ບົດທີ 38

ເມື່ອພິຈາລະນາເຖິງລັກສະນະພິເສດທີ່ມີຢູ່ໃນຕົວຂອງມະນຸດ ນັ້ນກໍຄືໃບໜ້າທີ່ແທ້ຈິງຂອງມະນຸດ, ການທີ່ຈະສາມາດສືບຕໍ່ມາຈົນຮອດປັດຈຸບັນ ແທ້ຈິງແລ້ວ ແມ່ນບໍ່ໄດ້ງ່າຍເລີຍ ແລະ ຜ່ານສິ່ງນີ້ເທົ່ານັ້ນ ພະລັງອັນຍິ່ງໃຫຍ່ຂອງພຣະເຈົ້າຈຶ່ງປາກົດໃຫ້ເຫັນຢ່າງແທ້ຈິງ. ເມື່ອພິຈາລະນາເຖິງແກ່ນແທ້ຂອງເນື້ອໜັງ ພ້ອມກັບຄວາມຈິງທີ່ວ່າ ມະນຸດໄດ້ຖືກມັງກອນແດງຜູ້ຍິ່ງໃຫຍ່ເຮັດໃຫ້ເສື່ອມຊາມມາຈົນເຖິງປັດຈຸບັນ, ແລ້ວເຂົາຈະສາມາດສືບຕໍ່ຢືນຈົນມາຮອດປັດຈຸບັນໄດ້ແນວໃດ ຖ້າບໍ່ແມ່ນຍ້ອນການນໍາພາຈາກພຣະວິນຍານຂອງພຣະເຈົ້າ? ມະນຸດບໍ່ຄູ່ຄວນມາຢູ່ຕໍ່ໜ້າພຣະເຈົ້າ ແຕ່ເພື່ອການຄຸ້ມຄອງຂອງພຣະອົງ ແລະ ເພື່ອນໍາເອົາພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງໄປສູ່ການບັນລຸຜົນໃຫ້ໄວທີ່ສຸດ ພຣະເຈົ້າຈຶ່ງຮັກມະນຸດ. ຄວາມຈິງກໍຄື ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດແມ່ນສິ່ງທີ່ມະນຸດບໍ່ມີວັນສາມາດຕອບແທນໄດ້ໃນຊົ່ວຊີວິດຂອງເຂົາ. ບາງເທື່ອອາດມີບາງຄົນທີ່ປາຖະໜາຈະຕອບແທນພຣະຄຸນຂອງພຣະເຈົ້າດ້ວຍການເສຍສະຫຼະຊີວິດຂອງພວກເຂົາ ແຕ່ເຮົາຂໍບອກເຈົ້າວ່າ: ມະນຸດບໍ່ຄູ່ຄວນທີ່ຈະຕາຍຢູ່ຕໍ່ໜ້າພຣະເຈົ້າ ແລະ ດ້ວຍເຫດນັ້ນ ການຕາຍຂອງເຂົາກໍຈະບໍ່ມີປະໂຫຍດຫຍັງ. ນີ້ກໍຍ້ອນວ່າ ສໍາລັບພຣະເຈົ້າແລ້ວ ຄວາມຕາຍຂອງມະນຸດແມ່ນບໍ່ເຖິງຂັ້ນທີ່ຈະມີຄ່າໃຫ້ກ່າວເຖິງ, ບໍ່ມີຄ່າແມ່ນແຕ່ກີບດຽວ ຄືກັບການຕາຍຂອງມົດຢູ່ພື້ນດິນ. ເຮົາແນະນໍາມະນຸດບໍ່ໃຫ້ຖືຕົວເອງວ່າມີຄ່າສູງຫຼາຍເກີນໄປ ແລະ ບໍ່ໃຫ້ຄິດວ່າການຕາຍເພື່ອພຣະເຈົ້າແມ່ນມີນໍ້າໜັກຫຼາຍຄືກັບພູເຂົາໄຕ. ແທ້ຈິງແລ້ວ ການຕາຍຂອງມະນຸດແມ່ນເບົາຄືຂົນນົກ ເຊິ່ງບໍ່ມີຄ່າທີ່ຈະໃຫ້ກ່າວເຖິງ. ເວົ້າອີກຢ່າງໜຶ່ງກໍຄື ເນື້ອໜັງຂອງມະນຸດແມ່ນຖືກກໍານົດໃຫ້ຕາຍໂດຍທໍາມະຊາດ ແລະ ສະນັ້ນ ໃນທີ່ສຸດ ຮ່າງກາຍທາງກາຍະພາບຕ້ອງຈົບສິ້ນລົງເທິງແຜ່ນດິນໂລກ. ນີ້ແມ່ນຄວາມຈິງຢ່າງແທ້ຈິງ ທີ່ບໍ່ມີໃຜສາມາດປະຕິເສດໄດ້. ນີ້ແມ່ນ “ກົດເກນແຫ່ງທໍາມະຊາດ” ທີ່ເຮົາໄດ້ມາຈາກປະສົບການຊີວິດທັງໝົດຂອງມະນຸດ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໄດ້ກໍານົດຈຸດຈົບຂອງມະນຸດດ້ວຍວິທີນີ້ ໂດຍທີ່ບໍ່ມີຜູ້ໃດຮູ້ເຖິງສິ່ງນີ້ມາກ່ອນ. ເຈົ້າເຂົ້າໃຈບໍ? ບໍ່ແປກໃຈເລີຍທີ່ພຣະເຈົ້າກ່າວວ່າ: “ເຮົາກຽດຊັງຄວາມບໍ່ເຊື່ອຟັງຂອງມະນຸດ. ເຮົາບໍ່ຮູ້ວ່າເປັນຫຍັງ; ເບິ່ງຄືວ່າເຮົາກຽດຊັງມະນຸດນັບແຕ່ຕອນຕົ້ນ ແລະ ເຖິງຢ່າງນັ້ນ ເຮົາກໍຮູ້ສຶກເຫັນອົກເຫັນໃຈເຂົາຢ່າງເລິກເຊິ່ງ. ສະນັ້ນ, ຜູ້ຄົນຈຶ່ງມີສອງທັດສະນະຕໍ່ເຮົາສະເໝີ ເນື່ອງຈາກວ່າ ເຮົາຮັກມະນຸດ ແລະ ເຮົາກໍຊັງມະນຸດເຊັ່ນກັນ”.

ມີຜູ້ໃດທີ່ບໍ່ສັນລະເສີນພຣະເຈົ້າເນື່ອງຈາກການສະຖິດຂອງພຣະອົງ ຫຼື ການປາກົດຕົວຂອງພຣະອົງ? ໃນເວລານີ້ ມັນເປັນຄືກັບວ່າ ເຮົາໄດ້ລືມຄວາມບໍ່ບໍລິສຸດ ແລະ ຄວາມບໍ່ຊອບທໍາພາຍໃນມະນຸດຢ່າງສິ້ນເຊີງ. ເຮົາເອົາຄວາມຄິດວ່າຕົວເອງຊອບທໍາ, ຄວາມທະນົງຕົວ, ຄວາມບໍ່ເຊື່ອຟັງ, ການຂັດຂືນຂອງມະນຸດ ແລະ ຄວາມກະບົດທັງໝົດຂອງພວກເຂົາ ແລະ ຍູ້ພວກມັນທັງໝົດໄປຢູ່ດ້ານຫຼັງສະໝອງຂອງເຮົາ ແລະ ລືມກ່ຽວກັບມັນທັງໝົດ. ພຣະເຈົ້າບໍ່ໄດ້ຖືກຈໍາກັດຍ້ອນສິ່ງເຫຼົ່ານີ້ທີ່ມະນຸດເປັນ. ຍ້ອນວ່າເຮົາ ໃນຖານະເປັນພຣະເຈົ້າກໍ “ມີຄວາມທຸກທໍລະມານຄືກັນ” ເຮົາຈຶ່ງໄດ້ເຮັດໃຫ້ຕົວເອງຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກນີ້ເຊັ່ນກັນ ເພື່ອບໍ່ໃຫ້ເຮົາຖືກມະນຸດຈໍາກັດເພີ່ມເຕີມໄປກວ່ານີ້. ເປັນຫຍັງຈຶ່ງຕ້ອງຫຍຸ້ງຍາກກັບສິ່ງທັງໝົດນີ້? ໃນເມື່ອມະນຸດບໍ່ເຕັມໃຈທີ່ຈະເຂົ້າຮ່ວມຄອບຄົວຂອງພຣະເຈົ້າກັບເຮົາ ແລ້ວເຮົາຈະສາມາດໃຊ້ອໍານາດຂອງເຮົາເພື່ອບັງຄັບພວກເຂົາໄດ້ແນວໃດ? ເຮົາບໍ່ເຮັດສິ່ງຕ່າງໆທີ່ເປັນການກົດຂີ່ມະນຸດ ແລະ ບໍ່ແປກໃຈເລີຍ ເພາະເຮົາເກີດໃນຄອບຄົວຂອງພຣະເຈົ້າ, ດ້ວຍເຫດນັ້ນ ແນ່ນອນຢູ່ແລ້ວ ມະນຸດ ແລະ ເຮົາຈຶ່ງແຕກຕ່າງກັນສະເໝີ. ນີ້ໄດ້ນໍາໄປສູ່ສະພາບຂອງຄວາມພ່າຍແພ້ທີ່ເປັນຕາສັງເວດ ທີ່ເຂົາຜະເຊີນຢູ່ໃນປັດຈຸບັນ. ແຕ່ເຮົາສືບຕໍ່ມອບບ່ອນນອນຢ່າງກວ້າງຂວາງໃຫ້ແກ່ຄວາມອ່ອນແອຂອງມະນຸດ; ເຮົາມີທາງເລືອກໃດແດ່? ນີ້ບໍ່ແມ່ນຍ້ອນວ່າ ເຮົາບໍ່ມີອໍານາດບໍ? ບໍ່ແປກໃຈເລີຍທີ່ພຣະເຈົ້າສະແຫວງຫາທີ່ຈະ “ອອກບໍານານ” ຈາກ “ໜ່ວຍງານເຮັດວຽກ” ຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ກໍຮຽກຮ້ອງຂໍກິນ “ເບ້ຍບໍານານ”. ເມື່ອເຮົາກ່າວຈາກມຸມມອງຂອງມະນຸດ, ມະນຸດກໍບໍ່ຟັງ ແຕ່ມະນຸດເຄີຍເຊື່ອຟັງແມ່ນແຕ່ໃນເວລາທີ່ເຮົາກ່າວຈາກມຸມມອງຂອງພຣະເຈົ້າບໍ? ບາງເທື່ອ ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າ “ອອກບໍານານ” ຈາກ “ໜ່ວຍງານເຮັດວຽກ” ຂອງມະນຸດຢ່າງກະທັນຫັນ ແລະ ເມື່ອເວລານັ້ນມາເຖິງ ພຣະທໍາຂອງພຣະເຈົ້າກໍຍິ່ງຈະຮຸນແຮງຂຶ້ນ. ໃນປັດຈຸບັນ ມັນອາດຈະເປັນຍ້ອນເຮົາ ທີ່ພຣະເຈົ້າກ່າວດ້ວຍວິທີນີ້ ແລະ ຖ້າມື້ນັ້ນມາເຖິງ ພຣະເຈົ້າຈະບໍ່ເປັນຄືເຮົາທີ່ “ເລົ່ານິທານໃຫ້ເດັກນ້ອຍອະນຸບານ” ຟັງຢ່າງອ່ອນໂຍນ ແລະ ຢ່າງອົດທົນ. ບາງເທື່ອ ສິ່ງທີ່ເຮົາກ່າວອາດຈະບໍ່ເໝາະສົມປານໃດ ແຕ່ພຣະເຈົ້າເຕັມໃຈທີ່ຈະໂຍະຍານກັບມະນຸດເລັກນ້ອຍຍ້ອນເຫັນແກ່ພຣະເຈົ້າທີ່ບັງເກີດເປັນມະນຸດ; ບໍ່ສະນັ້ນ ອະນາຄົດກໍຈະໂຫດຮ້າຍທີ່ຈະຄໍານຶງໄດ້. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ: “ເຮົາເຄີຍວາງມືຂອງເຮົາຈາກການຈັບກຸມຜູ້ຄົນໃນລະດັບໃດໜຶ່ງ ໂດຍອະນຸຍາດໃຫ້ພວກເຂົາເຮັດຕາມໃຈຢ່າງເປັນອິດສະຫຼະໃນຄວາມປາຖະໜາທາງເນື້ອໜັງຂອງພວກເຂົາ ແລະ ຍ້ອນສິ່ງນີ້ ພວກເຂົາຈຶ່ງກ້າປະພຶດຕົນໃນລັກສະນະແບບດື້ດ້ານ ໂດຍບໍ່ມີການຄວບຄຸມໃດໆ ເຊິ່ງສາມາດເຫັນໄດ້ວ່າ ພວກເຂົາບໍ່ຮັກເຮົາຢ່າງແທ້ຈິງ ເນຶ່ອງຈາກພວກເຂົາທຸກຄົນກໍາລັງດໍາລົງຊີວິດໃນເນື້ອໜັງ”. ເປັນຫຍັງພຣະເຈົ້າຈຶ່ງກ່າວຢູ່ໃນນີ້ວ່າ: “ເຮັດຕາມໃຈໃນຄວາມປາຖະໜາທາງເນື້ອໜັງຂອງພວກເຂົາ” ແລະ “ດໍາລົງຊີວິດໃນເນື້ອໜັງ?” ຄວາມຈິງກໍຄື ມະນຸດຈະເຂົ້າໃຈພຣະທໍາແບບນີ້ໂດຍທໍາມະຊາດທີ່ບໍ່ມີການຕີຄວາມໝາຍຂອງເຮົາ. ບາງເທື່ອ ອາດຈະມີບາງຄົນທີ່ຈະເວົ້າວ່າ ພວກເຂົາບໍ່ເຂົ້າໃຈ ແລະ ເຮົາຂໍເວົ້າວ່າ ນີ້ແມ່ນກໍລະນີຂອງການຖາມຄໍາຖາມເມື່ອຄົນໃດໜຶ່ງຮູ້ຄໍາຕອບຢູ່ແລ້ວ ເຊິ່ງເປັນການທໍາທ່າຖາມ. ມີຄໍາເຕືອນສອງສາມຄໍາຄື: ເປັນຫຍັງພຣະເຈົ້າຈຶ່ງກ່າວວ່າ: “ສິ່ງດຽວທີ່ເຮົາຂໍຈາກມະນຸດແມ່ນຂໍໃຫ້ເຂົ້າຮ່ວມມືກັບເຮົາ?” ເປັນຫຍັງພຣະເຈົ້າຍັງກ່າວວ່າ ທໍາມະຊາດຂອງມະນຸດແມ່ນປ່ຽນແປງຍາກ? ເປັນຫຍັງພຣະເຈົ້າຈຶ່ງກຽດຊັງທໍາມະຊາດຂອງມະນຸດ? ແມ່ນຫຍັງຄືສິ່ງທີ່ເປັນທໍາມະຊາດຂອງມະນຸດແທ້ຈິງ? ແມ່ນຫຍັງຄືສິ່ງທີ່ຢູ່ພາຍນອກທໍາມະຊາດຂອງມະນຸດ? ມີຜູ້ໃດບໍທີ່ໄດ້ພິຈາລະນາຄໍາຖາມເຫຼົ່ານີ້? ບາງເທື່ອ ນີ້ແມ່ນຫົວຂໍ້ໃໝ່ສໍາລັບມະນຸດ ແຕ່ເຖິງຢ່າງໃດກໍຕາມ ເຮົາຂໍຮ້ອງໃຫ້ມະນຸດພິຈາລະນາສິ່ງນີ້ຢ່າງຖືກຕ້ອງ ຖ້າບໍ່ສະນັ້ນ ມະນຸດກໍຈະລ່ວງເກີນພຣະເຈົ້າຕະຫຼອດດ້ວຍວະລີເຊັ່ນ: “ທໍາມະຊາດຂອງມະນຸດແມ່ນປ່ຽນແປງຍາກ”. ມັນມີປະໂຫຍດຫຍັງທີ່ຈະຕໍ່ຕ້ານພຣະອົງດ້ວຍວິທີນີ້? ໃນທີ່ສຸດແລ້ວ ມັນບໍ່ແມ່ນເປັນພຽງການຫາເລື່ອງບໍ? ມັນຈະບໍ່ມີຈຸດຈົບແບບດຽວກັນກັບໂຍນໄຂ່ໃສ່ກ້ອນຫີນບໍ?

ໃນຄວາມຈິງແລ້ວ ທຸກການທົດລອງ ແລະ ການລໍ້ລວງທີ່ມະນຸດຕ້ອງປະສົບແມ່ນບົດຮຽນທີ່ພຣະເຈົ້າຕ້ອງການໃຫ້ມະນຸດຮຽນຮູ້. ຕາມເຈດຕະນາຂອງພຣະເຈົ້າແລ້ວ ມະນຸດສາມາດບັນລຸສິ່ງເຫຼົ່ານີ້ໄດ້ ເຖິງແມ່ນວ່າເຂົາຕ້ອງເສຍສະຫຼະສິ່ງທີ່ເຂົາຮັກ ແຕ່ຍ້ອນມະນຸດຮັກຕົວເອງຕະຫຼອດ ເຂົາຈຶ່ງບໍ່ສາມາດຮ່ວມມືກັບພຣະເຈົ້າໄດ້ຢ່າງແທ້ຈິງ. ພຣະເຈົ້າບໍ່ໄດ້ຂໍຫຍັງຫຼາຍຈາກມະນຸດ. ສິ່ງດຽວທີ່ພຣະອົງຂໍຈາກມະນຸດແມ່ນເພື່ອໃຫ້ໄດ້ບັນລຸຢ່າງງ່າຍດາຍ ແລະ ຢ່າງມີຄວາມສຸກ; ພຽງແຕ່ວ່າມະນຸດບໍ່ເຕັມໃຈທີ່ຈະທົນທຸກກັບຄວາມລໍາບາກເທົ່ານັ້ນ. ຄືກັນກັບການເປັນລູກຂອງໃຜຜູ້ໜຶ່ງ ເຊິ່ງຄົນໃດໜຶ່ງແມ່ນສາມາດບັນລຸໜ້າທີ່ຂອງພວກເຂົາດ້ວຍການດໍາລົງຊີວິດຢ່າງປະຢັດ ແລະ ເກັບອອມເພື່ອເບິ່ງແຍງພໍ່ແມ່ຂອງພວກເຂົາ. ແຕ່ພວກເຂົາຢ້ານວ່າ ພວກເຂົາອາດຈະບໍ່ໄດ້ກິນດີຢ່າງພຽງພໍ ຫຼື ເຄື່ອງນຸ່ງຫົ່ມຂອງພວກເຂົາຈະທໍາມະດາເກີນໄປ, ດ້ວຍເຫດນັ້ນ ຍ້ອນເຫດຜົນໃດ ຫຼື ເຫດຜົນໜຶ່ງ ໜີ້ບຸນຄຸນທີ່ພວກເຂົາຕິດຄ້າງພໍ່ແມ່ຂອງພວກເຂົາສໍາລັບການເບິ່ງແຍງດ້ວຍຄວາມຮັກຂອງພວກເພິ່ນຈຶ່ງຖືກລືມໄປຢ່າງສິ້ນເຊີງ ຄືກັບວ່າ ວຽກເບິ່ງແຍງພວກເພິ່ນແມ່ນສາມາດລໍຖ້າໄດ້ຈົນກວ່າລູກຈະຮັ່ງມີ. ເຮົາເຫັນໃນສິ່ງນີ້ວ່າ ໃນໃຈຂອງມະນຸດແມ່ນບໍ່ມີຄວາມກະຕັນຍູຕໍ່ພໍ່ແມ່ຂອງພວກເຂົາ. ພວກເຂົາທຸກຄົນແມ່ນລູກຊາຍອະກະຕັນຍູ ບາງເທື່ອຖ້ອຍຄໍາຂອງເຮົາອາດຈະຮຸນແຮງເກີນໄປ ແຕ່ເຮົາບໍ່ສາມາດກ່າວແບບໂງ່ຈ້າຕໍ່ໜ້າຄວາມຈິງໄດ້. ເຮົາບໍ່ສາມາດ “ຮຽນແບບຜູ້ອື່ນ” ໃນການຕໍ່ຕ້ານພຣະເຈົ້າເພື່ອເຮັດໃຫ້ຕົວເຮົາເອງພໍໃຈ. ມັນເປັນຍ້ອນບໍ່ມີຜູ້ໃດຢູ່ແຜ່ນດິນໂລກທີ່ມີຫົວໃຈກະຕັນຍູຢ່າງແທ້ຈິງ ພຣະເຈົ້າຈຶ່ງໄດ້ກ່າວວ່າ: “ໃນສະຫວັນ, ຊາຕານແມ່ນສັດຕູຂອງເຮົາ; ຢູ່ແຜ່ນດິນໂລກ ມະນຸດແມ່ນສັດຕູຂອງເຮົາ. ຍ້ອນການຮ່ວມກັນລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ເຮົາຈຶ່ງຖືວ່າພວກເຂົາທຸກຄົນມີຄວາມຜິດຈົນເຖິງເກົ້າຊົ່ວໂຄດ”. ຊາຕານແມ່ນສັດຕູຂອງພຣະເຈົ້າ; ເຫດຜົນທີ່ຊາຕານກ່າວເຊັ່ນນີ້ກໍຍ້ອນວ່າ ມັນບໍ່ຕອບແທນພຣະເຈົ້າ ສໍາລັບຄວາມຊ່ວຍເຫຼືອ ແລະ ຄວາມເມດຕາທີ່ຍິ່ງໃຫຍ່ຂອງພຣະອົງ ແຕ່ກົງກັນຂ້າມມັນໄດ້ “ພາຍເຮືອຕ້ານຄື້ນ” ແລະ ໃນການເຮັດເຊັ່ນນັ້ນ ມັນບໍ່ໄດ້ເຮັດໜ້າທີ່ຂອງມັນໃນການສະແດງການອຸທິດຕົນຢ່າງກະຕັນຍູຕໍ່ພຣະເຈົ້າ. ຜູ້ຄົນບໍ່ໄດ້ເປັນແບບນີ້ເຊັ່ນກັນບໍ? ພວກເຂົາບໍ່ສະແດງໃຫ້ເຫັນເຖິງຄວາມເຄົາລົບຢ່າງກະຕັນຍູຕໍ່ “ພໍ່ແມ່” ຂອງພວກເຂົາ ແລະ ບໍ່ເຄີຍຕອບແທນໜີ້ບຸນຄຸນທີ່ພວກເຂົາຕິດຄ້າງ “ພໍ່ແມ່” ຂອງພວກເຂົາ ສໍາລັບການເບິ່ງແຍງດ້ວຍຄວາມຮັກຂອງພວກເພິ່ນ. ນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຜູ້ຄົນຢູ່ແຜ່ນດິນໂລກແມ່ນພີ່ນ້ອງຂອງຊາຕານໃນສະຫວັນ. ມະນຸດ ແລະ ຊາຕານແມ່ນມີໃຈ ແລະ ຈິດໃຈດຽວກັນໃນການຕໍ່ຕ້ານພຣະເຈົ້າ ເຊິ່ງດ້ວຍເຫດນັ້ນ ມັນຈຶ່ງບໍ່ແປກໃຈເລີຍທີ່ພຣະເຈົ້າຈະເຮັດໃຫ້ພວກເຂົາຕິດແຮ້ວເກົ້າຊົ່ວໂຄດ ແລະ ບໍ່ໃຫ້ອະໄພຜູ້ໃດ. ໃນອະດີດ ພຣະເຈົ້າໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງທີ່ໝອບຢູ່ສະຫວັນຈັດການກັບມະນຸດ ແຕ່ມັນບໍ່ໄດ້ເຊື່ອຟັງ ແລະ ກົງກັນຂ້າມ ມັນເຮັດຕາມອາລົມ ແລະ ການກະບົດຂອງຕົວມັນເອງ. ມະນຸດທີ່ກະບົດບໍ່ໄດ້ກ້າວໄປທາງໜ້າຕາມເສັ້ນທາງນີ້ເຊັ່ນກັນບໍ? ບໍ່ວ່າພຣະເຈົ້າຈະຫັດກຸມ “ການປົກຄອງ” ສໍ່າໃດກໍຕາມ ຜູ້ຄົນກໍຈະບໍ່ສັ່ນຄອນງ່າຍໆ ແລະ ບໍ່ສາມາດຫັນຈາກເສັ້ນທາງຂອງພວກເຂົາໄດ້. ໃນມຸມມອງຂອງເຮົາ, ຖ້າມະນຸດສືບຕໍ່ໃນວິທີນີ້ ພວກເຂົາກໍຈະເຮັດໃຫ້ເກີດມີຄວາມພິນາດແກ່ຕົວເອງ. ບາງເທື່ອ ໃນຕອນນີ້ເຈົ້າໄດ້ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາເຫຼົ່ານີ້ທີ່ວ່າ: “ຜູ້ຄົນຈຶ່ງບໍ່ສາມາດຕັດຂາດຄວາມສໍາພັນທີ່ຍັງເຫຼືອຢູ່ຂອງພວກເຂົາຈາກທໍາມະຊາດເກົ່າຂອງພວກເຂົາ”. ພຣະເຈົ້າໄດ້ເຕືອນມະນຸດຫຼາຍຄັ້ງແລ້ວວ່າ: “ຍ້ອນຄວາມບໍ່ເຊື່ອຟັງຂອງມະນຸດ ເຮົາຈຶ່ງຈາກເຂົາໄປ”. ເປັນຫຍັງພຣະເຈົ້າຈຶ່ງກ່າວສິ່ງນີ້ຫຼາຍຄັ້ງ? ພຣະເຈົ້າຈະສາມາດໂຫດຮ້າຍໄດ້ແທ້ບໍ? ເປັນຫຍັງພຣະເຈົ້າຍັງກ່າວວ່າ: “ເຮົາບໍ່ແມ່ນໜຶ່ງໃນເຜົ່າພັນມະນຸດ” ບໍ? ໃນລະຫວ່າງຫຼາຍມື້ທີ່ຢູ່ລ້າໆ ມີຜູ້ໃດທີ່ໄດ້ຄິດຢ່າງຕັ້ງໃຈກ່ຽວກັບບັນຫາທີ່ລະອຽດເຫຼົ່ານີ້ບໍ? ເຮົາຂໍແນະນໍາໃຫ້ມະນຸດເຮັດໃຫ້ຕົວເອງມີຄວາມເຂັ້ມແຂງຕໍ່ພຣະທໍາຂອງພຣະເຈົ້າ ແລະ ບໍ່ໃຫ້ປະຕິບັດຕໍ່ພຣະທໍາເຫຼົ່ານັ້ນແບບພໍເປັນພິທີ; ການເຮັດສິ່ງດັ່ງກ່າວຈະບໍ່ນໍາເອົາປະໂຫຍດຫຍັງມາໃຫ້ເຈົ້າ ຫຼື ຜູ້ອື່ນ. ມັນດີທີ່ສຸດທີ່ຈະບໍ່ກ່າວໃນສິ່ງທີ່ບໍ່ຈໍາເປັນຕ້ອງກ່າວ ແລະ ບໍ່ຄິດກ່ຽວກັບສິ່ງທີ່ບໍ່ຈໍາເປັນຕ້ອງຄິດ. ນີ້ຈະບໍ່ງ່າຍກວ່າບໍ? ມີຫຍັງທີ່ສາມາດຜິດພາດຈາກການປະຕິບັດດັ່ງກ່າວນັ້ນບໍ? ບໍ່ມີຜູ້ໃດສາມາດຢຸດ “ເຄື່ອນໄຫວ” ກ່ອນທີ່ພຣະເຈົ້າຈະປະກາດການສິ້ນສຸດຂອງພາລະກິດຂອງພຣະອົງຢູ່ແຜ່ນດິນໂລກ; ບໍ່ມີຜູ້ໃດຈະລ້າງມືຂອງພວກເຂົາຈາກໜ້າທີ່ຂອງພວກເຂົາ. ຕອນນີ້ບໍ່ແມ່ນເວລາ; ຈົ່ງຢ່າສົມມຸດເອົາເອງ ເພື່ອປະຕິບັດເປັນຜູ້ນໍາພາສໍາລັບພຣະເຈົ້າ ຫຼື ເປັນແນວໜ້າ. ເຮົາຄິດວ່າ ມັນໄວເກີນໄປທີ່ຈະຢຸດໃນຕອນນີ້ ແລະ ຢຸດບໍ່ໃຫ້ເຄື່ອນໄຫວໄປທາງໜ້າ. ເຈົ້າຄິດວ່າແນວໃດ?

ພຣະເຈົ້ານໍາມະນຸດເຂົ້າສູ່ທ່າມກາງການຂ້ຽນຕີ ແລະ ພຣະອົງນໍາເອົາພວກເຂົາເຂົ້າສູ່ບັນຍາກາດແຫ່ງຄວາມຕາຍ ແຕ່ໃນທາງກັບກັນ ພຣະເຈົ້າຈະໃຫ້ມະນຸດເຮັດຫຍັງຢູ່ແຜ່ນດິນໂລກ? ແນ່ນອນຢູ່ແລ້ວວ່າ ຈຸດປະສົງຂອງມະນຸດບໍ່ແມ່ນການຮັບໃຊ້ເປັນຕູ້ເຄື່ອງນຸ່ງໃນເຮືອນຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ບໍ່ສາມາດກິນ ແລະ ໃສ່ໄດ້ ນອກຈາກມີໄວ້ໃຫ້ເບິ່ງເທົ່ານັ້ນ. ຖ້າເປັນເຊັ່ນນັ້ນ ແລ້ວເປັນຫຍັງຈຶ່ງນໍາໃຊ້ຫຼາຍຂັ້ນຕອນທີ່ຊັບຊ້ອນ ເພື່ອເຮັດໃຫ້ຜູ້ຄົນທົນທຸກຫຼາຍໃນເນື້ອໜັງ? ພຣະເຈົ້າກ່າວວ່າ: “ເຮົາກໍຄຸ້ມກັນມະນຸດໄປຍັງ ‘ລານປະຫານ’ ເນື່ອງຈາກວ່າ ການລ່ວງເກີນຂອງມະນຸດແມ່ນພຽງພໍທີ່ຈະສົມຄວນໄດ້ຮັບການຂ້ຽນຕີຈາກເຮົາ”. ເທື່ອນີ້ ພຣະເຈົ້າປ່ອຍໃຫ້ຜູ້ຄົນຍ່າງໄປເດີ່ນປະຫານດ້ວຍຕົວເອງບໍ? ເປັນຫຍັງບໍ່ມີຜູ້ໃດ “ອ້ອນວອນຂໍຄວາມເມດຕາໃຫ້ພວກເຂົາ?” ສະນັ້ນ, ມະນຸດຄວນຮ່ວມມືແນວໃດ? ມະນຸດສາມາດປະຕິບັດໄດ້ຢ່າງແທ້ຈິງໂດຍປາສະຈາກການໃຊ້ອາລົມຄືດັ່ງພຣະເຈົ້າປະຕິບັດເມື່ອພຣະອົງເຮັດການພິພາກສາຂອງພຣະອົງບໍ? ຫຼັກໆແລ້ວ ປະສິດທິພາບຂອງພຣະທໍາເຫຼົ່ານີ້ແມ່ນຂຶ້ນກັບວິທີປະຕິບັດຂອງມະນຸດ. ເມື່ອພໍ່ເອົາເງິນທີ່ລາວຫາໄດ້ກັບເມືອເຮືອນ ແລ້ວຖ້າແມ່ບໍ່ຮູ້ຈັກວິທີຮ່ວມມືກັບພໍ່ ຫຼື ວິທີຈັດການກັບເຮືອນຊານ ແລ້ວສະພາບຂອງເຮືອນນັ້ນຈະເປັນແນວໃດ? ຈົ່ງເບິ່ງສະພາບຂອງຄຣິສຕະຈັກໃນຕອນນີ້: ໃນຖານະເປັນຜູ້ນໍາ, ພວກເຈົ້າຮູ້ສຶກແນວໃດກ່ຽວກັບມັນ? ພວກເຈົ້າຄວນຈະຈັດກອງປະຊຸມເພື່ອປຶກສາກ່ຽວກັບຜົນສະທ້ອນຂອງພວກເຈົ້າແຕ່ລະຄົນ. ຖ້າແມ່ເຮັດສິ່ງຕ່າງໆຢູ່ເຮືອນເສຍຫາຍ ແລ້ວລູກໆໃນຄອບຄົວດັ່ງກ່າວຈະເປັນແນວໃດ? ເປັນຄືເດັກກໍາພ້າບໍ? ຫຼື ເປັນຄືຄົນຂໍທານ? ບໍ່ແປກໃຈເລີຍທີ່ພຣະເຈົ້າກ່າວວ່າ: “ທຸກຄົນຄິດວ່າແຜນການຂອງເຮົາແມ່ນສັກສິດໂດຍທໍາມະຊາດທີ່ຂາດ ‘ຄຸນນະພາບແຫ່ງສະຕິປັນຍາ’ ແຕ່ມີຜູ້ໃດສາມາດເຂົ້າໃຈວ່າ ເຮົາສາມາດເຫັນທະລຸທຸກສິ່ງໃນຄວາມເປັນມະນຸດຂອງເຮົາ?” ສໍາລັບສະຖານະການທີ່ເຫັນໄດ້ຢ່າງຊັດເຈນດັ່ງກ່າວ ແມ່ນບໍ່ຈໍາເປັນທີ່ຈະໃຫ້ພຣະເຈົ້າກ່າວຈາກຄວາມເປັນພຣະເຈົ້າຂອງພຣະອົງ. ດັ່ງທີ່ພຣະເຈົ້າໄດ້ກ່າວວ່າ: “ບໍ່ຈໍາເປັນຕ້ອງໃຊ້ຄ້ອນຕີຂະໜາດໃຫຍ່ເພື່ອຕອກຕະປູ”. ບາງເທື່ອ ໃນເວລານີ້ ອາດມີຜູ້ທີ່ມີປະສົບການທີ່ແທ້ຈິງກັບສຸພາສິດຂອງພຣະເຈົ້າທີ່ວ່າ: “ໃນທ່າມກາງມະນຸດ ແມ່ນບໍ່ມີຜູ້ໃດທີ່ຮັກເຮົາ”. ໃນຈຸດນີ້ ມັນເປັນຄືດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ: “ມັນເປັນຍ້ອນວ່າພວກເຂົາໄດ້ມາເຖິງສະພາບທົ່ວໄປໃນປັດຈຸບັນ, ພວກເຂົາທຸກຄົນຈຶ່ງກົ້ມຫົວຂອງພວກເຂົາແບບບໍ່ເຕັມໃຈ ເພາະໃນໃຈຂອງພວກເຂົາ ພວກເຂົາຍັງບໍ່ເຊື່ອ”. ພຣະທໍາເຫຼົ່ານີ້ຄືກັນກັບກ້ອງສ່ອງດາວ. ໃນອະນາຄົດທີ່ບໍ່ໄກນີ້ ມະນຸດຈະຍ່າງເຂົ້າໄປໃນສະຖານະການອື່ນ. ນີ້ເອີ້ນວ່າ ການທີ່ບໍ່ສາມາດແກ້ໄຂໄດ້. ພວກເຈົ້າເຂົ້າໃຈບໍ? ນັ້ນແມ່ນຄໍາຕອບຕໍ່ສອງຄໍາຖາມເຫຼົ່ານີ້ຂອງພຣະເຈົ້າທີ່ຖາມວ່າ: “ຜູ້ຄົນບໍ່ຢັບຢັ້ງຈາກບາບພຽງຍ້ອນພວກເຂົາຢ້ານເຮົາຈະຈາກໄປບໍ? ມັນບໍ່ແມ່ນຄວາມຈິງບໍ ທີ່ພວກເຂົາບໍ່ຈົ່ມວ່າພຽງຍ້ອນພວກເຂົາຢ້ານການຂ້ຽນຕີ?” ທີ່ຈິງແລ້ວ ຜູ້ຄົນໃນຂັ້ນຕອນປັດຈຸບັນແມ່ນຂ້ອນຂ້າງຂີ້ຄ້ານ ຄືກັບວ່າ ຖືກປົກຄຸມໄປດ້ວຍຄວາມເມື່ອຍເພຍ. ພວກເຂົາບໍ່ມີອາລົມທີ່ຈະໃສ່ໃຈກັບພາລະກິດຂອງພຣະເຈົ້າເລີຍ ແຕ່ເປັນຫ່ວງໃນການຈັດຕຽມ ແລະ ການສະໜອງເທົ່ານັ້ນ ເພື່ອປະໂຫຍດຂອງເນື້ອໜັງຂອງຕົວເອງ. ບໍ່ແມ່ນແບບນີ້ບໍ?

ກ່ອນນີ້: ບົດທີ 36

ຕໍ່ໄປ: ບົດທີ 39

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້