ບົດທີ 14

ມະນຸດບໍ່ເຄີຍຢັ່ງເຖິງສິ່ງໃດຈາກພຣະທໍາຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາພຽງແຕ່ໃຫ້ “ຄຸນຄ່າ” ສິ່ງເຫຼົ່ານັ້ນແບບຜິວເຜີນ ໂດຍບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງສິ່ງເຫຼົ່ານັ້ນ. ດັ່ງນັ້ນ, ເຖິງແມ່ນວ່າ ຄົນສ່ວນໃຫຍ່ຈະມັກການກ່າວພຣະຄໍາຂອງພຣະອົງ, ພຣະເຈົ້າກໍໄດ້ຊີ້ໃຫ້ເຫັນວ່າ ທີ່ຈິງແລ້ວ ພວກເຂົາບໍ່ໄດ້ຖະໜອມສິ່ງເຫຼົ່ານັ້ນເລີຍ. ໃນມຸມມອງຂອງພຣະເຈົ້າ, ເຫດຜົນສໍາລັບສິ່ງນີ້ກໍຄືວ່າ ເຖິງແມ່ນວ່າພຣະທໍາຂອງພຣະອົງຈະມີຄຸນຄ່າ ແຕ່ຜູ້ຄົນກໍບໍ່ໄດ້ຊິມລົດຊາດຄວາມຫວານທີ່ແທ້ຈິງຂອງພຣະທໍາເຫຼົ່ານັ້ນ. ສະນັ້ນ, ພວກເຂົາພຽງແຕ່ສາມາດ “ດັບຄວາມກະຫາຍຂອງພວກເຂົາດ້ວຍຄວາມຄິດທີ່ດີເລີດ” ເຊິ່ງດ້ວຍເຫດນັ້ນ ກໍເປັນການກໍາຈັດຫົວໃຈທີ່ໂລພາຂອງພວກເຂົາ. ພຣະວິນຍານຂອງພຣະເຈົ້າບໍ່ພຽງແຕ່ປະຕິບັດພາລະກິດໃນທ່າມກາງມະນຸດທຸກຄົນເທົ່ານັ້ນ ແຕ່ພວກເຂົາຍັງໄດ້ຮັບແສງສະຫວ່າງຈາກພຣະທໍາຂອງພຣະເຈົ້າຢ່າງແນ່ນອນ; ພຽງແຕ່ວ່າ ພວກເຂົາບໍ່ສົນໃຈຫຼາຍທີ່ຈະຮູ້ຄຸນຄ່າເຖິງແກ່ນແທ້ຂອງສິ່ງນັ້ນຢ່າງແທ້ຈິງ. ໃນຄວາມຄິດຂອງຜູ້ຄົນ, ຕອນນີ້ແມ່ນຍຸກທີ່ອານາຈັກຖືກເຮັດໃຫ້ເກີດເປັນຈິງຢ່າງສົມບູນ ແຕ່ໃນຄວາມເປັນຈິງແລ້ວ ນີ້ບໍ່ແມ່ນເລີຍ. ເຖິງແມ່ນວ່າສິ່ງທີ່ພຣະເຈົ້າທໍານວາຍແມ່ນສິ່ງທີ່ພຣະອົງເຮັດສໍາເລັດ ແຕ່ອານາຈັກຕົວຈິງແມ່ນຍັງບໍ່ໄດ້ມາຮອດແຜ່ນດິນໂລກຢ່າງສົມບູນເທື່ອ. ກົງກັນຂ້າມ, ໃນຂະນະທີ່ມ່ວນມະນຸດປ່ຽນໄປ, ໃນຂະນະທີ່ພາລະກິດຄືບໜ້າ ແລະ ໃນຂະນະທີ່ຟ້າແມບເຫຼື້ອມມາຈາກທິດຕາເວັນອອກ ເຊິ່ງນັ້ນກໍຄື ໃນຂະນະທີ່ພຣະທໍາຂອງພຣະເຈົ້າມີຄວາມເລິກເຊິ່ງ, ອານາຈັກກໍຈະລົງມາສູ່ແຜ່ນດິນໂລກຢ່າງຊ້າໆເທື່ອລະບາດກ້າວ ແຕ່ຈະລົງມາສູ່ໂລກນີ້ຢ່າງສົມບູນ. ຂັ້ນຕອນຂອງການມາຂອງອານາຈັກຍັງແມ່ນຂັ້ນຕອນຂອງພາລະກິດສັກສິດຢູ່ເທິງແຜ່ນດິນໂລກ. ໃນຂະນະດຽວກັນນັ້ນ ໃນທົ່ວຈັກກະວານ ພຣະເຈົ້າໄດ້ເລີ່ມພາລະກິດທີ່ຍັງບໍ່ໄດ້ຖືກປະຕິບັດໃນທຸກຍຸກຕະຫຼອດປະຫວັດສາດ: ເພື່ອຮູ້ຈັກແຜ່ນດິນໂລກທັງໝົດ. ຍົກຕົວຢ່າງ: ມີການປ່ຽນແປງທີ່ຍິ່ງໃຫຍ່ເກີດຂຶ້ນທົ່ວຈັກກະວານ ເຊິ່ງລວມເຖິງການປ່ຽນແປງໃນລັດອິດສະຣາເອນ, ມີລັດຖະປະຫານໃນສະຫະລັດອາເມຣິກາ, ການປ່ຽນແປງໃນເອຢິບ, ການປ່ຽນແປງໃນສະຫະພາບໂຊຫວຽດ ແລະ ການໂຄ່ນລົ້ມປະເທດຈີນ. ເມື່ອຈັກກະວານທັງໝົດໄດ້ສະຫງົບລົງ ແລະ ໄດ້ຖືກຟື້ນຟູຄືນເປັນປົກກະຕິ, ພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກກໍຈະສໍາເລັັດ; ນັ້ນແມ່ນເວລາທີ່ອານາຈັກຈະມາສູ່ແຜ່ນດິນໂລກ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະທໍາທີ່ວ່າ: “ເມື່ອທຸກຊາດທົ່ວໂລກໄດ້ຖືກທຳລາຍ, ເມື່ອນັ້ນ ອານາຈັກຂອງເຮົາຈະຖືກກໍ່ຕັ້ງຂຶ້ນຢ່າງເປັນຮູບປະທໍາ ແລະ ເມື່ອນັ້ນ ເຮົາຈະປ່ຽນແປງ ແລະ ຫັນມາສົນໃຈຈັກກະວານທັງໝົດ”. ພຣະເຈົ້າບໍ່ໄດ້ເຊື່ອງຫຍັງຈາກມະນຸດຊາດ; ພຣະອົງໄດ້ສືບຕໍ່ບອກຜູ້ຄົນກ່ຽວກັບຄວາມອຸດົມສົມບູນຂອງພຣະອົງ ແຕ່ພວກເຂົາບໍ່ສາມາດຄິດອອກວ່າ ພຣະອົງໝາຍເຖິງຫຍັງ ແລະ ພຽງແຕ່ຍອມຮັບເອົາພຣະທໍາຂອງພຣະອົງຄືກັບຄົນໂງ່. ໃນຂັ້ນຕອນຂອງພາລະກິດນີ້, ມະນຸດໄດ້ຮຽນຮູ້ເຖິງການທີ່ບໍ່ສາມາດຢັ່ງເຖິງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຕອນນີ້ແມ່ນສາມາດຮູ້ຄຸນຄ່າເຖິງຄວາມຍາກຂອງການເຂົ້າໃຈພຣະອົງ; ຍ້ອນເຫດຜົນນີ້, ພວກເຂົາຈຶ່ງຮູ້ສຶກວ່າ ໃນທຸກມື້ນີ້ ການເຊື່ອໃນພຣະເຈົ້າແມ່ນສິ່ງທີ່ຍາກທີ່ສຸດທີ່ຈະເຮັດໄດ້, ຢາກຄ້າຍຄືກັບການສອນໝູຮ້ອງເພງ. ພວກເຂົາແມ່ນໝົດປັນຍາຢ່າງສິ້ນເຊີງ ຄືກັບໜູທີ່ຕິດແຮ້ວ. ແນ່ນອນ ບໍ່ວ່າຄົນໜຶ່ງຈະມີພະລັງຫຼາຍຊໍ່າໃດ ຫຼື ຄົນໜຶ່ງຈະຊໍານານໃນທັກສະຫຼາຍຊໍ່າໃດ ຫຼື ບໍ່ວ່າຄົນໜຶ່ງຈະມີຄວາມສາມາດຢ່າງບໍ່ມີຂອບເຂດກໍຕາມ ແຕ່ເມື່ອມາເຖິງພຣະທໍາຂອງພຣະເຈົ້າ ສິ່ງດັ່ງກ່າວແມ່ນບໍ່ມີຄວາມໝາຍໃດໆ. ມັນເປັນຄືກັບວ່າ ໃນສາຍຕາຂອງພຣະເຈົ້າ ມວນມະນຸດແມ່ນກອງຂີ້ເທົ່າຂອງເຈ້ຍທີ່ໄໝ້ແລ້ວ ທີ່ປາສະຈາກຄຸນຄ່າໃດໆຢ່າງສິ້ນເຊີງ ແລ້ວນັບພາສາຫຍັງກັບການມີປະໂຫຍດ. ນີ້ແມ່ນການອະທິບາຍທີ່ດີທີ່ສຸດກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທໍາທີ່ວ່າ: “ຈາກມຸມມອງຂອງພວກເຂົາ ເຮົາໄດ້ລີ້ລັບຫຼາຍຂຶ້ນ ແລະ ຫຼາຍຂຶ້ນກວ່າເກົ່າ ແລະ ບໍ່ສາມາດຍັ່ງເຖິງຫຼາຍຂຶ້ນ”. ຈາກສິ່ງນີ້ ມັນຈຶ່ງຊັດເຈນວ່າ ພຣະທໍາຂອງພຣະເຈົ້າຄືບໜ້າໄປໂດຍທໍາມະຊາດ ແລະ ຖືກປະຕິບັດອີງຕາມອະໄວຍະວະການຮັບຮູ້ຂອງມະນຸດທີ່ຈະສາມາດຮັບເອົາໄດ້. ເມື່ອທໍາມະຊາດຂອງຄວາມເປັນມະນຸດໝັ້ນຄົງ ແລະ ບໍ່ສັ່ນຄອນ, ພຣະທໍາທີ່ພຣະເຈົ້າກ່າວກໍຈະສອດຄ່ອງກັບແນວຄິດຂອງພວກເຂົາຢ່າງສິ້ນເຊີງ ແລະ ແນວຄິດເຫຼົ່ານີ້ເບິ່ງຄືວ່າເປັນອັນໜຶ່ງອັນດຽວກັນກັບພຣະເຈົ້າ ໂດຍບໍ່ມີຄວາມແຕກຕ່າງແມ່ນແຕ່ໜ້ອຍເລີຍ. ສິ່ງນີ້ຂ້ອນຂ້າງເຮັດໃຫ້ຜູ້ຄົນຮູ້ຈັກ “ຄວາມເປັນຈິງຂອງພຣະເຈົ້າ” ແຕ່ນັ້ນບໍ່ແມ່ນວັດຖຸປະສົງຫຼັກຂອງພຣະອົງ. ພຣະເຈົ້າກໍາລັງອະນຸຍາດໃຫ້ຜູ້ຄົນປັກຫຼັກກ່ອນເລີ່ມພາລະກິດທີ່ແທ້ຈິງຂອງພຣະອົງຢູ່ແຜ່ນດິນໂລກຢ່າງເປັນທາງການ. ສະນັ້ນ, ໃນຊ່ວງການເລີ່ມຕົ້ນນີ້ທີ່ສັບສົນຫຼາຍສໍາລັບມະນຸດ, ພວກເຂົາກໍາລັງຮູ້ວ່າ ແນວຄວາມຄິດເກົ່າຂອງພວກເຂົານັ້ນບໍ່ຖືກຕ້ອງ ແລະ ພຣະເຈົ້າ ແລະ ມວນມະນຸດແມ່ນແຕກຕ່າງກັນດັ່ງກັບສະຫວັນ ແລະ ແຜ່ນດິນໂລກ ແລະ ບໍ່ໄດ້ຄ້າຍຄືກັນເລີຍ. ຍ້ອນບໍ່ສາມາດປະເມີນພຣະທໍາຂອງພຣະເຈົ້າໄດ້ອີກຕໍ່ໄປບົນພື້ນຖານແນວຄິດຂອງມະນຸດ, ມະນຸດຈຶ່ງເລີ່ມເບິ່ງພຣະເຈົ້າໃນມຸມມອງໃໝ່ທັນທີ; ດ້ວຍເຫດນັ້ນ, ພວກເຂົາຈຶ່ງຈ້ອງເບິງພຣະເຈົ້າດ້ວຍຄວາມປະຫຼາດໃຈ ຄືກັບວ່າ ພຣະເຈົ້າທີ່ແທ້ຈິງແມ່ນບໍ່ສາມາດເຂົ້າຫາໄດ້ ຄືກັບພຣະເຈົ້າທີ່ແນມບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ ແລະ ຄືກັບວ່າ ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພຽງເປືອກພາຍນອກທີ່ປາສະຈາກແກ່ນແທ້ຂອງພຣະອົງ. ເຖິງແມ່ນວ່າພຣະອົງຈະແມ່ນພຣະວິນຍານທີ່ບັງເກີດເປັນມະນຸດ, ພຣະອົງກໍສາມາດປ່ຽນເປັນຮູບຊົງຂອງພຣະວິນຍານ ແລະ ລອຍຈາກໄປໃນເວລາໃດກໍໄດ້; ສະນັ້ນ ຜູ້ຄົນຈຶ່ງຂ້ອນຂ້າງມີຄວາມຄິດທີ່ລະມັດລະວັງ. ເມື່ອກ່າວເຖິງພຣະເຈົ້າ, ພວກເຂົາກໍຕົບແຕ່ງພຣະອົງດ້ວຍແນວຄິດຂອງພວກເຂົາເອງ ໂດຍອ້າງວ່າ ພຣະອົງສາມາດຂີ່ເມກ ແລະ ໝອກ, ຍ່າງຢູ່ເທິງນໍ້າ ແລະ ປາກົດຕົວ ແລະ ຫາຍຕົວໃນທ່າມກາງມະນຸດໄດ້ຢ່າງວ່ອງໄວ. ບາງຄົນເຖິງກັບອະທິບາຍຢ່າງລາຍລະອຽດ. ຍ້ອນຄວາມໂງ່ຈ້າ ແລະ ການຂາດການຢັ່ງຮູ້ຂອງພວກເຂົາ, ພຣະເຈົ້າຈຶ່ງກ່າວວ່າ: “ເມື່ອພວກເຂົາເຊື່ອວ່າ ພວກເຂົາໄດ້ຕໍ່ຕ້ານເຮົາ ຫຼື ລະເມີດພຣະດໍາລັດຂອງເຮົາ, ແຕ່ເຮົາເຮັດຄືບໍ່ສົນໃຈ”.

ພຣະເຈົ້າເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມວນມະນຸດ ແລະ ໂລກພາຍໃນຂອງພວກເຂົາດ້ວຍຄວາມຖືກຕ້ອງທີ່ສຸດ ໂດຍບໍ່ເຄີຍພາດເປົ້າໝາຍຂອງພຣະອົງແມ່ນແຕ່ໜ້ອຍດຽວ. ສາມາດເຖິງກັບເວົ້າວ່າ ພຣະອົງບໍ່ເຄີຍເຮັດຜິດຫຍັງເລີຍ. ສິ່ງນີ້ແມ່ນຫຼັກຖານທີ່ເຮັດໃຫ້ຜູ້ຄົນເຊື່ອຢ່າງສິ້ນເຊີງ. ເນື່ອງຈາກຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າ, ພຣະທໍາ ແລະ ການກະທໍາທັງຫຼາຍຂອງພຣະອົງຈຶ່ງເຮັດໃຫ້ມີຄວາມປະທັບໃຈທີ່ບໍ່ສາມາດລົບລ້າງອອກໄດ້ ແລະ ດ້ວຍເຫດນັ້ນ ຜູ້ຄົນເບິ່ງຄືວ່າ ໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະອົງເລິກເຊິ່ງຂຶ້ນ ແລະ ຄືກັບວ່າ ພວກເຂົາໄດ້ຄົ້ນພົບສິ່ງທີ່ມີຄຸນຄ່າໃນຕົວພຣະອົງ. “ໃນຄວາມຊົງຈຳຂອງພວກເຂົາ, ເຮົາແມ່ນພຣະເຈົ້າທີ່ສຳແດງຄວາມເມດຕາໃຫ້ກັບພວກເຂົາຫຼາຍກວ່າທີ່ຈະຂ້ຽນຕີພວກເຂົາຢ່າງໜັກ ຫຼື ເຮົາເປັນພຣະເຈົ້າທີ່ບໍ່ຈິງຈັງໃນສິ່ງທີ່ເຮົາເວົ້າ. ສິ່ງເຫຼຸົ່ານີ້ຄືຈິນຕະນາການທີ່ເກີດຂຶ້ນຈາກຄວາມຄິດຂອງມະນຸດ ແລະ ບໍ່ໄດ້ສອດຄ່ອງກັບຄວາມຈິງ”. ເຖິງແມ່ນວ່າ ມະນຸດຊາດບໍ່ເຄິຍເຫັນຄວາມສໍາຄັນໃດໆໃນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແຕ່ພວກເຂົາກໍຮູ້ “ດ້ານຂ້າງຂອງອຸປະນິໄສຂອງພຣະອົງ” ຄືກັບຫຼັງມືຂອງພວກເຂົາ; ພວກເຂົາຫາຂໍ້ຜິດໃນພຣະທໍາ ແລະ ການກະທໍາຂອງພຣະເຈົ້າຕະຫຼອດ. ນີ້ກໍຍ້ອນວ່າ ຕະຫຼອດເວລາ ຜູ້ຄົນເຕັມໃຈຫຼາຍທີ່ຈະເອົາໃຈໃສ່ກັບສິ່ງທີ່ບໍ່ດີ ແລະ ເມີນເສີຍຕໍ່ສິ່ງທີ່ດີ ໂດຍພຽງແຕ່ດູຖູກການກະທໍາຂອງພຣະເຈົ້າ. ຍິ່ງພຣະເຈົ້າກ່າວຢ່າງຖ່ອມຕົວວ່າ ພຣະອົງປິດບັງຕົວພຣະອົງເອງໃນບ່ອນອາໄສຂອງພຣະອົງຫຼາຍສໍ່າໃດ, ມວນມະນຸດກໍຍິ່ງຮຽກຮ້ອງຈາກພຣະອົງຫຼາຍຂຶ້ນສໍ່ານັ້ນ. ພວກເຂົາເວົ້າວ່າ “ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດກໍາລັງສັງເກດເບິ່ງທຸກການກະທໍາຂອງມວນມະນຸດ ແລະ ກໍາລັງປະສົບກັບຊີວິດມະນຸດ ແລ້ວເປັນຫຍັງສ່ວນໃຫຍ່ແລ້ວ ພຣະເຈົ້າຈຶ່ງບໍ່ຮູ້ຈັກສະຖານະການຕົວຈິງຂອງພວກເຮົາ? ນີ້ໝາຍຄວາມວ່າ ພຣະເຈົ້າລີ້ລັບຢ່າງແທ້ຈິງບໍ?” ເຖິງແມ່ນວ່າພຣະເຈົ້າຈະເບິ່ງເລິກເຂົ້າໄປໃນຫົວໃຈຂອງມະນຸດ ແຕ່ພຣະອົງກໍຍັງປະຕິບັດພາລະກິດຕາມສະພາບການຕົວຈິງຂອງມວນມະນຸດ ໂດຍບໍ່ໄດ້ເລື່ອນລອຍ ຫຼື ເໜືອທໍາມະຊາດ. ເພື່ອກໍາຈັດອຸປະນິໄສດັ່ງເດີມຂອງມວນມະນຸດຢ່າງສິ້ນເຊີງ, ພຣະເຈົ້າບໍ່ໄດ້ໃຊ້ຄວາມພະຍາຍາມໃນການກ່າວຈາກມຸມມອງຕ່າງໆ ເພື່ອເປີດໂປງທໍາມະຊາດທີ່ແທ້ຈິງຂອງຜູ້ຄົນ ແລະ ປະກາດການພິພາກສາຕໍ່ຄວາມບໍ່ເຊື່ອຟັງຂອງພວກເຂົາ ເຊິ່ງບຶດໜຶ່ງກ່າວວ່າ ພຣະອົງຈະຈັດການກັບທຸກຄົນ ແລະ ບຶດໜຶ່ງກໍປະກາດວ່າ ພຣະອົງຈະຊ່ວຍກຸ່ມຄົນໃຫ້ລອດພົ້ນ; ບໍ່ວ່າຈະ ເປັນການວາງເງື່ອນໄຂຕໍ່ມະນຸດ ຫຼື ເປັນການເຕືອນພວກເຂົາກໍຕາມ; ແລະ ໃນທີ່ສຸດກໍຈະສໍາຫຼວງຂ້າງໃນຂອງພວກເຂົາຢ່າງລະອຽດ ແລະ ໃຫ້ການປິ່ນປົວ. ສະນັ້ນ, ພາຍໃຕ້ການນໍາພາຂອງພຣະທໍາຂອງພຣະເຈົ້າ, ມັນກໍຄືກັບວ່າ ມະນຸດໄດ້ເດີນທາງໄປທຸກມຸມຂອງແຜ່ນດິນໂລກ ແລະ ເຂົ້າສູ່ສວນທີ່ອຸດົມສົມບູນ ທີ່ມີດອກໄມ້ແຕ່ລະດອກແຂ່ງຂັນກັນວ່າ ດອກໃດເປັນດອກທີ່ງາມທີ່ສຸດ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ ມະນຸດຈະເຂົ້າສູ່ພຣະທໍາຂອງພຣະອົງ ຄືກັບວ່າ ພຣະເຈົ້າເປັນເຫຼັກກ້າທີ່ດຶງດູດສິ່ງໃດກໍໄດ້ທີ່ມີທາດເຫຼັກໃນຕົວຂອງມັນ. ເມື່ອໄດ້ອ່ານພຣະທໍາທີ່ວ່າ: “ມະນຸດບໍ່ຟັງຄວາມເຮົາເລີຍ ເຊິ່ງດ້ວຍເຫດນັ້ນ ເຮົາກໍບໍ່ຈິງຈັງກັບເຂົາເຊັ່ນດຽວກັນ. ມະນຸດບໍ່ສົນໃຈເຮົາ ແລະ ສະນັ້ນ ເຮົາກໍບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມກັບພວກເຂົາຫຼາຍ. ວິທີນີ້ບໍ່ແມ່ນວິທີທີ່ດີທີ່ສຸດສຳລັບທັງສອງໂລກບໍ?” ເບິ່ງຄືວ່າ ປະຊາຊົນຂອງພຣະເຈົ້າທຸກຄົນຖືກໂຈມຕີຈົນຕົກລົງໃນຂຸມເລິກທີ່ສຸດອີກຄັ້ງ ຫຼື ຖືກໂຈມຕີໃສ່ຈຸດສໍາຄັນອີກຄັ້ງ ເຊິ່ງເຮັດໃຫ້ພວກເຂົາຕົກໃຈຫຼາຍ. ສະນັ້ນ, ພວກເຂົາຈຶ່ງເຂົ້າໄປໃນແນວທາງນີ້ອີກຄັ້ງ. ພວກເຂົາມີຄວາມສັບສົນເປັນພິເສດກ່ຽວກັບພຣະທໍາທີ່ວ່າ: “ໃນຖານະເປັນຄົນຂອງເຮົາໃນອານາຈັກ, ຖ້າເຈົ້າບໍ່ສາມາດຮັກສາໜ້າທີ່ຂອງໂຕເອງໄດ້, ເຮົາກໍຈະກຽດຊັງ ແລະ ປະຕິເສດເຈົ້າ!” ຄົນສ່ວນໃຫຍ່ຮູ້ສຶກເຈັບປວດຈົນພວກເຂົາຕ້ອງມີນໍ້າຕາ ໂດຍຄິດວ່າ “ຂ້ານ້ອຍມີຄວາມລໍາບາກໃນການປີນອອກຈາກຂຸມເລິກທີ່ສຸດ, ສະນັ້ນ ຂ້ານ້ອຍກໍຈະບໍ່ມີຄວາມຫວັງອີກເລີຍ ຖ້າຂ້ານ້ອຍຕົກລົງໄປອີກຄັ້ງ. ຂ້ານ້ອຍບໍ່ໄດ້ຮັບຫຍັງໃນໂລກມະນຸດ ແລະ ໄດ້ຜ່ານຄວາມຫຍຸ້ງຍາກ ແລະ ຄວາມລໍາບາກຍາກແຄ້ນທຸກຮູບແບບໃນຊີວິດຂອງຂ້ານ້ອຍ. ໂດຍສະເພາະແລ້ວ ນັບແຕ່ໄດ້ມີຄວາມເຊື່ອ ຂ້ານ້ອຍກໍປະສົບກັບການຖືກປະຖິ້ມດ້ວຍຄົນຮັກ, ການຂົ່ມເຫັງຈາກຄອບຄົວຂອງຂ້ານ້ອຍ ແລະ ການຖືກຄົນອື່ນໃນສັງຄົມກ່າວຮ້າຍ ແລະ ຂ້ານ້ອຍບໍ່ໄດ້ເພີດເພີນກັບຄວາມສຸກຂອງໂລກເລີຍ. ຖ້າຂ້ານ້ອຍຕົກລົງຂຸມເລິກທີ່ສຸດອີກຄັ້ງ ແລ້ວຂ້ານ້ອຍຈະບໍ່ໄດ້ໃຊ້ຊີວິດທີ່ຍິ່ງບໍ່ມີປະໂຫຍດຫຍັງຫຼາຍກວ່ານີ້ບໍ?” (ຍິ່ງຜູ້ຄົນຄິດກ່ຽວກັບສິ່ງນີ້ຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ສຶກໂສກເສົ້າຫຼາຍສໍ່ານັ້ນ). “ຄວາມຫວັງທັງໝົດຂອງຂ້ານ້ອຍແມ່ນຖືກຝາກຝັງໄວ້ໃນກໍາມືຂອງພຣະເຈົ້າແລ້ວ. ຖ້າພຣະອົງປະຖິ້ມຂ້ານ້ອຍ, ມັນກໍຈະດີກວ່າຖ້າຂ້ານ້ອຍຕາຍໃນຕອນນີ້… ຢ່າງໃດກໍຕາມ ທຸກສິ່ງແມ່ນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ເຊິ່ງດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງສາມາດສະແຫວງຫາທີ່ຈະຮັກພຣະເຈົ້າເທົ່ານັ້ນ; ສ່ວນສິ່ງອື່ນໆແມ່ນເປັນເລື່ອງສໍາຮອງ. ແມ່ນໃຜທີ່ເຮັດໃຫ້ສິ່ງນີ້ເປັນຊະຕາກໍາຂອງຂ້ານ້ອຍ?” ຍິ່ງຫຼາຍຄົນຄິດເຊັ່ນນີ້ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານຂອງພຣະເຈົ້າ ແລະ ວັດຖຸປະສົງຂອງພຣະທໍາຂອງພຣະອົງ. ດ້ວຍວິທີນີ້, ວັດຖຸປະສົງຂອງພຣະທໍາຂອງພຣະເຈົ້າກໍຖືກບັນລຸ. ຫຼັງຈາກມະນຸດເຫັນພຣະທໍາຂອງພຣະເຈົ້າ, ພວກເຂົາທຸກຄົນກໍປະສົບກັບການຕໍ່ສູ້ທາງດ້ານອຸດົມການຢູ່ພາຍໃນ. ທາງເລືອກດຽວຂອງພວກເຂົາແມ່ນການຍອມຕໍ່ສິ່ງທີ່ຊະຕາກໍາບົ່ງການເທົ່ານັ້ນ ແລະ ດ້ວຍວິທີນີ້ ວັດຖຸປະສົງຂອງພຣະເຈົ້າກໍຈະຖືກບັນລຸ. ຍິ່ງພຣະທໍາຂອງພຣະເຈົ້າໂຫດຮ້າຍສໍ່າໃດ ໂລກພາຍໃນຂອງມະນຸດກໍຍິ່ງສັບຊ້ອນຫຼາຍສໍ່ານັ້ນຈາກສິ່ງນີ້. ນີ້ຄືກັນກັບການບີບບາດແຜ; ຍິ່ງບີບແຮງສໍ່າໃດ ມັນກໍຍິ່ງເຈັບຫຼາຍສໍ່ານັ້ນຈົນເຖິງຂັ້ນທີ່ຜູ້ຄົນວົນວຽນຢູ່ລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ເຖິງກັບສາມາດສູນເສຍຄວາມໝັ້ນໃຈຢາກຈະຢູ່ລອດໄດ້. ສະນັ້ນ, ເມື່ອມະນຸດທົນທຸກຫຼາຍທີ່ສຸດ ແລະ ມີຄວາມໝົດຫວັງຫຼາຍ ພວກເຂົາຈຶ່ງຈະສາມາດມອບຫົວໃຈທີ່ແທ້ຈິງຂອງພວກເຂົາໃຫ້ແກ່ພຣະເຈົ້າ. ທໍາມະຊາດຂອງມະນຸດແມ່ນຄືກັບວ່າ ຖ້າຍັງມີຄວາມຫວັງແມ່ນແຕ່ໜ້ອຍດຽວ ພວກເຂົາກໍຈະບໍ່ໄປຫາພຣະເຈົ້າເພື່ອຂໍຄວາມຊ່ວຍເຫຼືອ ແຕ່ກົງກັນຂ້າມ ພວກເຂົາຈະໃຊ້ວິທີການທີ່ພຽງພໍສໍາລັບຕົວເອງເພື່ອຢູ່ລອດໂດຍທໍາມະຊາດ. ນີ້ກໍຍ້ອນວ່າ ທໍາມະຊາດຂອງມວນມະນຸດແມ່ນການຄິດວ່າຕົວເອງຊອບທໍາ ແລະ ຜູ້ຄົນມັກທີ່ຈະດູຖູກຄົນອື່ນ. ສະນັ້ນ, ພຣະເຈົ້າຈຶ່ງກ່າວວ່າ: “ບໍ່ມີມະນຸດຄົນໃດ ແມ່ນແຕ່ຄົນໜຶ່ງ ທີ່ຈະສາມາດຮັກເຮົາໃນເວລາທີ່ພວກເຂົາສຸກສະບາຍ. ບໍ່ມີຄົນໃດ ແມ່ນແຕ່ຄົນໜຶ່ງ ຈະຍື່ນມືຫາເຮົາໃນເວລາທີ່ພວກເຂົາມີຄວາມສະຫງົບ ແລະ ມີຄວາມສຸກ ເພື່ອໃຫ້ເຮົາໄດ້ເປັນສ່ວນໜຶ່ງໃນຄວາມສຸກຂອງພວກເຂົາ”. ສິ່ງນີ້ແມ່ນໜ້າຜິດຫວັງແທ້ໆ; ພຣະເຈົ້າໄດ້ສ້າງມະນຸດ ແຕ່ເມື່ອພຣະອົງມາໂລກມະນຸດ ຜູ້ຄົນກໍສະແຫວງຫາທີ່ຈະຕໍ່ຕ້ານພຣະອົງ ແລະ ຂັບໄລ່ພຣະອົງຈາກອະນາເຂດຂອງພວກເຂົາ ຄືກັບວ່າ ພຣະອົງເປັນຄືເດັກກໍາພ້າທີ່ລ່ອງລອຍໄປທົ່ວໂລກ ຫຼື ຄືກັບມະນຸດໂລກທີ່ບໍ່ມີປະເທດ. ບໍ່ມີຜູ້ໃດມີຄວາມຮູ້ສຶກຍຶດຕິດກັບພຣະເຈົ້າ, ບໍ່ມີຜູ້ໃດຮັກພຣະອົງຢ່າງແທ້ຈິງ ແລະ ບໍ່ມີຜູ້ໃດເຄີຍຕ້ອນຮັບການມາຂອງພຣະອົງ. ກົງກັນຂ້າມ, ເມື່ອເຫັນການມາຂອງພຣະເຈົ້າ, ກ້ອນເມກກໍເປັນເງົາປົກຄຸມໃບໜ້າອັນເບີກບານໃນກະພິບຕາ ຄືກັບວ່າ ພາຍຸກໍາລັງມາຢ່າງກະທັນຫັນ ຫຼື ຄືກັບວ່າ ພຣະເຈົ້າອາດຈະເອົາຄວາມສຸກຂອງຄອບຄົວຂອງພວກເຂົາໄປ ແລະ ຄືກັບວ່າ ພຣະເຈົ້າບໍ່ເຄີຍໃຫ້ພອນແກ່ມະນຸດເລີຍ, ແຕ່ກົງກັນຂ້າມ ພັດມີແຕ່ເອົາຄວາມໂຊກຮ້າຍມາໃຫ້ພວກເຂົາ. ສະນັ້ນ, ໃນແນວຄິດຂອງມະນຸດແລ້ວ ພຣະເຈົ້າບໍ່ມີປະໂຫຍດຫຍັງ ແຕ່ເປັນຜູ້ທີ່ສາບແຊ່ງພວກເຂົາຕະຫຼອດ. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງບໍ່ສົນໃຈພຣະອົງ ຫຼື ຕ້ອນຮັບພຣະອົງ; ພວກເຂົາເຢັນຊາຕໍ່ພຣະອົງຕະຫຼອດ ແລະ ເປັນແບບນີ້ຕະຫຼອດ. ຍ້ອນມະນຸດມີສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ, ພຣະເຈົ້າຈຶ່ງກ່າວວ່າ ມວນມະນຸດແມ່ນບໍ່ມີເຫດຜົນ ແລະ ຊົ່ວຊ້າ ແລະ ບໍ່ສາມາດຮັບຮູ້ແມ່ນແຕ່ຄວາມຮູ້ສຶກທີ່ມະນຸດຄວນມີ. ມະນຸດບໍ່ສະແດງໃຫ້ເຫັນເຖິງຄວາມເຫັນໃຈ ທີ່ມີຕໍ່ຄວາມຮູ້ສຶກຂອງພຣະເຈົ້າ ແຕ່ກົງກັນຂ້າມ ມະນຸດໃຊ້ສິ່ງທີ່ເອີ້ນວ່າ “ຄວາມຊອບທໍາ” ເພື່ອຈັດການກັບພຣະເຈົ້າ. ພວກເຂົາເປັນແບບນີ້ເປັນເວລາຫຼາຍປີ ແລະ ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກ່າວວ່າ ອຸປະນິໄສຂອງພວກເຂົາບໍ່ໄດ້ປ່ຽນແປງ. ນີ້ສະແດງໃຫ້ເຫັນວ່າ ພວກເຂົາບໍ່ມີແກ່ນສານຫຼາຍໄປກວ່າຂົນນົກໃນກໍາມືໜຶ່ງ. ສາມາດເວົ້າໄດ້ວ່າ ມະນຸດແມ່ນຄົນຊົ່ວທີ່ບໍ່ມີຄ່າ ຍ້ອນພວກເຂົາບໍ່ໃຫ້ຄຸນຄ່າກັບຕົວເອງ. ຖ້າພວກເຂົາບໍ່ຮັກແມ່ນແຕ່ຕົວເອງ ແລະ ກົງກັນຂ້າມ ຢຽບຍໍ່າຕົວເອງ ແລ້ວນີ້ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມບໍ່ມີຄ່າຂອງພວກເຂົາບໍ? ມະນຸດແມ່ນຄືກັນກັບຍິງຊົ່ວທີ່ຫຼິ້ນເກມກັບຕົວເອງ ແລະ ມອບຕົວເອງດ້ວຍຄວາມເຕັມໃຈໃຫ້ຄົນອື່ນລ່ວງເກີນ. ເຖິງດັ່ງນັ້ນ, ຜູ້ຄົນກໍຍັງບໍ່ຮູ້ວ່າ ພວກເຂົາຕໍ່າຕ້ອຍພຽງໃດ. ພວກເຂົາມີຄວາມສຸກໃນການເຮັດວຽກເພື່ອຜູ້ອື່ນ ຫຼື ໂອ້ລົມກັບຜູ້ອື່ນ ໂດຍເອົາຕົວເອງໄປຢູ່ພາຍໃຕ້ການຄວບຄຸມຂອງຜູ້ອື່ນ; ນີ້ບໍ່ແມ່ນຄວາມສົກກະປົກທີ່ແທ້ຈິງຂອງມະນຸດບໍ? ເຖິງແມ່ນວ່າ ເຮົາບໍ່ໄດ້ປະສົບກັບຊີວິດໃນທ່າມກາງມະນຸດ ແລະ ບໍ່ໄດ້ປະສົບກັບຊີວິດຂອງມະນຸດຢ່າງແທ້ຈິງ ແຕ່ເຮົາມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກ່ຽວກັບທຸກການເຄື່ອນໄຫວ, ທຸກການປະຕິບັດ, ທຸກຖ້ອຍຄໍາ ແລະ ທຸກການກະທໍາຂອງມະນຸດ. ເຮົາເຖິງກັບສາມາດເປີດໂປງຄວາມອັບອາຍທີ່ສຸດຂອງມະນຸດ ຈົນເຖິງຂັ້ນທີ່ພວກເຂົາບໍ່ກ້າທີ່ຈະເປີດເຜີຍການເຮັດຜິດຢ່າງລັບໆຂອງພວກເຂົາເອງ ຫຼື ຍອມຕໍ່ຕັນຫາຂອງພວກເຂົາ. ພວກເຂົາບໍ່ກ້າທີ່ຈະເປີດເຜີຍສະພາບທີ່ຂີ້ຮ້າຍຂອງພວກເຂົາອີກຕໍ່ໄປຄືກັນກັບຫອຍທີ່ຖອຍເຂົາເປືອກຂອງພວກມັນ. ຍ້ອນມະນຸດບໍ່ຮູ້ຈັກຕົວເອງ, ຂໍ້ຜິດພາດອັນໃຫຍ່ຫຼວງທີ່ສຸດຂອງພວກເຂົາຈຶ່ງແມ່ນຄວາມເຕັມໃຈທີ່ຈະອວດອ້າງສະເໜ່ຂອງພວກເຂົາຕໍ່ໜ້າຄົນອື່ນ ໂດຍອວດໃບໜ້າທີ່ຂີ້ຮ້າຍຂອງພວກເຂົາ; ນີ້ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ. ນີ້ກໍຍ້ອນວ່າ ຄວາມສໍາພັນລະຫວ່າງຜູ້ຄົນແມ່ນຜິດປົກກະຕິ ແລະ ຄວາມສໍາພັນລະຫວ່າງບຸກຄົນແບບປົກກະຕິຂອງຜູ້ຄົນກໍຂາດຫາຍໄປ, ແລ້ວນັບພາສາຫຍັງກັບຄວາມສໍາພັນແບບປົກກະຕິລະຫວ່າງພວກເຂົາ ແລະ ພຣະເຈົ້າ. ພຣະເຈົ້າໄດ້ກ່າວຫຼາຍຢ່າງ ແລະ ໃນການເຮັດເຊັ່ນນັ້ນ ວັດຖຸປະສົງຫຼັກຂອງພຣະອົງກໍເພື່ອໃຫ້ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ ເພື່ອວ່າ ພວກເຂົາຈະສາມາດກໍາຈັດພະທຽມທີ່ຢູ່ໃນຫົວໃຈຂອງພວກເຂົາ. ຫຼັງຈາກນັ້ນ, ພຣະເຈົ້າກໍຈະສາມາດໃຊ້ອໍານາດເໜືອມະນຸດທຸກຄົນ ແລະ ບັນລຸຈຸດປະສົງຂອງການມີຢູ່ຂອງພຣະອົງຢູ່ເທິງແຜ່ນດິນໂລກ.

ກ່ອນນີ້: ບົດທີ 26

ຕໍ່ໄປ: ບົດທີ 1

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ໃນຍຸກແຫ່ງພຣະຄຸນໄດ້ມີການເທດສະໜາເຖິງຂ່າວປະເສີດແຫ່ງການກັບໃຈ ແລະ ຕັ້ງເງື່ອນໄຂວ່າ ຖ້າມະນຸດເຊື່ອ ແລ້ວເຂົາກໍຈະລອດພົ້ນ. ໃນປັດຈຸບັນ...

ຊີວິດທາງຈິດວິນຍານທໍາມະດາແມ່ນພາຄົນໄປສູ່ທາງທີ່ຖືກຕ້ອງ

ພວກເຈົ້າໄດ້ຍ່າງຕາມທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າ ພຽງແຕ່ໜ້ອຍດຽວ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້