ບົດທີ 5 ຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ຄວາມໝາຍຂອງການບັງເກີດເປັນມະນຸດແມ່ນ ພຣະເຈົ້າປາກົດໃນເນື້ອໜັງ ແລະ ພຣະອົງມາປະຕິບັດພາລະກິດທ່າມກາງມະນຸດທີ່ເປັນສິ່ງຊົງສ້າງຂອງພຣະເຈົ້າໃນລັກສະນະຂອງເນື້ອໜັງ. ສະນັ້ນ ເພື່ອຈະໃຫ້ພຣະເຈົ້າບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ຢູ່ໃນຄວາມເປັນມະນຸດທີ່ທຳມະດາ; ຢ່າງໜ້ອຍທີ່ສຸດ ສິ່ງນີ້ຕ້ອງເປັນຈິງ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າກາຍມາເປັນເນື້ອໜັງໃນແກ່ນແທ້ຂອງພຣະອົງ, ນັ້ນກໍຄືກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຕອນທຳອິດແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ບໍ່ມີຫຍັງພິເສດ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ປະຕິບັດຕາມສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ, ການຫຼັບນອນ), ມີຈຸດອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວີດຢູ່ໃນຄວາມເປັນພຣະເຈົ້າ ແຕ່ຢູ່ໃນຄວາມເປັນມະນຸດທຳມະດາຢ່າງສິ້ນເຊີງ ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດ ທັງໝົດກໍເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງ ແລະ ໃນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງທີ່ມີຢູ່ທັງໝົດແມ່ນເພື່ອຮັບໃຊ້ພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ບັນລຸວຸທິພາວະຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງຂອງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເຊິ່ງເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ເທົ່າທຽມກັບຄວາມສົມບູນຂອງພາລະກິດທີ່ສັກສິດເທື່ອ, ຍັງບໍ່ບັນລຸວຸທິພາວະເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງບັນລຸວຸທິພາວະ, ສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຕ້ອງເຕີບໂຕ ແລະ ເຕີບໃຫຍ່. ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ. ແຕ່ໃນຂັ້ນຕອນທີສອງນັ້ນ ຍ້ອນວ່າຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນມາຈາກທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ສິ່ງການອັດສະຈັນ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນກົດເກນທໍາມາຊາດໃນການບັງເກີດເປັນມະນຸດຂອງພຣະອົງ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ເຊິ່ງບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່ານີ້ແມ່ນທັດສະນະຄະຕິທີ່ເປັນໄປບໍ່ໄດ້, ຄົນໃດໜຶ່ງບໍ່ສາມາດລະເມີດຫຼັກການແຫ່ງການບັງເກີດເປັນມະນຸດໄດ້. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ຄວາມເປັນພຣະເຈົ້າຂອງພຣະອົງກໍຍັງສະຖິດຢູ່ໃນຮ່າງກາຍຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນ ຈຸດປະສົງຂອງຄວາມເປັນມະນຸດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໂດຍຜ່ານເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ມັນແມ່ນຄວາມເປັນພຣະເຈົ້າທີ່ລີ້ລັບຢູ່ພາຍໃນຄວາມເປັນມະນຸດຂອງພຣະອົງ; ພາລະກິດຂອງພຣະອົງ ໂດຍພື້ນຖານແລ້ວ ແມ່ນສຳເລັດໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນໂດຍຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ທັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີຮ່າງກາຍພາຍນອກຂອງມະນຸດ ແລະ ທາດແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍພາຍນອກຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດມີຄວາມເປັນມະນຸດ, ມະນຸດທີ່ຖືກສ້າງຂຶ້ນບໍ່ແມ່ນສິ່ງໃດນອກຈາກມະນຸດ, ແຕ່ສໍາລັບພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ເພາະວ່າ ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງມີແຕ່ຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ມັນເປັນເລື່ອງທີ່ຍາກຫຼາຍສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ມະນຸດແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ໃນຄວາມເປັນຈິງ ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງເປັນການປະກອບລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະກອບນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເທິງແຜ່ນດິນໂລກ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຊີວິດທີ່ພຣະເຢຊູມີເທິງແຜ່ນດິນໂລກແມ່ນຊີວິດແຫ່ງເນື້ອໜັງທຳມະດາ. ພຣະອົງມີຊິວິດໃນຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະອົງທີ່ທຳມະດາ. ສິດອຳນາດຂອງພຣະອົງແມ່ນເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທຳຂອງພຣະອົງ ຫຼື ເພື່ອຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ເພື່ອເຮັດສິ່ງອັດສະຈັນຕ່າງໆ ເຊິ່ງສິ່ງເຫຼົ່ານີ້ບໍ່ໄດ້ຖືກເປີດເຜີຍເປັນສ່ວນໃຫຍ່ ຈົນກວ່າພຣະອົງໄດ້ເລີ່ມຕົ້ນພັນທະກິດຂອງພຣະອົງ. ຊີວິດຂອງພຣະອົງກ່ອນອາຍຸຊາວເກົ້າປີ, ກ່ອນພຣະອົງປະຕິບັດພັນທະກິດຂອງພຣະອົງ ຄືຫຼັກຖານພິສູດໃຫ້ເຫັນຢ່າງພຽງພໍແລ້ວວ່າ ພຣະອົງເປັນພຽງເນື້ອໜັງທຳມະດາ. ຍ້ອນສິ່ງນີ້ ແລະ ຍ້ອນພຣະອົງຍັງບໍ່ໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ມະນຸດບໍ່ໄດ້ເຫັນສິ່ງສັກສິດໃນຕົວພຣະອົງ, ບໍ່ໄດ້ເຫັນສິ່ງທີ່ເກີນມະນຸດທຳມະດາ, ນັ້ນກໍຄື ມະນຸດປົກກະຕິ, ດັ່ງໃນເວລານັ້ນ ມີບາງຄົນເຊື່ອວ່າພຣະອົງເປັນລູກຊາຍຂອງໂຢເຊບ. ມະນຸດຄິດວ່າ ພຣະອົງເປັນລູກຊາຍຂອງມະນຸດທຳມະດາ ໂດຍບໍ່ສາມາດບອກໄດ້ເລີຍວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ແມ່ນແຕ່ໃນຊ່ວງເວລາການປະຕິບັດພັນທະກິດຂອງພຣະອົງ ໃນເວລາພຣະອົງປະຕິບັດສິ່ງອັດສະຈັນຫຼາຍຢ່າງ, ຄົນສ່ວນໃຫຍ່ກໍຍັງເວົ້າວ່າ ພຣະອົງເປັນລູກຊາຍຂອງໂຢເຊບ ຍ້ອນພຣະອົງເປັນພຣະຄຣິດທີ່ມີຮ່າງກາຍພາຍນອກຂອງຄວາມເປັນມະນຸດທຳມະດາ. ຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ພາລະກິດຂອງພຣະອົງ ທັງສອງສິ່ງນີ້ເກີດຂຶ້ນເພື່ອບັນລຸຄວາມໝາຍຂອງການບັງເກີດເປັນມະນຸດຄັ້ງທຳອິດ ເຊິ່ງພິສູດໃຫ້ເຫັນວ່າ ພຣະເຈົ້າໄດ້ສະຖິດເຂົ້າສູ່ເນື້ອໜັງມະນຸດຢ່າງສົມບູນ ແລະ ກາຍມາເປັນມະນຸດທຳມະດາຢ່າງສິ້ນເຊີງ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງນັ້ນ ເປັນຫຼັກຖານພິສຸດໃຫ້ເຫັນວ່າ ພຣະອົງເປັນມະນຸດທຳມະດາ; ແລະ ຫຼັງຈາກພຣະອົງໄດ້ປະຕິບັດພາລະກິດກໍຍັງພິສູດໃຫ້ເຫັນວ່າພຣະອົງຍັງເປັນມະນຸດທຳມະດາ, ນັ້ນກໍຍ້ອນວ່າພຣະອົງປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຜ່ານເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ເຫດຜົນທີ່ພຣະອົງສາມາດປະຕິບັດສິ່ງອັດສະຈັນກໍຍ້ອນວ່າ ເນື້ອໜັງຂອງພຣະອົງເກີດຈາກອຳນາດຂອງພຣະເຈົ້າ, ເປັນເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່. ພຣະອົງມີສິດອຳນາດນີ້ກໍຍ້ອນພຣະວິນຍານຂອງພຣະເຈົ້າ ແລະ ບໍ່ໄດ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເປັນມະນຸດ. ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍແມ່ນພາລະກິດທີ່ພຣະອົງຕ້ອງປະຕິບັດໃນພັນທະກິດຂອງພຣະອົງ, ເຊິ່ງເປັນການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງທີ່ເຊື່ອງຊ້ອນຢູ່ໃນຄວາມເປັນມະນຸດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະສະແດງໝາຍສຳຄັນໃດກໍຕາມ ຫຼື ພຣະອົງສະແດງສິດລິດນາດຂອງພຣະອົງແນວໃດກໍຕາມ ພຣະອົງກໍຍັງຢູ່ໃນຄວາມເປັນມະນຸດທຳມະດາ ແລະ ຍັງເປັນເນື້ອໜັງທີ່ທຳມະດາ. ພຣະອົງໄດ້ດຳລົງຊີວິດຢູ່ກັບເນື້ອໜັງທຳມະດາຈົນເຖິງຈຸດທີ່ພຣະອົງຟື້ນຄືນຊີບຫຼັງຈາກທີ່ເສຍຊີວິດຢູ່ເທິງໄມ້ກາງແຂນ. ການມີຄວາມເມດຕາ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍທັງໝົດແມ່ນສ່ວນໜຶ່ງຂອງພັນທະກິດຂອງພຣະອົງ, ເປັນພາລະກິດທັງໝົດທີ່ພຣະອົງປະຕິບັດໃນເນື້ອໜັງທຳມະດາຂອງພຣະອົງ. ກ່ອນທີ່ພຣະອົງຈະໄປຫາໄມ້ກາງແຂນ ພຣະອົງບໍ່ເຄີຍອອກຈາກເນື້ອໜັງມະນຸດທຳມະດາຂອງພຣະອົງເລີຍ, ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ. ພຣະອົງເອງເປັນພຣະເຈົ້າ, ປະຕິບັດພາລະກິດຂອງພຣະເຈົ້າເອງ ແຕ່ຍ້ອນພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ພຣະອົງກິນອາຫານ ແລະ ນຸ່ງເສື້ອຜ້າ, ມີຄວາມຕ້ອງການແບບມະນຸດປົກກະຕິ, ມີເຫດຜົນແບບມະນຸດປົກກະຕິ ແລະ ມີຈິດໃຈແບບມະນຸດປົກກະຕິ. ທຸກສິ່ງເປັນຫຼັກຖານພິສູດໃຫ້ເຫັນແລ້ວວ່າ ພຣະອົງເປັນມະນຸດທຳມະດາ ເຊິ່ງພິສູດວ່າເນື້ອໜັງທີ່ພຣະເຈົ້າບັງເກີດເຂົ້າສູ່ເປັນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ, ບໍ່ແມ່ນເນື້ອໜັງທີ່ເໜືອທຳມະຊາດ. ໜ້າທີ່ຂອງພຣະອົງກໍຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າສຳເລັດລົງ, ເພື່ອສຳເລັດພັນທະກິດຂອງການບັງເກີດເປັນມະນຸດໃນຄັ້ງທຳອິດ. ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືການເປັນທຳມະດາສາມັນ ແລະ ເປັນມະນຸດປົກກະຕິເພື່ອປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ເພື່ອເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ພຣະອົງປະຕິບັດຜ່ານເນື້ອໜັງແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ນັ້ນກໍຄື ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ ເພື່ອຮັກສາພາລະກິດສັກສິດທີ່ທຳມະດາຜ່ານເນື້ອໜັງ; ແນວຄິດແບບມະນຸດທຳມະດາຂອງພຣະອົງສະໜັບສະໜູນຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ທຸກກິດຈະກຳທີ່ທຳມະດາທາງຮ່າງກາຍຂອງພຣະອົງ. ສາມາດເວົ້າໄດ້ວ່າ ແນວຄິດແບບມະນຸດຂອງພຣະອົງມີຢູ່ ເພື່ອສະໜັບສະໜູນພາລະກິດຂອງພຣະເຈົ້າຜ່ານເນື້ອໜັງ. ຖ້າເນື້ອໜັງບໍ່ມິແນວຄິດແບບມະນຸດປົກກະຕິ ແລ້ວພຣະເຈົ້າຈະບໍ່ປະຕິບັດພາລະກິດຜ່ານເນື້ອໜັງໄດ້ ແລະ ສິ່ງທີ່ພຣະອົງຕ້ອງເຮັດຜ່ານເນື້ອໜັງກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງແມ່ນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີແນວຄິດແບບມະນຸດປົກກະຕິ ແຕ່ແນວຄິດຂອງມະນຸດກໍບໍ່ໄດ້ປະປົນຢູ່ໃນພາລະກິດຂອງພຣະອົງ; ພຣະອົງປະຕິບັດພາລະກິດໃນຄວາມເປັນມະນຸດໂດຍໃຊ້ແນວຄິດທຳມະດາພາຍໃຕ້ເງື່ອນໄຂບັງຄັບທີ່ພຣະອົງມີຄວາມເປັນມະນຸດດ້ວຍແນວຄິດ ແຕ່ພຣະອົງບໍ່ໄດ້ປະຕິບັດຕາມແນວຄິດຂອງມະນຸດທຳມະດາ. ບໍ່ວ່າແນວຄິດຂອງເນື້ອໜັງຂອງພຣະອົງຈະເປັນຕານັບຖືໜ້ອຍຫຼາຍພຽງໃດ ພາລະກິດຂອງພຣະອົງກໍຈະບໍ່ຖືຮັບເອົາເຫດຜົນ ຫຼື ຄວາມຄິດດັ່ງກ່າວນັ້ນ. ເວົ້າອີກຢ່າງໜຶ່ງກໍຄື ພາລະກິດຂອງພຣະອົງບໍ່ໄດ້ຄົ້ນຄິດຂຶ້ນຈາກແນວຄິດຂອງເນື້ອໜັງຂອງພຣະອົງ ແຕ່ເປັນການສະແດງອອກໂດຍກົງເຖິງພາລະກິດທີ່ສັກສິດຜ່ານຄວາມເປັນມະນຸດຂອງພຣະເຈົ້າ. ທຸກພາລະກິດແມ່ນພັນທະກິດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ບໍ່ມີສ່ວນໃດເລີຍທີ່ຄົ້ນຄິດຂຶ້ນໂດຍສະໝອງຂອງພຣະອົງ. ຕົວຢ່າງເຊັນ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການຖືກຄຶງທີ່ໄມ້ກາງແຂນບໍ່ແມ່ນຜົນຈາກແນວຄິດແບບມະນຸດຂອງພຣະອົງ ເຊິ່ງສິ່ງເຫຼົ່ານີ້ບໍ່ສາມາດເຮັດສຳເລັດໄດ້ໂດຍມະນຸດຄົນໃດທີ່ມີແນວຄິດແບບມະນຸດ. ໃນຮູບແບບດຽວກັນ ພາລະກິດເອົາຊະນະແຫ່ງປັດຈຸບັນ ແມ່ນພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງປະຕິບັດ, ບໍ່ແມ່ນພາລະກິດແຫ່ງຄວາມປາຖະໜາຂອງມະນຸດ, ແຕ່ເປັນພາລະກິດທີ່ຄວາມເປັນພຣະເຈົ້າຂອງພຣະອົງຄວນປະຕິບັດ ເຊິ່ງ ເປັນພາລະກິດທີ່ບໍ່ມີມະນຸດທີ່ເປັນເນື້ອໜັງສາມາດເຮັດໄດ້. ສະນັ້ນ ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງມີແນວຄິດແບບມະນຸດທໍາມະດາ, ຕ້ອງມີຄວາມເປັນມະນຸດທຳມະດາ, ເພາະພຣະອົງຕ້ອງປະຕິບັດພາລະກິດພຣະອົງໃນຄວາມເປັນມະນຸດທີ່ມີແນວແນວຄິດທຳມະດາ. ນີ້ຄືແກ່ນແທ້ຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ນັ້ນກໍຄື ທາດແທ້ຈິງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນທີ່ພຣະເຢຊູປະຕິບັດພາລະກິດ ພຣະອົງພຽງແຕ່ອາໄສຢູ່ໃນຄວາມເປັນມະນຸດທຳມະດາຂອງພຣະອົງ. ບໍ່ມີໃຜສາມາດບອກໄດ້ວ່າ ພຣະອົງເປັນພຣະເຈົ້າ, ບໍ່ມີໃຜຄົ້ນພົບວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ມະນຸດພຽງແຕ່ຮູ້ຈັກພຣະອົງໃນຖານະທີ່ເປັນມະນຸດທຳມະດາໂດຍສົມບູນແບບຄົນໜຶ່ງ. ຄວາມເປັນມະນຸດທຳມະດາທີ່ບໍ່ມີຫຍັງພິເສດຢ່າງສິ້ນເຊີງຂອງພຣະອົງພິສູດໃຫ້ເຫັນວ່າ ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ, ບໍ່ແມ່ນຍຸກແຫ່ງພາລະກິດຂອງພຣະວິນຍານ. ມັນໄດ້ພິສູດໃຫ້ເຫັນວ່າ ພຣະວິນຍານຂອງພຣະເຈົ້າໄດ້ບັງເກີດເຂົ້າສູ່ເນື້ອໜັງມະນຸດຢ່າງສົມບູນ ເຊິ່ງໃນຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້ານີ້ ເນື້ອໜັງຂອງພຣະອົງຈະປະຕິບັດພາລະກິດທັງໝົດຂອງພຣະວິນຍານ. ພຣະຄຣິດພ້ອມກັບຄວາມເປັນມະນຸດທຳມະດາ ແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດທົ່ວໄປ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງພ້ອມກັບຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າແມ່ນຍິ່ງໃຫຍ່ທີ່ສຸດ; ພຣະອົງແມ່ນຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງຍັງຍິ່ງໃຫຍ່ທີ່ສຸດ, ຊົງລິດທານຸພາບສູງສຸດ ແລະ ຊອບທໍາ. ເນື້ອໜັງແບບນັ້ນແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ຮຸ່ງເຮືອງ ແລະ ຊົງພະລັງ ແລະ ບໍ່ສາມາດເຮັດສິ່ງທີ່ເປັນການລະເມີດຄວາມຈິງ ຫຼື ສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ຈະເຮັດໃນສິ່ງຕ່າງໆທີ່ເປັນການທໍລະຍົດຕໍ່ພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າແມ່ນບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈິ່ງບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງແມ່ນມີທາດແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ມັນແມ່ນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນພຣະເຈົ້າ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້.

(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຮະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມແປງເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້.

(ຄັດຈາກບົດ “ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

(ບົດຄວາມທີ່ຖືກຄັດເລືອກຈາກພຣະທຳຂອງພຣະເຈົ້າ)

ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ ແຕ່ເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງໍາໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ ທັງສອງກໍຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາໃນສະຫວັນ. ທາດແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ທາດແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ທາດແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ມະນຸດຄວນເຂົ້າໃຈ. ທາດແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າ. ​ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງທາດແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກີດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

ທາດແທ້ຂອງພຣະເຈົ້າຄືສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ອຳນາດທີ່ມາຈາກພຣະອົງຈົນເຖິງທີ່ສຸດ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ່ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນທາດແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ມະນຸດຄົນໃດກໍບໍ່ສາມາດເຮັດ ຫຼື ຄາດຄິດໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍຢ່າງເລິກເຊິ່ງຂອງພຣະທຳທີ່ວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ.” ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ຢ່າວ່າແຕ່ປະຕິບັດພາລະກິດທີ່ຂັດແຍ່ງເຊິ່ງກັນແລະກັນເລີຍ ນັ້ນກໍຍ້ອນວ່າ ທາດແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ທາດແທ້ຂອງພວກເຂົາແມ່ນຄືກັນ; ທັງສອງມີທາດແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ທາດແທ້ຂອງພຣະອົງແມ່ນດີ. ພຣະອົງສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈ ແລະ ບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ແລະ ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄືກັບຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມໂຊມ ແລະ ຄວບຄຸມໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມໂຊມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ຢ່າວ່າແຕ່ປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຕໍ່ຕ້ານຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມພຣະໄທຂອງພຣະອົງ.” ມະນຸດຈະເລືອກ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີທາດແທ້ຂອງພຣະເຈົ້າໄດ້ ແຕ່ເປັນພຽງສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ຢ່າວ່າແຕ່ເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າເລີຍ. ມະນຸດທຸກຄົນນອກຈາກພຣະຄຣິດສາມາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີໃຜສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາແມ່ນທາດແທ້ຂອງພຣະຄຣິດ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີທາດແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດຂອງເຂົາ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.

ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊິວິດທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ. ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸທິພາວະໃນການປະພຶດຂອງພຣະອົງຕໍ່ໜ້າຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມໂຊມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ພ້ອມທັງມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້. ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ. ພຣະອົງນະມັດສະການພຣະເຈົ້າຈາກມຸມມອງຂອງມະນຸດ; ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະຄຣິດນະມັດສະການພຣະເຈົ້າໃນສະຫວັນ” ກໍບໍ່ແມ່ນສິ່ງທີ່ຜິດເລີຍ. ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືການເປັນຢູ່ຂອງພຣະອົງນັ້ນເອງ; ພຣະອົງໄດ້ຮັບທຸກຢ່າງທີ່ພຣະອົງຮຽກຮ້ອງຈາກມະນຸດແລ້ວ ກ່ອນໜ້າທີ່ພຣະອົງຈະຮຽກຮ້ອງຈາກພວກເຂົາດ້ວຍຊໍ້າ. ພຣະອົງຈະບໍ່ຮຽກຮ້ອງຈາກຄົນອື່ນ ໃນຂະນະທີ່ພຣະອົງເອງຫຼຸດພົ້ນຈາກພວກເຂົາ ຍ້ອນສິ່ງທັງໝົດນີ້ປະກອບການເປັນຢູ່ຂອງພຣະອົງ. ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ ພຣະອົງຈະບໍ່ກະທຳໃນທ່າທາງທີ່ບໍ່ເຊື່ອຟັງພຣະເຈົ້າ. ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ ບໍ່ມີການຮຽກຮ້ອງໃດທີ່ ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້. ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເພື່ອເຫັນແກ່ຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະອົງ. ຄວາມເປັນພຣະເຈົ້າຂອງພຣະຄຣິດຢູ່ເໜືອມະນຸດທຸກຄົນ ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ. ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ ເຊິ່ງກຳນົດຕົວຕົນຂອງພຣະອົງ. ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດຂອງພຣະອົງຈະທຳມະດາພຽງໃດ ກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງມີຕົວຕົນຂອງພຣະເຈົ້າເອງ; ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ ແລະ ພຣະອົງເຊື່ອຟັງຄວາມປະສົງຂອງພຣະເຈົ້າແນວໃດກໍຕາມ ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ. ມະນຸດທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ມັກເຫັນຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດເປັນຂໍ້ບົກຜ່ອງ.​ ບໍ່ວ່າພຣະອົງສະແດງ ແລະ ເປີດເຜີຍການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງແນວໃດກໍຕາມ ມະນຸດບໍ່ສາມາດຍອມຮັບວ່າ ພຣະອົງເປັນພຣະຄຣິດ. ຍິ່ງພຣະຄຣິດສະແດງເຖິງຄວາມເຊື່ອຟັງ ແລະ ຄວາມຖ່ອມຕົວຂອງພຣະອົງຫຼາຍພຽງໃດ, ມະນຸດທີ່ໂງ່ຈ້າກໍເຫັນພຣະຄຣິດແບບບໍ່ຈິງຈັງຫຼາຍພຽງນັ້ນ. ຍັງມີຄົນເຖິງກັບມີທັດສະນະຄະຕິກີດກັ້ນ ແລະ ດູຖູກພຣະອົງ ແຕ່ຈັດວາງ “ມະນຸດຍິ່ງໃຫຍ່” ທີ່ມີຮູບລັກສະນະເປັນຕານັບຖືໄວ້ເທິງໂຕະເພື່ອບູຊາ.​ ການຕໍ່ຕ້ານຂອງມະນຸດ ແລະ ການບໍ່ເຊື່ອຟັງຂອງພຣະເຈົ້າມາຈາກຄວາມຈິງທີ່ວ່າ ທາດແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າ ພ້ອມທັງຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ; ເລື່ອງນີ້ຄືຕົ້ນເຫດໃນການຕໍ່ຕ້ານຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງພຣະເຈົ້າ. ຖ້າພຣະຄຣິດບໍ່ມີຮູບລັກສະນະໃນຄວາມເປັນມະນຸດຂອງພຣະອົງ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກມຸມມອງຂອງສິ່ງມີຊີວິດທີ່ຖືກສ້າງ, ແຕ່ກົງກັນຂ້າມ ພຣະອົງປະກອບມີຄວາມເໜືອມະນຸດ, ແລ້ວອາດຈະບໍ່ມີຄວາມບໍ່ເຊື່ອຟັງໃນມະນຸດ. ເຫດຜົນທີ່ມະນຸດເຕັມໃຈເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນໄດ້ເຊິ່ງຢູ່ໃນສະຫວັນກໍຍ້ອນພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມເປັນມະນຸດ ແລະ ພຣະອົງບໍ່ມີຄຸນສົມບັດແມ່ນແຕ່ຢ່າງດຽວຂອງສິ່ງມີຊີວິດທີ່ຖືກສ້າງ. ສະນັ້ນ ມະນຸດເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງຍິ່ງ ແຕ່ມີທັດສະນະຄະຕິດູຖູກຕໍ່ພຣະຄຣິດ.

ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບຫຼັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອມະນຸດທຸກຄົນຈະເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ເພື່ອເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈທາດແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ມັນກໍບໍ່ນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງສະແດງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງມະນຸດຫຼາຍພຽງນັ້ນ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງເພື່ອເຮັດໃຫ້ມະນຸດທຸກຄົນເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງທາດແທ້ຂອງພຣະອົງ. ທາດແທ້ຂອງພຣະອົງບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ທາດແທ້ຂອງພຣະອົງ. ເຖິງແມ່ນພຣະອົງມີທາດແທ້ຂອງພຣະເຈົ້າເອງ ແລະ ສາມາດປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ, ເຖິງຢ່າງໃດກໍຕາມ ພຣະອົງຍັງເປັນເນື້ອໜັງ ເຊິ່ງບໍ່ຄືກັບພຣະວິນຍານ. ພຣະອົງບໍ່ແມ່ນພຣະເຈົ້າທີ່ມີຄຸນສົມບັດຂອງພຣະວິນຍານ; ພຣະອົງເປັນພຣະເຈົ້າທີ່ມີເປືອກນອກເປັນມະນຸດ. ສະນັ້ນ ບໍ່ວ່າພຣະອົງຈະທຳມະດາ ແລະ ອ່ອນແອຫຼາຍພຽງໃດ ແລະ ພຣະອົງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາແນວໃດກໍຕາມ, ຄວາມເປັນພຣະເຈົ້າຂອງພຣະອົງກໍບໍ່ສາມາດປະຕິເສດໄດ້. ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມີພຽງແຕ່ຄວາມເປັນມະນຸດທີ່ທຳມະດາ ແລະ ຈຸດອ່ອນຂອງມະນຸດ; ຍັງມີຄວາມອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງຄວາມເປັນພຣະເຈົ້າຂອງພຣະອົງໄດ້ ພ້ອມກັບການກະທຳທັງໝົດຜ່ານເນື້ອໜັງຂອງພຣະອົງອີກ. ດ້ວຍເຫດນັ້ນ ທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າໃນຄວາມເປັນຈິງ ແລະ ພາກປະຕິບັດ ແມ່ນມີຢູ່ໃນພຣະຄຣິດ. ສິ່ງນີ້ບໍ່ແມ່ນສິ່ງທີ່ບໍ່ມີເຫດຜົນ ຫຼື ເໜືອທຳມະຊາດ. ພຣະອົງມາເທິງແຜ່ນດິນໂລກພ້ອມກັບຈຸດປະສົງຫຼັກໃນການປະຕິບັດພາລະກິດ; ມັນເປັນສິ່ງຈໍາເປັນທີ່ຕ້ອງມີຄວາມເປັນມະນຸດທຳມະດາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກ; ບໍ່ດັ່ງນັ້ນ ບໍ່ວ່າລິດອຳນາດຂອງຄວາມເປັນພຣະເຈົ້າຂອງພຣະອົງຈະຍິ່ງໃຫຍ່ພຽງໃດ ໜ້າທີ່ດັ້ງເດີມຂອງສິດອຳນາດນັ້ນກໍບໍ່ສາມາດນໍາໄປປະຕິບັດໃຫ້ເກີດຜົນດີໄດ້. ເຖິງແມ່ນຄວາມເປັນມະນຸດຂອງພຣະອົງສຳຄັນຢ່າງຍິ່ງ ມັນກໍບໍ່ແມ່ນທາດແທ້ຂອງພຣະອົງ. ທາດແທ້ຂອງພຣະອົງແມ່ນຄວາມເປັນພຣະເຈົ້າ; ສະນັ້ນ ຊ່ວງເວລາທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງເທິງແຜ່ນດິນໂລກແມ່ນຊ່ວງເວລາທີ່ພຣະອົງເລີ່ມຕົ້ນສະແດງເຖິງຄວາມເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຄວາມເປັນມະນຸດຂອງພຣະອົງພຽງແຕ່ປະຄັບປະຄອງຊີວິດທຳມະດາຂອງເນື້ອໜັງຂອງພຣະອົງ ເພື່ອວ່າຄວາມເປັນພຣະເຈົ້າຂອງພຣະອົງຈະສາມາດປະຕິບັດພາລະກິດໄດ້ເປັນປົກກະຕິຜ່ານເນື້ອໜັງ; ຄວາມເປັນພຣະເຈົ້າແມ່ນຄວບຄຸມພາລະກິດທັງໝົດ. ເມື່ອພຣະອົງເຮັດສໍາເລັດພາລະກິດຂອງພຣະອົງ ພຣະອົງກໍໄດ້ບັນລຸພັນທະກິດຂອງພຣະອົງ. ສິ່ງທີ່ມະນຸດຄວນຮູ້ກໍຄືພາລະກິດທັງໝົດຂອງພຣະອົງ ແລະ ຍ້ອນພາລະກິດຂອງພຣະອົງທີ່ພຣະອົງເຮັດໃຫ້ມະນຸດຮູ້ຈັກພຣະອົງ. ໃນໄລຍະເວລາການປະຕິບັດພາລະກິດຂອງພຣະອົງ ພຣະອົງສະແດງເຖິງການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງຫຼາຍພໍສົມຄວນ ເຊິ່ງບໍ່ແມ່ນອຸປະນິໄສທີ່ມີມົນທິນຈາກຄວາມເປັນມະນຸດ ຫຼື ມີມົນທິນຈາກຄວາມຄິດ ແລະ ການປະພຶດຂອງມະນຸດ. ເມື່ອເຖິງເວລາທີ່ພັນທະກິດທັງໝົດຂອງພຣະອົງມາເຖິງຈຸດສິ້ນສຸດ ພຣະອົງກໍໄດ້ສະແດງເຖິງອຸປະນິໄສທີ່ພຣະອົງຄວນສຳແດງຢ່າງສົມບູນ ແລະ ຄົບຖ້ວນແລ້ວ. ບໍ່ມີມະນຸດຄົນໃດແນະນໍາພາລະກິດຂອງພຣະອົງ; ການສະແດງເຖິງອຸປະນິໄສຂອງພຣະອົງເປັນອິດສະລະພໍສົມຄວນ ໂດຍບໍ່ຖືກຄວບຄຸມໂດຍຈິດໃຈ ຫຼື ດຳເນີນການໂດຍຄວາມຄິດ ແຕ່ຖືກເປີດເຜີຍຢ່າງເປັນທຳມະຊາດ. ບໍ່ມີມະນຸດຄົນໃດສາມາດເຮັດສິ່ງນີ້ໄດ້. ເຖິງແມ່ນສະພາບແວດລ້ອມລຳບາກພຽງໃດ ຫຼື ເງື່ອນໄຂບໍ່ເອື້ອອຳນວຍ ພຣະອົງກໍສາມາດສະແດງອຸປະນິໄສຂອງພຣະອົງໄດ້ໃນເວລາທີ່ເໝາະສົມ. ຄົນທີ່ເປັນພຣະຄຣິດສະແດງເຖິງການເປັນຢູ່ຂອງພຣະຄຣິດ ໃນຂະນະທີ່ຄົນບໍ່ໄດ້ເປັນພຣະຄຣິດ ບໍ່ມີອຸປະນິໄສຂອງພຣະຄຣິດ. ດ້ວຍເຫດນັ້ນ ເຖິງທຸກຄົນຕໍ່ຕ້ານພຣະອົງ ຫຼື ມີຄວາມເຊື່ອກ່ຽວກັບພຣະອົງ ບໍ່ມີໃຜສາມາດປະຕິເສດໂດຍອີງຕາມພື້ນຖານແຫ່ງຄວາມເຊື່ອຂອງມະນຸດໄດ້ວ່າ ອຸປະນິໄສທີ່ພຣະຄຣິດສະແດງອອກແມ່ນມາຈາກພຣະເຈົ້າ. ທຸກຄົນທີ່ສະແຫວງຫາພຣະຄຣິດດ້ວຍຫົວໃຈທີ່ແທ້ຈິງ ຫຼື ສະແຫວງຫາພຣະເຈົ້າດ້ວຍຄວາມຕັ້ງໃຈຈະຍອມຮັບວ່າ ພຣະອົງເປັນພຣະຄຣິດໂດຍອີງຕາມການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ. ພວກເຂົາຈະບໍ່ປະຕິເສດພຣະຄຣິດ ໂດຍອີງຕາມພື້ນຖານແຫ່ງລັກສະນະໃດໜຶ່ງຂອງພຣະອົງທີ່ບໍ່ສອດຄ່ອງກັບຄວາມເຊື່ອຂອງມະນຸດ. ເຖິງແມ່ນມະນຸດໂງ່ຈ້າຫຼາຍ ທຸກຄົນຮູ້ຈັກຢ່າງຊັດເຈນວ່າ ແມ່ນຫຍັງຄືຄວາມປາຖະໜາຂອງມະນຸດ ແລະ ແມ່ນຫຍັງທີ່ເກີດມາຈາກພຣະເຈົ້າ. ພຽງແຕ່ຫຼາຍຄົນຕໍ່ຕ້ານພຣະຄຣິດໂດຍເຈດຕະນາ ຍ້ອນຈຸດປະສົງຂອງພວກເຂົາເອງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະມີເຫດຜົນປະຕິເສດການເປັນຢູ່ຂອງພຣະຄຣິດ ຍ້ອນວ່າ ຄວາມເປັນພຣະເຈົ້າທີ່ສະແດງອອກໂດຍພຣະຄຣິດແມ່ນມີຢູ່ຈິງຢ່າງແນ່ນອນ ແລະ ພາລະກິດຂອງພຣະອົງກໍສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງທຸກຄົນ.

ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດທາດແທ້ຂອງພຣະອົງ. ພຣະອົງສາມາດເຮັດສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍທາດແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍທາດແທ້ຂອງພຣະອົງ; ເຫດຜົນຂອງການເປີດເຜີຍຢ່າງທຳມະຊາດຂອງພຣະອົງຖືກເອີ້ນແບບນັ້ນກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບຫຼັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ເຊື່ອຟັງຈົນຕາຍ. ນີ້ກໍຍ້ອນວ່າ ທາດແທ້ຂອງພຣະອົງແມ່ນທາດແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ກໍເປັນຈິງຢ່າງແນ່ນອນ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງສະແດງໃຫ້ເຫັນເຖິງອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ໃນເວລານັ້ນ ບົດສະຫຼຸບຂອງພາລະກິດທັງໝົດຂອງພຣະອົງສາມາດຢືນຢັນໄດ້ວ່າ ພຣະອົງເປັນພຣະທຳທີ່ກາຍເປັນມະນຸດຢ່າງແທ້ຈິງ ແລະ ບໍ່ຄືກັນກັບເນື້ອໜັງ ແລະ ເລືອດເນື້ອຂອງມະນຸດ. ທຸກບາດກ້າວຂອງພາລະກິດຂອງພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກແມ່ນມີຄວາມສໍາຄັນໃນຕົວຂອງມັນເອງ ແຕ່ມະນຸດທີ່ຜະເຊີນກັບພາລະກິດທີ່ແທ້ຈິງຂອງແຕ່ລະບາດກ້າວນັ້ນ ແມ່ນບໍ່ສາມາດເຂົ້າໃຈຄວາມສໍາຄັນຂອງພາລະກິດຂອງພຣະອົງໄດ້; ເປັນຕົ້ນໂດຍສະເພາະສຳລັບສອງສາມບາດກ້າວຂອງພາລະກິດທີ່ດໍາເນີນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດອົງທີ່ສອງ. ຄົນສ່ວນຫຼາຍທີ່ພຽງແຕ່ໄດ້ຍິນ ຫຼື ເຫັນພຣະທຳຂອງພຣະຄຣິດ ແຕ່ບໍ່ເຄີຍເຫັນພຣະອົງບໍ່ມີຄວາມເຊື່ອໃນພາລະກິດຂອງພຣະອົງ; ຄົນທີ່ເຫັນພຣະຄຣິດ ແລະ ໄດ້ຍິນພຣະທຳຂອງພຣະອົງ ພ້ອມທັງຜະເຊີນພາລະກິດຂອງພຣະອົງ ເຫັນມັນເປັນເລື່ອງຍາກທີ່ຈະຍອມຮັບພາລະກິດຂອງພຣະອົງ. ນີ້ບໍ່ແມ່ນເປັນຍ້ອນການປາກົດ ແລະ ຄວາມເປັນມະນຸດທຳມະດາຂອງພຣະຄຣິດບໍ່ແມ່ນລົດນິຍົມຂອງມະນຸດບໍ? ຄົນທີ່ຍອມຮັບພາລະກິດຂອງພຣະອົງຫຼັງຈາກທີ່ພຣະຄຣິດໄດ້ຈາກໄປຈະບໍ່ພົບກັບຄວາມຫຍຸ້ງຍາກດັ່ງກ່າວ ຍ້ອນພວກເຂົາພຽງແຕ່ຍອມຮັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ໄດ້ສໍາຜັດກັບຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ. ມະນຸດແທນທີ່ຈະປ່ອຍວາງແນວຄິດຕ່າງໆນາໆຂອງເຂົາກ່ຽວກັບພຣະເຈົ້າ ແຕ່ຊໍ້າພັດພາກັນສໍາຫຼວດພຣະອົງຢ່າງຮຸນແຮງ; ສິ່ງນີ້ເກີດຂຶ້ນຍ້ອນມະນຸດໃສ່ໃຈພຽງແຕ່ການປາກົດຂອງພຣະອົງເທົ່ານັ້ນ ແລະ ບໍ່ສາມາດຮັບຮູ້ທາດແທ້ຂອງພຣະອົງໂດຍອີງຕາມພາລະກິດ ແລະ ພຣະທຳຂອງພຣະອົງ. ຖ້າມະນຸດຫຼັບຕາຕໍ່ການປາກົດຂອງພຣະຄຣິດ ຫຼີ ຫຼີກເວັ້ນການສົນທະນາກ່ຽວກັບຄວາມເປັນມະນຸດຂອງພຣະຄຣິດ ແລະ ກ່າວເຖິງພຽງແຕ່ຄວາມເປັນພຣະເຈົ້າຂອງພຣະອົງ ເຊິ່ງມີພາລະກິດ ແລະ ພຣະທຳທີ່ມະນຸດບໍ່ສາມາດຮັບໄດ້ ແລ້ວແນວຄິດຕ່າງໆນາໆຂອງມະນຸດກໍຈະຫຼຸດລົງເຄິ່ງໜຶ່ງ ຈົນເຖິງຂັ້ນທີ່ວ່າ ຄວາມຫຍຸ້ງຍາກທຸກຢ່າງຂອງມະນຸດແມ່ນໄດ້ຮັບການແກ້ໄຂ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດບໍ່ສາມາດທົນພຣະອົງໄດ້ ແລະ ເຕັມໄປດ້ວຍແນວຄິດຕ່າງໆນາໆກ່ຽວກັບພຣະອົງ ແລະ ເຫດການທີ່ພວກເຂົາຕໍ່ຕ້ານ ແລະ ບໍ່ເຊື່ອຟັງກໍພົບເຫັນໄດ້ທົ່ວໄປ. ມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະເຈົ້າ, ບໍ່ສາມາດສະແດງຄວາມເມດຕາຕໍ່ຄວາມຖ່ອມຕົວ ແລະ ການລີ້ລັບຂອງພຣະຄຣິດ ຫຼື ຍົກໂທດໃຫ້ພຣະຄຣິດທີ່ມີທາດແທ້ເຊື່ອຟັງພຣະບິດາທີ່ຢູ່ໃນສະຫວັນ. ດ້ວຍເຫດນັ້ນ ພຣະອົງບໍ່ສາມາດຢູ່ຮ່ວມກັບມະນຸດຊົ່ວນິດນິລັນ, ຫຼັງຈາກພຣະອົງສຳເລັດພາລະກິດຂອງພຣະອົງ, ພຣະອົງກໍຈະຈາກໄປ ຍ້ອນວ່າມະນຸດບໍ່ເຕັມໃຈທີ່ຈະໃຫ້ພຣະອົງຢູ່ຄຽງຂ້າງພວກເຂົາ. ຖ້າມະນຸດບໍ່ສາມາດສະແດງຄວາມເມດຕາຕໍ່ພຣະອົງໃນລະຫວ່າງໄລຍະເວລາຂອງການປະຕິບັດພາລະກິດ ແລ້ວພວກເຂົາຈະສາມາດທົນຕໍ່ພຣະອົງທີ່ຢູ່ຄຽງຂ້າງພວກເຂົາຫຼັງຈາກທີ່ພຣະອົງສຳເລັດພັນທະກິດຂອງພຣະອົງ ແລະ ເບິ່ງພວກເຂົາຄ່ອຍໆສໍາພັດກັບພຣະທຳຂອງພຣະອົງໄດ້ແນວໃດ? ແລ້ວຫຼາຍຄົນຈະບໍ່ລົ້ມລົງຍ້ອນພຣະອົງບໍ? ມະນຸດອະນຸຍາດໃຫ້ພຣະອົງພຽງແຕ່ປະຕິບັດພາລະກິດເທິງແຜ່ນດິນໂລກ; ສິ່ງນີ້ຄືຄວາມກະລຸນາທີ່ຍິ່ງໃຫຍ່ສຸດຂອງມະນຸດ.​ ຖ້າບໍ່ແມ່ນຍ້ອນພາລະກິດຂອງພຣະອົງ ມະນຸດອາດຂັບໄລ່ພຣະອົງອອກຈາກໂລກຕັ້ງແຕ່ດົນແລ້ວ, ເພາະສະນັ້ນ ຫຼັງຈາກພາລະກິດຂອງພຣະອົງສໍາເລັດລົງແລ້ວ ພວກເຂົາຈະສະແດງຄວາມເມດຕາຕໍ່ພຣະອົງໜ້ອຍກວ່ານັ້ນໄດ້ສໍ່າໃດ?? ມະນຸດຈະບໍ່ຂ້າພຣະອົງ ແລະ ທໍລະມານພຣະອົງຈົນຕາຍບໍ? ຖ້າພຣະອົງບໍ່ໄດ້ຖືກເອີ້ນວ່າ ພຣະຄຣິດ, ກໍເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດປະຕິບັດພາລະກິດທ່າມກາງມະນຸດຊາດໄດ້; ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດດ້ວຍຕົວຕົນຂອງພຣະເຈົ້າເອງ ແລະ ປະຕິບັດພາລະກິດເປັນພຽງມະນຸດທຳມະດາແທນ ແລ້ວມະນຸດຈະບໍ່ທົນແມ່ນແຕ່ປະໂຫຍກດຽວທີ່ພຣະອົງກ່າວອອກມາ ຢ່າວ່າແຕ່ທົນຕໍ່ສ່ວນເລັກນ້ອຍສຸດໃນພາລະກິດຂອງພຣະອົງເລີຍ. ດ້ວຍເຫດນັ້ນ ພຣະອົງພຽງແຕ່ສາມາດໃຊ້ຕົວຕົນນີ້ຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງມີອຳນາດຫຼາຍກວ່າເວລາທີ່ພຣະອົງບໍ່ໄດ້ປະຕິບັດພາລະກິດແບບນັ້ນ ຍ້ອນມະນຸດທຸກຄົນພ້ອມທີ່ຈະເຊື່ອຟັງຖານະ ແລະ ຕົວຕົນທີ່ຍິ່ງໃຫຍ່.​ ຖ້າພຣະອົງບໍ່ໃຊ້ຕົວຕົນຂອງພຣະເຈົ້າເອງໃນຂະນະທີ່ພຣະອົງປະຕິບັດພາລະກິດ ຫຼື ປາກົດຕົວເປັນພຣະເຈົ້າເອງ ແລ້ວພຣະອົງຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດເລີຍ. ເຖິງແມ່ນວ່າພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ການເປັນຢູ່ຂອງພຣະຄຣິດ ມະນຸດກໍຈະບໍ່ຜ່ອນຄາຍ ແລະ ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດຢ່າງງ່າຍດາຍທ່າມກາງມະນຸດຊາດ. ພຣະອົງໃຊ້ຕົວຕົນຂອງພຣະເຈົ້າເອງໃນພາລະກິດຂອງພຣະອົງ; ເຖິງແມ່ນວ່າ ພາລະກິດດັ່ງກ່າວຈະມີອຳນາດຫຼາຍກວ່າພາລະກິດທີ່ປາສະຈາກພາບລັກສະນະດັ່ງກ່າວຕໍ່ຫຼາຍເທົ່າ, ມະນຸດຍັງບໍ່ເຊື່ອຟັງພຣະອົງຢ່າງເຕັມປ່ຽມ ຍ້ອນມະນຸດພຽງແຕ່ຍອມຢູ່ພາຍໃຕ້ຖານະຂອງພຣະອົງ ແລະ ບໍ່ແມ່ນທາດແທ້ຂອງພຣະອົງ. ຖ້າເປັນດັ່ງນັ້ນ ບາງເທື່ອ ມື້ໜຶ່ງຖ້າພຣະຄຣິດລົງມາຈາກຕໍາແໜ່ງຂອງພຣະອົງ ມະນຸດຈະສາມາດອະນຸຍາດໃຫ້ພຣະອົງຍັງຄົງມີຊີວິດຢູ່ແມ່ນແຕ່ມື້ດຽວບໍ? ພຣະເຈົ້າເຕັມໃຈອາໄສຢູ່ເທິງແຜ່ນດິນໂລກກັບມະນຸດ ເພື່ອພຣະອົງອາດເຫັນຜົນພາລະກິດທີປະຕິບັດດ້ວຍມືຂອງພຣະອົງຈະນໍາມາສູ່ຄວາມສໍາເລັດສືບຕໍ່ໄປເປັນນິດ. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດທົນການຢູ່ຂອງພຣະອົງໄດ້ແມ່ນແຕ່ມື້ດຽວ ສະນັ້ນ ພຣະອົງໄດ້ແຕ່ພຽງຍອມຈໍານົນ. ຖືວ່າເປັນຄວາມເມດຕາ ແລະ ຄວາມກະລຸນາທີ່ຍິ່ງໃຫຍ່ສຸດແລ້ວທີ່ມະນຸດອະນຸຍາດໃຫ້ພຣະເຈົ້າປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດທ່າມກາງມະນຸດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ເຖິງແມ່ນວ່າ ຄົນທີ່ຖືກເອົາຊະນະໂດຍພຣະເຈົ້າເປັນການສ່ວນຕົວໄດ້ສະແດງຄວາມກະລຸນາດັ່ງກ່າວຕໍ່ພຣະອົງ ພວກເຂົາກໍພຽງແຕ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄດ້ຈົນກວ່າພາລະກິດຂອງພຣະອົງສຳເລັດລົງ ແລະ ຫລັງຈາກນັ້ນກໍບໍ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄປແມ່ນແຕ່ນາທີດຽວ. ຖ້າເປັນດັ່ງນັ້ນ ຄົນທີ່ພຣະອົງບໍ່ໄດ້ເອົາຊະນະເດ? ເຫດຜົນທີ່ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍວິທີນີ້ ບໍ່ແມ່ນຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງມະນຸດທຳມະດາບໍ? ຖ້າພຣະອົງມີພຽງແຕ່ຄວາມເປັນພຣະເຈົ້າ ແລະ ບໍ່ມີຄວາມເປັນມະນຸດທຳມະດາ ແລ້ວຄວາມຫຍຸ້ງຍາກຕ່າງໆຂອງມະນຸດຈະບໍ່ໄດ້ຮັບການແກ້ໄຂງ່າຍເກີນໄປບໍ? ມະນຸດຮັບຮູ້ຄວາມເປັນພຣະເຈົ້າຂອງພຣະອົງດ້ວຍຄວາມບໍ່ພໍໃຈ ແລະ ບໍ່ສົນໃຈຕໍ່ເປືອກນອກຂອງມະນຸດທຳມະດາຂອງພຣະອົງ ເຖິງແມ່ນວ່າ ທາດແທ້ຂອງພຣະອົງກໍມາຈາກພຣະຄຣິດຜູ້ເຊິ່ງຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນຢ່າງຊັດເຈນ. ຖ້າເປັນດັ່ງນັ້ນ ພຣະອົງພຽງແຕ່ສາມາດຍົກເລີກພາລະກິດຂອງພຣະອົງທີ່ຢູ່ທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກກັບພວກເຂົາ ຍ້ອນມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະອົງໄດ້ອີກຕໍ່ໄປ.

(ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້ : 5. ເຈົ້າຕ້ອງເຊື່ອແນວໃດໃນພຣະເຈົ້າເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ?

ຕໍ່ໄປ : 2. ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້