ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 3

ປັດຈຸບັນບໍ່ແມ່ນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງຄວາມເມດຕາ ແຕ່ແມ່ນຍຸກແຫ່ງອານາຈັກ ທີ່ປະຊາຊົນຂອງພຣະເຈົ້າຖືກເປີດເຜີຍ, ເປັນຍຸກທີ່ພຣະເຈົ້າເຮັດສິ່ງຕ່າງໆຜ່ານຄວາມເປັນພຣະເຈົ້າໂດຍກົງ. ດັ່ງນັ້ນ, ໃນບົດນີ້ ທີ່ກ່ຽວກັບພຣະທໍາຂອງພຣະເຈົ້າ, ພຣະເຈົ້າແມ່ນນໍາພາທຸກຄົນທີ່ຍອມຮັບພຣະທໍາຂອງພຣະອົງໃນໂລກແຫ່ງວິນຍານ. ໃນວັກຕົ້ນ, ພຣະອົງໄດ້ກະກຽມສິ່ງເຫຼົ່ານີ້ໄວ້ແລ້ວລ່ວງໜ້າ ແລະ ຖ້າຄົນເຮົາມີຄວາມຮູ້ກ່ຽວກັບພຣະທໍາຂອງພຣະເຈົ້າ, ພວກເຂົາກໍຈະນໍາຕາມເຄືອໄມ້ເພື່ອເອົາໝາກ ແລະ ຈະເຂົ້າໃຈເຖິງສິ່ງທີ່ພຣະເຈົ້າປາດຖະໜາທີ່ຈະບັນລຸໃນປະຊາຊົນຂອງພຣະອົງໂດຍກົງ. ໃນແຕ່ກ່ອນ, ຜູ້ຄົນຖືກທົດສອບຜ່ານຕໍາແໜ່ງ “ຜູ້ເຮັດການບໍລິການ” ແລະ ໃນປັດຈຸບັນ ພາຍຫຼັງທີ່ພວກເຂົາໄດ້ຮັບການທົດສອບ ການເຝິກອົບຮົມຂອງພວກເຂົາກໍໄດ້ເລີ່ມຂຶ້ນຢ່າງເປັນທາງການ. ນອກຈາກນັ້ນ, ຜູ້ຄົນຕ້ອງມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ ໂດຍອີງໃສ່ພື້ນຖານຂອງພຣະທໍາໃນອະດີດ ແລະ ຕ້ອງເບິ່ງພຣະທໍາ ແລະ ບຸກຄົນ ແລະ ພຣະວິນຍານ ແລະ ບຸກຄົນວ່າເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້ ໂດຍຖືວ່າ ເປັນປາກດຽວ, ຫົວໃຈດຽວ, ການກະທໍາດຽວ ແລະ ແຫຼ່ງທີ່ມາດຽວກັນ. ເງື່ອນໄຂເຫຼົ່ານີ້ແມ່ນເງື່ອນໄຂສູ່ງສຸດທີ່ພຣະເຈົ້າໄດ້ສ້າງຂຶ້ນໃຫ້ແກ່ມະນຸດນັບແຕ່ການຊົງສ້າງ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ພຣະເຈົ້າປາດຖະໜາທີ່ຈະໃຊ້ພາກສ່ວນໜຶ່ງຂອງຄວາມພະຍາຍາມຂອງພຣະອົງເພື່ອປະຊາຊົນຂອງພຣະອົງ, ພຣະອົງປາດຖະໜາສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃນຕົວຂອງພວກເຂົາ ແລະ ທີ່ສໍາຄັນໄປກວ່ານັ້ນກໍຄື ພຣະອົງປາດຖະໜາທີ່ຈະເຮັດໃຫ້ທຸກຄົນເຊື່ອຟັງພາລະກິດ ແລະ ພຣະທໍາທັງໝົດຂອງພຣະເຈົ້າ. ໃນດ້ານໜຶ່ງ, ພຣະເຈົ້າເອງແມ່ນຍຶດໝັ້ນຕໍ່ການເປັນພະຍານຂອງພຣະອົງ ແລະ ໃນອີກດ້ານ ພຣະອົງກໍສ້າງເງື່ອນໄຂຂອງປະຊາຊົນຂອງພຣະອົງ ແລະ ໄດ້ອອກພຣະດໍາລັດຂອງພຣະເຈົ້າໂດຍກົງໃຫ້ແກ່ມວນຊົນ: ສະນັ້ນ, ເນື່ອງຈາກພວກເຈົ້າຖືກເອີ້ນວ່າ ປະຊາຊົນຂອງເຮົາ, ສິ່ງຕ່າງໆຈຶ່ງບໍ່ຄືເກົ່າຕາມທີ່ເຄີຍເປັນ; ພວກເຈົ້າຄວນຟັງ ແລະ ເຊື່ອຟັງພຣະວັດຈະນະຂອງພຣະວິນຍານຂອງເຮົາ, ຕິດຕາມພາລະກິດຂອງເຮົາຢ່າງໃກ້ຊິດ ແລະ ອາດບໍ່ແຍກພຣະວິນຍານ ແລະ ເນື້ອໜັງຂອງເຮົາອອກຈາກກັນ ເພາະວ່າ ໂດຍທໍາມະຊາດແລ້ວ ພວກເຮົາແມ່ນໜຶ່ງດຽວ ແລະ ບໍ່ໄດ້ແຍກຈາກກັນ. ໃນສິ່ງນີ້ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນລະເລີຍຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ຈຶ່ງຂໍເນັ້ນອີກຄັ້ງວ່າ “ຍ້ອນພວກເຮົາແມ່ນໜຶ່ງດຽວແຕ່ກໍາເນີດ ແລະ ບໍ່ໄດ້ແຍກກັນ”; ເພາະວ່າການລະເລີຍດັ່ງກ່າວແມ່ນຄວາມລົ້ມເຫຼວຂອງມະນຸດ, ສິ່ງນີ້ຈຶ່ງຖືກລະບຸເຂົ້າໃນບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າອີກຄັ້ງ. ຕໍ່ມາ ພຣະເຈົ້າແຈ້ງຜູ້ຄົນກ່ຽວກັບຜົນທີ່ຕາມມາຂອງການລະເມີດພຣະບັດຍັດແຫ່ງການບໍລິຫານຂອງພຣະເຈົ້າຢ່າງເປີດເຜີຍ ໂດຍກ່າວວ່າ “ພວກເຂົາຈະທົນທຸກກັບການສູນເສຍ ແລະ ຈະສາມາດດື່ມໄດແຕ່ຈາກຈອກທີ່ຂົມຂື່ນຂອງພວກເຂົາເທົ່ານັ້ນ”. ຍ້ອນວ່າ ມະນຸດອ່ອນແອ, ຫຼັງຈາກທີ່ໄດ້ຍິນພຣະທໍາເຫຼົ່ານີ້ແລ້ວ ເຂົາຈຶ່ງບໍ່ສາມາດຊ່ວຍໄດ້ ນອກຈາກລະວັງພຣະເຈົ້າທີ່ຢູ່ໃນໃຈຂອງເຂົາຍ້ອນ “ຈອກທີ່ຂົມຂື່ນ” ແມ່ນພຽງພໍທີ່ຈະເຮັດໃຫ້ຜູ້ຄົນໄຕ່ຕອງໜ້ອຍໜຶ່ງ. ຜູ້ຄົນມີຄໍານິຍາມຫຼາຍກ່ຽວກັບ “ຈອກທີ່ຂົມຂື່ນ” ນີ້ທີ່ພຣະເຈົ້າກ່າວວ່າ: ການຖືກພຣະທໍາພິພາກສາ ຫຼື ຖືກຂັບໄລ່ອອກຈາກອານາຈັກ ຫຼື ການຖືກແຍກອອກເປັນໄລຍະເວລາໜຶ່ງ ຫຼື ການທີ່ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຖືກວິນຍານຊົ່ວຮ້າຍຄອບງໍາ ຫຼື ການຖືກພຣະວິນຍານຂອງພຣະເຈົ້າປະຖິ້ມ ຫຼື ການທີ່ເນື້ອໜັງຂອງມະນຸດຖືກກໍາຈັດ ແລະ ສົ່ງໄປຍັງແດນມໍລະນະ. ການນິຍາມເຫຼົ່ານີ້ແມ່ນສິ່ງທີ່ສະໝອງຂອງຜູ້ຄົນສາມາດຄິດໄດ້ ແລະ ດ້ວຍເຫດນັ້ນ ໃນຈິນຕະນາການຂອງພວກເຂົາ ຜູ້ຄົນຈຶ່ງບໍ່ສາມາດໄປໄກກວ່າສິ່ງເຫຼົ່ານີ້. ແຕ່ຄວາມຄິດຂອງພຣະເຈົ້າແມ່ນບໍ່ຄືກັບຄວາມຄິດຂອງມະນຸດ; ໝາຍຄວາມວ່າ “ຈອກທີ່ຂົມຂື່ນ” ບໍ່ໄດ້ໝາຍເຖິງສິ່ງໃດໜຶ່ງທີ່ຢູ່ຂ້າງເທິງ ແຕ່ໝາຍເຖິງຂອບເຂດຂອງຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າພາຍຫຼັງທີ່ໄດ້ຮັບການຈັດການຂອງພຣະເຈົ້າ. ເວົ້າໃຫ້ຊັດເຈນກວ່ານີ້ກໍຄື, ເມື່ອບາງຄົນແຍກພຣະວິນຍານຂອງພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າໂດຍອໍາເພີໃຈ ຫຼື ແຍກພຣະທໍາ ແລະ ຄົນ ຫຼື ພຣະວິນຍານ ແລະ ເນື້ອໜັງ ທີ່ພຣະອົງໃຊ້ຫໍ່ຫຸ້ມຕົວເອງ, ຄົນດັ່ງກ່າວນີ້ແມ່ນພຽງແຕ່ບໍ່ສາມາດຮູ້ຈັກພຣະເຈົ້າໃນພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງມີຄວາມສົງໄສກ່ຽວກັບພຣະເຈົ້າ, ດ້ວຍເຫດນັ້ນ ພວກເຂົາຈຶ່ງຕາບອດໃນທຸກດ້ານ. ມັນບໍ່ແມ່ນຄືດັ່ງທີ່ຜູ້ຄົນໄດ້ຈິນຕະນາການໄວ້ວ່າ ພວກເຂົາຖືກຕັດຂາດໂດຍກົງ; ກົງກັນຂ້າມ ພວກເຂົາໄດ້ຕົກໄປສູ່ການຂ້ຽນຕີຂອງພຣະເຈົ້າເທື່ອລະໜ້ອຍ ເຊິ່ງຖ້າຈະເວົ້າໄປແລ້ວ ພວກເຂົາແມ່ນຕົກສູ່ຄວາມພິນາດຢ່າງໃຫຍ່ຫຼວງ ແລະ ບໍ່ມີໃຜສາມາດເຂົ້າກັບພວກເຂົາໄດ້ ຄືກັບວ່າ ພວກເຂົາຖືກວິນຍານຊົ່ວຮ້າຍຄອບງໍາ ແລະ ຄືກັບວ່າ ພວກເຂົາເປັນແມງວັນຫົວຂາດທີ່ບິນຕໍາໄປທົ່ວທຸກບ່ອນ. ເຖິງຢ່າງນັ້ນກໍຕາມ ພວກເຂົາກໍຍັງບໍ່ສາມາດບິນໜີໄປໄດ້. ໃນໃຈຂອງພວກເຂົາ, ສິ່ງຕ່າງໆແມ່ນຍາກທີ່ຈະບັນຍາຍ ຄືກັບວ່າ ມີຄວາມທຸກທໍລະມານຢູ່ໃນໃຈຂອງພວກເຂົາທີ່ບໍ່ສາມາດບັນຍາຍໄດ້ ແຕ່ພວກເຂົາກໍບໍ່ຍອມເປີດປາກຂອງພວກເຂົາ ແລະ ໃຊ້ເວລາໝົດມື້ຢູ່ກັບຄວາມມົວໝອງ, ບໍ່ສາມາດສໍາຜັດເຖິງພຣະເຈົ້າໄດ້. ຍ້ອນພາຍໃຕ້ສະຖານະການເຫຼົ່ານີ້ ບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າຈຶ່ງໄດ້ຂົ່ມຂູ່ພວກເຂົາ ເພື່ອວ່າ ພວກເຂົາຈະບໍ່ກ້າໜີອອກຈາກຄຣິສຕະຈັກ ເຖິງວ່າຈະບໍ່ມີຄວາມສຸກກໍຕາມ. ນີ້ແມ່ນສິ່ງທີ່ເອີ້ນວ່າ “ການໂຈມຕີພາຍໃນ ແລະ ພາຍນອກ” ແລະ ຍາກຫຼາຍທີ່ຜູ້ຄົນຈະທົນໄດ້. ສິ່ງທີ່ຖືກກ່າວຢູ່ນີ້ແມ່ນແຕກຕ່າງຈາກແນວຄວາມຄິດຂອງຜູ້ຄົນ ແລະ ນັ້ນກໍເພາະວ່າ ພາຍໃຕ້ສະຖານະການເຫຼົ່ານັ້ນ ພວກເຂົາຍັງຮູ້ຈັກສະແຫວງຫາພຣະເຈົ້າ ແລະ ສິ່ງນີ້ເກີດຂຶ້ນ ເມື່ອພຣະເຈົ້າຫັນຫຼັງຂອງພຣະອົງໃສ່ພວກເຂົາ ແລະ ສໍາຄັນໄປກວ່ານັ້ນກໍຄື ພວກເຂົາບໍ່ສາມາດສໍາຜັດເຖິງພຣະເຈົ້າໄດ້ທັງໝົດຄືກັບຜູ້ທີ່ມີຄວາມເຊື່ອ. ພຣະເຈົ້າບໍ່ຊ່ວຍຄົນດັ່ງກ່າວໂດຍກົງ; ເມື່ອຈອກທີ່ຂົມຂື່ນຂອງພວກເຂົາວ່າງເປົ່າ, ນັ້ນຄືເວລາທີ່ຍຸກສຸດທ້າຍໄດ້ມາເຖິງ. ແຕ່ໃນຂະນະນີ້ ພວກເຂົາຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າ ໂດຍປາດຖະໜາທີ່ຈະມີຄວາມສຸກອີກພຽງເລັກນ້ອຍ ແຕ່ໃນເວລານີ້ແມ່ນແຕກຕ່າງຈາກໃນອະດີດ ນອກຈາກວ່າ ຈະມີສະພາບການທີ່ພິເສດ.

ຈາກສິ່ງນີ້ ພຣະເຈົ້າຍັງອະທິບາຍດ້ານບວກໃຫ້ແກ່ທຸກຄົນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບຊີວິດອີກຄັ້ງ ເນື່ອງຈາກວ່າ ໃນອະດີດ ພຣະເຈົ້າໄດ້ກ່າວໄວ້ວ່າ ຜູ້ບໍລິການແມ່ນບໍ່ມີຊິວິດ ແຕ່ໃນປັດຈຸບັນ ພຣະເຈົ້າໄດ້ເວົ້າຢ່າງກະທັນຫັນກ່ຽວກັບ “ຊີວິດທີ່ມີຢູ່ພາຍໃນ”. ເມື່ອມີການເວົ້າກ່ຽວກັບຊີວິດເທົ່ານັ້ນ ຜູ້ຄົນຈຶ່ງຈະຮູ້ຈັກວ່າ ຍັງສາມາດມີຊີວິດຂອງພຣະເຈົ້າຢູ່ພາຍໃນພວກເຂົາ. ດ້ວຍວິທີນີ້, ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າຈຶ່ງຈະເພີ່ມຂຶ້ນຫຼາຍເທົ່າ ແລະ ພວກເຂົາຈະໄດ້ຮັບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ. ສະນັ້ນ, ຫຼັງຈາກໄດ້ຍຶດໝັ້ນກັບພຣະທໍາເຫຼົ່ານີ້, ທຸກຄົນກໍໄດ້ສໍານຶກເຖິງຄວາມຜິດພາດໃນອະດີດຂອງພວກເຂົາ ແລະ ຫຼັ່ງນໍ້າຕາດ້ວຍຄວາມສໍານຶກຜິດຢ່າງລັບໆ. ເຊັ່ນກັນ ຄົນສ່ວນໃຫຍ່ກໍຕັດສິນໃຈຢ່າງງຽບໆວ່າ ພວກເຂົາຕ້ອງເຮັດໃຫ້ພຣະເຈົ້າພໍໃຈ. ບາງຄັ້ງ ພຣະທໍາຂອງພຣະເຈົ້າແມ່ນໄດ້ແທງເຂົ້າໃນສ່ວນເລິກສຸດຂອງຫົວໃຈຂອງຜູ້ຄົນ ໂດຍເຮັດໃຫ້ຜູ້ຄົນຍາກທີ່ຈະສາມາດຍອມຮັບເອົາສິ່ງເຫຼົ່ານັ້ນ ແລະ ເຮັດໃຫ້ຜູ້ຄົນຍາກທີ່ຈະມີຄວາມສັນຕິສຸກໄດ້. ບາງຄັ້ງ ພຣະທໍາຂອງພຣະເຈົ້າແມ່ນມີຄວາມຈິງໃຈ ແລະ ຈິງຈັງ ແລະ ເຮັດໃຫ້ໃຈຂອງຜູ້ຄົນອົບອຸ່ນ ຈົນກະທັ້ງວ່າ ຫຼັງຈາກທີ່ຜູ້ຄົນໄດ້ອ່ານພຣະທໍາເຫຼົ່ານັ້ນ ມັນກໍຄ້າຍຄືກັບຕອນທີ່ລູກແກະເຫັນແມ່ຂອງມັນອີກຄັ້ງຫຼັງຈາກທີ່ໄດ້ຫຼົງທາງເປັນເວລາຫຼາຍປີ. ຕາຂອງພວກເຂົາແມ່ນເຕັມໄປດ້ວຍນໍ້າຕາ, ພວກເຂົາຝ່າຟັນດ້ວຍຄວາມເສຍໃຈ ແລະ ພວກເຂົາປາດຖະໜາຢ່າງແຮງກ້າທີ່ຈະໂດດເຂົ້າໄປສູ່ອ້ອມກອດຂອງພຣະເຈົ້າ, ຮ້ອງໄຫ້ດ້ວຍຄວາມໂສກເສົ້າເສຍໃຈ, ລະບາຍຄວາມເຈັບປວດທີ່ບໍ່ສາມາດບັນຍາຍໄດ້ ທີ່ຢູ່ໃນໃຈຂອງພວກເຂົາເປັນເວລາຫຼາຍປີອອກມາ ເພື່ອສະແດງຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າ. ເນື່ອງຈາກການທົດສອບເປັນເວລາຫຼາຍເດືອນ, ພວກເຂົາຈຶ່ງມີຄວາມອ່ອນໄຫວເກີນໄປ ຄືກັບວ່າ ພວກເຂົາຫາກໍທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ຄືກັບຄົນເຈັບທີ່ຊ່ວຍຕົນເອງບໍ່ໄດ້ທີ່ນອນຕິດຕຽງເປັນເວລາຫຼາຍປີ. ເພື່ອເຮັດໃຫ້ພວກເຂົາໝັ້ນໃຈກັບຄວາມເຊື່ອຂອງພວກເຂົາໃນພຣະທໍາຂອງພຣະເຈົ້າ, ຫຼາຍຄັ້ງ ພຣະເຈົ້າຈຶ່ງໄດ້ເນັ້ນກ່າວໃນສິ່ງຕໍ່ໄປນີ້: “ເພື່ອໃຫ້ຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາດໍາເນີນໄປໄດ້ດີ ໂດຍທີ່ບໍ່ມີສິ່ງກີດຂວາງ ເຮົາຈຶ່ງໄດ້ນໍາໃຊ້ຄວາມບໍລິສຸດຂອງພຣະທໍາ ເພື່ອທົດສອບທຸກຄົນທີ່ຢູ່ໃນເຮືອນຂອງເຮົາ”. ໃນນີ້ ພຣະເຈົ້າກ່າວວ່າ “ທົດສອບທຸກຄົນທີ່ຢູ່ໃນເຮືອນຂອງເຮົາ”; ການອ່ານພຣະທໍາເຫຼົ່ານີ້ຢ່າງລະອຽດບອກໃຫ້ຮູ້ວ່າ ເມື່ອຜູ້ຄົນສະແດງຕົນເປັນຜູ້ບໍລິການ ພວກເຂົາກໍຍັງເປັນຄົນທີ່ຢູ່ພາຍໃນເຮືອນຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະທໍາເຫຼົ່ານີ້ແມ່ນເນັ້ນເຖິງຄວາມເປັນຈິງຂອງພຣະເຈົ້າຕໍ່ຕໍ່າແໜ່ງ “ປະຊາຊົນຂອງພຣະເຈົ້າ” ໂດຍເຮັດໃຫ້ພວກເຂົາເບົາໃຈຂຶ້ນ. ແລ້ວເປັນຫຍັງພຣະເຈົ້າຈຶ່ງຊີ້ໃຫ້ເຫັນຊໍ້າແລ້ວຊໍ້າອີກເຖິງການສະແດງອອກທັງຫຼາຍໃນຜູ້ຄົນຫຼັງຈາກທີ່ພວກເຂົາໄດ້ອ່ານພຣະທໍາຂອງພຣະເຈົ້າ ຫຼື ເມື່ອ “ປະຊາຊົນຂອງພຣະເຈົ້າ” ຍັງບໍ່ຖືກເປີດເຜີຍ? ມັນບໍ່ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຈົ້າແມ່ນພຣະເຈົ້າ ທີ່ເບິ່ງເລິກເຂົ້າໄປໃນໃຈຂອງມະນຸດບໍ? ນີ້ແມ່ນສ່ວນໜຶ່ງຂອງເຫດຜົນ ແລະ ໃນນີ້ ມັນແມ່ນຄວາມສໍາຄັນໃນລໍາດັບທີສອງເທົ່ານັ້ນ. ພຣະເຈົ້າເຮັດເຊັ່ນນັ້ນ ເພື່ອເຮັດໃຫ້ທຸກຄົນໝັ້ນໃຈຢ່າງເຕັມທີ່, ເພື່ອວ່າ ຈາກພຣະທໍາຂອງພຣະເຈົ້າ ທຸກຄົນອາດຈະຮູ້ກ່ຽວກັບຄວາມຂາດຕົກບົກຜ່ອງຂອງພວກເຂົາເອງ ແລະ ຮູ້ກ່ຽວກັບຄວາມຂາດເຂີນໃນຊີວິດຜ່ານມາຂອງພວກເຂົາ ແລະ ສໍາຄັນໄປກວ່ານັ້ນ ກໍແມ່ນເພື່ອວາງພື້ນຖານສໍາລັບຂັ້ນຕອນຕໍ່ໄປຂອງພາລະກິດ. ຜູ້ຄົນສາມາດພະຍາຍາມຮູ້ຈັກພຣະເຈົ້າ ແລະ ສະແຫວງຫາເພື່ອເຮັດຕາມແບບຢ່າງຂອງພຣະເຈົ້າ ໂດຍອີງໃສ່ພື້ນຖານຂອງການຮູ້ຈັກພວກເຂົາເອງ. ຍ້ອນພຣະທໍາເຫຼົ່ານີ້, ຜູ້ຄົນຈຶ່ງປ່ຽນແປງຈາກການເປັນຜູ້ທີ່ມີຄວາມຄິດລົບ ແລະ ບໍ່ຫ້າວຫັນ ມາເປັນຜູ້ທີ່ມີຄວາມຄິດບວກ ແລະ ເປັນຜູ້ຫ້າວຫັນ ແລະ ນີ້ໄດ້ປູກຮາກຖານສໍາລັບພາກທີສອງຂອງພາລະກິດຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ການມີຂັ້ນຕອນຂອງພາລະກິດນີ້ເປັນພື້ນຖານ, ພາກທີສອງຂອງພາລະກິດຂອງພຣະເຈົ້າຈຶ່ງໄດ້ກາຍເປັນສິ່ງທີ່ເຮັດໄດ້ງ່າຍຂຶ້ນ ໂດຍໃຊ້ຄວາມພະຍາຍາມພຽງໜ້ອຍດຽວ. ສະນັ້ນ, ເມື່ອຜູ້ຄົນກໍາຈັດຄວາມໂສກເສົ້າພາຍໃນໃຈຂອງພວກເຂົາ ແລະ ກາຍເປັນຜູ້ທີ່ມີຄວາມຄິດບວກ ແລະ ເປັນຜູ້ທີ່ຫ້າວຫັນ, ພຣະເຈົ້າແມ່ນໃຊ້ໂອກາດນີ້ໃຫ້ຄຸ້ມຄ່າ ເພື່ອສ້າງເງື່ອນໄຂອື່ນສໍາລັບປະຊາຊົນຂອງພຣະອົງ: “ພຣະທໍາຂອງເຮົາຖືກປ່ອຍອອກ ແລະ ຖືກສະແດງອອກມາໃນເວລາ ຫຼື ສະຖານທີ່ໃດກໍໄດ້ ແລະ ເຊັ່ນດຽວກັນນັ້ນ ພວກເຈົ້າກໍຄວນຮູ້ຈັກຕົວເອງໃນທຸກເວລາທີ່ຢູ່ຕໍ່ໜ້າເຮົາ. ຢ່າງໃດກໍຕາມ ເປັນເພາະວ່າ ປັດຈຸບັນບໍ່ຄືກັບສິ່ງທີ່ມາກ່ອນໜ້ານັ້ນ ແລະ ເຈົ້າບໍ່ສາມາດເຮັດສິ່ງໃດທີ່ເຈົ້າປາດຖະໜາໃຫ້ສໍາເລັດອີກຕໍ່ໄປ. ກົງກັນຂ້າມ, ພາຍໃຕ້ການຊີ້ນໍາຂອງພຣະທໍາຂອງເຮົາ ເຈົ້າຕ້ອງມີຄວາມສາມາດເອົາຊະນະຮ່າງກາຍຂອງເຈົ້າ, ເຈົ້າຕ້ອງໃຊ້ພຣະທໍາຂອງເຮົາເປັນຫຼັກສໍາຄັນ ແລະ ບໍ່ຕ້ອງກະທໍາການໂດຍບໍ່ລະມັດລະວັງ”. ໃນນີ້, ພຣະເຈົ້າສ່ວນໃຫຍ່ແມ່ນເນັ້ນ “ພຣະທໍາຂອງເຮົາ”; ເຊັ່ນກັນ ໃນອະດີດພຣະອົງກໍໄດ້ອີງໃສ່ “ພຣະທໍາຂອງເຮົາ” ຫຼາຍຄັ້ງ ແລະ ດ້ວຍເຫດນັ້ນ ແຕ່ລະຄົນຈຶ່ງບໍ່ສາມາດຊ່ວຍຫຍັງໄດ້ ນອກຈາກຫັນຄວາມສົນໃຈຂອງພວກເຂົາໃສ່ສິ່ງນີ້. ສະນັ້ນ, ຈຶ່ງບົ່ງບອກເຖິງແກ່ນແທ້ຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະເຈົ້າ: ທຸກຄົນຈະຫັນຄວາມສົນໃຈຂອງພວກເຂົາໄປໃສ່ພຣະທໍາຂອງພຣະເຈົ້າ ແລະ ອາດບໍ່ມີຄວາມຮັກອື່ນໃດອີກ. ທຸກຄົນຕ້ອງຖະໜອມພຣະທໍາທີ່ກ່າວອອກຈາກປາກຂອງພຣະເຈົ້າ ແລະ ບໍ່ຫຼິ້ນກັບພຣະທໍາເຫຼົ່ານັ້ນ ແລະ ດ້ວຍເຫດນັ້ນ ສະພາບການກ່ອນໜ້ານັ້ນໃນຄຣິສຕະຈັກກໍຈະສິ້ນສຸດລົງ ໃນເມື່ອຄົນໜຶ່ງອ່ານພຣະທໍາຂອງພຣະເຈົ້າ ແລະ ຫຼາຍຄົນມັກຈະເວົ້າວ່າ ອາເມນ ແລະ ກໍໃຫ້ຄວາມເຊື່ອຟັງ. ໃນເວລານັ້ນ ຜູ້ຄົນແມ່ນບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ ແຕ່ໃຊ້ພຣະທໍາເຫຼົ່ານັ້ນເປັນອາວຸດເພື່ອປ້ອງກັນຕົວເອງ. ເພື່ອປ່ຽນແປງສິ່ງນີ້, ພຣະເຈົ້າຈຶ່ງໄດ້ສ້າງຄວາມຮຽກຮ້ອງໃໝ່ ແລະ ສູງກວ່າເກົ່າເທິງແຜ່ນດິນໂລກໃຫ້ແກ່ມະນຸດ. ເພື່ອຢຸດຜູ້ຄົນຈາກການເປັນຜູ້ທີ່ມີຄວາມຄິດລົບ ແລະ ບໍ່ຫ້າວຫັນ ຫຼັງຈາກເຫັນມາດຕະຖານທີ່ສູງກວ່າເກົ່າ ແລະ ເງື່ອນໄຂທີ່ເຂັ້ມງວດຂອງພຣະເຈົ້າ, ພຣະເຈົ້າກໍໄດ້ຊຸກຍູ້ຜູ້ຄົນຫຼາຍຄັ້ງໂດຍກ່າວວ່າ: “ເນື່ອງຈາກສິ່ງຕ່າງໆໄດ້ມາໄກຈົນຮອດປັດຈຸບັນ, ພວກເຈົ້າບໍ່ຈໍາເປັນຕ້ອງຮູ້ສຶກເສົ້າ ແລະ ເສຍໃຈຫຼາຍ ກ່ຽວກັບການກະທໍາ ແລະ ການປະຕິບັດຂອງພວກເຈົ້າໃນອະດີດ. ຄວາມມີໃຈເອື້ອເຟື້ອເພື່ອແພ່ຂອງເຮົາແມ່ນບໍ່ມີຂອບເຂດຄືກັບທະເລ ແລະ ທ້ອງຟ້າ. ເປັນໄປໄດ້ບໍ ທີ່ຂອບເຂດຂອງການກະທໍາ ແລະ ຄວາມຮູ້ຂອງມະນຸດກ່ຽວກັບເຮົາ ແມ່ນເປັນສິ່ງທີ່ເຮົາບໍ່ຄຸ້ນເຄີຍຄືກັບຫຼັງມືຂອງເຮົາ?” ພຣະທໍາທີ່ຈິງຈັງ ແລະ ຈິງໃຈເຫຼົ່ານີ້ໄດ້ເປີດແນວຄິດຂອງຜູ້ຄົນຢ່າງກະທັນຫັນ ແລະ ທັນທີທັນໃດ ກໍນໍາພາພວກເຂົາອອກຈາກຄວາມໝົດຫວັງໄປສູ່ຄວາມຮັກຕໍ່ພຣະເຈົ້າ, ໄປສູ່ຄວາມຄິດບວກ ແລະ ຄວາມຫ້າວຫັນ ເພາະວ່າ ພຣະເຈົ້າເວົ້າໂດຍຍຶດເອົາຄວາມອ່ອນແອພາຍໃນໃຈຂອງຜູ້ຄົນ. ຖ້າບໍ່ຮູ້ຈັກສິ່ງນີ້, ຜູ້ຄົນກໍຈະຮູ້ສຶກອັບອາຍຕະຫຼອດເມື່ອຢູ່ຕໍ່ໜ້າພຣະເຈົ້າ ຍ້ອນການກະທໍາໃນອະດີດຂອງພວກເຂົາ ແລະ ພວກເຂົາຈະສະແດງຄວາມສໍານຶກຜິດຊໍ້າແລ້ວຊໍ້າອີກ. ສະນັ້ນ, ພຣະເຈົ້າຈຶ່ງເປີດເຜີຍພຣະທໍາເຫຼົ່ານີ້ ໂດຍສະເພາະແບບທໍາມະຊາດ ແລະ ແບບປົກກະຕິ ເພື່ອວ່າ ຜູ້ຄົນຈະບໍ່ຮູ້ສຶກວ່າ ພຣະທໍາຂອງພຣະເຈົ້າແມ່ນແຂງກະດ້າງ ແລະ ບໍ່ມີຊີວິດຊີວາ ແຕ່ທັງສອງຢ່າງແມ່ນມີຄວາມເຂັ້ມແຂງ ແລະ ຄວາມອ່ອນໂຍນ ແລະ ແຈ່ມໃສ ແລະ ຄ້າຍຄືກັບຊີວິດຈິງ.

ຈາກການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ຈັດແຈງທຸກສິ່ງຢ່າງງຽບໆສໍາລັບມະນຸດຈາກໂລກແຫ່ງວິນຍານ ແລະ ບໍ່ເຄີຍພັນລະນາເຖິງຄວາມຈິງຂອງໂລກແຫ່ງວິນຍານໃຫ້ກັບມະນຸດ. ແຕ່ໃນປັດຈຸບັນ ພຣະເຈົ້າໄດ້ອະທິບາຍກ່ຽວກັບການຕໍ່ສູ້ທີ່ຮຸນແຮງພາຍໃນສິ່ງນີ້ຢ່າງກະທັນຫັນ ເຊິ່ງໂດຍທໍາມະຊາດແລ້ວ ແມ່ນປະໃຫ້ຜູ້ຄົນສັບສົນ ເຊິ່ງເພີ່ມຄວາມຮູ້ສຶກຂອງພວກເຂົາທີ່ວ່າ ພຣະເຈົ້າມີຄວາມເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ເຮັດໃຫ້ພວກເຂົາຊອກຫາແຫຼ່ງທີ່ມາຂອງພຣະທໍາຂອງພຣະເຈົ້າໄດ້ຍາກຂຶ້ນກວ່າເກົ່າ. ສາມາດເວົ້າໄດ້ວ່າ ສະພາບແຫ່ງການຕໍ່ສູ້ຂອງໂລກແຫ່ງວິນຍານໄດ້ນໍາເອົາທຸກຄົນເຂົ້າມາຢູ່ໃນວິນຍານ. ນີ້ແມ່ນພາກສ່ວນສໍາຄັນທໍາອິດຂອງພາລະກິດໃນອະນາຄົດ ແລະ ເປັນເຄື່ອງໝາຍບົ່ງບອກວ່າ ຜູ້ຄົນອາດເຂົ້າສູ່ໂລກວິນຍານ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະເຈົ້າແມ່ນແນໃສ່ຈິດໃຈເປັນຫຼັກ, ເປົ້າໝາຍຫຼັກເພື່ອມອບຄວາມຮູ້ທີ່ຍິ່ງໃຫຍ່ໃຫ້ແກ່ຜູ້ຄົນ ກ່ຽວກັບການກະທໍາທີ່ມະຫັດສະຈັນຂອງພຣະວິນຍານຂອງພຣະເຈົ້າພາຍໃນເນື້ອໜັງ, ແລ້ວໃນທີ່ສຸດ ກໍມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມໂງ່ຈ້າຂອງຊາຕານ ແລະ ທໍາມະຊາດຂອງຊາຕານໃຫ້ແກ່ທຸກຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ເຖິງແມ່ນວ່າ ພວກເຂົາບໍ່ໄດ້ເກີດໃນໂລກວິນຍານ ແຕ່ພວກເຂົາກໍຮູ້ສຶກຄືກັບວ່າ ພວກເຂົາໄດ້ເຫັນຊາຕານ ແລະ ເມື່ອພວກເຂົາມີຄວາມຮູ້ສຶກນີ້ ພຣະເຈົ້າກໍປ່ຽນເປັນວິທີການເວົ້າແບບອື່ນທັນທີ ແລະ ເມື່ອຜູ້ຄົນໄດ້ຮັບວິທີຄິດແບບນີ້ ພຣະເຈົ້າກໍຖາມວ່າ: “ເປັນຫຍັງເຮົາຈຶ່ງຕ້ອງເຝິກອົບຮົມພວກເຈົ້າຢ່າງຮີບດ່ວນ? ເປັນຫຍັງເຮົາຈຶ່ງບອກຄວາມຈິງແກ່ພວກເຈົ້າກ່ຽວກັບໂລກວິນຍານ? ເປັນຫຍັງເຮົາຈຶ່ງເຕືອນ ແລະ ແນະນໍາພວກເຈົ້າຊໍ້າແລ້ວຊໍ້າອີກ?” ແລະ ອື່ນໆ ເຊິ່ງເປັນຄໍາຖາມທີ່ກໍ່ໃຫ່ເກີດຫຼາຍຄໍາຖາມໃນສະໝອງຂອງຜູ້ຄົນ: ເປັນຫຍັງພຣະເຈົ້າຈຶ່ງເວົ້າໃນນໍ້າສຽງນີ້? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບເລື່ອງຂອງໂລກແຫ່ງວິນຍານ ແລະ ບໍ່ກ່ຽວກັບຄວາມຕ້ອງການຂອງພຣະອົງທີ່ມີຕໍ່ຜູ້ຄົນໃນລະຫວ່າງການສ້າງຄຣິສຕະຈັກ? ເປັນຫຍັງພຣະເຈົ້າຈຶ່ງບໍ່ໂຈມຕີແນວຄວາມຄິດຂອງຜູ້ຄົນໂດຍການເປີດເຜີຍຄວາມລຶກລັບ? ຖ້າມະນຸດມີຄວາມຮອບຄອບພຽງໜ້ອຍດຽວກໍຈະໄດ້ຮັບຄວາມຮູ້ເລັກນ້ອນກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ເມື່ອພວກເຂົາຜະເຊີນກັບການຫຼອກລວງໃນອະນາຄົດ ຄວາມຮູ້ສຶກກຽດຊັງຊາຕານທີ່ແທ້ຈິງກໍຈະມີຂຶ້ນພາຍໃນພວກເຂົາ. ແມ່ນແຕ່ໃນເວລາທີ່ພວກເຂົາຕ້ອງຜະເຊີນກັບການທົດສອບໃນອະນາຄົດ ພວກເຂົາກໍຍັງຈະສາມາດຮູ້ຈັກພຣະເຈົ້າ ແລະ ກຽດຊັງຊາຕານຢ່າງໜັກ ແລະ ໃນທີ່ສຸດ ກໍຈະສາບແຊ່ງຊາຕານ.

ສຸດທ້າຍ, ຄວາມປະສົງຂອງພຣະເຈົ້າກໍຈະຖືກເປີດເຜີຍທັງໝົດໂດຍມະນຸດ: “ຍິນຍອມໃຫ້ພຣະທໍາແຕ່ລະຂໍ້ຂອງເຮົາມີຮາກຖານ, ອອກດອກ ແລະ ອອກໝາກພາຍໃນຈິດໃຈຂອງເຈົ້າ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອການອອກໝາກຫຼາຍຂຶ້ນ. ນັ້ນກໍເພາະວ່າ ສິ່ງທີ່ເຮົາຂໍບໍ່ແມ່ນດອກໄມ້ທີ່ສົດໃສ ແລະ ຂຽວງາມ ແຕ່ເປັນໝາກໄມ້ທີ່ອຸດົມສົມບູນ. ຍິ່ງໄປກວ່ານັ້ນແມ່ນໝາກໄມ້ທີ່ບໍ່ເສຍ”. ໃນບັນດາຄວາມຕ້ອງການຫຼາຍຂໍ້ຂອງພຣະເຈົ້າທີ່ມີຕໍ່ປະຊາຊົນຂອງພຣະອົງ, ສິ່ງນີ້ແມ່ນສິ່ງລະອຽດທີ່ສຸດ, ສິ່ງນີ້ແມ່ນຈຸດສູນກາງ ແລະ ຖືກດໍາເນີນໄປຂ້າງໜ້າໃນຮູບແບບທີ່ກົງໄປກົງມາ. ເຮົາໄດ້ປ່ຽນແປງຈາກການເຮັດພາລະກິດໃນຄວາມເປັນມະນຸດປົກກະຕິ ໄປເປັນການເຮັດພາລະກິດໃນຄວາມເປັນພຣະເຈົ້າ; ສະນັ້ນ, ໃນອະດີດ ໃນພຣະທໍາທີ່ທໍາມະດາຂອງເຮົາ, ເຮົາບໍ່ຈໍາເປັນຕ້ອງເພີ່ມຄໍາອະທິບາຍເພີ່ມເຕີມ ແລະ ຄົນສ່ວນໃຫຍ່ແມ່ນສາມາດເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາ. ຜົນກໍຄື ໃນເມື່ອກ່ອນ ສິ່ງດຽວທີ່ຕ້ອການແມ່ນຜູ້ຄົນພຽງມາຮູ້ຈັກພຣະທໍາຂອງເຮົາ ແລະ ສາມາດເວົ້າກ່ຽວກັບຄວາມເປັນຈິງ. ຢ່າງໃດກໍຕາມ, ຂັ້ນຕອນນີ້ແມ່ນມີຄວາມແຕກຕ່າງຫຼາຍ. ຄວາມເປັນພຣະເຈົ້າຂອງເຮົາໄດ້ຄວບຄຸມທຸກສິ່ງທັງໝົດ ແລະ ບໍ່ມີສ່ວນໃດທີ່ຄວບຄຸມຈາກຄວາມເປັນມະນຸດ. ສະນັ້ນ, ຖ້າຜູ້ທີ່ຢູ່ໃນທ່າມກາງປະຊາຊົນຂອງເຮົາປາດຖະໜາທີ່ຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາ ພວກເຂົາກໍຈະມີຄວາມລໍາບາກທີ່ສຸດ. ເມື່ອຜ່ານພຣະວັດຈະນະຂອງເຮົາເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ຖ້າບໍ່ຜ່ານຊ່ອງທາງນີ້ ຄວາມຫວັງທີ່ຈະເຂົ້າໃຈເປົ້າໝາຍຂອງພຣະທໍາຂອງເຮົາແມ່ນເປັນພຽງຄວາມຝັນກາງເວັນທີ່ບໍ່ມີປະໂຫຍດຫຍັງທັງສິ້ນ. ເມື່ອທຸກຄົນມີຄວາມຮູ້ຫຼາຍຂື້ນກ່ຽວກັບເຮົາ ຫຼັງຈາກຍອມຮັບພຣະວັດຈະນະຂອງເຮົາ ນັ້ນແມ່ນເວລາທີ່ປະຊາຊົນຂອງເຮົາໄດ້ດໍາລົງຢູ່ກັບເຮົາ, ແມ່ນເວລາທີ່ພາລະກິດຂອງເຮົາໃນເນື້ອໜັງໄດ້ສໍາເລັດ ແລະ ເປັນເວລາທີ່ຄວາມເປັນພຣະເຈົ້າຂອງເຮົາທັງໝົດດໍາລົງຢູ່ໃນເນື້ອໜັງ. ໃນເວລານີ້, ທຸກຄົນແມ່ນຈະພະຍາຍາມຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເວົ້າໄດ້ຢ່າງແທ້ຈິງວ່າ ພຣະເຈົ້າປາກົດໃນເນື້ອໜັງ ແລະ ນີ້ກໍຈະແມ່ນໝາກຜົນ. ນີ້ແມ່ນຫຼັກຖານພິສູດເພີ່ມເຕີມວ່າ ພຣະເຈົ້າໄດ້ເບື່ອນ່າຍກັບການສ້າງຄຣິສຕະຈັກ. ນັ້ນກໍຄື “ເຖິງແມ່ນວ່າ ດອກໄມ້ໃນເຮືອນແກ້ວແມ່ນມີຫຼາຍຄືກັບດວງດາວ ແລະ ດຶງດູດນັກທ່ອງທ່ຽວ ແຕ່ເມື່ອພວກມັນແຫ່ວ ພວກມັນກໍຈະຖືກຈີກຂາດເປັນສິ້ນສ່ວນຄືກັບແຜນອັນຊົ່ວຮ້າຍຂອງຊາຕານ ແລະ ຈະບໍ່ມີໃຜສົນໃຈພວກມັນອີກຕໍ່ໄປ”. ເຖິງແມ່ນວ່າ ພຣະເຈົ້າຍັງເຮັດພາລະກິດດ້ວຍຕົວເອງໃນລະຫວ່າງການສ້າງຄຣິສຕະຈັກ ແຕ່ຍ້ອນພຣະອົງແມ່ນພຣະເຈົ້າທີ່ໃໝ່ຕະຫຼອດ ແລະ ບໍ່ເຄີຍເກົ່າ ພຣະອົງຈຶ່ງບໍ່ມີຄວາມຄິດກ່ຽວກັບເລື່ອງຂອງອະດີດ. ເພື່ອຢຸດຜູ້ຄົນບໍ່ໃຫ້ຄິດກ່ຽວກັບເລື່ອງອະດີດ ພຣະອົງໄດ້ໃຊ້ພຣະທໍາທີ່ວ່າ “ພວກເຂົາຖືກແຕກອອກເປັນສິ້ນສ່ວນຄືກັບແຜນການຫຼອກລວງຂອງຊາຕານ” ເຊິ່ງສະແດງໃຫ້ເຫັນວ່າ ພຣະເຈົ້າບໍ່ເຮັດຕາມທິດສະດີ. ບາງຄົນອາດຕີຄວາມໝາຍຄວາມປະສົງຂອງພຣະເຈົ້າຜິດ ແລະ ຈະຖາມວ່າ: ໃນເມື່ອນີ້ແມ່ນພາລະກິດທີ່ເຮັດໂດຍພຣະເຈົ້າເອງ ແລ້ວເປັນຫຍັງພຣະອົງຈຶ່ງເວົ້າວ່າ “ເມື່ອສິ່ງເຫຼົ່ານັ້ນແຫ່ວ ກໍຈະບໍ່ມີໃຜສະແດງຄວາມສົນໃຈຕໍ່ສິ່ງເຫຼົ່ານັ້ນອີກ?” ພຣະທໍາເຫຼົ່ານີ້ໄດ້ໃຫ້ການເປີດເຜີຍແກ່ຜູ້ຄົນ. ສິ່ງທີ່ສໍາຄັນທີ່ສຸດກໍຄື ການທີ່ພວກເຂົາຍອມໃຫ້ທຸກຄົນມີຈຸດເລີ່ມຕົ້ນໃໝ່ ແລະ ຖືກຕ້ອງ ແລະ ຫຼັງຈາກນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າ. ໃນທີ່ສຸດ, ປະຊາຊົນຂອງພຣະເຈົ້າກໍຈະສາມາດມອບຄໍາສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ໂດຍບໍ່ມີການບັງຄັບ ແຕ່ເປັນສິ່ງທີ່ມາຈາກໃຈຂອງພວກເຂົາ. ນີ້ແມ່ນແກ່ນແທ້ຂອງແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ. ນັ້ນກໍຄື ແກ້ວຜະລຶກຂອງແຜນການຄຸ້ມຄອງ 6.000 ປີ: ການໃຫ້ທຸກຄົນຮູ້ຈັກຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ໃນທາງປະຕິບັດແມ່ນໃຫ້ພວກເຂົາຮູ້ຈັກວ່າ ພຣະເຈົ້າກາຍເປັນເນື້ອໜັງ ເຊິ່ງໝາຍເຖິງການກະທໍາຂອງພຣະເຈົ້າໃນເນື້ອໜັງ ເພື່ອວ່າ ພວກເຂົາຈະປະຕິເສດພຣະເຈົ້າທີ່ເລື່ອນລອຍ ແລະ ຮູ້ຈັກພຣະເຈົ້າໃນປັດຈຸບັນ ແລະ ຍັງເປັນພຣະເຈົ້າໃນອະດີດ ແລະ ຍິ່ງໄປກວ່ານັ້ນ ຍັງເປັນພຣະເຈົ້າໃນອະນາຄົດ ຜູ້ທີ່ມີຄວາມເປັນຢູ່ຢ່າງແທ້ຈິງ ແລະ ຕາມຄວາມເປັນຈິງຈາກນິດນິລັນເຖິງນິລັນດອນ. ພຽງເມື່ອນັ້ນ ພຣະເຈົ້າຈຶ່ງຈະເຂົ້າສູ່ການພັກຜ່ອນ!

​ກ່ອນ​ນີ້ :ບົດທີ 47

ຕໍ່​ໄປ:ບົດທີ 4

ທ່ານອາດຈະຍັງມັກ