ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 16

ສໍາລັບຜູ້ຄົນ, ພຣະເຈົ້າແມ່ນຍິ່ງໃຫຍ່ຫຼາຍ, ອຸດົມສົມບູນຫຼາຍ, ມະຫັດສະຈັນຫຼາຍ, ຍາກຫຼາຍທີ່ຈະຢັ່ງເຖິງ; ໃນສາຍຕາຂອງພວກເຂົາ, ພຣະທໍາຂອງພຣະເຈົ້າແມ່ນລອຍຂຶ້ນສູງ ແລະ ປາກົດເປັນຜົນງານທີ່ດີເດັ່ນຂອງໂລກ. ແຕ່ຍ້ອນວ່າ ຜູ້ຄົນມີຄວາມລົ້ມເຫຼວຫຼາຍເກີນໄປ ແລະ ຈິດໃຈຂອງພວກເຂົາທໍາມະດາເກີນໄປ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພວກເຂົາໃນການຍອມຮັບແມ່ນບໍ່ພຽງພໍ, ເຖິງວ່າ ພຣະເຈົ້າຈະກ່າວພຣະທໍາຂອງພຣະອົງຢ່າງຊັດເຈນຊໍ່າໃດກໍຕາມ ພວກເຂົາກໍຍັງຄົງນັ່ງ ແລະ ບໍ່ເໜັງຕີງ ຄືກັບວ່າ ກໍາລັງທົນທຸກກັບຄວາມປ່ວຍທາງຈິດ. ໃນເວລາທີ່ພວກເຂົາຫິວ ພວກເຂົາກໍບໍ່ເຂົ້າໃຈວ່າ ພວກເຂົາຕ້ອງກິນ, ໃນເວລາທີ່ພວກເຂົາກະຫາຍ ພວກເຂົາກໍບໍ່ເຂົ້າໃຈວ່າ ພວກເຂົາຕ້ອງດື່ມ; ພວກເຂົາພຽງແຕ່ສືບຕໍ່ຮ້ອງ ແລະ ຮ້ອງສຽງດັງ ຄືກັບວ່າ ມີຄວາມລໍາບາກໃຈໃນສ່ວນເລິກຂອງຈິດໃຈຂອງພວກເຂົາທີ່ບໍ່ສາມາດອະທິບາຍໄດ້ ແຕ່ພວກເຂົາກໍບໍ່ສາມາດເວົ້າກ່ຽວກັບມັນໄດ້. ເມື່ອພຣະເຈົ້າສ້າງມະນຸດຊາດ ເຈດຕະນາຂອງພຣະອົງແມ່ນເພື່ອໃຫ້ມະນຸດດໍາລົງຊີວິດໃນຄວາມເປັນມະນຸດທໍາມະດາ ແລະ ຍອມຮັບເອົາພຣະທໍາຂອງພຣະເຈົ້າຕາມສັນຊາດຕະຍານຂອງເຂົາ. ແຕ່ຍ້ອນວ່າ ໃນເບື້ອງຕົ້ນນັ້ນ ມະນຸດໄດ້ຍອມຈໍານົນຕໍ່ການລໍ້ລວງຂອງຊາຕານ, ໃນປັດຈຸບັນ ເຂົາຈຶ່ງຍັງບໍ່ສາມາດປົດປ່ອຍຕົວເອງ ແລະ ຍັງບໍ່ສາມາດຮູ້ຈັກເຖິງແຜນຫຼອກລວງທີ່ດໍາເນີນໂດຍຊາຕານເປັນເວລາຫຼາຍພັນກວ່າປີ ພ້ອມກັບການຂາດຄວາມສາມາດທີ່ຈະຮູ້ຈັກພຣະທໍາຂອງພຣະເຈົ້າຢ່າງຄົບຖ້ວນ, ທັງໝົດນີ້ໄດ້ນໍາໄປສູ່ສະຖານະການໃນປະຈຸບັນ. ໃນສະຖານະການປັດຈຸບັນ, ຜູ້ຄົນຍັງດໍາລົງຊີວິດຢູ່ໃນຄວາມອັນຕະລາຍຈາກການລໍ້ລວງຂອງຊາຕານ ແລະ ດ້ວຍເຫດນັ້ນ ຈຶ່ງຍັງບໍ່ສາມາດຮູ້ຄຸນຄ່າພຣະທໍາຂອງພຣະເຈົ້າໄດ້ຢ່າງສົມບູນ. ໃນອຸປະນິໄສຂອງຄົນປົກກະຕິແມ່ນບໍ່ມີຄວາມຄົດງໍ ຫຼື ຄວາມຫຼອກລວງ, ຜູ້ຄົນແມ່ນມີຄວາມສໍາພັນທີ່ປົກກະຕິຕໍ່ກັນ ແລະ ກັນ, ພວກເຂົາບໍ່ໄດ້ຢືນຢູ່ຜູ້ດຽວ ແລະ ຊີວິດຂອງພວກເຂົາບໍ່ໄດ້ທໍາມະດາ ແລະ ເສື່ອມໂຊມ. ເຊັ່ນດຽວກັນ ພຣະເຈົ້າກໍສັນລະເສີນໃນທ່າມກາງທຸກຄົນ, ພຣະທໍາຂອງພຣະອົງແມ່ນແຜ່ຂະຫຍາຍທົ່ວມະນຸດ, ຜູ້ຄົນດໍາລົງຊີວິດໃນຄວາມສະຫງົບນໍາກັນ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ແຜ່ນດິນໂລກແມ່ນເຕັມໄປດ້ວຍຄວາມສາມັກຄີ, ບໍ່ມີການລົບກວນຂອງຊາຕານ ແລະ ສະຫງ່າລາສີຂອງພຣະເຈົ້າແມ່ນຖືເປັນສິ່ງທີ່ສໍາຄັນທີ່ສຸດໃນທ່າມກາງມະນຸດ. ຜູ້ຄົນດັ່ງກ່າວແມ່ນຄືກັນກັບທູດສະຫວັນ: ບໍລິສຸດ, ມີຊີວິດຊີວາ, ບໍ່ເຄີຍຈົ່ມກ່ຽວກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອລັດສະໝີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເທົ່ານັ້ນ. ຕອນນີ້ແມ່ນເວລາຂອງຄໍ່າຄືນທີ່ມືດມົວ, ທຸກຄົນກໍາລັງງົມຫາ ແລະ ຊອກຫາ, ຄໍ່າຄືນທີ່ມືດສະໜິດເຮັດໃຫ້ຂົນຫົວຂອງພວກເຂົາລຸກ ແລະ ພວກເຂົາບໍ່ສາມາດຊ່ວຍໄດ້ ນອກຈາກສັ່ນເຊັນດ້ວຍຄວາມຢ້ານກວາ; ຟັງສຽງລົມເໜືອພັດມາຢ່າງໃກ້ຊິດ ພັດໄປມາຢ່າງບໍ່ຢຸດຢັ້ງ ເບິ່ງຄືກັບວ່າ ມີສຽງຮ້ອງໄຫ້ເສຍໃຈຂອງມະນຸດລອຍມາກັບສາຍລົມນັ້ນ. ຜູ້ຄົນໂສກເສົ້າເສຍໃຈ ແລະ ຮ້ອງໄຫ້ຍ້ອນໂຊກຊາຕາຂອງພວກເຂົາ. ເປັນຫຍັງພວກເຂົາອ່ານພຣະທໍາຂອງພຣະເຈົ້າ ແຕ່ບໍ່ສາມາດເຂົ້າໃຈພຣະທໍາເຫຼົ່ານັ້ນ? ມັນເປັນຄືກັບວ່າ ຊີວິດຂອງພວກເຂົາໃກ້ຈະໝົດຫວັງ, ຄືກັບວ່າ ຄວາມຕາຍໃກ້ຈະເກີດຂຶ້ນກັບພວກເຂົາ ແລະ ຄືກັບວ່າ ມື້ສຸດທ້າຍຂອງພວກເຂົາແມ່ນຢູ່ຕໍ່ໜ້າຂອງພວກເຂົາແລ້ວ. ສະຖານະການທີ່ໂສກເສົ້າດັ່ງກ່າວຄືຊ່ວງເວລາທີ່ທູດສະຫວັນທີ່ອ່ອນແອເອີ້ນຫາພຣະເຈົ້າ ແລະ ບອກເຖິງຄວາມລໍາບາກຂອງພວກເຂົາດ້ວຍການຮ້ອງໄຫ້ອອກມາຢ່າງໂສກເສົ້າເສຍໃຈຊໍ້າແລ້ວຊໍ້າອີກ. ມັນເປັນຍ້ອນເຫດຜົນນີ້ ທູດສະຫວັນທີ່ເຮັດພາລະກິດໃນທ່າມກາງພຣະບຸດ ແລະ ປະຊາຊົນຂອງພຣະເຈົ້າ ຈະບໍ່ມີວັນລົງມາຫາມະນຸດອີກ; ນີ້ກໍເພື່ອປ້ອງກັນບໍ່ໃຫ້ພວກເຂົາຕິດຢູ່ໃນການຄວບຄຸມຂອງຊາຕານໃນຂະນະທີ່ຢູ່ໃນເນື້ອໜັງ ໂດຍທີ່ບໍ່ສາມາດປົດປ່ອຍຕົວເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເຮັດພາລະກິດໃນໂລກແຫ່ງວິນຍານທີ່ມະນຸດແນມບໍ່ເຫັນເທົ່ານັ້ນ. ສະນັ້ນ, ເມື່ອພຣະເຈົ້າເວົ້າວ່າ “ເມື່ອເຮົາສະເດັດຂຶ້ນບັນລັງຢູ່ໃນໃຈຂອງມະນຸດ ກໍຈະເປັນເວລາທີ່ພຣະບຸດ ແລະ ປະຊາຊົນຂອງເຮົາປົກຄອງແຜ່ນດິນໂລກ”, ພຣະອົງໝາຍເຖິງເວລາທີ່ທູດສະຫວັນທີ່ຢູ່ເທິງແຜ່ນດິນໂລກໄດ້ມີຄວາມສຸກກັບພອນຂອງການຮັບໃຊ້ພຣະເຈົ້າໃນສະຫວັນ. ຍ້ອນມະນຸດແມ່ນການສະແດງອອກຂອງພຣະວິນຍານຂອງທູດສະຫວັນ, ພຣະເຈົ້າຈຶ່ງເວົ້າສິ່ງນັ້ນເພື່ອມະນຸດ, ການຢູ່ເທິງແຜ່ນດິນໂລກກໍຄືກັນກັບຢູ່ໃນສະຫວັນ, ການທີ່ເຂົາຮັບໃຊ້ພຣະເຈົ້າຢູ່ເທິງແຜ່ນດິນໂລກກໍຄືກັນກັບການທີ່ທູດສະຫວັນຮັບໃຊ້ພຣະເຈົ້າຢູ່ໃນສະຫວັນໂດຍກົງ ແລະ ດ້ວຍເຫດນັ້ນ ໃນຊ່ວງເວລາທີ່ເຂົາຢູ່ເທິງແຜ່ນດິນໂລກ ມະນຸດຈຶ່ງມີຄວາມສຸກກັບພອນແຫ່ງສະຫວັນຊັ້ນສາມ. ນີ້ແມ່ນສິ່ງທີ່ຖືກກ່າວໃນພຣະທໍາເຫຼົ່ານີ້ຢ່າງແທ້ຈິງ.

ມີຄວາມໝາຍຫຼາຍປະການທີ່ເຊື່ອງຊ້ອນຢູ່ໃນພຣະທໍາຂອງພຣະເຈົ້າ. ພຣະທໍາທີ່ວ່າ “ເມື່ອມື້ນັ້ນມາເຖິງ ຜູ້ຄົນຈະຮູ້ຈັກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ຈະຈື່ຈໍາເຮົາໃນຄວາມຄິດຂອງພວກເຂົາ” ແມ່ນແນໃສ່ຈິດໃຈຂອງມະນຸດ. ຍ້ອນຄວາມອ່ອນແອຂອງທູດສະຫວັນ ພວກເຂົາຈຶ່ງອາໄສພຣະເຈົ້າໃນທຸກສິ່ງຕະຫຼອດ ແລະ ຖືກຍຶດຕິດຢູ່ກັບພຣະເຈົ້າ ແລະ ຮັກພຣະເຈົ້າສະເໝີ. ແຕ່ຍ້ອນການລົບກວນຂອງຊາຕານ ພວກເຂົາຈຶ່ງບໍ່ສາມາດຊ່ວຍຕົວເອງ, ບໍ່ສາມາດຄວບຄຸມຕົວເອງ, ພວກເຂົາປາດຖະໜາທີ່ຈະຮັກພຣະເຈົ້າ ແຕ່ກໍບໍ່ສາມາດຮັກພຣະອົງດ້ວຍໃຈທັງໝົດຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງທົນທຸກກັບຄວາມເຈັບປວດ. ມີພຽງແຕ່ເມື່ອພາລະກິດຂອງພຣະເຈົ້າບັນລຸເຖິງບາງຈຸດເທົ່ານັ້ນ ຄວາມປາດຖະໜາຂອງທູດສະຫວັນທີ່ໜ້າສົງສານເຫຼົ່ານີ້ ທີ່ຈະຮັກພຣະເຈົ້າຈຶ່ງຈະກາຍເປັນຈິງ ເຊິ່ງເປັນເຫດຜົນທີ່ພຣະເຈົ້າກ່າວພຣະທໍາເຫຼົ່ານັ້ນ. ທໍາມະຊາດຂອງທູດສະຫວັນແມ່ນເພື່ອໄດ້ຮັກ, ຖະໜຸຖະໜອມ ແລະ ເຊື່ອຟັງພຣະເຈົ້າ ແຕ່ພວກເຂົາກໍບໍ່ສາມາດບັນລຸສິ່ງນີ້ຢູ່ເທິງແຜ່ນດິນໂລກໄດ້ ແລະ ບໍ່ມີທາງເລືອກ ນອກຈາກຕ້ອງທົນທຸກຈົນຮອດປະຈຸບັນ. ພວກເຈົ້າອາດເບິ່ງໂລກໃນປັດຈຸບັນ: ມີພຣະເຈົ້າໃນໃຈຂອງທຸກຄົນ ແຕ່ພວກເຂົາບໍ່ສາມາດບອກຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ບໍ່ແທ້ຈິງ ແລະ ເຖິງວ່າ ພວກເຂົາຈະຮັກພຣະເຈົ້າດັ່ງກ່າວນີ້ຂອງພວກເຂົາ, ພວກເຂົາກໍບໍ່ສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ມີການຄວບຄຸມຕົວເອງ. ໃບໜ້າຂີ້ຮ້າຍຂອງມະນຸດ ທີ່ຖືກເປີດເຜີຍໂດຍພຣະເຈົ້າ ແມ່ນໃບໜ້າທີ່ແທ້ຈິງຂອງຊາຕານໃນໂລກແຫ່ງວິນຍານ. ມະນຸດແມ່ນບໍລິສຸດແຕ່ເດີມມາ ແລະ ບໍ່ໄດ້ມີບາບ ແລະ ດ້ວຍເຫດນັ້ນ ຄຸນລັກສະນະທີ່ເສື່ອມຊາມ ແລະ ຂີ້ຮ້າຍທັງໝົດຂອງມະນຸດແມ່ນເປັນການກະທໍາຂອງຊາຕານໃນໂລກແຫ່ງວິນຍານ ແລະ ເປັນບົດບັນທຶກທີ່ເຊື່ອຖືໄດ້ ກ່ຽວກັບການພັດທະນາຂອງໂລກແຫ່ງວິນຍານ. “ໃນປະຈຸບັນນີ້ ຜູ້ຄົນໄດ້ມີຄຸນສົມບັດ ແລະ ເຊື່ອວ່າ ພວກເຂົາສາມາດຍ່າງວາງທ່າຢູ່ຕໍ່ໜ້າເຮົາ ແລະ ຫົວຂວັນ ແລະ ເວົ້າຕະຫຼົກກ່ຽວກັບເຮົາ ໂດຍບໍ່ມີການຫັກຫ້າມໃຈແມ່ນແຕ່ໜ້ອຍ ແລະ ກ່າວກັບເຮົາປານວ່າ ມີຄວາມເທົ່າທຽມກັນ. ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ເຖິງຢ່າງນັ້ນ ເຂົາກໍຍັງເຊື່ອວ່າ ໂດຍທາດແທ້ແລ້ວ ພວກເຮົາແມ່ນເກືອບຄືກັນ, ພວກເຮົາມີເນື້ອໜັງ ແລະ ເລືອດ ແລະ ພວກເຮົາທັງສອງອາໄສຢູ່ໂລກມະນຸດ”. ນີ້ແມ່ນສິ່ງທີ່ຊາຕານໄດ້ເຮັດໃຫ້ຫົວໃຈຂອງມະນຸດ. ຊາຕານໃຊ້ແນວຄວາມຄິດ ແລະ ຕາເປົ່າຂອງມະນຸດເພື່ອຕໍ່ຕ້ານພຣະເຈົ້າ ແຕ່ເຖິງຢ່າງໃດກໍຕາມ ໂດຍເວົ້າແບບບໍ່ອ້ອມຄ້ອມ ພຣະເຈົ້າບອກມະນຸດກ່ຽວກັບສິ່ງເຫຼົ່ານີ້ກໍເພື່ອວ່າມະນຸດອາດຫຼີກເວັ້ນຄວາມພິນາດ. ຄວາມອ່ອນແອຂອງມະນຸດທຸກຄົນກໍຄື ພວກເຂົາພຽງເຫັນແຕ່ “ຮ່າງກາຍທີ່ມີເນື້ອໜັງ ແລະ ເລືອດ ແລະ ບໍ່ເຫັນພຣະວິນຍານຂອງພຣະເຈົ້າ”. ນີ້ແມ່ນພື້ນຖານດ້ານໜຶ່ງຂອງການລໍ້ລວງມະນຸດຂອງຊາຕານ. ຜູ້ຄົນທີ່ເຊື່ອວ່າ ມີແຕ່ພຣະວິນຍານໃນເນື້ອໜັງນີ້ເທົ່ານັ້ນ ທີ່ສາມາດຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີໃຜເຊື່ອວ່າ ໃນປັດຈຸບັນ ພຣະວິນຍານໄດ້ກາຍເປັນເນື້ອໜັງ ແລະ ທີ່ຈິງແລ້ວ ແມ່ນໄດ້ປາກົດຕໍ່ສາຍຕາຂອງພວກເຂົາ; ຜູ້ຄົນເຫັນພຣະເຈົ້າເປັນສອງສ່ວນ ນັ້ນກໍຄື “ສິ່ງນຸ່ງຫົ່ມ ແລະ ເນື້ອໜັງ” ແລະ ບໍ່ມີໃຜເບິ່ງພຣະເຈົ້າເປັນພຣະວິນຍານທີ່ບັງເກີດເປັນມະນຸດ ແລະ ບໍ່ມີໃຜເຫັນວ່າ ທໍາມະຊາດຂອງເນື້ອໜັງແມ່ນອຸປະນິໄສຂອງພຣະເຈົ້າ. ໃນຈິນຕະນາການຂອງຜູ້ຄົນ, ພຣະເຈົ້າແມ່ນທໍາມະດາຫຼາຍ ແຕ່ພວກເຂົາບໍ່ຮູ້ບໍວ່າ ສິ່ງທີ່ຖືກເຊື່ອງໄວ້ໃນຄວາມທໍາມະດານີ້ ແມ່ນດ້ານໜຶ່ງຂອງຄວາມໝາຍອັນເລິກເຊິ່ງຂອງພຣະເຈົ້າ?

ເມື່ອພຣະເຈົ້າເລີ່ມປົກຄຸມໂລກທັງໝົດ ມັນກໍຈະມືດສະໜິດ ແລະ ໃນຂະນະທີ່ຜູ້ຄົນນອນຫຼັບຢູ່ ພຣະເຈົ້າກໍໄດ້ໃຊ້ໂອກາດນີ້ ເພື່ອລົງມາຢູ່ທ່າມກາງມະນຸດ ແລະ ເລີ່ມສົ່ງພຣະວິນຍານໄປທຸກມຸມຂອງແຜ່ນດິນໂລກຢ່າງເປັນທາງການ ເພື່ອເລີ່ມລົງມືປະຕິບັດພາລະກິດຊ່ວຍມະນຸດຊາດໃຫ້ລອດພົ້ນ. ສາມາດເວົ້າໄດ້ວ່າ ເມື່ອພຣະເຈົ້າເລີ່ມຮັບເອົາພາບລັກຂອງເນື້ອໜັງ ພຣະເຈົ້າກໍໄດ້ກະທໍາພາລະກິດຢູ່ເທິງແຜ່ນດິນໂລກຢ່າງເປັນທາງການ. ຫຼັງຈາກນັ້ນ ພາລະກິດຂອງພຣະວິນຍານແມ່ນໄດ້ເລີ່ມຂຶ້ນ ແລະ ເລີ່ມພາລະກິດທັງໝົດຢູ່ເທິງແຜ່ນດິນໂລກຢ່າງເປັນທາງການ. ເປັນເວລາສອງພັນປີ ພຣະວິນຍານຂອງພຣະເຈົ້າໄດ້ເຮັດພາລະກິດທົ່ວຈັກກະວານ. ຜູ້ຄົນບໍ່ຮູ້ຈັກ ແລະ ບໍ່ຮູ້ສຶກເຖິງສິ່ງນີ້ ແຕ່ໃນໄລຍະຍຸກສຸດທ້າຍ ໃນເວລາທີ່ຍຸກນີ້ໃກ້ຈະສິ້ນສຸດລົງ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດດ້ວຍພຣະອົງເອງ. ນີ້ແມ່ນໂຊກດີຂອງຜູ້ທີ່ເກີດໃນໄລຍະຍຸກສຸດທ້າຍ ເຊິ່ງເປັນຜູ້ທີ່ສາມາດເຫັນພາບລັກຂອງພຣະເຈົ້າທີ່ດໍາລົງຊີວິດໃນເນື້ອໜັງດ້ວຍຕົວເອງ. “ເມື່ອມະຫາສະໝຸດທັງໝົດມືດມົວ ເຮົາກໍເລີ່ມຊີມລົດຊາດແຫ່ງຄວາມຂົມຂື່ນຂອງໂລກໃນທ່າມກາງມະນຸດ. ພຣະວິນຍານຂອງເຮົາເດີນທາງທົ່ວໂລກ ແລະ ເບິ່ງຈິດໃຈຂອງຜູ້ຄົນ ແລະ ເຊັ່ນດຽວກັນ ເຮົາກໍເອົາຊະນະມວນມະນຸດໂດຍການສະຖິດໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ”. ສິ່ງດັ່ງກ່າວແມ່ນການຮ່ວມມືຢ່າງສາມັກຄີລະຫວ່າງພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ໃນທີ່ສຸດແລ້ວ ໃນຄວາມຄິດຂອງພວກເຂົາ ຜູ້ຄົນຈະເຊື່ອວ່າ ພຣະເຈົ້າເທິງແຜ່ນດິນໂລກແມ່ນພຣະເຈົ້າໃນສະຫວັນ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນສິ່ງເຫຼົ່ານັ້ນແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າເທິງແຜ່ນດິນໂລກ, ມະນຸດແມ່ນຖືກຄວບຄຸມໂດຍພຣະເຈົ້າເທິງແຜ່ນດິນໂລກ, ພຣະເຈົ້າເທິງແຜ່ນດິນໂລກປະຕິບັດພາລະກິດຂອງສະຫວັນຢູ່ແຜ່ນດິນໂລກ ແລະ ພຣະເຈົ້າໃນສະຫວັນໄດ້ປາກົດໃນເນື້ອໜັງ. ນີ້ແມ່ນຈຸດປະສົງສຸດທ້າຍຂອງພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ຂັ້ນຕອນນີ້ຈຶ່ງແມ່ນມາດຕະຖານສູງສຸດຂອງພາລະກິດໃນຊ່ວງໄລຍະທີ່ຢູ່ໃນເນື້ອໜັງ ແລະ ມັນຖືກດໍາເນີນດ້ວຍຄວາມເປັນພຣະເຈົ້າ ແລະ ເຮັດໃຫ້ທຸກຄົນເຊື່ອຢ່າງຈິງໃຈ. ຍິ່ງຜູ້ຄົນຊອກຫາພຣະເຈົ້າໃນແນວຄວາມຄິດຂອງພວກເຂົາ, ພວກເຂົາຍິ່ງຮູ້ສຶກວ່າ ພຣະເຈົ້າເທິງແຜ່ນດິນໂລກບໍ່ແມ່ນພຣະເຈົ້າທີ່ແທ້ຈິງ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ ຜູ້ຄົນຊອກຫາພຣະເຈົ້າໃນທ່າມກາງຄໍາເວົ້າ ແລະ ທິດສະດີທີ່ປາກເປົ່າ. ຍິ່ງຜູ້ຄົນຮູ້ຈັກພຣະເຈົ້າໃນແນວຄວາມຄິດຂອງພວກເຂົາ, ພວກເຂົາຍິ່ງຊໍານານໃນການເວົ້າພຣະທໍາ ແລະ ທິດສະດີເຫຼົ່ານີ້ ແລະ ພວກເຂົາຍິ່ງເຫຼື້ອມໃສ; ຍິ່ງຜູ້ຄົນເວົ້າພຣະທໍາ ແລະ ທິດສະດີ, ພວກເຂົາຍິ່ງຫຼົງທາງອອກຫ່າງຈາກພຣະເຈົ້າ, ຍິ່ງບໍ່ມີຄວາມສາມາດຮູ້ຈັກທາດແທ້ຂອງມະນຸດ, ຍິ່ງບໍ່ເຊື່ອຟັງພຣະເຈົ້າ ແລະ ຍິ່ງອອກຫ່າງຈາກຄວາມຕ້ອງການຂອງພຣະເຈົ້າ. ຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດແມ່ນບໍ່ໄດ້ເໜືອທໍາມະຊາດຄືດັ່ງທີ່ຜູ້ຄົນຈິນຕະນາການກັນ ແຕ່ເຖິງຢ່າງນັ້ນ ກໍບໍ່ເຄີຍມີໃຜເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ຜູ້ຄົນສະແຫວງຫາທ້ອງຟ້າອັນກວ້າງໃຫຍ່ໄພສານເທົ່ານັ້ນ ຫຼື ໃນຄື້ນທະເລ ຫຼື ທະເລສາບທີ່ງຽບສະຫງົບ ຫຼື ໃນໜັງສື ແລະ ທິດສະດີທີ່ວ່າງເປົ່າ”. ຍິ່ງພຣະເຈົ້າກໍານົດເງື່ອນໄຂໃຫ້ແກ່ມະນຸດ ຜູ້ຄົນກໍຍິ່ງຮູ້ສຶກວ່າ ເອື້ອມບໍ່ເຖິງພຣະເຈົ້າ ແລະ ພວກເຂົາຍິ່ງເຊື່ອວ່າ ພຣະເຈົ້ານັ້ນຍິ່ງໃຫຍ່. ສະນັ້ນ, ໃນຄວາມຮູ້ສຶກຂອງພວກເຂົາ ພຣະທໍາທຸກຂໍ້ທີ່ກ່າວອອກຈາກປາກຂອງພຣະເຈົ້າແມ່ນບັນລຸບໍ່ໄດ້ໂດຍມະນຸດ ເຊິ່ງເຮັດໃຫ້ພຣະເຈົ້າບໍ່ມີທາງເລືອກ ນອກຈາກຕ້ອງກະທໍາການດ້ວຍຕົວເອງ; ໃນຂະນະດຽວກັນ ມະນຸດບໍ່ມີຄວາມປາຖະໜາແມ່ນແຕ່ໜ້ອຍດຽວທີ່ຈະຮ່ວມມືກັບພຣະເຈົ້າ ແລະ ພຽງແຕ່ດື້ດ້ານທີ່ຈະກົ້ມຫົວຂອງເຂົາ ແລະ ສາລະພາບບາບຂອງເຂົາ ໂດຍພະຍາຍາມທີ່ຈະອ່ອນນ້ອມ ແລະ ເຊື່ອຟັງ. ສະນັ້ນ, ຜູ້ຄົນຈຶ່ງເຂົ້າສູ່ສາສະໜາໃໝ່, ເຂົ້າສູ່ພິທິກໍາທາງສາສະໜາ ທີ່ເຂັ້ມງວດກວ່າສາສະໜາຂອງຄຣິສຕະຈັກ ໂດຍທີ່ບໍ່ຮູ້ຕົວ. ສິ່ງນີ້ຈຶ່ງຈໍາເປັນໃຫ້ຜູ້ຄົນກັບຄືນໄປສູ່ສະພາບປົກກະຕິຜ່ານການປ່ຽນແປງສະພາບທີ່ເປັນລົບຂອງພວກເຂົາໃຫ້ເປັນບວກ; ຖ້າບໍ່ເຊັ່ນນັ້ນ ມະນຸດກໍຈະຕິດກັບດັກໜັກຂຶ້ນ.

ເປັນຫຍັງພຣະເຈົ້າຈຶ່ງສຸມໃສ່ການພັນລະນາພູເຂົາ ແລະ ແມ່ນໍ້າໃນພຣະວັດຈະນະຂອງພຣະອົງຫຼາຍເທື່ອ? ມີຄວາມໝາຍທີ່ເປັນສັນຍາລັກໃນພຣະທໍາເຫຼົ່ານີ້ບໍ? ພຣະເຈົ້າບໍ່ພຽງແຕ່ປ່ອຍໃຫ້ມະນຸດເຫັນການກະທໍາຂອງພຣະອົງໃນເນື້ອໜັງຂອງພຣະອົງ ແຕ່ຍັງເຮັດໃຫ້ມະນຸດເຂົ້າໃຈພະລັງຂອງພຣະອົງໃນທ້ອງຟ້າ. ໃນວິທີນີ້, ໃນເວລາດຽວກັນ ໃນຂະນະທີ່ເຊື່ອຢ່າງບໍ່ມີຄວາມສົງໄສວ່າ ນີ້ແມ່ນພຣະເຈົ້າໃນເນື້ອໜັງ, ຜູ້ຄົນຍັງຮູ້ຈັກການກະທໍາຂອງພຣະເຈົ້າທີ່ແທ້ຈິງ ແລະ ດ້ວຍເຫດນັ້ນ ພຣະເຈົ້າເທິງແຜ່ນດິນໂລກຈຶ່ງຖືກສົ່ງໄປສະຫວັນ ແລະ ພຣະເຈົ້າໃນສະຫວັນກໍຖືກສົ່ງລົງມາແຜ່ນດິນໂລກ, ພຽງແຕ່ຫຼັງຈາກນັ້ນ ຜູ້ຄົນຈຶ່ງຈະສາມາດເຫັນທຸກສິ່ງທີ່ພຣະເຈົ້າເປັນຢ່າງຄົບຖ້ວນຫຼາຍຂຶ້ນ ແລະ ໄດ້ຮັບຄວາມຮູ້ຫຼາຍຂຶ້ນກ່ຽວກັບລິດອໍານາດທັງໝົດຂອງພຣະເຈົ້າ. ຍິ່ງພຣະເຈົ້າສາມາດເອົາຊະນະມວນມະນຸດໃນເນື້ອໜັງ ແລະ ຢູ່ເໜືອເນື້ອໜັງທີ່ເດີນທາງໄປທ່ົວຈັກກະວານທັງໝົດ, ຜູ້ຄົນກໍຍິ່ງສາມາດເຫັນການກະທໍາຂອງພຣະເຈົ້າບົນພື້ນຖານຂອງການເຫັນພຣະເຈົ້າທີ່ແທ້ຈິງ ແລະ ດ້ວຍເຫດນັ້ນ ຈຶ່ງຮູ້ຈັກຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າໃນທົ່ວຈັກກະວານທັງໝົດ ໂດຍຮູ້ວ່າ ນີ້ບໍ່ແມ່ນຂອງປອມ ແຕ່ແມ່ນຂອງຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ຈັກວ່າ ພຣະເຈົ້າທີ່ມີຄວາມເປັນຈິງໃນປັດຈຸບັນແມ່ນຕົວຕົນຂອງພຣະວິນຍານ ແລະ ບໍ່ແມ່ນປະເພດດຽວກັນກັບຮ່າງກາຍທີ່ເປັນເນື້ອໜັງຄືກັບມະນຸດ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ “ແຕ່ເມື່ອເຮົາປ່ອຍຄວາມໂກດຮ້າຍຂອງເຮົາອອກໄປ ພູເຂົາກໍຈະແຕກອອກເປັນຊີ້ນໆທັນທີ, ພື້ນດິນຈະເລີ່ມສັ່ນສະເທືອນທັນທີ, ນໍ້າຈະແຫ້ງທັນທີ ແລະ ມະນຸດຈະຖືກອ້ອມລ້ອມໄປດ້ວຍໄພພິບັດທັນທີ”. ເມື່ອຜູ້ຄົນໄດ້ອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາກໍເອົາສິ່ງເຫຼົ່ານັ້ນມາພົວພັນກັບເນື້ອໜັງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພາລະກິດ ແລະ ພຣະທໍາໃນໂລກແຫ່ງວິນຍານຈຶ່ງຊີ້ໄປໃສ່ພຣະເຈົ້າໃນເນຶ້ອໜັງໂດຍກົງ ເຊິ່ງເພີ່ມປະສິດທິພາບ. ເມື່ອພຣະເຈົ້າກ່າວ ມັນກໍມັກຈະມາຈາກສະຫວັນຫາແຜ່ນດິນໂລກ ແລະ ຈາກແຜ່ນດິນໂລກຫາສະຫວັນອີກຄັ້ງໜຶ່ງ ເຊິ່ງເຮັດໃຫ້ທຸກຄົນບໍ່ສາມາດເຂົ້າໃຈແຮງຈູງໃຈ ແລະ ຕົ້ນກໍາເນີດຂອງພຣະທໍາຂອງພຣະເຈົ້າ. “ເມື່ອເຮົາຢູ່ທ່າມກາງສະຫວັນ ດວງດາວແມ່ນບໍ່ເຄີຍຕົກໃຈກັບການປາກົດຕົວຂອງເຮົາ. ກົງກັນຂ້າມ ຝູງດວງດາວແມ່ນໄດ້ເອົາໃຈໃສ່ປະຕິບັດພາລະກິດເພື່ອເຮົາ”. ນັ້ນແມ່ນສະພາບຂອງສະຫວັນ. ພຣະເຈົ້າຈັດກຽມທຸກສິ່ງຢ່າງເປັນຂັ້ນຕອນໃນສະຫວັນຊັ້ນສາມ ໂດຍທີ່ມີຜູ້ຮັບໃຊ້ທຸກຄົນ ທີ່ຮັບໃຊ້ພຣະເຈົ້າ ພາກັນເຮັດພາລະກິດຂອງຕົວເອງເພື່ອພຣະເຈົ້າ. ພວກເຂົາບໍ່ເຄີຍເຮັດສິ່ງໃດທີ່ເປັນການບໍ່ເຊື່ອຟັງພຣະເຈົ້າ, ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ຖືກໂຍນເຂົ້າສູ້ຄວາມຕື່ນຕົກໃຈທີ່ພຣະເຈົ້າໄດ້ກ່າວເຖິງ ແຕ່ກົງກັນຂ້າມ ແມ່ນໄດ້ສຸມຈິດໃຈຂອງພວກເຂົາເຂົ້າໃນການເຮັດພາລະກິດຂອງຕົວເອງ ໂດຍບໍ່ມີຄວາມສັບສົນ ແລະ ດ້ວຍເຫດນັ້ນ ທູດສະຫວັນທັງໝົດຈຶ່ງດໍາລົງຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ໃນຂະນະດຽວກັນ, ຍ້ອນຄວາມບໍ່ເຊື່ອຟັງຂອງພວກເຂົາ ແລະ ຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ທຸກຄົນຢູ່ເທິງແຜ່ນດິນໂລກຈຶ່ງອາໄສຢູ່ໃນຄວາມມືດ ແລະ ຍິ່ງພວກເຂົາຕໍ່ຕ້ານພຣະເຈົ້າ ພວກເຂົາກໍຍິ່ງອາໄສຢູ່ໃນຄວາມມືດ. ເມື່ອພຣະເຈົ້າເວົ້າວ່າ “ສະຫວັນຍິ່ງແຈ້ງສະຫວ່າງຂຶ້ນເທົ່າໃດ ໂລກໃນເບື້ອງລຸ່ມກໍຍິ່ງມືດມົວລົງເທົ່ານັ້ນ”, ພຣະອົງແມ່ນໝາຍເຖິງວິທີທີ່ມື້ຂອງພຣະເຈົ້າໄດ້ເຂົ້າໃກ້ມະນຸດທຸກຄົນຫຼາຍຂຶ້ນ. ສະນັ້ນ, ພາວະທີ່ຫຍຸ້ງເປັນເວລາ 6000 ຂອງພຣະເຈົ້າຢູ່ໃນສະຫວັນຊັ້ນສາມກໍຈະສິ້ນສຸດລົງໃນໄວໆນີ້. ທຸກສິ່ງເທິງແຜ່ນດິນໂລກໄດ້ເຂົ້າສູ່ບົດສຸດທ້າຍ ແລະ ໃນບໍ່ຊ້າແຕ່ລະຢ່າງກໍຈະຖືກຕັດອອກຈາກມືຂອງພຣະເຈົ້າ. ຍິ່ງຜູ້ຄົນເຂົ້າສູ່ເວລາແຫ່ງຍຸກສຸດທ້າຍຫຼາຍຊໍ່າໃດ, ພວກເຂົາຍິ່ງສາມາດຊີມລົດຊາດຄວາມເສື່ອມຊາມໃນໂລກມະນຸດຊໍ່ານັ້ນ; ແລະ ຍິ່ງພວກເຂົາເຂົ້າສູ່ເວລາແຫ່ງຍຸກສຸດທ້າຍຫຼາຍຊໍ່າໃດ, ພວກເຂົາກໍຍິ່ງໝົກມຸ້ນໃນເນື້ອໜັງຂອງຕົວເອງຊໍ່ານັ້ນ; ຍັງມີຫຼາຍຄົນທີ່ປາດຖະໜາທີ່ຈະພິກປີ້ນສະພາບທີ່ອະນາດຂອງໂລກ ແຕ່ພວກເຂົາທຸກຄົນກໍສູນເສຍຄວາມຫວັງໃນທ່າມກາງສິ່ງທີ່ພວກເຂົາເຫັນ ຍ້ອນການກະທໍາຂອງພຣະເຈົ້າ. ສະນັ້ນ, ເມື່ອຜູ້ຄົນຮູ້ສຶກເຖິງຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ, ພຣະເຈົ້າກໍຈະປິດຕາຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະຟູຢູ່ເທິງຄື້ນທີ່ກີ້ງໄປມາ ໂດຍບໍ່ມີຜູ້ໃດໃນບັນດາພວກເຂົາສາມາດໄປຫາເຮືອຊູຊີບທີ່ຢູ່ຫ່າງໄກໄດ້. ຍ້ອນຜູ້ຄົນອ່ອນແອແຕ່ກໍາເນີດ ພຣະເຈົ້າຈຶ່ງເວົ້າວ່າ ບໍ່ມີໃຜທີ່ສາມາດປ່ຽນສິ່ງຕ່າງໆໄດ້. ເມື່ອຜູ້ຄົນສູນເສຍຄວາມຫວັງ ພຣະເຈົ້າຈິ່ງໄດ້ເລີ່ມເວົ້າກັບຈັກກະວານທັງໝົດ, ພຣະອົງໄດ້ເລີ່ມຊ່ວຍມະນຸດຊາດທັງໝົດ ແລະ ພຽງແຕ່ຫຼັງຈາກນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດມີຄວາມສຸກກັບຊີວິດໃໝ່ ທີ່ມາເຖິງ ເມື່ອສິ່ງຕ່າງໆຖືກປ່ຽນແປງ. ຜຸ້ຄົນໃນປັດຈຸບັນແມ່ນຢູ່ໃນຂັ້ນຕອນຂອງການຫຼອກລວງຕົວເອງ. ຍ້ອນເສັ້ນທາງທີ່ຢູ່ຕໍ່ໜ້າພວກເຂົາວ່າງເປົ່າ ແລະ ບໍ່ຊັດເຈນ ແລະ ອະນາຄົດຂອງພວກເຂົາແມ່ນ “ບໍ່ຈໍາກັດ” ແລະ “ບໍ່ມີພົມແດນ” ຜູ້ຄົນຂອງຍຸກນີ້ຈຶ່ງບໍ່ມີຈິດໃຈທີ່ຈະຕໍ່ສູ້ ແລະ ພຽງແຕ່ສາມາດໃຊ້ເວລາຂອງພວກເຂົາຄືກັບນົກຮານເຮົາ[ກ] ເທົ່ານັ້ນ. ບໍ່ເຄີຍມີຜູ້ໃດທີ່ສະແຫວງຫາການມີຊີວິດຢ່າງຈິງຈັງ ແລະ ສະແຫວງຫາຄວາມຮູ້ຂອງຊີວິດມະນຸດ; ກົງກັນຂ້າມ, ພວກເຂົາລໍຖ້າມື້ທີ່ພຣະຜູ້ຊ່ວຍໃນສະຫວັນລົງມາຢ່າງກະທັນຫັນ ເພື່ອພິກປິ້ນສະພາບທີ່ອະນາດຂອງໂລກ ເຊິ່ງຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຈິງຈັງໃນຄວາມພະຍາຍາມມີຊີວິດຂອງພວກເຂົາ. ສິ່ງດັ່ງກ່າວແມ່ນສະພາບທີ່ແທ້ຈິງຂອງມວນມະນຸດທັງໝົດ ແລະ ນັ້ນຄືທັດສະນະຄະຕິຂອງທຸກຄົນ.

ໃນປັດຈຸບັນ, ພຣະເຈົ້າໄດ້ທໍານວາຍຊີວິດໃໝ່ໃນອະນາຄົດຂອງມະນຸດ ເນື່ອງຈາກທັດສະນະຄະຕິຂອງເຂົາໃນໄລຍະເວລານີ້ ເຊິ່ງເປັນແສງສະຫວ່າງເລັກນ້ອຍທີ່ພຣະເຈົ້າກ່າວ. ສິ່ງທີ່ພຣະເຈົ້າທໍານວາຍແມ່ນສິ່ງທີ່ຈະບັນລຸໂດຍພຣະເຈົ້າໃນທີ່ສຸດ ແລະ ແມ່ນໝາກຜົນຂອງການເອົາໄຊຊະນະຂອງພຣະເຈົ້າເໜືອຊາຕານ. “ເຮົາເຄື່ອນໄຫວໄປມາຢູ່ເໜືອມະນຸດທຸກຄົນ ແລະ ກໍາລັງເບິ່ງໄປທົ່ວທຸກບ່ອນ. ບໍ່ມີສິ່ງໃດທີ່ເບິ່ງຄືເກົ່າ ແລະ ບໍ່ມີໃຜທີ່ເປັນຄືເກົ່າດັ່ງທີ່ເຂົາເຄີຍເປັນ. ເຮົາພັກຢູ່ເທິງບັນລັງ, ເຮົາອີງໄປທົ່ວຈັກກະວານທັງໝົດ…”. ນີ້ແມ່ນຜົນຈາກພາລະກິດໃນປັດຈຸບັນຂອງພຣະເຈົ້າ. ທຸກຄົນທີ່ພຣະເຈົ້າເລືອກຈະກັບຄືນສູ່ສະພາບດັ່ງເດີມຂອງພວກເຂົາ ຍ້ອນວ່າ ທູດສະຫວັນທີ່ໄດ້ທົນທຸກເປັນເວລາຫຼາຍປີໄດ້ຖືກປົດປ່ອຍ ຄືດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ໃບໜ້າຄືກັບຜູ້ບໍລິສຸດທີ່ຢູ່ໃນໃຈຂອງມະນຸດ”. ຍ້ອນວ່າ ທູດສະຫວັນເຮັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ ຮັບໃຊ້ພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ລັດສະໝີຂອງພຣະເຈົ້າໄດ້ແຜ່ກະຈາຍໄປທົ່ວໂລກ, ສະຫວັນຈຶ່ງຖືກນໍາມາສູ່ແຜ່ນດິນໂລກ ແລະ ແຜ່ນດິນໂລກຖືກຍົກຂຶ້ນໄປສູ່ສະຫວັນ. ດັ່ງນັ້ນ, ມະນຸດຈຶ່ງເປັນຈຸດເຊື່ອມຕໍ່ທີ່ເຊື່ອມຕໍ່ສະຫວັນ ແລະ ແຜ່ນດິນໂລກ; ສະຫວັນ ແລະ ແຜ່ນດິນໂລກຈະບໍ່ແຍກຈາກກັນອີກຕໍ່ໄປ, ບໍ່ຖືກແບ່ງແຍກອອກຈາກກັນອີກ ແຕ່ຖືກເຊື່ອມຕໍ່ເຂົ້າເປັນໜຶ່ງດຽວ. ໃນທົ່ວໂລກແມ່ນມີແຕ່ພຣະເຈົ້າ ແລະ ມະນຸດເທົ່ານັ້ນ. ບໍ່ມີຝຸ່ນ ຫຼື ດິນຕົມ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນໃໝ່ ຄ້າຍຄືກັບແກະນ້ອຍທີ່ນອນຢູ່ເທິງທົ່ງຫຍ້າສີຂຽວກ້ອງທ້ອງຟ້າ ໂດຍມີຄວາມສຸກກັບພຣະຄຸນຂອງພຣະເຈົ້າ. ຍ້ອນການມາຂອງສີຂຽວນີ້ ລົມຫາຍໃຈແຫ່ງຊີວິດຈຶ່ງສ່ອງແສງໄປທົ່ວ ເນື່ອງຈາກພຣະເຈົ້າໄດ້ສະເດັດລົງມາເທິງແຜ່ນໂລກ ເພື່ອມາດໍາລົງຊີວິດຢູ່ຮ່ວມກັບມະນຸດຕະຫຼອດໄປເປັນນິດ, ດັ່ງທີ່ໄດ້ກ່າວຈາກປາກຂອງພຣະເຈົ້າວ່າ “ເຮົາສາມາດອາໄສຢູ່ພາຍໃນພູເຂົາຊີໂອນອີກຄັ້ງຢ່າງສະຫງົບສຸກ”. ນີ້ແມ່ນສັນຍາລັກເຖິງຄວາມຜ່າຍແພ້ຂອງຊາຕານ, ມັນແມ່ນມື້ແຫ່ງການພັກຜ່ອນຂອງພຣະເຈົ້າ ແລະ ມື້ນີ້ຈະຖືກສັນລະເສີນ ແລະ ຖືກປະກາດໂດຍທຸກຄົນ ແລະ ຖືກລະລຶກໂດຍທຸກຄົນ. ເວລາທີ່ພຣະເຈົ້າພັກຜ່ອນຢູ່ບັນລັງຍັງແມ່ນເວລາທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກສໍາເລັດ ແລະ ແມ່ນຊ່ວງເວລາທີ່ຄວາມລຶກລັບທັງໝົດຂອງພຣະເຈົ້າຖືກເປີດເຜີຍຕໍ່ມະນຸດ; ພຣະເຈົ້າ ແລະ ມະນຸດຈະຢູ່ຮ່ວມກັນຢ່າງສັນຕິສຸກຕະຫຼອດໄປ ໂດຍທີ່ບໍ່ມີວັນແຍກຈາກກັນອີກ. ສິ່ງເຫຼົ່ານີ້ແມ່ນພາບທີ່ສວຍງາມຂອງອານາຈັກ!

ໃນຄວາມລຶກລັບເຊື່ອງຊ້ອນດ້ວຍຄວາມລຶກລັບ ແລະ ພຣະທໍາຂອງພຣະເຈົ້າແມ່ນເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ຢ່າງແທ້ຈິງ.

ໝາຍເຫດ:

ກ. ເລື່ອງລາວຂອງນົກຮານເຮົານັ້ນແມ່ນຄ້າຍຄືກັນຫຼາຍກັບນິທານອີສົບ (Aesop) ທີ່ກ່ຽວກັບມົດ ແລະ ຕັກກະແຕນ. ນົກຮານເຮົາເລືອກທີ່ຈະນອນຫຼັບ ແທນທີ່ຈະສ້າງຮັງໃນຂະນະທີ່ອາກາດນັ້ນອົບອຸ່ນຢູ່, ເຖິງແມ່ນວ່າ ຈະມີຄໍາຕັກເຕືອນຊໍ້າແລ້ວຊໍ້າອີກຈາກນົກກາງເຂນທີ່ເປັນເພື່ອນບ້ານຂອງມັນ. ເມື່ອລະດູໜາວມາຮອດ ນົກໂຕນັ້ນກໍແຂງກະດ້າງຕາຍ.

​ກ່ອນ​ນີ້ :ບົດທີ 11

ຕໍ່​ໄປ:ບົດທີ 20

ທ່ານອາດຈະຍັງມັກ

  • ຊີວິດທາງຈິດວິນຍານທໍາມະດາແມ່ນພາຄົນໄປສູ່ທາງທີ່ຖືກຕ້ອງ

    ພວກເຈົ້າໄດ້ຍ່າງຕາມທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າ ພຽງແຕ່ໜ້ອຍດຽວ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ ພວກເຈົ້າຍັງໄກທີ່ຈະບັນລຸຕາ…

  • ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແດ່?

    ຄົນເຮົາເຊື່ອໃນພຣະເຈົ້າເປັນເວລາດົນນານມາແລ້ວ, ແຕ່ເຖິງຢ່າງນັ້ນ ຄົນສ່ວນໃຫຍ່ກໍ່ຍັງບໍ່ເຂົ້າໃຈຄຳວ່າ “ພຣະເຈົ້າ”. ພວກເຂົາພຽງແຕ່ເຝົ້າຕິດຕາມດ້ວຍຄວາມສັບສົນ. ພວກເຂ…

  • ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ

    ພວກເຈົ້າທຸກຄົນຍິນດີທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໃນສາຍຕາຂອງພຣະອົງ. ນີ້ຄືຄວາມປາຖະໜາຂອງທຸກຄົນຫຼັງຈາກທີ່ເຂົາເລີ່ມຕົ້ນມີຄວາມເຊື່ອໃນພຣ…

  • ຄໍານໍາ

    ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈ…