ບົດທີ 32
ພຣະທຳຂອງພຣະເຈົ້າປ່ອຍໃຫ້ຜູ້ຄົນເກົາຫົວ; ມັນຄືກັບວ່າເມື່ອພຣະອົງກ່າວ ພຣະເຈົ້າກຳລັງຫຼີກເວັ້ນມະນຸດ ແລະ ກ່າວຕໍ່ອາກາດ, ຄືກັບວ່າພຣະອົງບໍ່ມີຄວາມຄິດທີ່ຈະໃສ່ໃຈການກະທຳຂອງມະນຸດອີກເລີຍ ແລະ ບໍ່ສົນໃຈຕໍ່ວຸດທິພາວະຂອງມະນຸດຢ່າງສິ້ນເຊີງ, ຄືກັບວ່າພຣະທຳທີ່ພຣະອົງກ່າວບໍ່ໄດ້ແນໃສ່ແນວຄິດຂອງຜູ້ຄົນ, ແຕ່ຫຼີກເວັ້ນມະນຸດ ຕາມເຈດຕະນາເດີມຂອງພຣະເຈົ້າ. ຍ້ອນເຫດຜົນຫຼາຍຢ່າງ ທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ເຂົ້າເຖິງພຣະທຳຂອງພຣະເຈົ້າໄດ້. ສິ່ງນີ້ບໍ່ແມ່ນເລື່ອງປະຫຼາດ. ຈຸດປະສົງເດີມຂອງພຣະທຳທຸກຂໍ້ຂອງພຣະເຈົ້າບໍ່ແມ່ນໃຫ້ຜູ້ຄົນໄດ້ຮັບຄວາມຮູ້ ຫຼື ຮຽນຮູ້ກົນອຸບາຍຈາກພຣະທຳເຫຼົ່ານັ້ນ; ກົງກັນຂ້າມ ສິ່ງເຫຼົ່ານັ້ນເປັນວິທີທາງໜຶ່ງທີ່ພຣະເຈົ້າໄດ້ປະຕິບັດພາລະກິດຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ. ແນ່ນອນວ່າຜູ້ຄົນຮັບເອົາສິ່ງຕ່າງໆຈາກພຣະທຳຂອງພຣະເຈົ້າ: ສິ່ງຕ່າງໆທີ່ກ່ຽວຂ້ອງກັບຄວາມເລິກລັບ ຫຼື ສິ່ງຕ່າງໆທີ່ກ່ຽວພັນກັບເປໂຕ, ໂປໂລ ແລະ ໂຢບ, ແຕ່ນີ້ແມ່ນສິ່ງທີ່ພວກເຂົາຄວນບັນລຸ ແລະ ສິ່ງທີ່ພວກເຂົາສາມາດບັນລຸໄດ້ ແລະ ຕາມທີ່ເໝາະສົມກັບວຸດທິພາວະຂອງພວກເຂົາ, ພວກເຂົາໄດ້ເຮັດສຸດຄວາມສາມາດຂອງພວກເຂົາແລ້ວໃນການຮັບເອົາສິ່ງເຫຼົ່ານີ້. ເປັນຫຍັງຜົນທີ່ພຣະເຈົ້າຮຽກຮ້ອງໃຫ້ບັນລຸຈຶ່ງບໍ່ສູງ, ແຕ່ເຖິງຢ່າງນັ້ນ ພຣະອົງກໍຍັງກ່າວພຣະທຳຫຼາຍຂໍ້? ສິ່ງນີ້ແມ່ນພົວພັນກັບການຂ້ຽນຕີທີ່ພຣະອົງກ່າວ ແລະ ໂດຍທຳມະຊາດແລ້ວ ມັນລ້ວນແລ້ວແຕ່ຖືກບັນລຸໂດຍທີ່ຜູ້ຄົນບໍ່ຮູ້. ໃນປັດຈຸບັນ ຜູ້ຄົນອົດກັ້ນກັບການທົນທຸກຫຼາຍຂຶ້ນພາຍໃຕ້ການໂຈມຕີຈາກພຣະທຳຂອງພຣະເຈົ້າ. ໂດຍຜິວເຜີນແລ້ວ, ບໍ່ມີໃຜໃນບັນດາພວກເຂົາ ຄືກັບວ່າ ຖືກຈັດການແລ້ວ, ຜູ້ຄົນໄດ້ເລີ່ມເປັນອິດສະຫຼະໃນການປະຕິບັດພາລະກິດຂອງພວກເຂົາ ແລະ ຜູ້ບໍລິການຖືກຍົກລະດັບໃຫ້ເປັນປະຊາຊົນຂອງພຣະເຈົ້າ ເຊິ່ງໃນສິ່ງນີ້, ປາກົດວ່າ ພວກເຂົາໄດ້ເຂົ້າສູ່ຄວາມສຸກແລ້ວ. ແທ້ຈິງແລ້ວ, ຄວາມເປັນຈິງກໍຄື ຈາກການຫຼໍ່ຫຼອມ ພວກເຂົາທຸກຄົນໄດ້ເຂົ້າສູ່ການຂ້ຽນຕີຢ່າງຮຸນແຮງຍິ່ງຂຶ້ນ. ດັ່ງທີ່ພຣະເຈົ້າກ່າວວ່າ “ຂັ້ນຕອນຂອງພາລະກິດຂອງເຮົາແມ່ນເຊື່ອມໂຍງກັບຂັ້ນຕອນຕໍ່ໄປຢ່າງຕໍ່ເນື່ອງ, ແຕ່ລະຂັ້ນຕອນແມ່ນສູງຂຶ້ນເລື້ອຍໆ”. ພຣະເຈົ້າຍົກຜູ້ບໍລິການອອກຈາກເຫວເລິກທີ່ສຸດ ແລະ ໂຍນພວກເຂົາລົງສູ່ທະເລສາບແຫ່ງໄຟ ແລະ ມາດ, ເຊິ່ງເປັນບ່ອນທີ່ການຂ້ຽນຕີຍິ່ງຮ້າຍແຮງຫຼາຍຂຶ້ນ. ສະນັ້ນ ພວກເຂົາຈຶ່ງທົນທຸກກັບຄວາມລໍາບາກຫຼາຍຍິ່ງຂຶ້ນ ໂດຍທີ່ພວກເຂົາເກືອບບໍ່ສາມາດຫຼົບໜີໄດ້. ການຂ້ຽນຕີດັ່ງກ່າວບໍ່ຮ້າຍແຮງກວ່າເກົ່າບໍ? ເມື່ອໄດ້ເຂົ້າສູ່ອານາຈັກທີ່ສູງກວ່າ, ເປັນຫຍັງຜູ້ຄົນຈຶ່ງຮູ້ສຶກເສຍໃຈແທນທີ່ຈະມີຄວາມສຸກ? ເປັນຫຍັງຈຶ່ງເວົ້າວ່າ ເມື່ອຖືກໄຖ່ຈາກມືຂອງຊາຕານ, ພວກເຂົາແມ່ນຖືກມອບໃຫ້ກັບມັງກອນແດງໃຫຍ່? ເຈົ້າຈື່ບໍ ໃນເວລາພຣະເຈົ້າເວົ້າວ່າ ສ່ວນສຸດທ້າຍຂອງພາລະກິດແມ່ນຖືກເຮັດໃຫ້ສຳເລັດໃນເຮືອນຂອງມັງກອນແດງໃຫຍ່? ເຈົ້າຈື່ບໍ ເມື່ອພຣະເຈົ້າເວົ້າວ່າ “ຄວາມລຳບາກສຸດທ້າຍກໍຄືການເປັນພະຍານທີ່ໜັກແໜ້ນ ແລະ ກຶກກ້ອງໃຫ້ກັບພຣະເຈົ້າຕໍ່ໜ້າມັງກອນແດງໃຫຍ່”? ຖ້າຜູ້ຄົນບໍ່ໄດ້ຖືກມອບໃຫ້ກັບມັງກອນແດງໃຫຍ່, ພວກເຂົາຈະສາມາດເປັນພະຍານຕໍ່ໜ້າມັນໄດ້ແນວໃດ? ໃຜເຄີຍເວົ້າຄຳເວົ້າທີ່ວ່າ “ຂ້ານ້ອຍໄດ້ເອົາຊະນະຜີຮ້າຍ” ຫຼັງຈາກທີ່ໄດ້ຂ້າຕົວເອງ? ການເຫັນເນື້ອໜັງຂອງຕົວເອງເປັນສັດຕູ ແລະ ຫຼັງຈາກນັ້ນກໍຂ້າຕົວເອງ. ຄວາມໝາຍແທ້ຈິງຂອງສິ່ງນີ້ມີຢູ່ໃສ? ເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນັ້ນ? “ເຮົາບໍ່ຫຼຽວເບິ່ງຮອຍແປ້ວຂອງຜູ້ຄົນ, ແຕ່ຫຼຽວເບິ່ງສ່ວນໃດໃນພວກເຂົາທີ່ບໍ່ມີຮອຍແປ້ວ ແລະ ຈາກສິ່ງນີ້ ເຮົາກໍພໍໃຈແລ້ວ”. ຖ້າມັນແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາທີ່ຈະໃຫ້ຄົນທີ່ບໍ່ມີຮອຍແປ້ວເປັນການສະແດງອອກຂອງພຣະອົງ, ເປັນຫຍັງພຣະອົງຈຶ່ງກ່າວພຣະທຳຫຼາຍຂໍ້ຢ່າງໃຈເຢັນ ແລະ ຢ່າງຈິງໃຈຈາກທັດສະນະຂອງມະນຸດເພື່ອໂຕ້ຕອບກັບແນວຄິດຂອງຜູ້ຄົນ? ເປັນຫຍັງພຣະອົງຈຶ່ງເຮັດໃຫ້ຕົວເອງກັງວົນກ່ຽວກັບສິ່ງນັ້ນ? ເປັນຫຍັງພຣະອົງຈຶ່ງລຳບາກໂດຍບໍ່ຈໍາເປັນໃນການເຮັດສິ່ງດັ່ງກ່າວ? ສະນັ້ນ ຈຶ່ງສະແດງໃຫ້ເຫັນວ່າ ມັນມີຄວາມໝາຍທີ່ແທ້ຈິງໃນການບັງເກີດເປັນມະນຸດຂອງພຣະເຈົ້າ, ພຣະອົງຈະບໍ່ “ເມີນເສີຍ” ຕໍ່ເນື້ອໜັງຫຼັງຈາກທີ່ກາຍມາເປັນເນື້ອໜັງ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດ. ເປັນຫຍັງຈຶ່ງເວົ້າວ່າ “ທອງຄຳບໍ່ສາມາດບໍລິສຸດໄດ້ ແລະ ມະນຸດບໍ່ສາມາດສົມບູນໄດ້”? ພຣະທຳເຫຼົ່ານີ້ຈະສາມາດອະທິບາຍໄດ້ແນວໃດ? ພຣະທໍາຂອງພຣະອົງແມ່ນໝາຍເຖິງຫຍັງເມື່ອພຣະເຈົ້າກ່າວເຖິງທາດແທ້ຂອງມະນຸດ? ໃນສາຍຕາຂອງຜູ້ຄົນ, ເນື້ອໜັງປາກົດວ່າບໍ່ມີຄວາມສາມາດເຮັດຫຍັງໄດ້ເລີຍ ຫຼື ບໍ່ດັ່ງນັ້ນມັນກໍຈະປາກົດວ່າມີການຂາດເຂີນເກີນໄປ. ໃນສາຍຕາຂອງພຣະເຈົ້າ, ສິ່ງນີ້ບໍ່ໄດ້ສຳຄັນເລີຍ, ແຕ່ສຳລັບຜູ້ຄົນ, ມັນເປັນບັນຫາທີ່ມີຄວາມສໍາຄັນຫຼາຍ. ມັນເປັນຄືກັບວ່າ ພວກເຂົາບໍ່ສາມາດແກ້ໄຂສິ່ງນີ້ໄດ້ທັງໝົດ, ຄືກັບວ່າຕ້ອງຖືກຈັດການໂດຍຮ່າງກາຍຈາກສະຫວັນໂດຍກົງ, ສິ່ງນີ້ບໍ່ແມ່ນແນວຄິດຂອງມະນຸດບໍ? “ໃນສາຍຕາຂອງຜູ້ຄົນ, ເຮົາເປັນພຽງ ‘ດາວດວງນ້ອຍ’ ທີ່ໄດ້ລົງມາຈາກທ້ອງຟ້າ, ດາວດວງນ້ອຍໃນສະຫວັນ ແລະ ການທີ່ເຮົາມາເຖິງແຜ່ນດິນໂລກໃນມື້ນີ້ກໍຍ້ອນໄດ້ຖືກມອບໝາຍໜ້າທີ່ໂດຍພຣະເຈົ້າ. ຜົນຕາມມາກໍຄື ຜູ້ຄົນພາກັນຕີຄວາມໝາຍອອກໄປຕ່າງໆນາໆກ່ຽວກັບຄຳວ່າ ‘ເຮົາ’ ແລະ ‘ພຣະເຈົ້າ’”. ຍ້ອນມະນຸດບໍ່ໄດ້ເທົ່າທຽມກັບຫຍັງເລີຍ, ແລ້ວເປັນຫຍັງພຣະເຈົ້າຈຶ່ງຈະເປີດເຜີຍແນວຄິດຂອງພວກເຂົາຈາກທັດສະນະທີ່ແຕກຕ່າງ? ສິ່ງນີ້ກໍຍັງແມ່ນສະຕິປັນຍາຂອງພຣະເຈົ້າຢູ່ບໍ? ແລ້ວພຣະທຳດັ່ງກ່າວບໍ່ເປັນຕາຢາກຫົວບໍ? ດັ່ງທີ່ພຣະເຈົ້າເວົ້າວ່າ “ເຖິງແມ່ນມີຫ້ອງທີ່ເຮົາໄດ້ສ້າງຂຶ້ນໃນຫົວໃຈຂອງຜູ້ຄົນ, ພວກເຂົາກໍບໍ່ຕ້ອງການໃຫ້ເຮົາອາໄສຢູ່ໃນນັ້ນ. ກົງກັນຂ້າມ, ພວກເຂົາລໍຖ້າ ‘ຜູ້ສັກສິດ’ ໃນຫົວໃຈຂອງພວກເຂົາໃຫ້ມາເຖິງໃນໄວໆ. ຍ້ອນຕົວຕົນຂອງເຮົາ ‘ຕໍ່າຕ້ອຍ’ ເກີນໄປ, ເຮົາຈຶ່ງບໍ່ເໝາະສົມກັບຄວາມຮຽກຮ້ອງຂອງຜູ້ຄົນ ແລະ ສະນັ້ນຈຶ່ງຖືກພວກເຂົາປະຖິ້ມ”. ເພາະຍ້ອນຜູ້ຄົນປະເມີນພຣະເຈົ້ານັ້ນ “ສູງເກີນໄປ”, ພຣະເຈົ້າຈຶ່ງ “ບໍ່ສາມາດບັນລຸ” ຫຼາຍໆສິ່ງ ເຊິ່ງໄດ້ເຮັດໃຫ້ພຣະອົງຕົກຢູ່ໃນ “ຄວາມຫຍຸ້ງຍາກ”. ຜູ້ຄົນບໍ່ຮູ້ຈັກເລີຍວ່າ ສິ່ງທີ່ພວກເຂົາຮຽກຮ້ອງໃຫ້ພຣະເຈົ້າເປັນນັ້ນ ແມ່ນອີງຕາມແນວຄິດຂອງພວກເຂົາ. ແລ້ວສິ່ງນີ້ບໍ່ແມ່ນຄວາມໝາຍແທ້ຈິງຂອງຄໍາວ່າ “ຄົນສະຫຼາດອາດຕົກເປັນເຫຍື່ອແຫ່ງຄວາມສະຫຼາດຂອງຕົນເອງບໍ”? ນີ້ແມ່ນກໍລະນີທີ່ວ່າ “ສະຫຼາດດັ່ງກົດລະບຽບ, ແຕ່ເທື່ອນີ້ເປັນຄົນໂງ່”! ໃນການເທດສະໜາຂອງພວກເຈົ້າ, ພວກເຈົ້າຮຽກຮ້ອງໃຫ້ຜູ້ຄົນຈັດການກັບພຣະເຈົ້າທີ່ມາຈາກແນວຄິດຂອງພວກເຂົາ ແລະ ແລ້ວພຣະເຈົ້າທີ່ມາຈາກແນວຄິດຂອງພວກເຈົ້າກໍໄດ້ໝົດໄປຢູ່ບໍ່? ພຣະທຳຂອງພຣະເຈົ້າທີ່ວ່າ “ຄວາມຕ້ອງການທີ່ເຮົາຮຽກຮ້ອງຈາກມະນຸດແມ່ນບໍ່ຫຼາຍ” ຈະສາມາດຕີຄວາມໝາຍວ່າແນວໃດ? ພຣະທຳເຫຼົ່ານັ້ນບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນຄິດລົບ ແລະ ເປັນຄົນເສເພ, ແຕ່ເພື່ອມອບຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບພຣະທຳຂອງພຣະເຈົ້າໃຫ້ກັບພວກເຂົາ, ພວກເຈົ້າເຂົ້າໃຈບໍ? ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນ “‘ເຮົາ’ ຜູ້ທີ່ສູງສົ່ງ ແລະ ຍິ່ງໃຫຍ່” ດັ່ງທີ່ຜູ້ຄົນຈິນຕະນາການແທ້ບໍ?
ເຖິງແມ່ນມີຄົນທີ່ໄດ້ອ່ານພຣະທຳທັງໝົດທີ່ພຣະເຈົ້າກ່າວ ແລະ ສາມາດໃຫ້ໂຄງຮ່າງທົ່ວໄປຂອງພຣະທຳເຫຼົ່ານັ້ນ, ມີຜູ້ໃດສາມາດເວົ້າໄດ້ບໍ່ວ່າ ຈຸດປະສົງສຸດທ້າຍຂອງພຣະເຈົ້າແມ່ນຫຍັງ? ນີ້ແມ່ນສິ່ງທີ່ມະນຸດຊາດຂາດ. ບໍ່ວ່າພຣະເຈົ້າຈະເວົ້າຈາກທັດສະນະຫຍັງກໍຕາມ, ຈຸດປະສົງໂດຍລວມຂອງພຣະອົງກໍຄືເຮັດໃຫ້ຜູ້ຄົນຮູ້ຈັກພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຖ້າບໍ່ມີຫຍັງກ່ຽວກັບຄວາມເປັນມະນຸດໃນພຣະອົງ, ຖ້າທຸກສິ່ງທີ່ພຣະອົງມີຄືລັກສະນະຂອງພຣະເຈົ້າທີ່ຢູ່ໃນສະຫວັນ, ແລ້ວກໍບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າເວົ້າຫຼາຍແບບນັ້ນ. ມັນສາມາດເວົ້າໄດ້ວ່າ ສິ່ງທີ່ຜູ້ຄົນຂາດແມ່ນຖືກໃຊ້ເປັນເຄື່ອງມື ມືໜຶ່ງທີ່ກ່ຽວພັນກັບພຣະທຳຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ສິ່ງທີ່ຖືກສະແດງອອກໃນມະນຸດຄືເບື້ອງຫຼັງທີ່ພຣະເຈົ້າເວົ້າກ່ຽວກັບແນວຄິດຂອງຜູ້ຄົນ ແລະ ສະນັ້ນ ຜູ້ຄົນຈຶ່ງຮັບຟັງຖ້ອຍຄຳຂອງພຣະເຈົ້າ. ໂດຍທຳມະຊາດແລ້ວ ສິ່ງນີ້ແມ່ນອີງຕາມສິ່ງທີ່ພຣະເຈົ້າເວົ້າກ່ຽວກັບແນວຄິດຂອງມະນຸດ, ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ສິ່ງນີ້ຈຶ່ງສາມາດເວົ້າໄດ້ວ່າເປັນການປະສົມປະສານລະຫວ່າງທິດສະດີ ແລະ ຄວາມເປັນຈິງ, ມີພຽງແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຈະຖືກເຮັດໃຫ້ຈິງຈັງກ່ຽວກັບການຮູ້ຈັກຕົນເອງຢ່າງມີປະສິດຕິພາບຫຼາຍຂຶ້ນ. ມັນຈະມີປະໂຫຍດຫຍັງຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຂົ້າກັບແນວຄິດຂອງຜູ້ຄົນໄດ້ ແລະ ຖ້າພຣະເຈົ້າຍັງເປັນພະຍານເຖິງພຣະອົງ? ມັນເປັນຍ້ອນສິ່ງນີ້ແທ້ໆທີ່ພຣະເຈົ້າຕ້ອງປະຕິບັດພາລະກິດຈາກດ້ານລົບ ໂດຍໃຊ້ແນວຄິດຂອງຜູ້ຄົນເພື່ອສະແດງເຖິງລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ. ສິ່ງນີ້ບໍ່ແມ່ນສະຕິປັນຍາຂອງພຣະເຈົ້າບໍ? ທຸກສິ່ງທີ່ພຣະເຈົ້າເຮັດສຳລັບທຸກຄົນແມ່ນດີໝົດ, ແລ້ວເປັນຫຍັງຈຶ່ງບໍ່ສັນລະເສີນໃນເວລານີ້? ຖ້າສິ່ງນີ້ໄປເຖິງຈຸດໃດໜຶ່ງ ຫຼື ຖ້າມື້ນັ້ນມາເຖິງ, ເຈົ້າຈະສາມາດກ່າວຄຳອະທິຖານຈາກສ່ວນເລິກທີ່ຢູ່ພາຍໃນຕົນເອງ ໃນທ່າມກາງການທົດລອງຄືກັບເປໂຕບໍ? ມີພຽງແຕ່ ເມື່ອເຈົ້າຢູ່ໃນກໍາມືຂອງຊາຕານ ແລ້ວຍັງສາມາດສັນລະເສີນພຣະເຈົ້າຄືກັບເປໂຕ, ມັນຈຶ່ງຈະເປັນຄວາມໝາຍທີ່ແທ້ຈິງຂອງ “ການເປັນອິດສະຫຼະຈາກການເປັນທາດຂອງຊາຕານ, ການເອົາຊະນະເນື້ອໜັງ ແລະ ການເອົາຊະນະຊາຕານ”. ສິ່ງນີ້ບໍ່ແມ່ນການເປັນພະຍານແທ້ຈິງສຳລັບພຣະເຈົ້າບໍ? ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ບັນລຸຜົນໂດຍ “ຄວາມເປັນພຣະເຈົ້າທີ່ມາເພື່ອປະຕິບັດ ແລະ ພຣະວິນຍານທີ່ຮຸນແຮງເຈັດເທົ່າທີ່ກຳລັງປະຕິບັດພາລະກິດໃນມະນຸດ” ແລະ ເຊັ່ນດຽວກັນ ທຸກສິ່ງນີ້ກໍບັນລຸຜົນໂດຍ “ພຣະວິນຍານທີ່ອອກມາຈາກເນື້ອໜັງ” ເຊັ່ນກັນ. ແລ້ວການກະທຳດັ່ງກ່າວບໍ່ໄດ້ເປັນຈິງບໍ? ເຈົ້າເຄີຍໃສ່ໃຈກັບຄວາມເປັນຈິງ, ແຕ່ເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງໃນປັດຈຸບັນບໍ? “ຄວາມຕ້ອງການທີ່ເຮົາຮຽກຮ້ອງຈາກມະນຸດແມ່ນບໍ່ຫຼາຍ, ແຕ່ຜູ້ຄົນກໍເຊື່ອອີກແບບໜຶ່ງ. ສະນັ້ນ ‘ຄວາມຖ່ອມຕົນ’ ຂອງພວກເຂົາຈຶ່ງຖືກເປີດເຜີຍຢູ່ໃນການເຄື່ອນໄຫວທຸກຢ່າງຂອງພວກເຂົາ. ພວກເຂົາມັກຮັບຜິດຊອບຍ່າງໄປກ່ອນເຮົາເພື່ອນໍາທາງເຮົາຢູ່ສະເໝີ ໂດຍຢ້ານຢູ່ເລິກໆວ່າເຮົາຈະຫຼົງທາງ, ຢ້ານວ່າເຮົາຈະຍ່າງຫຼົງໄປໃນປ່າເກົ່າແກ່ທີ່ຢູ່ເລິກໃນພູເຂົາ. ຜົນຕາມມາກໍຄື ຜູ້ຄົນນໍາທາງເຮົາໄປຂ້າງໜ້າຢູ່ຕະຫຼອດເວລາ ໂດຍຢ້ານຢ່າງເລິກໆວ່າເຮົາຈະຍ່າງເຂົ້າສູ່ຄຸກມືດໃຕ້ດິນ”. ແມ່ນຫຍັງຄືຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະທຳທີ່ງ່າຍດາຍເຫຼົ່ານີ້, ພວກເຈົ້າສາມາດເຂົ້າໃຈແກ່ນແທ້ຂອງພຣະທຳຂອງພຣະເຈົ້າທີ່ຢູ່ໃນຄວາມຮູ້ເຫຼົ່ານັ້ນແທ້ບໍ? ພວກເຈົ້າໄດ້ໃສ່ໃຈກັບແນວຄິດຂອງພວກເຈົ້າທີ່ພຣະເຈົ້າໄດ້ກ່າວເຖິງຢູ່ບໍ? ພວກເຈົ້າສົນໃຈຈຸດສໍາຄັນນີ້ໃນແຕ່ລະມື້ບໍ? ໃນປະໂຫຍກໜຶ່ງຂອງພາກຕໍ່ໄປ ເຊິ່ງຕາມມາຢ່າງຕໍ່ເນື່ອງ, ພຣະເຈົ້າກ່າວວ່າ “ແຕ່ຜູ້ຄົນບໍ່ຮູ້ຈັກຄວາມປະສົງຂອງເຮົາ ແລະ ສືບຕໍ່ອະທິຖານສຳລັບສິ່ງຕ່າງໆຈາກເຮົາ, ຄືກັບວ່າສິ່ງ ທີ່ເຮົາໄດ້ປະທານໃຫ້ກັບພວກເຂົານັ້ນບໍ່ສາມາດສະໜອງຕາມເງື່ອນໄຂຂອງພວກເຂົາໄດ້, ຄືກັບວ່າອຸປະສົງມີຫຼາຍກວ່າອຸປະທານ”. ໃນປະໂຫຍກນີ້, ສາມາດເຫັນໄດ້ວ່າແນວຄິດທີ່ຢູ່ພາຍໃນພວກເຈົ້າແມ່ນຫຍັງ. ພຣະເຈົ້າບໍ່ຈື່ ຫຼື ສືບສວນໃນສິ່ງທີ່ພວກເຈົ້າເຮັດໃນອະດີດ, ສະນັ້ນ ບໍ່ຕ້ອງຄິດເຖິງເລື່ອງທີ່ຢູ່ໃນອະດີດອີກຕໍ່ໄປ. ສິ່ງທີ່ສຳຄັນໄປຫຼາຍກວ່ານັ້ນກໍຄື ພວກເຈົ້າຈະສາມາດສ້າງ “ຈິດວິນຍານຂອງເປໂຕໃນຍຸກສຸດທ້າຍ” ໃນເສັ້ນທາງແຫ່ງອະນາຄົດໄດ້ ຫຼື ບໍ່, ພວກເຈົ້າມີຄວາມເຊື່ອທີ່ຈະບັນລຸສິ່ງນີ້ໄດ້ບໍ? ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ມີຫຍັງຫຼາຍໄປກວ່າການຮຽນເອົາແບບຢ່າງເປໂຕ, ໃນທີ່ສຸດ ຜູ້ຄົນອາດເດີນຕາມເສັ້ນທາງນີ້ເພື່ອນໍາຄວາມອັບອາຍມາສູ່ມັງກອນແດງໃຫຍ່. ມັນເປັນຍ້ອນສິ່ງນີ້ ພຣະເຈົ້າຈຶ່ງເວົ້າວ່າ “ເຮົາຫວັງພຽງແຕ່ວ່າໃຫ້ຜູ້ຄົນມີຄວາມຕັ້ງໃຈທີ່ຈະຮ່ວມມືກັບເຮົາ. ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຂົາຄົວອາຫານດີໆໃຫ້ກັບເຮົາກິນ ຫຼື ໃຫ້ພວກເຂົາຈັດກຽມບ່ອນນອນທີ່ເໝາະສົມໃຫ້ເຮົາໄດ້ວາງຫົວນອນ...” ໃນແຜ່ນດິນໂລກ, ຜູ້ຄົນຖືກຮຽກຮ້ອງໃຫ້ນໍາເອົາ “ວິນຍານຂອງເລີຍ ເຟິງ” ໄປຊຸ່ມປີ 1990, ແຕ່ໃນຄົວເຮືອນຂອງພຣະເຈົ້າ, ພຣະເຈົ້າຮຽກຮ້ອງໃຫ້ພວກເຈົ້າສ້າງ “ລັກສະນະທີ່ເປັນເອກະລັກຂອງເປໂຕ”. ພວກເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່? ພວກເຈົ້າສາມາດພະຍາຍາມເພື່ອສິ່ງນີ້ໄດ້ແທ້ບໍ່?
“ເຮົາເຄື່ອນໄຫວຢູ່ເໜືອຈັກກະວານ ແລະ ໃນຂະນະທີ່ເຮົາຍ່າງ ເຮົາກໍສັງເກດເບິ່ງຜູ້ຄົນຂອງຈັກກະວານທັງປວງ. ທ່າມກາງຝູງຊົນເທິງແຜ່ນດິນໂລກ, ບໍ່ເຄີຍມີຜູ້ໃດທີ່ເໝາະສົມສຳລັບພາລະກິດຂອງເຮົາ ຫຼື ຄົນທີ່ຮັກເຮົາຢ່າງແທ້ຈິງ. ສະນັ້ນ, ໃນຊ່ວງເວລານີ້ ເຮົາຈຶ່ງຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ແລະ ຜູ້ຄົນກໍພາກັນແຕກກະຈາຍໄປທົ່ວດ້ວຍທັນທີທັນໃດ, ບໍ່ຊຸມນຸມກັນອີກຕໍ່ໄປ ໂດຍຢ້ານຢູ່ເລິກໆວ່າເຮົາຈະ ‘ຈັບພວກເຂົາທັງໝົດດ້ວຍແຫອັນດຽວ’” ບາງເທື່ອ, ຄົນສ່ວນໃຫຍ່ຄົ້ນພົບວ່າພຣະທຳເຫຼົ່ານີ້ແມ່ນຍາກທີ່ຈະເຂົ້າໃຈ. ພວກເຂົາຖາມວ່າເປັນຫຍັງພຣະເຈົ້າຈຶ່ງບໍ່ຮຽກຮ້ອງຈາກມະນຸດຫຼາຍໆ, ແຕ່ກໍຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ຍ້ອນບໍ່ມີໃຜເໝາະສົມສຳລັບພາລະກິດຂອງພຣະອົງ. ມີຂໍ້ຂັດແຍ້ງໃນທີ່ນີ້ບໍ? ເວົ້າຕາມກົງກໍຄື ມັນມີ, ແຕ່ໃນຄວາມເປັນຈິງແມ່ນບໍ່ມີຂໍ້ຂັດແຍ້ງ. ບາງເທື່ອ ເຈົ້າຍັງສາມາດຈື່ໄດ້ເມື່ອພຣະເຈົ້າກ່າວວ່າ “ພຣະທໍາທຸກຂໍ້ຂອງເຮົາຈະມີຜົນດັ່ງທີ່ເຮົາປາຖະໜາ”. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ຜູ້ຄົນກໍເອົາໃຈໃສ່ໃນທຸກການກະທຳຂອງພຣະອົງເພື່ອເບິ່ງວ່າພຣະອົງກຳລັງຈະເຮັດຫຍັງແທ້. ເມື່ອພຣະເຈົ້າປະຕິບັດພາລະກິດໃໝ່ຂອງພຣະອົງໂດຍແນໃສ່ຊາຕານໃນອານາຈັກຝ່າຍວິນຍານ, ເວົ້າອີກຢ່າງໜຶ່ງກໍຄື ເກີດມີແນວຄິດທຸກຮູບແບບທ່າມກາງຜູ້ຄົນເທິງແຜ່ນດິນໂລກ ຍ້ອນພຣະເຈົ້າທີ່ຢູ່ໃນເນື້ອໜັງ. ເມື່ອພຣະເຈົ້າຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ນັ້ນກໍຄື ເມື່ອພຣະອົງເວົ້າເຖິງແນວຄິດຂອງມະນຸດທັງໝົດ, ຜູ້ຄົນກໍພະຍາຍາມຢ່າງເຕັມທີ່ເພື່ອຈັດການກັບສິ່ງເຫຼົ່ານັ້ນ ແລະ ເຖິງກັບມີຄົນທີ່ເຊື່ອວ່າ ພວກເຂົາບໍ່ມີຄວາມຫວັງແລ້ວ, ຍ້ອນພຣະເຈົ້າເວົ້າວ່າ ທຸກຄົນທີ່ມີແນວຄິດກ່ຽວກັບພຣະອົງແມ່ນສັດຕູຂອງພຣະອົງ ແລະ ແລ້ວຜູ້ຄົນຈະບໍ່ “ແຕກກະຈາຍ” ໄປຍ້ອນສິ່ງນີ້ໄດ້ແນວໃດ? ໂດຍສະເພາະໃນປັດຈຸບັນ, ເມື່ອການຂ້ຽນຕີມາເຖິງ, ຜູ້ຄົນກໍຍິ່ງຢ້ານຫຼາຍຂຶ້ນວ່າພຣະເຈົ້າຈະກວດລ້າງພວກເຂົາຖິ້ມ. ພວກເຂົາເຊື່ອວ່າຫຼັງຈາກທີ່ພວກເຂົາຖືກຂ້ຽນຕີ, ພຣະເຈົ້າຈະ “ຈັບພວກເຂົາທັງໝົດດ້ວຍແຫອັນດຽວ”. ແຕ່ຄວາມຈິງບໍ່ແມ່ນແບບນັ້ນ: ດັ່ງທີ່ພຣະເຈົ້າເວົ້າວ່າ “ເຮົາບໍ່ປາຖະໜາທີ່ຈະ ‘ກັກຂັງ’ ຜູ້ຄົນທ່າມກາງການຂ້ຽນຕີຂອງເຮົາ ເພື່ອທີ່ພວກເຂົາຈະບໍ່ມີວັນສາມາດຫຼົບໜີໄດ້. ຍ້ອນການຄຸ້ມຄອງຂອງເຮົາຂາດການກະທຳຂອງມະນຸດ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດຂອງເຮົາປະສົບຜົນສຳເລັດ ແລະ ມັນເຮັດໃຫ້ພາລະກິດຂອງເຮົາດຳເນີນໄປແບບບໍ່ມີປະສິດຕິພາບ”.ຄວາມປະສົງຂອງພຣະເຈົ້າບໍ່ແມ່ນເພື່ອໃຫ້ພາລະກິດຂອງພຣະອົງສິ້ນສຸດລົງທັນທີທີ່ທຸກຄົນຖືກຂ້າໃຫ້ຕາຍ, ແບບນັ້ນຈະມີປະໂຫຍດຫຍັງ? ໂດຍການປະຕິບັດພາລະກິດໃນຜູ້ຄົນ ແລະ ຂ້ຽນຕີພວກເຂົາ, ພຣະເຈົ້າໄດ້ເຮັດໃຫ້ການກະທຳຂອງພຣະອົງຊັດເຈນຜ່ານທາງພວກເຂົາ. ເພາະຜູ້ຄົນບໍ່ເຄີຍເຂົ້າໃຈວ່າໄດ້ມີການຂ້ຽນຕີໃນນໍ້າສຽງພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງບໍ່ເຄີຍມີການເຂົ້າສູ່ໃນຄວາມສຳນຶກຂອງພວກເຂົາ. ຜູ້ຄົນບໍ່ສາມາດສະແດງຄວາມເດັດດ່ຽວຂອງພວກເຂົາ ແລະ ສະນັ້ນ ພຣະເຈົ້າຈຶ່ງບໍ່ສາມາດເວົ້າຫຍັງໄດ້ຕໍ່ໜ້າຊາຕານ ແລະ ສິ່ງນີ້ກີດຂວາງພາລະກິດຂອງພຣະເຈົ້າບໍ່ໃຫ້ກ້າວໄປຂ້າງໜ້າ. ສະນັ້ນ ພຣະເຈົ້າເວົ້າວ່າ “ຄັ້ງໜຶ່ງເຮົາໄດ້ເຊີນມະນຸດມາເຮືອນຂອງເຮົາໃນຖານະແຂກ ແຕ່ເຂົາແລ່ນໄປບ່ອນນັ້ນ ແລະ ບ່ອນນີ້ຍ້ອນການຮຽກເອີ້ນຂອງເຮົາ ຄືກັບວ່າ ແທນທີ່ຈະເຊີນເຂົາໃນຖານະເປັນແຂກ ເຮົາໄດ້ນໍາເອົາເຂົາໄປສູ່ເດີ່ນປະຫານ. ສະນັ້ນ, ເຮືອນຂອງເຮົາຈຶ່ງຖືກປະໃຫ້ເປົ່າວ່າງ ເນື່ອງຈາກມະນຸດຫຼີກເວັ້ນເຮົາຕະຫຼອດ ແລະ ໄດ້ລະແວງເຮົາຢູ່ສະເໝີ. ສິ່ງນີ້ເຮັດໃຫ້ເຮົາບໍ່ມີຫົນທາງປະຕິບັດພາກສ່ວນຂອງພາລະກິດຂອງເຮົາ”. ມັນເປັນຍ້ອນຄວາມຜິດພາດຂອງມະນຸດທີ່ພຣະເຈົ້າໄດ້ວາງເງື່ອນໄຂຂອງພຣະອົງໃຫ້ກັບມະນຸດ. ມັນເປັນຍ້ອນຜູ້ຄົນລົ້ມເຫຼວທີ່ຈະເຮັດໃຫ້ຂັ້ນຕອນນີ້ຂອງພາລະກິດສໍາເລັດ, ພຣະເຈົ້າຈຶ່ງເພີ່ມຖ້ອຍຄໍາຕື່ມອີກ ເຊິ່ງນີ້ເປັນຖ້ອຍຄໍາທີ່ວ່າ “ອີກສ່ວນໜຶ່ງຂອງພາລະກິດໃນມະນຸດ” ທີ່ພຣະເຈົ້າກ່າວເຖິງ. ແຕ່ເຮົາຈະບໍ່ເວົ້າຍາວກ່ຽວກັບ “ການຈັບພວກເຂົາທັງໝົດດ້ວຍແຫອັນດຽວ” ທີ່ພຣະເຈົ້າກ່າວເຖິງ ຍ້ອນວ່າສິ່ງນີ້ບໍ່ມີບົດບາດຫຍັງເລີຍຕໍ່ພາລະກິດໃນປັດຈຸບັນ. ໂດຍທຳມະຊາດແລ້ວ, ໃນ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ພຣະທຳຫຼາຍຂໍ້ຂອງພຣະອົງຈັດການກັບມະນຸດ, ແຕ່ຜູ້ຄົນຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ເຈດຕະນາຂອງພຣະອົງແມ່ນດີຢູ່ສະເໝີ. ສາມາດເວົ້າໄດ້ວ່າ ຍ້ອນວິທີທາງທີ່ພຣະເຈົ້າກ່າວແມ່ນມີຫຼາກຫຼາຍວິທີ, ຜູ້ຄົນຈຶ່ຶງບໍ່ໝັ້ນໃຈຮ້ອຍເປີເຊັນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຊື່ອວ່າພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນຖືກກ່າວຍ້ອນຄວາມຈຳເປັນຂອງພາລະກິດຂອງພຣະອົງ ແລະ ປະກອບມີສ່ວນເລັກນ້ອຍທີ່ເປັນຈິງ. ນີ້ເຮັດໃຫ້ພວກເຂົາສັບສົນ ແລະ ຄິດໜັກຍ້ອນຄວາມຄິດຂອງພວກເຂົາ, ຍ້ອນວ່າ ໃນແນວຄິດຂອງພວກເຂົານັ້ນ ພຣະເຈົ້າແມ່ນມີສະຕິປັນຍາຫຼາຍ ແລະ, ດ້ວຍເຫດນັ້ນກໍຢູ່ເໜືອການຢັ່ງເຖິງຂອງພວກເຂົາແທ້ໆ, ມັນເປັນຄືກັບວ່າ ພວກເຂົາບໍ່ຮູ້ຈັກຫຍັງເລີຍ ແລະ ບໍ່ມີຄວາມຮູ້ໃດເລີຍກ່ຽວກັບວິທີກິນພຣະທຳຂອງພຣະເຈົ້າ. ຜູ້ຄົນເຮັດໃຫ້ພຣະທຳຂອງພຣະເຈົ້າເປັນນາມມະທຳ ແລະ ຊັບຊ້ອນ, ດັ່ງທີ່ພຣະເຈົ້າເວົ້າວ່າ “ຜູ້ຄົນປາຖະໜາທີ່ຈະເພີ່ມລົດຊາດໃສ່ໃນຖ້ອຍຄຳຂອງເຮົາຢູ່ສະເໝີ”. ຍ້ອນແນວຄວາມຄິດຂອງພວກເຂົາສັບສົນເກີນໄປ ແລະ ພຣະເຈົ້າ “ເກືອບບໍ່ສາມາດບັນລຸໄດ້”, ສ່ວນໜຶ່ງຂອງພຣະທຳຂອງພຣະເຈົ້າຈຶ່ງຖືກມະນຸດຈຳກັດໄວ້, ປ່ອຍໃຫ້ພຣະອົງບໍ່ມີທາງເລືອກ ນອກຈາກກ່າວໃນລັກສະນະກົງໄປກົງມາ. ເພາະການຮຽກຮ້ອງຈາກຜູ້ຄົນ “ສູງເກີນໄປ” ແລະ ຍ້ອນຈິນຕະນາການຂອງພວກເຂົາອຸດົມສົມບູນເກີນໄປ, ຄືກັບວ່າ ພວກເຂົາສາມາດຂ້າມສູ່ອານາຈັກຝ່າຍວິນຍານເພື່ອເບິ່ງການກະທຳຂອງຊາຕານໄດ້, ສິ່ງນີ້ໄດ້ຫຼຸດຜ່ອນພຣະທຳຂອງພຣະເຈົ້າ, ຍ້ອນຍິ່ງພຣະເຈົ້າເວົ້າຫຼາຍສໍ່າໃດ, ໜ້າຂອງຜູ້ຄົນກໍຍິ່ງເປັນທຸກຫຼາຍສໍ່ານັ້ນ. ເປັນຫຍັງພວກເຂົາຈຶ່ງບໍ່ເຊື່ອຟັງໂດຍງ່າຍດາຍ, ແທນທີ່ຈະຕຶກຕອງເຖິງຕອນຈົບຂອງພວກເຂົາ? ຜົນປະໂຫຍດໃນສິ່ງນີ້ມີຢູ່ໃສ?