1. ຄວາມໝາຍຂອງພາລະກິດແຫ່ງພຣະທຳຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ. ຕະຫຼອດຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ບັນລຸຜົນໃນພາລະກິດຂອງພຣະອົງ. ພຣະອົງບໍ່ໄດ້ເຮັດສິ່ງອັດຈະຈັນ ຫຼື ສະແດງປະຕິຫານ, ພຽງແຕ່ເຮັດພາລະກິດຂອງພຣະອົງຜ່ານພຣະທໍາເທົ່ານັ້ນ. ຍ້ອນພຣະທໍາເຫຼົ່ານີ້, ມະນຸດຈຶ່ງໄດ້ຮັບການລໍ່ລ້ຽງ ແລະ ການສະໜອງ ແລະ ຮັບຄວາມຮູ້ ແລະ ປະສົບການທີ່ແທ້ຈິງ. ໃນຍຸກແຫ່ງພຣະທຳ, ມະນຸດໄດ້ຮັບພອນເປັນພິເສດ. ເຂົາບໍ່ໄດ້ທົນທຸກກັບຄວາມເຈັບປວດຂອງຮ່າງກາຍ ແລະ ພຽງແຕ່ມີຄວາມສຸກກັບການສະໜອງຢ່າງອຸດົມສົມບູນຈາກພຣະທໍາຂອງພຣະເຈົ້າ; ໂດຍບໍ່ຈໍາເປັນຕ້ອງສະແຫວງຫາຢ່າງຕາບອດ ຫຼື ອອກເດີນທາງຄົ້ນຫາຢ່າງຕາບອດ ເຂົາສາມາດເຫັນການປາກົດຕົວຂອງພຣະເຈົ້າ, ໄດ້ຍິນຂອງພຣະອົງກ່າວດ້ວຍປາກຂອງພຣະອົງເອງ, ໄດ້ຮັບເອົາສິ່ງທີ່ພຣະອົງປະທານໃຫ້ ແລະ ເຝົ້າເບິ່ງພຣະອົງທີ່ກຳລັງເຮັດພາລະກິດຂອງພຣະອົງດ້ວຍພຣະອົງເອງທ່າມກາງຄວາມສຸກສະບາຍຂອງເຂົາ. ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດໃນຍຸກທີ່ຜ່ານມາບໍ່ສາມາດຊື່ນຊົມໄດ້ ແລະ ພວກມັນເປັນພອນທີ່ພວກເຂົາບໍ່ສາມາດໄດ້ຮັບຈັກເທື່ອ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ແກ່ນແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືງົມງວາຍ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແລ້ວແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການເຮັດໃຫ້ພາລະກິດທັງໝົດສິ້ນສຸດລົງ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ຂັ້ນຕອນສຸດທ້າຍໃນປັດຈຸບັນນີ້ຈະເຮັດໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈທີ່ຜິດ ແລະ ບໍ່ສົມເຫດສົມຜົນຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ໃນຂັ້ນຕອນສຸດທ້າຍຂອງພາລະກິດ, ຜົນແມ່ນຖືກບັນລຸຜ່ານພຣະທຳ. ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ເຂົ້າໃຈຄວາມເລິກລັບຫຼາຍຢ່າງ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດຜ່ານຄົນຮຸ່ນອະດີດ; ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ; ຜ່ານພຣະທຳ, ມະນຸດຈຶ່ງເຂົ້າໃຈຄວາມເລິກລັບຕ່າງໆທີ່ຄົນຮຸ່ນຜ່ານມາບໍ່ເຄີຍເປີດເຜີຍໄດ້ຈັກເທື່ອ ພ້ອມທັງພາລະກິດຂອງຜູ້ປະກາດພຣະທຳ ແລະ ອັກຄະສາວົກໃນອະດີດ ແລະ ຫຼັກການທີ່ພວກເຂົາປະຕິບັດພາລະກິດກໍລ້ວນແລ້ວແຕ່ຜ່ານທາງພຣະທໍາ; ຜ່ານທາງພຣະທຳ ມະນຸດຈຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງເຂົ້າໃຈຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດ ແລະ ເຂົາມາຮູ້ຈັກທາດແທ້ຂອງຕົນເອງ. ຜ່ານທາງຂັ້ນຕອນເຫຼົ່ານີ້ຂອງພາລະກິດ ແລະ ຜ່ານທາງພຣະທຳທັງໝົດທີ່ໄດ້ກ່າວອອກມາ, ມະນຸດຈຶ່ງມາເຂົ້າໃຈພາລະກິດຂອງພຣະວິນຍານ, ເຂົ້າໃຈພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄື ເຂົ້າໃຈອຸປະນິໄສທັງໝົດຂອງພຣະອົງ. ຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນຫົກພັນປີຍັງຖືກໄດ້ຮັບຜ່ານທາງພຣະທຳ. ຄວາມຮູ້ກ່ຽວກັບແນວຄິດຜ່ານມາຂອງເຈົ້າ ແລະ ຄວາມສຳເລັດໃນການປະຖິ້ມແນວຄິດດັ່ງກ່າວນັ້ນກໍບໍ່ແມ່ນຍ້ອນພຣະທຳບໍ? ໃນຂັ້ນຕອນທີ່ຜ່ານມາ, ພຣະເຢຊູສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນ, ແຕ່ໃນຂັ້ນຕອນນີ້ແມ່ນບໍ່ມີໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ. ຄວາມເຂົ້າໃຈຂອງເຈົ້າທີ່ວ່າ ເປັນຫຍັງພຣະອົງຈຶ່ງບໍ່ເປີດເຜີຍໝາຍສຳຄັນ ແລະ ສິ່ງອັດສະຈັນ ແມ່ນບໍ່ໄດ້ຖືກບັນລຸຜ່ານທາງພຣະທຳເຊັ່ນກັນບໍ? ສະນັ້ນ ພຣະທຳທີ່ກ່າວໃນຂັ້ນຕອນນີ້ຈຶ່ງຢູ່ເໜືອພາລະກິດທີ່ອັກຄະສາວົກ ແລະ ຜູ້ປະກາດພຣະທຳໃນຍຸກອະດີດປະຕິບັດກັນ. ແມ່ນແຕ່ການທຳນາຍຂອງຜູ້ປະກາດພຣະທຳທີ່ໄດ້ທໍານາຍໄວ້ກໍບໍ່ສາມາດບັນລຸຜົນນີ້ໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ພຣະອົງນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ຄວາມເປັນຈິງ ແລະ ຄວາມທໍາມະດາຂອງພຣະເຈົ້າ ແລະ ເພື່ອວ່າພາບລັກຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບລັກໃໝ່ຂອງພຣະເຈົ້າ. ທັນທີທີ່ພາບລັກຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂັ້ນຕອນນັ້ນ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ກົງກັນຂ້າມ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ຍ້ອນພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງພຽງໜຶ່ງສ່ວນໃນແຕ່ລະຍຸກ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງທຳມະຊາດ, ແກ່ນແທ້ຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ ແລະ ຄວາມຄິດທີ່ຫຼ້າສະໄໝ; ຄວາມຮູ້ ແລະ ວັດທະນະທຳຂອງມະນຸດຕ້ອງຖືກຊໍາລະລ້າງຜ່ານການຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ, ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ

ໃນຍຸກສຸດທ້າຍ, ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອກົດຂີ່ມະນຸດ ຫຼື ຊັກຈູງມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດຂອງພຣະເຈົ້າຊັດແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເທົ່ານັ້ນ, ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້າຊັດເຈນ ແລະ ດ້ວຍເຫດນັ້ນ ມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດນໍ້າ ແລະ ລ້ຽງດູມະນຸດ ເຊິ່ງ ຫຼັງຈາກນັ້ນ ມະນຸດກໍ່ຈະໄດ້ບັນລຸຄວາມເຊື່ອຟັງຢ່າງສົມບູນ ແລະ ມະນຸດກໍ່ຈະມີຄວາມຮູ້ກ່ຽວກັບພຣະເຈົ້າ. ນີ້ຄືເປົ້າໝາຍໃນພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທໍາທີ່ພຣະອົງກ່າວ. ພຣະເຈົ້າບໍ່ໄດ້ໃຊ້ວິທີການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງໃຊ້ພຣະທໍາ ແລະ ໃຊ້ວິທີການປະຕິບັດພາລະກິດທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນ. ບໍ່ວ່າມັນຈະເປັນຫຼໍ່ຫຼອມ, ການຈັດການ, ການລິຮານ ຫຼື ການສະໜອງຈາກພຣະທໍາ, ພຣະເຈົ້າກ່າວຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເພື່ອໃຫ້ມະນຸດມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ, ກ່ຽວກັບສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ໃນລະຫວ່າງຍຸກສຸດທ້າຍ, ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ເຮັດໃຫ້ທຸກສິ່ງແຈ່ມແຈ້ງຂຶ້ນເປັນຫຼັກ. ມີພຽງແຕ່ໃນພຣະທໍາຂອງພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດເຫັນໄດ້ໃນສິ່ງທີ່ພຣະອົງເປັນ; ມີພຽງແຕ່ໃນພຣະທໍາຂອງພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດເຫັນໄດ້ວ່າພຣະອົງເອງເປັນພຣະເຈົ້າ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດລົງມາເທິງແຜ່ນດິນໂລກ, ພຣະອົງບໍ່ໄດ້ປະຕິບັດພາລະກິດອື່ນ ນອກຈາກກ່າວພຣະທໍາ, ດັ່ງນັ້ນ ບໍ່ຈຳເປັນຕ້ອງມີຂໍ້ແທ້ຈິງ; ພຣະທໍາເທົ່ານັ້ນກໍ່ພຽງພໍແລ້ວ. ນັ້ນກໍຍ້ອນວ່າ ພຣະອົງໄດ້ມາເພື່ອປະຕິບັດພາລະກິດນີ້ເປັນຫຼັກ, ເພື່ອເຮັດໃຫ້ມະນຸດເບິ່ງເຫັນລິດອຳນາດ ແລະ ອຳນາດສູງສຸດຂອງພຣະອົງໃນພຣະທຳຂອງພຣະອົງ, ເພື່ອເຮັດໃຫ້ມະນຸດເຫັນໃນພຣະທໍາຂອງພຣະອົງວ່າ ພຣະອົງປົກປິດຕົນເອງຢ່າງຖ່ອມຕົວແນວໃດ ແລະ ເພື່ອເຮັດໃຫ້ມະນຸດຮູ້ຈັກເຖິງຄວາມສົມບູນຂອງພຣະອົງໃນພຣະທຳຂອງພຣະອົງ. ທຸກສິ່ງທີ່ພຣະອົງມີ ແລະ ທຸກສິ່ງທີ່ພຣະອົງເປັນແມ່ນຢູ່ໃນພຣະທໍາຂອງພຣະອົງ. ສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງແມ່ນຢູ່ໃນພຣະທໍາຂອງພຣະອົງ. ສິ່ງນີ້ໄດ້ເຮັດໃຫ້ເຈົ້າເຫັນຫຼາຍວິທີການທີ່ພຣະເຈົ້າກ່າວພຣະທໍາຂອງພຣະອົງ. ພາລະກິດສ່ວນໃຫຍ່ຂອງພຣະເຈົ້າໃນລະຫວ່າງເວລານີ້ຄືການສະໜອງ, ການເປີດເຜີຍ ແລະ ການພົວພັນກັບມະນຸດ. ພຣະອົງບໍ່ໄດ້ສາບແຊ່ງຄົນແມ່ນແຕ່ໜ້ອຍດຽວ ແລະ ເຖິງແມ່ນວ່າພຣະອົງສາບແຊ່ງ, ພຣະອົງກໍ່ສາບແຊ່ງຜ່ານຜ່ານພຣະທໍາ. ແລ້ວດ້ວຍເຫດນັ້ນ, ໃນຍຸກນີ້ທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ຢ່າພະຍາຍາມເບິ່ງພຣະເຈົ້າຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍອີກ ແລະ ໃຫ້ເຊົາຊອກຫາໝາຍສໍາຄັນຢູ່ເລື້ອຍໆ. ບໍ່ມີປະໂຫຍດຫຍັງເລີຍ! ໝາຍສຳຄັນເຫຼົ່ານັ້ນບໍ່ສາມາດເຮັດໃຫ້ມະນຸດສົມບູບແບບໄດ້! ເວົ້າຢ່າງຈະແຈ້ງກໍ່ຄື: ມື້ນີ້, ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງບໍ່ໄດ້ເຮັດຫຍັງ; ພຣະອົງພຽງແຕ່ເວົ້າ. ນີ້ແມ່ນຄວາມຈິງ! ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ເຈົ້າສົມບູນແບບ ແລະ ໃຊ້ພຣະທໍາເພື່ອລ້ຽງດູ ແລະ ຫົດນ້ຳເຈົ້າ. ພຣະອົງຍັງໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ພຣະອົງໃຊ້ພຣະທຳແທນຂໍ້ແທ້ຈິງເພື່ອເຮັດໃຫ້ເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ. ຖ້າເຈົ້າສາມາດຮັບຮູ້ພາລະກິດລັກສະນະນີ້ຂອງພຣະເຈົ້າ, ແລ້ວມັນກໍ່ຍາກທີ່ຈະຄິດລົບ. ແທນທີ່ຈະສົນໃຈກັບສິ່ງທີ່ບໍ່ດີ, ເຈົ້າຄວນສົນໃຈກັບສິ່ງທີ່ດີ ເຊິ່ງໝາຍຄວາມວ່າ ບໍ່ວ່າພຣະທໍາຂອງພຣະເຈົ້າຈະບັນລຸຜົນ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າຈະເກີດມີຂໍ້ແທ້ຈິງ ຫຼື ບໍ່ກໍ່ຕາມ, ພຣະເຈົ້າເຮັດໃຫ້ມະນຸດຮັບເອົາຊີວິດຈາກພຣະທໍາຂອງພຣະອົງ ແລະ ນີ້ຄືໝາຍສຳຄັນທີ່ຍິ່ງໃຫຍ່ທີ່ສຸດໃນບັນດາໝາຍສຳຄັນທັງປວງ ແລະ ຍິ່ງໄປກວ່ານັ້ນ ມັນຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ນີ້ແມ່ນຫຼັກຖານທີ່ດີທີ່ສຸດທີ່ຈະຮູ້ຈັກພຣະເຈົ້າ ແລະ ມັນຍິ່ງເປັນໝາຍສໍາຄັນທີ່ຍິ່ງໃຫຍ່ກວ່າໝາຍສໍາຄັນໃດໆ. ມີພຽງແຕ່ພຣະທໍາເຫຼົ່ານີ້ເທົ່ານັ້ນທີ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວເພື່ອຄວາມລອດພົ້ນຂອງມະນຸດ, ນັ້ນກໍຍ້ອນວ່າ ເຮົາພຽງກ່າວພຣະທຳ ແລະ ບໍ່ໄດ້ລົງໂທດເນື້ອໜັງຂອງມະນຸດ. ພຣະທຳເຫຼົ່ານີ້ເຮັດໃຫ້ມະນຸດດຳລົງຊີວິດຢູ່ໃນແສງສະຫວ່າງ, ເພື່ອຮູ້ວ່າແສງສະຫວ່າງມີຢູ່ຈິງ, ເພື່ອຮູ້ວ່າແສງສະຫວ່າງນັ້ນປະເສີດ ແລະ ຍິ່ງໄປກວ່ານັ້ນ, ກໍເພື່ອຮູ້ວ່າພຣະທຳເຫຼົ່ານີ້ມີປະໂຫຍດຕໍ່ມະນຸດ ແລະ ພ້ອມນັ້ນ ກໍເພື່ອຮູ້ວ່າ ພຣະເຈົ້າຄືຄວາມລອດພົ້ນ. ເຖິງແມ່ນວ່າ ເຮົາໄດ້ກ່າວພຣະທຳຫຼາຍປະການກ່ຽວກັບການຂ້ຽນຕີ ແລະ ການພິພາກສາ, ແຕ່ພຣະທໍາເຫຼົ່ານັ້ນແມ່ນບໍ່ໄດ້ປາກົດໃນຕົວພວກເຈົ້າຢ່າງແທ້ຈິງ. ເຮົາໄດ້ມາເພື່ອປະຕິບັດພາລະກິດຂອງເຮົາ, ເພື່ອກ່າວພຣະທຳຂອງເຮົາ ແລະ ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພວກມັນກໍຖືກກ່າວເພື່ອພິພາກສາຄວາມເສື່ອມຊາມ ແລະ ການກະບົດຂອງພວກເຈົ້າ. ວັດຖຸປະສົງຂອງເຮົາໃນການເຮັດສິ່ງນີ້ຄືການຊ່ວຍມະນຸດໃຫ້ພົ້ນຈາກການຄວບຄຸມຂອງຊາຕານ; ເຮົາກໍາລັງໃຊ້ພຣະທຳຂອງເຮົາຊ່ວຍມະນຸດໃຫ້ລອດພົ້ນ; ວັດຖຸປະສົງຂອງເຮົາບໍ່ແມ່ນເພື່ອທຳຮ້າຍມະນຸດດ້ວຍພຣະທຳຂອງເຮົາ. ພຣະທຳຂອງເຮົາເຂັ້ມງວດກໍ່ເພື່ອບັນລຸຜົນໃນການປະຕິບັດພາລະກິດຂອງເຮົາ. ມີພຽງຜ່ານການປະຕິບັດພາລະກິດໃນທາງນີ້ເທົ່ານັ້ນມະນຸດຈິ່ງຈະສາມາດຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ໜີອອກຈາກນິໄສກະບົດຂອງພວກເຂົາໄດ້. ຄວາມໝາຍອັນເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງພຣະທຳແມ່ນເພື່ອອະນຸຍາດໃຫ້ຄົນນໍາເອົາຄວາມຈິງໄປສູ່ການປະຕິບັດຫຼັງຈາກທີ່ໄດ້ເຂົ້າໃຈຄວາມຈິງ, ເພື່ອບັນລຸໃນການປ່ຽນແປງນິໄສຂອງພວກເຂົາ ແລະ ເພື່ອບັນລຸຄວາມຮູ້ກ່ຽວກັບຕົວພວກເຂົາເອງ ແລະ ພາລະກິດຂອງພຣະເຈົ້າ. ມີພຽງການປະຕິບັດພາລະກິດຜ່ານການກ່າວພຣະທໍາເທົ່ານັ້ນຈຶ່ງຈະສາມາດເຮັດໃຫ້ການສື່ສານລະຫວ່າງພຣະເຈົ້າກັບມະນຸດເປັນໄປໄດ້ ແລະ ມີພຽງພຣະທຳເທົ່ານັ້ນທີ່ສາມາດອະທິບາຍຄວາມຈິງໄດ້. ການປະຕິບັດພາລະກິດໃນວິທີນີ້ຄືຫົນທາງທີ່ດີທີ່ສຸດສຳລັບການເອົາຊະນະມະນຸດ; ນອກຈາກການກ່າວພຣະທຳຕ່າງໆແລ້ວ ກໍ່ບໍ່ມີວິທີອື່ນໃດອີກທີ່ສາມາດເຮັດໃຫ້ມະນຸດເຂົ້າໃຈຄວາມຈິງ ແລະ ພາລະກິດຂອງພຣະເຈົ້າໄດ້ຢ່າງຊັດເຈນ. ດັ່ງນັ້ນ ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າກ່າວຕໍ່ມະນຸດເພື່ອເປີດເຜີຍຄວາມຈິງ ແລະ ຄວາມເລິກລັບທັງໝົດທີ່ພວກເຂົາຍັງບໍ່ເຂົ້າໃຈເທື່ອ, ອະນຸຍາດໃຫ້ພວກເຂົາໄດ້ຮັບເສັ້ນທາງທີ່ແທ້ຈິງ ແລະ ຊີວິດຈາກພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ

ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ມື້ີນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້ ຖ້າບໍ່ໄດ້ອ່ານພຣະທຳຂອງພຣະອົງ. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າເວລາບໍ່ເອື້ອອຳນວຍ, ການຟັງພຣະທຳເຫຼົ່ານັ້ນກໍ່ພຽງພໍແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ຜູ້ຄົນ ແລະ ມັນເປັນວິທີທີ່ພຣະອົງເລີ່ມຕົ້ນດົນບັນດານພວກເຂົາ. ນັ້ນກໍ່ຄື ພຣະອົງປົກຄອງຜູ້ຄົນຜ່ານພຣະທໍາ ເພື່ອວ່າມະນຸດຈະສາມາດເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຫຼັງຈາກພຽງແຕ່ມື້ດຽວທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຖ້າເຈົ້າຮູ້ສຶກມືດມົວ ແລະ ຫິວກະຫາຍ ແລະ ບໍ່ສາມາດທົນໄດ້, ນີ້ກໍ່ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢູ່ໃນກະແສນີ້. ເຖິງຢ່າງໃດກໍຕາມ, ຫຼັງໜຶ່ງ ຫຼື ສອງມື້ທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຖ້າເຈົ້າບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ຫິວກະຫາຍ ແລະ ບໍ່ຖືກດົນບັນດານຫຍັງເລີຍ, ສິ່ງນີ້ກໍ່ສະແດງວ່າພຣະວິນຍານບໍລິສຸດໄດ້ຫັນໜີຈາກເຈົ້າແລ້ວ. ແລ້ວນີ້ກໍ່ໝາຍຄວາມວ່າ ມີບາງສິ່ງທີ່ບໍ່ຖືກຕ້ອງກັບສະພາວະພາຍໃນຂອງເຈົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນໜຶ່ງໃນຄົນທີ່ຖືກປະໄວ້ຂ້າງຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງຜູ້ຄົນ; ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍ່ຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າໄດ້ກາຍມາເປັນອາຫານຂອງຜູ້ຄົນ ແລະ ພະລັງທີ່ຂັບເຄື່ອນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”. ມື້ນີ້, ພຣະເຈົ້າຈະເຮັດໃຫ້ພາລະກິດນີ້ສໍາເລັດ ແລະ ພຣະອົງຈະສຳເລັດຕາມຂໍ້ແທ້ຈິງໃນພວກເຈົ້າ. ມັນເປັນໄປໄດ້ແນວໃດທີ່ໃນອະດີດ ຜູ້ຄົນສາມາດດໍາເນີນຊີວິດໄປຫຼາຍມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ເປັນປົກກະຕິ, ແຕ່ສິ່ງນີ້ບໍ່ແມ່ນຄວາມຈິງໃນມື້ນີ້? ໃນຍຸກນີ້, ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງທຸກສິ່ງເປັນຫຼັກ. ມະນຸດຖືກພິພາກສາ ແລະ ຖືກເຮັດໃຫ້ສົມບູນໂດຍຜ່ານພຣະທໍາຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍ່ຖືກນໍາເຂົ້າສູ່ອານາຈັກ. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງໃຫ້ແກ່ຊີວິດຂອງມະນຸດ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມອບແສງສະຫວ່າງໃຫ້ແກ່ມະນຸດ ແລະ ເສັ້ນທາງໃຫ້ປະຕິບັດ ໂດຍສະເພາະໃນຍຸກແຫ່ງລາຊະອານາຈັກ. ຕາບໃດທີ່ເຈົ້າຫັນເຫຈາກຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ພຣະເຈົ້າກໍ່ຈະສາມາດເຮັດໃຫ້ເຈົ້າສົມບູນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

ກ່ອນນີ້: 5. ເປັນຫຍັງຈຶ່ງເວົ້າວ່າການຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈຶ່ງເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ?

ຕໍ່ໄປ: 2. ຄວາມໝາຍຂອງພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້