ບົດທີ 33
ໃນຄວາມຈິງແລ້ວ ໂດຍອີງຕາມສິ່ງທີ່ພຣະເຈົ້າໄດ້ປະຕິບັດໃນຜູ້ຄົນ ແລະ ໃນສິ່ງທີ່ພຣະອົງມີໄດ້ມອບໃຫ້ພວກເຂົາ ພ້ອມກັບສິ່ງທີ່ຜູ້ຄົນມີ ແມ່ນສາມາດເວົ້າໄດ້ວ່າ ຄວາມຕ້ອງການຂອງພຣະອົງຈາກຜູ້ຄົນແມ່ນບໍ່ໄດ້ມີຫຼາຍ ເຊິ່ງພຣະອົງບໍ່ໄດ້ຂໍຫຍັງຫຼາຍຈາກພວກເຂົາ. ແລ້ວພວກເຂົາຈະບໍ່ສາມາດພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ? ພຣະເຈົ້າມອບຮ້ອຍເປີເຊັນໃຫ້ແກ່ມະນຸດ ແຕ່ພຣະອົງພຽງແຕ່ຕ້ອງຜູ້ຄົນໃນສ່ວນເປີເຊັນນ້ອຍໆ. ນີ້ແມ່ນການຂໍຫຼາຍເກີນໄປບໍ? ພຣະເຈົ້າກໍາລັງສ້າງເລື່ອງທີ່ບໍ່ເປັນເລື່ອງບໍ? ຜູ້ຄົນບໍ່ຮູ້ຈັກຕົວເອງ, ພວກເຂົາບໍ່ຄ່ອຍກວດສອບຕົວເອງເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ສະນັ້ນ ຈຶ່ງມີໄລຍະທີ່ພວກເຂົາຕິດແຮ້ວເປັນປະຈໍາ ເມື່ອເປັນເຊັ່ນນັ້ນແລ້ວຈະສາມາດຖືເອົາສິ່ງນີ້ເປັນການຮ່ວມມືກັບພຣະເຈົ້າໄດ້ແນວໃດ? ຖ້າເວລາໃດໜຶ່ງທີ່ພຣະເຈົ້າບໍ່ໄດ້ມອບພາລະທີ່ໜັກໜ່ວງໃຫ້ແກ່ຜູ້ຄົນ, ພວກເຂົາກໍຈະແຕກພັງທະລາຍລົງຄືກັບຂີ້ຕົມ ແລະ ຈະບໍ່ມີຄວາມພະຍາຍາມດ້ວຍຕົວເອງເພື່ອຊອກຫາແນວເຮັດ. ບໍ່ວ່າ ຈະໃນທາງບວກ ຫຼື ທາງລົບ ຜູ້ຄົນແມ່ນເປັນແບບນັ້ນ, ບໍ່ສາມາດຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ ແລະ ຊອກຫາເຫດຜົນທາງລົບຕະຫຼອດເພື່ອຍອມຈໍານົນກັບຕົວເອງ. ເຈົ້າແມ່ນຄົນທີ່ເຮັດທຸກຢ່າງ ທີ່ບໍ່ແມ່ນເພື່ອຕົວເອງ ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງບໍ? ເຈົ້າແມ່ນຄົນທີ່ບໍ່ອີງໃສ່ອາລົມ, ຜູ້ທີ່ບໍ່ມີຄວາມຕ້ອງການສ່ວນຕົວ ແລະ ຜູ້ທີ່ປະຕິບັດຕາມຄວາມຕ້ອງການຂອງພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? “ເປັນຫຍັງຜູ້ຄົນຈຶ່ງພະຍາຍາມຕໍ່ລອງກັບເຮົາຕະຫຼອດເວລາ? ເຮົາແມ່ນຜູ້ຈັດການທົ່ວໄປຂອງສູນການຄ້າບໍ? ເປັນຫຍັງເຮົາຈຶ່ງຕ້ອງເຮັດສິ່ງທີ່ຜູ້ຄົນຕ້ອງການໃຫ້ສໍາເລັດຢ່າງພໍໃຈ ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ?” ເປັນຫຍັງພຣະເຈົ້າຈຶ່ງຂໍສິ່ງດັ່ງກ່າວຫຼາຍຄັ້ງຢ່າງຕໍ່ເນື່ອງ? ເປັນຫຍັງພຣະອົງຈຶ່ງຮ້ອງໄຫ້ດ້ວຍຄວາມທໍ້ໃຈ? ພຣະເຈົ້າບໍ່ໄດ້ຮັບຫຍັງໃນຜູ້ຄົນ, ສິ່ງດຽວທີ່ພຣະອົງເຫັນແມ່ນພາລະກິດທີ່ພວກເຂົາຄັດເລືອກເອງ. ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ “ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ”? ຖາມຕົວພວກເຈົ້າເອງເບິ່ງວ່າ: ນັບແຕ່ຕົ້ນຈົນຈົບ ແມ່ນໃຜສາມາດເຮັດພາລະກິດ ທີ່ເປັນໜ້າທີ່ຂອງພວກເຂົາ ເຊິ່ງເປັນພາລະກິດທີ່ພວກເຂົາບໍ່ມີທາງເລືອກ? ເປັນຫຍັງຄືບໍ່ເຮັດດ້ວຍຄວາມຮູ້ສຶກທີ່ຢູ່ພາຍໃນໃຈຂອງພວກເຂົາ? ຜູ້ຄົນໃຫ້ອິດສະຫຼະແກ່ບຸກຄະລິກກະພາບຂອງຕົວເອງ ໂດຍບໍ່ເຄີຍພະຍາຍາມໃນສິ່ງທີ່ພວກເຂົາເຮັດ ຄືກັບວ່າ ກໍາລັງຕຶກປາເປັນເວລາ 3 ມື້ ແລະ ຖິ້ມແຫຂອງພວກເຂົາໄວ້ ແລະ ໃຊ້ເວລາອີກ 2 ມື້ຕໍ່ໄປໂດຍທີ່ບໍ່ເຮັດຫຍັງ. ພວກເຂົາທັງຮ້ອນ ແລະ ເຢັນ: ເມື່ອພວກເຂົາຮ້ອນ ພວກເຂົາສາມາດເຜົາທຸກສິ່ງຢູ່ເທິງແຜ່ນດິນໂລກ ແລະ ເມື່ອພວກເຂົາເຢັນ ພວກເຂົາສາມາດເຮັດໃຫ້ນໍ້າທັງໝົດຢູ່ເທິງແຜ່ນດິນໂລກແຂງກະດ້າງໄດ້. ນີ້ບໍ່ແມ່ນພາລະໜ້າທີ່ຂອງມະນຸດ ແຕ່ນີ້ແມ່ນການປຽບທຽບທີ່ເໝາະສົມທີ່ສຸດກ່ຽວກັບສະພາບຂອງມະນຸດ. ນີ້ບໍ່ແມ່ນຄວາມຈິງບໍ? ບາງເທື່ອເຮົາມີ “ແນວຄິດ” ກ່ຽວກັບຜູ້ຄົນ, ບາງເທື່ອເຮົາກໍປະນາມພວກເຂົາ ແຕ່ຢ່າງໃດກໍຕາມ “ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້”. ເຖິງວ່າ ນີ້ແມ່ນສຸພາສິດສັ້ນໆຂອງມະນຸດ ເຮົາກໍຄິດວ່າ ມັນເໝາະສົມທີ່ຈະໃຊ້ຢູ່ນີ້. ເຮົາບໍ່ໄດ້ຈົງໃຈເຮັດໃຫ້ຈິດວິນຍານຜູ້ຄົນຫົດຫູ່ ແລະ ປະຕິເສດການກະທໍາຂອງພວກເຂົາ. ຂໍໃຫ້ເຮົາໄດ້ປຶກສາກັບພວກເຈົ້າ ກ່ຽວກັບບາງຄໍາຖາມ: ມີໃຜເຫັນພາລະກິດຂອງພຣະເຈົ້າເປັນພາລະກິດໃນໜ້າທີ່ຂອງພວກເຂົາເອງແດ່? ມີໃຜສາມາດເວົ້າວ່າ “ຕາບໃດທີ່ຂ້ານ້ອຍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ຂ້ານ້ອຍກໍຈະເຮັດສຸດຄວາມສາມາດຂອງຂ້ານ້ອຍ”? ມີໃຜສາມາດເວົ້າວ່າ “ບໍ່ວ່າ ຄົນອື່ນຈະເປັນແນວໃດກໍຕາມ ຂ້ານ້ອຍຈະເຮັດທຸກຢ່າງທີ່ພຣະເຈົ້າຕ້ອງການ ແລະ ບໍ່ວ່າ ໄລຍະເວລາຂອງພາລະກິດຂອງພຣະເຈົ້າຈະດົນ ຫຼື ສັ້ນກໍຕາມ ຂ້ານ້ອຍກໍຈະເຮັດໜ້າທີ່ຂອງຂ້ານ້ອຍໃຫ້ສໍາເລັດ; ການເຮັດໃຫ້ພາລະກິດຂອງພຣະອົງສິ້ນສຸດແມ່ນໜ້າທີ່ຂອງພຣະອົງ ແລະ ມັນບໍ່ແມ່ນສິ່ງທີ່ຂ້ານ້ອຍຄິດໄຕ່ຕອງ”? ມີໃຜສາມາດມີຄວາມຮູ້ດັ່ງກ່າວ? ມັນບໍ່ສໍາຄັນວ່າ ພວກເຈົ້າຈະຄິດແນວໃດ. ບາງເທື່ອເຈົ້າອາດຈະມີການຢັ່ງຮູ້ຢ່າງສູງ ເຊິ່ງໃນກໍລະນີນີ້ ເຮົາກໍຂໍຍອມ, ເຮົາຍອມຮັບຄວາມປະລາໄຊ ແຕ່ເຮົາຕ້ອງບອກພວກເຈົ້າວ່າ ສິ່ງທີ່ພຣະເຈົ້າຕ້ອງການແມ່ນຈິດໃຈທີ່ຈົງຮັກພັກດີ, ຈິດໃຈທີ່ຈິງໃຈ ແລະ ມີຄວາມກະຕືລືລົ້ນ ແລະ ບໍ່ແມ່ນຈິດໃຈຂອງໝາປ່າທີ່ເນລະຄຸນ. ພວກເຈົ້າຮູ້ຫຍັງກ່ຽວກັບ “ການຕໍ່ລອງ” ນີ້ບໍ່? ນັບແຕ່ຕົ້ນຈົນຈົບ ພວກເຈົ້າໄດ້ “ເດີນທາງໄປທົ່ວໂລກ”. ບຶດໜຶ່ງພວກເຈົ້າໄປຢູ່ເມືອງ “ກຸນໝິງ” ກັບນໍ້າພຸທີ່ໄຫຼຢູ່ຕະຫຼອດເວລາ ແລະ ໃນກະພິບຕາ ພວກເຈົ້າກໍໄປຮອດ “ຂົ້ວໂລກໃຕ້” ທີ່ໜາວຈັດ ແລະ ປົກຄຸມໄປດ້ວຍຫິມະ. ແມ່ນໃຜບໍ່ເຄີຍທໍລະຍົດຕໍ່ຕົນເອງແດ່? ສິ່ງທີ່ພຣະເຈົ້າຂໍແມ່ນຈິດໃຈທີ່ “ບໍ່ຢຸດພັກຈົນເຖິງຄວາມຕາຍ”, ສິ່ງທີ່ພຣະອົງຕ້ອງການແມ່ນຈິດວິນຍານທີ່ຜູ້ຄົນ “ບໍ່ຫວນກັບຄືນຈົນກວ່າພວກເຂົາຈະຕໍາກໍາແພງທາງໃຕ້”. ໂດຍທໍາມະຊາດແລ້ວ ພຣະເຈົ້າບໍ່ໄດ້ມີເຈດຕະນາໃຫ້ຜູ້ຄົນຍ່າງໃນເສັ້ນທາງທີ່ຜິດ ແຕ່ໃຫ້ຮັບເອົາຈິດໃຈດັ່ງກ່າວ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ເມື່ອເຮົາສົມທຽບ ‘ຂອງຂວັນ’ ທີ່ພວກເຂົາໄດ້ມອບໃຫ້ ກັບສິ່ງຕ່າງໆຂອງເຮົາ, ຜູ້ຄົນກໍຮູ້ເຖິງຄວາມມີຄ່າຂອງເຮົາທັນທີ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງເຫັນຄວາມບໍ່ມີຂອບເຂດຈໍາກັດຂອງເຮົາ”. ພຣະທໍາເຫຼົ່ານີ້ສາມາດຖືກນໍາມາອະທິບາຍໄດ້ແນວໃດ? ບາງເທື່ອ ການອ່ານພຣະທໍາຂ້າງເທິງອາດມອບຄວາມຮູ້ບາງຢ່າງໃຫ້ກັບເຈົ້າ ເນື່ອງຈາກວ່າ ພຣະເຈົ້າເອົາຫົວໃຈທັງໝົດຂອງມະນຸດອອກມາເພື່ອວິເຄາະຢ່າງລະອຽດໃນເວລາທີ່ຜູ້ຄົນຮູ້ຈັກພຣະທໍາເຫຼົ່ານີ້. ແຕ່ຍ້ອນຄວາມໝາຍພາຍໃນທີ່ເລິກເຊິ່ງຂອງພຣະທໍາຂອງພຣະເຈົ້າ ຜູ້ຄົນຈຶ່ງຍັງບໍ່ມີຄວາມຊັດເຈນກ່ຽວກັບເນື້ອໜັງເກົ່າ ເນື່ອງຈາກວ່າ ພວກເຂົາບໍ່ໄດ້ສຶກສາຢູ່ມະຫາວິທະຍາໄລແພດສາດ ແລະ ພວກເຂົາບໍ່ແມ່ນນັກບູຮານຄະດີ ແລະ ສະນັ້ນ ພວກເຂົາຈຶ່ງຮູ້ສຶກວ່າ ຄໍາສັບໃໝ່ແມ່ນເປັນສິ່ງທີ່ບໍ່ສາມາດຈະເຂົ້າໃຈໄດ້ ແລະ ພຽງຫຼັງຈາກນັ້ນ ພວກເຂົາຈຶ່ງໄດ້ຍິນຍອມເລັກນ້ອຍ. ເນື່ອງຈາກວ່າ ຜູ້ຄົນບໍ່ມີພະລັງເມື່ອຢູ່ຕໍ່ໜ້າເນື້ອໜັງເກົ່າ; ເຖິງແມ່ນວ່າ ມັນຈະບໍ່ຄ້າຍຄືກັບສັດຮ້າຍ ຫຼື ບໍ່ສາມາດທໍາລາຍລ້າງມະນຸດຊາດຄືກັບລະເບີດປະລະມານູ ພວກເຂົາກໍບໍ່ຮູ້ວ່າຈະຈັດການກັບມັນຢ່າງໃດດີ ແລະ ມັນຄືກັບວ່າ ພວກເຂົາບໍ່ມີພະລັງ. ແຕ່ສໍາລັບເຮົາແລ້ວ ແມ່ນມີວິທີໃນການຈັດການກັບເນື້ອໜັງເກົ່າໄດ້. ການທີ່ມະນຸດບໍ່ເຄີຍພະຍາຍາມຄິດກ່ຽວກັບວິທີການຕອບໂຕ້ ແມ່ນໄດ້ນໍາໄປສູ່ພຶດຕິກໍາຜິດປົກກະຕິຂອງມະນຸດທີ່ມັນແມບເຫຼື້ອມຢ່າງຕໍ່ເນື່ອງຢູ່ຕໍ່ໜ້າສາຍຕາຂອງເຮົາ; ດັ່ງທີ່ພຣະເຈົ້າໄດ້ກ່າວວ່າ: “ໃນເວລາທີ່ເຮົາສະແດງຄວາມສົມບູນຂອງເຮົາໃຫ້ແກ່ພວກເຂົາ, ພວກເຂົາກໍເບິ່ງເຮົາດ້ວຍຕາທີ່ເປີດກວ້າງ, ຢືນຢູ່ຕໍ່ໜ້າເຮົາແບບບໍ່ເໜັງຕີງ ຄືກັບເສົາຫີນເກືອ. ເມື່ອເຮົາເຫັນຄວາມແປກປະຫຼາດຂອງພວກເຂົາ ເຮົາຈຶ່ງເກືອບບໍ່ສາມາດຢຸດຕົວເອງຈາກການຫົວຂວັນ. ຍ້ອນພວກເຂົາກໍາລັງພະຍາຍາມຂໍສິ່ງຕ່າງໆຈາກເຮົາ, ເຮົາຈຶ່ງມອບສິ່ງຕ່າງໆທີ່ຢູ່ໃນມືຂອງເຮົາໃຫ້ແກ່ພວກເຂົາ ແລະ ພວກເຂົາກໍອູ້ມເອົາສິ່ງເຫຼົ່ານັ້ນໃສ່ເອິກຂອງພວກເຂົາ ຖະໜຸຖະໜອມສິ່ງເຫຼົ່ານັ້ນຄືກັບເດັກເກີດໃໝ່, ນັ້ນຄືສິ່ງທີ່ພວກເຂົາເຮັດ ແຕ່ເຮັດພຽງໃນຊ່ວງໄລຍະໜຶ່ງ”. ສິ່ງເຫຼົ່ານີ້ບໍ່ແມ່ນການກະທໍາຂອງເນື້ອໜັງເກົ່າບໍ? ໃນປັດຈຸບັນ ໃນເມື່ອຜູ້ຄົນໄດ້ເຂົ້າໃຈ ແລ້ວເປັນຫຍັງພວກເຂົາແທນທີຈະປະຖິ້ມ ແຕ່ຊໍ້າພັດຍັງຄົງສືບຕໍ່ຢູ່? ທີ່ຈິງແລ້ວ ສ່ວນໜຶ່ງຂອງຄວາມຕ້ອງການຂອງພຣະເຈົ້າ ແມ່ນສາມາດບັນລຸໄດ້ໂດຍມະນຸດ ແຕ່ຜູ້ຄົນບໍ່ສົນໃຈມັນ ເນື່ອງຈາກ “ເຮົາບໍ່ໄດ້ຂ້ຽນຕີມະນຸດແບບເບົາໆ. ມັນເປັນເພາະເຫດຜົນນີ້ ຜູ້ຄົນຈຶ່ງໃຫ້ອິດສະຫຼະແກ່ເນື້ອໜັງຂອງພວກເຂົາຕະຫຼອດເວລາ. ພວກເຂົາບໍ່ສັງເກດເບິ່ງຄວາມປະສົງຂອງເຮົາ ແຕ່ໄດ້ລໍ້ລວງເຮົາຢູ່ຕໍ່ໜ້າບັນລັງພິພາກສາຂອງເຂົາ”. ນີ້ບໍ່ແມ່ນຄຸນວຸດທິຂອງມະນຸດບໍ? ບໍ່ແມ່ນວ່າ ພຣະເຈົ້າຈົງໃຈຈັບຜິດໄປໝົດທຸກຢ່າງ ແຕ່ນີ້ແມ່ນຄວາມເປັນຈິງ. ພຣະເຈົ້າຕ້ອງໄດ້ອະທິບາຍສິ່ງນີ້ບໍ? ດັ່ງທີ່ພຣະເຈົ້າໄດ້ກ່າວວ່າ “ມັນເປັນເພາະວ່າ ‘ຄວາມເຊື່ອ’ ຂອງຜູ້ຄົນແມ່ນຍິ່ງໃຫຍ່ຫຼາຍ ຈົນພວກເຂົາ ‘ເປັນຕານັບຖື’”. ຍ້ອນເຫດຜົນນີ້ ເຮົາຈຶ່ງເຮັດຕາມການຈັດແຈງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ເຮົາຈຶ່ງບໍ່ເວົ້າໃນສິ່ງນີ້ຫຼາຍ; ຍ້ອນ “ຄວາມເຊື່ອ” ຂອງຜູ້ຄົນ ເຮົາຈຶ່ງຄວ້າເອົາສິ່ງນີ້ ແລ້ວນໍາໃຊ້ຄວາມເຊື່ອຂອງພວກເຂົາ ເພື່ອເຮັດໃຫ້ພວກເຂົາປະຕິບັດພາລະໜ້າທີ່ຂອງພວກເຂົາ ໂດຍບໍ່ຕ້ອງໃຫ້ເຮົາເຕືອນພວກເຂົາ. ການເຮັດສິ່ງນີ້ຜິດບໍ? ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການຢ່າງແນ່ນອນບໍ? ບາງເທື່ອ ເມື່ອໄດ້ຍິນພຣະທໍາດັ່ງກ່າວ ບາງຄົນອາດຮູ້ສຶກເບື່ອ. ສະນັ້ນ ເຮົາຈະເວົ້າສິ່ງອື່ນແທນ ເພື່ອອະນຸໂລມໃຫ້ກັບພວກເຂົາ. ເມື່ອທຸກຄົນທີ່ຖືກພຣະເຈົ້າເລືອກທົ່ວຈັກກະວານໄດ້ຜ່ານການຂ້ຽນຕີ ແລະ ເມື່ອສະພາບພາຍໃນມະນຸດຖືກແກ້ໄຂ ຜູ້ຄົນຈະດີໃຈຢ່າງລັບໆຢູ່ໃນໃຈຂອງພວກເຂົາ ຄືກັບວ່າ ພວກເຂົາໄດ້ໜີພົ້ນຈາກຄວາມລໍາບາກຍາກແຄ້ນ. ໃນຂະນະນີ້ ຜູ້ຄົນຈະບໍ່ເລືອກເພື່ອຕົວເອງອີກຕໍ່ໄປ ຍ້ອນວ່າ ນີ້ແມ່ນຜົນສໍາເລັດຢ່າງແນ່ນອນໃນລະຫວ່າງການປະຕິບັດພາລະກິດສຸດທ້າຍຂອງພຣະເຈົ້າ. ເມື່ອບາດກ້າວຂອງພຣະອົງໄດ້ກ້າວເຂົ້າສູ່ປັດຈຸບັນ ບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າທຸກຄົນກໍຈະເຂົ້າສູ່ການຂ້ຽນຕີ ແລະ ຊາວອິດສະຣາເອນກໍຈະບໍ່ສາມາດໜີພົ້ນຈາກໄລຍະນີ້ເຊັ່ນກັນ ເນື່ອງຈາກວ່າ ຜູ້ຄົນແມ່ນມີຄວາມບໍ່ບໍລິສຸດຢູ່ພາຍໃນພວກເຂົາ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງນໍາພາທຸກຄົນເຂົ້າສູ່ເຕົາຫຼໍ່ທີ່ຍິ່ງໃຫຍ່ ເພື່ອຫຼໍ່ຫຼອມໃຫ້ບໍລິສຸດ ເຊິ່ງມັນເປັນເສັ້ນທາງທີ່ຈໍາເປັນ. ເມື່ອສິ່ງນີ້ໄດ້ຜ່ານພົ້ນໄປ ຜູ້ຄົນຈະຟື້ນຄືນຈາກຄວາມຕາຍ ເຊິ່ງກໍແມ່ນສິ່ງທີ່ພຣະເຈົ້າໄດ້ບອກລ່ວງໜ້າຢ່າງແນ່ນອນໃນ “ພຣະວັດຈະນະແຫ່ງພຣະວິນຍານທັງເຈັດ”. ເພື່ອບໍ່ໃຫ້ກາຍເປັນສັດຕູກັບຜູ້ຄົນ ເຮົາຈະບໍ່ເວົ້າກ່ຽວກັບສິ່ງນີ້ອີກ. ຍ້ອນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນ ການທໍານາຍທີ່ກ່າວຈາກປາກຂອງພຣະເຈົ້າກໍຈະເກີດເປັນຈິງໃນທີ່ສຸດ; ເມື່ອພຣະເຈົ້າຂໍໃຫ້ຜູ້ຄົນເວົ້າກ່ຽວກັບແນວຄິດຂອງພວກເຂົາອີກຄັ້ງ ພວກເຂົາກໍຕົກຕະລຶງຈົນປາກບໍ່ອອກ ແລະ ສະນັ້ນ ທຸກຄົນບໍ່ຄວນກັງວົນ ແລະ ກະວົນກະວາຍ. ດັ່ງທີ່ເຮົາໄດ້ກ່າວວ່າ “ຈາກພາລະກິດທັງໝົດຂອງເຮົາ ເຄີຍມີບາດກ້າວໃດບໍ ທີ່ຖືກປະຕິບັດດ້ວຍມືຂອງມະນຸດ?” ເຈົ້າເຂົ້າໃຈແກ່ນແທ້ຂອງພຣະທໍາເຫຼົ່ານີ້ບໍ?