ບົດທີ 41
ພຣະເຈົ້າປະຕິບັດພາລະກິດໃນມະນຸດແນວໃດ? ພວກເຈົ້າຄິດສິ່ງນີ້ອອກບໍ? ມັນຊັດເຈນສໍາລັບພວກເຈົ້າບໍ? ແລ້ວພຣະອົງປະຕິບັດພາລະກິດໃນຄຣິສຕະຈັກແນວໃດ? ມຸມມອງຂອງພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້ແມ່ນຫຍັງ? ພວກເຈົ້າເຄີຍພິຈາລະນາຄໍາຖາມເຫຼົ່ານີ້ບໍ? ພຣະອົງປະສົງທີ່ຈະບັນລຸຫຍັງຜ່ານພາລະກິດຂອງພຣະອົງໃນຄຣິສຕະຈັກ? ສິ່ງເຫຼົ່ານີ້ທັງໝົດແມ່ນຊັດເຈນຕໍ່ພວກເຈົ້າບໍ? ຖ້າບໍ່ຊັດເຈນ, ທຸກສິ່ງທີ່ພວກເຈົ້າເຮັດກໍຈະບໍ່ມີປະໂຫຍດ ແລະ ເປົ່າວ່າງ! ພຣະທໍາເຫຼົ່ານີ້ບໍ່ໄດ້ດົນໃຈພວກເຈົ້າບໍ? ມີພຽງແຕ່ຄວາມກ້າວໜ້າຢ່າງຫ້າວຫັນໂດຍບໍ່ມີການຖອຍຫຼັງກັບຢ່າງຊ້າໆ, ສິ່ງນີ້ຈະຕອບສະໜອງຄວາມປະສົງຂອງພຣະເຈົ້າໄດ້ບໍ? ການຮ່ວມມືແບບຕາບອດພຽງພໍແລ້ວບໍ? ພວກເຈົ້າຄວນເຮັດຫຍັງ ຖ້າພວກເຈົ້າບໍ່ມີຄວາມຊັດເຈນກ່ຽວກັບນິມິດ? ເປັນໄປໄດ້ບໍທີ່ຈະບໍ່ສະແຫວງຫາເພີ່ມເຕີມ? ພຣະເຈົ້າກ່າວວ່າ: “ຄັ້ງໜຶ່ງເຮົາເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນທ່າມກາງມະນຸດ ແຕ່ພວກເຂົາບໍ່ສັງເກດເຫັນ ເຮົາຈຶ່ງໄດ້ໃຊ້ພຣະທໍາຂອງເຮົາເພື່ອເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຂົາເທື່ອລະໜ້ອຍ. ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາ ແລະ ເຂົາຍັງບໍ່ຮູ້ຈຸດປະສົງຂອງແຜນການຂອງເຮົາ”. ພຣະທໍາເຫຼົ່ານີ້ໝາຍເຖິງຫຍັງ? ພວກເຈົ້າເຄີຍພິຈາລະນາຈຸດປະສົງນີ້ບໍ? ເຮົາສ້າງມັນໂດຍບໍ່ໄດ້ໄຕ່ຕອງ ແລະ ບໍ່ມີເປົ້າໝາຍແທ້ບໍ? ຖ້າເປັນເຊັ່ນນັ້ນ ແລ້ວຈຸດປະສົງຈະແມ່ນຫຍັງ? ຖ້າຈຸດປະສົງນີ້ບໍ່ຊັດເຈນ ແລະ ບໍ່ສາມາດເຂົ້າໃຈໄດ້ສໍາລັບພວກເຈົ້າ ແລ້ວຈະສາມາດບັນລຸການຮ່ວມມືທີ່ແທ້ຈິງໄດ້ແນວໃດ? ພຣະເຈົ້າກ່າວວ່າ ການສະແຫວງຫາມະນຸດທຸກຄົນແມ່ນຢູ່ທະເລທີ່ບໍ່ມີຂອບເຂດ ແລະ ໃນທ່າມກາງທິດສະດີທີ່ຂຽນໃນຄໍາເວົ້າທີ່ວ່າງເປົ່າ. ສໍາລັບການສະແຫວງຫາຂອງພວກເຈົ້າ, ແມ່ນແຕ່ເຈົ້າກໍຍັງບໍ່ສາມາດອະທິບາຍໄດ້ວ່າ ພວກມັນຈັດຢູ່ໃນປະເພດໃດ. ພຣະເຈົ້າຕ້ອງການບັນລຸຫຍັງໃນມະນຸດ? ພວກເຈົ້າຄວນມີຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານີ້ທັງໝົດ. ມັນແມ່ນພຽງເພື່ອເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍໃນທາງທີ່ບໍ່ດີເທົ່ານັ້ນບໍ? ຫຼັງຈາກໄດ້ເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍແລ້ວ, ພຣະເຈົ້າຈະໄປໃນພູເຂົາໂດຍມືເປົ່າ ແລະ ດໍາລົງຊີວິດຢູ່ໃນນັ້ນຢ່າງສັນໂດດແທ້ບໍ? ແລ້ວພຣະເຈົ້າຕ້ອງການຫຍັງ? ພຣະອົງຕ້ອງການຫົວໃຈຂອງມະນຸດແທ້ບໍ? ຫຼື ພຣະອົງຕ້ອງການຊີວິດຂອງພວກເຂົາ? ຫຼື ຄວາມຮັ່ງມີ ແລະ ຊັບສິນຂອງພວກເຂົາ? ສິ່ງເຫຼົ່ານີ້ຈະມີປະໂຫຍດຫຍັງ? ສິ່ງເຫຼົ່ານີ້ບໍ່ມີປະໂຫຍດສໍາລັບພຣະເຈົ້າ. ພຣະເຈົ້າປະຕິບັດພາລະກິດຢ່າງຫຼວງຫຼາຍໃນມະນຸດພຽງເພື່ອໃຊ້ເຂົາເປັນຫຼັກຖານໃນການເອົາໄຊນະເໜືອຊາຕານ ແລະ ເພື່ອວ່າພຣະອົງຈະໄດ້ສະແດງ “ຄວາມສາມາດ” ຂອງພຣະອົງເທົ່ານັ້ນບໍ? ແລ້ວພຣະເຈົ້າຈະບໍ່ເບິ່ງຄືວ່າຂ້ອນຂ້າງ “ເລັກນ້ອຍ” ບໍ? ພຣະເຈົ້າເປັນພຣະເຈົ້າປະເພດນັ້ນບໍ? ເປັນອົງທີ່ຄືກັນກັບເດັກນ້ອຍ ທີ່ລາກຜູ້ໃຫຍ່ໃຫ້ໄປຕີກັບຜູ້ອື່ນບໍ? ແລ້ວຈະມີປະໂຫຍດຫຍັງໃນສິ່ງນັ້ນ? ມະນຸດໃຊ້ແນວຄິດຂອງຕົວເອງເພື່ອປະເມີນພຣະເຈົ້າສະເໝີ. ຄັ້ງໜຶ່ງພຣະເຈົ້າເຄີຍກ່າວວ່າ: “ມີສີ່ລະດູໃນໜຶ່ງປີ ແລະ ສາມເດືອນໃນແຕ່ລະລະດູ”. ມະນຸດຟັງພຣະທໍາເຫຼົ່ານີ້, ຈົດຈໍາສິ່ງເຫຼົ່ານັ້ນເຂົ້າໃນຄວາມຊົງຈໍາ ແລະ ເວົ້າຕະຫຼອດວ່າ ມີສາມເດືອນໃນໜຶ່ງລະດູ ແລະ ສີ່ລະດູໃນໜຶ່ງປີ. ເມື່ອພຣະເຈົ້າຖາມວ່າ “ມີຈັກລະດູໃນໜຶ່ງປີ? ມີຈັກເດືອນໃນໜຶ່ງປີ”? ມະນຸດກໍຕອບເປັນສຽງດຽວກັນວ່າ “ສີ່ລະດູ, ສາມເດືອນ”. ມະນຸດພະຍາຍາມກໍານົດພຣະເຈົ້າດ້ວຍທິທີທາງແຫ່ງກົດເກນຕະຫຼອດ ແລະ ໃນຕອນນີ້ ເມື່ອໄດ້ເຂົ້າສູ່ຍຸກຂອງ “ສາມລະດູໃນໜຶ່ງປີ, ສີ່ເດືອນໃນໜຶ່ງລະດູ” ມະນຸດກໍຍັງບໍ່ຮູ້ ຄືກັບວ່າເຂົາຕາບອດ ໂດຍຊອກຫາກົດເກນໃນທຸກໆສິ່ງ. ໃນປັດຈຸບັນ, ມະນຸດພະຍາຍາມໃຊ້ “ກົດເກນ” ຂອງພວກເຂົາກັບພຣະເຈົ້າ! ພວກເຂົາຈັ່ງແມ່ນຕາບອດແທ້ໆ! ພວກເຂົາບໍ່ເຫັນບໍວ່າຕອນນີ້ບໍ່ມີ “ລະດູໜາວ”, ມີແຕ່ “ລະດູໃບໄມ້ປົ່ງ, ລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ?” ມະນຸດຈັ່ງແມ່ນໂງ່ແທ້ໆ! ເມື່ອໄດ້ມາຜ່ານສິ່ງນີ້ ແລ້ວຍັງບໍ່ຮູ້ວິທີໃນການຮູ້ຈັກພຣະເຈົ້າ ຄືກັບຄົນໃນຊຸ່ມປີ 1920 ທີ່ຄິດວ່າ ການຂົນສົ່ງບໍ່ສະດວກສະບາຍ ແລະ ທຸກຄົນຄວນຍ່າງ ຫຼື ຈູງລານ້ອຍ ຫຼື ຜູ້ທີ່ຄິດວ່າ ຜູ້ຄົນຄວນໃຊ້ນໍ້າມັນຕະກຽງ ຫຼື ຜູ້ທີ່ເຊື່ອວ່າ ແນວທາງຊີວິດແບບບູຮານແມ່ນດີກວ່າ. ສິ່ງເຫຼົ່ານີ້ທັງໝົດບໍ່ແມ່ນແນວຄິດທີ່ມີໃນສະໝອງຂອງມະນຸດບໍ? ເປັນຫຍັງພວກເຂົາຍັງເວົ້າກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາໃນປັດຈຸບັນ? ສິ່ງນີ້ມີປະໂຫຍດຫຍັງ? ມັນຄ້າຍຄືກັບແມ່ເຖົ້າຄົນໜຶ່ງທີ່ຈົ່ມກ່ຽວກັບອະດີດຂອງລາວ. ຄໍາເວົ້າເຫຼົ່ານີ້ມີປະໂຫຍດຫຍັງບໍ່? ຢ່າງໃດກໍຕາມ, ປັດຈຸບັນກໍຄືປັດຈຸບັນ; ເວລາສາມາດຫວນຄືນໄປເມື່ອ 20 ຫຼື 30 ປີຫຼັງໄດ້ບໍ? ທຸກຄົນໄປຕາມຄື້ນ; ເປັນຫຍັງພວກເຂົາຈຶ່ງລັງເລທີ່ຈະຍອມຮັບສິ່ງນີ້? ໃນຍຸກແຫ່ງການຂ້ຽນຕີປັດຈຸບັນ, ການເວົ້າກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາແມ່ນມີປະໂຫຍດຫຍັງ? ຄວາມເມດຕາ ແລະ ຄວາມກະລຸນາ, ພຣະເຈົ້າມີແຕ່ສິ່ງນີ້ບໍ? ໃນຍຸກແຫ່ງ “ແປ້ງ ແລະ ເຂົ້າ” ນີ້, ເປັນຫຍັງຜູ້ຄົນຈຶ່ງສືບຕໍ່ກິນ “ໝາກເດີຍ ແລະ ຜັກປ່າ”? ສິ່ງທີ່ພຣະເຈົ້າບໍ່ເຕັມໃຈເຮັດ, ມະນຸດກໍບັງຄັບໃຫ້ພຣະອົງເຮັດ. ຖ້າພຣະອົງຕໍ່ຕ້ານ, ພຣະອົງກໍຖືກເອີ້ນວ່າເປັນ “ຜູ້ຕໍ່ຕ້ານການປະຕິວັດ” ແລະ ເຖິງວ່າຈະມີການເວົ້າຄັ້ງໜຶ່ງມາແລ້ວ ແລະ ມີການເວົ້າອີກວ່າ ພຣະເຈົ້າບໍ່ແມ່ນພຣະເຈົ້າທີ່ມີຄວາມເມດຕາ ຫຼື ຄວາມຮັກໂດຍກໍາເນີດ ແຕ່ມີຜູ້ໃດຟັງແດ່? ມະນຸດຈັ່ງແມ່ນບໍ່ສົມເຫດສົມຜົນຫຼາຍ. ມັນເປັນຄືກັບວ່າ ພຣະທໍາຂອງພຣະເຈົ້າບໍ່ມີຜົນຫຍັງເລີຍ. ມະນຸດເບິ່ງພຣະທໍາຂອງເຮົາເປັນແສງສະຫວ່າງທີ່ແຕກຕ່າງສະເໝີ. ພຣະເຈົ້າແມ່ນຖືກມະນຸດຂົ່ມເຫັງຕະຫຼອດມາ ຄືກັບວ່າ ໄດ້ມີການກ່າວຫາຄວາມຜິດທາງອາຍາໃສ່ຜູ້ຄົນບໍລິສຸດໂດຍທີ່ບໍ່ມີຫຼັກຖານ. ແລ້ວມີຜູ້ໃດທີ່ສາມາດຄິດຄືກັນກັບພຣະເຈົ້າແດ່? ພວກເຈົ້າເຕັມໃຈດໍາລົງຊີວິດໃນຄວາມເມດຕາ ແລະ ຄວາມກະລຸນາຂອງພຣະເຈົ້າຕະຫຼອດ ແລ້ວມີຫຍັງໃຫ້ພຣະເຈົ້າເຮັດ ນອກຈາກອົດທົນຕໍ່ການດູຖູກຂອງມະນຸດ? ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະສໍາຫຼວດຢ່າງລະອຽດເຖິງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ ກ່ອນທີ່ຈະຖຽງກັບພຣະເຈົ້າ. ແຕ່ເຮົາແນະນໍາໃຫ້ເຈົ້າເບິ່ງເຂົ້າໄປໃນຄວາມໝາຍເດີມຂອງພຣະທໍາຂອງພຣະເຈົ້າຢ່າງລະມັດລະວັງ. ຢ່າຄິດວ່າ ຕົວເອງສະຫຼາດໃນການເຊື່ອວ່າ ພຣະທໍາຂອງພຣະເຈົ້າໄດ້ “ຈາງລົງ”. ບໍ່ຈໍາເປັນໃນສິ່ງນັ້ນເລີຍ! ຜູ້ໃດສາມາດບອກວ່າ ພຣະທໍາຂອງພຣະເຈົ້າ “ຈາງລົງ” ສໍ່າໃດບໍ? ນອກຈາກວ່າ ພຣະເຈົ້າຈະກ່າວໂດຍກົງ ຫຼື ລະບຸຢ່າງຊັດເຈນ. ຈົ່ງຢ່າຄິດວ່າ ຕົວເອງສູງສົ່ງ. ຖ້າພວກເຈົ້າສາມາດເຫັນເສັ້ນທາງແຫ່ງການປະຕິບັດຈາກພຣະທໍາຂອງພຣະເຈົ້າ, ພວກເຈົ້າກໍຈະຕອບສະໜອງຄວາມຕ້ອງການຂອງພຣະອົງ. ພວກເຈົ້າປາຖະໜາຢາກເຫັນສິ່ງໃດອີກ? ພຣະເຈົ້າກ່າວວ່າ “ເຮົາຈະຢຸດສະແດງຄວາມເມດຕາຕໍ່ຄວາມອ່ອນແອຂອງມະນຸດ”. ຖ້າພວກເຈົ້າບໍ່ສາມາດເຂົ້າໃຈແມ່ນແຕ່ຄວາມໝາຍຂອງປະໂຫຍກທີ່ຈະແຈ້ງ ແລະ ທໍາມະດານີ້ ແລ້ວການສຶກສາ ແລະ ການກວດສອບເພີ່ມເຕີມຈະມີຄວາມໝາຍຫຍັງ? ຖ້າບໍ່ມີຄວາມຮູ້ພື້ນຖານທີ່ສຸດກ່ຽວກັບກົນຈັກ ແລ້ວພວກເຈົ້າຈະມີຄຸນສົມບັດໃນການສ້າງຈະຫຼວດໄດ້ບໍ? ຄົນດັ່ງກ່າວບໍ່ແມ່ນຄົນທີ່ໂອ້ອວດຢ່າງບໍ່ມີປະໂຫຍດບໍ? ມະນຸດບໍ່ມີຊັບພະຍາກອນໃນການເຮັດພາລະກິດຂອງພຣະເຈົ້າ; ແມ່ນພຣະເຈົ້າເອງທີ່ຍົກສູງພວກເຂົາ. ພຽງແຕ່ຮັບໃຊ້ພຣະອົງໂດຍບໍ່ຮູ້ວ່າ ພຣະອົງຮັກຫຍັງ ຫຼື ກຽດຊັງຫຍັງ, ນີ້ບໍ່ແມ່ນສູດແຫ່ງຄວາມພິນາດບໍ? ມະນຸດບໍ່ຮູ້ຈັກຕົວເອງ ແຕ່ຄິດວ່າ ຕົວເອງພິເສດຫຼາຍ. ພວກເຂົາຄິດວ່າພວກເຂົາແມ່ນໃຜ! ພວກເຂົາບໍ່ຮູ້ວ່າ ສິ່ງໃດດີ ຫຼື ສິ່ງໃດບໍ່ດີ. ຈົ່ງຄິດຄືນຫຼັງເຖິງອະດີດ ແລະ ເບິ່ງໄປທາງໜ້າເຖິງອະນາຄົດ. ສິ່ງນັ້ນຟັງເບິ່ງຄືແນວໃດ? ຫຼັງຈາກນັ້ນກໍໃຫ້ມາຮູ້ຈັກຕົວເຈົ້າເອງ.
ພຣະເຈົ້າໄດ້ເປີດເຜີຍຫຼາຍສິ່ງກ່ຽວກັບເຈດຕະນາ ແລະ ເປົ້າໝາຍຂອງມະນຸດ. ພຣະອົງກ່າວວ່າ “ພຽງເມື່ອນັ້ນ ເຮົາຈຶ່ງເຫັນເຈດຕະນາ ແລະ ເປົ້າໝາຍຂອງມະນຸດຢ່າງຊັດເຈນ. ເຮົາເສົ້າໃຈພາຍໃນກ້ອນເມກ: ເປັນຫຍັງມະນຸດຈຶ່ງເຮັດເພື່ອຕົວເອງຕະຫຼອດ? ການຂ້ຽນຕີຂອງເຮົາບໍ່ໄດ້ມີເຈດຕະນາເຮັດໃຫ້ພວກເຂົາສົມບູນບໍ? ເຮົາຈົງໃຈໂຈມຕີທັດສະນະຄະຕິທີ່ດີຂອງພວກເຂົາບໍ?” ພວກເຈົ້າໄດ້ຮຽນຮູ້ຫຼາຍສໍ່າໃດກ່ຽວກັບຕົວເອງຈາກພຣະທໍາເຫຼົ່ານີ້? ເຈດຕະນາ ແລະ ເປົ້າໝາຍຂອງມະນຸດໄດ້ຫາຍໄປຢ່າງແທ້ຈິງບໍ? ພວກເຈົ້າໄດ້ເບິ່ງເຂົ້າໃນສິ່ງນີ້ດ້ວຍຕົວເອງບໍ? ພວກເຈົ້າອາດຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ພະຍາຍາມເຂົ້າໃຈສິ່ງນີ້: ພາລະກິດແຫ່ງການຂ້ຽນຕີທີ່ພຣະເຈົ້າໄດ້ປະຕິບັດໃນຕົວພວກເຈົ້າແມ່ນໄດ້ບັນລຸຜົນຫຍັງ? ພວກເຈົ້າໄດ້ສະຫຼຸບສິ່ງນີ້ແລ້ວບໍ? ບາງເທື່ອຜົນຮັບແມ່ນພຽງໜ້ອຍດຽວ; ບໍ່ດັ່ງນັ້ນ, ພວກເຈົ້າກໍຈະເວົ້າກ່ຽວກັບມັນດ້ວຍຄໍາສັບທີ່ຫຼູຫຼາໄປແລ້ວ. ພຣະເຈົ້າໃຫ້ພວກເຈົ້າບັນລຸຫຍັງ? ຈາກບັນດາພຣະທໍາທັງຫຼາຍທີ່ໄດ້ກ່າວກັບພວກເຈົ້າ, ມີຈັກຂໍ້ທີ່ໄດ້ບັນລຸຜົນ ແລະ ມີຈັກຂໍ້ທີ່ບໍ່ມີຜົນຫຍັງ? ໃນສາຍຕາຂອງພຣະເຈົ້າ, ມີພຽງພຣະທໍາເລັກນ້ອຍຂອງພຣະອົງເທົ່ານັ້ນທີ່ໄດ້ບັນລຸຜົນ; ນີ້ກໍຍ້ອນວ່າ ມະນຸດບໍ່ເຄີຍສາມາດແປຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງພຣະອົງ ແລະ ສິ່ງທີ່ເຂົາຍອມຮັບເອົາຄືສຽງສະທ້ອນຂອງພຣະທໍາທີ່ສະທ້ອນຈາກກໍາແພງ. ນີ້ແມ່ນວິທີທາງໃນການຮູ້ຈັກຄວາມປະສົງຂອງພຣະເຈົ້າບໍ? ໃນອະນາຄົດອັນໃກ້ນີ້, ພຣະເຈົ້າຈະມີພາລະກິດໃຫ້ມະນຸດເຮັດຫຼາຍຂຶ້ນ; ມະນຸດຈະສາມາດເຮັດພາລະກິດນັ້ນໃຫ້ສໍາເລັດດ້ວຍວຸດທິພາວະນ້ອຍໆທີ່ເຂົາມີໃນຕອນນີ້ບໍ? ຖ້າບໍ່ອອກນອກເສັ້ນທາງ ກໍຈະເຮັດຜິດພາດ ຫຼື ບໍ່ສະນັ້ນ ກໍຈະອວດດີ. ເບິ່ງຄືວ່າ ສິ່ງດັ່ງກ່າວແມ່ນທໍາມະຊາດຂອງມະນຸດ. ເຮົາເຫັນສິ່ງນີ້ເປັນສິ່ງທີ່ເຂົ້າໃຈຍາກ: ເຖິງແມ່ນວ່າພຣະເຈົ້າຈະໄດ້ກ່າວໄວ້ຢ່າງຫຼວງຫຼາຍ ແຕ່ເປັນຫຍັງມະນຸດຈຶ່ງບໍ່ໃສ່ໃຈສິ່ງເຫຼົ່ານັ້ນ? ເປັນໄປໄດ້ບໍ່ວ່າພຣະເຈົ້າຈະເວົ້າຫຼິ້ນກັບມະນຸດ ແລະ ບໍ່ຊອກຫາຜົນໄດ້ຮັບຫຍັງເລີຍ? ຫຼື ເປັນການເຮັດໃຫ້ມະນຸດຫຼິ້ນລະຄອນທີ່ມີຊື່ວ່າ “ຄວາມມ່ວນຊື່ນ, ຄວາມໂມໂຫ, ຄວາມໂສກເສົ້າ ແລະ ຄວາມສຸກ” ບໍ? ເປັນການເຮັດໃຫ້ມະນຸດມີຄວາມສຸກໃນຊ່ວງໄລຍະໜຶ່ງ ແລ້ວຕໍ່ມາກໍເຮັດໃຫ້ເຂົາຮ້ອງໄຫ້. ແລ້ວຫຼັງຈາກນັ້ນ ເມື່ອມະນຸດລົງຈາກເວທີກໍຖືກປ່ອຍໃຫ້ເຂົາເຮັດຕາມໃຈບໍ? ຜົນຈາກສິ່ງນີ້ຈະເປັນແນວໃດ? “ເປັນຫຍັງການຮຽກຮ້ອງທີ່ເຮົາມີຕໍ່ມະນຸດຈຶ່ງບໍ່ມີຜົນຕະຫຼອດ? ເປັນໄປໄດ້ບໍວ່າ ເຮົາກໍາລັງຂໍໃຫ້ໝາປີນຕົ້ນໄມ້? ເຮົາກໍາລັງສ້າງຄວາມວຸ້ນວາຍກັບສິ່ງທີ່ບໍ່ມີຫຍັງບໍ”? ພຣະທໍາທັງໝົດຂອງພຣະເຈົ້າແມ່ນແນໃສ່ສະພາບຕົວຈິງຂອງມະນຸດ. ມັນຈະບໍ່ເສຍຫາຍຫຍັງທີ່ຈະເບິ່ງຈາກພາຍໃນມະນຸດທຸກຄົນ ເພື່ອເບິ່ງວ່າ ຜູ້ໃດກໍາລັງດໍາລົງຊີວິດພາຍໃນພຣະທໍາຂອງພຣະເຈົ້າ. “ແມ່ນແຕ່ໃນຕອນນີ້, ດິນສ່ວນໃຫຍ່ກໍຍັງສືບຕໍ່ປ່ຽນແປງ. ໃນມື້ໃດມື້ໜຶ່ງ, ຖ້າດິນປ່ຽນແປງເປັນປະເພດອື່ນຢ່າງແທ້ຈິງ, ເຮົາກໍຈະປະຖິ້ມມັນໄວ້ທາງຂ້າງດ້ວຍການດີດມືຂອງເຮົາ. ນີ້ບໍ່ແມ່ນພາລະກິດຂອງເຮົາໃນຍຸກປັດຈຸບັນຢ່າງແທ້ຈິງບໍ?” ແທ້ຈິງແລ້ວ ແມ່ນແຕ່ໃນຕອນນີ້ ພຣະເຈົ້າກໍາລັງປະຕິບັດພາລະກິດນີ້; ແຕ່ຢ່າງໃດກໍຕາມ, ສິ່ງທີ່ພຣະອົງກ່າວກ່ຽວກັບ “ການປະຖິ້ມໄວ້ທາງຂ້າງດ້ວຍການດີດມືຂອງເຮົາ” ແມ່ນໝາຍເຖິງອະນາຄົດ ຍ້ອນວ່າທຸກສິ່ງຕ້ອງມີຂະບວນການ. ພາລະກິດໃນປັດຈຸບັນຂອງພຣະເຈົ້າມີແນວໂນ້ມໄປທາງນີ້. ສິ່ງນີ້ບໍ່ຊັດເຈນສໍາລັບພວກເຈົ້າບໍ? ໃນເຈດຕະນາຂອງມະນຸດແມ່ນມີຂໍ້ບົກຜ່ອງ ແລະ ວິນຍານທີ່ສົກກະປົກກໍໄດ້ສວຍໂອກາດນີ້ເພື່ອເຂົ້າໄປສະຖິດຢູ່ຂ້າງໃນ. ໃນເວລານີ້, “ດິນ ແດນປ່ຽນແປງເປັນປະເພດອື່ນຢ່າງແທ້ຈິງ”. ຜູ້ຄົນກໍຈະປະສົບກັບການປ່ຽນແປງທາງດ້ານຄຸນນະພາບ ເຖິງຈະບໍ່ແມ່ນການປ່ຽນແປງໃນທາດແທ້ຂອງພວກເຂົາ ເນື່ອງຈາກວ່າ ຈະມີສິ່ງອື່ນຢູ່ເທິງແຜ່ນດິນໂລກທີ່ໄດ້ພັດທະນາຂຶ້ນ. ເວົ້າອີກແບບໜຶ່ງກໍຄື ແຜ່ນດິນໂລກເດີມແລ້ວແມ່ນດ້ອຍກວ່າ ແຕ່ຫຼັງຈາກໄດ້ມີການປັບປຸງ ມັນກໍອາດຈະໃຊ້ໄດ້. ຢ່າງໃດກໍຕາມ, ຫຼັງຈາກໄດ້ມີການນໍາໃຊ້ມັນໄລຍະໜຶ່ງ ແລະ ບໍ່ໄດ້ມີການນໍາໃຊ້ອີກຕໍ່ໄປ ມັນກໍຈະປ່ຽນກັບຄືນສູ່ຮູບຮ່າງເກົ່າຂອງມັນເທື່ອລະໜ້ອຍ. ນີ້ແມ່ນການສະຫຼຸບຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະເຈົ້າ. ພາລະກິດໃນອະນາຄົດຈະຊັບຊ້ອນກວ່າເກົ່າ ຍ້ອນວ່າມັນຈະເປັນເວລາທີ່ທຸກສິ່ງຈະຖືກແຍກອອກຕາມປະເພດຂອງມັນ. ໃນບ່ອນທີ່ພົບປະກັນ, ເມື່ອທຸກສິ່ງສິ້ນສຸດລົງ ກໍຈະມີຄວາມວຸ້ນວາຍຢ່າງຫຼີກເວັ້ນບໍ່ໄດ້ ແລະ ມະນຸດກໍຈະບໍ່ມີຄວາມເຊື່ອໝັ້ນຢ່າງແຮງກ້າ. ມັນເປັນດັ່ງພຣະເຈົ້າທີ່ກ່າວໄວ້ວ່າ: “ມະນຸດລ້ວນແລ້ວແຕ່ເປັນນັກສະແດງທີ່ຮ້ອງເພງໄປຕາມທໍານອງເພງໃດກໍຕາມທີ່ຫຼິ້ນຢູ່”. ມະນຸດມີຄວາມສາມາດໃນການຮ້ອງເພງໄປກັບທໍານອງເພງໃດກໍຕາມທີ່ຫຼິ້ນຢູ່, ສະນັ້ນ ພຣະເຈົ້າຈຶ່ງຖືໂອກາດເອົາຂໍ້ບົກຜ່ອງນີ້ໃນຕົວພວກເຂົາເພື່ອດໍາເນີນຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງ ເຊິ່ງດ້ວຍເຫດນັ້ນ ກໍເປັນການເຮັດໃຫ້ມະນຸດທຸກຄົນມີຄວາມສາມາດແກ້ໄຂຂໍ້ບົກຜ່ອງນີ້. ມັນເປັນຍ້ອນວ່າ ພວກເຂົາບໍ່ມີວຸດທິພາວະທີ່ແທ້ຈິງ ມະນຸດຈຶ່ງເປັນຄືກັບຫຍ້າທີ່ເຕີບໃຫຍ່ຢູ່ເທິງກໍາແພງ. ຖ້າພວກເຂົາໄດ້ຮັບວຸດທິພາວະ, ພວກເຂົາຈະເປັນຕົ້ນໄມ້ທີ່ໃຫຍ່ສູງທີ່ແຕະທ້ອງຟ້າ. ພຣະເຈົ້າມີເຈດຕະນາໃຊ້ສ່ວນໜຶ່ງຈາກພາລະກິດຂອງວິນຍານຊົ່ວຮ້າຍ ເພື່ອເຮັດໃຫ້ສ່ວນໃດໜຶ່ງຂອງມະນຸດສົມບູນ, ເຮັດໃຫ້ຜູ້ຄົນເຫຼົ່ານີ້ສາມາດເບິ່ງເຫັນຢ່າງສົມບູນເຖິງຄວາມຊົ່ວຊ້າຂອງມານຮ້າຍ ແລະ ເພື່ອໃຫ້ມະນຸດທຸກຄົນສາມາດຮູ້ຈັກ “ບັນພະບຸລຸດ” ຂອງພວກເຂົາຢ່າງແທ້ຈິງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະສາມາດເປັນອິດສະຫຼະຢ່າງສົມບູນ ໂດຍບໍ່ພຽງແຕ່ຈະປະຖິ້ມລູກຫຼານຂອງມານຮ້າຍ ແຕ່ເຖິງກັບຈະປະຖິ້ມບັນພະບຸລຸດຂອງມານຮ້າຍນໍາ. ນີ້ແມ່ນຈຸດປະສົງທີ່ແທ້ຈິງຂອງພຣະເຈົ້າໃນການເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ຢ່າງສິ້ນເຊີງ ເພື່ອເຮັດໃຫ້ມະນຸດທຸກຄົນຮູ້ຈັກຮູບຮ່າງທີ່ແທ້ຈິງຂອງມັງກອນແດງທີ່ຍິ່ງໃຫຍ່, ເພື່ອຈີກໜ້າກາກຂອງມັນອອກທັງໝົດ ແລະ ເພື່ອເບິ່ງຮູບຮ່າງທີ່ແທ້ຈິງຂອງມັນ. ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການຈະບັນລຸ, ມັນຄືເປົ້າໝາຍສຸດທ້າຍຂອງພາລະກິດທັງໝົດທີ່ພຣະອົງໄດ້ປະຕິບັດຢູ່ເທິງແຜ່ນດິນໂລກ ແລະ ມັນແມ່ນສິ່ງທີ່ພຣະອົງຕັ້ງເປົ້າໝາຍທີ່ຈະບັນລຸໃນມະນຸດຊາດທຸກຄົນ. ນີ້ເອີ້ນວ່າ ການລະດົມທຸກສິ່ງ ເພື່ອຮັບໃຊ້ຈຸດປະສົງຂອງພຣະເຈົ້າ.
ສ່ວນພາລະກິດໃນອະນາຄົດ, ພວກເຈົ້າມີຄວາມຊັດເຈນກ່ຽວກັບວິທີທີ່ພາລະກິດນັ້ນຈະຖືກປະຕິບັດບໍ? ຕ້ອງມີຄວາມເຂົ້າໃຈຕໍ່ສິ່ງເຫຼົ່ານີ້. ຍົກຕົວຢ່າງ: ເປັນຫຍັງພຣະເຈົ້າກ່າວວ່າ ມະນຸດບໍ່ເອົາໃຈໃສ່ໃນສິ່ງທີ່ພວກເຂົາຄວນເຮັດ? ເປັນຫຍັງພຣະອົງຈຶ່ງກ່າວວ່າ ມີຫຼາຍຄົນທີ່ບໍ່ສາມາດເຮັດສໍາເລັດ “ວຽກບ້ານ” ທີ່ພຣະອົງໄດ້ມອບໝາຍໃຫ້ພວກເຂົາ? ສິ່ງເຫຼົ່ານີ້ຈະສາມາດບັນລຸໄດ້ແນວໃດ? ພວກເຈົ້າເຄີຍພິຈາລະນາຄໍາຖາມເຫຼົ່ານີ້ບໍ? ສິ່ງເຫຼົ່ານີ້ໄດ້ກາຍເປັນຫົວຂໍ້ກ່ຽວກັບການສົນທະນາສໍາລັບເຈົ້າແລ້ວບໍ? ໃນຂັ້ນຕອນນີ້ຂອງພາລະກິດ, ມະນຸດຕ້ອງຖືກເຮັດໃຫ້ເຂົ້າໃຈກ່ຽວກັບເຈດຕະນາໃນປັດຈຸບັນຂອງພຣະເຈົ້າ. ຫຼັງຈາກສິ່ງນີ້ໄດ້ຖືກບັນລຸ ແລ້ວສິ່ງອື່ນໆກໍຈຶ່ງຈະສາມາດຍົກຂຶ້ນມາສົນທະນາໄດ້. ນີ້ບໍ່ແມ່ນວິທີທີ່ດີເລີດໃນການເຮັດສິ່ງຕ່າງໆບໍ? ສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸໃນມະນຸດແມ່ນຈໍາເປັນຕ້ອງໄດ້ຖືກອະທິບາຍຢ່າງຊັດເຈນ, ບໍ່ສະນັ້ນ ທຸກຢ່າງຈະບໍ່ມີປະໂຫຍດຫຍັງ ແລະ ມະນຸດຈະບໍ່ສາມາດເຂົ້າເຖິງສິ່ງນີ້ໄດ້ ແລ້ວແຮງໄກທີ່ຈະບັນລຸມັນໄດ້ ແລະ ທຸກຢ່າງກໍຈະເປັນການເວົ້າທີ່ວ່າງເປົ່າ. ສໍາລັບສິ່ງທີ່ພຣະເຈົ້າໄດ້ກ່າວໃນປັດຈຸບັນ, ພວກເຈົ້າໄດ້ພົບເຫັນເສັ້ນທາງໃນການນໍາສິ່ງນີ້ໄປປະຕິບັດແລ້ວບໍ? ທຸກຄົນມີຄວາມຮູ້ສຶກຢ້ານກ່ຽວກັບພຣະທໍາຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຂົ້າໃຈພຣະທໍາເຫຼົ່ານີ້ຢ່າງຄົບຖ້ວນ ແຕ່ພວກເຂົາກໍຍັງຢ້ານທີ່ຈະລ່ວງເກີນພຣະເຈົ້າ. ຈົນຮອດຕອນນີ້, ໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແມ່ນມີຈັກວິທີທາງທີ່ຖືກຄົ້ນພົບແລ້ວ? ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ; ແລ້ວຈະສາມາດແກ້ໄຂສິ່ງນີ້ໄດ້ແນວໃດ? ພວກເຈົ້າພົບວິທີທາງໃນການກິນ ແລະ ດື່ມພາຍໃນພຣະທໍາໃນປັດຈຸບັນນີ້ບໍ? ເຈົ້າເປັນແນວໃດໃນຕອນນີ້ ໃນການພະຍາຍາມຮ່ວມມືເຮັດສິ່ງດັ່ງກ່າວ? ເມື່ອພວກເຈົ້າທຸກຄົນໄດ້ກິນ ແລະ ດື່ມພຣະທໍາ ພວກເຈົ້າຈະສົນທະນາເຖິງການໄຕ່ຕອງຂອງພວກເຈົ້າກ່ຽວກັບສິ່ງເຫຼົ່ານັ້ນຜ່ານວິທີການໃດ? ນີ້ບໍ່ແມ່ນສິ່ງທີ່ມະນຸດຄວນເຮັດບໍ? ຄົນໃດໜຶ່ງຈະສັ່ງຢາໃຫ້ຖືກຕ້ອງສໍາລັບການເຈັບເປັນດ້ວຍວິທີໃດ? ພວກເຈົ້າຍັງຈໍາເປັນຕ້ອງໃຫ້ພຣະເຈົ້າກ່າວພຣະທໍາໂດຍກົງບໍ? ສິ່ງນີ້ຈໍາເປັນບໍ? ບັນຫາທີ່ກ່າວມາກ່ອນໜ້ານັ້ນຈະຖືກກໍາຈັດຢ່າງສົມບູນໄດ້ແນວໃດ? ສິ່ງນີ້ຂຶ້ນກັບວ່າ ພວກເຈົ້າຈະສາມາດຮ່ວມມືກັບພຣະວິນຍານບໍລິສຸດ ໃນການກະທໍາພາກປະຕິບັດຂອງພວກເຈົ້າໄດ້ ຫຼື ບໍ່. ເມື່ອມີການຮ່ວມມືທີ່ເໝາະສົມ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໄດ້ດີຂຶ້ນ. ຖ້າບໍ່ມີການຮ່ວມມືທີ່ເໝາະສົມ ແຕ່ກົງກັນຂ້າມແມ່ນມີແຕ່ຄວາມສັບສົນເທົ່ານັ້ນ ພຣະວິນຍານບໍລິສຸດກໍຈະບໍ່ຢູ່ໃນຕໍາແໜ່ງທີ່ຈະປ່ອຍພະລັງຂອງພຣະອົງໄດ້. “ຖ້າພວກເຈົ້າຮູ້ຈັກຕົວເອງ ແລະ ພວກເຈົ້າຮູ້ຈັກສັດຕູຂອງພວກເຈົ້າ ໄຊຊະນະກໍຈະເປັນຂອງພວກເຈົ້າຕະຫຼອດ”. ໃຜກໍຕາມທີ່ກ່າວຖ້ອຍຄໍາເຫຼົ່ານີ້ກ່ອນ, ສິ່ງເຫຼົ່ານັ້ນກໍອາດຈະນໍາໃຊ້ກັບພວກເຈົ້າໄດ້ຢ່າງເໝາະສົມທີ່ສຸດ. ສະຫຼຸບກໍຄື ພວກເຈົ້າຕ້ອງຮູ້ຈັກຕົວເອງກ່ອນພວກເຈົ້າຈະສາມາດຮູ້ຈັກສັດຕູຂອງພວກເຈົ້າ ແລະ ຫຼັງຈາກທີ່ພວກເຈົ້າໄດ້ເຮັດທັງສອງຢ່າງເທົ່ານັ້ນ ພວກເຈົ້າຈຶ່ງຈະເອົາຊະນະການສູ້ຮົບທຸກຄັ້ງ. ພວກເຈົ້າຄວນສາມາດເຮັດທຸກສິ່ງເຫຼົ່ານີ້ໄດ້. ບໍ່ວ່າພຣະເຈົ້າຈະຂໍຫຍັງຈາກເຈົ້າກໍຕາມ, ເຈົ້າຈໍາເປັນຕ້ອງເຮັດເພື່ອສິ່ງນັ້ນຢ່າງສຸດກໍາລັງຂອງເຈົ້າເທົ່ານັ້ນ ແລະ ເຮົາຫວັງວ່າ ເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໃນທີ່ສຸດ ກໍອຸທິດຕົນຕໍ່ພຣະອົງເຖິງທີ່ສຸດ. ຕາບໃດທີ່ເຈົ້າສາມາດເຫັນຮອຍຍິ້ມທີ່ພໍໃຈຂອງພຣະເຈົ້າໃນຂະນະທີ່ພຣະອົງນັ່ງຢູ່ບັນລັງຂອງພຣະອົງ ແລະ ເຖິງແມ່ນວ່າຊ່ວງເວລານີ້ແມ່ນເວລາທີ່ກໍານົດການຕາຍຂອງເຈົ້າ, ເຈົ້າກໍຄວນສາມາດຫົວ ແລະ ຍິ້ມໃນຂະນະທີ່ເຈົ້າຫຼັບຕາລົງ. ໃນຊ່ວງເວລາຂອງເຈົ້າຢູ່ເທິງແຜ່ນດິນໂລກ, ເຈົ້າຕ້ອງເຮັດໜ້າທີ່ສຸດທ້າຍຂອງເຈົ້າເພື່ອພຣະເຈົ້າ. ໃນອະດີດ, ເປໂຕຖືກຄຶງໃສ່ໄມ້ກາງແຂນທາງປີ້ນເພື່ອພຣະເຈົ້າ; ແຕ່ໃນທີ່ສຸດແລ້ວ ເຈົ້າກໍຄວນເຮັດໃຫ້ພຣະເຈົ້າພໍໃຈ ແລະ ໃຊ້ເຫື່ອແຮງຂອງເຈົ້າທັງໝົດເພື່ອພຣະເຈົ້າ. ສິ່ງມີຊີວິດທີ່ຖືກສ້າງຂຶ້ນສາມາດເຮັດຫຍັງໄດ້ແທນພຣະເຈົ້າແດ່? ສະນັ້ນ, ເຈົ້າຄວນມອບຕົວເອງໃຫ້ແກ່ພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້ ເພື່ອໃຫ້ພຣະອົງໂຍນເຈົ້າຖິ້ມຕາມທີ່ພຣະອົງປາຖະໜາ. ຕາບໃດທີ່ມັນຈະເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ພໍໃຈ, ເຈົ້າກໍຄວນປ່ອຍໃຫ້ພຣະອົງເຮັດກັບເຈົ້າຕາມທີ່ພຣະອົງຕ້ອງການ. ມະນຸດມີສິດຫຍັງໃນການກ່າວຄໍາຕໍ່ວ່າ?