4. ຄວາມໝາຍຂອງພາລະກິດແຫ່ງການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຜູ້ຄົນໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ...

ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວເຈົ້າກໍຈະພ່າຍແພ້ໃນລະຫວ່າງການທົດລອງຢ່າງຫຼີກເວັ້ນບໍ່ໄດ້, ຍ້ອນເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບໄດ້ແນວໃດ, ພຣະອົງເຮັດໃຫ້ພວກເຂົາສົມບູນແບບດ້ວຍວິທີໃດ ແລະ ເມື່ອການທົດລອງຂອງພຣະເຈົ້າມາເຖິງເຈົ້າ ແລະ ການທົດລອງເຫຼົ່ານັ້ນບໍ່ເຂົ້າກັນກັບຄວາມຄິດຂອງເຈົ້າ, ເຈົ້າກໍຈະບໍ່ສາມາດຍຶດໝັ້ນໄດ້. ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າແມ່ນອຸປະນິໄສທັງໝົດຂອງພຣະອົງ ແລະ ເມື່ອອຸປະນິໄສທັງໝົດຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ມັນຈະເກີດຫຍັງຂຶ້ນກັບເນື້ອໜັງຂອງເຈົ້າ? ເມື່ອອຸປະນິໄສທີ່ຊອບທຳຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ເນື້ອໜັງຂອງພວກເຂົາກໍຈະທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງໂດຍຫຼີກເວັ້ນບໍ່ໄດ້. ຖ້າເຈົ້າບໍ່ທົນທຸກຕໍ່ຄວາມເຈັບປວດນີ້ ແລ້ວເຈົ້າກໍບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ຫຼື ເຈົ້າຈະບໍ່ສາມາດອຸທິດຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຖ້າພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ພຣະອົງກໍຈະສຳແດງອຸປະນິໄສທັງໝົດຂອງພຣະອົງໃຫ້ກັບເຈົ້າຢ່າງແນ່ນອນ. ຕັ້ງແຕ່ເວລາແຫ່ງການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າບໍ່ເຄີຍສຳແດງອຸປະນິໄສທັງໝົດຂອງພຣະອົງຕໍ່ມະນຸດຈັກເທື່ອ, ແຕ່ໃນລະຫວ່າງຍຸກສຸດທ້າຍນີ້ ພຣະອົງໄດ້ເປີດເຜີຍອຸປະນິໄສນັ້ນໃຫ້ກັບກຸ່ມຄົນທີ່ພຣະອົງໄດ້ລິຂິດ ແລະ ໄດ້ເລືອກໄວ້ແລ້ວ ແລະ ໂດຍການເຮັດໃຫ້ຜູ້ຄົນສົມບູນ, ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ, ຜ່ານທາງທີ່ພຣະອົງເຮັດໃຫ້ກຸ່ມຄົນສົມບູນ. ສິ່ງດັ່ງກ່າວແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບຜູ້ຄົນ. ການຜະເຊີນຄວາມຮັກທີ່ແທ້ຈິງຂອງພຣະເຈົ້ານັ້ນ ແມ່ນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາທີ່ສູງ. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກຮັບໂດຍພຣະເຈົ້າ ແລະ ຈະສາມາດມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະເຈົ້າໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະພໍໃຈ. ຖ້າຜູ້ຄົນປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງເຕັມທີ່, ພວກເຂົາກໍຕ້ອງຜະເຊີນກັບການທົນທຸກຢ່າງໃຫຍ່ຫຼວງ ແລະ ການທໍລະມານຫຼາຍຢ່າງຈາກສະພາບການຕ່າງໆຂອງພວກເຂົາ, ເພື່ອທົນທຸກກັບຄວາມເຈັບປວດທີ່ຮ້າຍແຮງກວ່າຄວາມຕາຍ. ໃນທີ່ສຸດ ພວກເຂົາກໍຈະຖືກບັງຄັບໃຫ້ມອບຫົວໃຈທີ່ແທ້ຈິງຂອງພວກເຂົາຄືນໃຫ້ກັບພຣະເຈົ້າ. ບໍ່ວ່າຜູ້ໃດຜູ້ໜຶ່ງຈະຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ມັນໄດ້ຖືກເປີດເຜີຍຢູ່ໃນລະຫວ່າງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ. ພຣະເຈົ້າເຮັດໃຫ້ຄວາມຮັກຂອງຜູ້ຄົນບໍລິສຸດ ແລະ ສິ່ງນີ້ບັນລຸຜົນຈາກທ່າມກາງຄວາມຍາກລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ, ການຈັດການ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ຍິ່ງການຫຼໍ່ຫຼອມຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຫົວໃຈຂອງຜູ້ຄົນກໍສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ; ມີພຽງແຕ່ພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກຄວາມລໍາບາກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ. ຢູ່ໃນລະຫວ່າງການທົດລອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດລອງເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ.

ໃນລະຫວ່າງເວລາຊົ່ວຊີວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານປະສົບການຢ່າງທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ ການທົນທຸກທີ່ເພິ່ນໄດ້ປະສົບ. ການທົນທຸກນີ້ໄດ້ກາຍເປັນເຄື່ອງນໍາທາງໃນເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເປັນສິ່ງທີ່ໜ້າຈົດຈໍາທີ່ສຸດສຳລັບເພິ່ນ. ຖ້າຜູ້ຄົນບໍ່ໄດ້ປະສົບກັບຄວາມເຈັບປວດໃນການຫຼໍ່ຫຼອມ ໃນເວລາທີ່ຮັກພຣະເຈົ້າ, ແລ້ວຄວາມຮັກຂອງພວກເຂົາກໍຈະເຕັມໄປດ້ວຍຄວາມບໍ່ບໍລິສຸດ ແລະ ອີງຕາມຄວາມມັກຂອງພວກເຂົາເອງ; ຄວາມຮັກແບບນີ້ແມ່ນເຕັມໄປດ້ວຍແນວຄິດຂອງຊາຕານ ແລະ ໂດຍພື້ນຖານແລ້ວ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າເລີຍ. ການມີຄວາມຕັ້ງໃຈຮັກພຣະເຈົ້າບໍ່ຄືກັບການຮັກພຣະເຈົ້າແທ້ຈິງ. ເຖິງແມ່ນວ່າ ທຸກສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແມ່ນເພື່ອເຫັນແກ່ການຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ຄວາມຄິດຂອງພວກເຂົາ ຄືກັບວ່າ ອຸທິດໃຫ້ກັບພຣະເຈົ້າທັງໝົດ ແລະ ປາສະຈາກຄວາມຄິດຕ່າງໆຂອງມະນຸດ, ແຕ່ເມື່ອຄວາມຄິດຂອງພວກເຂົາຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງກໍບໍ່ໄດ້ຍົກຍ້ອງ ຫຼື ໃຫ້ພອນຄວາມຄິດດັ່ງກ່າວນັ້ນ. ແມ່ນແຕ່ເມື່ອຜູ້ຄົນໄດ້ເຂົ້າໃຈຄວາມຈິງທັງໝົດ, ເມື່ອພວກເຂົາໄດ້ຮຽນຮູ້ຈັກຄວາມຈິງທັງໝົດ ນີ້ກໍບໍ່ສາມາດເວົ້າໄດ້ວ່າ ມັນເປັນເຄື່ອງໝາຍສະແດງໃຫ້ເຫັນເຖິງການຮັກພຣະເຈົ້າ, ມັນບໍ່ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ຮັກພຣະເຈົ້າແທ້ຈິງ. ເຖິງແມ່ນຜູ້ຄົນຈະເຂົ້າໃຈຄວາມຈິງຫຼາຍຢ່າງໂດຍບໍ່ໄດ້ຜ່ານປະສົບການຫຼໍ່ຫຼອມກໍຕາມ, ພວກເຂົາກໍບໍ່ສາມາດນໍາຄວາມຈິງເຫຼົ່ານັ້ນເຂົ້າສູ່ການປະຕິບັດໄດ້; ມີພຽງໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ມີພຽງເມື່ອນັ້ນ ຜູ້ຄົນຈຶ່ງສາມາດເຫັນຄຸນຄ່າຄວາມໝາຍພາຍໃນຂອງພວກເຂົາຢ່າງແທ້ຈິງ. ໃນເວລານັ້ນ, ເມື່ອພວກເຂົາພະຍາຍາມອີກຄັ້ງ, ພວກເຂົາກໍຈະສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ; ໃນເວລານັ້ນ, ແນວຄິດມະນຸດຂອງພວກເຂົາກໍຈະມີໜ້ອຍລົງ, ຄວາມເສື່ອມຊາມຂອງມະນຸດຂອງພວກເຂົາໄດ້ຫຼຸດລົງ ແລະ ຄວາມຮູ້ສຶກແບບມະນຸດຂອງພວກເຂົາກໍຫຼຸດລົງ; ມີແຕ່ໃນເວລານັ້ນ ການປະຕິບັດຂອງພວກເຂົາຈຶ່ງຈະເປັນການສະແດງອອກເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍມີໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງຫຼາຍໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກຈັດການ ແລະ ຖືກລົງວິໄນຢ່າງຫຼາຍ ແລະ ເຈົ້າຈະເຫັນວ່າ ມັນແມ່ນຄົນເຫຼົ່ານີ້ທີ່ມີຄວາມຮັກຢ່າງເລິກເຊິ່ງສຳລັບພຣະເຈົ້າ ແລະ ຄວາມຮູ້ທີ່ເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຄົນທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ກໍມີພຽງຄວາມຮູ້ຕື້ນໆ ແລະ ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ຖ້າຜູ້ຄົນໄດ້ຜະເຊີນກັບການຖືກຈັດການ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະຖານະພາບທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ສິ່ງທີ່ຜູ້ຄົນສະແຫວງຫາກໍຄືການໄດ້ຮັບເອົາພອນສຳລັບອະນາຄົດ; ນີ້ແມ່ນເປົ້າໝາຍໃນຄວາມເຊື່ອຂອງພວກເຂົາ. ທຸກຄົນມີເຈດຕະນາ ແລະ ຄວາມຫວັງນີ້, ແຕ່ທໍາມະຊາດຄວາມເສື່ອມຊາມຂອງພວກເຂົາຕ້ອງຖືກແກ້ໄຂຕະຫຼອດການທົດລອງ. ໃນດ້ານໃດກໍຕາມທີ່ເຈົ້າບໍ່ໄດ້ຖືກຊໍາລະລ້າງ, ສິ່ງເຫຼົ່ານັ້ນຄືດ້ານທີ່ເຈົ້າຕ້ອງຖືກຫຼໍ່ຫຼອມ, ນີ້ຄືການຈັດແຈງຂອງພຣະເຈົ້າ. ພຣະເຈົ້າສ້າງສະພາບແວດລ້ອມໃຫ້ກັບເຈົ້າ, ບັງຄັບໃຫ້ເຈົ້າຖືກຫຼໍ່ຫຼອມໃນສະພາບແວດລ້ອມນັ້ນ ເພື່ອວ່າ ເຈົ້າຈະສາມາດຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ. ໃນທີ່ສຸດ, ເຈົ້າຈະໄປເຖິງຈຸດທີ່ເຈົ້າຍອມຕາຍດີກວ່າ ແລະ ປະຖິ້ມກົນອຸບາຍ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ຖ້າຜູ້ຄົນບໍ່ມີການຫຼໍ່ຫຼອມເປັນເວລາຫຼາຍປີ, ຖ້າພວກເຂົາບໍ່ໄດ້ອົດທົນກັບຄວາມທົນທຸກໃນລະດັບໃດໜຶ່ງ, ພວກເຂົາກໍຈະບໍ່ສາມາດເຮັດໃຫ້ຕົນເອງລອດພົ້ນອອກຈາກພັນທະນາການແຫ່ງຄວາມເສື່ອມຊາມຂອງເນື້ອໜັງທີ່ຢູ່ໃນຄວາມຄິດຂອງພວກເຂົາ ແລະ ໃນຫົວໃຈຂອງພວກເຂົາ. ໃນດ້ານໃດກໍຕາມ, ເຈົ້າກໍຍັງຈະຕົກເປັນທາດຂອງຊາຕານ ແລະ ໃນດ້ານໃດກໍຕາມ ເຈົ້າຍັງຈະມີຄວາມປາຖະໜາ ແລະ ຄວາມຕ້ອງການຂອງເຈົ້າເອງ, ສິ່ງເຫຼົ່ານີ້ຄືດ້ານທີ່ເຈົ້າຄວນທົນທຸກ. ພຽງຜ່ານການທົນທຸກນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮຽນຮູ້ບົດຮຽນ ເຊິ່ງໝາຍ ເຖິງການສາມາດຮັບເອົາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ໃນຄວາມເປັນຈິງ, ຄວາມຈິງຕ່າງໆແມ່ນຖືກເຂົ້າໃຈໂດຍການຜະເຊີນກັບການທົດລອງຢ່າງເຈັບປວດ. ບໍ່ມີຜູ້ໃດສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ຮູ້ຈັກຄວາມເດຊານຸພາບ ແລະ ສະຕິປັນຍາຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເມື່ອຢູ່ໃນສະພາບແວດລ້ອມທີ່ສະດວກສະບາຍ ຫຼື ເມື່ອສະຖານະການເອື້ອອຳນວຍ. ນັ້ນເປັນໄປບໍ່ໄດ້!

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ກ່ອນນີ້: 3. ຄວາມໝາຍຂອງພາລະກິດແຫ່ງການພິພາກສາ ແລະ ການຕີສອນຂອງພຣະເຈົ້າ

ຕໍ່ໄປ: 5. ເຈົ້າຕ້ອງເຊື່ອແນວໃດໃນພຣະເຈົ້າເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້