ບົດທີ 4 ຄວາມຈິງກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ນອກເໜືອສິ່ງອື່ນໃດ ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດເຊື່ອຟັງພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດຕ້ອງການຢູ່ເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະແລ້ວ ເມື່ອອາລົມ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງເຈົ້າ, ສະຕິຂອງເຈົ້າ, ຄວາມຮູ້ສຶກຂອງເຈົ້າ ແລະ ທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນຕອນທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັດສິນໃຈທີ່ຈະເຊື່ອຟັງ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ເກືອບຕາຍແທ້ໆ! ບາງຄົນຍັງອົດອາຫານໃນຕອນເຊົ້າທີ່ພວກເຂົາຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີໃຫ້ແກ່ຕົວພວກເຂົາເອງ, ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຊົມເຊີຍ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີ່ທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມກ່ຽວກັບພຣະເຈົ້າທີ່ບໍ່ມີຕົວຕົນ ແລະ ເລືອນລອຍ. ຄວາມເດັດດ່ຽວຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າແມ່ນມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ທຳມະຊາດດ້ານບວກຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ສາມາດເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງໄດ້. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງໃນການເຮັດດ້ວຍສະຕິປັນຍາ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການຮັບໃຊ້ຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າແທ້ໆ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະເດີມຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ເຊື່ອງໃນເລື່ອງເລົ່າລື, ຜະລິດຕະຜົນຂອງຈິນຕະນາການຂອງພວກເຂົາເອງ, ພຣະເຈົ້າທີ່ພວກເຂົາໄດ້ຍິນ ຫຼື ຄົ້ນພົບໃນບົດຂຽນເທົ່ານັ້ນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຄັ່ງສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ພວກເຂົາກໍບໍ່ແນ່ນອນເກີນໄປ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ບໍ່ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູ ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນຊ່ວງທີ່ລາວອາຍຸເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຜູ້ທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງທີ່ພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ສາມາດຖືກເອົາຊະນະໄດ້. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກໜ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ພວກເຂົາໃຊ້ຊີວິດຂອງພວກເຂົາໃນການທົນທຸກ ແລະ ນັ່ງໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍວາງໄມ້ກາງແຂນທີ່ພວກເຂົາແບກນັ້ນລົງຈັກເທື່ອ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງຫຼວງຫຼາຍ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ຈຳນວນໜ້ອຍໜຶ່ງໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າບໍ່ຖືກຕ້ອງ ຫຼື ທ່ຽງກົງແມ່ນແຕ່ເລັກນ້ອຍ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນເປັນເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ໂດຍບໍ່ສົນວ່າພຣະເຈົ້າເຮັດຫຍັງກໍຕາມ, ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງມາຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ເຮົາເວົ້າພຣະທຳທັງໝົດເຫຼົ່ານີ້ຕໍ່ເຈົ້າໃນປັດຈຸບັນ ເພື່ອວ່າເຈົ້າອາດຮູ້, ເພື່ອວ່າຄວາມຮູ້ນີ້ອາດນໍາພາເຈົ້າໄປສູ່ຄວາມຮູ້ໃໝ່ກວ່າທີ່ຖືກຕ້ອງ; ເຮົາຍັງເວົ້າພຣະທຳເຫຼົ່ານີ້ເພື່ອກຳຈັດແນວຄິດເດີມ ແລະ ວິທີການຮູ້ຈັກແບບເດີມໆໃນຕົວເຈົ້າ, ເພື່ອວ່າເຈົ້າຈະມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາແທ້ໆ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະປ່ຽນເປັນກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຊໍ້າໆ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດມະນຸດຂອງເຈົ້າ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ສິ່ງອື່ນທີ່ຫຼາຍປະມານນີ້ແມ່ນຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ກໍ່ໃຫ້ເກີດແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ໃນຕອນທີ່ຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະອົງທີ່ແທ້ຈິງ ແລະ ທຸກໆຄົນແນ່ໃຈຢ່າງທີ່ສຸດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນທີ່ອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນປະກອບດ້ວຍທຸກກຳລັງແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນຂອງເນື້ອໜັງ, ຂອງຊາຕານ, ຂອງເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາກໍເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດດີ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ ແລະ ເປັນຄືນມາແລ້ວ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງອີກ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນເຄື່ອງປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສຳແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນອີກແງ່ໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກແງ່ໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍລ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີພໍ ແລະ ລ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າພາລະກິດບາດກ້າວນີ້ສາມາດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອພາລະກິດບາດກ້າວນີ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ຕາມຄວາມຈິງແລ້ວ ເມື່ອພາລະກິດທ່າມກາງພວກເຈົ້າປະສົບຜົນສຳເລັດ, ສິ່ງນີ້ກໍເທົ່າກັບຄວາມສຳເລັດທົ່ວຈັກກະວານທັງປວງ. ນີ້ຄືຄວາມໝາຍທີ່ວ່າ ເປັນຫຍັງເຮົາຈຶ່ງໃຫ້ພວກເຈົ້າເຮັດໜ້າທີ່ເປັນແບບຢ່າງ ແລະ ຕົວຢ່າງ. ຄວາມກະບົດ, ການຕໍ່ຕ້ານ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ທຸກສິ່ງແມ່ນພົບໄດ້ໃນຜູ້ຄົນເຫຼົ່ານີ້ ແລະ ຄວາມກະບົດທັງໝົດຂອງມະນຸດຊາດຖືກສຳແດງອອກໃນຕົວຂອງພວກເຂົາ. ພວກເຂົາເປັນບາງສິ່ງບາງຢ່າງແທ້ໆ. ສະນັ້ນ ພວກເຂົາຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງທີ່ດີທີ່ສຸດຂອງການເອົາຊະນະ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍມາເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນອື່ນໆຢ່າງທຳມະຊາດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກເວລາສຸດທ້າຍໃນອະນາຄົດ, ປາຍທາງສຸດທ້າຍ ແລະ ຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວບໍ່ແມ່ນແຕ່ການເອົາຊະນະມະນຸດຈະບໍ່ບັນລຸຜົນໄດ້ຮັບ ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະຈະຍັງໄດ້ຮັບອິດທິພົນ. ນັ້ນກໍເພື່ອເວົ້າວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນໂດຍການເອົາໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດອອກໄປ ໂດຍການພິພາກສາ ແລະ ຕິສອນອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ໂດຍການເປີດເຜິຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືທາດແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນເລີຍ ແລະ ພາລະກິດແຫ່ງການຕິສອນ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຕີສອນ ແລະ ການພິພາກສານີ້ໂດຍອີງຕາມພື້ນຖານທີ່ເຂົາມີຄວາມຄາດຫວັງ ແລະ ໃນທີ່ສຸດ ສິ່ງຖືກສ້າງທັງໝົດຂອງພຣະອົງກໍຈະບໍ່ສາມາດບັນລຸການເຊື່ອຟັງໂດຍບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໄດ້, ຈະມີພຽງແຕ່ການເຊື່ອຟັງທີ່ຂາດເຫດຜົນ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະປະຕິບັດຕາມການຮຽກຮ້ອງຂອງພຣະເຈົ້າຢ່າງຕາບອດ ແລະ ດ້ວຍເຫດນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະບໍ່ສາມາດຮັບມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນ ມັນຈະບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ, ເຊິ່ງສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ການໃຫ້ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ຍ້ອນເຂົາຫຼົງໄຫຼໃນສິ່ງເຫຼົ່ານັ້ນ. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ, ເຂົາບໍ່ໄດ້ນະມັດສະການພຣະເຈົ້າຍ້ອນເຂົາຮັກພຣະອົງ. ດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການນະມັດສະການພຣະເຈົ້າຂອງເຂົາຕ້ອງຖືກກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຈຶ່ງຈະບັນລຸຜົນຕາມມາຂອງການເອົາຊະນະມະນຸດ. ຜົນກໍຄື ໃນການເອົາຊະນະມະນຸດໃນຊ່ວງທຳອິດ ມັນຈຳເປັນທີ່ຈະຕ້ອງຊໍາລະຄວາມທະເຍີທະຍານທີ່ເປັນບ້າ ແລະ ຈຸດອ່ອນທີ່ຮ້າຍແຮງສຸດຂອງມະນຸດກ່ອນ ແລະ ໂດຍສິ່ງນີ້ຈຶ່ງຈະເປີດເຜີຍຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງກ່ຽວກັບພຣະເຈົ້າຂອງເຂົາ ແລະ ຄວາມສຳຄັນຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຈະຖືກຊໍາລະ ເຊິ່ງເວົ້າໄດ້ວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີ່ຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດ ພຣະອົງບໍ່ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ, ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບມະນຸດ, ເພື່ອຜົນປະໂຫຍດແຫ່ງລັດສະໝີຂອງພຣະອົງເອງ ແລະ ເພື່ອໄດ້ຄືນລັກສະນະດັ່ງເດີມຂອງມະນຸດໃນຊ່ວງທຳອິດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມສຳຄັນຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນກໍເພື່ອເວົ້າວ່າ ຖ້າຫຼັງຈາກການເອົາຊະນະມະນຸດແລ້ວ ພຣະເຈົ້າຊໍາລະລ້າງມືຂອງພຣະອົງອອກຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງເຂົາ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ທີ່ເປັນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການທີ່ມະນຸດມາເຖິງປາຍທາງທີ່ສວຍງາມ ແລະ ການທີ່ເຂົາເຂົ້າສູ່ຄວາມສະຫງົບເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິ ແລະ ນໍາພາມະນຸດໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະໃຈ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ເປັນການປະຕິບັດພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະໃຈມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖຸືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນ້ັນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍ່ຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ຊາຕານຜ່າຍແພ້ໂດຍຜ່ານການປ່ຽນແປງໃນອຸປະນິໄສທີ່ເກົ່າແກ່ຂອງມະນຸດທີ່ເອົາສະຕິເດີມຂອງເຂົາກັບຄືນມາ ແລະ ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິ ແລະ ນໍາພາມະນຸດໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ. ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນກໍຄືເພື່ອເຮັດໃຫ່ພວກເຂົາສົມບູນ ເປັນກຸ່ມທີ່ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ແມ່ນເພື່ອໃຫ້ສິ່ງຊົງສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຢ່າງສົມບູນ ເພື່ອໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມເມດຕາເທົ່ານັ້ນ ແຕ່ທີ່ສໍາຄັນກວ່ານັ້ນ ແມ່ນເພື່ອການຕີສອນ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນເພື່ອຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຕີສອນ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ ນັ້ນກໍຄືຄວາມຮັກທີ່ຖືກຕ້ອງທີ່ສຸດ ແລະ ແທ້ຈິງທີ່ສຸດ; ຄວາມຮັກນີ້ຈະນໍາພາຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງຊີວິດມະນຸດທີ່ຖືກຕ້ອງ. ໃນດ້ານທີສາມ, ແມ່ນເພື່ອການເປັນພະຍານຕໍ່ໜ້າຊາຕານ. ໃນດ້ານທີສີ່, ແມ່ນເພື່ອວາງຮາກຖານ ສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາ ແມ່ນເພື່ອນໍາພາຜູ້ຄົນໄປສູ່ເສັ້ນທາງແຫ່ງຊີວິດມະນຸດທີ່ຖືກຕ້ອງ ເພື່ອວ່າ ພວກເຂົາຈະສາມາດມີຊີວິດມະນຸດທີ່ປົກກະຕິ ເພາະວ່າ ມະນຸດບໍ່ຮູ້ວິທີດໍາລົງຊີວິດ. ຖ້າບໍ່ມີການນໍາພາດັ່ງກ່າວ, ເຈົ້າຈະສາມາດດໍາລົງຊີວິດຢູ່ກັບຄວາມວ່າງເປົ່າເທົ່ານັ້ນ, ຈະສາມາດດໍາລົງຊີວິດທີ່ບໍ່ມີຄຸນຄ່າ ແລະ ບໍ່ມີຄວາມໝາຍເທົ່ານັ້ນ ແລະ ຈະບໍ່ຮູ້ຈັກວິທີເປັນຄົນທໍາມະດາເລີຍ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງຂອງພາລະກິດແຫ່ງການເອົາຊະນະ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ຄວາມໝາຍຂອງພາລະກິດແຫ່ງພຣະທຳຂອງພຣະເຈົ້າ

ຕໍ່ໄປ: 3. ຄວາມໝາຍຂອງພາລະກິດແຫ່ງການພິພາກສາ ແລະ ການຕີສອນຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້