ວິທີການໄລ່ຕາມເສາະຫາຄວາມຈິງ (33)

ມື້ນີ້, ກ່ອນອື່ນໃຫ້ພວກເຮົາໄຕ່ຕອງຄຳຖາມໜຶ່ງກັນເທາະ. ພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກສຸດຂອງຫົວໃຈມະນຸດ, ນີ້ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ໃນເມື່ອພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກສຸດຂອງຫົວໃຈມະນຸດ, ເປັນຫຍັງພຣະອົງຈຶ່ງຍັງທົດສອບມະນຸດ? ພວກເຈົ້າໄດ້ໄຕ່ຕອງຄຳຖາມນີ້ແລ້ວບໍ? (ບໍ່.) ພວກເຈົ້າບໍ່ໄດ້ໄຕ່ຕອງຄຳຖາມນີ້, ສະນັ້ນເມື່ອມີການຍົກຄຳຖາມນີ້ຂຶ້ນມາໃນຕອນນີ້, ພວກເຈົ້າຄິດແນວໃດ? ພວກເຈົ້າມີຄວາມເຂົ້າໃຈໃດໆກ່ຽວກັບເລື່ອງນີ້ບໍ? (ເຖິງແມ່ນວ່າພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກສຸດຂອງຫົວໃຈມະນຸດ, ພວກເຮົາຍັງຕ້ອງເປັນພະຍານໃຫ້ແກ່ພຣະເຈົ້າຕໍ່ໜ້າຊາຕານ ເພື່ອໃຫ້ຊາຕານສາມາດເຫັນຫົວໃຈທີ່ແທ້ຈິງຂອງພວກເຮົາທີ່ມີຕໍ່ພຣະເຈົ້າ ແລະ ຄວາມຊື່ສັດຂອງພວກເຮົາທີ່ມີຕໍ່ພຣະອົງ. ດັ່ງນັ້ນ, ການທົດສອບນີ້ຍັງໃຫ້ໂອກາດພວກເຮົາໄດ້ເປັນພະຍານຕໍ່ໜ້າຊາຕານ.) ນີ້ແມ່ນດ້ານໜຶ່ງຂອງສິ່ງທີ່ພວກເຮົາໄດ້ໂອ້ລົມຄັ້ງກ່ອນ. ນອກຈາກນີ້ແລ້ວ, ພວກເຈົ້າຍັງສາມາດຄິດຫຍັງອອກອີກແດ່? (ຂ້ານ້ອຍຍັງຄິດຫາປະເດັນໜຶ່ງ: ເຖິງແມ່ນວ່າພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກສຸດຂອງຫົວໃຈມະນຸດ, ພຣະເຈົ້າຍັງຈັດສະພາບແວດລ້ອມເພື່ອທົດສອບມະນຸດ, ເຮັດໃຫ້ເຂົາມີປະສົບການກັບສິ່ງຕ່າງໆຢ່າງແທ້ຈິງ ແລະ ເຮັດໃຫ້ເຂົາຕໍ່ສູ້ກັບອຸປະນິໄສທີ່ເສື່ອມຊາມຂອງເຂົາເອງຢ່າງຕໍ່ເນື່ອງ ແລະ ກະບົດຕໍ່ເນື້ອໜັງຂອງເຂົາເອງຢ່າງຕໍ່ເນື່ອງພາຍໃນສະພາບແວດລ້ອມເຫຼົ່ານັ້ນ ເພື່ອໃຫ້ເຂົາສາມາດປະຕິບັດຄວາມຈິງ ແລະ ປະຕິບັດພຣະທຳຂອງພຣະເຈົ້າ. ນີ້ແມ່ນຂະບວນການທີ່ສຳພັນກັບຊີວິດຈິງ ທີ່ສິ່ງທີ່ຖືກສ້າງໄດ້ຮັບຄວາມຈິງ.) ມີໃຜອີກແດ່ທີ່ມີຄວາມເຂົ້າໃຈອື່ນໆ? ປົກກະຕິແລ້ວ ພວກເຈົ້າເວົ້າບໍ່ເກັ່ງບໍ? ແລ້ວເປັນຫຍັງ ພວກເຈົ້າຈຶ່ງບໍ່ມີຄວາມເຂົ້າໃຈເມື່ອປະເຊີນກັບບັນຫາຕົວຈິງ? ພວກເຈົ້າຮູ້ບໍວ່າຄຳຖາມທີ່ເຮົາຫາກໍກ່າວເຖິງນັ້ນກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບວິທີການເຮັດວຽກຂອງພຣະເຈົ້າ ແລະ ມັນຍັງກ່ຽວຂ້ອງກັບການມາຮູ້ຈັກເຈດຕະນາຂອງພຣະເຈົ້າ. ສະນັ້ນ ພວກເຈົ້າສາມາດໄດ້ຮັບຄວາມເຂົ້າໃຈຫຍັງແດ່ຈາກສິ່ງນີ້? ຖ້າພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບເລື່ອງໃຫຍ່ແບບນີ້, ມັນກໍພິສູດວ່າພວກເຈົ້າບໍ່ໄດ້ໄຕ່ຕອງບັນຫາຕົວຈິງເຫຼົ່ານີ້, ແຮງໄກທີ່ພວກເຈົ້າຈະເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ. ດັ່ງນັ້ນ, ເມື່ອປະເຊີນກັບບັນຫາແບບນີ້, ພວກເຈົ້າຈຶ່ງບໍ່ມີປະສົບການໂດຍກົງກ່ຽວກັບພວກມັນ ແລະ ດ້ວຍເຫດນັ້ນຈຶ່ງບໍ່ສາມາດເວົ້າເຖິງຄວາມເຂົ້າໃຈໃດໆໄດ້. ມີໃຜອີກແດ່ທີ່ຢາກເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຂົາຕໍ່ຄຳຖາມນີ້? ໃນເມື່ອພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກສຸດຂອງຫົວໃຈມະນຸດ ແລະ ຮູ້ວ່າຜູ້ຄົນເຕັມໃຈທີ່ຈະປະຕິບັດຄວາມຈິງ, ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາຢ່າງອຸທິດຕົນ ແລະ ເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ, ນັ້ນຍັງບໍ່ພຽງພໍບໍ? ເປັນຫຍັງພຣະເຈົ້າຈຶ່ງຍັງທົດສອບມະນຸດຢູ່? ໃນທີ່ສຸດແລ້ວ ພຣະເຈົ້າຕັ້ງໃຈທີ່ຈະບັນລຸຜົນຫຍັງໂດຍການເຮັດສິ່ງນີ້? (ຂ້ານ້ອຍຄິດວ່າພຣະເຈົ້າຈັດສະພາບແວດລ້ອມເພື່ອໃຫ້ມະນຸດຜ່ານການທົດສອບ ແລະ ການຫຼໍ່ຫຼອມ ເພື່ອນຳເອົາຄວາມຈິງ ແລະ ເຮັດໃຫ້ຄວາມຈິງເຂົ້າສູ່ຕົວມະນຸດ ແລະ ເຮັດໃຫ້ຄວາມຈິງເປັນຊີວິດຂອງເຂົາ; ມັນເປັນຂະບວນການທີ່ສຳພັນກັບຊີວິດຈິງພໍສົມຄວນ.) ນີ້ຄືສິ່ງທີ່ຖືກຕ້ອງບໍ? (ແມ່ນແລ້ວ. ຂ້ານ້ອຍຂໍເພີ່ມອີກປະເດັນໜຶ່ງ: ຂ້ານ້ອຍຄິດວ່າ ໃນດ້ານໜຶ່ງ ວຽກງານການທົດສອບມະນຸດຂອງພຣະເຈົ້ານັ້ນແມ່ນເຮັດໜ້າທີ່ເພື່ອນຳເອົາຄວາມຈິງ ແລະ ເຮັດໃຫ້ຄວາມຈິງເຂົ້າສູ່ຕົວມະນຸດ ໂດຍການໃຫ້ມະນຸດປະສົບກັບການທົດສອບ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງແມ່ນເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າໃນຕົວມະນຸດ.) ພວກເຈົ້າເວົ້າວ່າພຣະເຈົ້າທົດສອບມະນຸດເພື່ອເຮັດໃຫ້ມະນຸດບັນລຸຕາມຄວາມປະສົງຂອງພຣະເຈົ້າ, ແຕ່ມະນຸດສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າໄດ້ບໍ? (ບໍ່, ເຂົາບໍ່ສາມາດເຮັດໄດ້.) ພວກເຈົ້າໄດ້ຟັງຄຳເທດສະໜາມາຫຼາຍປີແລ້ວ, ແຕ່ພວກເຈົ້າກໍບໍ່ມີຄວາມເຂົ້າໃຈກ່ຽວກັບເລື່ອງສ່ວນໃຫຍ່, ໂດຍສະເພາະເມື່ອເວົ້າເຖິງບັນຫາຕົວຈິງໃນຊີວິດປະຈຳວັນຂອງພວກເຈົ້າ. ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ຄົນສ່ວນໃຫຍ່ຮູ້ພຽງແຕ່ວິທີເປັ່ງຄຳເວົ້າທີ່ຟັງຄືສູງສົ່ງ ແລະ ເວົ້າກ່ຽວກັບຫຼັກຄຳສອນ ແລະ ທິດສະດີທີ່ຫວ່າງເປົ່າ. ບາງຄົນເຖິງກັບເວົ້າສິ່ງທີ່ຢູ່ນອກປະເດັນທັງສິ້ນ, ບໍ່ມີຄວາມກ່ຽວຂ້ອງຫຍັງກັບຄວາມຈິງ, ກັບຄວາມເປັນຈິງ, ບໍ່ໄດ້ເຊື່ອມໂຍງກັນແມ່ນແຕ່ໜ້ອຍດຽວ. ເຖິງແມ່ນວ່າບາງຄົນກໍບໍ່ໄດ້ໄຕ່ຕອງຄຳຖາມເຫຼົ່ານີ້ເຊັ່ນກັນ, ພວກເຂົາກໍຍັງມີຄວາມເຂົ້າໃຈບາງຢ່າງກ່ຽວກັບບັນຫາຕົວຈິງບາງຢ່າງ, ແມ່ນບໍ? ເມື່ອຕັດສິນຈາກຄຳຕອບຂອງພວກເຈົ້າ, ໃນລະຫວ່າງເວລາປົກກະຕິໃນຊີວິດຈິງຂອງພວກເຈົ້າ ພວກເຈົ້າບໍ່ມີການເຂົ້າສູ່ຄວາມຈິງສ່ວນໃຫຍ່ທີ່ກ່ຽວຂ້ອງກັບການປະຕິບັດເລີຍ ແລະ ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ມີປະສົບການກ່ຽວກັບຄວາມຈິງເຫຼົ່ານີ້. ບໍ່ວ່າພວກເຈົ້າຈະພົບພໍ້ກັບບັນຫາຕົວຈິງແມ່ນຫຍັງກໍຕາມ, ພວກເຈົ້າເກືອບບໍ່ມີຄວາມເຂົ້າໃຈເລີຍ ແລະ ຮູ້ພຽງແຕ່ວິທີເວົ້າກ່ຽວກັບຫຼັກຄຳສອນ; ເມື່ອໃດກໍຕາມທີ່ມີບາງຢ່າງເກີດຂຶ້ນ, ພວກເຈົ້າກໍຕອບກັບດ້ວຍຫຼັກຄຳສອນ. ສະນັ້ນ, ໃນວຽກງານໃດກໍຕາມ ຫຼື ໃນຂົງເຂດໜ້າທີ່ໃດກໍຕາມ, ສິ່ງທີ່ພວກເຈົ້າສາມາດເຮັດໄດ້ແມ່ນມີຈຳກັດຫຼາຍ ແລະ ແມ່ນແຕ່ສິ່ງທີ່ຈຳກັດທີ່ພວກເຈົ້າສາມາດເຮັດໄດ້ກໍບໍ່ສອດຄ່ອງກັບຫຼັກການຄວາມຈິງ. ຫຼັກການຄວາມຈິງແມ່ນເກີນກວ່າການຈັບໃຈຄວາມຂອງຄົນສ່ວນໃຫຍ່, ຄົນສ່ວນໃຫຍ່ກໍບໍ່ສາມາດເຂົ້າໃຈຫຼັກການເຫຼົ່ານີ້ໄດ້ເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການໄດ້. ກ່ຽວກັບຄຳຖາມເມື່ອກີ້ນີ້ທີ່ວ່າ “ພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ, ແລ້ວເປັນຫຍັງພຣະອົງຈຶ່ງຍັງທົດສອບມະນຸດ?” ພວກເຈົ້າສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈ, ແຕ່ຫຼັງຈາກທີ່ມີສອງສາມຄົນໄດ້ສະແດງຄວາມເຂົ້າໃຈບາງຢ່າງອອກມາ, ພວກເຈົ້າສ່ວນໃຫຍ່ກໍຍັງສາມາດໄດ້ຮັບການຢືນຢັນໃນໃຈຂອງພວກເຈົ້າ ແລະ ຕັດສິນໄດ້ວ່າໃຜເວົ້າໄດ້ຖືກຕ້ອງກວ່າ ແລະ ຂ້ອນຂ້າງສອດຄ່ອງກັບຂໍ້ເທັດຈິງ. ສະນັ້ນ, ຄວນເຂົ້າໃຈແນວໃດກ່ຽວກັບຄຳຖາມນີ້ກັນແທ້? ພວກເຮົາຈຳເປັນຕ້ອງໂອ້ລົມກ່ຽວກັບມັນ.

ການກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດແມ່ນຄວາມສາມາດທີ່ພຣະເຈົ້າເອງມີ. ພຣະເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມະນຸດຊາດ, ກ່ຽວກັບສິ່ງທີ່ຖືກສ້າງ; ສິ່ງນີ້ຖືກຕ້ອງຢ່າງສິ້ນເຊີງ; ຂໍ້ເທັດຈິງນີ້ບໍ່ສາມາດປະຕິເສດໄດ້. ບໍ່ວ່າເຈົ້າໄດ້ປະສົບກັບສິ່ງນີ້ ຫຼື ບໍ່, ບໍ່ວ່າເຈົ້າໄດ້ເຂົ້າໃຈມັນ ຫຼື ບໍ່ ແລະ ບໍ່ວ່າເຈົ້າໄດ້ຮັບຮູ້ມັນ ຫຼື ບໍ່ກໍຕາມ, ໃນກໍລະນີໃດກໍຕາມ, ມັນເປັນຂໍ້ເທັດຈິງທີ່ວ່າພຣະເຈົ້າກວດສອບຢ່າງລະອຽດເຖິງສ່ວນເລິກຂອງຫົວໃຈມະນຸດ. ຍ້ອນພຣະເຈົ້າກວດສອບຢ່າງລະອຽດເຖິງສ່ວນເລິກຂອງຫົວໃຈມະນຸດ, ໂດຍທຳມະຊາດແລ້ວ ພຣະອົງຈຶ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງເປັນພິເສດກ່ຽວກັບມະນຸດ. ຂີດຄວາມສາມາດ ແລະ ສັນຊາດຕະຍານຂອງມະນຸດເປັນແນວໃດ, ວຸດທິພາວະຂອງເຂົາມີຫຼາຍສໍ່າໃດ, ເຂົາສາມາດເຮັດຫຍັງໄດ້ ແລະ ເຂົາບໍ່ສາມາດເຮັດຫຍັງໄດ້ ແລະ ເຂົາມີອຸປະນິໄສທີ່ເສື່ອມຊາມຫຍັງແດ່, ພຣະເຈົ້າຮູ້ທຸກສິ່ງເຫຼົ່ານີ້ຢ່າງຖ່ອງແທ້; ພຣະເຈົ້າເຂົ້າໃຈພວກມັນຢ່າງຊັດເຈນສົມບູນ! ແລ້ວເປັນຫຍັງພຣະເຈົ້າຈຶ່ງຍັງທົດສອບມະນຸດຢູ່ສະເໝີ? ຈຸດປະສົງຂອງການທົດສອບນີ້ແມ່ນຫຍັງ? ພຣະເຈົ້າຕ້ອງການໃຫ້ມະນຸດໃຫ້ຄຳຕອບແກ່ພຣະອົງຜ່ານພຶດຕິກຳ ແລະ ການສະແດງອອກຂອງເຂົາເອງ. ພຣະເຈົ້າຕ້ອງການເຫັນຄວາມຕັ້ງໃຈຂອງມະນຸດ, ຄວາມປາຖະໜາຂອງເຂົາ, ຄຳອະທິຖານຂອງເຂົາ ຫຼື ຄຳປະຕິຍານທີ່ເຂົາສາບານຕໍ່ໜ້າພຣະເຈົ້າ ໄດ້ຮັບການຢືນຢັນ. ໃນສາຍຕາຂອງພຣະເຈົ້າ, ນີ້ແມ່ນຂະບວນການທີ່ຈຳເປັນ; ມັນກ່ຽວຂ້ອງກັບວິທີທີ່ພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ແລະ ວິທີທີ່ພຣະອົງນຳເອົາພຣະທຳຂອງພຣະອົງ ແລະ ນຳເອົາຄວາມຈິງ ແລະ ເຮັດໃຫ້ພວກມັນເຂົ້າສູ່ຕົວມະນຸດ. ຄັ້ງກ່ອນ, ພວກເຮົາຍັງໄດ້ໂອ້ລົມກັນກ່ຽວກັບບາງສ່ວນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງທົດສອບມະນຸດ, ໂດຍກ່າວເຖິງວ່າ ພຣະອົງທົດສອບມະນຸດເພາະວ່າພຣະອົງຕ້ອງການໃຫ້ມະນຸດເປັນພະຍານແກ່ພຣະອົງ. ແຕ່ນີ້ເປັນພຽງສ່ວນນ້ອຍໆຂອງເຫດຜົນເທົ່ານັ້ນ. ເຫດຜົນຫຼັກກໍຄື ໂດຍການທົດສອບມະນຸດ ພຣະເຈົ້າຕັ້ງໃຈທີ່ຈະເຮັດໃຫ້ເຂົານຳເອົາພຣະທຳຂອງພຣະເຈົ້າ, ນຳເອົາຄວາມຈິງ ແລະ ປະຕິບັດພຣະທຳເຫຼົ່ານັ້ນ ແລະ ປ່ຽນໃຫ້ກາຍເປັນຄວາມເປັນຈິງຂອງເຂົາເອງ. ຈຸດປະສົງບໍ່ແມ່ນພຽງແຕ່ໃຫ້ມະນຸດອ່ານພຣະທຳຂອງພຣະເຈົ້າຈົບແລ້ວມີພຽງຄວາມປະທັບໃຈບາງຢ່າງ ຫຼື ຄວາມຄິດ, ເຈດຕະນາ ຫຼື ຄວາມຕັ້ງໃຈບາງຢ່າງເທົ່ານັ້ນ. ກົງກັນຂ້າມ ມັນເພື່ອໃຫ້ມະນຸດໄຕ່ຕອງ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານັ້ນ ແລະ ດ້ວຍເຫດນັ້ນຈຶ່ງມາເຂົ້າໃຈຄວາມຈິງ ແລະ ສາມາດປະຕິບັດຄວາມຈິງ ເພື່ອໃຫ້ມັນກາຍເປັນຄວາມເປັນຈິງຊີວິດຂອງເຂົາ. ແລ້ວເປັນຫຍັງພຣະເຈົ້າຈຶ່ງຕ້ອງການການປະຕິບັດຂອງມະນຸດ? ການປະຕິບັດນີ້ສຳຄັນຫຼາຍຕໍ່ການບັນລຸຄວາມລອດພົ້ນຂອງມະນຸດ. ນີ້ແມ່ນຂະບວນການທີ່ຈຳເປັນທີ່ພຣະເຈົ້ານຳເອົາຄວາມຈິງ ແລະ ເຮັດໃຫ້ຄວາມຈິງເຂົ້າສູ່ຕົວມະນຸດ. ໃນດ້ານໜ້າງ ໂດຍການປະຕິບັດຄວາມຈິງ ມະນຸດສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ; ໃນອີກດ້ານໜຶ່ງ, ເຂົາມີປະສົບການຢ່າງແທ້ຈິງກັບສິ່ງທີ່ພຣະທຳຂອງພຣະເຈົ້າກ່າວເຖິງ, ມີປະສົບການຢ່າງແທ້ຈິງກັບມາດຕະຖານທີ່ພຣະເຈົ້າກຳນົດ ແລະ ເຈດຕະນາຂອງພຣະອົງແມ່ນຫຍັງ ແລະ ຍັງມີປະສົບການຢ່າງແທ້ຈິງກັບຂະບວນການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ຜ່ານຂະບວນການນີ້, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຈຶ່ງຖືກເຮັດໃຫ້ເຂົ້າສູ່ຕົວມະນຸດ. ແນ່ນອນວ່າ ນີ້ບໍ່ແມ່ນຜົນທີ່ສາມາດບັນລຸໄດ້ໂດຍການປະຕິບັດຄວາມຈິງພຽງຄັ້ງໜຶ່ງ ຫຼື ສອງຄັ້ງ; ກົງກັນຂ້າມ ມະນຸດຕ້ອງປະຕິບັດ ແລະ ເຂົ້າສູ່ຄວາມຈິງທຸກດ້ານໃນໄລຍະຍາວ. ໃນຂະບວນການໄລຍະຍາວນີ້, ເມື່ອມະນຸດມີປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານສິ່ງຕ່າງໆຢ່າງຕໍ່ເນື່ອງ, ອຸປະນິໄສທີ່ເສື່ອມຊາມຂອງເຂົາກໍຄ່ອຍໆຖືກແກ້ໄຂໃນລະດັບທີ່ແຕກຕ່າງກັນ. ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງບໍ່ແມ່ນຜົນສຸດທ້າຍທີ່ພຣະເຈົ້າຕັ້ງໃຈຈະບັນລຸໂດຍການທົດສອບເຂົາ. ຜົນສຸດທ້າຍແມ່ນຫຍັງ? ສິ່ງທີ່ພຣະເຈົ້າຕັ້ງໃຈຈະເຮັດໃຫ້ສຳເລັດໃນຕົວມະນຸດກໍຄື ຜ່ານການທີ່ຄວາມຈິງເກີດຜົນພາຍໃນຕົວເຂົາ, ເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ຈາກນັ້ນກໍນຳເອົາຄວາມຈິງ ແລະ ເຮັດໃຫ້ມັນເປັນຊີວິດຂອງເຂົາ; ນີ້ຄືຜົນສຸດທ້າຍ. ເມື່ອຄວາມຈິງກາຍເປັນຊີວິດຂອງມະນຸດ, ອຸປະນິໄສທີ່ເສື່ອມຊາມຂອງເຂົາກໍຖືກແກ້ໄຂທີ່ຕົ້ນຕໍ. ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດທີ່ຕົ້ນຕໍແມ່ນຜົນສຸດທ້າຍທີ່ມະນຸດບັນລຸໄດ້ໂດຍການຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ. ນີ້ຄືເຫດຜົນຫຼັກທີ່ພຣະເຈົ້າທົດສອບມະນຸດ. ດັ່ງນັ້ນ, ສອງປະເດັນທີ່ບາງຄົນເວົ້າເຖິງເມື່ອພວກເຂົາເວົ້າວ່າ “ໃນດ້ານໜຶ່ງ, ພຣະເຈົ້າທົດສອບມະນຸດ ເພາະວ່າພຣະອົງຕ້ອງການໃຫ້ມະນຸດເປັນພະຍານ ແລະ ໃນອີກດ້ານໜຶ່ງແມ່ນເພື່ອເຮັດໃຫ້ມະນຸດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ” ຄວາມຈິງແລ້ວແມ່ນບໍ່ສຳຄັນຫຼາຍປານໃດ ເມື່ອທຽບກັບແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ຈຸດມຸ່ງໝາຍຂອງພຣະອົງໃນການເຮັດໃຫ້ມະນຸດບໍລິບູນ ແລະ ເຮັດໃຫ້ມະນຸດສາມາດບັນລຸຄວາມລອດພົ້ນ. ສິ່ງທີ່ສຳຄັນກໍຄື ໃນລະຫວ່າງຂະບວນການທົດສອບມະນຸດ ພຣະເຈົ້າຕັ້ງໃຈທີ່ຈະນຳເອົາພຣະທຳຂອງພຣະອົງ ແລະ ນຳເອົາຄວາມຈິງ ແລະ ເຮັດໃຫ້ພວກມັນເຂົ້າສູ່ຕົວມະນຸດ. ຜົນສຸດທ້າຍກໍຄືການເຮັດໃຫ້ພຣະທຳຂອງພຣະເຈົ້າ ແລະ ເຮັດໃຫ້ຄວາມຈິງສາມາດກາຍເປັນຊີວິດຂອງມະນຸດ, ເພື່ອມາແທນທີ່ຊີວິດເກົ່າຂອງເຂົາ ເຊິ່ງກໍຄືອຸປະນິໄສທີ່ເສື່ອມຊາມຂອງເຂົາ. ແລ້ວມະນຸດຈະບໍ່ຖືກຮັບເອົາໂດຍພຣະເຈົ້າບໍ? (ແມ່ນແລ້ວ.) ການທີ່ມະນຸດຈະຖືກຮັບເອົາໂດຍພຣະເຈົ້າໃນທີ່ສຸດ, ນີ້ຄືຜົນທີ່ພຣະເຈົ້າຕັ້ງໃຈຈະບັນລຸໂດຍການທົດສອບມະນຸດ. ການທົດສອບນີ້ມີຫຼາຍຮູບແບບ. ບາງຄັ້ງ ພຣະເຈົ້າໃຊ້ສະພາບແວດລ້ອມເພື່ອໃຫ້ເຈົ້າຜ່ານການທົດສອບ ແລະ ການຫຼໍ່ຫຼອມ; ບາງຄັ້ງ ພຣະອົງໃຊ້ສະພາບແວດລ້ອມເພື່ອລົງທັນ ແລະ ພິພາກສາເຈົ້າ; ແລະ ບາງຄັ້ງ ພຣະອົງໃຊ້ສະພາບແວດລ້ອມເພື່ອກະຕຸ້ນເຕືອນເຈົ້າ ແລະ ຕັກເຕືອນເຈົ້າ. ບາງຄັ້ງ ພຣະອົງໃຊ້ຄົນອື່ນເພື່ອເຕືອນໃຈເຈົ້າ, ຕັກເຕືອນເຈົ້າ ແລະ ລິຮານເຈົ້າ ແລະ ບາງຄັ້ງ ພຣະອົງໃຊ້ພຣະທຳຂອງພຣະອົງເພື່ອຕຳນິເຈົ້າຢ່າງຊັດເຈນ, ຕີສອນເຈົ້າ ແລະ ລົງວິໄນເຈົ້າ ຫຼື ເຖິງກັບໃຊ້ພຣະທຳຂອງພຣະອົງເພື່ອພິພາກສາເຈົ້າຢ່າງຊັດເຈນ ແລະ ເປີດໂປງຄວາມກະບົດຂອງເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນວິທີທີ່ພຣະເຈົ້າທົດສອບມະນຸດ; ວິທີການທົດສອບມະນຸດຂອງພຣະເຈົ້າມີຫຼາກຫຼາຍ ແລະ ແຕກຕ່າງ. ແລ້ວເງື່ອນໄຂທີ່ພຣະເຈົ້າທົດສອບມະນຸດແມ່ນຫຍັງ? ເຈົ້າຕ້ອງບັນລຸເງື່ອນໄຂຫຍັງ ເພື່ອໃຫ້ພຣະເຈົ້າທົດສອບເຈົ້າ? ເຈົ້າຕ້ອງມີການເຂົ້າສູ່ຊີວິດ. ພຣະເຈົ້າກວດສອບເຈົ້າຢ່າງລະອຽດ; ພຣະອົງຮູ້ວ່າເຈົ້າກຳລັງຄິດຫຍັງຢູ່ໃນໃຈ ແລະ ພຣະອົງຮູ້ວ່າເຈົ້າມີແກ່ນແທ້ທຳມະຊາດປະເພດໃດ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ມີການເຂົ້າສູ່ຊີວິດ ເວົ້າອີກຢ່າງໜຶ່ງກໍຄື ຖ້າປົກກະຕິແລ້ວເຈົ້າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ໄດ້ສະແຫວງຫາຫຼັກການຄວາມຈິງໃນສິ່ງໃດກໍຕາມ, ເຖິງແມ່ນວ່າພຣະເຈົ້າໃຫ້ຄວາມຮູ້ແຈ້ງແກ່ເຈົ້າ ແລະ ຊີ້ນຳເຈົ້າ ເພື່ອຊ່ວຍໃຫ້ເຈົ້າເຂົ້າໃຈຄວາມຈິງດ້ານໜຶ່ງ, ເຈົ້າກໍຍັງຄົງເສີຍເມີຍ, ເຈົ້າບໍ່ໄດ້ຮູ້ສຶກຊາບຊຶ້ງຢູ່ພາຍໃນ ແລະ ບໍ່ວ່າຈະຢູ່ໃນໃຈຂອງເຈົ້າ ຫຼື ໃນຄວາມຮັບຮູ້ແບບອັດຕະວິໄສຂອງເຈົ້າ ເຈົ້າກໍບໍ່ມີເຈດຕະນາໃດໆທີ່ຈະປະຕິບັດຕາມຫຼັກການຄວາມຈິງ. ໃນກໍລະນີດັ່ງກ່າວ, ວິທີການທົດສອບມະນຸດແບບຕ່າງໆຂອງພຣະເຈົ້າກໍຈະເກີດຂຶ້ນກັບເຈົ້າໜ້ອຍຫຼາຍ. ສິ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກວ່າເຈົ້າຍັງຢູ່ໃນຂັ້ນຕອນຂອງການອອກແຮງງານ ແລະ ຍັງບໍ່ທັນໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ນີ້ເປັນສັນຍານຂອງຫຍັງ? ເປັນສັນຍານທີ່ເຈົ້າຍັງຄົງອອກແຮງງານຢູ່! ການອອກແຮງງານໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າພຽງເລັກນ້ອຍ ແລະ ເຮັດໜ້າວຽກເຫຼົ່ານັ້ນ, ນີ້ເປັນພຽງການເຮັດວຽກໜັກເທົ່ານັ້ນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຫຼັກການຄວາມຈິງ. ໃນເມື່ອເຈົ້າພຽງແຕ່ເຮັດວຽກໜັກເທົ່ານັ້ນ, ມັນກໍບໍ່ມີການເວົ້າເຖິງຫຼັກການຂອງການປະຕິບັດ ແລະ ບໍ່ມີການເວົ້າເຖິງການສະແຫວງຫາຫຼັກການຄວາມຈິງ. ມັນພຽງພໍແລ້ວ ຖ້າເຈົ້າສາມາດເຮັດວຽກໜັກ, ບໍ່ກໍ່ໃຫ້ເກີດການຂັດຂວາງ, ບໍ່ກໍ່ໃຫ້ເກີດການລົບກວນ, ບໍ່ຕັ້ງໃຈຂັດຂວາງຄວາມເປັນລະບຽບຮຽບຮ້ອຍ, ບໍ່ຕັ້ງໃຈທຳລາຍສິ່ງໃດ ແລະ ບໍ່ຕັ້ງໃຈສ້າງຄວາມເສຍຫາຍໃຫ້ກັບອຸປະກອນໃດໆ. ຂໍ້ກຳນົດທີ່ວາງໄວ້ສຳລັບເຈົ້າແມ່ນບໍ່ສູງ; ມັນພຽງພໍແລ້ວ ຖ້າເຈົ້າສາມາດເຮັດວຽກໜັກ, ບໍ່ກໍ່ໃຫ້ເກີດການລົບກວນ ແລະ ພາຍນອກເບິ່ງຄືວ່າປະພຶດຕົວດີພໍສົມຄວນ. ນັ້ນຄືມາດຕະຖານທີ່ກຳນົດໄວ້ສຳລັບເຈົ້າ. ເປັນຫຍັງຈຶ່ງກຳນົດມາດຕະຖານດັ່ງກ່າວສຳລັບເຈົ້າ? ເພາະວ່າເຈົ້າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ, ປົກກະຕິແລ້ວເຈົ້າບໍ່ມີການເຂົ້າສູ່ຊີວິດ ແລະ ເຈົ້າບໍ່ໄດ້ສະແຫວງຫາຄວາມຈິງໃນທຸກສິ່ງ. ບາງຄົນເວົ້າວ່າ “ເຖິງແມ່ນວ່າພວກເຮົາຈະບໍ່ສະແຫວງຫາຄວາມຈິງເມື່ອມີສິ່ງຕ່າງໆເກີດຂຶ້ນ, ພວກເຮົາກໍບໍ່ໄດ້ລະເມີດຫຼັກການໃດໆ. ພວກເຮົາເຮັດທຸກຢ່າງທີ່ເຮືອນຂອງພຣະເຈົ້າຂໍໃຫ້ພວກເຮົາເຮັດ, ພວກເຮົາໄດ້ເຊື່ອຟັງ ແລະ ພວກເຮົາໄດ້ເຮັດໜ້າວຽກຂອງພວກເຮົາສຳເລັດແລ້ວ. ພວກເຮົາຍັງບໍ່ໄດ້ຕັ້ງໃຈກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ແລ້ວພຣະອົງຈະເວົ້າໄດ້ແນວໃດວ່າພວກເຮົາກຳລັງອອກແຮງງານ?” ການເວົ້າວ່າຄົນເຫຼົ່ານີ້ກຳລັງອອກແຮງງານນັ້ນບໍ່ເປັນທຳກ່ຽວກັບພວກເຂົາບໍ? (ບໍ່.) ຜູ້ຄົນຮູ້ທາງຫຼັກຄຳສອນວ່າມັນບໍ່ໄດ້ເປັນການຕັດສິນຢ່າງບໍ່ເປັນທຳ, ແຕ່ບາງຄົນກໍຍັງຄົງບໍ່ຍອມຮັບໃນໃຈຂອງພວກເຂົາ. ເປັນຫຍັງຈຶ່ງເວົ້າວ່າຄົນເຫຼົ່ານີ້ກຳລັງອອກແຮງງານ? (ຈຸດປະສົງຫຼັກຂອງການທີ່ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ສະແດງຄວາມຈິງໃນຍຸກສຸດທ້າຍແມ່ນເພື່ອເຮັດໃຫ້ພວກເຮົາຍອມຮັບຄວາມຈິງ, ປະຕິບັດຄວາມຈິງ ແລະ ຮັບເອົາຄວາມຈິງເປັນຊີວິດຂອງພວກເຮົາ. ຖ້າພວກເຮົາປະຕິບັດໜ້າທີ່ຂອງພວກເຮົາໂດຍບໍ່ມີຫຼັກການ, ແລ້ວການປະຕິບັດໜ້າທີ່ເຫຼົ່ານັ້ນກໍບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ສາມາດເອີ້ນໄດ້ພຽງແຕ່ວ່າເປັນການອອກແຮງງານ.) ເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ບາງຄົນກໍບໍ່ສາມາດຍອມຮັບຄຳເວົ້າເຫຼົ່ານີ້ໄດ້ ແລະ ເວົ້າວ່າ “ພວກເຮົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ໄດ້ຈ່າຍລາຄາຢ່າງຫຼວງຫຼາຍໃນການເຮັດໜ້າທີ່ຂອງພວກເຮົາ, ແລ້ວພວກເຮົາຈະຍັງຄົງອອກແຮງງານຢູ່ໄດ້ແນວໃດ? ພວກເຮົາບໍ່ຍອມຮັບສິ່ງນີ້! ພຣະເຈົ້າບໍ່ໄດ້ກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດບໍ? ແຕ່ພຣະເຈົ້າກໍບໍ່ຮູ້ວ່າຫົວໃຈຂອງພວກເຮົາທີ່ມີຕໍ່ພຣະອົງເປັນແນວໃດ ແລະ ພຣະອົງບໍ່ເຂົ້າໃຈພວກເຮົາ! ຖ້າພຣະເຈົ້າບໍ່ເຂົ້າໃຈພວກເຮົາ, ມັນສາມາດເວົ້າໄດ້ແນວໃດວ່າພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ? ຖ້າພຣະເຈົ້າບໍ່ເຂົ້າໃຈມະນຸດ, ພຣະອົງກໍສາມາດຕັດສິນຢ່າງບໍ່ເປັນທຳກ່ຽວກັບມະນຸດໄດ້ງ່າຍໆ”. ຄົນແບບນັ້ນເຊື່ອວ່າພຣະເຈົ້າຕັດສິນຢ່າງບໍ່ເປັນທຳກ່ຽວກັບເຂົາ; ມັນຖືກຕ້ອງບໍທີ່ເຂົາຄິດແບບນີ້? (ບໍ່.) ເຂົາຍອມຮັບວ່າພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ ແຕ່ກໍຍັງເວົ້າວ່າພຣະເຈົ້າຕັດສິນຢ່າງບໍ່ເປັນທຳກ່ຽວກັບເຂົາ. ເຂົາຍອມຮັບຢ່າງແທ້ຈິງບໍວ່າພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ? (ບໍ່. ຖ້າເຂົາເຊື່ອວ່າພຣະເຈົ້າຕັດສິນຢ່າງບໍ່ເປັນທຳກ່ຽວກັບເຂົາ, ແລ້ວເຖິງແມ່ນວ່າເຂົາຈະເວົ້າວ່າ “ພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ”, ນີ້ກໍບໍ່ແມ່ນຄວາມເຂົ້າໃຈທີ່ແທ້ຈິງ.) ພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ, ສະນັ້ນ ພຣະອົງຈຶ່ງເຂົ້າໃຈສະພາວະ ແລະ ແກ່ນແທ້ຕ່າງໆຂອງຜູ້ຄົນບໍ? (ພຣະອົງເຂົ້າໃຈ.) ໃນເມື່ອພຣະເຈົ້າເຂົ້າໃຈ, ການທີ່ພຣະອົງກຳນົດລັກສະນະຂອງຫຼາຍຄົນທີ່ເຊື່ອໃນພຣະເຈົ້າມາຫຼາຍປີວ່າຍັງຄົງອອກແຮງງານຢູ່, ບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຍັງບໍ່ທັນໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນນັ້ນ ຖືກຕ້ອງບໍ? (ມັນຖືກຕ້ອງ.) ສິ່ງນີ້ອີງໃສ່ຫຍັງ? (ອີງໃສ່ສະພາວະຕົວຈິງຂອງພວກເຮົາ. ໃນສະພາບແວດລ້ອມທີ່ພຣະເຈົ້າຈັດ, ພວກເຮົາບໍ່ໄດ້ສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາໂດຍປາສະຈາກຫຼັກການຄວາມຈິງ, ສະນັ້ນ ຂ້ານ້ອຍຈຶ່ງຄິດວ່າການກຳນົດລັກສະນະຂອງພຣະເຈົ້າຕໍ່ພວກເຮົານັ້ນແມ່ນຖືກຕ້ອງ.) ພວກເຈົ້າຍັງເບິ່ງເລື່ອງນີ້ບໍ່ອອກ.

ຕະຫຼອດຫຼາຍປີທີ່ຜ່ານມາ, ເຮົາໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ໄດ້ໂອ້ລົມຫຼັກການຄວາມຈິງຫຼາຍຢ່າງ, ພວກເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງເຫຼົ່ານີ້ບໍ? (ເຕັມໃຈ.) ພວກເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງ, ສະນັ້ນ ພວກເຈົ້າເຄີຍອະທິຖານ ແລະ ຕັ້ງໃຈ ຫຼື ກ່າວຄຳປະຕິຍານຕໍ່ພຣະເຈົ້າກ່ຽວກັບເລື່ອງນີ້ບໍ? (ບາງຄັ້ງຂ້ານ້ອຍກໍປະຕິຍານ ແລະ ຕັ້ງໃຈ.) ຄົນສ່ວນໃຫຍ່ເຕັມໃຈທີ່ຈະປະຕິບັດຄວາມຈິງໃນໃຈຂອງພວກເຂົາ ແລະ ພວກເຂົາມັກຈະອະທິຖານ ແລະ ຕັ້ງໃຈ ແລະ ພວກເຂົາຍັງປະຕິບານຕໍ່ພຣະເຈົ້າ; ບາງຄົນເຖິງກັບຂໍໃຫ້ພຣະເຈົ້າລົງວິໄນພວກເຂົາ. ແຕ່ຄວາມເຕັມໃຈນີ້ສາມາດໝາຍຄວາມວ່າຜູ້ຄົນມີຄວາມເປັນຈິງຄວາມຈິງບໍ? ມັນສາມາດແທນທີ່ການປະຕິບັດຄວາມຈິງຂອງພວກເຂົາໄດ້ບໍ? (ບໍ່.) ມັນບໍ່ສາມາດແທນທີ່ການປະຕິບັດຄວາມຈິງຂອງພວກເຂົາໄດ້. ເບິ່ງແມ, ຄົນສ່ວນໃຫຍ່ບໍ່ໄດ້ຢູ່ໃນສະພາວະນີ້ບໍ? ເມື່ອເວົ້າເຖິງການປະຕິບັດຄວາມຈິງ ຫຼື ການໂອ້ລົມກ່ຽວກັບຄວາມຈິງດ້ານໃດດ້ານໜຶ່ງ, ເມື່ອເວົ້າເຖິງເຈດຕະນາແບບອັດຕະວິໄສຂອງຜູ້ຄົນ, ບໍ່ມີໃຜຕ້ອງການຕໍ່ຕ້ານມັນ; ພວກເຂົາທຸກຄົນລ້ວນແຕ່ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຕົວຢ່າງ: ການເປັນຄົນຊື່ສັດ, ການປະຕິບັດໜ້າທີ່ຂອງຕົນຢ່າງອຸທິດຕົນ, ການບໍ່ເຮັດພໍແລ້ວມືແລ້ວຕີນ, ການຮ່ວມມືກັນຢ່າງກົມກຽວ, ການບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນເມື່ອເຮັດສິ່ງຕ່າງໆ ແລະ ການທີ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ດຳລົງຮັກສາຄຳພະຍານຂອງພຣະເຈົ້າ ແລະ ອື່ນໆ, ຜູ້ຄົນລ້ວນແຕ່ເຕັມໃຈທີ່ຈະປະຕິບັດ ແລະ ເຂົ້າສູ່ຄວາມຈິງເຫຼົ່ານີ້. ຖ້າເຈົ້າຖາມວ່າ “ໃຜບໍ່ເຕັມໃຈທີ່ຈະປະຕິບັດຄວາມຈິງ”? ກໍຈະບໍ່ມີໃຜຍົກມືຂຶ້ນ; ທຸກຄົນລ້ວນແຕ່ເຕັມໃຈທີ່ຈະປະຕິບັດຄວາມຈິງ. ແລ້ວຖ້າເຈົ້າຖາມຕໍ່ໄປວ່າ “ເຈົ້າວາງແຜນທີ່ຈະເລີ່ມປະຕິບັດຄວາມຈິງເມື່ອໃດ”? ພວກເຂົາກໍຈະເວົ້າວ່າ “ຂ້ອຍຈະເລີ່ມປະຕິບັດຄວາມຈິງຕັ້ງແຕ່ຕອນນີ້ເປັນຕົ້ນໄປ”. ແຕ່ຫຼັງຈາກນັ້ນ, ພວກເຂົາກໍບໍ່ລົງມືເຮັດຕົວຈິງ; ພວກເຂົາຍັງຄົງຄິດໃນໃຈຢູ່ສະເໝີວ່າ: “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະປະຕິບັດຄວາມຈິງ”. ພວກເຂົາບໍ່ພຽງແຕ່ອະທິຖານແບບນີ້ຕໍ່ໜ້າພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຍັງສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ສະແດງຄວາມປາຖະໜາຂອງພວກເຂົາຕໍ່ໜ້າທຸກຄົນ ແລະ ບາງຄັ້ງກໍເຖິງກັບເຮັດໃຫ້ຕົນເອງຊາບຊຶ້ງຈົນນໍ້າຕາໄຫຼອາບໜ້າ ແລະ ຮ້ອງໄຫ້ສະອຶກສະອື້ນ. ການຮູ້ສຶກຊາບຊຶ້ງກໍເປັນເລື່ອງໜຶ່ງ, ແຕ່ການທີ່ພວກເຂົາສາມາດນຳເອົາຄວາມຈິງໄປປະຕິບັດໄດ້ຢ່າງແທ້ຈິງ ຫຼື ບໍ່ນັ້ນແມ່ນຍາກທີ່ຈະເວົ້າ. ບາງຄົນຍັງຄົງຢູ່ໃນຂັ້ນຕອນຂອງການເຕັມໃຈທີ່ຈະປະຕິບັດຄວາມຈິງຢູ່ສະເໝີ; ເມື່ອໃດກໍຕາມທີ່ເຈົ້າຖາມພວກເຂົາ, ພວກເຂົາກໍເວົ້າວ່າພວກເຂົາເຕັມໃຈທີ່ຈະປະຕິບັດ, ຄືກັນກັບເດັກນ້ອຍທີ່ກ່າວຄຳເວົ້າຂອງຜູ້ໃຫຍ່. ຕົວຢ່າງ: ພໍ່ແມ່ບາງຄົນຖາມລູກຂອງພວກເຂົາວ່າ ເຂົາຈະເຕັມໃຈຫາເງິນມາລ້ຽງດູພໍ່ແມ່ ຫຼື ບໍ່ ເມື່ອເຂົາໃຫຍ່ຂຶ້ນ ແລະ ເດັກນ້ອຍກໍຕອບວ່າ “ເຕັມໃຈ!” ແຕ່ການທີ່ເຂົາຈະລ້ຽງດູພໍ່ແມ່ຂອງເຂົາຢ່າງແທ້ຈິງ ຫຼື ບໍ່ເມື່ອເຂົາໃຫຍ່ຂຶ້ນນັ້ນກໍເປັນອີກເລື່ອງໜຶ່ງ. ຫຼັງຈາກທີ່ໄດ້ຍິນເດັກນ້ອຍເວົ້າວ່າເຂົາເຕັມໃຈທີ່ຈະລ້ຽງດູພໍ່ແມ່ຂອງເຂົາ, ພໍ່ແມ່ບາງຄົນກໍຖືເອົາຄຳເວົ້ານັ້ນເປັນຈິງເປັນຈັງ ແລະ ພວກເຂົາກໍເອົາຄວາມຫວັງທັງໝົດຂອງພວກເຂົາໄປຝາກໄວ້ກັບລູກ, ເຖິງກັບເຕັມໃຈເຮັດວຽກຢ່າງໜັກຈົນເກືອບໝົດເຫື່ອແຮງເພື່ອເຂົາ. ໃນຄວາມຈິງແລ້ວ, ເດັກນ້ອຍກໍພຽງແຕ່ເວົ້າໃຫຍ່ເທົ່ານັ້ນ; ເຂົາເອງກໍຍັງບໍ່ເຂົ້າໃຈເລີຍວ່າ “ຄວາມເຕັມໃຈ” ນີ້ໝາຍຄວາມວ່າແນວໃດ. ເຂົາພຽງແຕ່ຄິດວ່າ ຕາບໃດທີ່ພໍ່ແມ່ຂອງເຂົາມີຄວາມສຸກ ແລະ ພໍໃຈຫຼັງຈາກທີ່ໄດ້ຍິນສິ່ງນັ້ນ, “ຄວາມເຕັມໃຈ” ຂອງເຂົາກໍບັນລຸຜົນແລ້ວ. ເຂົາບໍ່ຮູ້ວ່າເຂົາຈະຕ້ອງທົນກັບຄວາມຍາກລຳບາກຫຍັງແດ່, ເຂົາຈະຕ້ອງຈ່າຍລາຄາຫຍັງແດ່ ຫຼື ເຂົາຈະຕ້ອງປະຕິບັດຄວາມຮັບຜິດຊອບ ແລະ ພັນທະຫຍັງແດ່ເພື່ອເຫັນແກ່ “ຄວາມເຕັມໃຈ” ນີ້ເມື່ອເຂົາໃຫຍ່ຂຶ້ນ. ເຂົາບໍ່ຮູ້ວ່າ “ຄວາມເຕັມໃຈ” ນີ້ຄວນຖືກນຳໄປປະຕິບັດແນວໃດ, ຄວນເຮັດມັນໃຫ້ສຳເລັດແນວໃດ ຫຼື ຄວນປ່ຽນມັນໃຫ້ກາຍເປັນຄວາມເປັນຈິງແນວໃດ. ເດັກນ້ອຍກໍພຽງແຕ່ເວົ້າໃຫຍ່ ແລະ ມັນກໍຈົບພຽງເທົ່ານັ້ນ; ເມື່ອເຂົາໃຫຍ່ຂຶ້ນ, ເຂົາກໍລືມຄຳເວົ້າທີ່ເຂົາເຄີຍເວົ້າໃນຕອນຍັງນ້ອຍຢ່າງສິ້ນເຊີງ ແລະ ປ່ອຍໃຫ້ມັນປິວໄປກັບສາຍລົມ. ການຫາເງິນໃນຊີວິດຈິງບໍ່ແມ່ນເລື່ອງງ່າຍ; ຄວາມເປັນຈິງນັ້ນໂຫດຮ້າຍຫຼາຍ ແລະ ບໍ່ມີຫຍັງເປັນໄປຢ່າງລ່ຽນໄຫຼ ບໍ່ວ່າເຂົາຈະເຮັດວຽກຫຍັງກໍຕາມ. ສະນັ້ນ, ຄຳເວົ້າທີ່ເຂົາເວົ້າໃນຕອນຍັງນ້ອຍທີ່ວ່າ “ຂ້ອຍເຕັມໃຈທີ່ຈະລ້ຽງດູພໍ່ແມ່ຂອງຂ້ອຍ” ແມ່ນສາມາດບັນລຸໄດ້ບໍ? (ມັນບໍ່ແມ່ນເລື່ອງທີ່ບັນລຸໄດ້ງ່າຍ.) ພວກເຈົ້າສ່ວນໃຫຍ່ກໍຢູ່ໃນສະພາວະນີ້ເຊັ່ນກັນ; ພວກເຈົ້າບໍ່ເຕັມໃຈທີ່ຈະພຽງແຕ່ອອກແຮງງານເພື່ອພຣະເຈົ້າ ແລະ ເຕັມໃຈທີ່ຈະສະລະຕົນເອງຢ່າງອຸທິດຕົນເພື່ອພຣະເຈົ້າ, ເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ, ເຕັມໃຈທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເຕັມໃຈທີ່ຈະເຮັດທຸກຢ່າງຕາມຫຼັກການຄວາມຈິງ. ເຖິງຢ່າງໃດກໍຕາມ, ການຢຸດຢູ່ພຽງແຕ່ຄວາມເຕັມໃຈນັ້ນບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມເປັນຈິງຂອງເຈົ້າ ແລະ ບໍ່ແມ່ນຄວາມເປັນຈິງຂອງເຈົ້າ; ເຈົ້າບໍ່ມີຄວາມເປັນຈິງໃນຂົງເຂດເຫຼົ່ານີ້. ຜູ້ຄົນຢຸດຢູ່ພຽງແຕ່ຄວາມເຕັມໃຈ ແລ້ວກໍຄິດວ່າ “ເພາະຂ້ອຍເຕັມໃຈ, ຂ້ອຍຈຶ່ງນັບວ່າເປັນຄົນທີ່ມີຄວາມຊື່ສັດ ແລະ ໄດ້ປະຕິບັດຄວາມຈິງແລ້ວ. ໃນເມື່ອຂ້ອຍມີຄວາມຕັ້ງໃຈນີ້, ຂ້ອຍກໍສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ແລະ ຕອບສະໜອງຕາມເຈດຕະນາຂອງພຣະເຈົ້າໄດ້”. ພວກເຂົາເຊື່ອວ່າຄວາມເຕັມໃຈໝາຍຄວາມວ່າພວກເຂົາມີຄວາມຈິງເປັນຊີວິດຂອງພວກເຂົາແລ້ວ ແລະ ພວກເຂົາມີຄວາມເປັນຈິງຄວາມຈິງແລ້ວ. ພວກເຂົາບໍ່ຮູ້ວ່າ “ຄວາມເຕັມໃຈ” ນີ້ຂອງພວກເຂົາພຽງແຕ່ຍັງຄົງຢູ່ໃນຄວາມປາຖະໜາ ແລະ ຄວາມຄິດຂອງພວກເຂົາເທົ່ານັ້ນ; ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມເປັນຈິງ ແລະ ຍັງມີໄລຍະຫ່າງພໍສົມຄວນລະຫວ່າງຄວາມເຕັມໃຈນີ້ກັບການປະຕິບັດຄວາມຈິງ ແລະ ລະຫວ່າງຄວາມເຕັມໃຈນີ້ກັບການເຂົ້າສູ່ຄວາມເປັນຈິງຄວາມຈິງ. ເຖິງແມ່ນວ່າເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງ, ເຈົ້າກໍຍັງບໍ່ໄດ້ປະຕິບັດຄວາມຈິງ ແລະ ບໍ່ມີການສະແດງອອກຕົວຈິງ, ສະນັ້ນ ເຈົ້າຍັງຄົງຢູ່ໃນຈິນຕະນາການຂອງເຈດຕະນາແບບອັດຕະວິໄສຂອງເຈົ້າ ແລະ ເຈົ້າຍັງຄົງດຳລົງຊີວິດຢູ່ໃນຂັ້ນຕອນທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບົງການຄວາມຄິດ ແລະ ພຶດຕິກຳຂອງເຈົ້າ. ໃນຂະນະທີ່ເຈົ້າຍັງຄົງຢູ່ໃນຂັ້ນຕອນນີ້, ຄວາມເຕັມໃຈຂອງເຈົ້າສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ບໍ? (ບໍ່.) ບໍ່ວ່າເຈົ້າຈະປະເຊີນກັບຫຍັງກໍຕາມ, ເຈົ້າຍັງຄົງດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຕົວຢ່າງ: ເມື່ອເຈົ້າຮ່ວມມືກັບຄົນໃດຄົນໜຶ່ງໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຄິດວ່າ ຖ້າເຈົ້າຮ່ວມມື ແລະ ປຶກສາຫາລືສິ່ງຕ່າງໆກັບເຂົາ ມັນຈະເຮັດໃຫ້ເຈົ້າເບິ່ງຄືວ່າດ້ອຍກວ່າເຂົາ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະສູນເສຍສະຖານະ ແລະ ກຽດຕິຍົດຂອງເຈົ້າ. ສະນັ້ນ, ເຈົ້າຈຶ່ງບໍ່ຮ່ວມມືກັບເຂົາ ແລະ ເຈົ້າກໍຕັດສິນໃຈທຸກຢ່າງດ້ວຍຕົວເຈົ້າເອງ. ເມື່ອເຈົ້າເຫັນຄົນໃດຄົນໜຶ່ງເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງເຂົາ, ເຈົ້າກໍບໍ່ເປີດໂປງ ຫຼື ລິຮານເຂົາເຊັ່ນກັນ ໂດຍຄິດໃນໃຈວ່າ “ປົກກະຕິແລ້ວຂ້ອຍມີຄວາມສຳພັນທີ່ດີກັບຄົນນີ້. ຖ້າເຂົາເຮັດພໍແລ້ວມືແລ້ວຕີນ ກໍປ່ອຍເຂົາໄປ; ແນວໃດກໍຕາມ ຜົນປະໂຫຍດສ່ວນຕົວຂອງຂ້ອຍກໍບໍ່ໄດ້ຮັບຄວາມເສຍຫາຍຫຍັງ. ຂ້ອຍພຽງແຕ່ຈະບອກໃບ້ ແລະ ໃຫ້ຄຳແນະນຳເລັກນ້ອຍແກ່ເຂົາກໍພໍແລ້ວ; ຖ້າເຂົາບໍ່ກັບໃຈ ຂ້ອຍກໍຈະສັງເກດເບິ່ງເຂົາອີກຈັກໜ້ອຍ ແລະ ຜ່ອນຜັນໃຫ້ເຂົາແດ່”. ເຈົ້າບໍ່ປະຕິບັດຄວາມຈິງ ບໍ່ວ່າເຈົ້າຈະປະເຊີນກັບຫຍັງກໍຕາມ. “ຄວາມເຕັມໃຈ” ນັ້ນຂອງເຈົ້າເປັນພຽງຄວາມຄິດທີ່ຂ້ອນຂ້າງເປັນບວກ; ມັນບໍ່ແມ່ນຄວາມເປັນຈິງຂອງເຈົ້າເລີຍ. ເຈົ້າບໍ່ໄດ້ປະຕິບັດຄວາມຈິງເລີຍ ແລະ ເຈົ້າບໍ່ໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງ. ເມື່ອໃດກໍຕາມທີ່ເຈົ້າປະເຊີນກັບບາງຢ່າງທີ່ຮຽກຮ້ອງໃຫ້ເຈົ້າປະຕິບັດຄວາມຈິງ, ເຈົ້າກໍປະຕິບັດ ແລະ ຈັດການກັບມັນໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຢູ່ສະເໝີ; ເຈົ້າບໍ່ສະແຫວງຫາຫຼັກການຄວາມຈິງ ແລະ ເຈົ້າບໍ່ເຂົ້າສູ່ຄວາມເປັນຈິງຄວາມຈິງ. ນອກຈາກນັ້ນ ໃນໃຈຂອງເຈົ້າ ເຈົ້າຄິດຢູ່ສະເໝີວ່າ “ຂ້ອຍເຕັມໃຈທີ່ຈະປະຕິບັດຄວາມຈິງ, ຂ້ອຍເຕັມໃຈທີ່ຈະຮັກພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ” ແລ້ວກໍຄິດໄປເອງເອົາວ່າ ເຈົ້າໄດ້ປະຕິບັດຄວາມຈິງດ້ວຍຕົວເຈົ້າເອງແລ້ວ, ໄດ້ຮັກພຣະເຈົ້າດ້ວຍຕົວເຈົ້າເອງແລ້ວ ແລະ ໄດ້ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຕົວເຈົ້າເອງແລ້ວ. ເຈົ້າເຖິງກັບກຳນົດຕົວເຈົ້າເອງ ໂດຍຕັ້ງຊື່ທີ່ຟັງມ່ວນຫູໃຫ້ກັບຕົວເຈົ້າເອງວ່າ “ຄົນທີ່ປະຕິບັດຄວາມຈິງ ແລະ ໄລ່ຕາມເສາະຫາຄວາມຈິງ”. ເຈົ້າກຳລັງຫຼອກລວງຕົວເຈົ້າເອງ ແລະ ເຈົ້າກໍກຳລັງຫຼອກລວງພຣະເຈົ້າເຊັ່ນກັນ. ເຈົ້າບໍ່ເຂົ້າສູ່ຄວາມເປັນຈິງຄວາມຈິງ ບໍ່ວ່າເຈົ້າຈະປະເຊີນກັບຫຍັງກໍຕາມ ແລະ ເຈົ້າບໍ່ໃຊ້ຄວາມຈິງເພື່ອແກ້ໄຂສິ່ງຕ່າງໆ ແຕ່ເຈົ້າກໍຍັງຕັ້ງໃຈຕໍ່ໜ້າພຣະເຈົ້າວ່າ: “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະຊື່ສັດຕໍ່ພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະສະລະທຸກສິ່ງທີ່ຂ້ານ້ອຍມີເພື່ອພຣະອົງ”. ຫຼັງຈາກທີ່ອະທິຖານແລ້ວ, ເມື່ອພຣະເຈົ້າຈັດສະພາບແວດລ້ອມໃຫ້ເຈົ້າ, ເຈົ້າກໍບໍ່ປະຕິບັດຕາມຫຼັກການຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ; ຄວາມເຕັມໃຈຂອງເຈົ້າຖືກປະຖິ້ມໄປດົນແລ້ວ. ຫຼັງຈາກທີ່ເລື່ອງນັ້ນຜ່ານໄປ, ເຈົ້າກໍເລີ່ມສະແດງຄວາມຕັ້ງໃຈຂອງເຈົ້າອີກຄັ້ງໃນທັນທີວ່າ: “ຂ້ອຍເຕັມໃຈທີ່ຈະປະຕິບັດຄວາມຈິງ, ຂ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ, ຂ້ອຍເຕັມໃຈທີ່ຈະຮັກພຣະເຈົ້າ”. ມີສຽງໜຶ່ງບອກເຈົ້າຢູ່ໃນໃຈຢູ່ສະເໝີວ່າ: “ໃນເມື່ອຂ້ອຍເຕັມໃຈທີ່ຈະເຮັດທຸກສິ່ງເຫຼົ່ານີ້, ຂ້ອຍກໍບໍ່ແມ່ນຜູ້ອອກແຮງງານ; ຂ້ອຍເປັນຄົນທີ່ຮັກພຣະເຈົ້າ, ເປັນຄົນທີ່ປະຕິບັດຄວາມຈິງ”. ເຈົ້າຫຼອກລວງຕົວເຈົ້າເອງໄດ້ເກັ່ງແທ້ໆ ແຕ່ພຣະເຈົ້າປ່ອຍໃຫ້ເຈົ້າຫຼອກລວງພຣະອົງແບບນີ້ບໍ? (ບໍ່.) ເຈົ້າສາມາດຫຼອກລວງຕົວເຈົ້າເອງໄດ້ ແຕ່ພຣະເຈົ້າຈະບໍ່ອະນຸຍາດໃຫ້ເຈົ້າຫຼອກລວງພຣະອົງແບບນີ້. ເຈົ້າອາດຈະສາມາດຫຼອກລວງຕົວເຈົ້າເອງ ແລະ ຫຼອກລວງຄົນທີ່ຢູ່ອ້ອມຂ້າງເຈົ້າໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງພຣະເຈົ້າໄດ້. ເຈົ້າຕັ້ງໃຈຕໍ່ໜ້າພຣະເຈົ້າຊໍ້າແລ້ວຊໍ້າອີກວ່າ: “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈ!” “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະສະລະຕົນເອງເພື່ອພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະຖວາຍທັງໝົດຂອງຕົວຂ້ານ້ອຍໃຫ້ແກ່ພຣະອົງ!” ຄຳປະຕິຍານໃດແດ່ທີ່ເຈົ້າໄດ້ສາບານຕໍ່ໜ້າພຣະເຈົ້າທີ່ເຈົ້າໄດ້ນຳໄປປະຕິບັດ? ຄຳປະຕິຍານໃດແດ່ທີ່ເຈົ້າໄດ້ເຮັດໃຫ້ສຳເລັດ? ບໍ່ມີຈັກຢ່າງທີ່ສຳເລັດ; ໃນທີ່ສຸດແລ້ວ ເຈົ້າຍັງຄົງຢູ່ໃນຂັ້ນຕອນຂອງຄວາມເຕັມໃຈ. ສະນັ້ນ, ບໍ່ວ່າເຈົ້າໄດ້ເຮັດວຽກໜັກຫຼາຍສໍ່າໃດກໍຕາມ, ຕາບໃດທີ່ເຈົ້າຍັງຄົງຢູ່ໃນຂັ້ນຕອນຂອງຄວາມເຕັມໃຈ, ຍັງບໍ່ທັນເລີ່ມສະແຫວງຫາຫຼັກການຄວາມຈິງ ແລະ ຍັງບໍ່ທັນເລີ່ມປະຕິບັດຄວາມຈິງ ແລ້ວເຈົ້າກໍບໍ່ມີການເຂົ້າສູ່ຊີວິດ. ຄົນທີ່ບໍ່ມີການເຂົ້າສູ່ຊີວິດນັ້ນມີຊີວິດບໍ? (ບໍ່.) ຄົນທີ່ບໍ່ມີຊີວິດແມ່ນໂຕຫຍັງ? ເຂົາເປັນຜູ້ອອກແຮງງານ ຫຼື ເປັນໜຶ່ງໃນປະຊາກອນທີ່ພຣະເຈົ້າຊົງເລືອກ? ເຂົາຢູ່ທ່າມກາງຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນບໍ? ເຂົາເປັນຄົນທີ່ພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນບໍ? ເຂົາເປັນຄົນທີ່ອ່ອນນ້ອມພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າບໍ? (ບໍ່.) ເຈົ້າບໍ່ມີການເຂົ້າສູ່ຊີວິດ ແຕ່ເຈົ້າອ້າງວ່າເຈົ້າເປັນຄົນທີ່ປະຕິບັດຄວາມຈິງ ແລະ ອ້າງວ່າເຈົ້າບໍ່ແມ່ນຜູ້ອອກແຮງງານ. ຖ້າເຈົ້າບໍ່ແມ່ນຜູ້ອອກແຮງງານ ແລ້ວເຈົ້າແມ່ນຫຍັງ? ເຈົ້າເປັນໜຶ່ງໃນປະຊາກອນຂອງພຣະເຈົ້າ ຫຼື ເປັນຄົນທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າບໍ? (ບໍ່ແມ່ນທັງສອງ.) ໃນມຸມມອງຂອງເຮົາ, ການເອີ້ນເຈົ້າວ່າຜູ້ອອກແຮງງານກໍຖືວ່າໃຫ້ກຽດເຈົ້າຫຼາຍກວ່າທີ່ເຈົ້າສົມຄວນໄດ້ຮັບແລ້ວ; ບາງຄົນເຖິງກັບບໍ່ແມ່ນຜູ້ອອກແຮງງານດ້ວຍຊໍ້າ, ພວກເຂົາບໍ່ເຕັມໃຈ ແລະ ລັງເລແມ່ນແຕ່ຈະເຮັດວຽກໜັກພຽງເລັກນ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ. ຢ່າຄິດວ່າພຽງແຕ່ຍ້ອນພວກເຈົ້າເຮັດວຽກໜັກພຽງເລັກນ້ອຍ ແລະ ມີຄວາມເຕັມໃຈທີ່ຈະປະຕິບັດຄວາມຈິງ ພວກເຈົ້າກໍມີຄຸນສົມບັດທີ່ຈະໄດ້ຮັບພອນ ແລະ ລາງວັນ ແລະ ມີຕົ້ນທຶນທີ່ຈະພະຍາຍາມຕໍ່ລອງກັບພຣະເຈົ້າ. ພວກເຈົ້າຍັງຢູ່ຫ່າງໄກຈາກການບັນລຸຄວາມລອດພົ້ນ. ເກືອບຈະບໍ່ມີພວກເຈົ້າຄົນໃດທີ່ມີການເຂົ້າສູ່ຊີວິດທີ່ຊັດເຈນເທື່ອ. ພວກເຈົ້າຄິດວ່າ ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າແລ້ວ, ການປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຈົ້າໄວ້ເບື້ອງຫຼັງເພື່ອປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ການເຕັມໃຈທີ່ຈະເຮັດແມ່ນຫຍັງກໍຕາມທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ພວກເຈົ້າເຮັດນັ້ນ ໝາຍຄວາມວ່າພວກເຈົ້າມີຄວາມເປັນຈິງຄວາມຈິງແລ້ວ. ແຕ່ຄວາມຈິງແລ້ວ ມີຫຍັງຢູ່ເບື້ອງຫຼັງຄວາມເຕັມໃຈນັ້ນຂອງພວກເຈົ້າ? ຄວາມເຕັມໃຈຂອງພວກເຈົ້າມີການເຈືອປົນຢ່າງໜັກ ແລະ ບໍ່ສາມາດທົນຕໍ່ການຖືກທົດສອບໄດ້, ສະນັ້ນ ການທີ່ພວກເຈົ້າຖືກກຳນົດລັກສະນະວ່າເປັນຜູ້ອອກແຮງງານນັ້ນຈຶ່ງບໍ່ໄດ້ເປັນການຕັດສິນຢ່າງບໍ່ເປັນທຳກ່ຽວກັບພວກເຈົ້າແມ່ນແຕ່ໜ້ອຍດຽວ. ເຈົ້າບໍ່ມີການເຂົ້າສູ່ຊີວິດ ສະນັ້ນ ເຈົ້າບໍ່ແມ່ນຜູ້ອອກແຮງງານບໍ? ມັນດີພໍສົມຄວນແລ້ວທີ່ເຮົາບໍ່ໄດ້ເອີ້ນເຈົ້າວ່າມານຮ້າຍ. ຄົນທີ່ບໍ່ມີການເຂົ້າສູ່ຊີວິດແມ່ນຄົນທີ່ບໍ່ມີຊີວິດ. ບາງຄົນໄດ້ເຊື່ອໃນພຣະເຈົ້າມາເປັນເວລາສິບປີແລ້ວ ແຕ່ບໍ່ມີຊີວິດ; ບາງຄົນໄດ້ເຊື່ອມາຊາວປີແລ້ວ ແຕ່ບໍ່ມີຊີວິດ; ບາງຄົນເຖິງກັບໄດ້ເຊື່ອມາຫຼາຍກວ່າສາມສິບປີແລ້ວ, ແຕ່ກໍຍັງບໍ່ມີຊີວິດ. ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ບໍ່ສາມາດອະທິບາຍຢ່າງຊັດເຈນ ຫຼື ເວົ້າຢ່າງແຈ່ມແຈ້ງແມ່ນແຕ່ຄວາມຈິງທີ່ງ່າຍດາຍທີ່ສຸດ ແລະ ຜິວເຜີນທີ່ສຸດ, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີຊີວິດບໍ? ຕະຫຼອດຫຼາຍປີທີ່ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາຄິດຢູ່ສະເໝີວ່າພວກເຂົາເຮັດໄດ້ດີພໍສົມຄວນໃນຄວາມເຊື່ອຂອງພວກເຂົາ, ໂດຍມັກຈະເວົ້າວ່າ “ຂ້ອຍເຕັມໃຈທີ່ຈະແລ່ນໄປແລ່ນມາ ແລະ ສະລະຕົນເພື່ອພຣະເຈົ້າ, ຂ້ອຍເຕັມໃຈທີ່ຈະຈ່າຍລາຄາເພື່ອພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະຊື່ສັດຕໍ່ພຣະເຈົ້າ. ເບິ່ງແມວ່າຂ້ອຍໄດ້ຖວາຍຫຼາຍສໍ່າໃດ ແລະ ຂ້ອຍໄດ້ສະລະເພື່ອພຣະເຈົ້າຫຼາຍສໍ່າໃດ. ຂ້ອຍໄດ້ອຸທິດເວລາ ແລະ ພະລັງງານຂອງຂ້ອຍ ແລະ ໄດ້ປະຖິ້ມຄອບຄົວ, ການຮຽນ, ວຽກງານ ແລະ ເງິນຂອງຂ້ອຍ. ຂ້ອຍເຕັມໃຈທີ່ຈະເຮັດທຸກຢ່າງທີ່ຂ້ອຍຖືກຂໍໃຫ້ເຮັດ. ຂ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ, ຂ້ອຍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ຂ້ອຍເຕັມໃຈທີ່ຈະຍອມຮັບການລິຮານ ແລະ ຂ້ອຍເຕັມໃຈທີ່ຈະຍອມຮັບການລົງທັນ ແລະ ການພິພາກສາ”. “ຄວາມເຕັມໃຈ” ນັ້ນສາມາດໝາຍຄວາມວ່າເຈົ້າໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວບໍ? “ຄວາມເຕັມໃຈ” ນັ້ນຂອງເຈົ້າຫຼຸດອອກຈາກປາກຂອງເຈົ້າໄດ້ງ່າຍດາຍປານນັ້ນໄດ້ແນວໃດ? ເຈົ້າ “ເຕັມໃຈ” ທີ່ຈະເຮັດຫຼາຍສິ່ງຫຼາຍຢ່າງ, ແຕ່ເຈົ້າໄດ້ນຳເອົາຄວາມຈິງໄປປະຕິບັດຫຼາຍສໍ່າໃດແລ້ວ? ຄວາມເປັນຈິງຄວາມຈິງຂອງເຈົ້າຢູ່ໃສ? ເຈົ້າ “ເຕັມໃຈ” ທີ່ຈະເຮັດຫຼາຍສິ່ງຫຼາຍຢ່າງ, ແຕ່ເຈົ້າມີຄຳພະຍານຈາກປະສົບການບໍ? ເປັນຫຍັງຈົນເຖິງຕອນນີ້, ຄວາມເປັນໄປໄດ້ທີ່ເຈົ້າຈະທໍລະຍົດພຣະເຈົ້າຍັງຄົງເປັນໜຶ່ງຮ້ອຍເປີເຊັນ? ເປັນຫຍັງມັນຈຶ່ງບໍ່ຫຼຸດລົງແມ່ນແຕ່ໜ້ອຍດຽວ? ເຖິງແມ່ນວ່າມັນຫຼຸດລົງຊາວ ຫຼື ສາມສິບເປີເຊັນ, ໂດຍຫຼຸດລົງເທື່ອລະໜ້ອຍ, ສິ່ງນີ້ກໍຈະຍັງນັບວ່າໄດ້ປະຕິບັດ ແລະ ເຂົ້າສູ່ຄວາມຈິງເລັກນ້ອຍ. ແຕ່ເຈົ້າກໍບໍ່ສາມາດບັນລຸໄດ້ຫຼາຍຂະໜາດນັ້ນດ້ວຍຊໍ້າ. “ຄວາມເຕັມໃຈ” ນັ້ນຂອງເຈົ້າຄືການຫຼອກລວງ; ມັນຄືການຫຼອກລວງທີ່ຍິ່ງໃຫຍ່ທີ່ສຸດຕໍ່ພຣະເຈົ້າ. ນັ້ນບໍ່ແມ່ນຄວາມຊື່ສັດຕໍ່ພຣະເຈົ້າ ແລະ ມັນບໍ່ແມ່ນຫົວໃຈທີ່ແທ້ຈິງທີ່ມີຕໍ່ພຣະເຈົ້າ. ເຈົ້າຄິດວ່າ ຖ້າຄຳຕົວະຖືກເວົ້າເປັນພັນ ຫຼື ເປັນໝື່ນຄັ້ງ, ມັນຈະກາຍເປັນຄວາມຈິງ, ກາຍເປັນຂໍ້ເທັດຈິງແທ້ໆບໍ? ສຳລັບພຣະເຈົ້າແລ້ວ, ຄຳກ່າວອ້າງນີ້ບໍ່ເປັນຄວາມຈິງ; ມັນເປັນເຫດຜົນທີ່ບິດເບືອນ ແລະ ເປັນຄວາມເຊື່ອນອກຮີດ. ພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ. ບໍ່ວ່າເຈົ້າຈະເວົ້າວ່າເຈົ້າເຕັມໃຈທີ່ຈະສະລະຕົນເພື່ອພຣະເຈົ້າຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າຄຳເວົ້າຂອງເຈົ້າຈະຟັງມ່ວນຫູສໍ່າໃດກໍຕາມ, ພຣະເຈົ້າສັງເກດເຫັນຢ່າງຊັດເຈນສົມບູນວ່າເຈົ້າແມ່ນໂຕຫຍັງ. ເຈົ້າອ້າງຢູ່ສະເໝີວ່າເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ເຈົ້າເວົ້າວ່າເຈົ້າມີຄວາມເປັນຈິງຂອງການໄລ່ຕາມເສາະຫາຄວາມຈິງ ແລະ ເຈົ້າມີຫຼັກຖານຂອງການປະຕິບັດຄວາມຈິງ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າໃຫ້ຄືນພຣະເຈົ້າເມື່ອພຣະອົງທົດສອບເຈົ້າ? ເຈົ້າເບິ່ງຄົນຊົ່ວຮ້າຍທີ່ກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນເຮືອນຂອງພຣະເຈົ້າ, ແຕ່ເຈົ້າກໍບໍ່ສົນໃຈ ແລະ ບໍ່ເອົາຕົວເອງເຂົ້າໄປຫຍຸ້ງກ່ຽວ. ເຖິງແມ່ນວ່າມີຄົນລາຍງານບັນຫາ, ເຈົ້າກໍບໍ່ແກ້ໄຂ ຫຼື ຈັດການກັບມັນ ແລະ ເຈົ້າພຽງແຕ່ປ່ອຍໃຫ້ຄົນຊົ່ວຮ້າຍເຮັດຄວາມຊົ່ວ ແລະ ອາລະວາດ. ນີ້ຄືການອ່ອນນ້ອມຕໍ່ພຣະເຈົ້າຂອງເຈົ້າບໍ? ນີ້ຄືຄວາມຊື່ສັດຕໍ່ພຣະເຈົ້າຂອງເຈົ້າບໍ? ໃນເມື່ອເຈົ້າຄິດວ່າເຈົ້າຊື່ສັດຕໍ່ພຣະເຈົ້າ, ເຈົ້າໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈັກຄັ້ງໃນຂະນະທີ່ເຈົ້າເປັນຜູ້ນຳ ຫຼື ຜູ້ເຮັດວຽກ? ໃນເລື່ອງໃດແດ່ທີ່ເຈົ້າໄດ້ລິເລີ່ມເພື່ອກວດພົບ ແລະ ແກ້ໄຂບັນຫາ, ຮັບປະກັນການດຳເນີນງານທີ່ເປັນປົກກະຕິຂອງວຽກງານຂອງຄຣິສຕະຈັກ? ເມື່ອຄົນຊົ່ວຮ້າຍກຳລັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ເຈົ້າໄດ້ລຸກຂຶ້ນຈັກຄັ້ງເພື່ອເປີດໂປງພວກເຂົາ ແລະ ແກ້ໄຂການລົບກວນທີ່ພວກເຂົາກໍ່ຂຶ້ນ? ເຈົ້າເຄີຍຍຶດໝັ້ນໃນຫຼັກການໃນການນຳໃຊ້ ແລະ ການໃຊ້ຈ່າຍເຄື່ອງຖວາຍ ແລະ ປົກປ້ອງເຄື່ອງຖວາຍຂອງພຣະເຈົ້າຢ່າງເໝາະສົມຈາກການສູນເສຍເມື່ອໃດ? ໃນເລື່ອງເຫຼົ່ານີ້, ເຈົ້າບໍ່ເຄີຍຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ດຳເນີນການກວດກາຢ່າງເຂັ້ມງວດເພື່ອຈຳກັດຄົນຊົ່ວຮ້າຍຈາກການເຮັດຄວາມຊົ່ວ. ກົງກັນຂ້າມ, ເຈົ້າພັດໄຮ້ຄວາມຮັບຜິດຊອບຢ່າງສິ້ນເຊີງ, ເບິ່ງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ແຕ່ກໍຍັງຄົງເສີຍເມີຍ. ໂດຍສະເພາະກ່ຽວກັບການໃຊ້ຈ່າຍເຄື່ອງຖວາຍ, ເຈົ້າບໍ່ໄດ້ດຳເນີນການກວດກາໃດໆເລີຍ, ພຽງແຕ່ອະນຸມັດ ແລະ ເຊັນຮັບຮອງແບບລວກໆ. ດ້ວຍຄຳເວົ້າແບບລວກໆຈາກປາກຂອງເຈົ້າ ແລະ ການເຊັນດ້ວຍປາກກາຂອງເຈົ້າ, ເຄື່ອງຖວາຍຫຼາຍໝື່ນ ຫຼື ຫຼາຍແສນກໍຖືກຜານຖິ້ມ ແລະ ເຈົ້າກໍບໍ່ໄດ້ກະພິບຕາດ້ວຍຊໍ້າ. ຕໍ່ມາ, ເມື່ອເຮືອນຂອງພຣະເຈົ້າໃຫ້ເຈົ້າຮັບຜິດຊອບ, ເຈົ້າກໍຢ້ານວ່າຈະຕ້ອງຊົດເຊີຍຄວາມເສຍຫາຍ, ສະນັ້ນ ເຈົ້າຈຶ່ງເຖິງກັບສາມາດປອມແປງຫຼັກຖານຂຶ້ນມາ, ຊອກຫາຄົນມາບິດເບືອນຫຼັກຖານ ແລະ ປ່ຽນແປງລາຍເຊັນ. ນີ້ຄື “ຄວາມຊື່ສັດ” ຕໍ່ພຣະເຈົ້າຂອງເຈົ້າ. ເມື່ອຄົນຊົ່ວຮ້າຍກຳລັງອາລະວາດເຮັດສິ່ງທີ່ບໍ່ດີ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ເມື່ອເຈົ້າເຫັນຜູ້ຄົນເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ມາເກາະກິນໃນເຮືອນຂອງພຣະເຈົ້າ, ເຈົ້າກໍເຮັດຫູໜວກຕາບອດ, ທຳທ່າບໍ່ເຫັນ ແລະ ທຳທ່າບໍ່ຮູ້, ໃນຂະນະທີ່ຄິດໃນໃຈຂອງເຈົ້າວ່າ “ຂ້ອຍເຕັມໃຈທີ່ຈະຊື່ສັດຕໍ່ພຣະເຈົ້າ, ຂ້ອຍເຕັມໃຈທີ່ຈະຢືນຍາມຢູ່ຈຸດຂອງຂ້ອຍເພື່ອເຮືອນຂອງພຣະເຈົ້າ, ເຝົ້າປະຕູຂອງມັນໃຫ້ດີ ແລະ ເບິ່ງແຍງຝູງແກະໃຫ້ດີ”. ເຈົ້າເຕັມໃຈ, ແຕ່ເຈົ້າໄດ້ເຮັດມັນແລ້ວບໍ? ເຈົ້າເວົ້າວ່າເຈົ້າເຕັມໃຈທີ່ຈະຢືນຍາມຢູ່ຕຳແໜ່ງຂອງເຈົ້າ ແລະ ດຳເນີນການກວດກາຢ່າງເຂັ້ມງວດເພື່ອເຮືອນຂອງພຣະເຈົ້າ ແລະ ເຝົ້າປະຕູໃຫ້ດີ, ແຕ່ເຈົ້າມີຄວາມຊື່ສັດຕໍ່ພຣະເຈົ້າບໍ? ເຈົ້າມີຄຸນສົມບັດທີ່ຈະກ່າວຄຳເວົ້າເຫຼົ່ານີ້ບໍ? ເຈົ້າມີການຮູ້ຈັກຕົນເອງແດ່ບໍ? ເຈົ້າກຳລັງຄິດວ່າຕົວເອງສູງສົ່ງເກີນໄປແລ້ວ! ຖ້າເຈົ້າບໍ່ສາມາດເຮັດມັນໄດ້, ກໍຢ່າເວົ້າມົ້ວຊົ້ວ. ເຈົ້າເວົ້າວ່າເຈົ້າເຕັມໃຈ ແລະ ເຈົ້າຕັ້ງໃຈ ແລະ ປະຕິຍານຕໍ່ໜ້າພຣະເຈົ້າ. ຫຼັງຈາກທີ່ເຈົ້າປະຕິຍານແລ້ວ, ພຣະເຈົ້າກໍລໍຖ້າ; ພຣະເຈົ້າຈະສັງເກດ ແລະ ຈະເຝົ້າເບິ່ງ ເພື່ອເບິ່ງວ່າເຈົ້າຈະເຮັດຫຍັງຕໍ່ໄປ, ເຈົ້າປະຕິບັດຄວາມຈິງ ຫຼື ບໍ່ ແລະ ຄຳເວົ້າທີ່ເຈົ້າກ່າວນັ້ນສຳເລັດແລ້ວ ຫຼື ບໍ່. ຖ້າເຈົ້າບໍ່ເຮັດໃຫ້ສຳເລັດ, ແລ້ວໃນສາຍຕາຂອງພຣະເຈົ້າ ເຈົ້າກໍຄືຄົນຫຼອກລວງ ແລະ ຄວາມຕັ້ງໃຈທີ່ເຈົ້າມີ ແລະ ຄຳປະຕິຍານທີ່ເຈົ້າໄດ້ສາບານຕໍ່ໜ້າພຣະເຈົ້າກໍເປັນພຽງຄຳຕົວະທັງນັ້ນ. ເຈົ້າຫຼອກລວງພຣະເຈົ້າຢ່າງໜ້າດ້ານໆ ແລະ ພະຍາຍາມຕົບຕາພຣະເຈົ້າຢ່າງໜ້າດ້ານໆ; ເຈົ້າແມ່ນໂຕຫຍັງກັນແທ້? ເຈົ້າຄິດວ່າພຽງແຕ່ການສະແດງຄວາມຕັ້ງໃຈຂອງເຈົ້າຕໍ່ພຣະເຈົ້າ, ການເຮັດວຽກໜັກພຽງເລັກນ້ອຍ ແລະ ການເຮັດພໍແລ້ວມືແລ້ວຕີນນັ້ນນັບວ່າເປັນການປະຕິບັດຄວາມຈິງບໍ? ເຈົ້າໄດ້ທໍລະຍົດຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ເຈົ້າກໍຍັງຕ້ອງການໃຫ້ພຣະເຈົ້າຍອມຮັບເຈົ້າ ແລະ ຍັງຕ້ອງການໃຫ້ປະຊາກອນທີ່ພຣະເຈົ້າຊົງເລືອກຮັບຮອງເຈົ້າ; ເຈົ້າເຖິງກັບຕ້ອງການຕໍ່ລອງກັບພຣະເຈົ້າ ແລະ ເຖິງກັບຕ້ອງການຮັບລາງວັນ, ສິ່ງຕ່າງໆຈະເປັນໄປໄດ້ດີສຳລັບເຈົ້າແທ້ໆບໍ? ເຈົ້າຫຼອກລວງພຣະເຈົ້າ ແລະ ປະຕິບັດຕໍ່ພຣະອົງແບບພໍແລ້ວມືແລ້ວຕີນ ແລະ ເຈົ້າຫຼິ້ນຕະຫຼົກກັບພຣະອົງ, ແຕ່ເຈົ້າກໍຍັງຕ້ອງການໃຫ້ພຣະເຈົ້າປະທານລາງວັນໃຫ້ເຈົ້າ; ເຈົ້າແມ່ນໂຕຫຍັງກັນແທ້? ຖ້າເຈົ້າສາມາດເຮັດສິ່ງນີ້ໄດ້, ເຈົ້າມີຊີວິດບໍ? ຖ້າມະນຸດຊາດທີ່ເສື່ອມຊາມມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງມະນຸດ, ພວກເຂົາກໍຈະບໍ່ປະຕິບັດຕໍ່ພຣະເຈົ້າແບບນີ້ ຫຼັງຈາກທີ່ໄດ້ຟັງຄຳເທດສະໜາມາຫຼາຍປີ. ແຕ່ເຈົ້າໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ຟັງຄຳເທດສະໜາມາຫຼາຍປີ ແລະ ກໍຍັງສາມາດປະຕິບັດຕໍ່ພຣະເຈົ້າແບບນີ້, ໂດຍໃຊ້ຄວາມເຕັມໃຈຂອງເຈົ້າເອງມາແທນທີ່ການປະຕິບັດຄວາມຈິງ, ເພື່ອພະຍາຍາມຕົບຕາພຣະເຈົ້າ ແລະ ປະຕິບັດຕໍ່ພຣະອົງແບບພໍແລ້ວມືແລ້ວຕີນ ແລະ ເພື່ອຫຼອກລວງພຣະອົງ ແລະ ຫຼິ້ນຕະຫຼົກກັບພຣະອົງ. ບອກເຮົາເບິ່ງວ່າ ເຈົ້າແມ່ນໂຕຫຍັງກັນແທ້? ເຈົ້າຄືຊາຕານ, ຄືມານຮ້າຍ, ບໍ່ແມ່ນມະນຸດ. ໃນສາຍຕາຂອງພຣະເຈົ້າ, ເຈົ້າເຖິງກັບບໍ່ແມ່ນສິ່ງທີ່ຖືກສ້າງດ້ວຍຊໍ້າ; ເຈົ້າເປັນພຽງມານຮ້າຍ, ເປັນພຽງຄົນຕ່ຳຊ້າທີ່ສົມຄວນຕາຍ! ບອກເຮົາເບິ່ງວ່າ ຄົນແບບນັ້ນບໍ່ສົມຄວນຕາຍບໍ? (ແມ່ນແລ້ວ.)

ບາງຄົນຄິດວ່າພວກເຂົາໄດ້ເຮັດວຽກໜັກຫຼາຍໃນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາເຕັມໃຈທີ່ຈະສະລະຕົນເພື່ອພຣະເຈົ້າ, ເຕັມໃຈທີ່ຈະເອົາໃຈໃສ່ກັບພຣະທຳຂອງພຣະເຈົ້າ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ເມື່ອພວກເຂົາເວົ້າວ່າພວກເຂົາເຕັມໃຈ, ພວກເຂົາຮູ້ສຶກຊາບຊຶ້ງຢູ່ພໍສົມຄວນ ແລະ ມີຄວາມຈິງໃຈຢູ່ລະດັບໜຶ່ງ ແລະ ດັ່ງນັ້ນ ພວກເຂົາຈຶ່ງຍົກຍ້ອງຕົນເອງວ່າເປັນຄົນແບບເປໂຕທີ່ໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດຄວາມຈິງ, ໂດຍວາງຕົນເອງໄວ້ເທິງບັນລັງ. ນີ້ແມ່ນສິ່ງທີ່ຖືກສ້າງຄວນເຮັດບໍ? ສິ່ງທີ່ຖືກສ້າງຄວນມີການສະແດງອອກແບບນີ້ບໍ? (ບໍ່.) ຄົນທີ່ມີການເຂົ້າສູ່ຊີວິດບໍ່ພຽງແຕ່ມີຄວາມເຕັມໃຈເທົ່ານັ້ນ; ບົນພື້ນຖານຂອງຄວາມເຕັມໃຈນັ້ນ, ເຂົາມີການປະຕິບັດ ແລະ ມີການເຂົ້າສູ່. ແລ້ວຄົນແບບນັ້ນຈະມີການສະແດງອອກແນວໃດ? ການມີການເຂົ້າສູ່ຊີວິດໝາຍຄວາມວ່າ ຄົນໆໜຶ່ງຄ່ອຍໆປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ຄ່ອຍໆມີພຣະທຳຂອງພຣະເຈົ້າມາເປັນຊີວິດຂອງເຂົາ. ໂດຍປົກກະຕິແລ້ວ ຄົນທີ່ມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາຈະເປີດເຜີຍ ແລະ ໃຊ້ຊີວິດຕາມຫຍັງ? ພວກເຂົາມີທັດສະນະຄະຕິແນວໃດຕໍ່ພຣະເຈົ້າ? ການສະແດງອອກຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາແມ່ນຫຍັງ? (ຄົນທີ່ມີການເຂົ້າສູ່ຊີວິດມີການສະແດງອອກຫຼັກໆຫຼາຍຢ່າງ. ຢ່າງໜຶ່ງກໍຄື ເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ເຂົາເຫັນວ່າເຂົາຍັງຫ່າງໄກຈາກຂໍ້ກຳນົດຂອງພຣະເຈົ້າຫຼາຍ ແລະ ວຸດທິພາວະຂອງເຂົາກໍຍັງຕໍ່າເກີນໄປ. ເຂົາຮູ້ສຶກເຈັບປວດ ແລະ ທຸກໃຈຕໍ່ການກະທຳຜິດ ແລະ ການເປີດເຜີຍເຜີຍຄວາມເສື່ອມຊາມບາງຢ່າງຂອງເຂົາ ແລະ ເຂົາຍັງຫວັງທີ່ຈະປະສົບກັບສະພາບແວດລ້ອມທີ່ພຣະເຈົ້າຈັດໃຫ້ຫຼາຍຂຶ້ນ ແລະ ແບກຮັບພາລະໃຫ້ຫຼາຍຂຶ້ນ, ໂດຍຝຶກຝົນຕົນເອງໃນການປະຕິບັດຄວາມຈິງໃນລະຫວ່າງຂະບວນການນັ້ນ, ເພາະມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຂົາຈະສາມາດຮັບເອົາຄວາມຈິງ. ອີກຢ່າງໜຶ່ງກໍຄື ຢ່າງໜ້ອຍທີ່ສຸດ ເຂົາສາມາດຫຼີກລ່ຽງການເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງເຂົາ ແລະ ສາມາດໄຕ່ຕອງກ່ຽວກັບຕົນເອງເລື້ອຍໆ. ຖ້າເຂົາຄົ້ນພົບວ່າເຂົາໄດ້ລະເມີດຫຼັກການ ຫຼື ຂາດຕົກບົກຜ່ອງໃນບາງດ້ານ, ເຂົາກໍສາມາດແກ້ໄຂແນວທາງຂອງຕົນທັນທີ. ນອກຈາກນີ້, ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບກົດການປົກຄອງຂອງພຣະເຈົ້າ ຫຼື ກ່ຽວຂ້ອງກັບເຄື່ອງຖວາຍຂອງພຣະເຈົ້າ, ເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ບໍ່ກ້າລ່ວງເກີນອຸປະນິໄສຂອງພຣະເຈົ້າ.) (ຂ້ານ້ອຍຂໍເພີ່ມອີກປະເດັນໜຶ່ງ. ຄົນທີ່ມີການເຂົ້າສູ່ຊີວິດຈະລະມັດລະວັງ ແລະ ຮອບຄອບໃນການປະຕິບັດໜ້າທີ່ຂອງເຂົາ, ທຸ່ມເທຄວາມພະຍາຍາມເຂົ້າໃສ່ພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຫຼັກການຄວາມຈິງ ແລະ ຫຼີກລ່ຽງການກະທຳໂດຍບໍ່ຢັ້ງຄິດຕາມຄວາມປະສົງຂອງເຂົາເອງ. ເຂົາຍັງຈະປຶກສາຫາລືເລື່ອງຕ່າງໆ ແລະ ສື່ສານກັບຄົນທີ່ເຂົ້າໃຈຄວາມຈິງ ແລະ ເຂົາຈະປະຕິບັດຕາມຫຼັກການຄວາມຈິງ.) ໃນຊີວິດຈິງຂອງພວກເຂົາ, ຄົນທີ່ມີການເຂົ້າສູ່ຊີວິດມີການໃຊ້ຊີວິດ ແລະ ການເປີດເຜີຍທີ່ສອດຄ່ອງກັນ. ພວກເຂົາບໍ່ໄດ້ຄົງຢູ່ພຽງແຕ່ລະດັບຂອງເຈດຕະນາ; ພວກເຂົາບໍ່ພຽງແຕ່ເຕັມໃຈທີ່ຈະຊື່ສັດ ແລະ ເຕັມໃຈທີ່ຈະອ່ອນນ້ອມເທົ່ານັ້ນ. ກົງກັນຂ້າມ, ພວກເຂົາມີການໃຊ້ຊີວິດ ແລະ ການເປີດເຜີຍຕົວຈິງ. ປະເດັນທີ່ງ່າຍດາຍທີ່ສຸດກໍຄື ບໍ່ວ່າເກີດຫຍັງຂຶ້ນໃນຊີວິດປະຈຳວັນຂອງພວກເຂົາ, ພວກເຂົາກໍສາມາດສະແຫວງຫາຫຼັກການຄວາມຈິງຢ່າງຫ້າວຫັນ ແລະ ມີສະຕິ. ກ່ອນທີ່ຈະລົງມືເຮັດ, ກ່ອນອື່ນ ພວກເຂົາຈະນຳເອົາຫຼັກການສຳລັບການເຮັດສິ່ງນັ້ນມາ ແລະ ທຳຄວາມເຂົ້າໃຈຫຼັກການເຫຼົ່ານັ້ນໃຫ້ແຈ່ງແຈ້ມ ແລະ ພວກເຂົາບໍ່ກະທຳໂດຍບໍ່ຢັ້ງຄິດ. ຖ້າພວກເຂົາບໍ່ເຂົ້າໃຈ, ພວກເຂົາກໍຊອກຫາຫຼັກການໃນພຣະທຳຂອງພຣະເຈົ້າ. ຖ້າຫຼັງຈາກທີ່ຊອກເຫັນຫຼັກການເຫຼົ່ານັ້ນແລ້ວ ພວກເຂົາຍັງເຂົ້າໃຈບໍ່ແຈ່ມແຈ້ງທັງໝົດ, ພວກເຂົາກໍໄປຊອກຫາຄົນທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມ ແລະ ປຶກສາຫາລືກ່ຽວກັບຫຼັກການເຫຼົ່ານັ້ນຕື່ມອີກ. ຫຼັງຈາກທີ່ພວກເຂົາເຂົ້າໃຈຫຼັກການແລ້ວ, ພວກເຂົາກໍສາມາດນຳເອົາຫຼັກການເຫຼົ່ານັ້ນໄປປະຕິບັດ. ໃນດ້ານບວກ, ພວກເຂົາມີຄວາມຫ້າວຫັນເປັນພິເສດ ແລະ ເອົາຈິງເອົາຈັງເປັນພິເສດໃນການປະຕິບັດຄວາມຈິງ. ບໍ່ວ່າພວກເຂົາຈະປະເຊີນກັບຫຍັງກໍຕາມ, ບໍ່ວ່າເລື່ອງນັ້ນຈະສຳຄັນ ຫຼື ເລັກນ້ອຍກໍຕາມ ແລະ ໂດຍສະເພາະເມື່ອມັນເປັນເລື່ອງໃຫຍ່ທີ່ກ່ຽວຂ້ອງກັບວຽກງານໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະລະມັດລະວັງເປັນພິເສດ. ພວກເຂົາບໍ່ຕັດສິນໃຈຢູ່ຜູ້ດຽວໂດຍບໍ່ສົນໃຈຫຍັງ ແຕ່ປຶກສາຫາລືກັບຄົນອື່ນຫຼາຍຂຶ້ນ, ສອບຖາມຫຼາຍຂຶ້ນ ແລະ ສະແຫວງຫາຫຼາຍຂຶ້ນ. ໃນດ້ານລົບ, ເມື່ອພວກເຂົາເຮັດບາງສິ່ງຜິດພາດ, ພວກເຂົາສາມາດໄຕ່ຕອງ ແລະ ມາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ມາຮູ້ຈັກຄວາມບົກຜ່ອງ ແລະ ຂໍ້ເສຍຂອງພວກເຂົາ, ຂົງເຂດທີ່ພວກເຂົາບໍ່ຮັບຮູ້ ແລະ ຂົງເຂດທີ່ພວກເຂົາມັກຈະຄິດລົບ ແລະ ອ່ອນແອ ແລະ ບໍ່ສາມາດບັນລຸໄດ້. ພວກເຂົາໄຕ່ຕອງກ່ຽວກັບຕົນເອງເລື້ອຍໆ. ໃນລະຫວ່າງຂະບວນການນີ້, ຢ່າງໜຶ່ງກໍຄື ພວກເຂົາອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ໄຕ່ຕອງ ແລະ ມາຮູ້ຈັກຕົນເອງຜ່ານພຣະທຳແຫ່ງການພິພາກສາ ແລະ ການເປີດໂປງຂອງພຣະເຈົ້າ; ອີກຢ່າງໜຶ່ງກໍຄື ພວກເຂົາຂໍໃຫ້ອ້າຍເອື້ອຍນ້ອງຂອງພວກເຂົາໃຫ້ຄຳຕິຊົມ. ຫຼັງຈາກທີ່ເຮັດໜ້າວຽກສຳເລັດແລ້ວ, ພວກເຂົາກໍໄຕ່ຕອງຊໍ້າແລ້ວຊໍ້າອີກວ່າ ພວກເຂົາໄດ້ລະເມີດຫຼັກການໃນດ້ານໃດດ້ານໜຶ່ງ ຫຼື ບໍ່, ພວກເຂົາໄດ້ເບິ່ງຂ້າມສິ່ງໃດສິ່ງໜຶ່ງ ຫຼື ບໍ່, ມີການບິດເບືອນໃດໆ ຫຼື ບໍ່ ຫຼື ມີຄວາມຄາດເຄື່ອນໃດໆໃນການຈັດແຈງວຽກງານຂອງເບື້ອງເທິງ ຫຼື ບໍ່. ພວກເຂົາໄຕ່ຕອງກ່ຽວກັບຕົນເອງຢ່າງຕໍ່ເນື່ອງ. ບໍ່ວ່າຈະເປັນໃນດ້ານບວກ ຫຼື ດ້ານລົບ, ເປົ້າໝາຍ ແລະ ທິດທາງໃນການປະຕິບັດຂອງພວກເຂົາກໍຄື ການພະຍາຍາມກະທຳຕາມຫຼັກການຄວາມຈິງ ແລະ ສອດຄ່ອງກັບຫຼັກການຄວາມຈິງ, ແທນທີ່ຈະກະທຳຕາມຄວາມປະສົງຂອງພວກເຂົາເອງ. ຖ້າພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງ ຫຼື ເຂົ້າໃຈບໍ່ແຈ່ມແຈ້ງກ່ຽວກັບຫຼັກການເຫຼົ່ານັ້ນ, ພວກເຂົາກໍບໍ່ເກັບເລື່ອງນັ້ນໄວ້ໃນໃຈ. ກົງກັນຂ້າມ, ພວກເຂົາໄປຊອກຫາຄົນທີ່ເຂົ້າໃຈຄວາມຈິງ ແລະ ໂອ້ລົມກັບພວກເຂົາຈົນກວ່າຈະເຂົ້າໃຈຫຼັກການຢ່າງແຈ່ມແຈ້ງ ແລະ ຈາກນັ້ນ ພວກເຂົາຈຶ່ງນຳເອົາຫຼັກການໄປປະຕິບັດ ແລະ ຈັດຕັ້ງປະຕິບັດຫຼັກການເຫຼົ່ານັ້ນ. ສະຫຼຸບແລ້ວ, ເມື່ອເວົ້າເຖິງການປະຕິບັດ, ພວກເຂົາບໍ່ກະທຳຕາມຄວາມມັກ ຫຼື ອາລົມຂອງພວກເຂົາ, ແຮງໄກທີ່ພວກເຂົາຈະກະທຳການໂດຍບໍ່ຢັ້ງຄິດຕາມຄວາມປະສົງຂອງພວກເຂົາເອງ; ກົງກັນຂ້າມ, ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ. ນີ້ຄືການສະແດງອອກຂອງພວກເຂົາໃນການປະຕິບັດ. ນອກຈາກນີ້, ໃນແງ່ຂອງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ໃນວິທີທີ່ພວກເຂົາປະຕິບັດຕໍ່ຂໍ້ກຳນົດຂອງພຣະເຈົ້າ ແລະ ປະຕິບັດຕໍ່ທຸກດ້ານຂອງເລື່ອງທີ່ກ່ຽວຂ້ອງກັບພຣະເຈົ້າ, ພວກເຂົາສາມາດມີຫົວໃຈທີ່ຢຳເກງພຣະເຈົ້າ, ຫົວໃຈທີ່ຢ້ານກົວພຣະເຈົ້າ ແລະ ຫົວໃຈທີ່ເຕັມໄປດ້ວຍຄວາມຢ້ານກົວ ແລະ ຄວາມສັ່ນສະທ້ານ. ພວກເຂົາຢ້ານຢ່າງຍິ່ງວ່າພວກເຂົາອາດຈະຍ່າງຜິດທາງ ຫຼື ເຮັດບາງສິ່ງຜິດພາດ ແລະ ເຮັດໃຫ້ຫົວໃຈຂອງພຣະເຈົ້າເຈັບປວດ ແລະ ຢ້ານຢ່າງຍິ່ງວ່າພວກເຂົາອາດຈະລ່ວງເກີນພຣະເຈົ້າ, ລະເມີດກົດການປົກຄອງຂອງພຣະເຈົ້າ ຫຼື ລ່ວງເກີນອຸປະນິໄສຂອງພຣະເຈົ້າ. ພວກເຂົາມີສະພາບຈິດໃຈແບບນີ້ຕໍ່ພຣະເຈົ້າ ແລະ ພວກເຂົາມີການກະທຳ ແລະ ການເປີດເຜີຍຕົວຈິງເຫຼົ່ານີ້ໃນການທີ່ພວກເຂົາປະຕິບັດຕໍ່ຄວາມຈິງ ແລະ ໃນການທີ່ພວກເຂົາປະຕິບັດຕໍ່ຫຼັກການຄວາມຈິງ; ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ປະກອບເປັນການເຂົ້າສູ່ຊີວິດ, ແມ່ນບໍ? (ແມ່ນແລ້ວ.) ພວກເຈົ້າມີການສະແດງອອກເຫຼົ່ານີ້ບໍ? ຄົນທີ່ມີການສະແດງອອກເຫຼົ່ານີ້ມີການເຂົ້າສູ່ຊີວິດ; ສ່ວນຄົນທີ່ບໍ່ມີລ້ວນແຕ່ກຳລັງອອກແຮງງານ. ຖ້າເຈົ້າຖືກຖາມວ່າ ເຈົ້າຫຍຸ້ງຢູ່ກັບການເຮັດຫຍັງໃນຂະນະທີ່ເຈົ້າແລ່ນໄປແລ່ນມາ ແລະ ສະລະຕົວເຈົ້າເອງທຸກມື້ ແລະ ເຈົ້າເວົ້າວ່າເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າກຳລັງຖວາຍຄວາມອຸທິດຕົນໃຫ້ແກ່ພຣະເຈົ້າ, ແລ້ວຄຳເວົ້າ ແລະ ການກະທຳຂອງເຈົ້າມີຫຼັກການບໍ? ພວກມັນອີງໃສ່ພຣະທຳຂອງພຣະເຈົ້າບໍ? ຖ້າທຸກຄຳທີ່ເຈົ້າເວົ້າ, ທຸກສິ່ງທີ່ເຈົ້າເຮັດ ແລະ ທຸກມຸມມອງທີ່ເຈົ້າມີບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເມື່ອສິ່ງຕ່າງໆເກີດຂຶ້ນ ແລະ ບໍ່ມີການເຂົ້າສູ່ຊີວິດ, ແລ້ວເຈົ້າບໍ່ພຽງແຕ່ກຳລັງອອກແຮງງານບໍ? ເວົ້າໃຫ້ຟັງມ່ວນຫູແດ່ກໍຄື ເຈົ້າກຳລັງອອກແຮງງານ; ເວົ້າໃຫ້ຟັງມ່ວນຫູໜ້ອຍລົງແດ່ກໍຄື ເຈົ້າພຽງແຕ່ກຳລັງເຮັດວຽກໜັກ; ແລະ ເວົ້າໃຫ້ກົງໄປກົງມາກວ່ານັ້ນກໍຄື ເຈົ້າພຽງແຕ່ກຳລັງຂາຍແຮງງານຂອງເຈົ້າ! ການຂາຍແຮງງານຂອງເຈົ້າກໍເທົ່າກັບການອອກແຮງງານ. ເຈົ້າສາມາດໄດ້ຮັບຫຍັງແດ່ຈາກການຂາຍແຮງງານຂອງເຈົ້າ? ເຈົ້າພຽງແຕ່ໄດ້ຮັບພຣະຄຸນຈຳນວນໜຶ່ງ: ກິນອາຫານດີໆ, ນຸ່ງເຄື່ອງດີໆ, ເພີດເພີນກັບຄວາມສະດວກສະບາຍບາງຢ່າງໃນຊີວິດ, ອາໄສຢູ່ໃນບ່ອນທີ່ກວ້າງຂວາງພໍສົມຄວນ ແລະ ຂ້ອນຂ້າງອົບອຸ່ນໃນລະດູໜາວ ແລະ ຂ້ອນຂ້າງເຢັນໃນລະດູຮ້ອນ. ນັ້ນກໍຖືວ່າດີພໍສົມຄວນແລ້ວ. ຖ້າເຈົ້າພຽງແຕ່ເຮັດວຽກໜັກ, ເຈົ້າຍັງຄາດຫວັງວ່າຈະໄດ້ຮັບຫຍັງອີກ? ເຈົ້າພຽງແຕ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແຕ່ບໍ່ໄດ້ປະຕິບັດຄວາມຈິງ. ນີ້ບໍ່ແມ່ນການປະຕິບັດຕາມຫົນທາງຂອງພຣະເຈົ້າ. ໃນກໍລະນີນັ້ນ, ສິ່ງທີ່ເຈົ້າກຳລັງເຮັດກໍເປັນພຽງການອອກແຮງງານ. ຄົນທີ່ອອກແຮງງານບໍ່ໄດ້ປະຕິບັດຄວາມຈິງ ແລະ ບໍ່ມີຫຼັກການໃນທຸກສິ່ງທີ່ພວກເຂົາເຮັດ. ການອອກແຮງງານໃນລັກສະນະນີ້ບໍ່ສາມາດນຳຊີວິດມາໃຫ້ພວກເຂົາໄດ້; ການທີ່ສາມາດເພີດເພີນກັບພຣະຄຸນເລັກນ້ອຍກໍຖືວ່າດີພໍສົມຄວນແລ້ວ. ເຈົ້າເຕັມໃຈທີ່ຈະເຮັດວຽກໜັກ ແລະ ໂດຍຄຳນຶງເຖິງຄວາມຍາກລຳບາກຂອງເຈົ້າ, ເຮືອນຂອງພຣະເຈົ້າຈຶ່ງສະໜອງສິ່ງຈຳເປັນໃນຊີວິດປະຈຳວັນບາງຢ່າງໃຫ້ແກ່ເຈົ້າ ເພື່ອໃຫ້ເຈົ້າສາມາດດຳລົງຊີວິດໄດ້ດີຂຶ້ນເລັກນ້ອຍ, ມີຜັກສົດກິນຕະຫຼອດປີ ແລະ ໄດ້ກິນອາຫານອິນຊີຈຳນວນໜຶ່ງ. ນີ້ກໍເປັນພຣະຄຸນຂອງພຣະເຈົ້າແລ້ວ, ເຈົ້າຍັງຄາດຫວັງທີ່ຈະເພີດເພີນກັບຫຍັງອີກ? ຖ້າເຈົ້າໄດ້ເຮັດວຽກ ແລະ ເຮັດວຽກໜັກເພື່ອຫາເງິນຢູ່ໃນໂລກ, ເຈົ້າຈະສາມາດຊື້ອາຫານ ຫຼື ເຄື່ອງນຸ່ງຫຍັງໄດ້ແດ່? ທັງອາຫານ ແລະ ເຄື່ອງນຸ່ງຈະບໍ່ຖືກສະໜອງໃຫ້ເຈົ້າລ້າໆ; ເຈົ້າຈະຕ້ອງຫາເງິນມາຊື້ພວກມັນດ້ວຍຕົວເຈົ້າເອງ ແລະ ເຈົ້າຍັງຈະຕ້ອງທົນກັບການຖືກປະຕິບັດຢ່າງບໍ່ດີ ແລະ ຖືກຄົນອື່ນລັງແກ. ໂດຍການເຮັດວຽກໜັກໃນເຮືອນຂອງພຣະເຈົ້າ, ເຈົ້າສາມາດເພີດເພີນກັບພຣະຄຸນຂອງພຣະເຈົ້າ ແລະ ລອດພົ້ນຈາກການຖືກລັງແກ; ເຈົ້າສາມາດກິນດີ, ນຸ່ງເຄື່ອງດີ, ອາໄສຢູ່ໃນສະຖານທີ່ທີ່ດີ ແລະ ດຳລົງຊີວິດຢ່າງສຸກສະບາຍ. ບໍ່ມີໃຜລັງແກເຈົ້າ, ບໍ່ມີໃຜໂຈມຕີ ແລະ ແກ້ແຄ້ນເຈົ້າ ແລະ ເມື່ອເຈົ້າເຈັບປ່ວຍ, ອ້າຍເອື້ອຍນ້ອງກໍເບິ່ງແຍງ ແລະ ດູແລເຈົ້າ. ນີ້ບໍ່ແມ່ນພຣະຄຸນບໍ? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຈົ້າສະແຫວງຫາບໍ? ຖ້າສິ່ງເຫຼົ່ານີ້ຄືທຸກສິ່ງທີ່ພວກເຈົ້າສະແຫວງຫາ, ພວກເຈົ້າກໍໄດ້ຮັບພວກມັນແລ້ວ; ພວກເຈົ້າໄດ້ຮັບສິ່ງທີ່ພວກເຈົ້າສະແຫວງຫາແລ້ວ. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຄົນທີ່ບໍ່ມີຊີວິດສະແຫວງຫາບໍ? ຄວາມປາຖະໜາທັງໝົດຂອງພວກເຂົາບໍ່ໄດ້ກາຍເປັນຈິງແລ້ວບໍ ໃນການສະແຫວງຫາສິ່ງເຫຼົ່ານີ້? “ຄວາມເຕັມໃຈ” ຂອງເຈົ້າສາມາດແລກປ່ຽນກັບພຣະຄຸນນີ້ ແລະ ຄວາມສະດວກສະບາຍເຫຼົ່ານີ້ຈາກພຣະເຈົ້າເທົ່ານັ້ນ. ນັ້ນກໍຖືວ່າດີພໍສົມຄວນແລ້ວ; ພຣະເຈົ້າບໍ່ໄດ້ເອົາປຽບເຈົ້າ. ໃນຄວາມຈິງແລ້ວ, “ຄວາມເຕັມໃຈ” ຂອງເຈົ້ານັ້ນບໍ່ມີຄ່າຫຍັງເລີຍ. ຖ້າບໍ່ມີການເຂົ້າສູ່ຊີວິດ, ເຈົ້າກໍບໍ່ສາມາດແລກປ່ຽນມັນເປັນຊີວິດໄດ້; ເຈົ້າສາມາດແລກປ່ຽນມັນກັບພຣະຄຸນເລັກນ້ອຍເທົ່ານັ້ນ. ພຣະຄຸນທີ່ພວກເຈົ້າໄດ້ຮັບນັ້ນບໍ່ໄດ້ເກີນກວ່າສິ່ງທີ່ພວກເຈົ້າຮ້ອງຂໍ ຫຼື ຈິນຕະນາການໄວ້ແລ້ວບໍ? (ແມ່ນແລ້ວ.) ແລ້ວນີ້ຄືສິ່ງທີ່ພວກເຈົ້າຕ້ອງການບໍ? ນີ້ຄືສິ່ງທີ່ພວກເຈົ້າໄລ່ຕາມເສາະຫາບໍ? ເມື່ອພວກເຈົ້າມາເຊື່ອໃນພຣະເຈົ້າຕອນທຳອິດ, ພວກເຈົ້າພຽງແຕ່ຫວັງວ່າຈະໄດ້ຮັບພຣະຄຸນນີ້ ແລ້ວກໍຈົບພຽງເທົ່ານັ້ນບໍ? (ບໍ່.) ແລ້ວພວກເຈົ້າມີຄວາມປາຖະໜາອື່ນອີກບໍ? (ມີ. ພວກເຮົາຍັງຕ້ອງການໄລ່ຕາມເສາະຫາການບັນລຸຄວາມລອດພົ້ນ.) ຖ້າເຈົ້າມີພຽງແຕ່ເຈດຕະນາທີ່ຈະປະຕິບັດຄວາມຈິງ ແຕ່ບໍ່ເຄີຍປະຕິບັດຄວາມຈິງຢ່າງແທ້ຈິງຈັກເທື່ອ, ຄວາມປາຖະໜາຂອງເຈົ້ານີ້ ເຊິ່ງກໍຄືການໄລ່ຕາມເສາະຫາການບັນລຸຄວາມລອດພົ້ນ ຍັງຈະສາມາດກາຍເປັນຈິງໄດ້ບໍ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ສາມາດກາຍເປັນຈິງໄດ້? ເພາະວ່າເຈົ້າພຽງແຕ່ຍັງຄົງຢູ່ໃນລະດັບຂອງຄວາມເຕັມໃຈ ແລະ ຍັງບໍ່ທັນໄດ້ນຳເອົາຄວາມຈິງໄປປະຕິບັດ. ເຈົ້າອາໄສຢູ່ໃນສະພາບແວດລ້ອມທີ່ມີຄວາມສະດວກ ແລະ ຄວາມສະບາຍທາງຮ່າງກາຍ, ເພີດເພີນກັບພຣະຄຸນຂອງພຣະເຈົ້າ ແລະ ຮູ້ສຶກພໍໃຈຫຼາຍໃນໃຈຂອງເຈົ້າ. ເປັນແບບນີ້ຕໍ່ໄປຈະດີບໍ? (ບໍ່.) ມັນມີຫຍັງຜິດປົກກະຕິ? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຈົ້າໄລ່ຕາມເສາະຫາບໍ? (ການພຽງແຕ່ຍັງຄົງຢູ່ໃນລະດັບຂອງເຈດຕະນາໂດຍບໍ່ປະຕິບັດຄວາມຈິງ ແລະ ໂດຍບໍ່ໃຊ້ຊີວິດຕາມລັກສະນະຄ້າຍຄືມະນຸດ, ຂ້ານ້ອຍຄິດວ່າການດຳລົງຊີວິດແບບນີ້ແມ່ນບໍ່ມີຄວາມໝາຍ ແລະ ບໍ່ມີຄຸນຄ່າ.) ພວກເຈົ້າບໍ່ຄິດບໍວ່າ ການກິນດີ ແລະ ການນຸ່ງເຄື່ອງດີປະກອບເປັນຄຸນຄ່າຂອງການດຳລົງຊີວິດ? ການກິນດີ, ການນຸ່ງເຄື່ອງດີ, ການອາໄສຢູ່ໃນສະຖານທີ່ທີ່ດີ ແລະ ການເພີດເພີນກັບຊີວິດທີ່ດີ; ຊ່ວງເວລາໃນຊີວິດທີ່ບໍ່ຕ້ອງກັງວົນເລື່ອງອາຫານ ຫຼື ເຄື່ອງນຸ່ງ ແລະ ການເພີດເພີນກັບຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມສະຫງົບສຸກ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຈັກກະພັດໃນອະດີດໄລ່ຕາມເສາະຫາບໍ? ແມ່ນແຕ່ຈັກກະພັດກໍຍັງໄລ່ຕາມເສາະຫາສິ່ງເຫຼົ່ານີ້, ແລ້ວຄົນທີ່ບໍ່ສຳຄັນຄືກັບພວກເຈົ້າຫວັງທີ່ຈະໄລ່ຕາມເສາະຫາຫຍັງອີກ? ເບິ່ງພວກເຈົ້າແຕ່ລະຄົນແມ: ພວກເຈົ້າບໍ່ໄດ້ໄລ່ຕາມເສາະຫາຊີວິດ ແລະ ພວກເຈົ້າບໍ່ໄດ້ໄລ່ຕາມເສາະຫາການບັນລຸຄວາມລອດພົ້ນ; ພວກເຈົ້າພຽງແຕ່ໄລ່ຕາມເສາະຫາການກິນດີ, ການນຸ່ງເຄື່ອງດີ ແລະ ການເພີດເພີນກັບຊີວິດທີ່ດີເທົ່ານັ້ນ. ນັ້ນບໍ່ແມ່ນຂອບເຂດທັງໝົດຂອງການໄລ່ຕາມເສາະຫາຂອງພວກເຈົ້າບໍ? ການໄລ່ຕາມເສາະຫານັ້ນແມ່ນບັນລຸໄດ້ງ່າຍເກີນໄປ. ບໍ່ຈຳເປັນຕ້ອງໂອ້ລົມຄວາມຈິງ; ແມ່ນແຕ່ການໂອ້ລົມເພີ່ມຕື່ມພຽງຄຳດຽວກໍຄົງຈະບໍ່ເໝາະສົມ. ພວກເຈົ້າບໍ່ຕ້ອງການຄວາມຈິງ. ພວກເຈົ້າຕ້ອງການຫຍັງ? ພວກເຈົ້າທຸກຄົນລ້ວນລ້ວນແຕ່ສະແຫວງຫາການກິນເຂົ້າຈີ່ໃຫ້ອີ່ມທ້ອງ. ສະນັ້ນ ຕາບໃດທີ່ເນື້ອໜັງຂອງພວກເຈົ້າເພີດເພີນກັບຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ, ພວກເຈົ້າມີອາຫານ ແລະ ເຄື່ອງນຸ່ງ ແລະ ພວກເຈົ້າດຳລົງຊີວິດຢ່າງມີຄວາມສຸກຕະຫຼອດຊີວິດນີ້, ນັ້ນກໍພຽງພໍແລ້ວສຳລັບພວກເຈົ້າ. ພວກເຈົ້າບໍ່ໄດ້ໄລ່ຕາມເສາະຫາການບັນລຸຄວາມລອດພົ້ນ, ສະນັ້ນ ຄົນສ່ວນໃຫຍ່ຈຶ່ງມີຄວາມຮັບຮູ້ ຫຼື ຄວາມຕັ້ງໃຈພຽງເລັກນ້ອຍທີ່ຈະໄລ່ຕາມເສາະຫາຄວາມຈິງ. ເຖິງແມ່ນວ່າເຮົາຈະກ່າວປະໂຫຍກທີ່ກ່ຽວຂ້ອງກັບຫຼັກການຄວາມຈິງຊໍ້າໆເປັນຮ້ອຍຄັ້ງ, ຈະມີພວກເຈົ້າຈັກຄົນທີ່ສາມາດຮັບເອົາມັນໄດ້? ຈະມີຈັກຄົນໃນພວກເຈົ້າທີ່ຈະເອົາມັນມາໃສ່ໃຈ? ໃນມຸມມອງຂອງເຮົາແມ່ນມີໜ້ອຍຫຼາຍ. ເຮົາໄດ້ມີປະຕິສຳພັນກັບພວກເຈົ້າມາຫຼາຍປີ. ບໍ່ວ່າຈະເປັນການຈັດການກັບເລື່ອງໃດກໍຕາມ, ບໍ່ວ່າຈະເປັນເລື່ອງວຽກງານທົ່ວໄປ ຫຼື ເລື່ອງທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ກ່ຽວຂ້ອງກັບການປະຕິບັດໜ້າທີ່, ຖ້າເຮົາພຽງແຕ່ເວົ້າຢ່າງໃຈເຢັນ ໂດຍບໍ່ໄດ້ເນັ້ນໜັກເປັນພິເສດໃນສິ່ງທີ່ເຮົາເວົ້າ ແລະ ໂດຍບໍ່ໃຊ້ນໍ້າສຽງທີ່ໜັກແໜ້ນ, ເຮົາພົບວ່າຫຼັງຈາກນັ້ນ ມີໜ້ອຍຄົນຫຼາຍທີ່ສາມາດນຳເອົາສິ່ງຕ່າງໆໄປປະຕິບັດຢ່າງເຂັ້ມງວດ ແລະ ຈັດຕັ້ງປະຕິບັດພວກມັນຕາມຫຼັກການຄວາມຈິງ. ເຮົາໄດ້ໂອ້ລົມຫຼັກການຄວາມຈິງມາຫຼາຍປີ, ແຕ່ພວກເຈົ້າກໍຍັງບໍ່ສາມາດເຂົ້າໃຈພວກມັນໄດ້ ແລະ ບໍ່ມີຄວາມຮັບຮູ້ກ່ຽວກັບພວກມັນໃນໃຈຂອງພວກເຈົ້າ. ຕ້ອງມີຄົນມາລິຮານພວກເຈົ້າ ແລະ ລົງວິໄນພວກເຈົ້າ ກ່ອນທີ່ພວກເຈົ້າຈະສາມາດຈື່ຈຳ ແລະ ຍຶດໝັ້ນພວກມັນໄດ້. ຖ້າເຮົາພຽງແຕ່ເວົ້າກັບພວກເຈົ້າຢ່າງໃຈເຢັນ, ພວກເຈົ້າກໍຍັງຄົງບໍ່ໃສ່ໃຈ ແລະ ບໍ່ໄດ້ເອົາຈິງເອົາຈັງກັບການປະຕິບັດຄວາມຈິງເລີຍ. ຄົນທີ່ມີຂີດຄວາມສາມາດເລັກນ້ອຍເຂົ້າໃຈພຽງແຕ່ຫຼັກຄຳສອນເລັກນ້ອຍ ແລ້ວກໍຄິດວ່າພວກເຂົາໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວ ແລະ ເຖິງກັບຮູ້ສຶກພໍໃຈກັບຕົນເອງພໍສົມຄວນ. ບາງຄົນເຖິງກັບໄດ້ໃຈ ແລ້ວໂອ້ອວດຕົນເອງ. ນີ້ບໍ່ແມ່ນການໄຮ້ຢາງອາຍບໍ?

ເມື່ອບໍ່ດົນມານີ້, ເຮົາໄດ້ແກ້ໄຂບັນຫາໃນຄຣິສຕະຈັກແຫ່ງໜຶ່ງ ແລະ ເຮົາໄດ້ໂອ້ລົມຫຼັກການຫຼາຍຢ່າງກັບພວກເຂົາ. ເຮົາໄດ້ໂອ້ລົມຫຼັກການເຫຼົ່ານີ້ຫຼາຍຄັ້ງໃນຊ່ວງສອງສາມປີທີ່ຜ່ານມາ, ແຕ່ຈົນເຖິງທຸກມື້ນີ້ ຜູ້ຮັບຜິດຊອບກໍຍັງບໍ່ຈັບໃຈຄວາມພວກມັນໄດ້. ເຮົາພຽງແຕ່ເວົ້າຢ່າງໃຈເຢັນ, ແຕ່ບາງຄົນບໍ່ສາມາດເຂົ້າໃຈພາສາມະນຸດໄດ້. ພວກເຂົາບໍ່ຮູ້ວ່າຈະເຮັດຫຍັງ ແລະ ພວກເຂົາບໍ່ຮູ້ວ່າຈະຈັດຕັ້ງປະຕິບັດສິ່ງຕ່າງໆແນວໃດ. ເຮົາໄດ້ເວົ້າສິ່ງເຫຼົ່ານີ້ຫຼາຍຄັ້ງແລ້ວ ແຕ່ພວກມັນກໍເຂົ້າຫູຊ້າຍທະລຸຫູຂວາເທົ່ານັ້ນ; ຫູຂອງພວກເຂົາເກືອບຈະດ້ານຊາຈາກການຟັງສິ່ງເຫຼົ່ານີ້ແລ້ວ, ແຕ່ພວກເຂົາກໍຍັງບໍ່ເຂົ້າໃຈ. ບອກເຮົາເບິ່ງວ່າ ພວກເຂົາແມ່ນໂຕຫຍັງກັນແທ້? ພວກເຂົາແມ່ນມະນຸດບໍ? ເຮົາບອກພວກເຂົາເຖິງຫຼັກການທີ່ຄວນໃຊ້ໃນການຈັດການກັບເລື່ອງໃດເລື່ອງໜຶ່ງ ແລະ ຄວນເຮັດມັນແນວໃດ. ເຮົາຍັງໂອ້ລົມຄວາມຈິງເປັນປະຈຳ ແລະ ເມື່ອມີສະຖານະການພິເສດເກີດຂຶ້ນ, ເຮົາກໍໂອ້ລົມຫຼັກການພິເສດບາງຢ່າງ. ແຕ່ຈົນເຖິງຕອນນີ້, ພວກເຂົາກໍຍັງບໍ່ຮູ້ວ່າຫຼັກການແມ່ນຫຍັງ. ບອກເຮົາເບິ່ງວ່າ ພວກເຂົາສາມາດຍຶດໝັ້ນກັບຫຼັກການບໍ? ພວກເຂົາສາມາດປະຕິບັດຕາມຫຼັກການຄວາມຈິງບໍ? ພວກເຂົາບໍ່ສາມາດຍຶດໝັ້ນກັບຫຼັກການ ແລະ ພວກເຂົາບໍ່ສາມາດປະຕິບັດຕາມຫຼັກການຄວາມຈິງໄດ້, ສະນັ້ນ ສິ່ງທີ່ພວກເຂົາເຮັດຈຶ່ງບໍ່ສາມາດຖືວ່າເປັນການປະຕິບັດໜ້າທີ່. ແລ້ວພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາບໍ່ພຽງແຕ່ກຳລັງເຮັດວຽກໜັກບໍ? ຖ້າເຈົ້າບໍ່ສາມາດຍຶດໝັ້ນກັບຫຼັກການຄວາມຈິງທີ່ເຮົາໄດ້ບອກເຈົ້າ, ການເຮັດວຽກໜັກພຽງເລັກນ້ອຍນັ້ນຄືການປະຕິບັດຄວາມຈິງບໍ? ມັນໝາຍຄວາມວ່າເຈົ້າມີການເຂົ້າສູ່ຊີວິດບໍ? ນັ້ນບໍ່ແມ່ນການເຂົ້າສູ່ຊີວິດ; ມັນຄືການອອກແຮງງານ. ຖ້າການອອກແຮງງານຂອງເຈົ້າສາມາດເຮັດໃຫ້ເຈົ້າໄດ້ຮັບຄ່າອາຫານຂອງເຈົ້າ, ນັ້ນກໍຖືວ່າດີພໍສົມຄວນແລ້ວ; ເຈົ້າບໍ່ສາມາດໄດ້ຮັບຊີວິດ. ເຈົ້າບໍ່ສາມາດເຂົ້າໃຈຫຼັກການຄວາມຈິງທີ່ເຮົາເວົ້າ, ແລ້ວເຮົາຈະກຳນົດລັກສະນະຂອງເຈົ້າແນວໃດ? ຖ້າເຈົ້າສາມາດເຂົ້າໃຈຫຼັກການຄວາມຈິງ, ແລ້ວເຈົ້າກໍມີຄວາມເປັນມະນຸດ, ເຈົ້າກໍເປັນມະນຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈຫຼັກການຄວາມຈິງ, ແລ້ວເຈົ້າກໍບໍ່ມີຄວາມເປັນມະນຸດ, ເຈົ້າກໍເປັນສັດເດຍລະສານ. ຖ້າເຈົ້າເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ ແລະ ຕັ້ງໃຈຕັ້ງຕົນເປັນສັດຕູກັບເຮືອນຂອງພຣະເຈົ້າ, ແລ້ວເຈົ້າກໍເປັນຊາຕານ ແລະ ເຈົ້າກໍເປັນມານຮ້າຍ. ຖ້າເຈົ້າເຂົ້າໃຈສິ່ງທີ່ເຮົາເວົ້າ ແລະ ເຮັດຕາມນັ້ນ, ຖ້າເຈົ້າເຂົ້າໃຈໂດຍທີ່ເຮົາບໍ່ຈຳເປັນຕ້ອງເນັ້ນໜັກເປັນຄັ້ງທີສອງ ແລະ ໂດຍທີ່ເຮົາບໍ່ຈຳເປັນຕ້ອງກະຕຸ້ນເຕືອນເຈົ້າອີກ, ສາມາດປະຕິບັດຕາມພຣະທຳຂອງເຮົາ ແລະ ສືບຕໍ່ຍຶດໝັ້ນກັບພຣະທຳເຫຼົ່ານັ້ນ, ແລ້ວເຮົາກໍສາມາດເຫັນໄດ້ວ່າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ໃນໃຈຂອງເຮົາ, ເຮົາເຄົາລົບເຈົ້າ ແລະ ຍົກຍ້ອງເຈົ້າ ແລະ ປະຕິບັດຕໍ່ເຈົ້າໃນຖານະມະນຸດ. ຖ້າເຮົາໄດ້ເວົ້າບາງສິ່ງເປັນພັນ ຫຼື ເປັນໝື່ນຄັ້ງ ແລະ ເຈົ້າຍັງຄົງບໍ່ເຂົ້າໃຈມັນ, ແລ້ວເຮົາກໍບໍ່ປະຕິບັດຕໍ່ເຈົ້າໃນຖານະມະນຸດ; ໃນໃຈຂອງເຮົາ, ເຈົ້າບໍ່ແມ່ນມະນຸດ, ເຈົ້າເປັນສັດເດຍລະສານ. ເປັນຫຍັງ? ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຂົ້າໃຈຄຳເວົ້າທີ່ເຮົາໄດ້ເວົ້າຢ່າງງ່າຍດາຍ ແລະ ຊັດເຈນຂະໜາດນັ້ນ ແລະ ຢ່າງແຈ່ມແຈ້ງຂະໜາດນັ້ນ, ແລ້ວເຈົ້າແມ່ນໂຕຫຍັງ ຖ້າບໍ່ແມ່ນສັດເດຍລະສານ? ເຈົ້າຮ້າຍແຮງກວ່າສັດເດຍລະສານດ້ວຍຊໍ້າ. ໝາທີ່ເຮົາລ້ຽງສາມາດເຂົ້າໃຈສິ່ງທີ່ຜູ້ຄົນເວົ້າກັນທົ່ວໄປ. ມັນອາດບໍ່ຮູ້ວ່າເຮົາຕ້ອງການໃຫ້ມັນເຮັດຫຍັງ, ແຕ່ຫຼັງຈາກທີ່ອາໄສຢູ່ກັບເຮົາມາຫຼາຍປີ, ມັນກໍຮູ້ວ່າເຮົາບໍ່ຕ້ອງການໃຫ້ມັນເຮັດຫຍັງ. ໂດຍປົກກະຕິແລ້ວ, ມັນຈະຫຼີກລ່ຽງການເຮັດສິ່ງໃດກໍຕາມທີ່ມັນຮູ້ວ່າເຮົາບໍ່ມັກ. ສາມາດເຫັນສິ່ງນີ້ໄດ້ແນວໃດ? ຕົວຢ່າງ: ເມື່ອເຮົາລົງວິໄນລູກຂອງມັນ, ມັນກໍຮ່ວມມືຫຼາຍເທົ່າທີ່ຈະຫຼາຍໄດ້, ໂດຍຢ້ານຢ່າງຍິ່ງວ່າໝານ້ອຍສອງໂຕນັ້ນຈະບໍ່ເຂົ້າໃຈ ແລະ ເຮັດໃຫ້ເຈົ້ານາຍຂອງພວກມັນໃຈຮ້າຍ. ມັນຮູ້ວ່າມັນບໍ່ໄດ້ຮັບອະນຸຍາດໃຫ້ກັດສິ່ງຂອງ ຫຼື ເຄື່ອງນຸ່ງທີ່ຕາກໄວ້ໃນເດີ່ນ ແລະ ເຈົ້ານາຍຂອງມັນຈະໃຈຮ້າຍຖ້າມັນເຮັດແບບນັ້ນ. ທຸກຄັ້ງທີ່ມັນເຂົ້າມາໃນເດີ່ນ, ກ່ອນອື່ນ ມັນຈະຄວບຄຸມລູກໝາສອງໂຕນັ້ນໄວ້ ແລະ ປ້ອງກັນບໍ່ໃຫ້ພວກມັນກັດສິ່ງຂອງທີ່ຕາກໄວ້. ຖ້າມັນເຮັດບາງສິ່ງທີ່ເຮັດໃຫ້ເຮົາໃຈຮ້າຍ, ມັນກໍຈະພະຍາຍາມເອົາໃຈເຮົາ ແລະ ເຮັດໃຫ້ເຮົາມີຄວາມສຸກຢູ່ສະເໝີ. ມັນຈະມີຄວາມສຸກກໍຕໍ່ເມື່ອເຮົາເຕັມໃຈທີ່ຈະລູບຫົວມັນ ແລະ ເວົ້າກັບມັນອີກຄັ້ງເທົ່ານັ້ນ. ຄວາມຄິດຂອງໝານັ້ນງ່າຍຫຼາຍ, ແຕ່ໝາມີສິ່ງໜຶ່ງທີ່ລໍ້າຄ່າທີ່ສຸດ ເຊິ່ງມະນຸດຊາດທີ່ເສື່ອມຊາມບໍ່ມີ: ຄວາມຈິງໃຈຂອງໝາແມ່ນສິ່ງທີ່ມະນຸດຊາດບໍ່ມີ. ຖ້າມະນຸດຊາດຂາດຄວາມຈິງໃຈ, ພວກເຂົາຈະຖືກເອີ້ນວ່າມະນຸດຊາດໄດ້ແນວໃດ? ເຖິງແມ່ນວ່າມະນຸດຊາດຄົນໃດໜຶ່ງຈະຖືກຫໍ່ຫຸ້ມດ້ວຍຜິວໜັງຂອງມະນຸດ ແລະ ພາຍນອກມີຮູບລັກສະນະຂອງມະນຸດ, ໃນແກ່ນແທ້ແລ້ວ ພວກເຂົາບໍ່ແມ່ນມະນຸດ. ພວກເຂົາເຖິງກັບຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ພື້ນຖານທີ່ສຸດ, ແລ້ວພວກເຂົາຈະສະແດງຄວາມຈິງໃຈອອກມາໄດ້ແນວໃດ? ບາງຄົນສາມາດເຂົ້າໃຈຫຼັກການ ແລະ ສາມາດນຳເອົາພວກມັນໄປປະຕິບັດໄດ້; ຄົນແບບນັ້ນສາມາດຖືກເອີ້ນວ່າມະນຸດໄດ້. ເປັນຫຍັງຈຶ່ງເປັນແບບນັ້ນ? (ຢ່າງໜຶ່ງກໍຄື ຄວາມສາມາດຂອງພວກເຂົາໃນການເຂົ້າໃຈຫຼັກການສະແດງໃຫ້ເຫັນວ່າ ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຮູ້ຄວາມໝາຍຂອງພຣະທຳຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າ. ອີກຢ່າງໜຶ່ງກໍຄື ຄົນແບບນັ້ນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ມີຂອບເຂດສຳລັບການປະພຶດຕົນຂອງພວກເຂົາ ແລະ ສາມາດຍຶດໝັ້ນກັບຫຼັກການໄດ້; ສະນັ້ນ, ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ສາມາດຖືກເອີ້ນວ່າມະນຸດໄດ້.) ຖືກຕ້ອງແລ້ວ. ຢ່າງໜຶ່ງກໍຄື ພວກເຂົາມີຄວາມສາມາດໃນການຢັ່ງຮູ້. ພວກເຂົາສາມາດເຂົ້າໃຈພາສາມະນຸດ ແລະ ສາມາດຄິດ ແລະ ຢັ່ງຮູ້ໃນວິທີທີ່ຄົນອື່ນໆທົ່ວໄປເຮັດໄດ້. ອີກຢ່າງໜຶ່ງກໍຄື ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ມີຂອບເຂດຂອງສະຕິຮູ້ສຶກຜິດຊອບ, ເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ສາມາດປະຕິບັດມັນໄດ້. ຄົນແບບນັ້ນສາມາດຖືກເອີ້ນວ່າມະນຸດໄດ້; ຄົນທີ່ບໍ່ມີສອງສິ່ງນີ້ບໍ່ແມ່ນມະນຸດ. ຖ້າຄົນໃດຄົນໜຶ່ງບໍ່ແມ່ນມະນຸດ, ລາວຈະມີສະຕິຮູ້ສຶກຜິດຊອບ ແລະ ມີເຫດຜົນໄດ້ແນວໃດ? ຖ້າບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ລາວຈະສາມາດເຂົ້າໃຈພາສາມະນຸດໄດ້ແນວໃດ? ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເຖິງກັບບໍ່ສາມາດປະຕິບັດຕາມກົດລະບຽບໄດ້ເລີຍ ເຖິງແມ່ນວ່າຈະເຂົ້າໃຈຫຼັກຄຳສອນເລັກນ້ອຍ ແລະ ຕ້ອງການທີ່ຈະເຮັດແບບນັ້ນກໍຕາມ. ແຕ່ເຂົາກໍຍັງຄິດວ່າຄວາມເຕັມໃຈຂອງເຂົາທີ່ຈະປະຕິບັດຄວາມຈິງນັ້ນໝາຍຄວາມວ່າ ເຂົາເປັນຄົນທີ່ຊື່ສັດຕໍ່ພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຍອມຮັບ ແລະ ຮັກ. ນີ້ບໍ່ແມ່ນຕັກກະຂອງຄົນພານບໍ? (ແມ່ນແລ້ວ.) ຄົນທີ່ມີຕັກກະຂອງຄົນພານໃນທີ່ສຸດແລ້ວກໍບໍ່ສາມາດໄດ້ຮັບຄວາມຈິງ. ຄົນປະເພດໃດທີ່ມີຕັກກະຂອງຄົນພານ? ຄົນເບົາປັນຍາ. ຄົນເບົາປັນຍາຄອຍຄິດຫາຕັກກະຂອງຄົນພານຢູ່ສະເໝີ. ເຮົາໝາຍຄວາມວ່າແນວໃດທີ່ບອກພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້? ເຮົາກຳລັງພະຍາຍາມກະຕຸ້ນເຕືອນພວກເຈົ້າໃຫ້ປະຕິບັດຄວາມຈິງ ຫຼື ເຮົາກຳລັງເປີດໂປງແກ່ນແທ້ຂອງບັນຫາຂອງພວກເຈົ້າ? (ພຣະອົງກຳລັງເຮັດໃຫ້ພວກເຮົາເຫັນຢ່າງຊັດເຈນວ່າ ພວກເຮົາຍັງບໍ່ທັນໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ເຮັດໃຫ້ພວກເຮົາເລີ່ມຕົ້ນຍ່າງໃນເສັ້ນທາງນັ້ນ.) ບາງຄົນເວົ້າວ່າ “ພຣະອົງກຳລັງເວົ້າສິ່ງເຫຼົ່ານີ້ພຽງເພື່ອຊຸກຍູ້ໃຫ້ພວກເຮົາປະຕິບັດຄວາມຈິງ ບໍ່ແມ່ນບໍ?” ເຮົາບໍ່ໄດ້ໝາຍຄວາມແບບນັ້ນແທ້ໆ. ການທີ່ເຈົ້າສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ນັ້ນແມ່ນເລື່ອງຂອງເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ຫຼັງຈາກທີ່ເຮົາໄດ້ໂອ້ລົມຢ່າງຊັດເຈນກ່ຽວກັບຄວາມຈິງທີ່ເຮົາຄວນໂອ້ລົມ, ເຮົາກໍຈະປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຮົາສຳເລັດແລ້ວ. ສຳລັບວ່າເຈົ້າເລືອກເສັ້ນທາງໃດ ແລະ ເຈົ້າຍ່າງໃນຫົນທາງໃດນັ້ນ, ເຮົາບໍ່ແຊກແຊງ. ການທີ່ເຈົ້າຈະສາມາດບັນລຸຄວາມລອດພົ້ນໃນທີ່ສຸດໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບການເລືອກຂອງເຈົ້າເອງທັງສິ້ນ ແລະ ຂຶ້ນຢູ່ກັບຫົນທາງທີ່ເຈົ້າຍ່າງຢ່າງສິ້ນເຊີງ; ຄວາມຮັບຜິດຊອບຂອງເຮົາທີ່ມີຕໍ່ພວກເຈົ້າແມ່ນສິ້ນສຸດລົງພຽງເທົ່ານີ້. ນັ້ນກໍຄື ເຮົານຳເອົາຄວາມຈິງທັງໝົດທີ່ພວກເຈົ້າຄວນເຂົ້າໃຈມາບອກພວກເຈົ້າ ແລະ ຖ້າພວກເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງເຫຼົ່ານັ້ນ, ນັ້ນກໍຍ່ອມດີກວ່າຢູ່ແລ້ວ ແຕ່ຖ້າພວກເຈົ້າບໍ່ເຕັມໃຈ, ເຮົາກໍຈະບໍ່ແຊກແຊງ. ແນ່ນອນວ່າເຮົາຈະບໍ່ຕິດຕາມພວກເຈົ້າໄປໃສມາໃສທຸກມື້ ແລະ ກຳກັບດູແລພວກເຈົ້າ, ແຮງໄກທີ່ເຮົາຈະບັງຄັບພວກເຈົ້າໃຫ້ປະຕິບັດຄວາມຈິງ. ເຮົາບໍ່ເຮັດສິ່ງເຫຼົ່ານັ້ນ; ນັ້ນບໍ່ແມ່ນວຽກງານຂອງເຮົາ ແລະ ມັນບໍ່ໄດ້ຕົກຢູ່ໃນຂອບເຂດວຽກງານຂອງເຮົາ. ຖ້າພວກເຈົ້າຮຽກຮ້ອງໃຫ້ເຮົາປະຕິບັດຕໍ່ພວກເຈົ້າຄືກັບທາດ, ໂດຍລິຮານ ແລະ ລົງວິໄນພວກເຈົ້າທຸກມື້ ກ່ອນທີ່ພວກເຈົ້າຈະສາມາດປະຕິບັດຕາມກົດລະບຽບສອງສາມຂໍ້, ສະແດງການເຊື່ອຟັງເລັກນ້ອຍ ແລະ ປະຕິບັດຄວາມຈິງເລັກນ້ອຍ, ແລ້ວໃນສາຍຕາຂອງເຮົາ, ຄົນແບບນັ້ນກໍຄືຄົນທີ່ບໍ່ສາມາດກອບກູ້ໄດ້ແລ້ວ. ຖ້າເຮົາໄດ້ເວົ້າຫຼັກການຄວາມຈິງເປັນພັນ ຫຼື ເປັນໝື່ນຄັ້ງ ແຕ່ພວກເຈົ້າຍັງຄົງບໍ່ເຂົ້າໃຈຫຼັກການເຫຼົ່ານັ້ນ ແລະ ບໍ່ສະແຫວງຫາ, ເຮົາຍັງຈະສາມາດເວົ້າຫຍັງໄດ້ອີກ? ທັດສະນະຄະຕິຂອງເຮົາຕໍ່ສິ່ງນີ້ແມ່ນຫຍັງ? ຈົ່ງເຮັດຕາມທີ່ພວກເຈົ້າຕ້ອງການ. ຖ້າພວກເຈົ້າບໍ່ເຕັມໃຈທີ່ຈະຟັງ, ກໍບໍ່ຕ້ອງຟັງ. ພວກເຈົ້າອາດເຊື່ອຕາມທີ່ພວກເຈົ້າປາຖະໜາ; ເຮົາຈະບໍ່ແຊກແຊງ ແລະ ເຮົາບໍ່ປາຖະໜາທີ່ຈະໃຊ້ຄວາມພະຍາຍາມນັ້ນ. ຄວາມຈິງໄດ້ຖືກປະທານໃຫ້ແກ່ພວກເຈົ້າລ້າໆ ແຕ່ພວກເຈົ້າບໍ່ຮູ້ຈັກທະນຸຖະໜອມຄວາມຈິງ. ການທີ່ພວກເຈົ້າຈະສາມາດບັນລຸຄວາມລອດພົ້ນໃນທີ່ສຸດໄດ້ ຫຼື ບໍ່ນັ້ນແມ່ນເລື່ອງຂອງພວກເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ຖ້າເຈົ້າຕ້ອງເພິ່ງພາຄົນອື່ນຢູ່ສະເໝີເພື່ອກຳກັບດູແລ, ລິຮານ ແລະ ລົງວິໄນເຈົ້າ ກ່ອນທີ່ເຈົ້າຈະສາມາດຝືນປະຕິບັດຄວາມຈິງເລັກນ້ອຍ ຫຼື ເຮັດບາງສິ່ງທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າທີ່ຂອງເຈົ້າ, ແລ້ວນັ້ນກໍບໍ່ແມ່ນສິ່ງທີ່ເຮົາຕ້ອງການ. ຖ້າພວກເຈົ້າທຸກຄົນເປັນແບບນີ້, ແລ້ວການທີ່ເຮົາໂອ້ລົມຄວາມຈິງກໍບໍ່ມີຄວາມໝາຍຫຍັງ; ການໂອ້ລົມຄວາມຈິງດ້ານໃດກໍຕາມຈະເປັນສິ່ງທີ່ຫຼາຍເກີນໄປ ແລະ ຈະບໍ່ຈຳເປັນຢ່າງສິ້ນເຊີງ. ຖ້າພວກເຈົ້າບໍ່ມີແມ່ນແຕ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ຫຼັງຈາກທີ່ໄດ້ຍິນການໂອ້ລົມຄວາມຈິງຫຼາຍຂະໜາດນັ້ນ ພວກເຈົ້າກໍຍັງບໍ່ມີເຈດຕະນາແບບອັດຕະວິໄສ ຫຼື ແຜນການສຳລັບວິທີການປະຕິບັດຄວາມຈິງ ແລະ ວິທີການເຂົ້າສູ່ຄວາມເປັນຈິງຄວາມຈິງ, ແລ້ວພວກເຈົ້າກໍບໍ່ມີຄວາມຫວັງທີ່ຈະບັນລຸຄວາມລອດພົ້ນ. ຖືກຕ້ອງບໍ? (ແມ່ນແລ້ວ.)

ບາງຄົນພະຍາຍາມຫຼິ້ນເກມປະສາດ ແລະ ຫຼອກລວງເຮົາຢູ່ສະເໝີ. ເມື່ອໃດກໍຕາມທີ່ພວກເຂົາເຮັດບາງສິ່ງ, ພວກເຂົາຈະລໍຖ້າໃຫ້ເຮົາອອກຄຳສັ່ງກ່ອນທີ່ຈະລົງມືເຮັດ. ບໍ່ວ່າເຮົາຈະໂອ້ລົມຫຼັກການຫຼາຍປານໃດກໍຕາມ, ມັນກໍບໍ່ມີຜົນຫຍັງຕໍ່ພວກເຂົາ; ພວກເຂົາພຽງແຕ່ບໍ່ປະຕິບັດຕາມຫຼັກການ. ພວກເຂົາຄິດຢູ່ສະເໝີວ່າ “ຂ້ອຍຕ້ອງໄດ້ຮັບຄຳສັ່ງຈາກພຣະອົງກ່ຽວກັບເລື່ອງນີ້. ຖ້າພຣະອົງບອກວ່າພວກເຮົາສາມາດເຮັດໄດ້, ພວກເຮົາກໍຈະເຮັດ; ຖ້າພຣະອົງບອກວ່າພວກເຮົາບໍ່ສາມາດເຮັດໄດ້, ພວກເຮົາກໍຈະບໍ່ເຮັດ. ຈະເປັນແນວໃດຖ້າຂ້ານ້ອຍເຮັດຕາມຫຼັກການທີ່ພຣະອົງໄດ້ອະທິບາຍ ແລະ ຫຼັງຈາກທີ່ຂ້ານ້ອຍເຮັດສຳເລັດແລ້ວ, ພຣະອົງພັດບໍ່ພໍໃຈ? ຈະເປັນແນວໃດຖ້າພຣະອົງເຮັດໃຫ້ຂ້ານ້ອຍລຳບາກ? ຈະເປັນແນວໃດຖ້າພຣະອົງໃຫ້ຂ້ານ້ອຍຊົດເຊີຍຄວາມເສຍຫາຍ?” ພວກເຂົາຫຼິ້ນເກມປະສາດກັບເຮົາ, ບໍ່ເຮັດຕາມຫຼັກການ ແລະ ບໍ່ປະຕິບັດຄວາມຮັບຜິດຊອບຂອງມະນຸດ. ພວກເຂົາບໍ່ເຮັດສິ່ງໃດເລີຍທີ່ຕົກຢູ່ໃນຄວາມຮັບຜິດຊອບຂອງພວກເຂົາເອງ ເຊັ່ນ: ການຮ່ວມມືກັບຄົນອື່ນ, ການປຶກສາຫາລື ແລະ ການໂອ້ລົມເລື່ອງຕ່າງໆກັບຄົນອື່ນ ຫຼື ການຄົ້ນຄວ້າເອກະສານອ້າງອີງ. ກົງກັນຂ້າມ, ພວກເຂົາຊູຊີ ແລະ ລົບກວນເຮົາຢ່າງຕໍ່ເນື່ອງ, ໂດຍຖາມນັ້ນຖາມນີ້ ແລະ ເວົ້າຢູ່ສະເໝີວ່າ “ພຣະອົງຄິດວ່າມັນເໝາະສົມບໍທີ່ຂ້ານ້ອຍຈະເຮັດແບບນີ້?” ຄວາມຈິງແລ້ວ, ເຮົາໄດ້ນຳເອົາຫຼັກການມາອະທິບາຍຢ່າງແຈ່ມແຈ້ງແລ້ວ ແຕ່ຄົນເຫຼົ່ານີ້ບໍ່ເອົາຈິງເອົາຈັງກັບຫຼັກການເຫຼົ່ານັ້ນເລີຍ. ພວກເຂົາຄິດວ່າ “ຫຼັກການທີ່ພຣະອົງໂອ້ລົມເປັນພຽງໂຄງຮ່າງກວ້າງໆ ເຊິ່ງເປັນຄຳເວົ້າທີ່ຕັ້ງໃຈມາເພື່ອຫຼອກລວງຜູ້ຄົນ. ພຣະອົງຕ້ອງບອກຂ້ານ້ອຍວ່າຈະຈັດການກັບເລື່ອງນີ້ແນວໃດ ແລະ ພຣະອົງຕ້ອງອະທິບາຍທຸກລາຍລະອຽດໃຫ້ຂ້ານ້ອຍຟັງ”. ເຈົ້າບໍ່ສາມາດຮັບເອົາຫຼັກການທີ່ເຮົາໄດ້ອະທິບາຍ ແລະ ບໍ່ເອົາຈິງເອົາຈັງກັບຫຼັກການເຫຼົ່ານັ້ນ ແລະ ເຈົ້າໃຫ້ເຮົາບອກເຈົ້າໂດຍກົງວ່າຈະເຮັດທຸກສິ່ງແນວໃດ. ນັ້ນບໍ່ໄດ້ເຮັດໃຫ້ເຈົ້າກາຍເປັນຄົນໄຮ້ປະໂຫຍດບໍ? ເຈົ້າບໍ່ມີສະໝອງບໍ? ເຈົ້າບໍ່ມີຄວາມຄິດບໍ? ໜ້າທີ່ຂອງເຈົ້າແມ່ນຫຍັງ? ເຈົ້າບໍ່ຕ້ອງການແບກຮັບໜ້າທີ່ໃດໆທີ່ມະນຸດຄວນປະຕິບັດ ຫຼື ຄວາມຮັບຜິດຊອບທີ່ມະນຸດຄວນແບກຮັບ; ເຈົ້າພຽງແຕ່ຕ້ອງການໃຫ້ເຮົາບອກເຈົ້າໂດຍກົງວ່າຈະເຮັດຫຍັງ. ແລ້ວຫົວໃຈ ແລະ ສະໝອງຂອງເຈົ້າຈະມີປະໂຫຍດຫຍັງ? ເຈົ້າບໍ່ຕ້ອງການໃສ່ໃຈກັບມັນ, ເຈົ້າບໍ່ຕ້ອງການໃຊ້ສະໝອງຂອງເຈົ້າ ແລະ ເຈົ້າບໍ່ຕ້ອງການເຮັດວຽກໜັກ, ແລະ ເຈົ້າຍັງຢ້ານທີ່ຈະແບກຮັບຄວາມຮັບຜິດຊອບອີກດ້ວຍ. ເຈົ້າເປັນຄົນປະເພດໃດ? ເຈົ້າບໍ່ແມ່ນອ່ຽນທີ່ມື່ນບໍ? ຂີດຄວາມສາມາດຂອງເຈົ້າຂ້ອນຂ້າງຕໍ່າ ແຕ່ເຈົ້າພັດເຕັມໄປດ້ວຍແຜນອຸບາຍ! ການພະຍາຍາມໃຊ້ເລ່ລ່ຽມນີ້ກັບເຮົາຈະບໍ່ໄດ້ຜົນ. ມັນໜ້າລັງກຽດພໍແລ້ວທີ່ເຈົ້າບໍ່ສາມາດເຂົ້າໃຈຫຼັກການ ແຕ່ເຈົ້າກໍຍັງພະຍາຍາມໃຊ້ເລ່ລ່ຽມກັບເຮົາ ແລະ ຢ້ານທີ່ຈະແບກຮັບຄວາມຮັບຜິດຊອບ. ແລ້ວເຈົ້າຈະສາມາດນຳເອົາຄວາມຈິງໄປປະຕິບັດໄດ້ແນວໃດ? ທຳມະຊາດຂອງການຢ້ານທີ່ຈະແບກຮັບຄວາມຮັບຜິດຊອບໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນແມ່ນຫຍັງ? ມີຫົວໃຈທີ່ແທ້ຈິງໃນການປະຕິບັດໜ້າທີ່ຂອງຕົນດ້ວຍວິທີນີ້ບໍ? ມີຄວາມອຸທິດຕົນບໍ? (ບໍ່.) ຖ້າບໍ່ມີທັງຫົວໃຈທີ່ແທ້ຈິງ ແລະ ຄວາມອຸທິດຕົນ, ຈະມີການເຂົ້າສູ່ຊີວິດບໍ? ນີ້ຄືການປະຕິບັດໜ້າທີ່ຂອງຕົນບໍ? (ບໍ່.) ແລ້ວທຳມະຊາດຂອງການປະຕິບັດໜ້າທີ່ຂອງຕົນດ້ວຍວິທີນີ້ແມ່ນຫຍັງ? ມັນຄືການອອກແຮງງານ; ນັ້ນຄືທຳມະຊາດຂອງມັນ. ໃຜກໍຕາມທີ່ຫຼິ້ນເກມປະສາດກັບເຮົາເຮັດໃຫ້ເຮົາລັງກຽດ. ຖ້າເຈົ້າເຮັດວຽກຢ່າງຈິງຈັງ ແລະ ຕິດດິນ, ສະແຫວງຫາໂດຍທັນທີເມື່ອເຈົ້າບໍ່ເຂົ້າໃຈ ແລະ ປະຕິບັດຕາມຫຼັກການຫຼັງຈາກທີ່ເຈົ້າໄດ້ຖາມກ່ຽວກັບຫຼັກການເຫຼົ່ານັ້ນ ແລະ ໄດ້ຮັບຄວາມແຈ່ມແຈ້ງແລ້ວ, ແລ້ວເຖິງແມ່ນວ່າບາງຄັ້ງເຈົ້າຈະຖາມອີກຄັ້ງໜຶ່ງພາຍໃຕ້ສະຖານະການພິເສດ, ເຮົາກໍຈະບໍ່ລັງກຽດຂີດຄວາມສາມາດທີ່ຕໍ່າຂອງເຈົ້າ. ແຕ່ຖ້າຄົນໃດຄົນໜຶ່ງໂຕ້ແຍ່ງກັບເຮົາຢູ່ພາຍໃນສະເໝີ, ຫຼິ້ນເກມປະສາດ ແລະ ພະຍາຍາມເອົາຊະນະເຮົາດ້ວຍຄວາມສະຫຼາດ, ປະຕິເສດທີ່ຈະແບກຮັບຄວາມຮັບຜິດຊອບໃດໆ, ຖາມເຮົາກ່ຽວກັບທຸກສິ່ງທີ່ເຂົາປະເຊີນ ແລະ ລົງມືເຮັດກໍຕໍ່ເມື່ອເຮົາໃຫ້ຄຳແນະນຳແກ່ເຂົາເທົ່ານັ້ນ, ນີ້ແມ່ນບັນຫາຫຍັງ? ພາຍນອກ, ເຂົາເບິ່ງຄືວ່າອ່ອນນ້ອມຕໍ່ພຣະເຈົ້າໃນທຸກສິ່ງ ແຕ່ຄວາມຈິງແລ້ວ ເຂົາກຳລັງມີເລ່ຫຼ່ຽມ. ບາງຄົນຄິດວ່າ ຖ້າມີບາງສິ່ງຜິດພາດເກີດຂຶ້ນເມື່ອເຂົາແບບນີ້, ເຂົາກໍຈະບໍ່ແບກຮັບຄວາມຮັບຜິດຊອບໃດໆ; ໃນເວລາດຽວກັນ, ເຂົາກໍສາມາດເຮັດໃຫ້ຄົນອື່ນເຫັນວ່າເຂົາອ່ອນນ້ອມຕໍ່ພຣະເຈົ້າໃນທຸກສິ່ງ. ດັ່ງນັ້ນ, ບໍ່ວ່າເຂົາຈະເຮັດຫຍັງກໍຕາມ, ເຂົາຕ້ອງການຟັງຄຳສັ່ງທີ່ອອກໂດຍພຣະເຈົ້າດ້ວຍພຣະອົງເອງຢູ່ສະເໝີ, ຄືກັບວ່າຄວາມສຳພັນຂອງເຂົາກັບພຣະເຈົ້ານັ້ນໃກ້ຊິດເປັນພິເສດ. ເຂົາບໍ່ຮັບຮູ້ວ່າສິ່ງນີ້ລົບກວນຄວາມຄິດຂອງພຣະເຈົ້າ, ລົບກວນວຽກງານຂອງພຣະອົງ ແລະ ເຮັດໃຫ້ພຣະອົງເບື່ອໜ່າຍ ແລະ ລັງກຽດເຂົາ. ເຂົາເຖິງກັບຄິດວ່າເຂົາກຳລັງປະຕິບັດໜ້າທີ່ຂອງເຂົາ ແລະ ສະລະຕົນເພື່ອພຣະເຈົ້າ, ພຣະເຈົ້າຄວນຊີ້ນຳເຂົາໃນລັກສະນະນີ້, ເຮືອນຂອງພຣະເຈົ້າຕ້ອງອະນຸຍາດໃຫ້ເຂົາເຮັດແບບນີ້ ແລະ ເຮືອນຂອງພຣະເຈົ້າຄວນເອົາໃຈເຂົາຄືກັບເດັກນ້ອຍ. ເມື່ອເປັນແບບນັ້ນ ເຂົາຈຶ່ງຈະຮູ້ສຶກພໍໃຈຢູ່ພາຍໃນ ແລະ ຮູ້ສຶກວ່າເຂົາກຳລັງມີຄວາມສຸກກັບຕົນເອງ. ນີ້ແມ່ນຄວາມຄິດປະເພດໃດ? ນີ້ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ? ຄົນແບບນັ້ນມີເຫດຜົນບໍ? (ບໍ່.) ຄົນທີ່ເຂົ້າໃຈຄວາມຈິງກໍເຮັດດ້ວຍເຫດຜົນ. ຢ່າງໜ້ອຍທີ່ສຸດ, ພວກເຂົາແກ້ໄຂບັນຫາທີ່ພວກເຂົາສາມາດແກ້ໄຂໄດ້ດ້ວຍຕົນເອງ ແລະ ບໍ່ລົບກວນພຣະເຈົ້າດ້ວຍຄຳຖາມຊໍ້າແລ້ວຊໍ້າອີກ. ເຖິງແມ່ນວ່າພວກເຂົາບໍ່ສາມາດແກ້ໄຂບັນຫາດ້ວຍຕົນເອງໄດ້, ພວກເຂົາກໍຄວນສະແຫວງຫາ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງທີ່ພວກເຂົາຮ່ວມມືນຳ ຫຼື ກັບຄົນທີ່ເຂົ້າໃຈຄວາມຈິງ. ເມື່ອເຮັດເຊັ່ນນີ້, ພວກເຂົາກໍສາມາດແກ້ໄຂບັນຫາ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດໄດ້. ຄົນທີ່ມີເຫດຜົນສາມາດເຮັດສິ່ງນີ້ໄດ້; ຄົນທີ່ບໍ່ມີເຫດຜົນມັກຈະເຮັດໂດຍບໍ່ຢັ້ງຄິດ. ຖ້າຄົນທີ່ມີການເຂົ້າສູ່ຊີວິດເຂົ້າໃຈຄວາມຈິງ, ສາມາດປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ມີພຣະທຳຂອງພຣະເຈົ້າເປັນຊີວິດຂອງເຂົາ, ເຂົາຈະມີທັດສະນະຄະຕິແບບນີ້ຕໍ່ພຣະເຈົ້າ ຫຼື ປະພຶດຕົວແບບນີ້ບໍ? ເຂົາຈະມີປະຕິສຳພັນກັບພຣະເຈົ້າດ້ວຍວິທີນີ້ບໍ? (ບໍ່.) ເຂົາຈະບໍ່ເຮັດແບບນັ້ນ; ນັ້ນຄືສິ່ງທີ່ແນ່ນອນ. ແລ້ວເກີດຫຍັງຂຶ້ນກັບຄົນທີ່ເຮັດແບບນີ້? ມັນເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ເຄີຍມີການເຂົ້າສູ່ຊີວິດເລີຍ. ພວກເຂົາເຮັດທຸກສິ່ງຕາມຜົນປະໂຫຍດ ແລະ ເຈດຕະນາຂອງພວກເຂົາເອງທັງສິ້ນ, ແຕ່ພວກເຂົາກໍອ້າງຢ່າງຕໍ່ເນື່ອງວ່າ “ຂ້ອຍເຕັມໃຈທີ່ຈະຊື່ສັດຕໍ່ພຣະເຈົ້າ, ຂ້ອຍເຕັມໃຈທີ່ຈະຮັບໃຊ້ພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະຕາຍເພື່ອພຣະເຈົ້າ! ຕາບໃດທີ່ຂ້ອຍເຕັມໃຈ, ຂ້ອຍກໍເປັນຄົນທີ່ຮັກພຣະເຈົ້າ ແລະ ຂ້ອຍກໍເປັນຄົນທີ່ຊື່ສັດ ແລະ ອ່ອນນ້ອມຕໍ່ພຣະເຈົ້າ!” ພາຍໃຕ້ຂໍ້ອ້າງນີ້, ພວກເຂົາຄິດວ່າພວກເຂົາມີຊີວິດ. ພວກເຂົາບໍ່ຮູ້ຈັກຕຳແໜ່ງຂອງຕົນເອງໃນຈັກກະວານຢ່າງແທ້ຈິງ! ນີ້ບໍ່ແມ່ນການສະແດງອອກເຖິງການຂາດເຫດຜົນບໍ? (ແມ່ນແລ້ວ.) ຖ້າຄົນໃດໜຶ່ງມີເຫດຜົນ, ເຂົາຈະເອົາ “ຄວາມເຕັມໃຈ” ນີ້ ແລະ ຖືວ່າມັນເປັນຊີວິດບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ເພາະເຂົາເຫັນວ່າເຂົາຍັງມີອຸປະນິໄສທີ່ເສື່ອມຊາມຫຼາຍຢ່າງທີ່ຍັງບໍ່ໄດ້ຮັບການແກ້ໄຂ ແລະ ມີຄວາມຈິງຫຼາຍຢ່າງທີ່ເຂົາບໍ່ສາມາດນຳໄປປະຕິບັດໄດ້ ແລະ ຮູ້ສຶກວ່າເຂົາຍັງຫ່າງໄກຈາກຂໍ້ກຳນົດຂອງພຣະເຈົ້າ, ເຂົາຈຶ່ງບໍ່ຄິດວ່າເຂົາມີຊີວິດ). ລັກສະນະທີ່ໂດດເດັ່ນທີ່ສຸດຂອງຄົນທີ່ມີເຫດຜົນກໍຄື ເຂົາສາມາດໄຕ່ຕອງກ່ຽວກັບຕົນເອງເລື້ອຍໆ. ເມື່ອເຂົາຄົ້ນພົບບັນຫາຂອງເຂົາ, ເຂົາກໍປະຕິບັດຕໍ່ບັນຫາເຫຼົ່ານັ້ນຢ່າງມີເຫດຜົນ ແລະ ມາເຂົ້າໃຈບັນຫາເຫຼົ່ານັ້ນ ແລະ ເຂົາກໍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ມີການເຂົ້າສູ່ຊີວິດຢ່າງແທ້ຈິງ. ຄົນທີ່ເຂົ້າໃຈຄວາມຈິງລ້ວນແຕ່ມີຄວາມຮູ້ທີ່ແທ້ຈິງບາງຢ່າງກ່ຽວກັບຕົນເອງ; ພວກເຂົາທຸກຄົນລ້ວນແຕ່ມີການຕີລາຄາ ແລະ ການປະເມີນຕົນເອງຢ່າງຖືກຕ້ອງ. ພວກເຂົາຮູ້ຢ່າງຊັດເຈນວ່າຂີດຄວາມສາມາດຂອງພວກເຂົາເປັນແນວໃດ, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ພວກເຂົາໄດ້ນຳເອົາພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງໄປປະຕິບັດຫຼາຍສໍ່າໃດແລ້ວ ແລະ ຍັງມີອີກຫຼາຍສໍ່າໃດທີ່ພວກເຂົາຍັງບໍ່ທັນໄດ້ນຳໄປປະຕິບັດ. ພວກເຂົາຈະມີການພິຈາລະນາເຫຼົ່ານີ້ ແລະ ຫຼັງຈາກທີ່ໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍຈະໄດ້ຮັບຜົນເຫຼົ່ານີ້. ເມື່ອໄດ້ຮັບຜົນເຫຼົ່ານີ້ແລ້ວ, ພວກເຂົາກໍຄິດວ່າ “ຄວາມເຕັມໃຈຂອງມະນຸດໃນແງ່ຂອງເຈດຕະນາແບບອັດຕະວິໄສຂອງເຂົານັ້ນບໍ່ແມ່ນຊີວິດ. ການພຽງແຕ່ເຕັມໃຈນັ້ນແມ່ນໄຮ້ປະໂຫຍດ; ຂ້ອຍຍັງບໍ່ທັນໄດ້ນຳເອົາຄວາມຈິງໄປປະຕິບັດເລີຍ. ຂ້ອຍຍັງມີຄວາມເສື່ອມຊາມ ແລະ ຄວາມກະບົດຢູ່ພາຍໃນຕົວຂ້ອຍ ແລະ ຄວາມເປັນມະນຸດຂອງຂ້ອຍກໍບໍ່ດີປານໃດ. ຂ້ອຍຕ້ອງການປຽບທຽບຕົນເອງກັບຄົນອື່ນຢູ່ສະເໝີ ແລະ ບໍ່ວ່າຂ້ອຍຈະເຮັດຫຍັງກໍຕາມ, ຂ້ອຍກໍຕ້ອງການເຮັດພຽງລຳພັງ ແລະ ຕາມອຳເພີໃຈຢູ່ສະເໝີ. ຂ້ອຍບໍ່ເຄີຍຢາກປຶກສາຫາລືເລື່ອງຕ່າງໆ ຫຼື ຮ່ວມມືກັບໃຜເລີຍ; ຂ້ອຍພຽງແຕ່ຕ້ອງການເປັນຄົນຕັດສິນໃຈຂັ້ນສຸດທ້າຍດ້ວຍຕົວຂ້ອຍເອງ. ຂ້ອຍດູຖູກທຸກຄົນ ແລະ ບໍ່ເຫັນຫົວໃຜເລີຍ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກເຖິງການມີຄວາມເປັນມະນຸດ ແລະ ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກເຖິງການປະຕິບັດຄວາມຈິງ!” ໂດຍການໄຕ່ຕອງ ແລະ ຮູ້ຈັກຕົນເອງເມື່ອທຽບກັບພຣະທຳຂອງພຣະເຈົ້າ ແລະ ທຽບກັບຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາກໍສາມາດໄດ້ຮັບຜົນເຫຼົ່ານີ້ ແລະ ໄດ້ຮັບສິ່ງເຫຼົ່ານີ້. ເມື່ອໄດ້ຮັບສິ່ງເຫຼົ່ານີ້ແລ້ວ, ພວກເຂົາໄດ້ຂໍ້ສະຫຼຸບກ່ຽວກັບການໄລ່ຕາມເສາະຫາຂອງພວກເຂົາ ແລະ ກ່ຽວກັບການສະແດງອອກຕ່າງໆຂອງພວກເຂົາບໍ? (ແມ່ນແລ້ວ.) ພວກເຂົາໄດ້ຂໍ້ສະຫຼຸບຫຍັງ? (ພວກເຂົາຍັງບໍ່ທັນເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ.) ພວກເຂົາຮັບຮູ້ວ່າພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຍັງຫ່າງໄກຈາກຂໍ້ກຳນົດຂອງພຣະເຈົ້າຫຼາຍ. ພວກເຂົາຮັບຮູ້ວ່າໃນການປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາພຽງແຕ່ໄດ້ເຮັດວຽກໜັກເລັກນ້ອຍ ແລະ ຍັງບໍ່ທັນໄດ້ນຳເອົາຄວາມຈິງໄປປະຕິບັດ. ນີ້ຄືຂໍ້ສະຫຼຸບທີ່ພວກເຂົາໄດ້ຮັບ. ແລ້ວເຈດຕະນາຂອງພວກເຂົາທີ່ຈະປະຕິບັດຄວາມຈິງຈະບໍ່ເຂັ້ມແຂງຂຶ້ນບໍ? (ແມ່ນແລ້ວ.) ຫຼັງຈາກທີ່ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ມີເຫດຜົນໄດ້ຮັບຜົນເຫຼົ່ານີ້ຜ່ານການໄຕ່ຕອງແລ້ວ, ເຈດຕະນາຂອງພວກເຂົາທີ່ຈະປະຕິບັດຄວາມຈິງກໍຈະເຂັ້ມແຂງຂຶ້ນ. ເມື່ອມີບາງສິ່ງເກີດຂຶ້ນ, ພວກເຂົາກໍໄຕ່ຕອງວ່າພວກເຂົາມີຄວາມຄິດທີ່ກະບົດຫຍັງແດ່, ພວກເຂົາມີຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຫຍັງແດ່, ພວກເຂົາມີສະພາວະທີ່ເສື່ອມຊາມ ແລະ ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງແດ່ ແລະ ພວກເຂົາຄວນກະບົດຕໍ່ສິ່ງເຫຼົ່ານັ້ນແນວໃດ ແລະ ພວກເຂົາຄວນແກ້ໄຂສິ່ງເຫຼົ່ານັ້ນແນວໃດ. ຫຼັງຈາກທີ່ໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍຈະຊອກຫາວ່າພຣະທຳຂອງພຣະເຈົ້າກ່າວໄວ້ແນວໃດ ແລະ ພຣະເຈົ້າຮຽກຮ້ອງໃຫ້ມະນຸດປະຕິບັດແນວໃດ ແລະ ພວກເຂົາກໍຈະຊອກຫາຫຼັກການຄວາມຈິງ. ເມື່ອພວກເຂົາພົບຫຼັກການຄວາມຈິງ, ເຈດຕະນາຂອງພວກເຂົາທີ່ຈະປະຕິບັດຄວາມຈິງກໍຍິ່ງເຂັ້ມແຂງຂຶ້ນ. ພວກເຂົາຮູ້ວ່າມາດຕະຖານທີ່ພຣະເຈົ້າກຳນົດແມ່ນຫຍັງ ແລະ ພວກເຂົາຄວນປະຕິບັດແນວໃດໃນເງື່ອນໄຂທີ່ສະເພາະເຈາະຈົງ. ເສັ້ນທາງນັ້ນແຈ່ມແຈ້ງສຳລັບພວກເຂົາ ແລະ ຂັ້ນຕອນຕໍ່ໄປຂອງພວກເຂົາກໍຄືການປະຕິບັດ.

ບອກເຮົາເບິ່ງວ່າ ຄົນທີ່ຂາດຄວາມມີເຫດຜົນສາມາດໄຕ່ຕອງກ່ຽວກັບຕົນເອງໄດ້ບໍ? (ບໍ່.) ພວກເຂົາຈະບໍ່ໄຕ່ຕອງກ່ຽວກັບຕົນເອງຈັກເທື່ອ; ພວກເຂົາຄອຍຄິດຢູ່ສະເໝີວ່າ ເຖິງແມ່ນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ພວກເຂົາກໍບໍ່ເຄີຍເປີດເຜີຍພວກມັນອອກມາ, ພວກເຂົາຖືກຕ້ອງຢູ່ສະເໝີ ແລະ ດີກວ່າຄົນອື່ນໃນທຸກໆດ້ານ ແລະ ພວກເຂົາບໍ່ເຄີຍຜິດພາດ ແລະ ບໍ່ເຄີຍເຮັດຫຍັງຜິດເລີຍ. ເປັນຫຍັງພວກເຂົາຈຶ່ງສາມາດຄິດແບບນີ້ໄດ້? ນີ້ຄືຄວາມໝາຍຂອງການຂາດຄວາມມີເຫດຜົນ. ຄົນທີ່ຂາດຄວາມມີເຫດຜົນຈະບໍ່ໄຕ່ຕອງກ່ຽວກັບຕົນເອງ ແລະ ຈະບໍ່ປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ. ພວກເຂົາຈະບໍ່ປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ ແລະ ບໍ່ມີການຕີລາຄາ, ການປະເມີນ ຫຼື ຄວາມຮູ້ກ່ຽວກັບຕົນເອງທີ່ຂ້ອນຂ້າງຖືກຕ້ອງ, ສະນັ້ນ ພວກເຂົາມີເຈດຕະນາທີ່ຈະປະຕິບັດຄວາມຈິງບໍ? ເຈດຕະນານີ້ແມ່ນບໍ່ສາມາດເກີດຂຶ້ນໃນຕົວພວກເຂົາ. ແລ້ວພວກເຂົາຈະຮັກຄວາມຈິງບໍ? ພວກເຂົາຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງບໍ? ບໍ່. ພວກເຂົາເຊື່ອວ່າພວກເຂົາໄດ້ເຮັດທຸກຢ່າງທີ່ພວກເຂົາຄວນເຮັດ, ດັ່ງທີ່ໂປໂລໄດ້ກ່າວວ່າ “ຂ້ອຍໄດ້ຮັກສາຄວາມເຊື່ອໄວ້ແລ້ວ, ຂ້ອຍຕໍ່ສູ້ໄດ້ດີແລ້ວ”. ຫຼັງຈາກທີ່ເຮັດວຽກໜັກພຽງເລັກນ້ອຍ, ພວກເຂົາກໍໄດ້ຂໍ້ສະຫຼຸບນີ້ກ່ຽວກັບຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງ. ຄົນທີ່ຂາດຄວາມມີເຫດຜົນກຳນົດລັກສະນະຂອງຕົນເອງດ້ວຍວິທີນີ້ ແລະ ບໍ່ສະແຫວງຫາຄວາມຈິງ, ສະນັ້ນ ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່.) ເຖິງແມ່ນວ່າບາງຄັ້ງຄາວພວກເຂົາປະຕິບັດຕາມກົດລະບຽບສອງສາມຂໍ້ ແລະ ເຮັດພໍແລ້ວມືແລ້ວຕີນ ແລະ ພາຍນອກເບິ່ງຄືວ່າພວກເຂົາກຳລັງປະຕິບັດຄວາມຈິງ, ໃນຄວາມເປັນຈິງແລ້ວ ພວກເຂົາກຳລັງປະຕິບັດຕາມກົດລະບຽບ ແຕ່ພວກເຂົາກໍຍັງເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ. ນີ້ບໍ່ແມ່ນການຫຼອກລວງຕົນເອງບໍ? ເປັນຫຍັງຜູ້ຄົນຈຶ່ງມີແນວໂນ້ມທີ່ຈະປະຕິບັດຕາມກົດລະບຽບຫຼາຍປານນັ້ນ? ມັນເປັນເພາະວ່າພວກເຂົາບໍ່ເກັ່ງໃນການສະແຫວງຫາຄວາມຈິງ. ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍບໍ່ມີທາງເຂົ້າໃຈຫຼັກການຄວາມຈິງໄດ້ ແລະ ພວກເຂົາກໍບໍ່ມີທາງເຂົ້າໃຈໄດ້ວ່າເສັ້ນທາງແຫ່ງການປະຕິບັດຄວາມຈິງແມ່ນຫຍັງ. ສະນັ້ນ, ບໍ່ວ່າພວກເຂົາເຮັດຫຍັງກໍຕາມ, ພວກເຂົາພຽງແຕ່ປະຕິບັດຕາມກົດລະບຽບສອງສາມຂໍ້ ແລະ ເຮັດພໍແລ້ວມືແລ້ວຕີນ. ພວກເຂົາກຳລັງປະຕິບັດຕາມກົດລະບຽບຢ່າງຊັດເຈນ ແຕ່ພັດເວົ້າວ່າພວກເຂົາກຳລັງປະຕິບັດຄວາມຈິງ, ນີ້ຄືການເສແສ້ງ, ມັນຄືການຫຼອກລວງ ແລະ ມັນຄືການເຮັດຫຼິ້ນໆ. ເຈົ້າພຽງແຕ່ກຳລັງປະຕິບັດຕາມກົດລະບຽບເທົ່ານັ້ນ. ມັນກໍຄືກັນກັບໂປໂລ: ເພິ່ນໄດ້ທົນທຸກຢ່າງໜັກ ແລະ ຈ່າຍລາຄາຢ່າງຫຼວງຫຼາຍໃນວຽກງານ ແລະ ການເທດສະໜາຂອງເພິ່ນ ແຕ່ເພິ່ນເຮັດພໍແລ້ວມືແລ້ວຕີນເທົ່ານັ້ນ ແລະ ບໍ່ເຄີຍປະຕິບັດຕາມຫົນທາງຂອງພຣະເຈົ້າຈັກເທື່ອ. ນັ້ນກໍຄື ໃນທຸກສິ່ງທີ່ເພິ່ນເຮັດ, ເພິ່ນບໍ່ເຄີຍສະແຫວງຫາເຈດຕະນາຂອງພຣະເຈົ້າ, ບໍ່ເຄີຍເອົາພຣະທຳຂອງພຣະເຈົ້າມາໃສ່ໃຈ, ບໍ່ເຄີຍປະຕິບັດຕາມພຣະທຳເຫຼົ່ານັ້ນ ແລະ ພຽງແຕ່ເຮັດຕາມຄວາມປະສົງຂອງເພິ່ນເອງ. ຈາກນັ້ນ ເພິ່ນກໍໃຊ້ຄວາມທຸກທໍລະມານ ແລະ ການສະລະຕົນຂອງເພິ່ນເປັນຕົ້ນທຶນເພື່ອຮຽກຮ້ອງລາງວັນຈາກພຣະເຈົ້າ: “ຂ້ານ້ອຍໄດ້ແລ່ນໃນການແຂ່ງຂັນທີ່ຂ້ານ້ອຍຄວນແລ່ນຈົນສຳເລັດແລ້ວ. ຈົ່ງມອບມົງກຸດໃຫ້ຂ້ານ້ອຍ; ຈົ່ງມອບລາງວັນໃຫ້ຂ້ານ້ອຍ!” ມີຄົນຖາມເພິ່ນວ່າ “ເຈົ້າຮູ້ບໍວ່າອົງພຣະເຢຊູເຈົ້າແມ່ນໃຜ?” ເພິ່ນເວົ້າວ່າ “ພຣະອົງຄືພຣະຄຣິສ”. ຄົນນັ້ນຖາມເຂົາອີກວ່າ “ແລ້ວເຈົ້າແມ່ນໃຜ?” ເຂົາເວົ້າວ່າ “ຂ້ອຍກໍຄືພຣະຄຣິສເຊັ່ນກັນ”. ທາດແທ້ຂອງເພິ່ນບໍ່ໄດ້ຖືກເປີດໂປງບໍ? ເພິ່ນມີການສະແດງອອກຕົວຈິງກ່ຽວກັບການປະຕິບັດຄວາມຈິງຢູ່ບໍ? (ບໍ່.) ຄົນທີ່ບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງຈະບໍ່ຮູ້ຈັກປະຕິບັດຄວາມຈິງຈັກເທື່ອ. ພວກເຂົາບໍ່ມີຄວາມຮັບຮູ້ໃນການປະຕິບັດຄວາມຈິງ ແລະ ຈະບໍ່ສະແຫວງຫາຄວາມຈິງຈັກເທື່ອ. ພວກເຂົາບໍ່ສາມາດຊອກຫາເສັ້ນທາງແຫ່ງການປະຕິບັດຄວາມຈິງໄດ້, ແຮງໄກທີ່ຈະເຂົ້າໃຈລາຍລະອຽດຂອງການປະຕິບັດຄວາມຈິງ. ສະນັ້ນ, ເມື່ອພວກເຂົາພະຍາຍາມຂຽນບົດຄວາມຄຳພະຍານກ່ຽວກັບປະສົບການຊີວິດ, ເຖິງແມ່ນວ່າຈະພະຍາຍາມຢ່າງສຸດຄວາມສາມາດແລ້ວກໍຕາມ ພວກເຂົາກໍບໍ່ສາມາດລົງມືຂຽນໄດ້. ພວກເຂົາຕ້ອງການໂອ້ອວດຢ່າງເຕັມທີ່ ແລະ ຕ້ອງການສະແດງໃຫ້ເຫັນສິ່ງທີ່ພວກເຂົາສາມາດເຮັດໄດ້ຢ່າງເຕັມທີ່ ແຕ່ພວກເຂົາກໍບໍ່ສາມາດເຮັດໄດ້; ພວກເຂົາກັງວົນຫຼາຍຈົນເຫື່ອແຕກ ແຕ່ກໍຍັງບໍ່ສາມາດຂຽນຫຍັງໄດ້. ເປັນຫຍັງຈຶ່ງເປັນແບບນີ້? ພວກເຂົາບໍ່ເຄີຍປະຕິບັດຄວາມຈິງ ແລະ ບໍ່ເຄີຍຜ່ານຂະບວນການສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງ. ຄົນເຫຼົ່ານີ້ເປັນຄົນທີ່ມີການເຂົ້າສູ່ຊີວິດບໍ? (ບໍ່.) ຄົນທີ່ບໍ່ມີການເຂົ້າສູ່ຊີວິດຈະມີຊີວິດບໍ? ພວກເຂົາບໍ່ມີຊີວິດ. ແລ້ວພວກເຂົາອາໄສຫຍັງໃນເວລາປະຕິບັດໜ້າທີ່ຂອງພວກເຂົາ? (ພວກເຂົາອາໄສຄວາມປະສົງຂອງພວກເຂົາເອງ ແລະ ອາໄສຄວາມມັກຂອງພວກເຂົາເອງ.) ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າພວກເຂົາອາໄສຄວາມປະສົງຂອງພວກເຂົາເອງ ແລະ ອາໄສຄວາມມັກຂອງພວກເຂົາເອງ ແຕ່ພວກເຂົາກໍຍັງຮູ້ສຶກວ່າຖືກຕັດສິນຢ່າງບໍ່ເປັນທຳ ແລະ ບໍ່ຍອມຮັບສິ່ງນີ້. ແລ້ວພວກເຮົາສາມາດເວົ້າແບບນີ້: ພວກເຂົາອາໄສຫຍັງເມື່ອກຳລັງປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາພຽງແຕ່ອາໄສຄຳເວົ້ານີ້: “ຂ້ອຍເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ; ຂ້ອຍເຕັມໃຈທີ່ຈະຊື່ສັດຕໍ່ພຣະເຈົ້າ; ຂ້ອຍເຕັມໃຈທີ່ຈະອ່ອນນ້ອມຕໍ່ຄວາມຈິງ; ຂ້ອຍເຕັມໃຈທີ່ຈະຍ່າງບົນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ; ຂ້ອຍເຕັມໃຈທີ່ຈະກັບໃຈ ແລະ ຍອມຮັບຄວາມຜິດພາດຂອງຂ້ອຍ; ຂ້ອຍເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ”. ພວກເຂົາພຽງແຕ່ອາໄສຄວາມປາຖະໜາທີ່ວ່າ “ຂ້ອຍເຕັມໃຈ” ແບບນີ້ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ; ນີ້ຄືພື້ນຖານສຳລັບພວກເຂົາໃນການປະຕິບັດໜ້າທີ່ຕາມຄວາມປະສົງຂອງພວກເຂົາເອງ. ສຳລັບພວກເຂົາແລ້ວ, “ຄວາມເຕັມໃຈ” ນີ້ສາມາດແທນທີ່ທຸກສິ່ງ ແລະ ສາມາດເຮັດສຳເລັດທຸກສິ່ງ, ແຕ່ສຳລັບພຣະເຈົ້າແລ້ວ ຄວາມເຕັມໃຈຂອງພວກເຂົາບໍ່ມີຄ່າແມ່ນແຕ່ກີບດຽວ. ເປັນຫຍັງ? ພຣະເຈົ້າສັງເກດຫົວໃຈຂອງເຈົ້າ ແລະ ຮູ້ວ່າເຈົ້າເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ. ພຣະເຈົ້າລໍຖ້າການປະຕິບັດຂອງເຈົ້າ ແລະ ການເຂົ້າສູ່ຂອງເຈົ້າ, ແຕ່ພຣະອົງກໍບໍ່ເຄີຍເຫັນການລົງມືເຮັດຕົວຈິງຈາກເຈົ້າ ຫຼື ເຫັນການເຂົ້າສູ່ຊີວິດຈາກເຈົ້າເລີຍ. ສະນັ້ນ, ຄົນແບບນັ້ນຈຶ່ງບໍ່ມີຊີວິດ; ນີ້ຄືສິ່ງທີ່ແນ່ນອນທີ່ສຸດ. ຄົນທີ່ບໍ່ມີຊີວິດກໍມີລັກສະນະໜຶ່ງທີ່ຊັດເຈນຫຼາຍ: ພວກເຂົາປະຕິບັດຕໍ່ພຣະເຈົ້າດ້ວຍທັດສະນະຄະຕິດຽວກັນກັບທີ່ພວກເຂົາຈະປະຕິບັດຕໍ່ຄົນໆໜຶ່ງຢູ່ສະເໝີ. ພວກເຂົາຄິດຢູ່ສະເໝີວ່າຈະໂຕ້ແຍ່ງກັບພຣະເຈົ້າ ແລະ ວາງແຜນຕໍ່ຕ້ານພຣະອົງແນວໃດ, ຄາດເດົາຢູ່ສະເໝີວ່າພຣະເຈົ້າເບິ່ງພວກເຂົາແນວໃດ ແລະ ປະຕິບັດຕໍ່ພຣະເຈົ້າຄືກັບວ່າພວກເຂົາກຳລັງມີປະຕິສຳພັນກັບອີກຄົນ ຫຼື ກັບຜູ້ບັງຄັບບັນຊາຢູ່ສະເໝີ. ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ພວກເຂົາບໍ່ມີທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືລັກສະນະທີ່ຊັດເຈນທີ່ສຸດຂອງຄົນທີ່ບໍ່ມີຊີວິດ. ໃນໃຈຂອງພວກເຂົາ, ພວກເຂົາຄາດເດົາກ່ຽວກັບພຣະເຈົ້າຢູ່ສະເໝີ: “ພຣະອົງກຳລັງຄິດຫຍັງຢູ່? ສາຍຕາຂອງພຣະອົງໝາຍຄວາມວ່າແນວໃດ? ຄວາມໝາຍທີ່ຢູ່ເບື້ອງຫຼັງນໍ້າສຽງຂອງພຣະອົງ ແລະ ສຽງຂອງພຣະອົງແມ່ນຫຍັງ? ພຣະອົງກຳລັງບອກໃຫ້ຂ້ານ້ອຍເຮັດແບບນີ້ ຫຼື ແບບນັ້ນບໍ?” ພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງ; ພວກເຂົາບໍ່ມີຄວາມຢຳເກງພຣະເຈົ້າ, ມີພຽງແຕ່ຄວາມສົງໄສ, ການລະແວດລະວັງ ແລະ ການໂຕ້ແຍ່ງ. ຄົນທີ່ບໍ່ມີຊີວິດຈະບໍ່ສາມາດມີຄວາມຢຳເກງພຣະເຈົ້າໄດ້ຈັກເທື່ອ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງເຖິງກັບບໍ່ມີຄວາມເຄົາລົບຂັ້ນພື້ນຖານທີ່ສຸດຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ເຈົ້າອາດເວົ້າຢູ່ສະເໝີວ່າ “ພຣະເຈົ້າ, ພຣະເຈົ້າ” ເມື່ອເຈົ້າອະທິຖານ ແລະ ມັນອາດຟັງມ່ວນຫູຫຼາຍ. ໃນພາຍນອກ ມັນເບິ່ງຄືວ່າເຈົ້າເຄົາລົບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ຍ້ອນວ່າເຈົ້າບໍ່ມີການເຂົ້າສູ່ຊີວິດ ແລະ ເຈົ້າບໍ່ມີພຣະທຳຂອງພຣະເຈົ້າເປັນຊີວິດຂອງເຈົ້າ, ເມື່ອເຈົ້າຮ້ອງເອີ້ນວ່າ “ພຣະເຈົ້າ”, ເຈົ້າພຽງແຕ່ກຳລັງເປັ່ງຄຳເວົ້າອອກມາເທົ່ານັ້ນ. ມັນບໍ່ໄດ້ໝາຍຄວາມວ່າເຈົ້າຮູ້ຈັກແກ່ນແທ້ຂອງພຣະເຈົ້າ ແລະ ອັດຕະລັກຂອງພຣະອົງ ຫຼື ປະຕິບັດຕໍ່ພຣະອົງຄືກັບເປັນພຣະເຈົ້າຢ່າງແທ້ຈິງ. ມັນເປັນພຽງຄຳເອີ້ນຂານ ຄືກັນກັບຄຳທີ່ເຈົ້າໃຊ້ເພື່ອເອີ້ນຂານພໍ່ແມ່, ປູ່ຍ່າພໍ່ເຖົ້າແມ່ເຖົ້າ ຫຼື ຜູ້ອາວຸໂສຄົນໃດຄົນໜຶ່ງຂອງເຈົ້າ. ສຳລັບເຈົ້າແລ້ວ, “ພຣະເຈົ້າ” ເປັນພຽງຄຳເອີ້ນຂານທີ່ສະແດງຄວາມເຄົາລົບ ເພາະວ່າສຳລັບເຈົ້າແລ້ວ ພຣະເຈົ້າບໍ່ແມ່ນສິ່ງທີ່ເຈົ້າເຄົາລົບບູຊາ ແລະ ເຈົ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ພຽງແຕ່ຫຼັງຈາກທີ່ພຣະທຳຂອງພຣະເຈົ້າໄດ້ກາຍເປັນຊີວິດຂອງຄົນໆໜຶ່ງແລ້ວເທົ່ານັ້ນ ຫົວໃຈທີ່ຢຳເກງພຣະເຈົ້າຈຶ່ງຈະຄ່ອຍໆເກີດຂຶ້ນພາຍໃນຕົວເຂົາ. ຄຳເວົ້ານີ້ສະແດງໃຫ້ພວກເຈົ້າເຫັນຫຍັງ? ຫົວໃຈທີ່ຢຳເກງພຣະເຈົ້າເກີດຂຶ້ນ ເພາະວ່າພຣະທຳຂອງພຣະເຈົ້າໄດ້ກາຍເປັນຊີວິດພາຍໃນຄົນໆໜຶ່ງ; ມັນບໍ່ໄດ້ເກີດຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນໆໜຶ່ງ. ການມີສະຕິຮູ້ສຶກຜິດຊອບ ແລະ ການມີເຫດຜົນບໍ່ສາມາດສ້າງຫົວໃຈທີ່ຢຳເກງພຣະເຈົ້າໄດ້. ເຖິງແມ່ນວ່າເຈົ້າເປັນຄົນດີ, ເປັນຄົນທີ່ປະຕິບັດຕາມກົດລະບຽບ ແລະ ເປັນຄົນທີ່ບໍ່ມີເລ່ລ່ຽມ ແລະ ຮັກສາຈຸດຢືນທີ່ເໝາະສົມຂອງຕົນ, ຖ້າເຈົ້າບໍ່ມີຄວາມຮູ້ຫຍັງກ່ຽວກັບພຣະເຈົ້າເລີຍ ຫຼື ບໍ່ເຄີຍມີການເຂົ້າສູ່ຊີວິດ, ແລ້ວຢ່າງຫຼາຍທີ່ສຸດເຈົ້າກໍມີພຽງຄວາມເຄົາລົບ, ຄວາມມີມາລະຍາດ ແລະ ຄວາມສຸພາບຮຽບຮ້ອຍພຽງເລັກນ້ອຍຕໍ່ພຣະເຈົ້າເທົ່ານັ້ນ; ສິ່ງນີ້ບໍ່ສາມາດເອີ້ນວ່າຄວາມຢຳເກງໄດ້. ຄວາມຢຳເກງພຣະເຈົ້າຂອງຄົນໆໜຶ່ງເກີດຂຶ້ນເພາະວ່າພຣະທຳຂອງພຣະເຈົ້າໄດ້ກາຍເປັນຊີວິດຂອງເຂົາ. ສະນັ້ນ, ຢ່າຄິດວ່າພຽງແຕ່ວ່າ “ຄວາມເຕັມໃຈ” ຈະສາມາດກວມເອົາທຸກສິ່ງ ຫຼື ສາມາດແທນທີ່ທຸກສິ່ງໄດ້. ສຳລັບພຣະເຈົ້າແລ້ວ, ຄວາມເຕັມໃຈຂອງເຈົ້າແມ່ນບໍ່ມີຄ່າ ແລະ ມີຄຸນຄ່າພຽງເລັກນ້ອຍ. ບາງຄົນເວົ້າວ່າ “ພຣະອົງບໍ່ໄດ້ໂອ້ລົມບໍວ່າມະນຸດຄວນມີທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ?” ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ເຈດຕະນາແບບອັດຕະວິໄສຂອງເຈົ້າ ນັ້ນກໍຄື ສິ່ງທີ່ເຈົ້າເຕັມໃຈທີ່ຈະເຮັດນັ້ນ ແມ່ນສອງສິ່ງທີ່ແຕກຕ່າງກັນ. ການມີທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າຄືຄວາມມີເຫດຜົນທີ່ເຈົ້າຄວນມີ, ໃນຂະນະທີ່ເຈດຕະນາແບບອັດຕະວິໄສຂອງເຈົ້າ ແລະ ຄວາມເຕັມໃຈຂອງເຈົ້າເປັນພຽງຄວາມປາຖະໜາ ຫຼື ຄວາມຕັ້ງໃຈຂອງເຈົ້າເທົ່ານັ້ນ. ສິ່ງສຳຄັນກໍຄື ເຈົ້າຕ້ອງຮັບຮູ້ສິ່ງນີ້ຢ່າງຊັດເຈນ: ຄວາມເຕັມໃຈຂອງເຈົ້າອາດຈະສາມາດນຳພາເຈົ້າໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້ ແລະ ແນ່ນອນວ່າມັນຍັງເປັນເງື່ອນໄຂເບື້ອງຕົ້ນສຳລັບການເຮັດໃຫ້ເຈົ້າກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນອີກດ້ວຍ, ແຕ່ການເຕັມໃຈປະຕິບັດຄວາມຈິງບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ປະຕິບັດແລ້ວ ແລະ ມັນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວ, ແຮງໄກທີ່ມັນຈະໝາຍຄວາມວ່າເຈົ້າມີຄວາມເປັນຈິງຄວາມຈິງ ຫຼື ມີການເຂົ້າສູ່ຊີວິດ. ນັ້ນກໍຄື ຖ້າເຈົ້າພຽງແຕ່ຍັງຄົງຢູ່ໃນຂັ້ນຕອນຂອງການເຕັມໃຈປະຕິບັດຄວາມຈິງ, ມັນກໍບໍ່ສາມາດເວົ້າໄດ້ວ່າເຈົ້າມີຊີວິດແລ້ວ. ແລ້ວເມື່ອໃດເຈົ້າຈຶ່ງຈະມີການເຂົ້າສູ່ຊີວິດຢ່າງແທ້ຈິງ? ເມື່ອເຈົ້າສາມາດປະຕິບັດຄວາມຈິງ ແລະ ເຈົ້າຮູ້ຈັກຕົນເອງ ແລະ ສາມາດປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ, ມີພຽງສິ່ງນີ້ເທົ່ານັ້ນທີ່ໝາຍເຖິງການມີການເຂົ້າສູ່ຊີວິດຢ່າງແທ້ຈິງ. ເຈົ້າມີການເຂົ້າສູ່ຊີວິດ ເພາະວ່າຜ່ານຄວາມເຂົ້າໃຈຄວາມຈິງຂອງເຈົ້າ, ຄວາມຄິດ ແລະ ມຸມມອງຂອງເຈົ້າ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າລ້ວນແລ້ວແຕ່ໄດ້ປ່ຽນແປງໄປໃນລະດັບທີ່ແຕກຕ່າງກັນ; ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ທັດສະນະຄະຕິຂອງເຈົ້າຕໍ່ການປະຕິບັດໜ້າທີ່ຂອງເຈົ້າໄດ້ຖືກແກ້ໄຂໃຫ້ຖືກຕ້ອງ ແລະ ເຈົ້າບໍ່ໄດ້ດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ຫຼື ຕາມຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນອີກຕໍ່ໄປ; ໃນມຸມມອງຂອງເຈົ້າກ່ຽວກັບຜູ້ຄົນ ແລະ ສິ່ງຕ່າງໆ ແລະ ໃນການປະພຶດຕົນ ແລະ ການກະທຳຂອງເຈົ້າ, ເຈົ້າສາມາດຖືເອົາພຣະທຳຂອງພຣະເຈົ້າເປັນພື້ນຖານຂອງເຈົ້າ ແລະ ຖືເອົາຄວາມຈິງເປັນເກນຂອງເຈົ້າ, ສິ່ງນີ້ພຽງສິ່ງດຽວທີ່ເປັນການມີຊີວິດ. ພວກເຈົ້າມີຊີວິດບໍ? ມີແຕ່ເມື່ອເຈົ້າມີຄວາມເປັນຈິງເຫຼົ່ານີ້ ເຈົ້າຈຶ່ງມີຊີວິດ; ຖ້າປາສະຈາກຄວາມເປັນຈິງເຫຼົ່ານີ້, ເຈົ້າກໍບໍ່ມີຊີວິດ. ຖ້າເຈົ້າບໍ່ມີຊີວິດ, ແລ້ວເຈົ້າແມ່ນຄົນປະເພດໃດ? ເຈົ້າຄືສັດເດຍລະສານ, ເຈົ້າຄືມານຮ້າຍ ແລະ ເຈົ້າຄືຄົນທີ່ເປັນຂອງຊາຕານ. ຄົນທີ່ເປັນຂອງຊາຕານອາໄສຫຍັງເມື່ອກຳລັງປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາອາໄສອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ອາໄສຄວາມປາຖະໜາທີ່ຢາກຮັບພອນຂອງພວກເຂົາ. ຜົນຮັບສຸດທ້າຍແມ່ນຫຍັງ? ພວກເຂົາອາລະວາດ ແລະ ເຮັດຄວາມຜິດ; ພວກເຂົາບໍ່ສາມາດປະຕິບັດຄວາມຈິງໄດ້ຢ່າງສິ້ນເຊີງ, ບໍ່ສາມາດປະຕິບັດຕາມຫົນທາງຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ສາມາດບັນລຸຄວາມລອດພົ້ນໄດ້. ນີ້ຄືຜົນຮັບ.

ພວກເຮົາຫາກໍໂອ້ລົມກ່ຽວກັບການສະແດງອອກບາງຢ່າງຂອງຄົນທີ່ຂາດການເຂົ້າສູ່ຊີວິດ. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ບາງຄົນກໍເວົ້າວ່າ “ຊັ້ນສະແດງວ່າ ເຖິງແມ່ນຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຕະຫຼອດເວລານີ້, ພວກເຮົາກໍຍັງບໍ່ມີການເຂົ້າສູ່ຊີວິດ ແລະ ບໍ່ໄດ້ຮັບຄວາມຈິງ ແລະ ຊີວິດ. ແລ້ວໃນໃຈຂອງພຣະອົງ, ພຣະອົງບໍ່ມັກພວກເຮົາ ແລະ ຮູ້ສຶກເບື່ອໜ່າຍກັບພວກເຮົາຫຼາຍບໍ?” ຄົນແບບນັ້ນຄອຍກັງວົນຢູ່ສະເໝີກ່ຽວກັບວ່າເຮົາປະເມີນພວກເຂົາແນວໃດ. ນີ້ຄືສິ່ງທີ່ຖືກຕ້ອງບໍ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? (ພຣະເຈົ້າໂອ້ລົມກັບພວກເຮົາຫຼາຍໃນມື້ນີ້ ເພື່ອໃຫ້ພວກເຮົາສາມາດຮັບຮູ້ສະພາວະທີ່ແທ້ຈິງຂອງພວກເຮົາໄດ້ຢ່າງຊັດເຈນ ແລະ ເຫັນໄດ້ຢ່າງຊັດເຈນວ່າ ຈົນເຖິງປັດຈຸບັນນີ້ ພວກເຮົາກໍຍັງບໍ່ທັນໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ ແລະ ໃນການປະຕິບັດໜ້າທີ່ຂອງພວກເຮົາ ກໍຍັງຄົງຢູ່ໃນຂັ້ນຕອນຂອງການອອກແຮງງານ. ສິ່ງນີ້ເຮັດໃຫ້ພວກເຮົາຕື່ນຕົວ ແລະ ກັບໃຈໄດ້ທັນເວລາ ແລະ ເຮັດໃຫ້ພວກເຮົາຊອກຫາເສັ້ນທາງທີ່ຖືກຕ້ອງສຳລັບການປະຕິບັດຄວາມຈິງ. ຖ້າພວກເຮົາພຽງແຕ່ຄາດເດົາວ່າພຣະເຈົ້າປະເມີນ ແລະ ພິຈາລະນາພວກເຮົາແນວໃດ ໂດຍບໍ່ສະແຫວງຫາເພື່ອເຂົ້າໃຈເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ, ນີ້ກໍເປັນການສະແດງອອກເຖິງການບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ໃນທີ່ສຸດແລ້ວ ພວກເຮົາກໍຍັງຈະບໍ່ໄດ້ຮັບຄວາມຈິງ.) ບໍ່ວ່າເຮົາຈະປະເມີນເຈົ້າແນວໃດ ຫຼື ເຮົາມີຄວາມປະທັບໃຈແນວໃດຕໍ່ເຈົ້າ, ນີ້ບໍ່ແມ່ນເລື່ອງທີ່ເຈົ້າຄວນໃສ່ໃຈ ແລະ ມັນບໍ່ແມ່ນຈຸດສຳຄັນທີ່ເຈົ້າຄວນກັງວົນ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ເຈົ້າເຖິງກັບຕ້ອງການໃຫ້ເຮົາມັກເຈົ້າ ແລະ ມີຄວາມປະທັບໃຈທີ່ດີກ່ຽວກັບເຈົ້າບໍ? ຈາກການປະຕິບັດຂອງພວກເຈົ້າ, ມັນກໍດີພໍສົມຄວນແລ້ວ ຖ້າພວກເຈົ້າສາມາດເຮັດໃຫ້ເຮົາບໍ່ຮູ້ສຶກລັງກຽດພວກເຈົ້າໄດ້. ສ່ວນເລື່ອງທີ່ວ່າເຮົາມັກພວກເຈົ້າ ຫຼື ບໍ່, ເຮົາມີຄວາມປະທັບໃຈທີ່ດີກ່ຽວກັບໃຜ ແລະ ເຮົາຄິດຫາໃຜໃນແງ່ດີນັ້ນ, ເຮົາມີຫຼັກການຂອງເຮົາ. ນີ້ບໍ່ແມ່ນເລື່ອງທີ່ພວກເຈົ້າຄວນໃສ່ໃຈ ແລະ ມັນບໍ່ແມ່ນສິ່ງທີ່ພວກເຈົ້າຄວນຮູ້. ຍິ່ງໄປກວ່ານັ້ນ, ບໍ່ວ່າທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າເມື່ອເຮົາເວົ້າຈະເປັນແນວໃດ ຫຼື ເຮົາມີມຸມມອງຫຍັງກ່ຽວກັບບຸກຄົນໃດໜຶ່ງ, ເຮົາຈະບໍ່ເຮັດຍ້ອນຄວາມຫົວຮ້ອນ ຫຼື ໂດຍໃຊ້ຄວາມຮູ້ສຶກ, ແຮງໄກທີ່ເຮົາຈະເຮັດຍ້ອນອາລົມ; ເຮົາຈະປະຕິບັດຕໍ່ພວກເຈົ້າຢ່າງເປັນທຳ. ເຖິງແມ່ນວ່າການປະຕິບັດຂອງພວກເຈົ້າຈະບໍ່ດີຫຼາຍ, ກໍຈົ່ງຢ່າຄິດລົບ ແລະ ຢ່າຖືກບີບຄັ້ນ. ພຽງແຕ່ຈົດຈໍ່ກັບການປະຕິບັດໜ້າທີ່ທີ່ເຈົ້າຄວນເຮັດຕາມຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດ. ສຳລັບເສັ້ນທາງໃດທີ່ພວກເຈົ້າແຕ່ລະຄົນສາມາດກ້າວເດີນໄປໄດ້ນັ້ນ ແມ່ນຂຶ້ນຢູ່ກັບການໄລ່ຕາມເສາະຫາ ແລະ ການເລືອກຂອງພວກເຈົ້າ. ແນ່ນອນວ່າ ໃນມຸມມອງຂອງເຮົາ, ເຮົາຫວັງວ່າພວກເຈົ້າທຸກຄົນຈະສາມາດໄລ່ຕາມເສາະຫາຄວາມຈິງ ແລະ ຍອມຮັບຄວາມຈິງ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້. ໂດຍສະເພາະຢ່າງຍິ່ງ, ເຮົາຫວັງວ່າພວກເຈົ້າທີ່ເຮັດວຽກໜັກ ແລະ ແບກຮັບພາລະທີ່ໜັກໜ່ວງ ແລະ ຄົນທີ່ເຮັດໜ້າທີ່ສຳຄັນ, ຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ ເຊິ່ງມີຂີດຄວາມສາມາດຂ້ອນຂ້າງດີ ແລະ ຄົນທີ່ມີຄວາມເປັນມະນຸດທີ່ດີ ລ້ວນແລ້ວແຕ່ຈະກາຍເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້ໂດຍໄວເທົ່າທີ່ຈະໄວໄດ້ ແລະ ສາມາດປະຕິບັດຄວາມຈິງ ແລະ ຮັບເອົາການເຂົ້າສູ່ຊີວິດໃນທຸກສິ່ງ. ເຖິງຢ່າງໃດກໍຕາມ, ຖ້າພວກເຈົ້າບໍ່ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ, ເຮົາກໍຈະບໍ່ບັງຄັບພວກເຈົ້າ; ເຮົາຈະບໍ່ບີບບັງຄັບພວກເຈົ້າ. ນີ້ຄືທັດສະນະຄະຕິຂອງເຮົາ. ເມື່ອເວົ້າເຖິງພວກເຈົ້າແຕ່ລະຄົນ, ເຮົາຮູ້ ແລະ ເຂົ້າໃຈວ່າຂີດຄວາມສາມາດຂອງພວກເຈົ້າເປັນແນວໃດ ແລະ ການໄລ່ຕາມເສາະຫາຂອງພວກເຈົ້າເປັນແນວໃດ ແລະ ເຮົາມີມຸມມອງຂອງເຮົາກ່ຽວກັບສິ່ງເຫຼົ່ານັ້ນ. ແຕ່ເຮົາຈະບໍ່ສະຫຼຸບກ່ຽວກັບພວກເຈົ້າໃນຕອນນີ້. ພວກເຈົ້າຈະຍ່າງໃນເສັ້ນທາງໃດ ແລະ ພວກເຈົ້າຈະສາມາດໄປໄດ້ໄກສໍ່າໃດນັ້ນ ແມ່ນຂຶ້ນຢູ່ກັບການເລືອກຂອງພວກເຈົ້າເອງ. ເຮືອນຂອງພຣະເຈົ້າມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ຖ້າເຈົ້າລະເມີດກົດການປົກຄອງ, ຄຣິສຕະຈັກກໍຈະຈັດການກັບເຈົ້າຕາມທີ່ຄວນຈະເປັນໂດຍອີງຕາມຫຼັກການ. ເຮົາຈະບໍ່ປົກປ້ອງເຈົ້າ; ເຖິງແມ່ນວ່າເຮົາຈະຄິດຫາເຈົ້າໃນແງ່ດີ, ເຮົາກໍຈະບໍ່ປົກປ້ອງເຈົ້າ. ເຖິງແມ່ນວ່າໃນອະດີດເຈົ້າໄດ້ເຮັດວຽກໜັກຢ່າງຫຼວງຫຼາຍ ແລະ ເປັນຄົນທີ່ໄດ້ທົນທຸກຍາກລຳບາກ, ແບກຮັບພາລະທີ່ໜັກໜ່ວງ ແລະ ໄດ້ປະກອບສ່ວນເຂົ້າໃນຂົງເຂດວຽກງານໃດໜຶ່ງໃນເຮືອນຂອງພຣະເຈົ້າກ່ອນໜ້ານີ້, ຖ້າເຈົ້າລະເມີດກົດການປົກຄອງ, ຄຣິສຕະຈັກກໍຈະຈັດການກັບເຈົ້າຕາມທີ່ຄວນຈະເປັນ. ຕຸ່ມພອງຢູ່ຕີນຂອງເຈົ້າເກີດຈາກການຍ່າງຂອງເຈົ້າເອງ; ເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນຄືເສັ້ນທາງທີ່ເຈົ້າເລືອກເອງ. ສິ່ງເຫຼົ່ານີ້ຄືຜົນຕາມມາຂອງການຍ່າງໃນເສັ້ນທາງທີ່ຜິດ. ການຈັດການກັບເລື່ອງເຫຼົ່ານີ້ເປັນເລື່ອງງ່າຍສຳລັບເຮົາ. ເຮົາມີການພົວພັນກັບບາງຄົນຢູ່ແດ່ກ່ຽວກັບວຽກງານທົ່ວໄປ. ວິທີທີ່ພວກເຂົາເຮັດສິ່ງຕ່າງໆນັ້ນຂ້ອນຂ້າງໜ້າລັງກຽດ ແລະ ຂ້ອນຂ້າງໜ້າກຽດຊັງ, ແຕ່ເຮົາກໍຍັງສາມາດປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງໄດ້. ເຊົາຄາດເດົາຄວາມຄິດຂອງເຮົາຢູ່ຕະຫຼອດເວລາໄດ້ແລ້ວ. ເຮົາເບື່ອໜ່າຍທີ່ສຸດກັບຄົນທີ່ມັກຕີຄວາມໝາຍແຝງໃນຄຳເວົ້າ ແລະ ສັງເກດສີໜ້າຂອງເຮົາຢູ່ຕະຫຼອດເວລາ, ສອບຖາມຢູ່ຕະຫຼອດເວລາວ່າເຮົາກຳລັງຄິດຫຍັງຢູ່ ແລະ ຄາດເດົາຢູ່ຕະຫຼອດເວລາວ່າເຮົາມັກພວກເຂົາ ຫຼື ບໍ່ ຫຼື ເຮົາມີຄວາມປະທັບໃຈແນວໃດຕໍ່ພວກເຂົາ. ສິ່ງເຫຼົ່ານີ້ເຮັດໃຫ້ເຮົາລັງກຽດທີ່ສຸດ. ຢ່າຄາດເດົາຄວາມຄິດຂອງເຮົາເດັດຂາດ ຫຼື ໄຕ່ຕອງວ່າເຮົາເບິ່ງເຈົ້າ ແລະ ປະເມີນເຈົ້າແນວໃດ, ເຮົາມີແຜນການຫຍັງສຳລັບເຈົ້າ ຫຼື ເຮົາຈະຈັດການກັບເຈົ້າແນວໃດ. ຢ່າກັງວົນກ່ຽວກັບສິ່ງເຫຼົ່ານີ້ ແລະ ຢ່າໃຊ້ຄວາມພະຍາຍາມໃນການໄຕ່ຕອງພວກມັນເຊັ່ນກັນ. ຍິ່ງເຈົ້າໄຕ່ຕອງພວກມັນຫຼາຍສໍ່າໃດ, ເຮົາກໍຍິ່ງຮູ້ສຶກລັງກຽດເຈົ້າຫຼາຍສໍ່ານັ້ນ. ບໍ່ວ່າເຮົາຈະຊີ້ໃຫ້ເຫັນບັນຫາໃດກໍຕາມຂອງເຈົ້າເມື່ອກຳລັງໂອ້ລົມຄວາມຈິງ, ມັນບໍ່ແມ່ນເພື່ອປະຕິເສດເຈົ້າຢ່າງສິ້ນເຊີງ, ມັນບໍ່ແມ່ນເພື່ອໂຈມຕີເຈົ້າ ແລະ ມັນບໍ່ແມ່ນເພື່ອການກ່າວໂທດເຈົ້າ. ກົງກັນຂ້າມ ມັນແມ່ນເພື່ອຊ່ວຍເຈົ້າແກ້ໄຂບັນຫາຂອງເຈົ້າ ເພື່ອວ່າເຈົ້າຈະສາມາດເຂົ້າໃຈຄວາມຈິງ, ມີເສັ້ນທາງແຫ່ງການປະຕິບັດ ແລະ ໃນທີ່ສຸດກໍສາມາດກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນໄດ້. ສະນັ້ນ, ເຈົ້າບໍ່ຄວນຈົດຈໍ່ຢູ່ກັບຄຳເວົ້າທີ່ເຮົາໃຊ້ ຫຼື ນໍ້າສຽງຂອງເຮົາ. ເຈົ້າຄວນຈົດຈໍ່ຢູ່ກັບເນື້ອໃນຂອງສິ່ງທີ່ເຮົາເວົ້າ, ປຽບທຽບຕົວເຈົ້າເອງກັບສິ່ງນັ້ນ ແລະ ເບິ່ງວ່າສິ່ງທີ່ເຮົາເວົ້ານັ້ນກົງກັບບັນຫາຂອງເຈົ້າ ຫຼື ບໍ່ ແລະ ມັນສາມາດແກ້ໄຂບັນຫາຂອງເຈົ້າໄດ້ ຫຼື ບໍ່. ຖ້າເຮົາເວົ້າກັບເຈົ້າຫຼາຍຂຶ້ນອີກໜ້ອຍໜຶ່ງ, ຖ້າເຮົາຄິດຫາເຈົ້າໃນແງ່ດີ ຫຼື ເຮົາວາງເຈົ້າໄວ້ໃນຕຳແໜ່ງທີ່ສຳຄັນ, ຢ່າກາຍເປັນຄົນຍິ່ງຈອງຫອງ. ບາງຄັ້ງ ຄຳເວົ້າທີ່ເຮົາກ່າວກັບເຈົ້າກໍເຂັ້ມງວດຫຼາຍ ແລະ ສຽບແທງຫຼາຍ ແລະ ເຖິງແມ່ນວ່າເຈົ້າຮູ້ສຶກວ່າເຮົາໂກດຮ້າຍຫຼາຍ, ເຈົ້າກໍຕ້ອງບໍ່ກາຍເປັນຄົນຄິດລົບ. ເຮົາບໍ່ໄດ້ເຮັດສິ່ງນີ້ເພື່ອໂຈມຕີເຈົ້າ; ເຮົາພຽງແຕ່ຈັດການກັບເລື່ອງນັ້ນຢ່າງເປັນທຳ ແລະ ຕັດສິນບັນຫາຕາມຂໍ້ເທັດຈິງ ແລະ ເຫດຜົນເທົ່ານັ້ນ. ເຮົາເຮັດສິ່ງນີ້ກໍເພື່ອນຳເອົາຄວາມຈິງມາໂອ້ລົມຢ່າງຊັດເຈນ ແລະ ໂອ້ລົມຢ່າງຖີ່ຖ້ວນ, ບໍ່ແມ່ນເພື່ອສ້າງຄວາມຫຍຸ້ງຍາກໃຫ້ເຈົ້າເປັນການສ່ວນຕົວ. ເຮົາໂອ້ລົມກ່ຽວກັບບັນຫາຂອງເຈົ້າ ເພາະວ່າບັນຫານັ້ນກ່ຽວຂ້ອງກັບຄວາມຈິງດ້ານໜຶ່ງ ຫຼື ກ່ຽວຂ້ອງກັບສະພາວະດ້ານໜຶ່ງຂອງມະນຸດຊາດ. ພວກເຮົາຈຳເປັນຕ້ອງໂອ້ລົມກ່ຽວກັບເລື່ອງນັ້ນ ເພື່ອໃຫ້ທຸກຄົນສາມາດໄດ້ຮັບຄວາມເຂົ້າໃຈ ແລະ ຮຽນຮູ້ບົດຮຽນຜ່ານເລື່ອງດັ່ງກ່າວ. ຢ່າຄາດເດົາຄວາມຄິດຂອງເຮົາ; ຖ້າເຈົ້າເຮັດແບບນັ້ນ, ເຈົ້າກໍກຳລັງໃຊ້ຄວາມພະຍາຍາມຂອງເຈົ້າຜິດບ່ອນແລ້ວ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ຖ້າເຈົ້າໄຕ່ຕອງທຸກມື້ວ່າເຮົາກຳລັງຄິດຫຍັງຢູ່, ເຮົາເບິ່ງເຈົ້າ ແລະ ປະເມີນເຈົ້າແນວໃດ, ເຮົາມີແຜນການຫຍັງສຳລັບເຈົ້າ ແລະ ເຮົາກຳລັງຈະຈັດການກັບເຈົ້າ ຫຼື ເຮັດໃຫ້ເຈົ້າທົນທຸກ ຫຼື ບໍ່, ຖ້າເຈົ້າຄິດກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ, ເຈົ້າກໍຜິດແລ້ວ ແລະ ເຈົ້າກໍກຳລັງໃຊ້ຄວາມພະຍາຍາມຂອງເຈົ້າຜິດບ່ອນ. ຖ້າເຮົາຕ້ອງການຈັດການກັບເຈົ້າ, ເຮົາກໍບໍ່ຈຳເປັນຕ້ອງເຮັດແບບນັ້ນດ້ວຍຕົວເຮົາເອງ; ຜູ້ນຳ ແລະ ຜູ້ເຮັດວຽກຈະຈັດການກັບເຈົ້າໂດຍກົງຕາມຫຼັກການ. ເຮືອນຂອງພຣະເຈົ້າມີກົດການປົກຄອງ ແລະ ຄຣິສຕະຈັກກໍຈະປະຕິບັດຕາມຂະບວນການໂດຍອີງຕາມຫຼັກການ ແລະ ຈັດການກັບເລື່ອງນັ້ນຢ່າງເປັນທຳ. ຖ້າເຮົາຕ້ອງການຈັດການກັບເຈົ້າ, ເຮົາກໍຈະບອກຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກໃຫ້ໂອ້ລົມຄວາມຈິງ ແລະ ແກ້ໄຂບັນຫາໂດຍອີງໃສ່ການສະແດງອອກຂອງເຈົ້າ ແລະ ຈາກນັ້ນກໍໃຫ້ພວກເຂົາຈັດການກັບເຈົ້າຕາມຫຼັກການ; ນີ້ຈະເປັນສິ່ງທີ່ງ່າຍຫຼາຍ. ສະນັ້ນ, ເຈົ້າບໍ່ຈຳເປັນຕ້ອງຕີຄວາມໝາຍແຝງໃນຄຳເວົ້າ ແລະ ສັງເກດສີໜ້າຂອງເຮົາ ແລະ ເຈົ້າຍັງບໍ່ຈຳເປັນຕ້ອງຄອຍຟັງຄຳບອກໃບ້ໃນສິ່ງທີ່ເຮົາເວົ້າ, ແຮງໄກທີ່ເຈົ້າຈຳເປັນຕ້ອງເອົາໃຈໃສ່ກັບນໍ້າສຽງຂອງເຮົາ. ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ຖ້າເຈົ້າເຊື່ອວ່າພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ ແລະ ຖ້າເຈົ້າເຊື່ອວ່າພຣະເຈົ້າເປັນແຫຼ່ງກຳເນີດຂອງຄວາມຈິງ, ຫົນທາງ ແລະ ຊີວິດ, ແລ້ວເຈົ້າກໍບໍ່ຄວນມີການຄາດເດົາເຫຼົ່ານີ້ກ່ຽວກັບເຮົາ ຫຼື ປະຕິບັດຕໍ່ເຮົາໃນລັກສະນະນີ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ເຮົາບໍ່ມັກໃຫ້ເຈົ້າປະຕິບັດຕໍ່ເຮົາດ້ວຍທັດສະນະຄວາມຄິດແບບນີ້ ແລະ ໃນລັກສະນະນີ້. ການທີ່ເຮົາເຂົ້າໃຈແກ່ນແທ້ຂອງເຈົ້າ, ເຂົ້າໃຈຄວາມເປັນມະນຸດຂອງເຈົ້າ ແລະ ເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງເຈົ້າເປັນເລື່ອງທີ່ສົມເຫດສົມຜົນ ແລະ ຊອບທຳຢ່າງຍິ່ງ. ແຕ່ຖ້າເຈົ້າຕ້ອງການເຂົ້າໃຈສິ່ງທີ່ເຮົາກຳລັງຄິດຢູ່ໃນໃຈຂອງເຮົາ, ເຮົາເບິ່ງເຈົ້າແນວໃດ ແລະ ເຮົາວາງແຜນຈະເຮັດຫຍັງກັບເຈົ້າ, ແລ້ວເຈົ້າກໍຜິດ. ພວກເຈົ້າຮູ້ບໍວ່າພວກເຈົ້າຜິດຢູ່ບ່ອນໃດ? (ພວກເຮົາວາງຕົນຜິດຕຳແໜ່ງ.) ນີ້ຄືການວາງຕົນຜິດຕຳແໜ່ງ. ຖ້າເຈົ້າວາງຕົນຜິດຕຳແໜ່ງເມື່ອມີປະຕິສຳພັນກັບເຮົາ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງແລ້ວ. ເຈົ້າບໍ່ຄວນຍ່າງໃນເສັ້ນທາງນີ້ເດັດຂາດ; ຖ້າເຈົ້າເຮັດແນວນັ້ນ, ເຈົ້າກໍຈະຕົກຢູ່ໃນອັນຕະລາຍ.

ໃນການເຊື່ອໃນພຣະເຈົ້າ, ບໍ່ຈຳເປັນຕ້ອງຕີຄວາມໝາຍແຝງໃນຄຳເວົ້າ ແລະ ສັງເກດສີໜ້າຂອງພຣະເຈົ້າ ແລະ ເຈົ້າບໍ່ຄວນລະແວດລະວັງ ຫຼື ສົງໄສພຣະອົງ. ພວກເຈົ້າຮູ້ຢ່າງຊັດເຈນໃນໃຈຂອງພວກເຈົ້າບໍວ່າພວກເຈົ້າຄວນເຮັດຫຍັງ ແລະ ພວກເຈົ້າຄວນປະຕິບັດແນວໃດ? (ຕອນນີ້ມັນຊັດເຈນຂຶ້ນໜ້ອຍໜຶ່ງແລ້ວ. ພວກເຮົາຄວນເປີດເຜີຍ ແລະ ຊື່ສັດກັບພຣະເຈົ້າ ແລະ ໃຊ້ຄວາມພະຍາຍາມໃນພຣະທຳທີ່ພຣະເຈົ້າສະແດງ ແລະ ຄວາມຈິງທີ່ພຣະອົງໂອ້ລົມ.) ຄຳເວົ້າເຫຼົ່ານີ້ແມ່ນເວົ້າໄດ້ງ່າຍ ແຕ່ງ່າຍບໍທີ່ຈະນໍາພວກມັນໄປປະຕິບັດ? (ບໍ່.) ເມື່ອເຮົາເປີດໂປງ ແລະ ໄຈ້ແຍກສະພາວະ ແລະ ບັນຫາຂອງບາງຄົນ, ຖ້າເຮົາເວົ້າຄ່ອຍໆ, ບາງຄົນກໍປ່ອຍໃຫ້ມັນເຂົ້າຫູຊ້າຍທະລຸຫູຂວາ; ຖ້າເຮົາເວົ້າແຮງຂຶ້ນ ຫຼື ເຂັ້ມງວດຂຶ້ນ, ບາງຄົນກໍຮູ້ສຶກເສຍໃຈ ແລະ ເລີ່ມຄິດລົບ ໂດຍເວົ້າວ່າ “ພຣະເຈົ້າໃຈຮ້າຍຫຼາຍເມື່ອເວົ້າກັບຂ້ອຍ. ພຣະອົງບໍ່ມັກຂ້ອຍອີກຕໍ່ໄປແລ້ວຢ່າງແນ່ນອນ ແລະ ບໍ່ພໍໃຈຂ້ອຍ, ສະນັ້ນ ຂ້ອຍບໍ່ໄດ້ສູນເສຍຄວາມຫວັງທັງໝົດໃນຄວາມລອດພົ້ນບໍ? ພຣະເຈົ້າເຖິງກັບບໍ່ຕ້ອງການຂ້ອຍອີກຕໍ່ໄປຊໍ້າ, ແລ້ວການມີຊີວິດຢູ່ຈະມີປະໂຫຍດຫຍັງ? ຂ້ອຍຕາຍໄປເລີຍຈະດີກວ່າ!” ນີ້ເປັນວິທີການເຂົ້າໃຈທີ່ຖືກຕ້ອງບໍ? (ບໍ່.) ພວກເຈົ້າຈະຄິດແບບນີ້ບໍ? (ບໍ່.) ບາງຄົນກໍໜ້າດ້ານ. ບໍ່ວ່າພວກເຂົາຈະຖືກເປີດໂປງ ຫຼື ຖືກລິຮານແນວໃດກໍຕາມ ພວກເຂົາກໍບໍ່ສົນໃຈ. ບໍ່ວ່າເຈົ້າຈະເວົ້າຫຍັງກັບພວກເຂົາກໍຕາມ, ພວກເຂົາກໍບໍ່ຮູ້ສຶກເສຍໃຈໃນໃຈຂອງພວກເຂົາ ໂດຍຄິດວ່າ “ເຈົ້າສາມາດເວົ້າຫຍັງກໍຕາມທີ່ເຈົ້າຢາກເວົ້າ. ຖ້າຂ້ອຍບໍ່ຍອມຮັບສິ່ງນັ້ນໃນໃຈຂອງຂ້ອຍ, ເຈົ້າກໍເຮັດຫຍັງບໍ່ໄດ້. ເຈົ້າສາມາດລິຮານຂ້ອຍໄດ້ ແຕ່ຕາບໃດທີ່ເຈົ້າບໍ່ຄັດຂ້ອຍອອກ ຫຼື ຂັບໄລ່ຂ້ອຍອອກ, ຂ້ອຍກໍຈະບໍ່ກາຍເປັນຄົນຄິດລົບ ແລະ ຂ້ອຍຈະບໍ່ກາຍເປັນຄົນອ່ອນແອ. ຂ້ອຍຈະສືບຕໍ່ເຮັດສິ່ງຕ່າງໆຄືກັບທີ່ຂ້ອຍເຄີຍເຮັດມາກ່ອນ. ຂ້ອຍພຽງແຕ່ຈະບໍ່ປະຕິບັດຄວາມຈິງ. ຕາບໃດທີ່ຂ້ອຍບໍ່ເຮັດຄວາມຊົ່ວ, ເຈົ້າຈະເຮັດຫຍັງຂ້ອຍໄດ້?” ສິ່ງນີ້ສ້າງຄວາມຫຍຸ້ງຍາກ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ, ພວກເຂົາຍັງສາມາດບັນລຸຄວາມລອດພົ້ນໄດ້ບໍ? (ບໍ່.) ເຈົ້າເຫັນບໍວ່າ ຜູ້ຄົນເປັນສິ່ງທີ່ຮັບມືໄດ້ຍາກຫຼາຍ. ແມ່ນຫຍັງເຮັດໃຫ້ພວກເຂົາຮັບມືໄດ້ຍາກ? ໃນດ້ານໜຶ່ງ, ພວກເຂົາມີຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນທຸກຮູບແບບ; ໃນອີກດ້ານໜຶ່ງ, ພວກເຂົາມີບາງສິ່ງທີ່ຮ້າຍແຮງເຖິງຊີວິດ ນັ້ນກໍຄືອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນເຮັດໃຫ້ເຈົ້າມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ທີ່ຜິດພ້ຽນ ແລະ ມີທັດສະນະຄະຕິທີ່ຜິດພ້ຽນ ເມື່ອເວົ້າເຖິງບາງສິ່ງບາງຢ່າງ. ບົນພື້ນຖານນີ້, ເຈົ້າຍັງສະແດງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງເຈົ້າຜ່ານອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຊິ່ງເປັນການເພີ່ມຄວາມຜິດພາດໜຶ່ງໃສ່ອີກຄວາມຜິດພາດໜຶ່ງ. ນີ້ບໍ່ແມ່ນສິ່ງທີ່ຮັບມືໄດ້ຍາກບໍ? (ແມ່ນແລ້ວ.) ມຸມມອງ ແລະ ທັດສະນະຄະຕິຂອງເຈົ້ານັ້ນຜິດພ້ຽນຢູ່ໃນຕົວ ແຕ່ເຈົ້າກໍຍັງຍຶດຕິດກັບສິ່ງເຫຼົ່ານັ້ນ, ຍັງພະຍາຍາມອະທິບາຍ ແລະ ແກ້ຕົວໃຫ້ກັບຕົວເຈົ້າເອງ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງ. ເຈົ້າເຖິງກັບໃຊ້ກົນລະຍຸດບາງຢ່າງ ແລະ ໃຫ້ເຫດຜົນ ແລະ ຂໍ້ອ້າງທຸກປະເພດເພື່ອແກ້ຕົວໃຫ້ກັບຕົວເຈົ້າເອງ ແລະ ປັດຄວາມຮັບຜິດຊອບ. ນີ້ບໍ່ແມ່ນການເປີດເຜີຍອຸປະນິໄສທີ່ເສື່ອມຊາມໃນຂະນະທີ່ຍັງຍຶດຕິດກັບມຸມມອງທີ່ຜິດພ້ຽນຂອງເຈົ້າບໍ? (ແມ່ນແລ້ວ.) ການມີອຸປະນິໄສທີ່ເສື່ອມຊາມກໍສ້າງຄວາມຫຍຸ້ງຍາກຫຼາຍຢູ່ແລ້ວ ແຕ່ເຈົ້າກໍຍັງຍຶດຕິດກັບຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນ. ສິ່ງນີ້ບໍ່ໄດ້ເຮັດໃຫ້ບັນຫາຮ້າຍແຮງຂຶ້ນບໍ? ສິ່ງນີ້ເປີດໂປງວ່າເຈົ້າຫົວແຂງໃນໃຈຂອງເຈົ້າ, ເບື່ອໜ່າຍຄວາມຈິງ, ອວດດີ ແລະ ມີເລ່ລ່ຽມ ແລະ ເຈົ້າເວົ້າທຸກຢ່າງຢ່າງຮັດກຸມຈົນບໍ່ມີຊ່ອງຫວ່າງໃນທຸກສິ່ງທີ່ເຈົ້າເວົ້າ. ນີ້ບໍ່ແມ່ນຊາຕານທີ່ມີຊີວິດບໍ? (ແມ່ນແລ້ວ.) ຖ້າເຈົ້າປະພຶດຕົນໃນລັກສະນະນີ້, ເຈົ້າຈະບໍ່ໄດ້ຮັບຄວາມຈິງ ແລະ ຊີວິດຈັກເທື່ອ. ຖ້າຫຼັງຈາກທີ່ຮັບຮູ້ສິ່ງນີ້ແລ້ວ ເຈົ້າສາມາດປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງເຈົ້າ, ເຊົາໃຊ້ສິ່ງເຫຼົ່ານັ້ນເພື່ອຮັບມືກັບສິ່ງຕ່າງໆ, ປ່ຽນແປງທັດສະນະຄະຕິທີ່ຜິດພາດຂອງເຈົ້າ ແລະ ອີງຕາມພຣະທຳຂອງພຣະເຈົ້າ ແລະ ໃນລັກສະນະທີ່ພຣະເຈົ້າຊົງສັ່ງສອນມະນຸດ, ແກ້ໄຂບັນຫາທີ່ເຈົ້າປະເຊີນຢ່າງຊື່ສັດ ແລະ ຈິງໃຈດ້ວຍຫົວໃຈທີ່ຢຳເກງພຣະເຈົ້າ, ແລ້ວເຈົ້າກໍມີການເຂົ້າສູ່ຊີວິດ. ຫຼັງຈາກທີ່ເຈົ້າມີການເຂົ້າສູ່ຊີວິດ, ຫຼັງຈາກທີ່ເຈົ້າໄດ້ກະບົດ, ແກ້ໄຂ ແລະ ປ່ອຍວາງຄວາມຄິດ ແລະ ມຸມມອງທີ່ຜິດພ້ຽນຂອງເຈົ້າ ແລະ ຫຼັງຈາກທີ່ເຈົ້າກະບົດ, ແກ້ໄຂ ແລະ ປ່ອຍວາງອຸປະນິໄສແບບຊາຕານຂອງເຈົ້າ ໃນຂະບວນການທີ່ເຈົ້າປະຕິບັດຄວາມຈິງ ແລະ ໄດ້ຮັບການເຂົ້າສູ່ຊີວິດ, ແມ່ນຫຍັງຄືສິ່ງທີ່ເຈົ້າໃຊ້ຊີວິດຕາມ ແລະ ເປີດເຜີຍ? ສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ. ສະນັ້ນ ສິ່ງທີ່ເຈົ້າໃຊ້ຊີວິດຕາມຈຶ່ງເປັນຊີວິດແຫ່ງຄວາມຈິງທີ່ພຣະເຈົ້າຮຽກຮ້ອງ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ກະແຈສຳຄັນໃນການບັນລຸການເຂົ້າສູ່ຊີວິດແມ່ນຫຍັງ? (ມັນບໍ່ພຽງພໍທີ່ຈະມີແຕ່ຄວາມປາຖະໜາ ແລະ ເຈດຕະນາແບບອັດຕະວິໄສໃນການປະຕິບັດຄວາມຈິງ; ຄົນເຮົາຕ້ອງມີການສະແດງອອກຕົວຈິງໃນການປະຕິບັດຄວາມຈິງ.) ທຸກຄົນຮູ້ ແລະ ເຂົ້າໃຈວ່າສິ່ງນີ້ເປັນຫຼັກຄຳສອນ ແຕ່ມັນບໍ່ແມ່ນເລື່ອງງ່າຍປານນັ້ນທີ່ຈະນຳໄປປະຕິບັດ; ມັນຍາກ. ໃນລະດັບໃດໜຶ່ງ ສິ່ງນີ້ກ່ຽວຂ້ອງກັບວ່າຄວາມເປັນມະນຸດຂອງຄົນໆໜຶ່ງດີ ຫຼື ບໍ່ດີ. ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນສາມາດຍອມຮັບຄວາມຈິງໄດ້, ສະນັ້ນ ມັນຈຶ່ງຍາກໜ້ອຍລົງສຳລັບພວກເຂົາທີ່ຈະປະຕິບັດຄວາມຈິງ; ຖ້າພວກເຂົາໃຊ້ຄວາມພະຍາຍາມ, ພວກເຂົາກໍສາມາດນຳໄປປະຕິບັດໄດ້. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ່ຮັກຄວາມຈິງ, ສະນັ້ນ ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດຄວາມຈິງ; ພວກເຂົາບໍ່ສາມາດເຮັດແບບນັ້ນໄດ້ແທ້ໆ. ມີພຽງແຕ່ຄົນທີ່ສາມາດປະຕິບັດຄວາມຈິງເທົ່ານັ້ນທີ່ມີການເຂົ້າສູ່ຊີວິດ. ໂດຍການປະຕິບັດຄວາມຈິງເປັນປະຈຳ, ພວກເຂົາກໍຄ່ອຍໆໄດ້ຮັບຊີວິດ. ຄົນທີ່ບໍ່ສາມາດປະຕິບັດຄວາມຈິງກໍຍິ່ງຫ່າງໄກອອກເລື້ອຍໆຈາກການເຂົ້າສູ່ຊີວິດ ແລະ ບໍ່ສາມາດໄດ້ຮັບຊີວິດ, ແມ່ນບໍ? (ແມ່ນແລ້ວ.) ດ້ານນີ້ເປັນບັນຫາທີ່ງ່າຍດາຍຫຼາຍ; ມັນເປັນບັນຫາທີ່ມັກຈະຖືກສົນທະນາໃນຊີວິດປະຈຳວັນຂອງຜູ້ຄົນ. ບາງຄົນອາດມີຄວາມເຂົ້າໃຈທາງການຮັບຮູ້ເລັກໜ້ອຍໃນຄວາມຄິດຂອງພວກເຂົາ ແຕ່ກໍຍັງຂາດປະສົບການສ່ວນຕົວ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນຫານີ້. ຖ້າຖືກຂໍໃຫ້ເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຂົາ, ພວກເຂົາກໍບໍ່ສາມາດອະທິບາຍມັນໄດ້ຢ່າງຊັດເຈນ ແລະ ພວກເຂົາກໍບໍ່ສາມາດອະທິບາຍມັນໄດ້ຢ່າງແຈ່ມແຈ້ງ. ຜ່ານການໂອ້ລົມໃນລັກສະນະນີ້, ຕອນນີ້ພວກເຈົ້າເຂົ້າໃຈຊັດເຈນແລ້ວບໍ? (ແມ່ນແລ້ວ.) ແລ້ວໃຫ້ສະຫຼຸບວ່າ: ພຣະເຈົ້າກວດສອບຢ່າງລະອຽດໃນສ່ວນເລິກຂອງຫົວໃຈມະນຸດ, ແລ້ວເປັນຫຍັງພຣະອົງຈຶ່ງຍັງທົດສອບມະນຸດ? (ເພາະວ່າມະນຸດຈຳເປັນຕ້ອງມີປະສົບການກັບວຽກງານຂອງພຣະເຈົ້າຢ່າງສຳພັນກັບຊີວິດຈິງ, ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຂົາເອງ ແລະ ຮັບເອົາຄວາມຈິງເປັນຊີວິດຂອງເຂົາຜ່ານສະພາບແວດລ້ອມທີ່ພຣະເຈົ້າຈັດໄວ້ໃຫ້. ນີ້ຍັງເປັນຂະບວນການທີ່ພຣະເຈົ້ານຳເອົາຄວາມຈິງ ແລະ ນຳເອົາພຣະທຳຂອງພຣະອົງ ແລະ ເຮັດໃຫ້ສິ່ງເຫຼົ່ານີ້ເຂົ້າສູ່ຕົວມະນຸດ. ໃນຂະບວນການນີ້, ມະນຸດຕໍ່ສູ້ກັບອຸປະນິໄສທີ່ເສື່ອມຊາມຂອງຕົນຊໍ້າແລ້ວຊໍ້າອີກ, ປະຕິເສດຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງຕົນຊໍ້າແລ້ວຊໍ້າອີກ ແລະ ສາມາດກະບົດຕໍ່ເນື້ອໜັງ ແລະ ປະຕິບັດພຣະທຳຂອງພຣະເຈົ້າໄດ້ເທື່ອລະໜ້ອຍ; ໃນທີ່ສຸດ, ເຂົາກໍສາມາດປະຕິບັດຄວາມຈິງ ແລະ ໄດ້ຮັບຄວາມຈິງ.) ຂະບວນການນີ້ໄດ້ຖືກອະທິບາຍຢ່າງຊັດເຈນແລ້ວ. ພວກເຈົ້າທຸກຄົນເຂົ້າໃຈບໍ? (ເຂົ້າໃຈ.) ເມື່ອເວົ້າແບບນີ້, ຄຳຖາມກໍເບິ່ງຄືວ່າງ່າຍຫຼາຍ. ການອະທິບາຍເປັນຄຳເວົ້າອາດເບິ່ງຄືວ່າງ່າຍ ແຕ່ກໍມີລາຍລະອຽດຫຼາຍຢ່າງທີ່ກ່ຽວຂ້ອງໃນການນຳໄປປະຕິບັດ. ມັນເປັນແບບນັ້ນໃນທາງທິດສະດີ, ດັ່ງທີ່ໄດ້ກຳນົດໄວ້ເປັນຄຳເວົ້າ. ໂດຍພື້ນຖານ, ຕອນນີ້ຄຳຖາມນີ້ໄດ້ຖືກໂອ້ລົມຢ່າງຊັດເຈນແລ້ວ: ການທີ່ພຣະເຈົ້າທົດສອບມະນຸດແມ່ນຂະບວນການທີ່ພຣະເຈົ້າຊົງນຳເອົາພຣະທຳຂອງພຣະອົງ ແລະ ເຮັດໃຫ້ສິ່ງເຫຼົ່ານີ້ເຂົ້າສູ່ຕົວມະນຸດ ເພື່ອໃຫ້ພຣະທຳເຫຼົ່ານັ້ນກາຍເປັນຊີວິດຂອງເຂົາ; ມັນເປັນວິທີໜຶ່ງທີ່ພຣະເຈົ້າເຮັດວຽກ ແລະ ມັນຍັງເປັນຂະບວນການທີ່ມະນຸດຕ້ອງມີປະສົບການເພື່ອບັນລຸຄວາມລອດພົ້ນ. ນັ້ນຄືການສະຫຼຸບການໂອ້ລົມຂອງພວກເຮົາໃນຫົວຂໍ້ນີ້.

ເຮົາຈະບອກພວກເຈົ້າກ່ຽວກັບພຶດຕິກຳຂອງຄົນຜູ້ໜຶ່ງ ແລະ ພວກເຈົ້າສາມາດຟັງ ແລະ ເບິ່ງວ່າບັນຫາແມ່ນຫຍັງ. ລະດູໜາວປີນັ້ນ, ຫິມະຕົກ ແລະ ເຮົາໄດ້ບອກຜູ້ຄົນວ່າພວກເຂົາຄວນໄປຊ້ວນຫິມະ. ມີຄົນໜຶ່ງຖາມວ່າຄວນໃຊ້ຄົນຊ້ວນ ຫຼື ໃຊ້ເຄື່ອງຈັກຊ້ວນ. ເຮົາເວົ້າວ່າ “ຖ້າຫິມະໜາເກີນໄປ, ໃຫ້ໃຊ້ເຄື່ອງຈັກ; ຖ້າຜູ້ຄົນສາມາດຊ້ວນໄດ້, ຊັ້ນຢ່າໃຊ້ເຄື່ອງຈັກ”. ເຖິງແມ່ນເຮົາບໍ່ໄດ້ບອກເຂົາວ່າຫິມະຕ້ອງໜາສໍ່າໃດຈຶ່ງຄວນໃຊ້ເຄື່ອງຈັກ ຫຼື ພາຍໃຕ້ສະຖານະການໃດທີ່ຜູ້ຄົນຄວນຊ້ວນຫິມະ, ເຮົາກໍໄດ້ບອກຫຼັກການແກ່ເຂົາແລ້ວ. ແຕ່ເຂົາພັດບໍ່ສາມາດເຂົ້າໃຈ ແລະ ບໍ່ຮູ້ວ່າຈະຊ້ວນຫິມະແນວໃດເລີຍ. ບອກເຮົາເບິ່ງວ່າ ຄຳເວົ້າຂອງເຮົາບໍ່ໄດ້ເຂົ້າໃຈງ່າຍບໍ? ຖ້າພວກເຈົ້າຖືກຂໍໃຫ້ປະຕິບັດສິ່ງນີ້, ພວກເຈົ້າຈະປະຕິບັດມັນແນວໃດ? (ກ່ອນອື່ນ, ຂ້ານ້ອຍຈະເບິ່ງວ່າຫິມະທີ່ສະສົມນັ້ນໜາສໍ່າໃດ ແລະ ຕັດສິນໃຈໂດຍອີງໃສ່ສະຖານະການຕົວຈິງ.) ໃນບາງສະຖານທີ່, ຫິມະທີ່ສະສົມນັ້ນໜາໜຶ່ງແມັດ, ໃນຂະນະທີ່ບາງບ່ອນໜາພຽງແຕ່ຫ້ານິ້ວ. ເຈົ້າຈະເຮັດແນວໃດ? (ຖ້າຫິມະໜາບໍ່ຮອດຫ້ານິ້ວໃນສະຖານທີ່ສ່ວນໃຫຍ່, ຊັ້ນຜູ້ຄົນກໍຄວນຊ້ວນ ແລະ ສາມາດໃຊ້ເຄື່ອງຈັກເພື່ອອະນາໄມໃນບາງຈຸດທີ່ກະຈັດກະຈາຍຢູ່.) ພວກເຈົ້າຄິດແນວໃດກັບຫຼັກການນີ້? (ມັນເໝາະສົມແລ້ວ.) ບາງຄົນບໍ່ຮູ້ຈັດຕັ້ງປະຕິບັດແມ່ນແຕ່ເລື່ອງງ່າຍໆແບບນີ້. ການທີ່ບໍ່ຮູ້ວິທີຈັດຕັ້ງປະຕິບັດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບໍ່ຮູ້ແມ່ນແຕ່ວິທີຈັດການກັບສະຖານະການທຳມະດາ. ເມື່ອຫິມະໜາໜຶ່ງນິ້ວ, ເຂົາກໍຖາມວ່າ “ພວກເຮົາຄວນອອກໄປຊ້ວນຫິມະບໍ? ຄວນໃຫ້ຄົນຊ້ວນ ຫຼື ຄວນໃຊ້ເຄື່ອງຈັກ?” ເຮົາເວົ້າວ່າ “ເຈົ້າສາມາດຊ້ວນຫິມະໄດ້ກໍຕໍ່ເມື່ອຫິມະເຊົາຕົກແລ້ວເທົ່ານັ້ນ. ຖ້າຫິມະໜາເກີນໄປຈົນຄົນບໍ່ສາມາດຊ້ວນໄດ້, ກໍໃຫ້ໃຊ້ເຄື່ອງຈັກຈັດການກັບມັນ. ນີ້ຄືຫຼັກການ”. ເຂົາເວົ້າວ່າເຂົາເຂົ້າໃຈແລ້ວ. ເມື່ອຫິມະໜາຮອດສອງນິ້ວ, ເຂົາກໍມາຖາມອີກຄັ້ງວ່າຄວນຊ້ວນມັນ ຫຼື ບໍ່ ແລະ ເຮົາກໍໄດ້ຢໍ້າຫຼັກການນັ້ນອີກຄັ້ງໜຶ່ງ. ເມື່ອຫິມະໜາຮອດເຈັດນິ້ວ, ເຂົາກໍມາຖາມອີກຄັ້ງ. ບອກເຮົາເບິ່ງວ່າ ຄົນຜູ້ນີ້ມີຂີດຄວາມສາມາດຫຍັງແດ່ບໍ? (ບໍ່ມີ.) ເຮົາໄດ້ບອກຫຼັກການຫຼາຍຄັ້ງແລ້ວ, ແຕ່ເຂົາກໍຍັງບໍ່ສາມາດເຂົ້າໃຈມັນໄດ້ ແລະ ຖາມຊໍ້າແລ້ວຊໍ້າອີກວ່າຄວນເຮັດແນວໃດ. ເຂົາຄິດບໍ່ອອກວ່າຄວນຊ້ວນຫິມະຕອນໃດ, ພາຍໃຕ້ສະຖານະການໃດທີ່ຜູ້ຄົນຄວນຊ້ວນຫິມະ ຫຼື ພາຍໃຕ້ສະຖານະການໃດທີ່ຄວນໃຊ້ເຄື່ອງຈັກ. ຂີດຄວາມສາມາດຂອງເຂົາຕ້ອງຕໍ່າສໍ່າໃດກັນແທ້? ຈະຕ້ອງເວົ້າອີກຫຼາຍສໍ່າໃດ ເມື່ອຈັດແຈງວຽກງານໃຫ້ຄົນແບບນີ້ ກ່ອນທີ່ເຂົາຈະສາມາດເຂົ້າໃຈໄດ້? ຄົນແບບນີ້ເບິ່ງສິ່ງຕ່າງໆໄດ້ບໍ່ຖີ່ຖ້ວນ. ແລ້ວບັນຫາກ່ຽວກັບພຶດຕິກຳນີ້ຂອງເຂົາແມ່ນຫຍັງ? ເຂົາເຂົ້າໃຈສິ່ງທີ່ເຮົາເວົ້າບໍ? (ເຂົາບໍ່ເຂົ້າໃຈ; ເຂົາກຳລັງປະຕິບັດຕາມກົດລະບຽບ.) ຖ້າເຂົາກຳລັງປະຕິບັດຕາມກົດລະບຽບ, ເຂົາກໍຄວນຟ້າວໄປຊ້ວນຫິມະ. ບໍ່ວ່າເຂົາຈັດແຈງໃຫ້ຄົນໄປຊ້ວນ ຫຼື ໃຊ້ເຄື່ອງຈັກຊ້ວນກໍຕາມ, ຢ່າງໜ້ອຍເຂົາກໍຄວນຈະຍຶດໝັ້ນກັບວິທີໃດວິທີໜຶ່ງ. ແຕ່ເຂົາໄດ້ຍຶດໝັ້ນກັບວິທີໃດວິທີໜຶ່ງບໍ? ເຂົາບໍ່ໄດ້ໄປຊ້ວນຫິມະ; ເຂົາພຽງແຕ່ຖາມຊໍ້າແລ້ວຊໍ້າອີກວ່າຄວນຊ້ວນມັນ ຫຼື ບໍ່ ແລະ ຄວນໃຫ້ຄົນຊ້ວນ ຫຼື ຄວນໃຊ້ເຄື່ອງຈັກ. ເປັນຫຍັງເຂົາຈຶ່ງເອົາແຕ່ຖາມແທນທີ່ຈະລົງມືເຮັດຫຍັງເລີຍ? (ຄວາມຈິງແລ້ວ ເຂົາຢາກໃຊ້ເຄື່ອງຈັກຊ້ວນ, ແຕ່ເຂົາບໍ່ຍອມຕັດສິນໃຈດ້ວຍຕົນເອງ; ເຂົາພຽງແຕ່ລໍຖ້າໃຫ້ພຣະເຈົ້າອອກຄຳສັ່ງ.) ເຂົາກຳລັງລໍຖ້າໃຫ້ເຮົາອອກຄຳສັ່ງ. ທັດສະນະຄະຕິນີ້ຂອງເຂົາສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທີ່ຈະອ່ອນນ້ອມແດ່ບໍ? (ບໍ່.) ກ່ອນອື່ນ, ເຮົາມາເບິ່ງກັນເທາະວ່າເຂົາສາມາດເຂົ້າໃຈຫຼັກການທີ່ເຮົາບອກໄດ້ ຫຼື ບໍ່. ເຂົາເຂົ້າໃຈສິ່ງທີ່ເຮົາເວົ້າບໍ? (ບໍ່.) ເຂົາບໍ່ເຂົ້າໃຈ. ເຂົາພຽງແຕ່ຕ້ອງການໃຫ້ເຮົາບອກເຂົາໂດຍກົງວ່າຄວນເຮັດຫຍັງ, ບໍ່ຄວນເຮັດຫຍັງ ແລະ ຄວນເຮັດແນວໃດ. ນັ້ນຄືຄຳເວົ້າພຽງປະເພດດຽວທີ່ເຂົາສາມາດເຂົ້າໃຈໄດ້; ເຂົາພຽງແຕ່ບໍ່ສາມາດເຂົ້າໃຈຫຼັກການໄດ້ເລີຍ. ຫຼັງຈາກທີ່ໄດ້ຍິນຫຼັກການນັ້ນ, ເຂົາກໍມຶນງົງໂດຍສິ້ນເຊີງ, ເຂົາຮູ້ສຶກຄືກັບວ່າກຳລັງອ່ານໜັງສືສະຫວັນທີ່ບໍ່ມີຕົວໜັງສື ແລະ ຮູ້ສຶກວ່າທຸກຢ່າງເປັນຄວາມເລິກລັບ. ເຂົາສາມາດເຂົ້າໃຈຫຼັກການ ແລະ ບໍ່ຮູ້ວ່າຈະເຮັດແນວໃດ, ສະນັ້ນ ເມື່ອເວົ້າເຖິງການຈັດການກັບຫິມະທີ່ສະສົມ, ສິ່ງດຽວທີ່ເຂົາຮູ້ທີ່ຈະເຮັດກໍຄືການເອົາແຕ່ຖາມວ່າຄວນໃຫ້ຄົນຊ້ວນ ຫຼື ຄວນໃຊ້ເຄື່ອງຈັກ. ບອກເຮົາເບິ່ງວ່າ ການຮັບມືກັບຄົນປະເພດນີ້ບໍ່ເຮັດໃຫ້ພວກເຈົ້າຮູ້ສຶກອຶດອັດ ແລະ ອາລົມເສຍບໍ? (ແມ່ນແລ້ວ, ມັນເຮັດໃຫ້ຂ້ານ້ອຍອາລົມເສຍ ແລະ ອິດເມື່ອຍຫຼາຍ.) ການຈັດການກັບຄົນແບບນັ້ນເປັນແນວໃດ? ລອງອະທິບາຍເບິ່ງ. (ຄືກັບການເວົ້າກັບກຳແພງ; ບໍ່ວ່າຈະເວົ້າຫຍັງກໍຕາມ, ເຂົາກໍບໍ່ເຂົ້າໃຈ.) ການເວົ້າກັບຄົນປະເພດນີ້ບໍ່ຄືກັບການຮັບມືກັບເດັກນ້ອຍອາຍຸສາມຫາຫ້າປີບໍ? ມັນບໍ່ຄືກັບການເວົ້າກັບສັດເດຍລະສານບໍ? (ແມ່ນແລ້ວ.) ແລ້ວບອກເຮົາເບິ່ງວ່າ ການຮັບມືກັບຄົນປະເພດນີ້ໜ້າອິດເມື່ອຍບໍ? ມັນເຮັດໃຫ້ພວກເຈົ້າໃຈຮ້າຍບໍ? (ແມ່ນແລ້ວ, ມັນເຮັດໃຫ້ຂ້ານ້ອຍໃຈຮ້າຍ.) ການຮັບມືກັບຄົນປະເພດນີ້ທັງໜ້າໂມໂຫ ແລະ ໜ້າອິດເມື່ອຍ. ແລ້ວຄວນຮັບມືກັບຄົນປະເພດນີ້ແນວໃດ? ພຽງແຕ່ໄລ່ເຂົາໜີໄປໃນທັນທີ ແລ້ວກໍຈົບເລື່ອງ. ຈົ່ງໃຊ້ໃຜກໍຕາມທີ່ສາມາດເຂົ້າໃຈຫຼັກການນີ້ ແລະ ຫຼັງຈາກທີ່ໄດ້ຍິນແລ້ວ ກໍສາມາດປະຕິບັດ ແລະ ດຳເນີນໜ້າວຽກຕາມຫຼັກການນີ້ໄດ້ ແລະ ສາມາດແກ້ໄຂບັນຫາໄດ້. ການເວົ້າສິ່ງໃດກໍຕາມກັບຄົນທີ່ບໍ່ສາມາດເຂົ້າໃຈຫຼັກການນັ້ນແມ່ນໄຮ້ປະໂຫຍດ. ບໍ່ວ່າເຈົ້າຈະອະທິບາຍແນວໃດກໍຕາມ, ເຂົາກໍຍັງຈະບໍ່ເຂົ້າໃຈ ແລະ ເຂົາຈະລົບກວນເຈົ້າດ້ວຍຄຳຖາມທີ່ບໍ່ມີວັນຈົບສິ້ນ, ຄືກັນກັບຄົນໂງ່. ເຂົາເຖິງກັບຄິດວ່າການຕັ້ງຄຳຖາມແບບນີ້ມີເຫດຜົນຫຼາຍ, ໂດຍຄິດວ່າ “ເບິ່ງແມ, ຂ້ອຍບໍ່ໄດ້ກຳລັງເຮັດວຽກນີ້ຢ່າງສະເພາະເຈາະຈົງຫຼາຍ ແລະ ລະອຽດລະອໍຫຼາຍບໍ? ເມື່ອຫິມະໜາໜຶ່ງນິ້ວ, ຂ້ອຍກໍຟ້າວຖາມວ່າຄວນຊ້ວນ ຫຼື ບໍ່ ແລະ ເມື່ອມັນໜາຮອດສອງນິ້ວ, ຂ້ອຍກໍບໍ່ກ້າຊັກຊ້າ ແລະ ຟ້າວຖາມອີກຄັ້ງ. ເຫັນບໍວ່າ ຂ້ອຍບໍ່ໄດ້ເຮັດໂດຍບໍ່ຢັ້ງຄິດ. ຂ້ອຍບໍ່ມີການອ່ອນນ້ອມ ແລະ ມີຄວາມຊື່ສັດບໍ? ຂ້ອຍບໍ່ມີຄວາມຮັບຜິດຊອບບໍ? ຂ້ອຍຕັ້ງຄຳຖາມຢ່າງທັນການ ແລະ ລາຍງານສະຖານະການຢ່າງທັນເວລາ, ໂດຍບໍ່ເຮັດໃຫ້ສິ່ງໃດຫຼ້າຊ້າເລີຍແມ່ນແຕ່ໜ້ອຍດຽວ!” ເຂົາບໍ່ໄດ້ປະທັບໃຈກັບຕົນເອງພໍສົມຄວນບໍ? (ແມ່ນແລ້ວ.) ຖ້າເຈົ້າໄລ່ເຂົາໃຫ້ໜີໄປ, ເຂົາຈະຄິດແນວໃດ? ເຂົາເຖິງກັບຈະຮູ້ສຶກຄັບແຄ້ນໃຈ, ໂດຍຄິດວ່າ “ຂ້ອຍກັງວົນຫຼາຍ ແລະ ແລ່ນໄປແລ່ນມາຫຼາຍຍ້ອນເລື່ອງນີ້! ມັນງ່າຍສຳລັບຂ້ອຍບໍ? ໃນທີ່ສຸດແລ້ວ ຂ້ອຍຈະຖືກໄລ່ໜີໄປໄດ້ແນວໃດ?” ເຂົາຈະຍອມຮັບສິ່ງນີ້ໃນໃຈຂອງເຂົາບໍ? (ບໍ່.) ຂີດຄວາມສາມາດຂອງຄົນປະເພດນີ້ຕໍ່າເກີນໄປ. ຢ່າວ່າແຕ່ຫຼັກການຄວາມຈິງຈະເກີນຄວາມສາມາດຂອງເຂົາເລີຍ; ແມ່ນແຕ່ຫຼັກການໃນການເຮັດໜ້າວຽກທຳມະດາ ເຂົາກໍຍັງບໍ່ສາມາດເຂົ້າໃຈ ແລະ ເກີນຄວາມສາມາດຂອງເຂົາ. ເຂົາບໍ່ມີລະດັບສະຕິປັນຍາຂອງຄົນປົກກະຕິ, ແລ້ວຄວາມຈິງຈະຢູ່ພາຍໃນຂອບເຂດທີ່ເຂົາສາມາດເອື້ອມເຖິງໄດ້ແນວໃດ? ການໄລ່ເຂົາໜີໄປຄວາມຈິງແລ້ວແມ່ນກົງກັນກັບຫຼັກການ, ແຕ່ເຂົາບໍ່ເຂົ້າໃຈສິ່ງນີ້ ແລະ ເຖິງກັບຮູ້ສຶກວ່າຖືກຕັດສິນຢ່າງບໍ່ເປັນທຳ ແລະ ຄັບແຄ້ນໃຈ. ຄົນປະເພດນີ້ບໍ່ສາມາດຈັບໃຈຄວາມຫຼັກການໄດ້ແມ່ນແຕ່ໃນເລື່ອງເລັກນ້ອຍ, ແລ້ວເລື່ອງໃຫຍ່, ເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ ຈະຢູ່ພາຍໃນຂອບເຂດທີ່ເຂົາສາມາດເອື້ອມເຖິງໄດ້ບໍ? (ບໍ່.) ຍິ່ງເປັນໄປບໍ່ໄດ້. ສະນັ້ນ, ສຳລັບບາງຄົນທີ່ບໍ່ສາມາດເຂົ້າໃຈຄວາມຈິງ, ຫຼັກການຄວາມຈິງແມ່ນເກີນຄວາມສາມາດຂອງພວກເຂົາ. ຄົນແບບນັ້ນສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່.) ບາງຄົນເວົ້າວ່າ “ອີງຕາມສິ່ງທີ່ພຣະອົງກ່າວ, ໃນເມື່ອຄົນປະເພດນີ້ບໍ່ສາມາດປະຕິບັດຄວາມຈິງໄດ້, ນັ້ນບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດບັນລຸຄວາມລອດພົ້ນໄດ້ບໍ?” ເປັນແບບນັ້ນບໍ? ເຈົ້າຄວນເຮັດແນວໃດ ຖ້າຫຼັກການຄວາມຈິງເກີນຄວາມສາມາດຂອງເຈົ້າ? ມີວິທີງ່າຍໆຈະເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄປຈົນເຖິງທີ່ສຸດ. ຖ້າຫຼັກການຄວາມຈິງເກີນຄວາມສາມາດຂອງເຈົ້າ, ແລ້ວໃຫ້ປະຕິບັດຕາມກົດລະບຽບໜຶ່ງຂໍ້: ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ ແລະ ຊື່ສັດ, ເພິ່ງພາສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າ ເພື່ອເຮັດສິ່ງທີ່ເຈົ້າສາມາດເຮັດໄດ້ໃຫ້ດີທີ່ສຸດເທົ່າທີ່ເຈົ້າຈະເຮັດໄດ້ ແລະ ຕ້ອງບໍ່ຫຼິ້ນເກມປະສາດຢ່າງເດັດຂາດ. ໃນເມື່ອຂີດຄວາມສາມາດຂອງເຈົ້າຕໍ່າຫຼາຍຢູ່ແລ້ວ ແລະ ເຈົ້າບໍ່ມີຄວາມສາມາດທີ່ຈະເຂົ້າໃຈຄວາມຈິງ, ຖ້າໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຍັງບໍ່ມີຫົວໃຈທີ່ຈິງໃຈເລີຍ ແລະ ຍັງຫຼິ້ນເກມປະສາດ, ນັ້ນບໍ່ແມ່ນທຳມະຊາດຂອງມານຮ້າຍບໍ? ຄົນແບບນັ້ນຈົບສິ້ນແລ້ວ. ແລ້ວການມີຫົວໃຈທີ່ແທ້ຈິງໃນການປະຕິບັດໜ້າທີ່ຂອງເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມເຖິງການເຮັດຫຼາຍທີ່ສຸດເທົ່າທີ່ເຈົ້າສາມາດເຮັດໄດ້. ຍົກຕົວຢ່າງການຊ້ວນຫິມະ. ອີງຕາມຫຼັກການທີ່ໃຫ້ໄວ້, ຜູ້ຄົນຄວນຊ້ວນຫິມະຖ້າພວກເຂົາສາມາດເຮັດໄດ້ ແລະ ໃຊ້ເຄື່ອງຈັກຖ້າພວກເຂົາບໍ່ສາມາດເຮັດໄດ້. ຖ້າເຈົ້າເຫັນວ່າຫິມະຕົກໜາໜຶ່ງນິ້ວ ແລະ ບໍ່ຮູ້ວ່າຄວນໃຊ້ຄົນຊ້ວນ ຫຼື ໃຊ້ເຄື່ອງຈັກ, ເຈົ້າສາມາດເລີ່ມຊ້ວນກ່ອນ ແລະ ໃຊ້ເຄື່ອງຈັກກໍຕໍ່ເມື່ອເຈົ້າບໍ່ສາມາດຈັດການດ້ວຍມືໄດ້ແທ້ໆ. ເຖິງແມ່ນເຈົ້າບໍ່ຮູ້ວ່າການເຮັດແບບນີ້ຖືກຕ້ອງ ຫຼື ບໍ່, ເຈົ້າກໍເຮັດດ້ວຍສຸດກຳລັງຂອງເຈົ້າ, ໂດຍບໍ່ມີເລ່ລ່ຽມ ຫຼື ຂີ້ຄ້ານມັກງ່າຍ. ເຖິງແມ່ນວ່າຄວາມພະຍາຍາມທີ່ເຈົ້າທຸ່ມເທລົງໄປຈະກາຍເປັນສິ່ງໄຮ້ປະໂຫຍດ, ຢ່າງໜ້ອຍທີ່ສຸດ ຫົວໃຈຂອງເຈົ້າກໍຈິງໃຈຕໍ່ໜ້າພຣະເຈົ້າ. ເມື່ອພຣະເຈົ້າເຫັນວ່າເຈົ້າມີຫົວໃຈທີ່ຈິງໃຈ ແລະ ເຈົ້າບໍ່ມີເລ່ລ່ຽມ ຫຼື ຂີ້ຄ້ານມັກງ່າຍ ແລະ ບໍ່ຫຼິ້ນເກມປະສາດກັບພຣະອົງ, ພຣະເຈົ້າກໍຈະຍອມຮັບພຶດຕິກຳທີ່ດີຂອງເຈົ້າ. ແຕ່ຖ້າເຈົ້າມີເລ່ລ່ຽມ ແລະ ຂີ້ຄ້ານມັກງ່າຍ ແລະ ຫຼິ້ນເກມປະສາດກັບພຣະເຈົ້າ, ພຣະເຈົ້າກໍຈະລັງກຽດເຈົ້າ ແລະ ຖ້າເຈົ້າບໍ່ກັບໃຈ, ພຣະເຈົ້າກໍຈະກ່າວໂທດເຈົ້າ ແລະ ກຳຈັດເຈົ້າ. ການສະແດງອອກບາງຢ່າງຂອງການຫຼິ້ນເກມປະສາດກັບພຣະເຈົ້າແມ່ນຫຍັງ? ເຈົ້າຄິດໃນໃຈວ່າ “ຂ້ອຍບໍ່ເຂົ້າໃຈຫຼັກການທີ່ຫາກໍໃຫ້ໄວ້. ຫິມະຕົກໜາໜຶ່ງນິ້ວ, ສະນັ້ນ ຄວນໃຊ້ຄົນຊ້ວນ ຫຼື ຄວນໃຊ້ເຄື່ອງຈັກ? ຖ້າບໍ່ຄວນໃຊ້ຄົນຊ້ວນ ແລະ ຂ້ອຍພັດເຮັດແບບນັ້ນ, ນັ້ນຈະບໍ່ໝາຍຄວາມວ່າເປັນການລົງແຮງເພີ່ມຂຶ້ນລ້າໆບໍ? ຖ້າຂ້ອຍໃຊ້ເຄື່ອງຈັກ, ແລ້ວຖ້າຫິມະບໍ່ໜາ ແລະ ຄວນໃຊ້ຄົນຊ້ວນ, ແຕ່ຂ້ອຍພັດໃຊ້ເຄື່ອງຈັກ, ຂ້ອຍຈະບໍ່ຖືກຕຳນິວ່າໃຊ້ເຄື່ອງຈັກໂດຍບໍ່ຢັ້ງຄິດ ແລະ ສິ້ນເປືອງນໍ້າມັນບໍ? ຂ້ອຍບໍ່ສາມາດເຮັດໂດຍບໍ່ຢັ້ງຄິດເດັດຂາດ. ຖ້າຂ້ອຍເຮັດ, ບໍ່ພຽງແຕ່ຄວາມພະຍາຍາມທັງໝົດຂອງຂ້ອຍອາດຈະສູນເປົ່າ, ແຕ່ຂ້ອຍຍັງຈະຖືກຕຳນິອີກດ້ວຍ. ຂ້ອຍອາດຈະເຖິງກັບຖືກລິຮານ ແລະ ຖືກບັງຄັບໃຫ້ຊົດເຊີຍຄວາມເສຍຫາຍ. ຂ້ອຍຕ້ອງໄດ້ຮັບຄຳຕອບທີ່ຊັດເຈນກ່ອນທີ່ຂ້ອຍຈະລົງມືເຮັດ”. ເຈົ້າມີຄວາມຄິດແອບແຝງແບບນີ້ຢູ່ໃນໃຈ. ສິ່ງນີ້ເອີ້ນວ່າຫຍັງ? (ຄວາມເລ່ລ່ຽມ.) ນີ້ຄືການຫຼິ້ນເກມປະສາດ. ເມື່ອຄົນຜູ້ນັ້ນຫຼິ້ນເກມປະສາດແບບນີ້, ພາຍນອກເຂົາອາດຈະເບິ່ງຄືວ່າອ່ອນນ້ອມ ແລະ ເຂົາທຳທ່າວ່າເຂົາກຳລັງສະແຫວງຫາ ແລະ ບໍ່ໄດ້ເຮັດໂດຍບໍ່ຢັ້ງຄິດ, ແຕ່ຄວາມຈິງແລ້ວເຂົາມີເຈດຕະນາແອບແຝງ. ຜູ້ຄົນບໍ່ສາມາດເບິ່ງອອກ, ແຕ່ພຣະເຈົ້າເຫັນມາດົນແລ້ວວ່າຄົນຜູ້ນີ້ບໍ່ແມ່ນຄົນບໍ່ມີເລ່ລ່ຽມ. ເຂົາບໍ່ຢາກເຮັດວຽກ, ສະນັ້ນ ເຂົາຈຶ່ງຫາຂໍ້ອ້າງເພື່ອຕັ້ງຄຳຖາມຢູ່ສະເໝີ. ເຂົາໃຊ້ຮູບແບບຂອງພຶດຕິກຳທີ່ດີເປັນການປິດບັງ ເພື່ອເຊື່ອງຊ້ອນເຈດຕະນາຂອງເຂົາເອງ. ເມື່ອຄົນໃດຄົນໜຶ່ງຫຼິ້ນເກມປະສາດ ແລະ ມີຄວາມເລ່ລ່ຽມແບບນີ້, ມັນກໍຖືວ່າເປັນການກະທຳຜິດໃນສາຍຕາຂອງພຣະເຈົ້າ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ແລ້ວຕອນນີ້ ພວກເຈົ້າເຂົ້າໃຈຢ່າງແຈ່ມແຈ້ງແລ້ວບໍວ່າພວກເຈົ້າຄວນປະຕິບັດແນວໃດ? ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈຫຼັກການຄວາມຈິງ, ເຈົ້າກໍບໍ່ຄວນຫຼິ້ນເກມປະສາດກັບພຣະເຈົ້າ. ເຈົ້າຄວນເວົ້າວ່າ “ຄວາມຄິດຂອງຂ້ອຍມຶນງົງ, ຂີດຄວາມສາມາດຂອງຂ້ອຍຕໍ່າ ແລະ ຫຼັກການຄວາມຈິງກໍເກີນຄວາມສາມາດຂອງຂ້ອຍ. ສະນັ້ນ ຂ້ອຍຈະເຮັດບາງສິ່ງທີ່ສຳພັນກັບຊີວິດຈິງ: ຂ້ອຍຈະລົງແຮງໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງ ແລະ ເຮັດດ້ວຍຕົວເອງໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງ. ເມື່ອຂ້ອຍອິດເມື່ອຍ, ຂ້ອຍຈະພັກຜ່ອນຈັກໜ້ອຍ ແລ້ວສືບຕໍ່ເຮັດວຽກ”. ເຖິງແມ່ນໃນທີ່ສຸດຈະມີຄົນຈົ່ມວ່າຄວາມພະຍາຍາມທີ່ເຈົ້າທຸ່ມເທລົງໄປນັ້ນບໍ່ຈຳເປັນ ແລະ ສູນເປົ່າ, ພຣະເຈົ້າກໍຈະເຫັນວ່າຫົວໃຈຂອງເຈົ້າຈິງໃຈ ແລະ ຊື່ສັດ. ພຣະເຈົ້າຈະຍົກຍ້ອງເຈົ້າ ແລະ ເຈົ້າຈະບໍ່ໄດ້ກະທຳຜິດ. ສິ່ງນີ້ບັນລຸໄດ້ງ່າຍບໍ? (ແມ່ນ, ມັນບັນລຸໄດ້ງ່າຍ.) ນີ້ຄືຫຼັກການຂອງການປະຕິບັດທີ່ງ່າຍດາຍທີ່ສຸດ. ເຖິງແມ່ນວ່າມັນຈະງ່າຍດາຍ, ສິ່ງທີ່ໜ້າກັງວົນກໍຄືເຈົ້າອາດບໍ່ສາມາດເຮັດໄດ້. ຄົນທີ່ເຂົ້າໃຈຄວາມຈິງມີວິທີແກ້ໄຂແມ່ນຫຍັງກໍຕາມທີ່ພວກເຂົາປະເຊີນ ແລະ ພວກເຂົາມີຫຼັກການສຳລັບວິທີປະຕິບັດຕໍ່ຄົນທຸກປະເພດ: ໃນການທີ່ພວກເຂົາປະຕິບັດຕໍ່ຄົນໂງ່, ພວກເຂົາມີຫຼັກການສຳລັບວິທີປະຕິບັດຕໍ່ຄົນແບບນັ້ນ ແລະ ໃນການທີ່ພວກເຂົາປະຕິບັດຕໍ່ຄົນຊົ່ວຮ້າຍ, ພວກເຂົາກໍມີຫຼັກການສຳລັບວິທີປະຕິບັດຕໍ່ຄົນແບບນັ້ນ. ຖ້າເຈົ້າເຂົ້າໃຈຄວາມຈິງແຕ່ບໍ່ປະຕິບັດຕາມ ແລະ ພັດຫຼິ້ນເກມປະສາດແທນ, ສິ່ງນີ້ຖືວ່າເປັນການກະທຳຜິດ. ຖ້າເຈົ້າມີຫົວໃຈທີ່ແທ້ຈິງ ແລະ ຫຼັງຈາກທີ່ເຈົ້າເຂົ້າໃຈຫຼັກການໃດໜຶ່ງແລ້ວ, ເຈົ້າສາມາດນຳເອົາໄປປະຕິບັດຕາມນັ້ນໄດ້ ໂດຍບໍ່ກະທຳຜິດໜ້າພຣະເຈົ້າ, ແລ້ວສິ່ງທີ່ເຈົ້າເຮັດກໍຈະໄດ້ຮັບການຍອມຮັບຈາກພຣະເຈົ້າ. ປະເດັນສຳຄັນຢູ່ບ່ອນນີ້ແມ່ນຫຍັງ? (ການບໍ່ຫຼິ້ນເກມປະສາດ ແລະ ກ່ອນອື່ນແມ່ນປະຕິບັດຕາມສິ່ງທີ່ພວກເຮົາສາມາດເຂົ້າໃຈໄດ້.) ຢ່າຫຼິ້ນເກມປະສາດ; ຈົ່ງມີຫົວໃຈທີ່ແທ້ຈິງຕໍ່ພຣະເຈົ້າ. ຈົ່ງມີຫົວໃຈທີ່ແທ້ຈິງຕໍ່ວຽກງານ, ໜ້າວຽກ ແລະ ວຽກງານທີ່ພຣະເຈົ້າປະທານໃຫ້ເຈົ້າ. ຈົ່ງປະຕິບັດຫຼາຍສໍ່າທີ່ເຈົ້າເຂົ້າໃຈ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈ, ເຈົ້າກໍຍັງສາມາດຍຶດໝັ້ນກັບຄວາມໝາຍພື້ນຖານຂອງພຣະທຳຂອງພຣະເຈົ້າໄດ້; ເຖິງແມ່ນວ່າເຈົ້າກຳລັງປະຕິບັດຕາມກົດລະບຽບ, ເຈົ້າຍັງຕ້ອງຍຶດໝັ້ນ. ແມ່ນບໍ? (ແມ່ນແລ້ວ.) ຫຼັກການຢູ່ບ່ອນນີ້ແມ່ນຫຍັງ? ມາດຕະຖານທີ່ພຣະເຈົ້າກຳນົດສຳລັບມະນຸດແມ່ນຫຍັງ? ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດນັ້ນບໍ່ສູງ; ນັ້ນກໍຄື ເຈົ້າຈຳເປັນຕ້ອງມີຫົວໃຈທີ່ແທ້ຈິງ. ເຖິງແມ່ນວ່າພຣະເຈົ້າລັງກຽດ ແລະ ບໍ່ມັກຄົນທີ່ບໍ່ເຂົ້າໃຈຫຼັກການ ແລະ ມີຂີດຄວາມສາມາດຕໍ່າ, ແຕ່ຖ້າເຈົ້າມີຫົວໃຈທີ່ແທ້ຈິງ, ພຣະເຈົ້າກໍຍັງຈະຍອມຮັບເຈົ້າ ແລະ ພຣະອົງຈະປະຕິບັດຕໍ່ເຈົ້າຢ່າງເປັນທຳ. ຖ້າເຈົ້າບໍ່ມີຫົວໃຈທີ່ແທ້ຈິງ ແລະ ຫຼິ້ນເກມປະສາດກັບພຣະເຈົ້າຢູ່ສະເໝີ, ແລ້ວບໍ່ວ່າຂີດຄວາມສາມາດຂອງເຈົ້າຈະດີສໍ່າໃດ ຫຼື ຄວາມສາມາດໃນການຢັ່ງຮູ້ຂອງເຈົ້າຈະສູງສໍ່າໃດກໍຕາມ, ພຣະເຈົ້າກໍຈະລັງກຽດເຈົ້າຄືເກົ່າ ແລະ ພຣະອົງຈະບັນທຶກການກະທຳຜິດທີ່ເຈົ້າໄດ້ກະທຳ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ປະເຊີນໄດ້ທົ່ວໄປໃນຊີວິດປະຈຳວັນ. ຕອນນີ້ ພວກເຈົ້າຄວນມີເສັ້ນທາງສຳລັບວິທີເບິ່ງສິ່ງເຫຼົ່ານີ້ແລ້ວ, ແມ່ນບໍ? (ແມ່ນແລ້ວ.) ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບດ້ານນີ້ໄວ້ຢູ່ບ່ອນນີ້.

ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມພໍສົມຄວນກ່ຽວກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພວກເຮົາຍັງໄດ້ໂອ້ລົມກັນຢ່າງກວ້າງໆກ່ຽວກັບວິທີປ່ອຍວາງ ແລະ ວິທີແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ໂດຍອີງໃສ່ເນື້ອໃນນີ້, ພວກເຮົາຈະສະຫຼຸບໂດຍການໂອ້ລົມກ່ຽວກັບວິທີບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ແນ່ນອນວ່າ ໃນຂັ້ນຕອນປັດຈຸບັນ, ສິ່ງນີ້ໝາຍເຖິງການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ມັນງ່າຍບໍທີ່ຈະບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ? (ບໍ່, ມັນບໍ່ໄດ້ງ່າຍ.) ພາຍໃນຂອບເຂດຂອງສິ່ງທີ່ພວກເຈົ້າສາມາດເຂົ້າໃຈໄດ້, ຢ່າງໜ້ອຍທີ່ສຸດ ຄົນເຮົາຕ້ອງມີຫຍັງແດ່ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ? ເຂົາຕ້ອງມີຫຍັງແດ່ໃນແງ່ຂອງຂີດຄວາມສາມາດ, ຄວາມເປັນມະນຸດ, ການໄລ່ຕາມເສາະຫາ, ເສັ້ນທາງທີ່ເຂົາຍ່າງ ແລະ ອື່ນໆ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ? (ໃນແງ່ຂອງຂີດຄວາມສາມາດ, ຄົນເຮົາຕ້ອງມີຄວາມສາມາດໃນການຢັ່ງຮູ້; ໃນແງ່ຂອງຄວາມເປັນມະນຸດ, ຢ່າງໜ້ອຍຄົນເຮົາຕ້ອງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ; ແລະ ຄົນເຮົາຍັງຕ້ອງສາມາດເຂົ້າໃຈຄວາມຈິງບາງຢ່າງໄດ້. ເມື່ອນັ້ນເອງຄົນໆໜຶ່ງຈຶ່ງສາມາດບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າໄດ້.) (ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ, ກ່ອນອື່ນ ຄົນເຮົາຕ້ອງມີຫົວໃຈທີ່ແທ້ຈິງ ແລະ ຈິງໃຈຕໍ່ພຣະເຈົ້າ. ໃນອີກດ້ານໜຶ່ງ, ຄົນເຮົາຕ້ອງມີຂີດຄວາມສາມາດ ແລະ ຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງສຳລັບມະນຸດ. ອີກດ້ານໜຶ່ງກໍຄື ມຸມມອງຂອງຄົນເຮົາຕໍ່ສິ່ງຕ່າງໆ ແລະ ມຸມມອງທີ່ຢູ່ເບື້ອງຫຼັງຂອງການໄລ່ຕາມເສາະຫາຂອງຄົນໆໜຶ່ງຕ້ອງສາມາດເຂົ້າກັບພຣະເຈົ້າໄດ້. ເມື່ອນັ້ນເອງມັນຈຶ່ງງ່າຍທີ່ຈະບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ.) ມີຫຍັງອີກບໍ? (ຂ້ານ້ອຍສາມາດຄິດຫາອີກດ້ານໜຶ່ງ: ເພາະພຣະເຈົ້າຈິງໃຈຫຼາຍເມື່ອພຣະອົງກ່າວກັບຜູ້ຄົນ, ຖ້າຜູ້ຄົນປາຖະໜາທີ່ຈະມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ, ພວກເຂົາກໍຕ້ອງມີທັດສະນະຄະຕິທີ່ຈິງໃຈເຊັ່ນກັນ.) ນີ້ກໍເປັນດ້ານໜຶ່ງເຊັ່ນກັນ; ຢ່າງໜ້ອຍທີ່ສຸດ ມັນກໍເປັນມຸມມອງໜຶ່ງ. ວິທີບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າແມ່ນຫົວຂໍ້ທີ່ກວ້າງຫຼາຍ. ມັນຍັງເປັນຫົວຂໍ້ທີ່ເລິກເຊິ່ງຫຼາຍອີກດ້ວຍ. ການໂອ້ລົມກັບພວກເຈົ້າກ່ຽວກັບເນື້ອໃນນີ້ແມ່ນຄືກັບການສອນຫຼັກສູດມະຫາວິທະຍາໄລໃຫ້ກັບເດັກອະນຸບານ. ໂດຍຕັດສິນຈາກຄວາມເຂົ້າໃຈທີ່ພວກເຈົ້າຫາກໍແບ່ງປັນ, ພວກເຈົ້າຫຼາຍຄົນບໍ່ຮູ້ຫຍັງເລີຍກ່ຽວກັບດ້ານນີ້. ສິ່ງນີ້ຍິ່ງຢືນຢັນເພີ່ມເຕີມວ່າພວກເຈົ້າຍັງຫ່າງໄກຫຼາຍສໍ່າໃດ: ພວກເຈົ້າບໍ່ເຂົ້າໃຈຄວາມຈິງດ້ານນີ້, ພວກເຈົ້າບໍ່ເຄີຍຄິດກ່ຽວກັບຫົວຂໍ້ນີ້ ແລະ ຫົວຂໍ້ນີ້ກໍເກີນຄວາມສາມາດໃນການຈັບໃຈຄວາມຂອງພວກເຈົ້າ. ວິທີບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າແມ່ນຫົວຂໍ້ສຸດທ້າຍທີ່ກ່ຽວຂ້ອງກັບການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ນີ້ແມ່ນຫົວຂໍ້ທີ່ສຳຄັນຫຼາຍ. ມັນເປັນເປົ້າໝາຍທີ່ຄົນເຮົາສາມາດບັນລຸໄດ້ໃນທີ່ສຸດໃນການຕິດຕາມພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ມັນຍັງເປັນການສະແດງອອກໜຶ່ງຢ່າງຂອງແກ່ນແທ້ຊີວິດທີ່ຄົນໆໜຶ່ງສາມາດໃຊ້ຊີວິດຕາມໄດ້ ເມື່ອເຂົາເຊື່ອໃນພຣະເຈົ້າ ແລະ ຮັບເອົາຄວາມຈິງເປັນຊີວິດຂອງເຂົາ. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຄົນໆໜຶ່ງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ແມ່ນພຽງແຕ່ເລື່ອງຂອງການບໍ່ມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າເທົ່ານັ້ນ. ຄວາມຈິງດ້ານນີ້ກ່ຽວຂ້ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຍັງກ່ຽວຂ້ອງກັບທັດສະນະຄະຕິຕ່າງໆຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຄວາມເຂົ້າໃຈຕ່າງໆຂອງພວກເຂົາກ່ຽວກັບພຣະອົງ ແລະ ວິທີການປະຕິບັດຕ່າງໆຂອງພວກເຂົາໃນການປະຕິບັດຕໍ່ພຣະອົງ. ຜົນໄດ້ຮັບທີ່ດີທີ່ສຸດທີ່ສາມາດບັນລຸໄດ້ໃນທີ່ສຸດໂດຍການປະຕິບັດການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ານນີ້ກໍຄື ການທີ່ຜູ້ຄົນມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. “ການມີຄວາມເຂົ້າໃຈໂດຍປະລິຍາຍ” ນີ້ແມ່ນວິທີການເວົ້າຂອງມະນຸດ; ໃນຄຳເວົ້າທີ່ພວກເຮົາມັກໃຊ້, ມັນໝາຍເຖິງການສອດຄ່ອງກັບພຣະເຈົ້າ ແລະ ການເຂົ້າກັບພຣະເຈົ້າໄດ້. ແຕ່ເມື່ອພິຈາລະນາເຖິງວຸດທິພາວະຂອງມະນຸດ, ພິຈາລະນາເຖິງຄຸນລັກສະນະຂອງມະນຸດ ແລະ ພິຈາລະນາເຖິງແກ່ນແທ້ຂອງມະນຸດ ແລະ ເມື່ອຕັດສິນຈາກທຸກດ້ານຂອງພູມຫຼັງ ແລະ ເງື່ອນໄຂຂອງມະນຸດ, ຄວາມຈິງແລ້ວແມ່ນມັນເປັນໄປບໍ່ໄດ້ຢ່າງສິ້ນເຊີງທີ່ມະນຸດຈະໄປເຖິງຈຸດທີ່ກົງກັນກັບພຣະເຈົ້າ ຫຼື ໄປເຖິງຈຸດທີ່ເຂົ້າກັບພຣະເຈົ້າໄດ້. ດັ່ງນັ້ນ ການໃຊ້ສຳນວນທີ່ວ່າ “ເຂົ້າກັບພຣະເຈົ້າໄດ້” ຈຶ່ງຂ້ອນຂ້າງບໍ່ເປັນຈິງ ແລະ ຂ້ອນຂ້າງຫວ່າງເປົ່າ ແລະ ບໍ່ເປັນພາວະວິໄສ. ສະນັ້ນ ເຮົາຈຶ່ງໄດ້ພິຈາລະນາຢ່າງຖີ່ຖ້ວນພໍສົມຄວນ ແລະ ພົບວ່າຄຳເວົ້າທີ່ວ່າ “ຄວາມເຂົ້າໃຈໂດຍປະລິຍາຍ” ນັ້ນເປັນພາວະວິໄສກວ່າ ແລະ ເໝາະສົມກວ່າ ແລະ ມັນສາມາດຖືໄດ້ວ່າຂ້ອນຂ້າງເໝາະສົມ. ບໍ່ໄດ້ເປັນແບບນີ້ບໍ? (ແມ່ນແລ້ວ.) ໃນທີ່ສຸດແລ້ວ ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ໄດ້ຮຽກຮ້ອງໃຫ້ເຈົ້າເຂົ້າກັບພຣະເຈົ້າໄດ້. ເພາະວ່າຊີວິດຂອງມະນຸດ ແລະ ຂອງພຣະເຈົ້າມີແກ່ນແທ້ທີ່ແຕກຕ່າງກັນ ແລະ ຍ້ອນບັນຫາຂອງມະນຸດໃນທຸກໆດ້ານ, ມະນຸດຈຶ່ງບໍ່ມີທາງທີ່ຈະເຂົ້າກັບພຣະເຈົ້າໄດ້. ມີພຽງສິ່ງດຽວທີ່ຖືກຮຽກຮ້ອງ: ຄົນໆໜຶ່ງຕ້ອງບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ຄວາມເຂົ້າໃຈໂດຍປະລິຍາຍນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເມື່ອໃດກໍຕາມທີ່ມີສິ່ງໃດເກີດຂຶ້ນ, ເຈົ້າສາມາດຢືນຢູ່ຝ່າຍດຽວກັບພຣະເຈົ້າ, ຮ່ວມມີຄວາມຄິດ ແລະ ມຸມມອງດຽວກັນ ແລະ ໃຊ້ມາດຕະຖານດຽວກັນທີ່ສອດຄ່ອງກັບຫຼັກການຄວາມຈິງເພື່ອເບິ່ງ, ເຂົ້າໃຈ ແລະ ຈັດການກັບບຸກຄົນ, ເຫດການ ແລະ ສິ່ງຂອງໃດໆກໍຕາມ. ນີ້ຄືສິ່ງທີ່ເອີ້ນວ່າຄວາມເຂົ້າໃຈໂດຍປະລິຍາຍ. ເວົ້າງ່າຍໆກໍຄື ຄວາມເຂົ້າໃຈໂດຍປະລິຍາຍໝາຍເຖິງການຮູ້ວ່າອີກຝ່າຍກຳລັງຄິດຫຍັງຢູ່ໂດຍທີ່ບໍ່ມີໃຜໃນພວກເຈົ້າຕ້ອງເວົ້າອອກມາ ແລະ ມີມຸມມອງດຽວກັນຕໍ່ສິ່ງດຽວກັນ, ໂດຍບໍ່ຈຳເປັນຕ້ອງສື່ສານກັນດ້ວຍຄຳເວົ້າ. ມີວິທີອື່ນໃນການອະທິບາຍຄວາມເຂົ້າໃຈໂດຍປະລິຍາຍບໍ? (ການມີຄວາມຄິດທີ່ສອດຄ່ອງກັນ.) ແມ່ນແລ້ວ, ການມີຄວາມຄິດທີ່ສອດຄ່ອງກັນ. ເຖິງແມ່ນວ່າທັງສອງຈະບໍ່ໄດ້ອາໄສຢູ່ໃນພາກພື້ນດຽວກັນ ຫຼື ພື້ນທີ່ດຽວກັນ, ຍ້ອນວ່າພວກເຂົາມີຄວາມຄິດ ແລະ ມຸມມອງດຽວກັນ ແລະ ພວກເຂົາມີຈຸດຢືນ ແລະ ທັດສະນະດຽວກັນ ແລະ ພວກເຂົາຍັງມີທັດສະນະຄະຕິດຽວກັນຕໍ່ທຸກສິ່ງ, ໂດຍບໍ່ຈຳເປັນຕ້ອງສື່ສານກັນ ແລະ ບໍ່ຈຳເປັນຕ້ອງແລກປ່ຽນຄຳເວົ້າໃດໆ, ພວກເຂົາກໍສາມາດບັນລຸວິທີການ ແລະ ເສັ້ນທາງດຽວກັນໃນການຈັດການກັບບັນຫາໃດໜຶ່ງ ແລະ ພວກເຂົາຍັງສາມາດມີເປົ້າໝາຍ ແລະ ຈຸດປະສົງດຽວກັນໃນການຈັດການກັບບັນຫານັ້ນໆ. ນີ້ຄືສິ່ງທີ່ເອີ້ນວ່າຄວາມເຂົ້າໃຈໂດຍປະລິຍາຍ; ມັນຄືກັບສິ່ງທີ່ຜູ້ຄົນເອີ້ນວ່າການມີຄວາມຄິດທີ່ສອດຄ່ອງກັນ. ຖ້າຄົນໆໜຶ່ງສາມາດມີຄວາມຄິດທີ່ສອດຄ່ອງກັນກັບພຣະເຈົ້າໄດ້, ສິ່ງນີ້ກໍເອີ້ນວ່າຄວາມເຂົ້າໃຈໂດຍປະລິຍາຍ. ຄົນໆໜຶ່ງຕ້ອງມີຫຍັງແດ່ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ ຫຼື ຢ່າງໜ້ອຍທີ່ສຸດກໍຄືກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ? ພວກເຈົ້າຫາກໍເວົ້າບາງສິ່ງໄປ. ພວກເຈົ້າບາງຄົນເວົ້າໄດ້ຖືກຕ້ອງກວ່າ, ໃນຂະນະທີ່ບາງຄົນກໍເວົ້າບໍ່ຄ່ອຍຖືກປານໃດ. ຄົນທີ່ເວົ້າໄດ້ຖືກຕ້ອງກໍມີຄວາມຫວັງທີ່ຈະບັນລຸຄວາມເຂົ້າໃຈໂດຍປະລິຍາຍພຣະເຈົ້າ.

ຄົນໆໜຶ່ງຕ້ອງມີເງື່ອນໄຂຫຍັງແດ່ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ? ກ່ອນອື່ນ, ຄົນເຮົາຕ້ອງມີຄວາມເຊື່ອທີ່ແທ້ຈິງ. ສິ່ງນີ້ສຳຄັນບໍ? (ສຳຄັນ.) ໂດຍສະເພາະແລ້ວ, ຄວາມເຊື່ອທີ່ແທ້ຈິງໝາຍເຖິງການມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ. ນັ້ນກໍຄື ເຈົ້າຮັບຮູ້ວ່າພຣະອົງຄືພຣະຜູ້ສ້າງ, ເຈົ້າເຊື່ອວ່າພຣະອົງສາມາດມີອຳນາດສູງສຸດເໜືອທຸກສິ່ງ ແລະ ເຈົ້າເຂົ້າໃຈວ່າທັດສະນະຄະຕິຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນຫຍັງ ແລະ ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ທຸກເຫດການ ແລະ ທຸກສິ່ງແມ່ນຫຍັງ. ເຈົ້າມີຄວາມຮູ້ສຶກ ແລະ ຄວາມຮູ້ບາງຢ່າງໃນໃຈຂອງເຈົ້າກ່ຽວກັບສິ່ງທີ່ພຣະອົງເວົ້າ ແລະ ເຮັດ, ແກ່ນແທ້ຂອງພຣະອົງ, ອັດຕະລັກຂອງພຣະອົງ, ຄວາມຊົງລິດອຳນາດຍິ່ງໃຫຍ່ຂອງພຣະອົງ, ລິດທານຸພາບຂອງພຣະອົງ, ສິດອຳນາດຂອງພຣະອົງ ແລະ ອື່ນໆ. ນີ້ຄືຄວາມເຊື່ອທີ່ແທ້ຈິງ. ຄວາມເຊື່ອທີ່ແທ້ຈິງນີ້ໝາຍເຖິງຄວາມສັດທາ. ເຖິງຢ່າງໃດກໍຕາມ, ຄວາມສັດທານີ້ບໍ່ແມ່ນພຽງແຕ່ເລື່ອງຂອງການຮັບຮູ້ດ້ວຍປາກວ່າພຣະເຈົ້າທີ່ບັງເກີດເປັນເນື້ອໜັງຄືພຣະຜູ້ສ້າງ ແລະ ພຣະອົງຄືພຣະເຈົ້າ; ມັນບໍ່ແມ່ນພຽງແຕ່ການຮັບຮູ້ ແລະ ຍອມຮັບອັດຕະລັກ, ສະຖານະ ແລະ ແກ່ນແທ້ຂອງພຣະອົງເທົ່ານັ້ນ. ກົງກັນຂ້າມ ມັນໝາຍເຖິງການມີຄວາມເຂົ້າໃຈ ແລະ ຄວາມຮູ້ພື້ນຖານ ຫຼື ເຊີງເລິກກ່ຽວກັບອັດຕະລັກ, ສະຖານະ ແລະ ແກ່ນແທ້ຂອງພຣະອົງ. ນີ້ຄືຄວາມເຊື່ອທີ່ແທ້ຈິງ. ຫຼັງຈາກທີ່ເຈົ້າມີຄວາມເຂົ້າໃຈ, ຄວາມຮູ້ ແລະ ປະສົບການທີ່ແທ້ຈິງ ແລະ ເປັນພື້ນຖານແລ້ວເທົ່ານັ້ນ ເຈົ້າຈຶ່ງຈະສາມາດມີຄວາມສັດທາທີ່ແທ້ຈິງໃນພຣະຜູ້ສ້າງໄດ້. ນີ້ຄືເງື່ອນໄຂໜຶ່ງທີ່ຄົນເຮົາຕ້ອງມີ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ໃນອີກດ້ານໜຶ່ງ, ຄົນເຮົາຕ້ອງມີຫົວໃຈທີ່ແທ້ຈິງ. ການມີຫົວໃຈທີ່ແທ້ຈິງໝາຍຄວາມວ່າຫົວໃຈຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນເປັນຈິງ. ເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າແບບມຶນງົງ ແລະ ເຈົ້າບໍ່ໄດ້ພຽງແຕ່ເຮັດຫຼິ້ນໆ. ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ການທີ່ເຈົ້າຕິດຕາມພຣະເຈົ້າບໍ່ຄືກັບວິທີທີ່ເຈົ້າປະຕິບັດຕໍ່ຄົນທຳມະດາ; ມັນຍັງບໍ່ແມ່ນຄວາມເຊື່ອທາງສາສະໜາ, ມັນບໍ່ແມ່ນພິທີກຳ, ມັນບໍ່ແມ່ນການສະແດງຄວາມເຄົາລົບ, ແຮງໄກທີ່ມັນຈະເປັນການສະແດງຄວາມເຄົາລົບບູຊາ. ກົງກັນຂ້າມ ເຈົ້າມີຫົວໃຈທີ່ແທ້ຈິງ. ການມີຫົວໃຈທີ່ແທ້ຈິງໝາຍຄວາມວ່າ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງສາມາດຖວາຍທຸກສິ່ງທີ່ເຈົ້າມີແດ່ພຣະເຈົ້າ; ຢ່າງໜ້ອຍເຈົ້າຕ້ອງກຽມພ້ອມທີ່ຈະເຮັດເຊັ່ນນັ້ນ. ຖ້າພຣະເຈົ້າບອກໃຫ້ເຈົ້າຕາຍ, ເຈົ້າກໍຄິດທົບທວນວ່າ “ພຣະເຈົ້າໄດ້ບອກໃຫ້ຂ້ອຍຕາຍ, ສະນັ້ນ ຂ້ອຍກໍຈະໄປຕາຍ. ເຖິງແມ່ນວ່າຂ້ອຍບໍ່ເຕັມໃຈໃນໃຈຂອງຂ້ອຍ, ຂ້ອຍກໍຍັງຕ້ອງຖວາຍຕົວຂ້ອຍເອງແດ່ພຣະເຈົ້າ”. ເຈົ້າຕ້ອງມີຫົວໃຈທີ່ແທ້ຈິງແບບນີ້. ຍິ່ງໄປກວ່ານັ້ນ, ບໍ່ວ່າພຣະເຈົ້າຈະຮຽກຮ້ອງຫຍັງຈາກເຈົ້າ, ພຣະອົງຂໍໃຫ້ເຈົ້າຖວາຍຫຍັງ ຫຼື ພຣະອົງບອກໃຫ້ເຈົ້າເຮັດຫຍັງ, ເຈົ້າກໍສາມາດອ່ອນນ້ອມຕໍ່ພຣະອົງ ແລະ ບໍ່ຕໍ່ລອງກັບພຣະອົງ; ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນເອົາຈິງເອົາຈັງ ແລະ ຈິງໃຈ. ເຖິງແມ່ນວ່າເຈົ້າຈະມີອຸປະນິໄສທີ່ເສື່ອມຊາມ ແລະ ເຖິງແມ່ນວ່າເຈົ້າຍັງມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າ, ຢ່າງໜ້ອຍທີ່ສຸດ ຫົວໃຈຂອງເຈົ້ານີ້ກໍແທ້ຈິງ ແລະ ເຈົ້າກໍຈິງໃຈຕໍ່ພຣະເຈົ້າ. ການມີຫົວໃຈທີ່ແທ້ຈິງຕໍ່ພຣະເຈົ້າແມ່ນເງື່ອນໄຂທີສອງທີ່ຄົນເຮົາຕ້ອງມີ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ.

ຖ້າຄົນເຮົາຕ້ອງການບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຫຼັງຈາກທີ່ມີເງື່ອນໄຂສອງຢ່າງຄື ຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ແທ້ຈິງແລ້ວ, ເງື່ອນໄຂທີສາມທີ່ເຂົາຕ້ອງມີກໍຄື ການຄຳນຶງເຖິງ. ຄຳວ່າ “ການຄຳນຶງເຖິງ” ນັ້ນຂ້ອນຂ້າງເປັນນາມມະທຳ; ການສະແດງການຄຳນຶງເຖິງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ສິ່ງທີ່ພຣະເຈົ້າຕ້ອງການເວົ້າ ແລະ ສິ່ງທີ່ພຣະເຈົ້າຕ້ອງການເຮັດ, ສິ່ງທີ່ພຣະເຈົ້າຊົງກັງວົນ ແລະ ເປັນຫ່ວງ ແລະ ສິ່ງທີ່ພຣະເຈົ້າຊົງມີຄວາມສຸກ ລ້ວນແຕ່ສາມາດກະທົບຫົວໃຈຂອງເຈົ້າໄດ້ ແລະ ລ້ວນແຕ່ສາມາດສົ່ງຜົນກະທົບຕໍ່ອາລົມຂອງເຈົ້າ ແລະ ຄວາມຮູ້ສຶກຂອງເຈົ້າໄດ້. ເຈົ້າສາມາດຄິດຫາສິ່ງທີ່ພຣະເຈົ້າຊົງຄິດ ແລະ ກັງວົນກ່ຽວກັບສິ່ງທີ່ພຣະເຈົ້າກັງວົນ; ສິ່ງນີ້ເອີ້ນວ່າການສະແດງການຄຳນຶງເຖິງ. ການສະແດງການຄຳນຶງເຖິງໝາຍຄວາມວ່າ ເມື່ອເຈົ້າເຫັນຄວາມໝາຍຂອງສິ່ງທີ່ພຣະເຈົ້າເວົ້າ ແລະ ເຫັນທຸກການເຄື່ອນໄຫວຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ສາມາດຮ່ວມມືກັບພຣະເຈົ້າໃນທາງບວກ ແລະ ຢ່າງຫ້າວຫັນ, ເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນເຮັດໃຫ້ສຳເລັດ, ຕອບສະໜອງ ແລະ ປອບໂຍນຫົວໃຈຂອງພຣະເຈົ້າ. ນີ້ຄືການສະແດງການຄຳນຶງເຖິງ. ນອກຈາກນີ້, ກ່ຽວກັບຂໍ້ກຳນົດຂອງພຣະເຈົ້າ, ເຈົ້າສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ຂໍ້ກຳນົດເຫຼົ່ານັ້ນ, ດ້ວຍເຫດນັ້ນຈຶ່ງເຮັດໃຫ້ພຣະເຈົ້າພໍໃຈ; ເຈົ້າມີຄວາມປາຖະໜາທີ່ຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສາມາດຮ່ວມມືຢ່າງຫ້າວຫັນ. ສິ່ງນີ້ເອີ້ນວ່າການສະແດງການຄຳນຶງເຖິງ. ຕົວຢ່າງ: ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າທີ່ວ່າ “ໃຜສາມາດລ້ຽງດູຝູງແກະຂອງເຮົາໄດ້? ໃຜຄືເປໂຕຂອງເຮົາ? ໃຜຄືຜູ້ທີ່ປະຕິບັດຕາມຄວາມປະສົງຂອງເຮົາ?” ພຣະທຳເຫຼົ່ານີ້ຂອງພຣະເຈົ້າຈະສຳຜັດໃຈເຈົ້າ. ຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ເຈົ້າສາມາດຮູ້ສຶກເຖິງຄວາມກັງວົນຂອງພຣະອົງ ແລະ ຄວາມໂສກເສົ້າຂອງພຣະອົງ; ຫົວໃຈຂອງເຈົ້າຈະຖືກກະຕຸ້ນ ແລະ ເຈົ້າຈະຈື່ຈຳພຣະທຳຂອງພຣະເຈົ້າໄວ້ໃນໃຈ ແລະ ໄຕ່ຕອງກ່ຽວກັບພຣະທຳເຫຼົ່ານັ້ນ. ເມື່ອໃດກໍຕາມທີ່ເຈົ້າເຫັນພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ເຈົ້າກໍຈະຮູ້ສຶກຊາບຊຶ້ງ; ພຣະທຳເຫຼົ່ານີ້ຂອງພຣະເຈົ້າຈະຄອບຄອງພື້ນທີ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະມີຄວາມປາຖະໜາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ຕອບສະໜອງຕາມເຈດຕະນາຂອງພຣະອົງ ແລະ ນຳເອົາຄວາມປອບໂຍນມາສູ່ພຣະອົງ. ນີ້ຄືການສະແດງການຄຳນຶງເຖິງບໍ? (ແມ່ນແລ້ວ.) ຕົວຢ່າງ: ພຣະເຈົ້າກ່າວວ່າ “ເຮົາຕ້ອງການຮັບເອົາຄົນກຸ່ມໜຶ່ງເທິງແຜ່ນດິນໂລກທີ່ກັນກົງກັບເຈດຕະນາຂອງເຮົາ”. ເຈົ້າໄຕ່ຕອງໃນໃຈຂອງເຈົ້າວ່າ “ພຣະເຈົ້າຕ້ອງການຮັບເອົາຄົນກຸ່ມໜຶ່ງເທິງແຜ່ນດິນໂລກທີ່ກົງກັນກັບເຈດຕະນາຂອງພຣະອົງ. ພຣະເຈົ້າເຮັດສິ່ງນີ້ແນວໃດ? ມັນຈະສຳເລັດຜ່ານວິທີການໃດ? ຂ້ອຍຄວນຮ່ວມມືແນວໃດເພື່ອເຮັດໃຫ້ພຣະເຈົ້າພໍໃຈ?” ສິ່ງນີ້ເອີ້ນວ່າການສະແດງການຄຳນຶງເຖິງ. ເຈົ້າຕ້ອງເຂົ້າໃຈຢ່າງແຈ່ມແຈ້ງໃນໃຈຂອງເຈົ້າກ່ຽວກັບວິທີທີ່ເຈົ້າຄວນມີປະສົບການກັບວຽກງານຂອງພຣະເຈົ້າ ເພື່ອກາຍເປັນຄົນທີ່ກົງກັນກັບເຈດຕະນາຂອງພຣະເຈົ້າ ແລະ ວິທີທີ່ເຈົ້າຄວນໄລ່ຕາມເສາະຫາຄວາມຈິງ ແລະ ວິທີທີ່ເຈົ້າຄວນປະຕິບັດຄວາມຈິງ ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ກາຍເປັນຄົນທີ່ກົງກັນກັບເຈດຕະນາຂອງພຣະອົງ. ຖ້າເຈົ້າມີຄວາມຄິດແບບນີ້, ເຈົ້າກໍຈະເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ. ສິ່ງນີ້ເອີ້ນວ່າການສະແດງການຄຳນຶງເຖິງ. ນີ້ຄືທັດສະນະຄະຕິ ແລະ ມັນຍັງເປັນທາງເລືອກໃນການປະພຶດຕົນຂອງຄົນໆໜຶ່ງ. ນີ້ຄືການຄຳນຶງເຖິງ. ມັນຄືກັນກັບການທີ່ຜູ້ຄົນເຄົາລົບພໍ່ແມ່ຂອງພວກເຂົາ, ເມື່ອພໍ່ແມ່ຂອງພວກເຂົາມີຄວາມຫຍຸ້ງຍາກ, ພວກເຂົາກໍເຕັມໃຈທີ່ຈະຊ່ວຍເຫຼືອ; ເມື່ອພວກເຂົາເຫັນວ່າພໍ່ແມ່ຂອງພວກເຂົາມີສຸຂະພາບບໍ່ດີ, ພວກເຂົາກໍຮູ້ສຶກກັງວົນໃນໃຈຂອງພວກເຂົາ ແລະ ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອໃຫ້ພໍ່ແມ່ຂອງພວກເຂົາໄດ້ຮັບການປິ່ນປົວທາງການແພດ ແລະ ການດູແລສຸຂະພາບ, ເພື່ອໃຫ້ພໍ່ແມ່ຂອງພວກເຂົາສາມາດກັບມາມີສຸຂະພາບແຂງແຮງໂດຍໄວເທົ່າທີ່ຈະໄວໄດ້ ແລະ ຄວາມເຈັບປ່ວຍ ແລະ ຄວາມເຈັບປວດຂອງພວກເຂົາສາມາດບັນເທົາລົງໄດ້. ນີ້ຄືການສະແດງອອກເຖິງການເຄົາລົບພໍ່ແມ່ຂອງຕົນ. ນັ້ນກໍຄື ຖ້າເຈົ້າບໍ່ຮູ້ເຖິງຄວາມຫຍຸ້ງຍາກ, ຄວາມເຈັບປ່ວຍ ແລະ ຄວາມເຈັບປວດຂອງພໍ່ແມ່ເຈົ້າ, ນັ້ນກໍເປັນອີກເລື່ອງໜຶ່ງ; ຫຼັງຈາກທີ່ເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານັ້ນແລ້ວ, ເຈົ້າກໍຈະເປັນຫ່ວງເປັນພິເສດ ແລະ ເອົາໃຈໃສ່ເປັນພິເສດ ແລະ ເຈົ້າຈະເຮັດຈົນສຸດຄວາມສາມາດຂອງເຈົ້າເພື່ອຫຼຸດຜ່ອນຄວາມທົນທຸກຂອງພໍ່ແມ່ເຈົ້າ. ສິ່ງນີ້ເອີ້ນວ່າການສະແດງການຄຳນຶງເຖິງ. ແລ້ວວິທີທີ່ເຈົ້າປະຕິບັດຕໍ່ພຣະເຈົ້າເດ? ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດນັ້ນບໍ່ສູງ. ລູກໆສາມາດສະແດງການຄຳນຶງເຖິງພໍ່ແມ່ຂອງພວກເຂົາໄດ້, ສະນັ້ນ ມະນຸດກໍສາມາດສະແດງການຄຳນຶງເຖິງພຣະເຈົ້າໄດ້ເຊັ່ນກັນ. ຕອນນີ້ ພວກເຈົ້າເຂົ້າໃຈການສະແດງການຄຳນຶງເຖິງພຣະເຈົ້າດ້ານນີ້ແລ້ວບໍ? (ເຂົ້າໃຈແລ້ວ.)

ຖ້າຄົນເຮົາຕ້ອງການບັນລຸຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ເງື່ອນໄຂທີສີ່ທີ່ເຂົາຕ້ອງມີກໍຄື ເຂົາຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ຖ້າເຈົ້າຕ້ອງການສະແດງການຄຳນຶງເຖິງຫົວໃຈຂອງພຣະເຈົ້າ, ຕ້ອງການຕອບສະໜອງພຣະອົງ, ຕ້ອງການໃຫ້ຄວາມປາຖະໜາຂອງພຣະອົງສຳເລັດ ແລະ ຕ້ອງການໃຫ້ພຣະອົງໄດ້ຮັບຄວາມປອບໂຍນ, ແລ້ວເຈົ້າກໍຕ້ອງໄຕ່ຕອງວ່າ: “ເຈດຕະນາຂອງພຣະເຈົ້າແມ່ນຫຍັງ? ພຣະເຈົ້າຊົງຕ້ອງການກະທຳສິ່ງໃດ? ພຣະເຈົ້າຊົງຕ້ອງການຫຍັງ? ພຣະເຈົ້າຊົງກັງວົນກ່ຽວກັບຫຍັງ? ພຣະອົງຊົງເປັນຫ່ວງກ່ຽວກັບຫຍັງ? ພຣະອົງຊົງໂສກເສົ້າກ່ຽວກັບຫຍັງ? ພຣະອົງຊົງເຈັບປວດກ່ຽວກັບຫຍັງ? ພຣະເຈົ້າຊົງຈ່າຍລາຄາເພື່ອຫຍັງ? ມາດຕະຖານທີ່ພຣະເຈົ້າກຳນົດແມ່ນຫຍັງ? ຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງ? ພຣະເຈົ້າຊົງສະແດງສິ່ງໃດອອກມາ? ພຣະເຈົ້າຊົງກ່າວສິ່ງໃດກັບມະນຸດຊາດ?” ຖ້າເຈົ້າຕ້ອງການສະແດງການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ເຈົ້າກໍຕ້ອງເຂົ້າໃຈວ່າເຈດຕະນາຂອງພຣະອົງແມ່ນຫຍັງ. ເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງສະແຫວງຫາ ແລະ ໄຕ່ຕອງເລື້ອຍໆໃນສິ່ງຕ່າງໆທີ່ເຈົ້າພົບພໍ້. ບໍ່ວ່າເຈົ້າຈະເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ເປັນຜູ້ກຳກັບດູແລໜ້າວຽກໃດໜຶ່ງ ຫຼື ເປັນຜູ້ເຊື່ອທຳມະດາກໍຕາມ, ເຈົ້າຕ້ອງສະແຫວງຫາວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ມາດຕະຖານທີ່ພຣະອົງກຳນົດແມ່ນຫຍັງໃນບຸກຄົນ, ເຫດການ ແລະ ສິ່ງຂອງທີ່ເຈົ້າພົບພໍ້. ເຈົ້າຕ້ອງໄຕ່ຕອງກ່ຽວກັບສິ່ງເຫຼົ່ານັ້ນຢ່າງບໍ່ຮູ້ອິດບໍ່ເມື່ອຍ ແລະ ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບສິ່ງເຫຼົ່ານັ້ນໂດຍບໍ່ຖືກຈຳກັດດ້ວຍຮູບແບບໃດໆ. ໃນທີ່ສຸດ, ເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ມາດຕະຖານທີ່ພຣະເຈົ້າກຳນົດແລ້ວ, ກໍຈະງ່າຍສຳລັບເຈົ້າທີ່ຈະບັນລຸຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າ ແລະ ເຈົ້າກໍຈະມີເງື່ອນໄຂພື້ນຖານ. ສະນັ້ນ ບອກເຮົາເບິ່ງ, ຄົນເຮົາຄວນມີເງື່ອນໄຂພື້ນຖານຫຍັງແດ່ ເພື່ອບັນລຸຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າ? (ຄົນເຮົາຄວນມີເງື່ອນໄຂໃນສີ່ດ້ານ: ກ່ອນອື່ນ, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ; ທີສອງ, ຫົວໃຈທີ່ຈິງໃຈຕໍ່ພຣະເຈົ້າ; ທີສາມ, ການຄຳນຶງເຖິງພຣະເຈົ້າ ແລະ ທີສີ່, ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ). ພວກເຈົ້າຈື່ສິ່ງເຫຼົ່ານີ້ໄດ້ບໍ? ແມ່ນສີ່ຢ່າງນີ້ບໍ? (ແມ່ນແລ້ວ). ເງື່ອນໄຂທັງສີ່ຢ່າງນີ້ຈະຂາດໄປບໍ່ໄດ້ແມ່ນແຕ່ຢ່າງດຽວ; ເມື່ອເຈົ້າບັນລຸເງື່ອນໄຂທັງສີ່ຢ່າງນີ້ແລ້ວ, ເຈົ້າກໍສາມາດມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າໄດ້. ແຕ່ລະຢ່າງເບິ່ງຄືວ່າງ່າຍດາຍຫຼາຍ, ແຕ່ການບັນລຸສິ່ງເຫຼົ່ານັ້ນຢ່າງແທ້ຈິງແມ່ນບໍ່ໄດ້ງ່າຍ. ສະນັ້ນ, ພວກເຈົ້າມີເງື່ອນໄຂໃດແດ່ໃນສີ່ຢ່າງນີ້? (ເວົ້າຢ່າງເຄັ່ງຄັດແລ້ວ, ພວກເຮົາຍັງບໍ່ທັນບັນລຸເງື່ອນໄຂໃດໆເລີຍ). ເວົ້າຢ່າງເຄັ່ງຄັດແລ້ວ, ພວກເຈົ້າບໍ່ມີເງື່ອນໄຂໃດໆເລີຍ. ຖ້າພວກເຮົາບໍ່ເວົ້າຢ່າງເຄັ່ງຄັດປານນັ້ນ, ຄົນສ່ວນໃຫຍ່ກໍມີຫົວໃຈທີ່ຈິງໃຈຕໍ່ພຣະເຈົ້າຢູ່ໜ້ອຍໜຶ່ງ. ເວົ້າແບບນີ້ເໝາະສົມບໍ? (ເໝາະສົມແລ້ວ). ສຳລັບເງື່ອນໄຂອີກສາມຢ່າງຄື: ຄວາມເຊື່ອທີ່ແທ້ຈິງ, ການຄຳນຶງເຖິງພຣະເຈົ້າ ແລະ ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ, ຜູ້ຄົນບໍ່ມີສິ່ງເຫຼົ່ານີ້ເລີຍແມ່ນແຕ່ໜ້ອຍດຽວ, ແມ່ນບໍ່? (ແມ່ນແລ້ວ). ບໍ່ວ່າພວກເຈົ້າຈະມີສິ່ງເຫຼົ່ານີ້ ຫຼື ບໍ່ກໍຕາມ, ພວກເຈົ້າກໍຕ້ອງພະຍາຍາມກ້າວໄປສູ່ດ້ານເຫຼົ່ານີ້ ແລະ ໄປໃຫ້ໄກທີ່ສຸດເທົ່າທີ່ພວກເຈົ້າຈະເຮັດໄດ້. ຖ້າເຈົ້າໄດ້ເຮັດຈົນສຸດຄວາມສາມາດຂອງເຈົ້າແລ້ວ, ແລ້ວບໍ່ວ່າໃນທີ່ສຸດເຈົ້າຈະສາມາດໄປເຖິງລະດັບໃດກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຈະມີມະໂນທຳທີ່ບໍລິສຸດ ແລະ ບໍ່ຮູ້ສຶກຜິດຕໍ່ຕົວເຈົ້າເອງ. ແຕ່ຖ້າເຈົ້າບໍ່ພະຍາຍາມກ້າວຂຶ້ນໄປ ແລະ ໃນທີ່ສຸດກໍເຫຼືອພຽງຄວາມເສຍໃຈ, ແລ້ວເຈົ້າກໍເຮັດໄດ້ພຽງແຕ່ຕີເອິກຊົກຫົວ ແລະ ຕຳນິຕົວເຈົ້າເອງ. ບໍ່ວ່າເຈົ້າຈະສາມາດບັນລຸເງື່ອນໄຂທັງສີ່ຢ່າງນີ້ໄດ້ ຫຼື ບໍ່ກໍຕາມ ແລະ ບໍ່ວ່າເຈົ້າຈະສາມາດໄປເຖິງລະດັບໃດກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຕ້ອງພະຍາຍາມກ້າວຂຶ້ນໄປ. ນີ້ກໍເພາະວ່າມາດຕະຖານໄດ້ຖືກຫຼຸດລົງແລ້ວໃນຕອນນີ້ ແລະ ໄດ້ຖອຍຫຼັງໄປກ້າວໜຶ່ງແລ້ວ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ເຂົ້າກັບພຣະເຈົ້າໄດ້. ມາດຕະຖານຂອງການເຂົ້າກັບພຣະເຈົ້າໄດ້ນັ້ນສູງຫຼາຍ ແລະ ເຈົ້າກໍບໍ່ສາມາດບັນລຸມາດຕະຖານນັ້ນໄດ້. ຕອນນີ້ ເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ບັນລຸຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າເທົ່ານັ້ນ. ເຈົ້າຄວນເຮັດຈົນສຸດຄວາມສາມາດຂອງເຈົ້າເພື່ອພະຍາຍາມກ້າວຂຶ້ນໄປສູ່ສິ່ງນີ້, ຢ່າຍອມແພ້ ແລະ ໃນທີ່ສຸດກໍມາເຖິງການມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ມີຫົວໃຈທີ່ຈິງໃຈຕໍ່ພຣະເຈົ້າ, ມີການຄຳນຶງເຖິງພຣະເຈົ້າ ແລະ ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ຂະບວນການໃນການບັນລຸເງື່ອນໄຂທັງສີ່ຢ່າງນີ້ກໍຄືຂະບວນການໃນການບັນລຸຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າເຊັ່ນກັນ. ແນ່ນອນວ່າ, ເມື່ອເຈົ້າບັນລຸເງື່ອນໄຂທັງສີ່ຢ່າງນີ້ຢ່າງຄົບຖ້ວນແລ້ວ, ເຈົ້າກໍຈະມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າຢ່າງສົມບູນ.

ພວກເຮົາໄດ້ໂອ້ລົມຈົບແລ້ວກ່ຽວກັບເງື່ອນໄຂທັງສີ່ຢ່າງນີ້ທີ່ຄົນໆໜຶ່ງຄວນມີ ເພື່ອບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ອີງຕາມການປະຕິບັດໂດຍປົກກະຕິແລ້ວ, ພວກເຮົາບໍ່ຄວນຍົກຕົວຢ່າງບາງຢ່າງບໍ? ນີ້ຄືສິ່ງທີ່ພວກເຈົ້າມັກຟັງທີ່ສຸດ ແລະ ມັນຍັງເປັນເສັ້ນທາງ ແລະ ວິທີການທີ່ຈຳເປັນ ເຊິ່ງພວກເຈົ້າມາເຂົ້າໃຈຄວາມຈິງຕ່າງໆ. ການຍົກຕົວຢ່າງທາງບວກ ແລະ ທາງລົບບາງຢ່າງຈະເຮັດໃຫ້ພວກເຈົ້າສາມາດເຂົ້າໃຈຄວາມຈິງກ່ຽວກັບການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ ແລະ ຫຼັກການຂອງການປະຕິບັດໃນເລື່ອງນີ້. ໃນມຸມມອງຂອງພວກເຈົ້າ, ໃນບັນດາຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ ຫຼື ຜູ້ຄົນທີ່ພວກເຈົ້າຮູ້ຈັກ, ມີໃຜແດ່ທີ່ບັນລຸເງື່ອນໄຂທັງສີ່ຢ່າງນີ້ແລ້ວ, ນັ້ນກໍຄື ຄົນທີ່ບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າແລ້ວ? ຢ່າງໜ້ອຍທີ່ສຸດ, ໃນສາຍຕາຂອງພວກເຈົ້າ, ຄົນຜູ້ນີ້ມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ, ສາມາດແບກຮັບພາລະອັນໜັກໜ່ວງ ແລະ ສາມາດເຮັດສຳເລັດພາລະກິດທີ່ພຣະເຈົ້າປະທານໃຫ້. ລອງຍົກຕົວຢ່າງຈຳນວນໜຶ່ງຂຶ້ນມາເບິ່ງ. ຄົນແບບນັ້ນແມ່ນໃຜ? (ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ.) ນອກຈາກຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ພວກເຈົ້າສາມາດຍົກຕົວຢ່າງເພີ່ມຕື່ມອີກຈັກສອງສາມຕົວຢ່າງກ່ຽວກັບຄົນທີ່ມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າໄດ້ບໍ? ພວກເຮົາມາເບິ່ງກັນເທາະວ່າຄົນປະເພດນີ້ມີຫຍັງທີ່ຄືກັນ. ຜ່ານຕົວຢ່າງຈຳນວນໜຶ່ງຈາກພວກເຂົາ, ໃຫ້ທຸກຄົນເຫັນວ່າຄົນປະເພດນີ້ມີຄຸນລັກສະນະຫຍັງແດ່: ຄຳເວົ້າ, ການກະທຳ ແລະ ການປະພຶດຂອງພວກເຂົາ, ຄວາມຄິດ ແລະ ມຸມມອງຂອງພວກເຂົາໃນວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການກັບເລື່ອງຕ່າງໆ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຕໍ່ຄວາມຈິງ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພາລະກິດ ແລະ ໜ້າທີ່ຂອງພວກເຂົາເອງ, ການສະແດງອອກທີ່ພວກເຂົາມີ ແລະ ຄຸນລັກສະນະທີ່ຄືກັນທີ່ພວກເຂົາມີໃນເລື່ອງເຫຼົ່ານີ້. ນອກຈາກຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ມີຄົນແບບນັ້ນອີກບໍ? (ບໍ່ມີ.) ຊັ້ນພວກເຮົາໂອ້ລົມກັນກ່ຽວກັບວິທີທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າກັນເທາະ ຫຼື ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເຮັດ ເຊິ່ງເປັນການສະແດງອອກເຖິງຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ບາງຄົນອາດຮູ້ກ່ຽວກັບສິ່ງເຫຼົ່ານີ້ ແລະ ບາງຄົນອາດບໍ່ຮູ້. ບໍ່ວ່າພວກເຈົ້າຈະຮູ້ກ່ຽວກັບສິ່ງເຫຼົ່ານີ້ ຫຼື ບໍ່ກໍຕາມ, ໃນກໍລະນີໃດກໍຕາມ ພວກເຈົ້າຄວນພະຍາຍາມທຳຄວາມເຂົ້າໃຈ ແລະ ພະຍາຍາມປຽບທຽບໂດຍອີງໃສ່ຫົວຂໍ້ທີ່ໂອ້ລົມໃນມື້ນີ້.

ເພື່ອໂອ້ລົມກ່ຽວກັບການສະແດງອອກເຖິງຄວາມເຂົ້າໃຈໂດຍປະລິຍາຍທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມີກັບພຣະເຈົ້າ, ພວກເຮົາຕ້ອງເລີ່ມຕົ້ນດ້ວຍຖ້ອຍຄຳ ແລະ ພຣະທຳຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກ. ຖ້ອຍຄຳທຳອິດຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກເປັນຈຸດເລີ່ມຕົ້ນທີ່ພຣະເຈົ້າເລີ່ມກ່າວພຣະທຳ ແລະ ເປັ່ງຖ້ອຍຄຳຕໍ່ມະນຸດຊາດຢ່າງເປັນທາງການ ໃນອັດຕະລັກຂອງພຣະເຈົ້າເອງ, ເປີດເຜີຍວຽກງານຂັ້ນຕອນທີສາມຂອງພຣະອົງ, ນັ້ນກໍຄື ວຽກງານແຫ່ງຍຸກແຫ່ງລາຊະອານາຈັກ, ເຊິ່ງໄດ້ແກ່ ວຽກງານແຫ່ງການກ່າວຕໍ່ມະນຸດຊາດທັງປວງເພື່ອດຳເນີນການລົງທັນ ແລະ ການພິພາກສາ. ນັບຕັ້ງແຕ່ຖ້ອຍຄຳທຳອິດຂອງພຣະວິນຍານບໍລິສຸດ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ອ່ານຖ້ອຍຄຳເຫຼົ່ານັ້ນ, ແຕ່ເຂົາບໍ່ພຽງແຕ່ອ່ານດ້ວຍຕົນເອງ ແລ້ວກໍເຜີຍແຜ່ພວກມັນໃນຄຣິສຕະຈັກເທົ່ານັ້ນ. ເຂົາຄິດໃນໃຈວ່າ “ພຣະທຳເຫຼົ່ານີ້ບໍ່ແມ່ນພຣະທຳທຳມະດາ ຫຼື ປົກກະຕິ; ເບິ່ງຄືວ່າມາຈາກພຣະວິນຍານບໍລິສຸດ. ໃນເມື່ອມາຈາກພຣະວິນຍານບໍລິສຸດ, ອ້າຍເອື້ອຍນ້ອງທຸກຄົນໃນຄຣິສຕະຈັກກໍມີສິດທີ່ຈະເຫັນພຣະທຳເຫຼົ່ານີ້. ນີ້ຄືຖ້ອຍຄຳຂອງພຣະເຈົ້າ ແລະ ຂ່າວດີອັນຍິ່ງໃຫຍ່ນີ້ຄວນຖືກແຈ້ງໃຫ້ທຸກຄົນຮູ້”. ສະນັ້ນ, ເພື່ອໃຫ້ທຸກຄົນໃນຄຣິສຕະຈັກຮູ້ກ່ຽວກັບຂ່າວນີ້ ແລະ ເຫັນພຣະທຳ ແລະ ຖ້ອຍຄຳຂອງພຣະວິນຍານບໍລິສຸດ, ຄວນເຮັດແນວໃດ? ຄົນທຳມະດາບໍ່ມີພາລະນີ້ແທ້ໆ ແລະ ພວກເຂົາກໍບໍ່ຮູ້ວ່າຈະເຮັດແນວໃດ. ຈາກນັ້ນ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍເລີ່ມເຮັດສິ່ງນີ້; ນັ້ນກໍຄື ເຂົາໄດ້ນຳເອົາພຣະທຳຂອງພຣະວິນຍານບໍລິສຸດ ແລະ ເຜີຍແຜ່ພຣະທຳເຫຼົ່ານັ້ນພາຍໃນຄຣິສຕະຈັກ, ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າຊົງເລືອກອີກຫຼາຍຄົນໄດ້ອ່ານພຣະທຳຂອງພຣະເຈົ້າ. ໃນເວລານັ້ນ, ເນື່ອງຈາກຂໍ້ຈຳກັດບາງຢ່າງ, ນັ້ນກໍຄື ການບໍ່ສາມາດຈັດພິມໜັງສືກ່ຽວກັບຄວາມເຊື່ອໃນພຣະເຈົ້າຢ່າງເປີດເຜີຍໃນສະພາບແວດລ້ອມຂອງປະເທດຈີນແຜ່ນດິນໃຫຍ່ ເຊິ່ງເປັນບ່ອນທີ່ຄວາມເຊື່ອຖືກຂົ່ມເຫັງ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຈຶ່ງໄດ້ຈັດຕັ້ງຄົນໜຸ່ມສາວໃນຄຣິສຕະຈັກທີ່ຂຽນໜັງສືເປັນລະບຽບຮຽບຮ້ອຍ ແລະ ເອົາໃຈໃສ່ໃນການເຮັດສິ່ງຕ່າງໆ ໃຫ້ຄັດລອກ ແລະ ເຮັດສຳເນົາພຣະທຳຂອງພຣະວິນຍານບໍລິສຸດ. ຫຼັງຈາກທີ່ຖືກຄັດລອກແລ້ວ, ສຳເນົາເຫຼົ່ານັ້ນກໍຖືກສົ່ງໄປຍັງແຕ່ລະພາກ ແລະ ແຕ່ລະເຂດ; ຈາກນັ້ນ ແຕ່ລະເຂດກໍສົ່ງໄປຍັງຄຣິສຕະຈັກໃນສະຖານທີ່ຕ່າງໆ ແລະ ຈາກນັ້ນ ຄຣິສຕະຈັກກໍສົ່ງໄປໃຫ້ແຕ່ລະບຸກຄົນ. ຢ່າງໜ້ອຍທີ່ສຸດ, ແຕ່ລະຄຣິສຕະຈັກຕ້ອງມີສຳເນົາພຣະທຳຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກທີ່ຂຽນດ້ວຍມືໜຶ່ງສະບັບ ຫຼື ຫຼາຍກວ່ານັ້ນ. ເມື່ອໃດກໍຕາມທີ່ຖ້ອຍຄຳຫຼ້າສຸດຂອງພຣະເຈົ້າຖືກສະແດງອອກມາ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຈະຈັດແຈງໃຫ້ຜູ້ຄົນເຮັດສຳເນົາຂອງຖ້ອຍຄຳນັ້ນ. ເມື່ອພຣະທຳທີ່ຖືກສະແດງອອກມາມີຈຳນວນເຖິງລະດັບໜຶ່ງ, ເຂົາກໍຈັດຕັ້ງຜູ້ຄົນໃຫ້ຈັດພິມພຣະທຳເຫຼົ່ານັ້ນເປັນໜັງສື. ໃນສະຖານທີ່ແບບປະເທດຈີນທີ່ຕໍ່ຕ້ານພຣະເຈົ້າຢ່າງບ້າປ່ວງ, ແມ່ນແຕ່ການເຊື່ອໃນພຣະເຈົ້າກໍຍັງມີຄວາມສ່ຽງ, ຢ່າວ່າແຕ່ການຈັດພິມໜັງສືກ່ຽວກັບຄວາມເຊື່ອໃນພຣະເຈົ້າເລີຍ. ຫຼັງຈາກທີ່ຖືກຈັບກຸມແລ້ວ, ໂທດກໍຄືການປະຫານຊີວິດ. ສະນັ້ນ, ການຊື້ເຄື່ອງຈັກພິມ ແລະ ອຸປະກອນການຈັດພິມໃນເວລານັ້ນກໍມີຄວາມສ່ຽງເຊັ່ນກັນ. ເຖິງແມ່ນວ່າຈະຢູ່ພາຍໃຕ້ສະຖານະການເຫຼົ່ານັ້ນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງຈັດຕັ້ງຜູ້ຄົນໃຫ້ເຮັດວຽກງານນີ້ໃຫ້ດີ, ໂດຍໃຫ້ຜູ້ຄົນໄປຊື້ເຄື່ອງຈັກ ແລະ ອຸປະກອນບາງຢ່າງ ແລະ ຈັດຕັ້ງຜູ້ຄົນໃຫ້ພິມດີດ ແລະ ຮຽນຮູ້ການຈັດໜ້າເຈ້ຍ ແລະ ຈັດແຈງໃຫ້ອ້າຍເອື້ອຍນ້ອງຮັບຜິດຊອບການພິມ ແລະ ເຂົ້າເຫຼັ້ມພຣະທຳຂອງພຣະເຈົ້າໃຫ້ເປັນໜັງສື. ນັບຕັ້ງແຕ່ການພິມດີດ, ການຈັດໜ້າເຈ້ຍ, ການພິສູດອັກສອນ ແລະ ການຈັດພິມ ໄປຈົນເຖິງການເຂົ້າເຫຼັ້ມ ແລະ ຈາກນັ້ນກໍແຈກຢາຍໜັງສືໄປຍັງຄຣິສຕະຈັກໃນສະຖານທີ່ຕ່າງໆ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈັດຕັ້ງຜູ້ຄົນໃຫ້ເຮັດວຽກງານທັງໝົດນີ້. ບອກເຮົາເບິ່ງວ່າ ຖ້າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ໄດ້ຈັດຕັ້ງສິ່ງນີ້, ໃຜຈະເປັນຜູ້ນຳໃນການເຮັດວຽກງານນີ້? (ຈະບໍ່ມີໃຜເຮັດວຽກງານນີ້.) ໃນການເຮັດວຽກງານນີ້, ຢ່າງໜຶ່ງກໍຄື ຕ້ອງຮັບປະກັນຄວາມປອດໄພ; ອີກຢ່າງໜຶ່ງກໍຄື ຜູ້ຄົນທີ່ຖືກເລືອກສຳລັບແຕ່ລະຂັ້ນຕອນຂອງວຽກງານຕ້ອງມີຄວາມເໝາະສົມ. ຜ່ານຂະບວນການນີ້, ໃນທີ່ສຸດ ໜັງສືເຫຼົ່ານີ້ກໍຖືກສົ່ງໄປຍັງຄຣິສຕະຈັກໃນສະຖານທີ່ຕ່າງໆຢ່າງຕໍ່ເນື່ອງ. ເຖິງແມ່ນວ່າຄຸນນະພາບການຈັດພິມຂອງໜັງສືໃນເວລານັ້ນຈະດ້ອຍກວ່າປັດຈຸບັນຫຼາຍ, ເມື່ອຕັດສິນຈາກສະພາບແວດລ້ອມໃນເວລານັ້ນ, ເງື່ອນໄຂທາງດ້ານການເງິນຂອງຄຣິສຕະຈັກ ແລະ ເງື່ອນໄຂຂອງຜູ້ຄົນໃນທຸກໆດ້ານ, ການບັນລຸໃຫ້ໄດ້ໜັງສື “ພຣະທຳຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກ” ແລະ “ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່” ຄົນລະໜຶ່ງຫົວກໍດີຫຼາຍ ແລະ ຍາກຫຼາຍແລ້ວ. ຖ້າບໍ່ມີໃຜຈັດຕັ້ງວຽກງານນີ້ ແລະ ບໍ່ມີຄົນທີ່ເໝາະສົມມາເຮັດວຽກງານນີ້, ແລ້ວບໍ່ວ່າຈະມີພຣະທຳຈາກພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກຫຼາຍສໍ່າໃດກໍຕາມ, ພຣະທຳເຫຼົ່ານັ້ນກໍຈະບໍ່ສາມາດຖືກສົ່ງໄປຍັງຄຣິສຕະຈັກໄດ້ທັນເວລາ ແລະ ພວກມັນອາດໄປບໍ່ເຖິງອ້າຍເອື້ອຍນ້ອງດ້ວຍຊໍ້າ ແລະ ບໍ່ສາມາດບັນລຸໃຫ້ໄດ້ຄົນລະໜຶ່ງຫົວ. ນັບຕັ້ງແຕ່ເວລາທີ່ພຣະເຈົ້າເລີ່ມສະແດງຖ້ອຍຄຳທຳອິດຂອງພຣະອົງຈົນເຖິງປັດຈຸບັນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍໄດ້ຍຶດໝັ້ນໃນການເຮັດວຽກງານນີ້. ວຽກງານການຈັດພິມໜັງສືມີປະຫວັດສາດອັນຍາວນານ ແລະ ຫຼັງຈາກທີ່ບັນລຸໃຫ້ໄດ້ຄົນລະໜຶ່ງຫົວແລ້ວ, ວຽກງານການຈັດພິມກໍສາມາດຖືໄດ້ວ່າບັນລຸຜົນສຳເລັດ.

ນອກຈາກການຈັດແຈງໃຫ້ຜູ້ຄົນພິມໜັງສື “ພຣະທຳຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກ” ແລະ ແຈກຢາຍຢ່າງທັນເວລາແລ້ວ, ວຽກງານອີກໜຶ່ງລາຍການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເຮັດກໍຄື ການສ້າງຕັ້ງຄຣິສຕະຈັກໃນສະຖານທີ່ຕ່າງໆ. ໃນເວລານັ້ນ, ຄຣິສຕະຈັກໃນສະຖານທີ່ຕ່າງໆລ້ວນແລ້ວແຕ່ປະກອບດ້ວຍຜູ້ຄົນທີ່ຫາກໍຍອມຮັບວຽກງານຂັ້ນຕອນນີ້. ຄຣິສຕະຈັກຫຼາຍບ່ອນບໍ່ມີຜູ້ນຳ ແລະ ຜູ້ເຮັດວຽກທີ່ເໝາະສົມ. ຄຣິສຕະຈັກມີຄວາມວຸ້ນວາຍພາຍໃນ, ໂຄງສ້າງການບໍລິຫານກໍວຸ້ນວາຍ ແລະ ເລື່ອງບຸກຄະລາກອນກໍວຸ້ນວາຍເຊັ່ນກັນ, ນັ້ນກໍຄື ທຸກດ້ານລ້ວນແລ້ວແຕ່ວຸ້ນວາຍ. ຈາກນັ້ນ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍເລີ່ມແກ້ໄຂສິ່ງຕ່າງໆ, ສ້າງຕັ້ງໂຄງສ້າງການບໍລິຫານ ແລະ ບົ່ມເພາະຜູ້ນຳ ແລະ ຜູ້ເຮັດວຽກ. ຈາກນັ້ນ, ເທື່ອລະຂັ້ນຕອນ ເຂົາໄດ້ຊອກຫາທຸກຄົນທີ່ມີຄວາມກະຕືລືລົ້ນ, ສາມາດສະລະຕົນເອງ, ສາມາດຖືກບົ່ມເພາະ ແລະ ຍັງສາມາດປະຖິ້ມຄອບຄົວຂອງພວກເຂົາໄດ້ ແລ້ວໃຫ້ພວກເຂົາເຮັດວຽກງານຄຣິສຕະຈັກ. ໃນເວລານັ້ນ, ຜູ້ຄົນໃນບາງສະຖານທີ່ແຕ່ງງານໄວ. ເມື່ອອາຍຸສິບຫົກ ຫຼື ສິບເຈັດປີ ຫຼື ສິບແປດ ຫຼື ສິບເກົ້າປີ, ພວກເຂົາກໍຈະຄິດກ່ຽວກັບການແຕ່ງດອງ, ການມີລູກ ແລະ ການສືບເຊື້ອສາຍ. ອ້າຍເອື້ອຍນ້ອງໃນຄຣິສຕະຈັກກໍບໍ່ມີຂໍ້ຍົກເວັ້ນ ແລະ ຍັງໄດ້ຮັບອິດທິພົນຈາກຮີດຄອງປະເພນີທ້ອງຖິ່ນເຫຼົ່ານີ້. ອ້າຍເອື້ອຍນ້ອງຫຼາຍຄົນທີ່ມີຄວາມກະຕືລືລົ້ນໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍມາຮອດອາຍຸນີ້ແລ້ວເຊັ່ນກັນ. ຖ້າຄຣິສຕະຈັກບໍ່ໄດ້ສົ່ງເສີມ ແລະ ບົ່ມເພາະພວກເຂົາ, ຫົດນໍ້າພວກເຂົາເລື້ອຍໆ, ມອບໝາຍພາລະໃຫ້ພວກເຂົາ ແລະ ໃຫ້ພວກເຂົາເຮັດວຽກງານໃນສະຖານທີ່ຕ່າງໆ, ຄົນເຫຼົ່ານີ້ກໍອາດຈະແຕ່ງດອງ ແລະ ອາດຈະກາຍເປັນແມ່ຕູ້ ຫຼື ພໍ່ຕູ້ໄປແລ້ວໃນຕອນນີ້. ໃນເວລານັ້ນ, ຄົນໜຸ່ມສາວບາງຄົນເຫຼົ່ານີ້ສາມາດຖືໄດ້ວ່າໄດ້ຮັບຄວາມໂປດປານເປັນພິເສດ. ຄຣິສຕະຈັກບາງບ່ອນບໍ່ສາມາດຊອກຫາຄົນທີ່ມີຂີດຄວາມສາມາດທີ່ດີໃນບັນດາຜູ້ສູງອາຍຸເພື່ອຮັບໃຊ້ເປັນຜູ້ນຳ ແລະ ຜູ້ເຮັດວຽກ. ບາງຄົນທີ່ມີຂີດຄວາມສາມາດດີກວ່າຍັງບໍ່ສາມາດປະຖິ້ມຄອບຄົວຂອງພວກເຂົາໄດ້, ໃນຂະນະທີ່ບາງຄົນມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້ແທ້ໆ ແລະ ພຽງແຕ່ມີຄວາມກະຕືລືລົ້ນບາງຢ່າງ ແລະ ເຕັມໃຈທີ່ຈະແລ່ນໄປແລ່ນມາ ແລະ ສະລະຕົນເອງ. ແລ້ວຄວນເຮັດແນວໃດ? ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ບົ່ມເພາະຄົນໜຸ່ມສາວບາງຄົນທີ່ມີຂີດຄວາມສາມາດທີ່ດີ ແລະ ສົ່ງເສີມພວກເຂົາໃຫ້ເດີນທາງໄປຕາມຄຣິສຕະຈັກໃນສະຖານທີ່ຕ່າງໆ ແລະ ເຮັດວຽກງານ, ເພາະວ່າພວກເຂົາສາມາດປະຖິ້ມຄອບຄົວຂອງພວກເຂົາໄດ້ ແລະ ຂ້ອນຂ້າງມີອິດສະລະ. ຫຼັງຈາກທີ່ຄົນເຫຼົ່ານີ້ຖືກບົ່ມເພາະແລ້ວ, ຢ່າງໜ້ອຍທີ່ສຸດກໍສາມາດຮັບປະກັນວ່າ ຊີວິດຄຣິສຕະຈັກໃນຄຣິສຕະຈັກໃນສະຖານທີ່ຕ່າງໆ. ບວກກັບພຣະທຳຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກ, ຊີວິດຄຣິສຕະຈັກ ແລະ ວຽກງານຄຣິສຕະຈັກໃນຄຣິສຕະຈັກໃນສະຖານທີ່ຕ່າງໆກໍເລີ່ມປົກກະຕິຫຼາຍຂຶ້ນພໍສົມຄວນ. ຄົນໜຸ່ມສາວບາງຄົນເຫຼົ່ານີ້ຕອນນີ້ມີອາຍຸປະມານຫ້າສິບປີແລ້ວ. ຫຼັງຈາກທີ່ໄດ້ຕິດຕາມພຣະເຈົ້າມາຈົນເຖິງປັດຈຸບັນ, ສາມາດເວົ້າໄດ້ວ່າພວກເຂົາມີປະສົບການຫຼາຍຢ່າງ. ບາງທີສິ່ງທີ່ພວກເຂົາຮູ້ສຶກໂຊກດີທີ່ສຸດກໍຄື ພວກເຂົາບໍ່ໄດ້ພາດໂອກາດທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໂດຍເຮືອນຂອງພຣະເຈົ້າໃນເວລານັ້ນ ແລະ ພວກເຂົາກໍບໍ່ໄດ້ເລີ່ມສົນທະນາເລື່ອງການແຕ່ງດອງເມື່ອພວກເຂົາຮອດອາຍຸນັ້ນ ແລະ ຍ່າງເຂົ້າສູ່ປະຕູວິວາຄືກັບຜູ້ບໍ່ມີຄວາມເຊື່ອ. ເຖິງແມ່ນວ່າພວກເຂົາຍັງເປັນໂສດໃນທຸກມື້ນີ້, ພວກເຂົາກໍໄດ້ຮັບຫຼາຍສິ່ງຫຼາຍຢ່າງ ແລະ ເຂົ້າໃຈຄວາມຈິງຫຼາຍພໍສົມຄວນ. ການສ້າງຕັ້ງຄຣິສຕະຈັກໃນສະຖານທີ່ຕ່າງໆ ແລະ ການບົ່ມເພາະຜູ້ນຳ ແລະ ຜູ້ເຮັດວຽກແມ່ນດ້ານໜຶ່ງຂອງວຽກງານ. ອີກດ້ານໜຶ່ງກໍຄື ຊີວິດຄຣິສຕະຈັກບໍ່ແມ່ນພຽງແຕ່ເລື່ອງຂອງການສາມາດອ່ານພຣະທຳຂອງພຣະເຈົ້າ ແລະ ມີວຽກງານຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຊີວິດຄຣິສຕະຈັກຕ້ອງການເນື້ອໃນຫຼາຍຢ່າງ. ໃນການເຊື່ອໃນພຣະເຈົ້າ, ນອກຈາກການອ່ານພຣະທຳຂອງພຣະເຈົ້າແລ້ວ, ຜູ້ຄົນຍັງຈຳເປັນຕ້ອງໂອ້ລົມຄວາມຈິງ ແລະ ເວົ້າກ່ຽວກັບປະສົບການຂອງພວກເຂົາ. ພວກເຂົາຍັງມີຄວາມຕ້ອງການບາງຢ່າງໃນແງ່ຂອງຮູບແບບຄວາມບັນເທີງ ເຊັ່ນ: ການຮ້ອງເພງສັນລະເສີນ ແລະ ການເຕັ້ນ. ສະນັ້ນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຈຶ່ງໄດ້ສ້າງຕັ້ງທີມງານເພງສັນລະເສີນ, ຈັດຕັ້ງຜູ້ຄົນຈຳນວນໜຶ່ງໃຫ້ຂຽນເພງສັນລະເສີນຈາກປະສົບການ ແລະ ຍັງໄດ້ຂຽນເພງສັນລະເສີນດ້ວຍຕົນເອງອີກດ້ວຍ. ຈຸດປະສົງກໍຄືເພື່ອໃຫ້ອ້າຍເອື້ອຍນ້ອງມີເພງຮ້ອງ ແລະ ເພີ່ມພູນຊີວິດຄຣິສຕະຈັກ. ຫຼັງຈາກທີ່ຂຽນເພງສັນລະເສີນແລ້ວ, ຈະສາມາດແຈກຢາຍເພງເຫຼົ່ານັ້ນໄປຍັງຄຣິສຕະຈັກຢ່າງເປັນເອກະພາບ ເພື່ອໃຫ້ອ້າຍເອື້ອຍນ້ອງທຸກຄົນສາມາດຮຽນຮ້ອງໄດ້ແນວໃດ? ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈັດຕັ້ງຜູ້ຄົນໃຫ້ຮ້ອງເພງສັນລະເສີນ ແລະ ຊອກຫາຄົນມາບັນທຶກສຽງເພງເຫຼົ່ານັ້ນ. ໃນເວລານັ້ນ, ນັກຮ້ອງ ແລະ ນັກດົນຕີລ້ວນແລ້ວແຕ່ເປັນມືສະໝັກຫຼິ້ນ. ພວກເຂົາບໍ່ໄດ້ຜ່ານການຝຶກອົບຮົມແບບມືອາຊີບ ແລະ ເລີ່ມຝຶກຊ້ອມໂດຍທີ່ບໍ່ມີຄວາມຮູ້ທາງດ້ານດົນຕີຫຼາຍປານໃດ. ເມື່ອມີການບັນທຶກສຽງເພງ, ກໍບໍ່ມີອຸປະກອນບັນທຶກສຽງທີ່ດີ ແລະ ບໍ່ມີເຄື່ອງດົນຕີລະດັບສູງສຳລັບການຫຼິ້ນປະກອບຈັງຫວະ. ຊໍອູ້ຖືວ່າເປັນເຄື່ອງດົນຕີທີ່ຂ້ອນຂ້າງໃຊ້ໄດ້ຈິງ ແລະ ການມີເຄື່ອງດົນຕີຊະນິດນີ້ກໍສາມາດນັບໄດ້ວ່າມີການຫຼິ້ນປະກອບຈັງຫວະແລ້ວ. ສອງສາມຄົນກໍສາມາດຫຼິ້ນອັກຄໍດຽນ ຫຼື ຄີບອດໄຟຟ້າໄດ້ໜ້ອຍໜຶ່ງ. ສະຫຼຸບແລ້ວ, ພວກເຂົາລ້ວນແລ້ວແຕ່ເປັນມືສະໝັກຫຼິ້ນ, ແຕ່ການໄປຮອດລະດັບນັ້ນໃນເວລານັ້ນກໍບໍ່ແມ່ນເລື່ອງງ່າຍແລ້ວ. ແນ່ນອນວ່າ ບໍ່ວ່າຜົນງານທີ່ຜະລິດອອກມາໃນທີ່ສຸດຈະດີ ຫຼື ບໍ່ກໍຕາມ, ເລື່ອງນີ້ກໍຕ້ອງການຄົນມາຈັດຕັ້ງ. ບໍ່ວ່າຄຣິສຕະຈັກຈະຕ້ອງການຫຍັງ, ບໍ່ວ່າອ້າຍເອື້ອຍນ້ອງຈະຕ້ອງການຫຍັງ ແລະ ບໍ່ວ່າວຽກງານຂອງພຣະເຈົ້າຈະຮຽກຮ້ອງການຮ່ວມມືຫຍັງຈາກມະນຸດ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍສາມາດຄິດເຖິງສິ່ງເຫຼົ່ານັ້ນໄດ້ທັງໝົດ ແລະ ຕິດຕາມເລື່ອງເຫຼົ່ານີ້ຢູ່ສະເໝີ. ນັ້ນກໍຄື ພາຍໃນຂອບເຂດທີ່ເຂົາສາມາດເຮັດໄດ້, ເຂົາໄດ້ນຳເອົາທຸກສິ່ງທີ່ມະນຸດສາມາດຄິດຫາ ແລະ ເຮັດໃຫ້ກາຍເປັນຄວາມຈິງ ແລະ ຍັງໄດ້ເຮັດຈົນສຸດຄວາມສາມາດຂອງເຂົາເພື່ອເຮັດທຸກສິ່ງທີ່ມະນຸດສາມາດເຮັດໄດ້. ດ້ວຍວິທີນີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈັດຕັ້ງ ແລະ ຕິດຕາມວຽກງານນີ້, ໂດຍສົ່ງໜັງສືພຣະທຳຂອງພຣະເຈົ້າທີ່ຈັດພິມແລ້ວ, ປຶ້ມເພງສັນລະເສີນ ພ້ອມທັງກາແຊັດ ແລະ ຊີດີທີ່ບັນທຶກສຽງແລ້ວ ໄປຍັງຄຣິສຕະຈັກທຸກບ່ອນ, ເພື່ອໃຫ້ອ້າຍເອື້ອຍນ້ອງທຸກຄົນສາມາດອ່ານພຣະທຳຂອງພຣະເຈົ້າ, ສາມາດຮຽນຮ້ອງເພງສັນລະເສີນ ແລະ ມີຊີວິດຄຣິສຕະຈັກທີ່ດີ. ເຖິງແມ່ນວ່າຊີວິດຄຣິສຕະຈັກໃນເວລານັ້ນຈະຂ້ອນຂ້າງຮຽບງ່າຍເມື່ອທຽບກັບປັດຈຸບັນ ແລະ ເງື່ອນໄຂກໍຂ້ອນຂ້າງຍາກລຳບາກ, ໂດຍບໍ່ມີອຸປະກອນທີ່ທັນສະໄໝ ຫຼື ເຄື່ອງຈັກລະດັບສູງ ແລະ ບໍ່ມີຜູ້ນຳ ແລະ ຜູ້ເຮັດວຽກ ຫຼື ບຸກຄະລາກອນວິຊາການທີ່ເໝາະສົມໃຫ້ໃຊ້ງານໄດ້, ເພາະຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈັດຕັ້ງ ແລະ ຕິດຕາມວຽກງານນີ້ ແລະ ປັບປຸງວຽກງານແຕ່ລະລາຍການຢູ່ສະເໝີ, ຜູ້ຄົນກໍຍັງສາມາດເພີດເພີນກັບຊີວິດຄຣິສຕະຈັກທີ່ດີໄດ້ພາຍໃຕ້ສະຖານະການໃນເວລານັ້ນ. ຊີວິດຄຣິສຕະຈັກທີ່ດີນີ້ໝາຍຄວາມວ່າ ຜູ້ຄົນສາມາດອ່ານພຣະທຳຫຼ້າສຸດຂອງພຣະເຈົ້າ, ຮູ້ສຶກເຖິງຄວາມເພີດເພີນ ແລະ ໄດ້ຮັບການປົດປ່ອຍ. ທຸກຄົນສາມາດອ່ານຖ້ອຍຄຳຫຼ້າສຸດຂອງພຣະເຈົ້າຕໍ່ມະນຸດຊາດ ແລະ ຮູ້ຈັກເຈດຕະນາຂອງພຣະເຈົ້າໃນຊ່ວງເວລານັ້ນ, ຄວາມຄິດຂອງພຣະເຈົ້າກ່ຽວກັບມະນຸດ ແລະ ຂໍ້ກຳນົດຂອງພຣະອົງສຳລັບມະນຸດ. ທີ່ດີໄປກວ່ານັ້ນ, ບາງຄົນສາມາດເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ມີການເຂົ້າສູ່ບາງຢ່າງ. ຜ່ານການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈັດຕັ້ງ ແລະ ຈັດແຈງສິ່ງຕ່າງໆດ້ວຍວິທີນີ້, ຢ່າງໜຶ່ງກໍຄື ຄຣິສຕະຈັກໄດ້ຖືກສ້າງຕັ້ງຂຶ້ນ ແລະ ອີກຢ່າງໜຶ່ງກໍຄື ຜູ້ຄົນລ້ວນແລ້ວແຕ່ໄດ້ມາໃຊ້ຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ເປັນລະບຽບ. ເຮືອນຂອງພຣະເຈົ້າບໍ່ແມ່ນກຸ່ມສາສະໜາ. ຊີວິດຄຣິສຕະຈັກບໍ່ໄດ້ປະຕິບັດພິທີກຳທາງສາສະໜາ, ແຮງໄກທີ່ມັນຈະປະຕິບັດການເທດສະໜາແບບຝ່າຍດຽວ. ຊີວິດຄຣິສຕະຈັກຂອງເຮືອນຂອງພຣະເຈົ້າຕ້ອງລວມມີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຕ້ອງລວມມີວຽກງານຂອງພຣະວິນຍານບໍລິສຸດ; ມັນຕ້ອງລວມມີການໂອ້ລົມຄວາມຈິງ ແລະ ການເວົ້າກ່ຽວກັບຄຳພະຍານຈາກປະສົບການ ພ້ອມທັງຕ້ອງລວມມີການຮ້ອງເພງສັນລະເສີນພຣະເຈົ້າ. ຊີວິດຄຣິສຕະຈັກປະເພດນີ້ຄືຊີວິດຄຣິສຕະຈັກທີ່ຢູ່ພາຍໃຕ້ການນຳພາ ແລະ ການຊີ້ນຳ, ການຫົດນໍ້າ ແລະ ການສະໜອງ ພ້ອມທັງການຊີ້ແນະ ແລະ ການຊ່ວຍເຫຼືອຂອງພຣະເຈົ້າ; ນີ້ຄືຊີວິດຄຣິສຕະຈັກທີ່ແທ້ຈິງ. ເຖິງແມ່ນວ່າເມື່ອທຽບກັບຊີວິດຄຣິສຕະຈັກໃນປັດຈຸບັນແລ້ວ ຊີວິດຄຣິສຕະຈັກໃນເວລານັ້ນຈະຕື້ນເຂີນຫຼາຍ, ມີພຽງດ້ານດຽວ ແລະ ຮຽບງ່າຍຫຼາຍ, ນັ້ນກໍຄືສິ່ງທີ່ມະນຸດຕ້ອງການໃນເວລານັ້ນ ແລະ ມັນຍັງເປັນໄປເພື່ອໃຫ້ມະນຸດສາມາດເພີດເພີນກັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ, ນັ້ນກໍຄື ເພື່ອໃຫ້ປະຊາກອນທີ່ພຣະເຈົ້າຊົງເລືອກທຸກຄົນສາມາດເພີດເພີນກັບພຣະທຳຂອງພຣະເຈົ້າໃນຊີວິດຄຣິສຕະຈັກ ແລະ ໄດ້ຍິນສຽງຂອງພຣະເຈົ້າດ້ວຍຫູຂອງພວກເຂົາເອງ. ນີ້ຄືການເລີ່ມຕົ້ນທີ່ດີສຳລັບຊີວິດຄຣິສຕະຈັກ. ຖ້າບໍ່ມີຊີວິດຄຣິສຕະຈັກແບບນັ້ນ, ພວກເຈົ້າກໍຄົງບໍ່ສາມາດມາຮອດທຸກມື້ນີ້ໄດ້. ເປັນເພາະວ່າມີຊີວິດຄຣິສຕະຈັກທີ່ເປັນປົກກະຕິ, ໝັ້ນຄົງ ແລະ ມີຜົນທີ່ແທ້ຈິງແບບນີ້ແທ້ໆ, ຜູ້ຄົນຈຶ່ງສາມາດກ້າວມາຮອດຈຸດທີ່ພວກເຂົາຢູ່ທຸກມື້ນີ້ເທື່ອລະກ້າວ ແລະ ຖືກນຳພາມາຮອດຈຸດທີ່ພວກເຂົາຢູ່ທຸກມື້ນີ້ ພ້ອມທັງມີວຸດທິພາວະທີ່ພວກເຂົາມີໃນທຸກມື້ນີ້ ລວມເຖິງສິ່ງທີ່ພວກເຂົາໄດ້ຮັບໃນທຸກມື້ນີ້ໃນທຸກໆດ້ານ. ນີ້ຄືວຽກງານທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເຮັດໃນແງ່ຂອງການບໍລິຫານຄຣິສຕະຈັກ, ບຸກຄະລາກອນ ແລະ ວຽກງານສະເພາະຂອງຄຣິສຕະຈັກ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຍັງໄດ້ເຮັດວຽກງານທີ່ສຳຄັນໃນອີກດ້ານໜຶ່ງ, ນັ້ນກໍຄື ການເທດສະໜາຕິດຕາມພຣະທຳຂອງພຣະວິນຍານບໍລິສຸດຕໍ່ກັບຄຣິສຕະຈັກຢ່າງໃກ້ຊິດ. ເຂົາໄດ້ເຕົ້າໂຮມຜູ້ນຳ ແລະ ຜູ້ເຮັດວຽກມາເຕົ້າໂຮມກັນຢ່າງເປັນປະຈຳ ຫຼື ບໍ່ເປັນປະຈຳ ແລະ ໂອ້ລົມເຈດຕະນາຂອງພຣະເຈົ້າ, ໂອ້ລົມຫຼັກການຄວາມຈິງທີ່ຜູ້ຄົນຄວນຍຶດໝັ້ນໃນຊີວິດປະຈຳວັນຂອງພວກເຂົາ ແລະ ໃນການປະຕິບັດໜ້າທີ່ຂອງພວກເຂົາ ພ້ອມທັງໂອ້ລົມວິທີສ້າງຕັ້ງຄຣິສຕະຈັກ ແລະ ຫົດນໍ້າຄຣິສຕະຈັກ ແລະ ໂອ້ລົມວິທີຮັບໃຊ້ພຣະເຈົ້າ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເຮັດຈົນສຸດຄວາມສາມາດຂອງເຂົາເພື່ອເຮັດວຽກງານນີ້ໃຫ້ດີ, ໂດຍໂອ້ລົມຫົວຂໍ້ກ່ຽວກັບການເຂົ້າສູ່ຊີວິດ ແລະ ຍັງໂອ້ລົມຄວາມຈິງທີ່ກ່ຽວຂ້ອງກັບການຮັບໃຊ້ພຣະເຈົ້າ. ນີ້ຄືສິ່ງທີ່ສ້າງຄວາມປະທັບໃຈເຮົາເລິກເຊິ່ງທີ່ສຸດ.

ວຽກງານທີ່ເຮັດໂດຍຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດນັ້ນກ່ຽວຂ້ອງຢ່າງໃກ້ຊິດກັບເຈດຕະນາຂອງພຣະເຈົ້າ ແລະ ກັບຈຸດປະສົງຂອງພຣະເຈົ້າໃນການສ້າງຕັ້ງຄຣິສຕະຈັກເທິງແຜ່ນດິນໂລກ ແລະ ວຽກງານນັ້ນກໍເຊື່ອມໂຍງຢ່າງແຍກບໍ່ອອກກັບວຽກງານທີ່ພຣະເຈົ້າກຳລັງຈະເຮັດກັບປະຊາກອນທີ່ພຣະອົງຊົງເລືອກ. ເວົ້າຢ່າງເຄັ່ງຄັດແລ້ວ, ສິ່ງທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເວົ້າ, ສິ່ງທີ່ເຂົາຈົດຈໍ່, ສິ່ງທີ່ເຂົາຕິດຕາມ, ສິ່ງທີ່ເຂົາກຳກັບດູແລ ແລະ ສິ່ງທີ່ເຂົາໄດ້ເຮັດໃນຄຣິສຕະຈັກໃນລະຫວ່າງແຕ່ລະຊ່ວງເວລາ ລ້ວນແຕ່ເປັນການຮ່ວມມືຢ່າງໃກ້ຊິດກັບວຽກງານຂອງພຣະວິນຍານບໍລິສຸດ; ເຂົາພະຍາຍາມຮ່ວມມືຈົນສຸດຄວາມສາມາດໃນການຈັດຕັ້ງປະຕິບັດບໍ່ວ່າພຣະວິນຍານບໍລິສຸດຈະໃຫ້ການນຳພາຫຍັງກໍຕາມ, ບໍ່ວ່າພຣະເຈົ້າຈະໃຫ້ການເປີດເຜີຍຫຍັງກໍຕາມ ແລະ ບໍ່ວ່າຈະມີຄວາມໝາຍ ແລະ ຂໍ້ກຳນົດໃດກໍຕາມໃນພຣະທຳຂອງພຣະເຈົ້າ, ເພື່ອບໍ່ໃຫ້ພຣະທຳຂອງພຣະເຈົ້າສູນເປົ່າ, ເພື່ອບໍ່ໃຫ້ເຈດຕະນາຂອງພຣະເຈົ້າສູນເປົ່າ ແລະ ເພື່ອໃຫ້ທຸກຄົນໃນເວລານັ້ນສາມາດຮູ້ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າມັນບໍ່ໄດ້ໄປຮອດຈຸດທີ່ເປັນທີ່ຮູ້ຈັກຂອງທຸກຄົວເຮືອນກໍຕາມ, ຢ່າງໜ້ອຍທີ່ສຸດ ພາຍໃຕ້ການນຳພາຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ຜູ້ຄົນໃນເວລານັ້ນລ້ວນແຕ່ສາມາດຕິດຕາມກະແສນີ້ຢ່າງໃກ້ຊິດ ແລະ ຮູ້ສຶກວ່າກະແສນີ້ມີວຽກງານຂອງພຣະວິນຍານບໍລິສຸດ, ມີວຽກງານຂອງພຣະເຈົ້າ, ມີພຣະທຳຂອງພຣະເຈົ້າ ແລະ ມີເຈດຕະນາຂອງພຣະເຈົ້າ. ພວກເຂົາໝັ້ນໃຈວ່າກະແສນີ້ມາຈາກພຣະເຈົ້າ, ໝັ້ນໃຈວ່າກະແສນີ້ຖືກຕ້ອງ ແລະ ຢ່າງໜ້ອຍທີ່ສຸດ ກໍໝັ້ນໃຈວ່າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນຄົນທີ່ເໝາະສົມ. ບໍ່ວ່າຈະມີຊ່ອງຫວ່າງຫຍັງກໍຕາມລະຫວ່າງທຸກສິ່ງທີ່ເຂົາໄດ້ເຮັດໃນຕອນນັ້ນ ກັບສິ່ງທີ່ກຳລັງເຮັດໃນປັດຈຸບັນ, ສະຫຼຸບແລ້ວ ທຸກສິ່ງທີ່ເຂົາໄດ້ເຮັດກໍເພື່ອດຳລົງຮັກສາ ແລະ ຮ່ວມມືກັບວຽກງານທີ່ເຮັດໂດຍພຣະວິນຍານບໍລິສຸດ. ໃນແງ່ຂອງລະດັບທີ່ຜູ້ຄົນໃນຄຣິສຕະຈັກເຂົ້າໃຈຄວາມຈິງ, ໃນເວລານັ້ນ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດສາມາດເຮັດສິ່ງເຫຼົ່ານີ້ໄດ້ ແລະ ສາມາດນຳພາຄຣິສຕະຈັກໄປສູ່ລະດັບທີ່ໄປເຖິງໃນຕອນນັ້ນ, ພວກເຈົ້າຈະເວົ້າວ່າເຂົາມີການສະແດງອອກໃດແດ່ໃນສີ່ຢ່າງຂອງການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ? (ຂ້ານ້ອຍຮູ້ສຶກວ່າເຂົາມີທັງສີ່ຢ່າງ.) ການເວົ້າວ່າເຂົາຍັງມີຢ່າງທີສີ່, ນັ້ນກໍຄື “ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ” ອາດຈະບໍ່ພາວະວິໄສປານໃດ, ແຕ່ໃນມຸມມອງຂອງເຮົາ, ຢ່າງໜ້ອຍເຂົາກໍມີອີກສາມຢ່າງຄື: ຄວາມເຊື່ອທີ່ແທ້ຈິງ, ຫົວໃຈທີ່ແທ້ຈິງ ແລະ ການຄຳນຶງເຖິງ, ເຊິ່ງ “ການຄຳນຶງເຖິງ” ແມ່ນເຫັນໄດ້ຊັດເຈນທີ່ສຸດ. ເຂົາເປັນຄົນທີ່ສະແດງການຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ໃນການເຮັດວຽກງານຫຼາຍຢ່າງນັ້ນ, ເຂົາບໍ່ເຄີຍວາງແຜນເພື່ອໃຫ້ໄດ້ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບເງິນ ຫຼື ຜົນປະໂຫຍດສ່ວນຕົວສຳລັບຕົວເຂົາເອງ. ພວກເຈົ້າອາດຈະບໍ່ເຂົ້າໃຈວ່າເຮົາໝາຍເຖິງຫຍັງໃນເລື່ອງນີ້, ສະນັ້ນ ເຮົາຈະຍົກຕົວຢ່າງໃຫ້ພວກເຈົ້າຟັງ. ນັບຕັ້ງແຕ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເລີ່ມຈັດຕັ້ງການຈັດພິມໜັງສືມາຈົນເຖິງປັດຈຸບັນ, ບໍ່ເຄີຍເກັບເງິນນຳອ້າຍເອື້ອຍນ້ອງແມ່ນແຕ່ກີບດຽວສຳລັບໜັງສືໃດກໍຕາມທີ່ຄຣິສຕະຈັກຂອງພວກເຮົາໄດ້ແຈກຢາຍ. ມັນບໍ່ແມ່ນວ່າພວກເຮົາຫາກໍມາຢຸດເກັບເງິນຄ່າໜັງສືເຫຼົ່ານັ້ນໃນພາຍຫຼັງ, ເມື່ອຄຣິສຕະຈັກມີກຳລັງຊັບ; ແມ່ນແຕ່ໃນຕອນເລີ່ມຕົ້ນ, ເມື່ອການເງິນຝືດເຄືອງເປັນພິເສດ, ພວກເຮົາກໍບໍ່ໄດ້ເກັບເງິນແມ່ນແຕ່ກີບດຽວ. ເປັນຫຍັງຈຶ່ງເປັນແບບນັ້ນ? ເຖິງແມ່ນວ່າຄຣິສຕະຈັກຈະບໍ່ມີຖານະທາງການເງິນທີ່ດີປານໃດໃນເວລານັ້ນ, ເມື່ອພິຈາລະນາເຖິງຊັບພະຍາກອນທາງການເງິນທີ່ຈຳກັດທີ່ມີຢູ່ໃນຕອນນັ້ນ, ໂດຍພື້ນຖານແລ້ວ ຄຣິສຕະຈັກກໍສາມາດຈ່າຍກຸ້ມຄ່າໃຊ້ຈ່າຍຕ່າງໆ ເຊັ່ນ: ຄ່າຈັດພິມໜັງສື, ສະນັ້ນ ອ້າຍເອື້ອຍນ້ອງຈຶ່ງບໍ່ຖືກເກັບເງິນສຳລັບໜັງສືທີ່ແຈກຢາຍໃຫ້ພວກເຂົາ ແລະ ສາມາດອ່ານໜັງສືເຫຼົ່ານັ້ນໄດ້ໂດຍບໍ່ເສຍຄ່າ. ເມື່ອໜັງສືຖືກຈັດພິມອອກມາຢ່າງຕໍ່ເນື່ອງ, ຈຳນວນເງິນທຶນທັງໝົດຂອງຄຣິສຕະຈັກກໍໜ້ອຍລົງເລື້ອຍໆ. ໃນເວລານັ້ນ, ອ້າຍເອື້ອຍນ້ອງສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າມາຫຼາຍປີບໍ່ມີແຫຼ່ງລາຍຮັບ ເພາະວ່າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາມາໂດຍຕະຫຼອດ ແລະ ພວກເຂົາກໍບໍ່ມີເງິນຕິດໂຕຫຼາຍປານໃດ. ດ້ວຍເຫດນັ້ນ, ບາງຄັ້ງເງິນທີ່ຖວາຍກໍບໍ່ສາມາດກຸ້ມລາຍຈ່າຍຂອງຄຣິສຕະຈັກ ແລະ ຄ່າໃຊ້ຈ່າຍຕ່າງໆໄດ້. ເຮົາຈື່ໄດ້ຢ່າງຊັດເຈນວ່າ ມີຄັ້ງໜຶ່ງ ຈຳເປັນຕ້ອງຈັດພິມໜັງສືຊຸດໜຶ່ງ, ແຕ່ຄຣິສຕະຈັກເຫຼືອເງິນພຽງແຕ່ສອງສາມພັນຢວນເທົ່ານັ້ນ. ຫຼັງຈາກທີ່ຈ່າຍຄ່າຈັດພິມໜັງສືແລ້ວ, ກໍຈະບໍ່ມີເງິນເຫຼືອສຳລັບວຽກງານຂອງຄຣິສຕະຈັກ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກມີຄ່າເດີນທາງທີ່ຕ້ອງຈ່າຍເມື່ອໄປສະຖານທີ່ໃດໜຶ່ງ ຫຼື ຖ້າຈຳເປັນຕ້ອງຈ່າຍຄ່າຄອງຊີບໃນຂະນະທີ່ຈັດຕ້ອນຮັບອ້າຍເອື້ອຍນ້ອງສຳລັບການເຕົ້າໂຮມຄັ້ງໃຫຍ່, ກໍອາດບໍ່ມີເງິນຈ່າຍ. ແລ້ວຄວນເຮັດແນວໃດ? ພາຍໃຕ້ສະຖານະການເຫຼົ່ານີ້, ຍັງຄວນຈັດພິມໜັງສືຢູ່ບໍ? (ແມ່ນແລ້ວ, ຄວນຈັດພິມ.) ຍັງຕ້ອງຈັດພິມໜັງສືຄືເກົ່າ ແລະ ຍັງຕ້ອງຈ່າຍເງິນຄືເກົ່າ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຄິດຫາວິທີແກ້ໄຂ. ເຂົາເວົ້າວ່າ ຄວນເກັບເງິນລ່ວງໜ້າສອງສາມຢວນສຳລັບໜັງສືແຕ່ລະຫົວໃນຊຸດນີ້ກ່ອນ, ເຊິ່ງພຽງພໍສຳລັບຈ່າຍຄ່າຈັດພິມໜັງສືຊຸດນີ້. ໃນບໍລິບົດນີ້, ຈຶ່ງມີການເກັບເງິນລ່ວງໜ້າໃນຄັ້ງນັ້ນ. ແຕ່ຫຼັງຈາກນັ້ນບໍ່ດົນ, ອ້າຍເອື້ອຍນ້ອງໃນຄຣິສຕະຈັກກໍໄດ້ຖວາຍເງິນອີກຄັ້ງ ແລະ ກໍມີເງິນພຽງພໍທີ່ຈະຈ່າຍຄ່າພິມສຳລັບໜັງສືຊຸດຕໍ່ໄປ. ຕັ້ງແຕ່ນັ້ນມາ, ການເງິນຂອງຄຣິສຕະຈັກກໍດີຂຶ້ນ ແລະ ພວກເຮົາກໍບໍ່ເຄີຍເກັບເງິນສຳລັບການຈັດພິມໜັງສືອີກເລີຍ. ເຫດການນັ້ນເປັນພຽງຊ່ວງເວລາສັ້ນໆເທົ່ານັ້ນ. ຈຸດປະສົງຂອງການກ່າວເຖິງເລື່ອງນີ້ແມ່ນຫຍັງ? ຈຸດປະສົງກໍຄື ເຖິງແມ່ນວ່າການເງິນຈະຝືດເຄືອງທີ່ສຸດ, ພວກເຮົາກໍບໍ່ໄດ້ຢຸດຈັດພິມໜັງສືຂອງພວກເຮົາ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ ແລະ ຄືກັບຫົວໜ້າຄອບຄົວ, ເຂົາເລີ່ມກັງວົນ, ໄຕ່ຕອງ ແລະ ວາງແຜນສຳລັບເລື່ອງນີ້. ຄົນສ່ວນໃຫຍ່ບໍ່ຮູ້ກ່ຽວກັບເລື່ອງເຫຼົ່ານີ້. ເມື່ອໜັງສືພຣະທຳຂອງພຣະເຈົ້າເຫຼົ່ານີ້ຖືກແຈກຢາຍໄປຍັງຄຣິສຕະຈັກ, ສິ່ງທີ່ຜູ້ຄົນເວົ້າຫຼາຍທີ່ສຸດເມື່ອໄດ້ຮັບໜັງສືກໍຄື “ໜັງສືເຫຼັ້ມນີ້ດີຫຼາຍ! ພວກເຮົາຈັດພິມໜັງສືນີ້ດ້ວຍຕົນເອງ, ຄົງຈະຍາກລຳບາກຫຼາຍ!” ບາງຄົນເຖິງກັບບໍ່ທະນຸຖະໜອມໜັງສືຫົວນີ້ ຫຼື ອ່ານຢ່າງຕັ້ງໃຈດ້ວຍຊໍ້າ. ເຖິງຢ່າງໃດກໍຕາມ, ຜູ້ຄົນບໍ່ຮູ້ວ່າເບື້ອງເທິງຕ້ອງປະເຊີນກັບຄວາມຫຍຸ້ງຍາກຫຼາຍສໍ່າໃດຢູ່ເບື້ອງຫຼັງ ໃນຂະນະທີ່ເຮັດວຽກງານນີ້ ແລະ ພິມໜັງສືເຫຼັ້ມນີ້. ຜູ້ຄົນຈຳນວນບໍ່ໜ້ອຍໃນຄຣິສຕະຈັກຂອງພວກເຮົາມາຈາກຄຣິສຕະຈັກທ້ອງຖິ່ນ ຫຼື ນິກາຍອື່ນໆ. ກ່ອນໜ້ານີ້, ຜູ້ນຳ ແລະ ອັກຄະສາວົກໃນແຜ່ນດິນໃຫຍ່ຂອງນິກາຍເຫຼົ່ານັ້ນບໍ່ໄດ້ເຮັດວຽກງານການຈັດພິມໜັງສື. ພວກເຂົາເອົາເງິນສ່ວນໃຫຍ່ທີ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກຕ່າງໆຖວາຍໄປ, ແຕ່ພວກເຂົາບໍ່ໄດ້ຈັດພິມໜັງສື ຫຼື ແຈກຢາຍເພງສັນລະເສີນໃຫ້ກວ້າງຂວາງ. ບໍ່ວ່າຈະມີການບັນທຶກສຽງການເທດສະໜາໃດໆຈາກລະດັບສູງກໍຕາມ ກໍບໍ່ເຄີຍຖືກແຈກຢາຍໃຫ້ຜູ້ທີ່ຢູ່ລະດັບລຸ່ມເລີຍ. ພວກເຂົາບໍ່ໄດ້ເຮັດວຽກງານນີ້ເລີຍ. ປະຊາກອນທີ່ພຣະເຈົ້າຊົງເລືອກບໍ່ມີຫຍັງເລີຍນອກຈາກພຣະຄຳພີ. ຖ້າເຈົ້າຢາກອ່ານໜັງສືຮວບຮວມການເທດສະໜາ ຫຼື ຄຳພະຍານຈາກປະສົບການ, ເຈົ້າກໍບໍ່ສາມາດຫາໄດ້; ຖ້າເຈົ້າຢາກຟັງເພງສັນລະເສີນທີ່ມ່ວນໆຈັກສອງສາມເພງ, ນັ້ນກໍຍິ່ງຍາກຂຶ້ນໄປອີກ. ບໍ່ມີໃຜເຮັດວຽກງານນີ້. ຖ້າເຈົ້າຢາກອ່ານໜັງສືຝ່າຍວິນຍານ, ເຈົ້າຕ້ອງມີຄວາມສຳພັນສ່ວນຕົວທີ່ດີກັບພວກເຂົາ ກ່ອນທີ່ພວກເຂົາຈະໃຫ້ເຈົ້າຢືມອ່ານ. ປະຊາກອນທີ່ພຣະເຈົ້າຊົງເລືອກບໍ່ສາມາດໄດ້ຮັບການສະໜອງແຫ່ງຊີວິດໄດ້ເລີຍ ແລະ ບໍ່ມີຄົນດີມານຳພາ ແລະ ຈັດການຊີວິດຄຣິສຕະຈັກ. ອັກຄະສາວົກ ແລະ ຜູ້ນຳເຫຼົ່ານັ້ນບໍ່ໄດ້ເຮັດວຽກງານຕົວຈິງເລີຍ. ສິ່ງໜຶ່ງທີ່ພວກເຂົາເຮັດເປັນປະຈຳກໍຄື ການຈັດການປະຊຸມຜູ້ຮ່ວມງານເປັນບາງຄັ້ງບາງຄາວ ເຊິ່ງພວກເຂົາກິນ ແລະ ດື່ມຢ່າງຟຸມເຟືອຍ. ນີ້ອາດຈະເປັນ “ວຽກງານ” ທີ່ພວກເຂົາເຮັດ. ຕອນນັ້ນເຮົາຍັງໜຸ່ມ, ອາຍຸພຽງແຕ່ສິບເຈັດ ຫຼື ສິບແປດປີ ແລະ ເມື່ອເຮົາໄດ້ຍິນກ່ຽວກັບເລື່ອງເຫຼົ່ານີ້, ເຮົາກໍຮູ້ສຶກວ່າ “ຈັ່ງແມ່ນວຸ້ນວາຍແທ້! ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າບໍ? ສິ່ງນີ້ຄືກັບສິ່ງທີ່ຜູ້ເຊື່ອໃນພຣະເຈົ້າຈະເຮັດໄດ້ແນວໃດ?” ເຮົາຮູ້ສຶກຄຽດແຄ້ນຫຼາຍເມື່ອໄດ້ຍິນກ່ຽວກັບເລື່ອງນີ້. ພວກເຮົາບໍ່ສົນໃຈວ່າພວກເຂົາກິນຫຍັງ ຫຼື ພວກເຂົາເພີດເພີນກັບຫຍັງ. ສະຫຼຸບແລ້ວ, ຢ່າງໜ້ອຍທີ່ສຸດ ພວກເຂົາບໍ່ໄດ້ຈັດຕັ້ງຊີວິດຄຣິສຕະຈັກຢ່າງເໝາະສົມ, ພວກເຂົາບໍ່ໄດ້ແຈກຢາຍອາຫານຝ່າຍວິນຍານທີ່ຜູ້ຄົນຕ້ອງການ ນັ້ນກໍຄື ໜັງສື ແລະ ເພງສັນລະເສີນ ແລະ ພວກເຂົາບໍ່ໄດ້ບົ່ມເພາະຜູ້ນຳ ແລະ ຜູ້ເຮັດວຽກ. ພວກເຂົາບໍ່ໄດ້ເຮັດວຽກງານນີ້ເລີຍ. ຄຣິສຕະຈັກໄດ້ຮັບເຄື່ອງຖວາຍຈຳນວນບໍ່ໜ້ອຍ, ແຕ່ເມື່ອພວກເຂົາໄປຍັງຄຣິສຕະຈັກໃນສະຖານທີ່ຕ່າງໆ, ພວກເຂົາສົນໃຈແຕ່ເລື່ອງກິນ, ດື່ມ ແລະ ຫາຄວາມເພີດເພີນໃຫ້ກັບຕົນເອງ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ເຄີຍໃຊ້ເຄື່ອງຖວາຍສຳລັບວຽກງານຄຣິສຕະຈັກເລີຍ. ໃນການເຕົ້າໂຮມ, ພວກເຂົາພຽງແຕ່ເວົ້າກ່ຽວກັບຫຼັກຄຳສອນຈຳນວນໜຶ່ງ ແລະ ຮ້ອງຄຳຂວັນບາງຢ່າງ ແລ້ວກໍຈົບພຽງເທົ່ານັ້ນ; ພວກເຂົາບໍ່ເຄີຍແກ້ໄຂບັນຫາຕົວຈິງເລີຍ. ຫຼັງຈາກທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເລີ່ມເຮັດວຽກ, ເຂົາກໍໄດ້ຢຸດປະກົດການເຫຼົ່ານີ້. ເຂົາເລີ່ມລົງມືແກ້ໄຂທຸກບັນຫາ ແລະ ເລີ່ມເຮັດວຽກງານທີ່ເປັນຮູບປະທຳເທື່ອລະໜ້ອຍ, ເພື່ອໃຫ້ຊີວິດຄຣິສຕະຈັກ ແລະ ວຽກງານບຸກຄະລາກອນຂອງຄຣິສຕະຈັກຄ່ອຍໆປ່ຽນແປງ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ສິ່ງນີ້ກໍໄດ້ດຳເນີນມາຈົນເຖິງປັດຈຸບັນ. ເຄື່ອງຖວາຍຂອງພຣະເຈົ້າແມ່ນສິ່ງທີ່ຜູ້ຄົນຖວາຍແກ່ພຣະເຈົ້າ. ຖ້າເຈົ້າເບິ່ງການຈັດການ ແລະ ການນຳໃຊ້ເຄື່ອງຖວາຍ, ຄ່າຄອງຊີບຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງກວມເອົາພຽງແຕ່ສ່ວນໜ້ອຍຫຼາຍເທົ່ານັ້ນ. ເຄື່ອງຖວາຍສ່ວນໃຫຍ່ທີ່ເຫຼືອແມ່ນຖືກນຳໃຊ້ສຳລັບວຽກງານການເທດສອນຂ່າວປະເສີດ, ຄ່າຄອງຊີບຂອງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາ ພ້ອມທັງການຊື້ເຄື່ອງຈັກ ແລະ ອຸປະກອນທີ່ຈຳເປັນສຳລັບວຽກງານຄຣິສຕະຈັກ ແລະ ອື່ນໆ. ສະຫຼຸບແລ້ວ, ລາຍຈ່າຍທັງໝົດເຫຼົ່ານີ້ລ້ວນແຕ່ສົມເຫດສົມຜົນ ແລະ ຖືກນຳໃຊ້ສຳລັບວຽກງານຂອງເຮືອນຂອງພຣະເຈົ້າ, ແທນທີ່ຈະເປັນການລ້ຽງດູຄົນໄຮ້ປະໂຫຍດທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ເມື່ອເວົ້າເຖິງວຽກງານຂອງເຮືອນຂອງພຣະເຈົ້າ, ຂອບເຂດນັ້ນກວ້າງຫຼາຍ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ນຳໃຊ້ເຄື່ອງຖວາຍເຫຼົ່ານີ້ຢ່າງສົມເຫດສົມຜົນ, ສ້າງຊີວິດຄຣິສຕະຈັກຂຶ້ນມາເທື່ອລະໜ້ອຍ ແລະ ຈັດການວຽກງານການບໍລິຫານເທື່ອລະໜ້ອຍ. ຄົນປະເພດຕ່າງໆໃນຄຣິສຕະຈັກກໍຖືກຈັດປະເພດເຊັ່ນກັນ: ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຖືກແຍກອອກຈາກຜູ້ທີ່ບໍ່ໄດ້ປະຕິບັດ ແລະ ຄົນທີ່ຮັກຄວາມຈິງກໍຖືກແຍກອອກຈາກຄົນທີ່ເບື່ອໜ່າຍຄວາມຈິງ. ຄົນທີ່ຄວນຖືກຊຳລະລ້າງກໍຖືກຊຳລະລ້າງ ແລະ ຄົນທີ່ເໝາະສົມທີ່ຈະບົ່ມເພາະໃນຊ່ວງເວລາຕ່າງໆກໍໄດ້ຮັບການສົ່ງເສີມເຊັ່ນກັນ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຈົ້າທຸກຄົນໄດ້ເຫັນ ແລະ ໄດ້ມີປະສົບການ. ແນ່ນອນວ່າ ຕະຫຼອດການເດີນທາງນີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຄ່ອຍໆເຂົ້າໃຈຄວາມຈິງ ແລະ ຈັບໃຈຄວາມຫຼັກການສຳລັບການເຮັດວຽກງານໃນລະຫວ່າງການມີປະສົບການກັບສິ່ງເຫຼົ່ານີ້. ໃນດ້ານໜຶ່ງ, ເຂົາໄດ້ຮັບຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດຜ່ານການເຮັດວຽກງານ. ໃນອີກດ້ານໜຶ່ງ, ຜ່ານວຽກງານ ແລະ ພຣະທຳຂອງພຣະເຈົ້າ, ເຂົາຄ່ອຍໆເຂົ້າໃຈເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຄວາມເຂົ້າໃຈຂອງເຂົາບໍ່ພຽງແຕ່ຢຸດຢູ່ໃນລະດັບຂອງຫຼັກຄຳສອນ ແລະ ບໍ່ພຽງແຕ່ຢຸດຢູ່ພາຍໃນກົດລະບຽບ ແລະ ການປະຕິບັດເທົ່ານັ້ນ. ກົງກັນຂ້າມ ຄວາມເຂົ້າໃຈຂອງເຂົາກາຍເປັນສິ່ງທີ່ແທ້ຈິງຫຼາຍຂຶ້ນເລື້ອຍໆ ແລະ ເຂົາກໍສາມາດເຮັດວຽກງານຄຣິສຕະຈັກໄດ້ດີຂຶ້ນເລື້ອຍໆຕາມຂໍ້ກຳນົດຂອງພຣະເຈົ້າ, ເຮັດໃຫ້ຊີວິດຄຣິສຕະຈັກໝັ້ນຄົງຂຶ້ນ ແລະ ເປັນປົກກະຕິຫຼາຍຂຶ້ນ ພ້ອມທັງເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນຫຼາຍຂຶ້ນ. ສະນັ້ນ, ໃນຂະບວນການແຫ່ງການສະແຫວງຫາຢ່າງຕໍ່ເນື່ອງ ແລະ ການຄົ້ນຄວ້າຢ່າງຕໍ່ເນື່ອງ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ມາເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຮ່ວມມືຢ່າງໃກ້ຊິດກັບພຣະເຈົ້າ, ສະແດງການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເຮັດຈົນສຸດຄວາມສາມາດຂອງເຂົາເພື່ອເຮັດວຽກງານຄຣິສຕະຈັກໃຫ້ດີ, ໂດຍພະຍາຍາມຮັບປະກັນຢ່າງຊັດເຈນຍິ່ງຂຶ້ນວ່າເຈດຕະນາຂອງພຣະເຈົ້າຈະບໍ່ສູນເປົ່າ ແລະ ຄວາມປະສົງຂອງພຣະເຈົ້າສາມາດຖືກດຳເນີນການໄດ້. ໃນທຸກໆສິ່ງທີ່ເຂົາເຮັດ, ບໍ່ວ່າຈະກ່ຽວຂ້ອງກັບບຸກຄະລາກອນ ຫຼື ການເຂົ້າສູ່ຊີວິດ ແລະ ບໍ່ວ່າມັນຈະກ່ຽວຂ້ອງກັບວຽກງານພາຍນອກ ຫຼື ວຽກງານພາຍໃນ, ເຂົາພະຍາຍາມໃຫ້ກົງກັນກັບຫຼັກການ ແລະ ກົງກັນກັບເຈດຕະນາຂອງພຣະເຈົ້າ, ໂດຍບໍ່ບ່ຽງເບນໄປທາງຊ້າຍ ຫຼື ທາງຂວາ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເຮັດວຽກງານຂອງເຂົາດ້ວຍເງື່ອນໄຂສີ່ຢ່າງນີ້: ຄວາມເຊື່ອທີ່ແທ້ຈິງ, ຫົວໃຈທີ່ແທ້ຈິງ, ການຄຳນຶງເຖິງ ແລະ ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ. ສຳລັບພວກເຈົ້າແລ້ວ, ສິ່ງນີ້ບໍ່ພຽງແຕ່ເປັນປະໂຫຍດທີ່ສຸດ ແລະ ໃຫ້ການຊ່ວຍເຫຼືອຫຼາຍທີ່ສຸດ; ມັນຍັງເປັນພອນຂອງພວກເຈົ້າອີກດ້ວຍ! ຖ້າຄົນຜູ້ນີ້ບໍ່ແມ່ນຄົນທີ່ເໝາະສົມ, ແຕ່ເປັນຄົນທີ່ໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ ແລະ ໂລບມາກໃນຜົນປະໂຫຍດຈາກສະຖານະ, ເປັນຄົນທີ່ມີເລ່ລ່ຽມ, ເປັນຄົນທີ່ມຸ່ງຫວັງແຕ່ຜົນກຳໄລ ແລະ ແວວຕາເປັ່ງປະກາຍເມື່ອເຫັນເງິນ ຫຼື ເປັນຜູ້ບໍ່ເຊື່ອ, ບອກເຮົາເບິ່ງວ່າ ເຂົາຈະສາມາດເຮັດວຽກງານນີ້ໄດ້ບໍ? ເຂົາຈະສາມາດຮ່ວມມືໃນທຸກວິທີທາງເຫຼົ່ານີ້ໄດ້ບໍ? ເຂົາຈະສາມາດບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງແບບນັ້ນໄດ້ບໍ? (ບໍ່ໄດ້.) ສະນັ້ນ, ຄົນຜູ້ນີ້ຈຶ່ງສຳຄັນທີ່ສຸດ! ຫຼັກໆແລ້ວແມ່ນຍ້ອນວ່າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມີເງື່ອນໄຂທັງສີ່ຢ່າງທີ່ພວກເຮົາຫາກໍເວົ້າເຖິງນັ້ນ ເຂົາຈຶ່ງສາມາດເຮັດວຽກງານນີ້ຂອງຄຣິສຕະຈັກໄດ້ດີ. ເມື່ອເວົ້າເຖິງເລື່ອງດຽວກັນ, ຜູ້ຄົນມີທັງສິດໃນການເລືອກ ແລະ ພື້ນທີ່ສຳລັບການເລືອກ. ພວກເຂົາສາມາດເລືອກທີ່ຈະຈັດການກັບເລື່ອງນັ້ນຢ່າງບໍ່ດີ ແລະ ແນ່ນອນວ່າພວກເຂົາກໍສາມາດເລືອກທີ່ຈະຈັດການກັບເລື່ອງນັ້ນໄດ້ດີເຊັ່ນກັນ. ຖ້າພວກເຂົາຈັດການກັບເລື່ອງນັ້ນໄດ້ດີ, ຜູ້ຄົນນັບບໍ່ຖ້ວນກໍຈະໄດ້ຮັບຜົນປະໂຫຍດ ແລະ ພຣະທຳທີ່ພຣະເຈົ້າກ່າວ ແລະ ວຽກງານທີ່ພຣະເຈົ້າເຮັດກໍຈະຄ່ອຍໆບັນລຸຜົນໃນຜູ້ຄົນ. ແຕ່ຖ້າຄົນໃດໜຶ່ງບໍ່ຍ່າງໃນເສັ້ນທາງທີ່ດີ ແລະ ພັດກະທຳຄວາມຜິດໂດຍບໍ່ຢັ້ງຄິດ, ເຂົາຈະເຮັດສິ່ງປະເພດໃດແດ່? ເຂົາຈະໃຊ້ເຄື່ອງຖວາຍທັງໝົດຂອງພຣະເຈົ້າເພື່ອຄວາມເພີດເພີນສ່ວນຕົວ, ຊື້ລົດຫຼູ ແລະ ເຮືອນຫຼູ ແລະ ແມ່ນແຕ່ຊື້ຍົນສ່ວນຕົວ ແລະ ເຮືອສຳລານເພື່ອເດີນທາງໄປປະເທດຕ່າງໆທົ່ວໂລກ, ເພີດເພີນກັບການກິນ, ການດື່ມ ແລະ ການຫາຄວາມມ່ວນຊື່ນ. ຢ່າງຫຼາຍທີ່ສຸດ, ເຂົາຈະເທດສະໜາຈັກສອງສາມຄັ້ງເປັນບາງຄັ້ງບາງຄາວ ແລ້ວກໍຈົບພຽງເທົ່ານັ້ນ. ເຂົາຈະບໍ່ເຮັດວຽກງານຄຣິສຕະຈັກເລີຍແມ່ນແຕ່ໜ້ອຍດຽວ ແລະ ຈະບໍ່ສົນໃຈຄຣິສຕະຈັກເຖິງແມ່ນວ່າຄຣິສຕະຈັກຈະຢູ່ໃນຄວາມວຸ້ນວາຍຢ່າງສິ້ນເຊີງກໍຕາມ, ໂດຍສົນໃຈແຕ່ຄວາມເພີດເພີນຂອງເຂົາເອງເທົ່ານັ້ນ. ຖ້າຄົນແບບນັ້ນມານຳພາຄຣິສຕະຈັກ, ການທີ່ພວກເຈົ້າຈະມີຊີວິດຄຣິສຕະຈັກທີ່ດີ ແລະ ມີສະພາບແວດລ້ອມທີ່ດີສຳລັບການປະຕິບັດໜ້າທີ່ຂອງພວກເຈົ້ານັ້ນຈະເປັນເລື່ອງງ່າຍບໍ? (ບໍ່.) ສະນັ້ນ ການມີຄົນດີຄືກັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມານຳພາພວກເຈົ້າຈຶ່ງເປັນສິ່ງຈຳເປັນຢ່າງແທ້ຈິງ. ບາງຄົນເຫັນວຽກງານທີ່ເຮັດໂດຍຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ແຕ່ກໍຍັງບໍ່ຄິດຫຍັງກັບວຽກງານນັ້ນ, ໂດຍຄິດວ່າ “ສິ່ງນີ້ງ່າຍ. ໃຜຈະເຮັດບໍ່ໄດ້? ຕາບໃດທີ່ຄົນໃດໜຶ່ງເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າໃຊ້ງານ, ເປັນຄົນທີ່ພຣະເຈົ້າຊົງແຕ່ງຕັ້ງ, ການເຮັດວຽກງານນີ້ກໍເປັນເລື່ອງງ່າຍ”. ບອກເຮົາເບິ່ງວ່າ ວຽກງານນີ້ງ່າຍບໍ? (ບໍ່.) ການເຮັດວຽກງານນີ້ໃຫ້ດີບໍ່ແມ່ນເລື່ອງງ່າຍ, ຢ່າວ່າແຕ່ໃນສະພາບແວດລ້ອມຂອງການຂົ່ມເຫັງທາງສາສະໜາຄືກັບໃນປະເທດຈີນແຜ່ນດິນໃຫຍ່ເລີຍ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນທີ່ຕ້ອງການຕົວຂອງທາງການ; ບໍ່ວ່າເຂົາຈະໄປເຂົ້າຮ່ວມການເຕົ້າໂຮມຢູ່ໃສ ຫຼື ເຮັດວຽກງານໃດກໍຕາມ, ເຂົາກໍກຳລັງສ່ຽງຊີວິດຂອງເຂົາ ແລະ ການຖືກຈັບກຸມກໍໝາຍເຖິງຄວາມຕາຍ. ແລ້ວເຂົາໄດ້ຍອມຈຳນົນຕໍ່ໜ້າທີ່ຂອງເຂົາບໍ? ເຂົາໄດ້ຖອຍຫຼັງບໍ? ເຂົາໄດ້ພະຍາຍາມໃຊ້ເລ່ລ່ຽມ ແລະ ຂີ້ຄ້ານມັກງ່າຍບໍ? (ບໍ່.) ບໍ່ວ່າເຂົາຢ້ານກົວ ຫຼື ອ່ອນແອສໍ່າໃດກໍຕາມໃນໃຈຂອງເຂົາ, ເຂົາກໍບໍ່ເຄີຍຍອມຈຳນົນຕໍ່ໜ້າທີ່ຂອງເຂົາເລີຍ. ບາງຄົນບໍ່ໄດ້ແບກຮັບວຽກງານທີ່ສຳຄັນ ແລະ ບໍ່ໄດ້ປະເຊີນກັບອັນຕະລາຍອັນໃຫຍ່ຫຼວງບໍ່ວ່າພວກເຂົາຈະໄປໃສກໍຕາມ. ເມື່ອພວກເຂົາເວົ້າວ່າ “ຂ້ອຍບໍ່ໄດ້ຍອມຈຳນົນໃນການປະຕິບັດໜ້າທີ່ຂອງຂ້ອຍ”, ສິ່ງນີ້ເວົ້າງ່າຍ ແລະ ເຮັດງ່າຍ. ແຕ່ເມື່ອພິຈາລະນາເຖິງສະຖານະການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກຳລັງປະເຊີນຢູ່, ການທີ່ເຂົາສາມາດບໍ່ຍອມຈຳນົນໃນສະພາບແວດລ້ອມທີ່ເປັນອັນຕະລາຍແບບນັ້ນ ແລະ ຍັງເອົາໃຈໃສ່ທຸກດ້ານຂອງວຽກງານຄຣິສຕະຈັກ, ເຂົາຕ້ອງຄິດເຖິງທຸກຂົງເຂດຂອງວຽກງານ ແລະ ທຸກເລື່ອງ ແລະ ຕ້ອງຄິດເຖິງສິ່ງເຫຼົ່ານັ້ນກ່ອນທີ່ຄົນອື່ນຈະຄິດໄດ້, ພວກເຈົ້າຈະເວົ້າວ່າສິ່ງນີ້ເຮັດໄດ້ງ່າຍບໍ? (ບໍ່.) ພະລັງງານຂອງມະນຸດ ແລະ ສິ່ງທີ່ຄວາມສາມາດຕາມທຳມະຊາດຂອງມະນຸດສາມາດແບກຮັບໄດ້ລ້ວນແຕ່ມີຂີດຈຳກັດ. ການເຫັນເຂົາເຮັດວຽກງານນັ້ນເບິ່ງຄືວ່າງ່າຍ, ແຕ່ຖ້າເຈົ້າຖືກຂໍໃຫ້ເຮັດວຽກງານນັ້ນ, ເຈົ້າກໍຈະຮູ້ວ່າວຽກງານນັ້ນຍາກສໍ່າໃດ ແລະ ບໍ່ໄດ້ງ່າຍເລີຍ. ໃນບັນດາພວກເຈົ້າທີ່ໄດ້ຟັງການເທດສະໜາມາຫຼາຍປີ, ເຮົາບໍ່ພົບຄົນທີສອງທີ່ເປັນແບບນີ້ ແລະ ເຮົາກໍບໍ່ພົບໃຜທີ່ສາມາດແບກຮັບວຽກງານນີ້ໄດ້. ຜູ້ຄົນຈຳນວນບໍ່ໜ້ອຍເລີ່ມຕິດຕາມເມື່ອພຣະວິນຍານບໍລິສຸດເລີ່ມກ່າວຕໍ່ຄຣິສຕະຈັກ ແລະ ໄດ້ສືບຕໍ່ມາຈົນເຖິງປັດຈຸບັນ. ພວກເຂົາຄວນຮູ້ ແລະ ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບສິ່ງທີ່ຄຣິສຕະຈັກໄດ້ຜ່ານຜ່າໃນການພັດທະນາຈົນມາຮອດສະພາບປັດຈຸບັນ ແລະ ວິທີທີ່ຄຣິສຕະຈັກໄດ້ກ້າວມາໄກເຖິງຂະໜາດນີ້ເທື່ອລະກ້າວ. ຖ້າບໍ່ແມ່ນຍ້ອນການຄຳນຶງເຖິງ ແລະ ຄວາມເຂົ້າໃຈທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ສະແດງອອກຕໍ່ພາລະຂອງພຣະເຈົ້າ, ແລ້ວເມື່ອເວົ້າຈາກມຸມມອງຂອງມະນຸດ, ຄຣິສຕະຈັກກໍຄົງບໍ່ສາມາດພັດທະນາຈົນມາຮອດສະພາບປັດຈຸບັນໄດ້. ແນ່ນອນວ່າ ບາງຄົນຈະເວົ້າວ່າ “ບໍ່ແມ່ນວຽກງານ ແລະ ການນຳພາຂອງພຣະວິນຍານບໍລິສຸດບໍ ທີ່ເຮັດໃຫ້ເຂົາສາມາດບັນລຸຜົນດັ່ງກ່າວໃນວຽກງານຂອງເຂົາໄດ້?” ພຣະວິນຍານບໍລິສຸດກໍຕ້ອງການເຮັດວຽກໃນຕົວເຈົ້າເຊັ່ນກັນ, ແຕ່ເຈົ້າມີຫົວໃຈທີ່ແທ້ຈິງ ແລະ ການຄຳນຶງເຖິງນັ້ນບໍ? ເຈົ້າສາມາດເຮັດໄດ້ບໍ? ເຮົາບໍ່ຄິດວ່າເຈົ້າຈະສາມາດເຮັດໄດ້ສະເໝີໄປ. ສິ່ງນີ້ບໍ່ແມ່ນການດູຖູກເຈົ້າ; ກົງກັນຂ້າມ ເຈົ້າບໍ່ສາມາດເຮັດໄດ້ໂດຍພື້ນຖານເລີຍ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ແລະ ເຈົ້າລ້ວນແລ້ວແຕ່ເປັນມະນຸດ, ແຕ່ເຂົາສາມາດເຮັດໄດ້ ແລະ ເຈົ້າພັດເຮັດບໍ່ໄດ້. ສິ່ງນີ້ພິສູດໃຫ້ເຫັນວ່າມີຄວາມແຕກຕ່າງລະຫວ່າງຜູ້ຄົນ. ພຣະເຈົ້າໄດ້ເລືອກເຂົາໃຫ້ເຮັດວຽກງານນີ້ ແລະ ພຣະເຈົ້າກໍບໍ່ໄດ້ເລືອກຄົນຜິດ. ຢ່າງໜ້ອຍທີ່ສຸດ, ຄົນຜູ້ນີ້ກໍມີເງື່ອນໄຂນີ້ ແລະ ເຂົາກໍມີຄຸນສົມບັດນີ້, ໃນຂະນະທີ່ເຈົ້າບໍ່ມີ. ເຈົ້າບໍ່ມີເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ, ສະນັ້ນ ພຣະເຈົ້າຈຶ່ງເລືອກເຂົາ ແລະ ບໍ່ໄດ້ເລືອກເຈົ້າ. ເຈົ້າບໍ່ມີທາງເລືອກອື່ນນອກຈາກຕ້ອງຍອມຮັບ. ນີ້ຄືຂໍ້ເທັດຈິງ ແລະ ບໍ່ມີໃຜສາມາດປະຕິເສດຂໍ້ເທັດຈິງນີ້ໄດ້, ແມ່ນບໍ່? (ແມ່ນແລ້ວ.)

ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບຊີວິດໃນຄຣິສຕະຈັກ, ການພິມໜັງສື ແລະ ທຸກດ້ານຂອງຄຣິສຕະຈັກຈົບແລ້ວ, ຕໍ່ໄປໃຫ້ພວກເຮົາໂອ້ລົມກ່ຽວກັບການເທດສອນຂ່າວປະເສີດທີ່ເລີ່ມຕົ້ນໃນປີ 1995. ໃນເວລານັ້ນ, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ຖາມເຮົາວ່າ “ຕອນນີ້ເທດສອນຂ່າວປະເສີດໄດ້ແລ້ວບໍ? ບາງຄົນເວົ້າວ່າພວກເຂົາຢາກອອກໄປເທດສອນຂ່າວປະເສີດ”, ແລ້ວເຮົາກໍຕົກລົງ. ຫຼັງຈາກນັ້ນ, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ກໍເລີ່ມເຮັດການຈັດແຈງສຳລັບວຽກງານນີ້. ລາວບໍ່ໄດ້ຈັດຕັ້ງທີມງານຂ່າວປະເສີດແບບງ່າຍໆ ແລ້ວສົ່ງຄົນທີ່ສະເພາະເຈາະຈົງໄປຍັງສະຖານທີ່ສະເພາະເຈາະຈົງເພື່ອເທດສອນຂ່າວປະເສີດ, ເຮັດການຈັດແຈງທີ່ງ່າຍດາຍນັ້ນ ແລ້ວກໍຖືວ່າທຸກຢ່າງໄດ້ຮັບການຈັດການຮຽບຮ້ອຍແລ້ວ. ໃນຂະນະທີ່ຈັດຕັ້ງທີມງານຂ່າວປະເສີດ, ລາວໄດ້ໄຕ່ຕອງວ່າຈະເທດສອນຕໍ່ສາສະໜາ ແລະ ນິກາຍຕ່າງໆແນວໃດ, ຄວາມຈິງແຫ່ງຂ່າວປະເສີດຫຍັງແດ່ທີ່ຜູ້ຄົນໃນສາສະໜາ ແລະ ນິກາຍຕ່າງໆຕ້ອງການ ພ້ອມທັງຄວນເລືອກເອົາຂໍ້ຄວາມ ແລະ ເນື້ອຫາໃດຈາກພຣະທຳຂອງພຣະເຈົ້າ ເພື່ອລວມເຂົ້າໃນໜັງສືຂ່າວປະເສີດ. ຈາກນັ້ນ ລາວກໍໄດ້ເລືອກ ແລະ ຮິບໂຮມພຣະທຳທີ່ສຳຄັນບາງຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງກັບດ້ານຕ່າງໆຂອງຄວາມຈິງແຫ່ງຂ່າວປະເສີດ ແລະ ໄດ້ພິມອອກມາເປັນໜັງສືສຳລັບການເທດສອນຂ່າວປະເສີດໂດຍສະເພາະ. ຫຼັງຈາກທີ່ພິມໜັງສືແລ້ວ, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ກໍຍັງໄດ້ຈັດຕັ້ງການຝຶກຝົນຜູ້ເຮັດວຽກຂ່າວປະເສີດ ແລະ ໄດ້ກຳນົດຫຼັກການສຳລັບການເທດສອນຂ່າວປະເສີດດ້ວຍຕົນເອງ. ນີ້ຄືວຽກງານທີ່ເປັນຮູບປະທຳທີ່ລາວໄດ້ເຮັດ. ນັ້ນກໍຄື ເມື່ອເຮົາບອກລາວກ່ຽວກັບເລື່ອງໃດໜຶ່ງ, ລາວກໍໄປຈັດຕັ້ງປະຕິບັດໂດຍບໍ່ມີຄຳເວົ້າອື່ນໃດ ແລະ ໂດຍບໍ່ໃຫ້ຫຼຸດໜ້ອຍຖອຍລົງເລີຍ. ລາວບໍ່ໄດ້ສ້າງບັນຫາໃຫ້ກັບເຮົາ ຫຼື ລົບກວນເຮົາດ້ວຍຄຳຖາມກ່ຽວກັບວິທີເຮັດ; ເຮົາບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງນີ້. ຖ້າມີເລື່ອງໃດໜຶ່ງຖືກມອບໝາຍໃຫ້ພວກເຈົ້າ, ເຮົາກໍຍັງຕ້ອງກັງວົນກ່ຽວກັບເລື່ອງນັ້ນ ແລະ ກວດກາເລື່ອງນັ້ນ. ແຕ່ເມື່ອເວົ້າເຖິງຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້, ເຮົາເວົ້າພຽງປະໂຫຍກດຽວເພື່ອບອກລາວວ່າຕ້ອງເຮັດຫຍັງ ແລ້ວລາວກໍໄປເຮັດ ແລະ ຈັດຕັ້ງປະຕິບັດ. ສິ່ງທີ່ເຮັດໃຫ້ເຮົາປະທັບໃຈທີ່ສຸດກໍຄື ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ກຳນົດຫຼັກການຫຼາຍຢ່າງສຳລັບການເທດສອນຂ່າວປະເສີດ ເຊັ່ນ: ວິທີເທດສອນຂ່າວປະເສີດ, ໃຜທີ່ສາມາດເທດສອນໃຫ້ຟັງໄດ້ ແລະ ໃຜທີ່ບໍ່ສາມາດເທດສອນໃຫ້ຟັງໄດ້ ແລະ ຄວນໃຊ້ວິທີໃດເພື່ອເທດສອນ ພ້ອມທັງບໍ່ຄວນໃຊ້ວິທີໃດເພື່ອເທດສອນ. ລາວໄດ້ກຳນົດວິທີການ ແລະ ຂັ້ນຕອນທີ່ສະເພາະເຈາະຈົງເທື່ອລະຂໍ້ຢ່າງລະອຽດ. ຈາກນັ້ນ ລາວກໍໄດ້ຈັດການເຕົ້າໂຮມສຳລັບທີມງານຂ່າວປະເສີດຢູ່ເລື້ອຍໆ, ໃຫ້ພວກເຂົາຕັ້ງຄຳຖາມ ແລະ ໂອ້ລົມກັບພວກເຂົາເພື່ອໃຫ້ຄຳຕອບ. ລາວຍັງໄດ້ວິເຄາະວ່າຄົນໃນສາສະໜາມີຄວາມຄິດຫຼົງຜິດ ແລະ ຄຳຖາມຫຍັງແດ່ກ່ຽວກັບວຽກງານໃນຍຸກສຸດທ້າຍຂອງພຣະເຈົ້າ, ຄວນປະເຊີນໜ້າກັບສິ່ງເຫຼົ່ານີ້ແນວໃດ, ຄວນໂອ້ລົມຄວາມຈິງຂໍ້ໃດ ພ້ອມທັງຄວນໃຊ້ວິທີໃດເພື່ອແກ້ໄຂຄຳຖາມຂອງພວກເຂົາ. ລາວໃສ່ໃຈທຸກເລື່ອງບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ຈັດການເທື່ອລະໜ້ອຍຄືກັບມົດແທະກະດູກ. ເຈົ້າເຫັນບໍວ່າ ເຮົາເວົ້າພຽງປະໂຫຍກດຽວ ແລ້ວລາວກໍໄປຈັດຕັ້ງປະຕິບັດ ແລະ ເຮົາກໍສາມາດເປັນຜູ້ຈັດການທີ່ບໍ່ຕ້ອງລົງມືເອງໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເມື່ອມີຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ເຮັດວຽກຢູ່ທີ່ນັ້ນ, ເຮົາກໍບໍ່ຈຳເປັນຕ້ອງກັງວົນ, ເພາະວ່າລາວມີຄວາມສາມາດຢ່າງເຕັມທີ່ທີ່ຈະແບກຮັບວຽກງານນີ້. ລາວໄດ້ສະແດງໃຫ້ເຫັນເຖິງການພິຈາລະນາ ແລະ ຍັງໄດ້ສະແຫວງຫາ; ແນ່ນອນວ່າ ລາວຍັງເປັນຄົນທີ່ອ່ອນນ້ອມ ແລະ ໄດ້ຈ່າຍລາຄາຢ່າງແທ້ຈິງ. ນັ້ນກໍຄື ລາວສາມາດນໍາເອົາຄຳເວົ້າທີ່ເຮົາກ່າວ ແລະ ຂໍ້ກຳນົດຂອງເຮົາໄປຈັດຕັ້ງປະຕິບັດໄດ້. ດ້ວຍວິທີນີ້, ຂ່າວປະເສີດຈຶ່ງຖືກເຜີຍແຜ່ໄປເທື່ອລະໜ້ອຍ. ບໍ່ວ່າຈະມີຄົນເທດສອນຂ່າວປະເສີດຫຼາຍປານໃດກໍຕາມ, ໃນກໍລະນີໃດກໍຕາມ, ມັນກໍແມ່ນຍ້ອນຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ ວຽກງານນີ້ຈຶ່ງຖືກເລີ່ມຕົ້ນ ແລະ ເລີ່ມມີຄວາມຄືບໜ້າ. ລາວເປັນຜູ້ທີ່ຈັດຕັ້ງ, ຕິດຕາມ, ຈັດຕັ້ງປະຕິບັດ ແລະ ກຳກັບດູແລວຽກງານນີ້, ນໍາພາວຽກງານເທື່ອລະໜ້ອຍຈົນມາເຖິງຈຸດທີ່ເປັນຢູ່ໃນປັດຈຸບັນ. ສາມາດເວົ້າໄດ້ວ່າ ຄວາມສຳເລັດໃນປັດຈຸບັນຂອງວຽກງານແມ່ນບັນລຸໄດ້ບົນພື້ນຖານຂອງການຈັດແຈງວຽກງານໃນເບື້ອງຕົ້ນ, ການກຳນົດລາຍລະອຽດຂອງວຽກງານ ແລະ ການຈັດແຈງວຽກງານທົ່ວໄປເຫຼົ່ານັ້ນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນວຽກງານທີ່ເຮັດໂດຍຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້. ລາວມີຫົວໃຈທີ່ຈິງໃຈ ແລະ ໄດ້ຈ່າຍລາຄາຢ່າງແທ້ຈິງ. ສິ່ງເຫຼົ່ານີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.)

ໃນຂະນະທີ່ຂ່າວປະເສີດແຫ່ງລາຊະອານາຈັກເຜີຍແຜ່ອອກໄປກວ້າງຂຶ້ນເລື້ອຍໆ ແລະ ມີຄົນຍອມຮັບວຽກງານຂັ້ນຕອນນີ້ຫຼາຍຂຶ້ນເລື້ອຍໆ, ສິ່ງນີ້ກ່ຽວຂ້ອງກັບບັນຫາຫຍັງ? ສິ່ງນີ້ກ່ຽວຂ້ອງກັບບັນຫາການສ້າງຕັ້ງຄຣິສຕະຈັກ. ພວກເຈົ້າສາມາດເຮັດວຽກງານການສ້າງຕັ້ງຄຣິສຕະຈັກໃຫ້ດີໄດ້ບໍ? ພວກເຈົ້າກໍຍັງຈະບໍ່ສາມາດເຮັດໃຫ້ດີໄດ້. ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ຍັງຕ້ອງເຮັດການຈັດແຈງວຽກງານ, ມອບໝາຍວຽກງານນີ້ ແລະ ດຳເນີນວຽກງານນີ້ດ້ວຍຕົນເອງ ພ້ອມທັງກຳກັບດູແລ, ຕິດຕາມ ແລະ ຊຸກຍູ້ວຽກງານນີ້ໃຫ້ກ້າວໄປຂ້າງໜ້າດ້ວຍຕົນເອງ. ດັ່ງນັ້ນ ລາວຈຶ່ງໄດ້ຈັດການເຕົ້າໂຮມສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ສຳລັບຜູ້ທີ່ຮັບຜິດຊອບວຽກງານຂ່າວປະເສີດຢູ່ເລື້ອຍໆ, ໂດຍບອກພວກເຂົາເຖິງວິທີສ້າງຕັ້ງຄຣິສຕະຈັກ, ຄວນມີຈັກຄົນເພື່ອສ້າງຕັ້ງເປັນໜຶ່ງຄຣິສຕະຈັກ, ຄວນມີຈັກຄຣິສຕະຈັກເພື່ອສ້າງຕັ້ງເປັນໜຶ່ງເຂດ, ຄວນມີຈັກເຂດເພື່ອສ້າງຕັ້ງເປັນໜຶ່ງພາກພື້ນ, ຄວນແຕ່ງຕັ້ງຜູ້ນໍາຄຣິສຕະຈັກຈັກຄົນ ແລະ ຜູ້ຊ່ວຍວຽກຈັກຄົນໃນແຕ່ລະຄຣິສຕະຈັກ ແລະ ອື່ນໆ. ລາວໄດ້ກຳນົດຂໍ້ບັງຄັບທີ່ສະເພາະເຈາະຈົງກ່ຽວກັບທຸກລາຍລະອຽດທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ລວມທັງການຈັດແຈງທີ່ສະເພາະເຈາະຈົງສຳລັບການຈັດການ ແລະ ການນໍາໃຊ້ເຄື່ອງຖວາຍ. ທັງໝົດນີ້ແມ່ນວຽກງານທີ່ເຮັດໂດຍຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້. ບອກເຮົາເບິ່ງວ່າ ລາວມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງບໍ? (ແມ່ນແລ້ວ.) ຖ້າລາວບໍ່ມີການຄຳນຶງເຖິງເຈດຕະນາຂອງພຣະເຈົ້າໃນໃຈຂອງລາວເລີຍ ຫຼື ມີການຄຳນຶງເຖິງພຽງເລັກນ້ອຍ ຫຼື ຖ້າການຄຳນຶງເຖິງທີ່ລາວສະແດງອອກນັ້ນຖືກຫຼຸດທອນລົງໄປໃນລະດັບໃດໜຶ່ງ, ວຽກງານນີ້ຈະສາມາດຖືກຈັດຕັ້ງປະຕິບັດໄດ້ບໍ? (ບໍ່.) ຈະມີສະຖານະການຫຍັງເກີດຂຶ້ນໃນຄຣິສຕະຈັກ? (ຊີວິດໃນຄຣິສຕະຈັກກໍຈະວຸ້ນວາຍ.) ບໍ່ພຽງແຕ່ຊີວິດໃນຄຣິສຕະຈັກຈະວຸ້ນວາຍເທົ່ານັ້ນ, ແຕ່ທຸກດ້ານຂອງວຽກງານຄຣິສຕະຈັກກໍຈະວຸ້ນວາຍເຊັ່ນກັນ. ຄົນຊົ່ວຮ້າຍກໍຈະສາມາດກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຖິງກັບຄອງອຳນາດ ແລະ ເປັນຜູ້ຕັດສິນຊີ້ຂາດໃນຄຣິສຕະຈັກໄດ້. ວຽກງານການສ້າງຕັ້ງຄຣິສຕະຈັກຢູ່ທົ່ວທຸກແຫ່ງກໍຈະວຸ້ນວາຍ ແລະ ວຽກງານຕ່າງໆ ເຊັ່ນ: ການຈັດແຈງບຸກຄະລາກອນ ແລະ ການຈັດການເຄື່ອງຖວາຍກໍຈະວຸ້ນວາຍ. ຖ້າຜູ້ທີ່ຮັບໃຊ້ໃນຖານະຜູ້ນໍາບໍ່ມີຫົວໃຈທີ່ສະແດງການຄຳນຶງເຖິງພຣະເຈົ້າຢ່າງແທ້ຈິງ ແລະ ເມື່ອເຫັນວ່າຄຣິສຕະຈັກກຳລັງພັດທະນາໄປດ້ວຍດີ, ມີຂະໜາດໃຫຍ່ຂຶ້ນ ແລະ ມີຈຳນວນຄົນເພີ່ມຂຶ້ນ, ກໍເລີ່ມເພີດເພີນກັບຜົນປະໂຫຍດຈາກສະຖານະ, ອາໄສຜົນງານໃນອະດີດຫາກິນ ແລະ ໃຊ້ຊີວິດບັ້ນປາຍຢ່າງສະດວກສະບາຍ, ຖ້າຄົນປະເພດນີ້ເປັນຜູ້ນໍາ, ແລ້ວວຽກງານຂອງຄຣິສຕະຈັກກໍຈະບໍ່ສາມາດເຮັດໃຫ້ດີໄດ້. ເຖິງຢ່າງໃດກໍຕາມ, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ເຮັດຈົນສຸດຄວາມສາມາດຂອງລາວໃນວຽກງານຄຣິສຕະຈັກຢູ່ສະເໝີ, ຈົນມາເຖິງປັດຈຸບັນນີ້. ວະລີໜຶ່ງທີ່ຄົນມີຄວາມຕັ້ງໃຈມັກຈະໃຊ້ກໍຄື “ຕາບໃດທີ່ຍັງມີຊີວິດຢູ່, ການຕໍ່ສູ້ກໍຈະດຳເນີນຕໍ່ໄປ”. ສຳລັບຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້, ຕາບໃດທີ່ຍັງມີຊີວິດຢູ່, ວຽກງານກໍຈະດຳເນີນຕໍ່ໄປ. ລາວໄດ້ສືບຕໍ່ເຮັດວຽກມາໂດຍຕະຫຼອດ. ເຖິງແມ່ນວ່າເຈົ້າຈະຂໍໃຫ້ລາວພັກຜ່ອນ, ລາວກໍບໍ່ພັກຜ່ອນ; ລາວເຮັດວຽກແບບນີ້ທຸກມື້ ແລະ ຍືນຢັນໃນການເຮັດວຽກບໍ່ວ່າລາວຈະອິດເມື່ອຍສໍ່າໃດກໍຕາມ. ນີ້ແມ່ນສິ່ງທີ່ສາມາດບັນລຸໄດ້ພຽງແຕ່ໂດຍການເຂົ້າໃຈເຈດຕະນາຂອງພຣະເຈົ້າບໍ? ລາວເຮັດວຽກພຽງແຕ່ຍ້ອນວ່າມີຄົນກຳກັບດູແລ ແລະ ຊຸກຍູ້ລາວບໍ? ບໍ່. ຫົວໃຈຂອງຜູ້ຄົນນັ້ນບໍ່ຄືກັນ. ຄົນຜູ້ນີ້ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ສະແດງການຄຳນຶງເຖິງຫົວໃຈຂອງພຣະເຈົ້າ. ສິ່ງນີ້ສຳຄັນຢ່າງຍິ່ງ! ບໍ່ວ່າລາວຈະອິດເມື່ອຍສໍ່າໃດກໍຕາມ, ລາວກໍບໍ່ກາຍເປັນຄົນຄິດລົບ ແລະ ບໍ່ວ່າລາວຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ລາວກໍບໍ່ຖອຍຫຼັງ; ລາວຍືນຢັນໃນການເຮັດວຽກມາໂດຍຕະຫຼອດ. ດັ່ງນັ້ນ, ວຽກງານທຸກຢ່າງຂອງຄຣິສຕະຈັກໃນຕອນນີ້ຈຶ່ງໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງເທື່ອລະກ້າວ, ກຳລັງດຳເນີນໄປຢ່າງລ່ຽນໄຫຼຫຼາຍຂຶ້ນເລື້ອຍໆ ແລະ ກຳລັງບັນລຸຜົນໄດ້ຮັບທີ່ດີຂຶ້ນເລື້ອຍໆ. ພວກເຈົ້າຮູ້ສຶກແນວໃດທີ່ມີຄົນແບບນີ້ນໍາພາພວກເຈົ້າໃນການດຳເນີນໜ້າວຽກທີ່ເປັນຮູບປະທຳແຕ່ລະຢ່າງ? ຖ້າພວກເຈົ້າບໍ່ມີຄົນຜູ້ນີ້ນໍາພາພວກເຈົ້າ, ຈະເກີດຫຍັງຂຶ້ນກັບພວກເຈົ້າ? ພວກເຈົ້າຈະບໍ່ບົກພ່ອງຫຼາຍສິ່ງຫຼາຍຢ່າງບໍ? (ແມ່ນແລ້ວ.) ການມີຄົນຜູ້ນີ້ແມ່ນສຳຄັນຫຼາຍສຳລັບພວກເຈົ້າ. ລາວໄດ້ນໍາພາວຽກງານແຕ່ລະຢ່າງຂອງຄຣິສຕະຈັກເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ບັນຫາທີ່ເກີດຂຶ້ນໃນແຕ່ລະຂັ້ນຕອນຂອງວຽກງານກໍໜ້ອຍລົງເລື້ອຍໆ, ບັນຫາທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂກໍໜ້ອຍລົງເລື້ອຍໆ ແລະ ຫຼັກການຄວາມຈິງທີ່ຜູ້ຄົນເຂົ້າໃຈກໍແຈ່ມແຈ້ງຂຶ້ນເລື້ອຍໆ. ຜົນໄດ້ຮັບເຫຼົ່ານີ້ເກີດຂຶ້ນບໍ່ພຽງແຕ່ຍ້ອນວ່າມີຄົນຜູ້ນີ້ຢູ່ເທົ່ານັ້ນ, ແຕ່ທີ່ສຳຄັນກວ່ານັ້ນກໍຄື ຍ້ອນລາວມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າ. ຈະເປັນແນວໃດຖ້າລາວເລືອກຍ່າງໃນເສັ້ນທາງອື່ນ? ຈະເປັນແນວໃດຖ້າລາວດໍາເນີນກິດຈະການຂອງຕົວເອງ ແລະ ຈັດການສະຖານະຂອງລາວເອງ? ແລ້ວຜົນໄດ້ຮັບທີ່ເກີດຂຶ້ນກໍຈະບໍ່ເປັນແບບນີ້. ເປັນເພາະວ່າທຳມະຊາດຂອງວຽກງານທັງໝົດທີ່ລາວເຮັດນັ້ນແມ່ນການຮ່ວມມືຢ່າງໃກ້ຊິດກັບວຽກງານຂອງພຣະເຈົ້າ, ເປັນການສະແດງການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເປັນການມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້ານີ້ເອງ, ພວກເຈົ້າຈຶ່ງເປັນຜູ້ທີ່ໄດ້ຮັບຜົນປະໂຫຍດໃນທີ່ສຸດ. ພວກເຈົ້າໄດ້ຮັບຜົນປະໂຫຍດຫຼາຍສໍ່າໃດ? ໂດຍບໍ່ຕ້ອງເບິ່ງໄປໄກ ຢ່າງໜ້ອຍທີ່ສຸດ, ພວກເຈົ້າກໍໄດ້ເລີ່ມເຂົ້າໃຈຫຼາຍພໍສົມຄວນກ່ຽວກັບຂົງເຂດຄວາມຊ່ຽວຊານຕ່າງໆ, ມີຄວາມຄືບໜ້າໃນຄວາມຊ່ຽວຊານຂອງພວກເຈົ້າ ແລະ ຄ່ອຍໆປ່ຽນຈາກການເປັນມືສະໝັກຫຼິ້ນມາເປັນມືອາຊີບ. ຍິ່ງໄປກວ່ານັ້ນ, ຍິ່ງລາວເວົ້າກ່ຽວກັບຫຼັກການຄວາມຈິງໄດ້ລະອຽດ ແລະ ສະເພາະເຈາະຈົງຫຼາຍສໍ່າໃດ ແລະ ຂໍ້ກຳນົດຂອງລາວສຳລັບພວກເຈົ້າຍິ່ງເຂັ້ມງວດຫຼາຍສໍ່າໃດ ແລະ ໂດຍສະເພາະຢ່າງຍິ່ງ, ຄຳເວົ້າທີ່ລາວໃຊ້ລິຮານພວກເຈົ້າຍິ່ງຮຸນແຮງຫຼາຍສໍ່າໃດ, ພວກເຈົ້າກໍຍິ່ງສາມາດສະຫຼັກສິ່ງເຫຼົ່ານັ້ນໄວ້ໃນໃຈຂອງພວກເຈົ້າ, ຈື່ຈຳສິ່ງເຫຼົ່ານັ້ນຢ່າງເລິກເຊິ່ງ, ເຂົ້າໃຈຢ່າງແຈ່ມແຈ້ງວ່າຫຼັກການຄວາມຈິງແມ່ນຫຍັງ ແລະ ເຂົ້າໃຈວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງໄດ້ຫຼາຍຂຶ້ນສໍ່ານັ້ນ. ພວກເຈົ້າຕ່ຳຊ້າແບບນັ້ນແທ້ໆ. ບໍ່ວ່າຈະມີການໂອ້ລົມຫຼັກການຄວາມຈິງໃຫ້ພວກເຈົ້າຟັງຈັກຄັ້ງກໍຕາມ, ພວກເຈົ້າກໍບໍ່ສາມາດຈື່ຈຳສິ່ງເຫຼົ່ານັ້ນໄດ້. ມີພຽງແຕ່ເມື່ອຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ເປີດໂປງ ແລະ ລິຮານພວກເຈົ້າຢ່າງຮຸນແຮງແບບນີ້ ແລະ ເຖິງກັບຮ້າຍດ່າພວກເຈົ້າຢູ່ເລື້ອຍໆເທົ່ານັ້ນ, ພວກເຈົ້າຈຶ່ງຈະມາເຂົ້າໃຈຫຼັກການຄວາມຈິງບາງຢ່າງ, ກາຍເປັນຄົນທີ່ປະຕິບັດຕາມກົດລະບຽບ ແລະ ປະພຶດຕົວດີຂຶ້ນຫຼາຍໃນການປະພຶດຕົນ ແລະ ການກະທຳຂອງພວກເຈົ້າ ແລະ ປັບປ່ຽນທັດສະນະຄະຕິຂອງພວກເຈົ້າໃຫ້ຖືກຕ້ອງ. ແນ່ນອນວ່າ ໃນຂະບວນການທີ່ຖືກລິຮານ, ພວກເຈົ້າກໍສັ່ນກົວດ້ວຍຄວາມຢ້ານ, ຢ້ານຢູ່ສະເໝີວ່າຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ຈະເບິ່ງທະລຸພວກເຈົ້າ ແລະ ຄັດພວກເຈົ້າອອກ. ເຮົາເຫັນວ່າສິ່ງນີ້ເປັນສິ່ງທີ່ດີ, ບໍ່ແມ່ນສິ່ງທີ່ບໍ່ດີ. ຢ່າງໜ້ອຍທີ່ສຸດ, ຕອນນີ້ບາງຄົນກໍມີທັດສະນະຄະຕິທີ່ດີຂຶ້ນຫຼາຍຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ປະພຶດຕົວດີຂຶ້ນກວ່າແຕ່ກ່ອນຫຼາຍ. ສິ່ງນີ້ໄດ້ສົ່ງຜົນກະທົບທາງບວກ. ເຖິງແມ່ນວ່າການຮ້າຍດ່າຜູ້ຄົນອາດຈະເບິ່ງຄືວ່າຜິດ ແລະ ເມື່ອເບິ່ງຈາກພາຍນອກແລ້ວ, ບໍ່ໄດ້ສຸພາບປານໃດໃນແງ່ຂອງຮູບລັກສະນະ ແລະ ຄຳເວົ້າກໍບໍ່ຄ່ອຍໜ້າຟັງປານໃດ, ແຕ່ຜົນໄດ້ຮັບທີ່ບັນລຸໄດ້ນັ້ນເປັນເລື່ອງດີ. ເພື່ອບັນລຸຜົນໄດ້ຮັບນີ້, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ຈ່າຍລາຄາໄປຫຼາຍສໍ່າໃດ? ລາວຕ້ອງໃຈຮ້າຍໃຫ້ພວກເຈົ້າຈັກຄັ້ງ? ບອກເຮົາເບິ່ງວ່າ ເມື່ອລາວລິຮານພວກເຈົ້າ, ລາວບໍ່ໃຈຮ້າຍບໍ? ລາວບໍ່ໂມໂຫບໍ? ສິ່ງນີ້ຈະບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງລາວເຊັ່ນກັນບໍ? ລາວບໍ່ຢາກລິຮານພວກເຈົ້າ. ບາງຄັ້ງລາວກໍໃຈຮ້າຍຫຼາຍຈົນຮ້າຍດ່າພວກເຈົ້າ ແລະ ຄຳເວົ້າທີ່ລາວເວົ້າອາດຈະຟັງເບິ່ງບໍ່ສຸພາບປານໃດ. ແຕ່ຕັດສິນຈາກການສະແດງອອກຂອງພວກເຈົ້າໃນການພົວພັນຂອງເຮົາກັບພວກເຈົ້າແລ້ວ, ສິ່ງທີ່ລາວເວົ້ານັ້ນຖືກຕ້ອງ ແລະ ກົງກັນກັບສະຖານະການຕົວຈິງຂອງພວກເຈົ້າ; ບໍ່ໄດ້ເກີນໄປເລີຍແມ່ນແຕ່ໜ້ອຍດຽວ. ພວກເຈົ້າໄດ້ເຮັດຫຍັງແດ່ທີ່ເຮັດໃຫ້ຄົນຜູ້ນີ້ໃຈຮ້າຍຫຼາຍຂະໜາດນັ້ນ? ເປັນເພາະວ່າສິ່ງທີ່ພວກເຈົ້າເຮັດນັ້ນໜ້າໂມໂຫເກີນໄປ. ມີການໂອ້ລົມຫຼັກການຄວາມຈິງໃຫ້ພວກເຈົ້າຟັງມາຫຼາຍປີແລ້ວ, ແຕ່ພວກເຈົ້າກໍຍັງບໍ່ເຂົ້າໃຈສິ່ງເຫຼົ່ານັ້ນ ແລະ ຍັງກະທໍາຜິດຢ່າງບໍ່ຢ້ານກົວຕາມຄວາມປະສົງຂອງພວກເຈົ້າເອງ. ດ້ວຍເຫດນັ້ນລາວຈຶ່ງຖືກບັງຄັບໃຫ້ເວົ້າແບບນີ້. ຫຼັງຈາກທີ່ເວົ້າແບບນີ້ແລ້ວ, ຕົວລາວເອງກໍຍິ່ງເສຍໃຈ, ໂດຍເວົ້າວ່າ “ພວກເຮົາທຸກຄົນລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ; ເປັນຫຍັງຂ້ອຍຈຶ່ງໃຈຮ້າຍຫຼາຍຂະໜາດນີ້?” ເຮົາປອບໂຍນ ແລະ ໃຫ້ກຳລັງໃຈລາວວ່າ: “ນີ້ຄືວິທີທີ່ພວກເຂົາຄວນຖືກລິຮານຢ່າງແທ້ຈິງ. ບໍ່ມີຫຍັງຜິດເລີຍ. ຄັ້ງຕໍ່ໄປທີ່ເຈົ້າປະເຊີນກັບສະຖານະການປະເພດນີ້, ເຈົ້າຍັງຕ້ອງລິຮານພວກເຂົາຄືເກົ່າ”. ບອກເຮົາເບິ່ງວ່າ ການໃຫ້ກຳລັງໃຈລາວແບບນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ເປັນເພາະວ່າຜູ້ຄົນເສື່ອມຊາມເລິກເຊິ່ງເກີນໄປ, ດ້ານຊາເກີນໄປ ແລະ ມີວຸດທິພາວະນ້ອຍຢ່າງໜ້າເວດທະນາ, ສະນັ້ນ ແມ່ນແຕ່ເລື່ອງທີ່ງ່າຍດາຍຫຼາຍກໍຍັງຮຽກຮ້ອງໃຫ້ມີການຮ້າຍດ່າ ແລະ ການຮ້ອງສຽງດັງເພື່ອໃຫ້ບັນລຸຜົນໄດ້ຮັບ. ຖ້າບໍ່ດັ່ງນັ້ນ ວຽກງານກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ທຸກຄົນຄິດວ່າພວກເຂົາມີຄວາມສາມາດ ແລະ ທຸກຄົນຕ້ອງການກະທຳຕາມອຳເພີໃຈ ແລະ ຢ່າງບໍ່ຢ້ານກົວຕາມຄວາມປະສົງຂອງພວກເຂົາເອງ. ບອກເຮົາເບິ່ງວ່າ ຈະຍອມຮັບໄດ້ບໍ ຖ້າບໍ່ມີຄົນແບບນີ້ຄອຍຄວບຄຸມສິ່ງຕ່າງໆ? (ບໍ່.) ຜູ້ຄົນລ້ວນແຕ່ເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ແຕ່ບໍ່ມີໃຜໃນພວກເຂົາທີ່ມີຫົວໃຈທີ່ຢຳເກງພຣະເຈົ້າ; ພວກເຂົາລ້ວນແຕ່ເປັນຄົນທີ່ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ. ຖ້າບໍ່ມີໃຜຄອຍຄວບຄຸມສິ່ງຕ່າງໆ, ສະຖານະການທີ່ຈະຕາມມາກໍຄື ທຸກຄົນຈະຕ້ອງການເປັນຜູ້ຕັດສິນຊີ້ຂາດ ແລະ ທຸກຄົນຈະຕ້ອງການຄອງອຳນາດຄືກັບກະສັດ, ໃນຂະນະທີ່ຈະປະຕິເສດໃຫ້ຄວາມຈິງມີອຳນາດຊີ້ຂາດ ແລະ ປະຕິເສດທີ່ຈະໃຫ້ພຣະເຈົ້າມີອຳນາດຊີ້ຂາດ. ຖ້າຄວາມຈິງຈະເປັນສິ່ງທີ່ມີອຳນາດຊີ້ຂາດ ແລະ ຄວາມຈິງຈະຄອງອຳນາດ, ແລ້ວກໍຕ້ອງມີຄົນຄອຍຈັບຕາເບິ່ງພວກເຈົ້າ ແລະ ຄົນຜູ້ນີ້ຕ້ອງຖືກນໍາໃຊ້ເພື່ອຢັບຢັ້ງພວກເຈົ້າ. ການບັນລຸຜົນນີ້ງ່າຍບໍ? (ບໍ່.) ໃນຂະນະທີ່ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ເຮັດວຽກ, ຍິ່ງລາວເຮັດວຽກຫຼາຍສໍ່າໃດ ລາວກໍຍິ່ງໃຈຮ້າຍຫຼາຍຂຶ້ນສໍ່ານັ້ນ; ຍິ່ງລາວເຮັດວຽກຫຼາຍສໍ່າໃດ ລາວກໍຍິ່ງກັງວົນຫຼາຍຂຶ້ນສໍ່ານັ້ນ; ຍິ່ງລາວເຮັດວຽກຫຼາຍສໍ່າໃດ ຄຳເວົ້າຂອງລາວກໍຍິ່ງຮຸນແຮງຫຼາຍຂຶ້ນສໍ່ານັ້ນ; ຍິ່ງລາວເຮັດວຽກຫຼາຍສໍ່າໃດ ລາວກໍຍິ່ງລິຮານພວກເຈົ້າເລື້ອຍຂຶ້ນສໍ່ານັ້ນ ແລະ ຍິ່ງລາວເຮັດວຽກຫຼາຍສໍ່າໃດ ທັດສະນະຄະຕິຂອງລາວທີ່ມີຕໍ່ພວກເຈົ້າກໍຍິ່ງຮ້າຍແຮງຂຶ້ນສໍ່ານັ້ນ. ພຽງແຕ່ສິ່ງນີ້ກໍສະທ້ອນໃຫ້ເຫັນແລ້ວວ່າຂີດຄວາມສາມາດຂອງພວກເຈົ້າຕໍ່າສໍ່າໃດ, ພວກເຈົ້າຫົວແຂງສໍ່າໃດ, ພວກເຈົ້າດ້ານຊາສໍ່າໃດ ແລະ ວຸດທິພາວະຂອງພວກເຈົ້ານ້ອຍສໍ່າໃດ. ບອກເຮົາເບິ່ງວ່າ ໃນເມື່ອວຽກງານຍາກລຳບາກຂະໜາດນີ້, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ຍອມແພ້ແລ້ວບໍ? ລາວບໍ່ໄດ້ຍອມແພ້. ບໍ່ວ່າພວກເຈົ້າຈະເຮັດຜິດພາດພື້ນຖານແບບດຽວກັນຈັກຄັ້ງກໍຕາມ, ລາວໄດ້ຍອມແພ້ຕໍ່ພວກເຈົ້າແລ້ວບໍ? (ບໍ່.) ເມື່ອໃດກໍຕາມທີ່ທີມງານໃດໜຶ່ງສະແຫວງຫາກ່ຽວກັບບັນຫາໃດໜຶ່ງ, ອ້າຍນ້ອງຜູ້ນັ້ນກໍຈະໂອ້ລົມກ່ຽວກັບບັນຫານັ້ນ ແລະ ແກ້ໄຂບັນຫານັ້ນໃນທັນທີ ໂດຍບໍ່ຕ້ອງເວົ້າຫຍັງ ແລະ ໂດຍບໍ່ໃຫ້ຫຼຸດໜ້ອຍຖອຍລົງເລີຍ. ບາງຄັ້ງລາວກຳລັງກິນເຂົ້າ ຫຼື ກຳລັງຈະພັກຜ່ອນ, ແຕ່ລາວກໍວາງຖ້ວຍຂອງລາວລົງ ຫຼື ເລື່ອນການພັກຜ່ອນອອກໄປ ແລະ ຕອບກັບໃນທັນທີ. ລາວເວົ້າວ່າ “ຫຼັງຈາກທີ່ຂ້ອຍຕອບກັບແລ້ວ, ພວກເຂົາກໍສາມາດເລີ່ມເຮັດວຽກໄດ້ຢ່າງວ່ອງໄວ. ວຽກງານຕ້ອງບໍ່ຊັກຊ້າ; ວຽກງານເປັນເລື່ອງຮີບດ່ວນ. ຫຼັງຈາກທີ່ຂ້ອຍຕອບກັບແລ້ວ, ຂ້ອຍກໍຈະຮູ້ສຶກສະບາຍໃຈ ແລະ ຂ້ອຍກໍຈະສາມາດພັກຜ່ອນໄດ້ດ້ວຍຄວາມສະຫງົບໃຈ”. ເບິ່ງແມ, ຄວາມຄິດຂອງລາວຕໍ່ການແກ້ໄຂບັນຫາຖືກຕ້ອງບໍ? (ແມ່ນແລ້ວ.) ລາວກຳກັບດູແລພວກເຈົ້າ ແລະ ຊຸກຍູ້ພວກເຈົ້າຢູ່ສະເໝີ ແລະ ລາວຍັງລິຮານພວກເຈົ້າເລື້ອຍໆອີກດ້ວຍ. ລາວຍັງກວດກາວຽກງານຂອງພວກເຈົ້າຢູ່ສະເໝີ, ເຮັດໃຫ້ພວກເຈົ້າມີວຽກເຮັດຢ່າງເຕັມທີ່ຢູ່ຕະຫຼອດ ເພື່ອບໍ່ໃຫ້ພວກເຈົ້າວ່າງ ແລະ ລາວກໍຈັບຕາເບິ່ງພວກເຈົ້າທຸກມື້. ບອກເຮົາເບິ່ງວ່າ ການມີຄົນແບບນີ້ນໍາພາພວກເຈົ້າເປັນສິ່ງທີ່ດີບໍ? (ແມ່ນແລ້ວ, ເປັນສິ່ງທີ່ດີ.) ເຮົາຄິດວ່າການມີຄົນຜູ້ນີ້ເປັນສິ່ງທີ່ດີຫຼາຍ. ລາວເປັນປະໂຫຍດຫຼາຍຕໍ່ພວກເຈົ້າໃນການໄລ່ຕາມເສາະຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ດີ. ຢ່າລັງກຽດລາວ ແລະ ຢ່າຈົ່ມວ່າ. ເຮົາຮັບຜິດຊອບໃນການໂອ້ລົມຄວາມຈິງ ແລະ ເຮົາບໍ່ມີກຳລັງກາຍ ຫຼື ພະລັງງານທີ່ຈະເຮັດວຽກງານທົ່ວໄປ ແລະ ວຽກງານການປົກຄອງນີ້ຢ່າງແທ້ຈິງ. ຍິ່ງໄປກວ່ານັ້ນ, ໃນເມື່ອມີອ້າຍນ້ອງຜູ້ນັ້ນທີ່ເຮັດວຽກງານນີ້, ຈຶ່ງບໍ່ມີຄວາມຈຳເປັນເລີຍທີ່ເຮົາຈະຕ້ອງເຮັດ. ຖ້າເຮົາເປັນຜູ້ທີ່ເຮັດວຽກກັບພວກເຈົ້າ, ເຮົາກໍຈະອ່ອນໂຍນກວ່າຫຼາຍ. ສິ່ງນີ້ຈະເຮັດໃຫ້ພວກເຈົ້າມີໂອກາດທີ່ຈະເອົາປຽບ ແລະ ພວກເຈົ້າກໍອາດຈະບໍ່ປະພຶດຕົວດີຄືກັບຕອນນີ້. ເຮົາຮູ້ສະຖານະການນີ້. ການທີ່ເຮົາຜ່ອນຜັນກັບພວກເຈົ້າຫຼາຍນັ້ນກໍບໍ່ໄດ້ເໝາະສົມກັບພວກເຈົ້າໄປເສຍທັງໝົດ. ເມື່ອເຮົາບໍ່ປະຕິບັດຕໍ່ບາງຄົນຢ່າງເຂັ້ມງວດ, ພວກເຂົາກໍກາຍເປັນຄົນປ່ອຍປະລະເລີຍ ແລະ ບໍ່ມີການຢັບຢັ້ງ ແລະ ເຖິງກັບໄດ້ຄືບເອົາສອກ, ເຮັດວຽກຂອງພວກເຂົາຢ່າງບໍ່ໃສ່ໃຈ ແລະ ແບບພໍແລ້ວມືແລ້ວຕີນ. ຄົນປະເພດນີ້ບໍ່ຈຳເປັນຕ້ອງຖືກລິຮານບໍ? (ແມ່ນແລ້ວ.) ສິ່ງທີ່ພວກເຈົ້າຕ້ອງການທີ່ສຸດກໍຄືວິທີການເຮັດວຽກທີ່ຮຸນແຮງຂອງອ້າຍນ້ອງຜູ້ນັ້ນ, ຍິ່ງຮຸນແຮງຫຼາຍສໍ່າໃດກໍຍິ່ງດີສໍ່ານັ້ນ. ເມື່ອຮອດມື້ທີ່ພວກເຈົ້າເຂົ້າໃຈຄວາມຈິງ ແລະ ພວກເຈົ້າຮູ້ຈັກສະແດງການຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ສາມາດປະຕິບັດໄດ້ຢ່າງຖືກຕ້ອງຕາມຫຼັກການຄວາມຈິງ, ປະຕິບັດໜ້າທີ່ຂອງພວກເຈົ້າໄດ້ດີຂຶ້ນເລື້ອຍໆ, ປະຕິບັດໜ້າທີ່ຂອງພວກເຈົ້າໃນລັກສະນະທີ່ເໝາະສົມຫຼາຍຂຶ້ນເລື້ອຍໆ, ມີປະສິດທິຜົນຫຼາຍຂຶ້ນເລື້ອຍໆໃນການປະຕິບັດໜ້າທີ່ຂອງພວກເຈົ້າ, ຮູ້ຈັກມາຢູ່ຕໍ່ໜ້າພຣະເຈົ້າ, ຮູ້ຈັກປະຕິບັດຄວາມຈິງ ແລະ ຮູ້ຈັກກະທຳຕາມເຈດຕະນາຂອງພຣະເຈົ້າ, ບອກເຮົາເບິ່ງວ່າ ສິ່ງນີ້ຈະບໍ່ເປັນສິ່ງທີ່ດີບໍ? (ແມ່ນແລ້ວ.) ນີ້ຄືສິ່ງທີ່ດີ. ການມີຄົນແບບນີ້ເປັນປະໂຫຍດຫຼາຍຕໍ່ພວກເຈົ້າ. ຄົນຜູ້ນີ້ເຮັດສິ່ງທັງໝົດເຫຼົ່ານີ້ກໍຍ້ອນວ່າລາວມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້ານັ້ນເອງ. ຄວາມເຂົ້າໃຈທີ່ກົງກັນນີ້ໝາຍເຖິງການສະແດງການຄຳນຶງເຖິງພຣະເຈົ້າ ແລະ ການທີ່ສາມາດຈັດຕັ້ງປະຕິບັດ ແລະ ປະຕິບັດພຣະທຳຂອງພຣະເຈົ້າ ໂດຍບໍ່ໃຫ້ຫຼຸດໜ້ອຍຖອຍລົງເລີຍ ແລະ ຈາກນັ້ນກໍນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າເທື່ອລະໜ້ອຍ, ເພື່ອວ່າໃນການປະຕິບັດໜ້າທີ່ຂອງພວກເຈົ້າ ພວກເຈົ້າຈະຄ່ອຍໆໄດ້ມາດຕະຖານ ແລະ ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເພື່ອວ່າພວກເຈົ້າຈະສາມາດເຮັດພາລະກິດທີ່ພຣະເຈົ້າໄດ້ປະທານໃຫ້ພວກເຈົ້າສຳເລັດ ແລະ ລາຍງານຕໍ່ພຣະເຈົ້າ. ນີ້ຄືສິ່ງທີ່ດີ. ສະນັ້ນ ບອກເຮົາເບິ່ງວ່າ ໃນຂະບວນການນີ້, ຜູ້ທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ມີບົດບາດຫຍັງ? ພວກເຈົ້າຄິດວ່າລາວກຳລັງຮັບບົດບາດຫຍັງ? (ຫົວໜ້າຄອບຄົວ.) ຄືກັບຫົວໜ້າຄອບຄົວນີ້, ແມ່ນບໍ່? ຕະຫຼອດເສັ້ນທາງ, ລາວນໍາພາພວກເຈົ້າໃຫ້ກ້າວໄປຂ້າງໜ້າ. ບໍ່ວ່າມີຄວາມຫຍຸ້ງຍາກຫຍັງເກີດຂຶ້ນໃນວຽກງານ, ລາວກໍບໍ່ເຄີຍຈົ່ມວ່າກ່ຽວກັບຄວາມຫຍຸ້ງຍາກ, ບໍ່ເຄີຍຈົ່ມວ່າກ່ຽວກັບຄວາມລຳບາກ; ຖ້າໃຜຖອຍຫຼັງ, ລາວກໍດຶງຄົນເຫຼົ່ານັ້ນໄປນໍາ ແລະ ຕີຄົນເຫຼົ່ານັ້ນເພື່ອຂັບເຄື່ອນພວກເຂົາໃຫ້ກ້າວໄປຂ້າງໜ້າ.

ຍັງມີອີກຫຼາຍພໍສົມຄວນກ່ຽວກັບຫົວຂໍ້ຂອງການມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າ ແລະ ບາງລາຍລະອຽດກໍຍັງບໍ່ທັນໄດ້ຖືກໂອ້ລົມກັນເທື່ອ. ຖ້າພວກເຈົ້າຢາກຟັງກ່ຽວກັບລາຍລະອຽດເຫຼົ່ານັ້ນ, ໃນການເຕົ້າໂຮມຄັ້ງຕໍ່ໄປຂອງພວກເຮົາ ພວກເຮົາຈະໂອ້ລົມກ່ຽວກັບລາຍລະອຽດທີ່ສະເພາະເຈາະຈົງເຫຼົ່ານີ້ ເພື່ອໃຫ້ພວກເຈົ້າສາມາດໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມໝາຍຂອງການມີຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າ ແລະ ກ່ຽວກັບຜູ້ທີ່ສາມາດບັນລຸຄວາມເຂົ້າໃຈທີ່ກົງກັນກັບພຣະເຈົ້າ, ພຣະເຈົ້າຊົງເບິ່ງພວກເຂົາແນວໃດ ແລະ ພຣະເຈົ້າຊົງກຳນົດລັກສະນະ ແລະ ນິຍາມພວກເຂົາແນວໃດ. ພວກເຮົາຈະໂອ້ລົມກ່ຽວກັບສິ່ງທັງໝົດເຫຼົ່ານີ້. ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 21 ທັນວາ 2024

ກ່ອນນີ້: ວິທີການໄລ່ຕາມເສາະຫາຄວາມຈິງ (31)

ຕໍ່ໄປ: ວິທີການໄລ່ຕາມເສາະຫາຄວາມຈິງ (37)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້