ບົດທີ 1

ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ບໍ່ມີຜູ້ໃດສາມາດເຂົ້າໃຈຮາກຖານຂອງພຣະທໍາຂອງເຮົາ ແລະ ພວກເຂົາບໍ່ຮູ້ຈັກຈຸດປະສົງຂອງເຮົາໃນການກ່າວພຣະທໍາເຫຼົ່ານັ້ນ”, ຖ້າບໍ່ແມ່ນຍ້ອນການນໍາພາຂອງພຣະວິນຍານຂອງພຣະເຈົ້າ ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງພຣະວັດຈະນະຂອງພຣະອົງ, ທຸກຄົນກໍຈະຖືກລົບລ້າງໄປພາຍໃຕ້ການຂ້ຽນຕີຂອງພຣະອົງ. ເປັນຫຍັງພຣະເຈົ້າຈຶ່ງໃຊ້ເວລາດົນເພື່ອທົດສອບທຸກຄົນ? ເປັນເວລາດົນເຖິງຫ້າເດືອນບໍ? ແນ່ນອນຢູ່ແລ້ວວ່ານີ້ແມ່ນຈຸດໃຈກາງຂອງການສົນທະນາຂອງພວກເຮົາ ພ້ອມກັບຈຸດສູນກາງໃນສະຕິປັນຍາຂອງພຣະເຈົ້າ. ພວກເຮົາອາດສົມມຸດຕິຖານໃນສິ່ງຕໍ່ໄປນີ້: ຖ້າການສ້າງຄຣິສຕະຈັກໄດ້ສືບຕໍ່ຈົນຮອດປັດຈຸບັນ ໂດຍບໍ່ມີຊ່ວງເວລາປັດຈຸບັນໃນການເອົາມະນຸດເຂົ້າສູ່ການທົດລອງ ແລະ ໂດຍບໍ່ມີການໂຈມຕີ, ການຂ້າ ແລະ ການຟັນຢ່າງຮຸນແຮງຂອງພຣະເຈົ້າໃສ່ເຜົ່າພັນມະນຸດທີ່ເສື່ອມຊາມ ແລ້ວຜົນທີ່ຈະໄດ້ຮັບແມ່ນຫຍັງ? ສະນັ້ນ, ພຣະເຈົ້າຈຶ່ງເຂົ້າສູ່ປະເດັນໃນປະໂຫຍກທໍາອິດຢ່າງທັນທີ ໂດຍຊີ້ໃຫ້ເຫັນໂດຍກົງເຖິງຜົນທີ່ໄດ້ຮັບຈາກພາລະກິດທີ່ປະຕິບັດໃນຫຼາຍເດືອນຜ່ານມາ. ແທ້ຈິງແລ້ວ ພຣະອົງເຮັດໃຫ້ເລືອດແຕກອອກດ້ວຍການແທງຄັ້ງທໍາອິດ. ນີ້ພຽງພໍທີ່ຈະສະແດງໃຫ້ເຫັນເຖິງສະຕິປັນຍາຂອງການກະທໍາຂອງພຣະເຈົ້າໃນຊ່ວງໄລຍະຫຼາຍເດືອນນີ້: ສິ່ງເຫຼົ່ານັ້ນເຮັດໃຫ້ທຸກຄົນສາມາດຮຽນຮູ້ຜ່ານການທົດລອງກ່ຽວກັບວິທີອ່ອນນ້ອມ ແລະ ວິທີສະຫຼະຕົວເອງດ້ວຍຄວາມຈິງໃຈ ພ້ອມກັບວິທີຮູ້ຈັກພຣະເຈົ້າໃຫ້ດີຂຶ້ນຜ່ານການຫຼໍ່ຫຼອມທີ່ເຈັບປວດ. ຍິ່ງຜູ້ຄົນປະສົບກັບຄວາມໝົດຫວັງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກກັບຕົວເອງຫຼາຍສໍ່ານັ້ນ. ເວົ້າຕາມຄວາມຈິງແລ້ວ, ຍິ່ງພວກເຂົາຜະເຊີນກັບການຫຼໍ່ຫຼອມທີ່ເຕັມໄປດ້ວຍການທົນທຸກ ພວກເຂົາກໍຍິ່ງມາຮູ້ຈັກຄວາມເສື່ອມຊາມຂອງຕົວເອງຫຼາຍສໍ່ານັ້ນ ຈົນເຖິງຈຸດທີ່ຮູ້ວ່າ ພວກເຂົາບໍ່ຄູ່ຄວນແມ່ນແຕ່ຈະເປັນຜູ້ເຮັດການບໍລິການໃຫ້ພຣະເຈົ້າ ແລະ ການໃຫ້ບໍລິການແມ່ນຖືກຍົກສູງໂດຍພຣະອົງ. ສະນັ້ນ, ຫຼັງຈາກທີ່ໄດ້ບັນລຸຜົນນີ້ແລ້ວ ເມື່ອມະນຸດໄດ້ໃຊ້ທຸກພາກສ່ວນຂອງຕົວເອງ ພຣະເຈົ້າຈຶ່ງອອກສຽງແຫ່ງຄວາມເມດຕາໂດຍກົງໂດຍບໍ່ໄດ້ມີການປິດບັງສິ່ງໃດ. ຫຼັງຈາກສອງສາມເດືອນເຫຼົ່ານີ້ແມ່ນສາມາດເຫັນໄດ້ທັນທີວ່າ ວິທີການປະຕິບັດພາລະກິດຂອງພຣະເຈົ້າ ໄດ້ເອົາມື້ນີ້ເປັນຈຸດເລີ່ມຕົ້ນຂອງມັນ; ພຣະອົງໄດ້ສ້າງແຜນນີ້ເພື່ອໃຫ້ທຸກຄົນໄດ້ເຫັນ. ຍ້ອນໃນອະດີດ ພຣະເຈົ້າກ່າວເປັນປະຈໍາວ່າ “ມັນບໍ່ງ່າຍທີ່ຈະໄດ້ຮັບສິດໃນການຖືກຮຽກວ່າ ປະຊາຊົນຂອງພຣະເຈົ້າ” ພຣະອົງຈຶ່ງເຮັດໃຫ້ພຣະທໍາເຫຼົ່ານີ້ເກີດຂຶ້ນໃນຜູ້ຄົນທີ່ຖືກເອີ້ນວ່າຜູ້ເຮັດການບໍລິການ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ພຣະເຈົ້າແມ່ນໄວ້ໃຈໄດ້ໂດຍທີ່ບໍ່ຕ້ອງສົງໄສຫຍັງ. ສິ່ງໃດກໍຕາມທີ່ພຣະເຈົ້າກ່າວຈະກາຍເປັນຈິງໃນລະດັບທີ່ແຕກຕ່າງກັນ ແລະ ສິ່ງນັ້ນບໍ່ແມ່ນການກ່າວທີ່ວ່າງເປົ່າເລີຍ.

ເມື່ອທຸກຄົນເຕັມໄປດ້ວຍຄວາມເສົ້າ ແລະ ຄວາມເສຍໃຈຈົນເຖິງຈຸດທີ່ຂາດສະມາທິ, ພຣະທໍາແບບນີ້ຈາກພຣະເຈົ້າກໍຈະຕີເຂົ້າເປົ້າໝາຍ ໂດຍເຮັດໃຫ້ພວກເຂົາທຸກຄົນຟື້ນຄືນໃນທ່າມກາງຄວາມໝົດຫວັງຂອງພວກເຂົາ. ເພື່ອກໍາຈັດຂໍ້ສົງໄສເພີ່ມເຕີມຈາກແນວຄິດຂອງມະນຸດ, ພຣະເຈົ້າຈຶ່ງໄດ້ເພີ່ມສິ່ງຕໍ່ໄປນີ້: “ເຖິງແມ່ນພວກເຂົາຈະຖືກເອີ້ນວ່າປະຊາຊົນຂອງເຮົາ, ຕໍາແໜ່ງນີ້ກໍບໍ່ໄດ້ເປັນຮອງການຖືກເອີ້ນວ່າ “ບຸດຊາຍ” ຂອງເຮົາເລີຍ”. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປົກປ້ອງສິດອໍານາດຂອງພຣະອົງເອງໄດ້ ແລະ ເມື່ອຜູ້ຄົນໄດ້ອ່ານສິ່ງນີ້ ພວກເຂົາກໍຈະເຊື່ອຢ່າງໜັກແໜ້ນຂຶ້ນກວ່າເກົ່າວ່າ ນີ້ແມ່ນຄວາມຈິງ ແທນທີ່ຈະແມ່ນວິທີການໃນການປະຕິບັດພາລະກິດ. ນອກເໜືອໄປກວ່ານັ້ນ, ເພື່ອວ່ານິມິດຂອງຜູ້ຄົນອາດຈະບໍ່ມືດມົວ ແລະ ຕົວຕົນຂອງທຸກຄົນກໍຈະຖືກເຮັດໃຫ້ຊັດເຈນຂຶ້ນໃນວິທີການໃໝ່ຂອງພຣະອົງ. ສິ່ງນີ້ແມ່ນພຽງພໍທີ່ຈະສະແດງເຖິງສະຕິປັນຍາຂອງພຣະເຈົ້າ ແລະ ສິ່ງນີ້ກໍເຮັດໃຫ້ຜູ້ຄົນສາມາດຮູ້ຈັກດີຂຶ້ນວ່າ ພຣະເຈົ້າສາມາດແນມເຫັນຈິດໃຈຂອງມະນຸດ; ໃນຄວາມຄິດ ແລະ ການປະຕິບັດຂອງພວກເຂົາ ມະນຸດແມ່ນຫຸ່ນຮັບໃຊ້ ໂດຍພຣະເຈົ້າເປັນຜູ້ດຶງເຊືອກ; ສິ່ງນີ້ແມ່ນສິ່ງທີ່ແນ່ນອນ ແລະ ນອກເໜືອຂໍ້ສົງໄສໃດໆ.

ກັບໄປຕອນເລີ່ມຕົ້ນ, ສິ່ງທີ່ພຣະເຈົ້າປະຕິບັດເລີ່ມແຕ່ຕອນທໍາອິດແມ່ນເພື່ອຊີ້ໃຫ້ເຫັນໂດຍກົງວ່າ ຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງໃນການ “ເຮັດໃຫ້ຄຣິສຕະຈັກບໍລິສຸດ” ແມ່ນໄດ້ສິ້ນສຸດລົງແລ້ວ. “ສະຖານະການໃນປັດຈຸບັນແມ່ນບໍ່ໄດ້ຄືແຕ່ກອນ ແລະ ພາລະກິດຂອງເຮົາໄດ້ເຂົ້າສູ່ຈຸດເລີ່ມຕົ້ນໃໝ່ແລ້ວ”. ຈາກຖ້ອຍຄໍານີ້, ຄົນເຮົາສາມາດເຫັນໄດ້ວ່າ ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ຈຸດເລີ່ມຕົ້ນໃໝ່ແລ້ວ ເຊິ່ງພຣະອົງໄດ້ຊີ້ໃຫ້ພວກເຮົາເຫັນແຜນຜັງສໍາລັບຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງຢ່າງທັນທີ. ຫຼັງຈາກການສ້າງຄຣິສຕະຈັກສິ້ນສຸດລົງ, ຊີວິດໃນຍຸກແຫ່ງອານາຈັກກໍຈະເລີ່ມຂຶ້ນ “ເນື່ອງຈາກວ່າຕອນນີ້ບໍ່ແມ່ນຍຸກແຫ່ງການສ້າງຄຣິສຕະຈັກອີກຕໍ່ໄປ ແຕ່ກົງກັນຂ້າມ ແມ່ນຍຸກທີ່ອານາຈັກຖືກສ້າງຈົນສຳເລັດ”. ຍິ່ງໄປກວ່ານັ້ນ, ພຣະອົງໄດ້ກ່າວວ່າ ໃນຂະນະທີ່ຜູ້ຄົນຍັງຄົງຢູ່ແຜ່ນດິນໂລກ ການເຕົ້າໂຮມຂອງພວກເຂົາກໍຈະສືບຕໍ່ຖືກເອີ້ນວ່າ ຄຣິສຕະຈັກ ເຊິ່ງດ້ວຍວິທີນີ້ ກໍຈະເປັນການຫຼີກເວັ້ນການເຂົ້າໃຈວ່າ “ອານາຈັກ” ບໍ່ມີແທ້ຈິງຕາມທີ່ທຸກຄົນໄດ້ຈິນຕະນາການໄວ້. ຕໍ່ໄປແມ່ນການສົນທະນາກ່ຽວກັບເລື່ອງນິມິດ.

ເຖິງວ່າຕອນນີ້ແມ່ນຍຸກແຫ່ງການສ້າງອານາຈັກ ແລະ ການສິ້ນສຸດຂອງການສ້າງຄຣິສຕະຈັກ ແຕ່ເປັນຫຍັງການເຕົ້າໂຮມທັງໝົດຍັງຖືກເອີ້ນວ່າ ຄຣິສຕະຈັກ? ໄດ້ມີການກ່າວໃນອະດີດວ່າ ຄຣິສຕະຈັກແມ່ນສິ່ງທີ່ມາກ່ອນອານາຈັກ ແລະ ຖ້າບໍ່ມີຄຣິສຕະຈັກກໍຈະບໍ່ສາມາດມີການກ່າວເຖິງອານາຈັກ. ການເລີ່ມຕົ້ນຂອງຍຸກແຫ່ງອານາຈັກແມ່ນການເລີ່ມຕົ້ນພັນທະກິດຂອງພຣະເຈົ້າໃນເນື້ອໜັງ ແລະ ຍຸກແຫ່ງອານາຈັກແມ່ນຖືກນໍາເຂົ້າມາໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ສິ່ງທີ່ພຣະອົງນໍາມາແມ່ນຍຸກແຫ່ງອານາຈັກ ແລະ ບໍ່ແມ່ນການລົງມາຢ່າງເປັນທາງການຂອງອານາຈັກ. ມັນບໍ່ຍາກທີ່ຈະຈິນຕະນາການເຖິງສິ່ງນີ້; ຄວາມໝາຍຂອງເຮົາໃນຄໍາເວົ້າທີ່ວ່າ ປະຊາຊົນຂອງພຣະເຈົ້າ ແມ່ນ ປະຊາຊົນຂອງຍຸກແຫ່ງອານາຈັກ ແລະ ບໍ່ແມ່ນປະຊາຊົນຂອງອານາຈັກເອງ. ດ້ວຍເຫດນັ້ນ ມັນຈຶງສົມເຫດສົມຜົນໃນການກ່າວວ່າ ການເຕົ້າໂຮມຢູ່ແຜ່ນດິນໂລກຍັງຄວນຖືກເອີ້ນວ່າ ຄຣິສຕະຈັກ. ໃນອະດີດ ພຣະອົງປະຕິບັດພາຍໃນຄວາມເປັນມະນຸດປົກກະຕິຂອງພຣະອົງ ໃນຂະນະທີ່ຍັງບໍ່ໄດ້ເປັນພະຍານໃນຖານະພຣະເຈົ້າເທື່ອ ແລະ ດ້ວຍເຫດນັ້ນ ຍຸກແຫ່ງອານາຈັກຈຶ່ງບໍ່ໄດ້ເລີ່ມຂຶ້ນໃນທ່າມກາງມະນຸດ; ດັ່ງທີ່ເຮົາໄດ້ກ່າວໄວ້ ພຣະວິນຍານຂອງເຮົາຍັງບໍ່ໄດ້ເລີ່ມພາລະກິດຢ່າງເປັນທາງການໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາເທື່ອ. ແຕ່ຕອນນີ້ ພຣະເຈົ້າເອງໄດ້ກາຍເປັນພະຍານ ແລະ ອານາຈັກກໍເກີດເປັນຈິງຂຶ້ນໃນທ່າມກາງມະນຸດ. ສິ່ງນີ້ໝາຍຄວາມວ່າ ເຮົາຈະເລີ່ມປະຕິບັດພາລະກິດພາຍໃນຄວາມເປັນພຣະເຈົ້າຂອງເຮົາ ແລະ ດ້ວຍເຫດນັ້ນ ມະນຸດເຫຼົ່ານັ້ນທີ່ສາມາດຮູ້ຄຸນຄ່າຂອງພຣະທໍາທີ່ເຮົາກ່າວ ແລະ ການກະທໍາທີ່ເຮົາປະຕິບັດໃນຄວາມເປັນພຣະເຈົ້າຂອງເຮົາກໍຈະຖືກຮຽກວ່າ ປະຊາຊົນຂອງເຮົາໃນຍຸກແຫ່ງອານາຈັກ. ມັນແມ່ນຈາກສິ່ງນີ້ທີ່ “ປະຊາຊົນຂອງພຣະເຈົ້າ” ປາກົດຂຶ້ນ. ໃນຂັ້ນຕອນນີ້, ຫຼັກໆແລ້ວແມ່ນຄວາມເປັນພຣະເຈົ້າຂອງເຮົາທີ່ປະຕິບັດ ແລະ ກ່າວ. ມະນຸດແມ່ນບໍ່ສາມາດແຊກແຊງໄດ້ ແລະ ເຂົາບໍ່ສາມາດລົບກວນແຜນການຂອງເຮົາ. ເມື່ອພຣະເຈົ້າໄດ້ຮອດຂັ້ນຕອນໃດໜຶ່ງໃນການກ່າວຂອງພຣະອົງ, ກໍຈະມີການເປັນພະຍານຕໍ່ຊື່ຂອງພຣະອົງ ແລະ ຈາກຈຸດນີ້ ການທົດລອງມະນຸດຂອງພຣະອົງກໍຈະເລີ່ມຂຶ້ນ. ນີ້ແມ່ນຈຸດສູງສຸດຂອງສະຕິປັນຍາໃນພາລະກິດຂອງພຣະເຈົ້າ. ມັນວາງພື້ນຖານທີ່ໝັ້ນຄົງ ແລະ ວາງຮາກຖານລົງສໍາລັບການເລີ່ມຕົ້ນຂັ້ນຕອນຕໍ່ໄປ ພ້ອມກັບການສິ້ນສຸດຂອງຂັ້ນຕອນຜ່ານມາ. ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດຈະສາມາດຄາດການລ່ວງໜ້າໄດ້ໃນຖານະມະນຸດ; ມັນແມ່ນຈຸດພົບປະຂອງພາກສ່ວນທໍາອິດ ແລະ ທີສອງຂອງຍຸກແຫ່ງການພິພາກສາ. ຖ້າບໍ່ມີສອງສາມເດືອນເຫຼົ່ານັ້ນ ເຊິ່ງເຮົາໄດ້ຫຼໍ່ຫຼອມມະນຸດ, ຄວາມເປັນພຣະເຈົ້າຂອງເຮົາກໍຈະບໍ່ມີທາງປະຕິບັດພາລະກິດ. ຫຼາຍເດືອນເຫຼົ່ານັ້ນຂອງການຫຼໍ່ຫຼອມແມ່ນໄດ້ເປີດທາງສໍາລັບຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ການຢຸດຕິພາລະກິດໃນສອງສາມເດືອນເຫຼົ່ານີ້ແມ່ນສັນຍານບອກວ່າ ໄລຍະຕໍ່ໄປຂອງພາລະກິດແມ່ນຈະເລິກເຊິ່ງຂຶ້ນກວ່າເກົ່າ. ຖ້າຄົນໃດໜຶ່ງເຂົ້າໃຈພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ, ຄົນນັ້ນກໍອາດຈະສາມາດເຂົ້າໃຈວ່າ ພຣະອົງກໍາລັງໃຊ້ໄລຍະຫຼາຍເດືອນນີ້ ເພື່ອເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ ເຊິ່ງດ້ວຍເຫດນັ້ນ ກໍຈະເຮັດໃຫ້ພາລະກິດບັນລຸຜົນໄດ້ດີຂຶ້ນ. ຍ້ອນສິ່ງກີດຂວາງຂອງຄວາມເປັນມະນຸດຂອງເຮົາ ໄດ້ສ້າງອຸປະສັກຕໍ່ຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ, ສະນັ້ນ ທັງສອງຝ່າຍຈຶ່ງຖືກກະຕຸ້ນ ແລະ ໄດ້ຮັບປະໂຫຍດທີ່ສໍາຄັນຕະຫຼອດສອງສາມເດືອນເຫຼົ່ານີ້ຂອງການຖືກຫຼໍ່ຫຼອມຜ່ານການທົນທຸກ. ດ້ວຍເຫດຜົນນີ້ ຕອນນີ້ມະນຸດຈຶ່ງເລີ່ມເຫັນຄຸນຄ່າໃນວິທີການທີ່ເຮົາຮຽກເອີ້ນເຂົາ. ສະນັ້ນ, ເມື່ອພຣະເຈົ້າ ໝຸນປາກາຂອງພຣະອົງ ແລະ ກ່າວວ່າ ພຣະອົງຈະບໍ່ຮຽກມະນຸດວ່າ “ຜູ້ເຮັດການບໍລິການ” ອີກຕໍ່ໄປ ແຕ່ກົງກັນຂ້າມຈະຮຽກວ່າ “ປະຊາຊົນຂອງພຣະເຈົ້າ”, ພວກເຂົາທຸກຄົນກໍເຕັມໄປດ້ວຍຄວາມສຸກ. ນີ້ແມ່ນຈຸດອ່ອນຂອງມະນຸດ. ແນ່ນອນຢູ່ແລ່ວວ່າ ພຣະເຈົ້າໄດ້ກ່າວດັ່ງນັ້ນກໍເພື່ອຈັບເອົາຈຸດອ່ອນທີ່ສໍາຄັນນີ້ຂອງມະນຸດ.

ເພື່ອເອົາຊະນະທຸກຄົນຕື່ມອີກ ແລະ ເພື່ອໄດ້ຮັບຄວາມເຊື່ອຢ່າງຈິງໃຈຈາກພວກເຂົາ ແລະ ເພື່ອຊີ້ໃຫ້ເຫັນເຖິງຄວາມຈິງວ່າ ການອຸທິດຕົນຂອງບາງຄົນແມ່ນເຈືອປົນດ້ວຍຄວາມບໍ່ບໍລິສຸດ, ພຣະເຈົ້າໄດ້ດໍາເນີນຂັ້ນຕອນເພີ່ມເຕີມໃນການຮຽກຄວາມສົນໃຈຕໍ່ຄວາມຂີ້ຮ້າຍທັງໝົດທີ່ຫຼາກຫຼາຍປະເພດຂອງມະນຸດ ແລະ ໃນການເຮັດສິ່ງດັ່ງກ່າວ ພຣະອົງກໍໄດ້ບັນລຸພຣະທໍາຂອງພຣະອົງທີ່ວ່າ: “ມີຈັກຄົນທີ່ຈິງໃຈໃນການຮັກເຮົາ? ມີຜູ້ໃດແດ່ທີ່ບໍ່ໄດ້ປະຕິບັດໂດຍຄໍານຶງເຖິງອະນາຄົດຂອງພວກເຂົາເອງ? ມີຜູ້ໃດແດ່ທີ່ບໍ່ເຄີຍຈົ່ມວ່າໃນຊ່ວງການທົດລອງຂອງພວກເຂົາ?” ຈາກພຣະທໍາເຫຼົ່ານີ້, ທຸກຄົນແມ່ນສາມາດຮູ້ເຖິງຄວາມບໍ່ເຊື່ອຟັງ, ຄວາມບໍ່ຈົງຮັກພັກດີ ແລະ ຂາດການອຸທິດຕົນຕໍ່ຄອບຄົວຂອງພວກເຂົາເອງ ແລະ ດ້ວຍເຫດນັ້ນ ກໍຈຶ່ງເຫັນວ່າ ຄວາມເມດຕາ ແລະ ຄວາມກະລຸນາຂອງພຣະເຈົ້າແມ່ນຕິດຕາມທຸກຄົນທີ່ສະແຫວງຫາພຣະອົງທຸກບາດກ້າວ. ສາມາດເຫັນສິ່ງນີ້ຈາກພຣະທໍາຕໍ່ໄປນີ້ທີ່ວ່າ: “ໃນເວລາທີ່ບາງຄົນໃກ້ຈະຖອຍກັບ, ໃນເວລາທີ່ທຸກຄົນ ທີ່ຫວັງໃຫ້ເຮົາປ່ຽນວິທີການກ່າວຂອງເຮົາ ໄດ້ສູນເສຍຄວາມຫວັງ, ໃນເວລານັ້ນ ເຮົາກໍຈະມອບສຽງແຫ່ງຄວາມລອດພົ້ນ ໂດຍນໍາເອົາທຸກຄົນທີ່ຮັກເຮົາດ້ວຍຄວາມຈິງໃຈກັບຄືນມາສູ່ອານາຈັກຂອງເຮົາ ແລະ ຢູ່ຕໍ່ໜ້າບັນລັງຂອງເຮົາ”. ໃນນີ້ ວະລີທີ່ວ່າ “ຜູ້ທີ່ຮັກເຮົາດ້ວຍຄວາມຈິງໃຈ” ແລະ ຄໍາຖາມທີ່ເລິກເຊິ່ງທີ່ວ່າ “ມີຈັກຄົນທີ່ຮັກເຮົາດ້ວຍຄວາມຈິງໃຈ?” ແມ່ນບໍ່ໄດ້ຂັດກັນເອງ. ສິ່ງເຫຼົ່ານັ້ນສະແດງໃຫ້ເຫັນວ່າ “ຄວາມຈິງໃຈ” ໃນບໍລິບົດນີ້ມີຄວາມບໍ່ບໍລິສຸດ. ບໍ່ແມ່ນວ່າ ພຣະເຈົ້າບໍ່ຮູ້ຈັກຫຍັງ; ກົງກັນຂ້າມ, ແນ່ນອນຢຸ່ແລ້ວວ່າ ຍ້ອນພຣະເຈົ້າສາມາດເຫັນສ່ວນເລິກສຸດຂອງຫົວໃຈຂອງມະນຸດ ພຣະອົງຈຶ່ງໃຊ້ພຣະທໍາເຊັ່ນ “ຄວາມຈິງໃຈ” ເຊິ່ງເປັນການເວົ້າສຽດສີ ທີ່ແນໃສ່ເຜົ່າພັນມະນຸດທີ່ເສື່ອມຊາມ ເພື່ອເຮັດໃຫ້ທຸກຄົນຮູ້ສຶກເຖິງຄວາມເປັນໜີ້ບຸນຄຸນຕໍ່ພຣະເຈົ້າຫຼາຍຂຶ້ນ ແລະ ຕໍາໜິຕົວເອງຢ່າງຮ້າຍແຮງຫຼາຍຂຶ້ນ ພ້ອມກັບຮູ້ຄວາມຈິງທີ່ວ່າ ຄວາມເສົ້າໃນໃຈຂອງພວກເຂົາແມ່ນມາຈາກຊາຕານທັງໝົດ. ທຸກຄົນແປກໃຈເມື່ອພວກເຂົາເຫັນຄໍາສັບເຊັ່ນ: “ການອຸທິດຕົນ” ໂດຍຄິດຢູ່ໃນໃຈວ່າ: “ຂ້ານ້ອຍໄດ້ດ່າສະຫວັນ ແລະ ແຜ່ນດິນໂລກຫຼາຍຄັ້ງ ແລະ ຕ້ອງການຈາກໄປຫຼາຍຄັ້ງ ແຕ່ຍ້ອນຂ້ານ້ອຍຢ້ານກົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າ ຂ້ານ້ອຍຈຶ່ງຈະຈັດການກັບບັນຫາຕ່າງໆດ້ວຍທຸກວິທີທາງ ພຽງແຕ່ເພື່ອຈະໃຫ້ມັນແລ້ວໆໄປ ແລະ ເຮັດຕາມທີ່ທຸກຄົນເຮັດ ໂດຍລໍຖ້າໃຫ້ພຣະເຈົ້າຈັດການກັບຂ້ານ້ອຍ ແລະ ຄິດວ່າ ຖ້າບໍ່ມີຫວັງກັບສິ່ງຕ່າງໆຢ່າງແທ້ຈິງ ກໍຈະຍັງພໍມີເວລາສໍາລັບຂ້ານ້ອຍໃຫ້ຖ້ອຍຫຼັງກັບຢ່າງຊ້າໆ. ແຕ່ຕອນນີ້ພຣະເຈົ້າກໍາລັງເອີ້ນຫາພວກຂ້ານ້ອຍທີ່ເປັນປະຊາຊົນທີ່ອຸທິດຕົນຂອງພຣະອົງ. ພຣະເຈົ້າສາມາດເປັນພຣະເຈົ້າທີ່ເຫັນສ່ວນເລິກສຸດຂອງຫົວໃຈຂອງມະນຸດແທ້ບໍ?” ເພື່ອຫຼີກເວັ້ນການເຂົ້າໃຈຜິດແບບນີ້ ພຣະເຈົ້າຈຶ່ງໄດ້ຮຽກຄວາມສົນໃຈຕໍ່ສະພາບທາງຈິດຂອງປະຊາຊົນປະເພດຕ່າງໆໃນຕອນສຸດທ້າຍເທົ່ານັ້ນ ເຊິ່ງເຮັດໃຫ້ທຸກຄົນປ່ຽນຈາກສະພາບທີ່ພວກເຂົາມີຄວາມສົງໄສຢູ່ພາຍໃນ ໃນຂະນະທີ່ພາຍນອກແມ່ນສະແດງເຖິງຄວາມດີໃຈ ເພື່ອໃຫ້ກາຍເປັນສະພາບທີ່ພວກເຂົາເຊື່ອດ້ວຍໃຈ, ດ້ວຍຄໍາເວົ້າ ແລະ ດ້ວຍສາຍຕາ. ດ້ວຍວິທີນີ້, ຄວາມປະທັບໃຈຂອງມະນຸດທີ່ມີຕໍ່ພຣະທໍາຂອງພຣະເຈົ້າຈຶ່ງມີຄວາມເລິກເຊິ່ງ, ດ້ວຍເຫດຜົນນີ້ ມະນຸດຈຶ່ງໄດ້ມີຄວາມຢ້ານກົວຫຼາຍຂຶ້ນ, ມີຄວາມເຄົາລົບຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ. ໃນທີ່ສຸດແລ້ວ, ເພື່ອຜ່ອນຄວາມເປັນຫ່ວງຂອງມະນຸດ ພຣະເຈົ້າຈຶ່ງໄດ້ກ່າວວ່າ: “ແຕ່ວ່າ ອະດີດກໍຄືອະດີດ ແລະ ປັດຈຸບັນກໍໄດ້ມາຮອດແລ້ວ ຈຶ່ງບໍ່ຈຳເປັນຕ້ອງປາຖະໜາເຖິງອະດີດຄວາມຫຼັງອີກຕໍ່ໄປ ຫຼື ມີຄວາມຄິດເຖິງກັບອະນາຄົດ”. ວິທີການກ່າວທີ່ເຄັ່ງຕຶງ, ນິ້ມນວນ ແຕ່ມີລັກສະນະແຫຼມຄົມປະເພດນີ້ແມ່ນມີຜົນທີ່ດີຫຼາຍ ເຊິ່ງເຮັດໃຫ້ທຸກຄົນທີ່ອ່ານພຣະທໍາຂອງພຣະອົງເຫັນແສງສະຫວ່າງອີກຄັ້ງຈາກທ່າມກາງຄວາມໝົດຫວັງໃນອະດີດ ຈົນພວກເຂົາຈະເຫັນສະຕິປັນຍາ ແລະ ການກະທໍາຂອງພຣະເຈົ້າ, ໄດ້ຮັບຍົດເປັນ “ປະຊາຊົນຂອງພຣະເຈົ້າ”, ກໍາຈັດກ້ອນເມກແຫ່ງຄວາມສົງໄສອອກຈາກໃຈຂອງພວກເຂົາ ແລະ ຫຼັງຈາກນັ້ນ ກໍມາຮູ້ຈັກຕົວເອງຈາກແບບແຜນທີ່ມີການເຄື່ອນຍ້າຍຂອງສະພາບທາງຈິດຂອງພວກເຂົາ. ສະພາບການເຫຼົ່ານີ້ຫຼຸດລົງ ແລະ ໄຫຼຕາມລໍາດັບ ໂດຍເຮັດໃຫ້ມີຄວາມເສຍໃຈ ແລະ ຄວາມເສົ້າ, ຄວາມດີໃຈ ແລະ ຄວາມສຸກ. ໃນບົດນີ້ ພຣະເຈົ້າໄດ້ອະທິບາຍຫຍໍ້ໆກ່ຽວກັບຜູ້ຄົນ ເຊິ່ງມີລາຍລະອຽດຄ້າຍຄືຊີວິດຈິງ ແລະ ມີຊີວິດຊີວາ ຈົນເຖິງຈຸດຂອງຄວາມສົມບູນ. ມັນແມ່ນສິ່ງທີ່ມະນຸດບໍ່ສາມາດບັນລຸໄດ້ຢ່າງແທ້ຈິງ, ເປັນສິ່ງທີ່ເປີດໂປງຄວາມລັບໃນບ່ອນລັບສຸດໃນໃຈຂອງມະນຸດຢ່າງແທ້ຈິງ. ສິ່ງນີ້ສາມາດເປັນສິ່ງທີ່ມະນຸດມີຄວາມສາມາດເຮັດໄດ້ບໍ?

ສິ່ງທີ່ຕາມຫຼັງສິ່ງນີ້ທັນທີ ແລະ ຍິ່ງມີຄວາມສໍາຄັນຫຼາຍແມ່ນຂໍ້ຄວາມຂ້າງລຸ່ມນີ້ ເຊິ່ງເປີດເຜີຍບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າໂດຍກົງໃຫ້ແກ່ມະນຸດ ແລະ ຍິ່ງໄປກວ່ານັ້ນ ກໍແມ່ນພາກສ່ວນທີ່ສໍາຄັນທີ່ສຸດ: “ໃນການເປັນມະນຸດ, ຜູ້ໃດກໍຕາມທີ່ຕໍ່ຕ້ານຄວາມເປັນຈິງ ແລະ ບໍ່ປະຕິບັດສິ່ງຕ່າງໆຕາມການນໍາພາຂອງເຮົາແມ່ນຈະບໍ່ມາເຖິງຈຸດສິ້ນສຸດທີ່ດີ ແຕ່ຈະນໍາເອົາຄວາມເດືອດຮ້ອນມາສູ່ພວກເຂົາເອງເທົ່ານັ້ນ. ຈາກທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ແມ່ນບໍ່ມີສິ່ງໃດທີ່ຈະບໍ່ມີຄໍາຕັດສິນສຸດທ້າຍຂອງເຮົາ”. ນີ້ບໍ່ແມ່ນບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າບໍ? ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຕົວຢ່າງຂອງຜູ້ຄົນເຫຼົ່ານັ້ນທີ່ຝ່າຝືນບົດບັນຍັດແຫ່ງການບໍລິຫານນີ້ແມ່ນມີຈໍານວນຫຼວງຫຼາຍ. ອີງຕາມຂ້າງເທິງ, ພຣະເຈົ້າດໍາເນີນຕໍ່ໄປເພື່ອແນະນໍາບໍ່ໃຫ້ທຸກຄົນຄິດກ່ຽວກັບຊະຕາກໍາຂອງພວກເຂົາເອງ. ຖ້າຄົນໃດໜຶ່ງກ້າທີ່ຈະປາຖະໜາເປັນອິດສະຫຼະຈາກການປັ້ນແຕ່ງຂອງພຣະເຈົ້າ, ຜົນທີ່ຕາມມາກໍຈະຮ້າຍແຮງເກີນທີ່ຈະຈິນຕະນາການໄດ້. ສິ່ງນີ້ຈະເຮັດໃຫ້ທຸກຄົນເຫຼົ່ານັ້ນ ທີ່ປະສົບກັບແສງສະຫວ່າງ ແລະ ແສງເຍືອງທາງໃນພຣະທໍາເຫຼົ່ານີ້ເຂົ້າໃຈບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າດີຂຶ້ນ ພ້ອມກັບເຮັດໃຫ້ເຂົ້າໃຈວ່າ ຄວາມສະຫງ່າຜ່າເຜີຍຂອງພຣະອົງແມ່ນບໍ່ສາມາດຖືກລ່ວງເກີນໄດ້ ແລະ ດ້ວຍເຫດນັ້ນ ກໍມີປະສົບການ ແລະ ໝັ້ນຄົງຫຼາຍຂຶ້ນ ໂດຍມີຄວາມຂຽວດັ່ງຕົ້ນແປກທີ່ທົນທານຕໍ່ລົມ ແລະ ນໍ້າກ້າມ, ຢືນຕັ້ງໝັ້ນຕໍ່ຕ້ານການຄຸກຄາມຂອງຄວາມໜາວຈັດ ແລະ ສືບຕໍ່ເພີ່ມພະລັງຊີວິດສີຂຽວທີ່ຈະເລີນເຕີບໃຫຍ່ຂອງທໍາມະຊາດ. ຜູ້ຄົນສ່ວນໃຫຍ່ທີ່ພົບກັບຂໍ້ຄວາມນີ້ແມ່ນຮູ້ສຶກງົງ ຄືກັບວ່າ ພວກເຂົາໄດ້ຍ່າງໄປມາໃນເຂົາວົງກົດປະເພດໜຶ່ງ; ນີ້ກໍຍ້ອນວ່າ ເນື້ອຫາຂອງພຣະທໍາຂອງພຣະເຈົ້າປ່ຽນແປງຂ້ອນຂ້າງໄວ ແລະ ດ້ວຍເຫດນັ້ນ ຄົນເກົ້າຄົນຈາກຈໍານວນສິບຄົນຈຶ່ງເຂົ້າໄປໃນເຂົາວົງກົດເມື່ອພວກເຂົາພະຍາຍາມເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ເພື່ອວ່າພາລະກິດອາດຈະລາບລື້ນຂຶ້ນໃນອະນາຄົດ, ເພື່ອວ່າຄວາມສົງໄສໃນຫົວໃຈຂອງມະນຸດທຸກຄົນອາດຈະຖືກກໍາຈັດ ແລະ ເພື່ອວ່າທຸກຄົນອາດຈະກ້າວໄປທາງໜ້າໜຶ່ງກ້າວໃນຄວາມເຊື່ອຂອງພວກເຂົາໃນຄວາມຊື່ສັດຂອງພຣະເຈົ້າ, ພຣະອົງຈຶ່ງເນັ້ນໜັກໃນວັກສຸດທ້າຍຂອງຂໍ້ຄວາມນັ້ນວ່າ: “ທຸກຄົນທີ່ຮັກເຮົາດ້ວຍຄວາມຈິງໃຈຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງເຮົາຢ່າງແນ່ນອນ”. ສະນັ້ນ, ຈິດໃຈຂອງຜູ້ຄົນ ທີ່ປະສົບກັບພາລະກິດຂອງພຣະອົງເປັນເວລາຫຼາຍເດືອນແມ່ນໄດ້ຮັບການແບ່ງເບົາບາງສ່ວນຈາກຄວາມກັງວົນໃຈຂອງພວກເຂົາທັນທີ. ຍິ່ງໄປກວ່ານັ້ນ, ຫົວໃຈຂອງພວກເຂົາ ທີ່ຖຶກຢຸດໄວ້ຊົ່ວຄາວກາງອາກາດ ກໍໄດ້ກັບໄປເປັນສິ່ງທີ່ພວກມັນເຄີຍເປັນ ຄືກັບວ່າ ກ້ອນຫິນໜັກໄດ້ຕົກລົງສູ່ພື້ນດິນ. ພວກເຂົາບໍ່ຕ້ອງຄິດເຖິງໂຊກຊະຕາຂອງພວກເຂົາອີກຕໍ່ໄປ; ນອກຈາກນັ້ນ, ພວກເຂົາເຊື່ອວ່າ ພຣະເຈົ້າຈະບໍ່ກ່າວພຣະທໍາທີ່ວ່າງເປົ່າອີກຕໍ່ໄປ. ຍ້ອນມະນຸດຄິດວ່າຕົວເອງຊອບທໍາ ຈຶ່ງບໍ່ມີແມ່ນແຕ່ຄົນດຽວທີ່ບໍ່ໄດ້ເຊື່ອວ່າ ພວກເຂົາສະແດງການອຸທິດຕົນຫຼາຍທີ່ສຸດຕໍ່ພຣະເຈົ້າ; ນີ້ຄືເຫດຜົນທີ່ພຣະເຈົ້າເຈດຕະນາເນັ້ນໜັກໃສ່ “ຄວາມຈິງໃຈ” ເພື່ອບັນລຸຜົນທີ່ດີກວ່າ. ນີ້ກໍເພື່ອປູທາງ ແລະ ວາງພື້ນຖານສໍາລັບຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງ.

ກ່ອນນີ້: ບົດທີ 14

ຕໍ່ໄປ: ບົດທີ 38

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ທຸກຄົນຮູ້ສຶກວ່າການຄຸ້ມຄອງຂອງພຣະເຈົ້າແມ່ນແປກທີ່ສຸດ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງກັບມະນຸດ....

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້