ວິທີການໄລ່ຕາມເສາະຫາຄວາມຈິງ (37)
ກ່ຽວກັບວິທີການໄລ່ຕາມເສາະຫາຄວາມຈິງ, ພວກເຮົາໄດ້ໂອ້ລົມໃນຫົວຂໍ້ “ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ” ໃນລະຫວ່າງຊ່ວງເວລານີ້. ພາຍໃນຫົວຂໍ້ນີ້, ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນຂອງ “ການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ”, ແມ່ນບໍ? (ແມ່ນແລ້ວ.) ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມໃນຫົວຂໍ້ກ່ຽວກັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໃນການຮັບໃຊ້ພຣະເຈົ້າ, ເຊິ່ງກ່ຽວຂ້ອງກັບການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບເນື້ອໃນສອງດ້ານ. ບອກເຮົາມາເບິ່ງວ່າ ສອງດ້ານນີ້ໝາຍເຖິງຫຍັງ? (ໜຶ່ງຄືການສົ່ງເສີມ ແລະ ການບົ່ມເພາະຄົນ; ອີກດ້ານໜຶ່ງຄືການບໍ່ສ້າງພັກສ້າງພວກ.) ນີ້ຄືເນື້ອໃນສອງດ້ານຫຼັກ. ທັງສອງດ້ານນີ້ກ່ຽວຂ້ອງກັບເນື້ອໃນຂອງການຮັບໃຊ້ພຣະເຈົ້າ ແລະ ພວກມັນກ່ຽວຂ້ອງກັບວຽກງານທີ່ຜູ້ຄົນຄວນເຮັດໃນການຮັບໃຊ້ພຣະເຈົ້າ, ພ້ອມທັງການບ່ຽງເບນບາງຢ່າງທີ່ມັກເກີດຂຶ້ນ ແລະ ບັນຫາບາງຢ່າງທີ່ຄວນຫຼີກລ່ຽງໃນການຮັບໃຊ້ພຣະເຈົ້າ. ສິ່ງທີ່ພວກເຮົາໄດ້ສົນທະນາກ່ອນໜ້ານີ້ແມ່ນບາງສິ່ງທີ່ຜູ້ຄົນຄວນເຮັດ ແລະ ບາງເລື່ອງທີ່ພວກເຂົາຄວນໃສ່ໃຈກ່ຽວກັບວຽກງານສອງດ້ານນີ້, ພ້ອມທັງຫຼັກການທີ່ພວກເຂົາຈຳເປັນຕ້ອງປະຕິບັດຕາມໃນການເຮັດວຽກງານສອງດ້ານນີ້. ນັບຕັ້ງແຕ່ຕອນທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເລີ່ມຕົ້ນເຮັດວຽກງານຂອງເຂົາຈົນຮອດຕອນນີ້, ເຂົາໄດ້ເຮັດວຽກງານສອງດ້ານນີ້ຢ່າງຕໍ່ເນື່ອງ, ຍຶດໝັ້ນໃນຫຼັກການສຳລັບການເຮັດວຽກງານສອງດ້ານນີ້ຢູ່ສະເໝີ ແລະ ຍັງໄດ້ບັນລຸຜົນຮັບ ແລະ ເຮັດໃຫ້ຄວາມໝາຍສຳຄັນຂອງການເຮັດວຽກງານສອງດ້ານນີ້ປາກົດເປັນຈິງ. ຜ່ານການໂອ້ລົມກ່ຽວກັບເນື້ອໃນສອງດ້ານນີ້, ພວກເຈົ້າເຂົ້າໃຈຢ່າງແຈ່ມແຈ້ງແລ້ວບໍວ່າເປັນຫຍັງຈຶ່ງຕ້ອງເຮັດວຽກງານສອງດ້ານນີ້ ແລະ ມີເລື່ອງຫຍັງທີ່ຄວນໃສ່ໃຈ ແລະ ມີຫຼັກການຫຍັງເມື່ອເຮັດວຽກງານສອງດ້ານນີ້? (ຕອນນີ້ພວກເຮົາເຂົ້າໃຈຢ່າງແຈ່ມແຈ້ງຂຶ້ນໜ້ອຍໜຶ່ງແລ້ວ.) ເຮົາບໍ່ໄດ້ໂອ້ລົມໃນລາຍລະອຽດຫຼາຍເກີນໄປກ່ຽວກັບຫຼັກການຂອງວຽກງານສອງດ້ານນີ້ ນັ້ນກໍຄື ການສົ່ງເສີມ ແລະ ການບົ່ມເພາະຄົນ ແລະ ການບໍ່ສ້າງພັກສ້າງພວກ; ເຮົາພຽງແຕ່ໃຫ້ການກະຕຸ້ນເຕືອນງ່າຍໆໜ້ອຍໜຶ່ງແກ່ພວກເຈົ້າກ່ຽວກັບຫົວຂໍ້ການຮັບໃຊ້ພຣະເຈົ້າ. ໃນຂະບວນການຮັບໃຊ້ພຣະເຈົ້າ, ວຽກງານສອງລາຍການນີ້ແມ່ນຂາດບໍ່ໄດ້ ແລະ ພວກມັນເປັນວຽກງານສອງລາຍການທີ່ສຳຄັນຫຼາຍ ແລະ ຈຳເປັນຢ່າງຍິ່ງ. ເຫດຜົນທີ່ເຮົາໄດ້ໂອ້ລົມກ່ຽວກັບວຽກງານສອງລາຍການນີ້ກໍຍ້ອນວ່າ ພວກມັນກ່ຽວຂ້ອງກັບຫົວຂໍ້ກວ້າງໆທີ່ພວກເຮົາໄດ້ໂອ້ລົມກັນມາ ນັ້ນກໍຄື “ການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ”. ໃນຖານະທີ່ເປັນຄົນຮັບໃຊ້ພຣະເຈົ້າ, ຖ້າຄົນໆໜຶ່ງປາຖະໜາທີ່ຈະບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ, ວຽກງານສອງລາຍການນີ້ ນັ້ນກໍຄື ການສົ່ງເສີມ ແລະ ການບົ່ມເພາະຄົນ ແລະ ການບໍ່ສ້າງພັກສ້າງພວກ ແມ່ນຕ້ອງເຮັດໃຫ້ສຳເລັດ. ນັ້ນກໍຄື ໃນຂະບວນການທີ່ເຈົ້າຮັບໃຊ້ພຣະເຈົ້າ ແລະ ໃນວຽກງານຂອງເຈົ້າ, ເຈົ້າຄວນເຮັດວຽກງານສອງລາຍການນີ້ ແລະ ເຈົ້າຍັງຄວນຍຶດໝັ້ນໃນຫຼັກການສຳລັບການເຮັດວຽກງານສອງລາຍການນີ້. ສິ່ງເຫຼົ່ານີ້ຄືວຽກງານສອງລາຍການທີ່ຂາດບໍ່ໄດ້. ພວກເຈົ້າຕ້ອງເຂົ້າໃຈສິ່ງນີ້ຢ່າງແຈ່ມແຈ້ງ. ພວກເຮົາໄດ້ມີການໂອ້ລົມທົ່ວໄປບາງຢ່າງກ່ຽວກັບຈຸດປະສົງ ແລະ ຄວາມໝາຍສຳຄັນຂອງການສົ່ງເສີມ ແລະ ການບົ່ມເພາະຄົນ ແລະ ພວກເຮົາຍັງໄດ້ໂອ້ລົມເລັກໜ້ອຍກ່ຽວກັບເລື່ອງທີ່ຄວນເອົາໃຈໃສ່ ແລະ ຫຼັກການທີ່ຕ້ອງຍຶດໝັ້ນກ່ຽວກັບວຽກງານການບໍ່ສ້າງພັກສ້າງພວກ, ພ້ອມທັງຄວາມໝາຍສຳຄັນຂອງການເຮັດວຽກງານດ້ານນີ້. ສຳລັບວຽກງານລາຍລະອຽດບາງຢ່າງວ່າເປັນແນວໃດ ແລະ ວິທີການເຮັດວຽກງານສະເພາະນັ້ນ, ພວກເຈົ້າຄວນຄ່ອຍໆຈັບໃຈຄວາມຫຼັກການ ແລະ ຄົ້ນຫາລາຍລະອຽດໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ໃນຊີວິດປະຈຳວັນຂອງພວກເຈົ້າ. ຕົວຢ່າງ: ໃນຂະນະທີ່ໂອ້ລົມກ່ຽວກັບຄວາມຈິງດ້ານອື່ນໆກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບລາຍລະອຽດຂອງວຽກງານການສົ່ງເສີມ ແລະ ການບົ່ມເພາະຄົນ ເຊັ່ນ: ຄວນສົ່ງເສີມ ແລະ ບົ່ມເພາະຄົນປະເພດໃດ, ວິທີການສົ່ງເສີມ ແລະ ບົ່ມເພາະພວກເຂົາ, ວິທີການສັງເກດຄົນທີ່ໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະ, ວິທີການຮຽນຮູ້ກ່ຽວກັບພວກເຂົາ, ວິທີການຕິດຕາມວຽກງານຂອງພວກເຂົາ ແລະ ວິທີການບົ່ມເພາະພວກເຂົາໃຫ້ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ໄປຮອດຈຸດທີ່ພວກເຂົາປະຕິບັດຕາມຫຼັກການ, ດ້ວຍເຫດນີ້ຈຶ່ງນຳພາພວກເຂົາໄປສູ່ຈຸດທີ່ພວກເຂົາກົງກັນກັບເຈດຕະນາຂອງພຣະເຈົ້າ ແລະ ເໝາະໃຫ້ພຣະເຈົ້າໃຊ້. ໃນວຽກງານການສົ່ງເສີມ ແລະ ການບົ່ມເພາະຄົນ, ພວກເຈົ້າຈຳເປັນຕ້ອງປະຕິບັດ ແລະ ປະສົບກັບສິ່ງນີ້ດ້ວຍຕົວພວກເຈົ້າເອງ, ຄ່ອຍໆຄຳຫາແນວທາງຂອງພວກເຈົ້າ ຈົນກວ່າພວກເຈົ້າຈະຈັບໃຈຄວາມຫຼັກການ. ສະຫຼຸບແລ້ວ, ຫຼັງຈາກທີ່ໄດ້ພົວພັນ ແລະ ຄົບຫາສະມາຄົມກັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນເວລາຫຼາຍປີ, ພວກເຈົ້າຄວນເຂົ້າໃຈ ຫຼື ຄວນຢືນຢັນວ່າ ວຽກງານການສົ່ງເສີມ ແລະ ການບົ່ມເພາະຄົນແມ່ນວຽກງານທີ່ສຳຄັນໜຶ່ງລາຍການທີ່ເຮັດໂດຍຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ໃນຂະບວນການຮັບໃຊ້ພຣະເຈົ້າ. ນອກຈາກນີ້, ການບໍ່ສ້າງພັກສ້າງພວກກໍເປັນໜຶ່ງໃນຫຼັກການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດປະຕິບັດຕາມ ໃນຂະບວນການຮັບໃຊ້ພຣະເຈົ້າເຊັ່ນກັນ, ນີ້ແມ່ນສິ່ງທີ່ພວກເຈົ້າທຸກຄົນສາມາດຮູ້ສຶກໄດ້, ແມ່ນບໍ? (ແມ່ນແລ້ວ.)
ໃນແງ່ຂອງການຮັບໃຊ້ພຣະເຈົ້າ, ນອກເໜືອຈາກການສະແດງອອກໃນສອງດ້ານນີ້ ນັ້ນກໍຄື ການສົ່ງເສີມ ແລະ ການບົ່ມເພາະຄົນ ແລະ ການບໍ່ສ້າງພັກສ້າງພວກ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມີການສະແດງອອກອີກຢ່າງໜຶ່ງໃນຂະບວນການເຮັດວຽກງານຂອງເຂົາ ເຊິ່ງພວກເຮົາກຳລັງຈະໂອ້ລົມກັນໃນມື້ນີ້. ການສະແດງອອກນີ້ກໍຄືການບໍ່ປະຖິ້ມວຽກງານຂອງເຂົາ. ນີ້ຄືການສະແດງອອກຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ໃນການຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ການເຮັດວຽກງານ ແລະ ມັນເປັນການສະແດງອອກທີ່ສຳຄັນຫຼາຍ ເຊິ່ງກ່ຽວຂ້ອງກັບການມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ. ການບໍ່ປະຖິ້ມວຽກງານຂອງຕົນເປັນດ້ານໜຶ່ງຂອງການປະຕິບັດ ຫຼື ເປັນການສະແດງອອກຂອງຄວາມເປັນມະນຸດບໍ? (ເປັນທັງສອງຢ່າງ.) ນີ້ຄືດ້ານທີ່ສະເພາະເຈາະຈົງຂອງການປະຕິບັດໃນວຽກງານຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ແລະ ມັນກໍຍັງເປັນດ້ານໜຶ່ງຂອງຄວາມເປັນຈິງທີ່ເຂົາໃຊ້ຊີວິດຕາມໃນຄວາມເປັນມະນຸດຂອງເຂົາ. ດ້ານການບໍ່ປະຖິ້ມວຽກງານຂອງເຂົານີ້ຖືກສະແດງອອກຢ່າງສະເພາະເຈາະຈົງຫຼາຍ ແລະ ຢ່າງແທ້ຈິງຫຼາຍ ໃນຂະບວນການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຮັບໃຊ້ພຣະເຈົ້າ. ໃນຂະບວນການຂອງການເຊື່ອໃນພຣະເຈົ້າ, ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການຮັບໃຊ້ພຣະເຈົ້າ, ທຸກຄົນມັກມີສະພາວະຂອງຄວາມເປັນລົບ ແລະ ຄວາມອ່ອນແອ ຫຼື ຂອງການຫຼີກລ່ຽງ, ບໍ່ວ່າພວກເຂົາຈະປະເຊີນກັບຄວາມຫຍຸ້ງຍາກປະເພດໃດກໍຕາມ. ນີ້ກໍເພາະວ່າ ໃນຂະນະທີ່ເຊື່ອໃນພຣະເຈົ້າ, ຜູ້ຄົນຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດປະຈຳວັນ ແລະ ການເອົາຕົວລອດຢ່າງຫຼີກລ່ຽງບໍ່ໄດ້ ຫຼື ຄວາມຫຍຸ້ງຍາກກັບໜ້າທີ່ຂອງພວກເຂົາ, ພ້ອມທັງຄວາມຫຍຸ້ງຍາກສ່ວນຕົວ. ຄວາມຫຍຸ້ງຍາກເຫຼົ່ານີ້ມັກສ້າງບັນຫາ ແລະ ສົ່ງຜົນກະທົບຕໍ່ຜູ້ຄົນ, ແລ້ວພາໃຫ້ພວກເຂົາເກີດຄວາມອ່ອນແອ, ຄວາມເປັນລົບ ແລະ ການຫຼີກລ່ຽງ ຫຼື ມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດຮູ້ສຶກເຖິງວຽກງານຂອງພຣະວິນຍານບໍລິສຸດ, ໃນສະພາບແວດລ້ອມພິເສດ ແລະ ບໍລິບົດພິເສດທີ່ກ່ຽວຂ້ອງກັບສິ່ງຕ່າງໆ ເຊັ່ນ: ຜົນປະໂຫຍດຂອງພວກເຂົາເອງ, ຄວາມເປັນຄວາມຕາຍ ແລະ ອື່ນໆ. ໃນສະຖານະການດັ່ງກ່າວ, ເມື່ອຜູ້ຄົນບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ສູນເສຍຄວາມເຊື່ອໃນພຣະເຈົ້າ ຫຼື ເມື່ອພວກເຂົາເບິ່ງບໍ່ເຫັນຄວາມຫວັງ ແລະ ພວກເຂົາບໍ່ສາມາດຮູ້ສຶກເຖິງວຽກງານທີ່ຊັດເຈນຂອງພຣະວິນຍານບໍລິສຸດ, ຄົນສ່ວນໃຫຍ່ຈະເລືອກປະຖິ້ມຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດໃຫ້ສຳເລັດ. ບໍ່ວ່າພວກເຂົາຈະປະຖິ້ມຄວາມຮັບຜິດຊອບຊົ່ວຄາວ ຫຼື ປະຖິ້ມພວກມັນຢ່າງຖາວອນ, ໃນມຸມມອງຂອງເຮົາການປະຖິ້ມຂອງພວກເຂົາແບບນີ້ແມ່ນການປະຖິ້ມວຽກງານຂອງພວກເຂົາ. ນັ້ນກໍຄື ເມື່ອຜູ້ຄົນປະເຊີນກັບຄວາມຫຍຸ້ງຍາກ, ຕົກຢູ່ໃນຄວາມເປັນລົບ ແລະ ຄວາມອ່ອນແອ, ຕົກຢູ່ໃນການເຂົ້າໃຈພຣະເຈົ້າຜິດ ແລະ ຕົກຢູ່ໃນຄວາມຜິດຫວັງກັບພຣະເຈົ້າ, ພວກເຂົາຈະເລືອກປະຖິ້ມ ແລະ ຫຼີກລ່ຽງຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດໃຫ້ສຳເລັດ ແທນທີ່ຈະປະເຊີນໜ້າກັບຄວາມຫຍຸ້ງຍາກໂດຍກົງ ຫຼື ອົດທົນກັບຄວາມເຈັບປວດເພື່ອຢືນຢັດໃນຕຳແໜ່ງຂອງພວກເຂົາ. ໃນສາຍຕາຂອງເຮົາ, ການສະແດງອອກປະເພດນີ້ ແລະ ພຶດຕິກຳປະເພດນີ້ຄືການປະຖິ້ມວຽກງານຂອງຕົນ. ຖ້າບັນຫາການປະຖິ້ມວຽກງານຂອງຕົນປາກົດຂຶ້ນໃນຜູ້ເຊື່ອທຳມະດາ, ມັນກໍມີຜົນກະທົບພຽງເລັກໜ້ອຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ບຸກຄົນນັ້ນເທົ່ານັ້ນ. ແຕ່ເມື່ອເປັນຄົນທີ່ກຳລັງຮັບໃຊ້ພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ນຳ ຫຼື ຜູ້ເຮັດວຽກລະດັບໃດກໍຕາມ, ຖ້າພວກເຂົາປະຖິ້ມວຽກງານຂອງພວກເຂົາ ແລະ ເຊົາເຮັດວຽກງານນັ້ນ, ຜົນກະທົບທີ່ສິ່ງນີ້ມີຕໍ່ວຽກງານຂອງເຮືອນຂອງພຣະເຈົ້າກໍຍິ່ງຈະຮຸນແຮງຫຼາຍ. ມັນບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກເທົ່ານັ້ນ, ແຕ່ມັນຍັງຈະສົ່ງຜົນກະທົບຕໍ່ວຽກງານການເຜີຍແຜ່ຂ່າວປະເສີດອີກດ້ວຍ. ດ້ວຍເຫດນີ້ ວຽກງານຂອງຄຣິສຕະຈັກ ຫຼື ວຽກງານໂດຍລວມຂອງເຮືອນຂອງພຣະເຈົ້າ ຈຶ່ງຈະໄດ້ຮັບຜົນກະທົບ, ຖືກລົບກວນ ແລະ ເຖິງຂັ້ນໄດ້ຮັບຄວາມເສຍຫາຍທັງໝົດ ຍ້ອນການຫຼີກລ່ຽງຂອງຄົນຜູ້ນີ້ ແລະ ການປະຖິ້ມວຽກງານຂອງເຂົາ. ຖ້າຜູ້ນຳເຂດປະຖິ້ມວຽກງານຂອງເຂົາ ຫຼື ເຊົາເຮັດໜ້າທີ່ ແລະ ພາລະກິດຂອງເຂົາແລ້ວຫຼົບໜີໄປ, ມັນກໍຈະເຮັດໃຫ້ວຽກງານຂອງທັງເຂດໄດ້ຮັບຜົນກະທົບ ຫຼື ເຖິງຂັ້ນຢຸດສະງັກ. ຖ້າຜູ້ນຳພາກ ຫຼື ຜູ້ນຳ ຫຼື ຜູ້ເຮັດວຽກໃນລະດັບທີ່ສູງກວ່ານັ້ນປະຖິ້ມວຽກງານຂອງເຂົາ, ຄົນເຮົາກໍສາມາດຈິນຕະນາການໄດ້ວ່າສະຖານະການປະເພດໃດຈະເກີດຂຶ້ນໃນວຽກງານຂອງເຮືອນຂອງພຣະເຈົ້າ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຮັດວຽກງານຕົວຈິງ, ບໍ່ຈັດຕັ້ງປະຕິບັດວຽກງານ ຫຼື ບໍ່ຕິດຕາມວຽກງານ, ສິ່ງນີ້ກໍຈະບໍ່ມີຜົນກະທົບຫຼາຍປານໃດໃນສອງສາມມື້ແລກ, ອ້າຍເອື້ອຍນ້ອງຈະສາມາດກິນ ແລະ ດື່ມພະທໍາຂອງພຣະເຈົ້າໄດ້ຕາມປົກກະຕິ ແລະ ເຕົ້າໂຮມ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກບໍ່ເຄີຍເຮັດວຽກງານຕົວຈິງ, ເມື່ອເວລາຜ່ານໄປ ດ້ວຍການທີ່ອ້າຍເອື້ອຍນ້ອງບໍ່ໄດ້ຮັບການຈັດແຈງວຽກງານຈາກເບື້ອງເທິງ ແລະ ບໍ່ໄດ້ຮັບການຫົດນ້ຳ, ການສະໜອງ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອໃນແງ່ຂອງການເຂົ້າສູ່ຊີວິດ, ຈິດໃຈຂອງຜູ້ຄົນໃນຄຣິສຕະຈັກກໍແຕກແຍກກັນ, ຊີວິດຄຣິສຕະຈັກຈະບໍ່ເກີດຜົນດີຫຍັງເລີຍ, ວຽກງານຂອງຄຣິສຕະຈັກກໍຈະຢຸດນິ້ງເຊັ່ນກັນ ແລະ ຄຣິສຕະຈັກກໍຈະສູນເສຍວຽກງານຂອງພຣະວິນຍານບໍລິສຸດ, ສິ່ງເຫຼົ່ານີ້ຄືຜົນສະທ້ອນທີ່ຈະເກີດຂຶ້ນ. ສະນັ້ນ, ການທີ່ຜູ້ນຳ ແລະ ຜູ້ເຮັດວຽກປະຖິ້ມວຽກງານຂອງພວກເຂົາຈຶ່ງເປັນບັນຫາທີ່ຮ້າຍແຮງຫຼາຍ. ຖ້າສະຖານະການດັ່ງກ່າວເກີດຂຶ້ນໃນຂະບວນການຮັບໃຊ້ພຣະເຈົ້າ, ແລ້ວຜູ້ນຳ ຫຼື ຜູ້ເຮັດວຽກຄົນນັ້ນ ຫຼື ຜູ້ນຳ ແລະ ຜູ້ເຮັດວຽກໃນລະດັບຖັດໄປຂ້າງເທິງ ກໍຄວນຮັບຜິດຊອບ. ໃນຄວາມເປັນຈິງແລ້ວ, ຄວາມຮັບຜິດຊອບນີ້ແມ່ນສິ່ງທີ່ເຈົ້າບໍ່ສາມາດແບກຮັບໄດ້, ແລ້ວເປັນຫຍັງເຮົາຈຶ່ງເວົ້າເຖິງການຮັບຜິດຊອບ? ເພາະວ່າເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອໃຫ້ຄຳອະທິບາຍ, ເຈົ້າຈະບໍ່ສາມາດໃຫ້ຄຳອະທິບາຍໄດ້. ພຣະເຈົ້າໄດ້ມອບໝາຍປະຊາກອນທີ່ພຣະອົງຊົງເລືອກໃນຄຣິສຕະຈັກໜຶ່ງ ຫຼື ຫຼາຍແຫ່ງ ແລະ ວຽກງານຂອງຄຣິສຕະຈັກເຫຼົ່ານັ້ນໃຫ້ກັບເຈົ້າ, ແຕ່ເມື່ອມີສະຖານະການພິເສດບາງຢ່າງເກີດຂຶ້ນ, ເຈົ້າກໍຢຸດເຮັດວຽກ ແລະ ຫັນໄປຈັດການກັບວຽກງານສ່ວນຕົວ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງແທນ, ໂດຍວາງພາລະໃນວຽກງານຄຣິສຕະຈັກລົງ. ໃນສາຍຕາຂອງພຣະເຈົ້າ, ນີ້ຄືການກະທຳຜິດຮ້າຍແຮງທີ່ເຈົ້າໄດ້ກະທຳໃນຂະນະທີ່ຮັບໃຊ້ພຣະເຈົ້າ; ນີ້ຄືສິ່ງທີ່ພຣະເຈົ້າກຽດຊັງ ແລະ ເປັນສິ່ງທີ່ພຣະເຈົ້າປະນາມ.
ຫຼັງຈາກທີ່ເຂົາໄດ້ຍອມຮັບພຣະບັນຊາຂອງພຣະເຈົ້າ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ເຄີຍຖອຍຫຼັງ ແລະ ບໍ່ເຄີຍປະຖິ້ມວຽກງານຂອງເຂົາໃນຂະບວນການຮັບໃຊ້ພຣະເຈົ້າ, ບໍ່ວ່າເຂົາປະເຊີນກັບຄວາມຫຍຸ້ງຍາກໃດກໍຕາມ. ໃນຕອນເລີ່ມຕົ້ນ, ພຣະວິນຍານບໍລິສຸດໄດ້ເຮັດວຽກໃນຕົວເຂົາ ແລະ ມອບໝາຍຄຣິສຕະຈັກໃຫ້ກັບເຂົາ. ໃນເວລານັ້ນ, ເຂົາບໍ່ເຂົ້າໃຈຫຼັກການຄວາມຈິງຫຼາຍຢ່າງ. ພາຍໃຕ້ສະຖານະການເຫຼົ່ານັ້ນ, ເຂົາເຮັດວຽກໂດຍອາໄສພຽງແຕ່ຄວາມຮູ້ແຈ້ງ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ ແລະ ຍັງອາໄສຄວາມຢັ່ງຮູ້ ແລະ ຄວາມເຂົ້າໃຈທີ່ເຂົາໄດ້ຮັບໃນຂະບວນການເຊື່ອໃນພຣະເຈົ້າ ເພື່ອເຮັດວຽກງານຂອງຄຣິສຕະຈັກ. ໃນຂະບວນການເຮັດວຽກງານຂອງຄຣິສຕະຈັກ, ເຂົາຈະປະເຊີນກັບຄວາມຫຍຸ້ງຍາກ, ຄວາມທຸກລຳບາກ ແລະ ຄວາມສັບສົນຫຼາຍຢ່າງທີ່ມາຈາກຊີວິດຂອງເຂົາ ແລະ ມາຈາກວຽກງານຂອງເຂົາຢ່າງຫຼີກລ່ຽງບໍ່ໄດ້. ໃນບໍລິບົດນີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ບາກບັ່ນເຮັດວຽກງານຢ່າງຕໍ່ເນື່ອງ. ບໍ່ວ່າຄວາມຫຍຸ້ງຍາກທີ່ເຂົາປະເຊີນຈະຮຸນແຮງສໍ່າໃດ ແລະ ບໍ່ວ່າເຂົາຈະປະເຊີນກັບອຸປະສັກຫຍັງກໍຕາມ, ເຂົາກໍເດີນທາງໄປຄຣິສຕະຈັກທຸກແຫ່ງຫົນຢູ່ສະເໝີ ເພື່ອເຮັດວຽກງານການສະໜອງໃຫ້ແກ່ຄຣິສຕະຈັກ ແລະ ການຫົດນ້ຳຄຣິສຕະຈັກ, ໂດຍຄຳຫາແນວທາງຂອງເຂົາ ແລະ ມີປະສົບການກັບສິ່ງຕ່າງໆມາໂດຍຕະຫຼອດ, ເຮັດວຽກງານໄດ້ດີຂຶ້ນເລື້ອຍໆຈົນມາຮອດຕອນນີ້. ນີ້ຄືການສະແດງອອກທີ່ສຳພັນກັບຊີວິດຈິງຂອງການທີ່ເຂົາບໍ່ກາຍເປັນຄົນຄິດລົບ ແລະ ກຽດຄ້ານ ຫຼື ປະຖິ້ມວຽກງານຂອງເຂົາໃນການຮັບໃຊ້ພຣະເຈົ້າ, ບໍ່ວ່າເຂົາຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ. ເມື່ອເຂົາເລີ່ມນຳພາຄຣິສຕະຈັກເປັນຄັ້ງທຳອິດ, ເດີນທາງຈາກຄຣິສຕະຈັກແຫ່ງໜຶ່ງໄປຫາຄຣິສຕະຈັກອີກແຫ່ງ, ສະໜອງໃຫ້ແກ່ຄຣິສຕະຈັກ ແລະ ປະຕິບັດວຽກງານການບໍລິຫານ ແລະ ການຈັດການບຸກຄະລາກອນຂອງຄຣິສຕະຈັກ, ເຂົາກໍປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງເຊັ່ນກັນ. ເມື່ອເບິ່ງເລື່ອງນີ້ຈາກມຸມມອງຂອງມະນຸດ, ບໍ່ເຄີຍມີໃຜນຳພາຄຣິສຕະຈັກມາກ່ອນ ແລະ ບໍ່ເຄີຍມີໃຜເຮັດວຽກງານຄຣິສຕະຈັກມາກ່ອນ; ວຽກງານສ່ວນໃຫຍ່ຂອງຄຣິສຕະຈັກແມ່ນເລີ່ມຕົ້ນຈາກສູນ. ສຳລັບມະນຸດແລ້ວ, ນີ້ຄືຄວາມຫຍຸ້ງຍາກທີ່ໃຫຍ່ທີ່ສຸດ. ເປັນຫຍັງຈຶ່ງເວົ້າວ່າມັນເປັນຄວາມຫຍຸ້ງຍາກທີ່ໃຫຍ່ທີ່ສຸດ? ເຖິງແມ່ນວ່າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມີວຽກງານຂອງພຣະວິນຍານບໍລິສຸດ ແລະ ມີຄວາມຮູ້ແຈ້ງ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ ແລະ ສາມາດແບກຮັບພຣະບັນຊານີ້ໄດ້, ເຂົາເອງກໍເປັນພຽງຄົນທຳມະດາ, ບໍ່ມີພອນສະຫວັນພິເສດໃດໆ ແລະ ເຂົາບໍ່ໄດ້ເກີດມາພ້ອມກັບຄວາມຮູ້ວິທີການເຮັດວຽກງານຂອງຄຣິສຕະຈັກ. ນີ້ກໍເພາະວ່າອັດຕະລັກຂອງເຂົາເປັນພຽງອັດຕະລັກຂອງມະນຸດຊາດທີ່ເສື່ອມຊາມທຳມະດາຄົນໜຶ່ງ; ເຂົາບໍ່ໄດ້ມີຊີວິດຂອງພຣະເຈົ້າ, ແຕ່ເປັນພຽງຊີວິດຂອງຄົນທຳມະດາ. ນັ້ນກໍຄື ເຂົາບໍ່ໄດ້ເກີດມາພ້ອມກັບຄວາມຮູ້ວິທີການເຮັດວຽກງານຂອງເຮືອນຂອງພຣະເຈົ້າ; ພຽງແຕ່ຫຼັງຈາກທີ່ຍອມຮັບພຣະບັນຊາຂອງພຣະເຈົ້າແລ້ວ, ເຂົາຈຶ່ງມີການຂັບເຄື່ອນຂອງພຣະວິນຍານບໍລິສຸດ ແລະ ການນຳພາຂອງພຣະວິນຍານບໍລິສຸດ. ສຳລັບເຂົາແລ້ວ, ໃນຕອນເລີ່ມຕົ້ນແທ້ໆ ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ບໍ່ຮູ້ກ່ຽວກັບວຽກງານຂອງພຣະວິນຍານບໍລິສຸດ ຫຼື ວຽກງານຂອງພຣະເຈົ້າ; ເຂົາເລີ່ມຕົ້ນຈາກສູນໃນການເຮັດວຽກງານແຕ່ລະລາຍການໃນເຮືອນຂອງພຣະເຈົ້າ. ການທີ່ເຂົາເລີ່ມຕົ້ນຈາກສູນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ສຳລັບວຽກງານແຕ່ລະຢ່າງທີ່ເຂົາເຮັດ, ເຂົາຈຳເປັນຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາ. ຫຼັງຈາກທີ່ໄດ້ຮັບການນຳພາ, ການໃຫ້ແສງເຍືອງທາງ, ຄວາມຮູ້ແຈ້ງ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດແລ້ວ, ເຂົາກໍຈະຄຳຫາແນວທາງຂອງເຂົາ ແລະ ມີປະສົບການ. ໃນລະຫວ່າງຂະບວນການນີ້, ເຂົາຄ່ອຍໆຄົ້ນພົບເສັ້ນທາງ ແລະ ຫຼັກການຂອງການປະຕິບັດບາງຢ່າງ ແລະ ຫຼັງຈາກນັ້ນ ເຂົາກໍຄ່ອຍໆນຳເອົາຫຼັກການຕ່າງໆທີ່ເຂົາຄິດອອກ ແລະ ມາຈັດຕັ້ງປະຕິບັດໃນວຽກງານຂອງຄຣິສຕະຈັກ. ໃນຂະນະທີ່ເຂົາຈັດຕັ້ງປະຕິບັດຫຼັກການເຫຼົ່ານັ້ນ, ເຂົາກໍມີປະສົບການກັບຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ແລະ ການນຳພາຂອງພຣະວິນຍານບໍລິສຸດ. ໃນເວລາດຽວກັນ, ເຂົາຍັງໄດ້ສະຫຼຸບປະສົບການຂອງເຂົາ, ຮຽນຮູ້ທີ່ຈະແຍກແຍະຜູ້ຄົນ ແລະ ແຍກແຍະສິ່ງຕ່າງໆ ແລະ ຮຽນຮູ້ທີ່ຈະສັງເກດທິດທາງຂອງວຽກງານຂອງພຣະວິນຍານບໍລິສຸດ ແລະ ວິທີການເຮັດວຽກງານຂອງພຣະວິນຍານບໍລິສຸດ, ພ້ອມທັງການນຳພາ ແລະ ຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ. ຂະບວນການນີ້ເປັນທຳມະຊາດຫຼາຍ ແລະ ຍັງສຳພັນກັບຊີວິດຈິງຫຼາຍ ແລະ ສະເພາະເຈາະຈົງຫຼາຍ; ມັນບໍ່ໄດ້ຫວ່າງເປົ່າເລີຍ.
ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຂະບວນການຄຳຫາແນວທາງຂອງເຂົາ ໃນຂະນະທີ່ເຂົານຳພາຄຣິສຕະຈັກ ແລະ ເຮັດວຽກງານໂດຍລວມໃນເຮືອນຂອງພຣະເຈົ້າບໍ? (ແມ່ນແລ້ວ.) ຄວາມຫຍຸ້ງຍາກເກີດຂຶ້ນພ້ອມກັບຂະບວນການນີ້ຢູ່ສະເໝີ. ທຸກບາດກ້າວທີ່ກ້າວເດີນ ແລະ ວຽກງານທຸກລາຍການທີ່ເຮັດລ້ວນແຕ່ເປັນວຽກງານທີ່ໃໝ່ທີ່ສຸດ; ມັນເປັນຄວາມພະຍາຍາມ, ມັນຍັງເປັນປະສົບການ ແລະ ຍິ່ງໄປກວ່ານັ້ນ ມັນເປັນຄວາມຄືບໜ້າຮູບແບບໜຶ່ງ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເຮັດແນວໃດ ເມື່ອເຂົາປະເຊີນກັບຄວາມຫຍຸ້ງຍາກ? ຫຼັງຈາກທີ່ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ປາກົດຕົວ, ເຂົາສາມາດປຶກສາຫາລື ແລະ ໂອ້ລົມກັບເຮົາໄດ້. ກ່ອນທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເຮັດແນວໃດ ເມື່ອເຂົາປະເຊີນກັບຄວາມຫຍຸ້ງຍາກ? (ເຂົາຈະອະທິຖານ ແລະ ສະແຫວງຫາ.) ເຂົາຕ້ອງອະທິຖານ ແລະ ເຂົາຕ້ອງສະແຫວງຫາ. ເຂົາມີແຮງຊຸກຍູ້ບໍ່ໃຫ້ຖອຍຫຼັງເດັດຂາດ. ຄຳສັບທົ່ວໄປສຳລັບສິ່ງນີ້ແມ່ນຫຍັງ? ການກົ້ມໜ້າກົ້ມຕາເຮັດວຽກໜັກ. ເຂົາກົ້ມໜ້າກົ້ມຕາເຮັດເພື່ອແກ້ໄຂຄວາມຫຍຸ້ງຍາກ. ບໍ່ວ່າເຂົາປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ເຂົາບໍ່ສາມາດລົ້ມລົງໄດ້, ເຂົາບໍ່ສາມາດລໍຖ້າໄດ້ ແລະ ເຂົາບໍ່ສາມາດເພິ່ງພາຄົນອື່ນໄດ້, ເພາະວ່າບໍ່ມີໃຜເຂົ້າໃຈ. ຄຣິສຕະຈັກຖືກມອບໝາຍໃຫ້ກັບເຂົາ ແລະ ພ້ອມກັນນັ້ນ ວຽກງານຂອງຄຣິສຕະຈັກກໍຖືກມອບໝາຍໃຫ້ກັບເຂົາ. ເມື່ອເຂົາປະເຊີນກັບຄວາມຫຍຸ້ງຍາກບາງຢ່າງ ແລະ ໂອ້ລົມກ່ຽວກັບຄວາມຫຍຸ້ງຍາກນັ້ນກັບຄົນອື່ນ, ພວກເຂົາກໍບໍ່ສາມາດເຂົ້າໃຈໄດ້ ແລະ ມັນເກີນຄວາມສາມາດຂອງພວກເຂົາ. ໃນເວລານັ້ນ, ເຂົາໂດດດ່ຽວຫຼາຍ ແລະ ມັນຍາກລຳບາກຫຼາຍສຳລັບເຂົາ. ເມື່ອເຂົາໂອ້ລົມກັບເພື່ອນຮ່ວມງານທີ່ຢູ່ອ້ອມຂ້າງຕົວເຂົາ, ພວກເຂົາບໍ່ມີໃຜທີ່ເອົາຈິງເອົາຈັງກັບຄວາມຫຍຸ້ງຍາກນັ້ນ, ໂດຍເວົ້າວ່າ: “ເຈົ້າກຳລັງເວົ້າເລື່ອງຫຍັງ? ພວກເຮົາບໍ່ສາມາດເຂົ້າໃຈໄດ້ ແລະ ມັນເກີນຄວາມສາມາດຂອງພວກເຮົາ. ພວກເຮົາບໍ່ເຄີຍຄິດກ່ຽວກັບເລື່ອງເຫຼົ່ານີ້ເລີຍ”. ບໍ່ມີໃຜສົນໃຈເລື່ອງເຫຼົ່ານີ້, ບໍ່ມີໃຜເຂົ້າໃຈເລື່ອງເຫຼົ່ານີ້ ແລະ ບໍ່ມີໃຜສາມາດຮັບຮູ້ໄດ້ວ່າຄວາມຫຍຸ້ງຍາກທີ່ເຂົາກຳລັງປະເຊີນຢູ່ນັ້ນແມ່ນຫຍັງກັນແທ້. ພາຍໃຕ້ສະຖານະການເຫຼົ່ານັ້ນ, ເຖິງແມ່ນວ່າເຂົາຢາກເພິ່ງພາຄົນອື່ນ, ເຂົາກໍບໍ່ຢູ່ໃນຈຸດທີ່ຈະເຮັດເຊັ່ນນັ້ນໄດ້ ແລະ ເຂົາບໍ່ສາມາດເພິ່ງພາໃຜໄດ້ເລີຍ. ເຂົາຕ້ອງອະທິຖານຕໍ່ໜ້າພຣະເຈົ້າ ແລະ ເຂົາຕ້ອງສະແຫວງຫາ ແລະ ລໍຖ້າ. ບາງຄົນເວົ້າວ່າ “ແລ້ວເຂົາບໍ່ສາມາດພຽງແຕ່ອ່ານອະທິຖານພຣະທຳຂອງພຣະເຈົ້າ ແລະ ຊອກຫາເສັ້ນທາງໃນພຣະທຳຂອງພຣະເຈົ້າບໍ?” ໃນເວລານັ້ນ, ພຣະທຳຂອງພຣະເຈົ້າຍັງບໍ່ທັນໄດ້ຖືກສະແດງອອກມາຫຼາຍປານໃດ. ຕອນນີ້, ຄວາມຈິງດ້ານຕ່າງໆໄດ້ຖືກກ່າວເຖິງຢ່າງຄົບຖ້ວນ ແລະ ໄດ້ຖືກອະທິບາຍຢ່າງຊັດເຈນແລ້ວ ແລະ ຍິ່ງໄປກວ່ານັ້ນ ຖ້າເຂົາປະເຊີນກັບຄວາມຫຍຸ້ງຍາກໃດໆ, ເຂົາກໍສາມາດໂອ້ລົມກັບເຮົາໂດຍກົງ; ຫຼັງຈາກທີ່ເຂົາເຂົ້າໃຈຜ່ານການໂອ້ລົມ, ເຂົາກໍຈະໄປ ແລະ ຈັດຕັ້ງປະຕິບັດມັນ. ໃນຕອນເລີ່ມຕົ້ນແທ້ໆ, ເງື່ອນໄຂເຫຼົ່ານີ້ບໍ່ໄດ້ມີຢູ່. ແລ້ວຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເຮັດແນວໃດເມື່ອເຂົາປະເຊີນກັບຄວາມຫຍຸ້ງຍາກທຸກຮູບແບບ? ເຂົາຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກເຫຼົ່ານັ້ນພຽງລຳພັງ. ເຂົາບໍ່ສາມາດຫຼີກລ່ຽງພວກມັນໄດ້ ແລະ ເຂົາບໍ່ສາມາດເພິ່ງພາໃຜໄດ້, ແຮງໄກທີ່ເຂົາຈະສາມາດປັດຄວາມຮັບຜິດຊອບໃຫ້ຄົນອື່ນ. ບາງຄົນເວົ້າວ່າ “ໃນເມື່ອເຂົາບໍ່ມີວິທີແກ້ໄຂຄວາມຫຍຸ້ງຍາກເມື່ອພວກມັນເກີດຂຶ້ນ ແລະ ບໍ່ມີໃຜໃຫ້ເພິ່ງພາ ແລະ ເຂົາຕ້ອງລໍຖ້າເມື່ອອະທິຖານຫາພຣະເຈົ້າ, ໂດຍບໍ່ຮູ້ວ່າພຣະວິນຍານບໍລິສຸດຈະໃຫ້ຄວາມຮູ້ແຈ້ງ ແລະ ນຳພາເຂົາໃນເມື່ອໃດ, ເຂົາກໍອາດບໍ່ເຮັດວຽກງານນັ້ນເລີຍກໍໄດ້ ແລະ ປ່ອຍໃຫ້ທຸກຢ່າງເປັນໄປຕາມທຳມະຊາດ. ເຂົາພຽງແຕ່ສາມາດເຮັດມັນໄດ້ເມື່ອເຂົາຕ້ອງການ ແລະ ເຮັດມັນເມື່ອເຂົາສາມາດເຮັດໄດ້”. ການເຮັດວຽກງານຕາມອຳເພີໃຈແບບນີ້ເປັນສິ່ງທີ່ຍອມຮັບໄດ້ບໍ? (ບໍ່ໄດ້.) ເປັນຫຍັງມັນຈຶ່ງບໍ່ສາມາດຍອມຮັບໄດ້? ໃນບັນດາຄົນທີ່ໄດ້ຍອມຮັບພຣະບັນຊາຂອງພຣະເຈົ້າ, ຄົນສ່ວນໃຫຍ່ອາດບໍ່ມີປະສົບການນີ້: ເມື່ອພຣະເຈົ້າມອບໝາຍວຽກງານລາຍການໜຶ່ງໃຫ້ກັບເຈົ້າ ແລະ ວຽກງານນີ້ປະກອບມີວຽກງານທີ່ສະເພາະຫຼາຍລາຍການ ແລະ ເນື້ອໃນທີ່ສະເພາະຫຼາຍຢ່າງ, ພ້ອມທັງບັນຫາທີ່ກ່ຽວຂ້ອງກັບວຽກງານລາຍການເຫຼົ່ານີ້ ແລະ ເນື້ອໃນຂອງວຽກງານນີ້, ພຣະວິນຍານບໍລິສຸດຈະໃຫ້ຄວາມຮູ້ສຶກບາງຢ່າງແກ່ເຈົ້າ ເພື່ອໃຫ້ເຈົ້າສາມາດເຫັນບັນຫາທີ່ຢູ່ພາຍໃນ ແລະ ເຫັນວຽກງານທີ່ເຈົ້າຄວນເຮັດ, ແຕ່ເມື່ອເວົ້າເຖິງວິທີການເຮັດວຽກງານນັ້ນ, ເຈົ້າຕ້ອງສະແຫວງຫາ ແລະ ຄຳຫາແນວທາງດ້ວຍຕົວເຈົ້າເອງ. ມີພຽງແຕ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ຫຼື ຄົນທີ່ໄດ້ຍອມຮັບພຣະບັນຊາອັນຍິ່ງໃຫຍ່ຈາກພຣະເຈົ້າເທົ່ານັ້ນ ທີ່ມີຄວາມຮູ້ສຶກເຫຼົ່ານີ້ ແລະ ມີຄວາມຢັ່ງຮູ້ເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນກໍຄື ມີພາລະ ແລະ ຄວາມຮັບຜິດຊອບໃນເລື່ອງນີ້. ເມື່ອປະເຊີນກັບຄວາມຫຍຸ້ງຍາກ, ເຂົາຮູ້ສຶກວ່າບໍ່ວ່າຄວາມຫຍຸ້ງຍາກທີ່ຢູ່ຕໍ່ໜ້າເຂົາຈະໃຫຍ່ສໍ່າໃດກໍຕາມ, ວຽກງານນີ້ກໍຕ້ອງເຮັດໃຫ້ສຳເລັດ; ເຂົາມີຄວາມຢັ່ງຮູ້ນີ້ ແລະ ຍັງມີການຂັບເຄື່ອນນີ້. ສິ່ງນີ້ຖືກເຮັດໂດຍພຣະເຈົ້າ; ພຣະເຈົ້າຂັບເຄື່ອນຜູ້ຄົນດ້ວຍວິທີນີ້. ນີ້ຄືວິທີທີ່ພຣະເຈົ້ານຳໃຊ້ຜູ້ຄົນ: ພຣະອົງໃຫ້ຄວາມຢັ່ງຮູ້ບາງຢ່າງແກ່ເຈົ້າ ແລະ ຂັບເຄື່ອນເຈົ້າໃນລະດັບໜຶ່ງ, ເຮັດໃຫ້ເຈົ້າຮັບຮູ້ໃນຈິດສຳນຶກຂອງເຈົ້າວ່າ ວຽກງານລາຍການໃດໜຶ່ງຄວນເຮັດດ້ວຍວິທີໃດໜຶ່ງ. ມັນອາດເປັນໄປໄດ້ວ່າໃນຈິດສຳນຶກສ່ວນຕົວຂອງເຈົ້າ ເຈົ້າຍັງບໍ່ທັນຮັບຮູ້ເຖິງຄວາມໝາຍສຳຄັນ ແລະ ຄຸນຄ່າຂອງການເຮັດວຽກງານນີ້ ຫຼື ຜົນຮັບທີ່ຈະບັນລຸໃນພາຍຫຼັງ ແລະ ເຈົ້າຍັງບໍ່ຮູ້ກ່ຽວກັບສິ່ງເຫຼົ່ານີ້ເທື່ອ. ແຕ່ເມື່ອພຣະວິນຍານບໍລິສຸດຂັບເຄື່ອນເຈົ້າ, ເຈົ້າກໍຮູ້ສຶກວ່າການເຮັດດ້ວຍວິທີໃດໜຶ່ງນັ້ນເປັນສິ່ງທີ່ດີ ແລະ ມັນຄວນເຮັດດ້ວຍວິທີນີ້. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຮັບການຂັບເຄື່ອນດັ່ງກ່າວຈາກພຣະເຈົ້າ; ເຂົາຮູ້ສຶກວ່າເຂົາຄວນເຮັດວຽກງານນີ້ດ້ວຍວິທີນີ້ ແລະ ຄວນນຳພາຄຣິສຕະຈັກໄປໃນທິດທາງນີ້, ສະນັ້ນ ເຂົາຈຶ່ງກົ້ມໜ້າກົ້ມຕາເຮັດວຽກໜັກ ແລະ ທຸ່ມເທກຳລັງທັງໝົດຂອງເຂົາເພື່ອເຮັດວຽກງານນັ້ນ. ບໍ່ວ່າເຂົາປະເຊີນກັບຄວາມທຸກລຳບາກຫຍັງກໍຕາມ ແລະ ບໍ່ວ່າຈະມີຄວາມຫຍຸ້ງຍາກຫຍັງກໍຕາມ, ເຂົາກໍຍັງຄົງມຸ່ງໝັ້ນດຳເນີນວຽກງານນັ້ນຕໍ່ໄປ. ໂດຍສະເພາະກັບວຽກງານທີ່ສຳຄັນບາງຢ່າງ, ຄົນອື່ນອາດຍັງບໍ່ທັນຮັບຮູ້ເຖິງຄວາມສຳຄັນຂອງວຽກງານນັ້ນ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆອາດບໍ່ມີເສັ້ນທາງ ຫຼື ທິດທາງໃດໆເລີຍສຳລັບວຽກງານນີ້. ແຕ່ເມື່ອຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຮູ້ສຶກເຖິງຄວາມຈຳເປັນໃນການເຮັດວຽກງານນີ້, ເຂົາກໍນຳເອົາພາລະນີ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາ. ຄົນສ່ວນໃຫຍ່ບໍ່ມີພາລະ ແລະ ຄວາມຮູ້ສຶກຮັບຜິດຊອບນີ້. ເມື່ອບໍ່ມີວຽກງານໃຫ້ເຮັດ, ຢ່າງຫຼາຍທີ່ສຸດ ຄົນທີ່ດີກວ່າໝູ່ໜ້ອຍໜຶ່ງກໍພຽງແຕ່ເຮັດການເຝົ້າດ່ຽວຝ່າຍວິນຍານ ແລະ ຮຽນຮ້ອງເພງສັນລະເສີນ, ໃນຂະນະທີ່ຄົນສ່ວນໃຫຍ່ພຽງແຕ່ເຕົ້າໂຮມກັນເພື່ອລົມກັນເລື້ອຍເປືອຍ. ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ພຽງແຕ່ເຮັດວຽກງານໃດກໍຕາມທີ່ເບື້ອງເທິງບອກໃຫ້ພວກເຂົາເຮັດ ແລະ ຈັດຕັ້ງປະຕິບັດວຽກງານໃດກໍຕາມທີ່ເບື້ອງເທິງບອກໃຫ້ພວກເຂົາຈັດຕັ້ງປະຕິບັດ; ຫຼັງຈາກທີ່ພວກເຂົາຈັດຕັ້ງປະຕິບັດແລ້ວ, ມັນກໍຈົບພຽງເທົ່ານັ້ນ. ພວກເຂົາບໍ່ມີພາລະສຳລັບວຽກງານຂອງຄຣິສຕະຈັກ ແລະ ບໍ່ມີທັດສະນະຄະຕິໃນການຮ່ວມມືໃນລັກສະນະທີ່ເປັນບວກ ແລະ ຢ່າງຫ້າວຫັນ; ມັນດີຫຼາຍແລ້ວຖ້າພວກເຂົາບໍ່ປະຖິ້ມວຽກງານຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໃຊ້ຊີວິດຢູ່ກັບພາລະ ແລະ ຄວາມຮັບຜິດຊອບນີ້ ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ. ເມື່ອປະເຊີນກັບຄວາມຫຍຸ້ງຍາກພິເສດບາງຢ່າງ, ໜຶ່ງໃນວິທີການທີ່ເຂົາໃຊ້ເພື່ອແກ້ໄຂພວກມັນກໍຄືການແຍກຕົວຢູ່ຄົນດຽວ ແລະ ອະທິຖານ, ໂດຍສະແຫວງຫາເສັ້ນທາງ ແລະ ຫຼັກການຂອງການປະຕິບັດເພື່ອແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ. ໃນຂະນະທີ່ຄົນອື່ນກຳລັງກິນ, ດື່ມ, ມ່ວນຊື່ນ ແລະ ລົມກັນເລື້ອຍເປືອຍ ແລະ ບາງຄົນກໍເຖິງກັບຖຽງກັນ, ຫົວຂວັນ ແລະ ເວົ້າຢອກກັນ, ເຂົາກໍຟັງເພງສັນລະເສີນ, ອະທິຖານ ແລະ ສະແຫວງຫາດ້ວຍຕົວເຂົາເອງຢູ່ທາງຂ້າງ. ເບິ່ງຈາກພາຍນອກແລ້ວ, ເຂົາກຳລັງຟັງເພງສັນລະເສີນ ແລະ ມັນເບິ່ງຄືກັບວ່າບໍ່ມີຫຍັງສຳຄັນເກີດຂຶ້ນ; ເຂົາບໍ່ໄດ້ກຳລັງເຮັດວຽກງານໃດໆ, ບໍ່ໄດ້ກຳລັງໂອ້ລົມ ຫຼື ເທດສະໜາ ແລະ ບໍ່ໄດ້ກຳລັງຊີ້ນຳວຽກງານດ້ານໃດເລີຍ. ແຕ່ເຮົາຮູ້ວ່າ ໃນໃຈຂອງເຂົານັ້ນ ເຂົາກຳລັງໄຕ່ຕອງ, ເຂົາກຳລັງສະແຫວງຫາ, ເຂົາກຳລັງອະທິຖານ ແລະ ເຂົາກຳລັງລໍຖ້າການນຳພາຂອງພຣະວິນຍານບໍລິສຸດ ຫຼື ລໍຖ້າຜົນຮັບ, ໃນຂະນະທີ່ແບກຮັບພາລະຢູ່. ນີ້ຄືໜຶ່ງໃນວິທີການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໃຊ້ເພື່ອແກ້ໄຂຄວາມຫຍຸ້ງຍາກໃນວຽກງານ: ການແຍກຕົວຢູ່ຄົນດຽວ ແລະ ອະທິຖານ, ໂດຍສະແຫວງຫາເສັ້ນທາງເພື່ອແກ້ໄຂຄວາມຫຍຸ້ງຍາກ. ຍັງມີອີກໜຶ່ງວິທີການ. ເມື່ອສະຖານະການບໍ່ເອື້ອອຳນວຍໃຫ້ເຂົາຢູ່ຄົນດຽວ ຫຼື ເມື່ອເຂົາບໍ່ມີສະພາບແວດລ້ອມທີ່ງຽບສະຫງົບ, ເຂົາກໍມີວິທີທາງເຊັ່ນກັນ: ເຂົາເຕົ້າໂຮມຜູ້ນຳ, ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງມາໂອ້ລົມກັນ ແລະ ໃນຂະບວນການໂອ້ລົມນັ້ນ, ເຂົາຄຳຫາການຂັບເຄື່ອນຂອງພຣະວິນຍານບໍລິສຸດ, ຄຳຫາການນຳພາຂອງພຣະວິນຍານບໍລິສຸດ, ຄຳຫາຄວາມຮູ້ແຈ້ງທີ່ພຣະວິນຍານບໍລິສຸດປະທານໃຫ້ແກ່ເຂົາ ແລະ ສະແຫວງຫາວ່າຄວາມຫຍຸ້ງຍາກໃນປັດຈຸບັນຄວນໄດ້ຮັບການແກ້ໄຂແນວໃດກັນແທ້ ແລະ ຄວນປະຕິບັດຕາມຫຼັກການໃດເພື່ອປະຕິບັດ ແລະ ຈັດຕັ້ງປະຕິບັດໃນຂັ້ນຕອນຕໍ່ໄປ. ມັນອາດເປັນໄປໄດ້ວ່າໃນຂະນະທີ່ເຕົ້າໂຮມ ຫຼື ລົມກັບຜູ້ນຳ ແລະ ຜູ້ເຮັດວຽກ, ເຂົາກໍຄິດຫຼັກການ ແລະ ເສັ້ນທາງບາງຢ່າງອອກ. ຈາກນັ້ນ ເຂົາກໍຮູ້ສຶກມີຄວາມສຸກຫຼາຍ, ຄືກັບວ່າພາລະອັນໜັກໜ່ວງໄດ້ຖືກຍົກອອກໄປ ແລະ ເຂົາກໍຮູ້ສຶກໂລ່ງໃຈຂຶ້ນໜ້ອຍໜຶ່ງ. ເຖິງຢ່າງໃດກໍຕາມ, ແຜນການຈັດຕັ້ງປະຕິບັດສະເພາະຍັງບໍ່ທັນໄດ້ຮັບການສະຫຼຸບຢ່າງສົມບູນ, ສະນັ້ນ ເຂົາຈຶ່ງຊອກຫາໂອກາດເພື່ອສືບຕໍ່ໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້ກັບຜູ້ນຳ ແລະ ຜູ້ເຮັດວຽກ. ບາງຄັ້ງເຂົາກໍໂອ້ລົມຕະຫຼອດທັງຕອນເຊົ້າ ແລະ ບາງຄັ້ງກໍໂອ້ລົມຕະຫຼອດທັງຕອນບ່າຍ, ຈົນກວ່າເຂົາຈະກຳນົດແຜນການຈັດຕັ້ງປະຕິບັດທີ່ຖືກຕ້ອງໄດ້. ເບິ່ງຈາກພາຍນອກແລ້ວ, ເຂົາກຳລັງລົມ ແລະ ໂອ້ລົມກ່ຽວກັບວຽກງານກັບຜູ້ນຳ ແລະ ຜູ້ເຮັດວຽກ, ແຕ່ໃນຄວາມເປັນຈິງແລ້ວ ມີພຽງແຕ່ຕົວເຂົາເອງເທົ່ານັ້ນທີ່ຮູ້ໃນໃຈວ່າ ເຂົາກຳລັງເຮັດສິ່ງນີ້ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ໃນຂະນະທີ່ຜູ້ນຳ ແລະ ຜູ້ເຮັດວຽກບໍ່ຮູ້ ແລະ ບໍ່ຮັບຮູ້ຫຍັງເລີຍ. ຍັງມີອີກວິທີການໜຶ່ງທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໃຊ້ເພື່ອແກ້ໄຂຄວາມຫຍຸ້ງຍາກໃນວຽກງານ, ນັ້ນກໍຄື ການຮຽນຮູ້ຈາກຜູ້ນຳ ແລະ ຜູ້ເຮັດວຽກກ່ຽວກັບບາງສິ່ງທີ່ເກີດຂຶ້ນໃນຄຣິສຕະຈັກໃນສະຖານທີ່ຕ່າງໆ ແລະ ສະຖານະການທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ພ້ອມທັງສະພາວະຕ່າງໆທີ່ປາກົດຂຶ້ນໃນອ້າຍເອື້ອຍນ້ອງ, ຫຼັງຈາກນັ້ນ ເຂົາກໍອະທິຖານ ແລະ ສະແຫວງຫາ ແລະ ຄົ້ນພົບຫຼັກການ ແລະ ເສັ້ນທາງເພື່ອແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ. ເມື່ອປະເຊີນກັບຄວາມຫຍຸ້ງຍາກເຫຼົ່ານີ້, ເບິ່ງຈາກພາຍນອກແລ້ວ ເຂົາຍັງຄົງດຳລົງຊີວິດຢ່າງເປັນປົກກະຕິ, ກິນອາຫານສາມຄາບຕໍ່ມື້ ແລະ ພັກຜ່ອນຕາມເວລາ ແລະ ຈາກນັ້ນກໍໂອ້ລົມກັບຜູ້ນຳ ແລະ ຜູ້ເຮັດວຽກ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຂົາ. ບາງຄັ້ງເຂົາກໍອອກໄປຂ້າງນອກເພື່ອຜ່ອນຄາຍ, ໄປຕະຫຼາດເພື່ອຊອກຫາກະແຊັດເພງ ຫຼື ຊື້ປຶ້ມ. ເບິ່ງຈາກພາຍນອກແລ້ວ, ກິດຈະວັດປະຈຳວັນຂອງເຂົາກໍບໍ່ແຕກຕ່າງຈາກປົກກະຕິ; ບາງຄັ້ງ, ເຖິງຂັ້ນໃນແງ່ຂອງຮູບແບບແລ້ວ, ເຂົາກໍບໍ່ໄດ້ກຳລັງເຮັດວຽກງານ. ເຖິງຢ່າງໃດກໍຕາມ, ໃນໃຈຂອງເຂົາ, ເຂົາຄິດກ່ຽວກັບວຽກງານ ແລະ ໄຕ່ຕອງບັນຫາຢູ່ສະເໝີ. ໂດຍສະເພາະເມື່ອຄຣິສຕະຈັກປະເຊີນກັບຄວາມຫຍຸ້ງຍາກທີ່ສຳຄັນບາງຢ່າງ ຫຼື ເມື່ອມີຄວາມຫຍຸ້ງຍາກບາງຢ່າງເກີດຂຶ້ນໃນວຽກງານທີ່ສຳຄັນບາງຢ່າງ ຫຼື ເມື່ອມີຄົນກຳລັງກໍ່ໃຫ້ເກີດການລົບກວນ, ເຂົາຄອຍແບກຮັບພາລະໃນໃຈຂອງເຂົາຢູ່ສະເໝີ ເພື່ອສະແຫວງຫາວິທີແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາເຫຼົ່ານີ້.
ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມີການປະຕິບັດຕົວຈິງບາງຢ່າງໃນການບໍ່ປະຖິ້ມວຽກງານຂອງເຂົາ. ນັ້ນກໍຄື ເມື່ອປະເຊີນກັບຄວາມຫຍຸ້ງຍາກ ຫຼື ເມື່ອປະເຊີນກັບບັນຫາໃນວຽກງານຄຣິສຕະຈັກ, ເຂົາບໍ່ພະຍາຍາມຊອກຫາຕົວເລືອກສຳຮອງ ຫຼື ຈົ່ງທາງອອກໄວ້ສຳລັບຕົນເອງ ແລະ ເຂົາບໍ່ຄຳນຶງ ຫຼື ວາງແຜນສຳລັບຕົນເອງ. ຍິ່ງໄປກວ່ານັ້ນ, ເຂົາບໍ່ກາຍເປັນຄົນຄິດລົບ ຫຼື ອ່ອນແອ, ແຮງໄກທີ່ເຂົາຈະຈົ່ມວ່າ. ກົງກັນຂ້າມ, ເຂົາປະເຊີນກັບຄວາມຫຍຸ້ງຍາກໃນລັກສະນະທີ່ເປັນບວກ ແລະ ຫ້າວຫັນ, ພະຍາຍາມທຸກວິທີທາງເພື່ອຊອກຫາເສັ້ນທາງໃນການແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ, ອະທິຖານ ແລະ ສະແຫວງຫາຢູ່ສະເໝີ ຈາກນັ້ນກໍລໍຖ້າຄວາມຮູ້ແຈ້ງຂອງພຣະເຈົ້າ ແລະ ລໍຖ້າການນໍາພາຂອງພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ສະເພາະເຈາະຈົງຂອງການບໍ່ປະຖິ້ມວຽກງານຂອງເຂົາ. ເຂົາບໍ່ມີການປະຕິບັດທີ່ສະເພາະເຈາະຈົງບໍ? (ເຂົາມີ.) ເຂົາມີການປະຕິບັດທີ່ສະເພາະເຈາະຈົງ ແລະ ພວກມັນກໍບໍ່ໄດ້ເໜືອທຳມະຊາດເລີຍ. ໂດຍຕັດສິນຈາກການປະຕິບັດເຫຼົ່ານີ້ຂອງເຂົາ, ເຂົາມີຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ແລະ ຍັງມີການນໍາພາຂອງພຣະວິນຍານບໍລິສຸດ ແລະ ເຂົາຍັງຍອມຮັບການຊີ້ແນະຂອງພຣະວິນຍານບໍລິສຸດອີກດ້ວຍ. ເຖິງຢ່າງໃດກໍຕາມ, ເມື່ອເຂົາປະເຊີນກັບຄວາມຫຍຸ້ງຍາກ, ພຣະເຈົ້າບໍ່ໄດ້ປະທານຄຳເວົ້າທີ່ເໜືອທຳມະຊາດ ຫຼື ຄວາມຄິດທີ່ເໜືອທຳມະຊາດໃຫ້ກັບເຂົາໂດຍກົງ ກ່ຽວກັບວິທີການປະເຊີນໜ້າກັບຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ວິທີການແກ້ໄຂພວກມັນ ແລະ ພຣະອົງບໍ່ໄດ້ບອກເຂົາວ່າຕ້ອງເຮັດຫຍັງໃນລັກສະນະທີ່ກົງໄປກົງມາ, ກົງປະເດັນ ແລະ ຊັດເຈນ; ບໍ່ມີຄຳແນະນຳທີ່ສະເພາະເຈາະຈົງ, ເຂົາພຽງແຕ່ສາມາດເພິ່ງພາຕົນເອງເພື່ອຊອກຫາຫົນທາງ ແລະ ສະແຫວງຫາ. ຖ້າຄົນໃດໜຶ່ງບໍ່ມີພາລະ, ບໍ່ມີຄວາມເຊື່ອທີ່ແທ້ຈິງ ຫຼື ຄວາມຈິງໃຈຕໍ່ພຣະເຈົ້າໃນໃຈຂອງພວກເຂົາ ແລະ ບໍ່ມີຫົວໃຈທີ່ຄຳນຶງເຖິງພຣະເຈົ້າ, ແລ້ວເມື່ອພວກເຂົາປະເຊີນກັບຄວາມຫຍຸ້ງຍາກ, ພວກເຂົາກໍຈະຈົ່ມວ່າພຣະເຈົ້າ ແລະ ເຂົ້າໃຈພຣະເຈົ້າຜິດໄດ້ງ່າຍ ຈາກນັ້ນກໍກາຍເປັນຄົນອ່ອນແອ, ກາຍເປັນຄົນຄິດລົບ ແລະ ຖອຍຫຼັງ ແລະ ເຖິງຂັ້ນເພີກເສີຍ ແລະ ເມີນເສີຍຕໍ່ພຣະບັນຊາທີ່ພຣະເຈົ້າໄດ້ປະທານໃຫ້ພວກເຂົາ. ກົງກັນຂ້າມ, ເມື່ອຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດປະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ເຂົາກໍບໍ່ໄດ້ຮັບການເປີດເຜີຍທີ່ເໜືອທຳມະຊາດ ຫຼື ການນໍາພາທີ່ເໜືອທຳມະຊາດໃດໆເຊັ່ນກັນ ແລະ ເຂົາກໍບໍ່ໄດ້ຮັບຄຳແນະນຳທີ່ຊັດເຈນໃດໆຈາກພຣະທຳຂອງພຣະເຈົ້າເຊັ່ນກັນ, ແຕ່ເຂົາບໍ່ກາຍເປັນຄົນຄິດລົບ ຫຼື ອ່ອນແອ ແລະ ບໍ່ແອບມີຄວາມຫວັງທີ່ເກີນຈິງທີ່ວ່າພຣະເຈົ້າຈະກ່າວກັບເຂົາດ້ວຍສຽງຟ້າຮ້ອງ ຫຼື ໃສ່ຄຳເວົ້າເຂົ້າໄປໃນໃຈຂອງເຂົາເພື່ອບອກເຂົາວ່າຕ້ອງເຮັດຫຍັງ. ເຂົາຍັງບໍ່ໄດ້ຂໍໃຫ້ພຣະເຈົ້າບອກເຂົາດ້ວຍຄຳເວົ້າທີ່ຊັດເຈນວ່າຈະນໍາພາຄຣິສຕະຈັກໄປໃນທິດທາງໃດ ແລະ ຈະເຮັດວຽກງານບາງດ້ານໄປໃນທິດທາງໃດ ຫຼື ເມື່ອປະເຊີນກັບຄວາມຫຍຸ້ງຍາກ, ເຂົາຄວນຈັດການກັບພວກມັນແນວໃດ, ເຂົາຄວນເລີ່ມຕົ້ນຈາກບ່ອນໃດ ແລະ ເຂົາຄວນປະຕິບັດຕາມຫຼັກການຫຍັງ. ເຂົາບໍ່ໄດ້ຮຽກຮ້ອງຫຍັງຈາກພຣະເຈົ້າ ແລະ ພຣະເຈົ້າກໍບໍ່ໄດ້ເຮັດວຽກໃນລັກສະນະນີ້ເຊັ່ນກັນ. ແຕ່ເຖິງແມ່ນວ່າຈະຢູ່ພາຍໃຕ້ສະຖານະການ ແລະ ເງື່ອນໄຂຕົວຈິງດັ່ງກ່າວ ແລະ ໃນລະຫວ່າງຂະບວນການດັ່ງກ່າວ, ເຂົາກໍຍັງຄົງອະທິຖານຫາພຣະເຈົ້າ, ສະແຫວງຫາ ແລະ ລໍຖ້າການນໍາພາຂອງພຣະເຈົ້າ ແລະ ລໍຖ້າຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ໂດຍບໍ່ເປັນຄົນຄິດລົບ ຫຼື ອ່ອນແອ. ເມື່ອປະເຊີນກັບຄວາມຫຍຸ້ງຍາກເຫຼົ່ານີ້, ເຂົາເອງກໍຮູ້ສຶກວ່າພວກມັນຍາກ ແລະ ຮູ້ສຶກວ່າພວກມັນບໍ່ແມ່ນເລື່ອງງ່າຍທີ່ຈະແກ້ໄຂ. ເຖິງຢ່າງໃດກໍຕາມ, ບາງຄົນບໍ່ເຂົ້າໃຈຄົນໆນີ້ ແລະ ອາດຈະເວົ້າວ່າ “ເຂົາເປັນຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ພຣະວິນຍານບໍລິສຸດເຮັດວຽກໃນຕົວເຂົາ. ໃນສາຍຕາຂອງເຂົາ, ທຸກຢ່າງແມ່ນງ່າຍຫຼາຍ. ພຣະວິນຍານບໍລິສຸດໃຫ້ຄວາມຮູ້ແຈ້ງ ແລະ ຊີ້ແນະເຂົາຢູ່ພາຍໃນ, ສະນັ້ນ ແນ່ນອນວ່າມັນງ່າຍ! ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຮົາ; ພວກເຮົາບໍ່ມີອັດຕະລັກພິເສດນັ້ນ ແລະ ພວກເຮົາກໍບໍ່ໄດ້ຮັບການນໍາພາພິເສດແບບນັ້ນຈາກພຣະວິນຍານບໍລິສຸດ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດແຕກຕ່າງອອກໄປ. ເນື່ອງຈາກເຂົາເປັນຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ຄວາມຈິງທີ່ເຂົາເຂົ້າໃຈ, ວຽກງານທີ່ເຂົາສາມາດເຮັດໄດ້ ແລະ ຄວາມສາມາດຂອງເຂົາຈຶ່ງເໜືອກວ່າຄົນທຳມະດາ ແລະ ສູງກວ່າຄົນທົ່ວໄປ. ເຂົາສະຫຼາດກວ່າຄົນທົ່ວໄປ ແລະ ຄວາມສາມາດຂອງເຂົາໃນການປະເມີນສິ່ງຕ່າງໆກໍເໜືອທຳມະຊາດກວ່າຄົນທົ່ວໄປ”. ມຸມມອງນີ້ແມ່ນຜິດພາດຢ່າງສິ້ນເຊີງ. ເຫດຜົນທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດສາມາດຮັບຜິດຊອບວຽກງານເຫຼົ່ານີ້ ແລະ ສາມາດແບກຮັບພຣະບັນຊາ ແລະ ຄວາມຮັບຜິດຊອບນີ້ທີ່ພຣະເຈົ້າປະທານໃຫ້ກໍຄື ກ່ອນອື່ນໝົດ ໃນແງ່ຂອງຄວາມເປັນມະນຸດ, ຄົນໆນີ້ມີເງື່ອນໄຂສີ່ປະການສຳລັບການບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າທີ່ພວກເຮົາໄດ້ກ່າວເຖິງກ່ອນໜ້ານີ້, ເຊິ່ງກໍຄື ການມີຄວາມເຊື່ອທີ່ແທ້ຈິງ, ມີຄວາມຈິງໃຈຕໍ່ພຣະເຈົ້າ, ຄຳນຶງເຖິງພຣະເຈົ້າ ແລະ ມີຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າ. ມີພຽງແຕ່ຕອນນັ້ນເອງ ເຂົາຈຶ່ງຄ່ອຍໆຮັບເອົາຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ແລະ ຮັບເອົາການນໍາພາຂອງພຣະເຈົ້າ ໃນຂະບວນການເຮັດວຽກງານ ແລະ ໃນຂະບວນການຮັບໃຊ້ພຣະເຈົ້າ. ຄວາມຮູ້ແຈ້ງ ແລະ ການນໍາພານີ້ແມ່ນຄວາມກະລຸນາທີ່ພິເສດຂອງພຣະເຈົ້າ ແລະ ແນ່ນອນວ່າ ພວກມັນຍັງຖືກຮັບຍ້ອນວ່າເຂົາເອງມີການສະແດງອອກເຖິງຄວາມເປັນມະນຸດທັງສີ່ປະການນັ້ນ. ຄວາມຮູ້ແຈ້ງ, ການຊີ້ແນະ ແລະ ການຊ່ວຍເຫຼືອຂອງພຣະວິນຍານບໍລິສຸດທີ່ເຂົາໄດ້ຮັບ ພ້ອມທັງການທີ່ພຣະເຈົ້າເຮັດໃຫ້ເຂົາສົມບູນ ແມ່ນບໍ່ໄດ້ເໜືອທຳມະຊາດເລີຍ. ສ່ວນໃຫຍ່ຂອງສິ່ງນີ້ແມ່ນໄດ້ຮັບມາເພື່ອແລກກັບຄວາມພະຍາຍາມຂອງເຂົາເອງ, ການຮ່ວມມືທີ່ເປັນບວກ ແລະ ຫ້າວຫັນຂອງເຂົາເອງ, ຄວາມຈິງໃຈຂອງເຂົາເອງ ແລະ ລາຄາທີ່ເຂົາຈ່າຍ; ມັນບໍ່ແມ່ນສິ່ງທີ່ພຣະເຈົ້າປະທານໃຫ້ເຂົາຕາມອຳເພີໃຈ. ມັນບໍ່ແມ່ນວ່າ ບໍ່ວ່າຄວາມເປັນມະນຸດທີ່ຕິດຕົວມາແຕ່ເກີດຂອງຄົນໆນີ້ຈະເປັນແນວໃດກໍຕາມ ແລະ ບໍ່ວ່າເຂົາຈະເຕັມໃຈເຮັດວຽກງານນັ້ນ ຫຼື ບໍ່, ພຣະເຈົ້າກໍບັງຄັບສິ່ງທັງໝົດນີ້ໃຫ້ກັບເຂົາ, ເຮັດໃຫ້ເຂົາເຮັດວຽກຢູ່ສະເໝີ ແລະ ໃຫ້ຄວາມຮູ້ແຈ້ງແກ່ເຂົາຢູ່ສະເໝີ, ບອກເຂົາໂດຍກົງວ່າຕ້ອງເຮັດຫຍັງ ບໍ່ວ່າເຂົາຈະປະເຊີນກັບຄວາມຫຍຸ້ງຍາກໃດກໍຕາມ, ມັນບໍ່ໄດ້ເປັນແບບນີ້. ເມື່ອປະເຊີນກັບຄວາມທຸກຍາກລຳບາກຕ່າງໆ ແລະ ຄວາມຫຍຸ້ງຍາກຕ່າງໆ, ໂດຍສະເພາະເມື່ອປະເຊີນກັບການກົດຂີ່ຢ່າງບ້າປ່ວງຂອງພະຍານາກໃຫຍ່ສີແດງ ແລະ ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍຢ່າງຮ້າຍແຮງ, ເຂົາບໍ່ເຄີຍປະຖິ້ມວຽກງານຂອງເຂົາ, ນັ້ນກໍຄື ເຂົາບໍ່ເຄີຍຍອມປະຖິ້ມວຽກງານຂອງຄຣິສຕະຈັກ, ບໍ່ເຄີຍຍອມປະຖິ້ມພຣະບັນຊາທີ່ພຣະເຈົ້າປະທານໃຫ້ ແລະ ບໍ່ເຄີຍປະຖິ້ມວຽກງານໂດຍລວມຂອງເຮືອນຂອງພຣະເຈົ້າ. ກົງກັນຂ້າມ, ເຂົາໃຊ້ຄວາມຈິງໃຈຂອງເຂົາ ແລະ ໃຊ້ຄວາມເຊື່ອ, ຄວາມຈົງຮັກພັກດີ ແລະ ການຄຳນຶງເຖິງພຣະເຈົ້າຂອງເຂົາ ເພື່ອປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ສຳເລັດ. ບໍ່ມີຫຍັງເໜືອທຳມະຊາດຢູ່ບ່ອນນີ້; ເຂົາເຮັດວຽກໃນລັກສະນະທີ່ປົກກະຕິເປັນພິເສດ ແລະ ສຳພັນກັບຊີວິດຈິງເປັນພິເສດ. ຍິ່ງໄປກວ່ານັ້ນ, ວຽກງານທີ່ພຣະເຈົ້າເຮັດຕໍ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ບໍ່ວ່າຈະເປັນຄວາມຮູ້ແຈ້ງ, ການຊີ້ແນະ ແລະ ການນໍາພາຂອງພຣະອົງຕໍ່ເຂົາ ແລະ ແມ່ນແຕ່ການລົງວິໄນ, ການພິພາກສາ ແລະ ການລົງທັນຂອງພຣະອົງຕໍ່ເຂົາ, ລ້ວນແຕ່ຖືກເຮັດຕາມລະດັບທີ່ຄວາມເປັນມະນຸດທີ່ປົກກະຕິຂອງເຂົາສາມາດຢັ່ງຮູ້ໄດ້, ສາມາດເຮັດສຳເລັດໄດ້, ສາມາດບັນລຸໄດ້ ແລະ ສາມາດມີປະສົບການ ແລະ ເຂົ້າໃຈໄດ້. ມັນບໍ່ໄດ້ເໜືອທຳມະຊາດເລີຍ. ໃນເວລາດຽວກັນ, ຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງ ພ້ອມທັງຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດ ທີ່ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ຮັບເມື່ອປະເຊີນກັບຄວາມຫຍຸ້ງຍາກ ລ້ວນແຕ່ຖືກສະສົມ ແລະ ສ້າງຕັ້ງຂຶ້ນຜ່ານການມີປະສົບການ ແລະ ການສະແຫວງຫາເທື່ອລະເລັກເທື່ອລະນ້ອຍໃນຂະບວນການຮັບໃຊ້ພຣະເຈົ້າ. ສິ່ງເຫຼົ່ານີ້ກໍບໍ່ໄດ້ເໜືອທຳມະຊາດເຊັ່ນກັນ. ຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດເຫຼົ່ານີ້ທີ່ເຂົາໄດ້ສະສົມມາ ພ້ອມທັງຄວາມເປັນຈິງຄວາມຈິງທີ່ເຂົາມີ ບໍ່ແມ່ນພອນສະຫວັນ. ການທີ່ພວກມັນບໍ່ແມ່ນພອນສະຫວັນນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຄົນໆນີ້ບໍ່ໄດ້ເກີດມາພ້ອມກັບຄວາມສາມາດບາງຢ່າງທີ່ເໜືອທຳມະຊາດ. ສັນຊາດຕະຍານໃນທຸກດ້ານແຫ່ງຄວາມເປັນມະນຸດຂອງເຂົາແມ່ນປົກກະຕິ; ຂີດຄວາມສາມາດແຫ່ງຄວາມເປັນມະນຸດຂອງເຂົາ ແລະ ລະດັບສະຕິປັນຍາຂອງເຂົາ ພ້ອມທັງຈຸດແຂງ, ຄວາມສົນໃຈ, ງານອະດິເລກ ແລະ ຄວາມສາມາດໃນການປະເມີນສິ່ງຕ່າງໆຂອງເຂົາ ລ້ວນແຕ່ຢູ່ໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ໄດ້ເໜືອທຳມະຊາດເລີຍ. ບາງຄັ້ງ, ຫຼັງຈາກທີ່ແກ້ໄຂບັນຫາບາງຢ່າງແລ້ວ, ອ້າຍນ້ອງກໍຖາມພວກເຈົ້າວ່າ “ການຈັດການກັບເລື່ອງນີ້ບໍ່ແມ່ນເລື່ອງງ່າຍບໍ?” ບາງຄົນກໍມິດງຽບ ໂດຍຄິດວ່າ “ພຣະເຈົ້າໄດ້ປະທານໃຫ້ເຈົ້າຫຼາຍກວ່າພວກເຮົາ, ສະນັ້ນ ມັນຈຶ່ງເປັນເລື່ອງງ່າຍຢ່າງແນ່ນອນສຳລັບເຈົ້າທີ່ຈະຈັດການກັບທຸກສິ່ງ”. ບາງຄົນເຖິງກັບເວົ້າວ່າ “ພຣະວິນຍານບໍລິສຸດເຮັດວຽກໃນຕົວເຈົ້າ, ສະນັ້ນ ແນ່ນອນວ່າທຸກຢ່າງຈຶ່ງຊັດເຈນສຳລັບເຈົ້າ ແລະ ທຸກຢ່າງກໍງ່າຍສຳລັບເຈົ້າ. ເຈົ້າຮູ້ວິທີເຮັດທຸກຢ່າງ ແລະ ຮູ້ວິທີຈັດການກັບທຸກບັນຫາ. ຖ້າພຣະວິນຍານບໍລິສຸດເຮັດວຽກໃນຕົວພວກເຮົາ, ພວກເຮົາກໍຈະເປັນຄືກັບເຈົ້າ; ພວກເຮົາກໍຈະບໍ່ດ້ອຍໄປກວ່າເຈົ້າເລີຍ!” ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ຄຳເວົ້າເຫຼົ່ານີ້ແມ່ນຜິດພາດຢ່າງສິ້ນເຊີງ; ນີ້ຄືຄວາມເຂົ້າໃຈຜິດ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດສາມາດຈັດການກັບຫຼາຍບັນຫາໄດ້ ແລະ ໃນທຸກເລື່ອງ ເຂົາສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ສາມາດຈັບໃຈຄວາມຫຼັກການໄດ້ ແລະ ເຂົາຮູ້ວ່າເກນທີ່ກ່ຽວຂ້ອງນັ້ນແມ່ນຫຍັງ. ເຂົາຈັດການກັບຫຼາຍບັນຫາໄດ້ຢ່າງງ່າຍດາຍ ແລະ ສຳລັບຜູ້ຄົນແລ້ວ ມັນເບິ່ງຄືວ່າຮຽບງ່າຍເປັນພິເສດ ແລະ ງ່າຍດາຍເປັນພິເສດ, ແຕ່ຄວາມສາມາດນີ້ຂອງເຂົາບໍ່ໄດ້ຕິດຕົວມາແຕ່ເກີດ. ມັນກ່ຽວຂ້ອງກັບຄວາມພະຍາຍາມສ່ວນຕົວຂອງເຂົາ ແລະ ລາຄາທີ່ເຂົາຈ່າຍ ພ້ອມທັງການປະຕິບັດທີ່ມີຄວາມກະລຸນາຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າ; ຍັງມີຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະເຈົ້າ ພ້ອມທັງການທີ່ພຣະເຈົ້າເຮັດໃຫ້ເຂົາສົມບູນດ້ວຍພຣະອົງເອງ. ຫຼັກການແຫ່ງຄວາມຈິງທີ່ເຂົາໄດ້ຮັບ, ຄວາມສົມບູນຈາກພຣະເຈົ້າທີ່ເຂົາໄດ້ຮັບ ແລະ ຫຼັກການ ແລະ ຄວາມສາມາດທີ່ເຂົາໄດ້ຮຽນຮູ້ຢ່າງຊຳນານສຳລັບການຈັດການກັບບັນຫາຕ່າງໆ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ຕິດຕົວມາແຕ່ເກີດ ແລະ ພວກມັນບໍ່ແມ່ນພອນສະຫວັນທີ່ມີມາແຕ່ເກີດ ແລະ ພວກມັນບໍ່ໄດ້ຖືກປະທານໃຫ້ໂດຍພຣະວິນຍານບໍລິສຸດ ຫຼື ເຮັດໂດຍພຣະວິນຍານບໍລິສຸດທັງສິ້ນ; ກົງກັນຂ້າມ, ເຂົາໄດ້ຮັບພວກມັນຜ່ານການສະແຫວງຫາຂອງເຂົາ, ລາຄາທີ່ເຂົາໄດ້ຈ່າຍ ແລະ ການປະຕິບັດຂອງເຂົາໃນດ້ານຕ່າງໆ ພາຍໃຕ້ວຽກງານ ແລະ ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ເຂົາໄດ້ຮັບເຫຼົ່ານີ້ໄດ້ກາຍເປັນຊີວິດຂອງເຂົາແລ້ວ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.) ພວກເຈົ້າເບິ່ງມັນແບບນີ້: “ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍເປັນມະນຸດຄືກັນ, ເຂົາກໍເປັນມະນຸດທີ່ເສື່ອມຊາມຄືກັນ, ພຽງແຕ່ເຂົາໄດ້ມີປະສົບການກັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ແລ້ວເປັນຫຍັງມັນຈຶ່ງງ່າຍດາຍຫຼາຍສຳລັບເຂົາທີ່ຈະຈັດການກັບບັນຫາຕ່າງໆ? ດ້ວຍຄຳເວົ້າພຽງສອງສາມປະໂຫຍກ ເຂົາກໍສາມາດຍົກບັນຫາຂຶ້ນມາ ແລະ ອະທິບາຍມັນໄດ້ຢ່າງຊັດເຈນ. ເປັນຫຍັງມັນຈຶ່ງຍາກລຳບາກຫຼາຍສຳລັບພວກເຮົາທີ່ຈະຈັດການກັບເລື່ອງຕ່າງໆ?” ບາງຄົນຄິດວ່ານີ້ຄືພອນສະຫວັນ ແລະ ບາງຄົນກໍຄິດວ່ານີ້ຄືການກະທຳຂອງພຣະເຈົ້າ. ທັງສອງມຸມມອງນີ້ລ້ວນແຕ່ຜິດພາດ. ໃນດ້ານໜຶ່ງ, ນີ້ບໍ່ແມ່ນພອນສະຫວັນທີ່ຕິດຕົວມາແຕ່ເກີດ; ໃນອີກດ້ານໜຶ່ງ, ຂໍ້ເທັດຈິງທີ່ວ່າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດນັ້ນມີຄວາມສາມາດໃນການເຮັດວຽກງານໃນມື້ນີ້ກໍຍ້ອນວ່າເຂົາໄດ້ມີປະສົບການກັບການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ເຂົາກໍໄດ້ທຸ່ມເທຄວາມພະຍາຍາມສ່ວນຕົວ ແລະ ການເຮັດວຽກໜັກຂອງເຂົາ. ນີ້ກໍຍ້ອນວ່າ ເມື່ອຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເລີ່ມຕົ້ນຮັບໃຊ້ພຣະເຈົ້າເປັນຄັ້ງທຳອິດ, ເຂົາກໍບໍ່ເຂົ້າໃຈຫຼາຍສິ່ງຫຼາຍຢ່າງເຊັ່ນກັນ. ຄືກັນກັບທຸກຄົນທີ່ຮັບໃຊ້ພຣະເຈົ້າ, ເຂົາກໍຈະປະເຊີນກັບຄວາມຫຍຸ້ງຍາກບາງຢ່າງເຊັ່ນກັນ ແລະ ເຂົາກໍຈະປະເຊີນກັບບາງເລື່ອງທີ່ເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າເຊັ່ນກັນ; ເຂົາຈະຮູ້ສຶກສັບສົນ ແລະ ຮູ້ສຶກຫຼົງທາງ ແລະ ແນ່ນອນວ່າ ເຂົາກໍຈະມີຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຂົາເອງເຊັ່ນກັນ. ເຖິງຢ່າງໃດກໍຕາມ, ເມື່ອເຂົາປະເຊີນກັບເລື່ອງເຫຼົ່ານີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ເລືອກທີ່ຈະໃຊ້ຄວາມຈິງໃຈຂອງເຂົາເພື່ອເຮັດຈົນສຸດຄວາມສາມາດຂອງເຂົາໃນການປະຕິບັດວຽກງານທີ່ພຣະເຈົ້າຂໍໃຫ້ເຂົາເຮັດ ແລະ ເຮັດຈົນສຸດຄວາມສາມາດຂອງເຂົາ ແລະ ຕັ້ງໜ້າຕັ້ງຕາເຮັດວຽກໜັກ ເພື່ອເຮັດໜ້າວຽກທີ່ພຣະເຈົ້າປະທານໃຫ້ເຂົາ ແລະ ຄວາມຮັບຜິດຊອບທີ່ພຣະເຈົ້າປະທານໃຫ້ເຂົານັ້ນໃຫ້ສຳເລັດ. ບໍ່ວ່າຈະເປັນຊ່ວງເວລາໃດກໍຕາມ, ບໍ່ວ່າເຂົາຈະປະເຊີນກັບຄວາມຫຍຸ້ງຍາກປະເພດໃດກໍຕາມ ແລະ ບໍ່ວ່າເງື່ອນໄຂຈະເອື້ອອຳນວຍໃຫ້ແກ້ໄຂຄວາມຫຍຸ້ງຍາກນັ້ນໄດ້ ຫຼື ບໍ່ກໍຕາມ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍບໍ່ເຄີຍຍອມປະຖິ້ມ ຫຼື ຖອຍຫຼັງເລີຍ, ສະນັ້ນ ເຂົາຈຶ່ງໄດ້ຮັບຜົນເກັບກ່ຽວອັນຍິ່ງໃຫຍ່ຕະຫຼອດເສັ້ນທາງ. ກໍຍ້ອນວ່າເຂົາບໍ່ຖອຍຫຼັງ ແລະ ເຂົາຮ່ວມມືໃນລັກສະນະທີ່ເປັນບວກ ແລະ ຫ້າວຫັນ, ສະແຫວງຫາຄວາມຈິງໃນລັກສະນະທີ່ເປັນບວກ ແລະ ຫ້າວຫັນ ແລະ ເຂົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານໃນລັກສະນະທີ່ເປັນບວກ ແລະ ຫ້າວຫັນ ບໍ່ວ່າເຂົາຈະປະເຊີນກັບສະຖານະການໃດກໍຕາມ, ໃນລະຫວ່າງການຮ່ວມມືທີ່ເປັນບວກ ແລະ ຫ້າວຫັນຂອງເຂົາ, ພຣະເຈົ້າໃຫ້ຄວາມຮູ້ແຈ້ງແກ່ເຂົາເທື່ອລະເລັກເທື່ອລະນ້ອຍ, ເຮັດໃຫ້ເຂົາເຫັນຄວາມຈິງໃນທຸກດ້ານທີ່ເຂົາຄວນເຂົ້າໃຈ, ຫຼັກການ ແລະ ວິທີການໃນການເຮັດວຽກ ພ້ອມທັງເປົ້າໝາຍທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນການເຮັດວຽກແຕ່ລະດ້ານ ແລະ ຄວາມໝາຍສຳຄັນຂອງການເຮັດວຽກດ້ານນັ້ນ, ເຮັດໃຫ້ເຂົາເຂົ້າໃຈພວກມັນທັງໝົດ ແລະ ຈັບໃຈຄວາມພວກມັນທັງໝົດໄດ້ເທື່ອລະເລັກເທື່ອລະນ້ອຍ. ເຫດຜົນທີ່ສຳຄັນຫຼາຍທີ່ເຮັດໃຫ້ເຂົາສາມາດໄດ້ຮັບຜົນເກັບກ່ຽວນີ້ກໍຄື ເມື່ອປະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ເຂົາບໍ່ເຄີຍຖອຍຫຼັງເລີຍ; ກົງກັນຂ້າມ, ຄືກັນກັບໂນອາ ເຂົາຍຶດໝັ້ນໃນຕຳແໜ່ງຂອງເຂົາຢູ່ສະເໝີ ນັບຕັ້ງແຕ່ຍອມຮັບພຣະບັນຊາຂອງພຣະເຈົ້າ, ບໍ່ວ່າເຂົາຈະປະເຊີນກັບຄວາມຫຍຸ້ງຍາກໃດກໍຕາມ, ເຂົາກໍອະທິຖານ ແລະ ເພິ່ງພາພຣະເຈົ້າ, ພະຍາຍາມທຸກວິທີທາງເພື່ອແກ້ໄຂພວກມັນ ແລະ ບໍ່ເຄີຍປະຖິ້ມວຽກງານຂອງເຂົາເລີຍ. ການບໍ່ປະຖິ້ມວຽກງານຂອງເຂົາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຂົາໄດ້ປະຕິບັດວຽກງານຕ່າງໆຂອງຄຣິສຕະຈັກຕາມລຳດັບຂັ້ນຕອນ ແລະ ຢ່າງເປັນລະບຽບຢູ່ສະເໝີ ແລະ ໄດ້ເຮັດຈົນສຸດຄວາມສາມາດຂອງເຂົາເພື່ອເຮັດທຸກສິ່ງທີ່ເຂົາສາມາດເຮັດໄດ້ ແລະ ທຸກສິ່ງທີ່ເຂົາສາມາດຄິດໄດ້ພາຍໃນຂີດຈຳກັດຂອງຄວາມສາມາດຂອງມະນຸດ, ໂດຍປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຂົາໃຫ້ສຳເລັດ.
ເມື່ອພຣະເຈົ້າປະທານພຣະບັນຊາໃຫ້ຄົນໃດຄົນໜຶ່ງ ຫຼື ນໍາໃຊ້ຄົນໃດຄົນໜຶ່ງ, ເມື່ອພຣະເຈົ້າເຮັດວຽກໃນຄົນໃດຄົນໜຶ່ງ ຫຼື ໃຫ້ຄວາມຮູ້ແຈ້ງ ແລະ ຊີ້ແນະພວກເຂົາໃຫ້ເຂົ້າໃຈເຈດຕະນາຂອງພຣະອົງ, ເຂົ້າໃຈຄວາມຈິງດ້ານໜຶ່ງ ແລະ ເຂົ້າໃຈຫຼັກການດ້ານໜຶ່ງ, ບໍ່ມີວຽກງານໃດທີ່ພຣະເຈົ້າເຮັດເຊິ່ງເໜືອທຳມະຊາດ. ມັນລ້ວນແຕ່ຖືກປະທານໃຫ້ແກ່ຜູ້ຄົນ ເມື່ອພວກເຂົາຮ່ວມມືຢ່າງຫ້າວຫັນ ແລະ ສະແຫວງຫາຢ່າງຫ້າວຫັນ. ພຣະເຈົ້າບໍ່ໄດ້ບີບບັງຄັບຜູ້ຄົນໃນວຽກງານຂອງພຣະອົງ. ຖ້າເຈົ້າມີຫົວໃຈທີ່ສະແຫວງຫາ ແລະ ມີພາລະ ແລະ ສາມາດຮ່ວມມືໃນລັກສະນະທີ່ເປັນບວກ ແລະ ຫ້າວຫັນເມື່ອປະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ແລ້ວພຣະເຈົ້າກໍຈະປະທານສິ່ງເຫຼົ່ານີ້ໃຫ້ກັບເຈົ້າ ແລະ ໃຫ້ຄວາມຮູ້ແຈ້ງ ແລະ ຊີ້ແນະເຈົ້າໃຫ້ເຂົ້າໃຈຫຼັກການຄວາມຈິງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າເລືອກທີ່ຈະຫຼົບຫຼີກ ແລະ ຖອຍຫຼັງເມື່ອປະເຊີນກັບຄວາມຫຍຸ້ງຍາກ ແລະ ບໍ່ເຕັມໃຈທີ່ຈະຮ່ວມມື, ພຣະເຈົ້າກໍຈະບໍ່ບີບບັງຄັບເຈົ້າ. ພຣະເຈົ້າຈະບໍ່ບັງຄັບໃຫ້ເຈົ້າຮັບຄວາມຮັບຜິດຊອບນີ້ ພຣະອົງຈະບໍ່ບັງຄັບໃຫ້ເຈົ້າມີວິທີການ, ລະບຽບການ ແລະ ຫຼັກການເຫຼົ່ານີ້ເພື່ອໃຫ້ເຈົ້າເຂົ້າໃຈ. ພຣະເຈົ້າບໍ່ໄດ້ບັງຄັບໃຫ້ຜູ້ຄົນເຮັດຂັດກັບຄວາມປະສົງຂອງພວກເຂົາ. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ເຈົ້າສາມາດຮ່ວມມືຢ່າງຫ້າວຫັນ ແລະ ສາມາດຈ່າຍລາຄາເພື່ອສະແຫວງຫາ, ພຣະເຈົ້າກໍຈະໃຫ້ຄວາມຮູ້ແຈ້ງແກ່ເຈົ້າເພື່ອເຮັດໃຫ້ເຈົ້າເຂົ້າໃຈ. ຖ້າເຈົ້າບໍ່ເຕັມໃຈທີ່ຈະເຮັດວຽກງານນີ້ ແລະ ເຈົ້າເລືອກທີ່ຈະຍອມຖິ້ມ ແລະ ປະຖິ້ມວຽກງານຂອງເຈົ້າ, ພຣະເຈົ້າກໍຈະບໍ່ບັງຄັບໃຫ້ເຈົ້າເຮັດຂັດກັບຄວາມປະສົງຂອງເຈົ້າ. ເຈົ້າມີເສລີພາບຂອງເຈົ້າ; ຖ້າເຈົ້າບໍ່ເຕັມໃຈທີ່ຈະເຮັດວຽກ, ວຽກງານຂອງພຣະເຈົ້າກໍຈະສືບຕໍ່ກ້າວໄປຂ້າງໜ້າຄືເກົ່າ. ພຣະເຈົ້າໄດ້ເລືອກເຈົ້າ, ແຕ່ເຈົ້າບໍ່ຮ່ວມມື, ເຈົ້າເລືອກທີ່ຈະປະຖິ້ມພຣະບັນຊາ, ເຈົ້າບໍ່ເຕັມໃຈທີ່ຈະຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ເຈົ້າບໍ່ສາມາດຕອບສະໜອງຕາມເຈດຕະນາຂອງພຣະເຈົ້າໄດ້, ສະນັ້ນ ພຣະເຈົ້າກໍຈະຊອກຫາຄົນອື່ນມາເຮັດວຽກງານນີ້. ພຣະເຈົ້າຈະວາງພາລະນີ້ໄວ້ກັບຜູ້ໃດກໍຕາມທີ່ສາມາດຍອມຮັບພຣະບັນຊາຂອງພຣະອົງ, ເຕັມໃຈທີ່ຈະຄຳນຶງເຖິງພາລະຂອງພຣະອົງ, ເຕັມໃຈທີ່ຈະຈ່າຍລາຄາ, ເຕັມໃຈທີ່ຈະອຸທິດ ແລະ ຖວາຍທັງຕົວຂອງພວກເຂົາ ແລະ ສາມາດເຮັດສຳເລັດພຣະບັນຊາຂອງພຣະເຈົ້າໄດ້. ພຣະເຈົ້າເບິ່ງການສະແດງອອກຂອງເຈົ້າ, ເບິ່ງສິ່ງທີ່ເຈົ້າເລືອກ ແລະ ເບິ່ງທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະບັນຊາຂອງພຣະອົງ. ກ່ຽວກັບການຍອມຮັບພຣະບັນຊາຂອງພຣະເຈົ້າ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເລືອກທີ່ຈະຮ່ວມມືໃນລັກສະນະທີ່ເປັນບວກ ແລະ ຫ້າວຫັນ, ທຸ່ມເທກຳລັງທັງໝົດຂອງເຂົາ ແລະ ອຸທິດທັງຕົວຂອງເຂົາ. ເນື່ອງຈາກເຂົາໄດ້ຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ໄດ້ຍອມຮັບຄວາມຮັບຜິດຊອບນີ້, ເຂົາຈຶ່ງອົດທົນຈົນເຖິງທີ່ສຸດໃນຖານະທີ່ເປັນໜ້າທີ່ທີ່ຕ້ອງປະຕິບັດ ແລະ ບໍ່ທໍລະຍົດພຣະເຈົ້າ. ບໍ່ວ່າເຂົາປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ມັນກໍສະຫຼຸບໄດ້ດັ່ງນີ້: ດຶງທະນູຈົນສຸດ ແລະ ໃຊ້ກຳລັງທັງໝົດຂອງເຂົາ, ຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ອຸທິດຕົນ ແລະ ບໍ່ເຄີຍປະຖິ້ມຕຳແໜ່ງຂອງເຂົາເລີຍ. ບາງທີຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍມັກຈະເວົ້າສິ່ງນີ້ກັບພວກເຈົ້າເຊັ່ນກັນ: “ບໍ່ວ່າພວກເຮົາຈະປະເຊີນກັບຄວາມຫຍຸ້ງຍາກໃດກໍຕາມ, ຖ້າພວກເຮົາຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ເຮັດພຣະບັນຊາຂອງພຣະເຈົ້າຈົນສຳເລັດ, ພວກເຮົາກໍຈະບໍ່ໄດ້ໃຊ້ຊີວິດຂອງພວກເຮົາຢ່າງສູນເປົ່າ. ບໍ່ມີເຄັດລັບໃດໆໃນການເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ. ມັນພຽງແຕ່ສະຫຼຸບໄດ້ດັ່ງນີ້: ດຶງທະນູຈົນສຸດ ແລະ ໃຊ້ກຳລັງທັງໝົດຂອງພວກເຮົາ ແລະ ຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ອຸທິດຕົນ!” ເຂົາມັກເວົ້າສິ່ງນີ້ກັບພວກເຈົ້າບໍ? (ແມ່ນແລ້ວ.) ຄຳເວົ້າທີ່ວ່າ “ບໍ່ວ່າພວກເຮົາຈະປະເຊີນກັບຄວາມຫຍຸ້ງຍາກໃດກໍຕາມ, ພວກເຮົາຕ້ອງຕັ້ງໜ້າຕັ້ງຕາເຮັດວຽກໜັກ” ທີ່ກ່າວໂດຍຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໃນຂະບວນການຮັບໃຊ້ພຣະເຈົ້າ ບໍ່ແມ່ນຄຳຂວັນ ແລະ ພວກມັນບໍ່ແມ່ນຄຳເວົ້າທີ່ຫວ່າງເປົ່າ. ນີ້ຄືວິທີທີ່ເຂົາປະຕິບັດ ແລະ ນີ້ຄືວິທີທີ່ເຂົາສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຈົ້າ. ບໍ່ວ່າພວກເຈົ້າຈະສາມາດຍອມຮັບມັນໄດ້ ຫຼື ບໍ່ ແລະ ບໍ່ວ່າພວກເຈົ້າຈະປະຕິບັດວິທີນີ້ ຫຼື ບໍ່, ນີ້ກໍຄືວິທີທີ່ຕົວເຂົາເອງປະຕິບັດ. ໃນປະສົບການຂອງເຂົາເອງ, ເຂົາໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະເຈົ້າ, ໄດ້ຮັບການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງພຣະເຈົ້າ ແລະ ໄດ້ຮັບການນໍາພາ ແລະ ການຊີ້ແນະຂອງພຣະເຈົ້າ ແລະ ເຂົາກໍຕັ້ງໜ້າຕັ້ງຕາເຮັດວຽກໜັກມາໂດຍຕະຫຼອດ. ໃນການເຮັດວຽກງານລາຍການໃດໜຶ່ງຂອງຄຣິສຕະຈັກ, ເຂົາບໍ່ໄດ້ຈົດຈໍ່ກັບເຄັດລັບ, ແຕ່ພັດເຮັດໃນລັກສະນະໃດກໍຕາມທີ່ບັນລຸຜົນ. ໜ້າວຽກທີ່ພຣະເຈົ້າປະທານໃຫ້, ສິ່ງທີ່ເຂົາເຂົ້າໃຈ, ສິ່ງທີ່ເຂົາຄວນເຮັດ ແລະ ສິ່ງທີ່ເຂົາສາມາດເຮັດໄດ້ ພ້ອມທັງວຽກງານທີ່ພຣະເຈົ້ານໍາພາໃຫ້ເຂົາເຮັດ, ເຂົາຈັດຕັ້ງປະຕິບັດທັງໝົດນີ້ດ້ວຍຄວາມຕັ້ງໃຈທີ່ແນ່ວແນ່. ເຂົາມັກເວົ້າກັບພວກເຈົ້າວ່າ “ພວກເຈົ້າຕ້ອງເຮັດຈົນສຸດຄວາມສາມາດຂອງພວກເຈົ້າໃນການປະຕິບັດໜ້າທີ່ຂອງພວກເຈົ້າ. ຢ່າມື່ນໄຫຼ ແລະ ຂີ້ຄ້ານ, ຢ່າໂລບມາກຢາກໄດ້ຄວາມສະດວກສະບາຍ, ຢ່າປະຖິ້ມວຽກງານຂອງພວກເຈົ້າ ແລະ ຢ່າຊອກຫາທາງອອກ ຫຼື ຊອກຫາຜົນປະໂຫຍດໃຫ້ກັບຕົວພວກເຈົ້າເອງ”. ເຂົາເວົ້າແບບນີ້ ແລະ ເຂົາກໍປະຕິບັດແບບນີ້ເຊັ່ນກັນ. ນັບຕັ້ງແຕ່ເວລາທີ່ເຂົາເລີ່ມຕົ້ນຮັບໃຊ້ພຣະເຈົ້າຈົນເຖິງປັດຈຸບັນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍມັກໂອ້ລົມກັບພວກເຈົ້າແບບນີ້ສະເໝີ, ໂດຍສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຈົ້າ. ເປັນຫຍັງເຂົາຈຶ່ງເວົ້າແບບນີ້? ເຂົາບໍ່ໄດ້ກຳລັງຮ້ອງຄຳຂວັນເພື່ອສະແດງໃຫ້ຄົນອື່ນເຫັນ; ກົງກັນຂ້າມ, ນີ້ຄືວິທີທີ່ເຂົາເອງປະຕິບັດຢ່າງແທ້ຈິງ. ເຂົາເອງອາດບໍ່ຮູ້ດ້ວຍຊໍ້າວ່າ ເປັນຫຍັງການເຮັດວຽກງານຫຼາຍລາຍການໃນເຮືອນຂອງພຣະເຈົ້າຈຶ່ງຮຽບງ່າຍປານນັ້ນ ແລະ ງ່າຍດາຍປານນັ້ນສຳລັບເຂົາ. ບໍ່ວ່າບັນຫາຈະເປັນຫຍັງກໍຕາມ, ເຂົາກໍສາມາດອະທິບາຍມັນໃຫ້ຊັດເຈນໄດ້ດ້ວຍຄຳເວົ້າພຽງສອງສາມຄຳ. ວິທີການຈັດການກັບບັນຫາຫຍັງກໍຕາມທີ່ຄົນໃດຄົນໜຶ່ງລາຍງານ ຫຼື ວິທີການດຳເນີນວຽກງານໃດໆຂອງຄຣິສຕະຈັກ, ໃນມຸມມອງຂອງເຂົາ ສິ່ງເຫຼົ່ານີ້ແມ່ນງ່າຍເປັນພິເສດ ແລະ ບໍ່ຕ້ອງໃຊ້ຄວາມພະຍາຍາມເປັນພິເສດ. ເປັນຫຍັງຈຶ່ງເປັນແບບນີ້? ມັນອາດເປັນຍ້ອນວ່າ ຕະຫຼອດເສັ້ນທາງ ເຂົາບໍ່ໄດ້ສະຫຼຸບສິ່ງຕ່າງໆ ແລະ ເຂົາບໍ່ຮູ້ວ່າເປັນຫຍັງດຽວນີ້ເຂົາຈຶ່ງມີຜົນເກັບກ່ຽວແບບນີ້ ແລະ ມີຄວາມສາມາດໃນການເຮັດວຽກແບບນີ້. ເຖິງຢ່າງໃດກໍຕາມ, ຕາມທີ່ເຮົາເຫັນ ສິ່ງນີ້ແມ່ນບໍ່ສາມາດແຍກອອກຈາກຄວາມພະຍາຍາມສ່ວນຕົວຂອງເຂົາ, ເສັ້ນທາງທີ່ເຂົາຍ່າງໃນການຮັບໃຊ້ພຣະເຈົ້າ, ຄວາມຈິງໃຈ ແລະ ການຄຳນຶງເຖິງພຣະເຈົ້າຂອງເຂົາ ແລະ ຄຸນລັກສະນະທີ່ເຂົາມີ. ເມື່ອມີສິ່ງຕ່າງໆເກີດຂຶ້ນ, ພວກເຈົ້າມັກບໍ່ຮູ້ວິທີຈັດການກັບພວກມັນ ແລະ ບໍ່ຮູ້ວິທີທີ່ຈະປະສົບກັບພວກມັນ. ພວກເຈົ້າຮູ້ສຶກວ່າຄວາມຫຍຸ້ງຍາກທີ່ພວກເຈົ້າປະເຊີນນັ້ນໃຫຍ່ຫຼວງ ແລະ ພວກເຈົ້າບໍ່ຮູ້ວິທີແກ້ໄຂພວກມັນ. ແຕ່ໃນສາຍຕາຂອງອ້າຍນ້ອງ, ມັນງ່າຍດາຍຫຼາຍ. ຈາກນັ້ນ ເຂົາກໍໂອ້ລົມຫຼັກການຄວາມຈິງກັບພວກເຈົ້າ, ໂດຍບອກພວກເຈົ້າວ່າ ພວກເຈົ້າຕ້ອງອະທິຖານ ແລະ ສະແຫວງຫາ ແລະ ໄປປະຕິບັດຫຼັກການເຫຼົ່ານັ້ນ ຫຼັງຈາກທີ່ພວກເຈົ້າເຂົ້າໃຈພວກມັນແລ້ວ. ຈາກນັ້ນ ພວກເຈົ້າກໍຄິດວ່າ “ອ້າຍນ້ອງຮູ້ທຸກຢ່າງໄດ້ແນວໃດ? ເປັນຫຍັງມັນຈຶ່ງງ່າຍດາຍຫຼາຍສຳລັບເຂົາທີ່ຈະຈັດການກັບເລື່ອງຕ່າງໆ? ນີ້ຄືການກະທຳຂອງພຣະເຈົ້າ; ເຂົາເກີດມາພ້ອມກັບຄວາມສາມາດນີ້. ພວກເຮົາບໍ່ມີຄວາມສາມາດນັ້ນ ແລະ ພວກເຮົາບໍ່ໄດ້ຮັບຄວາມໂປດປານເປັນພິເສດຈາກພຣະເຈົ້າ”. ຄົນສ່ວນໃຫຍ່ມີຄວາມເຂົ້າໃຈຜິດກ່ຽວກັບຂໍ້ເທັດຈິງທີ່ວ່າ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເຮັດວຽກດ້ວຍຄວາມງ່າຍດາຍ ແລະ ຄວາມປິຕິຍິນດີເປັນພິເສດ. ບໍ່ມີໃຜຮູ້ວ່າເຂົາໄດ້ອົດກັ້ນຕໍ່ຄວາມທຸກທໍລະມານຫຍັງແດ່ ແລະ ເຂົາໄດ້ຈ່າຍລາຄາປະເພດໃດແດ່ຢູ່ເບື້ອງຫຼັງ, ເຂົາປະຕິບັດແນວໃດ ແລະ ເຂົາປະຕິບັດຕໍ່ພຣະບັນຊາຂອງພຣະເຈົ້າແນວໃດໃນຂະບວນການຮັບໃຊ້ພຣະເຈົ້າ, ເຂົາຍຶດໝັ້ນໃນພຣະບັນຊານີ້ ແລະ ພາລະນີ້ທີ່ພຣະເຈົ້າປະທານໃຫ້ແນວໃດ ແລະ ເຂົາປະຕິບັດຄວາມຮັບຜິດຊອບຂອງເຂົາ ແລະ ບັນລຸຜົນແນວໃດ. ພວກເຈົ້າພຽງແຕ່ເຫັນວ່າມັນບໍ່ຕ້ອງໃຊ້ຄວາມພະຍາຍາມເປັນພິເສດ ແລະ ງ່າຍເປັນພິເສດສຳລັບເຂົາທີ່ຈະຈັດການກັບທຸກສິ່ງ, ແຕ່ບໍ່ມີໃຜຮູ້ວ່າລາຍລະອຽດຂອງການປະຕິບັດຂອງເຂົາຢູ່ເບື້ອງຫຼັງນັ້ນເປັນແນວໃດ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.)
ບໍ່ວ່າເຮືອນຂອງພຣະເຈົ້າຈະດຳເນີນວຽກງານລາຍການໃດກໍຕາມ, ເມື່ອເລີ່ມຕົ້ນວຽກງານນັ້ນເປັນຄັ້ງທຳອິດ, ມັນກໍເລີ່ມຕົ້ນຈາກສູນ. ໂດຍພື້ນຖານແລ້ວ ບໍ່ມີຜູ້ຊ່ຽວຊານ ຫຼື ບຸກຄະລາກອນທີ່ມີຄວາມຮູ້ທາງວິຊາຊີບ ແລະ ໂດຍພື້ນຖານແລ້ວກໍບໍ່ມີບຸກຄະລາກອນດ້ານເຕັກນິກວິຊາຊີບທີ່ມີຄຸນສົມບັດເຊັ່ນກັນ. ຍິ່ງໄປກວ່ານັ້ນ, ບໍ່ມີໃຜເຂົ້າໃຈຊັດເຈນກ່ຽວກັບຫຼັກການຂອງວຽກງານແຕ່ລະລາຍການ, ລວມທັງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ມັນສາມາດເວົ້າໄດ້ວ່າ ວຽກງານແຕ່ລະລາຍການ, ລວມທັງວຽກງານຂ່າວປະເສີດ, ລ້ວນແຕ່ຖືກເຮັດໂດຍເລີ່ມຕົ້ນຈາກສູນ. ການເລີ່ມຕົ້ນຈາກສູນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບໍ່ມີໃຜເຄີຍເຮັດວຽກງານນີ້ມາກ່ອນ ແລະ ບໍ່ມີໃຜມີປະສົບການ. ບໍ່ມີໃຜສາມາດບອກເຈົ້າໄດ້ວ່າຕ້ອງເຮັດແນວໃດ, ເສັ້ນທາງແມ່ນຫຍັງ, ເລື່ອງທີ່ຕ້ອງເອົາໃຈໃສ່ແມ່ນຫຍັງ, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ຫຼັກການທີ່ພຣະເຈົ້າຮຽກຮ້ອງແມ່ນຫຍັງ, ຂອບເຂດສຳລັບການເຮັດວຽກງານນີ້ແມ່ນຫຍັງ, ບັນຫາໃດທີ່ອາດຈະເກີດຂຶ້ນໃນການເຮັດວຽກງານນີ້, ເຈົ້າຄວນປະເຊີນກັບພວກມັນແນວໃດ, ເຈົ້າຄວນຈັດການ ແລະ ແກ້ໄຂພວກມັນແນວໃດ ແລະ ອື່ນໆ. ບໍ່ມີຄົນທີ່ມີປະສົບການແມ່ນແຕ່ຄົນດຽວທີ່ສາມາດບອກລາຍລະອຽດເຫຼົ່ານີ້ໃຫ້ກັບເຈົ້າໄດ້. ມັນລ້ວນແຕ່ເລີ່ມຕົ້ນຈາກສູນ. ໂດຍສະເພາະສຳລັບວຽກງານຂອງເຮືອນຂອງພຣະເຈົ້າທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບ, ເມື່ອຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເລີ່ມຕົ້ນເຮັດວຽກງານດັ່ງກ່າວເປັນຄັ້ງທຳອິດ, ເຂົາກໍໄຕ່ຕອງ, ຊອກຫາຫົນທາງຂອງເຂົາ ແລະ ສະແຫວງຫາດ້ວຍຕົວເຂົາເອງທັງໝົດ. ສຳລັບບາງຢ່າງ ເຂົາກໍຈະມາປຶກສາຫາລືກັບເຮົາ ແລະ ເຮົາກໍຈະໂອ້ລົມກັບເຂົາ ແລະ ເຂົາກໍຈະໄດ້ຮັບແຮງບັນດານໃຈບາງຢ່າງຈາກສິ່ງນີ້ ແລະ ບັນລຸເສັ້ນທາງແຫ່ງການປະຕິບັດບາງຢ່າງ. ບາງຄັ້ງ, ການເຮັດວຽກງານທີ່ບໍ່ເຄີຍເຮັດມາກ່ອນກໍຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແລ້ວຄວນເຮັດແນວໃດ? ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຮັບຜິດຊອບວຽກງານນີ້ຢ່າງຫ້າວຫັນ ຈາກນັ້ນກໍປຶກສາ, ສອບຖາມ ແລະ ຄຳຫາຫົນທາງຂອງເຂົາ. ໃນຂະນະທີ່ເຮັດວຽກງານນີ້, ເຂົາຍັງສະແຫວງຫາຫຼັກການຂອງການປະຕິບັດດ້ວຍຫົວໃຈທີ່ຖ່ອມຕົວ ແລະ ຢຳເກງພຣະເຈົ້າ ແລະ ຫົວໃຈທີ່ປາຖະໜາຫາພຣະເຈົ້າ, ໂດຍເຮັດວຽກງານໃນຂະນະທີ່ຄຳຫາຫົນທາງຂອງເຂົາ. ໃນຂະບວນການນີ້, ຜ່ານຄວາມຮູ້ແຈ້ງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ, ວຽກງານແຕ່ລະລາຍການກໍຖືກເຮັດໄດ້ດີຂຶ້ນເລື້ອຍໆ, ຖືກເຮັດໄດ້ຢ່າງລ່ຽນໄຫຼຫຼາຍຂຶ້ນເລື້ອຍໆ ແລະ ຖືກເຮັດໃນລັກສະນະທີ່ບັນລຸຜົນຂອງການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເປັນພະຍານໃຫ້ກັບພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ພວກເຈົ້າກຳລັງຕິດຕາມການນໍາພາຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ພາຍໃຕ້ການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ການນໍາພາຂອງເຂົາ, ຕາບໃດທີ່ພວກເຈົ້າສາມາດເຊື່ອຟັງ ແລະ ສາມາດເຮັດສິ່ງຕ່າງໆຕາມຫຼັກການ, ນັ້ນກໍພຽງພໍແລ້ວ; ຈາກນັ້ນ ການປະຕິບັດໜ້າທີ່ຂອງພວກເຈົ້າກໍຈະກາຍເປັນເລື່ອງງ່າຍຫຼາຍສຳລັບພວກເຈົ້າ. ສຳລັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ເຂົາເປັນຜູ້ນໍາໜ້າ ແລະ ເປັນຫົວໜ້າຄອບຄົວ. ເມື່ອເຮັດວຽກງານແຕ່ລະລາຍການ, ເມື່ອໃດກໍຕາມທີ່ເຂົາປະເຊີນກັບຄວາມຫຍຸ້ງຍາກ ຫຼື ປະເຊີນກັບທາງເລືອກທີ່ຕ້ອງຕັດສິນໃຈ, ເຂົາຕ້ອງແຍກແຍະຢ່າງຊັດເຈນວ່າຈະເຮັດແນວໃດເພື່ອບັນລຸຜົນທີ່ດີກວ່າ ແລະ ຈະເຮັດແນວໃດເພື່ອປົກປ້ອງຄຳພະຍານຂອງພຣະເຈົ້າ. ຫຼັກການນີ້ໂດດເດັ່ນຢູ່ໃນໃຈຂອງເຂົາ. ສຳລັບວຽກງານທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ, ເຂົາເອງກໍບໍ່ເຂົ້າໃຈຄວາມຮູ້ທາງວິຊາຊີບທີ່ກ່ຽວຂ້ອງ. ນີ້ບໍ່ແມ່ນການປະເຊີນກັບຄວາມຫຍຸ້ງຍາກໃນວຽກງານບໍ? ເຂົາຄວນເຮັດແນວໃດເມື່ອປະເຊີນກັບຄວາມຫຍຸ້ງຍາກ? ເຂົາຕ້ອງຮຽນຮູ້. ການຮຽນຮູ້ບາງສິ່ງບາງຢ່າງຈາກສູນບໍ່ແມ່ນເລື່ອງງ່າຍ ແລະ ກ່ຽວຂ້ອງກັບຄວາມຫຍຸ້ງຍາກ. ສິ່ງຕ່າງໆເຊັ່ນ: ພະລັງງານຂອງຜູ້ຄົນ, ຄວາມຮູ້ຂອງຜູ້ຄົນ ແລະ ປະສົບການຊີວິດຂອງຜູ້ຄົນລ້ວນແຕ່ມີຈຳກັດ. ພາຍໃຕ້ສະຖານະການເຫຼົ່ານີ້, ໂດຍມີຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນຜູ້ຊີ້ແນະ ແລະ ເປັນປະທານໃນວຽກງານວິຊາຊີບໃດໜຶ່ງໃນຖານະຄົນທີ່ບໍ່ມີຄວາມຊຳນານເລີຍ, ພວກເຈົ້າຄິດວ່າເຂົາມີຄວາມຫຍຸ້ງຍາກບໍ? ມັນຍາກບໍສຳລັບເຂົາທີ່ຈະເຮັດວຽກງານນີ້? (ແມ່ນແລ້ວ, ມັນຍາກ.) ເຂົາຄອຍເວົ້າສະເໝີວ່າ “ຂ້ອຍເປັນພຽງຄົນທີ່ບໍ່ມີຄວາມຊຳນານເລີຍ”. ເຂົາບໍ່ໄດ້ເວົ້າແບບນີ້ຍ້ອນຄວາມຖ່ອມຕົວຈອມປອມ; ເຂົາຮູ້ສຶກຢ່າງແທ້ຈິງວ່າເຂົາເປັນຄົນທີ່ບໍ່ມີຄວາມຮູ້ເລື່ອງນີ້ເລີຍ ແລະ ບໍ່ເຂົ້າໃຈທັກສະທາງວິຊາຊີບ. ແຕ່ໂດຍເພິ່ງພາຫົວໃຈທີ່ຈິງໃຈຂອງເຂົາ ແລະ ເພິ່ງພາຫົວໃຈທີ່ປາຖະໜາຂອງເຂົາ ແລະ ຫົວໃຈທີ່ຖ່ອມຕົວຂອງເຂົາ, ເຂົາຕັ້ງໜ້າຕັ້ງຕາເຮັດວຽກໜັກເພື່ອປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ສຳເລັດ, ໂດຍຕ້ອງການແບກຮັບວຽກງານນີ້, ເຮັດມັນໃຫ້ດີ ແລະ ປົກປ້ອງມັນໃຫ້ດີ, ເພື່ອໃຫ້ວຽກງານສາມາດກ້າວໜ້າໄປໄດ້. ບາງຄັ້ງເຂົາກໍຈະຄົ້ນຫາວິດີໂອ ຫຼື ສື່ການຮຽນຮູ້ທີ່ກ່ຽວຂ້ອງກັບວຽກງານວິຊາຊີບທາງອອນລາຍ ເຊັ່ນ: ວິດີໂອ ແລະ ແຫຼ່ງຂໍ້ມູນກ່ຽວກັບການປະພັນເພງ, ທຳນອງ, ເຕັກນິກການຮ້ອງເພງ ແລະ ການຟ້ອນລໍາ, ໂດຍນໍາເອົາເນື້ອໃນບາງສ່ວນໃນນັ້ນມາໃຊ້. ຄົນທີ່ບໍ່ຮູ້ເລື່ອງອາດຄິດວ່າ ເມື່ອເຂົາມີເວລາຫວ່າງ, ເຂົາກໍຍັງຟັງເພງຂອງຜູ້ບໍ່ມີຄວາມເຊື່ອ ແລະ ເບິ່ງການຟ້ອນລໍາຂອງຜູ້ບໍ່ມີຄວາມເຊື່ອ. ໃນຄວາມຈິງແລ້ວ, ເຂົາກຳລັງຈົດຈໍ່ກັບສິ່ງໃດໃນໃຈຂອງເຂົາ? ຈຸດປະສົງຂອງເຂົາໃນການເຮັດສິ່ງເຫຼົ່ານີ້ແມ່ນຫຍັງ? ຈຸດມຸ່ງໝາຍຂອງເຂົາແມ່ນເພື່ອເຮັດວຽກງານລາຍການເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າໃຫ້ດີ, ເພື່ອໃຫ້ພວກມັນສາມາດບັນລຸຜົນຮັບທີ່ດີກວ່າໃນການເປັນພະຍານໃຫ້ກັບພຣະເຈົ້າ. ເຂົາເອງບໍ່ມີຄວາມຮູ້ທາງວິຊາຊີບໃດໆໃນການເຮັດວຽກງານວິຊາຊີບນີ້, ແຕ່ເຂົາກໍຍັງຈົດຈໍ່ກັບການຮຽນຮູ້, ການຄົ້ນຄວ້າ ແລະ ການໄຕ່ຕອງວິທີແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆໃນວຽກງານ; ຈຸດມຸ່ງໝາຍຂອງເຂົາແມ່ນພຽງແຕ່ເພື່ອເຮັດໃຫ້ວຽກງານລາຍການເຫຼົ່ານີ້ດຳເນີນໄປໃນທິດທາງທີ່ຖືກຕ້ອງ. ເມື່ອພິຈາລະນາເຖິງອາຍຸ ແລະ ພະລັງງານຂອງເຂົາ, ຂໍ້ເທັດຈິງທີ່ວ່າເຂົາສາມາດຈ່າຍລາຄາແບບນັ້ນ ແລະ ສາມາດເຮັດສິ່ງເຫຼົ່ານີ້ໄດ້ ບໍ່ແມ່ນການສະແດງອອກເຖິງການທີ່ເຂົາຕັ້ງໜ້າຕັ້ງຕາເຮັດວຽກໜັກບໍ? (ແມ່ນແລ້ວ.) ນີ້ບໍ່ແມ່ນການທີ່ເຂົາເຮັດຈົນສຸດຄວາມສາມາດຂອງເຂົາບໍ? (ແມ່ນແລ້ວ.) ນີ້ຄືການສະແດງອອກທີ່ສຳພັນກັບຊີວິດຈິງຂອງການທີ່ເຂົາເຮັດຈົນສຸດຄວາມສາມາດຂອງເຂົາ. ເມື່ອປະເຊີນກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງດັ່ງກ່າວ, ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ ແລະ ຄວາມຮູ້ສະເພາະທາງ, ເຂົາບໍ່ເຄີຍຖອຍຫຼັງເລີຍ ແລະ ເຂົາບໍ່ເຄີຍຍອມປະຖິ້ມການເຮັດວຽກງານນີ້. ການສະແດງອອກທີ່ສະເພາະເຈາະຈົງຂອງການທີ່ເຂົາບໍ່ຍອມປະຖິ້ມນັ້ນແມ່ນຫຍັງ? ມັນກໍຄື ເຂົາບໍ່ເຄີຍໂຍນວຽກງານໄປໃຫ້ຄົນອື່ນຍ້ອນວ່າເຂົາບໍ່ເຂົ້າໃຈທັກສະທາງວິຊາຊີບ ແລະ ເປັນຄົນທີ່ບໍ່ມີຄວາມຊຳນານເລີຍ. ກົງກັນຂ້າມ, ເຂົາເປັນຜູ້ນໍາໜ້າໃນການຊຸກຍູ້ໃຫ້ທຸກຄົນຊອກຫາເອກະສານ ແລະ ຮຽນຮູ້. ຫຼັງຈາກທີ່ເຂົາພົບສື່ການຮຽນຮູ້ທີ່ເໝາະສົມ ແລະ ພົບຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດ, ເຂົາກໍໂອ້ລົມກັບພວກເຈົ້າ, ເພື່ອໃຫ້ພວກເຈົ້າສາມາດຈັບໃຈຄວາມຫຼັກການ ແລະ ປະຕິບັດຕາມເສັ້ນທາງທີ່ຖືກຕ້ອງໄດ້ເຊັ່ນກັນ. ເຂົາມັກຊີ້ບອກເສັ້ນທາງໃຫ້ກັບພວກເຈົ້າ, ໂດຍໃຫ້ພວກເຈົ້າຄົ້ນຫາແຫຼ່ງຂໍ້ມູນ ແລະ ຊອກຫາເສັ້ນທາງ. ເນື່ອງຈາກຂາດຫຼັກການໃດໜຶ່ງ, ພວກເຈົ້າຈຶ່ງຄົ້ນຫາຢ່າງຫຼັບຫູຫຼັບຕາ, ບອດທັງຕາ ແລະ ໃຈ, ແລະ ບາງຄັ້ງພວກເຈົ້າກໍທຳທ່າວ່າເຂົ້າໃຈທັງທີ່ພວກເຈົ້າບໍ່ເຂົ້າໃຈ, ບໍ່ຮູ້ແມ່ນແຕ່ວ່າຈະຮຽນຮູ້ແນວໃດ. ເມື່ອບໍ່ມີທາງເລືອກ, ອ້າຍນ້ອງຈຶ່ງຕ້ອງແນະນໍາພວກເຈົ້າດ້ວຍຕົນເອງ, ໂດຍບອກພວກເຈົ້າໂດຍກົງວ່າຕ້ອງຊອກຫາແຫຼ່ງຂໍ້ມູນໃດ. ໃນທີ່ສຸດ, ພວກເຈົ້າກໍໄດ້ຮຽນຮູ້ບາງສິ່ງບາງຢ່າງ ແລະ ບັນລຸຜົນຮັບບາງຢ່າງໃນການປະຕິບັດໜ້າທີ່ຂອງພວກເຈົ້າ. ເຈົ້າເຫັນບໍວ່າ ຈາກເລື່ອງທີ່ສະເພາະເຈາະຈົງຫຼາຍ ແລະ ນ້ອຍຫຼາຍພຽງເລື່ອງດຽວນີ້, ມັນກໍສາມາດເຫັນໄດ້ວ່າເຂົາມີຫົວໃຈທີ່ຈິງໃຈໃນການຮັບໃຊ້ພຣະເຈົ້າ ແລະ ຍັງໄດ້ເຮັດຈົນສຸດຄວາມສາມາດຂອງເຂົາ, ເຊິ່ງໃນພາສາເວົ້າເອີ້ນວ່າ ການຕັ້ງໜ້າຕັ້ງຕາເຮັດວຽກໜັກ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຄອຍທຸ່ມເທທຸກຢ່າງສະເໝີໃນການເຮັດວຽກງານ. ເຂົາບໍ່ໄດ້ກັກເກັບພະລັງງານໄວ້ເລີຍ, ບໍ່ໄດ້ໂລບມາກຢາກໄດ້ຄວາມສະດວກສະບາຍ ແລະ ບໍ່ໄດ້ຊອກຫາຄວາມສະບາຍ. ເຂົາແບກຮັບວຽກງານທັງໝົດດ້ວຍຕົວເຂົາເອງ; ເຂົາບໍ່ໄດ້ເພິ່ງພາພວກເຈົ້າ ແລະ ເຂົາບໍ່ໄດ້ໂຍນວຽກງານໄປໃຫ້ພວກເຈົ້າ. ເຂົາບໍ່ໄດ້ຫຼົບຫຼີກຄວາມຮັບຜິດຊອບຂອງເຂົາ. ຕາມຫຼັກການແລ້ວ, ພວກເຈົ້າໄດ້ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າມາໄດ້ຫຼາຍປີແລ້ວ; ພວກເຈົ້າຄວນທີ່ຈະສາມາດແບກຮັບພາລະນີ້ໄດ້ ແລະ ຄວນເຮັດວຽກງານວິຊາຊີບຕ່າງໆໃຫ້ສຳເລັດດ້ວຍຕົນເອງ. ພວກເຈົ້າບໍ່ຄວນເພິ່ງພາອ້າຍນ້ອງຢູ່ສະເໝີ. ແຕ່ພວກເຈົ້າກໍບໍ່ເຄີຍທີ່ຈະສາມາດເຮັດວຽກງານດ້ວຍຕົນເອງໄດ້ເລີຍ ແລະ ຕ້ອງການໃຫ້ອ້າຍນ້ອງຊ່ວຍເຫຼືອ ແລະ ນໍາພາພວກເຈົ້າໃນການເຮັດວຽກຢູ່ສະເໝີ. ສຳລັບເລື່ອງທີ່ວ່າ ຄວາມຈິງແລ້ວພວກເຈົ້າຂີ້ຄ້ານ ຫຼື ມີຂີດຄວາມສາມາດຕໍ່າ ແລະ ບໍ່ຮູ້ວິທີເຮັດວຽກນັ້ນ, ພວກເຮົາຈະບໍ່ເວົ້າເຖິງດ້ານນັ້ນ. ພຽງແຕ່ເວົ້າໄດ້ວ່າ ວຽກງານຫຼາຍຢ່າງທີ່ອ້າຍນ້ອງເຮັດນັ້ນ ຄວາມຈິງແລ້ວແມ່ນເຮັດແທນພວກເຈົ້າ ແລະ ເພື່ອຊ່ວຍພວກເຈົ້າເຮັດວຽກງານຂອງພວກເຈົ້າ. ມັນເປັນຄວາມຮັບຜິດຊອບຂອງພວກເຈົ້າ, ແຕ່ເຂົາແບກຮັບມັນໄວ້ພຽງຄົນດຽວ. ເຂົາບໍ່ມີຄວາມຫຍຸ້ງຍາກບໍ? ເຂົາກໍອິດເມື່ອຍເຊັ່ນກັນ! ຍິ່ງໄປກວ່ານັ້ນ, ໃນການເຮັດວຽກ, ເຂົາບໍ່ໄດ້ເຮັດພຽງແຕ່ວຽກງານລາຍການດຽວເທົ່ານັ້ນ. ວຽກງານທີ່ເຮັດໂດຍພວກເຈົ້າທີ່ເປັນຜູ້ນໍາໃນທຸກລະດັບແມ່ນພຽງແຕ່ວຽກງານລາຍການດຽວເທົ່ານັ້ນ; ມີພຽງແຕ່ອ້າຍນ້ອງເທົ່ານັ້ນທີ່ເຮັດວຽກງານໂດຍລວມ, ວຽກງານທີ່ຄອບຄຸມທຸກດ້ານ. ບໍ່ວ່າມີຄວາມຫຍຸ້ງຍາກໃດເກີດຂຶ້ນໃນວຽກງານລາຍການໃດກໍຕາມ, ບໍ່ມີໃຜໃນພວກເຈົ້າທີ່ເຮັດຈົນສຸດຄວາມສາມາດເພື່ອແກ້ໄຂມັນ ແລະ ບໍ່ມີໃຜໃນພວກເຈົ້າທີ່ຕ້ອງການແບ່ງເບົາພາລະ; ພວກເຈົ້າທຸກຄົນໂຍນມັນໄປໃຫ້ເຂົາພຽງຄົນດຽວ. ອ້າຍນ້ອງເຄີຍຈົ່ມວ່າບໍ? ເຂົາບໍ່ເຄີຍຈົ່ມວ່າເລີຍ. ເຂົາພຽງແຕ່ເວົ້າກັບເຮົາບາງຄັ້ງວ່າ “ຄົນເຫຼົ່ານີ້ມີຂີດຄວາມສາມາດຕໍ່າແທ້ໆ! ບໍ່ວ່າຂ້ານ້ອຍຈະໂອ້ລົມຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈຫຼັກການ ແລະ ບໍ່ສາມາດບັນລຸຜົນໄດ້!” ເຂົາເວົ້າແບບນີ້ເປັນບາງຄັ້ງຄາວ, ແຕ່ວຽກງານກໍບໍ່ໄດ້ຊັກຊ້າ ຫຼື ຖືກປະຖິ້ມແຕ່ຢ່າງໃດ. ຍິ່ງໄປກວ່ານັ້ນ, ເຂົາຄົ້ນພົບບັນຫາຢ່າງຫ້າວຫັນ ແລະ ຊອກຫາວຽກເຮັດຢ່າງຫ້າວຫັນ. ເມື່ອເຂົາຄົ້ນພົບບັນຫາ, ເຂົາກໍແກ້ໄຂພວກມັນໂດຍທັນທີ. ເມື່ອເຂົາເຫັນວ່າທີມງານໃດໜຶ່ງລົ້ມເຫຼວທີ່ຈະຈັບໃຈຄວາມຫຼັກການໃນການປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ບັນຫາທີ່ເຄີຍແກ້ໄຂມາກ່ອນໄດ້ປາກົດຂຶ້ນອີກຄັ້ງ, ເຂົາກໍຊີ້ແນະພວກເຂົາ ແລະ ໂອ້ລົມກັບພວກເຂົາອີກຄັ້ງ. ບາງຄັ້ງເຮົາກໍເວົ້າວ່າ “ຂີດຄວາມສາມາດຂອງຄົນເຫຼົ່ານີ້ກໍເປັນແບບນີ້ແຫຼະ; ຕາບໃດທີ່ວຽກງານດ້ານຕ່າງໆຂອງຄຣິສຕະຈັກສາມາດບັນລຸຜົນຮັບ ແລະ ສາມາດກ້າວໜ້າໄປໄດ້ຢ່າງລ່ຽນໄຫຼ ແລະ ເປັນປົກກະຕິ, ນັ້ນກໍພຽງພໍແລ້ວ. ຖ້າເຈົ້າອິດເມື່ອຍ, ກໍພັກຜ່ອນຈັກໜ່ອຍ”. ເຖິງແມ່ນວ່າເຮົາເວົ້າແບບນີ້, ເຂົາກໍບໍ່ພັກຜ່ອນ ແລະ ຢືນຍັດທີ່ຈະເຮັດວຽກງານໂດຍບໍ່ຢຸດພັກ. ມັນອາດເປັນຍ້ອນຂີດຄວາມສາມາດທີ່ຕໍ່າຂອງພວກເຈົ້າ ຫຼື ການຂາດຄວາມດຸໝັ່ນໃນການຮຽນຮູ້ຂອງພວກເຈົ້າ, ຫຼັກການທີ່ອ້າຍນ້ອງຊີ້ແນະພວກເຈົ້າຈຶ່ງມີຜົນໜ້ອຍຫຼາຍຕໍ່ພວກເຈົ້າໃນໄລຍະສັ້ນ, ແຕ່ເຂົາກໍຍັງເຮັດຈົນສຸດຄວາມສາມາດຂອງເຂົາເພື່ອຊີ້ແນະ ແລະ ຊ່ວຍເຫຼືອພວກເຈົ້າ, ໂດຍບໍ່ຂີ້ຄ້ານ. ເຖິງແມ່ນວ່າມັນມີຜົນພຽງເລັກນ້ອຍ, ເຂົາກໍຮູ້ສຶກວ່າເຂົາກຳລັງປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ສຳເລັດ; ຫຼັງຈາກທີ່ຄວາມຮັບຜິດຊອບຂອງເຂົາສຳເລັດແລ້ວ, ໃຈຂອງເຂົາກໍສະຫງົບ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຄອຍເວົ້າສະເໝີວ່າ “ຖ້າວຽກງານຍັງບໍ່ສຳເລັດ, ຂ້ອຍກໍກິນບໍ່ໄດ້ ແລະ ນອນບໍ່ຫຼັບ”. ມີພຽງແຕ່ເມື່ອວຽກງານສຳເລັດແລ້ວເທົ່ານັ້ນ ໃຈຂອງເຂົາຈຶ່ງຈະສະຫງົບ ແລະ ມີພຽງແຕ່ຕອນນັ້ນເອງ ເຂົາຈຶ່ງຈະພັກຜ່ອນ. ຖ້າພວກເຈົ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຈິງໃຈພຽງເຄິ່ງໜຶ່ງຂອງທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດມີຕໍ່ພຣະບັນຊາຂອງພຣະເຈົ້າ, ວຽກງານຂອງພວກເຈົ້າກໍຈະດີກວ່າຕອນນີ້ຫຼາຍ. ແຕ່ພວກເຈົ້າບໍ່ມີຄວາມຈິງໃຈນີ້. ອ້າຍນ້ອງໄດ້ຊີ້ແນະພວກເຈົ້າເປັນເວລາດົນນານ, ແຕ່ພວກເຈົ້າກໍບໍ່ໄດ້ໃສ່ໃຈໃນການຮຽນຮູ້ ແລະ ບໍ່ມີຄວາມຄືບໜ້າຫຼາຍ. ເຖິງຢ່າງນັ້ນກໍຕາມ, ອ້າຍນ້ອງກໍບໍ່ຍອມປະຖິ້ມ. ເຂົາຍັງຄົງຊີ້ແນະພວກເຈົ້າທຸກໆສອງສາມມື້ ແລະ ຫຼັງຈາກທີ່ຊີ້ແນະພວກເຈົ້າແລ້ວ ເຂົາກໍບໍ່ໄດ້ພຽງແຕ່ລອຍຕົວບໍ່ຮັບຜິດຊອບ; ເມື່ອເຂົາຄົ້ນພົບບັນຫາ, ເຂົາກໍສືບຕໍ່ໂອ້ລົມກັບພວກເຈົ້າ ແລະ ຊີ້ແນະພວກເຈົ້າຈົນກວ່າບັນຫາຈະຖືກແກ້ໄຂ. ເຈົ້າເຫັນບໍວ່າ ໃນການຍອມຮັບພຣະບັນຊາຂອງພຣະເຈົ້າ, ເຂົາບໍ່ພຽງແຕ່ມີຫົວໃຈທີ່ຈິງໃຈເທົ່ານັ້ນ, ແຕ່ເຂົາຍັງສາມາດຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ເຮັດຈົນສຸດຄວາມສາມາດຂອງເຂົາເພື່ອເຮັດໃຫ້ພຣະບັນຊາຂອງພຣະເຈົ້າສຳເລັດ. ນັບຕັ້ງແຕ່ເວລາທີ່ເຂົາເລີ່ມຕົ້ນຮັບໃຊ້ພຣະເຈົ້າ, ເຂົາເວົ້າວ່າເຂົາຈະອຸທິດທັງຊີວິດຂອງເຂົາໃຫ້ກັບພຣະເຈົ້າ ຈາກນັ້ນເຂົາກໍປະຕິບັດ ແລະ ໄລ່ຕາມເສາະຫາຕາມຄວາມຕັ້ງໃຈທີ່ເຂົາໄດ້ເຮັດໄວ້ຕໍ່ໜ້າພຣະເຈົ້າ. ໃນຂະບວນການຮັບໃຊ້ພຣະເຈົ້າ, ເຂົາຖືເອົາທັງການເຮັດວຽກງານຄຣິສຕະຈັກ ແລະ ການຈັດການກັບວຽກງານຕ່າງໆຂອງຄຣິສຕະຈັກເປັນວິຖີຊີວິດປົກກະຕິຂອງເຂົາ ແລະ ເປັນທັງໝົດຂອງຊີວິດເຂົາ. ເຂົາປະຕິບັດໃຫ້ສຳເລັດຢ່າງຕໍ່ເນື່ອງ ແລະ ນໍາໃຊ້ຄຳປະຕິຍານທີ່ເຂົາໄດ້ສາບານໄວ້ຕໍ່ໜ້າພຣະເຈົ້າ ແລະ ຄວາມຕັ້ງໃຈທີ່ເຂົາໄດ້ເຮັດໄວ້ຕໍ່ໜ້າພຣະເຈົ້າເຂົ້າໃນການປະຕິບັດຢ່າງຕໍ່ເນື່ອງ, ໂດຍບໍ່ເຄີຍຈົ່ມວ່າກ່ຽວກັບຄວາມຍາກລຳບາກ ຫຼື ຄວາມອິດເມື່ອຍເລີຍ. ຖ້າມີວຽກຫຼາຍເກີນໄປ, ເຂົາຫຍຸ້ງເກີນໄປ ແລະ ເຂົາຮູ້ສຶກອິດເມື່ອຍຫຼາຍ, ຈາກນັ້ນເຂົາກໍຊອກຫາວິທີທີ່ຈະປັບຕົວເອງ, ອອກກຳລັງກາຍ ຫຼື ອອກໄປຍ່າງຫຼິ້ນຂ້າງນອກ ແລະ ທຸ່ມເທເວລາ ແລະ ພະລັງງານທີ່ເຫຼືອທັງໝົດຂອງເຂົາເຂົ້າໃນການເຮັດວຽກງານຂອງຄຣິສຕະຈັກ. ໃນເລື່ອງນີ້, ເຂົາແຕກຕ່າງຈາກພວກເຈົ້າ. ພວກເຈົ້າຄອຍຮ້ອງສຽງດັງສະເໝີວ່າ “ຂ້ອຍຈະອຸທິດໄວໜຸ່ມທັງໝົດຂອງຂ້ອຍໃຫ້ກັບພຣະເຈົ້າ! ຂ້ອຍຈະບໍ່ແຕ່ງງານ ແລະ ຈະອຸທິດທັງຊີວິດຂອງຂ້ອຍໃຫ້ກັບພຣະເຈົ້າ! ຂ້ອຍຈະຮັບໃຊ້ພຣະເຈົ້າຕະຫຼອດຊີວິດຂອງຂ້ອຍ!” ແຕ່ເມື່ອວຽກງານຫຍຸ້ງຍາກເລັກໜ້ອຍ ແລະ ອິດເມື່ອຍເລັກໜ້ອຍ, ເມື່ອເນື້ອໜັງຂອງພວກເຈົ້າທົນທຸກກັບຄວາມຍາກລຳບາກເລັກໜ້ອຍ ແລະ ພວກເຈົ້າບໍ່ສາມາດເພີດເພີນກັບຄວາມສະດວກສະບາຍໄດ້, ພວກເຈົ້າກໍຮູ້ສຶກຖືກປະຕິບັດຢ່າງບໍ່ເປັນທຳ. ພວກເຈົ້າຍັງຮູ້ສຶກຖືກປະຕິບັດຢ່າງບໍ່ເປັນທຳ ແລະ ຈົ່ມວ່າ ເມື່ອພວກເຈົ້າຕ້ອງແບກຮັບວຽກງານເພີ່ມຂຶ້ນອີກພຽງໜຶ່ງຢ່າງ. ພວກເຈົ້າຕ້ອງການເຮັດວຽກພຽງເລັກໜ້ອຍຢູ່ສະເໝີ ແລະ ໃຊ້ເວລາທີ່ເຫຼືອຂອງພວກເຈົ້າເພື່ອເພີດເພີນກັບຄວາມສະດວກສະບາຍ ແລະ ເພີດເພີນກັບຊີວິດຂອງເນື້ອໜັງ. ເມື່ອວຽກງານຮີບດ່ວນເລັກໜ້ອຍ ແລະ ມີຄວາມກົດດັນເລັກໜ້ອຍ ຫຼື ເມື່ອມີຄວາມຫຍຸ້ງຍາກເລັກໜ້ອຍເກີດຂຶ້ນ, ພວກເຈົ້າກໍຈົ່ມວ່າກ່ຽວກັບຄວາມຍາກລຳບາກ ແລະ ຈົ່ມວ່າກ່ຽວກັບຄວາມອິດເມື່ອຍ, ສະແດງອາການ ແລະ ເຖິງຂັ້ນຢາກປະຖິ້ມວຽກງານຂອງພວກເຈົ້າ ແລະ ຢາກຫຼົບໜີ, ໂດຍຈົມລົງສູ່ອາລົມແຫ່ງຄວາມທໍ້ຖອຍໃຈ ແລະ ກາຍເປັນຄົນອາລົມອ່ອນໄຫວເປັນພິເສດ. ພວກເຈົ້າຈະສາມາດເຮັດວຽກງານໃຫ້ດີແບບນີ້ໄດ້ແນວໃດ?
ນັບຕັ້ງແຕ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເລີ່ມຕົ້ນເຊື່ອໃນພຣະຜູ້ເປັນເຈົ້າຈົນເຖິງປັດຈຸບັນ, ຕະຫຼອດຫຼາຍປີທີ່ຜ່ານມາ ບໍ່ວ່າເຂົາມີປະສົບການກັບສິ່ງຕ່າງໆຫຼາຍສໍ່າໃດ, ເຂົາມີປະສົບການກັບສະພາບແວດລ້ອມຫຼາຍສໍ່າໃດ ຫຼື ເຂົາມີປະສົບການກັບອັນຕະລາຍຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າຈະເກີດສະຖານະການທີ່ຜິດປົກກະຕິ ແລະ ພິເສດໃນຄຣິສຕະຈັກຫຼາຍສໍ່າໃດ ຫຼື ເຂົາມີປະສົບການກັບເຫດການພິເສດຫຼາຍສໍ່າໃດກໍຕາມ, ເຂົາກໍຍຶດໝັ້ນໃນໜ້າທີ່ຂອງເຂົາຢ່າງສະໝໍ່າສະເໝີ. ເຂົາໄດ້ໂອ້ລົມຄວາມຈິງຢ່າງຕໍ່ເນື່ອງເພື່ອຫົດນໍ້າ ແລະ ສະໜອງໃຫ້ແກ່ອ້າຍເອື້ອຍນ້ອງ, ໃຫ້ການຊີ້ແນະແກ່ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ເຮັດວຽກງານລາຍການຕ່າງໆຂອງຄຣິສຕະຈັກ ເຊັ່ນ: ວຽກງານຂ່າວປະເສີດ, ວຽກງານການຫົດນ້ຳຂອງຄຣິສຕະຈັກ, ວຽກງານກ່ຽວກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າຊົງເລືອກ, ວຽກງານກ່ຽວກັບຜູ້ນຳ ແລະ ຜູ້ເຮັດວຽກທີ່ຮັບໃຊ້ພຣະເຈົ້າ ພ້ອມທັງວຽກງານບໍລິຫານ ແລະ ວຽກງານທົ່ວໄປຂອງຄຣິສຕະຈັກ. ຕະຫຼອດຫຼາຍປີທີ່ຜ່ານມານີ້, ເຂົາໄດ້ທຸ່ມເທໝົດຫົວໃຈ ແລະ ກຳລັງຂອງເຂົາເຂົ້າໃນການເຮັດວຽກງານແຕ່ລະລາຍການຢ່າງຕໍ່ເນື່ອງ; ນີ້ຄືວິຖີຊີວິດປົກກະຕິຂອງເຂົາ. ຖ້າພວກເຈົ້າຕ້ອງດຳລົງຊີວິດແບບນີ້, ພວກເຈົ້າກໍຈະຮູ້ສຶກວ່າມັນໜ້າເບື່ອ ແລະ ບໍ່ໜ້າສົນໃຈ; ເຖິງແມ່ນວ່າພວກເຈົ້າເຊື່ອໃນພຣະເຈົ້າ, ພວກເຈົ້າກໍຍັງຈະຮູ້ສຶກຫວ່າງເປົ່າ. ແຕ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດນັ້ນແຕກຕ່າງອອກໄປ. ເຂົາຮູ້ສຶກວ່າການດຳລົງຊີວິດເພື່ອເຮັດໃຫ້ພຣະບັນຊາຂອງພຣະເຈົ້າສຳເລັດແມ່ນສິ່ງທີ່ມີຄວາມໝາຍທີ່ສຸດ ແລະ ມີຄຸນຄ່າທີ່ສຸດ. ຜູ້ບໍ່ມີຄວາມເຊື່ອມັກກິນ, ດື່ມ, ຫຼິ້ນ ແລະ ມ່ວນຊື່ນ ແລະ ພວກເຂົາມັກເດີນທາງ; ຜູ້ຊາຍບາງຄົນມັກແຂ່ງລົດ ຫຼື ຫຼິ້ນອຸປະກອນເອເລັກໂຕຣນິກ ແລະ ຜູ້ຍິງບາງຄົນມັກການເສີມຄວາມງາມ, ເຮັດຜົມ ຫຼື ຟ້ອນລຳ. ສິ່ງເຫຼົ່ານີ້ທີ່ເປັນທີ່ນິຍົມໃນໝູ່ຜູ້ບໍ່ມີຄວາມເຊື່ອ ບໍ່ເປັນໜ້າສົນໃຈສຳລັບເຂົາ. ເມື່ອເຂົາມີເວລາຫວ່າງເລັກໜ້ອຍ, ເຂົາກໍພຽງແຕ່ນັ່ງຢູ່ບ່ອນນັ້ນຄົນດຽວ, ຄິດ ແລະ ໄຕ່ຕອງກ່ຽວກັບບັນຫາຕ່າງໆ ເຊັ່ນ: ທຳມະຊາດຂອງບາງສິ່ງທີ່ເຮັດໂດຍຜູ້ນຳ ຫຼື ຜູ້ເຮັດວຽກບາງຄົນນັ້ນແມ່ນຫຍັງ ແລະ ຄວນຈັດການກັບມັນແນວໃດ, ມີບັນຫາໃດແດ່ທີ່ເກີດຂຶ້ນໃນວຽກງານຂ່າວປະເສີດ ແລະ ຄວນແກ້ໄຂພວກມັນແນວໃດ ແລະ ອື່ນໆ. ເມື່ອເຂົາລົມກັບພວກເຈົ້າ, ເຂົາກໍໂອ້ລົມກ່ຽວກັບສິ່ງເຫຼົ່ານີ້. ແມ່ນຫຍັງກໍຕາມທີ່ເຂົາໂອ້ລົມເມື່ອເຂົາຕິດຕໍ່ພົວພັນກັບພວກເຈົ້າ ຄືສິ່ງທີ່ເຂົາໄຕ່ຕອງ ແລະ ຄິດກ່ຽວກັບມັນຢູ່ໃນໃຈຂອງເຂົາຢ່າງເປັນປົກກະຕິແທ້ໆ; ສິ່ງທີ່ເຂົາເກັບໄວ້ໃນໃຈຂອງເຂົາກໍຄືເລື່ອງເຫຼົ່ານີ້ຂອງຄຣິສຕະຈັກຢ່າງແນ່ນອນ. ສະນັ້ນ ເຈົ້າເຫັນບໍວ່າ ເມື່ອເຂົາຈັດການກັບບັນຫາ, ເຂົາສາມາດອະທິບາຍຫຼັກການໄດ້ຢ່າງຊັດເຈນດ້ວຍຄຳເວົ້າພຽງສອງສາມປະໂຫຍກ ແລະ ວິທີທີ່ເຂົາຈັດການກັບບັນຫາກໍເບິ່ງຄືວ່າງ່າຍດາຍຫຼາຍເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຢູ່ເບື້ອງຫຼັງນັ້ນ ເຂົາໄດ້ມີປະສົບການມາຈັກປີແລ້ວ; ເຂົາໄດ້ກຽມຕົວມາຈັກປີແລ້ວ; ເຂົາໄດ້ມີປະສົບການກັບຄວາມຫຍຸ້ງຍາກມາຫຼາຍສໍ່າໃດ; ເຂົາໄດ້ເຂົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາຈັກຄັ້ງແລ້ວເມື່ອປະເຊີນກັບຄວາມຫຍຸ້ງຍາກເຫຼົ່ານີ້, ໂດຍໄດ້ຮັບຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ ແລະ ໃນທີ່ສຸດກໍບັນລຸເຖິງຫຼັກການຂອງການປະຕິບັດໃນດ້ານຕ່າງໆ, ພວກເຈົ້າບໍ່ຮູ້ຫຍັງໃນສິ່ງເຫຼົ່ານີ້ເລີຍ. ມັນອາດຈະເປັນໄປໄດ້ວ່າ ຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດທີ່ເຂົາໄດ້ຮັບນັ້ນມີຫຼາຍກວ່າພຣະທຳຂອງພຣະເຈົ້າທີ່ພວກເຈົ້າໄດ້ອ່ານດ້ວຍຊໍ້າ. ການປຽບທຽບນີ້ອາດບໍ່ເໝາະສົມປານໃດ, ແຕ່ຄວາມໝາຍທີ່ຢູ່ເບື້ອງຫຼັງການເວົ້າສິ່ງນີ້ແມ່ນຫຍັງ? ມັນກໍເພື່ອໃຫ້ພວກເຈົ້າຮູ້ວ່າ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈ່າຍລາຄາປະເພດໃດດ້ວຍຕົນເອງ ແລະ ເຂົາໄດ້ຍ່າງໃນເສັ້ນທາງໃດໃນຂະບວນການເຮັດວຽກງານຄຣິສຕະຈັກ ແລະ ການຮັບໃຊ້ພຣະເຈົ້າ, ມັນກໍເພື່ອເຮັດໃຫ້ພວກເຈົ້າເຂົ້າໃຈຊັດເຈນກ່ຽວກັບສິ່ງເຫຼົ່ານີ້.
ໃນລະຫວ່າງຊ່ວງເວລາທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກຳລັງເຮັດວຽກຢູ່ໃນປະເທດຈີນແຜ່ນດິນໃຫຍ່, ບັນຫາທີ່ເຂົາພົບພໍ້ຫຼາຍທີ່ສຸດກໍຄືການປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍຢູ່ຕະຫຼອດເວລາ ເຊິ່ງຄວາມປອດໄພສ່ວນຕົວຂອງເຂົາຖືກຄຸກຄາມ. ບໍ່ວ່າເຂົາຈະໄປໃສ, ເຂົາກໍບໍ່ມີບ່ອນໃຫ້ຫຼົບລີ້, ບໍ່ມີບ່ອນໃຫ້ຫຼົບໄພ ແລະ ບໍ່ມີສະຖານທີ່ໃດປອດໄພຢ່າງແທ້ຈິງ. ເຖິງກັບມີຫຼາຍຄັ້ງທີ່ເຂົາປະເຊີນໜ້າກັບຕຳຫຼວດຂອງພັກກອມມູນິດຈີນ ແລະ ຫຼົບໜີໄປໄດ້ຈາກຕໍ່ໜ້າຕໍ່ຕາຂອງພວກເຂົາ. ນີ້ຄືອັນຕະລາຍປະເພດທີ່ເຂົາໄດ້ປະເຊີນ. ສຳລັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ອັນຕະລາຍ ຫຼື ຄວາມຕາຍສາມາດເກີດຂຶ້ນກັບເຂົາໄດ້ທຸກຊ່ວງເວລາ. ເຖິງແມ່ນວ່າຈະຢູ່ພາຍໃຕ້ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍແບບນັ້ນ, ເຂົາກໍບໍ່ໄດ້ຖອຍໜີ, ເຂົາບໍ່ໄດ້ປະຖິ້ມພຣະບັນຊາທີ່ພຣະເຈົ້າຊົງມອບໝາຍໃຫ້ແກ່ເຂົາ ຫຼື ຄວາມຮັບຜິດຊອບທີ່ພຣະເຈົ້າຊົງມອບໝາຍໃຫ້ແກ່ເຂົາ ແລະ ເຂົາກໍສືບຕໍ່ເຮັດວຽກງານຂອງຄຣິສຕະຈັກ. ເມື່ອເຂົາປະເຊີນກັບອັນຕະລາຍ ແລະ ເຂົາບໍ່ສາມາດຢູ່ບ່ອນທີ່ເຂົາຢູ່ໄດ້ອີກຕໍ່ໄປ, ເຂົາກໍຈະໄປຍັງສະຖານທີ່ອີກແຫ່ງໜຶ່ງທີ່ຂ້ອນຂ້າງປອດໄພກວ່າ. ເມື່ອເຂົາໄປຮອດບ່ອນນັ້ນເປັນຄັ້ງທຳອິດ, ເຂົາກໍຍັງຄົງມີຄວາມຢ້ານກົວຫຼົງເຫຼືອຢູ່ ແຕ່ພາຍໃນສອງສາມວັນ ເຂົາກໍຈະຮຽກໂຮມຜູ້ນຳ ແລະ ຜູ້ເຮັດວຽກບາງຄົນອີກຄັ້ງສຳລັບການເຕົ້າໂຮມ, ການເທດສະໜາ, ການໂອ້ລົມ ແລະ ການສົນທະນາກ່ຽວກັບວຽກງານໃນທຸກໆມື້. ຫຼັງຈາກຊ່ວງເວລາໜຶ່ງ, ພວກເຂົາກໍຈະຖືກຫັກຫຼັງໂດຍຄົນທີ່ບໍ່ຮູ້ຈັກ ຫຼື ຖືກລາຍງານໂດຍຜູ້ບໍ່ມີຄວາມເຊື່ອ, ສະຖານທີ່ແຫ່ງນັ້ນກໍຈະກາຍເປັນບ່ອນທີ່ບໍ່ປອດໄພເຊັ່ນກັນ ແລະ ເຂົາກໍຕ້ອງຟ້າວຍ້າຍໄປສະຖານທີ່ອີກແຫ່ງ. ເມື່ອໄປຮອດສະຖານທີ່ແຫ່ງໃໝ່, ໃນທຳນອງດຽວກັນ ພາຍໃນເວລາພຽງສອງສາມມື້ ເຂົາກໍຈະຮຽກໂຮມຜູ້ນຳ ແລະ ຜູ້ເຮັດວຽກທີ່ຢູ່ໃກ້ຄຽງອີກຄັ້ງ ພ້ອມກັບຜູ້ເຊື່ອທຳມະດາທີ່ຂ້ອນຂ້າງຈິງຈັງໃນການໄລ່ຕາມເສາະຫາຂອງພວກເຂົາ ເພື່ອມາເຕົ້າໂຮມ ແລະ ໂອ້ລົມ, ສົນທະນາກ່ຽວກັບວຽກງານ ແລະ ແກ້ໄຂບັນຫາ. ພາຍໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍເຫຼົ່ານັ້ນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ປະວາງເລື່ອງຄວາມເປັນຄວາມຕາຍ. ຍິ່ງໄປກວ່ານັ້ນ, ໃນທຸກໆລາຍການຂອງວຽກງານທີ່ເຂົາກຳລັງປະຕິບັດ, ເຂົາຄອຍດຳເນີນການໃຫ້ໄວຂຶ້ນຢູ່ສະເໝີ, ໂດຍກະຕຸ້ນ ແລະ ຊຸກຍູ້ໃຫ້ຜູ້ຄົນເຮັດວຽກ. ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ສຶກເຖິງຄວາມຮີບດ່ວນນີ້; ພວກເຂົາເຮັດວຽກງານຂອງຄຣິສຕະຈັກຄືກັນກັບທີ່ພວກເຂົາໃຊ້ຊີວິດປະຈຳວັນຂອງພວກເຂົາ ນັ້ນກໍຄື ປາສະຈາກຄວາມວິຕົກກັງວົນ, ປາສະຈາກຄວາມຮູ້ສຶກຮີບຮ້ອນ, ເຮັດຊ້າໆ ແລະ ສະບາຍໆຄືກັບງົວເຖົ້າແກ່ກວຽນ. ແຕ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຮູ້ສຶກຮີບຮ້ອນເມື່ອເຮັດວຽກ. ຕົວຢ່າງ: ກ່ຽວກັບວຽກງານການຈັດພິມໜັງສືພຣະທຳຂອງພຣະເຈົ້າ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຈະກະຕຸ້ນຢູ່ສະເໝີວ່າ: “ຟ້າວພິມໜັງສືໄວໆ. ຫຼັງຈາກທີ່ແຈກຢາຍໜັງສືໄປຮອດມືຂອງອ້າຍເອື້ອຍນ້ອງແລ້ວ ມັນກໍຈະບໍ່ມີບັນຫາຫຍັງ; ໜັງສືເຫຼົ່ານັ້ນຈະປອດໄພຢ່າງແນ່ນອນ. ພວກເຮົາບໍ່ສາມາດປ່ອຍໃຫ້ພະຍານາກໃຫຍ່ສີແດງຍຶດພວກມັນໄດ້. ຈົ່ງພະຍາຍາມຮັບເອົາວຽກງານນີ້ ແລະ ເຮັດໃຫ້ສຳເລັດໂດຍໄວເທົ່າທີ່ເປັນໄປໄດ້ ເພື່ອໃຫ້ປະຊາກອນທີ່ພຣະເຈົ້າຊົງເລືອກທຸກຄົນມີພຣະທຳຂອງພຣະເຈົ້າຢູ່ໃນມືຂອງພວກເຂົາ”. ກ່ຽວກັບການບັນທຶກເທັບກາແຊັດສຳລັບເພງສັນລະເສີນ ແລະ ຄຳເທດສະໜາ, ເຂົາກໍຍັງກະຕຸ້ນ ແລະ ຊຸກຍູ້ໃຫ້ຜູ້ຄົນຟ້າວບັນທຶກພວກມັນເຊັ່ນກັນ. ເມື່ອເຮັດວຽກ, ເຂົາມີຄວາມຮູ້ສຶກເຖິງຄວາມຮີບດ່ວນຢູ່ສະເໝີ ແຕ່ກໍຍັງມີວຽກງານທີ່ຕ້ອງເຮັດຢ່າງບໍ່ຮູ້ຈັກໝົດສິ້ນຢູ່ສະເໝີ ແລະ ທັງຕົວຂອງເຂົາຢູ່ໃນສະພາວະທີ່ເຄັ່ງຕຶງຫຼາຍຢູ່ຕະຫຼອດເວລາ. ບອກເຮົາເບິ່ງວ່າ ຖ້າຄົນໃດຄົນໜຶ່ງຢູ່ໃນສະພາວະທີ່ມີຄວາມກົດດັນ ແລະ ຄວາມເຄັ່ງຕຶງຫຼາຍຢູ່ສະເໝີ, ຮ່າງກາຍຂອງເຂົາຈະໄດ້ຮັບຜົນກະທົບ ແລະ ໄດ້ຮັບອັນຕະລາຍນຳບໍ? (ແມ່ນແລ້ວ.) ສິ່ງນີ້ເປັນຄວາມຈິງສຳລັບທຸກຄົນ, ລວມທັງອ້າຍເອື້ອຍນ້ອງໃນປະເທດຈີນແຜ່ນດິນໃຫຍ່ທີ່ຢູ່ໃນສະພາບແວດລ້ອມແຫ່ງການຂົ່ມເຫັງມາເປັນເວລາດົນນານ. ເສັ້ນປະສາດຂອງເຂົາເຄັ່ງຕຶງຫຼາຍຢູ່ສະເໝີ ແລະ ຫຼາຍຄົນມັກມີຄວາມຝັນວ່າ ໃນຂະນະທີ່ເຂົາກຳລັງຈັດການເຕົ້າໂຮມກັນຢູ່ນັ້ນເອງ, ຕຳຫຼວດມາເຄາະປະຕູ ແລະ ທຸກຄົນກໍຟ້າວແລ່ນໜີ, ເຂົາມີຄວາມຝັນແບບນີ້ຢູ່ຕະຫຼອດເວລາ. ດ້ວຍການທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດແບກຮັບພາລະທີ່ໜັກໜ່ວງແບບນັ້ນ ແລະ ເຮັດວຽກງານທີ່ສຳຄັນແບບນັ້ນໃນສະພາບແວດລ້ອມທີ່ມີຄວາມກົດດັນສູງນັ້ນ, ບອກເຮົາເບິ່ງວ່າ ສຸຂະພາບຂອງເຂົາຈະດີໄດ້ບໍ? ເມື່ອຄົນໃດຄົນໜຶ່ງຢູ່ພາຍໃຕ້ຄວາມກົດດັນສູງ, ສະໝອງຂອງເຂົາກໍຈະຖືກກະຕຸ້ນ ແລະ ຮ່າງກາຍຂອງເຂົາກໍຈະຮູ້ສຶກອ່ອນເພຍ ແລະ ຮູ້ສຶກເຈັບປວດ. ແຕ່ເຖິງແມ່ນວ່າຈະປະເຊີນກັບສະພາບແວດລ້ອມແບບນັ້ນ, ເຂົາກໍບໍ່ໄດ້ປະຖິ້ມວຽກງານຂອງເຂົາ. ເມື່ອເຂົາໄດ້ປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ ແລະ ບໍ່ມີສະຖານທີ່ທີ່ເໝາະສົມໃນການຈັດການເຕົ້າໂຮມເພື່ອນຮ່ວມງານ ຫຼື ເມື່ອສະຖານະການເຄັ່ງຕຶງເປັນພິເສດໃນໄລຍະເວລາໜຶ່ງ, ໂດຍການຈັບກຸມ ແລະ ການຂົ່ມເຫັງຂອງພັກກອມມູນິດເລີ່ມບ້າປ່ວງຂຶ້ນເລື້ອຍໆ ແລະ ສະພາບແວດລ້ອມເລີ່ມບໍ່ເອື້ອອຳນວຍຫຼາຍກວ່າເມື່ອກ່ອນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຈະກາຍເປັນຄົນທີ່ບໍ່ສາມາດກິນຫຍັງໄດ້ເລີຍ. ເມື່ອຜູ້ຄົນປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ ຫຼື ເມື່ອພວກເຂົາກຸ້ມໃຈ ແລະ ວຸ້ນວາຍໃຈກັບບາງສິ່ງບາງຢ່າງ, ຮູ້ສຶກວິຕົກກັງວົນໃນໃຈຂອງພວກເຂົາ, ພວກເຂົາກໍຈະສູນເສຍຄວາມຢາກອາຫານ. ແຕ່ເພື່ອຮັກສາການເຮັດວຽກທີ່ປົກກະຕິຂອງຮ່າງກາຍ, ພວກເຂົາກໍຍັງຕ້ອງກິນ; ຖ້າພວກເຂົາບໍ່ກິນຢູ່ຕະຫຼອດເວລາ, ຮ່າງກາຍຂອງພວກເຂົາກໍຈະລົ້ມປ່ວຍ ແລະ ພວກເຂົາກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ສະນັ້ນ ອ້າຍນ້ອງຄົນນີ້ຈຶ່ງກິນຜັກບົ່ວໃບຈໍ້າແຈ່ວ ແລະ ກິນເຂົ້າສອງສາມຄຳ ແລ້ວນັ້ນກໍຖືວ່າເປັນຄາບໜຶ່ງແລ້ວ; ເຂົາບໍ່ເຄີຍມີໃຜກະກຽມອາຫານພິເສດໄວ້ໃຫ້ເຂົາເລີຍ. ໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍເຫຼົ່ານັ້ນ, ຖ້າຜູ້ຄົນມີຄວາມເຊື່ອໜ້ອຍ, ບໍ່ຈິງໃຈຕໍ່ພຣະເຈົ້າ ແລະ ບໍ່ມີຫົວໃຈທີ່ຄໍານຶງເຖິງພຣະເຈົ້າ ແລະ ຖ້າພວກເຂົາບໍ່ມີການນໍາພາຂອງພຣະເຈົ້າອີກດ້ວຍ, ແລ້ວກໍຈະບໍ່ມີໃຜສາມາດອົດທົນຕໍ່ໄປໄດ້. ດ້ວຍການນໍາພາຂອງພຣະເຈົ້າ, ນອກເໜືອຈາກການທີ່ເຂົາເຮັດຈົນສຸດຄວາມສາມາດຂອງເຂົາເພື່ອຮ່ວມມືແລ້ວ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍໄດ້ດຳເນີນວຽກງານຂອງເຮືອນຂອງພຣະເຈົ້າມາຈົນເຖິງປັດຈຸບັນ, ໄດ້ເຮັດສຳເລັດຕາມພຣະບັນຊາຂອງພຣະເຈົ້າ ແລະ ຍັງໄດ້ນໍາພາພວກເຈົ້າມາຈົນເຖິງປັດຈຸບັນອີກດ້ວຍ. ສະພາບແວດລ້ອມທີ່ເປັນອັນຕະລາຍຂອງປະເທດຈີນແຜ່ນດິນໃຫຍ່ນັ້ນໄດ້ນຳເອົາອຸປະສັກ ແລະ ການລົບກວນອັນໃຫຍ່ຫຼວງມາສູ່ຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກ, ເຊິ່ງສ້າງຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ. ມັນເປັນອັນຕະລາຍທີ່ສຸດສຳລັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ໃນການເຮັດວຽກໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍເຊັ່ນປະເທດຈີນແຜ່ນດິນໃຫຍ່. ຫຼັງຈາກທີ່ເຂົາຖືກຈັບກຸມ, ກໍຈະບໍ່ຈຳເປັນຕ້ອງມີການສອບສວນ, ເຂົາຈະຖືກຍິງຖິ້ມທັນທີ; ຄວາມຕາຍຄືສິ່ງທີ່ແນ່ນອນ. ແຕ່ເຂົາກໍຍັງບໍ່ໄດ້ປະຖິ້ມໜ້າທີ່ຂອງເຂົາ ແລະ ເຂົາບໍ່ໄດ້ປະຖິ້ມພຣະບັນຊາທີ່ພຣະເຈົ້າຊົງປະທານໃຫ້ ຍ້ອນເຂົາຢ້ານກົວສະພາບແວດລ້ອມທີ່ເປັນອັນຕະລາຍ. ເຂົາບໍ່ໄດ້ປະຖິ້ມເລີຍແມ່ນແຕ່ວັນດຽວ. ບໍ່ພຽງແຕ່ເຂົາບໍ່ໄດ້ປະຖິ້ມພາຍນອກເທົ່ານັ້ນ ແຕ່ເຂົາບໍ່ມີແມ່ນແຕ່ຄວາມຄິດ ຫຼື ແຜນການດັ່ງກ່າວຢູ່ພາຍໃນເລີຍ. ເຂົາອົດທົນຢ່າງຕໍ່ເນື່ອງໃນການເຮັດວຽກໃນລັກສະນະນີ້, ໂດຍນໍາພາ ແລະ ສະໜັບສະໜູນຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບ, ປ່ອຍໃຫ້ຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍເຊັ່ນກັນ. ເຂົາເອງກໍປະເຊີນກັບອັນຕະລາຍອັນໃຫຍ່ຫຼວງ ແລະ ຄວາມກົດດັນອັນໃຫຍ່ຫຼວງ ແຕ່ເຂົາກໍຍັງຕ້ອງສະໜັບສະໜູນຜູ້ນຳ ແລະ ຜູ້ເຮັດວຽກໃນການເຮັດວຽກງານຂອງຄຣິສຕະຈັກໃຫ້ດີ ແລະ ສະໜັບສະໜູນອ້າຍເອື້ອຍນ້ອງທຳມະດາກ່ຽວກັບວິທີການໃຊ້ສະຕິປັນຍາເພື່ອຮັບມື, ວິທີການມີປະສົບການ, ວິທີການຕອບສະໜອງຕາມເຈດຕະນາຂອງພຣະເຈົ້າ ແລະ ວິທີການເປັນພະຍານໃຫ້ແກ່ພຣະເຈົ້າ ເມື່ອປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ. ເມື່ອເວົ້າເຖິງການສະແດງອອກເຫຼົ່ານີ້ຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ເມື່ອປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ, ບອກເຮົາເບິ່ງວ່າ ໃນສາຍຕາຂອງພຣະເຈົ້າແລ້ວ, ພວກມັນໄດ້ມາດຕະຖານບໍ? ພຣະເຈົ້າພໍໃຈບໍ? (ແມ່ນແລ້ວ.) ມັນເປັນທີ່ແນ່ນອນໜຶ່ງຮ້ອຍເປີເຊັນວ່າພຣະເຈົ້າພໍໃຈ. ເຂົາມີການປະຕິບັດເຫຼົ່ານີ້ເມື່ອປະເຊີນກັບສະພາບແວດລ້ອມດັ່ງກ່າວ ແລະ ເຂົາໄດ້ຈ່າຍລາຄາຢ່າງຫຼວງຫຼາຍສຳລັບພຣະບັນຊາທີ່ພຣະເຈົ້າໄດ້ປະທານໃຫ້ກັບເຂົາ. ແນ່ນອນວ່າ ໃນເວລາດຽວກັນ ເຂົາກໍໄດ້ເກັບກ່ຽວຫຼາຍພໍສົມຄວນເຊັ່ນກັນ. ເຂົາໄດ້ສຳຜັດເຖິງການປົກປ້ອງຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຂົາຍັງໄດ້ເກັບກ່ຽວໃນດ້ານການເຂົ້າສູ່ຊີວິດ, ໂດຍຖືກພຣະເຈົ້າເຮັດໃຫ້ສົມບູນເທື່ອລະໜ້ອຍ. ພຣະເຈົ້າບໍ່ໄດ້ປະຕິບັດຕໍ່ຜູ້ຄົນຢ່າງບໍ່ເປັນທຳ. ຖ້າເຈົ້າຈິງໃຈຕໍ່ພຣະເຈົ້າ, ຖ້າເຈົ້າຈ່າຍລາຄາທີ່ແທ້ຈິງ, ຖ້າເຈົ້າເຮັດຕາມຄຳປະຕິຍານຂອງເຈົ້າ ແລະ ຖ້າເຈົ້າເຕັມໃຈທີ່ຈະຄໍານຶງເຖິງພາລະຂອງພຣະເຈົ້າ, ພຣະເຈົ້າກໍຈະວາງພາລະລົງເທິງເຈົ້າ. ຖ້າເຈົ້າສາມາດແບກຮັບໄດ້ໜຶ່ງຮ້ອຍປອນ, ພຣະເຈົ້າກໍຈະວາງໜຶ່ງຮ້ອຍປອນລົງເທິງເຈົ້າ. ຖ້າເຈົ້າເວົ້າວ່າ “ຂ້ອຍຈະພະຍາຍາມໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງ ແລະ ແບກຮັບໜຶ່ງຮ້ອຍຫ້າສິບປອນ”, ພຣະເຈົ້າກໍຈະຄ່ອຍໆວາງສິ່ງນັ້ນລົງເທິງເຈົ້າຕາມວຸດທິພາວະຂອງເຈົ້າ ແລະ ຕາມຄວາມຕັ້ງໃຈຂອງເຈົ້າ. ໃນຂະນະທີ່ວາງສິ່ງນີ້ລົງເທິງເຈົ້າ, ພຣະເຈົ້າກໍຄ່ອຍໆໃສ່ຊີວິດຂອງພຣະອົງເຂົ້າໄປໃນເຈົ້າ. ນີ້ຄືຜົນຮັບທີ່ຍິ່ງໃຫຍ່ທີ່ສຸດທີ່ຄົນທີ່ຮັບໃຊ້ພຣະເຈົ້າ ແລະ ມີຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າຈະເກັບກ່ຽວໃນທີ່ສຸດ.
ໃນຂະນະທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກຳລັງເຮັດວຽກງານຂອງຄຣິສຕະຈັກ, ເຂົາໄດ້ປະເຊີນກັບອັນຕະລາຍອັນໃຫຍ່ຫຼວງ. ເນື່ອງຈາກສະພາບແວດລ້ອມບໍ່ເອື້ອອຳນວຍເພີ່ມຂຶ້ນເລື້ອຍໆ, ການຈັບກຸມຂອງພະຍານາກໃຫຍ່ສີແດງກໍບ້າປ່ວງຂຶ້ນເລື້ອຍໆ, ໂດຍກົດດັນຢ່າງໜັກໜ່ວງໄປເທື່ອລະກ້າວ. ມາຮອດປີ 2000, ເກືອບຈະບໍ່ມີບ່ອນໃຫ້ຫຼົບລີ້ເລີຍ. ເຂົາໄດ້ຫຼົບໜີຈາກແຂວງນີ້ໄປຍັງແຂວງນັ້ນ ແລະ ຫຼົບໜີຈາກສະຖານທີ່ນີ້ໄປຍັງສະຖານທີ່ນັ້ນ, ບໍ່ມີແມ່ນແຕ່ສະຖານທີ່ທີ່ປອດໄພພໍສົມຄວນຫຼົງເຫຼືອຢູ່ເລີຍ. ມັນບໍ່ແມ່ນວ່າອ້າຍເອື້ອຍນ້ອງຈະບໍ່ເປັນເຈົ້າພາບຕ້ອນຮັບເຂົາ ແຕ່ເປັນຍ້ອນສະພາບແວດລ້ອມໂດຍລວມບໍ່ອຳນວຍ. ພາຍໃຕ້ສະຖານະການເຫຼົ່ານັ້ນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງບໍ່ໄດ້ປະຖິ້ມວຽກງານຂອງເຂົາ. ເຂົາຍັງຄົງເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ໃນທ່າມກາງຄົນທີ່ເຂົາສາມາດຕິດຕໍ່ພົວພັນໄດ້ ເພື່ອຫົດນໍ້າ ແລະ ສະໜອງໃຫ້ແກ່ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ຊີ້ນໍາພວກເຂົາໃນການເຮັດວຽກງານຂອງຄຣິສຕະຈັກ. ໃນເວລານັ້ນ, ວຽກງານຂອງຄລາຍການວຽກງານທີ່ສຳຄັນທີ່ສຸດຂອງຄຣິສຕະຈັກກໍຄືວຽກງານຂ່າວປະເສີດ. ວຽກງານນີ້ໄດ້ເລີ່ມຕົ້ນໃນປີ 1995 ແລະ ມາຮອດປີ 2000, ມັນກໍໄດ້ດຳເນີນມາເປັນເວລາຫຼາຍກວ່າຫ້າປີແລ້ວ. ມີຜູ້ມາໃໝ່ເຂົ້າຮ່ວມຄຣິສຕະຈັກໃນທຸກໆແຂວງຢູ່ຕະຫຼອດເວລາ, ຄຣິສຕະຈັກໄດ້ປະເຊີນກັບບັນຫາໃໝ່ໆຫຼາຍຢ່າງ ແລະ ມີວຽກງານໃໝ່ໆປາກົດຂຶ້ນຢ່າງຫຼວງຫຼາຍ. ພາຍໃຕ້ສະຖານະການດັ່ງກ່າວ ໂດຍບໍ່ມີການຮັບປະກັນເລື່ອງຄວາມປອດໄພ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງໄປສະຖານທີ່ບາງແຫ່ງເພື່ອຕິດຕໍ່ພົວພັນກັບຜູ້ນຳ ແລະ ຜູ້ເຮັດວຽກເພື່ອໃຫ້ການຊີ້ນໍາກ່ຽວກັບວຽກງານ ແລະ ໃນເວລາຫວ່າງຂອງເຂົາ ເຂົາຍັງໄດ້ແຕ່ງເພງສັນລະເສີນຈຳນວນໜຶ່ງກ່ຽວກັບປະສົບການຊີວິດບາງເພງເພື່ອໜູນໃຈອ້າຍເອື້ອຍນ້ອງ, ໂດຍໃຊ້ຮູບແບບຂອງເພງສັນລະເສີນເພື່ອສະໜັບສະໜູນຄຣິສຕະຈັກ. ເຖິງແມ່ນວ່າສະພາບແວດລ້ອມຈະບໍ່ເອື້ອອຳນວຍຫຼາຍປານນັ້ນ, ອ້າຍນ້ອງຄົນນີ້ກໍບໍ່ໄດ້ຖອຍໜີ ແລະ ເຂົາກໍບໍ່ໄດ້ຍອມຈຳນົນ. ກົງກັນຂ້າມ, ເຂົາໄດ້ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ ແລະ ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ເພື່ອເຮັດວຽກງານຂອງຄຣິສຕະຈັກ, ໂດຍບໍ່ໄດ້ອອກຈາກຂອບເຂດຂອງວຽກງານຄຣິສຕະຈັກ ແລະ ບໍ່ໄດ້ອອກຈາກສະພາບແວດລ້ອມຂອງວຽກງານຄຣິສຕະຈັກ. ເປັນບາງຄັ້ງຄາວ, ຖ້າເຂົາໄປສະຖານທີ່ທີ່ມີຕະຫຼາດໝາ, ອ້າຍນ້ອງຄົນນີ້ກໍຈະໄປເບິ່ງໝາຕ່າງໆເພື່ອບັນເທົາຄວາມເຄັ່ງຕຶງ ແລະ ຜ່ອນຄາຍອາລົມ, ເຊິ່ງໝາຍຄວາມວ່າຊີວິດຂອງເຂົາບໍ່ໄດ້ໜ້າເບື່ອ, ແມ່ນບໍ? (ແມ່ນແລ້ວ.) ເຂົາບໍ່ໄດ້ຢຸດເຮັດວຽກງານຂອງຄຣິສຕະຈັກ ເຖິງແມ່ນເມື່ອປະເຊີນກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງດັ່ງກ່າວ ແລະ ບໍ່ມີໃຜເຫັນວ່າສິ່ງຕ່າງໆຍາກລຳບາກຫຼາຍສໍ່າໃດສຳລັບເຂົາ. ໃຫ້ຫຼຽວເບິ່ງບຸກຄົນສຳຄັນເຫຼົ່ານັ້ນໃນໂລກ, ເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກ ແລະ ຢູ່ພາຍໃຕ້ຄວາມກົດດັນອັນໃຫຍ່ຫຼວງເປັນພິເສດ, ພວກເຂົາກໍຊອກຫາສະຖານທີ່ທີ່ບໍ່ມີໃຜຢູ່ອ້ອມຂ້າງ ແລ້ວຮ້ອງໄຫ້ສຽງດັງ, ປີ້ນໂຕະ ແລະ ທຸບຕີສິ່ງຂອງ ແລະ ບາງຄົນກໍພຽງແຕ່ແລ່ນໜີໄປ. ພວກເຂົາພົບວ່າສິ່ງຕ່າງໆຍາກລຳບາກຫຼາຍຈົນເຖິງຈຸດນີ້. ຜູ້ບໍ່ມີຄວາມເຊື່ອບາງຄົນບໍ່ຍອມຈຳນົນເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກໃນຂະນະທີ່ກຳລັງເຮັດອາຊີບຂອງພວກເຂົາ. ສິ່ງນີ້ເປັນເພາະວ່າພວກເຂົາບໍ່ມີທາງເລືອກ, ເນື່ອງຈາກສັດຕູຂອງພວກເຂົາມີຈຳນວນຫຼາຍເກີນໄປ ແລະ ຄົນທີ່ຊອກຫາໂອກາດຂ້າພວກເຂົາ ຫຼື ແກ້ແຄ້ນພວກເຂົາກໍມີຫຼາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າຍອມຈຳນົນ. ຫຼັງຈາກທີ່ພວກເຂົາຍອມຈຳນົນ ແລະ ສູນເສຍອຳນາດຂອງພວກເຂົາ, ມີດກໍຈະຈໍ່ຢູ່ທີ່ຄໍຂອງພວກເຂົາ, ສະນັ້ນ ເຖິງແມ່ນວ່າຈະຢູ່ໃກ້ຄົມມີດ ພວກເຂົາກໍຕ້ອງຍຶດໝັ້ນທີ່ຈະກ້າວຕໍ່ໄປ. ໃນການເຮັດວຽກງານຂອງຄຣິສຕະຈັກ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ໄດ້ເພິ່ງກຳລັງໃຈປະເພດນັ້ນເພື່ອເຮັດວຽກ. ເຂົາເພິ່ງພາຄວາມເຊື່ອໃນພຣະເຈົ້າ, ໂດຍເຊື່ອວ່າທຸກສິ່ງຢູ່ໃນມືຂອງພຣະເຈົ້າ ແລະ ເຊື່ອວ່າທຸກສິ່ງຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ; ເຂົາເພິ່ງພາຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ມີຫົວໃຈທີ່ຈິງໃຈຕໍ່ພຣະເຈົ້າ ແລະ ມີທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ບົນພື້ນຖານນີ້, ເຂົາພ້ອມສະເໝີທີ່ຈະຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຈາກນັ້ນ ເຂົາກໍມອບກຳລັງທັງໝົດຂອງເຂົາ ແລະ ມອບທັງຕົວຂອງເຂົາສຳລັບພຣະບັນຊາຈາກພຣະເຈົ້າທີ່ເຂົາໄດ້ຍອມຮັບ. ບໍ່ມີຫຍັງຊັບຊ້ອນເລີຍກ່ຽວກັບວິທີທີ່ເຂົາສາມາດເຮັດສິ່ງເຫຼົ່ານີ້ໄດ້; ບໍ່ມີທາງລັດ ຫຼື ກົນອຸບາຍໃດໆເຂົ້າມາກ່ຽວຂ້ອງ. ໃນຄວາມຈິງແລ້ວ, ເຂົາມີປະສົບການກັບສິ່ງທັງໝົດນີ້ ແລະ ຮັບໃຊ້ພຣະເຈົ້າໂດຍການອາໄສຄວາມພະຍາຍາມຂອງເຂົາເອງ ພ້ອມທັງຄວາມຈິງໃຈຂອງເຂົາເອງທີ່ມີຕໍ່ພຣະເຈົ້າ ແລະ ທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ມັນອາດເປັນໄປໄດ້ວ່າບາງສິ່ງທີ່ເຂົາມີປະສົບການນັ້ນເບິ່ງຄືວ່າຍາກລຳບາກຫຼາຍສຳລັບຜູ້ຄົນ. ບາງຄົນຄິດໃນໃຈຂອງພວກເຂົາວ່າ “ອ້າຍນ້ອງຄົນນີ້ຜ່ານພົ້ນມັນໄດ້ແນວໃດ? ນັ້ນເປັນການກະທຳຂອງພຣະເຈົ້າ! ອ້າຍນ້ອງຄົນນີ້ຄືຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ເຂົາອະທິຖານຕໍ່ພຣະເຈົ້າ ແລະ ພຣະເຈົ້າກໍປະທານຄວາມຮູ້ສຶກເໜືອທຳມະຊາດບາງຢ່າງໃຫ້ແກ່ເຂົາ ແລະ ຈາກນັ້ນ ເຂົາກໍບໍ່ຢ້ານກົວອີກຕໍ່ໄປ. ເນື້ອໜັງຂອງເຂົາບໍ່ຮູ້ສຶກເຖິງຄວາມກົດດັນ. ເຂົາກ້າວຂ້າມມັນທັງໝົດ”. ບອກເຮົາເບິ່ງວ່າ ມັນເປັນແບບນີ້ບໍ? (ບໍ່.) ໃນຄວາມຈິງແລ້ວ, ມັນບໍ່ໄດ້ເປັນແບບນີ້. ເມື່ອເຂົາພົບກັບສະພາບແວດລ້ອມທີ່ເປັນອັນຕະລາຍ, ເຂົາກໍຢ້ານກົວເຊັ່ນກັນ, ເຂົາກໍຢ້ານຄວາມຕາຍເຊັ່ນກັນ ແລະ ເຂົາກໍວິຕົກກັງວົນ ແລະ ຮູ້ສຶກຮ້ອນຮົນໃຈເຊັ່ນກັນ. ຄວາມຮູ້ສຶກທີ່ພວກເຈົ້າມີ ເມື່ອພວກເຈົ້າໄດ້ຍິນວ່າສະຖານທີ່ໃດໜຶ່ງມີສະພາບແວດລ້ອມທີ່ເປັນອັນຕະລາຍ ແລະ ອ້າຍເອື້ອຍນ້ອງຖືກຈັບກຸມ ໂດຍພື້ນຖານແລ້ວກໍຄືຄວາມຮູ້ສຶກດຽວກັນກັບທີ່ເຂົາມີ. ພວກເຈົ້າຮູ້ສຶກຕື່ນຕົກໃຈ; ພວກເຈົ້າບາງຄົນຮູ້ສຶກຊາເທິງໜັງຫົວຂອງພວກເຈົ້າ, ພວກເຈົ້າບາງຄົນປະສົບກັບອາການຂາອ່ອນ ແລະ ຄົນອື່ນໆກໍຫາຍໃຈຫອບ. ອ້າຍນ້ອງຄົນນີ້ມີຄວາມຮູ້ສຶກເຫຼົ່ານີ້ບໍ? ເຂົາກໍມີຄວາມຮູ້ສຶກເຫຼົ່ານີ້ເຊັ່ນກັນ ແຕ່ເຂົາສາມາດເລືອກທີ່ຈະບໍ່ປະຖິ້ມໜ້າທີ່ຂອງເຂົາ, ທີ່ຈະບໍ່ປະຖິ້ມວຽກງານຂອງເຂົາ ແລະ ຍັງຄົງເຮັດຈົນສຸດຄວາມສາມາດຂອງເຂົາ. ສິ່ງນີ້ກ່ຽວຂ້ອງກັບຄຸນລັກສະນະຂອງເຂົາບໍ? (ແມ່ນແລ້ວ.) ເຂົາສາມາດເລືອກທີ່ຈະບໍ່ຍອມປະຖິ້ມໜ້າທີ່ຂອງເຂົາ, ບອກເຮົາເບິ່ງວ່າ ສິ່ງນີ້ເໜືອທຳມະຊາດບໍ? (ມັນບໍ່ເໜືອທຳມະຊາດ.) ສິ່ງໜຶ່ງທີ່ບໍ່ສາມາດປະຕິເສດໄດ້ກໍຄື ບໍ່ວ່າເຂົາຈະປະເຊີນກັບອັນຕະລາຍຫຍັງກໍຕາມ, ທັດສະນະຄະຕິຂອງເຂົາຍັງຄົງເປັນທັດສະນະຄະຕິທີ່ບາກບັ່ນບໍ່ຍອມປະຖິ້ມໜ້າທີ່ຂອງເຂົາ, ບໍ່ເປັນຄົນຖິ້ມວຽກຢ່າງເດັດຂາດ ແລະ ບໍ່ທໍລະຍົດພຣະເຈົ້າ, ໂດຍຮູ້ສຶກວ່າ ຖ້າເຂົາທໍລະຍົດພຣະເຈົ້າ, ເຂົາກໍສົມຄວນຕາຍ ແລະ ສົມຄວນຖືກສາບແຊ່ງ. ເມື່ອເຂົາເລືອກທັດສະນະຄະຕິປະເພດນີ້, ພຣະເຈົ້າກໍຊົງເຮັດໜ້າທີ່ເປັນແຮງຂັບເຄື່ອນໃນໃຈຂອງເຂົາຢ່າງຕໍ່ເນື່ອງ ແລະ ປະທານກຳລັງໃຫ້ແກ່ເຂົາ. ເມື່ອຄວາມກົດດັນທີ່ຄົນໃດຄົນໜຶ່ງແບກຮັບນັ້ນເກີນຂີດຈຳກັດຂອງເຂົາ, ພຣະເຈົ້າກໍຈະປະຕິບັດພາລະກິດ; ພຣະເຈົ້າຈະຊົງສະໜັບສະໜູນເຂົາ ແລະ ພຣະເຈົ້າຈະຊົງປະທານກຳລັງໃຫ້ແກ່ເຂົາ. ຄົນສ່ວນໃຫຍ່ເປັນອຳມະພາດຍ້ອນຄວາມຢ້ານກົວ ແລະ ອ່ອນແອຍ້ອນຄວາມຢ້ານກົວ ເມື່ອປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍເຫຼົ່ານີ້, ໂດຍບໍ່ກ້າເຮັດວຽກ. ບາງຄົນເຖິງກັບເວົ້າວ່າ “ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບຂ້ອຍ, ຂ້ອຍບໍ່ຮູ້ສຶກວ່າພຣະເຈົ້າປະທານກຳລັງໃຫ້ແກ່ຂ້ອຍ ແລະ ຂ້ອຍກໍບໍ່ຮູ້ສຶກເຖິງການອັດສະຈັນໃດໆເລີຍ”. ເຈົ້າເວົ້າຖືກແລ້ວ; ຂໍ້ເທັດຈິງທີ່ວ່າເຈົ້າບໍ່ຮູ້ສຶກ ຫຼື ໃນທີ່ສຸດກໍບໍ່ໄດ້ຮັບກຳລັງທີ່ພຣະເຈົ້າປະທານໃຫ້ແກ່ເຈົ້ານັ້ນ ແມ່ນກ່ຽວຂ້ອງໂດຍກົງກັບທັດສະນະຄະຕິສ່ວນຕົວຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພາລະກິດຂອງເຈົ້າ ແລະ ຫົວໃຈຂອງເຈົ້າຖືກຕ້ອງ ຫຼື ບໍ່. ຖ້າອ້າຍນ້ອງຄົນນີ້ເລືອກທີ່ຈະປະຖິ້ມວຽກງານຂອງເຂົາເຊັ່ນກັນ ແລະ ເລືອກທີ່ຈະຖອຍໜີ ແລະ ຮັກສາຊີວິດຂອງເຂົາເອງເຊັ່ນກັນ, ເຂົາກໍຈະບໍ່ໄດ້ຮັບກຳລັງທີ່ພຣະເຈົ້າປະທານໃຫ້ເຊັ່ນກັນ. ຖ້າໃນເວລາທີ່ປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍເຫຼົ່ານີ້, ເຂົາເລືອກຕາມຄວາມຄິດຂອງຕົນເອງທີ່ຈະບໍ່ເຮັດວຽກງານຂອງຄຣິສຕະຈັກ ແລະ ລໍຖ້າຈົນກວ່າອັນຕະລາຍຈະຜ່ານພົ້ນໄປກ່ອນຈຶ່ງຄ່ອຍເຮັດ, ພຣະເຈົ້າກໍຈະບໍ່ບີບບັງຄັບເຂົາ. ພຣະເຈົ້າຈະບໍ່ບັງຄັບເຂົາ ໂດຍກ່າວວ່າ “ເຈົ້າຕ້ອງເຮັດວຽກ ເຖິງແມ່ນວ່າເຈົ້າຈະຢ້ານກໍຕາມ; ເຖິງແມ່ນວ່າເຈົ້າຈະຖືກຂໍໃຫ້ຕາຍ, ເຈົ້າກໍຕ້ອງເຮັດ”. ພຣະເຈົ້າບໍ່ໄດ້ບັງຄັບຜູ້ຄົນ. ສິ່ງນີ້ໝາຍຄວາມວ່າແນວໃດ? ສິ່ງນີ້ກຳລັງບອກເຈົ້າວ່າ ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ຊຸດຄວາມຄິດຂອງເຈົ້າ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະບັນຊາທີ່ພຣະເຈົ້າປະທານໃຫ້ນັ້ນສຳຄັນຫຼາຍ; ບໍ່ວ່າເຈົ້າເລືອກທີ່ຈະຮັກສາຊີວິດຂອງເຈົ້າ ຫຼື ເລືອກທີ່ຈະຊື່ສັດຕໍ່ພຣະເຈົ້າ, ສິ່ງທີ່ເຈົ້າຄິດໃນໃຈຂອງເຈົ້າ ແລະ ສິ່ງທີ່ເປັນຄວາມໂນ້ມອຽງໃນໃຈຂອງເຈົ້າລ້ວນແຕ່ສຳຄັນຢ່າງຍິ່ງ. ມັນອາດເປັນໄປໄດ້ວ່າຄວາມໂນ້ມອຽງໃນໃຈຂອງເຈົ້າຄື: “ຂ້ອຍເລືອກທີ່ຈະບໍ່ປະຖິ້ມວຽກງານຂອງຂ້ອຍ; ມັນເປັນໜ້າທີ່ທີ່ຂ້ອຍຕ້ອງເຮັດໃນການເຮັດວຽກງານທີ່ພຣະເຈົ້າປະທານໃຫ້ແກ່ຂ້ອຍ. ຂ້ອຍເລືອກທີ່ຈະເຮັດວຽກງານດ້ວຍທັດສະນະຄະຕິທີ່ກ້າປະເຊີນກັບອັນຕະລາຍ ແລະ ບໍ່ຢ້ານຄວາມຕາຍ ແລະ ເຮັດວຽກງານໂດຍສ່ຽງຕໍ່ຄວາມຕາຍ”. ເມື່ອເຈົ້າມີທັດສະນະຄະຕິແບບນັ້ນ, ພຣະເຈົ້າກໍຈະປົກປ້ອງເຈົ້າ ແລະ ເຮັດໃຫ້ເຈົ້າສາມາດຫຼີກລ່ຽງອັນຕະລາຍເຫຼົ່ານີ້ ແລະ ໃນເວລາດຽວກັນກໍປະທານກຳລັງໃຫ້ແກ່ເຈົ້າ ເພື່ອໃຫ້ເຈົ້າມີຄວາມເຊື່ອ. ສິ່ງທີ່ເຈົ້າກຳລັງປະເຊີນໜ້າຢ່າງຊັດເຈນກໍຄືລະບອບການປົກຄອງທີ່ຊົງອຳນາດຂອງຊາຕານ, ແຕ່ໃນໃຈຂອງເຈົ້າ ເຈົ້າມີຄວາມເຊື່ອ ແລະ ມີການອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ. ເມື່ອເຈົ້າເຮັດວຽກງານ, ພຣະເຈົ້າກໍຈະຈັດສະພາບແວດລ້ອມທີ່ເໝາະສົມໃຫ້ແກ່ເຈົ້າ, ໂດຍປ່ອຍໃຫ້ເຈົ້າເຮັດວຽກ ແລະ ເຮັດໃຫ້ສຳເລັດໂດຍບໍ່ຕ້ອງແບກຮັບຄວາມສ່ຽງ. ເມື່ອປະເຊີນກັບຄວາມຫຍຸ້ງຍາກ ແລະ ອັນຕະລາຍເຫຼົ່ານີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍໄດ້ປະສົບກັບຫຼາຍສິ່ງຫຼາຍຢ່າງທີ່ຜູ້ຄົນບໍ່ຄາດຄິດເຊັ່ນກັນ. ໃນຂະນະທີ່ເຂົາກຳລັງປະສົບກັບສິ່ງເຫຼົ່ານີ້, ພຣະເຈົ້າກໍປັດເປົ່າອັນຕະລາຍເຫຼົ່ານີ້ໃຫ້ພົ້ນໄປ. ເມື່ອພຣະເຈົ້າປັດເປົ່າອັນຕະລາຍເຫຼົ່ານີ້ໃຫ້ພົ້ນໄປ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍບໍ່ຮູ້ເລື່ອງນີ້. ເຂົາບໍ່ມີຄວາມປາຖະໜາທີ່ເກີນຂອບເຂດນີ້ ແລະ ບໍ່ໄດ້ຄິດລ່ວງໜ້າວ່າ “ພຣະເຈົ້າຈະບໍ່ຍອມໃຫ້ຂ້ອຍປະເຊີນກັບອັນຕະລາຍຢ່າງແນ່ນອນ, ພຣະອົງຈະບໍ່ຍອມໃຫ້ຂ້ອຍຕາຍຢ່າງແນ່ນອນ. ເມື່ອຮອດເວລາ, ພຣະເຈົ້າຈະປັດເປົ່າອັນຕະລາຍນັ້ນໃຫ້ພົ້ນໄປ. ຂ້ອຍກຳລັງເຮັດວຽກງານນີ້, ສະນັ້ນ ພຣະເຈົ້າຕ້ອງປົກປ້ອງຂ້ອຍຢູ່ຕະຫຼອດເວລາ ແລະ ບໍ່ຍອມໃຫ້ຂ້ອຍຕາຍ”. ເຂົາບໍ່ໄດ້ຄິດແບບນີ້. ເຂົາບໍ່ເຄີຍມີຄວາມຫວັງທີ່ເກີນຂອບເຂດນີ້ເລີຍ. ເຂົາຄິດແນວໃດ? ເຂົາຄິດໃນໃຈຂອງເຂົາວ່າ “ບໍ່ວ່າຂ້ອຍຈະພົບກັບຄວາມຫຍຸ້ງຍາກ ຫຼື ອັນຕະລາຍຫຍັງກໍຕາມ, ເຖິງແມ່ນວ່າພຣະເຈົ້າອະນຸຍາດໃຫ້ຂ້ອຍຖືກຈັບກຸມ ແລະ ໃຫ້ຂ້ອຍຕາຍ, ກ່ອນທີ່ສິ່ງນັ້ນຈະເກີດຂຶ້ນ ຂ້ອຍຕ້ອງເຮັດວຽກງານໃຫ້ດີ, ຂ້ອຍຕ້ອງເຮັດສຳເລັດຕາມພຣະບັນຊາຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ແກ່ຂ້ອຍ, ເຮັດໃຫ້ວຽກງານຂອງຄຣິສຕະຈັກດຳເນີນໄປໃນເສັ້ນທາງທີ່ຖືກຕ້ອງ ແລະ ເຮັດໃຫ້ຜູ້ນຳ ແລະ ຜູ້ເຮັດວຽກດຳເນີນໄປໃນເສັ້ນທາງທີ່ຖືກຕ້ອງ”. ສິ່ງເຫຼົ່ານີ້ຄືການພິຈາລະນາ ແລະ ແຜນການໃນໃຈຂອງເຂົາ. ເຂົາບໍ່ເຄີຍຄິດກ່ຽວກັບວິທີການຫຼົບໜີເມື່ອປະເຊີນກັບອັນຕະລາຍ; ເຂົາພຽງແຕ່ເຮັດຈົນສຸດຄວາມສາມາດຂອງເຂົາ ແລະ ອຸທິດຕົນແບບນີ້, ໂດຍເຮັດວຽກງານຂອງຄຣິສຕະຈັກດ້ວຍຄວາມຈິງໃຈ. ເຂົາບໍ່ໄດ້ຄິດກ່ຽວກັບການຫຼຸດພົ້ນຈາກສະພາບແວດລ້ອມໃດໆ ແຕ່ພັດພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເຮັດວຽກງານໃຫ້ສຳເລັດ ແລະ ເຮັດສຳເລັດຕາມພຣະບັນຊາຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ແກ່ເຂົາ. ເຖິງຢ່າງໃດກໍຕາມ, ໃນຂະບວນການນີ້ ມີຫຼາຍສິ່ງທີ່ໜ້າອັດສະຈັນ ແລະ ສິ່ງທີ່ຜູ້ຄົນບໍ່ຄາດຄິດໄດ້ເກີດຂຶ້ນ. ມີຫຼາຍຄັ້ງ, ເມື່ອເຂົາພົບກັບການກວາດລ້າງຂອງພະຍານາກໃຫຍ່ສີແດງ, ເຂົາກໍຫຼົບໜີຈາກອັນຕະລາຍໄດ້ຢ່າງໜ້າອັດສະຈັນ. ຈາກມຸມມອງຂອງມະນຸດແລ້ວ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຈະສາມາດເຮັດວຽກແບບນີ້ໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍແບບນັ້ນ ໂດຍທີ່ພະຍານາກໃຫຍ່ສີແດງໄດ້ວາງຕາໜ່າງປິດລ້ອມຈັບກຸມເປັນວົງກວ້າງ ໂດຍບໍ່ມີເຄາະຮ້າຍແມ່ນແຕ່ຄັ້ງດຽວໄດ້ບໍ? ບໍ່ມີມະນຸດຄົນໃດສາມາດຮັບປະກັນໄດ້ວ່າຈະບໍ່ມີເຄາະຮ້າຍແມ່ນແຕ່ຄັ້ງດຽວ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້. ນັ້ນກໍຄື ເຖິງແມ່ນວ່າເຈົ້າອາດສ່ຽງຊີວິດຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າກໍຈະບໍ່ຍອມໃຫ້ເຈົ້າຕົກໄປຢູ່ໃນມືຂອງລະບອບການປົກຄອງຂອງຊາຕານຢ່າງເດັດຂາດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້, ມັນພຽງແຕ່ຂຶ້ນຢູ່ກັບວ່າພຣະອົງເຮັດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ຮັບໃຊ້ພຣະເຈົ້າ, ຖ້າເຈົ້າເປັນຄົນທີ່ຖືກໃຊ້ງານໂດຍພຣະເຈົ້າ, ເປັນຄົນທີ່ພຣະເຈົ້າຕັ້ງໃຈໃຊ້ງານສຳລັບໜ້າວຽກທີ່ສຳຄັນ ແລະ ສຳລັບບົດບາດໃຫຍ່ໆ ແລະ ເປັນຄົນທີ່ຂາດບໍ່ໄດ້ສຳລັບວຽກງານຂອງພຣະເຈົ້າ, ພຣະເຈົ້າກໍຈະຮັບປະກັນເລື່ອງຄວາມປອດໄພຂອງເຈົ້າຢ່າງແນ່ນອນ ແລະ ຈະບໍ່ມີເຄາະຮ້າຍແມ່ນແຕ່ຄັ້ງດຽວ. ເຖິງແມ່ນວ່າເຈົ້າຈະຢູ່ຕໍ່ໜ້າຕໍ່ຕາຂອງລະບອບການປົກຄອງຂອງຊາຕານ ແລະ ລູກນ້ອງຂອງຊາຕານກໍຕາມ, ພຣະເຈົ້າກໍຈະຮັບປະກັນເລື່ອງຄວາມປອດໄພຂອງເຈົ້າ. ເມື່ອຄົນສ່ວນໃຫຍ່ບໍ່ມີປະສົບການກັບສິ່ງເຫຼົ່ານີ້, ພວກເຂົາກໍບໍ່ມີຄວາມເຊື່ອໃນພຣະເຈົ້າແບບນີ້ ແລະ ພວກເຂົາບໍ່ມີຄວາມຊາບຊຶ້ງ ຫຼື ຄວາມເຂົ້າໃຈກ່ຽວກັບອຳນາດສູງສຸດຂອງພຣະເຈົ້າແບບນີ້.
ໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍນັ້ນ ເຊິ່ງພະຍານາກໃຫຍ່ສີແດງໄດ້ວາງຕາໜ່າງປິດລ້ອມຈັບກຸມແໜ້ນໜາ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງຄົງຈັດການເຕົ້າໂຮມເພື່ອນຮ່ວມງານຢ່າງເຂັ້ມຂຸ້ນ ແລະ ຕິດຕໍ່ພົວພັນກັບຜູ້ນຳ ແລະ ຜູ້ເຮັດວຽກເພື່ອເຮັດລາຍການວຽກງານຕ່າງໆຂອງຄຣິສຕະຈັກ. ໃນຂະບວນການນີ້, ເຂົາຍັງໄດ້ພົບກັບອັນຕະລາຍຫຼາຍຄັ້ງ ແຕ່ເຂົາກໍຫຼົບໜີຈາກອັນຕະລາຍໄດ້ຢ່າງໜ້າອັດສະຈັນຢູ່ສະເໝີ. ໃນຄຳເວົ້າຂອງພະຍານາກໃຫຍ່ສີແດງ, ເຂົາຫຼົບໜີໄປໄດ້ທຸກຄັ້ງ. ໃນຊ່ວງຕົ້ນໆ, ເມື່ອເຂົາຢູ່ໃນບ້ານເກີດຂອງເຂົາໃນພາກຕາເວັນອອກສຽງເໜືອ, ປະຕິບັດການຈັບກຸມຄັ້ງໃຫຍ່ທີ່ສຸດກໍໄດ້ເກີດຂຶ້ນ. ໃນເວລານັ້ນ, ອ້າຍເອື້ອຍນ້ອງໃນທ້ອງຖິ່ນຫຼາຍຄົນຖືກຈັບກຸມ. ປະຕິບັດການຈັບກຸມຄັ້ງນັ້ນມີເຈດຕະນາດີຂອງພຣະເຈົ້າຢູ່ ນັ້ນກໍຄື ການຍ້າຍສູນກາງວຽກງານຂອງພຣະວິນຍານບໍລິສຸດຈາກເຂດພາກຕາເວັນອອກສຽງເໜືອຂອງປະເທດຈີນແຜ່ນດິນໃຫຍ່ໄປຍັງເຂດທົ່ງພຽງພາກກາງ. ຜ່ານສະພາບແວດລ້ອມນັ້ນ, ພຣະເຈົ້າໄດ້ນໍາພາຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ພ້ອມກັບຜູ້ນຳ ແລະ ຜູ້ເຮັດວຽກທີ່ສຳຄັນບາງຄົນໄປຍັງເຂດທົ່ງພຽງພາກກາງ. ໃນເວລານັ້ນ, ຫຼັງຈາກທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຫຼົບໜີຈາກອັນຕະລາຍຢ່າງສຳເລັດຜົນ, ເຂົາກໍໄດ້ຂີ່ລົດໄຟໄປຈົນຮອດເຂດທົ່ງພຽງພາກກາງ ແລະ ເລີ່ມຕົ້ນວຽກງານຂອງຄຣິສຕະຈັກໃນເຂດທົ່ງພຽງພາກກາງ. ສິ່ງນີ້ເທົ່າກັບວ່າວຽກງານຂອງພຣະວິນຍານບໍລິສຸດໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການໃນເຂດທົ່ງພຽງພາກກາງຂອງປະເທດຈີນແຜ່ນດິນໃຫຍ່ ແລະ ຈາກນັ້ນ ວຽກງານນີ້ກໍຖືກປະຕິບັດໃນຂອບເຂດທີ່ກວ້າງຂຶ້ນເລື້ອຍໆ. ຫຼັງຈາກທີ່ປະສົບກັບສະພາບແວດລ້ອມທີ່ເປັນອັນຕະລາຍນັ້ນ, ເພື່ອນຮ່ວມງານທີ່ສຳຄັນຫຼາຍຄົນຈາກພາກຕາເວັນອອກສຽງເໜືອກໍໄດ້ມາທີ່ເຂດທົ່ງພຽງພາກກາງເຊັ່ນກັນ. ຫຼັງຈາກທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ພົບກັບເພື່ອນຮ່ວມງານເຫຼົ່ານີ້, ວະລີທີ່ເຂົາມັກໃຊ້ກໍຄື “ຄວາມຮູ້ສຶກປິຕິຍິນດີປົນກັບຄວາມໂສກເສົ້າ ພ້ອມກັບຄວາມຄິດນັບລ້ານ”. ຈາກນັ້ນ ເຂົາກໍເລີ່ມເຮັດວຽກງານໃນຄຣິສຕະຈັກຕ່າງໆຂອງເຂດທົ່ງພຽງພາກກາງ. ການຈັດພິມໜັງສືພຣະທຳຂອງພຣະເຈົ້າ, ການຮຽກໂຮມຜູ້ນຳ ແລະ ຜູ້ເຮັດວຽກສຳລັບການເຕົ້າໂຮມເພື່ອນຮ່ວມງານ, ການກຽມສະຖານທີ່ເພື່ອເປັນເຈົ້າພາບຕ້ອນຮັບການເຕົ້າໂຮມເພື່ອນຮ່ວມງານ ເຊິ່ງລາຍການວຽກງານແຕ່ລະຢ່າງກໍໄດ້ເລີ່ມຕົ້ນຂຶ້ນ. ບໍ່ດົນ, ພະຍານາກໃຫຍ່ສີແດງກໍເລີ່ມການຈັບກຸມ ແລະ ການຂົ່ມເຫັງຂອງມັນອີກຄັ້ງ ແລະ ສະພາບແວດລ້ອມກໍຍັງຄົງເກີດຂຶ້ນກັບພວກເຂົາຢ່າງຕໍ່ເນື່ອງ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈັດການເຕົ້າໂຮມເພື່ອນຮ່ວມງານໃນຫຼາຍແຂວງຂອງເຂດທົ່ງພຽງພາກກາງ, ໂດຍໂອ້ລົມຄວາມຈິງເພື່ອສະໜອງໃຫ້ ແລະ ສະໜັບສະໜູນຜູ້ຄົນ, ຮຽນຮູ້ກ່ຽວກັບວຽກງານຂອງຄຣິສຕະຈັກ ແລະ ແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນໃນວຽກງານ ພ້ອມທັງປະສົບກັບການຂົ່ມເຫັງຄັ້ງໃຫຍ່ຫຼາຍຄັ້ງເປັນໄລຍະໆ. ໃນໜຶ່ງຂອງເຫດການເຫຼົ່ານັ້ນ, ການເຕົ້າໂຮມຄັ້ງໃຫຍ່ຈະຖືກຮຽກໂນມສຳລັບຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບ ພ້ອມກັບອ້າຍເອື້ອຍນ້ອງທີ່ສາມາດໄດ້ຮັບການບົ່ມເພາະຈາກຄຣິສຕະຈັກທ້ອງຖິ່ນ. ເພາະເຂົາຕ້ອງຈັດການກັບເລື່ອງອື່ນໆບາງຢ່າງ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ສົ່ງເອື້ອຍນ້ອງຄົນໜຶ່ງໄປເປັນປະທານການເຕົ້າໂຮມແທນເຂົາ. ໃນຄືນນັ້ນເອງ, ສະຖານທີ່ເຕົ້າໂຮມກໍຖືກຕຳຫຼວດບຸກຄົ້ນ ແລະ ຫຼາຍຄົນກໍຖືກຈັບກຸມ. ຈົນຮອດເຊົ້າມື້ຕໍ່ມາ ຈຶ່ງມີຄົນມາແຈ້ງຂ່າວໃຫ້ອ້າຍນ້ອງຄົນນີ້ຮູ້. ເມື່ອໄດ້ຍິນແນວນັ້ນ, ອ້າຍນ້ອງຄົນນີ້ກໍຟ້າວອອກຈາກພື້ນທີ່ນັ້ນທັນທີ. ຖ້າເຂົາອອກໄປຊ້າກວ່ານັ້ນ, ເມື່ອມີຄົນຫັກຫຼັງເຂົາ ອ້າຍນ້ອງຄົນນີ້ກໍອາດຈະຖືກຈັບກຸມເຊັ່ນກັນ. ຄວາມຈິງແລ້ວ, ການແຈ້ງຂ່າວຂອງເຂົາບໍ່ທັນເວລາປານໃດ ແຕ່ພຣະເຈົ້າບໍ່ອະນຸຍາດໃຫ້ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຖືກຈັບກຸມ. ເຖິງແມ່ນວ່າການແຈ້ງຂ່າວຈະມາຊ້າ, ເຂົາກໍຍັງອອກໄປໄດ້ຢ່າງປອດໄພ ແລະ ຫຼົບໜີຈາກອັນຕະລາຍໄດ້ຢ່າງສຳເລັດຜົນ. ມີອີກຫຼາຍຄັ້ງທີ່ອ້າຍນ້ອງຄົນນີ້ກຳລັງຈັດການເຕົ້າໂຮມຄັ້ງໃຫຍ່ຢູ່ ແລະ ອ້າຍເອື້ອຍນ້ອງທີ່ລາດຕະເວນຢູ່ຂ້າງນອກກໍລາຍງານວ່າພວກເຂົາເຫັນລົດຕຳຫຼວດກຳລັງມຸ່ງໜ້າໄປຫາພວກເຂົາຈາກໄລຍະຫ່າງປະມານໜຶ່ງໄມລ໌, ສະນັ້ນ ອ້າຍນ້ອງຄົນນີ້ຈຶ່ງຟ້າວອົບພະຍົບ. ສະຖານະການແບບນີ້ເກີດຂຶ້ນຫຼາຍຄັ້ງ. ຫຼັງຈາກທີ່ຍ້າຍໄປສະຖານທີ່ອີກແຫ່ງໜຶ່ງ ແລະ ພັກຜ່ອນເປັນເວລາໜຶ່ງວັນ ຫຼື ເຄິ່ງວັນ, ອ້າຍນ້ອງຄົນນີ້ກໍຈະສືບຕໍ່ຕິດຕໍ່ພົວພັນກັບຜູ້ນຳ ແລະ ຜູ້ເຮັດວຽກເພື່ອເຮັດວຽກງານ ໂດຍແອບມີອາລົມທີ່ບໍ່ສະບາຍໃຈໄວ້. ເຂົາບໍ່ໄດ້ຍອມຈຳນົນ ແລະ ເຂົາບໍ່ໄດ້ອ່ອນແອລົງ, ແຮງໄກທີ່ເຂົາກາຍເປັນຄົນຄິດລົບ. ເຈົ້າເຫັນບໍວ່າ ຖ້າເປັນຄົນທຳມະດາ, ເຂົາກໍຄົງຈະຢ້ານຈົນເສຍສະຕິຫຼັງຈາກທີ່ປະເຊີນກັບອັນຕະລາຍສອງຄັ້ງ. ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນທີ່ຕ້ອງການຕົວຂອງພັກກອມມູນິດ. ຫຼັງຈາກທີ່ຖືກຈັບກຸມ, ຄວາມຕາຍຄືສິ່ງທີ່ແນ່ນອນ; ເຂົາເອງກໍຮູ້ແຈ້ງກ່ຽວກັບຜົນທີ່ຈະຕາມມາຂອງການຖືກຈັບກຸມໂດຍພັກກອມມູນິດເຊັ່ນກັນ. ແຕ່ໃນລະຫວ່າງຫຼາຍປີທີ່ຢູ່ໃນປະເທດຈີນແຜ່ນດິນໃຫຍ່, ເຂົາໄດ້ເຮັດວຽກງານໂດຍກ້າປະເຊີນກັບສະພາບແວດລ້ອມທີ່ບໍ່ເອື້ອອຳນວຍດັ່ງກ່າວ, ພ້ອມກັບການຂົ່ມເຫັງທີ່ບ້າຄັ່ງຂອງພະຍານາກໃຫຍ່ສີແດງ. ມື້ນີ້ອາດຈະມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນຢູ່ບ່ອນນີ້ ແລະ ມື້ອື່ນກໍອາດຈະມີສະຖານະການເກີດຂຶ້ນຢູ່ບ່ອນນັ້ນ, ເຊິ່ງມັກຈະມາພ້ອມກັບເຫດການທີ່ຜູ້ນຳ ແລະ ຜູ້ເຮັດວຽກຖືກຈັບກຸມ ແຕ່ເຂົາກໍບາກບັ່ນເຮັດວຽກງານຂອງຄຣິສຕະຈັກຢ່າງສະໝໍ່າສະເໝີ. ບໍ່ວ່າຈະເປັນວຽກງານການຫົດນ້ຳຂອງຄຣິສຕະຈັກ, ວຽກງານຂ່າວປະເສີດ ຫຼື ວຽກງານທົ່ວໄປ, ເຂົາກໍບໍ່ເຄີຍຢຸດພັກເລີຍ. ແມ່ນແຕ່ມີປີໜຶ່ງທີ່ພະຍານາກໃຫຍ່ສີແດງໄດ້ເລີ່ມການປາບປາມ ແລະ ການຈັບກຸມ ພ້ອມທັງການຂົ່ມເຫັງຜູ້ເຊື່ອໃນພຣະເຈົ້າກໍຍິ່ງບ້າປ່ວງຫຼາຍຂຶ້ນ. ນັ້ນເປັນຊ່ວງເວລາທີ່ອັນຕະລາຍທີ່ສຸດ ແຕ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງບໍ່ໄດ້ຢຸດເຮັດວຽກງານຂອງຄຣິສຕະຈັກ. ມີຄັ້ງໜຶ່ງ, ອ້າຍເອື້ອຍນ້ອງຈາກແຂວງອື່ນໄດ້ພາຜູ້ມາໃໝ່ບາງຄົນທີ່ມີຂີດຄວາມສາມາດທີ່ດີ ເຊິ່ງພວກເຂົາຕັ້ງໃຈບົ່ມເພາະ ມາທີ່ເຂດທົ່ງພຽງພາກກາງເພື່ອເຂົ້າຮ່ວມການເຕົ້າໂຮມ. ເມື່ອຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຍິນວ່າ ຜູ້ມາໃໝ່ເຫຼົ່ານີ້ມີຄວາມກະຕືລືລົ້ນເປັນພິເສດ, ມີຄວາມສາມາດໃນການຢັ່ງຮູ້ທີ່ດີເປັນພິເສດ ແລະ ເປັນຄົນທີ່ສາມາດໄດ້ຮັບການບົ່ມເພາະ, ເຂົາກໍຟ້າວຈັດການເຕົ້າໂຮມໃຫ້ແກ່ພວກເຂົາ. ຕໍ່ມາ, ເພາະສະຖານະການເຄັ່ງຕຶງເກີນໄປ, ຫຼັງຈາກທີ່ຈັດການເຕົ້າໂຮມໄດ້ສອງສາມມື້, ເຂົາກໍໃຫ້ພວກເຂົາຟ້າວອົບພະຍົບຢ່າງໄວວາ. ພາຍໃນສະພາບແວດລ້ອມທີ່ເປັນອັນຕະລາຍປະເພດນັ້ນ, ຖ້າຄົນທຳມະດາປະເຊີນກັບເລື່ອງນີ້, ພວກເຂົາກໍຈະຄິດວ່າ “ຕອນນີ້ສະຖານະການເຄັ່ງຕຶງຫຼາຍ. ເຖິງແມ່ນວ່າຄົນສອງສາມຄົນທີ່ມາຈະມີຂີດຄວາມສາມາດທີ່ດີ ແລະ ເຖິງແມ່ນວ່າການຈັດການເຕົ້າໂຮມໃຫ້ແກ່ພວກເຂົາອາດຈະເປັນປະໂຫຍດຢູ່ແດ່, ມັນກໍບໍ່ແມ່ນວ່າພວກເຂົາຈະຖືກເຮັດໃຫ້ສົມບູນໃນທັນທີທັນໃດ. ມັນດີກວ່າທີ່ຈະບໍ່ຈັດການເຕົ້າໂຮມ; ມັນຄົງຈະບໍ່ຊ້າເກີນໄປທີ່ຈະເຕົ້າໂຮມກັນຫຼັງຈາກທີ່ສະຖານະການສະຫງົບລົງ”. ຖ້າຄົນທຳມະດາປະເຊີນກັບເລື່ອງນີ້, ເຂົາກໍຈະເລື່ອນວຽກງານນີ້ອອກໄປ. ເຖິງຢ່າງໃດກໍຕາມ, ພາຍໃຕ້ສະຖານະການເຫຼົ່ານັ້ນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງຄົງສືບຕໍ່ເຮັດວຽກງານນັ້ນ. ຖ້າເຂົາບໍ່ໄປ, ເຂົາກໍຄົງຈະຮູ້ສຶກບໍ່ສະບາຍໃຈໃນໃຈຂອງເຂົາ. ເຂົາເວົ້າວ່າ “ອ້າຍເອື້ອຍນ້ອງໄດ້ເດີນທາງມາໄກເພື່ອມາຮອດບ່ອນນີ້ ແລະ ພວກເຂົາທຸກຄົນກໍຢາກຟັງການໂອ້ລົມບາງຢ່າງ. ມັນຈະບໍ່ເໝາະສົມຖ້າຂ້ອຍບໍ່ໄປ. ຂ້ອຍບໍ່ສາມາດປ່ອຍໃຫ້ພວກເຂົາມາເສຍຖ້ຽວໄດ້, ແມ່ນບໍ? ຖ້າຂ້ອຍໂອ້ລົມ, ພວກເຂົາກໍຈະສາມາດໄດ້ຮັບຫຼາຍຂຶ້ນອີກໜ້ອຍໜຶ່ງ. ເຖິງແມ່ນວ່າມັນເປັນອັນຕະລາຍ, ຂ້ອຍກໍຕ້ອງໄປ. ພຣະເຈົ້າປົກປ້ອງ!” ເຂົາໄດ້ນໍາເອົາຄວາມເຊື່ອຂອງເຂົາມາ ແລະ ນໍາເອົາຄວາມຈິງໃຈຂອງເຂົາມາ ແລະ ເຂົາຍັງກ້າປະເຊີນກັບຄວາມສ່ຽງອີກດ້ວຍ. ເຖິງແມ່ນວ່າເຂົາຮູ້ເຊັ່ນກັນວ່າຜົນຕາມມາຈະເປັນແນວໃດ ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນແທ້ໆ, ເຂົາກໍຍັງຍຶດໝັ້ນໃນການເຮັດວຽກງານແບບນີ້ ແລະ ເຂົາກໍບໍ່ໄດ້ປະຖິ້ມວຽກງານຂອງເຂົາ. ເຂົາຮູ້ສຶກວ່າຄົນເຫຼົ່ານີ້ມີຂີດຄວາມສາມາດທີ່ດີ ແລະ ສາມາດໄດ້ຮັບການບົ່ມເພາະ, ສະນັ້ນ ເຂົາຈຶ່ງບໍ່ໄດ້ໂຍນວຽກງານນີ້ໄປໃຫ້ຄົນອື່ນ ແຕ່ພັດເຮັດມັນດ້ວຍຕົນເອງ. ບໍ່ວ່າສະພາບແວດລ້ອມຈະເປັນອັນຕະລາຍສໍ່າໃດກໍຕາມ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍພຽງແຕ່ຍຶດໝັ້ນໃນການເຮັດວຽກງານແບບນີ້ຢ່າງຕໍ່ເນື່ອງ.
ແນ່ນອນວ່າ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນຄົນທຳມະດາເຊັ່ນກັນ. ຕະຫຼອດການເດີນທາງໃນການຮັບໃຊ້ພຣະເຈົ້າຂອງເຂົາ, ເຂົາໄດ້ປະສົບກັບສະພາບແວດລ້ອມຫຼາຍຢ່າງຢ່າງແນ່ນອນ ແລະ ດ້ວຍສິ່ງນີ້ເທົ່ານັ້ນ ບວກກັບຄວາມພະຍາຍາມຂອງເຂົາເອງ ພ້ອມທັງການນໍາພາຂອງພຣະເຈົ້າ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ, ຄວາມເຊື່ອຂອງເຂົາຈຶ່ງຄ່ອຍໆເຕີບໂຕໃຫຍ່ຂຶ້ນເລື້ອຍໆ. ໃນຕອນເລີ່ມຕົ້ນ, ຄວາມເຊື່ອຂອງເຂົາໃນພຣະເຈົ້າຂ້ອນຂ້າງເລື່ອນລອຍ ແຕ່ບໍ່ວ່າມັນເລື່ອນລອຍ ແລະ ແຝງໄປດ້ວຍຄວາມຄິດຫຼົງຜິດສ່ວນຕົວ ຫຼື ບໍ່ວ່າມັນຈະແຝງໄປດ້ວຍທຳມະຊາດທີ່ແທ້ຈິງບາງຢ່າງກໍຕາມ, ບໍ່ວ່າມັນຈະເປັນແນວໃດກໍຕາມ, ສິ່ງທີ່ເຂົາມອບໃຫ້ກໍຄືຄວາມຈິງໃຈຂອງເຂົາ ແລະ ສິ່ງທີ່ເຂົາຈ່າຍໄປກໍຄືລາຄາສ່ວນຕົວທີ່ແທ້ຈິງ. ຍິ່ງໄປກວ່ານັ້ນ, ດ້ວຍເປົ້າໝາຍໃນການເຮັດສຳເລັດຕາມພຣະບັນຊາຂອງພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຮັດໃຫ້ວຽກງານຂອງພຣະເຈົ້າສາມາດເຜີຍແຜ່ໄປໄດ້ຢ່າງລ່ຽນໄຫຼ, ເຂົາຈຶ່ງບາກບັ່ນໃນວຽກງານຂອງເຂົາຢູ່ສະເໝີໂດຍບໍ່ເຄີຍຍອມຈຳນົນ. ໃນແງ່ຂອງການອົດທົນຕໍ່ການຂົ່ມເຫັງຂອງພະຍານາກໃຫຍ່ສີແດງ ແລະ ການອົດທົນຕໍ່ການຂົ່ມເຫັງຂອງຊາຕານ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ເຄີຍປະຖິ້ມວຽກງານຂອງເຂົາເລີຍ. ຫຼັງຈາກທີ່ປະສົບກັບສະພາບແວດລ້ອມເຫຼົ່ານີ້, ຫຼົບໜີຈາກການຂົ່ມເຫັງຂອງພະຍານາກໃຫຍ່ສີແດງ ແລະ ມາຮອດປະເທດຕາເວັນຕົກ, ເຂົາກໍຍັງມັກເວົ້າຢູ່ເລື້ອຍໆວ່າເຂົາມີອາການເຈັບຫົວ. ເຈົ້າເຫັນບໍວ່າ ການປະສົບກັບການຂົ່ມເຫັງຂອງພະຍານາກໃຫຍ່ສີແດງ ແລະ ການອົດທົນຕໍ່ຄວາມກົດດັນ ແລະ ຄວາມສ່ຽງອັນໃຫຍ່ຫຼວງດັ່ງກ່າວ ກໍ່ໃຫ້ເກີດປະຕິກິລິຍາທາງຮ່າງກາຍທີ່ບໍ່ດີບາງຢ່າງ. ເຖິງແມ່ນວ່າຈະໄປຕ່າງປະເທດແລ້ວ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍັງສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ເງົາແຫ່ງການຂົ່ມເຫັງຂອງພະຍານາກໃຫຍ່ສີແດງ. ພະຍານາກໃຫຍ່ສີແດງຍັງຄົງບໍ່ຍອມປະຖິ້ມການຕາມລ່າຕົວຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ມັນໄດ້ສົ່ງບຸກຄະລາກອນພິເສດບາງຄົນໄປຊອກຫາບ່ອນທີ່ອ້າຍນ້ອງຄົນນີ້ອາໄສຢູ່ ແລະ ກໍ່ກວນເຂົາ. ບອກເຮົາເບິ່ງວ່າ ມານຮ້າຍນີ້ຫຶກເຫີມສໍ່າໃດ ແລະ ຊົ່ວຊ້າສໍ່າໃດ! ແຕ່ເຖິງແມ່ນວ່າຈະຢູ່ພາຍໃຕ້ສະຖານະການດັ່ງກ່າວ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍບໍ່ໄດ້ປະຖິ້ມພຣະບັນຊາທີ່ພຣະເຈົ້າປະທານໃຫ້ແກ່ເຂົາ ແລະ ຍັງຄົງສືບຕໍ່ເຮັດວຽກງານຂອງຄຣິສຕະຈັກ. ໂດຍຕັດສິນຈາກປະສົບການສ່ວນຕົວຂອງເຂົາໃນລະຫວ່າງການເດີນທາງຕາມເສັ້ນທາງແຫ່ງການຮັບໃຊ້ພຣະເຈົ້າມາຈົນເຖິງປັດຈຸບັນ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍໄດ້ປະສົບກັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດໄວ້ຢ່າງຕໍ່ເນື່ອງເຊັ່ນກັນ, ໂດຍພັດທະນາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າກໍແທ້ຈິງ ແລະ ເປັນຈິງຫຼາຍຂຶ້ນເລື້ອຍໆ. ໃນທີ່ສຸດແລ້ວ, ສິ່ງທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຮັບກໍເປັນຄືກັບທີ່ເຂົາໄດ້ເວົ້າດ້ວຍຕົນເອງວ່າ: “ມະນຸດນັ້ນຕໍ່າຕ້ອຍຕໍ່ໜ້າພຣະເຈົ້າ. ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ, ບໍ່ວ່າເຂົາຈະວາງແຜນແນວໃດກໍຕາມ ແລະ ບໍ່ວ່າສະພາວະສ່ວນຕົວຂອງເຂົາຈະເປັນແນວໃດກໍຕາມ, ເຂົາກໍຢູ່ໃນມືຂອງພຣະເຈົ້າ; ສິ່ງນີ້ລວມເຖິງຊະຕາກຳຂອງເຂົາ ເຊິ່ງກໍຢູ່ໃນມືຂອງພຣະເຈົ້າເຊັ່ນກັນ. ບໍ່ວ່າມະນຸດຈະຢູ່ ຫຼື ຕາຍ, ຊີວິດຂອງເຂົາຈະເປັນໄປແນວໃດ ແລະ ເຂົາຈະຕາຍພາຍໃຕ້ສະຖານະການໃດ ລ້ວນແລ້ວແຕ່ຢູ່ໃນມືຂອງພຣະເຈົ້າ. ສິ່ງດຽວທີ່ມະນຸດສາມາດເຮັດໄດ້ກໍຄືການເຮັດສຳເລັດຕາມພາລະກິດທີ່ພຣະເຈົ້າໄດ້ປະທານໃຫ້, ປະຕິບັດຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະຜູ້ສ້າງ”. ນີ້ຄືສິ່ງທີ່ເຂົາມັກເວົ້າຢູ່ເລື້ອຍໆ. ໃນທີ່ສຸດແລ້ວ, ເຂົາກໍສະຫຼຸບມັນລົງມາເປັນສິ່ງນີ້: “ຈົ່ງອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະຜູ້ສ້າງ ໂດຍບໍ່ຕ້ອງເລືອກດ້ວຍຕົວເຈົ້າເອງ. ຕະຫຼອດການເດີນທາງຂອງຂ້ອຍໃນເສັ້ນທາງແຫ່ງການຮັບໃຊ້ພຣະເຈົ້ານີ້, ສິ່ງທີ່ຂ້ອຍໄດ້ວາງແຜນໄວ້ ແລະ ສິ່ງທີ່ຂ້ອຍບໍ່ໄດ້ວາງແຜນໄວ້ລ້ວນແຕ່ກຳລັງສຳເລັດລົງຕາມຄວາມປາຖະໜາຂອງພຣະເຈົ້າ. ສິ່ງທີ່ຂ້ອຍໄດ້ປະສົບ, ບໍ່ວ່າພວກມັນຈະຖືກຄາດການໄວ້ລ່ວງໜ້າ ຫຼື ບໍ່ວ່າພວກມັນຈະບໍ່ໄດ້ຖືກຄາດການໄວ້ກໍຕາມ, ລ້ວນແຕ່ຢູ່ພາຍໃຕ້ການຈັດວາງຂອງພຣະເຈົ້າ ແລະ ລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະພົບກັບເລື່ອງທີ່ໃຫຍ່ໂຕສໍ່າໃດກໍຕາມ, ຜູ້ຄົນລ້ວນແຕ່ຢູ່ໃນມືຂອງພຣະເຈົ້າ ແລະ ພວກເຂົາພຽງແຕ່ຕ້ອງອ່ອນນ້ອມເທົ່ານັ້ນ”. ບາງທີເມື່ອເຂົາເວົ້າສິ່ງນີ້ເມື່ອຊາວປີກ່ອນ, ມັນກໍເປັນການເວົ້າທີ່ມີຄວາມຄິດຫຼົງຜິດສ່ວນຕົວ ຫຼື ເຈດຕະນາສ່ວນຕົວບາງຢ່າງ. ເຖິງຢ່າງໃດກໍຕາມ, ເຮົາສຳຜັດ ແລະ ຢືນຢັນຫຍັງໄດ້ຈາກຂໍ້ເທັດຈິງທີ່ວ່າເຂົາສາມາດກ່າວຄຳເວົ້າເຫຼົ່ານີ້ໄດ້ ຫຼັງຈາກທີ່ຮັບໃຊ້ພຣະເຈົ້າມາຈົນເຖິງປັດຈຸບັນນີ້? ນັ້ນກໍຄື ການອ່ອນນ້ອມຂອງເຂົານັ້ນແທ້ຈິງ ແລະ ຊັດເຈນກວ່າເມື່ອສິບປີກ່ອນ, ຊາວປີກ່ອນ ຫຼື ສາມສິບປີກ່ອນ; ມັນບໍ່ແມ່ນຄວາມຄິດຫຼົງຜິດ ແລະ ຈິນຕະນາການອີກຕໍ່ໄປ ແລະ ມັນບໍ່ແມ່ນຄຳຂວັນ ຫຼື ຫຼັກຄຳສອນ. ກົງກັນຂ້າມ, ມັນມາຈາກຫົວໃຈ; ມັນຄືຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດທີ່ເຂົາໄດ້ຮັບ ຫຼັງຈາກທີ່ປະສົບກັບຄວາມລອດພົ້ນ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າຕະຫຼອດເສັ້ນທາງ ແລະ ໃນທີ່ສຸດກໍໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ. ເຈົ້າເຫັນບໍວ່າ ຫຼັງຈາກທີ່ຄົນທຳມະດາຍອມຮັບພຣະບັນຊາຂອງພຣະເຈົ້າ, ເຂົາກໍປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ, ເຮັດຈົນສຸດຄວາມສາມາດຂອງເຂົາເພື່ອຮ່ວມມືກັບວຽກງານຂອງພຣະເຈົ້າ, ທົນທຸກ ແລະ ຈ່າຍລາຄາຢ່າງແທ້ຈິງ ແລະ ໄລ່ຕາມເສາະຫາຄວາມຈິງເພື່ອຍ່າງໃນເສັ້ນທາງທີ່ຖືກຕ້ອງ. ສິ່ງທີ່ເຂົາໄດ້ຮັບໃນທີ່ສຸດກໍຄືການອ່ອນນ້ອມຕໍ່ພຣະຜູ້ສ້າງຢ່າງບໍ່ມີເງື່ອນໄຂ. ການທີ່ສາມາດບັນລຸສິ່ງນີ້ໄດ້ກໍຄືການຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ. ເພື່ອໃຫ້ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ, ຫຼັກການໜຶ່ງທີ່ເຂົາໄດ້ຍຶດໝັ້ນໃນຂະບວນການຮັບໃຊ້ພຣະເຈົ້າກໍຄືສິ່ງນີ້: ເຂົາບໍ່ເຄີຍປະຖິ້ມວຽກງານຂອງເຂົາໃນເວລາໃດເລີຍ ແລະ ເຂົາຍຶດໝັ້ນໃນການປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ສຳເລັດຢູ່ຕະຫຼອດເວລາ, ເຮັດສຳເລັດຕາມພຣະບັນຊາທີ່ພຣະເຈົ້າຊົງປະທານໃຫ້ແກ່ເຂົາ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ດີ. ເມື່ອປະເຊີນກັບຄວາມຫຍຸ້ງຍາກໃດໜຶ່ງ ແລະ ເມື່ອປະເຊີນກັບຄວາມລົ້ມເຫຼວ ແລະ ຄວາມຜິດຫວັງໃດໜຶ່ງ, ເຂົາຄອຍເລືອກທີ່ຈະບໍ່ປະຖິ້ມວຽກງານຂອງເຂົາສະເໝີ ແລະ ຍັງຄົງຊື່ສັດຈົນເຖິງທີ່ສຸດ. ເຂົາຖືວ່າການເຮັດສຳເລັດຕາມພາລະກິດທີ່ພຣະເຈົ້າປະທານໃຫ້ແກ່ເຂົາ, ການເຮັດວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ເປັນເລື່ອງປົກກະຕິໃນຊີວິດຂອງເຂົາ ແລະ ເປັນເນື້ອໃນຫຼັກຂອງຊີວິດ ແລະ ການຢູ່ລອດຂອງເຂົາ. ເຂົາໃຊ້ຊີວິດທາງເນື້ອໜັງຂອງເຂົາ ແລະ ພະລັງງານຕະຫຼອດຊີວິດຂອງເຂົາເພື່ອເຮັດສຳເລັດຕາມພຣະບັນຊາທີ່ພຣະເຈົ້າຊົງປະທານໃຫ້ແກ່ເຂົາ. ນີ້ຄືສິ່ງທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ບັນລຸ. ໃນຂະບວນການຮັບໃຊ້ພຣະເຈົ້າ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ປະສົບກັບການຂົ່ມເຫັງຂອງພະຍານາກໃຫຍ່ສີແດງ ແລະ ປະສົບກັບການຂົ່ມເຫັງຂອງລະບອບການປົກຄອງຂອງຊາຕານຢູ່ສະເໝີ. ເຖິງຢ່າງໃດກໍຕາມ, ເຂົາກໍຍັງບາກບັ່ນເຮັດວຽກງານ ແລະ ຍັງຄົງບໍ່ປະຖິ້ມພາລະກິດຂອງເຂົາ; ເຂົານໍາເອົາພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ ແລະ ເຜີຍແຜ່ມັນໄປຍັງທຸກປະເທດ ແລະ ທຸກສະຖານທີ່ໃນໂລກ, ໂດຍປ່ອຍໃຫ້ວຽກງານຂອງເຮືອນຂອງພຣະເຈົ້າກ້າວໜ້າໄປຢ່າງລ່ຽນໄຫຼສະເໝີ ແລະ ນໍາເອົາພຣະທຳຂອງພຣະເຈົ້າ, ວຽກງານຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າ ແລະ ຖ່າຍທອດໃຫ້ແກ່ປະຊາກອນທີ່ພຣະເຈົ້າຊົງເລືອກທຸກໆຄົນ. ໃນແງ່ຂອງການປະສົບກັບການຂົ່ມເຫັງຂອງລະບອບການປົກຄອງຂອງຊາຕານ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ກໍປະຕິບັດໄດ້ສົມກັບພາລະກິດຂອງເຂົາ. ບໍ່ວ່າພະຍານາກໃຫຍ່ສີແດງຈະບ້າປ່ວງສໍ່າໃດກໍຕາມ ແລະ ບໍ່ວ່າສະພາບແວດລ້ອມຈະບໍ່ເອື້ອອຳນວຍສໍ່າໃດກໍຕາມ, ເຂົາກໍບໍ່ປະຖິ້ມວຽກງານຂອງເຂົາ. ເຂົາບໍ່ເຄີຍໂຍນຄວາມຮັບຜິດຊອບນີ້ໄປໃຫ້ຄົນອື່ນເຮັດແທນເຂົາ ແລ້ວເຮັດຕົວເປັນເຈົ້າຄົນນາຍຄົນ, ໂດຍເພີດເພີນກັບຊີວິດທີ່ສະດວກສະບາຍ. ກົງກັນຂ້າມ, ສຳລັບວຽກງານແຕ່ລະລາຍການ, ບໍ່ວ່າພວກເຈົ້າຈະເຮັດມັນແນວໃດກໍຕາມ, ເຂົາກໍຈະສອບຖາມກ່ຽວກັບມັນດ້ວຍຕົນເອງ, ຮັບຜິດຊອບມັນດ້ວຍຕົນເອງ, ຕິດຕາມມັນດ້ວຍຕົນເອງ ແລະ ຊີ້ນໍາມັນດ້ວຍຕົນເອງ. ເມື່ອເຂົາປະເຊີນກັບວຽກງານວິຊາຊີບທີ່ເຂົາບໍ່ເຂົ້າໃຈ ຫຼື ເປັນຄົນທີ່ບໍ່ມີຄວາມຊຳນານ, ເຂົາກໍຮຽນຮູ້ມັນດ້ວຍຕົນເອງ ແລະ ເຮັດມັນດ້ວຍຕົນເອງເຊັ່ນກັນ. ເຂົາບໍ່ໄດ້ຖອຍໜີ, ແຮງໄກທີ່ເຂົາຈະຫຼົບຫຼີກຄວາມຮັບຜິດຊອບ. ນີ້ຄືການສະແດງອອກໜຶ່ງຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ໃນການບໍ່ປະຖິ້ມວຽກງານຂອງເຂົາໃນຂະບວນການຮັບໃຊ້ພຣະເຈົ້າ.
ມີການສະແດງອອກອີກຢ່າງໜຶ່ງຂອງຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ເຊິ່ງເປັນຄົນບໍ່ປະຖິ້ມວຽກງານຂອງເຂົາໃນຂະນະທີ່ຮັບໃຊ້ພຣະເຈົ້າ. ນັ້ນກໍຄື ເມື່ອມີສະຖານະການພິເສດບາງຢ່າງເກີດຂຶ້ນໃນຄຣິສຕະຈັກ ເຊັ່ນ: ເມື່ອຜູ້ຕໍ່ຕ້ານພຣະຄຣິສປາກົດຕົວ, ເມື່ອມີຄວາມຄິດເຫັນທີ່ແຕກຕ່າງກັນ ແລະ ເມື່ອມີການພິພາກສາຕ່າງໆຕໍ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ເຂົາອ່ອນແອລົງບໍ? ເຂົາປະຖິ້ມວຽກງານຂອງເຂົາບໍ? (ບໍ່.) ເຂົາບໍ່ໄດ້ປະຖິ້ມວຽກງານຂອງເຂົາ. ການພິພາກສາ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຕໍ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ ເຊິ່ງມາຈາກພະຍານາກໃຫຍ່ສີແດງ, ລະບອບການປົກຄອງຂອງຊາຕານ, ໂລກສາສະໜາ, ໂລກທີ່ບໍ່ມີຄວາມເຊື່ອ ແລະ ຄົນຊົ່ວຮ້າຍທຸກປະເພດ ແລະ ຜູ້ຕໍ່ຕ້ານພຣະຄຣິສພາຍໃນຄຣິສຕະຈັກ, ບໍ່ມີອັນໃດໃນບັນດາສິ່ງເຫຼົ່ານີ້ທີ່ສົ່ງຜົນກະທົບຕໍ່ເຂົາໃນການເຮັດວຽກງານຂອງເຮືອນຂອງພຣະເຈົ້າໃຫ້ອອກມາດີ. ເມື່ອຄົນທຳມະດາປະເຊີນກັບສິ່ງເຫຼົ່ານີ້, ພວກເຂົາຈະຮູ້ສຶກທຸກໃຈເລັກໜ້ອຍໃນໃຈຂອງພວກເຂົາ ແລະ ມັນຈະສົ່ງຜົນກະທົບຕໍ່ພວກເຂົາໃນການເຮັດວຽກງານ. ຖ້າພວກເຂົາໄດ້ຍິນສິ່ງເຫຼົ່ານີ້ຫຼາຍ, ພວກເຂົາກໍຈະເຖິງກັບຄິດວ່າ “ການເຮັດວຽກງານຂອງເຮືອນຂອງພຣະເຈົ້າແມ່ນຍາກເກີນໄປ. ຂ້ອຍຕ້ອງທົນຮັບແຮງກົດດັນອັນໃຫຍ່ຫຼວງແບບນີ້ ແລະ ທົນຮັບການພິພາກສາ ແລະ ການກ່າວໂທດຢ່າງຫຼວງຫຼາຍ. ຂ້ອຍບໍ່ໄດ້ເຮັດສິ່ງເຫຼົ່ານັ້ນ ແລະ ຂ້ອຍບໍ່ແມ່ນຄົນປະເພດນັ້ນ! ຂ້ອຍຂໍໃຫ້ພຣະເຈົ້າປົກປ້ອງຂ້ອຍ ແລະ ແກ້ຕ່າງໃຫ້ຂ້ອຍ. ຖ້າພຣະເຈົ້າບໍ່ປົກປ້ອງ ແລະ ແກ້ຕ່າງໃຫ້ຂ້ອຍ, ຂ້ອຍກໍຈະບໍ່ສາມາດສືບຕໍ່ເຮັດວຽກງານນີ້ໄດ້”. ຫຼາຍຄົນຈະກະທຳໃນລັກສະນະນີ້. ແຕ່ເມື່ອປະເຊີນກັບສິ່ງເຫຼົ່ານີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ໄດ້ເຮັດແບບນີ້. ໃນທາງກົງກັນຂ້າມ, ເມື່ອເຂົາປະເຊີນກັບສິ່ງເຫຼົ່ານີ້, ເຂົາບໍ່ພຽງແຕ່ບໍ່ອ່ອນແອລົງເທົ່ານັ້ນ, ແຕ່ເຂົາຍັງຮູ້ສຶກຫຼາຍຍິ່ງຂຶ້ນວ່າ ໜ້າວຽກທີ່ພຣະເຈົ້າໄດ້ມອບໃຫ້ເຂົານັ້ນເປັນໜ້າວຽກທີ່ໜັກໜ່ວງ ແລະ ເຂົາຮູ້ສຶກວ່າພາລະເທິງບ່າຂອງເຂົານັ້ນລຳບາກ. ເມື່ອເຂົາປະເຊີນກັບການໝິ່ນປະໝາດ ແລະ ການໃສ່ຮ້າຍປ້າຍສີຢ່າງຫຼວງຫຼາຍຈາກກຳລັງທີ່ຊົ່ວຊ້າຂອງພະຍານາກໃຫຍ່ສີແດງ ພ້ອມທັງການພິພາກສາ ແລະ ການກ່າວຫາຢ່າງຜິດໆຂອງໂລກສາສະໜາ, ອ້າຍເອື້ອຍນ້ອງໄດ້ຮັບຜົນກະທົບ ແລະ ຖືກລົບກວນບໍ ເມື່ອພວກເຂົາໄດ້ຍິນສິ່ງເຫຼົ່ານີ້? ຄວາມຈິງແລ້ວ, ເມື່ອປະເຊີນກັບສິ່ງເຫຼົ່ານີ້, ເວົ້າຕາມພາສາມະນຸດ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດຄວນໄດ້ຮັບການປອບໂຍນ ແລະ ອ້າຍເອື້ອຍນ້ອງກໍຄວນປອບໂຍນເຂົາ ໂດຍກ່າວວ່າ “ເຈົ້າບໍ່ແມ່ນຄົນປະເພດນັ້ນ. ພຣະເຈົ້າຮູ້ ແລະ ພວກເຮົາກໍຮູ້ເຊັ່ນກັນ. ເຈົ້າບໍ່ໄດ້ເຮັດສິ່ງເຫຼົ່ານັ້ນ; ເຈົ້າເປັນຜູ້ນໍາທີ່ດີຂອງພວກເຮົາ”. ແຕ່ອ້າຍເອື້ອຍນ້ອງບໍ່ເຂົ້າໃຈເຂົາ. ກົງກັນຂ້າມ, ເຂົາຕ້ອງປອບໂຍນອ້າຍເອື້ອຍນ້ອງ ແລະ ເຂົາຕ້ອງບໍ່ປ່ອຍໃຫ້ເສຍເວລາໃນການເຮັດວຽກງານຂອງຄຣິສຕະຈັກ, ເພື່ອປ້ອງກັນບໍ່ໃຫ້ອ້າຍເອື້ອຍນ້ອງ ແລະ ຜູ້ນຳ ແລະ ຜູ້ເຮັດວຽກໄດ້ຮັບຜົນກະທົບຈາກການໝິ່ນປະໝາດ ແລະ ການພິພາກສາເຫຼົ່ານີ້ຈາກພະຍານາກໃຫຍ່ສີແດງ, ຈາກໂລກສາສະໜາ ແລະ ຈາກກຳລັງອື່ນໆອີກຫຼາຍຢ່າງ. ຍິ່ງເຂົາພົບວ່າຕົນເອງຢູ່ໃນສະຖານະການດັ່ງກ່າວຫຼາຍເທົ່າໃດ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍິ່ງຟ້າວສະໜອງ ແລະ ສະໜັບສະໜູນຜູ້ນຳ ແລະ ຜູ້ເຮັດວຽກຫຼາຍເທົ່ານັ້ນ ແລະ ເຂົາກໍຍິ່ງຟ້າວຈັດແຈງ ແລະ ວາງແຜນສຳລັບຊີວິດຄຣິສຕະຈັກຫຼາຍເທົ່ານັ້ນ. ໃນເວລາດຽວກັນ, ພາຍໃນຄຣິສຕະຈັກ ເຂົາຄຸ້ມຄອງຢ່າງເຂັ້ມງວດ ແລະ ເຮັດວຽກງານການບໍລິຫານຢ່າງເໝາະສົມ, ກວດກາເບິ່ງວ່າຄຣິສຕະຈັກໃດມີຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ ແລະ ກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ການໝິ່ນປະໝາດທີ່ມາຈາກລະບອບການປົກຄອງຂອງພະຍານາກໃຫຍ່ສີແດງ, ຊາຕານ ແລະ ຈາກໂລກສາສະໜາຢ່າງໜ້າດ້ານໆ, ລົບກວນຊີວິດຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ອ້າຍເອື້ອຍນ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິ. ເມື່ອຄົ້ນພົບຄົນເຫຼົ່ານັ້ນແລ້ວ, ເຂົາກໍໃຊ້ກົດການປົກຄອງເພື່ອຈັດການ ແລະ ແກ້ໄຂພວກເຂົາ, ປົກປ້ອງຊີວິດຄຣິສຕະຈັກໂດຍທັນການ ພ້ອມທັງປົກປ້ອງຄວາມຄືບໜ້າທີ່ເປັນປົກກະຕິ ແລະ ລ່ຽນໄຫຼຂອງວຽກງານຂອງເຮືອນຂອງພຣະເຈົ້າໂດຍທັນການ. ນີ້ຄືການເຮັດວຽກງານທວນກະແສ ແລະ ສິ່ງນີ້ກໍຍາກເຊັ່ນກັນ! ເຈົ້າເຫັນບໍວ່າ ເມື່ອພຣະເຈົ້າກ່າວຖ້ອຍຄຳ ແລະ ເວົ້າຢູ່ສະເໝີ ແລະ ເມື່ອພຣະວິນຍານບໍລິສຸດກຳລັງເຮັດວຽກຢ່າງມີລິດທານຸພາບ, ທຸກຢ່າງກໍດຳເນີນໄປຢ່າງລ່ຽນໄຫຼ. ເມື່ອຜູ້ຄົນເຫັນພຣະເຈົ້າເຮັດວຽກຢ່າງຊັດເຈນ ແລະ ເຫັນການອັດສະຈັນຢ່າງຊັດເຈນ, ພວກເຂົາທຸກຄົນກໍມີຄວາມກະຕືລືລົ້ນ ແລະ ເປັນຄືກັບລູກໄຟ; ເມື່ອກຳລັງຂອງຄຣິສຕະຈັກຍິ່ງໃຫຍ່, ວຽກງານກໍເຮັດໄດ້ງ່າຍເຊັ່ນກັນ, ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມແນວໃດກໍຕາມ, ຜູ້ຄົນກໍລ້ວນແຕ່ເວົ້າວ່າມັນອອກມາດີ ແລະ ລ້ວນແຕ່ເວົ້າວ່າມັນຖືກຕ້ອງ ແລະ ຄົນສ່ວນໃຫຍ່ກໍຈະສະແດງການສະໜັບສະໜູນ ແລະ ຈະບໍ່ສ້າງບັນຫາໃຫ້ກັບເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອຄຣິສຕະຈັກພົບກັບການກົດຂີ່ຢ່າງບ້າປ່ວງຂອງຊາຕານ ເຊິ່ງຊາວຄຣິສຖືກຂົ່ມເຫັງ, ຖືກຈັບກຸມ ແລະ ຖືກຈຳຄຸກ ແລະ ແມ່ນແຕ່ພຣະຄຣິສກໍຖືກກ່າວໂທດ, ຖືກປະຖິ້ມໂດຍໂລກ ແລະ ຖືກເຂົ້າໃຈຜິດໂດຍມະນຸດຊາດທັງປວງ ແລະ ຄຣິສຕະຈັກປະເຊີນກັບການລົ້ມສະຫຼາຍ, ຄົນສ່ວນໃຫຍ່ກໍຈະສູນເສຍຄວາມເຊື່ອໃນພຣະເຈົ້າ. ບາງຄົນເຖິງກັບຈະເຮັດຕາມຄົນອື່ນໃນການສົງໄສພຣະເຈົ້າ ແລະ ສົງໄສວຽກງານຂອງພຣະເຈົ້າ ໂດຍຄິດວ່າ “ການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການເຊື່ອໃນຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າແມ່ນຍາກຫຼາຍ. ຂ້ອຍຄວນລໍຖ້າຈົນກວ່າສະພາບແວດລ້ອມຈະສະຫງົບລົງກ່ອນ ແລ້ວຂ້ອຍຈຶ່ງສືບຕໍ່ເຊື່ອ”. ພວກເຂົາພຽງແຕ່ເຮັດຕົວເປັນຜູ້ຢືນເບິ່ງ, ຕ້ອງການປະຖິ້ມພຣະເຈົ້າ, ບໍ່ກ້າທີ່ຈະເຊື່ອອີກຕໍ່ໄປ. ພວກເຂົາຄິດວ່າ “ກຳລັງຂອງລະບອບການປົກຄອງຂອງຊາຕານນັ້ນຍິ່ງໃຫຍ່ເກີນໄປ ແລະ ກຳລັງຂອງໂລກສາສະໜາກໍຍິ່ງໃຫຍ່ເກີນໄປ. ດ້ວຍຈຳນວນຄົນທີ່ເລັກໜ້ອຍ ແລະ ກຳລັງທີ່ອ່ອນແອຂອງຄຣິສຕະຈັກຂອງພວກເຮົາ, ພວກເຮົາບໍ່ສາມາດຍຶດໝັ້ນໄດ້ເລີຍ”. ພວກເຂົາບໍ່ເຊື່ອວ່ານີ້ຄືວຽກງານຂອງພຣະເຈົ້າ, ພວກເຂົາບໍ່ເຊື່ອວ່າມີການນໍາພາຂອງພຣະເຈົ້າຢູ່ນໍາ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າສາມາດນໍາພາຄົນເຫຼົ່ານີ້ໄດ້ ຄືກັບທີ່ພຣະອົງໄດ້ນໍາພາໂມເຊ ແລະ ນໍາພາຊາວອິດສະຣາເອນອອກຈາກເອຢິບ ແລະ ຂ້າມທະເລແດງ; ພວກເຂົາບໍ່ເຊື່ອວ່າພຣະເຈົ້າມີຄວາມສາມາດນີ້. ເມື່ອປະເຊີນກັບການກົດຂີ່ ແລະ ການຂົ່ມເຫັງຄຣິສຕະຈັກໂດຍກຳລັງທີ່ຊົ່ວຊ້າ ແລະ ມີອຳນາດຂອງພະຍານາກໃຫຍ່ສີແດງ, ຄົນສ່ວນໃຫຍ່ເລືອກທີ່ຈະຫຼົບຫຼີກມັນຍ້ອນຄວາມຢ້ານກົວ. ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນເຖິງກັບບໍ່ກ້າສະແດງຈຸດຢືນ ຫຼື ສະແດງມຸມມອງຂອງພວກເຂົາ; ໂດຍສະເພາະເມື່ອພວກເຂົາເຫັນວ່າອ້າຍເອື້ອຍນ້ອງສ່ວນໃຫຍ່ບໍ່ມີຄວາມກະຕືລືລົ້ນ ແລະ ຄິດລົບ ແລະ ອ່ອນແອ, ພວກເຂົາກໍພຽງແຕ່ໄປຕາມທິດທາງໃດກໍຕາມທີ່ລົມພັດໄປ. ພວກເຂົາບໍ່ກ້າຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງອຸທິດຕົນຕໍ່ພຣະເຈົ້າໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາເຖິງກັບບໍ່ກ້າລິຮານໃຜກໍຕາມທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ກົງກັນຂ້າມ ພຽງແຕ່ກ່າວຄຳເວົ້າທີ່ເຮັດພໍແລ້ວມືແລ້ວຕີນສອງສາມຄຳກັບຄົນເຫຼົ່ານັ້ນ. ພວກເຂົາໃຊ້ທັດສະນະຄະຕິແຫ່ງການປະນີປະນອມຕໍ່ລະບອບການປົກຄອງທີ່ຊົ່ວຊ້າຂອງຊາຕານ ແລະ ກຳລັງທີ່ມີອຳນາດ, ໃນຂະນະດຽວກັນກໍກຽມທາງອອກສຳລັບຕົວພວກເຂົາເອງ. ເມື່ອປະເຊີນກັບຄວາມຫຍຸ້ງຍາກເຫຼົ່ານີ້, ເມື່ອປະເຊີນກັບການຂົ່ມເຫັງຄຣິສຕະຈັກໂດຍລະບອບການປົກຄອງຂອງຊາຕານ ແລະ ກຳລັງທີ່ມີອຳນາດ ແລະ ເມື່ອຄຣິສຕະຈັກຢູ່ໃນຕຳແໜ່ງທີ່ເສຍປຽບໃນໂລກນີ້, ຖືກກົດຂີ່ ແລະ ເຖິງກັບປະເຊີນກັບການຖືກສັ່ງຫ້າມ, ຄົນສ່ວນໃຫຍ່ເລືອກທີ່ຈະຫຼົບຫຼີກ ແລະ ປະນີປະນອມ; ພວກເຂົາບໍ່ລຸກຂຶ້ນ ແລະ ຕໍ່ສູ້ ແລະ ບໍ່ກ້າທີ່ຈະລຸກຂຶ້ນເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ຜູ້ນຳ ແລະ ຜູ້ເຮັດວຽກຫຼາຍຄົນໃຊ້ວິທີການລໍຖ້າເບິ່ງ, ໂດຍເບິ່ງວ່າລົມຈະພັດໄປທາງໃດ. ຖ້າລົມນີ້ພັດຜ່ານໄປ ແລະ ຄຣິສຕະຈັກປອດໄພຈາກອັນຕະລາຍຊົ່ວຄາວ, ພວກເຂົາກໍຈະກ້າວອອກມາເພື່ອເຮັດວຽກງານ. ຖ້າລົມນີ້ບໍ່ພັດຜ່ານໄປໃນໄລຍະສັ້ນ ແລະ ເຖິງກັບພັດແຮງຂຶ້ນເລື້ອຍໆ ແລະ ຕາມທີ່ຜູ້ຄົນສັງເກດເບິ່ງ ຄຣິສຕະຈັກປະເຊີນກັບອັນຕະລາຍຂອງການຖືກສັ່ງຫ້າມ, ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນກໍຈະເລີ່ມຄິດລົບ ແລະ ຈະປະຖິ້ມວຽກງານຂອງພວກເຂົາ ແລະ ບໍ່ກ້າທີ່ຈະເຮັດວຽກ. ພວກເຂົາຄິດວ່າ “ຖ້າຂ້ອຍສືບຕໍ່ເຮັດວຽກງານ, ຂ້ອຍອາດຖືກຈັບກຸມ ແລະ ຖືກທຸບຕີຈົນຕາຍ ແລະ ຂ້ອຍຈະຖືກກືນກິນ ແລະ ຖືກກຳຈັດໂດຍຍຸກທີ່ຊົ່ວຊ້ານີ້ ແລະ ໂດຍລະບອບການປົກຄອງທີ່ມີອຳນາດຂອງຊາຕານນີ້”. ນີ້ຄືສິ່ງທີ່ຜູ້ນຳ ແລະ ຜູ້ເຮັດວຽກຫຼາຍຄົນຄິດ. ພວກເຂົາເກັບຄວາມຢ້ານກົວນີ້ໄວ້ໃນໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດປະເຊີນກັບຄວາມຫຍຸ້ງຍາກ ແລະ ອັນຕະລາຍເຫຼົ່ານີ້, ເຂົາຮູ້ວ່າພວກມັນໝາຍເຖິງຫຍັງ ແລະ ເຂົາກໍຮູ້ເຊັ່ນກັນວ່າເຂົາຄວນເຮັດຫຍັງ. ຍິ່ງເວລາເປັນອັນຕະລາຍຫຼາຍເທົ່າໃດ, ເຂົາກໍຍິ່ງກິນໜ້ອຍລົງ ແລະ ນອນໜ້ອຍລົງເທົ່ານັ້ນ, ໂດຍເຮັດວຽກທັງກາງເວັນທັງກາງຄືນ, ໃຊ້ກຳລັງທັງໝົດຂອງເຂົາເພື່ອປົກປ້ອງການຄົງຢູ່ຂອງຄຣິສຕະຈັກ, ເພື່ອປົກປ້ອງຄວາມໝັ້ນຄົງຂອງຄຣິສຕະຈັກ, ເພື່ອປົກປ້ອງຄວາມສາມາດຂອງຜູ້ນຳ ແລະ ຜູ້ເຮັດວຽກໃນການເຮັດວຽກງານຕາມປົກກະຕິ ແລະ ເພື່ອປົກປ້ອງການດຳເນີນງານທີ່ເປັນປົກກະຕິຂອງວຽກງານຂອງເຮືອນຂອງພຣະເຈົ້າ, ເຮັດໃຫ້ວຽກງານບໍ່ຢຸດສະງັກ ແລະ ເພື່ອໃຫ້ທຸກດ້ານຂອງວຽກງານດຳເນີນໄປຢ່າງເປັນລະບຽບ. ໃນເວລາດຽວກັນ, ເຂົາກໍປົກປ້ອງສະພາບແວດລ້ອມທີ່ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ບຸກຄະລາກອນທີ່ສຳຄັນໃນຂົງເຂດຕ່າງໆປະຕິບັດໜ້າທີ່ຂອງພວກເຂົາ, ໂດຍເຮັດທຸກສິ່ງທີ່ເປັນໄປໄດ້ ເພື່ອຊອກຫາຄົນທີ່ເໝາະສົມທີ່ສາມາດຈັດການກັບວຽກງານພາຍນອກເຫຼົ່ານີ້ເພື່ອແກ້ໄຂບັນຫາເຫຼົ່ານີ້ ແລະ ເຂົາຟ້າວປະຕິບັດວຽກງານດ້ານນີ້ຂອງເຂົາ. ເຈົ້າເຫັນບໍວ່າ ເຂົາບໍ່ໄດ້ກຳລັງຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ອຸທິດຕົນບໍ? ເຂົາບໍ່ໄດ້ກຳລັງເຮັດຈົນສຸດຄວາມສາມາດຂອງເຂົາເພື່ອເຮັດໃຫ້ພຣະບັນຊາຂອງພຣະເຈົ້າສຳເລັດບໍ? (ແມ່ນແລ້ວ.)
ນັບຕັ້ງແຕ່ຂ່າວປະເສີດແຫ່ງລາຊະອານາຈັກຂອງພຣະເຈົ້າເລີ່ມເຜີຍແຜ່ໃນປີ 1995, ການປິດລ້ອມ ແລະ ການໃສ່ຮ້າຍປ້າຍສີຕໍ່ເຮືອນຂອງພຣະເຈົ້າໂດຍລະບອບການປົກຄອງຂອງຊາຕານ, ໂລກສາສະໜາ ແລະ ກຳລັງອື່ນໆອີກຫຼາຍຢ່າງ ພ້ອມທັງສື່ມວນຊົນບາງແຫ່ງໃນໂລກ ບໍ່ເຄີຍຢຸດລົງເລີຍ; ຈົນເຖິງປັດຈຸບັນນີ້, ດ້ວຍການທີ່ຂ່າວປະເສີດໄດ້ເຜີຍແຜ່ໄປທຸກປະເທດ ແລະ ທຸກສະຖານທີ່ໃນໂລກ, ການປິດລ້ອມຈາກພາກສ່ວນເຫຼົ່ານີ້ກໍຍັງບໍ່ຢຸດລົງ. ໜຶ່ງໃນເຫດການທີ່ຮ້າຍແຮງທີ່ສຸດໃນບັນດາສິ່ງເຫຼົ່ານີ້ກໍຄືຄະດີຊານຕົງຈາວຢວນທີ່ຖືກສ້າງຂຶ້ນໂດຍພັກກອມມູນິດ. ພວກເຈົ້າທຸກຄົນຮູ້ກ່ຽວກັບເລື່ອງນີ້ບໍ? (ແມ່ນແລ້ວ.) ໃນເວລານັ້ນ, ມີປະຊາກອນທີ່ພຣະເຈົ້າຊົງເລືອກຈຳນວນບໍ່ໜ້ອຍແລ້ວໃນປະເທດຈີນ. ມັນສາມາດເວົ້າໄດ້ວ່າຄຣິສຕະຈັກໄດ້ໄປຮອດຂະໜາດໃດໜຶ່ງແລ້ວໃນປະເທດຈີນ ແລະ ມັນກໍໄດ້ສ້າງອິດທິພົນຈຳນວນໜຶ່ງໃນໂລກສາສະໜາ ແລະ ໃນສັງຄົມ, ເຊິ່ງດຶງດູດຄວາມສົນໃຈຂອງພັກກອມມູນິດຈີນ. ການຂະຫຍາຍຕົວຂອງຂະໜາດ ແລະ ການຂະຫຍາຍຕົວຂອງອິດທິພົນຂອງຄຣິສຕະຈັກພວກເຮົາເຮັດໃຫ້ພັກກອມມູນິດຈີນຮູ້ສຶກວຸ້ນວາຍ ແລະ ບໍ່ສະບາຍໃຈ. ມັນຮູ້ສຶກວ່າລະບອບການປົກຄອງຂອງມັນກຳລັງຖືກຄຸກຄາມ ແລະ ຄວາມເຊື່ອຂອງພັກກອມມູນິດກຳລັງປະເຊີນກັບວິກິດການ, ສະນັ້ນ ມັນຈຶ່ງວາງແຜນຄະດີຈາວຢວນເພື່ອໃສ່ຮ້າຍ ແລະ ກ່າວຫາຄຣິສຕະຈັກຢ່າງຜິດໆ, ໂດຍໃຊ້ສິ່ງນີ້ເພື່ອກົດຂີ່ ແລະ ສັ່ງຫ້າມຄຣິສຕະຈັກ. ຫຼັງຈາກທີ່ຄະດີຈາວຢວນເກີດຂຶ້ນ, ບາງຄົນທີ່ມີຮາກຖານຕື້ນເຂີນ, ບາງຄົນທີ່ມີຄວາມເຊື່ອເລັກໜ້ອຍ ແລະ ບາງຄົນທີ່ຂີ້ຢ້ານ ພ້ອມທັງຜູ້ບໍ່ເຊື່ອບາງຄົນ, ລວມທັງບາງຄົນໃນບັນດາຜູ້ທີ່ກິນເຂົ້າຈີ່ຈົນອີ່ມ, ກໍເກີດຄວາມຢ້ານກົວ ແລະ ບໍ່ກ້າທີ່ຈະເຊື່ອອີກຕໍ່ໄປ. ມີສະຖານະການສອງສາມຢ່າງເມື່ອເວົ້າເຖິງການບໍ່ກ້າທີ່ຈະເຊື່ອ. ບາງຄົນໄດ້ເຊື່ອ ແລະ ຍອມຮັບຂ່າວລືທີ່ຖືກສ້າງຂຶ້ນໂດຍພັກກອມມູນິດຢ່າງສິ້ນເຊີງ. ພວກເຂົາເຊື່ອວ່າຄຣິສຕະຈັກພວກເຮົາເປັນກຸ່ມທີ່ມະນຸດສ້າງຂຶ້ນ ແລະ ມີຕົ້ນກຳເນີດມາຈາກມະນຸດ; ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າພວກເຂົາບໍ່ໄດ້ເຫັນດ້ວຍຕາຕົນເອງກ່ຽວກັບສິ່ງໃດກໍຕາມທີ່ພັກກອມມູນິດໄດ້ໃສ່ຮ້າຍປ້າຍສີຄຣິສຕະຈັກ, ພວກເຂົາກໍຍັງເຊື່ອສິ່ງເຫຼົ່ານັ້ນຢູ່ດີ. ນັ້ນກໍຄື ພວກເຂົາເຊື່ອຂ່າວລືທີ່ຖືກສ້າງຂຶ້ນໂດຍພັກກອມມູນິດຢ່າງສິ້ນເຊີງ ແລະ ຝ່າຍດຽວ. ຄົນປະເພດນີ້ຄືຜູ້ບໍ່ເຊື່ອ. ບາງຄົນຮູ້ສຶກວ່າສິ່ງທີ່ພັກກອມມູນິດເວົ້ານັ້ນບໍ່ຈຳເປັນຕ້ອງເປັນຄວາມຈິງສະເໝີໄປ, ແຕ່ສຳລັບເລື່ອງທີ່ວ່າໃຜກັນແທ້ທີ່ກຳລັງເວົ້າຄວາມຈິງ ແລະ ໃຜກຳລັງຕົວະນັ້ນ, ພວກເຂົາບໍ່ຮູ້. ຄົນປະເພດນີ້ບໍ່ເຊື່ອວ່າພຣະເຈົ້າໄດ້ເຮັດວຽກງານໃໝ່ ແລະ ພວກເຂົາກໍບໍ່ເຊື່ອພັກກອມມູນິດ, ແຕ່ພວກເຂົາກໍບໍ່ໄດ້ສະແຫວງຫາຄວາມຈິງເພື່ອໃຫ້ຮູ້ຈັກຫົນທາງທີ່ແທ້ຈິງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ການເຊື່ອໃນພຣະເຈົ້າໝາຍເຖິງການຮັບຄວາມສ່ຽງທີ່ຍິ່ງໃຫຍ່ແບບນັ້ນ ນັ້ນກໍຄື ພວກເຂົາສາມາດຖືກຈັບກຸມ ແລະ ຖືກຈຳຄຸກ ແລະ ຖືກທຸບຕີຈົນພິການ ຫຼື ຕາຍໄດ້ທຸກເວລາ, ສະນັ້ນ ພວກເຂົາຈຶ່ງພຽງແຕ່ຢຸດເຊື່ອ. ນີ້ຄືຄົນກຸ່ມໜຶ່ງ. ຄົນອີກກຸ່ມໜຶ່ງບໍ່ກ້າທີ່ຈະເຊື່ອພຽງແຕ່ຍ້ອນຄວາມຂີ້ຢ້ານ. ພວກເຂົາຮູ້ວ່າພັກກອມມູນິດຄອຍເວົ້າຕົວະຢູ່ສະເໝີ ແລະ ຄອຍສ້າງຄະດີທີ່ບໍ່ຍຸຕິທຳ, ເປັນເທັດ ແລະ ຜິດໆຢູ່ສະເໝີ; ຄະດີທີ່ບໍ່ຍຸຕິທຳທີ່ຖືກສ້າງຂຶ້ນໂດຍພັກກອມມູນິດນັ້ນມີຈຳນວນນັບບໍ່ຖ້ວນ ແລະ ມັນໄດ້ຂ້າຄົນຈຳນວນນັບບໍ່ຖ້ວນ ແລະ ຂ້າຄົນໂດຍບໍ່ກະພິບຕາ. ພວກເຂົາຮູ້ວ່າຄະດີຈາວຢວນຖືກສ້າງຂຶ້ນໂດຍພັກກອມມູນິດ ແລະ ພວກເຂົາກໍຮູ້ເຊັ່ນກັນວ່າພຣະທຳເຫຼົ່ານີ້ທີ່ພຣະເຈົ້າຊົງກ່າວນັ້ນເປັນຄວາມຈິງ. ແຕ່ພວກເຂົາພຽງແຕ່ຂີ້ຢ້ານ ແລະ ພວກເຂົາຖືກເຮັດໃຫ້ຢ້ານຈົນເສຍສະຕິໂດຍຂ່າວລືຂອງພັກກອມມູນິດ ພ້ອມທັງກະແສ ແລະ ແຮງກະຕຸ້ນແຫ່ງຄວາມຊົ່ວຊ້າທີ່ຖືກສ້າງຂຶ້ນໂດຍພັກກອມມູນິດ ແລະ ບໍ່ກ້າທີ່ຈະເຊື່ອ. ພວກເຂົາໄດ້ໄຕ່ຕອງວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຈົ້າທີ່ແທ້ຈິງ. ຖ້າຂ້ອຍຕິດຕາມຂັ້ນຕອນນີ້ຂອງວຽກງານຂອງພຣະເຈົ້າ ແລະ ບາກບັ່ນທີ່ຈະເຊື່ອຈົນເຖິງທີ່ສຸດ, ຂ້ອຍກໍຈະໄດ້ຮັບພອນ. ແຕ່ຕອນນີ້, ກຳລັງຂອງພັກກອມມູນິດນັ້ນຍິ່ງໃຫຍ່ເກີນໄປ. ຖ້າຂ້ອຍຖືກຈັບກຸມ, ຂ້ອຍກໍຈະຖືກທໍລະມານ ແລະ ອາດຈະຖືກທຸບຕີຈົນຕາຍ. ຂ້ອຍຄວນເຊື່ອຢ່າງລັບໆຢູ່ບ້ານດີກວ່າ. ຂ້ອຍຈະບໍ່ເຂົ້າຮ່ວມການເຕົ້າໂຮມ, ຂ້ອຍຈະບໍ່ປະຕິບັດໜ້າທີ່ຂອງຂ້ອຍ ແລະ ຂ້ອຍຈະບໍ່ເທດສອນຂ່າວປະເສີດ; ດ້ວຍວິທີນີ້, ກໍຈະບໍ່ມີໃຜຮູ້ວ່າຂ້ອຍເຊື່ອໃນພຣະເຈົ້າ. ມັນຈະບໍ່ຊ້າເກີນໄປທີ່ຈະອອກມາ ແລະ ເຊື່ອ ຫຼັງຈາກທີ່ພັກກອມມູນິດພິນາດໄປແລ້ວ”. ໃນເວລານັ້ນ, ຫຼາຍຄົນເລີ່ມຄິດລົບ ແລະ ອ່ອນແອ, ບໍ່ກ້າທີ່ຈະເຂົ້າຮ່ວມການເຕົ້າໂຮມ ຫຼື ປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ບາງຄົນອອກຈາກຄຣິສຕະຈັກ. ແມ່ນແຕ່ໃນບັນດາຜູ້ນຳ ແລະ ຜູ້ເຮັດວຽກ, ກໍມີຄົນທີ່ອ່ອນແອ, ມີຄົນທີ່ປະຖິ້ມວຽກງານຂອງພວກເຂົາ ແລະ ບໍ່ກ້າທີ່ຈະເຮັດວຽກງານ ແລະ ເຖິງກັບມີບາງຄົນທີ່ບໍ່ກ້າທີ່ຈະເຊື່ອອີກຕໍ່ໄປ. ພາຍໃຕ້ສະຖານະການເຫຼົ່ານັ້ນ, ໜ້າວຽກທີ່ໜັກໜ່ວງນີ້, ພາລະທີ່ລຳບາກນີ້ໃນການສະໜອງ ແລະ ການສະໜັບສະໜູນປະຊາກອນທີ່ພຣະເຈົ້າຊົງເລືອກ ແລະ ການເສີມສ້າງຄວາມເຊື່ອຂອງພວກເຂົາ, ບໍ່ໄດ້ຕົກຢູ່ກັບຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດອີກຄັ້ງບໍ? (ແມ່ນແລ້ວ.) ຖ້າເຈົ້າມີພາລະສຳລັບວຽກງານຂອງຄຣິສຕະຈັກ, ແລ້ວບໍ່ວ່າຈະມີຫຍັງເກີດຂຶ້ນ ແລະ ບໍ່ວ່າຄວາມຫຍຸ້ງຍາກ ແລະ ການຕໍ່ຕ້ານທີ່ເຈົ້າປະເຊີນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍຈະຮູ້ວ່າເຈົ້າຄວນເຮັດຫຍັງ ແລະ ເຈົ້າຄວນເຮັດມັນແນວໃດ. ຖ້າເຈົ້າບໍ່ມີພາລະສຳລັບວຽກງານຂອງຄຣິສຕະຈັກ ແລະ ເຈົ້າບໍ່ມີຄວາມຈິງໃຈ ຫຼື ຄວາມເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຈະບໍ່ກ້າເຮັດວຽກງານໃດໆ. ໂດຍສະເພາະຢ່າງຍິ່ງ ເມື່ອປະເຊີນກັບກຳລັງທີ່ຊົ່ວຊ້າຂອງພະຍານາກໃຫຍ່ສີແດງ ແລະ ເມື່ອປະເຊີນກັບອຳນາດທີ່ຍິ່ງໃຫຍ່ຂອງຊາຕານ, ເຖິງແມ່ນວ່າເຈົ້າຮູ້ວ່າເຈົ້າຄວນເຮັດຫຍັງ ແລະ ຮູ້ວ່າເຈົ້າຄວນເຮັດມັນແນວໃດ, ເຈົ້າກໍຈະບໍ່ກ້າເຮັດມັນ. ເຖິງຢ່າງໃດກໍຕາມ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ອົດທົນຕໍ່ການຂົ່ມຂູ່ຂອງກຳລັງທີ່ມີອຳນາດ ແລະ ຍັງຄົງສືບຕໍ່ເຮັດວຽກງານຂອງຄຣິສຕະຈັກ. ຍິ່ງຄຣິສຕະຈັກປະເຊີນກັບຄວາມຫຍຸ້ງຍາກ, ປະເຊີນກັບອັນຕະລາຍ ແລະ ປະເຊີນກັບສະຖານະການທີ່ສິ້ນຫວັງຫຼາຍເທົ່າໃດ, ເຂົາກໍຍິ່ງຮູ້ສຶກວ່າບໍ່ສາມາດປັດຄວາມຮັບຜິດຊອບຂອງເຂົາຫຼາຍເທົ່ານັ້ນ ແລະ ເຂົາກໍຍິ່ງຟ້າວຮຽກໂຮມຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງອ້າຍເອື້ອຍນ້ອງສຳລັບການເຕົ້າໂຮມ, ເພື່ອໂອ້ລົມກ່ຽວກັບການເຂົ້າສູ່ຊີວິດ, ເພື່ອໂອ້ລົມກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ເພື່ອໂອ້ລົມກ່ຽວກັບວິທີທີ່ຜູ້ຄົນຄວນປະເຊີນກັບສະພາບແວດລ້ອມເຫຼົ່ານີ້ ແລະ ວິທີທີ່ພວກເຂົາຄວນປະຕິບັດເມື່ອປະເຊີນກັບພວກມັນ. ຍິ່ງເຂົາພົບວ່າຕົນເອງຢູ່ໃນສະຖານະການດັ່ງກ່າວຫຼາຍເທົ່າໃດ, ເຂົາກໍຍິ່ງຟ້າວຈັດການເຕົ້າໂຮມ ແລະ ຟ້າວຮຽກໂຮມຜູ້ນຳ ແລະ ຜູ້ເຮັດວຽກເພື່ອສອນພວກເຂົາເຖິງວິທີການເຮັດວຽກງານ, ວຽກງານໃດທີ່ຕ້ອງຈັດແຈງ ແລະ ຈັດຕັ້ງປະຕິບັດ, ວິທີການຈັດແຈງ ແລະ ຈັດຕັ້ງປະຕິບັດວຽກງານ ແລະ ວິທີການສະໜັບສະໜູນອ້າຍເອື້ອຍນ້ອງໃຫ້ຜ່ານພົ້ນຄວາມຫຍຸ້ງຍາກໄປໄດ້. ວຽກງານທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເຮັດນັ້ນຄືວຽກງານຂອງເຮືອນຂອງພຣະເຈົ້າ ແລະ ສິ່ງທີ່ເຂົາຕໍ່ສູ້ ແລະ ໂຕ້ແຍ້ງນຳນັ້ນຄືອຳນາດທີ່ຍິ່ງໃຫຍ່ຂອງຊາຕານ ແລະ ກຳລັງທີ່ຊົ່ວຊ້າຂອງທົ່ວທັງໂລກ. ຈາກມຸມມອງຂອງມະນຸດ, ດ້ວຍຄວາມກ້າຫານພຽງເລັກນ້ອຍທີ່ຜູ້ຄົນມີ, ພວກເຂົາກໍຄົງຈະຖືກເຮັດໃຫ້ຢ້ານຈົນເສຍສະຕິ. ໃນລະຫວ່າງຊ່ວງເວລານັ້ນ, ສະຖານີໂທລະພາບຂອງພັກກອມມູນິດຈີນໄດ້ລາຍງານຂ່າວລົບຢ່າງຮອບດ້ານ ເຊິ່ງໂຈມຕີ, ເຮັດໃຫ້ເສື່ອມເສຍຊື່ສຽງ ແລະ ກ່າວໂທດຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງນີ້ເຮັດໃຫ້ເວັບໄຊ ແລະ ສະຖານີວິທະຍຸຫຼາຍແຫ່ງທົ່ວໂລກຕິດຕາມ ແລະ ລາຍງານຄວາມຜິດພ້ຽນ ແລະ ຄວາມເຊື່ອນອກຮີດຂອງລະບອບການປົກຄອງຂອງພັກກອມມູນິດຈີນ ເຊິ່ງໂຈມຕີ, ເຮັດໃຫ້ເສື່ອມເສຍຊື່ສຽງ ແລະ ກ່າວໂທດຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແມ່ນແຕ່ສະຖານີໂທລະພາບທີ່ມີຊື່ສຽງລະດັບໂລກບາງແຫ່ງກໍຍັງລາຍງານຂ່າວປອມ ແລະ ຂໍ້ມູນເທັດເພື່ອໃສ່ຮ້າຍປ້າຍສີ ແລະ ກ່າວໂທດຄຣິສຕະຈັກຂອງພຣະເຈົ້າ. ເມື່ອປະເຊີນກັບການລາຍງານທີ່ເຫຼືອລົ້ນໂດຍສື່ມວນຊົນ, ຜູ້ຄົນພຽງແຕ່ບໍ່ສາມາດຍຶດໝັ້ນໄດ້ໂດຍອາໄສພຽງຄວາມເຊື່ອທີ່ອ່ອນແອ ແລະ ກຳລັງທີ່ອ່ອນແອຂອງພວກເຂົາ; ພວກເຂົາທຸກຄົນຈະຖອຍກັບ, ຫຼົບລີ້ ແລະ ເກັບຕົວງຽບຈົນກວ່າມັນຈະຜ່ານພົ້ນໄປ, ໂດຍບໍ່ຮູ້ວ່າພວກເຂົາຄວນເຮັດຫຍັງ ແລະ ບໍ່ສາມາດຊອກຫາຫົນທາງກ້າວໄປຂ້າງໜ້າໄດ້. ຜູ້ຄົນຈະມີຄວາມສົງໄສໃນໃຈຂອງພວກເຂົາວ່າ: “ພຣະເຈົ້າຢູ່ໃສ? ໃນເມື່ອສິ່ງເຫຼົ່ານີ້ຄືພຣະທຳຂອງພຣະເຈົ້າ ແລະ ນີ້ຄືຫົນທາງທີ່ແທ້ຈິງ ແລະ ເປັນພຣະເຈົ້າທີ່ກຳລັງເຮັດວຽກງານດ້ວຍພຣະອົງເອງ ແລະ ເປັນພຣະເຈົ້າທີ່ໄດ້ປາກົດຕົວ, ພຣະອົງຈະປ່ອຍໃຫ້ຄຣິສຕະຈັກປະເຊີນກັບອັນຕະລາຍແບບນີ້ໄດ້ແນວໃດ? ພຣະອົງຈະນໍາພາຄຣິສຕະຈັກ ແລະ ວຽກງານຂອງເຮືອນຂອງພຣະເຈົ້າເຂົ້າສູ່ສະພາບແວດລ້ອມແບບນີ້ໄດ້ແນວໃດ? ພວກເຮົາຈະປະເຊີນກັບສະຖານະການທີ່ຫຍຸ້ງຍາກແບບນີ້ໄດ້ແນວໃດ?” ຄົນທຳມະດາຈະກາຍເປັນຄົນຂີ້ຢ້ານ ແລະ ຫວາດກົວ ແລະ ພວກເຂົາຈະຫຼົບລີ້ ແລະ ລໍຖ້າສາມຫາຫ້າເດືອນຈົນກວ່າພາຍຸຈະສະຫງົບລົງກ່ອນທີ່ຈະເຮັດວຽກງານອີກຄັ້ງ. ພວກເຂົາຈະປົກປ້ອງຕົນເອງໃຫ້ດີກ່ອນ ແລະ ຫຼັງຈາກທີ່ຄວາມປອດໄພຂອງພວກເຂົາເອງໄດ້ຮັບການຮັບປະກັນແລ້ວ, ພວກເຂົາຈຶ່ງຈະຫັນກັບມາກວດກາວຽກງານຂອງຄຣິສຕະຈັກ. ບໍ່ວ່າຈະເຫຼືອຄົນຈັກຄົນກໍຕາມ, ການຮັບປະກັນຄວາມປອດໄພຂອງພວກເຂົາເອງຈະເປັນສິ່ງສຳຄັນທີ່ສຸດ ແລະ ການຮັກສາຊີວິດຂອງພວກເຂົາເອງຈະມາເປັນອັນດັບທຳອິດ. ແຕ່ເມື່ອຄົນທີ່ຖືກຊ້ງານໂດຍພຣະວິນຍານບໍລິສຸດປະເຊີນກັບການໃສ່ຮ້າຍປ້າຍສີ ແລະ ຂ່າວລືຢ່າງເຫຼືອລົ້ນເຫຼົ່ານີ້, ເຂົາເລືອກຫຍັງ? ເຂົາເລືອກທີ່ຈະຕໍ່ສູ້ຈົນຕົວຕາຍກັບກຳລັງຂອງຊາຕານ ແລະ ລະບອບການປົກຄອງຂອງຊາຕານ, ເພື່ອຍຶດໝັ້ນໃນຄຳພະຍານຂອງເຂົາສຳລັບພຣະເຈົ້າ, ເພື່ອຍຶດໝັ້ນໃນຕຳແໜ່ງຂອງເຂົາ ແລະ ເພື່ອປົກປ້ອງວຽກງານຂອງພຣະເຈົ້າຢ່າງເໝາະສົມ ແລະ ປົກປ້ອງຄຳພະຍານຂອງພຣະເຈົ້າຢ່າງເໝາະສົມ; ນີ້ຄືຄວາມຮັບຜິດຊອບຂອງເຂົາ. ຖ້າວຽກງານຂອງຄຣິສຕະຈັກຢຸດສະງັກ, ຖ້າວຽກງານການເຜີຍແຜ່ຂ່າວປະເສີດຖືກລົບກວນ ແລະ ຖືກທຳລາຍໂດຍພະຍານາກໃຫຍ່ສີແດງ ແລະ ຖ້າຄຣິສຕະຈັກຖືກສັ່ງຫ້າມ, ເຂົາເຊື່ອວ່າສິ່ງນີ້ຈະໝາຍຄວາມວ່າເຂົາບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ສຳເລັດ ແລະ ເຂົາແບກຮັບຄວາມຮັບຜິດຊອບທີ່ບໍ່ສາມາດປັດຖິ້ມໄດ້. ເຂົາມັກຈະເວົ້າສະເໝີວ່າ “ຖ້າຂ້ອຍບໍ່ສາມາດເຮັດພຣະບັນຊາທີ່ພຣະເຈົ້າມອບໃຫ້ຂ້ອຍໃຫ້ສຳເລັດໄດ້, ຂ້ອຍກໍສົມຄວນຖືກສາບແຊ່ງ!” ບໍ່ມີໃຜບັງຄັບໃຫ້ເຂົາຮັບພາລະນັ້ນ ແລະ ບໍ່ມີໃຜບອກເຂົາວ່າເຂົາຕ້ອງເຮັດຫຍັງເມື່ອປະເຊີນກັບການປິດລ້ອມ ແລະ ການໃສ່ຮ້າຍປ້າຍສີຂອງກຳລັງຂອງຊາຕານ. ໂດຍອາໄສຄວາມເຊື່ອຂອງເຂົາໃນພຣະເຈົ້າ ແລະ ໂດຍອາໄສຄວາມຈິງໃຈຂອງເຂົາຕໍ່ພຣະເຈົ້າ ແລະ ການຄຳນຶງເຖິງພຣະເຈົ້າຂອງເຂົາ, ເຂົາຈຶ່ງຮັບເອົາຄວາມຮັບຜິດຊອບນີ້ເປັນໜ້າທີ່ທີ່ຕ້ອງປະຕິບັດ. ໃນມຸມມອງຂອງເຂົາ, ຄວາມຮັບຜິດຊອບນີ້ເປັນສິ່ງທີ່ເຂົາຕ້ອງແບກຮັບ ແລະ ເຂົາເປັນຄົນດຽວທີ່ເໝາະສົມທີ່ຈະເຮັດວຽກງານນີ້ໃຫ້ສຳເລັດ. ແນ່ນອນວ່າ ສິ່ງນີ້ບໍ່ແມ່ນການຜູກຂາດອຳນາດ ແລະ ບໍ່ແມ່ນການມີສ່ວນຮ່ວມໃນການຫຼິ້ນເກມອຳນາດ; ເຂົາກຳລັງບາກບັ່ນທີ່ຈະເຮັດວຽກງານສະເພາະນີ້ ແລະ ປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ສຳເລັດ. ເມື່ອພັກກອມມູນິດຈີນກຳລັງໂຈມຕີ, ເຮັດໃຫ້ເສື່ອມເສຍຊື່ສຽງ ແລະ ກ່າວໂທດຄຣິສຕະຈັກ ແລະ ຂົ່ມເຫັງປະຊາກອນທີ່ພຣະເຈົ້າຊົງເລືອກຢ່າງບ້າປ່ວງ, ມັນສາມາດເວົ້າໄດ້ວ່າອ້າຍເອື້ອຍນ້ອງທຸກຄົນກຳລັງປະເຊີນກັບການທົດສອບ, ການຫຼໍ່ຫຼອມ ແລະ ການລອງໃຈອັນໃຫຍ່ຫຼວງ. ໂດຍສະເພາະສຳລັບອ້າຍເອື້ອຍນ້ອງທີ່ຫາກໍເຊື່ອໄດ້ພຽງສາມຫາຫ້າປີ ແລະ ຍັງບໍ່ທັນໄດ້ວາງຮາກຖານໃນຫົນທາງທີ່ແທ້ຈິງ, ນີ້ຄືການທົດສອບອັນຍິ່ງໃຫຍ່. ຖ້າບໍ່ມີໃຜສະໜັບສະໜູນ, ສະໜອງໃຫ້ ແລະ ນໍາພາພວກເຂົາໂດຍທັນການ, ຄົນທີ່ມີຮາກຖານຕື້ນເຂີນ, ຄົນຂີ້ຢ້ານ ແລະ ຄົນທີ່ມີຂີດຄວາມສາມາດຕໍ່າກໍຈະຕາມບໍ່ທັນ ແລະ ສູນເສຍໂອກາດທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ເຖິງຢ່າງໃດກໍຕາມ, ເມື່ອຄຣິສຕະຈັກພົບກັບສະພາບແວດລ້ອມພິເສດປະເພດນີ້, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຟ້າວແນະນໍາ ແລະ ຝຶກຝົນຜູ້ນຳ ແລະ ຜູ້ເຮັດວຽກ ແລະ ຟ້າວປະຕິບັດວຽກງານຕ່າງໆຂອງຄຣິສຕະຈັກ. ເຂົາບໍ່ໄດ້ຂີ້ຄ້ານແມ່ນແຕ່ໜ້ອຍດຽວ ແລະ ເຂົາບໍ່ໄດ້ປັດຄວາມຮັບຜິດຊອບໃດໆແມ່ນແຕ່ໜ້ອຍດຽວ; ກົງກັນຂ້າມ, ເຂົາຟ້າວເຮັດວຽກງານຂອງເຂົາ ແລະ ທັງຈັງຫວະ ແລະ ປະສິດທິພາບໃນວຽກງານຂອງເຂົາກໍເພີ່ມຂຶ້ນເປັນສອງເທົ່າຈາກທີ່ເຄີຍເປັນມາກ່ອນ. ເຮົາຈື່ໄດ້ວ່າໃນຊ່ວງເວລານັ້ນ, ອ້າຍນ້ອງຈະເລີ່ມຈັດການເຕົ້າໂຮມ ແລະ ໂອ້ລົມທັນທີຫຼັງຈາກຕື່ນນອນ ແລະ ກິນອາຫານເຊົ້າ, ແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ ແລະ ໃນຊີວິດຄຣິສຕະຈັກ. ຫຼັງຈາກກິນອາຫານໃນຕອນສວາຍ ແລະ ພັກຜ່ອນໜຶ່ງ ຫຼື ສອງຊົ່ວໂມງ, ເຂົາກໍຈະເລີ່ມໂອ້ລົມກ່ຽວກັບວຽກງານອີກຄັ້ງ. ໃນລະຫວ່າງຊ່ວງເວລາທີ່ຫຍຸ້ງທີ່ສຸດ, ນອກເໜືອຈາກການໂອ້ລົມໃນຕອນເຊົ້າ ແລະ ຕອນສວາຍແລ້ວ, ເຂົາຍັງຈະໂອ້ລົມອີກໜຶ່ງ ຫຼື ສອງຊົ່ວໂມງໃນຕອນແລງ. ຫຼັງຈາກຫຼາຍປີທີ່ຫຍຸ້ງຍາກເຫຼົ່ານັ້ນຜ່ານພົ້ນໄປ, ທຸກດ້ານຂອງວຽກງານກໍເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ຫຼາຍປີເຫຼົ່ານັ້ນລ້ວນແຕ່ກ່ຽວກັບການຟ້າວເຮັດວຽກງານ. ເຮົາໄດ້ຟ້າວເທດສອນ ແລະ ອ້າຍນ້ອງກໍຟ້າວຮ່ວມມື, ໂດຍຈັດການເຕົ້າໂຮມ ແລະ ເທດສະໜາເຊັ່ນກັນ; ແລະ ເຂົາໃຊ້ເວລາທີ່ເຫຼືອເພື່ອແນະນໍາ ແລະ ຝຶກຝົນຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງຊີ້ນໍາພວກເຂົາໃນການເຮັດວຽກງານລາຍການຕ່າງໆ ແລະ ຈັດການເລື່ອງຕ່າງໆ. ຖ້າບາງຄົນມີຄວາມປະທັບໃຈກ່ຽວກັບເລື່ອງນີ້, ຢ່າງຫຼາຍທີ່ສຸດພວກເຂົາກໍຮູ້ພຽງແຕ່ວ່າ: “ໃນລະຫວ່າງຊ່ວງເວລານັ້ນ, ອ້າຍນ້ອງຄອຍໂອ້ລົມກັບພວກເຮົາສະເໝີ ແລະ ຊີ້ນໍາພວກເຮົາໃນການເຮັດວຽກງານຂອງຄຣິສຕະຈັກ”. ແຕ່ເຈົ້າອາດບໍ່ຮູ້ເຖິງພູມຫຼັງທີ່ສິ່ງນີ້ເກີດຂຶ້ນ ແລະ ເຈົ້າກໍບໍ່ຮູ້ວ່າເປັນຫຍັງອ້າຍນ້ອງຈຶ່ງເຮັດແບບນີ້, ເພາະວ່າເຈົ້າບໍ່ມີຄວາມຈິງໃຈນັ້ນ ຫຼື ພາລະນັ້ນ ຫຼື ມັນອາດຈະເປັນເພາະວ່າວຸດທິພາວະຂອງເຈົ້ານ້ອຍເກີນໄປທີ່ຈະເຫັນສິ່ງນີ້ໄດ້ຢ່າງຊັດເຈນ. ເມື່ອຄຣິສຕະຈັກປະເຊີນກັບການຂົ່ມຂູ່ ແລະ ແຮງກົດດັນອັນໃຫຍ່ຫຼວງ ແລະ ໃນຊ່ວງເວລາສຳຄັນທີ່ວຽກງານຂອງຄຣິສຕະຈັກກຳລັງປະເຊີນກັບການລົບກວນ ແລະ ປະເຊີນກັບການທຳລາຍ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດກໍຍິ່ງສະແດງການຄຳນຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນ. ພາຍໃຕ້ສະຖານະການເຫຼົ່ານີ້, ມັນຍິ່ງເປັນກໍລະນີທີ່ເຂົາອຸທິດກຳລັງທັງໝົດຂອງເຂົາໃນການເຮັດວຽກງານ, ພະຍາຍາມຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆ. ໃນດ້ານໜຶ່ງ, ເຂົາສະແຫວງຫາການນໍາພາຂອງພຣະເຈົ້າ ແລະ ສະແຫວງຫາການຊີ້ນໍາຂອງພຣະເຈົ້າ; ໃນອີກດ້ານໜຶ່ງ, ເຂົາຮ່ວມມືດ້ວຍຕົນເອງໃນລັກສະນະທີ່ເປັນບວກ ແລະ ກະຕືລືລົ້ນ. ເປັນເວລາຊາວສີ່ຊົ່ວໂມງຕໍ່ມື້ຕະຫຼອດຫຼາຍປີຕິດຕໍ່ກັນ, ນອກເໜືອຈາກເວລາສຳລັບການກິນ, ການນອນ ແລະ ການພັກຜ່ອນ, ໂດຍພື້ນຖານແລ້ວ ເຂົາເຮັດວຽກທັງກາງເວັນທັງກາງຄືນ, ໂດຍໃຊ້ເວລາ ແລະ ພະລັງງານຫຼາຍກວ່າຄົນທຳມະດາຫຼາຍເທົ່າເພື່ອເຮັດວຽກງານຂອງຄຣິສຕະຈັກ. ນີ້ຄືລາຄາທີ່ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຈ່າຍເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ ເມື່ອຄຣິສຕະຈັກປະເຊີນກັບຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່ທີ່ສຸດຂອງມັນ ແລະ ມາຮອດປັດຈຸບັນນີ້, ຈຸດສູງສຸດຂອງຊ່ວງເວລາທີ່ຍາກລຳບາກທີ່ສຸດນີ້ກໍໄດ້ຜ່ານພົ້ນໄປແລ້ວ. ເພາະວ່າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດເປັນຄົນທີ່ໄດ້ເຮັດວຽກງານດ້ວຍຕົນເອງ, ເປັນຄົນທີ່ໄດ້ປະສົບກັບເລື່ອງເຫຼົ່ານີ້ດ້ວຍຕົນເອງ ແລະ ເປັນຄົນທີ່ໄດ້ຈັດການກັບພວກມັນດ້ວຍຕົນເອງ, ເຂົາຈຶ່ງຈື່ຈໍາໄດ້ຢ່າງຊັດເຈນເປັນພິເສດວ່າປີໃດທີ່ຫຍຸ້ງທີ່ສຸດ ແລະ ວຽກງານໃດທີ່ໄດ້ເຮັດໃນເວລານັ້ນ. ແລະ ວຽກງານໃດທີ່ໄດ້ເຮັດ ເຊິ່ງນໍາໄປສູ່ການທີ່ວຽກງານລາຍການຕ່າງໆຂອງຄຣິສຕະຈັກດຳເນີນໄປຢ່າງເປັນລະບຽບ ແລະ ເລີ່ມໝັ້ນຄົງ ແລະ ນໍາໄປສູ່ຄວາມກ້າວໜ້າໃນວຽກງານ ພ້ອມທັງຄວາມຫຍຸ້ງຍາກໃດທີ່ເຂົາປະເຊີນໃນເວລານັ້ນ ແລະ ຄວາມຫຍຸ້ງຍາກໃດທີ່ບໍ່ແມ່ນເລື່ອງງ່າຍທີ່ຈະຈັດການ, ເຂົາເອງຮູ້ສິ່ງທັງໝົດນີ້, ແຕ່ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້ພວກມັນ. ໃນຂະນະທີ່ຄົນອື່ນກໍຮັບໃຊ້ພຣະເຈົ້າເຊັ່ນດຽວກັນ, ປະສົບກັບວຽກງານຂອງພຣະເຈົ້າ ແລະ ປະສົບກັບຄວາມລອດພົ້ນຂອງພຣະເຈົ້າເຊັ່ນດຽວກັນ ພ້ອມທັງເພີດເພີນກັບການນໍາພາ ແລະ ການສະໜອງຂອງພຣະເຈົ້າ ແລະ ເພີດເພີນກັບພຣະຄຸນຂອງພຣະເຈົ້າ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ໃຊ້ພະລັງງານ, ເລືອດຂອງຫົວໃຈ ແລະ ລາຄາຫຼາຍກວ່າຄົນທຳມະດາຫຼາຍເທົ່າ; ໃນທີ່ສຸດ, ເຂົາໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ເຮັດພຣະບັນຊາທີ່ພຣະເຈົ້າມອບໃຫ້ເຂົາໃຫ້ສຳເລັດ, ແບກຮັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໄດ້ນໍາພາພວກເຈົ້າມາຈົນເຖິງປັດຈຸບັນ. ເປັນເພາະວ່າເຂົາໄດ້ໃຊ້ພະລັງງານ, ເວລາ ແລະ ລາຄາຫຼາຍກວ່າຄົນທຳມະດາຫຼາຍເທົ່າຢ່າງຊັດເຈນ, ໃນທີ່ສຸດ ພວກເຈົ້າທຸກຄົນຈຶ່ງໄດ້ຮັບບາງສິ່ງບາງຢ່າງ, ແມ່ນບໍ? (ແມ່ນແລ້ວ, ພວກເຮົາໄດ້ຮັບບາງສິ່ງບາງຢ່າງ.) ເພື່ອເວົ້າໃຫ້ເປັນທຳ, ສິ່ງທີ່ພວກເຈົ້າໄດ້ຮັບນັ້ນມີຫຼາຍພໍສົມຄວນ. ໃນຖານະຫົວໜ້າຄົວເຮືອນ ແລະ ຜູ້ນໍາໜ້າຂອງພວກເຈົ້າ, ອ້າຍນ້ອງໄດ້ນໍາພາພວກເຈົ້າໃນການປະສົບກັບວຽກງານຂອງພຣະເຈົ້າ ແລະ ນໍາພາພວກເຈົ້າໃນການເຮັດວຽກງານລາຍການຕ່າງໆມາໂດຍຕະຫຼອດ, ໂດຍຜ່ານພົ້ນຄວາມຫຍຸ້ງຍາກຫຼາຍຢ່າງ; ເຂົາຍັງໄດ້ເຮັດໃຫ້ພວກເຈົ້າສາມາດປະສົບກັບທຸກໆເຫດການຂອງການຫຼໍ່ຫຼອມ, ການທົດສອບ ແລະ ການລອງໃຈຢ່າງລ່ຽນໄຫຼ ແລະ ແມ່ນແຕ່ການປິດລ້ອມ ແລະ ການປາບປາມຈາກທຸກພາກສ່ວນຂອງສັງຄົມ ພ້ອມທັງການກົດຂີ່ ແລະ ການຂົ່ມເຫັງຈາກກຳລັງທີ່ມີອຳນາດຂອງພັກກອມມູນິດຈີນ, ມາຈົນເຖິງທຸກມື້ນີ້.
ຫຼັງຈາກທີ່ໄດ້ຕິດຕາມພຣະເຈົ້າມາຈົນເຖິງປັດຈຸບັນ, ຄົນສ່ວນໃຫຍ່ທີ່ປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາໄດ້ຮັບການເຂົ້າສູ່ຊີວິດບາງຢ່າງ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍິ່ງໃຫຍ່ກວ່າແຕ່ກ່ອນ. ຈາກການສັງເກດຂອງເຮົາ, ບາງຄົນສາມາດເຊື່ອຟັງ ແລະ ອ່ອນນ້ອມໃນການປະຕິບັດໜ້າທີ່ຂອງພວກເຂົາ. ເຮົາຮູ້ສຶກດີໃຈຫຼາຍກ່ຽວກັບເລື່ອງນີ້. ເຖິງແມ່ນວ່າຂີດຄວາມສາມາດຂອງຄົນເຫຼົ່ານີ້ຈະຈຳກັດຫຼາຍ, ການປັບປຸງຄວາມສາມາດໃນການເຮັດວຽກຂອງພວກເຂົາກໍຈຳກັດຫຼາຍ ແລະ ສິ່ງທີ່ພວກເຂົາໄດ້ຮັບໃນການເຂົ້າສູ່ຊີວິດກໍຈຳກັດຫຼາຍເຊັ່ນກັນ, ໂດຍສະເພາະຢ່າງຍິ່ງ ພາລະທີ່ຜູ້ນຳ ແລະ ຜູ້ເຮັດວຽກສາມາດແບກຮັບໄດ້ ແລະ ວຽກງານທີ່ພວກເຂົາສາມາດເຮັດໄດ້ກໍຈຳກັດຫຼາຍເຊັ່ນກັນ, ການສະແດງອອກທີ່ໜ້າຍົກຍ້ອງຢ່າງໜຶ່ງໃນບັນດາຄົນສ່ວນໃຫຍ່ກໍຄື ພວກເຂົາເຊື່ອຟັງ ແລະ ອ່ອນນ້ອມຫຼາຍກວ່າແຕ່ກ່ອນ. ໃນສາຍຕາຂອງເຮົາ, ການເຊື່ອຟັງ ແລະ ການອ່ອນນ້ອມນີ້ໝາຍຄວາມວ່າພວກເຂົາກາຍເປັນຄົນທີ່ມີເຫດຜົນເລັກໜ້ອຍ ແລະ ມີລັກສະນະບາງຢ່າງທີ່ຄ້າຍຄືຜູ້ໃຫຍ່. ເຖິງແມ່ນວ່າພວກເຈົ້າຍັງຢູ່ຫ່າງໄກຫຼາຍໃນແງ່ຂອງການໄລ່ຕາມເສາະຫາຄວາມຈິງ ແລະ ພວກເຈົ້າຍັງຢູ່ຫ່າງໄກຫຼາຍໃນແງ່ຂອງການເຂົ້າສູ່ຊີວິດ, ໂດຍຕັດສິນຈາກທັດສະນະຄະຕິທີ່ເຊື່ອຟັງ ແລະ ອ່ອນນ້ອມຂອງພວກເຈົ້າ, ຖ້າພວກເຈົ້າໄລ່ຕາມເສາະຫາຄວາມຈິງ, ມັນກໍມີຄວາມຫວັງຢ່າງແນ່ນອນທີ່ພວກເຈົ້າຈະຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດ. ມັນບໍ່ແມ່ນວ່າມີຄວາມຫວັງພຽງເລັກນ້ອຍເທົ່ານັ້ນ; ແຕ່ມີຄວາມຫວັງຢ່າງແນ່ນອນ. ສະນັ້ນ, ເພື່ອຮັບເອົາຄວາມລອດພົ້ນ, ພວກເຈົ້າຕ້ອງໃຊ້ຄວາມພະຍາຍາມ. ບໍ່ວ່າເຈົ້າຈະຮັບໃຊ້ພຣະເຈົ້າໃນຖານະຜູ້ນຳ ຫຼື ປະຕິບັດໜ້າທີ່ຕ່າງໆ, ພວກເຈົ້າທຸກຄົນຕ້ອງຮຽນຮູ້ຈາກຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ. ເຂົາສາມາດເປັນແບບຢ່າງທີ່ສຳພັນກັບຊີວິດຈິງທີ່ສຸດໃຫ້ພວກເຈົ້າຮຽນແບບ, ເປັນຄົນທີ່ພວກເຈົ້າສາມາດເຫັນ ແລະ ສຳຜັດໄດ້ງ່າຍທີ່ສຸດ, ແມ່ນບໍ? (ແມ່ນແລ້ວ.) ໃນອະດີດ, ເມື່ອພວກເຈົ້າກຳລັງເຮັດວຽກງານຂອງຄຣິສຕະຈັກ ແລະ ເລີ່ມຕິດຕໍ່ພົວພັນກັບອ້າຍນ້ອງເປັນຄັ້ງທຳອິດ, ເຮົາຮູ້ສຶກກັງວົນເລັກໜ້ອຍເມື່ອເຂົາລິຮານພວກເຈົ້າ; ເຮົາຮູ້ສຶກວິຕົກກັງວົນແທນພວກເຈົ້າ, ຢ້ານວ່າພວກເຈົ້າຈະບໍ່ສາມາດທົນຮັບມັນໄດ້ ແລະ ຈະເລີ່ມຄິດລົບ ແລະ ອ່ອນແອ, ເພາະວ່າພວກເຈົ້າພຽງແຕ່ເຂົ້າໃຈຄຳເວົ້າ ແລະ ຫຼັກຄຳສອນເລັກນ້ອຍ, ບໍ່ມີວຸດທິພາວະໃຫ້ເວົ້າເຖິງ ແລະ ບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ; ພວກເຈົ້າພຽງແຕ່ເຊື່ອໃນໃຈຂອງພວກເຈົ້າວ່າມີພຣະເຈົ້າ, ມີຄວາມກະຕືລືລົ້ນບາງຢ່າງ ແລະ ມີແຮງຜັກດັນທີ່ບໍ່ມີເລ່ລ່ຽມບາງຢ່າງ ແລະ ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຈົ້າ. ເຮົາເວົ້າວ່າ “ດ້ວຍວຸດທິພາວະຂອງພວກເຂົາທີ່ນ້ອຍຫຼາຍ, ເມື່ອເຈົ້າລິຮານພວກເຂົາແບບນັ້ນ, ພວກເຂົາຈະເລີ່ມຄິດລົບ ແລະ ອ່ອນແອລົງບໍ?” ອ້າຍນ້ອງເວົ້າວ່າ “ໄດ້ມີການໂອ້ລົມຄວາມຈິງໃຫ້ພວກເຂົາຟັງພຽງພໍແລ້ວ ແລະ ພວກເຂົາທຸກຄົນກໍເຂົ້າໃຈມັນໃນແງ່ຂອງຫຼັກຄຳສອນ, ແຕ່ພວກເຂົາພຽງແຕ່ບໍ່ສາມາດຍຶດໝັ້ນຕາມຫຼັກການໄດ້. ມັນເປັນທີ່ຍອມຮັບບໍ່ໄດ້ຖ້າບໍ່ລິຮານພວກເຂົາ”. ເຮົາເວົ້າວ່າ “ໃນກໍລະນີດັ່ງກ່າວ, ຄວນດຳເນີນການລິຮານ”. ແຕ່ຫຼັງຈາກທີ່ອ້າຍນ້ອງໄດ້ລິຮານພວກເຈົ້າເປັນເວລາຫຼາຍປີ, ເຮົາໄດ້ຂໍ້ສະຫຼຸບຢ່າງໜຶ່ງ: ບາງຄັ້ງມັນກໍບໍ່ຈຳເປັນທີ່ເຮົາຈະຕ້ອງກັງວົນກ່ຽວກັບພວກເຈົ້າ; ພວກເຈົ້າໄດ້ຮັບຜົນປະໂຫຍດຈາກການປະສົບກັບການລິຮານຢ່າງແທ້ຈິງ ແລະ ພວກເຈົ້າສາມາດເຊື່ອຟັງ ແລະ ອ່ອນນ້ອມໃນການປະຕິບັດໜ້າທີ່ຂອງພວກເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ບໍ່ວ່າອ້າຍນ້ອງຈະລິຮານພວກເຈົ້າ ຫຼື ໃຫ້ການນໍາພາ, ການສະໜອງ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ເປັນບວກແກ່ພວກເຈົ້າ, ເຊິ່ງທັງໝົດນີ້ເປັນຍ້ອນເຂົາຮັບໃຊ້ພຣະເຈົ້າ ແລະ ເຮັດວຽກງານ ແລະ ເປັນຍ້ອນເຂົາຈຳເປັນຕ້ອງເຮັດພຣະບັນຊາທີ່ພຣະເຈົ້າມອບໃຫ້ເຂົາໃຫ້ສຳເລັດ, ໃນທີ່ສຸດ ມັນກໍເປັນປະໂຫຍດຢ່າງຍິ່ງຕໍ່ພວກເຈົ້າ, ແມ່ນບໍ? (ແມ່ນແລ້ວ.) ເປັນເພາະວ່າເຂົາປະຕິບັດຄວາມຮັບຜິດຊອບຂອງເຂົາຢ່າງຕໍ່ເນື່ອງ ແລະ ປະຕິບັດພັນທະຂອງເຂົາທີ່ມີຕໍ່ພວກເຈົ້າໃຫ້ສຳເລັດ, ປະຕິບັດຕໍ່ພຣະບັນຊາຂອງພຣະເຈົ້າຢ່າງຈິງໃຈ ແລະ ປະຕິບັດຕໍ່ພວກເຈົ້າຢ່າງຈິງໃຈຊັດເຈນ, ໃນທີ່ສຸດ ເຂົາຈຶ່ງບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ, ເຮັດພຣະບັນຊາທີ່ພຣະເຈົ້າມອບໃຫ້ເຂົາໃຫ້ສຳເລັດ ແລະ ປະຕິບັດຄວາມຮັບຜິດຊອບທີ່ພຣະເຈົ້າມອບໃຫ້ເຂົາໃຫ້ສຳເລັດ, ໃນຂະນະດຽວກັນກໍເຮັດໃຫ້ພວກເຈົ້າສາມາດຜ່ານພົ້ນມາຈົນເຖິງທຸກມື້ນີ້ ແລະ ໄດ້ຮັບສິ່ງທີ່ພວກເຈົ້າມີໃນທຸກມື້ນີ້, ແມ່ນບໍ? (ແມ່ນແລ້ວ.) ເຈົ້າເຫັນບໍວ່າ ເມື່ອຄຣິສຕະຈັກປະເຊີນກັບສະພາບແວດລ້ອມທີ່ສຳຄັນແບບນັ້ນ ແລະ ປະເຊີນກັບການຖືກໂຈມຕີ, ຖືກໃສ່ຮ້າຍປ້າຍສີ ແລະ ເຖິງກັບຖືກຂົ່ມເຫັງ ແລະ ຖືກສັ່ງຫ້າມໂດຍໂລກສາສະໜາ ແລະ ກຳລັງທີ່ມີອຳນາດຂອງພັກກອມມູນິດຈີນ, ຖ້າຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ໄດ້ຍາດແຍ່ງເວລາເພື່ອເຮັດວຽກງານໂດຍທັນການ, ແຕ່ກົງກັນຂ້າມພັດປະຖິ້ມພວກເຈົ້າ ແລະ ປ່ອຍໃຫ້ພວກເຈົ້າຈັດການກັນເອງ, ໂດຍບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຄວາມຈິງໃຈຕໍ່ພວກເຈົ້າ, ພຽງແຕ່ຮ້ອງຄຳຂວັນ, ເຮັດພໍເປັນພິທີ ແລ້ວກໍປ່ອຍມັນໄວ້ແບບນັ້ນ, ຈາກນັ້ນກໍເພີດເພີນກັບຊີວິດ ແລະ ບໍ່ປະຕິບັດພັນທະຂອງເຂົາໃຫ້ສຳເລັດ, ໃນກໍລະນີດັ່ງກ່າວ, ພວກເຈົ້າຈະສາມາດມາເຖິງຈຸດທີ່ພວກເຈົ້າເປັນຢູ່ໃນຕອນນີ້ໃນການປະຕິບັດໜ້າທີ່ຂອງພວກເຈົ້າໄດ້ບໍ? (ບໍ່.) ພວກເຈົ້າຈະບໍ່ສາມາດມາເຖິງຈຸດນີ້ໄດ້ຢ່າງແນ່ນອນ. ບໍ່ຕ້ອງເວົ້າເຖິງສິ່ງອື່ນໃດ, ພຽງແຕ່ຂໍ້ເທັດຈິງທີ່ວ່າອ້າຍນ້ອງຄອຍກະຕຸ້ນພວກເຈົ້າໃຫ້ຟ້າວເຮັດວຽກງານໃດໜຶ່ງ ແລະ ເຮັດວຽກງານໃດໜຶ່ງໃຫ້ສຳເລັດໂດຍໄວສະເໝີ, ຄວາມຮູ້ສຶກເຖິງຄວາມຮີບດ່ວນຂອງເຂົານີ້ຈະສົ່ງຜົນກະທົບຕໍ່ພວກເຈົ້າ ແລະ ກະຕຸ້ນພວກເຈົ້າ, ແມ່ນບໍ? (ແມ່ນແລ້ວ.) ເມື່ອຄວາມຮູ້ສຶກເຖິງຄວາມຮີບດ່ວນນີ້ຖືກສົ່ງຕໍ່ໃຫ້ພວກເຈົ້າ, ພວກເຈົ້າກໍບໍ່ກ້າຂີ້ຄ້ານ. ຍິ່ງໄປກວ່ານັ້ນ, ມະນຸດກໍມີຄວາມເປັນທາດຢູ່ບາງສ່ວນ. ເຈົ້າຄອຍຢ້ານຢູ່ສະເໝີກັບການທີ່ອ້າຍນ້ອງກວດກາວຽກງານຂອງເຈົ້າ, ຢ້ານວ່າອ້າຍນ້ອງຈະພົບບັນຫາ, ໃຈຮ້າຍ ແລະ ລິຮານ ແລະ ດ່າທໍພວກເຈົ້າ. ເພື່ອລາຍງານຜົນ, ເພື່ອເຮັດໜ້າວຽກຂອງເຈົ້າໃຫ້ສຳເລັດ, ເພື່ອເຮັດໃຫ້ອ້າຍນ້ອງມີຄວາມສຸກ ແລະ ເພື່ອສ້າງຄວາມປະທັບໃຈທີ່ດີໃຫ້ກັບອ້າຍນ້ອງ, ເຈົ້າຈຶ່ງຕັ້ງໜ້າຕັ້ງຕາເຮັດວຽກໜັກ. ຕົວຢ່າງ: ໃນອະດີດ ເຈົ້າຜະລິດເພງສັນລະເສີນໜຶ່ງເພງທຸກໆສອງອາທິດ, ແຕ່ຕອນນີ້ ເຈົ້າສາມາດຜະລິດເພງສັນລະເສີນໜຶ່ງເພງຕໍ່ອາທິດ. ເຈົ້າຄອຍຄິດກ່ຽວກັບການເຮັດໃຫ້ເກີນເປົ້າໝາຍທີ່ໄດ້ຮັບມອບໝາຍສະເໝີ, ຄອຍຢ້ານຢູ່ສະເໝີວ່າອ້າຍນ້ອງຈະກະຕຸ້ນເຈົ້າ. ເຖິງແມ່ນວ່າອ້າຍນ້ອງຈະເຂັ້ມງວດກັບພວກເຈົ້າເລັກໜ້ອຍໃນການເຮັດສິ່ງນີ້, ການທີ່ເຂົາໃຊ້ວິທີນີ້ເພື່ອເຮັດວຽກງານໄດ້ນໍາພາພວກເຈົ້າໃຫ້ດີຂຶ້ນ ຫຼື ຮ້າຍລົງ? ມັນໄດ້ນໍາພາພວກເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ ຫຼື ນໍາພາພວກເຈົ້າຫຼົງທາງ? (ມັນໄດ້ນໍາພາພວກຂ້ານ້ອຍໄປສູ່ເສັ້ນທາງທີ່ຖືກຕ້ອງ. ຕອນນີ້ ພວກຂ້ານ້ອຍຍັງມີຄວາມຮູ້ສຶກເຖິງຄວາມຮີບດ່ວນໃນການເຮັດວຽກງານຂອງພວກຂ້ານ້ອຍອີກດ້ວຍ.) ວິທີການ, ຮູບແບບ ແລະ ແນວຄິດຂອງອ້າຍນ້ອງໃນການເຮັດວຽກງານ, ພວກເຈົ້າໄດ້ຮຽນຮູ້ພວກມັນທັງໝົດແລ້ວ. ຕໍ່ມາ, ເຮົາໄດ້ຍິນວ່າອ້າຍເອື້ອຍນ້ອງບາງຄົນໃນທີມງານຂ່າວປະເສີດກໍເລີ່ມປະຕິບັດວິທີນີ້ເຊັ່ນກັນ. ບາງຄົນຊັກຊ້າເລັກໜ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໄດ້ເທດສອນຂ່າວປະເສີດເປັນເວລາໜຶ່ງເດືອນແລ້ວ ແຕ່ກໍຍັງບໍ່ໄດ້ຮັບຜົນຫຍັງເລີຍ, ສະນັ້ນ ຜູ້ກຳກັບດູແລຈຶ່ງເອີ້ນຊື່ພວກເຂົາໃນລະຫວ່າງການເຕົ້າໂຮມ, ໂດຍກ່າວວ່າຜົນງານຂອງຄົນນັ້ນຄົນນີ້ໃນການປະຕິບັດໜ້າທີ່ຂອງພວກເຂົາ “ໄດ້ຄະແນນສູນ”. ຄົນເຫຼົ່ານີ້ຮູ້ສຶກອັບອາຍ ແລະ ບໍ່ສາມາດທົນຕໍ່ຄວາມໜ້າອັບອາຍໄດ້ ແລະ ຫຼັງຈາກນັ້ນ ພວກເຂົາກໍມີຄວາມຮູ້ສຶກເຖິງຄວາມຮີບດ່ວນເລັກໜ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ. ເຮົາຄິດວ່າການປະຕິບັດວິທີນີ້ແມ່ນຂ້ອນຂ້າງດີ. ເຖິງແມ່ນວ່າວິທີນີ້ຈະບໍ່ຄຳນຶງເຖິງຄວາມຮູ້ສຶກເລັກໜ້ອຍ ແລະ ຂາດຄວາມເປັນມະນຸດ, ແຕ່ກໍມີຂໍ້ຄວາມທີ່ດີຖືກຖ່າຍທອດຢູ່ບ່ອນນີ້: ພາຍໃຕ້ການລົງວິໄນ, ການລິຮານ, ການກຳກັບດູແລ ແລະ ການຊຸກຍູ້ທີ່ເຂັ້ມງວດແບບນັ້ນຈາກອ້າຍນ້ອງ, ຄົນສ່ວນໃຫຍ່ໄດ້ເລີ່ມມີຄວາມຮູ້ສຶກເຖິງຄວາມຮີບດ່ວນໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຄອຍຢ້ານຢູ່ສະເໝີວ່າມີຄົນມາກວດກາພວກເຂົາ, ຢ້ານວ່າວຽກງານຂອງພວກເຂົາຈະຖືກກວດກາ, ຄອຍຢ້ານຢູ່ສະເໝີວ່າຄວາມຄືບໜ້າຂອງພວກເຂົາຈະຖືກຕິດຕາມ ແລະ ຂໍ້ມູນຈະຖືກກວດສອບ, ຄອຍຢ້ານຢູ່ສະເໝີວ່າຈະຖືກຖາມກ່ຽວກັບລາຍລະອຽດສະເພາະຂອງວຽກງານຂອງພວກເຂົາ, ຢ້ານວ່າຈະເຮັດໃຫ້ຄວາມຄືບໜ້າຂອງວຽກງານຊັກຊ້າ ແລະ ຢ້ານວ່າຈະຖືກຄັດອອກຈາກຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ ຍ້ອນບໍ່ມີຜົນງານໃນການປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ, ພວກເຂົາຈຶ່ງຟ້າວເຮັດວຽກງານຂອງພວກເຂົາ. ຄົນສ່ວນໃຫຍ່ໄດ້ພັດທະນາຄວາມຮູ້ສຶກເຖິງຄວາມຮີບດ່ວນໃນການປະຕິບັດໜ້າທີ່ຂອງພວກເຂົາ. ເຖິງແມ່ນວ່າຄວາມຮູ້ສຶກເຖິງຄວາມຮີບດ່ວນນີ້ໃນປັດຈຸບັນຈະບໍ່ສາມາດຖືວ່າເປັນຄວາມຈິງໃຈໄດ້ ແລະ ມັນບໍ່ໄປຮອດລະດັບຂອງຄວາມອຸທິດຕົນ, ຢ່າງໜ້ອຍພວກເຂົາກໍບັນລຸຜົນໃນການເຮັດວຽກງານ. ສະນັ້ນ, ຈົ່ງໃຊ້ຄວາມພະຍາຍາມໃຫ້ຫຼາຍຂຶ້ນອີກໜ້ອຍໜຶ່ງ, ຮຽນຮູ້ຈາກອ້າຍນ້ອງ ແລະ ມີຄວາມຈິງໃຈເລັກໜ້ອຍໃນການປະຕິບັດໜ້າທີ່ຂອງເຈົ້າ. ຢ່າເຮັດພຽງແຕ່ພໍເປັນພິທີ, ຢ່າຮ້ອງຄຳຂວັນ ແລະ ຢ່າເຮັດສິ່ງຕ່າງໆພຽງເພື່ອເຮັດໜ້າວຽກໃຫ້ສຳເລັດ, ແຕ່ກົງກັນຂ້າມ ຈົ່ງລາຍງານຜົນຕໍ່ພຣະເຈົ້າ ແລະ ໃຫ້ຄູ່ຄວນກັບສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງເຈົ້າເອງ. ຖ້າພວກເຈົ້າສາມາດມີຄວາມຈິງໃຈເລັກໜ້ອຍ ແລະ ມີຄວາມອຸທິດຕົນເລັກໜ້ອຍ ແລະ ພະຍາຍາມກ້າວໄປສູ່ຫຼັກການຄວາມຈິງ, ເຈົ້າກໍສາມາດໄດ້ມາດຕະຖານໃນການປະຕິບັດໜ້າທີ່ຂອງເຈົ້າ. ຕອນນີ້, ພວກເຈົ້າສ່ວນໃຫຍ່ທີ່ປະຕິບັດໜ້າທີ່ຂອງພວກເຈົ້າມີທັດສະນະຄະຕິທີ່ຖືກຕ້ອງ, ມີແຮງຂັບເຄື່ອນ, ໄດ້ຕາມທັນຈັງຫວະວຽກງານຂອງເຮືອນຂອງພຣະເຈົ້າ ແລະ ບໍ່ກ້າທີ່ຈະຂີ້ຄ້ານ. ເຖິງແມ່ນວ່າພວກເຈົ້າຈະຢ້ານການຖືກລິຮານຍ້ອນບໍ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ຢ່າງໜ້ອຍກໍມີຄວາມຢ້ານກົວໃນໃຈຂອງພວກເຈົ້າ. ກ່ອນໜ້ານີ້, ເຈົ້າບໍ່ມີແມ່ນແຕ່ຄວາມຢ້ານກົວ; ຄວາມຕໍ່າຊ້າຂອງເຈົ້າຮຸນແຮງເກີນໄປ ແລະ ເຈົ້າກໍເອົາແຕ່ໃຈເກີນໄປ, ໂດຍເຮັດຕາມຄວາມປາຖະໜາຂອງເຈົ້າເອງໃນທຸກສິ່ງທີ່ເຈົ້າເຮັດ. ເຈົ້າຄິດກັບຕົວເອງວ່າ “ເຈົ້າອາດກັງວົນ, ແຕ່ຂ້ອຍບໍ່ກັງວົນ. ຂ້ອຍບໍ່ຢາກເຮັດສິ່ງຕ່າງໆໄວຂະໜາດນັ້ນ. ການທີ່ເຈົ້າຄຳນຶງເຖິງເຈດຕະນາຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ. ຂ້ອຍຍັງບໍ່ຮູ້ວ່າການຄຳນຶງເຖິງເຈດຕະນາຂອງພຣະເຈົ້າໝາຍຄວາມວ່າແນວໃດ; ຂ້ອຍຈະຄຳນຶງເຖິງພວກມັນຫຼັງຈາກທີ່ຂ້ອຍຮູ້ວ່າມັນໝາຍຄວາມວ່າແນວໃດ ແລະ ຕ້ອງເຮັດແນວໃດ”. ຕອນນີ້ມັນແຕກຕ່າງໄປແລ້ວ. ເຈົ້າຄິດກັບຕົວເອງວ່າ “ເຈົ້າຕຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເຈົ້າຂໍໃຫ້ຂ້ອຍຟ້າວວຽກງານຂອງຂ້ອຍ ແລະ ເຮັດໜ້າວຽກໃຫ້ສຳເລັດພາຍໃນເວລາໃດໜຶ່ງ, ສະນັ້ນ ຂ້ອຍຕ້ອງເຮັດໃຫ້ສຳເລັດທັນເວລາ. ຖ້າຂ້ອຍບໍ່ສາມາດເຮັດໃຫ້ສຳເລັດໄດ້, ເຈົ້າກໍຈະລິຮານຂ້ອຍ, ດ່າທໍຂ້ອຍ ຫຼື ເຖິງກັບປົດ ແລະ ກຳຈັດຂ້ອຍ. ຖ້າຂ້ອຍບໍ່ສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້, ແລ້ວຄວາມຫວັງຂອງຂ້ອຍທີ່ຈະຖືກຊ່ວຍໃຫ້ລອດພົ້ນຈະບໍ່ໝົດໄປບໍ? ເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ; ຂ້ອຍຕ້ອງເຮັດໃຫ້ເຈົ້າເວົ້າວ່າຂ້ອຍປະຕິບັດໜ້າທີ່ຂອງຂ້ອຍໄດ້ດີ”. ສະພາວະຂອງເຈົ້າເລີ່ມກະຕືລືລົ້ນ ແລະ ຄິດບວກເລັກໜ້ອຍ, ແຕ່ເຈົ້າຍັງຂາດຢູ່ເລັກໜ້ອຍເມື່ອເວົ້າເຖິງການປະຕິບັດ, ແມ່ນບໍ? (ແມ່ນແລ້ວ.) ເຈົ້າຕ້ອງພະຍາຍາມກ້າວໄປສູ່ຫຼັກການຄວາມຈິງ. ບໍ່ວ່າເຈົ້າຈະປະເຊີນກັບການລິຮານ ຫຼື ປະເຊີນກັບຄວາມຫຍຸ້ງຍາກໃດໆກໍຕາມ, ເຈົ້າຕ້ອງຮຽນຮູ້ຈາກອ້າຍນ້ອງ. ເຈົ້າຄວນສັງເກດວ່າອ້າຍນ້ອງປະຕິບັດແນວໃດ ແລະ ເຂົາເຮັດຫຍັງເມື່ອປະເຊີນກັບຄວາມຫຍຸ້ງຍາກ ແລະ ເຂົາປະຕິບັດຕໍ່ພາລະກິດຂອງເຂົາ ແລະ ປະຕິບັດຕໍ່ພຣະບັນຊາທີ່ພຣະເຈົ້າມອບໃຫ້ເຂົາແນວໃດ. ເຈົ້າຕ້ອງສະແຫວງຫາຫຼັກການຂອງການປະຕິບັດຈາກສິ່ງນີ້. ຢ່າຄອຍໄຕ່ຕອງສະເໝີວ່າ “ຂ້ອຍຕ້ອງເຮັດສິ່ງຕ່າງໆເພື່ອໃຫ້ອ້າຍນ້ອງເຫັນ. ເພື່ອປ້ອງກັນບໍ່ໃຫ້ອ້າຍນ້ອງດ່າທໍຂ້ອຍ, ເພື່ອເຮັດໃຫ້ເຂົາພໍໃຈກັບຂ້ອຍ ແລະ ມີຄວາມປະທັບໃຈທີ່ດີຕໍ່ຂ້ອຍເມື່ອເຂົາກວດກາວຽກງານ ແລະ ເພື່ອຮັບປະກັນວ່າເຂົາຈະສືບຕໍ່ນໍາໃຊ້ຂ້ອຍ ຂ້ອຍຕ້ອງເຮັດໃຫ້ດີ”. ຖ້າເຈົ້າເຮັດສິ່ງຕ່າງໆພຽງເພື່ອລາຍງານຜົນຕໍ່ອ້າຍນ້ອງ, ນີ້ບໍ່ແມ່ນຫຼັກການທີ່ເຈົ້າຄວນຍຶດໝັ້ນ; ເຈົ້າຕ້ອງໄລ່ຕາມເສາະຫາການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ການເຮັດໃຫ້ພຣະເຈົ້າພໍໃຈ. ການປະຕິບັດໜ້າທີ່ຂອງເຈົ້າກ່ອນອື່ນໝົດຕ້ອງຜ່ານການກວດກາຈາກອ້າຍນ້ອງ; ນັ້ນຄືຂັ້ນຕອນທຳອິດ. ສິ່ງທີ່ສຳຄັນທີ່ສຸດກໍຄື ເຈົ້າຕ້ອງໄດ້ຮັບການຮັບຮອງຈາກພຣະເຈົ້າ. ການບັນລຸສິ່ງນີ້ໝາຍຄວາມວ່າເຈົ້າມີຄວາມເປັນຈິງຄວາມຈິງ. ນີ້ຄືຫຼັກການທີ່ຜູ້ຄົນຄວນຍຶດໝັ້ນ. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າພຽງເພື່ອເຮັດໃຫ້ອ້າຍນ້ອງພໍໃຈ, ແລ້ວຈຸດເລີ່ມຕົ້ນຂອງເຈົ້າກໍຜິດ; ນີ້ບໍ່ແມ່ນການເຊື່ອໃນພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະອົງ. ເຈົ້າຕ້ອງມີບ່ອນສຳລັບພຣະເຈົ້າໃນໃຈຂອງເຈົ້າ ແລະ ເຈົ້າຄອຍໄຕ່ຕອງສະເໝີວ່າ “ຖ້າອ້າຍນ້ອງພໍໃຈ, ພຣະເຈົ້າຈະພໍໃຈບໍ? ຖ້າອ້າຍນ້ອງພໍໃຈ ແລະ ບໍ່ລິຮານຂ້ອຍ, ແຕ່ພຣະເຈົ້າຍັງບໍ່ພໍໃຈ, ນັ້ນກໍພິສູດວ່າຂ້ອຍຍັງບໍ່ທັນບັນລຸເຖິງຈຸດທີ່ປະຕິບັດໜ້າທີ່ຂອງຂ້ອຍຕາມຫຼັກການຄວາມຈິງຢ່າງຄົບຖ້ວນ. ຂ້ອຍຍັງຕ້ອງສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຫຼັກການ. ຫຼັງຈາກທີ່ຂ້ອຍສາມາດເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວຂ້ອຍຈຶ່ງຈະໝັ້ນໃຈໄດ້. ຖ້າພຣະເຈົ້າພໍໃຈ ແລະ ພຣະເຈົ້າຍອມຮັບຂ້ອຍ, ອ້າຍນ້ອງກໍຈະດີໃຈທີ່ໄດ້ເຫັນເຊັ່ນກັນ”. ເຈົ້າຄວນຈົດຈໍ່ ແລະ ໄລ່ຕາມເສາະຫາຫຼັກການຄວາມຈິງ. ຈາກຄຳເວົ້າ ແລະ ການກະທຳຂອງອ້າຍນ້ອງ, ວິທີການເວົ້າຂອງເຂົາ ແລະ ວິທີການ ແລະ ແນວທາງໃນການເຮັດວຽກງານຂອງເຂົາ, ເຈົ້າຄວນສັງເກດວ່າເຂົາປະຕິບັດໜ້າທີ່ຂອງເຂົາໃຫ້ດີເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບັນລຸການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າແນວໃດ ແລະ ຈາກນັ້ນ ເຈົ້າກໍຄວນເຮັດຄືກັບທີ່ເຂົາເຮັດ ແລະ ຮຽນແບບເຂົາ. ການຮຽນແບບເຂົາບໍ່ໄດ້ໝາຍເຖິງການຮຽນແບບວິທີທີ່ເຂົາເວົ້າ ແລະ ກະທຳ, ແຕ່ກົງກັນຂ້າມ ເປັນການຮຽນແບບ ແລະ ຮຽນຮູ້ຫຼັກການທີ່ເຂົາໃຊ້ໃນການເຮັດສິ່ງຕ່າງໆ. ເຈົ້າຄວນເບິ່ງວ່າເຂົາຍຶດໝັ້ນຫຼັກການໃດໃນການເຮັດວຽກງານແຕ່ລະລາຍການ, ເຂົາບັນລຸການເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ, ເຂົາເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດແນວໃດ, ເຂົາມີຊຸດຄວາມຄິດແບບໃດໃນການເຮັດວຽກງານ, ເຂົາຍຶດໝັ້ນຫຼັກການຄວາມຈິງໃດ ແລະ ເຂົາມີຄວາມເປັນຈິງຄວາມຈິງໃນດ້ານໃດ. ເຈົ້າຄວນຄົ້ນຫາໃນທິດທາງນີ້ ແລະ ຫຼັງຈາກທີ່ພົບຫຼັກການແລ້ວ, ເຈົ້າກໍຄວນເຮັດຕາມຫຼັກການເຫຼົ່ານັ້ນ ແລະ ປະຕິບັດພວກມັນ. ການປະຕິບັດວິທີນີ້ຈະເຮັດໃຫ້ເຈົ້າກ້າວໜ້າໄດ້ໄວ.
ເມື່ອຄຣິສຕະຈັກປະເຊີນກັບເຫດການທີ່ສຳຄັນເປັນພິເສດ, ຖ້າມັນເປັນສິ່ງທີ່ເຈົ້າເຄີຍປະສົບມາກ່ອນ, ຖ້າມັນເປັນປະເພດຂອງສິ່ງທີ່ເຈົ້າເຄີຍເຮັດ ແລະ ຈັດການມາກ່ອນ ແລະ ເຈົ້າມີປະສົບການ, ເຈົ້າກໍຈະຮູ້ວ່າຕ້ອງດຳເນີນການແນວໃດ. ເຖິງຢ່າງໃດກໍຕາມ, ຫຼາຍເລື່ອງກໍເປັນສິ່ງທີ່ເຈົ້າປະເຊີນເປັນຄັ້ງທຳອິດ. ວິທີການຈັດການກັບເລື່ອງປະເພດນີ້ໃນລັກສະນະທີ່ກົງກັນກັບເຈດຕະນາຂອງພຣະເຈົ້າ ແລະ ວິທີການກະທຳເພື່ອບໍ່ໃຫ້ຫຼົງທາງ ຫຼື ກໍ່ໃຫ້ເກີດຜົນສະທ້ອນທີ່ຮ້າຍແຮງ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນງ່າຍໆ ແລະ ຜູ້ຄົນກໍບໍ່ແນ່ໃຈຫຍັງທັງສິ້ນກ່ຽວກັບພວກມັນໃນໃຈຂອງພວກເຂົາ. ຄວນເຮັດແນວໃດຖ້າຜູ້ຄົນບໍ່ສາມາດເບິ່ງເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ? ແລ້ວພວກເຂົາກໍຕ້ອງຈັບໃຈຄວາມຫຼັກການ. ບໍ່ວ່າພວກເຂົາຈະປະເຊີນກັບຫຍັງກໍຕາມ ແລະ ບໍ່ວ່າມັນຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ, ຖ້າພວກເຂົາບໍ່ສາມາດເບິ່ງເຫັນມັນໄດ້ຢ່າງຊັດເຈນ, ພວກເຂົາກໍຄວນສະແຫວງຫາຄວາມຈິງ ແລະ ພວກເຂົາຄວນອະທິຖານຕໍ່ພຣະເຈົ້າ ແລະ ຂໍການນໍາພາຂອງພຣະເຈົ້າ. ນີ້ຄືຫຼັກການທີ່ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຮັບໃຊ້ພຣະເຈົ້າຕ້ອງມີ ແລະ ທຸກຄົນຄວນປະຕິບັດ ແລະ ປະສົບໃນລັກສະນະນີ້. ສະນັ້ນ, ເມື່ອຄຣິສຕະຈັກປະເຊີນກັບຄວາມລຳບາກຍາກແຄ້ນ ແລະ ການທົດສອບອັນໃຫຍ່ຫຼວງ, ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດບໍ່ໄດ້ເລືອກທີ່ຈະຫຼົບຫຼີກພວກມັນ ແລະ ເຂົາກໍບໍ່ໄດ້ແຍກຕົວອອກຈາກອ້າຍເອື້ອຍນ້ອງ ແລະ ວຽກງານຂອງຄຣິສຕະຈັກ. ກົງກັນຂ້າມ, ເຂົາບາກບັ່ນໃນການເຮັດວຽກງານ, ໂດຍໃຊ້ຄວາມພະຍາຍາມຢ່າງສຸດຄວາມສາມາດຂອງເຂົາເພື່ອເຮັດວຽກງານໃຫ້ດີ. ໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍນັ້ນ, ເຂົາບໍ່ໄດ້ປ່ອຍໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ, ແຕ່ກົງກັນຂ້າມ ໄດ້ເຮັດໃຫ້ວຽກງານຂອງຄຣິສຕະຈັກສາມາດກ້າວໜ້າໄປຢ່າງເປັນປົກກະຕິ ແລະ ລ່ຽນໄຫຼ. ແນ່ນອນວ່າ ຄົນທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດໄດ້ຮັບການຝຶກຝົນ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນຂະບວນການແຫ່ງການປະສົບກັບບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກຢ່າງຕໍ່ເນື່ອງ ແລະ ການຈັດການກັບທຸກດ້ານຂອງວຽກງານຂອງຄຣິສຕະຈັກ. ໃນທີ່ສຸດ, ເຂົາກໍໄດ້ມາເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຂົ້າໃຈຫຼັກການຄວາມຈິງໃນວຽກງານແຕ່ລະລາຍການ. ສິ່ງນີ້ຈຶ່ງມີປະໂຫຍດທີ່ສຳພັນກັບຊີວິດຈິງຫຼາຍກວ່າໃນການເຮັດວຽກງານແຕ່ລະລາຍການຂອງຄຣິສຕະຈັກ. ດ້ວຍການທີ່ເຂົາຊີ້ນໍາພວກເຈົ້າໃນການເຮັດວຽກງານ, ພວກເຈົ້າກໍບໍ່ຈຳເປັນຕ້ອງຍ່າງອ້ອມ; ໃນທາງປະຕິບັດແລ້ວ ພວກເຈົ້າກຳລັງກິນສິ່ງທີ່ກຽມໄວ້ໃຫ້ແລ້ວ. ພວກເຈົ້າບໍ່ຈຳເປັນຕ້ອງຄຳທາງ ຫຼື ສະແຫວງຫາ; ພວກເຈົ້າພຽງແຕ່ສາມາດປະຕິບັດໂດຍກົງຕາມຫຼັກການທີ່ອ້າຍນ້ອງໂອ້ລົມ. ເຖິງຢ່າງໃດກໍຕາມ, ພວກເຈົ້າບໍ່ສາມາດຖາມອ້າຍນ້ອງກ່ຽວກັບທຸກສິ່ງ ແລະ ລໍຖ້າໃຫ້ເຂົາກວດຄັດກອງສິ່ງຕ່າງໆໃຫ້ພວກເຈົ້າ, ໂດຍຄິດວ່າເມື່ອໃດກໍຕາມທີ່ພວກເຈົ້າພົບກັບເລື່ອງໃດໜຶ່ງ “ພວກເຮົາບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປ, ພວກເຮົາບໍ່ຈຳເປັນຕ້ອງສະແຫວງຫາພຣະທຳຂອງພຣະເຈົ້າ ແລະ ພວກເຮົາບໍ່ຈຳເປັນຕ້ອງໂອ້ລົມ ຫຼື ສົນທະນາຫຍັງເລີຍ. ພວກເຮົາພຽງແຕ່ສາມາດຖາມອ້າຍນ້ອງໂດຍກົງ. ບໍ່ວ່າອ້າຍນ້ອງຈະເວົ້າຫຍັງກໍຕາມ, ພວກເຮົາກໍຈະເຮັດ; ບໍ່ວ່າອ້າຍນ້ອງຈະພາພວກເຮົາໄປໃສ, ພວກເຮົາກໍຈະຕາມໄປ. ຖ້າອ້າຍນ້ອງບອກໃຫ້ພວກເຮົາໄປທາງຕາເວັນອອກ, ພວກເຮົາກໍຈະບໍ່ໄປທາງຕາເວັນຕົກ. ການເຮັດເຊັ່ນນັ້ນຊ່ວຍຫຼຸດບັນຫາໃຫ້ພວກເຮົາຫຼາຍ!” ຖ້າພວກເຈົ້າມີທັດສະນະຄະຕິປະເພດນີ້ ແລະ ພວກເຈົ້າຄອຍເພິ່ງພາອ້າຍນ້ອງແບບນີ້ຢູ່ສະເໝີ, ໃນທີ່ສຸດ ອ້າຍນ້ອງກໍຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເຂົາຈະໄດ້ຮັບຫຼາຍຢ່າງ, ໃນຂະນະທີ່ພວກເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ພວກເຈົ້າຈະບໍ່ທຳຮ້າຍຕົວພວກເຈົ້າເອງບໍ? ພວກເຈົ້າເຄີຍໄຕ່ຕອງກ່ຽວກັບເລື່ອງນີ້ບໍ? (ພວກຂ້ານ້ອຍບໍ່ເຄີຍໄຕ່ຕອງມັນມາກ່ອນ.) ແລ້ວຕອນນີ້ມັນບໍ່ຮອດເວລາທີ່ຈະໄຕ່ຕອງມັນແລ້ວບໍ? (ແມ່ນແລ້ວ.) ເຈົ້າເຫັນບໍວ່າ ຮູບລັກສະນະພາຍນອກຂອງຜູ້ຄົນລ້ວນແຕ່ຄືກັນບໍ່ຫຼາຍກໍໜ້ອຍ, ລ້ວນແຕ່ມີຮູບລັກສະນະເປັນມະນຸດ, ແຕ່ການໄລ່ຕາມເສາະຫາພາຍໃນຂອງພວກເຂົາ ແລະ ວິທີທີ່ພວກເຂົາຄິດ ແລະ ວິທີທີ່ພວກເຂົາເລືອກໃນໃຈຂອງພວກເຂົາກ່ຽວກັບພຣະບັນຊາທີ່ພຣະເຈົ້າມອບໃຫ້ພວກເຂົານັ້ນແຕກຕ່າງກັນ, ແມ່ນບໍ? (ແມ່ນແລ້ວ.)
ເມື່ອຄຣິສຕະຈັກປະເຊີນກັບເລື່ອງສຳຄັນ, ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ສາມາດຮ່ວມມືກັບພຣະເຈົ້າຢ່າງໃກ້ຊິດ ແລະ ໂດຍປະລິຍາຍ ແລະ ເຂົາກໍບໍ່ທອດຖິ້ມວຽກງານຂອງເຂົາ. ເຂົານໍາພາປະຊາກອນທີ່ພຣະເຈົ້າເລືອກໃນຄຣິສຕະຈັກໃຫ້ສືບຕໍ່ກ້າວໄປຂ້າງໜ້າພາຍໃຕ້ການຈັດແຈງ ແລະ ການນໍາພາຂອງພຣະເຈົ້າ, ເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າສາມາດດຳເນີນໄປຢ່າງລ່ຽນໄຫຼ. ນອກເໜືອຈາກດ້ານນີ້ແລ້ວ, ເມື່ອເຂົາປະເຊີນກັບການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດດ້ວຍຕົນເອງ, ເຂົາກໍບໍ່ໄດ້ຮັບຜົນກະທົບ ແລະ ເຂົາກໍບໍ່ທອດຖິ້ມວຽກງານຂອງເຂົາ. ຕົວຢ່າງ: ເມື່ອມີຄົນເຂົ້າໃຈຜິດກ່ຽວກັບເຂົາ ຫຼື ເມື່ອມີການໝິ່ນປະໝາດ ແລະ ຂ່າວລືກ່ຽວກັບເຂົາໃນໂລກສາສະໜາ, ເມື່ອປະເຊີນກັບສິ່ງເຫຼົ່ານີ້ ແລະ ເມື່ອຊື່ສຽງ ແລະ ກຽດຕິຍົດສ່ວນຕົວຂອງເຂົາໄດ້ຮັບຄວາມເສຍຫາຍ, ຕາມການສັງເກດ ແລະ ສິ່ງທີ່ເຮົາໄດ້ຮັບຮູ້, ເຂົາເບິ່ງຄືວ່າບໍ່ໄດ້ຮັບຜົນກະທົບຈາກສິ່ງເຫຼົ່ານີ້ຫຼາຍປານໃດ ແລະ ເຂົາບໍ່ສົນໃຈວ່າຄົນພາຍນອກຈະປະເມີນເຂົາແນວໃດ, ໂດຍສະເພາະໂລກສາສະໜາຈະວິຈານ ແລະ ຕັດສິນເຂົາແນວໃດ. ເຂົາບໍ່ໄດ້ຮັບຜົນກະທົບຈາກສິ່ງເຫຼົ່ານີ້. ຕົວຢ່າງ: ເມື່ອເຂົາໄປຕ່າງປະເທດຄັ້ງທຳອິດ, ເຂົາໄດ້ຍິນວ່າພັກກອມມູນິດໄດ້ປັ້ນແຕ່ງຂ່າວລືໂດຍກ່າວວ່າເຂົາໄດ້ຫຼົບໜີໄປພ້ອມກັບເງິນຈຳນວນມະຫາສານ ແລະ ໄດ້ຊື້ເຮືອນຫຼັງໃຫຍ່ທີ່ຫຼູຫຼາໃນປະເທດໃດໜຶ່ງ. ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ຍິນຜູ້ຄົນປັ້ນແຕ່ງຂ່າວລືດັ່ງກ່າວຫຼາຍກວ່າໜຶ່ງຄັ້ງ ແລະ ຍັງໄດ້ເຫັນຂ່າວລືເຫຼົ່ານີ້ທາງອິນເຕີເນັດ, ແຕ່ເຂົາກໍບໍ່ໄດ້ຖືກບີບຄັ້ນ. ມຸມມອງຂອງເຂົາເປັນແນວໃດ ເມື່ອປະເຊີນກັບເລື່ອງປະເພດເຫຼົ່ານີ້? ເຂົາມັກຈະຍົກສຳນວນທົ່ວໄປທີ່ວ່າ: “ເຈົ້າຈະຢຸດປູກຜັກກາດພຽງເພາະເຈົ້າໄດ້ຍິນສຽງກະຕ່າຍຮ້ອງໄຫ້ບໍ?” ເຮົາເວົ້າວ່າຄວາມຄິດນີ້ໃຊ້ໄດ້ເລີຍ. ເມື່ອເຈົ້າຈຳເປັນຕ້ອງປູກຜັກກາດ, ເຈົ້າບໍ່ຄວນຖືກບີບຄັ້ນໂດຍສຽງຮ້ອງໄຫ້ຂອງກະຕ່າຍ. ຜັກກາດມີໄວ້ໃຫ້ເຈົ້າກິນ; ການທີ່ກະຕ່າຍກິນຜັກກາດເຫຼົ່ານັ້ນບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເຈົ້າປູກພວກມັນ. ຖ້າມັນຢາກກິນຜັກກາດ, ແລ້ວເຈົ້າກໍຄວນຊອກຫາວິທີຈັດການກັບມັນ, ມັນມີວິທີຈັດການກັບບັນຫາປະເພດນີ້ຢູ່ສະເໝີ. ເຂົາບໍ່ໄດ້ຮັບຜົນກະທົບ ຫຼື ຖືກບີບຄັ້ນຈາກສິ່ງເຫຼົ່ານີ້ ແລະ ເຂົາພຽງແຕ່ເຮັດໃນສິ່ງທີ່ເຂົາຄວນເຮັດ; ວຽກງານຂອງຄຣິສຕະຈັກກໍບໍ່ໄດ້ຮັບຜົນກະທົບຈາກຄວາມຄິດເຫັນຂອງສັງຄົມພາຍນອກ ຫຼື ການໝິ່ນປະໝາດໃດໆເຊັ່ນກັນ. ຄວາມຈິງແລ້ວ, ເມື່ອຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ປະເຊີນກັບສິ່ງເຫຼົ່ານີ້, ເຂົາຄິດຫຍັງຢູ່ໃນໃຈຂອງເຂົາ? ເຂົາຍຶດໝັ້ນໃນຫຼັກການອັນໜຶ່ງ, ນັ້ນກໍຄື: “ບໍ່ວ່າສະພາບແວດລ້ອມພາຍນອກຈະປ່ຽນແປງໄປແນວໃດກໍຕາມ, ພາລະກິດທີ່ພຣະເຈົ້າປະທານໃຫ້ຂ້ອຍແມ່ນສິ່ງທີ່ຂ້ອຍຄວນເຮັດ ແລະ ຂ້ອຍຕ້ອງເຮັດໃຫ້ສຳເລັດ. ສຳລັບເລື່ອງທີ່ວ່າໂລກພາຍນອກຈະໝິ່ນປະໝາດຂ້ອຍແນວໃດ, ມັນມີທັດສະນະຄະຕິແນວໃດຕໍ່ຂ້ອຍ, ມັນຈະເທີດທູນຂ້ອຍ ຫຼື ດູຖູກຂ້ອຍ ແລະ ຂ້ອຍຈະມີຊື່ສຽງແນວໃດໃນໂລກພາຍນອກ, ສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບພາລະກິດຂອງຂ້ອຍເລີຍ”. ເມື່ອບາງຄົນໄດ້ຍິນວ່າໂລກພາຍນອກປັ້ນແຕ່ງຂ່າວລືກ່ຽວກັບພວກເຂົາ, ສ້າງເລື່ອງຂຶ້ນມາລອຍໆເພື່ອໝິ່ນປະໝາດພວກເຂົາ, ເຊິ່ງກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ກຽດຕິຍົດຂອງພວກເຂົາ, ວຸດທິພາວະຂອງພວກເຂົານ້ອຍເກີນກວ່າທີ່ພວກເຂົາຈະທົນຮັບມັນໄດ້, ສະນັ້ນ ພວກເຂົາຈຶ່ງຢຸດປະຕິບັດໜ້າທີ່ຂອງພວກເຂົາ. ບໍ່ວ່າພວກເຂົາຈະໄດ້ຮັບພຣະບັນຊາຫຍັງກໍຕາມ, ພວກເຂົາກໍບໍ່ເຮັດວຽກນັ້ນ. ພວກເຂົາຄິດວ່າ “ໃນເມື່ອພຣະເຈົ້າຊົງນໍາໃຊ້ຂ້ອຍ, ພຣະອົງກໍຄວນແກ້ໄຂຂ່າວລື ແລະ ການໝິ່ນປະໝາດຈາກພາຍນອກເຫຼົ່ານີ້ໃຫ້ຂ້ອຍ ແລະ ຟື້ນຟູຊື່ສຽງທີ່ດີຂອງຂ້ອຍຄືນ. ຖ້າພຣະເຈົ້າບໍ່ແກ້ໄຂສິ່ງເຫຼົ່ານີ້ໃຫ້ຂ້ອຍ, ແລ້ວຂ້ອຍກໍບໍ່ມີອາລົມທີ່ຈະເຮັດວຽກນີ້; ຂ້ອຍບໍ່ສາມາດເຮັດວຽກນີ້ໄດ້”. ສຳລັບຄົນສ່ວນໃຫຍ່ແລ້ວ, ຖ້າພວກເຂົາຍອມຮັບພຣະບັນຊາເລັກໆນ້ອຍໆ ແລະ ປະຕິບັດໜ້າທີ່ຂອງພວກເຂົາພຽງເລັກນ້ອຍ ແລະ ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດເລັກນ້ອຍ, ພວກເຂົາມັກຈະພະຍາຍາມຕັ້ງເງື່ອນໄຂກັບພຣະເຈົ້າຢູ່ສະເໝີ. ຫຼັງຈາກທີ່ເຮັດວຽກໄດ້ເລັກນ້ອຍ, ພວກເຂົາມັກຈະຕ້ອງການແລກປ່ຽນມັນກັບພຣະຄຸນຢູ່ສະເໝີ; ຫຼັງຈາກທີ່ເຮັດວຽກໄດ້ເລັກນ້ອຍ, ພວກເຂົາຮູ້ສຶກວ່າພວກເຂົາມີຄຸນງາມຄວາມດີຕໍ່ໜ້າພຣະເຈົ້າ ແລະ ມີຄຸນສົມບັດທີ່ຈະຕໍ່ລອງກັບພຣະເຈົ້າ. ບໍ່ວ່າຈະມີຫຍັງເກີດຂຶ້ນໃນໂລກພາຍນອກກໍຕາມ, ຕາບໃດທີ່ສິ່ງທີ່ພຣະເຈົ້າຊົງກະທຳນັ້ນບໍ່ເປັນທີ່ພໍໃຈຂອງພວກເຂົາ, ບໍ່ສອດຄ່ອງກັບຄວາມປາຖະໜາຂອງພວກເຂົາ ແລະ ຂັດກັບຄວາມປາຖະໜາຂອງພວກເຂົາ, ພວກເຂົາກໍຈົ່ມວ່າພຣະເຈົ້າໃນໃຈຂອງພວກເຂົາ ແລະ ຕ້ອງການທອດຖິ້ມວຽກງານຂອງພວກເຂົາ ແລະ ຢຸດເຮັດວຽກນັ້ນ. ເຖິງແມ່ນວ່າພວກເຂົາຈະເຮັດວຽກນັ້ນ, ພວກເຂົາກໍເຮັດແບບພໍແລ້ວມືແລ້ວຕີນ ແລະ ພຽງແຕ່ເຮັດແບບພໍເປັນພິທີ. ຖ້າບັນຫາສ່ວນຕົວຂອງພວກເຂົາບໍ່ໄດ້ຮັບການຈັດການເປັນຢ່າງດີ, ມັນກໍສາມາດສົ່ງຜົນກະທົບຕໍ່ພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ສາມາດສົ່ງຜົນກະທົບຕໍ່ພວກເຂົາໃນການເຮັດພຣະບັນຊາທີ່ພຣະເຈົ້າປະທານໃຫ້ພວກເຂົາໃຫ້ສຳເລັດ. ບອກເຮົາເບິ່ງວ່າ, ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນໄດ້ມາດຕະຖານ ແລະ ສົມຄວນໄດ້ຮັບຄວາມໄວ້ວາງໃຈບໍ? (ພວກເຂົາບໍ່ໄດ້ມາດຕະຖານ ແລະ ບໍ່ສົມຄວນໄດ້ຮັບຄວາມໄວ້ວາງໃຈ.) ຄົນແບບນັ້ນບໍ່ສົມຄວນໄດ້ຮັບຄວາມໄວ້ວາງໃຈ! ບໍ່ວ່າຈະມີຫຍັງເກີດຂຶ້ນໃນລະຫວ່າງຊີວິດສ່ວນຕົວ ແລະ ການຢູ່ລອດຂອງພວກເຂົາ ສິ່ງນັ້ນກໍສາມາດສົ່ງຜົນກະທົບຕໍ່ພວກເຂົາໃນການເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ. ຖ້າມີບາງສິ່ງບໍ່ເປັນທີ່ພໍໃຈຂອງພວກເຂົາແມ່ນແຕ່ໜ້ອຍດຽວ, ພວກເຂົາກໍອາລະວາດ ແລະ ເຮັດຕົວບໍ່ມີເຫດຜົນ, ຢຸດປະຕິບັດໜ້າທີ່ຂອງພວກເຂົາ ແລະ ທອດຖິ້ມວຽກງານຂອງພວກເຂົາ. ມີພຽງແຕ່ເມື່ອເລື່ອງພາຍນອກເຫຼົ່ານີ້ໄດ້ຮັບການແກ້ໄຂ, ເມື່ອເລື່ອງທັງໝົດເຫຼົ່ານີ້ເປັນໄປຕາມທີ່ພວກເຂົາຕ້ອງການ ແລະ ເມື່ອພວກເຂົາຢູ່ໃນອາລົມທີ່ເບີກບານມ່ວນຊື່ນ, ພວກເຂົາຈຶ່ງຈື່ໄດ້ວ່າຄຣິສຕະຈັກຍັງມີວຽກງານ ແລະ ມີພຽງແຕ່ຕອນນັ້ນ ພວກເຂົາຈຶ່ງຄິດທີ່ຈະແບກຮັບພາລະ ແລະ ສືບຕໍ່ເຮັດວຽກນັ້ນ. ພວກເຂົາບໍ່ໄດ້ເຮັດພຣະບັນຊາທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງຈິງຈັງ, ໂດຍຖືວ່າມັນເປັນເລື່ອງທີ່ນ້ອຍທີ່ສຸດຢູ່ສະເໝີ. ໃນໃຈຂອງພວກເຂົາ, ພຣະບັນຊາທີ່ພຣະເຈົ້າປະທານໃຫ້ພວກເຂົາເປັນເລື່ອງທີ່ບໍ່ສຳຄັນເທົ່າກັບຊື່ສຽງຂອງພວກເຂົາ ແລະ ບໍ່ສຳຄັນເທົ່າກັບກຽດຕິຍົດຂອງພວກເຂົາໃນທ່າມກາງຜູ້ຄົນ. ທັນທີທີ່ມີຄົນເຂົ້າໃຈພວກເຂົາຜິດ ຫຼື ມີອະຄະຕິສ່ວນຕົວຕໍ່ພວກເຂົາ ແລະ ຕັດສິນພວກເຂົາລັບຫຼັງ ຫຼື ບໍ່ຄ່ອຍເຊື່ອໝັ້ນໃນຕົວພວກເຂົາ ຫຼື ມີຄວາມຄິດເຫັນບາງຢ່າງ ຫຼື ມີຄຳແນະນຳທີ່ແຕກຕ່າງກັນບາງຢ່າງກ່ຽວກັບວຽກງານຂອງພວກເຂົາ, ພວກເຂົາກໍບໍ່ມີຄວາມສຸກ, ທອດຖິ້ມວຽກງານຂອງພວກເຂົາ ແລະ ຢຸດເຮັດວຽກນັ້ນ ແລະ ກະທຳຕົວບໍ່ມີເຫດຜົນຕໍ່ໜ້າພຣະເຈົ້າ. ເຫດການເລັກໆນ້ອຍໆໃດກໍຕາມທີ່ເກີດຂຶ້ນໃນຊີວິດຂອງພວກເຂົາ ຫຼື ແມ່ນແຕ່ການມີບັນຫາກັບຄົນໃດໜຶ່ງ ຫຼື ການມີຂໍ້ຂັດແຍ່ງກັບຄົນເຫຼົ່ານັ້ນພຽງຄັ້ງດຽວ ກໍສາມາດສົ່ງຜົນກະທົບຕໍ່ພວກເຂົາໃນການເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ ແລະ ສາມາດສົ່ງຜົນກະທົບຕໍ່ພວກເຂົາໃນການປະຕິບັດຄວາມຮັບຜິດຊອບຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້, ຕັ້ງແຕ່ຕອນທີ່ເຮົາໄດ້ພົວພັນກັບເຂົາຈົນເຖິງປັດຈຸບັນ, ຈາກສິ່ງທີ່ເຮົາໄດ້ເຫັນ ແລະ ສິ່ງທີ່ເຮົາໄດ້ຮູ້, ເຂົາບໍ່ເຄີຍຖືກບີບຄັ້ນຈັກຄັ້ງໃນຂະບວນການຈັດການກັບເລື່ອງໃດກໍຕາມ. ເຂົາມັກຈະເວົ້າຢູ່ສະເໝີວ່າ “ເຈົ້າຈະຢຸດປູກຜັກກາດພຽງເພາະເຈົ້າໄດ້ຍິນສຽງກະຕ່າຍຮ້ອງໄຫ້ບໍ?” ເມື່ອເບິ່ງຈາກມຸມມອງຂອງມະນຸດ, ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ມີຄວາມເຂັ້ມແຂງທາງຈິດໃຈທີ່ສູງຫຼາຍ; ເມື່ອເບິ່ງຈາກມຸມມອງຂອງຄວາມຈິງ, ຄົນຜູ້ນີ້ມີຄວາມສັດທາໃນພຣະເຈົ້າ, ມີຄວາມຈິງໃຈຕໍ່ພຣະເຈົ້າ ແລະ ຄຳນຶງເຖິງພຣະເຈົ້າ. ຄວາມສັດທາ, ຄວາມຈິງໃຈ ແລະ ການຄຳນຶງເຖິງພຣະເຈົ້າຂອງເຂົາແມ່ນມີຫຼາຍກວ່າຄວາມກັງວົນຕໍ່ຊື່ສຽງຂອງເຂົາເອງ. ເຖິງແມ່ນວ່າໄດ້ມີບາງຄົນໝິ່ນປະໝາດເຂົາ, ເຊິ່ງກໍ່ໃຫ້ເກີດຜົນກະທົບທາງລົບຢ່າງຮ້າຍແຮງຕໍ່ຊື່ສຽງ ແລະ ກຽດຕິຍົດສ່ວນຕົວຂອງເຂົາ, ເຂົາກໍບໍ່ສົນໃຈ. ໃນໃຈຂອງເຂົາ, ການເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ ແລະ ການແບກຮັບວຽກງານຂອງຄຣິສຕະຈັກແມ່ນມີຄວາມສຳຄັນກວ່າສິ່ງອື່ນໃດ. ບໍ່ວ່າກຽດຕິຍົດຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ບໍ່ວ່າເຈົ້າຈະມີກຽດຕິຍົດຕໍ່ໜ້າຜູ້ຄົນຫຼາຍສໍ່າໃດກໍຕາມ, ຖ້າເຈົ້າບໍ່ໄດ້ເຮັດພຣະບັນຊາຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ເຈົ້າໃຫ້ສຳເລັດ, ແລ້ວເຈົ້າກໍຈະປະສົບກັບບັນຫາ. ບໍ່ວ່າເຈົ້າຈະເວົ້າຫຍັງກໍຈະບໍ່ມີປະໂຫຍດຫຍັງເລີຍ; ເຈົ້າຕ້ອງໃຫ້ຄຳຊີ້ແຈງຕໍ່ພຣະເຈົ້າ, ເພາະວ່າພາລະກິດນີ້ຖືກປະທານໃຫ້ເຈົ້າໂດຍພຣະເຈົ້າ. ໜ້າທີ່ທີ່ເຈົ້າປະຕິບັດນັ້ນມາຈາກພຣະເຈົ້າ; ມັນບໍ່ໄດ້ຖືກປະທານໃຫ້ເຈົ້າໂດຍເຮືອນຂອງພຣະເຈົ້າ ຫຼື ໂດຍຜູ້ນຳຂອງເຈົ້າ ແລະ ບໍ່ແມ່ນສິ່ງທີ່ເຈົ້າຮຽກຮ້ອງດ້ວຍຕົວເຈົ້າເອງ, ແຕ່ມັນຖືກປະທານໃຫ້ເຈົ້າໂດຍພຣະເຈົ້າ. ໃນເມື່ອໜ້າທີ່ຂອງເຈົ້າຖືກປະທານໃຫ້ເຈົ້າໂດຍພຣະເຈົ້າ, ເຈົ້າກໍບໍ່ຄວນຖືກບີບຄັ້ນໂດຍສິ່ງໃດກໍຕາມ. ບໍ່ວ່ານໍ້າທະເລຈະເຫືອດແຫ້ງ ແລະ ຫີນຈະພັງທະລາຍ ຫຼື ເຈົ້າຈະພົບວ່າຕົນເອງຢູ່ສຸດຂອບຂອງແຜ່ນດິນໂລກ ແລະ ບໍ່ວ່າເຈົ້າຈະປະເຊີນກັບການຂົ່ມເຫັງ, ຄວາມລຳບາກຍາກແຄ້ນ, ອຸປະສັກ ຫຼື ຄວາມລົ້ມເຫຼວໃດກໍຕາມ, ຕາບໃດທີ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້, ເຈົ້າກໍບໍ່ຄວນທອດຖິ້ມວຽກງານຂອງເຈົ້າ, ເຈົ້າບໍ່ຄວນຍອມແພ້ ແລະ ເຈົ້າບໍ່ຄວນຫຼີກລ່ຽງມັນ. ຖ້າເຈົ້າຫຼີກລ່ຽງມັນ ແລະ ກາຍເປັນຜູ້ຫຼົບໜີຈາກໜ້າທີ່, ແລ້ວເຈົ້າກໍຄືຢູດາ ແລະ ເຈົ້າກໍຈະເປັນຄົນບາບມະຫັນຕະຫຼອດໄປ. ໃນເລື່ອງຂອງການຍອມຮັບພຣະບັນຊາຂອງພຣະເຈົ້າ, ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ປະຕິບັດຄວາມຮັບຜິດຊອບຂອງເຂົາ ແລະ ປະຕິບັດໜ້າທີ່ຂອງເຂົາຢູ່ສະເໝີ ໂດຍອີງໃສ່ຄວາມຕັ້ງໃຈທີ່ຈະຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ເຂົາກ່າວວ່າ: “ຕາບໃດທີ່ວຽກງານຂອງພຣະເຈົ້າຍັງບໍ່ສິ້ນສຸດ, ຂ້ອຍກໍຈະສືບຕໍ່ຊຸກຍູ້ວຽນງານນ້ອຍໆຂອງຂ້ອຍນີ້ຕໍ່ໄປ”. ນີ້ຄືຄຳເວົ້າທີ່ແທ້ຈິງຂອງເຂົາ, ເຊິ່ງໝາຍຄວາມວ່າ: “ຕາບໃດທີ່ວຽກງານຂອງພຣະເຈົ້າບໍ່ສິ້ນສຸດ ແລະ ພຣະເຈົ້າບໍ່ໄດ້ບອກໃຫ້ຂ້ອຍຢຸດ, ແລ້ວຂ້ອຍກໍຈະຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ສືບຕໍ່ເຮັດວຽກນັ້ນ. ຂ້ອຍຈະຢຸດກໍຕໍ່ເມື່ອພຣະເຈົ້າບໍ່ຊົງນໍາໃຊ້ຂ້ອຍອີກຕໍ່ໄປ, ວຽກງານຂອງພຣະເຈົ້າສິ້ນສຸດລົງ ແລະ ພຣະເຈົ້າບອກໃຫ້ຂ້ອຍຢຸດ. ຖ້າພຣະເຈົ້າບໍ່ໄດ້ບອກໃຫ້ຂ້ອຍຢຸດ, ແລ້ວຕາບໃດທີ່ຂ້ອຍຍັງມີຊີວິດຢູ່ ແລະ ຍັງມີລົມຫາຍໃຈຢູ່, ຂ້ອຍກໍຈະສືບຕໍ່ເຮັດວຽກນັ້ນ”. ບອກເຮົາເບິ່ງວ່າ ຄວາມສັດທາຂອງເຂົາຍິ່ງໃຫຍ່ບໍ? ຄວາມມຸ່ງໝັ້ນຂອງເຂົາຍິ່ງໃຫຍ່ບໍ? (ແມ່ນແລ້ວ.) ພວກເຈົ້າມີຄວາມມຸ່ງໝັ້ນນີ້ບໍ? (ຍັງບໍ່ມີ.) ຄົນສ່ວນໃຫຍ່ຍັງຄົງຫວັງຢູ່ສະເໝີວ່າ: “ເມື່ອໃດວຽກງານຂອງພຣະເຈົ້າຈະສິ້ນສຸດລົງ? ເມື່ອໃດມະຫາໄພທີ່ໃຫຍ່ຫຼວງຈະມາເຖິງ? ຍັງເຫຼືອເວລາອີກເທົ່າໃດ? ພວກເຮົາສາມາດເພີດເພີນກັບຊີວິດທາງເນື້ອໜັງໄດ້ຈັກໜ້ອຍບໍ? ຕະຫຼອດຫຼາຍປີທີ່ຜ່ານມາຂອງການເທດສອນຂ່າວປະເສີດ ແລະ ການປະຕິບັດໜ້າທີ່ຂອງພວກເຮົານັ້ນຫຍຸ້ງຫຼາຍ, ພວກເຮົາບໍ່ໄດ້ພັກຜ່ອນຢ່າງເໝາະສົມໃນຊ່ວງປີໃໝ່ ແລະ ວັນພັກອື່ນໆ, ພວກເຮົາໄດ້ປະຖິ້ມຄອບຄົວຂອງພວກເຮົາ ແລະ ພວກເຮົາບໍ່ສາມາດເພີດເພີນກັບຄວາມຮັກມັກໃນຄອບຄົວໄດ້ອີກຕໍ່ໄປ, ເມື່ອໃດສິ່ງນີ້ຈະສິ້ນສຸດລົງ?” ຜູ້ຄົນພຽງແຕ່ບໍ່ມີຄວາມຕັ້ງໃຈ ຫຼື ຄວາມຄິດ, ນັ້ນກໍຄື ການປົກປ້ອງພາລະກິດ ແລະ ໜ້າທີ່ຂອງພວກເຂົາໃນຊີວິດນີ້ ຄືກັບວ່າສິ່ງເຫຼົ່ານີ້ເປັນຊີວິດຂອງພວກເຂົາເອງແທ້ໆ. ເຖິງແມ່ນວ່າເຈົ້າຈະຮ້ອງຄຳຂວັນດັ່ງກ່າວ ແລະ ໃຫ້ຄຳປະຕິຍານດັ່ງກ່າວ, ແຕ່ການກະທຳຕົວຈິງຂອງເຈົ້າກໍຍັງບໍ່ໄດ້ເຮັດຕາມນັ້ນ. ໃນທາງກົງກັນຂ້າມ, ເຖິງແມ່ນວ່າຊື່ສຽງ ແລະ ກຽດຕິຍົດສ່ວນຕົວຂອງເຂົາຈະຖືກໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດ, ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ກໍບໍ່ໄດ້ກາຍເປັນຄົນທີ່ຄິດລົບ ແລະ ອ່ອນແອ ຫຼື ພະຍາຍາມປົກປ້ອງ ແລະ ແກ້ຕົວໃຫ້ຕົນເອງຄືກັບທີ່ບາງຄົນເຮັດ, ແຮງໄກທີ່ຈະໃຫ້ສິ່ງເຫຼົ່ານີ້ສົ່ງຜົນກະທົບຕໍ່ວຽກງານ. ເຂົາສືບຕໍ່ເຮັດວຽກນັ້ນຕາມປົກກະຕິ, ໂດຍບໍ່ຫວັ່ນໄຫວບໍ່ວ່າສະຖານະການຈະເປັນແນວໃດກໍຕາມ. ວຽກງານນີ້, ພາລະກິດນີ້, ຖືກປະທານໃຫ້ເຂົາໂດຍພຣະເຈົ້າ, ສະນັ້ນ ເຂົາຈຶ່ງສືບຕໍ່ເຮັດມັນໂດຍບໍ່ຢຸດ.
ບໍ່ວ່າພວກເຈົ້າຈະເປັນຄົນທີ່ຮັບໃຊ້ພຣະເຈົ້າ ຫຼື ເປັນອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຕ່າງໆຂອງຕົນ, ຖ້າພວກເຈົ້າຕ້ອງການບັນລຸຄວາມເຂົ້າໃຈໂດຍປະລິຍາຍກັບພຣະເຈົ້າ ແລະ ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ສິ່ງນີ້ອາດຈະເກີນຄວາມສາມາດຂອງພວກເຈົ້າໃນຕອນນີ້ຢ່າງແທ້ຈິງ. ແຕ່ຢ່າງໜ້ອຍທີ່ສຸດ, ພວກເຈົ້າຕ້ອງມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ ແລະ ມີຫົວໃຈທີ່ຈິງໃຈ; ກ່ອນອື່ນ ພວກເຈົ້າຄວນບັນລຸສອງສິ່ງນີ້ໃຫ້ໄດ້. ແລ້ວພວກເຈົ້າຄວນປະຕິບັດແນວໃດເພື່ອບັນລຸສອງສິ່ງນີ້? ວິທີການເຮັດກໍຄື: ໃນໜ້າທີ່ທີ່ເຈົ້າປະຕິບັດ, ຢ່າງໜ້ອຍເຈົ້າຕ້ອງເຮັດຈົນສຸດຄວາມສາມາດຂອງເຈົ້າ, ໂດຍບໍ່ເຮັດແບບເຄິ່ງໆກາງໆ ຫຼື ເຮັດພໍແລ້ວມືແລ້ວຕີນ. ຕົວຢ່າງ: ສົມມຸດວ່າເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນທີມເຕັ້ນ ແລະ ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ໂອ້ລົມກັບເຈົ້າກ່ຽວກັບຫຼັກການຂອງການອອກແບບທ່າເຕັ້ນ ແລະ ຄວນອອກແບບທ່າເຕັ້ນປະເພດໃດ ແລະ ຍັງບອກເຈົ້າວ່າຄວນສຶກສາເອກະສານຫຍັງແດ່ ແລະ ເຈົ້າມີເວລາເທົ່າໃດເພື່ອເຮັດວຽກນັ້ນໃຫ້ສຳເລັດ. ຫຼັງຈາກທີ່ຈົດບັນທຶກແລ້ວ, ພວກເຈົ້າກໍປຶກສາຫາລື ແລະ ໂອ້ລົມຮ່ວມກັນກັບທຸກຄົນ. ບ່ອນໃດທີ່ການໂອ້ລົມຍັງບໍ່ເຮັດໃຫ້ສິ່ງຕ່າງໆຊັດເຈນ, ພວກເຈົ້າກໍລໍຖ້າ ແລະ ສະແຫວງຫາເພີ່ມເຕີມ ຫຼື ພວກເຈົ້າກໍປຶກສາກັບທີມເຕັ້ນອື່ນ; ຫຼັງຈາກທີ່ພວກເຈົ້າເຂົ້າໃຈແລ້ວ, ພວກເຈົ້າກໍຈັດຕັ້ງປະຕິບັດມັນທັນທີ. ຖ້າພວກເຈົ້າຍັງບໍ່ຄ່ອຍເຂົ້າໃຈ, ແລ້ວພວກເຈົ້າກໍສືບຕໍ່ທົດລອງ ແລະ ພະຍາຍາມທຳຄວາມເຂົ້າໃຈກັບມັນ; ຫຼັງຈາກທີ່ພວກເຈົ້າເຂົ້າໃຈແລ້ວ, ພວກເຈົ້າກໍຟ້າວເຮັດມັນ ແລະ ນໍາໃຊ້ປະຕິບັດ. ກ່ອນອື່ນໝົດ, ພວກເຈົ້າຕ້ອງມີຫົວໃຈທີ່ຈິງໃຈຕໍ່ໜ້າທີ່ຂອງພວກເຈົ້າເອງ. ການສະແດງອອກຂອງການມີຫົວໃຈທີ່ຈິງໃຈແມ່ນຫຍັງ? ພວກເຮົາຫາກໍເວົ້າກ່ຽວກັບດ້ານໜຶ່ງຂອງການປະຕິບັດຂອງຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້, ນັ້ນກໍຄື ໃນການຮັບໃຊ້ພຣະເຈົ້າ, ເຂົາບໍ່ເຄີຍທອດຖິ້ມວຽກງານຂອງເຂົາ, ບໍ່ວ່າເຂົາຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ. ເຈົ້າຄວນເຮັດຫຍັງ ເມື່ອເຈົ້າປະເຊີນກັບບາງສິ່ງທີ່ຫຍຸ້ງຍາກ? ຢ່າຢ້ານ, ຖ້າປາສະຈາກຄວາມຫຍຸ້ງຍາກ, ວຸດທິພາວະຂອງເຈົ້າກໍຈະບໍ່ສາມາດສະແດງອອກມາໄດ້ ແລະ ຂີດຄວາມສາມາດຂອງເຈົ້າກໍຈະບໍ່ສາມາດສະແດງອອກມາໄດ້. ຊີວິດເຕັມໄປດ້ວຍຄວາມຫຍຸ້ງຍາກຕ່າງໆ ແລະ ຜູ້ຄົນກໍໃຊ້ຊີວິດຂອງພວກເຂົາເພື່ອປະເຊີນກັບຄວາມຫຍຸ້ງຍາກຢ່າງບໍ່ຈົບສິ້ນ. ໃນຂະນະທີ່ປະເຊີນກັບຄວາມຫຍຸ້ງຍາກຢູ່ສະເໝີ, ຖ້າເຈົ້າສະແຫວງຫາຫຼັກການຄວາມຈິງ ແລະ ແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້ໄດ້, ແລ້ວເຈົ້າຈະບໍ່ໄດ້ຮັບຄວາມສາມາດໃນການແກ້ໄຂຄວາມຫຍຸ້ງຍາກບໍ? ຂີດຄວາມສາມາດ ແລະ ລັກສະນະຂອງເຈົ້າຈະບໍ່ດີຂຶ້ນບໍ? ນອກຈາກນີ້, ເມື່ອເຈົ້າມີຫຼັກການສຳລັບການແກ້ໄຂຄວາມຫຍຸ້ງຍາກ ແລະ ນໍາໃຊ້ປະຕິບັດຫຼັກການເຫຼົ່ານັ້ນ, ແລ້ວເຈົ້າຈະບໍ່ມີການເຂົ້າສູ່ຊີວິດບໍ? ຜ່ານການແກ້ໄຂຄວາມຫຍຸ້ງຍາກ, ເຈົ້າໄດ້ຮັບຄວາມເປັນຈິງຂອງຄວາມຈິງ, ຊີວິດຂອງເຈົ້າຈະບໍ່ຄ່ອຍໆເຕີບໂຕຂຶ້ນບໍ? ສະນັ້ນ, ການມີຄວາມຫຍຸ້ງຍາກຈຶ່ງເປັນສິ່ງທີ່ດີ. ຍິ່ງເຈົ້າປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍເທົ່າໃດ, ຄວາມຈິງໃຈຂອງເຈົ້າກໍຍິ່ງຖືກເປີດເຜີຍຫຼາຍຂຶ້ນເທົ່ານັ້ນ ແລະ ຄວາມສັດທາໃນພຣະເຈົ້າຂອງເຈົ້າກໍຍິ່ງຖືກທົດສອບຫຼາຍຂຶ້ນເທົ່ານັ້ນ. ຢ່າຢ້ານທີ່ຈະມີຄວາມຫຍຸ້ງຍາກ ແລະ ຢ່າຢ້ານຄວາມລົ້ມເຫຼວ ແລະ ອຸປະສັກ. ແນ່ນອນວ່າ ໃນຊີວິດປະຈຳວັນຂອງພວກເຈົ້າ, ຂໍ້ຂັດແຍ່ງລະຫວ່າງບຸກຄົນບາງຢ່າງມັກຈະເກີດຂຶ້ນ ຫຼື ບາງຄົນອາດຈະບໍ່ພໍໃຈກັບເຈົ້າ ຫຼື ເຖິງຂັ້ນຕັດສິນເຈົ້າລັບຫຼັງ ແລະ ດູຖູກເຈົ້າ, ພ້ອມກັບສິ່ງທີ່ໜ້າຜິດຫວັງ ແລະ ບໍ່ໜ້າພໍໃຈອື່ນໆອີກຫຼາຍຢ່າງ; ເຈົ້າບໍ່ຄວນຖືກບີບຄັ້ນໂດຍສິ່ງເຫຼົ່ານີ້ ແລະ ບໍ່ຄວນປ່ອຍໃຫ້ການເກີດຂຶ້ນຂອງບັນຫາ ຫຼື ຄວາມຫຍຸ້ງຍາກເຫຼົ່ານີ້ສົ່ງຜົນກະທົບຕໍ່ເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າ. ຖ້າເຈົ້າມີເວລາຈັດການກັບເລື່ອງເຫຼົ່ານີ້, ເຈົ້າກໍສາມາດສະແຫວງຫາວິທີຈັດການກັບພວກມັນຕາມຫຼັກການ; ຖ້າເຈົ້າຫຍຸ້ງຫຼາຍກັບໜ້າທີ່ຂອງເຈົ້າ ແລະ ບໍ່ມີເວລາຈັດການກັບໜ້າທີ່ເຫຼົ່ານັ້ນ, ແລ້ວເຈົ້າກໍສາມາດວາງວຽກເຮືອນໃນຊີວິດປະຈຳວັນ, ເລື່ອງເລັກໆນ້ອຍໆ ແລະ ຂໍ້ຂັດແຍ່ງກ່ຽວກັບຄວາມຖືກ ແລະ ຜິດເຫຼົ່ານີ້ໄວ້ຂ້າງໆກ່ອນ ແລະ ໃຫ້ຄວາມສຳຄັນກັບການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ບາງຄົນເວົ້າວ່າ “ຂ້ອຍເຮັດບໍ່ໄດ້. ມີຄົນຕັດສິນຂ້ອຍລັບຫຼັງ ແລະ ມັນເຮັດໃຫ້ຂ້ອຍເຈັບປວດ. ຂ້ອຍຮູ້ສຶກບໍ່ດີຫຼາຍຢູ່ຂ້າງໃນ, ຂ້ອຍອາລົມບໍ່ດີ, ຈິດໃຈຂອງຂ້ອຍຕົກຕ່ຳ ແລະ ຂ້ອຍຖືກບີບຄັ້ນ ແລະ ຖືກລົບກວນໃນການປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ສາມາດເອົາຊະນະເລື່ອງນີ້ໄດ້, ຂ້ອຍຄວນເຮັດແນວໃດ?” ໃນກໍລະນີນັ້ນ, ເຈົ້າຄວນອະທິຖານຕໍ່ພຣະເຈົ້າຢ່າງຈິງໃຈ ແລະ ຢ່າງຈິງຈັງ ແລະ ຂໍໃຫ້ພຣະເຈົ້າຊ່ວຍເຫຼືອເຈົ້າ ແລະ ປະທານຄວາມເຂັ້ມແຂງໃຫ້ແກ່ເຈົ້າ. ເຈົ້າຄວນເວົ້າວ່າ “ຂ້າແດ່ພຣະເຈົ້າ, ຂ້ານ້ອຍຕ້ອງການປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີ, ແຕ່ຕອນນີ້ມີຂໍ້ຂັດແຍ່ງເກີດຂຶ້ນ. ຂ້ານ້ອຍຮູ້ສຶກວຸ້ນວາຍໃຈຫຼາຍ. ຂ້ານ້ອຍບໍ່ຢາກໃສ່ໃຈກັບເລື່ອງນີ້, ແຕ່ຂ້ານ້ອຍມັກຈະຖືກມັນບີບຄັ້ນໃນໃຈຢູ່ສະເໝີ. ຂ້ານ້ອຍຂໍໃຫ້ພຣະອົງຊ່ວຍເຫຼືອຂ້ານ້ອຍ ແລະ ປະທານຄວາມເຂັ້ມແຂງໃຫ້ແກ່ຂ້ານ້ອຍ, ເພື່ອໃຫ້ຂ້ານ້ອຍສາມາດເອົາຊະນະມັນໄດ້ ແລະ ບໍ່ຖືກມັນບີບຄັ້ນ ແລະ ເພື່ອໃຫ້ຂ້ານ້ອຍສາມາດປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີ”. ຫຼັງຈາກທີ່ອະທິຖານແລ້ວ, ຈົ່ງພະຍາຍາມຢ່າງໜັກເພື່ອເອົາຊະນະມັນ ແລະ ກະບົດຕໍ່ມັນ. ໃນຂະນະທີ່ເຈົ້າພະຍາຍາມໃຫ້ຄວາມຮ່ວມມື, ເລື່ອງເລັກໆນ້ອຍໆເຫຼົ່ານີ້ຈະບໍ່ແຊກແຊງເຈົ້າເລີຍ ແລະ ຈະບໍ່ສາມາດສົ່ງຜົນກະທົບໃນການປະຕິບັດໜ້າທີ່ຂອງເຈົ້າ. ຖ້າເຈົ້າຈິງໃຈໃນການປະຕິບັດໜ້າທີ່ຂອງເຈົ້າ, ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະເຈົ້າຊົງກວດສອບເຈົ້າ ແລະ ເຊື່ອວ່າພຣະເຈົ້າຈະເຫັນທັດສະນະຄະຕິຂອງເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າ, ຖ້າເຈົ້າມີຄວາມສັດທາໃນພຣະເຈົ້າແບບນັ້ນ ແລະ ຖ້າເຈົ້າອະທິຖານຢ່າງຈິງໃຈແບບນີ້, ພຣະເຈົ້າຈະຊ່ວຍໃຫ້ເຈົ້າຜ່ານພົ້ນຄວາມຫຍຸ້ງຍາກ ແລະ ປະຖິ້ມຂໍ້ຈຳກັດຂອງຂໍ້ຂັດແຍ່ງດັ່ງກ່າວຢ່າງແນ່ນອນ ແລະ ເຈົ້າກໍຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ຕາມປົກກະຕິ. ຖ້າການອະທິຖານຂອງເຈົ້າເປັນພຽງການລອງໃຈພຣະເຈົ້າ ແລະ ເຈົ້າພຽງແຕ່ເວົ້າປາກເປົ່າວ່າຕ້ອງການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ແຕ່ເຈດຕະນາສ່ວນຕົວຂອງເຈົ້າຄືການເຂົ້າໄປພົວພັນກັບຂໍ້ຂັດແຍ່ງ ແລະ ເອົາຊະນະອີກຝ່າຍໜຶ່ງ, ພຣະເຈົ້າກໍຈະເຫັນວ່າເຈົ້າບໍ່ມີຄວາມຈິງໃຈ ແລະ ບໍ່ສົນໃຈເຈົ້າ ແລະ ເຈົ້າກໍຈະບໍ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ຜົນສຸດທ້າຍຂອງການບໍ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີແມ່ນຫຍັງ? ໜ້າທີ່ຂອງເຈົ້າກໍມີແຕ່ຈະຖືກທອດຖິ້ມ ແລະ ມັນກໍຈະຍາກສຳລັບເຈົ້າທີ່ຈະບໍ່ທອດຖິ້ມວຽກງານຂອງເຈົ້າ. ພວກເຈົ້າເຂົ້າໃຈບໍ? (ພວກເຮົາເຂົ້າໃຈ.) ເຖິງແມ່ນວ່າໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ ມີຫຼາຍຄັ້ງທີ່ເຈົ້າບໍ່ຢາກທອດຖິ້ມວຽກງານຂອງເຈົ້າ, ບໍ່ຢາກເຂົ້າໄປພົວພັນກັບຂໍ້ຂັດແຍ່ງ ແລະ ບໍ່ຢາກຖືກບີບຄັ້ນໂດຍຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ເຈົ້າພຽງແຕ່ຢາກປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ແຕ່ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າກໍບໍ່ສາມາດຄວບຄຸມຕົນເອງໄດ້. ຄວາມປະສົງສ່ວນຕົວຂອງເຈົ້າແຮງກ້າເປັນພິເສດ ແລະ ເຈົ້າຍັງຢືນຢັນທີ່ຈະເຂົ້າໄປພົວພັນກັບຂໍ້ຂັດແຍ່ງກັບຄົນອື່ນ. ໃນຊ່ວງເວລາທີ່ສຳຄັນນີ້, ພຣະເຈົ້າບໍ່ໄດ້ເບິ່ງວ່າຄຳເວົ້າຂອງເຈົ້າຟັງເບິ່ງດີສໍ່າໃດ; ພຣະເຈົ້າພຽງແຕ່ເບິ່ງທີ່ຫົວໃຈຂອງເຈົ້າ, ເບິ່ງວ່າເຈດຕະນາສ່ວນຕົວຂອງເຈົ້າແມ່ນຫຍັງ. ຖ້າຄວາມໂນ້ມອຽງຂອງເຈົ້າຄືການຜິດຖຽງກັນເລື່ອງຖືກ ແລະ ຜິດ, ເພື່ອປົກປ້ອງຜົນປະໂຫຍດຂອງເຈົ້າເອງ ແລະ ເພື່ອໂຕ້ຖຽງກັບອີກຝ່າຍໜຶ່ງເພື່ອເຮັດໃຫ້ເລື່ອງລາວຊັດເຈນ ແລະ ຕັດສິນວ່າໃຜເປັນຝ່າຍໄດ້ປຽບ, ແລ້ວພຣະເຈົ້າກໍຈະບໍ່ເຮັດວຽກເລີຍ ແລະ ພຣະອົງຈະບໍ່ໃຫ້ຄວາມຮູ້ແຈ້ງ ຫຼື ນໍາພາເຈົ້າ. ເມື່ອພຣະເຈົ້າເຫັນວ່າຄວາມປາຖະໜາຂອງເຈົ້າທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃຫ້ດີນັ້ນບໍ່ແມ່ນຄວາມຈິງໃຈ, ແຕ່ຄວາມປາຖະໜາຂອງເຈົ້າທີ່ຈະປົກປ້ອງຊື່ສຽງ ແລະ ສະຖານະຂອງເຈົ້າເອງນັ້ນເປັນຄວາມຈິງໃຈ, ພຣະເຈົ້າກໍຈະບໍ່ສົນໃຈເຈົ້າ. ພຣະເຈົ້າຈະກ່າວວ່າເຈົ້າເປັນຄົນຂີ້ຕົວະ ແລະ ເຈົ້າບໍ່ແມ່ນຄົນຊື່ສັດ. ພາຍໃຕ້ສະຖານະການເຫຼົ່ານີ້, ພຣະເຈົ້າຈະບໍ່ເຮັດວຽກໃນຕົວເຈົ້າ, ເພາະວ່າພຣະວິນຍານບໍລິສຸດບໍ່ເຄີຍເຮັດວຽກທີ່ໄຮ້ປະໂຫຍດ. ກ່ອນອື່ນ ພຣະເຈົ້າຈະເບິ່ງວ່າເຈດຕະນາສ່ວນຕົວຂອງເຈົ້າໂນ້ມອຽງໄປທາງໃດ. ສົມມຸດວ່າເຈົ້າມີຄວາມໂນ້ມອຽງທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ, ແຕ່ກຳລັງສ່ວນຕົວຂອງເຈົ້າມີໜ້ອຍຫຼາຍ, ອຳນາດທີ່ເຈົ້າປະເຊີນນັ້ນມີພະລັງຫຼາຍ ແລະ ຂໍ້ຂັດແຍ່ງທີ່ເຈົ້າປະເຊີນນັ້ນກໍຫຍຸ້ງຍາກຫຼາຍ ແລະ ແກ້ໄຂໄດ້ຍາກຫຼາຍ; ເມື່ອເຫັນຄວາມຈິງໃຈຂອງເຈົ້າ, ພຣະເຈົ້າກໍຈະຊ່ວຍເຈົ້າແກ້ໄຂສິ່ງທັງໝົດນີ້. ເຈົ້າເຫັນບໍວ່າ ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ກໍໃຊ້ຊີວິດຢູ່ໃນທ່າມກາງມວນມະນຸດທີ່ເສື່ອມຊາມ ແລະ ໃຊ້ຊີວິດຢູ່ໃນໂລກວັດຖຸນີ້ເຊັ່ນກັນ ແລະ ເຂົາກໍປະເຊີນກັບສິ່ງເຫຼົ່ານີ້ເຊັ່ນກັນ ເຊັ່ນ: ການຕັດສິນ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຂອງຜູ້ຄົນ, ຄວາມເປັນປໍລະປັກຂອງຜູ້ຄົນທີ່ມີຕໍ່ເຂົາ ແລະ ເຖິງຂັ້ນມີຄົນຍາດແຍ່ງສະຖານະກັບເຂົາ ແລະ ຍາດແຍ່ງຊື່ສຽງກັບເຂົາໃນທ່າມກາງຄົນອື່ນ ແລະ ອື່ນໆ. ແຕ່ບໍ່ວ່າເຂົາຈະປະເຊີນກັບຫຍັງກໍຕາມ, ເຂົາມັກຈະເລືອກທີ່ຈະປະຕິບັດຄວາມຮັບຜິດຊອບຂອງເຂົາໃຫ້ດີ ແລະ ເຮັດພາລະກິດທີ່ພຣະເຈົ້າປະທານໃຫ້ເຂົາໃຫ້ສຳເລັດຢູ່ສະເໝີ ແລະ ບໍ່ເຮັດໃຫ້ການຍົກຍ້ອງທີ່ພຣະເຈົ້າມີຕໍ່ເຂົານັ້ນຕ້ອງສູນເປົ່າ. ເຂົາມີຄວາມຄິດແບບນີ້ຢູ່ສະເໝີໃນການເຮັດວຽກງານຂອງຄຣິສຕະຈັກຄື: ບໍ່ວ່າເຂົາຈະປະເຊີນກັບຫຍັງກໍຕາມ, ເຂົາກໍເບິ່ງວ່າວຽກງານຂອງຄຣິສຕະຈັກ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ເຂົາເປັນສິ່ງສຳຄັນອັນດັບໜຶ່ງຂອງເຂົາ ແລະ ພຣະບັນຊາ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ເຂົານັ້ນ ເຂົາກໍປົກປ້ອງພວກມັນຄືກັບວ່າພວກມັນເປັນຊີວິດຂອງເຂົາເອງ. ສະນັ້ນ, ເມື່ອເຂົາມີຄວາມໂນ້ມອຽງດັ່ງກ່າວໃນເຈດຕະນາສ່ວນຕົວຂອງເຂົາ, ໃນສ່ວນຂອງພຣະເຈົ້າ ພຣະອົງກໍຊົງກວດສອບເຂົາ ແລະ ເຫັນຄວາມຈິງໃຈຂອງເຂົາ. ເມື່ອພຣະເຈົ້າຊົງກວດສອບເຂົາ ແລະ ເຫັນຄວາມຈິງໃຈຂອງເຂົາ, ສິ່ງເຫຼົ່ານັ້ນທີ່ສາມາດເຮັດໃຫ້ມະນຸດຖືກບີບຄັ້ນ, ມີບັນຫາ ແລະ ໄດ້ຮັບຜົນກະທົບ ແລະ ເຖິງຂັ້ນສາມາດສັ່ນຄອນຄວາມຄິດ ແລະ ມຸມມອງຂອງມະນຸດ ແລະ ສັ່ນຄອນເສັ້ນທາງທີ່ເຂົາຍ່າງ, ກໍໄດ້ຮັບການແກ້ໄຂຢ່າງບໍ່ຮູ້ຕົວພາຍໃຕ້ການນໍາພາຂອງພຣະເຈົ້າ ແລະ ແກ້ໄຂຢ່າງງ່າຍດາຍອີກດ້ວຍ. ການເຮັດວຽກງານຂອງຄຣິສຕະຈັກກໍເປັນແບບນີ້ແຫຼະ; ຄວາມຫຍຸ້ງຍາກມັກຈະເກີດຂຶ້ນ ແລະ ບັນຫາກໍມັກຈະປາກົດຂຶ້ນ. ອ້າຍນ້ອງມັກຈະເວົ້າຢູ່ສະເໝີວ່າ “ເຈົ້າຈະຢຸດປູກຜັກກາດພຽງເພາະເຈົ້າໄດ້ຍິນສຽງກະຕ່າຍຮ້ອງໄຫ້ບໍ?” ຫຼັງຈາກທີ່ໄດ້ຍິນຄຳເວົ້ານີ້, ຄົນສ່ວນໃຫຍ່ກໍຮູ້ວ່າຫຼັກການທີ່ຢູ່ເບື້ອງຫຼັງນັ້ນຖືກຕ້ອງ, ແຕ່ເມື່ອເວົ້າເຖິງການນໍາໃຊ້ປະຕິບັດຫຼັກການນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? ແລ້ວເປັນຫຍັງຈຶ່ງມີຄວາມຫຍຸ້ງຍາກ? ສິ່ງນີ້ກ່ຽວຂ້ອງໂດຍກົງກັບທັດສະນະຄະຕິສ່ວນຕົວຂອງຜູ້ຄົນທີ່ມີຕໍ່ໜ້າທີ່ຂອງພວກເຂົາ ແລະ ຕໍ່ພາລະກິດຂອງພວກເຂົາ. ນັ້ນກໍຄື ລະຫວ່າງໜ້າທີ່ຂອງເຈົ້າ ແລະ ພຣະບັນຊາຂອງພຣະເຈົ້າໃນດ້ານໜຶ່ງ ແລະ ຜົນປະໂຫຍດສ່ວນຕົວຕ່າງໆຂອງເຈົ້າໃນອີກດ້ານໜຶ່ງ, ເຈົ້າເລືອກຜົນປະໂຫຍດສ່ວນຕົວຂອງເຈົ້າ; ສິ່ງທີ່ເຈົ້າທະນຸຖະໜອມຄືຜົນປະໂຫຍດທາງເນື້ອໜັງຂອງເຈົ້າເອງ, ຊື່ສຽງ ແລະ ສະຖານະຂອງເຈົ້າ ແລະ ການເພີດເພີນທາງເນື້ອໜັງ. ເຈົ້ານຳເອົາແປດສິບ ຫຼື ເກົ້າສິບເປີເຊັນຂອງເລືອດຫົວໃຈ ແລະ ພະລັງງານຂອງເຈົ້າ ແລະ ອຸທິດມັນໃຫ້ກັບຜົນປະໂຫຍດທາງເນື້ອໜັງຂອງເຈົ້າເອງ ແລະ ໃຊ້ມັນເພື່ອປົກປ້ອງຜົນປະໂຫຍດທາງເນື້ອໜັງຂອງເຈົ້າເອງ, ໃນຂະນະທີ່ປະຕິບັດຕໍ່ໜ້າທີ່ຂອງເຈົ້າເປັນຄືກັບພຽງວຽກເສີມ. ໃນກໍລະນີນັ້ນ, ເຈົ້າຈະມີຄວາມຈິງໃຈຫຼາຍສໍ່າໃດຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ຕໍ່ພຣະບັນຊາຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າ? (ໜ້ອຍຫຼາຍ.) ສຳລັບບາງຄົນ ມັນອາດຈະໜ້ອຍກວ່າສິບເປີເຊັນ. ມັນເປັນໄປໄດ້ບໍທີ່ເຈົ້າຈະແລກປ່ຽນຄວາມຈິງໃຈພຽງເລັກນ້ອຍນັ້ນກັບຄວາມຈິງ ແລະ ແລກປ່ຽນມັນກັບຄວາມສົມບູນຂອງພຣະເຈົ້າ? (ບໍ່.) ຄວາມສົມບູນຂອງພຣະເຈົ້າ ແລະ ຄວາມຈິງເປັນຊັບສົມບັດທີ່ປະເມີນຄ່າບໍ່ໄດ້! ເຈົ້າໃຊ້ພະລັງງານຂອງເຈົ້າໜ້ອຍກວ່າສິບເປີເຊັນ ແລະ ຄິດວ່າເຈົ້າສາມາດແລກປ່ຽນມັນກັບຄວາມຈິງ, ແລກປ່ຽນມັນກັບການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ແລກປ່ຽນມັນກັບການຮັບຮູ້ ແລະ ການຍອມຮັບຂອງພຣະເຈົ້າ, ບອກເຮົາເບິ່ງວ່າ ພຣະເຈົ້າຈະປະທານສິ່ງເຫຼົ່ານັ້ນໃຫ້ເຈົ້າບໍ? (ບໍ່.) ເຈົ້າຕ້ອງນໍາເອົາຄວາມຈິງໃຈໜຶ່ງຮ້ອຍເປີເຊັນຂອງເຈົ້າອອກມາ; ມີພຽງແຕ່ຕອນນັ້ນ ເຈົ້າຈຶ່ງຈະສາມາດໄດ້ຮັບຄວາມຈິງ ຄືກັບຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ ແລະ ໄດ້ຮັບຄວາມສົມບູນຂອງພຣະເຈົ້າ ແລະ ການຮັບຮອງຂອງພຣະເຈົ້າ. ຄວາມຈິງນັ້ນເອງເປັນຊັບສົມບັດທີ່ປະເມີນຄ່າບໍ່ໄດ້ ແລະ ບໍ່ມີສິ່ງໃດສາມາດແລກປ່ຽນກັບມັນໄດ້. ຄວາມຈິງຄືຕົ້ນທຶນທີ່ເຮັດໃຫ້ມະນຸດທີ່ຖືກສ້າງຂຶ້ນມີຄຸນສົມບັດທີ່ຈະມີຊີວິດຕະຫຼອດໄປ. ລອງຄິດເບິ່ງວ່າມັນມີຄຸນຄ່າຫຼາຍສໍ່າໃດ! ມັນເປັນໄປບໍ່ໄດ້ທີ່ເຈົ້າຈະໄດ້ຮັບຄວາມຈິງພຽງແຕ່ການເສຍສະລະເລັກນ້ອຍ, ໃຊ້ຄວາມພະຍາຍາມເລັກນ້ອຍ ແລະ ຮ້ອງຄຳຂວັນສອງສາມຄຳ. ນັບປະສາຫຍັງກັບການໄດ້ຮັບຄວາມຈິງ, ແມ່ນແຕ່ການໄດ້ຮັບຄວາມຮູ້ແຈ້ງ ແລະ ການນໍາພາຂອງພຣະວິນຍານບໍລິສຸດພຽງເລັກນ້ອຍ ກໍຍັງຕ້ອງມີຄວາມຈິງໃຈ ແລະ ຄວາມຈິງຈັງໃນລະດັບໜຶ່ງ ແລະ ນອກຈາກນີ້, ເຈົ້າຕ້ອງຈ່າຍລາຄາເພື່ອໃຫ້ໄດ້ຮັບວຽກງານຂອງພຣະວິນຍານບໍລິສຸດ, ແລ້ວການໄດ້ຮັບຄວາມຈິງຈະຍິ່ງຕ້ອງການສິ່ງເຫຼົ່ານີ້ຫຼາຍສໍ່າໃດ! ເລື່ອງນັ້ນຕ້ອງມີໄລຍະເວລາຂອງການໄລ່ຕາມເສາະຫາຢ່າງພາກພຽນ ແລະ ເຈົ້າຕ້ອງທົນທຸກທໍລະມານຫຼາຍ ແລະ ຈ່າຍລາຄາຫຼາຍຢ່າງເພື່ອບັນລຸມັນ. ນີ້ກໍເພາະວ່າຄວາມຈິງຈະເຮັດໜ້າທີ່ເປັນຊີວິດຂອງເຈົ້າ; ຫຼັງຈາກທີ່ຊີວິດນີ້ໄດ້ເຮັດວຽກໃນຕົວເຈົ້າແລ້ວ, ເຈົ້າກໍຈະບໍ່ຕ້ອງປະສົບກັບຄວາມຕາຍ, ເຈົ້າຈະບໍ່ຕາຍ. ການບໍ່ຕາຍໝາຍຄວາມວ່າແນວໃດ? (ມັນໝາຍເຖິງການໄດ້ຮັບຊີວິດນິລັນດອນ.) ຊີວິດນິລັນດອນ, ເມື່ອເບິ່ງຕາມຕົວອັກສອນແລ້ວ, ໝາຍເຖິງການຢູ່ລອດຕະຫຼອດໄປ, ການມີຊີວິດຕະຫຼອດໄປ ແລະ ການບໍ່ຕາຍ, ເພາະວ່າເຈົ້າມີພື້ນຖານສຳລັບການດຳລົງຊີວິດ ແລະ ມີຕົ້ນທຶນທີ່ຈະດຳລົງຊີວິດ. ແລ້ວເຈົ້າຈະສາມາດໄດ້ຮັບຄວາມຈິງ ເຊິ່ງເປັນຊັບສົມບັດທີ່ປະເມີນຄ່າບໍ່ໄດ້ນີ້ໄດ້ແນວໃດ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງມີຄວາມຈິງໃຈແດ່. ຖ້າເຈົ້າມີຄວາມຈິງໃຈພຽງແຕ່ສິບເປີເຊັນ, ມັນພຽງພໍຢູ່ບໍ? ເຮົາຄິດວ່າແມ່ນແຕ່ຫ້າສິບເປີເຊັນກໍຍັງບໍ່ພຽງພໍ; ເຈົ້າກໍຍັງຈະບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າອາດຈະສາມາດເຂົ້າໃຈຄວາມຈິງໃນລະດັບຜິວເຜີນບາງຢ່າງ, ແຕ່ເຈົ້າຈະບໍ່ສາມາດໄດ້ຮັບຄວາມຈິງທີ່ເລິກເຊິ່ງຂຶ້ນ, ນັ້ນກໍຄື ຄວາມຈິງ ແລະ ຊີວິດໃນດ້ານຂອງການຮູ້ຈັກພຣະເຈົ້າ, ດ້ານຂອງການອ່ອນນ້ອມຕໍ່ພຣະເຈົ້າ ແລະ ດ້ານຂອງການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຖ້າເຈົ້າຕ້ອງການໃຫ້ຄວາມຈິງເຫຼົ່ານີ້ໄດ້ເຮັດວຽກໃນຕົວເຈົ້າເພື່ອໃຫ້ກາຍເປັນຄວາມເປັນຈິງຂອງເຈົ້າ ແລະ ກາຍເປັນສິ່ງທີ່ເຈົ້າເປີດເຜີຍ ແລະ ໃຊ້ຊີວິດຕາມຢ່າງເປັນທຳມະຊາດ, ແລ້ວເຈົ້າກໍຕ້ອງມອບຄວາມຈິງໃຈໜຶ່ງຮ້ອຍເປີເຊັນຂອງເຈົ້າ; ສິ່ງນີ້ບໍ່ແມ່ນສິ່ງທີ່ສາມາດຕໍ່ລອງກັນໄດ້. ສະນັ້ນ, ຖ້າເຈົ້າຕ້ອງການໄດ້ຮັບຄວາມຈິງ, ເຈົ້າກໍຕ້ອງໄຕ່ຕອງວ່າເຈົ້າໄດ້ມອບຄວາມຈິງໃຈໄປຫຼາຍສໍ່າໃດແລ້ວ ແລະ ເຈົ້າໄດ້ກັກເກັບມັນໄວ້ແດ່ ຫຼື ບໍ່. ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ ແລະ ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າປະເຊີນ, ເຈົ້າໃຊ້ເວລາຫຼາຍສໍ່າໃດໃນການບໍ່ໃສ່ໃຈໜ້າທີ່ຂອງເຈົ້າ, ລະເລີຍໜ້າວຽກທີ່ຄວນເຮັດ, ໄລ່ຕາມການເພີດເພີນທາງເນື້ອໜັງ, ໄລ່ຕາມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດ ແລະ ໂອ້ອວດ ແລະ ຍົກຍ້ອງຕົນເອງ? ເຈົ້າໃຊ້ເວລາຫຼາຍສໍ່າໃດໃນການປະຕິບັດໜ້າທີ່ຂອງເຈົ້າແບບພໍແລ້ວມືແລ້ວຕີນ, ເພິ່ງພາຄົນອື່ນ ແລະ ບໍ່ເຕັມໃຈທີ່ຈະທົນທຸກທໍລະມານ ແລະ ຈ່າຍລາຄາ, ພ້ອມທັງທອດຖິ້ມວຽກງານຂອງເຈົ້າເມື່ອປະເຊີນກັບບັນຫາ ແລະ ເຮັດຕາມອຳເພີໃຈ ແລະ ບໍ່ຄຳນຶງເຖິງພາລະຂອງພຣະເຈົ້າເມື່ອປະເຊີນກັບບັນຫາ? ເຈົ້າຄວນກວດສອບສິ່ງທັງໝົດເຫຼົ່ານີ້ຢ່າງຈິງຈັງ.
ຈົ່ງເບິ່ງວ່າຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ໄດ້ຕິດຕາມວຽກງານຂອງພວກເຈົ້າແນວໃດຕະຫຼອດຫຼາຍປີທີ່ຜ່ານມາ. ເມື່ອເຂົາໂອ້ລົມຄວາມຈິງກັບພວກເຈົ້າເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຈົ້າ, ເຂົາເຮັດແນວໃດ? ມີຄວາມປະສົງສ່ວນຕົວຂອງເຂົາປົນຢູ່ແດ່ບໍ? ເຂົາເຄີຍທອດຖິ້ມວຽກງານຂອງເຂົາບໍ? ເຂົາເຄີຍຫຼີກລ່ຽງຄວາມຮັບຜິດຊອບຂອງເຂົາບໍ? ແມ່ນແຕ່ການລິຮານພວກເຈົ້າຂອງເຂົາກໍເຮັດດ້ວຍຄວາມຈິງໃຈຫຼາຍ ແລະ ແມ່ນແຕ່ການຕຳນິພວກເຈົ້າ ແລະ ການລົງວິໄນພວກເຈົ້າຂອງເຂົາກໍເຮັດດ້ວຍຄວາມຈິງໃຈ, ບໍ່ມີສິ່ງໃດເລີຍທີ່ເປັນການເຮັດແບບພໍເປັນພິທີ. ເຂົາປະຕິບັດຄວາມຮັບຜິດຊອບຂອງເຂົາຢ່າງຈິງໃຈ ແລະ ປະຕິບັດພັນທະຂອງເຂົາທີ່ມີຕໍ່ພວກເຈົ້າ. ຄວາມຈິງໃຈນີ້ມາຈາກໃສ? ມັນອີງໃສ່ຄວາມຈິງໃຈຂອງເຂົາທີ່ມີຕໍ່ພຣະເຈົ້າ. ເຂົາຍອມຮັບພຣະບັນຊາຂອງພຣະເຈົ້າດ້ວຍຄວາມຈິງໃຈ ແລະ ຕັ້ງແຕ່ນັ້ນມາກໍໄດ້ໃຊ້ຄວາມຈິງໃຈຂອງເຂົາເພື່ອພະຍາຍາມເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ ແລະ ເຮັດມັນໃຫ້ດີ. ແລ້ວເຂົາປະຕິບັດສິ່ງນີ້ແນວໃດ? ເຂົາບໍ່ພຽງແຕ່ເວົ້າສອງສາມຄຳ, ສະແດງຈຸດຢືນຂອງເຂົາ ແລ້ວກໍປ່ອຍມັນໄປ. ໃນທາງກົງກັນຂ້າມ ເຂົາເຮັດວຽກງານນີ້ໃນຕົວພວກເຈົ້າໃຫ້ສຳເລັດຢ່າງເປັນຮູບປະທຳ. ພວກເຈົ້າຄວນຈະຊາບຊຶ້ງໃນສິ່ງນີ້, ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ແມ່ນແຕ່ການລິຮານພວກເຈົ້າ ແລະ ການຮ້າຍດ່າພວກເຈົ້າຂອງເຂົາກໍເຮັດດ້ວຍຄວາມຈິງໃຈ. ຕົວເຂົາເອງກໍຮູ້ສຶກໂມໂຫເຊັ່ນກັນ ເມື່ອເຂົາລິຮານ ແລະ ຮ້າຍດ່າພວກເຈົ້າ. ຖ້າເຂົາບໍ່ຮັບຜິດຊອບຕໍ່ພວກເຈົ້າ ແລະ ບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ ແລະ ເຂົາບໍ່ສົນໃຈ ຫຼື ເກັບເອົາຄວາມຜິດພາດໃດໆທີ່ພວກເຈົ້າເຮັດມາໃສ່ໃຈ, ເຂົາຈະຮູ້ສຶກໂມໂຫໄດ້ບໍ? ເມື່ອພວກເຈົ້າບໍ່ປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ດີ ແລະ ເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ຖ້າເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ເກັບເລື່ອງເຫຼົ່ານີ້ໄວ້ໃນໃຈຂອງເຂົາ ແລະ ບໍ່ສົນໃຈວ່າການປະຕິບັດໜ້າທີ່ຂອງພວກເຈົ້າເປັນແນວໃດ ໂດຍພຽງແຕ່ຕ້ອງການໃຫ້ທຸກຄົນເຂົ້າກັນໄດ້ ແລະ ຮັກສາບັນຍາກາດໃຫ້ດີ ແລະ ບໍ່ມີຄວາມຮັບຜິດຊອບ ຫຼື ພາລະໃດໆຕໍ່ພວກເຈົ້າເລີຍ, ແລ້ວເຂົາຈະຮູ້ສຶກໂມໂຫບໍ ເມື່ອພວກເຈົ້າລະເມີດຫຼັກການໃນການປະຕິບັດໜ້າທີ່ຂອງພວກເຈົ້າ? ຖ້າເຂົາບໍ່ຮູ້ສຶກໂມໂຫ, ເຂົາຈະສາມາດລິຮານພວກເຈົ້າໄດ້ບໍ? (ບໍ່ໄດ້.) ບອກເຮົາເບິ່ງວ່າ, ເຂົາເຕັມໃຈທີ່ຈະໃຈຮ້າຍບໍ? (ເຂົາບໍ່ເຕັມໃຈ; ມັນເປັນຍ້ອນພວກຂ້ານ້ອຍໜ້າໂມໂຫເກີນໄປ.) ຖືກຕ້ອງແລ້ວ. ພວກເຈົ້າໜ້າໂມໂຫເກີນໄປ. ບໍ່ວ່າຈະມີການໂອ້ລົມເລື່ອງຕ່າງໆຈັກຄັ້ງກໍຕາມ, ພວກເຈົ້າກໍຍັງລະເມີດຫຼັກການເດີມ; ບໍ່ວ່າຈະອະທິບາຍເລື່ອງຕ່າງໆແນວໃດກໍຕາມ, ພວກເຈົ້າກໍບໍ່ສາມາດຈື່ຈຳພວກມັນໄດ້. ໃນທີ່ສຸດ, ອ້າຍເອື້ອຍນ້ອງບາງຄົນກໍບໍ່ຮູ້ວ່າຈະເຮັດແນວໃດກັບຕົນເອງ ແລະ ຖາມອ້າຍນ້ອງວ່າ “ຄັ້ງນີ້ພວກເຮົາຕ້ອງຖືກລົງໂທດ, ແມ່ນບໍ?” ອ້າຍນ້ອງກໍໝົດຫົນທາງເຊັ່ນກັນ ຈຶ່ງເວົ້າວ່າ “ຄັ້ງນີ້ພວກເຮົາຈະບໍ່ລົງໂທດພວກເຈົ້າ”. ຕັ້ງແຕ່ການລິຮານພວກເຈົ້າໄປຈົນເຖິງການປຶກສາຫາລືກັບພວກເຈົ້າໃນທ້າຍທີ່ສຸດວ່າ ພວກເຈົ້າຄວນຖືກລົງໂທດ ຫຼື ບໍ່ ແລະ ພວກເຈົ້າຄວນຖືກລົງໂທດແນວໃດ, ເຈົ້າເຫັນບໍວ່າ ອ້າຍນ້ອງພຽງແຕ່ປະຕິບັດຕໍ່ພວກເຈົ້າຄືກັບຄອບຄົວ. ເຂົາໃຊ້ວິທີການທຸກຮູບແບບເພື່ອນໍາພາພວກເຈົ້າ ແລະ ຊ່ວຍເຫຼືອພວກເຈົ້າ. ໃນທີ່ສຸດ, ເຂົາກໍບໍ່ສາມາດແມ່ນແຕ່ຈະໃຈຮ້າຍເພື່ອລິຮານພວກເຈົ້າໄດ້. ເຂົາບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້ດີ ແລະ ນີ້ຄືສະຖານະການທີ່ເກີດຂຶ້ນ. ຖ້າອ້າຍນ້ອງບໍ່ມີພາລະສຳລັບການເຂົ້າສູ່ຊີວິດຂອງພວກເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າ, ບໍ່ມີຄວາມຈິງໃຈຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ຖືວ່າມັນເປັນທຸລະຂອງເຂົາເອງ ແລະ ບໍ່ເກັບມັນມາໃສ່ໃຈ, ເຂົາຈະເຮັດສິ່ງເຫຼົ່ານີ້ຕໍ່ພວກເຈົ້າບໍ? (ບໍ່.) ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ເຫັນຜູ້ຄົນກະທຳການລະເມີດຫຼັກການ ຫຼື ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາໃຈຮ້າຍບໍ? ມີບຸກຄົນພຽງສອງສາມຄົນທີ່ມີຄວາມຮູ້ສຶກຍຸຕິທຳຢູ່ເລັກນ້ອຍທີ່ໃຈຮ້າຍ. ແຕ່ຫຼັງຈາກທີ່ໃຈຮ້າຍແລ້ວ, ພວກເຂົາກໍໄຕ່ຕອງວ່າ “ພວກເຂົາກໍໄດ້ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາເຊັ່ນກັນ; ຂ້ອຍບໍ່ສາມາດຕຳນິພວກເຂົາໄດ້ແທ້ໆ. ຂ້ອຍຄວນພຽງແຕ່ເຕືອນສະຕິພວກເຂົາເລັກນ້ອຍ, ໂອ້ລົມເລື່ອງຕ່າງໆກັບພວກເຂົາ ແລະ ຂໍໃຫ້ພວກເຂົາເຮັດມັນຢ່າງເໝາະສົມ”. ຈາກນັ້ນ ພວກເຂົາກໍເວົ້າກັບຄົນນັ້ນວ່າ “ພຣະເຈົ້າຍົກຍ້ອງພວກເຮົາໃຫ້ປະຕິບັດໜ້າທີ່ຂອງພວກເຮົາ ແລະ ປະທານໂອກາດໃຫ້ພວກເຮົາໃນການຖືກຊ່ວຍໃຫ້ລອດພົ້ນ. ພວກເຮົາຕ້ອງມີສະຕິຮູ້ສຶກຜິດຊອບ ແລະ ຕ້ອງຕອບແທນຄວາມຮັກຂອງພຣະເຈົ້າ!” ພວກເຂົາພຽງແຕ່ໃຫ້ຄຳເຕືອນສະຕິສອງສາມປະໂຫຍກແບບນີ້ ແລ້ວກໍປ່ອຍມັນໄປ, ໂດຍບໍ່ສົນໃຈວ່າບັນຫາໄດ້ຮັບການແກ້ໄຂແລ້ວ ຫຼື ບໍ່. ໃນຂະນະທີ່ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ກຳລັງເຮັດວຽກງານ ແລະ ປະຕິບັດຄວາມຮັບຜິດຊອບຂອງເຂົາ, ບໍ່ວ່າເຂົາຈະປະເຊີນກັບບັນຫາປະເພດໃດ ຫຼື ມີສະຖານະການປະເພດໃດເກີດຂຶ້ນໃນຄຣິສຕະຈັກກໍຕາມ, ໂດຍສ່ວນຕົວແລ້ວ ເຂົາມັກຈະຍຶດໝັ້ນໃນຫຼັກການໜຶ່ງສະເໝີ ແລະ ຍຶດໝັ້ນໃນຄວາມຮັບຜິດຊອບນີ້ສະເໝີ, ໂດຍໄດ້ຮັບການຊີ້ນໍາຈາກທັດສະນະຄະຕິທີ່ຖືກຕ້ອງ, ເພື່ອເຮັດພຣະບັນຊາທີ່ພຣະເຈົ້າປະທານໃຫ້ເຂົາໃຫ້ສຳເລັດ. ຄວາມຄິດນີ້ຂອງເຂົາແມ່ນຫຍັງ? ນັ້ນກໍຄື, ບໍ່ວ່າຈະມີຫຍັງເກີດຂຶ້ນໃນຊີວິດກໍຕາມ, ບໍ່ວ່າຈະມີຫຍັງເກີດຂຶ້ນໃນສະພາບແວດລ້ອມພາຍນອກກໍຕາມ ແລະ ບໍ່ວ່າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຈະປ່ຽນແປງໄປແນວໃດກໍຕາມ, ຜູ້ຄົນຕ້ອງເຮັດພາລະກິດທີ່ພຣະເຈົ້າປະທານໃຫ້ພວກເຂົາໃຫ້ສຳເລັດ, ສິ່ງນີ້ເປັນເລື່ອງທຳມະຊາດ ແລະ ທ່ຽງທຳໂດຍສົມບູນ. ໃນມຸມມອງຂອງເຂົາ, ບໍ່ວ່າເຈົ້າຈະຈັດການຊີວິດສ່ວນຕົວຂອງເຈົ້າໄດ້ດີສໍ່າໃດກໍຕາມ, ຖ້າເຈົ້າບໍ່ໄດ້ເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ, ເຈົ້າບໍ່ໄດ້ເຮັດໜ້າວຽກທີ່ພຣະເຈົ້າປະທານໃຫ້ເຈົ້າໃຫ້ດີ ແລະ ບໍ່ໄດ້ເຮັດວຽກງານທີ່ພຣະເຈົ້າປະທານໃຫ້ເຈົ້າໃຫ້ດີ ແລະ ເຈົ້າບໍ່ໄດ້ຕອບສະໜອງຕາມເຈດຕະນາຂອງພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະເວົ້າຫຍັງກໍບໍ່ມີປະໂຫຍດເລີຍ. ສະນັ້ນ, ບໍ່ວ່າເຂົາຈະປະເຊີນກັບຫຍັງກໍຕາມ, ເຂົາກໍບໍ່ຖືກບີບຄັ້ນ, ບໍ່ໄດ້ຮັບຜົນກະທົບ ຫຼື ຖືກລົບກວນ; ເຂົາເຮັດໃນສິ່ງທີ່ເຂົາຄວນເຮັດ, ໃນວິທີທີ່ເຂົາຄວນເຮັດມັນ. ພຣະບັນຊາຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ຜູ້ຄົນແມ່ນສິ່ງສຳຄັນອັນດັບໜຶ່ງ; ຜູ້ຄົນຕ້ອງຍຶດໝັ້ນໃນສິ່ງເຫຼົ່ານີ້ຢູ່ຕະຫຼອດເວລາ. ນັ້ນກໍຄື, ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ, ຕາບໃດທີ່ວຽກງານຂອງພຣະເຈົ້າບໍ່ຢຸດລົງ, ການເຮັດວຽກງານຂອງຄຣິສຕະຈັກ ແລະ ການເຮັດວຽກງານຂອງເຮືອນຂອງພຣະເຈົ້າກໍຄືພາລະກິດທີ່ພຣະເຈົ້າປະທານໃຫ້ເຈົ້າ ແລະ ເຈົ້າຕ້ອງຍຶດໝັ້ນໃນມັນຈົນເຖິງທີ່ສຸດ. ໃນຊີວິດນີ້, ເນື່ອງຈາກພຣະເຈົ້າໄດ້ຊົງເລືອກເຈົ້າ ແລະ ປະທານພາລະກິດນີ້ໃຫ້ເຈົ້າ, ເຈົ້າຈຶ່ງຖືກກຳນົດໄວ້ຕະຫຼອດຊີວິດຂອງເຈົ້າໃຫ້ດຳລົງຊີວິດເພື່ອພາລະກິດທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ ແລະ ດຳລົງຊີວິດເພື່ອເຮັດພຣະບັນຊາທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າໃຫ້ສຳເລັດ. ຖ້າເຈົ້າລະເລີຍໜ້າວຽກທີ່ຄວນເຮັດ ແລະ ປ່ອຍໃຫ້ຈິດໃຈຂອງເຈົ້າລ່ອງລອຍໄປຫາສິ່ງອື່ນ, ບໍ່ສາມາດແບກຮັບພຣະບັນຊາຂອງພຣະເຈົ້າ ແລະ ບໍ່ສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ດີ ແລະ ເປັນໜີ້ພຣະເຈົ້າ ແລະ ເປັນໜີ້ອ້າຍເອື້ອຍນ້ອງ, ແລ້ວຫຼັງຈາກທີ່ເຈົ້າຕາຍໄປ, ເຈົ້າກໍຈະອັບອາຍເກີນກວ່າທີ່ຈະປະເຊີນໜ້າກັບພຣະເຈົ້າ ແລະ ເຈົ້າກໍຈະບໍ່ມີທາງທີ່ຈະໃຫ້ຄຳຊີ້ແຈງກັບພຣະເຈົ້າໄດ້. ສະນັ້ນ, ໂດຍໄດ້ຮັບການຊີ້ນໍາຈາກຄວາມຄິດນີ້, ບົນເສັ້ນທາງແຫ່ງການຮັບໃຊ້ພຣະເຈົ້າຕະຫຼອດຫຼາຍປີທີ່ຜ່ານມາ, ບໍ່ວ່າເຂົາຈະປະສົບກັບຄວາມຫຍຸ້ງຍາກໃດກໍຕາມ, ບໍ່ວ່າເຂົາຈະປະສົບກັບສະພາບແວດລ້ອມໃດກໍຕາມ ແລະ ບໍ່ວ່າວຽກງານຂອງຄຣິສຕະຈັກຈະປະເຊີນກັບຄວາມຫຍຸ້ງຍາກໃດກໍຕາມ, ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ກໍບໍ່ໄດ້ວາງວຽກງານຂອງຄຣິສຕະຈັກລົງ ແລະ ບໍ່ໄດ້ທອດຖິ້ມວຽກງານຂອງເຮືອນຂອງພຣະເຈົ້າ. ເຂົາໄດ້ສືບຕໍ່ເຮັດວຽກງານນັ້ນເທື່ອລະກ້າວຈົນເຖິງປັດຈຸບັນ ແລະ ເຂົາກໍຈະສືບຕໍ່ເຮັດມັນດ້ວຍວິທີນີ້ໃນອະນາຄົດ. ເຂົາໄດ້ເຮັດວຽກງານນັ້ນສະເໝີ ແລະ ນີ້ຄືບັນທັດຖານໃນຊີວິດຂອງເຂົາ.
ພວກເຈົ້າເຂົ້າໃຈການໂອ້ລົມນີ້ແລ້ວບໍ? (ແມ່ນແລ້ວ, ພວກຂ້ານ້ອຍເຂົ້າໃຈແລ້ວ.) ພວກເຈົ້າເຂົ້າໃຈຫຍັງແດ່? (ວ່າພວກຂ້ານ້ອຍຕ້ອງຍຶດໝັ້ນໃນໜ້າທີ່ຂອງພວກຂ້ານ້ອຍ ແລະ ຍຶດໝັ້ນໃນພຣະບັນຊາທີ່ພຣະເຈົ້າປະທານໃຫ້ພວກຂ້ານ້ອຍຢູ່ຕະຫຼອດເວລາ. ບໍ່ວ່າຄວາມຫຍຸ້ງຍາກຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກຂ້ານ້ອຍກໍບໍ່ສາມາດຍອມແພ້ໄດ້; ພວກຂ້ານ້ອຍຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ນອກຈາກນີ້, ບໍ່ວ່າຊື່ສຽງ ແລະ ສະຖານະຂອງພວກຂ້ານ້ອຍຈະໄດ້ຮັບຄວາມເສຍຫາຍ ຫຼື ຜົນປະໂຫຍດທາງເນື້ອໜັງສ່ວນຕົວຂອງພວກຂ້ານ້ອຍຈະໄດ້ຮັບຄວາມເສຍຫາຍກໍຕາມ, ພວກຂ້ານ້ອຍກໍຕ້ອງປ່ອຍວາງຜົນປະໂຫຍດສ່ວນຕົວຂອງພວກຂ້ານ້ອຍ, ບໍ່ຖືກບີບຄັ້ນໂດຍສິ່ງເຫຼົ່ານີ້ ແລະ ຍຶດໝັ້ນໃນພຣະບັນຊາທີ່ພຣະເຈົ້າໄດ້ປະທານໃຫ້ພວກຂ້ານ້ອຍ.) ຍັງມີຈຸດທີ່ສຳຄັນທີ່ສຸດອີກເຊັ່ນກັນ, ນັ້ນກໍຄື ການຮັບໃຊ້ພຣະເຈົ້າ, ການເຮັດວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການຍອມຮັບຄວາມຮັບຜິດຊອບ ແລະ ພາລະກິດທີ່ພຣະເຈົ້າປະທານໃຫ້ເຈົ້າເປັນເລື່ອງຕະຫຼອດຊີວິດ; ເຈົ້າຕ້ອງບໍ່ມີທັດສະນະແບບຊົ່ວຄາວ. ຖ້າເຈົ້າມີທັດສະນະແບບຊົ່ວຄາວຢູ່ສະເໝີ ໂດຍຄິດວ່າ “ຫຼັງຈາກທີ່ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍເປັນເວລາສອງ ຫຼື ສາມປີ, ວຽກງານຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ຂ້ອຍກໍຈະປະສົບຄວາມສຳເລັດໃນການເຊື່ອໃນພຣະເຈົ້າ; ຊີວິດຂອງຂ້ອຍກໍຈະຄຸ້ມຄ່າ ແລະ ຂ້ອຍກໍຈະໄດ້ປຽບ”, ແລ້ວເຈົ້າກໍຈະບໍ່ສາມາດຍ່າງໄປຈົນສຸດເສັ້ນທາງໄດ້; ເຈົ້າບໍ່ໄດ້ມາດຕະຖານໃນຖານະຄົນທີ່ຮັບໃຊ້ພຣະເຈົ້າ ແລະ ເຈົ້າບໍ່ມີຄວາມຈິງໃຈຕໍ່ພຣະເຈົ້າ. ແລ້ວຄົນທີ່ມີທັດສະນະແບບຊົ່ວຄາວແມ່ນຄົນປະເພດໃດ? ພວກເຂົາແມ່ນຄົນສວຍໂອກາດ. ໃນເມື່ອເຈົ້າບໍ່ມີແມ່ນແຕ່ຄວາມຈິງໃຈຕໍ່ພຣະເຈົ້າ, ເຈົ້າຈະສາມາດມີຄວາມຈິງໃຈຕໍ່ວຽກງານຂອງຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງໄດ້ບໍ? (ນັ້ນເປັນໄປບໍ່ໄດ້ເລີຍ.) ເມື່ອມີເຫດການສຳຄັນເກີດຂຶ້ນໃນຄຣິສຕະຈັກ ຫຼື ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນທີ່ກ່ຽວຂ້ອງກັບຊື່ສຽງ ແລະ ສະຖານະຂອງເຈົ້າເອງ ແລະ ຜົນປະໂຫຍດຂອງເຈົ້າເອງ, ເຈົ້າກໍຄົງຈະບໍ່ເລືອກທີ່ຈະປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ເຈົ້າກໍຄົງຈະບໍ່ຕອບສະໜອງຕາມເຈດຕະນາຂອງພຣະເຈົ້າ. ຄົນແບບນີ້, ຜູ້ທີ່ມີທັດສະນະແບບຊົ່ວຄາວ, ແມ່ນຕົກຢູ່ໃນອັນຕະລາຍອັນໃຫຍ່ຫຼວງ. ເມື່ອວຽກງານຂອງຄຣິສຕະຈັກດຳເນີນໄປຕາມປົກກະຕິ, ພວກເຂົາສາມາດຕິດຕາມໄປໃນຄວາມເຊື່ອຂອງພວກເຂົາໄດ້, ແຕ່ເມື່ອຄຣິສຕະຈັກປະເຊີນກັບການຂົ່ມເຫັງທີ່ບໍ່ເຄີຍມີມາກ່ອນ ແລະ ມີວິກິດການເກີດຂຶ້ນ, ພວກເຂົາກໍຈະປະເຊີນກັບການລອງໃຈ ແລະ ມັນກໍບໍ່ແນ່ນອນວ່າພວກເຂົາຈະສາມາດສືບຕໍ່ຕິດຕາມພຣະເຈົ້າໄດ້ ຫຼື ບໍ່. ຄົນແບບນັ້ນສາມາດຕິດຕາມພຣະເຈົ້າໄປຈົນສຸດເສັ້ນທາງໄດ້ບໍ? (ບໍ່ໄດ້.) ການມີທັດສະນະແບບຊົ່ວຄາວໃນການປະຕິບັດໜ້າທີ່ຂອງຕົນແມ່ນສັນຍານທີ່ເປັນອັນຕະລາຍ. ບາງຄົນຄິດວ່າ “ການທີ່ຂ້ອຍມີທັດສະນະແບບຊົ່ວຄາວສະແດງໃຫ້ເຫັນວ່າຂ້ອຍສະຫຼາດ ແລະ ຮູ້ຈັກວິທີໄຂວ່ຄວ້າໂອກາດ. ເບິ່ງແມວ່າພວກເຈົ້າໂງ່ຈ້າສໍ່າໃດ! ຂ້ອຍຈະມອບຄວາມຈິງໃຈພຽງເລັກນ້ອຍກໍຕໍ່ເມື່ອວຽກງານຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ແລະ ຂ່າວປະເສີດແຫ່ງລາຊະອານາຈັກໄດ້ເຜີຍແຜ່ໄປທຸກປະເທດໃນໂລກ. ຖ້າວຽກງານຂອງພຣະເຈົ້າຍັງເຫຼືອເວລາອີກສອງສາມປີ ຫຼື ເຖິງຂັ້ນຫຼາຍສິບປີ ແລະ ຈະບໍ່ສິ້ນສຸດລົງໃນໄວໆນີ້, ແລ້ວຂ້ອຍກໍຈະໃຊ້ຊີວິດຂອງຂ້ອຍໄປວັນໆ ແລະ ໄລ່ຕາມໂລກນີ້ກ່ອນ ແລະ ກັບມາປະຕິບັດໜ້າທີ່ຂອງຂ້ອຍເມື່ອວຽກງານຂອງພຣະເຈົ້າໃກ້ຈະສິ້ນສຸດລົງ”. ເຈົ້າສະຫຼາດ ແລະ ຄິດໄລ່ເກັ່ງພໍສົມຄວນ ແລະ ເຈົ້າກໍວາງແຜນທຸກຢ່າງໄວ້ເປັນຢ່າງດີ. ຜູ້ຄົນອາດຈະບໍ່ຮູ້ແຜນການຂອງເຈົ້າ, ແຕ່ພຣະເຈົ້າຊົງຮູ້. ເຈົ້າບໍ່ມີຄວາມຈິງໃຈຕໍ່ພຣະເຈົ້າ, ສະນັ້ນ ພຣະເຈົ້າຈະບໍ່ປະທານພາລະໃດໆໃຫ້ເຈົ້າແບກຮັບ. ໃນກໍລະນີນັ້ນ, ວຽກງານຂອງເຮືອນຂອງພຣະເຈົ້າ, ການຮັບໃຊ້ພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງເຈົ້າ ແລະ ການຖືກຊ່ວຍໃຫ້ລອດພົ້ນໃນອະນາຄົດກໍຈະບໍ່ມີຫຍັງກ່ຽວຂ້ອງກັບເຈົ້າເລີຍ. ໃນຂະບວນການຮັບໃຊ້ພຣະເຈົ້າ, ນອກເໜືອຈາກການມີຄວາມສັດທາໃນພຣະເຈົ້າ, ການມີຄວາມຈິງໃຈ ແລະ ການຄຳນຶງເຖິງພຣະອົງແລ້ວ, ຄົນທີ່ພຣະວິນຍານບໍລິສຸດຊົງນໍາໃຊ້ຍັງຖືວ່າວຽກງານແຕ່ລະຢ່າງຂອງຄຣິສຕະຈັກເປັນວຽກງານຂອງເຂົາເອງອີກດ້ວຍ. ການດຳລົງຊີວິດນີ້ໝາຍເຖິງການເຮັດວຽກງານນັ້ນ ແລະ ການເຮັດວຽກງານນັ້ນໝາຍເຖິງການດຳລົງຊີວິດ. ການຖືວ່າວຽກງານຂອງຄຣິສຕະຈັກເປັນວຽກງານຂອງເຂົາເອງ ແລະ ການເຮັດວຽກງານນັ້ນຄືກັບການດຳເນີນຊີວິດປະຈຳວັນຂອງເຂົາ, ບໍ່ແມ່ນວ່າຄວາມຄິດນີ້ດີພໍສົມຄວນບໍ? (ແມ່ນແລ້ວ.) ພວກເຈົ້າມີຄວາມຄິດນີ້ບໍ? (ຍັງບໍ່ມີ.) ຈົ່ງຢ່າລືມວ່າ: ເພື່ອທີ່ຈະສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ, ມັນບໍ່ມີເຄັດລັບ ແລະ ບໍ່ມີທາງລັດ. ມັນສະຫຼຸບໄດ້ດ້ວຍຄຳເວົ້າເຫຼົ່ານີ້ຄື: ຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ມີຄວາມຈົງຮັກພັກດີ. ຕັ້ງໜ້າຕັ້ງຕາເຮັດວຽກໜັກ ແລະ ເຮັດຈົນສຸດຄວາມສາມາດຂອງເຈົ້າຢູ່ຕະຫຼອດເວລາ. ເຈົ້າຕ້ອງມອບຄວາມຈິງໃຈຂອງເຈົ້າ ແລະ ທຸ່ມເທຢ່າງສຸດກຳລັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ; ຖ້າບໍ່ດັ່ງນັ້ນ, ມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ແມ່ນບໍ? (ແມ່ນແລ້ວ.)
ເອົາລະ, ການໂອ້ລົມຂອງພວກເຮົາສຳລັບມື້ນີ້ກໍຈົບລົງພຽງເທົ່ານີ້. ລາກ່ອນ!
ວັນທີ 22 ກຸມພາ 2025