ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ຜູ້ຄົນຖືກເອົາຊະນະ? ແລ້ວຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ພວກເຂົາຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການເຮັດໃຫ້ມະນຸດສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ລັກສະນະດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອິດທິພົນຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ;​ ແນ່ນອນ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ມັນຄືພາລະກິດສິ້ນສຸດ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ຖ້າບໍ່ສະນັ້ນ ພວກເຂົາຈະບໍ່ມີທາງຮູ້ຈັກພຣະເຈົ້າ ຫຼື ພວກເຂົາຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນໝາຍຄວາມວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຮັບຮູ້ພຣະເຈົ້າ. ແລ້ວຖ້າບຸກຄົນໜຶ່ງບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ສຳລັບພວກເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ຍ້ອນພວກເຂົາບໍ່ບັນລຸບັນທັດຖານສໍາລັບການສຳເລັດນີ້. ຖ້າເຈົ້າເຖິງກັບບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ແຕ່ທັງການເອົາຊະນະ ແລະ ການເຮັດໃຫ້ສົມບູນແມ່ນເພື່ອປັ້ນຜູ້ຄົນ ແລະ ເພື່ອປ່ຽນແປງພວກເຂົາ ແລະ ແຕ່ລະຢ່າງແມ່ນສ່ວນຂອງພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ຜູ້ໃດຜູ້ໜຶ່ງສົບູນ ແລະ ບໍ່ສາມາດເບິ່ງຂ້າມໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ບໍ່ຟັງເບິ່ງຄືດີຫຼາຍ, ແຕ່ທີ່ຈິງແລ້ວ ຂະບວນການໃນການເອົາຊະນະຜູ້ໃດຜູ້ໜຶ່ງແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ. ຫຼັງຈາກທີ່ເຈົ້າຖືກເອົາຊະນະ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າອາດບໍ່ໄດ້ຫຼຸດພົ້ນຢ່າງສົມບູນ ແຕ່ເຈົ້າຈະຮູ້ຈັກກ່ຽວກັບມັນ. ຜ່ານພາລະກິດຂອງການເອົາຊະນະ ເຈົ້າຈະຮູ້ຈັກຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງເຈົ້າ ພ້ອມທັງຄວາມບໍ່ເຊື່ອຟັງຂອງເຈົ້າອີກດ້ວຍ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດປະຖິ້ມ ຫຼື ປ່ຽນແປງສິ່ງຕ່າງໆເຫຼົ່ານີ້ພາຍໃນໄລຍະເວລາສັ້ນໆຂອງພາລະກິດແຫ່ງການເອົາຊະນະ, ເຈົ້າກໍຈະມາຮູ້ຈັກພວກມັນ ແລະ ສິ່ງນີ້ຈະປູພື້ນຖານໃນການເຮັດໃຫ້ສົມບູນຂອງເຈົ້າ. ເມື່ອເປັນດັ່ງນັ້ນ ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນຖືກເຮັດ ເພື່ອປ່ຽນແປງມະນຸດ, ເພື່ອກໍາຈັດອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງພວກເຂົາ ເພື່ອວ່າພວກເຂົາຈະສາມາດມອບຕົວເອງໃຫ້ກັບພຣະເຈົ້າຢ່າງສົມບູນ. ການຖືກເອົາຊະນະເປັນພຽງແຕ່ຂັ້ນຕອນທໍາອິດໃນການປ່ຽນແປງອຸປະນິໄສຂອງຜູ້ຄົນ ພ້ອມທັງເປັນຂັ້ນຕອນທໍາອິດໃນຜູ້ຄົນທີ່ມອບຕົນເອງໃຫ້ແກ່ພຣະເຈົ້າຢ່າງສົມບູນ ແລະ ມັນຕໍ່າກວ່າຂັ້ນຕອນການຖືກເຮັດໃຫ້ສົມບູນ. ຊີວິດ-ອຸປະນິໄສຂອງຄົນທີ່ຖືກເອົາຊະນະແມ່ນແຮງໄກດວ່າກວ່າບຸກຄົນທີ່ຖືກເຮັດໃຫ້ສົມບູນຫຼາຍ. ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນແຕ່ກຕ່າງກັນໃນດ້ານຄວາມຄິດ ເພາະວ່າພວກມັນແມ່ນຢູ່ໃນໄລຍະທີ່ແຕກຕ່າງກັນຂອງພາລະກິດ ແລະ ເພາະວ່າພວກມັນຍຶດຕິດຜູ້ຄົນໃສ່ມາດຕະຖານທີ່ແຕກຕ່າງກັນ; ການເອົາຊະນະຍຶດຕິດຜູ້ຄົນໃສ່ມາດຕະຖານທີ່ຕໍ່າກວ່າ, ໃນຂະນະທີ່ຄວາມສົມບູນຍຶດຕິດພວກເຂົາໃສ່ມາດຕະຖານທີ່ສູງກວ່າ. ຜູ້ທີ່ສົມບູນແມ່ນຜູ້ຄົນທີ່ຊອບທໍາ, ຜູ້ຄົນທີ່ຖືກເຮັດໃຫ້ບໍລິສຸດ ແລະ ສະອາດ; ພວກເຂົາແມ່ນແກ້ວພະລຶກແຫ່ງພາລະກິດຂອງການຄຸ້ມຄອງມະນຸດຊາດ ຫຼື ຜົນໄດ້ຮັບສຸດທ້າຍ. ເຖິງແມ່ນວ່າ ພວກເຂົາບໍ່ແມ່ນມະນຸດທີ່ສົມບູນ, ພວກເຂົາກໍແມ່ນຜູ້ຄົນທີ່ສະແຫວງຫາການດໍາລົງຊີວິດທີ່ມີຄວາມໝາຍ. ໃນຂະນະດຽວກັນ ຜູ້ທີ່ຖືກເອົາຊະນະພຽງແຕ່ຮັບຮູ້ວ່າ ພຣະເຈົ້າບັງເກີດເປັນມະນຸດ, ພຣະທຳໄດ້ປາກົດໃນເນື້ອໜັງ ແລະ ພຣະເຈົ້າໄດ້ມາເທິງໂລກເພື່ອປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ. ພວກເຂົາຍັງຮັບຮູ້ວ່າ ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ການຕີ ແລະ ການຫຼໍ່ຫຼອມຂອງພຣະອົງ ແມ່ນລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ມະນຸດ. ພວກເຂົາຫາກໍເລີ່ມມີລັກສະນະທີ່ຂ້ອນຂ້າງເປັນມະນຸດເທົ່ານັ້ນ. ພວກເຂົາມີຄວາມເຂົ້າໃຈກ່ຽວກັບຊີວິດ, ແຕ່ມັນກໍຍັງບໍ່ຊັດເຈນສຳລັບພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຫາກໍເລີ່ມມີຄວາມເປັນມະນຸດ. ສິ່ງດັ່ງກ່າວແມ່ນຜົນຂອງການຖືກເອົາຊະນະ. ເມື່ອຜູ້ຄົນກ້າວຂາເຂົ້າໃນເສັ້ນທາງສູ່ຄວາມສົມບູນ ອຸປະນິໄສເກົ່າຂອງພວກເຂົາກໍສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກ ແລະ ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈທີ່ຈະດໍາລົງຊີວິດໂດຍຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາເອງ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຊອບທຳ, ຄວາມອວດດີ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຍຢັ່ງຮູ້ ແລະ ສະຕິປັນຍາ ແລະ ຈົ່ງຮັກພັກດີ ແລະ ເຊື່ອຟັງພຣະເຈົ້າ. ຖ້າພວກເຂົາປະສົບກັບກໍລະນີການຂ້ຽນຕີ ແລະ ການພິພາກສາ, ພວກເຂົາຈະບໍ່ພຽງແຕ່ບໍ່ຢູ່ຊື່ໆ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຂ້ຽນຕີ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ມັນປົກປ້ອງພວກເຂົາ. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສັນຕິສຸກ ແລະ ສະແຫວງຫາເຂົ້າຈີ່ເພື່ອເຮັດໃຫ້ເຊົາຫິວ. ພວກເຂົາບໍ່ສະແຫວງຫາຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນຄົນທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກຜູ້ຄົນຖືກເອົາຊະນະ, ພວກເຂົາກໍຮັບຮູ້ວ່າ ມີພຣະເຈົ້າ, ແຕ່ມີຂໍ້ຈຳກັດໃນສິ່ງທີ່ຖືກສຳແດງອອກໃນພວກເຂົາ ເມື່ອພວກເຂົາຮັບຮູ້ການເປັນຢູ່ຂອງພຣະເຈົ້າ. ພຣະທໍາປາກົດໃນຮ່າງກາຍແມ່ນມີຄວາມໝາຍຫຍັງກັນແທ້? ການບັງເກີດເປັນມະນຸດໝາຍເຖິງຫຍັງ? ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເຮັດຫຍັງ? ເປົ້າໝາຍ ແລະ ຄວາມສໍາຄັນຂອງພາລະກິດຂອງພຣະອົງແມ່ນຫຍັງ? ຫຼັງຈາກທີ່ໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ, ຫຼັງຈາກທີ່ໄດ້ປະສົບກັບການກະທໍາຂອງພຣະອົງໃນເນື້ອໜັງ, ເຈົ້າໄດ້ຮັບຫຍັງ? ມີແຕ່ຫຼັງຈາກທີ່ໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເອົາຊະນະໄດ້. ຖ້າເຈົ້າພຽງເວົ້າວ່າ ເຈົ້າຮັບຮູ້ວ່າມີພຣະເຈົ້າ, ແຕ່ບໍ່ປະຖິ້ມສິ່ງທີ່ເຈົ້າຄວນປະຖິ້ມ ແລະ ລົ້ມເຫຼວທີ່ຈະສະຫຼະຄວາມສຸກທາງເນື້ອໜັງທີ່ເຈົ້າຄວນສະຫຼະຖິ້ມ, ແຕ່ໃນທາງກົງກັນຂ້າມ ເຈົ້າພັດສືບຕໍ່ປາດຖະໜາຄວາມສະບາຍທາງເນື້ອໜັງຄືດັ່ງທີ່ເຈົ້າເປັນມາຕະຫຼອດ ແລະ ຖ້າເຈົ້າບໍ່ສາມາດປ່ອຍວາງອະຄະຕິທີ່ມີຕໍ່ອ້າຍເອື້ອຍນ້ອງ ແລະ ບໍ່ຊໍາລະລາຄາໃດໜຶ່ງເພື່ອປະຕິບັດສິ່ງເລັກນ້ອຍຫຼາຍຢ່າງ, ແລ້ວນີ້ກໍພິສູດວ່າ ເຈົ້າຍັງບໍ່ຖືກເອົາຊະນະເທື່ອ. ໃນກໍລະນີນັ້ນ, ເຖິງວ່າມີຫຼາຍຢ່າງທີ່ເຈົ້າເຂົ້າໃຈ, ມັນກໍຈະບໍ່ມີປະໂຫຍດຫຍັງ. ຜູ້ທີ່ຖືກເອົາຊະນະແມ່ນຜູ້ທີ່ບັນລຸການປ່ຽນແປງໃນເບື້ອງຕົ້ນ ແລະ ມີການເຂົ້າສູ່ໃນເບື້ອງຕົ້ນ. ການປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຮັດໃຫ້ຜູ້ຄົນມີຄວາມຮູ້ເບື້ອງຕົ້ນກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈເບື້ອງຕົ້ນກ່ຽວກັບຄວາມຈິງ. ເຈົ້າອາດບໍ່ສາມາດເຂົ້າສູ່ຄວາມເປັນຈິງທີ່ເລິກເຊິ່ງຂຶ້ນ, ຄວາມຈິງທີ່ລະອຽດຍິ່ງຂຶ້ນຢ່າງສົມບູນ, ແຕ່ໃນຊີວິດຕົວຈິງຂອງເຈົ້າ ເຈົ້າກໍສາມາດນໍາເອົາຄວາມຈິງຂັ້ນພື້ນຖານມາປະຕິບັດ ເຊັ່ນສິ່ງທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ ຫຼື ສະຖານະສ່ວນຕົວຂອງເຈົ້າ. ທັງໝົດນີ້ແມ່ນຜົນທີ່ຖືກບັນລຸໃນຜູ້ຄົນໃນລະຫວ່າງຂະບວນການການຖືກເອົາຊະນະ. ການປ່ຽນແປງໃນອຸປະນິໄສແມ່ນຍັງສາມາດເຫັນໄດ້ໃນຜູ້ທີ່ຖືກເອົາຊະນະອີກດ້ວຍ; ຕົວຢ່າງເຊັ່ນ: ວິທີທີ່ພວກເຂົານຸ່ງເຄື່ອງ ແລະ ນໍາສະເໜີຕົນເອງ ແລະ ວິທີທີ່ພວກເຂົາດຳລົງຊີວິ, ສິ່ງເຫຼົ່ານີ້ແມ່ນສາມາດປ່ຽນແປງໄດ້. ທັດສະນະຕໍ່ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນປ່ຽນແປງ, ພວກເຂົາຊັດເຈນກ່ຽວກັບເປົ້າໝາຍແຫ່ງການສະແຫວງຫາຂອງພວກເຂົາ ແລະ ພວກເຂົາມີຄວາມທະເຍີທະຍານທີ່ສຸງຂຶ້ນ. ໃນລະຫວ່າງພາລະກິດແຫ່ງການເອົາຊະນະ, ການປ່ຽນແປງທີ່ຕາມມາຍັງເກີດຂຶ້ນໃນຊີວິດ-ອຸປະນິໄສຂອງພວກເຂົາ. ມີການປ່ຽນແປງ, ແຕ່ພວກມັນຕື້ນໆ, ພຽງເບື້ອງຕົ້ນ ແລະ ດ້ອຍກວ່າການປ່ຽນແປງໃນອຸປະນິໄສ ແລະ ເປົ້າໝາຍໃນການສະແຫວງຫາຂອງຄົນທີ່ຖືກເຮັດໃຫ້ສົມບູນ. ຖ້າໃນຊ່ວງໄລຍະຂອງການຖືກເອົາຊະນະ ອຸປະນິໄສຂອງບຸກຄົນໃດໜຶ່ງບໍ່ໄດ້ປ່ຽນແປງເລີຍ ແລະ ພວກເຂົາບໍ່ໄດ້ຮັບຄວາມຈິງຫຍັງ, ແລ້ວຄົນປະເພດນີ້ກໍເປັນຂີ້ເຫຍື້ອ ແລະ ໃຊ້ການບໍ່ໄດ້ແທ້ໆ! ຜູ້ຄົນທີ່ບໍ່ຖືກເອົາຊະນະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້! ຖ້າຄົນພຽງແຕ່ສະແຫວງຫາການຖືກເອົາຊະນະເທົ່ານັ້ນ, ແລ້ວພວກເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າອຸປະນິໄສຂອງພວກເຂົາຈະສະແດງໃຫ້ເຫັນເຖິງການປ່ຽນແປງບາງຢ່າງທີ່ຕາມມາໃນລະຫວ່າງພາລະກິດແຫ່ງການເອົາຊະນະ. ພວກເຂົາຍັງຈະສູນເສຍຄວາມຈິງເບື້ອງຕົນທີ່ເຂົາໄດ້ຮັບ. ມີຄວາມແຕກຕ່າງຢ່າງຫຼວງຫຼາຍ ລະຫວ່າງຈຳນວນການປ່ຽນແປງໃນອຸປະນິໄສໃນຜູ້ທີ່ຖືກເອົາຊະນະ ແລະ ຄົນທີ່ຖືກເຮັດໃຫ້ສົມບູນ. ແຕ່ການຖືກເອົາຊະນະແມ່ນບາດກ້າວທຳອິດໃນການປ່ຽນແປງ; ມັນຄືພື້ນຖານ. ການຂາດການປ່ຽນແປງເບື້ອງຕົ້ນນີ້ກໍເປັນເຄື່ອງພິສູດວ່າ ບຸກຄົນໃດໜຶ່ງບໍ່ຮູ້ຈັກພຣະເຈົ້າເລີຍ ຍ້ອນຄວາມຮູ້ນີ້ແມ່ນມາຈາກການພິພາກສາ ແລະ ການພິພາກສາດັ່ງກ່າວນີ້ແມ່ນສ່ວນສຳຄັນຂອງພາລະກິດແຫ່ງການເອົາຊະນະ. ເມື່ອເປັນດັ່ງນັ້ນ ທຸກຄົນທີ່ຖືກເຮັດໃຫ້ສົມບູນແມ່ນຕ້ອງໄດ້ຖືກເອົາຊະນະກ່ອນ; ຖ້າບໍ່ດັ່ງນັ້ນ ມັນຈະບໍ່ມີທາງທີ່ພວກເຂົາຈະຖືກເຮັດໃຫ້ສົມບູນ.

ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອນັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ມີຄວາມຢຳເກງພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ທັດສະນະຄະຕິຂອງເຈົ້າກໍພຽງເປັນທັດສະນະຄະຕິທີ່ເຝົ້າເບິ່ງພຣະອົງ, ບໍ່ເຄີຍຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດຮັບເອົາ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ຖ້າເຈົ້ານໍາພາຄຣິສຕະຈັກ, ແຕ່ບໍ່ສາມາດປະຕິບັດຄວາມຊອບທຳ, ຖ້າເຈົ້າປາຖະໜາຫາເງິນ ແລະ ຄວາມຮັ່ງມີ ແລະ ກອບໂກຍເອົາເງິນຂອງຄຣິສຕະຈັກເຂົ້າຖົງຕົວເອງຢ່າງລັບໆຕະຫຼອດ, ນີ້ແມ່ນການຮັບຮູ້ວ່າມີພຣະເຈົ້າຢູ່ບໍ? ພຣະເຈົ້າແມ່ນມີລິດທານຸພາບສູງສຸດ ແລະ ພຣະອົງສົມຄວນແກ່ການເຄົາລົບຢຳເກງພຣະອົງ. ເຈົ້າຈະບໍ່ຢ້ານໄດ້ແນວໃດ ວ່າເຈົ້າຮັບຮູ້ວ່າມີພຣະເຈົ້າຢ່າງແທ້ຈິງ ຫຼື ບໍ? ຖ້າເຈົ້າສາມາດເຮັດໃນສິ່ງທີ່ຊົ່ວຊ້າດັ່ງກ່າວ, ເຈົ້າຮັບຮູ້ພຣະອົງຢ່າງແທ້ຈິງບໍ? ແມ່ນພຣະເຈົ້າບໍທີ່ເຈົ້າເຊື່ອ? ສິ່ງທີ່ເຈົ້າເຊື່ອແມ່ນພຣະເຈົ້າທີ່ເລື່ອນລອຍ; ນັ້ນແມ່ນເຫດຜົນທີ່ເຈົ້າບໍ່ຢ້ານ! ຜູ້ທີ່ຮັບຮູ້ຢ່າງແທ້ຈິງ ແລະ ຮູ້ຈັກພຣະເຈົ້າ ແມ່ນລ້ວນແລ້ວແຕ່ຢໍາເກງພຣະອົງ ແລະ ຢ້ານທີ່ຈະເຮັດໃນສິ່ງທີ່ຕໍ່ຕ້ານກັບພຣະອົງ ຫຼື ສິ່ງທີ່ຄັດກັບສາມັນສໍານຶກຂອງພວກເຂົາ; ໂດຍສະເພາະແລ້ວ ພວກເຂົາແມ່ນຢ້ານທີ່ຈະເຮັດໃນສິ່ງທີ່ພວກເຂົາຮູ້ວ່າຂັດກັບຄວາມປະສົງຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງສາມາດຖືໄດ້ວ່າ ເປັນການຮັບຮູ້ເຖິງການເປັນຢູ່ຂອງພຣະເຈົ້າ. ເຈົ້າຄວນເຮັດຫຍັງ ເມື່ອພໍ່ແມ່ຂອງເຈົ້າພະຍາຍາມຢູດເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ? ເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອຜົວຂອງເຈົ້າທີ່ບໍ່ມີຄວາມເຊື່ອໄດ້ປະຕິບັດກັບເຈົ້າເປັນຢ່າງດີ? ແລ້ວເຈົ້າຄວນຮັກພຣະເຈົ້າແນວໃດ ເມື່ອອ້າຍເອື້ອຍນ້ອງກຽດຊັງເຈົ້າ? ຖ້າເຈົ້າຮັບຮູ້ພຣະອົງ, ແລ້ວໃນສິ່ງເຫຼົ່ານີ້ ເຈົ້າກໍຈະປະຕິບັດຢ່າງເໝາະສົມ ແລະ ດໍາລົງຢູ່ໃນຄວາມເປັນຈິງ. ຖ້າເຈົ້າລົ້ມເຫຼວທີ່ຈະປະຕິບັດຢ່າງເປັນຮູບປະທໍາ ມີພຽງແຕ່ເວົ້າວ່າ ເຈົ້າຮັບຮູ້ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແລ້ວເຈົ້າກໍຈະເປັນພຽງແຕ່ນັກເວົ້າ! ເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະອົງ ແລະ ຮັບຮູ້ພຣະອົງ, ແຕ່ເຈົ້າຮັບຮູ້ພຣະອົງໃນລັກສະນະໃດ? ເຈົ້າເຊື່ອໃນພຣະອົງໃນລັກສະນະໃດ? ເຈົ້າຢຳເກງພຣະອົງບໍ? ເຈົ້າເຄົາລົບບູຊາພຣະອົງບໍ? ເຈົ້າຮັກພຣະອົງຢ່າງເລິກເຊິ່ງຢູ່ພາຍໃນບໍ? ເມື່ອເຈົ້າໂສກເສົ້າ ແລະ ບໍ່ມີໃຜໃຫ້ເພິ່ງພາ, ເຈົ້າຈະຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ແຕ່ຫຼັງຈາກນັ້ນ ເຈົ້າກໍຈະລືມທຸກຢ່າງກ່ຽວກັບສິ່ງນັ້ນ. ນັ້ນບໍ່ແມ່ນການຮັກພຣະເຈົ້າ ຫຼື ມັນບໍ່ແມ່ນການເຊື່ອໃນພຣະເຈົ້າ! ໃນທີ່ສຸດແລ້ວ ສິ່ງທີ່ພຣະເຈົ້າປາຖະໜາໃຫ້ມະນຸດບັນລຸແມ່ນຫຍັງ? ສະພາວະທັງໝົດທີ່ເຮົາໄດ້ກ່າວມາ ເຊັ່ນການຮູ້ສຶກປະທັບໃຈກັບຄວາມສຳຄັນຂອງເຈົ້າເອງ, ການຮູ້ສຶກວ່າ ເຈົ້າຮັບຮູ້ສິ່ງຕ່າງໆ ແລະ ເຂົ້າໃຈສິ່ງໃໝ່ໆໄດ້ໄວ, ການຄວບຄຸມຄົນອື່ນ, ການດູຖູກຄົນອື່ນ, ການຕັດສິນຄົນອື່ນຕາມຮູບຮ່າງລັກສະນະຂອງພວກເຂົາ, ການຂົ່ມເຫັງຄົນຊື່ສັດ, ການຢາກໄດ້ເງິນຂອງຄຣິສຕະຈັກ ແລະ ອື່ນໆອີກ, ມີແຕ່ເມື່ອອຸປະນິໄສທີ່ເສື່ອມຊາມທັງໝົດເຫຼົ່ານີ້ຖືກກໍາຈັດອອກຈາກຕົວເຈົ້າເປັນບາງສ່ວນເທົ່ານັ້ນ ການເອົາຊະນະຂອງເຈົ້າກໍຈະຖືກເຮັດໃຫ້ແຈ່ມແຈ້ງຂຶ້ນ.

ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດເ ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນໝາຍຄວາມວ່າ ເພື່ອເຮັດໃຫ້ພວກເຂົາສົມບູນ, ເພື່ອວ່າພວກເຂົາອາດກາຍມາເປັນກຸ່ມຂອງຜູ້ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ສິ່ງຖືກສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກເມດຕາເທົ່ານັ້ນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນການຂ້ຽນຕີ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ. ໃນອີກດ້ານໜຶ່ງ, ມັນແມ່ນເພື່ອເປັນພະຍານຕໍ່ໜ້າຊາຕານ. ແລ້ວໃນອີກດ້ານໜຶ່ງອີກ, ມັນແມ່ນເພື່ອວາງຮາກຖານສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ີຖືກຕ້ອງແຫ່ງຊີວິດມະນຸດທີ່ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ. ພວກເຈົ້າທຸກຄົນແມ່ນເຊື້ອສາຍຂອງໂມອາບ; ເມື່ອພາລະກິດແຫ່ງການເອົາຊະນະຖືກປະຕິບັດໃນຕົວພວກເຈົ້າ, ມັນຄືຄວາມລອດພົ້ນອັນຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຝົ້າເບິ່ງພຣະເຈົ້າ, ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຂ້ຽນຕີ ແລະ ການພິພາກສາ, ພວກເຈົ້າໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງແທ້ໆ ນັ້ນໝາຍຄວາມວ່າ ພວກເຈົ້າໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ໃນທຸກສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າຮັກພວກເຈົ້າຢ່າງແທ້ຈິງ. ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ມັນເປັນຍ້ອນຄວາມຜິດບາບຂອງພວກເຈົ້າ, ພຣະອົງພິພາກສາພວກເຈົ້າ ເພື່ອວ່າພວກເຈົ້າຈະກວດສອບຕົນເອງ ແລະ ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້. ທັງໝົດນີ້ກໍເພື່ອຈຸດປະສົງໃນການເຮັດມະນຸດໃຫ້ສົມບູນ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດຂອງພຣະອົງ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ບໍ່ມີຄວາມປາຖະໜາທີ່ຈະທຳລາຍມະນຸດທີ່ພຣະອົງສ້າງຂຶ້ນມາດ້ວຍມືຂອງພຣະອົງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ມາຢູ່ທ່າມກາງພວກເຈົ້າເພື່ອປະຕິບັດພາລະກິດ ແລະ ຄວາມລອດພົ້ນຍິ່ງບໍ່ແມ່ນຄວາມລອດພົ້ນຫຼາຍກວ່າເກົ່າບໍ? ຖ້າພຣະອົງກຽດຊັງພວກເຈົ້າ, ພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດັ່ງນັ້ນເພື່ອນໍາພາພວກເຈົ້າດ້ວຍຕົວພຣະອົງເອງບໍ? ເປັນຫຍັງພຣະອົງຈຶ່ງຕ້ອງທົນທຸກແບບນັ້ນ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຜູ້ຄົນບໍ່ເຊື່ອຟັງ ພຣະອົງຈຶ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ຖ້າບໍ່ສະນັ້ນ, ການຊ່ວຍພວກເຂົາໃຫ້ລອດພ້ົນກໍເປັນໄປບໍ່ໄດ້. ຍ້ອນພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ແລະ ບໍ່ເຖິງຮູ້ເມືອເຖິງວິທີການດຳລົງຊີວິດ ແລະ ຍ້ອນພວກເຈົ້າດໍາລົງຊີວິດຢູ່ໃນດິນແດນທີ່ຜິດສິນທໍາ ແລະ ຜິດບາບນີ້ ແລະ ພວກເຈົ້າເອງເປັນຜີຮ້າຍທີ່ຜິດສິນທຳ ແລະ ສົກກະປົກ, ພຣະອົງຈຶ່ງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຊົ່ວຊ້າລົງກວ່າເກົ່າ, ພຣະອົງບໍ່ສາມາດທົນເຫັນພວກເຈົ້າດໍາລົງຊີວິດໃນດິນແດນທີ່ສົກກະປົກນີ້ດັ່ງທີ່ພວກເຈົ້າເຮັດໃນຕອນນີ້, ຖືກຊາຕານຢຽບຍໍ່າຢ່າງຕາມໃຈ ແລະ ພຣະອົງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຕົກລົງສູ່ດິນແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາຄົນກູ່ມນີ້ເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ, ມັນພຽງແຕ່ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ມັນເປັນພຽງວິທີການ, ວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້, ແລ້ວເຈົ້າກໍອາດຕ້ອງກັບໄປທີ່ໂລກຂອງເຈົ້າເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ເພີດເພີນກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ເພີດເພີນກັບພອນທັງໝົດເຫຼົ່ານີ້, ພອນທີ່ບໍ່ສາມາດພົບເຫັນໄດ້ບ່ອນໃດບ່ອນໜຶ່ງຢູ່ໃນໂລກມະນຸດ ແລະ ເພີດເພີນກັບຄວາມຮັກນີ້, ແລ້ວໃຫ້ເຮັດດີໆ: ຢູ່ໃນກະແສນີ້ເພື່ອຍອມຮັບພາລະກິດແຫ່ງການເອົາຊະນະ ເພື່ອວ່າເຈົ້າຈະສາມາດຖືກເຮັດໃຫ້ສົມບູນ. ໃນມື້ນີ້ ເຈົ້າອາດທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການຫຼໍ່ຫຼອມ ຍ້ອນການພິພາກສາຂອງພຣະເຈົ້າ, ແຕ່ມີຄຸນຄ່າ ແລະ ຄວາມໝາຍໃນການທົນທຸກກັບຄວາມເຈັບປວດນີ້. ເຖິງແມ່ນວ່າຜູ້ຄົນຖືກຫຼໍ່ຫຼອມ ແລະ ຖືກເປີດໂປງໂດຍການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງໄຮ້ປານີ, ເປົ້າໝາຍກໍແມ່ນເພື່ອລົງໂທດພວກເຂົາສຳລັບຄວາມຜິດບາບຂອງພວກເຂົາ, ລົງໂທດເນື້ອໜັງຂອງພວກເຂົາ, ບໍ່ມີຫຍັງໃນພາລະກິດນີ້ທີ່ມີເຈດຕະນາປະນາມເນື້ອໜັງໃຫ້ພັງທະລາຍ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນວ່າ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິແລະ ທັງໝົດນີ້ແມ່ນສາມາດບັນລຸໄດ້ໂດຍຄວາມເປັນມະນຸດປົກກະຕິຂອງເຈົ້າ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນອີງຕາມຄວາມຕ້ອງການຂອງເຈົ້າ, ຕາມຄວາມອ່ອນແອຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ມີພາລະທີ່ບໍ່ສາມາດທົນໄດ້ຖືກວາງໃສ່ພວກເຈົ້າ. ສິ່ງນີ້ບໍ່ໄດ້ຊັດເຈນຕໍ່ເຈົ້າໃນປັດຈຸບັນ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ ແລະ ແນ່ນອນ ເຈົ້າເຊື່ອຢູ່ສະເໝີວ່າ ເຫດຜົນທີ່ເຮົາຂ້ຽນຕີ, ພິພາກສາ ແລະ ຕໍານິຕິເຕືອນເຈົ້າທຸກມື້ແມ່ນຍ້ອນເຮົາກຽດຊັງເຈົ້າ. ແຕ່ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ທົນທຸກແມ່ນການຂ້ຽນຕີ ແລະ ການພິພາກສາ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຄວາມຮັກສໍາລັບເຈົ້າ ແລະ ມັນຄືການປົກປ້ອງອັນຍິ່ງໃຫຍ່ທີ່ສຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍຂອງພາລະກິດນີ້ຢ່າງເລິກເຊິ່ງຍິ່ງຂຶ້ນ, ມັນກໍຈະເປັນໄປບໍ່ໄດ້ທີ່ເຈົ້າຈະສືບຕໍ່ມີປະສົບການ. ຄວາມລອດພົ້ນນີ້ຄວນນໍາຄວາມສະບາຍໃຈມາສູ່ເຈົ້າ. ຢ່າປະຕິເສດທີ່ຈະມີສະຕິ. ເມື່ອໄດ້ມາໄກປານນີ້ແລ້ວ ຄວາມສໍາຄັນຂອງພາລະກິດແຫ່ງການເອົາຊະນະກໍຄວນເປັນທີ່ຊັດເຈນຕໍ່ເຈົ້າ ແລະ ເຈົ້າບໍ່ຄວນຍຶດຖືຄວາມຄິດເຫັນກ່ຽວກັບມັນໃນທາງໃດທາງໜຶ່ງອີກຕໍ່ໄປ!

ກ່ອນນີ້ : ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

ຕໍ່ໄປ : ການປະຕິບັດ (6)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ໃນໄລຍະເວລາທີ່ເປໂຕຢູ່ກັບພຣະເຢຊູນັ້ນ ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງກ່ຽວກັບພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ...

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້