ບົດທີ 15

ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດກໍຄື ພຣະທໍາຂອງພຣະເຈົ້າແມ່ນເຂົ້າກົງໃຈກາງຂອງບັນຫາຢູ່ສະເໝີໂດຍທີ່ບໍ່ປິດບັງຫຍັງ. ສະນັ້ນ, ດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າຈຶ່ງສາມາດເຫັນໄດ້ໃນປະໂຫຍກທໍາອິດຂອງມື້ນີ້. ມັນເປີດໂປງທາດແທ້ຂອງມະນຸດທັນທີ ແລະ ສະແດງໃຫ້ເຫັນອຸປະນິໄສຂອງພຣະເຈົ້າຢ່າງເປີດເຜີຍ. ມັນແມ່ນແຫຼ່ງທີ່ມາຂອງຫຼາຍມຸມມອງກ່ຽວກັບຄວາມສາມາດຂອງພຣະທໍາຂອງພຣະເຈົ້າໃນການບັນລຸຜົນ. ຢ່າງໃດກໍຕາມ, ຜູ້ຄົນບໍ່ສາມາດເຂົ້າໃຈສິ່ງນີ້ໄດ້; ພວກເຂົາພຽງແຕ່ມາເພື່ອຮູ້ຈັກຕົວເອງຜ່ານພຣະທໍາຂອງພຣະເຈົ້າຢູ່ສະເໝີ ໂດຍບໍ່ໄດ້ “ວິເຄາະ” ພຣະເຈົ້າຢ່າງລະອຽດ. ມັນເປັນຄືກັບວ່າ ພວກເຂົາຢ້ານທີ່ຈະລ່ວງເກີນພຣະອົງ ຫຼື ຢ້ານວ່າພຣະອົງຈະຂ້າພວກເຂົາຍ້ອນ “ຄວາມລະມັດລະວັງ” ຂອງພວກເຂົາ. ທີ່ຈິງແລ້ວ ເມື່ອຄົນສ່ວນໃຫຍ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ພວກເຂົາເຮັດເຊັ່ນນັ້ນຈາກທັດສະນະທີ່ບໍ່ດີ ແລະ ບໍ່ແມ່ນຈາກທັດສະນະທີ່ດີ. ມັນອາດເວົ້າໄດ້ວ່າ ບັດນີ້ຜູ້ຄົນໄດ້ເລີ່ມ “ເອົາໃຈໃສ່ກັບການຖ່ອມຕົວ ແລະ ການອ່ອນນ້ອມ” ພາຍໃຕ້ການນໍາພາຂອງພຣະທໍາຂອງພຣະອົງ. ຈາກສິ່ງນີ້ ມັນຈຶ່ງຊັດເຈນວ່າ ຜູ້ຄົນໄດ້ເລີ່ມພັດທະນາຫຼາຍຂຶ້ນ:  ຈາກການທີ່ບໍ່ເອົາໃຈໃສ່ພຣະທໍາຂອງພຣະອົງຈົນເຖິງຂັ້ນເອົາໃຈໃສ່ພຣະທໍາເຫຼົ່ານັ້ນຢ່າງບໍ່ເໝາະສົມ. ຢ່າງໃດກໍຕາມ, ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ເຂົ້າເຖິງຈາກທັດສະນະທີ່ດີ ແລະ ບໍ່ມີຜູ້ໃດເຄີຍເຂົ້າໃຈເປົ້າໝາຍຂອງພຣະເຈົ້າຢ່າງແທ້ຈິງໃນການໃຫ້ມະນຸດເອົາໃຈໃສ່ກັບພຣະທໍາຂອງພຣະອົງ. ມັນເປັນທີ່ຮູ້ຈັກກັນຈາກສິ່ງທີ່ພຣະເຈົ້າກ່າວວ່າ ພຣະອົງບໍ່ຈໍາເປັນຕ້ອງປະສົບກັບຊີວິດຂອງຄຣິສຕະຈັກດ້ວຍຕົວເອງ ເພື່ອທີ່ຈະສາມາດເຂົ້າໃຈຢ່າງຖືກຕ້ອງ ແລະ ໂດຍທີ່ບໍ່ມີຂໍ້ຜິດພາດ ກ່ຽວກັບສະພາບຕົວຈິງຂອງທຸກຄົນທີ່ຢູ່ໃນຄຣິສຕະຈັກ. ຍ້ອນພວກເຂົາໄດ້ເຂົ້າສູ່ວິທີການໃໝ່ຢ່າງສໍາເລັດ ຜູ້ຄົນຈຶ່ງຍັງບໍ່ໄດ້ກໍາຈັດອົງປະກອບທີ່ບໍ່ດີຂອງພວກເຂົາອອກຈາກຕົວພວກເຂົາທັງໝົດເທື່ອ; ກິ່ນອາຍຂອງຊາກສົບຍັງພັດປິວຄ່ອຍໆທົ່ວຄຣິສຕະຈັກ. ມັນເປັນຄືກັບວ່າ ຜູ້ຄົນຫາກໍໄດ້ກິນຢາ ແລະ ຍັງເມົາຢູ່ ໂດຍທີ່ສະຕິຂອງພວກເຂົາຍັງບໍ່ທັນຟື້ນຢ່າງເຕັມທີ່ເທື່ອ. ມັນເປັນຄືກັບວ່າ ພວກເຂົາຍັງຖືກຄວາມຕາຍຂົ່ມຂູ່ ຈົນພວກເຂົາບໍ່ສາມາດເອົາຊະນະຕົນເອງໄດ້ເມື່ອຍັງຢູ່ໃນທ່າມກາງຄວາມຢ້ານກົວຈົນ. “ມະນຸດລ້ວນແລ້ວແຕ່ເປັນສິ່ງມີຊີວິດທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງ”: ວິທີການກ່າວຖ້ອຍຄໍານີ້ແມ່ນຍັງອີງໃສ່ການສ້າງຄຣິສຕະຈັກ. ເຖິງແມ່ນວ່າໃນຄວາມເປັນຈິງແລ້ວ ທຸກຄົນໃນຄຣິສຕະຈັກຈະເອົາໃຈໃສ່ກັບພຣະທໍາຂອງພຣະເຈົ້າ ແຕ່ທໍາມະຊາດຂອງພວກເຂົາຍັງຄົງຝັງແໜ້ນຢ່າງເລີກເຊິ່ງ ແລະ ຖອນອອກບໍ່ໄດ້. ນີ້ຄືເຫດຜົນທີ່ພຣະເຈົ້າໄດ້ກ່າວດ້ວຍວີທີທີ່ພຣະອົງກ່າວໃນຂັ້ນຕອນທີ່ຜ່ານມາເພື່ອພິພາກສາຜູ້ຄົນ, ເພື່ອວ່າພວກເຂົາອາດຈະຍອມໃຫ້ພຣະທໍາຂອງພຣະອົງຕີຢ່າງແຮງໃນທ່າມກາງຄວາມພາກພູມໃຈຂອງພວກເຂົາ. ເຖິງແມ່ນວ່າຜູ້ຄົນຈະປະສົບກັບການຫຼໍ່ຫຼອມເປັນເວລາຫ້າເດືອນໃນຂຸມທີ່ເລິກທີ່ສຸດ ແຕ່ສະພາບຕົວຈິງຂອງພວກເຂົາຍັງແມ່ນສະພາບທີ່ບໍ່ຮູ້ຈັກພຣະເຈົ້າ. ພວກເຂົາຍັງເສເພ; ພວກເຂົາພຽງແຕ່ກາຍເປັນຄົນທີ່ຂ້ອນຂ້າງລະວັງຕົວຈາກພຣະເຈົ້າ. ຂັ້ນຕອນນີ້ແມ່ນຂັ້ນຕອນທໍາອີດທີ່ຖືກຕ້ອງທີ່ຜູ້ຄົນໃຊ້ຢູ່ເສັ້ນທາງໃນການຮູ້ຈັກພຣະທໍາຂອງພຣະເຈົ້າ; ສະນັ້ນ, ໃນການເຊື່ອມຕໍ່ແກ່ນແທ້ຂອງພຣະທໍາຂອງພຣະເຈົ້າ ມັນຈຶ່ງບໍ່ຍາກທີ່ຈະເຫັນວ່າ ພາລະກິດໃນພາກສ່ວນຜ່ານມາໄດ້ປູທາງໃຫ້ກັບປັດຈຸບັນ ແລະ ມີແຕ່ຕອນນີ້ເທົ່ານັ້ນ ທີ່ທຸກສິ່ງຖືກເຮັດໃຫ້ເປັນປົກກະຕິ. ຄວາມອ່ອນແອທີ່ຮ້າຍແຮງທີ່ສຸດຂອງຜູ້ຄົນແມ່ນແນວໂນ້ມຂອງພວກເຂົາທີ່ຈະແຍກພຣະວິນຍານຂອງພຣະເຈົ້າອອກຈາກຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ ເພື່ອໄດ້ຮັບຄວາມເປັນອິດສະຫຼະແບບສ່ວນຕົວ ແລະ ຫຼີກເວັ້ນການຈໍາກັດຢູ່ຕະຫຼອດເວລາ. ນີ້ແມ່ນເຫດຜົນທີ່ພຣະເຈົ້າພັນລະນາມະນຸດວ່າ ເປັນຄືນົກນ້ອຍທີ່ “ບິນໄປມາຢ່າງລ່າເລີງ”. ນີ້ແມ່ນສະພາບຕົວຈິງຂອງມະນຸດຊາດທັງໝົດ. ມັນແມ່ນສິ່ງທີ່ເຮັດໃຫ້ຜູ້ຄົນທັງໝົດຖືກໂຄ່ນລົ້ມໄດ້ງ່າຍທີ່ສຸດ ແລະ ມັນແມ່ນບ່ອນທີ່ພວກເຂົາມີແນວໂນ້ມຫຼາຍທີ່ສຸດທີ່ຈະສູນເສຍແນວທາງຂອງພວກເຂົາ. ມັນຊັດເຈນໃນສິ່ງນີ້ວ່າ ພາລະກິດຂອງຊາຕານໃນທ່າມກາງມະນຸດຊາດບໍ່ມີຫຍັງຫຼາຍໄປກວ່າພາລະກິດນີ້. ຍິ່ງຊາຕານເຮັດສິ່ງນີ້ໃນຜູ້ຄົນ ຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ພວກເຂົາກໍຍິ່ງເຂັ້ມງວດຂຶ້ນ. ພຣະອົງຕ້ອງການໃຫ້ຜູ້ຄົນອຸທິດຄວາມສົນໃຈຂອງພວກເຂົາໃສ່ພຣະທໍາຂອງພຣະອົງ ໃນຂະນະທີ່ຊາຕານພະຍາຍາມຢ່າງໜັກເພື່ອລະເມີດພຣະທໍາ. ຢ່າງໃດກໍຕາມ, ພຣະເຈົ້າໄດ້ເຕືອນຜູ້ຄົນຕະຫຼອດວ່າ ໃຫ້ເອົາໃຈໃສ່ພຣະທໍາຂອງພຣະອົງຫຼາຍຂຶ້ນ; ນີ້ແມ່ນຈຸດດຸເດືອດຂອງສົງຄາມທີ່ກໍາລັງຕໍ່ສູ້ກັນໃນໂລກແຫ່ງວິນຍານ.  ມັນສາມາດເວົ້າດ້ວຍວິທີນີ້ວ່າ: ສິ່ງທີ່ພຣະເຈົ້າຕ້ອງການປະຕິບັດໃນມະນຸດແມ່ນສິ່ງທີ່ຊາຕານຕ້ອງການທໍາລາຍຢ່າງແນ່ນອນ ແລະ ສິ່ງທີ່ຊາຕານຕ້ອງການທໍາລາຍແມ່ນສະແດງອອກຜ່ານມະນຸດ ໂດຍບໍ່ໄດ້ຖືກປິດບັງຫຍັງເລີຍ. ມີຕົວຢ່າງທີ່ຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າປະຕິບັດໃນຜູ້ຄົນ: ສະພາບຂອງພວກເຂົາກໍາລັງດີຂຶ້ນ ແລະ ດີຂຶ້ນ. ມີການສະແດງອອກທີ່ຊັດເຈນກ່ຽວກັບການທໍາລາຍລ້າງຂອງຊາຕານໃນມະນຸດເຊັ່ນກັນ: ພວກເຂົາເສື່ອມຊາມຫຼາຍຂຶ້ນ ແລະ ຫຼາຍຂຶ້ນ ແລະ ສະພາບຂອງພວກເຂົາແມ່ນກໍາລັງຈົມເລິກລົງ. ທັນທີທີ່ສະພາບຂອງພວກເຂົາຮ້າຍແຮງພໍສໍ່າໃດສໍ່າໜຶ່ງ ພວກເຂົາກໍຈະມີແນວໂນ້ມທີ່ຈະຖືກຊາຕານຈັບຕົວໄປ. ນີ້ແມ່ນສະພາບຕົວຈິງຂອງຄຣິສຕະຈັກ ຕາມທີ່ສະເໜີໃນພຣະທໍາຂອງພຣະເຈົ້າ ແລະ ມັນແມ່ນສະພາບຕົວຈິງຂອງໂລກແຫ່ງວິນຍານເຊັ່ນກັນ. ມັນແມ່ນການສະທ້ອນຂອງພະລັງຂອງໂລກແຫ່ງວິນຍານ. ຖ້າຜູ້ຄົນບໍ່ມີຄວາມໝັ້ນໃຈທີ່ຈະຮ່ວມມືກັບພຣະເຈົ້າ ພວກເຂົາກໍຈະມີອັນຕະລາຍທີ່ຈະຖືກຊາຕານຈັບຕົວໄປ. ນີ້ແມ່ນຄວາມຈິງ. ຖ້າຜູ້ໃດຜູ້ໜຶ່ງມີຄວາມສາມາດຢ່າງແທ້ຈິງໃນການຖວາຍຫົວໃຈທັງໝົດໃຫ້ພຣະເຈົ້າຄອບຄອງ, ນັ້ນກໍເປັນດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ: “... ເມື່ອຢູ່ຕໍ່ໜ້າເຮົາ, ຜູ້ຄົນແມ່ນເບິ່ງຄືວ່າ ຢູ່ໃນອ້ອມກອດຂອງເຮົາ ແລະ ຊິມຄວາມອົບອຸ່ນຂອງມັນ.” ນີ້ສະແດງໃຫ້ເຫັນວ່າ ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດແມ່ນບໍ່ໄດ້ສູງ; ພຣະອົງພຽງແຕ່ຕ້ອງການໃຫ້ພວກເຂົາລຸກຂຶ້ນ ແລະ ຮ່ວມມືກັບພຮະອົງເທົ່ານັ້ນ. ນີ້ບໍ່ແມ່ນສິ່ງທີ່ງ່າຍ ແລະ ມີຄວາມສຸກບໍ? ນີ້ແມ່ນສິ່ງດຽວທີ່ໄດ້ເຮັດໃຫ້ວິລະບູລຸດ ແລະ ມະນຸດທີ່ຍິ່ງໃຫຍ່ທຸກຄົນມີຄວາມສັບສົນບໍ? ມັນເປັນຄືກັບວ່າ ນາຍພົນຖືກຖອນອອກຈາກສະໜາມຮົບ ແລະ ໃຫ້ໄປຖັກແຊ່ວແທນ. “ວິລະບູລຸດ” ເຫຼົ່ານີ້ເປັນອໍາມະພາດໂດຍຄວາມຍາກລໍາບາກ ແລະ ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ.

ດ້ານໃດກໍຕາມທີ່ດີທີ່ສຸດ ກ່ຽວກັບຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ, ນັ້ນແມ່ນດ້ານທີ່ຊາຕານຈະໂຈມຕີຕໍ່ມະນຸດຮຸນແຮງຫຼາຍທີ່ສຸດ ແລະ ດ້ວຍເຫດນັ້ນ ສະພາບຂອງທຸກຄົນກໍຈະຖືກເປີດໂປງຕາມນັ້ນ. “ຜູ້ໃດໃນບັນດາພວກເຈົ້າ ທີ່ກໍາລັງຢືນຢູ່ຕໍ່ໜ້າເຮົາ ທີ່ຂາວດັ່ງຫິມະບໍລິສຸດ ແລະ ບໍ່ມີມົນທິນດັ່ງແກ້ວຍົກ?” ທຸກຄົນຍັງອ້ອນວອນພຣະເຈົ້າ ແລະ ປິດບັງສິ່ງຕ່າງໆຈາກພຣະອົງ; ພວກເຂົາຍັງປະຕິບັດແຜນການພິເສດຂອງພວກເຂົາເອງ. ພວກເຂົາບໍ່ໄດ້ເອົາຫົວໃຈທັງໝົດຂອງພວກເຂົາໃສ່ໃນມືຂອງພຣະເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ ແຕ່ພວກເຂົາກໍປາຖະໜາທີ່ຈະໄດ້ຮັບລາງວັນຈາກພຣະອົງດ້ວຍຄວາມກະຕືລືລົ້ນ. ເມື່ອຜູ້ຄົນກິນອາຫານທີ່ແຊບ ພວກເຂົາກໍບໍ່ສົນໃຈພຣະເຈົ້າ, ປະໃຫ້ພຣະອົງຢືນຢູ່ບ່ອນນັ້ນ ແລະ ລໍຖ້າທີ່ຈະຖືກ “ຈັດການ”; ເມື່ອຜູ້ຄົນມີເຄື່ອງນຸ່ງທີ່ງາມ ພວກເຂົາກໍຢືນຢູ່ບ່ອນນັ້ນ ຢູ່ຕໍ່ໜ້າແວ່ນ ໂດຍມີຄວາມສຸກກັບຄວາມງາມຂອງພວກເຂົາເອງ ແລະ ເລິກໆໃນໃຈຂອງພວກເຂົາ ພວກເຂົາກໍບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ. ເມື່ອພວກເຂົາມີຖານະ ແລະ ເມື່ອພວກເຂົາມີຄວາມສຸກທີ່ສຸກສະບາຍຫຼາຍ ພວກເຂົາກໍນັ່ງຢູ່ເທິງສະຖານະຂອງພວກເຂົາ ແລະ ເລີ່ມມີຄວາມສຸກກັບມັນ ແຕ່ບໍ່ໄດ້ອ່ອນນ້ອມຕົວເອງຍ້ອນການຍົກຂຶ້ນຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາຢືນຢູ່ໃນບ່ອນສູງຂອງພວກເຂົາ ໂດຍກ່າວຄໍາເວົ້າທີ່ສູງສົ່ງຂອງພວກເຂົາ ແລະ ບໍ່ສົນໃຈການສະຖິດຢູ່ຂອງພຣະເຈົ້າ ຫຼື ພວກເຂົາບໍ່ສະແຫວງຫາທີ່ຈະຮູ້ຈັກຄວາມລໍ້າຄ່າຂອງພຣະອົງ. ເມື່ອຜູ້ຄົນມີຮູບບູຊາໃນຫົວໃຈຂອງພວກເຂົາ ຫຼື ເມື່ອຫົວໃຈຂອງພວກເຂົາຖືກຄົນອື່ນຍຶດໄປ ມັນກໍໝາຍຄວາມວ່າ ພວກເຂົາໄດ້ປະຕິເສດການສະຖິດຢູ່ຂອງພຣະເຈົ້າແລ້ວ ຄືກັບວ່າ ພຣະອົງເປັນຜູ້ບຸກລຸກຫົວໃຈຂອງພວກເຂົາ. ພວກເຂົາຢ້ານວ່າ ພຣະເຈົ້າຈະລັກເອົາຄວາມຮັກຂອງຜູ້ອື່ນທີ່ມີຕໍ່ພວກເຂົາ ແລະ ຢ້ານວ່າຫຼັງຈາກນັ້ນພວກເຂົາຈະຮູ້ສຶກໂດດດ່ຽວ. ເຈດຕະນາເດີມຂອງພຣະເຈົ້າກໍຄື ບໍ່ມີສິ່ງໃດທີ່ຢູ່ແຜ່ນດິນໂລກຄວນເຮັດໃຫ້ຜູ້ຄົນບໍ່ເອົາໃຈໃສ່ພຣະອົງ ແລະ ເຖິງວ່າອາດຈະມີຄວາມຮັກລະຫວ່າງຜູ້ຄົນ ແຕ່ພຣະເຈົ້າບໍ່ສາມາດຖືກຂັບໄລ່ອອກຈາກ “ຄວາມຮັກ” ນີ້ໄດ້. ທຸກສິ່ງທີ່ເປັນທາງໂລກແມ່ນວ່າງເປົ່າ, ແມ່ນແຕ່ຄວາມຮູ້ສຶກລະຫວ່າງຜູ້ຄົນທີ່ບໍ່ສາມາດແນມເຫັນ ແລະ ສໍາຜັດໄດ້. ຖ້າບໍ່ມີການມີຢູ່ຂອງພຣະເຈົ້າ, ທຸກສັບພະສິ່ງຈະກັບຄືນສູ່ສະພາບທີ່ບໍ່ມີຫຍັງ. ຢູ່ແຜ່ນດິນໂລກ ທຸກຄົນມີສິ່ງຕ່າງໆທີ່ພວກເຂົາຮັກ ແຕ່ບໍ່ມີຜູ້ໃດເຄີຍເອົາພຣະທໍາຂອງພຣະເຈົ້າມາເປັນສິ່ງນັ້ນທີ່ພວກເຂົາຮັກ. ສິ່ງນີ້ກໍານົດລະດັບຄວາມເຂົ້າໃຈຂອງຜູ້ຄົນຕໍ່ພຣະທໍາຂອງພຣະອົງ. ເຖິງແມ່ນວ່າພຣະທໍາຂອງພຣະອົງຈະໂຫດຮ້າຍ ແຕ່ກໍບໍ່ມີຜູ້ໃດຖືກພຣະທໍາເຫຼົ່ານັ້ນເຮັດໃຫ້ບາດເຈັບ ເນື່ອງຈາກຜູ້ຄົນບໍ່ເອົາໃຈໃສ່ກັບພຣະທໍາເຫຼົ່ານັ້ນຢ່າງແທ້ຈິງ; ກົງກັນຂ້າມ, ພວກເຂົາສັງເກດພຣະທໍາເຫຼົ່ານັ້ນຄືກັບພວກເຂົາສັງເກດເບິ່ງດອກໄມ້. ພວກເຂົາບໍ່ປະຕິບັດຕໍ່ພຣະທໍາຂອງພຣະອົງຄືກັບໝາກໄມ້ທີ່ພວກເຂົາອາດຊິມເອງ, ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກແກ່ນແທ້ຂອງພຣະທໍາຂອງພຣະເຈົ້າ. “ຖ້າມະນຸດສາມາດເຫັນຄວາມຄົມຂອງດາບຂອງເຮົາຢ່າງແທ້ຈິງ ພວກເຂົາຈະແລ່ນໜີສູ່ຮູຂອງພວກເຂົາຄືກັບໜູ”. ຫຼັງຈາກທີ່ໄດ້ອ່ານພຣະທໍາຂອງພຣະເຈົ້າ, ຄົນໃດໜຶ່ງໃນສະພາບຂອງຄົນປົກກະຕິຈະຕົກໃຈ, ເຕັມໄປດ້ວຍຄວາມອັບອາຍ ແລະ ບໍ່ສາມາດຜະເຊີນໜ້າກັບຜູ້ອື່ນໄດ້. ຢ່າງໃດກໍຕາມ, ໃນທຸກມື້ນີ້ ຜູ້ຄົນແມ່ນກົງກັນຂ້າມຢ່າງສິ້ນເຊີງ. ພວກເຂົາໃຊ້ພຣະທໍາຂອງພຣະເຈົ້າເປັນອາວຸດເພື່ອໂຈມຕີຜູ້ອື່ນ. ພວກເຂົາຈັ່ງແມ່ນບໍ່ຮູ້ອາຍແທ້ໆ!

ພວກເຮົາຖືກນໍາມາສູ່ສະພາບຂອງການເປັນຢູ່ນີ້ດ້ວຍພຣະຄຳຂອງພຣະເຈົ້າ: “ພາຍໃນອານາຈັກ, ບໍ່ແມ່ນແຕ່ພຣະຄຳເທົ່ານັ້ນທີ່ຖືກປະກາດອອກມາຈາກປາກຂອງເຮົາ ແຕ່ຕີນຂອງເຮົາກໍຍ່າງໄປທຸກຫົນແຫ່ງທົ່ວທຸກດິນແດນຢ່າງເປັນພິທີ”. ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ພຣະເຈົ້າກໍາລັງຊະນະທຸກຂັ້ນຕອນ. ພຣະອົງກໍາລັງຂະຫຍາຍພາລະກິດຂອງພຣະອົງຢ່າງກວ້າງຂວາງໄປທົ່ວຈັກກະວານ ແລະ ມັນສາມາດເວົ້າໄດ້ວ່າ ຢູ່ທຸກບ່ອນແມ່ນມີຮອຍພຣະບາດຂອງພຣະອົງ ແລະ ສັນຍານແຫ່ງໄຊຊະນະຂອງພຣະອົງ. ໃນກົນອຸບາຍຂອງມັນ, ຊາຕານຫວັງທີ່ຈະທໍາລາຍການຄຸ້ມຄອງຂອງພຣະເຈົ້າໂດຍການເຮັດໃຫ້ປະເທດຕ່າງໆແຕກແຍກ ແຕ່ພຣະເຈົ້າໄດ້ໃຊ້ປະໂຫຍດຂອງການແຕກແຍກນີ້ ເພື່ອປະຕິຮູບຈັກກະວານທັງໝົດ, ແຕ່ບໍ່ໄດ້ເພື່ອກວາດລ້າງມັນ. ພຣະເຈົ້າເຮັດສິ່ງໃໝ່ທຸກມື້ ແຕ່ຜູ້ຄົນກໍບໍ່ໄດ້ສັງເກດເຫັນ. ພວກເຂົາບໍ່ສົນໃຈພະລັງຂອງໂລກແຫ່ງວິນຍານ, ສະນັ້ນ  ພວກເຂົາຈຶ່ງບໍ່ສາມາດເຫັນພາລະກິດໃໝ່ຂອງພຣະເຈົ້າ. “ພາຍໃນຈັກກະວານ, ທຸກສິ່ງເຫຼື້ອມໃສຄືກັບສິ່ງໃໝ່ຢູ່ໃນຄວາມເປັ່ງປະກາຍແຫ່ງສະຫງ່າລາສີຂອງເຮົາ, ສະແດງເຖິງຄວາມອົບອຸ່ນໃຈທີ່ເຮັດໃຫ້ຮູ້ສຶກຫຼົງໄຫຼ ແລະ ເຮັດໃຫ້ຈິດໃຈຜູ້ຄົນເບີກບານ ຄືກັບວ່າ ໃນປັດຈຸບັນນີ້ ມັນຢູ່ໃນສະຫວັນທີ່ເໜືອສະຫວັນ ຕາມຄວາມຄິດໃນຈິນຕະນາການຂອງມະນຸດ, ບໍ່ຖືກບຽດບຽນໂດຍຊາຕານ  ແລະ ເປັນອິດສະຫຼະຈາກການໂຈມຕີຂອງສັດຕູພາຍນອກ”. ສິ່ງນີ້ບອກລ່ວງໜ້າເຖິງພາບແຫ່ງຄວາມສຸກຂອງອານາຈັກແຫ່ງພຣະຄຣິດຢູ່ແຜ່ນດິນໂລກ ແລະ ມັນຍັງແນະນໍາສະຖານະການຂອງສະຫວັນຊັ້ນສາມໃຫ້ກັບມະນຸດຊາດເຊັ່ນກັນ: ມີແຕ່ສິ່ງບໍລິສຸດທີ່ເປັນຂອງພຣະເຈົ້າຢູ່ໃນບ່ອນນັ້ນ ໂດຍປາສະຈາກການໂຈມຕີຂອງກອງກໍາລັງຂອງຊາຕານ. ແຕ່ສິ່ງທີ່ສໍາຄັນທີ່ສຸດແມ່ນການອະນຸຍາດໃຫ້ຜູ້ຄົນເຫັນສະຖານະການຂອງພາລະກິດຢູ່ແຜ່ນດິນໂລກຂອງພຣະເຈົ້າເອງ: ສະຫວັນແມ່ນສະຫວັນໃໝ່ ແລະ ໃນທໍານອງດຽວກັນນັ້ນ ຕໍ່ມາ ແຜ່ນດິນໂລກກໍຖືກສ້າງໃໝ່. ຍ້ອນນີ້ແມ່ນຊີວິດພາຍໃຕ້ການນໍາພາຂອງພຣະເຈົ້າເອງ ຜູ້ຄົນຈຶ່ງມີຄວາມສຸກໂດຍທີ່ບໍ່ສາມາດວັດແທກໄດ້. ໃນການຮັບຮູ້ຂອງພວກເຂົາ, ຊາຕານແມ່ນ “ນັກໂທດ” ຂອງມະນຸດຊາດ ແລະ ພວກເຂົາບໍ່ຢໍາເກງ ຫຼື ບໍ່ຢ້ານເຖິງການມີຢູ່ຂອງມັນເລີຍ. ຍ້ອນການແນະນໍາ ແລະ ການນໍາພາໂດຍກົງຈາກຜູ້ສັກສິດ, ແຜນຂອງຊາຕານທັງໝົດກໍບໍ່ມີປະໂຫຍດຫຍັງ ແລະ ສິ່ງນີ້ກໍຍິ່ງພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຊາຕານບໍ່ໄດ້ມີຕົວຕົນອີກຕໍ່ໄປ ເຊິ່ງຖືກພາລະກິດຂອງພຣະເຈົ້າທໍາລາຍລ້າງ. ນີ້ແມ່ນເຫດຜົນທີ່ມີການກ່າວວ່າ: “... ຢູ່ໃນສະຫວັນທີ່ເໜືອສະຫວັນ”. ເມື່ອພຣະເຈົ້າກ່າວວ່າ:  “ບໍ່ເຄີຍເກີດມີການລົບກວນໃດໆ ຫຼື  ຈັກກະວານບໍ່ເຄີຍຖືກແບ່ງແຍກ” ພຣະອົງແມ່ນໝາຍເຖິງສະພາບຂອງໂລກແຫ່ງວິນຍານ. ນີ້ແມ່ນຫຼັກຖານພິສູດວ່າ ພຣະເຈົ້າປະກາດໄຊຊະນະຕໍ່ຊາຕານ ແລະ ມັນແມ່ນສັນຍານບອກເຖິງໄຊຊະນະຄັ້ງສຸດທ້າຍຂອງພຣະເຈົ້າ. ບໍ່ມີມະນຸດຜູ້ໃດສາມາດປ່ຽນແປງຈິດໃຈຂອງພຣະເຈົ້າໄດ້ ຫຼື ບໍ່ມີຜູ້ໃດສາມາດຮູ້ຈັກສິ່ງນີ້ໄດ້. ເຖິງວ່າຜູ້ຄົນຈະໄດ້ອ່ານພຣະທໍາຂອງພຣະເຈົ້າ ແລະ ສໍາຫຼວດສິ່ງເຫຼົ່ານັ້ນດ້ວຍຄວາມຈິງຈັງ ແຕ່ພວກເຂົາກໍຍັງບໍ່ສາມາດສະແດງເຖິງທາດແທ້ຂອງພວກເຂົາໄດ້. ຍົກຕົວຢ່າງ, ພຣະເຈົ້າໄດ້ກ່າວວ່າ: “ເຮົາບິນໄປມາເໜືອດວງດາວ ແລະ ເມື່ອດວງຕາເວັນກະຈາຍແສງຂອງມັນອອກມາ, ເຮົາກໍປິດບັງຄວາມອົບອຸ່ນນັ້ນ ໂດຍສົ່ງກ້ອນຫິມະທີ່ໃຫຍ່ສໍ່າກັບຂົນຫ່ານລອຍລົງຈາກມືຂອງເຮົາ. ເມື່ອເຮົາປ່ຽນໃຈຂອງເຮົາ ຫິມະທັງໝົດນັ້ນກໍລະລາຍສູ່ແມ່ນໍ້າ ແລະ ໃນທັນໃດນັ້ນ, ລະດູໃບໄມ້ປົ່ງກໍເກີດຂຶ້ນຢູ່ທຸກຫົນແຫ່ງພາຍໃຕ້ທ້ອງຟ້າ ແລະ ກົດກໍປ່ຽນພູມມີປະເທດທັງໝົດຢູ່ເທິງແຜ່ນດິນໂລກ”. ເຖິງຜູ້ຄົນອາດຈະສາມາດຈິນຕະນາການພຣະທໍາເຫຼົ່ານີ້ໃນຈິດໃຈຂອງພວກເຂົາ ແຕ່ເຈດຕະນາຂອງພຣະເຈົ້າກໍບໍ່ໄດ້ງ່າຍປານນັ້ນ. ເມື່ອທຸກຄົນທີ່ຢູ່ໃຕ້ສະຫວັນຢູ່ໃນຄວາມມຶດມົວ ພຣະເຈົ້າຈຶ່ງໄດ້ກ່າວສຽງແຫ່ງຄວາມລອດພົ້ນເພື່ອປຸກຫົວໃຈຂອງຜູ້ຄົນ. ຢ່າງໃດກໍຕາມ, ຍ້ອນໄພພິບັດທຸກປະເພດໄດ້ເກີດຂຶ້ນກັບພວກເຂົາ ພວກເຂົາຈຶ່ງຮູ້ສຶກເຖິງຄວາມເປົ່າປ່ຽວຂອງໂລກ, ດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງສະແຫວງຫາຄວາມຕາຍ ແລະ ມີຊີວິດຢູ່ໃນຖໍ້າທີ່ເຢືອກເຢັນ ແລະ ເປັນນໍ້າກ້ອນ. ຄວາມເຢັນຂອງພາຍຸຫິມະໃຫຍ່ໄດ້ເຮັດໃຫ້ພວກເຂົາແຂງເປັນນໍ້າກ້ອນ ຈົນເຖິງຂັ້ນທີ່ພວກເຂົາບໍ່ສາມາດຢູ່ລອດໄດ້ຍ້ອນການຂາດຄວາມອົບອຸ່ນຢູ່ແຜ່ນດິນໂລກ. ມັນເປັນຍ້ອນຄວາມເສື່ອມຊາມຂອງຜູ້ຄົນ ພວກເຂົາຈຶ່ງຂ້າກັນເອງຢ່າງໂຫດຮ້າຍຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ໃນຄຣິສຕະຈັກ ຜູ້ຄົນສ່ວນໃຫຍ່ຈະຖືກມັງກອນແດງທີ່ຍິ່ງໃຫຍ່ກືນກິນພາຍໃນຄໍາດຽວ. ຫຼັງຈາກການທົດລອງທັງໝົດໄດ້ຜ່ານພົ້ນໄປ, ການຂັດຂວາງຂອງຊາຕານກໍຈະຖືກກໍາຈັດ. ໃນທ່າມກາງການປ່ຽນແປງ, ລະດູໃບໄມ້ປົ່ງຈະຊຶ່ມເຂົ້າໂລກທັງໝົດ, ຄວາມອົບອຸ່ນຈະກວມເອົາແຜ່ນດິນໂລກ ແລະ ໂລກຈະເຕັມໄປດ້ວຍພະລັງ. ສິ່ງເຫຼົ່ານີ້ແມ່ນທຸກຂັ້ນຕອນຂອງແຜນການຄຸ້ມຄອງທັງໝົດ. “ກາງຄືນ” ທີ່ພຣະເຈົ້າກ່າວເຖິງແມ່ນໝາຍເຖິງເວລາທີ່ຄວາມບ້າປ່ວງຂອງຊາຕານເຖິງຈຸດຮ້າຍແຮງທີ່ສຸດ ເຊິ່ງຈະເກີດຂຶ້ນໃນຕອນກາງຄືນ. ນັ້ນບໍ່ແມ່ນສິ່ງທີ່ກໍາລັງເກີດຂຶ້ນໃນຕອນນີ້ບໍ? ເຖິງວ່າທຸກຄົນຈະລອດພົ້ນພາຍໃຕ້ການນໍາພາຂອງແສງສະຫວ່າງຂອງພຣະເຈົ້າ ແຕ່ພວກເຂົາກໍຖືກເຮັດໃຫ້ຜ່ານຄວາມທຸກຍາກຂອງຄວາມມືດຂອງກາງຄືນ. ຖ້າພວກເຂົາບໍ່ສາມາດໜີຈາກການຜູກມັດຂອງຊາຕານ ພວກເຂົາກໍຈະມີຊີວິດໃນທ່າມກາງກາງຄືນທີ່ມືດຕະຫຼອດການ. ຈົ່ງເບິ່ງປະເທດຕ່າງໆຢູ່ເທິງແຜ່ນດິນໂລກ: ຍ້ອນຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ປະເທດຕ່າງໆຢູ່ແຜ່ນດິນໂລກຈຶ່ງກໍາລັງ “ແລ່ນໄປມາ” ແລະ ແຕ່ລະປະເທດກໍກໍາລັງ “ຊອກຫາປາຍທາງທີ່ເໝາະສົມຂອງຕົນ”. ຍ້ອນມື້ຂອງພຣະເຈົ້າຍັງບໍ່ໄດ້ມາເຖິງ ທຸກຢ່າງຢູ່ແຜ່ນດິນໂລກຈຶ່ງຍັງຢູ່ໃນສະພາບຄວາມປັ່ນປ່ວນວຸ້ນວາຍ ເມື່ອພຣະອົງປາກົດຕໍ່ຈັກກະວານທັງໝົດຢ່າງເປີດເຜີຍ, ສະຫງ່າລາສີຂອງພຣະອົງກໍຈະເຕີມເຕັມພູເຂົາຊີໂອນ ແລະ ທຸກສິ່ງຈະເປັນລະບຽບ ແລະ ຮຽບຮ້ອຍ ເນື່ອງຈາກສິ່ງເຫຼົ່ານັ້ນຈະຖືກຈັດຕຽມໂດຍມືຂອງພຣະອົງ. ພຣະທໍາຂອງພຣະເຈົ້າບໍ່ພຽງແຕ່ກ່າວເຖິງປັດຈຸບັນເທົ່ານັ້ນ ແຕ່ຍັງທໍານວາຍລ່ວງໜ້າເຖິງອະນາຄົດ. ປັດຈຸບັນແມ່ນພື້ນຖານຂອງອະນາຄົດ ເຊິ່ງດ້ວຍເຫດນັ້ນ ໃນປັດຈຸບັນຈຶ່ງ ບໍ່ມີຜູ້ໃດສາມາດເຂົ້າໃຈພຣະຄຳຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ. ຫຼັງຈາກພຣະທໍາຂອງພຣະອົງຖືກເຮັດໃຫ້ສໍາເລັດເທົ່ານັ້ນ ມະນຸດຈຶ່ງຈະສາມາດເຂົ້າໃຈພຣະທໍາເຫຼົ່ານັ້ນທັງໝົດ.

ພຣະວິນຍານຂອງພຣະເຈົ້າເຕີມເຕັມອາວະກາດທັງໝົດໃນຈັກກະວານ ແຕ່ພຣະອົງປະຕິບັດພາລະກິດພາຍໃນທຸກຄົນເຊັ່ນກັນ. ດ້ວຍເຫດນັ້ນ ໃນຫົວໃຈຂອງຜູ້ຄົນ ມັນຈຶ່ງເປັນຄືກັບວ່າ ຮູບຮ່າງຂອງພຣະເຈົ້າແມ່ນຢູ່ທຸກບ່ອນ ແລະ ຢູ່ທຸກບ່ອນແມ່ນມີພາລະກິດຂອງພຣະວິນຍານຂອງພຣະອົງ. ແນ່ນອນຢູ່ແລ້ວວ່າ ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າໃນເນື້ອໜັງແມ່ນເພື່ອເອົາຊະນະຕົວຢ່າງເຫຼົ່ານີ້ຂອງຊາຕານ ແລະ ໃນທີ່ສຸດ ກໍເພື່ອຮັບເອົ່າສິ່ງເຫຼົ່ານັ້ນ. ຢ່າງໃດກໍຕາມ, ໃນຂະນະທີ່ປະຕິບັດພາລະກິດໃນເນື້ອໜັງ ພຣະວິນຍານຍັງໄດ້ຮ່ວມມືກັບເນື້ອໜັງເຊັ່ນກັນ ເພື່ອປ່ຽນແປງຜູ້ຄົນເຫຼົ່ານີ້. ມັນອາດເວົ້າໄດ້ວ່າ ການກະທໍາຂອງພຣະເຈົ້າແມ່ນຂະຫຍາຍໄປທົ່ວໂລກ ແລະ ພຣະວິນຍານຂອງພຣະອົງແມ່ນເຕີມເຕັມຈັກກະວານທັງໝົດ ແຕ່ຍ້ອນຂັ້ນຕອນຂອງພາລະກິດຂອງພາລະກິດຂອງພຣະອົງ ຜູ້ທີ່ເຮັດຊົ່ວຈຶ່ງບໍ່ໄດ້ຖືກລົງໂທດ ໃນຂະນະທີ່ຜູ້ທີ່ເຮັດດີບໍ່ໄດ້ຮັບລາງວັນ. ສະນັ້ນ, ການກະທໍາຂອງພຣະອົງຈຶ່ງບໍ່ໄດ້ຮັບການສັນລະເສີນ ຈາກທຸກຄົນຢູ່ເທິງແຜ່ນດິນໂລກ. ພຣະອົງທັງຢູ່ເໜືອ ແລະ ຢູ່ພາຍໃນທຸກສິ່ງ; ຍິ່ງໄປກວ່ານັ້ນ ພຣະອົງຢູ່ໃນທ່າມກາງທຸກຄົນ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ພຣະເຈົ້າມີຢູ່ແທ້ຈິງ. ຍ້ອນພຣະອົງບໍ່ໄດ້ປາກົດຕໍ່ມະນຸດທຸກຄົນຢ່າງເປີດເຜີຍ ພວກເຂົາຈຶ່ງມີຄວາມເຂົ້າໃຈຜິດເຊັ່ນ: “ສໍາລັບມະນຸດແລ້ວ ເບິ່ງຄືວ່າ ເຮົາມີຕົວຕົນແທ້ຈິງ ແຕ່ກໍເບິ່ງຄືວ່າ ເຮົາບໍ່ມີຕົວຕົນ”. ໃນບັນດາທຸກຄົນທີ່ເຊື່ອໃນພຣະເຈົ້າໃນຕອນນີ້, ບໍ່ມີຜູ້ໃດມີຄວາມແນ່ນອນທີ່ສຸດແບບຮ້ອຍເປີເຊັນວ່າ ພຣະເຈົ້າມີຢູ່ແທ້ຈິງ; ພວກເຂົາມີຄວາມສົງໄສສາມສ່ວນ ແລະ ມີຄວາມເຊື່ອສອງສ່ວນ. ນີ້ແມ່ນມະນຸດໃນສະພາບປັດຈຸບັນຂອງພວກເຂົາ. ຜູ້ຄົນໃນທຸກມື້ນີ້ລ້ວນແລ້ວແຕ່ຢູ່ໃນສະພາບການດັ່ງຕໍ່ໄປນີ້: ພວກເຂົາເຊື່ອວ່າ ມີພຣະເຈົ້າ ແຕ່ພວກເຂົາບໍ່ໄດ້ເຫັນພຣະອົງ; ຫຼື ພວກເຂົາບໍ່ເຊື່ອວ່າ ມີພຣະເຈົ້າ ແຕ່ມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ມະນຸດບໍ່ສາມາດແກ້ໄຂໄດ້. ມັນເບິ່ງຄືວ່າ ມີບາງຢ່າງທີ່ຮັດກຸມພວກເຂົາຕະຫຼອດເຊິ່ງພວກເຂົາບໍ່ສາມາດໜີພົ້ນໄດ້. ເຖິງວ່າພວກເຂົາຈະເຊື່ອໃນພຣະເຈົ້າ ແຕ່ມັນກໍເບິ່ງຄືວ່າ ພວກເຂົາຮູ້ສຶກເລື່ອນລອຍເລັກນ້ອຍຢູ່ຕະຫຼອດ. ຢ່າງໃດກໍຕາມ, ຖ້າພວກເຂົາບໍ່ເຊື່ອ ພວກເຂົາກໍຢ້ານທີ່ຈະເສຍໂອກາດຖ້າພຣະອົງມີຢູ່ຈິງ. ນີ້ແມ່ນຄວາມບໍ່ແນ່ໃຈຂອງພວກເຂົາ.

“ເພື່ອຊື່ຂອງເຮົາ, ເພື່ອພຣະວິນຍານຂອງເຮົາ ແລະ ເພື່ອແຜນການຄຸ້ມຄອງທັງໝົດຂອງເຮົາ, ມີຜູ້ໃດສາມາດຖວາຍກໍາລັງທັງໝົດຂອງພວກເຂົາບໍ?” ພຣະເຈົ້າຍັງໄດ້ກ່າວວ່າ:  “ໃນປັດຈຸບັນ ເມື່ອອານາຈັກຢູ່ໃນໂລກມະນຸດ, ນັ້ນກໍເປັນເວລາທີ່ເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ. ມີຜູ້ໃດສາມາດເຂົ້າສູ່ສະໜາມຮົບແທນເຮົາໂດຍບໍ່ມີຄວາມຢ້ານກົວໃດໆບໍ?” ເປົ້າໝາຍຂອງພຣະທໍາຂອງພຣະເຈົ້າແມ່ນສິ່ງນີ້: ຖ້າມັນບໍ່ແມ່ນຍ້ອນພຣະເຈົ້າໃນເນື້ອໜັງປະຕິບັດພາລະກິດອັນບໍລິສຸດຂອງພຣະອົງໂດຍກົງ ຫຼື ຖ້າພຣະອົງບໍ່ໄດ້ບັງເກີດເປັນມະນຸດ ແຕ່ກົງກັນຂ້າມແມ່ນໄດ້ປະຕິບັດພາລະກິດຜ່ານນັກເທດ, ພຣະອົງກໍຈະບໍ່ມີວັນສາມາດເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໄດ້ ແລະ ພຣະອົງຈະບໍ່ສາມາດປົກຄອງມະນຸດໃນຖານະກະສັດໄດ້. ມະນຸດຈະບໍ່ສາມາດຮູ້ຈັກພຣະເຈົ້າໃນຄວາມເປັນຈິງ, ດ້ວຍເຫດນັ້ນ ສິ່ງນີ້ກໍຍັງຈະເປັນການປົກຄອງຂອງຊາຕານ. ສະນັ້ນ, ພຣະເຈົ້າຈຶ່ງຕ້ອງປະຕິບັດຂັ້ນຕອນນີ້ຂອງພາລະກິດດ້ວຍຕົວເອງຜ່ານເນື້ອໜັງທີ່ບັງເກີດເປັນມະນຸດ. ຖ້າມີການປ່ຽນແປງເນື້ອໜັງ ຂັ້ນຕອນນີ້ຂອງແຜນການກໍຈະບໍ່ມີວັນຖືກເຮັດໃຫ້ສໍາເລັດໄດ້ ເພາະວ່າຄວາມສໍາຄັນ ແລະ ແກ່ນແທ້ຂອງເນື້ອໜັງຕ່າງໆຈະບໍ່ຄືກັນ. ຜູ້ຄົນສາມາດເຂົ້າໃຈຄວາມໝາຍຕາມໂຕຂອງພຣະທໍາເຫຼົ່ານີ້ເທົ່ານັ້ນ ຍ້ອນພຣະເຈົ້າເຂົ້າໃຈຮາກຖານ. ພຣະເຈົ້າໄດ້ກ່າວວ່າ: “ຢ່າງໃດກໍຕາມ ເມື່ອທຸກຢ່າງຖືກກ່າວ ແລະ ເຮັດໃຫ້ສຳເລັດແລ້ວ ກໍບໍ່ມີຜູ້ໃດທີ່ເຂົ້າໃຈວ່າ ສິ່ງນີ້ແມ່ນການປະຕິບັດພາລະກິດຂອງພຣະວິນຍານ ຫຼື ເປັນໜ້າທີ່ຂອງເນື້ອໜັງ. ຜູ້ຄົນຈະຕ້ອງໄດ້ໃຊ້ເວລາທັງຊີວິດພຽງເພື່ອປະສົບກັບສິ່ງນີ້ສິ່ງດຽວຢ່າງລະອຽດ”. ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມເປັນເວລາຫຼາຍປີ ແລະ ພວກເຂົາໄດ້ສູນເສຍສະຕິຂອງພວກເຂົາກ່ຽວກັບເລື່ອງທາງວິນຍານແຕ່ດົນນານແລ້ວ. ຍ້ອນເຫດຜົນນີ້, ພຣະທໍາຂອງພຣະເຈົ້າພຽງປະໂຫຍກດຽວກໍເປັນດັ່ງອາຫານສໍາລັບສາຍຕາຂອງຜູ້ຄົນ. ຍ້ອນໄລຍະຫ່າງລະຫວ່າງພຣະວິນຍານ ແລະ ວິນຍານ, ທຸກຄົນທີ່ເຊື່ອໃນພຣະເຈົ້າຈຶ່ງຮູ້ສຶກປາຖະໜາຫາພຣະອົງ ແລະ ພວກເຂົາທຸກຄົນກໍເຕັມໃຈທີ່ຈະຢູ່ໃກ້ຊິດກັບພຣະອົງ ແລະ ຖອກເທຫົວໃຈຂອງພວກເຂົາອອກມາ. ຢ່າງໃດກໍຕາມ, ພວກເຂົາບໍ່ກ້າທີ່ຈະເຂົ້າມາພົວພັນກັບພຣະອົງ ແລະ ກົງກັນຂ້າມ ແມ່ນຍັງຄົງຢ້ານກົວຢູ່. ນີ້ແມ່ນພະລັງແຫ່ງການດຶງດູດທີ່ພຣະວິນຍານມີ. ຍ້ອນພຣະເຈົ້າແມ່ນພຣະເຈົ້າເພື່ອໃຫ້ຜູ້ຄົນຮັກ ແລະ ໃນຕົວພຣະອົງແມ່ນມີອົງປະກອບທີ່ບໍ່ມີຈໍາກັດເພື່ອໃຫ້ພວກເຂົາຮັກ, ທຸກຄົນຈຶ່ງຮັກພຣະອົງ ແລະ ທຸກຄົນປາຖະໜາທີ່ຈະໄວ້ວາງໃຈພຣະອົງ. ໃນຄວາມຈິງແລ້ວ, ທຸກຄົນມີຄວາມຮັກຕໍ່ພຣະເຈົ້າໃນຫົວໃຈຂອງພວກເຂົາ. ມັນເປັນພຽງແຕ່ວ່າ ການຂັດຂວາງຂອງຊາຕານໄດ້ຫ້າມຄົນທີ່ຕາຍດ້ານ, ໂງ່ຈ້າ ແລະ ເປັນຕາສົມເພດບໍ່ໃຫ້ຮູ້ຈັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະເຈົ້າໄດ້ກ່າວເຖິງຄວາມຮູ້ສຶກທີ່ແທ້ຈິງຂອງມະນຸດທີ່ມີຕໍ່ພຣະອົງ: “ມະນຸດບໍ່ເຄີຍກຽດຊັງເຮົາໃນສ່ວນເລິກທີ່ສຸດຂອງຫົວໃຈຂອງພວກເຂົາ; ກົງກັນຂ້າມ ພວກເຂົາຍຶດຕິດກັບເຮົາໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາ... ຄວາມເປັນຈິງຂອງເຮົາເຮັດໃຫ້ມະນຸດເວົ້າບໍ່ອອກ, ຕົກສະເງີ້ ແລະ ມຶນງົງ ແຕ່ເຖິງຢ່າງໃດ ພວກເຂົາກໍເຕັມໃຈທີ່ຈະຍອມຮັບສິ່ງນີ້”. ນີ້ແມ່ນສະພາບຕົວຈິງທີ່ຢູ່ສ່ວນເລິກໃນຫົວໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າ. ເມື່ອຜູ້ຄົນຮູ້ຈັກພຣະເຈົ້າຢ່າງແທ້ຈິງ, ທ່າທີ່ຂອງພວກເຂົາທີ່ມີຕໍ່ພຣະອົງກໍປ່ຽນແປງໂດຍທໍາມະຊາດ ແລະ ຍ້ອນໜ້າທີ່ໆມີຢູ່ໃນຈິດໃຈຂອງພວກເຂົາ, ພວກເຂົາຈຶ່ງສາມາດກ່າວສັນລະເສີນຈາກສ່ວນເລິກຂອງຫົວໃຈຂອງພວກ. ພຣະເຈົ້າແມ່ນຢູ່ໃນສ່ວນເລິກຂອງຈິດໃຈຂອງທຸກຄົນ ແຕ່ຍ້ອນຄວາມເສື່ອມຊາມຂອງຊາຕານ ຜູ້ຄົນຈຶ່ງມີຄວາມສັບສົນລະຫວ່າງພຣະເຈົ້າກັບຊາຕານ. ພາລະກິດຂອງພຣະເຈົ້າໃນປັດຈຸບັນເລີ່ມດ້ວຍບັນຫານີ້ ແລະ ໃນໂລກແຫ່ງວິນຍານ ມັນໄດ້ເປັນຈຸດສຸມຂອງການຕໍ່ສູ້ແຕ່ຕົ້ນຈົນຈົບ.

ກ່ອນນີ້: ບົດທີ 33

ຕໍ່ໄປ: ບົດທີ 36

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

ເຈົ້າສາມາດສື່ສານເຖິງອຸປະນິໃສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມທີ່ມີຄວາມສຳຄັນຂອງຍຸກສະໄໝໄດ້ບໍ? ເຈົ້າ...

ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...

ຊີວິດທາງຈິດວິນຍານທໍາມະດາແມ່ນພາຄົນໄປສູ່ທາງທີ່ຖືກຕ້ອງ

ພວກເຈົ້າໄດ້ຍ່າງຕາມທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າ ພຽງແຕ່ໜ້ອຍດຽວ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້