ບົດທີ 44 ແລະ 45

ນັບຕັ້ງແຕ່ເວລາທີ່ພຣະເຈົ້າໄດ້ບອກມະນຸດກ່ຽວກັບ “ຄວາມຮັກສໍາລັບພຣະເຈົ້າ” ເຊິ່ງເປັນບົດຮຽນທີ່ເລິກເຊິ່ງທີ່ສຸດ ພຣະອົງໄດ້ສຸມໃສ່ການກ່າວເຖິງຫົວຂໍ້ນີ້ໃນ “ພຣະຄຳຂອງພຣະວິນຍານທັງເຈັດ” ເຮັດໃຫ້ທຸກຄົນພະຍາຍາມຮູ້ຈັກຄວາມວ່າງເປົ່າຂອງຊີວິດມະນຸດ ແລະ ດ້ວຍເຫດນັ້ນ ຈິ່ງເປັນການຂຸດເອົາຄວາມຮັກທີ່ແທ້ຈິງພາຍໃນພວກເຂົາອອກມາ. ຜູ້ທີ່ຢູ່ໃນຂັ້ນຕອນປັດຈຸບັນຮັກພຣະເຈົ້າຫຼາຍສໍ່າໃດ? ພວກເຈົ້າຮູ້ບໍ? ບໍ່ມີຂໍ້ຈໍາກັດຕໍ່ບົດຮຽນກ່ຽວກັບ “ຄວາມຮັກສໍາລັບພຣະເຈົ້າ”. ທຸກຄົນມີຄວາມເຂົ້າໃຈກ່ຽວກັບຊີວິດມະນຸດຢ່າງໃດ? ທັດສະນະຄະຕິຂອງພວກເຂົາ ທີ່ມີຕໍ່ຄວາມຮັກສໍາລັບພຣະເຈົ້າແມ່ນຫຍັງ? ພວກເຂົາເຕັມໃຈ ຫຼື ບໍ່ເຕັມໃຈ? ພວກເຂົາໄດ້ຕິດຕາມຝູງຊົນ ຫຼື ກຽດຊັງເນື້ອໜັງບໍ? ພວກເຈົ້າຄວນມີຄວາມຊັດເຈນ ແລະ ເຂົ້າໃຈທຸກສິ່ງເຫຼົ່ານີ້. ພາຍໃນຜູ້ຄົນແມ່ນບໍ່ມີຫຍັງແທ້ບໍ? “ເຮົາຕ້ອງການໃຫ້ມະນຸດຮັກເຮົາຢ່າງແທ້ຈິງ; ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຜູ້ຄົນຍັງຊັກຊ້າເສຍເວລາ ໂດຍບໍ່ສາມາດມອບຄວາມຮັກຢ່າງແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ໃນຈິນຕະນາການຂອງພວກເຂົາ, ພວກເຂົາເຊື່ອວ່າ ຖ້າພວກເຂົາມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ ພວກເຂົາຈະບໍ່ມີຫຍັງເຫຼືອເລີຍ”. ໃນພຣະທໍາເຫຼົ່ານີ້ “ຄວາມຮັກທີ່ແທ້ຈິງ” ແມ່ນໝາຍເຖິງຫຍັງກັນແທ້? ເປັນຫຍັງພຣະເຈົ້າຍັງຖາມຫາຄວາມຮັກທີ່ແທ້ຈິງຂອງຜູ້ຄົນໃນຍຸກນີ້ ໃນເມື່ອ “ທຸກຄົນຮັກພຣະເຈົ້າ”? ສະນັ້ນ, ເຈດຕະນາຂອງພຣະເຈົ້າແມ່ນເພື່ອຂໍໃຫ້ມະນຸດຂຽນຄວາມໝາຍຂອງຄວາມຮັກທີ່ແທ້ຈິງໃສ່ເຈ້ຍຄໍາຕອບ ແລະ ນີ້ຄືວຽກບ້ານທີ່ພຣະເຈົ້າໄດ້ມອບໃຫ້ມະນຸດ. ສໍາລັບຂັ້ນຕອນນີ້ໃນປັດຈຸບັນ ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຮຽກຮ້ອງຫຼາຍຈາກມະນຸດ ແຕ່ຜູ້ຄົນກໍຍັງບໍ່ມີເງື່ອນໄຂດັ່ງເດີມທີ່ພຣະເຈົ້າຕ້ອງການຈາກມະນຸດ; ເວົ້າອີກແບບໜຶ່ງກໍຄື ພວກເຂົາຍັງບໍ່ໄດ້ທຸ້ມເທເຫື່ອແຮງທັງໝົດໃນການຮັກພຣະເຈົ້າ. ສະນັ້ນ, ໃນທ່າມກາງຄວາມບໍ່ເຕັມໃຈຂອງພວກເຂົາ ພຣະເຈົ້າຍັງສ້າງເງື່ອນໄຂຂອງພຣະອົງແກ່ຜູ້ຄົນ ຈົນກວ່າພາລະກິດນີ້ຈະມີຜົນ ແລະ ພຣະອົງໄດ້ຮັບສະຫງ່າລາສີໃນພາລະກິດນີ້. ແນ່ນອນ ພາລະກິດເທິງແຜ່ນດິນໂລກແມ່ນຖືກເຮັດໃຫ້ສິ້ນສຸດໂດຍຄວາມຮັກສຳລັບພຣະເຈົ້າ. ສະນັ້ນ, ຫຼັງຈາກພຣະເຈົ້າໄດ້ສິ້ນສຸດພາລະກິດຂອງພຣະອົງເທົ່ານັ້ນ ພຣະອົງຈຶ່ງຈະຊີ້ບອກເຖິງພາລະກິດທີ່ສໍາຄັນທີ່ສຸດກວ່າທຸກຢ່າງຕໍ່ມະນຸດ. ຖ້າເຖິງເວລາທີ່ພາລະກິດຂອງພຣະອົງສິ້ນສຸດລົງ ພຣະອົງໄດ້ມອບຄວາມຕາຍໃຫ້ແກ່ມະນຸດ ແລ້ວມະນຸດຈະເປັນແບບໃດ, ພຣະເຈົ້າຈະເປັນແບບໃດ ແລະ ຊາຕານຈະເປັນແບບໃດ? ເມື່ອຄວາມຮັກຂອງມະນຸດເທິງແຜ່ນດິນໂລກຖືກນໍາອອກມາເທົ່ານັ້ນ ຈຶ່ງຈະສາມາດເວົ້າໄດ້ວ່າ “ພຣະເຈົ້າໄດ້ເອົາຊະນະມະນຸດ”. ຖ້າບໍ່ເຊັ່ນນັ້ນ ຜູ້ຄົນຈະເວົ້າວ່າ ພຣະເຈົ້າຂົ່ມເຫັງມະນຸດ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈະຖືກເຮັດໃຫ້ອັບອາຍ. ພຣະເຈົ້າຈະບໍ່ໂງ່ທີ່ຈະເຮັດໃຫ້ພາລະກິດຂອງພຣະອົງສິ້ນສຸດລົງໂດຍບໍ່ມີການກ່າວຂານໃດໆ. ສະນັ້ນ, ເມື່ອພາລະກິດຈະສິ້ນສຸດໃນໄວໆນີ້ ຄື້ນແຫ່ງຄວາມຫຼົງໄຫຼໃນຄວາມຮັກສໍາລັບພຣະເຈົ້າກໍຈະເກີດຂຶ້ນ ແລະ ຄວາມຮັກສໍາລັບພຣະເຈົ້າຈະກາຍເປັນຫົວຂໍ້ຍອດນິຍົມ. ແນ່ນອນຢູ່ແລ້ວທີ່ຄວາມຮັກສໍາລັບພຣະເຈົ້ານີ້ແມ່ນບໍ່ມີຮອຍດ່າງຈາກມະນຸດ, ມັນເປັນຄວາມຮັກທີ່ບໍລິສຸດ ຄືກັນກັບຄວາມຮັກທີ່ຊື່ສັດຂອງເມຍທີ່ມີຕໍ່ຜົວ ຫຼື ຄວາມຮັກຂອງເປໂຕ. ພຣະເຈົ້າບໍ່ຕ້ອງການຄວາມຮັກແບບໂຢບ ແລະ ໂປໂລ ແຕ່ຕ້ອງການຄວາມຮັກແບບພຣະເຢຊູທີ່ມີຕໍ່ພຣະເຢໂຮວາ ເຊິ່ງເປັນຄວາມຮັກລະຫວ່າງພຣະບິດາ ແລະ ພຣະບຸດ: “ຄໍານຶງເຖິງພຣະບິດາແຕ່ເທົ່ານັ້ນ ໂດຍບໍ່ພິຈາລະນາເຖິງການສູນເສຍ ຫຼື ຜົນຮັບສ່ວນຕົວ, ເປັນການຮັກພຣະບິດາພຽງຜູ້ດຽວ ແລະ ບໍ່ມີຜູ້ອື່ນ ແລະ ບໍ່ໄດ້ຂໍສິ່ງອື່ນໃດ”. ມະນຸດມີຄວາມສາມາດເຮັດສິ່ງນີ້ໄດ້ບໍ?

ຖ້າພວກເຮົາປຽບທຽບພວກເຈົ້າກັບສິ່ງທີ່ພຣະເຢຊູເຮັດ ທີ່ພຣະອົງບໍ່ມີຄວາມເປັນມະນຸດຢ່າງສົມບູນ? ແລ້ວພວກເຮົາຈະຄິດແນວໃດ? ພວກເຈົ້າມາໄກສໍ່າໃດໃນຄວາມເປັນມະນຸດທີ່ສົມບູນຂອງພວກເຈົ້າ? ພວກເຈົ້າຈະສາມາດໄດ້ຮັບໜຶ່ງສ່ວນສິບຂອງພຣະເຢຊູເຮັດບໍ? ພວກເຈົ້າມີຄຸນສົມບັດທີ່ຈະແບກຫາບໄມ້ກາງແຂນເພື່ອພຣະເຈົ້າບໍ? ຄວາມຮັກສໍາລັບພຣະເຈົ້າຂອງພວກເຈົ້າສາມາດນໍາເອົາຄວາມອັບອາຍມາໃຫ້ຊາຕານບໍ? ແລ້ວພວກເຈົ້າໄດ້ກໍາຈັດຄວາມຮັກຂອງພວກເຈົ້າທີ່ມີຕໍ່ມະນຸດໄດ້ຫຼາຍສໍ່າໃດ? ມັນໄດ້ຖືກແທນໂດຍຄວາມຮັກສໍາລັບພຣະເຈົ້າແລ້ວບໍ? ພວກເຈົ້າອົດທົນຕໍ່ທຸກສິ່ງເພື່ອຄວາມຮັກສໍາລັບພຣະເຈົ້າແທ້ບໍ? ໃຫ້ຄິດເຖິງເປໂຕຈັກໜ້ອຍ ຜູ້ທີ່ໄດ້ອາໄສໃນອາດີດ ແລ້ວເບິ່ງຕົວເອງທີ່ຢູ່ໃນປັດຈຸບັນ. ຈະເຫັນຄວາມແຕກຕ່າງກັນຫຼາຍ, ພວກເຈົ້າບໍ່ເໝາະສົມທີ່ຈະຢືນຢູ່ຕໍ່ໜ້າພຣະເຈົ້າ. ພວກເຈົ້າ ຮັກພຣະເຈົ້າຫຼາຍກວ່າມານຮ້າຍ ຫຼື ຮັກມານຮ້າຍຫຼາຍກວ່າ? ສິ່ງນີ້ຄວນຖືກວາງຢູ່ດ້ານຊ້າຍ ແລະ ດ້ານຂວາຂອງຊິງ ເພື່ອເບິ່ງວ່າ ສິ່ງໃດຈະສູງກວ່າກັນ. ພວກເຈົ້າຮັກພຣະເຈົ້າແທ້ຈິງສໍ່າໃດ? ພວກເຈົ້າເໝາະສົມທີ່ຈະຕາຍຢູ່ຕໍ່ໜ້າພຣະເຈົ້າບໍ? ເຫດຜົນທີ່ວ່າ ເປັນຫຍັງພຣະເຢຊູຈຶ່ງສາມາດຢືນຢູ່ຕໍ່ໜ້າໄມ້ກາງແຂນກໍຍ້ອນວ່າ ປະສົບການຂອງພຣະອົງຢູ່ເທິງແຜ່ນດິນໂລກແມ່ນພຽງພໍ ທີ່ຈະນໍາເອົາຄວາມອັບອາຍມາສູ່ຊາຕານ ແລະ ຍ້ອນເຫດຜົນດັ່ງກ່າວນັ້ນ ພຣະເຈົ້າພຣະບິດາຈຶ່ງອະນຸຍາດຢ່າງກ້າຫານໃຫ້ພຣະອົງເຮັດສໍາເລັດຂັ້ນຕອນພາລະກິດ; ມັນເປັນຍ້ອນຄວາມລໍາບາກ ທີ່ພຣະອົງໄດ້ທົນທຸກ ແລະ ຄວາມຮັກສໍາລັບພຣະເຈົ້າຂອງພຣະອົງ. ແຕ່ພວກເຈົ້າບໍ່ມີຄຸນສົມບັດດັ່ງກ່າວ. ສະນັ້ນ, ພວກເຈົ້າຕ້ອງສືບຕໍ່ມີປະສົບການ, ບັນລຸໃນການມີພຣະເຈົ້າໃນໃຈຂອງພວກເຈົ້າ ແລະ ບໍ່ແມ່ນສິ່ງອື່ນໃດ. ພວກເຈົ້າສາມາດບັນລຸສິ່ງນີ້ບໍ? ຈາກສິ່ງນີ້ມັນສາມາດເຫັນໄດ້ວ່າ ເຈົ້າຊັງພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ. ບໍ່ແມ່ນວ່າ ພຣະເຈົ້າຮຽກຮ້ອງຈາກມະນຸດຫຼາຍ ແຕ່ມະນຸດບໍ່ໄດ້ພະຍາຍາມເອງ. ນີ້ບໍ່ແມ່ນສະຖານະການຕົວຈິງບໍ? ຖ້າບໍ່ແມ່ນ ແລ້ວຄວາມຮັກສໍາລັບພຣະເຈົ້າ ທີ່ເຈົ້າຄົ້ນພົບໃນຕົວເຈົ້າມີຫຼາຍສໍ່າໃດ ແລະ ຄວາມກຽດຊັງທີ່ເຈົ້າພົບເຫັນໃນຕົວເຈົ້າມີຫຼາຍສໍ່າໃດ? ເຈົ້າຄວນພິຈາລະນາສິ່ງເຫຼົ່ານີ້ຢ່າງໃກ້ຊິດ. ມັນຍຸຕິທໍາແລ້ວທີ່ຈະເວົ້າວ່າ ມີພຽງບາງຄົນທີ່ຢູ່ກ້ອງສະຫວັນທີ່ຮັກພຣະເຈົ້າ ແຕ່ເຈົ້າສາມາດເປັນຜູ້ລິເລີ່ມໄດ້ບໍ ໃນການທໍາລາຍສະຖິຕິໂລກ ແລະ ຮັກພຣະເຈົ້າ? ພຣະເຈົ້າບໍ່ຂໍຫຍັງຈາກມະນຸດ. ມະນຸດບໍ່ສາມາດໃຫ້ກຽດແກ່ພຣະອົງໃນສິ່ງນີ້ໄດ້ບໍ? ເຈົ້າບໍ່ສາມາດບັນລຸແມ່ນແຕ່ສິ່ງນີ້ບໍ? ມີຫຍັງແດ່ທີ່ຈະຕ້ອງເວົ້າອີກ?

ກ່ອນນີ້: ບົດທີ 42

ຕໍ່ໄປ: ບົດທີ 46

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້