ບົດທີ 40

ສຳລັບພຣະເຈົ້າແລ້ວ ມະນຸດກໍເປັນຄືກັບຂອງຫຼິ້ນໃນກຳມືຂອງພຣະອົງ, ຄືກັບເສັ້ນໝີ່ທີ່ຍືດຢູ່ໃນມືຂອງພຣະອົງ, ເສັ້ນໝີ່ທີ່ສາມາດຖືກເຮັດໃຫ້ບາງ ຫຼື ໜາຕາມທີ່ພຣະເຈົ້າປາຖະໜາ, ເພື່ອໃຊ້ປະໂຫຍດຕາມທີ່ພຣະອົງພໍໃຈ. ມັນຍຸຕິທຳທີ່ຈະເວົ້າວ່າ ມະນຸດເປັນຂອງຫຼິ້ນໃນມືຂອງພຣະເຈົ້າຢ່າງແທ້ຈິງ, ຄືກັບແມວເປີເຊຍທີ່ຜູ້ຍິງໄດ້ຊື້ມາຈາກຕະຫຼາດ. ໂດຍບໍ່ຕ້ອງສົງໄສ, ເຂົາເປັນຂອງຫຼິ້ນໃນມືຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງບໍ່ມີຫຍັງທີ່ຜິດໃນຄວາມຮູ້ຂອງເປໂຕ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ພຣະທຳ ແລະ ການກະທຳຂອງພຣະເຈົ້າທີ່ຢູ່ໃນຕົວມະນຸດແມ່ນຖືກເຮັດໃຫ້ສຳເລັດຢ່າງສະບາຍ ແລະ ຢ່າງງ່າຍດາຍ. ພຣະອົງບໍ່ໄດ້ຄິດຢ່າງໜັກ ຫຼື ວາງແຜນ ດັ່ງທີ່ຜູ້ຄົນຈິນຕະນາການ; ພາລະກິດທີ່ພຣະອົງປະຕິບັດໃນມະນຸດແມ່ນທຳມະດາແທ້ໆ ແລະ ເຊັ່ນດຽວກັນກັບພຣະທຳທີ່ພຣະອົງກ່າວຕໍ່ມະນຸດ. ເມື່ອພຣະເຈົ້າກ່າວ, ພຣະອົງເບິ່ງຄືກັບວ່າ ກ່າວໄປທົ່ວ, ພຣະອົງເວົ້າໄປຕາມຄວາມຄິດຂອງພຣະອົງ ໂດຍບໍ່ມີການຢັບຢັ້ງ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຜູ້ຄົນກໍເຊື່ອທັງໝົດ, ພວກເຂົາປາກບໍ່ອອກ, ຕາຄ້າງ ແລະ ຕົກຕະລຶງ. ແມ່ນຫຍັງກຳລັງເກີດຂຶ້ນໃນນີ້? ສິ່ງນີ້ສະແດງວ່າສະຕິປັນຍາຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ. ຕາມທີ່ມະນຸດຈິນຕະນາການ, ຖ້າພາລະກິດຂອງພຣະເຈົ້າໃນມະນຸດຕ້ອງຖືກວາງແຜນຢ່າງຮອບຄອບໃຫ້ຖືກຕ້ອງ ແລະ ແນ່ນອນ, ແລ້ວເພື່ອຂະຫຍາຍຈິນຕະນາການນັ້ນໃຫ້ໄກອອກໄປອີກ, ສະຕິປັນຍາ, ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າກໍຈະສາມາດບອກປະລິມານໄດ້ ເຊິ່ງສະແດງວ່າການທີ່ຜູ້ຄົນປະເມີນພຣະເຈົ້ານັ້ນແມ່ນຕໍ່າເກີນໄປ. ຍ້ອນມີຄວາມໂງ່ຈ້າໃນການກະທຳຂອງຜູ້ຄົນຢູ່ສະເໝີ, ພວກເຂົາຈຶ່ງວັດແທກພຣະເຈົ້າໃນລັກສະນະດຽວກັນ. ພຣະເຈົ້າບໍ່ໄດ້ວາງແຜນ ຫຼື ຈັດແຈງສຳລັບພາລະກິດຂອງພຣະອົງ; ກົງກັນຂ້າມ ພາລະກິດນັ້ນຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ ແລະ ຫຼັກການທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດກໍເປັນອິດສະຫຼະ ແລະ ບໍ່ມີການຈຳກັດ. ມັນເປັນຄືກັບວ່າພຣະເຈົ້າບໍ່ໃສ່ໃຈຕໍ່ສະພາວະຂອງມະນຸດ ແລະ ເວົ້າຕາມທີ່ພຣະອົງພໍໃຈ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງຍາກທີ່ຈະແຍກຕົນເອງອອກຈາກພຣະທຳຂອງພຣະເຈົ້າ ເຊິ່ງເປັນຍ້ອນສະຕິປັນຍາຂອງພຣະເຈົ້າ. ໃນທີ່ສຸດແລ້ວ ຄວາມຈິງກໍຄືຄວາມຈິງ. ເພາະພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນທຸກຄົນນັ້ນຊັດເຈນຫຼາຍ, ສິ່ງນີ້ຈຶ່ງພຽງພໍທີ່ຈະສະແດງເຖິງຫຼັກການແຫ່ງພາລະກິດຂອງພຣະເຈົ້າ. ຖ້າພຣະເຈົ້າຕ້ອງຈ່າຍລາຄາທີ່ຍິ່ງໃຫຍ່ດັ່ງກ່າວໃນພາລະກິດຂອງພຣະອົງຕໍ່ສິ່ງຖືກສ້າງ, ນັ້ນຈະບໍ່ແມ່ນກໍລະນີທີ່ໃຊ້ທ່ອນໄມ້ດີໃຫ້ເກີດປະໂຫຍດເລັກນ້ອຍບໍ? ພຣະເຈົ້າຕ້ອງປະຕິບັດດ້ວຍຕົນເອງບໍ? ມັນຈະຄຸ້ມຄ່າບໍ? ຍ້ອນພຣະວິນຍານຂອງພຣະເຈົ້າໄດ້ປະຕິບັດພາລະກິດເປັນເວລາດົນນານ ແລະ ເຖິງຢ່າງໃດກໍຕາມ ທົ່ວຍຸກຕ່າງໆ ພຣະວິນຍານຂອງພຣະເຈົ້າບໍ່ເຄີຍປະຕິບັດພາລະກິດໃນລັກສະນະນີ້, ບໍ່ມີໃຜເຄີຍຮູ້ຈັກວິທີ ແລະ ຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາຈຶ່ງບໍ່ຊັດເຈນຈັກເທື່ອ. ໃນປັດຈຸບັນ ພວກເຂົາຊັດເຈນແລ້ວ, ຍ້ອນພຣະວິນຍານຂອງພຣະເຈົ້າໄດ້ເປີດເຜີຍພວກເຂົາດ້ວຍພຣະອົງເອງ ແລະ ສິ່ງນີ້ກໍຢູ່ເໜືອຂໍ້ສົງໄສ, ມັນຖືກສະແດງໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ບໍ່ໄດ້ຖືກສະຫຼຸບໂດຍມະນຸດ. ເປັນຫຍັງຈຶ່ງບໍ່ເດີນທາງໄປສະຫວັນຊັ້ນສາມ ແລະ ເບິ່ງວ່ານີ້ແມ່ນສິ່ງທີ່ເກີດຂຶ້ນແທ້ ຫຼື ບໍ່, ເບິ່ງວ່າຫຼັງຈາກປະຕິບັດພາລະກິດທັງໝົດນີ້ແລ້ວ, ຄວາມພະຍາຍາມຂອງພຣະເຈົ້າໄດ້ເຮັດໃຫ້ພຣະອົງໝົດແຮງ, ພຣະອົງປວດຫຼັງ ແລະ ເຈັດຂາ ຫຼື ບໍ່ດັ່ງນັ້ນກໍບໍ່ສາມາດກິນ ຫຼື ນອນຫຼັບໄດ້ ຫຼື ບໍ່; ແລະ ພຣະອົງຕ້ອງອ່ານຂໍ້ມູນອ້າງອີງຫຼາຍຢ່າງເພື່ອກ່າວພຣະທຳເຫຼົ່ານີ້ ຫຼື ບໍ່, ຮ່າງພຣະຄຳຂອງພຣະເຈົ້າຖືກເຜີຍອອກທົ່ວໂຕະ ຫຼື ບໍ່, ພຣະອົງເວົ້າຫຼາຍຈົນຄໍແຫ້ງ ຫຼື ບໍ່? ຄວາມຈິງແມ່ນກົງກັນຂ້າມກັນທັງສິ້ນ: ພຣະທຳຂ້າງເທິງບໍ່ມີຫຍັງກ່ຽວຂ້ອງກັບສະຖານທີ່ໆພຣະເຈົ້າອາໄສຢູ່ເລີຍ. ພຣະເຈົ້າເວົ້າວ່າ “ເຮົາໄດ້ສະຫຼະເວລາຢ່າງຫຼວງຫຼາຍ ແລະ ໄດ້ຈ່າຍລາຄາຢ່າງສູງເພື່ອເຫັນແກ່ມະນຸດ, ແຕ່ໃນເວລານີ້ ບໍ່ຮູ້ວ່າຍ້ອນເຫດຜົນໃດ, ຄວາມສຳນຶກຂອງຜູ້ຄົນຈຶ່ງຍັງບໍ່ສາມາດປະຕິບັດໜ້າທີ່ເດີມຂອງພວກເຂົາໄດ້”. ບໍ່ວ່າຜູ້ຄົນຮູ້ສຶກເຖິງຄວາມໂສກເສົ້າຂອງພຣະເຈົ້າ ຫຼື ບໍ່, ຖ້າພວກເຂົາສາມາດເຂົ້າຫາຄວາມຮັກຂອງພຣະເຈົ້າໂດຍບໍ່ຕ້ອງຝືນຄວາມສຳນຶກຂອງພວກເຂົາ, ນີ້ກໍຈະຖືວ່າສົມເຫດສົມຜົນ ແລະ ມີເຫດຜົນ. ຢ້ານຢ່າງດຽວກໍຄືພວກເຂົາບໍ່ເຕັມໃຈທີ່ຈະແບກຮັບໜ້າທີ່ເດີມຂອງຄວາມສຳນຶກ. ເຈົ້າຄິດວ່າແນວໃດ, ສິ່ງນີ້ຖືກຕ້ອງບໍ? ພຣະທຳເຫຼົ່ານີ້ຈະຊ່ວຍເຈົ້າບໍ? ຄວາມຫວັງຂອງເຮົາກໍຄື ພວກເຈົ້າຈະເປັນສິ່ງທີ່ມີຄວາມສຳນຶກ, ແທນທີ່ຈະເປັນຂີ້ເຫຍື້ອທີ່ບໍ່ມີຄວາມສຳນຶກ. ພວກເຈົ້າຄິດແນວໃດກ່ຽວກັບພຣະທຳເຫຼົ່ານີ້? ມີຜູ້ໃດຮູ້ສຶກເຖິງສິ່ງນີ້ບໍ? ການມີເຂັມປັກຢູ່ໃນຫົວໃຈຂອງພວກເຈົ້ານັ້ນບໍ່ເຈັບບໍ? ພຣະເຈົ້າແທງເຂັມໃສ່ຊາກສົບທີ່ໄຮ້ຄວາມຮູ້ສຶກບໍ? ພຣະເຈົ້າເຮັດຜິດພາດບໍ, ອາຍຸທີ່ເຖົ້າແກ່ໄດ້ເຮັດໃຫ້ສາຍຕາຂອງພຣະອົງມົວບໍ? ເຮົາເວົ້າວ່ານັ້ນເປັນໄປບໍ່ໄດ້! ຢ່າງໃດກໍຕາມ, ສິ່ງນີ້ຕ້ອງເປັນຄວາມຜິດຂອງມະນຸດ. ເປັນຫຍັງຈຶ່ງບໍ່ໄປໂຮງໝໍ ແລະ ກວດເບິ່ງ? ມະນຸດມີບັນຫາກັບຫົວໃຈຂອງເຂົາໂດຍບໍ່ຕ້ອງສົງໄສເລີຍ, ມັນຕ້ອງການໃສ່ “ອາໄຫຼ່” ໃໝ່, ພວກເຈົ້າຄິດວ່າແນວໃດ? ພວກເຈົ້າຈະເຮັດສິ່ງນັ້ນບໍ?

ພຣະເຈົ້າເວົ້າວ່າ “ເຮົາຫຼຽວເບິ່ງໃບໜ້າທີ່ຂີ້ຮ້າຍ ແລະ ສະພາບທີ່ຜິດປົກກະຕິຂອງພວກເຂົາ ແລ້ວເຮົາກໍຈາກມະນຸດໄປອີກຄັ້ງ. ພາຍໃຕ້ສະຖານະການດັ່ງກ່າວ, ຜູ້ຄົນຍັງບໍ່ເຂົ້າໃຈ ແລະ ເອົາສິ່ງທີ່ເຮົາໄດ້ປະຕິເສດພວກເຂົານັ້ນກັບຄືນອີກຄັ້ງ, ລໍຖ້າການກັບມາຂອງເຮົາ”. ໃນລະຫວ່າງ “ຍຸກເຕັກໂນໂລຊີສະໄໝໃໝ່” ນີ້, ເປັນຫຍັງພຣະເຈົ້າຈຶ່ງຍັງເວົ້າກ່ຽວກັບງົວລາກກວຽນ? ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນຍ້ອນພຣະເຈົ້າມັກຈົ່ມວ່າບໍ? ພຣະເຈົ້າຂ້າເວລາ ຍ້ອນພຣະອົງບໍ່ມີຫຍັງເຮັດບໍ? ພຣະເຈົ້າເປັນຄືກັບມະນຸດບໍ ທີ່ປ່ອຍໃຫ້ເວລາຜ່ານໄປລ້າໆ ຫຼັງຈາກກິນອາຫານອີ່ມແລ້ວ? ມັນມີປະໂຫຍດຫຍັງທີ່ຈະກ່າວພຣະທຳເຫຼົ່ານີ້ຊໍ້າແລ້ວຊໍ້າອີກບໍ? ເຮົາໄດ້ເວົ້າວ່າ ຜູ້ຄົນເປັນຕາສັງເວດ ທີ່ເຈົ້າຕ້ອງຈັບດຶງຫູພວກເຂົາເພື່ອເຮັດໃຫ້ພວກເຂົາເຂົ້າໃຈ. ຫຼັງຈາກທີ່ໄດ້ກ່າວພຣະທຳຕໍ່ພວກເຂົາໃນມື້ນີ້, ພວກເຂົາກໍຈະລືມພຣະທຳເຫຼົ່ານັ້ນທັນທີໃນມື້ອື່ນ, ມັນເປັນຄືກັບພວກເຂົາເປັນໂຣກຄວາມຈຳເສື່ອມ. ສະນັ້ນ ມັນບໍ່ແມ່ນໃນກໍລະນີທີ່ວ່າ ພຣະທຳບາງຂໍ້ບໍ່ໄດ້ຖືກກ່າວ, ແຕ່ເປັນຍ້ອນວ່າພຣະທຳເຫຼົ່ານັ້ນບໍ່ໄດ້ຖືກປະຕິບັດໂດຍຜູ້ຄົນ. ຖ້າບາງສິ່ງຖືກເວົ້າພຽງແຕ່ໜຶ່ງ ຫຼື ສອງຄັ້ງ, ຜູ້ຄົນກໍຍັງບໍ່ຮູ້, ມັນຕ້ອງຖືກກ່າວສາມຄັ້ງ, ນີ້ແມ່ນຈຳນວນໜ້ອຍທີ່ສຸດທີ່ຕ້ອງກ່າວ. ເຖິງກັບຍັງມີ “ຊາຍເຖົ້າ” ບາງຄົນທີ່ຕ້ອງໄດ້ເວົ້າສິບຫາຊາວຄັ້ງ. ໃນລັກສະນະນີ້, ສິ່ງດຽວກັນແມ່ນຖືກເວົ້າຊໍ້າແລ້ວຊໍ້າອີກໃນລັກສະນະທີ່ແຕກຕ່າງກັນ, ເພື່ອເບິ່ງວ່າຜູ້ຄົນໄດ້ປ່ຽນແປງແລ້ວ ຫຼື ບໍ່. ພວກເຈົ້າເຮັດວຽກໃນລັກສະນະນີ້ແທ້ບໍ? ເຮົາບໍ່ຕ້ອງການຮ້າຍຜູ້ຄົນ, ແຕ່ພວກເຂົາທຸກຄົນກຳລັງຢອກຫຼິ້ນກັບພຣະເຈົ້າ; ພວກເຂົາທຸກຄົນຮູ້ທີ່ຈະຮັບອາຫານເສີມທາງໂພຊະນາການຫຼາຍຂຶ້ນ, ແຕ່ບໍ່ຮູ້ສຶກກັງວົນຍ້ອນພຣະເຈົ້າ ແລະ ນີ້ແມ່ນການຮັບໃຊ້ພຣະເຈົ້າບໍ? ບໍ່ຕ້ອງແປກໃຈເລີຍທີ່ພວກເຂົາໃຊ້ເວລາໝົດມື້ໂດຍບໍ່ຕ້ອງກັງວົນກ່ຽວກັບຫຍັງ, ຢູ່ລ້າໆ ແລະ ສະຫງົບງຽບ. ແຕ່ເຖິງຢ່າງນັ້ນກໍຕາມ ບາງຄົນກໍຍັງບໍ່ພໍໃຈ ແລະ ສ້າງຄວາມໂສກເສົ້າຂອງພວກເຂົາເອງ. ບາງເທື່ອ ເຮົາກໍຮຸນແຮງໄປໜ້ອຍໜຶ່ງ, ແຕ່ນີ້ແມ່ນສິ່ງທີ່ເປັນທີ່ຮູ້ຈັກກັນວ່າ ການເສົ້າໃຈກັບຕົນເອງເກີນໄປ! ແມ່ນພຣະເຈົ້າບໍທີ່ເຮັດໃຫ້ເຈົ້າຮູ້ສຶກໂສກເສົ້າ? ນີ້ບໍ່ແມ່ນເປັນກໍລະນີທີ່ນໍາການທົນທຸກມາສູ່ຕົວເຈົ້າເອງບໍ? ບໍ່ມີຄວາມເມດຕາໃດໆຂອງພຣະເຈົ້າທີ່ມີຄຸນສົມບັດທີ່ຈະເປັນແຫຼ່ງຄວາມສຸກຂອງເຈົ້າບໍ? ຕັ້ງແຕ່ຕົ້ນຈົນຈົບ, ເຈົ້າບໍ່ໄດ້ໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າກໍຄິດລົບ, ອ່ອນແອ ແລະ ເສົ້າໂສກ, ເປັນຫຍັງຈຶ່ງເປັນແບບນີ້? ມັນບໍ່ແມ່ນຄວາມປະສົງຂອງພຣະເຈົ້າບໍທີ່ຈະເຮັດໃຫ້ເຈົ້າດຳລົງຊີວິດໃນເນື້ອໜັງ? ພວກເຈົ້າບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າ, ບໍ່ສະບາຍຢູ່ພາຍໃນຫົວໃຈຂອງພວກເຈົ້າເອງ, ພວກເຈົ້າຈົ່ມ ແລະ ຕໍ່ວ່າ ແລະ ໃຊ້ເວລາໝົດມື້ກັບຄວາມທຸກ ແລະ ເນື້ອໜັງຂອງພວກເຈົ້າກໍທົນທຸກກັບຄວາມເຈັບປວດ ແລະ ທໍລະມານ, ນີ້ແມ່ນສິ່ງທີ່ພວກເຈົ້າສົມຄວນໄດ້ຮັບ! ພວກເຈົ້າຮຽກຮ້ອງໃຫ້ຄົນອື່ນສັນລະເສີນພຣະເຈົ້າທ່າມກາງການຂ້ຽນຕີ, ໃຫ້ພວກເຂົາພົ້ນຈາກການຂ້ຽນຕີ ແລະ ບໍ່ຖືກຢັບຢັ້ງໂດຍການຂ້ຽນຕີ, ແຕ່ພວກເຈົ້າກໍໄດ້ຕົກລົງສູ່ການຂ້ຽນຕີນັ້ນ ແລະ ບໍ່ສາມາດຫຼົບໜີໄດ້. ມັນໃຊ້ເວລາຫຼາຍປີເພື່ອຮຽນແບບ “ຈິດວິນຍານແຫ່ງການເສຍສະຫຼະຕົນເອງ” ຂອງໂດງ ຊຸນຣຸຍ. ເມື່ອເຈົ້າເທດສະໜາພຣະທຳ ແລະ ຄຳສັ່ງສອນ, ເຈົ້າບໍ່ຮູ້ສຶກອັບອາຍບໍ? ເຈົ້າຮູ້ຈັກຕົນເອງບໍ? ເຈົ້າໄດ້ປະວາງຕົນເອງແລ້ວບໍ? ເຈົ້າຮັກພຣະເຈົ້າແທ້ບໍ? ເຈົ້າໄດ້ປະວາງຄວາມຄາດຫວັງ ແລະ ໂຊກຊະຕາຂອງເຈົ້າແລ້ວບໍ? ບໍ່ຕ້ອງແປກໃຈເລີຍທີ່ພຣະເຈົ້າເວົ້າວ່າ ຜູ້ຄົນເປັນຄົນທີ່ມະຫັດສະຈັນ ແລະ ບໍ່ສາມາດຢັ່ງເຖິງໄດ້. ຜູ້ໃດຈະຄິດວ່າມີ “ຊັບສົມບັດ” ຫຼາຍຢ່າງຢູ່ພາຍໃນມະນຸດທີ່ບໍ່ໄດ້ຖືກຂຸດອອກມາເທື່ອ? ໃນປັດຈຸບັນ, ການເຫັນຊັບສົມບັດນັ້ນກໍພຽງພໍທີ່ຈະ “ເປີດສາຍຕາຂອງຄົນໆໜຶ່ງ”, ຜູ້ຄົນແມ່ນ “ໜ້າອັດສະຈັນ” ຫຼາຍ! ມັນເປັນຄືກັບວ່າເຮົາເປັນເດັກນ້ອຍທີ່ບໍ່ສາມາດນັບໄດ້. ແມ່ນແຕ່ໃນປັດຈຸບັນ ເຮົາຍັງຄິດບໍ່ອອກວ່າມີເທົ່າໃດຄົນທີ່ຮັກພຣະເຈົ້າແທ້ໆ. ເຮົາບໍ່ສາມາດຈື່ຕົວເລກໄດ້ ແລະ ດ້ວຍເຫດນັ້ນ ຍ້ອນ “ຄວາມບໍ່ຊື່ສັດ” ຂອງເຮົາ, ເມື່ອເວລານັ້ນມາເຖິງທີ່ຈະລາຍງານຕໍ່ໜ້າພຣະເຈົ້າ, ເຮົາກໍມີແຕ່ມືເປົ່າສະເໝີ, ບໍ່ສາມາດເຮັດສິ່ງທີ່ເຮົາປາຖະໜາ, ເຮົາຕິດໜີ້ພຣະເຈົ້າຢູ່ສະເໝີ. ຜົນຕາມມາກໍຄື ເມື່ອເຮົາລາຍງານ, ເຮົາກໍຖືກພຣະເຈົ້າ “ລົງໂທດຕັກເຕືອນ” ຢູ່ສະເໝີ. ເຮົາບໍ່ຮູ້ວ່າເປັນຫຍັງຜູ້ຄົນຈຶ່ງໂຫດຮ້າຍຫຼາຍ, ເຮັດໃຫ້ເຮົາທົນທຸກຈາກສິ່ງນີ້ສະເໝີ. ຜູ້ຄົນໃຊ້ໂອກາດນີ້ເພື່ອເພີ່ມສຽງຫົວເຍາະເຍີ້ຍຂຶ້ນສອງເທົ່າ, ພວກເຂົາບໍ່ແມ່ນເພື່ອນຂອງເຮົາແທ້ໆ. ເມື່ອເຮົາມີບັນຫາ, ພວກເຂົາກໍບໍ່ໄດ້ຊ່ວຍຫຍັງເຮົາ, ແຕ່ຕັ້ງໃຈຫົວຂວັນເຮົາ, ພວກເຂົາບໍ່ມີຄວາມສຳນຶກແທ້ໆ!

ກ່ອນນີ້: ບົດທີ 39

ຕໍ່ໄປ: ບົດທີ 41

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ...

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ....

ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ເພື່ອໃຫ້ເຂົ້າໃຈເຖິງຈຸດປະສົງຂອງພາລະກິດຂອງພຣະເຈົ້າ, ສິ່ງທີ່ເຮັດໃຫ້ມະນຸດປະສົບຜົນສຳເລັດ ແລະ ສໍາຜັດກັບຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ມະນຸດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້