ບົດທີ 31

ອຸປະນິໄສຂອງພຣະເຈົ້າແມ່ນຢູ່ໃນພຣະວັດຈະນະທັງໝົດຂອງພຣະເຈົ້າ ແຕ່ຫຼັກໆແລ້ວເລື່ອງລາວຂອງພຣະທໍາຂອງພຣະອົງແມ່ນກ່ຽວກັບການເປີດເຜີຍຄວາມກະບົດຂອງມະນຸດທຸກຄົນ ແລະ ການເປີດເຜີຍສິ່ງຕ່າງໆ ເຊັ່ນ: ຄວາມບໍ່ເຊື່ອຟັງ, ການຂັດຄໍາສັ່ງ, ຄວາມບໍ່ຍຸຕິທໍາ, ຄວາມບໍ່ຊອບທໍາ ແລະ ຄວາມບໍ່ສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ຈົນຄືກັບວ່າ ພຣະທໍາຂອງພຣະເຈົ້າແມ່ນໄດ້ໄປຮອດຈຸດທີ່ພຣະອົງຕ້ອງເວົ້າວ່າ ຮູຂົນທຸກຮູໃນຮ່າງກາຍຂອງຜູ້ຄົນແມ່ນມີການຕໍ່ຕ້ານພຣະເຈົ້າ, ແມ່ນແຕ່ເສັ້ນເລືອດຝອຍຂອງພວກເຂົາກໍຍັງມີການຂັດຂືນຕໍ່ພຣະເຈົ້າ. ຖ້າຜູ້ຄົນບໍ່ພະຍາຍາມກວດສອບສິ່ງເຫຼົ່ານີ້ ພວກເຂົາກໍຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນໄດ້ຈັກເທື່ອ ແລະ ຈະບໍ່ມີວັນທີ່ຈະປະຖິ້ມສິ່ງເຫຼົ່ານັ້ນ. ຖ້າຈະເວົ້າໄປແລ້ວ ເຊື້ອຮ້າຍທີ່ຕໍ່ຕ້ານພຣະເຈົ້າຈະແຜ່ລາມໃນຕົວພວກເຂົາ ແລະ ໃນທີ່ສຸດ ມັນກໍຈະເປັນຄືກັບວ່າ ຈຸລັງເມັດເລືອດຂາວຂອງພວກເຂົາໄດ້ກືນກິນຈຸລັງເມັດເລືອດແດງ ໂດຍປ່ອຍໃຫ້ຮ່າງກາຍທັງໝົດຂອງພວກເຂົາບໍ່ມີຈຸລັງເມັດເລືອດແດງເລີຍ; ສຸດທ້າຍ ພວກເຂົາກໍຈະຕາຍຍ້ອນໂລກມະເຮັງເມັດເລືອດຂາວ. ນີ້ແມ່ນສະພາບທີ່ແທ້ຈິງຂອງມະນຸດ ແລະ ບໍ່ມີໃຜສາມາດປະຕິເສດມັນໄດ້. ຍ້ອນເກີດຢູ່ໃນດິນແດນມັງກອນແດງທີ່ຍິ່ງໃຫຍ່ນອນຂົດຢູ່, ພາຍໃນແຕ່ລະຄົນແມ່ນມີສິ່ງໃດໜຶ່ງທີ່ເປັນແບບຢ່າງ ແລະ ຕົວຢ່າງຂອງພິດຂອງມັງກອນແດງທີ່ຍິ່ງໃຫຍ່. ສະນັ້ນ, ໃນຂັ້ນຕອນຂອງພາລະກິດນີ້ ເສັ້ນດ້າຍຫຼັກໃນພຣະທໍາຂອງພຣະເຈົ້າແມ່ນການຮູ້ຈັກຕົວເອງ, ການປະຕິເສດຕົວເອງ, ການປະຖິ້ມຕົວເອງ ແລະ ການຂ້າຕົວເອງ. ສາມາດເວົ້າໄດ້ວ່າ ນີ້ແມ່ນພາລະກິດຫຼັກຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ ແລະ ຂັ້ນຕອນຂອງພາລະກິດນີ້ແມ່ນລະອຽດ ແລະ ທົ່ວເຖິງທີ່ສຸດ ເຊິ່ງນີ້ສະແດງໃຫ້ເຫັນວ່າ ພຣະເຈົ້າກໍາລັງວາງແຜນ ເພື່ອເຮັດໃຫ້ຍຸກສິ້ນສຸດລົງ. ບໍ່ມີໃຜຄາດຄະເນສິ່ງນີ້ ແຕ່ໃນຂະນະດຽວກັນມັນກໍເປັນບາງສິ່ງທີ່ພວກເຂົາໄດ້ຄາດໄວ້ລ່ວງໜ້າແລ້ວໃນຄວາມຮູ້ສຶກຂອງພວກເຂົາ. ເຖິງວ່າພຣະເຈົ້າບໍ່ໄດ້ກ່າວຢ່າງຊັດເຈນ ແຕ່ຄວາມຮູ້ສຶກຂອງຜູ້ຄົນກໍໄວຫຼາຍ. ພວກເຂົາຮູ້ສຶກວ່າ ເວລາສັ້ນສະເໝີ. ເຮົາສາມາດເວົ້າວ່າ ຍິ່ງຜູ້ຄົນຮູ້ສຶກກັບສິ່ງນີ້ຫຼາຍສໍ່າໃດ ເຂົາກໍຍິ່ງມີຄວາມຮູ້ທີ່ຊັດເຈນຂຶ້ນກ່ຽວກັບຍຸກ. ມັນບໍ່ແມ່ນການເຫັນວ່າ ໂລກເປັນປົກກະຕິຢູ່ ແລະ ດ້ວຍເຫດນັ້ນ ຈຶ່ງໄດ້ປະຕິເສດພຣະທໍາຂອງພຣະເຈົ້າ; ກົງກັນຂ້າມ ມັນແມ່ນການຮູ້ເຖິງເນື້ອຫາຂອງພາລະກິດຂອງພຣະເຈົ້າຜ່ານທາງສິ່ງທີ່ມີຢູ່ພາຍໃນພາລະກິດຂອງພຣະເຈົ້າ. ສິ່ງນີ້ຖືກກໍານົດໂດຍນໍ້າສຽງຂອງພຣະທໍາຂອງພຣະເຈົ້າ. ມີຄວາມລັບໃນນໍ້າສຽງຂອງພຣະວັດຈະນະຂອງພຣະເຈົ້າ ເຊິ່ງບໍ່ມີໃຜຄົ້ນພົບ ແລະ ກໍເປັນທີ່ແນ່ນອນວ່າ ມັນຍັງແມ່ນສິ່ງທີ່ຍາກທີ່ສຸດສໍາລັບຜູ້ຄົນໃນການເຂົ້າສູ່. ຈຸດສໍາຄັນທີ່ວ່າ ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າກໍຄື ພວກເຂົາຍັງຄົງບໍ່ມີຄວາມຮູ້ກ່ຽວກັບນໍ້າສຽງທີ່ພຣະເຈົ້າກ່າວ ຖ້າພວກເຂົາຊໍານານກັບເຄັດລັບນີ້ ພວກເຂົາກໍຈະສາມາດມີຄວາມຮູ້ບາງຢ່າງກ່ຽວກັບພຣະທໍາຂອງພຣະເຈົ້າໄດ້. ພຣະທໍາຂອງພຣະເຈົ້າແມ່ນປະຕິບັດຕາມໜຶ່ງຫຼັກການຕະຫຼອດ ນັ້ນກໍຄື ການເຮັດໃຫ້ຜູ້ຄົນຮູ້ຈັກວ່າ ພຣະທໍາຂອງພຣະເຈົ້າແມ່ນທຸກສິ່ງ ແລະ ການແກ້ໄຂຄວາມລໍາບາກທັງໝົດຂອງມະນຸດຜ່ານພຣະທໍາຂອງພຣະເຈົ້າ. ຈາກມຸມມອງຂອງພຣະວິນຍານ ພຣະເຈົ້າເຮັດໃຫ້ການກະທໍາຂອງພຣະອົງທໍາມະດາ; ຈາກມຸມມອງຂອງມະນຸດ ພຣະອົງເປີດເຜີຍແນວຄິດຂອງຜູ້ຄົນ; ຈາກມູມມອງຂອງພຣະວິນຍານ ພຣະອົງເວົ້າວ່າ ມະນຸດບໍ່ສົນໃຈກັບຄວາມປະສົງຂອງພຣະອົງ ແລະ ຈາກມູມມອງຂອງມະນຸດ ພຣະອົງເວົ້າວ່າ ພຣະອົງໄດ້ຊີມລົດຊາດຫວານ, ສົ້ມ, ຂົມ ແລະ ຈັດຂອງປະສົບການຂອງມະນຸດ ແລະ ພຣະອົງສະເດັດມາໃນສາຍລົມ ແລະ ໄປກັບສາຍຝົນ, ພຣະອົງໄດ້ປະສົບກັບການຂົ່ມເຫັງຂອງຄອບຄົວ ແລະ ປະສົບກັບການຂຶ້ນ ແລະ ລົງຂອງຊີວິດ. ນີ້ແມ່ນພຣະທໍາທີ່ກ່າວອອກມາຈາກມຸມມອງທີ່ແຕກຕ່າງກັນ. ເມື່ອພຣະອົງເວົ້າກັບປະຊາຊົນຂອງພຣະເຈົ້າ ມັນກໍຄືກັບການທີ່ຜູ້ເບິ່ງແຍງຮັກສາເຮືອນໄດ້ຮ້າຍພວກຂ້າທາດ ຫຼື ຮູບແຕ້ມຕະຫຼົກ; ພຣະທໍາຂອງພຣະອົງເຮັດໃຫ້ຜູ້ຄົນໜ້າແດງ ໂດຍທີ່ບໍ່ມີບ່ອນລີ້ຈາກຄວາມອັບອາຍຂອງພວກເຂົາ ຄືກັບວ່າ ພວກເຂົາຖືກກັກຕົວໂດຍອໍານາດການປົກຄອງສັກດີນາຂອງລະບອບໃນອະດີດ ເພື່ອຮັບສາລະພາບພາຍໃຕ້ການທໍລະມານທີ່ທາລຸນ. ເມື່ອພຣະອົງເວົ້າກັບປະຊາຊົນຂອງພຣະເຈົ້າ, ພຣະເຈົ້າແມ່ນບໍ່ຖືກຈໍາກັດ ເຊັ່ນດຽວກັນກັບນັກຮຽນມະຫາວິທະຍາໄລ ທີ່ເປີດໂປງເລື່ອງເສຍຫາຍ ທີ່ຢູ່ພາຍໃນລັດຖະບານກາງ. ຖ້າພຣະທໍາທຸກຂໍ້ຂອງພຣະເຈົ້າເປັນການເຍາະເຍີ້ຍ, ສິ່ງເຫຼົ່ານັ້ນກໍຈະຍາກທີ່ຜູ້ຄົນຈະຍອມຮັບໄດ້; ສະນັ້ນ ພຣະທໍາທີ່ກ່າວໂດຍພຣະເຈົ້າຈຶ່ງກົງໄປກົງມາ; ບໍ່ມີສິ່ງທີ່ບໍ່ສໍາຄັນສໍາລັບມະນຸດ ແຕ່ຊີ້ໃຫ້ເຫັນສະພາບຕົວຈິງຂອງມະນຸດໂດຍກົງ ເຊິ່ງສະແດງໃຫ້ເຫັນວ່າ ຄວາມຮັກຂອງພຣະເຈົ້າຕໍ່ມະນຸດບໍ່ແມ່ນພຽງແຕ່ຄໍາເວົ້າ ແຕ່ມັນຄືຄວາມເປັນຈິງ. ເຖິງວ່າ ຜູ້ຄົນຈະຖືເອົາຄວາມແທ້ຈິງເປັນສິ່ງທີ່ມີຄ່າ ແຕ່ບໍ່ມີຄວາມແທ້ຈິງກ່ຽວກັບຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າເລີຍ. ນີ້ແມ່ນສິ່ງທີ່ມະນຸດຂາດ. ຖ້າຄວາມຮັກຂອງຜູ້ຄົນ ທີ່ມີຕໍ່ພຣະເຈົ້າບໍ່ມີຄວາມແທ້ຈິງ ແລ້ວທຸກສິ່ງທຸກຢ່າງກໍຈະວ່າງເປົ່າ ແລະ ເປັນພາບລວງຕາ ຄືກັບວ່າ ທຸກສິ່ງຈະຫາຍໄປເພາະສິ່ງນີ້. ຖ້າຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າເໜືອກວ່າຈັກກະວານ ແລ້ວສະຖານະ ແລະ ຕົວຕົນຂອງພວກເຂົາກໍຈະເປັນຈິງ ແລະ ບໍ່ວ່າງເປົ່າ ແລະ ແມ່ນແຕ່ພຣະທໍາເຫຼົ່ານີ້ ກໍຈະເປັນຈິງ ແລະ ບໍ່ວ່າງເປົ່າ ກໍຈະເປັນເຊັ່ນນັ້ນຄືກັນ. ເຈົ້າເຫັນສິ່ງນີ້ບໍ? ເຈົ້າເຫັນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດບໍ? ມະນຸດບໍ່ຄວນແຕ່ເພີດເພີນກັບຜົນປະໂຫຍດດ້ານສະຖານະເທົ່ານັ້ນ ແຕ່ຄວນດໍາລົງຊີວິດຕາມສະຖານະແທ້ຈິງ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກປະຊາຊົນຂອງພຣະເຈົ້າ ແລະ ຈາກມະນຸດທຸກຄົນ ແລະ ນີ້ບໍ່ແມ່ນພຽງທິດສະດີທີ່ຍິ່ງໃຫຍ່ທີ່ວ່າງເປົ່າເທົ່ານັ້ນ.

ເປັນຫຍັງພຣະເຈົ້າຈຶ່ງກ່າວວ່າ ພຣະທໍາປະເພດນີ້ແມ່ນ, “ຄືກັບວ່າ ທຸກສິ່ງທີ່ເຮົາເຮັດແມ່ນການພະຍາຍາມເຮັດໃຫ້ພວກເຂົາພໍໃຈ ເຊິ່ງດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ພວກເຂົາລັງກຽດການກະທໍາຂອງເຮົາສະເໝີ”? ເຈົ້າສາມາດເວົ້າໄດ້ບໍ ກ່ຽວກັບການສະແດງອອກທີ່ແທ້ຈິງ ຕໍ່ການກຽດຊັງພຣະເຈົ້າຂອງມະນຸດ? ໃນແນວຄິດຂອງຜູ້ຄົນ, ມະນຸດ ແລະ ພຣະເຈົ້າແມ່ນ “ມີຄວາມຮັກຢ່າງຫຼົງໄຫຼ” ແລະ ໃນປັດຈຸບັນ ການສະແຫວງຫາຂອງຜູ້ຄົນຕໍ່ພຣະທໍາຂອງພຣະເຈົ້າແມ່ນໄດ້ໄປຮອດຈຸດທີ່ວ່າ ພວກເຂົາປາດຖະໜາຢ່າງກະຕືລືລົ້ນທີ່ຈະກືນພຣະເຈົ້າດ້ວຍຄໍາດຽວ, ເຖິງຢ່າງໃດກໍຕາມ ພຣະເຈົ້າກໍໄດ້ກ່າວພຣະທໍາດັ່ງຕໍ່ໄປນີ້: “ມະນຸດກຽດຊັງເຮົາ. ເປັນຫຍັງຄວາມຮັກຂອງເຮົາຈຶ່ງຖືກຕອບແທນດ້ວຍຄວາມກຽດຊັງຂອງມະນຸດ?” ນີ້ບໍ່ແມ່ນແຫຼ່ງສະສົມຂອງແຮ່ທາດທີ່ຢູ່ພາຍໃນຜູ້ຄົນບໍ? ນີ້ບໍ່ແມ່ນສິ່ງທີ່ຄວນຖືກຂຸດອອກມາບໍ? ນີ້ແມ່ນຂໍ້ບົກຜ່ອງໃນການສະແຫວງຫາຂອງຜູ້ຄົນ; ມັນແມ່ນບັນຫາໃຫຍ່ທີ່ຄວນຖືກແກ້ໄຂ ແລະ ມັນແມ່ນໂຕສິງທີ່ຢືນຂວາງທາງແຫ່ງຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ ແລະ ເປັນສິ່ງທີ່ຕ້ອງກໍາຈັດອອກຈາກມະນຸດ. ນີ້ບໍ່ແມ່ນສິ່ງທີ່ຄວນເຮັດບໍ? ຍ້ອນວ່າ ຄືກັບໝູ ມະນຸດແມ່ນບໍ່ມີຄວາມຊົງຈໍາ ແລະ ປາດຖະໜາຄວາມສຸກຕະຫຼອດ, ພຣະເຈົ້າຈຶ່ງເອົາຢາແກ້ຄວາມຈໍາເສື່ອມໃຫ້ແກ່ມະນຸດ: ພຣະອົງກ່າວຫຼາຍຂຶ້ນ, ເວົ້າຫຼາຍຂຶ້ນ ແລະ ພຣະອົງດຶງຫູຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາຟັງຢູ່ໃກ້ໆ ແລະ ພຣະອົງເອົາເຄື່ອງຊ່ວຍຟັງໃຫ້ພວກເຂົາໃຊ້. ສໍາລັບພຣະທໍາບາງຂໍ້ຂອງພຣະອົງ, ການກ່າວພຽງຄັ້ງດຽວເທົ່ານັ້ນແມ່ນບໍ່ສາມາດແກ້ໄຂບັນຫາໄດ້; ສິ່ງເຫຼົ່ານັ້ນຈະຕ້ອງຖືກກ່າວຊໍ້າແລ້ວຊໍ້າອີກ ເນື່ອງຈາກວ່າ “ຜູ້ຄົນຈຶ່ງທົນທຸກກັບຄວາມຫຼົງລືມໃນຊີວິດຂອງພວກເຂົາຕະຫຼອດ ແລະ ມື້ຕ່າງໆໃນຊີວິດຂອງມະນຸດທຸກຄົນກໍຢູ່ໃນຄວາມສັບສົນ”. ດ້ວຍວິທີນີ້ ຜູ້ຄົນແມ່ນສາມາດຖືກຊ່ວຍໃຫ້ລອດພົ້ນຈາກສະພາບທີ່ “ພວກເຂົາອ່ານໃນຕອນທີ່ພວກເຂົາມີເວລາ, ຟັງໃນຕອນທີ່ພວກເຂົາວ່າງ ແລະ ປ່ອຍໃຫ້ພວກເຂົາຢູ່ລໍາພັງໃນຕອນທີ່ພວກເຂົາບໍ່ມີເວລາ; ຖ້າມີການກ່າວພຣະທໍາໃນມື້ນີ້ ພວກເຂົາກໍຈະໃຫ້ຄວາມສົນໃຈ ແຕ່ພວກເຂົາກໍຈະເອົາພຣະທໍາເຫຼົ່ານັ້ນປະໄວ້ເບື້ອງຫຼັງແນວຄິດຂອງພວກເຂົາ ຖ້າບໍ່ມີການກ່າວພຣະທໍາໃນມື້ອື່ນອີກ”. ສໍາລັບກ່ຽວກັບທໍາມະຊາດຂອງຜູ້ຄົນແລ້ວ, ຖ້າໃນປັດຈຸບັນ ພຣະເຈົ້າໄດ້ກ່າວເຖິງສະພາບທີ່ແທ້ຈິງຂອງພວກເຂົາ ແລະ ພວກເຂົາມີຄວາມຮູ້ຢ່າງທົ່ວເຖິງກ່ຽວກັບສິ່ງນັ້ນ ແລ້ວພວກເຂົາກໍຈະເຕັມໄປດ້ວຍຄວາມເສຍໃຈ ແຕ່ຫຼັງຈາກນັ້ນ ພວກເຂົາກໍຈະກັບໄປເຮັດຄືເກົ່າ, ປະຖິ້ມພຣະທໍາຂອງພຣະເຈົ້າໃຫ້ກັບສາຍລົມ ແລະ ເມື່ອຖືກເຕືອນເທົ່ານັ້ນ ກໍຈະເຮັດສິ່ງທີ່ກ່າວມາຂ້າງເທິງນັ້ນຄືນໃໝ່. ສະນັ້ນ, ເມື່ອເຈົ້າເຮັດພາລະກິດ ຫຼື ເວົ້າ, ຈົ່ງຢ່າລືມທາດແທ້ຂອງມະນຸດ; ມັນຈະເປັນສິ່ງທີ່ຜິດພາດ ທີ່ຈະປະຖິ້ມທາດແທ້ນີ້ໃນຂະນະທີ່ກໍາລັງເຮັດພາລະກິດ. ໃນການເຮັດພາລະກິດທັງໝົດ, ມັນມີຄວາມສໍາຄັນເປັນພິເສດ ທີ່ຈະກ່າວເຖິງແນວຄິດຂອງຜູ້ຄົນເວລາເຈົ້າເວົ້າ. ໂດຍສະເພາະແລ້ວ ເຈົ້າຄວນເພີ່ມຄວາມຢັ່ງຮູ້ຂອງຕົວເອງເຂົ້າໃນພຣະທໍາຂອງພຣະເຈົ້າ ແລະ ເວົ້າສິ່ງເຫຼົ່ານັ້ນ. ນີ້ແມ່ນເສັ້ນທາງໃນການສະໜອງໃຫ້ແກ່ຜູ້ຄົນ ແລະ ເຮັດໃຫ້ພວກເຂົາຮູ້ຈັກຕົວເອງ. ໃນການສະໜອງໃຫ້ແກ່ຜູ້ຄົນໂດຍອີງຕາມເນື້ອຫາໃນພຣະທໍາຂອງພຣະເຈົ້າ, ມັນຈະເປັນໄປໄດ້ ທີ່ຈະເຂົ້າໃຈສະພາບທີ່ແທ້ຈິງຂອງພວກເຂົາຢ່າງຫຼີກເວັ້ນບໍ່ໄດ້. ໃນພຣະທໍາຂອງພຣະເຈົ້າ ມັນພຽງພໍແລ້ວທີ່ຈະເຂົ້າໃຈສະພາບທີ່ແທ້ຈິງຂອງມະນຸດ ແລະ ດ້ວຍເຫດນັ້ນ ກໍຈະເປັນການສະໜອງໃຫ້ແກ່ພວກເຂົາ ແລະ ເພາະສະນັ້ນ ເຮົາຈຶ່ງຈະບໍ່ກ່າວພຣະທໍາຂອງພຣະເຈົ້າອີກ ໂດຍການຊີ້ໃຫ້ເຫັນວ່າ “ພຣະເຈົ້າໄດ້ຍອມຮັບຄໍາເຊີນແລ້ວ ທີ່ຈະໄປນັ່ງຢູ່ໂຕະງານລ້ຽງຢູ້ເທິງແຜ່ນດິນໂລກ”.

ກ່ອນນີ້: ບົດທີ 30

ຕໍ່ໄປ: ບົດທີ 32

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້