ບົດທີ 36
ມີການເວົ້າວ່າ ບັດນີ້ ພຣະເຈົ້າໄດ້ເລີ່ມຂ້ຽນຕີມະນຸດແລ້ວ, ແຕ່ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ, ບໍ່ມີໃຜສາມາດໃຫ້ຄຳຕອບຢ່າງຊັດເຈນວ່າ ເຈດຕະນາເດີມຂອງການຂ້ຽນຕີນີ້ໄດ້ເກີດຂຶ້ນກັບມະນຸດແລ້ວ ຫຼື ບໍ່. ພຣະເຈົ້າເວົ້າວ່າ “ມະນຸດບໍ່ເຄີຍຄົ້ນພົບຫຍັງໃນການຂ້ຽນຕີຂອງເຮົາຈັກເທື່ອ, ຍ້ອນເຂົາບໍ່ໄດ້ເຮັດຫຍັງ ນອກຈາກຈັບແອກທີ່ຢູ່ອ້ອມຄໍຂອງພວກເຂົາດ້ວຍມືທັງສອງ, ຕາສອງໜ່ວຍຈ້ອງເບິ່ງເຮົາ ຄືກັບວ່າ ກໍາລັງເບິ່ງສັດຕູ ແລະ ໃນຊ່ວງເວລານີ້ເອງ ທີ່ເຮົາເຫັນວ່າພວກເຂົາຈ່ອຍເຫຼືອງຫຼາຍສໍ່າໃດ. ມັນເປັນຍ້ອນສິ່ງນີ້, ເຮົາຈຶ່ງເວົ້າວ່າບໍ່ມີຜູ້ໃດຍຶດໝັ້ນໃນທ່າມກາງການທົດລອງເລີຍ”. ພຣະເຈົ້າບອກກັບມະນຸດກ່ຽວກັບຄວາມຈິງຂອງການຂ້ຽນຕີທີ່ຍັງບໍ່ທັນເກີດຂຶ້ນກັບເຂົາເທື່ອ ແລະ ພຣະອົງເຮັດແບບນັ້ນຢ່າງລະອຽດຫຼາຍໂດຍບໍ່ໄດ້ຕັດຫຍັງອອກເລີຍ. ມັນເປັນຄືກັບວ່າມະນຸດໄດ້ເຂົ້າສູ່ການຂ້ຽນຕີ ແລະ ບໍ່ສາມາດຍຶດໝັ້ນໄດ້ຢ່າງແທ້ຈິງ. ພຣະເຈົ້າໄດ້ພັນລະນາເຖິງຄວາມສົດໃສ ແລະ ຄວາມມີຊີວິດຊີວາກ່ຽວກັບພາບລັກສະນະທີ່ຂີ້ຮ້າຍຂອງມະນຸດ. ນີ້ຄືເຫດຜົນທີ່ມະນຸດຮູ້ສຶກມີຄວາມກົດດັນ: ຍ້ອນພຣະເຈົ້າເວົ້າວ່າພວກເຂົາບໍ່ເຄີຍຍຶດໝັ້ນຈັກເທື່ອໃນທ່າມກາງການທົດລອງ, ແລ້ວເຮົາຈະສາມາດເປັນຄົນທີ່ທຳລາຍສະຖິຕິໂລກ, ຖືກຍອມຮັບໂດຍປາສະຈາກທຳນຽມປະຕິບັດໄດ້ແນວໃດ? ໃນຊ່ວງເວລານີ້, ພວກເຂົາກໍເລີ່ມນຶກຄິດ. ໃນຄວາມເປັນຈິງແລ້ວ, ມັນກໍເປັນຄືດັ່ງພຣະເຈົ້າເວົ້າວ່າ “ເຮົາໄດ້ນໍາພວກເຂົາໄປສູ່ທາງຕັນບໍ?” ແນ່ນອນ ພຣະເຈົ້າໄດ້ນໍາທຸກຄົນໄປສູ່ທາງຕັນ ແລະ ສະນັ້ນ ໃນຄວາມຄິດຂອງພວກເຂົາ, ຜູ້ຄົນເຊື່ອຢູ່ສະເໝີວ່າ ພຣະເຈົ້າໂຫດຮ້າຍ ແລະ ໄຮ້ມະນຸດສະທຳ. ພຣະເຈົ້າໄດ້ຕຶກທຸກຄົນອອກຈາກທະເລແຫ່ງຄວາມທຸກທາງໂລກ, ຫຼັງຈາກນັ້ນ “ເພື່ອປ້ອງກັນອຸປະຕິເຫດໃດໜຶ່ງ, ເຮົາຈຶ່ງຂ້າ ‘ປາ’ ທຸກໂຕທີ່ຖືກຈັບໄດ້, ຫຼັງຈາກນັ້ນ ປາເຫຼົ່ານັ້ນກໍເຊື່ອຟັງ ແລະ ບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ບໍ່ແມ່ນຄວາມຈິງບໍ? ພຣະເຈົ້າໄດ້ດຶງທຸກຄົນອອກຈາກທະເລແຫ່ງຄວາມຕາຍທີ່ຂົມຂື່ນໄປສູ່ເຫວເລິກແຫ່ງຄວາມຕາຍ, ພຣະອົງໄດ້ລາກພວກເຂົາທຸກຄົນໄປທີ່ “ບ່ອນປະຫານ” ພຣະອົງໄດ້ບັງຄັບພວກເຂົາໄປສູ່ຈຸດສິ້ນສຸດຂອງຫົນທາງ, ເປັນຫຍັງພຣະອົງຈຶ່ງບໍ່ເຮັດແບບນີ້ກັບບຸດຊາຍຄົນອື່ນ ແລະ ປະຊາຊົນຂອງພຣະເຈົ້າ? ແມ່ນຫຍັງຄືເຈດຕະນາຂອງພຣະອົງໃນການປະຕິບັດພາລະກິດດັ່ງກ່າວໃນປະເທດຂອງມັງກອນແດງໃຫຍ່? ເປັນຫຍັງມືຂອງພຣະເຈົ້າຈຶ່ງ “ພະຍາບາດ” ແບບນັ້ນ? ບໍ່ຕ້ອງສົງໄສເລີຍວ່າ “ເມື່ອເຮົາຕ້ອງການມະນຸດ, ເຂົາກໍລີ້ຊ້ອນຢູ່ສະເໝີ. ມັນເປັນຄືກັບວ່າ ເຂົາບໍ່ເຄີຍໄດ້ເຫັນເຫດການທີ່ເປັນຕາງຶດ, ຄືກັບເຂົາເກີດຢູ່ບ້ານນອກ ແລະ ບໍ່ຮູ້ຫຍັງກ່ຽວກັບເລື່ອງໃນເມືອງ”. ໃນຄວາມເປັນຈິງແລ້ວ, ພາຍໃນພວກເຂົາ ຜູ້ຄົນຖາມວ່າ “ແມ່ນຫຍັງຄືແຜນການຂອງພຣະເຈົ້າໃນການເຮັດແບບນີ້? ພຣະອົງບໍ່ໄດ້ເຮັດໃຫ້ພວກຂ້ານ້ອຍຕາຍບໍ? ແລ້ວແມ່ນຫຍັງຄືຈຸດສຳຄັນ? ເປັນຫຍັງຂັ້ນຕອນຂອງພາລະກິດຂອງພຣະອົງຈຶ່ງມີຢ່າງຫຼວງຫຼາຍ ແລະ ວ່ອງໄວ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຜ່ອນຜັນຕໍ່ພວກຂ້ານ້ອຍແມ່ນແຕ່ໜ້ອຍດຽວ?” ເຖິງຢ່າງໃດກໍຕາມ ຜູ້ຄົນບໍ່ກ້າເວົ້າເຊັ່ນນີ້ ແລະ ຍ້ອນພຣະທຳຂອງພຣະເຈົ້າເຮັດໃຫ້ພວກເຂົາປະຖິ້ມຄວາມຄິດດັ່ງກ່າວ, ກຳຈັດໂອກາດທີ່ຈະເຮັດໃຫ້ພວກເຂົາຄິດໄປໄກກວ່ານັ້ນ, ພວກເຂົາຈຶ່ງບໍ່ມີທາງເລືອກອື່ນ ນອກຈາກປະຖິ້ມຄວາມຄິດເຫຼົ່ານັ້ນ. ມັນເປັນພຽງຍ້ອນພຣະເຈົ້າເປີດໂປງແນວຄິດທຸກຢ່າງຂອງມະນຸດ ແລະ ສະນັ້ນ ຜູ້ຄົນຈຶ່ງບັງຄັບແນວຄິດຂອງພວກເຂົາ ບໍ່ຍອມໃຫ້ມີແນວຄິດເຫຼົ່ານັ້ນອີກ. ໄດ້ເວົ້າມາກ່ອນໜ້ານີ້ແລ້ວວ່າ ຜູ້ຄົນເຫຼົ່ານີ້ແມ່ນລູກຫຼານຂອງມັງກອນແດງໃຫຍ່. ຄວາມຈິງແລ້ວ ຖ້າຈະໃຫ້ຊັດເຈນກວ່ານີ້ກໍຄື, ພວກເຂົາແມ່ນຕົວຕົນຂອງມັງກອນແດງໃຫຍ່. ເມື່ອພຣະເຈົ້າບັງຄັບໃຫ້ພວກເຂົາໄປສູ່ທາງຕັນ ແລະ ສັງຫານພວກເຂົາ, ແນ່ນອນ ວິນຍານຂອງມັງກອນແດງໃຫຍ່ກໍຈະບໍ່ມີໂອກາດປະຕິບັດພາລະກິດໃນພວກເຂົາອີກ. ດ້ວຍວິທີນີ້, ເມື່ອຜູ້ຄົນຍ່າງໄປເຖິງຈຸດສິ້ນສຸດຂອງຫົນທາງ ກໍຈະເປັນເວລາທີ່ມັງກອນແດງໃຫຍ່ຕາຍລົງເຊັ່ນກັນ. ສາມາດເວົ້າໄດ້ວ່າ ເປັນການໃຊ້ຄວາມຕາຍເພື່ອຕອບແທນ “ຄວາມເມດຕາອັນຍິ່ງໃຫຍ່” ຂອງພຣະເຈົ້າ ເຊິ່ງເປັນຈຸດປະສົງຂອງພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງໃຫຍ່. ເມື່ອຜູ້ຄົນພ້ອມທີ່ຈະເສຍສະຫຼະຊີວິດຂອງພວກເຂົາເອງ, ທຸກສິ່ງກໍຈະກາຍເປັນສິ່ງເລັກນ້ອຍ ແລະ ບໍ່ມີໃຜສາມາດເອົາຊະນະພວກເຂົາໄດ້. ແມ່ນຫຍັງຈະສຳຄັນໄປກວ່າຊີວິດ? ດ້ວຍເຫດນັ້ນ ຊາຕານຈຶ່ງບໍ່ສາມາດເຮັດຫຍັງໄດ້ອີກໃນຜູ້ຄົນ, ບໍ່ມີຫຍັງທີ່ມັນສາມາດເຮັດກັບມະນຸດໄດ້. ເຖິງແມ່ນວ່າ ໃນນິຍາມຂອງ “ເນື້ອໜັງ” ມີການເວົ້າວ່າ ເນື້ອໜັງຖືກຊາຕານເຮັດໃຫ້ເສື່ອມຊາມ, ຖ້າຜູ້ຄົນຖວາຍຕົນເອງຢ່າງແທ້ຈິງ ແລະ ບໍ່ໄດ້ຖືກຂັບເຄື່ອນໂດຍຊາຕານ, ແລ້ວກໍຈະບໍ່ມີໃຜສາມາດເອົາຊະນະພວກເຂົາໄດ້ ແລະ ໃນຊ່ວງເວລານີ້, ເນື້ອໜັງຈະປະຕິບັດອີກໜ້າທີ່ໜຶ່ງຂອງມັນ ແລະ ເລີ່ມຮັບການນໍາທາງຂອງພຣະວິນຍານຂອງພຣະເຈົ້າຢ່າງເປັນທາງການ. ນີ້ແມ່ນຂະບວນການທີ່ຈຳເປັນ, ມັນຕ້ອງເກີດຂຶ້ນໄປຕາມຂັ້ນຕອນ; ຖ້າບໍ່ດັ່ງນັ້ນ, ພຣະເຈົ້າຈະບໍ່ມີທາງປະຕິບັດພາລະກິດໃນເນື້ອໜັງທີ່ດື້ດ້ານນີ້ໄດ້. ນີ້ແມ່ນສະຕິປັນຍາຂອງພຣະເຈົ້າ. ດ້ວຍວິທີນີ້, ທຸກຄົນຈຶ່ງໄດ້ເຂົ້າສູ່ສະຖານະການໃນປັດຈຸບັນຢ່າງບໍ່ຮູ້ຕົວ. ແລ້ວບໍ່ແມ່ນພຣະເຈົ້າບໍທີ່ນໍາພາມະນຸດໄປສູ່ “ທາງຕັນ”? ມັນອາດຈະມີຫົນທາງໃໝ່ທີ່ຖືກເປີດອອກໂດຍມະນຸດ? ເມື່ອເບິ່ງປະສົບການຂອງພວກເຈົ້າແລ້ວ, ມັນປາກົດວ່າ ພຣະເຈົ້ານໍາໃຊ້ວິທີການທີ່ໂຫດຮ້າຍທີ່ສຸດໃນພວກເຈົ້າ, ຈາກສິ່ງນັ້ນ ສາມາດເຫັນໄດ້ເຖິງຄວາມຊອບທຳຂອງພຣະເຈົ້າ. ພວກເຈົ້າຈະບໍ່ສັນລະເສີນໄດ້ແນວໃດ? ສິ່ງທີ່ພຣະເຈົ້າປະຕິບັດຕໍ່ພວກເຈົ້າໄດ້ເຮັດໃຫ້ພວກເຈົ້າເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າ; ສິ່ງນີ້ບໍ່ຄູ່ຄວນກັບການທີ່ພວກເຈົ້າຊື່ນຊົມພຣະເຈົ້າບໍ? ໃນປັດຈຸບັນ ໃນເສັ້ນທາງແຍກ ເມື່ອຍຸກເກົ່າຍັງມີຢູ່ ແລະ ຍຸກໃໝ່ຍັງບໍ່ທັນປາກົດຂຶ້ນເທື່ອ, ພວກເຈົ້າຈະເປັນພະຍານໃຫ້ກັບພຣະເຈົ້າແນວໃດ? ບັນຫາທີ່ສຳຄັນດັ່ງກ່າວບໍ່ສົມຄວນແກ່ການພິຈາລະນາຢ່າງເລິກເຊິ່ງບໍ? ພວກເຈົ້າຍັງຕຶກຕອງບັນຫາອື່ນທີ່ຢູ່ນອກປະເດັນບໍ? ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ “ເຖິງແມ່ນຜູ້ຄົນເຄີຍຮ້ອງວ່າ ‘ຄວາມເຂົ້າໃຈຈົ່ງຈະເລີນ’ ບໍ່ມີໃຜໃຊ້ເວລາເພື່ອວິເຄາະຄຳວ່າ ‘ຄວາມເຂົ້າໃຈ’ ເຊິ່ງສະແດງວ່າຜູ້ຄົນບໍ່ມີຄວາມປາຖະໜາທີ່ຈະຮັກເຮົາ”? ຖ້າພຣະເຈົ້າບໍ່ເວົ້າສິ່ງເຫຼົ່ານີ້, ພວກເຈົ້າຈະບໍ່ພະຍາຍາມເຂົ້າໃຈຫົວໃຈຂອງພຣະເຈົ້າດ້ວຍຄວາມຕັ້ງໃຈຂອງພວກເຈົ້າເອງບໍ?
ເຖິງແມ່ນວ່າ ໃນເວລາທີ່ບໍ່ດົນມານີ້ ບາງຄົນອາດເລີ່ມຮູ້ຈັກຈຸດປະສົງເລັກນ້ອຍ ແລະ ຈຸດສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ເຮົາສາມາດເວົ້າໄດ້ຢ່າງແນ່ນອນວ່າ ຖ້າພຣະເຈົ້າບໍ່ໄດ້ກ່າວຕໍ່ມະນຸດຢ່າງແຈ່ມແຈ້ງ, ບໍ່ມີຜູ້ໃດຈະສາມາດຄາດເດົາຈຸດປະສົງ ແລະ ຈຸດສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າໄດ້. ນີ້ແມ່ນສິ່ງທີ່ແນ່ນອນ. ມັນຍັງບໍ່ຊັດເຈນຕໍ່ພວກເຈົ້າອີກບໍ? ທຸກສິ່ງທີ່ພຣະເຈົ້າເຮັດໃນຜູ້ຄົນແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະອົງ, ແຕ່ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ. ນີ້ແມ່ນຂໍ້ບົກຜ່ອງຂອງມະນຸດ, ແຕ່ພຣະເຈົ້າກໍບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີຄວາມສາມາດເຮັດໃນສິ່ງໃດໜຶ່ງ, ພຣະອົງພຽງແຕ່ຂໍໃຫ້ພວກເຂົາຟັງ “ຄຳຕັກເຕືອນຂອງທ່ານໝໍ”. ນີ້ແມ່ນເງື່ອນໄຂຂອງພຣະເຈົ້າ. ພຣະອົງຂໍໃຫ້ທຸກຄົນຮູ້ຈັກຊີວິດຂອງມະນຸດທີ່ແທ້ຈິງ, ຍ້ອນ “ໃນຫົວໃຈຂອງພວກເຂົາ, ຄຳວ່າ ‘ຊີວິດມະນຸດ’ ບໍ່ມີຢູ່ຈິງ, ພວກເຂົາບໍ່ຄຳນຶງເຖິງສິ່ງເຫຼົ່ານັ້ນ ແລະ ພຽງແຕ່ເບື່ອໜ່າຍພຣະທຳຂອງເຮົາ, ຄືກັບວ່າເຮົາໄດ້ກາຍມາເປັນແມ່ຍິງເຖົ້າທີ່ເວົ້າໄປທົ່ວທີບ”. ໃນສາຍຕາຂອງຜູ້ຄົນ, ພຣະທຳຂອງພຣະເຈົ້າເປັນຄືກັບເຄື່ອງໃຊ້ປະຈຳວັນ, ພວກເຂົາບໍ່ປະຕິບັດຕໍ່ພຣະທຳເຫຼົ່ານັ້ນຄືກັບສິ່ງທີ່ສຳຄັນເລີຍ. ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ພວກເຂົາກາຍມາເປັນຄົນໂຊກຮ້າຍທີ່ໜ້າເວດທະນາທີ່ສຸດ ຜູ້ທີ່ຮູ້ຈັກຄວາມຈິງ ແຕ່ບໍ່ນໍາເອົາຄວາມຈິງນັ້ນເຂົ້າສູ່ການປະຕິບັດ. ສະນັ້ນ ຂໍ້ຜິດພາດນີ້ຂໍ້ດຽວຂອງມະນຸດກໍພຽງພໍທີ່ຈະເຮັດໃຫ້ພຣະເຈົ້າເບື່ອໜ່າຍເປັນເວລາດົນນານພໍສົມຄວນ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເວົ້າຫຼາຍຄັ້ງວ່າ ຜູ້ຄົນບໍ່ສົນໃຈຕໍ່ພຣະທຳຂອງພຣະອົງ. ແຕ່ໃນແນວຄິດຂອງພວກເຂົາ, ຜູ້ຄົນຄິດສິ່ງດັ່ງຕໍ່ໄປນີ້: “ແຕ່ລະມື້ ພວກຂ້ານ້ອຍສຶກສາ ແລະ ວິເຄາະພຣະທຳຂອງພຣະເຈົ້າ, ແລ້ວຈະເວົ້າວ່າພວກຂ້ານ້ອຍບໍ່ສົນໃຈໃນພຣະທຳເຫຼົ່ານັ້ນໄດ້ແນວໃດ? ການເຮັດແບບນີ້ບໍ່ແມ່ນການປະຕິບັດຢ່າງບໍ່ຍຸຕິທຳກັບພວກຂ້ານ້ອຍບໍ?” ແຕ່ຖ້າເຮົາວິເຄາະເພີ່ມເຕີມເລັກນ້ອຍ, ຜູ້ຄົນກໍຈະພາກັນໜ້າແດງ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍງຶກຫົວຂອງພວກເຂົາ, ພວກເຂົາໝອບລົງ ແລະ ບຽດແຂ່ງບຽດຂາ, ຄືກັບໝານ້ອຍທີ່ແກວ່ງຫາງດີໃຈກັບຄຳເວົ້າຂອງເຈົ້ານາຍຂອງມັນ. ສະນັ້ນ ໃນຊ່ວງເວລານີ້ ຜູ້ຄົນຈຶ່ງຮູ້ສຶກບໍ່ຄູ່ຄວນ, ນໍ້າຕາກໍໄຫຼລົງອາບໜ້າຂອງພວກເຂົາ, ມັນເປັນຄືກັບວ່າພວກເຂົາປາຖະໜາທີ່ຈະກັບໃຈ ແລະ ເລີ່ມຕົ້ນໃໝ່, ແຕ່ຫຼັງຈາກເວລານີ້ໄດ້ຜ່ານໄປ, ຄວາມອາຍຂອງພວກເຂົາກໍຫາຍໄປທັນທີ, ທົດແທນດ້ວຍຄວາມດື້ດ້ານ, ພວກເຂົາປະພຣະທຳຂອງພຣະເຈົ້າໄວ້ຂ້າງຫຼັງ ແລະ ເຊື່ອຢູ່ສະເໝີວ່າບັນຫາຂອງພວກເຂົາມີຄວາມສຳຄັນກວ່າ, ບັນຫາຂອງພຣະເຈົ້າຕ້ອງມານໍາຫຼັງ ແລະ ຍ້ອນການກະທຳເຫຼົ່ານີ້ຂອງພວກເຂົາ, ພວກເຂົາຈຶ່ງບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດໄດ້ຈັກເທື່ອ. ເມື່ອຄວາມຈິງມາເຖິງ, ພວກເຂົາກໍເດ່ແຂນສອກຂອງພວກເຂົາອອກມາ[ກ], ສິ່ງນີ້ແມ່ນເປັນການຫັກຫຼັງຄົນຂອງພວກເຂົາເອງ, ບໍ່ຕ້ອງສົງໄສເລີຍທີ່ພຣະເຈົ້າກ່າວວ່າ “ພວກເຂົາ ‘ແລ່ນໄປທາງອື່ນ’ ໃນຂະນະທີ່ເພິ່ງພາເຮົາສຳລັບການບໍາລຸງຊີບ”. ຈາກສິ່ງນີ້ເທົ່ານັ້ນ ມັນຈຶ່ງສາມາດເຫັນໄດ້ວ່າບໍ່ມີຄວາມບົກຜ່ອງແມ່ນແຕ່ໜ້ອຍດຽວໃນພຣະທຳຂອງພຣະເຈົ້າ, ພຣະທຳເຫຼົ່ານັ້ນເປັນຈິງ ແລະ ບໍ່ໄດ້ມີການເວົ້າເກີນຄວາມເປັນຈິງແມ່ນແຕ່ໜ້ອຍດຽວ, ແຕ່ພຣະທຳເຫຼົ່ານັ້ນເບິ່ງຄືກັບວ່າ ຂ້ອນຂ້າງຖືກຕີລາຄາຕໍ່າກວ່າຄວາມເປັນຈິງ, ຍ້ອນວຸດທິພາວະຂອງມະນຸດມີໜ້ອຍເກີນໄປ, ເຂົາຈຶ່ງບໍ່ສາມາດແບກຮັບສິ່ງເຫຼົ່ານັ້ນໄດ້. ພຣະທຳຂອງພຣະເຈົ້າໄດ້ພັນລະນາຢ່າງແຈ່ມແຈ້ງກ່ຽວກັບສິ່ງຕ່າງໆຂອງມະນຸດແລ້ວ, ທັງພາຍໃນ ແລະ ພາຍນອກ, ພຣະທຳເຫຼົ່ານັ້ນໄດ້ສະຫຼັກດ້ວຍຄວາມຊັດເຈນທີ່ສຸດ, ສະແດງເຖິງຄວາມຄ້າຍຄືມີຊີວິດຊີວາທີ່ເປັນໃບໜ້າເດີມຂອງຊາຕານຢ່າງແທ້ຈິງ. ພຽງແຕ່ວ່າ ໃນຂັ້ນຕອນປັດຈຸບັນ, ຜູ້ຄົນຍັງບໍ່ທັນເຫັນທຸກສິ່ງຢ່າງຊັດເຈນ ແລະ ສະນັ້ນຈຶ່ງມີການເວົ້າວ່າພວກເຂົາບໍ່ໄດ້ມາເພື່ອຮູ້ຈັກຕົນເອງ. ມັນເປັນຍ້ອນສິ່ງນີ້ ເຮົາຈຶ່ງເວົ້າວ່າບົດຮຽນນີ້ຕ້ອງສືບຕໍ່, ມັນບໍ່ສາມາດຢຸດໄດ້. ເວລາທີ່ຜູ້ຄົນເລີ່ມຮູ້ຈັກຕົນເອງກໍເປັນເວລາທີ່ພຣະເຈົ້າໄດ້ຮັບສະຫງ່າລາສີ. ນີ້ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈ, ບໍ່ຈຳເປັນຕ້ອງໃຫ້ເຮົາເວົ້າເປັນລາຍລະອຽດ. ເຖິງຢ່າງໃດກໍຕາມ ມີສິ່ງໜຶ່ງທີ່ເຮົາຈະເຕືອນພວກເຈົ້າ, ແຕ່ວ່າກ່ອນອື່ນໝົດ ກໍຕ້ອງອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າກ່ອນ: “ໃນເວລາປັດຈຸບັນ, ຜູ້ຄົນບໍ່ເຄີຍເຊີດຊູເຮົາ, ເຮົາບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາ. ແລ້ວພວກເຂົາຈະສາມາດສະແດງຄວາມຮັກທີ່ແທ້ຈິງຕໍ່ເຮົາໃນມື້ແຫ່ງການທົນທຸກທີ່ຈະມາເຖິງໄດ້ແນວໃດ?” ແມ່ນຫຍັງຄືຄວາມໝາຍຂອງພຣະທຳເຫຼົ່ານີ້? ພຣະເຈົ້າກຳລັງເວົ້າວ່າການຂ້ຽນຕີຍັງບໍ່ທັນເກີດຂຶ້ນກັບມະນຸດເທື່ອ ເຊິ່ງສະແດງວ່າຍັງບໍ່ທັນມີຄວາມໝາຍເລິກເຊິ່ງຕໍ່ຄຳວ່າ “ຮູ້ຈັກຕົນເອງ” ເຈົ້າເຫັນສິ່ງນີ້ບໍ? ຫາກບໍ່ໄດ້ຜະເຊີນກັບຄວາມລໍາບາກ ແລະ ການຫຼໍ່ຫຼອມ, ຜູ້ຄົນຈະສາມາດຮູ້ຈັກຕົນເອງໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ໄດ້ເປັນພຽງຄຳເວົ້າທີ່ວ່າງເປົ່າບໍ? ເຈົ້າໄວ້ວາງໃຈໃນທຸກສິ່ງທີ່ພຣະເຈົ້າໄດ້ກ່າວໄວ້ແທ້ບໍ? ເຈົ້າສາມາດແຍກແຍະພຣະທຳຂອງພຣະເຈົ້າບໍ່? ເປັນຫຍັງພຣະເຈົ້າຈຶ່ງເວົ້າສິ່ງເຫຼົ່ານີ້ “ເມື່ອເຫັນເຖິງການກະທຳຂອງມະນຸດ, ທາງເລືອກດຽວຂອງເຮົາກໍຄືການຈາກໄປ” ຊໍ້າໄປຊໍ້າມາ ແລະ ຍັງເວົ້າວ່າ “ມີພຽງແຕ່ເມື່ອພູເຂົາພັງທະລາຍລົງ ແລະ ແຜ່ນດິນໂລກຕັດແຍກອອກຈາກກັນ, ຜູ້ຄົນຈຶ່ງຄິດເຖິງພຣະທຳຂອງເຮົາ, ມີພຽງແຕ່ເມື່ອນັ້ນ ພວກເຂົາຈຶ່ງຕື່ນຂຶ້ນຈາກຄວາມຝັນຂອງພວກເຂົາ, ແຕ່ເວລານັ້ນໄດ້ມາເຖິງແລ້ວ, ພວກເຂົາຖືກທໍາລາຍດ້ວຍນໍ້າຖ້ວມຄັ້ງໃຫຍ່, ຊາກສົບຂອງພວກເຂົາຟູເຕັມໜ້ານໍ້າ”? ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ “ຜູ້ຄົນຈຶ່ງຄິດເຖິງ” ແລະ ບໍ່ແມ່ນ “ຜູ້ຄົນເຊື່ອຟັງພຣະທຳຂອງເຮົາ”? ເປັນຄວາມຈິງບໍ່ວ່າພູເຂົາພັງທະລາຍລົງ ແລະ ແຜ່ນດິນໂລກຕັດແຍກອອກຈາກກັນ? ຜູ້ຄົນບໍ່ສົນໃຈໃນພຣະທຳເຫຼົ່ານັ້ນ, ພວກເຂົາປ່ອຍໃຫ້ພຣະທຳເຫຼົ່ານັ້ນຜ່ານໄປ ແລະ ສະນັ້ນ ພວກເຂົາກໍທົນທຸກກັບ “ຄວາມລຳບາກ” ຫຼາຍຢ່າງໃນພຣະທຳຂອງພຣະເຈົ້າ. ນີ້ເປັນຍ້ອນພວກເຂົາບໍ່ຮູ້ຈັກຄິດເກີນໄປ. ຍ້ອນຄວາມລົ້ມເຫຼວນີ້ຂອງມະນຸດ, ພຣະເຈົ້າຈຶ່ງເວົ້າວ່າ “ເຮົາ ເຊິ່ງເປັນ ‘ຄົນປະຫຼາດ’ ນີ້ທີ່ບໍ່ມີຮູນໍ້າຕາ ໄດ້ຮ້ອງໄຫ້ຫຼາຍຄັ້ງເພື່ອມະນຸດ. ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຫຍັງໃນສິ່ງນີ້ເລີຍ”. ຍ້ອນຜູ້ຄົນບໍ່ໃສ່ໃຈຕໍ່ພຣະທຳຂອງພຣະເຈົ້າ, ພຣະເຈົ້າຈຶ່ງໃຊ້ວິທີນີ້ເພື່ອເຕືອນພວກເຂົາ ແລະ ຮັບເອົາ “ຄວາມຊ່ວຍເຫຼືອ” ຂອງພວກເຂົາ.
ສຳລັບປັດຈຸບັນ, ເຮົາຈະບໍ່ທຳນາຍກ່ຽວກັບການພັດທະນາຂອງໂລກ, ແຕ່ຈະທຳນາຍບາງສິ່ງທີ່ກ່ຽວກັບໂຊກຊະຕາຂອງມະນຸດ. ແລ້ວເຮົາບໍ່ໄດ້ຂໍໃຫ້ຜູ້ຄົນຮູ້ຈັກຕົນເອງບໍ? ຈະສາມາດອະທິບາຍສິ່ງນີ້ໄດ້ແນວໃດ? ຜູ້ຄົນຄວນຮູ້ຈັກຕົນເອງແບບໃດ? ເມື່ອພຣະເຈົ້າ “ທໍລະມານ” ຜູ້ຄົນຢ່າງໜັກຈົນພວກເຂົາບິນວົນວຽນຢູ່ລະຫວ່າງຊີວິດ ແລະ ຄວາມຕາຍ, ພວກເຂົາກໍເລີ່ມເຂົ້າໃຈໜ້ອຍໜຶ່ງກ່ຽວກັບຄວາມໝາຍຂອງຊີວິດມະນຸດ ແລະ ພວກເຂົາກໍເມື່ອຍລ້າກັບຊີວິດຂອງມະນຸດ, ເຊື່ອວ່າຊີວິດທັງໝົດຂອງຜູ້ຄົນບໍ່ໄດ້ເປັນຫຼາຍໄປກວ່າຄວາມຝັນ. ພວກເຂົາເຊື່ອວ່າຊີວິດຂອງມະນຸດແມ່ນຊີວິດແຫ່ງຄວາມເຈັບປວດ, ພວກເຂົາຈະຕາຍໂດຍບໍ່ໄດ້ປະສົບຄວາມສໍາເລັດຫຍັງເລີຍ, ຊີວິດຂອງພວກເຂົາບໍ່ມີເປົ້າໝາຍ ແລະ ບໍ່ມີຄ່າ. ຊີວິດມະນຸດເປັນພຽງຄວາມຝັນ, ຄວາມຝັນທີ່ມີຄວາມໂສກເສົ້າ ແລະ ຄວາມສຸກໝູນວຽນໄປມາ. ໃນປັດຈຸບັນ, ຜູ້ຄົນດຳລົງຊີວິດເພື່ອພຣະເຈົ້າ, ແຕ່ຍ້ອນພວກເຂົາດຳລົງຊີວິດໃນໂລກຂອງມະນຸດ, ຊີວິດປະຈຳວັນຂອງພວກເຂົາຈຶ່ງຍັງວ່າງເປົ່າ ແລະ ບໍ່ມີຄ່າ, ເຮັດໃຫ້ທຸກຄົນຮູ້ວ່າ ຄວາມສຸກກັບພຣະເຈົ້າເປັນພຽງແຕ່ຄວາມສະບາຍທີ່ຜ່ານໄປ, ແຕ່ເມື່ອພວກເຂົາບໍ່ໄດ້ມີຄວາມສຸກກັບພຣະເຈົ້າ, ຖ້າພວກເຂົາຍັງດຳລົງຊີວິດໃນເນື້ອໜັງ ແຕ່ເຊື່ອໃນພຣະເຈົ້າ, ແລ້ວມັນຈະມີປະໂຫຍດຫຍັງ? ໃນເນື້ອໜັງ, ທຸກສິ່ງແມ່ນວ່າງເປົ່າສຳລັບມະນຸດ. ເມື່ອໄດ້ຜະເຊີນກັບການປ່ຽນແປງໃນຊີວິດມະນຸດ, ເມື່ອໄວຊະລາມາເຖິງ ຜົມຂອງມະນຸດກໍກາຍເປັນສີຂາວ, ໃບໜ້າຂອງເຂົາກໍແຫ່ວແຫ້ງ, ມືຂອງເຂົາກໍດ້ານ. ເຖິງແມ່ນເຂົາໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງ, ເຂົາກໍເກືອບບໍ່ໄດ້ຮັບຫຍັງເລີຍ. ສະນັ້ນ ພຣະທຳຂອງເຮົາຈຶ່ງກ້າວໄປອີກຂັ້ນຕອນໜຶ່ງ: ທຸກສິ່ງວ່າງເປົ່າສຳລັບຄົນທີ່ດຳລົງຊີວິດໃນເນື້ອໜັງ. ສິ່ງນີ້ເໜືອຂໍ້ສົງໄສ ແລະ ບໍ່ຈຳເປັນສໍາລັບເຈົ້າຕ້ອງກວດສອບສິ່ງນີ້ຢ່າງລະອຽດ. ນີ້ແມ່ນໃບໜ້າເດີມຂອງຊີວິດມະນຸດທີ່ພຣະເຈົ້າໄດ້ກ່າວເຖິງຄັ້ງແລ້ວຄັ້ງເລົ່າ. ພຣະເຈົ້າບໍ່ຫຼີກເວັ້ນພຣະທຳເຫຼົ່ານີ້ຍ້ອນຜົນຂອງຄວາມອ່ອນແອຂອງມະນຸດ, ແຕ່ປະຕິບັດຕາມແຜນການເດີມຂອງພຣະອົງເທົ່ານັ້ນ. ບາງເທື່ອ, ພຣະທຳບາງຂໍ້ໃຫ້ການສະໜັບສະໜູນ ແລະ ຄວາມເຂົ້າໃຈແກ່ຜູ້ຄົນ ແລະ ບາງເທື່ອ ພຣະທຳບາງຂໍ້ກໍເຮັດສິ່ງທີ່ກົງກັນຂ້າມໂດຍສິ້ນເຊີງ, ຕັ້ງໃຈເຮັດໃຫ້ຜູ້ຄົນດຳລົງຊີວິດໃນບັນຍາກາດແຫ່ງຄວາມຕາຍ ແລະ ມັນເປັນຍ້ອນສິ່ງນີ້ແທ້ໆ, ພວກເຂົາຈຶ່ງທົນທຸກ. ສະນັ້ນ ບາງເທື່ອ ພຣະເຈົ້າຈຶ່ງໃຊ້ “ຍຸດທະສາດເມືອງຮ້າງ”[ຂ] ເພື່ອເຈດຕະນາເຮັດໃຫ້ຜູ້ຄົນເຂົ້າໃຈຜິດ ແຕ່ພວກເຂົາກໍບໍ່ສາມາດເຫັນສິ່ງນີ້ເລີຍ, ພວກເຂົາຍັງຢູ່ໃນຄວາມມືດ. ເຖິງຢ່າງໃດກໍຕາມ ທຸກສິ່ງແມ່ນຢູ່ໃນກໍາມືຂອງພຣະເຈົ້າ ແລະ ເຖິງແມ່ນຜູ້ຄົນຮູ້ຈັກເຖິງສິ່ງນີ້, ພວກເຂົາຈະປ້ອງກັນຈາກສິ່ງນັ້ນໄດ້ແນວໃດ? ສະນັ້ນ ບໍ່ມີຜູ້ໃດສາມາດຫຼົບໜີໄພຂົ່ມຂູ່ຂອງການຂ້ຽນຕີໄດ້, ແລ້ວພວກເຂົາຈະສາມາດເຮັດຫຍັງໄດ້? ພວກເຂົາພຽງແຕ່ສາມາດຍອມຕໍ່ການຈັດແຈງຂອງພຣະເຈົ້າ ແລະ ນັ້ນບໍ່ແມ່ນຍ້ອນພຣະເຈົ້າໄດ້ຈັບພວກເຂົາໄວ້ ແລະ ຈະບໍ່ປ່ອຍພວກເຂົາໄປບໍ? ພາຍໃຕ້ໄພຂົ່ມຂູ່ຂອງພຣະເຈົ້າເທົ່ານັ້ນ, ທຸກຄົນຈຶ່ງຈະສາມາດຕິດຕາມແນວທາງທຳມະຊາດໄດ້, ສິ່ງນີ້ບໍ່ແມ່ນຄວາມຈິງບໍ? ຖ້າບໍ່ແມ່ນຍ້ອນການຈັດແຈງຂອງພຣະເຈົ້າແລ້ວ, ຜູ້ຄົນຈະຍອມຮັບຄວາມພ່າຍແພ້ຢ່າງເຕັມໃຈໄດ້ແນວໃດ? ສິ່ງນັ້ນຈະບໍ່ແມ່ນເລື່ອງຕະຫຼົກບໍ? ເຖິງແມ່ນຊີວິດຂອງມະນຸດວ່າງເປົ່າ, ໃນເມື່ອຊີວິດຂອງພວກເຂົາສະດວກສະບາຍຢູ່ແລ້ວ ຈະມີຜູ້ໃດທີ່ເຕັມໃຈປະຖິ້ມໂລກຂອງມະນຸດຢ່າງງຽບໆ ແລະ ພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈ? ຜູ້ຄົນຕາຍທ່າມກາງຄວາມສິ້ນຫວັງ, ຜູ້ໃດເຄີຍຕາຍທ່າມກາງຄວາມອຸດົມສົມບູນແດ່ ໃນເມື່ອພວກເຂົາມີທຸກສິ່ງທີ່ພວກເຂົາຕ້ອງການ? ມີພຽງແຕ່ “ດວງດາວ” ທີ່ລົງມາຈາກທ້ອງຟ້າຈຶ່ງໄດ້ຮັບການຍົກເວັ້ນໃນສິ່ງນີ້. ເມື່ອປຽບທຽບກັບຊີວິດໃນສະຫວັນຊັ້ນສາມທີ່ດວງດາວດັ່ງກ່າວໄດ້ຮັບ, ຊີວິດເທິງແຜ່ນດິນໂລກຈະເປັນຄືກັບການດຳລົງຊີວິດໃນແດນມໍລະນະ, ເມື່ອຢູ່ພາຍໃຕ້ສະຖານະການດັ່ງກ່າວເທົ່ານັ້ນ ດວງດາວດັ່ງກ່າວຈຶ່ງເຕັມໃຈທີ່ຈະຕາຍ. ແຕ່ມີຜູ້ໃດໃນປັດຈຸບັນທີ່ເປັນດວງດາວໃນສະຫວັນ? ເຮົາກໍບໍ່ “ຊັດເຈນ” ກ່ຽວກັບເລື່ອງນີ້ເຊັ່ນກັນ. ໃຫ້ພວກເຮົາຄົ້ນຫາໃຫ້ທົ່ວ ແລະ ເບິ່ງວ່າພວກເຮົາຈະສາມາດຄົ້ນພົບຄົນນັ້ນ ຫຼື ບໍ່. ຖ້າຄົ້ນພົບແລ້ວ, ເຮົາຂໍໃຫ້ຜູ້ຄົນຊ່ວຍເຮົາສອບຖາມເບິ່ງວ່າ ເຂົາເຕັມໃຈທີ່ຈະປະຕິບັດຕາມພຣະທຳຂອງເຮົາທີ່ກ່າວມາຂ້າງເທິງນັ້ນ ຫຼື ບໍ່. ແຕ່ເຮົາມີຄຳເຕືອນສຳລັບພວກເຈົ້າແຕ່ລະຄົນ: ພວກເຈົ້າທຸກຄົນບໍ່ຈໍາເປັນຕ້ອງຫຼິ້ນບົດບາດເປັນ “ວິລະບຸລຸດ” ແລະ ອາສາສະໝັກຕາຍ, ພວກເຈົ້າເຂົ້າໃຈບໍ?
ໝາຍເຫດ:
ກ. “ເດ່ແຂນສອກຂອງຄົນໃດໜຶ່ງອອກມາ” ແມ່ນສຳນວນພາສາຈີນ ໂດຍໝາຍເຖິງບຸກຄົນທີ່ກຳລັງຊ່ວຍເຫຼືອຄົນອື່ນໂດຍເອົາປຽບຜູ້ຄົນທີ່ຢູ່ໃກ້ຊິດກັບຄົນນັ້ນ ຕົວຢ່າງເຊັ່ນ ພໍ່ແມ່, ລູກໆ, ຍາດພີ່ນ້ອງ ຫຼື ອ້າຍເອື້ອຍນ້ອງ.
ຂ. “ຍຸດທະສາດເມືອງຮ້າງ” ແມ່ນຍຸດທະສາດທີ 32 ຈາກແຜນຍຸດທະສາດສາມສິບຫົກແຜນຂອງຈີນບູຮານ. ຍຸດທະສາດນີ້ແມ່ນປະກອບມີການນໍາສະເໜີແນວໜ້າທີ່ກ້າຫານທີ່ຫຼອກລວງໃນການປິດບັງຄວາມບໍ່ພ້ອມເພື່ອຫຼອກລວງສັດຕູ.