ບົດທີ 4 ຄວາມຈິງກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ວັນຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາຜູ້ທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົາສູ່ຍຸກແຫ່ງພຣະເຈົ້າຂອງພຣະອົງເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກແຫ່ງພຣະເຈົ້າຂອງພຣະອົງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ ເພື່ອພິພາກສາການກະບົດຂອງພວກເຂົາ ເພາະວ່າ ພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດ ທີ່ໄດ້ເດີນຕາມຮອຍຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນຂອງການພິພາກສາຂອງພຣະເຈົ້າ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງໃນການສິດສອນມະນຸດ, ເປີດໂປ່ງຈິດໃຈຂອງມະນຸດ, ວິເຄາະ ຄໍາເວົ້າ ແລະ ຄວາມປະພຶດຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີມວນມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ບຸກຄະລິກຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ຈິດໃຈ ແລະ ນິໄສຂອງມະນຸດໂດຍກົງ. ໂດຍສະເພາະເປີດໂປ່ງວິທີມະນຸດທີ່ຄັດຄ້ານຕໍ່ພຣະເຈົ້າໃນເລຶ່ອງທີ່ພຣະອົງກ່າວກ່ຽວກັບວິທີທີ່ມະນຸດເປັນສູນລວມຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະອົງ. ໃນການປະຕິບັດພາລະກິດພິພາສາຂອງພຣະເຈົ້າ ພຣະອົງບໍ່ພຽງຊີ້ແຈງໃຫ້ຮູ້ເຖິງທໍາມະຊາດຂອງມະນຸດດ້ວຍພຣະທໍາພຽງສອງສາມຄໍາເທົ່ານັ້ນ ແຕ່ພຣະອົງເປີດໂປ່ງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ: ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີ. ມີພຽງວິທີການແບບນີ້ເທົ່ານັ້ນຖືວ່າເປັນການພິພາກສາ, ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຮັບເອົາຄວາມຮູ້ທີ່ແທ້ຈິງຂອງພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມເຂົ້າໃຈເຖິງຄວາມຈິງກ່ຽວກັບການກະບົດຂອງມະນຸດເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າດີຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກ ແກ່ນແທ້ຂອງຄວາມເສື່ອມໂຊມ ແລະ ຕົ້ນກໍາເນີດຂອງຄວາມເສື່ອມຊາມຂອງຕົນ ແລະ ເຊັ່ນດຽວກັນນັ້ນກໍຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າໃຈຄວາມແທ້ຈິງຂອງພາລະກິດນີ້ ແມ່ນເພື່ອການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າຊົງກະທໍາ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃຈຄວາມແທ້ຈິງຂອງພາລະກິດຂອງການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອວັນແຫ່ງຄວາມສະຫງົບຄັ້ງສຸດທ້າຍ. ບໍ່ດັ່ງນັ້ນ ມວນມະນຸດຈະບໍ່ສາມາດປະຕິບັດຕາມປະເພດຂອງພວກເຂົາ ຫຼື ເຂົ້າໄປສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າໄປສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຕີສອນ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ບັນດາຜູ້ທີ່ບໍ່ເຊື່ອຟັງໃນບັນດາມວນມະນຸດຊາດ ເຊິ່ງເປັນການແຍກຜູ້ທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດຂອງພຣະອົງສິ້ນສຸດລົງ, ຜູ້ທີ່ຍັງຢູ່ຈະຖືກຊໍາລະລ້າງ ແລະ ຊື່ນຊົມກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພວກເຂົາກໍາລັງເຂົ້າສູ່ໂລກຂັ້ນສູງສຸດຂອງມະນຸດ. ນັ້ນໝາຍຄວາມວ່າ ພວກເຂົາຈະເຂົ້າສູ່ວັນແຫ່ງຄວາມສະຫງົບຂອງມະນຸດ ແລະ ໃຊ້ຊີວິດຢູ່ກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ສາມາດຢູ່ໄດ້ຖືກຕີສອນ ແລະ ພິພາກສາ, ຮູບຮ່າງດັ່ງເດີມຂອງພວກເຂົາຈະຖືກເປີດເຜີຍທັງໝົດ; ຫຼັງຈາກນັ້ນ ພວກເຂົາທຸກຄົນຈະຖືກທໍາລາຍ ແລະ ຈະບໍ່ໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປ ຄືດັ່ງກັບຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນເຫຼົ່ານີ້ບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງສະຫງົບສຸກທີ່ແທ້ຈິງ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າສູ່ວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍຂອງການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ພວກເຂົາເປັນຄົນທີ່ບໍ່ຊອບທໍາ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມື້ນີ້ພຣະເຈົ້າຕັດສິນເຈົ້າ, ແລະ ຕິສອນເຈົ້າ, ແລະ ກ່າວໂທດເຈົ້າ, ແຕ່ຮູ້ໄວ້ວ່າການກ່າວໂທດຂອງເຈົ້າກໍ່ເພື່ອວ່າເຈົ້າອາດຮູ້ຈັກຕົວເຈົ້າເອງ. ການກ່າວໂທດ, ການສາບແຊ່ງ, ການຕັດສິນ, ການຕິສອນ-ທັງໝົດນີ້ແມ່ນເພື່ອໃຫ້ເຈົ້າໄດ້ຮູ້ຈັກຕົວເອງ, ເພື່ອວ່ານິໄສຂອງເຈົ້າອາດປ່ຽນແປງ, ແລະຫຼາຍໄປກວ່ານັ້ນ ກໍ່ເພື່ອວ່າເຈົ້າອາດຮູ້ຄຸນຄ່າຂອງຕົວເຈົ້າເອງ, ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ, ແລະ ສອດຄ່ອງກັບນິໄສຂອງພຣະອົງ ແລະ ຄວາມຕ້ອງການຂອງພາລະກິດພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ, ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ແລະ ຊ່ວຍມະນຸດໃຫ້ຮອດ, ແລະ ຍັງເປັນຜູ້ທີ່ຕັດສິນ ແລະ ຕິສອນມະນຸດດ້ວຍ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ບໍ່ເຊື່ອຟັງ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການຕັດສິນ ແລະ ການຕິສອນທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງທີ່ຈະປະສົບ, ເຈົ້າຈະສາມາດດຳເນີນຕໍ່ໄປໄດ້ໜ້ອຍກວ່າເມື່ອກ່ອນ. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ, ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ຕຳໜິ, ຕິສອນ ແລະ ຊ່ວຍໃຫ້ຮອດ. ກ່ອນການສະຫຼຸບແຜນການຄຸ້ມຄອງ 6,000 ປີຂອງພຣະອົງ-ກ່ອນທີ່ພຣະອົງຈະເຮັດໃຫ້ຈຸດຈົບຂອງມະນຸດແຕ່ລະປະເພດນັ້ນລຽບງ່າຍ-ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອການໄຖ່ບາບ, ທັງໝົດກໍ່ແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ຮັກພຣະອົງຈິງແທ້ສົມບູນແບບ, ແລະ ເຮັດໃຫ້ພວກເຂົານ້ອບນ້ອມຕໍ່ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຊ່ວຍມະນຸດໃຫ້ຮອດດວ້ຍວິທີໃດ, ທັງໝົດສຳເລັດລົງໂດຍການເຮັດໃຫ້ພວກເຂົາຫຼຸດພົ້ນຈາກທຳມະຊາດຊາຕານເດີມຂອງພວກເຂົາ; ນັ້ນກໍ່ຄືວ່າ ພຣະອົງຊ່ວຍພວກເຂົາໃຫ້ຮອດໂດຍການເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດ ພວເຂົາກໍ່ຈະບໍ່ມີທາງທີ່ຈະຍອມຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການກູ້ໄຖ່ແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດແມ່ນບາງສິ່ງທີ່ມະນຸດຕ້ອງມີເພື່ອຍອມຮັບເອົາການໄຖ່ບາບ. ໃນສາຍຕາຂອງມະນຸດ, ການໄຖ່ບາບແມ່ນຄວາມຮັກຂອງພຣະເຈົ້າ, ແລະຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຕິສອນ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມຮັກ, ຄວາມເມດຕາ, ແລະຫຼາຍໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ, ແລະຕ້ອງມີພອນທີ່ບໍ່ມີຂອບເຂດທີ່ທານໃຫ້ໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ຮອດ ພຣະອົງປະຕິບັດເຊັ່ນນັ້ນໂດຍການສຳພັດພວກເຂົາ ແລະ ເຮັດໃຫ້ພວກເຂົາມອບຫົວໃຈຂອງພວກເຂົາໃຫ້ພຣະອົງຜ່ານພຣະພອນ ແລະ ພຣະຄຸນຂອງພຣະອົງ. ເຊິ່ງເວົ້າໄດ້ວ່າ, ເມື່ອພຣະອົງສຳພັດມະນຸດ ກໍ່ແມ່ນພຣະອົງຊ່ວຍພວກເຂົາໃຫ້ຮອດ. ການໄຖ່ບາບເຊັ່ນນີ້ແມ່ນການໄຖ່ບາບເຊິ່ງເປັນການຄ້າຂາຍ. ເມື່ອພຣະເຈົ້າປະທານເປັນຮ້ອຍເທົ່າໃຫ້ພວກເຂົາເທົ່ານັ້ນ ມະນຸດຈິ່ງຈະມາພາຍໃຕ້ຊື່ຂອງພຣະເຈົ້າ, ແລະ ພະຍາຍາມເຮັດດີກັບພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າຕໍ່ມະນຸດ. ພຣະເຈົ້າໄດ້ມາເພື່ອປະຕິບັດພາລະກິດໃນແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ຮອດ-ບໍ່ມີຄວາມເທັດໃນເລື່ອງນີ້; ຖ້າບໍ່ດັ່ງນັ້ນ, ແນ່ນອນວ່າພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງໃນຄົນ. ໃນອາດີດ, ວິທີການໄຖ່ບາບຂອງພຣະອົງຄືການສະແດງໃຫ້ເຫັນຄວາມຮັກ ແລະ ຄວາມເມດຕາສູງສຸດ, ເຊັ່ນວ່າພຣະອົງມອບທຸກສິ່ງທີ່ເປັນຂອງພຣະອົງໃຫ້ກັບຊາຕານເພື່ອແລກປ່ຽນກັບມວນມະນຸດທັງໝົດ. ປັດຈຸບັນນີ້ບໍ່ມີຫຍັງທີ່ຄືກັນກັບອາດີດ: ປັດຈຸບັນນີ້, ການໄຖ່ບາບຂອງພວກເຈົ້າເກີດຂຶ້ນໃນເວລາຂອງວັນສຸດທ້າຍ, ໃນລະຫວ່າງການຄັດແຍກແຕ່ລະຄົນຕາມປະເພດ; ວິທີການໄຖ່ບາບຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຕິສອນ ແລະ ການຕັດສິນເພື່ອວ່າມະນຸດອາດຖືກຊ່ວຍໃຫ້ຮອດໄດ້ຫຼາຍຂຶ້ນເລື້ອຍໆ. ດັ່ງນັ້ນ, ທຸກສິ່ງທີ່ພວກເຈົ້າໄດ້ຮັບແມ່ນການຕິສອນ, ການຕັດສິນ, ການທຳຮ້າຍຢ່າງໄຮ້ປານີ, ແຕ່ຮູ້ໄວ້ວ່າໃນການທຳຮ້າຍຢ່າງໂຫດຮ້າຍນີ້ບໍ່ມີການລົງໂທດແມ່ນແຕ່ນ້ອຍເລີຍ, ຮູ້ໄວ້ວ່າບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າແມ່ນມີແຕ່ໜ້ອຍຄຳທີ່ປາກົດວ່າໃຈຮ້າຍທີ່ສຸດກັບພວກເຈົ້າ, ແລະຈົ່ງຮູ້ໄວ້ວ່າ ບໍ່ວ່າຄວາມໂກດຮ້າຍຂອງເຮົາໃຫຍ່ໂຕພຽງໃດ, ສິ່ງທີ່ປາກົດຢູ່ຕໍ່ໜ້າເຈົ້າກໍ່ຍັງແມ່ນພຣະທຳແຫ່ງການສິດສອນ, ແລະເຮົາກໍ່ບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າວັນນີ້, ບໍ່ວ່າຈະເປັນການຕັດສິນອັນຊອບທຳ ຫຼື ການເຮັດໃຫ້ບໍລິສຸດ ແລະ ການຕິສອນອັນໂຫດຮ້າຍ, ທັງໝົດນີ້ກໍ່ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າມື້ນີ້ຈະມີການຄັດແຍກແຕ່ລະຄົນຕາມປະເພດ ຫຼື ການວາງໝວດໝູ່ຂອງມະນຸດແນວໃດ, ຄຳເວົ້າ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຈິງແທ້ໃຫ້ຮອດ. ການຕັດສິນອັນຊອບທຳແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດ, ການເຮັດໃຫ້ບໍລິສຸດຢ່າງໂຫດຮ້າຍກໍ່ແມ່ນເພື່ອຊຳລະລ້າງມະນຸດ, ພຣະທຳ ຫຼື ການຕິສອນທີ່ຮຸນແຮງທັງໝົດກໍ່ແມ່ນເພື່ອເຮັດໃຫ້ບໍລິສຸດ, ແລະ ເພື່ອຄວາມລອດພົ້ນ. ເພາະສະນັ້ນ ວິທີການໄຖ່ບາບໃນປັດຈຸບັນນີ້ຈະບໍ່ຄືກັນກັບໃນອາດີດ. ປັດຈຸບັນນີ້, ການຕັດສິນອັນຊອບທຳຊ່ວຍພວກເຈົ້າໃຫ້ຮອດ, ແລະ ເປັນເຄື່ອງມືທີ່ດີສຳລັດຄັດແຍກພວກເຈົ້າແຕ່ລະຄົນຕາມປະເພດ, ແລະ ການຕິສອນອັນໂຫດຮ້າຍຈະນຳເອົາຄວາມຮອດພົ້ນສູງສຸດມາໃຫ້ພວກເຈົ້າ-ແລ້ວພວກເຈົ້າຕ້ອງເວົ້າຫຍັງໃນການປະເຊີນກັບການຕິສອນ ແລະ ການຕັດສິນນີ້? ພວກເຈົ້າບໍ່ໄດ້ຊື່ນຊົມຄວາມລອດພົ້ນຕັ້ງແຕ່ຕົ້ນຈົນຈົບບໍ? ພວກເຈົ້າໄດ້ເຫັນທັງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຄວາມຮອບຮູ້ ແລະ ສະຕິປັນຍາອັນແທ້ຈິງຂອງພຣະອົງ; ຍິ່ງໄປກວ່ານັ້ນ, ພວກເຈົ້າຍັງໄດ້ປະສົບກັບການທຳຮ້າຍ ແລະ ລະບຽບວິໃນຂອງພຣະອົງຊ້ຳໆ. ແຕ່ບໍ່ແມ່ນພວກເຈົ້າກໍ່ໄດ້ຮັບພອນສູງສຸດເຊັ່ນກັນບໍ? ພອນຂອງພວກເຈົ້າບໍ່ຫຍິ່ງໃຫຍ່ກວ່າຂອງຄົນອື່ນໆບໍ? ພຣະຄຸນຂອງພວກເຈົ້ານັ້ນຫຼວງຫຼາຍກວ່າສະຫງ່າລາສີ ແລະ ຄວາມຮັ່ງມີທີ່ຊາໂລມອນຊື່ນຊົມອີກ! ລອງຄິດເບິ່ງ: ຖ້າເຈດຕະນາໃນການມາຂອງເຮົາແມ່ນເພື່ອກ່າວໂທດ ແລະ ລົງໂທດພວກເຈົ້າ, ແລະ ບໍ່ແມ່ນເພື່ອຊ່ວຍພວກເຈົ້າໃຫ້ຮອດແລ້ວ, ວັນເວລາຂອງພວກເຈົ້າຍາວນານປານນັ້ນບໍ? ພວກເຈົ້າ, ມະນຸດທີ່ມີເລືອດ ແລະ ເນື້ອທີ່ຕົກໃນບາບເຫຼົ່ານີ້, ສາມາດມີຊີວິດລອດມາຮອດທຸກມື້ນີ້ໄດ້ບໍ? ຖ້າມັນແມ່ນເພື່ອການລົງໂທດພວກເຈົ້າເທົ່ານັ້ນ, ແລ້ວເປັນຫຍັງເຮົາຕ້ອງບັງເກີດເປັນມະນຸດ ແລະ ເລີ້ມດຳເນີນກິດຈະການທີ່ຫຍິ່ງໃຫຍ່ເຊັ່ນນັ້ນ? ມັນຈະບໍ່ໃຊ້ເວລາໃນການເວົ້າຄຳດຽວເພື່ອລົງໂທດພວກເຈົ້າທີ່ເປັນພຽງມະນຸດບໍ? ເຮົາຍັງຈະມີຈິດໃຈທຳລາຍພວກເຈົ້າຫຼັງຈາກທີ່ໄດ້ກ່າວໂທດພວກເຈົ້າແລ້ວບໍ? ພວກເຈົ້າຍັງບໍ່ເຊື່ອພຣະທຳເຫຼົ່ານີ້ຂອງເຮົາບໍ? ເຮົາສາມາດຊ່ວຍມະນຸດໃຫ້ຮອດໄດ້ຜ່ານທາງຄວາມຮັກ ແລະ ຄວາມເຫັນອົກເຫັນໃຈເທົ່ານັ້ນບໍ່? ຫຼື ເຮົາຄວນໃຊ້ແຕ່ການຄຶງກາງເຂນເທົ່ານັ້ນບໍເພື່ອຊ່ວຍມະນຸດໃຫ້ຮອດ? ນິໄສອັນຊອບທຳຂອງເຮົາບໍ່ເອື້ອອຳນວຍໃນການເຮັດໃຫ້ມະນຸດເຊື່ອຟັງຢ່າງສົມບູນແບບຫຼາຍຂຶ້ນບໍ? ມັນຈະບໍ່ສາມາດຊ່ວຍມະນຸດໃຫ້ຮອດໄດ້ຢ່າງທົ່ວເຖິງຫຼາຍຂຶ້ນບໍ?

(ຄັດຈາກບົດ “ພວກເຈົ້າຄວນວາງການອວຍພອນສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າສຳລັບຄວາມລອດພົ້ນຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນປັດຈຸບັນແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ປະຖິ້ມບັນພະບຸລຸດທີ່ເກົ່າແກ່ຂອງພວກເຂົາ. ທຸກການພິພາກສາດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປ່ງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາທັງໝົດທີ່ຊໍ້າແລ້ວຊໍ້າອີກເຫຼົ່ານີ້ສຽບແທງຫົວໃຈຂອງຜູ້ຄົນ. ທຸກການພິພາກສາສົ່ງຜົນກະທົບຕໍ່ຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ້ງໝາຍທີ່ຈະເຮັດໃຫ້ພວກເຂົາເຈັບໃຈເພື່ອພວກເຂົາຈະໄດ້ປະຖິ້ມທຸກສິ່ງ ແລະ ຫັ້ນມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້ ແລະ ພ້ອມດ້ວຍຮູ້ຈັກສະຕິປັນຍາ, ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງມີການຕີສອນ ແລະ ການພິພາກສາຫຼາຍພຽງໃດ ຫົວໃຈຂອງມະນຸດກໍຍິ່ງສາມາດຖືກເຮັດໃຫ້ເຈັບຫຼາຍພຽງນັ້ນ ແລະ ຈິດວິນຍານຂອງເຂົາກໍຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍພຽງນັ້ນ. ການປຸກຈິດວິນຍານຂອງຜູ້ຄົນທີ່ເສື່ອມຊາມຢ່າງໜັກ ແລະ ຖືກຫຼອກລວງຫຼາຍທີ່ສຸດເຫຼົ່ານີ້ຄືເປົ້າໝາຍຂອງການພິພາກດັ່ງກ່າວ. ມະນຸດບໍ່ມີຈິດວິນຍານ ນັ້ນກໍຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ຮູ້ຈັກວ່າເຂົາກຳລັງດີ້ນລົນໃນເຫວເລິກແຫ່ງຄວາມຕາຍ; ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະລົກຢູ່ເທິງແຜ່ນດິນໂລກນີ້? ເຂົາຈະສາມາດຮຸ້ຈັກໄດ້ແນວໃດວ່າ ຊາກສົບເນົ່າເປື່ອຍນີ້ຂອງເຂົາໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍດ້ວຍຄວາມເສື່ອມຊາມຂອງຊາຕານ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເກີນກວ່າມະນຸດຈະແກ້ໄຂໄດ້ເປັນເວລາດົນນານມາແລ້ວ? ແລະ ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນປັດຈຸບັນ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການຊໍາລະລ້າງ ແລະ ການພິພາກສາທຸກຢ່າງ ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍຍັງບໍ່ຕື່ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີກິລະຍາທ່າທາງຫຍັງເລີຍ. ມະນຸດຊ່າງເສື່ອມຊາມແທ້ເດ! ເຖິງແມ່ນວ່າ ການພິພາກສາປະເພດນີ້ຈະເປັນເໝືອນດັ່ງໝາກເຫັບອັນຮ້າຍກາດທີ່ຕົກລົງມາຈາກທ້ອງຟ້າ, ແຕ່ມັນກໍເປັນປະໂຫຍດຫຼາຍສໍາລັບມະນຸດ. ຖ້າບໍ່ແມ່ນຍ້ອນການຕັດສິນຄົນແບບນີ້ ຈະບໍ່ມີຜົນດີຕາມມາ ແລະ ເປັນໄປບໍ່ໄດ້ທີ່ຈະສາມາດຊ່ວຍຄົນໃຫ້ລອດພົ້ນຈາກເຫວເລິກແຫ່ງຄວາມທຸກທໍລະມານນັ້ນໄດ້. ຖ້າບໍ່ແມ່ນຍ້ອນພາລະກິດນີ້ ກໍຈະເປັນການຍາກທີ່ຈະໃຫ້ຄົນຫຼຸດພົ້ນຈາກແດນມໍລະນາແຫ່ງຄວາມຕາຍນັ້ນໄດ້ ເພາະຫົວໃຈຂອງພວກເຂົາໄດ້ຕາຍໄປເປັນເວລາດົນນານມາແລ້ວ ແລະ ຈິດວິນຍານຂອງພວກເຂົາກໍຖືກຊາຕານຢຽບຍໍ່າເປັນເວລາດົນນານມາແລ້ວ. ການຊ່ວຍພວກເຈົ້າທີ່ຈົມຢູ່ກັບຄວາມເສື່ອມຊາມຢ່າງໜັກ ຈຳເປັນຕ້ອງໄດ້ເອີ້ນເອົາພວກເຈົ້າຢ່າງແຮງ ແລ້ວຕັດສິນພວກເຈົ້າຢ່າງໜັກ ແລະ ພຽງເມື່ອນັ້ນ ຫົວໃຈທີ່ເຢັນຊາຄືກັບນໍ້າກ້ອນຂອງພວກເຈົ້າຈຶ່ງຈະຖືກປຸກໃຫ້ຕື່ນຂຶ້ນ.

(ຄັດຈາກບົດ “ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນສະຖານທີ່ແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ; ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຫັນພຣະເຈົ້າ ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຕີສອນ ແລະ ການພິພາກສາ, ໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງ ນັ້ນກໍຄື ໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ສິ່ງດຽວທີ່ພຣະອົງກະທໍາແມ່ນຮັກເຈົ້າຢ່າງແທ້ຈິງ; ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ພຣະອົງພິພາກສາພວກເຈົ້າຍ້ອນບາບຂອງພວກເຈົ້າ ເພື່ອວ່າ ພວກເຈົ້າຈະກວດສອບຕົວເອງ ແລະ ໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່. ທັງໝົດນີ້ກໍເພື່ອປະຕິບັດພາລະກິດໃນມະນຸດ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ແນ່ນອນ ພຣະອົງແມ່ນບໍ່ເຕັມໃຈທີ່ຈະທໍາລາຍມະນຸດ ທີ່ພຣະອົງຊົງສ້າງຂຶ້ນດ້ວຍມືຂອງພຣະອົງເອງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ສະເດັດມາຢູ່ທ່າມກາງພວກເຈົ້າ ເພື່ອປະຕິບັດພາລະກິດ; ນີ້ຍິ່ງບໍ່ແມ່ນຄວາມລອດພົ້ນຫຼາຍກວ່າເກົ່າບໍ? ຖ້າພຣະອົງກຽດຊັງພວກເຈົ້າ ແລ້ວພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດ້ວຍຕົວພຣະອົງເອງ ເພື່ອນໍາພາພວກເຈົ້າບໍ? ເປັນຫຍັງພຣະອົງຈິ່ງຕ້ອງທົນທຸກ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຄວາມບໍ່ເຊື່ອຟັງຂອງຜູ້ຄົນ ພຣະອົງຈິ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ບໍ່ສະນັ້ນ, ພວກເຂົາຈະບໍ່ຖືກຊ່ວຍໃຫ້ພົ້ນ. ເນື່ອງຈາກພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ຫຼື ວິທີມີຊີວິດ ແລະ ພວກເຈົ້າດໍາລົງຊີວິດຢູ່ບ່ອນທີ່ຜິດສິນທໍາ ແລະ ເປັນບາບ ແລະ ເປັນຜີຮ້າຍທີ່ຊົ່ວຊ້າ ແລະ ສົກກະປົກ, ພຣະອົງຈິ່ງບໍ່ມີໃຈທີ່ຈະປ່ອຍໃຫ້ພວກເຈົ້າເສື່ອມຊາມລົງກວ່າເກົ່າ; ພຣະອົງບໍ່ມີໃຈທີ່ຈະເຫັນພວກເຈົ້າດໍາລົງຊີວິດໃນສະຖານທີ່ສົກກະປົກແບບນີ້, ຖືກຊາຕານຢຽບຍໍ່າຢ່າງຕາມໃຈ ຫຼື ມີໃຈທີ່ຈະປ່ອຍໃຫ້ພວກເຈົ້າຕົກລົງສູ່ແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາກຸ່ມພວກເຈົ້າເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ. ນັ້ນກໍຄື ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ນີ້ເປັນພຽງວິທີການ, ເປັນວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້ ມັນກໍຈະດີກວ່າທີ່ເຈົ້າຈະກັບໄປໂລກຂອງເຈົ້າ ເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ມີຄວາມສຸກກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ມີຄວາມສຸກກັບພອນທັງໝົດນີ້ ທີ່ບໍ່ສາມາດພົບເຫັນໄດ້ຢູ່ໃນໂລກມະນຸດ ແລະ ມີຄວາມສຸກກັບຄວາມຮັກນີ້ ແລ້ວກໍຈົ່ງຢູ່ຢ່າງອ່ອນນ້ອມໃນກະແສນີ້ ເພື່ອຍອມຮັບເອົາພາລະກິດແຫ່ງການເອົາຊະນະ ເພື່ອເຈົ້າຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຖິງແມ່ນວ່າ ໃນປັດຈຸບັນນີ້ ເຈົ້າກໍາລັງທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການເຮັດໃຫ້ບໍລິສຸດ ຍ້ອນການພິພາກສາ ແຕ່ຄວາມເຈັບປວດນີ້ແມ່ນມີຄ່າ ແລະ ມີຄວາມໝາຍ. ເຖິງແມ່ນວ່າ ການຕີສອນ ແລະ ການພິພາກສາ ແມ່ນການເຮັດໃຫ້ມະນຸດບໍລິສຸດ ແລະ ການເປີດເຜີຍມະນຸດຢ່າງບໍ່ມີຄວາມປານີ, ມີຈຸດປະສົງທີ່ຈະລົງໂທດຄວາມຜິດບາບຂອງເຂົາ ແລະ ລົງໂທດເນື້ອໜັງຂອງເຂົາ ແຕ່ບໍ່ມີພາລະກິດໃດ ທີ່ມີເຈດຕະນາປະນາມ ແລະ ທໍາລາຍເນື້ອໜັງຂອງເຂົາ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາ ແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິ; ທັງໝົດນີ້ແມ່ນສິ່ງທີ່ຄວາມເປັນມະນຸດປົກກະຕິຂອງເຈົ້າສາມາດບັນລຸໄດ້. ທຸກຂັ້ນຕອນຂອງພາລະກິດ ແມ່ນຖືກປະຕິບັດໂດຍອີງໃສ່ຄວາມຕ້ອງການຂອງເຈົ້າ, ຕາມຄວາມບົກພ່ອງຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ແມ່ນການມອບພາລະທີ່ບໍ່ສາມາດແບກຫາບໄດ້ໃຫ້ແກ່ພວກເຈົ້າ. ເຖິງແມ່ນວ່າ ເຈົ້າບໍ່ສາມາດເຫັນສິ່ງນີ້ຢ່າງຊັດເຈນໃນຕອນນີ້ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ, ເຖິງແມ່ນວ່າ ເຈົ້າຈະຄິດວ່າ ເຫດຜົນທີ່ເຮົາຕີສອນ ແລະ ພິພາກສາເຈົ້າທຸກມື້ ແລະ ຕໍານິຕິເຕືອນເຈົ້າທຸກມື້ ແມ່ນຍ້ອນວ່າ ເຮົາກຽດຊັງເຈົ້າ ແລະ ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ຮັບແມ່ນການຕີສອນ ແລະ ການພິພາກສາ ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນຄວາມຮັກສໍາລັບເຈົ້າ ແລະ ຍັງເປັນການປົກປ້ອງອັນຍິ່ງໃຫຍ່ສໍາລັບເຈົ້າ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ຄວາມໝາຍຂອງພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າ

ຕໍ່ໄປ: 4. ຄວາມໝາຍຂອງພາລະກິດແຫ່ງການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້