ການປະຕິບັດ (7)

ຄວາມເປັນມະນຸດຂອງພວກເຈົ້າຂາດເຂີນເກີນໄປ, ວິຖີຊີວິດຂອງພວກເຈົ້າກໍຕໍ່າຕ້ອຍ ແລະ ເສື່ອມຊາມເກີນໄປ, ພວກເຈົ້າບໍ່ມີຄວາມເປັນມະນຸດ ແລະ ພວກເຈົ້າຂາດຄວາມເຂົ້າໃຈ. ນັ້ນຄືເຫດຜົນທີ່ພວກເຈົ້າຈຳເປັນຕ້ອງປະກອບຕົນເອງດ້ວຍສິ່ງທີ່ມີຄວາມເປັນມະນຸດປົກກະຕິ. ການມີຄວາມສຳນຶກ, ເຫດຜົນ ແລະ ຄວາມເຂົ້າໃຈ; ການຮູ້ຈັກວິທີເວົ້າ ແລະ ເບິ່ງສິ່ງຕ່າງໆ; ການໃສ່ໃຈກັບຄວາມສະອາດ; ການເຮັດໜ້າທີ່ດັ່ງມະນຸດປົກກະຕິ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຸນລັກສະນະຂອງຄວາມຮູ້ກ່ຽວກັບຄວາມເປັນມະນຸດທີ່ປົກກະຕິ. ເມື່ອພວກເຈົ້າປະພຶດຢ່າງເໝາະສົມໃນສິ່ງເຫຼົ່ານີ້, ແລ້ວພວກເຈົ້າກໍຖືວ່າມີລະດັບຄວາມເປັນມະນຸດທີ່ສາມາດຍອມຮັບໄດ້. ພວກເຈົ້າຍັງຕ້ອງປະກອບຕົນເອງສຳລັບຊີວິດຝ່າຍວິນຍານ. ພວກເຈົ້າຕ້ອງຮູ້ຈັກພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ ແລະ ມີປະສົບການໃນພຣະທຳຂອງພຣະອົງ. ເຈົ້າຄວນຮູ້ຈັກວິທີເຊື່ອຟັງການຈັດແຈງຂອງພຣະອົງ ແລະ ວິທີປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນສອງລັກສະນະຂອງສິ່ງທີ່ເຈົ້າຄວນເຂົ້າສູ່ໃນປັດຈຸບັນ ນັ້ນກໍຄື ການປະກອບຕົນເອງສຳລັບຊີວິດແຫ່ງຄວາມເປັນມະນຸດ ແລະ ການປະຕິບັດສຳລັບຊີວິດຝ່າຍວິນຍານ. ທັງສອງຢ່າງແມ່ນແຍກອອກຈາກກັນບໍ່ໄດ້.

ບາງຄົນກໍໄຮ້ສາລະ: ພວກເຂົາຮູ້ຈັກພຽງແຕ່ປະດັບຕົນເອງດ້ວຍຄຸນລັກສະນະຂອງຄວາມເປັນມະນຸດ. ບໍ່ສາມາດຄົ້ນພົບຂໍ້ບົກຜ່ອງຫຍັງຈາກຮູບລັກສະນະຂອງພວກເຂົາ; ສິ່ງຕ່າງໆທີ່ພວກເຂົາເວົ້າ ແລະ ລັກສະນະການເວົ້າຂອງພວກເຂົາແມ່ນເໝາະສົມ ແລະ ການນຸ່ງເຄື່ອງຂອງພວກເຂົາກໍສະຫງ່າງາມ ແລະ ເໝາະສົມຫຼາຍ. ແຕ່ພວກເຂົາແມ່ນວ່າງເປົ່າຢູ່ພາຍໃນ; ພວກເຂົາພຽງແຕ່ເບິ່ງຄືກັບມີຄວາມເປັນມະນຸດປົກກະຕິໃນທາງຜິວເຜີນ. ມີບາງຄົນທີ່ພຽງແຕ່ໃສ່ໃຈໃນສິ່ງທີ່ຈະກິນ, ສິ່ງທີ່ຈະນຸ່ງ ແລະ ສິ່ງທີ່ຈະເວົ້າ. ເຖິງກັບມີຄົນທີ່ໃສ່ໃຈໃນສິ່ງຕ່າງໆຢ່າງພິເສດ ເຊັ່ນການກວາດພື້ນ, ການຈັດຕຽງນອນ ແລະ ຄວາມສະອາດທົ່ວໄປ. ພວກເຂົາອາດປະຕິບັດຢ່າງດີໃນທຸກສິ່ງເຫຼົ່ານີ້, ແຕ່ຖ້າເຈົ້າຕ້ອງຂໍໃຫ້ພວກເຂົາເວົ້າກ່ຽວກັບຄວາມຮູ້ຂອງພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ຫຼື ກ່ຽວກັບການຂ້ຽນຕີ ແລະ ການພິພາກສາ ຫຼື ການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາກໍອາດຈະບໍ່ສະແດງປະສົບການແມ່ນແຕ່ໜ້ອຍດຽວ. ເຈົ້າອາດຖາມພວກເຂົາວ່າ: “ເຈົ້າມີຄວາມເຂົ້າໃຈກ່ຽວກັບພາລະກິດຫຼັກຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກບໍ? ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແຕກຕ່າງຈາກພາລະກິດຂອງພຣະເຢຊູແນວໃດ? ຈາກພາລະກິດຂອງພຣະເຢໂຮວາເດ? ພຣະອົງທັງສອງເປັນພຣະເຈົ້າອົງດຽວກັນບໍ? ພຣະອົງໄດ້ມາເພື່ອນໍາຈຸດສິ້ນສຸດມາສູ່ຍຸກນີ້ ຫຼື ຊ່ວຍມະນຸດໃຫ້ລອດພົ້ນບໍ?” ແຕ່ຄົນດັ່ງກ່າວບໍ່ມີຫຍັງທີ່ຈະເວົ້າກ່ຽວກັບເລື່ອງເຫຼົ່ານີ້. ບາງຄົນປະດັບຕົນເອງຢ່າງສວຍງາມ, ແຕ່ໃນທາງຜິວເຜີນ: ເອື້ອຍນ້ອງປະດັບຕົນເອງຢ່າງສວຍງາມດັ່ງດອກໄມ້ ແລະ ອ້າຍນ້ອງກໍນຸ່ງເຄື່ອງຄືກັບເຈົ້າຊາຍ ຫຼື ຊາຍໜຸ່ມເຈົ້າຊູ້ທີ່ລໍ້າລວຍ. ພວກເຂົາພຽງແຕ່ໃສ່ໃຈໃນສິ່ງພາຍນອກ ເຊັ່ນ: ສິ່ງທີ່ພວກເຂົາກິນ ແລະ ນຸ່ງ; ຢູ່ພາຍໃນ, ພວກເຂົາຂາດແຄນ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືຄວາມໝາຍໃນສິ່ງນີ້? ແລ້ວກໍຍັງ ມີບາງຄົນທີ່ນຸ່ງຄືກັບຄົນຂໍທານທີ່ຍາກຈົນ, ພວກເຂົາເບິ່ງຄືກັບທາດຈາກອາຊີຕາເວັນອອກແທ້ໆ! ພວກເຈົ້າບໍ່ເຂົ້າໃຈບໍວ່າເຮົາຮຽກຮ້ອງຫຍັງຈາກພວກເຈົ້າກັນແທ້? ໃຫ້ສົນທະນາທ່າມກາງພວກເຈົ້າເອງເບິ່ງວ່າ: ພວກເຈົ້າໄດ້ຮັບຫຍັງກັນແທ້? ພວກເຈົ້າເຊື່ອໃນພຣະເຈົ້າຕະຫຼອດເວລາຫຼາຍປີເຫຼົ່ານີ້, ແຕ່ນີ້ຄືທຸກສິ່ງທີ່ພວກເຈົ້າໄດ້ເກັບກ່ຽວ, ພວກເຈົ້າບໍ່ອາຍບໍ? ພວກເຈົ້າບໍ່ອັບອາຍບໍ? ພວກເຈົ້າໄດ້ສະແຫວງຫາຫົນທາງທີ່ແທ້ຈິງຕະຫຼອດເວລາຫຼາຍປີເຫຼົ່ານີ້, ແຕ່ໃນປັດຈຸບັນ ວຸດທິພາວະຂອງພວກເຈົ້າກໍຍັງຕໍ່າກວ່າວຸດທິພາວະຂອງນົກຈອກ! ໃຫ້ເບິ່ງຍິງສາວທີ່ຢູ່ທ່າມກາງພວກເຈົ້າ, ສວຍງາມຄືກັບຮູບພາບທີ່ຢູ່ໃນເຄື່ອງນຸ່ງ ແລະ ເຄື່ອງສຳອາງຂອງພວກເຈົ້າ, ປຽບທຽບຕົນເອງໃສ່ອີກດ້ານໜຶ່ງ, ແລ້ວພວກເຈົ້າປຽບທຽບຫຍັງ? ຄວາມພໍໃຈຂອງພວກເຈົ້າບໍ? ຄວາມຕ້ອງການຂອງພວກເຈົ້າບໍ? ພວກເຈົ້າຄິດວ່າເຮົາໄດ້ມາເພື່ອຄັດເລືອກເອົານາງແບບບໍ? ພວກເຈົ້າຊ່າງບໍ່ມີຄວາມລະອາຍໃຈ! ຊີວິດຂອງພວກເຈົ້າຢູ່ໃສ? ສິ່ງທີ່ພວກເຈົ້າສະແຫວງຫາບໍ່ແມ່ນເປັນພຽງຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າເອງບໍ? ເຈົ້າຄິດວ່າເຈົ້າງາມຫຼາຍ, ແຕ່ເຖິງແມ່ນເຈົ້າອາດນຸ່ງເຄື່ອງໃນທຸກລັກສະນະທີ່ສວຍງາມ, ໃນຄວາມເປັນຈິງແລ້ວ ເຈົ້າບໍ່ແມ່ນເປັນພຽງໜອນດີ້ນກະດູກກະດິກທີ່ເກີດໃນກອງຂີ້ສັດບໍ? ມື້ນີ້, ເຈົ້າໂຊກດີທີ່ໄດ້ຮັບພອນຈາກສະຫວັນເຫຼົ່ານີ້ ບໍ່ແມ່ນຍ້ອນໃບໜ້າທີ່ສວຍງາມຂອງເຈົ້າ, ແຕ່ຍ້ອນພຣະເຈົ້າໄດ້ເຮັດການຍົກເວັ້ນໂດຍຍົກເຈົ້າຂຶ້ນ. ມັນຍັງບໍ່ຊັດເຈນຕໍ່ເຈົ້າບໍວ່າ ເຈົ້າມາຈາກໃສ? ເມື່ອເວົ້າເຖິງຊີວິດ, ເຈົ້າອັດປາກຂອງເຈົ້າ ແລະ ບໍ່ເວົ້າຫຍັງເລີຍ, ໂງ່ຈ້າຄືກັບຮູບປັ້ນ, ແຕ່ເຈົ້າກໍຍັງໜ້າດ້ານແຕ່ງຕົວເອງ! ເຈົ້າຍັງມັກໃຊ້ແປງ ແລະ ທາແປ້ງໃສ່ໃບໜ້າຂອງເຈົ້າ! ແລ້ວໃຫ້ເບິ່ງຊາຍເຈົ້າຊູ້ທີ່ຢູ່ທ່າມກາງພວກເຈົ້າ, ຜູ້ຊາຍດື້ດ້ານທີ່ໃຊ້ເວລາໝົດມື້ເພື່ອຍ່າງໄປມາຢ່າງບໍ່ມີລະບົບລະບຽບ ພ້ອມກັບສີໜ້າເສີຍເມີຍໃນໃບໜ້າຂອງພວກເຂົາ. ນີ້ແມ່ນວິທີທີ່ບຸກຄົນໃດໜຶ່ງຄວນປະພຶດບໍ? ແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງ ພວກເຈົ້າໄດ້ອຸທິດຄວາມໃສ່ໃຈກັບຫຍັງໝົດມື້? ພວກເຈົ້າຮູ້ບໍວ່າພວກເຈົ້າເພິ່ງພາໃຜເພື່ອລ້ຽງຕົນເອງ? ຈົ່ງເບິ່ງທີ່ການນຸ່ງຖືຂອງເຈົ້າ, ເບິ່ງສິ່ງທີ່ເຈົ້າໄດ້ເກັບກ່ຽວໃນມືຂອງເຈົ້າ, ລູບທ້ອງຂອງເຈົ້າ, ເຈົ້າໄດ້ກຳໄລຫຍັງຈາກລາຄາຂອງເລືອດ ແລະ ເຫື່ອແຮງທີ່ເຈົ້າໄດ້ຈ່າຍໃນຕະຫຼອດເວລາຫຼາຍປີແຫ່ງຄວາມເຊື່ອແບບນີ້? ເຈົ້າຍັງຄິດທີ່ຈະໄປທ່ຽວຊົມ, ເຈົ້າຍັງຄິດທີ່ຈະປະດັບປະດາເນື້ອໜັງທີ່ເໝັນເນົ່າຂອງເຈົ້າ, ນັ້ນຄືການສະແຫວງຫາທີ່ໄຮ້ຄ່າ! ເຈົ້າຖືກຮຽກຮ້ອງໃຫ້ເປັນບຸກຄົນທີ່ປົກກະຕິ, ແຕ່ບັດນີ້ ເຈົ້າບໍ່ພຽງແຕ່ຜິດປົກກະຕິ, ເຈົ້າຍັງວິປະລິດອີກດ້ວຍ. ບຸກຄົນເຊັ່ນນັ້ນຈະໜ້າດ້ານມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ດ້ວຍຄວາມເປັນມະນຸດເຊັ່ນນີ້, ເດີນຂະບວນແຫ່ສະເໜ່ຂອງເຈົ້າ ແລະ ໂອ້ອວດເນື້ອໜັງຂອງເຈົ້າ, ດຳລົງຊີວິດຢູ່ພາຍໃນຕັນຫາແຫ່ງເນື້ອໜັງຢູ່ສະເໝີ, ເຈົ້າບໍ່ແມ່ນເຊື້ອສາຍຂອງມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍບໍ? ເຮົາຈະບໍ່ຍອມໃຫ້ມານຮ້າຍທີ່ສົກກະປົກດັ່ງກ່າວຍັງຄົງມີຊີວິດຢູ່ໄດ້ດົນ! ແລ້ວຢ່າຄິດວ່າເຮົາບໍ່ຮູ້ສິ່ງທີ່ເຈົ້າຄິດຢູ່ໃນໃຈຂອງເຈົ້າ. ເຈົ້າອາດຮັກສາຕັນຫາຂອງເຈົ້າ ແລະ ເນື້ອໜັງຂອງເຈົ້າໄວ້ພາຍໃຕ້ການຄວບຄຸມຢ່າງເຄັ່ງຄັດ, ແຕ່ເຮົາຈະບໍ່ສາມາດຮູ້ຈັກເຖິງຄວາມຄິດທີ່ເຈົ້າມີຢູ່ໃນໃຈຂອງເຈົ້າໄດ້ແນວໃດ? ເຮົາຈະບໍ່ສາມາດຮູ້ຈັກທຸກສິ່ງທີ່ຕາຂອງເຈົ້າປາຖະໜາໄດ້ແນວໃດ? ພວກເຈົ້າຍິງສາວທັງຫຼາຍບໍ່ໄດ້ເຮັດໃຫ້ຕົນເອງສວຍງາມແບບນັ້ນເພື່ອເດີນຂະບວນແຫ່ເນື້ອໜັງຂອງພວກເຈົ້າບໍ? ຜູ້ຊາຍມີຜົນປະໂຫຍດຫຍັງຕໍ່ພວກເຈົ້າ? ພວກເຂົາສາມາດຊ່ວຍເຫຼືອພວກເຈົ້າຈາກທະເລແຫ່ງຄວາມເຈັບປວດແທ້ບໍ? ສຳລັບບັນດາຊາຍເຈົ້າຊູ້ທັງຫຼາຍ, ພວກເຈົ້າທຸກຄົນນຸ່ງເຄື່ອງເພື່ອເຮັດໃຫ້ຕົນເອງເບິ່ງຄືເປັນສຸພາບບຸລຸດ ແລະ ໂດດເດັ່ນ, ແຕ່ນີ້ບໍ່ແມ່ນຍຸດທະວິທີທີ່ຖືກອອກແບບມາເພື່ອນໍາຄວາມສົນໃຈມາສູ່ຮູບລັກສະນະທີ່ມີສະເໜ່ຂອງເຈົ້າບໍ? ພວກເຈົ້າເຮັດສິ່ງນີ້ເພື່ອຜູ້ໃດ? ແມ່ຍິງມີຜົນປະໂຫຍດຫຍັງຕໍ່ພວກເຈົ້າ? ພວກເຂົາບໍ່ແມ່ນແຫຼ່ງທີ່ມາຂອງຄວາມຜິດບາບຂອງພວກເຈົ້າບໍ? ພວກເຈົ້າ ທີ່ເປັນຜູ້ຊາຍ ແລະ ແມ່ຍິງເອີຍ, ເຮົາໄດ້ກ່າວພຣະທຳຫຼາຍຂໍ້ຕໍ່ພວກເຈົ້າ, ແຕ່ພວກເຈົ້າກໍພຽງແຕ່ປະຕິບັດຕາມພຣະທຳສອງສາມຂໍ້ເທົ່ານັ້ນ. ຫູຂອງພວກເຈົ້າຍາກທີ່ຈະໄດ້ຍິນ, ຕາຂອງພວກເຈົ້າເລີ່ມມົວ ແລະ ຫົວໃຈຂອງພວກເຈົ້າກໍແຂງຈົນເຖິງຈຸດທີ່ບໍ່ມີຫຍັງ ນອກຈາກຕັນຫາຢູ່ໃນຮ່າງກາຍຂອງພວກເຈົ້າ, ຈົນພວກເຈົ້າຕິດກັບດັກມັນ, ບໍ່ສາມາດຫຼົບໜີໄດ້. ຜູ້ໃດຕ້ອງການໄປໃກ້ພວກເຈົ້າທີ່ເປັນໜອນ, ພວກເຈົ້າທີ່ດີ້ນກະດູກກະດິກໃນຄວາມສົກກະປົກ ແລະ ເປື້ອນເປິ? ຢ່າລືມວ່າພວກເຈົ້າບໍ່ໄດ້ເປັນຫຍັງຫຼາຍໄປກວ່າຄົນທີ່ເຮົາຍົກມາຈາກກອງຂີ້ສັດ, ໂດຍດັ່ງເດີມແລ້ວ ພວກເຈົ້າບໍ່ມີຄວາມເປັນມະນຸດປົກກະຕິ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າກໍຄືຄວາມເປັນມະນຸດປົກກະຕິ ທີ່ພວກເຈົ້າບໍ່ມີໃນຕົ້ນເດີມ, ບໍ່ແມ່ນໃຫ້ພວກເຈົ້າເດີນຂະບວນແຫ່ຕັນຫາຂອງພວກເຈົ້າ ຫຼື ໃຫ້ອິດສະຫຼະໃນການສະແດງເນື້ອໜັງທີ່ເໝັນເນົ່າຂອງພວກເຈົ້າ ເຊິ່ງຖືກຝຶກຝົນໂດຍມານຮ້າຍເປັນເວລາຫຼາຍປີ. ເມື່ອພວກເຈົ້າແຕ່ງຕົວແບບນັ້ນ, ພວກເຈົ້າບໍ່ຢ້ານບໍວ່າ ພວກເຈົ້າຈະຕິດກັບດັກຮ້າຍແຮງຍິ່ງຂຶ້ນ? ພວກເຈົ້າບໍ່ຮູ້ບໍວ່າ ໂດຍຕົ້ນເດີມແລ້ວ ພວກເຈົ້າແມ່ນເປັນຂອງຜິດບາບ? ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເຕັມໄປດ້ວຍຕັນຫາຈົນມັນເຖິງກັບໄຫຼຊຶມອອກຈາກເຄື່ອງນຸ່ງຂອງພວກເຈົ້າ, ເປີດເຜີຍສະພາວະຂອງພວກເຈົ້າວ່າເປັນມານຮ້າຍທີ່ຂີ້ຮ້າຍ ແລະ ສົກກະປົກຢ່າງເຫຼືອທົນ? ມັນບໍ່ແມ່ນໃນກໍລະນີທີ່ພວກເຈົ້າຮູ້ຈັກສິ່ງນີ້ຢ່າງຊັດເຈນກວ່າຄົນອື່ນບໍ? ຫົວໃຈຂອງພວກເຈົ້າ, ຕາຂອງພວກເຈົ້າ, ຮີມສົບຂອງພວກເຈົ້າ, ພວກມັນທັງໝົດບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍມານຮ້າຍທີ່ສົກກະປົກບໍ? ສ່ວນເຫຼົ່ານີ້ຂອງພວກເຈົ້າບໍ່ໄດ້ສົກກະປົກບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າບໍ່ປະພຶດ, ແລ້ວເຈົ້າບໍລິສຸດທີ່ສຸດບໍ? ເຈົ້າຄິດວ່າການນຸ່ງເສື້ອຜ້າທີ່ສວຍງາມຈະສາມາດປົກປິດຈິດວິນຍານທີ່ຊົ່ວຊ້າຂອງພວກເຈົ້າບໍ? ສິ່ງນັ້ນຈະບໍ່ເກີດຜົນ! ເຮົາແນະນໍາພວກເຈົ້າໃຫ້ເປັນຈິງຫຼາຍຂຶ້ນ: ຢ່າສໍ້ໂກງ ແລະ ທຳທ່າເຮັດ ແລະ ຢ່າແຫ່ຂະບວນຕົນເອງ. ພວກເຈົ້າໂອ້ອວດຕັນຫາຂອງພວກເຈົ້າຕໍ່ກັນເອງ, ແຕ່ສິ່ງທີ່ພວກເຈົ້າຈະໄດ້ຮັບເປັນການຕອບແທນກໍຄືການທົນທຸກຕະຫຼອດໄປ ແລະ ການຂ້ຽນຕີທີ່ໄຮ້ປານີເທົ່ານັ້ນ! ພວກເຈົ້າມີຄວາມຈຳເປັນຫຍັງທີ່ຈະສົ່ງສາຍຕາໃຫ້ກັນເອງ ແລະ ໝົກມຸ້ນຢູ່ກັບຄວາມຮັກ? ນີ້ແມ່ນການວັດແທກຄວາມຊື່ສັດຂອງພວກເຈົ້າ ແລະ ຂອບເຂດຄວາມທ່ຽງທໍາຂອງພວກເຈົ້າບໍ? ເຮົາກຽດຊັງບັນດາຜູ້ຄົນໃນທ່າມກາງພວກເຈົ້າທີ່ມີສ່ວນຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ເຮົາກຽດຊັງຊາຍໜຸ່ມ ແລະ ຍິງໜຸ່ມໃນບັນດາພວກເຈົ້າທີ່ຮັກເນື້ອໜັງຂອງພວກເຂົາເອງ. ພວກເຈົ້າຄວນຈະຢັບຢັ້ງຕົນເອງ, ຍ້ອນບັດນີ້ ພວກເຈົ້າຖືກຮຽກຮ້ອງໃຫ້ມີຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ໂອ້ອວດຕັນຫາຂອງພວກເຈົ້າ, ແຕ່ພວກເຈົ້າກໍໃຊ້ທຸກໂອກາດທີ່ພວກເຈົ້າສາມາດໃຊ້ໄດ້, ຍ້ອນເນື້ອໜັງຂອງພວກເຈົ້າອຸດົມສົມບູນເກີນໄປ ແລະ ຕັນຫາຂອງພວກເຈົ້າກໍມີຫຼາຍເກີນໄປ!

ໃນທາງຜິວເຜີນ, ຊີວິດແຫ່ງຄວາມເປັນມະນຸດປົກກະຕິຂອງເຈົ້າແມ່ນຖືກຈັດແຈງຢ່າງດີຫຼາຍ, ແຕ່ເຈົ້າບໍ່ມີຫຍັງຈະເວົ້າ ເມື່ອຖືກຂໍໃຫ້ເວົ້າເຖິງຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ; ແລະ ໃນສິ່ງນີ້ ເຈົ້າແມ່ນຂາດເຂີນຫຼາຍ. ເຈົ້າຕ້ອງປະກອບຕົວເອງດ້ວຍຄວາມຈິງ! ຊີວິດແຫ່ງຄວາມເປັນມະນຸດຂອງເຈົ້າໄດ້ປ່ຽນແປງໄປໃນທາງທີ່ດີ ແລະ ດ້ວຍເຫດນັ້ນ ຊີວິດທີ່ຢູ່ພາຍໃນເຈົ້າກໍຕ້ອງປ່ຽນເຊັ່ນດຽວກັນ; ປ່ຽນແປງຄວາມຄິດຂອງເຈົ້າ, ປ່ຽນແປງມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ປ່ຽນແປງຄວາມຮູ້ ແລະ ການຄິດທີ່ຢູ່ພາຍໃນເຈົ້າ ແລະ ປ່ຽນແປງຄວາມຮູ້ກ່ຽວກັບພຣະເຈົ້າທີ່ມັນຢູ່ພາຍໃຕ້ແນວຄິດຂອງເຈົ້າ. ຜ່ານການຖືກຈັດການ, ຜ່ານການເປີດເຜີຍ ແລະ ການບໍາລຸງລ້ຽງ, ຈົ່ງປ່ຽນແປງຄວາມຮູ້ຂອງເຈົ້າກ່ຽວກັບຕົວເຈົ້າເອງ, ກ່ຽວກັບຊີວິດມະນຸດ ແລະ ກ່ຽວກັບຄວາມເຊື່ອໃນພຣະເຈົ້າ; ຈົ່ງເຮັດໃຫ້ຄວາມເຂົ້າໃຈຂອງເຈົ້າສາມາດມີຄວາມບໍລິສຸດໄດ້. ໃນລັກສະນະນີ້, ຄວາມຄິດທີ່ຢູ່ພາຍໃນມະນຸດຈຶ່ງຈະປ່ຽນແປງ, ວິທີທີ່ເຂົາເຫັນສິ່ງຕ່າງໆກໍປ່ຽນແປງ ແລະ ທ່າທີທາງຈິດໃຈຂອງເຂົາກໍປ່ຽນແປງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງຈະຖືກເອີ້ນວ່າການປ່ຽນແປງໃນຊີວິດ-ອຸປະນິໄສ. ເຈົ້າບໍ່ໄດ້ຖືກຂໍຮ້ອງໃຫ້ໃຊ້ເວລາໝົດມື້ເພື່ອອ່ານໜັງສືແຫ່ງພຣະທຳຂອງພຣະເຈົ້າ ຫຼື ຊັກເສື້ອຜ້າ ແລະ ອານາໄມ. ຢ່າງໜ້ອຍທີ່ສຸດ ຊີວິດແຫ່ງການເປັນມະນຸດທີ່ປົກກະຕິຕ້ອງມີຄວາມອົດທົນໂດຍທຳມະຊາດ. ນອກຈາກນັ້ນ, ເມື່ອຈັດການກັບບັນຫາພາຍນອກ, ເຈົ້າກໍຕ້ອງຍັງໃຊ້ຄວາມເຂົ້າໃຈ ແລະ ເຫດຜົນບາງຢ່າງ; ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄືເຈົ້າຕ້ອງປະກອບດ້ວຍຄວາມຈິງແຫ່ງຊີວິດ. ເມື່ອຈັດຕຽມຕົນເອງເພື່ອຊີວິດ, ເຈົ້າຕ້ອງໃສ່ໃຈໃນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດເວົ້າເຖິງຄວາມຮູ້ກ່ຽວກັບພຣະເຈົ້າ, ມຸມມອງຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ໂດຍສະເພາະແມ່ນຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກສຸດທ້າຍ. ຍ້ອນເຈົ້າສະແຫວງຫາຊີວິດ, ເຈົ້າຕ້ອງປະກອບຕົນເອງດ້ວຍສິ່ງຕ່າງໆເຫຼົ່ານີ້. ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງວັດແທກຄວາມເປັນຈິງໃນສະພາວະຂອງເຈົ້າເອງໃສ່ສິ່ງເຫຼົ່ານັ້ນ. ນັ້ນກໍຄື ເມື່ອເຈົ້າຄົ້ນພົບຂໍ້ບົກຜ່ອງຂອງເຈົ້າໃນຊ່ວງເວລາປະສົບການຕົວຈິງຂອງເຈົ້າ, ເຈົ້າຕ້ອງສາມາດຄົ້ນພົບເສັ້ນທາງເພື່ອປະຕິບັດ, ສາມາດຫັນຫຼັງຂອງເຈົ້າໃສ່ແຮງຈູງໃຈ ແລະ ແນວຄິດທີ່ບໍ່ຖືກຕ້ອງຂອງເຈົ້າ. ຖ້າເຈົ້າພະຍາຍາມຫາສິ່ງເຫຼົ່ານີ້ ແລະ ຖອກເທຫົວໃຈຂອງເຈົ້າເພື່ອບັນລຸພວກມັນຢູ່ສະເໝີ, ແລ້ວເຈົ້າກໍຈະມີເສັ້ນທາງໃຫ້ຕິດຕາມ, ເຈົ້າຈະບໍ່ຮູ້ສຶກວ່າງເປົ່າ ແລະ ດ້ວຍເຫດນັ້ນ ເຈົ້າຈະສາມາດຮັກສາສະພາວະທີ່ປົກກະຕິໄດ້. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເປັນຄົນທີ່ແບກພາລະໃນຊີວິດຂອງເຈົ້າເອງໃນຖານະທີ່ເປັນຜູ້ມີຄວາມເຊື່ອ. ເປັນຫຍັງບາງຄົນຈຶ່ງບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານັ້ນ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ສຳຄັນທີ່ສຸດບໍ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ຈິງຈັງກັບຊີວິດບໍ? ເຫດຜົນທີ່ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ສຳຄັນ ແລະ ບໍ່ມີເສັ້ນທາງໃຫ້ປະຕິບັດກໍຄືເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ສາມາດເຊື່ອມໂຍງສະພາວະຂອງພວກເຂົາເອງໃສ່ສິ່ງເຫຼົ່ານັ້ນໄດ້ ຫຼື ພວກເຂົາບໍ່ສາມາດຄວບຄຸມສະພາວະຂອງພວກເຂົາເອງ. ບາງຄົນເວົ້າວ່າ: “ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ເຊື່ອມໂຍງສະພາວະຂອງຂ້ານ້ອຍໃສ່ສິ່ງເຫຼົ່ານັ້ນ ແລະ ຂ້ານ້ອຍຮູ້ວ່າ ຂ້ານ້ອຍເສື່ອມຊາມ ແລະ ມີຄວາມສາມາດຕໍ່າ, ແຕ່ຂ້ານ້ອຍບໍ່ສາມາດເຮັດໃຫ້ພໍໃຈຕາມຄວາມປະສົງຂອງພຣະເຈົ້າໄດ້”. ເຈົ້າພຽງແຕ່ໄດ້ເຫັນສິ່ງທີ່ຢູ່ພາຍນອກເທົ່ານັ້ນ; ມີຫຼາຍສິ່ງທີ່ເປັນຈິງທີ່ເຈົ້າບໍ່ຮູ້: ວິທີການປ່ອຍວາງຄວາມສຸກທາງເນື້ອໜັງ, ວິທີການປ່ອຍວາງການໂອ້ອວດຕົນເອງວ່າເປັນຄົນຊອບທຳ, ວິທີການປ່ຽນແປງຕົນເອງ, ວິທີການເຂົ້າສູ່ສິ່ງເຫຼົ່ານີ້, ວິທີການປັບປຸງຄວາມສາມາດຂອງເຈົ້າ ແລະ ຈະເລີ່ມຕົ້ນຈາກດ້ານໃດ. ເຈົ້າພຽງເຂົ້າໃຈສິ່ງເລັກນ້ອຍໃນຜິວເຜີນເທົ່ານັ້ນ ແລະ ທຸກສິ່ງທີ່ເຈົ້າຮູ້ກໍຄືເຈົ້າເສື່ອມຊາມຫຼາຍແທ້ໆ. ເມື່ອເຈົ້າພົບກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍເວົ້າວ່າເຈົ້າເສື່ອມຊາມສໍ່າໃດ ແລະ ມັນເບິ່ງຄືກັບວ່າເຈົ້າຮູ້ຈັກຕົນເອງ ແລະ ແບກພາລະອັນໜັກໜ່ວງສຳລັບຊີວິດຂອງເຈົ້າ. ໃນຄວາມເປັນຈິງແລ້ວ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ປ່ຽນແປງ ເຊິ່ງພິສູດວ່າເຈົ້າບໍ່ໄດ້ຄົ້ນພົບເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າກຳລັງນໍາພາຄຣິສຕະຈັກ, ເຈົ້າຕ້ອງສາມາດເຂົ້າໃຈສະພາວະຂອງອ້າຍເອື້ອຍນ້ອງ ແລະ ຊີ້ແຈງສິ່ງເຫຼົ່ານັ້ນ. ມັນຈະເກີດຜົນບໍ ຖ້າເຈົ້າພຽງແຕ່ເວົ້າວ່າ: “ພວກເຈົ້າຄືຄົນທີ່ບໍ່ເຊື່ອຟັງ ແລະ ຫຼ້າຫຼັງ”? ບໍ່, ເຈົ້າຕ້ອງເວົ້າຢ່າງລະອຽດເຖິງວິທີການສະແດງຄວາມບໍ່ເຊື່ອຟັງ ແລະ ຄວາມຫຼັງຫຼັງຂອງພວກເຂົາ. ເຈົ້າຕ້ອງເວົ້າເຖິງສະພາວະທີ່ບໍ່ເຊື່ອຟັງຂອງພວກເຂົາ, ພຶດຕິກຳທີ່ບໍ່ເຊື່ອຟັງຂອງພວກເຂົາ ແລະ ອຸປະນິໄສແບບຊາຕານຂອງພວກເຂົາ ແລະ ເຈົ້າຕ້ອງເວົ້າເຖິງສິ່ງເຫຼົ່ານີ້ໃນລັກສະນະທີ່ເຮັດໃຫ້ພວກເຂົາເຊື່ອທີ່ສຸດໃນຄວາມຈິງທີ່ຢູ່ໃນຄຳເວົ້າຂອງເຈົ້າ. ໃຫ້ໃຊ້ຂໍ້ແທ້ຈິງ ແລະ ຕົວຢ່າງເພື່ອອ້າງເຫດຜົນຂອງເຈົ້າ ແລະ ເວົ້າຢ່າງຖືກຕ້ອງເຖິງວິທີທີ່ພວກເຂົາສາມາດເປັນອິດສະຫຼະຈາກພຶດຕິກຳທີ່ເປັນປໍລະປັກ ແລະ ຊີ້ນໍາເສັ້ນທາງສູ່ການປະຕິບັດ, ນີ້ແມ່ນວິທີທີ່ຈະເຮັດໃຫ້ຜູ້ຄົນເຊື່ອ. ມີພຽງແຕ່ຄົນທີ່ເຮັດແບບນີ້ເທົ່ານັ້ນຈຶ່ງສາມາດນໍາພາຄົນອື່ນໄດ້; ມີພຽງເມື່ອນັ້ນພວກເຂົາຈຶ່ງຈະມີຄວາມເປັນຈິງແຫ່ງຄວາມຈິງ.

ບັດນີ້ ພວກເຈົ້າໄດ້ຮັບຄວາມຈິງຫຼາຍຢ່າງຜ່ານທາງການສົນທະນາ ແລະ ເຈົ້າຕ້ອງທົບທວນສິ່ງເຫຼົ່ານັ້ນທັງໝົດ. ເຈົ້າຄວນສາມາດສະຫຼຸບໄດ້ວ່າມີຄວາມຈິງທັງໝົດເທົ່າໃດ. ຫຼັງຈາກທີ່ເຈົ້າຮູ້ ແລະ ສາມາດແຍກແຍະດ້ວຍຕົນເອງລະຫວ່າງສອງສາມລັກສະນະຂອງຄວາມເປັນມະນຸດປົກກະຕິທີ່ຄົນໆໜຶ່ງຄວນມີ, ລັກສະນະຫຼັກຂອງການປ່ຽນແປງໃນຊີວິດ ນັ້ນກໍຄື ອຸປະນິໄສຂອງຄົນໆໜຶ່ງ, ການລົງເລິກຂອງນິມິດ ແລະ ວິທີການທີ່ບໍ່ຖືກຕ້ອງຂອງການຮູ້ ແລະ ປະສົບການທີ່ຜູ້ຄົນໄດ້ນໍາໃຊ້ຕະຫຼອດຍຸກຕ່າງໆ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຜູ້ຄົນໃນສາສະໜານະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ; ໂດຍສະເພາະແລ້ວ ພວກເຂົາຖືພຣະກິດຕິຄຸນທັງສີ່ໃນພຣະສັນຍາໃໝ່ຄືກັບວ່າພວກມັນເປັນໃບໜ້າສີ່ດ້ານທີ່ແຕກຕ່າງກັນຂອງພຣະເຢຊູ ແລະ ພວກເຂົາກໍເວົ້າເຖິງພຣະເຈົ້າຕຣີເອກະນຸພາບແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ສິ່ງນີ້ແມ່ນລ້ວນແລ້ວແຕ່ເປັນຕາຫົວທີ່ສຸດ ແລະ ພວກເຈົ້າທຸກຄົນຕ້ອງເບິ່ງຜ່ານມັນໄປ; ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງມີຄວາມຮູ້ກ່ຽວກັບທາດແທ້ຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ພາລະກິດໃນຍຸກສຸດທ້າຍ. ຍັງມີວິທີການເດີມໆເຫຼົ່ານັ້ນໃນການປະຕິບັດ, ຄວາມເຊື່ອຜິດໆ ແລະ ການຫັນເຫເຫຼົ່ານີ້ທີ່ກ່ຽວພັນກັບການປະຕິບັດ, ການດຳລົງຊີວິດໃນວິນຍານ, ການເຕັມໄປດ້ວຍພຣະວິນຍານບໍລິສຸດ, ການຍອມຕໍ່ສິ່ງໃດກໍຕາມທີ່ມາເຖິງ, ການຍອມຕໍ່ສິດອຳນາດທີ່ເຈົ້າຕ້ອງຮູ້; ເຈົ້າຄວນຮູ້ວິທີທີ່ຜູ້ຄົນປະຕິບັດກ່ອນໜ້ານີ້ ແລະ ວິທີທີ່ຜູ້ຄົນຕ້ອງປະຕິບັດໃນມື້ນີ້. ແລ້ວສຳລັບວິທີທີ່ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດຄວນຮ່ວມມືກັນໃນຄຣິສຕະຈັກ; ວິທີການປະວາງການຖືວ່າຕົນເອງຊອບທຳ ແລະ ການຖ່ອມຕົນ; ວິທີທີ່ອ້າຍເອື້ອຍນ້ອງຄວນດຳລົງຊີວິດຄຽງຄູ່ກັນ; ວິທີສ້າງຄວາມສຳພັນປົກກະຕິກັບຄົນອື່ນ ແລະ ກັບພຣະເຈົ້າ; ວິທີການບັນລຸຄວາມເປັນປົກກະຕິໃນຊີວິດມະນຸດ; ສິ່ງທີ່ຜູ້ຄົນຄວນມີໃນຊີວິດຝ່າຍວິນຍານຂອງພວກເຂົາ; ວິທີທີ່ພວກເຂົາຄວນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ອັນໃດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບຄວາມຮູ້, ອັນໃດກ່ຽວພັນກັບນິມິດ ແລະ ອັນໃດຂອງພຣະທຳເຫຼົ່ານັ້ນກ່ຽວພັນກັບເສັ້ນທາງໃນການປະຕິບັດ, ສິ່ງເຫຼົ່ານີ້ໄດ້ຖືກກ່າວເຖິງທັງໝົດຢູ່ບໍ? ພຣະທຳເຫຼົ່ານີ້ເປີດເຜີຍຕໍ່ຄົນທີ່ສະແຫວງຫາຄວາມຈິງ ແລະ ບໍ່ມີຜູ້ໃດໄດ້ຮັບການປະຕິບັດທີ່ພິເສດ. ມື້ນີ້ ພວກເຈົ້າຄວນປູກຝັງຄວາມສາມາດທີ່ຈະດຳລົງຊີວິດຢ່າງເປັນອິດສະຫຼະ, ບໍ່ອາໄສຄວາມຄິດໃນການເພິ່ງພາ. ໃນອະນາຄົດ, ເມື່ອບໍ່ມີຜູ້ໃດນໍາພາພວກເຈົ້າ, ພວກເຈົ້າຈະຄິດເຖິງພຣະທຳເຫຼົ່ານີ້ຂອງເຮົາ. ໃນເວລາແຫ່ງຄວາມລໍາບາກຍາກແຄ້ນ, ເມື່ອມັນເປັນໄປບໍ່ໄດ້ທີ່ຈະມີຊີວິດແຫ່ງຄຣິສຕະຈັກ, ເມື່ອອ້າຍເອື້ອຍນ້ອງບໍ່ສາມາດພົບກັນໄດ້, ພວກເຂົາສ່ວນໃຫຍ່ກຳລັງດຳລົງຊີວິດຢູ່ຄົນດຽວ, ຢ່າງດີທີ່ສຸດກໍພຽງແຕ່ສາມາດສົນທະນາກັບຜູ້ຄົນທີ່ຢູ່ໃນທ້ອງຖິ່ນຂອງພວກເຂົາ, ມັນແມ່ນໃນເວລາເຫຼົ່ານີ້ທີ່ສະແດງເຖິງວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າບໍ່ສາມາດຍຶດໝັ້ນໄດ້ແທ້ໆ. ໃນທ່າມກາງຄວາມລຳບາກຍາກແຄ້ນ, ຫຼາຍຄົນພົບວ່າມັນຍາກທີ່ຈະຍຶດໝັ້ນ. ມີພຽງແຕ່ຄົນທີ່ຮູ້ຈັກຫົນທາງແຫ່ງຊີວິດ ແລະ ປະກອບດ້ວຍຄວາມຈິງຢ່າງພຽງພໍຈຶ່ງສາມາດສືບຕໍ່ຄືບໜ້າ ແລະ ບັນລຸຄວາມບໍລິສຸດ ແລະ ການປ່ຽນແປງເທື່ອລະໜ້ອຍ. ການຜະເຊີນກັບຄວາມລໍາບາກຍາກແຄ້ນບໍ່ແມ່ນສິ່ງງ່າຍໆ; ຖ້າເຈົ້າຄິດວ່າເຈົ້າຈະຜ່ານພວກມັນໄດ້ໃນສອງສາມມື້, ແລ້ວນີ້ກໍພິສູດວ່າຄວາມຄິດຂອງເຈົ້າມັກງ່າຍສໍ່າໃດ! ເຈົ້າຄິດວ່າ ໂດຍການເຂົ້າໃຈຄຳສັ່ງສອນຫຼາຍຢ່າງ, ເຈົ້າຈະສາມາດຍຶດໝັ້ນ, ແຕ່ນັ້ນບໍ່ໄດ້ເປັນຈິງແບບນັ້ນ! ຖ້າເຈົ້າບໍ່ຮັບຮູ້ສິ່ງຕ່າງໆທີ່ສໍາຄັນໃນພຣະທຳຂອງພຣະເຈົ້າ, ບໍ່ສາມາດເຂົ້າໃຈຄຸນລັກສະນະສຳຄັນຂອງຄວາມຈິງ ແລະ ບໍ່ມີເສັ້ນທາງໃຫ້ປະຕິບັດ, ແລ້ວເມື່ອເວລານັ້ນມາເຖິງ ແລະ ມີບາງສິ່ງເກີດຂຶ້ນກັບເຈົ້າ, ເຈົ້າຈະຕົກລົງສູ່ຄວາມສັບສົນ. ເຈົ້າຈະບໍ່ສາມາດຍຶດໝັ້ນຕໍ່ການລໍ້ລວງຂອງຊາຕານ ຫຼື ການໂຈມຕີຂອງການຫຼໍ່ຫຼອມ. ຖ້າບໍ່ມີຄວາມຈິງໃນຕົວເຈົ້າ ແລະ ເຈົ້າຂາດນິມິດ, ແລ້ວເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ສາມາດຫ້າມຕົນເອງບໍ່ໃຫ້ລົ້ມສະຫຼາຍໄດ້. ເຈົ້າຈະຍອມຖິ້ມຄວາມຫວັງທັງໝົດ ແລະ ເວົ້າວ່າ “ດີ, ຖ້າຂ້ານ້ອຍຈະຕ້ອງຕາຍຢູ່ແລ້ວ, ຂ້ານ້ອຍກໍຄວນຖືກຂ້ຽນຕີຈົນເຖິງທີ່ສຸດ! ບໍ່ວ່າມັນຈະເປັນການຂ້ຽນຕີ ຫຼື ຖືກສົ່ງລົງສູ່ທະເລສາບແຫ່ງໄຟ, ກໍໃຫ້ມັນເປັນຕາມນັ້ນ, ຂ້ານ້ອຍຈະຮັບເອົາສິ່ງຕ່າງໆດັ່ງທີ່ພວກມັນເກີດຂຶ້ນ!” ສິ່ງນີ້ເປັນຄືກັບທີ່ມັນເຄີຍເປັນໃນລະຫວ່າງເວລາຂອງຜູ້ໃຫ້ບໍລິການ: ບາງຄົນເຊື່ອວ່າພວກເຂົາເປັນຜູ້ໃຫ້ບໍລິການບໍ່ວ່າຫຍັງກໍຕາມ, ສະນັ້ນ ພວກເຂົາຈຶ່ງບໍ່ສະແຫວງຫາຊີວິດອີກຕໍ່ໄປ. ພວກເຂົາສູບຢາ ແລະ ດື່ມ, ໝົກມຸ້ນຢູ່ກັບເນື້ອໜັງຂອງພວກເຂົາ ແລະ ເຮັດສິ່ງທີ່ພວກເຂົາມັກ. ບາງຄົນພຽງແຕ່ກັບຄືນສູ່ໂລກເພື່ອເຮັດວຽກ. ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍກໍເປັນດັ່ງນັ້ນ; ຖ້າເຈົ້າບໍ່ສາມາດເອົາຊະນະມັນໄດ້, ເມື່ອເຈົ້າຍຸຍານກັບການຍຶດໝັ້ນກັບຕົນເອງແມ່ນແຕ່ໜ້ອຍດຽວ, ເຈົ້າກໍຈະປະຖິ້ມຄວາມຫວັງທັງໝົດ. ຖ້າເຈົ້າບໍ່ສາມາດເອົາຊະນະອິດທິພົນຂອງຊາຕານໄດ້, ເຈົ້າກໍຈະຖືກຈັບໄປເປັນຊະເລີຍໂດຍຊາຕານຢ່າງບໍ່ຮູ້ຕົວ ແລະ ສົ່ງໄປຍັງຄວາມພິນາດອີກຄັ້ງ. ສະນັ້ນ ມື້ນີ້ ເຈົ້າຕ້ອງປະກອບຕົນເອງດ້ວຍຄວາມຈິງ; ເຈົ້າຕ້ອງສາມາດທີ່ຈະດຳລົງຊີວິດຢູ່ຢ່າງເປັນອິດສະຫຼະ; ແລະ ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດທີ່ຈະຊອກຫາເສັ້ນທາງເພື່ອປະຕິບັດ. ຖ້າບໍ່ມີຜູ້ນໍາ ຫຼື ຜູ້ປະຕິບັດພາລະກິດໃຫ້ຫົດນໍ້າ ແລະ ລ້ຽງດູເຈົ້າ, ເຈົ້າກໍຍັງຄວນສາມາດຄົ້ນພົບເສັ້ນທາງໃຫ້ຕິດຕາມ, ຄົນພົບຂໍ້ບົກຜ່ອງຂອງເຈົ້າເອງ, ຄົ້ນພົບຄວາມຈິງທີ່ເຈົ້າຄວນປະກອບຕົນເອງ ແລະ ປະຕິບັດ. ພຣະເຈົ້າຈະສາມາດຕິດຕາມມະນຸດຢ່າງສະໝໍ່າສະເໝີຫຼັງຈາກທີ່ມາເທິງແຜ່ນດິນໂລກໄດ້ແນວໃດ? ພາຍໃນແນວຄິດຂອງພວກເຂົາ, ບາງຄົນເຊື່ອວ່າ: “ພຣະເຈົ້າເອີຍ, ຖ້າພຣະອົງບໍ່ປະຕິບັດພາລະກິດໃນພວກຂ້ານ້ອຍຈົນເຖິງຈຸດໃດໜຶ່ງ, ແລ້ວພາລະກິດຂອງພຣະອົງຈະບໍ່ສາມາດຖືວ່າສຳເລັດໄດ້, ຍ້ອນຊາຕານກຳລັງກ່າວໂທດພຣະອົງ”. ເຮົາບອກເຈົ້າວ່າ ຫຼັງຈາກທີ່ເຮົາສຳເລັດການກ່າວພຣະທຳຂອງເຮົາ, ແລ້ວພາລະກິດຂອງເຮົາກໍຈະຖືກເຮັດໃຫ້ສຳເລັດຢ່າງສົມບູນ. ຫຼັງຈາກທີ່ເຮົາບໍ່ມີຫຍັງໃຫ້ເວົ້າອີກ, ພາລະກິດຂອງເຮົາກໍຈະສິ້ນສຸດລົງ. ການສິ້ນສຸດພາລະກິດຂອງເຮົາຈະເປັນເຄື່ອງພິສູດເຖິງຄວາມພ່າຍແພ້ຂອງຊາຕານ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ມັນຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ ໂດຍປາສະຈາກການກ່າວໂທດໃດໆຈາກຊາຕານ. ແຕ່ຖ້າຍັງບໍ່ມີການປ່ຽນແປງໃນພວກເຈົ້າໃນເວລາທີ່ພາລະກິດຂອງເຮົາສິ້ນສຸດລົງ, ແລ້ວຜູ້ຄົນແບບພວກເຈົ້າກໍເກີນຄວາມລອດພົ້ນ ແລະ ຈະຖືກກຳຈັດ. ເຮົາຈະບໍ່ປະຕິບັດພາລະກິດເພີ່ມເຕີມເກີນຄວາມຈຳເປັນ. ເຮົາຈະບໍ່ສືບຕໍ່ພາລະກິດຂອງເຮົາເທິງແຜ່ນດິນໂລກ ຈົນເຈົ້າໄດ້ຖືກເອົາຊະນະຈົນເຖິງລະດັບໃດໜຶ່ງ ແລະ ພວກເຈົ້າທຸກຄົນໄດ້ມີຄວາມຮູ້ຢ່າງຊັດເຈນກ່ຽວກັບທຸກດ້ານຂອງຄວາມຈິງ ແລະ ຄວາມສາມາດຂອງເຈົ້າໄດ້ຖືກປັບປຸງ ແລະ ເຈົ້າເປັນພະຍານທັງພາຍໃນ ແລະ ພາຍນອກ. ນັ້ນຈະເປັນໄປບໍ່ໄດ້! ມື້ນີ້ ພາລະກິດທີ່ເຮົາປະຕິບັດໃນພວກເຈົ້າແມ່ນເພື່ອນໍາພາພວກເຈົ້າໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ; ມັນແມ່ນພາລະກິດແຫ່ງການເຂົ້າສູ່ຍຸກໃໝ່ ແລະ ການນໍາພາມະນຸດຊາດສູ່ຊີວິດໃນຍຸກໃໝ່. ພາລະກິດນີ້ຖືກປະຕິບັດເທື່ອລະບາດກ້າວ ແລະ ພັດທະນາທ່າມກາງພວກເຈົ້າໂດຍກົງ: ເຮົາສັ່ງສອນພວກເຈົ້າໜ້າຕໍ່ໜ້າ; ເຮົາຈັບມືຂອງພວກເຈົ້າ; ເຮົາບອກພວກເຈົ້າທຸກສິ່ງທີ່ພວກເຈົ້າບໍ່ເຂົ້າໃຈ, ປະທານທຸກສິ່ງທີ່ພວກເຈົ້າຂາດເຂີນໃຫ້ແກ່ພວກເຈົ້າ. ມັນສາມາດເວົ້າໄດ້ວ່າ ສຳລັບພວກເຈົ້າແລ້ວ ພາລະກິດທັງໝົດນີ້ແມ່ນການສະໜອງສຳລັບຊີວິດຂອງພວກເຈົ້າ, ຍັງນໍາພາພວກເຈົ້າເຂົ້າສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິອີກດ້ວຍ; ໂດຍສະເພາະແລ້ວ ມັນແມ່ນເພື່ອສະໜອງການບໍາລຸງລ້ຽງໃຫ້ແກ່ຊີວິດຂອງຜູ້ຄົນກຸ່ມນີ້ໃນລະຫວ່າງຍຸກສຸດທ້າຍ. ສຳລັບເຮົາແລ້ວ ພາລະກິດທັງໝົດນີ້ແມ່ນເພື່ອສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່; ແຕ່ສຳລັບຊາຕານ ເຮົາໄດ້ກາຍມາເປັນເນື້ອໜັງກໍເພື່ອເອົາຊະນະມັນ. ພາລະກິດທີ່ເຮົາປະຕິບັດທ່າມກາງພວກເຈົ້າໃນຕອນນີ້ແມ່ນການບໍາລຸງລ້ຽງຂອງພວກເຈົ້າສຳລັບມື້ນີ້ ແລະ ຄວາມລອດພົ້ນກົງເວລາຂອງພວກເຈົ້າ, ແຕ່ໃນລະຫວ່າງເວລາສອງສາມປີສັ້ນໆເຫຼົ່ານີ້, ເຮົາຈະບອກພວກເຈົ້າກ່ຽວກັບຄວາມຈິງທັງໝົດ, ວິທີການແຫ່ງຊີວິດທັງໝົດ ແລະ ແມ່ນແຕ່ພາລະກິດໃນອະນາຄົດ; ສິ່ງນີ້ຈະພຽງພໍທີ່ຈະເຮັດໃຫ້ພວກເຈົ້າສາມາດຜະເຊີນກັບສິ່ງຕ່າງໆຢ່າງຖືກຕ້ອງໃນອະນາຄົດ. ພຣະທຳທຸກຂໍ້ຂອງເຮົາພຽງຢ່າງດຽວແມ່ນສິ່ງທີ່ເຮົາໄດ້ຝາກຝັງໃຫ້ແກ່ພວກເຈົ້າ. ເຮົາບໍ່ໃຫ້ການຕຳໜິຕິເຕືອນຢ່າງອື່ນອີກ; ມື້ນີ້, ພຣະທຳທັງໝົດທີ່ເຮົາກ່າວແກ່ເຈົ້າແມ່ນການທີ່ເຮົາຕໍານິຕິເຕືອນພວກເຈົ້າ, ຍ້ອນມື້ນີ້ ພວກເຈົ້າບໍ່ມີປະສົບການກ່ຽວກັບພຣະທຳຫຼາຍຂໍ້ທີ່ເຮົາໄດ້ກ່າວ ແລະ ບໍ່ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງຂອງພຣະທຳເຫຼົ່ານັ້ນ. ມື້ໜຶ່ງ ປະສົບການຂອງພວກເຈົ້າຈະອອກໝາກຜົນຄືກັບທີ່ເຮົາເວົ້າເຖິງໃນມື້ນີ້. ພຣະທຳເຫຼົ່ານີ້ແມ່ນນິມິດຂອງພວກເຈົ້າໃນມື້ນີ້ ແລະ ພວກມັນແມ່ນສິ່ງທີ່ພວກເຈົ້າຈະເພິ່ງພາໃນອະນາຄົດ; ພວກມັນຄືການບໍາລຸງລ້ຽງຊີວິດໃນປັດຈຸບັນ ແລະ ການຕຳໜິຕິເຕືອນສຳລັບອະນາຄົດ ແລະ ບໍ່ມີການຕໍານິຕິເຕືອນໃດອື່ນທີ່ດີກວ່ານີ້ອີກແລ້ວ. ນີ້ກໍຍ້ອນເວລາທີ່ເຮົາຕ້ອງປະຕິບັດພາລະກິດເທິງແຜ່ນດິນໂລກບໍ່ໄດ້ຍາວນານສໍ່າກັບເວລາທີ່ພວກເຈົ້າຕ້ອງໄດ້ຜະເຊີນກັບພຣະທຳຂອງເຮົາ; ເຮົາໃກ້ທີ່ຈະສຳເລັດພາລະກິດຂອງເຮົາ ໃນຂະນະທີ່ພວກເຈົ້າກຳລັງສະແຫວງຫາຊີວິດ ເຊິ່ງເປັນຂະບວນການທີ່ປະກອບດ້ວຍການເດີນທາງອັນຍາວນານຕະຫຼອດຊີວິດ. ມີພຽງຫຼັງຈາກທີ່ໄດ້ຜະເຊີນກັບຫຼາຍສິ່ງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮັບເອົາຫົນທາງແຫ່ງຊີວິດຢ່າງສົມບູນ; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເບິ່ງເຫັນຄວາມໝາຍແທ້ຈິງໃນພຣະທຳທີ່ເຮົາກ່າວໃນປັດຈຸບັນ. ເມື່ອພວກເຈົ້າມີພຣະທຳຂອງເຮົາໄວ້ໃນມືຂອງພວກເຈົ້າ, ເມື່ອພວກເຈົ້າແຕ່ລະຄົນໄດ້ຮັບການຝາກຝັງທັງໝົດຂອງເຮົາ, ຫຼັງຈາກທີ່ເຮົາໄດ້ຝາກຝັງພວກເຈົ້າດ້ວຍທຸກສິ່ງທີ່ເຮົາຄວນຝາກ ແລະ ເມື່ອພາລະກິດແຫ່ງພຣະທຳໄດ້ມາເຖິງຈຸດສິ້ນສຸດ, ບໍ່ວ່າຜົນສະທ້ອນຈະໄດ້ຮັບຜົນຢ່າງໃຫຍ່ຫຼວງສໍ່າໃດກໍຕາມ, ການປະຕິບັດຄວາມປະສົງຂອງພຣະເຈົ້າກໍຈະຖືກບັນລຸຜົນເຊັ່ນກັນ. ມັນບໍ່ແມ່ນດັ່ງທີ່ເຈົ້າຈິນຕະນາການ ທີ່ເຈົ້າຕ້ອງຖືກປ່ຽນແປງຈົນເຖິງລະດັບໃດໜຶ່ງ; ພຣະເຈົ້າບໍ່ປະພຶດຕາມແນວຄິດຂອງເຈົ້າ.

ຜູ້ຄົນບໍ່ບັນລຸການເຕີບໂຕໃນຊີວິດຂອງພວກເຂົາພຽງແຕ່ສອງສາມມື້. ເຖິງແມ່ນພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນແຕ່ລະມື້, ແຕ່ນີ້ກໍບໍ່ພຽງພໍ. ພວກເຂົາຕ້ອງຜະເຊີນກັບຊ່ວງເວລາແຫ່ງການເຕີບໂຕໃນຊີວິດຂອງພວກເຂົາ. ນີ້ແມ່ນຂະບວນການທີ່ຈຳເປັນ. ເມື່ອຄຳນຶງເຖິງຄວາມສາມາດຂອງຜູ້ຄົນໃນປັດຈຸບັນ, ພວກເຂົາສາມາດບັນລຸຫຍັງໄດ້ແດ່? ພຣະເຈົ້າປະຕິບັດພາລະກິດຕາມຄວາມຕ້ອງການຂອງຜູ້ຄົນ, ຮຽກຮ້ອງຢ່າງເໝາະສົມໂດຍອີງໃສ່ຄວາມສາມາດໂດຍທຳມະຊາດຂອງພວກເຂົາ. ສົມມຸດວ່າພາລະກິດນີ້ຖືກປະຕິບັດໃນທ່າມກາງກຸ່ມຄົນທີ່ມີຄວາມສາມາດຫຼາຍກວ່າ: ຄຳເວົ້າທີ່ກ່າວອອກກໍຈະສູງສົ່ງກວ່າຄຳເວົ້າທີ່ກ່າວແກ່ພວກເຈົ້າ, ນິມິດກໍຈະສູງສົ່ງກວ່າ ແລະ ຄວາມຈິງກໍຈະຍິ່ງສູງສົ່ງຫຼາຍກວ່ານີ້. ພຣະທຳບາງຂໍ້ຈະຕ້ອງຮຸນແຮງຫຼາຍຂຶ້ນ, ສາມາດສະໜອງໃຫ້ແກ່ຊີວິດຂອງມະນຸດຫຼາຍຂຶ້ນ, ສາມາດເປີດເຜີຍຄວາມລຶກລັບຫຼາຍຂຶ້ນ. ເມື່ອເວົ້າທ່າມກາງຜູ້ຄົນດັ່ງກ່າວ, ພຣະເຈົ້າຈະສະໜອງຕາມຄວາມຕ້ອງການຂອງພວກເຂົາ. ສິ່ງທີ່ຖືກຮຽກຮ້ອງຈາກພວກເຈົ້າໃນປັດຈຸບັນອາດຖືກເອີ້ນວ່າເປັນສິ່ງທີ່ເຂັ້ມງວດທີ່ສຸດ; ຖ້າພາລະກິດນີ້ຖືກປະຕິບັດໃນຜູ້ຄົນທີ່ມີຄວາມສາມາດຫຼາຍກວ່າ, ແລ້ວສິ່ງທີ່ຮຽກຮ້ອງກໍຈະມີຫຼາຍກວ່າເຊັ່ນກັນ. ພາລະກິດທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດຕາມຄວາມສາມາດໂດຍທຳມະຊາດຂອງຜູ້ຄົນ. ຂອບເຂດທີ່ຜູ້ຄົນຖືກປ່ຽນແປງ ແລະ ເອົາຊະນະໃນປັດຈຸບັນແມ່ນຂອບເຂດທີ່ໃຫຍ່ທີ່ສຸດເທົ່າທີ່ເປັນໄປໄດ້; ຢ່າໃຊ້ແນວຄິດຂອງເຈົ້າເອງເພື່ອວັດແທກວ່າຂັ້ນຕອນນີ້ຂອງພາລະກິດມີປະສິດທິພາບສໍ່າໃດ. ພວກເຈົ້າຄວນຊັດເຈນກ່ຽວກັບສິ່ງທີ່ພວກເຈົ້າມີໂດຍກໍາເນີດ ແລະ ບໍ່ຄວນຄິດສູງເກີນໄປກ່ຽວກັບຕົນເອງ. ໂດຍຕົ້ນເດີມແລ້ວ ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສະແຫວງຫາຊີວິດ, ແຕ່ເປັນຄົນຂໍທານທີ່ພະເນຈອນໃນທ້ອງຖະໜົນ. ເພື່ອໃຫ້ພຣະເຈົ້າປັ້ນແຕ່ງພວກເຈົ້າຈົນເຖິງລະດັບທີ່ເຈົ້າຈິນຕະນາການ, ໃຫ້ພວກເຈົ້າທຸກຄົນກົ້ມລົງພື້ນ, ເຊື່ອຢ່າງທີ່ສຸດ ຄືກັບວ່າເຈົ້າໄດ້ເຫັນນິມິດທີ່ຍິ່ງໃຫຍ່, ສິ່ງນັ້ນຈະເປັນໄປບໍ່ໄດ້! ມັນເປັນໄປບໍ່ໄດ້ ຍ້ອນຜູ້ໜຶ່ງທີ່ບໍ່ໄດ້ເຫັນສິ່ງອັດສະຈັນຂອງພຣະເຈົ້າກໍຈະບໍ່ສາມາດເຊື່ອຢ່າງສົມບູນໃນທຸກສິ່ງທີ່ເຮົາກ່າວ. ເຖິງແມ່ນພວກເຈົ້າຕ້ອງກວດສອບພຣະທຳຂອງເຮົາຢ່າງໃກ້ຊິດ, ພວກເຈົ້າກໍຈະຍັງບໍ່ເຊື່ອພວກມັນທັງໝົດ; ນີ້ແມ່ນທຳມະຊາດຂອງມະນຸດ. ຄົນທີ່ສະແຫວງຫາຄວາມຈິງຈະຜ່ານການປ່ຽນແປງບາງຢ່າງ, ໃນຂະນະທີ່ຄວາມເຊື່ອຂອງຄົນທີ່ບໍ່ສະແຫວງຫາຄວາມຈິງທີ່ເຄີຍປະຕິບັດຜ່ານມາຈະນ້ອຍລົງ ແລະ ອາດເຖິງກັບຫາຍໄປ. ຄວາມຫຍຸ້ງຍາກທີ່ສຸດກັບພວກເຈົ້າກໍຄື ພວກເຈົ້າບໍ່ສາມາດເຊື່ອໄດ້ຢ່າງສົມບູນໂດຍບໍ່ໄດ້ເຫັນຜົນສໍາເລັດຂອງພຣະທຳຂອງພຣະເຈົ້າ ແລະ ເຈົ້າບໍ່ຍອມຮັບໂດຍບໍ່ໄດ້ເຫັນສິ່ງອັດສະຈັນຂອງພຣະອົງ. ຫາກບໍ່ໄດ້ເຫັນສິ່ງດັ່ງກ່າວ, ຜູ້ໃດຈະສາມາດຊື່ສັດຕໍ່ພຣະເຈົ້າຢ່າງທີ່ສຸດໄດ້? ດັ່ງນັ້ນເຮົາຈຶ່ງເວົ້າວ່າ ສິ່ງທີ່ພວກເຈົ້າເຊື່ອບໍ່ແມ່ນພຣະເຈົ້າ, ແຕ່ເປັນສິ່ງອັດສະຈັນ. ບັດນີ້ ເຮົາໄດ້ກ່າວຢ່າງຊັດເຈນເຖິງຫຼາກຫຼາຍຄຸນລັກສະນະຂອງຄວາມຈິງ; ພວກມັນແຕ່ລະຢ່າງແມ່ນສົມບູນ ແລະ ມີຄວາມກ່ຽວພັນຢ່າງໃກ້ຊິດຫຼາຍລະຫວ່າງພວກມັນທັງໝົດ. ພວກເຈົ້າໄດ້ເຫັນພວກມັນ ແລະ ບັດນີ້ ພວກເຈົ້າກໍຕ້ອງນໍາພວກມັນເຂົ້າສູ່ການປະຕິບັດ. ມື້ນີ້ ເຮົາໄດ້ສະແດງເສັ້ນທາງແກ່ເຈົ້າ ແລະ ໃນອະນາຄົດ ເຈົ້າກໍຄວນນໍາມັນເຂົ້າສູ່ການປະຕິບັດດ້ວຍຕົວເຈົ້າເອງ. ພຣະທຳທີ່ເຮົາກ່າວໃນຕອນນີ້ຮຽກຮ້ອງຜູ້ຄົນ ໂດຍອີງຕາມສະຖານະການທີ່ແທ້ຈິງຂອງພວກເຂົາ ແລະ ເຮົາປະຕິບັດພາລະກິດຕາມຄວາມຕ້ອງການຂອງພວກເຂົາ ແລະ ສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ. ພຣະເຈົ້າທີ່ແທ້ຈິງໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດທີ່ເປັນຈິງ ເພື່ອປະຕິບັດພາລະກິດຕາມສະຖານະການ ແລະ ຄວາມຕ້ອງທີ່ແທ້ຈິງຂອງຜູ້ຄົນ. ພຣະອົງບໍ່ໄດ້ໄຮ້ເຫດຜົນ. ເມື່ອພຣະເຈົ້າປະຕິບັດ, ພຣະອົງບໍ່ໄດ້ບັງຄັບຜູ້ຄົນ. ຕົວຢ່າງເຊັ່ນ: ບໍ່ວ່າເຈົ້າຈະໄດ້ແຕ່ງດອງ ຫຼື ບໍ່ ກໍຄວນອີງຕາມຄວາມເປັນຈິງໃນສະຖານະການຂອງເຈົ້າ; ຄວາມຈິງໄດ້ຖືກກ່າວແກ່ເຈົ້າຢ່າງຊັດເຈນ ແລະ ເຮົາບໍ່ໄດ້ຢັບຢັ້ງເຈົ້າ. ຄອບຄົວຂອງບາງຄົນກົດຂີ່ພວກເຂົາ ເພື່ອວ່າພວກເຂົາຈະບໍ່ສາມາດເຊື່ອໃນພຣະເຈົ້າ ຈົນກວ່າພວກເຂົາໄດ້ແຕ່ງດອງ. ໃນລັກສະນະນີ້, ໃນທາງກົງກັນຂ້າມ ການແຕ່ງດອງຈຶ່ງເປັນປະໂຫຍດສຳລັບພວກເຂົາ. ສຳລັບຄົນອື່ນ, ການແຕ່ງດອງບໍ່ໄດ້ນໍາຜົນປະໂຫຍດຫຍັງມາ, ແຕ່ມັນເຮັດໃຫ້ພວກເຂົາສູນເສຍສິ່ງທີ່ພວກເຂົາເຄີຍມີຄັ້ງໜຶ່ງ. ກໍລະນີຂອງເຈົ້າເອງຕ້ອງຖືກກຳນົດໂດຍສະຖານະການຕົວຈິງຂອງເຈົ້າ ແລະ ໂດຍຄວາມຕັ້ງໃຈຂອງເຈົ້າເອງ. ເຮົາບໍ່ໄດ້ຢູ່ທີ່ນີ້ເພື່ອປະດິດກົດລະບຽບ ແລະ ຂໍ້ກຳນົດເພື່ອຮຽກຮ້ອງຈາກພວກເຈົ້າ. ຫຼາຍຄົນຮ້ອງອອກຢູ່ເລື້ອຍໆວ່າ “ພຣະເຈົ້າເປັນຈິງ; ພາລະກິດຂອງພຣະອົງແມ່ນອີງໃສ່ຄວາມເປັນຈິງ ແລະ ອີງໃສ່ຄວາມເປັນຈິງຂອງສະຖານະການຂອງພວກຂ້ານ້ອຍ”, ແຕ່ເຈົ້າຮູ້ບໍວ່າ ໃນຄວາມເປັນຈິງແລ້ວ ແມ່ນຫຍັງເຮັດໃຫ້ມັນເປັນຈິງ? ພໍກັບຄຳເວົ້າທີ່ວ່າງເປົ່າຂອງພວກເຈົ້າ! ພາລະກິດຂອງພຣະເຈົ້າເປັນຈິງ ແລະ ອີງໃສ່ຄວາມເປັນຈິງ; ມັນບໍ່ມີທິດສະດີ, ແຕ່ມັນເປັນອິດສະຫຼະທັງສິ້ນ, ທຸກສິ່ງໃນມັນແມ່ນເປີດເຜີຍ ແລະ ບໍ່ໄດ້ປິດບັງ. ແມ່ນຫຍັງຄືລາຍລະອຽດສະເພາະຂອງຫຼັກການເລັກນ້ອຍເຫຼົ່ານີ້? ເຈົ້າສາມາດເວົ້າໄດ້ບໍ່ວ່າ ພາລະກິດອັນໃດຂອງພຣະເຈົ້າທີ່ເປັນແບບນີ້? ເຈົ້າຕ້ອງເວົ້າຢ່າງລະອຽດ, ເຈົ້າຕ້ອງມີຄຳພະຍານແຫ່ງປະສົບການສອງສາມປະເພດ ແລະ ເຈົ້າຕ້ອງຊັດເຈນຫຼາຍກ່ຽວກັບລັກສະນະນີ້ຂອງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງຮູ້ຈັກມັນ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດກ່າວພຣະທຳເຫຼົ່ານີ້. ເຈົ້າສາມາດຕອບໄດ້ບໍ ຖ້າມີຜູ້ໃດຜູ້ໜຶ່ງຖາມເຈົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ປະຕິບັດພາລະກິດຫຍັງເທິງແຜ່ນດິນໂລກໃນລະຫວ່າງຍຸກສຸດທ້າຍ? ເປັນຫຍັງພວກເຈົ້າຈຶ່ງເອີ້ນພຣະອົງວ່າພຣະເຈົ້າທີ່ແທ້ຈິງ? ຄຳວ່າ ‘ແທ້ຈິງ’ ໝາຍເຖິງຫຍັງໃນທີ່ນີ້? ເຈົ້າສາມາດເວົ້າເຖິງພາລະກິດທີ່ແທ້ຈິງຂອງພຣະອົງໄດ້ບໍ, ມັນປະກອບມີຫຍັງໂດຍສະເພາະ? ພຣະເຢຊູແມ່ນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ພຣະເຈົ້າແຫ່ງປັດຈຸບັນກໍເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງເຊັ່ນກັນ, ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພຣະອົງທັງສອງ? ແລ້ວແມ່ນຫຍັງຄືຄວາມຄ້າຍຄືກັນ? ພຣະອົງແຕ່ລະອົງໄດ້ປະຕິບັດພາລະກິດຫຍັງ?” ສິ່ງນີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບການເປັນພະຍານ! ຢ່າສັບສົນກ່ຽວກັບສິ່ງເຫຼົ່ານີ້. ມີຄົນອື່ນທີ່ເວົ້າວ່າ: “ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນເປັນຈິງ. ມັນບໍ່ແມ່ນການສຳແດງເຖິງສິ່ງອັດສະຈັນ ແລະ ການອັດສະຈັນເລີຍ”. ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງສິ່ງອັດສະຈັນ ແລະ ການອັດສະຈັນແທ້ບໍ? ເຈົ້າໝັ້ນໃຈບໍ? ເຈົ້າຮູ້ບໍວ່າ ພາລະກິດຂອງເຮົາແມ່ນຫຍັງແທ້? ຜູ້ຄົນອາດເວົ້າວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງສິ່ງອັດສະຈັນ ແລະ ການອັດສະຈັນ, ແລ້ວພາລະກິດທີ່ພຣະອົງປະຕິບັດ ແລະ ພຣະທຳທີ່ພຣະອົງກ່າວບໍ່ແມ່ນລ້ວນແລ້ວແຕ່ເປັນການອັດສະຈັນບໍ? ຜູ້ຄົນອາດເວົ້າວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງສິ່ງອັດສະຈັນ ແລະ ການອັດສະຈັນ, ແຕ່ສິ່ງນີ້ກໍຂຶ້ນຢູ່ກັບວ່າ ມັນຖືກອະທິບາຍແນວໃດ ແລະ ມັນແນໃສ່ຜູ້ໃດ. ໂດຍບໍ່ໄດ້ໄປຄຣິສຕະຈັກ, ພຣະອົງໄດ້ເປີດໂປງສະພາວະຂອງຜູ້ຄົນ ແລະ ໂດຍບໍ່ໄດ້ປະຕິບັດພາລະກິດໃດອື່ນນອກຈາກການກ່າວ, ພຣະອົງກໍໄດ້ກະຕຸ້ນໃຫ້ຜູ້ຄົນກ້າວໄປຂ້າງໜ້າ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງອັດສະຈັນບໍ? ດ້ວຍພຣະທຳພຽງຢ່າງດຽວ, ພຣະອົງໄດ້ເອົາຊະນະຜູ້ຄົນ ແລະ ຜູ້ຄົນກໍຍິນດີຕິດຕາມໂດຍບໍ່ມີການຄາດຫວັງ ຫຼື ຄວາມຫວັງ, ນີ້ບໍ່ແມ່ນສິ່ງອັດສະຈັນເຊັ່ນກັນບໍ? ເມື່ອພຣະອົງກ່າວ, ພຣະທຳຂອງພຣະອົງກະຕຸ້ນໃຫ້ເກີດມີຄວາມຮູ້ສຶກບາງຢ່າງໃນຜູ້ຄົນ. ຖ້າພວກເຂົາບໍ່ຮູ້ສຶກປິຕິຍິນດີ ແລ້ວພວກເຂົາກໍຮູ້ສຶກໂສກເສົ້າ; ຖ້າພວກເຂົາບໍ່ຕົກຢູ່ໃນການຫຼໍ່ຫຼອມ ແລ້ວພວກເຂົາກໍຕົກຢູ່ໃນການຂ້ຽນຕີ. ດ້ວຍພຣະທຳທີ່ແຫຼມຄົມເລັກໆນ້ອຍໆເທົ່ານັ້ນ, ພຣະອົງກໍໄດ້ນໍາການຂ້ຽນຕີມາສູ່ຜູ້ຄົນ, ນີ້ບໍ່ແມ່ນສິ່ງທີ່ເໜືອທຳມະຊາດບໍ? ມະນຸດສາມາດເຮັດສິ່ງດັ່ງກ່າວນີ້ໄດ້ບໍ? ເຈົ້າໄດ້ອ່ານພຣະທຳຕະຫຼອດເວລາຫຼາຍປີທີ່ຜ່ານມາ, ແຕ່ເຈົ້າບໍ່ເຂົ້າໃຈຫຍັງເລີຍ, ບໍ່ໄດ້ຮັບຄວາມເຂົ້າໃຈຫຍັງເລີຍ; ເຈົ້າບໍ່ສາມາດແຍກຕົນເອງອອກຈາກສິ່ງທີ່ຫຼ້າສະໄໝ ແລະ ວິທີຄວາມເຊື່ອທີ່ດັ້ງເດີມເຫຼົ່ານັ້ນ. ເຈົ້າບໍ່ມີທາງເຂົ້າໃຈພຣະຄຳພີໄດ້. ແຕ່ພຣະອົງສາມາດເຂົ້າໃຈພຣະຄຳພີໄດ້ຢ່າງສົມບູນ, ນີ້ບໍ່ແມ່ນສິ່ງທີ່ເໜືອທຳມະຊາດບໍ? ຖ້າບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບພຣະເຈົ້າເມື່ອພຣະອົງມາເທິງແຜ່ນດິນໂລກ, ພຣະອົງຈະສາມາດເອົາຊະນະພວກເຈົ້າໄດ້ບໍ? ຫາກປາສະຈາກພາລະກິດທີ່ພິເສດ ແລະ ສັກສິດຂອງພຣະອົງ, ຜູ້ໃດທ່າມກາງພວກເຈົ້າຈະເຊື່ອ? ໃນສາຍຕາຂອງເຈົ້າ, ມັນເບິ່ງຄືກັບວ່າ ບຸກຄົນປົກກະຕິກຳລັງປະຕິບັດພາລະກິດ ແລະ ດຳລົງຊີວິດຢູ່ກັບພວກເຈົ້າ, ໃນທາງຜິວເຜີນ, ພຣະອົງປາກົດວ່າເປັນບຸກຄົນທີ່ທຳມະດາ ແລະ ປົກກະຕິ; ສິ່ງທີ່ເຈົ້າເຫັນແມ່ນລັກສະນະພາຍນອກຂອງຄວາມເປັນມະນຸດປົກກະຕິ, ແຕ່ໃນຄວາມເປັນຈິງ ນັ້ນຄືຄວາມເປັນພຣະເຈົ້າທີ່ກຳລັງປະຕິບັດພາລະກິດ. ມັນບໍ່ແມ່ນຄວາມເປັນມະນຸດປົກກະຕິ, ແຕ່ຄືຄວາມເປັນພຣະເຈົ້າ; ນັ້ນແມ່ນພຣະເຈົ້າເອງທີ່ກຳລັງປະຕິບັດພາລະກິດ, ພາລະກິດທີ່ພຣະອົງປະຕິບັດໂດຍໃຊ້ຄວາມເປັນມະນຸດທໍາມະດາ. ສະນັ້ນ, ພາລະກິດຂອງພຣະອົງຈຶ່ງທັງທຳມະດາ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະອົງປະຕິບັດບໍ່ສາມາດຖືກປະຕິບັດໂດຍມະນຸດ; ແລະ ຍ້ອນມັນບໍ່ສາມາດຖືກປະຕິບັດໂດຍມະນຸດທຳມະດາ, ມັນຈຶ່ງຖືກປະຕິບັດໂດຍສິ່ງທີ່ພິເສດ. ເຖິງແນວໃດກໍຕາມ ມັນຄືຄວາມເປັນພຣະເຈົ້າທີ່ພິເສດ, ບໍ່ແມ່ນຄວາມເປັນມະນຸດ; ຄວາມເປັນພຣະເຈົ້າແມ່ນແຕກຕ່າງຈາກຄວາມເປັນມະນຸດ. ບຸກຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດກໍຍັງມີຄວາມເປັນມະນຸດປົກກະຕິ ແລະ ທຳມະດາ, ແຕ່ພວກເຂົາບໍ່ສາມາດປະຕິບັດພາລະກິດນີ້ໄດ້. ນີ້ຄືຄວາມແຕກຕ່າງ. ເຈົ້າອາດເວົ້າວ່າ: “ພຣະເຈົ້າບໍ່ແມ່ນພຣະເຈົ້າທີ່ຢູ່ເໜືອທຳມະຊາດ; ພຣະອົງບໍ່ເຮັດຫຍັງທີ່ຢູ່ເໜືອທຳມະຊາດ. ພຣະເຈົ້າຂອງພວກຂ້ານ້ອຍກ່າວພຣະທຳທີ່ແທ້ຈິງ ແລະ ເປັນຈິງ. ພຣະອົງໄດ້ມາທີ່ຄຣິສຕະຈັກເພື່ອປະຕິບັດພາລະກິດທີ່ເປັນຈິງ ແລະ ແທ້ຈິງ. ໃນແຕ່ລະມື້, ພຣະອົງກ່າວກັບພວກຂ້ານ້ອຍຢູ່ເຊິ່ງໜ້າ ແລະ ພຣະອົງຊີ້ໃຫ້ເຫັນສະພາວະຂອງພວກຂ້ານ້ອຍຢູ່ເຊິ່ງໜ້າ, ພຣະເຈົ້າຂອງພວກຂ້ານ້ອຍເປັນຈິງ! ພຣະອົງດຳລົງຊີວິດກັບພວກຂ້ານ້ອຍ ແລະ ທຸກສິ່ງກ່ຽວກັບພຣະອົງກໍເປັນປົກກະຕິທັງສິ້ນ. ບໍ່ມີຫຍັງໃນການປາກົດຕົວຂອງພຣະອົງບົ່ງບອກວ່າພຣະອົງເປັນພຣະເຈົ້າ. ເຖິງກັບມີເວລາທີ່ພຣະອົງໃຈຮ້າຍ ແລະ ພວກຂ້ານ້ອຍກໍເຫັນເຖິງຄວາມຍິ່ງໃຫຍ່ຂອງຄວາມໂກດຮ້າຍຂອງພຣະອົງ ແລະ ບາງຄັ້ງ ພຣະອົງຍິ້ມ ແລະ ພວກຂ້ານ້ອຍສັງເກດເຫັນຄວາມຍິ້ມແຍ້ມແຈ່ມໃສ່ຂອງພຣະອົງ. ພຣະອົງເປັນພຣະເຈົ້າເອງທີ່ມີຮູບຮ່າງ ແລະ ລັກສະນະ, ຖືກສ້າງຈາກເນື້ອໜັງ ແລະ ເລືອດ, ຜູ້ທີ່ເປັນຈິງ ແລະ ແທ້ຈິງ”. ເມື່ອເຈົ້າເປັນພະຍານໃນລັກສະນະນີ້, ມັນຄືພະຍານທີ່ບໍ່ຄົບຖ້ວນ. ມັນຈະເປັນປະໂຫຍດຫຍັງໃຫ້ແກ່ຄົນອື່ນ? ຖ້າເຈົ້າບໍ່ສາມາດເປັນພະຍານເຖິງເລື່ອງລາວພາຍໃນ ແລະ ແກ່ນແທ້ແຫ່ງພາລະກິດຂອງພຣະເຈົ້າເອງ, ແລ້ວ “ຄຳພະຍານ” ຂອງເຈົ້າກໍບໍ່ສົມຄວນແກ່ການກ່າວເຖິງ!

ການເປັນພະຍານໃຫ້ແກ່ພຣະເຈົ້າຫຼັກໆແມ່ນເລື່ອງການເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ, ວິທີທີ່ພຣະເຈົ້າເອົາຊະນະຜູ້ຄົນ, ວິທີທີ່ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະອົງປ່ຽນແປງຜູ້ຄົນ; ມັນແມ່ນການເວົ້າເຖິງວິທີທີ່ພຣະອົງນໍາພາຜູ້ຄົນໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຮັດໃຫ້ພວກເຂົາຖືກເອົາຊະນະ, ຖືກເຮັດໃຫ້ສົມບູນ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງ. ການເປັນພະຍານໝາຍເຖິງການເວົ້າເຖິງພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ເຈົ້າໄດ້ຜະເຊີນ. ມີພຽງແຕ່ພາລະກິດຂອງພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະອົງ ແລະ ມີພຽງແຕ່ພາລະກິດຂອງພຣະອົງທີ່ສາມາດເປີດເຜີຍພຣະອົງສູ່ສາທາລະນະ, ໃນຄວາມເປັນພຣະອົງທັງໝົດ; ພາລະກິດຂອງພຣະອົງເປັນພະຍານໃຫ້ແກ່ພຣະອົງ. ພາລະກິດຂອງພຣະອົງ ແລະ ພຣະຄໍາຂອງພຣະອົງເປັນຕົວແທນໃຫ້ແກ່ພຣະວິນຍານໂດຍກົງ; ພາລະກິດທີ່ພຣະອົງເຮັດແມ່ນຖືກປະຕິບັດໂດຍພຣະວິນຍານ ແລະ ພຣະທຳທີ່ພຣະອົງກ່າວແມ່ນຖືກກ່າວໂດຍພຣະວິນຍານ. ສິ່ງເຫຼົ່ານີ້ພຽງແຕ່ຖືກກ່າວອອກຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງ ພວກມັນແມ່ນການສະແດງອອກຂອງພຣະວິນຍານ. ພາລະກິດທຸກຢ່າງທີ່ພຣະອົງເຮັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວເປັນຕົວແທນໃຫ້ແກ່ທາດແທ້ຂອງພຣະອົງ. ຫຼັງຈາກທີ່ພຣະອົງສວມໃສ່ເນື້ອໜັງ ແລະ ມາຢູ່ທ່າມກາງມະນຸດ, ຖ້າພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດພາລະກິດ ແລະ ຂໍໃຫ້ພວກເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ, ຄວາມເປັນປົກກະຕິຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ, ເຈົ້າຈະສາມາດຮູ້ຈັກບໍ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ແກ່ນແທ້ຂອງພຣະວິນຍານແມ່ນຫຍັງ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ຄຸນລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຫຍັງ? ມັນເປັນພຽງຍ້ອນພວກເຈົ້າໄດ້ຜະເຊີນແຕ່ລະບາດກ້າວໃນພາລະກິດຂອງພຣະອົງ, ພຣະອົງຈຶ່ງຂໍໃຫ້ພວກເຈົ້າເປັນພະຍານໃຫ້ແກ່ພຣະອົງ. ຖ້າພວກເຈົ້າປາສະຈາກປະສົບການດັ່ງກ່າວ, ແລ້ວພຣະອົງຈະບໍ່ຂໍໃຫ້ພວກເຈົ້າເປັນພະຍານ. ສະນັ້ນ ເມື່ອເຈົ້າເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ພຽງແຕ່ເປັນພະຍານເຖິງລັກສະນະພາຍນອກຂອງຄວາມເປັນມະນຸດປົກກະຕິຂອງພຣະອົງ, ແຕ່ຍັງເປັນພະຍານເຖິງພາລະກິດທີ່ພຣະອົງເຮັດ ແລະ ເສັ້ນທາງທີ່ພຣະອົງນໍາພາ; ເຈົ້າຕ້ອງເປັນພະຍານເຖິງວິທີທາງທີ່ເຈົ້າຖືກເອົາຊະນະໂດຍພຣະອົງ ແລະ ໃນດ້ານໃດທີ່ເຈົ້າຖືກເຮັດໃຫ້ສົມບູນ. ນີ້ແມ່ນປະເພດຂອງການເປັນພະຍານທີ່ເຈົ້າຄວນມີ. ບ່ອນໃດກໍຕາມທີ່ເຈົ້າໄປ, ຖ້າເຈົ້າຮ້ອງອອກມາວ່າ: “ພຣະເຈົ້າຂອງຂ້ານ້ອຍໄດ້ມາເພື່ອປະຕິບັດພາລະກິດ ແລະ ພາລະກິດຂອງພຣະອົງແມ່ນເປັນຈິງແທ້ໆ! ພຣະອົງໄດ້ຮັບເອົາພວກຂ້ານ້ອຍໂດຍບໍ່ມີການກະທຳທີ່ເໜືອທຳມະຊາດ, ໂດຍປາສະຈາກສິ່ງອັດສະຈັນ ແລະ ການອັດສະຈັນໃດໆເລີຍ!” ຄົນອື່ນຈະຖາມວ່າ: “ເຈົ້າໝາຍຄວາມວ່າແນວໃດ ເມື່ອເຈົ້າເວົ້າວ່າ ພຣະອົງບໍ່ໄດ້ປະຕິບັດສິ່ງອັດສະຈັນ ແລະ ການອັດສະຈັນ? ພຣະອົງຈະສາມາດເອົາຊະນະເຈົ້າໂດຍບໍ່ປະຕິບັດສິ່ງອັດສະຈັນ ແລະ ການອັດສະຈັນໄດ້ແນວໃດ?” ແລ້ວເຈົ້າກໍຈະເວົ້າວ່າ: “ພຣະອົງກ່າວ ແລະ ໂດຍບໍ່ໄດ້ມີການສະແດງການອັດສະຈັນ ຫຼື ສິ່ງອັດສະຈັນເລີຍ, ພຣະອົງໄດ້ເອົາຊະນະພວກຂ້ານ້ອຍ. ພາລະກິດຂອງພຣະອົງໄດ້ເອົາຊະນະພວກຂ້ານ້ອຍ”. ໃນທີ່ສຸດແລ້ວ ຖ້າເຈົ້າບໍ່ສາມາດເວົ້າຫຍັງກ່ຽວກັບແກ່ນແທ້, ຖ້າເຈົ້າບໍ່ສາມາດເວົ້າເຖິງສິ່ງທີ່ສະເພາະເຈາະຈົງ, ແລ້ວນີ້ແມ່ນຄຳພະຍານທີ່ແທ້ຈິງບໍ? ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເອົາຊະນະຜູ້ຄົນ, ມັນຄືພຣະທຳອັນສັກສິດຂອງພຣະອົງທີ່ເຮັດແບບນັ້ນ. ຄວາມເປັນມະນຸດບໍ່ສາມາດເຮັດສິ່ງນີ້ໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດບັນລຸໄດ້ ແລະ ແມ່ນແຕ່ຄົນທີ່ມີຄວາມສາມາດສູງທີ່ສຸດໃນບັນດາຄົນທີ່ປົກກະຕິກໍບໍ່ສາມາດເຮັດສິ່ງນີ້ໄດ້, ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສູງສົ່ງກວ່າສິ່ງຖືກສ້າງໃດໆ. ສິ່ງນີ້ແມ່ນພິເສດຕໍ່ຜູ້ຄົນ; ເໜືອສິ່ງໃດທັງໝົດ, ພຣະຜູ້ສ້າງແມ່ນສູງສົ່ງກວ່າສິ່ງທີ່ຖືກສ້າງ. ສິ່ງທີ່ຖືກສ້າງບໍ່ສາມາດສູງສົ່ງກວ່າພຣະຜູ້ສ້າງ; ຖ້າເຈົ້າສູງສົ່ງກວ່າພຣະອົງ, ພຣະອົງກໍຈະບໍ່ສາມາດເອົາຊະນະເຈົ້າໄດ້ ແລະ ພຣະອົງພຽງສາມາດເອົາຊະນະເຈົ້າໄດ້ ກໍຍ້ອນພຣະອົງສູງສົ່ງກວ່າເຈົ້າເທົ່ານັ້ນ. ພຣະອົງທີ່ເອົາຊະນະມະນຸດຊາດທັງປວງແມ່ນພຣະຜູ້ສ້າງ ແລະ ບໍ່ມີຜູ້ໃດນອກຈາກພຣະອົງທີ່ສາມາດປະຕິບັດພາລະກິດນີ້ໄດ້. ຄຳເວົ້າເຫຼົ່ານີ້ແມ່ນ “ຄຳພະຍານ”, ຄຳພະຍານປະເພດທີ່ເຈົ້າຄວນມີ. ເຈົ້າໄດ້ຜະເຊີນກັບການຂ້ຽນຕີ, ການພິພາກສາ, ການຫຼໍ່ຫຼອມ, ການທົດລອງ, ຄວາມລົ້ມເຫຼວ ແລະ ຄວາມລໍາບາກຍາກແຄ້ນ ເທື່ອລະບາດກ້າວ ແລະ ເຈົ້າໄດ້ຖືກເອົາຊະນະ; ເຈົ້າໄດ້ປະວາງຄວາມຄາດຫວັງຈາກເນື້ອໜັງ, ແຮງຈູງໃຈສ່ວນຕົວຂອງເຈົ້າ ແລະ ຜົນປະໂຫຍດສ່ວນຕົວທາງເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍຄື ພຣະທຳຂອງພຣະເຈົ້າໄດ້ເອົາຊະນະຫົວໃຈຂອງເຈົ້າຢ່າງສິ້ນເຊີງ. ເຖິງແມ່ນເຈົ້າບໍ່ໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້ຫຼາຍສໍ່າທີ່ພຣະອົງຮຽກຮ້ອງ, ແຕ່ເຈົ້າກໍຮູ້ທຸກສິ່ງເຫຼົ່ານີ້ ແລະ ເຈົ້າກໍເຊື່ອຢ່າງສິ້ນເຊີງໃນສິ່ງທີ່ພຣະອົງເຮັດ. ສະນັ້ນ ນີ້ຈຶ່ງອາດຖືກເອີ້ນໄດ້ວ່າຄຳພະຍານ, ຄຳພະຍານທີ່ເປັນຈິງ ແລະ ແທ້ຈິງ. ພາລະກິດທີ່ພຣະເຈົ້າໄດ້ມາປະຕິບັດ, ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແມ່ນເພື່ອເອົາຊະນະມະນຸດ, ແຕ່ພຣະອົງຍັງຕ້ອງເຮັດສຳເລັດພາລະກິດຂອງພຣະອົງ, ສິ້ນສຸດຍຸກ ແລະ ປະຕິບັດພາລະກິດແຫ່ງການສິ້ນສຸດ. ພຣະອົງກຳລັງສິ້ນສຸດຍຸກທັງໝົດ, ຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ໄຖ່ມະນຸດຊາດອອກຈາກຄວາມຜິດບາບເປັນຄັ້ງສຸດທ້າຍ; ພຣະອົງກຳລັງຮັບເອົາມະນຸດຊາດທີ່ພຣະອົງສ້າງຂຶ້ນຢ່າງສົມບູນ. ເຈົ້າຄວນເປັນພະຍານເຖິງທຸກສິ່ງນີ້. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ເຈົ້າໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ຜະເຊີນມັນຢ່າງເປັນສ່ວນຕົວ; ເມື່ອເຈົ້າໄດ້ໄປເຖິງຈຸດຈົບຢ່າງແທ້ຈິງ, ເຈົ້າກໍຕ້ອງບໍ່ເປັນຄົນທີ່ບໍ່ສາມາດປະຕິບັດໜ້າທີ່ໆຖືກມອບໝາຍໃຫ້ແກ່ເຈົ້າ. ສິ່ງນັ້ນຊ່າງເປັນຕາສົມເພດແທ້ໆ! ໃນອະນາຄົດ, ເມື່ອຂ່າວປະເສີດຖືກເຜີຍແຜ່, ເຈົ້າກໍຄວນທີ່ຈະສາມາດເວົ້າເຖິງຄວາມຮູ້ຂອງເຈົ້າເອງ, ເປັນພະຍານເຖິງທຸກສິ່ງທີ່ເຈົ້າໄດ້ຮັບໃນຫົວໃຈຂອງເຈົ້າ ແລະ ທຸ້ມເທສຸດກຳລັງ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນບັນລຸ. ແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າ? ແມ່ນຫຍັງຄືຜົນສະທ້ອນຂອງມັນ? ແລ້ວມັນຖືກປະຕິບັດໃນມະນຸດໄດ້ຫຼາຍສໍ່າໃດ? ຜູ້ຄົນຄວນເຮັດຫຍັງ? ເມື່ອພວກເຈົ້າສາມາດເວົ້າຢ່າງຊັດເຈນເຖິງພາລະກິດທັງໝົດທີ່ພຣະເຈົ້າທີ່ບັງເກີດເປັນນະມຸດໄດ້ປະຕິບັດຕັ້ງແຕ່ພຣະອົງມາເຖິງແຜ່ນດິນໂລກ, ແລ້ວຄຳພະຍານຂອງເຈົ້າກໍຈະສົມບູນ. ເມື່ອເຈົ້າສາມາດເວົ້າຢ່າງຊັດເຈນເຖິງຫ້າສິ່ງເຫຼົ່ານີ້: ຄວາມໝາຍຂອງພາລະກິດຂອງພຣະອົງ; ເນື້ອຫາຂອງພາລະກິດນັ້ນ; ແກ່ນແທ້ຂອງພາລະກິດນັ້ນ; ອຸປະນິໄສທີ່ພາລະກິດເປັນຕົວແທນໃຫ້; ແລະ ຫຼັກການຂອງພາລະກິດນັ້ນ, ແລ້ວສິ່ງນີ້ກໍຈະພິສູດວ່າ ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ເຈົ້າມີຄວາມຮູ້ຢ່າງແທ້ຈິງ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ໄດ້ສູງຂະໜາດນັ້ນ ແລະ ສາມາດບັນລຸໄດ້ໂດຍທຸກຄົນທີ່ສະແຫວງຫາຢ່າງແທ້ຈິງ. ຖ້າເຈົ້າຕັ້ງໃຈທີ່ຈະເປັນໜຶ່ງໃນພະຍານຂອງພຣະເຈົ້າ, ເຈົ້າກໍຕ້ອງເຂົ້າໃຈສິ່ງທີ່ພຣະເຈົ້າກຽດຊັງ ແລະ ສິ່ງທີ່ພຣະເຈົ້າຮັກ. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ; ຜ່ານທາງພາລະກິດນີ້, ເຈົ້າຕ້ອງມາຮູ້ຈັກອຸປະນິໄສຂອງພຣະອົງ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ໃຊ້ຄວາມຮູ້ນີ້ເພື່ອເປັນພະຍານກ່ຽວກັບພຣະອົງ ແລະ ປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າອາດເວົ້າພຽງແຕ່ວ່າ: “ພວກຂ້ານ້ອຍຮູ້ຈັກພຣະເຈົ້າ. ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງແມ່ນຮຸນແຮງຫຼາຍ. ພຣະທຳຂອງພຣະອົງເຄັ່ງຄັດຫຼາຍ; ພຣະທຳເຫຼົ່ານັ້ນຊອບທຳ ແລະ ສະຫງ່າຜ່າເຜີຍ ແລະ ພວກມັນບໍ່ສາມາດຖືກທ້າທາຍໄດ້ໂດຍມະນຸດຄົນໃດໜຶ່ງ”, ແຕ່ໃນທີ່ສຸດແລ້ວ ຄຳເວົ້າເຫຼົ່ານີ້ສະໜອງໃຫ້ແກ່ມະນຸດໄດ້ບໍ? ແມ່ນຫຍັງຄືຜົນສະທ້ອນຂອງຄໍາເວົ້າເຫຼົ່ານີ້ໃນຜູ້ຄົນ? ເຈົ້າຮູ້ຈັກຢ່າງແທ້ຈິງບໍວ່າ ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້ມີປະໂຫຍດທີ່ສຸດຕໍ່ເຈົ້າ? ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າກຳລັງເປີດໂປງຄວາມກະບົດ ແລະ ຄວາມເສື່ອມຊາມຂອງເຈົ້າ, ບໍ່ແມ່ນບໍ? ພວກມັນສາມາດຊໍາລະລ້າງ ແລະ ກຳຈັດສິ່ງທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານັ້ນທີ່ຢູ່ພາຍໃນເຈົ້າ, ບໍ່ແມ່ນບໍ? ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີ, ເຈົ້າຈະກາຍເປັນຫຍັງ? ເຈົ້າຈະຮັບຮູ້ເຖິງຂໍ້ແທ້ຈິງທີ່ຊາຕານໄດ້ເຮັດໃຫ້ເຈົ້າເສື່ອມຊາມຈົນເຖິງລະດັບທີ່ຮຸນແຮງທີ່ສຸດບໍ? ມື້ນີ້ ພວກເຈົ້າຄວນປະກອບຕົນເອງດ້ວຍສິ່ງຕ່າງໆເຫຼົ່ານີ້ ແລະ ຮູ້ຈັກພວກມັນເປັນຢ່າງດີ.

ຄວາມເຊື່ອໃນພຣະເຈົ້າໃນຍຸກປັດຈຸບັນບໍ່ແມ່ນຄວາມເຊື່ອທີ່ເຈົ້າອາດຈິນຕະນາການ ນັ້ນກໍຄື ມັນພຽງພໍທີ່ຈະອ່ານພຣະທຳຂອງພຣະເຈົ້າ, ອະທິຖານ, ຮ້ອງເພງ, ເຕັ້ນລຳ, ປະຕິບັດໜ້າທີ່ຂອງເຈົ້າ ແລະ ໃຊ້ຊີວິດຄວາມເປັນມະນຸດທີ່ປົກກະຕິ. ຄວາມເຊື່ອສາມາດງ່າຍດາຍແບບນັ້ນແທ້ບໍ? ຜົນຮັບຄືກະແຈສໍາຄັນ. ມັນບໍ່ກ່ຽວກັບວ່າມີຈັກວິທີທີ່ເຈົ້າມີເພື່ອເຮັດສິ່ງຕ່າງໆ; ກົງກັນຂ້າມ ມັນກ່ຽວກັບວ່າເຈົ້າຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້ຢ່າງແທ້ຈິງແນວໃດ. ເຈົ້າອາດສາມາດທີ່ຈະຍົກພຣະທຳຂອງພຣະເຈົ້າຂຶ້ນ ແລະ ອະທິບາຍຢ່າງລະອຽດເຖິງຄວາມຮູ້ບາງຢ່າງຂອງເຈົ້າ, ແຕ່ເມື່ອເຈົ້າປະວາງພວກມັນໄວ້ທາງຂ້າງ, ເຈົ້າກໍບໍ່ມີຫຍັງໃຫ້ເວົ້າ. ສິ່ງນີ້ສະແດງວ່າ ເຈົ້າພຽງແຕ່ສາມາດເວົ້າເຖິງຕົວອັກສອນ ແລະ ທິດສະດີ ແຕ່ຂາດຄວາມຮູ້ໃນປະສົບການ. ມື້ນີ້ ມັນຈະບໍ່ເກີດຜົນ ຖ້າເຈົ້າລົ້ມເຫຼວທີ່ຈະເຂົ້າໃຈເຖິງສິ່ງທີ່ສຳຄັນ, ນີ້ຄືສິ່ງທີ່ສຳຄັນຫຼາຍສໍາລັບການເຂົ້າສູ່ຄວາມເປັນຈິງ! ໃຫ້ເລີ່ມຕົ້ນຝຶກຕົນເອງດັ່ງນີ້: ກ່ອນອື່ນ ໃຫ້ອ່ານພຣະທຳຂອງພຣະເຈົ້າ; ໃຫ້ມາຮູ້ຈັກຄຳສັບຝ່າຍວິນຍານໃນພຣະທຳຂອງພຣະເຈົ້າເປັນຢ່າງດີ; ໃຫ້ຄົ້ນຫານິມິດຫຼັກທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ; ໃຫ້ລະບຸສ່ວນຕ່າງໆທີ່ກ່ຽວຂ້ອງກັບການປະຕິບັດ; ໃຫ້ດຶງທຸກອົງປະກອບເຫຼົ່ານີ້ມາຮ່ວມກັນ ເທື່ອບາດກ້າວ; ໃຫ້ເຂົ້າສູ່ອົງປະກອບເຫຼົ່ານີ້ພາຍໃນປະສົບການຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນສິ່ງສຳຄັນທີ່ເຈົ້າຕ້ອງເຂົ້າໃຈ. ການປະຕິບັດທີ່ສຳຄັນທີ່ສຸດໃນເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າກໍຄືສິ່ງນີ້: ເມື່ອໄດ້ອ່ານບົດໃນພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດທີ່ຈະລະບຸສ່ວນທີ່ສຳຄັນທີ່ກ່ຽວກັບນິມິດ ແລະ ເຈົ້າຍັງຕ້ອງສາມາດທີ່ຈະລະບຸສ່ວນທີ່ສຳຄັນທີ່ກ່ຽວຂ້ອງກັບການປະຕິບັດ; ໃຫ້ໃຊ້ນິມິດເປັນພື້ນຖານ ແລະ ໃຊ້ການປະຕິບັດເປັນຕົວນໍາທາງໃນຊີວິດຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຂາດທີ່ສຸດ ແລະ ເປັນຄວາມຫຍຸ້ງຍາກຢ່າງໃຫຍ່ທີ່ສຸດຂອງພວກເຈົ້າ; ໃນຫົວໃຈຂອງພວກເຈົ້າ, ຫາຍາກທີ່ພວກເຈົ້າຈະໃຫ້ຄວາມສົນໃຈແກ່ສິ່ງເຫຼົ່ານີ້. ໂດຍລວມແລ້ວ, ພວກເຈົ້າທຸກຄົນຢູ່ພາຍໃນສະພາວະທີ່ຂີ້ຄ້ານ, ບໍ່ມີແຮງຈູງໃຈ, ບໍ່ເຕັມໃຈທີ່ຈະເສຍສະຫຼະເປັນການສ່ວນຕົວ; ຫຼື ພວກເຈົ້າລໍຖ້າຢ່າງຂີ້ຄ້ານ ແລະ ບາງຄົນເຖິງກັບຕໍ່ວ່າ; ພວກເຂົາບໍ່ເຂົ້າໃຈເປົ້າໝາຍ ແລະ ຄວາມໝາຍຂອງພາລະກິດຂອງພຣະເຈົ້າ ແລະ ມັນຍາກທີ່ຈະໃຫ້ພວກເຂົາສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວກຽດຊັງຄວາມຈິງ ແລະ ຈະຖືກກຳຈັດໃນທີ່ສຸດ. ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ສາມາດຖືກເຮັດໃຫ້ສົມບູນ ແລະ ບໍ່ມີຜູ້ໃດສາມາດຢູ່ລອດໄດ້. ຖ້າຜູ້ຄົນບໍ່ມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວທີ່ຈະຕໍ່ຕ້ານອໍານາດຂອງຊາຕານ, ແລ້ວພວກເຂົາກໍສິ້ນຫວັງ!

ຕອນນີ້ ບໍ່ວ່າການສະແຫວງຫາຂອງພວກເຈົ້າຈະມີປະສິດທິພາບ ຫຼື ບໍ່ແມ່ນຖືກວັດແທກໂດຍສິ່ງທີ່ພວກເຈົ້າມີໃນປັດຈຸບັນ. ນີ້ແມ່ນສິ່ງທີ່ຖືກໃຊ້ເພື່ອກຳນົດຜົນຕາມມາຂອງພວກເຈົ້າ; ນີ້ໝາຍຄວາມວ່າ ຜົນຕາມມາຂອງພວກເຈົ້າແມ່ນຖືກເປີດເຜີຍອອກໃນການເສຍສະຫຼະທີ່ພວກເຈົ້າໄດ້ເຮັດ ແລະ ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດ. ຜົນຕາມມາຂອງພວກເຈົ້າຈະຖືກເຮັດໃຫ້ເປັນທີ່ຮູ້ຈັກຈາກການສະແຫວງຫາຂອງພວກເຈົ້າ, ຄວາມເຊື່ອຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າໄດ້ເຮັດ. ໃນບັນດາພວກເຈົ້າທັງໝົດ, ມີຫຼາຍຄົນທີ່ເກີນຄວາມລອດພົ້ນ, ຍ້ອນມື້ນີ້ເປັນມື້ທີ່ເປີດເຜີຍຜົນຕາມມາຂອງຜູ້ຄົນ ແລະ ເຮົາຈະບໍ່ສົບສົນໃນພາລະກິດຂອງເຮົາ; ເຮົາຈະບໍ່ນໍາພາຄົນທີ່ເກີນຄວາມລອດພົ້ນໄປສູ່ຍຸກຕໍ່ໄປ. ຈະມີເວລາທີ່ພາລະກິດຂອງເຮົາສຳເລັດ. ເຮົາຈະບໍ່ປະຕິບັດພາລະກິດໃນຊາກສົບທີ່ເໝັນເນົ່າ ແລະ ໄຮ້ວິນຍານທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ເລີຍ; ຕອນນີ້ແມ່ນຍຸກສຸດທ້າຍແຫ່ງຄວາມລອດພົ້ນຂອງມະນຸດ ແລະ ເຮົາຈະບໍ່ປະຕິບັດພາລະກິດທີ່ໄຮ້ປະໂຫຍດ. ຢ່າກ່າວໂທດສະຫວັນ ແລະ ແຜ່ນດິນໂລກ, ຈຸດຈົບຂອງໂລກໃກ້ເຂົ້າມາແລ້ວ. ມັນຫຼີກເວັ້ນບໍ່ໄດ້. ສິ່ງຕ່າງໆໄດ້ມາເຖິງຈຸດນີ້ ແລະ ບໍ່ມີຫຍັງທີ່ເຈົ້າໃນຖານະມະນຸດຈະສາມາດເຮັດໄດ້ເພື່ອຢຸດພວກມັນ; ເຈົ້າບໍ່ສາມາດປ່ຽນແປງສິ່ງຕ່າງໆຕາມທີ່ເຈົ້າປາຖະໜາ. ມື້ວານ, ເຈົ້າບໍ່ໄດ້ຈ່າຍລາຄາເພື່ອສະແຫວງຫາຄວາມຈິງ ແລະ ເຈົ້າບໍ່ໄດ້ຊື່ສັດ; ມື້ນີ້ ເວລາໄດ້ມາເຖິງ ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ; ແລະ ມື້ອື່ນ ເຈົ້າຈະຖືກກຳຈັດ ແລະ ຈະບໍ່ມີທາງເວັ້ນສຳລັບຄວາມລອດພົ້ນຂອງເຈົ້າ. ເຖິງແມ່ນຫົວໃຈຂອງເຮົາອ່ອນໂຍນ ແລະ ເຮົາກຳລັງເຮັດສຸດຄວາມສາມາດຂອງເຮົາເພື່ອຊ່ວຍເຈົ້າໃຫ້ລອດພົ້ນ, ຖ້າເຈົ້າບໍ່ພະຍາຍາມໃນສ່ວນຂອງເຈົ້າເອງ ຫຼື ຄິດຄຳນຶງເຖິງຕົວເຈົ້າເອງ, ສິ່ງນີ້ຈະກ່ຽວຫຍັງກັບເຮົາ? ຄົນທີ່ຄິດເຖິງພຽງແຕ່ເນື້ອໜັງຂອງພວກເຂົາ ແລະ ຄົນທີ່ມັກຄວາມສະບາຍ; ຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ; ຄົນທີ່ເຂົ້າຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ຄົນທີ່ຜິດສິນທໍາ, ໃຈແຕກ ແລະ ສົກກະປົກ; ຄົນທີ່ລັກເຄື່ອງຖວາຍແກ່ພຣະເຢໂຮວາ ແລະ ສິ່ງຂອງໆພຣະອົງ; ຄົນທີ່ຮັກການຕິດສິນບົນ; ຄົນທີ່ຝັນຢ່າງຂີ້ຄ້ານເຖິງການຂຶ້ນສູ່ສະຫວັນ; ຄົນທີ່ອວດດີ ແລະ ທະນົງຕົວ; ຄົນທີ່ພຽງແຕ່ພະຍາຍາມຫາຊື່ສຽງ ແລະ ໂຊກລາບສ່ວນຕົວ; ຄົນທີ່ເຜີຍແຜ່ຄຳເວົ້າທີ່ບໍ່ສຸພາບ; ຄົນທີ່ໝິ່ນປະໝາດພຣະເຈົ້າເອງ; ຄົນທີ່ບໍ່ເຮັດຫຍັງ ນອກຈາກຕັດສິນ ແລະ ກ່າວຮ້າຍພຣະເຈົ້າເອງ; ຄົນທີ່ກໍ່ຕັ້ງກຸ່ມພັກພວກ ແລະ ສະແຫວງຫາຄວາມເປັນເອກະລາດ; ຄົນທີ່ຍົກຍ້ອງຕົນເອງເໜືອພຣະເຈົ້າ; ຊາຍ ແລະ ຍິງໜຸ່ມ, ໄວກາງຄົນ ແລະ ໄວອາວຸໂສທີ່ໄຮ້ຄ່າ ຜູ້ເຊິ່ງຕິດກັບດັກໃນກິເລດຕັນຫາ; ຊາຍ ແລະ ຍິງທີ່ເພີດເພີນກັບຊື່ສຽງສ່ວນຕົວ ແລະ ໂຊກລາບ ແລະ ສະແຫວງຫາສະຖານະສ່ວນຕົວທ່າມກາງຄົນອື່ນໆ; ຄົນທີ່ບໍ່ສໍານຶກຜິດທີ່ຕິດກັບດັກຢູ່ໃນຄວາມຜິດບາບ, ພວກເຂົາທັງໝົດບໍ່ໄດ້ເກີນຄວາມລອດພົ້ນບໍ? ຄວາມຜິດສິນທໍາ, ຄວາມຜິດບາບ, ຢາທີ່ຊົ່ວຮ້າຍ, ເວດມົນ, ຄຳເວົ້າທີ່ຫຍາບຄາຍ ແລະ ຄຳເວົ້າບໍ່ສຸພາບລ້ວນແລ້ວແຕ່ກໍ່ການຈະລາຈົນທ່າມກາງພວກເຈົ້າ; ແລະ ຄວາມໄວ້ວາງໃຈ ແລະ ຄຳເວົ້າແຫ່ງຊີວິດແມ່ນຖືກຢຽບຢໍ່າໃນບັນດາພວກເຈົ້າ ແລະ ພາສາບໍລິສຸດໄດ້ຖືກເຮັດໃຫ້ເປິເປື້ອນໃນບັນດາພວກເຈົ້າ. ພວກເຈົ້າທີ່ເປັນຊາວຕ່າງຊາດ ທີ່ເຕັມໄປດ້ວຍຄວາມສົກກະປົກ ແລະ ຄວາມບໍ່ເຊື່ອຟັງ! ຜົນຕາມມາສຸດທ້າຍຂອງພວກເຈົ້າຈະແມ່ນຫຍັງ? ຄົນທີ່ຮັກເນື້ອໜັງ, ຜູ້ທີ່ປະຕິບັດເວດມົນຂອງເນື້ອໜັງ ແລະ ຜູ້ທີ່ຕິດກັບດັກໃນຄວາມຜິດບາບຈາກຕັນຫາຈະສາມາດໜ້າດ້ານສືບຕໍ່ດຳລົງຊີວິດໄດ້ແນວໃດ! ເຈົ້າບໍ່ຮູ້ຈັກບໍວ່າຜູ້ຄົນແບບພວກເຈົ້າແມ່ນໜອນທີ່ເກີນຄວາມລອດພົ້ນ? ເຈົ້າມີສິດຫຍັງທີ່ຈະຮຽກຮ້ອງນີ້ ແລະ ນັ້ນ? ຈົນເຖິງປັດຈຸບັນ, ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຄົນທີ່ບໍ່ຮັກຄວາມຈິງ ແລະ ພຽງແຕ່ຮັກເນື້ອໜັງ, ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ຄົນທີ່ບໍ່ຮັກຫົນທາງແຫ່ງຊີວິດ, ຄົນທີ່ບໍ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຜູ້ທີ່ວາງອຸບາຍເພື່ອເຫັນແກ່ສະຖານະຂອງພວກເຂົາເອງ, ຜູ້ທີ່ຍົກຍໍຕົນເອງ, ພວກເຂົາບໍ່ໄດ້ເປັນຄືເກົ່າບໍ ແມ່ນແຕ່ໃນປັດຈຸບັນ? ແມ່ນຫຍັງຄືຄຸນຄ່າໃນການຊ່ວຍພວກເຂົາໃຫ້ລອດພົ້ນ? ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບວ່າຄວາມອາວຸໂສຂອງເຈົ້າມີຫຼາຍສໍ່າໃດ ຫຼື ເຈົ້າໄດ້ປະຕິບັດພາລະກິດຈັກປີແລ້ວ ແລະ ແຮງໄກທີ່ມັນຈະຂຶ້ນກັບວ່າເຈົ້າໄດ້ສ້າງຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ກົງກັນຂ້າມ ມັນຂຶ້ນກັບວ່າ ການສະແຫວງຫາຂອງເຈົ້າໄດ້ເກີດຜົນ ຫຼື ບໍ່. ເຈົ້າຄວນຮູ້ຈັກວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນແມ່ນ “ຕົ້ນໄມ້” ທີ່ອອກໝາກ, ບໍ່ແມ່ນຕົ້ນໄມ້ທີ່ມີໃບຂຽວງາມ ແລະ ເຕັມໄປດ້ວຍດອກ ແຕ່ບໍ່ໄດ້ເກີດໝາກຫຍັງເລີຍ. ເຖິງແມ່ນເຈົ້າໄດ້ໃຊ້ເວລາຫຼາຍປີເພື່ອພະເນຈອນຕາມທ້ອງຖະໜົນ, ມັນສຳຄັນຫຍັງ? ຄຳພະຍານຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນມີໜ້ອຍກວ່າຄວາມຮັກຂອງເຈົ້າທີ່ມີຕໍ່ຕົນເອງ ແລະ ຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາຂອງເຈົ້າ, ບຸກຄົນປະເພດນີ້ບໍ່ແມ່ນຄົນທີ່ເສື່ອມຊາມບໍ? ພວກເຂົາຈະສາມາດເປັນຕົ້ນແບບ ແລະ ແບບຢ່າງສຳລັບຄວາມລອດພົ້ນໄດ້ແນວໃດ? ທຳມະຊາດຂອງເຈົ້າແມ່ນບໍ່ສາມາດແກ້ໄຂໄດ້, ເຈົ້າກະບົດເກີນໄປ, ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ! ຜູ້ຄົນດັ່ງກ່າວບໍ່ແມ່ນຄົນທີ່ຈະຖືກກຳຈັດບໍ? ເວລາທີ່ພາລະກິດຂອງເຮົາສຳເລັດບໍ່ແມ່ນເວລາແຫ່ງການມາເຖິງຂອງວັນສຸດທ້າຍຂອງເຈົ້າບໍ? ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຂໍ້ທ່າມກາງພວກເຈົ້າ, ມີຈັກຂໍ້ທີ່ໄດ້ເຂົ້າຫູຂອງພວກເຈົ້າແທ້ໆ? ມີຈັກຂໍ້ທີ່ພວກເຈົ້າໄດ້ເຊື່ອຟັງ? ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ນັ້ນຈະເປັນເວລາທີ່ເຈົ້າເຊົາຕໍ່ຕ້ານເຮົາ, ເວລາທີ່ເຈົ້າເຊົາຢືນຂັດຂວາງເຮົາ. ໃນເວລາທີ່ເຮົາປະຕິບັດພາລະກິດ, ພວກເຈົ້າກໍປະພຶດຕໍ່ຕ້ານເຮົາຢ່າງຕໍ່ເນື່ອງ; ພວກເຈົ້າບໍ່ເຄີຍປະຕິບັດຕາມພຣະທຳຂອງເຮົາຈັກເທື່ອ. ເຮົາປະຕິບັດພາລະກິດຂອງເຮົາ ແລະ ເຈົ້າປະຕິບັດ “ພາລະກິດ” ຂອງເຈົ້າເອງ, ສ້າງອານາຈັກນ້ອຍໆຂອງເຈົ້າເອງ. ພວກເຈົ້າບໍ່ໄດ້ເປັນຫຍັງເລີຍນອກຈາກກຸ່ມໝາໄນ ແລະ ໝາ, ເຮັດທຸກສິ່ງເພື່ອຕໍ່ຕ້ານເຮົາ! ເຈົ້າພະຍາຍາມຢູ່ສະເໝີທີ່ຈະນໍາເອົາຄົນທີ່ມອບຄວາມຮັກໃຫ້ເຈົ້າທັງໝົດເຂົ້າສູ່ອ້ອມກອດຂອງເຈົ້າ, ຄວາມເຄົາລົບນັບຖືຂອງເຈົ້າມີຢູ່ໃສ? ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ! ເຈົ້າບໍ່ມີຄວາມເຊື່ອຟັງ ຫຼື ຄວາມເຄົາລົບນັບຖື ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ ແລະ ໝິ່ນປະໝາດ! ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ຜູ້ຊາຍທີ່ຜິດສິນທຳ ແລະ ເຕັມໄປດ້ວຍຕັນຫາທາງເພດຕ້ອງການສະເໝີທີ່ຈະດຶງດູດໂສເພນີທີ່ຍົ້ວເຍົ້າມາຫາພວກເຂົາເພື່ອຄວາມສຸກຂອງພວກເຂົາເອງ. ເຮົາຈະບໍ່ຊ່ວຍມານຮ້າຍທີ່ຜິດສິນທຳທາງເພດແບບນັ້ນໃຫ້ລອດພົ້ນຢ່າງເດັດຂາດ. ເຮົາກຽດຊັງພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ຄວາມເຕັມໄປດ້ວຍຕັນຫາ ແລະ ຄວາມຍົ້ວຍວນຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈົມລົງສູ່ນະຮົກ. ພວກເຈົ້າມີຫຍັງໃຫ້ແກ້ຕົວບໍ່? ພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍແມ່ນເປັນຕາລັງກຽດ! ພວກເຈົ້າເປັນຕາຂີ້ດຽດ! ຂີ້ເຫຍື້ອແບບນີ້ຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ພວກເຂົາທີ່ຕິດກັບດັກໃນຄວາມຜິດບາບຈະຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ມື້ນີ້ ຄວາມຈິງນີ້, ຫົນທາງນີ້ ແລະ ຊີວິດນີ້ບໍ່ໄດ້ດຶງດູດໃຈພວກເຈົ້າ; ກົງກັນຂ້າມ ພວກເຈົ້າຖືກດຶງດູດຫາຄວາມຜິດບາບ; ຫາເງິນ; ຫາຖານະ, ຊື່ສຽງ ແລະ ຜົນປະໂຫຍດ; ຫາຄວາມສຸກທາງເນື້ອໜັງ; ຫາຄວາມເຈົ້າຊູ້ຂອງຜູ້ຊາຍ ແລະ ສະເໜ່ຂອງແມ່ຍິງ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກຂອງເຮົາ? ພາບລັກຂອງພວກເຈົ້າເຖິງກັບຍິ່ງໃຫຍ່ກວ່າພຣະເຈົ້າ, ສະຖານະຂອງພວກເຈົ້າເຖິງກັບສູງສົ່ງກວ່າພຣະເຈົ້າ, ດ້ານກຽດຊື່ສຽງຂອງພວກເຈົ້າໃນທ່າມກາງມະນຸດແມ່ນບໍ່ຕ້ອງເວົ້າເຖິງ, ພວກເຈົ້າໄດ້ກາຍມາເປັນຮູບປັ້ນທີ່ຜູ້ຄົນບູຊາ. ເຈົ້າບໍ່ໄດ້ກາຍມາເປັນອັກຄະເທວະດາບໍ? ເມື່ອຜົນຕາມມາຂອງຜູ້ຄົນຖືກເປີດເຜີຍ ເຊິ່ງຍັງເປັນເວລາທີ່ພາລະກິດແຫ່ງຄວາມລອດພົ້ນໃກ້ຈະເຖິງຈຸດສິ້ນສຸດຂອງມັນ, ຫຼາຍຄົນໃນບັນດາພວກເຈົ້າຈະເປັນຊາກສົບທີ່ເກີນຄວາມລອດພົ້ນ ແລະ ຕ້ອງຖືກກຳຈັດ. ໃນລະຫວ່າງພາລະກິດແຫ່ງຄວາມລອດພົ້ນ, ເຮົາກະລຸນາ ແລະ ດີຕໍ່ທຸກຄົນ. ເມື່ອພາລະກິດສິ້ນສຸດລົງ, ຜົນຕາມມາຂອງຜູ້ຄົນປະເພດທີ່ແຕກຕ່າງກັນກໍຈະຖືກເປີດເຜີຍ ແລະ ໃນເວລານັ້ນ ເຮົາຈະບໍ່ກະລຸນາ ແລະ ດີອີກຕໍ່ໄປ, ຍ້ອນຜົນຕາມມາຂອງຜູ້ຄົນຈະໄດ້ຖືກເປີດເຜີຍອອກ ແລະ ແຕ່ລະຄົນກໍຈະໄດ້ຖືກຈັດອອກຕາມປະເພດຂອງພວກເຂົາ ແລະ ຈະບໍ່ເກີດປະໂຫຍດຫຍັງໃນການປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກ ຍ້ອນຍຸກແຫ່ງຄວາມລອດພົ້ນຈະຜ່ານໄປ ແລະ ເມື່ອຜ່ານໄປແລ້ວ ມັນກໍຈະບໍ່ກັບຄືນມາ.

ກ່ອນນີ້: ການປະຕິບັດ (6)

ຕໍ່ໄປ: ການປະຕິບັດ (8)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້