ບົດທີ 12
ເມື່ອທຸກຄົນເອົາໃຈໃສ່, ເມື່ອທຸກສິ່ງຖືກສ້າງຄືນໃໝ່ ແລະ ຖືກເຮັດໃຫ້ຟື້ນຄືນໃໝ່, ເມື່ອທຸກຄົນອ່ອນນ້ອມຕໍ່ພຣະເຈົ້າ ໂດຍບໍ່ມີຄວາມກະວົນກະວາຍໃຈ ແລະ ເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບທີ່ໜັກໜ່ວງຕໍ່ພາລະຂອງພຣະເຈົ້າ, ນີ້ແມ່ນເວລາທີ່ຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ແມບເຫຼື້ອມອອກມາ ໂດຍເຍືອງແສງໄປທົ່ວທິດຕາເວັນອອກສູ່ທິດຕາເວັນຕົກ ແລະ ເຮັດໃຫ້ທົ່ວແຜ່ນດິນໂລກຢ້ານກົວການມາຂອງແສງສະຫວ່າງນີ້; ແລະ ໃນຕອນນີ້ ພຣະເຈົ້າໄດ້ເລີ່ມຊີວິດໃໝ່ອີກຄັ້ງ. ນີ້ເວົ້າໄດ້ວ່າ ໃນຊ່ວງເວລານີ້ ພຣະເຈົ້າໄດ້ເລີ່ມພາລະກິດໃໝ່ຢູ່ເທິງແຜ່ນດິນໂລກ ໂດຍປະກາດຕໍ່ຜູ້ຄົນທົ່ວຈັກກະວານທັງໝົດວ່າ: “ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ”. ສະນັ້ນ, ເມື່ອໃດທີ່ຟ້າແມບເຫຼື້ອມອອກຈາກທິດຕາເວັນອອກ? ເມື່ອສະຫວັນມືດມົວ ແລະ ແຜ່ນດິນໂລກອ່ອນແສງລົງ ແມ່ນເວລາທີ່ພຣະເຈົ້າເຊື່ອງໃບໜ້າຂອງພຣະອົງຈາກໂລກ ແລະ ແມ່ນຊ່ວງເວລານັ້ນ ທີ່ທຸກສິ່ງຢູ່ກ້ອງສະຫວັນຈະຖືກພາຍຸຍັກໃຫຍ່ຖະລົ່ມ. ໃນຊ່ວງເວລານີ້ເອງທີ່ ທຸກຄົນມີຄວາມຕົກໃຈ, ມີຄວາມຢ້ານກົວຕໍ່ສຽງຟ້າຮ້ອງ, ຢ້ານແສງເຫຼື້ອມຂອງຟ້າແມບເຫຼື້ອມ ແລະ ຍິ່ງມີຄວາມຢ້ານຫຼາຍຕໍ່ການໂຈມຕີຂອງຟ້າຝົນ ຈົນພວກເຂົາສ່ວນໃຫຍ່ຕ້ອງປິດຕາຂອງຕົວເອງ ແລະ ລໍຖ້າໃຫ້ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ໂຈມຕີພວກເຂົາ. ເມື່ອສະພາບຕ່າງໆໄດ້ຜ່ານໄປ ຟ້າແມບເຫຼື້ອມຈາກທິດຕະເວັນອອກກໍແມບເຫຼື້ອມຂຶ້ນທັນທີ. ນີ້ໝາຍຄວາມວ່າ ໃນທິດຕາເວັນອອກຂອງໂລກ ຈາກຕອນທີ່ການເປັນພະຍານຂອງພຣະເຈົ້າໄດ້ເລີ່ມຂຶ້ນຈົນຮອດຕອນທີ່ພຣະອົງເລີ່ມເຮັດພາລະກິດ ແລະ ຈົນຮອດຕອນທີ່ຄວາມເປັນພຣະເຈົ້າໄດ້ເລີ່ມຖືອໍານາດສູງສຸດໄປທົ່ວແຜ່ນດິນໂລກ. ນີ້ແມ່ນສາຍເປັ່ງປະກາຍຂອງຟ້າແມບເຫຼື້ອມຈາກທິດຕະເວັນອອກ ເຊິ່ງເຄີຍສ່ອງແສງໃສ່ຈັກກະວານທັງໝົດ. ເມື່ອບັນດາປະເທດຕ່າງໆຂອງແຜ່ນດິນໂລກກາຍມາເປັນອານາຈັກຂອງພຣະຄຣິດ ແມ່ນເມື່ອຈັກກະວານທັງປວງໄດ້ຮັບແສງສະຫວ່າງ. ຕອນນີ້ແມ່ນເວລາທີ່ຟ້າແມບເຫຼື້ອມຈາກທິດຕະເວັນອອກແມບເຫຼື້ອມອອກມາ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມເຮັດພາລະກິດ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ກ່າວໃນຄວາມເປັນພຣະເຈົ້າໂດຍກົງ. ອາດເວົ້າໄດ້ວ່າ ເມື່ອພຣະເຈົ້າເລີ່ມກ່າວເທິງແຜ່ນດິນໂລກ ກໍແມ່ນເມື່ອຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ແມບເຫຼື້ອມຂຶ້ນ. ຊັດເຈນກວ່ານັ້ນກໍຄື ເມື່ອນໍ້າແຫ່ງມີຊີວິດໄຫຼຈາກບັນລັງ, ເມື່ອພຣະວັດຈະນະຈາກບັນລັງໄດ້ເລີ່ມຂຶ້ນ ແມ່ນເວລາທີ່ພຣະວັດຈະນະຂອງພຣະວິນຍານທັງເຈັດໄດ້ເລີ່ມຂຶ້ນຢ່າງເປັນທາງການ. ໃນເວລານີ້, ຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ເລີ່ມຂຶ້ນ ແລະ ຍ້ອນໄລຍະເວລາຂອງມັນ ລະດັບຂອງການເຍືອງແສງຈຶ່ງແຕກຕ່າງກັນ ແລະ ຍັງມີຂໍ້ຈໍາກັດຕໍ່ຂອບເຂດໃນແສງສະຫວ່າງຂອງມັນອີກດ້ວຍ. ແຕ່ດ້ວຍການເຄື່ອນໄຫວຂອງພາລະກິດຂອງພຣະເຈົ້າ, ດ້ວຍການປ່ຽນແປງໃນແຜນການຂອງພຣະອົງ ນັ້ນກໍຄື ດ້ວຍຄວາມແຕກຕ່າງໃນພາລະກິດທີ່ມີຕໍ່ບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ, ຟ້າແມບເຫຼື້ອມຈຶ່ງໄດ້ປະຕິບັດໜ້າທີ່ໂດຍທໍາມະຊາດຂອງມັນເພີ່ມຂຶ້ນ ໂດຍເຍືອງແສງທົ່ວຈັກກະວານຈົນບໍ່ມີສິ່ງເປິເປື້ອນ ຫຼື ຂີ້ເຫຍື້ອເຫຼືອຢູ່. ນີ້ແມ່ນແກ້ວຜະລຶກແຫ່ງແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ ແລະ ຄືໝາກຜົນທີ່ພຣະເຈົ້າຊື່ນຊົມ. “ດວງດາວ” ບໍ່ໄດ້ໝາຍເຖິງດວງດາວໃນທ້ອງຟ້າ ແຕ່ໝາຍເຖິງບຸດຊາຍ ແລະ ປະຊາຊົນທັງໝົດຂອງພຣະເຈົ້າທີ່ປະຕິບັດພາລະກິດເພື່ອພຣະອົງ. ຍ້ອນພວກເຂົາເປັນພະຍານໃຫ້ແກ່ພຣະເຈົ້າໃນອານາຈັກຂອງພຣະເຈົ້າ ແລະ ເປັນຕົວແທນໃຫ້ກັບພຣະອົງໃນອານາຈັກຂອງພຣະອົງ ແລະ ຍ້ອນພວກເຂົາແມ່ນສິ່ງຊົງສ້າງ ພວກເຂົາຈຶ່ງຖືກເອີ້ນວ່າ “ດວງດາວ”. “ການປ່ຽນແປງ” ໝາຍເຖິງການປ່ຽນແປງຕົວຕົນ ແລະ ສະຖານະ: ຜູ້ຄົນປ່ຽນຈາກຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກໄປເປັນຜູ້ຄົນຂອງອານາຈັກ ແລະ ຍິ່ງໄປກວ່ານັ້ນ ພຣະເຈົ້າແມ່ນຢູ່ນໍາພວກເຂົາ ແລະ ລັດສະໝີຂອງພຣະເຈົ້າກໍຢູ່ໃນພວກເຂົາ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຖືອໍານາດສູງສຸດແທນພຣະເຈົ້າ ແລະ ພິດ ແລະ ຄວາມບໍ່ບໍລິສຸດໃນພວກເຂົາກໍຖືກພາລະກິດຂອງພຣະເຈົ້າຊໍາລະລ້າງ ເຊິ່ງໃນທີ່ສຸດ ກໍເຮັດໃຫ້ພວກເຂົາເໝາະສົມທີ່ຈະໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນໄປຕາມຫົວໃຈຂອງພຣະເຈົ້າ. ນີ້ແມ່ນດ້ານໜຶ່ງຂອງຄວາມໝາຍຂອງພຣະທໍາເຫຼົ່ານີ້. ເມື່ອແສງຈາກພຣະເຈົ້າໄດ້ເຍືອງແສງໃສ່ດິນແດນທັງໝົດ, ທຸກສິ່ງໃນສະຫວັນ ແລະ ແຜ່ນດິນໂລກຈະປ່ຽນແປງໃນລະດັບທີ່ແຕກຕ່າງກັນ ແລະ ດວງດາວໃນທ້ອງຟ້າກໍຈະປ່ຽນແປງເຊັ່ນກັນ, ດວງຕາເວັນ ແລະ ດວງເດືອນຈະຖືກສ້າງຂຶ້ນໃໝ່ ແລະ ຫຼັງຈາກນັ້ນ ຜູ້ຄົນເທິງແຜ່ນດິນໂລກກໍຈະຖືກສ້າງຂຶ້ນໃໝ່ ເຊິ່ງນີ້ຄືພາລະກິດຂອງພຣະເຈົ້າລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ແລະ ບໍ່ແມ່ນເລື່ອງແປກໃຈເລີຍ.
ເມື່ອພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ນີ້ບໍ່ໄດ້ໝາຍເຖິງຜູ້ທີ່ບໍ່ໄດ້ຖືກເລືອກໂດຍທໍາມະຊາດ ແຕ່ນີ້ແມ່ນພຽງເປັນເວລາທີ່ພຣະເຈົ້າຊໍາລະລ້າງ ແລະ ພິພາກສາຜູ້ຄົນ ແລະ ທຸກຄົນຈະຮ້ອງໄຫ້ຢ່າງຂົມຂື່ນ ຫຼື ນອນໂສກເສົ້າເສຍໃຈຢູ່ເທິງຕຽງຂອງພວກເຂົາ ຫຼື ຖືກໂຈມຕີ ແລະ ໂຍນລົງສູ່ນະຮົກແຫ່ງຄວາມຕາຍຍ້ອນພຣະທໍາຂອງພຣະເຈົ້າ. ຕ້ອງຂອບໃຈພຣະວັດຈະນະຂອງພຣະເຈົ້າທີ່ຜູ້ຄົນເລີ່ມຮູ້ຈັກຕົວເອງ. ຖ້າສິ່ງຕ່າງໆບໍ່ເປັນເຊັ່ນນັ້ນ ຕາຂອງພວກເຂົາກໍຈະເປັນຕາຂອງຄັນຄາກ ໄດ້ແຕ່ເບິ່ງຂຶ້ນເທິງ, ບໍ່ມີຜູ້ໃດເຊື່ອ, ບໍ່ມີຜູ້ໃດຮູ້ຈັກຕົວເອງ ແລະ ບໍ່ຮູ້ວ່າຕົວເອງມີນໍ້າໜັກສໍ່າກ້ອນຫີນຈັກກ້ອນ. ຜູ້ຄົນແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງແທ້ໆ. ມັນແມ່ນຍ້ອນອໍານາດອັນຍິ່ງໃຫຍ່ຂອງພຣະເຈົ້າແທ້ຈິງທີ່ໃບໜ້າຂີ້ຮ້າຍຂອງມະນຸດຖືກບັນຍາຍໃນລາຍລະອຽດຢ່າງຊັດເຈນ ເຊິ່ງຫຼັງຈາກທີ່ໄດ້ອ່ານມັນ ກໍເຮັດໃຫ້ມະນຸດປຽບທຽບມັນກັບໃບໜ້າທີ່ແທ້ຈິງຂອງຕົວເອງ. ທຸກຄົນຮູ້ວ່າ ພຣະເຈົ້າຄືຈະຮູ້ຢ່າງຊັດເຈນທີ່ສຸດວ່າ ພວກເຂົາມີເສັ້ນສະໝອງຫຼາຍສໍ່າໃດໃນຫົວຂອງພວກເຂົາ, ສໍາລັບຄວາມຮູ້ຂອງພຣະອົງ ກ່ຽວກັບໃບໜ້າອັນຂີ້ຮ້າຍ ແລະ ຄວາມຄິດເລິກສຸດຂອງພວກເຂົານັ້ນແມ່ນບໍ່ຕ້ອງເວົ້າເຖິງເລີຍ. ໃນພຣະທໍາທີ່ວ່າ: “ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດຖືກຈັດແຈງ. ພາຍໃຕ້ການເຮືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມືດມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ”, ສາມາດເຫັນໄດ້ວ່າ ໃນມື້ໜຶ່ງ ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ ມະນຸດຊາດທັງໝົດກໍຈະຖືກພຣະເຈົ້າພິພາກສາ. ບໍ່ມີຜູ້ໃດສາມາດໜີພົ້ນໄດ້; ພຣະເຈົ້າຈະຈັດການຜູ້ຄົນແຕ່ລະຄົນໃນບັນດາມະນຸດທັງໝົດ ໂດຍຈະບໍ່ເບິ່ງຂ້າມພວກເຂົາແມ່ນແຕ່ໜຶ່ງຄົນ ແລະ ດ້ວຍເຫດນັ້ນເທົ່ານັ້ນ ຫົວໃຈຂອງພຣະເຈົ້າຈຶ່ງຈະພໍໃຈ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ: “ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຫຼົບໜີຈາກແສງສະຫວ່າງຂອງເຮົາໄດ້”. ຜູ້ຄົນແມ່ນສັດຊັ້ນຕໍ່າ ແລະ ຕໍ່າຕ້ອຍ. ການດໍາລົງຊີວິດຢູ່ໃນກໍາມືຂອງຊາຕານ, ມັນຄືກັບວ່າ ພວກເຂົາລີ້ໄພໃນປ່າບູຮານເລິກພາຍໃນພູເຂົາ ແຕ່ຍ້ອນບໍ່ມີສິ່ງໃດສາມາດຫຼົບໜີຈາກການເຜົາໄໝ້ໃນແປວໄຟຂອງພຣະເຈົ້າໄດ້, ແມ່ນແຕ່ພາຍໃຕ້ “ການປົກປ້ອງ” ຂອງກອງກໍາລັງຂອງຊາຕານ ພວກເຂົາຈະຖືກລືມໂດຍພຣະເຈົ້າໄດ້ແນວໃດ? ເມື່ອຜູ້ຄົນຍອມຮັບການມາຂອງພຣະທໍາຂອງພຣະເຈົ້າ, ຮູບຮ່າງທີ່ແປກປະລາດຕ່າງໆ ແລະ ສະພາບທີ່ຂີ້ຮ້າຍຂອງທຸກຄົນກໍຈະຖືກພັນລະນາໂດຍປາກກາຂອງພຣະເຈົ້າ; ພຣະເຈົ້າເວົ້າຢ່າງເໝາະສົມຕາມຄວາມຕ້ອງການ ແລະ ຄວາມຄິດຂອງມະນຸດ. ສະນັ້ນ, ສໍາລັບຜູ້ຄົນແລ້ວ ພຣະເຈົ້າປາກົດວ່າຊ່ຽວຊານໃນຈິດຕະວິທະຍາ. ມັນຄືກັບວ່າ ພຣະເຈົ້າແມ່ນນັກຈິດຕະສາດ ແລະ ນອກນັ້ນ ກໍຍັງຄືກັບວ່າ ພຣະເຈົ້າແມ່ນຜູ້ຊ່ຽວຊານດ້ານແພດພາຍໃນ. ບໍ່ແປກເລີຍທີ່ພຣະອົງມີຄວາມເຂົ້າໃຈດັ່ງກ່າວຕໍ່ມະນຸດ ຜູ້ທີ່ “ຊັບຊ້ອນ”. ຍິ່ງຜູ້ຄົນຄິດເຊັ່ນນັ້ນ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບຄຸນຄ່າຂອງພຣະເຈົ້າກໍຍິ່ງຫຼາຍຂຶ້ນ ແລະ ພວກເຂົາຍິ່ງຮູ້ສຶກວ່າ ພຣະເຈົ້າເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້. ມັນຄືກັບວ່າ ລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນມີຂອບເຂດແຫ່ງສະຫວັນທີ່ບໍ່ສາມາດຂ້າມຜ່ານໄດ້ ແລະ ຄືກັບວ່າ ທັງສອງໄດ້ແຕ່ຈ້ອງເບິ່ງກັນຢູ່ຄົນລະຝັ່ງຂອງແມ່ນໍ້າຊູ[ກ], ທັງສອງບໍ່ສາມາດເຮັດຫຍັງໄດ້ນອກຈາກແນມເບິ່ງກັນ. ນີ້ເວົ້າໄດ້ວ່າ ຜູ້ຄົນຢູ່ເທິງແຜ່ນດິນໂລກມີແຕ່ເບິ່ງພຣະເຈົ້າດ້ວຍຕາຂອງພວກເຂົາເທົ່ານັ້ນ; ພວກເຂົາບໍ່ເຄີຍມີໂອກາດໃນການສຶກສາພຣະອົງຢ່າງໃກ້ຊິດ ແລະ ສິ່ງດຽວທີ່ພວກເຂົາມີແມ່ນຄວາມຮູ້ສຶກຕິດພັນກັບພຣະອົງ. ໃນໃຈຂອງພວກເຂົາຈະມີຄວາມຮູ້ສຶກຕະຫຼອດວ່າ ພຣະເຈົ້າໜ້າຮັກ ແຕ່ຍ້ອນພຣະເຈົ້າ “ບໍ່ມີຫົວໃຈ ແລະ ບໍ່ມີຄວາມຮູ້ສຶກ” ຫຼາຍ ພວກເຂົາຈຶ່ງບໍ່ເຄີຍມີໂອກາດເວົ້າກ່ຽວກັບຄວາມທຸກທໍລະມານໃນໃຈຂອງພວກເຂົາຢູ່ຕໍ່ໜ້າພຣະອົງ. ພວກເຂົາຄືກັບເມຍສາວທີ່ສວຍງາມທີ່ຢູ່ຕໍ່ໜ້າຜົວທີ່ບໍ່ເຄີຍມີໂອກາດເປີດເຜີຍຄວາມຮູ້ສຶກທີ່ແທ້ຈິງຂອງນາງ ເນື່ອງຈາກຄວາມຊື່ສັດຂອງຜົວຂອງນາງ. ພວກເຂົາແມ່ນຄົນທີ່ເປັນຕາເວດທະນາທີ່ກຽດຊັງຕົວເອງ ແລະ ຍ້ອນຄວາມອ່ອນແອຂອງພວກເຂົາ, ຍ້ອນຄວາມບໍ່ເຄົາລົບຕົວເອງຂອງພວກເຂົາ, ຄວາມກຽດຊັງຂອງເຮົາທີ່ມີຕໍ່ມະນຸດຈຶ່ງເພີ່ມຂຶ້ນໂດຍບໍ່ຮູ້ຕົວ, ຂ້ອນຂ້າງຮຸນແຮງຂຶ້ນ ແລະ ຄວາມໂກດຮ້າຍໃນໃຈຂອງເຮົາກໍລະເບີດອອກມາ. ໃນຈິດໃຈຂອງເຮົາ ມັນເປັນຄືກັບວ່າ ເຮົາໄດ້ທົນທຸກກັບຄວາມເຈັບປວດທີ່ສຸດ. ເຮົາໄດ້ສູນເສຍຄວາມຫວັງໃນຕົວມະນຸດແຕ່ດົນນານແລ້ວ ແຕ່ຍ້ອນວ່າ: “ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ” ອີກຄັ້ງທີ່ເຮົາໄດ້ຮວບຮວມຄວາມກ້າ ເພື່ອເອົາຊະນະມະນຸດທຸກຄົນ, ເພື່ອຈັບກຸມ ແລະ ເອົາຊະນະມັງກອນແດງທີ່ຍິ່ງໃຫຍ່. ເຈດຕະນາດັ່ງເດີມຂອງພຣະເຈົ້າແມ່ນມີດັ່ງນີ້: ບໍ່ເຮັດຫຍັງຫຼາຍນອກຈາກເອົາຊະນະລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ໃນປະເທດຈີນ; ມີພຽງສິ່ງນີ້ເທົ່ານັ້ນທີ່ຈະຖືໄດ້ວ່າ ເປັນການເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ ນັ້ນກໍຄືການດັບສູນຂອງມັງກອນແດງທີ່ຍິ່ງໃຫຍ່. ມີແຕ່ສິ່ງນີ້ເທົ່ານັ້ນທີ່ຈະພຽງພໍໃນການພິສູດວ່າ ພຣະເຈົ້າປົກຄອງເປັນກະສັດທົ່ວແຜ່ນດິນໂລກ, ເປັນການພິສູດເຖິງຄວາມສໍາເລັດໃນກິດຈະການອັນຍິ່ງໃຫຍ່ຂອງພຣະເຈົ້າ, ພິສູດວ່າ ພຣະເຈົ້າໄດ້ມີການເລີ່ມຕົ້ນໃໝ່ຢູ່ເທິງແຜ່ນດິນໂລກ ແລະ ໄດ້ຮັບສະຫງ່າລາສີຢູ່ເທິງແຜ່ນດິນໂລກ. ຍ້ອນພາບສຸດທ້າຍ ທີ່ງົດງາມ ພຣະເຈົ້າຈຶ່ງບໍ່ສາມາດຊ່ວຍໄດ້ ນອກຈາກສະແດງຄວາມຫຼົງໄຫຼໃນໃຈຂອງພຣະອົງວ່າ: “ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ”. ຈາກສິ່ງນີ້ສາມາດເຫັນໄດ້ວ່າ ສິ່ງທີ່ ພຣະເຈົ້າວາງແຜນໄວ້ ພຣະອົງໄດ້ເຮັດສໍາເລັດແລ້ວ; ມັນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ແລະ ມັນແມ່ນສິ່ງທີ່ພຣະເຈົ້າເຮັດໃຫ້ຜູ້ຄົນປະສົບ ແລະ ເຫັນຢ່າງແທ້ຈິງ. ຄວາມຫວັງຂອງອານາຈັກແມ່ນສວຍງາມ; ກະສັດຂອງອານາຈັກແມ່ນຜູ້ໄດ້ຮັບໄຊຊະນະ, ບໍ່ເຄີຍມີຮ່ອງຮອຍຂອງເນື້ອໜັງ ຫຼື ເລືອດ, ມີອົງປະກອບຂອງຄວາມເປັນພຣະເຈົ້າທັງໝົດນັບແຕ່ຫົວຮອດຕີນຂອງພຣະອົງ. ຮ່າງກາຍທັງໝົດຂອງພຣະອົງເຮືອງແສງດ້ວຍລັດລະໝີທີ່ສັກສິດ ເຊິ່ງບໍ່ມີມົນທິນຈາກແນວຄິດຂອງມະນຸດທັງສິ້ນ; ຮ່າງກາຍທັງໝົດຂອງພຣະອົງນັບແຕ່ສ່ວນເທິງຮອດລຸ່ມແມ່ນເຕັມໄປດ້ວຍຄວາມຊອບທໍາ ແລະ ກິ່ນອາຍຂອງສະຫວັນ ທີ່ປ່ອຍກິ່ນຫອມອອກມາຢ່າງໜ້າຈັບໃຈ. ດັ່ງສຽງເພງຂອງເພງແຫ່ງຄວາມຮັກ, ພຣະອົງແມ່ນງົດງາມຫຼາຍກວ່າໄພ່ພົນທັງໝົດ ແລະ ສູງສົ່ງກວ່າໄພ່ພົນບູຮານ; ພຣະອົງແມ່ນຕົວຢ່າງໃນທ່າມກາງທຸກຄົນ ແລະ ບໍ່ສາມາດປຽບທຽບກັບມະນຸດໄດ້; ຜູ້ຄົນແມ່ນບໍ່ຄູ່ຄວນທີ່ຈະຫຼຽວເບິ່ງພຣະອົງໂດຍກົງ. ບໍ່ມີຜູ້ໃດສາມາດໄດ້ຮັບໃບໜ້າອັນສະຫງ່າງາມຂອງພຣະເຈົ້າ, ລັກສະນະຂອງພຣະເຈົ້າ ຫຼື ພາບລັກຂອງພຣະເຈົ້າ; ບໍ່ມີຜູ້ໃດສາມາດແຂ່ງຂັນກັບສິ່ງເຫຼົ່ານັ້ນໄດ້ ແລະ ບໍ່ມີຜູ້ໃດສາມາດສັນລະເສີນສິ່ງເຫຼົ່ານັ້ນຢ່າງງ່າຍດາຍດ້ວຍປາກຂອງພວກເຂົາໄດ້.
ພຣະທໍາຂອງພຣະເຈົ້າບໍ່ມີສິ້ນສຸດ ຄືກັບນໍ້າທີ່ພຸ່ງອອກຈາກນໍ້າພຸ, ພຣະທໍາບໍ່ເຄີຍແຫ້ງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜສາມາດຢັ່ງເຖິງຄວາມລຶກລັບຂອງແຜນການຄຸ້ມຄອງຂອງພຣະເຈົ້າ. ແຕ່ສໍາລັບພຣະເຈົ້າແລ້ວ ຄວາມລຶກລັບດັ່ງກ່າວແມ່ນບໍ່ມີວັນສິ້ນສຸດ. ພຣະເຈົ້າໄດ້ກ່າວຫຼາຍຄັ້ງກ່ຽວກັບການສ້າງຄືນໃໝ່ຂອງພຣະອົງ ແລະ ກ່າວເຖິງການປ່ຽນແປງທົ່ວຈັກກະວານ ໂດຍໃຊ້ວິທີການ ແລະ ພາສາທີ່ແຕກຕ່າງກັນໃນແຕ່ລະຄັ້ງທີ່ເລິກເຊິ່ງກວ່າຄັ້ງຜ່ານມາ: “ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເທົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ບໍ່ເຊື່ອຟັງທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ມີວັນລັງເລໃນການມີຊີວິດຢູ່ອີກ”. ເປັນຫຍັງພຣະເຈົ້າຈຶ່ງເວົ້າສິ່ງດັ່ງກ່າວຊໍ້າແລ້ວຊໍ້າອີກ? ພຣະອົງບໍ່ຢ້ານວ່າ ຜູ້ຄົນຈະເບື່ອສິ່ງເຫຼົ່ານັ້ນບໍ? ຜູ້ຄົນພຽງແຕ່ງົມຫາໃນທ່າມກາງພຣະທໍາຂອງພຣະເຈົ້າ ໂດຍປາດຖະໜາທີ່ຈະຮູ້ຈັກພຣະເຈົ້າດ້ວຍວິທີນີ້ ແຕ່ບໍ່ເຄີຍຈື່ຈໍາທີ່ຈະກວດສອບຕົວເອງ. ສະນັ້ນ, ພຣະເຈົ້າຈຶ່ງໃຊ້ວິທີການນີ້ເພື່ອເຕືອນພວກເຂົາ, ເພື່ອເຮັດໃຫ້ພວກເຂົາຮູ້ຈັກຕົວເອງ, ເພື່ອວ່າ ຈາກພວກເຂົາເອງ ພວກເຂົາອາດຈະຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ດ້ວຍເຫດນັ້ນ ກໍຈະລຶບລ້າງຄວາມບໍ່ເຊື່ອຟັງຂອງພວກເຂົາຢູ່ຕໍ່ໜ້າພຣະເຈົ້າ. ເມື່ອອ່ານວ່າ ພຣະເຈົ້າປາດຖະໜາທີ່ຈະ “ຈັດແຈງ”, ທ່າທີຂອງຜູ້ຄົນກໍເລີ່ມກະວົນກະວາຍທັນທີ ແລະ ເບິ່ງຄືວ່າ ກ້າມຊີ້ນຂອງພວກເຂົາກໍຢຸດເໜັງຕີງເຊັ່ນກັນ. ພວກເຂົາກັບຄືນມາຢູ່ຕໍ່ໜ້າພຣະເຈົ້າທັນທີ ເພື່ອວິຈານຕົວເອງ ແລະ ເພື່ອມາຮູ້ຈັກພຣະເຈົ້າ. ຫຼັງຈາກນີ້, ຫຼັງຈາກທີ່ພວກເຂົາໄດ້ຕັດສິນໃຈແລ້ວ ພຣະເຈົ້າກໍໃຊ້ໂອກາດນີ້ເພື່ອສະແດງໃຫ້ພວກເຂົາເຫັນທາດແທ້ຂອງມັງກອນແດງທີ່ຍິ່ງໃຫຍ່; ສະນັ້ນ, ຜູ້ຄົນຈຶ່ງພົວພັນກັບໂລກແຫ່ງວິນຍານໂດຍກົງ ແລະ ຍ້ອນຄວາມຕັດສິນໃຈຂອງພວກເຂົາໄດ້ຫຼິ້ນບົດບາດແລ້ວ ຈິດໃຈຂອງພວກເຂົາກໍເລີ່ມຫຼິ້ນບົດບາດເຊັ່ນກັນ ເຊິ່ງເພີ່ມທັດສະນະຄະຕິລະຫວ່າງມະນຸດ ແລະ ພຣະເຈົ້າ, ສິ່ງນີ້ເປັນປະໂຫຍດຫຼາຍຕໍ່ພາລະກິດຂອງພຣະເຈົ້າໃນເນື້ອໜັງ. ດ້ວຍວິທີນີ້, ຜູ້ຄົນຈຶ່ງມີທ່າທີຍຶດຕິດກັບອະດີດໂດຍບໍ່ຮູ້ຕົວ: ໃນອະດີດ ຜູ້ຄົນເຊື່ອໃນພຣະເຈົ້າທີ່ເລື່ອນລອຍເປັນເວລາຫຼາຍປີ; ພວກເຂົາບໍ່ເຄີຍເປັນອິດສະຫຼະໃນໃຈຂອງພວກເຂົາເປັນເວລາຫຼາຍປີ, ບໍ່ສາມາດມີຄວາມສຸກຢ່າງໃຫຍ່ຫຼວງໄດ້ ແລະ ເຖິງແມ່ນວ່າ ພວກເຂົາເຊື່ອໃນພຣະເຈົ້າ ແຕ່ກໍບໍ່ມີຄວາມເປັນລະບຽບໃນຊີວິດຂອງພວກເຂົາ. ມັນເບິ່ງຄືກັບວ່າ ທຸກສິ່ງແມ່ນຄືເກົ່າເໝືອນກັບກ່ອນທີ່ຈະມີຄວາມເຊື່ອ. ຊີວິດຂອງພວກເຂົາຮູ້ສຶກເປົ່າວ່າງ ແລະ ໝົດຫວັງ ແລະ ເບິ່ງຄືວ່າ ຄວາມເຊື່ອຂອງພວກເຂົາໃນເວລານັ້ນແມ່ນມີຄວາມຫຍຸ້ງຍາກໃດໜຶ່ງ ທີ່ບໍ່ດີໄປກວ່າການບໍ່ມີຄວາມເຊື່ອ. ນັບແຕ່ພວກເຂົາໄດ້ເຫັນພຣະເຈົ້າທີ່ແທ້ຈິງຂອງປັດຈຸບັນ, ມັນກໍເປັນຄືກັບວ່າ ສະຫວັນ ແລະ ແຜ່ນດິນໂລກໄດ້ຖືກສ້າງຂຶ້ນຄືນໃໝ່; ຊີວິດຂອງພວກເຂົາແຈ່ມໃສ, ພວກເຂົາບໍ່ໄດ້ໝົດຫວັງອີກຕໍ່ໄປ ແລະ ຍ້ອນການມາຮອດຂອງພຣະເຈົ້າທີ່ແທ້ຈິງ ພວກເຂົາຈຶ່ງຮູ້ສຶກໝັ້ນຄົງໃນໃຈຂອງພວກເຂົາ ແລະ ມີຄວາມ ສະຫງົບພາຍໃນຈິດໃຈຂອງພວກເຂົາ. ພວກເຂົາບໍ່ໄລ່ສາຍລົມ ແລະ ຄວ້າໃສ່ເງົາໃນທຸກສິ່ງທີ່ພວກເຂົາເຮັດອີກຕໍ່ໄປ; ພວກເຂົາຈະບໍ່ສະແຫວງຫາຢ່າງບໍ່ມີເປົ້າໝາຍອີກຕໍ່ໄປ ແລະ ພວກເຂົາຈະບໍ່ໄກວໄປມາອີກຕໍ່ໄປ. ຊີວິດໃນປັດຈຸບັນແມ່ນຍິ່ງງົດງາມ ແລະ ຜູ້ຄົນໄດ້ເຂົ້າໄປໃນອານາຈັກໂດຍບໍ່ຄາດຄິດມາກ່ອນ ແລະ ໄດ້ກາຍເປັນປະຊາຊົນຂອງພຣະເຈົ້າ ແລະ ຫຼັງຈາກນັ້ນ... ໃນຫົວໃຈຂອງພວກເຂົາ, ຍິ່ງຜູ້ຄົນຄິດກ່ຽວກັບສິ່ງນີ້ ຄວາມຫວານກໍຍິ່ງຫຼາຍຂຶ້ນ; ຍິ່ງພວກເຂົາຄິດກ່ຽວກັບສິ່ງນີ້ ພວກເຂົາກໍຍິ່ງມີຄວາມສຸກຫຼາຍຂຶ້ນ ແລະ ພວກເຂົາຍິ່ງຖືກດົນບັນດານໃຫ້ຮັກພຣະເຈົ້າຫຼາຍຂຶ້ນ. ສະນັ້ນ, ມິດຕະພາບລະຫວ່າງພຣະເຈົ້າ ແລະ ມະນຸດຈຶ່ງເພີ່ມຍິ່ງຂຶ້ນໂດຍພວກເຂົາບໍ່ຮູ້ຕົວເລີຍ. ຜູ້ຄົນຮັກພຣະເຈົ້າຫຼາຍຂຶ້ນ ແລະ ຮູ້ຈັກພຣະເຈົ້າຫຼາຍຂຶ້ນ ແລະ ພາລະກິດຂອງພຣະເຈົ້າໃນມະນຸດກໍງ່າຍຂຶ້ນ ໂດຍບໍ່ມີການບັງຄັບ ຫຼື ຜັກດັນຜູ້ຄົນອີກຕໍ່ໄປ, ແຕ່ເຮັດຕາມວິທີທາງຂອງທໍາມະຊາດ ແລະ ມະນຸດກໍປະຕິບັດຕາມໜ້າທີ່ຂອງເຂົາເອງທີ່ເປັນເອກະລັກ. ດ້ວຍວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ຈັກພຣະເຈົ້າເທື່ອລະໜ້ອຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນສະຕິປັນຍາຂອງພຣະເຈົ້າ. ມັນບໍ່ຈໍາເປັນໃຊ້ຄວາມພະຍາຍາມແມ່ນແຕ່ໜ້ອຍ ແລະ ມັນຖືກເຮັດໃຫ້ສໍາເລັດອີງຕາມທໍາມະຊາດຂອງມະນຸດ. ສະນັ້ນ, ໃນເວລານີ້ ພຣະເຈົ້າໄດ້ເວົ້າວ່າ: “ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດຍຸກນີ້ໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດມີແນວຄິດແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້”. ຂ້າງເທິງນີ້ບໍ່ແມ່ນບົດສະຫຼຸບເຖິງສິ່ງທີ່ເຮົາໄດ້ພັນລະນາກ່ຽວກັບໃຈຂອງມະນຸດບໍ? ໃນນີ້ແມ່ນມີຄວາມລັບກ່ຽວກັບພຣະທໍາຂອງພຣະເຈົ້າ. ສິ່ງທີ່ມະນຸດຄິດໃນໃຈຂອງເຂົາແມ່ນສິ່ງທີ່ພຣະເຈົ້າເວົ້າຈາກປາກຂອງພຣະອົງຢ່າງແທ້ຈິງ ແລະ ສິ່ງທີ່ພຣະອົງເວົ້າຈາກປາກຂອງພຣະອົງກໍຄືສິ່ງທີ່ມະນຸດປາດຖະໜາ. ນີ້ແມ່ນສິ່ງທີ່ພຣະເຈົ້າຊ່ຽວຊານທີ່ສຸດ ນັ້ນກໍຄືການເປີດເຜີຍໃຈຂອງມະນຸດ; ຖ້າບໍ່ແມ່ນ ແລ້ວທຸກຄົນຈະຖືກເຮັດໃຫ້ເຊື່ອຢ່າງຈິງໃຈໄດ້ແນວໃດ? ນີ້ບໍ່ແມ່ນຜົນທີ່ພຣະເຈົ້າປາດຖະໜາທີ່ຈະບັນລຸ ໃນການເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ບໍ?
ທີ່ຈິງແລ້ວ ມີພຣະທໍາຫຼາຍຂໍ້ທີ່ພຣະເຈົ້າບໍ່ມີເຈດຕະນາບອກເຖິງຄວາມໝາຍຜິວເຜີນຂອງພຣະທໍາເຫຼົ່ານັ້ນ. ໃນພຣະທໍາຫຼາຍຂໍ້ຂອງພຣະອົງ, ພຣະເຈົ້າພຽງແຕ່ເຈດຕະນາຢ່າງພາກພຽນທີ່ຈະປ່ຽນແປງຄວາມຄິດຂອງຜູ້ຄົນ ແລະ ຫັນປ່ຽນຄວາມສົນໃຈຂອງພວກເຂົາ. ພຣະເຈົ້າບໍ່ໄດ້ໃຫ້ຄວາມສໍາຄັນຕໍ່ພຣະທໍາເຫຼົ່ານີ້ ແລະ ດ້ວຍເຫດນັ້ນ ພຣະທໍາຫຼາຍຂໍ້ຈຶ່ງບໍ່ສົມຄວນທີ່ຈະໄດ້ຮັບການອະທິບາຍ. ເມື່ອມະນຸດຖືກພຣະທໍາຂອງພຣະເຈົ້າເອົາຊະນະຈົນເຖິງຂັ້ນທີ່ພວກເຂົາເປັນຢູ່ໃນປັດຈຸບັນ, ພະລັງຂອງຜູ້ຄົນກໍໄດ້ໄປເຖິງຈຸດໃດໜຶ່ງແລ້ວ, ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງກ່າວພຣະທໍາກ່ຽວກັບການຕັກເຕືອນຫຼາຍຂຶ້ນ ເຊິ່ງເປັນກົດບັນຍັດທີ່ພຣະອົງໄດ້ວາງອອກໃຫ້ແກ່ປະຊາຊົນຂອງພຣະເຈົ້າ: “ເຖິງວ່າ ມະນຸດທີ່ອາໄສຢູ່ໃນແຜ່ນດິນໂລກຈະມີຫຼາຍຄືກັບດວງດາວ ແຕ່ເຮົາກໍຮູ້ພວກເຂົາທຸກຄົນຢ່າງຊັດເຈນຄືກັບຝາມືເຮົາເອງ. ເຖິງວ່າ ມະນຸດທີ່ ‘ຮັກ’ ເຮົາຈະມີຫຼາຍຈົນນັບບໍ່ຖ້ວນຄືກັບເມັດຊາຍໃນທະເລ ແຕ່ຈະມີບາງຄົນເທົ່ານັ້ນທີ່ຈະຖືກເຮົາເລືອກ: ມີພຽງແຕ່ຜູ້ທີ່ສະແຫວງຫາແສງສະຫວ່າງເທົ່ານັ້ນ ທີ່ຈະຖືກແຍກອອກຈາກຜູ້ທີ່ ‘ຮັກ’ ເຮົາ”. ແນ່ນອນ ມີຫຼາຍຄົນເວົ້າວ່າ ພວກເຂົາຮັກພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າໃນຫົວໃຈຂອງພວກເຂົາ. ມັນຈະເບິ່ງຄືກັບວ່າ ສິ່ງນີ້ສາມາດເບິ່ງອອກໄດ້ຢ່າງຊັດເຈນແມ່ນແຕ່ໃນຍາມຫຼັບຕາ. ໂລກທັງໝົດຂອງຜູ້ທີ່ເຊື່ອໃນພຣະເຈົ້າແມ່ນເປັນແນວນີ້ຢ່າງແທ້ຈິງ. ໃນນີ້ພວກເຮົາຈະເຫັນວ່າ ຕອນນີ້ ພຣະເຈົ້າໄດ້ຫັນໄປຫາພາລະກິດຂອງ “ການຈັດແຈງຜູ້ຄົນ” ເຊິ່ງສະແດງໃຫ້ເຫັນສິ່ງທີ່ພຣະເຈົ້າຕ້ອງການ ແລະ ສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ທີ່ບໍ່ແມ່ນຄຣິສຕະຈັກໃນປັດຈຸບັນ ແຕ່ແມ່ນອານາຈັກຫຼັງຈາກການຈັດແຈງ. ໃນເວລານີ້ ພຣະອົງໃຫ້ຄໍາຕັກເຕືອນເພີ່ມເຕີມຕໍ່ “ສິ່ງຂອງທີ່ເປັນອັນຕະລາຍ” ທັງໝົດ: ນອກຈາກວ່າ ພຣະເຈົ້າຈະບໍ່ກະທໍາການໃດໆ, ແຕ່ທັນທີໃດທີ່ພຣະເຈົ້າເລີ່ມປະຕິບັດການ ຜູ້ຄົນເຫຼົ່ານີ້ກໍຈະຖືກກວາດລ້າງຈາກອານາຈັກ. ພຣະເຈົ້າບໍ່ເຄີຍເຮັດສິ່ງຕ່າງໆແບບພໍເປັນພິທີ. ພຣະອົງເຮັດຕາມຫຼັກການ “ໜຶ່ງຄືໜຶ່ງ ແລະ ສອງຄືນສອງ” ຕະຫຼອດ ແລະ ຖ້າມີຜູ້ທີ່ພຣະອົງບໍ່ປາດຖະໜາທີ່ຈະຫຼຽວເບິ່ງ ພຣະອົງກໍຈະເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອກວາດລ້າງພວກເຂົາ ເພື່ອຢຸດພວກເຂົາຈາກການສ້າງຄວາມວຸ້ນວາຍໃນອະນາຄົດ. ນີ້ແມ່ນເອີ້ນວ່າ “ການເອົາຂີ້ເຫຍື້ອອອກ ແລະ ເຮັດຄວາມສະອາດຢ່າງທົ່ວເຖິງ”. ທັນທີທີ່ພຣະເຈົ້າປະກາດພຣະດໍາລັດແຫ່ງການປົກຄອງຕໍ່ມະນຸດ ແມ່ນເວລາທີ່ພຣະອົງສະແດງການກະທໍາທີ່ມະຫັດສະຈັນຂອງພຣະອົງ ແລະ ທຸກສິ່ງທີ່ຢູ່ພາຍໃນພຣະອົງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າຕໍ່ໄປວ່າ: “ມີສັດຮ້າຍຢ່າງຫຼວງຫຼາຍເທິງພູເຂົາ ແຕ່ພວກມັນທຸກໂຕເຊື່ອຟັງເຮົາຄືດັ່ງໂຕແກະທີ່ຢູ່ຕໍ່ໜ້າເຮົາ; ມີຄວາມລຶກລັບທີ່ຢັ່ງບໍ່ເຖິງນອນຢູ່ກ້ອງຄື້ນທະເລ ແຕ່ພວກມັນສະແດງຕົວເອງຕໍ່ເຮົາຢ່າງຊັດເຈນຄືກັບທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກ; ໃນສະຫວັນເບື້ອງເທິງແມ່ນອານາຈັກທີ່ມະນຸດບໍ່ມີວັນຈະໄປເຖິງ ແຕ່ເຮົາກໍຍ່າງໄປມາຢ່າງອິດສະຫຼະໃນອານາຈັກເຫຼົ່ານັ້ນທີ່ບໍ່ສາມາດເຂົ້າເຖິງໄດ້”. ຄວາມໝາຍຂອງພຣະເຈົ້າຄື: ເຖິງວ່າ ໃຈຂອງມະນຸດຈະຫຼອກລວງເໜືອທຸກສິ່ງ ແລະ ເບິ່ງຄືກັບວ່າຄວາມລຶກລັບທີ່ບໍ່ສິ້ນສຸດເປັນເໝືອນດັ່ງນະຮົກຂອງແນວຄິດຂອງຜູ້ຄົນ ແຕ່ພຣະເຈົ້າກໍຮູ້ຈັກສະພາບທີ່ແທ້ຈິງຂອງມະນຸດຄືດັ່ງຝາມືຂອງພຣະອົງ. ໃນບັນດາທຸກສິ່ງ ມະນຸດແມ່ນສັດທີ່ຮ້າຍກາດ ແລະ ໂຫດຮ້າຍຫຼາຍກວ່າສັດປ່າ ແຕ່ພຣະເຈົ້າກໍໄດ້ເອົາຊະນະມະນຸດ ຈົນຮອດຈຸດທີ່ບໍ່ມີຜູ້ໃດກ້າທີ່ຈະລຸກຮືຂຶ້ນ ແລະ ຕໍ່ຕ້ານ. ຄວາມຈິງແລ້ວ ສິ່ງທີ່ຜູ້ຄົນຄິດໃນໃຈຂອງພວກເຂົາແມ່ນຊັບຊ້ອນຫຼາຍກວ່າທຸກສິ່ງໃນທ່າມກາງສິ່ງທັງປວງຕາມທີ່ພຣະເຈົ້າເຈດຕະນາໄວ້; ບໍ່ສາມາດຢັ່ງເຖິງມັນໄດ້ ແຕ່ພຣະເຈົ້າກໍບໍ່ຄໍານຶງເຖິງໃຈຂອງມະນຸດ. ພຣະອົງພຽງແຕ່ປະຕິບັດກັບມັນຄືໜອນໂຕນ້ອຍໆທີ່ຢູ່ຕໍ່ໜ້າພຣະອົງ. ພຣະອົງເອົາຊະນະມັນດ້ວຍພຣະທໍາຈາກປາກຂອງພຣະອົງ; ພຣະອົງໂຈມຕີມັນໃນເວລາໃດກໍໄດ້ຕາມທີ່ພຣະອົງປາດຖະໜາ; ພຣະອົງຂ້ຽນຕີມັນດ້ວຍການແກວ່ງມືຂອງພຣະອົງພຽງເລັກນ້ອຍ; ພຣະອົງປະນາມມັນຕາມໃຈພຣະອົງ.
ໃນປັດຈຸບັນ, ທຸກຄົນແມ່ນມີຊີວິດຢູ່ພາຍໃນຄວາມມືດ ແຕ່ເນື່ອງຈາກການມາຮອດຂອງພຣະເຈົ້າ ໃນທີ່ສຸດ ພວກເຂົາກໍຮູ້ຈັກແກ່ນແທ້ຂອງແສງສະຫວ່າງດ້ວຍການເຫັນພຣະອົງ. ໃນທົ່ວໂລກ ມັນຄືກັບວ່າ ໝໍ້ດໍາໃຫຍ່ຖືກຂວໍ້າປົກເທິງແຜ່ນດິນໂລກ ແລະ ບໍ່ມີຜູ້ໃດສາມາດຫາຍໃຈໄດ້; ພວກເຂົາທຸກຄົນຕ້ອງການພິກປີ້ນສະຖານະການ ແຕ່ກໍບໍ່ມີຜູ້ໃດເຄີຍຍົກໝໍ້ນັ້ນອອກໄດ້. ເປັນຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນທີ່ໄດ້ເຮັດໃຫ້ຕາຂອງຜູ້ຄົນມືນຂຶ້ນທັນທີ ແລະ ພວກເຂົາກໍໄດ້ເຫັນພຣະເຈົ້າທີ່ແທ້ຈິງ. ສະນັ້ນ, ພຣະເຈົ້າຈຶ່ງຖາມພວກເຂົາດ້ວຍນໍ້າສຽງທີ່ເປັນຄໍາຖາມວ່າ: “ມະນຸດບໍ່ເຄີຍຮູ້ຈັກເຮົາໃນແສງສະຫວ່າງ ແຕ່ເຫັນເຮົາໃນໂລກແຫ່ງຄວາມມືດເທົ່ານັ້ນ. ພວກເຈົ້າບໍ່ໄດ້ຢູ່ໃນສະພາບດຽວກັນກັບໃນປັດຈຸບັນບໍ? ມັນແມ່ນໃນຈຸດສູງສຸດຂອງການອາລະວາດຂອງມັງກອນແດງທີ່ຍິ່ງໃຫຍ່ ທີ່ເຮົາໄດ້ກາຍມາເປັນເນື້ອໜັງຢ່າງເປັນທາງການເພື່ອປະຕິບັດພາລະກິດຂອງເຮົາ”. ພຣະເຈົ້າບໍ່ເຊື່ອງສະຖານະການຕົວຈິງຂອງໂລກແຫ່ງວິນຍານ ແລະ ພຣະອົງບໍ່ເຊື່ອງສະພາບການຕົວຈິງຂອງຈິດໃຈມະນຸດ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກວ່າ: “ເຮົາບໍ່ພຽງແຕ່ເຮັດໃຫ້ປະຊາຊົນຂອງເຮົາສາມາດຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແຕ່ຍັງຊໍາລະລ້າງພວກເຂົາອີກດ້ວຍ. ເນື່ອງຈາກຄວາມຮຸນແຮງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ, ຄົນສ່ວນໃຫຍ່ຈຶ່ງຍັງຢູ່ໃນອັນຕະລາຍຈາກການຖືກເຮົາກໍາຈັດ. ນອກຈາກວ່າ ພວກເຈົ້າຈະໃຊ້ຄວາມພະຍາຍາມຢ່າງໜັກ ເພື່ອຈັດການກັບຕົວເອງ, ເພື່ອເອົາຊະນະຕົວເອງ ເຊິ່ງນອກຈາກວ່າ ພວກເຈົ້າຈະເຮັດສິ່ງນີ້ ພວກເຈົ້າຈະກາຍເປັນສິ່ງທີ່ເຮົາລັງກຽດ ແລະ ປະຕິເສດຢ່າງແນ່ນອນ ໂດຍຈະຖືກຖິ້ມລົງໄປນະຮົກຢ່າງບໍ່ມີທາງໜີພົ້ນໄດ້ ຄືກັບໂປໂລຜູ້ທີ່ໄດ້ຮັບການຂ້ຽນຕີຈາກມືຂອງເຮົາ”. ເມື່ອພຣະເຈົ້າກ່າວເພີ່ມຫຼາຍຂຶ້ນ, ຜູ້ຄົນຈຶ່ງໄດ້ລະວັງບາດກ້າວຂອງພວກເຂົາຫຼາຍຂຶ້ນ ແລະ ມີຄວາມຢໍາເກງຕໍ່ພຣະດໍາລັດແຫ່ງການປົກຄອງຂອງພຣະເຈົ້າຫຼາຍຂຶ້ນ; ພຽງເມື່ອນັ້ນ ອໍານາດຂອງພຣະເຈົ້າຈຶ່ງຈະຖືກເປີດເຜີຍ ແລະ ລິດທານຸພາບຂອງພຣະອົງກໍຈະຖືກເຮັດໃຫ້ແຈ່ມແຈ້ງ. ໃນນີ້ ໄດ້ມີການກ່າວເຖິງໂປໂລອີກຄັ້ງ ເພື່ອວ່າ ຜູ້ຄົນອາດຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ: ພວກເຂົາຕ້ອງບໍ່ເປັນຜູ້ທີ່ຖືກພຣະເຈົ້າຂ້ຽນຕີ ແຕ່ເປັນຜູ້ທີ່ເອົາໃຈໃສ່ກັບຄວາມປະສົງຂອງພຣະເຈົ້າ. ໃນທ່າມກາງຄວາມຢໍາເກງຂອງພວກເຂົາ ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຜູ້ຄົນເບິ່ງຄືນຫຼັງເຖິງຄວາມບໍ່ສາມາດຂອງການຕັດສິນໃຈຂອງພວກເຂົາເມື່ອຢູ່ຕໍ່ໜ້າພຣະເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈທັງໝົດ, ເຊິ່ງສິ່ງນີ້ເຮັດໃຫ້ພວກເຂົາເສຍໃຈຫຼາຍຍິ່ງຂຶ້ນ ແລະ ມີຄວາມຮູ້ຫຼາຍຍິ່ງຂຶ້ນກ່ຽວກັບພຣະເຈົ້າທີ່ແທ້ຈິງ. ສະນັ້ນ, ພຽງເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບໍ່ສົງໄສກ່ຽວກັບພຣະທໍາຂອງພຣະເຈົ້າໄດ້.
“ມະນຸດບໍ່ພຽງແຕ່ຈະບໍ່ຮູ້ຈັກເຮົາໃນເນື້ອໜັງເທົ່ານັ້ນ; ຍິ່ງໄປກວ່ານັ້ນ, ເຂົາບໍ່ສາມາດເຂົ້າໃຈຕົວເອງທີ່ອາໄສຢູ່ໃນຮ່າງກາຍທີ່ເປັນເນື້ອໜັງ. ເປັນເວລາຫຼາຍປີ, ມະນຸດໄດ້ຫຼອກລວງເຮົາ ໂດຍປະຕິບັດກັບເຮົາຄືກັບແຂກພາຍນອກ. ຫຼາຍຄັ້ງ...” ຄໍາວ່າ “ຫຼາຍຄັ້ງ” ເຫຼົ່ານີ້ຄືລາຍການຂອງຄວາມເປັນຈິງໃນການຕໍ່ຕ້ານພຣະເຈົ້າຂອງມະນຸດ ເຊິ່ງສະແດງໃຫ້ຜູ້ຄົນເຫັນຕົວຢ່າງທີ່ແທ້ຈິງຂອງການຂ້ຽນຕີ; ສິ່ງນີ້ແມ່ນຫຼັກຖານຂອງຄວາມຜິດບາບ ແລະ ບໍ່ມີຜູ້ໃດສາມາດໂຕ້ແຍ້ງມັນໄດ້ອີກ. ທຸກຄົນໃຊ້ພຣະເຈົ້າຄືເຄື່ອງໃຊ້ປະຈໍາວັນ ຄືກັບວ່າ ພຣະອົງແມ່ນເຄື່ອງໃຊ້ຈໍາເປັນໃນຄົວເຮືອນ ທີ່ພວກເຂົາໃຊ້ຕາມທີ່ພວກເຂົາຕ້ອງການ. ບໍ່ມີຜູ້ໃດຖະໜອມພຣະເຈົ້າ; ບໍ່ມີຜູ້ໃດພະຍາຍາມຮູ້ຈັກຄວາມງົດງາມຂອງພຣະເຈົ້າ ຫຼື ໃບໜ້າທີ່ສະຫງ່າງາມຂອງພຣະອົງ ແລ້ວແຮງໄກທີ່ຈະມີຜູ້ໃດມີເຈດຕະນາອ່ອນນ້ອມຕໍ່ພຣະອົງ. ບໍ່ມີຜູ້ໃດເຄີຍຫຼຽວເບິ່ງພຣະເຈົ້າຄືສິ່ງທີ່ເປັນທີ່ຮັກໃນໃຈຂອງພວກເຂົາ; ພວກເຂົາທຸກຄົນລາກພຣະອົງອອກເມື່ອພວກເຂົາຕ້ອງການພຣະອົງ ແລະ ໂຍນພຣະອົງຖິ້ມ ແລະ ບໍ່ສົນໃຈພຣະອົງເມື່ອພວກເຂົາບໍ່ຕ້ອງການ. ມັນເປັນຄືກັບວ່າ ສໍາລັບມະນຸດແລ້ວ ພຣະເຈົ້າແມ່ນຕຸກກະຕາ ທີ່ມະນຸດສາມາດຄວບຄຸມໄດ້ຕາມໃຈ ແລະ ຮຽກຮ້ອງຫຍັງກໍໄດ້ຕາມທີ່ເຂົາປາດຖະໜາ ຫຼື ຕ້ອງການ. ແຕ່ພຣະເຈົ້າເວົ້າວ່າ: “ໃນໄລຍະຂອງການບັງເກີດເປັນມະນຸດຂອງເຮົາ, ຖ້າເຮົາບໍ່ເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດ ແລ້ວຄວາມເປັນມະນຸດທຸກຄົນກໍຈະຕົກໃຈຈົນເຮັດຫຍັງບໍ່ຖືກຍ້ອນການບັງເກີດເປັນມະນຸດຂອງເຮົາ ແລະ ດ້ວຍເຫດນັ້ນ ກໍຈະຕົກສູ່ແດນມໍລະນາ” ເຊິ່ງສະແດງໃຫ້ເຫັນວ່າ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້ານັ້ນຍິ່ງໃຫຍ່ພຽງໃດ. ພຣະອົງໄດ້ເອົາຊະນະມະນຸດໃນເນື້ອໜັງ ແທນທີ່ຈະທໍາລາຍມະນຸດຊາດທັງໝົດຈາກໂລກແຫ່ງວິນຍານ. ສະນັ້ນ, ເມື່ອພຣະທໍາກາຍເປັນເນື້ອໜັງ ຈຶ່ງບໍ່ມີຜູ້ໃດຮູ້. ຖ້າພຣະເຈົ້າບໍ່ສົນໃຈຄວາມອ່ອນຂອງມະນຸດ, ຖ້າສະຫວັນ ແລະ ແຜ່ນດິນໂລກຖືກປິ້ນກັບດ້ານເມື່ອພຣະອົງກາຍເປັນເນື້ອໜັງ, ທຸກຄົນກໍຈະຖືກທໍາລາຍ. ຍ້ອນມັນຢູ່ໃນທໍາມະຊາດຂອງຜູ້ຄົນ ທີ່ຈະມັກສິ່ງໃໝ່ ແລະ ກຽດຊັງສິ່ງເກົ່າ ແລະ ພວກເຂົາມັກຈະລືມເວລາທີ່ບໍ່ດີເມື່ອສິ່ງຕ່າງໆດໍາເນີນໄປໄດ້ດີ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາຮູ້ວ່າ ພວກເຂົາມີຄວາມສຸກສໍ່າໃດ. ພຣະເຈົ້າໄດ້ເຕືອນພວກເຂົາຊໍ້າແລ້ວຊໍ້າອີກວ່າ ພວກເຂົາຕ້ອງເຫັນຄຸນຄ່າໃນປັດຈຸບັນທີ່ໄດ້ມາດ້ວຍຄວາມຍາກລໍາບາກ; ເພື່ອຜົນປະໂຫຍດໃນອະນາຄົດ ພວກເຂົາຕ້ອງຖືເອົາປັດຈຸບັນເປັນສິ່ງທີ່ມີຄ່າຫຼາຍທີ່ສຸດ ແລະ ບໍ່ຕ້ອງປີນຂຶ້ນສູງຄືກັບສັດໂດຍບໍ່ຮູ້ວ່າໃຜຄືນາຍຂອງມັນ ແລະ ບໍ່ໃຫ້ເມີນເສີຍຕໍ່ພອນທີ່ຢູ່ໃນທ່າມກາງການດໍາລົງຊີວິດຂອງພວກເຂົາ. ສະນັ້ນ, ຜູ້ຄົນຈຶ່ງປະພຶດຕົນເປັນຄົນດີໂດຍບໍ່ໂອ້ອວດ ແລະ ອວດດີອີກຕໍ່ໄປ ແລະ ພວກເຂົາໄດ້ມາຮູ້ຈັກວ່າ ນີ້ທໍາມະຊາດຂອງມະນຸດນັ້ນບໍ່ດີ ແຕ່ດ້ວຍຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດ; ພວກເຂົາທຸກຄົນຈຶ່ງຢ້ານການຂ້ຽນຕີ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ກ້າເຮັດຫຍັງອີກ.
ໝາຍເຫດ:
ກ. “ແມ່ນໍ້າຊູ” ໝາຍເຖິງການປຽບທຽບເຂດແດນລະຫວ່າງອໍານາດກົງກັນຂ້າມ.