ວິທີການໄລ່ຕາມເສາະຫາຄວາມຈິງ (30)
ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບບັນຫາຂອງການທີ່ຜູ້ຄົນມີຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຊິ່ງກ່ຽວຂ້ອງກັບ “ການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”, ໜຶ່ງໃນວິທີການປະຕິບັດ “ການປ່ອຍວາງ” ທີ່ພົບຢູ່ໃນຫົວຂໍ້ “ວິທີການໄລ່ຕາມເສາະຫາຄວາມຈິງ”, ແມ່ນບໍ? (ແມ່ນແລ້ວ). ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ຜູ້ຄົນຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ດັ່ງນັ້ນ, ຄວາມຈິງໃດແດ່ທີ່ກ່ຽວຂ້ອງກັບການບັງເກີດເປັນເນື້ອໜັງຂອງພຣະເຈົ້າທີ່ພວກເຮົາໄດ້ໂອ້ລົມໃນຄັ້ງກ່ອນ? (ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບການທີ່ພຣະເຈົ້າບໍ່ໄດ້ກ່າວຢ່າງຄຸມເຄືອ, ເຊິ່ງເປັນສ່ວນໜຶ່ງຂອງການທີ່ພຣະເຈົ້າບໍ່ໄດ້ລໍ້ລວງຜູ້ຄົນ, ພ້ອມທັງທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ສະຖານະ). ພວກເຮົາໄດ້ໂອ້ລົມໃນຫົວຂໍ້ການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ, ເຊິ່ງກ່ຽວຂ້ອງກັບການທີ່ພຣະເຈົ້າບໍ່ໄດ້ລໍ້ລວງຜູ້ຄົນ ແລະ ພວກເຮົາຍັງໄດ້ໂອ້ລົມກ່ຽວກັບວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ສະຖານະ. ພວກເຮົາໄດ້ໂອ້ລົມຫຍັງແດ່ກ່ຽວກັບຫົວຂໍ້ນີ້? ຈົ່ງບອກເຮົາເຖິງສິ່ງທີ່ພວກເຈົ້າໄດ້ຮູ້. (ໃນອະດີດ, ຂ້ານ້ອຍຮູ້ສຶກວ່າອັດຕະລັກຂອງພຣະເຈົ້າແມ່ນອັດຕະລັກຂອງພຣະຜູ້ສ້າງ ແລະ ສະຖານະຂອງພຣະອົງນັ້ນສູງສົ່ງຫຼາຍ. ຜ່ານການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ເຫັນວ່າພຣະເຈົ້າບໍ່ເຄີຍວາງຕົວວ່າພຣະອົງມີສະຖານະທີ່ສູງສົ່ງ, ທັງບໍ່ເຄີຍປິຕິຍິນດີໃນສະຖານະນີ້. ມັນບໍ່ແມ່ນຍ້ອນສະຖານະນີ້ເຊັ່ນກັນ ທີ່ພຣະເຈົ້າຊົງຈ່າຍລາຄາເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ແຕ່ໃນການເຮັດເຊັ່ນນັ້ນ ພຣະອົງກໍກຳລັງປະຕິບັດຄວາມຮັບຜິດຊອບຂອງພຣະອົງຕໍ່ມະນຸດຊາດ. ຍິ່ງໄປກວ່ານັ້ນ, ໃນອະດີດ, ຂ້ານ້ອຍຄິດວ່າຖ້າຄົນໃດໜຶ່ງມີສະຖານະທີ່ສູງສົ່ງ, ລາວກໍມີອຳນາດ. ແມ່ນຜ່ານການໂອ້ລົມຂອງພຣະເຈົ້າເທົ່ານັ້ນ ຂ້ານ້ອຍຈຶ່ງໄດ້ຮັບຮູ້ວ່າ ແທ້ຈິງແລ້ວສະຖານະກໍເປັນພຽງຕົວແທນຂອງຕຳແໜ່ງໜຶ່ງ ແລະ ການທີ່ຄົນໃດໜຶ່ງເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າກໍເທົ່າກັບການທີ່ພຣະເຈົ້າມອບພຣະບັນຊາ ແລະ ຄວາມຮັບຜິດຊອບໃຫ້ກັບຄົນນັ້ນ. ສິ່ງເຫຼົ່ານີ້ຄືຄວາມເຂົ້າໃຈທີ່ຂ້ານ້ອຍໄດ້ຮັບ ຫຼັງຈາກທີ່ຟັງການໂອ້ລົມຂອງພຣະເຈົ້າ.) ບໍ່ວ່າເຮົາຈະໂອ້ລົມຫຍັງກໍຕາມ, ໃນດ້ານໜຶ່ງ, ມັນກໍເພື່ອໃຫ້ຜູ້ຄົນໄດ້ຮູ້ຢ່າງຊັດເຈນ ແລະ ຢ່າງຖືກຕ້ອງຫຼາຍຂຶ້ນວ່າມຸມມອງ ແລະ ຫຼັກການຂອງພຣະເຈົ້າກ່ຽວກັບສິ່ງຕ່າງໆທຸກປະເພດນັ້ນເປັນແນວໃດ ແລະ ມີການສະແດງອອກ ແລະ ການເປີດເຜີຍທີ່ແທ້ຈິງອັນໃດແດ່ກ່ຽວກັບແກ່ນແທ້ອຸປະນິໄສຂອງພຣະເຈົ້າ, ນີ້ຄືສິ່ງທີ່ຜູ້ຄົນຈຳເປັນຕ້ອງຮູ້. ໃນອີກດ້ານໜຶ່ງ, ການໂອ້ລົມກ່ຽວກັບເນື້ອໃນນີ້ເຮັດໃຫ້ຜູ້ຄົນມີມຸມມອງທີ່ຖືກຕ້ອງບາງຢ່າງສຳລັບການປະຕິບັດຕໍ່ສິ່ງຕ່າງໆທຸກປະເພດ, ເຮັດໃຫ້ພວກເຂົາເຂົ້າໃຈຫຼັກການສຳລັບການປະຕິບັດຕໍ່ ແລະ ການຈັດການກັບສິ່ງເຫຼົ່ານັ້ນ. ຍົກຕົວຢ່າງເຊັ່ນ ວິທີທີ່ພຣະເຈົ້າປະຕິບັດຕໍ່ສະຖານະ. ໃນດ້ານໜຶ່ງ, ການໂອ້ລົມກ່ຽວກັບສິ່ງນີ້ຊ່ວຍໃຫ້ເຈົ້າເຂົ້າໃຈວ່າຄວາມຄິດ ແລະ ມຸມມອງຂອງພຣະເຈົ້າກ່ຽວກັບສະຖານະນັ້ນເປັນແນວໃດ ແລະ ຫຼັກການຂອງພຣະອົງໃນການຈັດການກັບສະຖານະນັ້ນເປັນແນວໃດ, ເມື່ອພຣະອົງບັງເກີດເປັນເນື້ອໜັງ ແລະ ລົງມາເທິງແຜ່ນດິນໂລກເພື່ອມາເປັນສະມາຊິກຂອງມະນຸດຊາດ, ນັ້ນກໍຄື ເມື່ອພຣະອົງດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິ. ນີ້ຄືສິ່ງທີ່ຜູ້ຄົນຈຳເປັນຕ້ອງເຂົ້າໃຈ. ໃນອີກດ້ານໜຶ່ງ, ການໂອ້ລົມກ່ຽວກັບວິທີທີ່ພຣະເຈົ້າປະຕິບັດຕໍ່ສະຖານະ ບໍ່ແມ່ນພຽງແຕ່ເພື່ອໃຫ້ຜູ້ຄົນເຂົ້າໃຈຄວາມຈິງເຫຼົ່ານີ້ທີ່ພວກເຂົາຄວນຮູ້ເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນ, ມັນກໍເພື່ອໃຫ້ຜູ້ຄົນມີຄວາມຄິດ, ມຸມມອງ ແລະ ຫຼັກການຂອງການປະຕິບັດທີ່ຖືກຕ້ອງສຳລັບການເຂົ້າຫາ ແລະ ການຈັດການກັບບັນຫານີ້, ຫຼັງຈາກທີ່ພວກເຂົາເຂົ້າໃຈຄວາມຈິງແລ້ວ. ສະຫຼຸບແລ້ວ, ໃນດ້ານໜຶ່ງ, ບໍ່ວ່າພວກເຮົາຈະໂອ້ລົມກ່ຽວກັບບັນຫາປະເພດໃດກໍຕາມ, ແມ່ນເພື່ອໃຫ້ເຈົ້າຮູ້ມຸມມອງທີ່ຖືກຕ້ອງສຳລັບການປະຕິບັດຕໍ່ບັນຫາປະເພດນີ້ ແລະ ໃນອີກດ້ານໜຶ່ງ, ກໍແມ່ນເພື່ອໃຫ້ເຈົ້າຮູ້ຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດສຳລັບການຈັດການກັບບັນຫາປະເພດນີ້.
ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີອັດຕະລັກຂອງພຣະເຈົ້າ ແລະ ຍັງມີສະຖານະໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກອີກດ້ວຍກໍຕາມ, ສະຖານະນີ້ກໍແຕກຕ່າງຢ່າງສິ້ນເຊີງຈາກສະຖານະທີ່ມະນຸດທີ່ເສື່ອມຊາມເວົ້າເຖິງ. ສຳລັບພຣະເຈົ້າແລ້ວ, ໃນດ້ານໜຶ່ງ, ສະຖານະນີ້ເປັນພຽງຮູບແບບຄຳກ່າວທີ່ກ່ຽວຂ້ອງກັບຄວາມຈິງ; ໃນອີກດ້ານໜຶ່ງ, ເມື່ອເວົ້າເຖິງຊີວິດ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສະຖານະນີ້ບໍ່ແມ່ນຕຳແໜ່ງປະເພດໃດໜຶ່ງ, ແຕ່ຖືກກ່າວເຖິງໃນແງ່ຂອງແກ່ນແທ້ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງຄອບຄອງ. ດັ່ງນັ້ນ ໂດຍແກ່ນແທ້ແລ້ວ, ສະຖານະທີ່ມະນຸດທີ່ເສື່ອມຊາມເວົ້າເຖິງນັ້ນ ທີ່ຈິງແລ້ວແມ່ນແຕກຕ່າງຈາກສະຖານະນີ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ສະຖານະໃນທ່າມກາງມະນຸດຊາດທີ່ເສື່ອມຊາມແມ່ນຫຍັງ? (ສັນຍະລັກຂອງອຳນາດ.) ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ສະຖານະບໍ່ມີຫຍັງກ່ຽວຂ້ອງກັບຕົວຕົນ ແລະ ແກ່ນແທ້ຂອງບຸກຄົນ; ມັນເປັນພຽງຕຳແໜ່ງໜຶ່ງເທົ່ານັ້ນ. ຕົວຢ່າງເຊັ່ນ: ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ບາງຄົນເປັນຊີອີໂອ, ຜູ້ຈັດການ ຫຼື ມີສະຖານະໃດໜຶ່ງທາງສັງຄົມ. ນີ້ເປັນພຽງຕຳແໜ່ງ ຫຼື ການແບ່ງຊົນຊັ້ນ ແລະ ລະດັບໃນທ່າມກາງຜູ້ຄົນ; ມັນບໍ່ມີຫຍັງກ່ຽວຂ້ອງກັບຕົວຕົນ ແລະ ແກ່ນແທ້ທີ່ແທ້ຈິງຂອງຄົນເຮົາ. ເພາະສະນັ້ນແລ້ວ, ສິ່ງທີ່ເອີ້ນວ່າ “ສະຖານະ” ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນທ່າມກາງຜູ້ຄົນຈຶ່ງບໍ່ຄືກັນກັບສະຖານະຂອງຜູ້ປົກຄອງໃນສັງຄົມມະນຸດ; ພຣະອົງບໍ່ແມ່ນຜູ້ປົກຄອງ, ທັງບໍ່ແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດສ່ວນຕົວ. ໃນທ່າມກາງຜູ້ຄົນ, ສະຖານະຂອງພຣະເຈົ້າພຽງແຕ່ຖືກກ່າວເຖິງໃນແງ່ຂອງແກ່ນແທ້ ແລະ ອັດຕະລັກຂອງພຣະອົງ ແລະ ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າກໍຖືກກ່າວເຖິງພຽງແຕ່ຍ້ອນຊີວິດຂອງພຣະເຈົ້າ ແລະ ສິດອຳນາດ, ລິດທານຸພາບ ແລະ ອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ສະຖານະຂອງພຣະເຈົ້າບໍ່ແມ່ນຕຳແໜ່ງປະເພດໃດໜຶ່ງໃນທ່າມກາງຜູ້ຄົນ. ເພາະສະນັ້ນແລ້ວ, ຜູ້ຄົນຈຶ່ງບໍ່ສາມາດຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບຄົນທີ່ມີສະຖານະໃນຊົນຊັ້ນທາງສັງຄົມຕ່າງໆໄດ້. ຄົນທີ່ມີສະຖານະໃນຊົນຊັ້ນທາງສັງຄົມຕ່າງໆ, ບໍ່ວ່າພວກເຂົາຈະຂຶ້ນກັບຊົນຊັ້ນໃດກໍຕາມ, ລ້ວນແຕ່ຖືກເອີ້ນລວມກັນວ່າ ຊົນຊັ້ນປົກຄອງ. ແກ່ນແທ້ຂອງຊົນຊັ້ນປົກຄອງກໍຄື, ໃນດ້ານໜຶ່ງ, ພວກເຂົາມີວຽກງານທີ່ສອດຄ່ອງກັບສະຖານະຂອງພວກເຂົາ; ໃນອີກດ້ານໜຶ່ງ, ບໍ່ວ່າຈະເປັນຍຸກສະໄໝໃດ ຫຼື ສະພາບແວດລ້ອມທາງສັງຄົມໃດກໍຕາມ, ໂດຍພື້ນຖານແລ້ວ ຊົນຊັ້ນປົກຄອງນີ້ປະກອບດ້ວຍຜູ້ນຳ, ບຸກຄົນທີ່ໂດດເດັ່ນ, ຜູ້ທີ່ໄດ້ຮັບຜົນປະໂຫຍດສ່ວນຕົວ ແລະ ອື່ນໆ ໃນທ່າມກາງຜູ້ຄົນ. ສິ່ງນີ້ເປັນຄວາມຈິງໂດຍສະເພາະເມື່ອຮ້ອຍກວ່າປີກ່ອນ, ຊົນຊັ້ນປົກຄອງສ່ວນໃຫຍ່ທີ່ມີສະຖານະ ແລະ ມີຊື່ສຽງໃນສັງຄົມແມ່ນຜູ້ທີ່ມີຜົນປະໂຫຍດສ່ວນຕົວ. ແລ້ວຄຳວ່າ “ຜູ້ທີ່ມີຜົນປະໂຫຍດສ່ວນຕົວ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງຄົນທີ່ໃຊ້ອຳນາດ ແລະ ສະຖານະຂອງພວກເຂົາເພື່ອສະແຫວງຫາຜົນປະໂຫຍດໃຫ້ກັບຕົນເອງ. ພວກເຂົາສະແຫວງຫາຜົນປະໂຫຍດດ້ວຍວິທີໃດ? ຜ່ານອິດທິພົນທາງການເມືອງ ແລະ ອຳນາດຂອງພວກເຂົາ, ພວກເຂົາປົກຄອງຜູ້ຢູ່ໃຕ້ການປົກຄອງຂອງພວກເຂົາ; ພາຍໃຕ້ການປົກຄອງ ແລະ ການບໍລິຫານຂອງພວກເຂົາ, ຜູ້ຢູ່ໃຕ້ການປົກຄອງເຫຼົ່ານີ້ຕ້ອງຈ່າຍເຄື່ອງບັນນາການໃຫ້ພວກເຂົາ ຫຼື ເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ການຈ່າຍພາສີ. ເຖິງຢ່າງໃດກໍຕາມ, ມີຄວາມແຕກຕ່າງໃນແກ່ນແທ້ລະຫວ່າງສະຖານະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ສະຖານະຂອງຊົນຊັ້ນປົກຄອງ. ບໍ່ວ່າພວກເຂົາຈະເປັນຜູ້ປົກຄອງຊົນຊັ້ນໃດ ຫຼື ເປັນບຸກຄົນທີ່ມີອຳນາດ ແລະ ມີສະຖານະໃນສັງຄົມ ຫຼື ໃນທ່າມກາງກຸ່ມຄົນກໍຕາມ, ສະຖານະຂອງຊົນຊັ້ນປົກຄອງກໍເປັນພຽງຕຳແໜ່ງ ແລະ ຊື່ຕຳແໜ່ງໜຶ່ງເທົ່ານັ້ນ. ພວກເຂົາ ປົກຄອງພຽງແຕ່ຜູ້ທີ່ຢູ່ພາຍໃຕ້ອຳນາດຂອງຕົນ ຫຼື ຜູ້ທີ່ຢູ່ໃນຂອບເຂດການປົກຄອງ ແລະ ການບໍລິຫານຂອງພວກເຂົາຢ່າງລຽບງ່າຍເທົ່ານັ້ນ, ເວົ້າຢ່າງກວ້າງໆ ສິ່ງນີ້ເອີ້ນວ່າການປົກຄອງ ແລະ ໃນຄວາມໝາຍທີ່ແຄບກວ່າ ມັນເອີ້ນວ່າການປົກຄອງ ແລະ ການບໍລິຫານ. ຜ່ານການປົກຄອງ ແລະ ການບໍລິຫານ ພວກເຂົາໄດ້ຮັບອຳນາດ ແລະ ຜົນປະໂຫຍດຕ່າງໆທີ່ສະຖານະຂອງພວກເຂົານຳມາໃຫ້ພວກເຂົາ. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ມີສະຖານະຂອງພຣະເຈົ້າກໍຕາມ, ວຽກງານທີ່ພຣະອົງເຮັດ, ແກ່ນແທ້ໃນວຽກງານຂອງພຣະອົງ ແລະ ແກ່ນແທ້ໃນສະຖານະຂອງພຣະອົງເອງແມ່ນແຕກຕ່າງຈາກຊົນຊັ້ນປົກຄອງຕ່າງໆໃນສັງຄົມ ແລະ ໃນທ່າມກາງມະນຸດຊາດ. ວຽກງານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດຕໍ່ຜູ້ຄົນບໍ່ແມ່ນການປົກຄອງ ຫຼື ການບໍລິຫານພວກເຂົາ ແຕ່ເປັນການນຳພາ, ການສະໜອງໃຫ້, ການຊີ້ແນະ, ການສະໜັບສະໜູນ, ການຊ່ວຍເຫຼືອ, ການລິຮານ, ການພິພາກສາ ແລະ ການລົງທັນພວກເຂົາ. ຈຸດປະສົງຂອງພຣະເຈົ້າໃນການເຮັດວຽກງານທັງໝົດນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ຫຼຸດພົ້ນຈາກພວກມັນ. ດ້ວຍວຽກງານທັງໝົດທີ່ພຣະອົງເຮັດຕໍ່ຜູ້ຄົນ, ທຳມະຊາດພື້ນຖານທີ່ສຸດຂອງມັນແມ່ນການສະໜອງຄວາມຈິງ ແລະ ຊີວິດໃຫ້ກັບພວກເຂົາ ເພື່ອນຳພາພວກເຂົາໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ. ນີ້ແມ່ນວຽກງານທີ່ພຣະອົງເຮັດ. ພຣະອົງນຳເອົາວຽກງານ ແລະ ພຣະທຳທີ່ພຣະເຈົ້າຕ້ອງການປະຕິບັດ ແລະ ກ່າວເທິງແຜ່ນດິນໂລກ ແລະ ປະຕິບັດວຽກງານນັ້ນຕໍ່ຜູ້ຄົນ ແລະ ກ່າວພຣະທຳເຫຼົ່ານັ້ນຕໍ່ຜູ້ຄົນ ເພື່ອໃຫ້ພວກເຂົາສາມາດຮັບຟັງ, ເຂົ້າໃຈ, ມີເສັ້ນທາງແຫ່ງການປະຕິບັດ ແລະ ໃນທີ່ສຸດກໍປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນໄປ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ກາຍເປັນຄົນທີ່ນະມັດສະການພຣະເຈົ້າຢ່າງແທ້ຈິງ. ໃນຂະບວນການນີ້, ຫຼັກໆແລ້ວ ສິ່ງທີ່ມະນຸດທີ່ເສື່ອມຊາມໄດ້ຮັບຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນການສະໜອງຄວາມຈິງ, ການສະໜອງຊີວິດ ແລະ ການສະໜອງຫົນທາງ. ໃນທີ່ສຸດ, ພວກເຂົາກໍສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ, ກາຍເປັນສິ່ງທີ່ຖືກສ້າງຢ່າງແທ້ຈິງ, ເຊິ່ງເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ ແລະ ເຮັດໃຫ້ພຣະເຈົ້າພໍພຣະໄທ, ໄດ້ຮັບການຍອມຮັບຈາກພຣະເຈົ້າ ແລະ ກາຍເປັນມະນຸດທີ່ນະມັດສະການພຣະເຈົ້າ. ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດໄດ້ຮັບຈາກພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະນີ້ ແລະ ໄດ້ເຮັດວຽກງານນີ້ສຳເລັດແລ້ວກໍຕາມ, ພຣະອົງກໍບໍ່ໄດ້ເພີດເພີນກັບເຄື່ອງບັນນາການຂອງມະນຸດຊາດ. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະກໍຕາມ, ພຣະອົງກໍບໍ່ໄດ້ເພີດເພີນກັບຜົນປະໂຫຍດຈາກສະຖານະທີ່ສະມາຊິກຄົນໃດໜຶ່ງຂອງຊົນຊັ້ນປົກຄອງເພີດເພີນ, ທັງບໍ່ໄດ້ເພີດເພີນກັບການປະຕິບັດທີ່ເອື້ອເຟື້ອເພື່ອແຜ່ຕ່າງໆທີ່ສະຖານະຂອງພຣະອົງມອບໃຫ້ພຣະອົງ. ດັ່ງນັ້ນ, ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຕາມ, ພຣະອົງກໍບໍ່ແມ່ນຜູ້ທີ່ມີຜົນປະໂຫຍດສ່ວນຕົວ, ທັງບໍ່ໄດ້ເປັນສ່ວນໜຶ່ງຂອງຊົນຊັ້ນຂູດຮີດ. ໃນການເຮັດວຽກງານຂອງພຣະອົງ, ຄືກັນກັບທີ່ພຣະເຈົ້າໃນສະຫວັນ, ພຣະວິນຍານຂອງພຣະເຈົ້າທີ່ຊົງນຳພາມະນຸດຊາດທັງປວງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງສະໜອງໃຫ້, ຊີ້ແນະ, ສະໜັບສະໜູນ ແລະ ຊ່ວຍເຫຼືອມະນຸດຊາດ ແລະ ບໍ່ເຄີຍຮຽກຮ້ອງສິ່ງຂອງທາງວັດຖຸ ຫຼື ທີ່ບໍ່ແມ່ນວັດຖຸໃດໆຈາກມະນຸດຊາດ. ເພາະສະນັ້ນແລ້ວ, ເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຢູ່ທ່າມກາງຜູ້ຄົນເພື່ອຊົງເຮັດວຽກງານ, ເຖິງແມ່ນວ່າພຣະອົງຈະມີສະຖານະທີ່ມະນຸດເຫັນດ້ວຍຕາຂອງຕົນ ຫຼື ສະຖານະທີ່ພຣະອົງມີຢູ່ຕາມຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງພວກເຂົາກໍຕາມ, ພຣະອົງກໍບໍ່ໄດ້ເພີດເພີນກັບເຄື່ອງບັນນາການຈາກຜູ້ຄົນ. ວຽກງານທີ່ພຣະອົງເຮັດ ແລະ ການສະໜອງຂອງພຣະອົງສຳລັບມະນຸດຊາດແມ່ນບໍ່ໄດ້ເສຍຄ່າຫຍັງ; ພຣະອົງບໍ່ໄດ້ຮຽກຮ້ອງຄ່າທຳນຽມ, ພາສີ ຫຼື ຄ່າຕອບແທນໃດໆຈາກມະນຸດຊາດ. ມາຮອດປັດຈຸບັນນີ້, ພວກເຈົ້າເຄີຍໃຫ້ເງິນພຣະອົງຈັກກີບບໍ? (ບໍ່ເຄີຍ). ພວກເຈົ້າເຄີຍຈ່າຍເງິນເພື່ອຟັງຄຳເທດສະໜາບໍ? (ບໍ່ເຄີຍ). ສະຖານທີ່ເຕົ້າໂຮມຂອງພວກເຮົາບໍ່ຕ້ອງການບັດຜ່ານເຂົ້າອອກ, ພວກເຈົ້າບໍ່ຈຳເປັນຕ້ອງຊື້ປີ້ເພື່ອເຂົ້າຮ່ວມການເຕົ້າໂຮມ ແລະ ພວກເຈົ້າບໍ່ຈຳເປັນຕ້ອງຈ່າຍເງິນຈັກກີບ. ຍິ່ງໄປກວ່ານັ້ນ, ໜັງສືທີ່ພວກເຈົ້າອ່ານ, ວິດີໂອທີ່ພວກເຈົ້າເບິ່ງ ແລະ ສຽງບັນທຶກຄຳເທດສະໜາທີ່ພວກເຈົ້າຟັງລ້ວນແຕ່ບໍ່ໄດ້ເສຍຄ່າ. ພວກເຈົ້າບໍ່ເຄີຍຖືກເກັບເງິນແມ່ນແຕ່ກີບດຽວ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ບໍ່ມີໃຜຖືກເກັບເງິນຈັກກີບ; ທຸກຢ່າງແມ່ນບໍ່ໄດ້ເສຍຄ່າ. ບາງຄົນຖາມວ່າ “ເຄື່ອງຖວາຍສ່ວນຕົວຕ້ອງເປັນເປີເຊັນທີ່ກຳນົດໄວ້ຈາກລາຍຮັບຂອງຄົນເຮົາບໍ?” ມັນບໍ່ແມ່ນແນວນັ້ນ; ເຄື່ອງຖວາຍທັງໝົດແມ່ນການໃຫ້ດ້ວຍຄວາມສະໝັກໃຈ. ໜຶ່ງສ່ວນສິບເປັນພຽງສິ່ງທີ່ຜູ້ເຊື່ອຄວນຖວາຍ, ແຕ່ບໍ່ວ່າຄົນໃດໜຶ່ງຈະຖວາຍໜຶ່ງສ່ວນສິບ ຫຼື ໜຶ່ງສ່ວນຫ້າຂອງລາຍຮັບຂອງລາວກໍຕາມ, ມັນກໍເປັນຄວາມສະໝັກໃຈຢ່າງສິ້ນເຊີງ. ນອກຈາກນີ້, ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ເຄີຍຖວາຍສິ່ງທີ່ພວກເຂົາຄວນຖວາຍ, ແຕ່ພວກເຂົາກໍຍັງເຂົ້າຮ່ວມການເຕົ້າໂຮມ ແລະ ຍັງສາມາດອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາໄດ້ຄືເກົ່າ. ບໍ່ມີໃຜຈັກຄົນຖືກຕັດສິດໃນການຟັງຄຳເທດສະໜາ, ສິດໃນການເຂົ້າຮ່ວມການເຕົ້າໂຮມຂອງພວກເຂົາ ຫຼື ສິດໃນການປະຕິບັດໜ້າທີ່ຂອງພວກເຂົາ ພຽງເພາະວ່າພວກເຂົາບໍ່ເຄີຍຖວາຍເຄື່ອງຖວາຍ, ສິ່ງນີ້ບໍ່ເຄີຍເກີດຂຶ້ນກັບໃຜເລີຍ, ແມ່ນບໍ? (ແມ່ນແລ້ວ).
ຕັ້ງແຕ່ຍຸກແຫ່ງພຣະບັນຍັດຈົນເຖິງຍຸກແຫ່ງລາຊະອານາຈັກໃນປັດຈຸບັນ, ພຣະເຈົ້າໄດ້ສະໜອງໃຫ້ແກ່ມະນຸດຊາດຢ່າງສະໝໍ່າສະເໝີ. ນັບຕັ້ງແຕ່ຕອນທີ່ພຣະວິນຍານຂອງພຣະເຈົ້າເລີ່ມກ່າວກັບມະນຸດຊາດ ຈົນເຖິງການບັງເກີດເປັນເນື້ອໜັງຄັ້ງທຳອິດຂອງພຣະເຈົ້າ ແລະ ຈາກນັ້ນກໍເຖິງການບັງເກີດເປັນເນື້ອໜັງຄັ້ງທີສອງຂອງພຣະເຈົ້າ, ພຣະເຈົ້າໄດ້ກ່າວພຣະທຳຈຳນວນນັບບໍ່ຖ້ວນ ແລະ ຍັງໄດ້ເຮັດວຽກງານຕໍ່ມະນຸດຊາດຫຼາຍຈົນນັບບໍ່ຖ້ວນອີກດ້ວຍ. ພຣະອົງໄດ້ກ່າວພຣະທຳເປັນຈຳນວນຫຼາຍ ແລະ ພຣະອົງໄດ້ສະໜອງໃຫ້ມະນຸດຊາດຢ່າງຫຼວງຫຼາຍ ຈົນເກີນກວ່າຈະວັດແທກໄດ້ແລ້ວ. ແລ້ວພຣະເຈົ້າເຄີຍຮຽກຮ້ອງເງິນຈັກກີບຈາກມະນຸດບໍ? ພຣະອົງບໍ່ເຄີຍເຮັດເລີຍ. ພຣະອົງບໍ່ເຄີຍຮຽກຮ້ອງ ເມັດພືດແມ່ນແຕ່ກະສອບດຽວຈາກມະນຸດ; ພຣະອົງພຽງແຕ່ສະໜອງໃຫ້ຜູ້ຄົນແບບນີ້ຢ່າງບໍ່ຂາດສາຍ ແລະ ບໍ່ໄດ້ເສຍຄ່າ. ບໍ່ວ່າຈະເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ພຣະເຈົ້າເອງກໍຕາມ, ເຖິງແມ່ນວ່າພຣະອົງຈະມີສະຖານະອັນສູງສຸດ, ພຣະອົງກໍຍັງສະໜອງໃຫ້ມະນຸດຊາດໂດຍບໍ່ໄດ້ເສຍຄ່າ. ຍິ່ງໄປກວ່ານັ້ນ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີການພົວພັນກັບຜູ້ຄົນບົນພື້ນຖານທີ່ເທົ່າທຽມກັນ, ສະໜອງໃຫ້ມະນຸດແບບເປີດໃຈ ແລະ ແບບເຊິ່ງໜ້າ ແລະ ວິທີທີ່ພຣະອົງນຳພາພວກເຂົາກໍຍິ່ງເປັນການລົງມືປະຕິບັດຕົວຈິງຫຼາຍຍິ່ງຂຶ້ນ. ພຣະເຈົ້າຊົງນຳພາທຸກບາດກ້າວ ແລະ ຊີ້ນຳວຽກງານແຕ່ລະຢ່າງດ້ວຍຕົວພຣະອົງເອງ. ນອກຈາກນີ້, ພຣະເຈົ້າບໍ່ໄດ້ໃຊ້ຕົວແທນເມື່ອເຮັດວຽກງານຂອງພຣະອົງ; ພຣະເຈົ້າເອງເຮັດວຽກງານນັ້ນດ້ວຍຕົວພຣະອົງເອງ. ໃນພາສາມະນຸດ, ສິ່ງນີ້ຈະຖືກເອີ້ນວ່າການເຂົ້າຫາຜູ້ທີ່ຄູ່ຄວນດ້ວຍຄວາມຖ່ອມຕົວຢ່າງສຸພາບ ຫຼື ການເຄື່ອນໄຫວໃນທ່າມກາງຜູ້ຄົນແບບປິດບັງຕົວຕົນ. ພຣະເຈົ້າຊົງມາຢູ່ທ່າມກາງຜູ້ຄົນດ້ວຍພຣະອົງເອງເພື່ອກ່າວ ແລະ ເຮັດວຽກງານ, ດຳລົງຊີວິດໃນທ່າມກາງຜູ້ຄົນ ແລະ ຢູ່ເຊິ່ງໜ້າກັບພວກເຂົາ. ຜູ້ຄົນສາມາດໄດ້ຍິນພຣະສຸລະສຽງຂອງພຣະເຈົ້າດ້ວຍຫູຂອງພວກເຂົາເອງ, ເຫັນວຽກງານທີ່ພຣະເຈົ້າເຮັດດ້ວຍຕາຂອງພວກເຂົາເອງ ແລະ ສຳຜັດກັບວຽກງານທີ່ພຣະເຈົ້າເຮັດດ້ວຍຕົນເອງ. ເຖິງແມ່ນວ່າຜູ້ຄົນຈະຮູ້ສຶກວ່າພຣະເຈົ້າມີສະຖານະ ແລະ ມີໄລຍະຫ່າງລະຫວ່າງພວກເຂົາກັບພຣະເຈົ້າກໍຕາມ, ແຕ່ສຳລັບພຣະເຈົ້າແລ້ວ, ມັນບໍ່ມີໄລຍະຫ່າງດັ່ງທີ່ຜູ້ຄົນເຫັນ ຫຼື ຮູ້ສຶກນັ້ນເລີຍ. ພຣະເຈົ້າບໍ່ໄດ້ວາງຕົວວ່າພຣະອົງມີອັດຕະລັກຂອງພຣະເຈົ້າ, ໂດຍແນມລົງມາຍັງມະນຸດຊາດຈາກເບື້ອງເທິງ, ແຕ່ພຣະອົງກ່າວ ແລະ ເຮັດວຽກງານບົນພື້ນຖານທີ່ເທົ່າທຽມກັບມະນຸດ. ນີ້ບໍ່ແມ່ນວິທີທີ່ເຮົາໄດ້ກ່າວ ແລະ ໂອ້ລົມໃນການເຕົ້າໂຮມກັບພວກເຈົ້າໃນຫຼາຍປີທີ່ຜ່ານມາບໍ? ເຮົາບໍ່ໄດ້ວາງຕົວເໜືອກວ່າ ແລະ ເຮົາກໍບໍ່ເຄີຍຮູ້ສຶກວ່າເຮົາມີອຳນາດອັນຍິ່ງໃຫຍ່ ແລະ ສະຖານະທີ່ສູງສົ່ງ; ເຮົາບໍ່ມີຄວາມຮູ້ສຶກແບບນັ້ນ ແລະ ເຮົາກໍບໍ່ໄດ້ເຮັດວຽກດ້ວຍວິທີນີ້ເຊັ່ນກັນ. ເຖິງແມ່ນວ່າມະນຸດທີ່ເສື່ອມຊາມຈະເຕັມໄປດ້ວຍຄວາມເສື່ອມຊາມ, ເຕັມໄປດ້ວຍຄວາມເປັນປໍລະປັກທີ່ມີຕໍ່ພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າກໍຕາມ, ໃນການເຮັດວຽກງານເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະເຈົ້າຊົງເຕັມໄປດ້ວຍຄວາມອົດທົນ, ຄວາມອົດກັ້ນ, ຄວາມເມດຕາ ແລະ ຄວາມຮັກຄວາມເມດຕາຕໍ່ມະນຸດ. ເມື່ອພຣະອົງຊົງເຮັດວຽກງານ ແລະ ກ່າວກັບມະນຸດ, ພຣະອົງຊົງເຕັມໄປດ້ວຍຄວາມຮັກ, ເຖິງຂັ້ນສາມາດເວົ້າໄດ້ວ່າ ພຣະອົງເຮັດເຊັ່ນນັ້ນດ້ວຍເຈດຕະນາທີ່ພຽນພະຍາຍາມ. ບໍ່ວ່າມະນຸດຕ້ອງການຫຍັງກໍຕາມ, ພຣະເຈົ້າກໍສະໜອງສິ່ງນັ້ນໃຫ້ກັບພວກເຂົາແບບບໍ່ອັ້ນ. ພຣະອົງບໍ່ໄດ້ກ່າວກັບຜູ້ຄົນເປັນຄຳທວາຍ, ທັງບໍ່ໄດ້ປ່ອຍໃຫ້ພວກເຂົາຄ້າງຄາໃຈ, ແຕ່ກ່າວທຸກສິ່ງທີ່ຢູ່ໃນຄວາມຄິດຂອງພຣະອົງອອກມາ. ພຣະອົງສະໜອງຄວາມຈິງທີ່ພວກເຈົ້າຄວນເຂົ້າໃຈ ໂດຍບໍ່ປະຖິ້ມແມ່ນແຕ່ປະໂຫຍກດຽວ. ຕາບໃດທີ່ມັນເປັນສິ່ງທີ່ພວກເຈົ້າສາມາດຈັບໃຈຄວາມໄດ້, ພຣະອົງກໍບໍ່ໄດ້ປິດບັງໄວ້ແມ່ນແຕ່ໜ້ອຍດຽວ. ພຣະອົງໃຫ້ພວກເຈົ້າໄດ້ຮັບຄວາມຈິງເຫຼົ່ານີ້ ແລະ ເຮັດໃຫ້ຄວາມຈິງເຫຼົ່ານັ້ນຊັດເຈນສຳລັບພວກເຈົ້າ ແລະ ພວກເຈົ້າກໍເຂົ້າໃຈພວກມັນໄດ້. ໂດຍສະເພາະເມື່ອເວົ້າເຖິງເລື່ອງທີ່ພວກເຈົ້າບໍ່ເຂົ້າໃຈ ແລະ ເຫັນວ່າສັບສົນ, ພຣະອົງຍິ່ງທົບທວນເລື່ອງເຫຼົ່ານັ້ນຊໍ້າແລ້ວຊໍ້າອີກດ້ວຍເຈດຕະນາທີ່ພຽນພະຍາຍາມ ແລະ ເນັ້ນຢໍ້າພວກມັນຊໍ້າແລ້ວຊໍ້າອີກ, ຈົນກວ່າພວກເຈົ້າຈະເຂົ້າໃຈ. ດັ່ງນັ້ນ, ວຽກງານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດ ແລະ ວຽກງານທີ່ພຣະວິນຍານຂອງພຣະເຈົ້າເຮັດຈຶ່ງຄືກັນຢູ່ສະເໝີ. ເຖິງແມ່ນວ່າມັນຈະເປັນມະນຸດຊາດທີ່ເສື່ອມຊາມທີ່ພຣະອົງຊ່ວຍໃຫ້ລອດພົ້ນກໍຕາມ, ພຣະເຈົ້າກໍບໍ່ເຄີຍລັງກຽດມະນຸດຊາດເລີຍ. ເຖິງແມ່ນວ່າໃນແກ່ນແທ້ ແລະ ໃນຊີວິດແລ້ວ ມະນຸດ ແລະ ພຣະເຈົ້າຈະແຍກອອກຈາກກັນ ແລະ ແຕກຕ່າງກັນຢ່າງສິ້ນເຊີງກໍຕາມ, ໃນແງ່ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດ, ພຣະເຈົ້າບໍ່ເຄີຍປະຕິບັດຕໍ່ມະນຸດໃນຖານະສັດຕູຂອງພຣະອົງ, ໃນຖານະມະນຸດຊາດທີ່ເສື່ອມຊາມຢ່າງແທ້ຈິງ ຫຼື ໃນຖານະເປົ້າໝາຍທີ່ຈະຖືກລັງກຽດ. ໃນທາງກົງກັນຂ້າມ, ພຣະເຈົ້າຊົງປະຕິບັດຕໍ່ມະນຸດໃນຖານະຜູ້ຮັບວຽກງານ ແລະ ຄວາມລອດພົ້ນຂອງພຣະອົງ. ນອກຈາກນີ້, ຈຸດທີ່ສຳຄັນກວ່ານັ້ນກໍຄື, ໃນແງ່ທັດສະນະຄະຕິ ແລະ ອາລົມຂອງພຣະເຈົ້າເມື່ອກ່າວກັບມະນຸດ, ພ້ອມທັງຄວາມຄາດຫວັງຂອງພຣະອົງທີ່ມີຕໍ່ມະນຸດ, ພຣະເຈົ້າປະຕິບັດຕໍ່ມະນຸດຄືກັບຄອບຄົວ. ສະນັ້ນ, ບໍ່ວ່າມະນຸດເອງຈະເບິ່ງສະຖານະຂອງພຣະເຈົ້າແນວໃດກໍຕາມ, ພຣະເຈົ້າກໍບໍ່ເຄີຍວາງຕົວເໜືອກວ່າເພື່ອເບິ່ງມະນຸດຊາດຜ່ານມຸມມອງຂອງສະຖານະທີ່ສູງສົ່ງ, ແຕ່ກົງກັນຂ້າມ ພຣະອົງໄດ້ວາງພຣະອົງເອງບົນພື້ນຖານທີ່ເທົ່າທຽມກັບມະນຸດ ແລະ ເຖິງຂັ້ນສາມາດມີການໂອ້ລົມແບບເປີດໃຈຢ່າງຍາວນານກັບມະນຸດ; ມັນບໍ່ມີໄລຍະຫ່າງລະຫວ່າງພຣະອົງກັບມະນຸດ ແລະ ບໍ່ມີການແບ່ງແຍກສະຖານະ. ເມື່ອເບິ່ງທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ແລະ ວຽກງານທັງໝົດທີ່ພຣະເຈົ້າໄດ້ເຮັດ, ມັນເປັນເພາະວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີແກ່ນແທ້ຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າຢ່າງແນ່ນອນ, ເຊິ່ງເຖິງແມ່ນວ່າພາຍນອກພຣະອົງຈະເບິ່ງຄືກັບຄົນທຳມະດາກໍຕາມ, ແຕ່ພຣະອົງກໍສາມາດປະຕິບັດຕໍ່ມະນຸດຊາດດ້ວຍຄວາມຄິດທີ່ແຕກຕ່າງຈາກສະມາຊິກຄົນໃດໜຶ່ງຂອງຊົນຊັ້ນປົກຄອງ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້; ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ແຮງໄກທີ່ຄົນຈາກຊົນຊັ້ນປົກຄອງຈະເຮັດໄດ້. ບໍ່ວ່າພຣະເຈົ້າຈະກ່າວພຣະທຳໃດຕໍ່ມະນຸດ ຫຼື ພຣະອົງໄດ້ເຮັດວຽກງານໃດຕໍ່ມະນຸດກໍຕາມ, ນອກເໜືອຈາກການບໍ່ຮຽກຮ້ອງຜົນປະໂຫຍດໃດໆຈາກມະນຸດແລ້ວ, ສິ່ງທີ່ສຳຄັນໄປກວ່ານັ້ນກໍຄື ພຣະເຈົ້າໄດ້ປະທານຄວາມຈິງທີ່ມະນຸດຄວນເຂົ້າໃຈ, ເສັ້ນທາງທີ່ມະນຸດຄວນປະຕິບັດ ແລະ ທິດທາງສຳລັບການກ້າວໄປຂ້າງໜ້າທີ່ມະນຸດຄວນເຂົ້າໃຈໃຫ້ແກ່ມະນຸດຫຼາຍຂຶ້ນ. ໃນເວລາດຽວກັນ, ພຣະເຈົ້າຍັງໄດ້ປະທານສິ່ງທີ່ມະນຸດຕ້ອງການສຳລັບຊີວິດປະຈຳວັນຂອງພວກເຂົາໃນແງ່ຂອງສິ່ງຈຳເປັນພື້ນຖານໃຫ້ແກ່ມະນຸດອີກດ້ວຍ. ພຣະເຈົ້າບໍ່ພຽງແຕ່ເປັນແຫຼ່ງກຳເນີດຊີວິດຂອງມະນຸດເທົ່ານັ້ນ, ແຕ່ຍັງເປັນແຫຼ່ງກຳເນີດການດຳລົງຊີວິດຂອງພວກເຂົາອີກດ້ວຍ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ). ບາງຄົນມັກຈະຄິດຢູ່ສະເໝີວ່າ: “ຂ້ອຍໄດ້ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດຕະຫຼອດຫຼາຍປີທີ່ຜ່ານມານີ້ ແລະ ໄດ້ສະລະອະນາຄົດສ່ວນຕົວ, ການຮຽນ ແລະ ການແຕ່ງງານຂອງຂ້ອຍເພື່ອປະຕິບັດໜ້າທີ່ຂອງຂ້ອຍ, ແຕ່ມາຮອດປັດຈຸບັນນີ້ ຂ້ອຍຍັງບໍ່ໄດ້ຮັບຫຍັງເລີຍ”. ແລ້ວພວກເຂົາກໍຮູ້ສຶກເສຍໃຈ ແລະ ຈົ່ມວ່າ. ສິ່ງນີ້ເປັນຄວາມຈິງໂດຍສະເພາະສຳລັບບາງຄົນທີ່ຖືກຄັດອອກ ແລະ ຜູ້ທີ່ຖືກຈັບກຸມ ແລະ ຖືກຈຳຄຸກ, ພວກເຂົາເຊື່ອວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າຕະຫຼອດຫຼາຍປີທີ່ຜ່ານມານີ້. ບອກເຮົາເບິ່ງ, ມຸມມອງນີ້ຖືກຕ້ອງບໍ? (ບໍ່). ມັນຜິດບ່ອນໃດ? ພວກເຂົາບໍ່ຮູ້ວ່າສິ່ງໃດທີ່ພວກເຂົາຄວນໄດ້ຮັບຢ່າງແທ້ຈິງຈາກການເຊື່ອໃນພຣະເຈົ້າ. ພວກເຂົາຄິດວ່າພວກເຂົາຄວນໄດ້ຮັບສິ່ງທີ່ພວກເຂົາສາມາດເບິ່ງເຫັນ ແລະ ຈັບຕ້ອງໄດ້ ເຊັ່ນ: ເງິນ, ຊື່ສຽງ ແລະ ຜົນປະໂຫຍດ ພ້ອມທັງສະຖານະ ແລະ ຖ້າພວກເຂົາບໍ່ໄດ້ຮັບສິ່ງເຫຼົ່ານີ້, ແລ້ວພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ. ທີ່ຈິງແລ້ວ, ພຣະເຈົ້າຊົງປະທານຄວາມຈິງຫຼາຍຢ່າງໃຫ້ແກ່ມະນຸດ; ມັນເປັນເພາະວ່າຄົນເຫຼົ່ານັ້ນບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ຫຼື ຍອມຮັບຄວາມຈິງ ພວກເຂົາຈຶ່ງບໍ່ໄດ້ຮັບຫຍັງເລີຍ. ຖ້າໃນໄລຍະການປະຕິບັດໜ້າທີ່ຂອງພວກເຂົາຕະຫຼອດຫຼາຍປີທີ່ຜ່ານມານີ້, ພວກເຂົາສາມາດໄລ່ຕາມເສາະຫາຄວາມຈິງ, ຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ສະພາບແວດລ້ອມທີ່ພຣະເຈົ້າຊົງຈັດແຈງໃຫ້ພວກເຂົາ, ແລ້ວພວກເຂົາກໍຄົງຈະເຂົ້າໃຈຄວາມຈິງບາງຢ່າງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າຢ່າງແນ່ນອນ. ເຖິງແມ່ນວ່າພວກເຂົາອາດຈະບໍ່ໄດ້ຮັບສິ່ງຂອງທາງວັດຖຸ, ແຕ່ພວກເຂົາກໍຄົງຈະໄດ້ຮັບສິ່ງທີ່ມີຄຸນຄ່າຫຼາຍກວ່າ, ເຊິ່ງເປັນສິ່ງທີ່ລໍ້າຄ່າທີ່ສຸດໃນໂລກມະນຸດ, ເປັນສິ່ງທີ່ບໍ່ສາມາດແລກປ່ຽນກັບເງິນ ຫຼື ຜົນປະໂຫຍດທາງວັດຖຸຈຳນວນໃດໆ.
ເມື່ອເຮັດວຽກງານຂອງພຣະອົງໃນທ່າມກາງຜູ້ຄົນ, ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະໃນສາຍຕາຂອງຜູ້ຄົນກໍຕາມ, ພຣະອົງກໍບໍ່ໄດ້ເພີດເພີນກັບຜົນປະໂຫຍດຈາກສະຖານະ, ເຄື່ອງບັນນາການຈາກຜູ້ຄົນ, ອຳນາດ ຫຼື ການປະຕິບັດທີ່ເອື້ອອຳນວຍຮູບແບບໃດກໍຕາມທີ່ສະຖານະຂອງພຣະອົງຈະນຳມາໃຫ້ພຣະອົງ, ຄືກັບທີ່ຄົນມີສະຖານະໃນທ່າມກາງມະນຸດຊາດເຮັດ. ພຣະອົງຍັງບໍ່ໄດ້ວາງຕົວສູງສົ່ງ ແລະ ມີອຳນາດ, ອອກຄຳສັ່ງ ຫຼື ເພີດເພີນກັບສະຖານະນີ້ຈາກຕຳແໜ່ງທີ່ເໜືອກວ່າ, ຄືກັບທີ່ຄົນມີສະຖານະໃນທ່າມກາງມະນຸດຊາດເຮັດ. ມັນກົງກັນຂ້າມກັນຢ່າງສິ້ນເຊີງ: ພຣະອົງບໍ່ພຽງແຕ່ບໍ່ວາງຕົວເໜືອກວ່າເທົ່ານັ້ນ, ແຕ່ພຣະອົງຍັງປະຕິບັດຕໍ່ຜູ້ຄົນບົນພື້ນຖານທີ່ເທົ່າທຽມກັນ, ດຳລົງຊີວິດໃນທ່າມກາງພວກເຂົາເພື່ອສະໜອງຄວາມຕ້ອງການຂອງພວກເຂົາ. ນອກເໜືອຈາກການສະໜອງຄວາມຕ້ອງການຂອງຜູ້ຄົນໃນແງ່ຂອງການເຂົ້າສູ່ຊີວິດແລ້ວ, ພຣະອົງຍັງສະໜອງຄວາມຕ້ອງການເພີ່ມເຕີມບາງຢ່າງໃນຊີວິດປະຈຳວັນຂອງພວກເຂົາອີກດ້ວຍ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຍັງມີສ່ວນຮ່ວມໃນຊີວິດປະຈຳວັນ ແລະ ວຽກງານຂອງຜູ້ຄົນເມື່ອມັນເໝາະສົມ ຫຼື ເມື່ອມັນຈຳເປັນ, ຊ່ວຍໃຫ້ພວກເຈົ້າດຳລົງຊີວິດຢ່າງປົກກະຕິ ແລະ ເປັນລະບຽບ, ພ້ອມທັງຊີ້ນຳ ແລະ ຊ່ວຍເຫຼືອພວກເຈົ້າໃຫ້ປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ດີ. ດັ່ງນັ້ນ, ບໍ່ວ່າເຈົ້າຈະເບິ່ງຈາກມຸມໃດກໍຕາມ, ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະພິເສດກໍຕາມ, ວິທີທີ່ພຣະອົງປະຕິບັດຕໍ່ສະຖານະກໍບໍ່ຄືກັນກັບມະນຸດຄົນໃດທີ່ມີສະຖານະ. ເຖິງແມ່ນວ່າພຣະອົງຈະມີສະຖານະນີ້ກໍຕາມ, ໃນວຽກງານທີ່ພຣະອົງເຮັດ, ໃນຊີວິດປະຈຳວັນຂອງພຣະອົງ ແລະ ໃນຫຼັກການຂອງພຣະອົງສຳລັບວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນ, ພຣະອົງພຽງແຕ່ກຳລັງປະຕິບັດຄວາມຮັບຜິດຊອບຂອງພຣະອົງໃຫ້ສຳເລັດເທົ່ານັ້ນ. ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງເອງແລ້ວ, ພຣະອົງກຳລັງປະຕິບັດພັນທະກິດຂອງພຣະອົງ ແລະ ສຳລັບມະນຸດຊາດແລ້ວ, ພຣະອົງກຳລັງປະຕິບັດຄວາມຮັບຜິດຊອບຂອງພຣະອົງໃຫ້ສຳເລັດ. ພຣະອົງປະຕິບັດຄວາມຮັບຜິດຊອບຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕໍ່ມະນຸດຊາດໃຫ້ສຳເລັດ ບົນພື້ນຖານຂອງການມີສະຖານະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ໃນດ້ານໜຶ່ງ, ຄວາມຮັບຜິດຊອບຂອງພຣະອົງຕໍ່ມະນຸດຊາດແມ່ນການສະໜອງຄວາມຈິງທີ່ມະນຸດຕ້ອງການຫຼາຍທີ່ສຸດໃນແງ່ຂອງຊີວິດຂອງພວກເຂົາ; ໃນອີກດ້ານໜຶ່ງ, ກໍແມນເພື່ອຕື່ມເຕັມສິ່ງທີ່ພວກເຂົາຂາດແຄນໃນແງ່ຂອງຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ, ເພື່ອຊີ້ແນະຜູ້ຄົນ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຕາມຫຼັກການທີ່ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ນີ້ຄືຄວາມຮັບຜິດຊອບທີ່ເຮົາຄວນປະຕິບັດໃຫ້ສຳເລັດ. ແຕ່ເມື່ອບາງຄົນໄດ້ຍິນເຮົາເວົ້າສິ່ງເຫຼົ່ານີ້, ພວກເຂົາກໍຄິດໃນໃຈວ່າ: “ພວກເຮົາທຸກຄົນລ້ວນແຕ່ເປັນຜູ້ໃຫຍ່ແລ້ວ ແລະ ພວກເຮົາກໍເຂົ້າໃຈທຸກສິ່ງເຫຼົ່ານີ້ທີ່ເກີດຂຶ້ນໃນຊີວິດປະຈຳວັນຂອງພວກເຮົາ. ພວກເຮົາຈຳເປັນຕ້ອງການການຊີ້ແນະຂອງພຣະອົງແທ້ໆບໍ?” ເຖິງແມ່ນວ່າພວກເຈົ້າທຸກຄົນຈະເປັນຜູ້ໃຫຍ່ແລ້ວ, ພວກເຈົ້າກໍຍັງສະແດງໃຫ້ເຫັນເຖິງຂໍ້ບົກຜ່ອງຫຼາຍເກີນໄປໃນຊີວິດປະຈຳວັນຂອງພວກເຈົ້າ ແລະ ພວກເຈົ້າຍັງຫ່າງໄກຈາກມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິຫຼາຍ. ໂດຍບໍ່ຕ້ອງເວົ້າເຖິງເລື່ອງອື່ນເລີຍ, ມັນກໍຍາກພໍແລ້ວສຳລັບພວກເຈົ້າທີ່ຈະກິນອາຫານຢ່າງມີສຸຂະພາບດີ ແລະ ເໝາະສົມໃນຊີວິດປະຈຳວັນຂອງພວກເຈົ້າ. ບາງເທື່ອ, ເມື່ອເຮົາບັງເອີນເຫັນວ່າພວກເຈົ້າມີບັນຫາໃນເລື່ອງນີ້, ເຮົາກໍໃຫ້ການຊີ້ແນະເລັກນ້ອຍ ແລະ ໃຫ້ຄຳແນະນຳບາງຢ່າງເພື່ອໃຫ້ພວກເຈົ້າໄດ້ພິຈາລະນາເບິ່ງ. ຍິ່ງໄປກວ່ານັ້ນ, ເມື່ອເວົ້າເຖິງວິທີທີ່ພວກເຈົ້າຈັດການກັບເລື່ອງທີ່ກ່ຽວຂ້ອງກັບຊີວິດມະນຸດ, ຖ້າເຮົາເຫັນ ຫຼື ໄດ້ຍິນວ່າພວກເຈົ້າມີບັນຫາໃນເລື່ອງນີ້ ຫຼື ເຮົາໄດ້ສຳຜັດກັບບັນຫາເຫຼົ່ານັ້ນຂອງພວກເຈົ້າ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະໃຫ້ຄຳແນະນຳບາງຢ່າງແກ່ພວກເຈົ້າເຊັ່ນກັນ, ຊ່ວຍພວກເຈົ້າກວດສອບສິ່ງຕ່າງໆ, ແກ້ໄຂມຸມມອງ ແລະ ການປະຕິບັດທີ່ຜິດພາດຂອງພວກເຈົ້າ, ໃຫ້ຫຼັກການບາງຢ່າງແກ່ພວກເຈົ້າ ແລະ ບອກພວກເຈົ້າເຖິງວິທີປະພຶດຕົນ ແລະ ວິທີຈັດການກັບເລື່ອງເຫຼົ່ານີ້. ເຖິງແມ່ນວ່າມີບາງເລື່ອງພິເສດທີ່ເຮົາບໍ່ເຄີຍມີປະສົບການ ຫຼື ຈັດການມາກ່ອນກໍຕາມ, ເມື່ອເຮົາພົບພໍ້ກັບສິ່ງດັ່ງກ່າວ, ເຮົາກໍສາມາດຈັບໃຈຄວາມຫຼັກການໄດ້. ເຮົາຮູ້ວ່າຕ້ອງເຮັດຫຍັງ; ເຮົາຈະຊ່ວຍພວກເຈົ້າກວດສອບສິ່ງຕ່າງໆ ພ້ອມທັງໃຫ້ການຕັກເຕືອນ ແລະ ຄຳແນະນຳບາງຢ່າງແກ່ພວກເຈົ້າ, ເພື່ອໃຫ້ພວກເຈົ້າສາມາດກະທຳຕາມຫຼັກການ ແລະ ມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິໃນເລື່ອງຕ່າງໆທີ່ເກີດຂຶ້ນໃນຊີວິດ. ຢ່າເຮັດຜິດຕໍ່ມະໂນທຳຂອງພວກເຈົ້າ ແລະ ຢ່າຂ້າມຂອບເຂດຂອງສິນທຳ. ພວກເຈົ້າຕ້ອງມີເຫດຜົນໃນສິ່ງທີ່ພວກເຈົ້າເຮັດ; ຢ່າປະພຶດຕົນແບບບໍ່ມີລະບຽບຄືກັບຜູ້ບໍ່ມີຄວາມເຊື່ອ, ແຕ່ຈົ່ງປະຕິບັດຕາມກົດລະບຽບ, ຈັດການເລື່ອງຕ່າງໆໂດຍອີງໃສ່ຫຼັກການພື້ນຖານທີ່ສຸດຂອງການບໍ່ເຮັດຜິດຕໍ່ມະໂນທຳຂອງພວກເຈົ້າ ຫຼື ຂ້າມຂອບເຂດຂອງສິນທຳ. ເມື່ອເຮົາເຫັນສິ່ງເຫຼົ່ານີ້, ເຮົາກໍຈະໃຫ້ຄຳແນະນຳແກ່ພວກເຈົ້າ ແລະ ຊ່ວຍພວກເຈົ້າກວດສອບສິ່ງຕ່າງໆ, ຈັດລະບຽບສິ່ງຈຳເປັນພື້ນຖານໃນຊີວິດປະຈຳວັນຂອງພວກເຈົ້າ. ສິ່ງນີ້ເປັນປະໂຫຍດສຳລັບພວກເຈົ້າໃນການຈັດລະບຽບພຶດຕິກຳຂອງພວກເຈົ້າ ພ້ອມທັງມະໂນທຳ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຂອງພວກເຈົ້າ. ບາງຄົນອາດຈະເວົ້າວ່າ: “ພຣະອົງບໍ່ໄດ້ມີການສຶກສາສູງ, ພຣະອົງບໍ່ໄດ້ມີສ່ວນຮ່ວມໃນຫຼາຍເລື່ອງໃນໂລກພາຍນອກ ແລະ ພຣະອົງກໍບໍ່ເຂົ້າໃຈກົດລະບຽບຂອງເກມໃນສັງຄົມ. ສິ່ງໃດທີ່ໃຫ້ສິດແກ່ພຣະອົງໃນການມາຈັດລະບຽບພວກເຮົາ?” ເຮົາເວົ້າວ່າ ເຮົາມີຄຸນສົມບັດຢ່າງແທ້ຈິງທີ່ຈະຈັດລະບຽບເຈົ້າ. ເຖິງແມ່ນວ່າເຮົາຈະບໍ່ໄດ້ມີສ່ວນຮ່ວມໃນສິ່ງເຫຼົ່ານັ້ນຢູ່ພາຍນອກກໍຕາມ, ເມື່ອເວົ້າເຖິງເສັ້ນທາງທີ່ຄົນເຮົາຍ່າງ, ການໄລ່ຕາມເສາະຫາຂອງຄົນເຮົາ ແລະ ເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ເຮົາສາມາດຊ່ວຍພວກເຈົ້າໃນສິ່ງເຫຼົ່ານີ້ໄດ້. ເຮົາຮູ້ຫຼັກການ ແລະ ເຮົາຮູ້ວ່າຂອບເຂດສຳລັບການປະພຶດຕົນຂອງຄົນເຮົາຄວນຢູ່ບ່ອນໃດ. ເຮົາຮູ້ຢ່າງຊັດເຈນໃນໃຈຂອງເຮົາວ່າ ເຈົ້າໄດ້ຂ້າມຂອບເຂດນີ້ ຫຼື ລະເມີດຫຼັກການ ຫຼື ບໍ່. ເຮົາຮູ້, ແຕ່ເຈົ້າບໍ່ຮູ້. ເປັນຫຍັງເຈົ້າຈຶ່ງບໍ່ຮູ້ເລື່ອງນີ້? ເພາະວ່າເຈົ້າດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ໄດ້ຮັບອິດທິພົນຢ່າງເລິກເຊິ່ງຈາກກະແສທີ່ຊົ່ວຮ້າຍຕ່າງໆຂອງໂລກ. ຍິ່ງໄປກວ່ານັ້ນ, ຄົນສ່ວນໃຫຍ່ບໍ່ມີມະໂນທຳ ແລະ ເຫດຜົນທີ່ດີ, ດັ່ງນັ້ນ ພວກເຂົາຈຶ່ງມັກເອົາປຽບຢູ່ສະເໝີ, ພະຍາຍາມເປັນຄົນຫຼົບຫຼີກ ແລະ ສວຍໂອກາດໃຊ້ທາງລັດ ພ້ອມທັງສວຍໃຊ້ຊ່ອງໂຫວ່ຢູ່ສະເໝີ. ພວກເຂົາເຖິງຂັ້ນຫຼິ້ນແງ່ທາງກົດໝາຍເພື່ອເອົາປຽບ, ໂດຍຄິດຢູ່ສະເໝີກ່ຽວກັບວິທີເຮັດສິ່ງທີ່ໜ້າລັງກຽດ ແລະ ສົກກະປົກບາງຢ່າງ. ເມື່ອເຮົາເຫັນເຈົ້າຢາກເຮັດສິ່ງດັ່ງກ່າວ, ເຮົາກໍຈະໃຫ້ຄຳແນະນຳບາງຢ່າງແກ່ເຈົ້າ, ກວດສອບບາງຢ່າງໃຫ້ເຈົ້າ ແລະ ຕັກເຕືອນເຈົ້າໃຫ້ລະເວັ້ນຈາກການກະທຳແບບນັ້ນ. ຖ້າເຮົາບໍ່ຕັກເຕືອນເຈົ້າ ຫຼື ກວດສອບໃຫ້ເຈົ້າ, ເຈົ້າກໍຈະຮູ້ສຶກຢູ່ສະເໝີວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນມີເຫດຜົນ. ເຫດຜົນຂອງເຈົ້າມາຈາກໃສ? ມາຈາກຄວາມເຊື່ອຂອງເຈົ້າທີ່ວ່າ: “ຜູ້ບໍ່ມີຄວາມເຊື່ອລ້ວນແຕ່ເຮັດແບບນີ້, ແລ້ວເປັນຫຍັງພວກເຮົາຈຶ່ງເຮັດບໍ່ໄດ້? ເປັນຫຍັງພວກເຮົາຈຶ່ງຕ້ອງຍອມເສຍປຽບ?” ນັ້ນບໍ່ໄດ້ເອີ້ນວ່າຍອມເສຍປຽບ; ນັ້ນເອີ້ນວ່າການປະຕິບັດຕາມກົດລະບຽບ. ການປະຕິບັດຕາມຂອບເຂດຂອງມະໂນທຳເມື່ອປະພຶດຕົນແມ່ນສິ່ງທີ່ຄົນເຮົາຄວນເຮັດ; ນີ້ບໍ່ແມ່ນການຍອມເສຍປຽບ. ນີ້ຄືຫຼັກການຂອງເຮົາ. ເຈົ້າມັກຈະຢ້ານການເສຍປຽບຢູ່ສະເໝີ ແລະ ບໍ່ພຽງແຕ່ເທົ່ານັ້ນ, ແຕ່ເຈົ້າຍັງພະຍາຍາມເອົາປຽບ ແລະ ສວຍໃຊ້ຊ່ອງໂຫວ່ຢ່າງຫ້າວຫັນອີກດ້ວຍ. ສິ່ງນີ້ຕ້ອງການການຈັດລະບຽບ ແລະ ສິ່ງນີ້ຕ້ອງການການແກ້ໄຂ. ສະນັ້ນ, ເມື່ອເຮົາເຫັນຄົນໃດໜຶ່ງສະແດງສັນຍານຂອງການຈັດການສິ່ງຕ່າງໆດ້ວຍວິທີນີ້, ເຮົາກໍຟ້າວຕັກເຕືອນພວກເຂົາບໍ່ໃຫ້ເຮັດເຊັ່ນນັ້ນ; ການກະທຳແບບນັ້ນເປັນຕາໜ້າລັງກຽດ. ເຈົ້າຮູ້ສຶກພູມໃຈ ແລະ ພໍໃຈໃນໃຈຂອງເຈົ້າ ເມື່ອເຈົ້າໄດ້ປຽບເລັກນ້ອຍແບບນັ້ນ, ແຕ່ເຈົ້າຫັກຫຼັງຫຍັງແດ່ໃນການເຮັດເຊັ່ນນັ້ນ? ມັນຄືມະໂນທຳຂອງເຈົ້າ ແລະ ຄວາມສຸດຈະລິດຂອງເຈົ້າ, ເຊິ່ງເຮັດໃຫ້ເຈົ້າໄດ້ຮັບ “ຄຳຕິຊົມທີ່ບໍ່ດີ” ຈາກພຣະເຈົ້າ. ເຈົ້າຮູ້ບໍວ່າຄຳຕິຊົມທີ່ບໍ່ດີພຽງຄັ້ງດຽວນີ້ສາມາດຫັກລ້າງຄຸນງາມຄວາມດີໄດ້ຫຼາຍສໍ່າໃດ? ເຈົ້າບໍ່ຮູ້ ແລະ ເຈົ້າກໍບໍ່ຮູ້ສຶກເຖິງມັນ. ເພາະວ່າເຈົ້າບໍ່ຮູ້ ແລະ ບໍ່ມີຄວາມຮັບຮູ້ກ່ຽວກັບມັນ, ເຮົາຈຶ່ງຕ້ອງຕັກເຕືອນເຈົ້າ. ໃນຊ່ວງເວລາທີ່ສຳຄັນ ແລະ ໃນເລື່ອງທີ່ສຳຄັນ, ເຮົາຕ້ອງກ້າວອອກມາ ແລະ ບອກເຈົ້າບໍ່ໃຫ້ກະທຳແບບນັ້ນ, ວ່າເຈົ້າຕ້ອງປະຕິບັດຕາມກົດລະບຽບ ແລະ ບໍ່ເອົາປຽບ. ໃນເລື່ອງເຫຼົ່ານີ້, ເຮົາບໍ່ໄດ້ໃຊ້ສະຖານະຂອງເຮົາເພື່ອບີບຄັ້ນເຈົ້າ, ແຕ່ເຮົາກຳລັງໂອ້ລົມຫຼັກການກັບເຈົ້າ, ຊ່ວຍເຈົ້າຈັດລະບຽບພຶດຕິກຳຂອງເຈົ້າ, ເຮັດໃຫ້ມະໂນທຳຂອງເຈົ້ານັ້ນຕື່ນຕົວ, ເຮັດໃຫ້ເຈົ້າມີມາດຕະຖານຂອງມະໂນທຳ ແລະ ຄວາມມີເຫດຜົນ ພ້ອມທັງໃຫ້ເຈົ້າເຫັນວ່າເປົ້າໝາຍ ແລະ ທິດທາງທີ່ຖືກຕ້ອງໃນຊີວິດຂອງຄົນເຮົາຄວນເປັນແນວໃດ. ຈາກນັ້ນ, ເມື່ອເຈົ້າຄິດທີ່ຈະກະທຳແບບນັ້ນອີກຄັ້ງ, ເຈົ້າກໍຈະບໍ່ສາມາດເຮັດໃຫ້ມັນສອດຄ່ອງກັບມະໂນທຳຂອງເຈົ້າໄດ້; ໜ້າຂອງເຈົ້າຈະແດງຂຶ້ນ ແລະ ຄວາມຄິດທີ່ຈະເຮັດບາງສິ່ງແບບນັ້ນຈະເຮັດໃຫ້ເຈົ້າຮູ້ສຶກອັບອາຍ. ດ້ວຍວິທີນີ້, ຈຸດປະສົງຂອງເຮົາໃນການບອກເຈົ້າເລື່ອງນີ້ກໍບັນລຸຜົນ ແລະ ມັນກໍໄດ້ຮັບຜົນຕາມທີ່ຕັ້ງໃຈໄວ້. ນີ້ຄືສິ່ງທີ່ເອີ້ນວ່າການຈັດລະບຽບ.
ໂດຍທົ່ວໄປແລ້ວ ເຮົາບໍ່ເຂົ້າໄປແຊກແຊງໃນເລື່ອງເລັກໆນ້ອຍໆທີ່ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ແຕ່ສຳລັບບາງເລື່ອງທີ່ກ່ຽວຂ້ອງກັບສະຫວັດດີພາບທາງຮ່າງກາຍ ແລະ ຈິດໃຈຂອງປະຊາກອນທີ່ພຣະເຈົ້າເລືອກ, ເຮົາກໍເວົ້າສອງສາມຄຳ ແລະ ໃຫ້ຄຳແນະນຳບາງຢ່າງເປັນບາງຄັ້ງຄາວ. ດັ່ງນັ້ນ, ໃນອັດຕະລັກໃດ ແລະ ດ້ວຍສະຖານະປະເພດໃດ ທີ່ເຮົາເຂົ້າໄປແຊກແຊງໃນເລື່ອງເຫຼົ່ານີ້? ໃນຖານະພໍ່ແມ່ບໍ? ຫົວໜ້າຕະກູນບໍ? ຜູ້ລ້ຽງແກະບໍ? ຜູ້ນຳບໍ? ຫຼື ໃນຖານະເຈົ້ານາຍຂອງເຈົ້າບໍ? ເຮົາບໍ່ຄິດວ່າມັນເປັນສະຖານະໃດໜຶ່ງໃນສິ່ງເຫຼົ່ານີ້. ແລ້ວເຮົາມີບົດບາດຫຍັງໃນເລື່ອງດັ່ງກ່າວ? ກ່ອນອື່ນໝົດ, ບໍ່ມີການແບ່ງແຍກສະຖານະ; ເຮົາເວົ້າ ແລະ ກະທຳດ້ວຍຄວາມຮັບຜິດຊອບ. ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຕາບໃດທີ່ເຮົາສັງເກດເຫັນ ແລະ ຮັບຮູ້ເຖິງສິ່ງນັ້ນ, ເຮົາກໍຈະນຳພາເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ, ເຮັດໃຫ້ເຈົ້າສາມາດກະທຳຕາມມະໂນທຳຂອງເຈົ້າ ໂດຍອີງໃສ່ເຂດແດນທີ່ເປັນພື້ນຖານ ແລະ ສຳຄັນທີ່ສຸດນີ້, ເຊິ່ງຈະຈັດລະບຽບພຶດຕິກຳຂອງເຈົ້າ, ແກ້ໄຂເຈດຕະນາຂອງເຈົ້າໃຫ້ຖືກຕ້ອງ, ເຮັດໃຫ້ເຈົ້າສາມາດສ້າງທັດສະນະຄະຕິທີ່ຖືກຕ້ອງຕໍ່ຊີວິດ ພ້ອມທັງຈັດການກັບສິ່ງປະເພດນີ້ ແລະ ເບິ່ງບັນຫາປະເພດນີ້ຈາກຈຸດຢືນ ແລະ ມຸມມອງທີ່ຖືກຕ້ອງ. ເຮົາຈະຊ່ວຍກວດສອບສິ່ງຕ່າງໆໃຫ້ເຈົ້າ. ເຖິງແມ່ນວ່າໃນຂະນະທີ່ເຮົາກວດສອບສິ່ງຕ່າງໆໃຫ້ເຈົ້າ, ເຈົ້າຈະຮູ້ສຶກວ່າຄວາມເຄົາລົບຕົນເອງ ແລະ ໜ້າຕາຂອງເຈົ້າໄດ້ຮັບຄວາມກະທົບກະເທືອນກໍຕາມ, ແຕ່ເຮົາກໍບໍ່ໄດ້ເອົາໃຈເຈົ້າ ຫຼື ປະຈົບປະແຈງເຈົ້າ; ເຮົາຊ່ວຍເຈົ້າດ້ວຍຄວາມຮັບຜິດຊອບທີ່ມີຕໍ່ເຈົ້າ, ໂດຍຢືນຢູ່ບົນຈຸດຢືນທີ່ເທົ່າທຽມກັນກັບເຈົ້າ. ເຈົ້າຄິດແນວໃດກັບວິທີການນີ້? (ມັນດີ). ເຮົາບໍ່ໄດ້ເວົ້າແນວຄວາມຄິດທີ່ຟັງເບິ່ງຄືສູງສົ່ງກັບເຈົ້າ ແລະ ເຮົາກໍບໍ່ໄດ້ຮ້ອງຄຳຂວັນ, ເຮົາພຽງແຕ່ບອກເຈົ້າເຖິງວິທີເຮັດສິ່ງໃດໜຶ່ງ ແລະ ວິທີເຮັດມັນຢ່າງເໝາະສົມ, ໂດຍອະທິບາຍຂໍ້ດີ ແລະ ຂໍ້ເສຍໃຫ້ເຈົ້າຟັງຢ່າງຊັດເຈນ. ຈາກມຸມມອງຂອງເຈົ້າ, ຄຳເວົ້າທີ່ເຮົາເວົ້ານັ້ນຮຽບງ່າຍ ແລະ ທຳມະດາ. ພວກມັນເປັນພຽງພາສາທຳມະດາ, ບໍ່ໄດ້ປະກອບດ້ວຍຄວາມຮູ້, ປັດຊະຍາ ຫຼື ທິດສະດີທີ່ເລິກເຊິ່ງໃດໆ. ແຕ່ຫຼັງຈາກທີ່ຟັງພວກມັນແລ້ວ, ເຈົ້າກໍມີເສັ້ນທາງ ແລະ ຮູ້ວ່າຈະຕ້ອງປະຕິບັດແນວໃດ. ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະພິເສດໃນສາຍຕາຂອງຜູ້ຄົນກໍຕາມ ແລະ ເຖິງແມ່ນວ່າມັນຈະເປັນສະຖານະທີ່ສູງສົ່ງຫຼາຍກໍຕາມ, ຂອບເຂດໃນສິ່ງທີ່ພຣະອົງເຮັດກໍບໍ່ໄດ້ຖືກຈຳກັດໂດຍສະຖານະທີ່ສູງສົ່ງນີ້. ໃນທາງກົງກັນຂ້າມ, ພຣະອົງໃສ່ໃຈທຸກສິ່ງ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍກໍຕາມ. ບໍ່ວ່າເຈົ້າຈະມີບັນຫາ ຫຼື ຄວາມຫຍຸ້ງຍາກປະເພດໃດກໍຕາມ, ຕາບໃດທີ່ເຮົາສັງເກດເຫັນ, ເຮົາກໍຈະລົມກັບເຈົ້າກ່ຽວກັບເລື່ອງເຫຼົ່ານັ້ນ ແລະ ເຮົາຈະບໍ່ວາງຕົວເໜືອກວ່າ; ຖ້າເຈົ້າເຕັມໃຈທີ່ຈະຮັບຟັງ, ກໍຈົ່ງຟັງ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະຮັບຟັງ, ເຮົາກໍຈະບໍ່ບັງຄັບເຈົ້າ. ຖ້າມັນເປັນເລື່ອງສຳຄັນ, ເຊິ່ງກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ແລະ ຫຼັກການຄວາມຈິງ, ເຮົາກໍຈະບອກເຈົ້າເຖິງວິທີປະຕິບັດ ແລະ ເຮົາຈະຕິດຕາມໃນພາຍຫຼັງ; ຖ້າມັນເປັນເລື່ອງໃນຊີວິດສ່ວນຕົວຂອງເຈົ້າ, ເຮົາກໍຈະລົມກັບເຈົ້າແບບເປີດໃຈ, ໂດຍແບ່ງປັນມຸມມອງຂອງເຮົາຈາກໃຈຈິງ ໂດຍບໍ່ເວົ້າແນວຄວາມຄິດທີ່ຟັງເບິ່ງຄືສູງສົ່ງ, ຖ້າເຈົ້າເຕັມໃຈທີ່ຈະຮັບຟັງ, ເຈົ້າກໍສາມາດຍອມຮັບມັນໄດ້ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະຮັບຟັງ, ເຮົາກໍຈະບໍ່ຕຳໜິເຈົ້າ ຫຼື ບີບຄັ້ນເຈົ້າ. ຖ້າເຈົ້າສາມາດຍອມຮັບມັນໄດ້, ເຮົາກໍຈະເຫັນວ່າເຈົ້າເປັນຄົນດີທີ່ສາມາດຍອມຮັບຄຳເວົ້າທີ່ຖືກຕ້ອງ ແລະ ເໝາະສົມໄດ້ ແລະ ຈາກນັ້ນກໍຈະເຕັມໃຈທີ່ຈະເວົ້າກັບເຈົ້າຫຼາຍຂຶ້ນ; ຖ້າເຮົາເຫັນວ່າເຈົ້າບໍ່ຍອມຮັບຄຳເວົ້າທີ່ຖືກຕ້ອງ ແລະ ຈະບໍ່ຟັງສິ່ງທີ່ເຮົາເວົ້າ, ແລ້ວເຮົາກໍຈະບໍ່ເວົ້າກັບເຈົ້າໃນອະນາຄົດ ຫຼື ເຮົາຈະເວົ້າກັບເຈົ້າໜ້ອຍລົງ. ເຮົາມີທາງເລືອກຂອງເຮົາເອງ ແລະ ຫຼັກການຂອງເຮົາເອງໃນການຄົບຫາກັບຜູ້ຄົນ. ພວກເຈົ້າຄິດວ່າເຮົາເວົ້າ ແລະ ກະທຳຄືກັບຄົນທີ່ມີສະຖານະບໍ? (ບໍ່). ຕົວຢ່າງເຊັ່ນ: ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ບໍ່ວ່າຈະມີຄົນສາມສິບຫາຫ້າສິບຄົນ ຫຼື ແປດສິບຫາໜຶ່ງຮ້ອຍຄົນກໍຕາມ, ເຮົາກໍບໍ່ເຄີຍໃຊ້ໄມໂຄຣໂຟນເລີຍ; ເຮົາພຽງແຕ່ເວົ້າໂດຍກົງ ແລະ ຜູ້ຄົນກໍສາມາດໄດ້ຍິນເຮົາ. ໃນປັດຈຸບັນນີ້, ໃນບາງສະຖານທີ່, ເຖິງແມ່ນວ່າຈະມີຄົນພຽງແຕ່ຊາວ ຫຼື ສາມສິບຄົນໃນການເຕົ້າໂຮມກໍຕາມ, ຜູ້ເວົ້າບາງຄົນກໍຍັງໃຊ້ໄມໂຄຣໂຟນ, ສິ່ງນັ້ນຈຳເປັນບໍ? ຄຳເວົ້າທີ່ເຈົ້າເວົ້ານັ້ນເປັນການເສີມສ້າງຄົນອື່ນໃນທາງໃດທາງໜຶ່ງບໍ? ແຕ່ເຈົ້າກໍຍັງຕ້ອງໃຊ້ໄມໂຄຣໂຟນເພື່ອເວົ້າ, ນັ້ນບໍ່ແມ່ນການວາງມາດບໍ? ນັ້ນຄືການຮຽນແບບເຈົ້າໜ້າທີ່ທາງໂລກ. ເຈົ້າເຫັນບໍ, ເຮົາກໍມັກຈະລົມ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆເຊັ່ນກັນ; ບາງຄັ້ງ, ພວກເຮົາກໍພຽງແຕ່ນັ່ງລົມກັນຢູ່ໃນເດີ່ນ, ໂດຍມີຄົນປະມານຊາວຄົນຢູ່ທີ່ນັ້ນ. ມີສຽງລົບກວນຢູ່ອ້ອມຂ້າງ ແຕ່ທຸກຄົນກໍໄດ້ຍິນເຮົາຢ່າງຊັດເຈນ ໂດຍທີ່ເຮົາບໍ່ໄດ້ໃຊ້ໄມໂຄຣໂຟນ. ສິ່ງໃດກໍຕາມທີ່ຈຳເປັນຕ້ອງໄດ້ຮັບການໂອ້ລົມ ກໍໄດ້ຮັບການໂອ້ລົມຢ່າງຊັດເຈນ ແລະ ບໍ່ມີຫຍັງຖືກເຮັດໃຫ້ຊັກຊ້າ. ມັນຍັງຈຳເປັນຕ້ອງໃຊ້ໄມໂຄຣໂຟນຢູ່ບໍ? ຈະເຮັດພິທີການດັ່ງກ່າວໄປເພື່ອຫຍັງ? ນັ້ນຄືປະເພນີທາງໂລກ; ທຸກຄົນມັກຈະສະແດງອອກຢ່າງຍິ່ງໃຫຍ່ ແລະ ວາງມາດ ພ້ອມທັງພິຖີພິຖັນກ່ຽວກັບຄວາມສະຫງ່າງາມ ແລະ ການໂອ້ອວດ. ຖ້າຄົນທຳມະດາສາມາດກະທຳແບບນີ້ໄດ້, ແລ້ວຖ້າຄົນໃດໜຶ່ງມີສະຖານະເລັກໜ້ອຍ, ພວກເຂົາກໍຈະຄິດວ່າຕົນເອງສຳຄັນທີ່ສຸດໃນໂລກ, ແມ່ນບໍ? ຈຸດປະສົງຂອງເຮົາໃນການບອກພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້ກໍເພື່ອໃຫ້ພວກເຈົ້າຮູ້ຂໍ້ເທັດຈິງຂໍ້ໜຶ່ງຄື: ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະໃນສາຍຕາຂອງມະນຸດກໍຕາມ, ຄວາມຮູ້ສຶກຂອງເຮົາກ່ຽວກັບສະຖານະນີ້ແມ່ນແຕກຕ່າງຈາກຄວາມຮູ້ສຶກຂອງພວກເຈົ້າ. ເຮົາພຽງແຕ່ຮູ້ສຶກວ່າເຮົາເປັນຄົນທຳມະດາ, ການລົມກັບພວກເຈົ້າ ແລະ ການໂອ້ລົມຄວາມຈິງກໍຄືການປະຕິບັດຄວາມຮັບຜິດຊອບຂອງເຮົາໃຫ້ສຳເລັດ. ແລ້ວເຮົາຮຽກຮ້ອງຫຍັງຈາກພວກເຈົ້າ? ກໍແມ່ນເພື່ອໃຫ້ພວກເຈົ້າສາມາດຍອມຮັບສິ່ງທີ່ເປັນບວກ, ຍອມຮັບຄວາມຈິງ ແລະ ເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ; ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຈົ້າເຮັດສິ່ງໃດເພີ່ມເຕີມ. ໜຶ່ງ, ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຈົ້າກົ້ມຂາບລົງເພື່ອນະມັດສະການ; ສອງ, ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຈົ້າທັກທາຍເຮົາດ້ວຍວິທີທີ່ປະຈົບປະແຈງເມື່ອພວກເຮົາພົບກັນ, ການປະພຶດຕົວແບບປົກກະຕິ ແລະ ເປັນທຳມະຊາດກໍພຽງພໍແລ້ວ. ມັນຈຳເປັນ ທີ່ສະມາຊິກໃນຄອບຄົວຕ້ອງທັກທາຍກັນຢູ່ສະເໝີເມື່ອພວກເຂົາພົບກັນບໍ? ຖ້າພວກເຂົາບໍ່ຄ່ອຍໄດ້ພົບກັນ, ມັນກໍເປັນເລື່ອງປົກກະຕິທີ່ຈະທັກທາຍກັນເມື່ອພວກເຂົາບັງເອີນພົບກັນ; ນີ້ຄືການມີມາລະຍາດ ແລະ ມັນເປັນສິ່ງທີ່ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຄວນມີ, ແມ່ນແຕ່ສັດກໍຍັງຮູ້ຈັກທັກທາຍກັນ, ແຮງໄກທີ່ມະນຸດຈະບໍ່ຮູ້! ເຖິງຢ່າງໃດກໍຕາມ, ມັນບໍ່ຈຳເປັນເລີຍທີ່ເຈົ້າຈະຕ້ອງກົ້ມຫົວປະຈົບປະແຈງ ແລະ ຖາມຢ່າງສຸພາບວ່າເຮົາສະບາຍດີບໍເມື່ອເຈົ້າເຫັນເຮົາ ພຽງເພາະວ່າເຮົາມີສະຖານະ. ນີ້ຄືພິທີການທີ່ບໍ່ຈຳເປັນ ແລະ ມັນບໍ່ແມ່ນສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າ. ຂໍ້ກຳນົດຂອງເຮົາສຳລັບພວກເຈົ້າແມ່ນສົມເຫດສົມຜົນ ແລະ ເໝາະສົມຫຼາຍ. ຖ້າພວກເຈົ້າມີຄວາມເປັນມະນຸດທີ່ປົກກະຕິ, ຮັກຄວາມຈິງ ພ້ອມທັງໄລ່ຕາມເສາະຫາຄວາມຈິງ, ພວກເຈົ້າກໍຈະສາມາດບັນລຸຂໍ້ກຳນົດທັງໝົດເຫຼົ່ານີ້ໄດ້, ເພາະວ່າຂໍ້ກຳນົດເຫຼົ່ານີ້ບໍ່ໄດ້ວ່າງເປົ່າ ຫຼື ສູງສົ່ງເລີຍ; ພວກມັນລ້ວນແຕ່ເປັນສິ່ງທີ່ຄົນປົກກະຕິກໍສາມາດບັນລຸໄດ້. ຖ້າພວກເຈົ້າເຂົ້າໃຈ ແລະ ຢັ່ງຮູ້ຄວາມຈິງດ້ານຕ່າງໆທີ່ເຮົາໄດ້ໂອ້ລົມກັບພວກເຈົ້າຕະຫຼອດຫຼາຍປີທີ່ຜ່ານມາ ແລະ ມີຄວາມຮູ້ຈາກປະສົບການ ພ້ອມທັງການເຂົ້າສູ່ຊີວິດ, ແລ້ວພວກເຈົ້າກໍຈະສາມາດກະທຳຕາມຫຼັກການຄວາມຈິງໄດ້ ເມື່ອມີສິ່ງຕ່າງໆທຸກປະເພດເກີດຂຶ້ນກັບພວກເຈົ້າ. ພວກເຈົ້າຈະສາມາດປະຕິບັດຕາມຫຼັກການຄວາມຈິງໃນວິທີທີ່ພວກເຈົ້າປະຕິບັດຕໍ່ຜູ້ຄົນ, ວຽກງານຂອງພວກເຈົ້າ, ໜ້າທີ່ຂອງພວກເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນຳປອມ, ການຮ່ວມມືຢ່າງກົມກຽວ, ສິ່ງຕ່າງໆທຸກປະເພດທີ່ບໍ່ຖືກໃຈພວກເຈົ້າ ແລະ ອື່ນໆອີກຫຼາຍຢ່າງ, ນີ້ຄືສິ່ງທີ່ຮຽກຮ້ອງຈາກພວກເຈົ້າ. ຂໍ້ກຳນົດທີ່ເຮົາຕັ້ງໄວ້ສຳລັບພວກເຈົ້າລ້ວນແຕ່ເປັນສິ່ງທີ່ຢູ່ໃນຂອບເຂດທີ່ພວກເຈົ້າສາມາດບັນລຸໄດ້ໃນຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກທີ່ເຮົາເວົ້າຈົບແລ້ວ, ເຮົາຮຽກຮ້ອງໃຫ້ພວກເຈົ້າປະຕິບັດຕາມຄຳເວົ້າເຫຼົ່ານີ້ ເພື່ອບັນລຸຜົນທີ່ຄວນບັນລຸ.
ບາງຄົນໄດ້ຟັງຄຳເທດສະໜາມາຫຼາຍປີແລ້ວ ແຕ່ບໍ່ເຄີຍຖວາຍເຄື່ອງຖວາຍເລີຍ. ເຮືອນຂອງພຣະເຈົ້າໄດ້ບີບບັງຄັບເລື່ອງນີ້ບໍ? ບໍ່, ບໍ່ໄດ້ບີບບັງຄັບ. ເຮົາກໍບໍ່ເຄີຍສອບຖາມວ່າໃຜບໍ່ເຄີຍຖວາຍເຄື່ອງຖວາຍເລີຍ ຫຼື ໃຜທີ່ມັກຈະຂໍຄ່າໃຊ້ຈ່າຍໃນການດຳລົງຊີວິດຈາກເຮືອນຂອງພຣະເຈົ້າຢູ່ສະເໝີ. ເຮົາບໍ່ໄດ້ສອບຖາມກ່ຽວກັບເລື່ອງເຫຼົ່ານີ້ ແລະ ເຮົາກໍບໍ່ໄດ້ໃສ່ໃຈພວກມັນເຊັ່ນກັນ. ສິ່ງທີ່ເຮົາໃສ່ໃຈກໍຄື ວິທີທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າສາມາດຈ່າຍລາຄາໄດ້ ຫຼື ບໍ່ ແລະ ເຈົ້າສາມາດຍອມຮັບຄຳແນະນຳທີ່ຖືກຕ້ອງໄດ້ ຫຼື ບໍ່; ເມື່ອມີສິ່ງຕ່າງໆເກີດຂຶ້ນກັບເຈົ້າ ເຈົ້າສາມາດກະບົດຕໍ່ຕົນເອງ ແລະ ປ່ອຍວາງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າໄດ້ ຫຼື ບໍ່; ເມື່ອເຈົ້າມີສະຖານະແລ້ວ ເຈົ້າສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳໄດ້ ຫຼື ບໍ່; ເມື່ອເຮັດສິ່ງຕ່າງໆ ເຈົ້າສະແຫວງຫາຫຼັກການ ແລະ ມີຫຼັກການຢູ່ໃນໃຈຂອງເຈົ້າ ຫຼື ບໍ່; ໃນເລື່ອງທີ່ເຈົ້າບໍ່ເຂົ້າໃຈຫຼັກການ ເຈົ້າຈະກະທຳຕາມຄວາມປະສົງຂອງເຈົ້າເອງ ຫຼື ບໍ່; ເຈົ້າສາມາດຍອມຮັບມັນ, ຮູ້ສຶກສຳນຶກຜິດ ແລະ ຫັນປ່ຽນຕົນເອງໄດ້ ຫຼື ບໍ່ ເມື່ອມີຄົນຊີ້ໃຫ້ເຫັນ ຫຼັງຈາກທີ່ເຈົ້າໄດ້ເຮັດຕາມໃຈຕົນເອງ; ເຈົ້າຈະກຽດຊັງ, ກົດຂີ່ ຫຼື ທໍລະມານຜູ້ທີ່ຕຳໜິເຈົ້າ ຫຼື ບໍ່; ມາດຕະຖານທີ່ກຳນົດຂອງເຈົ້າກ່ຽວກັບເລື່ອງທີ່ຢູ່ໃນຂອບເຂດຊີວິດມະນຸດທີ່ປົກກະຕິແມ່ນຫຍັງ, ເຊິ່ງກໍຄືການເວົ້າ ແລະ ການກະທຳ ພ້ອມທັງສິ່ງຈຳເປັນພື້ນຖານສຳລັບການດຳລົງຊີວິດ ແລະ ເຈົ້າມີຂອບເຂດ ຫຼື ບໍ່. ເຮົາໃສ່ໃຈເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ, ຫຼັກການໃນການປະພຶດຕົນຂອງຄົນເຮົາ, ທັດສະນະຄະຕິຕໍ່ຊີວິດຂອງຄົນເຮົາ ແລະ ເສັ້ນທາງທີ່ຄົນເຮົາຍ່າງ. ນອກຈາກນີ້, ເຮົາຍັງສອບຖາມ ແລະ ກວດສອບເລື່ອງທີ່ກ່ຽວຂ້ອງກັບເຄື່ອງຖວາຍອີກດ້ວຍ. ເມື່ອເຮັດວຽກງານທີ່ກ່ຽວຂ້ອງກັບການໃຊ້ຈ່າຍເຄື່ອງຖວາຍ, ຖ້າຜູ້ນຳຄົນໃດບໍ່ຍຶດໝັ້ນໃນຫຼັກການ ແຕ່ພັດໃຊ້ຈ່າຍຢ່າງຟຸມເຟືອຍ, ມີສ່ວນຮ່ວມໃນການກະທຳທີ່ສິ້ນເປືອງເຄື່ອງຖວາຍ, ຫຼັງຈາກທີ່ຖືກເປີດໂປງ ແລະ ຖືກລິຮານແລ້ວ ລາວກໍບໍ່ມີຄວາມສຳນຶກຜິດໃດໆ, ທັງບໍ່ສາລະພາບບາບ ແລະ ກັບໃຈ, ບໍ່ພຽງແຕ່ປະຕິເສດທີ່ຈະຊົດເຊີຍຄວາມເສຍຫາຍເທົ່ານັ້ນ ແຕ່ຍັງພະຍາຍາມໂຕ້ຖຽງ ແລະ ແກ້ຕົວອີກດ້ວຍ, ເຊິ່ງບາງຄົນໃນພວກເຂົາເຖິງຂັ້ນປອມແປງສິ່ງຕ່າງໆ ແລະ ສ້າງຫຼັກຖານປອມຂຶ້ນມາ ຫຼື ໃນກໍລະນີທີ່ຮ້າຍແຮງກໍເຖິງຂັ້ນທຳລາຍຫຼັກຖານ ແລະ ອື່ນໆ, ເຮົາກໍຈະສອບຖາມ ແລະ ກວດສອບເລື່ອງເຫຼົ່ານີ້. ເລື່ອງທັງໝົດເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບວິທີທີ່ຄົນເຮົາປະພຶດຕົນ ແລະ ເສັ້ນທາງທີ່ຄົນເຮົາຍ່າງໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາບໍ? (ແມ່ນແລ້ວ). ເຈົ້າຈະເວົ້າບໍວ່າເຮົາມີເຫດຜົນທີ່ໃສ່ໃຈເລື່ອງເຫຼົ່ານີ້? (ແມ່ນແລ້ວ). ບາງຄົນມາຈາກຄອບຄົວທີ່ດີຫຼາຍ ແລະ ຂ້ອນຂ້າງຮັ່ງມີ; ເຈົ້າຄິດວ່າເຮົາສອບຖາມບໍວ່າຄອບຄົວຂອງພວກເຂົາມີລາຍໄດ້ເທົ່າໃດຕໍ່ປີ, ພວກເຂົາໄດ້ຖວາຍເຄື່ອງຖວາຍ ຫຼື ບໍ່ ຫຼື ພວກເຂົາໄດ້ຖວາຍໜຶ່ງສ່ວນສິບ ຫຼື ບໍ່? ເຮົາບໍ່ເຄີຍເວົ້າສິ່ງດັ່ງກ່າວໃນຂະນະທີ່ເທດສະໜາໃນການເຕົ້າໂຮມເລີຍ. ບາງຄົນເວົ້າວ່າ “ເປັນເພາະວ່າພຣະອົງບໍ່ໄດ້ເວົ້າກ່ຽວກັບເລື່ອງນີ້ໃນສະຖານທີ່ສາທາລະນະ ແຕ່ສອບຖາມຢ່າງລັບໆຈາກບາງຄົນບໍ?” ເຈົ້າສາມາດຖາມອ້າຍເອື້ອຍນ້ອງທີ່ພົວພັນ ແລະ ຄົບຫາກັບເຮົາໄດ້ວ່າ ເຮົາເຄີຍສອບຖາມກ່ຽວກັບເລື່ອງເຫຼົ່ານີ້ ຫຼື ບໍ່, ເຮົາບໍ່ເຄີຍສອບຖາມແບບນັ້ນເລີຍ. ບອກເຮົາເບິ່ງ, ມັນເປັນຍ້ອນເຮົາບໍ່ເຕັມໃຈທີ່ຈະຖາມ ຫຼື ເປັນຍ້ອນເຮົາບໍ່ສົນໃຈ? (ພຣະອົງບໍ່ສົນໃຈ). ເຮົາບໍ່ສົນໃຈ, ເຊິ່ງໝາຍຄວາມວ່າຈິດໃຈຂອງເຮົາບໍ່ມີສິ່ງເຫຼົ່ານີ້, ສິ່ງເຫຼົ່ານີ້ບໍ່ໄດ້ຢູ່ໃນຈິດໃຈຂອງເຮົາ. ນີ້ຄືດ້ານໜຶ່ງຂອງເລື່ອງນີ້. ອີກຢ່າງໜຶ່ງ, ເຮົາບໍ່ຮູ້ແທ້ໆວ່າເງື່ອນໄຂທາງເສດຖະກິດ ແລະ ສະຖານະທາງສັງຄົມຂອງຄອບຄົວຂອງອ້າຍເອື້ອຍນ້ອງເປັນແນວໃດ. ເປັນຫຍັງເຮົາຈຶ່ງບໍ່ຮູ້? ເພາະວ່າເຮົາບໍ່ໄດ້ຢາກຮູ້ຢາກເຫັນກ່ຽວກັບພວກເຂົາ ແລະ ເຮົາກໍບໍ່ໄດ້ສອບຖາມກ່ຽວກັບພວກເຂົາ. ເຖິງແມ່ນວ່າເຮົາຈະຮູ້ກ່ຽວກັບກໍລະນີສ່ວນບຸກຄົນກໍຕາມ, ມັນກໍເປັນພຽງການໄດ້ຍິນພວກເຈົ້າກ່າວເຖິງວ່າຄອບຄົວຂອງພວກເຂົາຮັ່ງມີ; ເຮົາຮູ້ພຽງຂໍ້ມູນພື້ນຖານເລັກນ້ອຍນີ້ເທົ່ານັ້ນ. ສ່ວນເລື່ອງທີ່ວ່າພວກເຂົາເຮັດວຽກປະເພດໃດ ຫຼື ພວກເຂົາມີລາຍໄດ້ເທົ່າໃດຕໍ່ປີ, ເຮົາບໍ່ຮູ້ແທ້ໆ. ເຮົາບໍ່ເຄີຍສອບຖາມ ຫຼື ໃສ່ໃຈກ່ຽວກັບສະຖານະການທາງເສດຖະກິດຂອງຄອບຄົວໃດໜຶ່ງຂອງພວກເຈົ້າ, ພວກເຈົ້າມີລາຍໄດ້ເທົ່າໃດ ຫຼື ພວກເຈົ້າຈະຮັ່ງມີ ຫຼື ທຸກຍາກ, ເຮົາບໍ່ໄດ້ໃສ່ໃຈກ່ຽວກັບສິ່ງເຫຼົ່ານີ້. ບາງຄົນ, ຫຼັງຈາກທີ່ມີການພົວພັນກັບອ້າຍເອື້ອຍນ້ອງສອງສາມຄັ້ງ, ກໍຈັບໃຈຄວາມສະຖານະການພື້ນຖານຂອງຄອບຄົວຂອງອ້າຍເອື້ອຍນ້ອງໄດ້ດີພໍສົມຄວນ, ເຊິ່ງກໍຄືຄອບຄົວຂອງຄົນເຫຼົ່ານັ້ນເຮັດຫຍັງ, ຄອບຄົວໃດຮັ່ງມີ, ຄອບຄົວໃດທຸກຍາກ ແລະ ຄອບຄົວ ມີຊັບສິນຫຼາຍສໍ່າໃດ. ພວກເຂົາເກືອບຈະສືບສວນວ່າບັນພະບູລຸດສາມຮຸ່ນທີ່ຜ່ານມາຂອງອ້າຍເອື້ອຍນ້ອງເຮັດຫຍັງເພື່ອລ້ຽງຊີບ. ພວກເຂົາສົນໃຈເລື່ອງເຫຼົ່ານີ້ເປັນພິເສດ ແລະ ຄົ້ນພົບກ່ຽວກັບພວກມັນໄດ້ໄວເປັນພິເສດ. ພວກເຈົ້າຈະເວົ້າບໍວ່າຄົນແບບນີ້ກຳລັງລະເລີຍໜ້າທີ່ທີ່ເໝາະສົມຂອງພວກເຂົາ? (ແມ່ນແລ້ວ). ຫຼັງຈາກທີ່ໄດ້ພົວພັນ ຫຼື ພົບກັບຄົນໃດໜຶ່ງພຽງຄັ້ງດຽວ, ພວກເຂົາກໍຮູ້ວ່າຄົນຜູ້ນີ້ມີລາຍໄດ້ເທົ່າໃດຕໍ່ເດືອນ, ໂດຍປົກກະຕິແລ້ວລາວມີມາດຕະຖານຂອງອາຫານ ແລະ ເຄື່ອງນຸ່ງແນວໃດ ແລະ ລາວຄົບຫາ ແລະ ພົວພັນກັບຄົນທີ່ມີຕຳແໜ່ງ ແລະ ມີສະຖານະໃດແດ່ໃນສັງຄົມ, ພວກເຂົາສາມາດຮູ້ສິ່ງທັງໝົດເຫຼົ່ານີ້ໄດ້. ເຖິງແມ່ນວ່າຫຼັງຈາກທີ່ເຮົາມີການພົວພັນກັບຄົນໃດໜຶ່ງຫຼາຍຄັ້ງກໍຕາມ, ເຮົາກໍບໍ່ຮູ້ສິ່ງເຫຼົ່ານີ້. ພຽງແຕ່ຖ້າພວກເຂົາເປັນຝ່າຍບອກເຮົາວ່າພວກເຂົາເຮັດວຽກຫຍັງໃນໂລກ ແລະ ເງິນເດືອນປະຈຳປີຂອງພວກເຂົາແມ່ນເທົ່າໃດ ເຮົາຈຶ່ງຈະຮູ້ເລັກນ້ອຍ, ແຕ່ເຮົາກໍຈື່ມັນບໍ່ໄດ້ໃນພາຍຫຼັງ. ບາງຄົນເວົ້າວ່າ: “ພຣະອົງເຮັດວຽກງານການຊ່ວຍມະນຸດໃຫ້ລອດພົ້ນ, ມັນບໍ່ເປັນຫຍັງບໍ ທີ່ພຣະອົງຈະບໍ່ຮູ້ກ່ຽວກັບຫຼາຍເລື່ອງໃນໂລກພາຍນອກ?” ບອກເຮົາເບິ່ງ, ມັນຈຳເປັນ ທີ່ຈະຕ້ອງຮູ້ກ່ຽວກັບເລື່ອງເຫຼົ່ານັ້ນທີ່ບໍ່ກ່ຽວຂ້ອງກັບຄວາມຈິງບໍ? (ບໍ່ຈຳເປັນ). ເຮົາກວດສອບແຕ່ເລື່ອງທີ່ກ່ຽວຂ້ອງກັບຄວາມຈິງເທົ່ານັ້ນ; ເຮົາ ກວດສອບແຕ່ບັນຫາທີ່ກ່ຽວຂ້ອງກັບອຸປະນິໄສຂອງເຈົ້າ, ຄວາມເປັນມະນຸດຂອງເຈົ້າ, ການປະພຶດຕົນຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າຍ່າງເທົ່ານັ້ນ. ເຮົາບໍ່ໄດ້ກວດສອບວ່າເຈົ້າມີເງິນຫຼາຍສໍ່າໃດ, ທັງບໍ່ໄດ້ກວດສອບວ່າເງິນຂອງເຈົ້າມາຈາກໃສ. ເຮົາບໍ່ຕ້ອງການສອບຖາມ ຫຼື ຮູ້ກ່ຽວກັບສິ່ງເຫຼົ່ານີ້ ແລະ ມັນກໍບໍ່ແມ່ນງານອະດິເລກຂອງເຮົາ. ເມື່ອເຮົາເວົ້າວ່າເຮົາຮູ້ຈັກມະນຸດເປັນຢ່າງດີ, ເຮົາໝາຍຄວາມວ່າເຮົາເຂົ້າໃຈອຸປະນິໄສຂອງມະນຸດ, ເຂົ້າໃຈແກ່ນແທ້ ແລະ ສະພາບຕົວຈິງແຫ່ງຄວາມເສື່ອມຊາມຂອງພວກເຂົາ ພ້ອມທັງເຂົ້າໃຈຄວາມເປັນມະນຸດຂອງຄົນທຸກປະເພດ; ນີ້ຄືດ້ານໜຶ່ງຂອງເລື່ອງນີ້. ມັນຍັງໝາຍເຖິງການເຂົ້າໃຈວ່າແກ່ນແທ້ປະເພດໃດທີ່ກ່ຽວຂ້ອງກັບອຸປະນິໄສທີ່ຄົນທຸກປະເພດໄດ້ເປີດເຜີຍອອກມາອີກດ້ວຍ, ບັນຫາໃດແດ່ທີ່ກ່ຽວຂ້ອງກັບສະພາວະຕ່າງໆທີ່ຜູ້ຄົນເປີດເຜີຍ ພ້ອມທັງວິທີໂອ້ລົມ, ສະໜອງໃຫ້ພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ ເພື່ອແກ້ໄຂບັນຫາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດຫຼຸດພົ້ນອອກມາຈາກສະພາວະທີ່ພວກເຂົາກຳລັງປະເຊີນຢູ່ໄດ້. ສະຫຼຸບແລ້ວ, ເຮົາ ກວດສອບແຕ່ເລື່ອງທີ່ກ່ຽວຂ້ອງກັບວຽກງານຂອງເຮົາ ແລະ ກ່ຽວຂ້ອງກັບຄວາມຈິງເທົ່ານັ້ນ.
ໃນການເຮັດວຽກງານຂອງເຮົາ, ຄວາມຮັບຜິດຊອບທີ່ເຮົາປະຕິບັດຕໍ່ພວກເຈົ້າໃຫ້ສຳເລັດກໍຄືການແກ້ໄຂບັນຫາຂອງພວກເຈົ້າ. ໃນຂອບເຂດທີ່ນ້ອຍ, ນັ້ນໝາຍເຖິງການແກ້ໄຂບັນຫາກ່ຽວກັບສິ່ງທີ່ຄວາມເປັນມະນຸດຂອງພວກເຈົ້າໃຊ້ຊີວິດຕາມໃນຊີວິດປະຈຳວັນຂອງພວກເຈົ້າ; ໃນຂອບເຂດທີ່ໃຫຍ່, ມັນໝາຍເຖິງການແກ້ໄຂບັນຫາກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ ແລະ ຊີ້ໃຫ້ພວກເຈົ້າເຫັນເສັ້ນທາງແຫ່ງຄວາມລອດພົ້ນຢ່າງຊັດເຈນ. ເພາະສະນັ້ນແລ້ວ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງໄດ້ມາທ່າມກາງຜູ້ຄົນ ບໍ່ແມ່ນເພື່ອເພີດເພີນກັບເຄື່ອງບັນນາການ, ການຍົກຍ້ອງສັນລະເສີນ ຫຼື ການຕິດຕາມຂອງມະນຸດຊາດ, ທັງບໍ່ແມ່ນເພື່ອເພີດເພີນກັບຄວາມສຸກຂອງໂລກມະນຸດ ແຕ່ເພື່ອປະຕິບັດຄວາມຮັບຜິດຊອບຂອງພຣະອົງໃຫ້ສຳເລັດ. ພຣະອົງຊົງມີອັດຕະລັກຂອງພຣະເຈົ້າ ແລະ ພຣະອົງຊົງມີຊີວິດຂອງພຣະເຈົ້າ; ພຣະອົງໄດ້ມາທ່າມກາງຜູ້ຄົນເພື່ອເຮັດວຽກງານຂອງພຣະເຈົ້າເອງ ແລະ ປະຕິບັດຄວາມຮັບຜິດຊອບຕໍ່ມະນຸດທີ່ພຣະເຈົ້າເອງຄວນປະຕິບັດໃຫ້ສຳເລັດ. ບໍ່ວ່າຈະເປັນຂັ້ນຕອນໃດ ຫຼື ໃນທ່າມກາງກຸ່ມຄົນໃດກໍຕາມ, ເປົ້າໝາຍພື້ນຖານຂອງວຽກງານທີ່ພຣະເຈົ້າເຮັດເມື່ອມີການພົວພັນກັບຜູ້ຄົນກໍຄືການຊ່ວຍພວກເຂົາແກ້ໄຂບັນຫາທຸກປະເພດ. ເຖິງແມ່ນວ່າບາງຄັ້ງເຮົາຈະເວົ້າກ່ຽວກັບເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນ ແລະ ພວກເຈົ້າອາດຈະຮູ້ສຶກຄືກັບວ່າພວກເຈົ້າພຽງແຕ່ກຳລັງຟັງນິທານບາງເລື່ອງກໍຕາມ, ແຕ່ໃນຄວາມເປັນຈິງແລ້ວ, ເລື່ອງເລັກໆນ້ອຍໆເຫຼົ່ານີ້ທີ່ເຮົາໂອ້ລົມກັບພວກເຈົ້າລ້ວນແຕ່ລວມເຖິງບັນຫາທີ່ພວກເຈົ້າມີ ແລະ ຄວາມຈິງທີ່ພວກເຈົ້າຄວນເຂົ້າໃຈ, ເຊິ່ງເປັນສິ່ງທີ່ພວກເຈົ້າຄວນແກ້ໄຂ ແລະ ເຂົ້າສູ່. ຫຼັງຈາກທີ່ຟັງແລ້ວ, ຜູ້ທີ່ໃສ່ໃຈໃນການສະແຫວງຫາຫຼັກການຄວາມຈິງ ແລະ ໃສ່ໃຈໃນການປະຕິບັດຄວາມຈິງກໍຈະເຂົ້າໃຈຄວາມຈິງບາງຢ່າງ ແລະ ເຂົ້າໃຈຫຼັກການບາງຢ່າງສຳລັບການປະພຶດຕົນ ແລະ ການກະທຳ ໂດຍທີ່ພວກເຂົາບໍ່ຮູ້ຕົວເລີຍ. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານຈະບໍ່ເຂົ້າໃຈເຖິງແມ່ນວ່າຫຼັງຈາກທີ່ຟັງແລ້ວກໍຕາມ ແລະ ເຖິງຂັ້ນຈະຮູ້ສຶກວ່າການໂອ້ລົມນັ້ນກ່ຽວຂ້ອງກັບເລື່ອງທຳມະດາພາຍໃນບ້ານເທົ່ານັ້ນ. ທີ່ຈິງແລ້ວ, ເຈົ້າກໍຄວນຈະສາມາດຮຽນຮູ້ບົດຮຽນຈາກເລື່ອງເລັກໆນ້ອຍໆເຫຼົ່ານີ້ໄດ້ໃນຫຼາຍໆຄັ້ງ. ນີ້ກໍເພາະວ່າ ບໍ່ວ່າພວກເຮົາຈະໂອ້ລົມກ່ຽວກັບສິ່ງຕ່າງໆໃນດ້ານໃດກໍຕາມ, ບໍ່ວ່າມັນຈະເປັນບາງສິ່ງທີ່ກ່ຽວຂ້ອງກັບຊີວິດປະຈຳວັນ, ບາງສິ່ງທີ່ກ່ຽວຂ້ອງກັບໜ້າທີ່ຂອງຄົນເຮົາ ຫຼື ບາງສິ່ງທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດ, ຫຼັກການ ແລະ ຄວາມເຂົ້າໃຈທີ່ພວກເຮົາໂອ້ລົມກັນນັ້ນບໍ່ໄດ້ມີໄວ້ເພື່ອແກ້ໄຂຄຳທວາຍໃດໆ ຫຼື ເປີດເຜີຍຄວາມເລິກລັບໃດໆ, ແຕ່ກົງກັນຂ້າມ ການໂອ້ລົມຂອງພວກເຮົານຳໃຊ້ພາສາປະຈຳວັນເພື່ອອະທິບາຍຂໍ້ເທັດຈິງ, ແກ້ໄຂບັນຫາກ່ຽວກັບຄວາມຄິດ ແລະ ມຸມມອງຂອງຄົນເຮົາ ພ້ອມທັງແກ້ໄຂບັນຫາທີ່ວ່າຄົນເຮົາເບິ່ງສິ່ງຕ່າງໆທຸກປະເພດແນວໃດ ແລະ ປະຕິບັດຕໍ່ຄົນທຸກປະເພດແນວໃດ. ຕົວຢ່າງເຊັ່ນ: ການເລືອກຮູບແບບ ແລະ ສີຂອງເຄື່ອງນຸ່ງ. ບໍ່ວ່າຈະເປັນການນຸ່ງປະຈຳວັນ ຫຼື ສຳລັບການເຮັດລາຍການ, ຫຼັກການ ແລະ ແຮງຈູງໃຈຂອງເຮົາໃນການເລືອກຮູບແບບ ແລະ ສີຂອງເຄື່ອງນຸ່ງແມ່ນແຕກຕ່າງຈາກຂອງພວກເຈົ້າ. ຫຼັກການ ແລະ ແຮງຈູງໃຈຂອງພວກເຈົ້າແມ່ນຫຍັງ? ພວກມັນກໍຄືການແຕ່ງກາຍໃຫ້ເບິ່ງງາມ ຫຼື ຫຼໍ່, ຕາບໃດທີ່ພວກເຈົ້າເບິ່ງມີສະເໜ່ ແລະ ດຶງດູດຄວາມສົນໃຈ ພວກເຈົ້າກໍພໍໃຈແລ້ວ. ເຈດຕະນາເດີມ ແລະ ແຮງຈູງໃຈຂອງເຮົາແມ່ນຫຍັງ? ພວກມັນກໍຄືການເຮັດໃຫ້ພວກເຈົ້າເບິ່ງສຸພາບ, ຊື່ກົງ ແລະ ມີລັກສະນະຄ້າຍຄືມະນຸດ ພ້ອມທັງມີກຽດ, ເພື່ອໃຫ້ຜູ້ຄົນຈະໃຫ້ຄວາມເຄົາລົບນັບຖືເຈົ້າໃນລະດັບໜຶ່ງ ແລະ ບໍ່ກ້າທີ່ຈະດູຖູກເຈົ້າ, ຫຼິ້ນຕະຫຼົກກັບເຈົ້າ ຫຼື ມີແນວຄິດທີ່ຄົດໂກງ ຫຼື ຄວາມຄິດທີ່ບໍ່ເໝາະສົມກ່ຽວກັບເຈົ້າ. ໃນການເຮັດເຊັ່ນນັ້ນ, ເຮົາບໍ່ໄດ້ຕັດໂອກາດຂອງເຈົ້າໃນການໂອ້ອວດ ແຕ່ເຮົາກຳລັງປົກປ້ອງເຈົ້າ, ເຮັດໃຫ້ເຈົ້າມີລັກສະນະຄ້າຍຄືມະນຸດ ແລະ ເຮັດໃຫ້ເຈົ້າເບິ່ງຄືກັບວ່າມີບຸກຄະລິກທີ່ຊື່ກົງ, ເພື່ອໃຫ້ຜູ້ທີ່ມີເຈດຕະນາບໍ່ດີຈະບໍ່ພົບໂອກາດທີ່ຈະສວຍໃຊ້ເຈົ້າ ແລະ ຄົນຊົ່ວຊ້າເຫຼົ່ານັ້ນຈະບໍ່ກ້າເອົາປຽບເຈົ້າ ຫຼື ປະຕິບັດຕໍ່ເຈົ້າຄືກັບເຄື່ອງຫຼິ້ນ. ພວກເຂົາຈະຕ້ອງເຄົາລົບເຈົ້າ. ດ້ວຍວິທີນີ້, ຄວາມສຸດຈະລິດຂອງເຈົ້າບໍ່ໄດ້ຮັບການປົກປ້ອງບໍ? (ໄດ້ຮັບ). ໃນເລື່ອງທີ່ງ່າຍດາຍຄືກັບການເລືອກຮູບແບບ ແລະ ສີຂອງເຄື່ອງນຸ່ງ, ພວກເຈົ້າອາດຈະຄິດວ່າເຮົາເຮັດເຊັ່ນນັ້ນເພື່ອປົກປ້ອງຜົນປະໂຫຍດ ແລະ ຊື່ສຽງຂອງເຮືອນຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນຈຸດປະສົງຫຼັກແທ້ໆ; ຈຸດປະສົງຫຼັກກໍຄືການປົກປ້ອງພວກເຈົ້າ. ພຽງແຕ່ໃນເລື່ອງເລັກໆນ້ອຍໆນີ້, ມຸມມອງຂອງເຮົາກໍແຕກຕ່າງຈາກຂອງພວກເຈົ້າຢ່າງສິ້ນເຊີງ. ສ່ວນເລື່ອງທີ່ວ່າພວກເຈົ້າແຕ່ງກາຍ ແລະ ເບິ່ງແຍງຕົນເອງແນວໃດໃນຊີວິດສ່ວນຕົວຂອງພວກເຈົ້ານັ້ນ, ເຮົາກໍໃຫ້ພື້ນທີ່ແກ່ພວກເຈົ້າ ແລະ ອະນຸຍາດໃຫ້ພວກເຈົ້າເລືອກໄດ້ຢ່າງອິດສະຫຼະເພື່ອຕອບສະໜອງຄວາມຢາກອວດຂອງພວກເຈົ້າ. ເລື່ອງເຫຼົ່ານີ້ອີງໄສການທີ່ຜູ້ຄົນມີຄວາມເປັນມະນຸດທີ່ປົກກະຕິ ຫຼັງຈາກທີ່ຄວາມຈິງໄດ້ຮັບການໂອ້ລົມ ແລະ ພວກເຂົາໄດ້ເຂົ້າໃຈຄວາມຈິງແລ້ວ, ເພື່ອໃຫ້ພວກເຂົາສາມາດບັນລຸການຢັບຢັ້ງຕົນເອງ ແລະ ກາຍເປັນຄົນສຸພາບ, ຊື່ກົງ ພ້ອມທັງມີລັກສະນະຄ້າຍຄືມະນຸດ. ເຖິງຢ່າງໃດກໍຕາມ, ເມື່ອພວກເຈົ້າປາກົດຕົວໃນສະຖານທີ່ສາທາລະນະ, ເຮົາຕ້ອງກວດສອບສິ່ງຕ່າງໆໃຫ້ພວກເຈົ້າ. ສິ່ງນີ້ເປັນພຽງການປົກປ້ອງພວກເຈົ້າເທົ່ານັ້ນ, ບໍ່ແມ່ນເພື່ອຄວບຄຸມ ຫຼື ຈຳກັດພວກເຈົ້າ. ບໍ່ວ່າພວກເຈົ້າຈະຄິດແນວໃດກໍຕາມ, ນີ້ກໍເປັນພຽງຫຼັກການໃນການເຮັດສິ່ງຕ່າງໆຂອງເຮົາ ແລະ ໃນເລື່ອງນີ້, ເຮົາເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ເຖິງແມ່ນວ່າບາງຄົນຈະຮູ້ສຶກບໍ່ພໍໃຈເລັກໜ້ອຍ, ຮູ້ສຶກຂັດໃຈເລັກໜ້ອຍຢູ່ພາຍໃນ ຫຼື ມີຂໍ້ສົງໄສກ່ຽວກັບເລື່ອງນີ້ກໍຕາມ, ມັນກໍບໍ່ສຳຄັນ; ເຈົ້າຈະເຂົ້າໃຈໃນອະນາຄົດ. ນອກຈາກນີ້, ການເລືອກຂອງເຮົາກ່ຽວກັບສີ, ເນື້ອຜ້າ ແລະ ຮູບແບບຂອງເຄື່ອງນຸ່ງແມ່ນບໍ່ໄດ້ອະນຸລັກນິຍົມ ຫຼື ຖືກຜູກມັດດ້ວຍປະເພນີເກົ່າໆ; ເຮົາບໍ່ມີຄວາມຄິດ ແລະ ຄວາມຄິດຫຼົງຜິດທີ່ຫຼ້າສະໄໝ. ຖ້າເຈົ້າອາຍຸຫຼາຍແລ້ວ, ເຮົາກໍຈະຈັດຮູບແບບໃຫ້ເຈົ້າເບິ່ງມີຊີວິດຊີວາຫຼາຍຂຶ້ນ, ໂດຍເລືອກເຄື່ອງນຸ່ງທີ່ມີສີສັນສົດໃສບາງຊຸດໃຫ້ເຈົ້າ ເພື່ອໃຫ້ເຈົ້າເບິ່ງໜຸ່ມຂຶ້ນ ແຕ່ບໍ່ຍົວະຍວນ. ນີ້ເປັນສິ່ງທີ່ດີສຳລັບເຈົ້າ; ເມື່ອຜູ້ຄົນເຫັນວ່າ ເຖິງແມ່ນວ່າເຈົ້າຈະອາຍຸຫຼາຍແລ້ວ ເຈົ້າກໍຍັງເບິ່ງຄືວ່າມີຄວາມມີຊີວິດຊີວາຢູ່ ແລະ ເຈົ້າເບິ່ງເປັນລະບຽບຮຽບຮ້ອຍ ພ້ອມທັງເບິ່ງດີ, ພວກເຂົາກໍຈະເຄົາລົບເຈົ້າ ແລະ ໃຫ້ກຽດເຈົ້າໃນລະດັບໜຶ່ງ, ເຊິ່ງເປັນການຮັບປະກັນວ່າສັກສີຂອງເຈົ້າໄດ້ຮັບການປົກປ້ອງຢ່າງເຕັມທີ່. ນີ້ຄືສິ່ງທີ່ພວກເຈົ້າຄິດບໍ່ເຖິງ. ມັນເປັນໄປໄດ້ວ່າບາງຄົນອາດຈະຄິດເຖິງມັນ, ແຕ່ໃຜສາມາດຍຶດໝັ້ນໃນຫຼັກການນີ້ໄດ້ ແລະ ໃຜສາມາດກຳແໜ້ນຫຼັກການນີ້ໄດ້? ພວກເຈົ້າບໍ່ສາມາດກຳແໜ້ນມັນໄດ້ແທ້ໆ, ແມ່ນບໍ? (ແມ່ນແລ້ວ). ບາງຄົນໃນພວກເຈົ້າເວົ້າວ່າ “ຂ້ອຍເຖົ້າແລ້ວ ແລະ ຄົນເຖົ້າກໍຄວນເບິ່ງຄືຄົນເຖົ້າ. ຂ້ອຍຕ້ອງເປັນແບບຢ່າງໃຫ້ກັບຄົນໜຸ່ມ ແລະ ເຮັດໃຫ້ພວກເຂົາໃຫ້ກຽດຂ້ອຍໃນລະດັບໜຶ່ງ”. ເຈົ້າບໍ່ຍ້ອມຜົມທີ່ກຳລັງຫງອກ, ບໍ່ແຕ່ງໜ້າອ່ອນໆ ເຖິງແມ່ນວ່າໃບໜ້າຈະຈືດມ່ານກໍຕາມ, ບໍ່ໃສ່ແຂ້ວໜ້າທີ່ເສຍໄປ, ເຮັດໃຫ້ລົມລອດຜ່ານຊ່ອງຫວ່າງໃນແຂ້ວເມື່ອເຈົ້າເວົ້າ ແລະ ບໍ່ນຸ່ງເຄື່ອງທີ່ມີສີສັນສົດໃສ, ແຕ່ນຸ່ງພຽງແຕ່ສີຂີ້ເທົ່າ ແລະ ສີດຳ. ຜົນກໍຄື ຜູ້ຄົນເຫັນວ່າເຈົ້າບໍ່ມີສີເລືອດຝາດຢູ່ແກ້ມເລີຍ; ເຈົ້າພຽງແຕ່ເບິ່ງຄືຄົນປ່ວຍ. ບອກເຮົາເບິ່ງ, ຄົນໜຸ່ມຮູ້ສຶກແນວໃດເມື່ອພວກເຂົາເຫັນເຈົ້າ? ເມື່ອພວກເຂົາເອີ້ນເຈົ້າ, ພວກເຂົາຕ້ອງເພີ່ມຄຳວ່າ “ເຖົ້າ” ເຂົ້າໄປ, ໂດຍເອີ້ນເຈົ້າວ່າ “ເອື້ອຍ” ຫຼື “ອ້າຍ”. ສິ່ງນັ້ນເຮັດໃຫ້ເຈົ້າຮູ້ສຶກສະບາຍໃຈບໍ? ເຈົ້າລັງເລທີ່ຈະຍອມຮັບມັນ, ໂດຍຄິດໃນໃຈວ່າ “ເຖິງແມ່ນວ່າຂ້ອຍຈະອາຍຸຫຼາຍກວ່າພວກເຈົ້າເລັກໜ້ອຍກໍຕາມ, ແຕ່ຂ້ອຍເຖົ້າຂະໜາດນັ້ນແທ້ໆບໍ?” ໃຜບອກໃຫ້ເຈົ້າເຮັດໃຫ້ຕົນເອງເບິ່ງເຖົ້າຂະໜາດນັ້ນ? ມັນຈະບໍ່ດີບໍ ທີ່ຈະເລືອກເຄື່ອງນຸ່ງທີ່ມີສີສັນທີ່ຊ່ວຍເສີມສ້າງຜິວພັນຂອງເຈົ້າ? ແຕ່ງກາຍຈັກໜ່ອຍ ເພື່ອໃຫ້ຜູ້ຄົນສາມາດເຫັນວ່າເຈົ້າມີຄວາມມີຊີວິດຊີວາ ແລະ ເຫັນວ່າ ເຖິງແມ່ນວ່າເຈົ້າຈະມີອາຍຸຫຼາຍແລ້ວກໍຕາມ ແຕ່ ຄວາມຄິດຂອງເຈົ້າບໍ່ໄດ້ເຖົ້າເລີຍ, ສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າໄດ້ຮັບຄວາມເຄົາລົບນັບຖືບໍ? ມີຄົນໜຶ່ງອາຍຸສີ່ສິບປາຍປີ ແລະ ເມື່ອເຮົາຂໍໃຫ້ລາວນຸ່ງຊຸດສີບົວສຳລັບການສະແດງ, ລາວເວົ້າວ່າ “ການນຸ່ງສີບົວໃນອາຍຸຂອງຂ້ອຍ, ນັ້ນຈະບໍ່ແມ່ນການພະຍາຍາມເຮັດໃຫ້ຕົນເອງເບິ່ງໜຸ່ມກວ່າອາຍຸຈິງບໍ?” ມຸມມອງຂອງລາວແມ່ນແຕກຕ່າງຈາກຂອງເຮົາ. ເຮົາເວົ້າວ່າ “ມັນບໍ່ແມ່ນການເຮັດໃຫ້ຕົນເອງເບິ່ງໜຸ່ມກວ່າອາຍຸຈິງ; ການອອກກ້ອງຈຳເປັນຕ້ອງເຮັດແບບນັ້ນ. ເຮົາໃຫ້ຄຳແນະນຳແກ່ເຈົ້າ ແລະ ຊ່ວຍຈັດຮູບແບບໃຫ້ເຈົ້າ ເພື່ອໃຫ້ເຈົ້າເບິ່ງຄືວ່າມີສີເລືອດຝາດຢູ່ແກ້ມ ພ້ອມທັງເບິ່ງດີ ແລະ ເປັນລະບຽບຮຽບຮ້ອຍ. ຖ້າເຈົ້າຮູ້ສຶກວ່າມັນເປັນການພະຍາຍາມເຮັດໃຫ້ຕົນເອງເບິ່ງໜຸ່ມກວ່າອາຍຸຈິງ ແລະ ນັ້ນຄືວິທີທີ່ເຈົ້າເບິ່ງມັນ, ຄັນຊັ້ນກໍບໍ່ຕ້ອງນຸ່ງມັນ. ຖ້າເຈົ້າປ່ຽນໄປນຸ່ງຊຸດທີ່ຫຼ້າສະໄໝ, ເຈົ້າກໍຈະເບິ່ງເຖົ້າຂຶ້ນສິບປີໃນທັນທີ”. ຖ້າເຈົ້າບອກລາວວ່າລາວເບິ່ງເຖົ້າຂຶ້ນສິບປີ, ລາວກໍບໍ່ພໍໃຈກັບມັນ, ແຕ່ລາວກໍບໍ່ສາມາດຍອມຮັບການທີ່ເຮົາພະຍາຍາມເຮັດໃຫ້ລາວເບິ່ງໜຸ່ມຂຶ້ນເລັກໜ້ອຍໄດ້ເຊັ່ນກັນ. ຄົນຜູ້ນີ້ຮັບມືຍາກພໍສົມຄວນ, ແມ່ນບໍ? (ແມ່ນແລ້ວ). ພຽງແຕ່ໃນເລື່ອງງ່າຍໆເຫຼົ່ານີ້, ຖ້າຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ, ພວກເຂົາກໍຈະຈັດການກັບພວກມັນໄດ້ຢ່າງເໝາະສົມ, ຢ່າງຖືກຕ້ອງ ແລະ ສອດຄ່ອງກັບຫຼັກການ. ເຖິງຢ່າງໃດກໍຕາມ, ຄວາມຄິດ ແລະ ມຸມມອງຂອງຄົນສ່ວນໃຫຍ່ກ່ຽວກັບເລື່ອງເຫຼົ່ານີ້ແມ່ນບິດເບືອນ, ອະນຸລັກນິຍົມ ຫຼື ສຸດໂຕ່ງຫຼາຍ ແລະ ບາງຄົນເຖິງຂັ້ນເສແສ້ງ. ເຖິງແມ່ນວ່າຄວາມຄິດ ແລະ ມຸມມອງຂອງເຮົາກ່ຽວກັບເລື່ອງເຫຼົ່ານີ້ຈະບໍ່ສາມາດເອີ້ນວ່າເປັນຄວາມຈິງໄດ້ກໍຕາມ, ຢ່າງໜ້ອຍພວກມັນກໍເໝາະສົມ, ຖືກຕ້ອງ ແລະ ຢູ່ໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ. ສະນັ້ນ, ບາງຄັ້ງ, ແມ່ນແຕ່ໃນເລື່ອງເລັກໆນ້ອຍໆເຫຼົ່ານີ້, ເຮົາກໍໃຫ້ການຕັກເຕືອນ ແລະ ຄຳແນະນຳບາງຢ່າງແກ່ພວກເຈົ້າບໍ່ຫຼາຍກໍໜ້ອຍ. ຖ້າເຈົ້າໃສ່ໃຈ ແລະ ສາມາດຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງໄດ້, ເຈົ້າກໍຈະຈັບໃຈຄວາມສິ່ງເຫຼົ່ານີ້ໄດ້ໂດຍທີ່ບໍ່ຮູ້ຕົວເລີຍ. ຖ້າເຈົ້າບໍ່ໃສ່ໃຈ ຫຼື ມີຄວາມຄິດເຫັນ ແລະ ແນວຄວາມຄິດຂອງເຈົ້າເອງຢູ່ສະເໝີ ຫຼື ຖ້າເຈົ້າຍັງຄົງຍຶດຕິດກັບຄວາມຄິດ ແລະ ມຸມມອງເກົ່າໆ, ເປັນແບບດັ້ງເດີມ, ໂງ່ຈ້າ ແລະ ດື້ດ້ານຫຼາຍຢ່າງຢູ່ພາຍໃນ, ແລ້ວເຈົ້າກໍອາດຈະບໍ່ສາມາດຮັບເອົາ ຫຼື ເຂົ້າໃຈສິ່ງທີ່ເຮົາເວົ້າໄດ້. ແຕ່ບໍ່ວ່າຈະເປັນແນວໃດກໍຕາມ ແລະ ບໍ່ວ່າຈະໃນດ້ານໃດກໍຕາມ, ຕາບໃດທີ່ມັນຢູ່ໃນເລື່ອງເຫຼົ່ານີ້ທີ່ສາມາດພົບພໍ້ໄດ້ພາຍໃນຂອບເຂດວຽກງານທີ່ເຮົາເຮັດ, ເຮົາກໍພະຍາຍາມຈົນສຸດຄວາມສາມາດເພື່ອໃຫ້ພວກເຈົ້າໄດ້ຮັບຜົນປະໂຫຍດ, ຊີ້ນຳພວກເຈົ້າໄປສູ່ທິດທາງທີ່ຖືກຕ້ອງ, ຊ່ວຍພວກເຈົ້າແກ້ໄຂຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງພວກເຈົ້າ ພ້ອມທັງສ້າງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທຸກປະເພດ. ນີ້ຄືຄວາມຮັບຜິດຊອບຂອງເຮົາ. ພຽງແຕ່ໃນປະເດັນຂອງການປະຕິບັດຄວາມຮັບຜິດຊອບໃຫ້ສຳເລັດນີ້, ທຳມະຊາດຂອງວຽກງານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດ ແມ່ນແຕກຕ່າງຢ່າງສິ້ນເຊີງຈາກວຽກງານເຊິ່ງບຸກຄົນໃດໜຶ່ງທີ່ມີສະຖານະໃນທ່າມກາງມະນຸດຊາດເຮັດແມ່ນບໍ? (ແມ່ນແລ້ວ).
ໃນມຸມມອງຂອງເຮົາ, ວຽກງານທີ່ມະນຸດເຮັດກ່ຽວກັບສະຖານະນັ້ນ ໂດຍພື້ນຖານແລ້ວປະກອບມີສອງສິ່ງ: ໜຶ່ງຄືການປົກປ້ອງສະຖານະຂອງພວກເຂົາ ແລະ ອີກຢ່າງໜຶ່ງຄືການຮຽກຮ້ອງຜົນປະໂຫຍດສ່ວນຕົວ. ສິ່ງເຫຼົ່ານີ້ຄືຄວາມຕ້ອງການ ແລະ ການຮຽກຮ້ອງຂອງມະນຸດກ່ຽວກັບສະຖານະ. ບໍ່ວ່າຄົນທີ່ມີສະຖານະຈະມີສ່ວນຮ່ວມໃນວຽກງານໃດກໍຕາມ, ມັນກໍບໍ່ແມ່ນການສະໜອງຄວາມຈິງ ຫຼື ການສະໜອງຊີວິດ, ແຮງໄກທີ່ລາວຈະຊີ້ບອກທິດທາງ ແລະ ເສັ້ນທາງຊີວິດໃຫ້ກັບຜູ້ຄົນ. ແຕ່ກົງກັນຂ້າມ, ລາວພັດມີສ່ວນຮ່ວມໃນວຽກງານທາງວັດຖຸ ຫຼື ທີ່ບໍ່ແມ່ນວັດຖຸ, ຈັດການ ຫຼື ຄວບຄຸມຜູ້ຄົນ ແລະ ໃຫ້ຜູ້ຄົນຍອມຮັບການນຳພາຂອງຕົນ ເມື່ອເວົ້າເຖິງຂົງເຂດວິຊາຊີບໃດໜຶ່ງ ຫຼື ຄວາມຮູ້ບາງດ້ານ, ການຜະລິດສິ່ງຂອງ ຫຼື ຂົງເຂດອື່ນໆ. ຫຼັງຈາກນັ້ນ, ລາວກໍໃຊ້ອຳນາດຂອງລາວເພື່ອສ້າງສິດອຳນາດຂອງຕົນຂຶ້ນມາ ແລະ ເຮັດໃຫ້ສະຖານະຂອງຕົນໝັ້ນຄົງ, ເຊິ່ງຜ່ານສິ່ງນັ້ນ ລາວສະແຫວງຫາຜົນປະໂຫຍດສ່ວນຕົວ. ຜົນປະໂຫຍດເຫຼົ່ານີ້ແບ່ງອອກເປັນສອງປະເພດຄື: ຜົນປະໂຫຍດທາງການເງິນ ແລະ ຜົນປະໂຫຍດທາງຊື່ສຽງ. ເພາະສະນັ້ນແລ້ວ, ທຳມະຊາດຂອງວຽກງານທີ່ເຮັດໂດຍຄົນທີ່ມີສະຖານະໃນທ່າມກາງຜູ້ຄົນຈຶ່ງແຕກຕ່າງຢ່າງສິ້ນເຊີງຈາກວຽກງານທີ່ເຮັດໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ລາວບໍ່ໄດ້ສະໜອງໃຫ້ຜູ້ຄົນ ຫຼື ຊ່ວຍເຫຼືອພວກເຂົາ, ແຮງໄກທີ່ລາວຈະລະເວັ້ນຈາກການຮຽກຮ້ອງຈາກຜູ້ຄົນ. ເມື່ອຕັດສິນຈາກສະຖານະ ແລະ ຜົນປະໂຫຍດທາງການເງິນທີ່ລາວໄດ້ຮັບ ຫຼັງຈາກທີ່ໄດ້ຮັບສະຖານະ ແລະ ເຮັດວຽກຈາກຕຳແໜ່ງທີ່ມີສະຖານະ, ຄົນທີ່ມີສະຖານະໃນທ່າມກາງຜູ້ຄົນ ໃນທີ່ສຸດແລ້ວກໍຈະກາຍເປັນຜູ້ທີ່ມີຜົນປະໂຫຍດສ່ວນຕົວຢ່າງຫຼີກລ່ຽງບໍ່ໄດ້. ນີ້ກໍຍ້ອນວ່າສະຖານະທີ່ລາວມີນັ້ນຮັບໃຊ້ລາວເປັນການສ່ວນຕົວ ແລະ ທຸກສິ່ງທີ່ລາວເຮັດກໍເພື່ອສະຖານະ ແລະ ຜົນປະໂຫຍດ; ມັນບໍ່ແມ່ນເພື່ອສະໜອງໃຫ້ ຫຼື ຊ່ວຍເຫຼືອຜູ້ຄົນ. ໃນເລື່ອງນີ້, ມັນແຕກຕ່າງກັນຢ່າງສິ້ນເຊີງຈາກສິ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດ. ຍິ່ງໄປກວ່ານັ້ນ, ບໍ່ວ່າຄົນທີ່ມີສະຖານະຈະເວົ້າ ຫຼື ເຮັດຫຍັງຕໍ່ຜູ້ຄົນກໍຕາມ, ເປົ້າໝາຍສູງສຸດຂອງລາວກໍຄືການຮຽກຮ້ອງຄວາມຈົງຮັກພັກດີທາງດ້ານຈິດໃຈ, ການປະກອບສ່ວນທາງການເງິນ ແລະ ການປະກອບສ່ວນທາງສະຖານະຈາກຄົນເຫຼົ່ານັ້ນ. ນັ້ນກໍຄື, ຖ້າລາວເວົ້າໄດ້ດີ ແລະ ເຮັດໄດ້ດີ ພ້ອມທັງຊະນະໃຈຜູ້ຄົນ, ເຮັດໃຫ້ຜູ້ຄົນຍົກຍ້ອງລາວຢ່າງສູງ ແລະ ຮັບຮອງເອົາລາວ, ແລ້ວຜູ້ຄົນກໍຈະມີຄວາມຄິດເຫັນທີ່ດີຕໍ່ຄົນນັ້ນໃນໃຈຂອງຕົນ, ຄົນນັ້ນກໍຈະມີກຽດຕິຍົດຫຼາຍຂຶ້ນ, ມີສິດມີສຽງຫຼາຍຂຶ້ນ ແລະ ມີຊື່ສຽງຫຼາຍຂຶ້ນ ພ້ອມທັງມີຄົນຈຳນວນຫຼາຍຂຶ້ນມາເຕົ້າໂຮມກັນອ້ອມຂ້າງຕົວລາວ ແລະ ຖືກລາວເອົາຊະນະໃຈ. ນີ້ຄືຄວາມຈົງຮັກພັກດີທາງດ້ານຄວາມຮູ້ສຶກທີ່ລາວຮຽກຮ້ອງຈາກຜູ້ຄົນ. ນັ້ນກໍຄື ຜູ້ຄົນຈະເຄົາລົບບູຊາລາວຫຼາຍຂຶ້ນ ແລະ ຊື່ນຊົມລາວຫຼາຍຂຶ້ນໃນໃຈຂອງຕົນ ພ້ອມທັງຖືກດຶງດູດ ແລະ ຖືກເອົາຊະນະໃຈຫຼາຍຂຶ້ນດ້ວຍທ່າທາງຄວາມເປັນຜູ້ນຳຂອງລາວ, ການເວົ້າ ແລະ ການວາງຕົວຂອງລາວ ພ້ອມທັງບຸກຄະລິກ ແລະ ລັກສະນະທ່າທາງໃນວິທີທີ່ລາວປະພຶດຕົນ ແລະ ກະທຳ. ດ້ວຍວິທີນີ້, ສະຖານະຂອງລາວກໍຈະສູງຂຶ້ນ ແລະ ໝັ້ນຄົງຫຼາຍຍິ່ງຂຶ້ນ ແລະ ສິ່ງນີ້ກໍເຮັດໃຫ້ສະຖານະຂອງລາວໃນທ່າມກາງຜູ້ຄົນໝັ້ນຄົງຢ່າງເຕັມທີ່. ເມື່ອສະຖານະຂອງລາວໃນໃຈຂອງຜູ້ຄົນໝັ້ນຄົງແລ້ວ, ໃນເວລາດຽວກັນ, ຜົນປະໂຫຍດທາງການເງິນ ແລະ ທາງວັດຖຸທີ່ລາວໄດ້ຮັບກໍຈະອຸດົມສົມບູນຫຼາຍຍິ່ງຂຶ້ນ. ລາວເຮັດວຽກເພື່ອເຮັດໃຫ້ສະຖານະຂອງລາວໃນໃຈຂອງຜູ້ຄົນໝັ້ນຄົງ ເຊິ່ງທີ່ຈິງແລ້ວກໍເພື່ອໃຫ້ຕົວລາວສາມາດໄດ້ຮັບຜົນປະໂຫຍດທາງວັດຖຸ ແລະ ທາງການເງິນຫຼາຍຂຶ້ນ. ສິ່ງນີ້ແຕກຕ່າງກັນຢ່າງສິ້ນເຊີງຈາກສະຖານະເຊິ່ງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງມີໃນທ່າມກາງຜູ້ຄົນ ແລະ ວຽກງານທີ່ພຣະອົງເຮັດ. ຜູ້ຄົນຕ້ອງເຫັນສິ່ງນີ້ຢ່າງຊັດເຈນ. ມີຄວາມແຕກຕ່າງຢູ່ບ່ອນນີ້ບໍ? (ມີ). ເຈົ້າເຫັນບໍວ່າ ເມື່ອຄົນໃດໜຶ່ງມີສະຖານະ ແລະ ມີຜູ້ຕິດຕາມ, ລາວກໍເຮັດຫຼາຍສິ່ງຫຼາຍຢ່າງເພື່ອເຫັນແກ່ສະຖານະຂອງຕົນ. ລາວປັບປຸງພາບລັກຂອງຕົນ, ຮຽນຮູ້ວາທະສິນ ແລະ ປົກປິດຊີວິດສ່ວນຕົວຂອງລາວຢ່າງສິ້ນເຊີງ, ລວມເຖິງການເລືອກຄູ່ຄອງຂອງລາວ, ສະຖານະພາບການແຕ່ງດອງຂອງລາວ, ແມ່ນແຕ່ທີ່ພັກອາໄສສ່ວນຕົວຂອງລາວ ແລະ ລາຍລະອຽດອື່ນໆ. ລາວປົກປິດສິ່ງທັງໝົດເຫຼົ່ານີ້ ແລະ ບໍ່ໃຫ້ຄົນອື່ນຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ລາວເຮັດສິ່ງທັງໝົດນີ້ເພື່ອປົກປ້ອງສະຖານະ ແລະ ພາບລັກຂອງລາວໃນທ່າມກາງຜູ້ຄົນ. ລາວມີເລື່ອງສ່ວນຕົວຫຼາຍຢ່າງທີ່ຖືກປິດບັງໄວ້, ບໍ່ໄດ້ເປີດເຜີຍຕໍ່ສາທາລະນະ ແລະ ບໍ່ມີໃຜຮູ້ຈັກ. ໃນທີ່ສາທາລະນະ, ລາວແຕ່ງກາຍເພື່ອໃຫ້ເບິ່ງຄືວ່າສູງສົ່ງ, ສະຫງ່າງາມ, ມີກຽດ ແລະ ຈົບງາມເປັນພິເສດ ແລະ ຄຳເວົ້າຂອງລາວກໍອ່ອນໂຍນ ແລະ ເອົາໃຈໃສ່ເປັນພິເສດ; ລາວເວົ້າທຸກສິ່ງທີ່ຜູ້ຄົນຢາກໄດ້ຍິນ ແລະ ສະແດງທຸກສິ່ງທີ່ຜູ້ຄົນຢາກເຫັນ. ລາວກຽມຕົວຢ່າງເຕັມທີ່ ແລະ ເຮັດທຸກສິ່ງທຸກຢ່າງເພື່ອສ້າງພາບລັກສ່ວນຕົວຂອງລາວ. ເມື່ອເລື່ອງອື້ສາວ ຫຼື ສິ່ງທີ່ບໍ່ດີທີ່ລາວໄດ້ເຮັດຮົ່ວໄຫຼອອກໄປ ແລະ ເປັນທີ່ຮູ້ຈັກຕໍ່ຜູ້ຕິດຕາມຂອງລາວ, ລາວກໍຈະພະຍາຍາມຢ່າງສຸດຄວາມສາມາດເພື່ອແກ້ຕົວໃຫ້ກັບຕົນເອງ ແລະ ສ້າງສາກບັງໜ້າ, ໂດຍຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປົກປິດເລື່ອງນັ້ນໄວ້. ບາງຄົນເຖິງຂັ້ນປ່ຽນແປງຕົນເອງໃໝ່ຢ່າງສິ້ນເຊີງ, ໂດຍຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອຮັກສາພາບລັກຂອງພວກເຂົາໃນໃຈຂອງຜູ້ຄົນ. ຈຸດປະສົງຂອງພວກເຂົາໃນການເຮັດສິ່ງທັງໝົດນີ້ກໍເພື່ອຮັກສາສະຖານະຂອງພວກເຂົາໃນທ່າມກາງຜູ້ຄົນ; ເມື່ອຮັກສາສະຖານະຂອງພວກເຂົາໃນທ່າມກາງຜູ້ຄົນໄວ້ໄດ້ແລ້ວ, ສິ່ງຂອງທາງວັດຖຸ, ເງິນທອງ ແລະ ຄວາມເພີດເພີນທີ່ພວກເຂົາໄລ່ຕາມກໍຈະຖືກຮັກສາໄວ້ເຊັ່ນກັນ. ເພາະສະນັ້ນແລ້ວ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ບໍ່ວ່າຈະຢູ່ໃນທີ່ສາທາລະນະ ຫຼື ໃນທີ່ສ່ວນຕົວ, ມັນລ້ວນແຕ່ເປັນການຫຼອກລວງຢ່າງຍິ່ງ. ເຈົ້າຈະບໍ່ມີທາງຮູ້ໄດ້ເລີຍວ່າພວກເຂົາກຳລັງຄິດຫຍັງຢູ່ໃນໃຈຂອງພວກເຂົາ, ຄວາມເປັນມະນຸດ ແລະ ລັກສະນະຂອງພວກເຂົາເປັນແນວໃດ ຫຼື ມຸມມອງ ແລະ ທາງເລືອກຂອງພວກເຂົາກ່ຽວກັບສິ່ງຕ່າງໆນັ້ນເປັນແນວໃດແທ້. ເຈົ້າຈະບໍ່ມີທາງໄດ້ຍິນສິ່ງທີ່ພວກເຂົາຄິດຢ່າງແທ້ຈິງ. ເຖິງແມ່ນວ່າພວກເຂົາຈະເຮັດການປ່ຽນແປງ ແລະ ເສຍສະລະຫຼາຍຢ່າງເພື່ອຜູ້ຕິດຕາມ ແລະ ຜູ້ຊົມຂອງພວກເຂົາກໍຕາມ, ມັນກໍຖືກເຮັດໄປໂດຍຂັດກັບເຈດຕະນາທີ່ແທ້ຈິງຂອງພວກເຂົາ. ເປັນຫຍັງພວກເຂົາຈຶ່ງກະທຳຂັດກັບເຈດຕະນາທີ່ແທ້ຈິງຂອງຕົນແບບນີ້? ກໍແມ່ນເພື່ອຮັກສາສະຖານະຂອງພວກເຂົາໄວ້. ເປັນຍ້ອນພວກເຂົາຮູ້ວ່າ ຖ້າພວກເຂົາເປີດເຜີຍໃບໜ້າທີ່ແທ້ຈິງຂອງພວກເຂົາຕໍ່ສາທາລະນະໃຫ້ຜູ້ຄົນເຫັນ, ພວກເຂົາກໍຈະສູນເສຍຜູ້ຕິດຕາມຫຼາຍຄົນ ແລະ ຍັງຈະຖືກລັງກຽດ ແລະ ຖືກຄົນເຫຼົ່ານັ້ນສາບແຊ່ງ ອີກດ້ວຍ. ເມື່ອພວກເຂົາສູນເສຍຜູ້ຕິດຕາມຂອງຕົນໄປ, ສະຖານະຂອງພວກເຂົາກໍຈະຕົກຕໍ່າລົງຢ່າງໜັກ ແລະ ທັນທີຫຼັງຈາກນັ້ນ, ເງິນທອງ, ຜົນປະໂຫຍດ, ຄວາມເພີດເພີນ ແລະ ສິ່ງຂອງທາງວັດຖຸທີ່ພວກເຂົາໄລ່ຕາມ ພ້ອມທັງເງື່ອນໄຂທີ່ເອື້ອອຳນວຍ ແລະ ສິດທິພິເສດຕ່າງໆທີ່ສະຖານະຂອງພວກເຂົາມອບໃຫ້ພວກເຂົາ ກໍຈະຫາຍໄປທັງໝົດ. ເພາະສະນັ້ນແລ້ວ, ພວກເຂົາທຸກຄົນຈຶ່ງພະຍາຍາມຢ່າງສຸດຄວາມສາມາດເພື່ອປົກປ້ອງພາບລັກຂອງຕົນ ແລະ ຮັກສາສະຖານະຂອງພວກເຂົາໄວ້. ພວກເຂົາຈະຍອມຈ່າຍທຸກລາຄາ ແລະ ໃຊ້ທຸກວິທີທາງເພື່ອຮັກສາສະຖານະ ແລະ ພາບລັກຂອງພວກເຂົາໄວ້, ບາງຄົນປ່ຽນເພດຂອງພວກເຂົາ, ບາງຄົນເຮັດສັນຍະກຳ, ບາງຄົນປິດບັງການແຕ່ງງານຂອງຕົນ ແລະ ບາງຄົນກໍເຖິງຂັ້ນກໍ່ການຄາດຕະກຳຢ່າງລັບໆ; ພວກເຂົາຈະເຮັດທຸກຢ່າງ. ແຕ່ເຖິງຢ່າງນັ້ນກໍຕາມ, ໃນທ່າມກາງຜູ້ຄົນ, ສິ່ງທີ່ພວກເຂົາເຮັດຕໍ່ຄົນອື່ນ ແລະ ສິ່ງທີ່ຄົນອື່ນສາມາດໄດ້ຮັບຈາກພວກເຂົານັ້ນ ເກືອບຈະປາສະຈາກການຊີ້ແນະທີ່ເປັນບວກ ຫຼື ການສະໜອງທີ່ເປັນບວກໃດໆເລີຍ. ບົດບາດທີ່ພວກເຂົາຫຼິ້ນໃນທ່າມກາງຜູ້ຄົນເປັນພຽງການຕອບສະໜອງຄວາມຫຼົງຕົວເອງຂອງຜູ້ຄົນ ແລະ ຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ລວບລວມຜູ້ຄົນມາໄວ້ພາຍໃຕ້ຊື່ຂອງພວກເຂົາ ແລະ ພາຍໃຕ້ອຳນາດຂອງພວກເຂົາ ແລ້ວຈາກນັ້ນກໍເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຍາດແຍ່ງເອົາຈາກຜູ້ຄົນທາງອາລົມ, ທາງຈິດໃຈ ແລະ ທາງການເງິນຢ່າງໂຫດຮ້າຍ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ໃຜກໍຕາມທີ່ມີສະຖານະ ໂດຍພື້ນຖານແລ້ວກໍຄືຜູ້ທີ່ມີຜົນປະໂຫຍດສ່ວນຕົວ. ນີ້ຄືການເວົ້າແບບສຸພາບແລ້ວ; ເຮົາບໍ່ຢາກເວົ້າຫຍັງທີ່ຮຸນແຮງໄປກວ່ານັ້ນ. ພວກເຈົ້າສາມາດຄິດຫາຄຳຕອບໄດ້ດ້ວຍຕົນເອງ. ສະນັ້ນ, ກັບໃຜກໍຕາມທີ່ມີສະຖານະ, ມັນອາດຈະເປັນໄປໄດ້ວ່າ ເມື່ອເຈົ້າເຫັນລາວ, ເຈົ້າຮູ້ສຶກວ່າຮູບແບບການສົນທະນາຂອງລາວນັ້ນພິເສດ, ລາວສະຫງ່າງາມ, ຈົບງາມ ແລະ ມີສະເໜ່ ພ້ອມທັງເຈົ້າອາດຈະເຄົາລົບບູຊາລາວຢ່າງຍິ່ງ. ໂດຍສະເພາະຢ່າງຍິ່ງ, ຄົນຕ່າງເພດບາງຄົນອາດຈະເຖິງຂັ້ນຢາກມອບກາຍຖວາຍຕົວໃຫ້ກັບລາວ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສັນຍານຂອງການຖືກເຮັດໃຫ້ຫຼົງຜິດ ແລະ ການຖືກລ້າງສະໝອງ. ໃຫ້ພວກເຮົາບໍ່ເວົ້າເຖິງຊີວິດເບື້ອງຫຼັງຂອງລາວ, ຄວາມເປັນມະນຸດທີ່ແທ້ຈິງຂອງລາວ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ສິ່ງທີ່ເປັນບວກ, ມັນບໍ່ຈຳເປັນຕ້ອງຊອກຫາຄວາມຈິງກ່ຽວກັບສິ່ງເຫຼົ່ານີ້. ຖ້າເຈົ້າຢາກມອບກາຍຖວາຍຕົວໃຫ້ກັບລາວຢ່າງແທ້ຈິງ, ເມື່ອເຈົ້າເລີ່ມດຳລົງຊີວິດຢູ່ກັບລາວ ເຈົ້າກໍຈະຕົກຕະລຶງ. ຮອດຕອນນັ້ນ, ເຈົ້າກໍຈະຮູ້ວ່າລາວບໍ່ໄດ້ສູງສົ່ງ ແລະ ພິເສດຄືກັບທີ່ເຈົ້າເຊື່ອໃນໃຈຂອງເຈົ້າ; ເຈົ້າຈະບໍ່ເຄົາລົບບູຊາລາວອີກຕໍ່ໄປ ແລະ ເຈົ້າຈະປະຕິບັດຕໍ່ລາວຄືກັບຄົນທຳມະດາ. ດ້ວຍວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ມັນຈຳເປັນຕ້ອງໄປເຖິງຂັ້ນນັ້ນບໍ? (ບໍ່ຈຳເປັນ).
ເມື່ອຄົນທີ່ມີສະຖານະໃນສັງຄົມປາກົດຕົວໃນທີ່ສາທາລະນະ, ໃນງານແຈກລາຍເຊັນ, ງານຖະແຫຼງຂ່າວ ຫຼື ການສະແດງສົດ, ຜູ້ຄົນກໍຈະໂຮຮ້ອງໃຫ້ກຳລັງໃຈພວກເຂົາ ແລະ ຝາກຄວາມຫວັງອັນຍິ່ງໃຫຍ່ໄວ້ກັບພວກເຂົາ. ບາງຄົນເຖິງຂັ້ນຈັບມືກັບພວກເຂົາຄັ້ງໜຶ່ງ ແລ້ວກໍບໍ່ຢາກລ້າງມືອີກເລີຍຕະຫຼອດຊີວິດ ແລະ ບາງຄົນກໍກອດພວກເຂົາຄັ້ງໜຶ່ງ ແລ້ວກໍຕັດສິນໃຈວ່າຈະບໍ່ແຕ່ງງານອີກເລີຍຕະຫຼອດຊີວິດ. ພວກເຈົ້າບໍ່ຄິດບໍວ່າຄົນແບບນັ້ນໂງ່ຫຼາຍ? (ແມ່ນແລ້ວ). ເຈົ້າຕັດສິນໃຈວ່າຈະບໍ່ແຕ່ງງານກໍເພື່ອເຫັນແກ່ພວກເຂົາ, ແຕ່ຖ້າມື້ໜຶ່ງເຈົ້າບັງເອີນພົບພວກເຂົາຢູ່ຕາມຖະໜົນ ແລະ ທັກທາຍພວກເຂົາ, ພວກເຂົາຈະສົນໃຈເຈົ້າບໍ? (ບໍ່). ພວກເຂົາເປັນຄົນທີ່ມີສະຖານະ, ເປັນຄົນທີ່ມີກຽດ, ເປັນບຸກຄົນຊັ້ນສູງ; ໃນສາຍຕາຂອງພວກເຂົາແລ້ວ, ເຈົ້າບໍ່ມີຄ່າຫຍັງເລີຍ. ເຈົ້າຄິດແທ້ໆບໍວ່າພວກເຂົາມັກເຈົ້າ ເມື່ອພວກເຂົາແຈກລາຍເຊັນຂອງພວກເຂົາແກ່ເຈົ້າ, ຈັບມືຂອງເຈົ້າ ແລະ ກອດເຈົ້າ? ເຈົ້າຄິດຜິດແລ້ວ; ເຈົ້າໄຮ້ດຽງສາເກີນໄປ! ເມື່ອພວກເຂົາຕ້ອງການເຈົ້າ, ເຈົ້າກໍເປັນຊັບສົມບັດສຳລັບພວກເຂົາ; ເມື່ອພວກເຂົາບໍ່ຕ້ອງການເຈົ້າ, ເຈົ້າກໍເປັນພຽງຫຍ້າຊະນິດໜຶ່ງ ຫຼື ອາດເວົ້າໄດ້ວ່າ ເຈົ້າບໍ່ມີຄ່າຫຍັງເລີຍ. ໃຜກໍຕາມທີ່ມີສະຖານະໃນສັງຄົມ, ແມ່ນແຕ່ເຈົ້າໜ້າທີ່ລະດັບຕໍ່າສຸດ, ກໍຢູ່ໄກເກີນເອື້ອມຂອງເຈົ້າໃນຖານະພົນລະເມືອງທຳມະດາ. ມັນບໍ່ສຳຄັນວ່າເຈົ້າຈະເປັນຜູ້ໃຫຍ່ ຫຼື ເຈົ້າມີຄວາມສາມາດ, ໃນສາຍຕາຂອງພວກເຂົາ, ເຈົ້າກໍເປັນພຽງຄົນບໍ່ສຳຄັນ; ພວກເຂົາບໍ່ໄດ້ຖືວ່າເຈົ້າສຳຄັນເລີຍ. ນີ້ຄືໂສມໜ້າທີ່ແທ້ຈິງຂອງຄົນທີ່ມີສະຖານະໃນສັງຄົມ. ດັ່ງນັ້ນ, ເມື່ອເບິ່ງແກ່ນແທ້ທຳມະຊາດຂອງພວກເຂົາແລ້ວ, ຜູ້ຄົນໃນໂລກມະນຸດທີ່ຂຶ້ນກັບຊົນຊັ້ນຂອງຜູ້ທີ່ມີອຳນາດ ແລະ ມີສະຖານະ ໂດຍພື້ນຖານແລ້ວລ້ວນແຕ່ເປັນຜູ້ທີ່ມີຜົນປະໂຫຍດສ່ວນຕົວ. ພວກເຂົາບໍ່ໄດ້ຝາກຄວາມຫວັງອັນຍິ່ງໃຫຍ່ໄວ້ກັບເຈົ້າ ແລະ ບໍ່ໄດ້ແບບຮັບຄວາມຮັບຜິດຊອບໃດໆເລີຍ, ແຮງໄກທີ່ພວກເຂົາຈະໃຫ້ສິ່ງໃດ ຫຼື ປະກອບສ່ວນໂດຍບໍ່ໄດ້ເສຍຄ່າ, ບໍ່ຕ້ອງເວົ້າເຖິງເລື່ອງທີ່ພວກເຂົາບໍ່ໄດ້ສະໜອງຫຍັງໃຫ້ກັບເຈົ້າເລີຍ. ພວກເຂົາພຽງແຕ່ຕ້ອງການຮຽກຮ້ອງສິ່ງຕ່າງໆຈາກເຈົ້າ, ເພື່ອໃຫ້ເຈົ້າເຄົາລົບບູຊາ, ຊື່ນຊົມ ແລະ ຕິດຕາມພວກເຂົາທາງຄວາມຮູ້ສຶກ ແລະ ຈາກນັ້ນກໍເພື່ອໃຫ້ໄດ້ຮັບຜົນປະໂຫຍດທາງການເງິນ ແລະ ທາງວັດຖຸຈາກເຈົ້າ. ເມື່ອພວກເຂົາໄດ້ຮັບຜົນປະໂຫຍດ ແລະ ສະຖານະຂອງພວກເຂົາໝັ້ນຄົງແລ້ວ, ຖ້າເຈົ້າຢາກເປັນເພື່ອນຂອງພວກເຂົາ, ເປັນໝູ່ຂອງພວກເຂົາ ແລະ ຢູ່ບົນພື້ນຖານທີ່ເທົ່າທຽມກັບພວກເຂົາ, ພວກເຂົາຈະຕົກລົງບໍ? (ບໍ່.) ຖ້າເຈົ້າພະຍາຍາມບັງຄັບໃຫ້ພວກເຂົາຕົກລົງ, ເຈົ້າຄິດວ່າພວກເຂົາຈະເຮັດແນວໃດ? (ພວກເຂົາຈະຫັນມາຕໍ່ຕ້ານເຈົ້າຢ່າງເປີດເຜີຍ.) ເມື່ອເຫັນວ່າເຈົ້າບໍ່ມີປະໂຫຍດຕໍ່ພວກເຂົາອີກຕໍ່ໄປ, ພວກເຂົາກໍຈະເຕະເຈົ້າອອກໄປ, ບອກໃຫ້ເຈົ້າ “ໜີໄປໄກໆ” ແລະ ເຖິງຂັ້ນດູຖູກເຈົ້າ, ໂດຍເວົ້າວ່າເຈົ້າເປັນຂໍທານທີ່ສົກກະປົກ. ເຈົ້າຄົງຈະຕົກຕະລຶງ, ແມ່ນບໍ? (ແມ່ນແລ້ວ). ກໍຍ້ອນວ່າມະນຸດເບິ່ງສະຖານະດ້ວຍວິທີນີ້ ແລະ ກໍຍ້ອນວ່າສະຖານະນຳເອົາເງື່ອນໄຂທີ່ເອື້ອອຳນວຍຕ່າງໆ ຫຼື ຜົນປະໂຫຍດອັນອຸດົມສົມບູນມາໃຫ້ພວກເຂົາ, ພວກເຂົາຈຶ່ງເບິ່ງວ່າສະຖານະເປັນສິ່ງທີ່ສຳຄັນຫຼາຍ ແລະ ເຫັນຄຸນຄ່າມັນຢ່າງຍິ່ງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຄົນທີ່ມີສະຖານະໃນທ່າມກາງມະນຸດຊາດເຮັດນັ້ນ ບໍ່ແມ່ນການປະຕິບັດຄວາມຮັບຜິດຊອບຕໍ່ມະນຸດຊາດໃຫ້ສຳເລັດ, ມັນບໍ່ແມ່ນຮູບແບບໜຶ່ງຂອງການສະໜອງ ແລະ ມັນບໍ່ໄດ້ເຮັດໃຫ້ລ້າໆ; ແຕ່ກົງກັນຂ້າມ ມັນມີຈຸດປະສົງ ແລະ ການຮຽກຮ້ອງສຳລັບສິ່ງນັ້ນ. ທຸກຄຳທີ່ລາວເວົ້າຈາກຕຳແໜ່ງທີ່ມີສະຖານະຂອງລາວລ້ວນແຕ່ມີຈຸດປະສົງ ແລະ ທຸກສິ່ງທີ່ລາວເຮັດກໍເພື່ອບັນລຸເປົ້າໝາຍບາງຢ່າງເຊັ່ນກັນ; ແນ່ນອນວ່າ ມັນແມ່ນເພື່ອໃຫ້ໄດ້ຮັບຜົນປະໂຫຍດທີ່ຫຼາຍຂຶ້ນຈາກເຈົ້າ, ເຖິງຂັ້ນຂູດຮີດເຈົ້າຈົນໝົດຕົວ. ສິ່ງທີ່ລາວເຮັດຕໍ່ເຈົ້າ ໂດຍພື້ນຖານແລ້ວກໍຄືການເຮັດໃຫ້ຫຼົງຜິດ, ເຮັດໃຫ້ມຶນຊາ ແລະ ສວຍໃຊ້ເຈົ້າ. ເວົ້າງ່າຍໆ ແລະ ກົງໄປກົງມາທີ່ສຸດກໍຄື ມັນເປັນການເຮັດໃຫ້ເຈົ້າໝົດເງິນໃນກະເປົາ. ໝົດເງິນໃນກະເປົາເພື່ອຫຍັງ? ເພື່ອຊື້ປີ້ຂອງລາວ, ຊື້ຜະລິດຕະພັນຂອງລາວ, ຊື້ສິນຄ້າຂອງລາວ ແລະ ໃຫ້ສິ່ງທີ່ລາວຕ້ອງການທີ່ສຸດແກ່ລາວ. ດັ່ງນັ້ນ, ເມື່ອຄົນໃດໜຶ່ງມີສະຖານະ, ຜົນປະໂຫຍດກໍຈະຕາມມາເອງ. ເມື່ອຜູ້ຄົນມີສະຖານະ ແລະ ຢືນຢູ່ໃນຕຳແໜ່ງທີ່ມີສະຖານະ, ມັນກໍງ່າຍສຳລັບພວກເຂົາທີ່ຈະເຮັດໃຫ້ຄົນອື່ນຫຼົງຜິດ ແລະ ມັນກໍງ່າຍສຳລັບພວກເຂົາທີ່ຈະໃຊ້ສະຖານະຂອງຕົນເພື່ອເປັນປະໂຫຍດໃນການເຮັດສິ່ງຕ່າງໆເຊັ່ນກັນ. ໃນຖານະທີ່ເປັນສະມາຊິກຂອງມະນຸດຊາດ, ຍ້ອນເຈົ້າເຄົາລົບບູຊາສະຖານະ, ມັນຈຶ່ງງ່າຍຫຼາຍທີ່ເຈົ້າຈະຖືກເຮັດໃຫ້ຫຼົງຜິດ, ຖືກຄວບຄຸມ ແລະ ຖືກຍຸຍົງໂດຍຄົນທີ່ມີສະຖານະ ຫຼື ຄົນທີ່ຢືນຢູ່ໃນຕຳແໜ່ງທີ່ມີສະຖານະ, ຖືກຍຸຍົງໃຫ້ເຮັດສິ່ງນັ້ນສິ່ງນີ້. ໂດຍສະເພາະດາລາ ແລະ ຄົນດັງທີ່ມີຊື່ສຽງເຫຼົ່ານັ້ນເຊິ່ງໂດ່ງດັງໃນສັງຄົມ, ເມື່ອພວກເຂົາຮ້ອງອອກມາຈາກເທິງເວທີວ່າ: “ພວກເຈົ້າທຸກຄົນສະບາຍດີບໍ? ບໍ່ໄດ້ພົບກັນດົນເລີຍເນາະ!” ຜູ້ຕິດຕາມຂອງພວກເຂົາທີ່ເປັນຜູ້ຊົມກໍຈະແກວ່ງແທ່ງໄຟ ແລະ ພວກເຂົາກໍຈະຮ້ອງໂຮ ແລະ ຮ້ອງສຽງຫຼົງ, ເປັນບ້າໄປເລີຍ. ພວກເຂົາເປັນບ້າສໍ່າໃດ? ບາງຄົນມີນໍ້າຕາໄຫຼອາບໜ້າໃນຕອນນັ້ນເລີຍ ແລະ ບາງຄົນກໍເປັນລົມລົ້ມພັບຢູ່ບ່ອນນັ້ນ ແລະ ຖືກນຳສົ່ງເຂົ້າຫ້ອງສຸກເສີນ. ພຽງແຕ່ຈາກຄຳເວົ້າສອງສາມຄຳນັ້ນ, ພຽງແຕ່ຈາກການຟັງເພງສອງສາມເພງນັ້ນ ແລະ ການເບິ່ງການສະແດງຄັ້ງດຽວນັ້ນ, ພວກເຂົາກໍສູນເສຍສະຕິແບບນີ້, ເຮັດຄືກັບວ່າພວກເຂົາປ່ວຍທາງຈິດ. ເຈົ້າຈະເວົ້າບໍວ່າຄົນເຫຼົ່ານີ້ໂງ່ຈ້າ? (ແມ່ນແລ້ວ). ແລ້ວພວກເຂົາຈະສືບຕໍ່ເຂົ້າຮ່ວມການສະແດງເຫຼົ່ານີ້ໃນພາຍຫຼັງບໍ? (ພວກເຂົາຈະເຂົ້າຮ່ວມ.) ນີ້ບໍ່ແມ່ນການຖືກເຮັດໃຫ້ຫຼົງຜິດບໍ? ປີ້ສຳລັບການສະແດງປະເພດນັ້ນອາດຈະແພງຫຼາຍ. ເຈົ້າຈ່າຍເງິນທັງໝົດນັ້ນ ແລະ ພວກເຂົາກໍພຽງແຕ່ຮ້ອງເພງສອງສາມເພງ ແລະ ເຕັ້ນໄປມາເທິງເວທີເລັກນ້ອຍ. ມັນຄຸ້ມຄ່າບໍທີ່ຈະຈ່າຍເງິນທັງໝົດນັ້ນ? ເຈົ້າບໍ່ໄດ້ກຳລັງຖືກຫຼອກລວງບໍ? ບາງຄົນເຖິງຂັ້ນບັງຄັບໃຫ້ພໍ່ແມ່ຂອງພວກເຂົາຈ່າຍເງິນເພື່ອຊື້ປີ້ເຂົ້າຊົມຄອນເສີດຂອງຄົນດັງທີ່ພວກເຂົາມັກ ຫຼື ຊື້ສິນຄ້າຂອງຄົນດັງເຫຼົ່ານັ້ນ. ຖ້າຄອບຄົວຂອງພວກເຂົາຍາກຈົນ ແລະ ບໍ່ສາມາດຈ່າຍໄດ້, ພວກເຂົາກໍຈະດ່າພໍ່ແມ່ຂອງພວກເຂົາວ່າໄຮ້ປະໂຫຍດ ແລະ ບໍ່ມີຄວາມສາມາດ. ພໍ່ແມ່ຂອງພວກເຂົາບໍ່ສາມາດເຮັດຫຍັງໄດ້; ນີ້ເປັນພຽງກະແສໃນສັງຄົມນີ້. ຫຼັງຈາກທີ່ຖືກລູກໆຂອງພວກເຂົາດ່າແບບນີ້ແລ້ວ, ພໍ່ແມ່ບາງຄົນກໍເຖິງຂັ້ນຮູ້ສຶກຕໍ່າຕ້ອຍຫຼາຍ ແລະ ບໍ່ກ້າທີ່ຈະຍອມຮັບຕໍ່ໜ້າຄົນອື່ນວ່າພວກເຂົາເປັນພໍ່ແມ່ຂອງຄົນນັ້ນຄົນນີ້. ສິ່ງນີ້ບໍ່ໄດ້ເກີດຈາກກະແສສັງຄົມບໍ? (ແມ່ນແລ້ວ). ແລ້ວກະແສນີ້ກໍ່ຕົວຂຶ້ນມາໄດ້ແນວໃດ? ມັນກໍ່ຕົວຂຶ້ນມາເປັນຜົນມາຈາກຄວາມຄິດ ແລະ ມຸມມອງຂອງມະນຸດຊາດກ່ຽວກັບສະຖານະ, ຊື່ສຽງ ແລະ ຜົນປະໂຫຍດທີ່ນັບມື້ນັບຊົ່ວຊ້າລົງ ແລະ ໃນທີ່ສຸດກໍພັດທະນາໄປພ້ອມກັບກະແສທີ່ຊົ່ວຮ້າຍນີ້ຈົນເຖິງປັດຈຸບັນ, ເຊິ່ງທຳຮ້າຍຜູ້ຄົນຮຸ່ນແລ້ວຮຸ່ນເລົ່າ. ສິ່ງທີ່ຄົນທີ່ມີສະຖານະເຫຼົ່ານັ້ນເຮັດຕໍ່ຄົນອື່ນແມ່ນຫຍັງ? ຄຳເວົ້າທີ່ພວກເຂົາຮ້ອງບອກຜູ້ຄົນຈາກຕຳແໜ່ງທີ່ສູງສົ່ງຂອງພວກເຂົາແມ່ນຫຍັງ? ພວກເຂົາຖ່າຍທອດຫຍັງໃຫ້ກັບຜູ້ຄົນ? ພວກເຂົາຖ່າຍທອດຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ ແລະ ຊົ່ວຊ້າ; ພວກເຂົາຖ່າຍທອດກະແສທີ່ຊົ່ວຮ້າຍ; ສິ່ງທີ່ພວກເຂົາຖ່າຍທອດລ້ວນແຕ່ເປັນສິ່ງທີ່ເປັນລົບ. ໃນທີ່ສຸດ, ເຈົ້າກໍຍັງເຕັມໃຈທີ່ຈະຍາດແຍ່ງກັນເພື່ອໃຊ້ເງິນຂອງເຈົ້າໄປກັບປີ້ ແລະ ຜະລິດຕະພັນຂອງຄົນດັງເຫຼົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຊື້ສິ່ງເຫຼົ່ານັ້ນໄດ້, ເຈົ້າກໍເຖິງຂັ້ນແອບຮ້ອງໄຫ້ ແລະ ຮູ້ສຶກຕໍ່າຕ້ອຍ. ນີ້ບໍ່ແມ່ນການເຕັມໃຈລົດຄຸນຄ່າຂອງຕົນເອງບໍ? (ແມ່ນແລ້ວ). ນີ້ຄືສິ່ງທີ່ໂລກເປັນຢ່າງແທ້ຈິງ; ນີ້ຄືສິ່ງທີ່ມະນຸດຊາດເປັນຢ່າງແທ້ຈິງ. ໃນທ່າມກາງມະນຸດຊາດ, ກະແສທີ່ຊົ່ວຮ້າຍມັກຈະມີອຳນາດເໜືອກວ່າຢູ່ສະເໝີ ແລະ ກະແສທີ່ຊົ່ວຮ້າຍເຫຼົ່ານີ້ກໍກຳລັງພັດທະນາ ແລະ ວິວັດທະນາການຢູ່ຕະຫຼອດເວລາເຊັ່ນກັນ. ບໍ່ວ່າພວກມັນຈະວິວັດທະນາການໄປແນວໃດກໍຕາມ, ກໍມັກຈະມີກຸ່ມຄົນທີ່ມີສະຖານະ, ອຳນາດ ແລະ ກຽດຕິຍົດທີ່ເປັນຜູ້ນຳໜ້າຂອງກະແສທີ່ຊົ່ວຮ້າຍຢູ່ສະເໝີ. ໃນທີ່ສຸດແລ້ວ ຈະເກີດຫຍັງຂຶ້ນກັບຜູ້ທີ່ເປັນຜູ້ນຳໜ້າເຫຼົ່ານັ້ນ? ເຮົາຈະບໍ່ເວົ້າ; ພວກເຈົ້າສາມາດໄຕ່ຕອງເລື່ອງນີ້ໄດ້ດ້ວຍຕົນເອງ.
ຈຸດປະສົງຂອງການໂອ້ລົມພຣະທຳເຫຼົ່ານີ້, ໃນດ້ານໜຶ່ງແມ່ນເພື່ອໃຫ້ເຈົ້າຮູ້ວ່າສະຖານະແມ່ນຫຍັງ ແລະ ໃນອີກດ້ານໜຶ່ງແມ່ນເພື່ອໃຫ້ເຈົ້າຮູ້ ແລະ ເຂົ້າໃຈຄວາມແຕກຕ່າງລະຫວ່າງສະຖານະທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງມີ ແລະ ສະຖານະທີ່ມະນຸດມີ. ສິ່ງເຫຼົ່ານີ້ມີລັກສະນະ ແລະ ແກ່ນແທ້ທີ່ແຕກຕ່າງກັນຢ່າງສິ້ນເຊີງ. ສະຖານະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຖືກກຳນົດໂດຍແກ່ນແທ້ ແລະ ຊີວິດຂອງພຣະອົງ; ມັນບໍ່ແມ່ນຕຳແໜ່ງ, ມັນບໍ່ໄດ້ຖືກມອບໃຫ້ພຣະອົງໂດຍມະນຸດຊາດ ແລະ ມັນບໍ່ແມ່ນສິ່ງທີ່ພຣະອົງໄດ້ຮັບຈາກການຍົກຍ້ອງຂອງມະນຸດ ຍ້ອນວ່າພຣະອົງໄດ້ຮັບຄວາມຮູ້ ແລະ ທິດສະດີ ພ້ອມທັງໄດ້ຮັບປະສົບການຊີວິດທີ່ພຽງພໍໃນສັງຄົມ. ສະຖານະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຖືກກຳນົດໂດຍອັດຕະລັກຂອງພຣະອົງ ແລະ ອັດຕະລັກຂອງພຣະອົງກໍຖືກກຳນົດໂດຍຊີວິດ ແລະ ແກ່ນແທ້ຂອງພຣະອົງ. ເຖິງແມ່ນວ່າຈະມີອັດຕະລັກ ແລະ ແກ່ນແທ້ແບບນັ້ນກໍຕາມ, ພຣະອົງກໍບໍ່ໄດ້ວາງຕົວສູງສົ່ງ ແລະ ມີອຳນາດ, ກົດຂີ່ຜູ້ຄົນ, ດຶງຄົນມາເປັນພວກ, ຮຽກຮ້ອງຈາກມະນຸດຊາດ ຫຼື ວາງອຳນາດເໜືອຜູ້ຄົນ ຄືກັບທີ່ຜູ້ທີ່ມີສະຖານະທີ່ໂດດເດັ່ນໃນທ່າມກາງມະນຸດຊາດເຮັດ. ແນ່ນອນວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ແມ່ນຜູ້ທີ່ມີຜົນປະໂຫຍດສ່ວນຕົວ. ພຣະອົງບໍ່ເຄີຍຮຽກຮ້ອງຜົນປະໂຫຍດໃດໆຈາກຜູ້ທີ່ຕິດຕາມພຣະອົງ, ລວມເຖິງຜົນປະໂຫຍດທາງການເງິນ ແລະ ທາງວັດຖຸ. ແນ່ນອນວ່າ, ພຣະອົງກໍບໍ່ໄດ້ຮຽກຮ້ອງຄ່າຕອບແທນໃດໆຈາກຜູ້ຕິດຕາມຂອງພຣະອົງເຊັ່ນກັນ. ແຕ່ກົງກັນຂ້າມ, ພຣະອົງຊົງປະຕິບັດຄວາມຮັບຜິດຊອບຂອງພຣະອົງໃຫ້ສຳເລັດຢ່າງສະໝໍ່າສະເໝີ ແລະ ເຮັດວຽກງານຂອງພຣະອົງດ້ວຍອັດຕະລັກຂອງພຣະອົງ ແລະ ຈາກຕຳແໜ່ງຂອງພຣະອົງ, ໂດຍສະໜອງຄວາມຈິງທັງໝົດທີ່ຜູ້ຕິດຕາມຂອງພຣະອົງຕ້ອງການ. ແນ່ນອນວ່າ ໃນຊ່ວງເວລາທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຮັດວຽກງານຂອງພຣະອົງ ແລະ ປະຕິບັດຄວາມຮັບຜິດຊອບຂອງພຣະອົງໃຫ້ສຳເລັດນັ້ນ, ພຣະອົງບໍ່ໄດ້ຮ້ອງບອກຜູ້ຄົນຈາກຕຳແໜ່ງທີ່ສູງສົ່ງ ຄືກັບທີ່ສິ່ງທີ່ເອີ້ນວ່າຄົນທີ່ມີສະຖານະໃນທ່າມກາງມະນຸດຊາດເຮັດ, ທັງບໍ່ໄດ້ຢືນຢູ່ໃນຕຳແໜ່ງທີ່ສູງສົ່ງເພື່ອສ້າງບັນຍາກາດບາງຢ່າງ, ຈັດການສະແດງທີ່ຍິ່ງໃຫຍ່ ຫຼື ສ້າງພາບລັກ, ເພື່ອຊະນະໃຈຜູ້ຄົນ ແລະ ເຮັດໃຫ້ພວກເຂົາຍົກຍ້ອງພຣະອົງ ແລະ ອື່ນໆ. ໃນອັດຕະລັກຂອງພຣະອົງໃນຖານະພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະເຈົ້າບໍ່ໄດ້ເຮັດສິ່ງໃດໆໃນສິ່ງເຫຼົ່ານີ້. ອັດຕະລັກ ແລະ ສະຖານະຂອງພຣະອົງຖືກກຳນົດໂດຍແກ່ນແທ້ຂອງພຣະອົງເອງ; ພວກມັນບໍ່ໄດ້ເກີດຂຶ້ນເປັນຜົນມາຈາກການຍົກຍ້ອງຂອງມະນຸດ, ທັງບໍ່ແມ່ນຜົນມາຈາກການລົງຄະແນນສຽງບາງຢ່າງໂດຍມະນຸດຊາດ. ແລ້ວພວກມັນເກີດຂຶ້ນໄດ້ແນວໃດ? ມັນເປັນຍ້ອນວ່າພຣະເຈົ້າສະແດງຄວາມຈິງ ແລະ ເປີດເຜີຍຄວາມເລິກລັບເຫຼົ່ານີ້ ມະນຸດຈຶ່ງໄດ້ຮູ້ວ່າເນື້ອໜັງນີ້ຄືພຣະເຈົ້າເອງ, ເຊິ່ງມີອັດຕະລັກ ແລະ ສະຖານະຂອງພຣະເຈົ້າ. ບາງຄົນເວົ້າວ່າ: “ເປັນຫຍັງພຣະເຈົ້າຈຶ່ງເປັນພະຍານໃຫ້ກັບພຣະອົງເອງ?” ກໍຍ້ອນວ່າມະນຸດຊາດບໍ່ຮູ້ຈັກພຣະເຈົ້າ ແລະ ເຮັດໄດ້ພຽງແຕ່ຕໍ່ຕ້ານ ແລະ ກ່າວໂທດພຣະເຈົ້າເທົ່ານັ້ນ ແລະ ດັ່ງນັ້ນ ມັນຈຶ່ງແມ່ນຜ່ານການທີ່ພຣະເຈົ້າສະແດງຄວາມຈິງເທົ່ານັ້ນ ທີ່ອັດຕະລັກ ແລະ ສະຖານະຂອງພຣະອົງເອງຈຶ່ງສາມາດໄດ້ຮັບການເປັນພະຍານ, ເຖິງແມ່ນວ່າຄົນໃດໜຶ່ງຈະມີຄວາມຮູ້ແຈ້ງເລັກນ້ອຍຈາກພຣະວິນຍານບໍລິສຸດກໍຕາມ, ພວກເຂົາກໍອາດຈະບໍ່ສາມາດເປັນພະຍານເຖິງສິ່ງນັ້ນໄດ້ຢ່າງຊັດເຈນ, ພຣະເຈົ້າຕ້ອງເປັນພະຍານໃຫ້ກັບພຣະອົງເອງເພື່ອບັນລຸຜົນຕາມທີ່ຕ້ອງການ. ການເພິ່ງພາມະນຸດຊາດໃຫ້ເປັນພະຍານເຖິງພຣະເຈົ້າສາມາດບັນລຸຜົນຕາມທີ່ຕັ້ງໃຈໄວ້ໄດ້ບໍ? (ບໍ່ໄດ້). ເປັນຫຍັງຈຶ່ງບໍ່ໄດ້? (ມະນຸດພຽງແຕ່ບໍ່ຮູ້ຈັກພຣະເຈົ້າ.) ຖືກຕ້ອງແລ້ວ; ມັນເປັນເພາະວ່າມະນຸດຊາດບໍ່ຮູ້ຈັກພຣະເຈົ້າ, ບໍ່ມີໃຜຮູ້ຈັກເລີຍ. ດັ່ງນັ້ນ, ພຣະເຈົ້າຈຶ່ງບັງເກີດເປັນເນື້ອໜັງ, ກາຍເປັນບຸດມະນຸດ ແລະ ເລີ່ມປາກົດຕົວ ແລະ ເຮັດວຽກງານ, ໂດຍຮ້ອງບອກມະນຸດຊາດ ເພື່ອໃຫ້ທຸກຄົນໄດ້ຍິນຖ້ອຍຄຳ ແລະ ພຣະທຳຂອງພຣະເຈົ້າ. ຈາກນັ້ນ ພຣະວິນຍານບໍລິສຸດກໍເລີ່ມເຮັດວຽກງານ, ລວບລວມຜູ້ຄົນເຂົ້າກັນ ແລະ ຈາກນັ້ນ ພຣະເຈົ້າກໍເລີ່ມກ່າວກັບຜູ້ຄົນ ແລະ ເຮັດວຽກງານໃນທ່າມກາງພວກເຂົາ. ໃນຕອນທຳອິດ, ບຸກຄົນຈຳນວນໜຶ່ງບໍ່ສາມາດຍອມຮັບມັນໄດ້; ພວກເຂົາມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ບໍ່ຮູ້ຈັກ ຫຼື ເຂົ້າໃຈພຣະອົງ. ເຖິງຢ່າງໃດກໍຕາມ, ພຣະວິນຍານບໍລິສຸດເຮັດວຽກງານທີ່ຍິ່ງໃຫຍ່ ແລະ ພຣະເຈົ້າເອງກໍຄ້ຳຊູວຽກງານຂອງພຣະອົງເອງ. ຜ່ານການກ່າວ ແລະ ການເຮັດວຽກງານຕະຫຼອດຫຼາຍປີທີ່ຜ່ານມານີ້, ຜູ້ຄົນບໍ່ໄດ້ມາຍອມຮັບອັດຕະລັກ ແລະ ສະຖານະຂອງພຣະເຈົ້າໃນລະດັບໃດໜຶ່ງບໍ? (ຍອມຮັບ).
ຫຼາຍຄົນໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ໃນຂະນະທີ່ຍັງບໍ່ມີຄວາມຮູ້ກ່ຽວກັບພຣະອົງ, ໃນຂະນະທີ່ມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງ ຫຼື ການເຈືອປົນຂອງຄວາມປະສົງຂອງມະນຸດ ກ່ຽວກັບອັດຕະລັກ ແລະ ສະຖານະຂອງພຣະອົງໂດຍສະເພາະ, ແຕ່ຈາກການທີ່ພຣະເຈົ້າຊົງກ່າວ ແລະ ເຮັດວຽກງານ, ປະຕິບັດຄວາມຮັບຜິດຊອບຂອງພຣະອົງຕໍ່ຜູ້ຄົນໃຫ້ສຳເລັດ ແລະ ສະລະພຣະອົງເອງເພື່ອພວກເຂົາຕະຫຼອດຫຼາຍປີທີ່ຜ່ານມານີ້, ຜົນໄດ້ຮັບໜຶ່ງກໍສາມາດເຫັນໄດ້ແລ້ວ. ພວກເຈົ້າຮູ້ບໍວ່າຜົນໄດ້ຮັບນີ້ແມ່ນຫຍັງ? (ຂ້ານ້ອຍຄິດວ່າຜົນໄດ້ຮັບນີ້ກໍຄື ຜູ້ຄົນຖືກເອົາຊະນະໂດຍພຣະທຳຂອງພຣະເຈົ້າ ແລະ ຕ້ອງຍອມຮັບແກ່ນແທ້ຂອງພຣະເຈົ້າ.) ມັນຖືກຕ້ອງແລ້ວທີ່ຜູ້ຄົນຖືກເອົາຊະນະ. ເຖິງແມ່ນວ່າຜູ້ຄົນຍັງມີຫົນທາງອີກຍາວໄກກ່ອນທີ່ພວກເຂົາຈະຖືກພຣະເຈົ້າຮັບເອົາກໍຕາມ, ພວກເຂົາກໍຖືກເອົາຊະນະໂດຍພຣະອົງແລ້ວ. ແລ້ວຫຼັກຖານທີ່ວ່າຜູ້ຄົນຖືກເອົາຊະນະແລ້ວນັ້ນແມ່ນຫຍັງ? ໃນຕອນເລີ່ມຕົ້ນ, ເມື່ອພຣະເຈົ້າເປັນພະຍານວ່າບຸກຄົນນີ້ຄືພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຫຼາຍຄົນມີຄວາມຄິດຫຼົງຜິດ, ຮູ້ສຶກຕໍ່ຕ້ານ ແລະ ບໍ່ເຕັມໃຈທີ່ຈະຍອມຮັບ ຫຼື ຮັບເອົາຄວາມຈິງຂໍ້ນີ້. ເຖິງຢ່າງໃດກໍຕາມ, ຕອນນີ້ພວກເຈົ້າ, ລວມເຖິງພວກເຈົ້າບາງຄົນທີ່ໃນຕອນທຳອິດບໍ່ຕ້ອງການຍອມຮັບເລີຍວ່າບຸກຄົນນີ້ຄືພຣະເຈົ້າ, ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສາມາດນັ່ງລົງ, ເຕັມໄປດ້ວຍຄວາມອົດທົນ ແລະ ຄວາມຄາດຫວັງ ພ້ອມທັງຮັບຟັງເຮົາໂອ້ລົມໄດ້ຢ່າງງຽບໆ ແລະ ຢ່າງຕັ້ງໃຈ. ພຽງແຕ່ສິ່ງນີ້ກໍພຽງພໍແລ້ວທີ່ຈະພິສູດວ່າຜູ້ຄົນຖືກເອົາຊະນະໂດຍພຣະເຈົ້າ, ແມ່ນບໍ? (ແມ່ນແລ້ວ). ເມື່ອສິບກວ່າປີກ່ອນ, ໃນການເຕົ້າໂຮມ ແລະ ການໂອ້ລົມຂອງເຮົາກັບພວກເຈົ້າ, ຫຼັງຈາກທີ່ເຮົາໄດ້ເວົ້າໄປປະມານສີ່ສິບນາທີ, ກໍມີຫຼາຍຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້ອີກຕໍ່ໄປ. ບາງຄົນກໍຈະໄປຫ້ອງນໍ້າ, ບາງຄົນກໍຈະດື່ມນໍ້າ, ບາງຄົນກໍຈະຊຸບຊິບກັນ ພ້ອມທັງບາງຄົນກໍຈະຫາວນອນ ແລະ ບິດຄີງຂີ້ຄ້ານ. ເກືອບຈະຫຼາຍກວ່າຫົກສິບເປີເຊັນຂອງຜູ້ຄົນຈະຮູ້ສຶກກະວົນກະວາຍ. ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ເຮົາກຳລັງເວົ້າຢູ່, ບໍ່ສາມາດຈັບໃຈຄວາມໄດ້ ແລະ ບໍ່ສາມາດຮັບເອົາມັນໄດ້. ບອກເຮົາເບິ່ງ, ມັນບໍ່ອິດເມື່ອຍບໍສຳລັບເຮົາທີ່ຈະຕ້ອງໂອ້ລົມກັບພວກເຈົ້າ? ເຮົາເຫັນວ່າວຸດທິພາວະຂອງພວກເຈົ້ານ້ອຍເກີນໄປ ແລະ ພວກເຈົ້າບໍ່ສາມາດນັ່ງຢູ່ຊື່ໆເພື່ອຟັງຄຳເທດສະໜາໄດ້, ພວກເຈົ້າບໍ່ຄືກັບເດັກນ້ອຍອະນຸບານທີ່ບໍ່ສາມາດຮັບເອົາສິ່ງທີ່ຄົນອື່ນເວົ້າກັບພວກເຂົາບໍ? ສະນັ້ນ ເຮົາຈຶ່ງຕ້ອງອົດທົນ ພ້ອມທັງໂອ້ລົມ ແລະ ຊີ້ແນະພວກເຈົ້າຢ່າງອົດທົນ. ຕໍ່ມາ, ເມື່ອຜູ້ຄົນຟັງຫຼາຍຂຶ້ນ ແລະ ເຂົ້າໃຈບາງສິ່ງບາງຢ່າງ ພ້ອມທັງຄ່ອຍໆເລີ່ມສົນໃຈໃນຄວາມຈິງ, ຄົນທີ່ຊຸບຊິບກັນກໍໜ້ອຍລົງເລື້ອຍໆ ແລະ ຄົນທີ່ຫາວນອນ ແລະ ບິດຄີງຂີ້ຄ້ານກໍໜ້ອຍລົງເລື້ອຍໆ. ໃນລະຫວ່າງການເຕົ້າໂຮມ, ຕອນນີ້ຄົນສ່ວນໃຫຍ່ສາມາດຟັງຄຳເທດສະໜາດ້ວຍຄວາມຕັ້ງໃຈຢ່າງຍິ່ງ; ພວກເຂົາສາມາດນັ່ງຢູ່ຊື່ໆ ແລະ ຮັບເອົາຄຳເທດສະໜາເຫຼົ່ານັ້ນ ພ້ອມທັງຈັບໃຈຄວາມພື້ນຖານຂອງຫົນທາງແຫ່ງຊີວິດໄດ້. ຍັງມີສັນຍານທີ່ດີອີກຢ່າງໜຶ່ງຄື: ເມື່ອເຮົາເວົ້າກ່ຽວກັບບາງດ້ານຂອງຫຼັກການຄວາມຈິງ, ຫຼາຍຄົນກໍຟ້າວຈົດບັນທຶກເອົາໄວ້. ເມື່ອໄດ້ຍິນຄຳເວົ້າທີ່ສຳຄັນ ແລະ ຈຳເປັນ, ພວກເຂົາກໍຟ້າວຈົດບັນທຶກພວກມັນໄວ້ ເພື່ອທີ່ພວກເຂົາຈະສາມາດໄຕ່ຕອງພວກມັນໃນພາຍຫຼັງໄດ້. ນີ້ເປັນສິ່ງທີ່ຍອດຢ້ຽມຫຼາຍ! ຄົນເຫຼົ່ານີ້ມີຄວາມສາມາດໃນການຢັ່ງຮູ້ຢ່າງແທ້ຈິງ; ພວກເຂົາເລີ່ມທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງ ແລະ ຮູ້ຈັກທີ່ຈະໃສ່ໃຈກັບຄວາມເປັນຈິງ. ບໍ່ວ່າຈະເປັນໃນການໂອ້ລົມຕາມປົກກະຕິຂອງເຮົາ ຫຼື ເມື່ອສົນທະນາກັບຜູ້ຄົນ, ຕາບໃດທີ່ເນື້ອໃນກ່ຽວຂ້ອງກັບຫຼັກການຄວາມຈິງ, ຜູ້ຄົນກໍຈະຟັງ ແລະ ຈົດບັນທຶກເອົາໄວ້ຢ່າງຕັ້ງໃຈ; ນີ້ຄືສັນຍານທີ່ດີ. ດັ່ງທີ່ເຈົ້າເຫັນ, ຕະຫຼອດການເດີນທາງນີ້, ເທື່ອລະບາດກ້າວ, ສະພາວະຂອງຜູ້ຄົນກໍນັບມື້ນັບດີຂຶ້ນເລື້ອຍໆ. ນອກຈາກນີ້, ດັ່ງທີ່ເຫັນໄດ້ຈາກວິດີໂອຄຳພະຍານຈາກປະສົບການ ແລະ ຮູບເງົາທີ່ຜະລິດໂດຍເຮືອນຂອງພຣະເຈົ້າ, ຫຼາຍຄົນມີປະສົບການທີ່ແທ້ຈິງບາງຢ່າງ ນັບຕັ້ງແຕ່ຕອນທີ່ພວກເຂົາເລີ່ມປະຕິບັດໜ້າທີ່ຂອງພວກເຂົາທຳອິດຈົນເຖິງປັດຈຸບັນ. ແລ້ວສິ່ງທີ່ຜູ້ຄົນໄດ້ຮັບຫຼາຍທີ່ສຸດແມ່ນຫຍັງ? ມັນກໍຄື ພວກເຂົາສາມາດເບິ່ງ ແລະ ປະສົບກັບສິ່ງຕ່າງໆທຸກປະເພດ ໂດຍອີງໃສ່ຄວາມຈິງຕ່າງໆທີ່ເຮົາໄດ້ໂອ້ລົມຕະຫຼອດຫຼາຍປີທີ່ຜ່ານມາ. ພວກເຂົາທຸກຄົນລ້ວນແຕ່ເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດແກ້ໄຂບັນຫາບາງຢ່າງໄດ້; ພວກເຂົາໄດ້ຮັບຄວາມຢັ່ງຮູ້ ແລະ ຄວາມເຂົ້າໃຈບາງຢ່າງກ່ຽວກັບເຈດຕະນາຂອງພຣະເຈົ້າ, ພວກເຂົາໄດ້ມາອ່ອນນ້ອມຕໍ່ພຣະເຈົ້າ ແລະ ມີການປ່ຽນແປງໃນອຸປະນິໄສຊີວິດຂອງພວກເຂົາ. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຂົາໄດ້ຮັບບໍ? (ແມ່ນແລ້ວ). ໃນອະດີດ, ເມື່ອພວກເຈົ້າເລີ່ມຟັງຄຳເທດສະໜາທຳອິດ, ພວກເຈົ້າບໍ່ສາມາດນັ່ງຢູ່ຊື່ໆໄດ້. ບາງຄົນເວົ້າວ່າມັນອາດຈະເປັນຍ້ອນພວກເຈົ້າຍັງໜຸ່ມ. ທີ່ຈິງແລ້ວ, ມັນບໍ່ແມ່ນແນວນັ້ນ; ແມ່ນແຕ່ຄົນອາຍຸສີ່ສິບ ແລະ ຫ້າສິບປີກໍບໍ່ສາມາດນັ່ງຢູ່ຊື່ໆໄດ້, ຍ້ອນວ່າພວກເຂົາບໍ່ສາມາດເຂົ້າໃຈ ແລະ ມັນເກີນຄວາມສາມາດຂອງພວກເຂົາ. ພວກເຂົາຮູ້ສຶກວ່າທຸກຄຳທີ່ພວກເຂົາໄດ້ຍິນນັ້ນຖືກຕ້ອງ, ແຕ່ທັນທີທີ່ພວກເຂົາໄດ້ຍິນບາງສິ່ງທີ່ບໍ່ກົງກັນກັບຄວາມຄິດຫຼົງຜິດຂອງຕົນ, ພວກເຂົາກໍບໍ່ສາມາດຍອມຮັບມັນໄວ້ໃນໃຈໄດ້ ແລະ ຈາກນັ້ນ ພວກເຂົາກໍຈະເລີ່ມນັ່ງຫຼັງກົ່ງ, ເໜັງຕີງໄປມາ ຫຼື ຊຸບຊິບກັນ, ໂດຍປາສະຈາກລັກສະນະຄ້າຍຄືມະນຸດທີ່ປົກກະຕິແມ່ນແຕ່ໜ້ອຍດຽວ. ດັ່ງນັ້ນ ເຮົາຈຶ່ງຕ້ອງເວົ້າດ້ວຍຄວາມອົດທົນ. ເຮົາໄດ້ເວົ້າເປັນເວລາຫຼາຍປີ, ໂດຍເວົ້າເທື່ອລະເລັກລະໜ້ອຍກ່ຽວກັບບັນຫາທຸກປະເພດ, ເຮັດໃຫ້ທຸກຄົນສາມາດຈັບໃຈຄວາມພື້ນຖານໄດ້. ເຖິງແມ່ນວ່າຕອນນີ້ຫຼາຍຄົນຈະບໍ່ມີປະສົບການຫຼາຍກ່ຽວກັບການເຂົ້າສູ່ຊີວິດ ແລະ ຫຼາຍຄັ້ງພວກເຂົາກໍບໍ່ມີການເຂົ້າສູ່ຊີວິດກໍຕາມ, ຢ່າງໜ້ອຍທີ່ສຸດ, ຄວາມຮູ້ສຶກທີ່ພວກເຂົາມີແມ່ນຫຍັງ? ພວກເຂົາເລີ່ມສົນໃຈໃນຄວາມຈິງ ແລະ ມີຄວາມຮັບຮູ້ກ່ຽວກັບມັນ ພ້ອມທັງພວກເຂົາໄດ້ເກີດມີຄວາມມັກບາງຢ່າງຕໍ່ຄວາມຈິງໃນໃຈຂອງພວກເຂົາ. ພວກເຂົາມີແນວຄວາມຄິດບາງຢ່າງກ່ຽວກັບຄວາມຈິງ ແລະ ສິ່ງທີ່ເປັນບວກ, ມີແນວຄວາມຄິດບາງຢ່າງກ່ຽວກັບວິທີປະພຶດຕົນ, ມີແນວຄວາມຄິດບາງຢ່າງກ່ຽວກັບການກະທຳຕາມຫຼັກການຄວາມຈິງ ພ້ອມທັງມີແນວຄວາມຄິດບາງຢ່າງກ່ຽວກັບການບັນລຸຄວາມລອດພົ້ນ. ເພາະສະນັ້ນແລ້ວ, ເມື່ອຟັງຄຳເທດສະໜາ ພວກເຂົາຈຶ່ງສາມາດນັ່ງຢູ່ຊື່ໆ ແລະ ຮັບເອົາຄວາມຈິງນັ້ນໄດ້. ການມີແນວຄວາມຄິດກ່ຽວກັບສິ່ງເຫຼົ່ານີ້ໝາຍຄວາມວ່າ ພວກເຂົາຖືກພຣະທຳເຫຼົ່ານີ້ ແລະ ຄວາມຈິງເຫຼົ່ານີ້ເອົາຊະນະແລ້ວ. ພວກເຂົາໄດ້ຍອມຮັບວ່າພຣະທຳເຫຼົ່ານີ້ຄືຄວາມຈິງ, ຍອມຮັບວ່າມີຄວາມແຕກຕ່າງລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ຍອມຮັບວ່າທຸກສິ່ງທີ່ພຣະເຈົ້າກ່າວ ແລະ ເຮັດນັ້ນຄືຄວາມຈິງ ແລະ ລ້ວນແຕ່ເປັນໄປເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ເຈົ້າເຫັນບໍ, ສຳລັບຜູ້ຄົນທີ່ຈະປ່ຽນຈາກການບໍ່ສາມາດນັ່ງຢູ່ຊື່ໆໄດ້ ມາເປັນການສາມາດນັ່ງຢູ່ຊື່ໆໄດ້ ແລະ ຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ທຸກສິ່ງທີ່ພຣະເຈົ້າເຮັດຄືຄວາມລອດພົ້ນ, ຕ້ອງໃຊ້ເວລາຈັກປີຈຶ່ງຈະກ້າວກະໂດດໄດ້ຫຼາຍຂະໜາດນີ້? ເຮົາຕ້ອງກ່າວພຣະທຳຫຼາຍສໍ່າໃດ ແລະ ເຮົາຕ້ອງເຮັດວຽກງານຫຼາຍສໍ່າໃດ? ພຽງແຕ່ໃນແງ່ຂອງວຽກງານທີ່ເຮົາໄດ້ເຮັດຕໍ່ມະນຸດ ເຊັ່ນ: ການເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງລາວ, ການປ່ຽນແປງຄວາມຄິດ ແລະ ມຸມມອງຂອງລາວ, ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງລາວ, ການຊ່ວຍໃຫ້ລາວເຂົ້າໃຈຄວາມຈິງ ແລະ ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ, ການນຳພາລາວໃຫ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການບັນລຸຄວາມລອດພົ້ນ, ເຮົາຕ້ອງກ່າວພຣະທຳຫຼາຍສໍ່າໃດເພື່ອບັນລຸຜົນເຫຼົ່ານີ້? ບອກເຮົາເບິ່ງ, ມະນຸດຄົນໜຶ່ງສາມາດເຮັດວຽກງານນີ້ໄດ້ບໍ? ໃນທ່າມກາງຜູ້ທີ່ມີສະຖານະ, ໃຜສາມາດເຮັດວຽກງານນີ້ໄດ້? (ບໍ່ມີໃຜສາມາດເຮັດໄດ້.) ຢ່າງໜຶ່ງກໍຄື ມະນຸດບໍ່ສາມາດເຮັດໄດ້. ອີກຢ່າງໜຶ່ງກໍຄື ເຖິງແມ່ນວ່າຄົນໃດໜຶ່ງຈະກຳລັງກ່າວ ແລະ ກະທຳ ພ້ອມທັງຄຳເວົ້າທີ່ພວກເຂົາກ່າວນັ້ນຖືກຕ້ອງທັງໝົດ ແລະ ຄົນອື່ນກໍສົນໃຈໃນຄຳເວົ້າເຫຼົ່ານັ້ນກໍຕາມ, ຖ້າພຣະວິນຍານບໍລິສຸດບໍ່ໄດ້ເຮັດວຽກງານ, ການທີ່ມີຄົນຈຳນວນຫຼາຍມາຮັບຟັງ ແລະ ເທດສະໜາຄຳເວົ້າຂອງຄົນຜູ້ນີ້ ຈະສາມາດບັນລຸຜົນທີ່ພວກເຮົາມີໃນປັດຈຸບັນໄດ້ບໍ? (ບໍ່ໄດ້; ມັນບໍ່ສາມາດສຳຜັດໃຈຜູ້ຄົນໄດ້.) ພຣະທຳຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າກຳລັງເຮັດວຽກງານຮ່ວມກັນເພື່ອເຮັດວຽກງານນີ້. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງກ່າວ ແລະ ເຮັດວຽກງານໂດຍປະສານງານກັບພຣະວິນຍານຂອງພຣະເຈົ້າ, ໃນຂະນະທີ່ພຣະວິນຍານຂອງພຣະເຈົ້າກໍປະສານງານກັບພຣະທຳທີ່ສະແດງໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນເວລາດຽວກັນ ເພື່ອຊີ້ແນະ ແລະ ໃຫ້ຄວາມຮູ້ແຈ້ງແກ່ຜູ້ຄົນໃນຊີວິດປະຈຳວັນຂອງພວກເຂົາ. ການປະສົມປະສານຂອງສອງດ້ານນີ້ໄດ້ບັນລຸຜົນຮັບທີ່ພວກເຮົາມີໃນປັດຈຸບັນ, ພ້ອມທັງຜົນຮັບທີ່ຈະບັນລຸໄດ້ໃນອະນາຄົດ. ບອກເຮົາເບິ່ງ, ສະຖານະຂອງຄົນທຳມະດາຜູ້ນີ້, ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເປັນພຽງສະຖານະໜຶ່ງບໍ? ບໍ່ແມ່ນ. ສະຖານະນີ້ຂອງພຣະອົງບໍ່ແມ່ນຕຳແໜ່ງປະເພດໜຶ່ງ. ມັນບໍ່ແມ່ນສັນຍະລັກຂອງພາບລັກທີ່ສູງສົ່ງ ຫຼື ອຳນາດຂອງຄົນໃດໜຶ່ງ ດັ່ງທີ່ມະນຸດອາດຈະກ່າວເຖິງ. ແລ້ວມັນແມ່ນຫຍັງ? (ມັນເປັນສັນຍະລັກແຫ່ງແກ່ນແທ້ຂອງພຣະເຈົ້າ.) ສະຖານະຂອງພຣະອົງເປັນສັນຍະລັກທີ່ສະແດງວ່າພຣະອົງຊົງມີຄວາມຈິງ, ຫົນທາງ ແລະ ຊີວິດ. ບອກເຮົາເບິ່ງ, ເມື່ອມະນຸດທີ່ເສື່ອມຊາມຄົນໃດກໍຕາມທີ່ມີສະຖານະເຮັດສິ່ງຕ່າງໆ, ລາວມີການຮ່ວມມືຈາກພຣະເຈົ້າໃນສະຫວັນບໍ? (ບໍ່ມີ). ເພາະສະນັ້ນແລ້ວ, ສະຖານະຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງບໍ່ແມ່ນສະຖານະໃນຄວາມໝາຍທຳມະດາ, ແຕ່ເປັນສັນຍະລັກຂອງອັດຕະລັກ, ແກ່ນແທ້ ແລະ ຊີວິດຂອງພຣະເຈົ້າ. ເຮົາໝາຍຄວາມວ່າແນວໃດເມື່ອເວົ້າແບບນີ້? ໝາຍຄວາມວ່າ ເຈົ້າບໍ່ຄວນປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືກັບທີ່ເຈົ້າປະຕິບັດຕໍ່ຄົນທີ່ມີສະຖານະໃນໂລກ. ເມື່ອເຈົ້າປະຕິບັດຕໍ່ຄົນທີ່ມີສະຖານະໃນໂລກ, ເຈົ້າໃຊ້ປັດຊະຍາການດໍາລົງຊີວິດທາງໂລກເພື່ອຕິດຕໍ່ພົວພັນກັບພວກເຂົາ. ເຈົ້າຕ້ອງກົ້ມຫົວ ແລະ ປະຈົບປະແຈງພວກເຂົາ, ອ່ານຄວາມໝາຍທີ່ແຝງຢູ່ ແລະ ສັງເກດສີໜ້າຂອງພວກເຂົາ ພ້ອມທັງເວົ້າສິ່ງມ່ວນຫູເພື່ອເອົາໃຈພວກເຂົາ; ເຈົ້າບໍ່ສາມາດເວົ້າຢ່າງຊື່ສັດ, ເຈົ້າບໍ່ສາມາດສະແດງຄວາມເຂັ້ມແຂງໃດໆ, ເຈົ້າບໍ່ສາມາດຍາດເອົາຄວາມສົນໃຈໄປຈາກພວກເຂົາໄດ້ ແລະ ອື່ນໆ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະກົດຂີ່ເຈົ້າ ຫຼື ເຮັດໃຫ້ເຈົ້າທົນທຸກ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າຕິດຕໍ່ພົວພັນກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ສິ່ງທີ່ເຈົ້າຄວນຍຶດໝັ້ນກໍຄືຫຼັກການຄວາມຈິງ. ຖ້າເຈົ້າຕິດຕໍ່ພົວພັນກັບພຣະອົງຕາມຫຼັກການຄວາມຈິງ ແລະ ສາມາດປະຕິບັດຕໍ່ພຣະອົງໄດ້ຢ່າງຖືກຕ້ອງ, ແລ້ວເຖິງແມ່ນວ່າເຈົ້າຈະບໍ່ຖືວ່າສະຖານະຂອງພຣະອົງສຳຄັນ, ບໍ່ຍົກຍ້ອງພຣະອົງຢ່າງສູງ, ບໍ່ເຄົາລົບພຣະອົງ ຫຼື ບໍ່ເທີດທູນພຣະອົງ ແລະ ເຈົ້າບໍ່ປະຈົບປະແຈງ ແລະ ຍົກຍໍພຣະອົງກໍຕາມ, ພຣະອົງກໍຍັງຈະປະຕິບັດຕໍ່ເຈົ້າຢ່າງຖືກຕ້ອງ, ແມ່ນບໍ? (ແມ່ນແລ້ວ). ພວກເຈົ້າເວົ້າວ່າ “ແມ່ນແລ້ວ”, ແຕ່ພວກເຈົ້າສາມາດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕາມຫຼັກການຄວາມຈິງໄດ້ຢ່າງແທ້ຈິງບໍ? (ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍຍັງເຮັດບໍ່ໄດ້; ຂ້ານ້ອຍເຮັດໄດ້ພຽງແຕ່ພະຍາຍາມເຮັດມັນໃຫ້ໄດ້ກໍເທົ່ານັ້ນ). ເຈົ້າຕ້ອງພະຍາຍາມຢ່າງໜັກເພື່ອເຮັດມັນໃຫ້ໄດ້. ຈຸດທີ່ສຳຄັນທີ່ສຸດກໍຄື ເຈົ້າຕ້ອງໄລ່ຕາມເສາະຫາຄວາມຈິງ ແລະ ສະແຫວງຫາຫຼັກການຄວາມຈິງໃນທຸກສິ່ງ; ແລ້ວເຈົ້າກໍຈະຄ່ອຍໆສາມາດເຮັດໄດ້. ຖ້າເຈົ້າໃສ່ໃຈກັບຄວາມຈິງ, ເຈົ້າກໍຈະຮູ້ສຶກວ່າ ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະມີສະຖານະພິເສດນີ້ກໍຕາມ, ແຕ່ພຣະອົງກໍແຕກຕ່າງຢ່າງສິ້ນເຊີງຈາກຄົນທີ່ມີສະຖານະໃນທ່າມກາງມະນຸດຊາດທີ່ເສື່ອມຊາມ. ເມື່ອເຈົ້າຮັບຮູ້ສິ່ງນີ້ ແລະ ເຈົ້າຍອມຮັບວ່າພຣະອົງເປັນຜູ້ທີ່ມີແກ່ນແທ້ທີ່ສັກສິດ ແລະ ອັດຕະລັກຂອງພຣະເຈົ້າ, ເຈົ້າກໍຈະປະຕິບັດຕໍ່ພຣະອົງຕາມຫຼັກການຄວາມຈິງ. ເຈົ້າຈະມີຄວາມຮັກ ແລະ ຄວາມເຄົາລົບຕໍ່ພຣະອົງໃນໃຈຂອງເຈົ້າ ແລະ ເຈົ້າຈະປະຕິບັດຕໍ່ພຣະອົງຢ່າງເປີດເຜີຍ ແລະ ຢ່າງຊື່ສັດ. ໃນເວລາດຽວກັນ, ເຈົ້າຍັງຈະເຊື່ອຟັງ ແລະ ອ່ອນນ້ອມໃນຖານະຂອງສິ່ງທີ່ຖືກສ້າງ; ເຈົ້າຈະປາຖະໜາທີ່ຈະເປັນແບບນີ້ ແລະ ເຈົ້າຈະມີການສະແດງອອກແບບນັ້ນ. ຖ້າເຈົ້າບໍ່ຮັບຮູ້ສິ່ງນີ້, ເຈົ້າກໍຈະໄຕ່ຕອງຢູ່ສະເໝີວ່າ: “ເບິ່ງແມວ່າຄົນທີ່ມີສະຖານະໃນສັງຄົມມີມາດຫຼາຍສໍ່າໃດ; ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຖືກຫ້ອມລ້ອມດ້ວຍຜູ້ຄົນ. ພວກເຂົາມີການສຶກສາ ແລະ ເວົ້າຈາຢ່າງສຸພາບ. ຮູບລັກສະນະ, ຮູບແບບການແຕ່ງກາຍ ແລະ ການແຕ່ງກາຍຂອງພວກເຂົາເຮັດໃຫ້ພວກເຂົາເບິ່ງມີລະດັບ ພ້ອມທັງສີໜ້າ ແລະ ວິທີການຍ່າງຂອງພວກເຂົາກໍສະຫງ່າງາມ. ເບິ່ງພຽງຄັ້ງດຽວ ເຈົ້າກໍສາມາດບອກໄດ້ເລີຍວ່າພວກເຂົາບໍ່ແມ່ນຄົນທຳມະດາ. ແລ້ວເບິ່ງການຈັດຕຽມທີ່ພວກເຂົາມີແມ: ພວກເຂົາມີຜູ້ຊ່ວຍສ່ວນຕົວເພື່ອຊ່ວຍພວກເຂົາໃນເລື່ອງຊີວິດ ແລະ ວຽກງານ, ມີທີມພໍ່ຄົວສ່ວນຕົວສຳລັບຄວາມຕ້ອງການດ້ານອາຫານຂອງພວກເຂົາ, ມີທີມເລຂາສ່ວນຕົວເພື່ອຂຽນບົດຄວາມໃຫ້ພວກເຂົາ ພ້ອມທັງມີທີມທີ່ປຶກສາ ແລະ ຄັງສະໝອງເພື່ອປຶກສາຫາລືກ່ຽວກັບເລື່ອງສຳຄັນຕ່າງໆ. ພວກເຂົາມີຄົນຂັບລົດສ່ວນຕົວສຳລັບເວລາທີ່ພວກເຂົາອອກໄປຂ້າງນອກ, ມີນັກບິນສ່ວນຕົວສຳລັບເວລາທີ່ພວກເຂົາຕ້ອງການບິນ ແລະ ພວກເຂົາພັກຢູ່ໃນໂຮງແຮມລະດັບດາວບໍ່ວ່າພວກເຂົາຈະໄປໃສກໍຕາມ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຈັດຕຽມຊັ້ນໜຶ່ງ. ໃນເມື່ອພຣະເຈົ້າມີສະຖານະ, ເປັນຫຍັງພຣະອົງຈຶ່ງບໍ່ໄດ້ຮັບການປະຕິບັດແບບນັ້ນ? ຖ້າພຣະອົງໄດ້ຮັບການປະຕີບັດແບບນັ້ນ, ພວກຜູ້ຕິດຕາມຢ່າງພວກເຮົາຈະບໍ່ໄດ້ຮັບກຽດຕິຍົດນຳບໍ? ການມີພົມແດງປູໃຫ້ພຣະອົງໃນປະເທດໃດກໍຕາມທີ່ພຣະອົງໄປ ແລະ ການມີຄົນຈຳນວນຫຼາຍມາຢືນລຽນແຖວຕ້ອນຮັບພຣະອົງໃນສະຖານທີ່ໃດກໍຕາມທີ່ພຣະອົງໄປຢ້ຽມຢາມ, ມັນຈະມີກຽດຕິຍົດຫຼາຍສໍ່າໃດ!” ເມື່ອເຈົ້າໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ, ເຈົ້າກໍຈະບໍ່ມີການຮຽກຮ້ອງເຫຼົ່ານີ້ ຫຼື ຄວາມຄິດເຫຼົ່ານີ້ອີກຕໍ່ໄປ.
ເຖິງແມ່ນວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະດຳລົງຊີວິດໃນທ່າມກາງມະນຸດຊາດທີ່ເສື່ອມຊາມກໍຕາມ, ພຣະອົງກໍບໍ່ໄດ້ເປັນສະມາຊິກຂອງມະນຸດຊາດທີ່ເສື່ອມຊາມ, ດັ່ງນັ້ນ ພຣະອົງຈຶ່ງບໍ່ມີຄວາມຕ້ອງການທີ່ມະນຸດທີ່ເສື່ອມຊາມມີກ່ຽວກັບສິ່ງຕ່າງໆ ເຊັ່ນ ສິ່ງທີ່ເອີ້ນວ່າຕຳແໜ່ງ ແລະ ສະຖານະ. ເປັນຫຍັງພຣະອົງຈຶ່ງບໍ່ມີຄວາມຕ້ອງການທີ່ມະນຸດທີ່ເສື່ອມຊາມມີ? ຍ້ອນວ່າພຣະອົງບໍ່ມີມຸມມອງດຽວກັນກັບມະນຸດທີ່ເສື່ອມຊາມກ່ຽວກັບສະຖານະ ແລະ ສິ່ງທີ່ເອີ້ນວ່າ “ຄຸນຄ່າ” ຂອງຄົນເຮົາ. ພຣະອົງບໍ່ໄດ້ຜ່ານການປຸງແຕ່ງ ຫຼື ຖືກເຮັດໃຫ້ເສື່ອມຊາມຄືກັບມະນຸດທີ່ເສື່ອມຊາມ, ທັງບໍ່ມີຄວາມຄິດ ແລະ ມຸມມອງດຽວກັນກັບມະນຸດທີ່ເສື່ອມຊາມກ່ຽວກັບລຳດັບຊັ້ນ ແລະ ການເພີດເພີນກັບສະຖານະ. ດັ່ງນັ້ນ, ສຳລັບເຮົາໂດຍສ່ວນຕົວແລ້ວ, ເຮົາບໍ່ມີສິ່ງເຫຼົ່ານີ້ຢູ່ໃນໃຈຂອງເຮົາ ເມື່ອເວົ້າເຖິງສະຖານະ ແລະ ຄຸນຄ່າຂອງຄົນເຮົາ. ສິ່ງດຽວທີ່ມີຢູ່ໃນໃຈຂອງເຮົາກໍຄືຄວາມມັກທີ່ຈະຢູ່ຮ່ວມກັບຜູ້ຄົນຄືກັບຄອບຄົວ, ລົມກັນກ່ຽວກັບເລື່ອງຂອງຊີວິດ ແລະ ວຽກງານ, ຕະຫຼອດຈົນລົມກັນກ່ຽວກັບຄວາມຫຍຸ້ງຍາກຕ່າງໆຂອງຜູ້ຄົນ. ເຮົາບໍ່ມັກການວາງມາດໃຫຍ່ໂຕໃດໆ, ແລ້ວແຮງໄກທີ່ເຮົາຈະມັກສິ່ງທີ່ເອີ້ນວ່າຄວາມສະຫງ່າງາມ. ເຮົາໄດ້ບອກພວກເຈົ້າຫຼາຍຄັ້ງແລ້ວ ແລະ ນີ້ຄືສິ່ງທີ່ພວກເຈົ້າອາດຈະຈື່ໄດ້: ໃນຊີວິດຂອງເຮົາເອງ, ເຮົາບໍ່ມີຍິງຮັບໃຊ້ສ່ວນຕົວ, ຜູ້ຊ່ວຍສ່ວນຕົວ ຫຼື ເລຂາສ່ວນຕົວໃດໆ. ເຮົາບໍ່ມີສິ່ງເຫຼົ່ານີ້ເລີຍ. ຈົ່ງເບິ່ງບຸກຄົນລະດັບສູງເຫຼົ່ານັ້ນໃນສັງຄົມ; ພວກເຂົາມີຄົນທີ່ພຽງແຕ່ຊັກເຄື່ອງໃຫ້ພວກເຂົາ, ຄົນທີ່ພຽງແຕ່ແຕ່ງກິນ ແລະ ອົບເຂົ້າໜົມໃຫ້ພວກເຂົາ, ລວມທັງຄົນຂັບລົດສ່ວນຕົວ. ພວກເຂົາບໍ່ຈຳເປັນຕ້ອງເບິ່ງແຍງສິ່ງໃດໃນຊີວິດຂອງພວກເຂົາ; ມີຄົນທີ່ຈັດການສິ່ງຕ່າງໆໃຫ້ພວກເຂົາເປັນພິເສດ. ຄົນໃດໜຶ່ງຍິ່ງມີລະດັບສູງຫຼາຍສ່ຳໃດ, ການຈັດແຈງຂອງພວກເຂົາກໍຍິ່ງໃຫຍ່ໂຕຫຼາຍຂຶ້ນສ່ຳນັ້ນ. ແມ່ນແຕ່ເຈົ້າເມືອງ ຫຼື ເຈົ້າແຂວງທຳມະດາກໍມີບ້ານພັກທາງການຂອງເຈົ້າເມືອງ ຫຼື ເຈົ້າແຂວງ, ບໍ່ຕ້ອງເວົ້າເຖິງຜູ້ທີ່ມີລະດັບສູງກວ່ານັ້ນ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີບ້ານພັກທາງການບໍ? (ບໍ່ມີ). ແລ້ວເຮົາເຄີຍຂໍໃຫ້ຄຣິສຕະຈັກຈັດຫາໃຫ້ເຮົາບໍ? (ບໍ່). ເຮົາບໍ່ໄດ້ຂໍໃຫ້ຄຣິສຕະຈັກຈັດຫາບ້ານພັກທາງການໃຫ້ເຮົາ, ທັງບໍ່ໄດ້ຂໍໃຫ້ມອບໝາຍຜູ້ຕິດຕາມ ຫຼື ຜູ້ຄຸ້ມກັນໃຫ້ເຮົາ, ແຮງໄກທີ່ເຮົາຈະຮຽກຮ້ອງສິ່ງອື່ນໃດ. ສິ່ງດຽວກໍຄື ຄົນໃນທີມງານພິສູດອັກສອນປັບປຸງຄຳເວົ້າໃນຄຳເທດສະໜາ ແລະ ການໂອ້ລົມຂອງເຮົາໃຫ້ສະຫຼວຍ, ຮຽບຮຽງພວກມັນເປັນຂໍ້ຄວາມ ແລະ ແຈກຢາຍພວກມັນອອກໄປ. ພວກເຂົາສາມາດຖືວ່າເປັນພະນັກງານຊ່ຽວຊານໃນວຽກງານ ແຕ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນ; ພວກເຂົາບໍ່ໄດ້ເຮັດສິ່ງຕ່າງໆໃຫ້ເຮົາເປັນການສ່ວນຕົວ. ນີ້ຄືວຽກງານຂອງຄຣິສຕະຈັກ. ດັ່ງນັ້ນ, ເຮົາເຄີຍລົບກວນພວກເຈົ້າດ້ວຍເລື່ອງສ່ວນຕົວຂອງເຮົາບໍ? (ບໍ່ເຄີຍ). ການຊັກເຄື່ອງໃຫ້ເຮົາ, ການແຕ່ງກິນໃຫ້ເຮົາ, ການເຮັດຄວາມສະອາດຫ້ອງຂອງເຮົາ, ການເດີນທາງສ່ວນຕົວ, ເຮົາເຄີຍລົບກວນພວກເຈົ້າດ້ວຍສິ່ງເຫຼົ່ານີ້ບໍ? ເຮົາເຄີຍຂໍໃຫ້ຄຣິສຕະຈັກຈັດຫາຍິງຮັບໃຊ້ສ່ວນຕົວ ຫຼື ຜູ້ຊ່ວຍສ່ວນຕົວໃຫ້ເຮົາບໍ? ເຮົາບໍ່ເຄີຍຮຽກຮ້ອງແບບນັ້ນເລີຍ. ບອກເຮົາເບິ່ງ, ການບໍ່ມີສິ່ງເຫຼົ່ານີ້ເຮັດໃຫ້ເຮົາທຸກໃຈບໍ? ມັນເຮັດໃຫ້ເຮົາເສຍໃຈບໍ? ເຮົາຄວນຕຳໜິພວກເຈົ້າ ແລະ ບອກພວກເຈົ້າວ່າພວກເຈົ້າບໍ່ມີມະໂນທຳບໍ? ເຮົາບໍ່ເຄີຍຕຳໜິພວກເຈົ້າກ່ຽວກັບເລື່ອງດັ່ງກ່າວ, ແຮງໄກທີ່ເຮົາຈະຮຽກຮ້ອງຈາກພວກເຈົ້າ. ເຮົາເບິ່ງແຍງສິ່ງຈຳເປັນພື້ນຖານສຳລັບການດຳລົງຊີວິດຂອງເຮົາເອງ. ໂດຍປົກກະຕິແລ້ວ ເຮົານຸ່ງເຄື່ອງແບບສະບາຍໆ ແລະ ໃນລະຫວ່າງການເຕົ້າໂຮມ ເຮົາກໍນຸ່ງຊຸດທາງການ; ມັນຮຽບງ່າຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ເຮົາບໍ່ຄ່ອຍເອົາເຄື່ອງນຸ່ງຂອງເຮົາໄປຊັກແຫ້ງ; ໂດຍພື້ນຖານແລ້ວ ພວກມັນລ້ວນແຕ່ຖືກຊັກດ້ວຍມື ຫຼື ດ້ວຍເຄື່ອງຊັກຜ້າ. ເມື່ອເຮົາລ້ຽງໝາ, ມັນກໍບໍ່ແມ່ນສາຍພັນຫຼູຫຼາໃດໆ. ຄົນສ່ວນໃຫຍ່ຕິດຕາມ ແລະ ຮຽນແບບສິ່ງທີ່ບຸກຄົນທີ່ມີຊື່ສຽງ ແລະ ຄົນທີ່ມີສະຖານະໃນໂລກກິນ, ນຸ່ງຫົ່ມ ແລະ ໃຊ້. ເຈົ້າເຫັນວ່າເຮົາຄືກັນກັບພວກເຂົາບໍ? ເມື່ອບາງຄົນເຫັນສາຍພັນໝາທີ່ຄົນດັງລ້ຽງ, ພວກເຂົາກໍຢາກໄດ້ແບບດຽວກັນ. ຜູ້ບໍ່ມີຄວາມເຊື່ອລ້ວນແຕ່ມີມຸມມອງແບບນີ້; ແມ່ນແຕ່ໃນການລ້ຽງໝາ, ພວກເຂົາກໍເຮັດຕາມກະແສ ແລະ ຕ້ອງໄດ້ສາຍພັນຫຼູຫຼາ, ເຊິ່ງເປັນໝາປະເພດທີ່ຄົນດັງເຄີຍລ້ຽງ. ໝາທີ່ເຮົາລ້ຽງເປັນພຽງໝາທຳມະດາ. ຕາບໃດທີ່ໝາມີລັກສະນະນິໄສທີ່ດີ, ຮັກແພງ ແລະ ຈົງຮັກພັກດີ, ເຊື່ອຟັງ, ຮູ້ຄວາມ, ເຂົ້າກັບຄົນໄດ້ ແລະ ບໍ່ເພີດເພີນກັບຄວາມສະດວກສະບາຍ, ນັ້ນກໍພຽງພໍແລ້ວ. ບາງຄົນເວົ້າວ່າ “ມັນຈະບໍ່ເປັນເລື່ອງງ່າຍຫຼາຍສຳລັບພຣະອົງບໍ ທີ່ຈະລ້ຽງສາຍພັນຫຼູຫຼາ?” ມັນຈະເປັນເລື່ອງງ່າຍຫຼາຍ ແຕ່ເຮົາບໍ່ມັກແບບນັ້ນ. ເຮົາບໍ່ເຄີຍສອບຖາມກ່ຽວກັບສິ່ງທີ່ຄົນດັງນຸ່ງຫົ່ມ ຫຼື ໃຊ້, ທັງບໍ່ໄດ້ພະຍາຍາມຄົ້ນຫາມັນອີກດ້ວຍ. ເຮົາບໍ່ຄືກັບບາງຄົນທີ່ເມື່ອພວກເຂົາມີສະຖານະແລ້ວ ກໍຄິດວ່າ “ຕອນນີ້ຂ້ອຍກໍເປັນບຸກຄົນທີ່ມີຊື່ສຽງຄືກັນ. ຂ້ອຍຕ້ອງຮຽນແບບທຸກສິ່ງທີ່ບຸກຄົນທີ່ມີຊື່ສຽງກິນ, ນຸ່ງຫົ່ມ, ໃຊ້, ລວມທັງລົດໃດກໍຕາມທີ່ພວກເຂົາຂີ່ເມື່ອອອກໄປຂ້າງນອກ. ຂ້ອຍຈະຫຼ້າຫຼັງບໍ່ໄດ້”. ເຮົາບໍ່ເຄີຍພະຍາຍາມໃນສິ່ງເຫຼົ່ານີ້ເລີຍ. ເຮົາບໍ່ຮູ້ວ່າເຮົາເປັນບຸກຄົນທີ່ມີຊື່ສຽງ ຫຼື ບໍ່, ທັງບໍ່ໄດ້ສົນໃຈ. ບໍ່ວ່າໃນກໍລະນີໃດກໍຕາມ, ໃນທຸກສິ່ງທີ່ເຮົາເຮັດ, ດ້ວຍທຸກດ້ານ ເຊັ່ນ: ຊີວິດປະຈຳວັນຂອງເຮົາ ແລະ ຄ່າໃຊ້ຈ່າຍໃນວຽກງານ, ເຮົາມີຫຼັກການຂອງເຮົາເອງ, ຄວາມຕ້ອງການຂອງເຮົາເອງ, ຂອບເຂດທາງເລືອກຂອງເຮົາເອງ ແລະ ມາດຕະຖານຂອງເຮົາເອງ. ມາດຕະຖານນີ້ເປັນພຽງສິ່ງທີ່ທຳມະດາຫຼາຍ ແລະ ຮຽບງ່າຍຫຼາຍ; ພຽງແຕ່ເປັນແບບທົ່ວໄປກໍພຽງພໍແລ້ວ. ຕາບໃດທີ່ການແຕ່ງກາຍ, ການແຕ່ງຕົວ, ຕະຫຼອດຈົນອາຫານ, ທີ່ພັກອາໄສ ແລະ ການເດີນທາງຂອງເຮົາເປັນສິ່ງທີ່ຜູ້ຄົນໃຫ້ຄວາມເຄົາລົບຕໍ່ເຮົາເມື່ອພວກເຂົາເຫັນສິ່ງເຫຼົ່ານັ້ນ, ຢ່າງໜ້ອຍທີ່ສຸດ ເຮົາກໍເບິ່ງຄືກັບຄົນທີ່ມີກຽດ ແລະ ຊື່ກົງ, ນັ້ນກໍພຽງພໍແລ້ວ; ມັນຮຽບງ່າຍແບບນັ້ນແຫຼະ. ສ່ວນເລື່ອງທີ່ວ່າຜູ້ຄົນຈະຍົກຍ້ອງເຮົາຢ່າງສູງ ຫຼື ບໍ່, ເຮົາຈະມີສະຖານະໃດໃນໃຈຂອງພວກເຂົາ, ຫຼັງຈາກທີ່ພວກເຂົາເຫັນວິທີທີ່ເຮົາແຕ່ງກາຍ, ແຕ່ງຕົວຂອງເຮົາເອງ ແລະ ຮູບລັກສະນະຂອງເຮົາ, ບໍ່ມີສິ່ງໃດໃນນີ້ທີ່ສຳຄັນສຳລັບເຮົາເລີຍ. ພວກເຈົ້າຄິດວ່າເຮົາມີຂໍ້ຮຽກຮ້ອງທີ່ຫຼາຍເກີນໄປກ່ຽວກັບສະຖານະບໍ? (ບໍ່). ນີ້ຄືສິ່ງທີ່ພວກເຈົ້າບໍ່ສາມາດຈິນຕະນາການໄດ້ ແລະ ເປັນສິ່ງທີ່ພວກເຈົ້າບໍ່ສາມາດເບິ່ງທະລຸໄດ້. ສະຫຼຸບແລ້ວ, ເຮົາພຽງແຕ່ຮຽກຮ້ອງໃຫ້ພວກເຈົ້າສາມາດເຊື່ອໃນສິ່ງທີ່ເຮົາກຳລັງບອກພວກເຈົ້າ. ສິ່ງນີ້ ກໍຍາກຫຼາຍໃນຕົວມັນເອງສຳລັບເຈົ້າແລ້ວ. ເຈົ້າຮູ້ດ້ວຍຕົວເຈົ້າເອງວ່າມີຫຍັງຢູ່ໃນຫົວຂອງເຈົ້າເອງ ແລະ ເຈົ້າກຳລັງຄິດຫຍັງຢູ່. ການທີ່ຈະສາມາດເຊື່ອພຣະທຳເຫຼົ່ານີ້ທີ່ເຮົາໄດ້ກ່າວ, ຍອມຮັບພຣະທຳເຫຼົ່ານັ້ນວ່າເປັນຄວາມຈິງ ແລະ ຍອມຮັບວ່າພວກມັນເປັນຂໍ້ເທັດຈິງ, ແມ່ນຍາກຫຼາຍສຳລັບເຈົ້າ. ສິ່ງນີ້ຕ້ອງຖືກສ້າງຂຶ້ນບົນຮາກຖານໃດ? ມັນຕ້ອງຖືກສ້າງຂຶ້ນບົນຮາກຖານຂອງຄວາມໄວ້ວາງໃຈ, ແມ່ນບໍ? (ແມ່ນແລ້ວ). ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ມຸມມອງຂອງເຮົາທີ່ມີຕໍ່ສະຖານະ ແລະ ສິ່ງເຫຼົ່ານີ້ຄືການສະແດງອອກທີ່ສອດຄ່ອງກັນຂອງເຮົາ. ເຖິງແມ່ນວ່າເຮົາຈະບໍ່ມີສິ່ງທີ່ສະແດງເຖິງສະຖານະຕາມປົກກະຕິທີ່ຖືກຍົກຍ້ອງໃນສາຍຕາຂອງມະນຸດ ຫຼື ທີ່ມະນຸດຮຽກຮ້ອງກໍຕາມ, ສິ່ງນີ້ກໍບໍ່ໄດ້ສົ່ງຜົນກະທົບຕໍ່ວຽກງານທີ່ເຮົາເຮັດເລີຍ, ທັງບໍ່ໄດ້ສົ່ງຜົນກະທົບຕໍ່ເຮົາໃນການປະຕິບັດຄວາມຮັບຜິດຊອບຂອງເຮົາຕໍ່ພວກເຈົ້າໃຫ້ສຳເລັດ. ເຮົາຈະບໍ່ມີທາງ ຍົກຍໍຕົວເຮົາເອງເກີນຈິງເພື່ອໃຫ້ພວກເຈົ້າຍົກຍ້ອງເຮົາຢ່າງສູງ ເພື່ອເຫັນແກ່ສະຖານະ. ຜົນປາກົດວ່າ, ພວກເຈົ້າໄດ້ຟັງຄຳເທດສະໜາມາຈົນເຖິງປັດຈຸບັນ ແລະ ກໍຍັງເຮັດໄດ້ດີພໍສົມຄວນ, ເມື່ອຕັດສິນຈາກການສະແດງອອກໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າທຸກຄົນກຳລັງພັດທະນາໄປໃນທິດທາງທີ່ເປັນບວກ. ເພາະສະນັ້ນແລ້ວ, ການໄລ່ຕາມສະຖານະ, ພາບລັກ ແລະ ຜົນປະໂຫຍດຈາກສະຖານະຈຶ່ງບໍ່ມີປະໂຫຍດ. ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດເອົາຊະນະມະນຸດໄດ້ ແລະ ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດປ່ຽນແປງມະນຸດໄດ້. ພຣະທຳຂອງພຣະເຈົ້າສາມາດປ່ຽນແປງມະນຸດຊາດ ແລະ ຍັງສາມາດສ້າງທຸກສິ່ງໄດ້ອີກດ້ວຍ. ໃນດ້ານໜຶ່ງ, ນີ້ຄືຜົນຮັບທີ່ບັນລຸໄດ້ໂດຍລິດທານຸພາບແຫ່ງພຣະທຳຂອງພຣະເຈົ້າ ແລະ ສິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ໃນອີກດ້ານໜຶ່ງ, ມັນກໍເປັນຜົນທີ່ບັນລຸໄດ້ໂດຍວຽກງານຂອງພຣະວິນຍານຂອງພຣະເຈົ້າເຊັ່ນກັນ. ມະນຸດບໍ່ມີສິ່ງໃດທີ່ຄຸ້ມຄ່າແກ່ການໂອ້ອວດ; ມັນເປັນຍ້ອນວ່າພຣະທຳຂອງພຣະເຈົ້ານັ້ນດີ, ຄວາມຈິງນັ້ນດີ, ວຽກງານຂອງພຣະເຈົ້າ ແລະ ວຽກງານທີ່ພຣະວິນຍານຂອງພຣະເຈົ້າໄດ້ເຮັດຕໍ່ມະນຸດນັ້ນດີຫຼາຍ. ດ້ວຍການທີ່ພຣະເຈົ້າເຮັດວຽກງານດ້ວຍວິທີນີ້ ແລະ ບັນລຸຜົນນີ້ໃນຕົວມະນຸດ, ແລ້ວພວກເຈົ້າສາມາດເຫັນໄດ້ບໍວ່າຄຳກ່າວທີ່ວ່າ “ພຣະທຳຂອງພຣະເຈົ້າຄືຄວາມລອດພົ້ນສຳລັບມະນຸດ” ນັ້ນເປັນຄວາມຈິງ? (ເຫັນ). ພຣະເຈົ້າຊົງສັດຊື່, ພຣະທຳຂອງພຣະເຈົ້າບໍ່ເຄີຍສູນເປົ່າ ແລະ ພຣະເຈົ້າຍັງຊົງລິດທານຸພາບສູງສຸດອີກດ້ວຍ, ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເບິ່ງຄືວ່າຕໍ່າຕ້ອຍພຽງໃດ ຫຼື ພຣະອົງຈະເບິ່ງຄືວ່າມີກຳລັງໜ້ອຍພຽງໃດກໍຕາມ, ມັນກໍບໍ່ສຳຄັນ; ບໍ່ມີສິ່ງໃດໃນນີ້ທີ່ສາມາດສົ່ງຜົນກະທົບຕໍ່ການສະແດງຄວາມຈິງຂອງພຣະອົງໄດ້, ທັງບໍ່ສາມາດສົ່ງຜົນກະທົບຕໍ່ຜົນທີ່ພຣະທຳຂອງພຣະອົງບັນລຸ ໃນຕົວມະນຸດໄດ້. ເຖິງແມ່ນວ່າພາຍນອກພຣະເຈົ້າທີ່ບັງເກີດເປັນເນື້ອໜັງອາດຈະເບິ່ງຄືວ່າຕໍ່າຕ້ອຍຫຼາຍ, ອາດຈະເບິ່ງຄືວ່າປົກກະຕິ ແລະ ສຳພັນກັບຊີວິດຈິງ, ອາດຈະຖືກມະນຸດດູຖູກ, ຕະຫຼອດຈົນມະນຸດອາດຈະເກີດມີຄວາມຄິດຫຼົງຜິດ ແລະ ຄວາມເປັນປໍລະປັກຕໍ່ພຣະອົງໄດ້ທຸກເວລາກໍຕາມ, ເນື່ອງຈາກພຣະອົງຊົງມີແກ່ນແທ້ຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າ, ຄວາມຈິງທີ່ພຣະອົງສະແດງອອກມາຈຶ່ງສາມາດເອົາຊະນະມະນຸດໄດ້ຢ່າງເຕັມທີ່. ໃນທີ່ສຸດ, ພຣະອົງຍັງສາມາດນຳພາມະນຸດມາຢູ່ຕໍ່ໜ້າພຣະເຈົ້າ, ກຳຈັດອຸປະນິໄສທີ່ເສື່ອມຊາມຂອງລາວ ເພື່ອໃຫ້ລາວສາມາດຖືກຮັບເອົາໂດຍພຣະເຈົ້າ, ເຮັດໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າສຳເລັດລົງ ແລະ ເຮັດໃຫ້ແຜນການນີ້ສິ້ນສຸດລົງ. ເພາະສະນັ້ນແລ້ວ, ສະຖານະ, ພາບລັກ ແລະ ສິ່ງອື່ນໆດັ່ງກ່າວທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈຶ່ງບໍ່ສຳຄັນ. ສິ່ງໃດທີ່ສຳຄັນ? (ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີແກ່ນແທ້ຂອງພຣະເຈົ້າ; ການທີ່ພຣະອົງຄືຄວາມຈິງ, ຫົນທາງ ແລະ ຊີວິດ, ພຣະອົງສາມາດສະແດງພຣະທຳຂອງພຣະເຈົ້າໄດ້.) ສິ່ງທີ່ສຳຄັນກໍຄື ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ບໍ່ພຽງແຕ່ມີສະຖານະຂອງພຣະເຈົ້າເທົ່ານັ້ນ ແຕ່ພຣະອົງຍັງຊົງມີອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ພຣະອົງສາມາດສະແດງພຣະທຳຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງກໍສາມາດເອົາຊະນະມະນຸດໄດ້, ຊ່ວຍມະນຸດໃຫ້ລອດພົ້ນ ແລະ ເຮັດໃຫ້ມະນຸດສົມບູນ, ເຮັດໃຫ້ລາວຖືກ ພຣະເຈົ້າຮັບເອົາຢ່າງສົມບູນ. ນີ້ຄືສິ່ງທີ່ສຳຄັນທີ່ສຸດ.
ການໂອ້ລົມກ່ຽວກັບຫົວຂໍ້ເຫຼົ່ານີ້ທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊ່ວຍໃຫ້ມະນຸດຮູ້ຈັກພຣະເຈົ້າບໍ? (ແມ່ນແລ້ວ). ບໍ່ວ່າເຮົາຈະໂອ້ລົມຫົວຂໍ້ໃດກັບພວກເຈົ້າກໍຕາມ, ລວມທັງຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ມັນບໍ່ເຄີຍເປັນໄປເພື່ອເຮັດໃຫ້ພວກເຈົ້າເທີດທູນ ແລະ ຢຳເກງເຮົາ, ແລ້ວບັງຄັບໃຫ້ພວກເຈົ້າຍອມຮັບອຳນາດສູງສຸດຂອງພຣະເຈົ້າ ແລະ ຍອມຮັບການຄວບຄຸມຂອງພຣະເຈົ້າ, ບີບຄັ້ນພວກເຈົ້າເພື່ອໃຫ້ພວກເຈົ້າເຮັດຕາມສິ່ງທີ່ພຣະເຈົ້າກ່າວ. ພວກເຈົ້າຕ້ອງເຂົ້າໃຈທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າ. ເມື່ອໃດກໍຕາມທີ່ເຮົາສະໜອງຄວາມຈິງບາງດ້ານໃຫ້ແກ່ພວກເຈົ້າ, ເຮົາກໍໂອ້ລົມກ່ຽວກັບມັນຢ່າງຊັດເຈນ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈມັນໄດ້, ຈາກນັ້ນກໍໄຕ່ຕອງ ແລະ ປະສົບກັບມັນດ້ວຍຕົວພວກເຈົ້າເອງ. ຜູ້ທີ່ມີຄວາມເຕັມໃຈທີ່ຈະຍອມຮັບຄວາມຈິງ ແລະ ຜູ້ທີ່ຮັກສິ່ງທີ່ເປັນບວກຈະພະຍາຍາມຍອມຮັບມຸມມອງ ແລະ ຄຳກ່າວເຫຼົ່ານີ້ທີ່ເຮົາໂອ້ລົມເທື່ອລະໜ້ອຍ, ຈາກນັ້ນກໍປະຕິບັດຕາມພຣະທຳເຫຼົ່ານີ້ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາໃນຊີວິດຂອງພວກເຂົາເອງ. ຖ້າຄົນໃດໜຶ່ງບໍ່ເຕັມໃຈທີ່ຈະຍອມຮັບຄວາມຈິງ ແລະ ຍອມຮັບສິ່ງທີ່ເປັນບວກ, ພຽງແຕ່ຮູ້ສຶກໃນໃຈຂອງລາວວ່າພຣະທຳເຫຼົ່ານີ້ດີ ໃນຂະນະທີ່ບໍ່ເຄີຍປະຕິບັດພຣະທຳເຫຼົ່ານັ້ນຢ່າງແທ້ຈິງ ແຕ່ພຽງແຕ່ເກັບພວກມັນໄວ້ໃນສະໝອງຂອງລາວເປັນທິດສະດີປະເພດໜຶ່ງ ແລະ ປ່ອຍມັນໄວ້ແບບນັ້ນ, ພວກເຮົາກໍບໍ່ໄດ້ຕັດສິນລົງໂທດຄົນແບບນັ້ນ. ແມ່ນຫຍັງຄືເຫດຜົນທີ່ພວກເຮົາບໍ່ຕັດສິນລົງໂທດພວກເຂົາ? ຢ່າງໜຶ່ງກໍຄື ຜູ້ຄົນມີສິດທີ່ຈະເລືອກວ່າຈະຍ່າງໃນເສັ້ນທາງໃດ. ອີກຢ່າງໜຶ່ງ, ມັນອາດຈະເປັນຍ້ອນວ່າບາງຄົນຍັງໜຸ່ມນ້ອຍແທ້ໆໃນຕອນນີ້, ມີວຸດທິພາວະທີ່ນ້ອຍ ແລະ ມີຮາກຖານທີ່ຕື້ນເຂີນ. ພວກເຂົາຕ້ອງຜ່ານການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່, ຜ່ານຄວາມຍາກລຳບາກຄັ້ງໃຫຍ່ບາງຢ່າງໃນຊີວິດ, ກ່ອນທີ່ພວກເຂົາຈະສາມາດໄຕ່ຕອງກ່ຽວກັບສິ່ງທີ່ເປັນບວກ ແລະ ກ່ຽວກັບຊີວິດມະນຸດໄດ້. ສຳລັບບາງຄົນ, ມັນອາດຈະບໍ່ແມ່ນຍ້ອນວ່າພວກເຂົາຍັງໜຸ່ມນ້ອຍ ແຕ່ເປັນຍ້ອນວ່າພວກເຂົາຍັງບໍ່ທັນມີປະສົບການກັບສິ່ງຕ່າງໆພຽງພໍ ແລະ ຍັງບໍ່ທັນຕື່ນຕົວ. ພວກເຂົາບໍ່ມີແນວຄິດໃດໆເລີຍກ່ຽວກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ຫຼື ກ່ຽວກັບການໄລ່ຕາມເສາະຫາຄວາມຈິງເພື່ອບັນລຸຄວາມລອດພົ້ນ. ເວົ້າອີກຢ່າງໜຶ່ງກໍຄື ຈິດໃຈຂອງພວກເຂົາຍັງບໍ່ທັນຖືກເປີດອອກ, ພວກເຂົາບໍ່ຮູ້ຈຸດປະສົງ ແລະ ຄວາມສຳຄັນຂອງການເຊື່ອໃນພຣະເຈົ້າ. ພວກເຂົາພຽງແຕ່ຄິດວ່າການເຊື່ອໃນພຣະເຈົ້າເປັນຮູບແບບໜຶ່ງຂອງພິທີກຳທາງສາສະໜາ, ການເຊື່ອໃນພຣະເຈົ້ານັ້ນເປັນສິ່ງທີ່ດີ, ການເຊື່ອໃນພຣະເຈົ້າພຽງແຕ່ໝາຍເຖິງການເປັນຄົນດີ ແລະ ບໍ່ເຮັດສິ່ງທີ່ບໍ່ດີ, ມັນຍັງຊ່ວຍໃຫ້ພວກເຂົາມີຈຸດໝາຍປາຍທາງທີ່ດີ ແລະ ຈຸດຈົບທີ່ດີອີກດ້ວຍ, ພວກເຂົາຄິດວ່າມັນຮຽບງ່າຍແບບນັ້ນແຫຼະ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີແນວຄິດກ່ຽວກັບການໄລ່ຕາມເສາະຫາຄວາມຈິງ ຫຼື ກ່ຽວກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ບາງທີຄົນກຸ່ມໜຶ່ງໃນນີ້ຈະກ້າວອອກມາຫຼັງຈາກທີ່ມີປະສົບການກັບເລື່ອງພິເສດບາງຢ່າງ, ພວກເຂົາຈະສາມາດຍອມຮັບຄວາມຈິງ ແລະ ຍອມຮັບສິ່ງທີ່ເປັນບວກ ຕະຫຼອດຈົນຫັນປ່ຽນຕົນເອງຢ່າງແທ້ຈິງ. ໃນຂະນະດຽວກັນ, ກໍມີຄົນອີກກຸ່ມໜຶ່ງທີ່ບໍ່ເຄີຍປະສົບກັບຄວາມຍາກລຳບາກຄັ້ງໃຫຍ່ໃດໆ ຫຼື ຜູ້ທີ່ຍັງຄົງຫົວແຂງເປັນພິເສດເຖິງແມ່ນວ່າຈະໄດ້ປະສົບກັບຄວາມຍາກລຳບາກເຫຼົ່ານັ້ນແລ້ວກໍຕາມ; ພວກເຂົາບໍ່ເຄີຍຫັນປ່ຽນຕົນເອງຢ່າງແທ້ຈິງ, ພວກເຂົາຍັງຄົງບໍ່ສາມາດຍອມຮັບຄວາມຈິງ ແລະ ຍອມຮັບສິ່ງທີ່ເປັນບວກໄດ້, ພວກເຂົາຍັງມັກເຮັດຕາມໃຈຕົນເອງ ແລະ ເຮັດທຸກສິ່ງທີ່ພວກເຂົາພໍໃຈໃນການກະທຳຂອງພວກເຂົາ, ໂດຍຕອບສະໜອງພຽງແຕ່ຄວາມປາຖະໜາຂອງພວກເຂົາເອງເທົ່ານັ້ນ. ດ້ວຍເຫດນີ້, ໃນທີ່ສຸດແລ້ວ ຄົນກຸ່ມນີ້ກໍຈະລົ້ມເຫຼວທີ່ຈະກ້າວອອກມາ ແລະ ຈະບໍ່ໄດ້ຮັບຄວາມຈິງ. ບໍ່ວ່າຜູ້ຄົນຈະມີປະສົບການກັບສິ່ງໃດກໍຕາມໃນຊ່ວງເວລາທີ່ພວກເຂົາເຊື່ອໃນພຣະເຈົ້າ, ຜູ້ທີ່ສາມາດຍອມຮັບຄວາມຈິງໄດ້ ໃນທີ່ສຸດແລ້ວກໍຈະສາມາດບັນລຸຄວາມລອດພົ້ນໄດ້. ຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງ ໃນທີ່ສຸດແລ້ວກໍຈະບໍ່ມີທາງກັບໃຈຢ່າງແທ້ຈິງ ພ້ອມທັງບໍ່ມີທາງຍອມຮັບ ຫຼື ອ່ອນນ້ອມຕໍ່ຄວາມຈິງຢ່າງແທ້ຈິງ. ຄົນແບບນີ້ເຊື່ອຢ່າງສູນເປົ່າ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະບໍ່ສາມາດບັນລຸຄວາມລອດພົ້ນໄດ້. ມັນອາດຈະເປັນໄປໄດ້ວ່າ ພວກເຂົາໄດ້ເຮັດຄຸນງາມຄວາມດີໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນໃນຊ່ວງເວລານີ້; ໃນກໍລະນີນັ້ນ, ຢ່າງດີທີ່ສຸດ ພວກເຂົາກໍພຽງແຕ່ຈະສາມາດຢູ່ລອດໄດ້ໃນຕອນທ້າຍ. ສຳລັບເຮົາແລ້ວ, ທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າກໍຄື ເຮົາຈະເຮັດໃຫ້ດີທີ່ສຸດເພື່ອໂອ້ລົມກັບພວກເຈົ້າກ່ຽວກັບຄວາມຈິງໃນດ້ານຕ່າງໆ, ລວມທັງຄວາມຈິງທີ່ກ່ຽວຂ້ອງກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຈາກຫຼາຍມຸມມອງ ແລະ ຫຼາຍທັດສະນະ. ຄວາມຈິງທີ່ກ່ຽວຂ້ອງກັບວິທີການເຂົ້າຫາສະຖານະ ເຊິ່ງພວກເຮົາຫາກໍເວົ້າເຖິງນັ້ນ ແມ່ນມີຈຸດປະສົງເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈວ່າພວກເຈົ້າຄວນເຂົ້າຫາສະຖານະແນວໃດ ແລະ ເພື່ອຊ່ວຍໃຫ້ພວກເຈົ້າສ້າງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບສະຖານະ. ຄວາມຄິດ ແລະ ມຸມມອງຂອງເຮົາກ່ຽວກັບສະຖານະ, ຕະຫຼອດຈົນວິຖີຊີວິດຂອງເຮົາ, ເກີດຂຶ້ນຍ້ອນອັດຕະລັກພິເສດຂອງເຮົາ. ແລ້ວຄວາມຄິດ ແລະ ມຸມມອງຂອງເຮົາກ່ຽວກັບສະຖານະ, ເຊິ່ງເປັນຜົນມາຈາກອັດຕະລັກພິເສດຂອງເຮົາ, ແມ່ນຄວາມຈິງບໍ? ພວກມັນແມ່ນສິ່ງທີ່ເປັນບວກບໍ? ພວກມັນແມ່ນສິ່ງທີ່ມະນຸດທີ່ເສື່ອມຊາມຕ້ອງມີເພື່ອບັນລຸຄວາມລອດພົ້ນບໍ? ພວກມັນແມ່ນສິ່ງທີ່ສິ່ງຖືກສ້າງຄວນມີບໍ? (ແມ່ນແລ້ວ). ເນື່ອງຈາກສິ່ງທີ່ເຮົາໄດ້ກວມເອົາແມ່ນຄວາມຈິງ ແລະ ສິ່ງທີ່ເປັນບວກ, ດັ່ງນັ້ນ ບໍ່ວ່າເຮົາຈະເຂົ້າຫາສະຖານະນີ້ດ້ວຍອັດຕະລັກໃດກໍຕາມ ແລະ ບໍ່ວ່າທັດສະນະຄະຕິຂອງເຮົາຈະເປັນແນວໃດກໍຕາມ, ພວກເຈົ້າກໍຄວນຍອມຮັບພຣະທຳເຫຼົ່ານີ້ວ່າເປັນຄວາມຈິງ. ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ມຸມມອງຂອງເຮົາ, ແຕ່ພວກມັນຄືຄວາມຈິງ, ສະນັ້ນ ພວກເຈົ້າຄວນຍອມຮັບພວກມັນ, ຊຶມຊັບພວກມັນ ແລະ ເຂົ້າຫາສະຖານະຕາມມຸມມອງທີ່ຖືກຕ້ອງ. ຈຸດປະສົງຂອງເຮົາໃນການເວົ້າເຖິງຫົວຂໍ້ເຫຼົ່ານີ້ ແລະ ໂອ້ລົມເນື້ອຫານີ້ກັບພວກເຈົ້າແມ່ນເພື່ອໃຫ້ພວກເຈົ້າເຂົ້າໃຈຄວາມຈິງດ້ານໜຶ່ງ. ເຮົາບໍ່ໄດ້ເວົ້າເຖິງສິ່ງເຫຼົ່ານີ້ເພື່ອເປັນວິທີການແກ້ຕົວ ຫຼື ປົກປ້ອງຕົວເຮົາເອງ, ແຮງໄກທີ່ເຮົາຈະເຮັດເຊັ່ນນັ້ນເພື່ອໃຫ້ພວກເຈົ້າຮູ້ວ່າເຮົາແຕກຕ່າງຈາກຄົນອື່ນໆ ຫຼື ວ່າເຮົາເປັນຄົນທີ່ພິເສດ. ຖ້າພວກເຈົ້າພຽງແຕ່ຮັບຮູ້ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ມີຄວາມເສື່ອມຊາມ, ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ແມ່ນສະມາຊິກທຳມະດາຂອງມະນຸດຊາດ ແລະ ພຣະອົງເປັນບຸກຄົນພິເສດ, ແລ້ວນີ້ກໍບໍ່ແມ່ນຄວາມຈິງທັງໝົດທີ່ເຮົາຕ້ອງການໃຫ້ພວກເຈົ້າເຂົ້າໃຈ. ບໍ່ວ່າເຮົາຈະໂອ້ລົມກ່ຽວກັບເນື້ອໃນໃດກໍຕາມ ແລະ ບໍ່ວ່າຈະມີຕົວຢ່າງສະເພາະໃດແດ່ທີ່ກ່ຽວຂ້ອງກໍຕາມ, ໃນທີ່ສຸດແລ້ວ ມັນກໍລ້ວນແຕ່ເປັນການຊ່ວຍໃຫ້ພວກເຈົ້າເຂົ້າໃຈຄວາມຈິງ. ທຸກສິ່ງທີ່ເຮົາສະໜອງໃຫ້ແກ່ພວກເຈົ້າ ແລະ ໂອ້ລົມກັບພວກເຈົ້ານັ້ນລ້ວນແຕ່ກ່ຽວຂ້ອງກັບມຸມມອງກ່ຽວກັບວິທີການເຂົ້າຫາສິ່ງຕ່າງໆທຸກປະເພດ. ຂໍ້ຮຽກຮ້ອງຂອງເຮົາສຳລັບພວກເຈົ້າກໍຄື ພວກເຈົ້າສາມາດເຂົ້າໃຈ ແລະ ຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ, ຮັບຮູ້ ແລະ ປະຖິ້ມຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງເຫຼົ່ານັ້ນໄດ້. ນັ້ນກໍຄື ພວກເຈົ້າຕ້ອງສາມາດແຍກແຍະສິ່ງທີ່ເປັນບວກ ຕະຫຼອດຈົນສິ່ງທີ່ເປັນລົບ, ຍອມຮັບສິ່ງທີ່ເປັນບວກ ແລະ ປ່ອຍວາງສິ່ງທີ່ເປັນລົບ. ເມື່ອຕັດສິນຈາກຫົວຂໍ້ກ່ຽວກັບວິທີການເຂົ້າຫາສະຖານະທີ່ເຮົາໄດ້ໂອ້ລົມໄປແລ້ວ, ພວກເຈົ້າຈະເວົ້າບໍວ່າຄວາມຄິດ, ມຸມມອງ, ຫຼັກການ ແລະ ວິທີການຂອງເຮົາກ່ຽວກັບສະຖານະແມ່ນສິ່ງທີ່ເປັນບວກ? ພວກມັນກົງກັນກັບຄວາມຈິງບໍ? ພວກມັນແມ່ນຫຼັກການຄວາມຈິງທີ່ພວກເຈົ້າຄວນປະຕິບັດຕາມບໍ? (ແມ່ນແລ້ວ). ຖ້າພວກເຈົ້າເຂົ້າໃຈເຮົາແລ້ວ, ເຮົາກໍບໍ່ໄດ້ກ່າວພຣະທຳເຫຼົ່ານີ້ຢ່າງສູນເປົ່າ. ແມ່ນຫຍັງຄືຄວາມຄິດ ແລະ ມຸມມອງຂອງຜູ້ບໍ່ມີຄວາມເຊື່ອກ່ຽວກັບສະຖານະ? ມີດ້ານໃດຂອງພວກມັນທີ່ກົງກັນກັບຄວາມຈິງ ຫຼື ກັບຄວາມເປັນມະນຸດບໍ? ແມ່ນຫຍັງຄືແກ່ນແທ້ໃນຄວາມຄິດ ແລະ ມຸມມອງຂອງພວກເຂົາກ່ຽວກັບສະຖານະ? ມັນໜ້າລັງກຽດ ແລະ ຊົ່ວຊ້າບໍ? (ແມ່ນແລ້ວ). ຄວາມຄິດ ແລະ ມຸມມອງຂອງພວກເຂົາລ້ວນແຕ່ເຫັນແກ່ຕົວ, ໜ້າລັງກຽດ ແລະ ຊົ່ວຊ້າ; ພວກມັນກຳລັງເຮັດໃຫ້ເສື່ອມຊາມ ແລະ ທຳລາຍທຸກຄົນ. ບໍ່ວ່າເຈົ້າຈະມີສະຖານະໃນທ່າມກາງຜູ້ຄົນ ຫຼື ບໍ່ກໍຕາມ, ຖ້າສິ່ງທີ່ເຈົ້າຍອມຮັບຄືຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນເຫຼົ່ານີ້, ແລ້ວເຖິງແມ່ນວ່າເຈົ້າຈະມີສະຖານະກໍຕາມ, ເຈົ້າກໍເປັນໜຶ່ງໃນຜູ້ເຄາະຮ້າຍຈາກຄວາມຄິດ ແລະ ມຸມມອງເຫຼົ່ານີ້; ເຖິງແມ່ນວ່າເຈົ້າຈະເປັນຜູ້ທີ່ມີຜົນປະໂຫຍດສ່ວນຕົວກໍຕາມ, ເຈົ້າກໍເປັນໜຶ່ງໃນຜູ້ເຄາະຮ້າຍຈາກສິ່ງເຫຼົ່ານັ້ນ; ເຖິງແມ່ນວ່າເຈົ້າຈະຂຶ້ນກັບຊົນຊັ້ນປົກຄອງກໍຕາມ, ເຈົ້າກໍເປັນໜຶ່ງໃນຜູ້ເຄາະຮ້າຍຈາກພວກມັນ. ການເປັນຜູ້ເຄາະຮ້າຍຈາກຄວາມຄິດ ແລະ ມຸມມອງເຫຼົ່ານີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າກໍເປັນຄົນທີ່ຖືກເຮັດໃຫ້ເສື່ອມຊາມ ແລະ ຖືກທຳລາຍໂດຍຄວາມຄິດ ແລະ ມຸມມອງດັ່ງກ່າວ, ຕະຫຼອດຈົນໂດຍກະແສທີ່ຊົ່ວຮ້າຍດັ່ງກ່າວເຊັ່ນກັນ. ເພາະວ່າສິ່ງທີ່ເຈົ້າຍອມຮັບຄືຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ ແລະ ຊົ່ວຊ້າ ແລະ ເພາະວ່າເຈົ້າບໍ່ພຽງແຕ່ຍອມຮັບພວກມັນເທົ່ານັ້ນ ແຕ່ຍັງນຳໃຊ້ພວກມັນອີກດ້ວຍ, ເຈົ້າຈຶ່ງເປັນໜຶ່ງໃນຜູ້ເຄາະຮ້າຍຈາກພວກມັນ. ແລ້ວຄົນເຮົາຈະສາມາດຫຼຸດພົ້ນຈາກຄວາມເສື່ອມຊາມ ແລະ ການທຳລາຍນີ້ ແລະ ຫຼີກລ່ຽງການຖືກທຳຮ້າຍຈາກມັນຕື່ມອີກໄດ້ແນວໃດ? ມີພຽງວິທີດຽວເທົ່ານັ້ນ ແລະ ນັ້ນກໍຄືການຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ. ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງແມ່ນຫຍັງ? ຄວາມຄິດ ແລະ ມຸມມອງກ່ຽວກັບວິທີການເຂົ້າຫາສະຖານະຢ່າງຖືກຕ້ອງ: ບໍ່ຖືກຄວບຄຸມ ຫຼື ຖືກຜູກມັດໂດຍສະຖານະ, ບໍ່ໃຊ້ສະຖານະເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ບໍ່ໃຊ້ສະຖານະເພື່ອທຳລາຍ ແລະ ເຮັດໃຫ້ຄົນອື່ນເສື່ອມຊາມ ຫຼື ຂູດຮີດຄົນອື່ນ, ບໍ່ບັງຄັບໃຫ້ຄົນອື່ນເຮັດສິ່ງໃດ. ເມື່ອເຈົ້າມີສະຖານະ, ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າສາມາດສະແຫວງຫາຫຼັກການຄວາມຈິງ, ປ່ອຍວາງຜົນປະໂຫຍດສ່ວນຕົວຂອງເຈົ້າ, ຕະຫຼອດຈົນກະບົດຕໍ່ ແລະ ປະຕິເສດຄວາມສະດວກສະບາຍ ແລະ ເງື່ອນໄຂທີ່ເອື້ອອຳນວຍທີ່ສະຖານະນຳມາໃຫ້ເຈົ້າ. ແທນທີ່ຈະເພີດເພີນກັບຜົນປະໂຫຍດຈາກສະຖານະ, ເຈົ້າສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ, ປະຕິບັດຄວາມຮັບຜິດຊອບທີ່ເຈົ້າຄວນເຮັດຕາມສະຖານະທີ່ເຈົ້າມີຢູ່ໃຫ້ສຳເລັດ. ເຖິງແມ່ນວ່າເນື້ອໃນຂອງສອງສາມປະໂຫຍກນີ້ຈະບໍ່ຫຼາຍກໍຕາມ, ການນຳພວກມັນໄປປະຕິບັດກໍບໍ່ແມ່ນເລື່ອງງ່າຍສຳລັບມະນຸດທີ່ເສື່ອມຊາມ. ເມື່ອເຈົ້າບໍ່ມີສະຖານະ, ເຈົ້າຮູ້ສຶກວ່າ “ການບໍ່ເພີດເພີນກັບຜົນປະໂຫຍດຈາກສະຖານະ” ເປັນພຽງເລື່ອງຂອງການເຮັດຕາມທີ່ເວົ້າ ແລະ ບັນລຸໄດ້ງ່າຍ. ແຕ່ເມື່ອເຈົ້າມີສະຖານະແລ້ວ, “ການບໍ່ເພີດເພີນກັບຜົນປະໂຫຍດຈາກສະຖານະ” ກໍບໍ່ແມ່ນພຽງແຕ່ເລື່ອງຂອງການປະຕິບັດຕາມຄຳແນະນຳອີກຕໍ່ໄປ. ມັນຮຽກຮ້ອງໃຫ້ເຈົ້າສະລະສິ່ງຕ່າງໆ, ມັນຮຽກຮ້ອງໃຫ້ເຈົ້າກະບົດ, ມັນຮຽກຮ້ອງໃຫ້ເຈົ້າປ່ອຍວາງສິ່ງຕ່າງໆ ແລະ ມັນຮຽກຮ້ອງໃຫ້ເຈົ້າປະຕິບັດຕາມຫຼັກການຂອງການປະຕິບັດທີ່ຖືກຕ້ອງ, ປະຕິບັດຕໍ່ທຸກຄົນຢ່າງເປັນທຳ ແລະ ປະຕິບັດຕໍ່ທຸກເລື່ອງຢ່າງເປັນທຳ ແລະ ເປັນພາວະວິໄສ. ເມື່ອເຈົ້າຈຳເປັນຕ້ອງນຳຄຳກ່າວນີ້ໄປປະຕິບັດ, ສິ່ງນັ້ນກໍກ່ຽວຂ້ອງກັບຜົນປະໂຫຍດຂອງເຈົ້າ. ເມື່ອເຈົ້າບໍ່ມີສະຖານະ, ເຈົ້າກໍເວົ້າວ່າ “ຂ້ານ້ອຍບໍ່ເພີດເພີນກັບຜົນປະໂຫຍດຈາກສະຖານະ; ຂ້ານ້ອຍບໍ່ເຕັມໃຈທີ່ຈະເພີດເພີນກັບຜົນປະໂຫຍດຈາກສະຖານະ”. ໃຜກໍສາມາດເວົ້າຄຳເຫຼົ່ານີ້ໄດ້. ແຕ່ເມື່ອເຈົ້າຢູ່ໃນຖານະທີ່ຈະເພີດເພີນກັບຜົນປະໂຫຍດຈາກສະຖານະ, ການປ່ອຍວາງພວກມັນ ແລະ ມີແຕ່ການສະແຫວງຫາການປະຕິບັດໜ້າທີ່ຂອງຕົນໃຫ້ດີເພື່ອຕອບແທນຄວາມຮັກຂອງພຣະເຈົ້າກໍບໍ່ແມ່ນເລື່ອງງ່າຍອີກຕໍ່ໄປ, ແມ່ນບໍ? (ແມ່ນແລ້ວ.) ສິ່ງນີ້ຂຶ້ນຢູ່ກັບວ່າເຈົ້າຮັກຄວາມຈິງ ຫຼື ບໍ່ ແລະ ເຈົ້າສາມາດກະບົດຕໍ່ເນື້ອໜັງໄດ້ ຫຼື ບໍ່.
ສິ່ງທີ່ພວກເຮົາຫາກໍໂອ້ລົມໄປນັ້ນແມ່ນກ່ຽວຂ້ອງກັບຫົວຂໍ້ທີ່ວ່າ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດຕໍ່ສະຖານະແນວໃດ. ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ຄົນເຮົາຄວນເບິ່ງສະຖານະຈົບແລ້ວ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວິທີທີ່ຄົນເຮົາຄວນເບິ່ງຄວາມທຸກທໍລະມານ. ນີ້ຄືຫົວຂໍ້ທີ່ຜູ້ຄົນມັກຈະລົມກັນຢູ່ເລື້ອຍໆ. ວິທີທີ່ຄົນເຮົາເບິ່ງຄວາມທຸກທໍລະມານນັ້ນກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງຂອງລາວ ຕະຫຼອດຈົນຫຼັກການຂອງການປະຕິບັດຂອງລາວ. ຜູ້ຄົນເບິ່ງຄວາມທຸກທໍລະມານແນວໃດ? ຄວາມທຸກທໍລະມານແມ່ນສິ່ງທີ່ຜູ້ຄົນມັກຈະປະເຊີນ ແລະ ປະສົບໃນຊີວິດຂອງພວກເຂົາ ຫຼື ໃນຂະບວນການຂອງການເຊື່ອໃນພຣະເຈົ້າ ແລະ ມັນຍັງເປັນຫົວຂໍ້ທີ່ພວກເຂົາມັກຈະສົນທະນາກັນອີກດ້ວຍ. ຄົນສ່ວນໃຫຍ່ເຊື່ອມໂຍງຄວາມທຸກທໍລະມານເຂົ້າກັບຕົ້ນທຶນສ່ວນຕົວ, ຕຳແໜ່ງ ແລະ ສະຖານະຂອງພວກເຂົາ ຕະຫຼອດຈົນຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ. ເພາະສະນັ້ນແລ້ວ, ຄົນສ່ວນໃຫຍ່ຈຶ່ງມີຄວາມຄິດບາງຢ່າງເມື່ອພວກເຂົາທົນທຸກ ແລະ ໃຫ້ຄວາມສຳຄັນກັບມັນຢ່າງຍິ່ງ. ໂດຍສະເພາະຢ່າງຍິ່ງ ຄົນເຮົາໄດ້ທົນທຸກກັບຄວາມຍາກລຳບາກຫຍັງແດ່; ຄົນເຮົາໄດ້ຜ່ານຄວາມທຸກທໍລະມານປະເພດໃດ; ຄົນເຮົາໄດ້ທົນທຸກມາດົນປານໃດ; ມີຄົນອື່ນຈັກຄົນທີ່ຮູ້ກ່ຽວກັບຄວາມທຸກທໍລະມານຂອງຕົນ, ມີຄົນອື່ນຈັກຄົນທີ່ໄດ້ເຫັນຄວາມທຸກທໍລະມານນັ້ນ ແລະ ມີຄົນອື່ນຈັກຄົນທີ່ຮັບຮູ້ມັນ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນຫົວຂໍ້ທີ່ຜູ້ຄົນໃຫ້ຄວາມສົນໃຈຢ່າງຍິ່ງ. ນອກຈາກນີ້, ຄົນເຮົາຈະສາມາດໃຊ້ຄວາມທຸກທໍລະມານເພື່ອໃຫ້ໄດ້ຮັບສະຖານະໃນໃຈຂອງຄົນອື່ນໄດ້ແນວໃດ, ຄົນເຮົາຈະສາມາດໃຊ້ມັນເພື່ອໃຫ້ໄດ້ຮັບສິ່ງທີ່ຕົນຕ້ອງການໄດ້ແນວໃດ ເຊັ່ນ: ຜົນປະໂຫຍດ, ຄວາມເຄົາລົບຢ່າງສູງ, ສະຖານະ, ການຍົກຍ້ອງຢ່າງສູງຈາກຄົນອື່ນ ແລະ ກຽດຕິຍົດສ່ວນຕົວ ຕະຫຼອດຮອດວິທີທີ່ຈະໄດ້ຮັບຄວາມມັກຮັກ, ການຮັບຮູ້, ການຍອມຮັບ ແລະ ການຈື່ຈຳຈາກເຮືອນຂອງພຣະເຈົ້າ ຫຼື ຈາກພຣະເຈົ້າຜ່ານຄວາມທຸກທໍລະມານ, ສິ່ງເຫຼົ່ານີ້ຍັງເປັນສິ່ງທີ່ຜູ້ຄົນຈົດຈໍ່ໃນໃຈຂອງພວກເຂົາອີກດ້ວຍ. ດັ່ງນັ້ນ, ບັນຫາເລື່ອງຄວາມທຸກທໍລະມານຈຶ່ງມີນໍ້າໜັກໃນໃຈຂອງຜູ້ຄົນຫຼາຍກວ່າການປະຕິບັດຄວາມຈິງ. ແລ້ວຄົນເຮົາຄວນເບິ່ງຄວາມທຸກທໍລະມານແນວໃດແທ້ຈຶ່ງຈະຖືກຕ້ອງ ແລະ ກົງກັນກັບຫຼັກການຄວາມຈິງ? ເຮົາເບິ່ງຄວາມທຸກທໍລະມານແນວໃດ? ໃນຫຼາຍປີທີ່ຜ່ານມາ, ເມື່ອເຮົາໄດ້ໂອ້ລົມກັບພວກເຈົ້າ ຕະຫຼອດຮອດໃນລະຫວ່າງການພົວພັນກັນໃນແຕ່ລະມື້ຂອງເຮົາກັບພວກເຈົ້າ, ເຮົາເຄີຍເວົ້າກ່ຽວກັບຄວາມຍາກລຳບາກທີ່ເຮົາໄດ້ທົນທຸກ, ເຮົາໄດ້ທົນທຸກມາດົນປານໃດ, ຈຸດປະສົງ ແລະ ຄວາມສຳຄັນຂອງຄວາມທຸກທໍລະມານຂອງເຮົາແມ່ນຫຍັງ ຫຼື ຄວາມຮູ້ສຶກຂອງເຮົາຫຼັງຈາກທີ່ທົນທຸກແມ່ນຫຍັງບໍ? ຕາມຄວາມຊົງຈຳຂອງພວກເຈົ້າ, ເຮົາເຄີຍເວົ້າກ່ຽວກັບຫົວຂໍ້ເຫຼົ່ານີ້ບໍ? ມີການບັນທຶກກ່ຽວກັບເລື່ອງນີ້ເປັນລາຍລັກອັກສອນ ຫຼື ໃນການບັນທຶກສຽງຂອງຄຳເທດສະໜາ ຫຼື ໃນພຣະທຳທີ່ພວກເຈົ້າໄດ້ຍິນບໍ? (ບໍ່, ບໍ່ມີໃນຄວາມຊົງຈຳຂອງພວກເຮົາ). ໃນອະດີດ, ເຮົາໄດ້ຍິນເລື່ອງເລົ່າລືກັນໃນທ່າມກາງພວກເຈົ້າວ່າ ມີປີໜຶ່ງໃນຊ່ວງບຸນກຸດຈີນ, ເຮົາບໍ່ມີບ່ອນໄປ ແລະ ບໍ່ມີບ້ານໃຫ້ກັບ, ອ້າຍເອື້ອຍນ້ອງບໍ່ໄດ້ຈັດຕ້ອນຮັບເຮົາ ແລະ ຕໍ່ມາເຮົາກໍຊັດເຊພະເນຈອນໄປຕາມທ້ອງຖະໜົນ; ມີການກ່າວວ່າເຮົາໄດ້ອົດທົນກັບຄວາມທຸກທໍລະມານນີ້. ເລື່ອງນີ້ເຄີຍເກີດຂຶ້ນແທ້ບໍ? (ພຣະເຈົ້າໄດ້ກ່າວໃນຄຳເທດສະໜາກ່ອນໜ້ານີ້ວ່າ ພຣະອົງບໍ່ເຄີຍປະສົບກັບສິ່ງນີ້. ນີ້ເປັນເລື່ອງທີ່ເລົ່າລືກັນໂດຍຜູ້ຄົນ.) ຕົວເຮົາເອງກໍຍັງບໍ່ຮູ້ກ່ຽວກັບເລື່ອງນີ້ເລີຍ. ເຮົາຈະຮູ້ກ່ຽວກັບສິ່ງທີ່ເຮົາບໍ່ເຄີຍປະສົບໄດ້ແນວໃດ? ສິ່ງທີ່ເຮົາໄດ້ເຮັດກໍຄືການຊີ້ແຈງເລື່ອງນີ້, ແມ່ນບໍ? ສະຖານະການນີ້ບໍ່ເຄີຍເກີດຂຶ້ນເລີຍ. ສະນັ້ນ ເທົ່າທີ່ພວກເຈົ້າຈື່ໄດ້, ໂດຍພື້ນຖານແລ້ວ ເຮົາບໍ່ໄດ້ເວົ້າກ່ຽວກັບຄວາມທຸກທໍລະມານ, ແມ່ນບໍ? (ແມ່ນແລ້ວ). ກ່ຽວກັບບັນຫາເລື່ອງຄວາມທຸກທໍລະມານ, ຄົນສ່ວນໃຫຍ່ເຊື່ອວ່າຄວາມທຸກທໍລະມານເປັນຮູບແບບການປະຕິບັດທີ່ດີຫຼາຍສຳລັບການໄດ້ຮັບຕົ້ນທຶນສ່ວນຕົວ, ການໄດ້ຮັບການຍົກຍ້ອງຢ່າງສູງຈາກຄົນອື່ນ ແລະ ການເຮັດໃຫ້ພວກເຂົາມີຄວາມປະທັບໃຈທີ່ດີຕໍ່ຕົນເອງ; ພວກເຂົາເຊື່ອວ່າມັນເປັນການປະຕິບັດທີ່ພື້ນຖານທີ່ສຸດທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ບໍ່ວ່າຜູ້ຄົນຈະເບິ່ງມັນແນວໃດກໍຕາມ, ຕອນນີ້ຈົ່ງຟັງວ່າຄວາມຄິດ ແລະ ມຸມມອງຂອງເຮົາກ່ຽວກັບບັນຫາເລື່ອງຄວາມທຸກທໍລະມານນັ້ນແມ່ນຫຍັງ.
ຄວາມທຸກທໍລະມານມີຢູ່ຫຼາຍປະເພດ. ຄວາມທຸກທໍລະມານປະເພດທີ່ພົບເຫັນໄດ້ທົ່ວໄປທີ່ສຸດກໍຄື ຜູ້ຄົນອົດທົນກັບຄວາມທຸກທໍລະມານບາງຢ່າງເພື່ອປົກປ້ອງສະຖານະຂອງຕົນເອງ, ເພື່ອຮັກສາຄວາມເຄົາລົບຢ່າງສູງຂອງຕົນໄວ້ໃນທ່າມກາງຄົນອື່ນ ແລະ ເພື່ອໃຫ້ໄດ້ມາຮັບອະນາຄົດທີ່ດີ ແລະ ຈຸດໝາຍປາຍທາງທີ່ດີ. ສິ່ງນີ້ລວມເຖິງການນອນເດິກ ແລະ ຕື່ນເຊົ້າໃນການປະຕິບັດໜ້າທີ່ຂອງຕົນ ຕະຫຼອດຮອດການບໍ່ໄດ້ກິນອາຫານທີ່ດີ ຫຼື ນຸ່ງເຄື່ອງທີ່ສວຍງາມ. ຍັງມີບາງຄົນທີ່ປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາເພື່ອເທດສອນຂ່າວປະເສີດ ແລະ ປະຕິບັດໜ້າທີ່ຂອງຕົນ. ບໍ່ພຽງແຕ່ລັດຖະບານຈະຈັບກຸມ ແລະ ຂົ່ມເຫັງພວກເຂົາເທົ່ານັ້ນ ແຕ່ຄອບຄົວຂອງພວກເຂົາກໍຍັງບໍ່ເຂົ້າໃຈພວກເຂົາ ຕະຫຼອດຮອດເຖິງຂັ້ນຂົ່ມເຫັງ ແລະ ຂັດຂວາງພວກເຂົາອີກດ້ວຍ. ຄູ່ສົມລົດບາງຄົນເຖິງຂັ້ນຂົ່ມຂູ່ທີ່ຈະຢ່າຮ້າງ ແລະ ຍັງມີການນິນທາ, ການໃສ່ຮ້າຍປ້າຍສີ ແລະ ການສ້າງຂ່າວລືຈາກຍາດພີ່ນ້ອງຂອງພວກເຂົາອີກດ້ວຍ. ພວກເຂົາໄດ້ອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ໄດ້ມາຮັບອະນາຄົດທີ່ດີ ແລະ ຈຸດໝາຍປາຍທາງທີ່ດີ ຕະຫຼອດຮອດເພື່ອຮັກສາສະຖານະ ແລະ ຄວາມເຄົາລົບຢ່າງສູງຂອງພວກເຂົາໄວ້, ບໍ່ວ່າພວກເຂົາຈະທົນທຸກຫຼາຍສໍ່າໃດ ຫຼື ຄວາມທຸກທໍລະມານຂອງພວກເຂົາຈະຍິ່ງໃຫຍ່ພຽງໃດກໍຕາມ, ຜູ້ຄົນທີ່ທົນທຸກດ້ວຍວິທີນີ້ກໍຍັງຄົງເຮັດວຽກງານຕໍ່ໄປຄືເກົ່າ ໂດຍບໍ່ເຄີຍຍອມແພ້. ສະຫຼຸບແລ້ວ, ຄົນແບບນີ້ທົນທຸກເພື່ອເຫັນແກ່ສະຖານະ ແລະ ຄວາມເຄົາລົບຢ່າງສູງຂອງພວກເຂົາ ຕະຫຼອດຮອດເພື່ອເຫັນແກ່ອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ພວກເຂົາແລ່ນວຸ້ນວາຍຢູ່ຫ່າງໄກຈາກບ້ານເປັນເວລາດົນນານ, ຖືກຄົນອື່ນເມີນເສີຍ ຕະຫຼອດຮອດຖືກກີດກັນ ແລະ ຖືກຄົນອື່ນເຂົ້າໃຈຜິດ, ໂດຍອົດທົນກັບຄວາມທຸກທໍລະມານຫຼາຍຢ່າງທີ່ຄົນທຳມະດາບໍ່ສາມາດອົດທົນໄດ້. ບອກເຮົາເບິ່ງ, ມັນມີຄຸນຄ່າໃດໆບໍໃນການທົນທຸກເພື່ອເຫັນແກ່ສະຖານະ ແລະ ຄວາມເຄົາລົບຢ່າງສູງຂອງຕົນ ຫຼື ເພື່ອເຫັນແກ່ອະນາຄົດ ແລະ ຈຸດໝາຍປາຍທາງຂອງຕົນ? (ບໍ່.) ພຣະເຈົ້າຈື່ຈຳສິ່ງນີ້ບໍ? (ບໍ່.) ຈຸດປະສົງດຽວຂອງພວກເຂົາໃນການທົນທຸກກໍຄື ເພື່ອເຮັດໃຫ້ຜູ້ນຳ ແລະ ຜູ້ເຮັດວຽກ ຕະຫຼອດຮອດອ້າຍເອື້ອຍນ້ອງຍົກຍ້ອງພວກເຂົາຢ່າງສູງ ແລະ ຊື່ນຊົມພວກເຂົາ, ເພື່ອທີ່ອ້າຍເອື້ອຍນ້ອງຈະສືບຕໍ່ເລືອກຕັ້ງພວກເຂົາເປັນຜູ້ນຳໃນການເລືອກຕັ້ງຄັ້ງຕໍ່ໄປ. ພວກເຂົາປະຕິບັດຕໍ່ຄວາມທຸກທໍລະມານວ່າເປັນເປົ້າໝາຍໃນການໄລ່ຕາມຂອງພວກເຂົາ. ເພື່ອຮັກສາສະຖານະຂອງພວກເຂົາໄວ້, ພວກເຂົາສາມາດອົດທົນກັບຄວາມທຸກທໍລະມານໄດ້ທຸກປະເພດ. ພວກເຂົາຍອມສະລະອະນາຄົດ ແລະ ອາຊີບທາງໂລກຂອງພວກເຂົາ ແລະ ເຖິງຂັ້ນປະຖິ້ມສະພາບແວດລ້ອມການດຳລົງຊີວິດທີ່ດີເລີດຂອງພວກເຂົາ, ໂດຍອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ. ຫຼັງຈາກທີ່ຄົນປະເພດນີ້ອົດທົນກັບຄວາມທຸກທໍລະມານນີ້, ພວກເຂົາກໍໂອ້ອວດໄປທົ່ວ, ມັກຈະໂອ້ລົມກ່ຽວກັບວິທີທີ່ພວກເຂົາທົນທຸກໃນລະຫວ່າງການເຕົ້າໂຮມ ຫຼື ເມື່ອລິຮານຄົນອື່ນ. ຈຸດປະສົງຂອງພວກເຂົາໃນການເຮັດເຊັ່ນນັ້ນແມ່ນຮຽບງ່າຍຫຼາຍ: ມັນເປັນພຽງການປົກປ້ອງໜ້າຕາຂອງພວກເຂົາເອງ ແລະ ປົກປ້ອງສະຖານະ ຕະຫຼອດຮອດຄວາມທະນົງຕົວຂອງພວກເຂົາເອງ. ດັ່ງນັ້ນ, ຄວາມທຸກທໍລະມານທີ່ພວກເຂົາອົດທົນຈຶ່ງບໍ່ມີຄ່າຫຍັງເລີຍ. ພວກເຂົາບໍ່ໄດ້ມາຮູ້ຈັກຕົນເອງຜ່ານຄວາມທຸກທໍລະມານນີ້, ແຮງໄກທີ່ພວກເຂົາຈະສາມາດປະຕິບັດຄວາມຈິງໄດ້. ຄວາມທຸກທໍລະມານປະເພດນີ້ບໍ່ຄຸ້ມຄ່າແມ່ນແຕ່ຈະຍົກຂຶ້ນມາເວົ້າເຖິງຊ້ຳ. ບາງຄົນພຽງແຕ່ທົນທຸກເພື່ອເຫັນແກ່ສະຖານະ ແລະ ຊື່ສຽງຂອງພວກເຂົາ ຕະຫຼອດຮອດເພື່ອອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ພວກເຂົາສາມາດອົດທົນກັບການເຮັດວຽກໜັກທຸກຮູບແບບເພື່ອປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາໄວ້ ແລະ ສາມາດອົດທົນກັບຄວາມທຸກທໍລະມານທຸກປະເພດເພື່ອໃຫ້ໄດ້ຮັບພອນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຄີຍກ້າວອອກມາເພື່ອເຮັດວຽກຈັກໜ້ອຍ ຫຼື ເວົ້າຈັກຄຳເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ, ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ປົກປ້ອງຜົນປະໂຫຍດຂອງອ້າຍເອື້ອຍນ້ອງເລີຍ. ເຖິງແມ່ນວ່າການເຮັດແບບນັ້ນຈະບໍ່ຮຽກຮ້ອງໃຫ້ມີຄວາມທຸກທໍລະມານໃດໆ ຫຼື ໃຊ້ພຽງແຕ່ປະໂຫຍກດຽວກໍຕາມ, ພວກເຂົາກໍບໍ່ສາມາດເຮັດມັນໄດ້. ເພາະສະນັ້ນແລ້ວ, ຄວາມທຸກທໍລະມານທັງໝົດທີ່ຄົນປະເພດນີ້ອົດທົນຈຶ່ງສູນເປົ່າ ແລະ ພຣະເຈົ້າກໍບໍ່ຮັບຮອງຄວາມທຸກທໍລະມານນັ້ນ. ຄົນປະເພດນີ້ເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດຢ່າງແທ້ຈິງ; ພວກເຂົາເປັນຄົນທີ່ເຮັດໃຫ້ຄົນອື່ນຫຼົງຜິດ ແລະ ຖືກພຣະເຈົ້າລັງກຽດ. ເພື່ອເຫັນແກ່ສະຖານະຂອງຕົນ, ພວກເຂົາສາມາດຕື່ນເຊົ້າ ແລະ ນອນເດິກເພື່ອປະຕິບັດໜ້າທີ່ຂອງຕົນ ແລະ ສາມາດອົດທົນກັບຄວາມທຸກທໍລະມານ ແລະ ຄວາມອິດເມື່ອຍໄດ້. ພວກເຂົາສາມາດເຮັດວຽກເປັນເວລາຫຼາຍຊົ່ວໂມງໂດຍບໍ່ຢຸດພັກ ຫຼື ເຖິງຂັ້ນບໍ່ລາພັກວຽກເລີຍຕະຫຼອດທັງປີ. ພວກເຂົາແລ່ນວຸ້ນວາຍພຽງເພື່ອສະຖານະຂອງພວກເຂົາເອງ ແລະ ທຸກສິ່ງທີ່ພວກເຂົາເວົ້າກໍເພື່ອປົກປ້ອງສະຖານະ, ໜ້າຕາ ແລະ ຊື່ສຽງຂອງພວກເຂົາເອງ. ເມື່ອຄົນໃດໜຶ່ງເຮັດບາງສິ່ງທີ່ຂັດກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຢ່າງແທ້ຈິງ, ຄົນອື່ນກໍບໍ່ເຄີຍຕຳໜິລາວ, ແຮງໄກທີ່ພວກເຂົາຈະຢຸດຢັ້ງລາວ. ສະນັ້ນ, ຄວາມທຸກທໍລະມານຂອງລາວຈຶ່ງເປັນໄປເພື່ອເຫັນແກ່ຊື່ສຽງ ແລະ ສະຖານະຂອງຕົວລາວເອງ ຕະຫຼອດຮອດເພື່ອຜົນປະໂຫຍດສ່ວນຕົວຂອງລາວຢ່າງແທ້ຈິງ. ມັນບໍ່ພຽງແຕ່ບໍ່ຖືກພຣະເຈົ້າຈື່ຈຳໄວ້ເທົ່ານັ້ນ ແຕ່ມັນຍັງຖືກຕັດສິນລົງໂທດອີກດ້ວຍ. ໂດຍສະເພາະຢ່າງຍິ່ງ ລາວໃຊ້ຄວາມທຸກທໍລະມານເປັນຕົ້ນທຶນສ່ວນຕົວເພື່ອສັ່ງສອນຄົນອື່ນຢູ່ເລື້ອຍໆ ແລະ ພະຍາຍາມຕໍ່ລອງກັບພຣະເຈົ້າ, ໂດຍຫວັງວ່າພຣະເຈົ້າຈະເຫັນຄວາມທຸກທໍລະມານຂອງລາວ ແລະ ໃຫ້ການປະເມີນທີ່ດີແກ່ລາວ. ລາວຍັງລອງໃຈພຣະເຈົ້າຢູ່ເລື້ອຍໆເພື່ອເບິ່ງວ່າພຣະອົງພໍໃຈກັບຄວາມທຸກທໍລະມານຂອງລາວ ຫຼື ບໍ່ ແລະ ລາວສາມາດໄດ້ຮັບພອນສຳລັບຄວາມທຸກທໍລະມານທີ່ລໄດ້ອົດທົນ ຫຼື ບໍ່. ເພາະສະນັ້ນແລ້ວ, ໂດຍອີງໃສ່ທຳມະຊາດແຫ່ງຄວາມທຸກທໍລະມານຂອງຄົນດັ່ງກ່າວ, ມັນບໍ່ພຽງແຕ່ບໍ່ຖືກຈື່ຈຳເທົ່ານັ້ນ ແຕ່ມັນຍັງຖືກຕັດສິນລົງໂທດອີກດ້ວຍ; ແລະ ມັນບໍ່ພຽງແຕ່ບໍ່ແມ່ນການກະທຳທີ່ດີປະເພດໜຶ່ງເທົ່ານັ້ນ ແຕ່ມັນຍັງເປັນການກະທຳທີ່ຊົ່ວຮ້າຍປະເພດໜຶ່ງອີກດ້ວຍ. ຄົນປະເພດນີ້ມັກຈະໂອ້ອວດກ່ຽວກັບວ່າພວກເຂົາເດີນທາງໄປໄກສໍ່າໃດ ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດເພື່ອເຫັນແກ່ການເຮັດວຽກງານຂອງຄຣິສຕະຈັກ ແລະ ໜ້າທີ່ຂອງພວກເຂົາ, ຕະຫຼອດຮອດພະຍາດຮ້າຍແຮງທີ່ພວກເຂົາເປັນ ແລະ ພວກເຂົາຕ້ອງກິນຢາຫຼາຍສໍ່າໃດ. ເມື່ອພວກເຂົາກິນຢາ, ພວກເຂົາມັກຈະກິນຕໍ່ໜ້າອ້າຍເອື້ອຍນ້ອງ ເພື່ອໃຫ້ອ້າຍເອື້ອຍນ້ອງເຫັນພວກເຂົາກິນຢາ. ພວກເຂົາຄິດຫາວິທີທີ່ຈະເຮັດໃຫ້ຄົນອື່ນຮູ້ຫຼາຍຂຶ້ນວ່າພວກເຂົາໄດ້ເຮັດວຽກຫຼາຍສໍ່າໃດ, ພວກເຂົາໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຂົາໄດ້ຈ່າຍລາຄາຫຼາຍສໍ່າໃດ ແລະ ພວກເຂົາກິນຢາຫຼັງຈາກທີ່ເຮັດໃຫ້ຕົນເອງປ່ວຍຍ້ອນເຮັດວຽກໜັກເກີນໄປເທົ່ານັ້ນ. ພວກເຂົາເຮັດເຊັ່ນນີ້ເພື່ອໃຫ້ຜູ້ຄົນຍົກຍ້ອງພວກເຂົາຢ່າງສູງ, ຊື່ນຊົມພວກເຂົາ ແລະ ນະມັດສະການພວກເຂົາ. ຄົນປະເພດນີ້ບໍ່ໜ້າລັງກຽດບໍ? (ໜ້າລັງກຽດ). ດັ່ງນັ້ນ, ຄວາມທຸກທໍລະມານຂອງຄົນແບບນີ້ຈຶ່ງບໍ່ມີຄ່າແມ່ນແຕ່ກີບດຽວ; ມັນໜ້າຂີ້ດຽດ. ມັນເຖິງຂັ້ນເປັນກໍລະນີທີ່ຄົນປະເພດນີ້ສ່ວນໃຫຍ່ບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້ເລີຍ. ພວກເຂົາພຽງແຕ່ເຮັດວຽກເພື່ອສ້າງພາບລັກໃຫ້ຄົນອື່ນເຫັນເທົ່ານັ້ນ. ພວກເຂົາບໍ່ເວົ້າແມ່ນແຕ່ຄຳດຽວ ຫຼື ເຮັດແມ່ນແຕ່ສິ່ງດຽວທີ່ອາດຈະລ່ວງເກີນຄົນອື່ນ. ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບການປົກປ້ອງວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ປາກແມ່ນແຕ່ຄຳດຽວ ຫຼື ເຮັດວຽກແມ່ນແຕ່ໜ້ອຍດຽວ. ເມື່ອພວກເຂົາປະເຊີນກັບຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ປະຕິບັດຕໍ່ຄົນນັ້ນຕາມຫຼັກການ ແຕ່ກະທຳຕາມຄວາມຮູ້ສຶກແທນ. ຖ້າພວກເຂົາເຫັນຄົນທີ່ພວກເຂົາບໍ່ມັກກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານ, ພວກເຂົາກໍຈະເວົ້າອອກມາໜ້ອຍໜຶ່ງ ແລະ ເຮັດບາງສິ່ງບາງຢ່າງໜ້ອຍໜຶ່ງ, ໂດຍສວຍໂອກາດເພື່ອໂອ້ອວດ ແລະ ສະສົມຕົ້ນທຶນສ່ວນຕົວ ແລະ ເມື່ອເຖິງເວລາ ພວກເຂົາກໍຈະພະຍາຍາມອ້າງເອົາຄວາມດີຄວາມຊອບ ແລະ ໄດ້ຮັບລາງວັນ. ແຕ່ຖ້າຜູ້ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານນັ້ນເປັນຄົນທີ່ພວກເຂົາມັກ ຫຼື ຄົນທີ່ສະໜັບສະໜູນພວກເຂົາ, ພວກເຂົາບໍ່ພຽງແຕ່ບໍ່ເປີດໂປງ ຫຼື ຢຸດຢັ້ງລາວເທົ່ານັ້ນ ແຕ່ພວກເຂົາຍັງອຳນວຍຄວາມສະດວກ, ປົກປ້ອງ ແລະ ປົກປິດໃຫ້ແກ່ລາວອີກດ້ວຍ, ໂດຍໃຊ້ຂໍ້ອ້າງທີ່ຟັງເບິ່ງຄືດີທີ່ວ່າ “ວຸດທິພາວະຂອງລາວຍັງນ້ອຍ, ສະນັ້ນ ພວກເຮົາຕ້ອງມີຄວາມອົດທົນ ແລະ ສະໜັບສະໜູນລາວ.” ໃນຄວາມເປັນຈິງແລ້ວ, ມັນເປັນໄປເພື່ອປົກປ້ອງສະຖານະຂອງພວກເຂົາເອງ ທີ່ພວກເຂົາພະຍາຍາມບໍ່ລ່ວງເກີນຜູ້ໃດ. ເຖິງຢ່າງນັ້ນກໍຕາມ, ພວກເຂົາກໍຍັງຕ້ອງການໃຊ້ຄວາມທຸກທໍລະມານຂອງພວກເຂົາເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາຢ່າງສູງ ແລະ ໃຊ້ຄວາມທຸກທໍລະມານຂອງພວກເຂົາເພື່ອປົກປ້ອງສະຖານະຂອງພວກເຂົາເອງ. ບາງຄົນມັກຈະທຳທ່າວ່າຫຍຸ້ງຫຼາຍ. ເມື່ອກິນເຂົ້າ, ພວກເຂົາກໍຕັ້ງໃຈເອົາເຂົ້າ ຫຼື ໝັ່ນໂຖໜ້ອຍໜຶ່ງແຊ່ລົງໃນນໍ້າຕົ້ມລ້າໆ ແລະ ກິນກັບຜັກດອງ ແລະ ໄປເຕົ້າໂຮມທັນທີຫຼັງຈາກທີ່ພວກເຂົາກິນແລ້ວ, ເຮັດໃຫ້ອ້າຍເອື້ອຍນ້ອງເຫັນວ່າພວກເຂົາສາມາດອົດທົນກັບຄວາມຍາກລຳບາກໄດ້ແທ້ໆ. ພວກເຂົານຸ່ງເຄື່ອງຊຸດດຽວກັນຢູ່ສະເໝີ, ບໍ່ຊັກມັນເຖິງແມ່ນວ່າມັນຈະເປື້ອນກໍຕາມ ແລະ ພວກເຂົາກໍບອກຄົນອື່ນວ່າ “ເບິ່ງແມ, ຂ້ອຍຫຍຸ້ງຫຼາຍຈົນບໍ່ມີເວລາແມ່ນແຕ່ຈະກິນເຂົ້າ ຫຼື ຊັກເຄື່ອງຂອງຂ້ອຍເລີຍ!” ບາງຄົນກໍລົມຫຼິ້ນກັບຄົນອື່ນ ແລະ ເສຍເວລາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ກໍທຳທ່າວ່າພວກເຂົາກຳລັງເຕົ້າໂຮມ ແລະ ໂອ້ລົມກັບຄົນອື່ນຢູ່. ມັນເບິ່ງຄືວ່າພວກເຂົາຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາຕັ້ງແຕ່ເຊົ້າຈົນຮອດຄໍ່າ ແລະ ພວກເຂົາເຖິງຂັ້ນນອນຟຸບຢູ່ໜ້າຄອມພິວເຕີໃນຕອນກາງຄືນ ເຊິ່ງເປັນເວລາທີ່ພວກເຂົາຄວນໄດ້ພັກຜ່ອນ. ພວກເຂົາເຮັດເຊັ່ນນີ້ເພື່ອໃຫ້ຜູ້ຄົນເຫັນວ່າພວກເຂົາທົນທຸກຫຼາຍສໍ່າໃດ ແລະ ພວກເຂົາຈ່າຍລາຄາຫຼາຍສໍ່າໃດໃນການປະຕິບັດໜ້າທີ່ຂອງຕົນ. ພວກເຂົາມັກຈະມີຜົມທີ່ຫຍຸ້ງເຫຍີງ ແລະ ໃບໜ້າທີ່ເປິເປື້ອນ ແລະ ພວກເຂົາເຖິງຂັ້ນປ່ອຍໃຫ້ເວລາຜ່ານໄປດົນນານໂດຍບໍ່ປ່ຽນ ຫຼື ຊັກເຄື່ອງນຸ່ງຂອງຕົນ ຫຼື ອາບນໍ້າ, ພຽງເພື່ອໃຫ້ຜູ້ຄົນຮູ້ວ່າພວກເຂົາທົນທຸກຫຼາຍສໍ່າໃດ ແລະ ພວກເຂົາສາມາດຈ່າຍລາຄາໄດ້ຫຼາຍສໍ່າໃດ. ບອກເຮົາເບິ່ງ, ມັນມີຄຸນຄ່າໃດໆບໍໃນການອົດທົນກັບຄວາມທຸກທໍລະມານນີ້? ມັນບໍ່ແມ່ນພຽງແຕ່ການສ້າງພາບລັກບໍ? (ແມ່ນແລ້ວ). ວຽກງານບາງຢ່າງໃນເຮືອນຂອງພຣະເຈົ້າກໍຫຍຸ້ງເລັກໜ້ອຍ, ແຕ່ກໍບໍ່ເຖິງຂັ້ນເຮັດໃຫ້ຜູ້ຄົນມີຜົມທີ່ຫຍຸ້ງເຫຍີງ, ໃບໜ້າທີ່ເປິເປື້ອນ ແລະ ບໍ່ມີລັກສະນະຄ້າຍຄືມະນຸດ, ແມ່ນບໍ? ຄຣິສຕະຈັກບາງແຫ່ງມີສະພາບການດຳລົງຊີວິດທີ່ຂ້ອນຂ້າງທຸກຍາກ, ແຕ່ກໍບໍ່ເຖິງຂັ້ນທີ່ຜູ້ຄົນຢູ່ທີ່ນັ້ນກິນແຕ່ໝັ່ນໂຖ ແລະ ຜັກດອງທຸກມື້, ແມ່ນບໍ? ບາງທີນີ້ອາດຈະເປັນກໍລະນີໃນສະຖານທີ່ສະເພາະບາງແຫ່ງ, ແຕ່ມັນກໍເປັນໄປບໍ່ໄດ້ທີ່ສະຖານທີ່ສ່ວນໃຫຍ່ຈະເປັນແບບນີ້. ບໍ່ວ່າວຽກງານຂອງເຮືອນຂອງພຣະເຈົ້າຈະຫຍຸ້ງຍາກສໍ່າໃດກໍຕາມ, ຢ່າງໜ້ອຍທີ່ສຸດ, ເຈົ້າກໍຕ້ອງຮັກສາການນອນຫຼັບພັກຜ່ອນໃຫ້ໄດ້ແປດຊົ່ວໂມງ, ມັນບໍ່ແມ່ນວ່າເຈົ້າບໍ່ສາມາດນອນຫຼັບໄດ້ເຖິງແປດຊົ່ວໂມງ, ແມ່ນບໍ? ນີ້ແມ່ນການຍົກເວັ້ນສະຖານະການພິເສດທີ່ອາດຈະເກີດຂຶ້ນເປັນບາງຄັ້ງບາງຄາວ ເຊິ່ງອາດຈະແກ່ຍາວໄປມື້ໜຶ່ງ ຫຼື ສອງມື້. ໃນຈີນແຜ່ນດິນໃຫຍ່, ປະຊາກອນທີ່ພຣະເຈົ້າເລືອກບາງຄົນຕ້ອງຫຼົບໜີເພື່ອຫຼີກລ່ຽງການຈັບກຸມ ແລະ ການຂົ່ມເຫັງໂດຍລະບອບຂອງຊາຕານ. ບາງຄັ້ງພວກເຂົາກໍນອນ ແລະ ພັກຜ່ອນຢູ່ໃນຖໍ້າ, ກອງເຟືອງ ແລະ ຄອກສັດ. ສິ່ງເຫຼົ່ານີ້ແມ່ນສະຖານະການພິເສດ. ຫຼັງຈາກທີ່ອອກມາຕ່າງປະເທດແລ້ວ, ຖ້າຜູ້ຄົນຕັ້ງໃຈສ້າງ “ສະພາບແວດລ້ອມແຫ່ງຄວາມທຸກທໍລະມານ” ບາງຢ່າງຂຶ້ນມາ ແລະ ຕັ້ງໃຈ “ຝຶກຝົນ” ວິທີການທົນທຸກ, ໂດຍພື້ນຖານແລ້ວ ພວກເຂົາບໍ່ແມ່ນນັກບວດທີ່ບຳເພັນທຸກກະລະກິລິຍາບໍ? ເປັນຫຍັງພວກເຮົາຈຶ່ງເອີ້ນພວກເຂົາແບບນັ້ນ? ເພາະວ່າທຸກສິ່ງທີ່ພວກເຂົາກຳລັງເຮັດກໍຄືການຕັ້ງໃຈອົດທົນກັບຄວາມທຸກທໍລະມານບາງຢ່າງ, ປະຕິບັດຕາມກົດລະບຽບບາງຢ່າງ ແລະ ໃສ່ວິໄນຕົນເອງ, ຫຼັງຈາກນັ້ນ ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ປ່ຽນແປງແລ້ວ. ຈາກນັ້ນ ພວກເຂົາກໍໂອ້ອວດຕໍ່ໜ້າຄົນອື່ນກ່ຽວກັບວ່າພວກເຂົາໄດ້ທົນທຸກຫຼາຍສໍ່າໃດ, ໂດຍຫວັງວ່າຈະເຮັດໃຫ້ທັງສະຫວັນ ແລະ ຄົນທຳມະດາຊາບຊຶ້ງໃຈ, ດ້ວຍເຫດນັ້ນ ຈຶ່ງສະແຫວງຫາຄວາມເຄົາລົບຢ່າງສູງ ແລະ ຜົນປະໂຫຍດໃຫ້ກັບຕົນເອງ ແລະ ໄດ້ຮັບຈຸດໝາຍປາຍທາງທີ່ດີທີ່ພວກເຂົາຕ້ອງການ. ເສັ້ນທາງນີ້ເປັນໄປບໍ່ໄດ້. ເມື່ອພຣະເຈົ້າກຳນົດຈຸດຈົບຂອງຄົນໃດໜຶ່ງ, ພຣະອົງບໍ່ເຄີຍເບິ່ງວ່າລາວໄດ້ທົນທຸກຫຼາຍສໍ່າໃດ ຫຼື ລາວໄດ້ເຮັດວຽກໜັກ ແລະ ສ້າງຜົນງານອັນຍິ່ງໃຫຍ່ ຫຼື ບໍ່, ທັງບໍ່ເຄີຍເບິ່ງອາຍຸຂອງລາວອີກດ້ວຍ. ພຣະເຈົ້າອີງໃສ່ສິ່ງໃດໃນການກຳນົດຈຸດຈົບຂອງຜູ້ຄົນ? ພຣະອົງອີງໃສ່ການທີ່ຜູ້ຄົນມີຄວາມຈິງ ຫຼື ບໍ່. ຖ້າເຈົ້າພຽງແຕ່ຈົດຈໍ່ຢູ່ກັບຄວາມທຸກທໍລະມານເທົ່ານັ້ນ ແຕ່ບໍ່ໄດ້ຮັບຄວາມຈິງ, ແລ້ວບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດກໍຕາມ, ມັນກໍສູນເປົ່າ. ຖ້າເຈົ້າທົນທຸກໂດຍປາສະຈາກຫຼັກການ ແລະ ເຈົ້າຍັງສ້າງຄວາມຍາກລຳບາກໃຫ້ກັບຕົວເຈົ້າເອງ ແລະ ຕັ້ງໃຈທົນທຸກ, ແລ້ວເຈົ້າກໍພຽງແຕ່ເກີດມາເພື່ອທົນທຸກເທົ່ານັ້ນ. ຄວາມທຸກທໍລະມານຂອງເຈົ້າບໍ່ສົມຄວນໄດ້ຮັບຄວາມສົງສານ; ເຈົ້າຫາເລື່ອງໃສ່ຕົວເອງ. ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມະນຸດທົນທຸກ. ພຣະເຈົ້າພິພາກສາ ແລະ ລົງທັນມະນຸດ ຕະຫຼອດຮອດທົດສອບ ແລະ ຫຼໍ່ຫຼອມມະນຸດ, ບໍ່ແມ່ນເພື່ອເຮັດໃຫ້ລາວຕ້ອງທົນທຸກ, ແຕ່ເພື່ອຊ່ວຍລາວໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງລາວ. ຄວາມທຸກທໍລະມານສ່ວນໃຫຍ່ທີ່ມະນຸດອົດທົນແມ່ນເກີດຈາກອຸປະນິໄສທີ່ເສື່ອມຊາມຂອງລາວ; ມັນບໍ່ເຄີຍເປັນເຈດຕະນາຂອງພຣະເຈົ້າທີ່ຈະເຮັດໃຫ້ມະນຸດທົນທຸກ.
ພຣະເຈົ້າຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກຊັບພະສິ່ງເພື່ອມະນຸດຊາດ ເຊັ່ນ: ດວງອາທິດ, ດວງຈັນ ແລະ ດວງດາວ, ແສງແດດ, ອາກາດ, ດິນ, ນໍ້າ, ສີ່ລະດູການ, ຕະຫຼອດຮອດສິ່ງຂອງທາງວັດຖຸທຸກປະເພດທີ່ຈຳເປັນສຳລັບຊີວິດ ແລະ ການຢູ່ລອດຂອງມະນຸດຊາດ. ມີສິ່ງຂອງໃຫ້ກິນ, ດື່ມ, ໃຊ້ ແລະ ເບິ່ງ; ສິ່ງທີ່ມີຊີວິດທຸກປະເພດຕະຫຼອດທັງສີ່ລະດູການລ້ວນແຕ່ມີການສະໜອງໃຫ້ຢ່າງຄົບຖ້ວນ, ແມ່ນບໍ? ມີທັນຍາພືດ, ຜັກ, ໝາກໄມ້ ແລະ ໝາກຖົ່ວ, ສິ່ງທີ່ເຕີບໃຫຍ່ຢູ່ເທິງຕົ້ນໄມ້ ແລະ ໃນດິນ; ສິ່ງຂອງທາງວັດຖຸທີ່ແຕກຕ່າງກັນທຸກປະເພດລ້ວນແຕ່ອຸດົມສົມບູນຢ່າງຍິ່ງ, ໂດຍມີການສະໜອງໃຫ້ຢ່າງຄົບຖ້ວນໃນທຸກລົດຊາດ ແລະ ທຸກສີສັນ. ພຣະເຈົ້າຕັ້ງໃຈໃຫ້ມະນຸດເພີດເພີນກັບການສະໜອງທີ່ມາຈາກພຣະອົງ; ການສະໜອງທີ່ມະນຸດໄດ້ຮັບຈາກພຣະເຈົ້ານັ້ນອຸດົມສົມບູນ ແລະ ຫຼວງຫຼາຍ ແລະ ມະນຸດກໍໄດ້ຮັບການບຳລຸງລ້ຽງຈາກການສະໜອງນັ້ນ. ດັ່ງທີ່ເຈົ້າສາມາດເຫັນໄດ້, ສິ່ງທີ່ຖືກສ້າງໄດ້ຮັບຈາກພຣະຜູ້ສ້າງນັ້ນອຸດົມສົມບູນ ແລະ ຫຼວງຫຼາຍ, ບໍ່ມີວັນສິ້ນສຸດ ແລະ ບໍ່ມີວັນໝົດໄປ. ພຣະເຈົ້າເຕັມໃຈຢ່າງຍິ່ງທີ່ຈະໃຫ້ມະນຸດເພີດເພີນກັບສິ່ງທັງໝົດນີ້ ແລະ ສິ່ງທີ່ຖືກສ້າງກໍຄວນເພີດເພີນກັບສິ່ງທັງໝົດນີ້ທີ່ພຣະຜູ້ສ້າງຈັດຫາໃຫ້ຢ່າງຖືກຕ້ອງ. ຄວາມເພີດເພີນທີ່ສິ່ງທີ່ຖືກສ້າງໄດ້ຮັບຈາກພຣະເຈົ້າຄືພອນ, ບໍ່ແມ່ນຄວາມທຸກທໍລະມານ. ເຈດຕະນາດັ້ງເດີມຂອງພຣະເຈົ້າໃນການສ້າງມະນຸດຊາດບໍ່ແມ່ນເພື່ອເຮັດໃຫ້ມະນຸດທົນທຸກ, ແຕ່ເພື່ອໃຫ້ມະນຸດເພີດເພີນກັບການສະໜອງທີ່ມາຈາກພຣະເຈົ້າ ໃນຂະນະທີ່ພວກເຂົາສຳຜັດກັບການເດີນທາງຂອງຊີວິດ. ສິ່ງທີ່ມີຊີວິດ ແລະ ສັບພະສິ່ງຕ່າງໆ ທີ່ພຣະເຈົ້າຊົງສ້າງຂຶ້ນລ້ວນແຕ່ມີການສະໜອງໃຫ້ຢ່າງຄົບຖ້ວນ; ບໍ່ມີສິ່ງໃດຂາດແຄນ. ສິ່ງນີ້ລວມເຖິງສິ່ງທີ່ໃຫ້ໄດ້ຍິນ, ຈົ່ງເບິ່ງວ່າພຣະເຈົ້າເຖິງຂັ້ນຄິດເຖິງສຽງນົກຮ້ອງ ແລະ ສຽງຈີ່ຫຼໍ່ຮ້ອງສຳລັບມະນຸດແນວໃດ. ນັ້ນກໍຄື ພຣະເຈົ້າໄດ້ຄິດເຖິງທຸກສິ່ງທີ່ນຳມາເຊິ່ງຄວາມເພິ່ງພໍໃຈ, ຄວາມເລົ້າໂລມໃຈ ແລະ ຄວາມສະຫງົບສຸກມາສູ່ໂລກພາຍໃນຂອງມະນຸດ. ສິ່ງທີ່ພຣະເຈົ້າໄດ້ກຽມໄວ້ສຳລັບສິ່ງທີ່ຖືກສ້າງແມ່ນມີການສະໜອງໃຫ້ຢ່າງຄົບຖ້ວນ. ເມື່ອສິ່ງທີ່ຖືກສ້າງເພີດເພີນກັບທຸກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້, ພວກເຂົາກໍກຳລັງເພີດເພີນກັບພອນ. ຄົນເຫຼົ່ານັ້ນທີ່ເປັນຄືກັບນັກບວດທີ່ບຳເພັນທຸກກະລະກິລິຍາເຊື່ອວ່າ ພຣະເຈົ້າພຽງແຕ່ຕ້ອງການເຮັດໃຫ້ມະນຸດທົນທຸກ, ພຣະອົງພຽງແຕ່ບໍ່ຕ້ອງການໃຫ້ມະນຸດເພີດເພີນກັບພອນ, ເຖິງແມ່ນວ່າເງື່ອນໄຂຈະເອື້ອອຳນວຍກໍຕາມ, ພຣະອົງກໍບໍ່ໃຫ້ມະນຸດເພີດເພີນກັບພອນເຫຼົ່ານັ້ນ, ແຕ່ພຽງແຕ່ເຮັດໃຫ້ມະນຸດທົນທຸກເທົ່ານັ້ນ. ພວກເຂົາເຊື່ອວ່າພຣະເຈົ້າຊົງມີຄວາມສຸກ, ພໍພຣະໄທ ແລະ ບັນລຸເປົ້າໝາຍຂອງພຣະອົງແລ້ວ ເມື່ອມະນຸດປະເຊີນກັບຄວາມທຸກທໍລະມານ ແລະ ຄວາມອິດເມື່ອຍຢ່າງໜັກ. ບອກເຮົາເບິ່ງ, ຄົນປະເພດນີ້ບໍ່ໄດ້ມີເຈດຕະນາທີ່ບໍ່ດີບໍ? ນີ້ບໍ່ແມ່ນການຕີຄວາມໝາຍເຈດຕະນາຂອງພຣະເຈົ້າທີ່ບິດເບືອນບໍ? (ແມ່ນແລ້ວ). ແນວຄວາມຄິດນີ້ມາຈາກໃສ? ມັນມາຈາກຊາຕານ, ແມ່ນບໍ? (ແມ່ນແລ້ວ). ພຣະເຈົ້າຊົງສ້າງສັບພະສິ່ງທັງປວງ, ແຕ່ຊາຕານບໍ່ຍອມຮັບສິ່ງນີ້. ມັນບໍ່ຮູ້ວິທີຈັດການ ຫຼື ບຳລຸງຮັກສາສິ່ງເຫຼົ່ານັ້ນ ແລະ ມັນກໍບໍ່ຕ້ອງການໃຫ້ສິ່ງທີ່ມີຊີວິດທັງໝົດເຫຼົ່ານີ້ສືບຕໍ່ມີຢູ່. ດ້ວຍເຫດນີ້ ມັນຈຶ່ງທຳລາຍ ແລະ ມ້າງເພສິ່ງເຫຼົ່ານັ້ນ ເພື່ອບໍ່ໃຫ້ມະນຸດສາມາດເພີດເພີນກັບທຸກສິ່ງທີ່ພຣະເຈົ້າຊົງສ້າງຂຶ້ນມາໄດ້. ມັນເຮັດໃຫ້ມະນຸດຫຼົງຜິດ ແລະ ເຮັດໃຫ້ມະນຸດເສື່ອມຊາມ ເພື່ອເຮັດໃຫ້ມະນຸດມີຄວາມປະທັບໃຈທີ່ດີຕໍ່ມັນ ຕະຫຼອດຮອດເຮັດໃຫ້ມະນຸດນະມັດສະການມັນ ແລະ ຍົກຍ້ອງມັນຢ່າງສູງ. ຊາຕານເຮັດໃນສິ່ງຂອງມັນເອງ ແລະ ຕໍ່ຕ້ານພຣະເຈົ້າໃນທຸກສິ່ງ. ພຣະເຈົ້າອະນຸຍາດໃຫ້ມະນຸດຊາດເພີດເພີນກັບສິ່ງທັງໝົດນີ້, ໃນຂະນະທີ່ຊາຕານພາກເອົາສິດທິໃນການເພີດເພີນກັບມັນໄປຈາກມະນຸດຊາດ, ບໍ່ໃຫ້ມະນຸດຊາດເພີດເພີນກັບສິ່ງນັ້ນ ແລະ ພຽງແຕ່ເຮັດໃຫ້ມະນຸດທົນທຸກເທົ່ານັ້ນ. ພຣະເຈົ້າໃຫ້ມະນຸດຊາດຈັດການສັບພະສິ່ງທັງປວງ ແລະ ເພີດເພີນກັບສັບພະສິ່ງທັງປວງ, ໃນຂະນະທີ່ຊາຕານທຳລາຍສັບພະສິ່ງທັງປວງ. ມັນເມີນເສີຍຕໍ່ການມີຢູ່ຂອງສັບພະສິ່ງທັງປວງ, ດູຖູກການມີຢູ່ຂອງສັບພະສິ່ງທັງປວງ, ຕັດສິນລົງໂທດການມີຢູ່ຂອງສັບພະສິ່ງທັງປວງ ແລະ ຕັ້ງໃຈເຮັດໃຫ້ມະນຸດສະແຫວງຫາຄວາມທຸກທໍລະມານ. ຈົ່ງເບິ່ງກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບມະນຸດ: ເມື່ອດວງອາທິດຕົກ ແລະ ມັນມືດລົງໃນຕອນກາງຄືນ, ຄົນເຮົາຄວນໃຫ້ຮ່າງກາຍຂອງຕົນໄດ້ພັກຜ່ອນ. ຄວາມອິດເມື່ອຍຈາກການເຮັດວຽກໜັກມາໝົດມື້ຈະຖືກບັນເທົາລົງຜ່ານການພັກຜ່ອນ. ຫຼັງຈາກທີ່ພັກຜ່ອນມາໝົດຄືນ, ພະລັງກາຍຂອງຄົນເຮົາກໍຈະຟື້ນຟູ ແລະ ຄົນເຮົາກໍຈະເຕັມໄປດ້ວຍພະລັງງານ. ໃນມື້ຕໍ່ມາ, ເມື່ອດວງອາທິດຂຶ້ນ, ຄົນເຮົາກໍຈະຮູ້ສຶກສົດຊື່ນ ແລະ ເລີ່ມຕົ້ນການເຮັດວຽກໜັກອີກມື້ໜຶ່ງ. ນີ້ຊ່າງເປັນກົດເກນທີ່ຍອດຢ້ຽມແທ້ໆ! ບາງຄົນບໍ່ປະຕິບັດຕາມກົດເກນນີ້. ພວກເຂົາເລີ່ມເຮັດວຽກເມື່ອມັນມືດລົງໃນຕອນກາງຄືນເທົ່ານັ້ນ ແລະ ຢູ່ເດິກຈົນຮອດສີ່ ຫຼື ຫ້າໂມງເຊົ້າກ່ອນທີ່ຈະໄປນອນ, ໂດຍຕ້ອງການປີ້ນຕາຕະລາງການເຮັດວຽກ ແລະ ການພັກຜ່ອນໃຫ້ສະລັບກັນຢ່າງສິ້ນເຊີງ. ພຣະເຈົ້າກ່າວວ່າ ເມື່ອດວງອາທິດຕົກ ແລະ ດວງຈັນຂຶ້ນ, ມະນຸດຄວນຢຸດການເຮັດວຽກໜັກຂອງລາວສຳລັບມື້ນັ້ນ, ຄ່ອຍໆຜ່ອນຄາຍລົງ ແລະ ເລີ່ມພັກຜ່ອນ; ພວກເຂົາຄວນເຮັດວຽກ ຫຼື ພັກຜ່ອນຕາມກົດເກນທີ່ຄວບຄຸມການເຄື່ອນທີ່ຂອງດວງອາທິດ, ດວງຈັນ ແລະ ດວງດາວ ແລະ ບໍ່ຄວນຝ່າຝືນກົດເກນນີ້. ຄົນເຫຼົ່ານີ້ທີ່ “ທົນທຸກ” ຍືນຍັດທີ່ຈະເຮັດໃນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງ. ເມື່ອພວກເຂົາຄວນຈະພັກຜ່ອນ, ພວກເຂົາກໍບໍ່ນອນ; ພວກເຂົາຕັ້ງໃຈນອນເດິກ ແລະ ເຖິງຂັ້ນຕື່ນເຕັ້ນເປັນພິເສດ. ເມື່ອຄົນອື່ນກຳລັງນອນຫຼັບສະໜິດທີ່ສຸດ ກໍຄືເວລາທີ່ພວກເຂົາຫຍຸ້ງທີ່ສຸດ, ເປັນເວລາທີ່ພວກເຂົາກຳລັງທົນທຸກ ແລະ ເຮັດໃຫ້ຕົນເອງອິດເມື່ອຍ. ແລ້ວເມື່ອຮອດເວລາເຮັດວຽກໃນຕອນກາງເວັນ, ພວກເຂົາຍັງມີພະລັງງານຢູ່ບໍ? ພະລັງງານຂອງພວກເຂົາຍັງສາມາດຄໍ້າຊູການເຮັດວຽກໝົດມື້ໄດ້ຢູ່ບໍ? (ບໍ່ໄດ້). ພວກເຂົາບໍ່ມີທາງເລືອກອື່ນນອກຈາກນອນຫຼັບຊົ່ວໂມງໜຶ່ງ ຫຼື ສອງຊົ່ວໂມງກ່ອນທີ່ຈະລຸກຂຶ້ນມາເຮັດວຽກຕໍ່. ໃນຕອນເຊົ້າ, ເມື່ອຄົນອື່ນກຳລັງກິນເຂົ້າ, ພວກເຂົາກໍກຳລັງນອນຫຼັບ. ໃນຕອນກາງເວັນ, ເມື່ອຄົນອື່ນກຳລັງເຮັດວຽກຕາມປົກກະຕິ, ພວກເຂົາກໍກຳລັງເຫງົານອນ ແລະ ງ້ວງຊຶມ. ແຕ່ໃນຕອນກາງຄືນ, ເມື່ອຄົນອື່ນກຳລັງພັກຜ່ອນ, ພວກເຂົາກໍມີຊີວິດຊີວາຂຶ້ນມາ ແລະ ເລີ່ມເຮັດວຽກ ແລະ ເຮັດໃຫ້ຕົນເອງຫຍຸ້ງ. ນີ້ບໍ່ແມ່ນການປີ້ນຕາຕະລາງການເຮັດວຽກ ແລະ ການພັກຜ່ອນໃຫ້ສະລັບກັນຢ່າງສິ້ນເຊີງບໍ? ນີ້ບໍ່ແມ່ນສິ່ງທີ່ຜິດປົກກະຕິບໍ? (ແມ່ນແລ້ວ). ເຖິງຢ່າງນັ້ນກໍຕາມ ພວກເຂົາກໍຮູ້ສຶກຂ້ອນຂ້າງພໍໃຈໃນຕົນເອງ, ໂດຍຄິດວ່າບໍ່ມີໃຜສາມາດອົດທົນກັບຄວາມທຸກທໍລະມານໄດ້ຫຼາຍເທົ່າກັບພວກເຂົາ, ຄົນອື່ນໆລ້ວນແຕ່ເປັນພຽງຄົນທຳມະດາ. ໃນຕອນທ່ຽງຄືນ, ເມື່ອຄົນອື່ນກຳລັງຈະພັກຜ່ອນ, ພວກເຂົາກໍເຖິງຂັ້ນເວົ້າວ່າ “ເຈົ້າພັກຜ່ອນໄວປານນີ້ບໍ?” ອີກຄົນໜຶ່ງເວົ້າວ່າ “ມັນທ່ຽງຄືນແລ້ວ; ນັ້ນເດິກຫຼາຍແລ້ວ. ນອກຈາກນີ້, ຂ້ອຍກໍບໍ່ມີພະລັງງານເຫຼືອແລ້ວ; ມັນຈະສົ່ງຜົນຕໍ່ປະສິດທິພາບໃນການເຮັດວຽກຂອງຂ້ອຍ ແລະ ຂ້ອຍກໍຈະບໍ່ໄດ້ຮັບຜົນທີ່ດີ. ເມື່ອຮອດເວລາພັກຜ່ອນ, ພວກເຮົາກໍຕ້ອງພັກຜ່ອນ.” ພວກເຂົາເວົ້າວ່າ “ການໄປນອນຕອນທ່ຽງຄືນນັ້ນໄວເກີນໄປ! ຂ້ອຍເລີ່ມເຮັດວຽກຕອນທ່ຽງຄືນ ແລະ ບໍ່ໄປນອນຈົນກວ່າຈະຮອດສີ່ ຫຼື ຫ້າໂມງເຊົ້າ.” ມີບາງຢ່າງຜິດປົກກະຕິໃນຫົວຂອງພວກເຂົາ, ແມ່ນບໍ? ພວກເຂົາບໍ່ພຽງແຕ່ທໍລະມານຕົນເອງເທົ່ານັ້ນ ແຕ່ພວກເຂົາຍັງບີບຄັ້ນຄົນອື່ນອີກດ້ວຍ. ເມື່ອຄົນອື່ນພັກຜ່ອນໃນຕອນທ່ຽງຄືນ, ພວກເຂົາເຖິງຂັ້ນຕັດສິນຄົນເຫຼົ່ານັ້ນ ໂດຍເວົ້າວ່າ “ເຈົ້າເພີດເພີນກັບຄວາມສະດວກສະບາຍທາງເນື້ອໜັງ ແລະ ບໍ່ມີຄວາມຕັ້ງໃຈທີ່ຈະທົນທຸກ. ເນື່ອງຈາກພຣະເຈົ້າໄດ້ມອບໝາຍພຣະບັນຊາທີ່ສຳຄັນດັ່ງກ່າວໃຫ້ແກ່ເຈົ້າ, ເຈົ້າກໍຕ້ອງເຮັດວຽກຈົນເດິກດື່ນ ແລະ ທົນທຸກ; ເຈົ້າຕ້ອງຢູ່ເດິກຢ່າງໜ້ອຍຈົນຮອດສອງໂມງເຊົ້າກ່ອນທີ່ຈະໄປນອນ. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການອຸທິດຕົນຕໍ່ໜ້າທີ່ຂອງເຈົ້າ.” ຖ້າຄົນໃດໜຶ່ງຢູ່ເດິກຈົນຮອດສອງໂມງເຊົ້າກ່ອນທີ່ຈະໄປນອນ, ລາວຍັງຈະມີພະລັງງານເພື່ອປະຕິບັດໜ້າທີ່ຂອງລາວໃນຕອນກາງເວັນຢູ່ບໍ? (ບໍ່ມີ). ຕາມກົດເກນທຳມະຊາດທີ່ຄວບຄຸມຮ່າງກາຍຂອງມະນຸດ, ຖ້າຄົນໃດໜຶ່ງໄປນອນຕອນສອງໂມງເຊົ້າ, ລາວກໍຈະບໍ່ສາມາດລຸກຂຶ້ນໄດ້ຈົນກວ່າຈະຮອດເຈັດ ຫຼື ແປດໂມງເຊົ້າ. ຫຼັງຈາກທີ່ລາວລຸກຂຶ້ນ, ລາວກໍຈະຮ່າງກາຍອິດເມື່ອຍ, ຈິດໃຈງ້ວງຊຶມ, ຂາຂອງລາວກໍຈະບວມ ແລະ ລາວກໍຈະຮູ້ສຶກບໍ່ສະບາຍໄປທົ່ວຮ່າງກາຍ. ເຖິງແມ່ນວ່າລາວຈະງີບຫຼັບໃນຕອນບ່າຍກໍຕາມ, ຮ່າງກາຍຂອງລາວກໍຍັງຈະບໍ່ຟື້ນຟູ, ເພາະວ່າລາວໄດ້ຝ່າຝືນກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບມະນຸດ, ແມ່ນບໍ? (ແມ່ນແລ້ວ). ຕົວລາວເອງບໍ່ພຽງແຕ່ທົນທຸກແບບນີ້ເທົ່ານັ້ນ ແຕ່ລາວຍັງຮຽກຮ້ອງໃຫ້ຄົນອື່ນທົນທຸກຄືກັນກັບລາວອີກດ້ວຍ. ຖ້າຄົນອື່ນບໍ່ເຮັດສິ່ງຕ່າງໆຕາມວິທີຂອງລາວ, ລາວກໍຈະຍົກພື້ນຖານທາງທິດສະດີຂຶ້ນມາເພື່ອຕັດສິນລົງໂທດພວກເຂົາ. ຄົນເບົາປັນຍາທີ່ມີວຸດທິພາວະນ້ອຍ ແລະ ບໍ່ມີການແຍກແຍະຈຶ່ງຖືກບີບຄັ້ນ; ພວກເຂົາເຮັດຕາມ, ບັງຄັບຕົນເອງໃຫ້ຕື່ນຢູ່ເທື່ອລະໜ້ອຍ, ຈົນຄ່ອຍໆໄປເຖິງຈຸດທີ່ພວກເຂົາພັກຜ່ອນຫຼັງຈາກສອງໂມງເຊົ້າ. ພວກເຂົາເຖິງຂັ້ນຄິດວ່າ “ການມີຄວາມຕັ້ງໃຈທີ່ຈະທົນທຸກນັ້ນບໍ່ແມ່ນເລື່ອງງ່າຍແທ້ໆ. ພວກເຮົາຕ້ອງຮຽນຮູ້ທີ່ຈະອົດທົນ, ຮຽນຮູ້ທີ່ຈະເພິ່ງພາຄວາມພາກພຽນຢ່າງແທ້ຈິງ, ຮຽນຮູ້ທີ່ຈະກະບົດຕໍ່ເນື້ອໜັງ ແລະ ຮຽນຮູ້ທີ່ຈະຝ່າຝືນກົດເກນທຳມະຊາດ. ຖ້າພວກເຮົາເຫງົານອນຈົນທົນບໍ່ໄດ້ແທ້ໆ, ພວກເຮົາກໍຄວນທໍລະມານຕົນເອງໃນທາງປະຕິບັດເພື່ອປ້ອງກັນບໍ່ໃຫ້ເນື້ອໜັງຂອງພວກເຮົານອນຫຼັບ. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການອຸທິດຕົນຕໍ່ພຣະບັນຊາຂອງພຣະເຈົ້າ ແລະ ມີຄວາມຕັ້ງໃຈທີ່ຈະທົນທຸກ ແລະ ມີພຽງຄົນທີ່ເຮັດເຊັ່ນນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຄວາມລອດພົ້ນໄດ້!” ຈົ່ງເບິ່ງ, ແຮງຊຸກຍູ້ນີ້ຂອງພວກເຂົາບໍ່ໄດ້ຄືກັນກັບຂອງພະສົງ ແລະ ແມ່ຊີໃນວັດບໍ? (ແມ່ນແລ້ວ). ຄືກັນກັບນັກບວດທີ່ບຳເພັນທຸກກະລະກິລິຍາ, ພວກເຂົາຮູ້ພຽງແຕ່ວິທີອົດທົນກັບຄວາມທຸກທໍລະມານເທົ່ານັ້ນ; ການເຂົ້າໃຈຄວາມຈິງ, ການນຳໃຊ້ຄວາມຈິງເຂົ້າໃນການປະຕິບັດ ແລະ ການບັນລຸຄວາມລອດພົ້ນແມ່ນຂາດຫາຍໄປຈາກໃຈຂອງພວກເຂົາຢ່າງສິ້ນເຊີງ. ແລ້ວຄົນແບບນີ້ຈະສາມາດບັນລຸຄວາມລອດພົ້ນໄດ້ບໍ? ພວກເຂົາບໍ່ໄດ້ພິນາດໄປແລ້ວບໍ? (ແມ່ນແລ້ວ). ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນຜົນມາຈາກການຖືກລ້າງສະໝອງໂດຍຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ, ຈາກການໄດ້ຮັບອິດທິພົນ ແລະ ຖືກທຳລາຍໂດຍຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ. ທັງໝົດນີ້ເກີດຈາກການທີ່ຜູ້ຄົນບໍ່ເຂົ້າໃຈຄວາມຈິງ; ມັນເກີດຈາກການທີ່ພວກເຂົາຖືກທຳຮ້າຍຢ່າງໜັກໂດຍຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ ແລະ ບໍ່ສາມາດປະຕິບັດຕາມຫຼັກການຄວາມຈິງໄດ້. ດັ່ງນັ້ນ, ໃນທີ່ສຸດແລ້ວ ມັນແມ່ນຄົນອື່ນທີ່ກຳລັງເຮັດໃຫ້ເຈົ້າຫຼົງຜິດ ແລະ ເຮັດໃຫ້ເຈົ້າເສື່ອມຊາມ ຫຼື ມັນແມ່ນຊາຕານທີ່ກຳລັງເຮັດໃຫ້ເຈົ້າຫຼົງຜິດ ແລະ ເຮັດໃຫ້ເຈົ້າເສື່ອມຊາມບໍ? ສະຫຼຸບແລ້ວ, ຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນທີ່ມະນຸດຍອມຮັບນັ້ນມາຈາກຊາຕານ, ບໍ່ໄດ້ມາຈາກພຣະເຈົ້າ; ພວກມັນເປັນສິ່ງທີ່ເປັນລົບ, ບໍ່ແມ່ນຄວາມຈິງ. ພາຍນອກແລ້ວ, ມັນເບິ່ງຄືວ່າເຈົ້າໄດ້ຍອມຮັບຄວາມຄິດ ແລະ ມຸມມອງບາງຢ່າງຈາກຄົນອື່ນ. ແຕ່ໃນຄວາມເປັນຈິງແລ້ວ, ຄວາມຄິດ ແລະ ມຸມມອງເຫຼົ່ານີ້ບໍ່ໄດ້ມາຈາກພຣະເຈົ້າ, ແຕ່ມາຈາກຊາຕານ. ພາຍນອກແລ້ວ, ມັນເບິ່ງຄືວ່າຄົນອື່ນກຳລັງເວົ້າກັບເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ, ມັນຄືຊາຕານທີ່ກຳລັງປູກຝັງມຸມມອງເຫຼົ່ານີ້ໃນຕົວເຈົ້າ. ມຸມມອງທີ່ຊາຕານປູກຝັງໃນຕົວມະນຸດບໍ່ໄດ້ຖືກເຜີຍແຜ່ຜ່ານມະນຸດເຊັ່ນກັນບໍ? ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດຍຶດໝັ້ນໃນຫຼັກການຄວາມຈິງໄດ້, ໃນທີ່ສຸດແລ້ວ ເຈົ້າກໍຈະຖືກເຮັດໃຫ້ຫຼົງຜິດ. ເມື່ອຖືກເຮັດໃຫ້ຫຼົງຜິດແລ້ວ, ເຈົ້າກໍຈະເປັນຄືກັນກັບນັກບວດທີ່ບຳເພັນທຸກກະລະກິລິຍາ, ໂດຍຮູ້ພຽງແຕ່ວິທີທົນທຸກ ແລະ ປະຕິບັດຕາມກົດລະບຽບທຸກມື້ເທົ່ານັ້ນ, ໃນຂະນະທີ່ຍັງຄິດວ່າເຈົ້າກຳລັງນຳໃຊ້ຄວາມຈິງເຂົ້າໃນການປະຕິບັດຢູ່. ໃນທີ່ສຸດແລ້ວ, ເຈົ້າກໍຈະຖືກລົງໂທດ ແລະ ຕາຍໄປໂດຍບໍ່ໄດ້ຮັບສິ່ງໃດເລີຍ. ການອົດທົນກັບຄວາມທຸກທໍລະມານປະເພດນີ້ເບິ່ງຄືວ່າຄຸ້ມຄ່າສຳລັບເຈົ້າບໍ? (ບໍ່ຄຸ້ມຄ່າ). ໃນທີ່ສຸດແລ້ວ ການອົດທົນກັບຄວາມທຸກທໍລະມານດັ່ງກ່າວນຳພາຜູ້ຄົນໄປສູ່ບ່ອນໃດ? (ໄປສູ່ນະຮົກ). ພວກເຂົາຈົບລົງໃນນະຮົກ, ບ່ອນທີ່ພວກເຂົາລາຍງານຕົວຕໍ່ຊາຕານ. ພຣະເຈົ້າຕ້ອງການພວກເຂົາບໍ? (ບໍ່). ຄົນດັ່ງກ່າວໄດ້ອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ ແລະ ເຊື່ອວ່າຕົນເອງອຸທິດຕົນຕໍ່ພຣະເຈົ້າຫຼາຍ, ແລ້ວໃນທີ່ສຸດ ພວກເຂົາກໍຈົບລົງດ້ວຍການລາຍງານຕົວຕໍ່ຊາຕານໄດ້ແນວໃດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຕ້ອງການພວກເຂົາ? ນີ້ເປັນເລື່ອງທີ່ໜ້າສົງສານບໍ? (ບໍ່, ມັນບໍ່ໜ້າສົງສານ). ໃນການເຊື່ອໃນພຣະເຈົ້າ, ຖ້າຜູ້ຄົນພຽງແຕ່ຈົດຈໍ່ຢູ່ກັບການປະຕິບັດຕາມກົດລະບຽບ ແລະ ການທົນທຸກ, ພຽງແຕ່ໄລ່ຕາມການໄດ້ຮັບພອນ ແຕ່ບໍ່ໄລ່ຕາມເສາະຫາຄວາມຈິງ, ບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ, ຍັງຄົງດຳລົງຊີວິດດ້ວຍອຸປະນິໄສແບບຊາຕານ ແລະ ຍັງຄົງເປັນຂອງຊາຕານ, ແລ້ວບໍ່ວ່າຄົນດັ່ງກ່າວຈະທົນທຸກຫຼາຍສໍ່າໃດກໍຕາມ, ມັນກໍຈະເປັນໄປບໍ່ໄດ້ທີ່ພວກເຂົາຈະບັນລຸຄວາມລອດພົ້ນໄດ້. ທັງໝົດນີ້ຖືກກຳນົດໂດຍເສັ້ນທາງທີ່ຜູ້ຄົນຍ່າງດ້ວຍຕົນເອງ.
ເມື່ອບາງຄົນເຫັນຄົນທີ່ມີຄວາມຕັ້ງໃຈຢ່າງຍິ່ງທີ່ຈະອົດທົນກັບຄວາມທຸກທໍລະມານ, ບໍ່ວ່າຄວາມທຸກທໍລະມານທີ່ຄົນນັ້ນອົດທົນຈະມີຄວາມໝາຍ ຫຼື ບໍ່ກໍຕາມ, ພວກເຂົາກໍປາຖະໜາເປັນພິເສດທີ່ຈະກາຍເປັນຄົນທີ່ສາມາດອົດທົນກັບຄວາມທຸກທໍລະມານໄດ້. ໂດຍສະເພາະຢ່າງຍິ່ງ ພວກເຂົາປາຖະໜາທີ່ຈະກາຍເປັນຄົນປະເພດທີ່ສາມາດໃສ່ວິໄນຕົນເອງ, ກະບົດຕໍ່ເນື້ອໜັງຂອງຕົນເອງ ແລະ ກະບົດຕໍ່ຄວາມປາຖະໜາທີ່ຟຸມເຟືອຍຂອງເນື້ອໜັງ; ພວກເຂົາມີຄວາມຊື່ນຊົມເປັນພິເສດຕໍ່ຜູ້ທີ່ສາມາດທົນທຸກໄດ້. ຄົນປະເພດທີ່ພວກເຂົາປາຖະໜາຢາກເປັນນັ້ນເບິ່ງຄືວ່າເປັນຄົນທີ່ຕັດຂາດຈາກຊີວິດທາງໂລກ ແລະ ດຳລົງຊີວິດຢູ່ໃນສູນຍາກາດ, ໂດຍບໍ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງມະນຸດ ທັງບໍ່ມີງານອະດິເລກ, ຄວາມສົນໃຈ ຫຼື ແມ່ນແຕ່ທາງເລືອກສ່ວນຕົວໃດໆ ເຊິ່ງເປັນຄົນທີ່ບໍ່ມີສິ່ງເຫຼົ່ານີ້ເລີຍ ແລະ ປາສະຈາກຄວາມປາຖະໜາ ແລະ ຄວາມຕ້ອງການ. ພວກເຂົາຊື່ນຊົມຄົນປະເພດນີ້ໃນໃຈຂອງພວກເຂົາເປັນພິເສດ ໂດຍເວົ້າວ່າ “ເປັນຫຍັງພວກເຂົາຈຶ່ງບໍ່ມີແຮງຈູງໃຈທີ່ເຫັນແກ່ຕົວ? ເປັນຫຍັງພວກເຂົາຈຶ່ງບໍ່ມີຄວາມມັກ ຫຼື ຄວາມປາຖະໜາສ່ວນຕົວ ແລະ ສາມາດທົນທຸກໄດ້ຫຼາຍຂະໜາດນັ້ນ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດທົນທຸກໄດ້? ຂ້ອຍເສື່ອມຊາມຢ່າງເລິກເຊິ່ງເກີນໄປ! ຂ້ອຍເວົ້າໄດ້ພຽງແຕ່ວ່າຄວາມເສື່ອມຊາມຂອງຂ້ອຍເລິກເຊິ່ງກວ່າຂອງພວກເຂົາ”. ເມື່ອພວກເຂົາມີຄວາມຄິດ ແລະ ມຸມມອງດັ່ງກ່າວ, ພວກເຂົາກໍເລີ່ມໂຈມຕີຕົນເອງ: ເມື່ອພວກເຂົາຫິວ ແລະ ຢາກກິນເຂົ້າ, ພວກເຂົາກໍຢັບຢັ້ງຕົນເອງ ແລະ ບໍ່ກິນ; ເມື່ອພວກເຂົາກະຫາຍນໍ້າ ແລະ ຢາກດື່ມນໍ້າ, ພວກເຂົາກໍຄວບຄຸມຕົນເອງ ແລະ ບໍ່ດື່ມ; ເມື່ອຮອດເວລານອນ, ພວກເຂົາກໍຕັ້ງໃຈບໍ່ນອນ; ສິ່ງໃດກໍຕາມທີ່ພວກເຂົາຢາກເຮັດ ພວກເຂົາກໍຕັ້ງໃຈບໍ່ເຮັດ ແລະ ສິ່ງໃດກໍຕາມທີ່ພວກເຂົາບໍ່ຢາກເຮັດ ພວກເຂົາກໍຕັ້ງໃຈເຮັດ, ພວກເຂົາພຽງແຕ່ເຮັດໃນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງ. ພວກເຂົາບໍ່ໃສ່ໃຈເລີຍວ່າສິ່ງໃດທີ່ຈຳເປັນ, ສິ່ງໃດທີ່ຄວນເຮັດ, ຄວາມຮັບຜິດຊອບ ແລະ ພັນທະໃດທີ່ຄວນປະຕິບັດໃຫ້ສຳເລັດ ຕະຫຼອດຮອດກົດເກນ ແລະ ຫຼັກການແຫ່ງຊີວິດໃດທີ່ຄວນປະຕິບັດຕາມໃນແງ່ຂອງຄວາມເປັນມະນຸດທີ່ປົກກະຕິ ແຕ່ພວກເຂົາພັດຕັ້ງໃຈເຮັດໃນສິ່ງທີ່ກົງກັນຂ້າມກັບສິ່ງເຫຼົ່ານີ້. ບາງຄົນເຖິງຂັ້ນຕັ້ງໃຈກະທຳການທີ່ຝ່າຝືນກົດເກນ ແລະ ຕັ້ງໃຈສະແຫວງຫາຄວາມທຸກທໍລະມານ. ຕົວຢ່າງ: ເມື່ອຮອດເວລາພັກຜ່ອນໃນຕອນກາງຄືນ, ພວກເຂົາກໍບັງຄັບຕົນເອງໃຫ້ອົດທົນກັບຄວາມອິດເມື່ອຍຂອງພວກເຂົາ ແລະ ບໍ່ນອນ. ຖ້າພວກເຂົາມັກອາຫານຫວານ, ພວກເຂົາກໍຈະກິນແຕ່ອາຫານເຜັດ ຫຼື ຂົມເທົ່ານັ້ນ. ເມື່ອເຮັດວຽກ, ພວກເຂົາກໍຈະເຈາະຈົງເລືອກເຮັດແຕ່ໜ້າວຽກທີ່ພວກເຂົາບໍ່ມັກ. ພວກເຂົາພຽງແຕ່ຝຶກຝົນຕົນເອງໃຫ້ເອົາຊະນະຄວາມຫຍຸ້ງຍາກ ແລະ ຝຶກຝົນຕົນເອງໃຫ້ສາມາດທົນທຸກໄດ້, ໂດຍປະຕິເສດ ແລະ ກະບົດຕໍ່ທຸກສິ່ງທີ່ພວກເຂົາຕ້ອງການ ແລະ ມັກ ຕະຫຼອດຮອດຍອມຮັບທຸກສິ່ງທີ່ພວກເຂົາບໍ່ມັກ ແລະ ບໍ່ຕ້ອງການ. ພວກເຂົາຮູ້ສຶກວ່າການກະທຳແບບນີ້ຄືການນຳໃຊ້ຄວາມຈິງເຂົ້າໃນການປະຕິບັດ ແລະ ພຣະເຈົ້າຈະຊົງມັກ ແລະ ຍອມຮັບມັນຢ່າງແນ່ນອນ; ພວກເຂົາຄິດວ່າຍິ່ງພວກເຂົາອົດທົນກັບຄວາມທຸກທໍລະມານຫຼາຍສໍ່າໃດ ແລະ ຍິ່ງພວກເຂົາຮູ້ສຶກບໍ່ສະບາຍ ແລະ ເຈັບປວດຫຼາຍສໍ່າໃດ, ພຣະເຈົ້າກໍຈະຍິ່ງຊົງຍິນດີ ແລະ ຍອມຮັບມັນຫຼາຍສໍ່ານັ້ນ. ບອກເຮົາເບິ່ງ, ນີ້ແມ່ນຄວາມຄິດ ແລະ ມຸມມອງປະເພດໃດ? ນີ້ບໍ່ແມ່ນສິ່ງທີ່ສຸດໂຕ່ງບໍ? (ແມ່ນແລ້ວ). ຍັງມີບາງຄົນທີ່ເພື່ອທີ່ຈະທົນທຸກ ແລະ ໃສ່ວິໄນຕົນເອງ, ພວກເຂົານັ່ງຢູ່ໜ້າຄອມພິວເຕີຕະຫຼອດເວລາ ບໍ່ວ່າພວກເຂົາຈະມີສິ່ງທີ່ຕ້ອງເຮັດ ຫຼື ບໍ່ກໍຕາມ ແລະ ຍັງຕັ້ງກົດລະບຽບໃຫ້ກັບຕົນເອງອີກວ່າພວກເຂົາຕ້ອງເຮັດວຽກເປັນເວລາສິບສອງຊົ່ວໂມງທຸກມື້, ໂດຍບໍ່ຄຳນຶງວ່າສິ່ງນີ້ຈະໄດ້ຮັບຜົນຮັບ ຫຼື ພວກເຂົາຈະມີປະສິດທິພາບ ຫຼື ບໍ່ກໍຕາມ. ພວກເຂົາບໍ່ພັກຜ່ອນເຖິງແມ່ນວ່າຈິດໃຈຂອງພວກເຂົາຈະມືດມົນກໍຕາມ ແລະ ບໍ່ໄປຫາໝໍເຖິງແມ່ນວ່າພວກເຂົາຈະປ່ວຍກໍຕາມ. ພວກເຂົາເຊື່ອວ່ານີ້ຄືການກະບົດຕໍ່ເນື້ອໜັງ ໂດຍຄິດວ່າ “ຂ້ອຍບໍ່ສາມາດປ່ອຍໃຫ້ເນື້ອໜັງເກົ່ານີ້ໄດ້ດັ່ງໃຈ; ເນື້ອໜັງຕ້ອງບໍ່ຮູ້ສຶກສະບາຍ. ຖ້າມັນຮູ້ສຶກສະບາຍ, ມັນກໍຈະເຮັດສິ່ງທີ່ບໍ່ດີ, ສະນັ້ນ ຂ້ອຍຕ້ອງເຮັດໃຫ້ມັນທົນທຸກ. ເມື່ອມັນທົນທຸກ, ມັນກໍຈະຮູ້ວ່າມັນຍາກສໍ່າໃດສຳລັບພຣະເຈົ້າທີ່ຈະເຮັດວຽກງານ ແລະ ເມື່ອມັນທົນທຸກ, ມັນກໍຈະສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້”. ນີ້ແມ່ນເຫດຜົນປະເພດໃດ? ຖ້າຕັດສິນຈາກແຮງຊຸກຍູ້ຂອງພວກເຂົາ, ພວກເຂົາເບິ່ງຄືວ່າມີຄວາມຕັ້ງໃຈເລັກໜ້ອຍ ແລະ ເຕັມໃຈທີ່ຈະ ປະຕິບັດຄວາມຈິງ, ແຕ່ວິທີການ ແລະ ແນວທາງຂອງພວກເຂົາບໍ່ບິດເບືອນເລັກໜ້ອຍ ແລະ ສຸດໂຕ່ງເລັກໜ້ອຍບໍ? (ແມ່ນແລ້ວ). ພວກເຂົາເຊື່ອວ່າຄວາມທຸກທໍລະມານເປັນຕົວແທນໃຫ້ແກ່ການການປະຕິບັດຄວາມຈິງ, ຄວາມທຸກທໍລະມານເປັນຕົວແທນໃຫ້ແກ່ການປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມອຸທິດຕົນ ແລະ ຄວາມທຸກທໍລະມານເປັນຕົວແທນໃຫ້ແກ່ການປະຕິບັດໜ້າທີ່ຂອງພວກເຂົາຢ່າງມີປະສິດທິພາບ. ພວກເຂົາຄິດວ່າຄວາມທຸກທໍລະມານຄືຫຼັກການຄວາມຈິງທີ່ສູງທີ່ສຸດ ແລະ ເປັນຮູບແບບການປະຕິບັດທີ່ຖືກຕ້ອງທີ່ສຸດ ແລະ ສິ່ງນີ້ຄືການໄລ່ຕາມເສາະຫາຄວາມຈິງ. ວິທີການຢັ່ງຮູ້ສິ່ງຕ່າງໆແບບນີ້ເປັນບັນຫາຢ່າງຍິ່ງ! ພວກເຂົາເຊື່ອວ່າການທີ່ຄົນໃດໜຶ່ງສາມາດທົນທຸກໄດ້ ຫຼື ບໍ່ ແລະ ພວກເຂົາທົນທຸກຫຼາຍສໍ່າໃດນັ້ນຄືມາດຕະຖານທີ່ພຣະເຈົ້າໃຊ້ເພື່ອວັດແທກວ່າໃນທີ່ສຸດແລ້ວພວກເຂົາຈະມີຈຸດຈົບແບບໃດ; ພວກເຂົາເຊື່ອວ່ານີ້ຄືຄວາມຈິງ. ມຸມມອງນີ້ຂອງພວກເຂົາຖືກຕ້ອງບໍ? (ບໍ່.) ແລ້ວເປັນຫຍັງພວກເຂົາຈຶ່ງຍັງຍຶດໝັ້ນໃນມຸມມອງນີ້ຢູ່? (ຍ້ອນວ່າພວກເຂົາໄດ້ຮັບອິດທິພົນຈາກຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງຊາຕານ.) ນີ້ແມ່ນດ້ານໜຶ່ງຂອງເລື່ອງນີ້; ມັນຍັງກ່ຽວຂ້ອງກັບການຢັ່ງຮູ້ຂອງຜູ້ຄົນ ແລະ ຄວາມຄິດຫຼົງຜິດຂອງພວກເຂົາອີກດ້ວຍ. ພວກເຂົາພຽງແຕ່ຫຼົງຢູ່ກັບຄວາມເພີ້ຝັນ, ດຳລົງຊີວິດຢູ່ທ່າມກາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ, ໂດຍຄິດວ່າຄວາມທຸກທໍລະມານສາມາດແລກປ່ຽນເປັນຈຸດຈົບ ແລະ ຈຸດໝາຍປາຍທາງທີ່ດີໄດ້. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງໃນເລື່ອງນີ້ເລີຍ, ພວກເຂົາບໍ່ເຄີຍສະແຫວງຫາທີ່ຈະເຂົ້າໃຈວ່າພຣະເຈົ້າເບິ່ງຄວາມທຸກທໍລະມານແນວໃດ, ມາດຕະຖານໃດທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ຫຼື ມັນມີຄວາມສຳຄັນແນວໃດໃນການທີ່ພຣະເຈົ້າໃຫ້ມະນຸດທົນທຸກ. ພວກເຂົາຍັງບໍ່ເຄີຍໄຕ່ຕອງ ແລະ ຄິດກັບຕົນເອງວ່າ “ຄວາມທຸກທໍລະມານປະເພດທີ່ຂ້ອຍກຳລັງຜະເຊີນຢູ່ນີ້ກົງກັນກັບຫຼັກການຄວາມຈິງບໍ? ຄວາມທຸກທໍລະມານດັ່ງກ່າວເປັນຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດບໍ? ມັນສາມາດບັນລຸຜົນທີ່ພຣະເຈົ້າຕັ້ງໃຈຈະບັນລຸຜ່ານວຽກງານຂອງພຣະອົງໃນຕົວມະນຸດໄດ້ບໍ? ໂດຍການອົດທົນກັບຄວາມທຸກທໍລະມານນີ້, ມະນຸດຈະສາມາດບັນລຸຄວາມເຂົ້າໃຈໃນຄວາມຈິງ ແລະ ຄວາມເຂົ້າໃຈໃນເຈດຕະນາຂອງພຣະເຈົ້າໄດ້ບໍ? ຖ້າບໍ່, ແລ້ວມັນກໍພິສູດວ່າເສັ້ນທາງນີ້ຜິດ ແລະ ຂ້ອຍຄວນຫັນຫຼັງກັບ.” ຄົນປະເພດນີ້ທົນທຸກຍ້ອນວ່າຄວາມຄິດ ແລະ ມຸມມອງຂອງພວກເຂົາມີບັນຫາ. ພວກເຂົາມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດຫຼາຍຢ່າງກ່ຽວກັບຄວາມທຸກທໍລະມານ. ສິ່ງນີ້ຍັງກ່ຽວຂ້ອງກັບຄວາມທະເຍີທະຍານ ແລະ ການໄລ່ຕາມຂອງຜູ້ຄົນອີກດ້ວຍ. ບາງຄົນຕ້ອງການແລກປ່ຽນຄວາມທຸກທໍລະມານຂອງພວກເຂົາກັບຈຸດໝາຍປາຍທາງທີ່ດີ; ບາງຄົນຕ້ອງການໃຊ້ຄວາມທຸກທໍລະມານເພື່ອໂອ້ອວດກ່ຽວກັບຕົນເອງ ແລະ ເຮັດໃຫ້ຄົນອື່ນຍົກຍ້ອງພວກເຂົາຢ່າງສູງ ແລະ ບາງຄົນກໍຕ້ອງການໃຊ້ຄວາມທຸກທໍລະມານເພື່ອພິສູດວ່າພວກເຂົາໄດ້ໃສ່ວິໄນຮ່າງກາຍຕົນເອງ ແລະ ມີຄວາມເປັນຈິງຄວາມຈິງ, ໂດຍມີເປົ້າໝາຍທີ່ຈະປ່ຽນແທນ ການປະຕິບັດຄວາມຈິງດ້ວຍການກະທຳແຫ່ງການທົນທຸກ. ບາງຄົນເປັນແບບນີ້ກໍຍ້ອນວ່າເຈດຕະນາ ແລະ ຄວາມທະເຍີທະຍານຂອງພວກເຂົາມີບັນຫາ ແລະ ສຳລັບຄົນອື່ນໆ ມັນເປັນຍ້ອນວ່າການຢັ່ງຮູ້ຂອງພວກເຂົາມີບັນຫາ. ບໍ່ວ່າບັນຫາຈະຢູ່ບ່ອນໃດກໍຕາມ, ຖ້າເຈົ້າບໍ່ໄດ້ບັນລຸຄວາມເຂົ້າໃຈໃນຄວາມຈິງ, ແລ້ວຄວາມທຸກທໍລະມານທີ່ເຈົ້າອົດທົນກໍບໍ່ມີຄ່າຫຍັງເລີຍ. ໃນອີກດ້ານໜຶ່ງ, ຖ້າຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນເປັນສິ່ງທີ່ເຈົ້າຫາເລື່ອງໃສ່ຕົວເອງ, ຖ້າເປັນເຊັ່ນນັ້ນ ມັນກໍບໍ່ມີຄວາມໝາຍຫຍັງເລີຍ. ນີ້ບໍ່ແມ່ນຄວາມທຸກທໍລະມານທີ່ພຣະເຈົ້າໄດ້ຈັດໄວ້ສຳລັບເຈົ້າ, ທັງບໍ່ແມ່ນຄວາມທຸກທໍລະມານທີ່ເຈົ້າໃນຖານະຄົນປົກກະຕິຕ້ອງອົດທົນເພື່ອເຫັນແກ່ການໄລ່ຕາມເສາະຫາຄວາມຈິງ. ເພາະສະນັ້ນແລ້ວ, ຄວາມທຸກທໍລະມານທີ່ເຈົ້າອົດທົນຈຶ່ງບໍ່ມີຄວາມໝາຍໃດໆເລີຍ. ການທົນທຸກເພື່ອເຫັນແກ່ຈຸດໝາຍປາຍທາງຂອງເຈົ້າ ຫຼື ເພື່ອເຫັນແກ່ສະຖານະນັ້ນບໍ່ເໝາະສົມ. ມັນສູນເປົ່າ ແລະ ປາສະຈາກຄວາມໝາຍຢ່າງສິ້ນເຊີງ; ພຣະເຈົ້າບໍ່ຮັບຮອງມັນ ແລະ ພຣະອົງກໍບໍ່ຈື່ຈຳການທົນທຸກນັ້ນ. ແລ້ວເຈົ້າຄວນທົນທຸກເພື່ອສິ່ງໃດ ເພື່ອໃຫ້ຄວາມທຸກທໍລະມານຂອງເຈົ້າມີຄວາມໝາຍ? ການທົນທຸກເພື່ອເຫັນແກ່ການການປະຕິບັດຄວາມຈິງ, ການທົນທຸກເພື່ອເຫັນແກ່ການປ່ຽນແປງອຸປະນິໄສຂອງເຈົ້າ ແລະ ການທົນທຸກເພື່ອເຫັນແກ່ການບັນລຸຄວາມລອດພົ້ນນັ້ນມີຄວາມໝາຍ, ນີ້ຄືຄວາມທຸກທໍລະມານທີ່ເຈົ້າຕ້ອງອົດທົນໃຫ້ໄດ້. ຖ້າເຈົ້າທົນທຸກເພື່ອປົກປ້ອງສະຖານະຂອງເຈົ້າ ແລະ ຕອບສະໜອງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ແລ້ວຄວາມທຸກທໍລະມານທີ່ເຈົ້າອົດທົນກໍບໍ່ມີຄວາມໝາຍໃດໆເລີຍ; ມັນເປັນສິ່ງທີ່ເກີນຄວາມຈຳເປັນ. ຄຳວ່າ “ເກີນຄວາມຈຳເປັນ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມັນບໍ່ຈຳເປັນຢ່າງສິ້ນເຊີງ. ເຈົ້າໄດ້ຫຼົງທາງໄປແລ້ວ ແລະ ເສັ້ນທາງທີ່ເຈົ້າຍ່າງກໍຜິດ. ບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດ ຫຼື ເຈົ້າຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພຣະເຈົ້າພຽງແຕ່ບໍ່ຈື່ຈຳມັນ ແລະ ພຣະເຈົ້າກໍບໍ່ຮັບຮອງມັນ. ເພາະວ່າຄວາມທຸກທໍລະມານຂອງເຈົ້າບໍ່ມີຫຍັງກ່ຽວຂ້ອງກັບການປະຕິບັດຄວາມຈິງ, ບໍ່ມີຫຍັງກ່ຽວຂ້ອງກັບການບັນລຸຄວາມລອດພົ້ນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການອ່ອນນ້ອມຕໍ່ພຣະເຈົ້າ, ພຣະເຈົ້າບໍ່ໃສ່ໃຈມັນເລີຍ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ນີ້ຄືຄວາມທຸກທໍລະມານປະເພດທີ່ໄຮ້ຄ່າ ແລະ ໄຮ້ຄວາມໝາຍທີ່ສຸດ.
ຍັງມີຄວາມທຸກທໍລະມານອີກປະເພດໜຶ່ງ ເຊິ່ງເກີດຈາກການທີ່ມະນຸດມີອຸປະນິໄສທີ່ເສື່ອມຊາມ. ຊີວິດຂອງມະນຸດ, ການໄລ່ຕາມ ແລະ ເສັ້ນທາງທີ່ຍ່າງລ້ວນແຕ່ຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມ. ເນື່ອງຈາກມະນຸດມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈຶ່ງມີຄວາມກະບົດ ແລະ ການຕໍ່ຕ້ານຢ່າງຫຼີກລ່ຽງບໍ່ໄດ້; ເນື່ອງຈາກມະນຸດມີອຸປະນິໄສທີ່ເສື່ອມຊາມ, ລາວຈຶ່ງຍັງຄົງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າມະນຸດຕ້ອງການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ບັນລຸຄວາມລອດພົ້ນ, ລາວຈຳເປັນຕ້ອງຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ລາວຕ້ອງປະສົບກັບການລິຮານ ແລະ ການລົງວິໄນຢ່າງຫຼວງຫຼາຍ ຕະຫຼອດຮອດການທົດສອບ ແລະ ການຫຼໍ່ຫຼອມຕ່າງໆ ທີ່ພຣະເຈົ້າຈັດໄວ້ໃຫ້. ບາງຄົນເຖິງຂັ້ນຕ້ອງປະສົບກັບຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່ບາງຢ່າງ. ທັງໝົດນີ້ກໍແມ່ນເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບຄວາມຈິງ, ປະຖິ້ມອຸປະນິໄສແບບຊາຕານຂອງຕົນ ແລະ ໃນທີ່ສຸດກໍບັນລຸຄວາມລອດພົ້ນ; ນີ້ຄືຂະບວນການທີ່ຈຳເປັນສຳລັບທຸກຄົນໃນການບັນລຸຄວາມລອດພົ້ນ. ເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບັນລຸຄວາມລອດພົ້ນ, ມະນຸດທີ່ເສື່ອມຊາມທຸກຄົນຕ້ອງອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ. ໃນດ້ານໜຶ່ງ, ເມື່ອພວກເຂົາເຜີຍອຸປະນິໄສທີ່ເສື່ອມຊາມອອກມາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຕ້ອງຍອມຮັບການພິພາກສາ ແລະ ການລົງທັນ, ຍອມຮັບການລິຮານ ແລະ ຍອມຮັບການທົດສອບ ແລະ ການຫຼໍ່ຫຼອມ; ນີ້ຄືຄວາມທຸກທໍລະມານທີ່ຕ້ອງອົດທົນ. ໃນອີກດ້ານໜຶ່ງ, ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ຜູ້ຄົນຕ້ອງເອົາຊະນະຂໍ້ບົກຜ່ອງສ່ວນຕົວບາງຢ່າງ ແລະ ຄວາມບໍ່ພຽງພໍຂອງເງື່ອນໄຂຂອງພວກເຂົາເອງ ແລະ ພວກເຂົາຈຳເປັນຕ້ອງໄດ້ຮັບຄວາມຮູ້ທາງວິຊາຊີບບາງຢ່າງ. ສິ່ງນີ້ຍັງຮຽກຮ້ອງໃຫ້ຜູ້ຄົນທົນທຸກ ແລະ ຈ່າຍລາຄາອີກດ້ວຍ. ໂດຍສະເພາະເມື່ອຜູ້ຄົນປະຕິບັດໜ້າທີ່ໃນສະພາບແວດລ້ອມທີ່ເປັນອັນຕະລາຍ ເຊິ່ງມີສະພາບການດຳລົງຊີວິດທີ່ທຸກຍາກ, ພວກເຂົາກໍຕ້ອງອົດທົນກັບຄວາມທຸກທໍລະມານບາງຢ່າງເຊັ່ນກັນ. ນອກຈາກນີ້, ເມື່ອຜູ້ຄົນດຳລົງຊີວິດຢູ່ພາຍໃນອຸປະນິໄສແບບຊາຕານໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນຢູ່ນັ້ນ, ພວກເຂົາກໍກະທຳຕາມຄວາມປະສົງຂອງພວກເຂົາເອງ ແລະ ເຖິງຂັ້ນເຮັດສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ດັ່ງນັ້ນ ພວກເຂົາຈຶ່ງຈຳເປັນຕ້ອງໄຕ່ຕອງກ່ຽວກັບຕົນເອງທຸກມື້ ແລະ ຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ. ພວກເຂົາຍັງຕ້ອງອົດທົນກັບຄວາມທຸກທໍລະມານຈາກການຖືກຕີສອນ, ຖືກລົງວິໄນ ແລະ ຖືກຫຼໍ່ຫຼອມ ຫຼື ຄວາມທຸກທໍລະມານຈາກການຖືກເປີດເຜີຍ, ຖືກປົດອອກ ແລະ ຖືກກຳຈັດ. ຄວາມທຸກທໍລະມານທັງໝົດນີ້ຄືສິ່ງທີ່ຜູ້ຄົນຕ້ອງອົດທົນ. ຖ້າເຈົ້າບໍ່ອົດທົນກັບຄວາມທຸກທໍລະມານນີ້, ມັນກໍຈະຍາກຫຼາຍສຳລັບເຈົ້າທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ບັນລຸຄວາມລອດພົ້ນໄດ້ໃນທີ່ສຸດ. ບໍ່ວ່າຈະເປັນການຖືກເປີດໂປງ ແລະ ຖືກພິພາກສາໂດຍພຣະທຳຂອງພຣະເຈົ້າ, ການຖືກລິຮານໂດຍອ້າຍເອື້ອຍນ້ອງ ຫຼື ການປະເຊີນກັບສະພາບແວດລ້ອມທີ່ພຣະເຈົ້າຈັດໄວ້ເພື່ອທົດສອບຜູ້ຄົນ ແລະ ຫຼໍ່ຫຼອມພວກເຂົາ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມທຸກທໍລະມານທຸກປະເພດທີ່ຜູ້ຄົນຕ້ອງອົດທົນ. ຄວາມທຸກລະມານເຫຼົ່ານີ້ເປັນຂະບວນການທີ່ມະນຸດທີ່ເສື່ອມຊາມທຸກຄົນຕ້ອງປະສົບເພື່ອບັນລຸຄວາມລອດພົ້ນ ແລະ ພວກມັນລ້ວນແຕ່ມີຄວາມໝາຍ ແລະ ມີຄຸນຄ່າ. ຈຸດປະສົງຂອງການອົດທົນກັບຄວາມທຸກທໍລະມານປະເພດເຫຼົ່ານີ້ກໍເພື່ອໃຫ້ເຈົ້າສາມາດບັນລຸຄວາມລອດພົ້ນ ແລະ ຖືກຮັບເອົາໂດຍພຣະເຈົ້າໃນທີ່ສຸດ. ສິ່ງນີ້ບໍ່ແມ່ນຕົ້ນທຶນສ່ວນຕົວບາງປະເພດເລີຍ, ເພາະວ່າເຈົ້າບໍ່ໄດ້ອົດທົນກັບຄວາມທຸກທໍລະມານນີ້ເພື່ອເຫັນແກ່ຄົນອື່ນ. ເຈົ້າປະຕິບັດໜ້າທີ່ຂອງເຈົ້າເພື່ອຕົວເຈົ້າເອງ, ເຈົ້ານຳໃຊ້ຄວາມຈິງເຂົ້າໃນການປະຕິບັດເພື່ອຕົວເຈົ້າເອງ ແລະ ເຈົ້າສະລະຕົນເອງເພື່ອພຣະເຈົ້າ ຕະຫຼອດຮອດອົດທົນກັບຄວາມທຸກທໍລະມານທຸກປະເພດເພື່ອເຫັນແກ່ຕົວເຈົ້າເອງ. ນອກຈາກນີ້, ການທີ່ເຈົ້າການປະຕິບັດຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ການກະບົດຕໍ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ, ການປ່ອຍວາງຄວາມມັກ ແລະ ຂໍ້ຮຽກຮ້ອງຕ່າງໆຂອງເຈົ້າ ແລະ ອື່ນໆ, ທັງໝົດນີ້ກໍເພື່ອໃຫ້ໃນທີ່ສຸດແລ້ວເຈົ້າສາມາດບັນລຸຄວາມລອດພົ້ນ, ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ກາຍເປັນຄົນທີ່ນະມັດສະການພຣະເຈົ້າ ເຈົ້າອົດທົນກັບຄວາມທຸກທໍລະມານນີ້ເພື່ອໃຫ້ໃນທີ່ສຸດເຈົ້າສາມາດຢູ່ລອດ ແລະ ກາຍເປັນສະມາຊິກຂອງມະນຸດຊາດໃໝ່; ເຖິງແມ່ນວ່າມັນຈະມີຄຸນຄ່າ, ມັນກໍບໍ່ແມ່ນການປະກອບສ່ວນຕໍ່ພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ແມ່ນການປະກອບສ່ວນ? ເພາະວ່າຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນບໍ່ແມ່ນຕົ້ນທຶນສ່ວນຕົວບາງປະເພດ; ເຈົ້າອົດທົນກັບມັນເພື່ອເຫັນແກ່ຕົວເຈົ້າເອງຢ່າງສິ້ນເຊີງ. ມັນກໍຄືກັນກັບການກິນ ແລະ ການດື່ມ: ເຈົ້າກິນ ແລະ ດື່ມພຽງເພື່ອໃຫ້ເຈົ້າສາມາດຢູ່ລອດໄດ້. ທຸກກິດຈະກຳທີ່ເຈົ້າເຮັດໃນຊີວິດປະຈຳວັນຂອງເຈົ້າແມ່ນເພື່ອຮັກສາຊີວິດທາງຮ່າງກາຍ ແລະ ການຢູ່ລອດຂອງເຈົ້າ. ມັນບໍ່ແມ່ນເພື່ອເຫັນແກ່ຄົນອື່ນ, ແຕ່ເພື່ອຕົວເຈົ້າເອງເທົ່ານັ້ນ. ເພາະສະນັ້ນແລ້ວ, ເຖິງແມ່ນວ່າເຈົ້າຈະອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ ແລະ ເຖິງແມ່ນວ່າເຈົ້າຈະປະສົບກັບຂະບວນການທີ່ຍາກລຳບາກບາງຢ່າງກໍຕາມ, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຕົ້ນທຶນສ່ວນຕົວບາງປະເພດ. ມັນບໍ່ຄຸ້ມຄ່າທີ່ຈະຍົກຂຶ້ນມາເວົ້າ, ມັນຄືສິ່ງທີ່ເຈົ້າສົມຄວນອົດທົນ. ເຈົ້າບໍ່ສາມາດເວົ້າໄດ້ວ່າ “ເມື່ອຂ້ານ້ອຍກິນ, ຂ້ານ້ອຍກໍກິນເພື່ອເຫັນແກ່ພຣະເຈົ້າ ແລະ ຂ້ານ້ອຍດຳລົງຊີວິດຂອງຂ້ານ້ອຍເພື່ອເຫັນແກ່ພຣະເຈົ້າ!” ເຈົ້າບໍ່ໄດ້ເຮັດສິ່ງເຫຼົ່ານີ້ເພື່ອເຫັນແກ່ພຣະເຈົ້າ; ເຈົ້າເຮັດພວກມັນເພື່ອຕົວເຈົ້າເອງ. ບໍ່ມີສິ່ງໃດທີ່ຄຸ້ມຄ່າແກ່ການໂອ້ອວດໃນເລື່ອງນີ້. ດັ່ງນັ້ນ, ບາງຄົນມັກຈະເວົ້າຢູ່ສະເໝີວ່າ ເພື່ອເຫັນແກ່ການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາໄດ້ປະຖິ້ມວຽກງານຂອງພວກເຂົາ ແລະ ຍົກເລີກການຮຽນຂອງພວກເຂົາ ຫຼື ພວກເຂົາໂອ້ລົມກ່ຽວກັບວ່າພວກເຂົາໄດ້ອົດທົນກັບການລິຮານຫຼາຍສໍ່າໃດ, ພວກເຂົາໄດ້ລັກຮ້ອງໄຫ້ຫຼາຍສໍ່າໃດ ແລະ ພວກເຂົາໄດ້ທົນທຸກຢ່າງລັບໆຫຼາຍສໍ່າໃດ. ພວກເຂົາມັກຈະຍົກເລື່ອງເຫຼົ່ານີ້ຂຶ້ນມາເວົ້າຢູ່ສະເໝີ, ໂດຍຄິດວ່າຄວາມທຸກທໍລະມານຢ່າງຫຼວງຫຼາຍທີ່ພວກເຂົາໄດ້ອົດທົນເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການບັນລຸຄວາມລອດພົ້ນນັ້ນເປັນຮູບແບບໜຶ່ງຂອງຕົ້ນທຶນສ່ວນຕົວ. ສິ່ງນີ້ຜິດຢ່າງສິ້ນເຊີງ. ມະນຸດທີ່ເສື່ອມຊາມສົມຄວນທົນທຸກເພື່ອບັນລຸຄວາມລອດພົ້ນ; ມັນຖືກຕ້ອງແລ້ວທີ່ເຈົ້າທົນທຸກ. ເປັນຫຍັງມັນຈຶ່ງຖືກຕ້ອງ? ຍ້ອນວ່າເຈົ້າຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ, ເຈົ້າມີອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າມີທຳມະຊາດແບບຊາຕານ. ຖ້າເຈົ້າຕ້ອງການບັນລຸຄວາມລອດພົ້ນ, ສາມາດຍອມຮັບຄວາມຈິງໄດ້ ແລະ ບັນລຸຄວາມເຂົ້າໃຈວ່າເຈົ້າຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງສໍ່າໃດ, ເຈົ້າກໍຕ້ອງອົດທົນກັບຄວາມເຈັບປວດຢ່າງຫຼວງຫຼາຍ; ໂດຍສະເພາະຢ່າງຍິ່ງ ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າຮຽກຮ້ອງໃຫ້ອົດທົນກັບຄວາມເຈັບປວດຫຼາຍຍິ່ງຂຶ້ນ. ມັນກໍຄືກັນກັບຜູ້ຍິງທີ່ກຳລັງເກີດລູກ: ນາງຕ້ອງຜ່ານຄວາມເຈັບປວດໃນການເຈັບທ້ອງເກີດລູກ ແລະ ອົດທົນກັບຄວາມທຸກທໍລະມານຂອງການເກີດລູກ. ເຈົ້າບໍ່ສາມາດຫຼົບໜີຈາກຄວາມເຈັບປວດນັ້ນໄດ້ເຖິງແມ່ນວ່າເຈົ້າຈະຕ້ອງການຫຼົບໜີກໍຕາມ. ຄວາມທຸກທໍລະມານທີ່ເຈົ້າອົດທົນເພື່ອບັນລຸຄວາມລອດພົ້ນແມ່ນສິ່ງທີ່ເຈົ້າອົດທົນເພື່ອເຫັນແກ່ຕົວເຈົ້າເອງ; ເຈົ້າບໍ່ສາມາດເວົ້າໄດ້ວ່າເຈົ້າກຳລັງອົດທົນກັບຄວາມເຈັບປວດເພື່ອພຣະເຈົ້າ. ເຈົ້າອົດທົນກັບການພິພາກສາ ແລະ ການລົງທັນ, ການລິຮານ ຕະຫຼອດຮອດການທົດສອບ ແລະ ການຫຼໍ່ຫຼອມ ທັງໝົດນີ້ກໍເພື່ອເຫັນແກ່ຄວາມລອດພົ້ນຂອງຕົວເຈົ້າເອງ. ນີ້ຄືຄວາມທຸກທໍລະມານທີ່ເຈົ້າສົມຄວນອົດທົນ ແລະ ມັນເປັນຂະບວນການທີ່ຈຳເປັນ. ດັ່ງນັ້ນ, ຈົ່ງຢ່າໂອ້ອວດກ່ຽວກັບວ່າເຈົ້າໄດ້ທົນທຸກຫຼາຍສໍ່າໃດເພື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າໄດ້ທົນທຸກຫຼາຍສໍ່າໃດເພື່ອບັນລຸຄວາມລອດພົ້ນ, ເຈົ້າໄດ້ເຮັດວຽກຫຼາຍສໍ່າໃດໃຫ້ກັບເຮືອນຂອງພຣະເຈົ້າ, ເຈົ້າໄດ້ແລ່ນວຸ້ນວາຍຫຼາຍສໍ່າໃດເພື່ອພຣະເຈົ້າ ຫຼື ເຈົ້າໄດ້ຮັບຜູ້ຄົນຫຼາຍສໍ່າໃດໂດຍການເທດສອນຂ່າວປະເສີດ. ບໍ່ມີສິ່ງໃດໃນເລື່ອງນີ້ທີ່ນັບວ່າເປັນການມີຕົ້ນທຶນສ່ວນຕົວ ແລະ ເຈົ້າບໍ່ຄວນອ້າງເອົາຄວາມດີຄວາມຊອບສຳລັບສິ່ງເຫຼົ່ານີ້ຢ່າງເດັດຂາດ. ເຈົ້າບໍ່ຮູ້ດ້ວຍຊໍ້າວ່າເຈົ້າໄດ້ຮັບຄວາມຈິງແລ້ວ ຫຼື ບໍ່ ແລະ ເຈົ້າຍັງບໍ່ຮູ້ວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ ຫຼື ບໍ່ອີກດ້ວຍ, ແຕ່ເຈົ້າພັດພະຍາຍາມອ້າງເອົາຄວາມດີຄວາມຊອບສຳລັບສິ່ງດັ່ງກ່າວຢູ່ສະເໝີ. ນີ້ຄືການສະແດງອອກເຖິງການບໍ່ມີເຫດຜົນ. ຖ້າເຈົ້າອ້າງເອົາຄວາມດີຄວາມຊອບ, ພຣະເຈົ້າກໍສາມາດໃຫ້ລາງວັນເຈົ້າຫຼາຍກວ່າເປັນຮ້ອຍເທົ່າໃນຕອນນີ້ເລີຍ, ໂດຍໃຫ້ຊີວິດທີ່ອຸດົມສົມບູນທາງວັດຖຸ ແລະ ຄວາມສະດວກສະບາຍທາງເນື້ອໜັງແກ່ເຈົ້າ ຕະຫຼອດຮອດໃຫ້ເຈົ້າເພີດເພີນກັບກຽດຕິຍົດ ແລະ ຄວາມຮັ່ງມີຂອງໂລກມະນຸດ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເຊື່ອໃນພຣະເຈົ້າພຽງເພື່ອໃຫ້ໄດ້ຮັບສິ່ງເຫຼົ່ານີ້ເປັນການຕອບແທນ ແລະ ເຈົ້າບໍ່ໄລ່ຕາມເສາະຫາຄວາມຈິງ, ແລ້ວອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະບໍ່ສາມາດຖືກປະຖິ້ມໄດ້ ແລະ ເຈົ້າກໍຈະບໍ່ສາມາດບັນລຸຄວາມລອດພົ້ນໄດ້. ເຈົ້າສາມາດເພີດເພີນກັບຊີວິດນີ້ໄດ້ ແຕ່ພຣະເຈົ້າຈະບໍ່ອະນຸຍາດໃຫ້ເຈົ້າເຂົ້າສູ່ໂລກທີ່ຈະມາເຖິງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອເພີດເພີນກັບຊີວິດນີ້ ແຕ່ເພື່ອບັນລຸຄວາມລອດພົ້ນ ແລະ ກາຍເປັນສະມາຊິກຂອງມະນຸດຊາດໃໝ່ ຕະຫຼອດຮອດເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ນະມັດສະການພຣະເຈົ້າ, ແລ້ວຄວາມທຸກທໍລະມານທີ່ເຈົ້າອົດທົນກໍຄືສິ່ງທີ່ເຈົ້າສົມຄວນອົດທົນ ແລະ ນອກເໜືອໄປຈາກນັ້ນຄືມັນກໍບໍ່ຄຸ້ມຄ່າທີ່ຈະຍົກຂຶ້ນມາເວົ້າ. ການຍົກມັນຂຶ້ນມາເວົ້າກັບຜູ້ໃດກໍຕາມຈະເປັນການສະແດງອອກເຖິງການບໍ່ມີເຫດຜົນ. ເປົ້າໝາຍ, ຄຸນຄ່າ ແລະ ຄວາມສຳຄັນຂອງຄວາມທຸກທໍລະມານຂອງເຈົ້າແມ່ນເພື່ອໃຫ້ຕົວເຈົ້າເອງບັນລຸຄວາມລອດພົ້ນ; ບໍ່ມີສິ່ງໃດທີ່ຄຸ້ມຄ່າແກ່ການໂອ້ອວດໃນເລື່ອງນີ້. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ບາງຄົນມັກຈະເວົ້າຢູ່ສະເໝີວ່າພວກເຂົາໄດ້ແລ່ນວຸ້ນວາຍຫຼາຍສໍ່າໃດ ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດຕັ້ງແຕ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ ຕະຫຼອດຮອດພວກເຂົາໄດ້ປະສົບກັບການລິຮານ, ການພິພາກສາ ແລະ ການລົງທັນຫຼາຍສໍ່າໃດ. ພວກເຂົາມັກຈະໂອ້ອວດກ່ຽວກັບ “ປະຫວັດສາດອັນຮຸ່ງເຮືອງ” ແຫ່ງຄວາມທຸກທໍລະມານຂອງພວກເຂົາຢູ່ສະເໝີ. ເຮົາຂໍບອກເຈົ້າວ່າ: ສິ່ງນີ້ໜ້າອັບອາຍ, ໜ້າຂີ້ດຽດ ແລະ ໜ້າປຸ້ນທ້ອງ! ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເຈົ້າສົມຄວນເຮັດ ແລະ ສົມຄວນອົດທົນ. ເຈົ້າບໍ່ຄວນພະຍາຍາມແກ້ຕົວໃຫ້ກັບຕົນເອງ. ເຈົ້າບໍ່ໄດ້ສ້າງຄວາມດີຄວາມຊອບໃດໆກັບຜູ້ໃດເລີຍ. ເຖິງແມ່ນວ່າເຈົ້າຈະເຮັດວຽກງານຂອງຄຣິສຕະຈັກ, ນຳພາຄຣິສຕະຈັກ ແລະ ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ຜູ້ຄົນກໍຕາມ, ນັ້ນກໍເປັນພຽງສ່ວນໜຶ່ງຂອງຄວາມຮັບຜິດຊອບຂອງເຈົ້າ ແລະ ສິ່ງທີ່ເຈົ້າສົມຄວນເຮັດ. ເປັນຫຍັງຈຶ່ງເປັນແບບນີ້? ຢ່າງໜຶ່ງກໍຄື ເຈົ້າກຳລັງປະຕິບັດໜ້າທີ່ຂອງມະນຸດຄົນໜຶ່ງ. ອີກຢ່າງໜຶ່ງກໍຄື ເຖິງແມ່ນວ່າເຈົ້າຈະສະໜັບສະໜູນ, ຊ່ວຍເຫຼືອ ແລະ ສະໜອງໃຫ້ຜູ້ຄົນກໍຕາມ, ນັ້ນກໍເປັນພຽງການປະຕິບັດພັນທະຂອງເຈົ້າໃນຖານະມະນຸດຄົນໜຶ່ງໃຫ້ສຳເລັດຫຼັງຈາກທີ່ເຂົ້າໃຈຄວາມຈິງ, ເຊິ່ງເຮັດໃຫ້ຄົນອື່ນໄດ້ຮັບຜົນປະໂຫຍດຈາກມັນ. ເຖິງຢ່າງໃດກໍຕາມ, ຄວາມຈິງບໍ່ແມ່ນຂອງເຈົ້າ; ມັນມາຈາກພຣະເຈົ້າ. ເຈົ້າກໍພຽງແຕ່ໄດ້ຖ່າຍທອດຄວາມຈິງ ແລະ ແບ່ງປັນມັນເທົ່ານັ້ນ. ຄວາມຈິງບໍ່ແມ່ນຊັບສິນສ່ວນຕົວຂອງເຈົ້າ; ມັນຄືຊີວິດຂອງພຣະເຈົ້າ ແລະ ມັນຄືການສະໜອງຂອງພຣະເຈົ້າ. ດັ່ງນັ້ນ, ເມື່ອເຈົ້າເຮັດວຽກງານຂອງຄຣິສຕະຈັກເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອຜູ້ຄົນ, ນັ້ນບໍ່ແມ່ນຄວາມດີຄວາມຊອບປະເພດໃດໜຶ່ງ; ເຈົ້າກຳລັງປະຕິບັດພັນທະ ແລະ ຄວາມຮັບຜິດຊອບໃຫ້ສຳເລັດ. ຖ້າເຈົ້າເຮັດມັນໄດ້ດີ, ເຈົ້າກໍພຽງແຕ່ກຳລັງປະຕິບັດພັນທະຂອງເຈົ້າໃຫ້ສຳເລັດ ແລະ ມີຈິດສຳນຶກ ແລະ ເຫດຜົນເລັກໜ້ອຍ. ບໍ່ມີສິ່ງໃດທີ່ຄຸ້ມຄ່າແກ່ການໂອ້ອວດໃນເລື່ອງນີ້. ຖ້າເຈົ້າເຮັດມັນໄດ້ບໍ່ດີ, ເຈົ້າກໍຄວນກວດສອບ ແລະ ໄຕ່ຕອງກ່ຽວກັບຕົນເອງ. ບໍ່ວ່າເຈົ້າອາດຈະເຄີຍນຳພາຜູ້ຄົນຫຼາຍສໍ່າໃດໃນຂະນະທີ່ເຮັດວຽກງານຂອງຄຣິສຕະຈັກ ຫຼື ເຈົ້າອາດຈະເຄີຍສະໜັບສະໜູນ ແລະ ຊ່ວຍເຫຼືອຜູ້ຄົນຫຼາຍສໍ່າໃດກໍຕາມ, ໃນສາຍຕາຂອງພຣະເຈົ້າແລ້ວ, ສິ່ງເຫຼົ່ານີ້ເປັນພຽງການກະທຳທີ່ດີທີ່ພຣະອົງຊົງຈື່ຈຳເທົ່ານັ້ນ. ເຖິງຢ່າງໃດກໍຕາມ ສຳລັບຜູ້ຄົນແລ້ວ ເຈົ້າບໍ່ໄດ້ສ້າງຄວາມດີຄວາມຊອບໃດໆກັບພວກເຂົາເລີຍ. ເຖິງແມ່ນວ່າໃນການເຮັດວຽກງານນີ້ ລັບຫຼັງແລ້ວເຈົ້າໄດ້ຈ່າຍລາຄາຢ່າງຫຼວງຫຼາຍ, ອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ ແລະ ນອນບໍ່ອີ່ມຢ່າງຫຼວງຫຼາຍ ເຊິ່ງບາງຄົນໃນພວກເຈົ້າເຖິງຂັ້ນລົ້ມປ່ວຍ ແລະ ອົດທົນກັບຄວາມທໍລະມານຈາກຄວາມເຈັບປ່ວຍກໍຕາມ, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ສ້າງຄວາມດີຄວາມຊອບໃດໆ. ຄວາມທຸກທໍລະມານທັງໝົດນີ້ຄືສິ່ງທີ່ມະນຸດທີ່ເສື່ອມຊາມສົມຄວນອົດທົນເພື່ອໃຫ້ໄດ້ຮັບຄວາມຈິງ ກ່ອນທີ່ພວກເຂົາຈະສາມາດບັນລຸຄວາມລອດພົ້ນໄດ້; ມັນບໍ່ຄຸ້ມຄ່າທີ່ຈະໂອ້ອວດແມ່ນແຕ່ໜ້ອຍດຽວ. ເພາະສະນັ້ນແລ້ວ ເຈົ້າບໍ່ຄວນຮຽກຮ້ອງກຽດຕິຍົດສຳລັບເລື່ອງນີ້ ແລະ ບໍ່ຄວນຮຽກຮ້ອງຄວາມດີຄວາມຊອບສຳລັບການກະທຳດັ່ງກ່າວ. ເຮົາໄດ້ໂອ້ລົມຄວາມຈິງກັບພວກເຈົ້າ ແລະ ສະໜອງໃຫ້ພວກເຈົ້າເປັນເວລາຫຼາຍປີ ແຕ່ເຮົາກໍບໍ່ຮູ້ສຶກວ່າເຮົາໄດ້ສ້າງຄວາມດີຄວາມຊອບໃດໆກັບພວກເຈົ້າ. ໃນຂະນະດຽວກັນ ເຈົ້າພຽງແຕ່ເຂົ້າໃຈຄວາມຈິງຜ່ານການທົນທຸກ ແລະ ການຈ່າຍລາຄາ ແລ້ວກໍແບ່ງປັນມັນໃຫ້ກັບຄົນອື່ນ, ສິ່ງນີ້ໝາຍຄວາມວ່າເຈົ້າໄດ້ສ້າງຄວາມດີຄວາມຊອບບາງຢ່າງບໍ? ເຖິງແມ່ນວ່າການກະທຳຂອງເຈົ້າຈະເປັນການຊ່ວຍເຫຼືອຄົນອື່ນໄດ້ແດ່ກໍຕາມ, ນັ້ນກໍເປັນພຽງຜົນຮັບທີ່ບັນລຸໄດ້ໂດຍພຣະທຳຂອງພຣະເຈົ້າ ແລະ ໂດຍຄວາມຈິງເທົ່ານັ້ນ. ຖ້າພຣະເຈົ້າບໍ່ໄດ້ສະແດງພຣະທຳເຫຼົ່ານີ້ ຫຼື ຄວາມຈິງເຫຼົ່ານີ້ອອກມາ, ເຈົ້າຈະມີຫຍັງໄປຊ່ວຍເຫຼືອຜູ້ຄົນ? ທຸກສິ່ງທີ່ເຈົ້າຈະຖ່າຍທອດໃຫ້ກັບຜູ້ຄົນກໍຄືຄວາມເສື່ອມຊາມ ຕະຫຼອດຮອດຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ; ມັນເປັນໄປບໍ່ໄດ້ເລີຍທີ່ຈະແມ່ນຄວາມຈິງ. ຄວາມຈິງສາມາດມາຈາກພຣະເຈົ້າເທົ່ານັ້ນ. ພຣະເຈົ້າຄືແຫຼ່ງກຳເນີດແຫ່ງຄວາມຈິງ ແລະ ພຣະອົງຄືແຫຼ່ງກຳເນີດທີ່ສະໜອງຊີວິດໃຫ້ກັບມະນຸດຊາດ. ເຈົ້າໄດ້ຮັບນໍ້າຢົດໜຶ່ງຈາກພຣະເຈົ້າ ເຊິ່ງເປັນແຫຼ່ງກຳເນີດ ແລ້ວກໍແບ່ງປັນມັນໃຫ້ກັບຄົນອື່ນ. ເຖິງແມ່ນວ່າມັນຈະດັບຄວາມກະຫາຍຂອງພວກເຂົາໄດ້ກໍຕາມ, ເຈົ້າກໍພຽງແຕ່ໄດ້ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າໃຫ້ສຳເລັດເທົ່ານັ້ນ. ສຳລັບຄົນເຫຼົ່ານັ້ນ ມັນບໍ່ແມ່ນພຣະຄຸນ, ຄວາມໂປດປານ, ການປະທານໃຫ້ ຫຼື ການສະໜອງປະເພດໃດໜຶ່ງຢ່າງແນ່ນອນ; ຢ່າງດີທີ່ສຸດ ມັນກໍເປັນພຽງການຊ່ວຍເຫຼືອເທົ່ານັ້ນ. ເຈົ້າກໍພຽງແຕ່ໄດ້ປະຕິບັດຄວາມຮັບຜິດຊອບເຊິ່ງສິ່ງທີ່ຖືກສ້າງສົມຄວນປະຕິບັດໃຫ້ສຳເລັດເທົ່ານັ້ນ. ຜ່ານປະສົບການຂອງເຈົ້າ, ເຈົ້າແບ່ງປັນ ແລະ ຖ່າຍທອດພຣະທຳຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າໃຫ້ກັບຄົນອື່ນ ເຊິ່ງເຮັດໃຫ້ພວກເຂົາໄດ້ຮັບການບຳລຸງລ້ຽງ ແລະ ການສະໜອງຈາກສິ່ງເຫຼົ່ານັ້ນ. ດັ່ງນັ້ນ ໃນສາຍຕາຂອງເຮົາແລ້ວ ຄວາມທຸກທໍລະມານໃດໆທີ່ມະນຸດທີ່ເສື່ອມຊາມອົດທົນໃນຊ່ວງເວລາທີ່ພວກເຂົາກຳລັງຍອມຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນນັ້ນຄືສິ່ງທີ່ພວກເຂົາສົມຄວນອົດທົນ. ເນື່ອງຈາກມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຖືກຊາຕານເຮັດໃຫ້ເສຍຫາຍ ແລະ ເຮັດໃຫ້ເສື່ອມຊາມ, ຖືກຊາຕານຢຽບຍໍ່າຢ່າງໜັກ ຕະຫຼອດຮອດຖືກປູກຝັງ ແລະ ໄດ້ຮັບອິດທິພົນຈາກຄວາມຄິດ ແລະ ມຸມມອງຕ່າງໆຂອງຊາຕານ ພ້ອມທັງຄວາມເຊື່ອທີ່ນອກຮີດ ແລະ ຄວາມຄິດທີ່ຜິດພ້ຽນຂອງມັນ, ມັນຈຶ່ງເປັນເລື່ອງຍາກສຳລັບມະນຸດທີ່ຈະຍອມຮັບຄວາມຈິງ. ຂະບວນການທີ່ມະນຸດຍອມຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນກໍຄືກັນກັບຄົນເຈັບໜັກທີ່ກຳລັງຮັບການປິ່ນປົວ: ລາວຕ້ອງອົດທົນກັບຄວາມທຸກທໍລະມານ, ຖ້າປາສະຈາກສິ່ງນີ້ ລາວກໍບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້. ເພື່ອບັນລຸຄວາມລອດພົ້ນ ມະນຸດທີ່ເສື່ອມຊາມຕ້ອງຍອມຮັບຄວາມຈິງ, ຍອມຮັບການພິພາກສາ ແລະ ການລົງທັນ ແລະ ຍອມຮັບການທົດສອບ ແລະ ການຫຼໍ່ຫຼອມ. ໂດຍການອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍເທົ່ານັ້ນ ລາວຈຶ່ງຈະສາມາດຜ່ານການປ່ຽນແປງຢ່າງສິ້ນເຊີງໄດ້ໃນທີ່ສຸດ ແລະ ກາຍເປັນສະມາຊິກຂອງມະນຸດຊາດໃໝ່ໄດ້. ຖ້າປາສະຈາກການຜ່ານສະພາບແວດລ້ອມແຫ່ງຄວາມທຸກທໍລະມານຕ່າງໆ ມັນກໍເປັນໄປບໍ່ໄດ້ທີ່ມະນຸດຈະຍອມຮັບຄວາມຈິງໄດ້ຢ່າງເປັນທຳມະຊາດ ແລະ ເປັນເລື່ອງປົກກະຕິ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດນັ້ນຝັງຮາກເລິກ ແລະ ໄດ້ກາຍເປັນຊີວິດຂອງລາວໄປແລ້ວ. ດັ່ງນັ້ນ ມະນຸດຕ້ອງຍອມຮັບການຫຼໍ່ຫຼອມແຫ່ງຄວາມທຸກທໍລະມານທຸກປະເພດ ແລະ ຕ້ອງອົດທົນກັບຄວາມເຈັບປວດຢ່າງຫຼວງຫຼາຍ ເພື່ອກະບົດຕໍ່ອຸປະນິໄສທີ່ເສື່ອມຊາມ, ກະບົດຕໍ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາຕ່າງໆຂອງມະນຸດ, ປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຕ່າງໆຂອງມະນຸດ ແລະ ຍອມຮັບຄວາມຈິງ. ສິ່ງທີ່ມະນຸດໄດ້ຮັບເປັນການຕອບແທນສຳລັບຄວາມທຸກທໍລະມານນີ້ຄືຄວາມລອດພົ້ນ ແລະ ການປະຖິ້ມອຸປະນິໄສທີ່ເສື່ອມຊາມ; ສິ່ງທີ່ລາວໄດ້ຮັບຄືການອ່ອນນ້ອມຕໍ່ຄວາມຈິງ ແລະ ການນະມັດສະການພຣະເຈົ້າຢ່າງແທ້ຈິງ; ສິ່ງທີ່ລາວໄດ້ຮັບຄືການຍອມຮັບຈາກພຣະເຈົ້າຕໍ່ມະນຸດ ເຊິ່ງເປັນສິ່ງທີ່ຖືກສ້າງ. ເພາະສະນັ້ນແລ້ວ ຄວາມທຸກທໍລະມານນີ້ຈຶ່ງມີຄຸນຄ່າທີ່ສຸດ. ບໍ່ວ່າເຈົ້າຈະອົດທົນກັບຄວາມທຸກທໍລະມານປະເພດໃດເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຕາມ, ຈົ່ງຈື່ຈຳສິ່ງໜຶ່ງໄວ້ຄື: ນີ້ຄືຄວາມທຸກທໍລະມານທີ່ເຈົ້າສົມຄວນອົດທົນ ແລະ ເຈົ້າບໍ່ຄວນປະກາດມັນໄປທົ່ວ. ຖ້າຄວາມທຸກທໍລະມານນີ້ຄືສິ່ງທີ່ເຈົ້າອົດທົນດ້ວຍຄວາມເຕັມໃຈ ແລະ ຄືສິ່ງທີ່ເຈົ້າສົມຄວນອົດທົນ, ແລ້ວເຈົ້າກໍຄວນເຂົ້າຫາມັນຢ່າງຖືກຕ້ອງ ແລະ ຍອມຮັບມັນຈາກພຣະເຈົ້າ. ເຈົ້າຄວນປ່ຽນມັນໃຫ້ເປັນຄວາມຊາບຊຶ້ງໃຈຢ່າງແທ້ຈິງ ແລະ ປະສົບການທີ່ຍອດຢ້ຽມຂອງເຈົ້າເອງ ແລະ ແບ່ງປັນມັນໃຫ້ກັບຄົນອື່ນຜ່ານການຂຽນ ຫຼື ການເວົ້າກ່ຽວກັບຄວາມທຸກທໍລະມານນັ້ນ, ແທນທີ່ຈະເວົ້າກ່ຽວກັບປະສົບການແຫ່ງຄວາມທຸກທໍລະມານຂອງເຈົ້າເພື່ອໂອ້ອວດ ແລະ ຍາດແຍ່ງຕົ້ນທຶນສ່ວນຕົວໃຫ້ກັບຕົວເຈົ້າເອງ. ບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດກໍຕາມ, ມັນກໍບໍ່ແມ່ນຕົ້ນທຶນສ່ວນຕົວຂອງເຈົ້າ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມອາວຸໂສ. ພຣະເຈົ້າບໍ່ໄດ້ວັດແທກວ່າໃນທີ່ສຸດແລ້ວຄົນໃດໜຶ່ງມີຄຸນສົມບັດທີ່ຈະບັນລຸຄວາມລອດພົ້ນ ຫຼື ບໍ່ ໂດຍເບິ່ງຈາກວ່າລາວທົນທຸກຫຼາຍສໍ່າໃດ. ການເບິ່ງຄວາມທຸກທໍລະມານດ້ວຍວິທີນີ້ຖືກຕ້ອງບໍ? (ຖືກຕ້ອງ). ບອກເຮົາເບິ່ງ, ຄວາມຄິດ ແລະ ມຸມມອງກ່ຽວກັບຄວາມທຸກທໍລະມານທີ່ເຮົາໄດ້ເວົ້າເຖິງ ເຊິ່ງມະນຸດຄວນມີນັ້ນ ກົງກັນກັບຄວາມຈິງບໍ? (ກົງກັນ.) ຄວາມທຸກທໍລະມານຄວນຖືກເບິ່ງດ້ວຍວິທີນີ້ບໍ່ແມ່ນບໍ? (ແມ່ນແລ້ວ.) ຖ້າເຈົ້າສາມາດເບິ່ງສິ່ງຕ່າງໆດ້ວຍວິທີນີ້, ມັນກໍຈະມີຄວາມມີເຫດຜົນ ແລະ ຄວາມເປັນມະນຸດໃນການກະທຳຂອງເຈົ້າ ແລະ ອຸປະນິໄສທີ່ອວດດີຂອງເຈົ້າກໍຈະຫຼຸດລົງພໍສົມຄວນ. ກ່ອນອື່ນຈົ່ງຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລ້ວໃຊ້ຄວາມຄິດ ແລະ ມຸມມອງເຫຼົ່ານີ້ເປັນຈຸດປຽບທຽບກັບຄວາມເສື່ອມຊາມຂອງເຈົ້າເອງ ແລະ ແກ້ໄຂມັນ. ໃນຂະນະທີ່ເຈົ້າເຮັດສິ່ງຕ່າງໆ, ຈົ່ງປະຕິບັດຕາມຫຼັກການຂອງການປະຕິບັດຂອງຄວາມຄິດ ແລະ ມຸມມອງເຫຼົ່ານີ້ ແລ້ວອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຖືກແກ້ໄຂໂດຍທີ່ເຈົ້າບໍ່ຮູ້ຕົວ. ຫຼາຍຄັ້ງ, ອຸປະນິໄສທີ່ເສື່ອມຊາມຖືກປະຖິ້ມໂດຍການທີ່ຄົນໃດໜຶ່ງຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ກ່ອນອື່ນແມ່ນຜ່ານການປ່ຽນແປງໃນມຸມມອງຂອງພວກເຂົາ ແລ້ວຈາກນັ້ນກໍມີການປ່ຽນແປງເທື່ອລະໜ້ອຍໃນວິທີທີ່ພວກເຂົາກະທຳ ແລະ ໃນການເຜີຍອຸປະນິໄສຂອງພວກເຂົາອອກມາ.
ກ່ຽວກັບເລື່ອງຄວາມທຸກທໍລະມານ, ກ່ອນອື່ນເຈົ້າຕ້ອງມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ແນ່ໃຈວ່າຄວາມທຸກທໍລະມານນັ້ນແມ່ນຫຍັງກັນແທ້, ເປັນຫຍັງເຈົ້າຈຶ່ງທົນທຸກ ແລະ ເປົ້າໝາຍ ແລະ ທິດທາງໃນຄວາມທຸກທໍລະມານຂອງເຈົ້າຖືກຕ້ອງ ຫຼື ບໍ່. ຖ້າເຈົ້າມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບຄວາມທຸກທໍລະມານ ແລະ ເຈົ້າອົດທົນກັບມັນເພື່ອທີ່ເຈົ້າຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງເຈົ້າ ແລະ ປະຕິບັດຕາມຫຼັກການຄວາມຈິງ ແລະ ໃນການອົດທົນກັບຄວາມທຸກທໍລະມານນີ້ ເຈົ້າກຳລັງຍ່າງຕາມຫົນທາງຂອງພຣະເຈົ້າ, ແລ້ວຄວາມທຸກທໍລະມານນີ້ກໍຄືພັນທະທີ່ເຈົ້າຄວນປະຕິບັດໃຫ້ສຳເລັດໃນຖານະສິ່ງທີ່ຖືກສ້າງ. ມັນຄືການປະຕິບັດທີ່ເຈົ້າຄວນມີ ແລະ ມັນກໍເປັນໜ້າທີ່ຂອງເຈົ້າເຊັ່ນກັນ; ມັນຄືສິ່ງທີ່ເຈົ້າຄວນເຮັດໃນຖານະສິ່ງທີ່ຖືກສ້າງທີ່ແທ້ຈິງ. ນີ້ຄືຄວາມຮັບຜິດຊອບທີ່ເຈົ້າບໍ່ສາມາດຫຼີກລ່ຽງໄດ້; ນັ້ນກໍຄື ຄວາມທຸກທໍລະມານນີ້ຄືສິ່ງທີ່ເຈົ້າຄວນແບກຮັບ. ມັນກໍຄືກັນກັບຕອນທີ່ພໍ່ແມ່ໃຫ້ກຳເນີດລູກ, ພວກເພິ່ນກໍຕ້ອງລ້ຽງດູພວກເຂົາ; ການລ້ຽງດູພວກເຂົາຈົນເຕີບໃຫຍ່ເປັນຜູ້ໃຫຍ່ຄືຄວາມຮັບຜິດຊອບຂອງພໍ່ແມ່. ບໍ່ວ່າພວກເພິ່ນຈະອົດທົນກັບຄວາມທຸກທໍລະມານຫຼາຍສໍ່າໃດໃນຂະບວນການລ້ຽງດູລູກຂອງພວກເຂົາ, ນີ້ຄືຄວາມຮັບຜິດຊອບທີ່ພໍ່ແມ່ຄວນປະຕິບັດໃຫ້ສຳເລັດ ແລະ ບໍ່ມີສິ່ງໃດທີ່ໜ້າໂອ້ອວດໃນເລື່ອງນີ້. ນີ້ຄືວິທີທີ່ຜູ້ຄົນໄດ້ລ້ຽງດູລູກຫຼານຂອງພວກເຂົາຈາກຮຸ່ນສູ່ຮຸ່ນ. ເພື່ອລ້ຽງດູລູກ, ຄົນເຮົາຕ້ອງແບກຮັບຄວາມເຈັບປວດນີ້ ເຊິ່ງມັນເອງກໍເປັນຄວາມຮັບຜິດຊອບ. ເພື່ອບັນລຸຄວາມລອດພົ້ນ, ເພື່ອນຳໃຊ້ຄວາມຈິງເຂົ້າໃນການປະຕິບັດ ແລະ ເພື່ອຍຶດໝັ້ນໃນຫຼັກການຄວາມຈິງ ແລະ ຍຶດໝັ້ນໃນຄຳພະຍານຂອງຕົນ, ຜູ້ຄົນກໍຕ້ອງອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍເຊັ່ນກັນ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນກໍຄື: ຄວາມທຸກທໍລະມານນີ້ບໍ່ແມ່ນການເສຍສະລະທີ່ໄຮ້ປະໂຫຍດຢ່າງແນ່ນອນ ແລະ ມັນບໍ່ແມ່ນຄວາມທຸກທໍລະມານທີ່ບໍ່ມີຄວາມໝາຍ; ແຕ່ມັນມີຄວາມໝາຍ ແລະ ມີຄຸນຄ່າ. ຖ້າເປົ້າໝາຍໃນຄວາມທຸກທໍລະມານຂອງເຈົ້າແມ່ນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ, ເພື່ອປົກປ້ອງການມີຢູ່ຂອງຄວາມຈິງ, ປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ ແລະ ປົກປ້ອງການມີຢູ່ຂອງພາລະກິດທີ່ຍຸຕິທຳ ແລະ ເພື່ອຍຶດໝັ້ນໃນຫຼັກການຄວາມຈິງ ແລະ ດ້ວຍເຫດນັ້ນຈຶ່ງຍຶດໝັ້ນໃນຄຳພະຍານຂອງເຈົ້າ, ແລ້ວຄວາມທຸກທໍລະມານທີ່ເຈົ້າອົດທົນກໍມີຄຸນຄ່າ ແລະ ມີຄວາມໝາຍ. ຖ້າເປົ້າໝາຍໃນຄວາມທຸກທໍລະມານຂອງເຈົ້າຖືກຕ້ອງ ແລະ ເປັນບວກ, ແລ້ວຄວາມທຸກທໍລະມານນີ້ກໍຄືສິ່ງທີ່ເຈົ້າຄວນອົດທົນ. ມັນໝາຍຄວາມວ່າແນວໃດທີ່ວ່າມັນຄືສິ່ງທີ່ເຈົ້າຄວນອົດທົນ? ມັນໝາຍຄວາມວ່າມັນຄືຄວາມຮັບຜິດຊອບທີ່ເຈົ້າຄວນແບກຮັບ ແລະ ພັນທະທີ່ເຈົ້າຄວນປະຕິບັດໃຫ້ສຳເລັດໃນຖານະມະນຸດ ແລະ ໃນຖານະສິ່ງທີ່ຖືກສ້າງພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າ; ເວົ້າສັ້ນໆກໍຄື ເຈົ້າ “ມີໜ້າທີ່ທີ່ຕ້ອງຮັບຜິດຊອບ”. ການມີໜ້າທີ່ທີ່ຕ້ອງຮັບຜິດຊອບໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຮັດບາງສິ່ງບາງຢ່າງໂດຍບໍ່ຮຽກຮ້ອງສິ່ງໃດ, ໂດຍບໍ່ພະຍາຍາມຕໍ່ລອງ ແລະ ໂດຍບໍ່ສະແຫວງຫາຄຸນງາມຄວາມດີ; ມັນເປັນພຽງສິ່ງທີ່ເຈົ້າຄວນເຮັດ. ມັນກໍຄືກັນກັບຕອນທີ່ພຣະເຈົ້າມອບໝາຍໃຫ້ໂນອາສ້າງເຮືອໃຫຍ່. ໂນອາໄດ້ໃຊ້ເວລາເຖິງຮ້ອຍຊາວປີເພື່ອສ້າງເຮືອໃຫຍ່ ແຕ່ລາວພະຍາຍາມອ້າງເອົາຄວາມດີຄວາມຊອບກັບໃຜ? ລາວບໍ່ໄດ້ພະຍາຍາມອ້າງເອົາຄວາມດີຄວາມຊອບກັບໃຜເລີຍ. ລາວໄດ້ອົດທົນກັບຄວາມທຸກທໍລະມານຫຼາຍສໍ່າໃດໃນຂະນະທີ່ສ້າງເຮືອໃຫຍ່ຕະຫຼອດຮ້ອຍຊາວປີເຫຼົ່ານັ້ນ? ບໍ່ວ່າລາວຈະທົນທຸກຫຼາຍສໍ່າໃດກໍຕາມ, ໃນສາຍພຣະເນດຂອງພຣະເຈົ້າ, ບໍ່ວ່າລາວຈະອົດທົນກັບຄວາມທຸກທໍລະມານໃດໃນການຍອມຮັບພຣະບັນຊານີ້ ກໍລ້ວນແຕ່ເປັນສິ່ງທີ່ລາວຄວນອົດທົນ. ນີ້ກໍຍ້ອນວ່າລາວເປັນມະນຸດ ແລະ ລາວຕ້ອງຍອມຮັບຄວາມທຸກທໍລະມານນີ້ໃນຂະນະທີ່ແບກຮັບຄວາມຮັບຜິດຊອບນີ້ ແລະ ຄວາມທຸກທໍລະມານນີ້ກັບຄວາມຮັບຜິດຊອບຂອງລາວກໍປາກົດຂຶ້ນໃນເວລາດຽວກັນ ຕະຫຼອດຮອດດຳເນີນໄປພ້ອມໆກັນ. ໃນຖານະມະນຸດ, ເມື່ອເຈົ້າຍອມຮັບພຣະບັນຊາຂອງພຣະເຈົ້າແລ້ວ, ເຈົ້າກໍຕ້ອງຍອມຮັບຄວາມເຈັບປວດທຸກປະເພດທີ່ລວມຢູ່ໃນນັ້ນ; ເຈົ້າມີໜ້າທີ່ທີ່ຕ້ອງຮັບຜິດຊອບໃນການເຮັດເຊັ່ນນັ້ນ. ໃນທີ່ສຸດແລ້ວ ໂນອາໄດ້ຮັບຫຍັງເປັນການຕອບແທນສຳລັບຄວາມທຸກທໍລະມານຂອງລາວ? ລາວສາມາດລອດຊີວິດໃນເຮືອໃຫຍ່ ແລະ ກາຍເປັນບັນພະບຸລຸດຂອງມະນຸດຊາດຮຸ່ນຕໍ່ໄປ; ລາວໄດ້ແລກປ່ຽນຄວາມທຸກທໍລະມານຂອງລາວເພື່ອການຢູ່ລອດ. ເພາະສະນັ້ນແລ້ວ, ບໍ່ວ່າລາວຈະທົນທຸກຫຼາຍສໍ່າໃດໃນຂະນະທີ່ສ້າງເຮືອໃຫຍ່, ລາວກໍບໍ່ເຄີຍຮູ້ສຶກວ່າມັນເປັນການປະກອບສ່ວນຕໍ່ມະນຸດຊາດ ຫຼື ຕໍ່ພຣະເຈົ້າ. ລາວມີຄວາມມີເຫດຜົນ; ລາວບໍ່ເຄີຍເວົ້າສິ່ງດັ່ງກ່າວ. ລາວຮູ້ສຶກວ່າມັນຄືຄວາມລອດພົ້ນຂອງພຣະເຈົ້າ ແລະ ພຣະຄຸນຂອງພຣະເຈົ້າ. ມະນຸດຊາດໃນປັດຈຸບັນກໍຄວນມີທັດສະນະຄະຕິແບບນີ້ເຊັ່ນກັນ. ຖ້າເຈົ້າເຕັມໃຈປະຕິບັດໜ້າທີ່ຂອງເຈົ້າ ແລະ ເຕັມໃຈຍອມຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ໃດກໍຕາມ ຫຼື ເຈົ້າຈະທົນທຸກຫຼາຍສໍ່າໃດ ແລະ ເຈົ້າຈະປະສົບກັບສິ່ງໃດໃນການປະຕິບັດໜ້າທີ່ຂອງເຈົ້າ, ເປົ້າໝາຍຂອງເຈົ້າກໍຄືການປະຕິບັດພຣະບັນຊາ ແລະ ໜ້າທີ່ທີ່ພຣະຜູ້ສ້າງມອບໃຫ້ແກ່ເຈົ້າໃຫ້ສຳເລັດ ແລະ ເພື່ອບັນລຸຄວາມລອດພົ້ນ, ແລ້ວມີຄວາມທຸກທໍລະມານໃດແດ່ທີ່ເຈົ້າບໍ່ຄວນອົດທົນ? ຄວາມທຸກທໍລະມານໃດໆທີ່ເຈົ້າອົດທົນລ້ວນແຕ່ເປັນຄວາມຮັບຜິດຊອບ ແລະ ພັນທະທີ່ເຈົ້າຄວນປະຕິບັດໃຫ້ສຳເລັດ. ເວົ້າງ່າຍໆກໍຄື ມັນເປັນຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າທີ່ຈະຕ້ອງອົດທົນກັບຄວາມທຸກທໍລະມາດັ່ງກ່າວ; ມັນບໍ່ຄຸ້ມຄ່າທີ່ຈະໂອ້ອວດ. ຜູ້ຄົນມັກຈະຄິດຢູ່ສະເໝີວ່າ “ຂ້ອຍໄດ້ທົນທຸກ ແລະ ຈ່າຍລາຄາແລ້ວ. ຂ້ອຍຕ້ອງຍົກຍ້ອງຕົນເອງ; ຂ້ອຍຕ້ອງໃຫ້ພຣະເຈົ້າຮູ້ ແລະ ຂ້ອຍຕ້ອງໃຫ້ຜູ້ຄົນຮູ້ ເພື່ອທີ່ຜູ້ຄົນຈະມີຄວາມປະທັບໃຈທີ່ດີຕໍ່ຂ້ອຍໃນໃຈຂອງພວກເຂົາ ແລະ ເພື່ອທີ່ຂ້ອຍຈະມີສະຖານະທີ່ສູງສົ່ງ ແລະ ຄວາມເຄົາລົບຢ່າງສູງໃນທ່າມກາງຜູ້ຄົນ.” ສິ່ງນີ້ເປັນເລື່ອງທີ່ເກີນຄວາມຈຳເປັນ ແລະ ບໍ່ຈຳເປັນ. ຜ່ານຄວາມທຸກທໍລະມານ, ເຈົ້າໄດ້ຮັບສິ່ງທີ່ເຈົ້າຄວນໄດ້ຮັບແລ້ວ. ຄວາມຈິງ ແລະ ຊີວິດທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າຄືສິ່ງທີ່ລໍ້າຄ່າທີ່ສຸດ. ບໍ່ມີຄວາມເຄົາລົບຢ່າງສູງ, ສະຖານະ ຫຼື ການຍົກຍ້ອງຢ່າງສູງຈາກຄົນອື່ນໃດໆ ທີ່ຈະສາມາດທຽບໄດ້ກັບຄວາມຈິງທີ່ເຈົ້າໄດ້ຮັບ. ເນື່ອງຈາກເຈົ້າໄດ້ຮັບສິ່ງທີ່ລໍ້າຄ່າທີ່ສຸດແລ້ວ, ຍັງມີຄວາມຈຳເປັນໃດໆທີ່ຈະໂອ້ອວດກ່ຽວກັບຄວາມທຸກທໍລະມານຂອງເຈົ້າ ແລະ ລາຄາທີ່ເຈົ້າໄດ້ຈ່າຍໄປເພື່ອໃຫ້ຄົນອື່ນຍົກຍ້ອງເຈົ້າຢ່າງສູງຢູ່ບໍ? ບໍ່ມີຄວາມຈຳເປັນທີ່ຕ້ອງເຮັດແບບນັ້ນເລີຍ. ເນື່ອງຈາກເຈົ້າທົນທຸກ ແລະ ຈ່າຍລາຄາເພື່ອໃຫ້ໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນ, ເຈົ້າກໍບໍ່ຄວນໂອ້ອວດກ່ຽວກັບການອົດທົນກັບຄວາມທຸກທໍລະມານນີ້. ຜູ້ທີ່ມີມະໂນທຳ ແລະ ຄວາມມີເຫດຜົນຈະປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງ. ຍິ່ງໄປກວ່ານັ້ນ, ຖ້າເຈົ້າໄດ້ເຂົ້າໃຈຄວາມຈິງຫຼາຍຂຶ້ນຜ່ານຄວາມທຸກທໍລະມານ ແລະ ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ, ເຈົ້າກໍຈະຂອບພຣະໄທພຣະເຈົ້າທີ່ຈັດສະພາບແວດລ້ອມເຫຼົ່ານີ້ໃຫ້ແກ່ເຈົ້າ ແລະ ຮູ້ສຶກຂອບໃຈສຳລັບຄວາມທຸກທໍລະມານທີ່ເຈົ້າໄດ້ອົດທົນ. ເຈົ້າຈະເວົ້າວ່າ “ໂຊກດີທີ່ມີສະພາບແວດລ້ອມແຫ່ງຄວາມທຸກທໍລະມານເຫຼົ່ານັ້ນ. ໂຊກດີທີ່ມີຄວາມເຈັບປ່ວຍ, ຄວາມຜິດຫວັງ, ຄວາມລົ້ມເຫຼວ, ການປົດອອກ, ການລິຮານ ຕະຫຼອດຮອດການພິພາກສາ ແລະ ການລົງທັນເຫຼົ່ານັ້ນທີ່ພຣະເຈົ້າຊົງຈັດໄວ້. ໂຊກດີທີ່ຂ້ອຍມີສິ່ງເຫຼົ່ານີ້ທີ່ຢູ່ຄຽງຂ້າງຂ້ອຍ”. ຖ້າເຈົ້າບໍ່ມີສະພາບແວດລ້ອມແຫ່ງຄວາມທຸກທໍລະມານເຫຼົ່ານີ້ທີ່ຢູ່ຄຽງຂ້າງເຈົ້າ, ເຈົ້າກໍຄົງຈະບໍ່ມີທາງໄດ້ຮັບສິ່ງທີ່ເຈົ້າມີໃນມື້ນີ້. ເຈົ້າຕ້ອງຂອບພຣະໄທພຣະເຈົ້າ, ແທນທີ່ຈະປະຕິບັດຕໍ່ຄວາມທຸກທໍລະມານວ່າເປັນຕົ້ນທຶນທີ່ເຈົ້າສາມາດໃຊ້ເພື່ອອ້າງເອົາຄວາມດີຄວາມຊອບ ແລະ ເລົ່າໃຫ້ຄົນອື່ນຟັງ. ເຈົ້າເຫັນບໍ, ເມື່ອມະນຸດມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສິ່ງໃດໜຶ່ງ ເຊິ່ງກົງກັນກັບຄວາມຈິງ, ມຸມມອງຂອງລາວກ່ຽວກັບສິ່ງດັ່ງກ່າວກໍຈະຖືກຕ້ອງ, ຈຸດຢືນຂອງລາວກໍຈະຖືກຕ້ອງ ແລະ ຄວາມມີເຫດຜົນຂອງລາວກໍຈະກາຍເປັນປົກກະຕິ. ສາເຫດຫຼັກຂອງຄວາມຜິດປົກກະຕິໃນຄວາມມີເຫດຜົນຂອງມະນຸດກໍຄື ຄວາມຄິດເຫັນ, ມຸມມອງ, ຈຸດຢືນ ແລະ ທັດສະນະຂອງລາວກ່ຽວກັບຫຼາຍສິ່ງຫຼາຍຢ່າງນັ້ນຜິດພ້ຽນ ແລະ ອີງໃສ່ຄວາມຄິດ ແລະ ມຸມມອງທີ່ຊາຕານປູກຝັງໃນຕົວມະນຸດ. ດ້ວຍເຫດນັ້ນ ເຈົ້າຈຶ່ງໃຊ້ຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ ຕະຫຼອດຮອດເບິ່ງສິ່ງເຫຼົ່ານີ້ຈາກທັດສະນະທີ່ຜິດພ້ຽນ. ເຈົ້າມັກຈະຮູ້ສຶກຢູ່ສະເໝີວ່າ ໃນຄວາມທຸກທໍລະມານນັ້ນ ເຈົ້າບໍ່ໄດ້ຮັບຄວາມເປັນທຳ ແລະ ຖືກເອົາປຽບຢ່າງໜັກ; ເຈົ້າມັກຈະຕ້ອງການແກ້ຕົວໃຫ້ກັບຕົນເອງຢູ່ສະເໝີ, ມັກຈະຕ້ອງການລະບາຍຄວາມຄັບແຄ້ນໃຈຂອງເຈົ້າໃຫ້ໃຜຈັກຄົນຟັງຢູ່ສະເໝີ ແລະ ມັກຈະຕ້ອງການໃຫ້ຄົນອື່ນຍົກຍ້ອງເຈົ້າຢ່າງສູງຢູ່ສະເໝີ ຕະຫຼອດຮອດໄດ້ຮັບຄວາມຮູ້ສຶກເພິ່ງພໍໃຈຈາກການຍົກຍ້ອງຢ່າງສູງຈາກຄົນອື່ນ. ເຖິງຢ່າງໃດກໍຕາມ, ຕອນນີ້ເຈົ້າຮັບຮູ້ເຖິງຄຸນຄ່າ ແລະ ຄວາມສຳຄັນຂອງຄວາມທຸກທໍລະມານແລ້ວ, ເຈົ້າກໍສາມາດຍອມຮັບຕໍ່ຄວາມທຸກທໍລະມານທີ່ມາຈາກພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ເຈົ້າກໍບໍ່ຕໍ່ຕ້ານມັນອີກຕໍ່ໄປ. ເມື່ອວຸດທິພາວະຂອງເຈົ້າເຕີບໃຫຍ່ຂຶ້ນເລັກໜ້ອຍ ແລະ ຊີວິດຂອງເຈົ້າເຕີບໃຫຍ່ຂຶ້ນໃນລະດັບໜຶ່ງ, ບາງຄົນໃນພວກເຈົ້າກໍຈະອະທິຖານຄືກັບທີ່ເປໂຕໄດ້ອະທິຖານ ໂດຍຂໍບໍ່ໃຫ້ການລົງທັນ ແລະ ການພິພາກສາຂອງພຣະເຈົ້າຈາກເຈົ້າໄປ. ຕອນນີ້ພວກເຈົ້າມີວຸດທິພາວະນີ້ແລ້ວບໍ? (ຍັງບໍ່ມີ, ແຕ່ພວກເຮົາເຕັມໃຈທີ່ຈະພະຍາຍາມເພື່ອວຸດທິພາວະນັ້ນ.) ພຽງແຕ່ສືບຕໍ່ໄລ່ຕາມເສາະຫາຄວາມຈິງ ແລະ ພະຍາຍາມເພື່ອສິ່ງນັ້ນ. ໃນຂະນະທີ່ເຈົ້າເຂົ້າໃຈຄວາມຈິງຫຼາຍຂຶ້ນ, ວິທີທີ່ເຈົ້າເບິ່ງສິ່ງຕ່າງໆຢູ່ພາຍໃນກໍຈະປ່ຽນແປງໄປເທື່ອລະໜ້ອຍ ແລະ ຊີວິດຂອງເຈົ້າກໍຈະຄ່ອຍໆເຕີບໃຫຍ່ຂຶ້ນ.
ບາງຄົນເປັນພະຍາດທີ່ຜິດປົກກະຕິ ຫຼື ປິ່ນປົວໄດ້ຍາກໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ຜ່ານການປະສົບກັບພະຍາດເຫຼົ່ານີ້, ໃນທີ່ສຸດ ພວກເຂົາກໍໄດ້ຮັບບາງສິ່ງບາງຢ່າງ. ບໍ່ວ່າພະຍາດນັ້ນຈະຮ້າຍແຮງຂຶ້ນ, ຍັງຄົງຄືເກົ່າ ຫຼື ປິ່ນປົວຫາຍດີກໍຕາມ, ສະຫຼຸບແລ້ວ, ໃນທີ່ສຸດສິ່ງທີ່ພວກເຂົາໄດ້ຮັບຈາກການປະສົບກັບຄວາມທຸກທໍລະມານນີ້ກໍຄື ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບບັນຫາຂອງພວກເຂົາເອງໃນດ້ານຕ່າງໆ. ພວກເຂົາບໍ່ປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງດ້ວຍທັດສະນະຄະຕິ ແລະ ວິທີການທີ່ຜິດພາດແບບທີ່ພວກເຂົາເຄີຍໃຊ້ອີກຕໍ່ໄປ. ສິ່ງທີ່ໄດ້ຮັບນີ້ແມ່ນສິ່ງທີ່ເຈົ້າບໍ່ສາມາດໄດ້ຮັບຜ່ານປະສົບການປະເພດອື່ນໃດເລີຍ, ມັນສາມາດບັນລຸໄດ້ຜ່ານຄວາມທຸກທໍລະມານເທົ່ານັ້ນ. ໃນເວລານັ້ນ, ເຈົ້າຈະຮູ້ສຶກຂອບໃຈສຳລັບພະຍາດນີ້, ໂດຍເວົ້າວ່າ “ໂຊກດີທີ່ຂ້ອຍເປັນພະຍາດນີ້; ຖ້າບໍ່ດັ່ງນັ້ນ ມັນກໍຄົງຈະເປັນໄປບໍ່ໄດ້ທີ່ຂ້ອຍຈະໄດ້ຮັບສິ່ງດັ່ງກ່າວ”. ດັ່ງນັ້ນ, ເມື່ອເຈົ້າໂອ້ລົມ ແລະ ແບ່ງປັນປະສົບການນີ້ກັບຄົນອື່ນ, ເຈົ້າກໍຈະໂອ້ລົມກ່ຽວກັບສິ່ງທີ່ເຈົ້າໄດ້ຮັບຈາກປະສົບການຂອງເຈົ້າ, ສິ່ງທີ່ເຈົ້າເກັບກ່ຽວໄດ້ຈາກປະສົບການນັ້ນ ແລະ ຄວາມຈິງໃດແດ່ທີ່ຜູ້ຄົນຄວນເຂົ້າໃຈໃນນັ້ນ, ແທນທີ່ຈະເນັ້ນໜັກເຖິງຄວາມທຸກທໍລະມານທີ່ເຈົ້າໄດ້ອົດທົນ. ເຈົ້າຈະບໍ່ຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງຕໍ່ໜ້າຄົນອື່ນກ່ຽວກັບວ່າເຈົ້າໄດ້ທົນທຸກຫຼາຍສໍ່າໃດ, ມັນເປັນຕາທຸກໃຈຫຼາຍສໍ່າໃດ ແລະ ໃນທີ່ສຸດ ເຈົ້າກໍມີຄວາມຕັ້ງໃຈທີ່ຈະທົນທຸກໄດ້ແນວໃດ. ເຈົ້າຈະບໍ່ເຮັດມັນເພື່ອເປັນພະຍານ ແລະ ຍົກຍ້ອງຕົນເອງ, ແຕ່ຈະເຮັດເພື່ອແບ່ງປັນປະສົບການຂອງເຈົ້າເອງ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ. ບັນຫາເລື່ອງຄວາມທຸກທໍລະມານຕ້ອງໄດ້ຮັບການຢັ່ງຮູ້ໃນລັກສະນະນີ້. ສິ່ງສຳຄັນທີ່ສຸດກໍຄື ເປົ້າໝາຍໃນຄວາມທຸກທໍລະມານຂອງເຈົ້າແມ່ນຫຍັງ ຕະຫຼອດຮອດຄຸນຄ່າ ແລະ ຄວາມສຳຄັນຂອງຄວາມທຸກທໍລະມານຂອງເຈົ້າແມ່ນຫຍັງ. ແຕ່ບໍ່ວ່າມັນຈະເປັນຫຍັງກໍຕາມ, ບໍ່ວ່າຜູ້ຄົນຈະອົດທົນກັບຄວາມທຸກທໍລະມານໃດ ແລະ ພວກເຂົາຈະທົນທຸກຫຼາຍສໍ່າໃດກໍຕາມ, ຄວາມທຸກທໍລະມານຂອງພວກເຂົາກໍບໍ່ມີທາງເປັນຮູບແບບຂອງຕົ້ນທຶນສ່ວນຕົວສຳລັບພວກເຂົາໄດ້ເລີຍ. ນອກຈາກນີ້, ມະນຸດທີ່ເສື່ອມຊາມກໍດຳລົງຊີວິດຢູ່ໃນເນື້ອໜັງ. ເຖິງແມ່ນວ່າເຈົ້າຈະບໍ່ເຊື່ອໃນພຣະເຈົ້າກໍຕາມ, ເຈົ້າບໍ່ໄດ້ທົນທຸກເພື່ອທີ່ຈະຢູ່ລອດໃນທ່າມກາງຜູ້ຄົນບໍ? (ແມ່ນແລ້ວ, ພວກເຮົາຕ້ອງທົນທຸກເພື່ອສິ່ງນີ້ຄືກັນ.) ມັນເປັນໄປໄດ້ບໍທີ່ເນື້ອໜັງຈະບໍ່ທົນທຸກເລີຍ? (ບໍ່). ເຖິງແມ່ນວ່າຄົນໃດໜຶ່ງຈະບໍ່ເຊື່ອໃນພຣະເຈົ້າກໍຕາມ, ລາວກໍຍັງຕ້ອງອົດທົນກັບຄວາມທຸກທໍລະມານຢ່າງຫຼວງຫຼາຍ. ໃນການໄລ່ຕາມຊື່ສຽງ, ຜົນປະໂຫຍດ, ສະຖານະ, ຄວາມສຳເລັດທາງການສຶກສາ ແລະ ຄວາມຮັ່ງມີຂອງຄົນໃດໜຶ່ງ ຕະຫຼອດຮອດໃນການລ້ຽງດູລູກ ແລະ ອື່ນໆ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງກັບຄວາມທຸກທໍລະມານ. ໃຜແດ່ທີ່ບໍ່ທົນທຸກ? ການດຳລົງຊີວິດຢູ່ໃນໂລກມະນຸດນີ້, ຜູ້ຄົນຕ້ອງອົດທົນກັບຄວາມທຸກທໍລະມານ; ພຽງແຕ່ ວ່າຄວາມທຸກທໍລະມານບາງຢ່າງນັ້ນປາສະຈາກຄຸນຄ່າ, ເຊິ່ງເປັນປະເພດທີ່ຜູ້ຄົນແລ່ນວຸ້ນວາຍເພື່ອເຫັນແກ່ການຢູ່ລອດ ຕະຫຼອດຮອດເພື່ອຊື່ສຽງ ແລະ ຜົນປະໂຫຍດ, ໂດຍແຂ່ງຂັນກັນ, ພະຍາຍາມກີດກັນກັນ ແລະ ໃສ່ຮ້າຍປ້າຍສີກັນ. ໃນທີ່ສຸດ, ເມື່ອພວກເຂົາສາມາດໄດ້ມາເຊິ່ງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ, ພວກເຂົາກໍມັກຈະກັງວົນຢູ່ສະເໝີວ່າຈະສູນເສຍສິ່ງເຫຼົ່ານັ້ນໄປ ແລະ ພວກເຂົາກໍອົດທົນກັບຄວາມທຸກທໍລະມານຫຼາຍຂຶ້ນເພື່ອບໍ່ໃຫ້ສູນເສຍສະຖານະຂອງຕົນໄປ. ດ້ວຍຄວາມຍາກລຳບາກຢ່າງຫຼວງຫຼາຍ, ພວກເຂົາກໍສາມາດຮັກສາສະຖານະຂອງພວກເຂົາໄວ້ໄດ້, ແຕ່ພວກເຂົາກໍຈົບລົງດ້ວຍຄວາມອິດເມື່ອຍທັງທາງຮ່າງກາຍ ແລະ ຈິດໃຈ ຕະຫຼອດຮອດໝົດແຮງທາງອາລົມ. ໃນໂລກນີ້, ທັງຄົນຮັ່ງມີ ແລະ ຄົນທຸກຍາກລ້ວນແຕ່ທົນທຸກ. ຄົນຮັ່ງມີກໍມີຄວາມທຸກຍາກລຳບາກຂອງພວກເຂົາເອງ ແລະ ຄົນທຸກຍາກກໍມີຄວາມທຸກຍາກລຳບາກຂອງພວກເຂົາເຊັ່ນກັນ. ສະຫຼຸບແລ້ວ, ການດຳລົງຊີວິດຢູ່ໃນໂລກມະນຸດນີ້ບໍ່ແມ່ນເລື່ອງງ່າຍເລີຍ; ທຸກຄົນລ້ວນແຕ່ທົນທຸກ. ຜູ້ທີ່ເຊື່ອໃນພຣະເຈົ້າທົນທຸກຂ້ອນຂ້າງໜ້ອຍກວ່າໃນດ້ານການດຳລົງຊີວິດ ແລະ ການຢູ່ລອດຂອງພວກເຂົາ, ຍ້ອນວ່າຫຼັງຈາກທີ່ພວກເຂົາຍອມຮັບຄວາມຈິງແລ້ວ, ຄວາມຄິດ ແລະ ມຸມມອງຫຼາຍຢ່າງຂອງພວກເຂົາກໍແຕກຕ່າງໄປຈາກຜູ້ບໍ່ມີຄວາມເຊື່ອ ແລະ ພວກເຂົາສາມາດປ່ອຍວາງຫຼາຍສິ່ງຫຼາຍຢ່າງໄດ້, ໂດຍບໍ່ເສຍສະລະທີ່ໄຮ້ປະໂຫຍດເຫຼົ່ານັ້ນ ຫຼື ຕໍ່ສູ້ຢ່າງສູນເປົ່າອີກຕໍ່ໄປ, ດັ່ງນັ້ນ ພວກເຂົາຈຶ່ງທົນທຸກຂ້ອນຂ້າງໜ້ອຍກວ່າໃນດ້ານນີ້. ພວກເຂົາສາມາດພໍໃຈກັບການພຽງແຕ່ມີອາຫານ ແລະ ເຄື່ອງນຸ່ງຫົ່ມ; ພວກເຂົາໃຊ້ເວລາທີ່ເຫຼືອເພື່ອໄລ່ຕາມເສາະຫາຄວາມຈິງ, ໄລ່ຕາມເສາະຫາຄວາມລອດພົ້ນ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດໃນຖານະສິ່ງທີ່ຖືກສ້າງ, ແມ່ນບໍ? (ແມ່ນແລ້ວ). ຜູ້ຄົນຕ້ອງອົດທົນກັບຄວາມທຸກທໍລະມານບາງຢ່າງເພື່ອເຫັນແກ່ຊີວິດທາງເນື້ອໜັງຂອງພວກເຂົາ: ພວກເຂົາຕ້ອງທົນທຸກກັບຄວາມເຈັບປວດຈາກຄວາມອິດເມື່ອຍ ແລະ ຄວາມເຈັບປ່ວຍ, ການລໍ້ລວງຂອງກະແສທີ່ຊົ່ວຮ້າຍຕ່າງໆໃນໂລກ, ການຖືກກີດກັນ ຕະຫຼອດຮອດການຍາດແຍ່ງຊິງດີຊິງເດັ່ນລະຫວ່າງຜູ້ຄົນ, ພວກເຂົາຕ້ອງອົດທົນກັບຄວາມທຸກທໍລະມານທັງໝົດນີ້. ນອກຈາກນີ້, ບາງຄົນດຳລົງຊີວິດຢູ່ໃນຄວາມທຸກຍາກ ແລະ ບໍ່ມີເງິນປິ່ນປົວເມື່ອພວກເຂົາເຈັບປ່ວຍ. ຫຼາຍສິ່ງຫຼາຍຢ່າງບໍ່ເປັນໄປຕາມທີ່ພວກເຂົາປາຖະໜາ ແລະ ພວກເຂົາມັກຈະຮູ້ສຶກໝົດຫົນທາງ ແຕ່ພວກເຂົາກໍອົດທົນກັບຄວາມທຸກທໍລະມານທັງໝົດນີ້. ຜູ້ຄົນທົນທຸກບໍ່ທາງໃດກໍທາງໜຶ່ງ ແຕ່ບໍ່ວ່າເຈົ້າຈະອົດທົນກັບຄວາມທຸກທໍລະມານຫຼາຍສໍ່າໃດເພື່ອເຫັນແກ່ເນື້ອໜັງກໍລ້ວນແຕ່ສົມຄວນແລ້ວ; ມັນຄືສິ່ງທີ່ເຈົ້າຄວນອົດທົນ. ຖ້າເຈົ້າຕ້ອງການມີຊີວິດຢູ່, ເຈົ້າກໍຕ້ອງທົນທຸກ. ເຖິງແມ່ນວ່າຄວາມທຸກທໍລະມານທີ່ຜູ້ເຊື່ອໃນພຣະເຈົ້າອົດທົນຈະມີຮູບແບບຄ້າຍຄືກັນກັບຄວາມທຸກທໍລະມານທີ່ຜູ້ບໍ່ມີຄວາມເຊື່ອອົດທົນກໍຕາມ, ສິ່ງທີ່ຜູ້ເຊື່ອໄດ້ຮັບໃນທີ່ສຸດກໍຄືຄວາມຈິງ ຕະຫຼອດຮອດການນະມັດສະການ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ສະນັ້ນ ຄວາມທຸກທໍລະມານນີ້ຈຶ່ງມີຄຸນຄ່າ ແລະ ມີຄວາມໝາຍຢ່າງຍິ່ງ. ເຈົ້າຄວນຂອບພຣະໄທພຣະເຈົ້າທີ່ຈັດສະພາບແວດລ້ອມການດຳລົງຊີວິດທີ່ເຕັມໄປດ້ວຍຄວາມທຸກທໍລະມານເຫຼົ່ານີ້ໃຫ້ແກ່ເຈົ້າ, ເຮັດໃຫ້ເຈົ້າສາມາດຮຽນຮູ້ບົດຮຽນ ແລະ ຮຽນຮູ້ທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າໃນແຕ່ລະຄັ້ງທີ່ເຈົ້າປະສົບກັບຄວາມທຸກທໍລະມານ, ແທນທີ່ຈະໃຊ້ປະສົບການແຫ່ງຄວາມທຸກທໍລະມານເປັນຕົ້ນທຶນເພື່ອໂອ້ອວດ ແລະ ຍົກຍ້ອງຕົນເອງ. ການຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງຢູ່ສະເໝີໂດຍການເວົ້າກ່ຽວກັບຄວາມທຸກທໍລະມານທີ່ຕົນໄດ້ອົດທົນ ເພື່ອໃຫ້ໄດ້ຮັບການຍົກຍ້ອງຢ່າງສູງຈາກຄົນອື່ນ, ຄົນປະເພດນີ້ເປັນຕາໜ້າອັບອາຍ. ຄົນທີ່ບໍ່ມີເຫດຜົນມັກຈະເຮັດແຕ່ສິ່ງທີ່ໜ້າອັບອາຍ. ເມື່ອຄົນທີ່ມີເຫດຜົນເຮັດບາງສິ່ງທີ່ຂາດເຫດຜົນ, ພວກເຂົາກໍຮູ້ສຶກອັບອາຍ; ພວກເຂົາຈຶ່ງຢຸດ ແລະ ບໍ່ເຮັດອີກຕໍ່ໄປ, ແມ່ນບໍ? (ແມ່ນແລ້ວ).
ເຮົາໄດ້ໂອ້ລົມຫຼາຍແລ້ວກ່ຽວກັບບັນຫາເລື່ອງຄວາມທຸກທໍລະມານ. ການໂອ້ລົມຂອງເຮົາໃນລັກສະນະນີ້ເປັນປະໂຫຍດຕໍ່ພວກເຈົ້າບໍ? (ແມ່ນແລ້ວ.) ມັນຊ່ວຍພວກເຈົ້າໄດ້ແນວໃດ? (ຫຼັງຈາກທີ່ໄດ້ຍິນການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍເຂົ້າໃຈວ່າຄວາມທຸກທໍລະມານປະເພດຕ່າງໆທີ່ເນື້ອໜັງອົດທົນນັ້ນຄືສິ່ງທີ່ມະນຸດຄວນອົດທົນ ແລະ ຄວາມທຸກທໍລະມານຈາກການປະສົບກັບການພິພາກສາ ແລະ ການລົງທັນ, ການລິຮານ, ຄວາມຍາກລຳບາກ ແລະ ການທົດສອບ ຕະຫຼອດຮອດສິ່ງອື່ນໆ ກໍເປັນສິ່ງທີ່ມະນຸດຄວນອົດທົນເຊັ່ນກັນ. ນີ້ກໍຍອນວ່າມະນຸດມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ຖ້າມະນຸດບໍ່ອົດທົນກັບຄວາມທຸກທໍລະມານນີ້, ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງລາວກໍບໍ່ສາມາດຖືກປະຖິ້ມໄດ້. ນອກຈາກນີ້, ພຣະເຈົ້າຫາກໍກ່າວເຖິງວ່າ ບໍ່ວ່າມະນຸດຈະອົດທົນກັບຄວາມທຸກທໍລະມານໃດເພື່ອປະຕິບັດໜ້າທີ່ຂອງລາວໃຫ້ສຳເລັດໃນຖານະສິ່ງທີ່ຖືກສ້າງກໍລ້ວນແຕ່ເປັນພັນທະ ແລະ ຄວາມຮັບຜິດຊອບຂອງລາວ ແລະ ລາວບໍ່ຄວນໃຊ້ສິ່ງນີ້ເປັນຕົ້ນທຶນເພື່ອພະຍາຍາມອ້າງເອົາຄວາມດີຄວາມຊອບຈາກພຣະເຈົ້າ. ຫຼັງຈາກການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍຮູ້ສຶກວ່າຕອນນີ້ຂ້ານ້ອຍສາມາດເບິ່ງຄວາມທຸກທໍລະມານຢ່າງມີເຫດຜົນໄດ້ແລ້ວ.) ຫຼັງຈາກທີ່ໂອ້ລົມແບບນີ້ແລ້ວ, ບາງຄົນທີ່ມັກຈະໄລ່ຕາມຄວາມທຸກທໍລະມານຢູ່ສະເໝີກໍຈະຖືກປົດປ່ອຍ. ບາງຄົນມັກຈະຄິດຢູ່ສະເໝີວ່າ “ຂ້ອຍຕ້ອງທົນທຸກ, ຖ້າບໍ່ດັ່ງນັ້ນ ອ້າຍເອື້ອຍນ້ອງກໍຈະດູຖູກຂ້ອຍ ແລະ ຈະບໍ່ເລືອກຕັ້ງຂ້ອຍເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນຄັ້ງຕໍ່ໄປ. ຂ້ອຍຕ້ອງເຮັດເອົາໜ້າໃຫ້ໄດ້ ແລະ ຮຽນຮູ້ທີ່ຈະທົນທຸກຕໍ່ໜ້າຄົນອື່ນ.” ເຈົ້າບໍ່ຈຳເປັນຕ້ອງເຮັດເອົາໜ້າ. ຖ້າເຈົ້າມີເວລາເຮັດແບບນັ້ນ, ມັນຈະດີກວ່າຖ້າເຈົ້າໃຊ້ເວລານັ້ນເພື່ອອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ເຂົ້າໃຈຄວາມຈິງໃຫ້ຫຼາຍຂຶ້ນ, ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າໃຫ້ສຳເລັດ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເຊິ່ງໃນທີ່ສຸດກໍຈະເກັບກ່ຽວສິ່ງທີ່ໄດ້ຮັບໃນແງ່ຂອງຄວາມຈິງ. ບໍ່ວ່າຄົນອື່ນຈະຍົກຍ້ອງເຈົ້າຢ່າງສູງ ຫຼື ບໍ່ກໍຕາມ, ຖ້າຕົວເຈົ້າເອງໄດ້ເກັບກ່ຽວສິ່ງທີ່ໄດ້ຮັບໃນແງ່ຂອງຄວາມຈິງ ແລະ ຖ້າອຸປະນິໄສທີ່ເສື່ອມຊາມຕ່າງໆຂອງເຈົ້າຖືກປະຖິ້ມແລ້ວ ຕະຫຼອດຮອດໃນທີ່ສຸດເຈົ້າກໍໄດ້ຮັບໂອກາດທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ໄດ້ຮັບການຍອມຮັບຈາກພຣະຜູ້ສ້າງໃຫ້ກັບຕົວເຈົ້າເອງ, ນີ້ຄືສິ່ງທີ່ມີຄຸນຄ່າທີ່ສຸດ; ຄົນສະຫຼາດຈະເລືອກແບບນີ້. ຖ້າເຈົ້າມັກຈະເຮັດເອົາໜ້າຕໍ່ໜ້າຄົນອື່ນຢູ່ສະເໝີເພື່ອເຮັດໃຫ້ພວກເຂົາຍົກຍ້ອງເຈົ້າຢ່າງສູງ ແລະ ມັກຈະອ້າງເອົາຄວາມດີຄວາມຊອບ ແລະ ສະແຫວງຫາລາງວັນຕໍ່ໜ້າຄົນອື່ນຢູ່ສະເໝີ, ໂດຍເປັນພະຍານກ່ຽວກັບວ່າເຈົ້າໄດ້ທົນທຸກຫຼາຍສໍ່າໃດ, ເຈົ້າໄດ້ອົດທົນກັບຄວາມຄັບແຄ້ນໃຈຫຼາຍສໍ່າໃດ, ເຈົ້າໄດ້ສະລະຕົນເອງເພື່ອພຣະເຈົ້າແນວໃດ, ເຈົ້າໄດ້ຈ່າຍລາຄາຫຼາຍສໍ່າໃດ ແລະ ເຈົ້າໄດ້ຖວາຍຫຼາຍສໍ່າໃດ, ແລ້ວນັ້ນກໍເປັນວິທີການທີ່ໂງ່ຈ້າໃນການເຮັດສິ່ງຕ່າງໆ. ເນື່ອງຈາກເຈົ້າໄດ້ຈ່າຍລາຄາອັນຍິ່ງໃຫຍ່, ໄດ້ຖວາຍຫຼາຍ ແລະ ໄດ້ທົນທຸກຫຼາຍແລ້ວ, ແລ້ວກໍຈົ່ງແບ່ງປັນປະສົບການຂອງເຈົ້າຈາກການອົດທົນກັບຄວາມທຸກທໍລະມານນີ້ ແລະ ການຈ່າຍລາຄານີ້ໃຫ້ທຸກຄົນຟັງ ຕະຫຼອດຮອດສິ່ງທີ່ເຈົ້າໄດ້ຮັບຈາກປະສົບການນັ້ນ, ເພື່ອທີ່ທຸກຄົນຈະສາມາດໄດ້ຮັບຜົນປະໂຫຍດບາງຢ່າງ ແລະ ພົບເສັ້ນທາງແຫ່ງການປະຕິບັດໄດ້. ເຈົ້າຄວນນຳສະເໜີຜົນຮັບທີ່ເຈົ້າໄດ້ຮັບ ແລະ ເກັບກ່ຽວໄດ້, ນັ້ນກໍຄື ເຈົ້າໄດ້ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນດ້ານໃດແດ່ ແລະ ຄວາມຈິງດ້ານໃດແດ່ທີ່ໄດ້ຢັ່ງຮາກເລິກໃນຕົວເຈົ້າ ແລະ ກາຍເປັນຊີວິດຂອງເຈົ້າ. ເຈົ້າຄວນໂອ້ລົມ ແລະ ແບ່ງປັນສິ່ງເຫຼົ່ານີ້. ເມື່ອອ້າຍເອື້ອຍນ້ອງບໍ່ເຂົ້າໃຈຄວາມຈິງໃນດ້ານໃດໜຶ່ງ ຫຼື ບໍ່ຮູ້ວິທີທີ່ຈະກະທຳຕາມຫຼັກການຄວາມຈິງໃນເລື່ອງໃດໜຶ່ງ, ເຈົ້າກໍຄວນໂອ້ລົມປະສົບການສ່ວນຕົວຂອງເຈົ້າເພື່ອໃຫ້ການຊ່ວຍເຫຼືອ ແລະ ໃຫ້ການຊີ້ນຳ. ເນື່ອງຈາກເຈົ້າໄດ້ທົນທຸກຫຼາຍແລ້ວ, ເຈົ້າກໍຕ້ອງໄດ້ຮັບຫຼາຍພໍສົມຄວນ, ສະນັ້ນ ຈົ່ງແບ່ງປັນມັນ; ຫຼາຍຄົນຕ້ອງການໄດ້ຮັບຄວາມຊ່ວຍເຫຼືອຈາກເຈົ້າ. ເຈົ້າບໍ່ຈຳເປັນຕ້ອງເວົ້າກ່ຽວກັບຂະບວນການແຫ່ງຄວາມທຸກທໍລະມານຂອງເຈົ້າ ຫຼື ກ່ຽວກັບວ່າເຈົ້າໄດ້ທົນທຸກຫຼາຍສໍ່າໃດ. ພຽງແຕ່ເວົ້າກ່ຽວກັບວ່າເຈົ້າໄດ້ມາຮູ້ຈັກຄວາມຈິງໃນດ້ານໃດແດ່ຫຼັງຈາກທີ່ທົນທຸກ. ຈົ່ງໃຊ້ຄວາມຮູ້ຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຮັບເພື່ອນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ, ແກ້ໄຂຄວາມຂັດແຍ້ງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ແກ້ໄຂຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງຂອງພວກເຂົາທີ່ມີຕໍ່ພຣະອົງ. ການນຳພາພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າຄືການນຳພາພວກເຂົາເຂົ້າສູ່ຄວາມເປັນຈິງຄວາມຈິງ. ຂໍ້ກຳນົດສຳລັບເຈົ້າກໍມີພຽງເທົ່ານີ້; ລອງເບິ່ງວ່າເຈົ້າສາມາດບັນລຸມັນໄດ້ ຫຼື ບໍ່. ຖ້າເຈົ້າສາມາດເຮັດໄດ້, ແລ້ວເຈົ້າກໍໄດ້ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າໃຫ້ສຳເລັດແລ້ວ ແລະ ຄວາມທຸກທໍລະມານຂອງເຈົ້າກໍມີຄຸນຄ່າ ແລະ ມີຄວາມໝາຍ. ຖ້າເຈົ້າບໍ່ສາມາດບັນລຸແມ່ນແຕ່ຂໍ້ກຳນົດນີ້ໄດ້, ແລ້ວກໍຈົ່ງປິດປາກຂອງເຈົ້າໄວ້ສາ; ຄວາມທຸກທໍລະມານທີ່ເຈົ້າໄດ້ອົດທົນນັ້ນໄຮ້ປະໂຫຍດ. ຖ້າເຈົ້າມັກຈະເວົ້າຢູ່ສະເໝີກ່ຽວກັບວ່າເຈົ້າໄດ້ທົນທຸກຫຼາຍສໍ່າໃດ, ເຈົ້າກໍກຳລັງໂອ້ອວດ ແລະ ເຈົ້າກຳລັງເຜີຍຄວາມເສື່ອມຊາມອອກມາ; ເຈົ້າກຳລັງເປັນພະຍານໃຫ້ແກ່ຊາຕານ, ເປັນພະຍານໃຫ້ແກ່ອຸປະນິໄສທີ່ເສື່ອມຊາມຕ່າງໆ ແລະ ເປັນພະຍານໃຫ້ແກ່ຄວາມຄິດ ແລະ ມຸມມອງຂອງຊາຕານ, ເຈົ້າກຳລັງເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ກໍ່ໃຫ້ເກີດການລົບກວນ. ຖ້າເຈົ້າເວົ້າວ່າເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍ ແລະ ໄດ້ຈ່າຍລາຄາອັນຍິ່ງໃຫຍ່, ເຈົ້າໄດ້ຖືກພິພາກສາ, ຖືກລົງທັນ, ຖືກລິຮານ ແລະ ຖືກລົງວິໄນໂດຍພຣະທຳຂອງພຣະເຈົ້າ ແລະ ເຈົ້າໄດ້ປະສົບກັບຄວາມເຈັບປວດ ແລະ ການຫຼໍ່ຫຼອມຢ່າງຫຼວງຫຼາຍ, ຖ້າເປັນແບບນັ້ນ ເຈົ້າກໍຄວນນຳເອົາປະສົບການຂອງເຈົ້າຈາກຊ່ວງເວລາແຫ່ງຄວາມທຸກທໍລະມານຂອງເຈົ້າມາໂອ້ລົມ ແລະ ແບ່ງປັນໃຫ້ທຸກຄົນຟັງ, ນັ້ນກໍຄື ເຈົ້າໄດ້ອ່ອນນ້ອມແນວໃດ, ເຈົ້າສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງໄດ້ແນວໃດ, ເຈົ້າໄດ້ຍອມຮັບການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າແນວໃດ ແລະ ເຈົ້າໄດ້ສະແຫວງຫາຄວາມຈິງເພື່ອໃຫ້ຫຼຸດພົ້ນຈາກຄວາມເຈັບປວດ ແລະ ການຫຼໍ່ຫຼອມໄດ້ແນວໃດ. ຫຼາຍຄົນກຳລັງຫິວກະຫາຍຄວາມຊອບທຳ ໂດຍລໍຖ້າທີ່ຈະໄດ້ຍິນສິ່ງເຫຼົ່ານີ້. ຄົນສ່ວນໃຫຍ່ຮູ້ໂດຍບໍ່ຕ້ອງມີໃຜສອນກ່ຽວກັບວິທີທົນທຸກ, ວິທີຈ່າຍລາຄາ, ວິທີໂອ້ອວດ ແລະ ເປັນພະຍານໃຫ້ກັບຕົນເອງຫຼັງຈາກທີ່ທົນທຸກ ແລະ ຈ່າຍລາຄາ ແລະ ອື່ນໆ. ພວກເຂົາທຸກຄົນຮູ້ວິທີເຮັດເອົາໜ້າ ແລະ ໂອ້ອວດຄວາມດີຄວາມຊອບຂອງພວກເຂົາ. ສິ່ງດຽວທີ່ພວກເຂົາບໍ່ເຂົ້າໃຈແມ່ນຫຍັງ? ພວກເຂົາບໍ່ເຂົ້າໃຈວ່າການກະທຳແບບໃດຄືການນຳໃຊ້ຄວາມຈິງເຂົ້າໃນການປະຕິບັດ ແລະ ການເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ການກະທຳແບບໃດທີ່ບິດເບືອນ; ການກະທຳແບບໃດທີ່ຕອບສະໜອງຕາມເຈດຕະນາຂອງພຣະເຈົ້າ ແລະ ການກະທຳແບບໃດທີ່ຝ່າຝືນເຈດຕະນາຂອງພຣະເຈົ້າ; ຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງໃດແດ່ຢູ່ພາຍໃນຕົວພວກເຂົາ; ວິທີທີ່ຈະຮູ້ຈັກ ແລະ ໄຈ້ແຍກຕົນເອງເມື່ອພວກເຂົາປະເຊີນກັບສິ່ງຕ່າງໆ ແລະ ເຜີຍຄວາມເສື່ອມຊາມອອກມາ; ຫຼື ການກະທຳແບບໃດທີ່ໝາຍຄວາມວ່າພວກເຂົາໄດ້ຫັນປ່ຽນແລ້ວ ແລະ ການກະທຳແບບໃດທີ່ໝາຍຄວາມວ່າພວກເຂົາໄດ້ປ່ຽນແປງ ແລະ ເຕີບໃຫຍ່ແລ້ວ. ສິ່ງເຫຼົ່ານີ້ຄືສິ່ງທີ່ຄົນສ່ວນໃຫຍ່ຂາດ. ຕາມທຳມະຊາດຂອງມະນຸດແລ້ວ, ສິ່ງທີ່ຊີວິດພາຍໃນຕົວຜູ້ຄົນເຜີຍອອກມາ ແລະ ໃຊ້ຊີວິດຕາມຢ່າງເປັນທຳມະຊາດກໍຄືການຍົກຍ້ອງຕົນເອງ, ການເປັນພະຍານໃຫ້ກັບຕົນເອງ ແລະ ການໂອ້ອວດເພື່ອເຮັດໃຫ້ຄົນອື່ນຍົກຍ້ອງຕົນເອງຢ່າງສູງ; ນີ້ຄືສິ່ງທີ່ຜູ້ຄົນຖະໜັດ ແລະ ຊຳນານທີ່ສຸດ. ບໍ່ມີຄວາມຈຳເປັນທີ່ເຈົ້າຈະຕ້ອງໂອ້ລົມ ຫຼື ແບ່ງປັນສິ່ງທີ່ຜູ້ຄົນຊຳນານທີ່ສຸດ; ຈົ່ງແບ່ງປັນປະສົບການ, ຄວາມຮູ້ ແລະ ຄວາມຊື່ນຊົມບາງຢ່າງຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຕ້ອງການ. ຈົ່ງໂອ້ລົມບາງສິ່ງທີ່ຜູ້ຄົນຕ້ອງການ, ຫົວຂໍ້ທີ່ເປັນປະໂຫຍດສຳລັບການປະຕິບັດຂອງຜູ້ຄົນ, ປະສົບການຂອງຜູ້ຄົນ ແລະ ການບັນລຸຄວາມລອດພົ້ນຂອງຜູ້ຄົນ ຕະຫຼອດຮອດສິ່ງທີ່ຊ່ວຍພວກເຂົາແກ້ໄຂການຕໍ່ຕ້ານຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ສິ່ງນີ້ມີຄຸນຄ່າ. ເຈົ້າເວົ້າວ່າເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍ, ເຈົ້າໄດ້ໃຊ້ພະລັງງານຢ່າງຫຼວງຫຼາຍ ແລະ ເລືອດຈາກຫົວໃຈຂອງເຈົ້າຢ່າງຫຼວງຫຼາຍໃນຄວາມທຸກທໍລະມານຂອງເຈົ້າ ແລະ ເຈົ້າຍັງມີການອ່ອນນ້ອມອີກດ້ວຍ, ແລ້ວເຈົ້າໄດ້ຮັບຫຍັງແດ່? ຈົ່ງເວົ້າມັນອອກມາດັງໆເພື່ອໃຫ້ທຸກຄົນໄດ້ຍິນ. ການແບ່ງປັນຄວາມຮູ້ ແລະ ຄວາມຊື່ນຊົມຂອງເຈົ້າກ່ຽວກັບຄວາມຈິງໃຫ້ທຸກຄົນຟັງ ເຊິ່ງເປັນສິ່ງທີ່ຜູ້ຄົນຕ້ອງການ ເປັນສິ່ງທີ່ໜ້າຍິນດີທີ່ສຸດ. ມັນຄືສິ່ງທີ່ຜູ້ຄົນຕ້ອງການ. ການເຮັດເຊັ່ນນັ້ນຄືການກະທຳທີ່ດີຢ່າງແທ້ຈິງ ແລະ ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ. ຖ້າເພື່ອເຫັນແກ່ການໂອ້ອວດ, ເຈົ້າເປັນພະຍານກ່ຽວກັບວ່າເຈົ້າໄດ້ອົດທົນກັບຄວາມທຸກທໍລະມານປະເພດໃດແດ່ ແລະ ໂອ້ອວດຕົ້ນທຶນ ທີ່ເຈົ້າເຊື່ອວ່າຄວາມທຸກທໍລະມານຂອງເຈົ້າໄດ້ມອບໃຫ້ແກ່ເຈົ້າ ເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງເຈົ້າຢ່າງສູງ ແລະ ນະມັດສະການເຈົ້າ, ສິ່ງນີ້ກໍຄືການອອກຫ່າງຈາກເຈດຕະນາຂອງພຣະເຈົ້າ. ການເຮັດແບບນີ້ບໍ່ແມ່ນຄວາມຮັບຜິດຊອບ ຫຼື ພັນທະຂອງເຈົ້າ; ແຕ່ກົງກັນຂ້າມ, ມັນເປັນການສະແດງອອກເຖິງການສູນເສຍມະໂນທຳ ແລະ ເຫດຜົນຂອງເຈົ້າ. ຖ້າເຈົ້າອົດກັ້ນບໍ່ໄດ້ແທ້ໆ ແລະ ຕ້ອງການໂອ້ອວດ, ເຈົ້າກໍສາມາດເວົ້າເຖິງມັນເລັກໜ້ອຍກັບບາງຄົນເພື່ອຕອບສະໜອງຄວາມຢາກໄດ້ໜ້າຂອງເຈົ້າ, ແຕ່ເຈົ້າກໍຄວນຮູ້ວ່າເວລາໃດຄວນຢຸດ. ຈົ່ງໝັ້ນໃຈຢ່າງເດັດຂາດວ່າຈະບໍ່ປະກາດມັນຢ່າງເປີດເຜີຍໃນສະຖານທີ່ສາທາລະນະ; ສິ່ງນີ້ເອີ້ນວ່າການສະແດງອອກຢ່າງອອກໜ້າອອກຕາ ແລະ ມັນເອີ້ນວ່າການເຮັດໃຫ້ຕົນເອງຂາຍໜ້າ. ການສະແດງອອກຢ່າງອອກໜ້າອອກຕາ ແລະ ການເຮັດໃຫ້ຕົນເອງຂາຍໜ້າໝາຍຄວາມວ່າແນວໃດ? ມັນເທົ່າກັບການແກ້ຜ້າໃນທີ່ສາທາລະນະເພື່ອໃຫ້ຜູ້ຄົນເບິ່ງ, ມັນໜ້າຂີ້ດຽດຂະໜາດນັ້ນເລີຍ. ຄົນປະເພດໃດທີ່ເຮັດສິ່ງດັ່ງກ່າວ? ມັນເປັນສິ່ງທີ່ເຮັດໂດຍຄົນປ່ວຍທາງຈິດ, ໂດຍຄົນທີ່ບໍ່ມີຄວາມຮູ້ສຶກລະອາຍໃຈ ແລະ ບໍ່ມີຄວາມມີເຫດຜົນ. ຖ້າເຈົ້າມີເຫດຜົນ, ເຈົ້າຕ້ອງບໍ່ເຮັດເລື່ອງແບບນີ້ຢ່າງເດັດຂາດ. ຄວາມທຸກທໍລະມານຄືສິ່ງທີ່ເຈົ້າຄວນອົດທົນ, ແຕ່ເຈົ້າໄດ້ຮັບຫຍັງແດ່ຫຼັງຈາກທີ່ທົນທຸກ? ຢ່າປິດບັງສິ່ງນີ້ໄວ້; ເຈົ້າຄວນແບ່ງປັນມັນ ກັບອ້າຍເອື້ອຍນ້ອງທຸກຄົນທີ່ຕິດຕາມພຣະເຈົ້າ ແລະ ໄລ່ຕາມເສາະຫາຄວາມຈິງຢ່າງບໍ່ປິດບັງໄວ້. ຖ້າເຈົ້າແບ່ງປັນມັນ, ພຣະເຈົ້າກໍຈະອວຍພອນເຈົ້າ ແລະ ພຣະອົງຈະປະທານໃຫ້ແກ່ເຈົ້າຫຼາຍຂຶ້ນ. ຖ້າເຈົ້າບໍ່ເວົ້າກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງກັບປະສົບການຊີວິດ ແລະ ການເປັນພະຍານໃຫ້ແກ່ພຣະເຈົ້າ, ແຕ່ກົງກັນຂ້າມ ພັດມັກຈະເວົ້າຢູ່ສະເໝີກ່ຽວກັບວ່າເຈົ້າໄດ້ທົນທຸກ ແລະ ຈ່າຍລາຄາແນວໃດ ຕະຫຼອດຮອດເຈົ້າມີຕົ້ນທຶນຫຼາຍສໍ່າໃດ, ມັກຈະນຳສະເໜີພາບລັກທີ່ຖືກຕົບແຕ່ງມາຢ່າງດີຂອງເຈົ້າໃຫ້ຄົນອື່ນເຫັນຢູ່ສະເໝີ, ຍົກລະດັບພາບລັກຂອງເຈົ້າ ແລະ ສ້າງຊື່ສຽງຂອງເຈົ້າ, ເວົ້າ ແລະ ກະທຳເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ, ສະຖານະຂອງເຈົ້າເອງ ແລະ ໂອ້ອວດໄປທົ່ວຢ່າງໜ້າບໍ່ອາຍ, ແລ້ວພຣະເຈົ້າບໍ່ພຽງແຕ່ຈະບໍ່ອວຍພອນເຈົ້າເທົ່ານັ້ນ ແຕ່ພຣະອົງຍັງຈະພາກເອົາສິ່ງທີ່ເຈົ້າເຄີຍມີໃນຕອນທຳອິດໄປອີກດ້ວຍ. ນີ້ກໍຍ້ອນວ່າການກະທຳຂອງເຈົ້າບໍ່ໄດ້ຮັບການຍອມຮັບ ຫຼື ຮັບຮູ້ຈາກພຣະເຈົ້າ, ແຕ່ຖືກພຣະອົງປະນາມ. ນັ້ນຄືເຫດຜົນທີ່ເຮົາບອກພວກເຈົ້າວ່າ ພວກເຈົ້າຕ້ອງບໍ່ເລືອກເສັ້ນທາງນີ້ຢ່າງເດັດຂາດ. ບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດ ແລະ ບໍ່ວ່າມັນຈະເປັນສິ່ງທີ່ເຈົ້າຄວນອົດທົນ ຫຼື ບໍ່ກໍຕາມ ຫຼື ບໍ່ວ່າເຈົ້າຈະທົນທຸກດ້ວຍຄວາມເຕັມໃຈ ຫຼື ດ້ວຍຄວາມຈຳຍອມຍ້ອນຄວາມໝົດຫົນທາງກໍຕາມ, ເຈົ້າຕ້ອງບໍ່ປະຕິບັດຕໍ່ຄວາມທຸກທໍລະມານຂອງເຈົ້າວ່າເປັນຕົ້ນທຶນເພື່ອໂອ້ອວດຢ່າງເດັດຂາດ. ແລະ ຢ່າໂອ້ລົມກ່ຽວກັບວ່າເຈົ້າໄດ້ທົນທຸກຫຼາຍສໍ່າໃດຄືກັບວ່າມັນເປັນຄວາມຈິງ ເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງເຈົ້າຢ່າງສູງ ຫຼື ເພື່ອເຮັດໃຫ້ພວກເຂົາຮຽນແບບຄວາມຕັ້ງໃຈທີ່ຈະທົນທຸກຂອງເຈົ້າ, ວິທີການທົນທຸກຂອງເຈົ້າ ຫຼື ທັດສະນະຄະຕິຂອງເຈົ້າຕໍ່ຄວາມທຸກທໍລະມານ ຢ່າງເດັດຂາດ. ຢ່າເຮັດສິ່ງນີ້ຢ່າງເດັດຂາດ; ສິ່ງນີ້ຈະເປັນການຍ່າງຕາມເສັ້ນທາງຂອງເຈົ້າເອງ. ພຣະເຈົ້າບໍ່ເຄີຍເບິ່ງວ່າຄົນໃດໜຶ່ງທົນທຸກຫຼາຍສໍ່າໃດ. ພຣະອົງ ເບິ່ງພຽງແຕ່ວ່າເຈົ້າຜ່ານຄວາມທຸກທໍລະມານຫຼາຍສໍ່າໃດ, ເຈົ້າອົດທົນກັບຄວາມໜ້ອຍໃຈຫຼາຍສໍ່າໃດ ແລະ ເຈົ້າຈ່າຍລາຄາຫຼາຍສໍ່າໃດເພື່ອເຫັນແກ່ຄວາມຈິງ, ເພື່ອເຫັນແກ່ການຜະດຸງຄວາມຍຸຕິທຳ ແລະ ການປົກປ້ອງວຽກງານຂອງພຣະເຈົ້າ, ເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເພື່ອເຫັນແກ່ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ ແລະ ຄວາມຈິງ ຕະຫຼອດຮອດເພື່ອເຫັນແກ່ການຍຶດໝັ້ນໃນຫຼັກການຄວາມຈິງ. ພຣະອົງເບິ່ງວ່າເປົ້າໝາຍ, ເຈດຕະນາ ແລະ ແຮງຈູງໃຈໃນການທົນທຸກຂອງເຈົ້າແມ່ນຫຍັງ, ແທນທີ່ຈະເບິ່ງວ່າຄວາມທຸກທໍລະມານຂອງເຈົ້າຍິ່ງໃຫຍ່ສ່ຳໃດ ຫຼື ເຈົ້າທົນທຸກຫຼາຍສໍ່າໃດ. ຖ້າເປົ້າໝາຍໃນການທົນທຸກຂອງເຈົ້າແມ່ນເພື່ອປົກປ້ອງໜ້າຕາ ແລະ ຜົນປະໂຫຍດສ່ວນຕົວຂອງເຈົ້າເອງ, ແລ້ວຄວາມທຸກທໍລະມານຂອງເຈົ້າກໍບໍ່ມີຄ່າຫຍັງເລີຍ. ຖ້າເຈົ້າທົນທຸກເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເຖິງແມ່ນວ່າເຈົ້າພຽງແຕ່ເວົ້າປະໂຫຍກດຽວ ເຊິ່ງໃນທີ່ສຸດກໍລ່ວງເກີນບາງຄົນ ແຕ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ, ແລ້ວປະໂຫຍກດຽວນີ້ກໍຈະຖືກພຣະເຈົ້າຈື່ຈຳໄວ້. ພຣະອົງຈະເບິ່ງວ່າປະໂຫຍກນີ້ລໍ້າຄ່າ ແລະ ພຣະອົງຈະປະທານໃຫ້ແກ່ເຈົ້າຫຼາຍຂຶ້ນ, ໂດຍມອບຄວາມເຊື່ອໃຫ້ແກ່ເຈົ້າເພື່ອເຮັດໃຫ້ເຈົ້າເຂັ້ມແຂງ, ເພື່ອທີ່ເມື່ອເຈົ້າປະເຊີນກັບສິ່ງຕ່າງໆ ເຈົ້າກໍຈະບໍ່ຢ້ານກົວຄົນຊົ່ວຮ້າຍ ຫຼື ກອງກຳລັງທີ່ເປັນປໍລະປັກ. ພຣະອົງຈະມອບຈິດໃຈທີ່ແຈ່ມແຈ້ງໃຫ້ແກ່ເຈົ້າ ແລະ ເຮັດໃຫ້ເຈົ້າມີຄວາມຮູ້, ຄວາມເຂົ້າໃຈເລິກເຊິ່ງ, ແສງສະຫວ່າງ ແລະ ຄວາມຮູ້ແຈ້ງກ່ຽວກັບຄວາມຈິງ. ດັ່ງທີ່ເຈົ້າສາມາດເຫັນໄດ້, ພອນຂອງພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍ!
ສິ່ງທີ່ພວກເຮົາຫາກໍໂອ້ລົມໄປນັ້ນຄືຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບຄວາມທຸກທໍລະມານ. ບໍ່ວ່າເຈົ້າເຄີຍກະທຳແນວໃດ ຫຼື ເຈົ້າເຄີຍເບິ່ງຄວາມທຸກທໍລະມານແນວໃດກໍຕາມ, ເມື່ອເຈົ້າເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບຄວາມທຸກທໍລະມານແລ້ວ, ເຈົ້າກໍຄວນຫັນປ່ຽນຕົນເອງ, ຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ຕັ້ງເຈດຕະນາ ແລະ ເປົ້າໝາຍຂອງເຈົ້າໃຫ້ຖືກຕ້ອງ, ໂດຍໃຊ້ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງເພື່ອຊີ້ນຳຫຼັກການ, ວິທີການ ແລະ ທິດທາງໃນການກະທຳຂອງເຈົ້າ. ດ້ວຍວິທີນີ້, ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ. ຖ້າສະພາບຈິດໃຈຂອງຄົນໃດໜຶ່ງບໍ່ຖືກຕ້ອງ ແລະ ລາວບໍ່ຍອມຮັບຄວາມຈິງເລີຍ, ມີແຕ່ເວົ້າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນທີ່ລາວເຂົ້າໃຈເທົ່ານັ້ນ ເພື່ອໂອ້ອວດ ແລະ ສະແດງອອກຢ່າງອອກໜ້າອອກຕາ ເພື່ອໃຫ້ຜູ້ຄົນຍົກຍ້ອງລາວຢ່າງສູງ ແລະ ເມື່ອເຮັດສິ່ງຕ່າງໆ ລາວກໍກະທຳຕາມອຳເພີໃຈ ໂດຍບໍ່ປ່ຽນແປງເລີຍ ເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາຫຼາຍປີແລ້ວກໍຕາມ, ແລ້ວນີ້ກໍຄືຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງ. ຄົນທີ່ຍອມຮັບຄວາມຈິງຈະຍອມຮັບຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ແລະ ຈົດຈຳໄວ້ໃນໃຈຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານັ້ນ. ເມື່ອພວກເຂົາປະເຊີນກັບສິ່ງຕ່າງໆ, ພວກເຂົາກໍໃຊ້ຄວາມຈິງເປັນເກນເພື່ອຄວບຄຸມພຶດຕິກຳຂອງຕົນ ແລະ ເພື່ອແກ້ໄຂເຈດຕະນາທີ່ຜິດພາດ ຕະຫຼອດຮອດຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງພວກເຂົາ. ຈາກນັ້ນ ພວກເຂົາກໍໃຊ້ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງເປັນຫຼັກການ ແລະ ເປັນເສັ້ນທາງແຫ່ງການປະຕິບັດເພື່ອຢັບຢັ້ງຕົນເອງ ແລະ ຊີ້ນຳພຶດຕິກຳຂອງຕົນ. ໃນທີ່ສຸດແລ້ວ, ສິ່ງທີ່ພວກເຂົາໃຊ້ຊີວິດຕາມ ແລະ ເຜີຍອອກມາກໍຈະບໍ່ແມ່ນອຸປະນິໄສທີ່ເສື່ອມຊາມຕ່າງໆອີກຕໍ່ໄປ, ແຕ່ຈະສອດຄ່ອງກັບຫຼັກການຄວາມຈິງ, ເຊິ່ງສະແດງໃຫ້ເຫັນວ່າພວກເຂົາມີການປ່ຽນແປງທີ່ແທ້ຈິງແລ້ວ. ນີ້ບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ.) ນີ້ຄືວິທີທີ່ຜູ້ຄົນຄວນໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ. ເມື່ອເຈົ້າເຂົ້າໃຈຄວາມຈິງແລ້ວ, ພຣະທຳຂອງພຣະເຈົ້າກໍຈະກຳອຳນາດໃນໃຈຂອງເຈົ້າຢ່າງເປັນທຳມະຊາດ; ນັ້ນກໍຄື ພຣະທຳຂອງພຣະເຈົ້າຈະກາຍເປັນຊີວິດພາຍໃນຕົວເຈົ້າ ແລະ ເຈົ້າກໍຈະສາມາດໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າໄດ້. ເມື່ອພຣະທຳຂອງພຣະເຈົ້າເປັນຜູ້ຄວບຄຸມພາຍໃນຕົວເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງເຈົ້າບໍ່ໄດ້ເປັນຜູ້ບົງການເຈົ້າອີກຕໍ່ໄປ, ແລ້ວເຈົ້າກໍມີຄວາມຈິງເປັນຊີວິດຂອງເຈົ້າ ແລະ ເຈົ້າກໍເປັນຄົນທີ່ພຣະເຈົ້າຊົງຮັກແພງ. ຜູ້ທີ່ພຣະເຈົ້າຮັກນັ້ນມີຄວາມສຸກບໍ? (ແມ່ນແລ້ວ.) ຄວາມສຸກຂອງພວກເຂົາເປັນສິ່ງທີ່ສົມຄວນແລ້ວ; ເຖິງແມ່ນວ່າພວກເຂົາຈະທົນທຸກກໍຕາມ ແຕ່ມັນກໍຍັງເປັນກຽດ. ສິ່ງທີ່ພວກເຂົາປະສົບຄືຄວາມທຸກທໍລະມານ ແຕ່ສິ່ງທີ່ພວກເຂົາໄດ້ຮັບຄືສິ່ງທີ່ຫອມຫວານ. ເຖິງແມ່ນວ່າຄວາມສຸກນີ້ອາດຈະຍັງໄກເກີນເອື້ອມສຳລັບເຈົ້າໃນປັດຈຸບັນ ຫຼື ບາງທີອາດຈະຫ່າງໄກຫຼາຍກໍຕາມ, ຖ້າເຈົ້າໄລ່ຕາມເສາະຫາໃນທິດທາງນີ້ຢ່າງພາກພຽນ, ບໍ່ຊ້າກໍໄວ ຈະມີມື້ໜຶ່ງທີ່ເຈົ້າເກັບກ່ຽວຄວາມຍິນດີນີ້ ແລະ ຮູ້ສຶກເຖິງຄວາມສຸກນີ້, ແລ້ວຄວາມຍິນດີ ແລະ ຄວາມສຸກນີ້ກໍຈະບໍ່ແມ່ນສິ່ງທີ່ໄກເກີນເອື້ອມສຳລັບເຈົ້າອີກຕໍ່ໄປ. ພຽງແຕ່ມູ່ງໝັ້ນ ແລະ ໄລ່ຕາມເສາະຫາເປົ້າໝາຍນີ້. ບໍ່ຊ້າກໍໄວ ຈະມີມື້ໜຶ່ງທີ່ຄວາມຈິງຈະກາຍເປັນຊີວິດຂອງເຈົ້າ ແລະ ເປັນມື້ທີ່ເຈົ້າບໍ່ຖືກຄວບຄຸມ ຫຼື ຖືກຜູກມັດໂດຍອຸປະນິໄສທີ່ເສື່ອມຊາມຕ່າງໆອີກຕໍ່ໄປ ແລ້ວເຈົ້າກໍຈະຄິດວ່າ “ການອົດທົນກັບຄວາມທຸກທໍລະມານນີ້ຄຸ້ມຄ່າແລ້ວ! ແຕ່ກ່ອນຕອນທີ່ຂ້ອຍທົນທຸກ, ມັນຍາກລຳບາກ ແລະ ເຈັບປວດ ແລະ ຂ້ອຍຄິດວ່າຄວາມທຸກທໍລະມານເປັນສິ່ງທີ່ຍາກລຳບາກ. ຂ້ອຍທົນທຸກພຽງເລັກໜ້ອຍ ແລ້ວກໍຄິດວ່າຂ້ອຍມີຕົ້ນທຶນແລ້ວ. ຕອນນີ້ຂ້ອຍຮູ້ສຶກວ່າຄວາມທຸກທໍລະມານບໍ່ແມ່ນຕົ້ນທຶນເລີຍ ແລະ ມັນກໍບໍ່ມີຄ່າຫຍັງເລີຍ, ຂ້ອຍມີອຸປະນິໄສທີ່ເສື່ອມຊາມຕ່າງໆ ດັ່ງນັ້ນ ຂ້ອຍຈຶ່ງສົມຄວນທີ່ຈະທົນທຸກ. ມັນເປັນການດີທີ່ຈະທົນທຸກເລັກໜ້ອຍ; ເນື້ອໜັງສົມຄວນທີ່ຈະທົນທຸກ. ໂຊກດີທີ່ຄວາມທຸກທໍລະມານນີ້ໄດ້ຢູ່ຄຽງຂ້າງຂ້ອຍ; ມີພຽງວິທີນີ້ເທົ່ານັ້ນຂ້ອຍຈຶ່ງສາມາດໄດ້ຮັບຄວາມຈິງ, ຫຼຸດພົ້ນຈາກການຜູກມັດ ແລະ ການຄວບຄຸມຂອງອຸປະນິໄສທີ່ເສື່ອມຊາມຕ່າງໆ ຕະຫຼອດຮອດດຳລົງຊີວິດຢູ່ໃນຄວາມຍິນດີ ແລະ ຄວາມສຸກ. ຫຼັງຈາກຄວາມທຸກທໍລະມານກໍຄືຄວາມຫອມຫວານ.” ເຈົ້າເຫັນບໍ, ຜູ້ທີ່ໄດ້ຊີມລົດຊາດຂອງມັນຍ່ອມຮູ້ດີ; ຜູ້ທີ່ໄດ້ຮັບມັນຍ່ອມຮູ້ດີ. ເມື່ອມື້ນັ້ນມາເຖິງ, ສິ່ງຕ່າງໆກໍຈະຮູ້ສຶກແຕກຕ່າງໄປຢ່າງສິ້ນເຊີງ, ແມ່ນບໍ? (ແມ່ນແລ້ວ).
ເອົາລະ, ສຳລັບມື້ນີ້ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້. ລາກ່ອນ!
ວັນທີ 16 ພະຈິກ 2024