5. ເຈົ້າຕ້ອງເຊື່ອແນວໃດໃນພຣະເຈົ້າເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໂດຍລວມແລ້ວ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ກ່ອນອື່ນ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນກໍຄື ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ການຊອກຫາເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ, ການສະແຫວງຫາເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ໃນເວລາອ່ານພຣະທຳຂອງພຣະອົງ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ; ກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະອົງ ແລະ ຄວາມສະຫງ່າງາມຂອງພຣະອົງ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດທີ່ເສື່ອມຊາມ ແລະ ຂໍ້ບົກຜ່ອງຕົວຈິງຂອງມະນຸດ, ດ້ວຍເຫດນັ້ນ ເພິ່ນຈຶ່່ງບັນລຸຕາມເງື່ອນໄຂທຸກດ້ານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດເພື່ອເຮັດໃຫ້ພຣະອົງພໍໃຈ. ເປໂຕມີການປະຕິບັດທີ່ຖືກຕ້ອງຫຼາຍຢ່າງທີ່ເພິ່ນປະຕິບັດຕາມພຣະທຳຂອງພຣະເຈົ້າ; ສິ່ງນີ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ສຸດ ແລະ ມັນເປັນວິທີທີ່ດີທີ່ສຸດສໍາລັບບຸກຄົນໃດໜຶ່ງສາມາດປະຕິບັດ ໃນຂະນະທີ່ກຳລັງຜະເຊີນກັບພາລະກິດຂອງພຣະເຈົ້າ. ເມື່ອຜະເຊີນກັບການທົດລອງຮ້ອຍປະການຈາກພຣະເຈົ້າ, ເປໂຕກໍກວດສອບຕົນເອງໃສ່ພຣະທຳທຸກຂໍ້ທີ່ພຣະເຈົ້າໃຊ້ເພື່ອພິພາກສາມະນຸດ, ພຣະທຳທຸກຂໍ້ທີ່ພຣະເຈົ້າໃຊ້ເພື່ອເປີດເຜີຍມະນຸດ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ພະຍາຍາມຢັ່ງເຖິງຄວາມໝາຍຂອງພຣະທຳເຫຼົ່ານັ້ນ. ເພິ່ນພະຍາຍາມຢ່າງຕັ້ງໃຈເພື່ອໄຕ່ຕອງ ແລະ ທ່ອງຈໍາພຣະທຳທຸກຂໍ້ທີ່ພຣະເຢຊູໄດ້ເວົ້າຕໍ່ເພິ່ນ ແລະ ໄດ້ຮັບຜົນເປັນຢ່າງດີ. ຜ່ານການປະຕິບັດແບບນີ້, ເພິ່ນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຈາກພຣະທຳຂອງພຣະເຈົ້າ ແລະ ເພິ່ນບໍ່ພຽງແຕ່ໄດ້ເຂົ້າໃຈສະພາວະອັນເສື່ອມຊາມຕ່າງໆຂອງມະນຸດ, ແຕ່ຍັງໄດ້ເຂົ້າໃຈແກ່ນແທ້, ທຳມະຊາດ ແລະ ຂໍ້ບົກຜ່ອງຕ່າງໆຂອງມະນຸດອີກດ້ວຍ. ນີ້ແມ່ນຄວາມໝາຍຂອງການເຂົ້າໃຈຕົນເອງຢ່າງແທ້ຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕບໍ່ພຽງແຕ່ບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຢ່າງແທ້ຈິງ, ແຕ່ຈາກສິ່ງຕ່າງໆທີ່ສະແດງອອກໃນພຣະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ຄວາມປະສົງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງ, ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ, ຈາກພຣະທຳເຫຼົ່ານີ້ ເພິ່ນມາຮູ້ຈັກພຣະເຈົ້າຢ່າງສົມບູນ. ເພິ່ນມາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ; ເພິ່ນມາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພ້ອມທັງຄວາມສະຫງ່າງາມຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າໃນຕອນນັ້ນຫຼາຍສໍ່າທີ່ພຣະອົງເວົ້າໃນມື້ນີ້, ເຖິງຢ່າງນັ້ນກໍຕາມ ຜົນຮັບໃນສິ່ງເຫຼົ່ານີ້ກໍຖືກບັນລຸໃນເປໂຕ. ນີ້ແມ່ນສິ່ງທີ່ຫາໄດ້ຍາກ ແລະ ມີຄຸນຄ່າທີ່ສຸດ. ເປໂຕໄດ້ຜ່ານການທົດລອງຮ້ອຍປະການ, ແຕ່ບໍ່ໄດ້ທົນທຸກຢ່າງສູນເປົ່າ. ເພິ່ນບໍ່ພຽງແຕ່ເຂົ້າໃຈຕົນເອງຈາກພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ແຕ່ເພິ່ນຍັງໄດ້ຮູ້ຈັກພຣະເຈົ້າ. ອີກຢ່າງ, ເພິ່ນໄດ້ຕັ້ງໃຈໃສ່ໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດພາຍໃນພຣະທຳຂອງພຣະອົງໂດຍສະເພາະ. ໃນລັກສະນະໃດກໍຕາມທີ່ມະນຸດຄວນເຮັດໃຫ້ພຣະເຈົ້າພໍໃຈເພື່ອສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເປໂຕກໍສາມາດໃຊ້ຄວາມພະຍາຍາມຢ່າງຫຼາຍໃນລັກສະນະເຫຼົ່ານີ້ ແລະ ໄດ້ຮັບຄວາມຊັດເຈນຢ່າງສົມບູນ; ນີ້ເປັນປະໂຫຍດຕໍ່ທາງເຂົ້າຂອງເພິ່ນເອງຢ່າງຫຼວງຫຼາຍ. ບໍ່ວ່າພຣະເຈົ້າໄດ້ເວົ້າຫຍັງກໍຕາມ, ຕາບໃດທີ່ພຣະທຳເຫຼົ່ານີ້ສາມາດກາຍມາເປັນຊີວິດ ແລະ ເປັນຄວາມຈິງ, ເປໂຕກໍສາມາດສະລັກພຣະທຳເຫຼົ່ານີ້ໃສ່ໃນຫົວໃຈຂອງເພິ່ນເພື່ອໄຕ່ຕອງ ແລະ ເຂົ້າໃຈຢູ່ເລື້ອຍໆ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຢຊູ, ເພິ່ນກໍສາມາດນໍາພຣະທຳເຫຼົ່ານີ້ເຂົ້າສູ່ຫົວໃຈ ເຊິ່ງສະແດງໃຫ້ເຫັນວ່າ ເພິ່ນຕັ້ງໃຈໃສ່ໃນພຣະທຳຂອງພຣະເຈົ້າເປັນພິເສດ ແລະ ໃນທີ່ສຸດເພິ່ນກໍບັນລຸຜົນຢ່າງແທ້ຈິງ. ນັ້ນກໍຄື ເພິ່ນສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຢ່າງເຕັມໃຈ, ປະຕິບັດຄວາມຈິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ປະຕິບັດໂດຍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຖິ້ມຄວາມຄິດເຫັນ ແລະ ຈິນຕະນາການສ່ວນຕົວຂອງເພິ່ນເອງ. ໃນລັກສະນະນີ້, ເປໂຕເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ການຮັບໃຊ້ຂອງເປໂຕທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຕົ້ນຕໍແລ້ວ ກໍແມ່ນຍ້ອນເພິ່ນໄດ້ປະຕິບັດໃນສິ່ງນີ້.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ

ເພື່ອສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈກ່ອນວ່າ ການຖືກພຣະອົງເຮັດໃຫ້ສົມບູນໝາຍເຖິງຫຍັງ ພ້ອມທັງເງື່ອນໄຂຫຍັງແດ່ທີ່ເຈົ້າຕ້ອງປະກອບມີເພື່ອທີ່ຈະຖືກເຮັດໃຫ້ສົມບູນ. ເມື່ອເຈົ້າໄດ້ເຂົ້າໃຈເລື່ອງດັ່ງກ່າວ, ແລ້ວເຈົ້າກໍຕ້ອງຄົ້ນຫາເສັ້ນທາງໃນການປະຕິບັດ. ເຈົ້າຕ້ອງປະກອບມີຄວາມສາມາດໃດໜຶ່ງເພື່ອຖືກເຮັດໃຫ້ສົມບູນ. ຫຼາຍຄົນບໍ່ມີຄຸນນະພາບສູງຢ່າງພຽງພໍມາແຕ່ກໍາເນີດ, ເຊິ່ງໃນກໍລະນີນີ້ເຈົ້າຕ້ອງຈ່າຍລາຄາ ແລະ ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າໜັກຂຶ້ນ. ຍິ່ງຄຸນນະພາບຂອງເຈົ້າຕໍ່າສໍ່າໃດ, ເຈົ້າຍິ່ງຕ້ອງໃຊ້ຄວາມພະຍາຍາມສ່ວນຕົວຫຼາຍຂຶ້ນ. ຍິ່ງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງເຈົ້ານໍາໃຊ້ພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຫຼາຍສໍ່າໃດ, ເຈົ້າກໍຍິ່ງສາມາດເຂົ້າສູ່ເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ໄວຍິ່ງຂຶ້ນສໍ່ານັ້ນ. ຜ່ານການອະທິຖານ, ເຈົ້າສາມາດຖືກເຮັດໃຫ້ສົມບູນໃນຂອບເຂດການອະທິຖານ; ເຈົ້າຍັງສາມາດຖືກເຮັດໃຫ້ສົມບູນຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານການເຂົ້າໃຈແກ່ນແທ້ຂອງພຣະທໍາ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງພຣະທຳ. ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າໃນປະຈຳວັນ, ເຈົ້າຄວນມາຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າເອງ; ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກຂໍ້ບົກຜ່ອງທີ່ເປັນອັນຕະລາຍ ແລະ ຈຸດອ່ອນຂອງເຈົ້າ ແລະ ອະທິຖານ ແລະ ອ້ອນວອນເຖິງພຣະເຈົ້າ. ການເຮັດແບບນີ້ ເຈົ້າຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ເສັ້ນທາງສູ່ການຖືກເຮັດໃຫ້ສົມບູນຄື: ການອະທິຖານ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈເຖິງແກ່ນແທ້ແຫ່ງພຣະທຳຂອງພຣະເຈົ້າ, ການເຂົ້າສູ່ປະສົບການຂອງພຣະທຳຂອງພຣະເຈົ້າ, ການຮຽນຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າ, ການເຊື່ອຟັງພາລະກິດຂອງພຣະເຈົ້າ, ການໃສ່ໃຈໃນພາລະຂອງພຣະເຈົ້າ ແລະ ປະຖິ້ມເນື້ອໜັງຜ່ານຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ການເຂົ້າຮ່ວມສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງຂອງເຈົ້າ ເຊິ່ງຈະເຮັດໃຫ້ປະສົບການຂອງເຈົ້າເພີ່ມພູນຂຶ້ນ. ບໍ່ວ່າຈະເປັນຊີວິດສ່ວນລວມ ຫຼື ຊີວິດສ່ວນຕົວຂອງເຈົ້າ ແລະ ບໍ່ວ່າຈະເປັນການຊຸມນຸມທີ່ໃຫຍ່ ຫຼື ການຊຸມນຸມທີ່ນ້ອຍ, ທຸກສິ່ງສາມາດເຮັດໃຫ້ເຈົ້າໄດ້ຮັບປະສົບການ ແລະ ໄດ້ຮັບການຝຶກຝົນ ເພື່ອວ່າຫົວໃຈຂອງເຈົ້າຈະສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ກັບຄືນຫາພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຂະບວນການຂອງການຖືກເຮັດໃຫ້ສົມບູນ. ການມີປະສົບການກັບພຣະທຳຂອງພຣະເຈົ້າທີ່ກ່າວເຖິງ ແມ່ນໝາຍເຖິງການທີ່ສາມາດຊີມລົດຊາດແຫ່ງພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເຈົ້າເອງດໍາລົງຊີວິດຕາມພຣະທຳເຫຼົ່ານັ້ນ ເພື່ອເຈົ້າຈະມີຄວາມເຊື່ອ ແລະ ຄວາມຮັກທີ່ຍິ່ງໃຫຍ່ຂຶ້ນສໍາລັບພຣະເຈົ້າ. ໃນວິທີນີ້, ເຈົ້າຈະປົດອຸປະນິໄສອັນຊົ່ວຊ້າ ແລະ ເສື່ອມຊາມຂອງເຈົ້າອອກເທື່ອລະໜ້ອຍ; ເຈົ້າຈະຖອນແຮງຈູງໃຈທີ່ບໍ່ເໝາະສົມອອກຈາກຕົນເອງເທື່ອລະໜ້ອຍ ແລະ ດຳລົງຊີວິດຕາມລັກສະນະຂອງຄົນປົກກະຕິ. ຍິ່ງຄວາມຮັກສຳລັບພຣະເຈົ້າທີ່ຢູ່ຂ້າງໃນເຈົ້າຍິ່ງໃຫຍ່ສໍ່າໃດ ເຊິ່ງເວົ້າໄດ້ວ່າ ຍິ່ງເຈົ້າຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່າໃດ, ເຈົ້າຍິ່ງຖືກຊາຕານເຮັດໃຫ້ເສື່ອມຊາມໜ້ອຍລົງສໍ່ານັ້ນ. ຜ່ານປະສົບການຕົວຈິງຂອງເຈົ້າ, ເຈົ້າຈະເຂົ້າສູ່ເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ສະນັ້ນ, ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ການໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າແມ່ນສຳຄັນເປັນພິເສດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ຖ້າເຈົ້າເຊື່ອໃນລິດທານຸພາບສູງສຸດຂອງພຣະເຈົ້າ, ເຈົ້າກໍຕ້ອງເຊື່ອເຫດການທີ່ເກີດຂຶ້ນໃນແຕ່ລະມື້ ບໍ່ວ່າຈະດີ ຫຼື ຮ້າຍ, ບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ບໍ່ແມ່ນວ່າມີຄົນເຈດຕະນາເຮັດໃຫ້ເຈົ້າຍາກລຳບາກ ຫຼື ເຮັດໃຫ້ເຈົ້າຕົກເປັນເປົ້າ; ນີ້ແມ່ນລ້ວນແລ້ວແຕ່ຖືກຈັດແຈງໂດຍພຣະເຈົ້າ. ເປັນຫຍັງພຣະເຈົ້າຈິ່ງປັ້ນແຕ່ງສິ່ງເຫຼົ່ານີ້ໄວ້? ມັນບໍ່ແມ່ນເພື່ອເປີດເຜີຍໃຫ້ເຈົ້າຮູ້ວ່າເຈົ້າແມ່ນໃຜ ຫຼື ເປີດໂປງເຈົ້າ; ການເປີດໂປງເຈົ້າບໍ່ແມ່ນເປົ້າໝາຍສຸດທ້າຍ. ເປົ້າໝາຍແມ່ນເພື່ອເຮັດໃຫ້ເຈົ້າສົມບູນ ແລະ ຊ່ວຍເຈົ້າໃຫ້ລອດພົ້ນ. ພຣະເຈົ້າເຮັດແບບນັ້ນໄດ້ແນວໃດ? ພຣະອົງເລີ່ມດ້ວຍການເຮັດໃຫ້ເຈົ້າຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ, ເຮັດໃຫ້ເຈົ້າຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ, ເຮັດໃຫ້ຮູ້ຈັກຂໍ້ບົກຜ່ອງຂອງເຈົ້າ ແລະ ສິ່ງທີ່ເຈົ້າຂາດ. ມີພຽງຜ່ານການຮູ້ຈັກສິ່ງເຫຼົ່ານີ້ ແລະ ການມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສະແຫວງຫາຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າເທື່ອລະໜ້ອຍ. ນີ້ແມ່ນພຣະເຈົ້າສ້າງໂອກາດໃຫ້ກັບເຈົ້າ. ນີ້ຄືຄວາມຮັກຂອງພຣະເຈົ້າ. ເຈົ້າຕ້ອງຮູ້ຈັກສວຍໃຊ້ໂອກາດນີ້. ເຈົ້າບໍ່ຄວນໂຕ້ຖຽງແບບຫົວຊົນຝາກັບພຣະເຈົ້າ ຫຼື ເຂົ້າໃຈພຣະອົງຜິດ. ໂດຍສະເພາະແລ້ວ ເມື່ອພົບກັບຄົນ, ເລື່ອງຕ່າງໆ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ຈັດແຈງໄວ້ອ້ອມຂ້າງເຈົ້າ, ຢ່າຮູ້ສຶກຢູ່ຕະຫຼອດວ່າສິ່ງເຫຼົ່ານີ້ບໍ່ເປັນໄປຕາມທີ່ເຈົ້າຕ້ອງການໃຫ້ເປັນ ຢ່າປາຖະໜາທີ່ຈະຫຼົບຫຼີກພວກມັນຢູ່ຕະຫຼອດ ຫຼື ກ່າວໂທດ ແລະ ເຂົ້າໃຈພຣະເຈົ້າຜິດຢູ່ສະເໝີ. ຖ້າເຈົ້າກຳລັງເຮັດສິ່ງເຫຼົ່ານີ້ຢູ່ຕະຫຼອດ, ເຈົ້າກໍ່ບໍ່ໄດ້ກຳລັງປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນຈະເຮັດໃຫ້ຫຍຸ້ງຍາກຫຼາຍສໍາລັບເຈົ້າໃນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ສິ່ງໃດກໍຕາມທີ່ເຈົ້າຜະເຊີນເຊິ່ງເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນ, ເມື່ອມີຄວາມຫຍຸ້ງຍາກເກີດຂຶ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະຍອມຮັບ. ເຈົ້າຄວນເລີ່ມດ້ວຍການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານໃຫ້ຫຼາຍຂຶ້ນ. ດ້ວຍວິທີນີ້, ກ່ອນເຈົ້າຈະຮູ້ຕົວ ຈະເກີດມີການປ່ຽນແປງໃນສະພາວະພາຍໃນຂອງເຈົ້າ ແລະ ເຈົ້າກໍຈະສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າ. ນັ້ນກໍຄື ເຈົ້າຈະສາມາດປະສົບກັບພາລະກິດຂອງພຣະເຈົ້າ. ເມື່ອສິ່ງນີ້ເກີດຂຶ້ນ, ຄວາມເປັນຈິງແຫ່ງຄວາມຈິງຈະຖືກສ້າງຂຶ້ນພາຍໃນເຈົ້າ ແລະ ນີ້ແມ່ນວິທີທີ່ເຈົ້າຈະກ້າວໜ້າ ແລະ ຜ່ານການປ່ຽນແປງໃນສະພາວະຂອງຊີວິດຂອງເຈົ້າ. ເມື່ອເຈົ້າໄດ້ຜ່ານການປ່ຽນແປງນີ້ ແລະ ມີຄວາມເປັນຈິງແຫ່ງຄວາມຈິງນີ້, ແລ້ວເຈົ້າກໍຈະມີວຸດທິພາວະອີກດ້ວຍ ແລະ ເມື່ອມີວຸດທິພາວະກໍມີຊີວິດ. ຖ້າມີບາງຄົນດຳລົງຊີວິດໂດຍອີງຕາມອຸປະນິໄສຊົ່ວຮ້າຍຢູ່ສະເໝີ, ແລ້ວບໍ່ວ່າພວກເຂົາຈະມີຄວາມກະຕືລືລົ້ນ ຫຼື ກໍາລັງຫຼາຍສໍ່າໃດ, ພວກເຂົາກໍຍັງບໍ່ສາມາດຖືໄດ້ວ່າມີວຸດທິພາວະ ຫຼື ຊີວິດ. ພຣະເຈົ້າປະຕິບັດພາລະກິດໃນທຸກຄົນ ແລະ ບໍ່ວ່າວິທີການຂອງພຣະອົງຈະເປັນຄືແນວໃດກໍຕາມ, ບໍ່ວ່າພຣະອົງຈະໃຊ້ຄົນ, ເລື່ອງ ແລະ ສິ່ງຂອງໃດກໍຕາມເພື່ອຮັບໃຊ້ພຣະອົງ ຫຼື ພຣະທຳຂອງພຣະອົງມີນໍ້າສຽງແບບໃດກໍຕາມ, ພຣະອົງມີພຽງເປົ້າໝາຍດຽວ ນັ້ນກໍຄື: ຊ່ວຍເຈົ້າໃຫ້ລອດພົ້ນ. ແລ້ວພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແນວໃດ? ພຣະອົງປ່ຽນແປງເຈົ້າ. ສະນັ້ນເຈົ້າຈະບໍ່ທົນທຸກເລັກນ້ອຍໄດ້ແນວໃດ? ເຈົ້າຈຳເປັນຕ້ອງທົນທຸກ. ການທົນທຸກນີ້ສາມາດກ່ຽວພັນກັບຫຼາຍໆສິ່ງ. ບາງຄັ້ງ ພຣະເຈົ້າສ້າງສະພາບແວດລ້ອມທີ່ຢູ່ອ້ອມຮອບເຈົ້າເພື່ອເປີດເຜີຍເຈົ້າ ເພື່ອວ່າເຈົ້າຈະສາມາດມາຮູ້ຈັກຕົນເອງ ຫຼື ບໍ່ດັ່ງນັ້ນ ເຈົ້າອາດຈະຖືກຈັດການ, ລີຮານ ແລະ ເປີດໂປງໂດຍກົງ. ຄືກັບຄົນທີ່ຢູ່ເທິງໂຕະຜ່າຕັດ, ໂດຍການຜ່ານຄວາມເຈັບປວດ ແລະ ຄວາມທຸກທໍລະມານບາງຢ່າງເທົ່ານັ້ນ ຈຶ່ງສາມາດບັນລຸຜົນຕາມມາທີ່ດີ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຈັດການ ແລະ ທຸກຄັ້ງທີ່ເຈົ້າຖືກເປີດເຜີຍໂດຍສະພາບເເວດລ້ອມ, ມັນກະຕຸ້ນຄວາມຮູ້ສຶກຂອງເຈົ້າ ແລະ ສົ່ງເສີມເຈົ້າ, ແລ້ວຜ່ານຂະບວນການນີ້ ເຈົ້າຈະມີວຸດທິພາວະ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເພື່ອໄດ້ຮັບຄວາມຈິງ, ຄົນໆໜຶ່ງຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງ

ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ການຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຄວາມຮັກທີ່ລາວມີໃຫ້ກັບພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມເຊື່ອຟັງຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງໄດ້ດີກວ່ານີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຖ້າຜູ້ຄົນປາຖະໜາທີ່ຈະເປັນສິ່ງທີ່ມີຊີວິດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກພຣະເຈົ້າ, ແລ້ວພວກເຂົາກໍ່ຕ້ອງຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາຕ້ອງເຕັມໃຈຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຕ້ອງເຕັມໃຈຮັບເອົາການລິຮານຂອງພຣະເຈົ້າ ແລະ ຖືກຈັດການໂດຍພຣະອົງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດປະຕິບັດຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໄວ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍເປັນຜູ້ທີ່ມີຊີວິດຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?

ຜູ້ທີ່ບໍ່ມີຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ຜູ້ທີ່ຮັບຮູ້ພຽງແຕ່ຊື່ຂອງພຣະອົງ ແລະ ຜູ້ທີ່ມີຄວາມຮູ້ສຶກບາງຢ່າງກ່ຽວກັບຄວາມກະລຸນາ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ ແຕ່ບໍ່ເດີນຕາມບາດກ້າວຂອງພຣະວິນຍານບໍລິສຸດ ແລະ ບໍ່ເຊື່ອຟັງພາລະກິດປັດຈຸບັນ ແລະ ພຣະທໍາຂອງພຣະວິນຍານບໍລິສຸດ, ຜູ້ຄົນດັ່ງກ່າວແມ່ນດໍາລົງຊີວິດຢູ່ທ່າມກາງຄວາມເມດຕາຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຖືກຮັບ ຫຼື ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບຜ່ານການເຊື່ອຟັງຂອງພວກເຂົາ, ຜ່ານການກິນຂອງພວກເຂົາ, ການດື່ມ ແລະ ຜ່ານການຊື່ນຊົມກັບພຣະທໍາຂອງພຣະເຈົ້າ ແລະ ຜ່ານຄວາມທຸກທໍລະມານ ແລະ ການຫຼໍ່ຫຼອມໃນຊີວິດຂອງພວກເຂົາ. ຜ່ານຄວາມເຊື່ອແບບນີ້ເທົ່ານັ້ນ ອຸປະນິໄສຂອງຜູ້ຄົນຈຶ່ງຈະສາມາດປ່ຽນແປງໄດ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈະສາມາດມີເອົາຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ການບໍ່ພໍໃຈກັບການມີຊີວິດທ່າມກາງຄວາມກະລຸນາຂອງພຣະເຈົ້າ, ການປາຖະໜາຢ່າງຫ້າວຫັນ ແລະ ການຄົ້ນຫາຄວາມຈິງ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ, ນີ້ຄືຄວາມໝາຍໃນການເຊື່ອຟັງພຣະເຈົ້າຢ່າງມີສະຕິ ແລະ ນີ້ແມ່ນປະເພດຂອງຄວາມເຊື່ອທີ່ພຣະອົງຕ້ອງການແທ້ໆ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ

ກ່ອນນີ້: 4. ຄວາມໝາຍຂອງພາລະກິດແຫ່ງການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ

ຕໍ່ໄປ: 1. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືທາດແທ້ຂອງການບັງເກີດເປັນມະນຸດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້