ບົດທີ 42

ເຮົາບໍ່ຮູ້ວ່າຜູ້ຄົນໄດ້ສັງເກດເຫັນການປ່ຽນແປງໃນຖ້ອຍຄຳໃນປັດຈຸບັນ ຫຼື ບໍ່. ບາງຄົນອາດໄດ້ເຫັນແລ້ວໜ້ອຍໜຶ່ງ, ແຕ່ພວກເຂົາບໍ່ກ້າເວົ້າຢ່າງໝັ້ນໃຈ. ບາງເທື່ອ ຄົນອື່ນບໍ່ໄດ້ຮັບຮູ້ຫຍັງເລີຍ. ເປັນຫຍັງຈຶ່ງມີການປ່ຽນແປງຢ່າງຍິ່ງໃຫຍ່ໃນຖ້ອຍຄໍາຂອງພຣະເຈົ້າລະຫວ່າງວັນທີສິບສອງ ແລະ ວັນທີສິບຫ້າຂອງແຕ່ລະເດືອນ? ເຈົ້າໄດ້ໄຕ່ຕອງໃນສິ່ງນີ້ຢູ່ບໍ? ເຈົ້າມີມຸມມອງແນວໃດ? ເຈົ້າໄດ້ເຂົ້າໃຈຫຍັງຈາກຖ້ອຍຄຳທັງໝົດຂອງພຣະເຈົ້າບໍ? ແມ່ນຫຍັງຄືພາລະກິດຫຼັກທີ່ຖືກປະຕິບັດໃນລະຫວ່າງວັນທີສອງຂອງເດືອນເມສາ ແລະ ວັນທີສິບຫ້າຂອງເດືອນພຶດສະພາ? ໃນປັດຈຸບັນ, ເປັນຫຍັງຜູ້ຄົນຈຶ່ງບໍ່ຮູ້ຫຍັງ ແລະ ສັບສົນຄືກັບວ່າພວກເຂົາຖືກຕີຫົວດ້ວຍໄມ້ຄ້ອນ? ໃນປັດຈຸບັນ, ເປັນຫຍັງຈຶ່ງບໍ່ມີບົດຄວາມທີ່ມີຊື່ວ່າ: “ເລື່ອງເສຍຫາຍຂອງປະຊາຊົນແຫ່ງອານາຈັກ?” ໃນວັນທີສອງ ແລະ ວັນທີສີ່ຂອງເດືອນເມສາ, ພຣະເຈົ້າບໍ່ໄດ້ຊີ້ໃຫ້ເຫັນສະພາບຂອງມະນຸດ; ໃນທໍານອງດຽວກັນ, ໃນສອງສາມມື້ຫຼັງຈາກມື້ນີ້, ພຣະອົງກໍບໍ່ໄດ້ຊີ້ໃຫ້ເຫັນສະພາບຂອງມະນຸດ. ເປັນຫຍັງຈຶ່ງເປັນແບບນີ້? ແນ່ນອນວ່າມີປິດສະໜາທີ່ຍັງບໍ່ໄດ້ຖືກເປີດເຜີຍໃນນີ້ ແລ້ວເປັນຫຍັງຈຶ່ງມີການປີ້ນກັບ 180 ອົງສາ? ໃຫ້ພວກເຮົາມາລົມກັນໜ້ອຍໜຶ່ງກ່ຽວກັບວ່າເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນັ້ນ. ໃຫ້ພວກເຮົາມາເບິ່ງພຣະທຳໆອິດຂອງພຣະເຈົ້າ ເຊິ່ງພຣະອົງບໍ່ໄດ້ເສຍເວລາທີ່ຈະກ່າວວ່າ: “ທັນທີທີ່ພາລະກິດໃໝ່ເລີ່ມຕົ້ນຂຶ້ນ”. ປະໂຫຍກດັ່ງກ່າວນີ້ໃຫ້ວີ່ແວວທຳອິດແກ່ເຈົ້າວ່າ ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ການເລີ່ມຕົ້ນໃໝ່ແລ້ວ, ພຣະອົງໄດ້ເລີ່ມຕົ້ນພາລະກິດໃໝ່ອີກຄັ້ງໜຶ່ງ. ສິ່ງນີ້ສະແດງວ່າ ການຂ້ຽນຕີນັ້ນກຳລັງຍັບເຂົ້າໃກ້ຈຸດສິ້ນສຸດ; ສາມາດເວົ້າໄດ້ວ່າ ໄດ້ມີການເຂົ້າສູ່ຈຸດສູງສຸດຂອງການຂ້ຽນຕີແລ້ວ ແລະ ສະນັ້ນ ພວກເຈົ້າຈຶ່ງຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າທີ່ສຸດເພື່ອປະສົບກັບພາລະກິດຂອງຍຸກແຫ່ງການຂ້ຽນຕີນີ້ຢ່າງເໝາະສົມ ເພື່ອວ່າ ພວກເຈົ້າຈະບໍ່ຫຼ້າຫຼັງ ແລະ ຖືກປະຖິ້ມ. ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດຂອງມະນຸດ ແລະ ມັນຮຽກຮ້ອງໃຫ້ມະນຸດເຮັດສຸດຄວາມສາມາດຂອງເຂົາເພື່ອການຮ່ວມມື. ເມື່ອການຂ້ຽນຕີຖືກສົ່ງອອກໄປທັງໝົດ, ພຣະເຈົ້າກໍຈະເລີ່ມຕົ້ນປະຕິບັດພາກສ່ວນຕໍ່ໄປຂອງພາລະກິດຂອງພຣະອົງ ຍ້ອນພຣະເຈົ້າກ່າວວ່າ: “…ເຮົາໄດ້ສືບຕໍ່ປະຕິບັດພາລະກິດຂອງເຮົາທ່າມກາງມະນຸດ... ແລະ ມະນຸດກໍພະຍາຍາມເຖິງທີ່ສຸດເພື່ອຮ່ວມມືກັບເຮົາເຊັ່ນກັນ, ໂດຍຢ້ານຢ່າງເລິກໆວ່າຈະລົບກວນພາລະກິດຂອງເຮົາ. ໃນຊ່ວງເວລານີ້, ຫົວໃຈຂອງເຮົາແມ່ນເຕັມໄປດ້ວຍຄວາມດີອົກດີໃຈຢ່າງໃຫຍ່ ຍ້ອນເຮົາໄດ້ຮັບເອົາຄົນບາງສ່ວນ ແລະ ສະນັ້ນ “ທຸລະກິດ” ຂອງເຮົາກໍບໍ່ຕົກຕໍ່າອີກຕໍ່ໄປ; ມັນຈະບໍ່ປະກອບດ້ວຍພຣະທຳທີ່ວ່າງເປົ່າອີກຕໍ່ໄປ”. ເມື່ອເວລາຜ່ານໄປ, ຜູ້ຄົນກໍເຫັນເຖິງຄວາມປະສົງຢ່າງຮີບດ່ວນຂອງພຣະເຈົ້າໃນພຣະທຳຂອງພຣະອົງ. ບໍ່ມີການຂີ້ຕົວະໃນສິ່ງນີ້ ແລະ ໃນປັດຈຸບັນ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໄວຂຶ້ນ. ສຳລັບມະນຸດແລ້ວ, ສິ່ງນີ້ບໍ່ໄດ້ຖືວ່າສອດຄ່ອງກັບູຄວາມຕ້ອງການຂອງພຣະເຈົ້າທັງສິ້ນ, ແຕ່ສຳລັບພຣະເຈົ້າແລ້ວ ພາລະກິດຂອງພຣະອົງຖືກເຮັດໃຫ້ສຳເລັດແລ້ວ. ຍ້ອນຄວາມຄິດຂອງຜູ້ຄົນສັບສົນເກີນໄປ, ມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆຈຶ່ງມັກຈະຊັບຊ້ອນຢູ່ເລື້ອຍໆ. ຜູ້ຄົນຮຽກຮ້ອງຈາກຄົນອື່ນຫຼາຍເກີນໄປ, ແຕ່ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຼາຍຂະໜາດນັ້ນຈາກມະນຸດ ແລະ ຍ້ອນສິ່ງນີ້ ຈຶ່ງອາດເຫັນໄດ້ວ່າຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດນັ້ນມີຫຼາຍສໍ່າໃດ. ແນວຄິດຂອງຜູ້ຄົນແມ່ນຖືກເປີດເຜີຍອອກໃນທຸກສິ່ງທີ່ພຣະເຈົ້າເຮັດ. ມັນບໍ່ແມ່ນວ່າພຣະເຈົ້າຮຽກຮ້ອງຈາກຜູ້ຄົນຫຼາຍ ແລະ ຜູ້ຄົນບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້, ແຕ່ຜູ້ຄົນຮຽກຮ້ອງຈາກພຣະເຈົ້າຫຼາຍ ແລະ ພຣະເຈົ້າບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້. ຍ້ວນວ່າ ຫຼັງຈາກການປິ່ນປົວກໍຈະມີຜົນຕາມມາໃນມະນຸດຊາດ ຜູ້ເຊິ່ງຖືກເຮັດໃຫ້ເສື່ອມຊາມໂດຍຊາຕານເປັນເວລາຫຼາຍພັນປີ, ດັ່ງນັ້ນ ຜູ້ຄົນຈຶ່ງຮຽກຮ້ອງຢ່າງສູງຈາກພຣະເຈົ້າ ແລະ ບໍ່ມີການຜ່ອນຜັນແມ່ນແຕ່ໜ້ອຍດຽວ ໂດຍຢ້ານຢ່າງເລິກໆວ່າພຣະເຈົ້າບໍ່ພໍໃຈ. ສະນັ້ນ ຄວາມຈິງທີ່ວ່າຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ໃນຫຼາຍສິ່ງ ຄືຫົນທາງທີ່ພວກເຂົາເຮັດໃຫ້ຕົນເອງຖືກຂ້ຽນຕີ; ພວກເຂົາແບກຮັບເອົາຜົນຕາມມາຂອງການກະທຳຂອງພວກເຂົາເອງ ແລະ ນີ້ຄືການທົນທຸກທີ່ສຸດ. ຈາກຄວາມລໍາບາກທີ່ຜູ້ຄົນຕ້ອງທົນທຸກ, ຫຼາຍກວ່າ 99% ແມ່ນເປັນທີ່ລັງກຽດໂດຍພຣະເຈົ້າ. ເວົ້າແບບກົງໄປກົງມາກໍຄື ບໍ່ມີຜູ້ໃດທົນທຸກເພື່ອພຣະເຈົ້າຢ່າງແທ້ຈິງ. ທຸກຄົນແບກຮັບຜົນຕາມມາຂອງການກະທຳຂອງພວກເຂົາເອງ ແລະ ແນ່ນອນວ່າ ຂັ້ນຕອນຂອງການຂ້ຽນຕີນີ້ກໍບໍ່ຖືກຍົກເວັ້ນ; ມັນເປັນຈອກນໍ້າຂົມທີ່ຕົ້ມໂດຍມະນຸດ ເຊິ່ງເຂົາຍົກຂຶ້ນໃສ່ປາກເພື່ອດື່ມດ້ວຍຕົນເອງ. ຍ້ອນພຣະເຈົ້າບໍ່ໄດ້ເປີດເຜີຍຈຸດປະສົງແທ້ຈິງຂອງການຂ້ຽນຕີຂອງພຣະອົງ, ເຖິງແມ່ນວ່າຈະມີຜູ້ຄົນຈຳນວນໜຶ່ງທີ່ຖືກສາບແຊ່ງ, ສິ່ງນີ້ກໍບໍ່ໄດ້ສະແດງເຖິງການຂ້ຽນຕີ. ຄົນຈຳນວນໜຶ່ງໄດ້ຮັບພອນ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາຈະໄດ້ຮັບພອນໃນອະນາຄົດ. ສຳລັບມະນຸດແລ້ວ, ເບິ່ງຄືກັບວ່າພຣະເຈົ້າເປັນພຣະເຈົ້າທີ່ບໍ່ຮັກສາພຣະທຳຂອງພຣະອົງ. ຢ່າໄດ້ກັງວົນໄປເລີຍ. ພຣະທໍາເຫຼົ່ານີ້ອາດຮຸນແຮງເກີນໄປ, ແຕ່ຢ່າໄດ້ຄິດລົບ. ສິ່ງທີ່ເຮົາກ່າວແມ່ນມີຄວາມສຳພັນບາງຢ່າງຕໍ່ການທົນທຸກຂອງມະນຸດ, ແຕ່ເຮົາຄິດວ່າເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ. ເຈົ້າຄວນມອບ “ຂອງຂວັນ” ໃຫ້ພຣະອົງຫຼາຍຂຶ້ນ. ມັນຈະເຮັດໃຫ້ພຣະອົງມີຄວາມສຸກຢ່າງແນ່ນອນ. ເຮົາເຊື່ອວ່າພຣະເຈົ້າຮັກຄົນທີ່ມອບ “ຂອງຂວັນ” ໃຫ້ກັບພຣະອົງ. ເຈົ້າວ່າແນວໃດ? ພຣະທຳເຫຼົ່ານີ້ຖືກຕ້ອງບໍ?

ໃນປັດຈຸບັນນີ້, ພວກເຈົ້າໄດ້ປະຖິ້ມຄວາມຄາດຫວັງຂອງພວກເຈົ້າຫຼາຍສໍ່າໃດ? ພາລະກິດຂອງພຣະເຈົ້າຈະສຳເລັດໃນໄວໆນີ້, ສະນັ້ນ ພວກເຈົ້າຈຶ່ງຕ້ອງປະຖິ້ມຄວາມຄາດຫວັງທັງໝົດຂອງພວກເຈົ້າ, ບໍ່ແມ່ນບໍ? ໃຫ້ພວກເຈົ້າກວດສອບຕົນເອງເຊັ່ນກັນ: ພວກເຈົ້າມັກທີ່ຈະລຸກຢືນຂຶ້ນສູງຢູ່ສະເໝີ, ຍ້ອງຍໍສັນລະເສີນຕົນເອງ ແລະ ແຫ່ຂະບວນຕົນເອງ. ນີ້ແມ່ນຫຍັງ? ໃນປັດຈຸບັນ, ເຮົາຍັງບໍ່ຮູ້ວ່າຄວາມຄາດຫວັງຂອງຜູ້ຄົນແມ່ນຫຍັງ. ຖ້າຜູ້ຄົນດຳລົງຊີວິດໂດຍຖືກກຶນກິນໂດຍທະເລແຫ່ງຄວາມທຸກທໍລະມານແທ້ໆ, ເມື່ອພວກເຂົາດຳລົງຊີວິດທ່າມກາງການຫຼໍ່ຫຼອມແຫ່ງຄວາມລຳບາກ ຫຼື ບໍ່ດັ່ງນັ້ນ ກໍຢູ່ພາຍໃຕ້ການຂົ່ມຂູ່ຕ່າງໆຈາກການທໍລະມານ ຫຼື ເມື່ອພວກເຂົາດຳລົງຊີວິດໃນເວລາແຫ່ງການຖືກປະຕິເສດໂດຍທຸກຄົນ, ຫຼຽວເບິ່ງທ້ອງຟ້າ ແລະ ຖອນໃຈເລິກໆ, ໃນຄວາມຄິດຂອງພວກເຂົາໃນເວລານັ້ນ ບາງເທື່ອ ພວກເຂົາອາດປະຖິ້ມຄວາມຄາດຫວັງຂອງພວກເຂົາ. ນີ້ເປັນຍ້ອນຜູ້ຄົນຊອກຫາໂລກແຫ່ງອຸດົມຄະຕິ ໃນທ່າມກາງຄວາມໝົດຫວັງ ແລະ ບໍ່ມີຜູ້ໃດທີ່ຢູ່ໃນສະພາບທີ່ສະບາຍ ເຄີຍປະຖິ້ມການສະແຫວງຫາຄວາມຝັນທີ່ສວຍງາມຂອງພວກເຂົາເອງ. ສິ່ງນີ້ອາດບໍ່ເປັນຈິງ, ແຕ່ເຮົາປາຖະໜາວ່າສິ່ງນີ້ຈະບໍ່ຢູ່ໃນຫົວໃຈຂອງຜູ້ຄົນ. ພວກເຈົ້າຍັງປາຖະໜາທີ່ຈະຖືກຍົກຂຶ້ນໄປສະຫວັນທັງເປັນບໍ? ພວກເຈົ້າຍັງປາຖະໜາທີ່ຈະປ່ຽນແປງຮູບຮ່າງຂອງພວກເຈົ້າໃນເນື້ອໜັງບໍ? ເຮົາບໍ່ຮູ້ວ່າພວກເຈົ້າມີຄວາມຄິດເຫັນແບບດຽວກັນບໍ, ແຕ່ເຮົາຮູ້ສຶກຢູ່ສະເໝີວ່າ ສິ່ງນີ້ບໍ່ເປັນຈິງ. ຄວາມຄິດດັ່ງກ່າວເບິ່ງຄືໄຮ້ປະໂຫຍດເກີນໄປ. ຜູ້ຄົນເວົ້າສິ່ງຕ່າງໆແບບນີ້: “ໃຫ້ປະຖິ້ມຄວາມຄາດຫວັງຂອງເຈົ້າ, ໃຫ້ເປັນຈິງຫຼາຍຍິ່ງຂຶ້ນ”. ເຈົ້າຂໍຮ້ອງໃຫ້ຜູ້ຄົນກຳຈັດຄວາມຄິດໃນການໄດ້ຮັບພອນ, ແຕ່ສຳລັບຕົວເຈົ້າເອງເດ? ເຈົ້າປະຕິເສດຄວາມຄິດໃນການໄດ້ຮັບພອນຂອງຜູ້ຄົນ ໃນຂະນະທີ່ເຈົ້າເອງສະແຫວງຫາພອນບໍ? ເຈົ້າບໍ່ຍອມໃຫ້ຄົນອື່ນໄດ້ຮັບພອນ ໃນຂະນະດຽວກັນເຈົ້າເອງພັດຄິດເຖິງພອນຢູ່ຢ່າງລັບໆ ແລ້ວນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນແບບໃດ? ຄົນຫຼອກລວງ! ເມື່ອເຈົ້າເຮັດແບບນັ້ນ, ຄວາມສຳນຶກຂອງເຈົ້າຈະບໍ່ຖືກກ່າວຫາບໍ? ໃນຫົວໃຈຂອງເຈົ້າ, ເຈົ້າບໍ່ຮູ້ສຶກເປັນໜີ້ບຸນຄຸນບໍ? ເຈົ້າບໍ່ແມ່ນຄົນລໍ້ລວງບໍ? ເຈົ້າຂຸດຄຳເວົ້າທີ່ຢູ່ໃນຫົວໃຈຂອງຄົນອື່ນ, ແຕ່ບໍ່ເວົ້າຫຍັງກ່ຽວກັບຄຳເວົ້າທີ່ຢູ່ໃນຫົວໃຈຂອງເຈົ້າເອງ. ເຈົ້າຊ່າງເປັນເສດຂີ້ເຫຍື້ອທີ່ບໍ່ມີຄຸນຄ່າຫຍັງເລີຍ! ເຮົາສົງໄສວ່າພວກເຈົ້າກຳລັງຄິດຫຍັງໃນຫົວໃຈຂອງພວກເຈົ້າ ເມື່ອພວກເຈົ້າກ່າວ. ພວກເຈົ້າຈະບໍ່ສາມາດຖືກຕັກເຕືອນໂດຍພຣະວິນຍານບໍລິສຸດບໍ? ສິ່ງນີ້ບໍ່ໄດ້ລົບກວນສັກສີຂອງພວກເຈົ້າບໍ? ພວກເຈົ້າບໍ່ຮູ້ວ່າແມ່ນຫຍັງທີ່ດີສຳລັບພວກເຈົ້າແທ້ໆ! ພວກເຈົ້າທຸກຄົນລ້ວນແລ້ວແຕ່ເປັນຄືກັນ ທ່ານ ນັງກົວ ເຊິ່ງກໍຄືຕົວປອມ. ບໍ່ແປກໃຈເລີຍທີ່ພຣະເຈົ້າໃຊ້ເຄື່ອງໝາຍວົງຢືມກັບວະລີທີ່ວ່າ: “ອຸທິດຕົນເອງ” ໃນປະໂຫຍກທີ່ວ່າ: “ຜູ້ຄົນລ້ວນແລ້ວແຕ່ເຕັມໃຈທີ່ຈະ ‘ອຸທິດຕົນເອງ’”. ພຣະເຈົ້າຮູ້ຈັກມະນຸດຄືກັບຫຼັງມືຂອງພຣະອົງ ແລະ ບໍ່ວ່າການຫຼອກລວງຂອງມະນຸດຈະມີສີລະປະຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າ ເຂົາຈະບໍ່ໄດ້ເປີດເຜີຍຫຍັງໃຫ້ເຫັນ, ສີໜ້າຂອງເຂົາຈະບໍ່ແດງ ຫຼື ຫົວໃຈຂອງເຂົາບໍ່ເຕັ້ນແຮງກໍຕາມ, ສາຍຕາຂອງພຣະເຈົ້າແມ່ນມີແວວວາວ, ສະນັ້ນ ມະນຸດຈຶ່ງມີບັນຫາໃນການຫຼົບໜີຈາກການຈ້ອງເບິ່ງຂອງພຣະເຈົ້າຢູ່ສະເໝີ. ມັນຄືກັບວ່າພຣະເຈົ້າມີສາຍຕາລັງສີ ແລະ ສາມາດເຫັນຜ່ານອະໄວຍະວະພາຍໃນຂອງມະນຸດໄດ້ ຄືກັບວ່າພຣະອົງສາມາດເບິ່ງທະລຸຜູ້ຄົນ ແລະ ກໍານົດໄດ້ວ່າພວກເຂົາມີເລືອດປະເພດໃດ ໂດຍບໍ່ຕ້ອງກວດ. ນັ້ນຄືສະຕິປັນຍາຂອງພຣະເຈົ້າ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ດັ່ງທີ່ພຣະເຈົ້າກ່າວວ່າ: “ເປັນຫຍັງເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ, ແຕ່ບໍ່ມີຫຼັກຖານກ່ຽວກັບພາລະກິດນັ້ນໃນຜູ້ຄົນ? ເຮົາບໍ່ໄດ້ພະຍາຍາມຢ່າງພຽງພໍບໍ?” ການຮ່ວມມືຂອງມະນຸດກັບພຣະເຈົ້າກໍຂາດເຂີນເກີນໄປ ແລະ ສາມາດເວົ້າໄດ້ວ່າ ມີຫຼາຍຢ່າງທີ່ເປັນລົບຢູ່ພາຍໃນມະນຸດ ແລະ ຍາກທີ່ຜູ້ຄົນຈະມີຄວາມຄິດບວກ. ມີພຽງແຕ່ບາງຄັ້ງບາງຄາວທີ່ພວກເຂົາອາດຈະມີຄວາມຄິດບວກເລັກນ້ອຍ, ແຕ່ມັນກໍມີມົນທິນເກີນໄປ. ສິ່ງນີ້ສະແດງໃຫ້ເຫັນວ່າ ຜູ້ຄົນຮັກພຣະເຈົ້າຫຼາຍສໍ່າໃດ; ມັນເປັນຄືກັບວ່າມີພຽງຄວາມຮັກໜຶ່ງສ່ວນຮ້ອຍລ້ານສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ, ໂດຍທີ່ 50% ກໍຍັງມີມົນທິນຢູ່. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າພຣະອົງບໍ່ໄດ້ຮັບຫຼັກຖານຈາກມະນຸດ. ມັນເປັນຍ້ອນຄວາມບໍ່ເຊື່ອຟັງຂອງມະນຸດແທ້ໆ ນໍ້າສຽງຂອງຖ້ອຍຄຳຂອງພຣະເຈົ້າຈຶ່ງໄຮ້ຫົວໃຈ ແລະ ເຢັນຊາ. ເຖິງແມ່ນວ່າ ພຣະເຈົ້າບໍ່ໄດ້ກ່າວເຖິງອະດີດກັບມະນຸດ, ຜູ້ຄົນກໍຢາກຈະລະລຶກເຖິງມັນຢູ່ສະເໝີ ເພື່ອສະແດງຕົນເອງຕໍ່ໜ້າພຣະເຈົ້າ ແລະ ພວກເຂົາຢາກເວົ້າກ່ຽວກັບອະດີດຢູ່ສະເໝີ ແຕ່ພຣະເຈົ້າກໍບໍ່ເຄີຍປະຕິບັດຕໍ່ອະດີດຂອງມະນຸດຄືກັບປັດຈຸບັນ; ກົງກັນຂ້າມ, ພຣະອົງເຂົ້າຫາຜູ້ຄົນໃນປັດຈຸບັນອີງຕາມສະພາບປັດຈຸບັນ. ນີ້ແມ່ນທ່າທີຂອງພຣະເຈົ້າ ແລະ ໃນສິ່ງນີ້ ພຣະເຈົ້າໄດ້ກ່າວພຣະທຳເຫຼົ່ານີ້ຢ່າງຊັດເຈນ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນເວົ້າໃນອະນາຄົດວ່າພຣະເຈົ້າບໍ່ມີເຫດຜົນເກີນໄປ. ຍ້ອນພຣະເຈົ້າບໍ່ເຮັດສິ່ງທີ່ບໍ່ມີເຫດຜົນ, ແຕ່ບອກຜູ້ຄົນກ່ຽວກັບຂໍ້ແທ້ຈິງ, ຢ້ານວ່າຜູ້ຄົນຈະບໍ່ສາມາດຍຶດໝັ້ນໄດ້, ຍ້ອນວ່າ ແທ້ຈິງແລ້ວ ມະນຸດແມ່ນອ່ອນແອ. ເມື່ອໄດ້ຍິນພຣະທຳເຫຼົ່ານີ້ ແລ້ວເປັນແນວໃດ: ພວກເຈົ້າເຕັມໃຈທີ່ຈະຟັງ ແລະ ອ່ອນນ້ອມ ແລະ ບໍ່ຄິດຫຍັງກ່ຽວກັບສິ່ງນັ້ນບໍ?

ສິ່ງທີ່ກ່າວມາຂ້າງເທິງບໍ່ແມ່ນປະເດັນ; ມັນບໍ່ສໍາຄັນວ່າ ສິ່ງນັ້ນຖືກເວົ້າເຖິງ ຫຼື ບໍ່. ເຮົາຫວັງວ່າພວກເຈົ້າຈະບໍ່ຮັບເອົາການຍົກເວັ້ນ ເພາະວ່າພຣະເຈົ້າໄດ້ມາປະຕິບັດພາລະກິດແຫ່ງພຣະທຳ ແລະ ພຣະອົງມັກສົນທະນາກ່ຽວກັບທຸກສິ່ງພາຍໃຕ້ດວງຕາເວັນ. ແຕ່ເຖິງຢ່າງໃດກໍຕາມ ເຮົາຫວັງວ່າພວກເຈົ້າຈະອ່ານພຣະທຳເຫຼົ່ານີ້ ແລະ ພວກເຈົ້າຈະບໍ່ເມີນເສີຍຕໍ່ພຣະທຳເຫຼົ່ານີ້. ພວກເຈົ້າວ່າແນວໃດ? ພວກເຈົ້າຈະເຮັດແບບນັ້ນບໍ? ເມື່ອບໍ່ດົນມານີ້ ໄດ້ມີການກ່າວວ່າ ໃນປັດຈຸບັນ ພຣະທໍາຂອງພຣະເຈົ້າໄດ້ເປີດເຜີຍຂໍ້ມູນໃໝ່: ວິທີການທີ່ພຣະເຈົ້າປະຕິບັດພາລະກິດແມ່ນກໍາລັງຈະຖືກປ່ຽນແປງ. ດ້ວຍເຫດນັ້ນ, ມັນຈະດີກວ່າທີ່ຈະໃສ່ໃຈກັບປະເດັນທີ່ສໍາຄັນນີ້. ສາມາດເວົ້າໄດ້ວ່າ ຖ້ອຍຄຳທັງໝົດໃນປັດຈຸບັນທຳນວາຍເຖິງບັນຫາໃນອະນາຄົດ; ຖ້ອຍຄໍາເຫຼົ່ານີ້ຄືວິທີທີ່ພຣະເຈົ້າຈັດແຈງສຳລັບຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະເຈົ້າໃກ້ຈະສຳເລັດພາລະກິດຂອງພຣະອົງໃນຜູ້ຄົນຂອງຄຣິສຕະຈັກ ແລະ ຫຼັງຈາກນັ້ນ ພຣະອົງກໍຈະປາກົດຕໍ່ໜ້າທຸກຄົນດ້ວຍຄວາມໂກດຮ້າຍ. ດັ່ງທີ່ພຣະເຈົ້າກ່າວວ່າ: “ເຮົາຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກຮັບຮູ້ເຖິງການກະທຳຂອງເຮົາ ແລະ ການກະທໍາຂອງເຮົາຈະຕ້ອງຖືກພິສູດຢູ່ຕໍ່ໜ້າ “ທີ່ນັ່ງແຫ່ງການພິພາກສາ”, ເພື່ອວ່າພວກມັນຈະຖືກຮັບຮູ້ໃນທ່າມກາງຜູ້ຄົນທົ່ວແຜ່ນດິນໂລກ ເຊິ່ງເປັນຜູ້ທີ່ຈະຍິນຍອມ”. ພວກເຈົ້າເຫັນຫຍັງໃນພຣະທຳເຫຼົ່ານີ້ບໍ? ໃນນີ້ແມ່ນມີບົດສະຫຼຸບຂອງສ່ວນຕໍ່ໄປຂອງພາລະກິດຂອງພຣະເຈົ້າ. ກ່ອນອື່ນ, ພຣະເຈົ້າຈະເຮັດໃຫ້ໝາເຝົ້າຍາມທຸກໂຕທີ່ມີອຳນາດທາງການເມືອງເຊື່ອຢ່າງຈິງໃຈກ່ອນ ແລະ ພຣະອົງຈະເຮັດໃຫ້ພວກມັນກ້າວຖອຍອອກຈາກຂັ້ນຕອນປະຫວັດສາດດ້ວຍຕົວພວກມັນເອງ ໂດຍບໍ່ພາກັນຕໍ່ສູ້ເພື່ອສະຖານະ ຫຼື ວາງກົນອຸບາຍ ແລະ ວາງແຜນຮ້າຍອີກຕໍ່ໄປ. ພາລະກິດນີ້ຈະຖືກປະຕິບັດຜ່ານພຣະເຈົ້າໂດຍເຮັດໃຫ້ເກີດມີໄພພິບັດຕ່າງໆເທິງແຜ່ນດິນໂລກ. ແຕ່ພຣະເຈົ້າຈະບໍ່ປາກົດຕົວເລີຍ. ໃນເວລານີ້, ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຍັງຈະເປັນດິນແດນແຫ່ງຄວາມສົກກະປົກ ແລະ ສະນັ້ນ ພຣະເຈົ້າຈະບໍ່ປາກົດຕົວ, ແຕ່ຈະປາກົດຕົວຜ່ານການຂ້ຽນຕີເທົ່ານັ້ນ. ນັ້ນແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເຊິ່ງບໍ່ມີຜູ້ໃດສາມາດຫຼົບໜີຈາກສິ່ງນັ້ນໄດ້. ໃນຊ່ວງເວລານີ້, ທຸກສິ່ງທີ່ອາໄສຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຈະທົນທຸກກັບໄພພິບັດຢ່າງໃຫຍ່ຫຼວງ ເຊິ່ງໂດຍທຳມະຊາດແລ້ວ ແມ່ນລວມເຖິງອານາຈັກເທິງແຜ່ນດິນໂລກເຊັ່ນກັນ (ຄຣິສຕະຈັກ). ນີ້ແມ່ນເວລາທີ່ຄວາມຈິງຈະປາກົດອອກຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ທຸກຄົນກໍຈະໄດ້ປະສົບກັບມັນ ແລະ ບໍ່ມີຜູ້ໃດຈະສາມາດຫຼົບໜີໄດ້. ສິ່ງນີ້ຖືກກຳນົດລ່ວງໜ້າໂດຍພຣະເຈົ້າແລ້ວ. ມັນເປັນຍ້ອນຂັ້ນຕອນນີ້ຂອງພາລະກິດ, ພຣະເຈົ້າຈຶ່ງກ່າວວ່າ: “ປັດຈຸບັນນີ້ແມ່ນເວລາທີ່ຈະປະຕິບັດແຜນການທີ່ຍິ່ງໃຫຍ່”. ຍ້ອນໃນອະນາຄົດ ແມ່ນຈະບໍ່ມີຄຣິສຕະຈັກເທິງແຜ່ນດິນໂລກອີກ ແລະ ເນື່ອງຈາກການມາເຖິງຂອງໄພພິບັດ, ຜູ້ຄົນຈະສາມາດຄິດເຖິງສິ່ງທີ່ຢູ່ຕໍ່ໜ້າພວກເຂົາເທົ່ານັ້ນ ແລະ ຈະເບິ່ງຂ້າມສິ່ງອື່ນໆ ແລະ ມັນກໍຈະຍາກສຳລັບພວກເຂົາທີ່ຈະຮັບເອົາພຣະເຈົ້າທ່າມກາງໄພພິບັດ. ສະນັ້ນ ຜູ້ຄົນຈຶ່ງຖືກຮຽກຮ້ອງໃຫ້ຮັກພຣະເຈົ້າຢ່າງໝົດຫົວໃຈຂອງພວກເຂົາໃນຊ່ວງເວລາທີ່ມະຫັດສະຈັນນີ້ ເພື່ອວ່າພວກເຂົາຈະບໍ່ພາດໂອກາດ. ເມື່ອຄວາມຈິງນີ້ຜ່ານໄປ, ພຣະເຈົ້າກໍຈະໄດ້ເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໂດຍສິ້ນເຊີງ ແລະ ສະນັ້ນ ພາລະກິດແຫ່ງການເປັນພະຍານຂອງຜູ້ຄົນຂອງພຣະເຈົ້າກໍຈະສິ້ນສຸດລົງ; ຫຼັງຈາກນັ້ນ ພຣະເຈົ້າກໍຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດ ໂດຍທຳລາຍປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ໃນທີ່ສຸດ ກໍຈະຕອກຕະປູຄຶງຜູ້ຄົນທົ່ວຈັກກະວານເທິງໄມ້ກາງແຂນທາງປີ້ນ ແລ້ວຫຼັງຈາກນັ້ນ ພຣະອົງຈະທຳລາຍມະນຸດຊາດທັງປວງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນໃນອະນາຄົດຂອງພາລະກິດຂອງພຣະເຈົ້າ. ສະນັ້ນ ພວກເຈົ້າຄວນສະແຫວງຫາຢ່າງສຸດຄວາມສາມາດເພື່ອທີ່ຈະຮັກພຣະເຈົ້າໃນສະພາບແວດລ້ອມທີ່ສະຫງົບສຸກນີ້. ໃນອະນາຄົດ ພວກເຈົ້າຈະບໍ່ມີໂອກາດທີ່ຈະຮັກພຣະເຈົ້າອີກແລ້ວ ຍ້ອນຜູ້ຄົນພຽງແຕ່ມີໂອກາດຮັກພຣະເຈົ້າໃນເນື້ອໜັງເທົ່ານັ້ນ; ເມື່ອພວກເຂົາດຳລົງຊີວິດຢູ່ໃນໂລກອື່ນ ກໍຈະບໍ່ມີຜູ້ໃດເວົ້າເຖິງການຮັກພຣະເຈົ້າອີກ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນບໍ? ແລ້ວພວກເຈົ້າຄວນຮັກພຣະເຈົ້າແນວໃດໃນຊ່ວງເວລາທີ່ພວກເຈົ້າຍັງມີຊີວິດຢູ່? ເຈົ້າເຄີຍຄິດເຖິງສິ່ງນີ້ບໍ? ເຈົ້າກຳລັງລໍຖ້າຈົນເຖິງຫຼັງຈາກທີ່ເຈົ້າຕາຍແລ້ວຈຶ່ງຈະຮັກພຣະເຈົ້າບໍ? ນີ້ບໍ່ແມ່ນການສົນທະນາທີ່ວ່າງເປົ່າບໍ? ໃນປັດຈຸບັນ, ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາທີ່ຈະຮັກພຣະເຈົ້າ? ການຮັກພຣະເຈົ້າໃນຂະນະທີ່ກຳລັງຫຍຸ້ງວຽກຈະສາມາດເປັນຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າບໍ? ເຫດຜົນທີ່ວ່າເປັນຫຍັງຈຶ່ງເວົ້າວ່າ ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າຈະສິ້ນສຸດລົງໃນບໍ່ຊ້າ ກໍຍ້ອນວ່າ ພຣະເຈົ້າໄດ້ມີຄຳພະຍານຕໍ່ໜ້າຊາຕານແລ້ວ. ສະນັ້ນ ຈຶ່ງບໍ່ຈຳເປັນທີ່ຈະໃຫ້ມະນຸດເຮັດຫຍັງອີກເລີຍ; ມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ສະແຫວງຫາເພື່ອຮັກພຣະເຈົ້າໃນຊ່ວງເວລາທີ່ເຂົາມີຊີວິດຢູ່ເທົ່ານັ້ນ. ນີ້ແມ່ນກຸນແຈທີ່ສຳຄັນ. ຍ້ອນເງື່ອນໄຂຂອງພຣະເຈົ້າບໍ່ໄດ້ມີຫຼາຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມກັງວົນທີ່ເຜົາໄໝ້ໃນຫົວໃຈຂອງພຣະອົງ, ພຣະອົງຈຶ່ງໄດ້ເປີດເຜີຍບົດສະຫຼຸບຂອງຂັ້ນຕອນຕໍ່ໄປຂອງພາລະກິດກ່ອນຂັ້ນຕອນຂອງພາລະກິດນີ້ຈະສຳເລັດລົງ ເຊິ່ງສະແດງຢ່າງຊັດເຈນວ່າ ມີເວລາຫຼາຍສໍ່າໃດ; ຖ້າພຣະເຈົ້າບໍ່ກັງວົນໃນຫົວໃຈຂອງພຣະອົງ, ພຣະອົງຈະກ່າວພຣະທຳເຫຼົ່ານີ້ຢ່າງໄວແບບນັ້ນບໍ? ມັນເປັນຍ້ອນວ່າ ພຣະເຈົ້າມີເວລາສັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນລັກສະນະນີ້. ຫວັງວ່າພວກເຈົ້າຈະສາມາດຮັກພຣະເຈົ້າໝົດຫົວໃຈຂອງພວກເຈົ້າ, ໝົດຄວາມຄິດຂອງພວກເຈົ້າ ແລະ ໝົດກຳລັງຂອງພວກເຈົ້າ ຄືກັບພວກເຈົ້າຮັກຊີວິດຂອງພວກເຈົ້າເອງ. ນີ້ບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ? ພວກເຈົ້າຈະສາມາດຄົ້ນພົບຄວາມໝາຍຂອງຊີວິດໄດ້ຢູ່ໃສອີກ? ເຈົ້າບໍ່ແມ່ນຕາບອດເກີນໄປບໍ? ເຈົ້າເຕັມໃຈທີ່ຈະຮັກພຣະເຈົ້າບໍ? ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດບໍ? ຜູ້ຄົນສົມຄວນແກ່ຄວາມເຫຼື້ອມໃສຂອງມະນຸດບໍ? ແລ້ວເຈົ້າຄວນເຮັດແນວໃດ? ໃຫ້ຮັກພຣະເຈົ້າຢ່າງຈິຈັງ ໂດຍບໍ່ມີເງື່ອນໄຂ ແລະ ເບິ່ງວ່າພຣະເຈົ້າຈະເຮັດຫຍັງກັບເຈົ້າ. ເບິ່ງວ່າພຣະອົງຈະຂ້າເຈົ້າຖິ້ມ ຫຼື ບໍ່. ສະຫຼຸບກໍຄື ໜ້າທີ່ຂອງການຮັກພຣະເຈົ້າສຳຄັນໄປກວ່າການກ່າຍ ແລະ ການຂຽນສິ່ງຕ່າງໆລົງເພື່ອພຣະເຈົ້າ. ເຈົ້າຄວນໃຫ້ບຸລິມະສິດກັບສິ່ງທີ່ສຳຄັນທີ່ສຸດ ເພື່ອວ່າຊີວິດຂອງເຈົ້າຈະມີຄຸນຄ່າຫຼາຍຂຶ້ນ ແລະ ເຕັມໄປດ້ວຍຄວາມສຸກ ແລະ ຫຼັງຈາກນັ້ນ ເຈົ້າກໍຄວນລໍຖ້າ “ການພິພາສາກ” ຂອງພຣະເຈົ້າສຳລັບເຈົ້າ. ເຮົາສົງໄສວ່າແຜນການຂອງເຈົ້າຈະລວມມີການຮັກພຣະເຈົ້າ ຫຼື ບໍ່, ເຮົາປາຖະໜາໃຫ້ແຜນການຂອງທຸກຄົນກາຍເປັນສິ່ງທີ່ຖືກພຣະເຈົ້າເຮັດໃຫ້ສຳເລັດ ແລະ ສິ່ງເຫຼົ່ານັ້ນທັງໝົດຈະກາຍເປັນຄວາມຈິງ.

ກ່ອນນີ້: ບົດທີ 41

ຕໍ່ໄປ: ບົດທີ 44 ແລະ 45

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

ບັນຫາທົ່ວໄປທີ່ເກີດຂຶ້ນກັບມະນຸດທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ສາມາດເຮັດຕາມໄດ້. ປັດໄຈຢ່າງໜຶ່ງແມ່ນຍ້ອນມະນຸດບໍ່ເຕັມໃຈທີ່ຈະຮັບຜົນຕາມມາ...

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ຊີວິດທາງຈິດວິນຍານທໍາມະດານໍາພາຄົນໄປສູ່ທາງທີ່ຖືກຕ້ອງ

ພວກເຈົ້າໄດ້ຍ່າງໃນສ່ວນທີ່ນ້ອຍຫຼາຍໃນເສັ້ນທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ...

ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາການຢູ່ລອດຂອງພຣະເຈົ້າ

ຜູ້ຄົນຈໍາເປັນຕ້ອງປັບປຸງຄວາມສາມາດຂອງຕົນເພື່ອການຖືກຮັບ ແລະ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈ ແລະ ຮູ້ຈັກວິທີປະຕິບັດຕາມພຣະທຳຂອງພຣະເຈົ້າ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger