ວິທີການໄລ່ຕາມເສາະຫາຄວາມຈິງ (31)

ໃນຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເຊິ່ງກ່ຽວຂ້ອງກັບຫົວຂໍ້ “ວິທີການໄລ່ຕາມເສາະຫາຄວາມຈິງ”, ແມ່ນບໍ? (ແມ່ນແລ້ວ.) ໃນເລື່ອງນີ້, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ “ການບໍ່ຈັດໃຫ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ໃນລະດັບດຽວກັນກັບມະນຸດຊາດທີ່ເສື່ອມຊາມ” ແລະ ພາຍໃນຫົວຂໍ້ນີ້ ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເບິ່ງຄວາມທຸກທໍລະມານ, ເຊິ່ງກ່ຽວຂ້ອງກັບຄວາມຄິດ, ມຸມມອງ ແລະ ຄວາມຄິດເຫັນບາງຢ່າງກ່ຽວກັບຄວາມທຸກທໍລະມານ. ການໂອ້ລົມກ່ຽວກັບວິທີທີ່ຄົນເຮົາຄວນເບິ່ງຄວາມທຸກທໍລະມານນັ້ນ ຊ່ວຍໃຫ້ຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບຄວາມທຸກທໍລະມານ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມທຸກທໍລະມານໄດ້ຢ່າງຖືກຕ້ອງ ແລະ ຮັບມືກັບຄວາມທຸກທໍລະມານໄດ້ຢ່າງຖືກຕ້ອງ. ນັ້ນກໍຄື, ເຈົ້າຕ້ອງອົດທົນຕໍ່ຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ; ຖ້າເຈົ້າອົດທົນຕໍ່ຄວາມທຸກທໍລະມານທີ່ບໍ່ແມ່ນສິ່ງທີ່ເຈົ້າຄວນອົດທົນ ຫຼື ທີ່ບໍ່ມີຄວາມໝາຍ, ພຣະເຈົ້າກໍຈະບໍ່ຈື່ຈຳຄວາມທຸກທໍລະມານນັ້ນ. ຖ້າມັນເປັນຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ ແລະ ການອົດທົນຕໍ່ຄວາມທຸກທໍລະມານນັ້ນເປັນສິ່ງທີ່ເຈົ້າຄວນເຮັດ, ແລ້ວເຈົ້າກໍຕ້ອງຮັບມືກັບມັນຢ່າງຖືກຕ້ອງ, ຍອມຮັບມັນຈາກພຣະເຈົ້າ ແລະ ມີຄວາມຄິດແຫ່ງການອ່ອນນ້ອມ; ເຈົ້າບໍ່ຄວນຈົ່ມວ່າ ແລະ ເຈົ້າບໍ່ຄວນປະຕິເສດ ຫຼື ຫຼີກລ່ຽງມັນ ແຕ່ຄວນຢັ່ງຮູ້ມັນຢ່າງຖືກຕ້ອງ. ການຢັ່ງຮູ້ຢ່າງຖືກຕ້ອງໝາຍເຖິງການເບິ່ງຄວາມສຳຄັນຂອງຄວາມທຸກທໍລະມານ, ຄຸນຄ່າຂອງຄວາມທຸກທໍລະມານຢ່າງຖືກຕ້ອງ, ພ້ອມທັງສິ່ງທີ່ຄົນເຮົາຄວນບັນລຸ ແລະ ສິ່ງທີ່ຄົນເຮົາຄວນໄດ້ຮັບຫຼັງຈາກທີ່ອົດທົນຕໍ່ຄວາມທຸກທໍລະມານ. ສະຫຼຸບແລ້ວ, ຄວາມທຸກທໍລະມານແມ່ນສິ່ງທີ່ທຸກຄົນຕ້ອງປະສົບ; ທຸກຄົນທີ່ດຳລົງຊີວິດຢູ່ໃນເນື້ອໜັງລ້ວນແຕ່ຕ້ອງທົນທຸກ. ບໍ່ວ່າເຈົ້າຈະກຳລັງໄລ່ຕາມຊີວິດທີ່ດີ, ໄລ່ຕາມຄວາມປາຖະໜາ ຫຼື ໄລ່ຕາມເສາະຫາຄວາມຈິງເພື່ອບັນລຸຄວາມລອດພົ້ນໃນການທີ່ເຈົ້າເຊື່ອໃນພຣະເຈົ້າກໍຕາມ, ຄວາມທຸກທໍລະມານກໍເປັນສິ່ງທີ່ຜູ້ຄົນຕ້ອງປະສົບ ແລະ ເປັນສິ່ງທີ່ຜູ້ຄົນຄວນຮັບມືຢ່າງຖືກຕ້ອງ. ຜູ້ຄົນຕ້ອງເບິ່ງຢ່າງຖືກຕ້ອງ ແລະ ເຂົ້າໃຈບັນຫາຂອງຄວາມທຸກທໍລະມານຢ່າງຖືກຕ້ອງ. ຖ້າມັນເປັນຄວາມທຸກທໍລະມານທີ່ຄົນເຮົາຄວນອົດທົນ, ຄົນເຮົາກໍຄວນຍອມຮັບມັນ ແລະ ອ່ອນນ້ອມ ແລະ ບໍ່ຄວນຈົ່ມວ່າ, ບໍ່ຄວນປະຕິເສດມັນ ແລະ ບໍ່ຄວນຫຼີກລ່ຽງມັນ. ໃນເວລາດຽວກັນ, ພວກເຂົາຕ້ອງສະແຫວງຫາຄວາມຈິງ ແລະ ສະແຫວງຫາເຈດຕະນາຂອງພຣະເຈົ້າທ່າມກາງຄວາມທຸກທໍລະມານນັ້ນ. ແນ່ນອນວ່າມັນຈະຍິ່ງດີກວ່າ ຖ້າໃນຂະບວນການແຫ່ງຄວາມທຸກທໍລະມານນັ້ນ, ເຈົ້າສາມາດຮູ້ຈັກຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າເອງ ແລະ ຮູ້ຈັກຂໍ້ບົກຜ່ອງ ແລະ ຄວາມບໍ່ພຽງພໍຂອງເຈົ້າເອງ ແລະ ຮູ້ວ່າຄວາມຈິງ ແລະ ຫຼັກການຂອງການປະພຶດຕົນໃດແດ່ທີ່ພຣະເຈົ້າອະນຸຍາດໃຫ້ເຈົ້າໄດ້ປະສົບ, ໄດ້ຮັບຮູ້ ແລະ ໄດ້ຮັບໃນສະພາບແວດລ້ອມ ຫຼື ເຫດການແຫ່ງຄວາມຍາກລຳບາກນີ້. ສະຫຼຸບແລ້ວ, ຄວາມທຸກທໍລະມານແມ່ນສິ່ງທີ່ທຸກຄົນຄວນປະສົບ ແລະ ຄວນຍອມຮັບ. ແນ່ນອນ, ພວກເຮົາຍັງໄດ້ໂອ້ລົມກັນອີກວ່າ ຖ້າຄວາມທຸກທໍລະມານທີ່ຄົນເຮົາອົດທົນນັ້ນເປັນສິ່ງຈຳເປັນ ແລະ ມີຄຸນຄ່າ, ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ເປັນຄວາມທຸກທໍລະມານທີ່ຜູ້ຄົນຄວນອົດທົນ, ແລ້ວນັ້ນກໍຄືຄວາມທຸກທໍລະມານທີ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ. ຖ້າຄວາມທຸກທໍລະມານທີ່ຄົນເຮົາອົດທົນນັ້ນບໍ່ມີຫຍັງກ່ຽວຂ້ອງກັບການປະຕິບັດຄວາມຈິງ, ຖ້າມັນເປັນຄວາມທຸກທໍລະມານທີ່ມະນຸດສ້າງຂຶ້ນ ຫຼື ຄວາມທຸກທໍລະມານທີ່ໄລ່ຕາມຈາກຄວາມຕັ້ງໃຈຂອງມະນຸດ, ແລ້ວນັ້ນກໍບໍ່ແມ່ນຄວາມທຸກທໍລະມານທີ່ພວກເຮົາສະໜັບສະໜູນ. ການສ້າງຄວາມຫຍຸ້ງຍາກ ແລະ ບັນຫາບາງຢ່າງຂຶ້ນມາ, ການສ້າງບັນຫາບາງຢ່າງຂຶ້ນມາ ແລ້ວກໍພະຍາຍາມຢ່າງຍິ່ງທີ່ຈະໄປປະສົບກັບບັນຫາເຫຼົ່ານັ້ນ, ທັງໝົດນີ້ລ້ວນແຕ່ເປັນສິ່ງທີ່ບໍ່ຈຳເປັນ ແລະ ມັນກໍເປັນສິ່ງທີ່ຫຼາຍເກີນຄວາມຈຳເປັນ. ຍິ່ງໄປກວ່ານັ້ນ, ຄວາມທຸກທໍລະມານທີ່ຜູ້ຄົນອົດທົນເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງ, ເພື່ອຕອບສະໜອງຄວາມຢາກໄດ້ສະຖານະຂອງພວກເຂົາ ຫຼື ເພື່ອຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາກໍເປັນສິ່ງທີ່ບໍ່ຈຳເປັນເຊັ່ນກັນ. ທຳມະຊາດຂອງການອົດທົນຕໍ່ຄວາມທຸກທໍລະມານປະເພດນີ້ແມ່ນແຕກຕ່າງຈາກຄວາມທຸກທໍລະມານທີ່ແທ້ຈິງ, ເຊິ່ງເປັນຄວາມທຸກທໍລະມານທີ່ອົດທົນເພື່ອໃຫ້ໄດ້ຮັບຄວາມຈິງ ແລະ ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ. ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານນີ້ແລ້ວ, ແມ່ນບໍ? (ແມ່ນແລ້ວ.) ຕອນນີ້ ພວກເຈົ້າເບິ່ງບັນຫາຂອງຄວາມທຸກທໍລະມານແນວໃດ? (ເມື່ອກ່ອນ, ຂ້ານ້ອຍມີມຸມມອງ ແລະ ຄວາມເຂົ້າໃຈທີ່ບິດເບືອນຫຼາຍຢ່າງກ່ຽວກັບຄວາມທຸກທໍລະມານຢູ່ໃນໃຈ, ໂດຍເຊື່ອວ່າເມື່ອເວົ້າເຖິງການປະຕິບັດໜ້າທີ່ຂອງຂ້ານ້ອຍ, ບໍ່ວ່າຂ້ານ້ອຍຈະທົນທຸກແນວໃດ ແລະ ບໍ່ວ່າຂ້ານ້ອຍຈະອົດທົນຕໍ່ຄວາມທຸກທໍລະມານປະເພດໃດກໍຕາມ, ພຣະເຈົ້າກໍຈະຍອມຮັບ ແລະ ຈະຮັບຮອງຄວາມທຸກທໍລະມານນັ້ນ. ຫຼັງຈາກທີ່ພຣະເຈົ້າໄດ້ໂອ້ລົມກ່ຽວກັບວ່າຄວາມທຸກທໍລະມານປະເພດໃດທີ່ພຣະເຈົ້າຮັບຮອງ ແລະ ຄວາມທຸກທໍລະມານປະເພດໃດທີ່ເປັນໄປເພື່ອເຫັນແກ່ການປະຕິບັດຄວາມຈິງເທົ່ານັ້ນ ຂ້ານ້ອຍຈຶ່ງເລີ່ມແຍກແຍະມຸມມອງທີ່ຜິດພ້ຽນຂອງຂ້ານ້ອຍເອງກ່ຽວກັບສິ່ງຕ່າງໆໄດ້. ແລ້ວຕອນນັ້ນເອງທີ່ຂ້ານ້ອຍເລີ່ມໄຕ່ຕອງກ່ຽວກັບວິທີທີ່ຂ້ານ້ອຍຮັບມືກັບຄວາມທຸກທໍລະມານ ແລະ ກ່ຽວກັບວ່າຄວາມທຸກທໍລະມານໃດທີ່ຂ້ານ້ອຍອົດທົນໃນຕອນນີ້ເປັນຄວາມທຸກທໍລະມານທີ່ຖືກສ້າງຂຶ້ນມາ ແລະ ຫຼາຍເກີນຄວາມຈຳເປັນ, ຄວາມທຸກທໍລະມານໃດທີ່ຂ້ານ້ອຍອົດທົນເພື່ອເຫັນແກ່ຄວາມປາຖະໜາທີ່ເຫັນແກ່ຕົວ, ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະສ່ວນຕົວຂອງຂ້ານ້ອຍ ຫຼື ຄວາມທະເຍີທະຍານ ແລະ ຄວາມປາຖະໜາ ແລະ ຄວາມທຸກທໍລະມານໃດທີ່ຂ້ານ້ອຍຄວນອົດທົນ ແລະ ບໍ່ຄວນປະຕິເສດ. ຕົວຢ່າງ: ຄວາມທຸກທໍລະມານທີ່ອົດທົນເພື່ອເຫັນແກ່ການເຂົ້າໃຈຄວາມຈິງ ແລະ ການປະຕິບັດຄວາມຈິງ, ຄວາມທຸກທໍລະມານທີ່ອົດທົນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ, ຄວາມທຸກທໍລະມານທີ່ອົດທົນເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີ ແລະ ຕອບສະໜອງໃຫ້ແກ່ພຣະເຈົ້າ ແລະ ຄວາມທຸກທໍລະມານທີ່ອົດທົນເພື່ອເຫັນແກ່ການປ່ຽນແປງອຸປະນິໄສ, ຕ້ອງໄດ້ອົດທົນກັບຄວາມທຸກທໍລະມານປະເພດນີ້ ແລະ ສິ່ງທີ່ໄດ້ຮັບຫຼັງຈາກການອົດທົນຕໍ່ຄວາມທຸກທໍລະມານນີ້ກໍຄືຄວາມຈິງ. ຫຼັງຈາກທີ່ພຣະເຈົ້າໄດ້ໂອ້ລົມກ່ຽວກັບເລື່ອງນີ້ແລ້ວເທົ່ານັ້ນ ຂ້ານ້ອຍຈຶ່ງຮູ້ວ່າຂ້ານ້ອຍຕ້ອງເຂົ້າໃຈບັນຫາຂອງຄວາມທຸກທໍລະມານຢ່າງຖືກຕ້ອງ ແລະ ຂ້ານ້ອຍບໍ່ຄວນຮູ້ສຶກຕໍ່ຕ້ານກັບຄວາມທຸກທໍລະມານທີ່ຂ້ານ້ອຍຄວນອົດທົນ, ແຕ່ຄວນຍອມຮັບມັນ ແລະ ອ່ອນນ້ອມ, ພະຍາຍາມກ້າວໄປຂ້າງໜ້າເທື່ອລະໜ້ອຍ. ຂ້ານ້ອຍຫວັງວ່າມື້ໜຶ່ງຂ້ານ້ອຍຈະສາມາດໄປເຖິງຈຸດທີ່ອະທິຖານຕໍ່ພຣະເຈົ້າຄືກັບທີ່ເປໂຕໄດ້ເຮັດ, ໂດຍປາຖະໜາບໍ່ໃຫ້ການລົງທັນ ແລະ ການພິພາກສາຂອງພຣະເຈົ້າຈາກຂ້ານ້ອຍໄປ ແລະ ສາມາດຍອມຮັບຄວາມທຸກທໍລະມານແຫ່ງການພິພາກສາ ແລະ ການລົງທັນ ແລະ ການທົດສອບ ແລະ ການຫຼໍ່ຫຼອມ, ເພື່ອທີ່ຂ້ານ້ອຍຈະສາມາດມີການເຂົ້າສູ່ຊີວິດທີ່ແທ້ຈິງໄດ້.) ພວກເຈົ້າຕ້ອງຮັບມືກັບເລື່ອງຂອງຄວາມທຸກທໍລະມານຢ່າງຖືກຕ້ອງ ແລະ ພວກເຈົ້າຕ້ອງມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບຄວາມທຸກທໍລະມານນັ້ນ. ສະຫຼຸບແລ້ວ, ເມື່ອເວົ້າເຖິງຄວາມທຸກທໍລະມານທີ່ບໍ່ແມ່ນສິ່ງທີ່ເຈົ້າຄວນອົດທົນ, ຢ່າສ້າງຄວາມລຳບາກ ຫຼື ສ້າງອຸປະສັກປະເພດຕ່າງໆ ເພື່ອເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຕົວເຈົ້າເອງ. ການເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຕົວເຈົ້າເອງນັ້ນເປັນການຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ມັນຍັງບໍ່ມີເຫດຜົນອີກດ້ວຍ. ສິ່ງທີ່ສຳຄັນທີ່ສຸດກໍຄື ບໍ່ວ່າເຈົ້າຈະເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຕົວເຈົ້າເອງແນວໃດກໍຕາມ, ບໍ່ວ່າຈະເປັນການເອົາຊະນະບັນຫາບາງຢ່າງຂອງເຈົ້າເອງ ຫຼື ການສ້າງບັນຫາບາງຢ່າງຂຶ້ນມາເພື່ອເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຕົວເຈົ້າເອງກໍຕາມ, ສິ່ງທີ່ເຈົ້າຈະໄດ້ຮັບໃນທີ່ສຸດກໍຈະເປັນພຽງການຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າ ຫຼື ຄວາມເພິ່ງພໍໃຈທາງອາລົມຂອງເຈົ້າເອງ, ແຕ່ເຈົ້າຈະບໍ່ໄດ້ຮັບຄວາມເປັນຈິງຄວາມຈິງຢ່າງແທ້ຈິງ. ຖ້າຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນເປັນໄປເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ, ເພື່ອປົກປ້ອງການມີຢູ່ຂອງຄວາມຍຸຕິທຳ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ມັນເປັນຄວາມທຸກທໍລະມານທີ່ເຈົ້າອົດທົນເພື່ອໃຫ້ມີຄວາມຈົງຮັກພັກດີ, ເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ເພື່ອໄປໃຫ້ເຖິງຈຸດແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ ແລະ ຕອບສະໜອງພຣະເຈົ້າ, ຖ້າເປັນແບບນັ້ນ ການອົດທົນຕໍ່ຄວາມທຸກທໍລະມານດັ່ງກ່າວກໍມີຄຸນຄ່າ ແລະ ມີຄວາມໝາຍ; ມັນເປັນຄວາມທຸກທໍລະມານທີ່ຄົນເຮົາຄວນອົດທົນ. ຖ້າຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນເປັນໄປເພື່ອປົກປ້ອງໜ້າຕາ, ສະຖານະ ແລະ ຊື່ສຽງຂອງເຈົ້າເອງ, ເພື່ອຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ ແລະ ຕອບສະໜອງຄວາມທະເຍີທະຍານຂອງເຈົ້າເອງ ແລະ ເພື່ອໃຫ້ໄດ້ຮັບສະຖານະ ແລະ ໄດ້ຮັບກຽດຕິຍົດອັນຍິ່ງໃຫຍ່ໃນທ່າມກາງຜູ້ຄົນ, ແຕ່ໃນການອົດທົນຕໍ່ຄວາມທຸກທໍລະມານດັ່ງກ່າວນັ້ນ ເຈົ້າພັດລົ້ມເຫຼວທີ່ຈະປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ລົ້ມເຫຼວທີ່ຈະປົກປ້ອງສິ່ງທີ່ເປັນບວກ ແລະ ມັນບໍ່ໄດ້ຖືກອົດທົນເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ, ແຮງໄກທີ່ຈະໄປເຖິງຈຸດແຫ່ງການມີຄວາມຈົງຮັກພັກດີ ແລະ ໄປໃຫ້ເຖິງຈຸດແຫ່ງການຕອບສະໜອງພຣະເຈົ້າ, ແລ້ວຄວາມທຸກທໍລະມານດັ່ງກ່າວທັງໝົດກໍເປັນຄວາມທຸກທໍລະມານທີ່ບໍ່ຈຳເປັນ ແລະ ເປັນຄວາມທຸກທໍລະມານທີ່ໄຮ້ຄ່າ. ເຖິງແມ່ນວ່າເຈົ້າຈະອົດທົນຕໍ່ມັນ, ເຈົ້າກໍອົດທົນໄປຢ່າງສູນເປົ່າ. ເຈົ້າຄວນຫຼີກລ່ຽງຄວາມທຸກທໍລະມານດັ່ງກ່າວໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ເຈົ້າຈະສາມາດຫຼີກລ່ຽງມັນໄດ້ແນວໃດ? ສິ່ງນີ້ເຮັດໄດ້ງ່າຍບໍ? (ກ່ອນອື່ນ ພວກເຮົາຄວນຍອມຮັບມຸມມອງທີ່ຖືກຕ້ອງກ່ຽວກັບຄວາມທຸກທໍລະມານທີ່ມາຈາກພຣະເຈົ້າ ແລະ ຈາກນັ້ນກໍນຳຄວາມທຸກທໍລະມານເຫຼົ່ານັ້ນມາທຽບໃສ່ກັບຕົວພວກເຮົາເອງເທື່ອລະໜ້ອຍໃນປະສົບການຂອງພວກເຮົາ. ເມື່ອພວກເຮົາຮັບຮູ້ວ່າຄວາມທຸກທໍລະມານດັ່ງກ່າວບໍ່ມີຄຸນຄ່າ, ພວກເຮົາກໍຈະບໍ່ອົດທົນຕໍ່ຄວາມທຸກທໍລະມານທີ່ບໍ່ມີຄວາມໝາຍດັ່ງກ່າວອີກຕໍ່ໄປ.)

ຄຣິສຕະຈັກບາງແຫ່ງຕັ້ງຢູ່ໃນພື້ນທີ່ທີ່ມີສະພາບການດຳລົງຊີວິດທີ່ຍາກລຳບາກ. ສະພາບແວດລ້ອມການກິນ ແລະ ການພັກເຊົາກໍບໍ່ດີ ແລະ ແມ່ນແຕ່ການຈະໄດ້ນໍ້າສະອາດຈັກຈອກກໍຍັງເປັນເລື່ອງຍາກ, ແຕ່ເຈົ້າຖືກຮຽກຮ້ອງໃຫ້ປະຕິບັດໜ້າທີ່ຂອງເຈົ້າຢູ່ບ່ອນນັ້ນ, ຄວນເຮັດແນວໃດໃນສະຖານະການແບບນີ້? ສົມມຸດວ່າເຈົ້າຄິດກັບຕົນເອງວ່າ, “ຄວາມທຸກທໍລະມານທີ່ມາພ້ອມກັບເງື່ອນໄຂພາຍນອກເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂ້ອຍຄວນອົດທົນ. ຂ້ອຍເກີດມາເພື່ອເຮັດວຽກງານຂອງຄຣິສຕະຈັກ; ຂ້ອຍເປັນຜູ້ນໍາ ແລະ ການປະຕິບັດຕໍ່ທີ່ຂ້ອຍໄດ້ຮັບຄວນຈະດີກວ່າສິ່ງທີ່ຄົນທຳມະດາໄດ້ຮັບ. ສະພາບການດຳລົງຊີວິດຢູ່ບ່ອນນີ້ຍາກລຳບາກເກີນໄປ, ເຊິ່ງສົ່ງຜົນກະທົບຕໍ່ອາລົມຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍບໍ່ສາມາດເຮັດວຽກຂອງຂ້ອຍໃຫ້ດີໄດ້. ແບບນີ້ບໍ່ໄດ້ການແລ້ວ. ສະພາບແວດລ້ອມທີ່ຍາກລຳບາກນີ້ບໍ່ເໝາະສົມສຳລັບຂ້ອຍທີ່ຈະປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍຕ້ອງປ່ຽນໄປບ່ອນທີ່ມີທິວທັດທີ່ສວຍງາມ ແລະ ສະພາບແວດລ້ອມທີ່ໜ້າພໍໃຈເພື່ອປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍຍັງຕ້ອງມີເຮືອນເຈົ້າພາບທີ່ດີ, ບ່ອນທີ່ອາຫານແຊບ ແລະ ຂ້ອຍສາມາດນອນຫຼັບໄດ້ຢ່າງສະບາຍ, ບ່ອນທີ່ມີເຄື່ອງປັບອາກາດຢູ່ພາຍໃນ ແລະ ມີທິວທັດທີ່ສວຍງາມ ແລະ ມີສະຖານທີ່ສຳລັບຍ່າງຫຼິ້ນຢູ່ພາຍນອກ. ນັ້ນຄືສະຖານທີ່ປະເພດທີ່ເໝາະສົມສຳລັບຂ້ອຍທີ່ຈະປະຕິບັດໜ້າທີ່ຂອງຂ້ອຍ.” ແລະ ດ້ວຍເຫດນັ້ນ, ເຈົ້າຈຶ່ງເລືອກທີ່ຈະອອກຈາກສະຖານທີ່ທີ່ຍາກລຳບາກ ແລະ ຊອກຫາບ່ອນທີ່ມີສະພາບແວດລ້ອມທີ່ດີເພື່ອປະຕິບັດໜ້າທີ່ຂອງເຈົ້າ. ການປະຕິບັດແບບນີ້ເປັນແນວໃດ? (ມັນບໍ່ດີ.) ບາງຄົນເວົ້າວ່າ, “ພຣະອົງບໍ່ໄດ້ກ່າວບໍວ່າ ຢ່າສ້າງບັນຫາໃຫ້ກັບຕົວພວກເຮົາເອງ? ການມາຢູ່ໃນສະພາບແວດລ້ອມທີ່ທຸກຍາກ, ຍາກລຳບາກ ບ່ອນທີ່ອາຫານ ແລະ ທີ່ພັກອາໄສບໍ່ດີນີ້, ມັນບໍ່ແມ່ນການນຳບັນຫາມາສູ່ຕົວຂ້ານ້ອຍເອງ ແລະ ນຳຄວາມທຸກທໍລະມານມາສູ່ຕົວຂ້ານ້ອຍເອງບໍ? ໃນເມື່ອສິ່ງນີ້ເປັນການຊອກຫາຄວາມທຸກທໍລະມານ ແລະ ຫາເລື່ອງໃສ່ຕົວເອງ ແລະ ເປັນການສ້າງອຸປະສັກໃຫ້ກັບວຽກງານ, ແລ້ວຂ້ານ້ອຍກໍຄວນຊອກຫາສະຖານທີ່ທີ່ປາສະຈາກບັນຫາ.” ການກະທຳແບບນີ້ເປັນທີ່ຍອມຮັບໄດ້ບໍ? (ບໍ່ໄດ້.) ບອກເຮົາມາເບິ່ງ, ມີໃຜແດ່ທີ່ຢັ່ງຮູ້ສິ່ງຕ່າງໆດ້ວຍວິທີນີ້? (ມີ.) ມັນຖືກຕ້ອງບໍທີ່ຈະເຂົ້າໃຈສິ່ງຕ່າງໆດ້ວຍວິທີນີ້? (ບໍ່, ການຢັ່ງຮູ້ປະເພດນີ້ບິດເບືອນເລັກໜ້ອຍ.) ສະນັ້ນ ເມື່ອເຈົ້າປະເຊີນກັບສະພາບແວດລ້ອມແຫ່ງຄວາມຍາກລຳບາກແບບນີ້, ເຊິ່ງເປັນບ່ອນທີ່ສະພາບແວດລ້ອມການກິນ ແລະ ການພັກເຊົາບໍ່ດີ, ອາຫານ ແລະ ເຄື່ອງດື່ມບໍ່ຖືກສຸຂະອະນາໄມ, ມີແມງວັນ, ຍຸງ ແລະ ແມງໄມ້ທຸກຊະນິດບິນໄປມາຢູ່ສະເໝີ, ເຈົ້ານອນຢູ່ເທິງຕຽງໄມ້ທີ່ແຂງ, ຜ້າຫົ່ມກໍຊຸ່ມ ແລະ ເປື້ອນ, ເຈົ້າບໍ່ສາມາດນອນຫຼັບໄດ້ດີໃນຕອນກາງຄືນ, ບໍ່ມີບ່ອນທີ່ງຽບສະຫງົບເພື່ອຈັດການເຕົ້າໂຮມ, ສະພາບແວດລ້ອມກໍບໍ່ປອດໄພ ແລະ ຍິ່ງໄປກວ່ານັ້ນ ລະບອບການປົກຄອງຂອງຊາຕານກໍດຳເນີນການຂົ່ມເຫັງ ແລະ ການຕາມລ່າຢູ່ບ່ອນນັ້ນ, ແລ້ວພວກເຈົ້າຈະບໍ່ເວົ້າບໍວ່າ ເຈົ້າຈະຕ້ອງອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍໃນສະພາບແວດລ້ອມແບບນັ້ນ? (ແມ່ນແລ້ວ.) ແຕ່ມີຄຣິສຕະຈັກຢູ່ໃນສະຖານທີ່ນີ້ ແລະ ມີວຽກງານທີ່ຕ້ອງເຮັດ, ສະນັ້ນ ເຈົ້າຄວນເຮັດແນວໃດ? ເຈົ້າຈະອົດທົນຕໍ່ຄວາມທຸກທໍລະມານນີ້ ຫຼື ບໍ່? (ພວກເຮົາຕ້ອງອົດທົນກັບຄວາມທຸກທໍລະມານນີ້.) ໃນເລື່ອງຂອງຫຼັກຄຳສອນ, ຜູ້ຄົນສາມາດຍອມຮັບສິ່ງນີ້ ແລະ ຮູ້ວ່າພວກເຂົາຕ້ອງອົດທົນຕໍ່ຄວາມທຸກທໍລະມານນີ້, ແຕ່ເປັນຫຍັງພວກເຂົາຈຶ່ງຕ້ອງອົດທົນກັບມັນ? (ຍ້ອນວ່າວຽກງານຂອງຄຣິສຕະຈັກຮຽກຮ້ອງສິ່ງນີ້, ເຊັ່ນດຽວກັບໜ້າທີ່ຂອງພວກເຮົາ, ຕ້ອງໄດ້ອົດທົນກັບຄວາມທຸກທໍລະມານນີ້.) ນີ້ຄືວຽກງານທີ່ເຈົ້າຄວນເຮັດ ແລະ ມັນຄືຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດໃຫ້ສຳເລັດ. ເມື່ອເປັນແບບນີ້, ມັນກໍກ່ຽວຂ້ອງກັບບັນຫາທີ່ວ່າເຈົ້າມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່. ເຈົ້າບໍ່ສາມາດພິຈາລະນາເບິ່ງວ່າສະພາບແວດລ້ອມສະດວກສະບາຍ ຫຼື ບໍ່, ທັງບໍ່ສາມາດກະທຳໂດຍອີງໃສ່ວ່າເນື້ອໜັງຂອງເຈົ້າຮູ້ສຶກສະດວກສະບາຍ ຫຼື ເຈັບປວດ; ເຈົ້າບໍ່ສາມາດເຮັດຕາມຄວາມຮູ້ສຶກເຫຼົ່ານີ້ໄດ້. ເຈົ້າຕ້ອງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເອົາຊະນະຄວາມຫຍຸ້ງຍາກຕ່າງໆເພື່ອປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າໃຫ້ສຳເລັດ. ບາງຄົນເວົ້າວ່າ, “ຂ້ອຍເອງຈະບໍ່ໄປ. ຂ້ອຍຈະຊອກຫາຄົນທີ່ເໝາະສົມເພື່ອໄປ ແລະ ເຮັດວຽກງານນີ້ ແລະ ອົດທົນຕໍ່ຄວາມທຸກທໍລະມານນີ້. ຂ້ອຍຈະເກັບແຮງໄວ້ເພື່ອເຮັດວຽກງານທີ່ສຳຄັນອື່ນໆ ແລະ ຂ້ອຍຈະບໍ່ຕ້ອງອົດທົນຕໍ່ຄວາມທຸກທໍລະມານທີ່ບໍ່ມີຄວາມໝາຍນັ້ນ.” ການຢັ່ງຮູ້ມັນດ້ວຍວິທີນີ້ຖືກຕ້ອງບໍ? (ບໍ່. ຖ້າມັນເປັນທີ່ແນ່ນອນວ່ານີ້ຄືບ່ອນທີ່ຂ້ອຍຄວນໄປ ແລະ ມີວຽກງານທີ່ຂ້ອຍຄວນເຮັດ, ແຕ່ຂ້ອຍຈັດແຈງໃຫ້ຄົນອື່ນເຮັດວຽກນັ້ນຍ້ອນຄວາມຢ້ານກົວຕໍ່ຄວາມທຸກທໍລະມານ, ນີ້ຄືການເປັນຄົນຫຼົບຫຼີກ ແລະ ຂີ້ຄ້ານ.) ຖ້າມັນເປັນທີ່ແນ່ນອນວ່ານີ້ຄືສະຖານທີ່ທີ່ເຈົ້າຄວນໄປ ແລະ ມີວຽກງານທີ່ເຈົ້າຄວນເຮັດ, ມີໜ້າທີ່ທີ່ເຈົ້າຄວນປະຕິບັດ ແລະ ມີບັນຫາທີ່ເຈົ້າຄວນຈັດການຢູ່ບ່ອນນັ້ນ, ແຕ່ເຈົ້າພັດບໍ່ໄປ ແລະ ຫາຂໍ້ອ້າງ ແລະ ເຫດຜົນທຸກປະເພດເພື່ອໃຫ້ຄົນອື່ນໄປແທນ, ນີ້ບໍ່ແມ່ນການມີຄວາມຈົງຮັກພັກດີ ແລະ ນີ້ຄືການຫຼີກລ່ຽງ ແລະ ການປະຕິເສດຄວາມຍາກລຳບາກ. ເຫດຜົນພື້ນຖານທີ່ສຸດທີ່ເຈົ້າຈະໃຫ້ຄົນອື່ນໄປແທນນັ້ນ ບໍ່ແມ່ນຍ້ອນວ່າມັນບໍ່ສະດວກສຳລັບເຈົ້າທີ່ຈະໄປ, ທັງບໍ່ແມ່ນຍ້ອນວ່າການໄປນັ້ນເປັນທາງເລືອກສຳລັບເຈົ້າ, ແຕ່ເປັນຍ້ອນວ່າສະພາບແວດລ້ອມບໍ່ດີ ແລະ ສະພາບການດຳລົງຊີວິດຢູ່ບ່ອນນັ້ນກໍທຸກຍາກ ແລະ ເຈົ້າຢ້ານການອົດທົນຕໍ່ຄວາມທຸກທໍລະມານ, ນັ້ນຄືເຫດຜົນທີ່ເຈົ້າບໍ່ເຕັມໃຈທີ່ຈະໄປ. ຖ້າເຈົ້າມີຄວາມຄິດແບບນີ້ ແລະ ມີເຈດຕະນາປະເພດນີ້, ນີ້ກໍຄືການປາສະຈາກຄວາມຈົງຮັກພັກດີ ແລະ ນີ້ຄືການຫຼີກລ່ຽງຄວາມທຸກທໍລະມານ ແລະ ການປະຕິເສດທີ່ຈະອົດທົນຕໍ່ຄວາມທຸກທໍລະມານ. ເຈົ້າຕ້ອງຍອມຮັບຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ, ບໍ່ວ່າມີຄວາມຫຍຸ້ງຍາກຫຼາຍສໍ່າໃດກໍຕາມ, ເຈົ້າກໍບໍ່ສາມາດຫຼົບຫຼີກມັນໄດ້; ບໍ່ວ່າມີອັນຕະລາຍຫຼາຍສໍ່າໃດກໍຕາມ, ເຈົ້າກໍຕ້ອງປະເຊີນໜ້າກັບມັນ ແລະ ເຖິງແມ່ນວ່າມີໄພພິບັດບາງຢ່າງເກີດຂຶ້ນຢູ່ບ່ອນນັ້ນ, ເຈົ້າກໍຕ້ອງໄປ, ເຈົ້າບໍ່ສາມາດຫຼີກລ່ຽງໄດ້ ແລະ ເຈົ້າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກນັ້ນໂດຍກົງ. ສິ່ງນີ້ເອີ້ນວ່າການມີຄວາມຈົງຮັກພັກດີ. ສົມມຸດວ່າ ເຖິງແມ່ນວ່າເຈົ້າຮູ້ວ່າການໄປບ່ອນນັ້ນຈະເຮັດໃຫ້ເນື້ອໜັງຂອງເຈົ້າທົນທຸກ ແລະ ຈະມີອັນຕະລາຍ, ເຈົ້າກໍບໍ່ປະຕິເສດ ຫຼື ຫຼົບຫຼີກມັນ ແລະ ເຖິງຂັ້ນສາມາດຝ່າຟັນອັນຕະລາຍ ແລະ ເອົາຊະນະຄວາມຫຍຸ້ງຍາກເພື່ອເປັນແນວໜ້າ, ເພື່ອເຫັນແກ່ວຽກງານຂອງຄຣິສຕະຈັກ ແລະ ເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ສິ່ງນີ້ເອີ້ນວ່າການມີຄວາມຈົງຮັກພັກດີ, ສິ່ງນີ້ເອີ້ນວ່າການປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ສິ່ງນີ້ເອີ້ນວ່າການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ການທີ່ສາມາດຍຶດໝັ້ນໃນຄໍາພະຍານຂອງຕົນໃນສະພາບແວດລ້ອມແຫ່ງຄວາມຍາກລຳບາກນັ້ນຄືສິ່ງທີ່ຜູ້ຄົນຕ້ອງບັນລຸ ແລະ ມັນກໍເປັນການປະຕິບັດທີ່ຜູ້ຄົນຄວນມີເຊັ່ນກັນ, ແມ່ນບໍ? (ແມ່ນແລ້ວ.) ເມື່ອປະເຊີນກັບສະຖານະການປະເພດນີ້, ເຈົ້າຕ້ອງຢັ່ງຮູ້ສະຖານະການດັ່ງກ່າວດ້ວຍວິທີນີ້ ແລະ ປະຕິບັດດ້ວຍວິທີນີ້.

ຖ້າເຈົ້າໄປບ່ອນໃດໜຶ່ງເພື່ອປະຕິບັດໜ້າທີ່ຂອງເຈົ້າ ແລະ ສະພາບການດຳລົງຊີວິດຢູ່ບ່ອນນັ້ນກໍດີ, ສະພາບແວດລ້ອມກໍດີ, ອາຫານກໍຂ້ອນຂ້າງດີ, ເຈົ້າສາມາດກິນຊີ້ນໄດ້ເກືອບທຸກຄາບ ແລະ ທີ່ພັກອາໄສຂອງເຈົ້າກໍຂ້ອນຂ້າງສະດວກສະບາຍ, ມີເຄື່ອງທຳຄວາມຮ້ອນໃນລະດູໜາວ ແລະ ເຄື່ອງປັບອາກາດໃນລະດູຮ້ອນ ແລະ ເງື່ອນໄຂທັງໝົດກໍຂ້ອນຂ້າງດີ, ເຈົ້າຄວນຮັບມືກັບສະພາບແວດລ້ອມການເຮັດວຽກປະເພດນີ້ແນວໃດ ເມື່ອເຈົ້າປະເຊີນກັບມັນ? ບາງຄົນເວົ້າວ່າ “ການເຮັດວຽກໃນສະພາບແວດລ້ອມແບບນີ້ເປັນຕາໜ້າພໍໃຈແທ້ໆ. ຖ້າຂ້ອຍເຮັດວຽກຂອງຂ້ອຍໃນສະຖານທີ່ນີ້, ຂ້ອຍກຳລັງເພີດເພີນກັບຄວາມສະດວກສະບາຍບໍ? ຂ້ອຍບໍ່ໄດ້ມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງຂ້ອຍບໍ? ສິ່ງນີ້ບໍ່ຜິດບໍ?” ຖ້າເຈົ້າປະເຊີນກັບສະພາບແວດລ້ອມທີ່ມີສະພາບການດຳລົງຊີວິດທີ່ດີແບບນີ້, ເຈົ້າຢັ່ງຮູ້ມັນແນວໃດ? (ກ່ອນອື່ນ, ຂ້ານ້ອຍຈຳເປັນຕ້ອງກຳນົດວ່ານີ້ເປັນສິ່ງຈຳເປັນສຳລັບວຽກງານຂອງຄຣິສຕະຈັກ ຫຼື ບໍ່. ຖ້າວຽກງານຮຽກຮ້ອງໃຫ້ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍໃນສະຖານທີ່ນີ້, ແລ້ວຂ້ານ້ອຍກໍຄວນຮັບມືກັບສະພາບແວດລ້ອມນີ້ຢ່າງຖືກຕ້ອງ, ບໍ່ເພີດເພີນກັບຄວາມສະດວກສະບາຍ ແລະ ບໍ່ຈົດຈໍ່ຢູ່ກັບການກິນດີ ຫຼື ນຸ່ງເຄື່ອງງາມ, ແຕ່ໃຫ້ຈົດຈໍ່ຢູ່ກັບການປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີແທນ; ມີພຽງສິ່ງນີ້ເທົ່ານັ້ນຈຶ່ງຈະນັບວ່າເປັນຄົນທີ່ມີມະໂນທຳ ແລະ ເຫດຜົນ. ແຕ່ຖ້າວຽກງານບໍ່ໄດ້ຮຽກຮ້ອງໃຫ້ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍຢູ່ບ່ອນນັ້ນ ແລະ ຂ້ານ້ອຍຕັ້ງໃຈເລືອກສະຖານທີ່ທີ່ມີສະພາບການດຳລົງຊີວິດທີ່ດີເພື່ອເຫັນແກ່ຄວາມເພີດເພີນທາງເນື້ອໜັງທີ່ຫຼາຍຂຶ້ນ, ແລ້ວນັ້ນກໍຄືການເພີດເພີນກັບຄວາມສະດວກສະບາຍ.) ເຖິງແມ່ນວ່າເຈົ້າຈະຢູ່ໃນສະພາບແວດລ້ອມທີ່ມີສະພາບການດຳລົງຊີວິດທີ່ດີ, ເຈົ້າກໍບໍ່ຄວນປ່ອຍໃຫ້ມັນມາຂັດຂວາງເຈົ້າຈາກການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ເຈົ້າບໍ່ຄວນເພີດເພີນກັບສະພາບແວດລ້ອມການດຳລົງຊີວິດດັ່ງກ່າວ; ພຽງແຕ່ເຮັດໃນສິ່ງທີ່ເຈົ້າຄວນເຮັດ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມທີ່ມັນຄວນຈະຖືກປະຕິບັດ. ຖ້າຄອບຄົວເຈົ້າພາບເບິ່ງແຍງເຈົ້າເປັນພິເສດຍ້ອນວ່າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ໂດຍໃຫ້ອາຫານດີໆແກ່ເຈົ້າກິນ ແລະ ໃຫ້ສິ່ງດີໆແກ່ເຈົ້າໃຊ້ ແລະ ໃຫ້ການເບິ່ງແຍງເປັນພິເສດ ແລະ ການປະຕິບັດທີ່ພິເສດຕໍ່ເຈົ້າ ແລະ ເຈົ້າຄິດວ່າ “ຂ້ອຍຕ້ອງຍອມຮັບສິ່ງນີ້ຈາກພຣະເຈົ້າ. ນີ້ຄືການທີ່ພຣະເຈົ້າຊົງເມດຕາຂ້ອຍ ແລະ ມັນເປັນສິ່ງທີ່ຂ້ອຍຄວນເພີດເພີນ, ສະນັ້ນ ຂ້ອຍກໍພຽງແຕ່ຈະເພີດເພີນກັບມັນ. ຂ້ອຍບໍ່ສາມາດປະຕິເສດໄດ້”, ແລ້ວມັນກໍຜິດທີ່ເຈົ້າຈະຄິດແບບນີ້. ຄວາມຈິງແລ້ວ, ວິທີທີ່ຄອບຄົວເຈົ້າພາບປະຕິບັດຕໍ່ ແລະ ເບິ່ງແຍງເຈົ້ານັ້ນດີກວ່າວິທີທີ່ພວກເຂົາກະທຳເມື່ອພວກເຂົາຈັດຕ້ອນຮັບອ້າຍເອື້ອຍນ້ອງທຳມະດາຫຼາຍ; ມັນໄດ້ເກີນມາດຕະຖານ ແລະ ຫຼັກການຂອງການຈັດຕ້ອນຮັບໄປຫຼາຍແລ້ວ. ສະນັ້ນ ເຈົ້າຄວນຮັບມືກັບສະຖານະການນີ້ແນວໃດ? (ຂ້ານ້ອຍຕ້ອງຮຽນຮູ້ທີ່ຈະປະຕິເສດ.) ເຈົ້າຄວນປະຕິເສດແນວໃດ? (ກ່ອນອື່ນ, ຂ້ານ້ອຍຄວນໂອ້ລົມຢ່າງຊັດເຈນກັບຄອບຄົວເຈົ້າພາບກ່ຽວກັບຫຼັກການຂອງການຈັດຕ້ອນຮັບ, ໂດຍບອກພວກເຂົາວ່າພວກເຂົາບໍ່ຄວນໃຫ້ການເບິ່ງແຍງເປັນພິເສດແກ່ຜູ້ນໍາ ແລະ ຜູ້ເຮັດວຽກພຽງເພາະວ່າພວກເຂົາມີສະຖານະ, ເພາະສິ່ງນີ້ເຮັດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເພີດເພີນກັບຄວາມສະດວກສະບາຍໄດ້ງ່າຍ. ນອກຈາກນີ້, ຕົວຂ້ານ້ອຍເອງກໍຕ້ອງຮຽນຮູ້ທີ່ຈະປະຕິເສດພວກເຂົາ, ບໍ່ເພີດເພີນກັບການປະຕິບັດຕໍ່ເປັນພິເສດນີ້. ຂ້ານ້ອຍຄວນສະແດງການປະຕິເສດຜ່ານການປະພຶດຕົວຈິງຂອງຂ້ານ້ອຍ ແລະ ການກະທຳຂອງຕົນ.) ແລ້ວເຈົ້າຈຳເປັນຕ້ອງຍອມຮັບສິ່ງນີ້ຈາກພຣະເຈົ້າບໍ? (ບໍ່ຈຳເປັນ.) ຕົວເຈົ້າເອງຕ້ອງຮູ້ວິທີແຍກແຍະສະຖານະການ ແລະ ຮູ້ວິທີປະຕິບັດຕໍ່ພວກມັນຢ່າງເໝາະສົມ. ບາງຄົນເວົ້າວ່າ, “ຄອບຄົວເຈົ້າພາບກໍດຳລົງຊີວິດແບບນີ້ແຫຼະ. ຖ້າຂ້ອຍປະຕິເສດ, ນັ້ນບໍ່ແມ່ນການປະຕິເສດພຣະຄຸນຂອງພຣະເຈົ້າບໍ? ນັ້ນບໍ່ແມ່ນການຫາເລື່ອງໃສ່ຕົວບໍ? ຜູ້ນໍາ ແລະ ຜູ້ເຮັດວຽກຄວນໄດ້ຮັບເງື່ອນໄຂການຈັດຕ້ອນຮັບທີ່ດີໃນຂະນະທີ່ເຮັດວຽກຂອງພວກເຂົາ”. ການຢັ່ງຮູ້ນີ້ຖືກຕ້ອງບໍ? (ບໍ່.) ການຢັ່ງຮູ້ນີ້ຜິດຢ່າງແນ່ນອນ. ຖ້າເຈົ້າໄປຮອດສະຖານທີ່ທີ່ສະພາບການດຳລົງຊີວິດໃນພື້ນທີ່ນັ້ນດີຫຼາຍ ແລະ ສິ່ງທີ່ຄອບຄົວເຈົ້າພາບສະໜອງໃຫ້ເຈົ້າກໍເປັນສ່ວນໜຶ່ງຂອງຄ່າໃຊ້ຈ່າຍ ແລະ ຄວາມຕ້ອງການປົກກະຕິໃນຊີວິດປະຈຳວັນຂອງພວກເຂົາ ແລະ ນີ້ກໍເປັນພຽງເລື່ອງປົກກະຕິໃນຊີວິດຂອງພວກເຂົາ, ຖ້າເປັນເຊັ່ນນັ້ນ ເຈົ້າກໍຄວນເຄົາລົບນິໄສການດຳລົງຊີວິດຂອງພວກເຂົາ. ນັ້ນຄືສະພາບການດຳລົງຊີວິດໃນທ້ອງຖິ່ນ. ຖ້າເຈົ້າປະຕິເສດ, ມັນກໍຈະເບິ່ງຄືວ່າເສແສ້ງເລັກໜ້ອຍ; ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ ແລະ ຮັບມືກັບມັນຢ່າງຖືກຕ້ອງ, ເຈົ້າຄວນຂອບໃຈພຣະເຈົ້າທີ່ຊົງເມດຕາເຈົ້າ ແລະ ເຈົ້າບໍ່ຄວນພະຍາຍາມສ້າງຄວາມທຸກທໍລະມານໃຫ້ກັບຕົວເຈົ້າເອງ. ແຕ່ຖ້າການປະຕິບັດຕໍ່ທີ່ຄອບຄົວເຈົ້າພາບສະໜອງໃຫ້ເຈົ້ານັ້ນເກີນມາດຕະຖານການດຳລົງຊີວິດປະຈຳວັນຂອງພວກເຂົາ, ເຊິ່ງໝາຍຄວາມວ່າພວກເຂົາເບິ່ງແຍງເຈົ້າໃນວິທີພິເສດບາງຢ່າງ, ແລ້ວສິ່ງນີ້ກໍບໍ່ກົງກັນກັບຫຼັກການ. ເຈົ້າຄວນປະຕິເສດ ແລະ ເຈົ້າຄວນໂອ້ລົມກ່ຽວກັບຫຼັກການກັບພວກເຂົາ; ເຈົ້າບໍ່ຄວນເຮັດໃຫ້ພວກເຂົາລຳບາກ. ນີ້ບໍ່ແມ່ນວິທີທີ່ເຈົ້າຄວນປະຕິບັດບໍ? (ແມ່ນແລ້ວ.) ຖ້າເຈົ້າຫາຂໍ້ອ້າງ ໂດຍເວົ້າວ່າ “ນີ້ເປັນພຽງມາດຕະຖານການດຳລົງຊີວິດປົກກະຕິຂອງພວກເຂົາ; ພວກເຂົາກິນຢ່າງຫຼູຫຼາທຸກມື້ ແລະ ມີໝາກໄມ້ສົດທຸກຊະນິດໄວ້ກິນຢູ່ສະເໝີ, ສະນັ້ນ ຂ້ອຍກໍຄວນເພີດເພີນກັບສິ່ງເຫຼົ່ານີ້ຄືກັນ”, ມັນຖືກຕ້ອງບໍທີ່ເຈົ້າຈະຫາຂໍ້ອ້າງດັ່ງກ່າວ? (ບໍ່ຖືກຕ້ອງ.) ນີ້ຄືການເພີດເພີນກັບຄວາມສະດວກສະບາຍ. ເມື່ອບາງຄົນໄປຮອດສະຖານທີ່ທີ່ມີສະພາບການດຳລົງຊີວິດທີ່ດີ, ພວກເຂົາກໍບໍ່ຢາກຈາກໄປ ແລະ ພວກເຂົາກໍພັກຢູ່ໃນສະຖານທີ່ແບບນັ້ນເປັນເວລາດົນເປັນພິເສດ. ພວກເຂົາຢ້ານວ່າພວກເຂົາຈະຕ້ອງອົດທົນຕໍ່ຄວາມທຸກທໍລະມານຖ້າພວກເຂົາໄປບ່ອນອື່ນ, ດັ່ງນັ້ນ ພວກເຂົາຈຶ່ງຫາຂໍ້ອ້າງທຸກປະເພດເພື່ອຈະບໍ່ຈາກໄປ. ເຖິງແມ່ນວ່າມີວຽກງານຢູ່ບ່ອນອື່ນ, ພ້ອມກັບບັນຫາທີ່ພວກເຂົາຈຳເປັນຕ້ອງຈັດການ, ພວກເຂົາກໍພຽງແຕ່ໄປເຮັດໜ້າວຽກໃຫ້ສຳເລັດພາຍໃນສອງສາມມື້ ແລ້ວກໍຟ້າວກັບມາສະຖານທີ່ທີ່ດີແຫ່ງນີ້. ນີ້ບໍ່ແມ່ນການຢ້ານການອົດທົນຕໍ່ຄວາມທຸກທໍລະມານບໍ? (ແມ່ນແລ້ວ.) ນີ້ຄືການຢ້ານການອົດທົນຕໍ່ຄວາມທຸກທໍລະມານ ແລະ ມັນຄືການເພີດເພີນກັບຄວາມສະດວກສະບາຍ. ພວກເຂົາຕາມໃຈເນື້ອໜັງຂອງພວກເຂົາຈົນພວກເຂົາຕຸ້ຍພີດີງາມ, ແຕ່ພວກເຂົາກໍຍັງຫາເຫດຜົນ ແລະ ຂໍ້ອ້າງ ໂດຍເວົ້າວ່າ “ຖ້າຂ້ອຍບໍ່ໄດ້ກິນດີ ຫຼື ພັກຢູ່ໃນບ່ອນທີ່ດີ ແລະ ຂ້ອຍເກີດເຈັບປ່ວຍ, ສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຂ້ອຍໃນຖານະຜູ້ນໍາບໍ? ເພື່ອເຮັດວຽກງານໃຫ້ດີ, ຂ້ອຍຕ້ອງຕາມໃຈເນື້ອໜັງຂອງຂ້ອຍ, ຮັກສາເນື້ອໜັງຂອງຂ້ອຍໃຫ້ແຂງແຮງ ແລະ ມີກຳລັງວັງຊາ; ມີແຕ່ເມື່ອນັ້ນເທົ່ານັ້ນທີ່ຂ້ອຍຈຶ່ງຈະມີປະສິດທິພາບໃນການປະຕິບັດໜ້າທີ່ຂອງຂ້ອຍ”. ສິ່ງເຫຼົ່ານີ້ບໍ່ແມ່ນຂໍ້ອ້າງບໍ? (ແມ່ນແລ້ວ.) ນີ້ຄືການສ້າງຂໍ້ອ້າງສຳລັບການເພີດເພີນກັບຄວາມສະດວກສະບາຍ. ສະຫຼຸບແລ້ວ, ບໍ່ວ່າຈະເປັນສະພາບແວດລ້ອມແຫ່ງຄວາມຍາກລາກບາກ ຫຼື ສະພາບແວດລ້ອມແຫ່ງຄວາມສະດວກສະບາຍກໍຕາມ, ເຈົ້າກໍຄວນສາມາດຫຼີກລ່ຽງການໄດ້ຮັບອິດທິພົນ ຫຼື ຖືກບີບຄັ້ນຈາກສະພາບແບບລ້ອມແບບນັ້ນໃຫ້ໄດ້. ຖ້າບໍ່ມີຄວາມຍາກລຳບາກ, ກໍຢ່າສ້າງມັນຂຶ້ນມາໃຫ້ກັບຕົວເຈົ້າເອງ; ຖ້າມີຄວາມຍາກລຳບາກ, ກໍຢ່າປະຕິເສດມັນ. ຖ້າສະພາບແວດລ້ອມທີ່ເຈົ້າປະເຊີນຢູ່ຮຽກຮ້ອງໃຫ້ມີຄວາມທຸກທໍລະມານ, ເຈົ້າກໍຕ້ອງອົດທົນຕໍ່ມັນ; ບໍ່ວ່າຄວາມຍາກລຳບາກນັ້ນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍຕ້ອງເອົາຊະນະມັນໃຫ້ໄດ້. ຈຸດປະສົງຂອງການເອົາຊະນະຄວາມຍາກລຳບາກກໍຄືເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີຂຶ້ນ, ບໍ່ແມ່ນເພື່ອຕັ້ງໃຈເຮັດໃຫ້ເນື້ອໜັງຂອງເຈົ້າເອງພົບກັບຊ່ວງເວລາທີ່ຍາກລຳບາກ. ບໍ່ວ່າຄວາມຫຍຸ້ງຍາກຈະຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍບໍ່ຄວນປະຕິເສດ ຫຼື ຫຼົບຫຼີກພວກມັນ; ແຕ່ເຈົ້າຄວນຄິດຫາທຸກວິທີທາງເພື່ອເຮັດວຽກງານໃຫ້ດີ, ປະຕິບັດໜ້າທີ່ທີ່ເຈົ້າຄວນເຮັດໃຫ້ດີ ແລະ ເວົ້າໃນສິ່ງທີ່ຄວນເວົ້າ ພ້ອມທັງຈັດການ ແລະ ແກ້ໄຂບັນຫາ ແລະ ຈາກນັ້ນເຈົ້າກໍສາມາດຈາກໄປໄດ້. ນັ້ນຈຶ່ງຈະເໝາະສົມ. ເມື່ອເຈົ້າໄປບ່ອນໃດໜຶ່ງທີ່ມີສະພາບການດຳລົງຊີວິດທີ່ດີ, ເຈົ້າກໍຕ້ອງສາມາດປະຕິບັດໜ້າທີ່ ແລະ ວຽກງານຂອງເຈົ້າໄດ້ຕາມປົກກະຕິເຊັ່ນກັນ, ໂດຍບໍ່ຍຶດຕິດກັບຄວາມສະດວກສະບາຍ ແລະ ຄວາມເພີດເພີນທາງເນື້ອໜັງ, ແຕ່ໃຫ້ຈົດຈໍ່ຢູ່ໃນໃຈຂອງເຈົ້າກັບການເຮັດວຽກງານໃຫ້ດີແທນ. ແນ່ນອນວ່າ ໃນສະພາບແວດລ້ອມດັ່ງກ່າວ, ເຈົ້າບໍ່ຈຳເປັນຕ້ອງສ້າງຄວາມຍາກລຳບາກເພີ່ມເຕີມເພື່ອເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຕົວເຈົ້າເອງ ຫຼື ເພື່ອສະເໜີຄວາມຈົງຮັກພັກດີ ຫຼື ສະແດງຄວາມຕັ້ງໃຈຂອງເຈົ້າຕໍ່ພຣະເຈົ້າ. ແຕ່ກົງກັນຂ້າມ, ເຈົ້າບໍ່ຄວນໄດ້ຮັບອິດທິພົນຈາກສະພາບແວດລ້ອມນີ້, ເຈົ້າບໍ່ຄວນເພີດເພີນກັບຄວາມສະດວກສະບາຍທາງເນື້ອໜັງ ແລະ ເຈົ້າບໍ່ຄວນກາຍເປັນຄົນເສື່ອມຊາມ. ເຈົ້າບໍ່ຄວນປ່ອຍໃຫ້ສະພາບການດຳລົງຊີວິດທີ່ດີ ແລະ ສະພາບແວດລ້ອມທີ່ສະດວກສະບາຍສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານ ຫຼື ສົ່ງຜົນກະທົບຕໍ່ຄວາມຕັ້ງໃຈຂອງເຈົ້າທີ່ຈະທົນທຸກ ແລະ ຄວາມຈົງຮັກພັກດີຂອງເຈົ້າຕໍ່ໜ້າທີ່ຂອງເຈົ້າ. ໃນສະພາບແວດລ້ອມແຫ່ງຄວາມສະດວກສະບາຍ, ເຈົ້າກໍຍັງຕ້ອງປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ຖ້າມີວຽກງານຢູ່ບ່ອນອື່ນ ແລະ ເຈົ້າຄວນໄປ, ແລ້ວເຈົ້າກໍຕ້ອງໄປ. ເຈົ້າບໍ່ສາມາດຫຼົງລະເລີງຢູ່ກັບຄວາມເພີດເພີນຂອງເຈົ້າຈົນລືມໜ້າທີ່ຂອງເຈົ້າ ແລະ ບໍ່ຢາກໄປບ່ອນອື່ນພຽງເພາະວ່າເນື້ອໜັງຂອງເຈົ້າສະດວກສະບາຍ ແລະ ຜ່ອນຄາຍ ແລະ ຊີວິດຂອງເຈົ້າກໍເປັນຕາໜ້າພໍໃຈຢູ່ບ່ອນນີ້. ສິ່ງນີ້ຜິດ. ນີ້ຄືການປະຕິເສດທີ່ຈະອົດທົນຕໍ່ຄວາມທຸກທໍລະມານ, ມັນຄືການເພີດເພີນກັບຄວາມສະດວກສະບາຍ ແລະ ມັນຄືການບໍ່ມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.)

ບໍ່ວ່າຈະມີຄວາມຫຍຸ້ງຍາກໃນສະພາບແວດລ້ອມທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ສະພາບແວດລ້ອມການເຮັດວຽກຂອງເຈົ້າ ຫຼື ສະພາບແວດລ້ອມການດຳລົງຊີວິດຂອງເຈົ້າ ຫຼື ບໍ່, ສະຫຼຸບແລ້ວ ເຈົ້າຄວນເຂົ້າໃຈບັນຫາຂອງຄວາມທຸກທໍລະມານຢ່າງຖືກຕ້ອງ ແລະ ເຈົ້າຍັງຄວນຮັບມືກັບມັນຢ່າງມີເຫດຜົນ ດ້ວຍທັດສະນະຄະຕິທີ່ຖືກຕ້ອງອີກດ້ວຍ. ຖ້າຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນແມ່ນເພື່ອເຫັນແກ່ການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເພື່ອເຫັນແກ່ການສາມາດປະຕິບັດໃຫ້ກົງກັນກັບຫຼັກການຄວາມຈິງ, ເພື່ອເຫັນແກ່ການຖວາຍຄວາມຊື່ສັດຂອງເຈົ້າ ແລະ ເພື່ອເຫັນແກ່ການສາມາດອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ຖ້າເປັນແບບນັ້ນ ເຈົ້າກໍຄວນຍອມຮັບຄວາມທຸກທໍລະມານນັ້ນ. ບໍ່ວ່າຄວາມຫຍຸ້ງຍາກຈະຍິ່ງໃຫຍ່ສໍ່າໃດກໍຕາມ ເຈົ້າກໍຕ້ອງເອົາຊະນະ ແລະ ອົດທົນຕໍ່ຄວາມຫຍຸ້ງຍາກດັ່ງກ່າວ; ເຈົ້າບໍ່ຄວນປະຕິເສດ ຫຼື ຫຼີກລ່ຽງຄວາມຫຍຸ້ງຍາກເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຖ້າບໍ່ມີຄວາມລຳບາກ ຫຼື ບໍ່ມີຄວາມຫຍຸ້ງຍາກເຊັ່ນກັນ, ເຈົ້າກິນດີ ແລະ ດຳລົງຊີວິດຢ່າງສະດວກສະບາຍ ແລະ ເປັນເວລາດົນນານທີ່ເຈົ້າບໍ່ໄດ້ປະເຊີນກັບສະພາບການທີ່ບໍ່ເອື້ອອຳນວຍໃດໆ, ຖ້າທຸກສິ່ງທຸກຢ່າງດຳເນີນໄປໂດຍດີໃນທຸກດ້ານ, ແລ້ວເຈົ້າກໍບໍ່ຄວນຮູ້ສຶກບໍ່ສະບາຍໃຈໃນໃຈ. ໃນສະພາບແວດລ້ອມແຫ່ງຄວາມສະດວກສະບາຍດັ່ງກ່າວ ເຈົ້າຍິ່ງຄວນເຮັດໃຫ້ໃຈຂອງເຈົ້າສະຫງົບລົງຕໍ່ໜ້າພຣະເຈົ້າ, ເຮັດການເຝົ້າດ່ຽວຝ່າຍວິນຍານຂອງເຈົ້າຢ່າງເໝາະສົມ, ປະກອບຄວາມຈິງໃຫ້ກັບຕົນເອງ ແລະ ເພີ່ມພູນຄວາມເຂົ້າໃຈຂອງເຈົ້າ. ເຈົ້າຄວນໄຕ່ຕອງກ່ຽວກັບວ່າຄວາມຂາດຕົກບົກຜ່ອງຂອງເຈົ້າໃນຊ່ວງເວລານີ້ມີຫຍັງແດ່ ຫຼື ກ່ຽວກັບອຸປະນິໄສທີ່ເສື່ອມຊາມໃດແດ່ທີ່ເຈົ້າໄດ້ເປີດເຜີຍອອກມາ ແລະ ຈຳເປັນຕ້ອງຮູ້ຈັກ ແລະ ຈຳເປັນຕ້ອງແກ້ໄຂໂດຍການສະແຫວງຫາຄວາມຈິງ. ຈາກນັ້ນກໍເບິ່ງວ່າເຈົ້າຍັງມີບັນຫາຫຍັງແດ່, ບັນຫາໃດແດ່ທີ່ເຈົ້າບໍ່ຮູ້ວິທີແກ້ໄຂ, ເຈົ້າຍັງຂາດແຄນຄວາມຈິງດ້ານໃດແດ່ ແລະ ດ້ານໃດແດ່ທີ່ເຈົ້າຈຳເປັນຕ້ອງເຂົ້າສູ່ ແລະ ຈຳເປັນຕ້ອງປັບປຸງ. ນີ້ຄືວິທີປະຕິບັດສຳລັບການຮັບມືກັບບັນຫາຂອງຄວາມທຸກທໍລະມານຢ່າງຖືກຕ້ອງ ແລະ ສຳລັບການຮັບມືກັບສະພາບແວດລ້ອມທີ່ພຣະເຈົ້າຈັດໃຫ້ເຈົ້າຢ່າງຖືກຕ້ອງ. ຖ້ານີ້ຄືວິທີທີ່ເຈົ້າປະຕິບັດ, ໂດຍພື້ນຖານແລ້ວ ເຈົ້າກໍຈະບໍ່ມີທາງໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກ. ບໍ່ວ່າຄວາມລຳບາກໃນສະພາບແວດລ້ອມພາຍນອກຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຕາບໃດທີ່ຄົນເຮົາສາມາດມີເປົ້າໝາຍທີ່ຖືກຕ້ອງ ແລະ ທິດທາງການໄລ່ຕາມເສາະຫາທີ່ຖືກຕ້ອງຢູ່ໃນໃຈຂອງລາວ, ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າ, ສາມາດຄິດໄດ້ວ່າຫຼັກການຄວາມຈິງແມ່ນຫຍັງ ແລະ ຈະປະຕິບັດແນວໃດເມື່ອລາວປະເຊີນກັບເລື່ອງຕ່າງໆ ແລະ ຈາກນັ້ນກໍຕັດສິນຢ່າງຖືກຕ້ອງ ແລະ ປະຕິບັດຢ່າງຖືກຕ້ອງ, ໂດຍການຮັບມືກັບບັນຫາຂອງຄວາມທຸກທໍລະມານດ້ວຍວິທີນີ້, ໃນທີ່ສຸດ ລາວກໍຈະໄດ້ຮັບສິ່ງທີ່ເປັນບວກບາງຢ່າງທີ່ລາວຄວນໄດ້ຮັບ. ຕົວຢ່າງ: ບາງຄັ້ງເຈົ້າອາດຈະປະເຊີນກັບບັນຫາໃຫຍ່ທີ່ຈຳເປັນຕ້ອງໄດ້ຮັບການຈັດການຢ່າງຮີບດ່ວນໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ເຊິ່ງຮຽກຮ້ອງໃຫ້ເຈົ້າຕື່ນແຕ່ເຊົ້າ ແລະ ນອນເດິກ ຫຼື ຮຽກຮ້ອງໃຫ້ເຈົ້າຕ້ອງອົດອາຫານ ຫຼື ຮຽກຮ້ອງໃຫ້ເຈົ້າຕ້ອງຍ່າງທາງໄກ ແລະ ຂ້າມພູເຂົາ ແລະ ສັນພູ. ໂດຍສະເພາະຢ່າງຍິ່ງ ສະຖານທີ່ຫ່າງໄກສອກຫຼີກບາງແຫ່ງບໍ່ສາມາດເຂົ້າເຖິງໄດ້ດ້ວຍພາຫະນະ ແລະ ແມ່ນແຕ່ທາງລົດຖີບກໍບໍ່ມີ, ສະນັ້ນ ເຈົ້າຈຶ່ງສາມາດໄປຮອດບ່ອນນັ້ນໄດ້ດ້ວຍການຍ່າງເທົ່ານັ້ນ. ສະນັ້ນ ເຈົ້າຄວນເຮັດແນວໃດ ເມື່ອເຈົ້າປະເຊີນກັບສະພາບແວດລ້ອມແຫ່ງຄວາມລຳບາກແບບນີ້? ສິ່ງເຫຼົ່ານີ້ແມ່ນຄວາມລຳບາກບາງປະເພດທີ່ສະເພາະເຈາະຈົງ. ເມື່ອເຈົ້າປະເຊີນກັບສະພາບແວດລ້ອມເຫຼົ່ານີ້, ເຈົ້າບໍ່ສາມາດປະຕິເສດ ຫຼື ຫຼີກລ່ຽງຄວາມລຳບາກເຫຼົ່ານັ້ນໄດ້. ນີ້ຄືຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ; ເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ເຈົ້າຕ້ອງອົດທົນຕໍ່ຄວາມທຸກທໍລະມານດັ່ງກ່າວ. ເຖິງຢ່າງໃດກໍຕາມ ສະຖານະການພິເສດບາງຢ່າງກໍຈຳເປັນຕ້ອງໄດ້ປະຕິບັດແຕກຕ່າງອອກໄປ. ຕົວຢ່າງ: ໃນບາງພື້ນທີ່ທີ່ມີຄຣິສຕະຈັກ, ສະພາບການແມ່ນບໍ່ເອື້ອອຳນວຍຫຼາຍ, ໂດຍພັກກອມມູນິດຈີນດຳເນີນການຈັບກຸມຢ່າງບ້າປ່ວງ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຖືກຈັບກຸມ ແລະ ອ້າຍເອື້ອຍນ້ອງບາງຄົນກໍຢູ່ພາຍໃຕ້ການຕິດຕາມຢ່າງເຂັ້ມງວດຂອງພັກກອມມູນິດຈີນ. ວຽກງານຂອງຄຣິສຕະຈັກໄດ້ຮັບຜົນກະທົບຢ່າງຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ຮັບການຈັດການ. ຖ້າເຈົ້າໄປບ່ອນນັ້ນ, ເຈົ້າກໍຈະສ່ຽງຕໍ່ການຖືກຈັບກຸມ ແລະ ຊີວິດຂອງເຈົ້າກໍອາດຈະຕົກຢູ່ໃນອັນຕະລາຍ. ໃນສະຖານະການດັ່ງກ່າວ, ເຈົ້າຕ້ອງໃຊ້ສະຕິປັນຍາບາງຢ່າງ. ເຈົ້າສາມາດສື່ສານຜ່ານທາງຈົດໝາຍ ຫຼື ໃຫ້ຜູ້ກຳກັບດູແລໃນທ້ອງຖິ່ນໄປເຕົ້າໂຮມກັນໃນພື້ນທີ່ອື່ນເພື່ອໂອ້ລົມ ແລະ ຊ່ວຍພວກເຂົາຈັດການກັບວຽກງານສະສາງບັນຫາ ເພື່ອໃຫ້ວຽກງານຂອງຄຣິສຕະຈັກສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໂດຍໄວເທົ່າທີ່ຈະໄວໄດ້. ສະຫຼຸບແລ້ວ ໃນສະພາບແວດລ້ອມທີ່ເປັນອັນຕະລາຍດັ່ງກ່າວ ເຈົ້າຕ້ອງລະມັດລະວັງເປັນພິເສດ ແລະ ບໍ່ສາມາດສ່ຽງອັນຕະລາຍໄດ້. ໃນບາງສະຖານະການ ເຈົ້າສາມາດລອງສ່ຽງເບິ່ງໄດ້, ແຕ່ໃນສະຖານະການອື່ນໆ ມັນກໍບໍ່ເໝາະສົມທີ່ຈະເຮັດເຊັ່ນນັ້ນ. ບໍ່ວ່າໃນກໍລະນີໃດກໍຕາມ ເມື່ອເຈົ້າຢັ່ງຮູ້ບັນຫາຂອງຄວາມທຸກທໍລະມານຢ່າງຖືກຕ້ອງແລ້ວ, ເຈົ້າກໍຄວນໄຕ່ຕອງກ່ຽວກັບຕົວເຈົ້າເອງໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງເຫຼົ່ານີ້. ເບິ່ງຄວາມທຸກທໍລະມານທີ່ເຈົ້າປະເຊີນໃນຊີວິດຂອງເຈົ້າ ແລະ ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ. ເບິ່ງວ່າຄວາມທຸກທໍລະມານປະເພດໃດຄືຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ ແລະ ຄວາມທຸກທໍລະມານປະເພດໃດຄືຄວາມທຸກທໍລະມານທີ່ກົງກັນກັບຫຼັກການຄວາມຈິງ, ນີ້ຄືຄວາມທຸກທໍລະມານປະເພດທີ່ເຈົ້າຕ້ອງອົດທົນ; ເຈົ້າຕ້ອງຍອມຮັບມັນຈາກພຣະເຈົ້າ. ເບິ່ງວ່າຄວາມທຸກທໍລະມານປະເພດໃດທີ່ບໍ່ຈຳເປັນ ແລະ ເປັນພຽງບັນຫາທີ່ເຈົ້າສ້າງຂຶ້ນມາໃຫ້ກັບຕົວເຈົ້າເອງ, ບໍ່ວ່າເຈົ້າຈະອົດທົນຕໍ່ຄວາມທຸກທໍລະມານປະເພດນີ້ຫຼາຍສໍ່າໃດກໍຕາມ ພຣະເຈົ້າກໍຈະບໍ່ຈື່ຈຳມັນ. ຖ້າຄົນອື່ນສ້າງບັນຫາທີ່ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ ແລະ ເຈົ້າຄວນສະສາງບັນຫາທີ່ຫຍຸ້ງເຫຍີງນີ້ ແລະ ເຈົ້າຄວນປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ, ຖ້າເປັນເຊັ່ນນັ້ນ ເຈົ້າກໍບໍ່ສາມາດຈົ່ມວ່າໄດ້; ເຈົ້າຕ້ອງຈັດການກັບສິ່ງໃດກໍຕາມທີ່ເຈົ້າຄວນຈັດການ. ຕົວຢ່າງ: ບາງຄົນສ້າງຄວາມເສຍຫາຍຕໍ່ອຸປະກອນ, ເຄື່ອງມື ແລະ ສິ່ງຂອງອື່ນໆຂອງຄຣິສຕະຈັກ ຫຼື ກະທຳຜິດໂດຍບໍ່ຄິດໜ້າຄິດຫຼັງ ເຊິ່ງກໍ່ໃຫ້ເກີດສະຖານະການທີ່ບໍ່ເອື້ອອຳນວຍ ຫຼື ຄົນເບົາປັນຍາ ຫຼື ຄົນທີ່ມີຂີດຄວາມສາມາດຕໍ່າເຮັດບາງສິ່ງຜິດພາດ, ເຈົ້າຈຳເປັນຕ້ອງເປັນຜູ້ຈັດການເລື່ອງນີ້. ໃນເວລາແບບນັ້ນ, ເຈົ້າບໍ່ສາມາດເວົ້າໄດ້ວ່າ “ພວກເຂົາສ້າງບັນຫາເອງ ພວກເຂົາກໍຕ້ອງຮັບຜິດຊອບເອງ. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ. ນີ້ບໍ່ແມ່ນຄວາມທຸກທໍລະມານທີ່ຂ້ອຍຄວນອົດທົນ; ຂ້ອຍປະຕິເສດທີ່ຈະຮັບໜ້າທີ່ນີ້!” ມັນຖືກຕ້ອງບໍທີ່ຈະເວົ້າແບບນີ້? (ບໍ່, ນີ້ຄືການບໍ່ມີຄວາມຊື່ສັດ ແລະ ບໍ່ມີຄວາມຮັບຜິດຊອບ.) ສິ່ງນີ້ກ່ຽວຂ້ອງກັບຄວາມຊື່ສັດຂອງຄົນເຮົາອີກຄັ້ງ. ຖ້າມັນເປັນສິ່ງທີ່ຕົກເປັນໜ້າທີ່ຂອງເຈົ້າທີ່ຈະຕ້ອງເຮັດ, ແລ້ວເຈົ້າກໍຕ້ອງໄປເບິ່ງແຍງ ແລະ ຈັດການກັບເລື່ອງນັ້ນ. ເຖິງແມ່ນວ່າການຈັດການກັບມັນຈະໝາຍເຖິງການສະສາງບັນຫາທີ່ຫຍຸ້ງເຫຍີງກໍຕາມ, ເຈົ້າກໍຍັງຕ້ອງໄປ. ເຈົ້າຕ້ອງບໍ່ໂຕ້ຖຽງ ແລະ ເຈົ້າຕ້ອງບໍ່ຈົ່ມວ່າ ໂດຍເວົ້າວ່າ “ຄົນເບົາປັນຍາເຫຼົ່ານີ້, ຄົນໂງ່ຈ້າທີ່ມີຂີດຄວາມສາມາດຕໍ່າເຫຼົ່ານີ້ໄດ້ປະບັນຫາທີ່ຫຍຸ້ງເຫຍີງນີ້ໄວ້, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງເປັນຄົນມາສະສາງມັນ? ຂ້ອຍຈະບໍ່ຕ້ອງທົນທຸກເກີນຄວາມຈຳເປັນບໍ? ສະຖານະການນີ້ເກີດຈາກຄົນ; ມັນບໍ່ໄດ້ມາຈາກພຣະເຈົ້າ.” ມັນຜິດທີ່ເຈົ້າເວົ້າແບບນີ້. ມັນອາດຈະເປັນໄປໄດ້ວ່າການສະສາງບັນຫາທີ່ຫຍຸ້ງເຫຍີງ ແລະ ການແກ້ໄຂສະຖານະການນັ້ນບໍ່ແມ່ນໜ້າທີ່ຂອງເຈົ້າ ແລະ ບໍ່ໄດ້ຢູ່ໃນຂອບເຂດວຽກງານຂອງເຈົ້າເອງ, ແຕ່ເລື່ອງນີ້ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ສະນັ້ນ ເຈົ້າຄວນຮັບມືກັບມັນແນວໃດ? ຖ້າເຈົ້າບໍ່ໄປສະສາງບັນຫາທີ່ຫຍຸ້ງເຫຍີງນີ້, ແລ້ວວຽກງານຂອງຄຣິສຕະຈັກກໍຈະຊັກຊ້າ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກໍຈະໄດ້ຮັບຄວາມເສຍຫາຍ. ແຕ່ເພື່ອສະສາງບັນຫາທີ່ຫຍຸ້ງເຫຍີງນີ້, ເຈົ້າຕ້ອງເວົ້າຫຼາຍຄຳເພື່ອໂອ້ລົມກ່ຽວກັບຄວາມຈິງ ແລະ ແກ້ໄຂບັນຫາ. ໃນສະຖານະການນີ້, ເຈົ້າສາມາດຢືນຢັດທີ່ຈະແກ້ໄຂບັນຫາທັງໝົດ ແລະ ເຮັດວຽກງານໃຫ້ລະອຽດດີບໍ? ຄົນອື່ນລົ້ມເຫຼວທີ່ຈະແກ້ໄຂບັນຫາ ແລະ ບໍ່ໄດ້ເຮັດວຽກງານໃຫ້ດີ, ສະນັ້ນ ເຈົ້າຈຶ່ງຕ້ອງໃຊ້ຄວາມພະຍາຍາມຫຼາຍຂຶ້ນເພື່ອແກ້ໄຂບັນຫາ ແລະ ເຮັດວຽກງານໃຫ້ລະອຽດ; ມີພຽງເຮັດແບບນີ້ເທົ່ານັ້ນທີ່ເຮັດໃຫ້ເຈົ້າເໝາະໃຫ້ພຣະເຈົ້ານຳໃຊ້. ເມື່ອເຈົ້າຖືກຮຽກຮ້ອງໃຫ້ທົນທຸກ, ເຈົ້າກໍຕ້ອງອົດທົນຕໍ່ມັນ; ບໍ່ວ່າມີບັນຫາຫຼາຍສໍ່າໃດກໍຕາມ, ເຈົ້າກໍຕ້ອງແກ້ໄຂບັນຫາເຫຼົ່ານັ້ນ. ເມື່ອຄວາມຫຍຸ້ງຍາກເຫຼົ່ານີ້ເກີດຂຶ້ນໃນວຽກງານ, ເຈົ້າຍັງຈະເຮັດວຽກງານນັ້ນຢູ່ ຫຼື ບໍ່? (ພວກເຮົາຍັງຕ້ອງເຮັດວຽກງານນັ້ນ.) ບໍ່ວ່າສະພາບແວດລ້ອມການດຳລົງຊີວິດຂອງເຈົ້າຈະດີ ຫຼື ບໍ່ດີກໍຕາມ ແລະ ບໍ່ວ່າອາລົມຂອງເຈົ້າຈະເປັນແນວໃດກໍຕາມ, ເຈົ້າກໍຕ້ອງເຮັດວຽກງານທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າໃຫ້ດີ ແລະ ເຈົ້າຕ້ອງປະຕິບັດໜ້າທີ່ນີ້ໃຫ້ດີ. ຖ້າເຈົ້າບໍ່ຕ້ອງການຍອມຮັບໜ້າທີ່ນີ້, ເຈົ້າກໍສາມາດປະຖິ້ມໜ້າທີ່ນັ້ນໄດ້; ເຮືອນຂອງພຣະເຈົ້າຈະບໍ່ບັງຄັບເຈົ້າ. ແຕ່ໃນເມື່ອເຈົ້າໄດ້ຍອມຮັບມັນແລ້ວ, ເຈົ້າກໍຄວນປະຕິບັດໜ້າທີ່ນີ້ໃຫ້ດີ. ໂດຍສະເພາະເມື່ອມັນກ່ຽວຂ້ອງກັບວຽກງານການເຜີຍແຜ່ຂ່າວປະເສີດ, ປະຊາກອນທີ່ພຣະເຈົ້າຊົງເລືອກທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ. ເຖິງແມ່ນວ່າເຈົ້າຈະປະເຊີນກັບຄວາມຫຍຸ້ງຍາກ ຫຼື ຕ້ອງອົດທົນຕໍ່ຄວາມທຸກທໍລະມານອັນຍິ່ງໃຫຍ່ກໍຕາມ, ເຈົ້າກໍຕ້ອງຢືນຢັດທີ່ຈະເຮັດສິ່ງນັ້ນຕໍ່ໄປ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? (ເພາະວ່າເລື່ອງນີ້ກ່ຽວຂ້ອງກັບໜ້າທີ່ຂອງພວກເຮົາ ແລະ ຜູ້ຄົນຄວນປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ.) ເລື່ອງທີ່ກ່ຽວຂ້ອງກັບໜ້າທີ່ຂອງຄົນເຮົາບໍ່ແມ່ນສິ່ງທີ່ງ່າຍດາຍ. ໃນດ້ານໜຶ່ງ, ພວກມັນກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງຜູ້ຄົນ ແລະ ໃນເວລາດຽວກັນ ພວກມັນກໍກ່ຽວຂ້ອງກັບການດຳເນີນການຕາມຄວາມປະສົງຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຮັບມືກັບບັນຫາເຫຼົ່ານີ້, ຜູ້ຄົນຄວນສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ ແລະ ຄວນປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ນີ້ຄືຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້! ການມີຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ໝາຍເຖິງການມີຄວາມຊື່ສັດ ແລະ ການປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ. ບໍ່ວ່າເຈົ້າຈະປະເຊີນກັບບັນຫາ ຫຼື ຄວາມຫຍຸ້ງຍາກໃດກໍຕາມ, ຈົ່ງຢ່າຈົ່ມວ່າ ແລະ ເມື່ອເຈົ້າໃຈຮ້າຍ, ກໍຢ່າເອົາໄປລະບາຍໃສ່ວຽກງານຂອງຄຣິສຕະຈັກ. ຈົ່ງເຮັດວຽກງານຕາມທີ່ຄວນຈະເຮັດ; ຈັດການເຕົ້າໂຮມ ແລະ ໂອ້ລົມກ່ຽວກັບຫຼັກການກັບຜູ້ຄົນ ແລະ ຈາກນັ້ນກໍສະສາງບັນຫາທີ່ຫຍຸ້ງເຫຍີງນີ້ ເພື່ອໃຫ້ວຽກງານຂອງຄຣິສຕະຈັກເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເຮັດໃຫ້ວຽກງານທີ່ຊັກຊ້າໄປນັ້ນກັບຄືນສູ່ສະພາບປົກກະຕິ. ຕົວຢ່າງ: ໃນອະດີດ, ຄົນເບົາປັນຍາ ແລະ ຄົນຊົ່ວຮ້າຍບາງຄົນໄດ້ກຳອຳນາດ ແລະ ເຮັດໜ້າທີ່ເປັນຜູ້ນໍາ. ພວກເຂົາເຮັດໃຫ້ປະສິດທິພາບໃນວຽກງານຂອງຄຣິສຕະຈັກຫຼຸດລົງ ຫຼື ເຮັດໃຫ້ມັນຢຸດສະງັກ, ເຊິ່ງເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ຕອນນີ້ເຈົ້າຕ້ອງຟ້າວແກ້ໄຂສິ່ງນີ້, ໂດຍປັບປ່ຽນບຸກຄະລາກອນຢ່າງເໝາະສົມ, ປັບປ່ຽນແຜນການ ແລະ ວິທີການເຮັດວຽກຢ່າງເໝາະສົມ ແລະ ຄິດຫາທຸກວິທີທາງເພື່ອເລັ່ງສິ່ງຕ່າງໆໃຫ້ໄວຂຶ້ນ. ເມື່ອກ່ອນ, ເຈົ້າອາດຈະເຮັດວຽກມື້ລະແປດຊົ່ວໂມງ; ຕອນນີ້, ເຈົ້າເຮັດວຽກເພີ່ມອີກສອງຊົ່ວໂມງທຸກມື້ເພື່ອເລັ່ງວຽກງານໃຫ້ທັນ ແລະ ຊົດເຊີຍຄວາມເສຍຫາຍໃນວຽກງານກ່ອນໜ້ານີ້. ສິ່ງນີ້ເອີ້ນວ່າການອຸທິດຕົນ. ຕ້ອງອົດທົນຕໍ່ຄວາມທຸກທໍລະມານນີ້. ການອົດທົນຕໍ່ຄວາມທຸກທໍລະມານນີ້ມີຄວາມໝາຍ ແລະ ມີຄຸນຄ່າ; ມັນເປັນການກະທຳທີ່ດີ ແລະ ພຣະເຈົ້າຈະຈື່ຈຳການກະທຳນັ້ນ. ໃນການເຮັດເຊັ່ນນັ້ນ, ເຈົ້າກໍກຳລັງປະຕິບັດຄວາມຈິງ. ການປະຕິບັດຄວາມຈິງຢູ່ບ່ອນນີ້ໝາຍເຖິງຫຍັງ? ມັນໝາຍເຖິງການຖວາຍຄວາມຊື່ສັດຂອງເຈົ້າ, ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ການຊົດເຊີຍຄວາມເສຍຫາຍທີ່ເກີດຂຶ້ນໃນວຽກງານ. ນີ້ຄືການປະຕິບັດຄວາມຈິງ ແລະ ສິ່ງນີ້ເອີ້ນວ່າການເຮັດການສ້າງຄຸນງາມຄວາມດີ. ມັນອາດຈະເປັນໄປໄດ້ວ່າໃນຊ່ວງເວລາທີ່ເຈົ້າກຳລັງເຮັດວຽກງານນີ້, ເຈົ້າຫຍຸ້ງຫຼາຍ; ເຈົ້າສາມາດພັກຜ່ອນໄດ້ຫຼັງຈາກທ່ຽງຄືນເທົ່ານັ້ນ ແລະ ເຈົ້າກໍຕື່ນກ່ອນຕາເວັນຂຶ້ນ. ເຈົ້າຟ້າວກິນເຂົ້າ ແລ້ວກໍຟ້າວກັບໄປຫຍຸ້ງຢູ່ກັບວຽກງານ. ນີ້ກໍຍ້ອນວ່າວຽກງານຢູ່ຕໍ່ໜ້າເຈົ້າແລ້ວ, ຈຳເປັນຕ້ອງມີການປັບປ່ຽນບຸກຄະລາກອນຫຼາຍຢ່າງ ແລະ ມີຫຼາຍເລື່ອງທີ່ຈຳເປັນຕ້ອງໄດ້ຈັດການ. ໄປນອນໄວກໍະບໍ່ໄດ້, ເພາະວຽກງານບາງຢ່າງຍັງບໍ່ທັນສຳເລັດ. ນອນຕື່ນສວາຍກໍບໍ່ໄດ້ເຊັ່ນກັນ, ເພາະທຸກຄົນກຳລັງລໍຖ້າໃຫ້ເຈົ້າຈັດແຈງວຽກງານ; ເຈົ້າຕ້ອງວາງແຜນວຽກງານທີ່ຈະຕ້ອງເຮັດໃນມື້ນີ້ກ່ອນທີ່ທຸກຄົນຈະຕື່ນ ແລະ ຈາກນັ້ນກໍຈັດແຈງ ແລະ ມອບໝາຍວຽກນັ້ນ. ເຈົ້າທົນທຸກຫຼາຍພໍສົມຄວນໃນຊ່ວງເດືອນນີ້. ເນື້ອໜັງຂອງເຈົ້າອິດເມື່ອຍເລັກໜ້ອຍ ແລະ ອ່ອນເພຍເລັກໜ້ອຍ, ເຈົ້າມີເວລາພັກຜ່ອນໜ້ອຍກວ່າເມື່ອກ່ອນ ແລະ ເຈົ້າກໍຈ່ອຍລົງຫຼາຍພໍສົມຄວນ, ແຕ່ຫຼັງຈາກທີ່ຫຍຸ້ງຢູ່ກັບວຽກມາໄດ້ໜຶ່ງເດືອນ, ຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກກໍກາຍເປັນປົກກະຕິໃນທຸກດ້ານ ແລະ ໃນທີ່ສຸດທຸກຢ່າງກໍລົງຕົວ. ການທີ່ທຸກຢ່າງລົງຕົວນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄົນທີ່ຖືກມອບໝາຍໃຫ້ແຕ່ລະຕຳແໜ່ງລ້ວນແຕ່ເໝາະສົມ; ບໍ່ມີໃຜກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ສ້າງບັນຫາ, ບໍ່ມີໃຜຮ້ອງຄຳຂວັນ ຫຼື ເວົ້າໂອ້ອວດ ແລະ ບໍ່ມີໃຜຄິດລົບຢູ່ສະເໝີ. ທຸກຄົນສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ ແລະ ຜູ້ຄົນໃນທຸກຕຳແໜ່ງກໍມີຄວາມສາມາດໃນວຽກງານຂອງພວກເຂົາ. ບໍ່ມີຄົນຂີ້ຄ້ານ ແລະ ບໍ່ມີຄົນທີ່ເກາະກິນ. ວຽກງານທຸກຢ່າງກຳລັງດຳເນີນໄປຕາມປົກກະຕິຕາມຂໍ້ກຳນົດຂອງການຈັດແຈງວຽກງານ, ກຳລັງເກີດຜົນ ແລະ ໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແລ້ວ. ເມື່ອນັ້ນ ເຈົ້າຈຶ່ງຈະນັບວ່າເປັນຄົນທີ່ດຳລົງຊີວິດຕໍ່ໜ້າພຣະເຈົ້າ. ຖ້າເຈົ້າສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກໃດໆກໍຕາມທີ່ເຈົ້າປະເຊີນ ແລະ ເຈົ້າເຮັດສິ່ງທີ່ຢູ່ໃນຂອບເຂດວຽກງານຂອງເຈົ້າເອງໄດ້ດີ, ແລ້ວຄວາມທຸກທໍລະມານທັງໝົດນີ້ທີ່ເຈົ້າອົດທົນນັ້ນຄຸ້ມຄ່າບໍ? (ຄຸ້ມຄ່າ.) ມັນຄຸ້ມຄ່າຫຼາຍ! ບາງຄົນອົດທົນຕໍ່ຄວາມທຸກທໍລະມານບາງຢ່າງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດ ແລະ ເມື່ອພວກເຂົາອາຍຸຮອດສີ່ສິບ ຫຼື ຫ້າສິບປີ, ພວກເຂົາກໍເກີດມີອາການເຈັບປ່ວຍເລັກໆນ້ອຍໆ. ບາງຄົນມີອາການຫູອື້ ຫຼື ມີສຽງດັງໃນຫູ, ໃນຂະນະທີ່ຄົນອື່ນໆເປັນພະຍາດກະດູກຄໍເສື່ອມ ຫຼື ປວດຫຼັງ ແລະ ຂາ. ເຖິງແມ່ນວ່າພວກເຂົາໄດ້ອົດທົນຕໍ່ຄວາມທຸກທໍລະມານບາງຢ່າງ, ພວກເຂົາກໍໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກ. ສິ່ງທີ່ແລກມາດ້ວຍຄວາມເຈັບປ່ວຍ ແລະ ຄວາມເຈັບປວດເຫຼົ່ານີ້ກໍຄື ພວກເຂົາໄດ້ຮັບຄວາມຈົງຮັກພັກດີຕໍ່ພຣະເຈົ້າ ແລະ ພວກເຂົາໄດ້ຮັບການຍອມຮັບ ແລະ ການຮັບຮອງຈາກພຣະເຈົ້າ ພ້ອມທັງການຈື່ຈຳຂອງພຣະເຈົ້າ. ພວກເຈົ້າຈະເວົ້າບໍວ່າມັນຄຸ້ມຄ່າ? (ແມ່ນແລ້ວ.) ແຕ່ລະປະສົບການແຫ່ງຄວາມທຸກທໍລະມານ, ແຕ່ລະປະສົບການແຫ່ງການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ແຕ່ລະປະສົບການແຫ່ງການຖວາຍຄວາມຈົງຮັກພັກດີຂອງເຈົ້າລ້ວນແຕ່ເປັນຄວາມຊົງຈຳທີ່ຍອດຢ້ຽມສຳລັບເຈົ້າ; ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມຊົງຈຳທີ່ຍອດຢ້ຽມທີ່ສຸດທີ່ເກີດຂຶ້ນໃນຂະນະທີ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ບາງຄັ້ງ ເມື່ອເຈົ້າຮູ້ສຶກເຖິງຄວາມເຈັບປວດເຫຼົ່ານີ້ໃນຮ່າງກາຍຂອງເຈົ້າ ແລະ ຈາກນັ້ນກໍໄຕ່ຕອງເຖິງຄວາມທຸກທໍລະມານທີ່ເຈົ້າໄດ້ອົດທົນໃນຫຼາຍປີທີ່ຜ່ານມານີ້ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ ພ້ອມທັງຜົນຮັບໃນແງ່ມຸມຂອງຊີວິດ ແລະ ຜົນຮັບໃນແງ່ມຸມຂອງວຽກງານທີ່ເຈົ້າໄດ້ຮັບ, ເຈົ້າກໍຈະຮູ້ສຶກວ່າມັນຄຸ້ມຄ່າ, ເຈົ້າຈະບໍ່ຮູ້ສຶກເສຍດາຍ ແລະ ເຈົ້າຈະມີຄວາມຮູ້ສຶກສະບາຍໃຈໃນໃຈຂອງເຈົ້າ. ບອກເຮົາມາເບິ່ງ, ການອົດທົນຕໍ່ຄວາມທຸກທໍລະມານນີ້ຄຸ້ມຄ່າບໍ? (ຄຸ້ມຄ່າ.) ມັນຄຸ້ມຄ່າຢ່າງຍິ່ງ! ຄວາມຮູ້ສຶກສະບາຍໃຈໃນໃຈຂອງເຈົ້ານີ້ເກີດຂຶ້ນໄດ້ແນວໃດ? (ໂດຍການທົນທຸກ ແລະ ການຈ່າຍລາຄາເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ.) ເຈົ້າໄດ້ຮັບຄວາມຮູ້ສຶກສະບາຍໃຈຈາກຄວາມທຸກທໍລະມານ ເພາະສິ່ງເຫຼົ່ານີ້ທີ່ເຈົ້າເຮັດ ແລະ ວຽກງານນີ້ທີ່ເຈົ້າປະຕິບັດລ້ວນແຕ່ເປັນສິ່ງທີ່ເປັນບວກ, ລ້ວນແຕ່ເປັນການປົກປ້ອງການມີຢູ່ຂອງພາລະກິດແຫ່ງຄວາມຍຸຕິທຳ, ລ້ວນແຕ່ເປັນການປົກປ້ອງຜົນປະໂຫຍດຂອງພຣະເຈົ້າ ແລະ ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ລ້ວນແຕ່ເປັນການປະຕິບັດຄວາມຈິງ ແລະ ການປະຕິບັດຕາມຫົນທາງຂອງພຣະເຈົ້າ. ມະໂນທຳຂອງເຈົ້າບໍ່ໄດ້ກ່າວໂທດເຈົ້າ, ສະນັ້ນ ເຈົ້າຈຶ່ງໄດ້ຮັບຄວາມຮູ້ສຶກສະບາຍໃຈໃນໃຈຂອງເຈົ້າ. ຄວາມທຸກທໍລະມານທັງໝົດນີ້ທີ່ເຈົ້າອົດທົນນັ້ນກໍເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ. ສິ່ງທີ່ເປັນບວກອັນໃດແດ່? (ຕົວຢ່າງ: ຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຂອງຄຣິສຕະຈັກ, ຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຂ່າວປະເສີດ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເປັນບວກ.) ຖືກຕ້ອງແລ້ວ. ເຈົ້າປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ, ຮັບປະກັນວ່າວຽກງານແຕ່ລະຢ່າງຂອງຄຣິສຕະຈັກດຳເນີນໄປຢ່າງເປັນປົກກະຕິ ແລະ ມີປະສິດທິພາບ, ຮັບປະກັນວ່າທຸກຄົນກຳລັງປະຕິບັດໜ້າທີ່ທີ່ເໝາະສົມກັບພວກເຂົາ ແລະ ຮັບປະກັນວ່າທຸກຄົນສາມາດອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ. ບໍ່ມີໃຜກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ບໍ່ມີໃຜລະເລີຍໜ້າວຽກທີ່ເໝາະສົມ ແລະ ເປັນຄົນທີ່ເກາະກິນ. ການຈັດແຈງບຸກຄະລາກອນ ແລະ ວຽກງານລ້ວນແຕ່ເໝາະສົມ ແລະ ລ້ວນແຕ່ຖືກຕ້ອງ. ຖ້າມີໃຜກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ເຈົ້າກໍສາມາດຄົ້ນພົບ ແລະ ຢຸດຢັ້ງພວກເຂົາໄດ້ໂດຍທັນທີ ແລະ ເຈົ້າສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫານີ້ໄດ້. ຖ້າຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນສາມາດຍອມຮັບຄວາມຈິງໄດ້ ແລະ ຫຼັງຈາກທີ່ເຈົ້າໄດ້ໂອ້ລົມ ແລະ ຊ່ວຍເຫຼືອລາວຊໍ້າແລ້ວຊໍ້າອີກ ພ້ອມທັງໃຫ້ໂອກາດລາວໃນການກັບໃຈ, ໃນທີ່ສຸດ ລາວກໍປ່ຽນແປງ, ແລ້ວນີ້ກໍຄືຜົນຮັບໃນວຽກງານຂອງເຈົ້າ ແລະ ນີ້ກໍຄືສິ່ງທີ່ເປັນບວກ. ຖ້າພລາວບໍ່ຍອມຮັບຄວາມຈິງ ແລະ ຫຼັງຈາກການໂອ້ລົມ, ການຊ່ວຍເຫຼືອ ແລະ ການລິຮານຫຼາຍຄັ້ງ, ລາວກໍຍັງຄົງດື້ດ້ານ, ສືບຕໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ລະບາຍຄວາມເປັນລົບຢູ່ສະເໝີ, ພວກເຂົາກໍຄວນຖືກຄັດອອກ ແລະ ຖືກຈັດການໂດຍທັນທີ. ທັງໝົດນີ້ບໍ່ແມ່ນການປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກບໍ? (ແມ່ນແລ້ວ.) ຍິ່ງໄປກວ່ານັ້ນ ຖ້າເຈົ້າສາມາດຄົ້ນພົບໄດ້ວ່າວຽກງານພາກສ່ວນໃດມີຂໍ້ຜິດພາດເກີດຂຶ້ນ ຫຼື ມີຊ່ອງໂຫວ່ເກີດຂຶ້ນ ເຊິ່ງເຮັດໃຫ້ວຽກງານໄດ້ຮັບຄວາມເສຍຫາຍ ແລະ ຈາກນັ້ນກໍຢຸດຢັ້ງ, ຈັດການ ແລະ ແກ້ໄຂຄວາມຜິດພາດເຫຼົ່ານັ້ນໂດຍທັນທີ, ນີ້ບໍ່ແມ່ນການປົກປ້ອງວຽກງານຂອງຄຣິສຕະຈັກບໍ? ນີ້ບໍ່ແມ່ນການປົກປ້ອງສິ່ງທີ່ເປັນບວກບໍ? (ແມ່ນແລ້ວ.) ທັງໝົດນີ້ຖືເປັນການປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ. ຖ້າຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນລ້ວນແຕ່ເປັນໄປເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກທີ່ສະເພາະເຈາະຈົງເຫຼົ່ານີ້, ແລ້ວໃນທີ່ສຸດ ເມື່ອເຈົ້າຫວນຄິດເຖິງສິ່ງເຫຼົ່ານີ້ທີ່ເຈົ້າໄດ້ເຮັດລົງໄປ, ເຈົ້າຈະບໍ່ຮູ້ສຶກສະບາຍໃຈໃນໃຈຂອງເຈົ້າແດ່ບໍ? ເຈົ້າຈະຮູ້ສຶກເຕັມໄປດ້ວຍຄວາມສະບາຍໃຈໃນໃຈຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ ສົມມຸດວ່າເຈົ້າຫວນຄິດເຖິງສິ່ງຕ່າງໆເທື່ອລະໜ້ອຍ ແລະ ເຈົ້າພົບວ່າເບື້ອງຫຼັງທຸກໆຄວາມທຸກທໍລະມານຂອງເຈົ້ານັ້ນຄືຄວາມປາຖະໜາທີ່ຈະຕອບສະໜອງຄວາມເພີດເພີນທາງເນື້ອໜັງຂອງເຈົ້າ ຫຼື ວ່າເຈົ້າທົນທຸກເພື່ອປົກປ້ອງຄວາມໜ້າຕາຂອງເຈົ້າເອງ, ເພື່ອຮັກສາສະຖານະຂອງເຈົ້າເອງ ແລະ ເສີມສ້າງອຳນາດຂອງເຈົ້າເອງໃຫ້ໝັ້ນຄົງ ຫຼື ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວບາງຢ່າງ ບໍ່ວ່າຈະເປັນຜົນປະໂຫຍດທາງວັດຖຸ, ຜົນປະໂຫຍດທາງການເງິນ ຫຼື ຜົນປະໂຫຍດທາງຈິດໃຈ ແລະ ເຈົ້າບໍ່ໄດ້ເຮັດສິ່ງທີ່ເປັນບວກເລີຍແມ່ນແຕ່ຢ່າງດຽວ. ແລ້ວເຖິງແມ່ນວ່າເຈົ້າໄດ້ອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍ, ທຸກຄຳທີ່ເຈົ້າເວົ້າ, ທຸກການກະທຳທີ່ເຈົ້າເຮັດ ແລະ ວຽກງານທຸກຢ່າງທີ່ເຈົ້າເຮັດ ບໍ່ວ່າຈະຢູ່ໃນທີ່ສາທາລະນະ ຫຼື ໃນທີ່ສ່ວນຕົວກໍຕາມ ລ້ວນແຕ່ເປັນໄປເພື່ອເຫັນແກ່ຕົວເຈົ້າເອງທັງໝົດ, ເພື່ອໜ້າຕາ ແລະ ສະຖານະຂອງເຈົ້າເອງ ແລະ ເພື່ອຊື່ສຽງຂອງເຈົ້າເອງ ແລະ ສິ່ງທີ່ເຈົ້າປົກປ້ອງນັ້ນລ້ວນແຕ່ເປັນສິ່ງທີ່ເປັນລົບ. ໃນກໍລະນີນັ້ນ, ເມື່ອເຈົ້ານຳເອົາຕົວເຈົ້າເອງມາທຽບໃສ່ກັບພຣະທຳຂອງພຣະເຈົ້າ ແລະ ທຽບໃສ່ກັບຄວາມຈິງ, ເຈົ້າຈະຮູ້ສຶກແນວໃດຢູ່ໃນໃຈ? ເຈົ້າຈະຮູ້ສຶກດີບໍ? (ບໍ່ດີ.) ຕອນນີ້ລອງພິຈາລະນາຜົນຮັບໃນວຽກງານຂອງເຈົ້າເບິ່ງ: ເຈົ້າບໍ່ໄດ້ຈັດການໂດຍທັນທີ, ແຮງໄກທີ່ຈະແກ້ໄຂບັນຫາທີ່ເກີດຂຶ້ນໃນພາກສ່ວນໃດໜຶ່ງຂອງວຽກງານເລີຍ. ບໍ່ວ່າໃຜຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນກໍຕາມ, ຕາບໃດທີ່ມັນບໍ່ກ່ຽວຂ້ອງກັບສະຖານະ ແລະ ຜົນປະໂຫຍດຂອງເຈົ້າ, ແລ້ວບໍ່ວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈະໄດ້ຮັບຄວາມເສຍຫາຍຫຼາຍສໍ່າໃດກໍຕາມ, ເຈົ້າກໍບໍ່ຢຸດຢັ້ງ ຫຼື ຈຳກັດພວກເຂົາ, ແຕ່ພັດປ່ອຍໃຫ້ສິ່ງຕ່າງໆຜ່ານໄປ, ຫຼັບຫູຫຼັບຕາ, ເສີຍເມີຍ ແລະ ບໍ່ສົນໃຈພວກເຂົາ. ຫຼັງຈາກນັ້ນ, ເມື່ອເບື້ອງເທິງສືບສວນ ແລະ ຮຽກຮ້ອງໃຫ້ຈັດການກັບພາກສ່ວນທີ່ຮັບຜິດຊອບ ແລະ ໃຫ້ພວກເຂົາຊົດເຊີຍຄວາມເສຍຫາຍ, ເຈົ້າກໍພຽງແຕ່ຈັດຕັ້ງປະຕິບັດ ແລະ ດຳເນີນການ, ໂດຍເຮັດພໍແລ້ວມືແລ້ວຕີນ ແລ້ວກໍປ່ອຍມັນໄວ້ແບບນັ້ນ. ເຈົ້າບໍ່ເຄີຍເປັນຝ່າຍລິເລີ່ມແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂອງເຈົ້າເອງເລີຍ; ເຈົ້າບໍ່ຫ້າວຫັນຢ່າງສິ້ນເຊີງ. ວຽກງານອັນໃດທີ່ເຈົ້າເຕັມໃຈທີ່ຈະເຮັດ ແລະ ເຈົ້າເປັນຝ່າຍລິເລີ່ມທີ່ຈະເຮັດ? ມັນຄືທຸກສິ່ງທີ່ເຈົ້າເຮັດເພື່ອປົກປ້ອງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງເຈົ້າເອງ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງເຈົ້າເອງ; ສິ່ງທີ່ເຈົ້າປົກປ້ອງນັ້ນລ້ວນແຕ່ເປັນສິ່ງທີ່ເປັນລົບ. ເຈົ້າເຮັດສິ່ງເຫຼົ່ານີ້ດ້ວຍຄວາມກະຕືລືລົ້ນຢ່າງບໍ່ຮູ້ອິດເມື່ອຍ, ແຕ່ເຈົ້າບໍ່ເຄີຍເປັນຝ່າຍລິເລີ່ມທີ່ຈະເຮັດສິ່ງຕ່າງໆເຊັ່ນ: ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ການປົກປ້ອງສິ່ງທີ່ເປັນບວກ. ເມື່ອມື້ໜຶ່ງເຈົ້າຫວນຄິດເຖິງເລື່ອງນີ້ ແລະ ກວດສອບເບິ່ງການກະທຳ ແລະ ພຶດຕິກຳຂອງເຈົ້າເອງ, ເຈົ້າຈະບໍ່ຮູ້ສຶກຜິດໃນໃຈແດ່ບໍ? ເມື່ອເຈົ້ານຳເອົາຕົວເຈົ້າເອງມາທຽບໃສ່ກັບພຣະທຳຂອງພຣະເຈົ້າ, ເຈົ້າກໍຈະເຕັມໄປດ້ວຍຄວາມຮູ້ສຶກຜິດໃນໃຈ! ຖ້າເຈົ້າຮູ້ສຶກຜິດ, ເຈົ້າຈະມີຄວາມສະຫງົບໃນໃຈຂອງເຈົ້າໄດ້ບໍ? ເຈົ້າຈະມີຄວາມສະບາຍໃຈໄດ້ບໍ? ເຈົ້າຈະບໍ່ມີຄວາມສະບາຍໃຈ ແລະ ບໍ່ມີຄວາມສະຫງົບ. ເຈົ້າຈະບໍ່ຮູ້ສຶກສະບາຍໃຈເລີຍຈາກການທີ່ໄດ້ອົດທົນຕໍ່ຄວາມທຸກທໍລະມານນີ້, ແລ້ວການອົດທົນຕໍ່ຄວາມທຸກທໍລະມານດັ່ງກາວບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍບໍ? (ແມ່ນແລ້ວ.) ເຈົ້າໄດ້ອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍ, ແຕ່ເຈົ້າບໍ່ຮູ້ວ່າສິ່ງທີ່ເຈົ້າໄດ້ເຮັດນັ້ນເປັນການກະທຳທີ່ດີແທ້ໆ ຫຼື ບໍ່, ເຈົ້າໄດ້ຖວາຍຄວາມຈົງຮັກພັກດີຂອງເຈົ້າແລ້ວ ຫຼື ບໍ່, ສິ່ງທີ່ເຈົ້າໄດ້ເຮັດນັ້ນໄດ້ຮັບການຍອມຮັບຈາກພຣະເຈົ້າ ຫຼື ບໍ່ ຫຼື ເຈົ້າເປັນຄົນທີ່ບັນລຸຄວາມລອດພົ້ນຢ່າງແທ້ຈິງໃນສາຍຕາຂອງພຣະເຈົ້າ ຫຼື ບໍ່. ເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງທັງໝົດນີ້ ແລະ ໃນໃຈເຈົ້າກໍຢ້ານກົວເປັນພິເສດ, ເຈົ້າຍັງຈະຮູ້ສຶກສະບາຍໃຈໄດ້ຢູ່ບໍ? (ບໍ່.) ການມີຄວາມຮູ້ສຶກສະບາຍໃຈໃນໃຈຂອງເຈົ້າຫຼັງຈາກທີ່ໄດ້ເຊື່ອໃນພຣະເຈົ້າຈົນເຖິງທີ່ສຸດນັ້ນເປັນສິ່ງທີ່ເຈົ້າສາມາດໄດ້ຮັບຈາກການຍ່າງໃນເສັ້ນທາງທີ່ຖືກຕ້ອງ, ການເປັນຄົນທີ່ພຣະເຈົ້າມັກ ແລະ ການກຽມການກະທຳທີ່ດີຫຼາຍຢ່າງໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າເທົ່ານັ້ນ; ມັນບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບຈາກການອົດທົນຕໍ່ຄວາມທຸກທໍລະມານໃນຈຳນວນໜຶ່ງ. ຖ້າລັກສະນະແຫ່ງຄວາມທຸກທໍລະມານຂອງເຈົ້າເປັນໄປເພື່ອເຫັນແກ່ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເພື່ອເຫັນແກ່ການປົກປ້ອງສິ່ງທີ່ເປັນບວກ, ແລ້ວໃນທີ່ສຸດ ເຈົ້າກໍຈະໄດ້ຮັບຄວາມຮູ້ສຶກສະບາຍໃຈຈາກຄວາມທຸກທໍລະມານັ້ນ. ເຖິງຢ່າງໃດກໍຕາມ ຖ້າລັກສະນະແຫ່ງຄວາມທຸກທໍລະມານຂອງເຈົ້າເປັນໄປເພື່ອເຫັນແກ່ການປົກປ້ອງຜົນປະໂຫຍດສ່ວນຕົວຂອງເຈົ້າ ແລະ ເພື່ອເຫັນແກ່ການປົກປ້ອງສິ່ງທີ່ເປັນລົບ, ແລ້ວໃນທີ່ສຸດ ບໍ່ພຽງແຕ່ເຈົ້າຈະບໍ່ໄດ້ຮັບຄວາມຮູ້ສຶກສະບາຍໃຈຈາກມັນເທົ່ານັ້ນ, ແຕ່ເຈົ້າຍັງຈະຮູ້ສຶກເຖິງການກ່າວໂທດຕົນເອງ ແລະ ຄວາມບໍ່ສະບາຍໃຈໃນໃຈຂອງເຈົ້າອີກດ້ວຍ. ຜູ້ທີ່ຮູ້ສຶກບໍ່ສະບາຍໃຈໃນໃຈຂອງພວກເຂົາມັກຈະໄຕ່ຕອງຢູ່ສະເໝີວ່າ “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າ? ເບິ່ງແມວ່າຜູ້ຕໍ່ຕ້ານພຣະຄຣິສໄດ້ລັກເອົາເຄື່ອງຖວາຍໄປຫຼາຍສໍ່າໃດ ແລະ ພວກເຂົາໄດ້ເອົາເຄື່ອງນຸ່ງດີໆ, ເຄື່ອງໃຊ້ດີໆ ແລະ ສິ່ງຂອງດີໆອື່ນໆໄປເປັນຂອງຕົນເອງຫຼາຍສໍ່າໃດ. ເບິ່ງສິ່ງທີ່ພວກເຂົາໄດ້ເພີດເພີນ ແລະ ເບິ່ງສິ່ງທີ່ຂ້ອຍໄດ້ເພີດເພີນແມ! ຂ້ອຍໄດ້ຮັບຫຍັງແດ່ຈາກການອົດທົນຕໍ່ຄວາມທຸກທໍລະມານຫຼາຍຂະໜາດນີ້?” ເຈົ້າເຫັນບໍ, ພວກເຂົາສາມາດເວົ້າສິ່ງດັ່ງກ່າວໄດ້. ຂໍ້ເທັດຈິງທີ່ວ່າພວກເຂົາສາມາດຖາມວ່າ “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າ?” ພິສູດໃຫ້ເຫັນວ່າພວກເຂົາບໍ່ມີຄວາມຮູ້ສຶກສະບາຍໃຈໃນໃຈຂອງພວກເຂົາ; ພວກເຂົາບໍ່ຮູ້ສຶກອີ່ມອົກອີ່ມໃຈໃນໃຈ, ແຕ່ພັດຮູ້ສຶກວ່າງເປົ່າ. ຜູ້ທີ່ບໍ່ມີຄວາມຮູ້ສຶກສະບາຍໃຈຈະຮູ້ສຶກບໍ່ສະຫງົບຢູ່ໃນໃຈ. ສຳລັບຜູ້ທີ່ມີຄວາມຮູ້ສຶກສະບາຍໃຈ, ເປັນຫຍັງພວກເຂົາຈຶ່ງມີຄວາມຮູ້ສຶກນີ້? ມັນບໍ່ແມ່ນພຽງແຕ່ຍ້ອນວ່າພວກເຂົາອົດທົນຕໍ່ຄວາມທຸກທໍລະມານເທົ່ານັ້ນ, ແຕ່ໂດຍຫຼັກໆແລ້ວແມ່ນຍ້ອນວ່າພວກເຂົາໄດ້ເຂົ້າໃຈຄວາມຈິງບາງຢ່າງ ແລະ ໄດ້ຮັບຜົນປະໂຫຍດທີ່ເປັນບວກໃນຂະບວນການແຫ່ງຄວາມທຸກທໍລະມານ. ໃນຂະນະດຽວກັນ ຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກຂະບວນການແຫ່ງຄວາມທຸກທໍລະມານກໍຄິດວ່າໃນທີ່ສຸດແລ້ວພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ, ພວກເຂົາທົນທຸກລ້າໆ ແລະ ມັນບໍ່ຄຸ້ມຄ່າ ແລະ ພວກເຂົາຮູ້ສຶກວ່າພວກເຂົາເສຍປຽບ. ໃນສະຖານະການນີ້, ພວກເຂົາຮູ້ສຶກວ່າພຣະເຈົ້າບໍ່ຊອບທຳ ແລະ ພຣະເຈົ້າບໍ່ຍຸຕິທຳຕໍ່ພວກເຂົາ, ຄົນອື່ນໄດ້ຮັບການສົ່ງເສີມຈາກເຮືອນຂອງພຣະເຈົ້າໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມີສະຖານະສູງກວ່າພວກເຂົາ, ໃນຂະນະທີ່ຕອນນີ້ພວກເຂົາດ້ອຍກວ່າ ແລະ ບໍ່ໄດ້ເພີດເພີນກັບຫຍັງເລີຍ. ຫຼັງຈາກທີ່ທົນທຸກ ແລະ ສະລະຕົນເອງມາຫຼາຍປີ, ພວກເຂົາກໍຈົບລົງດ້ວຍຄວາມວ່າງເປົ່າ, ສະນັ້ນ ພວກເຂົາຈຶ່ງຮູ້ສຶກຕໍ່ຕ້ານຢູ່ໃນໃຈ. ຖ້າພວກເຂົາສາມາດຮູ້ສຶກຕໍ່ຕ້ານ ແລະ ຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ, ແລ້ວບອກເຮົາມາເບິ່ງ, ພວກເຂົາໄດ້ຮັບຄວາມຈິງແລ້ວບໍ? (ບໍ່.) ພວກເຂົາບໍ່ໄດ້ຮັບຄວາມຈິງຢ່າງແນ່ນອນ. ຖ້າສິ່ງທີ່ຜູ້ຄົນໄດ້ຮັບຄືຄວາມຈິງ, ແລ້ວເມື່ອເວົ້າເຖິງວິທີທີ່ພວກເຂົາຮັບມືກັບສິ່ງຂອງທາງວັດຖຸທຸກປະເພດ, ວິທີທີ່ພວກເຂົາປະຕິບັດຕໍ່ສະຖານະ ແລະ ຊື່ສຽງ, ວິທີທີ່ພວກເຂົາປະຕິບັດຕໍ່ຄວາມທຸກທໍລະມານ, ວິທີທີ່ພວກເຂົາປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ສິ່ງອື່ນໆດັ່ງກ່າວ, ພວກເຂົາກໍຈະມີການຢັ່ງຮູ້ທີ່ຖືກຕ້ອງ ແລະ ມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ. ທັດສະນະຄະຕິທີ່ພວກເຂົາມີຕໍ່ຊີວິດ ແລະ ເສັ້ນທາງຊີວິດທີ່ພວກເຂົາເລືອກກໍຈະປ່ຽນແປງ; ນັ້ນກໍຄື ຊີວິດພາຍໃນພວກເຂົາຈະປ່ຽນແປງ ແລະ ມຸມມອງຕ່າງໆທີ່ຢູ່ເບື້ອງຫຼັງຂອງການໄລ່ຕາມເສາະຫາຂອງພວກເຂົາກໍຈະປ່ຽນແປງເຊັ່ນກັນ. ເມື່ອຜູ້ຄົນປະສົບກັບການປ່ຽນແປງເຫຼົ່ານີ້ ແລະ ເມື່ອພວກເຂົາໄດ້ຮັບສິ່ງເຫຼົ່ານີ້, ພວກເຂົາກໍຈະຮູ້ສຶກອີ່ມອົກອີ່ມໃຈ. ພວກເຂົາຮູ້ສຶກວ່າ “ຕະຫຼອດເວລາຫຼາຍປີທີ່ຕິດຕາມພຣະເຈົ້າ, ຂ້ອຍໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ໄດ້ຮັບຫຼາຍສິ່ງຫຼາຍຢ່າງ. ສິ່ງທີ່ຂ້ອຍໄດ້ຮັບນັ້ນຫຼວງຫຼາຍ ແລະ ຈອກຂອງຂ້ອຍກໍປ່ຽມລົ້ນ.” ເຖິງແມ່ນວ່າເນື້ອໜັງຂອງພວກເຂົາຈະອິດເມື່ອຍເລັກໜ້ອຍ, ພວກເຂົາກໍຮູ້ສຶກສະຫງົບ, ສະດວກສະບາຍ, ມີຄວາມສຸກ ແລະ ສະບາຍໃຈໃນໃຈຂອງພວກເຂົາເປັນພິເສດ. ໃນທາງກົງກັນຂ້າມ, ຜູ້ທີ່ທົນທຸກເພື່ອເຫັນແກ່ການໄລ່ຕາມສະຖານະ ແລະ ຊື່ສຽງ ບໍ່ພຽງແຕ່ຈະບໍ່ໄດ້ຮັບຜົນປະໂຫຍດອັນຫຼວງຫຼາຍໃນທີ່ສຸດເທົ່ານັ້ນ, ພວກເຂົາຍັງຖືກເປີດເຜີຍ ແລະ ຖືກກຳຈັດອີກດ້ວຍ. ເມື່ອເຫັນວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ, ພວກເຂົາກໍຮູ້ສຶກວ່າພວກເຂົາເສຍປຽບ, ພວກເຂົາຍິ່ງຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງໃນໃຈຂອງພວກເຂົາຫຼາຍຂຶ້ນ ແລະ ພວກເຂົາກໍສູນເສຍຄວາມເຊື່ອໃນພຣະເຈົ້າ, ບາງຄົນເຖິງຂັ້ນໝົດຄວາມສົນໃຈໃນການເຊື່ອໃນພຣະເຈົ້າ. ມັນກໍຄືກັບຄົນໃນສາສະໜາບາງຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າມາຕະຫຼອດຊີວິດຂອງພວກເຂົາ; ເມື່ອໃນທີ່ສຸດ ພວກເຂົາຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ, ພວກເຂົາເວົ້າຫຍັງ? ພວກເຂົາເວົ້າວ່າ “ອົງພຣະເຢຊູເຈົ້າປຽບຄືກຳແພງທີ່ຂວາງທາງຂ້ອຍ, ຂັດຂວາງບໍ່ໃຫ້ຂ້ອຍກ້າວໄປຂ້າງໜ້າ ແລະ ເຮັດໃຫ້ຂ້ອຍບໍ່ສາມາດເຫັນແສງສະຫວ່າງໃດໆເລີຍ.” ນີ້ຄືສິ່ງທີ່ຜູ້ເຊື່ອທີ່ເຊື່ອມາຕະຫຼອດຊີວິດຂອງພວກເຂົາໄດ້ຮັບໃນທີ່ສຸດ. ການທີ່ພວກເຂົາເວົ້າສິ່ງທີ່ກະບົດຢ່າງຮ້າຍແຮງດັ່ງກ່າວ, ເຈົ້າບໍ່ຄິດບໍວ່າມັນເປັນຕາຢ້ານທີ່ໄດ້ຍິນເລື່ອງແບບນີ້? (ເປັນຕາຢ້ານ.)

ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ບໍ່ຍອມຮັບຄວາມຈິງມັກຈະວາງແຜນຮ້າຍເພື່ອຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເອງຢູ່ສະເໝີ ແລະ ພວກເຂົາທຸກຄົນລ້ວນແຕ່ເຕັມໃຈທີ່ຈະທົນທຸກເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ; ຕາບໃດທີ່ພວກເຂົາສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະ, ພວກເຂົາກໍຮູ້ສຶກພໍໃຈຢູ່ໃນໃຈຂອງພວກເຂົາ. ທຸກການກະທຳ ແລະ ພຶດຕິກຳຂອງພວກເຂົາລ້ວນແຕ່ເປັນໄປເພື່ອຄວາມເພີດເພີນທາງເນື້ອໜັງຂອງພວກເຂົາເອງ; ພວກເຂົາບໍ່ເຄີຍຍອມຮັບຄວາມຈິງ, ພວກເຂົາບໍ່ປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ວຽກງານທີ່ພວກເຂົາເຮັດບໍ່ແມ່ນເພື່ອປົກປ້ອງການມີຢູ່ຂອງພາລະກິດແຫ່ງຄວາມຍຸຕິທຳ, ແຕ່ເພື່ອປົກປ້ອງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ ແລະ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ. ພວກເຂົາຈະໄດ້ຮັບຫຍັງຈາກການທົນທຸກເພື່ອຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ? ພວກເຂົາບໍ່ໄດ້ຮັບຫຍັງເລີຍ; ມັນເປັນພຽງຄວາມພະຍາຍາມທີ່ສູນເປົ່າ ແລະ ໄຮ້ປະໂຫຍດຢ່າງສິ້ນເຊີງ. ບາງຄົນດຳລົງຊີວິດໃນແຕ່ລະມື້ຢ່າງຂົມຂື່ນຫຼາຍ, ຄືກັບຜູ້ບຳເພັນພຽນ, ບໍ່ໄດ້ກິນດີ ຫຼື ເພີດເພີນກັບສິ່ງທີ່ດີໃດໆ, ໂດຍຈົດຈໍ່ຢູ່ກັບການແລ່ນໄປມາໃຫ້ຫຼາຍຂຶ້ນ ແລະ ສະລະຕົນເອງໃຫ້ຫຼາຍຂຶ້ນເທົ່ານັ້ນ. ພວກເຂົາຕັ້ງກົດລະບຽບ ແລະ ຂໍ້ບັງຄັບຫຼາຍຢ່າງໃຫ້ກັບຕົນເອງ, ເຮັດໃຫ້ຕົນເອງທົນທຸກຢ່າງແສນສາຫັດ. ບາງຄົນເຖິງຂັ້ນເຮັດວຽກຈົນລົ້ມປ່ວຍ. ແຕ່ໃນທີ່ສຸດແລ້ວ, ພວກເຂົາກໍບໍ່ໄດ້ຮັບຄວາມຈິງ ຫຼື ກະກຽມການກະທຳທີ່ດີຫຼາຍຢ່າງ. ນີ້ຄືສິ່ງທີ່ໜ້າເສົ້າສະຫຼົດໃຈ. ສິ່ງໃດທີ່ເຮັດໃຫ້ມັນໜ້າເສົ້າສະຫຼົດໃຈ? ຕົ້ນເຫດຂອງບັນຫາຢູ່ໃສ? ພວກເຂົາພຽງແຕ່ທົນທຸກເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ ແລະ ພວກເຂົາພຽງແຕ່ໄລ່ຕາມຜົນປະໂຫຍດສ່ວນຕົວຂອງພວກເຂົາເອງເທົ່ານັ້ນ. ພວກເຂົາໃຫ້ຄວາມສຳຄັນກັບ “ຜົນປະໂຫຍດ” ເໜືອສິ່ງອື່ນໃດ ແລະ ໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງພວກເຂົາເອງເໜືອສິ່ງອື່ນໃດ. ໃນໃຈຂອງພວກເຂົາບໍ່ເຄີຍຮັກຄວາມຈິງ ເລີຍ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງ ແລະ ທົນທຸກເພື່ອເຫັນແກ່ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເອງ, ໂດຍບໍ່ເຄີຍທົນທຸກແມ່ນແຕ່ໜ້ອຍດຽວເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ. ພວກເຂົາຢູ່ໃສ ເມື່ອຄົນຊົ່ວຮ້າຍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນວຽກງານຂອງຄຣິສຕະຈັກ? ພວກເຂົາຢູ່ໃສ ເມື່ອພະຍານາກໃຫຍ່ສີແດງຈັບກຸມປະຊາກອນທີ່ພຣະເຈົ້າຊົງເລືອກ ຫຼື ເມື່ອຢູດາຫັກຫຼັງຄຣິສຕະຈັກ? ພວກເຂົາເຫັນສິ່ງເຫຼົ່ານີ້ ແຕ່ທຳທ່າເປັນບໍ່ເຫັນ. ພວກເຂົາຮູ້ເລື່ອງເຫຼົ່ານີ້ ແຕ່ທຳທ່າເປັນບໍ່ຮູ້. ຫຼັງຈາກທີ່ຈັດການເລື່ອງດັ່ງກ່າວແລ້ວເທົ່ານັ້ນ ພວກເຂົາຈຶ່ງປາກົດຕົວ, ໂດຍເວົ້າວ່າ “ຂ້ອຍບໍ່ຮູ້ກ່ຽວກັບເລື່ອງນີ້. ຖ້າຂ້ອຍຮູ້, ຂ້ອຍກໍຄົງຈະຈັດການກັບມັນແລ້ວ. ຂ້ອຍບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ອຍໃຫ້ສຳເລັດ; ຂ້ອຍຕ້ອງກັບໃຈຕໍ່ພຣະເຈົ້າ ແລະ ຂ້ອຍຕ້ອງຂໍໂທດອ້າຍເອື້ອຍນ້ອງ.” ເມື່ອເລື່ອງດັ່ງກ່າວໄດ້ຖືກຈັດການແລ້ວ, ພວກເຂົາກໍສະເໜີໜ້າອອກມາຄືກັບຕົວຕະຫຼົກ. ແຕ່ທັນທີທີ່ບັນຫາເກີດຂຶ້ນ, ພວກເຂົາກໍແລ່ນເຂົ້າໄປໃນຮູຄືກັບໜູ ແລະ ຫາຍຕົວໄປຢ່າງບໍ່ມີຮ່ອງຮອຍ. ເມື່ອຈຳເປັນຕ້ອງໃຫ້ພວກເຂົາກ້າວອອກມາເພື່ອປົກປ້ອງຄວາມຍຸຕິທຳ, ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເພື່ອປົກປ້ອງສິ່ງທີ່ເປັນບວກຢ່າງແທ້ຈິງ, ພວກເຂົາກໍບໍ່ເຄີຍກ້າວອອກມາເລີຍ. ພວກເຂົາບໍ່ລ່ວງເກີນໃຜ, ພວກເຂົາພຽງແຕ່ເລືອກທີ່ຈະເປັນຄົນທີ່ບໍ່ຢາກຜິດໃຈໃຜ, ທຳທ່າເປັນຫູໜວກ ແລະ ປາກກືກ ແລະ ທຳທ່າເປັນບໍ່ເຫັນ ຫຼື ບໍ່ໄດ້ຍິນຫຍັງເລີຍ. ເມື່ອຄົນຊົ່ວຮ້າຍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນວຽກງານຂອງຄຣິສຕະຈັກ, ພວກເຂົາຮູ້ດີວ່າໃຜເປັນຜູ້ກໍ່ໃຫ້ເກີດການລົບກວນ, ແຕ່ພວກເຂົາກໍພຽງແຕ່ຈະບໍ່ເປີດໂປງພວກເຂົາ, ໂດຍປະຕິເສດທີ່ຈະເວົ້າວ່າໃຜກັນແທ້ທີ່ເປັນຄົນເຮັດ. ມີຄົນແນະນຳພວກເຂົາ ໂດຍເວົ້າວ່າ “ຢ່າເປັນຄົນທີ່ບໍ່ຢາກຜິດໃຈໃຜ. ຖ້າເຈົ້າເປີດໂປງຄົນຊົ່ວຮ້າຍ ແລະ ຊຳລະລ້າງພວກເຂົາອອກໄປຈາກຄຣິສຕະຈັກ, ແລ້ວເຖິງແມ່ນວ່າເຈົ້າຈະລ່ວງເກີນຜູ້ຄົນ ແລະ ຖືກຈ້ອງເບິ່ງດ້ວຍສາຍຕາທີ່ເຢັນຊາ, ໃນທີ່ສຸດ ເຈົ້າກໍຈະໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຖວາຍຄວາມຈົງຮັກພັກດີຂອງເຈົ້າ.” ພວກເຂົາກໍຍັງຫາຂໍ້ອ້າງ ແລະ ເຮັດຕົວຫຼົບຫຼີກ, ໂດຍເວົ້າວ່າ “ຂ້ອຍບໍ່ຮູ້ລາຍລະອຽດ; ຂ້ອຍຈຳເປັນຕ້ອງກວດສອບເບິ່ງກ່ອນ” ແລະ ຈາກນັ້ນກໍຟ້າວໜີໄປຢ່າງໄວວາ. ແຕ່ຖ້າໃຜມີຄວາມບໍ່ພໍໃຈ ຫຼື ມີຄວາມຄິດເຫັນກ່ຽວກັບພວກເຂົາ ຫຼື ຖ້າມີບັນຫາເກີດຂຶ້ນໃນວຽກງານຂອງພວກເຂົາ ເຊິ່ງສົ່ງຜົນກະທົບຕໍ່ສະຖານະ ແລະ ຊື່ສຽງຂອງພວກເຂົາໃນໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະເຫັນວ່າມັນເປັນໄພພິບັດ. ພວກເຂົາກິນບໍ່ໄດ້ນອນບໍ່ຫຼັບ; ຕອນໜຶ່ງໂມງເຊົ້າ, ພວກເຂົາກໍຍັງຄົງໄຕ່ຕອງຢູ່ວ່າຈະກອບກູ້ພາບລັກຂອງພວກເຂົາໄດ້ແນວໃດ. ໃນຕອນເຊົ້າ, ໂດຍບໍ່ໄດ້ກິນແມ່ນແຕ່ອາຫານເຊົ້າ, ພວກເຂົາກໍເລີ່ມເອີ້ນທຸກຄົນມາລວມຕົວກັນສຳລັບການເຕົ້າໂຮມເພື່ອຊີ້ແຈງ ແລະ ແກ້ຕົວ, ໂດຍອະທິບາຍວ່າເປັນຫຍັງພວກເຂົາຈຶ່ງກະທຳແບບນັ້ນ ແລະ ຂໍ້ຜິດພາດໃນການເຮັດເຊັ່ນນັ້ນຢູ່ບ່ອນໃດ. ພວກເຂົາຍັງຂໍໂທດທຸກຄົນ, ໂດຍຫວັງວ່າຈະບໍ່ມີໃຜເຂົ້າໃຈພວກເຂົາຜິດ; ພວກເຂົາອ້າງວ່າ ມັນບໍ່ແມ່ນວ່າພວກເຂົາບໍ່ເຕັມໃຈທີ່ຈະເຮັດວຽກງານໃຫ້ດີ, ແຕ່ເປັນຍ້ອນວ່າພວກເຂົາຫຍຸ້ງຢູ່ກັບສິ່ງອື່ນ ແລະ ບໍ່ມີເວລາທີ່ຈະຈັດການກັບເລື່ອງນັ້ນ, ນອກເໜືອຈາກການບໍ່ເຂົ້າໃຈສະຖານະການຕົວຈິງ, ເຊິ່ງນັ້ນຄືເຫດຜົນທີ່ຂໍ້ຜິດພາດເກີດຂຶ້ນໃນວຽກງານ. ເມື່ອພວກເຂົາໄດ້ຮັບຄວາມຊື່ນຊອບຈາກທຸກຄົນ ແລະ ຫຼອກລວງໃຫ້ທຸກຄົນມອບຄວາມເຫັນອົກເຫັນໃຈ ແລະ ການຍອມຮັບໃຫ້ແກ່ພວກເຂົາແລ້ວ, ພວກເຂົາກໍຮູ້ສຶກອຸ່ນໃຈຢູ່ໃນໃຈ: “ເອົາລະ, ວຽກງານໄດ້ສຳເລັດຢ່າງເໝາະສົມແລ້ວ. ຕອນນີ້ຂ້ອຍສາມາດນອນຫຼັບໄດ້ຢ່າງສະຫງົບ, ສະດວກສະບາຍ ແລະ ສາມາດເພີດເພີນກັບອາຫານໄດ້ແລ້ວ. ທຸກມື້ນີ້, ມັກຈະມີບັນຫາກ່ຽວກັບການປັບປ່ຽນບຸກຄະລາກອນຢູ່ສະເໝີ, ມີໜ້າວຽກທີ່ຕ້ອງເຮັດຢ່າງບໍ່ມີວັນສິ້ນສຸດຢູ່ສະເໝີ ແລະ ມີບັນຫາທີ່ຕ້ອງແກ້ໄຂໃນວຽກງານຢ່າງບໍ່ມີວັນສິ້ນສຸດຢູ່ສະເໝີ, ເບິ່ງແມວ່າຂ້ອຍອິດເມື່ອຍສໍ່າໃດ!” ເມື່ອມີບັນຫາເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຖາມພວກເຂົາວ່າຈະຈັດການແນວໃດ, ພວກເຂົາກໍເວົ້າວ່າ “ບໍ່ຕ້ອງຟ້າວ. ມັນບໍ່ເປັນຫຍັງດອກ ຕາບໃດທີ່ມີຄົນເຮັດວຽກງານນັ້ນ, ຕາບໃດທີ່ມີຄົນຢູ່ໃນທຸກຕຳແໜ່ງ ແລະ ທຸກຄົນກຳລັງຫຍຸ້ງຢູ່. ວຽກງານຂອງເຮືອນຂອງພຣະເຈົ້າຈະບໍ່ສຳເລັດພາຍໃນມື້ໜຶ່ງ ຫຼື ສອງມື້ດອກ. ໃນການເຮັດວຽກງານ, ເຈົ້າຕ້ອງຮັບມືກັບມັນດ້ວຍຄວາມຄິດແບບໄລຍະຍາວ, ເຮັດວຽກຫຼັງຈາກຕາເວັນຂຶ້ນ ແລະ ພັກຜ່ອນຫຼັງຈາກຕາເວັນຕົກ, ໂດຍບໍ່ຕ້ອງຟ້າວ ຫຼື ຮູ້ສຶກເຖິງຄວາມຮີບດ່ວນໃດໆ. ການເຮັດໜ້ອຍລົງໜ້ອຍໜຶ່ງກໍຈະບໍ່ເຮັດໃຫ້ສິ່ງຕ່າງໆຮ້າຍແຮງຂຶ້ນປານໃດ ແລະ ການເຮັດຫຼາຍຂຶ້ນໜ້ອຍໜຶ່ງກໍຈະບໍ່ເຮັດໃຫ້ສິ່ງຕ່າງໆດີຂຶ້ນປານໃດ; ບໍ່ຈຳເປັນທີ່ພວກເຮົາຈະຕ້ອງເຮັດໃຫ້ຕົນເອງອິດເມື່ອຍຫຼາຍຂະໜາດນັ້ນ. ຖ້າພວກເຮົາເຈັບປ່ວຍຈາກຄວາມອິດເມື່ອຍ, ໃຜຈະເຮັດວຽກງານຂອງເຮືອນຂອງພຣະເຈົ້າໃນອະນາຄົດ? ມັນຈະບໍ່ຍັງຂຶ້ນຢູ່ກັບພວກເຮົາບໍ? ຖ້າພວກເຮົາລົ້ມປ່ວຍຈາກຄວາມອິດເມື່ອຍ, ເຮືອນຂອງພຣະເຈົ້າຈະບໍ່ຍັງຕ້ອງຈ່າຍຄ່າປິ່ນປົວໃຫ້ພວກເຮົາບໍ? ພວກເຮົາບໍ່ສາມາດເຮັດໃຫ້ຕົນເອງອິດເມື່ອຍຫຼາຍຂະໜາດນັ້ນໄດ້; ພວກເຮົາຕ້ອງເກັບແຮງໄວ້ໜ້ອຍໜຶ່ງ.” ພວກເຈົ້າຄິດແນວໃດກັບມຸມມອງຂອງພວກເຂົາ? (ມັນຜິດ.) ເມື່ອມີບັນຫາເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ ແລະ ມີຄົນກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ສິ່ງນີ້ຮຽກຮ້ອງໃຫ້ເຈົ້າກ້າວອອກມາເພື່ອແກ້ໄຂບັນຫາ ແລະ ຈັດການກັບຜູ້ທີ່ຕ້ອງຮັບຜິດຊອບ. ຈະຕ້ອງປົດບາງຄົນໃນກຸ່ມຄົນເຫຼົ່ານີ້ອອກ ແລະ ຈະຕ້ອງສົ່ງບາງຄົນໄປຍັງຄຣິສຕະຈັກທຳມະດາ ຫຼື ແມ່ນແຕ່ກຸ່ມ B. ມັນຈະເປັນໄປບໍ່ໄດ້ເລີຍທີ່ເຈົ້າຈະຫຼີກລ່ຽງການລ່ວງເກີນຜູ້ຄົນ ແລະ ຄົນອື່ນຈະກຽດຊັງເຈົ້າ, ດ່າທໍເຈົ້າ ແລະ ຕັດສິນ ແລະ ກີດກັນເຈົ້າ ແລະ ເຖິງຂັ້ນມີຄົນຈິດໃຈຄັບແຄບວາງແຜນຮ້າຍໃສ່ເຈົ້າ. ແຕ່ຄົນເຫຼົ່ານັ້ນໄຕ່ຕອງໃນໃຈຂອງພວກເຂົາວ່າ “ເຈົ້າຢາກໃຫ້ຂ້ອຍຈັດການກັບຄົນຊົ່ວຮ້າຍບໍ? ນັ້ນໝາຍເຖິງການລ່ວງເກີນຄົນອື່ນ. ຂ້ອຍບໍ່ໄດ້ໂງ່ຂະໜາດນັ້ນ! ຂ້ອຍພຽງແຕ່ຈະບໍ່ຈັດການກັບພວກເຂົາ! ບໍ່ວ່າຈະມີຄົນມາລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ເຮັດໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍກໍຕາມ, ມັນກ່ຽວຂ້ອງຫຍັງກັບຂ້ອຍ? ເຖິງແມ່ນວ່າຈະມີບາງຄົນສ້າງບັນຫາ ແລະ ກໍ່ການໃຫ້ເກີດຂັດຂວາງ ແລະ ການລົບກວນ, ມັນກໍບໍ່ໄດ້ສົ່ງຜົນກະທົບຕໍ່ພາບລວມ ແລະ ວຽກງານກໍຍັງຄົງດຳເນີນຕໍ່ໄປ, ແລ້ວເປັນຫຍັງຈຶ່ງຕ້ອງຈັດການກັບພວກເຂົາ? ນອກຈາກນີ້, ຖ້າຂ້ອຍຈັດການກັບພວກເຂົາ, ພວກເຂົາຈະບໍ່ກຽດຊັງຂ້ອຍບໍ? ເຖິງແມ່ນວ່າວຽກງານນີ້ຈະເຮັດໄດ້ດີ, ກໍຈະບໍ່ມີໃຜເວົ້າສິ່ງທີ່ດີກ່ຽວກັບຂ້ອຍ ແລະ ເບື້ອງເທິງກໍຈະບໍ່ຮູ້ເຊັ່ນກັນ. ຂ້ອຍຈະລ່ວງເກີນຜູ້ຄົນ ແລະ ຈາກນັ້ນກໍຕ້ອງທົນທຸກຕໍ່ການກີດກັນຂອງພວກເຂົາ ແລະ ທົນທຸກຕໍ່ສາຍຕາທີ່ເຢັນຊາຂອງພວກເຂົາ. ບໍ່ມີທາງທີ່ຂ້ອຍຈະອົດທົນຕໍ່ຄວາມທຸກທໍລະມານນັ້ນດອກ!” ເມື່ອປະເຊີນກັບບັນຫາຂອງການທີ່ຄົນຊົ່ວຮ້າຍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ພວກເຂົາກໍບໍ່ເຄີຍກ້າວອອກມາ, ພວກເຂົາບໍ່ເຄີຍປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ໄດ້ເຮັດວຽກງານແຫ່ງການປົກປ້ອງຄວາມຍຸຕິທຳ. ພວກເຂົາບໍ່ໄດ້ເວົ້າແມ່ນແຕ່ຄຳດຽວເພື່ອເປີດໂປງ ຫຼື ຢຸດຢັ້ງຄົນຊົ່ວເຫຼົ່ານັ້ນ, ໂດຍຢ້ານກົວຢ່າງຍິ່ງທີ່ຈະລ່ວງເກີນຜູ້ຄົນ ແລະ ຖືກຕັດສິນ ຫຼື ຖືກແກ້ແຄ້ນ. ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນເຂົ້າໃຈພວກເຂົາຜິດ ແລະ ເພື່ອປົກປ້ອງສະຖານະ ແລະ ພາບລັກຂອງພວກເຂົາໃນທ່າມກາງຜູ້ຄົນ, ພວກເຂົາຈັດການເຕົ້າໂຮມຢ່າງຕໍ່ເນື່ອງ, ພະຍາຍາມຢ່າງຍິ່ງທີ່ຈະຊີ້ແຈງ ແລະ ແກ້ຕົວ ແລະ ເວົ້າໄປເລື້ອຍໆບໍ່ຈັກຈົບຈັກສິ້ນ. ແຕ່ເມື່ອເວົ້າເຖິງເລື່ອງການປົກປ້ອງວຽກງານຂອງຄຣິສຕະຈັກ, ພວກເຂົາພັດບໍ່ມີຫຍັງຈະເວົ້າ ແລະ ບໍ່ໄດ້ພະຍາຍາມແມ່ນແຕ່ໜ້ອຍດຽວ. ຄົນດັ່ງກ່າວມີການກະທຳທີ່ດີໃດໆບໍ? ການກະທຳທີ່ດີຂອງພວກເຂົາຢູ່ໃສ? ໃນທີ່ສຸດ, ເມື່ອພວກເຂົາພົບວ່າຕົນເອງຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຈະສາມາດໃຫ້ຄຳຕອບຕໍ່ພຣະອົງໄດ້ບໍ? (ບໍ່ໄດ້.) ພວກເຂົາຍັງຄົງຮູ້ສຶກວ່າພວກເຂົາໄດ້ອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍໃນການເຮັດວຽກງານຂອງຄຣິສຕະຈັກ, ແຕ່ຄວາມຈິງແລ້ວ ພວກເຂົາກຳລັງທົນທຸກເພື່ອຫຍັງ? ພວກເຂົາກຳລັງທົນທຸກເພື່ອພາລະກິດແຫ່ງຄວາມຍຸຕິທຳ ແລະ ເພື່ອວຽກງານຂອງເຮືອນຂອງພຣະເຈົ້າບໍ? (ບໍ່, ພວກເຂົາກຳລັງທົນທຸກເພື່ອຜົນປະໂຫຍດຂອງພວກເຂົາເອງ.) ພວກເຂົາສາມາດອົດທົນຕໍ່ຄວາມທຸກທໍລະມານໃດໆກໍໄດ້ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ແຕ່ຈະບໍ່ອົດທົນຕໍ່ຄວາມທຸກທໍລະມານແມ່ນແຕ່ໜ້ອຍດຽວເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຄົນດັ່ງກ່າວເຫັນແກ່ຕົວເກີນໄປ ແລະ ພວກເຂົາບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ແມ່ນບໍ? (ແມ່ນແລ້ວ.) ພວກເຂົາບໍ່ໄດ້ເຮັດສິ່ງໃດເລີຍທີ່ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາເຮັດທຸກສິ່ງທີ່ເປັນປະໂຫຍດຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາເອງ, ໂດຍບໍ່ພາດແມ່ນແຕ່ສິ່ງດຽວ; ພວກເຂົາສົນໃຈແຕ່ການປົກປ້ອງຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ. ຄົນແບບນີ້ໜ້າອັບອາຍຫຼາຍ! ພວກເຂົາທົນທຸກພຽງເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ, ແຕ່ພວກເຂົາກໍຍັງອ້າງເອົາຄວາມດີຄວາມຊອບຈາກພຣະເຈົ້າ ແລະ ຮຽກຮ້ອງເອົາລາງວັນຈາກພຣະອົງ. ນີ້ບໍ່ແມ່ນສິ່ງທີ່ໜ້າລັງກຽດບໍ? (ໜ້າລັງກຽດ.) ຄົນດັ່ງກ່າວເຫັນແກ່ຕົວ ແລະ ໜ້າລັງກຽດເກີນໄປ; ພວກເຂົາບໍ່ມີມະໂນທຳ ແລະ ພວກເຂົາບໍ່ມີເຫດຜົນ, ເວົ້າສັ້ນໆກໍຄື ພວກເຂົາບໍ່ມີຄວາມເປັນມະນຸດ. ຄົນປະເພດນີ້ບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ຖ້າມີຄົນບໍ່ພໍໃຈກັບພວກເຂົາ ແລະ ແຍກແຍະພວກເຂົາລັບຫຼັງພວກເຂົາ ຫຼື ເຖິງຂັ້ນລາຍງານພວກເຂົາຕໍ່ເບື້ອງເທິງ ແລະ ເປີດໂປງວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ພັດໄດ້ເຮັດບາງສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແລ້ວຫຼັງຈາກທີ່ໄດ້ຍິນເລື່ອງນີ້, ພວກເຂົາກໍເກັບຊ່ອນຄວາມກຽດຊັງຕໍ່ຄົນທີ່ເປີດໂປງພວກເຂົາ ແລະ ແກ້ແຄ້ນລາວ. ພວກເຂົາບໍ່ກວດສອບຕົນເອງ, ທັງບໍ່ປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງ. ແຕ່ພວກເຂົາພັດຕໍ່ຕ້ານຜູ້ຄົນແບບຕາຕໍ່ຕາແຂ້ວຕໍ່ແຂ້ວ, ໂດຍສວຍໂອກາດຈັບຜິດສິ່ງທີ່ພວກເຂົາສາມາດໃຊ້ເພື່ອຕໍ່ຕ້ານຄົນເຫຼົ່ານັ້ນ ແລະ ຊອກຫາຂໍ້ບົກຜ່ອງໃນຕົວຜູ້ຄົນ. ພວກເຂົາເຖິງຂັ້ນໃຊ້ພຣະທຳຂອງພຣະເຈົ້າເພື່ອໂຈມຕີຜູ້ຄົນ. ນີ້ບໍ່ແມ່ນການໝິ່ນປະໝາດພຣະທຳຂອງພຣະເຈົ້າ ແລະ ການໝິ່ນປະໝາດຄວາມຈິງບໍ? ນີ້ຄືການໃຊ້ຄວາມຈິງເພື່ອໂຈມຕີ ແລະ ແກ້ແຄ້ນຄົນອື່ນເພື່ອປົກປ້ອງສະຖານະຂອງຕົນເອງ. ໃນທີ່ສ່ວນຕົວ, ຄົນຊົ່ວຮ້າຍບາງຄົນຕັດສິນພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າ, ຕັດສິນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ສະແດງຄວາມບໍ່ພໍໃຈກັບດ້ານໃດໜຶ່ງຂອງການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ຄວາມບໍ່ພໍໃຈກັບຜູ້ນໍາ ແລະ ຜູ້ເຮັດວຽກໃນລະດັບໃດໜຶ່ງຂອງເຮືອນຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຍິນເລື່ອງນີ້, ຄົນເຫຼົ່ານີ້ກໍພຽງແຕ່ເສີຍເມີຍຕໍ່ເລື່ອງນີ້ ແລະ ເຮັດຄືກັບວ່າພວກເຂົາບໍ່ໄດ້ຍິນມັນ; ພວກເຂົາບໍ່ເຄີຍກ້າວອອກມາເພື່ອປົກປ້ອງພຣະນາມຂອງພຣະເຈົ້າ ຫຼື ເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ, ທັງບໍ່ເປີດໂປງຄົນຊົ່ວຮ້າຍ. ຖ້າເຈົ້າຢາກເປັນຄົນທີ່ບໍ່ຢາກຜິດໃຈໃຜ ແລະ ບໍ່ກ້າເປີດໂປງຄົນຊົ່ວຮ້າຍ, ແລ້ວເຈົ້າກໍຍັງສາມາດລາຍງານພວກເຂົາຕໍ່ເບື້ອງເທິງໄດ້; ສິ່ງນີ້ຈະນັບວ່າເປັນການປະຕິບັດຄວາມຮັບຜິດຊອບບາງຢ່າງຂອງເຈົ້າໃຫ້ສຳເລັດ. ເຖິງຢ່າງໃດກໍຕາມ ຄົນແບບນີ້ບໍ່ສາມາດປະຕິບັດແມ່ນແຕ່ຄວາມຮັບຜິດຊອບພຽງເລັກນ້ອຍນີ້ໃຫ້ສຳເລັດໄດ້. ເພື່ອປົກປ້ອງຜົນປະໂຫຍດທາງເນື້ອໜັງຂອງພວກເຂົາ ແລະ ຊື່ສຽງ ແລະ ສະຖານະຂອງພວກເຂົາ, ພວກເຂົາຈະຍອມແລກກັບທຸກສິ່ງ, ຜ່ານຄວາມຍາກລຳບາກທຸກຢ່າງ ແລະ ອົດທົນຕໍ່ຄວາມທຸກທໍລະມານທຸກປະເພດ. ແຕ່ພວກເຂົາບໍ່ເຄີຍຈ່າຍລາຄາ ຫຼື ອົດທົນຕໍ່ຄວາມທຸກທໍລະມານໃດໆເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ ຫຼື ເພື່ອຮັບປະກັນວ່າຄວາມຈິງສາມາດດຳເນີນໄປໄດ້ຢ່າງບໍ່ມີອຸປະສັກ. ເມື່ອໃດກໍຕາມທີ່ເລື່ອງເຫຼົ່ານີ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກເກີດຂຶ້ນ ແລະ ຮຽກຮ້ອງໃຫ້ມີຄົນກ້າວອອກມາເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ, ເຈົ້າຈະບໍ່ເຄີຍເຫັນຄົນເຫຼົ່ານີ້ຢູ່ບ່ອນໃດເລີຍ ຫຼື ບໍ່ໄດ້ຍິນຄວາມຄິດເຫັນ ຫຼື ມຸມມອງໃດໆຂອງພວກເຂົາເລີຍ. ພວກເຂົາບໍ່ມີມຸມມອງໃດໆ; ພວກເຂົາພຽງແຕ່ຢືນຢູ່ບ່ອນນັ້ນໂດຍທຳທ່າເປັນຫູໜວກ ແລະ ປາກກືກ, ບໍ່ເວົ້າອອກມາ ຫຼື ບໍ່ສະແດງຈຸດຢືນຂອງພວກເຂົາ, ບໍ່ລ່ວງເກີນໃຜ. ພວກເຂົາຢ້ານການລ່ວງເກີນຜູ້ຄົນຫຼາຍ, ແຕ່ບໍ່ຢ້ານການລ່ວງເກີນພຣະເຈົ້າ. ນີ້ຄືວິທີທີ່ພວກເຂົາຮັບມືກັບຄວາມຈິງ, ຮັບມືກັບພຣະບັນຊາທີ່ພຣະເຈົ້າມອບໃຫ້ພວກເຂົາ, ຮັບມືກັບໜ້າທີ່ຂອງພວກເຂົາ ແລະ ຮັບມືກັບສິ່ງທີ່ເປັນບວກ. ສຳລັບຄົນປະເພດນີ້, ການປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ ແລະ ການປົກປ້ອງການມີຢູ່ຂອງພາລະກິດແຫ່ງຄວາມຍຸຕິທຳບໍ່ມີຫຍັງກ່ຽວຂ້ອງກັບລາວ, ໃຜກໍຕາມທີ່ເຮັດສິ່ງນີ້ຄືຄົນໂງ່ ແລະ ບໍ່ວ່າໃນກໍລະນີໃດກໍຕາມ ລາວກໍຈະບໍ່ເຮັດມັນ. ພວກເຂົາບໍ່ເຄີຍເວົ້າແມ່ນແຕ່ຄຳດຽວເພື່ອປົກປ້ອງສິ່ງທີ່ເປັນບວກ, ທັງບໍ່ເຮັດແມ່ນແຕ່ສິ່ງດຽວເພື່ອປົກປ້ອງວຽກງານຂອງພຣະເຈົ້າ. ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍຫົດຫົວເຂົ້າໄປໃນກະດອງຄືກັບເຕົ່າ, ແຕ່ໃນທີ່ສຸດ ພວກເຂົາກໍຍັງຮຽກຮ້ອງລາງວັນຈາກພຣະເຈົ້າ. ພຣະເຈົ້າຊົງກ່າວວ່າ “ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງເລີຍ.” ພວກເຂົາເຖິງຂັ້ນຈົ່ມວ່າ ໂດຍເວົ້າວ່າ “ຂ້ອຍໄດ້ອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍ, ຂ້ອຍໄດ້ແລ່ນວຽກຢ່າງຫຼວງຫຼາຍ ແລະ ຂ້ອຍໄດ້ປະຖິ້ມ ແລະ ສະລະຕົນເອງຢ່າງຫຼວງຫຼາຍ. ຂ້ອຍໄດ້ເພີດເພີນກັບຫຍັງແດ່? ຂ້ອຍໄດ້ຮັບຫຍັງແດ່?” ຄຳເວົ້າພຽງປະໂຫຍກດຽວນີ້ເປີດໂປງເຈດຕະນາຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ແລະ ພິສູດວ່າພວກເຂົາພຽງແຕ່ອົດທົນຕໍ່ຄວາມທຸກທໍລະມານ ແລະ ສະລະຕົນເອງເພື່ອໃຫ້ໄດ້ຮັບພອນເທົ່ານັ້ນ, ບໍ່ແມ່ນເພື່ອໃຫ້ໄດ້ຮັບຄວາມຈິງ. ພວກເຂົາບໍ່ໄດ້ຍອມຮັບຄວາມຈິງ ແລະ ບໍ່ໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ສະນັ້ນ ໃນທີ່ສຸດ ພວກເຂົາຈຶ່ງບໍ່ໄດ້ຮັບຄວາມຈິງໃດໆ. ນີ້ຄືສິ່ງທີ່ຫຼີກລ່ຽງບໍ່ໄດ້; ເຈົ້າຫວ່ານສິ່ງໃດ ເຈົ້າກໍຈະເກັບກ່ຽວສິ່ງນັ້ນ. ດ້ວຍເຫດນັ້ນ, ໃນການເບິ່ງບັນຫາຂອງຄວາມທຸກທໍລະມານ, ໃນດ້ານໜຶ່ງ ເຈົ້າຕ້ອງມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ; ໃນອີກດ້ານໜຶ່ງ ແລະ ສຳຄັນທີ່ສຸດຄື ເຈົ້າຕ້ອງກວດສອບວ່າລັກສະນະແຫ່ງຄວາມທຸກທໍລະມານຂອງເຈົ້າແມ່ນຫຍັງ, ຄວາມທຸກທໍລະມານທີ່ເຈົ້າອົດທົນນັ້ນມີຄຸນຄ່າ ຫຼື ບໍ່ ແລະ ມັນມີຄວາມໝາຍ ຫຼື ບໍ່ ແລະ ຄວາມທຸກທໍລະມານນີ້ເປັນຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ ຫຼື ບໍ່. ຖ້າມັນເປັນຄວາມທຸກທໍລະມານທີ່ເຈົ້າຄວນອົດທົນ, ເປັນຄວາມທຸກທໍລະມານທີ່ອົດທົນເພື່ອປົກປ້ອງສິ່ງທີ່ເປັນບວກ ແລະ ເປັນຄວາມທຸກທໍລະມານທີ່ອົດທົນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ, ຖ້າເປັນແບບນັ້ນ ເຈົ້າກໍມີໜ້າທີ່ຜູກມັດທີ່ຈະຕ້ອງອົດທົນຕໍ່ຄວາມທຸກທໍລະມານນີ້; ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ ແລະ ບໍ່ຄວນຫຼີກລ່ຽງຄວາມທຸກທໍລະມານດັ່ງກ່າວ.

ບາງຄົນມັກຈະເວົ້າຢູ່ສະເໝີວ່າ “ຂ້ານ້ອຍໄດ້ທົນທຸກຕໍ່ການຂົ່ມເຫັງ ແລະ ຄວາມລຳບາກຍາກແຄ້ນໃນຖານະຜູ້ເຊື່ອໃນພຣະເຈົ້າ ແລະ ຂ້ານ້ອຍໄດ້ຮັບຫຍັງແດ່?” ມັນຖືກຕ້ອງບໍທີ່ເວົ້າແບບນີ້? (ບໍ່.) ມັນຜິດແນວໃດ? (ການທີ່ວ່າພວກເຂົາສາມາດເວົ້າແບບນີ້ໄດ້ ພິສູດໃຫ້ເຫັນວ່າພວກເຂົາບໍ່ໄດ້ຮັບຄວາມຈິງໃດໆເລີຍ ແລະ ພວກເຂົາບໍ່ໄດ້ກຳລັງຍ່າງຢູ່ໃນເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ.) ມີຄວາມທຸກທໍລະມານຫຼາຍຢ່າງທີ່ຜູ້ຄົນຄວນອົດທົນ, ສະນັ້ນ ພວກເຂົາຕ້ອງໄດ້ຮັບບາງສິ່ງບາງຢ່າງຈາກຄວາມທຸກທໍລະມານບໍ? ສິ່ງນີ້ກ່ຽວຂ້ອງກັບຄວາມເຂົ້າໃຈ ແລະ ມຸມມອງຂອງຜູ້ຄົນກ່ຽວກັບຄວາມທຸກທໍລະມານ. ຖ້າຄວາມທຸກທໍລະມານນີ້ແມ່ນສິ່ງທີ່ເຈົ້າຄວນອົດທົນ, ເປັນສິ່ງທີ່ເຈົ້າຕ້ອງອົດທົນ ແລະ ເປັນສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າແລ້ວ, ແລ້ວເຈົ້າຈະສາມາດໄດ້ຮັບຫຍັງແທ້ຈາກການອົດທົນຕໍ່ຄວາມທຸກທໍລະມານນີ້? ຕົວຢ່າງ: ຜູ້ຄົນອາດຈະບໍ່ໄດ້ຮັບຫຍັງສະເໝີໄປຈາກການອົດທົນຕໍ່ຄວາມທຸກທໍລະມານໃນການລ້ຽງດູລູກ ຫຼື ຄວາມທຸກທໍລະມານໃນການຖືກຂົ່ມເຫັງຍ້ອນການເຊື່ອໃນພຣະເຈົ້າ. ສະນັ້ນ ເຈົ້າຈະອົດທົນຕໍ່ຄວາມທຸກທໍລະມານນີ້ ຫຼື ບໍ່? ສິ່ງນີ້ຂຶ້ນຢູ່ກັບວ່າເສັ້ນທາງທີ່ຄົນເຮົາຍ່າງນັ້ນຖືກຕ້ອງ ຫຼື ບໍ່ ແລະ ລາວເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່. ຖ້າຄົນໃດຄົນໜຶ່ງສະແຫວງຫາຄວາມຈິງໃນທຸກສິ່ງໃນຂະນະທີ່ປະສົບກັບວຽກງານຂອງພຣະເຈົ້າ ແລະ ມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ, ລາວກໍຈະໄດ້ຮັບສິ່ງຕ່າງໆຈາກການອົດທົນຕໍ່ຄວາມທຸກທໍລະມານນີ້. ສິ່ງນີ້ຮຽກຮ້ອງໃຫ້ຜູ້ຄົນມີຄວາມຕັ້ງໃຈທີ່ຈະອ່ອນນ້ອມ ແລະ ສາມາດອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າ; ພວກເຂົາບໍ່ສາມາດຮັບມືກັບຄວາມທຸກທໍລະມານດ້ວຍຄວາມຄິດແບບການແລກປ່ຽນ. ບາງຄົນເວົ້າວ່າ “ຖ້າຂ້ານ້ອຍລົງທຶນລົງແຮງໄປແດ່, ຂ້ານ້ອຍກໍຄວນໄດ້ຮັບບາງສິ່ງບາງຢ່າງເປັນການຕອບແທນ; ຖ້າຂ້ານ້ອຍອົດທົນຕໍ່ຄວາມທຸກທໍລະມານເລັກໜ້ອຍ, ຂ້ານ້ອຍກໍຄວນໄດ້ຮັບຄວາມຫວານຊື່ນເລັກໜ້ອຍ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຄວາມທຸກທໍລະມານນີ້ຈຶ່ງຈະຄຸ້ມຄ່າ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຸນຄ່າແຫ່ງຄວາມທຸກທໍລະມານ.” ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ແລ້ວເມື່ອເວົ້າເຖິງເລື່ອງຂອງຄວາມທຸກທໍລະມານ, ຄວາມເຂົ້າໃຈປະເພດໃດ ແລະ ການຢັ່ງຮູ້ປະເພດໃດຈຶ່ງຈະຖືກຕ້ອງ? (ຖ້າຄວາມທຸກທໍລະມານທີ່ພວກເຮົາອົດທົນນັ້ນຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ເປັນສິ່ງທີ່ພວກເຮົາຄວນອົດທົນ, ແລ້ວພວກເຮົາກໍມີໜ້າທີ່ທີ່ຈະຕ້ອງຍອມຮັບມັນ. ເຖິງແມ່ນວ່າໃນທີ່ສຸດແລ້ວພວກເຮົາຈະບໍ່ໄດ້ຮັບຫຍັງເລີຍ, ພວກເຮົາກໍບໍ່ຄວນຈົ່ມວ່າ. ພວກເຮົາຄວນມີທັດສະນະຄະຕິແຫ່ງການອ່ອນນ້ອມ, ໂດຍອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະຜູ້ສ້າງ. ໃນເວລາດຽວກັນ, ໃນຂະນະທີ່ພວກເຮົາອົດທົນຕໍ່ຄວາມທຸກທໍລະມານ, ພວກເຮົາຄວນສຸມໃສ່ການສະແຫວງຫາຄວາມຈິງ ແລະ ການໄດ້ຮັບຄວາມຈິງ. ດ້ວຍວິທີນີ້, ຄວາມທຸກທໍລະມານທີ່ພວກເຮົາອົດທົນຈຶ່ງມີຄຸນຄ່າ ແລະ ມີຄວາມໝາຍ.) ຫຼາຍຄັ້ງ, ຈຸດປະສົງທີ່ເປັນບວກຂອງຄວາມທຸກທໍລະມານກໍຄືເພື່ອປົກປ້ອງການມີຢູ່ຂອງສິ່ງທີ່ເປັນບວກ ແລະ ເພື່ອໃຫ້ສາມາດໄດ້ຮັບບາງສິ່ງບາງຢ່າງໃນທີ່ສຸດ ແລະ ສາມາດໄດ້ຮັບຄວາມຈິງ ແລະ ມາຮູ້ຈັກຄວາມຈິງ. ນີ້ຄືເປົ້າໝາຍທີ່ດີເລີດ. ເຖິງຢ່າງໃດກໍຕາມ, ໃນຄວາມເປັນຈິງແລ້ວ, ຄວາມທຸກທໍລະມານມັກຈະຖືກປະສົບ ແລະ ອົດທົນໃນລະຫວ່າງຂະບວນການທີ່ບໍ່ມີເຫດການຫຍັງເກີດຂຶ້ນ. ເມື່ອເຈົ້າສະຫຼຸບມັນໃນໄລຍະສັ້ນ, ກໍພົບວ່າບໍ່ໄດ້ຮັບຫຍັງເລີຍ, ອິດເມື່ອຍທາງຮ່າງກາຍຫຼາຍ, ອາດຈະຕ້ອງທົນທຸກກັບຄວາມເຈັບປ່ວຍບາງຢ່າງ ແລະ ກໍບໍ່ມີຄວາມຄືບໜ້າໃດໆໃນຄວາມຈິງ, ບໍ່ມີການເຂົ້າສູ່ທີ່ເລິກເຊິ່ງກວ່າໃນດ້ານຂອງຊີວິດ ແລະ ບໍ່ໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນກ່ຽວກັບເຈດຕະນາຂອງພຣະເຈົ້າ. ແລ້ວການອົດທົນຕໍ່ຄວາມທຸກທໍລະມານນີ້ສູນເປົ່າບໍ? ບາງຄົນຄິດວ່າ “ໃນສະຖານະການນີ້, ຂ້ອຍສາມາດອະທິຖານຕໍ່ພຣະເຈົ້າເພື່ອໃຫ້ພຣະອົງນຳຂ້ອຍອອກຈາກສະພາບແວດລ້ອມແຫ່ງຄວາມຫຍຸ້ງຍາກດັ່ງກ່າວໄດ້ບໍ? ແລ້ວຂ້ອຍມີເຫດຜົນທີ່ຈະຫຼີກລ່ຽງ ແລະ ປະຕິເສດສະພາບແວດລ້ອມແຫ່ງຄວາມຫຍຸ້ງຍາກດັ່ງກ່າວໄດ້ບໍ?” ການຄິດແບບນີ້ຖືກຕ້ອງບໍ? (ບໍ່.) ເຈົ້າຈຳເປັນຕ້ອງເຂົ້າໃຈເລື່ອງນີ້ໃນລັກສະນະນີ້: ການທີ່ສາມາດໄດ້ຮັບສິ່ງທີ່ເປັນບວກ, ສິ່ງທີ່ດີບາງຢ່າງຈາກຄວາມທຸກທໍລະມານນັ້ນຄືສິ່ງທີ່ຄົນເຮົາປາຖະໜາຢ່າງຍິ່ງ ແລະ ມັນກໍເປັນຜົນທີ່ດີທີ່ສຸດທີ່ຄວາມທຸກທໍລະມານສາມາດນຳມາໃຫ້ໄດ້ໃນທີ່ສຸດ. ເຖິງຢ່າງໃດກໍຕາມ, ຖ້າຄວາມທຸກທໍລະມານທີ່ເຈົ້າອົດທົນໃນຊີວິດປະຈຳວັນຖືກພຣະເຈົ້າ ຈັດແຈງໄວ້ ແລະ ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ເປັນສິ່ງທີ່ເຈົ້າຕ້ອງປະສົບເພື່ອບັນລຸຄວາມລອດພົ້ນ, ແລ້ວເຈົ້າກໍຕ້ອງຍອມຮັບມັນຈາກພຣະເຈົ້າ ແລະ ຮັບມືກັບມັນຢ່າງຖືກຕ້ອງ. ເຈົ້າຈະສາມາດຮັບມືກັບມັນຢ່າງຖືກຕ້ອງໄດ້ແນວໃດ? ເຈົ້າຕ້ອງມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ: ນັ້ນກໍຄື ເຈົ້າຕ້ອງເຂົ້າໃຈວ່າຄວາມທຸກທໍລະມານເປັນສ່ວນໜຶ່ງຂອງຊີວິດມະນຸດ ແລະ ເປັນໄລຍະທີ່ຜູ້ຄົນຕ້ອງປະສົບໃນຂະນະທີ່ພວກເຂົາດຳລົງຊີວິດ, ເຊິ່ງບໍ່ມີໃຜສາມາດຫຼົບໜີໄດ້. ແນ່ນອນວ່າ, ມັນຍັງເປັນໄລຍະທີ່ທຸກຄົນຕ້ອງປະສົບເພື່ອບັນລຸຄວາມລອດພົ້ນອີກດ້ວຍ. ມັນອາດຈະເປັນໄປໄດ້ວ່າໃນທີ່ສຸດເຈົ້າຈະບໍ່ໄດ້ຮັບຄວາມປອບໃຈໃດໆເລີຍ, ແຕ່ທຸກຄັ້ງເຈົ້າກໍເຕັມໃຈທີ່ເຈົ້າອົດທົນຕໍ່ຄວາມທຸກທໍລະມານ, ສາມາດຍອມຮັບມັນຈາກພຣະເຈົ້າ ແລະ ມີທັດສະນະຄະຕິແຫ່ງການອ່ອນນ້ອມ ແລະ ບໍ່ເຄີຍພະຍາຍາມຕໍ່ລອງກັບພຣະເຈົ້າ. ການຍ່າງໃນເສັ້ນທາງດັ່ງກ່າວ ແລະ ການຕັດສິນໃຈເລືອກແບບນີ້ຄືຄວາມຮັບຜິດຊອບທີ່ສິ່ງທີ່ຖືກສ້າງຄວນປະຕິບັດໃຫ້ສຳເລັດ ແລະ ມັນຄືທັດສະນະຄະຕິທີ່ເຈົ້າຄວນມີຕໍ່ການເດີນທາງຂອງຊີວິດທີ່ຖືກຈັດແຈງໂດຍພຣະຜູ້ສ້າງ; ມັນຄືທັດສະນະຄະຕິທີ່ຄົນເຮົາຄວນມີຕໍ່ຄວາມລຳບາກຂອງຊີວິດ. ການຍອມຮັບຄວາມລຳບາກ ແລະ ການທີ່ສາມາດອົດທົນຕໍ່ຄວາມທຸກທໍລະມານເປັນສ່ວນໜຶ່ງຂອງການປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ, ສະນັ້ນ ເຈົ້າບໍ່ຄວນຫຼີກລ່ຽງພວກມັນ, ທັງບໍ່ຄວນເລືອກວ່າຈະອົດທົນຕໍ່ສິ່ງເຫຼົ່ານັ້ນ ຫຼື ບໍ່. ທຸກຄົນຕ້ອງອົດທົນຕໍ່ຄວາມທຸກທໍລະມານບາງຢ່າງໃນຊີວິດ ແລະ ໃນຂະບວນການຂອງການເຊື່ອໃນພຣະເຈົ້າເພື່ອບັນລຸຄວາມລອດພົ້ນ. ແນ່ນອນວ່າຄວາມທຸກທໍລະມານທີ່ພວກເຮົາກຳລັງເວົ້າເຖິງນັ້ນບໍ່ແມ່ນປະເພດທີ່ຜູ້ຄົນອົດທົນເພື່ອໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ຫຼື ເພື່ອໄລ່ຕາມຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເອງ, ແຕ່ເປັນຄວາມທຸກທໍລະມານບາງຢ່າງທີ່ທຸກຄົນຕ້ອງອົດທົນໃນຂະບວນການຂອງການຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ ແລະ ການໄລ່ຕາມເສາະຫາຄວາມລອດພົ້ນ. ຄວາມທຸກທໍລະມານປະເພດນີ້ເປັນສ່ວນໜຶ່ງຂອງຊີວິດ, ເປັນສ່ວນໜຶ່ງຂອງຂະບວນການແຫ່ງການຢູ່ລອດ ແລະ ຍິ່ງໄປກວ່ານັ້ນ ມັນເປັນໄລຍະທີ່ຜູ້ຄົນຕ້ອງປະສົບເພື່ອບັນລຸຄວາມລອດພົ້ນໃນທີ່ສຸດ. ເຈົ້າຄວນຮັບມືກັບມັນຢ່າງຖືກຕ້ອງ. ນີ້ຄືທັດສະນະຄະຕິທີ່ເຈົ້າຄວນມີຕໍ່ສະພາບແວດລ້ອມແຫ່ງຄວາມລຳບາກ ແລະ ມັນຍັງເປັນຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດໃຫ້ສຳເລັດອີກດ້ວຍ. ນັ້ນກໍຄື, ຄວາມທຸກທໍລະມານຍັງເປັນສ່ວນໜຶ່ງຂອງການປະຕິບັດໜ້າທີ່ ແລະ ການປະຕິບັດຄວາມຮັບຜິດຊອບໃຫ້ສຳເລັດໃນຖານະສິ່ງທີ່ຖືກສ້າງອີກດ້ວຍ; ມັນບໍ່ແມ່ນສິ່ງທີ່ຫຼາຍເກີນຄວາມຈຳເປັນ. ມັນເປັນສິ່ງທີ່ພຣະຜູ້ສ້າງຈັດແຈງໃຫ້ກັບສິ່ງທີ່ຖືກສ້າງທຸກຄົນ. ລະດັບ, ຊ່ວງເວລາ ແລະ ໄລຍະເວລາຂອງຄວາມທຸກທໍລະມານແມ່ນແຕກຕ່າງກັນສຳລັບທຸກຄົນ, ແຕ່ທຸກຄົນຕ້ອງປະສົບກັບມັນ; ທຸກຄົນຕ້ອງຜ່ານຜ່າອຸປະສັກນີ້ໄປໃຫ້ໄດ້. ນີ້ຄືຄວາມຮັບຜິດຊອບທີ່ຜູ້ຄົນຄວນປະຕິບັດໃຫ້ສຳເລັດ. ຖ້າເຈົ້າຕ້ອງການເຮັດໃຫ້ດີໃນຖານະສິ່ງທີ່ຖືກສ້າງ, ເຈົ້າກໍຄວນຮັບມືກັບຄວາມທຸກທໍລະມານຢ່າງຖືກຕ້ອງ; ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ, ບໍ່ຄວນປະຕິເສດມັນ ແລະ ບໍ່ຄວນຮູ້ສຶກຕໍ່ຕ້ານກັບມັນ. ຍິ່ງໄປກວ່ານັ້ນ, ແນ່ນອນວ່າເຈົ້າບໍ່ຄວນໃຊ້ຄວາມທຸກທໍລະມານເພື່ອອ້າງເອົາຄວາມດີຄວາມຊອບ ຫຼື ພະຍາຍາມຕໍ່ລອງກັບພຣະເຈົ້າ, ແຕ່ຄວນຍອມຮັບຄວາມທຸກທໍລະມານໃນຖານະຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດໃຫ້ສຳເລັດ. ພວກເຈົ້າຈະເວົ້າບໍວ່າ ການຢັ່ງຮູ້ມັນໃນລັກສະນະນີ້ບໍລິສຸດ? ມັນກົງກັນກັບຄວາມຈິງບໍ? (ແມ່ນແລ້ວ.) ໂດຍການຢັ່ງຮູ້ມັນໃນລັກສະນະນີ້, ເຈົ້າຈະບໍ່ມີຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ເປັນຈິງຫຼາຍຂຶ້ນກ່ຽວກັບຄວາມທຸກທໍລະມານ ພ້ອມທັງມີຄວາມຄິດທີ່ຖືກຕ້ອງບໍ? (ແມ່ນແລ້ວ, ດ້ວຍວິທີນີ້ ຂ້ານ້ອຍຈະບໍ່ຮູ້ສຶກຕໍ່ຕ້ານກັບຄວາມທຸກທໍລະມານ ແລະ ມັນກໍຈະງ່າຍທີ່ຈະອ່ອນນ້ອມ ເມື່ອຂ້ານ້ອຍພົບວ່າຕົນເອງຢູ່ໃນສະພາບແວດລ້ອມໃດໜຶ່ງ.) ການທີ່ສາມາດອ່ອນນ້ອມ ແລະ ບໍ່ຮູ້ສຶກຕໍ່ຕ້ານ, ນີ້ຄືທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ຄວາມທຸກທໍລະມານ. ເຖິງແມ່ນວ່າເຈົ້າຈະອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍ ແລະ ຈ່າຍລາຄາຫຼາຍຢ່າງໃນຂະບວນການແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ ແລະ ເຖິງແມ່ນວ່າເຈົ້າຈະທົນທຸກຕໍ່ການຂົ່ມເຫັງ ແລະ ຄວາມລຳບາກຍາກແຄ້ນບາງຢ່າງຍ້ອນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເມື່ອເຈົ້າມີການຢັ່ງຮູ້ທີ່ຖືກຕ້ອງກ່ຽວກັບການອົດທົນຕໍ່ຄວາມທຸກທໍລະມານນີ້ ແລະ ການຈ່າຍລາຄານີ້, ເຈົ້າກໍຈະບໍ່ຮູ້ສຶກວ່າການອົດທົນຕໍ່ຄວາມທຸກທໍລະມານນີ້ເປັນທຶນຮອນປະເພດໜຶ່ງສຳລັບຕົວເຈົ້າເອງ. ເຈົ້າຈະບໍ່ເບິ່ງຕົວເຈົ້າເອງວ່າເປັນຄົນທີ່ມີຄວາມດີຄວາມຊອບຍ້ອນຄວາມທຸກທໍລະມານຂອງເຈົ້າ, ທັງຈະບໍ່ອວດອ້າງວ່າເຈົ້າໄດ້ອົດທົນຕໍ່ຄວາມທຸກທໍລະມານຫຼາຍສໍ່າໃດເພື່ອເປັນພະຍານເຖິງການເຮັດວຽກໜັກ ແລະ ການປະກອບສ່ວນຂອງເຈົ້າເອງ ເພື່ອໃຫ້ຄົນອື່ນນັບຖືເຈົ້າຢ່າງສູງ. ເຈົ້າຈະບໍ່ໂອ້ອວດຄວາມອາວຸໂສຂອງເຈົ້າ, ພໍໃຈກັບຜົນງານໃນອະດີດຂອງເຈົ້າ ຫຼື ພະຍາຍາມຕໍ່ລອງກັບພຣະເຈົ້າ, ແຮງໄກທີ່ຈະຮຽກຮ້ອງການປະຕິບັດຕໍ່ເປັນພິເສດໃນເຮືອນຂອງພຣະເຈົ້າ ຫຼື ອ້າງເອົາຄວາມດີຄວາມຊອບຈາກໃຜກໍຕາມຍ້ອນວ່າເຈົ້າໄດ້ອົດທົນຕໍ່ຄວາມທຸກທໍລະມານຫຼາຍຢ່າງ. ຖ້າເຈົ້າເຊື່ອວ່າຄວາມທຸກທໍລະມານເປັນຄວາມຮັບຜິດຊອບທີ່ເຈົ້າໃນຖານະສິ່ງທີ່ຖືກສ້າງຄວນປະຕິບັດ ແລະ ຄວນປະຕິບັດໃຫ້ສຳເລັດຕໍ່ໜ້າພຣະຜູ້ສ້າງ, ແລ້ວເຈົ້າກໍບໍ່ຄວນໃຊ້ຄວາມທຸກທໍລະມານເປັນທຶນຮອນເພື່ອຮຽກຮ້ອງລາງວັນຈາກພຣະເຈົ້າ ຫຼື ເພື່ອໃຫ້ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນ, ແມ່ນບໍ? (ແມ່ນແລ້ວ.) ຖ້າເຈົ້າກະທຳແບບນີ້, ມັນຈະສາມາດສ້າງແຮງບັນດານໃຈໃຫ້ກັບຄວາມຕັ້ງໃຈຂອງເຈົ້າທີ່ຈະໄລ່ຕາມເສາະຫາຄວາມຈິງໄດ້ບໍ? (ບໍ່.) ການກະທຳແບບນີ້ເຫັນໄດ້ຊັດເຈນວ່າເປັນການພະຍາຍາມເຮັດການແລກປ່ຽນກັບພຣະເຈົ້າ, ເຊິ່ງເປັນສິ່ງທີ່ພຣະອົງຊົງລັງກຽດ.

ໃນອະດີດ, ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນໄດ້ອົດທົນຕໍ່ຄວາມທຸກທໍລະມານບາງຢ່າງ ແລະ ແນ່ນອນວ່າມື້ເຫຼົ່ານັ້ນກໍຜ່ານໄປໄດ້ຍາກຫຼາຍ. ຍ້ອນການຈັບກຸມ ແລະ ການຂົ່ມເຫັງທີ່ດຳເນີນໂດຍພະຍານາກໃຫຍ່ສີແດງ, ສະພາບແວດລ້ອມຈຶ່ງບໍ່ເອື້ອອຳນວຍຢ່າງຍິ່ງ. ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນລ້ວນແຕ່ມີຄວາມສ່ຽງທີ່ຈະຖືກຈັບກຸມ ແລະ ຖືກຈຳຄຸກຍ້ອນການເຮັດວຽກງານຂອງຄຣິສຕະຈັກ; ບາງຄົນຖືກຕາມລ່າ ແລະ ເຮັດໄດ້ພຽງແຕ່ຫຼົບໜີ ແລະ ດຳລົງຊີວິດແບບລີ້ໄພເທົ່ານັ້ນ, ບໍ່ສາມາດກັບບ້ານໄດ້ ແລະ ດ້ວຍຄວາມຮູ້ສຶກໂດດດ່ຽວ ແລະ ສິ້ນຫວັງຢູ່ຕາມລຳພັງ, ພວກເຂົາຈຶ່ງມັກຈະຮ້ອງໄຫ້ຢ່າງຂົມຂື່ນ ແລະ ອະທິຖານຕໍ່ໜ້າພຣະເຈົ້າ. ບໍ່ວ່າຈະເປັນໃນແງ່ຂອງສະພາບການດຳລົງຊີວິດຂອງພວກເຂົາ ຫຼື ໃນແງ່ຂອງການຢູ່ໃນສະພາບແວດລ້ອມທີ່ພວກເຂົາຖືກຕາມລ່າ, ພວກເຂົາກໍໄດ້ອົດທົນຕໍ່ຄວາມທຸກທໍລະມານບາງຢ່າງ. ຫຼັງຈາກນັ້ນ, ຄົນເຫຼົ່ານີ້ມັກຈະຮູ້ສຶກຢູ່ສະເໝີວ່າພວກເຂົາໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ກັບເຮືອນຂອງພຣະເຈົ້າ ແລະ ໃຫ້ກັບວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາໄດ້ສ້າງຄວາມດີຄວາມຊອບໃຫ້ກັບເຮືອນຂອງພຣະເຈົ້າ ແລະ ເມື່ອພຣະເຈົ້າໄດ້ຮັບລັດສະໝີອັນຍິ່ງໃຫຍ່, ພວກເຂົາກໍຄວນມີສ່ວນຮ່ວມໃນລັດສະໝີຂອງພຣະອົງ. ດ້ວຍຄວາມຄິດເຫັນ ແລະ ທັດສະນະຄະຕິແບບນີ້, ພວກເຂົາມັກຈະເປັນພະຍານໃນໂອກາດຕ່າງໆກ່ຽວກັບວ່າພວກເຂົາໄດ້ທົນທຸກຫຼາຍສໍ່າໃດ, ປີໃດ ແລະ ເດືອນໃດທີ່ເຈັບປວດທີ່ສຸດສຳລັບພວກເຂົາ ແລະ ໃນເວລານັ້ນພວກເຂົາຖືກທໍລະມານຫຼາຍສໍ່າໃດຈົນບໍ່ສາມາດກິນເຂົ້າໄດ້ໃນຕອນກາງເວັນ ແລະ ມັກຈະຖືກປຸກໃຫ້ຕື່ນຂຶ້ນມາຍ້ອນຝັນຮ້າຍໃນຕອນກາງຄືນ ແລະ ຖືກທໍລະມານຫຼາຍຈົນໃບໜ້າຈືດມ່ານ ແລະ ນໍ້າໜັກຫຼຸດລົງຫຼາຍ. ຜູ້ທີ່ໄດ້ຍິນພວກເຂົາເວົ້າກໍລ້ວນແຕ່ຮູ້ສຶກຊື່ນຊົມ ແລະ ອິດສາ; ແນ່ນອນວ່າ ບາງຄົນກໍຈະຮູ້ສຶກອິດສາບັງບຽດເຊັ່ນກັນ. ນອກຈາກນີ້ ຍັງມີບາງຄົນທີ່ຮູ້ສຶກຕື້ນຕັນໃຈຈົນນໍ້າຕາໄຫຼຍ້ອນປະສົບການແຫ່ງຄວາມລຳບາກທີ່ຄົນເຫຼົ່ານັ້ນເລົ່າໃຫ້ຟັງ, ໂດຍເວົ້າວ່າ “ມັນເປັນຕາໜ້າຊື່ນຊົມແທ້ໆທີ່ເຈົ້າທົນທຸກຫຼາຍຂະໜາດນັ້ນ! ເຈົ້າເຮັດໃຫ້ພວກເຮົາຕື້ນຕັນໃຈຈົນນໍ້າຕາໄຫຼແບບນີ້, ພຣະເຈົ້າກໍຄົງຈະຊົງຕື້ນຕັນໃຈຫຼາຍເຊັ່ນກັນ. ຄວາມທຸກທໍລະມານຂອງເຈົ້າຄຸ້ມຄ່າຫຼາຍ. ເຈົ້າໜ້າອັດສະຈັນແທ້ໆ!” ພວກເຂົາຈະບໍ່ເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນເອງພຽງແຕ່ໃນໂອກາດດຽວເທົ່ານັ້ນ; ແຕ່ໃນຫຼາຍໂອກາດທີ່ແຕກຕ່າງກັນ, ພວກເຂົາມັກຈະເປັນພະຍານກ່ຽວກັບວ່າພວກເຂົາໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຂົາໄດ້ເຮັດສຳເລັດຫຼາຍສໍ່າໃດ ແລະ ພວກເຂົາໄດ້ປະກອບສ່ວນໃຫ້ກັບເຮືອນຂອງພຣະເຈົ້າຫຼາຍສໍ່າໃດຜ່ານຄວາມທຸກທໍລະມານນີ້. ແຕ່ພວກເຂົາພັດບໍ່ເວົ້າກ່ຽວກັບວ່າພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມໃດແດ່, ພວກເຂົາເຕີບໃຫຍ່ໃນຊີວິດຫຼາຍສໍ່າໃດ, ພວກເຂົາໄດ້ເປັນພະຍານຫຍັງແດ່ໃຫ້ກັບພຣະເຈົ້າ, ພວກເຂົາໄດ້ບັນລຸຜົນຫຍັງແດ່ໃນການເຮັດວຽກງານຂອງຄຣິສຕະຈັກ ຫຼື ໄດ້ປົກປ້ອງສິ່ງທີ່ຖືກຕ້ອງເປັນທຳໃດແດ່ ຜ່ານຄວາມທຸກທໍລະມານຂອງຕົນ. ພວກເຂົາບໍ່ມີຄຳພະຍານດັ່ງກ່າວທີ່ຈະໃຫ້. ສິ່ງທີ່ພວກເຂົາຈະເວົ້າເຖິງກໍມີພຽງແຕ່ວ່າພວກເຂົາໄດ້ທົນທຸກແນວໃດ ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດ. ເປົ້າໝາຍສູງສຸດຂອງພວກເຂົາກໍຄືເພື່ອໃຫ້ຜູ້ຄົນຮູ້ວ່າພວກເຂົາໄດ້ເຮັດວຽກໜັກ ແລະ ໄດ້ປະກອບສ່ວນອັນຍິ່ງໃຫຍ່, ການປະກອບສ່ວນເຫຼົ່ານີ້ເປັນສິ່ງທີ່ລຶບບໍ່ອອກ, ພວກເຂົາເປັນເສົາຫຼັກ ແລະ ເປັນກຳລັງຫຼັກໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາຄວນເພີດເພີນກັບການປະຕິບັດຕໍ່ທີ່ພິເສດ ແລະ ຄວນເພີດເພີນກັບການເຄົາລົບບູຊາຂອງຜູ້ຄົນ, ຜູ້ຄົນບໍ່ພຽງແຕ່ຄວນອິດສາ ແລະ ຊື່ນຊົມພວກເຂົາເທົ່ານັ້ນ, ແຕ່ຍັງຄວນຍົກຍ້ອງ ແລະ ເປັນພະຍານເຖິງຄວາມທຸກທໍລະມານຂອງພວກເຂົາອີກດ້ວຍ. ຈົ່ງເບິ່ງວ່າຄວາມທຸກທໍລະມານຂອງພວກເຂົາ “ໜ້າອັດສະຈັນ” ແລະ “ຄຸ້ມຄ່າ” ສໍ່າໃດ! ພວກເຂົາໄດ້ຮັບຄຳຍົກຍ້ອງຈາກທຸກຄົນ, ໂດຍມີສຽງຍົກຍ້ອງດັງຂຶ້ນຢ່າງຕໍ່ເນື່ອງ ແລະ ດັງກ້ອງຢູ່ໃນຫູຂອງພວກເຂົາຢູ່ສະເໝີ. ບອກເຮົາມາເບິ່ງ, ຄວາມທຸກທໍລະມານຂອງພວກເຂົາຄຸ້ມຄ່າບໍ? ຄົນເຫຼົ່ານີ້ໜ້າອັດສະຈັນບໍ? ພວກເຂົາສາມາດມີສ່ວນຮ່ວມໃນລັດສະໝີຂອງພຣະເຈົ້າຮ່ວມກັບພຣະອົງໄດ້ບໍ? (ບໍ່ໄດ້.) ແລ້ວແມ່ນຫຍັງຄືຈຸດປະສົງຂອງພວກເຂົາໃນການເປັນພະຍານກ່ຽວກັບຕົວເອງດ້ວຍວິທີນີ້? (ເພື່ອໃຫ້ຜູ້ຄົນເຫັນວ່າພວກເຂົາໄດ້ທົນທຸກຫຼາຍ, ເພື່ອໃຫ້ຜູ້ຄົນເທີດທູນ ແລະ ນັບຖືພວກເຂົາຢ່າງສູງ.) ພວກເຂົາຕ້ອງການໄດ້ຮັບລັດສະໝີ, ແມ່ນບໍ? (ແມ່ນແລ້ວ.) ພວກເຂົາພະຍາຍາມແລກປ່ຽນຄວາມທຸກທໍລະມານກັບລັດສະໝີ; ພວກເຂົາບໍ່ໄດ້ເຮັດແບບນີ້ພຽງເພື່ອແລກກັບມົງກຸດ ແລະ ລາງວັນເທົ່ານັ້ນ. ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາຕ້ອງການໄດ້ຮັບລັດສະໝີໃນທ່າມກາງຜູ້ຄົນ, ຕ້ອງການໃຫ້ຜູ້ຄົນນະມັດສະການພວກເຂົາ ແລະ ພວກເຂົາຕ້ອງການໃຫ້ຜູ້ຄົນເທີດທູນພວກເຂົາ ແລະ ຈື່ຈຳພວກເຂົາ. ພວກເຂົາຮຽກຮ້ອງຫຼາຍເກີນໄປບໍ? ຄວາມທະເຍີທະຍານຂອງພວກເຂົາຍິ່ງໃຫຍ່ບໍ? (ແມ່ນແລ້ວ, ພວກມັນຍິ່ງໃຫຍ່.) ແມ່ນແຕ່ເຮົາກໍບໍ່ເຄີຍກ້າເວົ້າກ່ຽວກັບການໄດ້ຮັບລັດສະໝີໃນທ່າມກາງພວກເຈົ້າ. ເຮົາມັກຈະເວົ້າກ່ຽວກັບຫຍັງຢູ່ສະເໝີ? ການນຳພາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ການນຳພາພວກເຈົ້າເຂົ້າສູ່ຄວາມເປັນຈິງຄວາມຈິງ, ການຊ່ວຍໃຫ້ພວກເຈົ້າເຂົ້າໃຈຄວາມຈິງ, ມີເສັ້ນທາງໃຫ້ຍ່າງຕາມ ແລະ ຮູ້ວິທີປະຕິບັດໃຫ້ກົງກັນກັບຫຼັກການ ແລະ ການນຳພາພວກເຈົ້າເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ, ເພື່ອທີ່ພວກເຈົ້າທຸກຄົນຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ແຕ່ເຮົາບໍ່ເຄີຍເວົ້າກ່ຽວກັບການໄດ້ຮັບລັດສະໝີເລີຍ. ເຖິງຢ່າງໃດກໍຕາມ, ຄົນປະເພດນັ້ນມັກຈະເປັນພະຍານຢ່າງເຈາະຈົງກ່ຽວກັບວ່າພວກເຂົາທົນທຸກ ແລະ ຈ່າຍລາຄາແນວໃດ, ໂດຍເວົ້າກ່ຽວກັບວ່າພວກເຂົາໄດ້ຖືກລັດຖະບານຈັບກຸມ ແລະ ຖືກ ຂົ່ມເຫັງ ແລະ ຖືກໃສ່ຮ້າຍປ້າຍສີ ແລະ ຖືກພິພາກສາໂດຍຄົນທາງໂລກແນວໃດ, ພວກເຂົາໄດ້ທົນທຸກຕໍ່ການຖືກກີດກັນຫຼາຍສໍ່າໃດ, ພວກເຂົາໄດ້ທົນທຸກຕໍ່ຄວາມຄັບແຄ້ນໃຈຫຼາຍສໍ່າໃດ, ພວກເຂົາໄດ້ອົດທົນຕໍ່ຄວາມເຈັບປວດທາງຮ່າງກາຍຫຼາຍສໍ່າໃດ ແລະ ພວກເຂົາໄດ້ເອົາຊະນະຄວາມເຈັບປວດນັ້ນໄດ້ແນວໃດ, ເພື່ອເຫັນແກ່ການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນ. ພວກເຂົາບໍ່ພຽງແຕ່ຕ້ອງການເປັນພະຍານກ່ຽວກັບຄວາມທຸກທໍລະມານເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງການເປັນພະຍານກ່ຽວກັບວ່າພວກເຂົາຍິ່ງໃຫຍ່ສໍ່າໃດ, ຢູ່ໃນລະດັບທີ່ສູງສົ່ງສໍ່າໃດ ແລະ ພິເສດສໍ່າໃດໃນຂະນະທີ່ອົດທົນຕໍ່ຄວາມທຸກທໍລະມານ, ພ້ອມທັງວ່າພວກເຂົາຢູ່ເໜືອເນື້ອໜັງຫຼາຍສໍ່າໃດໃນລະຫວ່າງຂະບວນການນີ້. ພວກເຂົາຕ້ອງການໄດ້ຮັບລັດສະໝີ, ແມ່ນບໍ? (ແມ່ນແລ້ວ.) ຖ້າຄົນໃດຄົນໜຶ່ງມັກຈະເປັນພະຍານ ກ່ຽວກັບວ່າຕົນໄດ້ທົນທຸກແນວໃດຢູ່ສະເໝີ, ພວກເຈົ້າຄິດວ່າພວກເຂົາມີເປົ້າໝາຍທີ່ຈະເຜີຍແຜ່ວິທີການເບິ່ງຄວາມທຸກທໍລະມານທີ່ຖືກຕ້ອງ ຫຼື ເພື່ອເປັນພະຍານ ແລະ ເຜີຍແຜ່ເລື່ອງລາວຄວາມທຸກທໍລະມານຂອງຕົນເອງ? (ພວກເຂົາຕ້ອງການເປັນພະຍານ ແລະ ເຜີຍແຜ່ເລື່ອງລາວຄວາມທຸກທໍລະມານຂອງຕົນເອງ.) ພວກເຂົາສະໜັບສະໜູນການໃຊ້ຄວາມທຸກທໍລະມານເພື່ອຕໍ່ລອງກັບພຣະເຈົ້າ ແລະ ມີສ່ວນຮ່ວມໃນລັດສະໝີຮ່ວມກັບພຣະອົງ, ນີ້ຄືສິ່ງທີ່ພວກເຂົາສະໜັບສະໜູນ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍເປັນພະຍານກ່ຽວກັບວ່າພວກເຂົາໄດ້ຖືກທຸບຕີ, ຖືກດ່າທໍ, ຖືກຂັບໄລ່ ແລະ ຖືກຂົ່ມເຫັງໂດຍຄົນໃນສາສະໜາຈັກຄັ້ງ ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດໃນຂະນະທີ່ເທດສອນຂ່າວປະເສີດ; ພວກເຂົາໄດ້ທົນທຸກຫຼາຍສໍ່າໃດຈາກການຖືກປະຕິເສດ, ຖືກໃສ່ຮ້າຍປ້າຍສີ ແລະ ຖືກດ່າທໍດ້ວຍຄຳເວົ້າໂດຍຍາດພີ່ນ້ອງ, ໝູ່ເພື່ອນ ແລະ ຄົນທາງໂລກ; ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດຈາກການຖືກລັດຖະບານຕາມລ່າ, ຕ້ອງລີ້ຊ່ອນຢູ່ທຸກຫົນທຸກແຫ່ງ, ບໍ່ມີບ້ານໃຫ້ກັບ ແລະ ເຖິງຂັ້ນບໍ່ມີບ່ອນໃຫ້ເອນຫົວນອນຄືກັນກັບບຸດມະນຸດ. ນອກຈາກນີ້ ຍັງມີບາງຄົນທີ່ເປັນພະຍານກ່ຽວກັບວ່າພວກເຂົາເອົາຊະນະຄວາມຫຍຸ້ງຍາກຫຼາຍສໍ່າໃດ ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດໃນການເອົາຊະນະຄວາມເຈັບປ່ວຍທາງເນື້ອໜັງໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ພວກເຂົາມັກຈະປະກາດສິ່ງເຫຼົ່ານີ້ຕໍ່ໜ້າຄົນອື່ນຢູ່ສະເໝີ, ແຕ່ບໍ່ເຄີຍແບ່ງປັນຫຍັງກ່ຽວກັບປະສົບການຊີວິດເລີຍ; ພວກເຂົາພຽງແຕ່ເທດສະໜາ ແລະ ເປັນພະຍານກ່ຽວກັບເລື່ອງລາວຄວາມທຸກທໍລະມານຂອງຕົນເອງ. ຈຸດປະສົງຂອງພວກເຂົາກໍພຽງແຕ່ເພື່ອໃຫ້ຜູ້ຄົນນັບຖືພວກເຂົາຢ່າງສູງ. ບອກເຮົາມາເບິ່ງ, ພວກເຂົາຕ້ອງການໃຫ້ຜູ້ຄົນນັບຖືພວກເຂົາຢ່າງສູງ, ແຕ່ພວກເຂົາຕ້ອງການຫຍັງຈາກພຣະເຈົ້າ? ພວກເຂົາພຽງແຕ່ຕ້ອງການໃຫ້ພຣະເຈົ້ານັບຖືພວກເຂົາຢ່າງສູງເຊັ່ນກັນບໍ? ນັ້ນບໍ່ແມ່ນທັງໝົດທີ່ພວກເຂົາຕ້ອງການ, ແມ່ນບໍ? ແລ້ວພວກເຂົາກໍມີມຸມມອງດຽວກັນກັບໂປໂລທີ່ວ່າ: “ເຮົາໄດ້ຕໍ່ສູ້ເປັນຢ່າງດີ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຮັກສາຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” (2 ຕີໂມທຽວ 4:7-8). ພວກເຂົາເຖິງຂັ້ນຕໍ່ລອງກັບພຣະເຈົ້າ, ໂດຍເວົ້າວ່າ “ພຣະເຈົ້າໄດ້ຮັບລັດສະໝີແລ້ວ, ສະນັ້ນ ຂ້ານ້ອຍກໍຄວນໄດ້ຮັບລັດສະໝີຮ່ວມກັບພຣະອົງເຊັ່ນກັນ! ເພາະວ່າຂ້ານ້ອຍໄດ້ທົນທຸກຮ່ວມກັບພຣະເຈົ້າ, ຂ້ານ້ອຍກໍມີສ່ວນຮ່ວມໃນລັດສະໝີຂອງພຣະເຈົ້າເຊັ່ນກັນ! ພຣະເຈົ້າໄດ້ສວມມົງກຸດທອງຄຳ, ພຣະອົງກໍຄວນໃຫ້ອັນຍະມະນີແກ່ຂ້ານ້ອຍເຊັ່ນກັນ. ຂ້ານ້ອຍບໍ່ຄວນເພີດເພີນກັບການນະມັດສະການ ແລະ ການເຄົາລົບບູຊາຂອງມະນຸດຊາດຄືກັນກັບທີ່ພຣະເຈົ້າຊົງໄດ້ຮັບບໍ?” ນີ້ບໍ່ແມ່ນສິ່ງທີ່ພວກເຂົາກຳລັງສື່ເຖິງບໍ? (ແມ່ນແລ້ວ.) ແລ້ວມັນດີບໍທີ່ພວກເຂົາຈະເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນດ້ວຍວິທີນີ້? (ບໍ່.) ເປັນຫຍັງຈຶ່ງບໍ່ດີ? (ພວກເຂົາຕ້ອງການວາງຕົວເອງໃຫ້ຢູ່ໃນລະດັບດຽວກັນກັບພຣະເຈົ້າ, ເຊິ່ງເປັນສິ່ງທີ່ພຣະອົງຊົງລັງກຽດ. ພວກເຂົາຍັງຍາດແຍ່ງຜູ້ຄົນກັບພຣະເຈົ້າອີກດ້ວຍ.) ໃຫ້ພວກເຮົາປະມຸມມອງ ແລະ ແຮງຈູງໃຈສ່ວນຕົວຂອງພວກເຂົາໄວ້ກ່ອນ, ພຽງແຕ່ໃນແງ່ຂອງສິ່ງທີ່ພວກເຂົາໂອ້ລົມ, ພວກເຂົາຈະເຮັດໃຫ້ຄົນທີ່ບໍ່ເຂົ້າໃຈຄວາມຈິງຫຼົງຜິດຫຼາຍສໍ່າໃດ? ຜູ້ຄົນຂາດການຢັ່ງຮູ້ທີ່ບໍລິສຸດກ່ຽວກັບຄວາມທຸກທໍລະມານຢູ່ແລ້ວ ແລະ ບໍ່ເຂົ້າໃຈຄວາມຈິງດ້ານນີ້. ຍິ່ງໄປກວ່ານັ້ນ, ເມື່ອຕັດສິນຈາກແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມທາງເນື້ອໜັງຂອງຜູ້ຄົນ, ທຸກຄົນລ້ວນແຕ່ມັກການໄດ້ຮັບພອນ ແລະ ການໄດ້ຮັບລາງວັນ. ແຕ່ຄົນແບບນີ້ມັກຈະເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນເອງຢູ່ສະເໝີ; ເຈດຕະນາຂອງພວກເຂົາ ພ້ອມທັງຄຳເວົ້າ ແລະ ການກະທຳຂອງພວກເຂົາເອງ ກໍຕອບສະໜອງຄວາມປາຖະໜາ ແລະ ຂໍ້ຮຽກຮ້ອງຂອງມະນຸດຊາດທີ່ເສື່ອມຊາມ. ໂດຍການເວົ້າໃນລັກສະນະນີ້ ແລະ ກະທຳໃນລັກສະນະນີ້, ພວກເຂົາກຳລັງກະຕຸ້ນຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຜູ້ຄົນ, ພວກເຂົາກຳລັງກະຕຸ້ນຄວາມປາຖະໜາຂອງຜູ້ຄົນທີ່ຈະແລກປ່ຽນຄວາມທຸກທໍລະມານກັບພອນ ແລະ ພວກເຂົາຍັງກະຕຸ້ນແນວຄິດ ແລະ ການປະຕິບັດໃນການແລກປ່ຽນຄວາມທຸກທໍລະມານກັບລາງວັນຈາກພຣະເຈົ້າ ແລະ ການຕໍ່ລອງກັບພຣະອົງອີກດ້ວຍ. ດ້ວຍເຫດນີ້, ຜູ້ຄົນມີການອ່ອນນ້ອມຕໍ່ພຣະເຈົ້າຫຼາຍຂຶ້ນ ຫຼື ມີການອ່ອນນ້ອມໜ້ອຍລົງ? (ມີການອ່ອນນ້ອມໜ້ອຍລົງ.) ເປັນຫຍັງພວກເຂົາຈຶ່ງມີການອ່ອນນ້ອມໜ້ອຍລົງ? (ເປັນເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມຢູ່ແລ້ວ, ເມື່ອພວກເຂົາອົດທົນຕໍ່ຄວາມທຸກທໍລະມານເລັກໜ້ອຍ, ພວກເຂົາກໍມີທ່າອ່ຽງທີ່ຈະຖືວ່າມັນເປັນທຶນຮອນທີ່ພວກເຂົາສາມາດໃຊ້ເພື່ອເຮັດຂໍ້ຕົກລົງກັບພຣະເຈົ້າໄດ້ ແລະ ເມື່ອພວກເຂົາຖືກເຮັດໃຫ້ຫຼົງຜິດໂດຍຄຳເວົ້າ ແລະ ການປະຕິບັດຂອງຄົນດັ່ງກ່າວ, ພວກເຂົາກໍຍິ່ງຮູ້ສຶກວ່າການແລກປ່ຽນຄວາມທຸກທໍລະມານກັບພອນນັ້ນເປັນສິ່ງທີ່ສົມເຫດສົມຜົນ ແລະ ພວກເຂົາກໍຍິ່ງບໍ່ສາມາດຮັບຮູ້ເຖິງເຈດຕະນາທີ່ໜ້າລັງກຽດຂອງຕົນເອງໃນການເຮັດຂໍ້ຕົກລົງກັບພຣະເຈົ້າ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຍິ່ງບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້.) ພວກເຂົາຮູ້ສຶກວ່າຕົນມີເຫດຜົນທີ່ຈະເຮັດແບບນີ້ ແລະ ຮູ້ສຶກວ່າພວກເຂົາມີຄົນສະໜັບສະໜູນ. ແລ້ວເມື່ອພວກເຂົາລວມຕົວກັນ, ພວກເຂົາກໍຍິ່ງຮູ້ສຶກມີອຳນາດຫຼາຍຂຶ້ນ: “ມີຄວາມເຂັ້ມແຂງໃນຈຳນວນຄົນທີ່ຫຼາຍ. ບໍ່ສາມາດບັງຄັບໃຊ້ກົດໝາຍໄດ້ເມື່ອທຸກຄົນເປັນຜູ້ກະທຳຜິດ. ທຸກຄົນຄິດແບບນີ້, ຢັ່ງຮູ້ມັນແບບນີ້ ແລະ ໄລ່ຕາມແບບນີ້. ຖ້າພວກເຮົາທຸກຄົນຕໍ່ລອງກັບພຣະເຈົ້າ ແລະ ບີບບັງຄັບພຣະອົງ, ພຣະອົງກໍບໍ່ສາມາດເຮັດຫຍັງພວກເຮົາໄດ້.” ເຫັນໄດ້ຊັດເຈນວ່າພວກເຂົາກຳລັງລວມຕົວກັນເປັນກຸ່ມເພື່ອກໍ່ຄວາມວຸ້ນວາຍ ແລະ ລວມຕົວກັນເພື່ອໃຊ້ຄວາມເຊື່ອທີ່ຜິດພ້ຽນ ແລະ ຄວາມຄິດທີ່ຜິດພ້ຽນເພື່ອຕໍ່ຕ້ານພຣະເຈົ້າ. ໂດຍການເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນເອງຢ່າງຕໍ່ເນື່ອງ, ຄົນເຫຼົ່ານັ້ນບໍ່ໄດ້ກຳລັງເຮັດໃຫ້ຄົນອື່ນຫຼົງຜິດບໍ? ພວກເຂົາບໍ່ໄດ້ກຳລັງເຮັດໃຫ້ຜູ້ຄົນເສື່ອມຊາມຫຼາຍຂຶ້ນບໍ? (ແມ່ນແລ້ວ.) ເພາະສະນັ້ນແລ້ວ, ການທີ່ພວກເຂົາເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນເອງຢ່າງຕໍ່ເນື່ອງບໍ່ພຽງແຕ່ລົ້ມເຫຼວທີ່ຈະສັ່ງສອນຜູ້ຄົນ ຫຼື ສ້າງຜົນຮັບທີ່ເປັນບວກເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ, ມັນພັດເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເສື່ອມຊາມ. ແລ້ວຄົນແບບນີ້ກຳລັງຮັບບົດບາດຫຍັງ? (ບົດບາດຂອງຊາຕານ.) ພວກເຂົາກຳລັງຮັບບົດບາດຂອງຊາຕານ. ສິ່ງນີ້ຄືກັນກັບການທີ່ຊາຕານເຮັດໃຫ້ຜູ້ຄົນຫຼົງຜິດແທ້ໆ. ຊາຕານເວົ້າວ່າ “ມະນຸດບໍ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ມີພຣະເຈົ້າຢູ່ໃນໂລກນີ້ເລີຍ. ມະນຸດວິວັດທະນາການມາຈາກລີງ. ເທື່ອລະກ້າວ, ລີງເລີ່ມຍ່າງຕົວຊື່ ແລະ ຄ່ອຍໆວິວັດທະນາການມາເປັນມະນຸດໃນຍຸກປັດຈຸບັນ!” ເມື່ອໄດ້ຍິນແບບນີ້, ຜູ້ຄົນກໍຍອມຮັບມັນ: “ມະນຸດບໍ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ມີພຣະເຈົ້າຢູ່ໃນໂລກນີ້. ພວກເຮົາບໍ່ສາມາດເຫັນໄດ້ວ່າພຣະເຈົ້າຢູ່ໃສ, ແຕ່ພວກເຮົາສາມາດເຫັນໄດ້ວ່າລີງມີຄວາມຄ້າຍຄືກັນກັບມະນຸດພໍສົມຄວນ, ດັ່ງນັ້ນ ພວກເຮົາຈຶ່ງໝັ້ນໃຈວ່າມະນຸດວິວັດທະນາການມາຈາກລີງ.” ເມື່ອຜູ້ຄົນຍອມຮັບຄວາມເຊື່ອທີ່ຜິດພ້ຽນ ແລະ ຄວາມຄິດທີ່ຜິດພ້ຽນຂອງຊາຕານ, ມັນເປັນການຍອມຮັບແບບງ່າຍໆບໍ? ມັນບໍ່ຄືກັບການກິນບາງສິ່ງບາງຢ່າງທີ່ເຂົ້າໄປໃນກະເພາະອາຫານຂອງເຈົ້າໂດຍບໍ່ກໍ່ໃຫ້ເກີດປະຕິກິລິຍາໃດໆ, ແຕ່ສິ່ງທີ່ເກີດຂຶ້ນກໍຄື ຄວາມຄິດ ແລະ ມຸມມອງບາງຢ່າງຂອງຊາຕານໄດ້ເຂົ້າໄປໃນຫົວໃຈຂອງຜູ້ຄົນ, ຊຶມເຂົ້າໄປໃນເລືອດ ແລະ ກະດູກຂອງພວກເຂົາ. ຄວາມຄິດ ແລະ ມຸມມອງຂອງຜູ້ຄົນກໍຈະປ່ຽນແປງໃນພາຍຫຼັງ ແລະ ທຳມະຊາດແບບຊາຕານຂອງພວກເຂົາກໍຈະເກີດຂຶ້ນມາ. ຫຼັງຈາກນີ້, ຜູ້ຄົນກໍຈະເກີດມີຄວາມສົງໄສ ແລະ ຮູ້ສຶກຕໍ່ຕ້ານກັບພຣະທຳທີ່ພຣະເຈົ້າກ່າວ ແລະ ປະຕິເສດທີ່ຈະຍອມຮັບພຣະທຳເຫຼົ່ານັ້ນ. ພວກເຂົາປະຕິເສດວ່າພຣະເຈົ້າຊົງສ້າງສັບພະສິ່ງທັງປວງ ແລະ ມີອຳນາດສູງສຸດເໜືອສັບພະສິ່ງທັງປວງ, ໂດຍຄິດວ່າ “ມະນຸດວິວັດທະນາການມາຈາກລີງ. ມະນຸດບໍ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ.” ສ່ວນເລື່ອງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອສັບພະສິ່ງທັງປວງ ແລະ ຈັດວາງສັບພະສິ່ງທັງປວງ ແລະ ຊະຕາກຳຂອງມະນຸດກໍຢູ່ໃນພຣະຫັດຂອງພຣະເຈົ້ານັ້ນ, ຜູ້ຄົນບໍ່ເຊື່ອຂໍ້ເທັດຈິງເຫຼົ່ານີ້ອີກຕໍ່ໄປ. ແລ້ວຊາຕານກໍເຮັດໃຫ້ເຈົ້າເສື່ອມຊາມຍິ່ງຂຶ້ນ, ໂດຍບອກເຈົ້າວ່າ “ມະນຸດຈະເອົາຊະນະທຳມະຊາດ” ແລະ “ການຕໍ່ສູ້ກັບສະຫວັນເປັນເລື່ອງທີ່ມ່ວນຫຼາຍ! ການຕໍ່ສູ້ກັບແຜ່ນດິນໂລກເປັນເລື່ອງທີ່ມ່ວນຫຼາຍ! ການຕໍ່ສູ້ກັບຜູ້ຄົນເປັນເລື່ອງທີ່ມ່ວນຫຼາຍ!” ຫຼັງຈາກທີ່ໄດ້ຍິນແບບນີ້ແລ້ວ, ເຈົ້າກໍຍອມຮັບຄຳກ່າວອ້າງຂອງຊາຕານ ແລະ ຝ່າຝືນກົດເກນຂອງທຳມະຊາດເພື່ອເຮັດສິ່ງນີ້ ແລະ ເຮັດສິ່ງນັ້ນ. ຄວາມຄິດ ແລະ ມຸມມອງເຫຼົ່ານີ້ຂອງຊາຕານມີອິດທິພົນຕໍ່ເຈົ້າໂດຍບໍ່ຮູ້ຕົວ, ໂດຍກືນກິນເຈົ້າເທື່ອລະໜ້ອຍ. ເມື່ອເຈົ້າໄດ້ຍິນຄຳວ່າ “ພຣະເຈົ້າມີອຳນາດສູງສຸດເໜືອສັບພະສິ່ງທັງປວງ ແລະ ມີອຳນາດສູງສຸດເໜືອຊະຕາກຳຂອງເຈົ້າ” ອີກຄັ້ງ, ເຈົ້າກໍຮູ້ສຶກວ່າ “ຂ້ອຍບໍ່ເຫັນວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງແນວໃດ. ບໍ່ມີພຣະເຈົ້າ!” ແລ້ວເປັນແນວໃດ? ຜູ້ຄົນບໍ່ໄດ້ຖືກຊາຕານຈັບຕົວໄປຢ່າງສົມບູນແລ້ວບໍ? (ແມ່ນແລ້ວ.) ການຖືກຊາຕານຈັບຕົວໄປເລີ່ມຕົ້ນດ້ວຍການຍອມຮັບຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ.

ບາງຄົນມັກຈະເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນເອງຢູ່ສະເໝີ ແລະ ເຜີຍແຜ່ມຸມມອງທີ່ຜິດພ້ຽນກ່ຽວກັບຄວາມທຸກທໍລະມານ. ເມື່ອຜູ້ຄົນຍອມຮັບຄວາມຄິດ ແລະ ມຸມມອງເຫຼົ່ານີ້, ບວກກັບຄວາມຈິງທີ່ວ່າພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ແລະ ມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍຈະເບິ່ງວ່າມັນເປັນເລື່ອງແນ່ນອນທີ່ພວກເຂົາສາມາດແລກປ່ຽນຄວາມທຸກທໍລະມານຂອງພວກເຂົາກັບພອນ ແລະ ໃຊ້ຄວາມທຸກທໍລະມານຂອງພວກເຂົາເປັນວິທີການເພື່ອມີສ່ວນຮ່ວມໃນລັດສະໝີຂອງພຣະເຈົ້າຮ່ວມກັບພຣະອົງ. ແລ້ວພວກເຂົາທຸກຄົນກໍໄປທົນທຸກ ແລະ ພວກເຂົາທຸກຄົນກໍສຸມໃສ່ການອົດທົນຕໍ່ຄວາມທຸກທໍລະມານ. ບໍ່ມີໃຜປະຕິບັດຄວາມຈິງ, ບໍ່ມີໃຜສຸມໃສ່ການຟັງພຣະທຳຂອງພຣະເຈົ້າ ແລະ ບໍ່ມີໃຜທຸ່ມເທຄວາມພະຍາຍາມໃຫ້ກັບຄວາມຈິງ. ແຕ່ພວກເຂົາພັດແຂ່ງຂັນກັນວ່າໃຜສາມາດອົດທົນຕໍ່ຄວາມທຸກທໍລະມານໄດ້, ພວກເຂົາພັດແຂ່ງຂັນກັນວ່າໃຜອົດທົນຕໍ່ຄວາມທຸກທໍລະມານໄດ້ຫຼາຍກວ່າກັນ, ພວກເຂົາພັດແຂ່ງຂັນກັນວ່າໃຜກິນອາຫານທີ່ບໍ່ດີກວ່າກັນ ແລະ ນຸ່ງເຄື່ອງທີ່ຂາດສຸຍກວ່າກັນ ແລະ ພວກເຂົາພັດແຂ່ງຂັນກັນວ່າໃຜຕື່ນເຊົ້າກວ່າກັນ ແລະ ນອນເດິກກວ່າກັນ, ນີ້ຄືສິ່ງທີ່ພວກເຂົາແຂ່ງຂັນກັນ. ບາງຄົນບໍ່ໄປກິນເຂົ້າເມື່ອຮອດເວລາກິນເຂົ້າ. ພວກເຂົາເວົ້າວ່າຫຍຸ້ງກັບການປະຕິບັດໜ້າທີ່ຫຼາຍຈົນບໍ່ໄດ້ກິນເຂົ້າ, ດັ່ງນັ້ນ ຈຶ່ງອົດເຂົ້າຄາບໜຶ່ງ. ເມື່ອໄດ້ຍິນແບບນີ້, ບາງຄົນກໍເວົ້າວ່າ “ການອົດເຂົ້າຄາບໜຶ່ງເປັນບາງຄັ້ງບາງຄາວມັນເປັນເລື່ອງໃຫຍ່ຫຍັງບໍ? ຂ້ານ້ອຍເປັນພະຍາດກະເພາະ, ແຕ່ມັນກໍບໍ່ໄດ້ເຮັດໃຫ້ການປະຕິບັດໜ້າທີ່ຂອງຂ້ານ້ອຍຊັກຊ້າ.” ແລ້ວຈາກນັ້ນກໍມີຄົນອື່ນເວົ້າຕື່ມວ່າ “ເຈົ້າເປັນພະຍາດກະເພາະ, ແຕ່ຂ້ານ້ອຍເປັນແຜໃນກະເພາະ.” ຈົ່ງຟັງສິ່ງທີ່ຄົນເຫຼົ່ານີ້ເວົ້າ, ພວກເຂົາມີຄວາມເປັນຈິງຄວາມຈິງບໍ? ພວກເຂົາພຽງແຕ່ແຂ່ງຂັນກັນວ່າໃຜທົນທຸກໄດ້ຫຼາຍກວ່າກັນ ແລະ ໃຜມີອາການປ່ວຍຮ້າຍແຮງກວ່າກັນ, ໂດຍເຊື່ອວ່າພຣະເຈົ້າຊົງພໍພຣະໄທທີ່ສຸດກັບຜູ້ທີ່ທົນທຸກຫຼາຍທີ່ສຸດ. ພວກເຂົາມີເຫດຜົນໃດໆບໍ ເມື່ອພວກເຂົາເວົ້າສິ່ງດັ່ງກ່າວ? ພວກເຂົາບໍ່ໄດ້ເສຍສະຕິບໍ? ການສະແດງອອກເຖິງການເສຍສະຕິເຫຼົ່ານີ້ມາຈາກໃສ? ພວກມັນເກີດຈາກການທີ່ຜູ້ຄົນຍອມຮັບຄວາມເຊື່ອທີ່ຜິດພ້ຽນ ແລະ ຄວາມຄິດທີ່ຜິດພ້ຽນທຸກປະເພດ. ພວກເຂົາບໍ່ເຂົ້າໃຈຄວາມຈິງ. ພາຍໃນພຣະທຳຂອງພຣະເຈົ້າ, ທຸກດ້ານຂອງຄວາມຈິງໄດ້ຖືກໂອ້ລົມຢ່າງຊັດເຈນແລ້ວ, ແຕ່ພວກເຂົາກໍບໍ່ໄດ້ກິນ ແລະ ບໍ່ໄດ້ດື່ມພຣະທຳຂອງພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ. ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາກໍກະທຳໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນ ແລະ ກະທຳໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຕ່າງໆທີ່ຊາຕານປູກຝັງໄວ້ໃນຕົວພວກເຂົາ. ພວກເຂົາຫຼົງທາງອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ໃນທີ່ສຸດກໍກາຍເປັນຄົນຜິດປົກກະຕິທາງຈິດ. ສະນັ້ນ, ໃນມຸມມອງຂອງເຮົາແລ້ວ ການເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງຕົນເອງຢ່າງຕໍ່ເນື່ອງນັ້ນບໍ່ເໝາະສົມ. ພວກເຈົ້າຄິດວ່າແນວໃດ? (ມັນບໍ່ເໝາະສົມ. ທຳມະຊາດຂອງເລື່ອງນີ້ຮ້າຍແຮງເປັນພິເສດ.) ທຳມະຊາດຂອງເລື່ອງນີ້ຮ້າຍແຮງ ແລະ ມັນກໍນຳມາເຊິ່ງຜົນສະທ້ອນທີ່ຮ້າຍແຮງ. ຖ້າເຈົ້າເຊື່ອວ່າຄວາມທຸກທໍລະມານສາມາດແລກປ່ຽນກັບລາງວັນ ແລະ ພອນໄດ້, ເຈົ້າກໍຄວນສະແຫວງຫາຄວາມຈິງກ່ຽວກັບເລື່ອງນີ້. ຖ້າເຈົ້າມັກຈະພະຍາຍາມໂຕ້ຖຽງກັບພຣະເຈົ້າ ແລະ ອະທິຖານຢູ່ສະເໝີ ໂດຍເວົ້າວ່າ “ພຣະເຈົ້າ, ຂໍຊົງທອດພຣະເນດເບິ່ງວ່າ ໃນຊ່ວງຫຼາຍປີທີ່ຂ້ານ້ອຍເຊື່ອໃນພຣະອົງ, ຂ້ານ້ອຍໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງຂ້ານ້ອຍເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍແນວໃດ. ຂ້ານ້ອຍຍັງໄດ້ທົນທຸກຕໍ່ການຂົ່ມເຫັງໂດຍພັກກອມມູນິດຈີນ ແລະ ອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍ. ຂ້ານ້ອຍເຈັບປ່ວຍຍ້ອນຄວາມອິດເມື່ອຍ ແລະ ຕອນນີ້ຂ້ານ້ອຍກໍຢູ່ໃນໄວອາຍຸກາງຄົນ ແລະ ມີສຸຂະພາບທີ່ບໍ່ດີ. ເພື່ອເຫັນແກ່ຄວາມທຸກທໍລະມານທັງໝົດທີ່ຂ້ານ້ອຍໄດ້ອົດທົນ, ໃນທີ່ສຸດແລ້ວ ພຣະອົງຈະສາມາດປະທານລາງວັນ ຫຼື ມົງກຸດບາງຢ່າງໃຫ້ແກ່ຂ້ານ້ອຍໄດ້ບໍ? ໃນອະນາຄົດ ຕໍ່ໃຫ້ເປັນພຽງແຕ່ນາຍຮ້ອຍໃນລາຊະອານາຈັກ ຂ້ານ້ອຍກໍຍອມຮັບໄດ້”, ແລ້ວຈົ່ງເບິ່ງວ່າເຈົ້າຮູ້ສຶກແນວໃດຢູ່ພາຍໃນຫຼັງຈາກທີ່ອະທິຖານແບບນີ້. ຖ້າເຈົ້າບໍ່ສາມາດຮັບຮູ້ໄດ້ວ່າຄຳອະທິຖານຂອງເຈົ້າມີການເຈືອປົນ ແລະ ມີແຮງຈູງໃຈ, ແລ້ວນັ້ນກໍໝາຍເຖິງບັນຫາສຳລັບເຈົ້າແລ້ວ; ເຮົາຢ້ານວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ສາມາດແກ້ໄຂໄດ້. ເພາະສະນັ້ນ, ຖ້າເຈົ້າມີເຫດຜົນ, ເຈົ້າກໍຄວນນຳສະເໜີມຸມມອງ ແລະ ແຮງຈູງໃຈຂອງເຈົ້າຕໍ່ພຣະເຈົ້າໃນຄຳອະທິຖານ, ຂໍຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ໃຫ້ພຣະເຈົ້າກວດສອບສິ່ງຕ່າງໆໃຫ້ກັບເຈົ້າ. ກ່ອນທີ່ເຈົ້າຈະແນ່ໃຈໄດ້ວ່າ ມຸມມອງຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າຕ້ອງບໍ່ເຜີຍແຜ່ ຫຼື ເປັນພະຍານກ່ຽວກັບຄວາມຄິດ ແລະ ມຸມມອງຂອງເຈົ້າໃນທ່າມກາງອ້າຍເອື້ອຍນ້ອງຢ່າງເດັດຂາດ, ແຮງໄກທີ່ຈະເປັນພະຍານກ່ຽວກັບວ່າເຈົ້າໄດ້ທົນທຸກແນວໃດ ແລະ ເຈົ້າໄດ້ຈ່າຍລາຄາແນວໃດ. ຖ້າເຈົ້າເຮັດແບບນີ້, ເຈົ້າກໍບໍ່ມີເຫດຜົນໃດໆເລີຍ. ສິ່ງນີ້ຄືກັນກັບການໄລ່ຕາມຂອງໂປໂລ. ອີກຢ່າງໜຶ່ງ, ການເຜີຍແຜ່ຄຳເວົ້າ ແລະ ການເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງເຈົ້າເອງແບບນີ້ຈະສົ່ງຜົນກະທົບຕໍ່ຄົນອື່ນ. ນອກຈາກນີ້, ເມື່ອເຈົ້າເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ທຸກຄົນນະມັດສະການເຈົ້າ ແລະ ຕິດຕາມເຈົ້າ, ທຳມະຊາດຂອງເລື່ອງນີ້ກໍຈະຮ້າຍແຮງ. ບໍ່ພຽງແຕ່ຄວາມທຸກທໍລະມານທີ່ເຈົ້າໄດ້ອົດທົນຈະສູນເປົ່າເທົ່ານັ້ນ, ແຕ່ເຈົ້າຍັງຈະຖືກພຣະເຈົ້າລົງໂທດອີກດ້ວຍ. ດັ່ງນັ້ນ, ທຳມະຊາດຂອງການເປັນພະຍານກ່ຽວກັບວ່າເຈົ້າທົນທຸກ ແລະ ຈ່າຍລາຄາແນວໃດແມ່ນຫຍັງ? ການເປັນພະຍານກ່ຽວກັບຄວາມທຸກທໍລະມານຂອງເຈົ້າເອງດ້ວຍວິທີນີ້ແມ່ນການເຮັດໃຫ້ຜູ້ຄົນຫຼົງຜິດ; ມັນເປັນວິທີທີ່ໂປໂລໄດ້ກະທຳ. ເຈົ້າກຳລັງເຜີຍແຜ່ຄວາມເຊື່ອທີ່ຜິດພ້ຽນ ແລະ ຄວາມຄິດທີ່ຜິດພ້ຽນເພື່ອເປັນພະຍານໃຫ້ກັບຕົວເຈົ້າເອງ. ບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດກໍຕາມ, ກໍບໍ່ຈຳເປັນຕ້ອງໂອ້ອວດ. ຖ້າເຈົ້າເຕັມໃຈທີ່ຈະທົນທຸກ, ກໍພຽງແຕ່ທົນທຸກຕໍ່ໄປ. ຖ້າເຈົ້າຮູ້ສຶກວ່າເຈົ້າໄດ້ທົນທຸກພຽງພໍແລ້ວ ແລະ ມີຄຸນສົມບັດທີ່ຈະຕໍ່ລອງກັບພຣະເຈົ້າ, ແລ້ວກໍຈົ່ງໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ. ຖ້າພຣະເຈົ້າບໍ່ຮັບຮອງເຈົ້າ, ແລ້ວເຈົ້າກໍຕ້ອງໄຕ່ຕອງວ່າວິທີການພະຍາຍາມແລກປ່ຽນຄວາມທຸກທໍລະມານກັບລາງວັນນີ້ເປັນໄປໄດ້ ຫຼື ບໍ່. ຖ້າມັນເປັນໄປບໍ່ໄດ້, ແລ້ວເຈົ້າກໍຕ້ອງເລືອກເສັ້ນທາງທີ່ຖືກຕ້ອງເພື່ອໃຫ້ໄດ້ຮັບການຮັບຮອງຈາກພຣະເຈົ້າ. ສົມມຸດວ່າເຈົ້າຍັງດື້ດ້ານຍຶດຕິດກັບເສັ້ນທາງຂອງເຈົ້າເອງ, ໂດຍຄິດວ່າ “ຄວາມທຸກທໍລະມານຂອງຂ້ອຍແມ່ນເປັນສິ່ງທີ່ເປັນບວກ. ມັນສົມເຫດສົມຜົນແລ້ວທີ່ຂ້ອຍຈະໄດ້ຮັບລາງວັນສຳລັບການທົນທຸກຫຼາຍຂະໜາດນີ້. ຂ້ອຍຕ້ອງອົດທົນຕໍ່ຄວາມທຸກທໍລະມານທີ່ຄົນອື່ນບໍ່ອົດທົນ ແລະ ແບກຮັບຄວາມຫຍຸ້ງຍາກທີ່ຄົນອື່ນບໍ່ສາມາດແບກຮັບໄດ້, ເພາະດັ່ງຄຳສຸພາສິດທີ່ວ່າ ‘ຄົນເຮົາຕ້ອງອົດທົນຕໍ່ຄວາມຍາກລຳບາກທີ່ສຸດເພື່ອທີ່ຈະກາຍເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນໝູ່ມະນຸດ’. ມຸມມອງນີ້ບໍ່ດີຫຼາຍບໍ? ມັນຍິ່ງໃຫຍ່ ແລະ ຖືກຕ້ອງຫຼາຍ! ຂ້ອຍຕ້ອງຍຶດໝັ້ນກັບມັນ ແລະ ບໍ່ຍອມແພ້ຈັກເທື່ອ. ນີ້ຄືອາວຸດລັບສຳລັບການໄດ້ຮັບລາງວັນ ແລະ ການໄດ້ຮັບພອນ!” ມັນເປັນອາວຸດລັບບໍ? ນີ້ບໍ່ແມ່ນການພະຍາຍາມເຮັດຂໍ້ຕົກລົງກັບພຣະເຈົ້າບໍ? ບາງທີພຣະເຈົ້າ, ເມື່ອເຫັນວ່າເຈົ້າໄດ້ທົນທຸກມາຫຼາຍປີ, ເຮັດວຽກໜັກ ແລະ ປະກອບສ່ວນອັນຍິ່ງໃຫຍ່, ພຣະອົງກໍຈະປະທານພຣະຄຸນບາງຢ່າງໃຫ້ແກ່ເຈົ້າ, ເຮັດໃຫ້ເຈົ້າແຂງແຮງ ແລະ ປິ່ນປົວເຈົ້າຈາກທຸກພະຍາດ; ຫຼື ພຣະອົງອາດຈະປະທານຄວາມສະຫຼາດ ແລະ ສະຕິປັນຍາບາງຢ່າງໃຫ້ແກ່ເຈົ້າ, ເພື່ອທີ່ເຈົ້າຈະບໍ່ໂງ່ຈ້າອີກຕໍ່ໄປ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ສາມາດເຮັດໄດ້ຢ່າງງ່າຍດາຍ. ນີ້ບໍ່ແມ່ນສິ່ງທີ່ເຈົ້າກຳລັງສະແຫວງຫາບໍ? ມັນງ່າຍແທ້ໆສຳລັບພຣະເຈົ້າທີ່ຈະປະທານສິ່ງເຫຼົ່ານີ້ໃຫ້ແກ່ຜູ້ຄົນ. ແຕ່ມັນມີຄຸນຄ່າໃດໆບໍໃນການແລກປ່ຽນຄວາມທຸກທໍລະມານຂອງເຈົ້າກັບສິ່ງເຫຼົ່ານີ້? (ບໍ່ມີ.)

ພວກເຈົ້າຫວັງວ່າຈະໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ? ພວກເຈົ້າມີເປົ້າໝາຍບໍ? (ມີ.) ຕອນນີ້ເປົ້າໝາຍຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າຊັດເຈນແລ້ວບໍ? (ຕອນນີ້ຊັດເຈນແລ້ວ.) ໃນການເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຈົ້າຄວນ ແລະ ບໍ່ຄວນເຮັດ; ເສັ້ນທາງໃດທີ່ພວກເຈົ້າຄວນຍ່າງ ແລະ ເສັ້ນທາງໃດທີ່ພວກເຈົ້າຄວນປະຕິເສດ; ພວກເຈົ້າຄວນຢັ່ງຮູ້ ແລະ ຮັບຮູ້ບັນຫາບາງຢ່າງ ແລະ ບາງດ້ານຂອງສິ່ງຕ່າງໆແນວໃດ; ຄວາມຄິດ ແລະ ມຸມມອງໃດທີ່ຖືກຕ້ອງ, ເປັນບວກ ແລະ ຜູ້ຄົນຄວນມີ, ຄວາມຄິດ ແລະ ມຸມມອງໃດທີ່ບິດເບືອນ, ຫຼົງທາງອອກຈາກເສັ້ນທາງທີ່ຖືກຕ້ອງ, ເປັນສິ່ງທີ່ເປັນລົບ ແລະ ຜູ້ຄົນຄວນແຍກແຍະ ແລະ ປະຕິເສດ, ພວກເຈົ້າຮູ້ສິ່ງເຫຼົ່ານີ້ບໍ? (ຮູ້ເລັກໜ້ອຍ.) ບໍ່ວ່າຄົນເຮົາຈະສາມາດອົດທົນຕໍ່ຄວາມທຸກທໍລະມານປະເພດໃດກໍຕາມ ມັນກໍຖືກຄວບຄຸມໂດຍຄວາມຄິດ ແລະ ມຸມມອງຂອງຄົນຜູ້ນັ້ນ. ແນ່ນອນວ່າ, ເມື່ອກ້າວໄປອີກຂັ້ນໜຶ່ງ, ໃນເມື່ອມັນກ່ຽວຂ້ອງກັບຄວາມຄິດ ແລະ ມຸມມອງຂອງຜູ້ຄົນ, ມັນກໍກ່ຽວຂ້ອງກັບການເລືອກຂອງພວກເຂົາ. ເວົ້າໃຫ້ຊັດເຈນກໍຄື, ໃນເມື່ອມັນກ່ຽວຂ້ອງກັບການເລືອກຂອງຜູ້ຄົນ, ມັນກໍກ່ຽວຂ້ອງກັບເສັ້ນທາງທີ່ພວກເຂົາຍ່າງ. ແລ້ວເມື່ອມັນກ່ຽວຂ້ອງກັບເສັ້ນທາງທີ່ຜູ້ຄົນຍ່າງ, ມັນກໍກ່ຽວຂ້ອງກັບຄວາມລອດພົ້ນຂອງພວກເຂົາ. ເພາະສະນັ້ນແລ້ວ, ເຖິງແມ່ນວ່າຄວາມທຸກທໍລະມານເບິ່ງຄືວ່າເປັນບັນຫາທຳມະດາ, ຖ້າເຈົ້າມີຄວາມຄິດ ແລະ ມຸມມອງທີ່ບໍ່ຖືກຕ້ອງກ່ຽວກັບຄວາມທຸກທໍລະມານນັ້ນ ແລະ ມີການໄລ່ຕາມທີ່ບໍ່ຖືກຕ້ອງກ່ຽວກັບມັນ, ມັນກໍມີແນວໂນ້ມສູງທີ່ຈະເຮັດໃຫ້ເຈົ້າມຸ່ງໜ້າໄປໃນທິດທາງກົງກັນຂ້າມກັບເສັ້ນທາງທີ່ພຣະເຈົ້າໄດ້ຊີ້ບອກໃຫ້ກັບເຈົ້າ. ຜົນສຸດທ້າຍກໍຄື, ເມື່ອວຽກງານຂອງພຣະເຈົ້າສິ້ນສຸດລົງ, ເຈົ້າບໍ່ພຽງແຕ່ຈະບໍ່ໄດ້ຮັບລາງວັນ ແລະ ບໍ່ພຽງແຕ່ຈະບໍ່ບັນລຸຄວາມລອດພົ້ນເທົ່ານັ້ນ, ແຕ່ຍັງຈະຖືກກຳຈັດອີກດ້ວຍ, ນີ້ເປັນສິ່ງທີ່ໜ້າຢ້ານກົວຫຼາຍ. ເພື່ອປ້ອງກັນບໍ່ໃຫ້ຜົນສະທ້ອນທີ່ໜ້າຢ້ານກົວນີ້ເກີດຂຶ້ນໃນທີ່ສຸດ, ເຈົ້າຕ້ອງມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ ພ້ອມທັງມີການຢັ່ງຮູ້ທີ່ຖືກຕ້ອງກ່ຽວກັບບັນຫາຂອງຄວາມທຸກທໍລະມານ ແລະ ຈາກນັ້ນກໍກຳນົດຫຼັກການປະຕິບັດທີ່ຖືກຕ້ອງ. ຖ້າຄວາມຄິດ, ມຸມມອງ ແລະ ຫຼັກການປະຕິບັດຂອງເຈົ້ານຳພາເຈົ້າໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ, ແລ້ວຄວາມຄິດ ແລະ ມຸມມອງທີ່ເຈົ້າມີ ແລະ ເສັ້ນທາງແຫ່ງການປະຕິບັດທີ່ເຈົ້າໄດ້ເລືອກນັ້ນກໍຖືກຕ້ອງ, ເປັນບວກ ແລະ ສອດຄ່ອງກັບຄວາມຈິງ. ຖ້າຄວາມຄິດ ແລະ ມຸມມອງທີ່ເຈົ້າມີ ແລະ ຫຼັກການປະຕິບັດທີ່ເຈົ້າໄດ້ເລືອກ ບໍ່ໄດ້ນຳພາເຈົ້າໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ ແລະ ບໍ່ສາມາດເຮັດໃຫ້ເຈົ້າບັນລຸຄວາມລອດພົ້ນໄດ້, ແລ້ວຄວາມຄິດ ແລະ ມຸມມອງທີ່ເຈົ້າມີ ແລະ ຫຼັກການປະຕິບັດທີ່ເຈົ້າໄດ້ເລືອກນັ້ນກໍຜິດ. ສິ່ງນີ້ເປັນເລື່ອງທີ່ແນ່ນອນ. ນັ້ນກໍຄື, ຖ້າຄວາມຄິດ ແລະ ມຸມມອງທີ່ເຈົ້າໄດ້ເລືອກ ແລະ ເສັ້ນທາງແຫ່ງການປະຕິບັດທີ່ເຈົ້າໄດ້ກຳນົດນັ້ນ ນຳພາເຈົ້າໃຫ້ຫຼົງທາງ ແລະ ກົງກັນຂ້າມກັບເສັ້ນທາງແຫ່ງຄວາມລອດພົ້ນທີ່ພຣະເຈົ້າໄດ້ສັ່ງສອນເຈົ້າ, ແລ້ວເສັ້ນທາງທີ່ເຈົ້າໄດ້ເລືອກນັ້ນກໍຜິດ. ເຈົ້າຄວນປະຕິເສດເສັ້ນທາງນັ້ນ; ເຈົ້າຄວນປ່ຽນແປງຄວາມຄິດ ແລະ ມຸມມອງ, ປ່ຽນແປງຫຼັກການ ແລະ ວິທີການປະຕິບັດຂອງເຈົ້າ. ສິ່ງນີ້ຈະເປັນປະໂຫຍດຕໍ່ການບັນລຸຄວາມລອດພົ້ນຂອງເຈົ້າ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ບໍ່ມີເລື່ອງໃດທີ່ກ່ຽວຂ້ອງກັບການບັນລຸຄວາມລອດພົ້ນທີ່ເປັນເລື່ອງເລັກນ້ອຍ. ແມ່ນແຕ່ກັບບັນຫາທີ່ເບິ່ງຄືວ່າບໍ່ໂດດເດັ່ນ ແລະ ຖືກເບິ່ງຂ້າມໄດ້ງ່າຍ, ເຈົ້າກໍຕ້ອງຮັບມືກັບບັນຫາເຫຼົ່ານັ້ນດ້ວຍຄວາມລະມັດລະວັງ ແລະ ໄຕ່ຕອງກ່ຽວກັບພວກມັນຢ່າງຈິງຈັງ ແລະ ຈາກນັ້ນກໍສ້າງຄວາມຄິດ, ມຸມມອງ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງຂຶ້ນມາ, ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການປະຕິບັດທີ່ຜູ້ຄົນຄວນມີເພື່ອບັນລຸຄວາມລອດພົ້ນ. ເຈົ້າຕ້ອງບໍ່ສັບສົນກ່ຽວກັບເລື່ອງນີ້.

ການໂອ້ລົມຂອງພວກເຮົາຫາກໍກວມເອົາມຸມມອງທີ່ຜິດພາດ ແລະ ການສະແດງອອກທີ່ບິດເບືອນບາງຢ່າງທີ່ຜູ້ຄົນມີກ່ຽວກັບຄວາມທຸກທໍລະມານ, ພ້ອມທັງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທີ່ຜູ້ຄົນຄວນມີ ແລະ ຫຼັກການທີ່ພວກເຂົາຄວນປະຕິບັດ. ໃນເມື່ອພວກເຮົາໄດ້ເວົ້າເຖິງວິທີທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງເບິ່ງຄວາມທຸກທໍລະມານ, ສິ່ງທີ່ພວກເຮົາຫາກໍໂອ້ລົມກັນ, ໃນດ້ານໜຶ່ງ, ສະແດງໃຫ້ເຫັນເຖິງຄວາມຄິດເຫັນ ແລະ ການປະເມີນບາງຢ່າງຂອງເຮົາກ່ຽວກັບຄວາມທຸກທໍລະມານ ແລະ ໃນອີກດ້ານໜຶ່ງ, ສະແດງໃຫ້ເຫັນເຖິງຄວາມຄິດ, ມຸມມອງ ແລະ ຫຼັກການປະຕິບັດບາງຢ່າງຂອງເຮົາກ່ຽວກັບຄວາມທຸກທໍລະມານ. ບໍ່ວ່າຈະເປັນຄວາມຄິດ ແລະ ມຸມມອງ ຫຼື ຫຼັກການປະຕິບັດກໍຕາມ, ສິ່ງທີ່ພວກເຮົາຫາກໍໂອ້ລົມກັນແມ່ນກ່ຽວຂ້ອງກັບການເປີດເຜີຍ ແລະ ການສະແດງອອກຂອງພວກເຈົ້າໃນຊີວິດປະຈຳວັນຂອງພວກເຈົ້າ ຫຼື ໃນຂະບວນການປະຕິບັດໜ້າທີ່ຂອງພວກເຈົ້າ. ສະນັ້ນ ໃຫ້ພວກເຮົາມາເບິ່ງວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຊົງເບິ່ງບັນຫາຂອງຄວາມທຸກທໍລະມານແນວໃດ. ເຮົາຫາກໍໂອ້ລົມກັບພວກເຈົ້າກ່ຽວກັບວິທີຮັບມືກັບເລື່ອງຂອງຄວາມທຸກທໍລະມານ. ຄວາມທຸກທໍລະມານເປັນສ່ວນໜຶ່ງໃນຊີວິດ ແລະ ການຢູ່ລອດຂອງມະນຸດ. ເມື່ອເບິ່ງຈາກມຸມມອງຂອງຄວາມເປັນມະນຸດທີ່ປົກກະຕິ, ຄວາມທຸກທໍລະມານແມ່ນສິ່ງທີ່ຕ້ອງເກີດຂຶ້ນຢ່າງແນ່ນອນ. ການດຳລົງຊີວິດຢູ່ໃນໂລກມະນຸດໃບນີ້, ການດຳລົງຊີວິດຢູ່ໃນໂລກວັດຖຸແຫ່ງນີ້, ທຸກຄົນຕ້ອງອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍຕັ້ງແຕ່ຕອນທີ່ພວກເຂົາເກີດຈົນຮອດຕອນທີ່ພວກເຂົາຕາຍ, ລວມທັງຄວາມບໍ່ສະດວກສະບາຍທາງເນື້ອໜັງ, ຄວາມບໍ່ໜ້າພໍໃຈ ແລະ ຄວາມບໍ່ມີຄວາມສຸກ. ເຊັ່ນດຽວກັນ, ເຮົາກໍຮູ້ສຶກເຖິງຄວາມທຸກທໍລະມານດັ່ງກ່າວໃນການດຳລົງຊີວິດຢູ່ໃນສະພາບແວດລ້ອມຂອງໂລກແຫ່ງຄວາມເປັນຈິງເຊັ່ນກັນ. ເຮົາໄດ້ປະສົບ ແລະ ອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ ແລະ ຕອນນີ້ເຮົາກໍກຳລັງປະສົບກັບຄວາມທຸກທໍລະມານບາງຢ່າງເຊັ່ນກັນ. ນີ້ຄືຂະບວນການທີ່ຫຼີກລ່ຽງບໍ່ໄດ້, ສະນັ້ນ, ຈາກມຸມມອງຂອງຄວາມເປັນມະນຸດທີ່ປົກກະຕິ, ເຮົາຍອມຮັບຄວາມທຸກທໍລະມານດັ່ງກ່າວຢ່າງເປັນທຳມະຊາດ ຫຼື ປະສົບກັບມັນຢ່າງເປັນທຳມະຊາດ. ເນື້ອໜັງຂອງເຮົາຮູ້ສຶກເຖິງຄວາມທຸກທໍລະມານ, ແຕ່ບໍ່ມີການຕໍ່ຕ້ານ ແລະ ບໍ່ມີການປະຕິເສດຢູ່ໃນໃຈຂອງເຮົາ. ເຮົາພົບວ່າການມີຢູ່ຂອງຄວາມທຸກທໍລະມານນີ້ເປັນເລື່ອງທຳມະຊາດຄືກັບອາກາດທີ່ຜູ້ຄົນຫາຍໃຈ ຫຼື ແສງແດດທີ່ພວກເຂົາຮູ້ສຶກ. ເຮົາບໍ່ຮູ້ສຶກວ່າມັນເປັນສິ່ງທີ່ເພີ່ມເຕີມເຂົ້າມາ ແລະ ເຮົາບໍ່ຮູ້ສຶກວ່າມັນຫຼາຍເກີນຄວາມຈຳເປັນ, ແຮງໄກທີ່ຈະຮູ້ສຶກວ່າມັນເປັນສິ່ງທີ່ເຮົານຳມາສູ່ຕົວເຮົາເອງ. ນີ້ຄືວິທີທີ່ເຮົາຮູ້ສຶກ. ນັ້ນກໍຄື, ບໍ່ວ່າອັນໃດຈະເປັນສາເຫດຂອງຄວາມທຸກທໍລະມານກໍຕາມ ຫຼື ເຮົາຈະຜ່ານຄວາມທຸກທໍລະມານໃນຂັ້ນຕອນໃດກໍຕາມ ຫຼື ມັນຈະເປັນຄວາມທຸກທໍລະມານປະເພດທີ່ເຮົາພົບພໍ້ໃນຊີວິດປະຈຳວັນຂອງເຮົາ ຫຼື ເປັນປະເພດທີ່ເຮົາຄວນອົດທົນໃນການເຮັດວຽກງານຂອງເຮົາກໍຕາມ, ສິ່ງດຽວທີ່ເຮົາຮູ້ສຶກກໍຄືມີເຫດການໜຶ່ງກຳລັງເກີດຂຶ້ນ. ຄົນເຮົາຕ້ອງອີງຕາມຫຼັກການໃດໜຶ່ງ ແລະ ຄິດຫາວິທີເພື່ອຈັດການ ແລະ ແກ້ໄຂເຫດການນີ້. ການຈັດການ ແລະ ການແກ້ໄຂສິ່ງເຫຼົ່ານີ້ບາງຄັ້ງກໍຮຽກຮ້ອງໃຫ້ອົດທົນຕໍ່ຄວາມທຸກທໍລະມານບາງຢ່າງ, ແຕ່ບໍ່ວ່າເຮົາຈະອົດທົນຕໍ່ຄວາມທຸກທໍລະມານຢ່າງຫຼວງຫຼາຍ ຫຼື ພຽງແຕ່ອົດທົນຕໍ່ຄວາມທຸກທໍລະມານທີ່ເບົາເລັກນ້ອຍກໍຕາມ, ທັງໝົດນີ້ກໍຮູ້ສຶກຄືກັບເປັນພຽງຂະບວນການໜຶ່ງສຳລັບເຮົາ. ມັນບໍ່ໄດ້ຮູ້ສຶກຄືກັບວ່າເປັນພາລະທີ່ເພີ່ມເຂົ້າມາ; ມັນເປັນຄວາມຮູ້ສຶກທີ່ລຽບງ່າຍແບບນີ້. ເມື່ອເວົ້າເຖິງຄວາມທຸກທໍລະມານ, ນອກເໜືອຈາກຄວາມຮູ້ສຶກທີ່ລຽບງ່າຍນີ້ແລ້ວ, ເຮົາບໍ່ເຄີຍປະກາດວ່າເຮົາໄດ້ອົດທົນຕໍ່ຄວາມທຸກທໍລະມານຫຍັງແດ່. ຕົວຢ່າງ: ເມື່ອເຮົາໄປບາງສະຖານທີ່ທີ່ເງື່ອນໄຂຂ້ອນຂ້າງບໍ່ດີເພື່ອຕິດຕໍ່ພົວພັນກັບຜູ້ຄົນ ແລະ ໂອ້ລົມກັບຜູ້ຄົນ, ມັນບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກວ່າເຮົາກຳລັງອົດທົນຕໍ່ຄວາມທຸກທໍລະມານຫຼາຍຂະໜາດນັ້ນ ແລະ ເຮົາບໍ່ເຄີຍຮູ້ສຶກວ່າຄວາມທຸກທໍລະມານຂອງເຮົາເປັນການປະກອບສ່ວນບາງຢ່າງທີ່ເຮົາເຮັດເພື່ອຜູ້ຄົນ. ແຕ່ກົງກັນຂ້າມ ເຮົາກັບຮູ້ສຶກວ່າມັນເປັນເລື່ອງປົກກະຕິຫຼາຍ ແລະ ບໍ່ຄຸ້ມຄ່າທີ່ຈະຍົກຂຶ້ນມາເວົ້າ. ເຮົາບໍ່ເຄີຍປະຕິບັດຕໍ່ຄວາມທຸກທໍລະມານວ່າເປັນເຫດການສຳຄັນບາງຢ່າງເພື່ອໂອ້ອວດ, ເພື່ອເຜີຍແຜ່ ຫຼື ເຮັດໃຫ້ເປັນເລື່ອງໃຫຍ່ ເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງເຮົາຢ່າງສູງ; ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວ. ພວກເຈົ້າຄືຜູ້ທີ່ປະກາດວ່າເຮົາໄດ້ອົດທົນຕໍ່ຄວາມທຸກທໍລະມານຫຍັງແດ່, ພວກເຈົ້າໄດ້ເຮັດສິ່ງນີ້ຫຼາຍພໍສົມຄວນ, ແຕ່ເຮົາບໍ່ເຄີຍເຮັດ.

ເຮົາເຄີຍໄປບາງບ່ອນເພື່ອສົນທະນາ ແລະ ລົມກັບຜູ້ຄົນຢູ່ບ່ອນນັ້ນ ແລະ ເພື່ອໂອ້ລົມກ່ຽວກັບບາງສິ່ງບາງຢ່າງກັບພວກເຂົາ. ເມື່ອເຮົາໂອ້ລົມຈົບແລ້ວ, ມັນກໍກາຍເວລາອາຫານແລ້ວ ແລະ ເຮົາກໍຈາກໄປໂດຍບໍ່ໄດ້ກິນຫຍັງ. ຕໍ່ມາ, ບາງຄົນກໍເຜີຍແຜ່ຂ່າວວ່າ “ພຣະເຈົ້າໄດ້ໂອ້ລົມກັບພວກເຮົາຕະຫຼອດທັງຕອນເຊົ້າ. ພຣະອົງບໍ່ໄດ້ດື່ມນໍ້າແມ່ນແຕ່ອຶກດຽວ ແລະ ພຣະອົງກໍຈາກໄປໂດຍບໍ່ໄດ້ກິນອາຫານ.” ຫຼັງຈາກທີ່ຄົນໜຶ່ງເວົ້າສິ່ງນີ້, ຂ່າວກໍແຜ່ກະຈາຍຈາກໜຶ່ງເປັນສິບ ແລະ ຈາກສິບເປັນຮ້ອຍ ແລະ ຫຼາຍຄົນກໍໄດ້ຮູ້ກ່ຽວກັບເລື່ອງນີ້. ຜົນຂອງການທີ່ພວກເຂົາຮູ້ເລື່ອງນີ້ແມ່ນຫຍັງ? ຄົນເຫຼົ່ານີ້ປະຕິບັດຕໍ່ເລື່ອງເລັກນ້ອຍນີ້ວ່າເປັນຫົວຂໍ້ສຳລັບການໂອ້ລົມຢ່າງເປັນທາງການໃນການເຕົ້າໂຮມ ແລະ ໂອ້ລົມກ່ຽວກັບເລື່ອງນີ້ຄືກັບວ່າມັນເປັນຄວາມຈິງ. ເຮົາຮູ້ສຶກສັບສົນ: ມີຫຍັງໃຫ້ເວົ້າເຖິງກ່ຽວກັບເລື່ອງນີ້? ຄຸນຄ່າຂອງການເວົ້າກ່ຽວກັບເລື່ອງນີ້ແມ່ນຫຍັງ? ປະໂຫຍດຂອງການໂອ້ລົມກ່ຽວກັບເລື່ອງນີ້ແມ່ນຫຍັງ? ບາງຄັ້ງເຮົາກໍສົນທະນາກັບພວກເຈົ້າ, ເວົ້າກ່ຽວກັບສິ່ງຕ່າງໆໃນຊີວິດປະຈຳວັນ ຫຼື ເລື່ອງຕ່າງໆໃນບ່ອນເຮັດວຽກ. ນີ້ເປັນເລື່ອງທີ່ປົກກະຕິຫຼາຍ, ປົກກະຕິຄືກັນກັບການສົນທະນາທີ່ພວກເຈົ້າມີຕໍ່ກັນ. ມັນບໍ່ມີຫຍັງໃຫ້ໂອ້ອວດ ແລະ ບໍ່ມີຫຍັງໃຫ້ເຜີຍແຜ່. ເປັນຫຍັງພວກເຂົາຈຶ່ງເຜີຍແຜ່ເລື່ອງນີ້ລັບຫຼັງເຮົາ? ເຮົາຮູ້ສຶກສັບສົນຫຼາຍ. ຕໍ່ມາ, ເມື່ອພວກເຂົາເຜີຍແຜ່ຂ່າວກ່ຽວກັບເລື່ອງນີ້ຫຼາຍຂຶ້ນ, ເຮົາກໍຄິດອອກ: ພວກເຂົາເຊື່ອວ່ານີ້ຄືການເປັນພະຍານເຖິງປະສົບການແຫ່ງຄວາມທຸກທໍລະມານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ພວກເຂົາກຳລັງເຜີຍແຜ່ຄວາມຈິງ, ບໍ່ແມ່ນພຽງແຕ່ການເຜີຍແຜ່ຂ່າວກ່ຽວກັບເຫດການບາງຢ່າງ. ເຮົາເວົ້າວ່າ ຖ້າເຈົ້າຕ້ອງການເປັນພະຍານເຖິງປະສົບການແຫ່ງຄວາມທຸກທໍລະມານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ນັ້ນກໍເປັນສິ່ງທີ່ບໍ່ຈຳເປັນຢ່າງສິ້ນເຊີງ. ການພົບປະ, ການສົນທະນາ ແລະ ການເວົ້າກັບພວກເຈົ້າແມ່ນສິ່ງທີ່ເຮົາເຮັດດ້ວຍຄວາມເຕັມໃຈ. ເຮົາບໍ່ໄດ້ເຮັດເພື່ອໃຫ້ໃຜເຫັນ, ເຮົາບໍ່ໄດ້ເຮັດເພື່ອເອົາຊະນະໃຈພວກເຈົ້າ ແລະ ເຮົາບໍ່ໄດ້ກຳລັງສະແດງລະຄອນ. ສ່ວນຂໍ້ເທັດຈິງທີ່ວ່າ ບາງຄັ້ງເມື່ອເຮົາໂອ້ລົມເປັນເວລາດົນຈົນເຮົາບໍ່ໄດ້ກິນ ຫຼື ດື່ມຫຍັງເລີຍນັ້ນ, ນັ້ນບໍ່ແມ່ນຄວາມຕັ້ງໃຈ, ມັນເປັນເພາະວ່າເຮົາບໍ່ຫິວນໍ້າ ແລະ ບໍ່ຫິວເຂົ້າປານໃດ. ຖ້າເຮົາຫິວຈົນທົນບໍ່ໄດ້, ເຮົາກໍຈະບອກໃຫ້ເຈົ້າເອົາອາຫານມາໃຫ້ເຮົາກິນ ຫຼື ໃຫ້ເຈົ້າເຮັດອາຫານງ່າຍໆໃຫ້ເຮົາ. ເຮົາຈະບໍ່ທົນກັບຄວາມຫິວຢ່າງແນ່ນອນ; ເຮົາຈະບໍ່ເກງໃຈເຈົ້າ. ການຈາກໄປໂດຍບໍ່ໄດ້ກິນອາຫານເມື່ອຮອດເວລາອາຫານນັບວ່າເປັນຄວາມທຸກທໍລະມານບໍ? ຕັດສິນຈາກສິ່ງທີ່ພວກເຈົ້າກຳລັງເຜີຍແຜ່, ມັນເບິ່ງຄືວ່າເຮົາກຳລັງເຮັດສິ່ງຕ່າງໆເພື່ອສ້າງພາບ. ເປັນຫຍັງເຮົາຈຶ່ງຮູ້ສຶກບໍ່ສະບາຍໃຈຫຼາຍເມື່ອໄດ້ຍິນແບບນີ້? ມັນຄືກັບວ່າເຮົາກຳລັງເຮັດແບບນີ້ເພື່ອໃຫ້ພວກເຈົ້າເຫັນວ່າເຮົາທົນທຸກຫຼາຍສໍ່າໃດ, ເຮົາສາມາດອົດທົນໄດ້ຫຼາຍສໍ່າໃດ, ເຮົາມີຄວາມຮັກຕໍ່ພວກເຈົ້າຫຼາຍສໍ່າໃດ ແລະ ເຮົາໄດ້ປະກອບສ່ວນໃຫ້ພວກເຈົ້າຫຼາຍສໍ່າໃດ, ເພື່ອທີ່ຫຼັງຈາກທີ່ເຮົາຈາກໄປ, ພວກເຈົ້າຈະປະກາດສິ່ງນີ້ເພື່ອເຮົາ, ໂດຍເຜີຍແຜ່ວ່າເຮົາໄດ້ທົນທຸກຫຼາຍສໍ່າໃດ ແລະ ເຮົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງສໍ່າໃດເພື່ອພວກເຈົ້າ, ຄືກັບວ່າເຮົາກຳລັງໃຊ້ວິທີການນີ້ເພື່ອເອົາຊະນະໃຈພວກເຈົ້າ. ນີ້ຄືເປົ້າໝາຍຂອງເຮົາບໍ? (ບໍ່.) ນີ້ບໍ່ແມ່ນເປົ້າໝາຍຂອງເຮົາ. ເຮົາໄປຢ້ຽມຢາມພວກເຈົ້າເພື່ອສົນທະນາ ແລະ ເວົ້າກັບພວກເຈົ້າ ແລະ ບາງຄັ້ງເຮົາກໍກັບໄປໂດຍບໍ່ໄດ້ກິນອາຫານເມື່ອຮອດເວລາອາຫານ. ນີ້ເປັນເລື່ອງທີ່ປົກກະຕິຫຼາຍ. ແຕ່ພວກເຈົ້າປະຕິບັດຕໍ່ສິ່ງນີ້ວ່າເປັນເຫດການສຳຄັນບາງຢ່າງ, ໂດຍຄິດວ່າເຮົາໄດ້ທົນທຸກ, ມີຄວາມຈິງທີ່ຕ້ອງສະແຫວງຫາໃນເລື່ອງນີ້, ພວກເຈົ້າຄວນຮຽນແບບມັນ ແລະ ຄວນເຮັດຕາມ ແລະ ພວກເຈົ້າເຖິງກັບເຜີຍແຜ່ເລື່ອງນີ້ຄືກັບວ່າມັນເປັນຄວາມຈິງ. ການເຜີຍແຜ່ເລື່ອງນີ້ເທົ່າກັບການເຜີຍແຜ່ເລື່ອງໄຮ້ສາລະ. ເຮົາບໍ່ມັກໃຫ້ພວກເຈົ້າເຜີຍແຜ່ເລື່ອງໄຮ້ສາລະ. ເຮົາຮູ້ສຶກລັງກຽດ ແລະ ເບື່ອໜ່າຍເມື່ອເຮົາໄດ້ຍິນກ່ຽວກັບເລື່ອງນີ້. ເຮົາລັງກຽດທຸກຄົນທີ່ເຜີຍແຜ່ເລື່ອງໄຮ້ສາລະ. ຖ້າເຮົາໂອ້ລົມກັບພວກເຈົ້າກ່ຽວກັບເນື້ອໃນບາງຢ່າງທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ແລ້ວເນື້ອໃນນີ້ກໍຄືສິ່ງທີ່ພວກເຈົ້າຕ້ອງການ, ພວກເຈົ້າສາມາດບັນທຶກໄວ້ ແລະ ແບ່ງປັນ ແລະ ໂອ້ລົມກ່ຽວກັບສິ່ງດັ່ງກ່າວກັບທຸກຄົນໄດ້. ແຕ່ເມື່ອພວກເຈົ້າເຜີຍແຜ່ຂ່າວກ່ຽວກັບວິທີທີ່ເຮົາທົນທຸກຈາກຄວາມຫິວ ຫຼື ຈາກຄວາມໜາວຢູ່ບາງແຫ່ງ, ເມື່ອພວກເຈົ້າເຜີຍແຜ່ສິ່ງເຫຼົ່ານີ້, ເຮົາຮູ້ສຶກກຽດຊັງ. ເຮົາຮູ້ສຶກລັງກຽດຢ່າງຍິ່ງຕໍ່ການເຜີຍແຜ່ເລື່ອງໄຮ້ສາລະ. ເປັນຫຍັງພວກເຈົ້າຈຶ່ງຫ້າວຫັນຫຼາຍໃນການເຮັດສິ່ງປະເພດນີ້? ພວກເຈົ້າຄິດວ່າມັນເຮັດໃຫ້ເຮົາມີຄວາມສຸກບໍ? ເຮົາບໍ່ຄືກັບພວກເຈົ້າ; ມັນບໍ່ໄດ້ເຮັດໃຫ້ເຮົາມີຄວາມສຸກເລີຍ. ແລະ ເຮົາກໍໄດ້ອົດທົນກັບສິ່ງນີ້ມາຫຼາຍປີແລ້ວ. ຖ້າເຮົາຮູ້ວ່າໃຜເປັນຄົນທຳອິດທີ່ເຜີຍແຜ່ຂ່າວເຫຼົ່ານີ້, ເຮົາກໍຈະຕ້ອງຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງເຜີຍແຜ່ຂ່າວເຫຼົ່ານີ້? ເປົ້າໝາຍຂອງເຈົ້າແມ່ນຫຍັງ? ເຈດຕະນາຂອງເຈົ້າແມ່ນຫຍັງ? ເຈົ້າມີເຈດຕະນາທີ່ບໍ່ດີ! ສິ່ງນີ້ເທົ່າກັບການກໍ່ໃຫ້ເກີດການລົບກວນ! ເຈົ້າຮູ້ບໍວ່າເຈົ້າໄດ້ສົ່ງຜົນກະທົບຕໍ່ອາລົມຂອງເຮົາ? ການເຜີຍແຜ່ເລື່ອງໄຮ້ສາລະແບບນີ້ເປັນວິທີການຈຳກັດອິດສະລະພາບຂອງເຮົາທີ່ຖືກປິດບັງໄວ້; ນັ້ນຄືທຳມະຊາດຂອງມັນ.” ເຮົາຮູ້ສຶກລັງກຽດຄົນທີ່ເຜີຍແຜ່ເລື່ອງໄຮ້ສາລະ, ໂດຍສະເພາະບາງຄົນທີ່ບໍ່ເຄີຍໂອ້ລົມຄວາມຈິງ ແລະ ບໍ່ເຄີຍໂອ້ລົມກ່ຽວກັບສິ່ງໃດກໍຕາມທີ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ ຫຼື ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ແຕ່ພຽງແຕ່ເວົ້າກ່ຽວກັບສິ່ງທີ່ບໍ່ມີຄວາມໝາຍປະເພດນີ້ ແລະ ເຜີຍແຜ່ເລື່ອງໄຮ້ສາລະປະເພດນີ້, ເຖິງຂັ້ນເຜີຍແຜ່ມັນຢ່າງລະອຽດ. ຕົວຢ່າງ ເຮົາກຳລັງສົນທະນາກັບພວກເຈົ້າ ແລະ ບາງຄັ້ງເຮົາໄດ້ໄອອອກມາ ແລະ ບາງຄົນກໍເຜີຍແຜ່ເລື່ອງນີ້ລັບຫຼັງເຮົາ. ນີ້ຄືສິ່ງທີ່ເຈົ້າຄວນເຜີຍແຜ່ບໍ? ນີ້ຄືໜ້າທີ່ຂອງເຈົ້າບໍ? ເຮົາຮູ້ສຶກລັງກຽດຕໍ່ການເຜີຍແຜ່ເລື່ອງໄຮ້ສາລະມາຫຼາຍປີແລ້ວ. ບາງຄົນເຜີຍແຜ່ເລື່ອງໄຮ້ສາລະດ້ວຍວິທີນີ້ແທ້ໆ. ເມື່ອເລື່ອງໄຮ້ສາລະຖືກສົ່ງຕໍ່ກັນໄປ, ຫຼາຍຄົນກໍໄດ້ຍິນກ່ຽວກັບເລື່ອງນັ້ນ ແລະ ຄົນເບົາປັນຍາບາງຄົນເຖິງກັບຮຽນແບບການໄອຂອງເຮົາ. ການຮຽນແບບສິ່ງນີ້ມີປະໂຫຍດຫຍັງ? ຖ້າເຈົ້າຈະຮຽນແບບວິທີທີ່ເຮົາໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ສິ່ງນັ້ນກໍຈະເປັນປະໂຫຍດພໍສົມຄວນຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າຈະຮຽນແບບວິທີທີ່ເຮົາປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອສ້າງຜົນປະໂຫຍດໃຫ້ແກ່ພວກເຈົ້າ ແລະ ຮຽນແບບວິທີທີ່ເມື່ອໂອ້ລົມຄວາມຈິງ ເຮົາສາມາດຍົກຕົວຢ່າງ ແລະ ກ່າວເຖິງຂໍ້ເທັດຈິງຢ່າງບໍ່ຮູ້ອິດເມື່ອຍ ເພື່ອໃຫ້ພວກເຈົ້າທຸກຄົນໄດ້ຮັບບາງສິ່ງບາງຢ່າງ ແລະ ທຸກຄົນມີຄວາມຄືບໜ້າ, ຖ້າເຈົ້າຈະເຮັດສິ່ງທີ່ເປັນບວກເຫຼົ່ານີ້, ເຮົາກໍຈະມີຄວາມສຸກທີ່ໄດ້ເຫັນມັນ. ເປັນຫຍັງເຈົ້າຈຶ່ງບໍ່ຮຽນແບບສິ່ງທີ່ເປັນບວກເຫຼົ່ານີ້? ເປັນຫຍັງເຈົ້າຈຶ່ງຕ້ອງຮຽນແບບສິ່ງທີ່ບໍ່ມີຄວາມໝາຍເຫຼົ່ານັ້ນ? ສິ່ງນີ້ພິສູດໃຫ້ເຫັນວ່າມີບັນຫາກັບຄວາມຄິດຂອງເຈົ້າ. ຖ້າເຈົ້າບໍ່ມີຫຍັງດີກວ່າທີ່ຈະເຮັດແທ້ໆ, ເຈົ້າກໍຄວນຊອກເຮັດວຽກງານທີ່ເໝາະສົມບາງຢ່າງ; ສິ່ງນີ້ຈະເປັນປະໂຫຍດຕໍ່ທຸກຄົນ. ເປັນຫຍັງຈຶ່ງບໍ່ເຮັດວຽກງານທີ່ເໝາະສົມບາງຢ່າງ? ຄົນແບບນັ້ນລະເລີຍວຽກງານທີ່ພວກເຂົາຄວນເຮັດ; ພວກເຂົາເປັນຕາໜ້າລັງກຽດຫຼາຍ!

ເຮົາໄດ້ໂອ້ລົມຄວາມຈິງມາຫຼາຍປີແລ້ວ, ແຕ່ເຮົາບໍ່ເຄີຍເຫັນພວກເຈົ້າທຸ່ມເທຄວາມພະຍາຍາມຫຼາຍເຂົ້າໃນຄວາມຈິງ, ທັງບໍ່ເຄີຍເຫັນພວກເຈົ້າທຸ່ມເທຄວາມພະຍາຍາມເຂົ້າໃນຄວາມຈິງຫຼາຍເທົ່າກັບທີ່ພວກເຈົ້າເຮັດໃນການເຜີຍແຜ່ເລື່ອງໄຮ້ສາລະ. ເປັນຫຍັງຄົນເຫຼົ່ານີ້ຈຶ່ງມັກເຜີຍແຜ່ເລື່ອງໄຮ້ສາລະຫຼາຍຂະໜາດນີ້? ການເຜີຍແຜ່ສິ່ງເຫຼົ່ານັ້ນມີປະໂຫຍດຫຍັງ? ຄົນເຫຼົ່ານີ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານລະເລີຍວຽກງານທີ່ພວກເຂົາຄວນເຮັດຢ່າງແທ້ຈິງ! ຖ້າເຈົ້າສາມາດໂອ້ລົມໄດ້ຢ່າງຊັດເຈນກ່ຽວກັບດ້ານໜຶ່ງຂອງຄວາມຈິງຢ່າງແທ້ຈິງ ແລະ ມັນໃຫ້ຜົນປະໂຫຍດ ແລະ ເສີມສ້າງອ້າຍເອື້ອຍນ້ອງເລັກໜ້ອຍ, ນີ້ກໍເປັນສິ່ງທີ່ດີ ແລະ ເຮົາກໍຄວນຂອບໃຈເຈົ້າດ້ວຍຊໍ້າ. ແຕ່ເຈົ້າມັກຈະເຜີຍແຜ່ຂ່າວກ່ຽວກັບສິ່ງທີ່ເຮົາໄດ້ເຮັດໃນມື້ໃດໜຶ່ງ, ເຮົາພັກຢູ່ບ່ອນໃດໜຶ່ງດົນປານໃດ, ເຮົາຍ່າງໄປໄກປານໃດ ແລະ ເຮົາກັບມາເດິກປານໃດ; ເມື່ອພວກເຈົ້າເຜີຍແຜ່ສິ່ງດັ່ງກ່າວຢູ່ສະເໝີ, ເຮົາກໍຮູ້ສຶກລັງກຽດເປັນພິເສດ. ບາງຄົນເວົ້າວ່າ “ເປັນຫຍັງພຣະອົງຈຶ່ງຮູ້ສຶກລັງກຽດ? ພວກເຮົາມີເຈດຕະນາດີ. ພວກເຮົາບໍ່ໄດ້ກຳລັງເປັນພະຍານເຖິງຄວາມທຸກທໍລະມານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ?” ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ມັນຜິດໃນທາງໃດ? (ພຣະເຈົ້າໄດ້ກ່າວພຣະທຳຫຼາຍຂໍ້ ແລະ ສະແດງຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາພັດບໍ່ໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນ. ພວກເຂົາຍັງບໍ່ເວົ້າກ່ຽວກັບວ່າພວກເຂົາມີປະສົບການຫຍັງແດ່ໃນການປະຕິບັດຄວາມຈິງອີກດ້ວຍ. ເມື່ອເປັນພະຍານໃຫ້ແກ່ພຣະເຈົ້າ, ພວກເຂົາບໍ່ໄດ້ເວົ້າກ່ຽວກັບສິ່ງເຫຼົ່ານີ້, ແຕ່ພັດເຮັດໃຫ້ບາງສິ່ງບາງຢ່າງໃນຊີວິດຂອງພຣະຄຣິດກາຍເປັນເລື່ອງໃຫຍ່ໂຕ. ຂ້ານ້ອຍຮູ້ສຶກວ່າຫົວໃຈຂອງພວກເຂົາບໍ່ຖືກຕ້ອງ.) ພວກເຈົ້າຮູ້ສຶກວ່າເຮົາທົນທຸກໃນການເຮັດສິ່ງເຫຼົ່ານີ້, ແຕ່ພວກເຈົ້າເຂົ້າໃຈຄວາມທຸກທໍລະມານທີ່ເຮົາອົດທົນຢ່າງແທ້ຈິງບໍ? ພວກເຈົ້າຮູ້ກ່ຽວກັບຄວາມທຸກທຊລະມານດັ່ງກ່າວບໍ? (ບໍ່.) ພວກເຈົ້າບໍ່ຮູ້, ທັງບໍ່ໄດ້ຮັບຮູ້ ຫຼື ເຂົ້າໃຈຄວາມທຸກທໍລະມານນັ້ນເລີຍ. ພວກເຈົ້າພຽງແຕ່ເຮັດໃຫ້ເລື່ອງເລັກນ້ອຍເຫຼົ່ານີ້ໃນຊີວິດປະຈຳວັນຂອງເຮົາກາຍເປັນເລື່ອງໃຫຍ່ໂຕ ແລະ ປະກາດເລື່ອງເຫຼົ່ານັ້ນໄປທົ່ວທຸກບ່ອນ. ຕົວຢ່າງ ເຮົາເຄີຍບັງເອີນພົບຄົນໃດໜຶ່ງ ແລະ ເວົ້າຂຶ້ນມາລອຍໆວ່າ “ມື້ນີ້ແຂນຂອງເຮົາຮູ້ສຶກປວດເລັກໜ້ອຍ.” ເຮົາບໍ່ໄດ້ມີເຈດຕະນາອື່ນໃດເລີຍ, ແຕ່ຄົນນັ້ນພັດຕີຄວາມໝາຍໄປເອງ. ຫຼັງຈາກທີ່ໄດ້ຍິນແບບນີ້, ລາວກໍຄິດວ່າແຂນຂອງເຮົາປວດຍ້ອນວ່າເຮົາຂຽນໜັງສືຫຼາຍເກີນໄປ. ສາມມື້ຕໍ່ມາ, ເລື່ອງນີ້ກໍແຜ່ກະຈາຍໄປ, ໂດຍມີຄົນເວົ້າວ່າເຮົາກຳລັງອົດທົນຕໍ່ຄວາມທຸກທໍລະມານ. ການທີ່ແຂນຂອງເຮົາປວດເລັກໜ້ອຍນັ້ນຖືວ່າເປັນຄວາມທຸກທໍລະມານບໍ? ນີ້ຄືສິ່ງທີ່ນັບວ່າເປັນຄວາມທຸກທໍລະມານໃນສາຍຕາຂອງພວກເຈົ້າບໍ? ເຮົາໄດ້ເວົ້າສິ່ງນີ້ຕໍ່ໜ້າພວກເຈົ້າເພື່ອໂອ້ອວດວ່າເຮົາກຳລັງທົນທຸກບໍ? ນີ້ບໍ່ແມ່ນສິ່ງທີ່ເຮົາຄິດໄວ້ໃນໃຈເລີຍ. ນອກຈາກນີ້, ຄວາມທຸກທໍລະມານຂອງເຮົາມີຫຍັງກ່ຽວຂ້ອງກັບເຈົ້າບໍ? ເຮົາໄດ້ຂໍໃຫ້ເຈົ້າເຜີຍແຜ່ເລື່ອງນີ້ບໍ? ຖ້າມີບາງສິ່ງບາງຢ່າງທີ່ເຮົາຕ້ອງການໃຫ້ເຈົ້າເຮັດ, ເຮົາກໍຈະບອກເຈົ້າໂດຍກົງ. ເຮົາໄດ້ແນະນຳພວກເຈົ້າໃນຄຳເທດສະໜາ ແລະ ການໂອ້ລົມທັງໝົດຂອງເຮົາກ່ຽວກັບວ່າເຈົ້າຄວນເຮັດວຽກງານຫຍັງ ແລະ ເຈົ້າຄວນເວົ້າຄຳເວົ້າຫຍັງ, ເຮົາໄດ້ເຮັດໃຫ້ທຸກຢ່າງຊັດເຈນສຳລັບພວກເຈົ້າແລ້ວ. ເຮົາໄດ້ໂອ້ລົມຢ່າງຊັດເຈນກ່ຽວກັບຫຼັກການຄວາມຈິງ ແລະ ແນວທາງການປະຕິບັດ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຈົ້າຄວນສຸມໃສ່ ແລະ ຄວນເຮັດ. ເຈົ້າບໍ່ສຸມໃສ່ສິ່ງທີ່ເຮົາບອກເຈົ້າ, ແຕ່ເຈົ້າພັດເອົາໃຈໃສ່ເປັນພິເສດຕໍ່ສິ່ງທີ່ເຮົາບໍ່ໄດ້ບອກເຈົ້າ ແລະ ໄດ້ເຮັດສິ່ງເຫຼົ່ານັ້ນຢ່າງຫຼວງຫຼາຍ. ເຮົາຮູ້ສຶກລັງກຽດເມື່ອເຮົາເຫັນແບບນີ້. ເຮົາຈະບໍ່ຍ້ອງຍໍເຈົ້າໂດຍເວົ້າວ່າເຈົ້າເຮັດສິ່ງນີ້ໄດ້ດີ ແລະ ໃຫ້ຄວາມດີຄວາມຊອບແກ່ເຈົ້າສຳລັບເລື່ອງນີ້ຢ່າງແນ່ນອນ. ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວ ແລະ ເຮົາກໍບໍ່ເຄີຍເວົ້າຄຳເວົ້າດັ່ງກ່າວ. ບໍ່ວ່າເຮົາຈະຮຽກຮ້ອງໃຫ້ພວກເຈົ້າເຮັດຫຍັງກໍຕາມ, ເຮົາກໍຈະບອກພວກເຈົ້າຢ່າງຊັດເຈນ. ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຈົ້າເຮັດສິ່ງນີ້, ແຕ່ພວກເຈົ້າກັບເຮັດມັນ. ເຮົາຮູ້ສຶກລັງກຽດຫຼາຍ ແລະ ເບື່ອໜ່າຍຫຼາຍຢູ່ພາຍໃນ ແລະ ບໍ່ແມ່ນພຽງແຕ່ລັງກຽດເລັກໜ້ອຍເທົ່ານັ້ນ. ແຕ່ພວກເຈົ້າພັດຄິດວ່າຕົນເອງດີແລ້ວ, ໂດຍຄິດວ່າພວກເຈົ້າມີຄວາມເຫັນອົກເຫັນໃຈຫຼາຍ ແລະ ມີຄວາມຮັກຫຼາຍຕໍ່ເຮົາ, ພວກເຈົ້າມີຄວາມເຂົ້າໃຈ, ເອົາໃຈໃສ່ ແລະ ຫ່ວງໃຍເປັນພິເສດ. ເຮົາບອກວ່າເຈົ້າຍັງຫ່າງໄກຫຼາຍ. ເຖິງແມ່ນວ່າເຈົ້າຈະເຮັດບາງສິ່ງບາງຢ່າງຢ່າງເໝາະສົມ, ມັນກໍຍັງມີໄລຍະຫ່າງລະຫວ່າງພວກເຮົາ; ຍິ່ງໄປກວ່ານັ້ນ, ການເຜີຍແຜ່ເລື່ອງໄຮ້ສາລະກໍບໍ່ເໝາະສົມ ແລະ ເຮົາກໍບໍ່ມັກມັນ. ຄວາມຈິງທີ່ວ່າເຮົາບໍ່ເຄີຍກ່າວເຖິງເລື່ອງນີ້ກັບພວກເຈົ້າມາກ່ອນ ບໍ່ໄດ້ໝາຍຄວາມວ່າເຮົາຍອມຮັບມັນຢ່າງງຽບໆ. ຕອນນີ້ເຮົາກຳລັງບອກພວກເຈົ້າດ້ວຍຄຳເວົ້າທີ່ຊັດເຈນວ່າ: ເຮົາລັງກຽດຄົນທີ່ເຜີຍແຜ່ເລື່ອງໄຮ້ສາລະເປັນພິເສດ. ໂດຍສະເພາະ, ບາງຄົນເຫັນເຮົາອົດທົນຕໍ່ຄວາມທຸກທໍລະມານເລັກໜ້ອຍ ແລ້ວກໍຕັ້ງໃຈເຜີຍແຜ່ເລື່ອງໄຮ້ສາລະພາຍໃຕ້ຂໍ້ອ້າງຂອງການເປັນພະຍານເຖິງຄວາມທຸກທໍລະມານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເຮົາຂໍບອກພວກເຈົ້າຢ່າງຊັດເຈນວ່າ: ເຮົາຕໍ່ຕ້ານສິ່ງປະເພດນີ້, ເຮົາຮູ້ສຶກລັງກຽດມັນເປັນພິເສດໃນໃຈຂອງເຮົາ ແລະ ເຮົາກໍບໍ່ມັກມັນເລີຍ. ນີ້ບໍ່ແມ່ນການເປັນພະຍານໃຫ້ແກ່ພຣະເຈົ້າ; ນີ້ຄືການເຜີຍແຜ່ເລື່ອງໄຮ້ສາລະ. ດັ່ງນັ້ນ, ມັນເໝາະສົມບໍທີ່ພວກເຈົ້າຈະເຮັດແບບນີ້? (ບໍ່ເໝາະສົມ.) ໃນເມື່ອມັນບໍ່ເໝາະສົມ, ພວກເຈົ້າຄວນເຮັດແນວໃດ? (ພວກເຮົາບໍ່ຄວນເຜີຍແຜ່ເລື່ອງໄຮ້ສາລະ. ພວກເຮົາບໍ່ຄວນເຮັດຫຍັງແບບນີ້.)

ມີຄວາມບໍ່ລົງລອຍກັນລະຫວ່າງພວກເຮົາໃນແງ່ຂອງວິທີທີ່ພວກເຮົາປະຕິບັດຕໍ່ເລື່ອງຂອງຄວາມທຸກທໍລະມານບໍ? ມຸມມອງຂອງພວກເຮົາແຕກຕ່າງກັນບໍ? (ແມ່ນແລ້ວ.) ແລ້ວມຸມມອງຂອງພວກເຈົ້າກ່ຽວກັບຄວາມທຸກທໍລະມານມາຈາກໃສ? (ມຸມມອງຂອງພວກເຮົາກ່ຽວກັບຄວາມທຸກທໍລະມານມາຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ຫຼັງຈາກທີ່ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມ.) ໃນດ້ານໜຶ່ງ, ມຸມມອງຂອງຜູ້ຄົນກ່ຽວກັບສິ່ງຕ່າງໆທຸກປະເພດແມ່ນມາຈາກຊາຕານ, ເຊັ່ນດຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ໃນອີກດ້ານໜຶ່ງ, ເວົ້າຢ່າງເປັນຈິງກວ່ານັ້ນກໍຄື ພວກມັນໄດ້ຮັບອິດທິພົນຈາກກະແສສັງຄົມ ແລະ ສະພາບການຂອງສັງຄົມ. ຜົນກະທົບໂດຍກົງທີ່ສຸດຂອງການທີ່ຜູ້ຄົນຍອມຮັບຄວາມຄິດທີ່ຜິດພາດເຫຼົ່ານີ້ກໍຄື ພວກເຂົາເກີດມີຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນບາງຢ່າງ. ເມື່ອຜູ້ຄົນເຂົ້າມາໃນເຮືອນຂອງພຣະເຈົ້າພ້ອມກັບຄວາມຄິດ ແລະ ມຸມມອງເຫຼົ່ານີ້, ພວກເຂົາກໍເກີດມີວິທີການທີ່ບໍ່ຖືກຕ້ອງທຸກປະເພດ. ດ້ວຍເຫດນັ້ນ, ບາງວິທີການຂອງຜູ້ຄົນໃນວິທີທີ່ພວກເຂົາປະຕິບັດຕໍ່ຄວາມທຸກທໍລະມານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍເປັນຜົນມາຈາກການກະຕຸ້ນຈາກຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນບາງຢ່າງເຊັ່ນກັນ. ໃນໂລກທີ່ບໍ່ມີຄວາມເຊື່ອ, ເມື່ອຄົນທີ່ມີສະຖານະ ແລະ ມີຊື່ສຽງປາກົດຕົວໃນທີ່ສາທາລະນະ, ພວກເຂົາມັກຈະເຮັດສິ່ງຕ່າງໆເພື່ອສ້າງພາບພົດ, ເຊິ່ງເອີ້ນງ່າຍໆວ່າການສະແດງລະຄອນ. ຫຼັງຈາກທີ່ສະແດງລະຄອນແລ້ວ, ພວກເຂົາກໍໃຊ້ສື່ເພື່ອເຜີຍແຜ່ມັນ, ເພື່ອບັນລຸເປົ້າໝາຍໃນການຮັກສາພາບພົດຂອງພວກເຂົາ ແລະ ເຮັດໃຫ້ສະຖານະຂອງພວກເຂົາໃນທ່າມກາງຜູ້ຄົນໝັ້ນຄົງ, ເພື່ອທີ່ພວກເຂົາຈະມີພາບພົດທີ່ດີຂຶ້ນໃນສາຍຕາຂອງສາທາລະນະຊົນ, ສ້າງແຮງບັນດານໃຈໃຫ້ຜູ້ຄົນຍົກຍ້ອງພວກເຂົາຫຼາຍຂຶ້ນ ແລະ ສ້າງຄວາມໝັ້ນຄົງໃຫ້ກັບຕົວພວກເຂົາເອງໃນໃຈຂອງຜູ້ຄົນຫຼາຍຂຶ້ນ. ແລະ ວິທີການທີ່ຜູ້ຄົນໃຊ້ໃນການເຜີຍແຜ່ຂໍ້ມູນກ່ຽວກັບຄວາມທຸກທໍລະມານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນ, ໃນລະດັບທີ່ໃຫຍ່ຫຼວງແລ້ວ, ແມ່ນໄດ້ຮັບອິດທິພົນຈາກກະແສນີ້ຂອງໂລກທີ່ບໍ່ມີຄວາມເຊື່ອ. ຄວາມຄິດ ແລະ ມຸມມອງຂອງຜູ້ຄົນກ່ຽວກັບຄວາມຈຳເປັນພື້ນຖານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ການເຄື່ອນໄຫວ ແລະ ການກະທຳໃນແຕ່ລະມື້ຂອງພຣະອົງກໍເປັນແບບນີ້ເຊັ່ນກັນ. ເຖິງແມ່ນວ່າຜູ້ຄົນຈະບໍ່ໄດ້ເວົ້າໂດຍກົງວ່າຈຸດປະສົງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນການເຮັດສິ່ງສະເພາະນີ້ແມ່ນຫຍັງກໍຕາມ, ວິທີການເຜີຍແຜ່ມັນກໍເຮັດໃຫ້ເກີດຜົນສະທ້ອນດັ່ງຕໍ່ໄປນີ້: ມັນເຮັດໃຫ້ຜູ້ຄົນບໍ່ສຸມໃສ່ການໄລ່ຕາມເສາະຫາຄວາມຈິງ, ແຕ່ພຽງແຕ່ສຸມໃສ່ຮູບແບບການປະຕິບັດພາຍນອກເຫຼົ່ານີ້; ມັນເຮັດໃຫ້ພວກເຂົາບໍ່ສຸມໃສ່ການປະຕິບັດຄວາມຈິງ, ແຕ່ພຽງແຕ່ສຸມໃສ່ຄວາມທຸກທໍລະມານ, ເວົ້າພຽງແຕ່ບາງຫຼັກຄຳສອນທີ່ຟັງມ່ວນຫູ ແລະ ກໍມີພຽງເທົ່ານັ້ນ. ຜູ້ຄົນຄິດວ່າການເຮັດສິ່ງນີ້ຄືການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການເຮັດສິ່ງນີ້ຄືການປະຕິບັດຄວາມຈິງ ພ້ອມທັງເປັນການປົກປ້ອງພາບພົດຂອງພຣະເຈົ້າ. ຄວາມຈິງແລ້ວ, ພາບພົດຂອງພຣະເຈົ້າຕ້ອງການໃຫ້ເຈົ້າປົກປ້ອງມັນບໍ? ໃນການໃຫ້ເຈົ້າເປັນພະຍານໃຫ້ແກ່ພຣະອົງນັ້ນ, ພຣະເຈົ້າໝາຍຄວາມໃຫ້ເຈົ້າເປັນພະຍານກ່ຽວກັບສິ່ງເຫຼົ່ານີ້ບໍ? (ບໍ່.) ພາບພົດຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ່ຕ້ອງການໃຫ້ເຈົ້າປົກປ້ອງມັນ, ແຮງໄກທີ່ຈະຕ້ອງການໃຫ້ເຈົ້າປົກປ້ອງມັນດ້ວຍວິທີນັ້ນ. ເຈົ້າອາດຈະມີເຈດຕະນາດີ, ແຕ່ການກະທຳຂອງເຈົ້າໄດ້ກໍ່ໃຫ້ເກີດຜົນສະທ້ອນທີ່ບໍ່ດີ ແລະ ໃນກໍລະນີທີ່ຮ້າຍແຮງ, ພວກມັນເຖິງກັບເປັນການຂັດຂວາງ ແລະ ການລົບກວນ. ຜູ້ຄົນເຊື່ອຢູ່ສະເໝີວ່າການເຮັດແບບນີ້ເປັນສິ່ງທີ່ເໝາະສົມ ແລະ ສົມເຫດສົມຜົນ, ວ່າມັນເປັນການກະທຳທີ່ດີ ແລະ ວ່າມັນເປັນສິ່ງທີ່ສິ່ງທີ່ຖືກສ້າງຄວນເຮັດ. ເຮົາເວົ້າວ່າ “ຜິດ! ນີ້ບໍ່ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຄວນເຮັດແບບນີ້.” ໃນເມື່ອເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າກໍຄວນຮັບຕຳແໜ່ງທີ່ເໝາະສົມຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ; ເຈົ້າບໍ່ຄວນຮັບບົດບາດເປັນສື່ມວນຊົນຂອງສັງຄົມພາຍໃນເຮືອນຂອງພຣະເຈົ້າ ແລະ ເຮັດໃນສິ່ງທີ່ສື່ມວນຊົນເຮັດ. ຄຳເວົ້າໃດທີ່ເຮົາເວົ້າ, ຄວາມທຸກທໍລະມານໃດທີ່ເຮົາອົດທົນ, ເຮົາໄປໃສເພື່ອເຮັດບາງສິ່ງບາງຢ່າງ, ຕາຕະລາງປະຈຳວັນຂອງເຮົາແມ່ນຫຍັງ, ເຮົາບໍ່ຕ້ອງການໃຫ້ເຈົ້າເຜີຍແຜ່ສິ່ງເຫຼົ່ານີ້, ເຮົາບໍ່ມັກໃຫ້ເຈົ້າເຜີຍແຜ່ພວກມັນ ແລະ ເຮົາຮູ້ສຶກລັງກຽດທີ່ເຈົ້າເຜີຍແຜ່ພວກມັນ. ສະນັ້ນ, ກະລຸນາຢຸດການເຜີຍແຜ່ປະເພດນີ້, ເພາະວ່າການເຜີຍແຜ່ປະເພດນີ້ຄືການເຜີຍແຜ່ເລື່ອງໄຮ້ສາລະ ແລະ ມັນບໍ່ກົງກັນກັບຄວາມຈິງ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ມັນເປັນການດີທີ່ສຸດທີ່ເຈົ້າບໍ່ເຜີຍແຜ່ສິ່ງເຫຼົ່ານີ້ ການເຜີຍແຜ່ເລື່ອງໄຮ້ສາລະນີ້ບໍ່ມີປະໂຫຍດຫຍັງເລີຍ. ຖ້າເຈົ້າຕ້ອງການເປັນພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ, ແລ້ວເຈົ້າກໍຄວນຖ່າຍທອດພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງເຈົ້າກ່ຽວກັບຄວາມຈິງ ແລະ ປະສົບການຂອງເຈົ້າກ່ຽວກັບຄວາມຈິງ. ຖ້າເຈົ້າມີເຈດຕະນາດີຢ່າງແທ້ຈິງ ແລະ ຕ້ອງການເຮັດສິ່ງທີ່ດີບາງຢ່າງ ແລະ ກຽມການກະທໍາທີ່ດີບາງຢ່າງ, ແລ້ວກໍຈົ່ງເບິ່ງວ່າຂົງເຂດໃດ ຫຼື ພາກສ່ວນໃດໃນວຽກງານຂອງເຮືອນຂອງພຣະເຈົ້າທີ່ຕ້ອງການການປັບປຸງ ແລະ ທຸ່ມເທຄວາມພະຍາຍາມບາງຢ່າງ ແລະ ຈ່າຍລາຄາເພື່ອເຮັດມັນໃຫ້ດີ ແລະ ດ້ວຍເຫດນັ້ນຈຶ່ງປັບປຸງປະສິດທິພາບຂອງວຽກງານ, ເລັ່ງຄວາມຄືບໜ້າຂອງວຽກງານໃຫ້ໄວຂຶ້ນ ພ້ອມທັງປະຢັດກຳລັງຄົນ ແລະ ຊັບພະຍາກອນທາງການເງິນ. ຖ້າເຈົ້າເຮັດວຽກງານບາງຢ່າງປະເພດນີ້, ນີ້ກໍຄືການກະທຳທີ່ດີ ແລະ ນີ້ຄືສິ່ງທີ່ຜູ້ຖືກສ້າງຄວນເຮັດ. ສຳລັບສິ່ງທີ່ເຮົາກິນ ຫຼື ນຸ່ງ ຫຼື ຄວາມທຸກທໍລະມານໃດທີ່ເຮົາອົດທົນນັ້ນ, ມັນບໍ່ຈຳເປັນເລີຍທີ່ເຈົ້າຈະຕ້ອງເຜີຍແຜ່ຂ່າວກ່ຽວກັບເລື່ອງນັ້ນ. ເຮົາໄດ້ບອກເຈົ້າມາດົນແລ້ວວ່າເຈົ້າຄວນມີທັດສະນະຄະຕິແນວໃດຕໍ່ເຮົາ, ເຊິ່ງປະກອບດ້ວຍສາມຫຼັກການເທົ່ານັ້ນຄື: ເປີດເຜີຍ ແລະ ຊື່ສັດ, ເຄົາລົບ ແລະ ເຊື່ອຟັງ. ມັນງ່າຍດາຍແບບນັ້ນແຫຼະ; ເຮົາບໍ່ໄດ້ຕ້ອງການໃຫ້ເຈົ້າເຮັດສິ່ງໃດເພີ່ມເຕີມ. ຖ້າເຈົ້າເຮັດບາງສິ່ງເພີ່ມເຕີມໃນລັກສະນະທີ່ເໝາະສົມ, ເຮົາກໍຈະປະຕິບັດຕໍ່ເຈົ້າໃນຖານະອ້າຍ ຫຼື ເອື້ອຍນ້ອງ ແລະ ເຮົາຈະຈື່ຈຳຄວາມດີທີ່ເຈົ້າໄດ້ເຮັດນີ້. ແຕ່ໃນແງ່ຂອງຄວາມສຳພັນລະຫວ່າງພວກເຮົາ, ເຮົາໄດ້ບອກເຈົ້າມາດົນແລ້ວເຖິງຫຼັກການສຳລັບວິທີທີ່ເຈົ້າຄວນປະຕິບັດຕໍ່ເຮົາ. ສາມຫຼັກການນັ້ນມີຫຍັງແດ່? (ເປີດເຜີຍ ແລະ ຊື່ສັດ, ເຄົາລົບ ແລະ ເຊື່ອຟັງ.) ມັນຄືສາມຫຼັກການນີ້ແທ້ໆ. ຖ້າເຈົ້າບັນລຸສາມຫຼັກການນີ້ໄດ້, ມັນກໍເໝາະສົມ ແລະ ເຈົ້າກໍຈະຍຶດໝັ້ນໃນຕຳແໜ່ງທີ່ເໝາະສົມເຊິ່ງສິ່ງທີ່ຖືກສ້າງຄວນຍຶດຖື ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ. ການເຜີຍແຜ່ເລື່ອງໄຮ້ສາລະຂອງເຈົ້ານັ້ນບໍ່ມີຄ່າຫຍັງເລີຍ ແລະ ໃນທີ່ສຸດເຮົາກໍຈະຮູ້ສຶກລັງກຽດເຈົ້າ. ແຕ່ຖ້າເຮົາແນະນຳເຈົ້າກ່ຽວກັບຫຼັກການໃດໜຶ່ງ, ມອບໝາຍໜ້າວຽກໃດໜຶ່ງໃຫ້ເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງດ້ານໜຶ່ງ ແລະ ເຈົ້າເຮັດ ແລະ ປະຕິບັດຕາມທີ່ເຮົາບອກເຈົ້າ, ນັ້ນກໍດີກວ່າການເຜີຍແຜ່ເລື່ອງໄຮ້ສາລະຫຼາຍ. ມີພຽງແຕ່ການປະຕິບັດຄວາມຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຖືກຈື່ຈຳ. ເຈົ້າເຜີຍແຜ່ເລື່ອງໄຮ້ສາລະກ່ຽວກັບເຮົາ, ໂດຍເວົ້າວ່າເຮົາເມື່ອຍຫຼາຍທີ່ຍ່າງໄປເຂົ້າຮ່ວມການເຕົ້າໂຮມຢູ່ບ່ອນໃດໜຶ່ງ. ໂດຍການເຜີຍແຜ່ເລື່ອງໄຮ້ສາລະນີ້, ເຈົ້າຮຽກຮ້ອງຄວາມເຫັນອົກເຫັນໃຈ ແລະ ຄວາມສົງສານຂອງຜູ້ຄົນທີ່ມີຕໍ່ເຮົາ. ເຮົາບໍ່ມີຄວາມສຸກກັບເລື່ອງນີ້ເລີຍ ແລະ ເຮົາກໍບໍ່ມັກທີ່ເຈົ້າເຮັດແບບນີ້. ເຮົາຈະຕ້ອງຖາມເຈົ້າວ່າ “ການເຜີຍແຜ່ເລື່ອງນີ້ມີປະໂຫຍດຫຍັງ? ເປັນຫຍັງເຈົ້າຈຶ່ງເຜີຍແຜ່ຄຳເວົ້າເຫຼົ່ານີ້? ເຈົ້າເຂົ້າໃຈຢ່າງແທ້ຈິງບໍວ່າການເປັນພະຍານໃຫ້ແກ່ພຣະເຈົ້າໝາຍຄວາມວ່າແນວໃດ?” ຖ້າເຈົ້າບໍ່ສາມາດໃຫ້ເຫດຜົນທີ່ກົງກັນກັບຄວາມຈິງໄດ້ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງສິ່ງທີ່ເຈົ້າເວົ້າ ແລະ ເຮັດນັ້ນບໍ່ກົງກັນກັບຄວາມຈິງແມ່ນແຕ່ໜ້ອຍດຽວ, ແຕ່ເປັນພຽງເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າ ແລະ ເພື່ອພະຍາຍາມປະຈົບປະແຈງເຮົາ, ແລ້ວເຮົາກໍບອກເຈົ້າວ່າເຮົາບໍ່ມັກທີ່ເຈົ້າເຮັດແບບນີ້. ເຈົ້າຕ້ອງບໍ່ເຮັດສິ່ງນີ້ຢ່າງເດັດຂາດ. ໃຫ້ສິ່ງນີ້ເປັນຄັ້ງທຳອິດ ແລະ ຄັ້ງດຽວ; ຢ່າເຮັດມັນອີກ! ໃນການພົວພັນກັນຂອງເຈົ້າກັບເຮົາ, ເຈົ້າຕ້ອງໄຕ່ຕອງຫຼັກການທີ່ເຮົາບອກເຈົ້າຊໍ້າແລ້ວຊໍ້າອີກ. ເຈົ້າຕ້ອງຍຶດໝັ້ນໃນຕຳແໜ່ງທີ່ເຈົ້າຄວນຍຶດຖື, ປະຕິບັດຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດໃຫ້ສຳເລັດ ແລະ ຍຶດໝັ້ນໃນຫຼັກການທີ່ເຈົ້າຄວນຍຶດໝັ້ນ, ສິ່ງເຫຼົ່ານີ້ຄືສິ່ງທີ່ເຈົ້າຄວນບັນລຸ. ຢ່າພະຍາຍາມຄິດຫາວິທີປະຈົບປະແຈງ ຫຼື ຍົກຍໍເຮົາຢູ່ສະເໝີ; ຢ່າປາຖະໜາທີ່ຈະເຫັນອົກເຫັນໃຈ ຫຼື ສົງສານເຮົາຢູ່ສະເໝີ ຫຼື ປາຖະໜາທີ່ຈະເຮັດໃຫ້ເຮົາມີຄວາມສຸກ. ຢ່າເຮັດສິ່ງເຫຼົ່ານີ້. ເຖິງແມ່ນວ່າເຈົ້າຈະເຮັດສິ່ງເຫຼົ່ານັ້ນກໍຕາມ, ມັນກໍຈະສູນເປົ່າ. ເຮົາບໍ່ມັກໃຫ້ເຈົ້າເຮັດສິ່ງເຫຼົ່ານີ້ ແລະ ເຮົາຮູ້ສຶກລັງກຽດທີ່ເຈົ້າເຮັດພວກມັນ. ຖ້າເຈົ້າບໍ່ເຮັດສິ່ງເຫຼົ່ານີ້, ເຮົາກໍຈະປະຕິບັດຕໍ່ເຈົ້າຕາມຫຼັກການ ແລະ ເຮົາກໍຈະສາມາດພົວພັນກັບເຈົ້າໄດ້ຕາມປົກກະຕິ. ຖ້າເຈົ້າເຮັດສິ່ງເຫຼົ່ານີ້, ໂດຍຄິດຢູ່ສະເໝີກ່ຽວກັບການປຸງແຕ່ງສິ່ງທີ່ເຮົາໄດ້ເຮັດ ແລະ ເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນເລື່ອງໃຫຍ່ໂຕລັບຫຼັງເຮົາ ເພື່ອປະຈົບປະແຈງເຮົາ ແລະ ເຮັດໃຫ້ເຮົາຮູ້ສຶກດີກັບເຈົ້າ, ເຮົາເວົ້າວ່າເຈົ້າຜິດແລ້ວ. ການເຮັດສິ່ງນີ້ມີແຕ່ຈະເຮັດໃຫ້ເຮົາຮູ້ສຶກລັງກຽດເຈົ້າ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຮົາກໍຈະປະຕິບັດຕໍ່ເຈົ້າ ແລະ ປະເມີນເຈົ້າໂດຍອີງໃສ່ຫຼັກການຄວາມຈິງ; ນີ້ຄືວິທີທີ່ເຮົາຈະເບິ່ງເຈົ້າ. ຖ້າເຈົ້າພົວພັນກັບເຮົາຢ່າງຍຸຕິທຳ ແລະ ເໝາະສົມ, ພວກເຮົາກໍສາມາດພົວພັນກັນໄດ້ຕາມປົກກະຕິ. ຖ້າເຈົ້າມັກຈະເຜີຍແຜ່ເລື່ອງໄຮ້ສາລະລັບຫຼັງເຮົາຢູ່ສະເໝີ, ແລ້ວໃນສາຍຕາຂອງເຮົາ ຄວາມເປັນມະນຸດຂອງເຈົ້າກໍບໍ່ດີ. ຢ່າງໜ້ອຍທີ່ສຸດ, ເຮົາກໍຈະເວົ້າວ່າເຈົ້າບໍ່ມີຄວາມສຸດຈະລິດ ຫຼື ກຽດສັກສີ ແລະ ເຈົ້າກໍຕໍ່າຕ້ອຍເກີນໄປ. ບາງຄົນເວົ້າວ່າ “ຂ້ານ້ອຍກຳລັງເວົ້າສິ່ງດີໆໃຫ້ພຣະອົງ, ແບບນັ້ນບໍ່ໄດ້ບໍ?” ເຮົາເວົ້າວ່າ “ບໍ່ມີຄວາມຈຳເປັນສຳລັບເລື່ອງນັ້ນ.” ຜູ້ຄົນໄດ້ມາເຫັນ ແລະ ໄດ້ມາຮູ້ຈັກວ່າເຮົາເປັນຄົນປະເພດໃດຜ່ານພຣະທຳທີ່ເຮົາໂອ້ລົມ ແລະ ຜ່ານຄວາມຈິງທີ່ເຮົາສອນພວກເຂົາ; ພວກເຂົາບໍ່ໄດ້ມາເຫັນ ແລະ ມາຮູ້ຈັກມັນຜ່ານເລື່ອງໄຮ້ສາລະທີ່ເຈົ້າເຜີຍແຜ່. ສະນັ້ນ, ການເຜີຍແຜ່ເລື່ອງໄຮ້ສາລະຂອງເຈົ້າຈຶ່ງເປັນສິ່ງທີ່ບໍ່ຈຳເປັນ ແລະ ຫຼາຍເກີນຄວາມຈຳເປັນຢ່າງສິ້ນເຊີງ. ບາງທີອາດຈະບໍ່ມີໃຜຮູ້ສຶກລັງກຽດມັນ ຫຼື ບາງທີຄົນອື່ນທຸກຄົນອາດຈະມັກມັນ, ແຕ່ຢ່າງໜ້ອຍທີ່ສຸດ, ເຮົາກໍບໍ່ມັກມັນ ແລະ ເຮົາກໍຮູ້ສຶກລັງກຽດມັນ. ເມື່ອເຈົ້າເຜີຍແຜ່ເລື່ອງໄຮ້ສາລະກ່ຽວກັບເຮົາ, ເຖິງແມ່ນວ່າມັນຈະຖືກໃຈທຸກຄົນແທ້ໆ ແລະ ກົງກັນກັບມຸມມອງຂອງທຸກຄົນແທ້ໆ, ເຮັດໃຫ້ທຸກຄົນຮູ້ສຶກດີ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຄວນຖາມເຮົາ. ເຮົາຄືຜູ້ທີ່ກ່ຽວຂ້ອງ; ເຈົ້າຕ້ອງຖາມວ່າເຮົາເຫັນດີນຳເລື່ອງນີ້ ຫຼື ບໍ່ ແລະ ເຮົາມັກການກະທຳນັ້ນ ຫຼື ບໍ່. ເຮົາໄດ້ອະນຸຍາດໃຫ້ເຈົ້າເຜີຍແຜ່ສິ່ງດັ່ງກ່າວບໍ? ຖ້າເຮົາບໍ່ໄດ້ອະນຸຍາດເຈົ້າ, ແຕ່ເຈົ້າພັດເຜີຍແຜ່ເລື່ອງໄຮ້ສາລະກ່ຽວກັບເຮົາ, ເວົ້າຕາມອຳເພີໃຈ ແລະ ເຖິງຂັ້ນເຜີຍແຜ່ມັນຄືກັບວ່າມັນເປັນຄວາມຈິງ, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າມີເຈດຕະນາແອບແຝງບໍ? ແລ້ວເຮົາຈະກຳນົດລັກສະນະຂອງເຈົ້າແນວໃດ? ເຮົາຈະເວົ້າວ່າເຈົ້າກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ບໍ່ວ່າເຮົາຈະໄປໃສ, ເຮົາຈະເວົ້າຄຳເວົ້າຫຍັງ ຫຼື ເຮົາຈະເຮັດສິ່ງໃດກໍຕາມ, ບາງຄົນກໍຈົດຈໍ່ຢູ່ກັບການເຜີຍແຜ່ສິ່ງເຫຼົ່ານີ້ເປັນພິເສດ, ຄືກັບວ່າຫຼັງຈາກທີ່ເຮັດແບບນັ້ນແລ້ວ ທຸກຄົນຈະຍົກຍ້ອງເຮົາຢ່າງສູງ ແລະ ຈະຕີລາຄາເຮົາສູງ. ນີ້ຄືການຍົກຍ້ອງພຣະເຈົ້າ ແລະ ການເປັນພະຍານໃຫ້ແກ່ພຣະເຈົ້າບໍ? (ບໍ່ແມ່ນ.) ແລ້ວເມື່ອໃດກໍຕາມທີ່ເຮົາໄປບ່ອນໃດໜຶ່ງເພື່ອເຮັດບາງສິ່ງບາງຢ່າງ, ບໍ່ວ່າຈະເປັນສິ່ງຕ່າງໆໃນຊີວິດປະຈຳວັນຂອງເຮົາ ຫຼື ສິ່ງຕ່າງໆທີ່ກ່ຽວຂ້ອງກັບວຽກງານ, ໂດຍສະເພາະສິ່ງທີ່ເບິ່ງຄືວ່າເປັນຄວາມທຸກທໍລະມານໃນສາຍຕາຂອງຜູ້ຄົນ, ເຮົາກຳລັງສະແດງລະຄອນໂດຍການເຮັດສິ່ງເຫຼົ່ານີ້ບໍ? (ບໍ່.) ໃນເມື່ອເຈົ້າຮູ້ວ່າເຮົາບໍ່ໄດ້ກຳລັງສະແດງລະຄອນ, ກໍຢ່າເຜີຍແຜ່ສິ່ງເຫຼົ່ານີ້. ຢ່າເຮັດໜ້າທີ່ເປັນໂທລະໂຄ່ງ ແລະ ຢ່າເຮັດໜ້າທີ່ເປັນສື່ມວນຊົນ ເຮືອນຂອງພຣະເຈົ້າບໍ່ມີສະຖາບັນດັ່ງກ່າວ. ຢ່າຕັ້ງສຳນັກຂ່າວດ້ວຍຕົວເຈົ້າເອງ ແລະ ເຮັດໜ້າທີ່ເປັນໂທລະໂຄ່ງເພື່ອເຜີຍແຜ່ສິ່ງເຫຼົ່ານີ້, ຍ້ອນວ່າເຮົາຮູ້ສຶກລັງກຽດຢ່າງຍິ່ງທີ່ເຈົ້າເຜີຍແຜ່ພວກມັນ ມັນມີຜົນກະທົບທາງລົບ. ສະນັ້ນ, ເຈົ້າຕ້ອງບໍ່ເຜີຍແຜ່ເລື່ອງໄຮ້ສາລະຢ່າງເດັດຂາດ ແລະ ຕ້ອງບໍ່ເຜີຍແຜ່ຂ່າວກ່ຽວກັບສິ່ງປະເພດນີ້. ນີ້ຄືໜຶ່ງໃນຂໍ້ກຳນົດທີ່ເຮົາມີຕໍ່ພວກເຈົ້າ.

ການທີ່ພຣະເຈົ້າບັງເກີດເປັນເນື້ອໜັງເພື່ອເຮັດວຽກງານຂອງພຣະອົງນັ້ນເປັນຂັ້ນຕອນໜຶ່ງໃນແຜນການຄຸ້ມຄອງຂອງພຣະເຈົ້າ, ມັນເປັນລາຍການໜຶ່ງທີ່ຢູ່ພາຍໃນນັ້ນ ແລະ ມັນຂ້ອນຂ້າງພິເສດໃນແງ່ຂອງຮູບແບບ, ມັນຮຽກຮ້ອງໃຫ້ພຣະເຈົ້າມາທ່າມກາງຜູ້ຄົນເພື່ອເວົ້າ ແລະ ເຮັດວຽກ. ນັ້ນກໍຄື, ພຣະເຈົ້າຮັບເອົາຮູບລັກສະນະຂອງຮ່າງກາຍທີ່ເປັນເນື້ອໜັງ, ກາຍເປັນຄົນທຳມະດາ ແລະ ມາເຮັດວຽກງານໃນທ່າມກາງຜູ້ຄົນ. ນອກເໜືອຈາກວຽກງານການເວົ້າຂອງພຣະອົງແລ້ວ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມທຸກທໍລະມານທີ່ເນື້ອໜັງຂອງພຣະອົງອົດທົນ. ນີ້ກໍເປັນລາຍການໜຶ່ງຂອງວຽກງານເຊັ່ນກັນ ແລະ ມັນເປັນສິ່ງທີ່ພຣະອົງຕ້ອງປະສົບ ແລະ ຕ້ອງແບກຮັບ. ໃນຊ່ວງເວລາທີ່ພຣະເຈົ້າກ່າວ ແລະ ດຳເນີນວຽກງານຂອງພຣະອົງ, ນອກເໜືອຈາກການກ່າວ ແລະ ການເຮັດວຽກແລ້ວ, ເນື້ອໜັງຂອງພຣະອົງກໍຕ້ອງອົດທົນຕໍ່ຄວາມທຸກທໍລະມານບາງຢ່າງເຊັ່ນກັນ. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ພຣະເຈົ້າຈະຕ້ອງທົນທຸກເມື່ອດຳລົງຊີວິດໃນທ່າມກາງຜູ້ຄົນ. ພຣະເຈົ້າມາໃນເນື້ອໜັງ ແລະ ດຳລົງຊີວິດໃນທ່າມກາງຜູ້ຄົນ ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ເພື່ອສະໜອງຄວາມຈິງໃຫ້ແກ່ຜູ້ຄົນ, ເພື່ອຊີ້ບອກເສັ້ນທາງໃຫ້ແກ່ຜູ້ຄົນ ແລະ ເພື່ອປະທານຊີວິດໃຫ້ແກ່ຜູ້ຄົນ. ແຕ່ສິ່ງທີ່ພຣະອົງປະເຊີນກໍຄືມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ແລ້ວພຣະເຈົ້າຕ້ອງແບກຮັບຫຍັງແດ່? ພຣະອົງຕ້ອງແບກຮັບການພິພາກສາ, ການໝິ່ນປະໝາດ, ຄວາມກະບົດ ແລະ ການທໍລະຍົດຂອງຜູ້ຄົນ, ພ້ອມທັງຄວາມເຂົ້າໃຈຜິດ, ການລະແວດລະວັງ ແລະ ການຈົ່ມວ່າຂອງຜູ້ຄົນ ແລະ ວິທີການຕ່າງໆທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າແບບພໍແລ້ວມືແລ້ວຕີນ. ພຣະອົງຕ້ອງແບກຮັບສິ່ງເຫຼົ່ານີ້. ບາງຄົນເວົ້າວ່າ “ພວກເຮົາບໍ່ເຫັນພຣະອົງແບກຮັບສິ່ງເຫຼົ່ານີ້.” ເມື່ອພຣະເຈົ້າມາໃນເນື້ອໜັງ, ພຣະອົງບໍ່ໄດ້ດຳລົງຊີວິດໃນທ່າມກາງຜູ້ບໍ່ມີຄວາມເຊື່ອ; ແຕ່ກົງກັນຂ້າມ ພຣະອົງດຳລົງຊີວິດໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ ແລະ ດຳລົງຊີວິດໃນທ່າມກາງມະນຸດທີ່ພຣະອົງຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ເມື່ອດຳລົງຊີວິດຮ່ວມກັບມະນຸດເຫຼົ່ານີ້, ເນື້ອໜັງຂອງພຣະອົງກໍຕ້ອງຕິດຕໍ່ພົວພັນ, ຄົບຫາ ແລະ ສື່ສານກັບຄົນເຫຼົ່ານີ້, ມີປະຕິສຳພັນກັບພວກເຂົາຢ່າງຫຼີກລ່ຽງບໍ່ໄດ້ ແລະ ຕ້ອງຈັດການກັບຫຼາຍເລື່ອງຢ່າງຫຼີກລ່ຽງບໍ່ໄດ້. ເມື່ອພຣະອົງຈັດການກັບເລື່ອງເຫຼົ່ານີ້, ຜູ້ຄົນກໍຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານອອກມາເອງ. ເຈົ້າຄິດວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຮູ້ສຶກຍິນດີ ຫຼື ບໍ່ສະບາຍໃຈ ເມື່ອພຣະອົງເຫັນຜູ້ຄົນເປີດເຜີຍອຸປະນິໄສທີ່ເສື່ອມຊາມອອກມາ? (ບໍ່ສະບາຍໃຈ.) ການຮູ້ສຶກບໍ່ສະບາຍໃຈນັບວ່າເປັນຄວາມທຸກທໍລະມານບໍ? (ແມ່ນແລ້ວ.) ແລ້ວພຣະອົງຢຸດຊ່ວຍຜູ້ຄົນໃຫ້ລອດພົ້ນຍ້ອນວ່າພຣະອົງຮູ້ສຶກບໍ່ສະບາຍໃຈບໍ? ພຣະອົງຍອມແພ້ໃນການເຮັດວຽກງານຂອງພຣະອົງຍ້ອນວ່າພຣະອົງຮູ້ສຶກບໍ່ສະບາຍໃຈບໍ? ຫຼື ພຣະອົງພຽງແຕ່ທຳລາຍຜູ້ຄົນໂດຍກົງ? ພຣະອົງບໍ່ສາມາດເຮັດໄດ້. ຜູ້ທີ່ພຣະອົງຊ່ວຍໃຫ້ລອດພົ້ນນັ້ນກໍຄືມະນຸດທີ່ເສື່ອມຊາມຢ່າງເລິກເຊິ່ງແທ້ໆ. ຄວາມບໍ່ສະບາຍໃຈຂອງພຣະອົງເປັນບັນຫາທີ່ແທ້ຈິງ. ເມື່ອເວົ້າເຖິງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະອົງຕ້ອງປະເຊີນໜ້າກັບທັງໝົດນີ້ ແລະ ອົດທົນຕໍ່ທັງໝົດນີ້ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ໃນຂະນະທີ່ປະເຊີນໜ້າກັບສິ່ງທັງໝົດນີ້ ແລະ ອົດທົນຕໍ່ສິ່ງທັງໝົດນີ້, ພຣະອົງກໍຍັງຕ້ອງສືບຕໍ່ເຮັດວຽກງານຂອງພຣະອົງ, ສືບຕໍ່ສະແດງພຣະທຳເພື່ອສະໜອງຄວາມຈິງ, ກ່າວກັບຜູ້ຄົນດ້ວຍຄວາມອົດທົນ ແລະ ດ້ວຍຄວາມຈິງຈັງ ແລະ ເຮັດວຽກໃນທ່າມກາງຜູ້ຄົນ. ພຣະອົງບໍ່ສາມາດຍອມແພ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນພຽງເພາະວ່າພຣະອົງເຫັນວ່າຜູ້ຄົນຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງເກີນໄປ, ຄວາມກະບົດຂອງພວກເຂົາຍິ່ງໃຫຍ່ເກີນໄປ ຫຼື ສິ່ງທີ່ພວກເຂົາເຮັດນັ້ນໄຮ້ສາລະ ແລະ ໜ້າລັງກຽດ, ເພາະວ່ານີ້ຄືວຽກງານຂອງພຣະອົງ ແລະ ດັ່ງນັ້ນ ການອົດທົນ ແລະ ການໃຊ້ຄວາມອົດທົນຈຶ່ງເປັນສ່ວນໜຶ່ງໃນວຽກງານຂອງພຣະອົງ ແລະ ມັນຍັງເປັນສ່ວນໜຶ່ງຂອງການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດພັນທະກິດຂອງພຣະອົງ ແລະ ປະຕິບັດຄວາມຮັບຜິດຊອບຂອງພຣະອົງໃຫ້ສຳເລັດອີກດ້ວຍ. ນັ້ນກໍຄື, ເມື່ອເວົ້າເຖິງມະນຸດຊາດ, ພຣະເຈົ້າມີຄວາມຮັບຜິດຊອບ, ພຣະອົງມີຄວາມກັງວົນ, ພຣະອົງມີວຽກງານ ແລະ ພຣະອົງຍັງມີຄວາມຄາດຫວັງອີກດ້ວຍ. ພຣະເຈົ້າຕ້ອງການຊ່ວຍມະນຸດຊາດໃຫ້ລອດພົ້ນ, ເຮັດໃຫ້ຄົນກຸ່ມໜຶ່ງສົມບູນ, ໃຫ້ພວກເຂົາເຂົ້າສູ່ຍຸກຕໍ່ໄປ ແລະ ເຮັດໃຫ້ຄົນກຸ່ມໜຶ່ງສົມບູນ ເພື່ອໃຫ້ພວກເຂົາບັນລຸຄວາມລອດພົ້ນ ແລະ ກາຍເປັນມະນຸດຊາດໃໝ່, ເຮັດໃຫ້ວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າສຳເລັດລົງ ແລະ ໄດ້ຮັບຄົນສ່ວນໜຶ່ງ. ນີ້ຄືວຽກງານຂອງພຣະເຈົ້າ ແລະ ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍໄດ້ມາເພື່ອປະຕິບັດພັນທະກິດນີ້ຢ່າງແນ່ນອນ. ດັ່ງນັ້ນ, ກ່ອນທີ່ພຣະເຈົ້າຈະບັງເກີດເປັນເນື້ອໜັງເພື່ອເຮັດວຽກງານຂອງພຣະອົງ, ມັນບໍ່ແມ່ນວ່າພຣະອົງບໍ່ຮູ້ວ່າພຣະອົງຈະຕ້ອງປະເຊີນໜ້າກັບກຸ່ມມະນຸດທີ່ເສື່ອມຊາມຢ່າງເລິກເຊິ່ງ; ແຕ່ພຣະອົງຮູ້ດີວ່າພຣະອົງກຳລັງຈະຊ່ວຍກຸ່ມມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໃຫ້ລອດພົ້ນ. ເພາະສະນັ້ນແລ້ວ, ສຳລັບແກ່ນແທ້ອຸປະນິໄສຂອງພຣະເຈົ້າ, ທຸກສິ່ງທີ່ພຣະອົງຈະປະເຊີນໜ້າ ແລະ ພົບພໍ້ກໍຈະເປັນຄວາມຍາກລຳບາກ. ຄວາມຍາກລຳບາກເຫຼົ່ານີ້ລວມເຖິງຄວາມຍາກລຳບາກບາງຢ່າງທີ່ເກີດຈາກສະພາບແວດລ້ອມພາຍນອກ, ແຕ່ຄວາມຍາກລຳບາກທີ່ເກີດຈາກສະຖານະການນັ້ນບໍ່ສຳຄັນຫຍັງເລີຍ. ຄວາມຍາກລຳບາກທີ່ແທ້ຈິງແມ່ນຫຍັງ? ເຮົາຫາກໍຖາມພວກເຈົ້າໄປເມື່ອກີ້ນີ້ເອງ ແລະ ພວກເຈົ້າກໍບອກວ່າພວກເຈົ້າບໍ່ຮູ້, ສະນັ້ນ ເຮົາຕ້ອງບອກພວກເຈົ້າ ແລະ ຈາກນັ້ນພວກເຈົ້າກໍຈະຮູ້. ເມື່ອພວກເຈົ້າຮູ້ແລ້ວ, ພວກເຈົ້າກໍຈະສາມາດເຂົ້າໃຈໄດ້.

ຫຼັງຈາກທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງຍັງຄົງບໍ່ປ່ຽນແປງ. ພຣະອົງມີຊີວິດແຫ່ງພຣະເຈົ້າ ແລະ ພຣະອົງຍັງມີອຸປະນິໄສຂອງພຣະເຈົ້າເອງອີກດ້ວຍ, ສະນັ້ນ ໃນແງ່ຂອງແກ່ນແທ້ ແລະ ຊີວິດຂອງພຣະອົງ, ມະນຸດຊາດທີ່ເສື່ອມຊາມຈຶ່ງບໍ່ສາມາດເຂົ້າກັບພຣະອົງໄດ້. ການທີ່ບໍ່ສາມາດເຂົ້າກັບພຣະເຈົ້າໄດ້ນີ້ ບໍ່ໄດ້ໝາຍຄວາມວ່າຜູ້ຄົນບໍ່ສາມາດເຂົ້າກັບພຣະເຈົ້າໄດ້ໃນແງ່ຂອງນິໄສການດຳລົງຊີວິດ ຫຼື ລັກສະນະນິໄສ, ແຕ່ມັນໝາຍຄວາມວ່າຜູ້ຄົນບໍ່ສາມາດເຂົ້າກັບພຣະເຈົ້າໄດ້ ເມື່ອເວົ້າເຖິງຄວາມຄິດ ແລະ ມຸມມອງຕ່າງໆ ພ້ອມທັງຫຼັກການ ແລະ ວິທີການປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ເຫດຜົນສຳລັບການທີ່ບໍ່ສາມາດເຂົ້າກັບພຣະເຈົ້າໄດ້ນີ້ກໍຄື ມະນຸດຊາດທີ່ເສື່ອມຊາມໄດ້ຮັບອິດທິພົນ ແລະ ຖືກປູກຝັງຢ່າງເລິກເຊິ່ງໂດຍຊາຕານ, ໄດ້ຍອມຮັບການລໍ້ລວງຂອງຊາຕານ ແລະ ເຮັດທຸກສິ່ງໂດຍອີງໃສ່ຄວາມຄິດ ແລະ ມຸມມອງຂອງຊາຕານ. ຄວາມຄິດ ແລະ ມຸມມອງເຫຼົ່ານີ້ຂອງຊາຕານລ້ວນແຕ່ຜິດພ້ຽນ ແລະ ພວກມັນລ້ວນແຕ່ເປັນສິ່ງທີ່ເປັນລົບ, ດ້ວຍເຫດນັ້ນ ທຸກຄົນຈຶ່ງເບິ່ງວຽກງານຂອງພຣະເຈົ້າ ແລະ ເບິ່ງພຣະເຈົ້າເອງດ້ວຍມຸມມອງ ແລະ ວິທີການທີ່ຜິດພ້ຽນເຫຼົ່ານີ້. ສຳລັບມະນຸດຊາດແລ້ວ, ແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ແມ່ນແຕ່ເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນນັ້ນ ບໍ່ມີໃຜສາມາດເຂົ້າໃຈໄດ້ ແລະ ບໍ່ມີໃຜສາມາດຮັບຮູ້ເຖິງຄຸນຄ່າຂອງມັນໄດ້ເລີຍ. ແນ່ນອນວ່າ ບໍ່ມີໃຜທີ່ສາມາດປະຕິບັດຕໍ່ ແລະ ຍອມຮັບສິ່ງເຫຼົ່ານັ້ນໄດ້ຢ່າງຖືກຕ້ອງ, ແຮງໄກທີ່ຈະມີໃຜທີ່ສາມາດຄຳນຶງເຖິງພຣະອົງໄດ້ຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍຍັງຕ້ອງເຮັດວຽກງານການຊ່ວຍມະນຸດຊາດໃຫ້ລອດພົ້ນນີ້ໃຫ້ສຳເລັດ ແລະ ພຣະອົງຕ້ອງປະທານຄວາມຈິງ, ຫົນທາງ ແລະ ຊີວິດໃຫ້ແກ່ມະນຸດ. ໃນຂະບວນການແຫ່ງການປະທານຄວາມຈິງ, ຫົນທາງ ແລະ ຊີວິດໃຫ້ແກ່ມະນຸດ, ພຣະອົງຍັງຕ້ອງອົດທົນຕໍ່ຄວາມເຂົ້າໃຈຜິດ, ການຈົ່ມວ່າ ແລະ ການກ່າວໂທດຂອງມະນຸດອີກດ້ວຍ ພ້ອມທັງການປະຕິເສດ ແລະ ການຫຼີກລ່ຽງຂອງພວກເຂົາ, ນັ້ນກໍຄື ພຣະອົງຕ້ອງປະເຊີນໜ້າກັບຄວາມກະບົດຮູບແບບຕ່າງໆຂອງມະນຸດ. ບໍ່ວ່າພຣະເຈົ້າຈະໂອ້ລົມຄວາມຈິງຢ່າງອົດທົນ ແລະ ຢ່າງຈິງຈັງສໍ່າໃດກໍຕາມ ຫຼື ພຣະອົງຈະຊ່ວຍມະນຸດຊາດໃຫ້ລອດພົ້ນດ້ວຍເຈດຕະນາທີ່ພຽນພະຍາຍາມຫຼາຍສໍ່າໃດກໍຕາມ ເພື່ອນຳພາມະນຸດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ນຳພາມະນຸດເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ, ມັນກໍຍາກຫຼາຍທີ່ຈະເຮັດໃຫ້ມະນຸດເຂົ້າໃຈພຣະອົງໄດ້ຢ່າງຄົບຖ້ວນ. ໃນເລື່ອງນີ້, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕ້ອງໃຊ້ຄວາມອົດທົນຢູ່ສະເໝີ ແລະ ໃຈກວ້າງຍອມຮັບຢູ່ສະເໝີ, ບໍ່ເຄີຍອິດເມື່ອຍໃນການກ່າວ ແລະ ການເຮັດວຽກ ແລະ ຜ່ານວິທີການຕ່າງໆ ພ້ອມທັງຈາກມຸມມອງທີ່ແຕກຕ່າງກັນ ເພື່ອເຮັດໃຫ້ຜູ້ຄົນຍອມປະຖິ້ມມຸມມອງທີ່ຜິດພ້ຽນຂອງຕົນ, ເພື່ອໃຫ້ພວກເຂົາສາມາດຫັນມາສົນໃຈໃນສິ່ງທີ່ເປັນບວກ ແລະ ຫຼັກການຄວາມຈິງທີ່ພຣະເຈົ້າສັ່ງສອນຜູ້ຄົນ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ. ການອົດທົນຕໍ່ສິ່ງນີ້ແມ່ນເຈັບປວດຢ່າງຍິ່ງ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະໂອ້ລົມຄວາມຈິງຫຼາຍສໍ່າໃດກໍຕາມ, ພຣະອົງກໍຍັງຕ້ອງປະເຊີນໜ້າກັບຄວາມເຂົ້າໃຈຜິດ, ການຈົ່ມວ່າ ແລະ ແມ່ນແຕ່ການແກ້ຕົວ ແລະ ການແກ້ຕ່າງຂອງຜູ້ຄົນ. ບໍ່ວ່າພຣະອົງຈະມີເຈດຕະນາທີ່ພຽນພະຍາຍາມເພື່ອຜູ້ຄົນຫຼາຍສໍ່າໃດ ແລະ ພຣະອົງຈະອຸທິດຕົນຢ່າງບໍ່ເຫັນແກ່ຕົວຫຼາຍສໍ່າໃດກໍຕາມ, ພຣະອົງກໍຍັງຕ້ອງອົດທົນຕໍ່ຄວາມກະບົດຂອງຜູ້ຄົນ ແລະ ສາຍຕາທີ່ເຢັນຊາຂອງພວກເຂົາ ແລະ ພຣະອົງຍັງຕ້ອງປະເຊີນໜ້າກັບການຖືກກັນໂຊກຊັບໂດຍບຸກຄົນບາງຄົນອີກດ້ວຍ. ເຖິງຢ່າງໃດກໍຕາມ, ຕະຫຼອດຂະບວນການນີ້, ວຽກງານຂອງພຣະເຈົ້າບໍ່ເຄີຍຢຸດລົງ ແລະ ຄວາມຄືບໜ້າໃນວຽກງານຂອງພຣະອົງກໍບໍ່ເຄີຍຊ້າລົງ, ທັງຈັງຫວະທີ່ພຣະອົງນຳພາມະນຸດຊາດກ້າວໄປຂ້າງໜ້າກໍບໍ່ເຄີຍຊ້າລົງເຊັ່ນກັນ. ວຽກງານຂອງເຮືອນຂອງພຣະເຈົ້າດຳເນີນໄປຢູ່ສະເໝີ, ແລະ ຖ້ອຍຄຳ ແລະ ພຣະທຳຂອງພຣະອົງກໍຖືກສະແດງອອກມາຢູ່ສະເໝີ. ໃນຂະບວນການນີ້, ໃນດ້ານໜຶ່ງ, ຍ້ອນວ່າພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະອົງຈຶ່ງມີມະໂນທຳຂອງມະນຸດ ແລະ ຄວາມຮັບຮູ້ເຖິງຄວາມຮູ້ສຶກ. ນັ້ນກໍຄື ຈາກມຸມມອງຂອງຄວາມເປັນມະນຸດ, ພຣະອົງຍັງມີຄວາມອ່ອນໄຫວ, ພຣະອົງມີອາລົມ, ພຣະອົງມີຄວາມຮູ້ສຶກ ແລະ ພຣະອົງມີຄວາມຮັບຮູ້ອີກດ້ວຍ, ພຣະອົງບໍ່ໄດ້ປາສະຈາກຄວາມຮັບຮູ້. ໃນແງ່ຂອງຄວາມເປັນມະນຸດ, ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຢູ່ເໜືອຄວາມຮູ້ສຶກຂອງເນື້ອໜັງ ຫຼື ຢູ່ເໜືອມະໂນທຳຂອງເນື້ອໜັງ ຄືກັບທີ່ພຣະວິນຍານຂອງພຣະເຈົ້າ. ດັ່ງນັ້ນ ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແລ້ວ, ໃນການອົດກັ້ນຕໍ່ຄວາມກະບົດຂອງມະນຸດຊາດ, ພຣະອົງຈຶ່ງອົດທົນຕໍ່ຄວາມທຸກທໍລະມານທີ່ຍິ່ງໃຫຍ່ກວ່າ ແລະ ຕ້ອງແບກຮັບຄວາມເຈັບປວດທີ່ຫຼາຍກວ່າ. ນີ້ຄືໜຶ່ງໃນຄວາມທຸກທໍລະມານທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າອົດທົນ. ນອກເໜືອຈາກການອົດທົນ ແລະ ການອົດກັ້ນຕໍ່ຄວາມກະບົດຮູບແບບຕ່າງໆຂອງຜູ້ຄົນໃນໄລຍະຍາວແລ້ວ, ຍັງມີຄວາມທຸກທໍລະມານອີກປະເພດໜຶ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕ້ອງອົດທົນໃນການເຮັດວຽກງານຂອງພຣະອົງ ແລະ ການປະຕິບັດພັນທະກິດຂອງພຣະອົງ, ນັ້ນກໍຄື ພຣະອົງດຳລົງຊີວິດຢູ່ໃນທ່າມກາງມະນຸດຊາດ ໃນຂະນະທີ່ບໍ່ໄດ້ເປັນສ່ວນໜຶ່ງຂອງມະນຸດຊາດ. ຄຳເວົ້ານີ້ມີຄວາມເປັນໄນວ່າແນວໃດ? ພຣະເຈົ້າມີແກ່ນແທ້ຊີວິດທີ່ແຕກຕ່າງຈາກຂອງມະນຸດຊາດ ແລະ ມີຄວາມຄິດ ແລະ ມຸມມອງກ່ຽວກັບວິທີປະຕິບັດຕໍ່ທຸກສິ່ງ ແລະ ເຫດການຕ່າງໆທີ່ແຕກຕ່າງຈາກສິ່ງທີ່ມະນຸດຊາດມີ. ແນ່ນອນວ່າ ເມື່ອພິຈາລະນາເຖິງຄວາມແຕກຕ່າງສອງຢ່າງນີ້, ກ່ອນທີ່ວຽກງານຂອງພຣະເຈົ້າຈະໄດ້ຮັບກຸ່ມຄົນທີ່ບັນລຸຄວາມລອດພົ້ນ, ຂໍ້ເທັດຈິງທີ່ພາວະວິໄສທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະເຊີນໃນຂະນະທີ່ດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນແມ່ນຫຍັງ? ນັ້ນກໍຄື ບໍ່ມີໃຜມີຊີວິດແຫ່ງຄວາມຈິງທີ່ພຣະອົງມີຢ່າງແທ້ຈິງ, ທັງບໍ່ມີໃຜມີຄວາມເຂົ້າໃຈກ່ຽວກັບແຜນການຄຸ້ມຄອງຂອງພຣະເຈົ້າທີ່ພຣະອົງມີຢ່າງແທ້ຈິງ. ເພາະສະນັ້ນແລ້ວ, ໃນຂະນະທີ່ປະເຊີນໜ້າກັບມະນຸດທີ່ເສື່ອມຊາມ ຫຼື ດຳລົງຊີວິດຢູ່ໃນທ່າມກາງພວກເຂົາ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເອງກໍຊົງໂດດດ່ຽວ, ເຖິງແມ່ນວ່າຈະມີຜູ້ຄົນຈຳນວນບໍ່ໜ້ອຍໃນຄຣິສຕະຈັກທີ່ຕິດຕາມພຣະເຈົ້າກໍຕາມ. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ເຮົາບໍ່ສາມາດເວົ້າໄດ້ວ່າ ຄວາມຈິງທັງໝົດເຫຼົ່ານີ້ທີ່ເຮົາໄດ້ໂອ້ລົມໄປນັ້ນເກີນຄວາມສາມາດຂອງທຸກຄົນ, ແຕ່ຢ່າງໜ້ອຍທີ່ສຸດ, ຈົນເຖິງປັດຈຸບັນນີ້, ກໍຍັງບໍ່ມີໃຜຈັກຄົນທີ່ສາມາດເຂົ້າໃຈທຸກດ້ານຂອງຄວາມຈິງໄດ້ຢ່າງຄົບຖ້ວນ. ບາງທີຫຼັງຈາກທີ່ປະສົບກັບສິ່ງຕ່າງໆໄປອີກສິບ ຫຼື ຊາວປີ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າໄປອີກສິບ ຫຼື ຊາວປີ, ພວກເຈົ້າກໍຈະມີຄວາມເຂົ້າໃຈ ແລະ ມີປະສົບການກ່ຽວກັບຫຼັກການຄວາມຈິງບາງຢ່າງ ແລະ ພວກເຈົ້າກໍຈະໄດ້ຮັບບາງສິ່ງບາງຢ່າງ. ພວກເຈົ້າຈະຮູ້ວິທີເຮັດວຽກງານ ແລະ ຮູ້ຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງທີ່ຄວນໃຊ້ເພື່ອຮັບມືກັບເລື່ອງຕ່າງໆທີ່ພົບພໍ້. ແຕ່ຄວາມຈິງທີ່ພວກເຈົ້າເຂົ້າໃຈນັ້ນ ໃນຄວາມເປັນຈິງແລ້ວກໍຍັງຈະຈຳກັດຫຼາຍ. ເພາະສະນັ້ນແລ້ວ, ເມື່ອຈັດການກັບບັນຫາບາງຢ່າງ ຫຼື ເມື່ອຮັບມືກັບສິ່ງຕ່າງໆ, ພວກເຮົາກໍບໍ່ມີທາງທີ່ຈະມີຄວາມຄິດເຫັນກົງກັນຢ່າງສົມບູນໃນມຸມມອງຂອງພວກເຮົາໄດ້ເລີຍ. ສາເຫດຕົ້ນຕໍຂອງສິ່ງນີ້ກໍຄືລະດັບຄວາມເຂົ້າໃຈຄວາມຈິງທີ່ແຕກຕ່າງກັນ. ໃນດ້ານໜຶ່ງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຕ້ອງອົດທົນຕໍ່ການປະຕິບັດຕໍ່ທີ່ບໍ່ຍຸຕິທຳປະເພດຕ່າງໆຂອງມະນຸດຊາດ ແລະ ພຣະອົງຍັງຕ້ອງອົດທົນຕໍ່ຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນຕ່າງໆຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມຈິງ. ໃນອີກດ້ານໜຶ່ງ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຍັງຕ້ອງອົດທົນຕໍ່ສິ່ງທີ່ເຈັບປວດທີ່ສຸດ ເຊິ່ງຍັງເປັນຄວາມທຸກທໍລະມານປະເພດໜຶ່ງທີ່ພຣະອົງຕ້ອງອົດທົນຢ່າງຫຼີກລ່ຽງບໍ່ໄດ້ອີກດ້ວຍ ນັ້ນກໍຄື ຍ້ອນວ່າມີຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງມະນຸດ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ບໍ່ວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຈະເຮັດວຽກງານຢູ່ໃນທ່າມກາງຜູ້ຄົນຫຼາຍປີສໍ່າໃດກໍຕາມ ພຣະອົງກໍຍັງຄົງໂດດດ່ຽວ. ບອກເຮົາມາເບິ່ງ, ການຮູ້ສຶກໂດດດ່ຽວເປັນຄວາມທຸກທໍລະມານຮູບແບບໜຶ່ງບໍ? (ແມ່ນແລ້ວ.) ການຮູ້ສຶກໂດດດ່ຽວເປັນຄວາມທຸກທໍລະມານຮູບແບບໜຶ່ງ. ບໍ່ວ່າຄວາມຈິງຈະຖືກໂອ້ລົມຢ່າງຊັດເຈນ ແລະ ຢ່າງລະອຽດຖີ່ຖ້ວນສໍ່າໃດກໍຕາມ, ການເຂົ້າສູ່ຂອງມະນຸດຊາດກໍຍັງຄົງຊ້າຢູ່. ຄວາມຜິດພາດເດີມໆ ແລະ ຄວາມເສື່ອມຊາມເດີມໆເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ປາກົດຂຶ້ນມາໃໝ່ຢູ່ສະເໝີ. ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໂອ້ລົມຄວາມຈິງຢ່າງຕໍ່ເນື່ອງເພື່ອສະໜອງໃຫ້ແກ່ຜູ້ຄົນດ້ວຍຄວາມອົດທົນ ແລະ ດ້ວຍຄວາມຈິງໃຈ, ສະແດງຄວາມອົດທົນ ແລະ ຄວາມໃຈກວ້າງຕໍ່ພວກເຂົາຢູ່ສະເໝີ, ມີພຽງແຕ່ເມື່ອມື້ທີ່ວຽກງານຂອງພຣະເຈົ້າສິ້ນສຸດລົງມາເຖິງເທົ່ານັ້ນ ພຣະອົງຈຶ່ງຈະບໍ່ຈຳເປັນຕ້ອງອົດທົນຕໍ່ຄວາມທຸກທໍລະມານນີ້ອີກຕໍ່ໄປ. ສິ່ງນີ້ເປັນຍ້ອນວຽກງານຢ່າງສິ້ນເຊີງ. ນອກຈາກນີ້, ເຮົາເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງມີຫຼາຍດ້ານໃນຊີວິດປະຈຳວັນສ່ວນຕົວຂອງເຮົາທີ່ເໝາະສົມຫຼາຍໃນຄວາມເປັນຈິງ, ແຕ່ພວກມັນກໍຍັງຖືກຜູ້ຄົນວິພາກວິຈານ ແລະ ກ່າວໂທດ ແລະ ຖືກຜູ້ຄົນເຂົ້າໃຈຜິດ ແລະ ບຸກຄົນບາງຄົນເຖິງກັບສ້າງຄວາມວຸ້ນວາຍກ່ຽວກັບເລື່ອງເຫຼົ່ານັ້ນ. ມະນຸດບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ໃນດ້ານໜຶ່ງ, ນີ້ກໍຍ້ອນວ່າມະນຸດມີແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມ. ໃນອີກດ້ານໜຶ່ງ, ໃນແງ່ຂອງວຸດທິພາວະຂອງມະນຸດ, ໃນແງ່ຂອງການທີ່ລາວຮັກຄວາມຈິງຫຼາຍສໍ່າໃດ ແລະ ໃນແງ່ຂອງທັດສະນະຄະຕິຂອງລາວທີ່ມີຕໍ່ສິ່ງທີ່ເປັນບວກ, ໃນລະດັບປັດຈຸບັນຂອງລາວ ມັນເປັນໄປບໍ່ໄດ້ເລີຍທີ່ມະນຸດຈະເຂົ້າກັບພຣະເຈົ້າໄດ້. ເຖິງແມ່ນວ່າມະນຸດຈະສາມາດໄລ່ຕາມເສາະຫາຄວາມຈິງໄດ້ໃນລະດັບສູງສຸດ ຫຼື ເຮົາສາມາດໃຈກວ້າງຕໍ່ພວກເຈົ້າໄດ້ໃນລະດັບສູງສຸດກໍຕາມ, ມັນກໍຍັງຈະເປັນໄປບໍ່ໄດ້ທີ່ມະນຸດ ແລະ ພຣະເຈົ້າຈະເຂົ້າກັນໄດ້. ພາຍໃຕ້ສະພາບການນີ້, ຖ້າຂໍ້ກຳນົດຂອງເຮົາທີ່ມີຕໍ່ພວກເຈົ້າເຂັ້ມງວດເກີນໄປ ຫຼື ຮຽກຮ້ອງຫຼາຍເກີນໄປໃນແງ່ຂອງຈັງຫວະ, ພວກເຈົ້າກໍຈະບໍ່ສາມາດບັນລຸມາດຕະຖານ ຫຼື ເຮັດສຳເລັດຂໍ້ກຳນົດເຫຼົ່ານັ້ນໄດ້ ແລະ ບາງຄົນທີ່ມີວຸດທິພາວະນ້ອຍກໍຈະກາຍເປັນຄົນຄິດລົບ ແລະ ອ່ອນແອໄດ້ງ່າຍ. ດ້ວຍເຫດນີ້, ພາຍໃຕ້ສະພາບການນີ້ ເຮົາຈຶ່ງເຮັດໄດ້ພຽງແຕ່ຜ່ອນຜັນ ແລະ ເຮົາເຮັດໄດ້ພຽງແຕ່ໃຊ້ຄວາມອົດທົນ ແລະ ລໍຖ້າເທົ່ານັ້ນ. ການທີ່ເຮົາລໍຖ້ານັ້ນໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີຄວາມຄາດຫວັງທີ່ດີ ແລະ ການແນມເບິ່ງພວກເຈົ້າດ້ວຍຄວາມຄາດຫວັງ ແລະ ດ້ວຍຄວາມປາຖະໜາດີ, ໂດຍແນມເບິ່ງພວກເຈົ້າດ້ວຍວິທີນີ້ ແລະ ດ້ວຍຄວາມຄິດແບບນີ້. ເຮົາຫວັງວ່າມື້ໜຶ່ງຄົນສ່ວນໜຶ່ງໃນພວກເຈົ້າຈະສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ຫຼື ຄົນສ່ວນໜຶ່ງໃນພວກເຈົ້າຈະສາມາດກາຍເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າຄືກັບເປໂຕ, ຄືກັບໂຢບ ແລະ ຄືກັບອັບຣາຮາມໄດ້. ເຮົາຕັ້ງໜ້າຄອງຖ້າມື້ນີ້. ຫຼາຍປີທີ່ຜ່ານມາ, ໃນການກ່າວ ແລະ ການເທດສະໜາຕໍ່ພວກເຈົ້າ, ໃນການໂອ້ລົມກ່ຽວກັບວຽກງານກັບພວກເຈົ້າ ແລະ ໃນການລົມກ່ຽວກັບເລື່ອງປະຈຳວັນ, ເຮົາກໍມີຄວາມຄິດແບບນີ້ຢູ່ສະເໝີ. ບໍ່ວ່າເຮົາຈະຢູ່ຄົນດຽວ ຫຼື ດຳລົງຊີວິດຢູ່ໃນທ່າມກາງພວກເຈົ້າ, ສະພາບຈິດໃຈທີ່ເຮົາເປັນຢູ່ນີ້ກໍບໍ່ໄດ້ປ່ຽນແປງ ແລະ ຄວາມຄິດຂອງເຮົານີ້ກໍບໍ່ໄດ້ປ່ຽນແປງ, ຄວາມຮູ້ສຶກນີ້ຍັງຄົງຢູ່ສະເໝີ. ດັ່ງນັ້ນ, ເຮົາຈຶ່ງເວົ້າວ່າ ຄວາມທຸກທໍລະມານທີ່ກ່ຽວຂ້ອງກັບສະພາບແວດລ້ອມ ຫຼື ສິ່ງຈຳເປັນປະຈຳວັນທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນຍ້ອນວຽກງານຂອງພຣະອົງນັ້ນບໍ່ແມ່ນເລື່ອງໃຫຍ່ ແລະ ບໍ່ຄຸ້ມຄ່າທີ່ຈະກ່າວເຖິງ, ຄວາມທຸກທໍລະມານທີ່ແທ້ຈິງທີ່ເຮົາອົດທົນນັ້ນຄືສິ່ງທີ່ພວກເຈົ້າບໍ່ສາມາດເບິ່ງເຫັນ ແລະ ບໍ່ສາມາດສຳຜັດໄດ້. ນີ້ຄືວິທີທີ່ເຮົາຜ່ານພົ້ນຕະຫຼອດຫຼາຍປີມານີ້. ບໍ່ມີໃຜສົນໃຈກ່ຽວກັບສິ່ງເຫຼົ່ານີ້ ແລະ ຄວາມທຸກທໍລະມານທີ່ເຮົາອົດທົນຢູ່ໃນໃຈຂອງເຮົາກໍບໍ່ສາມາດຖ່າຍທອດໃຫ້ຜູ້ຄົນຮັບຮູ້ໄດ້. ຜູ້ຄົນກໍບໍ່ສາມາດເບິ່ງເຫັນມັນຈາກພາຍນອກໄດ້ເຊັ່ນກັນ. ອາລົມຂອງເຮົາບໍ່ປ່ຽນແປງ, ບຸກຄະລິກຂອງເຮົາບໍ່ປ່ຽນແປງ, ກິດຈະວັດປະຈຳວັນຂອງເຮົາບໍ່ໄດ້ຮັບຜົນກະທົບ ແລະ ວຽກງານກໍບໍ່ໄດ້ຮັບຜົນກະທົບ, ແຕ່ເລິກລົງໄປໃນໃຈຂອງເຮົາ ເຮົາຕ້ອງອົດທົນຕໍ່ຄວາມໂດດດ່ຽວ ແລະ ຄວາມໂດດດ່ຽວນີ້ກໍເປັນສິ່ງທີ່ຍັງຄົງຢູ່. ບອກເຮົາມາເບິ່ງ, ຄວາມທຸກທໍລະມານນີ້ຍິ່ງໃຫຍ່ບໍ? ນີ້ຄືຄວາມທຸກທໍລະມານທີ່ແທ້ຈິງບໍ? (ແມ່ນແລ້ວ.) ສະນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ ຢ່າເຜີຍແຜ່ສິ່ງທີ່ໄຮ້ປະໂຫຍດເຫຼົ່ານັ້ນ, ພວກເຈົ້າບໍ່ຮູ້ ແລະ ບໍ່ສາມາດສຳຜັດໄດ້ເຖິງຄວາມທຸກທໍລະມານທີ່ແທ້ຈິງທີ່ເຮົາອົດທົນ. ເປັນຫຍັງເຮົາຈຶ່ງບໍ່ເຄີຍເວົ້າກັບພວກເຈົ້າກ່ຽວກັບຄວາມທຸກທໍລະມານທີ່ເຮົາອົດທົນນີ້? ພວກເຈົ້າຈະບໍ່ເຂົ້າໃຈ ແລະ ເຖິງແມ່ນວ່າເຮົາຈະເວົ້າກັບພວກເຈົ້າກ່ຽວກັບຄວາມທຸກທໍລະມານນັ້ນ, ມັນຈະນຳຜົນປະໂຫຍດຫຍັງມາໃຫ້? ມັນບໍ່ສາມາດທົດແທນການເຮັດວຽກງານໄດ້, ມັນບໍ່ສາມາດທົດແທນການໂອ້ລົມຄວາມຈິງໄດ້ ແລະ ມັນບໍ່ສາມາດທົດແທນການລົງທັນ ແລະ ການພິພາກສາແຫ່ງພຣະທຳຂອງພຣະເຈົ້າໄດ້.

ນອກເໜືອຈາກຄວາມທຸກທໍລະມານສອງປະເພດທີ່ພວກເຮົາຫາກໍເວົ້າເຖິງ ເຊິ່ງກໍຄືການອົດທົນຕໍ່ຄວາມເສື່ອມຊາມ ແລະ ຄວາມກະບົດຮູບແບບຕ່າງໆຂອງມະນຸດຊາດ ແລະ ການອົດທົນຕໍ່ຄວາມໂດດດ່ຽວແລ້ວ, ຍັງມີຄວາມທຸກທໍລະມານອີກປະເພດໜຶ່ງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນ. ພວກເຈົ້າອາດຈະບໍ່ມີທາງສາມາດສຳຜັດໄດ້ເຖິງຄວາມທຸກທໍລະມານປະເພດນີ້, ແຕ່ໃນເມື່ອພວກເຮົາກຳລັງຢູ່ໃນຫົວຂໍ້ຂອງຄວາມທຸກທໍລະມານ, ໃຫ້ພວກເຮົາໂອ້ລົມກ່ຽວກັບຄວາມທຸກທໍລະມານປະເພດນີ້ກັນເທາະ. ພຣະເຈົ້າໄດ້ເຮັດວຽກງານການຊ່ວຍມະນຸດຊາດໃຫ້ລອດພົ້ນມາເປັນເວລາຫົກພັນປີແລ້ວ, ເລີ່ມຕັ້ງແຕ່ຕອນທີ່ພຣະເຈົ້າວາງແຜນທີ່ຈະຮັບເອົາກຸ່ມຄົນ, ບໍ່ວ່າຈະໂດຍການກ່າວ ຫຼື ໂດຍການນຳໃຊ້ຮູບແບບອື່ນບາງຢ່າງ, ພຣະເຈົ້າກໍໄດ້ເລີ່ມດຳເນີນວຽກງານນີ້. ດັ່ງນັ້ນ, ການດຳເນີນວຽກງານນີ້ມີຄວາມໝາຍແນວໃດສຳລັບພຣະເຈົ້າ? ມັນມີຄວາມໝາຍແນວໃດສຳລັບມະນຸດຊາດ? ມັນໝາຍຄວາມວ່າພຣະເຈົ້າກຳລັງຈະຮັບເອົາກຸ່ມຄົນ; ເຈດຕະນາ ແລະ ແຜນການຂອງພຣະເຈົ້າໄດ້ຖືກກຳນົດໄວ້ແລ້ວ ແລະ ພຣະອົງຕ້ອງການຮັບເອົາກຸ່ມຄົນ ແລະ ໃນທີ່ສຸດແລ້ວ ກຸ່ມຄົນນີ້ກໍຈະເປັນໝາກຜົນແຫ່ງວຽກງານໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ໃນເມື່ອພຣະເຈົ້າໄດ້ວາງແຜນ ແລະ ກຳນົດມັນໄວ້ແລ້ວ, ພຣະເຈົ້າກໍມີຄວາມຄາດຫວັງສຳລັບຜົນຮັບນີ້. ຄວາມຄາດຫວັງເຫຼົ່ານີ້ໄດ້ມາພ້ອມກັບວຽກງານຂອງພຣະອົງຢູ່ສະເໝີ. ຕັ້ງແຕ່ຍຸກແຫ່ງພຣະບັນຍັດຈົນເຖິງຍຸກແຫ່ງພຣະຄຸນ, ພຣະເຈົ້າມີຄວາມຄາດຫວັງສຳລັບຜົນຮັບນີ້ຢູ່ສະເໝີ ແລະ ຄວາມຄາດຫວັງເຫຼົ່ານີ້ກໍໄດ້ສືບຕໍ່ມາຢ່າງບໍ່ຂາດສາຍຈົນເຖິງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນວຽກງານຂັ້ນຕອນທີສາມ. ໃນເມື່ອພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກຄັ້ງ, ບໍ່ວ່າພຣະອົງຈະເປັນເພດໃດ, ເງື່ອນໄຂຂອງພຣະອົງຈະເປັນແນວໃດ ຫຼື ພຣະອົງຈະດຳລົງຊີວິດຢູ່ໃນສະພາບແວດລ້ອມທາງສັງຄົມແບບໃດກໍຕາມ, ຄວາມຄາດຫວັງເຫຼົ່ານີ້ກໍໄດ້ມາພ້ອມກັບວຽກງານຂອງພຣະອົງຢູ່ສະເໝີ. ດ້ວຍເຫດນັ້ນ, ສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ແລ້ວ, ພຣະອົງກໍຕ້ອງຮັບເອົາຄວາມຄາດຫວັງເຫຼົ່ານີ້ເຊັ່ນກັນ. ຍັງສາມາດເວົ້າໄດ້ອີກວ່າ ພຣະອົງຍອມຮັບຄວາມຮັບຜິດຊອບ ແລະ ພາລະຈາກພຣະເຈົ້າ ແລະ ເຮັດວຽກງານຂອງພຣະອົງດ້ວຍຄວາມຄາດຫວັງເຫຼົ່ານີ້. ເຖິງແມ່ນວ່າທັງສອງຈະມີຄວາມຄາດຫວັງດຽວກັນກໍຕາມ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງນີ້ເຮັດວຽກງານເປັນໄລຍະເວລາທີ່ຍາວນານກວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົງທຳອິດຫຼາຍ. ຍ້ອນວ່າພຣະອົງຕ້ອງສະໜອງຄວາມຈິງທັງໝົດທີ່ພວກເຂົາຄວນເຂົ້າໃຈໃຫ້ແກ່ຜູ້ຄົນ, ທຳມະຊາດຂອງວຽກງານນີ້ຈຶ່ງຮຽກຮ້ອງໃຫ້ພຣະອົງດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນເປັນໄລຍະເວລາທີ່ຍາວນານ. ມັນບໍ່ແມ່ນວ່າພຣະອົງພຽງແຕ່ເຮັດວຽກງານໃຫ້ສຳເລັດ ແລະ ລາຍງານຜົນຮັບ ແລ້ວດ້ວຍເຫດນັ້ນ ພັນທະກິດຂອງພຣະອົງກໍສຳເລັດລົງ, ແຕ່ໃນຊ່ວງເວລາທີ່ພຣະອົງເຮັດວຽກງານນີ້ ພຣະອົງຊົງມີຄວາມຄາດຫວັງ ໂດຍຕ້ອງການເຫັນຜົນຮັບ. ຜົນຮັບນີ້ບໍ່ໄດ້ເກີດຂຶ້ນພຽງຊົ່ວຂ້າມຄືນ ຫຼື ແມ່ນແຕ່ພາຍໃນໜຶ່ງ ຫຼື ສອງປີ. ແຕ່ຜົນຮັບນີ້ຕ້ອງໄດ້ຮັບການເຝົ້າເບິ່ງ, ການດູແລ ແລະ ການລໍຖ້າໃນໄລຍະຍາວ. ດັ່ງນັ້ນ, ພຣະອົງຕ້ອງໃຊ້ເວລາຢ່າງຍາວນານໃນການເຝົ້າເບິ່ງ ແລະ ລໍຖ້າຜົນຮັບນີ້ ແລະ ຕັ້ງໜ້າຄອງຖ້າທີ່ຈະເຫັນຜົນຮັບດັ່ງກ່າວ. ການເຝົ້າເບິ່ງ ແລະ ການລໍຖ້ານີ້ຄືຄວາມຮັບຜິດຊອບ, ຄືພາລະ ແລະ ແນ່ນອນວ່າ ມັນຄືຄວາມເຈັບປວດປະເພດໜຶ່ງສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນເລື່ອງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບໃນພັນທະກິດຂອງພຣະອົງ, ພວກມັນລວມຢູ່ໃນຂອບເຂດຂອງວຽກງານຂັ້ນຕອນນີ້ ແລະ ພວກມັນກໍເປັນສ່ວນໜຶ່ງຂອງວຽກງານຂັ້ນຕອນນີ້. ກ່ອນອື່ນ, ພຣະອົງຕ້ອງມີຄວາມອົດທົນ ແລະ ພຣະອົງຍັງຕ້ອງອົດທົນຕໍ່ຄວາມໂດດດ່ຽວອີກດ້ວຍ ແລະ ຈາກນັ້ນ ພຣະອົງຕ້ອງເຝົ້າເບິ່ງ ແລະ ລໍຖ້າ. ບໍ່ມີດ້ານໃດໃນສິ່ງເຫຼົ່ານີ້ທີ່ສາມາດຂາດໄດ້. ທັງສາມດ້ານນີ້ລ້ວນແຕ່ເຈັບປວດຢ່າງຍິ່ງສຳລັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ພຣະອົງບໍ່ສາມາດກຳຈັດດ້ານໃດດ້ານໜຶ່ງໃນພວກມັນອອກໄປຈາກພຣະອົງເອງໄດ້, ບໍ່ມີໃຜສາມາດປະສົບກັບຄວາມເຈັບປວດແທນພຣະອົງໄດ້ ແລະ ບໍ່ມີວິທີການທີ່ດີໃດໆທີ່ຈະແກ້ໄຂພວກມັນ ຫຼື ຫຼຸດພົ້ນຈາກພວກມັນໄດ້. ນີ້ຄືສິ່ງທີ່ເຈັບປວດທີ່ສຸດສຳລັບພຣະເຈົ້າ. ດ້ວຍເຫດນັ້ນ, ຄວາມທຸກທໍລະມານໃດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນໃນຊີວິດປະຈຳວັນຂອງພຣະອົງ, ພຣະອົງສະລະຕົນເອງຫຼາຍສໍ່າໃດ ແລະ ພຣະອົງຈ່າຍລາຄາຫຼາຍສໍ່າໃດ ລ້ວນແຕ່ບໍ່ແມ່ນເລື່ອງໃຫຍ່, ຍ້ອນວ່າບໍ່ວ່າພຣະອົງຈະອົດທົນຕໍ່ຄວາມທຸກທໍລະມານພາຍນອກນີ້ຫຼາຍສໍ່າໃດກໍຕາມ ມັນກໍບໍ່ສາມາດແກ້ໄຂຄວາມເຈັບປວດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງຮູ້ສຶກຈາກການອົດທົນຕໍ່ຄວາມເສື່ອມຊາມ ແລະ ຄວາມກະບົດຮູບແບບຕ່າງໆຂອງມະນຸດຊາດໄດ້, ທັງບໍ່ສາມາດປົດປ່ອຍເນື້ອໜັງທີ່ບັງເກີດນັ້ນໃຫ້ຫຼຸດພົ້ນຈາກຄວາມໂດດດ່ຽວໄດ້ ແລະ ແນ່ນອນວ່າ ມັນຍິ່ງບໍ່ສາມາດທົດແທນຜົນຮັບທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ຫຼື ພຣະເຈົ້າເອງຄາດຫວັງໄວ້ໄດ້. ສາມສິ່ງນີ້ເປັນສ່ວນໜຶ່ງຂອງຄວາມຮັບຜິດຊອບທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງປະຕິບັດໃຫ້ສຳເລັດໃນການມາຢູ່ທ່າມກາງຜູ້ຄົນເພື່ອເຮັດວຽກງານຂັ້ນຕອນສຸດທ້າຍ ແລະ ພວກມັນກໍເປັນຂໍ້ເທັດຈິງທີ່ພາວະວິໄສທີ່ພຣະອົງຕ້ອງປະເຊີນ. ນັບຕັ້ງແຕ່ເວລາທີ່ເຮົາເລີ່ມປະຕິບັດພັນທະກິດຂອງເຮົາຢ່າງເປັນທາງການຈົນເຖິງປັດຈຸບັນ ເຊິ່ງເປັນເວລາຫຼາຍກວ່າສາມສິບປີແລ້ວ, ເຮົາດຳລົງຊີວິດຢູ່ໃນສະພາວະດັ່ງກ່າວຢູ່ສະເໝີ. ມັນອາດຈະເປັນໄປໄດ້ວ່າ ຖ້າເຮົາບອກພວກເຈົ້າເມື່ອສິບປີກ່ອນວ່າ ນີ້ເປັນສ່ວນໜຶ່ງຂອງຄວາມທຸກທໍລະມານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນ, ພວກເຈົ້າກໍຄົງຈະບໍ່ເຂົ້າໃຈ ແລະ ພວກເຈົ້າກໍຄົງຈະບໍ່ຮູ້ສຶກຫຍັງເລີຍ ໂດຍເວົ້າວ່າ “ນັ້ນນັບວ່າເປັນຄວາມທຸກທໍລະມານໄດ້ແນວໃດ? ພຣະອົງມີສະຖານະທີ່ສູງສົ່ງແບບນັ້ນ, ພຣະອົງຕ້ອງໄດ້ກິນດີ, ເພີດເພີນກັບສິ່ງດີໆ ແລະ ບໍ່ຂາດແຄນຫຍັງເລີຍຢ່າງແນ່ນອນ. ນອກຈາກນີ້, ພຣະອົງຍັງມີຄົນຈຳນວນຫຼາຍຕິດຕາມພຣະອົງ ແລະ ຮັບໃຊ້ພຣະອົງ. ພຣະອົງອົດທົນຕໍ່ຄວາມທຸກທໍລະມານຫຍັງ? ນັ້ນນັບວ່າເປັນຄວາມທຸກທໍລະມານບໍ?” ແຕ່ຕອນນີ້ ພວກເຈົ້າອາດຈະສາມາດເຂົ້າໃຈໄດ້ເລັກໜ້ອຍແລ້ວ. ຖ້າໃນຕອນນັ້ນເຮົາເວົ້າວ່າ ໃນຊ່ວງເວລາທີ່ເຮົາເຮັດວຽກງານ ເຮົາບໍ່ມີບ້ານໃຫ້ກັບ ແລະ ບໍ່ມີບ່ອນໃຫ້ວາງສີສະຂອງເຮົາລົງ, ເຮົາບໍ່ໄດ້ກິນອີ່ມນຸ່ງອູ່ນ ແລະ ດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ມີເງື່ອນໄຂທີ່ບໍ່ດີ ແລະ ເຖິງກັບພັກຢູ່ໃນຖໍ້າເພື່ອຫຼົບຫຼີກການຕາມລ່າຂອງພັກກອມມູນິດຈີນ, ຖ້າເຮົາເວົ້າສິ່ງເຫຼົ່ານີ້ ພວກເຈົ້າກໍຄົງຈະເຕັມໃຈຟັງ ແລະ ສາມາດເຂົ້າໃຈພວກມັນໄດ້. ແຕ່ເຮົາບໍ່ເຄີຍເວົ້າສິ່ງເຫຼົ່ານັ້ນ, ພວກມັນບໍ່ນັບວ່າເປັນຄວາມທຸກທໍລະມານປະເພດໃດເລີຍສຳລັບເຮົາ. ຄວາມທຸກທໍລະມານທີ່ແທ້ຈິງຄືຄວາມທຸກທໍລະມານໃນໃຈຂອງເຮົາ. ສິ່ງທີ່ເຮົາໄດ້ບອກພວກເຈົ້າໃນມື້ນີ້ຄືຄວາມທຸກທໍລະມານທີ່ແທ້ຈິງທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນ. ເຮົາເວົ້າສິ່ງເຫຼົ່ານີ້ດ້ວຍຄວາມຫວັງວ່າ ພວກເຈົ້າຈະຮູ້ຂໍ້ເທັດຈິງໜຶ່ງ: ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຢູ່ທ່າມກາງຜູ້ຄົນເພື່ອເຮັດວຽກງານນັ້ນ ກໍຮຽກຮ້ອງໃຫ້ພຣະອົງຈ່າຍລາຄາເຊັ່ນກັນ, ກໍຮຽກຮ້ອງໃຫ້ພຣະອົງມີຄວາມອົດທົນເຊັ່ນກັນ ແລະ ກໍຮຽກຮ້ອງໃຫ້ພຣະອົງປະສົບກັບຄວາມເຈັບປວດທັງໝົດນີ້ຢ່າງແທ້ຈິງເຊັ່ນກັນ. ຍ້ອນວ່າພຣະອົງຕ້ອງປະຕິບັດພັນທະກິດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະເຊີນໜ້າກັບຄວາມທຸກທໍລະມານທີ່ພຣະອົງຄວນອົດທົນດ້ວຍພຣະອົງເອງ ແລະ ແບກຮັບມັນດ້ວຍພຣະອົງເອງ. ຄວາມທຸກທໍລະມານນີ້ຄືສິ່ງທີ່ພຣະອົງຕ້ອງແບກຮັບດ້ວຍຕົນເອງ ເພື່ອປະຕິບັດວຽກງານ, ເຮັດແຜນການຄຸ້ມຄອງຂອງພຣະເຈົ້າໃຫ້ສຳເລັດ ແລະ ເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ. ເຫດຜົນທີ່ເຮົາບໍ່ເຄີຍເປັນພະຍານເຖິງສິ່ງເຫຼົ່ານີ້ ແລະ ບໍ່ຕ້ອງການໃຫ້ພວກເຈົ້າເປັນພະຍານເຖິງພວກມັນ, ແຮງໄກທີ່ຈະຕ້ອງການໃຫ້ພວກເຈົ້າເຜີຍແຜ່ພວກມັນ ແລະ ແນ່ນອນວ່າ ຍິ່ງບໍ່ທວງເອົາຄວາມດີຄວາມຊອບກັບພວກເຈົ້າ ແລະ ບໍ່ຕ້ອງການໃຫ້ພວກເຈົ້າຮູ້ສຶກຊາບຊຶ້ງໃຈຕໍ່ເຮົາຢ່າງເລິກເຊິ່ງ ກໍຄື ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງມາຢູ່ທ່າມກາງຜູ້ຄົນເພື່ອເຮັດວຽກງານນັ້ນ ກໍເປັນວຽກທີ່ຍາກລຳບາກພຽງພໍແລ້ວ. ນີ້ຄືວຽກງານຂອງພຣະອົງ ແລະ ມັນຍັງເປັນຄວາມຮັບຜິດຊອບຂອງພຣະອົງອີກດ້ວຍ; ພຣະອົງຕ້ອງອົດທົນ ແລະ ຕ້ອງເຝົ້າເບິ່ງ ແລະ ລໍຖ້າ. ເຮົາບອກພວກເຈົ້າກ່ຽວກັບເລື່ອງນີ້ພຽງເພື່ອໃຫ້ພວກເຈົ້າຮູ້ທັດສະນະຄະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນວິທີທີ່ພຣະອົງຮັບມືກັບຄວາມຍາກລຳບາກເຫຼົ່ານີ້ ແລະ ເພື່ອບອກພວກເຈົ້າເຖິງຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງ; ມັນບໍ່ແມ່ນເພື່ອໃຫ້ພວກເຈົ້າສຳຜັດໄດ້ຢ່າງເລິກເຊິ່ງຂຶ້ນວ່າຄວາມທຸກທໍລະມານແມ່ນຫຍັງ ແລະ ຄວາມທຸກທໍລະມານໃດທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ອົດທົນ. ເຮົາບໍ່ຮູ້ສຶກນ້ອຍໃຈຈາກການອົດທົນຕໍ່ຄວາມທຸກທໍລະມານ, ທັງບໍ່ຮູ້ສຶກວ່າການອົດທົນຕໍ່ຄວາມທຸກທໍລະມານນີ້ໝາຍຄວາມວ່າເຮົາໄດ້ເຮັດວຽກໜັກຫຼາຍ ແລະ ໄດ້ສ້າງການປະກອບສ່ວນອັນຍິ່ງໃຫຍ່ແບບນັ້ນ. ເຮົາບໍ່ໄດ້ພະຍາຍາມແກ້ຕ່າງໃຫ້ກັບຕົວເຮົາເອງຕໍ່ພວກເຈົ້າ, ແຮງໄກທີ່ຈະພະຍາຍາມຮຽກຮ້ອງເອົາບາງສິ່ງບາງຢ່າງຈາກພວກເຈົ້າ ເຊິ່ງເຮົາສາມາດໃຊ້ເປັນຕົ້ນທຶນໄດ້. ເຮົາອົດທົນຕໍ່ຄວາມທຸກທໍລະມານທີ່ເຮົາຄວນອົດທົນ, ຍ້ອນເຮົາມີຄວາມຮັບຜິດຊອບຕໍ່ພວກເຈົ້າ. ແນ່ນອນວ່າ ໃນແງ່ຂອງພັນທະກິດທີ່ເຮົາປະຕິບັດ, ເຮົາຕ້ອງຮັບຜິດຊອບຕໍ່ພຣະເຈົ້າ. ບໍ່ມີຄວາມຈຳເປັນທີ່ເຮົາຈະຕ້ອງສະແຫວງຫາຄວາມດີຄວາມຊອບ ຫຼື ຄວາມຮູ້ສຶກທີ່ດີຈາກພວກເຈົ້າ. ສະນັ້ນ, ເວົ້າຢ່າງກົງໄປກົງມາແລ້ວ, ພວກເຈົ້າບໍ່ສາມາດມາແທນທີ່ເຮົາໃນການອົດທົນຕໍ່ຄວາມທຸກທໍລະມານທີ່ແທ້ຈິງນີ້ໄດ້, ທັງບໍ່ມີໃຜໃນພວກເຈົ້າທີ່ສາມາດປົດປ່ອຍເຮົາໃຫ້ຫຼຸດພົ້ນຈາກມັນໄດ້. ສິ່ງດຽວທີ່ພວກເຈົ້າສາມາດເຮັດໄດ້, ວິທີດຽວທີ່ພວກເຈົ້າສາມາດຮ່ວມມືໄດ້ ແລະ ສິ່ງດຽວທີ່ສາມາດບັນເທົາຄວາມທຸກທໍລະມານທີ່ເຮົາອົດທົນໄດ້ໃນລະດັບໜຶ່ງ ກໍຄືການທີ່ພວກເຈົ້າມີການເຂົ້າສູ່ຄວາມຈິງ, ຮຽນຮູ້ທີ່ຈະເຊື່ອຟັງ, ມີຄຳພະຍານຄືກັບຂອງໂຢບ ແລະ ມີປະສົບການຄືກັບຂອງເປໂຕ; ການທີ່ພວກເຈົ້າມີການກະທຳທີ່ດີ, ມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຈົ້າ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຮັກ ແລະ ໄລ່ຕາມເສາະຫາຄວາມຈິງ; ແລະ ການທີ່ບົດຄວາມຄຳພະຍານຈາກປະສົບການທຸກບົດທີ່ພວກເຈົ້າຂຽນນັ້ນປະກອບດ້ວຍປະສົບການ ແລະ ຄວາມເຂົ້າໃຈຄວາມຈິງທີ່ແທ້ຈິງບາງຢ່າງ ແລະ ບັນລຸຜົນຮັບບາງຢ່າງໃນແງ່ຂອງການອ່ອນນ້ອມຕໍ່ພຣະເຈົ້າ. ສິ່ງທີ່ພວກເຈົ້າໄດ້ຮັບເຫຼົ່ານີ້ຄືການຕອບແທນທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນຄວາມປອບໂຍນທີ່ຍິ່ງໃຫຍ່ທີ່ສຸດສຳລັບເຮົາເປັນການສ່ວນຕົວ; ເຮົາບໍ່ມີຂໍ້ຮຽກຮ້ອງພິເສດອື່ນໃດຈາກພວກເຈົ້າອີກແລ້ວ.

ການທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນຕໍ່ຄວາມທຸກທໍລະມານນີ້ບໍ່ແມ່ນເລື່ອງບັງເອີນ. ເວົ້າຕາມຄວາມເປັນຈິງແລ້ວ, ສິ່ງທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນຄືມະນຸດຊາດທີ່ເສື່ອມຊາມ ແລະ ຄວາມເສື່ອມຊາມຂອງມະນຸດຊາດທີ່ເສື່ອມຊາມກໍເປັນຄວາມເຈັບປວດປະເພດໜຶ່ງສຳລັບພຣະເຈົ້າ. ການດຳລົງຊີວິດຢູ່ຮ່ວມກັນ, ມີການພົວພັນ ແລະ ມີປະຕິສຳພັນກັບມະນຸດທີ່ເສື່ອມຊາມ ໃນຂະນະທີ່ຍັງຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ ແລະ ມີຄວາມຄາດຫວັງຕໍ່ພວກເຂົາອີກດ້ວຍ, ມັນຈຶ່ງເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ທີ່ພຣະອົງຈະທົນທຸກ ແລະ ມັນກໍເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ທີ່ພຣະອົງຈະຈ່າຍລາຄາ. ລາຄານີ້ບໍ່ໄດ້ງ່າຍດາຍຄືກັບການກ່າວຖ້ອຍຄຳຕື່ມອີກພຽງສອງສາມຄຳ. ພຣະເຈົ້າສະລະສິ່ງໃດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ? ມັນຄືກຳລັງວັງຊາຂອງພຣະອົງ, ເລືອດຂອງຫົວໃຈຂອງພຣະອົງ ແລະ ຊີວິດຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າສະລະເລືອດຂອງຫົວໃຈຂອງພຣະອົງເພື່ອເຮັດວຽກງານ; ເຊັ່ນດຽວກັນ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງກໍສະລະເລືອດຂອງຫົວໃຈຂອງພຣະອົງ ແລະ ກຳລັງວັງຊາຂອງພຣະອົງເພື່ອແລກກັບຄວາມລອດພົ້ນຂອງມະນຸດ, ສິ່ງນີ້ກໍເປັນແບບນັ້ນສຳລັບພຣະອົງ. ເລີ່ມຕັ້ງແຕ່ຕອນທີ່ພຣະເຈົ້າສ້າງມະນຸດຊາດ ແລະ ມະນຸດກໍໄດ້ກຳເນີດຂຶ້ນມາ, ພຣະເຈົ້າກໍໄດ້ສຳຜັດກັບພວກເຂົາ ແລະ ພົວພັນກັບພວກເຂົາ ແລະ ເຮັດວຽກງານຕໍ່ມະນຸດ. ຕະຫຼອດມາ, ຄວາມຈິງແລ້ວ ພຣະເຈົ້າໄດ້ສະລະເລືອດຂອງຫົວໃຈຂອງພຣະອົງຈຳນວນນັບບໍ່ຖ້ວນຕໍ່ມະນຸດ ແລະ ໄດ້ເຮັດວຽກງານຈຳນວນນັບບໍ່ຖ້ວນຕໍ່ມະນຸດ. ແຕ່ພຣະເຈົ້າບໍ່ເຄີຍກ່າວເຖິງກັບມະນຸດຊາດເລີຍວ່າ ພຣະອົງໄດ້ທົນທຸກຫຼາຍສໍ່າໃດ ຫຼື ພຣະອົງໄດ້ຈ່າຍລາຄາຫຼາຍສໍ່າໃດ. ພຣະອົງພຽງແຕ່ກ່າວໃນແງ່ທົ່ວໄປວ່າ ພຣະອົງໄດ້ສະລະເລືອດຂອງຫົວໃຈຂອງພຣະອົງ, ໄດ້ຈ່າຍລາຄາດ້ວຍຊີວິດຂອງພຣະອົງເພື່ອສະໜອງໃຫ້ແກ່ມະນຸດ ແລະ ໄດ້ປະທານຄວາມຈິງໃຫ້ແກ່ມະນຸດເພື່ອເປັນຊີວິດຂອງລາວ. ແຕ່ພຣະເຈົ້າບໍ່ເຄີຍກ່າວວ່າ ພຣະອົງໄດ້ອົດທົນຕໍ່ຄວາມທຸກທໍລະມານຫຍັງແດ່, ພຣະອົງໄດ້ທົນທຸກຕໍ່ການໃສ່ຮ້າຍປ້າຍສີ ແລະ ການດູຖູກຫຍັງແດ່, ພຣະອົງໄດ້ອົດທົນຕໍ່ຄວາມອິດເມື່ອຍຫຼາຍສໍ່າໃດ, ພຣະອົງໄດ້ຈ່າຍລາຄາຫຼາຍສໍ່າໃດ ຫຼື ພຣະອົງໄດ້ທຸ່ມເທຄວາມຄິດຫຼາຍສໍ່າໃດ, ພຣະອົງບໍ່ເຄີຍກ່າວເຖິງສິ່ງເຫຼົ່ານີ້ເລີຍ. ມີເຫດຜົນຢູ່ເບື້ອງຫຼັງການທີ່ພຣະອົງບໍ່ກ່າວເຖິງສິ່ງເຫຼົ່ານີ້. ຖ້າເຮົາບໍ່ບອກພວກເຈົ້າ, ພວກເຈົ້າກໍຈະບໍ່ມີທາງຮູ້ເລີຍ. ເຫດຜົນກໍຄື ໃນການເຮັດວຽກງານຕໍ່ມະນຸດ, ພຣະເຈົ້າບໍ່ເຄີຍວາງແຜນທີ່ຈະໄດ້ຮັບສິ່ງໃດຈາກມະນຸດເລີຍ; ພຣະອົງພຽງແຕ່ເຕັມໃຈທີ່ຈະສະໜອງໃຫ້ແກ່ມະນຸດຢ່າງບໍ່ເຫັນແກ່ຕົວ ແລະ ອຸທິດຕົນເອງໃຫ້ແກ່ມະນຸດຢ່າງບໍ່ເຫັນແກ່ຕົວ. ຖ້າພວກເຮົາຈະໃຊ້ພາສາຂອງມະນຸດເພື່ອເວົ້າວ່າ ພຣະອົງສະແຫວງຫາທີ່ຈະໄດ້ຮັບສິ່ງໃດຈາກການກະທຳແບບນີ້, ສິ່ງທີ່ພຣະອົງສະແຫວງຫາກໍຄືເພື່ອໃຫ້ມະນຸດຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ເພື່ອໃຫ້ມະນຸດສາມາດດຳລົງຊີວິດໄດ້ເປັນຢ່າງດີ, ເພື່ອໃຫ້ສາມາດດຳລົງຊີວິດໄດ້ຢ່າງເໝາະສົມ ແລະ ໃຊ້ຊີວິດຕາມລັກສະນະຄ້າຍຄືມະນຸດ ແລະ ເພື່ອໃຫ້ສາມາດດຳລົງຊີວິດໄປຕາມຫົນທາງທີ່ພຣະເຈົ້າສັ່ງສອນມະນຸດ; ເພື່ອບໍ່ໃຫ້ຖືກທຳລາຍ, ຖືກເຮັດໃຫ້ເສື່ອມຊາມ ແລະ ຖືກເຮັດໃຫ້ຫຼົງຜິດໂດຍຊາຕານອີກຕໍ່ໄປ; ແລະ ເພື່ອໃຫ້ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ. ສິ່ງນີ້ຈະເຮັດໃຫ້ພຣະເຈົ້າມີຄວາມສະຫງົບໃຈ. ຖ້າພຣະເຈົ້າສະແຫວງຫາສິ່ງໃດໜຶ່ງ, ມັນກໍຄືຄວາມສະຫງົບໃຈ, ມັນຄືການທີ່ມະນຸດສາມາດດຳລົງຊີວິດໄດ້ຢ່າງເໝາະສົມ ແລະ ປະພຶດຕົນໄດ້ຢ່າງເໝາະສົມຕາມພຣະທຳຂອງພຣະເຈົ້າ, ເພື່ອໃຫ້ລາຄາທີ່ພຣະເຈົ້າໄດ້ຈ່າຍໄປ ແລະ ວຽກງານທີ່ພຣະອົງໄດ້ເຮັດນັ້ນບໍ່ສູນເປົ່າ ແລະ ເພື່ອໃຫ້ເຫັນຜົນຮັບໃນມະນຸດ. ບໍ່ວ່າພຣະເຈົ້າຈະທົນທຸກຫຼາຍສໍ່າໃດ, ບໍ່ວ່າພຣະອົງຈະຈ່າຍລາຄາຫຼາຍສໍ່າໃດ, ບໍ່ວ່າພຣະອົງຈະລໍຖ້າມາຫຼາຍປີສໍ່າໃດ ແລະ ບໍ່ວ່າພຣະອົງຈະສະແດງຄວາມອົດທົນຕໍ່ມະນຸດມາຫຼາຍປີສໍ່າໃດກໍຕາມ, ພຣະເຈົ້າກໍເຕັມໃຈຢ່າງສິ້ນເຊີງທີ່ຈະເຮັດສິ່ງທັງໝົດນີ້. ເພື່ອໃຫ້ໄດ້ຮັບຄວາມສະຫງົບໃຈນີ້, ພຣະເຈົ້າເຕັມໃຈທີ່ຈະຈ່າຍລາຄາດັ່ງກ່າວເພື່ອມະນຸດ. ພຣະເຈົ້າເອງບໍ່ເຄີຍເສຍໃຈເລີຍບໍ່ວ່າພຣະອົງຈະທົນທຸກຫຼາຍສໍ່າໃດກໍຕາມ; ຖ້າໃຊ້ພາສາຂອງມະນຸດ, ພຣະອົງບໍ່ເຄີຍຮູ້ສຶກວ່າບໍ່ຄຸ້ມຄ່າເລີຍ. ເວົ້າໃນແງ່ທີ່ງ່າຍດາຍທີ່ສຸດ, ດ້ວຍຄຳເວົ້າທີ່ພວກເຈົ້າສາມາດເຂົ້າໃຈໄດ້ດີທີ່ສຸດ, ພຣະເຈົ້າເຮັດສິ່ງນີ້ເພື່ອປົດເປື້ອງຄວາມຫ່ວງໃຍນີ້ຂອງພຣະອົງ; ນີ້ຄືຄວາມປາຖະໜາທີ່ພຣະເຈົ້າມີ. ພຣະເຈົ້າໄດ້ສ້າງມະນຸດ ແລະ ພຣະເຈົ້າມີຄວາມປາຖະໜາທີ່ຈະຮັບເອົາມະນຸດຊາດທີ່ຖືກສ້າງຂຶ້ນ ເຊິ່ງສາມາດດຳລົງຊີວິດ, ຢູ່ລອດ ແລະ ຈັດການສັບພະສິ່ງທັງປວງຕາມຫົນທາງທີ່ພຣະອົງສັ່ງສອນພວກເຂົາ, ໂດຍບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ ແລະ ບໍ່ທຳລາຍຕົນເອງອີກຕໍ່ໄປ. ກຸ່ມຄົນທີ່ເປັນແບບນີ້ແຫຼະທີ່ພຣະເຈົ້າປາຖະໜາທີ່ຈະຮັບເອົາ. ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ລິເລີ່ມ ແລະ ເລີ່ມຕົ້ນເຮັດວຽກງານຂອງພຣະອົງ ແລະ ໄດ້ດຳເນີນວຽກງານນັ້ນມາຕະຫຼອດຈົນເຖິງປັດຈຸບັນ; ຄວາມຫ່ວງໃຍທີ່ພຣະອົງມີຕໍ່ຜູ້ຄົນນີ້ບໍ່ໄດ້ປ່ຽນແປງ ແລະ ເປົ້າໝາຍນີ້ກໍບໍ່ໄດ້ປ່ຽນແປງ. ບໍ່ວ່າພຣະອົງທົນທຸກຫຼາຍສໍ່າໃດ ຫຼື ພຣະອົງຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍເຮັດວຽກງານແບບນີ້ມາຕະຫຼອດ. ໃນຂະນະທີ່ເຮັດວຽກງານແບບນີ້, ຄວາມຈິງແລ້ວ ພຣະເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍ ແລະ ໄດ້ຈ່າຍລາຄາຫຼາຍຢ່າງ ແຕ່ພຣະອົງບໍ່ເຄີຍພະຍາຍາມແກ້ຕ່າງໃຫ້ກັບຕົວພຣະອົງເອງຕໍ່ຜູ້ຄົນ, ບໍ່ເຄີຍອະທິບາຍສິ່ງເຫຼົ່ານີ້ໃຫ້ມະນຸດຊາດຟັງ ແລະ ບໍ່ເຄີຍກ່າວເຖິງສິ່ງເຫຼົ່ານີ້ເລີຍ; ສິ່ງນີ້ກ່ຽວຂ້ອງໂດຍກົງກັບແກ່ນແທ້ຂອງພຣະເຈົ້າ. ບໍ່ວ່າສິ່ງທີ່ພຣະເຈົ້າເຮັດຈະຍິ່ງໃຫຍ່ສໍ່າໃດ, ພຣະອົງເຮັດວຽກງານຕໍ່ມະນຸດຊາດຫຼາຍສໍ່າໃດ, ພຣະອົງຈ່າຍລາຄາຫຼາຍສໍ່າໃດ ຫຼື ພຣະອົງສະໜອງໃຫ້ແກ່ຜູ້ຄົນຫຼາຍສໍ່າໃດກໍຕາມ, ນັ້ນກໍຄື ບໍ່ວ່າພຣະເຈົ້າຈະປະທານໃຫ້ແກ່ຜູ້ຄົນຫຼາຍສໍ່າໃດ ຫຼື ພຣະເຈົ້າຈະມອບໃຫ້ພວກເຂົາຫຼາຍສໍ່າໃດກໍຕາມ, ພຣະອົງກໍບໍ່ເຄີຍຮູ້ສຶກວ່າສິ່ງນີ້ເປັນຄວາມດີຄວາມຊອບປະເພດໜຶ່ງ, ທັງພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຮູ້ສຶກຊາບຊຶ້ງໃຈຢ່າງເລິກເຊິ່ງຕໍ່ພຣະອົງ. ໃນຂະນະທີ່, ຖ້າອີງຕາມຄວາມຄິດ ແລະ ມຸມມອງຂອງມະນຸດທີ່ດຳລົງຊີວິດຢູ່ໃນຍຸກໃດກໍຕາມ, ບໍ່ວ່າຄົນໃດໜຶ່ງຈະຈ່າຍລາຄາທີ່ຍິ່ງໃຫຍ່ສໍ່າໃດ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຕ້ອງຊອກຫາທີ່ຈະໄດ້ຮັບບາງສິ່ງບາງຢ່າງຈາກມັນຢູ່ສະເໝີ ແລະ ພວກເຂົາກໍຕ້ອງມີບາງສິ່ງບາງຢ່າງຢູ່ໃນໃຈສຳລັບຕົວພວກເຂົາເອງຢູ່ສະເໝີ. ແຕ່ພຣະເຈົ້າບໍ່ເຄີຍມີຄວາມຄິດດັ່ງກ່າວເລີຍ; ມີພຽງພຣະເຈົ້າເທົ່ານັ້ນທີ່ບໍ່ເຫັນແກ່ຕົວຢ່າງແທ້ຈິງ. ການບໍ່ເຫັນແກ່ຕົວໝາຍຄວາມວ່າແນວໃດ? ຄຳອະທິບາຍທີ່ງ່າຍດາຍທີ່ສຸດກໍຄື ມັນໝາຍເຖິງການບໍ່ເຄີຍຄິດເຖິງຕົວເອງເລີຍ. ລອງຄິດເບິ່ງວ່າ ມະນຸດລ້ຽງດູລູກໆ ແລະ ລ້ຽງພວກເຂົາຈົນເຕີບໃຫຍ່ເປັນຜູ້ໃຫຍ່ແນວໃດ, ພໍ່ແມ່ໃຊ້ຈ່າຍເງິນຈຳນວນຫຼາຍໄປກັບລູກໆຂອງຕົນ ແລະ ຈ່າຍລາຄາຫຼາຍຢ່າງເພື່ອລູກໆ, ໂດຍມີເປົ້າໝາຍເພື່ອເຮັດໃຫ້ລູກໆຂອງພວກເຂົາບັນລຸຄວາມສຳເລັດອັນຍິ່ງໃຫຍ່ ແລະ ນຳກຽດຕິຍົດມາສູ່ຄອບຄົວ, ເຊິ່ງຈະຊ່ວຍໃຫ້ພໍ່ແມ່ໄດ້ຮັບຜົນປະໂຫຍດຈາກຄວາມສະຫງ່າລາສີຂອງລູກໆຂອງຕົນໃນອະນາຄົດ. ພຣະເຈົ້າບໍ່ມີຄວາມຄິດດັ່ງກ່າວ. ທຸກການເຄື່ອນໄຫວ ແລະ ການກະທຳຂອງພຣະອົງ, ທຸກຄວາມຄິດ ແລະ ແນວຄິດຂອງພຣະອົງ, ລາຄາທີ່ພຣະອົງຈ່າຍເພື່ອມະນຸດ ແລະ ທຸກສິ່ງທີ່ພຣະອົງປະທານໃຫ້ແກ່ພວກເຂົານັ້ນ ບໍ່ພຽງແຕ່ເປັນສິ່ງທີ່ລໍ້າຄ່າທີ່ສຸດເທົ່ານັ້ນ ແຕ່ຍັງປາສະຈາກການຫວັງຜົນຕອບແທນໃດໆຈາກພວກເຂົາຢ່າງສິ້ນເຊີງ. ມັນເປັນພຽງການອຸທິດຕົນຢ່າງບໍ່ເຫັນແກ່ຕົວ ແລະ ການສະໜອງໃຫ້ຢ່າງບໍ່ເຫັນແກ່ຕົວ, ໂດຍສະໜອງໃຫ້ດ້ວຍວິທີນີ້ຢູ່ສະເໝີ. ນີ້ຄືຄວາມບໍ່ເຫັນແກ່ຕົວຢ່າງແທ້ຈິງ. ທັງໝົດນີ້ລ້ວນແຕ່ຖືກກະທຳໂດຍພຣະເຈົ້າ. ພຣະເຈົ້າບໍ່ເຄີຍຮຽກຮ້ອງຄວາມດີຄວາມຊອບໃດໆຈາກມະນຸດເລີຍ. ໃນທ່າມກາງມະນຸດຊາດ, ບໍ່ວ່າພຣະອົງຈະຕ້ອງປະເຊີນກັບຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າຈາກຜູ້ຄົນຫຼາຍສໍ່າໃດ ຫຼື ພຣະອົງຕ້ອງອົດທົນຕໍ່ຄວາມຄັບແຄ້ນໃຈຫຼາຍສໍ່າໃດກໍຕາມ, ພຣະອົງກໍບໍ່ເຄີຍພະຍາຍາມແກ້ຕ່າງໃຫ້ກັບຕົວພຣະອົງເອງ ຫຼື ປົກປ້ອງພຣະອົງເອງເລີຍ. ພຣະອົງເຕັມໃຈຢ່າງສິ້ນເຊີງໃນທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດຊາດ, ບໍ່ຈົ່ມວ່າກ່ຽວກັບສິ່ງດັ່ງກ່າວ ແລະ ບໍ່ຮູ້ສຶກເສຍໃຈໃດໆ ແລະ ພຣະອົງບໍ່ເຄີຍຮູ້ສຶກວ່າສິ່ງນີ້ເປັນສິ່ງທີ່ຫຼາຍເກີນຄວາມຈຳເປັນ. ເຊິ່ງເວົ້າໄດ້ວ່າ ການບໍ່ເຫັນແກ່ຕົວຂອງພຣະເຈົ້າບໍ່ໄດ້ປະກອບດ້ວຍມຸມມອງແບບການແລກປ່ຽນເຫຼົ່ານັ້ນທີ່ມະນຸດມີ ແລະ ບໍ່ມີຄວາມປາຖະໜາຂອງມະນຸດທີ່ຈະຕໍ່ລອງ. ຖ້າເຈົ້າສາມາດປະຕິບັດຄວາມຈິງໄດ້, ໃນທີ່ສຸດແລ້ວ ເຈົ້າກໍຈະສາມາດຢູ່ລອດໄດ້. ການທີ່ພຣະເຈົ້າປະທານພຣະຄຸນເລັກນ້ອຍໃຫ້ແກ່ເຈົ້າລ້າໆນັ້ນບໍ່ແມ່ນເລື່ອງໃຫຍ່ສຳລັບພຣະອົງເລີຍ. ພຣະອົງປ່ອຍໃຫ້ເຈົ້າຢູ່ລອດ, ສືບຕໍ່ດຳລົງຊີວິດ ແລະ ດຳລົງຊີວິດດ້ວຍຄວາມສຸກ, ດຳລົງຊີວິດຢູ່ໃນທ່າມກາງສັບພະສິ່ງທັງປວງ ເຊິ່ງພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ບໍ່ວ່າເຈົ້າຈະເພີດເພີນກັບພອນຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ຮູ້ສຶກອິດສາ ແລະ ພຣະອົງກໍບໍ່ພະຍາຍາມຍາດແຍ່ງພອນເຫຼົ່ານັ້ນກັບເຈົ້າ. ຕາບໃດທີ່ເຈົ້າສາມາດຮູ້ຈັກການຈັດວາງ ແລະ ການຈັດແຈງຂອງພຣະຜູ້ສ້າງ, ສາມາດອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະຜູ້ສ້າງ ແລະ ດຳລົງຊີວິດຕາມວິທີທີ່ພຣະຜູ້ສ້າງຮຽກຮ້ອງ, ນີ້ກໍພຽງພໍແລ້ວ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າຮູ້ສຶກຊາບຊຶ້ງໃຈຕໍ່ພຣະອົງຢ່າງເລິກເຊິ່ງຢູ່ສະເໝີ ແລະ ພຣະອົງກໍບໍ່ຕ້ອງການການເທີດທູນຂອງເຈົ້າ. ພຣະເຈົ້າບໍ່ເຄີຍຂໍໃຫ້ໃຜຕັ້ງແທ່ນບູຊາໃຫ້ພຣະອົງ ແລະ ຈູດທູບສາມດອກທຸກມື້. ພຣະເຈົ້າບໍ່ໄດ້ເພີດເພີນກັບສິ່ງເຫຼົ່ານີ້. ເຈົ້າເຫັນບໍ, ເມື່ອໂຢບເຫັນແຜ່ນຫຼັງຂອງພຣະເຈົ້າ, ພຣະເຈົ້າມີຂໍ້ຮຽກຮ້ອງໃດໆຈາກລາວບໍ? (ບໍ່.) ພຣະເຈົ້າພຽງແຕ່ປະທານລາງວັນອັນຍິ່ງໃຫຍ່ທີ່ສຸດໃຫ້ແກ່ລາວ ນັ້ນກໍຄືການອະນຸຍາດໃຫ້ລາວເຫັນແຜ່ນຫຼັງຂອງພຣະເຈົ້າ ເຊິ່ງເປັນການເພີ່ມຄວາມເຊື່ອຂອງລາວໃນພຣະເຈົ້າ. ນີ້ຄືລາງວັນຂອງພຣະເຈົ້າສຳລັບລາວ. ຈາກນັ້ນ ພຣະເຈົ້າກໍຈາກໄປ, ໂດຍຫວັງວ່າລາວຈະສາມາດດຳລົງຊີວິດໄດ້ຢ່າງມີຄວາມສຸກ, ດຳລົງຊີວິດຢູ່ໃນທ່າມກາງສັບພະສິ່ງທັງປວງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດສູງສຸດຂອງພຣະຜູ້ສ້າງ. ສຳລັບພຣະເຈົ້າແລ້ວ, ນີ້ຄືການຕອບແທນທີ່ຍິ່ງໃຫຍ່ທີ່ສຸດ. ການທີ່ໂຢບສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ນັ້ນຄືການນະມັດສະການພຣະຜູ້ສ້າງຢ່າງແທ້ຈິງ ແລະ ມັນກໍເປັນການຕອບແທນທີ່ຍິ່ງໃຫຍ່ທີ່ສຸດເຊັ່ນກັນ. ເຈົ້າເຫັນບໍ, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດກໍເປັນປະໂຫຍດຕໍ່ຜູ້ຄົນເຊັ່ນກັນ. ຄວາມຈິງແລ້ວ, ໃນທີ່ສຸດແລ້ວ ຜູ້ຄົນກໍຄືຜູ້ທີ່ໄດ້ຮັບຄວາມເພີດເພີນຫຼາຍທີ່ສຸດ ແລະ ໄດ້ດຳລົງຊີວິດໄດ້ຢ່າງມີຄວາມສຸກ. ພຣະເຈົ້າໄດ້ວາງຂໍ້ຮຽກຮ້ອງທີ່ໜັກໜ່ວງໃຫ້ກັບຜູ້ຄົນບໍ? ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນນັ້ນບໍ່ໄດ້ສູງເລີຍ. ແຕ່ເມື່ອເບິ່ງຂໍ້ຮຽກຮ້ອງຂອງພຣະອົງ, ພວກເຮົາກໍສາມາດເຫັນໄດ້ວ່າພຣະເຈົ້າບໍ່ເຫັນແກ່ຕົວຢ່າງແທ້ຈິງ; ພຣະອົງອຸທິດຕົນເອງຢູ່ສະເໝີ ແລະ ເຮັດເຊັ່ນນັ້ນລ້າໆ. ບໍ່ວ່າພຣະອົງຈະຈ່າຍລາຄາຫຼາຍສໍ່າໃດ ຫຼື ພຣະອົງຈະທົນທຸກຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍແບກຮັບມັນທັງໝົດພຽງລຳພັງ ແລະ ບໍ່ພະຍາຍາມແກ້ຕ່າງໃຫ້ກັບຕົວພຣະອົງເອງຕໍ່ມະນຸດຊາດທີ່ເສື່ອມຊາມ. ບອກເຮົາມາເບິ່ງ, ຊາຕານມີຄຸນລັກສະນະເຫຼົ່ານີ້ບໍ? (ບໍ່.) ຊາຕານບໍ່ມີສິ່ງໃດເລີຍທີ່ພຣະເຈົ້າມີ, ບໍ່ແມ່ນແຕ່ດ້ານທີ່ນ້ອຍທີ່ສຸດຂອງສິ່ງທີ່ພຣະເຈົ້າມີ ແລະ ເປັນ, ເຊິ່ງເປັນສິ່ງທີ່ຜູ້ຄົນຖືວ່າບໍ່ຄຸ້ມຄ່າທີ່ຈະໃສ່ໃຈທີ່ສຸດ, ທັງມະນຸດກໍບໍ່ມີສິ່ງເຫຼົ່ານີ້ເຊັ່ນກັນ. ສິ່ງທີ່ພຣະເຈົ້າມີ ແລະ ເປັນລ້ວນແຕ່ແມ່ນສິ່ງທີ່ເປັນບວກ, ລ້ວນແຕ່ສວຍງາມ ແລະ ລ້ວນແຕ່ສູງສົ່ງ; ມັນຜຸດຜ່ອງທີ່ສຸດ ແລະ ບໍລິສຸດທີ່ສຸດ. ແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນສາມາດເອີ້ນໄດ້ວ່າໄຮ້ຕຳໜິ ແລະ ປາສະຈາກມົນທິນ. ໃນເມື່ອພວກມັນປາສະຈາກມົນທິນ, ພວກມັນຈຶ່ງຖືກເອີ້ນວ່າບໍລິສຸດ, ແມ່ນບໍ? (ແມ່ນແລ້ວ.) ຫຼັກການຕ່າງໆທີ່ພຣະເຈົ້າໃຊ້ເພື່ອປະຕິບັດຕໍ່ສັບພະສິ່ງທັງປວງ, ລວມທັງວິທີທີ່ພຣະອົງປະຕິບັດຕໍ່ມະນຸດຊາດນັ້ນ ລ້ວນແຕ່ອີງໃສ່ຄວາມຈິງຢ່າງສິ້ນເຊີງ; ນີ້ຄືສິ່ງທີ່ຊອບທຳທີ່ສຸດ. ເຈົ້າເຫັນບໍ, ບໍ່ວ່າເຈົ້າຈະເບິ່ງມັນຈາກດ້ານໃດກໍຕາມ, ແກ່ນແທ້ອຸປະນິໄສຂອງພຣະເຈົ້າກໍສົມຄວນໄດ້ຮັບການສັນລະເສີນຈາກມະນຸດຊາດ. ແຕ່ເຖິງແມ່ນວ່າພຣະເຈົ້າຈະທົນທຸກຫຼາຍຂະໜາດນັ້ນ, ພຣະອົງກໍບໍ່ໄດ້ຮຽກຮ້ອງສິ່ງໃດຈາກມະນຸດຊາດເລີຍ. ພຣະອົງບໍ່ເຄີຍຂໍສິ່ງຕໍ່ໄປນີ້ຈາກຜູ້ຄົນເລີຍ: “ພວກເຈົ້າຕ້ອງຮ້ອງເພງ ແລະ ຟ້ອນລຳຢ່າງເບີກບານມ່ວນຊື່ນເພື່ອສັນລະເສີນເຮົາທຸກມື້. ຈົ່ງສັນລະເສີນພຣະນາມຂອງເຮົາໃນແຕ່ລະມື້. ທຸກຄັ້ງທີ່ພວກເຈົ້າເຕົ້າໂຮມກັນ ຫຼື ສ້າງລາຍການຕ່າງໆ, ພວກເຈົ້າຕ້ອງສັນລະເສີນພຣະນາມຂອງເຮົາຮ່ວມກັນ”. ພຣະເຈົ້າເຄີຍຮຽກຮ້ອງໃຫ້ຜູ້ຄົນເຮັດສິ່ງນີ້ບໍ? (ບໍ່ເຄີຍ.) ບໍ່ວ່າພຣະເຈົ້າຈະທົນທຸກຫຼາຍສໍ່າໃດ, ພຣະອົງຈະເຮັດວຽກງານຫຼາຍສໍ່າໃດ ຫຼື ພຣະອົງຈະປະທານໃຫ້ແກ່ມະນຸດຊາດຫຼາຍສໍ່າໃດກໍຕາມ, ພຣະອົງກໍບໍ່ເຄີຍຮຽກຮ້ອງໃຫ້ຜູ້ຄົນຮູ້ສຶກຊາບຊຶ້ງໃຈຕໍ່ພຣະອົງຢ່າງເລິກເຊິ່ງ ຫຼື ເທີດທູນພຣະອົງຄືກັບທີ່ຜູ້ບໍ່ມີຄວາມເຊື່ອເຮັດກັບຮູບເຄົາລົບ. ພຣະເຈົ້າບໍ່ເຄີຍເຮັດສິ່ງດັ່ງກ່າວເລີຍ. ພຣະອົງບໍ່ເຄີຍກ່າວແມ່ນແຕ່ຄຳດຽວ ຫຼື ເຮັດແມ່ນແຕ່ສິ່ງດຽວເພື່ອເຫັນແກ່ສະຖານະຂອງພຣະອົງ ແລະ ກຽດຕິຍົດຂອງພຣະອົງໃນໃຈຂອງມະນຸດຊາດ. ພຣະອົງບໍ່ເຄີຍເຮັດສິ່ງເຫຼົ່ານີ້ເລີຍ. ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດສິ່ງດັ່ງກ່າວ. ພຣະອົງບໍ່ເຄີຍກ່າວສິ່ງດັ່ງກ່າວ ຫຼື ປະໄວ້ຂໍ້ຄວາມແບບນັ້ນໄວ້ໃຫ້ແກ່ມະນຸດຊາດເລີຍ. ສະນັ້ນ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງເຄີຍເຮັດສິ່ງດັ່ງກ່າວ ຫຼື ກ່າວຖ້ອຍຄຳດັ່ງກ່າວບໍ? (ບໍ່ເຄີຍ.) ຕະຫຼອດຫຼາຍປີທີ່ຜ່ານມາຂອງການເຮັດວຽກ ແລະ ການທົນທຸກຢູ່ໃນທ່າມກາງຜູ້ຄົນ, ພຣະອົງໄດ້ສະໜອງຄວາມຈິງ ແລະ ຊີວິດໃຫ້ແກ່ຜູ້ຄົນຢູ່ສະເໝີ ແລະ ສະໜັບສະໜູນ ແລະ ນຳພາຜູ້ຄົນໃຫ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ພຣະອົງພຽງແຕ່ຫວັງວ່າຜູ້ຄົນຈະສາມາດໄລ່ຕາມເສາະຫາຄວາມຈິງ ແລະ ຢູ່ລອດໄດ້. ນອກເໜືອຈາກນີ້ແລ້ວ, ພຣະອົງມີຂໍ້ຮຽກຮ້ອງເພີ່ມເຕີມອື່ນໃດຈາກພວກເຈົ້າບໍ? (ບໍ່ມີ.) ພຣະອົງບໍ່ມີຂໍ້ຮຽກຮ້ອງເພີ່ມເຕີມໃດໆຈາກພວກເຈົ້າເລີຍ.

ໃນແງ່ຂອງທຳມະຊາດຂອງມັນ, ຄວາມທຸກທໍລະມານທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນນັ້ນ ຄວາມຈິງແລ້ວແມ່ນແຕກຕ່າງຈາກຄວາມທຸກທໍລະມານປະເພດທີ່ມະນຸດເວົ້າເຖິງ. ໃນແງ່ບວກ, ມະນຸດອົດທົນຕໍ່ຄວາມທຸກທໍລະມານຂອງຕົນກໍເພື່ອເຫັນແກ່ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນຢ່າງສິ້ນເຊີງເພື່ອບັນລຸຄວາມລອດພົ້ນ. ໃນແງ່ລົບ, ພວກເຂົາອົດທົນຕໍ່ຄວາມທຸກທໍລະມານນັ້ນ ກໍຍ້ອນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຢ່າງສິ້ນເຊີງ ແລະ ຍ້ອນວ່າພວກເຂົາຖືກພິພາກສາ ແລະ ລົງທັນສຳລັບການເຮັດຄວາມຊົ່ວ ແລະ ການຕໍ່ຕ້ານພຣະເຈົ້າ. ໃນແງ່ນີ້, ຄວາມທຸກທໍລະມານຂອງມະນຸດແມ່ນສິ່ງຈຳເປັນ ແລະ ມັນກໍເປັນສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້. ເຖິງຢ່າງໃດກໍຕາມ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງອົດທົນຕໍ່ຄວາມທຸກທໍລະມານຂອງພຣະອົງກໍເພື່ອເຫັນແກ່ການເຮັດວຽກງານຂອງພຣະອົງ, ເພື່ອເຫັນແກ່ການສະໜອງຄວາມຈິງໃຫ້ແກ່ມະນຸດ ແລະ ເພື່ອໃຫ້ພວກເຂົາສາມາດຫຼຸດພົ້ນຈາກຄວາມເສື່ອມຊາມ ແລະ ການທໍລະມານຂອງຊາຕານ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ພຣະເຈົ້າຕ້ອງອົດທົນຕໍ່ຄວາມຍາກລຳບາກເຫຼົ່ານີ້ໃນໄລຍະຍາວ, ນີ້ກໍເປັນສ່ວນໜຶ່ງໃນວຽກງານຂອງພຣະອົງເຊັ່ນກັນ. ຄວາມຍາກລຳບາກເຫຼົ່ານີ້ຄືສິ່ງທີ່ພຣະອົງຕ້ອງແບກຮັບດ້ວຍພຣະອົງເອງ ແລະ ຕ້ອງຮັບເອົາດ້ວຍພຣະອົງເອງ. ຍ້ອນພຣະເຈົ້າທີ່ບັງເກີດເປັນເນື້ອໜັງກຳລັງເຮັດວຽກງານຂອງພຣະອົງ ແລະ ປະຕິບັດພັນທະກິດຂອງພຣະອົງ ແລະ ຄວາມທຸກທໍລະມານກໍເປັນສ່ວນໜຶ່ງຂອງວຽກງານນີ້, ພຣະເຈົ້າຈຶ່ງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກຊາບຊຶ້ງໃຈຕໍ່ພຣະອົງຢ່າງເລິກເຊິ່ງສຳລັບການອົດທົນຕໍ່ຄວາມທຸກທໍລະມານນີ້, ທັງພຣະອົງບໍ່ຕ້ອງການໃຫ້ຜູ້ຄົນເຜີຍແຜ່ເລື່ອງລາວກ່ຽວກັບຄວາມທຸກທໍລະມານຂອງພຣະອົງ, ແຮງໄກທີ່ຈະຕ້ອງການໃຫ້ຜູ້ຄົນຮູ້ຈັກມັນ. ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ, ເຈົ້າກໍຄວນຮູ້ຈັກພຣະອົງໂດຍການຮູ້ຈັກແກ່ນແທ້ຂອງພຣະເຈົ້າ, ໂດຍການຮູ້ຈັກຄວາມຄິດ ແລະ ມຸມມອງຂອງພຣະເຈົ້າກ່ຽວກັບວິທີທີ່ພຣະອົງປະຕິບັດຕໍ່ທຸກສິ່ງ ແລະ ເຫດການຕ່າງໆ ແລະ ໂດຍການຮູ້ຈັກຫຼັກການຂອງພຣະເຈົ້າສຳລັບການຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ການຮູ້ຈັກພຣະອົງດ້ວຍວິທີນີ້ຄືແນວທາງທີ່ດີທີ່ສຸດ ແລະ ເໝາະສົມທີ່ສຸດ. ສຳລັບການຮູ້ຈັກຄວາມທຸກທໍລະມານຂອງພຣະເຈົ້າ, ເຈົ້າສາມາດຂ້າມສິ່ງນັ້ນໄປໄດ້; ເຈົ້າບໍ່ຈຳເປັນຕ້ອງຮູ້ຈັກດ້ານນີ້. ເຖິງແມ່ນວ່າເຈົ້າຈະຮູ້ຈັກມັນ, ເຈົ້າກໍຈະບໍ່ສາມາດເຫັນໃຈພຣະເຈົ້າໄດ້, ເຈົ້າຈະບໍ່ສາມາດຄຳນຶງເຖິງພຣະອົງໄດ້ ແລະ ເຈົ້າຈະບໍ່ສາມາດມາແທນທີ່ພຣະອົງໃນການອົດທົນຕໍ່ຄວາມທຸກທໍລະມານນັ້ນໄດ້. ດັ່ງນັ້ນ ຈຶ່ງບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບເລື່ອງນີ້. ຖ້າພວກເຈົ້າຮູ້ວ່າການອົດທົນຕໍ່ຄວາມທຸກທໍລະມານເປັນສ່ວນໜຶ່ງໃນວຽກງານຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມັນເປັນຂະບວນການທີ່ພຣະອົງປະສົບຢ່າງຫຼີກລ່ຽງບໍ່ໄດ້ໃນການມາຢູ່ທ່າມກາງຜູ້ຄົນ, ການເຂົ້າໃຈສິ່ງນີ້ກໍພຽງພໍແລ້ວ. ບໍ່ຈຳເປັນຕ້ອງເຮັດໃຫ້ມັນເປັນເລື່ອງໃຫຍ່ໂຕ, ທັງບໍ່ມີຄວາມຈຳເປັນໃດໆທີ່ພວກເຈົ້າຈະຕ້ອງຕອບແທນສິ່ງໃດ. ຖ້າພວກເຈົ້າໄລ່ຕາມເສາະຫາຄວາມຈິງ, ມື້ໜຶ່ງພວກເຈົ້າກໍອາດຈະເຂົ້າໃຈ, ແຕ່ຖ້າເຈົ້າບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ເຈົ້າກໍອາດຈະໄປເຖິງຈຸດສິ້ນສຸດ ແຕ່ກໍຍັງບໍ່ສາມາດເຂົ້າໃຈໄດ້.

ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ຂອງຄວາມທຸກທໍລະມານຈົບລົງຈົບເກືອບຈະຄົບຖ້ວນແລ້ວ. ຖ້າພວກເຈົ້າເຂົ້າໃຈທັດສະນະຄະຕິຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງທີ່ມີຕໍ່ຄວາມທຸກທໍລະມານ ຫຼື ຖ້າພວກເຈົ້າເຂົ້າໃຈວ່າພຣະອົງອົດທົນຕໍ່ຄວາມທຸກທໍລະມານຫຍັງແດ່, ພວກເຈົ້າຈະຢາກເຮັດຫຍັງ? ສິ່ງທີ່ດີທີ່ສຸດກໍຄືການທີ່ພວກເຈົ້າສາມາດປະຕິບັດຄວາມຈິງ, ມີຄວາມຈົງຮັກພັກດີ, ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ ແລະ ໃຫ້ຄວາມປາຖະໜາຂອງພຣະເຈົ້າໄດ້ຮັບການຕອບສະໜອງ. ນີ້ຄືການຕອບແທນທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະເຈົ້າ. ຖ້າເຈົ້າເຮັດແບບນີ້, ພຣະເຈົ້າກໍຈະຈື່ຈຳມັນ. ການຕອບແທນທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະເຈົ້າກໍຄືການທີ່ພວກເຈົ້າສາມາດໄລ່ຕາມເສາະຫາການປະຕິບັດຄວາມຈິງ ແລະ ໃນທີ່ສຸດກໍສາມາດບັນລຸຄວາມລອດພົ້ນໄດ້, ບໍ່ປ່ອຍໃຫ້ແຜນການຂອງພຣະເຈົ້າລົ້ມເຫຼວ, ບໍ່ປ່ອຍໃຫ້ພຣະທຳຂອງພຣະເຈົ້າສູນເປົ່າ, ໃຫ້ພຣະທຳຂອງພຣະເຈົ້າສຳເລັດລົງໃນຕົວພວກເຈົ້າ ແລະ ໃຫ້ພຣະທຳຂອງພຣະເຈົ້າກາຍເປັນຊີວິດຂອງພວກເຈົ້າ. ມື້ໜຶ່ງ, ເມື່ອພວກເຈົ້າຢູ່ລອດ ແລະ ກາຍເປັນສະມາຊິກຂອງມະນຸດຊາດໃໝ່, ສາມາດກາຍເປັນເຈົ້ານາຍຂອງສັບພະສິ່ງທັງປວງ ແລະ ດຳລົງຊີວິດໄດ້ຢ່າງມີຄວາມສຸກ ແລະ ໄດ້ຕອບສະໜອງຄວາມປາຖະໜາເບື້ອງຕົ້ນຂອງພຣະເຈົ້າໃນການສ້າງມະນຸດຊາດ, ນັ້ນກໍຈະເປັນການຕອບແທນທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະເຈົ້າ. ໃນມື້ທີ່ພວກເຈົ້າບັນລຸຄວາມລອດພົ້ນ ແລະ ກາຍເປັນຜູ້ທີ່ຢູ່ລອດ, ພວກເຈົ້າກໍຈະເຮັດໃຫ້ຄວາມປາຖະໜາຂອງພຣະເຈົ້າໃນການສ້າງມະນຸດຊາດໃໝ່ສຳເລັດລົງ. ພຣະເຈົ້າຈະໄດ້ຮັບກຸ່ມຄົນເທິງແຜ່ນດິນໂລກທີ່ສາມາດນະມັດສະການພຣະເຈົ້າ ແລະ ສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ຄວາມປາຖະໜາຂໍ້ນີ້ຂອງພຣະເຈົ້າກໍຈະສຳເລັດລົງ. ເມື່ອຄວາມປາຖະໜາຂອງພຣະເຈົ້າສຳເລັດລົງ, ບາງທີໃນມື້ນັ້ນ ພຣະເຈົ້າອາດຈະກ່າວວ່າ ເຈົ້າໄດ້ຊ່ວຍພຣະອົງເຮັດໃຫ້ຄວາມປາຖະໜາຂອງພຣະອົງສຳເລັດ ແລະ ເຈົ້າໄດ້ຊ່ວຍພຣະອົງນຳພາຊ່ວງເວລາແຫ່ງຄວາມທຸກທໍລະມານຂອງພຣະອົງໄປສູ່ຈຸດສິ້ນສຸດ. ນີ້ຄືການຕອບແທນທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະເຈົ້າ. ເມື່ອຄວາມປາຖະໜາຂອງພຣະເຈົ້າສຳເລັດລົງ, ພຣະເຈົ້າກໍຈະບໍ່ສະລະສິ່ງໃດເພື່ອມະນຸດຊາດອີກຕໍ່ໄປ; ຄວາມຄາດຫວັງຂອງພຣະອົງກໍຈະກາຍເປັນຈິງ. ພຣະເຈົ້າຈະບໍ່ຈຳເປັນຕ້ອງເຮັດວຽກງານອີກຕໍ່ໄປ. ພຣະອົງຈະໄດ້ເຫັນຜົນຮັບ ແລະ ໄດ້ຮັບຜົນຮັບ, ວຽກງານຂອງພຣະອົງຈະສິ້ນສຸດລົງ, ພຣະອົງຈະສາມາດພັກຜ່ອນໄດ້ ແລະ ພຣະອົງຈະບໍ່ມີຄວາມກັງວົນໃຈໃດໆກ່ຽວກັບມະນຸດຊາດອີກຕໍ່ໄປ. ມັນຈະໝາຍຄວາມວ່າ ຜ່ານການບັນລຸຄວາມລອດພົ້ນຂອງເຈົ້າໂດຍການໄລ່ຕາມເສາະຫາຄວາມຈິງ, ເຈົ້າໄດ້ຊ່ວຍພຣະເຈົ້າໃຫ້ຫຼຸດພົ້ນຈາກຄວາມຮູ້ສຶກຍາກລຳບາກທີ່ພຣະອົງຮູ້ສຶກ ແລະ ຈາກເສັ້ນທາງແຫ່ງຄວາມຍາກລຳບາກຫົກພັນປີຂອງພຣະອົງ. ພຣະເຈົ້າຈະຂອບໃຈເຈົ້າ. ນີ້ກໍຍ້ອນວ່າມັນເປັນການລໍຖ້າທີ່ຍາວນານຫຼາຍ, ແຕ່ໂຊກດີທີ່ໃນທີ່ສຸດ ພຣະເຈົ້າກໍຈະໄດ້ເຫັນຜົນຮັບ, ຄວາມປາຖະໜາຂອງພຣະອົງຈະສຳເລັດລົງ ແລະ ພຣະອົງຈະໄດ້ຮັບມະນຸດຊາດໃໝ່, ເຈົ້າຄວນປິຕິຍິນດີເພື່ອພຣະເຈົ້າ. ຖ້າເຈົ້າມີຫົວໃຈທີ່ຄຳນຶງເຖິງພຣະເຈົ້າຢ່າງແທ້ຈິງ, ຖ້າເຈົ້າຕ້ອງການເຂົ້າໃຈ ແລະ ຄຳນຶງເຖິງຫົວໃຈຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຕ້ອງການຕອບແທນພຣະເຈົ້າ, ແລ້ວເຈົ້າກໍຄວນເຊື່ອຟັງ ແລະ ອ່ອນນ້ອມ, ຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ, ຍ່າງໃນເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ເປັນຄົນທີ່ສາມາດນະມັດສະການພຣະເຈົ້າໄດ້. ນີ້ຄືການຕອບແທນທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະເຈົ້າ. ແນ່ນອນວ່າ ນີ້ກໍເປັນວິທີດຽວທີ່ຈະເຮັດໃຫ້ພຣະເຈົ້າໄດ້ຮັບການປອບໂຍນ ແລະ ເຮັດໃຫ້ຄວາມປາຖະໜາຂອງພຣະເຈົ້າສຳເລັດລົງ, ເຊິ່ງຊ່ວຍໃຫ້ພຣະອົງສາມາດປົດເປື້ອງຄວາມກັງວົນໃຈ ແລະ ຄວາມຄາດຫວັງໃດໆທີ່ພຣະອົງມີກ່ຽວກັບຜູ້ຄົນໄດ້. ແນ່ນອນວ່າ ມັນຍັງເປັນວິທີທີ່ດີທີ່ສຸດໃນການຊ່ວຍພຣະເຈົ້າໃຫ້ຫຼຸດພົ້ນຈາກເສັ້ນທາງແຫ່ງຄວາມຍາກລຳບາກ ເຊິ່ງກໍຄືການລໍຖ້າຫົກພັນປີຂອງພຣະອົງ. ໃນມຸມມອງຂອງພຣະເຈົ້າ, ນີ້ຄືການຕອບແທນທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະອົງ; ມັນຄືຂອງຂວັນທີ່ດີທີ່ສຸດທີ່ເຈົ້າສາມາດມອບໃຫ້ແກ່ພຣະເຈົ້າໄດ້. ຂອງຂວັນນີ້ໄດ້ຮັບການຍອມຮັບຈາກພຣະເຈົ້າ ແລະ ໄດ້ຮັບໂດຍພຣະເຈົ້າ ແລະ ມັນລໍ້າຄ່າກວ່າເງິນໜຶ່ງສ່ວນສິບຈຳນວນຫຼາຍທີ່ເຈົ້າອາດຈະຖວາຍ.

ພວກເຮົາຈະຈົບການໂອ້ລົມກ່ຽວກັບຫົວຂໍ້ນີ້ໄວ້ພຽງເທົ່ານີ້ ໄດ້ບໍ? (ໄດ້.) ຖ້າເປັນແນວນັ້ນ ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາສຳລັບມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ!

ວັນທີ 23 ພະຈິກ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (30)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (33)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້