ບົດທີ 39
ໃຫ້ພວກເຮົາໄປໄກກວ່າພຣະທຳຂອງພຣະເຈົ້າ ແລະ ເວົ້າໜ້ອຍກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບຊີວິດຂອງພວກເຮົາ, ເພື່ອວ່າຊີວິດຂອງພວກເຮົາຈະເບັ່ງບານຫຼາຍຂຶ້ນ ແລະ ພວກເຮົາຈະດຳລົງຊີວິດຕາມຄວາມຫວັງຂອງພຣະເຈົ້າສຳລັບພວກເຮົາ. ໂດຍສະເພາະແລ້ວ, ການມາເຖິງຂອງປັດຈຸບັນ ເຊິ່ງເປັນເວລາທີ່ແຕ່ລະຄົນຈະຖືກຈັດແບ່ງຕາມປະເພດ ແລະ ເວລາແຫ່ງການຂ້ຽນຕີ, ຍິ່ງມີຄວາມຈຳເປັນທີ່ຈະຕ້ອງໃຫ້ຄວາມສຳຄັນກັບພາບລວມ ແລະ ໃສ່ໃຈກັບ “ຜົນປະໂຫຍດສ່ວນລວມ”. ນີ້ແມ່ນຄວາມປະສົງຂອງພຣະເຈົ້າ ແລະ ມັນເປັນສິ່ງທີ່ທຸກຄົນຄວນບັນລຸ. ພວກເຮົາຈະບໍ່ຖວາຍພວກເຮົາເອງສຳລັບຄວາມປະສົງຂອງພຣະເຈົ້າທີ່ຢູ່ໃນສະຫວັນໄດ້ແນວໃດ? ພຣະເຈົ້າ “ກຳນົດຕົວເລກໃຫ້ກັບຜູ້ຄົນທຸກປະເພດ ແລະ ເຮັດເຄື່ອງໝາຍທີ່ແຕກຕ່າງກັນກັບຄົນທຸກປະເພດ ເພື່ອວ່າບັນພະບຸລຸດຂອງພວກເຂົາຈະສາມາດນໍາພາພວກເຂົາກັບຄືນສູ່ຄອບຄົວຂອງພວກເຂົາໄດ້” ເຊິ່ງສະແດງວ່າ ຜູ້ຄົນໄດ້ຖືກຈັດແບ່ງຕາມປະເພດ ແລະ ຜົນຕາມມາກໍຄື ຜູ້ຄົນທຸກປະເພດກຳລັງເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ. ເມື່ອເປັນດັ່ງນັ້ນ ມັນກໍຍຸຕິທຳທີ່ຈະເວົ້າວ່າ ຜູ້ຄົນຊື່ສັດຕໍ່ບັນພະບຸລຸດຂອງພວກເຂົາ, ບໍ່ແມ່ນພຣະເຈົ້າ. ເຖິງຢ່າງໃດກໍຕາມ ທຸກຄົນຍັງຮັບໃຊ້ພຣະເຈົ້າພາຍໃຕ້ການນໍາທາງຂອງບັນພະບຸລຸດຂອງພວກເຂົາ ເຊິ່ງເປັນຄວາມມະຫັດສະຈັນຂອງພາລະກິດຂອງພຣະເຈົ້າ. ທຸກສິ່ງກຳລັງຮັບໃຊ້ພຣະເຈົ້າ ແລະ ເຖິງແມ່ນຊາຕານລົບກວນຜູ້ຄົນ, ພຣະເຈົ້າກໍໃຊ້ໂອກາດນີ້ເພື່ອອາໄສ “ຊັບພະຍາກອນທ້ອງຖິ່ນ” ທີ່ຈະຮັບໃຊ້ພຣະອົງ. ດັ່ງທີ່ພຣະເຈົ້າເວົ້າວ່າ “ສະນັ້ນ ເຮົາຍັງຈະແບ່ງວຽກງານ ແລະ ປະທານຄວາມພະຍາຍາມໃຫ້ອີກດ້ວຍ. ນີ້ແມ່ນສ່ວນໜຶ່ງຂອງແຜນການຂອງເຮົາ ແລະ ບໍ່ສາມາດຖືກຂັດຂວາງໂດຍມະນຸດຄົນໃດໄດ້”. ຜູ້ຄົນບໍ່ສາມາດເຫັນທຸກສິ່ງທີ່ພຣະເຈົ້າໄດ້ກຳນົດ ແລະ ທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ສຳເລັດ ກ່ອນທີ່ພຣະອົງຈະເຮັດ. ພວກເຂົາພຽງແຕ່ສາມາດເຫັນສິ່ງນັ້ນໄດ້ ເມື່ອພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍຕາບອດ ແລະ ບໍ່ສາມາດເຫັນຫຍັງເລີຍ.
ໃນປັດຈຸບັນ ພຣະເຈົ້າມີພາລະກິດໃໝ່ທ່າມກາງຄຣິສຕະຈັກ. ພຣະອົງເຮັດໃຫ້ທຸກສິ່ງປະຕິບັດຕາມກົດເກນທຳມະຊາດ, ນໍາມາເພື່ອແບກຮັບໜ້າທີ່ຂອງມະນຸດຢ່າງແທ້ຈິງ. ດັ່ງທີ່ພຣະເຈົ້າກ່າວວ່າ “ເຮົາປົກຄອງທຸກສິ່ງໃນທ່າມກາງສິ່ງທັງປວງທີ່ມີຢູ່, ເຮົາບັນຊາທຸກສິ່ງໃນທ່າມກາງສິ່ງທັງປວງ, ເຮັດໃຫ້ທຸກສິ່ງທີ່ມີຢູ່ນັ້ນປະຕິບັດຕາມກົດເກນທຳມະຊາດ ແລະ ຢູ່ພາຍໃຕ້ຄຳສັ່ງຂອງທຳມະຊາດ”. ເຮົາບໍ່ຮູ້ວ່າແມ່ນຫຍັງຄືຄວາມເຂົ້າໃຈອັນຫຼັກແຫຼມທີ່ພວກເຈົ້າມີໃນການ “ປະຕິບັດຕາມກົດເກນທຳມະຊາດ”, ສະນັ້ນໃຫ້ພວກເຂົາສົນທະນາກ່ຽວກັບສິ່ງນີ້. ນີ້ແມ່ນວິທີທີ່ເຮົາເຫັນສິ່ງນັ້ນ: ເພາະພວກເຂົາຖືກນໍາພາກັບບ້ານໂດຍບັນພະບຸລຸດຂອງພວກເຂົາ, ຜູ້ຄົນທຸກປະເພດຕ້ອງອອກມາ ແລະ “ປະຕິບັດ”. ຍ້ອນພວກເຂົາກຳລັງປະຕິບັດຕາມກົດເກນທຳມະຊາດ, ສິ່ງທີ່ເປັນທຳມະຊາດສຳລັບພວກເຂົາຈຶ່ງໄດ້ຖືກໃຊ້ເພື່ອເຮັດໃຫ້ພວກເຂົາແບກຮັບໜ້າທີ່ດັ່ງເດີມຂອງພວກເຂົາ, ເຮັດໃຫ້ພວກເຂົາປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດຕາມກົດເກນນີ້. ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດຕາມສະພາວະທີ່ຢູ່ພາຍໃນແຕ່ລະຄົນ; ເວົ້າໃຫ້ຖືກຕ້ອງກໍຄື ສິ່ງນີ້ແມ່ນຖືກເອີ້ນວ່າ “ພຣະເຈົ້າຈັດການທຸກສິ່ງເພື່ອວ່າພວກມັນຈະຮັບໃຊ້ພຣະອົງ”, ແລ້ວສິ່ງນີ້ກໍກ່ຽວພັນກັບການປະຕິບັດຕາມກົດເກນທຳມະຊາດ. ເຖິງແມ່ນບຸກຄົນໜຶ່ງມີອົງປະກອບຂອງຜີຮ້າຍຢູ່ໃນຕົວພວກເຂົາ, ພຣະເຈົ້າກໍຈະໃຊ້ສິ່ງນີ້ໃຫ້ເກີດປະໂຫຍດ, ປະກອບພາລະກິດຂອງພຣະວິນຍານບໍລິສຸດເຂົ້າໃນພື້ນຖານຂອງສິ່ງທີ່ຢູ່ພາຍໃນຕົວພວກເຂົາໂດຍທຳມະຊາດ, ເຮັດໃຫ້ພວກເຂົາເໝາະສົມທີ່ຈະຮັບໃຊ້ພຣະເຈົ້າ. ນີ້ແມ່ນທັງໝົດທີ່ເຮົາຈະເວົ້າກ່ຽວກັບ “ການປະຕິບັດຕາມກົດເກນທຳມະຊາດ”, ບາງເທື່ອ ພວກເຈົ້າມີຂໍ້ສະເໜີທີ່ສູງສົ່ງກວ່າ. ເຮົາຫວັງວ່າ ພວກເຈົ້າຈະສາມາດສະໜອງຂໍ້ມູນທີ່ມີຄຸນຄ່າບາງຢ່າງ, ພວກເຈົ້າຈະວ່າແນວໃດ? ພວກເຈົ້າເຕັມໃຈທີ່ຈະຮ່ວມມືໃນການປະຕິບັດຕາມກົດເກນທຳມະຊາດນີ້ບໍ? ພວກເຈົ້າເຕັມໃຈທີ່ຈະແບ່ງພາລະກິດກັບພຣະເຈົ້າບໍ? ພວກເຈົ້າເຄີຍຄິດກ່ຽວກັບວິທີທີ່ຈະບັນລຸສິ່ງນີ້ບໍ? ເຮົາຫວັງວ່າຜູ້ຄົນຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພວກເຂົາຈະສາມາດມີຈິດໃຈດຽວກັນໃນການເຮັດໃຫ້ພຣະເຈົ້າພໍໃຈ ໂດຍເຫັນແກ່ອຸດົມການຮ່ວມກັນ ແລະ ສາມາດກ້າວໄປພ້ອມກັນບົນຫົນທາງສູ່ອານາຈັກ. ແລ້ວຈຳເປັນຫຍັງທີ່ຈະມີແນວຄິດບໍ່ຈຳເປັນແບບນັ້ນ? ຈົນເຖິງປັດຈຸບັນນີ້ ການເປັນຢູ່ຂອງຜູ້ໃດແດ່ທີ່ບໍ່ແມ່ນເພື່ອເຫັນແກ່ພຣະເຈົ້າ? ແລ້ວເມື່ອມັນເປັນແບບນັ້ນ, ມີຄວາມຈຳເປັນຫຍັງທີ່ຈະຕ້ອງມີຄວາມເສຍໃຈ, ຄວາມໂສກເສົ້າ ແລະ ການຖອນຫາຍໃຈ? ສິ່ງນີ້ບໍ່ໄດ້ເປັນປະໂຫຍດຕໍ່ຜູ້ໃດເລີຍ. ຊີວິດຂອງຜູ້ຄົນທັງໝົດແມ່ນຢູ່ໃນກໍາມືຂອງພຣະເຈົ້າ ແລະ ຖ້າມັນບໍ່ແມ່ນເພື່ອຄວາມຕັ້ງໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ແລ້ວມີຜູ້ໃດທີ່ເຕັມໃຈດຳລົງຊີວິດຢ່າງສູນເປົ່າໃນໂລກຂອງມະນຸດທີ່ວ່າງເປົ່ານີ້ບໍ່? ເປັນຫຍັງຕ້ອງກັງວົນ ຟ້າວເຂົ້າ ແລະ ອອກຈາກໂລກນີ້? ຖ້າພວກເຂົາບໍ່ເຮັດຫຍັງສຳລັບພຣະເຈົ້າ, ຊີວິດທັງໝົດຂອງພວກເຂົາຈະບໍ່ສູນເສຍລ້າໆບໍ? ເຖິງແມ່ນພຣະເຈົ້າບໍ່ຖືວ່າການກະທຳຂອງເຈົ້າສົມຄວນແກ່ການກ່າວເຖິງ, ເຈົ້າຈະບໍ່ຍິ້ມຢ່າງພໍໃຈໃນຊ່ວງເວລາທີ່ເຈົ້າຕາຍບໍ? ເຈົ້າຄວນສະແຫວງຫາຄວາມກ້າວໜ້າທີ່ດີ, ບໍ່ແມ່ນການຖອຍຫຼັງໃນດ້ານລົບ, ສິ່ງນີ້ບໍ່ແມ່ນການປະຕິບັດທີ່ດີກວ່າບໍ? ຖ້າການກະທຳຂອງເຈົ້າແມ່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈແທ້ຈິງ, ແລ້ວເຈົ້າຈະບໍ່ຄິດລົບ ຫຼື ຖອຍຫຼັງ. ຍ້ອນມີສິ່ງຕ່າງໆທີ່ບໍ່ສາມາດຢັ່ງເຖິງໄດ້ໃນຫົວໃຈຂອງຜູ້ຄົນຢູ່ສະເໝີ, ຫາກພວກເຂົາບໍ່ຮູ້ຈັກເຖິງສິ່ງນັ້ນ ໜ້າຂອງພວກເຂົາຄືກັບເມກທີ່ມືດດຳ ເຊິ່ງນໍາໄປສູ່ “ຂຸມໃຫຍ່” ຫຼາຍຂຸມທີ່ປາກົດຂຶ້ນໃນໜ້າຂອງພວກເຂົາໂດຍທີ່ພວກເຂົາບໍ່ຮູ້ຕົວ, ກໍ່ຕົວຄືກັບວ່າພື້ນດິນແຕກອອກ. ມັນເປັນຄືກັບວ່າ ພື້ນດິນເຄື່ອນໄຫວ, ເຮັດໃຫ້ “ເນີນ” ຫຼື “ຄ້ອຍ” ທີ່ຢູ່ເທິງພື້ນດິນນັ້ນເຄື່ອນຍ້າຍໂດຍທີ່ຜູ້ຄົນບໍ່ຮູ້. ໃນສິ່ງນີ້, ເຮົາບໍ່ໄດ້ເຍາະເຍີ້ຍຜູ້ຄົນ, ແຕ່ກ່າວເຖິງ “ຄວາມຮູ້ທາງພູມີສາດ”.
ເຖິງແມ່ນພຣະເຈົ້າໄດ້ນໍາພາທຸກຄົນເຂົ້າສູ່ການຂ້ຽນຕີ, ພຣະອົງກໍບໍ່ໄດ້ເວົ້າຫຍັງກ່ຽວກັບສິ່ງນີ້ເລີຍ. ກົງກັນຂ້າມ ພຣະອົງຕັ້ງໃຈຫຼີກເວັ້ນຫົວຂໍ້ນີ້ ແລະ ເລີ່ມຕົ້ນຫົວຂໍ້ໃໝ່, ເຊິ່ງໃນມຸມໜຶ່ງກໍເປັນຍ້ອນພາລະກິດຂອງພຣະເຈົ້າ ແລະ ໃນອີກມຸມໜຶ່ງກໍເພື່ອເຮັດໃຫ້ຂັ້ນຕອນນີ້ຂອງພາລະກິດສຳເລັດໂດຍທັນທີ. ຍ້ອນຈຸດປະສົງຂອງພຣະເຈົ້າໃນການປະຕິບັດຂັ້ນຕອນນີ້ຂອງພາລະກິດຖືກບັນລຸແຕ່ດົນນານແລ້ວ ຈຶ່ງບໍ່ຈຳເປັນທີ່ຈະເວົ້າເຖິງອີກຕໍ່ໄປ. ໃນປັດຈຸບັນ, ເຮົາບໍ່ຮູ້ວ່າພວກເຈົ້າໄດ້ເຫັນເຖິງວິທີການແຫ່ງພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ; ໃນຄວາມສຳນຶກຂອງເຮົາ, ເຮົາຮູ້ສຶກຢູ່ສະເໝີວ່າ ພາລະກິດຂອງພຣະເຈົ້າບໍ່ໄດ້ຖືກແບ່ງອອກເປັນຍຸກຕ່າງໆ ແລະ ແບ່ງອອກເປັນຊ່ວງເວລາໄດ້ຢ່າງຊັດເຈນຄືກັບທີ່ມັນເຄີຍເປັນ. ກົງກັນຂ້າມ, ແຕ່ລະມື້ແມ່ນຖືກນໍາດ້ວຍວິທີການປະຕິບັດພາລະກິດຂອງມັນເອງ, ການປ່ຽນແປງເກີດຂຶ້ນທຸກໆສາມເຖິງຫ້າມື້ ແລະ ແມ່ນແຕ່ຫ້າມື້, ອາດມີສອງເນື້ອຫາທີ່ແຕກຕ່າງກັນໃນພາລະກິດຂອງພຣະເຈົ້າ. ສິ່ງນີ້ສະແດງເຖິງຄວາມໄວຂອງພາລະກິດຂອງພຣະເຈົ້າ; ກ່ອນທີ່ຜູ້ຄົນຈະມີເວລາຕອບໂຕ້ ແລະ ເບິ່ງຢ່າງລະມັດລະວັງ, ພຣະເຈົ້າກໍຈາກໄປໂດຍບໍ່ມີຮ່ອງຮອຍແລ້ວ. ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຂົ້າໃຈພຣະເຈົ້າໄດ້ຢູ່ສະເໝີ, ເຊິ່ງໄດ້ນໍາໄປສູ່ຄວາມບໍ່ສາມາດເບິ່ງອອກໄດ້ເຖິງພາລະກິດຂອງພຣະວິນຍານບໍລິສຸດ. ເປັນຫຍັງພຣະເຈົ້າຈຶ່ງເວົ້າພຣະທຳ ເຊັ່ນ: “ແລະ ແລ້ວເຮົາກໍຈາກມະນຸດໄປ”? ຜູ້ຄົນອາດໃຫ້ຄວາມສົນໃຈໜ້ອຍດຽວໃນພຣະທຳເຫຼົ່ານີ້, ແຕ່ພວກເຂົາບໍ່ເຂົ້າໃຈຄວາມໝາຍຂອງພຣະທຳເຫຼົ່ານີ້ເລີຍ. ໃນຕອນນີ້ເດ, ພວກເຈົ້າເຂົ້າໃຈແລ້ວບໍ? ບໍ່ແປກໃຈເລີຍທີ່ຜູ້ຄົນບໍ່ເຂົ້າໃຈເຖິງການສະຖິດຂອງພຣະວິນຍານບໍລິສຸດ. ພວກເຂົາຄົ້ນຫາພຣະເຈົ້າຢູ່ພາຍໃຕ້ແສງເດືອນທີ່ມືດມົວຢູ່ສະເໝີ, ສິ່ງນີ້ເປັນຄວາມຈິງທັງສິ້ນ ແລະ ມັນເປັນຄືກັບວ່າ ພຣະເຈົ້າຕັ້ງໃຈເຍາະເຍີ້ຍມະນຸດ, ເຮັດໃຫ້ສະໝອງຂອງທຸກຄົນຊໍ້າບວມ, ເພື່ອພວກເຂົາຈະຮູ້ສຶກມຶນງົງ ແລະ ສັບສົນ. ຈົນພວກເຂົາບໍ່ຮູ້ວ່າພວກເຂົາກຳລັງເຮັດຫຍັງຢູ່, ມັນເປັນຄືກັບວ່າພວກເຂົາກຳລັງຝັນ ແລະ ເມື່ອພວກເຂົາຕື່ນຂຶ້ນມາ, ພວກເຂົາກໍບໍ່ຮູ້ວ່າເກີດຫຍັງຂຶ້ນ. ພຽງໃຊ້ພຣະທຳທີ່ທຳມະດາບາງຂໍ້ຈາກພຣະເຈົ້າກໍເຮັດໃຫ້ຜູ້ຄົນເວົ້າບໍ່ອອກແລ້ວ. ບໍ່ແປກໃຈເລີຍທີ່ພຣະເຈົ້າເວົ້າວ່າ “ໃນປັດຈຸບັນ ເຮົາໄດ້ໂຍນທຸກຄົນສູ່ ‘ເຕົາຫຼໍ່ໃຫຍ່’ ເພື່ອຖືກຫຼໍ່ຫຼອມ. ເຮົາຢືນຂຶ້ນສູງ ແລະ ຫຼຽວເບິ່ງຢ່າງໃກ້ຊິດ ໃນຂະນະທີ່ພວກເຂົາເຜົາໄໝ້ໃນໄຟ ແລະ ເມື່ອຖືກບີບບັງຄັບດ້ວຍແປວໄຟ ຜູ້ຄົນກໍຄາຍຄວາມຈິງອອກມາ”. ໃນບັນດາພຣະທຳທີ່ປ່ຽນແປງຢູ່ສະເໝີຂອງພຣະເຈົ້າ, ຜູ້ຄົນບໍ່ຮູ້ວ່າຈະເຮັດຫຍັງ; ໃນຄວາມຈິງແລ້ວ ດັ່ງທີ່ພຣະເຈົ້າເວົ້າວ່າ ການຂ້ຽນຕີໄດ້ເລີ່ມຕົ້ນແຕ່ດົນແລ້ວ ແລະ ຍ້ອນຜູ້ຄົນບໍ່ຮູ້ເຖິງສິ່ງນີ້ ພວກເຂົາຈຶ່ງຮູ້ແຕ່ໃນເວລາທີ່ພຣະເຈົ້າກ່າວຢ່າງແຈ່ມແຈ້ງເທົ່ານັ້ນ, ພວກເຂົາພຽງແຕ່ສົນໃຈຫຼັງຈາກທີ່ພຣະເຈົ້າບອກພວກເຂົາ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າໄດ້ຖືກປະຕິບັດມາແຕ່ດົນນານ ແຕ່ຜູ້ຄົນພຽງແຕ່ເລີ່ມຕົ້ນສຶກສາການຂ້ຽນຕີໃນຕອນນີ້ ມັນເປັນຄືກັບເມື່ອຜູ້ຄົນຮູ້ຈັກກ່ຽວກັບລະເບີດປະລາມະນູ, ແຕ່ຍ້ອນເວລາຍັງບໍ່ໄດ້ມາເຖິງ, ຜູ້ຄົນກໍບໍ່ໄດ້ໃສ່ໃຈມັນ; ມີພຽງແຕ່ເມື່ອບາງຄົນເລີ່ມສ້າງມັນຂຶ້ນ, ຜູ້ຄົນຈຶ່ງເລີ່ມໃສ່ໃຈ. ມີພຽງແຕ່ເມື່ອລະເບີດປະລາມະນູກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ຜູ້ຄົນຈຶ່ງເຂົ້າໃຈກ່ຽວກັບມັນຫຼາຍຂຶ້ນ. ມີພຽງແຕ່ເມື່ອພຣະເຈົ້າເວົ້າວ່າ ພຣະອົງຈະໂຍນມະນຸດລົງໃສ່ເຕົາຫຼໍ່, ຜູ້ຄົນຈຶ່ງຮູ້ຈັກໜ້ອຍໜຶ່ງ. ຖ້າພຣະເຈົ້າບໍ່ເວົ້າ ກໍຈະບໍ່ມີໃຜຮູ້, ບໍ່ແມ່ນບໍ? ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ສະນັ້ນ ຜູ້ຄົນຈຶ່ງເຂົ້າສູ່ເຕົາຫຼໍ່ໂດຍບໍ່ຮູ້ຕົວ ຄືກັບວ່າ ພວກເຂົາຖືກຈູງດ້ວຍເຊືອກ, ຄືກັບວ່າ ພວກເຂົາເລີ່ມມຶນຊາ”. ເປັນຫຍັງຈຶ່ງບໍ່ວິເຄາະໃນສິ່ງນີ້: ເມື່ອຜູ້ຄົນນໍາສະເໜີຄວາມຈິງ, ມັນບໍ່ແມ່ນເວລາທີ່ພຣະເຈົ້າເວົ້າວ່າ ການຂ້ຽນຕີໄດ້ເລີ່ມຕົ້ນແລ້ວບໍ ຫຼື ກ່ອນທີ່ພຣະເຈົ້າຈະເວົ້າວ່າການຂ້ຽນຕີໄດ້ເລີ່ມຕົ້ນແລ້ວ? ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ກ່ອນທີ່ພຣະເຈົ້າຈະກ່າວເຖິງການຂ້ຽນຕີ, ຜູ້ຄົນກໍເລີ່ມສາລະພາບ, ສະແດງວ່າການຂ້ຽນຕີໄດ້ເລີ່ມຕົ້ນກ່ອນທີ່ພຣະເຈົ້າຈະເວົ້າເຖິງມັນ, ນີ້ບໍ່ແມ່ນຄວາມຈິງບໍ?