ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 4

ເພື່ອຢຸດທຸກຄົນບໍ່ໃຫ້ອວດດີ ແລະ ຕື່ນເຕັ້ນຈົນລືມໂຕ ຫຼັງຈາກການປ່ຽນແປງສະພາບຂອງພວກເຂົາຈາກລົບເປັນບວກ, ໃນບົດສຸດທ້າຍຂອງພຣະວັດຈະນະຂອງພຣະເຈົ້າ, ເມື່ອພຣະເຈົ້າໄດ້ກ່າວຄວາມຕ້ອງການສູງສຸດຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ ເຊິ່ງກໍຄື ເມື່ອພຣະເຈົ້າໄດ້ບອກຜູ້ຄົນ ກ່ຽວກັບຄວາມປະສົງຂອງພຣະອົງ ໃນຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງພຣະອົງ, ພຣະເຈົ້າແມ່ນໄດ້ມອບໂອກາດໃຫ້ພວກເຂົາໄຕ່ຕອງພຣະທໍາຂອງພຣະອົງ ເພື່ອຊ່ວຍໃຫ້ພວກເຂົາຕັດສິນໃຈ ເພື່ອຕອບສະໜອງຄວາມປະສົງຂອງພຣະເຈົ້າໃນເວລາສຸດທ້າຍ. ເມື່ອສະພາບການຂອງຜູ້ຄົນເປັນບວກ, ພຣະເຈົ້າກໍຈະເລີ່ມຖາມຜູ້ຄົນ ກ່ຽວກັບອີກດ້ານໜຶ່ງຂອງບັນຫາທັນທີ. ພຣະອົງຖາມຄໍາຖາມຕ່າງໆທີ່ເຮັດໃຫ້ຜູ້ຄົນຍາກທີ່ຈະຄິດຫາຄໍາຕອບໄດ້: “ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງພວກເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງພວກເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ?” ແລະ ອື່ນໆ. ໃນເຄິ່ງທໍາອິດຂອງວັກນີ້, ຍົກເວັ້ນການຕໍານິສອງຂໍ້ ນອກນັ້ນແມ່ນຄໍາຖາມທັງໝົດ . ໂດຍສະເພາະແລ້ວ “ພຣະວັດຈະນະຂອງເຮົາໄດ້ໂຈມຕີຈຸດອ່ອນຂອງພວກເຈົ້າຢູ່ບໍ?” ແມ່ນຄໍາຖາມທີ່ເໝາະສົມທີ່ສຸດ ແລະ ເຈາະຖຶກສິ່ງທີ່ເປັນຄວາມລັບທີ່ສຸດໃນສ່ວນເລິກຂອງຫົວໃຈຂອງຜູ້ຄົນຢ່າງແທ້ຈິງ ໂດຍເຮັດໃຫ້ພວກເຂົາຖາມຕົວເອງໂດຍບໍ່ຮູ້ສຶກຕົວວ່າ: ເຮົາຈົງຮັກພັກດີໃນຄວາມຮັກຂອງເຮົາທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງບໍ? ໃນໃຈຂອງພວກເຂົາແລ້ວ, ຜູ້ຄົນແມ່ນນຶກເຖິງປະສົບການໃນອະດີດຂອງພວກເຂົາໃນການຮັບໃຊ້ຢ່າງບໍ່ຮູ້ສຶກຕົວ: ພວກເຂົາຖືກຄອບງໍາໂດຍການໃຫ້ອະໄພຕົວເອງ, ການຄິດວ່າຕົວເອງເປັນຝ່າຍຖືກ, ການເຫັນຕົວເອງສໍາຄັນ, ການເຮັດໃຫ້ຕົວເອງພໍໃຈ, ການພໍໃຈໃນຕົວເອງ ແລະ ຄວາມພາກພູມໃຈ. ພວກເຂົາເປັນຄືກັບປາໂຕໃຫຍ່ທີ່ຖືກຕິດຢູ່ໃນແຫ ແລະ ຫຼັງຈາກຕົກເຂົ້າໄປຢູ່ໃນແຫເຫຼົ່ານີ້ ມັນກໍບໍ່ງ່າຍສໍາລັບພວກເຂົາທີ່ຈະເຮັດໃຫ້ຕົວເອົງເປັນອິດສະຫຼະໄດ້. ນອກຈາກນັ້ນ, ພວກເຂົາກໍບໍ່ໄດ້ຖືກຈໍາກັດເປັນປະຈໍາ, ພວກເຂົາມັກຫຼອກລວງຄວາມເປັນມະນຸດປົກກະຕິຂອງພຣະເຈົ້າ ແລະ ເຮັດໃຫ້ຕົວເອງໄດ້ທີໜຶ່ງໃນທຸກສິ່ງທີ່ພວກເຂົາເຮັດ. ກ່ອນຈະຖືກເອີ້ນວ່າເປັນ “ຜູ້ເຮັດການບໍລິການ” ພວກເຂົາແມ່ນຄ້າຍຄືກັບລູກເສືອທີ່ເກີດໃໝ່ ທີ່ເຕັມໄປດ້ວຍກໍາລັງ. ເຖິງແມ່ນວ່າ ພວກເຂົາຂ້ອນຂ້າງຈະສຸມຄວາມສົນໃຈຂອງພວກເຂົາໃສ່ກັບຊີວິດ ແຕ່ບາງຄັ້ງພວກເຂົາກໍເຮັດຢ່າງບໍ່ໄດ້ຕັ້ງໃຈ; ຄ້າຍຄືກັບຂ້າທາດ, ພວກເຂົາປະຕິບັດຕໍ່ພຣະເຈົ້າພໍເປັນພິທີ. ໃນຊ່ວງໄລຍະທີ່ຖືກເປີດເຜີຍໃນຖານະຜູ້ເຮັດການບໍລິການ, ພວກເຂົາມີຄວາມຄິດລົບ, ພວກເຂົາຕົກຢູ່ຂ້າງຫຼັງ, ພວກເຂົາເຕັມໄປດ້ວຍຄວາມໂສກເສົ້າ, ພວກເຂົາຈົ່ມກ່ຽວກັບພຣະເຈົ້າ, ພວກເຂົາເຮັດຄໍຕົກດ້ວຍຄວາມຜິດຫວັງ ແລະ ອື່ນໆ. ແຕ່ລະຂັ້ນຕອນຂອງເລື່ອງຕ່າງໆຂອງພວກເຂົາເອງທີ່ວິເສດ ແລະ ປະທັບໃຈແມ່ນຍັງເຫຼືອຢູ່ໃນຈິດໃຈຂອງພວກເຂົາ. ມັນຍິ່ງຍາກທີ່ພວກເຂົາຈະນອນ ແລະ ພວກເຂົາແມ່ນໃຊ້ເວລາໃນກາງເວັນດ້ວຍຄວາມມືດມົວ. ເບິ່ງຄືວ່າ ພວກເຂົາຖືກພຣະເຈົ້າກໍາຈັດເປັນຄັ້ງທີສອງ ໂດຍທີ່ຕົກລົງໄປໃນແດນມໍລະນະ ແລະ ບໍ່ສາມາດໜີອອກມາໄດ້. ເຖິງວ່າ ພຣະເຈົ້າບໍ່ໄດ້ເຮັດຫຍັງ ນອກເໜືອຈາກຕັ້ງຄໍາຖາມຍາກໆບາງຂໍ້ໃນວັກທໍາອິດ ແຕ່ຈົ່ງອ່ານຢ່າງຖີ່ຖ້ວນ, ສິ່ງເຫຼົ່ານັ້ນຈະສະແດງໃຫ້ເຫັນວ່າ ເປົ້າໝາຍຂອງພຣະເຈົ້າແມ່ນມີຫຼາຍກວ່າການຖາມຄໍາຖາມເຫຼົ່ານີ້ເພື່ອຜົນປະໂຫຍດຂອງຄໍາຖາມເທົ່ານັ້ນ; ສິ່ງເຫຼົ່ານັ້ນແມ່ນມີຄວາມໝາຍຢ່າງເລິກເຊິ່ງ ແລະ ຈໍາເປັນຕ້ອງໄດ້ຖືກອະທິບາຍຢ່າງລະອຽດຫຼາຍ.

ເປັນຫຍັງຄັ້ງໜຶ່ງພຣະເຈົ້າຈຶ່ງເວົ້າວ່າ ຄວາມຈິງແລ້ວ ປັດຈຸບັນກໍຄືປັດຈຸບັນ ແລະ ໃນເມື່ອມື້ວານນີ້ແມ່ນໄດ້ຜ່ານພົ້ນໄປແລ້ວ ມັນກໍບໍ່ມີປະໂຫຍດຫຍັງທີ່ຈະຄິດເຖິງຄວາມຫຼັງ ແຕ່ເນື່ອງຈາກປະໂຫຍກທໍາອິດໃນນີ້ ພຣະອົງຕັ້ງຄໍາຖາມກັບຜູ້ຄົນ ແລະ ເຮັດໃຫ້ພວກເຂົາຄິດເຖິງອະດີດບໍ? ລອງຄິດເບິ່ງ: ເປັນຫຍັງພຣະເຈົ້າຈຶ່ງຮຽກຮ້ອງບໍ່ໃຫ້ຜູ້ຄົນຍຶດຕິດຢູ່ກັບອະດີດ ແລະ ບໍ່ຄວນຄິດເຖິງມັນ? ພຣະທໍາຂອງພຣະເຈົ້າຈະຜິດໄດ້ບໍ? ແຫຼ່ງທີ່ມາຂອງພຣະທໍາເຫຼົ່ານີ້ຈະຜິດໄດ້ບໍ? ໂດຍທໍາມະຊາດແລ້ວ, ຜູ້ທີ່ບໍ່ສົນໃຈພຣະທໍາຂອງພຣະເຈົ້າຈະບໍ່ຖາມຄໍາຖາມທີ່ເລິກເຊິ່ງ. ແຕ່ໃນໄລຍະໜຶ່ງ ກໍບໍ່ຈໍາເປັນທີ່ຈະເວົ້າເຖິງສິ່ງນີ້. ກ່ອນອື່ນໝົດ, ຂໍໃຫ້ເຮົາອະທິບາຍຄໍາວ່າ “ເປັນຫຍັງ” ທີ່ຢູ່ຂ້າງເທິງກ່ອນ. ແນ່ນອນຢູ່ແລ້ວທີ່ທຸກຄົນຮູ້ວ່າ ພຣະເຈົ້າໄດ້ເວົ້າວ່າ ພຣະອົງບໍ່ກ່າວພຣະທໍາທີ່ໄຮ້ປະໂຫຍດ. ຖ້າພຣະທໍາຖືກກ່າວອອກຈາກປາກຂອງພຣະເຈົ້າ, ກໍຈະມີເປົ້າໝາຍ ແລະ ມີຄວາມໝາຍສໍາລັບພຣະທໍາເຫຼົ່ານັ້ນ ແລະ ເຈາະຈົງເຖິງແກ່ນແທ້ຂອງບັນຫາ. ຄວາມລົ້ມເຫຼວທີ່ຮ້າຍແຮງທີ່ສຸດຂອງຜູ້ຄົນແມ່ນຄວາມບໍ່ສາມາດຂອງພວກເຂົາ ໃນການປ່ຽນແປງວິທີທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ທໍາມະຊາດເກົ່າຂອງພວກເຂົາທີ່ຍາກທີ່ຈະແກ້ໄຂໄດ້. ເພື່ອອະນຸຍາດໃຫ້ທຸກຄົນຮູ້ຈັກຕົນເອງຢ່າງລະອຽດ ແລະ ຕາມຄວາມເປັນຈິງ, ກ່ອນອື່ນໝົດ ພຣະເຈົ້າຈະນໍາພາພວກເຂົາໃນການຄິດຫວນຄືນຫຼັງເຖິງອະດີດ ເພື່ອວ່າ ພວກເຂົາຈະສາມາດສະທ້ອນເບິ່ງຕົວເອງຢ່າງເລິກເຊິ່ງ ແລະ ດ້ວຍເຫດນັ້ນ ກໍຈະຮູ້ຈັກວ່າ ພຣະທໍາຂອງພຣະເຈົ້າແມ່ນບໍ່ເປົ່າວ່າງແມ່ນແຕ່ຂໍ້ດຽວ ແລະ ພຣະທໍາຂອງພຣະເຈົ້າທັງໝົດແມ່ນຖືກເຕີມເຕັມໃນຜູ້ຄົນທີ່ແຕກຕ່າງກັນ. ໃນອະດີດ, ວິທີທີ່ພຣະເຈົ້າໃຊ້ຈັດການກັບຜູ້ຄົນ ແມ່ນເຮັດໃຫ້ພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍໜຶ່ງ ແລະ ເຮັດໃຫ້ຄວາມຈິງໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າຈິງໃຈຂຶ້ນໜ້ອຍໜຶ່ງ. ຄໍາທີ່ວ່າ “ພຣະເຈົ້າ” ແມ່ນຄອບຄອງແຕ່ 0.1 ເປີເຊັນໃນຜູ້ຄົນ ແລະ ໃນຫົວໃຈຂອງພວກເຂົາ. ການບັນລຸຜົນໄດ້ເຖິງຂະໜາດນີ້ສະແດງໃຫ້ເຫັນວ່າ ພຣະເຈົ້າໄດ້ດໍາເນີນການຊ່ວຍເຫຼືອໃຫ້ລອດພົ້ນໃນຈໍານວນຢ່າງມະຫາສານ. ມັນຍຸຕິທໍາແລ້ວທີ່ຈະເວົ້າວ່າ ຜົນສໍາເລັດຂອງພຣະເຈົ້າໃນກຸ່ມຄົນດັ່ງກ່າວນີ້ຢ່າງໃຫຍ່ຫຼວງ ເຊິ່ງເປັນກຸ່ມທີ່ຖືກມັງກອນແດງທີ່ຍິ່ງໃຫຍ່ຂຸດຮີດ ແລະ ຖືກຊາຕານຄອບງໍາ ເຖິງຂັ້ນທີ່ພວກເຂົາບໍ່ກ້າເຮັດໃນສິ່ງທີ່ພວກເຂົາພໍໃຈ. ນັ້ນກໍຍ້ອນວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະຄອບຄອງໃຈຂອງຜູ້ຄົນທີ່ຖືກຊາຕານຄອບງໍາຢ່າງຮ້ອຍເປີເຊັນ. ເພື່ອເພີ່ມຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າໃນໄລຍະຂັ້ນຕອນຕໍ່ໄປ, ພຣະເຈົ້າແມ່ນໄດ້ສົມທຽບສະພາບການຕ່າງໆຂອງຜູ້ເຮັດການບໍລິການໃນອະດີດກັບປະຊາຊົນຂອງພຣະເຈົ້າໃນປັດຈຸບັນ ເຊິ່ງດ້ວຍເຫດນັ້ນ ກໍເປັນການສ້າງຄວາມແຕກຕ່າງຢ່າງຈະແຈ້ງ ທີ່ເພີ່ມຄວາມຮູ້ສຶກອັບອາຍຂອງຜູ້ຄົນ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ບໍ່ມີບ່ອນໃດໃຫ້ເຈົ້າເຊື່ອງຄວາມອັບອາຍຂອງເຈົ້າ”.

ດັ່ງນັ້ນ, ເປັນຫຍັງເຮົາຈຶ່ງເວົ້າວ່າ ພຣະເຈົ້າບໍ່ພຽງແຕ່ຖາມຄໍາຖາມເພື່ອປະໂຫຍດຂອງພວກມັນ? ການອ່ານຢ່າງລະອຽດແຕ່ຕົ້ນຈົນຈົບຈະສະແດງໃຫ້ເຫັນວ່າ ເຖິງຄໍາຖາມຕ່າງໆທີ່ຕັ້ງຂຶ້ນໂດຍພຣະເຈົ້າຂ້ອນຂ້າງຈະແຫຼມຄົມ ແຕ່ທຸກຄໍາຖາມເຫຼົ່ານັ້ນແມ່ນໝາຍເຖິງຂອບເຂດຂອງຄວາມຈົງຮັກພັກດີຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າ; ເວົ້າອີກຢ່າງໜຶ່ງກໍຄື ຄໍາຖາມເຫຼົ່ານັ້ນໝາຍເຖິງສະພາບຕົວຈິງຂອງຜູ້ຄົນ ທີ່ເປັນຕາເວດທະນາ ແລະ ຍາກທີ່ພວກເຂົາຈະເປີດອອກໄດ້. ຈາກສິ່ງນີ້ ແມ່ນສາມາດເຫັນໄດ້ວ່າ ວຸດທິພາວະຂອງຜູ້ຄົນແມ່ນມີຕໍ່າຫຼາຍ, ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນເບົາບາງຫຼາຍ ແລະ ຄວາມຈົງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະອົງກໍມີມົນທິນ ແລະ ບໍ່ບໍລິສຸດເຊັ່ນກັນ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ ເກືອບທຸກຄົນຕຶກເບັດຢູ່ນໍ້າຂຸ່ນ ແລະ ຢູ່ບ່ອນນັ້ນເພື່ອໃຫ້ໄດ້ຄົບຈໍານວນຄົນເທົ່ານັ້ນ. ເມື່ອພຣະເຈົ້າເວົ້້າວ່າ “ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ?” ຄວາມໝາຍທີ່ແທ້ຈິງຂອງພຣະທໍາເຫຼົ່ານີ້ກໍຄື ໃນທ່າມກາງທຸກຄົນ ແມ່ນບໍ່ມີໃຜທີ່ເໝາະສົມທີ່ຈະເປັນຄົນຂອງພຣະເຈົ້າ. ແຕ່ເພື່ອໃຫ້ບັນລຸຜົນທີ່ຍິ່ງໃຫຍ່ກວ່າ, ພຣະເຈົ້າແມ່ນໄດ້ໃຊ້ວິທີການຕັ້ງຄໍາຖາມ. ວິທີການນີ້ແມ່ນໄດ້ຜົນດີຫຼາຍກວ່າພຣະທໍາໃນອະດີດ ທີ່ໂຈມຕີ, ຟັນ ແລະ ຂ້າຜູ້ຄົນຢ່າງບໍ່ມີຄວາມປານີ ຈົນເຖິງຂັ້ນແທງຫົວໃຈຂອງພວກເຂົາ. ສົມມຸດພຣະເຈົ້າໄດ້ເວົ້າບາງຢ່າງທີ່ບໍ່ມ່ວນ ແລະ ບໍ່ເປັນຕາສົນໃຈໂດຍກົງເຊັ່ນ “ພວກເຈົ້າບໍ່ຈົງຮັກພັກດີຕໍ່ເຮົາ ແລະ ຄວາມຈົງຮັກພັກດີຂອງພວກເຈົ້າແມ່ນມີມົນທິນ ແລະ ເຮົາບໍ່ມີຫ້ອງທີ່ແນ່ນອນໃນຫົວໃຈຂອງພວກເຈົ້າ… ເຮົາຈະບໍ່ຈົ່ງບ່ອນໄວ້ໃຫ້ພວກເຈົ້າລີ້ຈາກຕົວພວກເຈົ້າເອງ ເນື່ອງຈາກວ່າ ບໍ່ມີຜູ້ໃດໃນບັນດາພວກເຈົ້າມີຄ່າພໍທີ່ຈະເປັນປະຊາຊົນຂອງເຮົາ”. ພວກເຈົ້າອາດຈະປຽບທຽບທັງສອງຢ່າງ: ເນື້ອຫາຂອງສິ່ງເຫຼົ່ານັ້ນແມ່ນຄືກັນ ແຕ່ນໍ້າສຽງຂອງແຕ່ລະອັນແມ່ນແຕກຕ່າງກັນ. ການນໍາໃຊ້ຄໍາຖາມແມ່ນມີປະສິດທິພາບຫຼາຍກວ່າ. ສະນັ້ນ, ພຣະເຈົ້າທີ່ມີສະຕິປັນຍາເປັນເລີດຈຶ່ງໄດ້ໃຊ້ນໍ້າສຽງທໍາອິດ ເຊິ່ງສະແດງໃຫ້ເຫັນຄວາມສາມາດທາງດ້ານສິລະປະໃນການເວົ້າຂອງພຣະອົງ. ມະນຸດບໍ່ສາມາດບັນລຸສິ່ງນີ້ໄດ້ ແລະ ຈຶ່ງບໍ່ເປັນທີ່ແປກໃຈທີ່ພຣະເຈົ້າຈະກ່າວວ່າ “ຜູ້ຄົນເປັນພຽງແຕ່ເຄື່ອງໃຊ້ທີ່ເຮົາໃຊ້, ສິ່ງດຽວທີ່ແຕກຕ່າງລະຫວ່າງສິ່ງເຫຼົ່ານັ້ນກໍຄື ບາງຢ່າງແມ່ນຕໍ່າຕ້ອຍ ແລະ ບາງຢ່າງແມ່ນມີຄ່າ”.

ຈົ່ງສືບຕໍ່ອ່ານ. ພຣະທໍາຂອງພຣະເຈົ້າມີຈໍານວນຫຼາຍ ແລະ ເພີ່ມຂຶ້ນຢ່າງວ່ອງໄວ ໂດຍບໍ່ຄ່ອຍໃຫ້ໂອກາດແກ່ຜູ້ຄົນໄດ້ຫາຍໃຈ ເນື່ອງຈາກວ່າ ພຣະເຈົ້າບໍ່ໄດ້ສ້າງຄວາມສະບາຍໃຫ້ກັບຜູ້ຄົນແມ່ນແຕ່ໜ້ອຍດຽວ. ເມື່ອຜູ້ຄົນຮູ້ສຶກເສຍໃຈທີ່ສຸດ ພຣະເຈົ້າກໍເຕືອນພວກເຂົາອີກຄັ້ງວ່າ: “ຖ້າພວກເຈົ້າບໍ່ຄໍານຶງເຖິງຄໍາຖາມຕ່າງໆຂ້າງເທິງນີ້ເລີຍ, ນີ້ກໍສະແດງໃຫ້ເຫັນວ່າ ເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ເຈົ້າຢູ່ບ່ອນນັ້ນເພື່ອສ້າງຈໍານວນຄົນໃຫ້ຄົບເທົ່ານັ້ນ ແລະ ເຖິງເວລາທີ່ເຮົາກໍານົດລ່ວງໜ້າ ເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມທີ່ເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຈະຖືກໂຈມຕີດ້ວຍໄພພິບັດໃນເວລາທີ່ຖືກກໍານົດໄວ້”. ໃນການອ່ານພຣະທໍາດັ່ງກ່າວ ຜູ້ຄົນບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດເຖິງເວລາທີ່ພວກເຂົາຖືກຖິ້ມລົງໃນຂຸມທີ່ເລິກທີ່ສຸດ: ເນື່ອງຈາກຖືກຂົ່ມຂູ່ຈາກໄພພິບັດ, ຖືກປົກຄອງໂດຍບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າ, ຈຸດຈົບຂອງພວກເຂົາແມ່ນລໍຖ້າພວກເຂົາ, ພວກເຂົາຮູ້ສຶກໂສກເສົ້າເປັນເວລາດົນນານ, ເສົ້າໃຈ, ກັງວົນໃຈ ແລະ ບໍ່ສາມາດເວົ້າກ່ຽວກັບຄວາມທຸກທໍລະມານທີ່ຢູ່ພາຍໃນໃຈຂອງພວກເຂົາໃຫ້ຜູ້ໃດຟັງ. ເມື່ອປຽບທຽບກັບສິ່ງນີ້ແລ້ວ, ມັນຈະດີກວ່າທີ່ເນື້ອໜັງຂອງພວກເຂົາຖືກກໍາຈັດໄປ… ເມື່ອຄິດເຊັ່ນນີ້ ພວກເຂົາກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກເສົ້າໃຈ. ເມື່ອຄິດເຖິງສິ່ງທີ່ພວກເຂົາເຄີຍເປັນໃນອະດີດ, ສິ່ງທີ່ພວກເຂົາເປັນໃນປັດຈຸບັນ ແລະ ພວກເຂົາຈະເປັນແນວໃດໃນອະນາຄົດ, ຄວາມໂສກເສົ້າກໍເພີ່ມຂຶ້ນໃນໃຈຂອງພວກເຂົາ, ພວກເຂົາເລີ່ມສັ່ນດ້ວຍຄວາມຢ້ານແບບບໍ່ຮູ້ສຶກຕົວ ແລະ ດ້ວຍເຫດນັ້ນ ພວກເຂົາກໍຍໍາເກງພຣະບັນຍັດແຫ່ງການບໍລິຫານຂອງພຣະເຈົ້າຫຼາຍຂຶ້ນ. ແຕ່ໃນຂະນະທີ່ພວກເຂົາຮູ້ວ່າ ຄໍາສັບທີ່ວ່າ “ປະຊາຊົນຂອງພຣະເຈົ້າ” ຍັງອາດຈະໝາຍເຖິງການເວົ້າ, ການຮ້ອງໂຮ່ດີໃຈຂອງພວກເຂົາ ກໍກາຍເປັນຄວາມເສົ້າໂສກເສຍໃຈທັນທີ. ພຣະເຈົ້າໄດ້ໃຊ້ຄວາມອ່ອນແອຂອງພວກເຂົາເພື່ອໂຈມຕີພວກເຂົາ ແລະ ໃນຈຸດນີ້ ພຣະອົງກໍເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ, ບັນດານຈິດໃຈຂອງຜູ້ຄົນຢ່າງຕໍ່ເນື່ອງ ແລະ ເພີ່ມຄວາມຮູ້ສຶກໃຫ້ແກ່ພວກເຂົາ ໃຫ້ພວກເຂົາຮູ້ສຶກວ່າ ພວກເຂົາບໍ່ສາມາດຢັ່ງເຖິງການກະທໍາຂອງພຣະເຈົ້າໄດ້, ບໍ່ສາມາດເອື້ອມເຖິງພຣະເຈົ້າ, ພຣະເຈົ້າສັກສິດ ແລະ ບໍລິສຸດ ແລະ ພວກເຂົາບໍ່ຄູ່ຄວນທີ່ຈະເປັນຄົນໜຶ່ງໃນບັນດາປະຊາຊົນຂອງພຣະເຈົ້າ. ດ້ວຍເຫດນີ້, ພວກເຂົາຈຶ່ງເພີ່ມທະວີຄູນຄວາມພະຍາຍາມຂອງພວກເຂົາ ເພື່ອປັບປຸງຕົວເອງ ແລະ ບໍ່ກ້າທີ່ຈະເປັນຄົນຍ່າງຕາມຫຼັງອີກຕໍ່ໄປ.

ຕໍ່ໄປກໍຄື ການສອນບົດຮຽນໃຫ້ແກ່ຜູ້ຄົນ ແລະ ເຮັດໃຫ້ພວກເຂົາຮູ້ຈັກຕົວເອງ, ເຄົາລົບບູຊາພຣະເຈົ້າ ແລະ ຍໍາເກງພຣະເຈົ້າ, ພຣະເຈົ້າຈຶ່ງເລີ່ມແຜນການໃໝ່ຂອງພຣະອົງ: “ຕັ້ງແຕ່ເວລາຂອງການຊົງສ້າງຈົນຮອດປັດຈຸບັນ, ຫຼາຍຄົນບໍ່ໄດ້ເຊື່ອຟັງພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກຂັບໄລ່ ແລະ ກໍາຈັດຈາກກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ, ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ ພວກເຂົາຍັງຈະຢູ່ພາຍໃຕ້ການລົງໂທດທີ່ທຸກທໍລະມານ. ຫຼາຍຄົນໄດ້ປະຕິບັດຕາມພຣະທໍາຂອງເຮົາ ແຕ່ພວກເຂົາໄດ້ຕໍ່ຕ້ານແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາ… ແລະ ບາງຄົນກໍ…” ສິ່ງເຫຼົ່ານີ້ແມ່ນຕົວຢ່າງແທ້ຈິງ. ໃນພຣະທໍາເຫຼົ່ານີ້, ພຣະເຈົ້າບໍ່ພຽງແຕ່ຕັກເຕືອນຢ່າງແທ້ຈິງແກ່ປະຊາຊົນຂອງພຣະເຈົ້າເທົ່ານັ້ນ ເພື່ອເຮັດໃຫ້ພວກເຂົາຮູ້ຈັກການກະທໍາຂອງພຣະເຈົ້າຕະຫຼອດຍຸກຕ່າງໆ ແຕ່ຍັງໃຫ້ຄໍາອະທິບາຍແບບອ້ອມຄ້ອມໃນບາງສ່ວນທີ່ກໍາລັງເກີດຂຶ້ນທາງໂລກວິນຍານ. ສິ່ງນີ້້ເຮັດໃຫ້ຜູ້ຄົນຮູ້ຈັກວ່າ ບໍ່ມີຫຍັງດີທີ່ສາມາດອອກມາຈາກຄວາມບໍ່ເຊື່ອຟັງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ສິ່ງເຫຼົ່ານັ້ນຈະກາຍເປັນຮອຍແປ້ວແຫ່ງຄວາມອັບອາຍຕະຫຼອດການ ແລະ ສິ່ງເຫຼົ່ານັ້ນຈະກາຍເປັນຕົວຕົນຂອງຊາຕານ ແລະ ຕົວຢ່າງຂອງຊາຕານ. ໃນໃຈຂອງພຣະເຈົ້າ, ຄວາມໝາຍໃນດ້ານນີ້ ແມ່ນມີຄວາມສໍາຄັນອັນດັບສອງ ເນື່ອງຈາກພຣະທໍາເຫຼົ່ານີ້ໄດ້ເຮັດໃຫ້ຜູ້ຄົນສັ່ນ ແລະ ເວົ້າຫຍັງບໍ່ຖືກ. ດ້ານດີຂອງສິ່ງນີ້ກໍຄື ໃນຂະນະທີ່ຜູ້ຄົນສັ່ນດ້ວຍຄວາມຢ້ານກົວ ພວກເຂົາຍັງໄດ້ເຂົ້າໃຈລາຍລະອຽດບາງຢ່າງກ່ຽວກັບໂລກວິນຍານ ແຕ່ມີແຕ່ບາງຢ່າງເທົ່ານັ້ນ ສະນັ້ນ ເຮົາຈຶ່ງຕ້ອງໄດ້ອະທິບາຍເພີ່ມເຕີມເລັກນ້ອຍ. ຈາກປະຕູໂຂງຂອງໂລກວິນຍານແມ່ນສາມາດເຫັນໄດ້ວ່າ ມີວິນຍານທຸກປະເພດ. ຢ່າງໃດກໍຕາມ, ບາງຄົນແມ່ນຢູ່ແດນມໍລະນາ, ບາງຄົນຢູ່ນາຮົກ, ບາງຄົນຢູ່ໃນທະເລສາບໄຟ ແລະ ບາງຄົນຢູ່ໃນຂຸມທີ່ເລິກທີ່ສຸດ. ເຮົາມີບາງຢ່າງທີ່ຢາກຈະເພີ່ມໃນນີ້. ເວົ້າແບບຜິວເຜີນກໍຄື ວິນຍານເຫຼົ່ານີ້ສາມາດຖືກແບ່ງອອກຕາມສະຖານທີ່ຂອງມັນ; ແຕ່ຢ່າງໃດກໍຕາມ, ຖ້າເວົ້າໂດຍສະເພາະກໍຄື ບາງຄົນແມ່ນຖືກຈັດການໂດຍການຂ້ຽນຕີຂອງພຣະເຈົ້າໂດຍກົງ ແລະ ບາງຄົນແມ່ນຢູ່ເປັນທາດໃຫ້ແກ່ຊາຕານ ເຊິ່ງຖືກພຣະເຈົ້າໃຊ້. ເວົ້າໃຫ້ຊັດເຈນກວ່ານີ້ກໍຄື ການຂ້ຽນຕີຂອງພວກເຂົາແມ່ນແຕກຕ່າງກັນ ແລະ ອີງຕາມຄວາມຮຸນແຮງຂອງສະຖານະການຂອງພວກເຂົາ. ໃນຈຸດນີ້, ເຮົາຂໍອະທິບາຍເພີ່ມເຕີມອີກເລັກນ້ອຍ. ຜູ້ທີ່ຖືກຂ້ຽນຕີໂດຍກົງໂດຍມືຂອງພຣະເຈົ້າແມ່ນບໍ່ມີວິນຍານຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ມີໂອກາດທີ່ຈະເກີດໃໝ່. ວິນຍານຕ່າງໆທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ ກໍຄືສັດຕູທີ່ພຣະເຈົ້າກ່າວເຖິງ ເມື່ອພຣະອົງເວົ້າວ່າ “ກາຍເປັນສັດຕູຂອງເຮົາ” ແມ່ນຕິດພັນກັບເລື່ອງຂອງແຜ່ນດິນໂລກ. ວິນຍານຮ້າຍທັງຫຼາຍທີ່ຢູ່ແຜ່ນດິນໂລກລ້ວນແລ້ວແຕ່ແມ່ນສັດຕູຂອງພຣະເຈົ້າ, ແມ່ນຜູ້ຮັບໃຊ້ຊາຕານ ແລະ ເຫດຜົນສໍາລັບການເປັນຢູ່[ກ] ຂອງພວກເຂົາ ກໍແມ່ນເພື່ອຊົດເຊີຍຕໍ່ການກະທໍາຂອງພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ “ຜູ້ຄົນເຫຼົ່ານີ້ບໍ່ພຽງແຕ່ຖືກຊາຕານຈັບກຸມຕົວເທົ່ານັ້ນ ແຕ່ໄດ້ກາຍເປັນຄົນບາບຕະຫຼອດການ ແລະ ກາຍເປັນສັດຕູຂອງເຮົາ ແລະ ພວກເຂົາກໍຕໍ່ຕ້ານເຮົາໂດຍກົງ”. ຫຼັງຈາກນັ້ນ ພຣະເຈົ້າໄດ້ບອກຜູ້ຄົນກ່ຽວກັບຈຸດຈົບຂອງວິນຍານປະເພດນີ້ວ່າ: “ຜູ້ຄົນດັ່ງກ່າວແມ່ນວັດຖຸປະສົງຂອງການພິພາກສາຢູ່ໃນຂັ້ນດຸເດືອດແຫ່ງການໂກດຮ້າຍຂອງເຮົາ”. ພຣະເຈົ້າຍັງຊີ້ແຈງສະພາບການໃນປັດຈຸບັນຂອງພວກເຂົາ: “ໃນປັດຈຸບັນ ພວກເຂົາຍັງຕາບອດ, ຍັງຢູ່ໃນຄຸກມືດໃຕ້ດິນ”.

ເພື່ອສະແດງໃຫ້ຜູ້ຄົນເຫັນເຖິງຄວາມຈິງຂອງພຣະທໍາຂອງພຣະເຈົ້າ, ພຣະເຈົ້າໄດ້ໃຊ້ຕົວຢ່າງແທ້ເພື່ອເປັນຫຼັກຖານ (ກໍລະນີຂອງໂປໂລທີ່ພຣະອົງກ່າວເຖິງ) ເພື່ອວ່າ ການຕັກເຕືອນຂອງພຣະອົງຈະເຮັດໃຫ້ຜູ້ຄົນປະທັບໃຈຢ່າງເລິກເຊິ່ງ. ເພື່ອຢຸດຜູ້ຄົນຈາກການປະຕິບັດດັ່ງທີ່ໄດ້ກ່າວໄວ້ໃນເລື່ອງຂອງໂປໂລ ແລະ ເພື່ອປ້ອງກັນບໍ່ໃຫ້ພວກເຂົາຄິດວ່າ ພວກເຂົາແມ່ນຜູ້ສັງເກດການ ແລະ ຍິ່ງໄປກວ່ານັ້ນ ກໍເພື່ອຢຸດພວກເຂົາຈາກການເວົ້າໂອ້ອວດໄປທົ່ວກ່ຽວກັບສິ່ງທີ່ເກີດຂຶ້ນພັນກວ່າປີມາແລ້ວ ທີ່ພວກເຂົາໄດ້ຮຽນຮູ້ຈາກພຣະເຈົ້າ, ພຣະເຈົ້າຈຶ່ງບໍ່ໄດ້ສົນໃຈກັບປະສົບການຂອງໂປໂລຕະຫຼອດຊີວິດຂອງລາວ. ກົງກັນຂ້າມ, ພຣະເຈົ້າສຸມໃສ່ຜົນທີ່ຕາມມາ ແລະ ຈຸດຈົບສໍາລັບໂປໂລ, ເຫດຜົນທີ່ວ່າ ເປັນຫຍັງໂປໂລຈຶ່ງຕໍ່ຕ້ານພຣະເຈົ້າ ແລະ ວິທີການລົງເອີຍຂອງໂປໂລດັ່ງທີ່ລາວໄດ້ລົງເອີຍ. ສິ່ງທີ່ພຣະເຈົ້າສຸມໃສ່ແມ່ນການເນັ້ນເຖິງການປະຕິເສດຂອງພຣະອົງ ຕໍ່ຄວາມຫວັງອັນສະຫງ່າງາມຂອງໂປໂລໃນຕອນສຸດທ້າຍ ແລະ ການເປີດເຜີຍສະຖານະການຂອງລາວໃນໂລກວິນຍານ: “ໂປໂລຖືກຂ້ຽນຕີໂດຍພຣະເຈົ້າໂດຍກົງ”. ຍ້ອນຜູ້ຄົນບໍ່ມີຄວາມຮູ້ສຶກ ແລະ ພວກເຂົາບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ເພີ່ມຄໍາອະທິບາຍ (ພາກຕໍ່ໄປຂອງພຣະວັດຈະນາ) ແລະ ເລີ່ມກ່າວເຖິງບັນຫາໃນດ້ານອື່ນໆ: “ໃຜກໍຕາມທີ່ຕໍ່ຕ້ານເຮົາ (ໂດຍບໍ່ພຽງແຕ່ຕໍ່ຕ້ານຕົວຕົນຂອງເຮົາທີ່ເປັນເນື້ອໜັງເທົ່ານັ້ນ ແຕ່ທີ່ສໍາຄັນໄປກວ່ານັ້ນແມ່ນຕໍ່ຕ້ານພຣະທໍາຂອງເຮົາ ແລະ ພຣະວິນຍານຂອງເຮົາ ນັ້ນກໍຄືຄວາມເປັນພຣະເຈົ້າຂອງເຮົາ) ແມ່ນໄດ້ຮັບການພິພາກສາຂອງເຮົາໃນເນື້ອໜັງຂອງພວກເຂົາ”. ຖ້າຈະເວົ້າແບບຜິວເຜີນ, ເຖິງແມ່ນວ່າ ພຣະທໍາເຫຼົ່ານີ້ຈະເບິ່ງຄືວ່າ ບໍ່ກ່ຽວຂ້ອງກັບສິ່ງທີ່ຢູ່ຂ້າງເທິງ ແລະ ບໍ່ປາກົດວ່າ ມີຄວາມສໍາພັນກັນລະຫວ່າງທັງສອງຢ່າງ ກໍຈົ່ງຢ່າຕົກໃຈໄປເລີຍ: ພຣະເຈົ້າມີເປົ້າໝາຍຂອງພຣະອົງເອງ; ພຣະທໍາທີ່ທໍາມະດາທີ່ວ່າ “ຕົວຢ່າງຂ້າງເທິງພິສູດວ່າ” ແມ່ນໄດ້ຮວມສອງບັນຫາທີ່ບໍ່ກ່ຽວຂ້ອງກັນໃຫ້ເຂົ້າກັນເອງ ເຊິ່ງເປັນຄວາມສະຫຼຽວສະຫຼາດຈາກພຣະທໍາຂອງພຣະເຈົ້າ. ສະນັ້ນ, ຜູ້ຄົນແມ່ນໄດ້ຮັບແສງສະຫວ່າງຜ່ານເລື່ອງຂອງໂປໂລ ແລະ ຍ້ອນຄວາມຕິດພັນລະຫວ່າງຂໍ້ຄວາມຂ້າງເທິງ ແລະ ຂ້າງລຸ່ມ ການສະແຫວງຫາຂອງພວກເຂົາໃນການຮູ້ຈັກພຣະເຈົ້າຈຶ່ງເພີ່ມຂຶ້ນຜ່ານບົດຮຽນຂອງໂປໂລ ເຊິ່ງນັ້ນຄືເຫດຜົນທີ່ພຣະເຈົ້າປາດຖາທີ່ຈະບັນລຸໃນການກ່າວພຣະທໍາເຫຼົ່ານັ້ນຢ່າງແນ່ນອນ. ຕໍ່ໄປ, ພຣະເຈົ້າຈະກ່າວພຣະທໍາບາງຂໍ້ ທີ່ໃຫ້ການຊ່ວຍເຫຼືອ ແລະ ປະທານແສງສະຫວ່າງແຫ່ງການເຂົ້າສູ່ຊີວິດຂອງຜູ້ຄົນ. ເຮົາບໍ່ຈໍາເປັນຕ້ອງເຂົ້າໄປໃນນັ້ນ. ເຈົ້າຈະຮູ້ສຶກວ່າ ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ເຂົ້າໃຈງ່າຍ. ຢ່າງໃດກໍຕາມ, ສິ່ງທີ່ເຮົາຕ້ອງອະທິບາຍແມ່ນໃນເວລາທີ່ພຣະເຈົ້າເວົ້າວ່າ “ໃນເວລາທີ່ເຮົາປະຕິບັດພາລະກິດໃນຮູບແບບຄວາມເປັນມະນຸດທໍາມະດາ, ຜູ້ຄົນສ່ວນໃຫຍ່ແມ່ນໄດ້ປະເມີນຕົວເອງຕໍ່ຄວາມໂກດຮ້າຍ ແລະ ລິດທານຸພາບຂອງເຮົາ ແລະ ໄດ້ຮູ້ຈັກກ່ຽວກັບສະຕິປັນຍາ ແລະ ອຸປະນິໄສຂອງເຮົາໜ້ອຍໜຶ່ງແລ້ວ. ໃນປັດຈຸບັນ, ເຮົາເວົ້າ ແລະ ກະທໍາໃນຮູບແບບຄວາມເປັນພຣະເຈົ້າໂດຍກົງ ແລະ ຍັງມີບາງຄົນທີ່ຈະເຫັນຄວາມໂກດຮ້າຍ ແລະ ການພິພາກສາຂອງເຮົາດ້ວຍສາຍຕາຂອງພວກເຂົາເອງ; ຍິ່ງໄປກວ່ານັ້ນ, ພາລະກິດຫຼັກຂອງຂັ້ນຕອນທີສອງຂອງຍຸກແຫ່ງການພິພາກສາ ແມ່ນເພື່ອເຮັດໃຫ້ປະຊາຊົນຂອງເຮົາທຸກຄົນຮູ້ຈັກການກະທໍາຂອງເຮົາໃນເນື້ອໜັງໂດຍກົງ ແລະ ເພື່ອເຮັດໃຫ້ພວກເຈົ້າທຸກຄົນເຫັນອຸປະນິໄສຂອງເຮົາໂດຍກົງ”. ພຣະທໍາບາງຂໍ້ເຫຼົ່ານີ້ຈົບສິ້ນພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດປົກກະຕິ ແລະ ເລີ່ມຂັ້ນຕອນທີສອງຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງການພິພາກສາຢ່າງເປັນທາງການ ເຊິ່ງຖືກດໍາເນີນໃນຮູບແບບຂອງຄວາມເປັນພຣະເຈົ້າ ແລະ ທໍານວາຍລ່ວງໜ້າເຖິງຈຸດຈົບຂອງບາງຄົນ. ໃນຈຸດນີ້, ມັນເໝາະສົມທີ່ຈະອະທິບາຍວ່າ ພຣະເຈົ້າບໍ່ໄດ້ບອກຜູ້ຄົນວ່າ ນີ້ແມ່ນຂັ້ນຕອນທີ່ສອງຂອງຍຸກແຫ່ງການພິພາກສາ ໃນເວລາທີ່ພວກເຂົາໄດ້ກາຍເປັນປະຊາຊົນຂອງພຣະເຈົ້າ. ກົງກັນຂ້າມ, ຫຼັງຈາກທີ່ບອກຜູ້ຄົນກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ເປົ້າໝາຍທີ່ພຣະເຈົ້າປາດຖະໜາທີ່ຈະບັນລຸໃນໄລຍະນີ້ ແລະ ກ່ຽວກັບບາດກ້າວສຸດທ້າຍຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ພຣະເຈົ້າຈຶ່ງອະທິບາຍວ່າ ນີ້ແມ່ນຂັ້ນຕອນທີ່ສອງຂອງຍຸກແຫ່ງການພິພາກສາ. ແນ່ນອນ ຍັງມີສະຕິປັນຍາຂອງພຣະເຈົ້າໃນສິ່ງນີ້ເຊັ່ນກັນ. ເມື່ອຜູ້ຄົນໄດ້ລຸກຂຶ້ນຈາກຕຽງຄົນເຈັບຂອງພວກເຂົາ, ສິ່ງດຽວທີ່ພວກເຂົາສົນໃຈແມ່ນພວກເຂົາຈະຕາຍ ຫຼື ບໍ່ ຫຼື ການເຈັບເປັນຂອງພວກເຂົາຈະສາມາດຫາຍດີ ຫຼື ບໍ່. ພວກເຂົາບໍ່ສົນໃຈວ່າ ພວກເຂົາຈະມີນໍ້າໜັກເພີ່ມຂຶ້ນ ຫຼື ພວກເຂົາຈະໃສ່ເຄື່ອງນຸ່ງທີ່ຕົນເອງມັກໄດ້ ຫຼື ບໍ່. ດັ່ງນັ້ນ, ເມື່ອຜູ້ຄົນເຊື່ອຢ່າງໝົດໃຈວ່າ ພວກເຂົາແມ່ນໜຶ່ງໃນບັນດາປະຊາຊົນຂອງພຣະເຈົ້າ ພຣະເຈົ້າຈຶ່ງຈະກ່າວເຖິງຄວາມຕ້ອງການຂອງພຣະອົງເທື່ອລະຂັ້ນຕອນ ແລະ ບອກຜູ້ຄົນວ່າ ໃນປັດຈຸບັນແມ່ນຍຸກໃດ. ນັ້ນກໍຍ້ອນວ່າ ຜູ້ຄົນມີພະລັງໃນການຕັ້ງໃຈກັບຂັ້ນຕອນຕ່າງໆຂອງການຄຸ້ມຄອງຂອງພຣະເຈົ້າໃນສອງສາມມື້ພາຍຫຼັງທີ່ພວກເຂົາໄດ້ເຊົາເຈັບເປັນເທົ່ານັ້ນ ແລະ ສະນັ້ນ ນີ້ກໍແມ່ນເວລາທີ່ເໝາະສົມທີ່ສຸດທີ່ຈະບອກພວກເຂົາ. ຫຼັງຈາກທີ່ຜູ້ຄົນໄດ້ເຂົ້າໃຈເທົ່ານັ້ນ ພວກເຂົາຈຶ່ງຈະເລີ່ມວິເຄາະ: ເນື່ອງຈາກນີ້ແມ່ນຂັ້ນຕອນທີ່ສອງຂອງຍຸກແຫ່ງການພິພາກສາ, ຄວາມຕ້ອງການຂອງພຣະເຈົ້າຈຶ່ງຈະເຂັ້ມງວດຂຶ້ນ ແລະ ເຮົາຈະກາຍເປັນປະຊາຊົນຂອງພຣະເຈົ້າອີກຄົນ. ມະນຸດບໍ່ສາມາດບັນລຸສິ່ງນີ້ໄດ້, ດັ່ງນັ້ນ ມັນຈຶ່ງເໝາະສົມທີ່ຈະວິເຄາະ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງນໍາໃຊ້ຫຼັກການນີ້ໃນການກ່າວ.

ເມື່ອຜູ້ຄົນເຂົ້າໃຈໜ້ອຍໜຶ່ງ, ພຣະເຈົ້າຈຶ່ງເຂົ້າໂລກວິນຍານອີກຄັ້ງ ເພື່ອເວົ້າ ແລະ ເພື່ອວ່າ ພວກເຂົາຈະຖືກໂຈມຕີອີກຄັ້ງ. ໃນລະຫວ່າງການຕັ້ງຄໍາຖາມດັ່ງກ່າວນີ້, ທຸກຄົນແມ່ນເກົາຫົວຂອງພວກເຂົາ, ສັບສົນ, ບໍ່ຮູ້ວ່າ ຈຸດຢືນຂອງພຣະເຈົ້າຢູ່ໃສ, ບໍ່ຮູ້ຈັກວ່າ ຄໍາຖາມໃດຂອງພຣະເຈົ້າທີ່ຈະຕ້ອງຕອບ ແລະ ຍິ່ງໄປກວ່ານັ້ນ ແມ່ນບໍ່ຮູ້ຈັກວ່າ ຈະໃຊ້ພາສາຫຍັງ ເພື່ອຕອບຄໍາຖາມຂອງພຣະເຈົ້າ. ຜູ້ຄົນສົງໄສວ່າ ສົມຄວນຫົວ ຫຼື ຮ້ອງໄຫ້ດີ. ສໍາລັບຜູ້ຄົນແລ້ວ, ພຣະທໍາເຫຼົ່ານີ້ແມ່ນເບິ່ງຄືກັບວ່າ ອາດຈະມີຄວາມລຶກລັບຢ່າງເລິກເຊິ່ງ ແຕ່ຄວາມຈິງແລ້ວ ແມ່ນກົງກັນຂ້າມທັງມວນ. ເຮົາຂໍເພີ່ມຄໍາອະທິບາຍເພີ່ມເຕີມເລັກນ້ອຍສໍາລັບເຈົ້າ; ມັນຈະເຮັດໃຫ້ສະໝອງຂອງເຈົ້າພັກຜ່ອນ, ເຈົ້າຈະຮູ້ສຶກ[ຂ] ວ່າມັນແມ່ນສິ່ງທີ່ທໍາມະດາ ທີ່ບໍ່ຈໍາເປັນຕ້ອງຄິດກ່ຽວກັບມັນຫຼາຍ. ທີ່ຈິງແລ້ວ, ເຖິງແມ່ນວ່າ ຈະມີພຣະທໍາຫຼາຍຂໍ້ກໍຕາມ ແຕ່ກໍມີເປົ້າໝາຍດຽວຂອງພຣະເຈົ້າເທົ່ານັ້ນ ຄື: ການໄດ້ຮັບຄວາມຈົງຮັກພັກດີຈາກຜູ້ຄົນຜ່ານຄໍາຖາມເຫຼົ່ານີ້. ແຕ່ມັນບໍ່ເໝາະສົມທີ່ຈະເວົ້າສິ່ງນີ້ໂດຍກົງ ສະນັ້ນພຣະເຈົ້າຈຶ່ງໃຊ້ຄໍາຖາມອີກຄັ້ງ. ຢ່າງໃດກໍຕາມ, ນໍ້າສຽງແມ່ນອ່ອນລົງເປັນພິເສດ ເຊິ່ງບໍ່ຄືກັບຕອນເລີ່ມຕົ້ນ. ເຖິງແມ່ນວ່າ ພວກເຂົາຈະຖືກພຣະເຈົ້າຖາມຄໍາຖາມ ແຕ່ຄວາມແຕກຕ່າງເຫຼົ່ານີ້ແມ່ນໄດ້ນໍາເອົາຄວາມສະບາຍໃຈມາສູ່ຜູ້ຄົນຫຼາຍພໍສົມຄວນ. ເຈົ້າຄວນອ່ານແຕ່ລະຄໍາຖາມຢ່າງລະອຽດ; ສິ່ງເຫຼົ່ານີ້ບໍ່ແມ່ນຖືກອ້າງອີງເຖິງເປັນປະຈໍາໃນອະດີດບໍ? ໃນຄໍາຖາມທໍາມະດາເລັກນ້ອຍເຫຼົ່ານີ້ ແມ່ນມີເນື້ອຫາທີ່ອຸດົມສົມບູນ. ບາງເນື້ອຫາແມ່ນບັນລະຍາຍເຖິງຈິດໃຈຂອງຜູ້ຄົນ: “ພວກເຈົ້າເຕັມໃຈທີ່ຈະມີຄວາມສຸກກັບຊີວິດເທິງແຜ່ນດິນໂລກ ເຊິ່ງຄ້າຍກັບຊີວິດທີ່ຢູ່ເທີງສະຫວັນບໍ?” ບາງເນື້ອຫາແມ່ນ “ຄໍາປະຕິຍານຂອງນັກຮົບ” ທີ່ຢູ່ຕໍ່ໜ້າພຣະເຈົ້າ: “ພວກເຈົ້າສາມາດຍອມໃຫ້ຕົວເອງຖືກເຮົາເຮັດໃຫ້ຕາຍ ແລະ ຖືກເຮົານໍາພາຄືກັນກັບໂຕແກະໄດ້ແທ້ບໍ?” ບາງເນື້ອຫາແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ: “ຖ້າເຮົາບໍ່ເວົ້າໂດຍກົງ ແລ້ວເຈົ້າຈະສາມາດປະຖິ້ມທຸກຢ່າງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຍອມໃຫ້ເຮົາໃຊ້ເຈົ້າຢູ່ບໍ? ນີ້ບໍ່ແມ່ນຄວາມເປັນຈິງທີ່ເຮົາຕ້ອງການບໍ? …” ຫຼື ແມ່ນຄໍາແນະນໍາ ແລະ ການຮັບປະກັນຂອງພຣະເຈົ້າສໍາລັບມະນຸດ: “ເຖິງຢ່າງໃດກໍຕາມ ເຮົາຮຽກຮ້ອງບໍ່ໃຫ້ພວກເຈົ້າປະເມີນດ້ວຍຄວາມສົງໄສ ແລະ ຂໍໃຫ້ພວກເຈົ້າເອົາໃຈໃສ່ໃນການເຂົ້າສູ່ຂອງພວກເຈົ້າ ແລະ ເຂົ້າໃຈແກ່ນແທ້ຂອງພຣະທໍາຂອງເຮົາ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ເຈົ້າເຂົ້າໃຈພຣະທໍາຂອງເຮົາຜິດ ແລະ ບໍ່ໃຫ້ມີຄວາມບໍ່ຊັດເຈນຕໍ່ຄວາມໝາຍຂອງເຮົາ ເຊິ່ງນັ້ນແມ່ນການລະເມີດຕໍ່ບົດບັນຍາດແຫ່ງການບໍລິຫານຂອງເຮົາ”. ສຸດທ້າຍ, ພຣະເຈົ້າກ່າວກ່ຽວກັບຄວາມຫວັງຂອງພຣະອົງທີ່ມີຕໍ່ມະນຸດດັ່ງນີ້: “ເຮົາຫວັງວ່າ ພວກເຈົ້າຈະເຂົ້າໃຈເຈດຕະນາໃນພຣະທໍາຂອງເຮົາທີ່ມີໄວ້ສໍາລັບພວກເຈົ້າ. ບໍ່ໃຫ້ຄິດເຖິງຄວາມຄາດຫວັງຂອງຕົວເອງອີກຕໍ່ໄປ ແລະ ຈົ່ງປະຕິບັດຕາມທີ່ພວກເຈົ້າໄດ້ຕົກລົງຢູ່ຕໍ່ໜ້າເຮົາ ເພື່ອເປັນການຍອມປະຕິບັດຕາມການປັ້ນແຕ່ງຂອງພຣະເຈົ້າໃນທຸກສິ່ງ”. ຄໍາຖາມສຸດທ້າຍແມ່ນມີຄວາມໝາຍຢ່າງເລິກເຊິ່ງ. ມັນບັນດານໃຫ້ມີຄວາມຄິດ, ມັນເຮັດໃຫ້ມີຄວາມປະທັບໃຈໃນຜູ້ຄົນ ແລະ ຍາກທີ່ຈະລືມໄດ້ ຍ້ອນວ່າ ມັນເປັນສຽງດັງກ້ອງກັງວານຢ່າງບໍ່ຢຸດຢັ້ງຄືກັບກະດິງທີ່ຫ້ອຍຢູ່ຫູຂອງພວກເຂົາ …

ຂ້າງເທິງນີ້ແມ່ນຄໍາອະທິບາຍກ່ຽວກັບພຣະທໍາບາງຂໍ້ເພື່ອໃຫ້ເຈົ້າໃຊ້ເປັນບ່ອນອີງ.

ໝາຍເຫດ:

ກ. ຕົ້ນສະບັບບໍ່ມີວະລີທີ່ວ່າ “ສໍາລັບການເປັນຢູ່”.

ຂ. ຕົ້ນສະບັບບໍ່ມີວະລີທີ່ວ່າ “ເຈົ້າຈະຮູ້ສຶກ”.

​ກ່ອນ​ນີ້ :ບົດທີ 3

ຕໍ່​ໄປ:ບົດທີ 5

ທ່ານອາດຈະຍັງມັກ