ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 47

ເພື່ອເຮັດໃຫ້ຊີວິດຂອງມວນມະນຸດມີວຸດທິພາວະ ແລະ ເພື່ອວ່າ ມວນມະນຸດ ແລະ ເຮົາຈະສາມາດບັນລຸຜົນດ້ວຍອຸດົມຄະດີຮ່ວມກັນ ເຮົາຈຶ່ງໄດ້ອະນຸໂລມໃຫ້ແກ່ມະນຸດຕະຫຼອດ ໂດຍຍອມໃຫ້ພວກເຂົາໄດ້ຮັບສິ່ງບໍາລຸງ ແລະ ການບໍາລຸງລ້ຽງຈາກພຣະທໍາຂອງເຮົາ ແລະ ເພື່ອໃຫ້ໄດ້ຮັບຄວາມອຸດົມສົມບູນທັງໝົດຂອງເຮົາ. ເຮົາບໍ່ເຄີຍມອບຄວາມອັບອາຍໃຫ້ແກ່ມວນມະນຸດ ແຕ່ມະນຸດບໍ່ເຄີຍພິຈາລະນາເຖິງຄວາມຮູ້ສຶກຂອງເຮົາເລີຍ. ນີ້ກໍຍ້ອນວ່າ ມະນຸດບໍ່ມີຄວາມຮູ້ສຶກ ແລະ “ກຽດຊັງ” ທຸກສິ່ງນອກຈາກເຮົາ. ເນື່ອງຈາກຄວາມບົກຜ່ອງຂອງພວກເຂົາ, ເຮົາຈຶ່ງຂ້ອນຂ້າງຈະເຫັນອົກເຫັນໃຈພວກເຂົາ; ດ້ວຍເຫດນັ້ນ ເຮົາຈຶ່ງໃຊ້ຄວາມພະຍາຍາມຫຼາຍຂຶ້ນກັບມະນຸດ ເພື່ອວ່າ ພວກເຂົາອາດໄດ້ມີຄວາມສຸກຈົນກວ່າຈະພໍໃຈກັບຄວາມອຸດົມສົມບູນທັງໝົດເທິງແຜ່ນດິນໂລກ ໃນໄລຍະເວລາທີ່ພວກເຂົາມີຊີວິດຢູ່ໃນໂລກ. ເຮົາບໍ່ໄດ້ປະຕິບັດກັບຜູ້ຄົນຢ່າງບໍ່ຍຸຕິທໍາ ແລະ ເມື່ອພິຈາລະນາເຖິງໄລຍະເວລາທີ່ພວກເຂົາໄດ້ຕິດຕາມເຮົາເປັນເວລາຫຼາຍປີ ເຮົາກໍໃຈອ່ອນສໍາລັບພວກເຂົາ. ມັນຄືກັບວ່າ ເຮົາບໍ່ສາມາດທົນປະຕິບັດພາລະກິດຂອງເຮົາກັບມະນຸດເຫຼົ່ານີ້ໄດ້. ດ້ວຍເຫດນັ້ນ ການເຫັນຄົນຈ່ອຍເຫືອງເຫຼົ່ານີ້ ທີ່ຮັກເຮົາ ຄືກັບພວກເຂົາຮັກຕົວເອງ ຈຶ່ງເຮັດໃຫ້ໃຈຂອງເຮົາມີຄວາມຮູ້ສຶກເຈັບປວດຢ່າງໜັກ ແຕ່ໃຜຈະເຮັດຜິດທໍານຽມຍ້ອນສິ່ງນີ້? ໃຜຈະລົບກວນຕົວເອງຍ້ອນສິ່ງນີ້? ຢ່າງໃດກໍຕາມ ເຮົາໄດ້ມອບລາງວັນຂອງເຮົາໃຫ້ກັບມະນຸດ ເພື່ອວ່າ ພວກເຂົາຈະສາມາດມີຄວາມສຸກກັບມັນຢ່າງເຕັມທີ່ ແລະ ກ່ຽວກັບເລື່ອງນີ້ ເຮົາແມ່ນບໍ່ໄດ້ປະຕິບັດໃນທາງທີ່ບໍ່ດີກັບມະນຸດ. ນີ້ແມ່ນເຫດຜົນທີ່ມວນມະນຸດຍັງເຫັນໃບໜ້າທີ່ມີຄວາມເມດຕາ ແລະ ກະລຸນາຂອງເຮົາ. ເຮົາໄດ້ອົດທົນມາຕະຫຼອດ ແລະ ໄດ້ລໍຖ້າມາຕະຫຼອດ. ເມື່ອມະນຸດໄດ້ມີຄວາມສຸກພຽງພໍແລ້ວ ແລະ ເລີ່ມມີຄວາມເບື່ອ, ໃນເວລານັ້ນ ເຮົາກໍຈະເລີ່ມ “ຕອບສະໜອງ” ຄໍາຮ້ອງຂໍຂອງພວກເຂົາ ແລະ ຈະຍອມໃຫ້ມະນຸດທຸກຄົນໜີອອກຈາກຊີວິດທີ່ວ່າງເປົ່າຂອງພວກເຂົາ ແລະ ຫຼັງຈາກນັ້ນ ກໍຈະບໍ່ໄດ້ຈັດການກັບຜູ້ຄົນອີກຕໍ່ໄປ. ຢູ່ເທິງແຜ່ນດິນໂລກ ເຮົາໄດ້ໃຊ້ນໍ້າທະເລ ເພື່ອກືນເອົາມວນມະນຸດ, ຄວບຄຸມພວກເຂົາດ້ວຍຄວາມອຶດຢາກ, ຂົ່ມຂູ່ພວກເຂົາດ້ວຍໂລກລະບາດຈາກແມງໄມ້ ແລະ ໃຊ້ຝົນທີ່ຕົກໜັກເພື່ອ “ຫົດນໍ້າ” ພວກເຂົາ ແຕ່ພວກເຂົາກໍບໍ່ເຄີຍຮູ້ສຶກເຖິງຄວາມວ່າງເປົ່າຂອງຊີວິດເລີຍ. ແມ່ນແຕ່ຕອນນີ້ ຜູ້ຄົນຍັງບໍ່ເຂົ້າໃຈຄວາມໝາຍຂອງການດໍາລົງຊີວິດຢູ່ເທິງແຜ່ນດິນໂລກ. ເປັນໄປໄດ້ບໍ ທີ່ການດໍາລົງຊີວິດຢູ່ຕໍ່ໜ້າເຮົາ ແມ່ນຄວາມໝາຍທີ່ເລິກເຊິ່ງທີ່ສຸດຂອງຊີວິດມະນຸດ? ການມາຢູ່ໃກ້ເຮົາສາມາດເຮັດໃຫ້ຄົນໜຶ່ງໜີຈາກໄພຄຸກຄາມໄດ້ບໍ? ມີຈັກຄົນເທິງແຜ່ນດິນໂລກທີ່ຢູ່ໃນເນື້ອໜັງ ທີ່ໄດ້ອາໄສຢູ່ໃນສະພາບທີ່ເປັນອິດສະຫຼະກັບຄວາມສຸກຂອງຕົວເອງ? ມີຜູ້ໃດແດ່ທີ່ໄດ້ໜີຈາກຄວາມວ່າງເປົ່າຂອງການອາໄສຢູ່ໃນເນື້ອໜັງ? ແລ້ວມີໃຜທີ່ສາມາດຮູ້ເຖິງສິ່ງນີ້? ນັບແຕ່ເຮົາໄດ້ສ້າງມວນມະນຸດຂຶ້ນມາ ບໍ່ມີໃຜສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດເທິງແຜ່ນດິນໂລກ ແລະ ດ້ວຍເຫດນີ້ ມວນມະນຸດຈຶ່ງເສຍເວລາຢູ່ກັບຊີວິດທີ່ບໍ່ສໍາຄັນເຫຼົ່ານີ້. ຢ່າງໃດກໍຕາມ ບໍ່ມີໃຜເຕັມໃຈທີ່ຈະໜີກອອກຈາກສະພາບທີ່ລໍາບາກແບບນີ້ ແລະ ບໍ່ມີໃຜເຕັມໃຈທີ່ຈະຫຼີກເວັ້ນຊີວິດທີ່ວ່າງເປົ່າ ແລະ ເບື່ອໜ່າຍນີ້. ໃນປະສົບການຂອງມວນມະນຸດ, ບໍ່ມີໃຜໃນບັນດາຜູ້ທີ່ດໍາລົງຊີວິດຢູ່ໃນເນື້ອໜັງໄດ້ໜີຈາກທໍານຽມຂອງໂລກມະນຸດ ເຖິງແມ່ນວ່າ ພວກເຂົາຈະໄດ້ຮັບຜົນປະໂຫຍດໃນການຊົມຊື່ນເຮົາ. ກົງກັນຂ້າມ ພວກເຂົາປ່ອຍໃຫ້ເປັນໄປຕາມທໍາມະຊາດຕະຫຼອດເວລາ ແລະ ສືບຕໍ່ຫຼອກລວງຕົນເອງ.

ເມື່ອເຮົາຢຸດຕິການມີຢູ່ຂອງມະນຸດ ມັນກໍຈະບໍ່ມີໃຜຫຼົງເຫຼືອຢູ່ເທິງແຜ່ນດິນໂລກ ເພື່ອອົດທົນຕໍ່ກັບ “ການຂົ່ມເຫັງ” ຂອງແຜ່ນດິນໂລກ; ມີພຽງແຕ່ຫຼັງຈາກນັ້ນ ຈຶ່ງຈະຖືວ່າ ພາລະກິດທີ່ຍິ່ງໃຫຍ່ຂອງເຮົາໄດ້ສໍາເລັດລົງຢ່າງສົມບູນ. ໃນຍຸກສຸດທ້າຍ ເມື່ອເຮົາໄດ້ບັງເກີດເປັນມະນຸດ, ພາລະກິດທີ່ເຮົາປາດຖະໜາໃຫ້ບັນລຸແມ່ນການເຮັດໃຫ້ຜູ້ຄົນເຂົ້າໃຈຄວາມວ່າງເປົ່າຂອງການດໍາລົງຊີວິດໃນເນື້ອໜັງ ແລະ ເຮົາຈະໃຊ້ໂອກາດນີ້ເພື່ອກໍາຈັດເນື້ອໜັງ. ແລ້ວຫຼັງຈາກນັ້ນ ກໍຈະບໍ່ມີມະນຸດຄົນໃດມີຊີວິດຢູ່ເທິງແຜ່ນດິນໂລກນີ້ອີກ, ຈະບໍ່ມີໃຜຮ້ອງໄຫ້ກ່ຽວກັບຄວາມວ່າງເປົ່າຂອງແຜ່ນດິນໂລກນີ້ອີກຕໍ່ໄປ, ຈະບໍ່ມີໃຜເວົ້າກ່ຽວກັບຄວາມລໍາບາກຂອງເນື້ອໜັງອີກຕໍ່ໄປ, ຈະບໍ່ມີການຕໍາໜິເຮົາວ່າ ບໍ່ຍຸຕິທໍາອີກຕໍ່ໄປ ແລະ ທຸກຄົນ ແລະ ທຸກສິ່ງຈະເຂົ້າສູ່ຄວາມສະຫງົບສຸກ. ຫຼັງຈາກນັ້ນ, ມະນຸດຈະບໍ່ຟ້າວຟັ່ງໄປມາ, ຫຍຸ້ງຢູ່ກັບວຽກງານສະເໝີ ແລະ ພວກເຂົາຈະບໍ່ໄດ້ຊອກຫາວົກວົນໄປບ່ອນນັ້ນບ່ອນນີ້ເທິງແຜ່ນດິນໂລກອີກຕໍ່ໄປ ເນື່ອງຈາກວ່າ ພວກເຂົາໄດ້ຄົ້ນພົບປາຍທາງທີ່ເໝາະສົມສໍາລັບຕົວເອງແລ້ວ. ໃນເວລານັ້ນ, ຮອຍຍິ້ມກໍຈະປາກົດຂຶ້ນຢູ່ເທິງໃບໜ້າຂອງພວກເຂົາທຸກຄົນ. ຫຼັງຈາກນັ້ນ ເຮົາຈະບໍ່ຂໍຫຍັງຫຼາຍຈາກມວນມະນຸດ ແລະ ຈະບໍ່ໂຕ້ຖຽງກັບພວກເຂົາເພີ່ມເຕີມ; ຈະບໍ່ມີສົນທິສັນຍາວ່າດ້ວຍຄວາມສັນຕິພາບລະຫວ່າງພວກເຮົາອີກຕໍ່ໄປ. ເຮົາມີຕົວຕົນຢູ່ເທິງແຜ່ນດິນໂລກ ແລະ ມະນຸດດໍາລົງຊີວິດຢູ່ເທິງແຜ່ນດິນໂລກ; ເຮົາດໍາລົງຢູ່ ແລະ ອາໄສຢູ່ກັບພວກເຂົາ. ພວກເຂົາທຸກຄົນຮູ້ສຶກເຖິງຄວາມສຸກກັບການປາກົດຢູ່ຂອງເຮົາ ເຊິ່ງດ້ວຍເຫດນີ້ ຈຶ່ງບໍ່ເຕັມໃຈທີ່ຈະຈາກໄປໂດຍບໍ່ມີເຫດຜົນ ແລະ ກົງກັນຂ້າມ ແມ່ນຢາກໃຫ້ເຮົາຢູ່ຕໍ່ອີກໜ້ອຍໜຶ່ງ. ເຮົາຈະສາມາດຢືນຢູ່ເພື່ອເປັນພະຍານໃຫ້ກັບຄວາມເສົ້າໃຈຂອງແຜ່ນດິນໂລກ ໂດຍທີ່ບໍ່ຍົກນິ້ວມືເພື່ອຊ່ວຍຫຍັງເລີຍໄດ້ແນວໃດ? ເຮົາບໍ່ໄດ້ມາຈາກແຜ່ນດິນໂລກ; ຍ້ອນຄວາມອົດທົນ ເຮົາຈຶ່ງບັງຄັບຕົວເອົງ ເພື່ອໃຫ້ຢູ່ຕໍ່ໃນບ່ອນນີ້ຈົນຮອດປັດຈຸບັນ. ຖ້າບໍ່ແມ່ນຍ້ອນການອ້ອນວອນຢ່າງບໍ່ຈົບສິ້ນຂອງມວນມະນຸດ ເຮົາແມ່ນໄປແຕ່ດົນແລ້ວ. ດຽວນີ້ ຜູ້ຄົນສາມາດເບິ່ງແຍງຕົວເອງ ແລະ ພວກເຂົາບໍ່ຕ້ອງການຄວາມຊ່ວຍເຫຼືອຈາກເຮົາ ຍ້ອນວ່າ ພວກເຂົາໄດ້ມີວຸດທິພາວະ ແລະ ບໍ່ຕ້ອງການໃຫ້ເຮົາປ້ອນພວກເຂົາອີກ. ສະນັ້ນ, ເຮົາຈຶ່ງວາງແຜນທີ່ຈະຈັດ “ງານສະເຫຼີມສະຫຼອງໄຊຊະນະ” ກັບມວນມະນຸດ ເຊິ່ງຫຼັງຈາກນັ້ນ ເຮົາກໍຈະອໍາລາພວກເຂົາ ເພື່ອວ່າພວກເຂົາຈະບໍ່ໄດ້ບໍ່ຮູ້ສຶກຕົວ. ເປັນທີ່ແນ່ນອນຢູ່ແລ້ວວ່າ ການອໍາລາຈາກກັນໃນຂະນະທີ່ຍັງຂັດແຍ່ງກັນຢູ່ນັ້ນ ບໍ່ແມ່ນສິ່ງທີ່ດີ ຍ້ອນວ່າ ບໍ່ໄດ້ມີຄວາມອາຄາດຫຍັງລະຫວ່າງພວກເຮົາ. ດ້ວຍເຫດນັ້ນ, ມິດຕະພາບລະຫວ່າງພວກເຮົາຈະມີຢູ່ຕະຫຼອດໄປ. ເຮົາຫວັງວ່າ ຫຼັງຈາກທີ່ພວກເຮົາຈາກກັນ ມະນຸດຈະສາມາດດໍາເນີນ “ມູນມໍລະດົກ” ຂອງເຮົາຕໍ່ໄປ ແລະ ບໍ່ລືມຄໍາສັ່ງສອນທີ່ເຮົາໄດ້ມອບໃຫ້ໃນເວລາທີ່ເຮົາມີຊີວິດຢູ່ ໂດຍບໍ່ເຮັດສິ່ງໃດໆທີ່ຈະເປັນການນໍາເອົາຄວາມເສື່ອມເສຍມາສູ່ຊື່ຂອງເຮົາ ແລະ ຮັກສາພຣະທໍາຂອງເຮົາໄວ້ໃນຈິດໃຈ. ເຮົາຫວັງວ່າ ມະນຸດທຸກຄົນຈະສາມາດໃຊ້ຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອເຮັດໃຫ້ເຮົາພໍໃຈ ຫຼັງຈາກທີ່ເຮົາໄດ້ຈາກໄປ ໂດຍນໍາໃຊ້ພຣະທໍາຂອງເຮົາເປັນພື້ນຖານຂອງຊີວິດຂອງພວກເຂົາ ແລະ ໃຫ້ສາມາດດໍາລົງຊີວິດຕາມຄວາມຫວັງຂອງເຮົາ ເນື່ອງຈາກວ່າ ໃຈຂອງເຮົາແມ່ນເປັນຫ່ວງມະນຸດສະເໝີ ແລະ ເຮົາມີຄວາມຜູກພັນກັບພວກເຂົາສະເໝີ. ມວນມະນຸດ ແລະ ເຮົາເຄີຍເຕົ້າໂຮມກັນຄັ້ງໜຶ່ງ ແລະ ພວກເຮົາມີຄວາມສຸກກັບພອນຢູ່ເທິງແຜ່ນດິນໂລກຄືກັບຢູ່ເທິງສະຫວັນ. ເຮົາດໍາລົງຊີວິດຢູ່ຮ່ວມກັນກັບມະນຸດ ແລະ ອາໄສຢູ່ກັບພວກເຂົາ; ມະນຸດຮັກເຮົາສະເໝີ ແລະ ເຮົາກໍຮັກພວກເຂົາສະເໝີ. ພວກເຮົາມີຄວາມສໍາພັນກັນຢ່າງໃກ້ຊິດ. ເມື່ອຫວນເບິ່ງຄືນຫຼັງ ເວລາຂອງເຮົາທີ່ໃຊ້ຮ່ວມກັນກັບມະນຸດ ເຮົາຈື່ວ່າ ມື້ຂອງພວກເຮົາແມ່ນເຕັມໄປດ້ວຍສຽງຫົວ ແລະ ຄວາມມ່ວນຊື່ນ ແລະ ພ້ອມດ້ວຍການຜິດຖຽງກັນນໍາ. ຢ່າງໃດກໍຕາມ, ຄວາມຮັກລະຫວ່າງພວກເຮົາແມ່ນຖືກສ້າງຂຶ້ນບົນພື້ນຖານດັ່ງກ່າວນີ້ ແລະ ການພົວພັນເຊິ່ງກັນ ແລະ ກັນຂອງພວກເຮົາແມ່ນບໍ່ເຄີຍຖືກຕັດຂາດ. ໃນທ່າມກາງການຕິດຕໍ່ພົວພັນຂອງພວກເຮົາເປັນເວລາຫຼາຍປີ, ມວນມະນຸດໄດ້ມອບຄວາມປະທັບໃຈທີ່ເລິກເຊິ່ງໃຫ້ກັບເຮົາ ແລະ ເຮົາຍັງໄດ້ມອບຫຼາຍສິ່ງທີ່ຍິ່ງໃຫຍ່ໃຫ້ແກ່ມະນຸດເພື່ອຊົມຊື່ນ ເຊິ່ງພວກເຂົາແມ່ນຮູ້ບຸນຄຸນເປັນສອງເທົ່າສະເໝີ. ຕອນນີ້ ການເຕົ້າໂຮມຂອງພວກເຮົາຈະບໍ່ເປັນຄືເກົ່າອີກແລ້ວ; ມີໃຜແນ່ທີ່ສາມາດແລ່ນໜີຈາກຊ່ວງເວລາທີ່ພວກເຮົາຕ້ອງລາຈາກກັນນີ້? ມະນຸດມີຄວາມຮັກແພງທີ່ເລິກເຊິ່ງຕໍ່ເຮົາ ແລະ ເຮົາມີຄວາມຮັກທີ່ບໍ່ສິ້ນສຸດແກ່ພວກເຂົາ ແຕ່ສາມາດເຮັດຫຍັງໄດ້ແດ່ກັບສິ່ງນັ້ນ? ໃຜກ້າທີ່ຈະຕໍ່ຕ້ານຄວາມຕ້ອງການຂອງພຣະບິດາແຫ່ງສະຫວັນບໍ? ເຮົາຈະກັບຄືນສູ່ເຮືອນຂອງເຮົາ ເຊິ່ງເປັນບ່ອນທີ່ເຮົາຈະເຮັດພາລະກິດອີກສ່ວນໜຶ່ງຂອງເຮົາໃຫ້ສໍາເລັດ. ບາງເທື່ອ ພວກເຮົາຈະມີໂອກາດພົບກັນອີກ. ເຮົາຫວັງວ່າ ມະນຸດຈະບໍ່ຮູ້ສຶກໂສກເສົ້າຫຼາຍ ແລະ ພວກເຂົາຈະເຮັດໃຫ້ເຮົາພໍໃຈຢູ່ເທິງແຜ່ນດິນໂລກ; ພຣະວິນຍານຂອງເຮົາໃນສະຫວັນຈະໃຫ້ພຣະຄຸນແກ່ພວກເຂົາເປັນປະຈໍາ.

ໃນເວລາແຫ່ງການຊົງສ້າງ, ເຮົາໄດ້ທໍານວາຍວ່າ ໃນຍຸກສຸດທ້າຍເຮົາຈະສ້າງກຸ່ມຄົນ ທີ່ມີຈິດໃຈດຽວຄືກັບເຮົາ. ເຮົາໄດ້ທໍານວາຍລ່ວງໜ້າວ່າ ພາຍຫຼັງຈາກສ້າງຕົວຢ່າງຢູ່ເທິງແຜ່ນດິນໂລກໃນຍຸກສຸດທ້າຍ ເຮົາຈະກັບຄືນສູ່ເຮືອນຂອງເຮົາ. ເມື່ອມວນມະນຸດທຸກຄົນໄດ້ເຮັດໃຫ້ເຮົາພໍໃຈ ພວກເຂົາກໍຈະບັນລຸສິ່ງທີ່ເຮົາຮຽກຮ້ອງຈາກພວກເຂົາ ແລະ ເຮົາຈະບໍ່ຕ້ອງການໃຫ້ພວກເຂົາເຮັດຫຍັງອີກຕໍ່ໄປ. ກົງກັນຂ້າມ, ມະນຸດ ແລະ ເຮົາຈະແລກປ່ຽນເລື່ອງລາວກ່ຽວກັບອະດີດຜ່ານມາ ແລະ ຫຼັງຈາກນັ້ນ ພວກເຮົາກໍຈະລາຈາກກັນໄປ. ເຮົາໄດ້ເລີ່ມພາລະກິດນີ້ແລ້ວ ແລະ ໄດ້ເຮັດໃຫ້ມະນຸດກຽມຈິດໃຈຂອງພວກເຂົາໄວ້ແລ້ວ. ເຮົາຈະເຮັດໃຫ້ມວນມະນຸດທຸກຄົນເຂົ້າໃຈເຈດຕະນາຂອງເຮົາ ເພື່ອວ່າ ພວກເຂົາຈະບໍ່ເຂົ້າໃຈຜິດ ໂດຍທີ່ຄິດວ່າ ເຮົາໂຫດຮ້າຍ ຫຼື ບໍ່ມີຫົວໃຈ ເຊິ່ງນັ້ນບໍ່ແມ່ນເຈດຕະນາຂອງເຮົາ. ມະນຸດຮັກເຮົາ ແຕ່ຍັງປະຕິເສດທີ່ຈະຍອມມອບບ່ອນພັກທີ່ເໝາະສົມໃຫ້ກັບເຮົາບໍ? ພວກເຂົາບໍ່ເຕັມໃຈທີ່ຈະອ້ອນວອນຕໍ່ພຣະບິດາແຫ່ງສະຫວັນໃນນາມຂອງເຮົາບໍ? ມະນຸດບໍ່ໄດ້ເສຍນໍ້າຕາຍ້ອນເຫັນອົກເຫັນໃຈເຮົາບໍ? ພວກເຂົາບໍ່ໄດ້ຊ່ວຍໃນການເຮັດໃຫ້ພວກເຮົາ ນັ້ນກໍຄື ພຣະບິດາ ແລະ ພຣະບຸດ ມາຢູ່ຮ່ວມກັນຢ່າງສໍາເລັດບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ເຕັມໃຈໃນຕອນນີ້? ພັນທະກິດຂອງເຮົາເທິງແຜ່ນດິນໂລກແມ່ນສໍາເລັດແລ້ວ ແລະ ພາຍຫຼັງການອໍາລາຈາກມວນມະນຸດ ເຮົາຍັງຈະສືບຕໍ່ຊ່ວຍເຫຼືອພວກເຂົາ; ນີ້ບໍ່ດີບໍ? ເພື່ອໃຫ້ພາລະກິດຂອງເຮົາບັນລຸຜົນໄດ້ດີຂຶ້ນ ແລະ ເພື່ອວ່າ ມັນຈະເປັນປະໂຫຍດແກ່ທັງສອງຝ່າຍ ພວກເຮົາກໍຕ້ອງລາຈາກກັນ ເຖິງແມ່ນວ່າ ມັນຈະເຈັບປວດ. ຈົ່ງໃຫ້ນໍ້າຕາຂອງພວກເຮົາຕົກລົງຢ່າງງຽບໆ; ເຮົາຈະບໍ່ຕໍາໜິຕິເຕືອນມວນມະນຸດອີກຕໍ່ໄປ. ໃນອະດີດ ເຮົາໄດ້ເວົ້າຫຼາຍຢ່າງກັບຜູ້ຄົນ ເຊິ່ງທັງໝົດນັ້ນກໍໄດ້ແທງຫົວໃຈຂອງພວກເຂົາ ເຊິ່ງເຮັດໃຫ້ພວກເຂົາຫຼັ່ງນໍ້າຕາແຫ່ງຄວາມໂສກເສົ້າ. ຍ້ອນເຫດນັ້ນ ເຮົາຈຶ່ງຂໍອະໄພມາຍັງມວນມະນຸດ ແລະ ຂໍໃຫ້ພວກເຂົາຍົກໂທດໃຫ້. ເຮົາຂໍບໍ່ໃຫ້ພວກເຂົາກຽດຊັງເຮົາ ເນື່ອງຈາກວ່າ ນີ້ແມ່ນເພື່ອປະໂຫຍດທັງໝົດຂອງພວກເຂົາ. ສະນັ້ນ, ເຮົາຈຶ່ງຫວັງວ່າ ມະນຸດຈະເຂົ້າໃຈເຮົາ. ໃນອະດີດຕະການ, ພວກເຮົາເຄີຍມີຂໍ້ຜິດຖຽງກັນ ແຕ່ເມື່ອຫວນຫຼັງເບິ່ງຄືນແລ້ວ ພວກເຮົາທັງສອງແມ່ນໄດ້ປະຜົນໂຫຍດ. ຍ້ອນການຜິດຖຽງເຫຼົ່ານີ້ ພຣະເຈົ້າ ແລະ ມວນມະນຸດຈຶ່ງໄດ້ສ້າງຂົວຕໍ່ແຫ່ງມິດຕະພາບລະຫວ່າງພວກເຂົາ. ນັ້ນບໍ່ແມ່ນໝາກຜົນຂອງການຮ່ວມມືຂອງພວກເຮົາບໍ? ພວກເຮົາຄວນມີຄວາມສຸກກັບສິ່ງນີ້. ເຮົາຂໍໃຫ້ມະນຸດຍົກໂທດແກ່ “ຂໍ້ຜິດພາດ” ຂອງເຮົາໃນທີ່ຜ່ານມາ ແລະ ການເຮັດຜິດຂອງພວກເຂົາກໍຈະຖືກລືມໄປເຊັ່ນກັນ. ຕາບໃດທີ່ພວກເຂົາສາມາດມອບຄວາມຮັກໃຫ້ແກ່ເຮົາໃນອະນາຄົດເພື່ອເປັນການຕອບແທນ ສິ່ງນັ້ນກໍຈະມອບຄວາມສຸກສະບາຍໃຫ້ແກ່ພຣະວິນຍານຂອງເຮົາຢູ່ເທິງສະຫວັນແລ້ວ. ເຮົາບໍ່ຮູ້ວ່າ ການຕັ້ງໃຈຢ່າງແນວແນ່ຂອງມວນມະນຸດກ່ຽວກັບສິ່ງນີ້ຄືຫຍັງ ແລະ ບໍ່ຮູ້ວ່າຜູ້ຄົນເຕັມໃຈທີ່ຈະເຮັດໃຫ້ເຮົາພໍໃຈຕາມການຮ້ອງຂໍຄັ້ງສຸດທ້າຍຂອງເຮົາ ຫຼື ບໍ່. ເຮົາບໍ່ໄດ້ຂໍຫຍັງອີກຈາກພວກເຂົາ ນອກຈາກຂໍໃຫ້ພວກເຂົາຮັກເຮົາເທົ່ານັ້ນ; ນັ້ນກໍພຽງພໍແລ້ວ. ສິ່ງນີ້ສາມາດບັນລຸໄດ້ບໍ? ຈົ່ງໃຫ້ສິ່ງທີ່ບໍ່ດີ ທີ່ເກີດຂຶ້ນລະຫວ່າງພວກເຮົາເປັນສິ່ງໃນອະດີດ; ຈົ່ງໃຫ້ມີຄວາມຮັກລະຫວ່າງພວກເຮົາຕະຫຼອດໄປ. ເຮົາໄດ້ມອບຄວາມຮັກຢ່າງຫຼວງຫຼາຍໃຫ້ແກ່ມະນຸດ ແລະ ພວກເຂົາໄດ້ເສຍສະຫຼະຢ່າງມະຫາສານເພື່ອຮັກເຮົາ. ດ້ວຍເຫດນັ້ນ, ເຮົາຈຶ່ງຫວັງວ່າ ມວນມະນຸດຈະຖະໜອມຄວາມຮັກທີ່ບໍ່ເຈືອຈາງ ແລະ ບໍລິສຸດລະຫວ່າງພວກເຮົາ ເພື່ອວ່າ ຄວາມຮັກຂອງພວກເຮົາຈະແຜ່ຂະຫຍາຍໄປທົ່ວໂລກມະນຸດ ແລະ ຖືກສືບທອດຕະຫຼອດໄປ. ເມື່ອພວກເຮົາພົບກັນອີກ ຈົ່ງໃຫ້ພວກເຮົາຍັງເຊື່ອມໂຍງກັນໃນຄວາມຮັກ ເພື່ອວ່າ ຄວາມຮັກຂອງພວກເຮົາຈະໄດ້ສືບຕໍ່ໄປຊົ່ວນິລັນດອນ ແລະ ຖືກສັນລະເສີນ ແລະ ຖືກເລົ່າຂານກັນໂດຍຜູ້ຄົນທັງໝົດ. ສິ່ງນີ້ຈະເຮັດໃຫ້ເຮົາພໍໃຈ ແລະ ເຮົາຈະສະແດງໃບໜ້າທີ່ຍິ້ມແຍ້ມຂອງເຮົາຕໍ່ມວນມະນຸດ. ເຮົາຫວັງວ່າ ມະນຸດຈະຈື່ຄໍາແນະນໍາຂອງເຮົາ.

ວັນທີ 1 ມິຖຸນາ 1992

​ກ່ອນ​ນີ້ :ບົດທີ 46

ຕໍ່​ໄປ:ບົດທີ 3

ທ່ານອາດຈະຍັງມັກ

  • ສິ່ງທີ່ຜູ້ນໍາພາທີ່ເໝາະສົມຄວນມີ

    ເຈົ້າຕ້ອງມີຄວາມເຂົ້າໃຈ ກ່ຽວກັບສະພາບການທັງຫຼາຍຂອງມະນຸດທີ່ຈະຜະເຊີນ ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ. ໂດຍສະເພາະຄົນເຫຼົ່ານັ້ນທີ່ປະສານງານ ເພື່ອ…

  • ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

    ທຸກຄົນແມ່ນມີຄວາມເປັນໄປໄດ້ທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ສະນັ້ນ ທຸກຄົນຄວນເຂົ້າໃຈວ່າ ການຮັບໃຊ້ພຣະເຈົ້າປະເພດໃດຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງໄດ້ດີທີ່ສຸ…

  • ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

    ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຮູ້ສຶກຂອງພວກເຂົາອອກໃນດ້ານລົບ ແມ່ນຄົນຮັບໃຊ້ຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ …

  • ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້

    ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່…