ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 46

ເຮົາບໍ່ຮູ້ວ່າຜູ້ຄົນປະຕິບັດດີສໍ່າໃດໃນການເຮັດໃຫ້ພຣະທຳຂອງເຮົາເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ. ເຮົາຮູ້ສຶກເປັນຫ່ວງເປັນໃຍຕໍ່ໂຊກຊະຕາຂອງມະນຸດຢູ່ສະເໝີ, ແຕ່ຜູ້ຄົນແມ່ນບໍ່ຮູ້ສຶກເຖິງສິ່ງນີ້ ແລະ ຜົນຕາມມາກໍຄື ພວກເຂົາບໍ່ເຄີຍໃສ່ໃຈຕໍ່ການປະຕິບັດຂອງເຮົາຈັກເທື່ອ ແລະ ບໍ່ເຄີຍມີການເຄົາລົບບູຊາຍ້ອນທ່າທີຂອງເຮົາທີ່ມີຕໍ່ມະນຸດ. ມັນເປັນຄືກັບວ່າ ພວກເຂົາປະຖິ້ມຄວາມຮູ້ສຶກເພື່ອເຮັດໃຫ້ເຮົາພໍໃຈແຕ່ດົນແລ້ວ. ເມື່ອພົບກັບສະຖານະການດັ່ງກ່າວ ເຮົາກໍມິດງຽບລົງອີກຄັ້ງ. ເປັນຫຍັງພຣະທຳຂອງເຮົາຈຶ່ງບໍ່ສົມຄວນໃຫ້ມະນຸດຄຳນຶງເຖິງ ແລະ ບໍ່ສົມຄວນແກ່ທາງເຂົ້າຫຼ້າຍຂຶ້ນ? ມັນເປັນຍ້ອນ “ເຮົາບໍ່ມີຄວາມເປັນຈິງ” ແລະ ເຮົາກຳລັງພະຍາຍາມຄົ້ນຫາບາງສິ່ງເພື່ອຕໍ່ຕ້ານຜູ້ຄົນບໍ? ເປັນຫຍັງຜູ້ຄົນຈຶ່ງ “ປະຕິບັດຕໍ່ເຮົາເປັນພິເສດ” ຢູ່ສະເໝີ? ເຮົາເປັນຄົນເຈັບໄຂ້ທີ່ຢູ່ໃນຫ້ອງຄົນເຈັບພິເສດຂອງເຂົາເອງບໍ? ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດທີ່ພວກມັນເປັນຢູ່ໃນປັດຈຸບັນ ເປັນຫຍັງຜູ້ຄົນຈຶ່ງຍັງຫຼຽວເບິ່ງເຮົາແບບຕ່າງເກົ່າ? ມີຂໍ້ຜິດພາດໃນທັດສະນະຄະຕິທີ່ເຮົາມີຕໍ່ມະນຸດບໍ? ໃນປັດຈຸບັນ, ເຮົາໄດ້ເລີ່ມຕົ້ນພາລະກິດໃໝ່ເໜືອຈັກກະວານ. ເຮົາໄດ້ມອບການເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນຢູ່ເທິງແຜ່ນດິນໂລກ ແລະ ຂໍໃຫ້ພວກເຂົາທຸກຄົນຍ້າຍອອກຈາກເຮືອນຂອງເຮົາ. ຍ້ອນຜູ້ຄົນມັກໃສ່ໃຈພວກເຂົາເອງຢູ່ສະເໝີ, ເຮົາຈຶ່ງແນະແນະໃຫ້ພວກເຂົາຮູ້ຈັກຖານະຕົນເອງ ແລະ ບໍ່ລົບກວນພາລະກິດຂອງເຮົາຢູ່ຕະຫຼອດ. ໃນ “ບ້ານພັກ” ທີ່ເຮົາໄດ້ເປີດ, ບໍ່ມີຫຍັງດົນໃຈໃຫ້ເຮົາຮູ້ສຶກລັງກຽດຫຼາຍໄປກວ່າມະນຸດ, ຍ້ອນຜູ້ຄົນສ້າງບັນຫາໃຫ້ກັບເຮົາ ແລະ ເຮັດໃຫ້ເຮົາຜິດຫວັງຢູ່ສະເໝີ. ພຶດຕິກຳຂອງພວກເຂົານໍາຄວາມອັບອາຍມາໃຫ້ກັບເຮົາ ແລະ ເຮົາບໍ່ເຄີຍໄດ້ “ພູມໃຈ” ຈັກເທື່ອ.” ສະນັ້ນ ເຮົາຈຶ່ງເວົ້າກັບພວກເຂົາຢ່າງໃຈເຢັນ, ຂໍໃຫ້ພວກເຂົາອອກຈາກເຮືອນຂອງເຮົາໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເຊົາກິນອາຫານຂອງເຮົາລ້າໆ. ຖ້າພວກເຂົາປາຖະໜາທີ່ຈະຄົງຢູ່, ແລ້ວພວກເຂົາກໍຕ້ອງຜ່ານການທົນທຸກ ແລະ ອົດກັ້ນຕໍ່ການຕີສອນຂອງເຮົາ. ໃນຄວາມຄິດຂອງພວກເຂົາ, ເຮົາບໍ່ຮູ້ຫຍັງໝົດເລີຍ ແລະ ບໍ່ຮູ້ຈັກເຖິງການກະທຳຂອງພວກເຂົາ ແລະ ສະນັ້ນ ພວກເຂົາຈຶ່ງຢືນຢ່າງພາກພູມໃຈຕໍ່ໜ້າເຮົາ ໂດຍບໍ່ມີສັນຍານວ່າຈະລົ້ມລົງເລີຍ, ພຽງແຕ່ທຳທ່າເປັນມະນຸດເພື່ອເພິ່ມເຕີມຈຳນວນ. ເມື່ອເຮົາຮຽກຮ້ອງຈາກຜູ້ຄົນ, ພວກເຂົາກໍປະຫຼາດໃຈ: ພວກເຂົາບໍ່ເຄີຍຄິດວ່າ ພຣະເຈົ້າທີ່ມີທຳມະຊາດແສນດີ ແລະ ເມດຕາເປັນເວລາຫຼາຍປີ ຈະເວົ້າພຣະທຳດັ່ງກ່າວໄດ້ ເຊິ່ງເປັນພຣະທຳທີ່ໄຮ້ຫົວໃຈ ແລະ ໄຮ້ເຫດຜົນ ແລະ ແລ້ວພວກເຂົາກໍເວົ້າບໍ່ອອກ. ໃນເວລາດັ່ງກ່າວ ເຮົາເຫັນວ່າຄວາມກຽດຊັງໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ເຮົາໄດ້ກໍ່ຕົວອີກຄັ້ງ, ເພາະພວກເຂົາໄດ້ເລີ່ມຕົ້ນປະຕິບັດພາລະກິດແຫ່ງການຕໍ່ວ່າອີກຄັ້ງ. ພວກເຂົາກ່າວໂທດແຜ່ນດິນໂລກ ແລະ ສາບແຊ່ງສະຫວັນຢູ່ສະເໝີ. ແຕ່ໃນຄໍາເວົ້າຂອງພວກເຂົາ, ເຮົາບໍ່ເຄີຍຄົ້ນພົບຄໍາໃດເລີຍທີ່ສາບແຊ່ງພວກເຂົາເອງ ຍ້ອນຄວາມຮັກທີ່ພວກເຂົາມີຕໍ່ຕົນເອງແມ່ນຍິ່ງໃຫຍ່ຫຼາຍ. ສະນັ້ນ ເຮົາຈຶ່ງສະຫຼຸບຄວາມໝາຍຂອງຊີວິດມະນຸດວ່າ ຍ້ອນຜູ້ຄົນຮັກຕົນເອງຫຼາຍເກີນໄປ, ຊີວິດທັງໝົດຂອງພວກເຂົາຈຶ່ງເຈັບປວດ ແລະ ວ່າງເປົ່າ ແລະ ພວກເຂົາກໍທົນທຸກໃນຄວາມພິນາດທີ່ພວກເຂົາສ້າງຂຶ້ນເອງ ຍ້ອນຄວາມກຽດຊັງທີ່ພວກເຂົາມີໃຫ້ກັບເຮົາ.

ເຖິງແມ່ນວ່າຈະມີ “ຄວາມຮັກ” ໃນຄຳເວົ້າທີ່ນັບບໍ່ຖ້ວນຂອງມະນຸດ, ເມື່ອເຮົານໍາຄຳເວົ້າເຫຼົ່ານີ້ໄປທີ່ “ຫ້ອງທົດລອງ” ເພື່ອທົບສອບ ແລະ ສັງເກດພວກມັນພາຍໃຕ້ກ້ອງຈຸລະທັດ, ສິ່ງທີ່ຢູ່ພາຍໃນພວກມັນລ້ວນແລ້ວແຕ່ຖືກເປີດເຜີຍອອກຢ່າງຊັດເຈນທີ່ສຸດ. ໃນຊ່ວງເວລານີ້, ເຮົາໄດ້ມາທ່າມກາງມະນຸດອີກຄັ້ງເພື່ອໃຫ້ພວກເຂົາເບິ່ງ “ບົດບັນທຶກທາງການແພດ” ຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາເຊື່ອຢ່າງຈິງໃຈ. ເມື່ອຜູ້ຄົນເຫັນສິ່ງເຫຼົ່ານີ້, ໃບໜ້າຂອງພວກເຂົາກໍເຕັມໄປດ້ວຍຄວາມໂສກເສົ້າ, ພວກເຂົາຮູ້ສຶກເສຍໃຈໃນໃຈຂອງພວກເຂົາ ແລະ ພວກເຂົາເຖິງກັບກັງວົນຫຼາຍຈົນພວກເຂົາປາຖະໜາຢາກປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ກັບຄືນສູ່ເສັ້ນທາງທີ່ຖືກຕ້ອງເພື່ອເຮັດໃຫ້ເຮົາມີຄວາມສຸກ. ເມື່ອໄດ້ເຫັນເຖິງຄວາມເດັດດ່ຽວຂອງພວກເຂົາ, ເຮົາກໍດີໃຈຫຼາຍທີ່ສຸດ, ເຮົາເຕັມໄປດ້ວຍຄວາມຊື່ນຊົມຍິນດີ: “ເທິງແຜ່ນດິນໂລກ, ຈະມີຜູ້ໃດນອກຈາກມະນຸດທີ່ສາມາດແບ່ງປັນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າກັບເຮົາ? ບໍ່ແມ່ນມີແຕ່ມະນຸດຄົນດຽວບໍ?” ແຕ່ເມື່ອເຮົາຈາກໄປ, ຜູ້ຄົນກໍຈີກບົດບັນທຶກທາງການແພດຂອງພວກເຂົາ ແລະ ໂຍນພວກມັນລົງພື້ນກ່ອນທີ່ຈະຍ່າງໄວ້ທ່າໜີໄປ. ຕັ້ງແຕ່ມື້ນັ້ນເປັນຕົ້ນມາ ເຮົາກໍໄດ້ເຫັນການກະທຳໜ້ອຍດຽວຂອງມະນຸດທີ່ເປັນທີ່ພໍໃຈຂອງເຮົາ. ແຕ່ຄວາມຕັ້ງໃຈຂອງພວກເຂົາທີ່ຢູ່ຕໍ່ໜ້າເຮົາແມ່ນສະສົມຢ່າງຫຼວງຫຼາຍ ແລະ ເມື່ອຫຼຽວເບິ່ງຄວາມຕັ້ງໃຈຂອງພວກເຂົາແລ້ວ ເຮົາແມ່ນຮູ້ສຶກເບື່ອໜ່າຍຫຼາຍ, ຍ້ອນບໍ່ມີຫຍັງໃນພວກເຂົາທີ່ສາມາດຖືກຍົກຂຶ້ນເພື່ອຄວາມສຸກຂອງເຮົາໄດ້ເລີຍ, ສິ່ງເຫຼົ່ານັ້ນມີມົນທິນຫຼາຍເກີນໄປ. ເມື່ອເຫັນເຖິງການທີ່ເຮົາບໍ່ເອົາໃຈໃສ່ຕໍ່ຄວາມຕັ້ງໃຈຂອງພວກເຂົາ, ຜູ້ຄົນກໍເລີ່ມເຢັນຊາ. ຫຼັງຈາກນັ້ນ, ພວກເຂົາກໍບໍ່ຄ່ອຍສົ່ງ “ໃບສະໝັກ” ມາເລີຍ ເພາະຫົວໃຈຂອງມະນຸດບໍ່ເຄີຍຖືກຍົກຍ້ອງເມື່ອຢູ່ຕໍ່ໜ້າເຮົາ ແລະ ມັນມີແຕ່ຖືກເຮົາປະຕິເສດ, ບໍ່ມີການສະໜັບສະໜູນຝ່າຍວິນຍານໃນຊີວິດຂອງຜູ້ຄົນອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ຄວາມກະຕືລືລົ້ນຂອງພວກເຂົາກໍຫາຍໄປ ແລະ ເຮົາບໍ່ຮູ້ສຶກເຖິງອາກາດກຳລັງ “ຮ້ອນເຜົາ” ອີກເລີຍ. ຜູ້ຄົນທົນທຸກຫຼາຍຢ່າງຕະຫຼອດຊີວິດຂອງພວກເຂົາ ຈົນເຖິງຈຸດທີ່ວ່າ ດ້ວຍການມາເຖິງຂອງສະຖານະການໃນປັດຈຸບັນ, ພວກເຂົາແມ່ນຖືກເຮົາ “ທໍລະມານ” ຫຼາຍຈົນພວກເຂົາວົນວຽນຢູ່ລະຫວ່າງຊີວິດ ແລະ ຄວາມຕາຍ; ຜົນຕາມມາກໍຄື ແສງສະຫວ່າງຈາກໃບໜ້າຂອງພວກເຂົາມືດລົງ ແລະ ພວກເຂົາກໍສູນເສຍ “ຄວາມມີຊີວິດຊີວາ” ຂອງພວກເຂົາ, ຍ້ອນພວກເຂົາທຸກຄົນໄດ້ “ເຕີບໃຫຍ່” ໝົດແລ້ວ. ເຮົາບໍ່ສາມາດທົນເຫັນສະພາບທີ່ເປັນຕາສົງສານຂອງຜູ້ຄົນໄດ້ ເມື່ອພວກເຂົາຖືກຫຼໍ່ຫຼອມໃນລະຫວ່າງການຂ້ຽນຕີ, ແຕ່ຜູ້ໃດສາມາດແກ້ໄຂສະຖານະການທີ່ໜ້າສັງເວດຂອງມະນຸດໄດ້? ຜູ້ໃດສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຊີວິດທີ່ໜ້າອະນາດຂອງມະນຸດໄດ້? ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດປົດປ່ອຍພວກເຂົາເອງອອກຈາກທະເລເລິກແຫ່ງຄວາມທຸກທໍລະມານໄດ້? ເຮົາຕັ້ງໃຈໃສ່ແຮ້ວຜູ້ຄົນໃຫ້ຕິດກັບບໍ? ຜູ້ຄົນບໍ່ເຄີຍເຂົ້າໃຈເຖິງອາລົມຂອງເຮົາ ແລະ ສະນັ້ນ ເຮົາຈຶ່ງຄໍ່າຄວນໄປທົ່ວຈັກກະວານວ່າ ໃນບັນດາສິ່ງຕ່າງໆໃນສະຫວັນ ແລະ ເທິງແຜ່ນດິນໂລກ, ບໍ່ມີຫຍັງເຄີຍຮັບຮູ້ເຖິງຫົວໃຈຂອງເຮົາຈັກເທື່ອ, ບໍ່ມີຫຍັງຮັກເຮົາຢ່າງແທ້ຈິງ. ແມ່ນແຕ່ໃນປັດຈຸບັນ, ເຮົາຍັງບໍ່ຮູ້ຈັກວ່າ ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຮັກເຮົາໄດ້. ພວກເຂົາສາມາດມອບຫົວໃຈຂອງພວກເຂົາໃຫ້ກັບເຮົາ, ພວກເຂົາສາມາດເສຍສະຫຼະໂຊກຊະຕາຂອງພວກເຂົາເພື່ອເຮົາ, ແຕ່ເປັນຫຍັງພວກເຂົາຈຶ່ງບໍ່ສາມາດມອບຄວາມຮັກຂອງພວກເຂົາໃຫ້ກັບເຮົາ? ພວກເຂົາບໍ່ມີສິ່ງທີ່ເຮົາຮຽກຮ້ອງບໍ? ຜູ້ຄົນສາມາດຮັກທຸກສິ່ງຍົກເວັ້ນເຮົາ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດຮັກເຮົາໄດ້? ເປັນຫຍັງຄວາມຮັກຂອງພວກເຂົາຈຶ່ງລີ້ລັບຢູ່ສະເໝີ? ເມື່ອ ພວກເຂົາໄດ້ຢືນຢູ່ຕໍ່ໜ້າເຮົາຈົນເຖິງປັດຈຸບັນ, ເປັນຫຍັງເຮົາຈຶ່ງບໍ່ເຄີຍເຫັນຄວາມຮັກຂອງພວກເຂົາຈັກເທື່ອ? ນີ້ແມ່ນສິ່ງທີ່ພວກເຂົາຂາດເຂີນບໍ? ເຮົາຕັ້ງໃຈເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຜູ້ຄົນບໍ? ພວກເຂົາຍັງລັງເລໃນຫົວໃຈຂອງພວກເຂົາຢູ່ບໍ? ພວກເຂົາຢ້ານຮັກຄົນຜິດ ແລະ ບໍ່ສາມາດແກ້ໄຂຕົນເອງບໍ? ໃນຜູ້ຄົນ ມີຂໍ້ເລິກລັບຈຳນວນຫຼວງຫຼາຍທີ່ບໍ່ສາມາດຢັ່ງເຖິງໄດ້ ແລະ ສະນັ້ນ ເຮົາຈຶ່ງ “ບໍ່ກ້າ ແລະ ຂີ້ຢ້ານ” ຢູ່ສະເໝີເມື່ອຢູ່ຕໍ່ໜ້າມະນຸດ.

ໃນປັດຈຸບັນ, ໃນເວລາທີ່ກຳລັງກ້າວໜ້າໄປສູ່ປະຕູແຫ່ງອານາຈັກ, ທຸກຄົນກໍເລີ່ມກ້າວໜ້າໄປຢ່າງໄວ, ແຕ່ເມື່ອພວກເຂົາມາເຖິງຕໍ່ໜ້າປະຕູ, ເຮົາກໍປິດປະຕູ, ເຮົາອັດປະຜູ້ຄົນໄວ້ຢູ່ຂ້າງນອກ ແລະ ຮຽກຮ້ອງໃຫ້ພວກເຂົາສະແດງບັດຜ່ານເຂົ້າປະຕູຂອງພວກເຂົາ. ການກະທຳທີ່ປະຫຼາດດັ່ງກ່າວບໍ່ຄືກັບສິ່ງທີ່ຜູ້ຄົນຄາດຫວັງ ແລະ ພວກເຂົາທຸກຄົນກໍປະຫຼາດໃຈ. ເປັນຫຍັງປະຕູທີ່ເປີດກວ້າງຢູ່ສະເໝີ ມື້ນີ້ຈຶ່ງອັດແຈບຢ່າງທັນທີ? ຜູ້ຄົນກະທືບຕີນຂອງພວກເຂົາ ແລະ ຍ່າງໄປຍ່າງມາ. ພວກເຂົາຈິນຕະນາການວ່າ ພວກເຂົາສາມາດໃຊ້ອຸບາຍເພື່ອຫາທາງເຂົ້າ, ແຕ່ເມື່ອພວກເຂົາຍື່ນບັດຜ່ານເຂົ້າປະຕູປອມຂອງພວກເຂົາໃຫ້ກັບເຮົາ, ເຮົາກໍໂຍນພວກເຂົາຖິ້ມໃນຂຸມໄຟໃນທີ່ນັ້ນ ແລະ ຫຼັງຈາກນັ້ນ ເມື່ອໄດ້ເຫັນເຖິງ “ຄວາມພະຍາຍາມຢ່າງເຈັບປວດ” ຂອງພວກເຂົາເອງເຜົາໄໝ້, ພວກເຂົາກໍສູນເສຍຄວາມຫວັງ. ພວກເຂົາຈັບຫົວຂອງພວກເຂົາ, ຮ້ອງໄຫ້, ເບິ່ງທິວທັດທີ່ສວຍງາມພາຍໃນອານາຈັກ ແຕ່ບໍ່ສາມາດເຂົ້າໄປໄດ້. ແຕ່ເຮົາບໍ່ຍອມໃຫ້ພວກເຂົາເຂົ້າ ຍ້ອນສະພາບທີ່ເປັນຕາເວດທະນາຂອງພວກເຂົາ ພວກເຂົາຈະລົບກວນແຜນການຂອງເຮົາແນວໃດກໍຕາມໃຈພວກເຂົາ? ພອນຂອງອະນາຄົດທີ່ມອບໃຫ້ນັ້ນແລກປ່ຽນກັບຄວາມກະຕືລືລົ້ນຂອງຜູ້ຄົນໄດ້ບໍ? ຄວາມໝາຍຂອງການເປັນຢູ່ຂອງມະນຸດແມ່ນຢູ່ໃນການເຂົ້າສູ່ສະຫວັນຕາມທີ່ເຂົາພໍໃຈບໍ? ເຮົາຕໍ່າຊ້າຫຼາຍບໍ? ຖ້າບໍ່ແມ່ນຍ້ອນພຣະທຳທີ່ຮຸນແຮງຂອງເຮົາ, ຜູ້ຄົນຈະບໍ່ໄດ້ເຂົ້າສູ່ອານາຈັກແຕ່ດົນແລ້ວບໍ? ສະນັ້ນ ຜູ້ຄົນຈຶ່ງກຽດຊັງເຮົາຢູ່ສະເໝີ ຍ້ອນການເປັນຢູ່ຂອງເຮົາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຂົາ. ຖ້າເຮົາບໍ່ມີຢູ່, ທຸກມື້ນີ້ ພວກເຂົາກໍຈະສາມາດໄດ້ຮັບພອນແຫ່ງອານາຈັກ ແລະ ຈຳເປັນຫຍັງທີ່ຕ້ອງມີການອົດກັ້ນຕໍ່ຄວາມທົນທຸກນີ້? ສະນັ້ນ ເຮົາຈຶ່ງບອກຜູ້ຄົນວ່າ ພວກເຂົາຄວນຈາກໄປດີກວ່າ, ພວກເຂົາຄວນຖືເອົາໂອກາດທີ່ສິ່ງຕ່າງໆກຳລັງດຳເນີນໄປໄດ້ດີໃນປັດຈຸບັນເພື່ອຄົ້ນພົບທາງອອກໃຫ້ກັບພວກເຂົາເອງ; ພວກເຂົາຄວນສວຍໂອກາດຈາກປັດຈຸບັນ, ໃນຂະນະທີ່ພວກເຂົາຍັງໜຸ່ມ, ຮຽນຮູ້ທັກສະບາງຢ່າງ. ຖ້າພວກເຂົາບໍ່ເຮັດແບບນັ້ນ, ໃນອະນາຄົດ ມັນກໍຈະຊ້າເກີນໄປ. ໃນເຮືອນຂອງເຮົາ, ບໍ່ມີໃຜເຄີຍໄດ້ຮັບພອນຈັກເທື່ອ. ເຮົາບອກກັບທຸກຄົນໃຫ້ຟ້າວໜີໄປ, ຢ່າຍຶດຕິດກັບການດຳລົງຊີວິດໃນ “ຄວາມທຸກຍາກ” ເລີຍ; ໃນອະນາຄົດ ມັນຈະຊ້າເກີນໄປທີ່ຈະເສຍໃຈ. ຢ່າກົດດັນໂຕເອງຫຼາຍເກີນໄປ; ເປັນຫຍັງຈຶ່ງຕ້ອງກັງວົນ? ພ້ອມນີ້ ເຮົາຍັງບອກຜູ້ຄົນວ່າ ເມື່ອພວກເຂົາລົ້ມເຫຼວໃນການຮັບພອນ, ບໍ່ມີໃຜສາມາດຕໍ່ວ່າເຮົາໄດ້. ເຮົາບໍ່ມີເວລາທີ່ຈະມາສິ້ນເປືອງພຣະທຳຂອງເຮົາກັບມະນຸດ. ເຮົາຫວັງວ່າ ສິ່ງນີ້ຈະຕິດຢູ່ໃນຄວາມຄິດຂອງຜູ້ຄົນ, ພວກເຂົາຈະບໍ່ລືມມັນ, ພຣະທຳເຫຼົ່ານີ້ແມ່ນຄວາມຈິງຢ່າງທຸກໃຈຈາກເຮົາ. ເຮົາເສຍຄວາມສັດທາໃນມະນຸດຕັ້ງແຕ່ດົນແລ້ວ, ເຮົາເສຍຄວາມຫວັງໃນຜູ້ຄົນຕັ້ງແຕ່ດົນແລ້ວ, ຍ້ອນພວກເຂົາຂາດຄວາມທະເຍີທະຍານ, ພວກເຂົາບໍ່ເຄີຍສາມາດທີ່ຈະມອບຫົວໃຈທີ່ຮັກພຣະເຈົ້າໃຫ້ກັບເຮົາ ແຕ່ກົງກັນຂ້າມ ມອບແຮງຈູງໃຈຂອງພວກເຂົາໃຫ້ກັບເຮົາແທນ. ເຮົາໄດ້ເວົ້າຫຼາຍຢ່າງກັບມະນຸດ ແລະ ຍ້ອນທຸກມື້ນີ້ມະນຸດຍັງເມີນເສີຍຕໍ່ຄຳແນະນໍາຂອງເຮົາ, ເຮົາຈຶ່ງບອກພວກເຂົາຈາກມຸມມອງຂອງເຮົາເພື່ອປ້ອງກັນບໍ່ໃຫ້ພວກເຂົາເຂົ້າໃຈຜິດກ່ຽວກັບຫົວໃຈຂອງເຮົາໃນອະນາຄົດ; ບໍ່ວ່າພວກເຂົາຈະຢູ່ ຫຼື ຕາຍໃນອະນາຄົດ ມັນກໍເປັນເລື່ອງຂອງພວກເຂົາ, ເຮົາບໍ່ໄດ້ຄວບຄຸມເໜືອສິ່ງນີ້. ເຮົາຫວັງວ່າພວກເຂົາຈະຄົ້ນພົບເສັ້ນທາງຂອງພວກເຂົາເອງໃນການຢູ່ລອດ ແລະ ເຮົາບໍ່ມີອຳນາດໃນສິ່ງນີ້. ໃນເມື່ອມະນຸດບໍ່ຮັກເຮົາຢ່າງແທ້ຈິງ, ພວກເຮົາກໍແຍກທາງກັນ; ໃນອະນາຄົດກໍຈະບໍ່ມີພຣະທຳລະຫວ່າງເຮົາອີກຕໍ່ໄປ, ພວກເຮົາຈະບໍ່ມີຫຍັງໃຫ້ເວົ້າອີກຕໍ່ໄປ, ພວກເຮົາຈະບໍ່ແຊກແຊງກັນ ແລະ ກັນ, ພວກເຮົາແຕ່ລະຄົນຈະໄປຕາມທາງຂອງພວກເຮົາເອງ, ຜູ້ຄົນບໍ່ຕ້ອງມາຊອກຫາເຮົາ, ເຮົາຈະບໍ່ຂໍ “ຄວາມຊ່ວຍເຫຼືອ” ຈາກມະນຸດອີກຈັກເທື່ອ. ນີ້ແມ່ນສິ່ງທີ່ກີດກັ້ນລະຫວ່າງພວກເຮົາ ແລະ ພວກເຮົາໄດ້ເວົ້າແບບບໍ່ອ້ອມຄ້ອມເພື່ອປ້ອງກັນບໍ່ໃຫ້ມີບັນຫາໃນອະນາຄົດ. ແລ້ວນີ້ບໍ່ໄດ້ເຮັດໃຫ້ສິ່ງຕ່າງໆງ່າຍຂຶ້ນບໍ? ພວກເຮົາແຕ່ລະຄົນກໍໄປຕາມທາງຂອງພວກເຮົາເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັນ, ມີບັນຫາຫຍັງບໍກັບສິ່ງນີ້? ເຮົາຫວັງວ່າຜູ້ຄົນຈະພິຈາລະນາເລື່ອງນີ້.

ວັນທີ 28 ເມສາ 1992

​ກ່ອນ​ນີ້ :ບົດທີ 45

ຕໍ່​ໄປ:ບົດທີ 47

ທ່ານອາດຈະຍັງມັກ