ບົດທີ 18

ພຣະທໍາທຸກຂໍ້ຂອງພຣະເຈົ້າແມ່ນມີພາກສ່ວນກ່ຽວກັບອຸປະນິໄສຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນບໍ່ສາມາດສະແດງອອກຢ່າງຄົບຖ້ວນໃນພຣະທໍາ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຄວາມອຸດົມສົມບູນທີ່ມີຢູ່ໃນຕົວພຣະອົງແມ່ນມີຫຼາຍສໍ່າໃດ. ສິ່ງທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້ ແທ້ຈິງແລ້ວ ແມ່ນມີຂໍ້ຈໍາກັດ, ເຊັ່ນດຽວກັນກັບຄວາມສາມາດຂອງຜູ້ຄົນ. ເຖິງວ່າ ພຣະທໍາຂອງພຣະເຈົ້າຈະຊັດເຈນ ແຕ່ຜູ້ຄົນກໍບໍ່ສາມາດເຂົ້າໃຈໃນພຣະທໍາເຫຼົ່ານັ້ນຢ່າງຄົບຖ້ວນ. ຈົ່ງເອົາພຣະທໍາເຫຼົ່ານີ້ເປັນຕົວຢ່າງ: “ໃນແສງແມບຂອງຟ້າແມບເຫຼື້ອມ, ສັດທຸກໂຕແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນກໍຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ!” ພຣະທໍາທຸກຂໍ້ຂອງພຣະເຈົ້າມີຕົວຕົນຂອງພຣະອົງ ແລະ ເຖິງວ່າ ທຸກຄົນຈະຮູ້ພຣະທໍາເຫຼົ່ານີ້, ບໍ່ມີຜູ້ໃດເຄີຍຮູ້ຄວາມໝາຍຂອງພຣະທໍາເຫຼົ່ານີ້ເລີຍ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຕໍ່ຕ້ານພຣະອົງແມ່ນສັດຕູຂອງພຣະອົງ ນັ້ນກໍຄືຜູ້ທີ່ເປັນວິນຍານທີ່ຊົ່ວຮ້າຍແມ່ນສັດ. ຈາກສິ່ງນີ້ ຜູ້ຄົນສາມາດສັງເກດເຫັນສະພາບແທ້ຈິງຂອງຄຣິສຕະຈັກ. ພຣະທໍາຂອງພຣະເຈົ້າແມ່ນເຍືອງທາງໃຫ້ມະນຸດທຸກຄົນ ແລະ ໃນແສງສະຫວ່າງນີ້ ພວກເຂົາໄດ້ກວດສອບຕົວເອງໂດຍບໍ່ໄດ້ຜ່ານການສັ່ງສອນ ຫຼື ການຂ້ຽນຕີ ຫຼື ການໄລ່ຜູ້ອື່ນອອກໂດຍກົງ, ໂດຍບໍ່ໄດ້ຂຶ້ນກັບແນວທາງຂອງມະນຸດອື່ນໆໃນການເຮັດສິ່ງຕ່າງໆ ແລະ ໂດຍບໍ່ມີຜູ້ອື່ນຊີ້ນໍາ. ຈາກ “ທັດສະນະນ້ອຍທີ່ສຸດ” ພວກເຂົາແມ່ນເຫັນຢ່າງຊັດເຈນວ່າ ມີຄວາມເຈັບປ່ວຍຫຼາຍສໍ່າໃດຢູ່ໃນຕົວພວກເຂົາກັນແທ້. ໃນພຣະທໍາຂອງພຣະເຈົ້າ, ວິນຍານທຸກປະເພດແມ່ນຖືກຈໍາແນກ ແລະ ເປີດເຜີຍໃນຮູບຮ່າງດັ່ງເດີມຂອງມັນ. ວິນຍານຂອງທູດສະຫວັນຈະມີແສງເຍືອງທາງ ແລະ ແສງສະຫວ່າງຫຼາຍຂຶ້ນ ເຊິ່ງດ້ວຍເຫດນັ້ນ ພຣະທໍາຂອງພຣະເຈົ້າ: “ໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີ”. ພຣະທໍາເຫຼົ່ານີ້ແມ່ນອີງໃສ່ຜົນໄດ້ຮັບສຸດທ້າຍທີ່ບັນລຸໂດຍພຣະເຈົ້າ. ແນ່ນອນ ໃນຕອນນີ້ ຜົນດັ່ງກ່າວນີ້ ບໍ່ສາມາດບັນລຸໄດ້ຢ່າງເຕັມທີ່ເທື່ອ. ມັນເປັນພຽງແຕ່ລົດຊາດທີ່ໃຫ້ຊີມລ່ວງໜ້າໄວ້ກ່ອນ ເຊິ່ງສາມາດເຫັນຄວາມປະສົງຂອງພຣະເຈົ້າຜ່ານສິ່ງນີ້. ພຣະທໍາເຫຼົ່ານີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ມີຄົນຈໍານວນຫຼວງຫຼາຍທີ່ຈະແຕກເປັນສິ້ນສ່ວນພາຍໃນພຣະທໍາຂອງພຣະເຈົ້າ ແລະ ຈະຖືກເອົາຊະນະໃນເທື່ອລະກ້າວໃນຂັ້ນຕອນການເຮັດໃຫ້ທຸກຄົນມີຄວາມບໍລິສຸດ. ໃນປະໂຫຍກ: “ສະຫຼາຍກາຍເປັນຂີ້ຕົມ” ບໍ່ໄດ້ຂັດກັບການທໍາລາຍໂລກດ້ວຍໄຟຂອງພຣະເຈົ້າ ແລະ “ຟ້າແມບເຫຼື້ອມ” ກໍໝາຍເຖິງຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຢ່າງແຮງຂອງພຣະອົງອອກ ໂລກທັງໝົດກໍຈະປະສົບກັບໄພພິບັດທຸກຮູບແບບຍ້ອນຄວາມໂກດຮ້າຍນັ້ນ ເຊັ່ນ: ພູເຂົາໄຟລະເບີດ. ເມື່ອຢືນສູງຢູ່ໃນທ້ອງຟ້າ, ສາມາດເຫັນໄດ້ວ່າ ໄພພິບັດທຸກຮູບແບບຢູ່ເທິງແຜ່ນດິນໂລກແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ. ເມື່ອແນມລົງລຸ່ມຈາກບ່ອນສູງ, ແຜ່ນດິນໂລກແມ່ນມີທິວທັດຕ່າງໆນາໆດັ່ງທິວທັດເຫຼົ່ານັ້ນທີ່ມີຢູ່ກ່ອນເກີດແຜ່ນດິນໄຫວ. ສາຍນໍ້າແຫ່ງໄຟໄຫຼໄປທົ່ວໂດຍບໍ່ຢຸດຢັ້ງ, ນໍ້າລາວາໄຫຼຢ່າງເປັນອິດສະຫຼະ, ພູເຂົາເຄື່ອນຍ້າຍ ແລະ ແສງເຢືອກເຢັນເຫຼື້ອມຍິບຍັບໄປທົ່ວທຸກບ່ອນ. ໂລກທັງໝົດໄດ້ຈົມລົງສູ່ກອງໄຟ. ນີ້ແມ່ນພາບຂອງການທີ່ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ມັນແມ່ນເວລາຂອງການພິພາກສາຂອງພຣະອົງ. ທຸກຄົນທີ່ເປັນເນື້ອໜັງ ແລະ ເລືອດຈະບໍ່ສາມາດໜີພົ້ນໄດ້. ສະນັ້ນ, ສົງຄາມລະຫວ່າງປະເທດຕ່າງໆ ແລະ ຄວາມຂັດແຍ້ງລະຫວ່າງຜູ້ຄົນກໍຈະບໍ່ມີຄວາມຈໍາເປັນໃນການທໍາລາຍໂລກທັງໝົດ; ກົງກັນຂ້າມ, ໂລກຈະ “ມີຄວາມສຸກກັບຕົວເອງ” ພາຍໃນຈຸດກໍາເກີດຂອງການຂ້ຽນຕີຂອງພຣະເຈົ້າ. ບໍ່ມີຜູ້ໃດຈະສາມາດໜີພົ້ນໄດ້; ແຕ່ລະຄົນ ແລະ ທຸກຄົນຕ້ອງຜ່ານການທໍລະມານນີ້ເທື່ອລະຄົນ. ຫຼັງຈາກນັ້ນ, ຈັກກະວານທັງໝົດຈະມີແສງບໍລິສຸດເຫຼື້ອມຍິບຍັບອີກຄັ້ງ ແລະ ມະນຸດທຸກຄົນຈະເລີ່ມຊີວິດໃໝ່ອີກຄັ້ງ. ພຣະເຈົ້າຈະພັກຜ່ອນຢູ່ເທິງຈັກກະວານ ແລະ ຈະໃຫ້ພອນແກ່ມະນຸດທຸກຄົນໃນແຕ່ລະມື້. ສະຫວັນຈະບໍ່ເປົ່າປ່ຽວຢ່າງເຫຼືອທົນອີກຕໍ່ໄປ ແຕ່ຈະຟື້ນຄືນມີຊີວິດທີ່ສະຫວັນບໍ່ເຄີຍມີນັບແຕ່ການຊົງສ້າງໂລກ ແລະ ການມາຂອງ “ມື້ທີຫົກ” ກໍຈະເປັນເວລາທີ່ພຣະເຈົ້າເລີ່ມຊີວິດໃໝ່. ທັງພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກຜ່ອນ ແລະ ຈັກກະວານຈະບໍ່ມືດມົວ ແລະ ສົກກະປົກອີກຕໍ່ໄປ ແຕ່ຈະໄດ້ຮັບການສ້າງຄືນໃໝ່. ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ເວົ້າວ່າ: “ແຜ່ນດິນໂລກຈະບໍ່ຢຸດນິ້ງ ແລະ ມິດງຽບອີກຕໍ່ໄປ ແລະ ສະຫວັນຈະບໍ່ເປົ່າປ່ຽວ ແລະ ໂສກເສົ້າອີກຕໍ່ໄປ”. ໃນອານາຈັກຂອງສະຫວັນ ແມ່ນບໍ່ເຄີຍມີຄວາມບໍ່ຊອບທໍາ ຫຼື ຄວາມຮູ້ສຶກຂອງມະນຸດ ຫຼື ອຸປະນິໄສໃດໜຶ່ງທີ່ເສື່ອມຊາມຂອງມະນຸດຍ້ອນບໍ່ໄດ້ມີການລົບກວນຂອງຊາຕານ. “ຜູ້ຄົນ” ທັງໝົດສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ຊີວິດໃນສະຫວັນແມ່ນຊີວິດທີ່ເຕັມໄປດ້ວຍຄວາມສຸກ. ທຸກຄົນທີ່ຢູ່ສະຫວັນແມ່ນມີສະຕິປັນຍາ ແລະ ກຽດສັກສີຂອງພຣະເຈົ້າ. ຍ້ອນຄວາມແຕກຕ່າງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ປະຊາຊົນຂອງສະຫວັນຈຶ່ງບໍ່ຖືກເອີ້ນວ່າ “ຜູ້ຄົນ”; ກົງກັນຂ້າມ, ພຣະເຈົ້າເອີ້ນພວກເຂົາວ່າ “ວິນຍານ”. ຄໍາເວົ້າສອງຄໍາເຫຼົ່ານີ້ແມ່ນມີຄວາມແຕກຕ່າງທີ່ສໍາຄັນ. ຜູ້ທີ່ຕອນນີ້ຖືກເອີ້ນວ່າ “ຜູ້ຄົນ” ແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມ ໃນຂະນະທີ່ “ວິນຍານ” ບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ. ໃນທີ່ສຸດ, ພຣະເຈົ້າຈະປ່ຽນຜູ້ຄົນແຫ່ງໂລກນີ້ໃຫ້ກາຍເປັນສິ່ງມີຊີວິດທີ່ມີຄຸນສົມບັດຂອງວິນຍານແຫ່ງສະຫວັນ ແລະ ຫຼັງຈາກນັ້ນ ພວກເຂົາກໍຈະບໍ່ຢູ່ພາຍໃຕ້ການລົບກວນຂອງຊາຕານອີກຕໍ່ໄປ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະທໍາທີ່ວ່າ: “ຄວາມບໍລິສຸດຂອງເຮົາໄດ້ແຜ່ອອກໄປທົ່ວຈັກກະວານ”. “ແຜ່ນດິນໂລກທີ່ຢູ່ໃນສະພາບດັ່ງເດີມຂອງມັນແມ່ນເປັນຂອງສະຫວັນ ແລະ ສະຫວັນກໍໄດ້ຮວມເຂົ້າກັນກັບແຜ່ນດິນໂລກ. ມະນຸດແມ່ນສາຍເຊືອກທີ່ຮັດສະຫວັນ ແລະ ແຜ່ນດິນໂລກເຂົ້າກັນ ແລະ ຍ້ອນຄວາມບໍລິສຸດຂອງມະນຸດ, ຍ້ອນການສ້າງມະນຸດຂຶ້ນໃໝ່, ສະຫວັນຈຶ່ງບໍ່ຖືກປິດບັງຈາກແຜ່ນດິນໂລກອີກຕໍ່ໄປ ແລະ ແຜ່ນດິນໂລກກໍບໍ່ມິດງຽບຕໍ່ສະຫວັນອີກຕໍ່ໄປ”. ການກ່າວນີ້ແມ່ນໝາຍເຖິງຜູ້ຄົນທີ່ມີວິນຍານຂອງທູດສະຫວັນ ແລະ ໃນຈຸດນີ້ “ທູດສະຫວັນ” ຈະສາມາດມີຊີວິດຮ່ວມກັນຢ່າງສະຫງົບສຸກອີກຄັ້ງ ແລະ ໄດ້ຮັບສະພາບດັ່ງເດີມຂອງພວກເຂົາຄືນ ໂດຍບໍ່ຖືກແຍກອອກດ້ວຍເນື້ອໜັງລະຫວ່າງໂລກແຫ່ງສະຫວັນ ແລະ ແຜ່ນດິນໂລກອີກຕໍ່ໄປ. “ທູດສະຫວັນ” ຢູ່ເທິງແຜ່ນດິນໂລກຈະສາມາດສື່ສານກັບທູດສະຫວັນໃນສະຫວັນ, ຜູ້ຄົນຢູ່ເທິງແຜ່ນດິນໂລກຈະຮູ້ຄວາມລຶກລັບຂອງສະຫວັນ ແລະ ທູດສະຫວັນໃນສະຫວັນກໍຈະຮູ້ຄວາມລັບຂອງໂລກມະນຸດ. ສະຫວັນ ແລະ ແຜ່ນດິນໂລກຈະຮ່ວມກັນ ໂດຍບໍ່ມີໄລຍະຫ່າງລະຫວ່າງທັງສອງ. ນີ້ແມ່ນຄວາມງົດງາມຂອງອານາຈັກທີ່ເປັນຈິງ. ມັນແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສໍາເລັດ ແລະ ມັນແມ່ນສິ່ງທີ່ມະນຸດ ແລະ ວິນຍານທັງໝົດປາດຖະໜາ. ແຕ່ຜູ້ທີ່ຢູ່ໃນໂລກສາສະໜາຈະບໍ່ຮູ້ຫຍັງກ່ຽວກັບສິ່ງນີ້. ພວກເຂົາພຽງແຕ່ລໍຖ້າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນມາເທິງກ້ອນເມກສີຂາວ ແລະ ເອົາວິນຍານຂອງພວກເຂົາໄປ ໂດຍຖິ້ມ “ຂີ້ເຫຍື້ອ” ໄປທົ່ວແຜ່ນດິນໂລກ (“ຂີ້ເຫຍື່ອ” ໃນນີ້ໝາຍເຖິງຊາກສົບ). ນີ້ບໍ່ແມ່ນແນວຄວາມຄິດທີ່ມະນຸດທຸກຄົນມີຮ່ວມກັນບໍ? ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ເວົ້າວ່າ: “ໂອ ໂລກແຫ່ງສາສະໜາເອີຍ! ມັນຈະບໍ່ຖືກທຳລາຍດ້ວຍລິດອຳນາດຂອງເຮົາຢູ່ເທິງໂລກໄດ້ແນວໃດ?” ຍ້ອນຄວາມສົມບູນຂອງປະຊາຊົນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ, ໂລກສາສະໜາຈຶ່ງຖືກປ່ຽນແປງ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ອໍານາດ” ທີ່ພຣະເຈົ້າເວົ້າເຖິງ. ພຣະເຈົ້າເວົ້າວ່າ: “ໃນມື້ຂອງເຮົາ ແມ່ນມີຜູ້ໃດບໍ ທີ່ເຮັດໃຫ້ຊື່ຂອງເຮົາເສື່ອມເສຍ? ມະນຸດທຸກຄົນຈ້ອງເບິ່ງເຮົາດ້ວຍຄວາມເຄົາລົບນັບຖື ແລະ ໃນໃຈຂອງພວກເຂົາ ພວກເຂົາກໍຮ້ອງຫາເຮົາຢ່າງລັບໆ”. ນີ້ແມ່ນສິ່ງທີ່ພຣະອົງເວົ້າກ່ຽວກັບຜົນສະທ້ອນຂອງການທໍາລາຍໂລກສາສະໜາ. ໂລກດັ່ງກ່າວທັງໝົດຈະອ່ອນນ້ອມຕໍ່ໜ້າບັນລັງຂອງພຣະເຈົ້າຍ້ອນພຣະທໍາຂອງພຣະອົງ ແລະ ຈະບໍ່ລໍຖ້າໃຫ້ເມກສີຂາວລົງມາ ຫຼື ຈ້ອງເບິ່ງທ້ອງຟ້າອີກຕໍ່ໄປ ແຕ່ຈະຖືກເອົາຊະນະຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າແທນ. ສະນັ້ນ ພຣະທໍາທີ່ວ່າ: “ໃນໃຈຂອງພວກເຂົາ ພວກເຂົາກໍຮ້ອງຫາເຮົາຢ່າງລັບໆ” ເຊິ່ງນີ້ຈະເປັນຜົນໄດ້ຮັບສໍາລັບໂລກສາສະໜາ ທີ່ພຣະເຈົ້າຈະເອົາຊະນະຈົນໝົດ. ນີ້ແມ່ນສິ່ງທີ່ລິດທານຸພາບສູງສຸດຂອງພຣະເຈົ້າທີ່ພຣະອົງໝາຍເຖິງ ເຊິ່ງເປັນການໂຈມຕີຜູ້ຄົນທາງສາສະໜາທັງໝົດ ທີ່ເປັນມະນຸດທີ່ກະບົດທີ່ສຸດ ເພື່ອວ່າ ພວກເຂົາຈະບໍ່ມີວັນຍຶດຕິດກັບຄວາມຄິດຂອງຕົວເອງອີກຕໍ່ໄປຈົນເຖິງຂັ້ນພວກເຂົາອາດຈະບໍ່ຮູ້ຈັກພຣະເຈົ້າ.

ເຖິງແມ່ນວ່າ ພຣະທໍາຂອງພຣະເຈົ້າຈະໄດ້ທໍານາຍໄວ້ລ່ວງໜ້າຊໍ້າແລ້ວຊໍ້າອີກເຖິງຄວາມສວຍງາມຂອງອານາຈັກ, ໄດ້ເວົ້າເຖິງພາກສ່ວນຕ່າງໆຂອງມັນ ແລະ ໄດ້ພັນລະນາເຖິງມັນຈາກມຸມມອງທີ່ແຕກຕ່າງ ແຕ່ພວກເຂົາກໍຍັງບໍ່ສາມາດສະແດງອອກເຖິງສະພາບທັງໝົດຂອງຍຸກແຫ່ງອານາຈັກຢ່າງຄົບຖ້ວນຍ້ອນຄວາມສາມາດຮັບຂອງຜູ້ຄົນຍັງຂາດເຂີນຫຼາຍ. ໄດ້ມີການກ່າວຖ້ອຍຄໍາທັງໝົດຂອງພຣະວັດຈະນະຂອງພຣະອົງ ແຕ່ຄົນບໍ່ໄດ້ເບິ່ງຢູ່ພາຍໃນພວກເຂົາຜ່ານເຄື່ອງກຳເນີດພາບລັງສີ ດ້ວຍເອັກສະເຣ ດັ່ງທີ່ມັນເປັນ ແລະ ປາສະຈາດຄວາມຊັດເຈນ ແລະ ຄວາມເຂົ້າໃຈ ແລະ ເຖິງກັບມຶນງົງ. ນີ້ແມ່ນຂໍ້ບົກຜ່ອງຢ່າງໃຫຍ່ຫຼວງທີ່ສຸດຂອງເນື້ອໜັງ. ເຖິງວ່າ ໃນໃຈຂອງພວກເຂົາ ຜູ້ຄົນຕ້ອງການທີ່ຈະຮັກພຣະເຈົ້າ ແຕ່ພວກເຂົາກໍຕໍ່ຕ້ານພຣະອົງຍ້ອນການລົບກວນຂອງຊາຕານ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໄດ້ສໍາຜັດຫົວໃຈທີ່ຕາຍດ້ານ ແລະ ມຶນຊາຂອງຜູ້ຄົນຊໍ້າແລ້ວຊໍ້າອີກ ເພື່ອວ່າພວກເຂົາອາດຟື້ນຄືນຊີບ. ທຸກສິ່ງທີ່ພຣະເຈົ້າເປີດເຜີຍແມ່ນເພື່ອຄວາມຂີ້ຮ້າຍຂອງຊາຕານ, ສະນັ້ນ ຍິ່ງພຣະທໍາຂອງພຣະເຈົ້າໂຫດຮ້າຍ ຊາຕານກໍຍິ່ງອັບອາຍຫຼາຍຂຶ້ນ, ຫົວໃຈຂອງຜູ້ຄົນຍິ່ງຖືກຜູກມັດໜ້ອຍລົງ ແລະ ຄວາມຮັກຂອງຜູ້ຄົນກໍສາມາດຖືກກະຕຸ້ນຫຼາຍຂຶ້ນ. ນີ້ແມ່ນວິທີພຣະເຈົ້າເຮັດພາລະກິດ. ຍ້ອນຊາຕານຖືກເປີດເຜີຍ ແລະ ຍ້ອນມັນຖືກເບິ່ງຜ່ານ, ມັນຈຶ່ງບໍ່ກ້າຄອບງຳຫົວໃຈຂອງຜູ້ຄົນອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ທູດສະຫວັນຈຶ່ງບໍ່ຖືກລົບກວນອີກຕໍ່ໄປ. ດ້ວຍວິທີນີ້, ພວກເຂົາຈຶ່ງຮັກພຣະທໍາດ້ວຍຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ. ໃນຕອນນີ້ເທົ່ານັ້ນ ທີ່ມັນເຫັນໄດ້ຊັດເຈນວ່າ ໃນຕົວຕົນທີ່ແທ້ຈິງຂອງພວກເຂົາ ທູດສະຫວັນເປັນຂອງພຣະເຈົ້າ ແລະ ຮັກພຣະເຈົ້າ. ດ້ວຍເສັ້ນທາງນີ້ເທົ່ານັ້ນ ຈຶ່ງຈະສາມາດບັນລຸຄວາມປະສົງຂອງພຣະເຈົ້າ. “ພາຍໃນຫົວໃຈຂອງມະນຸດຊາດທຸກຄົນ ຕອນນີ້ພາຍໃນໃຈຂອງພວກເຂົາແມ່ນມີບ່ອນສໍາລັບເຮົາ. ເຮົາຈະບໍ່ໄດ້ພົບກັບຄວາມລັງກຽດ ຫຼື ການປະຕິເສດໃນທ່າມກາງມະນຸດອີກຕໍ່ໄປ ເນື່ອງຈາກພາລະກິດທີ່ຍິ່ງໃຫຍ່ຂອງເຮົາໄດ້ສໍາເລັດແລ້ວ ແລະ ບໍ່ຖືກກີດຂວາງອີກຕໍ່ໄປ”. ນີ້ແມ່ນຄວາມໝາຍຂອງສິ່ງທີ່ອະທິບາຍຢູ່ຂ້າງເທິງ. ຍ້ອນການລົບກວນຂອງຊາຕານ, ຜູ້ຄົນຈຶ່ງບໍ່ສາມາດຊອກຫາເວລາຮັກພຣະເຈົ້າ ແລະ ໄດ້ໝົກມຸ້ນຢູ່ກັບສິ່ງຕ່າງໆທາງຝ່າຍໂລກຕະຫຼອດ ແລະ ຖືກຊາຕານຫຼອກລວງ ດັ່ງນັ້ນ ພວກເຂົາຈຶ່ງກະທໍາການດ້ວຍຄວາມສັບສົນ. ນີ້ແມ່ນເຫດຜົນທີ່ພຣະເຈົ້າເວົ້າວ່າມະນຸດ: “ໄດ້ປະສົບກັບຄວາມລໍາບາກຂອງຊີວິດຢ່າງຫຼວງຫຼາຍ, ຄວາມບໍ່ຍຸຕິທໍາຂອງໂລກຢ່າງຫຼວງຫຼາຍ, ການປ່ຽນແປງໃນຊີວິດຂອງໂລກມະນຸດຢ່າງຫຼວງຫຼາຍ ແຕ່ຕອນນີ້ພວກເຂົາອາໄສຢູ່ໃນແສງສະຫວ່າງຂອງເຮົາ. ຜູ້ໃດທີ່ບໍ່ຮ້ອງໄຫ້ກັບຄວາມບໍ່ຍຸຕິທໍາໃນອະດີດ?” ເມື່ອຜູ້ຄົນໄດ້ຍິນພຣະທໍາເຫຼົ່ານີ້ ພວກເຂົາກໍຮູ້ສຶກຄືກັບວ່າ ພຣະເຈົ້າແມ່ນຄູ່ຮ່ວມໃນຄວາມທຸກທໍລະມານ, ເສຍໃຈນໍາພວກເຂົາ ແລະ ໃນເວລານັ້ນ ກໍກໍາລັງແບ່ງປັນຄວາມບໍ່ພໍໃຈຂອງພວກເຂົາ. ພວກເຂົາຮູ້ສຶກເຖິງຄວາມເຈັບປວດຂອງໂລກມະນຸດທັນທີ ແລະ ຄິດວ່າ: “ນັ້ນຄືຄວາມຈິງ. ຂ້ານ້ອຍບໍ່ເຄີຍມີຄວາມສຸກກັບສິ່ງໃດໃນໂລກ. ນັບແຕ່ອອກມາຈາກທ້ອງແມ່ຂອງຂ້ານ້ອຍຈົນຮອດປັດຈຸບັນ, ຂ້ານ້ອຍໄດ້ປະສົບກັບຊີວິດມະນຸດ ແລະ ຂ້ານ້ອຍບໍ່ໄດ້ຮັບສິ່ງໃດ ແຕ່ຂ້ານ້ອຍໄດ້ທົນທຸກຢ່າງໜັກ. ທຸກສິ່ງວ່າງເປົ່າຈົນໝົດ! ຕອນນີ້ຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມ! ໂອ້! ຖ້າບໍ່ແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ເມື່ອເວລາຕາຍຂອງຂ້ານ້ອຍມາເຖິງ ຂ້ານ້ອຍກໍຈະບໍ່ໄດ້ໃຊ້ຊີວິດທັງໝົດຂອງຂ້ານ້ອຍໂດຍບໍ່ມີປະໂຫຍດຫຍັງບໍ? ແລ້ວມີຄວາມໝາຍຫຍັງໃນຊີວິດມະນຸດ? ສົມພໍພຣະເຈົ້າຈຶ່ງເວົ້າວ່າ ທຸກສິ່ງພາຍໃຕ້ດວງຕາເວັນແມ່ນວ່າງເປົ່າ. ຖ້າພຣະເຈົ້າບໍ່ໄດ້ໃຫ້ແສງສະຫວ່າງແກ່ຂ້ານ້ອຍໃນປັດຈຸບັນ ຂ້ານ້ອຍກໍຄົງຈະຍັງຢູ່ໃນຄວາມມືດ. ຈັ່ງແມ່ນເປັນຕາເວດທະນາແທ້ເດ!” ໃນຈຸດນີ້, ໃນໃຈຂອງພວກເຂົາກໍເກີດມີຄວາມສົງໄສວ່າ: “ຖ້າຂ້ານ້ອຍບໍ່ສາມາດໄດ້ຮັບຄໍາສັນຍາຂອງພຣະເຈົ້າ ແລ້ວຂ້ານ້ອຍຈະສາມາດສືບຕໍ່ປະສົບກັບຊີວິດໄດ້ແນວໃດ?” ທຸກຄົນທີ່ອ່ານພຣະທໍາເຫຼົ່ານີ້ຈະມີນໍ້າຕາໄຫຼໃນຂະນະທີ່ພວກເຂົາອະທິຖານ. ນັ້ນແມ່ນຈິດໃຈຂອງມະນຸດ. ມັນເປັນໄປບໍ່ໄດ້ທີ່ຈະໃຫ້ບາງຄົນອ່ານສິ່ງນີ້ ແລະ ບໍ່ມີປະຕິກິລິຍາໃດໆ ນອກຈາກວ່າ ພວກເຂົາຈະປ່ວຍທາງຈິດ. ທຸກມື້ ພຣະເຈົ້າເປີດເຜີຍສະພາບຂອງຄົນທຸກປະເພດ. ບາງຄັ້ງພຣະອົງລະບາຍຄວາມບໍ່ພໍໃຈແທນພວກເຂົາ. ບາງຄັ້ງພຣະອົງຊ່ວຍຜູ້ຄົນເອົາຊະນະ ແລະ ຜ່ານສະພາບແວດລ້ອມຕ່າງໆຢ່າງປະສົບຜົນສໍາເລັດ. ບາງຄັ້ງພຣະອົງຊີ້ໃຫ້ພວກເຂົາເຫັນ “ການປ່ຽນແປງ” ຂອງຜູ້ຄົນ. ບໍ່ສະນັ້ນ, ຜູ້ຄົນຈະບໍ່ຮູ້ວ່າພວກເຂົາເຕີບໃຫຍ່ໃນຊີວິດຫຼາຍປານໃດ. ບາງຄັ້ງພຣະເຈົ້າຊີ້ໃຫ້ເຫັນປະສົບການຂອງຜູ້ຄົນໃນຄວາມເປັນຈິງ ແລະ ບາງຄັ້ງພຣະອົງກໍຊີ້ໃຫ້ເຫັນຄວາມຂາດເຂີນ ແລະ ຂໍ້ບົກຜ່ອງຂອງພວກເຂົາ. ບາງຄັ້ງພຣະອົງສ້າງຄວາມຕ້ອງການໃໝ່ສໍາລັບພວກເຂົາ ແລະ ບາງຄັ້ງພຣະອົງກໍຊີ້ໃຫ້ເຫັນລະດັບທີ່ພວກເຂົາເຂົ້າໃຈພຣະອົງ. ຢ່າງໃດກໍຕາມ, ພຣະອົງຍັງເວົ້າວ່າ: “ເຮົາໄດ້ຍິນຄໍາເວົ້າຈິງໃຈທີ່ກ່າວໂດຍຫຼາຍຄົນ ເຊິ່ງເປັນການອະທິບາຍຈາກຫຼາຍຄົນ ກ່ຽວກັບປະສົບການທີ່ເຈັບປວດຂອງພວກເຂົາໃນທ່າມກາງຄວາມທໍລະມານ; ໃນຄວາມຍາກລໍາບາກທີ່ຮ້າຍແຮງທີ່ສຸດ, ເຮົາໄດ້ເຫັນຫຼາຍຄົນຖວາຍຄວາມຈົງຮັກພັກດີຂອງພວກເຂົາໃຫ້ກັບເຮົາຢ່າງບໍ່ສິ້ນສຸດ ແລະ ເຮົາໄດ້ເບິ່ງຫຼາຍຄົນຊອກຫາທາງອອກຂະນະທີ່ພວກເຂົາຍ່າງຢູ່ເສັ້ນທາງທີ່ເຕັມໄປດ້ວຍກ້ອນຫີນ”. ນີ້ແມ່ນຄໍາອະທິບາຍຂອງຕົວລະຄອນທີ່ເປັນບວກ. ໃນແຕ່ລະຕອນຂອງ “ລະຄອນກ່ຽວກັບປະຫວັດສາດມະນຸດ” ແມ່ນບໍ່ໄດ້ມີແຕ່ຕົວລະຄອນທີ່ເປັນບວກເທົ່ານັ້ນ ແຕ່ມີຕົວລະຄອນທີ່ເປັນລົບອີກດ້ວຍ. ດັ່ງນັ້ນ, ພຣະເຈົ້າຈຶ່ງໄດ້ສືບຕໍ່ເປີດເຜີຍຄວາມຂີ້ຮ້າຍຂອງຕົວລະຄອນທີ່ເປັນລົບເຫຼົ່ານີ້. ສະນັ້ນ, ຄວາມຈົງຮັກພັກດີທີ່ບໍ່ອ່ອນນ້ອມ ແລະ ຄວາມກ້າຫານທີ່ບໍ່ຢ້ານຫຍັງຂອງ “ມະນຸດທີ່ຊື່ສັດ” ຈຶ່ງຖືກເປີດເຜີຍຜ່ານຄວາມແຕກຕ່າງຂອງພວກເຂົາກັບ “ຄົນທໍລະຍົດ” ເທົ່ານັ້ນ. ໃນຊີວິດຂອງທຸກຄົນແມ່ນມີປັດໄຈທີ່ເປັນລົບ ແລະ ຍັງມີປັດໄຈທີ່ເປັນບວກໂດຍບໍ່ມີຂໍ້ຍົກເວັ້ນ. ພຣະເຈົ້າໃຊ້ທັງສອງເພື່ອເປີດເຜີຍຄວາມຈິງກ່ຽວກັບທຸກຄົນ ເພື່ອວ່າ ຄົນທໍລະຍົດຈະກົ້ມຫົວຂອງພວກເຂົາ ແລະ ຍອມຮັບບາບຂອງພວກເຂົາ ແລະ ເພື່ອວ່າ ດ້ວຍແຮງຈູງໃຈ ມະນຸດທີ່ຊື່ສັດຈະສືບຕໍ່ຈົງຮັກພັກດີ. ຄວາມໝາຍທີ່ແອບແຝງຂອງພຣະທໍາຂອງພຣະເຈົ້າແມ່ນເລິກເຊິ່ງຫຼາຍ. ບາງຄັ້ງຜູ້ຄົນອ່ານພຣະທໍາເຫຼົ່ານັ້ນ ແລ້ວກໍຂົດໂຕພ້ອມທັງຫົວຂຶ້ນຢ່າງແຮງ ແລະ ບາງຄັ້ງ ພວກເຂົາກໍເຮັດເປັນຄໍຕົກ ມິດງຽບຢູ່ເທົ່ານັ້ນ. ບາງຄັ້ງພວກເຂົາລະລຶກເຖິງອະດີດ, ບາງຄັ້ງພວກເຂົາຮ້ອງໄຫ້ຢ່າງຂົມຂື່ນ ແລະ ຍອມຮັບບາບຂອງພວກເຂົາ, ບາງຄັ້ງພວກເຂົາເຮັດຜິດພາດ ແລະ ບາງຄັ້ງພວກເຂົາກໍສະແຫວງຫາ. ໂດຍລວມແລ້ວ ແມ່ນມີການປ່ຽນແປງໃນປະຕິກິລິຍາຂອງຜູ້ຄົນ ຍ້ອນພຣະເຈົ້າເວົ້າໃນສະຖານະການທີ່ແຕກຕ່າງກັນ. ເມື່ອຄົນອ່ານພຣະທໍາຂອງພຣະເຈົ້າ, ບາງຄັ້ງຜູ້ຢືນເບິ່ງອາດເຊື່ອຢ່າງຜິດໆວ່າ ຄົນຜູ້ນັ້ນແມ່ນບໍ່ສະບາຍທາງຈິດ. ໃຫ້ພິຈາລະນາພຣະທໍາເຫຼົ່ານີ້ທີ່ວ່າ: “ສະນັ້ນ, ຄວາມຂັດແຍ້ງທີ່ມັກເກີດຂຶ້ນຢູ່ແຜ່ນດິນໂລກກໍຈະບໍ່ມີອີກຕໍ່ໄປ ແລະ ຫຼັງຈາກການອອກພຣະທໍາຂອງເຮົາ ‘ອາວຸດ’ ຕ່າງໆຂອງສະໄໝໃໝ່ແມ່ນຖືກຖອນຄືນ”. ຄໍາວ່າ “ອາວຸດ” ເທົ່ານັ້ນສາມາດເຮັດໃຫ້ມີສຽງຫົວໝົດມື້ໄດ້ ແລະ ເມື່ອໃດກໍຕາມທີ່ມີບາງຄົນຄິດເຖິງຄໍາທີ່ວ່າ “ອາວຸດ” ໂດຍບັງເອີນ ພວກເຂົາກໍຈະຫົວຂວັນກັບຕົວເອງຢ່າງແຮງ. ບໍ່ແມ່ນແບບນີ້ບໍ? ເຈົ້າບໍ່ຫົວຂວັນໃນສິ່ງນີ້ໄດ້ແນວໃດ?

ເມື່ອເຈົ້າຫົວຂວັນ, ຈົ່ງຢ່າລືມທີ່ຈະເຂົ້າໃຈຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ແລະ ຈົ່ງຢ່າລືມເບິ່ງສະພາບທີ່ແທ້ຈິງຂອງຄຣິສຕະຈັກ: “ມະນຸດທຸກຄົນໄດ້ກັບຄືນສູ່ສະພາບປົກກະຕິ ແລະ ເລີ່ມຊີວິດໃໝ່. ເມື່ອອາໄສຢູ່ໃນສະພາບແວດລ້ອມໃໝ່ ກໍມີຜູ້ຄົນຈໍານວນຫຼາຍທີ່ພາກັນເບິ່ງອ້ອມຮອບສິ່ງເຫຼົ່ານັ້ນ, ຮູ້ສຶກຄືກັບວ່າ ພວກເຂົາໄດ້ເຂົ້າສູ່ໂລກໃໝ່ທັງໝົດ ແລະ ຍ້ອນສິ່ງນີ້ ພວກເຂົາຈຶ່ງບໍ່ສາມາດປັບຕົວໃຫ້ເຂົ້າກັບສະພາບແວດລ້ອມປັດຈຸບັນໄດ້ທັນທີ ຫຼື ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງທັນທີ”. ນີ້ແມ່ນສະພາບທີ່ແທ້ຈິງໃນປັດຈຸບັນຂອງຄຣິສຕະຈັກ. ຈົ່ງຢ່າກະວົນກະວາຍຫຼາຍໃນການເຮັດໃຫ້ທຸກຄົນເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງທັນທີ. ເມື່ອພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າໄປຮອດຈຸດໃດໜຶ່ງ ທຸກຄົນກໍຈະເຂົ້າສູ່ເສັ້ນທາງນັ້ນໂດຍບໍ່ຮູ້ຕົວ. ເມື່ອເຈົ້າເຂົ້າໃຈແກ່ນແທ້ຂອງພຣະທໍາຂອງພຣະເຈົ້າ ເຈົ້າຈະຮູ້ວ່າ ພຣະວິນຍານໄດ້ເຮັດພາລະກິດຮອດຈຸດໃດໜຶ່ງແລ້ວ. ຄວາມປະສົງຂອງພຣະເຈົ້າແມ່ນ: “ໂດຍອີງຕາມຄວາມບໍ່ຊອບທໍາຂອງມະນຸດ, ເຮົາພຽງແຕ່ໃຊ້ມາດຕະການ ‘ສຶກສາອົບຮົມ’ ທີ່ເໝາະສົມ ເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ດີຂຶ້ນ”. ນີ້ແມ່ນວິທີເວົ້າ ແລະ ເຮັດພາລະກິດຂອງພຣະເຈົ້າ ແລະ ມັນຍັງແມ່ນເສັ້ນທາງແຫ່ງການປະຕິບັດແບບສະເພາະຂອງມະນຸດ. ຫຼັງຈາກນີ້, ພຣະອົງໄດ້ຊີ້ໃຫ້ຜູ້ຄົນເຫັນສະພາບອື່ນຂອງມະນຸດ: “ຖ້າມະນຸດບໍ່ເຕັມໃຈທີ່ຈະຮັບເອົາຄວາມສຸກຢູ່ໃນຕົວເຮົາ, ເຮົາກໍພຽງໄດ້ແຕ່ເຫັນດີນໍາເທົ່ານັ້ນກັບສິ່ງທີ່ພວກເຂົາຕັ້ງໃຈໃສ່ ແລະ ສົ່ງພວກເຂົາໄປສູ່ຂຸມເລິກທີ່ສຸດ”. ພຣະເຈົ້າເວົ້າທຸກສິ່ງຢ່າງລະອຽດ ແລະ ບໍ່ປ່ອຍໃຫ້ຜູ້ຄົນມີໂອກາດແມ່ນແຕ່ໜ້ອຍດຽວທີ່ຈະຈົ່ມ. ນີ້ແມ່ນຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດຢ່າງແທ້ຈິງ. ພຣະເຈົ້າເວົ້າກັບມະນຸດຢ່າງເປີດເຜີຍ ແລະ ຢ່າງເປັນອິດສະຫຼະຕະຫຼອດ. ໃນທຸກສິ່ງທີ່ພຣະເຈົ້າເວົ້າ, ຜູ້ຄົນສາມາດເຫັນຫົວໃຈທີ່ຈິງໃຈຂອງພຣະອົງ ເຊິ່ງເຮັດໃຫ້ຜູ້ຄົນວັດແທກຫົວໃຈຂອງພວກເຂົາເອງກັບຫົວໃຈຂອງພຣະອົງ ແລະ ເຮັດໃຫ້ພວກເຂົາສາມາດເປີດໃຈຂອງພວກເຂົາກັບພຣະອົງ ຈົນພຣະອົງສາມາດເຫັນວ່າ ພວກເຂົາຈະຕົກຢູ່ໃນສີໃດຂອງສາຍຮຸ້ງ. ພຣະເຈົ້າບໍ່ເຄີຍສັນລະເສີນຄວາມເຊື່ອ ຫຼື ຄວາມຮັກຂອງຜູ້ໃດ ແຕ່ພຣະອົງໄດ້ສ້າງຄວາມຕ້ອງການກັບຜູ້ຄົນຕະຫຼອດ ແລະ ເປີດເຜີຍດ້ານທີ່ຂີ້ຮ້າຍຂອງພວກເຂົາ. ນີ້ສະແດງໃຫ້ເຫັນວ່າ “ວຸດທິພາວະ” ທີ່ຜູ້ຄົນມີນັ້ນຕໍ່າສໍ່າໃດ ແລະ “ການຈັດຕັ້ງ” ຂອງພວກເຂົາແມ່ນຂາດເຂີນສໍ່າໃດ. ພວກເຂົາຕ້ອງການ “ອອກກໍາລັງກາຍ” ເພີ່ມເພື່ອທົດແທນຄວາມຂາດເຂີນເຫຼົ່ານີ້ ເຊິ່ງເປັນເຫດຜົນທີ່ພຣະເຈົ້າໄດ້ “ປ່ອຍຄວາມໂກດຮ້າຍຂອງພຣະອົງ” ໃສ່ຜູ້ຄົນຢ່າງຕໍ່ເນື່ອງ. ໃນມື້ໜຶ່ງ ເມື່ອພຣະເຈົ້າໄດ້ເປີດເຜີຍຄວາມຈິງທັງໝົດກ່ຽວກັບມະນຸດຊາດ, ຜູ້ຄົນກໍຈະຖືກເຮັດໃຫ້ສົມບູນ ແລະ ພຣະເຈົ້າກໍຈະຮູ້ສຶກສະບາຍໃຈ. ຜູ້ຄົນຈະບໍ່ຍົວະພຣະເຈົ້າອີກຕໍ່ໄປ ແລະ ພຣະອົງກໍຈະບໍ່ “ສຶກສາອົບຮົມ” ພວກເຂົາອີກຕໍ່ໄປ. ຫຼັງຈາກນັ້ນ ຜູ້ຄົນກໍຈະສາມາດ “ດໍາລົງຊີວິດດ້ວຍຕົວເອງ” ແຕ່ຕອນນີ້ບໍ່ແມ່ນເວລານັ້ນເທື່ອ. ຍັງມີຫຼາຍສິ່ງພາຍໃນຜູ້ຄົນທີ່ສາມາດເອີ້ນໄດ້ວ່າ “ປອມ” ແລະ ມີຄວາມຈໍາເປັນຕ້ອງເຮັດການກວດສອບອີກຫຼາຍຮອບ ໂດຍມີ “ຈຸດກວດກາ” ຫຼາຍບ່ອນເພີ່ມ ເຊິ່ງເປັນບ່ອນທີ່ສາມາດຈ່າຍ “ພາສີອາກອນ” ຂອງພວກເຂົາໄດ້ຢ່າງຖືກຕ້ອງ. ຖ້າຍັງມີສິນຄ້າປອມ, ສິ່ງເຫຼົ່ານັ້ນກໍຈະຖືກຍຶດ ເພື່ອວ່າ ສິ່ງເຫຼົ່ານັ້ນຈະບໍ່ຖືກນໍາໄປຂາຍ ແລະ ຫຼັງຈາກນັ້ນ ຊຸດສິນຄ້າທີ່ຖືກຫຼັກລອບເຂົ້າມາກໍຈະຖືກລໍາລາຍ. ນີ້ບໍ່ແມ່ນແນວທາງທີ່ດີໃນການເຮັດສິ່ງຕ່າງໆບໍ?

ກ່ອນນີ້: ບົດທີ 17

ຕໍ່ໄປ: ບົດທີ 19

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້