ບົດທີ 35

ໃນປັດຈຸບັນ ມະນຸດທຸກຄົນໄດ້ເຂົ້າສູ່ການຂ້ຽນຕີໃນລະດັບທີ່ແຕກຕ່າງກັນ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ: “ເຮົາຍ່າງຄຽງຂ້າງກັບມະນຸດ”. ສິ່ງນີ້ແມ່ນຄວາມຈິງຢ່າງແນ່ນອນ ແຕ່ຜູ້ຄົນກໍຍັງບໍ່ສາມາດເຂົ້າໃຈຈຸດນີ້ຢ່າງຄົບຖ້ວນ. ດ້ວຍເຫດນັ້ນ ພາລະກິດໃນສ່ວນທີ່ພວກເຂົາໄດ້ເຮັດຈຶ່ງບໍ່ມີຄວາມຈໍາເປັນ. ພຣະເຈົ້າໄດ້ກ່າວໄວ້ວ່າ: “ເຮົາສະໜັບສະໜູນ ແລະ ສະໜອງໃຫ້ພວກເຂົາຕາມວຸດທິພາວະຂອງພວກເຂົາ. ຍ້ອນມະນຸດແມ່ນຕົວລະຄອນຫຼັກຂອງແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາຈຶ່ງມອບການຊີ້ນໍາຫຼາຍຂຶ້ນໃຫ້ແກ່ຜູ້ທີ່ຖືກກໍານົດໃຫ້ມີບົດບາດເປັນ ‘ມະນຸດ’ ເພື່ອວ່າພວກເຂົາຈະສາມາດຫຼິ້ນບົດບາດນັ້ນຢ່າງຈິງໃຈ ແລະ ຢ່າງສຸດຄວາມສາມາດຂອງພວກເຂົາ” ເຊັ່ນດຽວກັນກັບ “...ຢ່າງໃດກໍຕາມ ເຮົາປະຕິເສດທີ່ຈະວິຈານສາມັນສໍານຶກຂອງພວກເຂົາໂດຍກົງ; ກົງກັນຂ້າມ, ເຮົາສືບຕໍ່ນໍາພາພວກເຂົາຢ່າງອົດທົນ ແລະ ເປັນລະບົບ. ບໍ່ວ່າຢ່າງໃດກໍຕາມ, ມະນຸດແມ່ນອ່ອນແອ ແລະ ບໍ່ສາມາດເຮັດພາລະກິດໃດໄດ້ເລີຍ”. ຄວາມຄິດຂອງພຣະເຈົ້າຄື: ເຖິງແມ່ນວ່າໃນທີ່ສຸດແລ້ວ ພຣະອົງຈະກໍາຈັດມະນຸດເຫຼົ່ານີ້ທຸກຄົນ ແຕ່ພາລະກິດຂອງພຣະອົງຢູ່ແຜ່ນດິນໂລກຈະຍັງສືບຕໍ່ໄປຕາມແຜນດັ່ງເດີມຂອງພຣະອົງ. ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີປະໂຫຍດ; ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນສິ່ງທີ່ດີ. ດັ່ງທີ່ເປໂຕໄດ້ກ່າວໄວ້ວ່າ: “ເຖິງແມ່ນວ່າພຣະເຈົ້າຈະຫຼິ້ນກັບມະນຸດຄືກັບວ່າ ພວກເຂົາແມ່ນຂອງຫຼິ້ນ ແຕ່ມະນຸດຈະຈົ່ມວ່າຫຍັງໄດ້? ພວກເຂົາຈະມີສິດຫຍັງ?” ໃນປັດຈຸບັນ ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າກໍາລັງບັນລຸກັບມວນມະນຸດບໍ? ມະນຸດສາມາດມີທັດສະນະດັ່ງກ່າວໄດ້ແທ້ບໍ? ເປັນຫຍັງເປໂຕ ທີ່ມີຊີວິດເມື່ອຫຼາຍພັນປີກ່ອນ ສາມາດເວົ້າສິ່ງດັ່ງກ່າວໄດ້ ໃນຂະນະທີ່ “ເປໂຕ” ໃນປັດຈຸບັນຜູ້ທີ່ດໍາລົງຊີວິດຢູ່ໃນຍຸກທັນສະໄໝ ແລະ ເທັກໂນໂລຊີທີ່ທັນສະໄໝນີ້ບໍ່ສາມາດເຮັດໄດ້? ເຮົາບໍ່ສາມາດກ່າວຢ່າງໝັ້ນໃຈວ່າ ປະຫວັດສາດກໍາລັງເດີນໜ້າ ຫຼື ຖອຍຫຼັງ ແລະ ບໍ່ມີໃຜສາມາດຕອບຄໍາຖາມວ່າ ວິທະຍາສາດກໍາລັງເຄື່ອນໄປທາງໜ້າ ຫຼື ຖອຍຫຼັງ. ທຸກສິ່ງທີ່ພຣະເຈົ້າປະຕິບັດໃນມະນຸດແມ່ນມີເຈດຕະນາເຮັດໃຫ້ພວກເຂົາເປັນຄົນດີ ແລະ ເຮັດໃຫ້ຊີວິດຂອງພວກເຂົາເຕີບໃຫຍ່. ຜູ້ຄົນບໍ່ສາມາດເຂົ້າໃຈສິ່ງນີ້ບໍ? ທຸກສິ່ງທີ່ເຮັດໃຫ້ເຈົ້າບໍ່ດີແມ່ນຄວາມອ່ອນແອຂອງເຈົ້າເອງ ເຊິ່ງເປັນຈຸດອ່ອນທີ່ຊາຕານຈະໂຈມຕີ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? ເປັນຫຍັງພຣະເຈົ້າຈຶ່ງກ່າວແບບນີ້? “ເຮົາຂໍຈາກ ມະນຸດ ດ້ວຍຄວາມຕັ້ງໃຈ ແລະ ຄວາມຈິງໃຈທັງໝົດ. ພວກເຂົາບໍ່ສາມາດເຮັດສິ່ງທີ່ເຮົາຂໍໄດ້ແທ້ບໍ?” ພຣະທໍາເຫຼົ່ານີ້ໝາຍເຖິງຫຍັງ? ເປັນຫຍັງພຣະເຈົ້າຈຶ່ງຖາມຄໍາຖາມນີ້? ມັນສະແດງໃຫ້ເຫັນວ່າ ມະນຸດມີດ້ານທີ່ບໍ່ດີຫຼາຍເກີນໄປ ແລະ ປັດໄຈທີ່ບໍ່ດີພຽງປັດໄຈດຽວກໍພຽງພໍທີ່ຈະເຮັດໃຫ້ມະນຸດສະດຸດໄດ້. ເຈົ້າຄວນຈະເບິ່ງ ແລະ ເຫັນວ່າ ສິ່ງທີ່ບໍ່ດີຈະນໍາຫຍັງມາສູ່ເຈົ້າ. ທຸກສິ່ງທີ່ພຣະເຈົ້າກະທໍາ ແມ່ນເພື່ອເຮັດໃຫ້ມະນຸດສົມບູນ. ພຣະທໍາເຫຼົ່ານີ້ຕ້ອງມີການອະທິບາຍເພີ່ມເຕີມບໍ? ບໍ່ເລີຍ. ຕາມທີ່ເຮົາເຫັນ ແມ່ນບໍ່ຈໍາເປັນເລີຍ! ອາດເວົ້າໄດ້ວ່າ ມະນຸດຖືກຊາຕານຄອບງຳ ແຕ່ມັນຈະດີກວ່າຖ້າເວົ້າວ່າ ມະນຸດຖືກຄອບງຳໂດຍຄວາມບໍ່ດີ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງມະນຸດ ເຊິ່ງເປັນສ່ວນປະກອບຂອງເນື້ອໜັງຂອງມະນຸດ. ສະນັ້ນ, ທຸກຄົນຈຶ່ງຕົກເຂົ້າສູ່ຄວາມບໍ່ດີໂດຍບໍ່ຮູ້ຕົວ ແລະ ຫຼັງຈາກນັ້ນກໍຕົກເຂົ້າໃນການຂ້ຽນຕີ. ນີ້ແມ່ນແຮ້ວທີ່ພຣະເຈົ້າໄດ້ຫ້າງໄວ້ໃຫ້ກັບມະນຸດ ແລະ ມະນຸດຈະທໍລະມານທີ່ສຸດໃນເວລານີ້. ຍ້ອນຜູ້ຄົນອາໄສຢູ່ໃນຄວາມບໍ່ດີ ມັນຈຶ່ງຍາກສໍາລັບພວກເຂົາທີ່ຈະໜີຈາກການຂ້ຽນຕີ. ສິ່ງຕ່າງໆໃນປັດຈຸບັນບໍ່ແມ່ນເປັນແນວນີ້ແທ້ບໍ? ແຕ່ມະນຸດສາມາດເມີນເສີຍໄດ້ແນວໃດຕໍ່ພຣະທໍາຂອງພຣະເຈົ້າທີ່ວ່າ: “ທຸກມື້ນີ້ ຊາຕານແມ່ນອາລະວາດຢ່າງຮຸນແຮງຫຼາຍ. ເປັນຫຍັງເຮົາຈຶ່ງບໍ່ໃຊ້ໂອກາດນີ້ເພື່ອສະແດງຈຸດສຸມຂອງພາລະກິດຂອງເຮົາ ແລະ ເປີດເຜີຍອໍານາດຂອງເຮົາ?” ເຮົາກ່າວຄໍາເຕືອນສອງສາມຄໍາ ແລະ ທັນທີທັນໃດ ຜູ້ຄົນຈາກຄຣິສຕະຈັກກໍເຂົ້າສູ່ການຂ້ຽນຕີ. ນີ້ກໍຍ້ອນວ່າ ຫຼັງຈາກປະຕິບັດພາລະກິດຂອງພຣະເຈົ້າໄດ້ສອງເດືອນ ຜູ້ຄົນກໍຍັງບໍ່ໄດ້ປ່ຽນແປງຫຼາຍທາງດ້ານພາຍໃນ. ພວກເຂົາໄດ້ແຕ່ວິເຄາະພຣະທໍາຂອງພຣະເຈົ້າດ້ວຍແນວຄິດຂອງພວກເຂົາ ແຕ່ທີ່ຈິງແລ້ວ ສະພາບຂອງພວກເຂົາແມ່ນບໍ່ໄດ້ປ່ຽນແປງເລີຍ. ພວກເຂົາຍັງເປັນຄົນບໍ່ດີ. ເມື່ອເປັນເຊັ່ນນີ້ ເວລາພຣະເຈົ້າກ່າວວ່າ ເວລາຂອງການຂ້ຽນຕີແມ່ນຢູ່ປາຍມື ຜູ້ຄົນກໍໂສກເສົ້າເສຍໃຈທັນທີ ແລະ ຄິດວ່າ: “ຂ້ານ້ອຍບໍ່ຮູ້ວ່າ ຂ້ານ້ອຍຖືກພຣະເຈົ້າກໍານົດລ່ວງໜ້າບໍ ແລະ ຂ້ານ້ອຍບໍ່ຮູ້ວ່າ ຂ້ານ້ອຍສາມາດຕັ້ງໝັ້ນພາຍໃຕ້ການຂ້ຽນຕີນີ້ໄດ້ຫຼືບໍ່. ມັນຍິ່ງຍາກຫຼາຍທີ່ຈະຮູ້ວິທີການທີ່ພຣະເຈົ້າໃຊ້ໃນການຂ້ຽນຕີຜູ້ຄົນ”. ມະນຸດທຸກຄົນຢ້ານການຂ້ຽນຕີ ແຕ່ພວກເຂົາກໍບໍ່ສາມາດປ່ຽນແປງໄດ້. ພວກເຂົາໄດ້ແຕ່ທົນທຸກຢູ່ຢ່າງງຽບໆ ແລະ ຢ້ານວ່າ ພວກເຂົາຈະບໍ່ສາມາດຕັ້ງໝັ້ນໄດ້. ໃນສະຖານະການດັ່ງກ່າວ ໂດຍບໍ່ມີການຂ້ຽນຕີຕົກໃສ່ພວກເຂົາ ແລະ ບໍ່ມີຄວາມທໍລະມານຈາກພຣະທໍາ ມະນຸດແມ່ນໄດ້ເຂົ້າສູ່ການຂ້ຽນຕີຢ່າງບໍ່ຮູ້ຕົວ. ສະນັ້ນ, ພວກເຂົາທຸກຄົນຈຶ່ງຕື່ນເຕັ້ນ ແລະ ບໍ່ສະບາຍໃຈ. ສິ່ງນີ້ແມ່ນເອີ້ນວ່າ “ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ” ຍ້ອນມະນຸດບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າເລີຍ. ທີ່ຈິງແລ້ວ ພຣະເຈົ້າບໍ່ເຕັມໃຈທີ່ຈະເສຍພຣະທໍາເພີ່ມເຕີມອີກກັບຜູ້ຄົນເຫຼົ່ານີ້; ເບິ່ງຄືວ່າ ພຣະເຈົ້າໃຊ້ວິທີທາງທີ່ແຕກຕ່າງໃນການຈັດການກັບພວກເຂົາ ເຊິ່ງເປັນວິທີທາງທີ່ບໍ່ແມ່ນການຂ້ຽນຕີທີ່ແທ້ຈິງ. ມັນເປັນຄືກັບເວລາທີ່ຜູ້ຄົນຈັບລູກໄກ່ໄດ້ ແລະ ຈັບມັນຂຶ້ນມາເພື່ອເບິ່ງວ່າ ມັນແມ່ນໄກ່ແມ່ ຫຼື ໄກ່ຜູ້; ນີ້ອາດເບິ່ງຄືວ່າ ມັນບໍ່ແມ່ນເລື່ອງທີ່ສໍາຄັນ ແຕ່ຢ່າງໃດກໍຕາມ ລູກໄກ່ຈະຕົກໃຈຢ້ານຢ່າງແຮງ ແລະ ມັນກໍຈະດິ້ນລົນເພື່ອເຮັດໃຫ້ຕົວເອງເປັນອິດສະຫຼະ ຄືກັບວ່າ ຢ້ານເຈົ້າຂອງຂອງມັນຈະຂ້າ ແລະ ກິນມັນ. ນີ້ກໍຍ້ອນວ່າ ລູກໄກ່ບໍ່ມີຄວາມຮູ້ກ່ຽວກັບຕົວມັນເອງ. ເປັນຫຍັງຄົນໃດໜຶ່ງຈະຕ້ອງຂ້າ ແລະ ກິນລູກໄກ່ທີ່ມີນໍ້າໜັກພຽງເທົ່າໃດອອນ? ນັ້ນຈະບໍ່ເປັນເລື່ອງໄຮ້ສາລະບໍ? ມັນເປັນດັ່ງທີ່ພຣະເຈົ້າກ່າວໄວ້ວ່າ: “ແລ້ວເປັນຫຍັງຜູ້ຄົນຈຶ່ງຫຼີກເວັ້ນເຮົາຕະຫຼອດ? ເປັນຍ້ອນເຮົາຈະປະຕິບັດຕໍ່ພວກເຂົາຄືລູກໄກ່ ທີ່ຈະຖືກຂ້າທັນທີທີ່ພວກມັນຖືກຈັບບໍ?” ສະນັ້ນ, ການທົນທຸກຂອງມະນຸດຈຶ່ງລ້ວນແລ້ວແຕ່ແມ່ນການອຸທິດຕົນຢ່າງ “ບໍ່ເຫັນແກ່ຕົວ” ແລະ ອາດຈະເອີ້ນໄດ້ວ່າ ເປັນລາຄາທີ່ບໍ່ມີຄຸນຄ່າທີ່ຕ້ອງຈ່າຍ. ມັນເປັນຍ້ອນວ່າ ຜູ້ຄົນບໍ່ຮູ້ຈັກຕົວເອງ ພວກເຂົາຈຶ່ງຮູ້ສຶກຢ້ານ; ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ສາມາດສ່ຽງຊີວິດຂອງພວກເຂົາ. ນີ້ແມ່ນຄວາມອ່ອນແອຂອງມະນຸດ. ພຣະທໍາທີ່ກ່າວໂດຍພຣະເຈົ້າທີ່ວ່າ: “ໃນທີ່ສຸດແລ້ວ ຈົ່ງປ່ອຍໃຫ້ມະນຸດຮູ້ຈັກຕົວເອງ. ນີ້ແມ່ນເປົ້າໝາຍສຸດທ້າຍຂອງເຮົາ” ແມ່ນຫຼ້າສະໄໝແລ້ວບໍ? ມີຜູ້ໃດທີ່ຮູ້ຈັກຕົວເອງຢ່າງແທ້ຈິງແດ່? ຖ້າຄົນໃດໜຶ່ງບໍ່ຮູ້ຈັກຕົວເອງ ແລ້ວແມ່ນຫຍັງທີ່ມອບສິດໃຫ້ພວກເຂົາຖືກຂ້ຽນຕີ? ຈົ່ງເອົາລູກແກະເປັນຕົວຢ່າງ. ພວກມັນຈະສາມາດຖືກຂ້າໄດ້ແນວໃດ ຖ້າພວກມັນບໍ່ໄດ້ໃຫຍ່ເປັນແກະ? ມະນຸດຈະສາມາດກິນໝາກໄມ້ຈາກຕົ້ນໄມ້ທີ່ບໍ່ອອກໝາກໄດ້ແນວໃດ? ທຸກຄົນໃຫ້ຄວາມສໍາຄັນກັບການ “ສັກຢາວັກຊີນ” ຫຼາຍເກີນໄປ. ສະນັ້ນ, ຜູ້ຄົນຈຶ່ງເຮັດພາລະກິດໃນການອົດອາຫານ ແລະ ພວກເຂົາກໍຫິວ. ນີ້ແມ່ນຕົວຢ່າງຂອງການເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ, ການທໍາຮ້າຍຕໍ່ຕົວເອງ ແລະ ບໍ່ແມ່ນຄວາມໂຫດຮ້າຍ ແລະ ຄວາມປ່າເຖື່ອນຂອງພຣະເຈົ້າ. ໃນມື້ໜຶ່ງ ຖ້າມະນຸດຮູ້ຈັກຕົວເອງຢ່າງກະທັນຫັນ ແລະ ສັ່ນຢ້ານກົວຢູ່ຕໍ່ໜ້າພຣະເຈົ້າ, ພຣະເຈົ້າກໍຈະເລີ່ມຂ້ຽນຕີພວກເຂົາ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຮັບເອົາຄວາມລໍາບາກຢ່າງເຕັມໃຈ, ເຊື່ອຟັງໃນຫົວໃຈ ແລະ ໃນຄໍາເວົ້າ. ແຕ່ສໍາລັບມື້ນີ້ເດ? ຜູ້ຄົນລ້ວນແລ້ວແຕ່ບໍ່ພໍໃຈທີ່ຖືກຂ້ຽນຕີ ຄືກັບເດັກນ້ອຍຖືກບັງຄັບໃຫ້ຄົວກິນ. ເມື່ອເປັນເຊັ່ນນີ້ ແລ້ວພວກເຂົາຈະບໍ່ຮູ້ສຶກອຸກໃຈໄດ້ແນວໃດ? ທຸກຄົນຄິດວ່າ “ດີໆ! ຢ່າງໃດຂ້ານ້ອຍກໍຈະຖືກຂ້ຽນຕີຢູ່ແລ້ວ, ຂ້ານ້ອຍກໍໜ້າຈະກົ້ມຫົວ ແລະ ຍອມຮັບຄວາມຜິດນັ້ນສະ! ຂ້ານ້ອຍສາມາດເຮັດຫຍັງໄດ້? ເຖິງຂ້ານ້ອຍຈະຮ້ອງໄຫ້, ຂ້ານ້ອຍກໍຍັງຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລ້ວຂ້ານ້ອຍສາມາດເຮັດຫຍັງໄດ້? ບໍ່ວ່າຈະດີ ຫຼື ຮ້າຍ: ນີ້ແມ່ນເສັ້ນທາງທີ່ຂ້ານ້ອຍກໍາລັງດໍາເນີນຢູ່. ດີໆ! ຂ້ານ້ອຍຈະຖືວ່າ ເປັນໂຊກຮ້າຍຂອງຂ້ານ້ອຍ!” ຜູ້ຄົນບໍ່ໄດ້ຄິດແບບນີ້ບໍ?

ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ: “ມະນຸດຈະປະພຶດຕົນດີ; ຈະບໍ່ມີຜູ້ໃດກ້າຕໍ່ຕ້ານເຮົາ. ທຸກຢ່າງແມ່ນຢູ່ພາຍໃຕ້ການນໍາພາຂອງເຮົາ ໂດຍປະຕິບັດ ‘ພາລະກິດ’ ທີ່ເຮົາໄດ້ມອບໝາຍໃຫ້”. ນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຖືກຂ້ຽນຕີດ້ວຍຄວາມເຕັມໃຈ ແລະ ຍິ່ງໄປກວ່ານັ້ນ ເປັນການຂ້ຽນຕີມາຈາກພຣະເຈົ້າ ຍ້ອນມະນຸດທຸກຄົນຕ້ອງການດໍາລົງຊີວິດຢ່າງສະບາຍແທນທີ່ຈະຢູ່ແບບວຸ້ນວາຍ ແລະ ສັບສົນ. ພຣະເຈົ້າໄດ້ກ່າວວ່າ: “ມີຜູ້ໃດທີ່ບໍ່ຢ້ານຄວາມຕາຍແດ່? ຜູ້ຄົນສາມາດເຮັດໃຫ້ຊີວິດຂອງຕົວເອງຕົກຢູ່ໃນອັນຕະລາຍແທ້ບໍ່?” ສິ່ງນີ້ຖືກຕ້ອງຢ່າງແນ່ນອນ; ທຸກຄົນຢ້ານທີ່ຈະຕາຍ ແນ່ນອນ ຍົກເວັ້ນໃນເວລາທີ່ຖືກປົກຄຸມດ້ວຍຄວາມໂມໂຫ ຫຼື ຄວາມໝົດຫວັງ. ນີ້ແມ່ນແກ່ນແທ້ຂອງມະນຸດ ແລະ ມັນຍາກຫຼາຍທີ່ຈະແກ້ໄຂ. ໃນປັດຈຸບັນ ພຣະເຈົ້າໄດ້ມາເພື່ອແກ້ໄຂສະຖານະການທີ່ລໍາບາກນີ້ໂດຍສະເພາະ. ມະນຸດທຸກຄົນບໍ່ມີອໍານາດ ເຊິ່ງດ້ວຍເຫດນັ້ນ ໃນທ່າມກາງພວກເຂົາ ພຣະເຈົ້າໄດ້ສ້າງໂຮງໝໍຊ່ຽວຊານໂດຍສະເພາະ ເຊິ່ງເປັນບ່ອນທີ່ພວກເຂົາອາດຈະໄດ້ຮັບການຮັກສາພະຍາດນີ້. ຜູ້ຄົນບໍ່ສາມາດເຮັດໃຫ້ຕົວເອງຫຼຸດພົ້ນອອກຈາກແຮ້ວຂອງໂລກໄພໄຂ້ເຈັບນີ້ໄດ້ ເຊິ່ງດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງກັງວົນໃຈວ່າ ປາກຂອງພວກເຂົາມີອາການອັກເສບ ແລະ ທ້ອງຂອງພວກເຂົາບວມ. ເມື່ອເວລາຜ່ານໄປ ບໍລິມາດຂອງອາຍແກ໊ສໃນທ້ອງນ້ອຍຂອງພວກເຂົາຈະເພີ່ມຂຶ້ນ ເຊິ່ງເປັນຜົນເຮັດໃຫ້ຄວາມດັນເພີ່ມຂຶ້ນ ແລະ ໃນທີ່ສຸດ ທ້ອງຂອງພວກເຂົາກໍຈະແຕກ ແລະ ພວກເຂົາທຸກຄົນກໍຈະຕາຍ. ສະນັ້ນ, ຫຼັງຈາກນັ້ນ ພຣະເຈົ້າກໍຈະໄດ້ຮັກສາຄວາມເຈັບປ່ວຍຂອງມະນຸດທີ່ຮ້າຍແຮງນີ້ ຍ້ອນທຸກຄົນຈະໄດ້ຕາຍໄປແລ້ວ. ນີ້ບໍ່ແມ່ນການຮັກສາສະພາບຂອງມະນຸດບໍ? ພຣະເຈົ້າຕັ້ງໃຈມາເພື່ອປະຕິບັດພາລະກິດນີ້. ຍ້ອນຜູ້ຄົນຢ້ານຄວາມຕາຍຫຼາຍ ພຣະເຈົ້າເອງຈຶ່ງມາປະຕິບັດພາລະກິດນີ້ພ້ອມກັບມະນຸດ; ຍ້ອນພວກເຂົາມີຄວາມກ້າພຽງໜ້ອຍດຽວ ພຣະອົງຈຶ່ງໄດ້ມອບການສາທິດຄັ້ງທໍາອິດໃຫ້ພວກເຂົາເບິ່ງ. ຜູ້ຄົນພຽງແຕ່ເຕັມໃຈເຊື່ອຟັງຫຼັງຈາກທີ່ໄດ້ເຫັນແບບຢ່າງຂອງພຣະເຈົ້າເທົ່ານັ້ນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງໄດ້ກ່າວວ່າ: “ຍ້ອນບໍ່ມີຜູ້ໃດສາມາດປະຕິບັດພາລະກິດຂອງເຮົາ, ເຮົາຈຶ່ງໄດ້ເອົາຕີນຢຽບສະໜາມຮົບດ້ວຍຕົວເອງ ເພື່ອຮ່ວມໃນການຕໍ່ສູ້ແຫ່ງຊີວິດ ແລະ ຄວາມຕາຍກັບຊາຕານ”. ນີ້ແມ່ນການຕໍ່ສູ້ທີ່ຊີ້ຂາດ, ສະນັ້ນ ບໍ່ແມ່ນປາຕາຍ, ແຫກໍຕ້ອງຂາດ. ສິ່ງນີ້ແມ່ນແນ່ນອນ. ຍ້ອນໃນທີ່ສຸດແລ້ວຈິດວິນຍານຈະໄດ້ຮັບໄຊຊະນະ ແລະ ເນື້ອໜັງກໍຕ້ອງພົບກັບຄວາມຕາຍຢ່າງຫຼີກເວັ້ນບໍ່ໄດ້. ພວກເຈົ້າເຂົ້າໃຈຄວາມໝາຍທີ່ແອບແຝງນີ້ບໍ? ແຕ່ຈົ່ງຢ່າມີຄວາມອ່ອນໄຫວຫຼາຍ. ບາງເທື່ອປະໂຫຍກຂ້າງເທິງອາດຈະທໍາມະດາ ຫຼື ບາງເທື່ອມັນອາດຈະຊັບຊ້ອນ. ບໍ່ວ່າຢ່າງໃດກໍຕາມ, ມະນຸດບໍ່ສາມາດຢັ່ງເຖິງມັນໄດ້. ສິ່ງນັ້ນແມ່ນແນ່ນອນ. ໃນການທົນທຸກ ມະນຸດແມ່ນສາມາດຍອມຮັບການຫຼໍ່ຫຼອມຈາກພຣະທໍາຂອງພຣະເຈົ້າ ເຊິ່ງຄົນໃດໜຶ່ງອາດເອີ້ນວ່າ ເປັນໂຊກດີຂອງພວກເຂົາ ຫຼື ຄົນໃດໜຶ່ງອາດເອີ້ນວ່າ ເປັນໂຊກຮ້າຍຂອງພວກເຂົາ. ແຕ່ເຖິງຢ່າງໃດກໍຕາມ ເຮົາຍັງຈະເຕືອນວ່າ ເຈດຕະນາຂອງພຣະເຈົ້າແມ່ນຖືກຕ້ອງ ເຊິ່ງບໍ່ໄດ້ຄືກັນກັບເຈດຕະນາຂອງມະນຸດ ທີ່ມີເພື່ອເຮັດແຜນການ ແລະ ການຈັດຕຽມເພື່ອປະໂຫຍດຂອງພວກເຂົາເອງຕະຫຼອດ. ສິ່ງນີ້ໜ້າຈະຂ້ອນຂ້າງຊັດເຈນຢູ່ແລ້ວ; ຈົ່ງຢ່າຕົກຢູ່ໃນການໄຕ່ຕອງຢ່າງບໍ່ມີສິ້ນສຸດ. ສິ່ງນີ້ບໍ່ແມ່ນຄວາມອ່ອນແອຂອງມະນຸດຢ່າງແນ່ນອນບໍ? ພວກເຂົາທຸກຄົນແມ່ນເປັນແບບນີ້; ແທນທີ່ຈະມີຄວາມຮັກທີ່ຍິ່ງໃຫຍ່ຕໍ່ພຣະເຈົ້າ ພວກເຂົາພັດມີຄວາມຮັກທີ່ຍິ່ງໃຫຍ່ຕໍ່ຕົວເອງ. ພຣະອົງແມ່ນພຣະເຈົ້າທີ່ອິດສາມະນຸດ, ສະນັ້ນ ພຣະອົງຈຶ່ງຮຽກຮ້ອງຈາກພວກເຂົາສະເໝີ. ຍິ່ງຜູ້ຄົນຮັກຕົວເອງຫຼາຍສໍ່າໃດ ພຣະເຈົ້າກໍຍິ່ງຕ້ອງການໃຫ້ພວກເຂົາຮັກພຣະອົງຫຼາຍສໍ່ານັ້ນ ແລະ ເຂັ້ມງວດກັບຄວາມຕ້ອງການຂອງພຣະອົງທີ່ມີຕໍ່ພວກເຂົາຫຼາຍສໍ່ານັ້ນ. ມັນເປັນຄືກັບວ່າ ພຣະເຈົ້າເຈດຕະນາຢອກລໍ້ຜູ້ຄົນ. ຖ້າຜູ້ຄົນຮັກພຣະອົງຢ່າງແທ້ຈິງ ກໍເບິ່ງຄືກັບວ່າ ພຣະອົງບໍ່ຮັບຮູ້ພວກເຂົາ. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງເກົາຫົວຂອງພວກເຂົາ ແລະ ຄິດຢ່າງເລິກ. ນີ້ແມ່ນການເລົ່າເລື່ອງກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊິ່ງເປັນພຽງການກ່າວໂດຍຫຍໍ້ກ່ຽວກັບໜຶ່ງ ຫຼື ສອງຢ່າງ. ນີ້ແມ່ນຄວາມປະສົງຂອງພຣະເຈົ້າ. ມັນແມ່ນສິ່ງທີ່ພຣະເຈົ້າຕ້ອງການໃຫ້ຜູ້ຄົນຮູ້ຈັກ ແລະ ມັນຈໍາເປັນທີ່ສຸດ. ມັນແມ່ນວຽກງານໃໝ່ ແລະ ຜູ້ຄົນຕ້ອງພະຍາຍາມຢ່າງໜັກເພື່ອຜ່ານອຸປະສັກ ແລະ ສ້າງຄວາມກ້າວໜ້າໃໝ່. ພວກເຈົ້າເຂົ້າໃຈສິ່ງນີ້ແລ້ວບໍ? ພວກເຈົ້າຕ້ອງການໃຫ້ເຮົາກ່າວເພີ່ມເຕີມກ່ຽວກັບຫົວຂໍ້ນີ້ບໍ?

ໃນຍຸກທີ່ຜ່ານມາ ພຣະເຈົ້າໄດ້ກ່າວວ່າ: “ແມ່ນບໍ່ມີຄົນໃດເຄີຍຖືກເຮົາເລືອກ; ທຸກຄົນຖືກປະຕິເສດໂດຍໜັງສືທີ່ມິດງຽບຂອງເຮົາ. ນີ້ກໍຍ້ອນວ່າ ຜູ້ຄົນໃນອະດີດບໍ່ໄດ້ຮັບໃຊ້ເຮົາໂດຍສະເພາະ, ສະນັ້ນ ໃນການຕອບແທນ ເຮົາຈຶ່ງບໍ່ຮັກພວກເຂົາໂດຍສະເພາະ. ພວກເຂົາເອົາ ‘ຂອງຂວັນ’ ຂອງຊາຕານ ແລະ ຫຼັງຈາກນັ້ນກໍຫັນໜ້າມາ ແລະ ຖວາຍສິ່ງເຫຼົ່ານັ້ນໃຫ້ເຮົາ. ນີ້ບໍ່ແມ່ນການກ່າວຮ້າຍເຮົາບໍ?” ພຣະທໍາເຫຼົ່ານີ້ສາມາດຖືກນໍາມາອະທິບາຍໄດ້ແນວໃດ? ມັນເປັນດັ່ງທີ່ພຣະເຈົ້າກ່າວໄວ້ວ່າ: “ຂອງຂວັນທັງໝົດແມ່ນມາຈາກຊາຕານ”. ບັນດາອັກຄະສາວົກ ແລະ ຜູ້ປະກາດພຣະທໍາໃນອະດີດລ້ວນແລ້ວແຕ່ອາໄສຂອງຂວັນເພື່ອປະຕິບັດພາລະກິດຂອງພວກເຂົາ ແລະ ຕະຫຼອດຍຸກຕ່າງໆຕໍ່ມາ ພຣະເຈົ້າໄດ້ໃຊ້ຂອງຂວັນຂອງພວກເຂົາເພື່ອປະຕິບັດພາລະກິດຂອງພຣະອົງ. ນີ້ແມ່ນເຫດຜົນທີ່ກ່າວວ່າ ການບໍລິການຂອງທຸກຄົນທີ່ມີຂອງຂວັນແມ່ນມາຈາກຊາຕານ. ຢ່າງໃດກໍຕາມ, ຍ້ອນສະຕິປັນຍາຂອງພຣະອົງ ພຣະອົງຈຶ່ງກ່າວ: “ເຮົາໃຊ້ອຸບາຍຂອງຊາຕານເປັນຕົວປະກອບຂອງເຮົາ” ສະນັ້ນ, ພຣະເຈົ້າເອີ້ນການບໍລິການຂອງຜູ້ຄົນທີ່ມີຂອງຂວັນວ່າ “ຂອງຂວັນຈາກຊາຕານ” ແລະ ຍ້ອນພວກເຂົາເປັນຄົນຂອງຊາຕານ ພຣະເຈົ້າຈຶ່ງເອີ້ນການກະທໍານີ້ວ່າ “ການກ່າວຮ້າຍ”. ນີ້ບໍ່ແມ່ນການກ່າວຫາມະນຸດໂດຍບໍ່ມີຫຼັກຖານ; ກົງກັນຂ້າມ ມັນແມ່ນການອະທິບາຍທີ່ມີເຫດຜົນ ແລະ ເໝາະສົມ. ສະນັ້ນ ພຣະອົງຈຶ່ງກ່າວວ່າ: “ເຮົາບໍ່ໄດ້ເປີດເຜີຍຄວາມລັງກຽດຂອງເຮົາ; ກົງກັນຂ້າມ, ເຮົາໄດ້ປ່ຽນກົນອຸບາຍຂອງພວກເຂົາມາເປັນຜົນປະໂຫຍດຂອງເຮົາເອງໂດຍການເພີ່ມ ‘ຂອງຂວັນ’ ເຫຼົ່ານີ້ໃສ່ວັດຖຸແຫ່ງການຄຸ້ມຄອງຂອງເຮົາ. ຫຼັງຈາກນັ້ນ, ເມື່ອພວກເຂົາໄດ້ຖືກເຄື່ອງຈັກແປຮູບ, ເຮົາກໍຈະເຜົາຂີ້ເຫຼັກທີ່ຢູ່ຂ້າງໃນ”. ນີ້ແມ່ນສິ່ງທີ່ມະຫັດສະຈັນຫຼາຍກ່ຽວກັບພາລະກິດຂອງພຣະເຈົ້າ. ຈຸດນີ້ແມ່ນສອດຄ່ອງກັບແນວຄິດຂອງມະນຸດໜ້ອຍທີ່ສຸດ ຍ້ອນບໍ່ມີຜູ້ໃດຈະຄິດວ່າ ຜູ້ທີ່ປົກຄອງເປັນກະສັດບໍ່ແມ່ນຜູ້ຄົນທີ່ມີຂອງຂວັນ ຫຼື ພວກເຂົາແມ່ນຜູ້ທີ່ບໍ່ມີຂອງຂວັນທີ່ພຣະເຈົ້າຮັກ. ດັ່ງທີ່ສາມາດເຫັນໄດ້ວ່າ ແນວຄວາມຄິດ ຫຼື ຄວາມຫວັງຂອງ ວິດເນສ ລີ ແລະ ວັອດແມນ ນີ ລ້ວນແລ້ວແຕ່ກາຍເປັນຂີ້ເທົ່າ ແລະ ຜູ້ຄົນທີ່ມີຂອງຂວັນໃນປັດຈຸບັນກໍເຊັ່ນດຽວກັນ. ຕອນນີ້ພຣະເຈົ້າໄດ້ເລີ່ມພາລະກິດນີ້ແລ້ວ ແລະ ພຣະອົງກໍາລັງຄ່ອຍໆຖອນເອົາພາລະກິດທັງໝົດຂອງພຣະວິນຍານບໍລິສຸດໃນມະນຸດ ຜູ້ທີ່ເຮັດໜ້າທີ່ເປັນສິ່ງປະກອບຕໍ່ພາລະກິດຂອງພຣະອົງນັ້ນອອກ. ເມື່ອພາລະກິດຂອງພຣະເຈົ້າສໍາເລັດລົງຢ່າງສົມບູນ ຜູ້ຄົນເຫຼົ່ານີ້ທຸກຄົນກໍຈະກັບຄືນໄປບ່ອນດັ່ງເດີມຂອງພວກເຂົາ. ຢ່າງໃດກໍຕາມ, ເຮົາຂໍຜັກດັນໃຫ້ມະນຸດບໍ່ໃຫ້ກະທໍາການໂດຍທີ່ບໍ່ລະມັດລະວັງຍ້ອນພຣະທໍາຂອງເຮົາ. ພວກເຈົ້າຄວນປະຕິບັດຕາມວິທີທາງທໍາມະຊາດຂອງສິ່ງຕ່າງໆຕາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ເພື່ອບໍ່ໃຫ້ລົບກວນສິ່ງນັ້ນ. ພວກເຈົ້າເຂົ້າໃຈຈຸດນີ້ບໍ? ເພາະວ່າສິ່ງເຫຼົ່ານີ້ແມ່ນຂັ້ນຕອນ ແລະ ວິທີການຂອງພາລະກິດຂອງພຣະເຈົ້າ. ເມື່ອພຣະເຈົ້າ “ແປຮູບ” “ຂອງຂວັນ” ເຫຼົ່ານີ້ໃຫ້ເປັນ “ຜະລິດຕະພັນສໍາເລັດຮູບ”, ເຈດຕະນາທັງໝົດຂອງພຣະອົງກໍຈະຊັດເຈນ ແລະ ຂອງຂວັນທີ່ໃຫ້ບໍລິການແກ່ພຣະອົງທັງໝົດກໍຈະຖືກກໍາຈັດ; ຢ່າງໃດກໍຕາມ, ພຣະເຈົ້າຈະມີຜະລິດຕະພັນສໍາເລັດຮູບໄວ້ໃຊ້. ພວກເຈົ້າເຂົ້າໃຈສິ່ງນີ້ແລ້ວບໍ? ສິ່ງທີ່ພຣະເຈົ້າຕ້ອງການແມ່ນຜະລິດຕະພັນສໍາເລັດຮູບ, ບໍ່ແມ່ນຂອງຂວັນຈໍານວນຫຼາຍທີ່ມະນຸດຖວາຍໃຫ້ແກ່ພຣະອົງ. ເມື່ອທຸກຄົນໄດ້ຢູ່ບ່ອນທີ່ຖືກຕ້ອງຂອງພວກເຂົາເທົ່ານັ້ນ ເຊິ່ງໝາຍຄວາມວ່າ ເມື່ອພຣະເຈົ້າໄດ້ກັບຄືນໄປຕໍາແໜ່ງເດີມຂອງພຣະອົງ ແລະ ຜີສາດຮ້າຍ ພ້ອມທັງທູດສະຫວັນໄດ້ນັ່ງລົງໃນບ່ອນນັ່ງຂອງພວກເຂົາເອງ ໂດຍບໍ່ມີການຍົກເວັ້ນ, ຫຼັງຈາກນັ້ນເທົ່ານັ້ນ ຮອຍຍິ້ມທີ່ພໍໃຈຈະປາກົດຢູ່ໃບໜ້າຂອງພຣະເຈົ້າ ຍ້ອນເຈດຕະນາຂອງພຣະອົງຈະໄດ້ຮັບການຕອບສະໜອງ ແລະ ເປົ້າໝາຍຂອງພຣະອົງໄດ້ຮັບການບັນລຸຜົນ. ພຣະເຈົ້າຈະບໍ່ສະແຫວງຫາ “ຄວາມຊ່ວຍເຫຼືອ” ຈາກ “ຜີສາດຮ້າຍ” ອີກຕໍ່ໄປຍ້ອນເຈດຕະນາຂອງພຣະເຈົ້າຈະຖືກເປີດເຜີຍຕໍ່ມະນຸດຢ່າງເປີດເຜີຍ ແລະ ມະນຸດຈະບໍ່ມີວັນຖືກເຮັດໃຫ້ຖ່າຍທອດສິ່ງເຫຼົ່ານັ້ນອີກຕໍ່ໄປ. ໃນເວລານີ້ ຮ່າງກາຍທີ່ເປັນເນື້ອໜັງຂອງຜູ້ຄົນຈະເປັນໜຶ່ງດຽວກັບຈິດວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ພຣະເຈົ້າເປີດເຜີຍຕໍ່ມະນຸດ; ມັນແມ່ນປາຍທາງສຸດທ້າຍຂອງວິນຍານ, ຈິດວິນຍານ ແລະ ຮ່າງກາຍ. ມັນແມ່ນຂໍ້ສະຫຼຸບຂອງຄວາມໝາຍດັ່ງເດີມຂອງ “ຄວາມເປັນມະນຸດ”. ສິ່ງນີ້ບໍ່ຈໍາເປັນຕ້ອງຖືກຄົ້ນຄວ້າຢ່າງລະອຽດ; ມັນພຽງພໍທີ່ຈະເຮັດໃຫ້ຮູ້ໜຶ່ງຢ່າງ ຫຼື ສອງຢ່າງກ່ຽວກັບສິ່ງນີ້. ພວກເຈົ້າເຂົ້າໃຈບໍ?

ກ່ອນນີ້: ບົດທີ 33

ຕໍ່ໄປ: ບົດທີ 36

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້