ການປະຕິບັດ (6)

ໃນປັດຈຸບັນ ບໍ່ຕ້ອງສົນໃຈຄວາມຮູ້ສຶກທີ່ເປໂຕມີ, ຫຼາຍຄົນບໍ່ສາມາດແມ່ນແຕ່ທີ່ຈະບັນລຸຄວາມຮູ້ສຶກທີ່ໂປໂລມີ. ພວກເຂົາບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງໂປໂລ. ເຖິງແມ່ນໂປໂລຖືກຕີໃຫ້ລົ້ມລົງໂດຍພຣະຜູ້ເປັນເຈົ້າ ຍ້ອນເພິ່ນຂົ່ມເຫັງພຣະເຢຊູເຈົ້າ, ຕໍ່ມາ ເພິ່ນກໍມີຄວາມເດັດດ່ຽວທີ່ຈະປະຕິບັດພາລະກິດ ແລະ ທົນທຸກເພື່ອພຣະຜູ້ເປັນເຈົ້າ. ພຣະເຢຊູມອບຄວາມເຈັບປ່ວຍໃຫ້ກັບເພິ່ນ ແລະ ຫຼັງຈາກນັ້ນ ໂປໂລກໍສືບຕໍ່ທົນທຸກກັບຄວາມເຈັບປ່ວຍນີ້ຫຼັງຈາກທີ່ເພິ່ນເລີ່ມຕົ້ນປະຕິບັດພາລະກິດ. ເປັນຫຍັງເພິ່ນຈຶ່ງເວົ້າວ່າເພິ່ນມີໜາມໃນເນື້ອໜັງຂອງເພິ່ນ? ໃນຄວາມເປັນຈິງແລ້ວ ໜາມແມ່ນຄວາມເຈັບປ່ວຍ ແລະ ສຳລັບໂປໂລແລ້ວ ມັນຄືຄວາມອ່ອນແອທີ່ຮ້າຍແຮງ. ບໍ່ວ່າເພິ່ນໄດ້ປະຕິບັດພາລະກິດຫຼາຍສໍ່າໃດກໍຕາມ ຫຼື ເພິ່ນມີຄວາມເດັດດ່ຽວທີ່ຈະທົນທຸກຫຼາຍສໍ່າໃດກໍຕາມ, ເພິ່ນກໍບໍ່ສາມາດກຳຈັດໜາມນັ້ນອອກໄດ້. ແຕ່ໂປໂລກໍມີຄວາມສາມາດທີ່ດີກວ່າພວກເຈົ້າທຸກຄົນທີ່ຢູ່ໃນປັດຈຸບັນນີ້ຫຼາຍ ແລະ ເພິ່ນຍັງຮູ້ຈັກຕົນເອງ ແລະ ມີຄວາມສຳນຶກຫຼາຍກວ່າພວກເຈົ້າ. ຫຼັງຈາກທີ່ໂປໂລຖືກພຣະເຢຊູຕີໃຫ້ລົ້ມລົງ, ເພິ່ນກໍເຊົາຂົ່ມເຫັງສາວົກຂອງພຣະເຢຊູ ແລະ ເລີ່ມຕົ້ນເທດສະໜາ ແລະ ທົນທຸກເພື່ອພຣະເຢຊູ. ແລ້ວແມ່ນຫຍັງທີ່ດົນໃຈໃຫ້ເພິ່ນອົດທົນຕໍ່ການທົນທຸກກັບສິ່ງນັ້ນ? ໂປໂລເຊື່ອວ່າ ຍ້ອນເພິ່ນໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່, ເພິ່ນຈຶ່ງຕ້ອງເປັນພະຍານໃຫ້ກັບພຣະເຢຊູເຈົ້າ, ຕ້ອງບໍ່ຂົ່ມເຫັງສາວົກຂອງພຣະເຢຊູອີກຕໍ່ໄປ ແລະ ຕ້ອງບໍ່ຕໍ່ຕ້ານພາລະກິດຂອງພຣະເຈົ້າອີກຕໍ່ໄປ. ໂປໂລເປັນໜຶ່ງໃນບຸກຄົນຊັ້ນສູງຂອງສາສະໜາ. ເພິ່ນມີຄວາມຮູ້ ແລະ ມີພອນສະຫວັນ, ເພິ່ນດູຖູກຄົນທົ່ວໄປ ແລະ ມີບຸກຄະລິກທີ່ເຂັ້ມແຂງກວ່າຄົນສ່ວນໃຫຍ່. ແຕ່ຫຼັງຈາກທີ່ “ແສງສະຫວ່າງທີ່ຍິ່ງໃຫຍ່” ສ່ອງມາໃສ່ເພິ່ນ, ເພິ່ນຈຶ່ງສາມາດປະຕິບັດພາລະກິດເພື່ອພຣະເຢຊູເຈົ້າ, ຕັ້ງໃຈທົນທຸກເພື່ອພຣະເຈົ້າ ແລະ ຖວາຍຕົນເອງໃຫ້ກັບພຣະເຈົ້າ ເຊິ່ງພິສູດໃຫ້ເຫັນວ່າເພິ່ນມີຄວາມສຳນຶກ. ໃນເວລານັ້ນ ເພິ່ນກຳລັງຂົ່ມເຫັງ ແລະ ຈັບກຸມສາວົກຂອງພຣະເຢຊູ, ພຣະເຢຊູປາກົດຕົວຕໍ່ເພິ່ນ ແລະ ກ່າວວ່າ “ໂປໂລ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?” ໂປໂລກົ້ມລົງທັນທີ ແລະ ເວົ້າວ່າ “ພຣະອົງແມ່ນໃຜ, ພຣະຜູ້ເປັນເຈົ້າບໍ?” ສຽງມາຈາກທ້ອງຟ້າເວົ້າວ່າ “ເຮົາຄືພຣະເຢຊູ ຜູ້ທີ່ເຈົ້າຂົ່ມເຫັງ”. ທັນໃດນັ້ນ ໂປໂລກໍຕື່ນຂຶ້ນ ແລະ ເມື່ອນັ້ນ ເພິ່ນຈຶ່ງຮູ້ວ່າພຣະເຢຊູເປັນພຣະຄຣິດ, ພຣະອົງເປັນພຣະເຈົ້າ. “ຂ້ານ້ອຍຕ້ອງເຊື່ອຟັງ. ພຣະເຈົ້າໄດ້ມອບຄວາມກະລຸນານີ້ໃຫ້ກັບຂ້ານ້ອຍ, ປານນັ້ນ ຂ້ານ້ອຍກໍຍັງຂົ່ມເຫັງພຣະອົງ, ແຕ່ພຣະອົງກໍບໍ່ໄດ້ໂຈມຕີໃຫ້ຂ້ານ້ອຍລົ້ມລົງ ຫຼື ພຣະອົງບໍ່ໄດ້ສາບແຊ່ງຂ້ານ້ອຍເລີຍ. ຂ້ານ້ອຍຕ້ອງທົນທຸກເພື່ອພຣະອົງ”. ໂປໂລຮູ້ວ່າເພິ່ນໄດ້ຂົ່ມເຫັງພຣະເຢຊູຄຣິດເຈົ້າ ແລະ ກຳລັງຂ້າສາວົກຂອງພຣະອົງໃນຕອນນີ້, ພຣະເຈົ້າບໍ່ໄດ້ສາບແຊ່ງເພິ່ນ, ແຕ່ສ່ອງແສງສະຫວ່າງໃຫ້ກັບເພິ່ນ. ສິ່ງນີ້ດົນໃຈເພິ່ນ ແລະ ເພິ່ນກໍເວົ້າວ່າ “ເຖິງແມ່ນຂ້ານ້ອຍບໍ່ໄດ້ເຫັນໜ້າຂອງພຣະອົງ, ຂ້ານ້ອຍກໍໄດ້ຍິນສຽງຂອງພຣະອົງ ແລະ ໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່ຂອງພຣະອົງ. ພຽງຕອນນີ້ ຂ້ານ້ອຍຈຶ່ງເຫັນຢ່າງແທ້ຈິງວ່າ ພຣະເຈົ້າຮັກຂ້ານ້ອຍຢ່າງແທ້ຈິງ ແລະ ພຣະເຢຊູຄຣິດເຈົ້າເປັນພຣະເຈົ້າທີ່ມີຄວາມເມດຕາຕໍ່ມະນຸດ ແລະ ຍົກໂທດຄວາມຜິດບາບຂອງມະນຸດຕະຫຼອດໄປຢ່າງແທ້ຈິງ. ຂ້ານ້ອຍເຫັນຢ່າງແທ້ຈິງວ່າ ຂ້ານ້ອຍເປັນຄົນບາບ”. ເຖິງຢ່າງໃດກໍຕາມ ຫຼັງຈາກນັ້ນ ພຣະເຈົ້າກໍໃຊ້ພອນສະຫວັນຂອງໂປໂລເພື່ອປະຕິບັດພາລະກິດ, ຕອນນີ້ໃຫ້ລືມສິ່ງນີ້ໄປກ່ອນ. ຄວາມເດັດດ່ຽວຂອງເພິ່ນໃນເວລານັ້ນ, ຄວາມສຳນຶກຂອງມະນຸດທີ່ຖືກຕ້ອງຂອງເພິ່ນ ແລະ ການຮູ້ຈັກຕົນເອງຂອງເພິ່ນ, ພວກເຈົ້າບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້. ໃນປັດຈຸບັນ, ພວກເຈົ້າບໍ່ໄດ້ຮັບແສງສະຫວ່າງຢ່າງຫຼວງຫຼາຍບໍ? ຫຼາຍຄົນບໍ່ໄດ້ເຫັນບໍວ່າ ອຸປະນິໄສຂອງພຣະເຈົ້າແມ່ນອຸປະນິໄສແຫ່ງຄວາມສະຫງ່າງາມ, ຄວາມໂກດຮ້າຍ, ການພິພາກສາ ແລະ ການຕີສອນ? ການສາບແຊ່ງ, ການທົດລອງ ແລະ ການຫຼໍ່ຫຼອມໄດ້ເກີດຂຶ້ນກັບຜູ້ຄົນຫຼາຍຄັ້ງ, ແລ້ວພວກເຂົາໄດ້ຮຽນຮູ້ຫຍັງແດ່? ເຈົ້າໄດ້ຮັບຫຍັງແດ່ຈາກການຖືກລົງວິໄນ ແລະ ການຖືກຈັດການ? ພຣະທຳທີ່ຮຸນແຮງ, ການຂ້ຽນຕີ ແລະ ການພິພາກສາໄດ້ເກີດຂຶ້ນກັບເຈົ້າເປັນເວລາຫຼາຍຄັ້ງ, ແຕ່ເຈົ້າກໍບໍ່ໄດ້ສົນໃຈໃນສິ່ງເຫຼົ່ານັ້ນ. ເຈົ້າບໍ່ມີຄວາມສຳນຶກຄືກັບທີ່ໂປໂລມີແມ່ນແຕ່ໜ້ອຍດຽວ, ເຈົ້າບໍ່ລ້າຫຼັງທີ່ສຸດບໍ? ຍັງມີຫຼາຍສິ່ງທີ່ໂປໂລບໍ່ໄດ້ເຫັນຢ່າງຊັດເຈນ. ເພິ່ນພຽງແຕ່ຮູ້ຈັກວ່າແສງສະຫວ່າງໄດ້ສ່ອງລົງມາໃສ່ເພິ່ນ, ແຕ່ບໍ່ຮູ້ວ່າເພິ່ນຖືກໂຈມຕີໃຫ້ລົ້ມລົງ; ເພິ່ນເຊື່ອເປັນການສ່ວນຕົວວ່າ ຫຼັງຈາກທີ່ແສງສະຫວ່າງໄດ້ສ່ອງລົງມາໃສ່ເພິ່ນ, ເພິ່ນຕ້ອງສະຫຼະຕົນເອງເພື່ອພຣະເຈົ້າ, ທົນທຸກເພື່ອພຣະເຈົ້າ, ເຮັດທຸກສິ່ງເພື່ອປູທາງໃຫ້ກັບພຣະເຢຊູຄຣິດເຈົ້າ ແລະ ຮັບເອົາຄົນບາບຫຼາຍຂຶ້ນເພື່ອພວກເຂົາຈະໄດ້ຖືກໄຖ່ໂດຍພຣະຜູ້ເປັນເຈົ້າ. ສິ່ງນີ້ແມ່ນຄວາມເດັດດ່ຽວຂອງເພິ່ນ ແລະ ຈຸດປະສົງດຽວຂອງພາລະກິດຂອງເພິ່ນ, ແຕ່ເມື່ອເພິ່ນປະຕິບັດພາລະກິດ, ໂລກໄພໄຂ້ເຈັບກໍຍັງບໍ່ໄດ້ໄປຈາກເພິ່ນ, ໂປໂລປະຕິບັດພາລະກິດຫຼາຍກວ່າຊາວປີ ຈົນເພິ່ນຕາຍ. ເພິ່ນທົນທຸກຫຼາຍຢ່າງ ແລະ ຜະເຊີນກັບການຂົ່ມເຫັງຢ່າງຮຸນແຮງ ແລະ ຄວາມລໍາບາກຍາກແຄ້ນຫຼາຍຢ່າງ, ເຖິງຢ່າງໃດກໍຕາມ ສິ່ງເຫຼົ່ານີ້ແມ່ນໜ້ອຍກວ່າການທົດລອງຂອງເປໂຕຢ່າງແນ່ນອນ. ມັນເປັນຕາສົມເພດຫຼາຍສໍ່າໃດຖ້າພວກເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກຂອງໂປໂລ? ເມື່ອເປັນເຊັ່ນນີ້, ພຣະເຈົ້າຈະສາມາດເລີ່ມຕົ້ນພາລະກິດທີ່ໃຫຍ່ຂຶ້ນໃນພວກເຈົ້າໄດ້ແນວໃດ?

ເມື່ອເພິ່ນເຜີຍແຜ່ຂ່າວປະເສີດ, ໂປໂລໄດ້ທົນທຸກກັບການທໍລະມານຢ່າງໜັກ. ພາລະກິດທີ່ເພິ່ນປະຕິບັດ, ຄວາມເດັດດ່ຽວຂອງເພິ່ນ, ຄວາມເຊື່ອຂອງເພິ່ນ, ຄວາມຊື່ສັດ, ຄວາມຮັກ, ຄວາມອົດທົນ ແລະ ຄວາມຖ່ອມຕົນໃນເວລານັ້ນ ແລະ ສິ່ງຕ່າງໆອີກຫຼາຍຢ່າງທີ່ຢູ່ພາຍນອກທີ່ເພິ່ນດຳລົງຊີວິດຕາມ, ແມ່ນສູງສົ່ງກວ່າພວກເຈົ້າທຸກຄົນໃນປັດຈຸບັນ. ຖ້າທີ່ຈະເວົ້າຢ່າງເຄັ່ງຄັດກວ່ານີ້ ພາຍໃນຕົວເຈົ້າແມ່ນບໍ່ມີຈິດສຳນຶກທີ່ຖືກຕ້ອງ; ພວກເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກ ຫຼື ຄວາມເປັນມະນຸດເລີຍ. ພວກເຈົ້າຂາດເຂີນຫຼາຍຢ່າງ! ສະນັ້ນ ໃນເວລາສ່ວນໃຫຍ່ແລ້ວຈຶ່ງບໍ່ມີຄວາມຮູ້ສຶກທີ່ເໝາະສົມໃຫ້ຄົ້ນພົບໃນສິ່ງທີ່ພວກເຈົ້າດຳລົງຊີວິດຕາມ ແລະ ບໍ່ມີສັນຍານແຫ່ງການຮູ້ຈັກຕົນເອງ. ເຖິງແມ່ນເພິ່ນໄດ້ທົນທຸກກັບຄວາມເຈັບປ່ວຍທາງຮ່າງກາຍໃນເວລານັ້ນ, ເພິ່ນກໍສືບຕໍ່ອະທິຖານ ແລະ ສະແຫວງຫາ: “ແມ່ນຫຍັງຄືຄວາມເຈັບປ່ວຍນີ້ກັນແທ້? ຂ້ານ້ອຍໄດ້ປະຕິບັດພາລະກິດທັງໝົດນີ້ເພື່ອພຣະຜູ້ເປັນເຈົ້າ, ເປັນຫຍັງຄວາມທຸກທໍລະມານນີ້ຈຶ່ງບໍ່ໜີຈາກຂ້ານ້ອຍໄປ? ມັນເປັນໄປໄດ້ບໍວ່າ ພຣະເຢຊູເຈົ້າກຳລັງທົດສອບຂ້ານ້ອຍ? ພຣະອົງໄດ້ຂ້ຽນຕີຂ້ານ້ອຍໃຫ້ລົ້ມລົງບໍ? ຖ້າພຣະອົງໄດ້ຕີຂ້ານ້ອຍໃຫ້ລົ້ມລົງ, ຂ້ານ້ອຍກໍຄົງຈະຕາຍແລ້ວ ແລະ ບໍ່ສາມາດປະຕິບັດພາລະກິດທັງໝົດນີ້ເພື່ອພຣະອົງໄດ້ ຫຼື ຂ້ານ້ອຍຈະບໍ່ສາມາດຮັບເອົາແສງສະຫວ່າງຢ່າງຫຼວງຫຼາຍແບບນີ້ໄດ້. ພຣະອົງຍັງເຂົ້າໃຈເຖິງຄວາມຕັ້ງໃຈຂອງຂ້ານ້ອຍ”. ໂປໂລຮູ້ສຶກຢູ່ສະເໝີວ່າຄວາມເຈັບປ່ວຍຂອງເພິ່ນກໍຄືການທີ່ພຣະເຈົ້າກຳລັງທົດສອບເພິ່ນ, ມັນຄືການ ເຮັດໃຫ້ຄວາມເຊື່ອ ແລະ ກຳລັງໃຈຂອງເພິ່ນເຂັ້ມແຂງຂຶ້ນ, ນີ້ແມ່ນວິທີທີ່ໂປໂລເບິ່ງສິ່ງນັ້ນ. ໃນຄວາມເປັນຈິງແລ້ວ, ຄວາມເຈັບປ່ວຍຂອງເພິ່ນແມ່ນຜົນມາຈາກການໂຈມຕີຂອງພຣະເຢຊູເຈົ້າ. ມັນເຮັດໃຫ້ເພິ່ນຕົກຢູ່ພາຍໃຕ້ຄວາມກົດດັນຢ່າງເສົ້າໃຈ ແລະ ຕ້ອງໄດ້ຄວບຄຸມຄວາມກະບົດຂອງເພິ່ນ. ຖ້າພວກເຈົ້າພົບຕົນເອງຢູ່ໃນສະຖານະການຂອງໂປໂລ, ພວກເຈົ້າຈະເຮັດແນວໃດ? ຄວາມຕັ້ງໝັ້ນ ແລະ ຄວາມສາມາດຂອງພວກເຈົ້າຈະສາມາດທົນໄດ້ສໍ່າໂປໂລບໍ? ໃນປັດຈຸບັນ, ຖ້າຄວາມເຈັບປ່ວຍບາງຢ່າງເກີດຂຶ້ນກັບພວກເຈົ້າ ຫຼື ພວກເຈົ້າຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ ແລະ ພວກເຈົ້າຖືກເຮັດໃຫ້ທົນທຸກ, ມີໃຜຮູ້ບໍ່ວ່າ ພວກເຈົ້າຈະເປັນແນວໃດ. ຖ້າພວກເຈົ້າຖືກຂັງໃນກົງນົກ ແລະ ຖືກລ້ຽງດູຢູ່ສະເໝີ, ພວກເຈົ້າກໍຈະບໍ່ເປັນຫຍັງ. ບໍ່ດັ່ງນັ້ນ ພວກເຈົ້າກໍຈະເປັນຄືກັບໝາປ່າທີ່ຂາດຄວາມເປັນມະນຸດ. ສະນັ້ນ ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກ ຫຼື ຄວາມຮູ້ສຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ ແລະ ຍາກທີ່ຈະເອົາຊະນະຄວາມບໍ່ຊອບທຳ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ. ທຳມະຊາດດັ່ງເດີມຂອງພວກເຈົ້າແມ່ນຖືກຝັງເລິກຫຼາຍ. ຖ້າພວກເຈົ້າຖືກວາງຢູ່ເທິງບັນລັງ, ພວກເຈົ້າກໍຈະບໍ່ຮູ້ຈັກເຖິງຄວາມສູງຂອງສະຫວັນ ແລະ ຄວາມເລິກຂອງແຜ່ນດິນໂລກ, ແຮງໄກທີ່ຈະຮູ້ຈັກເຖິງບ່ອນທີ່ພວກເຈົ້າກໍາລັງໄປ. ພວກເຈົ້າບໍ່ຮູ້ຈັກແມ່ນແຕ່ວ່າພວກເຈົ້າມາຈາກໃສ, ແລ້ວພວກເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງໄດ້ແນວໃດ? ຖ້າປາສະຈາກການຂ້ຽນຕີ ແລະ ການສາບແຊ່ງຕາມການເວລາໃນປັດຈຸບັນ, ມື້ສຸດທ້າຍຂອງພວກເຈົ້າກໍຈະມາເຖິງຕັ້ງແຕ່ດົນແລ້ວ. ນັ້ນບໍ່ໄດ້ເວົ້າເຖິງໂຊກຊະຕາຂອງພວກເຈົ້າເລີຍ, ແລ້ວມັນຈະບໍ່ຢູ່ໃນອັນຕະລາຍຫຼາຍກວ່າເກົ່າບໍ? ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາຕາມການເວລາດັ່ງກ່າວນີ້, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າອວດດີຫຼາຍສໍ່າໃດ ຫຼື ພວກເຈົ້າຈະຊົ່ວຊ້າຫຼາຍສໍ່າໃດ. ການຂ້ຽນຕີ ແລະ ການພິພາກສານີ້ໄດ້ນໍາພາພວກເຈົ້າມາເຖິງປັດຈຸບັນ ແລະ ສິ່ງເຫຼົ່ານັ້ນໄດ້ຮັກສາການເປັນຢູ່ຂອງພວກເຈົ້າ. ຖ້າພວກເຈົ້າຍັງມີ “ການສຶກສາ” ແລ້ວໃຊ້ວິທີການດຽວກັນກັບ “ພໍ່” ຂອງພວກເຈົ້າ, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າຈະເຂົ້າສູ່ຂອບເຂດໃດ! ພວກເຈົ້າບໍ່ມີຄວາມສາມາດທີ່ຈະຄວບຄຸມ ແລະ ໄຕ່ຕອງກ່ຽວກັບຕົນເອງເລີຍ. ສຳລັບຄົນຄືພວກເຈົ້າແລ້ວ, ຖ້າພວກເຈົ້າພຽງແຕ່ຕິດຕາມ ແລະ ເຊື່ອຟັງໂດຍບໍ່ມີການແຊກແຊງ ຫຼື ການຂັດຂວາງໃດໆ, ຈຸດປະສົງຂອງເຮົາກໍຈະຖືກບັນລຸແລ້ວ. ມັນຈະບໍ່ດີກວ່າບໍ ທີ່ພວກເຈົ້າຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງປັດຈຸບັນ? ພວກເຈົ້າມີທາງເລືອກຫຍັງອີກ? ເມື່ອໂປໂລເຫັນພຣະເຢຊູເຈົ້າກຳລັງກ່າວ ແລະ ປະຕິບັດພາລະກິດ, ເພິ່ນກໍຍັງບໍ່ເຊື່ອ. ຕໍ່ມາ ຫຼັງຈາກທີ່ພຣະເຢຊູເຈົ້າຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາໃໝ່, ເພິ່ນຈຶ່ງຮູ້ຈັກຄວາມຈິງນີ້, ແຕ່ເພິ່ນກໍສືບຕໍ່ຂົ່ມເຫັງ ແລະ ຕໍ່ຕ້ານພຣະອົງ. ນີ້ແມ່ນຄວາມໝາຍຂອງການເຮັດບາບຢ່າງດື້ດ້ານ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຖືກຕີໃຫ້ລົ້ມລົງ. ໃນຕອນເລີ່ມຕົ້ນນັ້ນ, ເພິ່ນຮູ້ວ່າມີກະສັດທ່າມກາງຊາວຢິວ ທີ່ຖືກເອີ້ນວ່າ ພຣະເຢຊູ, ເພິ່ນໄດ້ຍິນກ່ຽວກັບສິ່ງນີ້. ຕໍ່ມາ ໃນຂະນະທີ່ເພິ່ນເທດສະໜາໃນພຣະວິຫານ ແລະ ເທດສະໜາທົ່ວດິນແດນ, ເພິ່ນກໍຕໍ່ຕ້ານພຣະເຢຊູ, ປະຕິເສດທີ່ຈະເຊື່ອຟັງມະນຸດຄົນໃດໜຶ່ງຢ່າງທະນົງຕົວ. ສິ່ງເຫຼົ່ານີ້ໄດ້ກາຍມາເປັນອຸປະສັກຢ່າງໃຫຍ່ຫຼວງໃນການປະຕິບັດພາລະກິດໃນເວລານັ້ນ. ເມື່ອພຣະເຢຊຸກຳລັງປະຕິບັດພາລະກິດ, ໂປໂລແມ່ນບໍ່ໄດ້ຂົ່ມເຫັງ ແລະ ຈັບກຸມຜູ້ຄົນໂດຍກົງ, ແຕ່ເພິ່ນໃຊ້ການເທດສະໜາ ແລະ ຄຳເວົ້າເພື່ອທຳລາຍພາລະກິດຂອງພຣະເຢຊູ. ຕໍ່ມາ ຫຼັງຈາກທີ່ພຣະເຢຊູຄຣິດຖືກຄຶງໃສ່ໄມ້ກາງແຂນ, ເພິ່ນກໍເລີ່ມຈັບກຸມສາວົກ, ຟ້າວແລ່ນໄປບ່ອນນັ້ນບ່ອນນີ້ ແລະ ເຮັດທຸກສິ່ງທີ່ເພິ່ນສາມາດເຮັດໄດ້ເພື່ອຂົ່ມເຫັງພວກເຂົາ. ພຽງແຕ່ຫຼັງຈາກ “ແສງສະຫວ່າງ” ໄດ້ສ່ອງມາໃສ່ເພິ່ນ, ເພິ່ນຈຶ່ງຕື່ນຂຶ້ນ ແລະ ພົບກັບຄວາມເສຍໃຈຢ່າງໃຫຍ່. ຫຼັງຈາກທີ່ເພິ່ນຖືກໂຈມຕີ, ຄວາມເຈັບປ່ວຍຂອງເພິ່ນກໍບໍ່ເຄີຍໜີຈາກເພິ່ນເລີຍ. ບາງຄັ້ງ, ເພິ່ນຮູ້ສຶກວ່າຄວາມທຸກທໍລະມານຂອງເພິ່ນຍິ່ງຮ້າຍແຮງຂຶ້ນ ແລະ ບໍ່ສາມາດລຸກອອກຈາກຕຽງນອນໄດ້. ເພິ່ນຄິດວ່າ “ແມ່ນຫຍັງກຳລັງເກີດຂຶ້ນ? ຂ້ານ້ອຍຖືກໂຈມຕີແທ້ບໍ?” ຫຼັງຈາກນັ້ນ, ໂດຍບໍ່ຮູ້ວ່າມັນເກີດຂຶ້ນໄດ້ແນວໃດ, ອາການຈັບປ່ວຍຂອງເພິ່ນກໍດີຂຶ້ນ ແລະ ເພິ່ນກໍເລີ່ມສືບຕໍ່ປະຕິບັດພາລະກິດອີກຄັ້ງ. ແຕ່ຄວາມເຈັບປ່ວຍແມ່ນບໍ່ເຄີຍໜີຈາກເພິ່ນເລີຍ ແລະ ມັນເປັນຍ້ອນຄວາມເຈັບປ່ວຍນີ້ ເພິ່ນຈຶ່ງປະຕິບັດພາລະກິດໜັກກວ່າເກົ່າ. ສາມາດເວົ້າໄດ້ວ່າ ພຣະເຢຊູໄດ້ໃສ່ຄວາມເຈັບປ່ວຍນີ້ເຂົ້າໃນໂປໂລ ຍ້ອນຄວາມອວດດີ ແລະ ຄວາມດື້ດານຂອງເພິ່ນ; ມັນເປັນການລົງໂທດໂປໂລ, ແຕ່ມັນຍັງເປັນການໃຊ້ພອນສະຫວັນຂອງໂປໂລໃນພາລະກິດຂອງພຣະເຈົ້າ, ເພື່ອວ່າພາລະກິດຂອງພຣະອົງຈະສາມາດຂະຫຍາຍຕົວໄດ້. ທີ່ຈິງແລ້ວ, ມັນບໍ່ແມ່ນເຈດຕະນາຂອງພຣະເຈົ້າທີ່ຊ່ວຍໂປໂລໃຫ້ລອດພົ້ນ, ແຕ່ເປັນການໃຊ້ເພິ່ນ. ແຕ່ອຸປະນິໄສຂອງໂປໂລແມ່ນອວດດີ ແລະ ດື້ດ້ານເກີນໄປ ແລະ ດ້ວຍເຫດນັ້ນ “ໜາມ” ຈຶ່ງຖືກຝັງໃສ່ໃນຕົວເພິ່ນ. ໃນທີ່ສຸດ, ເມື່ອເວລາໂປໂລສຳເລັດພາລະກິດຂອງເພິ່ນ, ຄວາມເຈັບປ່ວຍກໍບໍ່ໄດ້ທໍລະມານເພິ່ນອີກຕໍ່ໄປ ແລະ ໃນເວລາພາລະກິດຂອງເພິ່ນສິ້ນສຸດລົງ ເພິ່ນຈຶ່ງສາມາດເວົ້າວ່າ “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ”, ເພິ່ນເວົ້າແບບນັ້ນກໍຍ້ອນວ່າເພິ່ນບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ມີຫຼາຍຄົນທ່າມກາງພວກເຈົ້າທີ່ເປັນຄືກັບໂປໂລ, ແຕ່ຖ້າພວກເຈົ້າມີຄວາມເດັດດ່ຽວທີ່ຈະຕິດຕາມຈົນເຖິງປາຍທາງຢ່າງແທ້ຈິງ, ພວກເຈົ້າກໍຈະບໍ່ຖືກປະຕິບັດນໍາຢ່າງຜິດໆ. ພວກເຮົາຈະບໍ່ສົນທະນາກ່ຽວກັບວິທີທີ່ໂປໂລກະບົດ ແລະ ຕໍ່ຕ້ານໃນນີ້; ໃຫ້ພວກເຂົາເວົ້າເຖິງສ່ວນທີ່ດີ ແລະ ສ່ວນທີ່ເປັນຕາຍົກຍ້ອງຂອງເພິ່ນ: ເພິ່ນມີຄວາມສຳນຶກ ແລະ ຫຼັງຈາກທີ່ໄດ້ຮັບ “ແສງສະຫວ່າງ” ພຽງຄັ້ງດຽວ, ເພິ່ນກໍສາມາດອຸທິດຕົນຕໍ່ພຣະເຈົ້າ ແລະ ທົນທຸກເພື່ອພຣະເຈົ້າ. ສິ່ງນີ້ແມ່ນຈຸດແຂງຂອງເພິ່ນ. ເຖິງຢ່າງໃດກໍຕາມ, ຖ້າມີຄົນທີ່ເຊື່ອວ່າ ຍ້ອນເພິ່ນມີຈຸດແຂງ ເພິ່ນຈຶ່ງເປັນຄົນທີ່ໄດ້ຮັບພອນ, ຖ້າພວກເຂົາຄິດວ່າເພິ່ນບໍ່ຈຳເປັນຕ້ອງຖືກຂ້ຽນຕີ, ຄໍາເວົ້າເຫຼົ່ານີ້ແມ່ນມາຈາກຄົນທີ່ບໍ່ມີຈິດສຳນຶກ.

ເມື່ອເວລາອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າ, ຫຼາຍຄົນເວົ້າວ່າ ພວກເຂົາເຕັມໃຈທີ່ຈະຍອມຮັບພຣະເຈົ້າ, ແຕ່ຫຼັງຈາກນັ້ນ ພວກເຂົາກໍພາກັນລະເລີງຢ່າງລັບໆ ແລະ ບໍ່ຄິດໃສ່ໃຈກ່ຽວກັບສິ່ງນັ້ນເລີຍ. ພຣະທຳຂອງພຣະເຈົ້າຖືກກ່າວຄັ້ງແລ້ວຄັ້ງເລົ່າ, ເປີດເຜີຍແຕ່ລະຊັ້ນ ແລະ ມີພຽງແຕ່ເມື່ອຊັ້ນຕໍ່າສຸດຂອງຜູ້ຄົນຖືກເປີດໂປງ ພວກເຂົາຈຶ່ງຈະ “ພົບສັນຕິສຸກ” ແລະ ຄວາມຈອງຫອງ ແລະ ຄວາມດື້ດ້ານຂອງພວກເຂົາກໍຈະມີໜ້ອຍລົງ, ການອວດດີຢ່າງເຫຼືອທົນກໍຈະໜ້ອຍລົງ. ຍ້ອນສະພາວະຂອງພວກເຈົ້າເປັນດັ່ງທີ່ເປັນໃນປັດຈຸບັນ, ພວກເຈົ້າຈຶ່ງຍັງຕ້ອງຖືກຕີ ແລະ ເປີດໂປງຢ່າງໄຮ້ປານີ ແລະ ຖືກພິພາກສາຢ່າງລະອຽດ, ເພື່ອວ່າພວກເຈົ້າຈະບໍ່ມີໂອກາດໄດ້ຫາຍໃຈ. ສຳລັບພວກເຈົ້າແລ້ວ, ມັນດີກວ່າທີ່ຈະບໍ່ໃຫ້ການຂ້ຽນຕີນ ແລະ ການພິພາກສາຢ່າງຮຸນແຮງຈາກພວກເຈົ້າໄປ ແລະ ບໍ່ໃຫ້ການປະນາມ ແລະ ຄຳສາບແຊ່ງອອກຫ່າງຈາກພວກເຈົ້າ, ເຮັດໃຫ້ພວກເຈົ້າເຫັນວ່າມືແຫ່ງກົດບັນຍັດໃນການບໍລິຫານຂອງພຣະເຈົ້າບໍ່ເຄີຍຈາກພວກເຈົ້າໄປຈັກເທື່ອ. ຄືກັບໃນຍຸກແຫ່ງພຣະບັນຍັດ, ເມື່ອອາໂຣນເຫັນວ່າພຣະເຢໂຮວາບໍ່ເຄີຍຈາກເພິ່ນໄປ (ສິ່ງທີ່ເພິ່ນເຫັນແມ່ນການນໍາພາ ແລະ ການປົກປ້ອງຢ່າງສະໝໍ່າສະເໝີຂອງພຣະເຢໂຮວາ; ການນໍາພາຂອງພຣະເຈົ້າທີ່ພວກເຈົ້າເຫັນໃນປັດຈຸບັນແມ່ນການຂ້ຽນຕີ, ຄຳສາບແຊ່ງ ແລະ ການພິພາກສາ), ໃນປັດຈຸບັນ ມືແຫ່ງກົດບັນຍັດໃນການບໍລິຫານຂອງພຣະເຢໂຮວາແມ່ນບໍ່ໄດ້ຈາກພວກເຈົ້າໄປເຊັ່ນກັນ. ເຖິງຢ່າງໃດກໍຕາມ ມີສິ່ງໜຶ່ງທີ່ພວກເຈົ້າສາມາດປ່ອຍວາງໄດ້: ບໍ່ວ່າພວກເຈົ້າຈະຕໍ່ຕ້ານ, ກະບົດ ແລະ ຕັດສິນແນວໃດກໍຕາມ, ມັນກໍຈະບໍ່ມີອັນຕະລາຍໃດໆຕໍ່ເນື້ອໜັງຂອງພວກເຈົ້າ. ແຕ່ຖ້າມີຄົນປະພຶດເກີນໄປໃນອຸປະນິໄສຂອງພວກເຂົາ ແລະ ຂັດຂວາງພາລະກິດ, ສິ່ງນີ້ແມ່ນບໍ່ສາມາດຍອມຮັບໄດ້; ມັນມີຂອບເຂດ. ຢ່າລົບກວນ ຫຼື ຂັດຂວາງຊີວິດແຫ່ງຄຣິສຕະຈັກ ແລະ ຢ່າລົບກວນພາລະກິດຂອງພຣະວິນຍານບໍລິສຸດ. ສຳລັບຄົນອື່ນ, ເຈົ້າສາມາດເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ. ຖ້າເຈົ້າເວົ້າວ່າເຈົ້າບໍ່ຕ້ອງການສະແຫວງຫາຊີວິດ ແລະ ປາຖະໜາທີ່ຈະກັບຄືນສູ່ທາງໂລກ, ກໍໃຫ້ຟ້າວໄປໄວໆ! ພວກເຈົ້າສາມາດເຮັດຫຍັງກໍໄດ້ຕາມທີ່ພວກເຈົ້າປາຖະໜາ ຕາບໃດທີ່ມັນບໍ່ຂັດຂວາງພາລະກິດຂອງພຣະເຈົ້າ. ແຕ່ຍັງມີອີກສິ່ງໜຶ່ງທີ່ເຈົ້າຕ້ອງຮູ້: ໃນທີ່ສຸດແລ້ວ, ຄົນບາບທີ່ດື້ດ້ານເຊັ່ນນັ້ນລ້ວນແລ້ວແຕ່ຈະຖືກກຳຈັດຖິ້ມ. ໃນປັດຈຸບັນ, ເຈົ້າອາດບໍ່ຖືກຕໍານິ, ແຕ່ສຸດທ້າຍແລ້ວ ມີພຽງຄົນສ່ວນໜຶ່ງເທົ່ານັ້ນທີ່ຈະສາມາດເປັນພະຍານ ແລະ ທີ່ເຫຼືອແມ່ນຈະຕົກຢູ່ໃນອັນຕະລາຍໝົດທຸກຄົນ. ຖ້າເຈົ້າບໍ່ປາຖະໜາທີ່ຈະຢູ່ໃນກະແສນີ້, ກໍບໍ່ເປັນຫຍັງ. ຜູ້ຄົນໃນປັດຈຸບັນແມ່ນຖືກປະຕິບັດນໍາຢ່າງອົດທົນ; ຖ້າເຈົ້າບໍ່ຢ້ານການຂ້ຽນຕີໃນມື້ອື່ນ ເຮົາກໍຈະບໍ່ຂັດຂວາງເຈົ້າ. ແຕ່ຖ້າເຈົ້າຢູ່ໃນກະແສນີ້, ເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ ແລະ ເຈົ້າຕ້ອງຖືກຂ້ຽນຕີ. ຖ້າເຈົ້າຕ້ອງການປະຕິເສດສິ່ງນັ້ນ ແລະ ກັບຄືນສູ່ທາງໂລກ, ກໍບໍ່ເປັນຫຍັງ, ບໍ່ມີໃຜຈະຢຸດເຈົ້າ! ແຕ່ຖ້າເຈົ້າປະຕິບັດພາລະກິດເພື່ອການທຳລາຍ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດໄດ້ຮັບການໃຫ້ອະໄພຢ່າງແນ່ນອນ! ສຳລັບສິ່ງທີ່ຕາຂອງເຈົ້າໄດ້ເຫັນ ແລະ ຫູຂອງເຈົ້າໄດ້ຍິນກ່ຽວກັບການຂ້ຽນຕີຂອງຜູ້ຄົນ ແລະ ການສາບແຊ່ງຄອບຄົວຂອງຜູ້ຄົນນັ້ນ, ມັນມີຂໍ້ຈຳກັດ ແລະ ຂອບເຂດສຳລັບທຸກສິ່ງນີ້. ພຣະວິນຍານບໍລິສຸດບໍ່ປະຕິບັດຕໍ່ສິ່ງຕ່າງໆຢ່າງຖືເບົາ. ອີງຕາມຄວາມບາບທີ່ພວກເຈົ້າໄດ້ກະທຳ, ຖ້າພວກເຈົ້າຕ້ອງຖືກປະຕິບັດນໍາ ແລະ ຖືກດຳເນີນການຢ່າງຈິງຈັງອີງຕາມຄວາມບໍ່ຊອບທຳຂອງພວກເຈົ້າເອງ, ຜູ້ໃດໃນບັນດາພວກເຈົ້າທີ່ຈະສາມາດຢູ່ລອດໄດ້? ພວກເຈົ້າທຸກຄົນຈະພົບກັບໄພພິບັດ ແລະ ບໍ່ມີພວກເຈົ້າຄົນໃດທີ່ຈະມີຜົນຕາມມາທີ່ດີໄດ້. ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຫຼາຍຄົນແມ່ນກຳລັງຖືກປະຕິບັດນໍາດ້ວຍຄວາມອົດທົນ. ເຖິງແມ່ນວ່າ ພວກເຈົ້າຈະຕັດສິນ, ກະບົດ ແລະ ຕໍ່ຕ້ານ, ແຕ່ຕາບໃດທີ່ພວກເຈົ້າບໍ່ລົບກວນ, ແລ້ວເຮົາກໍຈະພົບກັບພວກເຈົ້າດ້ວຍຮອຍຍິ້ມ. ຖ້າພວກເຈົ້າກຳລັງສະແຫວງຫາຊີວິດຢ່າງແທ້ຈິງ, ແລ້ວພວກເຈົ້າກໍຕ້ອງຍອມທົນທຸກກັບການຂ້ຽນຕີນີ້ເລັກນ້ອຍ ແລະ ພວກເຈົ້າຕ້ອງອົດທົນຕໍ່ຄວາມເຈັບປວດໃນການປະຖິ້ມສິ່ງທີ່ພວກເຈົ້າມັກເພື່ອໄປຢູ່ເທິງໂຕະຜ່າຕັດ; ເຈົ້າຕ້ອງອົດທົນຕໍ່ຄວາມເຈັບປວດ, ດັ່ງທີ່ເປໂຕຍອມຮັບເອົາການທົດລອງ ແລະ ການທົນທຸກ. ໃນປັດຈຸບັນ ພວກເຈົ້າຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາ. ໃນອະນາຄົດ ພວກເຈົ້າຕ້ອງໄປຢູ່ຕໍ່ໜ້າ “ເຄື່ອງປະຫານຊີວິດ” ເຊິ່ງຈະເປັນເວລາທີ່ພວກເຈົ້າ “ສະຫຼະ” ຕົນເອງ.

ໃນລະຫວ່າງຂັ້ນຕອນສຸດທ້າຍນີ້ຂອງພາລະກິດໃນຍຸກສຸດທ້າຍ, ບາງເທື່ອ ເຈົ້າເຊື່ອວ່າພຣະເຈົ້າຈະບໍ່ທຳລາຍລ້າງເນື້ອໜັງຂອງເຈົ້າ ແລະ ສາມາດເວົ້າໄດ້ວ່າ ເຈົ້າອາດບໍ່ທົນທຸກຕໍ່ຄວາມເຈັບປ່ວຍໃດໆ ເຖິງແມ່ນເຈົ້າຕໍ່ຕ້ານພຣະອົງ ແລະ ຕັດສິນພຣະອົງ, ແຕ່ເມື່ອພຣະທຳທີ່ເຄັ່ງຄັດຂອງພຣະເຈົ້າມາເຖິງເຈົ້າ, ເມື່ອຄວາມກະບົດ ແລະ ການຕໍ່ຕ້ານຂອງເຈົ້າ ແລະ ໃບໜ້າທີ່ຂີ້ຮ້າຍຂອງເຈົ້າຖືກເປີດໂປງອອກທັງໝົດ, ເຈົ້າຈະບໍ່ສາມາດລີ້ໄດ້. ເຈົ້າຈະພົບວ່າຕົນເອງຕື່ນຕົກໃຈ ແລະ ເຮັດຫຍັງບໍ່ຖືກ. ໃນປັດຈຸບັນ, ພວກເຈົ້າຕ້ອງມີຄວາມສຳນຶກໜ້ອຍໜຶ່ງ. ຢ່າຫຼິ້ນບົດບາດຂອງຄົນຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ. ເຈົ້າຄວນຫັນຫຼັງຂອງເຈົ້າຕໍ່ບັນພະບຸລຸດທີ່ເກົ່າແກ່ຂອງເຈົ້າ; ນີ້ແມ່ນວຸດທິພາວະທີ່ເຈົ້າຄວນມີ ແລະ ນີ້ແມ່ນຄວາມເປັນມະນຸດທີ່ເຈົ້າຄວນມີ. ເຈົ້າບໍ່ສາມາດປ່ອຍວາງຄວາມຄາດຫວັງໃນອະນາຄົດຂອງເຈົ້າເອງ ຫຼື ຄວາມສຸກໃນປັດຈຸບັນຢູ່ສະເໝີ. ພຣະເຈົ້າກ່າວວ່າ: “ຕາບໃດທີ່ພວກເຈົ້າເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອຕິດຕາມເຮົາ ແລະ ສະແຫວງຫາຄວາມຈິງ, ເຮົາຈະເຮັດໃຫ້ພວກເຈົ້າສົມບູນຢ່າງແນ່ນອນ. ຫຼັງຈາກທີ່ພວກເຈົ້າຖືກເຮັດໃຫ້ສົມບູນ, ພວກເຈົ້າຈະມີຈຸດໝາຍປາຍທາງທີ່ສວຍງາມ, ພວກເຈົ້າຈະຖືກນໍາພາໄປສູ່ອານາຈັກຂອງເຮົາເພື່ອໄດ້ຮັບພອນກັບເຮົາ”. ຈຸດໝາຍປາຍທາງທີ່ສວຍງາມໄດ້ຖືກກໍານົດໄວ້ໃຫ້ພວກເຈົ້າແລ້ວ, ແຕ່ເງື່ອນໄຂຂອງພວກເຈົ້າແມ່ນບໍ່ສາມາດຫຼຸດຜ່ອນລົງໄດ້. ຍັງມີອີກໜຶ່ງເງື່ອນໄຂ: ບໍ່ວ່າພວກເຈົ້າຈະຖືກເອົາຊະນະ ຫຼື ຖືກເຮັດໃຫ້ສົມບູນ, ໃນປັດຈຸບັນ ພວກເຈົ້າຕ້ອງຕົກຢູ່ໃນການຂ້ຽນຕີບາງຢ່າງ ແລະ ການທົນທຸກບາງຢ່າງ; ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ຖືກລົງວິໄນ; ພວກເຈົ້າຕ້ອງຟັງພຣະທຳຂອງເຮົາ, ຕິດຕາມຫົນທາງຂອງເຮົາ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ນີ້ແມ່ນສິ່ງທີ່ພວກເຈົ້າຜູ້ທີ່ເປັນມະນຸດຄວນເຮັດ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ເຈົ້າຕ້ອງຟັງທາງນີ້ຢ່າງຊັດເຈນ. ຖ້າເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງ, ແລ້ວເຈົ້າກໍຈະສາມາດສືບຕໍ່ຕິດຕາມໄດ້. ຖ້າເຈົ້າເຊື່ອວ່າ ມັນບໍ່ມີໂອກາດ ຫຼື ຄວາມຫວັງຫຍັງໃນນີ້, ແລ້ວເຈົ້າກໍສາມາດໄປໄດ້. ພຣະທຳເຫຼົ່ານີ້ຖືກກ່າວຕໍ່ເຈົ້າຢ່າງຊັດເຈນ, ແຕ່ຖ້າເຈົ້າປາຖະໜາທີ່ຈະໄປແທ້ຈິງ, ນີ້ກໍສະແດງໃຫ້ເຫັນວ່າ ເຈົ້າບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວ; ການກະທຳຂອງເຈົ້າແບບນີ້ແມ່ນພຽງພໍທີ່ຈະພິສູດວ່າເຈົ້າເປັນມານຮ້າຍ. ເຖິງແມ່ນເຈົ້າເວົ້າວ່າ ເຈົ້າປະຖິ້ມທຸກຢ່າງໃຫ້ຂຶ້ນກັບການປັ້ນແຕ່ງຂອງພຣະເຈົ້າ, ອີງຕາມເນື້ອໜັງຂອງເຈົ້າ ແລະ ສິ່ງທີ່ເຈົ້າດຳລົງຊີວິດຕາມ, ເຈົ້າຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ. ເຖິງແມ່ນຊາຕານກໍຢູ່ໃນກໍາມືຂອງພຣະເຈົ້າ, ເຈົ້າເອງກໍຍັງເປັນຂອງຊາຕານຢູ່ດີ ແລະ ຍັງບໍ່ໄດ້ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງເທື່ອ, ຍ້ອນວ່າເຈົ້າຍັງດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານຢູ່. ແລ້ວເຈົ້າຕ້ອງສະແຫວງຫາດ້ວຍວິທີໃດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນ? ທາງເລືອກແມ່ນເປັນຂອງເຈົ້າ, ເຈົ້າຄວນເລືອກເສັ້ນທາງທີ່ເຈົ້າຄວນຍ່າງ. ໃນທີ່ສຸດແລ້ວ ຖ້າເຈົ້າສາມາດເວົ້າວ່າ: “ຂ້ານ້ອຍບໍ່ມີຫຍັງດີກວ່ານີ້, ຂ້ານ້ອຍຕອບແທນຄວາມຮັກຂອງພຣະເຈົ້າດ້ວຍຄວາມສຳນຶກຂອງຂ້ານ້ອຍ ແລະ ຕ້ອງມີຄວາມເປັນມະນຸດເລັກນ້ອຍ. ຂ້ານ້ອຍບໍ່ສາມາດບັນລຸຫຍັງໄດ້ຫຼາຍກວ່ານີ້ ຫຼື ຄວາມສາມາດຂອງຂ້ານ້ອຍບໍ່ໄດ້ສູງພໍ; ຂ້ານ້ອຍບໍ່ເຂົ້າໃຈນິມິດ ແລະ ຄວາມໝາຍຂອງພາລະກິດຂອງພຣະເຈົ້າ. ຂ້ານ້ອຍພຽງແຕ່ຕອບແທນຄວາມຮັກຂອງພຣະເຈົ້າ, ຂ້ານ້ອຍເຮັດທຸກສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຂ້ານ້ອຍເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້. ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງເໝາະສົມໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ”, ຖ້າເຈົ້າສາມາດເວົ້າສິ່ງເຫຼົ່ານີ້, ແລ້ວເຮົາກໍຈະຮູ້ສຶກພໍໃຈຫຼາຍ. ສິ່ງນີ້ແມ່ນຄຳພະຍານສູງສຸດທີ່ເຈົ້າສາມາດເຮັດໄດ້. ນີ້ແມ່ນມາດຕະຖານສູງສຸດທີ່ຮຽກຮ້ອງຈາກຄົນສ່ວນໜຶ່ງ: ປະຕິບັດໜ້າທີ່ໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ໃຫ້ເຮັດຫຼາຍສໍ່າທີ່ເຈົ້າສາມາດເຮັດໄດ້; ເງື່ອນໄຂທີ່ຮຽກຮ້ອງຈາກເຈົ້າກໍບໍ່ໄດ້ສູງເກີນໄປ. ຕາບໃດທີ່ເຈົ້າສາມາດເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້, ແລ້ວສິ່ງນີ້ກໍເປັນຄຳພະຍານຂອງເຈົ້າ.

ກ່ອນນີ້: ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ຕໍ່ໄປ: ການປະຕິບັດ (7)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນມະນຸດແມ່ນຜ່ານການປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ການກາຍເປັນມະນຸດແມ່ນກ່ຽວພັນກັບພາລະກິດທີ່ພຣະອົງຕັ້ງໃຈຈະເຮັດ....

ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ພາລະກິດທັງໝົດທີ່ດໍາເນີນມາຫຼາຍກ່ວາຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ...

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້