ບົດທີ 13

ພຣະເຈົ້າກຽດຊັງລູກຫຼານທັງໝົດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພຣະອົງຍິ່ງຊັງມັງກອນແດງທີ່ຍິ່ງໃຫຍ່ຫຼາຍກວ່າ: ນີ້ແມ່ນແຫຼ່ງທີ່ມາຂອງຄວາມໂກດຮ້າຍພາຍໃນໃຈຂອງພຣະເຈົ້າ. ເບິ່ງຄືກັບວ່າ ພຣະເຈົ້າປາດຖະໜາທີ່ຈະໂຍນທຸກສິ່ງ ທີ່ເປັນຂອງມັງກອນແດງທີ່ຍິ່ງໃຫຍ່ລົງສູ່ທະເລສາບແຫ່ງແປວໄຟ ແລະ ມາດເພື່ອເຜົາພວກມັນ. ເຖິງກັບມີບາງເວລາ ທີ່ເບິ່ງຄືວ່າ ພຣະເຈົ້າຕ້ອງການຍື່ນມືຂອງພຣະອົງ ເພື່ອກວາດລ້າງມັງກອນແດງທີ່ຍິ່ງໃຫຍ່ດ້ວຍຕົວພຣະອົງເອງ. ມີແຕ່ສິ່ງນັ້ນທີ່ຈະສາມາດລຶບຄວາມກຽດຊັງໃນຫົວໃຈຂອງພຣະອົງໄດ້. ທຸກຄົນໃນເຮືອນຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນສັດຮ້າຍທີ່ບໍ່ມີຄວາມເປັນມະນຸດ ແລະ ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ອົດກັ້ນຄວາມໃຈຮ້າຍຂອງພຣະອົງເພື່ອເວົ້າສິ່ງຕໍ່ໄປນີ້ວ່າ: “ໃນທ່າມກາງປະຊາຊົນຂອງເຮົາທຸກຄົນ ແລະ ໃນທ່າມກາງບຸດຊາຍຂອງເຮົາທຸກຄົນ ນັ້ນກໍຄືໃນທ່າມກາງຜູ້ທີ່ເຮົາໄດ້ເລືອກຈາກເຜົ່າພັນມະນຸດທັງໝົດ, ພວກເຈົ້າແມ່ນເປັນກຸ່ມທີ່ຕໍ່າຕ້ອຍທີ່ສຸດ” ພຣະເຈົ້າໄດ້ເລີ່ມການຕໍ່ສູ້ຢາງຊີ້ຂາດກັບມັງກອນແດງທີ່ຍິ່ງໃຫຍ່ໃນປະເທດຂອງມັນເອງ ແລະ ພຣະອົງຈະທໍາລາຍມັນເມື່ອແຜນການຂອງພຣະອົງໄດ້ເກີດໝາກຜົນ ແລະ ຈະບໍ່ຍອມໃຫ້ມັນເຮັດໃຫ້ມະນຸດເສື່ອມຊາມ ຫຼື ທໍາລາຍວິນຍານຂອງພວກເຂົາອີກຕໍ່ໄປ. ທຸກມື້ນີ້ ພຣະເຈົ້າຮ້ອງຫາປະຊາຊົນຂອງພຣະອົງທີ່ກໍາລັງນອນຫຼັບຢູ່ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແຕ່ພວກເຂົາທຸກຄົນກໍຍັງຢູ່ໃນສະພາບທີ່ມືນເມົາ ຄືກັບວ່າ ພວກເຂົາໄດ້ກິນຢານອນຫຼັບ. ຖ້າພຣະເຈົ້າຢຸດປຸກພວກເຂົາແມ່ນແຕ່ວິນາທີດຽວພວກເຂົາກໍຈະກັບຄືນສູ່ສະພາບທີ່ນອນຫຼັບໂດຍບໍ່ຮູ້ເມື່ອຄີງຢ່າງສິ້ນເຊີງ. ເບິ່ງຄືວ່າ ປະຊາຊົນຂອງພຣະອົງທຸກຄົນແມ່ນເປັນອໍາມະພາດສອງສ່ວນສາມໄປແລ້ວ. ພວກເຂົາບໍ່ຮູ້ຈັກຄວາມຕ້ອງການຂອງຕົວເອງ ຫຼື ຂໍ້ບົກຜ່ອງຂອງຕົວເອງ ແລະ ບໍ່ຮູ້ແມ່ນແຕ່ສິ່ງທີ່ພວກເຂົາຄວນນຸ່ງ ຫຼື ສິ່ງທີ່ພວກເຂົາຄວນກິນ. ສິ່ງນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ມັງກອນແດງທີ່ຍິ່ງໃຫຍ່ໄດ້ໃຊ້ຄວາມພະຍາຍາມຫຼາຍ ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ. ຄວາມຂີ້ຮ້າຍຂອງມັນຂະຫຍາຍໄປທົ່ວທຸກພາກພື້ນຂອງປະເທດຈີນ ແລະ ມັນໄດ້ເຮັດໃຫ້ຫຼາຍຄົນບໍ່ສະບາຍໃຈ ຈົນພວກເຂົາບໍ່ເຕັມໃຈທີ່ຈະຢູ່ໃນປະເທດທີ່ເສື່ອມໂຊມ ແລະ ຕໍ່າຊ້ານີ້ອີກຕໍ່ໄປ. ສິ່ງທີ່ພຣະເຈົ້າຊັງທີ່ສຸດແມ່ນທາດແທ້ຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງນີ້ຄືເຫດຜົນທີ່ພຣະອົງໄດ້ເຕືອນຜູ້ຄົນທຸກມື້ດ້ວຍຄວາມໂກດຮ້າຍຂອງພຣະອົງ ແລະ ພວກເຂົາດໍາລົງຊີວິດທຸກມື້ພາຍໃຕ້ສາຍຕາອັນໂກດຮ້າຍຫຂອງພຣະອົງ. ເຖິງແນວນັ້ນກໍຕາມ, ທຸກຄົນກໍຍັງບໍ່ຮູ້ຈັກທີ່ຈະສະແຫວງຫາພຣະເຈົ້າ; ກົງກັນຂ້າມ, ພວກເຂົານັ່ງຢູ່ລ້າໆ, ເຝົ້າແນມເບິ່ງ ແລະ ລໍຖ້າໃຫ້ປ້ອນອາຫານ. ເຖິງແມ່ນວ່າ ພວກເຂົາຈະອົດອາຫານຈົນຕາຍ, ພວກເຂົາກໍຍັງ ບໍ່ເຕັມໃຈທີ່ຈະຊອກຫາອາຫານຂອງຕົວເອງ. ສາມັນສໍານຶກຂອງມະນຸດ ແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມແຕ່ດົນນານແລ້ວ ແລະ ທາດແທ້ຂອງພວກເຂົາກໍຖືກປ່ຽນໄປເປັນຄົນທີ່ມີຈິດໃຈເຢັນຊາ. ມັນບໍ່ແປກໃຈເລີຍທີ່ພຣະເຈົ້າກ່າວວ່າ: “ຖ້າເຮົາບໍ່ໄດ້ເຕືອນພວກເຈົ້າ, ພວກເຈົ້າກໍຍັງຈະບໍ່ຕື່ນຕົວ ແຕ່ຍັງຈະຢູ່ຄືເກົ່າ ຄືກັບວ່າແຂງເປັນນໍ້າກ້ອນ ແລະ ອີກເທື່ອໜຶ່ງ ຄືກັບວ່າຢູ່ໃນການຈໍາສິນໃນລະດູໜາວ”. ມັນເປັນຄືກັບວ່າ ຜູ້ຄົນແມ່ນສັດທີ່ພັກຕົວໃນລະດູໜາວ, ຜ່ານຜ່າລະດູໜາວໂດຍບໍ່ຕ້ອງການອາຫານ ຫຼື ເຄື່ອງດື່ມ; ນີ້ແມ່ນສະຖານະການໃນປັດຈຸບັນຂອງປະຊາຊົນຂອງພຣະເຈົ້າຢ່າງແທ້ຈິງ. ຍ້ອນເຫດຜົນນີ້, ພຣະເຈົ້າຈຶ່ງພຽງແຕ່ຮຽກຮ້ອງໃຫ້ຜູ້ຄົນມາຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດໃນແສງສະຫວ່າງເທົ່ານັ້ນ; ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປ່ຽນແປງຫຼາຍຢ່າງ ແລະ ບໍ່ໄດ້ໃຫ້ພວກເຂົາເຕີບໃຫຍ່ໃນຊີວິດຂອງພວກເຂົາຢ່າງຫຼາຍ. ນັ້ນກໍພຽງພໍທີ່ຈະເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ທີ່ບໍ່ສະອາດ ແລະ ສົກກະປົກ ເພື່ອສໍາແດງເຖິງອໍານາດອັນຍິ່ງໃຫຍ່ຂອງພຣະເຈົ້າຫຼາຍຂຶ້ນ.

ເມື່ອຜູ້ຄົນອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາເຂົ້າໃຈແຕ່ຄວາມໝາຍຕາມຕົວອັກສອນຂອງພຣະທໍາເຫຼົ່ານັ້ນເທົ່ານັ້ນ ແລະ ບໍ່ສາມາດເຂົ້າໃຈຄວາມສໍາຄັນທາງຈິດວິນຍານຂອງພຣະທໍາເຫຼົ່ານັ້ນ. ພຽງແຕ່ພຣະທໍາທີ່ວ່າ: “ຄື້ນທະເລທີ່ປັ່ນປ່ວນ” ກໍເຮັດໃຫ້ວິລະບຸລຸດ ແລະ ນັກສູ້ສັບສົນແລ້ວ. ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຖືກສະແດງອອກ, ແລ້ວພຣະທໍາ, ການກະທໍາ ແລະ ອຸປະນິໄສຂອງພຣະອົງຈະບໍ່ແມ່ນຄື້ນທະເລທີ່ປັ່ນປ່ວນບໍ? ເມື່ອພຣະເຈົ້າພິພາກສາມະນຸດຊາດທັງໝົດ, ແລ້ວນີ້ຈະບໍ່ແມ່ນການເປີດເຜີຍຄວາມໂກດຮ້າຍຂອງພຣະອົງບໍ? ນີ້ບໍ່ແມ່ນເວລາທີ່ຄື້ນທະເລທີ່ປັ່ນປ່ວນນັ້ນຖືກບັງຄັບໃຊ້ບໍ? ຍ້ອນຄວາມເສື່ອມຊາມຂອງພວກເຂົາ, ແມ່ນໃຜໃນທ່າມກາງມະນຸດທີ່ບໍ່ໄດ້ດໍາລົງຊີວິດໃນທ່າມກາງຄື້ນທະເລທີ່ປັ່ນປ່ວນດັ່ງກ່າວ? ເວົ້າອີກຢ່າງໜຶ່ງກໍຄື ແມ່ນໃຜທີ່ບໍ່ໄດ້ດໍາລົງຊີວິດໃນທ່າມກາງຄວາມໂກດຮ້າຍຂອງພຣະເຈົ້າແດ່? ເມື່ອພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ເກີດມີໄພພິບັດຕໍ່ມະນຸດຊາດ ແລ້ວນັ້ນບໍ່ແມ່ນເວລາທີ່ຜູ້ຄົນເຫັນ “ຄື້ນເມກສີດໍາທີ່ເລື່ອນໄຫຼໄປມາ” ບໍ? ແມ່ນໃຜຈະບໍ່ແລ່ນໜີຈາກໄພພິບັດນີ້ແດ່? ຄວາມໂກດຮ້າຍຂອງພຣະເຈົ້າຕົກລົງຄືກັບຝົນຕົກໜັກ ແລະ ພັດເອົາຜູ້ຄົນໄປມາຄືກັບລົມທີ່ຮ້າຍແຮງ. ຜູ້ຄົນແມ່ນຖືກເຮັດໃຫ້ບໍລິສຸດຜ່ານພຣະທໍາຂອງພຣະເຈົ້າ ຄືກັບວ່າ ໄດ້ພົບກັບລົມພາຍຸຫິມະ. ພຣະທໍາຂອງພຣະເຈົ້າແມ່ນຍາກທີ່ສຸດທີ່ມະນຸດຈະຢັ່ງເຖິງ. ຜ່ານພຣະທໍາຂອງພຣະອົງ ພຣະອົງສ້າງໂລກ ແລະ ຜ່ານພຣະທໍາຂອງພຣະອົງ ພຣະອົງນໍາພາ ແລະ ເຮັດໃຫ້ມະນຸດທຸກຄົນບໍລິສຸດ. ໃນທີ່ສຸດ ພຣະເຈົ້າຈະຟື້ນຟູຈັກກະວານທັງໝົດໃຫ້ບໍລິສຸດຜ່ານພຣະທໍາຂອງພຣະອົງ. ມັນແມ່ນຄວາມຈິງທີ່ພຣະອົງເວົ້າວ່າ ການມີຢູ່ຂອງພຣະວິນຍານຂອງພຣະເຈົ້ານັ້ນບໍ່ວ່າງເປົ່າ ແລະ ໃນພຣະທໍາຂອງພຣະອົງເທົ່ານັ້ນ ທີ່ຜູ້ຄົນສາມາດເຫັນເຖິງວິທີການຢູ່ລອດ. ທຸກຄົນເຫັນຄຸນຄ່າພຣະທໍາຂອງພຣະອົງ ຍ້ອນວ່າ ພຣະທໍາເຫຼົ່ານັ້ນລໍ້ລ້ຽງຊີວິດ. ຍິ່ງຜູ້ຄົນເອົາໃຈໃສ່ກັບພຣະທໍາຂອງພຣະເຈົ້າ ພຣະເຈົ້າກໍຍິ່ງມີຄໍາຖາມສໍາລັບພວກເຂົາ ເຊິ່ງເປັນຄໍາຖາມທີ່ເຮັດໃຫ້ພວກເຂົາສັບສົນ ແລະ ເຮັດໃຫ້ພວກເຂົາບໍ່ມີໂອກາດໄດ້ຕອບ. ສະເພາະແຕ່ຄໍາຖາມຢ່າງຕໍ່ເນື່ອງຂອງພຣະເຈົ້າຢ່າງດຽວ ກໍພຽງພໍທີ່ຈະເຮັດໃຫ້ຜູ້ຄົນໄຕ່ຕອງໃນຊົ່ວໄລຍະໜຶ່ງ, ແລ້ວແຮງໄກທີ່ຈະເປັນພຣະທໍາທັງໝົດຂອງພຣະອົງ. ໃນພຣະເຈົ້າ, ທຸກສິ່ງແມ່ນຄົບຖ້ວນ ແລະ ອຸດົມສົມບູນ ແລະ ບໍ່ມີຫຍັງຂາດເຂີນ. ຢ່າງໃດກໍຕາມ, ຜູ້ຄົນບໍ່ສາມາດມີຄວາມສຸກກັບມັນໄດ້; ພວກເຂົາຮູ້ພຣະທໍາຂອງພຣະອົງພຽງແຕ່ຜິວເພີນເທົ່ານັ້ນ ຄືກັນກັບຄົນທີ່ເຫັນໜັງໄກ່ ແຕ່ບໍ່ສາມາດກິນຊີ້ນມັນໄດ້. ນີ້ໝາຍຄວາມວ່າ ຜູ້ຄົນຂາດຄວາມໂຊກລາບ ຈົນພວກເຂົາບໍ່ສາມາດມີຄວາມສຸກກັບພຣະເຈົ້າ. ໃນທ່າມກາງຄວາມຄິດຂອງພວກເຂົາ, ແຕ່ລະຄົນແມ່ນມີພາບລັກຂອງຕົນເອງກ່ຽວກັບພຣະເຈົ້າ ເຊິ່ງນີ້ແມ່ນເຫດຜົນທີ່ບໍ່ມີໃຜຮູ້ຈັກວ່າ ພຣະເຈົ້າທີ່ເລື່ອນລອຍ ຫຼື ພາບລັກຂອງຊາຕານເປັນແບບໃດ. ດັ່ງນັ້ນ, ເມື່ອພຣະເຈົ້າກ່າວວ່າ: “ເພາະວ່າສິ່ງທີ່ເຈົ້າເຊື່ອແມ່ນເປັນພຽງພາບລັກຂອງຊາຕານ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າເອງເລີຍ” ທຸກຄົນກໍປາກບໍ່ອອກຈັກຄໍາ: ພວກເຂົາມີຄວາມເຊື່ອເປັນເວລາຫຼາຍປີ ແຕ່ພວກເຂົາບໍ່ຮູ້ວ່າ ສິ່ງທີ່ພວກເຂົາເຊື່ອແມ່ນຊາຕານ ແລະ ບໍ່ແມ່ນພຣະເຈົ້າເອງ. ພວກເຂົາຮູ້ສຶກວ່າງເປົ່າຢູ່ພາຍໃນທັນທີ ແຕ່ພວກເຂົາບໍ່ຮູ້ຈະເວົ້າແນວໃດດີ. ຫຼັງຈາກນັ້ນ ພວກເຂົາໄດ້ເລີ່ມມີຄວາມສັບສົນອີກ. ມີພຽງການເຮັດພາລະກິດດ້ວຍວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຍອມຮັບແສງສະຫວ່າງໃໝ່ຫຼາຍຂຶ້ນ ແລະ ດ້ວຍເຫດນັ້ນ ກໍປະຕິເສດສິ່ງເກົ່າໆ. ບໍ່ວ່າ ສິ່ງເຫຼົ່ານັ້ນອາດເບິ່ງຄືວ່າ ດີສໍ່າໃດກໍຕາມ ແຕ່ສິ່ງເຫຼົ່ານັ້ນກໍໃຊ້ບໍ່ໄດ້. ມັນຈະເປັນປະໂຫຍດຫຼາຍກວ່າ ທີ່ຈະໃຫ້ຜູ້ຄົນເຂົ້າໃຈພຣະເຈົ້າທີ່ແທ້ຈິງ; ນີ້ຈະເຮັດໃຫ້ພວກເຂົາສາມາດກໍາຈັດສະຖານະທີ່ຄວາມຄິດຂອງພວກເຂົາຍຶດຖືໃນໃຈຂອງພວກເຂົາ ແລະ ຍອມໃຫ້ແຕ່ພຣະເຈົ້າຄອບຄອງພວກເຂົາເທົ່ານັ້ນ. ດ້ວຍວິທີນີ້ເທົ່ານັ້ນ ຄວາມສໍາຄັນຂອງການບັງເກີດເປັນມະນຸດຈຶ່ງຈະຖືກບັນລຸຜົນ ເຊິ່ງຈະເຮັດໃຫ້ຜູ້ຄົນສາມາດຮູ້ຈັກພຣະເຈົ້າທີ່ແທ້ຈິງດ້ວຍຕາຂອງພວກເຂົາເອງ.

ພຣະເຈົ້າໄດ້ບອກຜູ້ຄົນ ກ່ຽວກັບສະຖານະການຂອງໂລກແຫ່ງວິນຍານຫຼາຍຄັ້ງ: “ເມື່ອຊາຕານມາຢູ່ຕໍ່ໜ້າເຮົາ, ເຮົາບໍ່ໄດ້ຖອຍຫຼັງຈາກຄວາມໂຫດຮ້າຍປ່າເຖື່ອນຂອງມັນ ແລະ ເຮົາບໍ່ໄດ້ຕົກໃຈຈາກຄວາມສະຫຍົດສະຫຍອງຂອງມັນ: ເຮົາພຽງແຕ່ເມີນເສີຍກັບມັນ”. ສິ່ງທີ່ຜູ້ຄົນໄດ້ເຂົ້າໃຈຈາກສິ່ງນີ້ ແມ່ນເປັນພຽງສະພາບຂອງຄວາມເປັນຈິງເທົ່ານັ້ນ; ພວກເຂົາບໍ່ຮູ້ຈັກຄວາມຈິງຂອງໂລກແຫ່ງວິນຍານ. ຍ້ອນພຣະເຈົ້າໄດ້ກາຍເປັນເນື້ອໜັງ, ຊາຕານຈຶ່ງໄດ້ໃຊ້ຄໍາກ່າວຫາທຸກປະເພດ ໂດຍຫວັງທີ່ຈະໂຈມຕີພຣະເຈົ້າ. ຢ່າງໃດກໍຕາມ, ພຣະເຈົ້າບໍ່ໄດ້ຖອຍກັບ; ພຣະອົງພຽງແຕ່ກ່າວ ແລະ ປະຕິບັດພາລະກິດໃນທ່າມກາງມະນຸດ, ເຮັດໃຫ້ຜູ້ຄົນຮູ້ຈັກພຣະອົງຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຊາຕານຕາແດງດ້ວຍຄວາມໂມໂຫກັບສິ່ງນີ້ ແລະ ໄດ້ອອກແຮງຢ່າງໜັກ ເພື່ອເຮັດໃຫ້ປະຊາຊົນຂອງພຣະເຈົ້າເປັນລົບ, ຖອຍຫຼັງ ແລະ ເຖິງກັບສູນເສຍແນວທາງຂອງພວກເຂົາ. ຢ່າງໃດກໍຕາມ, ເນື່ອງຈາກຜົນຂອງພຣະທໍາຂອງພຣະເຈົ້າ ຊາຕານຈຶ່ງລົ້ມເຫຼວຢ່າງສິ້ນເຊີງ ເຊິ່ງເຮັດໃຫ້ມັນໂມໂຫເພີ່ມຂຶ້ນ. ດັ່ງນັ້ນ, ພຣະເຈົ້າຈຶ່ງເຕືອນທຸກຄົນວ່າ: “ໃນຊີວິດຂອງພວກເຈົ້າ, ອາດຈະມີມື້ທີ່ເຈົ້າ ພົບກັບສະຖານະການດັ່ງກ່າວ: ເຈົ້າຈະເຕັມໃຈປ່ອຍໃຫ້ຕົວເອງຖືກຊາຕານຈັບກຸມໄປບໍ ຫຼື ຈະຍອມໃຫ້ເຮົາຮັບເອົາເຈົ້າ?” ເຖິງແມ່ນວ່າ ຜູ້ຄົນຈະບໍ່ຮູ້ ກ່ຽວກັບສິ່ງທີ່ເກີດຂຶ້ນໃນໂລກແຫ່ງວິນຍານ ແຕ່ທັນທີທີ່ພວກເຂົາໄດ້ຍິນພຣະທໍາດັ່ງກ່າວຈາກພຣະເຈົ້າ ພວກເຂົາກໍລະມັດລະວັງ ແລະ ຢ້ານກົວ. ສິ່ງນີ້ຕອບໂຕ້ກັບການໂຈມຕີຂອງຊາຕານ ເຊິ່ງພຽງພໍທີ່ຈະສະແດງເຖິງສະຫງ່າລາສີຂອງພຣະເຈົ້າ. ເຖິງແມ່ນວ່າ ຈະໄດ້ເຂົ້າສູ່ວິທີການແບບໃໝ່ຂອງພາລະກິດ, ຜູ້ຄົນຍັງບໍ່ມີຄວາມຊັດເຈນກ່ຽວກັບຊີວິດໃນອານາຈັກ ແລະ ເຖິງແມ່ນວ່າ ພວກເຂົາຈະເຂົ້າໃຈສິ່ງນີ້ກໍຕາມ, ພວກເຂົາກໍຂາດຄວາມຊັດເຈນ. ດັ່ງນັ້ນ, ຫຼັງຈາກໄດ້ອອກຄໍາເຕືອນແກ່ຜູ້ຄົນ, ພຣະເຈົ້າກໍໄດ້ແນະນໍາພວກເຂົາເຖິງແກ່ນແທ້ຂອງຊີວິດໃນອານາຈັກ: “ຊີວິດໃນອານາຈັກແມ່ນຊີວິດຂອງຜູ້ຄົນ ແລະ ພຣະເຈົ້າເອງ”. ຍ້ອນພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ, ຊີວິດຂອງສະຫວັນຊັ້ນສາມຈຶ່ງຖືກບັນລຸຢູ່ເທິງແຜ່ນດິນໂລກ. ນີ້ບໍ່ພຽງແຕ່ແມ່ນແຜນການຂອງພຣະເຈົ້າ, ພຣະອົງໄດ້ເຮັດໃຫ້ມັນເກີດຂຶ້ນ. ເມື່ອເວລາຜ່ານໄປ, ຜູ້ຄົນມາຮູ້ຈັກພຣະເຈົ້າດີຂຶ້ນກວ່າເກົ່າ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງສາມາດຊີມລົດຊາດແຫ່ງຊີວິດຂອງສະຫວັນ ຍ້ອນວ່າ ພວກເຂົາຮູ້ສຶກເຖິງພຣະເຈົ້າຢູ່ເທິງແຜ່ນດິນໂລກຢ່າງແທ້ຈິງ ແທນທີ່ຈະຮູ້ສຶກເຖິງພຣະເຈົ້າທີ່ເລື່ອນລອຍໃນສະຫວັນເທົ່ານັ້ນ. ສະນັ້ນ, ຊີວິດຢູ່ເທິງແຜ່ນດິນໂລກແມ່ນຄືກັນກັບໃນສະຫວັນ. ຄວາມຈິງກໍຄື ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຊິມຄວາມຂົມຂື່ນຂອງໂລກມະນຸດ ແລະ ຍິ່ງພຣະອົງສາມາດເຮັດເຊັ່ນນັ້ນ ມັນກໍຍິ່ງພິສູດໃຫ້ເຫັນວ່າ ພຣະອົງແມ່ນພຣະເຈົ້າທີ່ແທ້ຈິງ. ດັ່ງນັ້ນ, ພຣະທໍາທີ່ວ່າ: “ໃນບ່ອນພັກອາໄສຂອງເຮົາ ເຊິ່ງກໍຄືບ່ອນທີ່ເຮົາລີ້ຊ້ອນຢູ່. ຢ່າງໃດກໍຕາມ, ໃນບ່ອນພັກອາໄສຂອງເຮົາ, ເຮົາໄດ້ເອົາຊະນະສັດຕູທັງໝົດຂອງເຮົາ; ໃນບ່ອນພັກອາໄສຂອງເຮົາ, ເຮົາໄດ້ຮັບປະສົບການທີ່ແທ້ຈິງ ກ່ຽວກັບການດໍາລົງຊີວິດຢູ່ເທິງແຜ່ນດິນໂລກ; ໃນບ່ອນພັກອາໄສຂອງເຮົາ, ເຮົາສັງເກດເບິ່ງທຸກຄໍາເວົ້າ ແລະ ການກະທໍາຂອງມະນຸດ ແລະ ເຝົ້າເບິ່ງ ແລະ ນໍາພາເຜົ່າພັນມະນຸດທັງໝົດ” ແມ່ນຫຼັກຖານພຽງພໍ ກ່ຽວກັບຄວາມຈິງທີ່ວ່າ ພຣະເຈົ້າໃນປັດຈຸບັນແມ່ນແທ້ຈິງ. ດໍາລົງຊີວິດໃນເນື້ອໜັງຢ່າງແທ້ຈິງ, ມີປະສົບການກັບຊີວິດມະນຸດພາຍໃນເນື້ອໜັງຢ່າງແທ້ຈິງ, ເຂົ້າໃຈທຸກຢ່າງກ່ຽວກັບຄວາມເປັນມະນຸດພາຍໃນເນື້ອໜັງຢ່າງແທ້ຈິງ, ເອົາຊະນະມະນຸດພາຍໃນເນື້ອໜັງຢ່າງແທ້ຈິງ, ສູ້ຮົບຢ່າງເດັດດ່ຽວກັບມັງກອນແດງທີ່ຍິ່ງໃຫຍ່ໃນເນື້ອໜັງຢ່າງແທ້ຈິງ ແລະ ເຮັດພາລະກິດທັງໝົດຂອງພຣະເຈົ້າພາຍໃນເນື້ອໜັງ, ນີ້ບໍ່ແມ່ນການດໍາລົງຢູ່ຂອງພຣະເຈົ້າທີ່ແທ້ຈິງບໍ? ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະບໍ່ເຫັນໃຈຄວາມໃນປະໂຫຍກທໍາມະດາເຫຼົ່ານີ້ ທີ່ພຣະເຈົ້າກ່າວ; ພວກເຂົາພຽງແຕ່ອ່ານຜ່ານສິ່ງເຫຼົ່ານັ້ນ ແລະ ບໍ່ຮູ້ສຶກເຖິງຄຸນຄ່າ ຫຼື ຄວາມໂດດເດັ່ນໃນພຣະທໍາຂອງພຣະເຈົ້າ.

ພຣະທໍາຂອງພຣະເຈົ້າປ່ຽນສະພາບໄດ້ດີເປັນພິເສດ. ວະລີທີ່ວ່າ: “ໃນຂະນະທີ່ມະນຸດນອນໝົດສະຕິ” ແມ່ນນໍາເອົາຄໍາອະທິບາຍກ່ຽວກັບພຣະເຈົ້າເອງ ແລະ ປ່ຽນມັນເປັນຄໍາອະທິບາຍກ່ຽວກັບສະພາບຂອງມະນຸດທັງໝົດ. ໃນນີ້: “ການເປັ່ງແສງທີ່ໜາວເຢັນ” ບໍ່ໄດ້ໝາຍເຖິງແສງຟ້າແມບຈາກທິດຕາເວັນອອກ; ກົງກັນຂ້າມ ມັນໝາຍເຖິງພຣະທໍາຂອງພຣະເຈົ້າ, ໝາຍເຖິງວິທີການໃໝ່ຂອງພຣະອົງໃນການປະຕິບັດພາລະກິດ. ສະນັ້ນ, ໃນນີ້ຜູ້ຄົນຈຶ່ງສາມາດເຫັນພະລັງຂອງມະນຸດໃນທຸກຮູບແບບ: ຫຼັງຈາກໄດ້ເຂົ້າສູ່ວິທີການໃໝ່, ທຸກຄົນໄດ້ສູນເສຍຄວາມສາມາດໃນການບອກທິດທາງຂອງພວກເຂົາ ແລະ ບໍ່ຮູ້ຈັກວ່າ ພວກເຂົາແມ່ນມາແຕ່ໃສ ແລະ ບໍ່ຮູ້ວ່າ ພວກເຂົາກໍາລັງຈະໄປໃສ. “ຄົນສ່ວນໃຫຍ່ແມ່ນຖືກໂຈມຕີດ້ວຍແສງທີ່ຄືກັບເລເຊີ” ໝາຍເຖິງຜູ້ທີ່ຖືກກໍາຈັດດ້ວຍວິທີການໃໝ່; ພວກເຂົາແມ່ນຜູ້ທີ່ບໍ່ສາມາດທົນຕໍ່ການທົດລອງ ຫຼື ແບກຮັບການເຮັດໃຫ້ບໍລິສຸດຈາກການທົນທຸກ ແລະ ດັ່ງນັ້ນ ຈຶ່ງຖືກໂຍນຖິ້ມລົງສູ່ຂຸມທີ່ເລິກທີ່ສຸດອີກຄັ້ງ. ພຣະທໍາຂອງພຣະເຈົ້າເປີດເຜີຍມະນຸດໃນລະດັບໜຶ່ງຈົນເບິ່ງຄືວ່າ ຜູ້ຄົນຢ້ານກົວ ເມື່ອພວກເຂົາເຫັນພຣະທໍາຂອງພຣະເຈົ້າ ແລະ ພວກເຂົາບໍ່ກ້າທີ່ຈະເວົ້າຫຍັງ ຄືກັບວ່າ ພວກເຂົາໄດ້ເຫັນປືນກົນທີ່ແນໃສ່ຫົວໃຈຂອງພວກເຂົາ. ຢ່າງໃດກໍຕາມ, ພວກເຂົາຍັງຮູ້ສຶກວ່າ ມີສິ່ງທີ່ດີໃນພຣະທໍາຂອງພຣະເຈົ້າ. ໃນໃຈຂອງພວກເຂົາແມ່ນມີຂໍ້ຂັດແຍ້ງຫຼາຍ ແລະ ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກເຂົາຄວນເຮັດ. ຢ່າງໃດກໍຕາມ, ຍ້ອນຄວາມເຊື່ອຂອງພວກເຂົາ ພວກເຂົາກໍໄດ້ແຕ່ກະກຽມຕົວເອງ ແລະ ຂຸດຄົ້ນເລິກລົງໄປໃນພຣະທໍາຂອງພຣະອົງ ຍ້ອນຢ້ານວ່າ ພຣະເຈົ້າອາດຈະປະຖິ້ມພວກເຂົາ. ດັ່ງທີ່ພຣະເຈົ້າກ່າວວ່າ: “ຜູ້ໃດໃນທ່າມກາງມະນຸດ ທີ່ບໍ່ມີຊີວິດໃນສະພາບດັ່ງກ່າວນີ້? ຜູ້ໃດທີ່ບໍ່ໄດ້ມີຊີວິດພາຍໃນແສງສະຫວ່າງຂອງເຮົາ? ເຖິງແມ່ນວ່າ ເຈົ້າຈະເຂັ້ມແຂງ ຫຼື ເຖິງແມ່ນວ່າ ເຈົ້າຈະອ່ອນແອ, ເຈົ້າຈະສາມາດຫຼີກເວັ້ນການມາຂອງແສງສະຫວ່າງຂອງເຮົາໄດ້ແນວໃດ?” ຖ້າພຣະເຈົ້າໃຊ້ບາງຄົນ ແລ້ວເຖິງແມ່ນວ່າ ພວກເຂົາຈະອ່ອນແອ, ພຣະເຈົ້າກໍຍັງຈະໃຫ້ແສງເຍືອງທາງ ແລະ ແສງສະຫວ່າງແກ່ພວກເຂົາໃນການຂ້ຽນຕີຂອງພຣະອົງ; ສະນັ້ນ, ຍິ່ງຜູ້ຄົນອ່ານພຣະທໍາຂອງພຣະເຈົ້າຫຼາຍສໍ່າໃດ ພວກເຂົາຍິ່ງເຂົ້າໃຈພຣະອົງຫຼາຍຂຶ້ນ, ພວກເຂົາຍິ່ງເຄົາລົບບູຊາພຣະອົງຫຼາຍຂຶ້ນ ແລະ ພວກເຂົາກໍຍິ່ງບໍ່ກ້າທີ່ຈະບໍ່ມີຄວາມຮອບຄອບ. ການທີ່ຜູ້ຄົນໄດ້ມາເຖິງບ່ອນທີ່ພວກເຂົາຢູ່ໃນປັດຈຸບັນຂອງພວກເຂົາ ແມ່ນລ້ວນແລ້ວແຕ່ຍ້ອນພະລັງອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ຍ້ອນອໍານາດຂອງພຣະທໍາຂອງພຣະອົງ ນັ້ນກໍຄື ມັນແມ່ນຍ້ອນພຣະວິນຍານໃນພຣະທໍາຂອງພຣະອົງ ທີ່ເຮັດໃຫ້ຜູ້ຄົນຢໍາເກງພຣະເຈົ້າ. ເມື່ອພຣະເຈົ້າເປີດເຜີຍໃບໜ້າທີ່ແທ້ຈິງຂອງມະນຸດ, ຄວາມເຄົາລົບຢໍາເກງຂອງພວກເຂົາທີ່ມີຕໍ່ພຣະອົງກໍຫຼາຍຂຶ້ນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີຄວາມໝັ້ນໃຈຫຼາຍຂຶ້ນກ່ຽວກັບຄວາມເປັນຈິງຂອງການດໍາລົງຢູ່ຂອງພຣະອົງ. ນີ້ແມ່ນໄຟເຍືອງທາງຂອງມະນຸດ ໃນການເຂົ້າໃຈພຣະເຈົ້າ ເຊິ່ງເປັນເສັ້ນທາງທີ່ພຣະອົງໄດ້ມອບໃຫ້ແກ່ພວກເຂົາ. ຈົ່ງຄິດກ່ຽວກັບສິ່ງນີ້ຢ່າງລະອຽດ: ບໍ່ແມ່ນແບບນີ້ບໍ?

ສິ່ງທີ່ກ່າວມາຂ້າງເທິງບໍ່ແມ່ນໄຟເຍືອງທາງທີ່ຢູ່ຕໍ່ໜ້າມະນຸດທີ່ໃຫ້ແສງສະຫວ່າງແກ່ເສັ້ນທາງຂອງເຂົາບໍ?

ກ່ອນນີ້: ບົດທີ 12

ຕໍ່ໄປ: ບົດທີ 14

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້