັ້ນກໍຄື ຫຼັງຈາກທີ່ເຈົ້າໄດ້ຍິນພຣະທຳເຫຼົ່ານີ້, ເຈົ້າບໍ່ຄວນຖືກເຮົາບີບຄັ້ນ. ເຖິງແມ່ນວ່າເຮົາເວົ້າຢ່າງແນ່ໃຈກ່ຽວກັບບັນຫາໃນຄວາມເປັນມະນຸດຂອງເຈົ້າ ຫຼື ໄຈ້ແຍກບັນຫາໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກໍຍັງສາມາດເວົ້າໄດ້ວ່າ “ຂ້ານ້ອຍຍັງບໍ່ສາມາດຮັບຮູ້ບັນຫາເຫຼົ່ານີ້ທີ່ພຣະອົງໄດ້ເປີດໂປງໃນຕົວຂ້ານ້ອຍ; ຂ້ານ້ອຍຈຳເປັນຕ້ອງໄຕ່ຕອງກ່ຽວກັບພວກມັນ”. ເຮົາເວົ້າວ່າເຈົ້າຄວນໄຕ່ຕອງໃນລັກສະນະນີ້ ຫຼື ໂອ້ລົມກ່ຽວກັບບັນຫານີ້ກັບທຸກຄົນ. ເຮົາບໍ່ໄດ້ບັງຄັບຮຽກຮ້ອງໃຫ້ເຈົ້າເຮັດສິ່ງໃດຕາມຄວາມປາຖະໜາສ່ວນຕົວຂອງເຮົາ; ກົງກັນຂ້າມ ເຮົາໃຫ້ອິດສະລະະແກ່ເຈົ້າຢ່າງເຕັມທີ່. ເມື່ອເຮົາເປີດໂປງບັນຫາຂອງເຈົ້າ, ເຮົາກຳລັງເຕືອນເຈົ້າ. ວິທີການເຕືອນເຈົ້າແບບນີ້ບໍ່ໄດ້ໝາຍເຖິງການເວົ້າຢ່າງຄຸມເຄືອ ແຕ່ເປັນການໂອ້ລົມກ່ຽວກັບຂໍ້ເທັດຈິງບາງຢ່າງ ໂດຍການເປີດໂປງຄຳເວົ້າ ຫຼື ພຶດຕິກຳທີ່ເຈົ້າເປີດເຜີຍ ແລະ ສະແດງອອກ ເພື່ອໃຫ້ເຈົ້າຮູ້ວ່າເຈົ້າມີບັນຫາເຫຼົ່ານີ້ແທ້ໆ. ເຮົາຈະບອກເຈົ້າຢ່າງຊັດເຈນ ແລະ ແຈ່ມແຈ້ງ. ເຮົາຈະບໍ່ໃຊ້ຄຳເວົ້າທີ່ຄຸມເຄືອເພື່ອສ້າງຄວາມເຂົ້າໃຈຜິດແກ່ເຈົ້າຢ່າງເດັດຂາດ, ເຊິ່ງເຮັດໃຫ້ເຈົ້າຕົກຢູ່ໃນຄວາມເປັນລົບ, ຄວາມອ່ອນແອ ແລະ ຄວາມສັບສົນ ຫຼື ເຮັດໃຫ້ເຈົ້າຮູ້ສຶກວ່າພຣະທຳຂອງເຮົາເລິກເຊິ່ງຫຼາຍ, ເຂົ້າໃຈຍາກ ແລະ ບໍ່ສາມາດຢັ່ງເຖິງໄດ້ ເພື່ອເຮັດໃຫ້ເຈົ້າຍົກຍ້ອງນັບຖືເຮົາ. ເຮົາຈະບໍ່ເຮັດແບບນັ້ນ. ເຮົາຈະບອກເຈົ້າຢ່າງກົງໄປກົງມາ ແລະ ຊັດເຈນ; ເຮົາຈະບໍ່ເວົ້າອ້ອມຄ້ອມ ແລະ ປ່ອຍໃຫ້ເຈົ້າຄາດເດົາ. ຕົວຢ່າງ: ບາງຄົນມີອາລົມອ່ອນໄຫວສູງ ແລະ ມີແນວໂນ້ມທີ່ຈະເວົ້າດ້ວຍສິ່ງເຈືອປົນ. ເຮົາບອກພວກເຂົາຢ່າງກົງໄປກົງມາວ່າ “ຄຳເວົ້າຂອງເຈົ້າມີການເຈືອປົນສູງ, ເຈົ້າເວົ້າໂດຍອີງໃສ່ຄວາມຮູ້ສຶກຂອງເຈົ້າທັງໝົດ ແລະ ເຈົ້າບໍ່ໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເຈົ້າເປັນພຽງຄົນທີ່ບໍ່ຢາກຜິດໃຈໃຜ”. ເຮົາກົງໄປກົງມາແບບນີ້ແຫຼະ. ເມື່ອບາງຄົນບໍ່ຮູ້ວ່າຈະປະຕິບັດແນວໃດເມື່ອປະເຊີນກັບສະຖານະການບາງຢ່າງ, ເຮົາກໍບອກພວກເຂົາໂດຍກົງວ່າ “ສຳລັບເລື່ອງນີ້, ເຈົ້າຕ້ອງກະທຳແບບນີ້; ສຳລັບເລື່ອງນັ້ນ, ໃຫ້ປະຕິບັດແບບນີ້”. ເຮົາເວົ້າອອກມາຢ່າງຊັດເຈນແບບນັ້ນເລີຍເມື່ອເຮົາບອກພວກເຂົາ. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຄົນທີ່ໃສ່ໃຈໃນສິ່ງຕ່າງໆ ແລະ ຄົນທີ່ສົມເຫດສົມຜົນກໍສາມາດເຂົ້າໃຈໄດ້ຢ່າງຊັດເຈນ; ພວກເຂົາບໍ່ມຶນງົງ ຫຼື ສັບສົນ ແລະ ພວກເຂົາຮູ້ຢ່າງແທ້ຈິງໃນໃຈຂອງພວກເຂົາວ່າຕ້ອງເຮັດຫຍັງ. ແນ່ນອນວ່າ ຄົນເບົາປັນຍາບາງຄົນທີ່ມີຄວາມຢັ່ງຮູ້ທີ່ບິດເບືອນກໍເກີດຄວາມສັບສົນຫຼັງຈາກທີ່ໄດ້ຍິນເຮົາເວົ້າແບບນີ້. ບໍ່ວ່າພວກເຂົາຈະພະຍາຍາມຟັງແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈມັນ ຫຼື ເຂົ້າໃຈຫຼັກການໄດ້; ພວກເຂົາຍັງຕ້ອງການໃຫ້ເຮົາຍົກຕົວຢ່າງ ແລະ ອະທິບາຍສິ່ງຕ່າງໆຢ່າງລະອຽດ. ແຕ່ເຖິງແມ່ນວ່າເຮົາຈະຍົກຕົວຢ່າງ ແລະ ສັ່ງສອນພວກເຂົາອີກຄັ້ງ, ພວກເຂົາກໍຍັງບໍ່ສາມາດເຂົ້າໃຈ ແລະ ບໍ່ຮູ້ວ່າຈະປະຕິບັດແນວໃດ. ສິ່ງນີ້ບໍ່ແມ່ນຍ້ອນວ່າເຮົາບໍ່ໄດ້ອະທິບາຍສິ່ງຕ່າງໆຢ່າງຊັດເຈນ ແຕ່ເປັນຍ້ອນຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ຕົວພວກເຂົາເອງກໍມຶນງົງເກີນໄປ. ສະຫຼຸບແລ້ວ, ຫຼັກການໃນການເວົ້າຂອງເຮົາກໍຄືການເຮັດໃຫ້ພວກເຈົ້າບໍ່ສັບສົນ ແລະ ພວກເຈົ້າມີເສັ້ນທາງແຫ່ງການປະຕິບັດທີ່ຊັດເຈນຢູ່ໃນໃຈ ແລະ ຮູ້ວິທີປະຕິບັດຢ່າງຖືກຕ້ອງ ຫຼັງຈາກທີ່ພວກເຈົ້າຟັງເຮົາເວົ້າແລ້ວ. ນີ້ຄືຈຸດມຸ່ງໝາຍຂອງເຮົາໃນການເວົ້າກັບພວກເຈົ້າ.
ພາຍໃນຫຼັກການແຫ່ງການບໍ່ລໍ້ລວງມະນຸດນີ້, ນອກເໜືອຈາກການສະແດງອອກສາມຢ່າງນີ້ ນັ້ນກໍຄື ການບໍ່ຫຼອກຖາມຂໍ້ມູນຈາກມະນຸດ, ການບໍ່ຍຸຍົງມະນຸດ ແລະ ການບໍ່ປຸກປັ່ນມະນຸດແລ້ວ ກໍຍັງມີການສະແດງອອກອີກຢ່າງໜຶ່ງ: ການບໍ່ຄຸມເຄືອ. ການຄຸມເຄືອໝາຍຄວາມວ່າແນວໃດ? ມັນໝາຍເຖິງການເວົ້າສິ່ງຕົບຕາ, ການບໍ່ເວົ້າດ້ວຍຄຳເວົ້າທີ່ຊັດເຈນ ແລະ ແຈ່ມແຈ້ງ, ການເຮັດໃຫ້ສິ່ງຕ່າງໆຟັງເບິ່ງຄືມົວໆ ແລະ ການກ່າວຄຳເວົ້າທີ່ຟັງເບິ່ງຄືວ່າຖືກຕ້ອງ ແຕ່ບໍ່ສາມາດນຳໄປປະຕິບັດ ຫຼື ຈັດຕັ້ງປະຕິບັດໄດ້ ແລະ ເປັນພຽງຄຳເວົ້າທີ່ຫວ່າງເປົ່າ. ສິ່ງນີ້ເອີ້ນວ່າການຄຸມເຄືອ ແລະ ບໍ່ຊັດເຈນ. ດັ່ງນັ້ນ ການບໍ່ຄຸມເຄືອຈຶ່ງໝາຍຄວາມວ່າ ຄຳເວົ້າຂອງຄົນໃດຄົນໜຶ່ງປາສະຈາກຄຸນລັກສະນະເຫຼົ່ານີ້ ແລະ ບໍ່ມີແກ່ນແທ້ນີ້; ກົງກັນຂ້າມ ຄຳເວົ້າເຫຼົ່ານັ້ນຊັດເຈນ ແລະ ແຈ່ມແຈ້ງ, ມີຄວາມໝາຍທີ່ຖືກຕ້ອງ ແລະ ພວກມັນໃຫ້ເສັ້ນທາງແກ່ມະນຸດໄດ້ປະຕິບັດຕາມ. ເຈົ້າເຫັນບໍວ່າ ເມື່ອເຮົາໂອ້ລົມກ່ຽວກັບຄວາມຈິງໃນດ້ານຕ່າງໆ, ທຸກຄັ້ງທີ່ເຮົາແນະນຳຫົວຂໍ້ໃໝ່, ເຮົາພະຍາຍາມໃຫ້ຄຳນິຍາມສຳລັບຄວາມຈິງດ້ານນີ້ແກ່ເຈົ້າກ່ອນ. ຈຸດມຸ່ງໝາຍຂອງເຮົາໃນການໃຫ້ຄຳນິຍາມແກ່ເຈົ້າແມ່ນຫຍັງ? ມັນກໍເພື່ອເຮັດໃຫ້ແນວຄວາມຄິດນັ້ນຊັດເຈນສຳລັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຄຳນິຍາມທີ່ຖືກຕ້ອງຂອງຄວາມຈິງທີ່ເຮົາກຳລັງກ່າວເຖິງ. ຫຼັງຈາກທີ່ເຈົ້າເຂົ້າໃຈຄຳນິຍາມທີ່ຖືກຕ້ອງນີ້ຢ່າງຊັດເຈນແລ້ວ ແລະ ເຈົ້າສາມາດລະບຸມັນໄດ້ຢ່າງຊັດເຈນ, ເຈົ້າກໍຈະມີເປົ້າໝາຍ ແລະ ທິດທາງ. ໂດຍການບັນລຸຜົນນີ້ກັບມະນຸດຜ່ານຄຳນິຍາມທີ່ເຮົາໃຫ້ແກ່ພວກເຂົາ, ເຂົາກໍສາມາດຮູ້ໄດ້ຢ່າງຊັດເຈນຂຶ້ນໃນໃຈຂອງເຂົາວ່າ ເຂົາຄວນປະຕິບັດ ແລະ ຍຶດໝັ້ນກັບສິ່ງໃດ. ຈາກນັ້ນ, ເຮົາກໍຍົກຕົວຢ່າງສະເພາະບາງຢ່າງ. ຈຸດມຸ່ງໝາຍຂອງເຮົາໃນການຍົກຕົວຢ່າງແມ່ນເພື່ອຊ່ວຍໃຫ້ມະນຸດມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບຄວາມຈິງດ້ານນີ້, ເພື່ອຊ່ວຍໃຫ້ເຂົາມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບມັນ ແລະ ເພື່ອຊ່ວຍໃຫ້ເຂົາຮູ້ວິທີປະຕິບັດມັນ. ແລ້ວການເວົ້າຂອງເຮົາກໍຈະບັນລຸຜົນ ແລະ ຈຸດປະສົງຂອງມັນ. ວິທີທີ່ດີທີ່ສຸດເພື່ອໃຫ້ຈຸດປະສົງນີ້ບັນລຸຜົນແມ່ນຫຍັງ? ມັນກໍຄືການໃຫ້ເຈົ້າຮູ້ວ່າເຈົ້າຄວນຍຶດໝັ້ນກັບຫຼັກການຄວາມຈິງໃດ ຜ່ານຄຳນິຍາມ ແລະ ຕົວຢ່າງ. ເຖິງແມ່ນວ່າມີຫຼາຍຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດເຂົ້າໃຈຫຼັກການຄວາມຈິງພາຍໃນສິ່ງທີ່ກຳລັງສົນທະນາກັນຢູ່, ໂດຍຮູ້ພຽງແຕ່ວິທີປະຕິບັດຕາມກົດລະບຽບບາງຢ່າງ ແຕ່ຢ່າງໜ້ອຍທີ່ສຸດ ກົດລະບຽບທີ່ເຂົາປະຕິບັດຕາມກໍຊັດເຈນ. ຕົວຢ່າງ: ເມື່ອໂອ້ລົມກ່ຽວກັບຫຼັກການຄວາມຈິງໃນດ້ານໃດໜຶ່ງ, ເຮົາອາດຍົກບາງຕົວຢ່າງຂຶ້ນມາ ແລ້ວເວົ້າວ່າມັນບໍ່ດີຕໍ່ສຸຂະພາບມະນຸດທີ່ຈະກິນບາງຢ່າງ ແລະ ທາງເລືອກບາງຢ່າງທີ່ມະນຸດເລືອກ ແລະ ບາງສິ່ງທີ່ເຂົາເຮັດນັ້ນຜິດ. ແລ້ວຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄວາມສາມາດໃນການຢັ່ງຮູ້ກໍຈະຮູ້ວ່າ “ສະນັ້ນ ນີ້ຄືຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສິ່ງປະເພດນີ້. ຕອນນີ້ຂ້ອຍຮູ້ຫຼັກການແລ້ວ ແລະ ຂ້ອຍຮູ້ວິທີປະຕິບັດ, ວິທີເລືອກ ແລະ ສິ່ງທີ່ຄວນຍອມຮັບ ຫຼື ປະຕິເສດ”. ເຖິງຢ່າງໃດກໍຕາມ, ເມື່ອຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານໄດ້ຍິນສິ່ງນີ້, ພວກເຂົາກໍເວົ້າວ່າ “ຂ້ອຍເຂົ້າໃຈແລ້ວ. ພຣະເຈົ້າບໍ່ໃຫ້ພວກເຮົາກິນສິ່ງນີ້ ແລະ ພຣະອົງບໍ່ໃຫ້ພວກເຮົາໃຊ້ສິ່ງນັ້ນ”. ການສະແດງອອກຂອງຄົນເຫຼົ່ານີ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານຍັງສະແດງໃຫ້ເຫັນບາງສິ່ງອີກດ້ວຍ: ພວກມັນສະແດງໃຫ້ເຫັນວ່າຕົວຢ່າງທີ່ເຮົາຍົກມານັ້ນສະເພາະເຈາະຈົງຫຼາຍ ແລະ ເປັນສິ່ງທີ່ມະນຸດສາມາດປະເຊີນໄດ້ໃນຊີວິດຈິງຂອງເຂົາ. ສິ່ງເຫຼົ່ານີ້ບໍ່ໄດ້ຫວ່າງເປົ່າເລີຍ ແລະ ພວກມັນບໍ່ແມ່ນທິດສະດີ, ຄຳຂວັນ ຫຼື ຄວາມຮູ້ທີ່ເລິກເຊິ່ງ.
ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ກ່າວຢ່າງຄຸມເຄືອ ຫຼື ບໍ່ຊັດເຈນ; ມັນເປັນຈິງເຊັ່ນນີ້ບໍ່ພຽງແຕ່ເມື່ອເຮົາໂອ້ລົມໃນລະຫວ່າງການເຕົ້າໂຮມເທົ່ານັ້ນ ແຕ່ຍັງລວມເຖິງເມື່ອເຮົາເວົ້າກັບພວກເຈົ້າຕາມປົກກະຕິອີກດ້ວຍ. ບາງຄັ້ງ ເຮົາເວົ້າກ່ຽວກັບໜ້າທີ່ຂອງພວກເຈົ້າ, ບາງຄັ້ງ ເຮົາເວົ້າກ່ຽວກັບວຽກງານຂອງຄຣິສຕະຈັກ ແລະ ບາງຄັ້ງ ເຮົາເວົ້າກ່ຽວກັບສະພາວະທີ່ເສື່ອມຊາມຂອງມະນຸດ ແລະ ການບ່ຽງເບນທີ່ເຂົາມີໃນການປະຕິບັດຂອງເຂົາ. ບໍ່ວ່າເຮົາຈະໂອ້ລົມກ່ຽວກັບບັນຫາໃດກໍຕາມ, ເຮົາກໍອີງການໂອ້ລົມຂອງເຮົາໃສ່ສະພາວະຂອງພວກເຈົ້າ, ວຸດທິພາວະຂອງພວກເຈົ້າ ແລະ ບັນຫາໃນປັດຈຸບັນຂອງພວກເຈົ້າສະເໝີ. ເມື່ອເຮົາໂອ້ລົມກັບພວກເຈົ້າ, ເຮົາບໍ່ເຄີຍຮ້ອງຄຳຂວັນ; ກົງກັນຂ້າມ ເຮົາໃຫ້ຄຳອະທິບາຍທີ່ສະເພາະເຈາະຈົງ ແລະ ໄຈ້ແຍກສິ່ງຕ່າງໆຢ່າງລະອຽດ ແລະ ຈາກນັ້ນກໍຊີ້ບອກເສັ້ນທາງໃຫ້ແກ່ພວກເຈົ້າ. ບາງຄັ້ງ ເຮົາເວົ້າຫຼາຍຈົນແມ່ນແຕ່ເຮົາເອງກໍຮູ້ສຶກວ່າເຮົາກຳລັງເວົ້າຍືດຍາວ, ແຕ່ໃນທີ່ສຸດ ພວກເຈົ້າກໍຍັງເຂົ້າໃຈ. ນີ້ເປັນຜົນຮັບທີ່ດີພໍສົມຄວນ. ເຮົາໝາຍຄວາມວ່າແນວໃດເມື່ອເວົ້າແບບນີ້? ສິ່ງທີ່ເຮົາໝາຍເຖິງກໍຄື ເມື່ອເຮົາໂອ້ລົມກ່ຽວກັບບາງສິ່ງກັບພວກເຈົ້າໃນຊີວິດປະຈຳວັນ, ເຖິງແມ່ນວ່າການໂອ້ລົມນັ້ນພຽງແຕ່ປະກອບດ້ວຍການມອບໝາຍໜ້າວຽກທີ່ງ່າຍດາຍໃຫ້ແກ່ພວກເຈົ້າກໍຕາມ, ເຮົາກໍກວດໃຫ້ແນ່ໃຈວ່າສິ່ງທີ່ເຮົາເວົ້ານັ້ນຊັດເຈນສຳລັບພວກເຈົ້າ ແລະ ພວກເຈົ້າເຂົ້າໃຈມັນ ໂດຍປາສະຈາກຄວາມຄຸມເຄືອ. ມັນໝາຍຄວາມວ່າແນວໃດທີ່ບໍ່ມີຄວາມຄຸມເຄືອໃນພຣະທຳຂອງເຮົາ? ມັນໝາຍຄວາມວ່າ ເຮົາບໍ່ໄດ້ເວົ້າແນວຄວາມຄິດທີ່ຟັງເບິ່ງຄືວ່າສູງສົ່ງ, ເຮົາບໍ່ໄດ້ເວົ້າຄືກັບເຈົ້າໜ້າທີ່ລັດ ແລະ ເຮົາບໍ່ໄດ້ກ່າວຄຳເວົ້າ ແລະ ຫຼັກຄຳສອນ ຫຼື ຄຳເວົ້າທີ່ຫວ່າງເປົ່າ ແລະ ໂອ້ອວດ. ຄວາມໝາຍຂອງສິ່ງທີ່ເຮົາເວົ້ານັ້ນແນ່ນອນ ແລະ ຊັດເຈນ ໂດຍປາສະຈາກຄວາມບໍ່ຊັດເຈນໃດໆ. ເຮົາບໍ່ພຽງແຕ່ເວົ້າຢ່າງຊັດເຈນ ແລະ ແຈ່ມແຈ້ງເທົ່ານັ້ນ, ແຕ່ເຮົາຍັງໃຫ້ພວກເຈົ້າຮູ້ວິທີປະຕິບັດອີກດ້ວຍ. ຕົວຢ່າງ: ເມື່ອອາໄສຢູ່ຕ່າງປະເທດ, ຖ້າພວກເຮົາຈຳເປັນຕ້ອງສ້າງໂຄງສ້າງບາງຢ່າງສຳລັບການນຳໃຊ້ປະຈຳວັນໃນເດີ່ນບ້ານ, ເຮົາກໍຈະບອກຜູ້ທີ່ຈັດການເລື່ອງນີ້ໃຫ້ໄປປຶກສາກັບລັດຖະບານວ່າ ມີຂໍ້ກຳນົດ ແລະ ເງື່ອນໄຂຫຍັງແດ່ສຳລັບການສ້າງໂຄງສ້າງດັ່ງກ່າວ. ຫຼັງຈາກທີ່ລາວເຂົ້າໃຈທຸກຢ່າງຢ່າງຊັດເຈນແລ້ວ, ລາວກໍຕ້ອງສ້າງໂຄງສ້າງເຫຼົ່ານັ້ນຢ່າງເຄັ່ງຄັດຕາມເງື່ອນໄຂ ແລະ ຂໍ້ກຳນົດສະເພາະທີ່ລັດຖະບານຮຽກຮ້ອງ. ຖ້າພວກເຮົາບໍ່ສາມາດຕອບສະໜອງເງື່ອນໄຂທີ່ລັດຖະບານຮຽກຮ້ອງໄດ້, ແລ້ວພວກເຮົາກໍພຽງແຕ່ສາມາດເລືອກທີ່ຈະບໍ່ສ້າງພວກມັນ. ເມື່ອຈັດການກັບເລື່ອງນີ້, ເຮົາບອກຜູ້ຮັບຜິດຊອບສອງສາມຢ່າງທີ່ຕ້ອງເອົາໃຈໃສ່ ແລະ ຍັງແນະນຳລາວກ່ຽວກັບວິທີຮັບມືກັບສະຖານະການພິເສດບາງຢ່າງທີ່ລາວອາດຄິດບໍ່ເຖິງ. ເຮົາເວົ້າທຸກຢ່າງຢ່າງຊັດເຈນ ແລະ ລາວກໍຮູ້ວິທີຈັດການກັບເລື່ອງນັ້ນ ຫຼັງຈາກທີ່ລາວໄດ້ຍິນເຮົາເວົ້າ. ເມື່ອບາງຄົນມອບໝາຍໜ້າວຽກໃຫ້ຄົນອື່ນ, ພວກເຂົາເວົ້າຢ່າງຄຸມເຄືອ ແລະ ບໍ່ຊັດເຈນ; ພວກເຂົາບໍ່ເຮັດຫຍັງເລີຍນອກຈາກເວົ້າຄືກັບເຈົ້າໜ້າທີ່ລັດ ແລະ ກ່າວຫຼັກຄຳສອນ ແລະ ຄຳເວົ້າທີ່ຫວ່າງເປົ່າ. ຕົວຢ່າງ: ເມື່ອພວກເຂົາຈັດແຈງໃຫ້ຄົນໃດຄົນໜຶ່ງໄປຫາໜ່ວຍງານຂອງລັດຖະບານເພື່ອຈັດການກັບບາງສິ່ງ, ພວກເຂົາພຽງແຕ່ເວົ້າວ່າ “ໄປຫາລັດຖະບານ ແລະ ລອງຖາມເບິ່ງວ່າມີກົດລະບຽບຫຍັງແດ່”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຄົນທີ່ຈັດການເລື່ອງນັ້ນກໍບໍ່ຮູ້ວ່າຕ້ອງເຮັດຫຍັງ ຫຼື ລາວຄວນສອບຖາມກ່ຽວກັບເລື່ອງນີ້ແນວໃດ; ລາວຈຶ່ງຖາມເບິ່ງຊື່ໆ ແລ້ວກໍຈົບສໍ່ານັ້ນ ແລະ ໃນທີ່ສຸດກໍບໍ່ບັນລຸຜົນຫຍັງເລີຍ. ການມອບໝາຍໜ້າວຽກໃຫ້ຜູ້ຄົນແບບນີ້ບໍ່ແມ່ນການກະທຳຄືກັບເຈົ້າໜ້າທີ່ລັດບໍ? (ແມ່ນແລ້ວ.) ເມື່ອເຮົາກຳລັງເຮັດວຽກງານສະເພາະ, ເຮົາກໍຈະໂອ້ລົມ ແລະ ແກ້ໄຂບັນຫາທີ່ມີຢູ່ໃນວຽກງານນັ້ນ ພ້ອມທັງບັນຫາທີ່ສາມາດຄາດເດົາໄດ້ ແລະ ບັນຫາທີ່ພວກເຈົ້າຍົກຂຶ້ນມາເທື່ອລະຢ່າງ. ເມື່ອໂອ້ລົມກ່ຽວກັບແຕ່ລະບັນຫາ, ໃນດ້ານໜຶ່ງ ເຮົາກຳລັງຕັ້ງເປົ້າທີ່ຈະແກ້ໄຂມັນຕາມຫຼັກການຄວາມຈິງ ແລະ ນອກຈາກນີ້, ເມື່ອມີສະຖານະການພິເສດບາງຢ່າງເຂົ້າມາກ່ຽວຂ້ອງ, ເຮົາກໍຈະຈັດການ ແລະ ໂອ້ລົມກ່ຽວກັບສະຖານະການເຫຼົ່ານັ້ນຕາມຄວາມເໝາະສົມ. ຫຼັກການທີ່ເຮົາວາງອອກ ແລະ ເນື້ອໃນທີ່ເຮົາໂອ້ລົມກ່ຽວກັບນັ້ນບໍ່ເຄີຍຄຸມເຄືອຈັກເທື່ອ. ຢ່າງໜ້ອຍທີ່ສຸດ, ແຮງຈູງໃຈຂອງເຮົາກໍຄືການພະຍາຍາມເພື່ອຄວາມຊັດເຈນ, ໂດຍໃຫ້ຫຼັກການທີ່ກວ້າງໆແກ່ເຈົ້າ ເພື່ອທີ່ເມື່ອເຈົ້າປະເຊີນກັບສິ່ງດັ່ງກ່າວ, ເຈົ້າຈະສາມາດນຳໃຊ້ຫຼັກການນີ້ ແລະ ກະທຳຕາມມັນໄດ້. ເຮົາເຮັດເຊັ່ນນີ້ກໍເພື່ອໃຫ້ແນ່ໃຈວ່າເຈົ້າມີເສັ້ນທາງໃຫ້ປະຕິບັດຕາມ ແລະ ເຈົ້າຈະບໍ່ສູນເສຍທິດທາງເມື່ອປະເຊີນກັບສິ່ງຕ່າງໆໃນຊີວິດປະຈຳວັນ ແຕ່ຮູ້ວິທີຈັດການກັບບັນຫາ ແລະ ເຮັດວຽກ. ເຮົາບໍ່ໄດ້ກ່າວຄຳປາໄສທີ່ຟັງເບິ່ງຄືວ່າສູງສົ່ງກ່ຽວກັບຫຼັກຄຳສອນ ແລະ ທິດສະດີຕົບຕາ ເພື່ອເຮັດໃຫ້ເຈົ້າຫຼົງຜິດ ຫຼື ກົດຂີ່ເຈົ້າ ຫຼື ສັ່ງສອນເຈົ້າດ້ວຍຄວາມຮູ້ ຫຼື ທິດສະດີຕົບຕາ ເພື່ອເຮັດໃຫ້ເຈົ້າຍອມຮັບ ແລະ ອ່ອນນ້ອມ; ເຮົາບໍ່ເຮັດແບບນີ້. ເຮົາບໍ່ເຄີຍໃຫ້ຜູ້ຄົນມານັ່ງຕໍ່ໜ້າເຮົາເພື່ອຟັງເຮົາເວົ້າໂອ້ອວດກ່ຽວກັບທິດສະດີ ແລ້ວປ່ອຍໃຫ້ພວກເຂົາທຸກຄົນສັບສົນໂດຍສິ້ນເຊີງຫຼັງຈາກທີ່ເຮົາເວົ້າຈົບ, ໂດຍຮູ້ສຶກຄືກັບວ່າພວກເຂົາເຂົ້າໃຈ ແລະ ໄດ້ຮັບບາງສິ່ງ ແຕ່ກໍຮູ້ສຶກຄືກັບວ່າບໍ່ມີບັນຫາໃດໄດ້ຮັບການແກ້ໄຂເລີຍ, ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກວ່າການໂອ້ລົມສອງສາມຊົ່ວໂມງນີ້ເປັນການເສຍເວລາລ້າໆ. ເຮົາບໍ່ເຮັດແບບນີ້. ຖ້າພວກເຈົ້າມີບັນຫາ, ເຮົາກໍແກ້ໄຂບັນຫາເຫຼົ່ານັ້ນ; ຖ້າພວກເຈົ້າບໍ່ມີບັນຫາຫຍັງເລີຍ, ເຮົາກໍພະຍາຍາມສຸດຄວາມສາມາດຂອງເຮົາເພື່ອບໍ່ລົບກວນພວກເຈົ້າ. ສິ່ງທີ່ເຮົາເວົ້າກັບພວກເຈົ້າລ້ວນແລ້ວແຕ່ສະເພາະເຈາະຈົງຫຼາຍ. ຕົວຢ່າງ: ເມື່ອມີບັນຫາກັບວຽກງານເພງສັນລະເສີນ, ເຮົາກໍໂອ້ລົມກັບພວກເຈົ້າກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເພງສັນລະເສີນ. ເຖິງແມ່ນວ່າເຮົາຈະບໍ່ໄດ້ສຶກສາຄວາມຮູ້ທາງວິຊາຊີບທີ່ກ່ຽວຂ້ອງໃນຂົງເຂດນີ້, ເຮົາກໍສາມາດໂອ້ລົມກ່ຽວກັບຫຼັກການໄດ້. ເມື່ອມີບັນຫາກັບວຽກງານການແປ, ເຖິງແມ່ນວ່າເຮົາຈະບໍ່ຊຳນານໃນພາສາອັງກິດກໍຕາມ, ເຮົາກໍຈະໂອ້ລົມກັບພວກເຈົ້າກ່ຽວກັບຫຼັກການຂອງການແປ ແລະ ຊ່ວຍພວກເຈົ້າແກ້ໄຂບັນຫາຫຼັກການທີ່ພວກເຈົ້າບໍ່ສາມາດຈັດການໄດ້ ແລະ ພະຍາຍາມໃຫ້ແນ່ໃຈວ່າ ຜ່ານການໂອ້ລົມຂອງເຮົາ ພວກເຈົ້າຈະສາມາດເຂົ້າໃຈຫຼັກການບາງຢ່າງຂອງການປະຕິບັດຄວາມຈິງ. ບາງທີ, ຫຼັງຈາກທີ່ພວກເຈົ້າຟັງເຮົາແລ້ວ, ພວກເຈົ້າອາດບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມເລິກລັບທີ່ເລິກເຊິ່ງໃດໆ, ແຕ່ພວກເຈົ້າກໍມາຮູ້ຈັກດ້ານໜຶ່ງຂອງຫຼັກການຂອງການປະຕິບັດ ຫຼື ເສັ້ນທາງໃນການແກ້ໄຂບັນຫາໃນວຽກງານທີ່ພວກເຈົ້າກຳລັງເຮັດຢູ່, ນີ້ຄືຜົນຮັບທີ່ເຮົາຕັ້ງເປົ້າທີ່ຈະບັນລຸໃນຕົວພວກເຈົ້າ ເມື່ອເຮົາເລີ່ມພົວພັນ, ມີປະຕິສຳພັນ ແລະ ຈັດການເລື່ອງຕ່າງໆກັບພວກເຈົ້າ.
ຍັງມີອີກຂໍ້ໜຶ່ງທີ່ລວມຢູ່ໃນຫົວຂໍ້ຂອງການບໍ່ຄຸມເຄືອ: ເມື່ອເວົ້າເຖິງການແຍກແຍະຄົນປະເພດໃດໜຶ່ງ ຫຼື ສິ່ງໃດໜຶ່ງ, ຫຼັກການທີ່ເຮົາໂອ້ລົມກັບເຈົ້ານັ້ນມີຈຸດປະສົງເພື່ອຊ່ວຍໃຫ້ເຈົ້າຮັບຮູ້ແກ່ນແທ້ຂອງຄົນປະເພດນັ້ນ ແລະ ທຳມະຊາດຂອງສິ່ງປະເພດນັ້ນຢ່າງຊັດເຈນ ແລະ ເພື່ອຊ່ວຍໃຫ້ເຈົ້າມີຄວາມຊັດເຈນໃນໃຈຂອງເຈົ້າວ່າ ແກ່ນແທ້ຂອງຄົນປະເພດນັ້ນແມ່ນຫຍັງ, ທຳມະຊາດຂອງສິ່ງປະເພດນັ້ນແມ່ນຫຍັງ, ເຈົ້າຄວນປະຕິບັດຕໍ່ພວກເຂົາແນວໃດ ແລະ ເຈົ້າຄວນມີມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງແນວໃດກ່ຽວກັບພວກເຂົາ. ຈຸດມຸ່ງໝາຍຂອງເຮົາໃນການໂອ້ລົມກ່ຽວກັບບັນຫາເຫຼົ່ານີ້ແມ່ນເພື່ອຊ່ວຍໃຫ້ເຈົ້າມີມຸມມອງ, ທັດສະນະຄະຕິ ແລະ ຈຸດຢືນທີ່ຖືກຕ້ອງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ, ດ້ວຍເຫດນີ້ຈຶ່ງຮັບປະກັນວ່າ ເມື່ອເຈົ້າຍຶດໝັ້ນໃນຫຼັກການ, ເຈົ້າກຳລັງຍຶດໝັ້ນໃນຫຼັກການທີ່ຖືກຕ້ອງ, ບໍ່ແມ່ນຫຼັກການທີ່ຜິດ. ຈຸດມຸ່ງໝາຍຂອງເຮົາແມ່ນເພື່ອເຮັດໃຫ້ເຈົ້າສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເພື່ອທີ່ເຈົ້າຈະໄດ້ຮູ້ວ່າແກ່ນແທ້ ແລະ ທາດແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດແມ່ນຫຍັງກັນແທ້; ເພື່ອໃຫ້ເຈົ້າຮູ້ຈັກສິ່ງທີ່ເປັນບວກ ແລະ ໃນເວລາດຽວກັນ ກໍຮູ້ຈັກສິ່ງທີ່ເປັນລົບ; ແລະ ເພື່ອຊ່ວຍໃຫ້ເຈົ້າມີຈຸດຢືນທີ່ຖືກຕ້ອງຂອງເຈົ້າເອງ ບໍ່ວ່າເຈົ້າຈະປະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆປະເພດໃດກໍຕາມໃນຊີວິດປະຈຳວັນຂອງເຈົ້າ. ການມີຈຸດຢືນທີ່ຖືກຕ້ອງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າສາມາດມີຈຸດຢືນທີ່ຖືກຕ້ອງເພື່ອຍຶດໝັ້ນໃນຫຼັກການ, ບໍ່ໃຊ້ວິທີການທີ່ເປັນກາງ ແລະ ບໍ່ເປັນຄົນທີ່ສັບສົນ, ຄົນເບົາປັນຍາ ຫຼື ຄົນທີ່ບໍ່ຢາກຜິດໃຈໃຜ. ເຈົ້າເຫັນບໍວ່າ ໃນຕອນເລີ່ມຕົ້ນ, ເມື່ອງູລໍ້ລວງອາດາມ ແລະ ເອວາ, ມັນເວົ້າກັບພວກເຂົາວ່າ “ພຣະເຈົ້າບໍ່ໃຫ້ພວກເຈົ້າກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ. ພຣະເຈົ້າກ່າວວ່າ ຫຼັງຈາກທີ່ກິນມັນແລ້ວ ພວກເຈົ້າຈະຕ້ອງຕາຍຢ່າງແນ່ນອນ ແຕ່ທີ່ຈິງແລ້ວ ພວກເຈົ້າອາດຈະບໍ່ຕາຍກໍໄດ້”. ເຖິງແມ່ນວ່າຄຳເວົ້ານີ້ຈາກງູຈະຄຸມເຄືອຫຼາຍກໍຕາມ, ມັນກໍມີຜົນໃນການລໍ້ລວງອາດາມ ແລະ ເອວາ, ເຊິ່ງເຮັດໃຫ້ເກີດຜົນສະທ້ອນທີ່ເປັນອັນຕະລາຍ. ຜົນສະທ້ອນນີ້ແມ່ນຫຍັງ? ອາດາມ ແລະ ເອວາບໍ່ຟັງພຣະທຳຂອງພຣະເຈົ້າອີກຕໍ່ໄປ, ບໍ່ເຊື່ອພຣະທຳຂອງພຣະເຈົ້າອີກຕໍ່ໄປ, ບໍ່ມີຈຸດຢືນທີ່ຖືກຕ້ອງອີກຕໍ່ໄປ ແລະ ບໍ່ຍຶດໝັ້ນໃນຈຸດຢືນເດີມ ແລະ ຫຼັກການເດີມຂອງພວກເຂົາອີກຕໍ່ໄປ. ກົງກັນຂ້າມ ບົນພື້ນຖານຄວາມສົງໄສຂອງພວກເຂົາທີ່ມີໃນພຣະເຈົ້າ, ພວກເຂົາບໍ່ເຊື່ອຄຳສັ່ງຂອງພຣະເຈົ້າ ແລະ ບໍ່ເຊື່ອວ່າພວກເຂົາຈະຕາຍ ຖ້າພວກເຂົາກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ. ຈາກນັ້ນ ພວກເຂົາກໍເລີ່ມເກີດມີຄວາມຄິດ ແລະ ໃນຂະນະທີ່ສິ່ງນີ້ກຳລັງເກີດຂຶ້ນ ພວກເຂົາກໍຍື່ນມືອອກໄປ ແລະ ເດັດໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ. ນີ້ຄືຂະບວນການແຫ່ງການລໍ້ລວງ ແລະ ມັນຍັງເປັນຜົນຮັບມາຈາກການທີ່ອາດາມ ແລະ ເອວາຖືກລໍ້ລວງອີກດ້ວຍ. ຂະບວນການແຫ່ງການລໍ້ລວງນີ້ປະກອບດ້ວຍການທີ່ພວກເຂົາຟັງ ແລະ ເຊື່ອຄຳເວົ້າຂອງຊາຕານ, ເກີດມີຄວາມຄິດ, ເລີ່ມສົງໄສພຣະເຈົ້າ ແລະ ບໍ່ເຊື່ອພຣະທຳຂອງພຣະເຈົ້າອີກຕໍ່ໄປ. ຜົນຮັບຂອງການທີ່ອາດາມ ແລະ ເອວາຖືກລໍ້ລວງກໍຄື ພວກເຂົາເຮັດຂັດກັບພຣະທຳຂອງພຣະເຈົ້າ ແລະ ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ. ເຖິງແມ່ນວ່າງູບໍ່ໄດ້ເວົ້າວ່າ “ພວກເຈົ້າຈະບໍ່ຕາຍຢ່າງແນ່ນອນ ຖ້າພວກເຈົ້າກິນມັນ; ສິ່ງທີ່ພຣະເຈົ້າເວົ້ານັ້ນຜິດ ແລະ ພຣະເຈົ້າກຳລັງຫຼອກລວງພວກເຈົ້າ”, ໃນຄຳເວົ້າຂອງງູທີ່ວ່າ “ພວກເຈົ້າອາດຈະບໍ່ຕາຍກໍໄດ້ ຖ້າພວກເຈົ້າກິນມັນ”, ຄຳວ່າ “ອາດຈະບໍ່” ນີ້ເປັນການໃຊ້ຄຳທີ່ຄຸມເຄືອ. ການໃຊ້ຄຳທີ່ຄຸມເຄືອນີ້ມີລັກສະນະເປັນການລໍ້ລວງ; ມັນເຮັດໃຫ້ມະນຸດສົງໄສພຣະເຈົ້າ ແລະ ບໍ່ເຊື່ອພຣະທຳຂອງພຣະເຈົ້າ. ການໃຊ້ຄຳທີ່ຄຸມເຄືອນີ້ຍັງເຮັດໃຫ້ມະນຸດສູນເສຍຈຸດຢືນທີ່ຖືກຕ້ອງຂອງເຂົາ ພ້ອມທັງແຮງຊຸກຍູ້ ແລະ ຄວາມເຊື່ອຂອງເຂົາໃນການຍຶດໝັ້ນໃນຫຼັກການອີກດ້ວຍ. ໃນທີ່ສຸດມີຫຍັງເກີດຂຶ້ນ? ມະນຸດໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການຖືກລໍ້ລວງໂດຍງູ, ທໍລະຍົດພຣະເຈົ້າ ແລະ ດຳລົງຊີວິດຢູ່ໃນຄວາມບາບ. ເມື່ອເບິ່ງໃນມຸມມອງນີ້, ຄຳວ່າ “ອາດຈະບໍ່” ທີ່ງູເວົ້າເມື່ອມັນລໍ້ລວງມະນຸດນັ້ນມີຜົນກະທົບທາງລົບທີ່ໃຫຍ່ຫຼວງເກີນໄປ. ມັນບໍ່ໄດ້ປະຕິເສດພຣະທຳຂອງພຣະເຈົ້າໂດຍກົງ ຫຼື ບອກມະນຸດໂດຍກົງບໍ່ໃຫ້ຟັງພຣະທຳຂອງພຣະເຈົ້າ ແລະ ມັນບໍ່ໄດ້ບອກມະນຸດໂດຍກົງໃຫ້ລະແວງ ແລະ ສົງໄສພຣະເຈົ້າ, ແຮງໄກທີ່ມັນຈະບອກມະນຸດຢ່າງຊັດເຈນວ່າ “ເຈົ້າຈະບໍ່ຕາຍຫຼັງຈາກທີ່ກິນມັນ”. ແຕ່ພຽງວະລີທີ່ຄຸມເຄືອແບບ “ອາດຈະບໍ່” ກໍພຽງພໍແລ້ວທີ່ຈະເຮັດໃຫ້ຈິດໃຈຂອງມະນຸດເລີ່ມເກີດຄວາມຄິດ, ເພື່ອຫຼອກລວງພວກເຂົາ ແລະ ເພື່ອລໍ້ລວງພວກເຂົາໃຫ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ເລື່ອງຄວາມດີ ແລະ ຄວາມຊົ່ວ. ສິ່ງເຫຼົ່ານີ້ຄືຜົນສະທ້ອນທີ່ການໃຊ້ຄຳທີ່ຄຸມເຄືອນຳມາສູ່ມະນຸດ. ວະລີທີ່ຄຸມເຄືອ “ອາດຈະບໍ່” ນີ້ມາຈາກໃສ? ໃນຕອນເລີ່ມຕົ້ນແທ້ໆ, ວະລີນີ້ມາຈາກຄຳເວົ້າທີ່ງູເວົ້າເມື່ອລໍ້ລວງເອວາ. ກ່ອນໜ້ານີ້, ເຈົ້າບໍ່ສາມາດພົບເຫັນຄຳເວົ້າທີ່ຄຸມເຄືອແມ່ນແຕ່ຄຳດຽວ ແລະ ເຈົ້າບໍ່ສາມາດພົບເຫັນຮ່ອງຮອຍຂອງຄວາມຄຸມເຄືອແມ່ນແຕ່ໜ້ອຍດຽວ ໃນຄຳສັ່ງສອງສາມຂໍ້ທີ່ພຣະເຈົ້າໃຫ້ແກ່ອາດາມ ແລະ ເອວາ. ນັ້ນກໍຄື ພຣະທຳທີ່ພຣະເຈົ້າກ່າວນັ້ນລ້ວນແລ້ວແຕ່ຈິງໃຈ, ແທ້ຈິງ ແລະ ຖືກຕ້ອງ. ທຸກປະໂຫຍກທີ່ພຣະອົງເວົ້າເປັນຕົວແທນໃຫ້ແກ່ຈຸດຢືນທີ່ຖືກຕ້ອງ ພ້ອມທັງມຸມມອງທີ່ຖືກຕ້ອງ ແລະ ແມ່ນຍຳ ເຊິ່ງມະນຸດຄວນຍຶດໝັ້ນທັງໝົດ ແລະ ເຊິ່ງມະນຸດຄວນອ່ອນນ້ອມຕໍ່ຕະຫຼອດໄປ ໂດຍບໍ່ສົງໄສພວກມັນເລີຍ. ບໍ່ມີພຣະທຳຂອງພຣະເຈົ້າຂໍ້ໃດທີ່ຄຸມເຄືອ, ສະນັ້ນ ຈຶ່ງບໍ່ມີພຣະທຳຂອງພຣະເຈົ້າຂໍ້ໃດທີ່ລໍ້ລວງມະນຸດ. ເມື່ອເວົ້າໃນແງ່ລົບ, ພຣະທຳຂອງພຣະເຈົ້າບໍ່ມີການລໍ້ລວງ ຫຼື ການຫຼອກລວງມະນຸດແມ່ນແຕ່ໜ້ອຍດຽວ; ໃນແງ່ບວກ, ມັນສາມາດເວົ້າໄດ້ວ່າ ທຸກສິ່ງທີ່ພຣະເຈົ້າເວົ້ານັ້ນເຮັດໜ້າທີ່ປົກປ້ອງ ແລະ ຄຸ້ມຄອງມະນຸດ ແລະ ສາມາດຮັກສາຊີວິດຂອງມະນຸດ ພ້ອມທັງຮັກສາຄວາມສຳພັນທີ່ໃກ້ຊິດທີ່ສຸດນີ້ລະຫວ່າງເຂົາ ແລະ ພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຄຳເວົ້າທີ່ຄຸມເຄືອຂອງງູນີ້ “ອາດຈະບໍ່” ໄດ້ທຳລາຍຄວາມສຳພັນນີ້ຈົນໝົດກ້ຽງ ແລະ ດຶງມະນຸດອອກຫ່າງຈາກພຣະເຈົ້າຢ່າງສົມບູນ, ເຮັດໃຫ້ເຂົາສົງໄສພຣະເຈົ້າ ແລະ ຖອຍຫ່າງຈາກພຣະເຈົ້າ ແລະ ເຮັດໃຫ້ເຂົາຮູ້ສຶກລະອາຍເກີນກວ່າທີ່ຈະໃຫ້ພຣະເຈົ້າເຫັນ. ບົນພື້ນຖານນີ້, ງູໄດ້ລໍ້ລວງ, ເຮັດໃຫ້ເສື່ອມຊາມ ແລະ ທຳລາຍມະນຸດຕື່ມອີກ. ເມື່ອພິຈາລະນາຈາກຂໍ້ຄວາມທີ່ປະກອບດ້ວຍຄຳສັ່ງຂອງພຣະເຈົ້າຕໍ່ອາດາມ ແລະ ເອວາ, ແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແລະ ຈຸດມຸ່ງໝາຍຂອງພຣະອົງໃນການເວົ້ານັ້ນເປັນປະໂຫຍດຢ່າງມະຫາສານຕໍ່ມະນຸດ, ການຟັງພຣະທຳຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າຄືຈຸດຢືນທີ່ມະນຸດຄວນມີ ແລະ ມັນຍັງເປັນຫຼັກການຄວາມຈິງທີ່ມະນຸດຄວນຍຶດໝັ້ນຕະຫຼອດໄປອີກດ້ວຍ. ພຣະເຈົ້າຮັກ, ຫ່ວງໃຍ, ປົກປ້ອງ ແລະ ທະນຸຖະໜອມມະນຸດຕະຫຼອດໄປ, ໃນຂະນະທີ່ເປົ້າໝາຍຂອງຊາຕານໃນການເວົ້າ ແລະ ການກະທຳແມ່ນເພື່ອລໍ້ລວງ ແລະ ເຮັດໃຫ້ມະນຸດເສື່ອມຊາມ, ເພື່ອລໍ້ລວງມະນຸດໃຫ້ສົງໄສ ແລະ ຖອຍຫ່າງຈາກພຣະເຈົ້າ ແລະ ຈາກນັ້ນກໍລໍ້ລວງມະນຸດໃຫ້ນະມັດສະການມັນ ແລະ ຖືກມັນເຮັດໃຫ້ເສື່ອມຊາມ. ເນື່ອງຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຊີວິດຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ, ພຣະອົງຈຶ່ງມີການສະແດງອອກທີ່ສະເພາະເຈາະຈົງນີ້ ແລະ ຫຼັກການແຫ່ງການບໍ່ຄຸມເຄືອໃນພຣະທຳ ແລະ ການກະທຳຂອງພຣະອົງເຊັ່ນດຽວກັນ. ຜ່ານຄຳເທດສະໜາທັງໝົດຂອງເຮົາ ແລະ ຜ່ານການເລີ່ມພົວພັນກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນຊີວິດປະຈຳວັນຂອງພວກເຈົ້າ, ພວກເຈົ້າຈະຄ່ອຍໆຄົ້ນພົບຢ່າງແນ່ນອນວ່າ ໃນຄວາມຈິງທັງໝົດທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດນັ້ນ ບໍ່ມີຄຳສັບທີ່ຄຸມເຄືອປະເພດທີ່ພວກເຈົ້າພົບໃນຄຳເວົ້າຂອງຊາຕານເລີຍ ແລະ ບໍ່ມີການສະແດງອອກທີ່ຄຸມເຄືອຄືກັບສິ່ງທີ່ຊາຕານໃຊ້ເລີຍ, ແມ່ນບໍ? (ແມ່ນແລ້ວ.) ການບໍ່ຄຸມເຄືອແມ່ນການເປີດເຜີຍເຖິງຄວາມແທ້ຈິງ ແລະ ຄວາມສັດຊື່ຂອງພຣະເຈົ້າ ເມື່ອພຣະອົງເວົ້າ ແລະ ເຮັດວຽກງານ ແລະ ມັນຍັງເປັນການເປີດເຜີຍເຖິງແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ນັ້ນກໍຄື ສຳລັບພຣະເຈົ້າແລ້ວ ບໍ່ມີແກ່ນແທ້ປະເພດທີ່ຊາຕານມີ ເມື່ອມັນເວົ້າເພື່ອລໍ້ລວງມະນຸດ; ແກ່ນແທ້ຂອງພຣະເຈົ້າປາສະຈາກສິ່ງນີ້. ສະນັ້ນ, ເຖິງແມ່ນວ່າພຣະທຳຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະບໍ່ລະອຽດ ຫຼື ຊັດເຈນຫຼາຍເມື່ອເວົ້າເຖິງເລື່ອງເລັກນ້ອຍບາງຢ່າງ, ພຣະອົງຈະບໍ່ໃຊ້ຄຳເວົ້າທີ່ຄຸມເຄືອໃດໆທີ່ຄ້າຍຄືກັບຄຳເວົ້າທີ່ຊາຕານໃຊ້ເພື່ອລໍ້ລວງມະນຸດໂດຍເດັດຂາດ ແລະ ພຣະອົງຈະບໍ່ໃຊ້ປະເພດຂອງພາສາ, ລັກສະນະການເວົ້າ ຫຼື ວິທີການເຮັດວຽກທີ່ເຮັດໃຫ້ເຈົ້າສູນເສຍທິດທາງ ຫຼື ເຮັດໃຫ້ເຈົ້າແອບມີຄວາມສົງໄສກ່ຽວກັບພຣະເຈົ້າ ແລະ ຖອຍຫ່າງຈາກພຣະເຈົ້າຢ່າງເດັດຂາດ. ກົງກັນຂ້າມ ບໍ່ວ່າພຣະເຈົ້າຈະເວົ້າແນວໃດ ແລະ ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ເປົ້າໝາຍສູງສຸດທີ່ພຣະອົງຕັ້ງເປົ້າທີ່ຈະບັນລຸແມ່ນເພື່ອໃຫ້ເຈົ້າເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ເພື່ອໃຫ້ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າຈາກພຣະທຳຂອງພຣະອົງ, ເພື່ອໃຫ້ເຈົ້າມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ພ້ອມທັງຈຸດຢືນທີ່ຖືກຕ້ອງ ແລະ ເພື່ອໃຫ້ເຈົ້າມີແຮງບັນດານໃຈຫຼາຍຂຶ້ນໃນການຍຶດໝັ້ນໃນຫຼັກການຄວາມຈິງ. ນີ້ຄືດ້ານໜຶ່ງຂອງເລື່ອງນີ້. ໃນອີກດ້ານໜຶ່ງ, ພຣະເຈົ້າຕັ້ງເປົ້າໃຫ້ເຈົ້າໄດ້ຮັບເປົ້າໝາຍ, ທິດທາງທີ່ຖືກຕ້ອງໃນຊີວິດ ແລະ ທິດທາງສຳລັບການກ້າວໄປຂ້າງໜ້າ ຈາກພຣະທຳທີ່ຊັດເຈນ ແລະ ແຈ່ມແຈ້ງເຫຼົ່ານີ້. ແນ່ນອນວ່າ ຈຸດທີ່ສຳຄັນຍິ່ງໄປກວ່ານັ້ນກໍຄື ເມື່ອເຈົ້າມີມຸມມອງ ແລະ ຈຸດຢືນທີ່ຖືກຕ້ອງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ແລະ ເຈົ້າຍຶດໝັ້ນໃນຫຼັກການຄວາມຈິງ, ເຈົ້າກໍຈະໄດ້ຮັບການປົກປ້ອງ ແລະ ການດູແລຈາກພຣະເຈົ້າ ແລະ ຈາກນັ້ນກໍໄດ້ຮັບການຍົກຍ້ອງ ແລະ ການຍອມຮັບຈາກພຣະເຈົ້າ. ແລ້ວພວກເຈົ້າບໍ່ແມ່ນຜູ້ໄດ້ຮັບຜົນປະໂຫຍດບໍ? (ແມ່ນແລ້ວ.) ພຽງແຕ່ຂໍ້ເທັດຈິງທີ່ວ່າພຣະທຳ ແລະ ການກະທຳຂອງພຣະເຈົ້າບໍ່ຄຸມເຄືອກໍໄດ້ນຳຜົນປະໂຫຍດອັນຍິ່ງໃຫຍ່ມາສູ່ພວກເຈົ້າແລ້ວ. ມາຮອດຕອນນີ້ ພວກເຈົ້າເລີ່ມເຂົ້າໃຈສິ່ງນີ້ແດ່ແລ້ວບໍ? (ແມ່ນແລ້ວ.) ຖ້າເຮົາບໍ່ໄດ້ເວົ້າທຸກສິ່ງນີ້, ພວກເຈົ້າອາດບໍ່ມີທາງເຂົ້າໃຈມັນເລີຍຕະຫຼອດຊີວິດຂອງພວກເຈົ້າ. ພວກເຈົ້າຈະພຽງແຕ່ຮູ້ສຶກວ່າ “ພຣະທຳຂອງພຣະອົງຄືຄວາມຈິງ. ພຣະທຳຂອງພຣະອົງຂ້ອນຂ້າງຖືກຕ້ອງ ແລະ ເປັນພາວະວິໄສ ແລະ ຄວາມເຂົ້າໃຈຂອງພຣະອົງທີ່ມີຕໍ່ພວກເຮົາກໍຂ້ອນຂ້າງເລິກເຊິ່ງ” ແຕ່ພວກເຈົ້າອາດຈະບໍ່ສາມາດຮັບຮູ້ໄດ້ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ໄດ້ຄຸມເຄືອເມື່ອພຣະອົງເວົ້າ, ແມ່ນບໍ? (ແມ່ນແລ້ວ.)
ການຂາດຄວາມຄຸມເຄືອຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນພຣະທຳຂອງພຣະອົງມີການສະແດງອອກອີກຢ່າງໜຶ່ງ ເຊິ່ງໄດ້ແກ່ ໃນຫົວຂໍ້ຕ່າງໆທີ່ເຮົາໂອ້ລົມກັບພວກເຈົ້າ, ບໍ່ວ່າພວກມັນຈະກ່ຽວຂ້ອງກັບວຽກງານວິຊາຊີບໃດໜຶ່ງ ຫຼື ການເຂົ້າສູ່ຊີວິດ, ການໂອ້ລົມຂອງເຮົາບໍ່ໄດ້ລວມເອົາຄວາມຮູ້, ປັດຊະຍາ ຫຼື ສາດສະໜາສາດເຂົ້າໄປນຳ, ມັນປາສະຈາກສິ່ງເຫຼົ່ານີ້ຢ່າງສິ້ນເຊີງ. ເຖິງແມ່ນວ່າມັນຈະກ່ຽວຂ້ອງກັບວຽກງານວິຊາຊີບລາຍການໃດໜຶ່ງກໍຕາມ, ສຳລັບສ່ວນໃຫຍ່ຂອງສິ່ງຕ່າງໆທີ່ເຮົາໂອ້ລົມນັ້ນ, ຈຸດສຳຄັນຂອງສິ່ງທີ່ເຮົາເວົ້າຫຼັກໆແລ້ວແມ່ນການບອກພວກເຈົ້າເຖິງວິທີຈັບໃຈຄວາມຫຼັກການຄວາມຈິງທີ່ກ່ຽວຂ້ອງ ແລະ ວິທີນຳໃຊ້ຄວາມຮູ້ ແລະ ທັກສະທາງວິຊາຊີບໃນຂົງເຂດນີ້ຢ່າງຖືກຕ້ອງ, ເພື່ອທີ່ພວກເຈົ້າອາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ດີຂຶ້ນ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າໃນລັກສະນະທີ່ໄດ້ມາດຕະຖານ. ເຮົາບໍ່ໄດ້ປູກຝັງຄວາມຮູ້ໃນຕົວພວກເຈົ້າ. ບາງຄັ້ງ ເຮົາແບ່ງປັນສາມັນສຳນຶກບາງຢ່າງກັບພວກເຈົ້າ ເຊັ່ນ: ສາມັນສຳນຶກໃນການປ້ອງກັນໄຂ້ຫວັດ: ໃຫ້ແນ່ໃຈວ່າໄດ້ຮັກສາຄວາມອົບອຸ່ນໃນລະດູໜາວ. ຢ່າປ່ອຍໃຫ້ຖືກອາກາດເຢັນຈົນບໍ່ສະບາຍ. ເມື່ອເປີດປ່ອງຢ້ຽມ, ຢ່ານັ່ງໃກ້ ເພື່ອຫຼີກລ່ຽງການນັ່ງຕາກລົມ. ທັງໝົດນີ້ຄືສາມັນສຳນຶກ. ສາມັນສຳນຶກໝາຍເຖິງຫຍັງ? (ປະສົບການຊີວິດບາງຢ່າງທີ່ຄົນເຮົາຄວນຮູ້ໃນຊີວິດປະຈຳວັນຂອງລາວ.) ມັນຄືປະສົບການຊີວິດ ແລະ ຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວິທີຮັກສາສຸຂະພາບຂອງຕົນເອງ, ແມ່ນບໍ? (ແມ່ນແລ້ວ.) ເຮົາບໍ່ໄດ້ປູກຝັງຄວາມຮູ້ທາງສັງຄົມ ຫຼື ຄວາມຮູ້ທາງສາດສະໜາສາດໃນຕົວພວກເຈົ້າ. ເປັນຫຍັງເຮົາຈຶ່ງບໍ່ປູກຝັງສິ່ງເຫຼົ່ານີ້ໃນຕົວພວກເຈົ້າ? (ສິ່ງເຫຼົ່ານີ້ບໍ່ມີປະໂຫຍດຕໍ່ພວກເຮົາ.) ນັ້ນອະທິບາຍເຫດຜົນໄປດ້ານໜຶ່ງແລ້ວ. ມີຫຍັງອີກບໍ? (ຄວາມຮູ້ທາງສັງຄົມເປັນຂອງຊາຕານ; ພຣະເຈົ້າຈະບໍ່ປູກຝັງສິ່ງເຫຼົ່ານີ້ໃນຕົວພວກເຮົາເພື່ອເຮັດໃຫ້ພວກເຮົາໄປໃນທາງທີ່ຜິດ.) ບອກເຮົາເບິ່ງວ່າ ເຮົາມີສິ່ງໃດທີ່ເປັນຂອງຊາຕານບໍ? (ບໍ່ມີ.) ສິ່ງທີ່ເຮົາເວົ້າເຖິງເມື່ອເຮົາໂອ້ລົມ ແລະ ເວົ້າກັບພວກເຈົ້າແມ່ນຫຍັງ? (ມັນລ້ວນແຕ່ເປັນສິ່ງທີ່ເປັນບວກ ແລະ ມັນລ້ວນແຕ່ເປັນຄວາມຈິງ.) ຄວາມຮູ້, ປັດຊະຍາ, ຕັກກະສາດ, ການໃຊ້ເຫດຜົນຂອງຊາຕານ ແລະ ສາດສະໜາສາດ, ເຮົາບໍ່ເຄີຍພະຍາຍາມຮຽນຮູ້ສິ່ງເຫຼົ່ານີ້ ແລະ ເຈົ້າຈະບໍ່ພົບສິ່ງເຫຼົ່ານີ້ພາຍໃນຕົວເຮົາ. ບາງຄົນເວົ້າວ່າ “ເປັນຫຍັງພຣະອົງຈຶ່ງບໍ່ລອງຮຽນຮູ້ເບິ່ງຈັກໜ້ອຍ?” ນັ້ນບໍ່ແມ່ນກິດຈະກຳຍາມຫວ່າງຂອງເຮົາແທ້ໆ. ເຮົາບໍ່ມັກສິ່ງເຫຼົ່ານັ້ນ. ເຮົາຮູ້ສຶກລັງກຽດ ແລະ ເບື່ອໜ່າຍເມື່ອເຮົາໄດ້ຍິນຜູ້ຄົນເວົ້າກ່ຽວກັບສາດສະໜາສາດ. ສາດສະໜາດສາດລ້ວນແລ້ວແຕ່ເປັນຫຼັກຄຳສອນ ແລະ ທິດສະດີຕົບຕາ; ມັນບໍ່ສຳພັນກັບຊີວິດຈິງ, ແມ່ນບໍ? ບາງຄົນຮູ້ຈັກພຣະຄຳພີຢ່າງຖ່ອງແທ້ ແລະ ສຶກສາໜັງສືຂອງຜູ້ປະກາດພຣະທຳ ແລະ ໜັງສືຄຳທຳນາຍຢູ່ສະເໝີ ນັ້ນລວມເຖິງສິ່ງທີ່ຖືກທຳນາຍໄວ້ໃນບົດ ແລະ ຂໍ້ໃດໜຶ່ງ, ມັນຈະສຳເລັດແນວໃດ ແລະ ຄວາມເລິກລັບພາຍໃນນັ້ນມີຫຍັງແດ່. ເຮົາບໍ່ເຄີຍສຶກສາສິ່ງເຫຼົ່ານີ້ ແລະ ບໍ່ມີຄວາມຈຳເປັນຫຍັງທີ່ເຮົາຈະຕ້ອງພະຍາຍາມສຶກສາສິ່ງເຫຼົ່ານີ້. ໂດຍທຳມະຊາດແລ້ວ ເຮົາບໍ່ມັກສິ່ງເຫຼົ່ານີ້. ເມື່ອເຮົາປະເຊີນກັບສິ່ງຕ່າງໆໃນຊີວິດປະຈຳວັນ, ເຮົາພຽງແຕ່ໄຕ່ຕອງວ່າຈະກະທຳແນວໃດໃຫ້ເໝາະສົມ, ຈະກະທຳແນວໃດເພື່ອໃຫ້ບັນຫາເຫຼົ່ານີ້ສາມາດໄດ້ຮັບການແກ້ໄຂ ແລະ ວິທີທີ່ດີທີ່ສຸດໃນການແກ້ໄຂບັນຫາເຫຼົ່ານັ້ນແມ່ນຫຍັງ. ສຳລັບຫຼາຍຄົນແລ້ວ, ເມື່ອພວກເຂົາປະເຊີນກັບສິ່ງຕ່າງໆ, ພວກເຂົາກໍຈົ່ມວ່າ, ຮູ້ສຶກເສຍໃຈ ຫຼື ເກີດມີຄວາມສັບສົນ ຫຼື ພວກເຂົາເວົ້າຫຼັກຄຳສອນທີ່ສູງສົ່ງ ແລະ ຮ້ອງຄຳຂວັນ. ເມື່ອເຮົາປະເຊີນກັບສິ່ງຕ່າງໆ, ເຮົາໄຕ່ຕອງຢ່າງໃຈເຢັນກ່ຽວກັບວິທີທີ່ເໝາະສົມໃນການແກ້ໄຂສິ່ງເຫຼົ່ານັ້ນ; ສິ່ງທີ່ເຮົາໄຕ່ຕອງກໍຄືວິທີແກ້ໄຂ. ເພາະສະນັ້ນແລ້ວ, ເມື່ອເຮົາເວົ້າ ແລະ ໂອ້ລົມກັບພວກເຈົ້າ, ເຮົາມັກເວົ້າກ່ຽວກັບສິ່ງທີ່ເປັນຈິງ, ກ່ຽວກັບສິ່ງທີ່ເກີດຂຶ້ນເມື່ອພວກເຈົ້າກຳລັງປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ແມ່ນແຕ່ກ່ຽວກັບສິ່ງທີ່ກ່ຽວຂ້ອງໃນຊີວິດປະຈຳວັນ ເຊັ່ນ: ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ສະເພາະ, ສິ່ງຈຳເປັນພື້ນຖານ ແລະ ອື່ນໆ. ເຮົາເວົ້າແຕ່ເລື່ອງທີ່ເປັນຈິງເທົ່ານັ້ນ. ເຮົາບໍ່ໄດ້ເວົ້າຈາໃຫຍ່ໂຕເຊິ່ງເຕັມໄປດ້ວຍຄຳເວົ້າທີ່ຫວ່າງເປົ່າ. ຫຼັງຈາກທີ່ພວກເຈົ້າໄດ້ໃຊ້ເວລາຢູ່ກັບເຮົາເປັນເວລາດົນ, ພວກເຈົ້າກໍຈະເຫັນວ່າເຮົາຈິງຈັງ ແລະ ຕັ້ງໃຈຫຼາຍກ່ຽວກັບສິ່ງທີ່ເປັນຈິງ ແລະ ບັນຫາທີ່ແທ້ຈິງໃນຊີວິດ. ເຮົາກໍເປັນຄົນແບບນີ້ແຫຼະ. ເຮົາບໍ່ຄຸມເຄືອກ່ຽວກັບສິ່ງໃດເລີຍ, ໂດຍສະເພາະຢ່າງຍິ່ງ ເມື່ອມັນກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ການເຂົ້າສູ່ຊີວິດຂອງພວກເຈົ້າ, ສິ່ງນີ້ກໍຍິ່ງເປັນຄວາມຈິງ, ແມ່ນບໍ? (ແມ່ນແລ້ວ.) ນັ້ນອະທິບາຍດ້ານໜຶ່ງຂອງການບໍ່ຄຸມເຄືອ.
ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ຄຸມເຄືອຍັງກ່ຽວຂ້ອງກັບຫົວຂໍ້ຂອງການທີ່ພຣະເຈົ້າບໍ່ລໍ້ລວງມະນຸດອີກດ້ວຍ. ການທີ່ພຣະເຈົ້າບໍ່ຄຸມເຄືອໝາຍຄວາມວ່າ ວິທີທີ່ເຮົາເວົ້າ ແລະ ເຮັດວຽກງານນັ້ນຊັດເຈນຫຼາຍ. ເຮົາເວົ້າຢ່າງກົງໄປກົງມາ; ເຮົາບໍ່ໃຊ້ຄຳເວົ້າຕົບຕາ ຫຼື ມີວິທີການທີ່ຕົບຕາໃນການເຮັດສິ່ງຕ່າງໆ. ເຖິງແມ່ນວ່າຈະມີບາງສິ່ງທີ່ບໍ່ສາມາດຟ້າວສະຫຼຸບໄດ້ໃນເວລານັ້ນກໍຕາມ, ເຮົາກໍຈະບອກພວກເຈົ້າວ່າ “ພວກເຮົາມາສັງເກດເບິ່ງຄົນນີ້ໄປກ່ອນໄລຍະໜຶ່ງກັນເທາະ. ພວກເຮົາລໍຖ້າເບິ່ງເລື່ອງນີ້ຈັກໜ້ອຍກັນເທາະ. ສຳລັບຕອນນີ້, ສິ່ງດຽວທີ່ພວກເຮົາສາມາດເຮັດໄດ້ກໍຄືເຮັດສຸດຄວາມສາມາດຂອງມະນຸດ. ສຳລັບຂັ້ນຕອນຕໍ່ໄປ, ພວກເຮົາຈຶ່ງມາເບິ່ງກັນວ່າສິ່ງຕ່າງໆຈະພັດທະນາໄປໃນທິດທາງໃດ. ພວກເຮົາສາມາດຄ່ອຍໆວາງແຜນ ແລະ ກຳນົດເປົ້າໝາຍໂດຍອີງໃສ່ທິດທາງທີ່ສິ່ງຕ່າງໆພັດທະນາໄປ”. ດັ່ງທີ່ພວກເຈົ້າເຫັນ, ເຮົາຈະອະທິບາຍສິ່ງຕ່າງໆຢ່າງຊັດເຈນໃຫ້ແກ່ພວກເຈົ້າ ແລະ ບອກຢ່າງຊັດເຈນເຖິງຫຼັກການທີ່ກ່າວເຖິງ ແລະ ວິທີທີ່ພວກເຈົ້າຄວນກຳນົດທິດທາງການກະທຳຂອງພວກເຈົ້າ. ເຮົາຈະບໍ່ໃຊ້ຄຳເວົ້າຕົບຕາ ເພື່ອເຮັດໃຫ້ພວກເຈົ້າຮູ້ສຶກຄືກັບວ່າພວກເຈົ້າບໍ່ຮູ້ວ່າຕ້ອງເຮັດຫຍັງ ຫຼື ພວກເຈົ້າບໍ່ຮູ້ວິທີຈັດການກັບບາງສິ່ງຢ່າງເດັດຂາດ. ເຖິງແມ່ນວ່າເມື່ອກຳນົດລັກສະນະຂອງບາງຄົນກໍຕາມ, ເຮົາກໍໂອ້ລົມໂດຍອີງໃສ່ສິ່ງພິເສດບາງຢ່າງທີ່ພວກເຂົາໄດ້ເຮັດ ແລະ ໂດຍອີງໃສ່ການສະແດງອອກຕ່າງໆຂອງພວກເຂົາ, ເພື່ອຊ່ວຍໃຫ້ພວກເຈົ້າຮັບຮູ້ແກ່ນແທ້ຂອງຄົນປະເພດນີ້ຢ່າງຊັດເຈນ ແລະ ຮູ້ວິທີປະຕິບັດຕໍ່ພວກເຂົາ. ແມ່ນບໍ? (ແມ່ນແລ້ວ.) ນັ້ນກໍຄື ເຮົາບໍ່ເຄີຍເອົາຄວາມຮູ້ສຶກສ່ວນຕົວ ຫຼື ຄວາມຄັບແຄ້ນໃຈສ່ວນຕົວມາປົນກັບວິທີທີ່ເຮົາຈັດການກັບເລື່ອງຕ່າງໆ. ເຖິງແມ່ນວ່າເມື່ອຈັດການກັບບາງຄົນກໍຕາມ, ຖ້າພວກເຈົ້າບໍ່ຊັດເຈນກ່ຽວກັບແກ່ນແທ້ຂອງຄົນປະເພດນີ້, ເຮົາກໍຈະໂອ້ລົມກ່ຽວກັບມັນຢ່າງສະເພາະເຈາະຈົງ, ອະທິບາຍໃຫ້ພວກເຈົ້າຟັງຢ່າງຊັດເຈນເຖິງບັນຫາທີ່ພວກເຂົາມີ ແລະ ຈາກນັ້ນກໍໃຊ້ຄວາມຈິງເພື່ອລະບຸວ່າພວກເຂົາເໝາະກັບການຢູ່ບ່ອນໃດ ແລະ ໄຈ້ແຍກແກ່ນແທ້ຂອງເຂົາ, ຊ່ວຍໃຫ້ພວກເຈົ້າມີຄວາມຊັດເຈນວ່າ ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຈັດການກັບພວກເຂົາດ້ວຍວິທີນີ້, ເປັນຫຍັງຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການປະຕິບັດຕໍ່ຄົນປະເພດນີ້ຈຶ່ງເປັນແບບນີ້ ແລະ ເປັນຫຍັງຜົນຂອງການຈັດການກັບພວກເຂົາຈຶ່ງເປັນແບບໃດໜຶ່ງ. ເຖິງແມ່ນວ່າບາງຄົນຈະບໍ່ຍອມຮັບຄວາມບາບຂອງພວກເຂົາ ຫຼື ກັບໃຈຫຼັງຈາກທີ່ຖືກຈັດການ ແລະ ບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງຖືກປົດ ຫຼື ຖືກສົ່ງອອກໄປ ຫຼື ເປັນຫຍັງພວກເຂົາຈຶ່ງຖືກຄັດອອກ, ນີ້ກໍເປັນພຽງການທີ່ພວກເຂົາບໍ່ຮູ້ຈັກຕົນເອງ ແລະ ບໍ່ມີຄວາມສຳນຶກຜິດ. ເຖິງຢ່າງໃດກໍຕາມ, ສຳລັບເຫດຜົນທີ່ວ່າເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຈັດການກັບພວກເຂົາ ແລະ ເປັນຫຍັງຜົນຈາກການຈັດການກັບພວກເຂົາຈຶ່ງເປັນແບບໃດໜຶ່ງ, ພວກເຮົາຈຳເປັນຕ້ອງນຳບັນຫາເຫຼົ່ານັ້ນມາເວົ້າຢ່າງເປີດເຜີຍ ເພື່ອທີ່ພວກເຈົ້າຈະຮູ້ລາຍລະອຽດຂອງບັນຫາເຫຼົ່ານີ້, ຄົນເຫຼົ່ານີ້ມີບັນຫາຫຍັງແດ່, ເຫດຜົນຂອງເຮືອນຂອງພຣະເຈົ້າໃນການຈັດການກັບພວກເຂົາແມ່ນຫຍັງ ແລະ ພື້ນຖານໃນການຈັດການກັບພວກເຂົາແມ່ນຫຍັງ. ສະຫຼຸບແລ້ວ, ໃນພຣະທຳທັງໝົດທີ່ເຮົາໄດ້ໂອ້ລົມກັບພວກເຈົ້າຕັ້ງແຕ່ຕົ້ນຈົນເຖິງປັດຈຸບັນ, ນອກເໜືອຈາກພາກສ່ວນທີ່ເວົ້າດ້ວຍພາສາແຫ່ງຄວາມເປັນພຣະເຈົ້າ ເຊິ່ງຜູ້ຄົນບໍ່ຮູ້ວ່າກຳລັງເວົ້າຫຍັງ, ບໍ່ສາມາດເບິ່ງອອກ ແລະ ບໍ່ຮູ້ເຖິງຄວາມຈິງທີ່ຢູ່ພາຍໃນແລ້ວ, ເມື່ອເວົ້າເຖິງບັນຫາໃດກໍຕາມທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງພວກເຈົ້າ, ບໍ່ວ່າຈະເປັນການເປີດໂປງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງມະນຸດ ຫຼື ການເປີດໂປງການສະແດງອອກ ແລະ ການເປີດເຜີຍຕ່າງໆຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດກໍຕາມ, ເຮົາກໍຊີ້ບອກ ແລະ ອະທິບາຍສິ່ງເຫຼົ່ານີ້ຢ່າງຊັດເຈນ ແລະ ຢ່າງຖືກຕ້ອງເປັນພິເສດຢູ່ສະເໝີ, ຊ່ວຍໃຫ້ພວກເຈົ້າຮູ້ວ່າສິ່ງໃດເປັນບວກ, ສິ່ງໃດເປັນລົບ, ສິ່ງໃດທີ່ພວກເຈົ້າຄວນຍຶດໝັ້ນ ແລະ ສິ່ງໃດທີ່ພວກເຈົ້າຄວນແກ້ໄຂ, ກະບົດ ແລະ ປະຕິເສດ. ສະຫຼຸບແລ້ວ, ຫຼັກການທີ່ເຮົາຍຶດໝັ້ນມາໂດຍຕະຫຼອດໃນການເວົ້າກໍຄືການໂອ້ລົມຢ່າງຊັດເຈນກ່ຽວກັບຄວາມຈິງ, ເຈດຕະນາຂອງພຣະເຈົ້າ, ມາດຕະຖານທີ່ພຣະເຈົ້າກຳນົດສຳລັບມະນຸດ ແລະ ດ້ານຕ່າງໆຂອງຫຼັກການປະຕິບັດທີ່ມະນຸດຄວນຍຶດໝັ້ນ ເພື່ອໃຫ້ພວກເຈົ້າໄດ້ຮັບເປົ້າໝາຍທີ່ຖືກຕ້ອງ, ທິດທາງທີ່ຖືກຕ້ອງ ແລະ ຫຼັກການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງ. ຍິ່ງໄປກວ່ານັ້ນ ໃນຂະນະທີ່ເວົ້າກັບພວກເຈົ້າ, ເຮົາຍັງໂອ້ລົມຢ່າງຊັດເຈນກ່ຽວກັບຈຸດຈົບສຸດທ້າຍສຳລັບຄົນທີ່ບໍ່ຍຶດໝັ້ນໃນຫຼັກການຕ່າງໆ; ໂດຍສະເພາະຢ່າງຍິ່ງ ເຮົາບອກພວກເຈົ້າຢ່າງຊັດເຈນວ່າບັນຫາຕ່າງໆທີ່ພົບໃນທຸກຄົນນັ້ນຖືກກຳນົດລັກສະນະແນວໃດ. ຕົວຢ່າງ: ບາງຄົນເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ເຄີຍມີການເຂົ້າສູ່ຊີວິດ, ເຊິ່ງເຮົາເວົ້າວ່າ “ການປະຕິບັດໜ້າທີ່ຂອງເຈົ້າໄດ້ຖືກກຳນົດລັກສະນະແລ້ວ: ເຈົ້າກຳລັງອອກແຮງງານ. ຖ້າເຈົ້າສືບຕໍ່ເຊື່ອໃນລັກສະນະນີ້ຈົນເຖິງທີ່ສຸດ, ມັນຈະເປັນໄປບໍ່ໄດ້ທີ່ເຈົ້າຈະບັນລຸຄວາມລອດພົ້ນ. ເຈົ້າຕ້ອງໄລ່ຕາມເສາະຫາຄວາມຈິງ, ມີການເຂົ້າສູ່ຊີວິດ, ປະຖິ້ມສະພາວະຂອງການເປັນຜູ້ອອກແຮງງານນີ້ ແລະ ພະຍາຍາມກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ຈຸດປະສົງຂອງການປະຕິບັດໜ້າທີ່ຂອງເຈົ້າແມ່ນເພື່ອບັນລຸຄວາມລອດພົ້ນ, ບໍ່ແມ່ນເພື່ອເຮັດວຽກໜັກ ຫຼື ອອກແຮງງານ.” ເຈົ້າເຫັນບໍ, ສິ່ງນີ້ບໍ່ຊັດເຈນຫຼາຍບໍ? (ຊັດເຈນ.) ມັນເຮັດໃຫ້ເຈົ້າຮູ້ຢ່າງຊັດເຈນວ່າ ຜົນສະທ້ອນຂອງການບໍ່ປະຕິບັດຄວາມຈິງ ແລະ ການບໍ່ມີການເຂົ້າສູ່ຊີວິດແມ່ນຫຍັງ. ນອກຈາກນີ້ ບໍ່ວ່າເຮົາຈະໂອ້ລົມກ່ຽວກັບຄວາມຈິງດ້ານໃດກໍຕາມ, ເຮົາກໍບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງນັ້ນຈາກມຸມມອງ ຫຼື ທັດສະນະດຽວ ແຕ່ຈາກຫຼາຍມຸມມອງ ແລະ ຫຼາຍທັດສະນະ, ໂດຍນຳໃຊ້ວິທີການຕ່າງໆ ແລະ ຍົກຕົວຢ່າງຫຼາຍຢ່າງ. ເຮົາພະຍາຍາມເຮັດໃຫ້ພວກເຈົ້າເຂົ້າໃຈຫຼັກການຄວາມຈິງທີ່ກ່າວເຖິງ ແທນທີ່ຈະໃຫ້ພວກເຈົ້າພຽງແຕ່ເຂົ້າໃຈບາງດ້ານຂອງຫຼັກຄຳສອນ ຫຼື ກົດລະບຽບ ຫຼື ພຽງແຕ່ຮຽນຮູ້ກ່ຽວກັບບາງດ້ານຂອງຄວາມຮູ້ຢ່າງຜິວເຜີນ. ນັບຕັ້ງແຕ່ພຣະເຈົ້າໄດ້ເລີ່ມພົວພັນກັບມະນຸດຊາດເປັນຄັ້ງທຳອິດ ແລະ ໄດ້ໃຫ້ຄຳແນະນໍາທຳອິດຂອງພຣະອົງແກ່ມະນຸດຈົນເຖິງປັດຈຸບັນ, ຫຼັກການໃນການເວົ້າຂອງພຣະເຈົ້າກໍຍັງຄົງບໍ່ປ່ຽນແປງ. ບໍ່ວ່າພຣະເຈົ້າຈະເວົ້າ ແລະ ເຮັດວຽກງານໃນຖານະພຣະວິນຍານ ຫຼື ເວົ້າ ແລະ ເຮັດວຽກງານໃນເນື້ອໜັງກໍຕາມ, ພຣະອົງກໍປະຕິບັດຕາມຫຼັກການນີ້ຢູ່ສະເໝີ: ເວົ້າຢ່າງຊັດເຈນ ແລະ ຢ່າງເຂັ້ມງວດ. ຈາກມຸມມອງຂອງມະນຸດ, ສິ່ງທີ່ພຣະອົງເວົ້າ ແລະ ສະໜອງໃຫ້ແກ່ມະນຸດລ້ວນແລ້ວແຕ່ເປັນຄຳແນະນໍາ ແລະ ແນ່ນອນວ່າພວກມັນຍັງເປັນການສະໜອງໃຫ້ອີກດ້ວຍ. ນັ້ນກໍຄື ໃນຖານະສິ່ງທີ່ຖືກສ້າງ, ຜູ້ຄົນຄວນຈື່ຈຳພຣະທຳທຸກຄຳທີ່ພຣະເຈົ້າກ່າວໄວ້ໃນໃຈຢ່າງໜັກແໜ້ນ ແລະ ຍຶດໝັ້ນໃນພຣະທຳເຫຼົ່ານັ້ນຢ່າງເຂັ້ມງວດໃນຊີວິດປະຈຳວັນຂອງພວກເຂົາ, ໂດຍສະເພາະຢ່າງຍິ່ງ ເມື່ອເວົ້າເຖິງການປະຕິບັດໜ້າທີ່ຂອງຕົນ ແທນທີ່ຈະປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນທິດສະດີທາງສາດສະໜາສາດ. ພຣະທຳທຸກຂໍ້ທີ່ພຣະເຈົ້າເວົ້າ ແລະ ທຸກດ້ານຂອງຄວາມຈິງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດລ້ວນແລ້ວແຕ່ມີຈຸດປະສົງເພື່ອນຳພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເພື່ອໃຫ້ເປົ້າໝາຍ ແລະ ທິດທາງທີ່ຊັດເຈນແກ່ມະນຸດ. ຖ້າມະນຸດຍຶດໝັ້ນໃນສິ່ງເຫຼົ່ານັ້ນ, ພວກເຂົາກໍຈະກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ ແລະ ໄດ້ຮັບການຍອມຮັບຈາກພຣະເຈົ້າ.
ມີບັນຫາອື່ນອີກບໍກ່ຽວກັບດ້ານຂອງການບໍ່ຄຸມເຄືອນີ້? ພວກເຈົ້າສາມາດຄິດຫຍັງອອກອີກແດ່? ກ່ອນໜ້ານີ້ໃນປະເທດຈີນແຜ່ນດິນໃຫຍ່, ກ່ອນທີ່ວຽກງານຂັ້ນຕອນນີ້ເລີ່ມຕົ້ນຢ່າງເປັນທາງການ, ເມື່ອບາງຄົນທີ່ເອີ້ນວ່າຜູ້ນໍາໄດ້ພົບເຫັນວ່າຄົນໃດຄົນໜຶ່ງມີສ່ວນຮ່ວມໃນການເຮັດຜິດປະເວນີ, ພວກເຂົາກໍຈະຈັບເລື່ອງນັ້ນມາຫຼິ້ນງານຢ່າງໜັກ. ພວກເຂົາຈະບັງຄັບໃຫ້ຜູ້ກ່ຽວຄຸເຂົ່າລົງເທິງພື້ນ ແລະ ສາລະພາບຄວາມບາບຂອງພວກເຂົາ ແລະ ຜູ້ນໍາເຫຼົ່ານັ້ນກໍຈະຟັງທຸກສິ່ງທີ່ຄົນນັ້ນເວົ້າ. ພວກເຂົາຈະສວມບົດບາດເປັນພຣະເຈົ້າ, ຮັບຟັງຜູ້ເຊື່ອທຳມະດາຄົນນີ້ສາລະພາບຄວາມບາບຂອງພວກເຂົາ ແລະ ເມື່ອພວກເຂົາໄດ້ຍິນພາກສ່ວນທີ່ບໍ່ໄດ້ອະທິບາຍຢ່າງຊັດເຈນພໍ, ພວກເຂົາກໍເຖິງກັບຈະບີບຄັ້ນຫາລາຍລະອຽດ. ຄວາມຈິງແລ້ວ ການເຮັດແບບນັ້ນແມ່ນບໍ່ຈຳເປັນ, ຕາບໃດທີ່ບຸກຄົນນັ້ນສາລະພາບຄວາມບາບຂອງພວກເຂົາ, ກັບໃຈ ແລະ ຈະບໍ່ກະທຳຜິດອີກ, ນັ້ນກໍຄວນຈະພຽງພໍແລ້ວ. ຜູ້ຄົນສາລະພາບຄວາມບາບຂອງພວກເຂົາຕໍ່ພຣະເຈົ້າ, ບໍ່ແມ່ນຕໍ່ມະນຸດ. ຜູ້ຄົນບໍ່ຄວນເຮັດໜ້າທີ່ເປັນຜູ້ພິພາກສາ, ແຮງບໍ່ຕ້ອງພະຍາຍາມເປັນຕົວແທນຂອງພຣະເຈົ້າ. ແຕ່ຄົນເຫຼົ່ານີ້ທີ່ເອີ້ນວ່າຜູ້ນໍາຈະບີບຄັ້ນຫາລາຍລະອຽດກ່ຽວກັບຄວາມບາບຂອງຄົນນັ້ນຢ່າງສະເພາະເຈາະຈົງ, ເຮັດໃຫ້ຄົນອື່ນຮູ້ສຶກລັງກຽດ ແລະ ບໍ່ສະບາຍໃຈໂດຍການພຽງແຕ່ໄດ້ຟັງມັນ. ພວກເຂົາຈະບໍ່ຍອມຢຸດ ຈົນກວ່າພວກເຂົາໄດ້ສອບສວນຄົນນັ້ນຈົນເຖິງຈຸດທີ່ໜ້າອັບອາຍທີ່ສຸດ. ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນສິ່ງນີ້? (ພວກເຮົາຮູ້ສຶກລັງກຽດຫຼາຍ.) ຜູ້ນໍາແບບນັ້ນຄືຜູ້ນໍາປອມ ແລະ ພວກເຂົາມີແກ່ນແທ້ຂອງຄົນຊົ່ວຮ້າຍ. ພວກເຂົາເຖິງກັບຢາກເຮັດໜ້າທີ່ເປັນຜູ້ພິພາກສາ ແລະ ພິຈາລະນາຄະດີ, ພວກເຂົາບໍ່ມີຄວາມຮູ້ສຶກລະອາຍໃຈເລີຍແທ້ໆ! ເມື່ອຜູ້ເຊື່ອທຳມະດາກະທຳບາບ, ໂດຍສະເພາະຢ່າງຍິ່ງ ຄວາມບາບແຫ່ງການເຮັດຜິດປະເວນີ, ຜູ້ນໍາເຫຼົ່ານີ້ກໍສົນໃຈເປັນພິເສດ ໂດຍຕັ້ງຄຳຖາມຢ່າງລະອຽດ ແລະ ບີບຄັ້ນຫາລາຍລະອຽດສະເພາະ. ພວກເຂົາຈະບໍ່ມີທາງຈັດການກັບວຽກງານຂອງຄຣິສຕະຈັກໃນລັກສະນະນີ້ເລີຍ ແຕ່ເມື່ອພວກເຂົາພົບເຫັນບັນຫາການເຮັດຜິດປະເວນີ, ພວກເຂົາກໍຢາກຮູ້ຢາກເຫັນຢ່າງຜິດປົກກະຕິ ແລະ ຈິງຈັງທີ່ສຸດ, ໂດຍສອບສວນຜູ້ທີ່ກະທຳບາບຫຼາຍຈົນພວກເຂົາຢາກມຸດດິນໜີ. ພວກເຂົາເຖິງກັບຮູ້ສຶກວ່າພວກເຂົາກຳລັງຈິງຈັງກັບສິ່ງຕ່າງໆ ແລະ ບໍ່ຄຸມເຄືອ ແລະ ຮູ້ສຶກວ່າພວກເຂົາສາມາດເຮັດວຽກງານທີ່ເປັນຈິງໄດ້. ສິ່ງນີ້ບໍ່ໄຮ້ສາລະເກີນໄປບໍ? ບາງຄົນຄິດວ່າ ເນື່ອງຈາກພວກເຂົາມີສະຖານະ, ພວກເຂົາຈຶ່ງສາມາດເປັນຕົວແທນໃຫ້ພຣະເຈົ້າໄດ້, ສະນັ້ນ ພວກເຂົາຈຶ່ງສວຍໂອກາດຈາກສະຖານະຂອງພວກເຂົາເພື່ອເຮັດບາງສິ່ງ. ເພາະວ່າຜູ້ເຊື່ອທຳມະດາບໍ່ມີການແຍກແຍະຫຼາຍ, ບໍ່ຮູ້ຜິດຮູ້ຖືກ ແລະ ບໍ່ຮູ້ວ່າຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດແມ່ນຫຍັງ, ພວກເຂົາກໍຈະເຊື່ອຟັງທຸກສິ່ງທີ່ຄົນເຫຼົ່ານັ້ນທີ່ເອີ້ນວ່າຜູ້ນໍາຂໍໃຫ້ພວກເຂົາເຮັດ, ໂດຍຄິດວ່າການບໍ່ເຊື່ອຟັງຜູ້ນໍາຈະເປັນການກະບົດຕໍ່ພຣະເຈົ້າ. ເຖິງແມ່ນວ່າເມື່ອຖືກສອບສວນຈົນເຖິງຈຸດທີ່ໜ້າອັບອາຍທີ່ສຸດກໍຕາມ, ພວກເຂົາກໍບໍ່ໄດ້ຈົ່ມວ່າ, ເຖິງກັບເຊື່ອວ່າພວກເຂົາກຳລັງອ່ອນນ້ອມຕໍ່ພຣະເຈົ້າ ແລະ ຊື່ສັດ ແລະ ກົງໄປກົງມາກັບພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເອີ້ນວ່າຜູ້ນໍາຄິດວ່າ “ເລື່ອງໃຫຍ່ແບບນີ້ໄດ້ເກີດຂຶ້ນແລ້ວ, ພວກເຮົາບໍ່ສາມາດຄຸມເຄືອໃນວິທີທີ່ພວກເຮົາປະຕິບັດຕໍ່ມັນໄດ້. ເຈົ້າໄດ້ມີການເຮັດຜິດປະເວນີ; ລາຍລະອຽດທັງໝົດຕ້ອງຖືກນຳມາເປີດເຜີຍ. ເຈົ້າຕ້ອງສາລະພາບຄວາມບາບຂອງເຈົ້າຕໍ່ທຸກຄົນ!” ໃນທີ່ສຸດ, ພວກເຂົາກໍຈະສອບສວນຄົນນັ້ນຈົນກວ່າພວກເຂົາຈະອັບອາຍ ແລະ ເຈັບປວດທີ່ສຸດ ເຖິງຂັ້ນທີ່ພວກເຂົາບໍ່ຢາກມີຊີວິດຊີວິດຢູ່ອີກຕໍ່ໄປ. ພວກເຈົ້າຄິດແນວໃດກັບວຽກງານທີ່ພວກເຂົາເຮັດ? (ເຮັດວຽກໄດ້ບໍ່ດີ.) ພວກເຈົ້າເຄີຍເຫັນເຮົາເຮັດແບບນັ້ນບໍ? ເມື່ອເຮົາມີປະຕິສຳພັນກັບພວກເຈົ້າ, ເຮົາເຄີຍພະຍາຍາມຊອກຮູ້ກ່ຽວກັບເລື່ອງສ່ວນຕົວຂອງພວກເຈົ້າບໍ? (ບໍ່ເຄີຍ.) ບອກເຮົາເບິ່ງວ່າ ເຮົາຢາກຮູ້ກ່ຽວກັບເລື່ອງສ່ວນຕົວຂອງພວກເຈົ້າ ຫຼື ການກະທຳທີ່ບໍ່ດີຕ່າງໆທີ່ພວກເຈົ້າໄດ້ເຮັດຢ່າງລັບໆບໍ? ເຮົາບໍ່ຢາກຮູ້ກ່ຽວກັບສິ່ງເຫຼົ່ານີ້. ເມື່ອເຮົາເວົ້າວ່າເຮົາບໍ່ຢາກຮູ້ກ່ຽວກັບສິ່ງເຫຼົ່ານັ້ນ, ມັນແມ່ນຍ້ອນເຮົາກຳລັງທຳທ່າ ຫຼື ຍ້ອນເຮົາບໍ່ມີໂອກາດທີ່ຈະຊອກຮູ້ກ່ຽວກັບສິ່ງເຫຼົ່ານີ້ເລີຍບໍ? (ບໍ່ແມ່ນທັງສອງຢ່າງ; ພຣະເຈົ້າບໍ່ຢາກຮູ້ກ່ຽວກັບສິ່ງເຫຼົ່ານັ້ນ.) ເຮົາບໍ່ຢາກຮູ້ກ່ຽວກັບສິ່ງເຫຼົ່ານັ້ນ ເພາະວ່າເຮົາບໍ່ສົນໃຈໃນສິ່ງເຫຼົ່ານັ້ນ ແລະ ເພາະວ່າບໍ່ມີຄວາມຈຳເປັນຫຍັງທີ່ເຮົາຈະຕ້ອງຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ຖ້າພວກເຈົ້າມີບັນຫາໃດໆ, ພວກເຈົ້າຄວນອະທິຖານຕໍ່ພຣະເຈົ້າດ້ວຍຕົນເອງ ຫຼື ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ; ນີ້ຄືສິ່ງທີ່ດີທີ່ສຸດ. ຫຼັງຈາກທີ່ບາງຄົນກາຍເປັນຜູ້ນໍາ, ພວກເຂົາກໍຢາກສວຍໂອກາດຈາກສະຖານະຂອງພວກເຂົາເພື່ອເຮັດສິ່ງທີ່ຄົນມີສະຖານະຢາກເຮັດ, ໂດຍພະຍາຍາມສືບຮູ້ຄວາມຄິດ ແລະ ເລື່ອງສ່ວນຕົວຂອງຜູ້ຄົນ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ, ແຕ່ພວກເຂົາພັດຂ້ອນຂ້າງຈິງຈັງກ່ຽວກັບການສອດຮູ້ສອດເຫັນເລື່ອງສ່ວນຕົວຂອງຜູ້ຄົນ. ພວກເຂົາເຖິງກັບຄິດວ່າທຸກຄົນຍອມຮັບພວກເຂົາຈາກການທີ່ພວກເຂົາເຮັດວຽກງານໃນລັກສະນະນີ້; ພວກເຂົາຮູ້ສຶກເປັນກຽດພໍສົມຄວນ. ຄົນແບບນັ້ນມີເຫດຜົນໃດໆບໍ? ພວກເຂົາປາສະຈາກເຫດຜົນຢ່າງສິ້ນເຊີງ ແລະ ບໍ່ມີຄວາມເປັນມະນຸດຫຍັງເລີຍ.
ຈາກພຣະທຳ ແລະ ວຽກງານຂອງພຣະເຈົ້າ, ທຸກຄົນສາມາດເຂົ້າໃຈຂໍ້ເທັດຈິງທີ່ວ່າພຣະເຈົ້າບໍ່ຄຸມເຄືອ. ຖ້າເຈົ້າເຂົ້າໃຈທຸກປະໂຫຍກທີ່ພຣະເຈົ້າເວົ້າ ແລະ ທຸກຄັ້ງທີ່ພຣະອົງເວົ້າຢ່າງຈິງຈັງ ແລະ ເຂົ້າໃຈ ແລະ ສຳຜັດກັບວຽກງານຂອງພຣະເຈົ້າໃນຕົວເຈົ້າຢ່າງຈິງຈັງ, ເຈົ້າກໍຈະຍິ່ງເຊື່ອວ່າພຣະເຈົ້າສັດຊື່ ແລະ ວຽກງານ ແລະ ພຣະທຳຂອງພຣະອົງນັ້ນປະກອບດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍທີ່ພຣະອົງມີຕໍ່ມະນຸດ. ການສະໜອງຊີວິດຂອງພຣະເຈົ້າສຳລັບມະນຸດບໍ່ເຄີຍເຮັດໃຫ້ເຂົາຫຼົງຜິດເລີຍ. ນັ້ນກໍຄື ພຣະເຈົ້າບໍ່ເຄີຍໃຫ້ການຊີ້ນໍາທີ່ຜິດໆ ຫຼື ການສາທິດທີ່ຜິດໆແກ່ມະນຸດ ແລະ ພຣະອົງບໍ່ເຄີຍກ່າວຄຳເວົ້າທີ່ຜິດ, ແຮງໄກທີ່ຈະກ່າວຄຳເວົ້າຕົບຕາທີ່ເຮັດໃຫ້ມະນຸດສັບສົນ. ກົງກັນຂ້າມ ບໍ່ວ່າເນື້ອໃນຈະເປັນແນວໃດ ຫຼື ມັນກ່ຽວຂ້ອງກັບຄວາມຈິງດ້ານໃດກໍຕາມ, ພຣະອົງກໍສະໜອງຄຳເວົ້າທີ່ເປັນບວກ ແລະ ຖືກຕ້ອງໃຫ້ແກ່ມະນຸດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ. ເຖິງແມ່ນວ່າມັນຈະກ່ຽວຂ້ອງກັບເນື້ອໃນກ່ຽວກັບຊີວິດປະຈຳວັນຂອງຜູ້ຄົນກໍຕາມ, ເຮົາກໍຈະແບ່ງປັນສາມັນສຳນຶກເລັກໆນ້ອຍໆກ່ຽວກັບຊີວິດ, ໂດຍຖອດຖອນຈາກປະສົບການສ່ວນຕົວຂອງເຮົາ. ໂດຍສະເພາະຢ່າງຍິ່ງ ເມື່ອເຮົາກຳລັງຊີ້ນໍາຄົນໜຸ່ມສາວບາງຄົນ, ເຮົາກໍຈະບອກພວກເຂົາເຖິງສາມັນສຳນຶກເລັກໆນ້ອຍໆສຳລັບການດຳລົງຊີວິດ ເພື່ອໃຫ້ພວກເຂົາຫຼີກລ່ຽງການຍ່າງໃນທາງລັດທີ່ບໍ່ຈຳເປັນ ແລະ ບໍ່ນຳໃຊ້ວິທີການດຳລົງຊີວິດທີ່ຜິດພາດ ຫຼື ພັດທະນານິໄສການດຳລົງຊີວິດທີ່ຜິດພາດ. ສະນັ້ນ, ບໍ່ວ່າຈະເປັນການໂອ້ລົມກ່ຽວກັບຄວາມຈິງ ຫຼື ໃນຊີວິດປະຈຳວັນ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເຮັດໜ້າທີ່ສະໜອງໃຫ້ແກ່ພວກເຈົ້າ, ສະໜັບສະໜູນພວກເຈົ້າ ແລະ ຊ່ວຍເຫຼືອພວກເຈົ້າຢ່າງແນ່ນອນ. ໃນແງ່ຂອງການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດວຽກງານ ແລະ ໂອ້ລົມກ່ຽວກັບຄວາມຈິງ, ວຽກງານທີ່ພຣະອົງເຮັດ ແລະ ພຣະທຳທີ່ພຣະອົງເວົ້ານັ້ນສົມຄວນທີ່ພວກເຈົ້າຈະຍຶດໝັ້ນ ແລະ ສົມຄວນທີ່ພວກເຈົ້າຈະຍຶດໝັ້ນ ແລະ ອ່ອນນ້ອມຢ່າງສິ້ນເຊີງ ແລະ ຢ່າງຊັດເຈນ. ນີ້ກໍເພາະວ່າພຣະທຳເຫຼົ່ານີ້ມາຈາກຊີວິດຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ, ພວກມັນນຳພາພວກເຈົ້າໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ ແລະ ພວກມັນເປັນພຣະທຳທີ່ນຳພາພວກເຈົ້າໃຫ້ຫັນມາຫາພຣະເຈົ້າ. ເຈົ້າບໍ່ຈຳເປັນຕ້ອງເອົາພຣະທຳບາງຂໍ້ທີ່ເຮົາເວົ້າໃນຊີວິດປະຈຳວັນມາໃສ່ໃຈ, ແຕ່ສຳລັບຕົວເຮົາເອງແລ້ວ ແຮງຈູງໃຈຂອງເຮົາບໍ່ແມ່ນເພື່ອທຳຮ້າຍໃຜຢ່າງແນ່ນອນ. ເຖິງແມ່ນວ່າເຮົາຈະບໍ່ຄ່ອຍມັກລັກສະນະນິໄສຂອງເຈົ້າ, ອຸປະນິໄສຂອງເຈົ້າ, ວິທີການເຮັດສິ່ງຕ່າງໆຂອງເຈົ້າ ຫຼື ບາງດ້ານຂອງເຈົ້າກໍຕາມ, ເຮົາກໍຈະບໍ່ທຳຮ້າຍເຈົ້າຢ່າງແນ່ນອນ ແລະ ເຮົາຈະບໍ່ເຮັດສິ່ງໃດເພື່ອລໍ້ລວງເຈົ້າຄືກັບທີ່ງູເຮັດຢ່າງເດັດຂາດ. ເຮົາຈະບໍ່ລໍ້ລວງເຈົ້າໃຫ້ຍ່າງໃນເສັ້ນທາງທີ່ຜິດ ຫຼື ຊົ່ວຮ້າຍ ແລະ ເຮົາຈະບໍ່ລໍ້ລວງເຈົ້າໃຫ້ເສື່ອມຊາມລົງ, ກະທຳບາບ ຫຼື ເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ; ເຮົາຈະບໍ່ເຮັດສິ່ງນີ້ຢ່າງແນ່ນອນ. ເຖິງແມ່ນວ່າຈະມີບາງສິ່ງກ່ຽວກັບເຈົ້າທີ່ເຮົາບໍ່ຄ່ອຍມັກ ຫຼື ເຊິ່ງບໍ່ຄ່ອຍເຂົ້າກັບລັກສະນະນິໄສຂອງເຮົາກໍຕາມ ແລະ ເຖິງແມ່ນວ່າເຮົາຈະບໍ່ຄົບຫາ ຫຼື ມີປະຕິສຳພັນກັບເຈົ້າໃນຊີວິດປະຈຳວັນ, ເນື່ອງຈາກອັດຕະລັກຂອງເຮົາ, ເຮົາກໍຈະປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງແນ່ນອນ. ຖ້າເຈົ້າສະແຫວງຫາບາງສິ່ງທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ການເຂົ້າສູ່ຊີວິດ, ເຮົາກໍຈະບອກເຈົ້າເຖິງເສັ້ນທາງແຫ່ງການປະຕິບັດໃນລັກສະນະທີ່ຊັດເຈນ ແລະ ບໍ່ຄຸມເຄືອຢ່າງແນ່ນອນ. ມີສິ່ງໜຶ່ງທີ່ແນ່ນອນ: ເຖິງແມ່ນວ່າເຮົາຈະບໍ່ມັກເຈົ້າກໍຕາມ, ເຮົາກໍຈະບໍ່ນຳພາເຈົ້າໃຫ້ຫຼົງທາງ. ເຮົາຈະປະຕິບັດຕໍ່ເຈົ້າໃນລັກສະນະທີ່ຖືກຕ້ອງ. ຖ້າເຈົ້າເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ເຕັມໃຈທີ່ຈະເລີ່ມກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ, ເຮົາກໍຈະໂອ້ລົມກັບເຈົ້າກ່ຽວກັບຫຼັກການຂອງການປະຕິບັດທີ່ເຈົ້າຄວນຍຶດໝັ້ນ; ນີ້ຄືສິ່ງທີ່ແນ່ນອນ.
ຫົວຂໍ້ຂອງການທີ່ພຣະເຈົ້າບໍ່ລໍ້ລວງມະນຸດຍັງກ່ຽວຂ້ອງກັບວິທີທີ່ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອີກດ້ວຍ, ແມ່ນບໍ? (ແມ່ນແລ້ວ.) ເພາະວ່າການເປີດເຜີຍເຫຼົ່ານີ້ຂອງອຸປະນິໄສທີ່ເສື່ອມຊາມ ນັ້ນກໍຄື ການຍຸຍົງຜູ້ຄົນ, ການປຸກປັ່ນຜູ້ຄົນ, ການພະຍາຍາມຫຼອກຖາມຂໍ້ມູນຈາກຜູ້ຄົນ ແລະ ການເວົ້າຢ່າງບໍ່ຊັດເຈນ ແລະ ຄຸມເຄືອ ເປັນສິ່ງທີ່ພົບເຫັນໄດ້ທົ່ວໄປຫຼາຍໃນມະນຸດ ແລະ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການເປີດເຜີຍເຖິງແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ, ມະນຸດຈຶ່ງປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍວິທີການ, ທັດສະນະ ແລະ ມຸມມອງດຽວກັນເຫຼົ່ານີ້. ດັ່ງນັ້ນ ມັນຈຶ່ງຈຳເປັນທີ່ມະນຸດຕ້ອງຮູ້ຈັກດ້ານເຫຼົ່ານີ້ ແລະ ມັນຍັງຈຳເປັນທີ່ຈະຕ້ອງອະທິບາຍໃຫ້ມະນຸດຟັງຢ່າງຊັດເຈນເຖິງການສະແດງອອກເຫຼົ່ານີ້ໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ: ການບໍ່ຍຸຍົງມະນຸດ, ການບໍ່ປຸກປັ່ນມະນຸດ, ການບໍ່ຫຼອກຖາມຂໍ້ມູນຈາກມະນຸດ ແລະ ການບໍ່ຄຸມເຄືອ. ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ມະນຸດກໍຈະມາຮູ້ຈັກພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນມຸມມອງໃໝ່. ໃນດ້ານໜຶ່ງ, ສິ່ງນີ້ສາມາດເຮັດໃຫ້ມະນຸດມີຄວາມຮູ້ຫຼາຍຂຶ້ນກ່ຽວກັບດ້ານຕ່າງໆຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ກ່ຽວຂ້ອງກັບແກ່ນແທ້ຂອງພຣະເຈົ້າ, ເຊິ່ງເຮັດໃຫ້ພວກເຂົາຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າໃນສະຫວັນໄດ້ດີຂຶ້ນ. ໃນອີກດ້ານໜຶ່ງ, ມັນຍັງສາມາດປ້ອງກັນບໍ່ໃຫ້ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນລັກສະນະທີ່ພວກເຂົາປະຕິບັດຕໍ່ມະນຸດທີ່ເສື່ອມຊາມຄົນອື່ນໆອີກດ້ວຍ. ການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ຈະຊ່ວຍໃຫ້ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນລັກສະນະທີ່ຖືກຕ້ອງໄດ້ຢ່າງຫຼວງຫຼາຍ ແລະ ຍັງຊ່ວຍໃຫ້ພວກເຂົາແກ້ໄຂທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າໄດ້ຢ່າງຫຼວງຫຼາຍອີກດ້ວຍ, ເຊິ່ງເຮັດໃຫ້ພວກເຂົາສາມາດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂດຍໃຊ້ທັດສະນະຄະຕິ ແລະ ວິທີການທີ່ຖືກຕ້ອງ. ໃນທຳນອງດຽວກັນ, ການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນລັກສະນະທີ່ຖືກຕ້ອງກໍຈະຊ່ວຍໃຫ້ມະນຸດປະຕິບັດຕໍ່ພຣະຜູ້ສ້າງໃນລັກສະນະທີ່ຖືກຕ້ອງເຊັ່ນກັນ. ນັ້ນກໍຄື ຖ້າເຈົ້າຕ້ອງການປະຕິບັດຕໍ່ພຣະຜູ້ສ້າງໂດຍໃຊ້ທັດສະນະຄະຕິທີ່ຖືກຕ້ອງ ແລະ ວິທີການທີ່ຖືກຕ້ອງ ແລະ ຖ້າເຈົ້າຕ້ອງການສ້າງຄວາມສຳພັນທີ່ປົກກະຕິກັບພຣະຜູ້ສ້າງໃນຖານະສິ່ງທີ່ຖືກສ້າງ ແລະ ປະຕິບັດຕໍ່ພຣະຜູ້ສ້າງດ້ວຍທັດສະນະຄະຕິທີ່ຖືກຕ້ອງຂອງສິ່ງທີ່ຖືກສ້າງ, ແລ້ວເຈົ້າກໍຕ້ອງປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂດຍໃຊ້ທັດສະນະຄະຕິ ແລະ ວິທີການທີ່ຖືກຕ້ອງກ່ອນ. ຫຼັງຈາກທີ່ເຈົ້າປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂດຍໃຊ້ທັດສະນະຄະຕິ ແລະ ວິທີການທີ່ຖືກຕ້ອງແລ້ວ, ເຈົ້າກໍຈະມີໂອກາດ ຫຼື ວິທີການພື້ນຖານໃນການປະຕິບັດຕໍ່ພຣະຜູ້ສ້າງໃນວິທີທີ່ຖືກຕ້ອງ. ສະນັ້ນ, ວິທີການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງເປັນອຸປະສັກທີ່ມະນຸດບໍ່ສາມາດຫຼີກລ່ຽງໄດ້. ຖ້າເຈົ້າຕ້ອງການກ້າວຂ້າມອຸປະສັກໃນການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງຖືກຕ້ອງນີ້ໄປຢ່າງລ່ຽນໄຫຼ, ເຈົ້າກໍຕ້ອງຮູ້ຈັກແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຮູ້ຈັກຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຮູ້ຈັກ ແລະ ເຂົ້າໃຈວ່າແກ່ນແທ້ຊີວິດ, ການໃຊ້ຊີວິດຂອງພຣະອົງ ແລະ ການເປີດເຜີຍຊີວິດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຫຍັງກັນແທ້. ມີແຕ່ເມື່ອເຈົ້າຮູ້ຈັກ ແລະ ເຂົ້າໃຈສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະມີໂອກາດ ແລະ ວິທີການໃນການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢ່າງຖືກຕ້ອງ. ນີ້ຄືອຸປະສັກທີ່ມະນຸດຕ້ອງກ້າວຂ້າມໃນການເຊື່ອ ແລະ ການຕິດຕາມພຣະເຈົ້າ ຖ້າເຂົາຕ້ອງການອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ. ຖ້າເຈົ້າສາມາດກ້າວຂ້າມອຸປະສັກນີ້ໄດ້, ມັນກໍຈະມີຄວາມຫວັງສຳລັບເຈົ້າທີ່ຈະກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານໃນສາຍຕາຂອງພຣະເຈົ້າ ແລະ ມີຄວາມຫວັງສຳລັບເຈົ້າທີ່ຈະກາຍເປັນຄົນທີ່ໄດ້ຮັບການຍອມຮັບຈາກພຣະເຈົ້າ.
ນອກເໜືອຈາກສອງສາມຫົວຂໍ້ທີ່ພວກເຮົາຫາກໍໂອ້ລົມຫວ່າງກີ້, ຍັງມີອີກຫົວຂໍ້ໜຶ່ງທີ່ພວກເຈົ້າຈຳເປັນຕ້ອງເຂົ້າໃຈ ເຊິ່ງກໍຄື ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ສະຖານະແນວໃດກັນແທ້. ນີ້ເປັນຫົວຂໍ້ທີ່ສຳຄັນຫຼາຍສຳລັບມະນຸດຊາດ, ເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ໃນປະສົບການຊີວິດ. ສິ່ງນີ້ກ່ຽວຂ້ອງໂດຍກົງກັບທັດສະນະຄວາມຄິດທີ່ແທ້ຈິງໃນຊີວິດຝ່າຍວິນຍານຂອງມະນຸດ ເຊິ່ງກ່ຽວຂ້ອງກັບທຸກດ້ານໃນຊີວິດຂອງເຂົາ. ສະນັ້ນ, ມັນຈຶ່ງຈຳເປັນທີ່ຈະຕ້ອງໂອ້ລົມກັບພວກເຈົ້າກ່ຽວກັບທັດສະນະຄະຕິ ແລະ ຫຼັກການຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ກ່ຽວກັບບັນຫາທີ່ວ່າພຣະອົງປະຕິບັດຕໍ່ສະຖານະແນວໃດ. ໃນທ່າມກາງມະນຸດຊາດ, ສະຖານະສາມາດຖືກເອີ້ນວ່າເປັນບັນຫາທີ່ຜູ້ຄົນບໍ່ສາມາດຫຼີກລ່ຽງໄດ້ຕະຫຼອດຊີວິດຂອງພວກເຂົາ ແລະ ມັນຍັງເປັນສິ່ງທີ່ຄົນສ່ວນໃຫຍ່ໄລ່ຕາມອີກດ້ວຍ. ເມື່ອເວົ້າເຖິງສະຖານະ, ມັນຄອງຕຳແໜ່ງໃດໜຶ່ງ ແລະ ມີນໍ້າໜັກໃດໜຶ່ງໃນໃຈຂອງທຸກຄົນ. ສຳລັບທຸກຄົນແລ້ວ, ການມີສະຖານະເປັນສັນຍະລັກຂອງຖານະທີ່ສູງສົ່ງ ພ້ອມທັງເປັນສັນຍະລັກຂອງຊົນຊັ້ນ ແລະ ອຳນາດໃນສັງຄົມ. ດ້ວຍສະຖານະ, ມະນຸດສາມາດເພີດເພີນກັບກຽດຕິຍົດ ແລະ ວິຖີຊີວິດທີ່ເໜືອກວ່າທີ່ມັນນຳມາໃຫ້ ພ້ອມທັງຜົນປະໂຫຍດ ແລະ ອຳນາດຕ່າງໆທີ່ມັນມອບໃຫ້; ສະນັ້ນ, ສະຖານະຈຶ່ງມີຄວາມສຳຄັນຢ່າງຍິ່ງສຳລັບທຸກຄົນ. ແຕ່ບໍ່ວ່າມະນຸດຊາດຈະໃຫ້ຄຸນຄ່າແກ່ສະຖານະຢ່າງສູງສໍ່າໃດກໍຕາມ ຫຼື ສະຖານະຈະສຳຄັນຕໍ່ມະນຸດຊາດສໍ່າໃດກໍຕາມ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເບິ່ງມັນໃນລັກສະນະດຽວກັນບໍ? (ບໍ່.) ບໍ່ແມ່ນຢ່າງແນ່ນອນ. ສະຖານະມີຄວາມສຳຄັນຫຼາຍຕໍ່ມະນຸດຊາດ ແຕ່ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບຸກຄົນທຳມະດາຜູ້ນີ້, ນັ້ນກໍຄື ສຳລັບເຮົາເປັນການສ່ວນຕົວແລ້ວ ເຮົາບໍ່ມີແນວຄິດກ່ຽວກັບສະຖານະເລີຍ ແລະ ເຮົາບໍ່ມີຄວາມປາຖະໜາໃດໆທີ່ຈະໄລ່ຕາມມັນ. ແນ່ນອນວ່າ ຍິ່ງບໍ່ຕ້ອງເວົ້າເຖິງການທີ່ເຮົາຈະມີຄວາມຄິດ ຫຼື ຄວາມຮັບຮູ້ໃດໆກ່ຽວກັບເລື່ອງນີ້ເລີຍ, ເຮົາບໍ່ມີສິ່ງເຫຼົ່ານີ້ເລີຍ. ເຮົາປາສະຈາກຄວາມຮູ້ສຶກດັ່ງກ່າວມາຕັ້ງແຕ່ເກີດ; ນັ້ນກໍຄື ນັບຕັ້ງແຕ່ເຮົາຈື່ຄວາມໄດ້ ແລະ ຮູ້ຄວາມ, ເຮົາກໍບໍ່ມີຄວາມຮັບຮູ້ນີ້ແລ້ວ. ບໍ່ວ່າຈະເປັນສະຖານະໃນຄອບຄົວ, ສະຖານະໃນໂຮງຮຽນ ຫຼື ຕຳແໜ່ງ ແລະ ຄຸນຄ່າຂອງເຮົາໃນທ່າມກາງຜູ້ຄົນ, ໃຈຂອງເຮົາກໍປາສະຈາກສິ່ງເຫຼົ່ານີ້; ເຮົາພຽງແຕ່ບໍ່ມີຄວາມຮັບຮູ້ນີ້. ການຂາດຄວາມຮັບຮູ້ນີ້ສະແດງອອກແນວໃດ? ເຮົາບໍ່ເຄີຍຄິດທີ່ຈະຍາດແຍ່ງກັບຄົນອື່ນ ແລະ ເຮົາບໍ່ເຄີຍມີຄວາມຄິດທີ່ຈະຍາດແຍ່ງສະຖານະກັບໃຜເລີຍ. ເມື່ອມີຄົນພະຍາຍາມຍາດແຍ່ງກັບເຮົາ, ເຮົາກໍເວົ້າວ່າ “ເຈົ້າກຳລັງຍາດແຍ່ງຫຍັງ? ການເຮັດແບບນີ້ມີປະໂຫຍດຫຍັງ?” ເມື່ອເຮົາຄ່ອຍໆໃຫຍ່ຂຶ້ນ, ເຮົາກໍໄດ້ຮຽນຮູ້ວິທີເບິ່ງຜູ້ຄົນ ແລະ ສິ່ງຕ່າງໆຢ່າງຊັດເຈນຫຼາຍຂຶ້ນ. ໃນຂະບວນການແຫ່ງການມີປະສົບການ ແລະ ການພົບພໍ້ກັບຜູ້ຄົນ ແລະ ສິ່ງຕ່າງໆທຸກປະເພດ, ເຮົາກໍໄດ້ຮູ້ວ່າທຸກຄົນມັກຍາດແຍ່ງກັນ. ສິ່ງທີ່ຜູ້ຄົນຍາດແຍ່ງກັນກໍຄືສະຖານະ, ອຳນາດ, ກຽດຕິຍົດ ແລະ ຜົນປະໂຫຍດ; ຜູ້ຄົນຍາດແຍ່ງສິ່ງເຫຼົ່ານີ້. ຕອນທີ່ເຮົາຍັງນ້ອຍ, ເຮົາບໍ່ມີແນວຄິດເລື່ອງການຍາດແຍ່ງສິ່ງເຫຼົ່ານີ້ເລີຍ. ຫຼັງຈາກທີ່ໃຫຍ່ຂຶ້ນ, ເຮົາພຽງແຕ່ສາມາດແຍກແຍະການຍາດແຍ່ງດັ່ງກ່າວໄດ້ ແລະ ພຽງແຕ່ເຂົ້າໃຈວ່າເປັນຫຍັງຜູ້ຄົນຈຶ່ງຍາດແຍ່ງກັບເຮົາ ແຕ່ເຮົາເອງກໍຍັງບໍ່ມີຄວາມປາຖະໜາທີ່ຈະຍາດແຍ່ງກັບຄົນອື່ນ. ເຮົາສະແດງອອກເຖິງການບໍ່ຍາດແຍ່ງກັບຜູ້ຄົນແນວໃດແດ່? ເມື່ອຄົນອື່ນພະຍາຍາມຍາດແຍ່ງກັບເຮົາ, ເຮົາກໍຄິດໃນໃຈວ່າ “ຖ້າເຈົ້າສາມາດໄດ້ສິ່ງທີ່ເຈົ້າຕ້ອງການຈາກການຍາດແຍ່ງກັບເຮົາ, ແລ້ວເຈົ້າກໍເອົາຊະນະເຮົາໄດ້; ຖ້າເຈົ້າບໍ່ສາມາດເຮັດໄດ້, ແລ້ວເຮົາກໍເອົາຊະນະເຈົ້າໄດ້ ແຕ່ເຮົາບໍ່ຮູ້ສຶກວ່າເຮົາຍິ່ງໃຫຍ່ກວ່າເຈົ້າ. ເຖິງແມ່ນວ່າເຮົາຈະເອົາຊະນະເຈົ້າໄດ້, ເຮົາກໍຈະບໍ່ລັງແກເຈົ້າ ຫຼື ທໍລະມານເຈົ້າ; ເຮົາຈະບໍ່ໄດ້ຮັບຜົນປະໂຫຍດຈາກມັນເລີຍ ແລະ ເຮົາຈະບໍ່ຮູ້ສຶກວ່າສູງສົ່ງກວ່າເຈົ້າຫຼາຍປານໃດ”. ເຈົ້າເຫັນບໍວ່າ ນີ້ຄືທັດສະນະຄວາມຄິດ, ຄືສະພາວະປົກກະຕິທີ່ເຮົາມີ; ນີ້ຄືສິ່ງທີ່ຄວາມຮັບຮູ້ ແລະ ແນວຄິດກ່ຽວກັບສະຖານະຂອງເຮົາເປັນ. ມັນກໍຄືກັນຫຼັງຈາກທີ່ເຮົາເຂົ້າມາໃນຄຣິສຕະຈັກ. ເພາະວ່າເຮົາຂ້ອນຂ້າງກະຕືລືລົ້ນຕອນທີ່ເຮົາກາຍເປັນຜູ້ເຊື່ອທຳມະດາໃໝ່ໆ ແລະ ໄດ້ຮັບການຊື່ນຊົມຈາກຜູ້ນໍາລະດັບສູງ, ບາງຄົນຈຶ່ງເກີດຄວາມອິດສາເຮົາ. ເຮົາຄິດວ່າ “ມີຫຍັງໃຫ້ອິດສາ? ຖ້າເຈົ້າກະຕືລືລົ້ນຄືກັນ ແລະ ຈ່າຍລາຄາເຊັ່ນກັນ, ຮຽນຮູ້ເພງສັນລະເສີນໃຫ້ຫຼາຍຂຶ້ນ, ອະທິຖານໃຫ້ຫຼາຍຂຶ້ນ, ເຂົ້າຮ່ວມໃນຊີວິດຄຣິສຕະຈັກໃຫ້ຫຼາຍຂຶ້ນ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງໃຫ້ຫຼາຍຂຶ້ນ, ເຈົ້າຈະບໍ່ໄດ້ຮັບການຊື່ນຊົມຈາກຜູ້ນໍາລະດັບສູງຄືກັນບໍ?” ພາຍໃຕ້ສະຖານະການເຫຼົ່ານັ້ນ, ເຮົາບໍ່ໄດ້ຮູ້ສຶກວ່າການໄດ້ຮັບການຊື່ນຊົມເປັນກຽດປະເພດໃດເລີຍ, ເປັນສັນຍະລັກຂອງການມີສະຖານະ ຫຼື ການໄດ້ຮັບອັດຕະລັກທີ່ສູງສົ່ງບາງຢ່າງ; ເຮົາບໍ່ໄດ້ຮູ້ສຶກເຖິງສິ່ງເຫຼົ່ານີ້ເລີຍ. ຕໍ່ມາ, ເທື່ອລະເລັກເທື່ອລະນ້ອຍ, ສະຖານະຂອງເຮົາກໍພິເສດຫຼາຍຂຶ້ນເລື້ອຍໆ ແລະ ມັນກໍສູງຂຶ້ນເລື້ອຍໆ. ເມື່ອເຮົາເລີ່ມເຮັດວຽກຢ່າງເປັນທາງການ, ເຮົາກໍຍັງບໍ່ຮູ້ສຶກວ່າສະຖານະຂອງເຮົາສູງຂະໜາດນັ້ນ ຫຼື ເຮົາສູງສົ່ງກວ່າຄົນອື່ນ ຫຼື ແຕກຕ່າງຈາກຄົນອື່ນ. ໃນທາງອັດຕະວິໄສແລ້ວ, ເຮົາບໍ່ມີຄວາມຮັບຮູ້ນີ້ດ້ວຍຕົວເຮົາເອງ ແຕ່ວິທີທີ່ບາງຄົນມອງເບິ່ງເຮົາ ແລະ ປະຕິບັດຕໍ່ເຮົານັ້ນແຕກຕ່າງຈາກແຕ່ກ່ອນ. ຕອນນັ້ນເອງ ເຮົາຈຶ່ງຮູ້ສຶກຕົວວ່າ ນີ້ຄືຄວາມຮູ້ສຶກຂອງການຢູ່ທ່າມກາງຜູ້ຄົນ ຫຼັງຈາກທີ່ຄົນໃດໜຶ່ງໄດ້ຮັບສະຖານະ. ເມື່ອເຮົາມີສະຖານະ ແລະ ເລີ່ມເຮັດວຽກ, ວິທີທີ່ຜູ້ຄົນມອງເບິ່ງເຮົາກໍແຕກຕ່າງໄປ, ທັດສະນະຄະຕິຂອງພວກເຂົາເມື່ອເວົ້າກັບເຮົາກໍແຕກຕ່າງໄປ ແລະ ການເລືອກຄຳເວົ້າ, ນໍ້າສຽງ ແລະ ທຸກໆດ້ານອື່ນໆຂອງພວກເຂົາກໍແຕກຕ່າງໄປໝົດ. ຕົວເຮົາເອງບໍ່ໄດ້ປ່ຽນແປງໄປ. ເຮົາຍັງມີຮູບລັກສະນະຄືເກົ່າ ແລະ ລັກສະນະນິໄສຂອງເຮົາ, ນິໄສການດຳລົງຊີວິດຂອງເຮົາ ແລະ ວິທີການເວົ້າຂອງເຮົາກໍບໍ່ໄດ້ປ່ຽນແປງ. ແລ້ວເປັນຫຍັງທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ເຮົາຈຶ່ງແຕກຕ່າງໄປ? ນີ້ຄືຄວາມປາຖະໜາໃນສະຖານະຂອງຜູ້ຄົນທີ່ກຳລັງອອກລິດ. ຜູ້ຄົນລ້ວນແຕ່ຍົກຍ້ອງສະຖານະ; ຫຼັງຈາກທີ່ເຮົາມີສະຖານະ, ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ເຮົາກໍປ່ຽນໄປ. ມັນຄືສະຖານະທີ່ຜູ້ຄົນມັກ, ບໍ່ແມ່ນເຮົາ ເພາະວ່າເຮົາບໍ່ໄດ້ປ່ຽນແປງ. ສິ່ງດຽວທີ່ປ່ຽນແປງກໍຄືຕຳແໜ່ງຂອງເຮົາ. ເຮົາປ່ຽນຈາກການເປັນຜູ້ເຊື່ອທຳມະດາທີ່ຟັງຄຳເທດສະໜາ ມາເປັນຜູ້ທີ່ເທດສະໜາຢູ່ເທິງທຳມາດ ແລະ ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ເຮົາກໍແຕກຕ່າງໄປ. ພຽງແຕ່ເມື່ອທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ເຮົາແຕກຕ່າງໄປ ເຮົາຈຶ່ງຮູ້ສຶກຕົວວ່າເຮົາມີສະຖານະ. ຜູ້ຄົນເວົ້າກັບເຮົາຢ່າງສຸພາບຫຼາຍຂຶ້ນ ແລະ ເອີ້ນເຮົາດ້ວຍຄຳນຳໜ້າທີ່ເຄົາລົບ. ເມື່ອເຮົານັ່ງເວົ້າຢູ່ບ່ອນນັ້ນ, ກໍຈະມີຄົນເທນໍ້າໃຫ້ເຮົາ; ເມື່ອຮອດເວລາກິນເຂົ້າ, ກໍຈະມີຄົນຕັກອາຫານໃຫ້ເຮົາ ແລະ ເອົາໄມ້ຖູ່ມາໃຫ້ເຮົາ. ຕອນນັ້ນເອງ ເຮົາຈຶ່ງສັງເກດເຫັນວ່າ ຜູ້ຄົນປະຕິບັດຕໍ່ເຮົາແບບນີ້ກໍພຽງເພາະວ່າເຮົາມີສະຖານະ. ເຖິງຢ່າງໃດກໍຕາມ, ສຳລັບເຮົາແລ້ວ ເຮົາກໍຍັງບໍ່ຮູ້ສຶກວ່າ “ການມີສະຖານະໝາຍເຖິງການມີອຳນາດ; ການມີສະຖານະສ້າງໄລຍະຫ່າງລະຫວ່າງຕົນເອງ ແລະ ຄົນອື່ນ, ເຮັດໃຫ້ຄົນເຮົາມີຄວາມເໜືອກວ່າ ແລະ ອະນຸຍາດໃຫ້ຄົນເຮົາເຮັດຕາມໃຈຕົນເອງ, ເຮັດທຸກຢ່າງທີ່ຕົນເອງຕ້ອງການ”. ເຮົາບໍ່ມີຄວາມຮັບຮູ້ນີ້ ແລະ ເຮົາບໍ່ໄດ້ຮູ້ສຶກແບບນີ້. ສະນັ້ນ, ເມື່ອເຮົາເປັນຜູ້ເຊື່ອທຳມະດາ, ເຮົາສາມາດມີປະຕິສຳພັນກັບຜູ້ຄົນໄດ້ຕາມປົກກະຕິ ແລະ ເມື່ອເຮົາມີສະຖານະ, ວິທີການມີປະຕິສຳພັນກັບຜູ້ຄົນຂອງເຮົາກໍບໍ່ໄດ້ປ່ຽນແປງ; ເຮົາຍັງສາມາດເຂົ້າກັບພວກເຂົາໄດ້ຕາມປົກກະຕິ.
ການມີສະຖານະເປັນສັນຍະລັກໃຫ້ການມີອຳນາດ ແຕ່ເຮົາບໍ່ເຄີຍໃຊ້ອຳນາດເພື່ອກົດຂີ່ໃຜ ຫຼື ໃຊ້ສະຖານະຂອງເຮົາເພື່ອສັ່ງສອນໃຜ. ເຮົາຍັງບໍ່ເຄີຍຮູ້ສຶກວ່າ ເພາະເຮົາມີສະຖານະ ເຮົາຈຶ່ງສາມາດເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກສິ່ງ ແລະ ເຮົາສາມາດສວຍໃຊ້ສະຖານະຂອງເຮົາ ແລະ ໃຊ້ອຳນາດທີ່ເຮົາມີເພື່ອເຮັດສິ່ງທີ່ເຮົາຕ້ອງການເຮັດ. ເຮົາບໍ່ເຄີຍມີຄວາມຄິດແບບນັ້ນ ແລະ ເຮົາກໍບໍ່ເຄີຍກະທຳແບບນີ້. ເຮົາຍັງຄົງຍຶດໝັ້ນໃນກົດການປົກຄອງຂອງຄຣິສຕະຈັກ, ກົດລະບຽບຂອງຄຣິສຕະຈັກ ແລະ ການຈັດແຈງວຽກງານຂອງຄຣິສຕະຈັກ. ເຮົາບໍ່ມີຄວາມຮັບຮູ້ກ່ຽວກັບສະຖານະ ແລະ ບໍ່ມີຄວາມຮັບຮູ້ກ່ຽວກັບການໃຊ້ອຳນາດເພື່ອເຮັດບາງສິ່ງ ຫຼື ເພື່ອສະແຫວງຫາຜົນປະໂຫຍດບາງຢ່າງສຳລັບຕົວເຮົາເອງ. ເຮົາບໍ່ເຄີຍເວົ້າສິ່ງດັ່ງກ່າວ ແລະ ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວ. ສົມມຸດວ່າມີຄົນມາຫາເຮົາ ແລະ ບອກວ່າເຂົາກຳລັງປະສົບກັບຄວາມຫຍຸ້ງຍາກບາງຢ່າງໃນການປະຕິບັດໜ້າທີ່ຂອງເຂົາ ແລະ ຖາມວ່າເຮົາສາມາດປັບການມອບໝາຍໜ້າທີ່ຂອງເຂົາໄປເປັນໜ້າທີ່ອື່ນໄດ້ ຫຼື ບໍ່. ໂດຍທົ່ວໄປແລ້ວ ຄົນທີ່ມີອຳນາດຈະເວົ້າແນວໃດ? “ຂ້ອຍເວົ້າຄຳດຽວກໍພຽງພໍແລ້ວ, ບໍ່ແມ່ນບໍ? ຂ້ອຍເປັນຄົນຕັດສິນໃຈຂັ້ນສຸດທ້າຍໃນເລື່ອງນີ້!” ນີ້ຄືຄຳເວົ້າຕິດປາກທີ່ມະນຸດທີ່ເສື່ອມຊາມມັກໃຊ້ ແຕ່ເຮົາບໍ່ເຄີຍເວົ້າຫຍັງແບບນີ້ເລີຍ. ເຮົາເວົ້າວ່າ “ເຈົ້າມີຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ນີ້, ສະນັ້ນ ເຮົາຕ້ອງຖາມກ່ຽວກັບສະຖານະການສະເພາະ. ໂດຍປົກກະຕິແລ້ວ ຄຣິສຕະຈັກຈະປັບການມອບໝາຍໜ້າທີ່ຂອງຜູ້ຄົນໂດຍອີງໃສ່ຫຼັກການ ແລະ ໂດຍອີງໃສ່ເງື່ອນໄຂຂອງແຕ່ລະບຸກຄົນ. ເຮົາຕ້ອງໄປຫາຜູ້ນໍາ ແລະ ຜູ້ເຮັດວຽກເພື່ອຊອກຮູ້ກ່ຽວກັບເລື່ອງນີ້ ແລະ ແກ້ໄຂມັນ”. ຫຼັກການຂອງເຮົາກ່ຽວກັບເລື່ອງນີ້ແມ່ນຫຍັງ? ຂໍ້ພິຈາລະນາຂອງເຮົາແມ່ນຫຍັງ? ພວກເຂົານຳເລື່ອງນີ້ມາໃຫ້ເຮົາສົນໃຈ ແລະ ເຮົາກໍພຽງແຕ່ໄດ້ຍິນສິ່ງທີ່ພວກເຂົາເວົ້າ ແລະ ບໍ່ຮູ້ວ່າພວກເຂົາໄດ້ເຮັດຫຍັງແດ່ ຫຼື ພວກເຂົາມີການສະແດງອອກຫຍັງແດ່ຢູ່ລັບຫຼັງ; ເຮົາບໍ່ສາມາດພຽງແຕ່ເຊື່ອຄຳເວົ້າຂອງພວກເຂົາໄດ້. ເຖິງແມ່ນວ່າພວກເຂົາຈະມີຄວາມສຳພັນທີ່ດີກັບເຮົາ ຫຼື ບໍ່ເຄີຍລ່ວງເກີນເຮົາກໍຕາມ, ເຮົາກໍບໍ່ສາມາດຈັດແຈງໜ້າທີ່ຂອງພວກເຂົາຕາມອຳເພີໃຈດ້ວຍຕົວເຮົາເອງເພື່ອສະແດງອຳນາດຂອງເຮົາໄດ້. ເຮົາຕ້ອງຖາມຜູ້ນໍາຄຣິສຕະຈັກວ່າ ໂດຍປົກກະຕິແລ້ວພວກເຂົາປະພຶດຕົວແນວໃດ, ມັນເໝາະສົມ ຫຼື ບໍ່ທີ່ຈະຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່ນີ້, ຜູ້ນໍາມີຂໍ້ພິຈາລະນາຫຍັງ ຫຼື ບໍ່ ແລະ ມັນອີງໃສ່ຫຼັກການ ຫຼື ບໍ່. ຖ້າມັນອີງໃສ່ຫຼັກການ, ໜ້າທີ່ຂອງພວກເຂົາກໍບໍ່ສາມາດຖືກປັບປ່ຽນຕາມອຳເພີໃຈໄດ້, ແມ່ນບໍ? (ແມ່ນແລ້ວ.) ເຮົາຈະບໍ່ເວົ້າເດັດຂາດວ່າ “ຂ້ອຍເວົ້າຄຳດຽວກໍພຽງພໍແລ້ວ. ເຮົາມີອຳນາດທີ່ຈະເຮັດສິ່ງນີ້. ເຮົາຈະໄປບອກຜູ້ນໍາ, ຄອຍເບິ່ງວ່າພວກເຂົາຈະເຮັດຕາມສິ່ງທີ່ເຮົາເວົ້າແນວໃດ”. ເຮົາຈະບໍ່ເຮັດແບບນີ້ ແລະ ເຮົາບໍ່ເຄີຍເວົ້າສິ່ງດັ່ງກ່າວ. ເຮົາບໍ່ໄດ້ເຮັດສິ່ງປະເພດນີ້ເມື່ອເຮົາຢູ່ໃນຄຣິສຕະຈັກໃນບ້ານເກີດຂອງເຮົາ ແລະ ຕໍ່ມາ ເມື່ອເຮັດວຽກງານໂດຍລວມຂອງຄຣິສຕະຈັກ ແລະ ເດີນທາງໄປຍັງຄຣິສຕະຈັກໃນແຂວງຕ່າງໆ, ເຮົາກໍບໍ່ໄດ້ເຮັດສິ່ງດັ່ງກ່າວເຊັ່ນກັນ. ນັ້ນກໍຄື ເຮົາບໍ່ເຄີຍໃຊ້ອຳນາດທີ່ເຮົາມີເພື່ອໃຫ້ຄວາມໂປດປານທີ່ບໍ່ມີຫຼັກການແກ່ບຸກຄົນໃດໜຶ່ງ; ເຮົາບໍ່ເຄີຍສ້າງຕົວຢ່າງແບບນັ້ນມາກ່ອນ. ບໍ່ວ່າຄຣິສຕະຈັກຂອງພວກເຮົາຈະມີຈຳນວນຄົນຫຼາຍປານໃດໃນຕອນນີ້ ຫຼື ພວກເຂົາຈະເປັນຄົນເຊື້ອຊາດໃດ ແລະ ມາຈາກປະເທດໃດກໍຕາມ, ພຽງແຕ່ໃນແງ່ຂອງອັດຕະລັກຂອງເຮົາ, ພວກເຈົ້າຈະບໍ່ເວົ້າບໍວ່າສະຖານະຂອງເຮົາຂ້ອນຂ້າງສູງ? ອຳນາດຂອງເຮົາບໍ່ໄດ້ຍິ່ງໃຫຍ່ຫຼາຍບໍ? (ແມ່ນແລ້ວ.) ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ສະຖານະນີ້ຈະເປັນເລື່ອງໃຫຍ່ຫຼາຍ ແລະ ອຳນາດນີ້ກໍຈະຍິ່ງໃຫຍ່ຫຼາຍ! ຄົນທຳມະດາຈະບໍ່ສາມາດຮັບມືກັບມັນໄດ້; ເຂົາຈະບໍ່ຮູ້ວ່າຄວນໃຊ້ອຳນາດນີ້ໃຫ້ເກີດປະໂຫຍດແນວໃດ ແລະ ພວກເຂົາເຖິງກັບຈະບໍ່ຮູ້ວ່າຄວນກິນຫຍັງ ຫຼື ເຮັດຫຍັງ. ແຕ່ຈົ່ງເບິ່ງວິທີທີ່ເຮົາເວົ້າ ແລະ ມີປະຕິສຳພັນກັບພວກເຈົ້າ. ເຮົາມີປະຕິສຳພັນກັບທຸກຄົນ, ບໍ່ວ່າພວກເຂົາຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ເຊື່ອທຳມະດາກໍຕາມ. ເຮົາເຖິງກັບມີປະຕິສຳພັນກັບຜູ້ທີ່ເຮັດວຽກໜັກ ແລະ ເຮັດວຽກໃຊ້ແຮງງານ, ຄົນທີ່ບໍ່ໂດດເດັ່ນທີ່ສຸດ ແລະ ຜູ້ເຊື່ອໃໝ່. ເມື່ອເຮົາເຫັນວ່າພວກເຈົ້າມີບັນຫາ, ເຮົາກໍໂອ້ລົມ ແລະ ເວົ້າລົມກັບພວກເຈົ້າ. ບາງຄັ້ງ, ເມື່ອມີປະຕິສຳພັນກັບຜູ້ເຊື່ອໃໝ່, ເຮົາກໍພະຍາຍາມຢ່າງດີທີ່ສຸດເພື່ອບໍ່ໃຫ້ພວກເຂົາຮູ້ອັດຕະລັກຂອງເຮົາ. ມັນເປັນການດີທີ່ສຸດທີ່ຈະໃຫ້ພວກເຂົາເຫັນເຮົາເປັນພຽງຄົນທຳມະດາ. ຖ້າພວກເຂົາເຕັມໃຈທີ່ຈະຟັງເຮົາ, ພວກເຂົາກໍສາມາດຟັງໄດ້ໜ້ອຍໜຶ່ງ; ຖ້າພວກເຂົາບໍ່ເຕັມໃຈ, ເຮົາກໍບໍ່ບັງຄັບພວກເຂົາ. ເຮົາໃຫ້ອິດສະລະແກ່ພວກເຂົາ. ເຮົາຈະບໍ່ຍົກຕົວເອງໃຫ້ສູງກວ່າຄົນອື່ນເດັດຂາດ ແລະ ເຮົາຈະບໍ່ວາງມາດເຊັ່ນກັນ. ເຮົາຈະບໍ່ແນະນຳຕົວເອງເດັດຂາດເພື່ອໃຫ້ພວກເຂົາຮູ້ວ່າເຮົາແມ່ນໃຜ, ໃຫ້ພວກເຂົາຮູ້ວ່າສະຖານະຂອງເຮົາສູງສໍ່າໃດ ຫຼື ອຳນາດຂອງເຮົາຍິ່ງໃຫຍ່ສໍ່າໃດ ແລະ ເຮັດໃຫ້ພວກເຂົາຢ້ານເຮົາ. ເຮົາບໍ່ມັກເຮັດແບບນີ້ ແລະ ເຮົາກໍບໍ່ເຄີຍເຮັດແບບນັ້ນ. ບາງຄັ້ງ ເມື່ອເຮົາພົບກັບອ້າຍເອື້ອຍນ້ອງທີ່ເຮົາບໍ່ລຶ້ງເຄີຍ ແລະ ເວົ້າລົມກັບພວກເຂົາ, ພວກເຂົາກໍເບິ່ງເຮົາຕັ້ງແຕ່ຫົວຮອດຕີນ ແລະ ຄິດໃນໃຈວ່າ “ເຈົ້າຄິດວ່າເຈົ້າແມ່ນໃຜ? ເປັນຫຍັງເຈົ້າຈຶ່ງມາໂອ້ລົມກັບພວກເຮົາ?” ເຮົາເຫັນວ່າຄົນຜູ້ນີ້ເປັນຄົນແປກໜ້າ, ພວກເຂົາເບິ່ງເຮົາດ້ວຍຄວາມເປັນປໍລະປັກບາງຢ່າງ ແລະ ພວກເຂົາຕ້ອງການກວດສອບເຮົາ ແລະ ດູຖູກເຮົາ ແຕ່ເຮົາກໍບໍ່ສົນໃຈ. ຖ້າພວກເຂົາດູຖູກເຮົາ ແລະ ບໍ່ເຕັມໃຈທີ່ຈະຟັງການໂອ້ລົມຂອງເຮົາ, ແລ້ວເຮົາກໍຈະຈົບການໂອ້ລົມຂອງເຮົາກ່ອນເວລາ; ຖ້າພວກເຂົາເຕັມໃຈທີ່ຈະຟັງເຮົາ, ເຮົາກໍຈະເວົ້າລົມກັບພວກເຂົາຕື່ມອີກໜ້ອຍໜຶ່ງ. ບາງຄົນມັກຟັງການໂອ້ລົມຂອງເຮົາ ແລະ ເກີດຄວາມສົນໃຈ ແລະ ພວກເຂົາເຖິງກັບຂໍໃຫ້ເຮົາຢູ່ກິນເຂົ້າ ແລະ ລິເລີ່ມທີ່ຈະເວົ້າລົມກັບເຮົາ. ຫຼັງຈາກນັ້ນ, ເຮົາກໍບໍ່ຖາມວ່າພວກເຂົາມາຈາກຄຣິສຕະຈັກໃດ, ພວກເຂົາປະຕິບັດໜ້າທີ່ຫຍັງ ຫຼື ສະຖານະການຂອງພວກເຂົາເປັນແນວໃດ; ເຮົາພຽງແຕ່ປະຕິບັດຕໍ່ພວກເຂົາຕາມປົກກະຕິ ແລະ ຢ່າງຖືກຕ້ອງ.
ບໍ່ວ່າເຮົາຈະມີປະຕິສຳພັນກັບໃຜກໍຕາມ, ບໍ່ວ່າຈະເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ຄົນທີ່ບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ, ບໍ່ວ່າຈະເປັນຄົນທີ່ມີສະຖານະໃນສັງຄົມ ຫຼື ຄົນທີ່ບໍ່ມີສະຖານະ, ບໍ່ວ່າຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ເຊື່ອທຳມະດາ, ເຮົາບໍ່ເຄີຍວາງຕົວເອງວ່າເໜືອກວ່າ ເມື່ອໂອ້ລົມກັບພວກເຈົ້າກ່ຽວກັບວຽກງານ ຫຼື ມີປະຕິສຳພັນກັບພວກເຈົ້າໃນຊີວິດປະຈຳວັນ. ຕົວຢ່າງ: ຖ້າເຈົ້າບອກວ່າເຈົ້າຫິວນໍ້າ, ເຮົາກໍຈະເທນໍ້າໃຫ້ເຈົ້າແກ້ວໜຶ່ງ. ມັນບໍ່ແມ່ນວ່າເຮົາຕ້ອງວາງມາດ ແລະ ໃຫ້ເຈົ້າຮັບໃຊ້ເຮົາ ແລະ ເຮົາຈະບໍ່ເວົ້າວ່າ “ມີຄວາມແຕກຕ່າງໃນເລື່ອງສະຖານະ ແລະ ຄຸນຄ່າລະຫວ່າງພວກເຮົາ; ເຮົາຈະບໍ່ເຮັດວຽກຮັບໃຊ້ຄົນອື່ນແບບນີ້ຢ່າງເດັດຂາດ”. ເຮົາບໍ່ມີຄວາມຄິດແບບນັ້ນ. ຖ້າເຈົ້າເທນໍ້າໃຫ້ເຮົາ, ເຮົາກໍຖືວ່າມັນເປັນການກະທຳຂອງອ້າຍເອື້ອຍນ້ອງ; ຖ້າເຈົ້າຫິວນໍ້າ ແລະ ຕ້ອງການໃຫ້ເຮົາເທນໍ້າໃຫ້ເຈົ້າ, ເຮົາກໍສາມາດເທນໍ້າໃຫ້ເຈົ້າໄດ້ແກ້ວໜຶ່ງເຊັ່ນກັນ. ເມື່ອເຮົາກຳລັງໂອ້ລົມໃນການເຕົ້າໂຮມ, ບາງຄົນກໍແອບມີຄວາມຄິດຫຼົງຜິດ ແລະ ຄວາມເປັນປໍລະປັກ ຫຼື ມີທັດສະນະຄະຕິທີ່ບໍ່ດີ ຫຼື ບໍ່ສົນໃຈ ແລະ ເມີນເສີຍຕໍ່ເຮົາ. ໃນກໍລະນີນັ້ນ, ເຮົາກໍເຮັດໄປຕາມຫຼັກການ; ເຮົາໂອ້ລົມຖ້າຈຳເປັນຕ້ອງໂອ້ລົມ ແລະ ແກ້ໄຂບັນຫາຖ້າຈຳເປັນຕ້ອງແກ້ໄຂບັນຫາ. ເຮົາບໍ່ວາງຕົວເອງໃຫ້ເໜືອກວ່າ ຫຼື ວາງມາດ. ເຖິງແມ່ນວ່າເຈົ້າແອບມີຄວາມເປັນປໍລະປັກຕໍ່ເຮົາກໍຕາມ, ເຮົາກໍຍັງເຮັດວຽກງານທີ່ເຮົາຄວນເຮັດ ແລະ ເວົ້າພຣະທຳທີ່ເຮົາຄວນເວົ້າ. ເຮົາບໍ່ໄດ້ຮັບຜົນກະທົບຫຍັງເລີຍຈາກເຈົ້າ ແລະ ເຮົາກໍບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າແມ່ນແຕ່ໜ້ອຍດຽວ; ສິ່ງທີ່ເຈົ້າຄວນຈະໄດ້ຮັບກໍບໍ່ໄດ້ຮັບຜົນກະທົບແມ່ນແຕ່ໜ້ອຍດຽວເຊັ່ນກັນ. ຖ້າມັນເປັນສ່ວນໜຶ່ງໃນພັນທະກິດຂອງເຮົາ ແລະ ມັນກ່ຽວຂ້ອງກັບຄວາມຈິງ, ຫຼັກການ ແລະ ວຽກງານຂອງຄຣິສຕະຈັກ, ບໍ່ວ່າໃຜຈະມາຫາເຮົາກ່ຽວກັບບັນຫາໃດກໍຕາມ, ເຮົາຈະບໍ່ເວົ້າຢ່າງເດັດຂາດວ່າ “ຕຳແໜ່ງຂອງເຈົ້າສູງພໍແລ້ວບໍ? ແລ້ວເຈົ້າແມ່ນໃຜກັນແທ້? ເຈົ້າເປັນຜູ້ນໍາລະດັບພາກ ຫຼື ຜູ້ນໍາລະດັບເມືອງບໍ? ຫຼື ເຈົ້າເປັນຫົວໜ້າທີມ ຫຼື ຜູ້ກຳກັບດູແລໃນລະດັບໃດໜຶ່ງບໍ?” ເຮົາບໍ່ຖາມສິ່ງເຫຼົ່ານີ້. ຖ້າເຈົ້າມາຫາເຮົາກ່ຽວກັບບັນຫາໃດໜຶ່ງ ຫຼື ລາຍງານບັນຫາກ່ຽວກັບຜູ້ນໍາຄົນໃດຄົນໜຶ່ງ ຫຼື ດ້ານໃດໜຶ່ງຂອງວຽກງານຂອງຄຣິສຕະຈັກ, ເຮົາກໍຈະໂອ້ລົມກັບເຈົ້າເທົ່າທີ່ຈຳເປັນ. ເຮົາຈະບໍ່ວາງຕົວເອງໃຫ້ເໜືອກວ່າ ແລະ ເຮົາຈະບໍ່ຖາມກ່ຽວກັບຊັ້ນຂອງເຈົ້າ. ບາງທີເຈົ້າອາດຈະເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ເຈົ້າຮູ້ສຶກວ່າສະຖານະຂອງເຈົ້າໃນເຮືອນຂອງພຣະເຈົ້າບໍ່ສູງ, ສະນັ້ນ ເຈົ້າຈຶ່ງຮູ້ສຶກອາຍເກີນກວ່າທີ່ຈະຖາມ. ແຕ່ນັ້ນບໍ່ແມ່ນວິທີທີ່ເຮົາເບິ່ງສິ່ງຕ່າງໆ; ເຮົາບໍ່ໄດ້ປະຕິບັດຕໍ່ມະນຸດໂດຍອີງໃສ່ສະຖານະຂອງເຂົາ. ສະນັ້ນ, ບໍ່ວ່າພວກເຈົ້າຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງທຳມະດາ, ເມື່ອເຮົາໂອ້ລົມກັບພວກເຈົ້າກ່ຽວກັບການເຂົ້າສູ່ຊີວິດ ຫຼື ຊີ້ນໍາວຽກງານຂອງພວກເຈົ້າ, ເຮົາຈະບໍ່ເວົ້າຄືກັບເຈົ້າໜ້າທີ່ລັດ ຫຼື ປ່ອຍໃຫ້ພວກເຈົ້າຄາດເດົາເດັດຂາດ ແລະ ເຮົາຈະບໍ່ຕັ້ງຄຳຖາມສາລະພັດເພື່ອເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພວກເຈົ້າເຊັ່ນກັນ. ເຮົາທຸ່ມເທຢ່າງເຕັມທີ່ເມື່ອເຮັດວຽກ ແລະ ເວົ້າກັບພວກເຈົ້າ. ເຮົາເວົ້າໄປຕາມຄວາມເປັນຈິງ ແລະ ເຮົາເວົ້າສໍ່າທີ່ເຮົາຮູ້. ເຮົາບໍ່ວາງຕົວເອງໃຫ້ເໜືອກວ່າ, ເຮົາບໍ່ຫົວຂວັນພວກເຈົ້າ ແລະ ເຮົາບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພວກເຈົ້າ. ເມື່ອເຮົາເຫັນວ່າພວກເຈົ້າມີຄວາມຫຍຸ້ງຍາກໃນວຽກງານຂອງພວກເຈົ້າ ແລະ ບໍ່ຮູ້ວ່າຈະເຮັດແນວໃດ, ເຮົາກໍໃຫ້ການຊີ້ນໍາ ແລະ ຄຳແນະນໍາແກ່ພວກເຈົ້າ. ເຮົາເວົ້າ ແລະ ເຮັດສິ່ງຕ່າງໆເພື່ອຊ່ວຍໃຫ້ພວກເຈົ້າໄດ້ຮຽນຮູ້ຫຼາຍຂຶ້ນ ແລະ ຈັບໃຈຄວາມຫຼັກການບາງຢ່າງໃນທັກສະທາງວິຊາຊີບຂອງພວກເຈົ້າ ພ້ອມທັງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນອີກໜ້ອຍໜຶ່ງ. ບໍ່ວ່າຈະຢູ່ໃນທີ່ສາທາລະນະ ຫຼື ເປັນການສ່ວນຕົວ, ນີ້ຄືວິທີທີ່ເຮົາກະທຳ. ບໍ່ວ່າຈະມີປະຕິສຳພັນແບບເຊິ່ງໜ້າ ຫຼື ໂອ້ລົມ ແລະ ເວົ້າລົມກັບພວກເຈົ້າທາງອອນລາຍ, ເຮົາບໍ່ເຄີຍວາງທ່າ. ການວາງທ່າໝາຍຄວາມວ່າແນວໃດ? ມັນໝາຍເຖິງການວາງມາດ ແລະ ມີລັກສະນະທີ່ໜ້າເກງຂາມຢູ່ສະເໝີ, ເຮັດໃຫ້ພວກເຈົ້າຮູ້ສຶກວ່າເຮົາບໍ່ທຳມະດາ ແລະ ມັກວາງອຳນາດ ແລະ ເຮົາຢູ່ເໜືອພວກເຈົ້າ. ເຮົາບໍ່ເຄີຍວາງທ່າແບບນີ້. ນອກຈາກນີ້, ໃນລະຫວ່າງການເຕົ້າໂຮມ, ເຮົາບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບການມີຮູບລັກສະນະທີ່ສູງສົ່ງ ຫຼື ການບໍ່ຍອມໃຫ້ໃຜລ່ວງເກີນ ແລະ ເຮົາບໍ່ໄດ້ສວມບົດບາດເປັນພຣະເຈົ້າໃນສະຫວັນ; ເຮົາບໍ່ເຮັດສິ່ງດັ່ງກ່າວ. ເຄີຍມີຄົນຖາມເຮົາວ່າ ຈຳເປັນຕ້ອງເຮັດໂຕະພິເສດໃຫ້ເຮົາໃຊ້ໃນລະຫວ່າງການເຕົ້າໂຮມ ຫຼື ບໍ່. ເຮົາເວົ້າວ່າ “ບໍ່ຈຳເປັນຕ້ອງເຮັດແບບນັ້ນ; ໂຕະແບບໃດກໍໄດ້”. ຈາກນັ້ນ ເຂົາກໍໄປຫາໂຕະເກົ່າໆໜ່ວຍໜຶ່ງມາ ແລະ ເຮົາກໍພຽງແຕ່ໃຊ້ແກ້ຂັດໄປ. ເຮົາບໍ່ໄດ້ເວົ້າວ່າ “ເຈົ້າຫາໂຕະປະເພດໃດມາໃຫ້ເຮົາເບາະ! ດ້ວຍອັດຕະລັກຂອງເຮົາ, ເປັນຫຍັງເຈົ້າຈຶ່ງບໍ່ຫາໂຕະດີໆມາໃຫ້ເຮົາ? ນີ້ຄືວິທີທີ່ເຈົ້າຈັດການສິ່ງຕ່າງໆເບາະ!” ເຮົາບໍ່ໄດ້ເວົ້າຫຍັງເລີຍ ແລະ ເຮົາບໍ່ໄດ້ຮຽກຮ້ອງໃຫ້ໃຊ້ໂຕະທີ່ມີຍີ່ຫໍ້ດັງ ຫຼື ໂຕະເຄືອບຄຳ; ເຮົາບໍ່ເຄີຍຈຸກຈິກກ່ຽວກັບສິ່ງເຫຼົ່ານີ້. ຕໍ່ມາ, ເມື່ອເຕົ້າໂຮມທາງອອນລາຍ, ເຮົາກໍນັ່ງເທິງຕັ່ງທຳມະດາ ແລະ ໃຊ້ໂຕະທຳມະດາ, ໂດຍມີໂຄມໄຟຕັ້ງໂຕະຢູ່ເທິງນັ້ນ ພ້ອມກັບປຶ້ມບັນທຶກເພື່ອຈົດຫົວຂໍ້ ແລະ ໂຄງຮ່າງຂອງການໂອ້ລົມແຕ່ລະຄັ້ງ. ມັນກໍຮຽບງ່າຍແບບນັ້ນແຫຼະ. ເມື່ອເຕົ້າໂຮມຢູ່ໃນຄຣິສຕະຈັກ, ເຮົາກໍນຸ່ງຊຸດສຸພາບທີ່ຮຽບງ່າຍ ເຊິ່ງໂດຍປົກກະຕິແລ້ວຈະເປັນເສື້ອສູດ, ໂສ້ງຂາຍາວແບບສຸພາບ ແລະ ເກີບໜັງ ແລະ ໃນລະດູໜາວ ເຮົາກໍຍັງນຸ່ງເສື້ອກັນໜາວຂົນສັດນຳອີກ ເຊິ່ງເປັນພຽງເຄື່ອງນຸ່ງທີ່ທຳມະດາຫຼາຍ, ພຽງແຕ່ເບິ່ງເປັນທາງການກວ່າເຄື່ອງນຸ່ງປະຈຳວັນເລັກໜ້ອຍເທົ່ານັ້ນ. ອຸປະກອນທີ່ມີຍີ່ຫໍ້ດັງທີ່ໃຊ້ໃນລະຫວ່າງການເຕົ້າໂຮມກໍມີພຽງແຕ່ໄມໂຄຣໂຟນ, ເຄື່ອງຂະຫຍາຍສຽງ ແລະ ຄອມພິວເຕີ; ສິ່ງເຫຼົ່ານີ້ຄືສິ່ງຂອງທີ່ມີຍີ່ຫໍ້ດັງ ແລະ ມີຄ່າພຽງຢ່າງດຽວ. ເຈົ້າເຫັນບໍວ່າ ມັນກໍຮຽບງ່າຍແບບນັ້ນແຫຼະ. ທັງໝົດນີ້ກໍເປັນເພາະເຮົາຢູ່ຕ່າງປະເທດ, ບ່ອນທີ່ມີເສລີພາບໃນການເຊື່ອ ແລະ ມີເງື່ອນໄຂເຫຼົ່ານີ້. ໂດຍການໃຊ້ເຄື່ອງຂະຫຍາຍສຽງ, ອ້າຍເອື້ອຍນ້ອງກໍສາມາດໄດ້ຍິນຢ່າງຊັດເຈນເຖິງແມ່ນວ່າຈະຢູ່ແຈຫ້ອງກໍຕາມ ແລະ ມັນກໍເຮັດໃຫ້ການເວົ້າຂອງເຮົາບໍ່ຕ້ອງອອກແຮງຫຼາຍ. ຕອນຢູ່ປະເທດຈີນແຜ່ນດິນໃຫຍ່, ບໍ່ມີເງື່ອນໄຂເຫຼົ່ານີ້. ເຮົາມີຮ່າງກາຍທີ່ອ່ອນແອ ແລະ ມີສຽງເບົາ. ເມື່ອມີຄົນຈຳນວນຫຼາຍໃນການເຕົ້າໂຮມ, ເຮົາຕ້ອງເວົ້າສຽງດັງ ແລະ ເຖິງຢ່າງນັ້ນກໍຕາມ ຜູ້ຟັງກໍຍັງຮູ້ສຶກວ່າສຽງຂອງເຮົາເບົາຢູ່. ສຳລັບການເຕົ້າໂຮມທີ່ລາກຍາວເປັນເວລາມື້ໜຶ່ງ ຫຼື ສອງມື້, ເຮົາກໍຕ້ອງເວົ້າສຽງດັງແບບນີ້ຢູ່ຕະຫຼອດເວລາ. ບອກເຮົາເບິ່ງວ່າ ແບບນັ້ນບໍ່ເປັນຕາເມື່ອຍບໍ? (ແມ່ນແລ້ວ.) ເມື່ອພວກເຮົາມີການເຕົ້າໂຮມຂະໜາດໃຫຍ່ໃນປະເທດຈີນແຜ່ນດິນໃຫຍ່, ເຮົາກໍຈະອິດເມື່ອຍຫຼາຍ. ຕອນນີ້ພວກເຮົາໄດ້ມາຢູ່ຕ່າງປະເທດ ແລະ ມີອິດສະລະແລ້ວ, ໂດຍການໃຊ້ເຄື່ອງຂະຫຍາຍສຽງ, ເຮົາກໍບໍ່ຈຳເປັນຕ້ອງເວົ້າສຽງດັງປານນັ້ນ. ມັນຊ່ວຍປະຢັດແຮງຂອງເຮົາໄດ້ຫຼາຍ ແລະ ຜູ້ຄົນກໍສາມາດໄດ້ຍິນຢ່າງຊັດເຈນທີ່ສຸດເຊັ່ນກັນ. ເມື່ອເຮົາເທດສະໜາໃຫ້ພວກເຈົ້າຟັງໃນການເຕົ້າໂຮມ ແລະ ໂອ້ລົມກ່ຽວກັບຄວາມຈິງໃນດ້ານຕ່າງໆທີ່ມະນຸດຕ້ອງການ, ກໍບໍ່ມີພິທີການໃດໆ ແລະ ເຮົາກໍບໍ່ພະຍາຍາມວາງມາດໃຫຍ່ໂຕເລີຍ. ເຮົາພຽງແຕ່ໂອ້ລົມກັບພວກເຈົ້າກ່ຽວກັບຄວາມຈິງໃນດ້ານຕ່າງໆທີ່ພວກເຈົ້າຄວນເຂົ້າໃຈ ແລະ ທີ່ພວກເຈົ້າຕ້ອງການ, ເພື່ອວ່າພວກເຈົ້າອາດເຂົ້າໃຈຄວາມຈິງເຫຼົ່ານັ້ນ, ວາງຮາກຖານບົນເສັ້ນທາງທີ່ແທ້ຈິງ, ຄ່ອຍໆໄດ້ຮັບຄວາມຊັດເຈນ ແລະ ຄ່ອຍໆມີຄວາມສົນໃຈໃນຄວາມຈິງດ້ານຕ່າງໆ ແລະ ຈາກນັ້ນກໍຮູ້ວິທີປະຕິບັດຄວາມຈິງເຫຼົ່ານັ້ນ, ສາມາດຫັນໃຈຂອງພວກເຈົ້າເຂົ້າຫາພຣະເຈົ້າເທື່ອລະເລັກເທື່ອລະນ້ອຍ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ສໍ່ານີ້ກໍພຽງພໍແລ້ວ. ເຈົ້າເຫັນບໍວ່າ ນີ້ບໍ່ແມ່ນວິທີທີ່ເຮົາປະຕິບັດຕະຫຼອດຫຼາຍປີທີ່ຜ່ານມາບໍ? (ແມ່ນແລ້ວ.) ພຣະທຳທີ່ເຮົາໂອ້ລົມໃນການເຕົ້າໂຮມໄດ້ຖືກພິມອອກມາເປັນໜັງສື. ຕາມຈິນຕະນາການຂອງມະນຸດທີ່ເສື່ອມຊາມແລ້ວ, ເນື່ອງຈາກພຣະທຳເຫຼົ່ານີ້ຄືຄວາມຈິງ ແລະ ເປັນການສະແດງອອກຂອງພຣະເຈົ້າ, ພຣະທຳເຫຼົ່ານີ້ກໍຕ້ອງຖືກສະແດງອອກມາດ້ວຍພິທີການບາງຢ່າງ ຫຼື ດ້ວຍການວາງມາດໃຫຍ່ໂຕບາງປະເພດ. ໃນຄວາມເປັນຈິງແລ້ວ, ມັນທຳມະດາຫຼາຍ. ເມື່ອເຮົາເທດສະໜາໃນການເຕົ້າໂຮມ, ກໍບໍ່ມີໃຜຢູ່ອ້ອມຂ້າງເພື່ອຮັບໃຊ້ເຮົາ. ເມື່ອເຮົາປາກແຫ້ງຈາກການເວົ້າ, ເຮົາກໍເທນໍ້າໃຫ້ຕົວເອງດື່ມ. ບາງຄັ້ງ ເຮົາກໍດື່ມນໍ້າເຜິ້ງເພື່ອເຮັດໃຫ້ຄໍຊຸ່ມຊື່ນ ແລະ ບາງຄັ້ງ ເຮົາກໍພຽງແຕ່ດື່ມນໍ້າລ້າໆ. ຊີວິດຂອງເຮົາຮຽບງ່າຍເປັນພິເສດ; ມັນຮຽບງ່າຍກວ່າທີ່ພວກເຈົ້າຈະສາມາດຈິນຕະນາການໄດ້. ບາງຄົນອາດຄິດວ່າ “ພຣະອົງກຳລັງສະແດງລະຄອນ. ພຣະອົງຈະຂາດແຄນຫຍັງແດ່? ດ້ວຍອັດຕະລັກ ແລະ ສະຖານະຂອງເຈົ້າ, ມັນເປັນໄປບໍ່ໄດ້ທີ່ເຈົ້າຈະດຳລົງຊີວິດຢ່າງຮຽບງ່າຍແບບນັ້ນ”. ຊີວິດຂອງເຮົາຮຽບງ່າຍແບບນີ້ແທ້ໆ. ເຮົາຈະໃຊ້ຈອກດື່ມນໍ້າໜ່ວຍດຽວເປັນເວລາຫຼາຍປີ, ໂດຍຈະປ່ຽນໃໝ່ກໍຕໍ່ເມື່ອມັນແຕກ ຫຼື ເກົ່າເກີນໄປເທົ່ານັ້ນ ແລະ ຈາກນັ້ນ ເຮົາກໍຈະໃຊ້ໜ່ວຍໃໝ່ນັ້ນໄປອີກຫຼາຍປີ. ນີ້ຄືຄວາມເປັນຈິງ. ຕັ້ງແຕ່ເກີດຈົນຮອດປັດຈຸບັນ, ນີ້ຄືວິທີທີ່ເຮົາປະຕິບັດຕໍ່ສະຖານະ. ມັນຄືກັນສຳລັບເຮົາ ບໍ່ວ່າເຮົາຈະມີສະຖານະ ຫຼື ບໍ່ກໍຕາມ; ເຮົາພຽງແຕ່ດຳລົງຊີວິດໃນແບບທີ່ຮຽບງ່າຍ ແລະ ເປັນກິດຈະວັດ. ຄົນທີ່ບໍ່ຮູ້ກໍຈະຄິດວ່າ “ພຣະອົງມີສະຖານະນີ້ ແລະ ຊັບພະຍາກອນເຫຼົ່ານີ້; ໃຜຈະຮູ້ວ່າພຣະອົງກຳລັງເສບສຸກຫຼາຍສໍ່າໃດ!” ເຮົາບໍ່ໄດ້ເສບສຸກກັບເລີຍແທ້ໆ. ບາງຄັ້ງ ອ້າຍເອື້ອຍນ້ອງກໍເອົາຜັກບາງຢ່າງມາໃຫ້ ແລະ ເຮົາກໍກິນທຸກຢ່າງທີ່ພວກເຂົາເອົາມາໃຫ້. ມັນຮຽບງ່າຍແບບນັ້ນແຫຼະ. ເຮົາບໍ່ສ້າງຄວາມຊັບຊ້ອນໃຫ້ສິ່ງທີ່ເຮົາກິນ. ເຮົາບໍ່ກິນຊີ້ນຕາມໃຈ ແລະ ເຮົາກໍບໍ່ກິນອາຫານທີ່ແປກປະຫຼາດ ແລະ ຜິດປົກກະຕິ. ເຮົາກິນຢ່າງຮຽບງ່າຍຫຼາຍ; ມັນລ້ວນແຕ່ເປັນພຽງອາຫານທຳມະດາທີ່ຄົວເອງຢູ່ເຮືອນ. ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ເຮັດວຽກມາຫຼາຍປີ, ເຮົາບໍ່ເຄີຍຮູ້ສຶກວ່າ “ມີຄົນຈຳນວນຫຼາຍໃນຄຣິສຕະຈັກຂອງພວກເຮົາ; ເຮົາມີຄວາມຮູ້ສຶກເຖິງກຽດ ແລະ ຄວາມຮູ້ສຶກເຖິງຄວາມເໜືອກວ່າ”. ເຮົາບໍ່ຮູ້ສຶກເຖິງກຽດຫຍັງເລີຍ ແລະ ເຮົາກໍບໍ່ຮູ້ສຶກວ່າເຮົາໄດ້ສ້າງການປະກອບສ່ວນໃຫ້ກັບຄຣິສຕະຈັກ ຫຼື ເຮົາມີລັດສະໝີ. ເຮົາບໍ່ມີຄວາມຮູ້ສຶກເຫຼົ່ານີ້ ແລະ ເຮົາບໍ່ໄດ້ພໍໃຈກັບສິ່ງເຫຼົ່ານີ້. ຄົນພາຍນອກອາດຄິດວ່າ “ເຖິງແມ່ນວ່າພຣະອົງຈະເບິ່ງທຳມະດາ ແລະ ປົກກະຕິຢູ່ພາຍນອກກໍຕາມ, ເມື່ອພິຈາລະນາຈາກວຽກງານທີ່ພຣະອົງເຮັດ ແລະ ເງື່ອນໄຂໃນປັດຈຸບັນຂອງພຣະອົງ, ໂດຍມີຄົນຈຳນວນຫຼາຍຕິດຕາມພຣະອົງ, ສະຖານະຂອງພຣະອົງກໍສູງພໍແລ້ວ ແລະ ອຳນາດຂອງພຣະອົງກໍຍິ່ງໃຫຍ່ພໍແລ້ວ, ພຣະອົງຄວນເພີດເພີນກັບສະຖານະຂອງເຈົ້າ, ມີບຸລິມະສິດໃນທຸກສິ່ງທີ່ພຣະອົງເຮັດ ແລະ ມີຄວາມຮູ້ສຶກເຖິງຄວາມເໜືອກວ່າ”. ເຮົາເວົ້າວ່າ ເຮົາບໍ່ເຄີຍມີຄວາມຮູ້ສຶກເຖິງຄວາມເໜືອກວ່າຫຍັງເລີຍ ແລະ ເຮົາກໍບໍ່ໄດ້ເພີດເພີນກັບຜົນປະໂຫຍດຈາກສະຖານະ. ນີ້ບໍ່ໄດ້ໝາຍຄວາມວ່າເຮົາກະບົດຕໍ່ຄວາມຮັບຮູ້ນີ້ ຫຼື ຄວາມຄິດ ແລະ ຄວາມຮູ້ສຶກເຫຼົ່ານີ້ ແຕ່ຄວາມຄິດເຫຼົ່ານີ້ບໍ່ມີຢູ່ໃນຕົວເຮົາເລີຍແທ້ໆ; ເຮົາບໍ່ຮູ້ສຶກເຖິງການມີຢູ່ຂອງສິ່ງດັ່ງກ່າວ. ສະນັ້ນ, ບາງຄັ້ງ ເມື່ອເຮົາປະເຊີນກັບສິ່ງຕ່າງໆໃນຊີວິດທີ່ເຮົາສາມາດຈັດການດ້ວຍຕົວເຮົາເອງໄດ້, ເຮົາກໍພຽງແຕ່ໄປ ແລະ ຈັດການກັບສິ່ງເຫຼົ່ານັ້ນ, ໂດຍບໍ່ໃຫ້ຄົນອື່ນເຮັດແທນເຮົາ. ບາງຄົນອາດເວົ້າວ່າ “ອ້າຍນ້ອງຄົນນັ້ນ ຫຼື ເອື້ອຍນ້ອງຄົນນີ້ມີເງື່ອນໄຂທີ່ຈະຊ່ວຍເຈົ້າຈັດການເລື່ອງນີ້ໄດ້”. ເຮົາເວົ້າວ່າ “ເປັນຫຍັງເຮົາຈຶ່ງຄິດບໍ່ເຖິງເລື່ອງນັ້ນ? ເປັນຫຍັງຈິດໃຈຂອງເຮົາຈຶ່ງບໍ່ຄິດໄປຮອດບ່ອນນັ້ນ?” ໃນສາຍຕາຂອງຜູ້ຄົນ, ເຮົາໂງ່ຫຼາຍ ແລະ ບໍ່ຮູ້ວິທີເສບສຸກກັບຕົວເຮົາເອງ. ພວກເຂົາຄິດວ່າ “ດ້ວຍການທີ່ມີຄົນຈຳນວນຫຼາຍຕິດຕາມພຣະອົງ ແລະ ມີເງື່ອນໄຂທີ່ເອື້ອອຳນວຍແບບນີ້, ພຣະອົງຍັງຈັດການເລື່ອງເລັກນ້ອຍດ້ວຍຕົວເອງ. ພຣະອົງບໍ່ຮູ້ວິທີເພີດເພີນກັບສະຖານະຂອງພຣະອົງບໍ, ພຣະອົງຢູ່ເໜືອເລື່ອງທາງໂລກບໍ ຫຼື ພຣະອົງກຳລັງສະແດງລະຄອນຢູ່? ເປັນຫຍັງພຣະອົງຈຶ່ງບໍ່ເຂົ້າໃຈ? ເປັນຫຍັງພຣະອົງຈຶ່ງບໍ່ຮູ້ທີ່ຈະເຮັດສິ່ງນີ້?” ມັນເປັນເພາະວ່າເຮົາບໍ່ເຄີຍມີຄວາມຮັບຮູ້ນີ້ຢູ່ໃນໃຈຂອງເຮົາ; ນີ້ຄືຂໍ້ເທັດຈິງ.
ເມື່ອຜູ້ບໍ່ມີຄວາມເຊື່ອໄດ້ຮັບອຳນາດເລັກໜ້ອຍ, ພວກເຂົາກໍເລີ່ມເຮັດຕົວຄືກັບວ່າພວກເຂົາເປັນຄົນສຳຄັນເຫຼືອເກີນ. ເມື່ອພວກເຂົາໄດ້ຮັບສະຖານະເລັກໜ້ອຍ, ພວກເຂົາກໍເຮັດຕົວຄືກັບວ່າບໍ່ມີໃຜທຽບເທົ່າພວກເຂົາ. ພວກເຂົາບໍ່ພຽງແຕ່ມີລົດສ່ວນຕົວເພື່ອຮັບສົ່ງພວກເຂົາ ແລະ ມີບຸກຄະລາກອນພິເສດເພື່ອຄຸ້ມກັນພວກເຂົາເທົ່ານັ້ນ, ເມື່ອພວກເຂົາອອກໄປຂ້າງນອກ ພວກເຂົາຍັງມີຄົນຖືຖົງ ແລະ ຖືເຄື່ອງນຸ່ງໃຫ້ພວກເຂົາອີກດ້ວຍ. ພວກເຂົາຍັງມີຄົນອາບນໍ້າໃຫ້ພວກເຂົາ, ນວດໃຫ້ພວກເຂົາ ແລະ ກຽມອາຫານທີ່ມີໂພຊະນາການໃຫ້ພວກເຂົາ. ເຮົາບໍ່ມີສິ່ງເຫຼົ່ານີ້ເລີຍ ແລະ ເຮົາບໍ່ເຄີຍຂໍໃຫ້ຜູ້ຄົນປະຕິບັດຕໍ່ເຮົາໃນລັກສະນະນີ້. ເມື່ອມະນຸດທີ່ເສື່ອມຊາມມີຄວາມສາມາດເລັກໜ້ອຍ ຫຼື ບັນລຸບາງສິ່ງບາງຢ່າງເລັກໜ້ອຍ, ພວກເຂົາກໍເລີ່ມເຮັດຕົວຄືກັບວ່າພວກເຂົາເປັນຄົນສຳຄັນເຫຼືອເກີນ. ພວກເຂົາຮູ້ສຶກວ່າພວກເຂົາມີລັດສະໝີ, ເຮັດຕົວຄືກັບວ່າບໍ່ມີໃຜທຽບເທົ່າພວກເຂົາ ແລະ ເລີ່ມເຮັດຕົວຄືກັບລາຊະວົງ. ເມື່ອຜູ້ຄົນໄດ້ຮັບສະຖານະ, ພວກເຂົາກໍຮູ້ສຶກວ່າຄຸນຄ່າຂອງພວກເຂົາເພີ່ມຂຶ້ນ ແຕ່ເປັນຫຍັງພວກເຂົາຈຶ່ງກາຍເປັນຄົນທີ່ໄຮ້ຄວາມສາມາດຂະໜາດນັ້ນ? ພວກເຂົາກາຍເປັນຄົນທີ່ບໍ່ສາມາດເຮັດຫຍັງດ້ວຍຕົນເອງໄດ້ອີກຕໍ່ໄປ. ຄົນທີ່ມີສຸຂະພາບແຂງແຮງ ແລະ ມີຮ່າງກາຍສົມບູນເຖິງກັບຍ່າງບໍ່ໄດ້ ຖ້າບໍ່ມີຄົນມາຄອຍປະຄອງພວກເຂົາ. ເຮົາເວົ້າວ່າ ເຮົາບໍ່ຕ້ອງການໃຫ້ໃຜມາປະຄອງເຮົາຢ່າງແນ່ນອນ. ເມື່ອຂຶ້ນລົດ, ເຮົາຫຼີກລ່ຽງການໃຫ້ຄົນທີ່ຢູ່ໃກ້ຄຽງເປີດປະຕູໃຫ້ເຮົາທຸກຄັ້ງທີ່ເປັນໄປໄດ້. ເຮົາມີສອງມື ແລະ ສອງຕີນ, ເຮົາສາມາດເຮັດທຸກຢ່າງດ້ວຍຕົວເຮົາເອງໄດ້; ເຮົາບໍ່ຕ້ອງການຄວາມຊ່ວຍເຫຼືອຂອງເຈົ້າ. ເຈົ້າເຫັນບໍວ່າ ເມື່ອເວົ້າເຖິງການປະຕິບັດຕໍ່ສະຖານະ, ທັດສະນະຄະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມະນຸດທີ່ເສື່ອມຊາມນັ້ນແຕກຕ່າງກັນຢ່າງສິ້ນເຊີງ. ເມື່ອຕັດສິນຈາກການສະແດງອອກ ແລະ ການເປີດເຜີຍຕ່າງໆຂອງມະນຸດທີ່ເສື່ອມຊາມ, ພວກເຂົາໃຫ້ຄວາມສຳຄັນເປັນພິເສດກັບສະຖານະ ແລະ ໝົກມຸ້ນກັບມັນເປັນພິເສດ, ດ້ວຍເຫດນີ້ຈຶ່ງກໍ່ໃຫ້ເກີດບັນຍາກາດ ແລະ ກະແສທີ່ເປັນຜົນເສຍໃນທ່າມກາງມະນຸດ. ມັນສາມາດເວົ້າໄດ້ວ່າ ສະຖານະກຳນົດທຸກຢ່າງກ່ຽວກັບບຸກຄົນໜຶ່ງ, ມັນກຳນົດຄຸນຄ່າຂອງເຂົາ, ຄຳເວົ້າຂອງເຂົາມີນໍ້າໜັກຫຼາຍສໍ່າໃດ ພ້ອມທັງຜົນປະໂຫຍດ ແລະ ອຳນາດທີ່ເຂົາສາມາດຮັບເອົາ. ຄົນທີ່ບໍ່ມີສະຖານະບໍ່ມີຄຸນສົມບັດທີ່ຈະພິຈາລະນາ ຫຼື ໄດ້ຮັບສິ່ງເຫຼົ່ານີ້, ສະນັ້ນ ມະນຸດຈຶ່ງໄລ່ຕາມສະຖານະດ້ວຍສຸດກຳລັງຂອງເຂົາ. ແລ້ວສະຖານະເປັນສັນຍະລັກເຖິງຫຍັງໃນເຮືອນຂອງພຣະເຈົ້າ? ພຣະເຈົ້າເບິ່ງສະຖານະແນວໃດ? ຖ້າພຣະເຈົ້າໃຫ້ສະຖານະແກ່ເຈົ້າ, ມັນກໍເທົ່າກັບວ່າພຣະເຈົ້າໃຫ້ພຣະບັນຊາ ແລະ ຄວາມຮັບຜິດຊອບແກ່ເຈົ້າ. ມັນເປັນສັນຍະລັກຂອງຄວາມຮັບຜິດຊອບ, ເປັນສັນຍະລັກຂອງການທີ່ເຈົ້າໃນຖານະສິ່ງທີ່ຖືກສ້າງກຳລັງປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ; ມັນບໍ່ໄດ້ໝາຍເຖິງສິ່ງອື່ນໃດ. ຖ້າເຈົ້າມີສະຖານະນີ້ ແລະ ເຮັດໜ້າທີ່ໃນການປະຕິບັດຄວາມຮັບຜິດຊອບຂອງເຈົ້າໄດ້ດີ, ແລ້ວເຈົ້າກໍເຮັດໄດ້ຕາມຄວາມຄາດຫວັງທີ່ພຣະເຈົ້າມີຕໍ່ເຈົ້າ ແລະ ເຈົ້າເຮັດໄດ້ສົມກັບສະຖານະ ແລະ ຄວາມຮັບຜິດຊອບນີ້ທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຈົ້າເຊັ່ນກັນ. ຖ້າເຈົ້າບໍ່ປະຕິບັດຄວາມຮັບຜິດຊອບນີ້ຢ່າງເໝາະສົມ ແລະ ເຈົ້າລົ້ມເຫຼວໃນການປະຕິບັດໜ້າທີ່ນີ້, ແລ້ວເຈົ້າກໍບໍ່ສົມກັບສະຖານະ ແລະ ຄວາມຮັບຜິດຊອບນີ້ທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຈົ້າ. ພຣະເຈົ້າໃຫ້ສະຖານະແກ່ຜູ້ຄົນພຽງເພື່ອໃຫ້ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ເຮັດພາລະກິດຂອງພວກເຂົາໃຫ້ສຳເລັດ ແລະ ນຳໃຊ້ສະຖານະນີ້ໃຫ້ດີຂຶ້ນເພື່ອເຮັດສິ່ງທີ່ພວກເຂົາຄວນເຮັດ ແລະ ປະຕິບັດຄວາມຮັບຜິດຊອບທີ່ເໝາະສົມຂອງພວກເຂົາ. ເມື່ອພຣະເຈົ້າໃຫ້ສະຖານະແກ່ເຈົ້າ, ພຣະອົງບໍ່ໄດ້ມອບອຳນາດພິເສດບາງຢ່າງໃຫ້ແກ່ເຈົ້າ ແລະ ພຣະອົງກໍບໍ່ໄດ້ມອບອຳນາດໃຫ້ເຈົ້າເພື່ອເພີດເພີນກັບສະຖານະ ຫຼື ເພີດເພີນກັບການປະຕິບັດແບບພິເສດໃດໆ. ຍິ່ງໄປກວ່ານັ້ນ, ຖ້າເຈົ້າສາມາດປະຕິບັດຄວາມຮັບຜິດຊອບນີ້ ແລະ ເຮັດພາລະກິດຂອງເຈົ້າຢ່າງຖືກຕ້ອງ, ແລ້ວອັດຕະລັກ ແລະ ຄຸນຄ່າຂອງເຈົ້າກໍຈະຄູ່ຄວນກັບສະຖານະນີ້. ແຕ່ຖ້າເຈົ້າລົ້ມເຫຼວໃນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ຖ້າເຈົ້າເຮັດໄດ້ບໍ່ສົມກັບພາລະກິດນີ້ ແລະ ຖ້າເຈົ້າບໍ່ເຮັດພາລະກິດ ຫຼື ພຣະບັນຊານີ້ໃຫ້ສຳເລັດເປັນຢ່າງດີ, ແລ້ວເຈົ້າກໍບໍ່ຄູ່ຄວນທີ່ຈະມີສະຖານະນີ້ ແລະ ເຈົ້າກໍບໍ່ມີຄຸນຄ່າໃດໆ. ຖ້າເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ເຈົ້າກໍມີຄຸນຄ່າທີ່ສູງສົ່ງໃນສາຍຕາຂອງພຣະເຈົ້າ; ຖ້າເຈົ້າລົ້ມເຫຼວໃນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ຄຸນຄ່າຂອງເຈົ້າກໍຕໍ່າຕ້ອຍໃນສາຍຕາຂອງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ບຸກຄົນໜຶ່ງຈະສູງສົ່ງ ຫຼື ບໍ່ ແລະ ຊີວິດຂອງພວກເຂົາຈະມີຄຸນຄ່າ ຫຼື ບໍ່ນັ້ນ ບໍ່ໄດ້ຂຶ້ນຢູ່ກັບວ່າສະຖານະຂອງພວກເຂົາສູງ ຫຼື ຕໍ່າສໍ່າໃດ ແຕ່ຂຶ້ນຢູ່ກັບວ່າພວກເຂົາໄດ້ປະຕິບັດພຣະບັນຊາທີ່ພຣະເຈົ້າມອບໃຫ້ແລ້ວ ຫຼື ບໍ່ ແລະ ພວກເຂົາໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາແລ້ວ ຫຼື ບໍ່. ພຣະເຈົ້າມອບໝາຍພຣະບັນຊາໃຫ້ແກ່ເຈົ້າ ແລະ ຂໍໃຫ້ເຈົ້າປະຕິບັດຄວາມຮັບຜິດຊອບນີ້ ພ້ອມທັງໃຫ້ເງື່ອນໄຂຕ່າງໆທີ່ຈຳເປັນແກ່ເຈົ້າເພື່ອປະຕິບັດຄວາມຮັບຜິດຊອບນີ້: ຖ້າເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ເຈົ້າກໍຈະເຮັດສົມກັບພາລະກິດຂອງເຈົ້າ ແລະ ພຣະເຈົ້າກໍຈະພໍໃຈ; ແຕ່ຖ້າເຈົ້າບໍ່ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແຕ່ພັດອ້າງສະຖານະຂອງເຈົ້າ ແລະ ກະທຳເພື່ອຕອບສະໜອງຜົນປະໂຫຍດ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າເອງ, ນີ້ຄືສິ່ງທີ່ພຣະເຈົ້າລັງກຽດ ແລະ ກຽດຊັງທີ່ສຸດ. ຖ້າເຈົ້າໃຊ້ອຳນາດທີ່ເຈົ້າມີເພື່ອເຮັດສິ່ງຕ່າງໆເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງເຈົ້າເອງທັງສິ້ນ, ວາງແຜນເພື່ອຜົນປະໂຫຍດສ່ວນຕົວ, ກົດຂີ່ຄົນອື່ນ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ແລ້ວເຈົ້າກໍບໍ່ສົມກັບພຣະບັນຊານີ້ທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ເຈົ້າ ແລະ ເຈົ້າກໍບໍ່ຄູ່ຄວນກັບພຣະບັນຊານີ້. ຖ້າຫຼັງຈາກທີ່ຍອມຮັບພຣະບັນຊາຂອງພຣະເຈົ້າແລ້ວ ເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ເຮັດວຽກງານໄດ້ດີ, ໂດຍບໍ່ເພີດເພີນກັບຜົນປະໂຫຍດຈາກສະຖານະ ຫຼື ໃຊ້ສະຖານະຂອງເຈົ້າ ຫຼື ອຳນາດຈາກຕຳແໜ່ງຂອງເຈົ້າເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ແລ້ວເຈົ້າກໍກຳລັງເຮັດພາລະກິດຂອງເຈົ້າໃຫ້ສຳເລັດ, ເຈົ້າກຳລັງປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ.
ມະນຸດທີ່ເສື່ອມຊາມລ້ວນແຕ່ມັກສະຖານະ; ຫຼັງຈາກທີ່ພວກເຂົາມີສະຖານະ, ພວກເຂົາລ້ວນແຕ່ເພີດເພີນກັບຜົນປະໂຫຍດຈາກສະຖານະ. ຖ້າຄົນໃດໜຶ່ງເປັນຜູ້ນໍາໃນລະດັບໃດກໍຕາມ ຫຼື ພວກເຂົາພຽງແຕ່ມີຊື່ສຽງໃນທ່າມກາງຜູ້ຄົນເລັກນ້ອຍ ແລະ ມີອຳນາດພຽງເລັກນ້ອຍ, ພວກເຂົາກໍຈະເລີ່ມເຮັດຕົວຄືກັບວ່າພວກເຂົາເປັນຄົນສຳຄັນ. ນັບຕັ້ງແຕ່ເວລາທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາກໍຈະໃຊ້ອຳນາດຂອງພວກເຂົາເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ພວກເຂົາຈະເຮັດຫຼາຍສິ່ງທີ່ລະເມີດຫຼັກການຄວາມຈິງ ແລະ ເຖິງກັບເຮັດບາງສິ່ງທີ່ໄຮ້ສາລະ. ເຖິງແມ່ນວ່າບຸກຄົນຈຳນວນໜຶ່ງຈະສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງໄດ້ກໍຕາມ, ເມື່ອພວກເຂົາມີປະຕິສຳພັນ ແລະ ໂອ້ລົມກັບຜູ້ຄົນ, ພວກເຂົາກໍຈະລຳອຽງ. ຖ້າພວກເຂົາເຫັນບາງຄົນທີ່ຮັ່ງມີ ແລະ ມີສະຖານະ, ຜູ້ທີ່ສະໜັບສະໜູນພວກເຂົາ, ເຂົ້າກັບພວກເຂົາໄດ້ ແລະ ປະຈົບປະແຈງພວກເຂົາ, ພວກເຂົາກໍຈະເວົ້າກັບຄົນຜູ້ນັ້ນຫຼາຍຂຶ້ນ. ຖ້າພວກເຂົາເຫັນບາງຄົນທີ່ທຸກຍາກ, ບໍ່ຮູ້ຈັກວິທີປະຈົບປະແຈງ, ຜູ້ທີ່ພວກເຂົາຮູ້ສຶກບໍ່ພໍໃຈ ຫຼື ຜູ້ທີ່ເປັນຜູ້ເຊື່ອໃໝ່ທີ່ບໍ່ມີຮາກຖານ, ພວກເຂົາກໍຈະຫາຂໍ້ອ້າງເພື່ອເມີນເສີຍຕໍ່ຄົນເຫຼົ່ານັ້ນ. ເຈົ້າເຫັນບໍວ່າ ພວກເຂົາມີຫຼັກການໃດໆໃນວິທີທີ່ພວກເຂົາກະທຳບໍ? (ບໍ່.) ຫຼັງຈາກທີ່ພວກເຂົາມີສະຖານະ, ພວກເຂົາກໍເລີ່ມເຮັດຕົວຄືກັບວ່າພວກເຂົາເປັນຄົນສຳຄັນ, ຮູ້ວິທີເວົ້າແບບວາງມາດ ແລະ ຮ້ອງຄຳຂວັນ ແລະ ຮູ້ວິທີອ້າງສະຖານະຂອງພວກເຂົາ ແລະ ວາງທ່າ. ມີການສະແດງອອກແບບນີ້ຫຼາຍຢ່າງໃນຜູ້ຄົນບໍ່ແມ່ນບໍ? (ແມ່ນແລ້ວ.) ຕົວຢ່າງ: ຖ້າມີບັນຫາທີ່ຄົນອື່ນບໍ່ເຂົ້າໃຈແຕ່ພວກເຂົາເຂົ້າໃຈ ແລະ ພວກເຂົາບໍ່ເຫັນໃຜກໍຕາມຖາມພວກເຂົາກ່ຽວກັບເລື່ອງນີ້, ພວກເຂົາກໍຄິດກັບຕົນເອງວ່າ: “ບໍ່ມີໃຜໃນພວກເຈົ້າທີ່ອ້ອນວອນຂ້ອຍ ຫຼື ເອົາໃຈຂ້ອຍ ແລະ ບໍ່ມີໃຜຍົກຍ້ອງຂ້ອຍ ຫຼື ໃຫ້ຄວາມສຳຄັນກັບຂ້ອຍ. ຖ້າພວກເຈົ້າອ້ອນວອນຂ້ອຍ, ຂ້ອຍອາດຈະບອກພວກເຈົ້າ ແຕ່ມັນກໍຍັງຂຶ້ນຢູ່ກັບອາລົມຂອງຂ້ອຍ. ຖ້າບໍ່ມີໃຜອ້ອນວອນຂ້ອຍ, ຂ້ອຍກໍຈະບໍ່ເວົ້າຫຍັງ; ຂ້ອຍກໍພຽງແຕ່ຈະບໍ່ໃຫ້ພວກເຈົ້າຮູ້. ມັນກໍພຽງຄຳເວົ້າປະໂຫຍກດຽວຂອງຂ້ອຍ ແຕ່ຖ້າຂ້ອຍບໍ່ເວົ້າມັນອອກມາ, ຈະບໍ່ມີໃຜໃນພວກເຈົ້າທີ່ເຂົ້າໃຈ!” ຄົນແບບນີ້ໃຈດີບໍ? (ບໍ່.) ນອກຈາກນີ້ ຫຼັງຈາກທີ່ຜູ້ຄົນມີສະຖານະ, ພວກເຂົາກໍຈະເຮັດຫຍັງກໍຕາມຕາມໃຈມັກ. ຖ້າພວກເຂົາເຫັນບາງຄົນທີ່ບໍ່ຍອມຕໍ່ພວກເຂົາ ຫຼື ມີຄຳຈົ່ມວ່າກ່ຽວກັບພວກເຂົາ, ພວກເຂົາກໍຈະຄິດຫາວິທີທີ່ຈະທໍລະມານ ແລະ ໂຈມຕີຄົນຜູ້ນັ້ນ ແລະ ປາບພວກເຂົາ. ເຈົ້າເຫັນບໍວ່າ ເຮົາມີສະຖານະ ແລະ ອຳນາດ ແຕ່ເຮົາມີການສະແດງອອກເຫຼົ່ານັ້ນໃນວິທີທີ່ເຮົາປະຕິບັດຕໍ່ຜູ້ຄົນ ລວມທັງຜູ້ບໍ່ມີຄວາມເຊື່ອບໍ? (ບໍ່.) ຄົນຊົ່ວຮ້າຍຈະຄິດຫາວິທີທີ່ຈະດູຖູກ ແລະ ທໍລະມານຄົນທີ່ພວກເຂົາບໍ່ມັກ ແລະ ເຖິງກັບຢຽບຢ່ຳພວກເຂົາໄວ້ໃຕ້ຕີນ. ເຮົາບໍ່ເຄີຍເຮັດສິ່ງເຫຼົ່ານີ້ກັບຄົນທີ່ເຮົາບໍ່ມັກ ແລະ ເຮົາບໍ່ຄ່ອຍຂໍໃຫ້ຄົນອື່ນຈັດການເລື່ອງຕ່າງໆໃຫ້ເຮົາ. ເຮົາໄດ້ເຫັນວ່າ ເມື່ອບາງຄົນເອົາຜັກ ແລະ ອາຫານປະຈຳວັນມາໃຫ້ເຮົາ, ພວກເຂົາເຈາະຈົງເລືອກເອົາອັນທີ່ບໍ່ດີ ແລະ ດ້ອຍຄຸນນະພາບໃຫ້ເຮົາ. ເມື່ອຄົນອື່ນເລືອກເອົາອັນທີ່ດີໆ, ພວກເຂົາກໍເຖິງກັບປ່ຽນເອົາອັນທີ່ບໍ່ດີມາແທນ. ເມື່ອມີຄົນສົ່ງອາຫານບາງຢ່າງມາໃຫ້ເຮົາ, ຄົນທີ່ຮັບຜິດຊອບໃນການເກັບຮັກສາກໍພຽງແຕ່ປະມັນໄວ້ຢູ່ບ່ອນນັ້ນ ແລະ ປ່ອຍໃຫ້ມັນໝົດອາຍຸ ແລະ ເນົ່າເປື່ອຍ. ໃນໃຈຂອງພວກເຂົາ, ຄົນເຫຼົ່ານີ້ຄິດວ່າ “ພຣະອົງເປັນພຽງຄົນທຳມະດາ ແຕ່ພຣະອົງຢາກໃຫ້ຂ້ານ້ອຍຈັດການເລື່ອງຕ່າງໆໃຫ້ພຣະອົງ. ມັນກໍດີສ່ຳໃດແລ້ວທີ່ຂ້ານ້ອຍເຮັດແບບນີ້. ຂ້ານ້ອຍຈະອອກແຮງງານໃຫ້ພຣະອົງເລັກນ້ອຍກໍຕໍ່ເມື່ອພຣະອົງມີຄວາມສາມາດເໜືອມະນຸດ ຫຼື ພຣະອົງເປັນນາຍອຳເພີຜູ້ຍິ່ງໃຫຍ່”. ເຮົາເບິ່ງອອກແລ້ວວ່າ: ພວກເຂົາບໍ່ເຕັມໃຈທີ່ຈະເຮັດສິ່ງຕ່າງໆໃຫ້ເຮົາ. ເຮົາຄິດວ່າ ເນື່ອງຈາກພວກເຂົາເປັນອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ຢ່າງໜ້ອຍພວກເຂົາກໍຈະມີຄວາມເຄົາລົບຕໍ່ເຮົາເລັກນ້ອຍ. ເຮົາບໍ່ຄາດຄິດເລີຍວ່າພວກເຂົາຈະບໍ່ເຕັມໃຈ, ວ່າພວກເຂົາຈະດູຖູກເຮົາ ແລະ ປະຕິບັດຕໍ່ເຮົາຄືກັບສິ່ງທີ່ບໍ່ມີຄ່າ. ພວກເຂົາຈະເຮັດສິ່ງຕ່າງໆໃຫ້ກັບພໍ່ແມ່ຂອງພວກເຂົາ, ໃຫ້ກັບຫົວໜ້າຂອງພວກເຂົາ, ໃຫ້ກັບເຈົ້າໜ້າທີ່ລັດ ແລະ ໃຫ້ກັບຄົນທີ່ມີສະຖານະ. ແຕ່ເຮົາບໍ່ມີຄ່າຫຍັງສຳລັບພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ຍອມເຮັດສິ່ງຕ່າງໆໃຫ້ເຮົາ. ເຮົາຄິດກັບຕົນເອງວ່າ “ທີ່ແທ້ເຈົ້າກໍເປັນຄົນປະເພດນີ້. ແລ້ວເຮົາກໍຈະບໍ່ຂໍໃຫ້ເຈົ້າເຮັດສິ່ງຕ່າງໆໃຫ້ເຮົາ. ຖ້າເຈົ້າບໍ່ເຕັມໃຈທີ່ຈະເຮັດມັນ, ເຮົາກໍຈະບໍ່ບັງຄັບເຈົ້າ ແລະ ເຮົາຈະບໍ່ໃຊ້ສະຖານະຂອງເຮົາເພື່ອກົດຂີ່ເຈົ້າ. ເຮົາເປັນພຽງຄົນທຳມະດາ ແລະ ເຮົາປະຕິບັດຕໍ່ເຈົ້າໃນຖານະອ້າຍເອື້ອຍນ້ອງ ແຕ່ເຈົ້າພັດກັບມາປະຕິບັດຕໍ່ເຮົາແບບນີ້. ແລ້ວເຮົາກໍຈະໄປຫາຄົນອື່ນມາເຮັດແທນ; ເຮົາຈະບໍ່ໃຊ້ເຈົ້າອີກຕໍ່ໄປ”. ມີຄົນແບບນີ້ບໍ່ໜ້ອຍໃນຄຣິສຕະຈັກ; ພວກເຂົາລ້ວນແຕ່ເປັນຜູ້ບໍ່ເຊື່ອ. ບໍ່ວ່າພວກເຂົາຈະຟັງຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ຜ່ານສະຖານະການປະເພດເຫຼົ່ານີ້, ພວກເຂົາກໍຖືກເປີດເຜີຍ. ຄົນດັ່ງກ່າວໄດ້ຟັງຄຳເທດສະໜາມາຫຼາຍແລ້ວ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງພວກເຂົາຈຶ່ງປະຕິບັດຕໍ່ເຮົາຮ້າຍແຮງກວ່າຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງພວກເຂົາ? ບໍ່ແມ່ນວ່າຄົນດັ່ງກ່າວເຫັນແກ່ຜົນປະໂຫຍດເກີນໄປບໍ? (ແມ່ນແລ້ວ.) ມີຄົນແບບນີ້ຢູ່ໃນຄຣິສຕະຈັກທຸກແຫ່ງຫົນ. ພວກເຂົາບໍ່ຮັກຄວາມຈິງ, ແລ້ວພວກເຂົາຈະມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວໄດ້ແນວໃດ? ພວກເຂົາບໍ່ພຽງແຕ່ປາສະຈາກການອ່ອນນ້ອມເທົ່ານັ້ນ ແຕ່ພວກເຂົາຍັງອຳພາງຄວາມກຽດຊັງໄວ້ອີກດ້ວຍ. ພວກເຂົາສາມາດໃຫ້ຜັກ ແລະ ອາຫານທີ່ດີແກ່ຄົນອື່ນໄດ້, ແລ້ວເປັນຫຍັງພວກເຂົາຈຶ່ງເຈາະຈົງໃຫ້ອັນທີ່ດ້ອຍຄຸນນະພາບທີ່ສຸດແກ່ເຮົາ? ໃຜກັນແທ້ທີ່ຈ່າຍເງິນຄ່າຜັກ ແລະ ອາຫານເຫຼົ່ານີ້? ໃຜເປັນຄົນຈ່າຍເງິນເພື່ອສ້າງຟາມນີ້ຂຶ້ນມາ? ບໍ່ມີໃຜຄຳນຶງເຖິງສິ່ງເຫຼົ່ານີ້. ຕໍ່ມາ ເມື່ອເລື່ອງເຫຼົ່ານີ້ຖືກໄຈ້ແຍກ, ໃນທີ່ສຸດບາງຄົນກໍຕື່ນຕົວ ແຕ່ໃນເວລານັ້ນ ບໍ່ມີໃຜລິເລີ່ມທີ່ຈະເປີດໂປງ ແລະ ຈັດການກັບຄົນເຫຼົ່ານີ້.
ໃນໂລກມະນຸດ, ຜູ້ປົກຄອງລະດັບສູງສຸດຂອງປະເທດໜຶ່ງຄືຄົນທີ່ມີສະຖານະສູງທີ່ສຸດໃນທ່າມກາງຜູ້ຄົນ. ຜູ້ທີ່ມີສະຖານະສູງທີ່ສຸດກິນ ແລະ ເພີດເພີນກັບຫຍັງ? ໂດຍພື້ນຖານແລ້ວ, ພວກເຂົາກິນເນື້ອ ແລະ ດື່ມເລືອດຂອງປະຊາຊົນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຈົ່ງເບິ່ງວິທີການຕັດຫຍິບຊຸດຄຸມພະຍານາກທີ່ຈັກກະພັດຈີນໃນອະດີດສວມໃສ່. ຊຸດເຫຼົ່ານັ້ນລ້ວນແຕ່ຖືກສັ່ງຕັດພິເສດ; ຊຸດຄຸມພະຍານາກໜຶ່ງຊຸດຖືກປັກແສ່ວຢ່າງປະນີດໂດຍໃຊ້ຜ້າ ແລະ ວິທີການຕໍ່າແຜ່ນແພຕ່າງໆເປັນເວລາຫຼາຍກວ່າສາມປີ ແຕ່ເຄື່ອງນຸ່ງບາງຊຸດເຫຼົ່ານີ້ອາດຈະຖືກສວມໃສ່ພຽງແຕ່ໜຶ່ງຄັ້ງ ຫຼື ສອງຄັ້ງໃນຊີວິດເທົ່ານັ້ນ. ຖ້າຈັກກະພັດບໍ່ມີສະຖານະນັ້ນ, ພວກເຂົາຈະສາມາດເພີດເພີນກັບສິ່ງເຫຼົ່ານີ້ໄດ້ບໍ? (ບໍ່.) ການມີສະຖານະໝາຍເຖິງການມີອຳນາດ ແລະ ການມີອຳນາດໝາຍຄວາມວ່າຄົນໆໜຶ່ງສາມາດເຮັດສິ່ງໃດກໍຕາມໄດ້ຕາມໃຈມັກ ແລະ ເພີດເພີນກັບຄວາມຮັ່ງມີ ແລະ ລັດສະໝີທັງໝົດ ໂດຍບໍ່ມີໃຜກ້າເວົ້າຂັດພວກເຂົາແມ່ນແຕ່ຄຳດຽວ. ຜູ້ຄົນເຖິງກັບຮູ້ສຶກວ່າ “ຈັກກະພັດຂອງປະເທດພວກເຮົາຄວນເພີດເພີນກັບສິ່ງເຫຼົ່ານີ້; ມັນເປັນເລື່ອງທີ່ຖືກຕ້ອງແລ້ວທີ່ເພິ່ນເຮັດແບບນັ້ນ! ຖ້າເພິ່ນບໍ່ໄດ້ເພີດເພີນກັບຊີວິດທີ່ດີ, ມັນກໍຈະສົ່ງຜົນເສຍຕໍ່ພວກເຮົາທີ່ເປັນຄົນທຳມະດາສາມັນ. ມັນເປັນກຽດຂອງພວກເຮົາທີ່ຈັກກະພັດໄດ້ແຕ່ງກາຍຢ່າງສະຫງ່າງາມຂະໜາດນັ້ນ!” ຄົນເຫຼົ່ານີ້ຊ່າງຕໍ່າຕ້ອຍແທ້ໆ! ພວກເຂົາບໍ່ໄດ້ຖືກປູກຝັງແນວຄິດໂດຍຜູ້ປົກຄອງຂອງພວກເຂົາບໍ? (ແມ່ນແລ້ວ.) ຖ້າພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ເຊິ່ງໄດ້ສະເດັດມາສູ່ແຜ່ນດິນໂລກ ເພີດເພີນກັບຊີວິດທີ່ດີຂຶ້ນເລັກນ້ອຍ, ຜູ້ຄົນຈະຄິດແນວໃດ? “ແບບນັ້ນບໍ່ໄດ້. ພຣະອົງເປັນພຣະເຈົ້າ, ພຣະອົງຕ້ອງທົນທຸກ. ຖ້າພຣະອົງບໍ່ທົນທຸກ, ພຣະອົງຈະຄູ່ຄວນໃຫ້ພວກເຮົາຕິດຕາມພຣະອົງບໍ? ພຣະອົງຕ້ອງບໍ່ກິນດີ ຫຼື ນຸ່ງເຄື່ອງດີໆ; ພຣະອົງຕ້ອງທົນທຸກຢ່າງໜັກ, ເມື່ອນັ້ນພຣະອົງຈຶ່ງຈະເປັນພຣະເຈົ້າ!” ມະນຸດແບບນັ້ນມີຄວາມເປັນມະນຸດໃດໆບໍ? (ບໍ່.) ມະນຸດຊາດນີ້ມີເຈດຕະນາດີໃດໆຕໍ່ພຣະເຈົ້າບໍ? ຫົວໃຈຂອງພວກເຂົາບໍ່ໄດ້ເນົ່າເໝັນຫຼາຍບໍ? ຜູ້ປົກຄອງຂູດຮີດ, ຄວບຄຸມ ແລະ ທຳຮ້າຍຜູ້ຄົນຢ່າງສາຫັດ ແຕ່ຜູ້ຄົນກໍຍອມປ່ອຍໃຫ້ຕົນເອງຖືກຄວບຄຸມ ແລະ ຖືກທຳຮ້າຍຢ່າງສາຫັດໂດຍພວກເຂົາຢ່າງເຕັມໃຈ. ໃນທາງກົງກັນຂ້າມ, ພຣະເຈົ້າເຮັດວຽກງານເພື່ອຊ່ວຍມະນຸດໃຫ້ລອດພົ້ນ; ພຣະອົງຫ່ວງໃຍມະນຸດ, ຮັກ ແລະ ສົງສານມະນຸດ ແລະ ພຣະອົງປະທານທຸກສິ່ງໃຫ້ແກ່ມະນຸດ. ແຕ່ທັດສະນະຄະຕິຂອງມະນຸດທີ່ມີຕໍ່ພຣະເຈົ້າແມ່ນຫຍັງ? ມະນຸດຮູ້ສຶກວ່າ “ມັນເປັນເລື່ອງທີ່ຖືກຕ້ອງແລ້ວທີ່ພຣະເຈົ້າຈະທົນທຸກ. ພຣະອົງຍິ່ງທົນທຸກຫຼາຍສໍ່າໃດ, ຂ້ອຍກໍຍິ່ງມີຄວາມສຸກຫຼາຍສໍ່ານັ້ນ; ຂ້ອຍບໍ່ຮູ້ສຶກສົງສານເລີຍແມ່ນແຕ່ໜ້ອຍດຽວ. ໃນເມື່ອພຣະເຈົ້າສະເດັດມາແລ້ວ, ພຣະອົງກໍຄວນທົນທຸກແບບນີ້”. ນີ້ບໍ່ແມ່ນສະພາບຈິດໃຈຂອງມະນຸດບໍ? ແຕ່ໃນຄວາມເປັນຈິງແລ້ວ, ບໍ່ວ່າຈະເປັນການບັງເກີດເປັນເນື້ອໜັງຄັ້ງໃດກໍຕາມ, ພຣະເຈົ້າກໍມີສະຖານະ ແລະ ອຳນາດນີ້ ແຕ່ພຣະອົງບໍ່ເຄີຍເພີດເພີນກັບສິ່ງເຫຼົ່ານັ້ນ ແລະ ພຣະອົງກໍບໍ່ເຄີຍໂລບມາກໃນຄວາມສຸກທາງໂລກ ຫຼື ເຄື່ອງບັນນາການຂອງມະນຸດ. ເຈົ້າເຫັນບໍວ່າ ໃຜກໍຕາມໃນໂລກມະນຸດທີ່ມີສະຖານະເລັກນ້ອຍລ້ວນແຕ່ຕ້ອງການເພີດເພີນກັບການປະຕິບັດທີ່ພິເສດ; ອາຫານທີ່ພວກເຂົາກິນ ແລະ ນໍ້າທີ່ພວກເຂົາດື່ມລ້ວນແຕ່ຖືກຈັດຫາໃຫ້ພວກເຂົາເປັນພິເສດ. ພຣະເຈົ້າມີສິ່ງໃດທີ່ຖືກຈັດຫາໃຫ້ພຣະອົງເປັນພິເສດບໍ? (ບໍ່.) ເຮົາກິນຜັກຫຍັງກໍຕາມທີ່ຟາມປູກ; ມັນລ້ວນແຕ່ເປັນພຽງອາຫານພື້ນບ້ານທຳມະດາ. ບາງຄົນທີ່ມີຈິດໃຈດີອາດຈະເລືອກຜັກດີໆຈຳນວນໜຶ່ງໃຫ້ເຮົາຕາມລະດູການ ແຕ່ນອກເໜືອຈາກນັ້ນແລ້ວ ກໍບໍ່ມີຄວາມແຕກຕ່າງຫຍັງ, ໂດຍພື້ນຖານແລ້ວ ເຮົາກິນທຸກຢ່າງທີ່ພວກເຈົ້າກິນ. ເຖິງແມ່ນວ່າຕອນທີ່ພວກເຈົ້າລັກກິນຂອງດີໆບາງຢ່າງ ແລະ ບໍ່ສົ່ງມາໃຫ້ເຮົາເລີຍ, ເຮົາເຄີຍເອົາເລື່ອງນີ້ມາເປັນບັນຫາກັບພວກເຈົ້າບໍ? (ບໍ່.) ບາງຄົນບໍ່ເຄີຍເຕັມໃຈທີ່ຈະຈັດຫາຜັກດີໆໃຫ້ເຮົາ; ພວກເຂົາພຽງແຕ່ເລືອກເອົາຂອງເຫຼືອທີ່ພວກເຂົາບໍ່ເຕັມໃຈກິນມາໃຫ້ເຮົາ. ການເຫັນເຮົາກິນຜັກດີໆຈຳນວນໜຶ່ງເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍໃຈ. ບໍ່ວ່າເຮົາຈະກິນຫຍັງກໍຕາມ, ເຮົາກໍກຳລັງກິນອາຫານຂອງເຮົາເອງ; ເຮົາບໍ່ໄດ້ກິນອາຫານຂອງເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ພໍໃຈ? ເຮົາບໍ່ເຄີຍເພີດເພີນກັບສິ່ງໃດທີ່ຖືກຈັດຫາໃຫ້ເຮົາເປັນພິເສດ ແລະ ເຮົາບໍ່ເຄີຍແບ່ງເຄື່ອງຖວາຍອອກເປັນສ່ວນໆ, ໂດຍແບ່ງສ່ວນໜຶ່ງໄວ້ສຳລັບການຮັກສາສຸຂະພາບຂອງເຮົາ, ສ່ວນໜຶ່ງສຳລັບເຄື່ອງນຸ່ງ ແລະ ການແຕ່ງກາຍປະຈຳວັນຂອງເຮົາ ແລະ ສ່ວນໜຶ່ງສຳລັບການເດີນທາງ ແລະ ຄວາມບັນເທີງຂອງເຮົາ, ເຮົາບໍ່ເຄີຍເຮັດແບບນີ້. ຊີວິດຂອງເຮົາຮຽບງ່າຍ. ເຄື່ອງຖວາຍສ່ວນໃຫຍ່ຖືກນຳໃຊ້ສຳລັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເພື່ອເບິ່ງແຍງຊີວິດຂອງພວກເຈົ້າ ພ້ອມທັງສິ່ງຈຳເປັນພື້ນຖານຂອງພວກເຈົ້າ; ເຮົາບໍ່ໄດ້ເກັບຫຍັງໄວ້ສຳລັບຕົວເຮົາເອງເລີຍ. ແມ່ນບໍ? (ແມ່ນແລ້ວ.) ຈົ່ງເບິ່ງວ່າ ເຈົ້າໜ້າທີ່ລັດທຳມະດາເພີດເພີນກັບຫຍັງແດ່? ພວກກະບອກສຽງສື່ມວນຊົນເຫຼົ່ານັ້ນໃຊ້ເງິນຫຼາຍໝື່ນຢວນຕໍ່ປີພຽງເພື່ອຄ່າເຄື່ອງສຳອາງ ແລະ ພວກເຂົາມີກອງທຶນພິເສດສຳລັບຄ່າໃຊ້ຈ່າຍໃນການເຮັດວຽກທຸກຢ່າງ. ຈົ່ງເບິ່ງສິ່ງທີ່ເຮົານຸ່ງ, ສິ່ງທີ່ເຮົາໃຊ້ ແລະ ສິ່ງທີ່ເຮົາເພີດເພີນ, ເມື່ອທຽບກັບພວກເຂົາແລ້ວ, ມັນເປັນພຽງແຕ່ເສດສ່ວນໜຶ່ງແມ່ນບໍ? ມັນບໍ່ຮອດເສດສ່ວນໜຶ່ງດ້ວຍຊໍ້າ. ໃຫ້ເຮົາຍົກຕົວຢ່າງອີກອັນໜຶ່ງ. ລອງເບິ່ງຄົນຮັ່ງມີທີ່ມີກຳລັງຊັບໃນທ່າມກາງອ້າຍເອື້ອຍນ້ອງໃນຄຣິສຕະຈັກຂອງພວກເຮົາ, ພວກເຂົາເພີດເພີນກັບຫຍັງແດ່? ພວກເຂົານຸ່ງ ແລະ ໃຊ້ຫຍັງແດ່? (ສິນຄ້າຍີ່ຫໍ້ດັງ.) ພວກເຂົານຸ່ງເຄື່ອງ ແລະ ໃຊ້ເຄື່ອງປະດັບຍີ່ຫໍ້ດັງ, ເພີດເພີນກັບວິຖີຊີວິດຂອງຄົນຮັ່ງມີ ແລະ ຊົນຊັ້ນສູງ. ໃນປະເທດຈີນ ບາງຄົນບູຊາສິນຄ້ານຳເຂົ້າເປັນພິເສດ; ພວກເຂົາເຈາະຈົງຊື້ຜະລິດຕະພັນຈາກຕ່າງປະເທດມານຸ່ງ ແລະ ໃຊ້. ນອກເໜືອຈາກອາກາດທີ່ພວກເຂົາຫາຍໃຈເຊິ່ງເປັນຂອງທ້ອງຖິ່ນແລ້ວ, ທຸກສິ່ງທີ່ພວກເຂົາກິນ, ນຸ່ງ ແລະ ໃຊ້ລ້ວນແຕ່ເປັນສິນຄ້າຍີ່ຫໍ້ດັງລະດັບສາກົນ. ບາງສິ່ງທີ່ພວກເຂົາເພີດເພີນແມ່ນສິ່ງທີ່ພວກເຮົາບໍ່ເຄີຍເຫັນມາກ່ອນດ້ວຍຊໍ້າ. ຄົນຮັ່ງມີຊື້ຫຍັງແດ່ເມື່ອພວກເຂົາມີສະຖານະ? ບ້ານຫຼັງໃຫຍ່ທີ່ຫຼູຫຼາ, ລົດ ແລະ ເຮືອສຳລານ ພ້ອມທັງຍົນສ່ວນຕົວ, ສະໜາມກ໊ອຟສ່ວນຕົວ, ສະໂມສອນສ່ວນຕົວ ແລະ ອື່ນໆ. ບໍ່ແມ່ນສິ່ງທີ່ພວກເຂົາເພີດເພີນນັ້ນຟຸມເຟືອຍບໍ? (ແມ່ນແລ້ວ.) ເຈົ້າເຫັນເຮົາເພີດເພີນກັບສິ່ງເຫຼົ່ານີ້ບໍ? (ບໍ່.) ເຮົາຈະໃສ່ເກີບຄູ່ດຽວກັນເປັນເວລາຫຼາຍປີ ແລະ ຖ້າມັນບໍ່ຂາດ ເຮົາກໍຈະໃສ່ມັນຕໍ່ໄປ. ມັນບໍ່ແມ່ນວ່າເຮົາບໍ່ມີເງິນຊື້ຄູ່ໃໝ່ແທ້ໆ; ມັນເປັນພຽງໜຶ່ງໃນນິໄສການດຳລົງຊີວິດຂອງເຮົາ. ນີ້ຄືວິທີທີ່ເຮົາປະຕິບັດຕໍ່ສະຖານະ ແລະ ອຳນາດ. ເຮົາບໍ່ມີຄວາມປາຖະໜາທີ່ສູງສົ່ງ ແລະ ຍິ່ງໃຫຍ່; ຊີວິດຂອງເຮົາທຳມະດາ, ຮຽບງ່າຍ ແລະ ເປັນກິດຈະວັດຫຼາຍ. ໃນສາຍຕາຂອງບາງຄົນ, ຊີວິດຂອງເຮົາຈຳເຈເປັນພິເສດ. ມັນມີລັກສະນະພຽງແຕ່ເປັນກິດຈະວັດປະຈຳວັນ, ປະຢັດມັດທະຍັດ ແລະ ຂ້ອນຂ້າງງຽບສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ບໍ່ມີຫຍັງທີ່ຫຼູຫຼາ, ລະດັບສູງ ຫຼື ປະນີດເປັນພິເສດເລີຍ. ແຕ່ຫຼັງຈາກທີ່ບາງຄົນໃນຄຣິສຕະຈັກກາຍເປັນຜູ້ນໍາໃນລະດັບໃດໜຶ່ງ, ພວກເຂົາມີການສະແດງອອກປະເພດໃດແດ່? (ພວກເຂົາຕ້ອງການເພີດເພີນກັບສິ່ງທີ່ດີທີ່ສຸດໃນທຸກຢ່າງ.) ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍເລີ່ມເຮັດຕົວຄືກັບວ່າພວກເຂົາເປັນຄົນສຳຄັນ ແລະ ຮູ້ສຶກວ່າພວກເຂົາມີສະຖານະ. ບໍ່ວ່າພວກເຂົາຈະໄປໃສ, ຕ້ອງມີຄົນເອົາຕັ່ງໃຫ້ພວກເຂົານັ່ງ; ຖ້າບໍ່ມີໃຜເຮັດ, ພວກເຂົາກໍຈະໃຈຮ້າຍ. ເມື່ອພວກເຂົາເວົ້າ, ຄົນອື່ນຕ້ອງຍອມຕາມໃຈພວກເຂົາສະເໝີ. ບໍ່ວ່າພວກເຂົາຈະໄປໃສ, ກໍມັກຈະມີຄົນຍ່າງຕາມຫຼັງພວກເຂົາສະເໝີ, ມີຄົນຖືກະເປົ໋າໃຫ້ພວກເຂົາ ແລະ ມີຜູ້ຕິດຕາມ. ຖ້າພວກເຂົາອອກໄປຂ້າງນອກເປັນເວລາດົນ ແລະ ຮູ້ສຶກຫິວນໍ້າ ຫຼື ຫິວເຂົ້າ, ກໍຈະມີຄົນເອົາອາຫານ ແລະ ເຄື່ອງດື່ມມາໃຫ້ພວກເຂົາທັນທີ; ຖ້າພວກເຂົາອິດເມື່ອຍ, ກໍຈະມີຄົນນວດໃຫ້ພວກເຂົາ. ເຮົາເວົ້າວ່າ, ນີ້ມັນບໍ່ທຳມະດາເລີຍ; ຫຼັງຈາກທີ່ພວກເຂົາມີສະຖານະ, ພວກເຂົາກໍກາຍເປັນຄົນພິເສດ ແລະ ພວກເຂົາກໍບໍ່ແມ່ນມະນຸດອີກຕໍ່ໄປ, ແມ່ນບໍ? (ແມ່ນແລ້ວ.) ແລ້ວເປັນຫຍັງເຮົາຈຶ່ງບໍ່ຮູ້ສຶກຫຍັງເລີຍກ່ຽວກັບການມີສະຖານະ? ຖ້າບໍ່ມີສະຖານະ, ເຮົາກໍດຳລົງຊີວິດໄດ້ຢ່າງສະບາຍ. ເມື່ອເຮົາມີສະຖານະ, ຄົນອື່ນມັກຈະປະຕິບັດຕໍ່ເຮົາໃນຖານະບຸກຄົນພິເສດສະເໝີ ແລະ ເຮົາກໍຮູ້ສຶກອຶດອັດ ແລະ ບໍ່ສະບາຍໃຈໄປໝົດ. ການບໍ່ມີສະຖານະນັ້ນເປັນເລື່ອງທີ່ດີພໍສົມຄວນ, ສະນັ້ນ ເຮົາຈຶ່ງເຮັດຕົວຄືກັບວ່າເຮົາບໍ່ມີສະຖານະເລີຍ ແລະ ມີປະຕິສຳພັນກັບຜູ້ຄົນໃນຖານະຄົນທຳມະດາ, ເຊິ່ງຮູ້ສຶກມີອິດສະລະເປັນພິເສດ. ພວກເຈົ້າກໍຮູ້ສຶກມີອິດສະລະ ແລະ ເຮົາກໍຮູ້ສຶກມີອິດສະລະເຊັ່ນກັນ; ການເຂົ້າກັບຜູ້ຄົນແບບນີ້ເປັນສິ່ງທີ່ດີພໍສົມຄວນ. ໂດຍທົ່ວໄປແລ້ວ, ຫຼັງຈາກທີ່ມະນຸດທີ່ເສື່ອມຊາມໄດ້ຮັບສະຖານະ, ພວກເຂົາມັກຈະຕ້ອງມີຄົນສອງສາມຄົນຢູ່ອ້ອມຂ້າງເພື່ອຮັບໃຊ້ພວກເຂົາສະເໝີ. ເມື່ອພວກເຂົາຕ້ອງການນໍ້າ, ຕ້ອງມີຄົນຖອກນ້ຳໃຫ້ພວກເຂົາ; ເມື່ອພວກເຂົາຕ້ອງການກິນເຂົ້າ, ຕ້ອງມີຄົນເອົາໄມ້ຖູ່ໃຫ້ພວກເຂົາ; ເມື່ອພວກເຂົາອອກໄປຂ້າງນອກ, ຕ້ອງມີຄົນຍ່າງຕາມຫຼັງພວກເຂົາ. ພວກເຂົາຍັງຕ້ອງຊື້ເຄື່ອງນຸ່ງຍີ່ຫໍ້ດັງ, ໂດຍປ່ຽນເຄື່ອງນຸ່ງໃໝ່ທັງໝົດຕັ້ງແຕ່ຫົວຮອດຕີນເພື່ອໃຫ້ເໝາະສົມກັບສະຖານະຂອງພວກເຂົາ. ເຮົາເວົ້າວ່າ “ການຮັບໃຊ້ໃນຖານະຜູ້ນໍາຄືພຣະບັນຊາ ແລະ ຄວາມຮັບຜິດຊອບທີ່ພຣະເຈົ້າມອບໃຫ້ແກ່ເຈົ້າ, ນັ້ນຄືການມີສະຖານະບໍ? ເຈົ້າສາມາດເຮັດວຽກງານຕົວຈິງຫຍັງໄດ້ແດ່, ເຈົ້າຈຶ່ງວາງທ່າແລ້ວ? ຖ້າເຈົ້າສາມາດເຮັດວຽກງານນັ້ນໄດ້ຢ່າງແທ້ຈິງ, ເຮືອນຂອງພຣະເຈົ້າກໍຈະຈັດຫາເຄື່ອງນຸ່ງ ແລະ ອຸປະກອນການເຮັດວຽກ ພ້ອມທັງໂທລະສັບມືຖື ແລະ ຄອມພິວເຕີດີໆໃຫ້ແກ່ເຈົ້າ. ແຕ່ເຈົ້າບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້ ແຕ່ເຈົ້າກໍຍັງອວດອ້າງຢ່າງຫຼັບຫູຫຼັບຕາ. ເຈົ້າເຊື່ອໃນພຣະເຈົ້າພຽງເພື່ອໄລ່ຕາມສິ່ງເຫຼົ່ານີ້ບໍ ເຊິ່ງກໍຄືສະຖານະ, ຊື່ສຽງ ແລະ ຜົນປະໂຫຍດ? ເປັນຫຍັງເຈົ້າຈຶ່ງຕື້ນເຂີນຂະໜາດນັ້ນ?” ເຮົາໄດ້ເຮັດວຽກມາຫຼາຍປີແລ້ວ ແລະ ຂະໜາດວຽກງານຂອງເຮົາກໍຂ້ອນຂ້າງໃຫຍ່ ແຕ່ເຮົາບໍ່ຮູ້ສຶກວ່າເຮົາມີສະຖານະ. ເຮົາບໍ່ມີສິດທິພິເສດຕາມທຳນຽມໃດໆ ແລະ ເຮົາກໍບໍ່ມີບຸກຄະລາກອນພິເສດມາຄອຍຮັບໃຊ້ ແລະ ເບິ່ງແຍງເຮົາ. ເຮົາບໍ່ຈູ້ຈີ້ຈຸກຈິກກ່ຽວກັບສິ່ງເຫຼົ່ານີ້ເລີຍ. ເຈົ້າຈະເວົ້າບໍວ່າເຮົາບໍ່ຮູ້ຈັກພິຖີພິຖັນກ່ຽວກັບສິ່ງຕ່າງໆບໍ? (ບໍ່, ພຣະເຈົ້າພຽງແຕ່ບໍ່ສົນໃຈສິ່ງເຫຼົ່ານີ້). ຖ້າເຮົາຕ້ອງການພິຖີພິຖັນ, ເຮົາກໍສາມາດເຮັດໄດ້ ແລະ ເຮົາກໍຮູ້ວິທີເລືອກສິ່ງທີ່ດີໆເຊັ່ນກັນ. ແຕ່ມີຈຸດໃດທີ່ເຮົາແຕກຕ່າງຈາກພວກເຈົ້າ? ເຮົາປະຕິບັດຕໍ່ສິ່ງເຫຼົ່ານີ້ຢ່າງຖືກຕ້ອງ. ເຮົາຈະບໍ່ໃຊ້ເຄື່ອງນຸ່ງ ແລະ ການແຕ່ງກາຍຂອງເຮົາເພື່ອໃຫ້ເໝາະສົມກັບສະຖານະຂອງເຮົາພຽງເພາະວ່າເຮົາມີສະຖານະ ແລະ ເຮົາຈະບໍ່ໃຊ້ສິ່ງເຫຼົ່ານັ້ນເພື່ອຢືນຢັນສະຖານະ ແລະ ຄຸນຄ່າຂອງເຮົາ. ບໍ່ວ່າເຮົາຈະຊື້ ຫຼື ຄອບຄອງຫຍັງກໍຕາມ, ມັນກໍພຽງເພາະວ່າເຮົາມັກມັນ ຫຼື ຕ້ອງການມັນ ແລະ ເຮົາເຫັນວ່າມັນເໝາະສົມສຳລັບການນຳໃຊ້ຂອງເຮົາ. ເຮົາຈະບໍ່ຊື້ ຫຼື ຄອບຄອງບາງສິ່ງບາງຢ່າງຍ້ອນວ່າເຮົາມີສະຖານະ ແລະ ອຳນາດ ຫຼື ຍ້ອນຄຸນຄ່າຂອງເຮົາ.
ເຮົາກຳລັງເວົ້າກັບພວກເຈົ້າກ່ຽວກັບຫົວຂໍ້ທີ່ວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ສະຖານະແນວໃດ, ເພື່ອທີ່ພວກເຈົ້າຈະສາມາດເຂົ້າໃຈເຮົາເລັກນ້ອຍ ແລະ ຮູ້ຢ່າງແນ່ນອນວ່າ ມຸມມອງຂອງເຮົາກ່ຽວກັບສະຖານະແມ່ນຫຍັງ ແລະ ເຮົາປະຕິບັດຕໍ່ມັນແນວໃດ. ແນ່ນອນວ່າ ສິ່ງທີ່ເຮົາຕ້ອງການບອກພວກເຈົ້າຫຼາຍທີ່ສຸດໃນທີ່ນີ້ແມ່ນຫຍັງ? ຢ່າງໜຶ່ງກໍຄື ມັນຈຳເປັນສຳລັບພວກເຈົ້າທີ່ຈະຕ້ອງຮູ້ເຖິງຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນເນື້ອໜັງເອງ ແລະ ມະນຸດທີ່ເສື່ອມຊາມກ່ຽວກັບວິທີທີ່ພວກເຂົາປະຕິບັດຕໍ່ສະຖານະ. ອີກຢ່າງໜຶ່ງກໍຄື ເພື່ອໃຫ້ມະນຸດເຂົ້າໃຈຢ່າງຖືກຕ້ອງວ່າແທ້ຈິງແລ້ວສະຖານະແມ່ນຫຍັງ ແລະ ພວກເຂົາຄວນຮັກສາຕຳແໜ່ງທີ່ເໝາະສົມຂອງຕົນ ແລະ ປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງພວກເຂົາໃຫ້ສຳເລັດແນວໃດ. ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທີ່ທຸກຄົນຄວນມີ. ດ້ວຍຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງດັ່ງກ່າວ, ເມື່ອເວົ້າເຖິງໜ້າທີ່ຂອງເຈົ້າ, ຄວາມຮັບຜິດຊອບຂອງເຈົ້າ ແລະ ແມ່ນແຕ່ສະຖານະທີ່ເຮືອນຂອງພຣະເຈົ້າມອບໃຫ້ແກ່ເຈົ້າ, ເຈົ້າກໍຈະປະຕິບັດຕໍ່ສິ່ງເຫຼົ່ານີ້ໃຫ້ກົງກັນກັບຄວາມຈິງ ແລະ ຫຼັກການ. ເຮົາໄດ້ໂອ້ລົມກັບພວກເຈົ້າຫຼາຍພໍສົມຄວນໃນຫົວຂໍ້ທີ່ວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ສະຖານະແນວໃດ. ບາງສິ່ງເຫຼົ່ານີ້ພວກເຈົ້າກໍໄດ້ເຫັນແລ້ວ ແລະ ສາມາດເຊື່ອມໂຍງກັບຄວາມເປັນຈິງໄດ້. ສ່ວນສິ່ງອື່ນໆ, ພວກເຈົ້າພຽງແຕ່ໄດ້ຍິນເຮົາເວົ້າເຖິງສິ່ງເຫຼົ່ານັ້ນ ແຕ່ຍັງບໍ່ໄດ້ສຳຜັດກັບເຮົາ, ສະນັ້ນ ພວກເຈົ້າຈຶ່ງບໍ່ມີທາງທີ່ຈະເຊື່ອມໂຍງສິ່ງເຫຼົ່ານັ້ນກັບຄວາມເປັນຈິງໄດ້. ບໍ່ວ່າພວກເຈົ້າຈະໄດ້ເຫັນສິ່ງເຫຼົ່ານັ້ນ ຫຼື ພຽງແຕ່ໄດ້ຍິນຂໍ້ເທັດຈິງທີ່ເຮົາໄດ້ເວົ້າເຖິງກໍຕາມ, ມັນກໍພຽງພໍແລ້ວ ຕາບໃດທີ່ພວກເຈົ້າສາມາດເຂົ້າໃຈສິ່ງເຫຼົ່ານັ້ນຢ່າງຖືກຕ້ອງ ແລະ ເຊື່ອໃນສິ່ງເຫຼົ່ານັ້ນ. ຖ້າເຈົ້າຍັງມີຂໍ້ສົງໄສ, ແລ້ວກໍຈົ່ງສັງເກດສິ່ງຕ່າງໆໃນຊີວິດປະຈຳວັນຂອງເຈົ້າເມື່ອເວລາຜ່ານໄປ ເພື່ອເບິ່ງວ່າສິ່ງທີ່ເຮົາໄດ້ເວົ້ານັ້ນເປັນຂໍ້ເທັດຈິງ ແລະ ຖືກຕ້ອງ ຫຼື ບໍ່. ເມື່ອເຈົ້າໄດ້ຮັບການຢືນຢັນ, ເຈົ້າກໍຈະຮູ້ວ່າແທ້ຈິງແລ້ວສະຖານະໝາຍເຖິງຫຍັງສຳລັບພຣະເຈົ້າ, ພຣະເຈົ້າປະຕິບັດຕໍ່ສະຖານະແນວໃດ, ສິ່ງນີ້ແຕກຕ່າງຈາກວິທີການຂອງມະນຸດທີ່ເສື່ອມຊາມທຳມະດາແນວໃດ ແລະ ຄວາມຈິງທີ່ມະນຸດຄວນເຂົ້າໃຈ ຫຼື ປະຕິບັດໃນເລື່ອງນີ້ແມ່ນຫຍັງ. ການມີຄວາມເຂົ້າໃຈພື້ນຖານກ່ຽວກັບເນື້ອຫານີ້ຈະເຮັດໃຫ້ພວກເຈົ້າສາມາດເຂົ້າໃຈພຣະເຈົ້າໄດ້ດີຂຶ້ນ ແລະ ຮູ້ຈັກພຣະເຈົ້າໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ. ນອກຈາກນີ້, ມັນຍັງຈະຊ່ວຍໃຫ້ພວກເຈົ້າປະຕິບັດຕໍ່ບັນຫາເລື່ອງສະຖານະໄດ້ຢ່າງຖືກຕ້ອງ, ພ້ອມທັງໃຫ້ມຸມມອງທີ່ຖືກຕ້ອງ ແລະ ວິທີການທີ່ຖືກຕ້ອງໃນການຈັດການກັບເລື່ອງນີ້ແກ່ພວກເຈົ້າ, ແມ່ນບໍ? (ແມ່ນແລ້ວ.)
ເອົາລະ, ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!
ວັນທີ 26 ຕຸລາ 2024