ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 17

ໃນຄວາມຈິງແລ້ວ, ມະນຸດແມ່ນບໍ່ຮູ້ຈັກພຣະວັດຈະນະທັງໝົດ ທີ່ອອກຈາກປາກຂອງພຣະເຈົ້າ; ພຣະວັດຈະນະເຫຼົ່ານັ້ນ ລ້ວນແລ້ວແຕ່ແມ່ນພາສາທີ່ຜູ້ຄົນບໍ່ເຄີຍໄດ້ຍິນ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ພຣະທໍາຂອງພຣະເຈົ້າແມ່ນສິ່ງທີ່ລຶກລັບ. ຄົນສ່ວນໃຫຍ່ເຊື່ອຢ່າງຜິດໆວ່າ ຄວາມລຶກລັບປະກອບມີແຕ່ສິ່ງທີ່ຜູ້ຄົນບໍ່ສາມາດສະຫຼຸບດ້ວຍຄວາມຄິດເທົ່ານັ້ນ, ເປັນເລື່ອງຂອງສະຫວັນທີ່ພຣະເຈົ້າອະນຸຍາດໃຫ້ຜູ້ຄົນຮູ້ຈັກໃນປັດຈຸບັນ ຫຼື ເປັນຄວາມຈິງກ່ຽວກັບສິ່ງທີ່ພຣະເຈົ້າເຮັດໃນໂລກແຫ່ງວິນຍານ. ຈາກສິ່ງນີ້, ມັນຈຶ່ງຊັດເຈນວ່າ ຜູ້ຄົນບໍ່ປະຕິບັດຕໍ່ພຣະທໍາທັງໝົດຂອງພຣະເຈົ້າດ້ວຍຄວາມສະເໝີພາບ ແລະ ພວກເຂົາບໍ່ຖະໜອມພຣະທໍາເຫຼົ່ານັ້ນ; ກົງກັນຂ້າມ, ພວກເຂົາສຸມໃສ່ສິ່ງທີ່ພວກເຂົາເຊື່ອວ່າເປັນ “ສິ່ງລຶກລັບ”. ນີ້ພິສູດໃຫ້ເຫັນວ່າ ຜູ້ຄົນບໍ່ຮູ້ຈັກວ່າ ພຣະທໍາຂອງພຣະເຈົ້າແມ່ນຫຍັງ ຫຼື ຄວາມລຶກລັບແມ່ນຫຍັງ; ພວກເຂົາພຽງແຕ່ອ່ານພຣະທໍາຂອງພຣະອົງ ພາຍໃນຂອບເຂດຂອງຄວາມເຊື່ອຂອງພວກເຂົາເອງ. ຄວາມເປັນຈິງກໍຄື ບໍ່ມີແມ່ນແຕ່ຄົນດຽວ ທີ່ຮັກພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ນີ້ກໍແມ່ນຕົ້ນຕໍແທ້ຈິງໃນການທີ່ພຣະອົງກ່າວວ່າ: “ມະນຸດແມ່ນຜູ້ຊ່ຽວຊານໃນການຫຼອກລວງເຮົາ”. ມັນບໍ່ແມ່ນວ່າ ພຣະເຈົ້າໄດ້ເວົ້າວ່າ ຜູ້ຄົນຂາດຄຸນຄວາມດີໃດໆ ຫຼື ຢູ່ໃນຄວາມສັບສົນຢ່າງສິ້ນເຊີງ; ນີ້ອະທິບາຍເຖິງສະຖານະການຕົວຈິງຂອງມະນຸດ. ຜູ້ຄົນເອງແມ່ນບໍ່ມີຄວາມຊັດເຈນຫຼາຍ ວ່າພຣະເຈົ້າຄອບຄອງພື້ນທີ່ວ່າງໃນຫົວໃຈຂອງພວກເຂົາຫຼາຍສໍ່າໃດ; ມີແຕ່ພຣະເຈົ້າເອງເທົ່ານັ້ນທີ່ຮູ້ເລື່ອງນີ້ທັງໝົດ. ດັ່ງນັ້ນ, ໃນຂະນະນີ້ ຜູ້ຄົນແມ່ນຄືກັນກັບເດັກເກີດໃໝ່ທີ່ກໍາລັງດູດນົມ. ພວກເຂົານັ້ນບໍ່ຮູ້ເລີຍວ່າ ເປັນຫຍັງພວກເຂົາຈຶ່ງດື່ມນົມ ແລະ ເປັນຫຍັງພວກເຂົາຈຶ່ງຄວນຢູ່ລອດ. ມີແຕ່ແມ່ເທົ່ານັ້ນ ທີ່ເຂົ້າໃຈຄວາມຕ້ອງການຂອງເດັກເກີດໃໝ່; ລາວຈະບໍ່ປ່ອຍໃຫ້ເດັກເກີດໃໝ່ອຶດຢາກຈົນຕາຍ ແລະ ລາວຈະບໍ່ຍອມໃຫ້ເດັກເກີດໃໝ່ກິນຕົວເອງຈົນຕາຍ. ພຣະເຈົ້າຮູ້ຈັກຄວາມຕ້ອງການຂອງຜູ້ຄົນດີທີ່ສຸດ, ສະນັ້ນ ບາງຄັ້ງຄວາມຮັກຂອງພຣະອົງແມ່ນສະຖິດຢູ່ໃນພຣະທໍາຂອງພຣະອົງ, ບາງຄັ້ງການພິພາກສາຂອງພຣະອົງກໍຖືກເປີດເຜີຍໃນພຣະທໍາເຫຼົ່ານັ້ນ, ບາງຄັ້ງພຣະທໍາເຫຼົ່ານັ້ນກໍເຮັດໃຫ້ຜູ້ຄົນເຈັບປວດຈົນເຖິງສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ບາງຄັ້ງພຣະທໍາເຫຼົ່ານັ້ນກໍຈິງໃຈ ແລະ ຈິງຈັງທີ່ສຸດ. ສິ່ງນີ້ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມເມດຕາ ແລະ ການເຂົ້າເຖິງພຣະເຈົ້າ ແລະ ພຣະອົງບໍ່ແມ່ນຮູບຊົງທີ່ສະຫງ່າງາມ ແລະ ຖືກຈິນຕະນາຂຶ້ນ ທີ່ບໍ່ສາມາດຈັບຕ້ອງໄດ້. ພຣະອົງບໍ່ແມ່ນພຣະບຸດແຫ່ງສະຫວັນໃນຈິດໃຈຂອງຜູ້ຄົນ ເຊິ່ງເປັນຜູ້ທີ່ຜູ້ຄົນບໍ່ສາມາດແນມເບິ່ງໜ້າໄດ້ໂດຍກົງ ແລ້ວແຮງໄກທີ່ພຣະອົງຈະແມ່ນຜູ້ປະຫານຊີວິດ ທີ່ຂ້າຜູ້ບໍລິສຸດຕາມທີ່ຜູ້ຄົນຈິນຕະນາ. ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍໃນພາລະກິດຂອງພຣະອົງ; ອຸປະນິໄສຂອງພຣະເຈົ້າໃນເນື້ອໜັງໃນປັດຈຸບັນແມ່ນຍັງໄດ້ສະແດງອອກຜ່ານພາລະກິດຂອງພຣະອົງ. ສະນັ້ນ, ພັນທະກິດຂອງພຣະອົງແມ່ນໜຶ່ງໃນບັນດາພຣະທໍາຂອງພຣະອົງ ເຊິ່ງບໍ່ແມ່ນສິ່ງທີ່ພຣະອົງເຮັດ ຫຼື ວິທີທີ່ພຣະປາກົດອອກທາງດ້ານພາຍນອກ. ໃນທີ່ສຸດແລ້ວ, ທຸກຄົນຈະໄດ້ຮັບການສັ່ງສອນຈາກພຣະທໍາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ສົມບູນຍ້ອນສິ່ງເຫຼົ່ານັ້ນ. ໃນປະສົບການຂອງພວກເຂົາ ເຊິ່ງຖືກຊີ້ນໍາໂດຍພຣະທໍາຂອງພຣະເຈົ້າ, ຜູ້ຄົນຈະໄດ້ຮັບເສັ້ນທາງເພື່ອປະຕິບັດ ແລະ ຜ່ານພຣະທໍາຈາກປາກຂອງພຣະເຈົ້າ ພວກເຂົາຈະຮູ້ຈັກອຸປະນິໄສທັງໝົດຂອງພຣະອົງ. ຍ້ອນພຣະທໍາຂອງພຣະອົງ, ພາລະກິດທັງໝົດຂອງພຣະອົງຈະຖືກເຮັດໃຫ້ສໍາເລັດ, ຜູ້ຄົນຈະມີຊີວິດ ແລະ ສັດຕູທັງໝົດຈະຖືກເອົາຊະນະ. ນີ້ແມ່ນພາລະກິດຫຼັກ ທີ່ບໍ່ມີໃຜສາມາດເບິ່ງຂ້າມໄດ້. ໃຫ້ພວກເຮົາພາກັນມາເບິ່ງພຣະທໍາຂອງພຣະອົງ: “ພຣະວັດຈະນະຂອງເຮົາໄດ້ດັງກ້ອງຄືສຽງຟ້າຮ້ອງ ໂດຍປ່ອຍແສງໄປທຸກທິດທາງ ແລະ ທົ່ວແຜ່ນດິນໂລກທັງໝົດ ແລະ ໃນທ່າມກາງສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມນັ້ນ, ມະນຸດຖຶກໂຈມຕີ. ບໍ່ມີມະນຸດຜູ້ໃດທີ່ເຄີຍເຂັ້ມແຂງໃນທ່າມກາງສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ; ມະນຸດສ່ວນໃຫຍ່ແມ່ນຢ້ານກົວຫຼາຍຕໍ່ການມາຂອງແສງສະຫວ່າງຂອງເຮົາ ແລະ ບໍ່ຮູ້ວ່າຈະຕ້ອງເຮັດແນວໃດ”. ທັນທີທີ່ພຣະເຈົ້າເປີດປາກຂອງພຣະອົງ ພຣະທໍາກໍຈະອອກມາ. ພຣະອົງບັນລຸທຸກສິ່ງຜ່ານພຣະທໍາ, ທຸກສິ່ງແມ່ນຖືກປ່ຽນແປງດ້ວຍພຣະທໍາເຫຼົ່ານັ້ນ ແລະ ທຸກຄົນເກີດໃໝ່ຜ່ານພຣະທໍາເຫຼົ່ານັ້ນ. “ຟ້າຮ້ອງ ແລະ ຟ້າແມບເຫຼື້ອມ” ໝາຍເຖິງຫຍັງ? “ແສງສະຫວ່າງ” ໝາຍເຖິງຫຍັງ? ບໍ່ມິແມ່ນແຕ່ສິ່ງດຽວທີ່ສາມາດໜີຈາກພຣະທໍາຂອງພຣະເຈົ້າໄດ້. ພຣະອົງໃຊ້ພຣະທໍາເພື່ອເປີດເຜີຍຈິດໃຈຂອງຜູ້ຄົນ ແລະ ສະແດງເຖິງຄວາມຂີ້ຮ້າຍຂອງພວກເຂົາ; ພຣະອົງໃຊ້ພຣະທໍາເພື່ອຈັດການກັບທໍາມະຊາດເກົ່າຂອງພວກເຂົາ ແລະ ເຮັດໃຫ້ປະຊາຊົນທັງໝົດຂອງພຣະອົງສົມບູນ. ນີ້ບໍ່ແມ່ນຄວາມສໍາຄັນຂອງພຣະທໍາຂອງພຣະເຈົ້າຢ່າງແທ້ຈິງບໍ? ໃນຈັກກະວານທັງໝົດ, ຖ້າບໍ່ມີການສະໜັບສະໜູນ ແລະ ການເສີມກໍາລັງຈາກພຣະທໍາຂອງພຣະເຈົ້າ ມະນຸດທຸກຄົນກໍຈະຖືກທໍາລາຍຈົນເຖິງຈຸດທີ່ບໍ່ມີໃຜເຫຼືອຢູ່ແຕ່ດົນນານແລ້ວ. ນີ້ແມ່ນຫຼັກການໃນສິ່ງທີ່ພຣະເຈົ້າເຮັດ ແລະ ວິທີການໃນການເຮັດພາລະກິດ ໃນໄລຍະແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ນີ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງພຣະທໍາຂອງພຣະເຈົ້າ. ພວກມັນສຽບແທງເຂົ້າໃນສ່ວນເລິກຂອງຈິດວິນຍານຂອງຜູ້ຄົນໂດຍກົງ ທັນທີທີ່ຜູ້ຄົນເຫັນພຣະທໍາຂອງພຣະອົງ, ພວກເຂົາຈະຮູ້ສຶກສັບສົນ ແລະ ຢ້ານກົວ ແລະ ລົບໜີຢ່າງໄວ. ພວກເຂົາຕ້ອງການລົບໜີຈາກຄວາມເປັນຈິງຂອງພຣະທໍາຂອງພຣະອົງ ເຊິ່ງນັ້ນຄືເຫດຜົນທີ່ສາມາດພົບເຫັນ “ຄົນອົບພະຍົບ” ເຫຼົ່ານີ້ຢູ່ທຸກບ່ອນ. ທັນທີທີ່ມີການວາງອອກພຣະທໍາຂອງພຣະເຈົ້າ ຜູ້ຄົນກໍໜີຈາກໄປ. ນີ້ແມ່ນຮູບພາບດ້ານໜຶ່ງຂອງຄວາມຂີ້ຮ້າຍຂອງມະນຸດທີ່ພຣະເຈົ້າວາດພາບໃຫ້ເຫັນ. ຕອນນີ້, ທຸກຄົນແມ່ນກໍາລັງຕື່ນຂຶ້ນເທື່ອລະຄົນຈາກອາການເມົາມົວຂອງພວກເຂົາ; ມັນເປັນຄືກັບວ່າ ກ່ອນໜ້ານັ້ນພວກເຂົາທຸກຄົນໄດ້ເປັນໂລກຈິດ ແລະ ຕອນນີ້ ເມື່ອພວກເຂົາໄດ້ເຫັນພຣະທໍາຂອງພຣະເຈົ້າ ກໍເບິ່ງຄືວ່າ ພວກເຂົາກໍາລັງທົນທຸກກັບຜົນທີ່ຕົກຄ້າງຢູ່ຂອງພະຍາດນັ້ນ ແລະ ບໍ່ສາມາດຟື້ນຄືນສູ່ສະພາບເກົ່າຂອງພວກເຂົາໄດ້. ທຸກຄົນແມ່ນເປັນແນວນີ້ແທ້ໆ ແລະ ມັນຍັງແມ່ນການສະແດງເຖິງພຣະທໍາເຫຼົ່ານີ້ຢ່າງແທ້ຈິງ: “ຫຼາຍຄົນທີ່ຖືກດົນບັນດານດ້ວຍແສງຮິບຮີ່ນີ້ ກໍຖືກປຸກໃຫ້ຕື່ນຈາກພາບລວງຕາຂອງພວກເຂົາທັນທີ. ແຕ່ບໍ່ມີໃຜເຄີຍຮູ້ວ່າ ມື້ນັ້ນໄດ້ມາເຖິງແລ້ວ ທີ່ແສງສະຫວ່າງຂອງເຮົາຈະລົງມາສູ່ແຜ່ນດິນໂລກ”. ນີ້ແມ່ນເຫດຜົນທີ່ພຣະເຈົ້າເວົ້າວ່າ “ມະນຸດສ່ວນໃຫຍ່ແມ່ນຕົກຕະລຶງຈາກການມາເຖິງຂອງແສງສະຫວ່າງຢ່າງກະທັນຫັນ”. ການເວົ້າເຊັ່ນນີ້ແມ່ນເໝາະສົມທີ່ສຸດ. ການພັນລະນາຂອງພຣະເຈົ້າກ່ຽວກັບມະນຸດແມ່ນບໍ່ມີຊ່ອງຫວ່າງ ແມ່ນແຕ່ຈະໃຫ້ປາຍເຂັມແຍ່ເຂົ້າໄປໄດ້ ແລະ ພຣະອົງໄດ້ບັນຍາຍກ່ຽວກັບມັນຢ່າງຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ເຊິ່ງເປັນເຫດຜົນທີ່ເຮັດໃຫ້ທຸກຄົນເຊື່ອຢ່າງທີ່ສຸດ. ຍິ່ງໄປກວ່ານັ້ນ, ຄວາມຮັກຂອງພວກເຂົາ ທີ່ມີຕໍ່ພຣະເຈົ້າໄດ້ເລີ່ມເກີດຂຶ້ນຈາກສ່ວນເລິກພາຍໃນໃຈຂອງພວກເຂົາໂດຍບໍ່ຮູ້ຕົວ. ມີພຽງດ້ວຍເຫດນັ້ນ ຕໍາແໜ່ງຂອງພຣະເຈົ້າຈຶ່ງຈະກາຍເປັນຕໍາແໜ່ງແທ້ຍິ່ງຂຶ້ນ ແລະ ນີ້ຍັງແມ່ນອີກວິທີໜຶ່ງໃນການເຮັດພາລະກິດຂອງພຣະເຈົ້າ.

“ມະນຸດສ່ວນໃຫຍ່ໄດ້ແຕ່ສັບສົນ; ພວກເຂົາມີບາດແຜໃນຕາ ແລະ ຖືກໂຍນລົງໃສ່ຂີ້ຕົມໂດຍແສງສະຫວ່າງ”, ຍ້ອນຜູ້ຄົນດັ່ງກ່າວຕໍ່ຕ້ານຄວາມປະສົງຂອງພຣະເຈົ້າ (ນັ້ນກໍຄື ພວກເຂົາຂັດຂືນພຣະເຈົ້າ), ເມື່ອພຣະທໍາຂອງພຣະອົງມາ ພວກເຂົາກໍຈະທົນທຸກກັບການຂ້ຽນຕີ ຍ້ອນຄວາມກະບົດຂອງພວກເຂົາ; ນີ້ແມ່ນເຫດຜົນທີ່ເວົ້າວ່າ ພວກເຂົາມີບາດແຜຢູ່ໃນຕາດ້ວຍແສງວະຫວ່າງ. ຜູ້ຄົນດັ່ງກ່າວແມ່ນຖືກມອບໃຫ້ຊາຕານໄປແລ້ວ; ສະນັ້ນ, ເມື່ອເຂົ້າສູ່ພາລະກິດໃໝ່ ພວກເຂົາກໍບໍ່ມີແສງສະຫວ່າງ ແລະ ແສງເຍືອງທາງໃດໆ. ທຸກຄົນທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ ແມ່ນຖືກຊາຕານຄອບງໍາ ແລະ ບໍ່ມີບ່ອນສໍາລັບພຣະເຈົ້າຢູ່ໃນສ່ວນເລິກຫົວໃຈຂອງພວກເຂົາ. ສະນັ້ນ, ຈຶ່ງມີການເວົ້າວ່າ ຜູ້ຄົນເຫຼົ່ານີ້ “ຖືກໂຍນລົງໃສ່ຂີ້ຕົມ”. ທຸກຄົນທີ່ຢູ່ໃນສະພາບນີ້ແມ່ນຢູ່ໃນສະພາບທີ່ສັບສົນ. ພວກເຂົາບໍ່ສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ພວກເຂົາບໍ່ສາມາດເຮັດໃຫ້ກັບຄືນສູ່ສະພາວະປົກກະຕິໄດ້; ຄວາມຄິດທັງໝົດຂອງພວກເຂົາແມ່ນຂັດແຍ້ງກັນ. ທຸກຄົນຢູ່ເທິງແຜ່ນດິນໂລກແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມທີ່ສຸດ. ຜູ້ຄົນບໍ່ມີຊີວິດຊີວາ ແລະ ເຕັມໄປດ້ວຍກິ່ນເໝັນຂອງຊາກສົບ. ປະຊາຊົນທັງໝົດຂອງແຜ່ນດິນໂລກແມ່ນມີຊີວິດລອດໃນທ່າມກາງການລະບາດຂອງເຊື້ອພະຍາດ ເຊິ່ງບໍ່ມີໃຜສາມາດຫຼົບໜີໄດ້. ພວກເຂົາບໍ່ເຕັມໃຈທີ່ຈະມີຊີວິດລອດຢູ່ເທິງແຜ່ນດິນໂລກ ແຕ່ພວກເຂົາຮູ້ສຶກສະເໝີວ່າ ມີບາງສິ່ງທີ່ຍິ່ງໃຫຍ່ກວ່າຈະເກີດຂຶ້ນ ເພື່ອໃຫ້ຜູ້ຄົນໄດ້ເຫັນດ້ວຍຕາຂອງພວກເຂົາເອງ; ດ້ວຍເຫດນັ້ນ, ຜູ້ຄົນທັງໝົດຈຶ່ງບັງຄັບຕົວເອງໃຫ້ສືບຕໍ່ມີຊີດຢູ່. ພວກເຂົາບໍ່ມີເຮື່ອແຮງໃນໃຈຂອງພວກເຂົາເປັນເວລາດົນນານຫຼາຍແລ້ວ; ພວກເຂົາພຽງແຕ່ໃຊ້ຄວາມຫວັງທີ່ແນມບໍ່ເຫັນຂອງພວກເຂົາເປັນເສົາຫຼັກແຫ່ງຈິດວິນຍານ ແລະ ດ້ວຍເຫດນັ້ນ ພວກເຂົາກໍຍົກຫົວຂອງພວກເຂົາຂຶ້ນ ໂດຍທໍາທ່າວ່າ ເປັນລູກຜູ້ຊາຍ ແລະ ເຮັດສິ່ງຕ່າງໆຢ່າງມົວເມົາໄປວັນໆຢູ່ເທິງແຜ່ນດິນໂລກ. ມັນເປັນຄືກັບວ່າ ທຸກຄົນແມ່ນບຸດຂອງຜີຮ້າຍທີ່ບັງເກີດເປັນມະນຸດ. ນີ້ແມ່ນເຫດຜົນທີ່ພຣະເຈົ້າກ່າວວ່າ: “ຄວາມວຸ້ນວາຍປົກຄຸມໄປທົ່ວແຜ່ນດິນໂລກ ເຊິ່ງເປັນພາບທີ່ໜ້າສົມເພດທີ່ບໍ່ອາດທົນເບິ່ງໄດ້ ເມື່ອຖືກກວດສອບຢ່າງຖີ່ຖ້ວນແລ້ວ ກໍຈະໂຈມຕີຜູ້ຄົນາດ້ວຍຄວາມໂສກເສົ້າຢ່າງແຮງ”. ຍ້ອນສະຖານະການນີ້ໄດ້ເກີດຂຶ້ນ, ພຣະເຈົ້າຈຶ່ງໄດ້ເລີ່ມ “ຫວ່ານເມັດພືດແຫ່ງພຣະວິນຍານຂອງເຮົາ” ທົ່ວຈັກກະວານທັງໝົດ ແລະ ພຣະອົງໄດ້ເລີ່ມປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງທົ່ວແຜ່ນດິນໂລກທັງໝົດ. ມັນເປັນຍ້ອນ ການຂະຫຍາຍພາລະກິດນີ້ ທີ່ພຣະເຈົ້າໄດ້ເລີ່ມປ່ອຍໄພພິບັດທຸກຮູບແບບລົງມາ ເພື່ອຊ່ວຍມະນຸດທີ່ມີຈິດໃຈແຂງກະດ້າງໃຫ້ລອດພົ້ນ. ໃນໄລຍະຕ່າງໆຂອງພາລະກິດຂອງພຣະເຈົ້າ, ຄວາມລອດພົ້ນຈະມີຮູບຊົງຂອງໄພພິບັດຕ່າງໆ ແລະ ບໍ່ມີຜູ້ໃດທີ່ຖືກບັນທຶກໄວ້ຈະສາມາດໜີຈາກພວກມັນໄດ້. ມີພຽງໃນສຸດທ້າຍເທົ່ານັ້ນ ມັນຈຶ່ງຈະສາມາດເປັນໄປໄດ້ ທີ່ຈະເຮັດໃຫ້ສະຖານະການຢູ່ເທິງແຜ່ນດິນໂລກ “ສະຫງົບຄືກັບສະຫວັນຊັ້ນສາມ: ໃນນີ້ ສິ່ງທີ່ມີຊີວິດ ທັງໃຫຍ່ ແລະ ນ້ອຍແມ່ນຢູ່ຮ່ວມກັນດ້ວຍຄວາມສັນຕິ ໂດຍບໍ່ເຄີຍມີ “ການຂັດແຍ້ງດ້ວຍປາກ ແລະ ລິ້ນ ແມ່ນແຕ່ຄັ້ງດຽວ”. ດ້ານໜຶ່ງຂອງພາລະກິດຂອງພຣະເຈົ້າແມ່ນການເອົາຊະນະມະນຸດ ແລະ ຮັບເອົາຜູ້ຄົນທີ່ຖືກເລືອກຜ່ານພຣະທໍາຂອງພຣະອົງ; ອີກດ້ານໜຶ່ງແມ່ນການເອົາຊະນະບຸດແຫ່ງການກະບົດທັງໝົດດ້ວຍວິທີເຮັດໃຫ້ມີໄພພິບັດຕ່າງໆ. ນີ້ແມ່ນສ່ວນໜຶ່ງຂອງພາລະກິດຂະໜາດໃຫຍ່ຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສາມາດໄດ້ຮັບອານາຈັກເທິງແຜ່ນດິນໂລກ ທີ່ພຣະເຈົ້າຕ້ອງການ ແລະ ນີ້ແມ່ນສ່ວນໜຶ່ງຂອງພາລະກິດຂອງພຣະອົງທີ່ເປັນກ້ອນຄໍາບໍລິສຸດ.

ພຣະເຈົ້າຕ້ອງການໃຫ້ຜູ້ຄົນເຂົ້າໃຈພະລັງຂອງສະຫວັນຢ່າງຕໍ່ເນື່ອງ. ພວກເຂົາສາມາດບັນລຸໃນສິ່ງນີ້ໄດ້ຢ່າງແທ້ຈິງບໍ? ຄວາມເປັນຈິງກໍຄື ອີງຕາມສະພາບໃນປັດຈຸບັນ ແລະ ຕົວຈິງຂອງຜູ້ຄົນ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມເປັນເວລາຫຼາຍກວ່າ 5,900 ປີ, ພວກເຂົາແມ່ນບໍ່ສາມາດປຽບທຽບກັບເປໂຕໄດ້; ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ສາມາດບັນລຸໃນສິ່ງນີ້ໄດ້. ນີ້ແມ່ນວິທີການໜຶ່ງຂອງພາລະກິດຂອງພຣະເຈົ້າ. ພຣະອົງຈະບໍ່ໃຫ້ຜູ້ຄົນລໍຖ້າຢູ່ຊື່ໆ; ພຣະອົງຈະໃຫ້ພວກເຂົາສະແຫວງຫາຢ່າງກະຕືລືລົ້ນແທນ. ມີພຽງດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະມີໂອກາດເຮັດພາລະກິດໃນຜູ້ຄົນ. ມັນຈະເປັນການດີ ຖ້າເຮົາອະທະບາຍໃຫ້ເຈົ້າເຂົ້າໃຈຂຶ້ນໜ້ອຍໜຶ່ງ; ບໍ່ສະນັ້ນ, ຜູ້ຄົນກໍຈະພຽງແຕ່ເຂົ້າໃຈແບບຜີວເຜີນເທົ່ານັ້ນ. ຫຼັງຈາກທີ່ພຣະເຈົ້າໄດ້ສ້າງມະນຸດ ແລະ ມອບວິນຍານໃຫ້ແກ່ພວກເຂົາ, ພຣະອົງໄດ້ສັ່ງກັບພວກເຂົາວ່າ ຖ້າພວກເຂົາບໍ່ເອີ້ນຫາພຣະອົງ ແລ້ວພວກເຂົາກໍຈະບໍ່ສາມາດຕິດຕໍ່ກັບພຣະວິນຍານຂອງພຣະອົງໄດ້ ແລະ ມັນກໍເປັນໄປບໍ່ໄດ້ທີ່ຢູ່ເທິງແຜ່ນດິນໂລກຈະໄດ້ຮັບ “ໂທລະພາບດາວທຽມ” ຈາກສະຫວັນ. ເມື່ອພຣະເຈົ້າບໍ່ໄດ້ຢູ່ໃນຈິດໃຈຂອງຜູ້ຄົນອີກຕໍ່ໄປ, ມັນກໍຈະມີບ່ອນນັ່ງທີ່ເປົ່າວ່າງເຫຼືອຢູ່ສໍາລັບສິ່ງອື່ນໆ ແລະ ດ້ວຍເຫດນັ້ນ ຊາຕານກໍຈະຍຶດເອົາໂອກາດນັ້ນເພື່ອເຂົ້າຄອບຄອງ. ເມື່ອຜູ້ຄົນຕິດຕໍ່ພຣະເຈົ້າດ້ວຍໃຈຂອງພວກເຂົາ, ຊາຕານກໍຈະຕື່ນຕົກໃຈທັນທີ ແລະ ຟ້າວຫຼົບໜີ. ຜ່ານການຮ້ອງໄຫ້ຂອງມະນຸດ, ພຣະເຈົ້າໄດ້ມອບສິ່ງທີ່ພວກເຂົາຕ້ອງການໃຫ້ກັບພວກເຂົາ ແຕ່ທໍາອິດພຣະອົງແມ່ນບໍ່ “ອາໄສ” ຢູ່ພາຍໃນພວກເຂົາ. ພຣະອົງພຽງແຕ່ໃຫ້ຄວາມຊ່ວຍເຫຼືອແກ່ພວກເຂົາຢ່າງສະໝໍ່າສະເໝີ ຍ້ອນການຮ້ອງໄຫ້ຂອງພວກເຂົາ ແລະ ຈາກກໍາລັງພາຍໃນທີ່ຜູ້ຄົນມີຢ່າງແຂງແກ່ນ ເພື່ອວ່າ ຊາຕານຈະບໍ່ກ້າເຂົ້າມາມີ “ບົດບາດ” ຕາມໃຈມັນ. ສະນັ້ນ, ຖ້າຜູ້ຄົນສືບຕໍ່ທີ່ຈະຕິດຕໍ່ກັບພຣະວິນຍານຂອງພຣະເຈົ້າ, ຊາຕານກໍຈະບໍ່ກ້າມາລົບກວນ. ຖ້າບໍ່ມີການລົບກວນຂອງຊາຕານ, ຊີວິດຂອງທຸກຄົນກໍຈະເປັນປົກກະຕິ ແລະ ພຣະເຈົ້າກໍຈະມີໂອກາດເຮັດພາລະກິດພາຍໃນພວກເຂົາໂດຍບໍ່ມີອຸປະສັກໃດໆ. ດ້ວຍເຫດນັ້ນ, ສິ່ງທີ່ພຣະເຈົ້າຕ້ອງການເຮັດແມ່ນສາມາດບັນລຸໄດ້ຜ່ານມະນຸດ. ຈາກສິ່ງນີ້ຈຶ່ງອາດຮູ້ໄດ້ວ່າ ເປັນຫຍັງພຣະເຈົ້າຈຶ່ງຕ້ອງການໃຫ້ຜູ້ຄົນເພີ່ມຄວາມເຊື່ອຂອງພວກເຂົາຢູ່ຕະຫຼອດ ແລະ ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ: “ເຮົາຮຽກຮ້ອງຢ່າງເໝາະສົມຕາມວຸດທິພາວະຂອງມະນຸດທີ່ຢູ່ເທິງແຜ່ນດິນໂລກ. ເຮົາບໍ່ເຄີຍເຮັດໃຫ້ຜູ້ໃດຢູ່ໃນຄວາມລໍາບາກ ແລະ ເຮົາບໍ່ເຄີຍຂໍໃຫ້ຜູ້ໃດ “ບີບເລືອດຂອງເຂົາອອກມາ” ເພື່ອຄວາມສຸກຂອງເຮົາ”. ຜູ້ຄົນສ່ວນໃຫຍ່ແມ່ນສັບສົນກັບຄວາມຕ້ອງການຂອງພຣະເຈົ້າ. ພວກເຂົາສົງໄສຢູ່ວ່າ ໃນເມື່ອຜູ້ຄົນບໍ່ມີຄວາມສາມາດ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມໂດຍບໍ່ສາມາດເອົາຄືນໄດ້, ເປັນຫຍັງພຣະເຈົ້າຈຶ່ງສືບຕໍ່ສ້າງຄວາມຕ້ອງການກັບພວກເຂົາ. ນີ້ບໍ່ແມ່ນພຣະເຈົ້າເຮັດໃຫ້ຜູ້ຄົນຢູ່ໃນຕໍາແໜ່ງທີ່ລໍາບາກບໍ? ເມື່ອເຫັນໃບໜ້າທີ່ເຄັ່ງຂຶມຂອງພວກເຂົາ ແລະ ເຫັນສີໜ້າທີ່ອຶດອັດຂອງພວກເຂົາ, ເຈົ້າບໍ່ສາມາດຊ່ວຍໄດ້ນອກຈາກຫົວຂວັນ. ລັກສະນະທີ່ຂີ້ຮ້າຍຕ່າງໆນາໆຂອງຜູ້ຄົນແມ່ນເປັນຕາຫົວທີ່ສຸດ: ບາງຄັ້ງ ພວກເຂົາແມ່ນຄືກັນກັບເດັກນ້ອຍທີ່ມັກຫຼິ້ນ ແລະ ບາງຄັ້ງ ພວກເຂົາກໍຄືກັບເດັກນ້ອຍຜູ້ຍິງທີ່ຫຼິ້ນເປັນ “ແມ່”. ບາງຄັ້ງພວກເຂົາກໍຄືກັບໂຕໝາທີ່ກໍາລັງກິນໂຕໜູ. ຜູ້ຄົນບໍ່ຮູ້ວ່າ ຈະຫົວ ຫຼື ຈະໄຫ້ກັບສະພາບອັນຂີ້ຮ້າຍທັງໝົດເຫຼົ່ານີ້ຂອງພວກເຂົາ ແລະ ຍິ່ງຜູ້ຄົນສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຍິ່ງຈະມີຄວາມຫຍຸ້ງຍາກຫຼາຍຂຶ້ນສໍ່ານັ້ນ. ສະນັ້ນ, ພຣະທໍາຕໍ່ໄປນີ້ຂອງພຣະເຈົ້າທີ່ກ່າວວ່າ: “ເຮົາເປັນພຣະເຈົ້າທີ່ພຽງແຕ່ກໍານົດຄວາມມິດງຽບໃສ່ສິ່ງຊົງສ້າງບໍ?” ຈຶ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຜູ້ຄົນແມ່ນໂງ່ຈ້າສໍ່າໃດ ແລະ ພຣະທໍາເຫຼົ່ານັ້ນຍັງສະແດງໃຫ້ເຫັນວ່າ ບໍ່ມີມະນຸດຄົນໃດສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້. ເຖິງແມ່ນວ່າ ພຣະອົງຈະບອກວ່າ ຄວາມປະສົງຂອງພຣະອົງແມ່ນຫຍັງ ແຕ່ພວກເຂົາກໍບໍ່ສາມາດພິຈາລະນາມັນໄດ້. ພວກເຂົາພຽງແຕ່ເຮັດພາລະກິດຂອງພຣະເຈົ້າຕາມຄວາມປະສົງຂອງມະນຸດ. ດ້ວຍເຫດນັ້ນ, ພວກເຂົາຈະສາມາດເຂົ້າໃຈຄວາມປະສົງຂອງພຣະອົງໄດ້ແນວໃດ? “ເຮົາໄປຍ່າງເທິງແຜ່ນດິນໂລກ, ກະຈາຍກິ່ນຫອມຫວນຂອງເຮົາໄປທຸກບ່ອນ ແລະ ປະຮູບຮ່າງຂອງເຮົາໄວ້ໃນທຸກແຫ່ງ. ແຕ່ລະບ່ອນແມ່ນມີສຽງຂອງເຮົາດັງສະນັ່ນ. ຜູ້ຄົນຢູ່ທຸກແຫ່ງຫົນຄອງຄອຍກັບທິວທັດທີ່ສວຍງາມຂອງອະດີດ ຍ້ອນວ່າມະນຸດທັງໝົດກໍາລັງຈົດຈໍາອະດີດ...” ນີ້ຈະເປັນສະຖານະການໃນເວລາທີ່ອານາຈັກຖືກສ້າງຂຶ້ນ. ທີ່ຈິງແລ້ວ, ໃນຫຼາຍພື້ນທີ່ ພຣະເຈົ້າໄດ້ທໍານວາຍເຖິງຄວາມສວຍງາມຂອງອານາຈັກທີ່ຖືກສ້າງຂຶ້ນ ແລະ ທຸກສິ່ງເຫຼົ່ານີ້ເມື່ອເວລາປະກອບເຂົ້າກັນກໍຈະສ້າງຮູບພາບທີ່ສົມບູນຂອງອານາຈັກ. ຢ່າງໃດກໍຕາມ, ຜູ້ຄົນບໍ່ສົນໃຈສິ່ງນີ້; ພວກເຂົາພຽງແຕ່ເບິ່ງມັນ ຄືກັບວ່າ ມັນເປັນເລື່ອງກາຕູນ.

ຍ້ອນຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ, ຜູ້ຄົນຈຶ່ງດໍາລົງຊີວິດໃນຄວາມມືດຕະຫຼອດ, ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ເດືອດຮ້ອນກັບສິ່ງນີ້ ແລະ ພວກເຂົາກໍບໍ່ປາດຖະໜາແສງສະຫວ່າງ. ສິ່ງນີ້ໄດ້ນໍາໄປສູ່ສິ່ງດັ່ງຕໍ່ໄປນີ້, ດັ່ງນັ້ນ, ເມື່ອແສງສະຫວ່າງມາຮອດໃນປັດຈຸບັນ: “ພວກເຂົາທຸກຄົນກໍລັງກຽດການມາຮອດຂອງເຮົາ ແລະ ພວກເຂົາຂັບໄລ່ການມາຮອດຂອງແສງສະຫວ່າງ ຄືກັບວ່າ ເຮົາແມ່ນສັດຕູຂອງມະນຸດຢູ່ສະຫວັນ. ມະນຸດທັກທາຍເຮົາດ້ວຍແສງປ້ອງກັນໃນສາຍຕາຂອງເຂົາ”. ເຖິງແມ່ນວ່າ ຄົນສ່ວນໃຫຍ່ຈະພະຍາຍາມຮັກພຣະເຈົ້າດ້ວຍຄວາມຈິງໃຈ ແຕ່ພຣະອົງກໍຍັງບໍ່ພໍໃຈ ແລະ ພຣະອົງຍັງປະນາມມະນຸດ. ສິ່ງນີ້ເຮັດໃຫ້ສັບສົນຜູ້ຄົນ. ຍ້ອນພວກເຂົາດໍາລົງຊີວິດໃນຄວາມມືດ ພວກເຂົາຈຶ່ງຍັງຮັບໃຊ້ພຣະເຈົ້າ ຄືດັ່ງທີ່ພວກເຂົາເຮັດໃນເວລາບໍ່ມີແສງສະຫວ່າງ. ນັ້ນກໍຄື ທຸກຄົນຮັບໃຊ້ພຣະເຈົ້າອີງຕາມແນວຄວາມຄິດຂອງຕົວເອງ ແລະ ເມື່ອພຣະອົງມາ, ດ້ວຍສະພາບຂອງພວກເຂົາ ພວກເຂົາບໍ່ສາມາດຮັບໃຊ້ພຣະອົງດ້ວຍການຍອມຮັບເອົາແສງສະຫວ່າງໃໝ່; ກົງກັນຂ້າມ, ພວກເຂົາຮັບໃຊ້ພຣະອົງດ້ວຍປະສົບການທັງໝົດທີ່ພວກເຂົາມີ. ພຣະເຈົ້າບໍ່ໄດ້ຮັບຄວາມສຸກຈາກ “ການອຸທິດ” ຂອງມະນຸດ, ສະນັ້ນ ມະນຸດຈຶ່ງບໍ່ສາມາດສັນລະເສີນແສງສະຫວ່າງໃນຄວາມມືດໄດ້. ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ກ່າວພຣະທໍາຂ້າງເທິງ; ສິ່ງນີ້ບໍ່ຂັດກັບຄວາມເປັນຈິງຢ່າງແນ່ນອນ ແລະ ມັນບໍ່ແມ່ນການຂົ່ມເຫັງຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ບໍ່ແມ່ນການທີ່ພຣະອົງເຮັດຜິດຕໍ່ມະນຸດ. ນັບແຕ່ການຊົງສ້າງໂລກ, ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ຊີມລົດຊາດລອງຄວາມອົບອຸ່ນຂອງພຣະເຈົ້າຢ່າງແທ້ຈິງ; ທຸກຄົນລ້ວນແລ້ວແຕ່ລະແວງພຣະເຈົ້າ ໂດຍຢ້ານຢູ່ເລິກໆວ່າ ພຣະອົງຈະໂຈມຕີພວກເຂົາ ແລະ ທໍາລາຍລ້າງພວກເຂົາ. ສະນັ້ນ, ຫຼາຍກວ່າ 6,000 ປີມານີ້ ພຣະເຈົ້າໄດ້ແລກປ່ຽນຄວາມອົບອຸ່ນກັບຄວາມຈິງໃຈຂອງມະນຸດສະເໝີ ແລະ ໄດ້ອົດທົນສືບຕໍ່ຊີ້ນໍາພວກເຂົາຢູ່ທຸກແຫ່ງຫົນ. ນີ້ກໍຍ້ອນວ່າ ຜູ້ຄົນອ່ອນແອຫຼາຍ ແລະ ພວກເຂົາບໍ່ສາມາດຮູ້ຈັກຄວາມປະສົງຂອງພຣະເຈົ້າຢ່າງຄົບຖ້ວນ ຫຼື ຮັກພຣະອົງຢ່າງສຸດຫົວໃຈ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊ່ວຍໄດ້ ນອກຈາກຢູ່ພາຍໃຕ້ການຄອບງໍາຂອງຊາຕານ. ຢ່າງໃດກໍຕາມ, ພຣະເຈົ້າຍັງຄົງອົດທົນ ແລະ ມື້ໜຶ່ງ ຫຼັງຈາກໄດ້ອົດທົນມາຫຼາຍແລ້ວ, ນັ້ນກໍຄືເມື່ອພຣະອົງໄດ້ສ້າງໂລກຄືນໃໝ່ສໍາເລັດ ພຣະອົງຈະບໍ່ເບິ່ງແຍງຜູ້ຄົນຄືດັ່ງແມ່ອີກຕໍ່ໄປ. ກົງກັນຂ້າມ, ພຣະອົງຈະມອບຜົນກໍາສະໜອງທີ່ເໝາະສົມໃຫ້ແກ່ມະນຸດ. ຍ້ອນເຫດຜົນນີ້, ສິ່ງດັ່ງກ່າວນີ້ກໍຈະເກີດຂຶ້ນ: “ຊາກສົບໄຫຼໄປມາຢູ່ໜ້ານໍ້າມະຫາສະໝຸດ” ໃນຂະນະທີ່ “ຢູ່ໃນບ່ອນທີ່ບໍ່ມີນໍ້າ, ມະນຸດຄົນອື່ນແມ່ນຍັງມີຄວາມສຸກໃນທ່າມກາງສຽງຫົວ ແລະ ສຽງເພງ ເຊິ່ງເປັນຄໍາສັນຍາທີ່ເຮົາໄດ້ມອບໃຫ້ພວກເຂົາ”. ນີ້ແມ່ນການປຽບທຽບລະຫວ່າງຈຸດໝາຍປາຍທາງຂອງຜູ້ທີ່ຖືກລົງໂທດ ແລະ ຜູ້ທີ່ໄດ້ຮັບລາງວັນ. “ໜ້ານໍ້າມະຫາສະໝຸດ” ໝາຍເຖິງຂຸມແຫ່ງການຂ້ຽນຕີມະນຸດທີ່ເລິກທີ່ສຸດ ທີ່ພຣະເຈົ້າໄດ້ກ່າວເຖິງ. ນີ້ແມ່ນຈຸດໝາຍປາຍທາງຂອງຊາຕານ ແລະ ມັນແມ່ນ “ບ່ອນພັກຜ່ອນ” ທີ່ພຣະເຈົ້າໄດ້ຕຽມໄວ້ສໍາລັບຜູ້ທີ່ຕໍ່ຕ້ານພຣະອົງ. ພຣະເຈົ້າຕ້ອງການຄວາມຮັກທີ່ແທ້ຈິງຂອງມະນຸດສະເໝີ ແຕ່ຜູ້ຄົນບໍ່ຮູ້ຈັກສິ່ງນີ້ ແລະ ບໍ່ມີຄວາມຮູ້ສຶກຕໍ່ມັນ ແລະ ຍັງເຮັດພາລະກິດຂອງພວກເຂົາເອງ. ຍ້ອນສິ່ງນີ້, ໃນພຣະທໍາທັງໝົດຂອງພຣະເຈົ້າ ພຣະເຈົ້າຈຶ່ງຮຽກຮ້ອງສິ່ງຕ່າງໆຈາກຜູ້ຄົນຕະຫຼອດ ແລະ ຊີ້ໃຫ້ເຫັນເຖິງຂໍ້ບົກຜ່ອງຂອງພວກເຂົາ ແລະ ຊີ້ໃຫ້ພວກເຂົາເຫັນເສັ້ນທາງແຫ່ງການປະຕິບັດ ເພື່ອພວກເຂົາຈະໄດ້ປະຕິບັດຕາມພຣະທໍາເຫຼົ່ານີ້. ພຣະອົງໄດ້ສະແດງທັດສະນະຄະຕິຂອງພຣະອົງເອງຕໍ່ຜູ້ຄົນດັ່ງນີ້: “ແຕ່ເຮົາບໍ່ເຄີຍເອົາຊີວິດມະນຸດແມ່ນແຕ່ຊີວິດດຽວຢ່າງສະບາຍ ເພື່ອເອົາມາລໍ້ຫຼິ້ນ ຄືກັບວ່າ ມັນເປັນຂອງຫຼິ້ນ. ເຮົາສັງເກດເບິ່ງຄວາມເຈັບປວດທີ່ມະນຸດໄດ້ຮັບ ແລະ ເຂົ້າໃຈເຖິງລາຄາທີ່ເຂົາໄດ້ຈ່າຍ. ເມື່ອເວລາທີ່ເຂົາຢືນຢູ່ຕໍ່ໜ້າເຮົາ, ເຮົາບໍ່ປາດຖະໜາທີ່ຈະລັກລອບຈັບເອົາມະນຸດ ເພື່ອຂ້ຽນຕີເຂົາ ແລະ ເຮົາບໍ່ຕ້ອງການທີ່ຈະປະທານສິ່ງທີ່ບໍ່ປາດຖະໜາໃຫ້ກັບເຂົາ. ກົງກັນຂ້າມ, ຕະຫຼອດເວລາ ເຮົາໄດ້ສະໜອງໃຫ້ມະນຸດ ແລະ ມອບໃຫ້ກັບເຂົາເທົ່ານັ້ນ”. ເມື່ອຜູ້ຄົນອ່ານພຣະທໍາເຫຼົ່ານີ້ຈາກພຣະເຈົ້າ, ພວກເຂົາແມ່ນຮູ້ສຶກທັນທີເຖິງຄວາມອົບອຸ່ນຂອງພຣະອົງ ແລະ ຄິດວ່າ: ແມ່ນແທ້, ໃນອະດີດ ຂ້ານ້ອຍໄດ້ຊົດໃຊ້ເພື່ອພຣະເຈົ້າ ແຕ່ຂ້ານ້ອຍກໍຍັງປະຕິບັດຕໍ່ພຣະອົງແບບພໍເປັນພິທີ ແລະ ຂ້ານ້ອຍຕໍາໜິພຣະອົງເປັນບາງຄັ້ງ. ພຣະເຈົ້າໄດ້ຊີ້ນໍາຂ້ານ້ອຍດ້ວຍພຣະທໍາຂອງພຣະອົງຕະຫຼອດ ແລະ ພຣະອົງໃຫ້ຄວາມສົນໃຈຫຼາຍຕໍ່ຊີວິດຂອງຂ້ານ້ອຍ ແຕ່ບາງຄັ້ງ ຂ້ານ້ອຍກໍຫຼິ້ນກັບພຣະທໍາເຫຼົ່ານັ້ນ ຄືກັບວ່າ ມັນເປັນຂອງຫຼິ້ນ. ຂ້ານ້ອຍບໍ່ຄວນເຮັດສິ່ງນີ້. ພຣະເຈົ້າຮັກຂ້ານ້ອຍຫຼາຍ, ແລ້ວ ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດພະຍາຍາມຢ່າງສຸດຂີດ? ເມື່ອພວກເຂົາມີຄວາມຄິດດັ່ງກ່າວ, ຜູ້ຄົນກໍຢາກຕົບໜ້າຕົວເອງຢ່າງແຮງ ຈົນວ່າດັງຂອງບາງຄົນເຖິງກັບບິດ ແລະ ພວກເຂົາກໍພາກັນຮ້ອງໄຫ້ສຽງດັງສະນັ່ນ. ພຣະເຈົ້າເຂົ້າໃຈສິ່ງທີ່ພວກເຂົາຄິດ ແລະ ເວົ້າຢ່າງດີ ແລະ ພຣະທໍາບາງຂໍ້ເຫຼົ່ານີ້ ເຊິ່ງບໍ່ແຂງ ແລະ ບໍ່ອ່ອນ ໄດ້ດົນໃຈໃຫ້ຜູ້ຄົນຮັກພຣະອົງ. ສຸດທ້າຍ, ເມື່ອອານາຈັກໄດ້ຖືກສ້າງຂຶ້ນເທິງແຜ່ນດິນໂລກ ພຣະເຈົ້າກໍທໍານວາຍການປ່ຽນແປງໃນພາລະກິດຂອງພຣະອົງ: ເມື່ອພຣະເຈົ້າຢູ່ເທິງແຜ່ນດິນໂລກ, ຜູ້ຄົນຈະສາມາດຫຼຸດພົ້ນຈາກຄວາມພິນາດ ແລະ ໄພພິບັດຕ່າງໆ ແລະ ຈະສາມາດໄດ້ຮັບພຣະຄຸນຂອງພຣະອົງ; ຢ່າງໃດກໍຕາມ ເມື່ອພຣະອົງເລີ່ມການພິພາກສາຂອງວັນທີ່ຍິ່ງໃຫຍ່, ມັນກໍຈະເປັນເວລາທີ່ພຣະອົງປາກົດຕົວໃນທ່າມກາງທຸກຄົນ ແລະ ພາລະກິດທັງໝົດຂອງພຣະອົງຢູ່ເທິງແຜ່ນດິນໂລກກໍຈະສໍາເລັດລົງ. ໃນເວລານັ້ນ, ຍ້ອນວັນນັ້ນໄດ້ມາຮອດແລ້ວ ມັນກໍຈະເປັນດັ່ງທີ່ໄດ້ຂຽນໄວ້ໃນພຣະຄໍາພີວ່າ: “ຄົນທີ່ບໍ່ຍຸຕິທຳ ກໍປ່ອຍໃຫ້ເຂົາບໍ່ຍຸຕິທຳຄືເກົ່າ ແລະ ຄົນທີ່ບໍລິສຸດກໍປ່ອຍໃຫ້ເຂົາບໍລິສຸດຄືເກົ່າ”. ຄົນທີ່ບໍ່ຊອບທໍາຈະຖືກຂ້ຽນຕີ ແລະ ຜູ້ທີ່ບໍລິສຸດຈະມາຢູ່ຕໍ່ໜ້າບັນລັງ. ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດໄດ້ຮັບຄວາມພໍໃຈຈາກພຣະເຈົ້າ; ແມ່ນແຕ່ບຸດ ແລະ ປະຊາຊົນຂອງອານາຈັກກໍຈະບໍ່ໄດ້ຮັບ. ນີ້ແມ່ນຄວາມຊອບທໍາທັງໝົດຂອງພຣະເຈົ້າ ແລະ ທັງໝົດນີ້ແມ່ນການເປີດເຜີຍອຸປະນິໄສຂອງພຣະອົງ. ພຣະອົງຈະບໍ່ສະແດງຄວາມເປັນຫ່ວງຕໍ່ຄວາມອ່ອນແອຂອງມະນຸດເປັນຄັ້ງທີສອງ.

​ກ່ອນ​ນີ້ :ບົດທີ 13

ຕໍ່​ໄປ:ບົດທີ 10

ທ່ານອາດຈະຍັງມັກ

  • ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

    ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີລັກສະນະໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົ…

  • ວິທີການຮູ້ຈັກຄວາມເປັນຈິງ

    ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸ…

  • ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

    ມີພາລະກິດຂອງມະນຸດຫຼາຍເທົ່າໃດທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ເປັນປະສົບການຂອງມະນຸດ? ເຖິງແມ່ນໃນປັດຈຸບັນ ສາມາດເວົ້າໄດ້ວ່າ ຄົນຍັງບໍ່ເຂົ້າໃຈຄຳຖາມເຫຼ…

  • ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

    ພວກເຈົ້າຄວນຮູ້ຈັກເລື່ອງລາວທີ່ຢູ່ເບື້ອງຫຼັງພຣະຄຳພີ ແລະ ກ່ຽວກັບການສ້າງພຣະຄໍາພີ. ຄວາມຮູ້ນີ້ບໍ່ແມ່ນເປັນຂອງຄົນທີ່ບໍ່ຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ພວກເຂົ…