2. ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າພຣະອົງເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງຄ້າຍຄືກັບມະນຸດ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນວ່າພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ການທີ່ພຣະອົງປະກອບສ່ວນຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູ່ລອດຂອງມະນຸດຊາດເຮັດໃຫ້ພຣະອົງມີຄ່າຢ່າງສູງ ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຕົກຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດແທນ ຜູ້ເຊິ່ງໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານໃຫ້ກັບພຣະອົງເອງໄດ້ດີກວ່າສິ່ງຖືກສ້າງຂຶ້ນຂອງພຣະອົງ ແລະ ພຣະອົງສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ດົນບັນດານໃຈກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດຊ່ວຍໃຫ້ມະນຸດຮູ້ຈັກພຣະຜູ້ສ້າງໄດ້ດີກວ່າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສິ່ງຖືກສ້າງຂອງພຣະອົງໄດ້ດີກວ່າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນ ທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ພຣະອົງຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສວຍງາມຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ຜູ້ທີ່ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງໄດ້ສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງໄດ້ຮັບໃຊ້ຊາຕານ ແລະ ພຣະອົງນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໂດຍແທນທີ່ພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍ່ບໍ່ສະແຫວງຫາ ແລະ ງົມຫາສິ່ງຕ່າງໆທີ່ເບິ່ງຄືມີຢູ່ຈິງ ແລະ ບໍ່ມີຢູ່ຈິງ ແລະ ພວກເຂົາເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ພວກເຂົາຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າຈະປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນເປັນພຽງຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າເທົ່ານັ້ນ, ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເຈົ້າບໍ່ສາມາດເຫັນແມ່ນຫຍັງກໍ່ຕາມທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ເນື້ອໜັງທີ່ບໍ່ສຳຄັນນີ້ເປັນສິ່ງທີ່ຮ່າງກາຍຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ດຳເນີນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ສະແດງອຸປະນິໄສທັງໝົດຂອງພຣະເຈົ້າເພື່ອໃຫ້ມະນຸດໄດ້ເຂົ້າໃຈ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ໄດ້ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກເຈົ້າກ່ຽວກັບຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດາດັ່ງກ່າວມີຄວາມເລິກລັບຫຼາຍຢ່າງທີ່ບໍ່ສາມາດຢັ່ງເຖິງໄດ້. ເຈົ້າອາດບໍ່ຢັ່ງເຖິງການກະທຳຂອງພຣະອົງໄດ້, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ. ຍ້ອນພຣະອົງເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າສະແດງອອກຕໍ່ມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແຟວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເລັກຂອງພຣະອົງ, ເຖິງແມ່ນວ່າເຈົ້າສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມສົງໄສສຳລັບມະນຸດຊາດ; ເຈົ້າສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮັບຮູ້ເຖິງຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດເທິງໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ. ເຖິງແມ່ນວ່າສິ່ງທີ່ມະນຸດເຫັນໃນມື້ນີ້ຄືພຣະເຈົ້າທີ່ເປັນຄືກັນກັບມະນຸດ, ພຣະຈົ້າທີ່ມີດັງ ແລະ ຕາສອງເບື້ອງ ແລະ ເປັນພຣະເຈົ້າທີ່ບໍ່ໄດ້ໂດດເດັ່ນ, ໃນທີ່ສຸດແລ້ວ ພຣະເຈົ້າກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນ ແລະ ໂລກກໍ່ຈະຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ; ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນກໍ່ຈະມົວລົງ, ໂລກກໍ່ຈະຈົມລົງສູ່ຄວາມວຸ້ນວາຍ ແລະ ມະນຸດຊາດທັງປວງກໍ່ຈະດຳລົງຊີວິດທ່າມກາງໄພອຶດຢາກ ແລະ ໂຣກລະບາດ. ພຣະອົງກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນໃນຍຸກສຸດທ້າຍ, ແລ້ວພວກເຈົ້າກໍ່ຈະເປັນຄົນບາບໜາຕະຫຼອດໄປ ແລະ ພວກເຈົ້າຈະເປັນຊາກສົບຕະຫຼອດໄປ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ມະນຸດຊາດທັງປວງກໍ່ຈະປະສົບກັບຄວາມຫາຍະນະທີ່ບໍ່ສາມາດຫຼົບຫຼີກໄດ້ ແລະ ພົບວ່າມັນເປັນໄປບໍ່ໄດ້ທີ່ຈະຫຼົບໜີການລົງໂທດທີ່ຮ້າຍແຮງຍິ່ງຂຶ້ນທີ່ພຣະເຈົ້າຕັດສິນໃຫ້ເກີດຂຶ້ນຕໍ່ມະນຸດຊາດໃນຍຸກສຸດທ້າຍ. ຖ້າເນື້ອໜັງທີ່ທຳມະດານີ້ບໍ່ໄດ້ກຳເນີດ, ພວກເຈົ້າທຸກຄົນກໍ່ຈະຢູ່ໃນສະພາວະທີ່ພວກເຈົ້າຂໍຊີວິດ ໂດຍທີ່ບໍ່ສາມາດດຳລົງຊີວິດ ແລະ ອະທິຖານຫາຄວາມຕາຍໂດຍທີ່ບໍ່ສາມາດຕາຍ; ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ແລ້ວພວກເຈົ້າກໍ່ຈະບໍ່ສາມາດຮັບເອົາຄວາມຈິງ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃນມື້ນີ້ ແຕ່ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມຜິດບາບທີ່ຮ້າຍແຮງຂອງພວກເຈົ້າ. ພວກເຈົ້າຮູ້ບໍວ່າ ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າກັບຄືນມາສູ່ເນື້ອໜັງ, ບໍ່ມີຜູ້ໃດຈະມີໂອກາດໄດ້ຮັບຄວາມລອດພົ້ນ; ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງເນື້ອໜັງນີ້, ພຣະເຈົ້າກໍ່ຈະນໍາການສິ້ນສຸດມາສູ່ຍຸກເດີມຕັ້ງແຕ່ດົນແລ້ວ? ເມື່ອເປັນແບບນີ້, ພວກເຈົ້າຍັງສາມາດປະຕິບັດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າບໍ? ຍ້ອນພວກເຈົ້າສາມາດໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກມະນຸດທີ່ທຳມະດາຄົນນີ້, ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຮັບພຣະອົງຢ່າງຍິນດີ?

ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື ເຈົ້າບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າສາມາດສໍາເລັດໄດ້ ຫຼື ບໍ່, ແລ້ວເປັນຫຍັງເຈົ້າຈິ່ງບໍ່ລອງສ່ຽງເບິ່ງ ແລະ ເບິ່ງວ່າມະນຸດທີ່ທໍາມະດາຄົນນີ້ຈະເປັນປະໂຫຍດຫຼາຍຕໍ່ຕົວເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ໆ ຫຼື ບໍ່? ເຖິງຢ່າງໃດກໍ່ຕາມ, ເຮົາຕ້ອງບອກເຈົ້າວ່າ ໃນເວລາຂອງໂນອາ, ມະນຸດກິນ ແລະ ດື່ມ, ແຕ່ງດອງ ແລະ ຍິນຍອມແຕ່ງດອງຈົນເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້, ສະນັ້ນ ພຣະອົງຈິ່ງສົ່ງນໍ້າຖ້ວມຄັ້ງໃຫຍ່ມາເພື່ອທໍາລາຍມະນຸດຊາດ, ເວັ້ນໄວ້ແຕ່ຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສັດປີກ ແລະ ສັດປ່າທຸກຊະນິດ. ເຖິງຢ່າງໃດກໍ່ຕາມ ໃນຍຸກສຸດທ້າຍ, ຄົນທີ່ພຣະເຈົ້າໄດ້ເວັ້ນໄວ້ນັ້ນລ້ວນແລ້ວແຕ່ເປັນຄົນທີ່ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າທັງສອງຍຸກຈະເປັນເວລາທີ່ມີຄວາມເສື່ອມຊາມຫຼາຍຈົນພຣະເຈົ້າບໍ່ສາມາດທົນເບິ່ງໄດ້ ແລະ ມະນຸດຊາດໃນທັງສອງຍຸກກໍ່ເສື່ອມຊາມຫຼາຍ ແລະ ປະຕິເສດວ່າພຣະເຈົ້າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ພຣະເຈົ້າໄດ້ທໍາລາຍພຽງແຕ່ຄົນໃນເວລາຂອງໂນອາ. ມະນຸດຊາດໃນທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍໃຈຫຼາຍ ແຕ່ພຣະເຈົ້າກໍ່ຍັງອົດທົນກັບມະນຸດໃນຍຸກສຸດທ້າຍຈົນຮອດຕອນນີ້. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າບໍ່ເຄີຍສົງໄສບໍວ່າເປັນຫຍັງ? ຖ້າພວກເຈົ້າບໍ່ຮູ້ແທ້ໆ ແລ້ວເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍບໍ່ແມ່ນເພາະພວກເຂົາເສື່ອມຊາມໜ້ອຍກວ່າຄົນໃນເວລາຂອງໂນອາ ຫຼື ພວກເຂົາກັບໃຈມາຫາພຣະເຈົ້າ, ແຮງໄກທີ່ຈະເປັນຍ້ອນວ່າເຕັກໂນໂລຊີໃນຍຸກສຸດທ້າຍກ້າວໜ້າຫຼາຍຈົນພຣະເຈົ້າບໍ່ສາມາດຕັດສິນໃຈທຳລາຍພວກເຂົາໄດ້. ກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າມີພາລະກິດທີ່ຕ້ອງເຮັດໃນຄົນກຸ່ມໜຶ່ງໃນຍຸກສຸດທ້າຍ ແລະ ພຣະເຈົ້າຈະເຮັດພາລະກິດນີ້ດ້ວຍພຣະອົງເອງໃນການບັງເກີດເປັນມະນຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງຄົນກຸ່ມນີ້ໃຫ້ເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ ແລະ ໝາກຜົນໃນແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາຜູ້ຄົນເຫຼົ່ານີ້ໄປສູ່ຍຸກໃໝ່. ດັ່ງນັ້ນ ບໍ່ວ່າຫຍັງກໍ່ຕາມ, ລາຄານີ້ທີ່ພຣະເຈົ້າໄດ້ຈ່າຍກໍ່ເປັນການກະກຽມສຳລັບພາລະກິດທີ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງຈະເຮັດໃນຍຸກສຸດທ້າຍທັງສິ້ນ. ຂໍ້ແທ້ຈິງທີ່ພວກເຈົ້າໄດ້ມາເຖິງມື້ນີ້ກໍ່ເນື່ອງຈາກເນື້ອໜັງນີ້. ມັນເປັນເພາະພຣະເຈົ້າດຳລົງຊີວິດໃນເນື້ອໜັງ ພວກເຈົ້າຈຶ່ງມີໂອກາດລອດຊີວິດ. ຄວາມໂຊກດີທັງໝົດນີ້ແມ່ນໄດ້ຮັບຍ້ອນມະນຸດທີ່ທຳມະດາຄົນນີ້. ບໍ່ແມ່ນພຽງເທົ່ານີ້, ແຕ່ໃນທີ່ສຸດ ທຸກຊົນຊາດຈະນະມັດສະການມະນຸດທີ່ທຳມະດາຄົນນີ້ ພ້ອມທັງຂອບໃຈ ແລະ ເຊື່ອຟັງມະນຸດທີ່ບໍ່ສຳຄັນຄົນນີ້, ເພາະມັນຄືຄວາມຈິງ, ຊີວິດ ແລະ ຫົນທາງທີ່ພຣະອົງໄດ້ນໍາມາ ເຊິ່ງຊ່ວຍມະນຸດຊາດທັງປວງ, ບັນເທົາຂໍ້ຂັດແຍ້ງລະຫວ່າງມະນຸດ ແລະ ພຣະເຈົ້າ, ເຮັດໃຫ້ໄລຍະທາງລະຫວ່າງພວກເຂົາສັ້ນລົງ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດຂອງພຣະເຈົ້າ ແລະ ມະນຸດ. ມັນເປັນພຣະອົງທີ່ໄດ້ຮັບສະຫງ່າລາສີຫຼາຍຂຶ້ນສຳລັບພຣະເຈົ້າ. ມະນຸດທີ່ທຳມະດາຄົນນີ້ບໍ່ສົມຄວນແກ່ຄວາມໄວ້ວາງໃຈ ແລະ ການເຄົາລົບບູຊາຂອງເຈົ້າບໍ? ເນື້ອໜັງທີ່ທຳມະດາດັ່ງກ່າວບໍ່ເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິດບໍ? ມະນຸດຄົນດັ່ງກ່າວທີ່ໄດ້ເວັ້ນຊີວິດມະນຸດຊາດຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຂອງພວກເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍຶດຖືພຣະອົງບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກຈາກປາກຂອງພຣະອົງ ແລະ ລັງກຽດການເປັນຢູ່ຂອງພຣະອົງທ່າມກາງພວກເຈົ້າ, ແລ້ວແມ່ນຫຍັງຈະເກີດຂຶ້ນກັບພວກເຈົ້າໃນທີ່ສຸດ?

ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍເກີດຂຶ້ນຜ່ານມະນຸດທຳມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ແກ່ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈະສາມາດຕັດສິນທຸກສິ່ງທີ່ກ່ຽວຂ້ອງກັບເຈົ້າ. ມະນຸດແບບນີ້ຈະສາມາດເປັນດັ່ງທີ່ພວກເຈົ້າເຊື່ອວ່າພຣະອົງເປັນບໍ: ເປັນມະນຸດທີ່ທຳມະດາຫຼາຍທີ່ບໍ່ສົມຄວນຖືກກ່າວເຖິງ? ຄວາມຈິງຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ການເປັນພະຍານເຖິງການກະທຳຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ຫຼື ເສັ້ນທາງທີ່ພຣະອົງນໍາມາບໍ່ສົມຄວນໃຫ້ພວກເຈົ້າໄດ້ຍ່າງບໍ? ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າກຽດຊັງພຣະອົງ ແລະ ໂຍນພຣະອົງອອກໄປ ແລະ ມອບບ່ອນນອນທີ່ກວ້າງໃຫ້ພຣະອົງ? ນັ້ນຄືມະນຸດຄົນນີ້ທີ່ສະແດງຄວາມຈິງ, ນັ້ນຄືມະນຸດຄົນທີ່ໃຫ້ຄວາມຈິງ ແລະ ນັ້ນຄືມະນຸດຄົນນີ້ທີ່ມອບເສັ້ນທາງໃຫ້ພວກເຈົ້າໄດ້ຕິດຕາມ. ມັນເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດຄົ້ນພົບຮ່ອງຮອຍໃນພາລະກິດຂອງພຣະເຈົ້າພາຍໃນຄວາມຈິງເຫຼົ່ານີ້? ຖ້າບໍ່ມີພາລະກິດຂອງພຣະເຢຊູ, ມະນຸດຊາດຈະບໍ່ສາມາດລົງມາຈາກໄມ້ກາງແຂນ, ແຕ່ຖ້າບໍ່ມີການບັງເກີດເປັນມະນຸດໃນມື້ນີ້ ຄົນທີ່ລົງມາຈາກໄມ້ກາງແຂນຈະບໍ່ສາມາດໄດ້ຮັບການຮອງຮັບຈາກພຣະເຈົ້າ ຫຼື ເຂົ້າສູ່ຍຸກໃໝ່ຈັກເທື່ອ. ຖ້າບໍ່ມີການມາເຖິງຂອງມະນຸດທີ່ທຳມະດາຄົນນີ້, ພວກເຈົ້າຈະບໍ່ມີໂອກາດໄດ້ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ພວກເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ເຫັນ, ຍ້ອນພວກເຈົ້າທຸກຄົນເປັນສິ່ງຂອງທີ່ຄວນຖືກທຳລາຍຕັ້ງແຕ່ດົນແລ້ວ. ຍ້ອນການເຖິງມາຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ພຣະເຈົ້າໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມເມດຕາໃຫ້ແກ່ພວກເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະທຳທີ່ເຮົາຕ້ອງປະໄວ້ໃຫ້ແກ່ພວກເຈົ້າໃນຕອນສຸດທ້າຍກໍ່ຍັງເປັນສິ່ງເຫຼົ່ານີ້: ມະນຸດທີ່ທຳມະດາຄົນນີ້ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ພວກເຈົ້າ. ນີ້ຄືສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດທ່າມກາງມະນຸດແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດອ້ອມຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າບໍ່ສາມາດຄິດເຖິງພຽງແຕ່ການຮັບພອນ ໃນຂະນະທີ່ບໍ່ສາມາດຮັບຄວາມຈິງ ແລະ ບໍ່ສາມາດຍອມຮັບການສະໜອງຊີວິດ. ພຣະຄຣິດມາໃນຊ່ວງຍຸກສຸດທ້າຍ ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດຂອງພຣະອົງເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ເຖິງກັບຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປຊົ່ວນິດນິລັນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິດແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຈະພະຍາຍາມໄຖ່ຕົນເອງ, ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ບໍວ່າຜົນຕາມມາຈະແມ່ນຫຍັງ? ເຈົ້າຈະບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດທາງອາຍາທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະມັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ກ່ອນນີ້: 1. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືທາດແທ້ຂອງການບັງເກີດເປັນມະນຸດ?

ຕໍ່ໄປ: 3. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້